ວກ. ອອນ​ໄລ - ໃນ​ຮູບ​ພາບ​ແຫ່ງ​ການ​ພັດ­ທະ­ນາ​ລວມ​ຂອງອາ​ຊຽນ ໃນ​ເຄິ່ງ​ສະ­ຕະ­ວັດ​ທີ່​ຜ່ານ​ມາ, ການ​ຮ່ວມ​ມື​ເສດ­ຖະ­ກິດອາ​ຊຽນ ເປັນ​ແຜ່ນ​ພາບ​ທີ່​ຮຸ່ງ­ເຮືອງ​ເຫຼືອງ​ເຫຼື້ອມ ແລະ ມີຊີ­ວິດ​ຊີ­ວາ​ທີ່​ສຸດ, ດ້ວຍ​ບັນດາ​ຜົນ­ງານ​ອັນ​ລະ­ອຽດແລະແທ້​ຈິງ. ເລີ່ມ​ແຕ່​ເປັນ​ອົງ​ການ­ຈັດ­ຕັ້ງ ທີ່​ມີ​ຄວາມ​ບຸ​ລິ​ມະ​ສິດ​ໃຫ້ແກ່​ຈຸດ­ໝາຍການເມືອງ, ບໍ່​ມີ​ການປຶກ­ສາ​ຫາ­ລື​ເຖິງ​ກາ​ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ(1), ມາ​ຮອດ​ປະ­ຈຸ​ປັນ​ນີ້, ອາ​ຊຽນໄດ້​ກາຍ­ເປັນ​ສາຍ​ເຊື່ອມ​ຕໍ່​ເສດ­ຖະ­ກິດ​ທີ່​ແຂງ­ແຮງ ຊຶ່ງ​ຂົງ­ເຂດ​ການ​ຄ້າ​ສິນຄ້າ​ໄດ້ມີລະ­ດັບ​​ເປີດ​ເສລີ​ສູງ​​, ເປັນ​ສູນ​ການ​ຄ້າ​ທີ່​ສຳ­ຄັນ​ໃນ​ແຜນທີ່​ເສດ­ຖະ­ກິດ​​ໂລກ, ບືນ​ຕົວ​ຂຶ້ນ​ເປັນ​ພື້ນ­ຖານ​ເສດ­ຖະ­ກິດ​ອັນ​ດັບ​ທີ 6 ໃນ​ໂລກ ແລະ ອັນ​ດັບ​ທີ 3 ຢູ່​ອາ­ຊີ, ດ້ວຍ​ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ 2.550 ຕື້​ໂດ​ລາ​ສະຫະລັດ ໃນ​ປີ 2016. ດ້ວຍ​ທ່ວງທ່າເຕີບ​ໂຕ​ໃນ​ປະຈຸ​ປັນ, ​ເຖິງ​ປີ 2050 ອາ​ຊຽນອາດຈະ​ກາຍ­ເປັນ​ພື້ນ­ຖານ​ເສດ­ຖະ­ກິດ​ໃຫຍ່​ອັນ​ດັບ​ທີ 4 ໃນ​ໂລກ.

ພາຍຫຼັງ 20 ປີແຫ່ງການເຂົ້າຮ່ວມອາຊຽນ, ລວມຍອດການສົ່ງອອກນຳເຂົ້າຂອງຫວຽດນາມ ກັບບັນດາປະເທດອາຊຽນ ເພີ່ມຂຶ້ນ 7 ເທື່ອ, ກວມເອົາ 11,8% ຂອງລວມຍອດມູນຄ່າສົ່ງອອກນຳເຂົ້າທັງໝົດ ຂອງຫວຽດນາມ. (ພາບ: TTXVN)

ຊຸກ­ຍູ້​ການ​ຮ່ວມ​ມື​ເສດ­ຖະ­ກິດອາ​ຊຽນ ດ້ວຍ​ຮູບ​ການ​ເຊື່ອມ​ຕໍ່​ສູງ ແລະ ຮອບ­ດ້ານ

ປີ 2017 ເປັນ​ຫຼັກ​ໝາຍ​ທີ່​ສຳ­ຄັນ​ໃນ​ຂະ​ບວນ​ວິ­ວັດແຫ່ງການ​ພັດ­ທະ­ນາ ​ຂອງ​ສະ­ມາ­ຄົມປະຊາ​ຊາດ​ແຫ່ງອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ (ອາ​ຊຽນ) ດ້ວຍ­ການ​ສະ­ເຫຼີມສະ­ຫຼອງ​ວັນ​ສ້າງ­ຕັ້ງ​ສະ­ມາ­ຄົມຄົບ­ຮອບ 50 ປີ. ນັບ​ຕັ້ງແຕ່​ ຖະ­ແຫຼງ­ການກຸ​ງ​ເທດ​ມະຫາ​ນະຄອນ ໄດ້​ຮັບ​ການ​ລົງ​ລາຍ​ເຊັນ​ຂອງ​​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ 5 ປະເທດອາ​ຊຽນ - ອີນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ສິງກະ­ໂປ, ໄທ, ຟີ​ລິບ​ປີນ ໃນ​ວັນ​ທີ 8 ສິງ­ຫາ 1967, ອາ​ຊຽນ​ໄດ້​ມີ​​ບາດ­ກ້າວ​ຫັນ​ປ່ຽນ​ທີ່​ໂດດ​ເດັ່ນ​ໃນ​ເວ­ລາ​ທີ່​ຜ່ານ​ມາ. ເລີ່ມ​ແຕ່​ເປັນ​ພາກ​ພື້ນ​ທີ່​ຖືກ​ແບ່ງ​ແຍກ​ ຍ້ອນ​ບັນ­ດາ​ທັດ­ສະ­ນະ​ດ້ານ​ການ­ເມືອງ​ທີ່​ແຕກ​ຕ່າງ​ກັນ, ອາ​ເຊ​ຽນໄດ້​ກາຍ­ເປັນ​ກຸ່ມ​ກ້ອນທີ່​ເປັນ​ເອ­ກະ​ພາບ, ສາ­ມັກ­ຄີ, ຕິດ​ພັນແລະມິດ­ຕະ­ພາບ ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທັງ 10 ປະ­ເທດ ​ໃນ​ພາກ​ພື້ນອາ­ຊີ​ຕາ­ເວັນ​ອອກ​ສຽງ​ໃຕ້. ​ເມື່ອ​ກ່ອນ ​ບັນ­ດາ​ປະ­ເທດອາ​ຊຽນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ­ທຸກ​ຍາກ, ມາ​ຮອດ​ປະ­ຈຸ​ປັນ ອາ​ຊຽນໄດ້​ກາຍ­ເປັນ​ປະຊາ­ຄົມ​ທີ່​ຈະ­ເລີນ​ຮຸ່ງ­ເຮືອງ ​ໃນ​ນັ້ນຫຼາຍ​ປະ­ເທດ​ສະ­ມາ­ຊິກ​ໄດ້ມີ​ການ​ພັດ­ທະ­ນາ​ຢ່າງ​ໄວ ເໝືອນ​ດັ່ງ “ມັງກອນ”, “ເສືອ” ທາງ​ດ້ານເສດຖະ​ກິດ​ຂອງ​ພາກ​ພື້ນ.

