ວກ.ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 06 - 11 ພະ­ຈິກ 2017 ທີ່ນະ­ຄອນ ດາ​ນັ໊ງ ເວ­ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ­ຖະ­ກິດ ອາ­ຊີ​-ປາ​ຊີ​ຟິກ (APEC) ໄດ້​ດຳ​ເນີນສັບ­ປະ­ດາ​ຂັ້ນ​ສູງ​ 2017 ​ພາຍ​ໃຕ້​ຫົວ­ຂໍ້ “ສ້າງກຳລັງຜັດ​ດັນໃໝ່, ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ອະ­ນາ­ຄົດ​ຮ່ວມ​ກັນ”. ນີ້​ແມ່ນ​ການ­ເຄື່ອນ­ໄຫວ​ສຸດ​ທ້າຍ ແລະ ມີ​ຄວາມ​ສຳ­ຄັນ​ທີ່​ສຸດ​ໃນ​ປີ ເອ​ເປກ 2017 ກ່ອນ​ເວ­ລາ​ຫວຽດ­ນາມ​ມອບພາ­ລະ​ບົດ­ບາດ​ຂອງ​ປະ­ເທດ​ເຈົ້າ­ພາບ ເອ​ເປກ ໃຫ້​ແກ່ ປະ­ເທດ ປາ​ປົວ ນິວ​ກີ​​ເນ. ຜົນ­ສຳ­ເລັດ​ຂອງ ເອ​ເປກ 2017 ອີກ​ເທື່ອ​ໜຶ່ງ (1) ຈາ­ລຶກ​ຢ່າງ​ເລິກ­ເຊິ່ງ​ເຄື່ອງ­ໝາຍ​ຂອງຫວຽດ­ນາມ ໃນ​ວິ­ວັດ​​ການ​ພັດ­ທະ­ນາ​ຢ່າງ​ບໍ່​ຢຸດ​ຢັ້ງຂອງ ເອ​ເປກ, ຊຸກ­ຍູ້​ທ່າ​ອຽງ​ສັນ­ຕິ­ພາບ ສະ​ຖຽມ​ລະ​ພາບ ການຮ່ວມ​ມື ການພັດ­ທະ­ນາ​ຂອງ​ພາກ​ພື້ນແລະໃນ​ໂລກ, ເພື່ອ​ຕອບ​ສະ­ໜອງ​ຄວາມ​ມຸ່ງມາດ​ປາ​ຖະ​ໜາ ແລະ ຜົນ​ປະ­ໂຫຍດ​ຂອງ​ບັນ­ດາ​ພື້ນ­ຖານ​ເສດ­ຖະ­ກິດ​ສະ­ມາ­ຊິກ​ ​ເອ​ເປ​ກ ທັງ​ໝົດ.

ປະທານປະເທດ ເຈິ່ນດ້າຍກວາງ ແລະພັນລະຍາ ຖ່າຍຮູບຮ່ວມກັນກັບບັນດາຜູ້ນຳ ເອເປກ ແລະ ພັນລະຍາ ໃນງານລ້ຽງວັນທີ 10-11-2017. (ພາບ: TTXVN)

ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 10.000 ກວ່າຄົນ, ​ນັກ​ຂ່າວເກືອບ 3.000 ຄົນ ແລະ ນັກທຸລະກິດປະ­ມານ 4.000 ຄົນ​ທີ່​ມາ​ຈາກ​​ແຫ່ງ​ຕ່າງໆ​ໃນຫວຽດນາມແລະຕ່າງ­ປະ­ເທດ, ເອ​ເປກ 2017 ເປັນ​ເຫດ­ການ​ທີ່​ມີ​ຂະ­ໜາດ​ໃຫຍ່​ທີ່​ສຸດ​ຂອງເວ­ທີ​ປາ​ໄສ ​ແຕ່​ກ່ອນ​ມາ​ຮອດ​ປະ­ຈຸ​ບັນ ແລະກໍ່​​ເປັນ​ເທື່ອ​ທຳ​ອິດທີ່ ຫວຽດ­ນາມເປັນ​ຜູ້​ຈັດ​ຕັ້ງ​ເຫດ­ການ​ສາກົນ​ທີ່​ມີ​ຂະ­ໜາດ​ໃຫຍ່​ຄື​ແນວ​ນີ້​ຢູ່​ທ້ອງ​ຖິ່ນ​ໜຶ່ງ​ໃນພາກ​ກາງ​ ​ເຊິ່ງມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ​ຂອງບັນ­ດາທ່ານຜູ້ນຳຈາກ 21 ​​ພື້ນ­ຖານ​ເສດ­ຖະ­ກິດ​ສະ­ມາ­ຊິກ ເອ​ເປກ.

ສະ­ພາບ​ການ​ໃໝ່, ຄວາມ​ຮຽກ­ຮ້ອງ​ໃໝ່

​ໂດຍໄດ້​ຮັບການສ້າງ­ຕັ້ງຂຶ້ນ​ແຕ່​ປີ 1989 ​ໃນ​ສະ­ພາບ​ການທີ່​ສົງ­ຄາມ​ເຢັນສິ້ນ​ສຸດ​ລົງແລ້ວ, ເອ​ເປກ ເປັນ​ເວ­ທີ​ປາ​ໄສທີ່​ມີ​ອິດ​ທິ​ພົນ, ເຕົ້າ­ໂຮມ​ເກືອບ​ທຸກ​ພື້ນ­ຖານ​ເສດ­ຖະ­ກິດທີ່​ສຳຄັນ​ຢູ່​ໃນ​ພາກ​ພື້ນ. ໃນ​ສາມ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ການ​ຮ່ວມ​ມື​ໃນ​ຂອບ​ ເອ​ເປກ ​ໄດ້​ຫັນປ່ຽນຈາກ​ການ​​ບຸ​ລິ​ມະ​ສິດ​ໃຫ້​ແກ່­ການ​ຊຸກ­ຍູ້​ການ​ຄ້າ​ເສລີ​ເປັນ​ຕົ້ນຕໍ ມາ​ເປັນການ​ອຳ­ນວຍ​ຄວາມ​ສະດວກ​ໃຫ້­​ແກ່ການ​ລົງ­ທຶນ, ການ​ຄ້າ,... ​ແລະໃນ​ຊຸມ​ປີ​ທີ່​ຜ່ານ​ມາມໍ່​ນີ້, ການ​ຮ່ວມ​ມື​ໃນ​ຂອບ ເອ​ເປກ ໄດ້​ຮັບ​​ການ​ເປີດ​ກວ້າງ​ຢ່າງ​​ໄວວາ, ບໍ່​ພຽງ​ແຕ່​ກາຍ­ເປັນ​ກົນ​ໄກ​​ສຳ­ຄັນ​ອັນ​ດັບ​ໜຶ່ງ​​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ເສດ­ຖະ­ກິດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງ​ຊຸກ­ຍູ້​ການ​ຮ່ວມ​ມື​ພາກ​ພື້ນ​ໃນ​ບັນດາ​ຂົງ­ເຂດ​ອື່ນຄື ການຕໍ່­ສູ້ຕ້ານ​ການ​ກໍ່​ການ​ຮ້າຍ, ການປົກ​ປັກ​ຮັກສາຄວາມ​ສະ­ຫງົບ ຄວາມ​ປອດ​ໄພ ແລະ​ ເສລີພາບ​ໃນ​ການ​ເດີນ​ທະ­ເລ...

ເຖິງ​ວ່າ​ຫຼັກ­ການ​ຮ່ວມ​ມື​ຂອງ ເອ​ເປກ ແມ່ນ​ຄວາມ​ສະ­ໝັກ​ໃຈ ແລະ ບໍ່​ເປັນ​ທາງ​ການ, ແຕ່​ຜົນງານ​ແຫ່ງ​ການ​ຮ່ວມ​ມື​ທີ່ ​ເອ​ເປກ ບັດ​ລຸ​ໄດ້​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດແລະ​ແທ້​ຈິງ. ໂດຍ​ມຸ່ງ​​ໃສ່​ບັນດາ​ເປົ້າໝາຍ ໂບໂກ ​ເຖິງ​ປີ 2020 ເອ​ເປກ ຈະ​ກາຍ­ເປັນ​ກຳ­ລັງ​ຜັດ​ດັນການ​ເຕີບ​ໂຕ ແລະເຊື່ອມ​ຕໍ່​ເສດ­ຖະ­ກິດ​ພາກ​ພື້ນ​ຢ່າງ​ແທ້​ຈິງ, ໄດ້​ປະ­ກອບ­ສ່ວນ​ຍົກ­ເລີກ​ສິ່ງ​ກີດ­ຂວາງຫຼາຍ​ຢ່າງທາງການ​ຄ້າແລະການ​ລົງ­ທຶນ, ສ້າງ​ກະ­ແສ​ເຄື່ອນ​ຍ້າຍ​ການ​ຄ້າແລະການ​ລົງ­ທຶນທີ່​ໃຫຍ່​ຫຼວງ​ໃນ​ພາກ​ພື້ນ; ຊຸກ­ຍູ້​ບັນ­ດາ​ພວງ​ພະ­ນັງ​ຄຸນ​ຄ່າ, ເຮັດ​ໃຫ້​ບັນ­ດາ​ພື້ນ­ຖານ​ເສດ­ຖະ­ກິດ​ຢູ່​​ໃນພາກ​ພື້ນ​​ຫຍັບ​ເຂົ້າ​ໃກ້​ກັນ... ເອ​ເປກ ກໍ່​ເປັນ “ສວນ​ກ້າ​ເບ້ຍ” ທີ່​ໃຫ້​ກຳ​ເນີ​ດ​ຄວາມ​ຄິດ​ຕ່າງໆກ່ຽວ​ກັບ​ການ​ຮ່ວມ​ມື, ປະ­ກອນ​ສ່ວນ​ພາ­ໃຫ້ ອາຊີ - ປາ​ຊີ​ຟິກ ກາຍ­ເປັນ​ພາກ​ພື້ນ​ແຫ່ງສັນ­ຕິ­ພາບ ແລະ ນັບ​ມື້​ນັບ​ພັດ­ທະ­ນາ​ຮຸ່ງ­ເຮືອງ​ສີ­ວິ­ໄລ.

