ວກ. - ໃນ​ທ່າ​ອຽງ​ໂລກາ​ພິວັດ, ​ເປີດ​ເສລີພາບ​ການ​ຄ້າ ​ແລະ ກະ​ແສ​ຟອງ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ​ເຖິງ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ເສດຖະກິດ-ສັງຄົມ, ບົດບາດ​ຂອງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ນັບ​ມື້​ນັບ​ມີ​ຄວາມ​ສຳຄັນ​ໃນ​ການ​ຊຸກຍູ້ການ​ເພີ່​ປະສິດທິພາບ​​ແຮງ​ງານ, ຄຸນ​ນະພາ​ບການ​ເຕີບ​ໂຕ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ. ພັດທະນາ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຖືກ​ຖື​ວ່າ​ເປັນ​ວິທີ​ແກ້​ໄຂ​ທີ່​ສຳຄັນ ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວປ່ຽນ​ແປງ​ໃໝ່ ​ແລະ ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ຂອງ​ວິ​ສາ​ຫະກິດ, ປະກອບສ່ວນ​ປົວ​ແປງ​ລະດັບ​ກຽມ​ຄວາມ​ພ້ອມ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ, ຄວາມ​ສາມາດ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຊີ​ໃໝ່ ​ແລະ ຄວາມ​ສາມາດຮັບເອົາ​ເຕັກ​ໂນ​ໂລ​ຊີຂອງ​ວິ​ສາ​ຫະກິດ (ບັນດາ​ປັດ​ໄຈ​ສົ້ນ​ເຂົ້າທີ່​ສ້າງ​ໃຫ້​ມີ​ປະສິດທິ​ຜົນຂອງ​ພື້ນຖານ​ເສດຖະກິດ).

ພາບປະກອບ (ພາບ: vfpress)

ຜົນສຳ​ເລັດ​ແລະ​ຂໍ້​ຈຳກັດ​ຈຳນວນ​ໜຶ່ງຂອງ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ໂດຍ​ສັງ​ເກດ​ຈາກ​ແງ່​ມູມນະ​ໂຍບາຍ.

ໃນ​ຂະ​ບວນວິວັດ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ລັດຖະບານ​ຂອງ​ຫຼາຍ​ປະ​ເທ​ດໃນ​​ໂລກ​ໄດ້ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ທີ່​ສຳຄັນ ​ແນ​ໃສ່​ຊຸກຍູ້ການ​ພັດທະນາ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ໃຫ້​ຂະ​ຫຍາ​ຍຕົວຢ່າງ​ໄວ. ອາ​ໃສ​ສິ່ງ​ດັ່ງກ່າວ​ນັ້ນ, ຢູ່​ບາງ​ປະ​ເທດ​ຄື ຈີນ, ສ.​ເກົ​າ​ຫຼີ, ມາ​ເລ​ເຊຍ, ຄວາມ​ໄວ​ແລະ​ມູນ​ຄ່າ​ຂອງ​ການ​ແລກປ່ຽນ​ຊື້​ຂາຍ​ເຕັກ​ໂນ​ໂລ​ຊີ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​​ແຂງແຮງ ​ແລະ ສົ່ງ​ຜົນ​ກະທົບ​ຢ່າງ​ຕັ້ງໜ້າຕໍ່​ຄວາມ​ໄວ​ແລະ​ຄຸນ​ນະພາ​ບການ​ເຕີບ​ໂຕ​ເສດຖະກິດ​ ຂອງ​ບັນດາ​ປະ​ເທດ​ເຫຼົ່າ​ນີ້.

ສຳລັບ​ຫວຽດນາມ, ການພັດທະນາ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແມ່ນ​​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ​ ຊຶ່ງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຢືນຢັນ​ໃນ​ບັນດາ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ IX, X, XI ​ແລະ​ໄດ້​ຢືນຢັນ​ຄືນ​ໃໝ່​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII. ທີ່​ຜ່ານ​ມາ​ມໍ່​ນີ້, ມະຕິ​ສະບັບ​ທີ 11-NQ/TW, ວັນ​ທີ 3 ມິຖຸນາ 2017, ​ໄດ້​ຮັບ​ການ​ຮັບຮອງ​​ໂດຍ​ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄໝ​ທີ XII ວ່າ​ດ້ວຍ​ການ​ບູລະນະ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດກຳນົດ​ທີ​ສັງຄົມ​ນິຍົມ ທີ່​ໄດ້​ເນັ້ນ​ໜັກ​ເຖິງ​ທິດ​ທາງ​ບູລະນະ​ລະບຽບກົດໝາຍ​ເພື່ອ​ປ່ຽນ​ແປງ​ໃໝ່, ພັດທະນາ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຢ່າງ​ແຂງ​ແຮງ​ແລະ​ຄົບ​ຊຸດ ​ເຊິ່ງ​ເປັນ​ໜຶ່ງ​ໃນ​ບັນດາ​ວິທີ​ແກ້​ໄຂ​ທີ່​ສຳຄັນ ເພື່ອພັດທະນາ​ບັນດາ​ປັດ​ໄຈ​ຕະຫຼາດ​ແລະ​ບັນດາ​ປະ​ເພດ​ຕະຫຼາດ​ຢ່າງ​ຄົບ​ຊຸມ ​ແນ​ໃສ່​ເປົ້າ​ໝາຍ​ສ້າງ​ປະຖົມ​ປັດ​ໄຈ​ທີ່ໝັ້ນຄົງ​ໃຫ້​ແກ່​ການ​ສ້າງພື້ນຖານ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢ່າງ​ສຳ​ເລັດ​ຜົນ ​ແລະ ຂັບ​ເຄື່ອນ​ພື້ນຖານ​ເສດຖະກິດ​ນັ້ນ​ຢ່າງ​ຄົບ​ຊຸດ, ລຸ​ລ່ວງ; ປະກອບສ່ວນ​ເຂົ້າ​ໃນ​ການ​ລະດົມ​ແລະ​ຈັດ​ແບ່ງ, ນຳ​ໃຊ້ບັນດາ​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ ​ເພື່ອ​ຊຸກຍູ້​ເສດຖະກິດ-ສັງຄົມ​​ໃຫ້ຂະຫຍາຍຕົວ​ຢ່າງ​ໄວ​ແລະ​ໝັ້ນຄົງ​ຍືນ​ຍົງ.

ຜົນສຳ​ເລັດ​ທີ່​ແນ່ນອນ​ຈຳນວນ​ໜຶ່ງ

​ແຜນ​ນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບ​ການ​ຊຸກຍູ້​ກໍ່​ຕັ້ງ​ແລະ​ພັດທະນາ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ໄດ້​ຮັບ​ການ​ເຊື່ອມ​ຊຶມ​ຢ່າງ​ເຂັ້ມ​ງວດ ​ແລະ ຫັນ​ເປັນ​ນິຕິ​ກຳ​ຢ່າງ​ທັນ​ການ​ ດ້ວຍ​ບັນດາ​ນະ​ໂຍບາຍ​ແລະ​ກົດໝາຍ​ຂອງ​ລັດ. ​ໃນ​ສິບ​ກວ່າ​ປີ​ທີ່​ຜ່ານ​ມາ, ຫວຽດນາມ​ປະຕິບັດ​ການສ້າງ​ຕັ້ງ​ສິ່ງ​ແວດ​ລ້ອມ​ນິຕິ​ທຳທີ່ສະດວກ​ພໍ​ສົມ​ຄວມໄດ້​ໃນ​ເບື້ອງ​ຕົ້ນ ​ເພື່ອ​ຊຸກຍູ້ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ​ເຊັ່ນ ກົດໝາຍວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ (ປີ 2013), ກົດໝາຍ​ວ່າ​ດ້ວຍ​ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ (ປີ 2006, ສະບັບ​ປັບປຸງ​ປີ 2017), ກົດໝາຍ​ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນຍາ (ປີ 2005, ສະບັບ​ປັບປຸງ​ປີ 2009), ກົດໝາຍວ່າ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ສູງ (ປີ 2008), ກົດໝາຍ​ວ່າ​ດ້ວຍ​ຄຸນ​ນະພາ​ບຜະລິດ​ຕະພັນສິນຄ້າ (ປີ 2006), ​ໂຄ​ງການ​ພັດທະນາ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຮອດ​ປີ 2020,... ​ໃນ​ນັ້ນ, ສິ່ງ​ສຳຄັນ​ເປັນ​ພິ​ເສດ​ແມ່ນ​ ບັນດາ​ຂໍ້​ກຳນນົກກົດລະບຽບທີ່​ກ້າວໜ້າ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ແລະ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຊັບ​ສິນທາງ​ປັນຍາ ​ແລະ ມອບ​ໂອນ​ເຕັກ​ໂນ​ໂລ​ຊີ. ການ​ນຳ​ໃຊ້​ນະ​ໂຍບາຍ​ເຫຼົ່າ​ນັ້ນ​ຢ່າງ​ທັນ​ການ ​ໄດ້​ສົ່ງ​ຜົນ​ກະທົບຢ່າງ​ຕັ້ງໜ້າ​ເຖິງ​ບັນດາ​ຝ່າຍ ການສະໜອງ, ຄວາມຕ້ອງການ ​ແລະ ມື​ກາງ ຂອງ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ.