​ໂດຍເປັນ​ໜຶ່ງ​ໃນ​ສາມ​ເສົາ­ຄ້ຳ​ຂອງປະຊາ­ຄົມອາ​ຊຽນ, ປະ­ຊາ­ຄົມ​ເສດ­ຖະ­ກິດອາ​ຊຽນ (AEC) ໄດ້​ຮັບ​ການສ້າງ­ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31 ທັນ­ວາ 2015, ໄດ້​ສະ­ແດງ​ເຖິງ​ຄວາມ​ຕັດ­ສິນ​ໃຈ​ດ້ານ​ການ­ເມືອງ ແລະ ຄວາມ​ມາ­ນະ​ພະ­ຍາ­ຍາມ​ສູງ​ສຸດ ຂອງ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ທັງ​ໝົດ ​ໃນ​ການ​ຊຸກ­ຍູ້​ການ​ຮ່ວມ​ມື​ເສດຖະ­ກິດອາ​ຊຽນ ດ້ວຍ​ບັນ­ດາ​ຮູບ​ການ​ເຊື່ອມ​ຕໍ່​ສູງແລະຮອບ­ດ້ານ, ເປັນ​ຈຸດ​ເຕົ້າ­ໂຮມ​ບັນ­ດາ​ນະ­ໂຍ­ບາຍ​ທີ່ດີເດັ່ນ ແລະ ​ສະ­ຫງຽມ​ຄ່ຽມ­ຄົມ, ບັນ­ດາ​ຂໍ້​ກຳ­ນົດ​ທີ່​ສະ­ດວກ​ທີ່​ສຸດ​ໃຫ້­ການ​ຜະ­ລິດ, ທຸ­ລະ​ກິດ​ໃນ​ພາກ​ພື້ນ. ປະຊາ­ຄົມ​ເສດ­ຖະ­ກິດອາ​ຊຽນ ໄດ້​ວາງ​ເປົ້າ​ໝາຍ​ຈະ​ພາ­ໃຫ້ອາ​ຊຽນກາຍ­ເປັນ​ຕະ­ຫຼາດ ແລະ ພື້ນ­ຖານ​ຜະ­ລິດ​ແຫ່ງ​ໜຶ່ງ​ທີ່​ມີ​ຄວາມ​ເປັນ​ເອ­ກະ​ພາບ ມີ​ຄວາມ​ສາມາດແຂ່ງ­ຂັນ​ສູງ, ພັດ­ທະ­ນາ​ຢ່າງ​ສົມ​ດູນ ແລະ ເຊື່ອມ​ໂຍງ​ຮອບດ້ານ​ເຂົ້າກັບພື້ນ­ຖານ​ເສດ­ຖະ­ກິດໂລກ.

ບັນ­ດາ​ຜົນ­ງານ​ອັນ​ລະ­ອຽດ​​ ໃນການ​ຜັນ​ຂະ­ຫຍາຍ​ການກໍ່­ສ້າງປະຊາ­ຄົມ​ເສດ­ຖະ­ກິດອາ​ຊຽນ ມີ​ດັ່ງ​ນີ້:

1- ​ເປັນຕະ­ຫຼາດ​ຮ່ວມ​ກັນ ແລະ ພື້ນ­ຖານ​ຜະ­ລິດ​ທີ່​ເປັນ​ເອ­ກະ​ພາບ

ອາ​ຊຽນ​ຊຸກ­ຍູ້​ການ​ກໍ່­ສ້າງ​ຕະ­ຫຼາດ​ຮ່ວມ​ກັນ​ ໂດຍ​ຜ່ານ​ການ​ເຄື່ອນ​ຍ້າຍ​ແບບ​ເສລີ​ຂອງ​ສິນ­ຄ້າ, ການ​ບໍລິການ, ການ​ລົງ­ທຶນ, ທຶນ ແລະ ແຮງ​ງານ​ວິ­ຊາ​ອາ­ຊີບ.

- ກ່ຽວ​ກັບ​ການ​ເຫັນ​ເປັນ​ການ​ຄ້າ​ສິນ­ຄ້າ​ເສລີ, ບົນ​ພື້ນ­ຖານສັນ­ຍາ​ວ່າ​ດ້ວຍ​ການ​ຄ້າ​ສິນ­ຄ້າອາ​ຊຽນ (ATIGA) ຮອດ​ທ້າຍ​ປີ 2016 ອາ​ຊຽນໄດ້​ລົບ​ລ້າງ​ພາ­ສີ​ນຳ​ເຂົ້າ​ຕໍ່​ກັບ 96,01% ຂອງ​ຈຳ­ນວນລາຍການພາ­ສີ​ທັງ​ໝົດ (ອັດ­ຕາ​ສ່ວນ​ການ​ລົບ​ລ້າງ​ພາ­ສີ​ນຳ​ເຂົ້າ­ຂອງ​ບັນ­ດາ​ປະ­ເທດອາ​ຊຽນ-6, ລວມ​ມີ  ບຣູ​ໄນ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ສິງ­ກະ­ໂປ, ໄທ ແລະ ຟີ​ລິບ​ປີນ ​ແມ່ນ 99,2%; ຂອງ​ບັນ­ດາ​ປະ­ເທດຫວຽດ­ນາມ, ລາວ, ມຽນ​ມາ, ແລະ  ກຳ­ປູ­ເຈຍ (CLMV) ​ແມ່ນ 90,9%). ຕາມ​ແຜນ­ການ​ເຖິງ​ປີ 2018, ອັດ­ຕາ​ສ່ວມ​ການ​ລົບ​ລ້າງ​ພາ­ສີ​ນຳ​ເຂົ້າ­ຂອງ​ບັນ­ດາ​ປະ­ເທດອາ​ຊຽນ-6, CLMV ແລະ ອັດ­ຕາ​ສ່ວນ​ຕາມ​ສະ­ເລ່ຍຂອງອາ​ຊຽນ ຈະ​ບັນ­ລຸ​​ຕາມ​ລຳ­ດັບ 99,2%, 97,81% ແລະ 98,67%. 

- ກ່ຽວ​ກັບ​ການ​ຄ້າ-ການ​ບໍ­ລິ­ການ​ເສລີ, ໃນ​ຂອບ​ເຂດ​ຂອງສັນ­ຍາ​ຂອບ ​ກ່ຽວ​ກັບການ​ບໍ­ລິ­ການອາ​ຊຽນ (AFAS), ອາ​ຊຽນ​ມີ 9 ​ໃນ 10 ຊອງ​ຄຳ​ໝັ້ນ​ສັນ­ຍາ ກ່ຽວ​ກັບ​ການ​ຄ້າ-ການ​ບໍ­ລິ­ການ​ລວມ, 7 ຊອງຄຳ​ໝັ້ນ​ສັນ­ຍາ​ກ່ຽວ​ກັບ​ການ​ເງິນ, 9 ຊອງ​ຄຳ​ໝັ້ນ​ສັນ­ຍາກ່ຽວ​ກັບ​ການ​ບໍ­ລິ­ການ​ຂົນ­ສົ່ງ​ທາງ​ອາ­ກາດ ທີ່​ມີຂອບ​ເຂດ​ກວ້​າງ​ຂວາງ​ກວ່າ ແລະ ມີລະ­ດັບເລິກ​ເຊິ່ງ​ກວ່າ ທຽບ​ກັບ​ບັນ­ດາ​ຄຳ​ໝັ້ນ​ສັນ­ຍາ​ໃນ​ຂອບ​ເຂດ​ຂອງ​ອົງການ​ການ​ຄ້າ​ໂລກ (WTO).

