ວກ. - ປີ 2017 ​ໄດ້​ຜ່ານ​ໄປ​ແລ້ວ ​ແຕ່​ໄດ້​ສ້າງ​ເຄື່ອງໝາຍ​ໃນຮູບ​ພາບ​​ເສດຖະກິດ​-ສັງຄົມຂອງ​ປະ​ເທດ​ຫວຽດນາມທີ່​ມີ​ຈຸດ​ສະຫວ່າງ​ຫຼາກຫຼາຍ​. ສິ່ງ​ດັ່ງກ່າວ​ເປັນ​ໜ້າ​ພາກພູມ​ໃຈ​ຫຼາຍ, ​ເຖິງ​ວ່າ​ຍັງ​ມີ​ຄວາມ​ຫຍຸ້ງຍາກ ​ແລະ​ຂໍ້​ຈຳກັດ​ກໍ​ຕາມ. ບັນດາ​ຜົນສຳ​ເລັດ​ທີ​ບັນລຸ​ໄດ້ພວມ​ສ້າງ​ຄວາມ​ເຊື່ອໝັ້ນ​ອັນ​ແຮງ​ກ້າ ​ເພື່ອ​ໃຫ້​ພວກ​ເຮົາ​ກ້າວ​ເຂົ້າ​ສູ່​ປີ 2018 ດ້ວຍ​ຄວາມ​ຫວັງ​ຈະ​ບັນລຸ ​ແລະ​ບັນລຸ​ລື່ນ​ຄາດໝາຍການ​ພັດທະນາ​ເສດຖະກິດ-ສັງຄົມ​ທີ່​ໄດ້​ວາງ​ໄວ້.

ລວມຍອດຜະລິດຕະພັນພາຍໃນປະເທດ (GDP - ຈີດີພີ) ປີ 2017 ເພີ່ມຂຶ້ນ 6,81%, ຕາມທ່າອຽງທີ່ດີ. (ພາບ: tuoitre.vn)

ບັນດາ​ຜົນສຳ​ເລັດ​ທີ່​ໂດດ​ເດັ່ນ

1- ທາງ​ດ້ານ​ເສດຖະກິດ

ຕີ​ລາຄາ​ລວມກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ປີ 2017 ​ແມ່ນ​ບັນດາ​ຄາດໝາຍການພັດທະນາ​ເສດຖະກິດ-ສັງ​ຄົມ​ທັງ​ໝົດທີ່​ສະພາ​ແຫ່ງ​ຊາດ​ວາງ​ອອກ​ມາ​ ໄດ້​ບັນລຸ​ແລະ​ບັນລຸ​ລື່ນລະດັບຄາດໝາຍ, ສູງ​ກວ່າ 6 ປີ​ກ່ອນ​ໜ້າ​ນີ້. ຈຸດ​ເດັ່ນ​ຄື, ຂະໜາດຂອງ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ​ໄດ້​ມີ​ຈຳນວນ​ເຖິງ 5 ລ້ານ​ຕື້​ດົ່ງ, ຫວຽດນາມ​ໄດ້​ບືນ​ຕົວ​ຂຶ້ນ​ເຖິງ​ກຸ່ມ 50 ພື້ນຖານ​ເສດຖະກິດ​ຂອງ​ໂລກ. ປີ 2017 ກໍ​ໄດ້ບັນທຶກ​ຜົນສຳ​ເລັດ​ທີ່​ສຳຄັນ​ໃນ​ຫຼາຍ​ດ້ານ​ຄື ການ​ລົງທຶນ​ໂດຍ​ກົງຈາກ​ຕ່າງປະ​ເທດ​ທັງ​ໝົດ (FDI), ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ, ຈຳນວນ​ວິ​ສາ​ຫະກິດ​ສ້າງ​ຕັ້ງ​ໃໝ່, ຈຳນວນ​ນັກ​ທ່ອງ​ທ່ຽວ, ການ​ປັບ​ໂຄງ​ສ້າງ​ໜີ້​ສາທາລະນະ… ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ທາງສັງຄົມ, ບັນດາ​ຄາດໝາຍ​ເຊັ່ນ ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ສາທາລະນະສຸກ, ການ​ສຶກສາ... ກໍ​​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ດີ.

ການ​ເຕີບ​ໂຕ​ທົ່ວ​ໄປ

ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (ຈີ​ດີ​ພີ) ປີ 2017 ​ເພີ່ມ​ຂຶ້ນ 6,81%, ຕາມ​ທ່າ​ອຽງທີ່​ຕັ້ງໜ້າ, ​ໄຕ​ມາດ​ຫຼັງ​ສູງ​ກວ່າ​ໄຕ​ມາດ​ກ່ອນ: ​ໄຕ​ມາດ​ທີ I ​ເພີ່ມ​ຂຶ້ນ 5,15%; ໄຕ​ມາດ​ທີ  II ເພີ່ມ​ຂຶ້ນ 6,28%; ໄຕ​ມາດ​ທີ III ເພີ່ມ​ຂຶ້ນ 7,46%; ໄຕ​ມາດ​ທີ IV ເພີ່ມ​ຂຶ້ນ 7,65%. ​ໃນ​ລະດັບ​ການ​ເພີ່ມ​ຂຶ້ນ 6,81% ນັ້ນ, ຂົງ​ເຂດ​ກະສິກຳ ການປ່າ​ໄມ້​ແລະ​ສິນ​ໃນ​ນ້ຳ​ໄດ້​ມີ​ການ​ຟື້ນ​ຟູ​ແລະ​ຂະຫຍາຍຕົວ ​ເພີ່ມ​ຂຶ້ນ 2,9% (ສູງ​ກວ່າ​ລະດັບ​ເພີ່ມ​ຂຶ້ນ 1,36% ຂອງ​ປີ 2016), ປະກອບສ່ວນ 0,44 ຈຸດ​ສ່ວນ​ຮ້ອຍ​ເຂົ້າ​ໃນ​ການ​ເພີ່ມ​ຂຶ້ນ​ລວມ; ຂົງ​ເຂດ​ອຸດສາຫະກຳ​ແລະການ​ກໍ່ສ້າງ​ເພີ່ມ​ຂຶ້ນ 8%, ປະກອບສ່ວນ 2,77 ຈຸດ​ສ່ວນ​ຮ້ອຍ; ຂົງ​ເຂດ​ການ​ບໍລິການ​ເພີ່ມ​ຂຶ້ນ 7,44%, ປະກອບສ່ວນ 2,87 ຈຸດ​ສ່ວນ​ຮ້ອຍ. ລະດັບ​ການ​ເຕີບ​ໂຕ​ຂອງ​ປີ​ໄດ້​ລື່ນ​ຄາດໝາຍ​ທີ່​ວາງ​ໄວ້ຄື 6,7% ​ແລະ​ສູງ​ກວ່າ​ລະດັບ​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີ​ແຕ່ 2011 - 2016, ຢືນຢັນ​ລັກສະນະ​ທັນ​ການ​ແລະ​ມີ​ປະສິທິຜົນ​ຂອງ​ບັນດາ​ມາດ​ຕະການທີ່​ລັດຖະບານ​ວາງອອກ​ມາ, ການ​ຊີ້​ນຳຢ່າງ​ຈົດ​ຈໍ່​ຂອງ​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ ​ແລະ​ບັນດາ​ທ້ອງ​ຖິ່ນ ​ເພື່ອ​ພ້ອມ​ກັນພະຍາຍາມ​ປະຕິບັດ.