ທຸ​ກປີ, ລັດ​ໄດ້​ໃຊ້ງົບ​ປະມານຈຳນວນ​ໜຶ່ງ​ເພື່ອ​ລົງທຶນ​ເພີ່ມ​ທະວີ​ອຸປະກອນ​ເຄື່ອງ​ປະກອບ​ໃຫ້​ບັນດາ​ຫ້ອງ​ທົດ​ລອງ, ພື້ນຖານ​ການ​ຜະລິດ​ທົດ​ລອງ ຂອງ​ບັນດາ​ສະ​ຖາ​ບັນຄົ້ນຄວ້າ, ມະຫາວິທະຍາ​ໄລ. ກ່ຽວ​ກັບ​ນະ​ໂຍບາຍ​ພາສີ​ແລະ​ສິນ​ເຊື່ອ, ​ໄດ້​ອະນຸຍາດ​ໃຫ້ການ​ເຄື່ອນ​ໄຫວວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ໄດ້​ຮັບ​ບຸລິມະສິດ​ພາສີ 6 ປະ​ເພດ (ພາສີ​ລາຍ​​ໄດ້​ທຸລະກິດ, ພາສີ​ລາຍ​​ໄດ້ສ່ວນ​ບຸກຄົນ, ພາສີ​ມູນ​ຄ່າ​ເພີ່ມ, ພາສີສົ່ງ​ອອກ​ນຳ​ເຂົ້າ ​ແລະ ພາສີ​ທີ່​ດິນ). ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ແລະ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ໄດ້​ຮັບ​ທຶນ​ອຸດ​ໜູນ (​ໃຫ້ທຶນ​ອຸດ​ໜູນ 100% ຫຼື​ອຸດ​ໜູນ​ຕາມ​ກົນ​ໄກທຶນ​ປະກອບ) ຈາກ​ງົບປະມານ​ຂອງ​ລັດ ​ໂດຍ​ຜ່ານ​ກອງ​ທຶນ​ພັດທະນາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ, ກອງ​ທຶນປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ. ນອກຈາກ​ນັ້ນ, ລັດ​ຍັງ​ມີ​ນະ​ໂຍບາຍ​ຊ່ວຍ​ເຫຼືອ​ທາງ​ອ້ອມ​ ໂດຍ​ຜ່ານ​ການພັດທະນາ​ໂຄງ​ສ້າງ​ພື້ນຖານ, ມອບ​ສິ​ດ​ເປັນ​ເຈົ້າ​ຕົນ​ເອງ​ຮອບດ້ານ​ໃຫ້​ບັນດາ​ອົງການ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ລັດ, ມອບກຳມະສິດ​ຜົນສຳ​ເລັດແຫ່ງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ໃຫ້​ແກ່​ອົງ​ການ​ເຈົ້າ​ຄຸ້ມ​ຄອງ, ອົບຮົມ​ກໍ່ສ້າງ​ແລະ​ນຳ​ໃຊ້​ບຸກຄະລາ​ກອນວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​, ຊຸກຍູ້​ການ​ຫັນ​ຜົນງານ​ການ​ຄົ້ນ​ຄວ້າ​ເປັນ​ສິນຄ້າ, ສົ່ງ​ເສິມ​ວິ​ສາ​ກະ​ກິດຫັກ​ລາຍ​ໄດ້​ທີ່​ຈະ​ເສຍ​ພາສີ ​ເພື່ອ​ສ້າງ​ກອງ​ທຶນ​ພັດທະນາວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ ຂອງ​ວິ​ສາ​ຫະກິດ. ກົນ​ໄກ​ນີ້​ແມ່ນ​ບັງຄັບ​ສຳລັບ​ວິ​ສາ​ຫະກິດ​ແຫ່ງ​ລັດ (ຕ້ອງ​ຫັກ 3% - 10% ຂອງ​ລາຍ​ໄດ້​ທີ່​ຈະ​ເສຍ​ພາສີ​ລາຍ​ໄດ້ວິ​ສາ​ຫະກິດ​ ເພື່ອ​ສ້າງ​ກອງ​ທຶນ​ພັດທະນາວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ຂອງ​ວິ​ສາ​ຫະກິດ) ​ແລະ​ມີ​ລັກສະນະ​ສົ່ງ​ເສີມ, ຕາມ​ທີ່​ສົມຄວນ​ສຳລັບ​ວິ​ສາ​ຫະກິດ​ນອກ​ພາກ​ລັດ (ມີ​ສິດ​ຫັກ​ຕາມ​ອັດຕາ​ສ່ວນ​ທີ່​ເໝາະ​ສົມ, ສູງ​ສຸດ​ແມ່ນ 10% ຂອງ​ລາຍ​ໄດ້​ທີ່​ຄິດ​​ໄລ່​ຈະ​ເສຍ​ພາສີ​ລາຍ​ໄດ້​​ວິ​ສາ​ຫະກິດ ​ເພື່ອ​ສ້າງ​ກອງ​ທຶນ​ນີ້).

ຫຼາຍ​ເຕັກ​ໂນ​ໂລ​ຊີ, ​ເຄື່ອງ​ປະກອບ​ໂດຍ​ນັກວິທະຍາສາດ​ພາຍ​ໃນ​ປະ​ເທດ​ອອກ​ແບບ​, ຜະລິດ ​ມີ​ຄຸນ​ນະພາ​ບດີ, ລາຄາ​ສຳ​ເລັດ​ຮູບຕ່ຳ​ແຂ່ງຂັນ​ໄດ້​ ໄດ້​ກາຍ​ເປັນ​ສິນຄ້າ ​ເຊິ່ງ​​​ໄດ້ຕອບ​ສະໜອງໃນ​ຂັ້ນ​ຕົ້ນ​ໃຫ້​ແກ່ຄວາມ​ຕ້ອງການ​ຂອງ​ຕະຫຼາດ ​ແລະ ບັນດາ​ຂະ​ແໜງ​ການ, ຂົງ​ເຂດ​ເຊັ່ນ ຮ້ານ​ຂຸດ​ເຈາະ​ ຕາມ​ດ໋າວ 05 - ຮ້ານ​ຂຸດ​ເຈາະ​ນ້ຳມັນ​ອາຍ​ແກັ​ສຍົກຕົວ​ຂຶ້ນ​ດ້ວນ​ຕົນ​ເອງ​ທີ່ໃຫຍ່​ທີ່​ສຸດຂອງ​ຫວຽດນາມ ທີ່​ມີ​ນ້ຳໜັກ​ທັງ​ໝົດ​ປະມານ 18.000 ​ໂຕນ​ເຫຼັກ, ມີ​ຄວາມ​ສາມາດ​ເຄື່ອນ​ໄຫວ​ໃນ​ລະດັບ​ນ້ຳ 120 ​ແມັດ ​ແລະ​ຂຸດ​ເຈາະ​ເລິກ 9 ກມ., ອັດຕາ​ສ່ວນ​ຜະລິດ​ພາຍ​ໃນກວມ​ຫຼາຍ​ກວ່າ 40%, ຄ່າ​ໃຊ້​ຈ່າຍ​ຜະລິດ​ປະຢັດ​ໄດ້ 10% - 15%, ສ້າງ​ການ​ບຸກທະລຸ​ໃນ​ຂະ​ແໜງ​ການ​ນ້ຳມັນ​ອາຍ​ແກັສ ​ແລະ ພາ​ໃຫ້​ຫວຽດນາມກາຍ​ເປັນ​ໜຶ່ງ​ໃນ​ສາມປະ​ເທດ​ອາຊີ ​ແລະ ​ໃນສິບ​ປະ​ເທດ​ໃນ​ໂລກ ທີ່​​ເປັນ​ເຈົ້າ​ໃນ​ການ​ອອກ​ແບບ​ແລະ​ຜະລິດ​ຮ້ານ​ຂຸດ​ເຈາະ​ນ້ຳມັນ​ອາຍ​ແກັສ; ​ຜະລິດເຄື່ອງ​ປະກອບ​ການ​ກໍ່ສ້າງ​ຕິດ​ຕັ້ງ ​ແລະ ຂັບ​ເຄື່ອນ​ ບັນດາ​ໂຮງງານ​ໄຟຟ້າພະລັງ​ຄວາມ​ຮ້ອນ, ​​ໂຮງງານໄຟຟ້າ​ນ້ຳຕົກ; ຜະລິດ​ເຄື່ອງ​ຍົມ​ທີ່​ມີ​ກຳລັງ​ແຮງ​ເຖິງ  5 ​ເມ​ກະ​ວັດ, ​ເຄື່ອງ ຕົວ​ບິນ ທີ່​ມີ​ກຳລັງ​ແຮງ​ເຖິງ 6 ​ເມ​ກະ​ວັດ, ອຸປະກອນໝໍ້​ແປງ​ໄຟຟ້າ 500 ກິ​​ໂລ​ໂວ​ນ; ບັນດາ​ແນວ​ພັນ​ພືດ​ມີສະມັດ​ຕະພາບ​ສູງ ຄຸນ​ນະພາ​ບດີ; ບັນດາ​ສາຍ​ພັນ​ວັກ​ຊີ​ນທີ່​ເຄີຍ​ໃຊ້ ​ໃຫ້​ແກ່​ຄັນ​ແລະ​ສັດລ້ຽງ ທີ່​ມີ​ລາຄາ​ຕ່ຳ ​ປ່ຽນ​ແທນ​ໃຫ້​ແກ່​ການ​ນຳ​ເຂົ້າ;...