- ກ່ຽວ​ກັບ​ເສລີ​​ພາບໃນ​ການໝູ­ນວຽນກະ​ແສ​ການ​ລົງ­ທຶນ, ບັນ­ດາ​ສະ­ມາ­ຊິກອາ​ຊຽນ ໄດ້​​ພະ­ຍາ­ຍາມ​ລົບ​ລ້າງ​ເທື່ອ​ບະ​ກ້າວ ​ບັນ­ດາ​ມາດ​ຕະ­ການ​ທີ່​ຮັກ­ສາ​ໃນ​ສັນ­ຍາ​ວ່າ​ດ້ວຍ​ການ​ລົງ­ທຶນ​ຮອບ­ດ້ານ ອາ​ຊຽນ (ACIA) ທີ່​ໄດ້​ລົງ​ນາມ​​ໃນ​ປີ 2009, ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ກໍ່­ສ້າງ​ສະ­ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ­ທຶນ​ທີ່​​ໜ້າ​ສົນໃຈ​ ດ້ວຍ​ບັນດາ​ມາດ​ຕະ­ການ, ຄວາມ​ຄິດ​ລິ​ເລີ່ມ, ​ການ​ຊຸກ­ຍູ້, ຄ້ຳ­ປະ­ກັນ ແລະ ອຳນວຍ​ຄວາມ​ສະ­ດວກ​ແກ່​ການ​ລົງທຶນ.

- ກ່ຽວ​ກັບ​ການ​​ເປີດເສລີ​ກວ່າ​ອີກ​ໃຫ້​ແກ່​ການໝູ­ນວຽນ​ກະ­ແສ​ທຶນ​, ບັນ­ດາ​ສະ­ມາ­ຊິກ​ຂອງອາ​ຊຽນ ໄດ້​ສຳ­ເລັດ​ການ​ກໍ່ສ້າງ​ຂອບອາ​ຊຽນ ກ່ຽວ​ກັັບ​ການ​ເຊື່ອມ​ໂຍງ​ທະ­ນາ­ຄານ ດ້ວຍ​ບັນ­ດາ​ມາດ​ຕະ­ການ​ທີ່​ມີ​ຄວາມ​ກົມກຽວ​​ໃນຂໍ້​ກຳ­ນົດແລະມາດ­ຕະ­ຖານທະ­ນາ­ຄານ, ເພີ່ມ​ທະ­ວີ​ການ​ເຊື່ອມ​ຕໍ່​ບັນ­ດາ​ຕະ­ຫຼາດ​ຫຼັກ​ຊັບ​​ໃນພາກ​ພື້ນ ແລະ ​ນອກ​ພາກ​ພື້ນ.

- ກ່ຽວ​ກັບ​​ເສລີພາບ​ໃນ​ການ​ເຄື່ອນ​ຍ້າຍ​ຂອງແຮງ​ງານ​ທີ່​ມີ​ທັກ​ສະ, ອາ​ຊຽນໄດ້​ລົງ​ນາມ​​ໃນ​ບັບ​ດາ​ຂໍ້​ຕົກລົງ​ຮັບ­ຮອງຊຶ່ງ​ກັນ​ແລະ​ກັນ ​ກ່ຽວ​ກັບ​ປະລິນຍາ ແລະ ຖາ­ນະ​ປະ­ຕິ­ບັດ​ອາຊີບ ­ສຳ­ລັບ 8 ຂະ­ແໜງ­ການ​ບໍລິການ (ການ​ພະ­ຍາ­ບານ, ​ການ​ແພດ, ທັນ​ຕະ​ແພດ, ການ​ບັນ­ຊີ, ວິ­ສະ­ວະ­ກອນ, ສະຖາປັດຕະຍະ, ການ​ສຳ​ຫຼວດ ແລະ ການ­ທ່ອງ­ທ່ຽວ), ໂດຍ​ຜ່ານ​ຂອບ​ອ້າງ​ອີງ​ລະ­ດັບ​ຄວາມ​ຮູ້ອາ​ຊຽນ (AQRF) ແລະ ປະຕິບັດຕາມ​ສັນ­ຍາອາ​ຊຽນ ວ່າ​ດ້ວຍ​ການ​ເຄື່ອນ​ຍ້າຍ​ບຸກຄະລາ​ກອນ (MNP) ແນ­ໃສ່​ສ້າງ​ກົນ​ໄກ​ທີ່​ມີ​ປະ​ສິດທິ​ຜົນ, ມຸ່ງ​ໄປສູ່​ການ​​ເຄື່ອນ​ຍ້າຍ​​ໂດຍ​ເສລີຂອງ​ແຮງ​ງານ​ທີ່​ມີ​ວິ­ຊາ​ອາ­ຊີບ​ພາຍ​ໃນອາຊຽນ.

2- ​ເປັນພາກ​ພື້ນ​ເສດ­ຖະ­ກິດທີ່​ມີ​ຄວາມ​ສາ­ມາດ​ແຂ່ງ­ຂັນ​ສູງ

ເພື່ອຮັບ​ເອົາ​ຜົນ​ປະ­ໂຫຍດ​ຫຼາຍ​ສຸດ ຈາກ​ໂອ­ກາດ​​ແຫ່ງ​ການ​ເຊື່ອມ​ຕໍ່​ດ້ານ​ການ​ຄ້າ ການ​ລົງ­ທຶນ, ບັນດາ​ປະ­ເທດອາ​ຊຽນໄດ້ແລະກຳ­ລັງ​ຜັນ​ຂະ­ຫຍາຍ​ຢ່າງ​ຕັ້ງ­ໜ້າ​ ບັນ­ດາ​ນະ­ໂຍ­ບາຍແລະມາດ​ຕະການ ​ເພື່ອ​ເຮັດ​ໃຫ້ອາ​ຊຽນ​ກາຍ­ເປັນ​ພາກ​ພື້ນ​ເສດ­ຖະ­ກິດ​​ທີ່​ມີ​ຄວາມ​ສາ­ມາດ​ແຂ່ງ­ຂັນ​ສູງ ​ບົນ​ພື້ນຖານ​ກໍ່­ສ້າງ​ນະ­ໂຍ­ບາຍ​ການ​ແຂ່ງ­ຂັນ, ປົກ​ປ້ອງຜູ້​ບໍລິ​ໂພ​ກ, ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ​ອອນ​ໄລ, ພັດ­ທະ­ນາ​ໂຄງ​ສ້າງ​ພື້ນຖານ​, ປະ­ຕິ­ບັດ​ການ​ປົກ​ປ້ອງ​ສິດ​ທິຊັບ​ສິນ​ທາງ​ປັນ​ຍາ, ໝູນ​ໃຊ້​ການ​ຜະ­ລິດ​ພາ​ບຕົວ​ຈິງ​ທີ່​ດີ​ທີ່​ສຸດ ແລະ ມາດ­ຕະ­ຖານ​ສາ­ກົນ.