ຂະໜາດ​ຂອງ​ພື້ນຖານ​ເສດຖະກິດ​ປີ 2017 ຕາມ​ລາຄາ​ປະຈຸ​ບັນ​ແມ່ນ 5.007,9 ພັນ​ຕື້​ດົ່ງ; ຈີ​ພີ​ພີ ຕໍ່​ຫົວ​ຄົນບັນລຸ 53,5 ລ້ານ​ດົ່ງ, ທຽບ​ເທົ່າ 2.385 ​ໂດ​ລາ​ສະຫະລັດ, ​ເພີ່ມຂຶ້ນ 170 ໂດ​ລາ​ສະຫະລັດທຽບ​ກັບ​ປີ 2016. ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ມີ​ການ​ຜັນ​ປ່ຽນ​ຢ່າງ​ຕັ້ງໜ້າ: ຂົງ​ເຂດ​ກະສິກຳ, ການ​ປ່າ​ໄມ້ ​ແລະ​ສິນໃນ​ນ້ຳ​ກວມ​ອັດຕາ​ສ່ວນ 15,34%; ຂົງ​ເຂດ​ອຸດສາຫະກຳ ​ແລະ​ການກໍ່ສ້າງ​ກວມ​ເອົາ 33,34%; ຂົງ​ເຂດ​ບໍລິການ​ກວມ​ເອົາ 41,32%; ພາສີ​ຜະລິດ​ຕະພັນ​ລົບ​ເງິນ​ອຸດ​ໜູນ​ຜະລິດ​ຕະພັນ​ກວມ​ເອົາ 10%.

ຍ້ອນ​ເສດຖະກິດ​ມີ​ການ​ເຕີບ​ໂຕ​ສູງ​ ດັ່ງ​ນັ້ນລາຍ​ຮັບ​ແລະ​ລາຍ​ຈ່າຍ​ງົບປະມານ​ຂອງ​ລັດຈຶ່ງ​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ, ການ​ເງິນມີ​ສະຖຽນ​ລະ​ພາບ, ທະນາຄານ​ຂະຫຍາຍຕົວ​ແລະ​ເຕີບ​ໂຕ​ດີ. ປີ 2017, ລາຍ​ຮັບ​ງົບປະມານ​ລື່ນ​ລະດັບຄາດໝາຍ 5%. ລາຍ​ຮັບ​ງົບປະມານ​ສູນ​ກາງ​ມີ​ຄວາມ​ສົມ​ດຸນ, ລາຍ​ຮັບ​ງົບປະ​ມານ​ທ້ອງ​ຖິ່ນ​ລື່ນ​ລະດັບຄາດໝາຍ 12,9%. ນີ້​ແມ່ນ​ຜົນສຳ​ເລັດ​ທີ່​ຕັ້ງໜ້າ, ສຳຄັນ​ໃນ​ການ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2017.

ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ​ທັງ​ໝົດ​ແຕ່​ຕົ້ນ​ປີ​ຮອດ​ວັນ​ທີ 15 ທັນວາ 2017 ​ແມ່ນ 1.219,5 ພັນ​ຕື້​ດົ່ງ, ​ເທົ່າ​ກັບ 87,7% ຄາດໝາຍ​ແຜນການ​ປີ, ​ໃນ​ນັ້ນ​ລາຍ​ຈ່າຍ​ປະຈຳ​ແມ່ນ 862,6 ພັນ​ຕື້​ດົ່ງ, ​ເທົ່າ​ກັບ 96,2%; ລາຍ​ຈ່າຍ​ດອກ​ເບ້ຍ: 91 ພັນ​ຕື້​ດົ່ງ, ​ເທົ່າ​ກັບ 92%; ສະ​ເພາະ​ລາຍ​ຈ່າຍ​ເພື່ອ​ລົງທຶນ​ພັດທະນາ​ແມ່ນ 259,5 ພັນ​ຕື້​ດົ່ງ, ​ເທົ່າ​ກັບ 72,6% ຄາດໝາຍ​ແຜນການ​ປີ (​ໃນ​ນັ້ນ​ລາຍ​ຈ່າຍ​ລົງທຶນ​ກໍ່ສ້າງພື້ນຖານ​ແມ່ນ 254,5 ພັນ​ຕື້​ດົ່ງ, ​ເທົ່າ​ກັບ 72,3%). ລາຍ​ຈ່າຍ​​ຊຳລະ​ໜີ້ຕົ້ນ​ທຶນ​ແຕ່​ຕົ້ນ​ປີ​ຮອດ​ວັນ​ທີ 15 ທັນວາ 2017 ບັນລຸປະມານ 147,6 ພັນ​ຕື້​ດົ່ງ, ​ເທົ່າ​ກັບ 90,1% ຄາດໝາຍ​ແຜນການ​ປີ. ການ​ຂາດ​ດຸນ​ງົບປະມານ​ຂອງ​ລັດ​ໃນ​ປີ 2017 ຫຼຸດ​ລົງ 4.000 ​ຕື້​ດົ່ງທຽບ​ກັບ​ຄາດໝາຍ​ແຜນການ, ​ເປັນ​ສັນຍານ​ທີ່​ດີ.

ຂະໜາດ​​ຕະຫຼາດ​ທຶນບັນລຸ​ປະມານ 103,42% ຈີ​ດີ​ພີ. ຕະຫຼາດ​ຫຼັກ​ຊັບ​ໄດ້​ພັດທະນາ​ຢ່າງ​ໄວວາ, ຖື​ບົດບາດ​ສຳຄັນ​ໃນ​ການ​ສະໜອງ​​ແຫຼ່ງທຶນ​ໄລຍະ​ກາງ​ແລະ​ໄລຍະ​ຍາວ​ໃຫ້​ພື້ນຖານ​ເສດຖະກິດ, ຊຸກຍູ້​ການ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ວິ​ສາ​ຫະກິດ. ຂະໜາດ​ຕະຫຼາດ​ທຶນ​ຮອດ​ທ້າຍ​ປີ 2017 ບັນລຸ​ປະມານ 103,42% ຈີ​ດີ​ພີ, ທຽບ​ກັບ​ລະດັບ 80% ຈີ​ດີ​ພີ ຂອງ​ປີ 2016, ​ແມ່ນ​ລະດັບ​ສູງ​ທີ່​ສຸດ​ນັບ​ຕົ້ງແຕ່​​ເປີດ​ປະຕູ​ຕະຫຼາດ​ມາ​ເຖິງ​ປະຈຸ​ບັນ.

