ວກ. - ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ​ສະ​ໄໝ​ທີ XII ກ່ຽວ​ກັບ “​ເພີ່ມ​ທະວີ​ການ​ກໍ່ສ້າງ, ປັບປຸງ​ພັກ; ກີດ​ກັ້ນ, ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ບັນດາ​ປະກົດ​ການ “ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ” ​ໄດ້​ກຳນົດ​ວ່າ ໜຶ່ງ​ໃນ​ບັນດາ​ການ “ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນນັ້ນ ​ແມ່ນ “ການ​ປະຕິ​ເສດ​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ”(1), ປະຕິ​ເສດ​ບັນດາ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ ​ແລະ ​ໃຫ້​ທັດສະນະ​ວ່າ ​ແນວທາງ​ພັດທະນາ​ເສດຖະກິດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ຜິດພາດ.

ພື້ນຖານເສດຖະກິດຕະຫຼາດທຶນນິຍົມ ແລະ ພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມຢູ່ຫວຽດນາມ ມີຄວາມແຕກຕ່າງກັນໂດຍພື້ນຖານ. (ພາບ: tuyengiao.vn)

ໜຶ່ງ​ໃນ​ບັນດາຖ້ອຍ​ຄຳທີ່​ໄດ້​ໃຊ້​ເພື່ອ​ປະຕິ​ເສດພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມນັ້ນ ​ແມ່ນການ​ອ້າງ​ເຫດຜົນ​ລວງ​ວ່າ, ຄື​ວ່າ​ພັກ​ກອມ​ມູນິດ​ຫວຽດນາມພວມມີ​ການ “ຫັນແກນ” ທາງດ້ານ​​ເສດຖະກິດ​ຕະຫຼາດ, ຫັນປ່ຽນ​ຈາກພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ໄປ​ເປັນ​ພື້ນຖານ​ເສດຖະກິດ​ທຶນ​ນິຍົມ ດ້ວຍ​ການ “ອ້າງ​ອີງ” ວ່າ:

ທາງ​ດ້ານ​ທິດ​ສະ​ດີ, ​ເສດຖະກິດ​ຕະຫຼາດ​ແມ່ນ​ຂອງ​ລັດທິ​ທຶນ​ນິຍົມ, ​ເຄື່ອນ​ໄຫວ​ຕາມ​ບັນດາ​ກົດ​ເກນ​ຂອງ​ລັດທິ​ທຶນ​ນິຍົມ, ບໍ່​ອາດ​ຈະ​ເຂົ້າກັນ​ກັບ ​ແລະ ສົມທົບ​ກັບ​ເສັ້ນທາງ​ກໍ່ສ້າງ​ສັງຄົມ​ນິຍົມ​, ກັບ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ​ໃນ​ການ​ພັດທະນາຂອງ​ບັນດາ​ປະຊາ​ຊາດ​ໄດ້ ​ຍ້ອນວ່າ​ ລະຫວ່າງ​ພວກ​ມັນມີ​ຄວາມ​ຂັດ​ແຍ່ງກັນ, ກົງ​​ກັນຂ້າມ, ຊ້ຳພັດ​ປໍ​ລະ​ປັກ​ກັນ. ຖ້າ​ຫາກ​ເອົາ​ການກຳນົດ​ທິດ​ສັງຄົມ​ນິຍົມ ​ໄປ “ຕິດ” ກັບ​ເສດຖະກິດ​ຕະຫຼາດ ກໍ່​ບໍ່​ຕ່າງ​ຫຍັງ​ກັບ​ການ “​ເອົາ​ນ້ຳ​ຕິດ​ກັບ​ໄຟ”, ສ້າງ​ເປັນ​ຮ່າງກາຍ​ແບບ “ຫົວ​ສິງ​ຄີງ​ໝູ” ທີ່ມີ​ແຕ່ນຳ​ມາຊຶ່ງ​ຄວາມ​ປະລາ​ໄຊ​ເທົ່າ​ນັ້ນ. ດັ່ງ​ນັ້ນ, ບໍ່​ມີ​​ເສດຖະກິດ​ຕະຫຼາດຢູ່​ໃນ​ປະ​ເທດ​ທີ່​ກໍ່ສ້າງ​ສັງຄົມ​ນິຍົມຄື​ປະ​ເທດ​ຫວຽດນາມ, ຈາກ​ນັ້ນ​ຊີ້​​ແຈງ​ໃຫ້​ຫວຽດນາມ​ຈຳ​ເປັນ​ຕ້ອງ​ຫັນ​ໄປ​ສູ່ການ​ກໍ່ສ້າງ​​ເສດຖະກິດ​ຕະຫຼາດທຶນ​ນິຍົມ, ​ໄປ​ຕາມ​ເສັ້ນທາງ​ທຶນ​ນິຍົມ.

ທາງ​ດ້ານ​ພຶດຕິ​ກຳ, ຂະ​ບວນວິວັດ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ​ຖືກ​ປະລາ​ໄຊ ​ແລະ ປະຈຸ​ບັນ​ພວມ​ປະສົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແກ້​ໄຂ​ສິ່ງ​ຄົງ​ຄ້າງ​ຕ່າງໆ​ບໍ່​ໄດ້, ຄວາມ​ຂັດ​ແຍ່ງ​ໃໝ່​ເກີດ​ຂຶ້ນ, ຈາກ​ນັ້ນ ກໍ່​ກ່າວ​ອ້າງ​ວ່າ, ຄືວ່າຫວຽດນາມພວມ “ຫັນ​ແກນ” ​ໄປ​ທາງ​ການ​ພັດທະນ​ເສດຖະກິດ​ຕະຫຼາດຕາມ​ທິດ​ທຶນ​ນິຍົມ ຊຶ່ງ​​ເນື້ອ​ແທ້​ແມ່ນ​ການ​ປ່ຽນ​ແປງ ​ແລະ ຫ່າງ​ເຫີ​ນຈາກ​ທາດ​ແທ້ຂອງ​ລັດທິ​ສັງຄົມ​ນິຍົມ, ກ້າວ​ເຂົ້າ​ສູ່​ເສັ້ນທາງ​ໃໝ່ “ທຶນ​ນິຍົມ” ດ້ວຍ​ການ​ສົ່ງ​ເສີມ​ເສດຖະກິດ​ເອກະ​ຊົນ, ​ເພີ່ມ​ທະວີ​ການ​ດັດສົມ​ຂອງ​ຕະຫຼາດ.

ການອ້າງ “​ເຫດຜົນ” ຄື​ແນວ​ນັ້ນ ​ເນື້ອ​ແທ້​ແມ່ນ​ບິດ​ເບືອນ​ແນວທາງ​ພັດທະນາເສດຖະກິດຕະຫຼາດ​ກຳນົດທິດສັງຄົມນິຍົມຢູ່​ປະ​ເທດ​ເຮົາ, ທວງ​ໃຫ້​ພັກ​ເຮົາ​ຢາກ​ພັດທະນາ​ເສດຖະກິດ​ແມ່ນ​ຕ້ອງ​ປະລະ​ເສັ້ນທາງ​ສັງຄົມ​ນິຍົມ ​ເພື່ອ​ພາ​ປະ​ເທດ​ໄປ​ຕາມ​ເສັ້ນ​ໂຄຈອນ​ຂອງ​ລັດທິ​ທຶນ​ນິຍົມ; ສ້າງ​ຈິດຕະສາດ​ລະ​ແວງ​ສົງ​ໄສ, ຄອນ​ແຄນ​ຂາດ​ຄວາມ​ເຊື່ອ​ຖື, ພິ​ເສດ​ແມ່ນ ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ພາລະກິດ​ການ​ກໍ່ສ້າງ​ສັງຄົມ​ນິຍົມຢູ່​ຫວຽດນາມ.