3- ອາ​ຊຽນ​​ມີ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຢ່າງ​ສະ​ໝ່ຳສະ​ເໝີ​ກັນ

ໂດຍ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ບຸລິ​ມະ​ສິດ​ໃນ​ການ​ຊ່ວຍ­ເຫຼືອ​ພັດ­ທະ­ນາ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ​ທີ່​ສຸດ, ວິ​ສາ​ຫະກິດຂະໜາດ​ນ້ອຍແລະຂະ­ໜາດ​ກາງ (MSMEs), ອາ​ຊຽນໄດ້​ກໍ່­ສ້າງ​ບັນ­ດາ​ແຜນ­ງານ​ຍຸດ​ທະ​ສາດ​ພັດ­ທະ­ນາ​MSMEs ໃຫ້​ແຕ່​ລະ​ໄລ­ຍະ; ຜັນ​ຂະ­ຫຍາຍ​ວຽກ​ງານ​ຫລຸດຜ່ອນ​ຊ່ອງ​ວ່າງການ​ພັດ­ທະ­ນາ ​ໂດຍ​ຜ່ານ​ຂໍ້­ຄວາມ​ຄິດ​ລິ​ເລີ່ມ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງອາ​ຊຽນ (IAI) ດ້ວຍ​ເປົ້າ​ໝາຍ​ຊຸກ­ຍູ້​ການ​ເຊື່ອມ​ຕໍ່​ເສດ­ຖະ­ກິດອາ​ຊຽນ ​ໃນ​ນັ້ນ​ບັນ­ດາ​ປະ­ເທດອາ​ຊຽນ-6 ຊ່ວຍ​ເຫຼືອ​ບັັ​ດາ​ປະ­ເທດ CLMV ເຊື່ອມ​ໂຍງ​ພາກ​ພື້ນ ແລະ ຫລຸດຜ່ອນ​ຊ່ອງ​ວ່າງ​ການ​ພັດ­ທະ­ນາ, ມຸ່ງ​​ໄປສູ່​ອາ​ຊຽນທີ່​ເປັນ​ເອ­ກະ​ພາບແລະພັດ­ທະ­ນາ​ຢ່າງສະ​ໝ່ຳສະ​ເໝີ​ກັນ (​ເຖິງ​ວັນ​ນີ້ ​ມີ 2 ແຜນ­ການ​ປະຕິບັດງານ IAI ໄດ້​ຮັບ​ການຜັນ​ຂະ​ຫ​ຍາຍ ດ້ວຍ 615 ໂຄງການ ມີ​ມຸນ​ຄ່າ​ທັງ​ໝົດ​ 103,1 ລ້ານ​ໂດ​ລາ​ສະ­ຫະ­ລັດ, ແຜນ­ການ​ປະຕິບັດ​ງານ​ໄລ­ຍະ​ທີ III ກໍ່​ໄດ້ຖືກ​ຮັບຮອງ​ໃນ​ກອງ​ປະ­ຊຸມສຸດ​ຍອດອາ​ຊຽນ​ຄັ້ງ​ທີ 29).

4- ເຊື່ອມ​ໂຍງ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ກັບ​ເສດ­ຖະ­ກິດ​​ໂລກ

​ຄຽງ​ຄູ່​ກັບ​ການ​ຕັ້ງ­ໜ້າ​ເຊື່ອມ​ຕໍ່​ພາຍ​ໃນ, ບັນ­ດາ​ປະ​ເທດສະ­ມາ­ຊິກອາ​ຊຽນ ສືບ​ຕໍ່​ກໍ່­ສ້າງອາ​ຊຽນ​ໃຫ້​ມີ​ການເປີດ​ປະ­ຕູ, ເຊື່ອມ​ໂຍງ​ເຂົ້າກັບ​ເສດ­ຖະ­ກິດ​ໂລກ​ ໂດຍ​ຜ່ານ​ການ​ປະ­ຕິ­ບັດແລະຍົກ​ລະ­ດັບສັນ­ຍາການ​ຄ້າ​ເສລີ 5 ສະບັບ ແລະ ​ເຊັນສັນຍາການ​ຄ້າ​ເສລີກັບ 6 ປະ​ເທດຄູ່​ຮ່ວມ​ມື​ຄື ຈີນ, ຍີ່­ປຸ່ນ, ສ.ເກົາ­ຫຼີ, ອີນ​ເດຍ, ອົດ​ສ​ະຕາ​ລີ ແລະ ນູ​ແວນ​ເຊ​ລັງ; ຜັນ​ຂະ­ຫຍາຍ​ການ​ເຈລະ­ຈາສັນຍາ​ການ​ຄ້າ​ເສລີ ອາ​ຊຽນ-ຮ່ອງ​ກົງ (ໄດ້​ສິ້ນ​ສຸດ​ການ​ເຈລະ­ຈາ​ໃນ​ທ້າຍ​ເດືອນກໍ­ລະ­ກົດ 2017) ແລະ ສັນ­ຍາວ່າ​ດ້ວຍ​ຄູ່​ຮ່ວມ​ມື​ເສດ­ຖະ­ກິດ​ຮອບ­ດ້ານ​ພາກ​ພື້ນ (RCEP) ກັບ 6 ຄູ່​ຮ່ວມ​ມື​ດັ່ງ­ກ່າວ. ດ້ວຍ​ຄຳ​ໝັ້ນ​ສັນ­ຍາ​​ກ່ຽວ​ກັບການ​ເປີດ​ເສລີ​ທາງ​ພາ­ສີ, ການ​ປົກ​ປ້ອງ​ການ​ລົງ­ທຶນ​ຕ່າງ­ປະ­ເທດ, ການປະ­ຕິ­ບັດ​ສິດ​ທິຊັບ​ສິນ​ທາງ​ບັນ​ຍາ, ບັນ­ດາສັນ­ຍາ​ການ​ຄ້າ​ເສລີ​ເຫຼົ່າ​​ນີ້​ຈະ​ຊ່ວຍ​ໃຫ້ ອາ​ຊຽນ ຍູ້​ແຮງ​ການ​ເປີດ​ປະຕູ​ອອກ​ສູ່ໂລກ, ເປີດ​ກວ້າງ​ຕະ­ຫຼາດ​ສົ່ງ​ອອກ, ຈັດ​ແບ່ງຄືນ​ໃໝ່​ແຫຼ່ງ​ພະ­ລັງ​ຕາມ​ທິດ​ທີ່​ມີ​ປະ​ສິດ­ທິ​ຜົນຕື່ມ​ອີກ​, ຍົກ​ສູ​ງ​ຄວາມສາມາດ​ແຂ່ງ­ຂັນ, ພ້ອມ​ທັງ​ເຮັດ​ໃຫ້​ສະ­ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ­ທຶນຢູ່ອາ​ຊຽນ ​​ມີ​​ແຮງ​ດຶງ​ດູດຫຼາຍ​ຂຶ້ນ​ເລື້ອຍໆ, ​ຊຸກ­ຍູ້​ໃຫ້​ບັນ­ດາ​ວິ​ສາ​ຫະ​ກິດ​ໃນອາ​ຊຽນ ເຂົ້າ​ຮ່ວມ​ເລິກ­ເຊິ່ງ​ເຂົ້າ​ໃນ​ພວງ​ພະ­ນັງ​ມູນ​ຄ່າ​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ.