ບັນດາ​ວິ​ສາ​ຫະກິດ​ໃນ​ປະ​ເທດ​ໄດ້​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າກ່ຽວ​ກັບ​ການ​ລົງທຶນ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ, ພັດທະນາ​ແລະ​ປົກ​ປັກ​ຮັກສາ​ຊັບສິນ​ທາງ​ປັນຍາ​ຂອງ​ວິ​ສາ​ຫະກິດ ​ເພື່ອ​ຮັກສາ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງຂັນຢູ່​ທີ່​ຕະຫຼາດ. ທ່າ​ທີ່ຂອງ​ວິ​ສາ​ຫະກິດ​ຕໍ່​ກັບ​ເຕັກ​ໂນ​ໂລ​ຊີທີ່​ໄດ້ຮັບ​ການ​ປະດິດ​ອອກ​ມາ​ໃນ​ປະ​ເທດ ​ໄດ້​ມີ​ການ​ຫັນປ່ຽນ​ຕາມທິດ​ທາງ​ທີ່​ຕັ້ງໜ້າ. ຫຼາຍ​ວິ​ສາ​ຫະກິດ​ຊອກ​ຫາ​ໄດ້​ເຕັກ​ໂນ​ໂລ​ຊີ​ແລະ​ເຄື່ອງ​ປະກອບ​ພາຍ​ໃນ​ປະ​ເທດ​ທີ່​ສອດຄ່ອງ ​ເພື່ອ​ປ່ຽນ​ແປງ​ໃໝ່​ແລະ​ເປີດ​ກວ້າງ​ການ​ຜະລິດ. ນອກຈາກ​ຄວາມ​ສາມາດ​ຫາ​ຊື້​ໄດ້​ເຕັກ​ໂນ​ໂລ​ຊີ​ແລະ​ອຸ​ປະກອນ​ທີ່ມີ​ຄຸນ​ນະພາ​ບດີ​ ດ້ວຍ​ລາຄາຖືກກວ່າ​ຕັ້ງ​ຫຼາຍ​ເທົ່າທຽບ​ກັບ​ເຕັກ​ໂນ​ໂລ​ຊີ​ນຳ​ເຂົ້າ, ບັນດາ​ວິ​ສາ​ຫະກິດ​ຍັງ​ໄດ້​ຮັບ​ຄຳ​ປຶກສາ, ການ​ບໍລິການ​ຫຼັງ​ການ​ຂາຍ​ທີ່​ຈຳ​ເປັນ ​ແລະ ການ​ຮັບປະກັນຍົກ​ລະດັບ, ດັດ​ແປງ​ເຕັກ​ໂນ​ໂລ​ຊີ​ຕາມ​ຄວາມ​ຕ້ອງການ.

ບັນດາ​ອົງການ​ຈັດ​ຕັ້ງ​ການ​ບໍລິການ ​ໃຫ້​ຄຳ​ປຶກສາ, ກວດ​ພິສູດ, ປະ​ເມີນ​ຜົນ, ຕີ​ລາຄາ, ກ້າເບ້ຍສ້າງ​ເຕັກ​ໂນ​ໂລຊີ, ​ເປັນ​ມື​ກາງ​ໃນ​ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ ​ເຊິ່ງ​ໄດ້​ຮັບ​ການ​ສົ່ງ​ເສີມ​ສ້າງ​ຕັ້ງ​ຂຶ້ນ​ແລະ​ພັດທະນາ. ​ໃນ​ທົ່ວ​ປະ​ເທດ​ມີ 8 ສະຖານ​ທີ່​ແລກປ່ຽນ​ເຕັກ​ໂນ​ໂລ​ຊີຢູ່ ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ, ດາ​ໜັ້ງ, ກວ໋າງນິງ, ຮາ​ຍຟ່ອງ, ບັກ​ຢາງ, ຖ້າ​ຍບິ່ງ, ​ເງ້ອານ, ມີ 50 ສວນ​ກ້າ​ເບ້ຍສ້າງ​ເຕັກ​ໂນ​ໂລ​ຊີ ​ແລະ ວິ​ສາ​ຫະກິດ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ຕານ່າງບັນດາ​ສູນ​ປະ​ຢຸກ​ໃຊ້​ແລະ​ມອບ​ໂອນ​ນະ​ວັດຕະກຳ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ​ເຕັກ​​ໂນ​ໂລ​ຊີ​ຮັບ​ໃຊ້​ການ​ພັດທະນາເສດຖະກິດ-ສັງຄົມ ຢູ່ 63 ​ແຂວງ-ກຳ​ແພງ​ນະຄອນ ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ລົງທຶນ​ຍົກ​ລະດັບ. ບັນດາ​ຕະຫຼາດ​​ເຕັກ​ໂນ​ໂລ​ຊີ​ແລະ​ເຄື່ອງ​ອຸປະກອນ, ສະຖານ​ທີ່​ແລກປ່ຽນ​ເຕັກ​ໂນ​ໂລ​ຊີ, ຈັດ​ຕັ້ງ​ເຫດການ​ເຊື່ອມ​ຕໍ່​ການ​ສະໜອງ-ຄວາມ​ຕ້ອງການ​ເຕັກ​ໂນ​ໂລ​ຊີ, ວັນ​ບຸນ​ເລີ່​ມຕົ້ນ​ດ້ານ​ເຕັກ​ໂນ​ໂລ​ຊີ ​ໄດ້​ຮັບ​ການຈັດ​ຕັ້ງຂຶ້ນ​ໃນ​ແຕ່ລະ​ໄລຍະ ​ເຊິ່ງ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ລົງທຶນ​ເຕັກ​ໂນ​ໂລ​ຊີ, ວິ​ສາ​ຫະກິດ, ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ, ມະຫາວິທະຍາ​ໄລ​ຢູ່​ໃນ​ແລະ​ຕ່າງປະ​ເທດ​ ເປັນ​ຈຳນວນ​ຫຼາຍ, ຍອດ​ມູນ​ຄ່າ​ການ​ແລກປ່ຽນ​, ຊື້​ຂາຍ​ເຕັກ​ໂນ​ໂລ​ຊີ​ ໄດ້​ເພີ່ມ​ຂຶ້ນຢ່າງ​ແຮງ​ໃນ​ທຸກ​ປີ (ຍອດ​ມູນ​ຄ່າ​ການ​ແລກປ່ຽນ​, ຊື້​ຂາຍ​ເຕັກ​ໂນ​ໂລ​ຊີ ​ໃນ​ໄລຍະ 2011 - 2015 ບັນລຸຫຼາຍກວ່າ 13.700 ຕື້​ດົ່ງ, ​ເພີ່​ມຂຶ້ນ​ທົບ 3 ​ເທົ່າ​ທຽບ​ກັບ​ໄລຍະ 5 ປີ​ກ່ອນ). ພື້ນຖາ​ຂໍ້​ມູນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ແລະ​ຜູ້​ຊ່ຽວຊານເຕັກ​ໂນ​ໂລ​ຊີ ​ໄດ້​ຮັບ​ການ​ກໍ່​ຕັ້ງ​ໃນ​ເບື້ອງ​ຕົ້ນ, ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ​ສາມເຕັກ​ໂນ​ໂລ​ຊີ, ​ເຊື່ອມ​ຕໍ່​ຄວາມ​ຕ້ອງການ​ກັບ​ແຫຼ່ງສະໜອງເຕັກ​ໂນ​ໂລ​ຊີ ​ແລະ ຜູ້​ຊ່ຽວ​ຊານ ​ທີ່​ປຶກສາ (ຊ​ອຟ​ແວ​ຖານ​ຂໍ້​ມູນ​ນີ້​ໄດ້​ອັບ​ເດດ​ເກືອບ 1.000 ປະ​ເພດ​ແຫຼ່ງສະໜອງເຕັກ​ໂນ​ໂລ​ຊີຢູ່​ໃນ​ແລະ​ຕ່າງປະ​ເທດ; ​ເກືອບ 10.000 ວິ​ສາ​ຫະກິດ​ການ​ຜະລິດ ​ແລະ ຜູ້​ຊ່ຽວຊານເຕັກ​ໂນ​ໂລ​ຊີ 200 ຄົນ).