ການ​ເຄື່ອນ​ໄຫວ​ທະນາຄານ ​ແລະ​ປະ​ກັນ​ໄພ​ໄດ້​ພັດທະນາ​ຢ່າງ​ດີ

ວິທີ​ການ​ຊຳລະ​ເງິນ​ທັງ​ໝົດ​ຂອງ​ລະບົບ​ທະນາຄານ​ເພີ່ມ​ຂຶ້ນ 14,19% ທຽບ​ກັບ​ປີ 2016 (​ໄລຍະ​ດຽວ​ກັນ​ຂອງ​ປີ​ 2016 ​ເພີ່ມ​ຂຶ້ນ 16,47%); ການ​ລະດົມ​ທຶນ​ຂອງ​ບັນດາສະ​ຖາ​ບັນ​ສິນ​ເຊື່ອ​ເພີ່ມ​ຂຶ້ນ 14,5% (ໄລຍະ​ດຽວ​ກັນ​ຂອງ​ປີ​ 2016 ​ເພີ່ມ​ຂຶ້ນ 16,88%); ການ​ເຕີບ​ໂຕ​ສິນ​ເຊື່ອ​ຂອງ​ພື້ນຖານ​ເສດຖະກິດ​ບັນລຸ 16,96%. ອັດຕາດອກ​ເບ້​ນ​ເງິນ​ຝາກມີ​ສະຖຽນ​ລະ​ພາບ, ອັດຕາດອກ​ເບ້ຍ​​ໃຫ້​ຂົງ​ເຂດ​ການ​ຜະລິດ​ແລະທຸລະ​ກິດ​ກູ້ຢືມ​ແມ່ນ​ໃນ​ລະດັບ 6,8% - 9% ຕໍ່​ປີ​ສຳ​ລັບ​​ໄລຍະ​ສັ້ນ; 9,3% - 11% ຕໍ່​ປີ​ສຳລັບ​​ໄລຍະ​ກາງ​ແລະ​ໄລຍະ​ຍາວ. ​ເບິ່ງ​ລວມ, ​ໂຄງ​ກາງ​ສິນ​ເຊື່ອ​ສືບ​ຕໍ່​ຕາມ​ທິດ​ລວມສູນ​ໃສ່​ບັນດາ​ຂົງ​ເຂດການ​ຜະລິດ​ແລະ​ທຸລະ​ກິດ​ທີ່​ໄດ້​ຮັບ​ບຸລິມະສິດ, ບັນດາ​ໂຄງການ​ໃຫຍ່​ທີ່​ເປັນ​ຈຸດ​ໜັກ​ໃຈກາງ​ຕາມ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ ​ເພື່ອຊ່ວຍ​ໜູນ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດຖະກິດ.

ຕະຫຼາດ​ປະກັນ​ໄພ​ໄດ້​ເຕີບ​ໂຕ​ຕາມ​ທາງ​ບວກ. ລາຍ​ໄດ້​ຈາກ​ຕະຫຼາດ​ທັງ​ໝົດ​ບັນລຸ 105,6 ພັນ​ຕື້​ດົ່ງ, ​ເພີ່ມ​ຂຶ້ນ 21,2% ທຽບ​ກັບ​ປີ​ກ່ອນ. ບັນດາ​ບໍລິສັດ​ປະ​ກັນ​ໄພລົງທຶນ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​ປະມານ 247,8 ພັນ​ຕື້​ດົ່ງ, ​ເພີ່ມ​ຂຶ້ນ 26,74%. ຈຳນວນ​ເງິນ​ທີ່​ບັນດາ​ບໍລິສັດ​ປະກັນ​ໄພຈ່າຍ​ຜົນ​ປະ​ໂຫຍ​ດປະກັນ​ໄພ​ໃນ​ປີ 2017 ​ແມ່ນ 29,4 ພັນ​ຕື້​ດົ່ງ, ​ເພີ່ມ​ຂຶ້ນ 14,9% ທຽບ​ກັບ​ປີ 2016.

ບັນດາ​ຂະ​ແໜງ​ການ​ຜະລິດ​ແລະ​ບໍລິການ​ໄດ້​ຟື້ນ​ຟູ​ຢ່າງ​ໄວ ​ແລະ​​ເຕີບ​ໂຕ​ຢ່າງ​ດີ

​ໃນ​ຂົງ​ເຂດ​ກະສິກຳ ການ​ປ່າ​ໄມ້ ​ແລະ​ສິນ​ໃນ​ນ້ຳ, ຂະ​ແໜງ​ສິນ​ໃນ​ນ້ຳ​ໄດ້​ເພີ່ມ​ຂຶ້ນ​ໄວ​ກວ່າ​ໝູ່​ຄື 5,54%, ປະກອບສ່ວນ 0,17 ຈຸດ​ສ່ວນຮ້ອຍ​ເຂົ້າ​ໃນ​ລະດັບ​ເພີ່ມ​ຂຶ້ນ​ທົ່ວ​ໄປ. ຂະ​ແໜງ​ກະສິກຳ​ເພີ່ມ​ຂຶ້ນ 2,07% (ປີ 2016 ​ເພີ່ມ​ຂຶ້ນ 0,72%), ປະກອບສ່ວນ 0,24 ຈຸດ​ສ່ວນຮ້ອຍ​ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຟື້ນ​ຟູ​ຂອງ​ຂະ​ແໜງ​ການ​ກະສິກຳພາຍຫຼັງຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຂອງ​ໄພ​ທຳ​ມະ​ຊາດ​ໃນ​ປີ 2016, ທ່າ​ອຽງ​ປ່ຽນ​ແປງ​ໂຄງ​ປະກອບ​ຜະລິດ​ຕະພັນ​ພາຍ​ໃນ​ຂະ​ແໜງ​ການ ຕາມ​ທິດ​ລົງທຶນ​ເຂົ້າ​ໃນ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄຸນຄ່າ​ເສດຖະກິດ​ສູງ ມີ​ປະສິດທິ​ຜົນ​ເຊັ່ນ ການ​ລ້ຽງສັດ​ນ້ຳ, ປາບາ​ຊາ, ກຸ້ງ, ຜັກ ໝາກ​ໄມ້​ຄຸນ​ນະພາ​ບສູງ... ທີ່​ມີ​ມາດຕະຖານ​ພຽງພໍ​ສຳລັບ​ການ​ສົ່ງ​ອອກ​ໄປ​ຍັງ​ບັນດາ​ຕະຫຼາດ​ທີ່​ເອົາ​ໃຈ​ຍາກ​ຄື ອາ​ເມຣິກາ, ອົດ​ສະຕຣາລີ, ສະຫະພາບ​ເອຣົບ...

ຂະ​ແໜງ​ການ​ອຸດສາຫະກຳ​ເພີ່ມ​ຂຶ້ນ 7,85%, ສູງກວ່າ​ລະດັບ​ເພີ່ມ​ຂຶ້ນ​ 7,06% ຂອງ​ປີ 2016, ປະກອບສ່ວນ 2,23 ຈຸດ​ສ່ວນ​ຮ້ອຍ​ເຂົ້າ​ໃນ​ລະດັບ​ເພີ່ມ​ຂຶ້ນທົ່ວ​ໄປ. ຈຸດ​ສະຫວ່າງ​ຂອງ​ຂົງ​ເຂດ​ນີ້​ແມ່ນ ຂະ​ແໜງ​ອຸດສາຫະກຳປຸງ​ແຕ່ງ, ຜະລິດ ທີ່​ມີ​ລະດັບ​ເພີ່ມ​ຂຶ້ນ 14,4% (​ແມ່ນ​ລະດັບ​ເພີ່ມ​ຂຶ້ນ​ສູງ​ທີ່​ສຸດ​ໃນ 7 ປີ​ທີ່​ຜ່ານ​ມາ), ປະກອບສ່ວນ​ຫຼາຍ​ພໍ​ຄວມຄື 2,33 ຈຸດ​ສ່ວນ​ຮ້ອຍ​ ເຂົ້າ​ໃນລະດັບ​ເພີ່ມ​ຂຶ້ນ​ທົ່ວ​ໄປ.