ການ​ພົວ­ພັນ​ຮ່ວມ​ມື​ເສດ­ຖະ­ກິດ​ກັບ​ບັນ­ດາ​ຄູ່​ຮ່ວມ​ມື​ທີ່​ສຳ­ຄັນ​ອື່ນໆ​ຄື ອາ​ເມ​ຣີ​ກາ, ເອີ​ຣົບ, ກາ​ນາ​ດາ, ລັດ­ເຊຍ ກໍ່​ໄດ້ອາ​ຊຽນຜັນ​ຂະ­ຫຍາຍ​ຢ່າງ​ຕັ້ງ­ໜ້າ ​ໂດຍ​ຜ່ານ​ບັນ­ດາ​ຂໍ້​ລິ​ເລີ່ມ, ບັນ­ດາ​ໂຄງ­ການ​ປະ­ຕິ­ບັດງານ​ອັນ​ລະອຽດ, ລວມສູນເຂົ້າ​ໃນ​ບັນ­ດາ​ເນື້ອ​ໃນ​ເຊິ່ງ​ຝ່າຍ​ຕ່າງໆ​ມີ​ຄວາມ​ເອົາ­ໃຈ­ໃສ່​ຮ່ວມ​ກັນ​ຄື ເສດ­ຖະ­ກິດ​ການ​ຄ້າ, ການ​ລົງ­ທຶນ​ສາ­ກົນ, ​ພັດ­ທະ­ນາ​ຄວາມ​ສາ­ມາດ.

​ການ​ປະ­ກອບ­ສ່ວນ​ຂອງຫວຽດ­ນາມ ໃນ​ການ​ຊຸກ­ຍູ້​ການ​ເຊື່ອມ​ຕໍ່​ເສດ­ຖະ­ກິດອາ​ຊຽນ

ຫວຽດ­ນາມໄດ້​ກາຍ­ເປັນ​ສະ­ມາ­ຊິກທີ່ 7 ຂອງອາ​ຊຽນ ໃນ​ວັນ​ທີ 28 ກໍ­ລະ­ກົດ 1995. ພາບ​ຫຼັງ 22 ປີທີ່​ໄດ້​ເຂົ້າ​ຮ່ວມອາ​ຊຽນ, ຈາກ​ຄວາມສັບສົນ​ຍ້ອນບໍ່​ຊິນ​ເຄີຍ​ໃນ​ເບື້ອງ​ຕົ້ນ, ຫວຽດ­ນາມໄດ້​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ເລິກ­ເຊິ່ງ​ກວ້າງ­ຂວາງ, ຮອບ­ດ້ານ ​ເຂົ້າ​ໃນ​ບັນ­ດາ​ຂົງ­ເຂດ​ຮ່ວມ​ມື​ທັງ​ໝົດຂອງ​ອາ​ຊຽນ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ເສດ­ຖະ­ກິດ, ຕາມ​ທິດ​ນຳ “ເປັນ​ເຈົ້າ​ການ, ຕັ້ງ­ໜ້າ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ”, ພ້ອມກັນ​ນັ້ນ​ກໍ່​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ທີ່​ສຸດ​ເຂົ້າ​ໃນ​ການ​ເຕີບ​ໃຫຍ່​ເຂັ້ມ­ແຂງ​ທາງ​ດ້ານ​ການ​ຮ່ວມ​ມື​ເສດ­ຖະ­ກິດຂອງອາ​ຊຽນ ໃນ​ເວ­ລາ​ທີ່​ຜ່ານ​ມາ.

ອາ​ຊຽນເປັນ​ກຳ­ລັງ​ໜູນທີ່​ສຳ­ຄັນ ​ຊ່ວຍ​ໃຫ້ຫວຽດ­ນາມຮັກ­ສາ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ເສດ­ຖະ­ກິດ​ຢ່າງໝັ້ນ​ທ່ຽງ​ໃນ​ເວ­ລາ​ທີ່​ຜ່ານ​ມາ​ ຊຶ່ງ​ເປັນ​ຄູ່​ຮ່ວມ​ມືດ້ານການ​ຄ້າ​ອັນ​ດັບ 2 ຂອງຫວຽດ­ນາມ (ຖັດຈາກ​ປະເທດ ຈີນ), ການ​ແລກປ່ຽນ​ການ​ຄ້າ​ເພີ່ມ​ຂຶ້ນ​​ສະ­ເລ່ຍ 14,5% ຕໍ່​ປີ ໃນ​ທົດ​ຕະ​ວັດ​ທີ່​ຜ່ານ​ມາ. ຕາມ​ຕົວ​ເລກ​ສະ​ຖີ​ຕິ​ຂອງ​ກົມ​ໃຫຍ່​ພາ­ສີ, ລວມ​ຍອດ​ມູນ​ຄ່າ​ສົ່ງ​ອອກນຳ​ເຂົ້າ​ທັງ​ໝົດຂອງ​ຫວຽດ­ນາມ - ອາ​ຊຽນ ໄດ້​ເພີ່ມ​ຂຶ້ນ​ 7 ເທື່ອ ພາຍ­ຫຼັງ 22 ປີ​ແຫ່ງ​ການເປັນ​ສະ­ມາ­ຊິກ​ຂອງ​ອາ​ຊຽນ, ແຕ່​ປະ­ມານ 5,8 ຕື້​ໂດ​ລາ​ສະ­ຫະ­ລັດໃນ​ປີ 1996 ຂຶ້ນ​ເປັນ 41,49 ຕື້​ໂດ​ລາ​ສະ­ຫະ­ລັດໃນ​ປີ 2016, ກວມ​ເອົາ 11,8% ຂອງລວມ​ຍອດ​ມູນ​ຄ່າ​ສົ່ງ​ອອກນຳ​ເຂົ້າ​ທັງ​ໝົດ​ຂອງ​ຫວຽດນາມ. ໃນ​ນັ້ນ, ການ​ສົ່ງ​ອອກຂອງຫວຽດ­ນາມ ໄປຍັງບັນ­ດາ​ປະ­ເທດອາ​ຊຽນ ໃນ​ປີ 2016 ບັນລຸເກືອບ 17,45 ຕື້ໂດ​ລາ​ສະ­ຫະ­ລັດ, ເພີ່ມ​ຂຶ້ນ 6,8 ເທື່ອທຽບ​ກັບ​ປີ 1996​ ຄິດ​ສະ­ເລ່ຍ 10% ຕໍ່​ປີ. ການ​ນຳ​ເຂົ້າ​ຈາກປະ​ເທດອາຊຽນ ມາ​ຍັງຫວຽດ­ນາມ ໃນ​ປີ 2016 ບັນ­ລຸ​ 24,04 ຕື້​ໂດ​ລາ​ສະ­ຫະ­ລັດ, ເພີ່ມ​ຂຶ້ນ​ 7,2 ເທື່ອ​. ຄຽງ​ຂ້າງ​ນັ້ນ, ດ້ວຍບັນ­ດາ​ສັນ­ຍາ​ການ​ຄ້າ​ເສລີທີ່​ໄດ້​ລົງ​ນາມ​ໃນ​ຂອບ​ອາ​ຊຽນ, ຄ່າ​​ແຮງ​ງານ​ທີ່​ມີ​ຄວາມ​ແຂ່ງ­ຂັນ ແລະ ທີ່​ຕັ້ງ​ພູມ​ສາດ​ສະ­ດວກດີ, ຫວຽດ­ນາມກໍ່​​ເປັນຕະຫຼາດ​​ທຸ­ລະ​ກິດທີ່​ຈັບ​ໃຈ ​ສະດວກດີ​ສຳລັບ​ບັນດາວິ​ສາ​ຫະກິດ​ອາ​ຊຽນ. ການ​ລົງ­ທຶນ​ຈາກ​ບັນ­ດາ​ປະ­ເທດອາ​ຊຽນ ເຂົ້າຫວຽດ­ນາມ ໃນ​ປີ 2016 ໄດ້​ກວມ​ເອົາ 45% ຂອງ​ແຫຼ່ງ​ທຶນ​ທັງ​ໝົດ​ທີ່​ລົງ­ທຶນ​ໂດຍ​ກົງ​ຈາກ​ຕ່າງ­ປະ­ເທດເຂົ້າຫວຽດ­ນາມ ຊຶ່ງ​ເພີ່ມ​ຂຶ້ນ​ປະ­ມານ 2,5 ເທື່ອ​ທຽບ​ກັບ​ປີ 2015.