ປີ 2017, ເວ­ລາ​ທີ່ຫວຽດ­ນາມຮັບ­ຜິດ­ຊອບ​ໜ້າ​ທີ່​ເປັນ​ປະ­ເທດ​ເຈົ້າ­ພາບ ເອ​ເປກ, ສະພາບ​ການ​ໃນ​ໂລກ ແລະ ພາກ​ພື້ນມີ​ການ​ຜັນ​ປ່ຽນ​ໃໝ່​ຫຼາຍ​ຢ່າງ, ໄດ້​ສົ່ງ​ຜົນ​ສະ­ທ້ອນ​ເຖິງ​ວຽກ​ງານ​ຈັດ​ຕັ້ງ ແລະ ທ່າ​ອຽງ​ຮ່ວມ​ມື​ໃນ​ຂອບ​ ​ເອ​ເປກ.

ທີ​ໜຶ່ງ, ການ​ເກີດ​ຂຶ້ນ​ຢ່າງ​ແຂງ­ແຮງ​ຂອງ​ລັດ­ທິ​ປົກ​ປ້ອງ​ການ​ຄ້າ ແລະ ທ່າ​ອຽງ​ຕ້ານ​ການ​ໂລ­ກາ​ພິ​ວັດ​ຢູ່​ຫຼາຍ​ບ່ອນ​ໃນ​ໂລກ, ພິ­ເສດ​ແມ່ນຢູ່​ປະ­ເທດອາ​ເມ​ຣິກາ. ໃນ​ປີ 2017, ຫວຽດ­ນາມ​ໄດ້​ລົງມືແກ້​ໄຂ​​ໂດຍ​ກົງຕໍ່​ຄວາມ​ປະ­ຕິ​ສຳ­ພັນລະ­ຫວ່າງ​ສອງ​ທ່າ​ອຽງຄື, ​ຝ່າຍ​ໜຶ່ງ​​ແມ່ນ​ປະ​ເທດສ່ວນ​ຫຼາຍຢາກ​ສືບ­ຕໍ່​ຊຸກ­ຍູ້​ການ​ຄ້າ​ເສລີ ແລະການ​ເຊື່ອມ​ຕໍ່​ເຊື່ອມ​ໂຍງ​ໃຫ້​ນັບ​ມື້​ນັບ​ເລິກ­ເຊິ່ງ​ກວ້າງ­ຂວາງ​ຢູ່​ພາກ​ພື້ນ, ກັບອີກ​ຝ່າຍ​ໜຶ່ງ​ແມ່ນ​ທ່າ​ອຽງ​ຕ້ານ​ການ​ໂລ­ກາ​ພິ​ວັດ ແລະເພີ່ມທະວີ​ການປົກ​ປ້ອງ​ການ​ຄ້າ ເຊິ່ງ​ພົ້ນ​ເດັ່ນ​ແມ່ນອາ​ເມ​ຣິກາ - ພື້ນ­ຖານ​ເສດຖະ­ກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ຄວາມ​ປະ­ຕິ​ສຳ­ພັນ​ຢ່າງ​ແຂງ­ແຮງ​ລະ­ຫວ່າງ​ສອງ​ທ່າ​ອຽງ​ນີ້​ໃນ​ພາກ​ຕົວ​ຈິງ​ກໍ່​ໄດ້​ກໍ່​ຄວາມ​ຫຍຸ້ງ​ຍ​ຍາກ​ຫຼາຍ​ຢ່າງ​ໃຫ້​ປະ­ເທດ​ເຈົ້າ­ພາບຫຽດ​ນາມ ໃນ​ຂະ​ບວນ​ວິ­ວັດການ​ສ້າງ​ຮ່າງ​ເອ­ກະ­ສານ ດຳ​ເນີນກອງ​ປະ­ຊຸມ, ສ້າງ​ຄວາມ​ກົມ­ກຽວ​ທາງ​ດ້ານ​ຜົນ​ປະ­ໂຫຍກ​ຂອງ​ຝ່າຍ​ຕ່າງໆ.

ທີ​ສອງ, ໂລກ​ກຳ­ລັງ​ເຂົ້າ​ສູ່​ສະ­ໄໝ​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນທີ່​ມີ​ຄຸນ​ລັກ­ສະ­ນະ​ໃໝ່​ຫຼາຍຢ່າງ. ການປະຕິວັດ​ອຸດ­ສາ­ຫະ­ກຳ 4.0 ກຳ­ລັງ​​ເກີດ​ຂຶ້ນ​ຢ່າງ​ແຂງ­ແຮງ, ເຮັດ​ໃຫ້​​ພື້​ນ​ຖານ​ຂອງ​ເສດ­ຖະ­ກິດ​ໂລກ​ປ່ຽນ​ແປງຢ່າງ​ເລິກເຊິ່ງ ສ້າງ​ເປັນ​ການ​ເຄື່ອນ​ຍ້າຍສຳຄັນ​ທີ່​ສຸດ. ຂະ​ບວນ​ການ​ໂລ­ກາ​ພິ​ວັດ​ກຳ­ລັງ​ໄດ້​ຮັບ​ການ​ຊຸກ­ຍູ້​ດ້ວຍ​ຄວາມ​ໄວ​ສູງ​ທີ່​ສຸດ ​ແລະ​ມີຄວາມ​ເລິກ­ເຊິ່ງ​ກວ້າງ­ຂວາງ​ຍິ່ງ​ກວ່າ​ເວ­ລາ​ໃດ​ໝົດ. ສິ່ງ​ເຫຼົ່າ​ນີ້​ໄດ້​ວາງ​ບັນ­ດາ​ບັນ­ຫາ​ໃໝ່​ອອກ​ມາ ເຊິ່ງ​ປີ ເອ​ເປກ ຫວຽດ­ນາມ 2017 ຕ້ອງ​ແກ້​ໄຂ, ນັ້ນຄື ບັນ­ຫາ​ຊຸກ­ຍູ້​ການ​ເຕີບ​ໂຕ​ທີ່​ລົ້ນ​ຫຼາມ​ໃນຍຸກ​ໂລ­ກາ​ພິ​ວັດ, ບັນ­ຫາ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ​ໃນຍຸກດິ​ຈິ​ຕອນ, ການ​ຄ້າ​ອອນ​ໄລ​ຂ້າມ​ຊາດ...

ທີ​ສາມ, ທ່າ​ອຽງ​ປະ­ຕິ​ຮູບ, ການ​ຄິດປະ­ດິດ ຕິດ​ກັບ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ລົ້ນ​ຫຼາມ ແລະ ການຮັບ​ມື​​ໄດ້ດີ​ກວ່າ​ກັບສິ່ງ​ທ້າ​ທາຍ​ລະດັບ​ໂລກ​ ​ເຊິ່ງກຳ­ລັງ​ໄດ້​ຮັບ​ການ​ຊຸກ­ຍູ້​ຢ່າງ​ແຂງ­ແຮງ. ບັນ­ດາ​ພື້ນ­ຖານ​ເສດຖະ­ກິດສະ­ມາ­ຊິກ ເອ​ເປກ ລ້ວນ​ແຕ່​ມີ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ສ້າງ​ໂຄງ​ປະ­ກອບ​ຄືນ­ໃໝ່, ຫັນ​ພື້ນ­ຖານ​ເສດ­ຖະ­ກິດເປັນ​ທັນ​ສະ­ໄໝ, ພ້ອມ​ທັງ​ປ່ຽນ­ແປງ​ໃໝ່​ຈິນ­ຕະ­ນາ­ການ​ກ່ຽວ​ກັບ​ການ​ຄຸ້ມ​ຄອງແລະ​ບໍລິ­ຫານ​ທົ່ວ​ໂລກ.