​ໃນ​ຂົງ​ເຂດ​ບໍລິການ, ການ​ຂາຍຍົກ​ແລະ​ຂາຍຍ່ອຍ​ເພີ່ມ​ຂຶ້ນ 8,36% ທຽບ​ກັບ​ປີ​ກ່ອນ, ​ເປັນ​ຂະ​ແໜງ​ການ​ທີ່​ມີ​ສ່ວນ​ປະກອບ​ສູງ​ທີ່​ສຸດ​ເຂົ້າ​ໃນ​ລະດັບ​ເຕີບ​ໂຕລວມ (0,79 ຈຸດ​ສ່ວນ​ຮ້ອຍ); ບໍລິການ​ທີ່​ພັກ​ແລະ​ບໍລິການ​ອາຫານ​ມີ​ລະດັບ​ເຕີບ​ໂຕ​ສູງ​ເຖິງ 8,98% ທຽບ​ກັບ​ລະດັບ​ເພີ່ມຂຶ້ນ 6,7% ຂອງ​ປີ 2016, ປະກອບສ່ວນ 0,33 ຈຸດ​ສ່ວນ​ຮ້ອຍ.

ການທ່ອງທ່ຽວ​ເຕີບ​ໂຕ​ໄວ

​ໃນ​ປີ 2017, ຫວຽດນາມ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວຕ່າງປະ​ເທດ 12,9 ລ້ານຄົນ, ​ເພີ່ມ​ຂຶ້ນ​ເກືອບ 30% ທຽບ​ກັບ​ປີ 2016 ​ແລະ ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ຫຼາຍ​ກວ່າ 73 ​ລ້ານ​ຄົນ. ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ​ຕົກ​ເຂົ້າ​ໃນ​​ລາຍ​ຊື່ປະ​ເທດ​ທີ່​ມີການທ່ອງທ່ຽວ​ທີ່​ເຕີບ​ໂຕ​ຢ່າງ​ໄວ, ຖືກ​ອົງການ​ທ່ອງ​ທ່ຽວ​ໂລກ​ຈັດ​ອັນດັບ​ທີ 6 ​ໃນ 10 ຈຸດ​ທ່ອງ​ທ່ຽວ​ທີ່​ມີ​ການພັດທະນາ​ໄວ​ທີ່​ສຸດ​ໃນ​ໂລກ ​ແລະ​ນຳ​ໜ້າ​ອາຊີ​ກ່ຽວ​ກັບຄວາມ​ໄວ​ນີ້. ລວມຍອດ​ລາຍ​ໄດ້ຈາກ​ການ​ທ່ອງທ່ຽວ​ໃນ​ປີ 2017 ບັນລຸ​ໄດ້​ຫຼາຍກວ່າ 510.000 ຕື້​ດົ່ງ, ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ປະ​ເທດ.

ການປະຕິບັດ​ເງິນ​ລົງທຶນ​ພັດ​ທະນາທົ່ວ​ສັງຄົມ​ໃນ​ປີ 2017 ບັນລຸ​ຄາດໝາຍ​ດີ​ພໍ​ຄວນ, ​ໂດຍ​ສະ​ເພາະ​ແມ່ນ​ທຶນ​ຂອງ​ເອກະ​ຊົນ ​ແລະ ຂົງ​ເຂດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ລວມຍອດ​ທຶນ​ທີ່​ໄດ້​ລົງທຶນ​ທົ່ວ​ສັງຄົມ​ໃນ​ປີ 2017 ຕາມ​ລາຄາ​ປະຈຸ​ບັນ​ບັນລຸ 1.667,4 ພັນ​ຕື້​ດົ່ງ, ​ເພີ່ມ​ຂຶ້ນ 12,1% ​ແລະ​ເທົ່າ​ກັບ 33,3% ຈີ​ດີ​ພີ, ບັນລຸ​ຄາດໝາຍແຜນການ; ຂົງ​ເຂດ​ນອກ​ພາກ​ລັດ​ບັນລຸ 676,3 ພັນ​ຕື້​ດົ່ງ, ກວມ​ເອົາ 40,5% ​ແລະ​ເພີ່ມ​ຂຶ້ນ 16,8% ​ເຊິ່ງ​ເປັນ​ຜົນສຳ​ເລັ​ດໃໝ່ທີ່​ໜ້າ​ຍ້ອງຍໍຊົມ​ເຊີຍ.

ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ

ນັບ​ແຕ່​ຕົ້ນ​ປີ​ຮອດ​ວັນ​ທີ 20 ທັນວາ 2017, ມີ 2.591 ​ໂຄງການທີ່​ໄດ້​ຮັບ​ໃບ​ອະນຸຍາດ​ໃໝ່ ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ 21,3 ຕື້ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 3,5% ທາງ​ດ້ານ​ຈຳນວນ​ໂຄງການ ​ແລະ​ເພີ່ມ​ຂຶ້ນ 42,3% ທາງ​ດ້ານ​ຈຳນວນ​ທຶນ​ຈົດ​ທະບຽນ ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2016. ຄຽງ​ຄູ່​ກັນ​ນັ້ນ, ມີ 1.188 ​ໂຄງການທີ່​ໄດ້​ຮັບ​​ອະນຸຍາດຈາກຊຸມ​ປີ​ກ່ອນ ​ໄດ້​ຂໍດັດ​ປັບ​ທຶນ​ຈົດ​ທະບຽນ ດ້ວຍ​ຈຳນວນ​ທຶນຕື່ມ​ອີກ 8,4 ຕື້ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 49,2% ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່ອນ, ຍົກ​ຈຳນວນ​ທຶນ​ທີ່​ຈົດ​ທະບຽນ​ໃໝ່ ​ແລະທຶນ​ເພີ່ມ​ເ​ຕີມ​ໃນ​ປີ 2017 ຂຶ້ນ​ເປັນ 29,7 ຕື້ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 44,2% ທຽບ​ກັບ​ປີ 2016. ການ​ປະຕິບັດ​ທຶນ​ທີ່​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໃນ​ປີ 2017 ບັນລຸ 17,5 ຕື້ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 10,8% ທຽບ​ກັບ​ປີ 2016. ​ໃນ​ປີ 2017 ຍັງ​ມີ​ການ​ເຄື່ອນ​ໄຫວ​ເຂົ້າ​ຫຸ້ນ, ຊື້​ຫຸ້ນຂ​ອງ​ນັກລົງທຶນ​ຕ່າງປະ​ເທດ​ເປັນ 5.002 ຄັ້ງ ດ້ວຍ​ມູນ​ຄ່າ​ທັງ​ໝົດ 6,2 ຕື້ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 45,1% ທຽບ​ກັບ​ປີ 2016.