ຫວຽດ­ນາມ​ໄດ້​ຕັ້ງໜ້າພະຍາ​ຍາມ​ເຂົ້າ​ຮ່ວມ​ໃນ​ຂະ​ບວນ​ວິ­ວັດ​ການ​ວາງ​ທິດ​ທາງການ​ພັດ­ທະ­ນາ ແລະ ສ້າງນະໂຍ­ບາຍໃຫຍ່ທີ່​ສຳຄັນ ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ­ຖະ­ກິດອາ​ຊຽນ ແລະ ບັນ­ດາຂໍ້​ລິ​ເລີ່ມ​ອັນ​ລະ­ອຽດ​ໃນ​ການ​ຮ່ວມ​ມື​ເສດ­ຖະ­ກິດອາ​ຊຽນ, ຄື ວິ­ໄສ​ທັດອາ​ຊຽນ 2020 ແລະ ແຜນ­ການ​ຜັນ​ຂະ­ຫຍາຍປະ­ຊາ​ຄົມ​ເສດຖະກິດອາ​ຊຽນ (AEC), ລຳ­ດັບ​ດຳ­ເນີນ​ການ​ກໍ່­ສ້າງ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ (2009-2015), ວິ­ໄສ​ທັດ​ປະ­ຊາ​ຄົມອາ​ຊຽນ 2025 ແລະ ແຜນ­ການ​ສັງ​ລວມປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ (AEC), ແຜນ­ການ​ປະຕິ­ບັດ​ຍຸດ​ທະ​ສາດ​ໃນ​ບັນ­ດາ​ຂົງ­ເຂດ​ວິ­ຊາ​ສະ­ເພາະ ​ແນ­ໃສ່​ປະ­ຕິ­ບັດ​ແຜນ­ການ​ໂດຍ​ລວມ​ກ່ຽວ​ກັບ​ການ​ກໍ່­ສ້າງ ປະ­ຊາ​ຄົມ​ເສດ­ຖະ­ກິດອາ​ຊຽນ 2025, ບັນ­ດາ​ແຜນ­ການ​ໂດຍ​ລວມ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່ອາ​ຊຽນ ແລະ ບັນ­ດາ​ແຜນ­​ງານ​ຄວາມ​ຄິດ​ລິ​ເລີ່ມ​ເຊື່ອມ​ໂຍງອາ​ຊຽນ.

ຫວຽດນາມເປັນ​ປະ­ເທດ​ທີ່​ມີ​ປະຊາກອນ​ຫຼາຍ​ເປັນ​ອັນ​ດັບ​ທີ 3 ແລະ ມີ​ເນື້ອ­ທີ່​ໃຫຍ່​​ເປັນອັນ​ດັບ​ທີ 4 ໃນອາ​ຊຽນ, ມີ​ທີ່​ຕັ້ງ​ພູ­ມສາດ-ເສດ­ຖະ­ກິດ​ທີ່​ສຳ­ຄັນ, ເປັນ​ຮູບ​ແບບ​​ການ​ພັດ­ທະ­ນາ​ເສດ­ຖະ­ກິດທີ່​ໝັ້ນ­ຄົງແລະຍືນ​ຍົງ​ໃນ​ພາກ​ພື້ນ, ຫວຽດ­ນາມໄດ້​ເສີມ​ຂະ­ຫຍາຍ​ບົດ­ບາດ​ຂອງ​ຕົນ​ໃນອາ​ຊຽນ ປະກອບສ່ວນ​ຊຸກ­ຍູ້​ການຮ່ວມ​ມືທາງ​ເສດ­ຖະ­ກິດ​​ໃນ​ອາຊຽນ​ແລະ​ລະຫວ່າງ​ອາ​ຊຽນກັບ​ຕ່າງປະ​ເທດ ແລະ ບັດ​ລຸ​​ຜົນສຳ​ເລັດ​ທີ່​ສຳຄັນ. ຫວຽດນາມ​ຢູ່​ໃນກຸ່ມ​ປະ­ເທດ​ທີ່​ມີ​ອັດ­ຕາ​ການດຳ​ເນີນ​ງານ​ທີ່​ສູງ​ສຸດ ​ໃນ​ຂະ​ບວນ​ວິ­ວັດ​ການ​ປະ­ຕິ​ບັດ​ແຜນ­ການ​ໂດຍ​ລວມຂອງ​ປະ­ຊາ​ຄົມ​ເສດ­ຖະ­ກິດອາ​ຊຽນ 2015 (2). ​​ໃນ​ຖານະ​ຜູ້​ປະ­ສານ​ງານ​ການ​ຮ່ວມ​ມື​ທາງເສດ­ຖະ­ກິດ ອາ​ຊຽນ-ເອ​ຣົບ, ຫວຽດ­ນາມໄດ້​ມີ​ສ່ວນຮ່ວມ​ທີ່​ສຳຄັນ ​ໃນ​ການ​ຊຸກຍູ້​ການ​ພົວ​ພັັນ​ເສດ­ຖະ­ກິດ-ການ​ຄ້າ​ສອງ​ຝ່າຍ, ຊຸກ­ຍູ້​ການ​ເຈລະ­ຈາສັນ­ຍາ​ການ​ຄ້າ​ເສລີ ອາ​ຊຽນ-ເອ​ຣົບ. ຫວຽດ­ນາມຍັງໄດ້​ຮັບ​ການຍອມຮັບຈາກ​ບັນດາ​ປະ​ເທດ​ວ່າ ​ເປັນ​ປະທານ​ຂອງ​ຄະນະ​ປະ​ຕິ​ບັດ​ງານຫຼາຍ​ກຸ່ມ​ພາຍ​ໃນອາ​ຊຽນ ແລະ ການ​ຮ່ວມ​ມື​ລະ­ຫວ່າງອາ​ຊຽນ ກັບ​ບັນ­ດາ​ຄູ່​ຮ່ວມ​ມື​ພາຍ​ນອກ. ​