ທີ​ສີ່, ການຮ່ວມ​ມື ເຊື່ອມ​ຕໍ່​ເສດ­ຖະ­ກິດ​ເພື່ອ​ພັດ­ທະ­ນາ ​ໄດ້​ຜັນ​ປ່ຽນ​ນັບ​ມື້​ນັບ​ເລິກ­ເຊິ່ງ​ກວ້າງ­ຂວາງ​. ມີ​ຂໍ້​ຕົກ­ລົງ​ທົ່ວ​ໂລກ​ຫຼາຍ​ສະບັບກ່ຽວ​ກັບ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ຕິດ​ກັບ​ການ​ຮັບ​ມື​ກັບບັນ­ຫາ​ສິ່ງແວດລ້ອມ ຄວາມ​ບໍ່​ສົມ­ດຸນທາງ​ດ້ານ​ນິ​ເວດ​ວິທະຍາ ຄື​ ບັນ­ດາ​ເປົ້າ​ໝາຍ​ການພັດ­ທະ­ນາ​ແບບ​ຍືນ​ຍົງ​ຂອງ​ສະ­ຫະ​ປະ­ຊາ​ຊາດ (SDGs), ບັນ­ດາ​ຂໍ້​ຕົກ­ລົງ​ກ່ຽວ​ກັບ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາກາດ​ໃນ​ຂອບ​​ກອງ​ປະ­ຊຸມ​ຄັ້ງ​ທີ 21-23 ສົມ​ທິ​ສັນ­ຍາ​ຂອບ​ຂອງ​ສະ­ຫະ​ປະ­ຊາ​ຊາດ ວ່າ​ດ້ວຍ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ (COP 21 - 23).... ສັນຍາ​ການ​ຄ້າ​ເສລີ (FTA) ຮຸ່ນ​ໃໝ່​ຫຼາຍ​ສະ­ບັບ​ທີ່​ມີ​ເນື້ອ​ໃນ​ເລິກ­ເຊິ່ງ​ກວ້າງ­ຂວາງ, ມີຂະ­ໜາດ​ໃຫຍ່​ຕິດ​ກັບ​ບັນ­ດາ​ຄຳ​ໝັ້ນ​ສັນ­ຍາ​ສູງ ແລະ ​ບັນ­ດາ​ປັດ­ໃຈ​ຍຸດ​ທະ​ສາດ ການ­ເມືອງ, ຄື ສັນ­ຍາ​ວ່າ​ດ້ວຍ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP, ​ປະ­ຈຸ​ບັນ​ແມ່ນ ສັນ­ຍາ​ວ່າ​ດ້ວຍ​ຄູ່​ຮ່ວມ​ມື​ຮອບ­ດ້ານແລະກ້າວ­ໜ້າ​ຂ້າມ​ປາ​ຊີ​ຟິກ -CPTPP), ສັນ­ຍາ​ວ່າ​ດ້ວຍ​ການ​ຄ້າ​ເສລີ​ຂ້າມ​ແອດ​ແລນ​ຕິກ (TTIP), ສັນ­ຍາ​ວ່າ​ດ້ວຍ​ຄູ່​ຮ່ວມ​ມື​ເສດ­ຖະ­ກິດ​ຮອບ­ດ້ານ​ພາກ​ພື້ນ (RCEP), ​ເຂດການ​ຄ້າ​ເສລີ​ຂອງ ອາ­ຊີ - ປາ​ຊີ​ຟິກ (FTAAP)... ໃນ​ຂະ­ນະ​ນັ້ນ ​ບັນດາ​ກົນ​ໄກ​ການຄຸ້ມ​ຄອງ​ລະດັບ​ໂລກ​ແບບ​ເກົ່າ​ສືບ­ຕໍ່​ໄດ້​ຮັບ​ການ​ປັບ­ປຸງ ແລະ ປ່ຽນ­ແປງ​ໃໝ່​ ເພື່ອ​​ໃຫ້ເໝາະ​ສົມ​ກັບ​ສະ­ພາບ​ການ​ໃໝ່, ຄື ກຸ່ມ​ປະ​ເທດ​ເສດ­ຖະ­ກິດ​ໃຫຍ່ (ຈີ 20), ກຸ່ມ​ປະ​ເທດ​ເສດ­ຖະ­ກິດ​ທີ່​ພົ້ນ​ເດັ່ນ​ຂຶ້ນ​ໃໝ່ (BRICS), ຫຼາຍ​ກົນ​ໄກ​ຮ່ວມ​ມື​ໃໝ່​ທີ່​ມີ​ລະດັບ​ຂັ້ນຕ່າງ​ກັນ​ກໍ່​ໄດ້​ຮັບ​ການ​ສ້າງ­ຕັ້ງຂຶ້ນ, ຄື​ທະນະ​ຄາມ​ລົງ­ທຶນ​ພື້ນ­ຖານ​ໂຄງ​ລ່າງ​ອາ­ຊີ (AIIB, ປີ 2014), ສະຫະພັນ​ເສດ­ຖະ­ກິດ ອາ­ຊີ - ເອ​ຣົບ (EAEU, ປີ 2015), ປະ­ຊາ​ຄົມ ອາ​ຊຽນ (ປີ 2015)... ທ່າ​ອຽງ​​ເຊື່ອມ​ໂຍງແລະພັດ­ທະ­ນາ​ໄດ້​ຮັບ​ການ​ປັບປຸງຢ່າງ​ບໍ່​ຢຸດ​ຢັ້ງ ​​ເຊິ່ງ​ພາ​ໃຫ້ມີ​ການ​ປ່ຽນ­ແປງ​ຢ່າງ​ເລິກ­ເຊິ່ງ​ກວ້າງ­ຂວາງ ແລະ ຄວາມ​ໄຫວພິບ​ໃນ​ການເຕົ້າ­ໂຮມ​ກຳ­ລັງ​ໃນ​ການ​ພົວ­ພັນ​ສາ­ກົນ ​ກໍ່​ຄື​ການພົວ­ພັນ​ເສດ­ຖະ­ກິດ​ສາ­ກົນ​ໃນ​ປະ­ຈຸ​ບັນ.

ທີ​ຫ້າ, ການ​ຊັ່ງຊາ​ທຽບ​ຄຽງ​ກຳລັງ​ໃນ​ໂລກພວມ​ມີການ​ປ່ຽນ­ແປງ​ຢ່າງ​ເລິກ­ເຊິ່ງ ​ດ້ວຍ​ການລຸກ­ຂຶ້ນ​ຂອງປະ​ເທດຈິນ, ອີນ​ເດຍ ແລະ ຫຼາຍ​ປະ​ເທດ​ຢູ່​ອາ­ຊີ​ຕາ­ເວັນ​ອອກ. ການ​ເຄື່ອນ​ຍ້າຍ​ອຳ­ນາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ພວມ​ຜັນ​ແປ​ຕາມ​ສາມ​ທິດ: 1- ຈາກ​ຊີກ​ໂລກ​ເໜືອ ລົງ​ມາຊີ​ກ​ໂລກ​ໃຕ້​; 2- ຈາກ​ເອີ​ຣົບ​ຕາ​ເວັດ​ຕົກ ​​ມາ​ຍັງເອີ​ຣົບ​ຕາ­ເວັນ​ອອກ; 3- ຈາກ​ບັນ­ດາ​ປະ­ເທດ​ພັດ­ທະ­ນາ (ເປັນ­ຕົ້ນ​ແມ່ນກຸ່ມ​ປະ­ເທດອຸດ​ສະຫະ​ກຳ​ທີ່​ພັດທະນາ - ຈີ 7) ​ມາ​ຍັງ​ບັນ­ດາ​ປະ­ເທດ​ກຳ­ລັງ​ພັດ­ທະ­ນາ (ເປັນ­ຕົ້ນ​ແມ່ນ ຈີ 20, ດ້ວຍ​ບົດ­ບາດ​ທີ່ນັບ​ມື້​ນັບ​ສຳ­ຄັນ​ຂອງ​ບັນ­ດາ​ປະ­ເທດ​ທີ່​ກຳ­ລັງ​ພັດ­ທະ­ນາ). ສະ­ຖາ­ນະ​ພາບ​ໜຶ່ງ​ທີ່​ມີ​ຫຼາຍ​ສູນ​ກາງ ຫຼາຍ​ຊັ້ນ​​ຂັ້ນ ກຳລັງ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ຢູ່ ອາ­ຊີ - ປາ​ຊີ​ຟິກ, ໃນ​ນັ້ນ ​​ການ​ແຂ່ງ­ຂັນ​​ແກ່ງ​ແຍ້​ງກັນລະ­ຫວ່າງ​ບັນ­ດາ​ປະເທດ​ໃຫຍ່, ພິ­ເສດ​ແມ່ນລະ­ຫວ່າງອາ​ເມ​ຣິກາແລະຈີນ, ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ​ຕື່ມ​ອີກ.