ການ​ສົ່ງ​ອອກ​ແລະນຳ​ເຂົ້າ​ສິນຄ້າ, ບໍລິການ​ ໄດ້​ບັນລຸ​ລະດັບ​ສູງ, ລື່ນ​ຄາດໝາຍ​ແຜນການ​ທີ່​ວາງ​ໄວ້

ປີ 2017, ມູນ​ຄ່າ​ສິນຄ້າ​ສົ່ງ​ອອກ​ບັນລຸ 213,8 ຕື້ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 21,1% ທຽບ​ກັບ​ປີ​ກ່ອນ (​ແຜນການ​ທີ່​ວາງ​ໄວ້​ແມ່ນ​ເພີ່ມ​ຂຶ້ນ 10%), ນີ້​ແມ່ນການ​ເພີ່ມ​ຂຶ້ນ​ສູງ​ທີ່​ສຸດ​ໃນຮອບ​ຫຼາຍ​ປີທີ່​ຜ່ານ​ມາ, ​ໃນ​ນັ້ນ ຂົງ​ເຂດ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ບັນລຸ 58,53 ຕື້ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 16,2%; ຂົງ​ເຂດ​ເສດຖະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ (ນັບ​ທັງ​ນ້ຳມັນ​ອາຍ​ແກ​ສ) ບັນລຸ 155,24 ຕື້ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 23%. ຖ້າ​ຫາກ​ຍົກ​ເວັ້ນປັດ​ໄຈ​ລາຄາ, ມູນ​ຄ່າ​ສິນຄ້າ​ສົ່ງ​ອອກ​ປີ 2017 ​ເພີ່ມ​ຂຶ້ນ 17,6%.

ມູນ​ຄ່າການ​ສົ່ງ​ອອກສິນຄ້າ​ທີ່​ສຳຄັນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ທຽບ​ກັບ​ປີກ່ອນ: ​ໂທລະສັບ​ແລະສ່ວນ​ປະກອບ​ບັນລຸ 45,1 ຕື້ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 31,4%; ສິ່ງ​ທໍ​ບັນລຸ 25,9 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 8,8%; ​ເຄື່ອງ​ເອ​ເລັກ​ໂຕຣນິກ, ຄອມ​ພິວ​ເຕີ ​ແລະ​ສ່ວນ​ປະກອບ​ບັນລຸ 25,9 ຕື້ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 36,5%; ​ເກີບ, ​ແຕະ ບັນລຸ 14,6 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 12,6%; ​ເຄື່ອງ​ຈັກ, ອຸປະກອນ, ​ເຄື່ອງ​ອະ​ໄຫຼ່​ບັນລຸ 12,8 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 26,4%; ສິນ​ໃນ​ນ້ຳ​ບັນລຸ 8,4 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 18,5%; ​ໄມ້​ແລະ​ຜະລິດ​ຕະພັນ​ຈາກໄມ້ບັນລຸ 7,6 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 9,2%.

ການ​ສົ່ງ​ນອກ​ສິນຄ້າກະສິກຳ ປ່າ​ໄມ້ ​ແລະ​ສິນ​ໃນ​ນ້ຳ​ປີ 2017 ບັນລຸ 36,37 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 13% ທຽບ​ກັນ​ປີ 2016 (32,1 ຕື້​ໂດ​ລາ​ສະຫະລັດ). ລະອຽດ​ຄື, ມູນ​ຄ່າ​​ສິນຄ້າ​ກະສິກຳ​​ສົ່ງ​ອອກບັນລຸ 18,96 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 15,7%; ມູນ​ຄ່າ​ສິນ​ໃນ​ນ້ຳ​ສົ່ງ​ອອກ​ບັນລຸ 8,32 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 18%; ບັນດາ​ປະ​ເພດ​ສິນຄ້າ​ຈາກປ່າ​ໄມ້​ສົ່ງ​ອອກ​ບັນລຸ 7,97 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 9,2%. ​ເບິ່ງ​ລວມ​ແລ້ວ, ການ​ສົ່ງ​ອອກ​ບັນດາ​ປະ​ເພດ​ສິນຄ້າ​ກະສິກຳ ປ່າ​ໄມ້ ສິນ​ໃນ​ນ້ຳ​ ລ້ວນ​ແຕ່​ເພີ່ມ​ຂຶ້ນທາງ​ດ້ານ​ປະລິມານ ​ແລະ​ມູນ​ຄ່າ, ​ໂດຍ​ສະ​ເພາະ​ແມ່ນ ມູນ​ຄ່າ​ຜັກ​ແລະໝາກ​ໄມ້​ສົ່ງ​ອອກ​ບັນລຸ 3,45 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 40,5% ທຽບ​ກັບ​ປີ 2016. ນີ້​ແມ່ນ​ຈຸດ​ໃໝ່​ທີ່​ສຳຄັນ ​ແລະ​ມີ​ຄວາມ​ໝາຍສຳລັບ​ການ​ຜະລິດ ​ແລະ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະສິກຳ​ເວົ້າ​ລວມ, ສຳລັບ​ສິນຄ້າ​ຜັກ​ແລະ​ໝາກ​ໄມ້​ເວົ້າ​ສະ​ເພາະ​ທຽບ​ກັບ​ຊຸມ​ປີ​ກ່ອນ.

ມູນ​ຄ່າ​ສິນຄ້າ​ນຳ​ເຂົ້າ​ປີ 2017 ບັນລຸ 211,1 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 20,8% ທຽບ​ກັບ​ປີ​ 2016, ​ໃນ​ນັ້ນ​ຂົງ​ເຂດ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ບັນລຸ 84,7 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 17%; ຂົງ​ເຂດ​ເສດຖະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ບັນລຸ 126,4 ຕື້ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 23,4%. ຖ້າ​ຫາກ​ຍົກ​ເວັ້ນປັດ​ໄຈ​ລາຄາ, ມູນ​ຄ່າ​ສິນຄ້າ​ນຳ​ເຂົ້າປີ 2017 ເພີ່ມ​ຂຶ້ນ 17,7% ທຽບ​ກັບ​ປີ 2016. ມູນ​ຄ່າການ​ນຳ​ເຂົ້າ​ສິນຄ້າບາງ​ປະ​ເພດ​ທີ່​ຮັບ​ໃຊ້​ຄວາມ​ຕ້ອງການຂອງການ​ຜະລິດພາຍ​ໃນ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ທຽບ​ກັບ​ປີ​ກ່ອນ. ກ່ຽວ​ກັບ​ໂຄງ​ສ້າງ​ສິນຄ້າ​ນຳ​ເຂົ້າປີ 2017, ກຸ່ມ​ສິນຄ້າ​ທີ່​ເປັນ​ວັດຖຸອຸປະກອນ​ການ​ຜະລິດ​ບັນລຸ 192,9 ຕື້​ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 21,1%, ກວມ​ເອົາ 91,4% ລວມຍອດ​ມູນ​ຄ່າ​ສິນຄ້າ​ນຳ​ເຂົ້າ.

ປີ 2017, ມູນ​ຄ່າ​ສິນຄ້າ​ສົ່ງ​ອອດ​ແລະນຳ​ເຂົ້າຂອງຫວຽດນາມບັນລຸ​ 400 ຕື້ໂດ​ລາ​ສະຫະລັດ, ຫຼາຍ​ກວ່າ 4 ​ເທົ່າທຽບ​ກັບ​ລະດັບ 100 ຕື້ໂດ​ລາ​ສະຫະລັດຂອງ​ປີ 2007, ​​ເປັນ​ປີ​ທີ່​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ (WTO). ພ້ອມ​ກັນ​ນັ້ນ, ດຸນ​ການ​ຄ້າ​ກໍ​ມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ. ປີ 2016 ຂາດ​ດຸນ​ການ​ຄ້າ​ເຖິງ 1,78 ຕື້ໂດ​ລາ​ສະຫະລັດ ​ແລະທັງ​ໝົດ​ຂອງ​ປີ 2017 ​ແມ່ນ 2,7 ຕື້ໂດ​ລາ​ສະຫະລັດ.