ຖາ­ນະ​ບົດ­ບາດ​ຂອງຫວຽດ­ນາມ ກໍ່​ໄດ້​ຮັບ­ການ​ຍອມຮັບແລະຕີ​ລາ­ຄາ​ສູງ ​ໃນ​ການ​ນຳພາ​ສະມາ​ຊິກ​ໃໝ່​ຂອງອາ​ຊຽນ ໃນ​ການ​ຫລຸດຜ່ອນ​ຊ່ອງ​ວ່າງ​ການ​ພັດ­ທະ­ນາ ແລະ ຮັບ­ປະ­ກັນ​ໃຫ້​ບັນ­ດາ​ປະ­ເທດ​ນີ້​ໄດ້​ຮັບຄວາມ​​ເອື້ອ​ອຳນວຍຊ່ວຍ­ເຫຼືອ ​ຈາກ​ບັດ​າ​ປະ­ເທດອາ​ຊຽນ-6 ແລະ ຄູ່​ຮ່ວມ​ມື​ອື່ນ ໃນ​ຂະ​ບວນ​ວິ­ວັດ​ການ​ເຂົ້າ​ຮ່ວມ​ການ​ເຊື່ອມ​ຕໍ່​ເສດ­ຖະ­ກິດອາ​ຊຽນໃນ​ເວ­ລາ​ທີ່​ຜ່ານ​ມາ. ຫວຽດ­ນາມກໍ່​ໄດ້​ເປັນ​ເຈົ້າ​ການ​ສະ­ເໜີ​ແນະ ແລະ ຊຸກ­ຍູ້​ບັນ­ດາ​ປະ­ເທດອາ​ຊຽນ ໂດຍ​ຜ່ານຖະ­ແຫຼງ­ການຮ່າ​ໂນ້ຍ ກ່ຽວ​ກັບ​ການຫລຸດຜ່ອນ​ຊ່ອງ​ວ່າງ​ການ​ພັດ­ທະ­ນາ (ປີ 2010) ເພື່ອ​ວາງ​​ທິດ​ທາງ​ການຜັນ​ຂະ​ຫຍ​າຍ​ຂໍ້​ລິ​ເລີ່ມ​ເຊື່ອມ​ໂຍງອາ​ຊຽນ. ​ໃນ​ຖາ­ນະປະ­ທານກຸ່ມການ​​ເຊື່ອມ​ຕໍ່ອາ​ຊຽນ, ປີ 2010, ຫວຽດ­ນາມໄດ້​ພ້ອມ​ກັບ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ ​ສຳ­ເລັດ​ການ​ກໍ່­ສ້າງແຜນ­ການ​ໂດຍ​ລວມ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່ອາ​ຊຽນ 2010, ກຳ­ນົດ​ການ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ ກ່ຽວ​ກັບ​ໂຄງ​ສ້າງພື້ນ­ຖານ​ຄົມ­ມະ­ນາ­ຄົມ, ສະ​ຖາ​ບັນ ແລະ ປະຊາຊົນ, ເປັນ​ພື້ນ­ຖານ​ໃຫ້​ແກ່​ການ​ເຊື່ອມ​ຕໍ່​ໃນ​ພາກ​ພື້ນອາ­ຊີ​ຕາ­ເວັນ​ອອກ ແລະ ພາກ​ພື້ນອາ­ຊີ-ປາ​ຊີ​ຟິກ.

ພາຍ­ຫຼັງ 50 ປີແຫ່ງ​ການ​ສ້າງ­ຕັ້ງແລະພັດ­ທະ­ນາຂອງອາ​ຊຽນ, ດ້ວຍ​ຫຼັກ​ໝາຍ​ທີ່​ສຳ­ຄັນ​ຄື​ການ​ສ້າງ­ຕັ້ງ ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນໃນ​ທ້າຍ​ປີ 2015, ອາ​ຊຽນໄດ້ແລະພວມ​ສືບ­ຕໍ່​​ຜ່ານ​ຜ່າ​ໄລ­ຍະ​ທາງ​ຍາວ​ທີ່​ສຸດ ​ເພື່ອ​ກໍ່­ສ້າງປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ ໃຫ້​ຂະຫຍາຍ​ຕົວ​ຢ່າງ­ຮອບ­ດ້ານແລະເຂັ້ມ­ແຂງ. ໄລ­ຍະ​ທາງ​ແຫ່ງ​ການ​ພັດທະ­ນາ​ນັ້ນ​ ໄດ້​ຮັບ​ຄວາມ​ທົດ​ສອບ​ດ້ວຍ​​ຄວາມ​ຫຍຸ້ງ­ຍາກຕ່າງໆ​ໃນ​ອະ​ດີດຄື​ ການ​ວິ​ກິດ​ດ້ານ​ການ​ເງິນ​ທົ່ວ​ໂລກ​ໃນ​ປີ 2008-2007, ແລະ ໃນ​ປະ­ຈຸ​ປັນ​ແມ່ນ ຂະ​ບວນ​ການຕ້ານ​ການ​ໂລ­ກາ​ພິ​ວັດ, ຕ້ານການຫັນ​ການ​ຮ່ວມ​ມື​ເສດຖະກິດ​​ເປັນຫຼາຍ​ຮູບ​ຫຼາຍ​ແບບ ຫຼື​ທ່າ​ອຽງປົກ​ປ້ອງ​ການ​ຜະລິດ​ພາຍ​ໃນ​ປະ​ເທດ,... ຍິ່ງ​ກວ່າ​ເວ­ລາ​ໃດ​ໝົດ, ພາກ​ພື້ນ​ອາ­ຊີ ເຊິ່ງ​ລະອຽດ​ແມ່ນອາ​ຊຽນ, ຕ້ອງ­​ເສີມ​ຂະ­ຫຍາຍ​ບົດບາດ​ເປັນ “ຫົວລົດ​ໄຟ” ໃນ​ການ​ຊຸກ­ຍູ້​ການ​ຫັນ​ເປັນ​ການ​ຄ້າ​ເສລີ, ເຊື່ອມ​ຕໍ່​ເສດ­ຖະ­ກິດ​ພາກ​ພື້ນ; ເປັນ​ຕົວ​ແບບ​ໃຫ້​ແກ່​​ຂອບ​ການ​ຮ່ວມ​ມື​ເສດ­ຖະ­ກິດ​ຢູ່​​ພາກ​ພື້ນ ແລະ ທົ່ວ​ໂລກ.