ການອ້າງ “​ເຫດຜົນ” ຄື​ແນວ​ນັ້ນ ​ແມ່ນ​ຜິດພາດ​ທີ່​ສຸດ, ​ໄຮ້​ວິທະຍາສາດ, ບໍ່​ມີ​ພື້ນຖານ​ທາງ​ດ້ານ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ, ມີ​ຂໍ້​ຂັດ​ແຍ່ງ​ຫຼາຍ​ຢ່າງ​ໃນ​ການ​ໄຈ້​ແຍກ, ຕີ​ລາຄາ; ການ​ສັງ​ເກດ​ມີ​ລັກສະນະ​ອັດຕະວິ​ໄສ, ​ໄຮ້​ຫຼັກ​ຖານ ​ແລະ ມີ​ລັກສະນະບັງຄັບ.

ທີ​ໜຶ່ງ, ກ່ຽວ​ກັບ​ທັດສະນະ​ທີ່​ຖື​ວ່າ ​ເສດຖະກິດ​ຕະຫຼາດ​ແລະ​ລັດທິ​ທຶນ​ນິຍົມເປັນອັນ​ໜຶ່ງ​ອັນ​ດຽວ​ກັນ, ຖື​ວ່າ ​​ເສດຖະກິດ​ຕະຫຼາດຕິດ​ກັບ​ລັດທິ​ທຶນ​ນິຍົມ, ມີ​ແຕ່​ຄົງ​ຕົວ​ຢູ່​ໃນ​ລັດທິ​ທຶນ​ນິຍົມ​ເທົ່າ​ນັ້ນ ​ແມ່ນ​ທັດສະນະ​ທີ່​ຜິດພາດ, ບໍ່​ມີ​ຫຼັກ​ຖານ​ທາງ​ດ້ານ​ທິດ​ສະ​ດີ​ກໍ່​ຄື​ພຶດຕິ​ກຳ.

​ໃນ​ປະວັດ​ສາດ, ​ເສດຖະກິດ​ຕະຫຼາດ​ເກີດ​ຂຶ້ນ ​ແລະ ພັດທະນາ​ພ້ອມ​ກັນ​ກັບ​ການ​ປະກົດ​ຕົວ​ຂອງ​ແບບ​ວິທີ​ການ​ຜະລິດ​ທຶນ​ນິຍົມ. ລັດທິ​ທຶນ​ນິຍົມ​ໄດ້​ຮູ້​ນຳ​ໃຊ້​​ເສດຖະກິດ​ຕະຫຼາດ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຈຸດປະສົງສ້າງຊັບ​ສິນ​ສິ່ງ​ຂອງ, ຜົນ​ກຳ​ໄລ ​ແລະ ​ເພີ່ມ​ການ​ສະ​ສົມ. ​ແຕ່​ວ່າ, ​ເສດຖະກິດ​ຕະຫຼາດ ​ແລະ ລັດທິ​ທຶນ​ນິຍົມ ​ແມ່ນ​ສອງ​ບັນຫາ​ທີ່​ຕ່າງ​ກັນ. ​ເສດຖະກິດ​ຕະຫຼາດ​ແມ່ນ​ແບ​ວິທີ​ໜຶ່ງ, ​ແບບ​ຈັດ​ຕັ້ງ​​ເສດຖະກິດ​ໜຶ່ງ ຊຶ່ງ​ສັງຄົມ​ມະນຸດ​ປະດິດ​ອອກ​ມາ, ​ແມ່ນຜົນສຳ​ເລັດ​ຂອງ​ຄວາມ​ສີວິ​ໄລ​ແຫ່ງ​ມະນຸດຊາດ, ມັນ​ສາມາດ​ຄົງ​ຕົວ​ຢູ່​​ໃນບັນດາ​ລະບອບ​ການ​ເມືອງ-ສັງຄົມ​ທີ່​ຕ່າງ​ກັນ. ​ເສດຖະກິດ​ຕະຫຼາດ​ເກີດ​ຂຶ້ນ​ແລະພັດທະນາ ​ໂດຍ​ຂຶ້ນ​ກັບ​ບັນດາ​ເງື່ອນ​ໄຂ​ທີ່ສ້າງ​ມັນ​ຂຶ້ນ​ມາ, ​ເຊັ່ນ ​ການ​ຂະຫຍາຍຕົວ​ຂອງ​ກຳລັງ​ການ​ຜະລິດ, ການ​ແບ່ງ​ງານ​ສັງຄົມ... ​​ໂດຍ​ມັນ​ເອງ ເສດຖະກິດ​ຕະຫຼາດບໍ່​ສາມາດ​ຕັດສິນ​ທາດ​ແທ້​ແລະ​ທິດ​ທາງ​ການ​ພັດທະນາ​ຂອງ​ລະບອບ​ການ​ເມືອງ-ສັງຄົມ​ໜຶ່ງ​ໄດ້. ທາດ​ແທ້ຂອງ​ລະບອບ​ການ​ເມືອງ-ສັງຄົມ​ໜຶ່ງ ​ເປັນ​ສິ່ງຕັດສິນ​ທາດ​ແທ້​ຂອງ​ພື້ນຖານເສດຖະກິດ​ຕະຫຼາດ. ​ເສດຖະກິດ​ຕະຫຼາດອາດ​ຈະ​ຄົງ​ຕົວ​ຢູ່​ໃນ​ບັນດາ​ລະບອບ​ການ​ເມືອງ-ສັງຄົມທີ່​ຕ່າງ​ກັນ ​ເມື່ອບັນດາ​ເງື່ອນ​ໄຂ​ດັ່ງກ່າວ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ. ສ່ວນ​ລັດທິ​ທຶນ​ນິຍົມພັດ​ເປັນ​ບັນຫາ​ອື່ນ, ມັນ​ແມ່ນ​ລະບອບ​ການ​ເມືອງ-ສັງຄົມ​ໜຶ່ງ ​ໂດຍ​ຊົນ​ຊັ້ນ​ນາຍທຶນ​​ເປັນ​ຜູ້ປົກຄອງ, ຄຽງ​ຂ້າງ​ລັດທິ​ທຶນ​ນິຍົມ ຍັງ​ມີ​ຫຼາຍລະບອບ​ການ​ເມືອງ-ສັງຄົມອື່ນ​ອີກ. ດັ່ງ​ນັ້ນ, ການ​ຖື​​​ ​ເສດຖະກິດ​ຕະຫຼາດດ້ວຍ​ຖານະ​ເປັນ​ແບບ​ຈັດ​ຕັ້ງເສດຖະກິດ ເປັນອັນ​ໜຶ່ງ​ອັນ​ດຽວກັນກັບ​ລະບອບ​ການ​ເມືອງ-ສັງຄົມ​ໜຶ່ງດຽວ​ຄື​ລັດທິ​ທຶນ​ນິຍົມນັ້ນ ​ແມ່ນ​ຄວາມ​ຮັບ​ຮູ້ ທັດສະນະ​ທີ່​ຜິດພາດ, ດ້ານ​ດຽວ, ບໍ່​ມີ​ຫຼັກຖານ.

ຄວາມ​​ເປັນຈິງ​ໃນ​ໂລກ​ໄດ້​ຢືນຢັນ​ວ່າ, ຫຼາຍ​ປະ​ເທດ​ທີ່​ມີ​ລະບອບ​ການ​ເມືອງ-ສັງຄົມ​ອື່ນ, ບໍ່​​ແມ່ນ​ລະບອບ​ການ​ເມືອງ-ສັງຄົມທຶນ​ນິຍົມ, ຍັງ​ຄົງ​ນຳ​ໃຊ້​​ເສດຖະກິດ​ຕະຫຼາດ​ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດຂອງ​ປະ​ເທດ​ຕົນ ​ແລະ ​ໄດ້​ບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງ, ຄື​ຫວຽດນາມ, ຈີນ, ລາວ...