ບັນດາ​ຂໍ້​ຈຳກັດ​​ແລະສາ​ເຫດ

​ເຖິງ​ວ່າຄວາມ​ສາມາດ​ບົ່ງ​ຊ້ອນ​ຂອງ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີຍັງ​ໃຫຍ່​ຫຼວງ​ທີ່​ສຸດ, ​ແຕ່​ໃນ​ສະພາບ​ທີ່​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ຢູ່​ປະ​ເທດ​ເຮົາພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ເທື່ອ​ລະ​ກ້າວ, ລະດັບ​ການ​ພັດທະນເສດຖະກິດ-ສັງຄົມ ​ແລະ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຂອງ​ຫວຽດນາມ​ຍັງ​ຕ່ຳ​ ທຽບ​ກັບ​ລະດັບ​ລວມຂອງ​ພາກ​ພື້ນ​ແລະ​ໃນ​ໂລກ, ຍ້ອນ​ແນວ​ນັ້ນ ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຈຶ່ງ​ຍັງ​ບໍ່​ສາມາດ​ຫັນ​ເຂົ້າ​ສູ່​​ໄລຍະ​ແຫ່ງການພັດທະນາ​ແບບ​ຄົບ​ຖ້ວນ​ແລະ​ສົມບູນ​ໄດ້. ມະຕິ​ສະບັບ​ທີ 11-NQ/TW, ວັນ​ທີ 3 ມິຖຸນາ 2017, ໄດ້​ຮັບ​ການ​ຮັບຮອງ​​ໂດຍ​ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄໝ​ທີ XII ວ່າ​ດ້ວຍ​ການ​ບູລະນະ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ກໍ່​ໄດ້​ສັງ​ເກດ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ ຕະຫຼາດ​ບາງ​ປະ​ເພດ (​ໃນ​ນັ້ນ​ມີ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ) ຍັງ “ເປັນ​ຮູບ​ເປັນ​ຮ່າງ​ແລະ​ຂະຫຍາຍຕົວ​ຊ້າ”.

ການ​ເປັນ​ຮູບ​ເປັນ​ຮ່າງ​ແລະ​ຂະຫຍາຍຕົວ​ຢ່າງ​ຊັກຊ້າ​ ຂອງຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຢູ່​ປະ​ເທດ​ເຮົາ​ແມ່ນ​ຍ້ອນ​ຫຼາຍ​ສາ​ເຫດ​ ພາວະ​ວິ​ໄສ​ແລະ​ອັດຕະວິ​ໄສ. ດ້ວຍ​ທາດ​ແທ້​ຂອງຕະຫຼາດ​ປັດ​ໄຈ​ການ​ຜະລິດ, ການ​ພັດທະນາ​ຂອງ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ບໍ່​ນອນ​ຢູ່​ນອກ​ການ​ພັດທະນາເສດຖະກິດ-ສັງຄົມລວມຂອງ​ປະ​ເທດ, ຂະໜາດ​ແລະ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ ຂຶ້ນ​ກັບ​ຂະໜາດ​ແລະ​ລະດັບການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ. ກໍ່ຄືຫຼາຍປະເທດກຳລັງພັດທະນາທີ່​ມີ​ລາຍ​ໄດ້​ສະ​ເລ່ຍຕໍ່ຫົວ​ຄົນ​ໃນ​ລະດັບ​ປານ​ກາງ​ຕ່ຳ, ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີຢູ່​ຫວຽດນາມ​ບໍ່​ຫຼີກ​ລ່ຽງຄວາມ​ຈຳກັດ, ຂໍ້​ຂາດ​ຕົກ​ບົກພ່ອງ​ຕ່າງໆ​ໄດ້.

​ເຖິງ​ວ່າຈະ​ມີ​ຄວາມ​ຈະ​ເລີ​ນຂຶ້ນ​ໜ້ອຍ​ໜຶ່ງກໍ່ຕາມ, ​ແຕ່​ແຫຼ່ງສະໜອງ​ເຕັກ​ໂນ​ໂລ​ຊີ​ຢູ່​ໃນ​ປະ​ເທດ​ເບິ່ງ​ລວມຍັງ​ຢູ່​ໃນຮູບ​ແບບ​ບົ່ມ​ຊ້ອນ, ຄວາມ​ສາມາດ​ສະໜອງ​ສິນຄ້າ​ເຕັກ​ໂນ​ໂລ​ຊີ​ຫຼາຍ​ປະ​ເພດ, ຄຸນ​ນະພາ​ບດີ ​ແລະ ລາຄາ​ສົມ​ເຫດ​ສົມ​ຜົນ​ໃຫ້​ຕະຫຼາດ ຍັງ​ຖືກ​ຈຳກັດ. ປີ 2016, ຈຳນວນ​ໃບ​ຮ້ອງ​ຂໍ​ຈົດທະບຽນ​ປົກ​ປ້ອງ​ຂໍ້​ຄິດປະດິດ​ສ້າງ​ແລະວິທີ​ແກ້​ໄຂມີ​ປະ​ໂຫຍ​ດຂອງ​ຫວຽດນາມ​ແມ່ນ 886 ​ໃບ; ຈຳນວນ​ໃບຮັບ​ຮອງ​ການ​ປົກ​ປ້ອງ​ແມ່ນ 190 (76 ຂໍ້​ຄິດ​ປະດິດ​ສ້າງ ​ແລະ 114 ວິທີ​ແກ້​ໄຂ​ມີ​ປະ​ໂຫຍ​ດ). ສາ​ເຫດ​ຕົ້ນຕໍ​ແມ່ນ​ຍ້ອນ​ຄວາມ​ຊັກ​ຊ້າ​ໃນ​ການ​ປ່ຽນ​ແປງ​ໃໝ່, ຄວາມ​ຄິດ​ຢ້ານ​ຫັນປ່ຽນ ຂອງ​ບັນດາ​ອົງການ​ຈັດ​ຕັ້ງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຂອງ​ລັດ, ການ​ເຄື່ອນ​ໄຫວຂາດ​ການ​ກຳນົດ​ທິດ​ຕະຫຼາດ ​ແລະ ກະທົບ​ຕອບ​ຢ່າງ​ຊັກ​ຊ້າ​ກັບ​ຄວາມ​ຕ້ອງການເຕັກ​ໂນ​ໂລ​ຊີທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ຕະຫຼາດ; ​ໂຄງ​ສ້າງ​ພື້ນຖານ​ການ​ຄົ້ນຄວ້າ​ແລະ​ຜະລິດ​ທົດ​ລອງຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ; ຮູບ​ແບ​ບຮ່ວມ​ມື​​ລັດ-ເອກະ​ຊົນ​ໃນ​ການ​ຄົ້ນຄວ້າ, ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ ຍັງ​ບໍ່​​ໄດ້​ເປີດ​ກວ້າງ. ສິ່ງ​ດັ່ງກ່າວ​ໄດ້​ພາ​ໄປ​ເຖິງ​ສະພາບ​ຄວາມ​ຈິງ​ຄື, ບັນດາ​ວິ​ສາ​ຫະກິດ​ເຄີຍ​ເລືອກ​ເອົາ​ວິທີ​ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ແລະ​ເຄື່ອງ​ອຸປະກອນ​ຈາກ​ຕ່າງປະ​ເທດ ​ເຖິງ​ວ່າຄວາມ​ຈຸ​ເຕັກ​ໂນ​ໂລ​ຊີນຳ​ເຂົ້າ​ເບິ່ງລວມຢູ່​ໃນ​ລະດັບ​ປາງ​ກາງຂອງ​ໂລກ. ກຸ່ມ​ສິນຄ້າ​ທີ່​ຫວຽດນາມ​ນຳ​ເຂົ້າ​ຫຼາຍ​ທີ່​ສຸດ​ໃນ​ປີ 2016 ​ແມ່ນ​ເຄື່ອງ​ຈັກ-​ເຄື່ອງ​ປະກອບ (28 ຕື້​ໂດ​ລາ​ສະຫະລັດ). ຕົ້ນ​ກຳ​ເນີ​ດຂອງ​ເຄື່ອງ​ຈັກ, ​ເຄື່ອງ​ປະກອບ​ນຳ​ເຂົ້າ​ຕົ້ນຕໍ​ແມ່ນ​ມາ​ຈາກ​ປະ​ເທດ​ຈີນ (35%), ອັດຕາ​ສ່ວນ​ນຳ​ເຂົ້າ​ຈາກ​ບັນດາ​ປະ​ເທດກ້າວໜ້າ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​​ແມ່ນ​ຍັງ​ຕ່ຳ (ຍີ່ປຸ່ນ - 17%,  ອີ​ຢູ - 12%, ສະຫະລັດ​ອາ​ເມ​ລິ​ກາ - 4.5%).