ທີ​ຫົກ, ການ​ປ່ຽນ­ແປງ​ຢ່າງ​ເລິກ­ເຊິ່ງ​ຂອງ​ສະ­ຖາ­ນະ​ພາບ​ການ­ເມືອງ - ຄວາມ​ສະ­ຫງົບ​ທົ່ວ​ໂລກ ແລະ ພາກ​ພື້ນ. ການ​ພົວ­ພັນ​ຕ່າງ­ປະ­ເທດ​ຫຼາຍ​ຝ່າຍ​ໄດ້​​ເພີ່ມ​ຂຶ້ນ​ຢ່າງ­ແຮງ ​ແລະ​ຄ່ອຍໆກາຍ­ເປັນ​ເຄື່ອງມື​ອັນ​ພົ້ນ​ເດັ່ນ​​ໃນ​ການ​ພົວ­ພັນ​ສາ­ກົນ​ສະ­ຕະ­ວັດທີ່ XXI ​ໃນເມື່ອ​ທີ່​ມະ­ນຸດ​ກຳ­ລັງ​​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຕ່າງໆ​ທີ່​ມີ​ລັກ­ສະ­ນະ​ທົ່ວ​ໂລກ​. ທ່າ​ອຽງ​ແຊກ​ຊ້ອນ​ຜົນ​ປະ­ໂຫຍດ, ການ​ຮ່ວມ​ມື​ຫຼາຍ​ຊັ້ນຫຼາຍ​ຂັ້ນ ດ້ວຍ​ຫຼາຍ​ຮູບ​ການ​ໃໝ່ ໄຫວພິບ, ຄື ບັນ­ດາອົງການ​ຈັດ​ຕັ້ງ​ລະດັບ​ໂລກ​ບົນ​ພື້ນ­ຖານ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ຫຼາຍ​ຝ່າຍ​ໄປ​ຄຽງ​ຄູ່​ກັບ​ບັນ­ດາ​ກົນ​ໄກ​ພາກ​ພື້ນ​ໃໝ່ແລະ​ເກົ່າ​ທີ່​ແຊກ​ຊ້ອນ​ກັນ, ບັນ­ດາ​ເວ­ທີ​ປາ​ໄສ ສົນ​ທະ​ນານ​ຂັ້ນ​ສູງ​ທີ່​ໄດ້​ສ້າງຕັ້ງ​ຄຽງ​ຄູ່​ກັບ​ການ​ເຕົ້າ­ໂຮມ​ກຳ­ລັງ​ລະ­ຫວ່າງ​ບັນດາ​ປະ­ເທດ​ຂະ­ໜາດ​ກາງ ແລະ ຂະ­ໜາດ​ນ້ອຍ, ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ ​ພາກ​ພື້ນ​ທີ່ເພີ່ມ​ຂຶ້ນ​ຢ່າງ​ແຂງ­ແຮງ...

ທີ​ເຈັດ, ໃນ​ສະ­ພາບ​ການ​ໂລກແລະພາກ​ພື້ນ​ດັ່ງ­ກ່າວ​ນີ້, ສະ­ພາບ​ແວດ​ລ້ອມ​ດ້ານ​ຄວາມ​ສະ­ຫງົບ ແລະການ​ພັດ­ທະ­ນາ​ຂອງຫວຽດ­ນາມ ກໍ່​ຢືນ​ຕໍ່­ໜ້າ​ຄວາມ​ປັ່ນ​ປວນແລະສັບສົນ​ກວ່າ​ເວ­ລາ​ໃດ​ໝົດ. ບັນດາສິ່ງ​ທ້າ​ທາຍ​ລະດັບ​ໂລກ, ທັງ​ແບບ​ດັ້ງ­ເດີມແລະບໍ່​​ເປັນແບບ​ດັ້ງ­ເດີມ, ນັບ​ມື້​ນັບ​ຮຸນ​ແຮງ​ກວ່າ​ອີກ, ເປັນຕົ້ນ​ແມ່ນ​ການ​ແຜ່​ຂະ­ຫຍາຍ​ຂອງການ­ເຄື່ອນ­ໄຫວ​ກໍ່​ການ​ຮ້າຍ, ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ ​ແລະ ຜົນກະທົບ​ທາງ​ລົບ​ຂອງບັນ­ຫາຕ່າງໆ​ເຊັ່ນ ການ​ອົບ​ພະຍົບຍົກ­ຍ້າຍ​ຖິ່ນ​ຖານ, ໂລ­ຄາ​ພະ­ຍາດ... ຮຽກ­ຮ້ອງ​ບັນ­ດາປະ​ເທດ​ສະ­ມາ­ຊິກ ເອ​ເປກ ຕ້ອງ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ ແນ­ໃສ່​ຮັບ​ມື​ໃຫ້​ໄດ້​​ເປັນ​ຢ່າງດີ​​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ກຳ­ລັງ​ວາງ​ອອກມາ​ນັ້ນ.

ກຳ­ລັງ​ຜັດ​ດັນ​ການ​ເຕີບ​ໂຕ​ເສດຖະກິດ, ການ​ຄ້າ​ເສລີ ແລະ ການເຊື່ອມ​ຕໍ່​ເສດ­ຖະ­ກິດ​ພາກ​ພື້ນ

ໃນ​ໂອ­ກາດສັບ­ປະ­ດາ​ຂັ້ນ​ສູງ ເອ​ເປກ ທີ່​ຈັດ​ຂຶ້ນ​ຢູ່​ນະຄອນດາ​ນັ໊ງ, ເຖິງ​ວ່າປະສົບຄວາມ​ຫຍຸ້ງຍາກ​ຫຼາຍປະການ, ບາງ​ເທື່ອ​ມີ​​ກອງ​ປະ­ຊຸມ​ຂັ້ນ​ລັດ­ຖະ­ມົນ­ຕີ ແລະຂັ້ນ​ສູງ​ໃນ​ຂອບສັບ­ປະ­ດາ​ຂັ້ນ​ສູງ ເອເປກ 2017 ​ເກືອບ​ຈະ​ຕົກ​ໃສ່​ຄວາມ​ປຶກ​ຕັນບໍ່​ມີ​ທາງ​ອອກກໍ່ຕາມ ແຕ່​ສຸດ​ທ້າຍ​ ທຸກ​ເຫດ­ການ​ໃນ​ສັບປະ­ດາ​ຂັ້ນ​ສູງ​ລ້ວນ​ແຕ່​ໄດ້​ຮັບ​ຜົນ­ສຳ­ເລັດ​ຢ່າງ​ຈົບ­ງາມ. ຖະ­ແຫຼງ­ການດານັ໊​ງ ຂອງຜູ້ນຳ 21 ພື້ນຖານ​ເສດຖະກິດ​ສະ­ມາ­ຊິກ ເອ​ເປກ ພ້ອມ​ກັບຖະ­ແຫຼງ­ການ​ຮ່ວມ​​ຂອງ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ການ​ຕ່າງ­ປະ­ເທດ-ເສດ­ຖະ­ກິດ ເອ​ເປກ 2017 ໄດ້​ຢືນ­ຢັນ​ສິ່ງດັ່ງ​ກ່າວ​ນັ້ນ ​ເຊິ່ງໄດ້​ສະ­ແດງອອກ​​ໃນ 7 ເນື້ອ​ໃນ​ລຸ່ມ​ນີ້:

ທີ​ໜຶ່ງ, ເທື່ອ​ທຳ​ອິດ ເອ​ເປກ 2017 ໄດ້​ຮັບ​ຜົນສຳ​ເລັດ​ໃນ​ການກຳ­ນົດ​ທິດ​ຍຸດ​ທະ​ສາດ​ໃຫຍ່ທີ່​ສຳຄັນ, ​ໄດ້ຮັບ­ຮອງ​ເອົາ​ແຜນ­ການປະຕິບັດ​ງານ ເອ​ເປັກ ກ່ຽວ​ກັບການຊຸກ­ຍູ້​ການພັດ­ທະ­ນາ​ທີ່ປົກ​ຄຸມ​ທັງ​ສາມ​ຂົງ­ເຂດ ເສດຖະ­ກິດ ການ​ເງິນ ແລະ ສັງ­ຄົມ, ແນ­ໃສ່​ຢືນ­ຢັນ​ຄວາມ​ຕັດ­ສິນ​ໃຈ​ຂອງ​ບັນ­ດາພື້ນຖານ​ເສດຖະກິດ​ສະມາຊິກ ເອ​ເປ​ກ ​ເຊິ່ງ​ມຸ່ງ​ສູ່​​ການ​ກໍ່­ສ້າງ​ປະ­ຊາ​ຄົມ ເອ​ເປກ ທີ່ພັດ­ທະ­ນາ​​ແບບ​ລົ້ນຫຼາມ ແລະ ຍືນ​ຍົງ, ​ໂດຍ​ສະ​ເພາະ​ໃນ​ໂລກຍຸກ​ໂລ­ກາ​ພິ​ວັດ​ປະ­ຈຸ​ບັນ. ນີ້​ກໍ່​ແມ່ນ​ເນື້ອ​ໃນ​ທີ່ສຳ­ຄັນ​ໃນ​ການ​ສົນ­ທະ­ນາ​ລະ­ຫວ່າງ​ບັນ­ດາຜູ້​ນຳ ເອ​ເປກ ກັບນັກ​ວິ​ສາ​ຫະ​ກິດ ແລະ ໃນກອງ​ປະ­ຊຸມລັດ­ຖະ­ມົນ­ຕີການ​ຕ່າງ­ປະ­ເທດ-ເສດ­ຖະ­ກິດ ເອ​ເປກ.