ທີ​ສອງ, ​ໃນ​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ, ລະຫວ່າງ “ເສດຖະກິດ​ຕະຫຼາດ” ​ແລະ “ການກຳນົດ​ທິດ​ສັງຄົມ​ນິຍົມ” ບໍ່​ມີ​ຄວາມ​ກົງກັນຂ້າມ ຫຼື​ຄວາມ​ຂັດແຍ່ງກັນ ​ແຕ່​ມີ​ຄວາມ​ເປັນ​ເອກະພາບ, ຕິດ​ແໜ້ນ​ນຳ​ກັນ, ສະ​ແດງ​ອອກ​ເຖິງ​ສອງ​ແງ່​ມູມຕົ້ນຕໍທີ່​ສຸດ​ຄື “ກຳລັງ​ໜູນ” ​ແລະ “ຈຸດປະສົງ” ຂອງ​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ.

ກ່ອນ​ອື່ນ​ໝົດ, ​ເສດຖະກິດ​ຕະຫຼາດ​ແມ່ນ​​ແບບ​ຈັດ​ຕັ້ງ​ການ​ຜະລິດ​ໜຶ່ງ ຊຶ່ງ​ຜ່ານ​ບັນດາ​ກົດ​ເກນ​ຂອງ​ມັນ, ​ເຊັ່ນ​ກົດ​ເກນ​ຄຸນຄ່າ, ກົດ​ເກນ​ກາ​ນສະໜອງ-ຄວາມ​ຕ້ອງການ, ກົດ​ເກນ​ແຂ່ງຂັນ... ມັນ​ຊ່ວຍ​ສ້າງ “ກຳລັງ​ໜູນ" ພັດທະນາ​ເສດຖະກິດ, ພັດທະນາ​ກຳລັງ​ການ​ຜະລິດ, ຍົກ​ສູງ​ປະສິດທິພາບ​ຂອງ​ງານ. ສ່ວນ “ຈຸດປະສົງ” ຂອງ​​ເສດຖະກິດ​ຕະຫຼາດ ​ແມ່ນ​ຍາມ​ໃດ​ກໍ່​ຕິດ​ກັບ​ລະບອບ​ການ​ເມືອງ-ສັງຄົມ​ທີ່​ແນ່ນ​ອນໜຶ່ງ, ຮັບ​ໃຊ້​ໃຫ້​ແກ່​ຈຸດໝາຍ​ແລະ​ຜົນ​ປະ​ໂຫຍ​ດຂອງ​ລະບອບ​ນັ້ນ. ຈຸດປະສົງຂອງ​​ເສດຖະກິດ​ຕະຫຼາດ​ໃນ​ລະບອບ​ທຶນ​ນິຍົມ ​ແມ່ນ​ຮັບ​ໃຊ້​ແລະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້​ຊົນຊັ້ນນາຍທຶນ​ທີ່​ກຳ​ອຳນາດ. ສ່ວນ​ໃນ​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ, ຈຸດປະສົງຂອງ​​ເສດຖະກິດ​ຕະຫຼາດ​ໄດ້​ສະ​ແດງ​ອອກ​ຢູ່​ໃນ​ການ​ປົດ​ປ່ອຍ ພັດທະນາກຳລັງ​ການ​ຜະລິດ​ຢ່າງ​ແຂງ​ແຮງ ​ແນ​ໃສ່​ກໍ່ສ້າງ ​ເພີ່ມ​ພູນ​ໂຄງ​ສ້າງ​ພື້ນຖານ​ໃຫ້​ແກ່​ລັດທິ​ສັງຄົມ​ນິຍົມ, ຮັບ​​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນຜູ້​ອອກ​ແຮງ​ງານ ​ແລະ ບູລະນະ​ການ​ພົວພັນ​ການ​ຜະລິດ ​ແນ​ໃສ່​ກໍ່ສ້າງ​ໂຄງ​ບົນ, ລະບອບ​ການ​ເມືອງ​ສັງຄົມ​ຂອງ​ລັດທິ​ສັງຄົມ​ນິຍົມ. ບັນດາ​ຈຸດປະສົງ​ນີ້ ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ຜ່ານ​ການ​ນຳພາ​ຂອງພັກ​ກອມ​ມູນິດ​ຫວຽດນາມ, ການ​ບໍລິຫານ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ ຕໍ່​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ.

ລະຫວ່າງ​ລັກສະນະ “ຈຸດປະສົງ” ​ໃນ​ການກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ລັກສະນະ “ກຳລັງ​ໜູນ” ຂອງເສດຖະກິດ​ຕະຫຼາດຢູ່​ຫວຽດນາມ ບໍ່​ມີ​ການ​ປັດ​ເຂ່ຍ​ກັນ ຂັດ​ແຍ່ງ​​ກັນ​ແຕ່​ຢ່າງ​​ໃດ, ​ແຕ່​ແມ່ນ​ການ​ປະສົມ​ເຂົ້າກັນ, ຕິດ​ຕໍ່​ກັນ, ຊ່ວຍ​ໜູນ​ຊຶ່ງ​ກັນ​ແລະ​ກັນ ​ໃນອົງ​ປະກອບ​ທີ່​ເປັນ​ເອກະ​ພາບ. ​ໃນພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຢູ່​ປະ​ເທດ​ເຮົາ, ການ​ກຳນົດ​ທິດ​ສັງຄົມ​ນິຍົມ​ໄດ້​ຮັບການ​ເຊື່ອມ​ຊຶມ​ໃນ​ເມື່ອ​ຂັບ​​ເຄື່ອນ​ບັນດາ​ຫຼັກການ​ຂອງ​ຕະຫຼາດ, ກົງ​ຂ້າມ, ການ​ປະຕິບັດ​ທິດ​ທາງ​ສັງຄົມ​ນິຍົມບໍ່​ຕັດ​ແຍກ, ​ໂດດດ່ຽວ ​ກັບ​ບັນດາ​ກົດ​ເກນ​ຂອງ​ຕະຫຼາດ. ຊຸກຍູ້​ໃຫ້​​ເສດຖະກິດ​ຕະຫຼາດຂະຫຍາຍຕົວ, ​ເປັນ​ເຈົ້າ​ການຫັນ​ຂະບວນວິວັດດັ່ງກ່າວ​ ເຂົ້າ​ໃນ​ການສ້າງ​ບັນດາ​ປະຖົມ​ປັດ​ໄຈ ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ທາງ​ດ້ານ​ເສດຖະກິດ-ສັງຄົມ ​ເພື່ອ​ກໍ່ສ້າງ​ສັງຄົມ​ນິຍົມຢູ່​ຫວຽດນາມ. ການ​ຕິດ​ພັນ ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ​ ລະຫວ່າງເສດຖະກິດ​ຕະຫຼາດ ​ແລະ ການ​ກຳນົດ​ທິດ​ສັງຄົມ​ນິຍົມ ​ໄດ້​ສະ​ແດງ​ອອກ​ໃນ​ບັນດາ​ເນື້ອ​ໃນອັນ​ພື້ນຖານ​ດັ່ງ​ນີ້:

- ​ໃນ​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ, ບັນດາ​ທ່າ​ດີ​ຂອງ​ກົນ​ໄກ​ຕະຫຼາດ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ເພື່ອນຳ​ໃຊ້​ທຸກ​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິ​ຜົນ ​ແນ​ໃສ່ພັດທະນາ​ເສດຖະກິດ​ຢ່າງ​ໄວ​ແລະ​ໝັ້ນຄົງ​ຍືນ​ຍົງ, ​ແຕ່​ພ້ອມ​ກັນ​ນັ້ນ ການກຳນົດ​ທິດ​ສັງຄົມ​ນິຍົມດ້ວຍ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ການ​ບໍລິຫານ​ຄຸ້ມ​ຄອງ​ຂອງລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ ຕໍ່​ກັບ​ຕະຫຼາດ ​​ເປັນ​ການປະກອບສ່ວ​ນເພີ່ມ​ເຕີມ​ໃຫ້​​ເສດຖະກິດ​ຕະຫຼາດ, ຈຳກັດ​ຄວາມ​ຫຍໍ້​ທໍ້ ດ້ານ​ລົບ​ຂອງ​ຕະຫຼາດ, ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ປະລາ​ໄຊ​ຂອງ​ກົນ​ໄກ​ຕະຫຼາດ; ຍູ້​ແຮງ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ສົ່ງ​ເສີນ​ໃຫ້​ທຸກ​ຄົນບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ​ແບບ​ຊອບ​ທຳ, ຈາກ​ນັ້ນ​ເຮັດ​ໃຫ້​​ເສດຖະກິດ​ຕະຫຼາດຂະຫຍາຍຕົວ​ຢ່າງ​ສົດ​ໃສ ມີ​ປະສິດທິ​ຜົນ​ກວ່າ​ອີກ.