ວິ​ສາ​ຫະກິດ​​ແມ່ນ​ເຈົ້າພາບ​ທີ່​ສຳຄັນ​ຂອງ​ຕະຫຼາດ​ເຕັກ​ໂນ​ໂລ​ຊີ, ​ແຕ່​ສ່ວນ​ຫຼາຍ​ຍັງ​ບໍ່​ທັນ​ມີວິ​ໄສ​ທັດ​ໄລຍະ​ຍາວ, ຂາດ​ບຸກຄະລາ​ກອນ​​ລະດັບ​ສູງ ​ແລະ ບໍ່​ມີ​ຄວາມ​ເຂັ້ມ​ແຂງ​ທາງ​ການ​ເງິນ ​ເພື່ອ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່, ຍົກ​ລະດັບ​ເຕັກ​ໂນ​ໂລ​ຊີ. ຄຽງ​ຂ້າງ​ນັ້ນ, ພວກ​ເຮົາ​ຂຸດ​ຄົ້ນ​ບໍ່​ໄດ້​ຫຼາຍ​ກ່ຽວ​ກັບ​ໂອກາດ​ແຫ່ງ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ໃນ​ການ​ພັດທະນາ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ; ດຶງ​ດູດ​ບໍ່​ໄດ້​ຫຼາຍກ່ຽວ​ກັບບໍລິສັດຂ້າມ​ຊາດ​ທີ່​ມີຊັບ​ສົມບັດ​ເຕັກ​ໂນ​ໂລ​ຊີ ​ແລະ ພ້ອມ​ແລ້ວ​ທີ່​ຈະ​​ໂອນ​ເຕັກ​ໂນ​ໂລ​ຊີ​ໃຫ້​ບັນດາວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ຫຼືມາ​ຕັ້ງ​ພື້ນຖານ​ຄົ້ນຄວ້າ​ແລະ​ພັດທະນາ​ຢູ່​ຫວຽດນາມ; ຂາດ​ການ​ເຊື່ອມ​ຕໍ່​ການ​ຜະລິດ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ກັບ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ, ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ໃຫຍ່ ກັບ​ວິ​ສາ​ຫະກິດ​ຂະໜາດ​ກາ​ງ​ແລະ​ນ້ອຍ.

ບັນດາ​ສະຖານ​ທີ່​ແລກປ່ຽນເຕັກ​ໂນ​ໂລ​ຊີ​, ມື​ກາງເຕັກ​ໂນ​ໂລ​ຊີ ມີ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ໃນ​ການ​ເຊື່ອມ​ຕໍ່​ການ​ສະໜອງ​ແລະ​ຄວາມ​ຕ້ອງການ, ​ແຕ່​ວ່າ, ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ແລະລັກສະນະ​ມື​ອາຊີບ​ຂອງບັນດາ​ການຈັດ​ຕັ້ງ​ນີ້​ຍັງ​ຕ່ຳ. ບັນດາ​ຊ່ອງ​ລະດົມ​ທຶນ​ໃຫ້​ແກ່​ການ​ລົງທຶນ​ປ່ຽນ​ແປງ​ໃໝ່ເຕັກ​ໂນ​ໂລ​ຊີຂອງ​ວິ​ສາ​ຫະກິດ​ ຍັງ​ຖືກ​ຈຳກັດ; ວິ​ສາ​ຫະກິດ​ວິທະຍາສາດ​ແລະເຕັກ​ໂນ​ໂລ​ຊີທີ່​ໄດ້ຈົດ​ຊື່​ໃນ​ກະດານ​ຕະຫຼາດ​ຫຼັກ​ຊັບນັ້ນ ​ມີຈຳນວນ​ໜ້ອຍ​ທີ່​ສຸດ. ຍ້ອນເຕັກ​ໂນ​ໂລ​ຊີ​ເປັນ​ສິນຄ້າ​ປະ​ເພດ​ພິ​ເສດ, ​ດັ່ງນັ້ນ ການ​ປະ​ເມີນ​ຄ່າ, ການກຳນົດ​ລາຄາ ຫຼືຄົ້ນ​ເຜີຍ​ການລະ​ເມີດ​ວິ​ໄນ​​ຕະຫຼາດ ຕ້ອງ​ມີ​ຜູ້​ຊ່ຽວຊານ​ແລະ​ກົງຈັກວິຊາ​ຊີບ​​ຈຶ່ງ​ປະຕິບັດ​ງານ​ໄດ້ ​ແຕ່​ໃນ​ພາກ​ຕົວ​ຈິງ​ຍັງ​ບໍ່​ຕອບ​ສະໜອງ​ໄດ້ກັບ​ຄວາມ​ຕ້ອງການນີ້. ຄວາມ​ຂາດ​ເຂີນ​ກ່ຽວ​ກັບ​ຂໍ້​ມູນ​​ເຕັກ​ໂນ​ໂລ​ຊີ​, ຜູ້​ຊ່ຽວຊານເຕັກ​ໂນ​ໂລ​ຊີ ຫຼື​ລະດັບ​ຄວາມ​ເຊື່ອ​ຖື​ຂອງ​ຂໍ້​ມູນ​ຂ່າວສານ​ຍັງ​ບໍ່​ທັນ​ສູງ ທີ່ອາດ​ຈະ​ພາ​ໃຫ້​ເກີດ​ຄວາມ​ສ່ຽງ​ໃຫ້​ແກ່​ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ຕະຫຼາດ ກໍ່​ເປັນ​ຂໍ້​ຈຳກັດ​ໜຶ່ງ​ທີ່​ກີດຂວາງ​ການ​ພັດທະນາ​ຂອງ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຢູ່​ຫວຽດນາມ.

ສືບ​ຕໍ່​ບູລະນະ​ກົນ​ໄກ, ນະ​ໂຍບາຍ​ຊຸກຍູ້​ພັດທະນາ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ  

ສຳລັບ​ຕະຫຼາດທີ່​ຍັງ​ໜຸ່ມ​ນ້ອຍ​ຄື​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີນີ້, ຈາກ​ແງ່​ມູມການ​ຄຸ້ມ​ຄອງ​ລັດ, ພວກ​ເຮົາ​ເຫັນ​ວ່າ ບໍ່​ສາມາດ​ມີ​ພື້ນຖານ​ກົດໝາຍ​ຄົບ​ຊຸດ​ໃນ​ທັນທີ​ທັນ​ໃດ​ເພື່ອ​ຂັບ​ເຄື່ອນ​ຕະຫຼາດ ​ແຕ່​ຕ້ອງ​ປັບປຸງ​ແລະ​ບູລະນະ​​ເທື່ອ​ລະ​ກ້າວ. ສິ່ງ​ສຳຄັນ​ແມ່ນ​ການ​ຕີ​ລາຄາ​ຢ່າງ​ຖືກລະດັບ​ ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ ​ແລະ ຂໍ້​ຈຳກັດ​ຕ່າງໆ​ຂອງ​ຕະຫຼາດ ​ເພື່ອ​ດັດ​ແປງ​ນະ​ໂຍບາຍ​ຢ່າງ​ທັນ​ການ​ໃຫ້​ສອດຄ່ອງ​ເໝາະ​ສົມ. ຄຽງ​ຂ້າງ​ນັ້ນ, ຕ້ອງ​ເອົາ​ໃຈ​ຢ່າງ​ເໝາະ​ສົມ​ເຖິງ​ບັນຫາປະຕິບັດ ​ແລະ ຮັບປະກັນ​ການ​ປະຕິບັດ​ກົດໝາຍ, ຍົກ​ສູງ​ຄວາມ​ສາມາດ​ຕິດຕາມ​ກວດກາ, ປະ​ເມີນ​ຄ່າ, ​ໄຈ້​ແຍກ, ຄາດ​ຄະ​ເນ​ຕະຫຼາດ ​ເພື່ອ​ມີ​ການ​ກະທົບ​ຕອບ​ດ້ວຍ​ນະ​ໂຍບາຍ​ຢ່າງ​ໄວ​ແລະ​ທັນ​ການ.