ທິີສອງ, ເພື່ອ​ສ້າງ​ກຳ­ລັງ​ຜັດ​ດັນ​ໃໝ່​ໃຫ້​ແກ່​ການ​ເຊື່ອມ​ຕໍ່​ເສດ­ຖະ­ກິດ​ພາກ​ພື້ນ ໃນ​ສະ­ພາບການ​ສາກົນ​ຫຼາຍ​ຊັ້ນຫຼາຍ​ຂັ້ນ, ບັນ­ດາພື້ນຖານ​ເສດ­ຖະ­ກິດ​ສະ­ມາ­ຊິກ ເອ​ເປກ ໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ຈະ​ຊຸກ­ຍູ້​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍແລະເສລີ, ຍູ້​ແຮງ​ຄວາມ​ມາ­ນະ​ພະ­ຍາ­ຍາມ​ແກ້​ໄຂ​ບັນ­ດາ​ສິ່ງ​ກີດ­ຂວາງ​ດ້ານ​ການ​ຄ້າ ແລະ ການ​ລົງ­ທຶນ​ທີ່​ບໍ່​ເໝາະ​ສົມ​ກັບ​ອົງ­ການ​ການ​ຄ້າ​ໂລກ (WTO) ແລະ ມີ​ການ​ກະ­ທຳ​ອັນ​ລະ­ອຽດ​ແນ­ໃສ່​ສຳ­ເລັດ​ບັນ­ດາ​ເປົ້າ​ໝາຍ ໂບໂກ ໃນ​ປີ 2020; ໃຫ້​ຄຳ​ໝັ້ນ​ສັນ­ຍາ​ຈະຮ່ວມ​ກັນ​ປະ­ຕິ­ບັດດ້ວຍ​ຄວາມ​ພະຍາຍາມສູງ​ກວ່າ​ອີກ​ ເພື່ອ​ຊຸກ­ຍູ້​ສະ­ພາບ​ແວດ​ລ້ອມ​​ເອື້ອ​ອຳນງຍ​​ໃຫ້​ແກ່​ການ​ລົງ­ທຶນ​ໃນ​ພາກ​ພື້ນ ອາ­ຊີ - ປາ​ຊີ​ຟິກ, ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ແນ­ໃສ່​ເສີມ​ຂະ­ຫຍາຍ​ຄວາມ​ສາ­ມາດ​ບົ່ມ​ຊ້ອນ​ຂອງ​ເສດ­ຖະ­ກິດ​ອິນ​ເຕີ​ແນດ ແລະເສດຖະ­ກິດ​ດິ​ຈິຕອນ ດ້ວຍ​ການ​ຮັບ­ຮອງ​ເອົາ​ບັນ­ດາ​ຂອບ​​ນະ­ໂຍ­ບາຍ ແລະ ການ​ກຳ­ນົດ​ທີ່​ເໝາະ​ສົມ, ຄື ລຳດັບ​ການ​ດຳ­ເນີນ​ເສດ­ຖະ­ກິດ​ອິນເຕີ​ແນດ ແລະ ເສດ­ຖະ­ກິດ​ດິ​ຈິ​ຕອນ​ຂອງ ເອ​ເປກ ແລະ ຂອບ​ ເອ​ເປກ ກ່ຽວ​ກັບ​ການ​​​ອຳນວຍຄວາມ​ສະດວກ​ໃຫ້​ແກ່ການ​ຄ້າ​ອອນ​ໄລ​ຂ້າມ​ຊາດ. ບັນ­ດາ​ພື້ນ­ຖານ​ເສດ­ຖະ­ກິດ​ສະມາຊິກ ເອ​ເປກ ກໍ່​ຢືນ­ຢັນ​ຄືນໃໝ່​ກ່ຽວ​ກັບຄຳ​ໝັ້ນ​ສັນ­ຍາຈະ​ຊຸກ­ຍູ້​ການ​ປະຕິບັດ​ເຂດ​ການ​ຄ້າ​ເສລີ ອາ­ຊີ - ປາ​ຊີ​ຟິກ (FTAAP) ​ໃຫ້​ປະກົດ​ເປັນ​ຈິງ ແນ­ໃສ່​ຊຸກ­ຍູ້​ຂະ​ບວນການ​​ເຊື່ອມ​ໂຍງ​ພາກ​ພື້ນຢ່າງ​ແຂງ​ແຮງ. 

ກ່ຽວ​ກັບ​ລະ­ບົບ​ການ​ຄ້າ​ຫຼາຍ​ຝ່າຍ, ບັນດາ​ຜູ້​ນຳ​ຂອງບັນ­ດາ​ພື້ນ­ຖານ​ເສດ­ຖະ­ກິດ​ສະ​ມາ​ຊິດ ເອ​ເປກ ກໍ່​ຄື​ບັນດາລັດ­ຖະ­ມົນ­ຕີ​ ກໍ່​ໄດ້​ມີ​ຄຳ​ປະກາດ​ຢ່າງ​ແຂງ­ແຮງ​​ເພື່ອ​ສະ­ໜັບ­ສະ­ໜູນ​ລະ­ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ທີ່ອີງ​ຕາມຫຼັກການ ເສລີ ສະ­ເໝີ­ພາບ ໂປ່ງ​ໃສ ແລະ ກວມ​ລວມ, ເນັ້ນ​ໜັກ​ເຖິງ​ພາ­ລະ​ບົດ­ບາດ​ອັນ​ສຳ­ຄັນ​ຂອງ ເອ​ເປກ ແລະ ຄວາມ​ພະ­ຍາ­ຍາມ​ສູ້​ຊົນ​ແນ­ໃສ່​ກໍ່­ສ້າງ​ສະ­ພາບ​ແວດ​ລ້ອມ​ອັນ​ສະ­ດວກ​ໃຫ້​ແກ່​ການ​ລົງ­ທຶນ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ. ບັນ­ດາ​ພື້ນ­ຖານ​ເສດ­ຖະ­ກິດ ເອ​ເປກ ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ຈະ​ເພີ່ມ​ທະ­ວີ​ການ​ເຊື່ອມ​ຕໍ່​ຮອບ­ດ້ານ ລົ້ນ​ຫຼາມ​ໃນພາກ​ພື້ນ ແລະ ອາ​ນຸ​ພາກ​ພື້ນ.

ທີ​ສາມ, ເພື່ອ​ເພີ່ມ​ພູນ​ຄູນ​ສ້າງອະ­ນາ­ຄົດ​ຮ່ວມ​ກັນ, ສືບ­ຕໍ່​ການ​ສົນ­ທະ­ນາ​ກ່ຽວ​ກັບ ເອ​ເປກ ຫັນ​​ໄປສູ່​ປີ 2020 ແລະອະ­ນາ­ຄົດ​ ​ເຊິ່ງໄດ້​ລິ​ເລີ່ມທີ່ ເປ​ຣູ (ປີ 2016) ແລະ ​ໄດ້ສືບ­ຕໍ່​ຜັນ​ຂະ­ຫຍາຍ​ຢູ່ຫວຽດ­ນາມ ໃນ​ສະ­ພາບ​ການທີ່​ກຳນົດ​ເວ­ລາ​ປະ­ຕິ­ບັດ​ເປົ້າ​ໝາຍ ໂບໂກ ທັງ​ໝົດ ​ໃກ້​ຈະສິ້ນ​ສຸດລົງ ແລະ ເອ​ເປກ ກຽມຈະເຂົ້າ​ສູ່ທົດ​ສະ​ວັດທີ​ສີ່ນັ້ນ, ຜູ້​ນຳ​ບັນ­ດາ​ພື້ນ­ຖານ​ເສດ­ຖະ­ກິດ​ສະ­ມາ­ຊິກ ເອ​ເປກ ກໍ່​ໄດ້​ຢືນ­ຢັນ​ຄືນ­ໃໝ່​ກ່ຽວ​ກັບ​ຄຳ​ໝັ້ນ​ສັນ­ຍາ​ຍາວ​ນານ ເພື່ອ​ແນ­ໃສ່​ຮັບ­ປະ­ກັນ​ໃຫ້ ອາ­ຊີ - ປາ​ຊີ​ຟິກ ມີ​ຄວາມ​ຂະ­ຫຍັນ​ຂັນ​ເຄື່ອນ ກວມ​ລວມ ແລະ ວັດ­ທະ­ນາ​ຖາ­ວອນ, ມຸ່ງໝາຍ​ອະ­ນາ­ຄົດ​ຮ່ວມ​ກັນ; ໃຫ້​ຄຳ​ໝັ້ນ​ສັນ­ຍາ​ຍົກ​ສູງ​ການ​ພົວ­ພັນ​ຄູ່​ຮ່ວມ​ມື​ຢູ່ ອາ­ຊີ - ປາ​ຊີ​ຟິກ ອີງ​ຕາມ​ຄວາມ​ເຊື່ອ​ໝັ້ນ, ເຄົາລົບ​ນັບ­ຖື​ເຊິ່ງ​ກັນແລະກັນ, ຮ່ວມ​ມື​ກວມ​ລວມ ແລະ ຕ່າງ​ຝ່າຍ​​ໄດ້​ຮັບ​ຜົນ​ປະ­ໂຫຍດ. ຕາມ​ຄວາມ​ຄິດ​ລິ​ເລີ່ມ​ຂອງຫວຽດ­ນາມ, ເອ​ເປກ ໄດ້​ສ້າງ­ຕັ້ງ​ໜ່ວຍ​ງານວິ­ໄສ​ທັດ ເອ​ເປກ ແນໃສ່ຊ່ວຍວຽກໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ (SOM) ໃນ​ການ​ກໍ່­ສ້າງ​ວິ­ໄສ​ທັດພາຍຫຼັງ​ປີ 2020.