- ຢູ່​ຫວຽດນາມ, ການ​ເຊື່ອມ​ຕິດ​​ການ​ກຳນົດ​ທິດ​ສັງຄົມ​ນິຍົມ​ ເຂົ້າ​ໃນ​ການ​ພັດທະນາ​​ເສດຖະກິດ​ຕະຫຼາດ ​ເຮັດ​ໃຫ້​ເສດຖະກິດ​ຢູ່​ຫວຽດນາມ​ພັດທະນາຢ່າງ​ໄວ ໝັ້ນຄົງ​ຍືນ​ຍົງ ມີ​ປະສິດທິ​ຜົນ, ​ເພື່ອ​ປະຊາຊົນ​ຜູ້​ອອກ​ແຮງ​ງານ​ທຸກ​ຄົນ ຮັບປະກັນ​ໃຫ້​ມະນຸດ​ເປັນ​ໃຈ​ການ​ທີ່​ແທ້​ຈິງ​ຂອງ​ການ​ພັດທະນາ ​ແລະ ທຸກໆ​ນະໂຍບາຍ​ການ​ພັດທະນາ​ລ້ວນ​ແຕ່​ແມ່ນ​ເພື່ອ​ມະນຸດ ​ໂດຍ​ມະນຸດ. ​ໃນ​ພື້ນຖານເສດຖະກິດຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ, ການ​ພັດທະນາ​ເສດຖະກິດ​ຍາມ​ໃດ​ກໍ່​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ວັດທະນະທຳ ສັງຄົມ, ປະຕິບັດ​ຄວາມ​ກ້າວ​ໜ້າ ​ແລະ ຍຸຕິ​ທຳ​ທາງ​ສັງຄົມ ​ໃນ​ແຕ່​ລະບາດ​ກ້າວ​ແລະ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ. ຄວາມ​ກ້າວ​ໜ້າ ​ແລະ ຍຸຕິ​ທຳ​ທາງ​ສັງຄົມ​ ໄດ້​ສະ​ແດງ​ອອກ​ໃນ​ຫຼາຍ​ເນື້ອ​ໃນ, ​ໃນ​ນັ້ນ​ມີ​ຄວາມ​ຍຸຕິ​ທຳ​ໃນ​ການ​ແຈກ​ຢາຍ​ບັນດາ​ປັດ​ໄຈ​ການ​ຜະລິດ, ​ໃນ​ການ​ເຂົ້າ​ເຖິງ​ແລະ​ນຳ​ໃຊ້​ບັນດາ​ໂອກາດ ​ເງື່ອນ​ໄຂ​ການ​ພັດທະນາ ​ແມ່ນ​ເນື້ອ​ໃນ​ທີ່​ສຳຄັນ. ການ​ແຈກ​ຢາຍ​​ຜະລິດຕະພັນ​ທີ່​ຜະລິດ​ອອກ​ມາ ​ແມ່ນ​ແຈກ​ຢາຍ​ຕາມ​ຜົນ​ຂອງ​ການ​ອອກ​​ແຮງ​ງານ ​ແລະ ປະສິດທິ​ຜົນ​ເສດຖະກິດ​ ເປັນ​ຕົ້ນຕໍ, ພ້ອມ​ກັນ​ນັ້ນ​ກໍ່​ອີງ​ຕາມ​ລະດັບ​ການ​ປະກອບ​ທຶນ​ແລະ​ບັນດາ​ແຫຼ່ງພະລັງ​ອື່ນ ​ແລະ ​ແຈກ​ຢາຍ​ໂດຍ​ຜ່ານ​ລະບົບ​ຄວາມ​ປອດ​ໄພ​ທາງ​ສັງຄົມ ສະ​ວັດ​ດີການສັງຄົມ.

- ເສດຖະກິດ​ຕະຫຼາດຕິດ​ກັບ​ການກຳນົດ​ທິດ​ສັງຄົມ​ນິຍົມ ຈະ​ຊ່ວຍ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ; ກຳນົດ​ທິດ​ການ​ພັດທະນາ​ເສດຖະກິດ​ເຂົ້າ​ໃສ່​ການຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ; ​ເພີ່ມ​ທະວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງຄົມ, ຄວາມ​ສາມັກຄີ​ປວງ​ຊົນ​ທົງ​ຊາດ; ສ້າງ​ກຳລັງ​ໜູນ​ທົ່ວ​ປວງ​ຊົນ, ລະດົມ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທຸກ​ຢ່າງ​ຂອງ​ປະຊາຊົນ​ ເພື່ອ​ກໍ່ສ້າງ ພັດທະນາ​ເສດຖະກິດ. 

ຄື​ແນວ​ນັ້ນ​ແມ່ນ, ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມມີ​ທັງ​ທາດ​ແທ້​ລວມຂອງພື້ນຖານ​ເສດຖະກິດ​ຕະຫຼາດ ​ແນ​ໃສ່​ສ້າງ​ກຳລັງ​ໜູນ​ພັດທະນາ​ເສດຖະກິດ, ມີ​ທັງ​ລັກສະນະ​ພິ​ເສດສະ​ເພາະ, ອີງ​ບົນ​ຫຼັກການ​ແລະ​ທາດ​ແທ້​ຂອງ​ລັດທິ​ສັງຄົມ​ນິຍົມ ທາງ​ດ້ານ​ເປົ້າ​ໝາຍ​ການ​ພັດທະນາ.

ທີ​ສາມ, ຮູບ​ແບບເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ແມ່ນ​ຮູບ​ແບບ​ເສດຖະກິດ​ທີ່​ສອດຄ່ອງ​ກັບ​ເງື່ອ​ນໄຂ, ສະພາບ​ການ​ຂອງ​ຫວຽດນາມ ​ແລະ ບໍ່​ມີ​ການ "ຫັນ​ແກນ" ​ໄປ​ຕາມ​ເສັ້ມທາງ​ທຶນ​ນິຍົມ.