ມະຕິ​ສະ​ບັບທີ່ 11-NQ/TW ​ໄດ້​ກຳນົດ​ແຈ້ງ​ທິດ​ທາງ​ປ່ຽນ​ແປງ​ໃໝ່, ພັດທະນາ​ຕະຫຼາດ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ ຢ່າງ​ແຂງ​ແຮງ​ແລະ​ຄົບ​ຊຸດ ດ້ວຍ​ວິທີ​ເຂົ້າ​ເຖິງ​ແບບ​ຍຸດ​ທະ​ສາດ, ກະທົບ​ຢ່າງຮອບດ້ານ​ເຖິງບັນດາ​ປັດ​ໄຈ​ທີ່​ປະກອບ​ເປັນ​ຂອງ​ຕະຫຼາດ, ການ​ສະໜອງເຕັກ​ໂນ​ໂລ​ຊີ​, ຄວາມ​ຕ້ອງການເຕັກ​ໂນ​ໂລ​ຊີ​, ຂໍ້​ກຳນົດ​ກ່ຽວ​ກັບ​ມື​ກາງ ​ແລະ ສິ່ງ​ແວດ​ລ້ອມ​ນິຕິ​ທຳ ​ເພື່ອ​ໃຫ້​ຕະຫຼາດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ. ​ໃນ​ນັ້ນ, ວິ​ສາ​ຫະກິດ​ຖືກ​ກຳນົດ​ວ່າ​ເປັນ “ກຳລັງ​ທີ່​ສຳຄັນ​ໃນ​ການ​ພັດທະນາ​ ແລະ ນຳໃຊ້ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ”, ​ເພາະສະ​ນັ້ນ ຕ້ອງ​ສຸມ​ໃສ່​ຍົກ​ສູງຄວາມ​ສາມາດ​ຮັບ​ເອົາເຕັກ​ໂນ​ໂລ​ຊີຂອງ​ວິ​ສາ​ຫະກິດ. ບູລະນະ​ນະ​ໂຍບາຍ​ນຳ​ເຂົ້າເຕັກ​ໂນ​ໂລ​ຊີ ​ໄປ​ຄຽງ​ຄູ່​ກັບ​​ຍູ້​ແຮງການ​ຄົ້ນຄວ້າ​ປະ​ຢຸກ​ໃຊ້​ເພື່ອ​ຍົກ​ສູງ​ລະດັບ​ການ​ອອກ​ແບບ, ຜະລິດ​ຢູ່​ໃນ​ປະ​ເທດ. ດ້ານ​ອື່ນ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ກົນ​ໄກ​ຄຸ້ມ​ຄອງ​ການ​ເຄື່ອ​ນໄຫວວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ຢ່າງ​ແຂງ​ແຂງ​ແລະ​ຄົບ​ຊຸດ; ບູລະນະ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ລົງທຶນ​ແບບ​ສ່ຽງ​ໄພ, ປະຕິບັດ​ກົນ​ໄກ​ຮ່ວມມື​​ລັດ-​ເອກະ​ຊົນ ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຄົ້ນຄວ້າ​-ພັດທະນາ ​ແລະ ປ່ຽນ​ແປງ​ໃໝ່ເຕັກ​ໂນ​ໂລ​ຊີ. ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ແລະ​ປະຕິບັດ​ກຳມະສິດ​ຊັບ​ສິນ​ທາງ​ປັນຍາ, ພັດທະນາ​ພື້ນຖານ​ຂໍ້​ມູນ​ແຫ່ງ​ຊາດກ່ຽວ​ກັບເຕັກ​ໂນ​ໂລ​ຊີ, ຜູ້​ຊ່ວຍ​ຊານ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ບໍລິ​ການຕ່າງໆກ່ຽວ​ກັບ​ທີ່​ປຶກສາ, ກວດ​ພິສູດ, ​ເປັນ​ມື​ກາງ, ກຳນົດ​ລາຄາ​ຜະລິດ​ຕະພັນວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

​ແນວທາງ​ທີ່​ຖືກຕ້ອງ​ນີ້​ຂອງ​ພັກ​ໄດ້​ຫັນ​ເປັນ​ນິຕິ​ກຳ​ຢ່າງ​ທັນ​ການ ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ມອບ​ໂອນເຕັກ​ໂນ​ໂລ​ຊີ (ສະບັບ​ປັບປຸງ) ທີ່​ຫາ​ກໍ່​ໄດ້​ສະພາ​ແຫ່ງ​ຊາດ​ຮັບຮອງ​ຜ່ານ​ໃນ​ວັນ​ທີ 19 ມິຖຸນາ 2017. ກົດໝາຍ​ມີ​ໝວດ​ສະ​ເພາະ​ໜຶ່ງ (ໝວດ​ທີ IV) ກຳນົດ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ສົ່ງ​ເສີມ​ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ ​ແລະ ພັດທະນາ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ຂີດ​ໝາຍ​ບາດກ້າວ​ປ່ຽນ​ແປງ​ໃໝ່​ທີ່​ສຳຄັນ​ ໃນ​ຈິນຕະນາການ​ນະ​ໂຍບາຍກ່ຽວ​ກັບ​ບົດບາດ​ຂອງ​ລັດ ​ແລະ ວິ​ສາ​ຫະກິດ ທີ່​ເປັນ​ບັນດາ​ເຈົ້າພາບ​ທີ່​ສຳຄັນ​ຂອງ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ. ບັນດາ​ທິດ​ທາງ​ປ່ຽນ​ແປງ​ໃໝ່​ຕົ້ນຕໍ​ມີ​ດັ່ງ​ນີ້:

ທີ​ໜຶ່ງ, ບູລະນະ​ກົນ​ໄກ, ນະ​ໂຍບາຍ​ຊຸກຍູ້​ບັນດາ​ແຫຼ່ງສະໜອງເຕັກ​ໂນ​ໂລ​ຊີ.

ສົ່ງ​ເສີມ​ການ​ນຳ​ເຂົ້າ, ຖອດ​ລະຫັດ, ​ເປັນ​ເຈົ້າເຕັກ​ໂນ​ໂລ​ຊີສູງ, ເຕັກ​ໂນ​ໂລ​ຊີທັນ​ສະ​ໄໝ, ເຕັກ​ໂນ​ໂລ​ຊີສະອາດ ຮັບ​ໃຊ້​ບັນດາ​ເປົ້າ​ໝາຍຍຸດ​ທະ​ສາດ, ​ແຜນກຳນົດ, ​ແຜນການ​ພັດທະນາ​​ເສດຖະກິດ-ສັງຄົມ ຂອງ​ຊາດ, ຂອງ​ຂະ​ແນ​ງການ, ​ພາກ, ທ້ອງ​ຖິ່ນ. ຍົກ​ສູງ​ຄວາມ​ສາມາດ​ອອກ​ແບບ, ຜະລິດ​ເຄື່ອງ​ຈັກ ​ເຄື່ອງ​ປະກອບການ​ຜະລິດ​ຢູ່​ຫວຽດນາມ. ບຸລິມະສິດ​ການ​ມອບ​ໂອນເຕັກ​ໂນ​ໂລ​ຊີ ​ເພື່ອ​ສ້າງ​ໃຫ້​ມີ​ຜະລິດ​ຕະພັນ​ແຫ່ງ​ຊາດ, ຜະລິດ​ຕະພັນ​ຈຸດ​ໜັກ, ຜະລິດ​ຕະພັນທີ່​ສຳຄັນ ຈາກ​ຜົນສຳ​ເລັດ​ຂອງ​ການ​ຄົ້ນຄວ້າວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໃນ​ປະ​ເທດ. ລັດ​ມີ​ກົນ​ໄກ​ຊື້ສິ່ງ​ປະດິດ​ນະ​ວັດຕະ​ກຳທີ່​ໄດ້​ນຳ​ໃຊ້​ຢ່າງ​ມີ​ປະສິດທິພາບ ​ເພື່ອ​ມອບ​ໂອນ​ໃຫ້​ວິ​ສາ​ຫະກິດນຳ​ໃຊ້ ​ແລະ ​ເຜີຍ​ແຜ່​ໃຫ້​ສາທາລະນະ​ຊົນ. ສະໜັບສະໜູນ​ເງິນ​ທຶນ​ ຫຼື ຊື້ຜົນງານວິທະຍາສາດ​-​ເຕັກ​ໂນ​ໂລ​ຊີ ທີ່​ອົງການ​ຈັດຕັ້ງ, ​ເອກະ​ຊົນ​ລົງທຶນ​ຄົ້ນຄວ້າ​ດ້ວຍ​ຕົນ​ເອງ ​ໃນ​ກໍລະນີ​ຜົນງານ​ດັ່ງກ່າວ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ປະ​ເທດ​ຊາດ​ແລະ​ປະຊາ​ຄົມ. ມີ​ກົນ​ໄກ​ສະໜັບສະໜູນ​ເງິນ​ທຶນ​ໃຫ້​ບັນດາ​ນັກວິທະຍາສາດຂອງ​ສະ​ຖາ​ບັນ​ຄົ້ນຄວ້າ, ມະຫາວິທະຍາ​ໄລ ທີ່​ດຳ​ເນີນ​ການ​​ຄົ້ນ​ຄວ້າ​ປະ​ຢຸກ​, ປ່ຽນ​ແປງ​ໃໝ່ເຕັກ​ໂນ​ໂລ​ຊີຢູ່​ວິ​ສາ​ຫະກິດ. 