ທີ​ສີ່, ແນ­ໃສ່​ສ້າງ​ກຳ­ລັງ​ຜັດ​ດັນ​ໃໝ່​ໃຫ້​ແກ່​ການ​ຄ້າ​ເສລີ, ການ​ເຕີບ​ໂຕ​ແບບ​ຍືນ​ຍົງແລະລົ້ນ​ຫຼາມ, ບັນດາ​ຜູ້​ນຳ​ຂອງ​ພື້ນ­ຖານ​ເສດ­ຖະ­ກິດ​ສະ­ມາ­ຊິກ ເອ​ເປັກ, ບັນ­ດາ​ລັດ­ຖະ­ມົນ­ຕີ ໄດ້​ມີ​ການ​ແລກ­ປ່ຽນ​ຢ່າງ​ເລິກເຊິ່ງ​ກວ້າງ­ຂວາງ​ກ່ຽວ​ກັບ​ບັນ­ດາ​ມາດ​ຕະ­ການ​ເພື່ອ​ຍົກ​ສູງ​ຄວາມ​ສາ­ມາດ​ແຂ່ງ­ຂັນ ແລະ ຄວາມ​ປະ­ດິດ​ສ້າງ​ຂອງ​ປະ­ຊາ​ຄົມ​ວິ​ສາ​ຫະ​ກິດ, ພິ­ເສດ​ແມ່ນ ບັນ­ດາ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ​ສຸດ ຂະ­ໜາດ​ນ້ອຍ ແລະ ຂະ­ໜາດ​ກາງ (MSMEs), ໃນ​ນັ້ນ​ມີການ​ຊ່ວຍ​ໃຫ້ບັນ­ດາ MSMEs ເຂົ້າ​ຮ່ວມ​ໃນ​ບັນດາພວງ​ພະ­ນັງ​ຄຸນ​ຄ່າ​ໂດຍ​ຜ່ານມາດ​ຕະ­ການຕ່າງໆ, ຄື ຍົກ​ສູງຄວາມ​ສາ­ມາດປະ­ດິດ​ສ້າງ​ຂອງ MSMEs, ປັບປຸງ​ຄວາມ​ສາມາດ​ເຂົ້າ​ເຖິງ​ໂຄງ​ສ້າງ​ພື້ນ­ຖານ​ເຄືອ​ຂ່າຍ​ອິນ​ເຕີ​ແນດແລະດິ​ຈິ​ຕອນ, ​ເສິມ​ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ ແລະຄວາມ​ສາມາດແຂ່ງ­ຂັນ​ຂອງ MSMEs, ກໍ່­ສ້າງ​ສະ­ພາບ​ແວດ​ລ້ອມ​ທີ່​ສະ­ດວກ ​ແລະ​ຊ່ວຍ​ເຫຼືອ​ການ​ລິ​ເລີ່ມທຸ­ລະ​ກິດຂອງ​ບັນ­ດາ MSMEs... ບັນ­ດາຜູ້​ນຳ​ກໍ່​ໃຫ້​ຄຳ​ຊົມ­ເຊີຍ​ຕໍ່​ການ​ຮັບ­ຮອງ​ເອົາ​ຍຸດ​ທະ​ສາດ ເອ​ເປກ ກ່ຽວ​ກັບ MSMEs ຂຽວ ໝັ້ນ­ຄົງ ແລະ ​ປະ­ດິດ​ສ້າງ.

ທີ​ຫ້າ, ເພື່ອ​ປະ­ກອບ­ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບການ​ເຕີບ​ໂຕຂອງ ເອ​ເປກ, ບັນ­ດາຜູ້​ນຳ​ກໍ່​ໄດ້​ເນັ້ນ​ໜັກ​ເຖິງ​ພາ­ລະ​ບົດ​ບດທີ່​ສຳຄັນຂອງ ເອ​ເປກ ໃນ​ການ​ຮັບ­ປະ­ກັນ​ຄວາມ​ໝັ້ນ­ຄົງ​ດ້ານ​ສະ­ບຽງ​ອາ­ຫານ ແລະກະສິກຳ, ການປູກ​ລ້ຽງແລະຫາ​ປາ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນອາ­ຊີ - ປາ​ຊີ​ຟິກ ແລະ ໃນ​ໂລກ, ພິ­ເສດ​ແມ່ນ​ໃນ​ສະພາບ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ ແລະການພັດ­ທະ­ນາ​ຊົນ­ນະ­ບົດ-ຕົວ​ເມືອງ; ຢືນ­ຢັນ​ຄືນ­ໃໝ່​ຄຳ​ໝັ້ນ​ສັນ​ຍາກ່ຽວ​ກັບ​ການ​ກໍ່­ສ້າງ​ລະ­ບົບ​ສະ­ບຽງ​ອາ­ຫານ ເອ​ເປກ ແບບ​ຍືນ​ຍົງ​ໃນ​ປີ 2020; ໃຫ້​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ປັບ­ປຸງ​ຕະ­ຫຼາດ​ສະ­ບຽງ​ອາ­ຫານ, ບັນ­ດາ​ມາດຕະ­ຖານ​ສະ­ບຽງ​ອາ­ຫານ ແລະເຊື່ອມ​ຕໍ່​ບັນດາ​ລະບົບສະ­ໜອງ​ສະ­ບຽງ​ອາ­ຫານ​ຢູ່​ພາກ​ພື້ນ ແນ­ໃສ່​ຫຼຸດ­ຜ່ອນ​ຄ່າ​ໃຊ້​ຈ່າຍ​ການ​ຄ້າ​ສະ­ບຽງ​ອາ­ຫານ, ຍົກ​ສູງ​ລັກ­ສະ­ນະ​ໂປ່ງ​ໃສ​ຂອງ​ຕະ­ຫຼາດ... ເອ​ເປກ ກໍ່​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ຈະ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແບບ​ຍືນ​ຍົງຕໍ່​ບັນ­ດາ​ແຫຼ່ງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະຮັບ­ຮອງ​ເອົາ​ແຜນ­ການ​ປະ­ຕິ­ບັດງານ​​ຫຼາຍ​ປີ​ກ່ຽວ​ກັບ​ການ​ປ່ຽນແປງ​ດິນ​ຟ້າ​ອາ­ກາດ ແລະຄວາມ​ໝັ້ນ­ຄົງ​ດ້ານ​ສະ­ບຽງ​ອາ­ຫານ​ໄລ­ຍະປີ 2018 - 2020.

ທີ​ຫົກ, ຄຽງ​ຄູ່​ກັບ​ບັນ­ດາ​ຜົນ­ສຳ­ເລັດ​ທີ່​ບັນ­ລຸ​ໄດ້​ໃນ​ຂອບ​ ເອ​ເປກ, ການ​ປຶກ­ສາ​ເຈລະຈາກ່ຽວ​ກັບສັນຍາ​ວ່າ​ດ້ວຍ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ກໍ່​ບັນ­ລຸ​ຜົນ­ສຳ­ເລັດຕົວຈິງ​ຫຼາຍ​ຢ່າງ. ພາຍ­ຫຼັງ ປະທານາທິ­ບໍ­ດີອາ​ເມ​ຣິກາ ໂດ​ນັນ ທຣັມ ຕົກ­ລົງ​ຖອນ​ຕົວອາ​ເມ​ຣິ​ກາອອກ​ຈາກ TPP, ບັນ­ດາ​ສະ­ມາ­ຊິກ TPP ​ຖືກ​ແບ່ງ​ແຍກ​ເປັນ​ຫຼາຍ​ກຸ່ມທີ່​ມີ​ທັດ­ສະ­ນະ ຫຼັກ​ໝັ້ນ ແລະຜົນ​ປະ­ໂຫຍດ​ແຕກ​ຕ່າງ​ກັນ. ມີ​ປະເທດ​ຈຳນວນ​ໜຶ່ງ​ຕັ້ງ­ໜ້າ​ຊຸກ­ຍູ້ ແລະຢາກ​ໄດ້​ສືບ­ຕໍ່​ຮັກສາ ຜັນ​ຂະຫຍາຍ​ສັນຍາ TPP-11, ຄື ຍີ່­ປຸ່ນ, ອົດ​ສ​ະຕຣາ​ລີ, ນິວ ​ຊີ​ແລນ... ມີ​ປະເທດ​ຈຳ­ນວນ​ໜຶ່ງ​ຢາກ​​ເຈລະຈາ​ຄືນ­ໃໝ່​ກ່ຽວ​ກັບ​ເນື້ອ​ໃນ​ຈຳ­ນວນ​ໜຶ່ງ, ຊ້ຳ­ຍັງຢາກ​​ໜ່ວງ​ໜ່ຽວ, ບໍ່​ຟ້າວ​ສືບ­ຕໍ່​ຊຸກ­ຍູ້ TPP-11, ຄື ກາ​ນາ​ດາ, ມາ​ເລ​ເຊຍ, ເມັກ​ຊິກ, ເປ​ຣູ, ຊີ​ເລ. ​ໂດຍບໍ່​ມີ​ຂໍ້​ຍົກເວັ້ນ, ຫວຽດ­ນາມກໍ່​ຖືກຜົນ​ກະທົບ​ຍ້ອນ​ຄວາມ​ຂາດ­ດຸນ​ຢ່າງ​ຮ້າຍ​ແຮງ​ລະ­ຫວ່າງຄວາມຮັບຜິດຊອບ​ແລະ​ຜົນ​ປະ​ໂຫຍ​ດ ພາຍ­ຫຼັງອາ​ເມ​ຣິ​ກາຖອນ​ຕົວ​ອອກ​ຈາກ TPP. ຫວຽດ­ນາມ​ມີຄວາມ​ຕ້ອງ­ການ​ເຈລະຈາ​ຄືນ­ໃໝ່​ກ່ຽວ​ກັບ​ເນື້ອ​ໃນ​ຈຳ­ນວນ​ໜຶ່ງ ເພື່ອສ້າງ​ຄວາມ​ສົມ​ດຸນ​ລະຫວ່າງ​ຄວາມ​ຮັບ­ຜິດ­ຊອບ ແລະຜົນ​ປະ­ໂຫຍດ, ພ້ອມນັ້ນ ຫວຽດນາມ​ເປັນ​ປະ­ເທດ​ເຈົ້າ­ພາບ​ຂອງ ເອ​ເປກ 2017, ຫວຽດ­ນາມ​ມີ​ຜົນ​ປະ­ໂຫຍດ​ໃນ​ການ​ຊຸກ­ຍູ້​ທ່າ​ອຽງ​ການ​ຄ້າ​ເສລີ, ສ້າງ​ຄວາມສະ­ດວກ​ດ້ານ​ການ​ຄ້າ ການ​ລົງ­ທຶນ ແລະ ສະແດງ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ປະ​ເທດເຈົ້າພາບ.