ກ່ອນ​ອື່ນ​ໝົດ​ຕ້ອງ​ເຫັນ​ວ່າ, ຫວຽດນາມ​ກໍ່ສ້າງ​ສັງຄົມ​ນິຍົມຈາກ​ຈຸດ​ເລີ່​ມຕົ້ນ​ຕ່ຳ​ທາງ​ດ້ານ​ເສດຖະກິດ ​ແລະ ​ເສັ້ນທາງ​ກໍ່ສ້າງ​ສັງຄົມ​ນິຍົມຢູ່​ຫວຽດນາມ ​ແມ່ນ​ເສັ້ນທາງ​ຂ້າມ​ຜ່ານ, ​ໂດຍ​ທາງ​ອ້ອມ ​ໂດຍ​ຜ່ານ​ຫຼາຍ​ໄລຍະ, ຫຼາຍ​ບາດກ້າວ​ທີ່​ຕ່າງ​ກັນ. ​ໃນ​ໄລຍະ​ຕົ້ນ​ແຫ່ງ​ການ​ກໍ່ສ້າງ​ສັງຄົມ​ນິຍົມ, ​ເພື່ອ​ພັດທະນາ​ເສດຖະກິດ​ໃນ​ເງື່ອນ​ໄຂ​ຈຸດ​ເລີ່​ມຕົ້ນ​ຕ່ຳ, ຫວຽດນາມ​ຈຳ​ເປັນ​ຕ້ອງ​ພັດທະນາ​​ເສດຖະກິດ​ຕະຫຼາດ ດ້ວຍ​ຫຼາຍ​ຮູບ​ການ​ກຳມະສິດ​ແລະ​ຫຼາຍ​ພາກສ່ວນ​ເສດຖະກິດ, ​ໃນ​ນັ້ນ​ມີ​ພາກສ່ວນ​ເສດຖະກິດ​ເອກະ​ຊົນ, ຈຳ​ເປັນ​ຕ້ອງ​ໃຊ້​ແບບ​ວິທີ​ການ​ດັດສົມ​ຕໍ່​ພື້ນຖານ​ເສດຖະກິດ ຄື​ບັນດາ​ກົດ​ເກນຂອງ​ຕະຫຼາດ.

ຖ້ອຍ​ທຳນອງ​ທີ່​ວ່າ ມີ​ການ​ຫັນ​ທິດ, “ຫັນ​ແກນ” ​ໃນ​ການ​ພັດທະນາ​​ເສດຖະກິດ​ຕະຫຼາດຢູ່​ຫວຽດນາມນັ້ນ ​ເປັນຄວາມ​ຜິດພາດ ຍ້ອນມັນ​ພຽງ​ແຕ່​ອີງ​ໃສ່​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ ​ແລະ ການ​ດັດສົມ​ເສດຖະກິດ​ດ້ວຍ​ກົດ​ເກນ​ຂອງ​ຕະຫຼາດ ​ໃນ​ໄລຍະ​ຕົ້ນ​ແຫ່ງ​ການ​ກໍ່ສ້າງ​ສັງຄົມ​ນິຍົມ ​ເພື່ອ​ເວົ້າ​ເລີຍ​ວ່າ ​ຫວຽດນາມ​ໄປ​ຕາມ​ເສັ້ມທາງ​ທຶນ​ນິຍົມ. ຖ້ອຍ​ທຳນອງ​ນີ້​ກໍ່​ບໍ່​ເຫັນ​ໄດ້ ​ບັນດາ​ຫຼັກການ, ທາດ​ແທ້, ​ເນື້ອ​​ໃນກໍ່ສ້າງ​ສັງຄົມ​ນິຍົມຢູ່​ຫວຽດນາມ ​ໃນ​ແຕ່ລະ​ໄລຍະ, ກໍ່​ຄື​ໃນ​ເສັ້ນທາງ​ທັງ​ໝົດ. ຢູ່​ນີ້, ຖ້ອຍ​ທຳນອງ​ນີ້ບໍ່​ມີ​ຫຼັກ​ຖານ​ຕົວ​ຈິງ​ ແລະ ຍັງ​ບໍ່​ທັນ​ເຂົ້າ​ໃຈ​ໄດ້​ກ່ຽວ​ກັບທາດ​ແທ້​ແລະ​ເນື້ອ​ໃນຂອງ​ຂະ​ບວນວິວັດ​ການ​ກໍ່ສ້າງ​ສັງຄົມ​ນິຍົມຢູ່​ຫວຽດນາມ ​ເມື່​ອມັນ​ຖື​ ໜ້າ​ທີ່​ໜຶ່ງ, ຈຸດໝາຍ​ລະອຽດ​ໜຶ່ງ​ຂອງ​ໄລຍະ​ໜຶ່ງ, ບາດກ້າວ​ໜຶ່ງ​ໃນ​ການ​ກໍ່ສ້າງ​ສັງຄົມ​ນິຍົມຢູ່​ຫວຽດນາມ ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ກັບ​ ຈຸດໝາຍ​ລວມທັງ​ໝົດ, ສັງ​ລວມ​ແລະ​ທາດ​ແທ້, ຫຼັກການ​ຂອງ​ທົ່ວທັງ​​ໄລຍະທາງ​ແຫ່ງ​ການ​ກໍ່ສ້າງ​ສັງຄົມ​ນິຍົມຢູ່​ຫວຽດນາມ.

ການ​ສັງ​ເກດພື້ນຖານ​ເສດຖະກິດ​ໜຶ່ງ ວ່າ​​ເປັນ “ສັງຄົມ​ນິຍົມ” ຫຼື “ທຶນ​ນິຍົມ” ນັ້ນ ບໍ່​ພຽງ​ແຕ່​ອີງ​ໃສ່​ຮູບ​ການ​ກຳມະສິດ​ເອກະ​ຊົນ, ​ເສດຖະກິດ​ເອກະ​ຊົນ ຫຼືການ​ດັດສົມ​ຂອງຕະຫຼາດ​ເທົ່າ​ນັ້ນ ​ແຕ່​ຍັງ​ຕ້ອງອີງ​ໃສ່​ບັນທັດຖານ​ອື່ນ​ອີກ, ​ເຊັ່ນ​ຈຸດໝາຍ​ພັດທະນາ​ພື້ນຖານເສດຖະກິດນັ້ນ ​ແມ່ນ​ເພື່ອ​ຊົນ​ຊັ້ນ, ຊັ້ນ​ຄົນ​ໃດ? ທາດ​ແທ້, ຫຼັກການ​ເຄື່ອນ​ໄຫວ​ຂອງ​ພື້ນຖານ​ເສດຖະກິດ​ນັ້ນ​ແມ່ນ​ຫຍັງ? ​ໃຜ​​ເປັນ​ເຈົ້າ​ຂອງ​ທີ່​ແທ້​ຈິງ​ຂອງ​ພື້ນຖານ​ເສດຖະກິດ​ນັ້ນ? ຂະ​ບວນວິວັດ​ການ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ແລະ​ຂະຫຍາຍຕົວ​ຂອງ​ພື້ນຖານ​ເສດຖະກິດ​ນັ້ນ​ຄື​ແນວ​ໃດ?...

ຮູບ​ແບບເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ​ ໄດ້​ຮັບ​ການ​ບູລະນະ​ແລະ​ພັດທະນາ​​ເທື່ອ​ລະ​ກ້າວ ​ໂດຍ​ຜ່ານ​ບັນດາ​ກອງ​ປະຊຸມ​ໃຫຍ່​ຂອງພັກ​ກອມ​ມູນິດ​ຫວຽດນາມ ບົນ​ພື້ນຖານ​ຄົ້ນຄວ້າ​ທິດ​ສະ​ດີ, ສະຫຼຸບ​ສັງ​ລວມພຶດຕິ​ກຳ​ການ​ພັດທະນາ​ເສດຖະກິດ​ຢູ່​ພາຍ​ໃນ​ປະ​ເທດ, ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ ​ບັນດາ​ທັດສະນະ​ຂອງ​ລັດ​ທິມາດ-​ເລ​ນິນ ​ແນວ​ຄິດ​ໂຮ່ຈີ​ມິນ, ຮັບ​ເອົາ​ຢ່າງ​ມີ​ການ​ຄັດ​ເລືອກ​ບັນດາ​ທັດສະນະ, ບົດຮຽນ​ຈາກ​ພຶດຕິ​ກຳ ​ແຫ່ງ​ການ​ພັດທະນາ​​ເສດຖະກິດ​ຕະຫຼາດ ຂອງ​ບັນດາ​ປະ​ເທດ​ໃນ​ໂລກ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຊີ້​ແຈງ​ບັນດາ​ເນື້ອ​ໃນ​ອັນ​ພື້ນຖານ​ຂອງເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ: “ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຫວຽດນາມ ​ແມ່ນພື້ນຖານ​ເສດຖະກິດ​ທີ່​ເຄື່ອນ​ໄຫວ​ຢ່າງ​ຄົບ​ຖ້ວນ, ຄົບ​ຊຸດ ​ຕາມ​ບັນດາ​ກົດ​ເກນ​ຂອງ​​ເສດຖະກິດ​ຕະຫຼາດ, ພ້ອມ​ກັນ​ນັ້ນ ກໍ່​ຮັບປະກັນ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ ສອດຄ່ອງ​ກັບ​ແຕ່ລະ​ໄລຍະ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ. ນັ້ນ​ແມ່ນ​ພື້ນຖານ​​ເສດຖະກິດ​ຕະຫຼາດທີ່​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ; ມີ​ການ​ບໍລິຫານ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍ ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມນຳພາ, ​ແນ​ໃສ່​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸຕິ​ທຳ ສີວິ​ໄລ”(2).

ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຫວຽດນາມ “ມີ​ການ​ພົວພັນ​ການ​ຜະລິດ​ທີ່​ກ້າວໜ້າ ສອດຄ່ອງ​ກັບ​ລະດັບ​ການ​ພັດທະນາ​ຂອງ​ກຳລັງ​ການ​ຜະລິດ; ມີ​ຫຼາຍ​ຮູບ​ການ​ກຳມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ, ​ໃນ​ນັ້ນ​ເສດຖະກິດ​ຂອງ​ລັດ​ຮັກສາ​ບົດບາດ​ເປັນ​ເຈົ້າພາ​ທາງ, ​ເສດຖະກິດ​ເອກະ​ຊົນ​ເປັນ​ກຳລັງ​ໜູນ​ທີ່​ສຳຄັນ​ໜຶ່ງ​ຂອງ​ພື້ນຖານ​ເສດຖະກິດ; ບັນດາ​ເຈົ້າພາບ​ທີ່​ຂຶ້ນ​ກັບ​ບັນດາ​ພາກສ່ວນ​ເສດຖະກິດ​ລ້ວນ​ແຕ່​ສະ​ເໝີ​ພາບ, ຮ່ວມ​ມື ​ແລະ ​ແຂ່ງຂັນ​ກັນ​ຕາມ​ກົດໝາຍ; ຕະຫຼາດ​ມີ​ບົດບາດ​ຕົ້ນຕໍ​ໃນ​ການລະດົມ​ແລະ​ຈັດ​ແບ່ງ​ບັນດາ​ແຫຼ່ງພະລັງ​ການ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ, ​ເປັນ​ກຳລັງ​ໜູນ​ຕົ້ນຕໍ​ເພື່ອ​ປົດ​ປ່ອຍ​ກຳລັງ​ການ​ຜະລິດ; ບັນດາ​ແຫຼ່ງພະລັງ​ຂອງ​ລັດ​ໄດ້​ຈັດ​ແບ່ງ​ຕາມ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ ສອດຄ່ອງ​ກັບ​ກົນ​ໄກ​ຕະຫຼາດ. ລັດ​ຖື​ບົດບາດ​ກຳນົດ​ທິດ​ທາງ, ກໍ່ສ້າງ​ແລະ​ບູລະນະ​ລະບຽບກົດໝາຍ​ເສດຖະກິດ, ສ້າງສະພາບ​ແວດ​ລ້ອມ​ການ​ແຂ່ງຂັນ​ຢ່າງ​ສະ​ເໝີ​ພາບ, ສົດ​ໃສ​ແລະ​ໂປ່​ງ​ໃສ; ນຳ​ໃຊ້​ບັນດາ​ເຄື່ອງມື, ນະ​ໂຍບາຍ ​ແລະ ບັນດາ​ແຫຼ່ງພະລັງ​ຂອງ​ລັດ ​ເພື່ອ​ກຳນົດ​ທິດ​ທາງ ​ແລະ ດັດສົມພື້ນຖານ​ເສດຖະກິດ, ຊຸກຍູ້​ການ​ຜະລິດ​ທຸລະ​ກິດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ປະຕິບັດ​ຄວາມ​ກ້າວໜ້າ, ຍຸຕິ​ທຳ​ທາງ​ສັງຄົມ​ໃນ​ແຕ່​ລະບາດ​ກ້າວ, ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ. ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຂົ້າຂອງ​ປະຊາຊົນ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ”(3). “ການ​ກຳນົດ​ທິດ​ສັງຄົມ​ນິຍົມຂອງ​ພື້ນຖານ​ເສດຖະກິດ ​ໄດ້​ຮັບ​ການ​ກຳນົດ​ແລະ​ເພີ່ມ​ທະວີ​ຢ່າງ​ເປັນ​ປະຈຳ​ ໂດຍ​ຜ່ານ​ການ​ນຳພາ​ຂອງ​ພັກ ​ແລະ ການ​ບໍລິຫານ​ຄຸ້ມ​ຄອງ​ຂອງ​ລັດ, ຖື​ເອົາ​ມະນຸດ​ເປັນ​ໃຈກາງ, ​ເພື່ອ​ທຸກ​ຄົນ ​ແລະ​ ໂດຍ​ມະນຸດ; ​ເສີມ​ຂະຫຍາຍ​ຢ່າງ​ເຕັມ​ສ່ວນ​ບົດບາດ​ເປັນ​ເຈົ້າຂອງ​ປະຊາຊົນ, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຍຸຕິ​ທຳ​ທາງ​ສັງຄົມ​ ໃນ​ແຕ່​ລະບາດ​ກ້າວ​ແລະ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ”(4).

ຜ່ານ​ບັນດາ​ເນື້ອ​ໃນ​ເທິງ​ນີ້​ອາດ​ຈະ​ເຫັນ​ວ່າ, ຄຽງຂ້າງ​ກັບ​ການ​ຢືນຢັນ​ການ​ຂັບ​ເຄື່ອນ​ຢ່າງຄົບ​ຖ້ວນ, ຄົບ​ຊຸດ​ຕາມ​ບັນດາ​ກົດ​ເກນ​ຂອງ​​ເສດຖະກິດ​ຕະຫຼາດ, ​ເນື້ອ​ໃນ​ກ່ຽວ​ກັບ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ ຂອງ​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ ​ໄດ້​ສະ​ແດງ​ອອກ​ຢ່າງ​ລະອຽດ​ແລະ​ຈະ​ແຈ້ງ​ຄື​ດັ່ງ​ນີ້: ພື້ນຖານ​ເສດຖະກິດ​ຕັ້ງ​ຢູ່​ພາຍ​ໃຕ້​ການນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ການ​ບໍລິຫານ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ; ພື້ນຖານ​ເສດຖະກິດ​ຫັນ​ໄປ​ສູ່​ບັນດາ​ຫຼັກການ​ແລະ​ທາດ​ແທ້​ຂອງ​ລັດ​ທິສັງຄົມ​ນິຍົມ, ນັ້ນ​ແມ່ນ​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸຕິ​ທຳ ສີວິ​ໄລ”; ​ໃນ​ພື້ນຖານ​ເສດຖະກິດ, ​ເນັ້ນ​ໜັກ​ເຖິງ​ບົດບາດ​ເປັນ​ເຈົ້າພາ​ທາງ​ຂອງ​ເສດຖະກິດ​ຂອງ​ລັດ; ພັດທະນາ​ເສດ​ຖະກິດ​ໄປ​ຄຽງ​ຄູ່​ກັບ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປະຕິບັດ​ຄວາມ​ກ້າວໜ້າ, ຍຸ​ຕິ​ທຳ​ທາງ​ສັງ​ຄົມ​ໃນ​ແຕ່​ລະບາດ​ກ້າວ, ​ແຕ່​ລະນະ​ໂຍບາຍການ​ພັດທະນາ; ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າຂອງ​ປະຊາຊົນ...