ທີ​ສອງ, ບູລະນະ​ກົນ​ໄກ, ນະ​ໂຍບາຍ​ຊຸກຍູ້​ຄວາມ​ຕ້ອງການເຕັກ​ໂນ​ໂລ​ຊີ.

ສຶກສາ​ກໍ່ສ້າງ, ຝຶກ​ອົບຮົມຍົກ​ສູງ​ຄວາມ​ສາມາດ​ເປັນ​ເຈົ້າເຕັກ​ໂນ​ໂລ​ຊີຂອງ​ວິ​ສາ​ຫະກິດ; ຊຸກຍູ້​ການຮ່ວມ​ມື​ແລກປ່ຽນກຳລັງ​ຄົນ​ທີ່​ມີ​ຄຸນ​ນະພາ​ບສູງ​ ລະຫວ່າງບັນດາ​ສະ​ຖາ​ບັນ​ຄົ້ນ​ຄວ້າ, ມະຫາວິທະຍາ​ໄລ ກັບ​ວິ​ສາ​ຫະກິດ. ວິ​ສາ​ຫະກິດ​ໄດ້​ນຳ​ໃຊ້​ກອງ​ທຶນ​ພັດທະນາວິທະຍາສາດ​ແລະເຕັກ​ໂນ​ໂລ​ຊີ ຂອງວິ​ສາຫະກິດ​ເພື່ອ​ລົງທຶນ, ​ເປັນ​ທຶນ​ປະກອບ, ຮັບ​ທຶນ​ປະກອບ ລົງທຶນ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່ເຕັກ​ໂນ​ໂລ​ຊີ, ກ້າ​ເບ້ຍ​ສ້າງເຕັກ​ໂນ​ໂລ​ຊີ, ​ເລິ່ມຕົ້ນ​ການ​ປະດິດ​ສ້າງ, ຫັນ​ນະ​ວັດຕະ​ກຳ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຂອງວິ​ສາ​ຫະກິດ​ເປັນ​ສິນຄ້າ. ວິ​ສາ​ຫະກິດ​ ແລະ ອົງການ​ຈັດ​ຕັ້ງ, ​ເອກະ​ຊົນ​ລົງທຶນ ຫຼື​ປະຕິບັດ​ການ​ເຄື່ອນ​ໄຫວ​ຖອດ​ລະຫັດເຕັກ​ໂນ​ໂລ​ຊີ ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ເງິນ​ທຶນ, ຄ້ຳປະກັນ​ເງິນ​ກູ້, ສະໜັບສະໜູນ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້ ຈາກ​ກອງ​ທຶນ​ປ່ຽນ​ແປງ​ໃໝ່ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ ​ແລະ ບັນດາສະ​ຖາ​ບັນ​ສິນ​ເຊື່ອ. ສົ່ງ​ເສີມ​ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ໃໝ່, ຜະລິ​ດຕະພັນ​ໃໝ່​ທີ່​ຜະລິດ​ຢູ່​ຫວຽດນາມ ​ໃນ​ບັນດາ​ໂຄງການ​ລົງທຶນທີ່​ໄດ້​ໃຊ້​ງົບປະມານ​ແຫ່ງ​ລັດ, ບຸລິມະ​ສິດ​ໃນ​ການຈັດ​ຊື້​ຈັດ​ຈ້າງ, ການ​ສະໜອງ​ຜະລິດ​ຕະພັນ ການ​ບໍລິການ​ສາທາລະນະ. ສົ່ງ​ເສີມ​ການ​ຂຸດ​ຄົ້ນ, ນຳ​ໃຊ້ຜົນງານວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ແລະ ຄວາມ​ຄິດ​ເຕັກ​ໂນ​ໂລ​ຊີ ​​ຮັບ​ໃຊ້​​ໃຫ້​ແກ່ວິ​ສາ​ຫະກິດ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ເລີ່​ມຕົ້ນ​​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ.

ທີ​ສາມ, ບູລະນະ​ກົນ​ໄກ, ນະ​ໂຍບາຍ​ພັດທະນາ​ບັນດາສະ​ຖາ​ບັນ​ສື່​ກາງຂອງ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ .

ລັດລົງທຶນ​ກໍ່ສ້າງ​ໂຄງສ້າງ​ພື້ນຖານ​ເຕັກນິກ, ພື້ນຖານ​ຂໍ້​ມູນ​ຂ່າວສານກ່ຽວ​ກັບເຕັກ​ໂນ​ໂລ​ຊີ ​ແລະ ຜູ້​ຊ່ຽວຊານເຕັກ​ໂນ​ໂລ​ຊີ; ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ​ແລກປ່ຽນເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ, ສູນ​ສະໜັບສະໜູນ​ການ​ເລີ່​ມຕົ້ນເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ ​ໃນ​ໄລຍະ 5 ປີຕົ້ນ​ແຫ່ງ​ການ​ເຄື່ອນ​ໄຫວ; ສະໜັບສະໜູນ​ການ​ກໍ່ສ້າງ​ບຸກຄະລາ​ກອນ​ໃຫ້ອົງການ​ຈັດ​ຕັ້ງ​ສື່​ກາງ; ຍົກ​ສູງ​ຄວາມ​ສາມາດ​ຂຸດ​ຄົ້ນ​ຂໍ້​ມູນ​ກ່ຽວ​ກັບເຕັກ​ໂນ​ໂລ​ຊີ, ກຳມະສິດ​ຊັບ​ສິນ​ທາງ​ປັນຍາ, ຜົນງານວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ໃຫ້​ແກ່​ອົງການ​ຈັດ​ຕັ້ງ​ສື່​ກາງຂອງ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ. ຍູ້​ແຮງ​ການ​ເຄື່ອນ​ໄຫວ​ປະກາດ, ສະ​ແດງ, ​ແນະນຳ​ເຕັກ​ໂນ​ໂລ​ຊີ ​ໂດຍ​ຜ່ານ​ບັນດາ​ຕະຫຼາດ-ຕະຫຼາດນັດເຕັກ​ໂນ​ໂລ​ຊີ, ງານ​ວາງສະ​ແດງ​ເຕັກ​ໂນ​ໂລ​ຊີ, ຈຸດ​ເຊື່ອມ​ຕໍ່​ການ​ສະໜອງ-ຄວາມ​ຕ້ອງການເຕັກ​ໂນ​ໂລ​ຊີ, ສະຖານ​ທີ່​ແລກ​ປ່ຽນເຕັກ​ໂນ​ໂລ​ຊີ. ລັດ​​ໃຫ້ການຊ່ວຍ​ເຫຼືອ​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ, ​ບຸກຄົນ​ທີ່​ມີເຕັກ​ໂນ​ໂລ​ຊີ​ໃໝ່​ທີ່​​ສ້າງ​ຂຶ້ນ​ມາ​ໃນ​ປະ​ເທດ ​ໃນ​ການ​ປະກາດ, ສະ​ແດງ, ​ແນະນຳເຕັກ​ໂນ​ໂລ​ຊີ, ​ເຂົ້າຮ່ວມ​ຕະຫຼາດນັດເຕັກ​ໂນ​ໂລ​ຊີ ຢູ່​ໃນ​ແລະ​ຕ່າງປະ​ເທດ. ປະກາດ​ບັນຊີ​ລາຍ​ຊື່ເຕັກ​ໂນ​ໂລ​ຊີທີ່​ໄດ້​ສ້າງ​ຂຶ້ນ​ມາ​ດ້ວຍ​ງົບປະມານ​ຂອງ​ລັດ ​ໃນ​ໜ້າ​ເວັບ​ໄຊ​ຂອງ​ອົງການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບວິທະຍາສາດ​ແລະເຕັກ​ໂນ​ໂລ​ຊີ; ສົ່ງ​ເສີມ​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ, ບຸກຄົນ ປະກາດ​ເຜີຍ​ແຜ່ເຕັກ​ໂນ​ໂລ​ຊີ​ໃໝ່​ທີ່​ຕົນ​ປະດິດ​ຂຶ້ນ​ມາ. ຂຸດ​ຄົ້ນ, ສະໜອງ​ຂໍ້​ມູນ​ຂ່າວສານກ່ຽວ​ກັບເຕັກ​ໂນ​ໂລ​ຊີ ​ໃຫ້ວິ​ສາ​ຫະກິດ, ສະມາ​ຄົນວິ​ສາ​ຫະກິດ, ສະ​ມາ​ຄົມ​ຂະ​ແໜງ​ອາຊີບ, ສະຫະກອນ, ອົງການ​ບໍລິການຊັບ​ສິນ​ທາງ​ປັນຍາ, ດຳ​ເນີນ​ການ​ລົງທຶນ, ສົ່ງ​ເສີມ​ການ​ຄ້າ.