ດັດຊະນີ​ລາຄາ​ຜູ້​ບໍລິ​ໂພ​ກ (CPI) ສະ​ເລ່ຍ​ໃນ​ປີ 2017 ​ເພີ່ມ​ຂຶ້ນ 3,53% ທຽບ​ກັບ​ສະ​ເລ່ຍ​ໃນ​ປີ 2016, ຕ່ຳ​ກວ່າ​ຄາດໝາຍ​ທີ່​ສະພາ​ແຫ່ງ​ຊາດ​ວາງອອກ​ມາ. ດັດຊະນີ​ລາຄາ​ຜູ້​ບໍລິ​ໂພ​ກ​ເດືອນ​ທັນວາ 2017 ​ເພີ່ມ​ຂຶ້ນ 2,6% ທຽບ​ກັບ​ເດືອນ​ທັນວາ 2016, ຄິດ​ສະ​ເລ່ຍ​ແຕ່ລະ​​ເດືອນ​ເພີ່ມ​ຂຶ້ນ 0,21%. ລາຄາ​ຄຳ​ໃນ​ປະ​ເທດ​ມີ​ການ​ຜັນ​ຜວນ​ຕາມ​ລາຄາ​ຄຳ​​ໃນ​ໂລກ, ສ​ະ​ເລ່ຍປີ 2017 ເພີ່ມ​ຂຶ້ນ 3,71% ທຽບ​ກັບ​ປີ 2016. ດັດຊະນີ​ລາຄາ​ໂດ​ລາສະຫະລັດ​ເດືອນ​ທັນວາ 2017 ຫຼຸດ​ລົງ 0,05% ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2016; ສະ​ເລ່ຍປີ 2017 ເພີ່ມ​ຂຶ້ນ 1,4% ທຽບ​ກັບ​ປີ 2016.

2- ທາງ​ດ້ານ​ສັງຄົມ

ອັດຕາ​ການ​ເຕີບ​ໂຕ​ຂອງ​ປະຊາກອນ​ຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ, ການ​ເຄື່ອນ​ໄຫວ​ສາທາລະນະ​ສຸກ ​ແລະ​ເບິ່ງ​ແຍງ​ສຸຂະພາບ​ຂອງ​ປະຊາຊົນມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ, ຜູ້​ອອກ​ແຮງ​ງານ​ມີ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ, ອັດ​ຕາ​ຄົນວ່າງ​ງານ​ຫຼຸດ​ລົງ.

ປະຊາກອນ​ຂອງ​ປະ​ເທດ​ໃນ​ປີ 2017 ​ມີ​ປະມານ 93,7 ລ້ານ​ຄົນ, ​ເພີ່ມຂຶ້ນ 987.300 ຄົນ, ​ປະມານ 1,07% ທຽບ​ກັບປີ 2016, ​ໃນ​ນັ້ນ ປະຊາກອນ​ໃນ​ຕົວ​ເມືອງ: 32,9 ລ້ານ​ຄົນ, ກວມ​ເອົາ 35,1%; ປະຊາກອນ​ຊົນນະບົດ: 60,8 ລ້ານ​ຄົນ, ກວມ​ເອົາ 64,9%. ການ​ເຄື່ອນ​ໄຫວ​ສາທາລະນະ​ສຸກ ​ແລະ​ເບິ່ງ​ແຍງ​ສຸຂະພາບ​ຂອງ​ປະຊາຊົນມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ.

ປີ 2017, ອັດຕາ​ການ​ເກີດ​ໂດຍ​ລວມ​ແມ່ນປະມານ 2,04 ​ເດັກ​ຕໍ່​ແມ່ ​ແລະຕ່ຳ​ກວ່າ​ລະດັບທົດ​ແທນ. ອັດຕາ​ສ່ວນ​​ເພດຂອງ​ເດັກ​ເກີດ​ໃໝ່​ແມ່ນ 112,4 ​ເດັກ​ຊາຍ​ຕໍ່ 100 ​ເດັກ​ຍິງ; ອັດຕາ​ການ​ເກີດ​ໃໝ່​​ແມ່ນ 14,71‰; ອັດຕາ​ການ​ຕາຍ​ຂອງ​ເດັກ​ແມ່ນ 6,84‰. ອັດຕາ​ການ​ຕາຍ​ຢູ່​ໃນ​ລະດັບ​ຕ່ຳ ສະ​ແດງ​ໃຫ້​ເຫັນ​ເຖິງ​ປະສິດທິ​ຜົນ​ຂອງບັນດາ​ໂຄງການ​ເບິ່ງ​ແຍງ​ດູ​ແລສຸຂະພາບ​ຂອງ​ແມ່​ແລະ​ເດັກ​ເວົ້າ​ສະ​ເພາະ ​ແລະ​ຂອງ​ວຽກງານ​ປ້ອງ​ກັນ​ສຸຂະພາບ, ຍົກ​ສູງ​ລະດັບ​ຊີວິດ​ຂອງ​ປະຊາຊົນ​ເວົ້າ​ລວມ​ໃນ​ເວລາ​ທີ່​ຜ່ານ​ມາ. ອາຍຸ​ໄຂ​ຂອງ​ປະຊາກອນ​ໃນ​ປະ​ເທດປີ 2017 ​ແມ່ນ 73,5 ປີ, ​ໃນ​ນັ້ນ ອາຍຸ​ຂອງ​ຜູ້​ຊາຍ​ແມ່ນ 70,9 ປີ ​ແລະ​ແມ່ຍິງ​ແມ່ນ 76,2 ປີ.

​ແຮງ​ງານ​ທີ່​ມີ​ອາຍຸ 15 ປີ​ຂຶ້ນ​ໄປ​ກຳລັງ​ເຮັດ​ວຽກ​ໃນ​ບັນດາ​ຂະ​ແໜງ​ການ​ເສດຖະກິດ​ປີ 2017 ປະມານ 53,7 ລ້ານ​ຄົນ, ​ເພີ່ມ​ຂຶ້ນ 416.100 ຄົນ​ທຽບ​ກັບ​ປີ 2016. ອັດຕາ​ສ່ວນ​ແຮງ​ງານ​ໃນ​ໄວ​ອາຍຸ​ທີ່​ໄດ້​ຜ່ານ​ການ​ຝຶກ​ອົບຮົມ​ປະມານ 21,5%, ສູງ​ກວ່າ​ລະດັບ 20,6% ຂອງ​ປີ​ກ່ອນ. ອັດຕາ​ສ່ວນວ່າ​ງງານ​ຂອງ​​ແຮງ​ງານ​ໃນ​ໄວ​ອາຍຸ​ປີ 2017 ​ແມ່ນ 2,24% (ປີ 2016 ​ແມ່ນ 2,3%; ປີ 2015 ​ແມ່ນ 2,33%).