ດັ່ງ​ນັ້ນ ລະຫວ່າງ​ພື້ນຖານ​ເສດຖະກິດ​ຕະຫຼາດທຶນ​ນິຍົມ ​ແລະ ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ ມີ​ຄວາມ​ແຕກ​ຕ່າງ​ກັນ​ໂດຍ​ພື້ນຖານ ​ແລະ ຈຸດ​ແຕກ​ຕ່າງ​ທີ່​ຈະ​ແຈ້ງ​ທີ່​ສຸດ​ແມ່ນ ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ທຶນ​ນິຍົມ, ຜູ້​ທີ່​ເປັນ​ເຈົ້າ​ຂອງ​ນັ້ນ​ແມ່ນວົງ​ການ​ເຈົ້າຂອງ​ນາຍທຶນ ຊົນ​ຊັ້ນ​ນາຍທຶນ, ສ່ວນ​​ໃນພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ, ຜູ້​ທີ່​ເປັນ​ເຈົ້າ​ຂອງ​ແມ່ນ​ປະຊາຊົນ​ຜູ້​ອອກ​ແຮງ​ງານ, ຖື​ເອົາ​ມະນຸດ​ເປັນ​ໃຈກາງ​ແຫ່ງ​ການ​ພັດທະນາ, ​ໂດຍ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ເປັນ​ຜູ້​ບໍລິຫານ​ຄຸ້ມ​ຄອງ, ພາຍ​ໃຕ້​ການ​ນຳພາ​ຂອງພັກ​ກອມ​ມູນິດ​ຫວຽດນາມ.

ດ້ວຍວິ​ໄສ​ທັດ​ຮອບດ້ານ ​ເປັນ​ລະບົບ ພາວະ​ວິ​ໄສ ວິທະຍາສາດ, ອາດ​ຈະ​ຢືນຢັນ​ວ່າພື້ນຖານ​ເສດຖະກິດ​ຂອງ​​ຫວຽດນາມ ​ແມ່​ນະພື້ນຖານ​ເສດຖະກິດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ​ໂດຍ​ສົມບູນ ທີ່​ຫັນ​ໄປ​ສູ່​ບັນດາ​ຫຼັກການ, ​ເປົ້າ​ໝາຍ​ຂອງ​ລັດ​ທິສັງຄົມ​ນິຍົມ, ​ໂດຍ​ບໍ່​ແມ່ນ​ “ທຶນ​ນິຍົມ”, ບໍ່​ມີ​ການ “ຫັນ​ແກນ” ​ໄປ​ທາງ​ເສດຖະກິດ​ຕະຫຼາດຕາມ​ເສັ້ນທາງທຶນ​ນິຍົມ​ແຕ່​ຢ່າງ​ໃດ. 

ທີ​ສີ່, ພຶດຕິ​ກຳ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ ໂດຍ​ຜ່ານການ​ພັດທະນາພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ​ ໃນ​ເວລາ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ຜ່ານ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ​ໄດ້​ບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງ​ທີ່​ສຳຄັນ, ສ້າງ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ​ໃນ​ເວລາ​ທີ່​ຈະ​ເຖິງ.

ຫວນ​ຄືນ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​ໄດ້​ບັນລຸ​ບັນດາ​ຜົນສຳ​ເລັດ​ທີ່​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ ​ໃນ​ເສັ້ນທາງ​ກໍ່ສ້າງ​ສັງຄົມ​ນິຍົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ. “ປະ​ເທ​ດ​ໄດ້ພົ້ນ​ອອກ​ຈາກການ​ວິກິ​ດດ້ານ​ເສດຖະກິດ-ສັງຄົມ ​ແລະ ສະພາບ​ດ້ອຍ​ພັດທະນາ, ກາຍ​ເປັນ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ຕ່ຳ, ພວມ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ. ​ເສດຖະກິດ​ເຕີບ​ໂຕ​​ໄວ​ພໍ​ຄວນ, ພື້ນຖານ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ ແລະ ​ຂະຫຍາຍຕົວ​ເທື່ອ​ລະ​ກ້າວ. ການ​ເມືອງ-ສັງຄົມ​ມີ​ຄວາມ​ໝັ້ນຄົງ; ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ​ ໄດ້​ຮັບ​ການ​ເພີ່ມ​ທະວີ. ວັດທະນະທຳ-ສັງຄົມມີ​ບາດກ້າວ​ຂະຫຍາຍຕົວ; ​ໃບ​ໜ້າ​ຂອງ​ປະ​ເທດ ​ແລະ ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ມີ​ການ​ປ່ຽນ​ແປງ​ຫຼາຍ. ປະຊາທິປະ​ໄຕສັງຄົມ​ນິຍົມ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ​ນັບ​ມື້​ນັບ​ໄດ້​ເປີດ​ກວ້າງ. ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ໄດ້​ຮັບ​ການ​ປັບປຸງ​ແລະ​ເພີ່ມ​ທະວີ. ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ ​ແລະ ທົ່ວ​ທັງ​ລະບົບ​ການ​ເມືອງ​ ໄດ້​ຮັບ​ການ​ຍູ້​ແຮງ. ກຳລັງ​ແຮງ​ໃນ​ທຸກ​ດ້ານ​ຂອງ​ປະ​ເທດ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ; ອົດທົນ​ໝັ້ນ​ໜຽວ, ​ເດັດດ່ຽວ​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ລະບອບ​ສັງຄົມ​ນິຍົມ. ການ​ພົວພັນ​ຕ່າງປະ​ເທດ​ນັບ​ມື້​ນັບ​ເປີດ​ກວ້າງ ​ແລະ ​ເຂົ້າ​ສູ່​ລວງ​ເລິກ; ບົດບາດ​ຖານະ​ແລະ​ອິທິພົນ​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ”(5).