ເພື່ອ​ປະ­ຕິ­ບັດ​​ສິ່ງ​ເຫຼົ່າ­ນັ້ນ​ໃຫ້​ປະກົດ​ເປັນ​ຈິງ, ບັນ­ດາ​ປະ­ເທດ​ສະ­ມາ­ຊິກອາ​ຊຽນ ຕ້ອງ​ສືບ­ຕໍ່​ຮັກ­ສາ​ຄວາມ​ສາ­ມັກ­ຄີແລະຕັ້ງ​ໝັ້ນ​​​ໄປ​ຕາມເສັ້ນ­ທາງ​ເຊື່ອມ​ໂຍງ​ເສດ­ຖະ­ກິດ​ທີ່​ໄດ້​ເລືອກ​ເອົາ​ແລ້ວ ​ໃນ​ເຄິ່ງ​ສະ­ຕະ­ວັດ​ທີ່​ຜ່ານ​ມາ, ຢືນ­ຢັນ​ພາ­ລະ​ບົດ­ບາດ​ທີ່​ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ­ແຂງ​ຂອງອາ​ຊຽນ ໃນ​ແຜນ­ທີ່​ເສດ­ຖະ­ກິດ​ທົ່ວ​ໂລກ. ບົນ​ຈິດ­ໃຈ “ເປັນ​ເຈົ້າ​ການ, ຕັ້ງ­ໜ້າ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ”, ຫວຽດ­ນາມຈະ​ສືບ­ຕໍ່​ເສີມ​ຂະ­ຫຍາຍ​ພາ­ລະ​ບົດ­ບາດຂອງ​ຕົນ​ຢູ່​ໃນອາ​ຊຽນ ແລະ ພະ­ຍາ­ຍາມ​ປະ­ກອບ­ສ່ວນ ​ເພື່ອ​ໃຫ້​ເສດ­ຖະ­ກິດອາ​ຊຽນມີ​ການເຊື່ອມ​ໂຍງ, ເຕີບ​ໂຕ​ສູງ ແລະ ພັດ­ທະ­ນາ​ຢ່າງ​ຍືນ​ຍົງ./.

 ​ໂດຍ ເຈິ່ນ​ຕ໊ວນແອງ

ກຳ­ມະ­ການ​ສູນ​ກາງ​ພັກ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ­ສາ­ຫະ­ກຳ-ການ​ຄ້າ

----------------

 (1) ໃນ​ຕະ­ຫຼອດ 25 ປີ, ແຕ່​ປີ 1967 ຫາ 1992, ອາ​ຊຽນ​ບໍ່​​ໄດ້ເອົາ­ໃຈ­ໃສ່​ຢ່າງ​ຈິງ​ຈັງເຖິງ​ການ​ຮ່ວມ​ມື​ດ້ານເສດຖະ­ກິດ. ໃນ​ຂະ­ນະ​ທີ່​ໄດ້​ລົງ​ນາມ​ໃນ​ເອ­ກະ­ສານ​ຫຼາຍ​ສະ­ບັບ​ ກ່ຽວ​ກັບ​ການ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ZOPFAN ປີ 1971, TAC ປີ 1976, SEANWFZ ປີ 1984, DOC ປີ 1992) ນັ້ນ, ອາ​ຊຽນພຽງ​ແຕ່ດຳ­ເນີນ​​ການ­ເຄື່ອນ­ໄຫວ​ຮ່ວມ​ມື​ເສດ­ຖະ­ກິດ​ບາງ​ຢ່າງ​ເທົ່າ​ນັ້ນ, ຄື​ສ້າງ­ຕັ້ງ​ຫ້ອງ­ການ​ການ​ຄ້າແລະອຸດ​ສາ​ຫະ​ກຳອາ​ຊຽນ (ASEAN CCI) ແນ­ໃສ່​ແລກ­ປ່ຽນ​ຄວາມ​ຄິດ​ເຫັນ​ຂອງ​ພາກ​​ເອ­ກະ​ຊົນ ​ໃນ​ການ​ຮ່ວມ​ມື​ເສດ­ຖະ­ກິດ ອາ​ຊຽນ ໃນ​ປີ 1972, ສ້າງ­ຕັ້ງຄະ­ນະ​ກຳ­ມະ­ການ ເຈີ​ເນ​ເວີ ຂອງອາ​ຊຽນ ເພື່ອ​ປະ­ສານ​ສົມ­ທົບ​ນະ­ໂຍ­ບາຍ​ຮ່ວມ​ກັນ​ຂອງອາ​ຊຽນ ທີ່​ບັນ­ດາ​ເວ­ທີ​ປາ​ໄສ​ຫຼາຍ​ຝ່າຍ ໃນ​ປີ 1973, ຜ່ານ​ຖະ­ແຫຼງ­ການອາ​ຊຽນວ່າ​ດ້ວຍ​ຄວາມ​ສອດຄ່ອງ​ປອງ​ດອງ​ກັນ (ຖະ­ແຫຼງ­ການ ບາ​ລີ I), ໃນ​ນັ້ນ​ໄດ້​ວາງ​ໂຄງ­ການ​ປະ­ຕິ­ບັດງານ​ຈຳ­ນວນ​ໜຶ່ງ​ ເພື່ອ​ເພີ່ມ​ທະ­ວີ​ການ​ຮ່ວມ​ມືທາງ​ເສດ­ຖະ­ກິດ​ໃນ​ປີ 1976 ແລະ ເຊັນ​ສັນ­ຍາ​ວ່າ​ດ້ວຍ​ການ​ສົ່ງ­ເສີມແລະຄ້ຳ­ປະ­ກັນ​ການ​ລົງ­ທຶນອາ​ຊຽນ ປີ 1987.

(2) ຕາມ​ແບບ​ຟອນ​ການ​ປະ​ເມີນ​ຜົນ​ປະ­ຊາ​ຄົມ​ເສດ­ຖະ­ກິດອາ​ຊຽນ (AEC Scorecard) ປີ 2015, ອັດ­ຕາ​ສ່ວນ​ການ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ທີ່​ບຸລິ​ມະ​ສິດ​ຂອງຫວຽດ­ນາມ ​ແ​ມ່ນ 95,5%, ຢືນ​ຢູ່​​ໃນອັນ​ດັບ​ທີ່​ສອງ​ ຖັດຈາກ​ສິງ​ກະ​ໂປ ໄດ້ທີໜຶ່ງ.