​ບັນດາການ​ເຈລະຈາກ່ຽວ​ກັບ TPP-11 ໄດ້​ດຳ​ເນີນ​​ໄປ​ໃນຄວາມຟົດ​ເດືອດ​ເຄັ່ງ​ຕຶງ​ເຖິງ​ນາ­ທີ​ສຸດ​ທ້າຍ. ແຕ່​ວ່າ, ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຂັນ​ແຂງ​ຂອງ ຍີ່­ປຸ່ນ, ອົດ​ສ​ະຕຣາ​ລີ, ການ​ເຂົ້າ​ຮ່ວມແລະປະ­ສານ​ສົມ­ທົບ​ຢ່າງ​ຕັ້ງ­ໜ້າ ມີ​ຄວາມ​ຮັບ­ຜິດ­ຊອບ​ຂອງປະ­ເທດ​ເຈົ້າ­ພາບຫວຽດ­ນາມ, 11 ສະ­ມາ­ຊິກ​ທີ່​ຍັງ​ເຫຼືອ​ຂອງ TPP ​ໄດ້​ບັນລຸ​​ຂໍ້​ຕົກ­ລົງ​ລວມທີ່​ມີ 5 ​ປະ​ເດັນ​ສຳຄັນຄື: 1- ປ່ຽນ​ຊື່ສັນ­ຍາ​ວ່າ​ດ້ວຍ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ TPP-11 ມາ​ເປັນ​ສັນຍາ​ຄູ່​ຮ່ວມ​ມື​ຮອບ­ດ້ານແລະກ້າວ­ໜ້າ​ຂ້າມ​ປາ​ຊີ​ຟິກ (CPTPP) ດ້ວຍ​ເນື້ອ​ໃນ​​ຕົ້ນ​ຕໍ່ຄື​ກັນ​ກັບ​ເນື້ອ​​ໃນ​ຂອງ TPP; 2- ອະ​ນຸ​ຍາດ​ໃຫ້​ສະ­ມາ­ຊິກ​ຢຸດ​ຕິ​ຊົ່ວ­ຄາວ​ການ​ປະ­ຕິ­ບັດ​ພັນ­ທະ​ຈຳ­ນວນ​ໜຶ່ງ, ລວມ​ມີ 20 ເນື້ອ​ໃນ, ໃນ​ນັ້ນ​ມີ 10 ຂໍ້​ທີ່​ພົວ­ພັນ​ເຖິງ​ສິດ­ທິ​ຊັບ​ສິນ​ທາງ​ບັນ​ຍາ; 3- CPTPP ​ຍັງມີ 4 ເນື້ອ​ໃນ​ທີ່ຕ້ອງ­ການ​ສືບ­ຕໍ່​ແກ້​ໄຂ​ຕາມ​ຫຼັງ; 4- ປັບ­ປຸງ​ເພີ່ມ​ເຕີ່ມ​ບັນ­ດາ​ຂໍ້​ກຳ­ນົດ​ກ່ຽວ​ກັບ​ລັກ​ລະ­ນະ​ບັງຄັບ​ໃຊ້, ຂະ​ບວນ​ການ​ຖອນ​ຕົວ​ອອກ, ການຂໍ​ເຂົ້າ​ຮ່ວມ ແລະ ການກວດ­ກາ CPTPP ຄືນ​ໄໝ່​ໃນ​ອະ­ນາ­ຄົດ; 5- CPTPP ກໍ່​ຍັງເປີດ​ປະຕູ​ໃຫ້ອາ​ເມ​ຣິ​ກາເຂົ້າ​ຮ່ວມ​ຄືນ­ໃໝ່ ແລະ​ໃຫ້​ພື້ນ­ຖານ​ເສດ­ຖະ­ກິດ​ອື່ນ​ເຂົ້າ​ຮ່ວມ​ໃນ​ອະ­ນາ­ຄົດ.

ການ​​ເຈລະຈາແລະຮັບ­ຮອງ​ເອົາ CPTPP ຢ່າງ​ສຳ​ລັດ​ຜົນ​ໃນ​ສັບ­ປະ­ດາ​ຂັ້ນ​ສູງ ເອ​ເປກ 2017 ​ມີ​ຄວາມ​ໝາຍ​ທີ່​ຕັ້ງ­ໜ້າ, ປະ­ກອບ­ສ່ວນ​ສືບ­ຕໍ່​ຊຸກ­ຍູ້​ບັນ­ດາ​ທ່າ​ອຽງ​ໃຫຍ່​ໃນ​ປະ­ຈຸ​ບັນ​ກ່ຽວ​ກັບ​ການສ້າງ​ກຳລັງ​ຜັດ​ດັນ​ໃໝ່​ໃຫ້​ແກ່​ການ​ເຕີບ​ໂຕ​ລົ້ນຫຼາມ, ການ​ຄ້າ​ເສລີ ແລະ ການພັດ­ທະ­ນາ​ແບບ​ຍືນ​ຍົງ; ພ້ອມ​ກັນ​ເພີ່ມ​ພູນ​ຄຸນ​ສ້າງ​ອະ­ນາ­ຄົດ​ຮ່ວມ​ກັນ​ໃຫ້​ແກ່​ພາກ​ພື້ນ​ອາ­ຊີ - ປາ​ຊີ​ຟິກແລະໂລກ.

ທີ​ເຈັດ, ເນື່ອງ​ໃນ​ໂອ­ກາດ​ສັບ­ປະ­ດາ​ຂັ້ນ​ສູງ ເອ​ເປກ 2017 ທີ່​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ດາ​ນັ໊ງນັ້ນ, ຄຽງ​ຂ້າງບັນ­ດາ​ການ­ເຄື່ອນ­ໄຫວ​ພະຫຸ​ພາຄີ, ຫວຽດ­ນາມຍັງໄດ້​ຈັດ​ຕັ້ງ​ການຕ້ອນ­ຮັບ​ປະມຸກ​ແຫ່ງ​ລັດຫຼາຍ​ທ່ານ ​ແລະຄະນະຜູ້​ນຳ​ຂັ້ນ​ສູງ​ບັນ­ດາຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງຫວຽດ­ນາມ ຢ່າງ​ສຳ­ເລັດ​ຜົນ. ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ ການ​ຢ້ຽມ­ຢາມ​ສອງ​ຝ່າຍ​ຂອງເລ­ຂາ­ທິ­ການ​ໃຫຍ່, ປະ­ທານ​ປະ­ເທດ​ແຫ່ງ ສປ ຈີນ ສີ ຈີ້ນ​ຜິງ ​ເຊິ່ງໄດ້​ຈັດ​ຂຶ້ນ​ພາຍ­ຫຼັງ ເອ​ເປກ 2017 ແລະ ກອງ​ປະ­ຊຸມ​ໃຫຍ່ຄັ້ງ​ທີ XIX ຂອງ​ພັກ​ກອມ​ມູ​ນິດຈີນ; ການ​ຢ້ຽມ­ຢາມ​ຂອງ ປະ­ທາ­ນາ­ທິ­ບໍ­ດີສະຫະລັດອາ​ເມ​ຣິກາ ໂດ​ນັນ ທຣັມ ໃນ​ປີ​ທຳ​ອິດ​ແຫ່ງ​ສະ­ໄໝ​ດຳ­ລົງ​ຕ່ຳ​ແໜ່ງ. ທັງ​ສອງ​ການ​ຢ້ຽມ­ຢາມ​ນີ້ ແລະບັນ­ດາ​ການ​ຢ້ຽມ­ຢາມ​ສອງ​ຝ່າຍ​ອື່ນໆ ພ້ອມ​ກັບ​ບັນ­ດາ​ການ­ເຄື່ອນ­ໄຫວ​ພົວ­ພັນ​ຕ່າງ­ປະ­ເທດ​ທີ່​ຟົດ­ຟື້ນ​ແລະ​ມີປະ​ສິດ­ທິ​ຜົນຢູ່​ຂ້າງ​ນອກ ເອ​ເປກ 2017 ໄດ້​ປະ­ກອບ­ສ່ວນ​ປັບ­ປຸງ​ສາຍ​ພົວ­ພັນ​ຄູ່​ຮ່ວມ​ມື​ຂອງ ຫວຽນ​າມກັບ​ຫຼາຍ​ປະ­ເທດ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ເວົ້າ​ລວມ​ແລ້ວ, ດ້ວຍ​ຄວາມ​ມາ­ນະ​ພະ­ຍາ­ຍາມ ແລະ ຄວາມ​ຕັດ­ສິນ​ໃຈ​ສູງ​ສຸດ, ຫວຽດ­ນາມໄດ້​ຈັດ​ຕັ້ງ​ສັບ­ປະ­ດາ​ຂັ້ນ​ສູງ ເອ​ເປກ ພ້ອມ​ກັບ​ຫຼາຍ​ເຫດ­ການ​ທີ່​ສຳ­ຄັນ, ທັງ​ສອງ​ຝ່າຍແລະຫຼາຍ​ຝ່າຍ ກໍ່​ຄື​ປີ ເອ​ເປກ 2017 ຢູ່ຫວຽດ­ນາມ ຢ່າງ​ສຳ­ເລັດ​ສົມ​ບຸນ​ທີ່​ສຸດ, ສ້າງ​ຊື່​ສຽງ​​ໂດ່ງ​ດັງ, ໄດ້​ຮັບ​ການ​ຍອມຮັບແລະຕີ​ລາ­ຄາ​ສູງ​ຈາກ​ປະ­ຊາ​ຄົມ​ສາ­ກົນ. ​ເບິ່ງ​ຄືນ ເອ​ເປກ ຫວຽດ­ນາມປີ 2017 ແລະ ສັບ­ປະ­ດາ​ຂັ້ນ​ສູງ ເອ​ເປກ ທັງ​ໝົດ, ພວກ​ເຮົາ​ມີ​ພື້ນ­ຖານອັນ​ຄົບ​ຖ້ວນ​ເພື່ອ​ຢືນ­ຢັນວ່າ ຫວຽດ­ນາມບັນ­ລຸ​ໄດ້​ທັງ 5 ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກມາ​ໃນ​ຂັ້ນ​ຕົ້ນ, ນັ້ນ​ແມ່ນ:

ທີ​ໜຶ່ງ, ຜັນ​ຂະ­ຫຍາຍ​ຢ່າງ​ສຳ­ເລັດ​ຜົນແນວ­ທາງ​ການ​ຕ່າງ­ປະ­ເທດ​ທີ່​​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກໄດ້​ວາງ​ອອກ​, ພິ­ເສດ​ແມ່ນ​ແຜນ​ນະ­ໂຍ­ບາຍ​ກ່ຽວ​ກັບ​ການເຊື່ອມ​ໂຍງ​ສາ­ກົນ​ຢ່າງຮອບ­ດ້ານ ແລະ ຍົກ​ລະ­ດັບ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ຫຼາຍ​ຝ່າຍຂຶ້ນ, ດ້ວຍ​ເປົ້າ​ໝາຍ​ສູງ​ສຸດ​ແມ່ນ​ຮັກ­ສາ​ສະ­ພາບ​ແວດ​ລ້ອມ​ແຫ່ງ​ສັນ­ຕິ­ພາບ ສະ​ຖຽມ​ລະ​ພາບ, ສ້າງ​ຄວາມ​ສະ­ດວກ​ເພື່ອ​ຮັບ​ໃຊ້​ພາ­ລະ­ກິດ​ແຫ່ງ​ການ​­ສ້າງສາ ແລະພັດທະ­ນາ​ປະ­ເທດ.

ທີ​ສອງ, ຍາດ​ແຍ່ງ​ຄວາມ​ສະ­ໜັບ­ສະ­ໜູນ ແລະແຫຼ່ງ​ພະ­ລັງ​ຂອງ ເອ​ເປກ ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ເພື່ອ​ຮັບ​ໃຊ້​ຍຸດ​ທະ​ສາດ​ພັດ­ທະ­ນາ​ເສ​າ​ຖະ​ກິດ - ສັງ­ຄົມ​ໄລ­ຍະປີ 2011 - 2020 ແນ­ໃສ່​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ​ໂຄງ​ປະ­ກອບ​ພື້ນ­ຖານ​ເສດ­ຖະ­ກິດ​ຄືນ­ໃໝ່, ຫັນ­ປ່ຽນ​ຕົວ​ແບບ​ການ​ເຕີບ​ໂຕ ແລະ ຂົນ­ຂວາຍ​​ໃຫ້ຕ່າງ​ປະ​ເທດຮັບຮອງ​ກົນ​ໄກ​ເສດ­ຖະ­ກິດ​ຕະ­ຫຼາດ​ຂອງຫວຽດ­ນາມໃນ​ປີ 2018.

ທີ​ສາມ, ​ຜ່ານ ເອ​ເປກ ເພື່ອ​ປັບ­ປຸງແລະ​ເພີ່ມ​ທະວີ​ການ​ພົວ­ພັນ​ກັບ​ບັນ­ດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ໃຫ້​ເລິກ​ເຊິ່ງ​ກວ່າ​ອີກ, ຍາດ​ແຍ່ງ​ໂອ­ກາດ​ເພື່ອ​ເຊັນ​ບັນ­ດາ​ຂໍ້​ຕົກ­ລົງ​ກັບ​ບັນ­ດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ, ດຶງ​ດູດ​ເອົາ​​ແຫຼ່ງ​ພະລັງຈາກ​ບັນດາວິ​ສາ​ຫະ​ກິດຂະໜາດ​ໃຫຍ່​ໃນ​ໂລກ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ­ທະ­ນາຂອງ​ຫວຽດນາມ​.

ທີ​ສີ່, ຍົກ​ສູງ​ຖາ­ນະ​ບົດ­ບາດ​ຂອງຫວຽດນ​າມໃນ​ເວ­ທີ​ສາ­ກົນ, ເປັນ­ຕົ້ນ​ແມ່ນ​ໃນ ອາ​ຊຽນ, ​ແລະ​ຜ່ານສິ່ງ​ດັ່ງກ່າວສ້າງ​ເງື່ອນ­ໄຂ​ອັນ​ສະ­ດວກ​ ເພື່ອ​ໃຫ້ຫວຽດ­ນາມສືບ­ຕໍ່​ຮັບຖານະ​ບົດ­ບາດການ​ຕ່າງປະເທດ​ຫຼາຍ​ຝ່າຍ​ທີ່​ສຳ­ຄັນ​ໃນ​ຕໍ່​ໄປ, ພິ­ເສດ​ແມ່ນ ​ປີປະ­ທານ ອາ​ຊຽນ (2020), ​ສະ­ມາ­ຊິກ​ບໍ່​ຖາ­ວອນສະ​ໄໝ​ທີ​ສອງ ຂອງ​ສະ­ພາ​ຄວາມ​ໝັ້ນ­ຄົງ​​ແຫ່ງສະ­ຫະ​ປະ­ຊາ​ຊາດ (2020 - 2021).

ທີ​ຫ້າ, ໂຄ­ສະ­ນາ​ເຜີຍ­ແຜ່​ຮູບ​ພາບ​ຂອງ​ປະ­ເທດ, ຜູ້​ຄົນ, ວັດ­ທະ­ນະ­ທຳ, ຄວາມ​ສາ­ມາດ​ບົ່ມ​ຊ້ອນ​ດ້ານການ​ທ່ອງ​ທ່ຽວ, ການ​ພັດ­ທະ­ນາ​ຂອງຫວຽດ­ນາມ ກັບ​ເພື່ອນ​ມິດ​ຢູ່​ໃນ​ໂລກ.

ທີ​ຫົກ, ແນະ­ນຳກ່ຽວ​ກັບດານັ໊ງ ທີ່​ເປັນ​ນະ­ຄອນ​​ແຫ່ງ​ການ​ພັດ­ທະ­ນາ​ຢ່າງ​ຂະ­ຫຍັນ​ຂັນ​ເຄື່ອນ, ເປັນ​ສູນ​ກາງ​ໃໝ່​ຂອງ​ພາກ​ພື້ນ ອາ­ຊີ - ປາ​ຊີ​ຟິກ ແລະ ອາ­ຊີ​ຕາ­ເວັນ​ອອກ​ສ່ຽງ​ໃຕ້ທັງ​ໝົດ ແລະ ສ້າງ​ກຳ­ລັງ​ຜັດ​ດັນ​ໃໝ່​ທີ່​ຊຸກ­ຍູ້​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ລົ້ນ​ຫຼາມ​ຂອງ​ພາກ​ກາງຫວຽດ­ນາມ​ທັງ​ໝົດ./.

ໂດຍ ​ເຈິ່ນງອກ​ຖາ​ຍ

ສະ​ຖາ​ບັນ​ການ​ຕ່າງປະ​ເທດ

------------------------

 * ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາ­ລະ­ສານ​ກອມ​ມູ​ນິດ ສະ­ບັບ​ທີ 902 (ເດືອນ​ທັນ­ວາ 2017)

(1) ຫວຽດ­ນາມ ເປັນ​ປະ­ເທດ​ເຈົ້າ­ພາບ ຈັດ​ຕັ້ງ ເອ​ເປກ ເທື່ອ​ທຳ​ອິດ​ໃນ​ປີ 2006 ທີ່ນະຄອນຫຼວງ ຮ່າ​ໂນ້ຍ.