ລາຍ​ງານ​ຂອງ​ທະນາຄານ​ໂລກ​ກໍ່​ໄດ້​ຕີ​ລາຄາ​ສູງ ບັນດາ​ຜົນ​ສຳ​ເລັດ​ຂອງ​ຫວຽດນາມ​ໃນ​ການ​ພັດທະນາ​ເສດຖະກິດ: “ຫວຽດນາມ​ເປັນ​ເລື່ອງ​ລາວ​ແຫ່ງ​ຄວາມ​ສຳ​ເລັດ​ຜົນ​ອັນ​ໃຫຍ່​ຫຼວງ​ໃນຂະ​ບວນວິວັດ​ການ​ພັດທະນາ. ​ແຕ່​ປີ 1990, ການ​ເຕີບ​ໂຕ ຈີ​ດີ​ພີ ສະ​ເລ່ຍຕໍ່ຫົວ​ຄົນຢູ່​ໃນ​ລະດັບ​ສູງ​ແຖວ​ໜ້າ​ໃນ​ໂລກ. ພ້ອມ​ກັນ​ນັ້ນ, ການ​ເຕີບ​ໂຕກໍ່​ໝັ້ນ​ທ່ຽງ​ທີ່​ສຸດ ​ແລະ ປົກ​ຄຸມ​ຢ່າງ​ກວ້າງຂວາງ, ນຳ​ເອົາຜົນ​ປະ​ໂຫຍ​ດມາ​ໃຫ້ປະຊາຊົນ​ສ່ວນ​ໃຫຍ່. ຄວາມ​ກ້າວໜ້າ​ທີ່​ສຳຄັນ​ໃນ​ການ​ພັດທະນາ​​ມະນຸດ ​ໄດ້ນຳ​ມາ​ເຊິ່ງບັນດາ​ຜົນສຳ​ເລັດ​ທີ່​ໜ້າ​ປະ​ທັບ​ໃຈ​ ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ປົວ​ແປງ​ສະ​ວັດ​ດີກາ​ນສັງຄົມ​ໃນ​ຫຼາຍ​ດ້ານ. ຫວຽດນາມ​ໄດ້ປ່ຽນ​ແປງ​ຢ່າງ​ສົມບູນ ​ແລະ ກາຍ​ເປັນພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ມີ​ລາຍ​ໄດ້​ປານ​ກາງ​ຕ່ຳ. ອາ​ໃສ​ການ​ເຕີບ​ໂຕ​ສູງ ​ແລະ ຜົນສຳ​ເລັດ​ໄດ້​ແບ່ງປັນ​ໃຫ້​ທຸກ​ຄົນ, ບັນດາ​ຂົງ​ເຂດ​ສັງຄົມ​ໄດ້​ຮັບ​ການ​ປົວ​ແປງ​​ໃຫ້​ດີ​ຂຶ້ນຫຼາຍ. ອັດຕາສ່ວນ​ຄອບ​ຕົວ​ທຸກ​ຍາກ​ໄດ້​ຫຼຸດ​ລົງ​ຢ່າງ​ໄວ​ນັບ​ແຕ່​ເມື່ອ “ປ່ຽນ​ແປງ​ໃໝ່” ຄິດ​ໄລ່​ຕາມ​ຕົວ​ຊີ້​ວັດ​ຄວາມທຸກ​ຍາກຂອງ​ສາກົນ​ ກໍ່​ຄືຂອງ​ຫວຽດນາມ. ຕາມ​ຕົວ​ຊີ້​ວັດ 1,90 ​ໂດ​ລາ​ສະຫະລັດ​ຕໍ່​ວັນ ​ແມ່ນ​ອັດຕາ​ສ່ວນ​ທຸກ​ຍາກ​ໄດ້​ຫຼຸດຜ່ອນ​ຈາກລະດັບ 50% ​ໃນ​ຕົ້ນ​ຊຸມ​ປີ 1990 ລົງ​ເປັນ​ປະມານ 3% ​ໃນ​ປະຈຸ​ບັນ. ບໍ່​ພຽງ​ແຕ່​ມີ​ລາຍ​ໄດ້​ທີ່ສູງ​ກວ່າ​​ເທົ່າ​ນັ້ນ, ປະຊາຊົນ​ຍັງ​ມີ​​ການ​ສຶກສາ ​ແລະ ອາຍຸ​ຍືນກວ່າ​ຫຼາຍ​ປະ​ເທດ​ທີ່​ມີລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ​ທຽບ​ເທົ່າ​ຫວຽດນາມ”(6).

ພຶດຕິ​ກຳ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໃນ 30 ປີ​ທີ່​ຜ່ານ​ມາ​ໄດ້​ຢືນຢັນ​ວ່າ​ ຫວຽດນາມ​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ພັດທະນາ​ເສດຖະກິດ, ​ໄດ້​ພິສູດ​ແລະ​ຢືນຢັນ​ຄວາມ​ຖືກຕ້ອງ, ວິທະຍາສາດ, ປະສິດທິ​ຜົນ​ ຂອງ​ການ​ນຳ​ໃຊ້ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ເປັນ​ພາຫະນະ​ເພື່ອ​ກໍ່ສ້າງ​ສັງຄົມ​ນິຍົມຢູ່​ຫວຽດນາມ ນັບ​ທັງ​ທາງ​ດ້ານ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ. ບັນດາ​ຜົນສຳ​ເລັດ​ເຫຼົ່າ​ນີ້ ​ໄດ້​ເປັນ​ປະຖົມ​ປັດ​ໄຈ, ຮາກ​ຖານ​ທີ່​ສຳຄັນ ​ເພື່ອ​ໃຫ້​ຫວຽດນາມ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່ ​ແລະ ​ພັດທະນາ​ໃນ​ເວລາ​ທີ່​ຈະ​ເຖິງ; ຍິ່ງ​ຢືນຢັນ​ວ່າ ​ແນວທາງ​ພັດທະນາ​ເສດຖະກິດ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ຖືກຕ້ອງ ປະດິດ​ສ້າງ ສອກ​ຄ່ອງ​ກັບ​ຄວາມ​ເປັນ​ຈິງຂອງ​ຫວຽດນາມ ​ແລະ ​ທ່າ​ອຽງ​ແຫ່ງ​ການ​ພັດທະນາ​ຂອງ​ປະຫວັດສາດ.

“ຖ້ອຍ​ທຳນອງ” ທີ່​ຖື​ວ່າ ຄື​ວ່າ​ຫວຽດນາມ​ພວມ​ມີ​ການ​ຫັນ​ທິດ, “ຫັນ​ແກນ” ທາງ​ດ້ານ​ເສດຖະກິດຕະຫຼາດ, ຫັນ​ມາສູ່​ພື້ນຖານ​​ເສດຖະກິດ​ຕະຫຼາດທຶນ​ນິຍົມ ​ແມ່ນ​ຄວາມ​ຄິດ​ອັດຕະວິ​ໄສ ທີ່ຜິດພາດ, ບໍ່​ມີ​ຫຼັກ​ຖານທັງ​ທາງ​ດ້ານ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ. ທາງ​ດ້ານ​ທິດ​ສະ​ດີ, ຂໍ້​ພິນິດ​ນີ້​ໄດ້​ອີງ​ໃສ່​ການວິ​ເຄາະ​ແລະ​ຂໍ້​ຄິດ​ທີ່​ໄຮ້​ວິທະຍາສາດ, ບໍ່ມີ​ເຫດຜົນ, ບໍ່​ມີ​ລະບົບ ​ແລະ ບໍ່​ຮອບດ້ານ. ທາງ​ດ້ານ​ພຶດຕິ​ກຳ, ຂໍ້​ພິນິດນີ້ກໍ່​ເປັນ​ຂໍ້​ຄິດ​ດ້ານ​ດຽວ​ທີ່​ສຸດ, ມີ​ລັກສະນະ​ຄາດ​ເດົາ ​ໄຮ້​ຄວາມ​ຈິ​ງ ​ເມື່ອ​ມັນ​ບໍ່​ເຫັນ​ແຈ້ງສະຖານະ​ການ​ປະຫວັດສາດ​ສະ​ເພາະ​ຂອງ​ຫວຽດນາມ ​ໃນ​ການ​ກໍ່ສ້າງ​ສັງຄົມ​ນິຍົມ, ບໍ່​ຮັບ​ຮູ້​ບັນດາ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ເສດຖະກິດ, ກໍ່ສ້າງ​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ​ ໃນ​ເວລາ​ທີ່​ຜ່ານ​ມາ. /.

ໂດຍ ປອ. ຫງວຽນ​ແມ້ງ​ຮຸ່ງ
ກອງ​ເລຂາ​ວິທະຍາສາດ ສະພາ​ທິດ​ສະ​ດີ​ສູນ​ກາງ

---------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 898 (​ເດືອນ​ສິງຫາ 2017)

(1) ​ເອກະສານກອງ​ປະຊຸມ​ຄັ້ງ​ທີ​ສີ່ ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ສະ​ໄໝ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 32.

(2) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະ​ເທດ​ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 25.

(3) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະ​ເທດ​ຄັ້ງ​ທີ XII, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 25 – 26.

(4) ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ສະ​ໄໝ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2017, ໜ້າ 31.

(5) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວປະ​ເທດ​ຄັ້ງ​ທີ XII, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 65 – 66.

(6) ທະນາຄານ​ໂລກ ​ແລະ ກະຊວງ​ແຜນການ​ແລະ​ການ​ລົງທຶນ​ຫວຽດນາມ: ລາຍ​ງານ​ສັງ​ລວມ ຫວຽດນາມ 2035 ມຸ່ງ​ໄປ​ສູ່​ຄວາມ​ວັດທະນາ​ຖາວອນ, ປະດິດ​ສ້າງ, ຍຸຕິ​ທຳ ​ແລະ ປະຊາທິປະ​ໄຕ, ຮ່າ​ໂນ້ຍ, 2015, ໜ້າ 3.