ທີ​ສີ່, ບູລະນະ​ສິ່ງ​ແວດ​ລ້ອມ​ນິຕິ​ທຳ​ເພື່ອ​ໃຫ້​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ.

ຮັບ​ຮູ້ບັນດາ​ສິດ​ຄື ສິດທິ​ກຳມະສິດ, ສິດທິ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ ​ແລະ ບັນດາ​ເປົ້າ​ໝາຍທີ່​ຖື​ກຳມະສິດ​ຊັບ​ສິນ​ທາງ​ປັນຍາ ​ແລະ ສິດທິ​ໃນຊັບສິນ. ບັນດາ​ກອງ​ທຶນ​ໃນ​ຂົງ​ເຂດວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ແລະ ອົງການ​ສິນ​ເຊື່ອ ​ໄດ້​ຮັບ​ສິດທິ​ໃນ​ຊັບ​ສິນ​ເປັນ​ສິ່ງ​ຄ້ຳປະກັນ​ເງິນ​ກູ້​ ສຳລັບ​ທຸລະ​ກຳ​ການ​ລົງທຶນ​ໃຫ້​ແກ່​ບັນດາ​ໂຄງການ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ການ​ເລີ່​ມຕົ້ນ​ປະດິດ​ສ້າງ, ການຜະລິດ-ທຸລະ​ກິດ ຈາກ​ຜົນງານວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ. ຊຸກຍູ້​ການ​ຫັນ​ຜົນງານວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ເປັນ​ສິນຄ້າ ຕາມທິດມອບສິດກຳມະສິດ​ຜົນງານວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີທີ່​ໃຊ້ງົບປະມານ​ແຫ່ງ​ລັດ ​ໃຫ້​ອົງການ​ເຈົ້າ​ຄຸ້ມ​ຄອງ; ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ເຈົ້າ​ຂອງ​ກຳມະສິດ, ຜູ້​ຂຽນຜູ້​ແຕ່ງ, ອົງການ​ເຈົ້າພາບ, ອົງການ​ເປັນມື​ກາງ ​ແລະ ອົງການ​ທີ່​ເຂົ້າ​ຮ່ວມ​ການ​ຫັນ​ຜົນງານວິທະຍາສາດ​ແລະເຕັກ​ໂນ​ໂລ​ຊີ​ເປັນ​ສິນຄ້າ. ຮັບປະກັນໃຫ້​ລະບົບ​ປົກ​ປ້ອງ​ແລະ​ປະຕິບັດສິດ​ກຳມະສິດ​ຊັບ​ສິນ​ທາງ​ປັນຍາ ມີ​ປະສິດ​ທິ​ຜົນ​ແລະ​ສົດ​ໃສ; ຊຸກຍູ້​ການ​ປະ​ເມີນ​ຄ່າ, ກຳນົດ​ລາຄາຊັບ​ສິນ​ທາງ​ປັນຍາ ​ແລະ ປະກອບ​ທຶນ​ຫຸ້ນ​ສ່ວນ​ວິ​ສາ​ຫະກິດ​ດ້ວຍ​ຊັບ​ສິນ​ທາງ​ປັນຍາ. ຄຽງ​ຂ້າງມາດ​ຕະການ​ເກື້ອກູນພາສີ​ປະຈຸ​ບັນ, ​ເພີ່ມ​ເຕີມ​ນະ​ໂຍບາຍ​ພາສີ​ພິ​ເສດ​ ເພື່ອ​ຊຸກຍູ້ການ​ເຄື່ອນ​ໄຫວ​ມອບ​ໂອນ, ນຳ​ໃຊ້, ປ່ຽນ​ແປງ​ໃໝ່ເຕັກ​ໂນ​ໂລ​ຊີ ສຳລັບ​ບັນດາ​ເປົ້າ​ໝາຍ​ໃໝ່, ​ເຊັ່ນ​ອົງການ​ຈັດຕັ້ງ ບຸກຄົນ​ທີ່ລົງທຶນຊ່ວຍ​ເຫຼືອ​ການ​ເລີ່​ມຕົ້ນປະດິດ​ສ້າງ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມື​ກາງຂອງຕະຫຼາດ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ; ອົງການຈັດຕັ້ງ, ບຸກຄົນ​ທີ່​ມອບ​ໂອນເຕັກ​ໂນ​ໂລ​ຊີຈາກ​ຫວຽດນາມ​ໄປ​ຕ່າງປະ​ເທດ; ອົງການ​ຈັດ​ຕັ້ງ, ບຸກຄົນທີ່​ປະຕິບັດ​ການ​ເຄື່ອນ​ໄຫວວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ມອບ​ໂອນ​ເຕັກ​ໂນ​ໂລ​ຊີ, ຖອດ​ລະຫັດເຕັກ​ໂນ​ໂລ​ຊີຢູ່​ວິ​ສາ​ຫະກິດ. ສົ່ງ​ເສີມ​ການ​ມອບ​ໂອນ​ນະ​ວັດຕະ​ກຳ​ເຕັກນິກ​ກ່ຽວ​ກັບ​ແນວ​ພັນ, ຜະລິດ​ຕະພັນ, ຂັ້ນ​ຕອນ​ການ​ຜະລິດ, ວິທີ​ແກ້​ໄຂ​ດ້ານ​ເຕັກນິກ, ວິທີ​ແກ້​ໄຂ​ການ​ຄຸ້ມ​ຄອງ​ໃນ​ກະສິກຳ; ມອບ​ໂອນເຕັກ​ໂນ​ໂລ​ຊີ​ໃຫ້​ເຂດ​ຊົນນະບົດ, ​ເຂດ​ພູດອຍ, ​ເຂດ​ທະ​ເລ, ພື້ນ​ທີ່​ທີ່​ມີ​ເງື່ອນ​ໄຂ​ເສດຖະກິດ-ສັງຄົມ​ຫຍຸ້ງຍາກ, ຫຍຸ້ງຍາກ​ພິ​ເສດ.

ການ​ບູລະນະ​ກົນ​ໄກ, ນະ​ໂຍບາຍ​ຊຸກຍູ້​ພັດທະນາ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ເປັນ​ບັນຫາ​ສຳຄັນ, ​ແຕ່​ການ​ຮັບປະກັນ​ໃຫ້​ກົນ​ໄກ, ນະ​ໂຍບາຍ​ໄດ້​​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​​ໃນ​ພາກ​ຕົວ​ຈິງ ຍັງ​ມີ​ຄວາມ​ສຳຄັນ​ກວ່າ​ອີກ. ຢາກ​ໄດ້​ຄື​ແນວ​ນັ້ນ, ຈາກ​ແງ່​ມູມຄຸ້ມ​ຄອງ​ລັດ, ຕ້ອງ​ເພີ່ມ​ທະວີ​ກົນ​ໄກ​ຕິດຕາມ, ຕິດຕາມ​ກວດກາ, ຕີ​ລາຄາ​ ການ​ປະຕິບັດນະ​ໂຍບາຍ, ຮັບ​ຟັງ ​ແລະ ​ເຂົ້າ​ໃຈຄວາມ​ຕ້ອງການ, ທ່າ​ອຽງ​ພັດທະນາ​ຂອງ​ບັນດາ​ເຈົ້າພາບທີ່​ເຂົ້າ​ຮ່ວມ​ຕະຫຼາດ ​ເພື່ອ​ດັດ​ແປງ​ຢ່າງ​ທັນ​ການ. ນີ້​ກໍ່ແມ່ນປັດ​ໄຈ​ທີ່​ສຳຄັນ ທີ່​ຮັບປະກັນລັກສະນະ​ປະຕິບັດ​ໄດ້, ລັກສະນະ​ເຫັນ​ກ່ອນ ​ແລະ ລັກສະນະໝັ້ນຄົງ​ຍືນ​ຍົງ ຂອງ​ນະ​ໂຍບາຍ, ກະທົບ​ຢ່າງ​ມີ​ປະສິດທິ​ຜົນ​ເຖິງ​ການ​ພັດທະນາຂອງ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຢູ່​ປະ​ເທດ​ຫວຽດນາມ./.

​ໂດຍ ຈູ ງອກ ​ແອັງ
ກຳມະການ​ສູນ​ກາງ​ພັກ,

ລັດຖະມົນຕີ​ກະຊວງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ

-------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 897 (​ເດືອນ​ກໍລະກົດ 2017)