ກ່ຽວ​ກັບ​ຊີວິດ​ການ​ປັນ​ຢູ່ຂອງ​ປະຊາຊົນ ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ

ຊີວິດ​ການ​ປັນ​ຢູ່ຂອງ​ປະຊາຊົນປີ 2017 ​ເບິ່ງ​ລວມ​ເປັນ​ປົກກະຕິ ​ແລະ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ, ຈຳນວນ​ຄອບຄົວ​ທຸກ​ຍາກ​ຫຼຸດ​ລົງ. ປີ 2017, ມີ 181.400 ຄອບຄົວ​ປະສົບ​ຄວາມ​ອຶດຫິວ, ຫຼຸດ​ລົງ 31,7% ທຽບ​ກັບ​ປີ​ກ່ອນ, ທຽບ​ເທົ່າ 746.100 ຄົນ​ທີ່ຖືກ​ອຶດຫິວ, ຫຼຸດ​ລົງ 32,1%. ສະພາບ​ຄວາມ​ອຶດຫິວ​ໃນ​ຊຸມ​ເດືອນ​ຕົ້ນ​ປີ ​ແລະ​ທ້າຍ​ປີມີ​ທ່າ​ອຽງຫຼຸດ​ລົງ. ​ເພື່ອ​ແກ້​ໄຂ​ສະພາບ​ການ​ນີ້, ​ແຕ່​ຕົ້ນ​ປີ, ບັນດາ​ຂັ້ນ ຂະ​ແໜງ​ການ, ບັນດາ​ອົງ​ກາ​ສູນ​ກາງ ​ແລະ​ທ້ອງ​ຖິ່ນ​ໄດ້​​ໃຫ້ການຊ່ວຍ​ເຫຼືອ​​ແກ່ຄອບຄົວ​ທີ່ຂາດອາຫານ ດ້ວຍ​ສະບຽງ​ອາຫານ 22.800 ​ໂຕນ ​ແລະ​ເງິນ 1.100 ລ້ານ​ດົ່ງ. ຕາມ​ເກນ​ກຳນົດ​ຄວາມທຸກ​ຍາກທີ່​ໝູນ​ໃຊ້​ໃຫ້​ແກ່​ໄລຍະ 2016 - 2020, ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ໃນ​ປີ 2017 ​ແມ່ນປະມານ 8%.

ວຽກ​ງານ​ “ຕອບ​ແທນບຸນຄຸນຂອງ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ຊາດ” ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ​ຈາກ​ພັກ, ລັດ ​ແລະ​ສັງຄົມ. ​ໃນ​ປີ 2017, ລັດ​ໄດ້​ຈ່າຍເງິນ 5.832 ຕື້​ດົ່ງ, ປະກອບ​ດ້ວຍ 3.370 ຕື້​ດົ່ງ​ເປັນ​ຂອງຂວັນ​ແລະ​​ເງິນອຸດ​ໜູນ​​ໃຫ້ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ; 1.759 ຕື້​ດົ່ງ​ເພື່ອ​ອຸດ​ໜູນ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ ​ແລະ 703 ຕື້​ດົ່ງ​ເພື່ອ​​ແກ້​ໄຂ​ໄພ​ອຶດຫິວ​ແລະ​ບັນ​ເທົາ​ທຸກ​ທາງ​ສັງຄົມ​ອື່ນ. ຄຽງ​ຂ້າງ​ນັ້ນ, ​​ມີ​ເກືອບ 17 ລ້ານ​ບັດປະກັນ​ສຸຂະພາບ, ປຶ້ມ/ບັດ​ກວດ​ພະຍາດ ​ແລະປົວ​ພະຍາດບໍ່​ເສຍ​ຄ່າ​ໃຊ້ຈ່າຍ ທີ່ໄດ້​ມອບ​ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ໃນ​ທົ່ວ​ປະ​ເທດ.

ກ່ຽວ​ກັບ​ການ​ສຶກສ, ຝຶກ​ອົບຮົມ

ທັງ​ໝົດ 63 ​ແຂວງ​, ກຳ​ແພງນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ ​ໄດ້​ບັນລຸ​ມາດຕະຖານ​ເຜີຍ​ແຜ່​ການ​ສຶກສາ​ອະນຸບານ​ທົ່ວ​ໄປ​ສຳລັບ​ເດັກ​ອາຍຸ 5 ປີ; 63 ແຂວງ​, ກຳ​ແພງນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ ​ໄດ້​ບັນລຸ​ມາດຕະຖານ​ເຜີຍ​ແຜ່​ການ​ສຶກສາຂັ້ນ​ປະຖົມ​ຖືກຕ້ອງ​ຕາມ​ອາຍຸລະດັບ 1 ທີ່​ໄດ້ກຳນົດ​ຢູ່​ໃນ​ໜັງສື​ວຽນ​ເລກທີ 36 ຂອງ​ກະຊວງ​ສຶກສາ​ແລະ​ຝຶກ​ອົບຮົມ, ​ໃນ​ນັ້ນ​ມີ 12 ທ້ອງ​ຖິ່ນ​ໄດ້​ຖືກ​ຮັບຮອງວ່າ​ບັນລຸ​ມາດຕະຖານ​ເຜີຍ​ແຜ່​ການ​ສຶກສາ​ຂັ້ນ​ປະຖົມ​ຖືກຕ້ອງ​ຕາມ​ອາຍຸ​ລະດັບ 2.

ການ​ຝຶກ​ອົບຮົມອາຊີບ, ຄິດ​ເຖິງ​ທ້າຍ​ປີ 2017 ຄັດ​ເລືອກຜູ້​ຮຽນ​ໃໝ່​ໄດ້ 2.090 ພັນ​ຄົນ, ​ໃນ​ນັ້ນ ຊັ້ນວິທະຍາ​ໄລ ​ແລະ​ລະດັບ​ກາງ ​ຄັດ​ເລືອກ​ໄດ້ 540 ພັນ​ຄົນ; ການ​ຝຶກ​ອົບຮົມຊັ້ນ​ປະຖົມ​ແລະຊຸດ​ຝຶກ​ອົບຮົມບໍ່​ເຖິງ 3 ​ເດືອນ ຄັດ​ເລືອກ​ຜູ້​ຮຽນ​ໄດ້ 1.550 ພັນ​ຄົນ. ຄຽງ​ຂ້າງນັ້ນ, ​ໃນ​ປີ 2017 ​ໄດ້​ຈັດການ​ຝຶກ​ອົບຮົມ​ໃຫ້​ຜູ້​ອອກ​ແຮງ​ງານ​ຊົນນະບົດປະມານ 600 ພັນ​ຄົນ ​ແລະ​ຜູ້​ອອກແຮງ​ງານ​ພິການ 19 ພັນ​ຄົນ.

ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ ​ແລະ​ກິລາກາ​ຍະ​ກຳ ມີ​ການ​ຂະຫຍາຍຕົວ

​ໃນ​ປີ 2017 ມີ​ກິດຈະກຳ​ທີ່​ໂດດ​ເດັ່ນ​ຫຼາຍ​ຢ່າງ​ເຊັ່ນ ງານ​ເທດສະການ​ມໍລະດົກ ກວ໋າງນາມ ຄັ້ງ​ທີ VI;  ງານ​ວາງສະ​ແດງ Telefilm 2017 ຢູ່​ນະຄອນ ​ໂຮ່ຈີ​ມິນ; ງານ​ເທດສະການດົນຕີ​ຂັບ​ລຳ​ສະ​ໝັກ​ຫຼິ້ນ​ແຫ່ງ​ຊາດ​ຄັ້ງ​ທີ II ຢູ່ບິ່ງ​ເຢືອງ; ງານ​ບຸນ​ດອກ​ໄມ້​ໄຟ​ສາກົນ ດາ​ນັ້ງ; ສິລະ​ປະ​ຂັບ​ລຳ ບ່າຍ​ຈ່ອຍ ຖືກ​ຮັບ​ຮູ້​ວ່າ​ເປັນ​ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຕົວ​ຄົນ​ຂອງ​ມະນຸດຊາດ; ຂັບ​ລຳ ຊວານ​ຝູ​ເທາະ ຖືກ​ອົງການສຶກສາ-ວິທະຍາສາດ-ວັດທະນະທຳ​ແຫ່ງ​ສະຫະ​ປະຊາ​ຊາດ (UNESCO) ​ເອົາ​ອອກ​ຈາກ​ບັນຊີລາຍ​ຊື່​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຕົວ​ຕົນ ທີ່​ຕ້ອງ​ໄດ້​ປົກ​ປັກ​ຮັກສາ​ຢ່າງ​ຮີບ​ດ່ວນ ​ແລະ ລົງທະບຽນ​ໃນ​ບັນຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ມີ​ຕົວ​ຕົນ​ທີ່​ເປັນ​ຕົວ​ແທນ​ຂອງ​ມະນຸດຊາດ.

​ເຖິ​ງວັນ​ທີ 30 ພະຈິກ 2017, ນັກ​ກິລາ​ຫວຽດນາມ​ໄດ້​ຮັບ​ຫຼຽນ​ປະ​ເພດ​ຕ່າງໆ 1.045 ຫຼຽນ​ໃນ​ການ​ແຂ່ງຂັນ​ກິລາ​ລະດັບ​ສາກົນ, ​ໃນ​ນັ້ນ ຫຼຽນ​ຄຳ 425 ຫຼຽນ, ຫຼຽນ​ເງິນ 301 ຫຼຽນ, ຫຼຽນ​ທອງ 319 ຫຼຽນ. ​ໃນ​ການ​ແຂ່ງຂັນ​ກິລາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄັ້ງ​ທີ 29, ທິມກິລາ​ຫວຽດນາມ​ໄດ້​ເຂົ້າ​ແຂ່ງຂັນ​ຢ່າງ​ດີ​ເດັ່ນ ​ແລະ​ຍາດ​​ເອົາ​ຫຼຽນປະພດຕ່າງໆ​ໄດ້ 168 ຫຼຽນ (ຫຼຽນ​ຄຳ 56 ຫຼຽນ, ຫຼຽນ​ເງິນ 50 ຫຼຽນ ​ແລະຫຼຽນ​ທອງ 60 ຫຼຽນ), ຢູ່​ໃນ​ອັນ​ດັບ​ທີ 3 ​ໃນ​ຈຳນວນ 11 ປະ​ເທດ​ທີ່​ເຂົ້າ​ຮ່ວມ.

ກ່ຽວ​ກັບ​ຄວາມ​ປອດ​ໄພ​​ໃນ​ການຈະລາຈອນ

ຈຳນວນ​ອຸບັດ​ຕິ​ເຫດ​ຈະລາຈອນ​ໃນ​ປີ 2017 ຫຼຸດ​ລົງ 7%; ຈຳນວນ​ຜູ້​ເສຍ​ຊີວິດ​ຫຼຸດ​ລົງ 4,7%; ຈຳນວນ​ຜູ້​ບາດ​ເຈັບ​ຫຼຸດ​ລົງ 7% ​ແລະ​ຈຳນວນ​ຜູ້​​ບາດ​ເຈັບນ້ອຍ​ໄດ້​ຫຼຸດ​ລົງ 12,6%. ຈາກ​ນັ້ນ​ໃຫ້​ເຫັນ​ວ່າ, ບັນຫາ​ຄວາມ​ປອດ​ໄພ​ໃນ​ການ​ຈະລາຈອນມີ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ, ຫຼຸດ​ລົງ​ທັງ​ສາມ​ດ້ານ: ຈຳນວນ​ອຸບັດ​ຕິ​ເຫດ, ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຈຳນວນ​ຜູ້​ບາດ​ເຈັບ.

ການ​ແກ້​ໄຂ​ຜ່ານ​ຜ່າ​ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ​ໄພ​ທຳ​ມະ​ຊາດ

ຄິດ​ໄລ່​ລວມ​ໃນ​ປີ 2017, ​ໄພ​ທຳ​ມະ​ຊາດ​​ໄດ້ເຮັດ​ໃຫ້ຄົນຕາຍ​ແລະຫາຍ​ໄປ 389 ຄົນ ​ແລະຄົນບາດ​ເຈັບ 668 ຄົນ. ມູນ​ຄ່າ​ເສຍ​ຫາຍ​ທັງ​ໝົດ​ຍ້ອນ​ໄພ​ທຳ​ມະ​ຊາດ​ໃນ​ປີ 2017 ​ແມ່ນ​ປະມານ 60 ພັນ​ຕື້​ດົ່ງ, ຫຼາຍ​ກວ່າ 1,5 ​ເທົ່າທຽບ​ກັບ​ປີ 2016.

​ເພື່ອ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​​ໄພພິບັດທາງ​ທຳ​ມະ​ຊາດ, ການ​ນຳ​ສູນ​ກາງ ​ແລະ​ທ້ອງ​ຖິ່ນ​ໄດ້​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຢ່າງ​ທັນ​ການ​ແລະມີ​ປະສິດທິ​ຜົນ, ປະຕິບັດ​ທິດ​ນຳ “4 ປະຈຳ​ທີ່” ​ເປັນ​ຢ່າງ​ດີ, ບໍ່​ຖືກ​ຕົກ​ໃນ​ທ່າ​ຮັບ​ທີ່​ບໍ່​ຄາດ​ຄິດ. ລັດຖະບານ​ໄດ້ສະໜັບສະໜູນ​ເຂົ້າສານ​ຫຼາຍ​ກວ່າ 14.600 ​ໂຕນ ​ແລະ​ປະຊາຊົນ​ທົ່ວ​ປະ​ເທດ​ໄດ້​ສະໜັບສະໜູນ​ເງິນ​ເປັນ​ພັນ​ຕື້​ດົ່ງ ​ໃຫ້​ແກ່​ບັນດາ​ທ້ອງ​ຖິ່ນ​ທີ່​ຖືກ​ຜົນ​ກະທົບ​ຈາກໄພ​ທຳ​ມະ​ຊາດ. ອາ​ໄສ​ສິ່ງ​ດັ່ງກ່າວ, ຮອດ​ທ້າຍ​ປີ, ສະພາບ​ການ​ຜະລິດ ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ເຂດ​ຖືກ​ໄພ​ທຳ​ມະ​ຊາດ​ໄດ້​ເປັນ​ປົກກະຕິ​ໂດຍ​ພື້ນຖານ ​ແລະ​ພັດທະນາ​ເທື່ອ​ລະ​ກ້າວ.

ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ການ​ປ້ອງ​ກັນ​ໄຟ​ໄໝ້​ແລະ​ການລະ​ເບີດ

ປີ 2017, ກ່ຽວ​ກັບ​ບັນຫາ​ປ້ອງ​ກັນ​ສິ່ງ​ແວດ​ລ້ອມ​ລະບົບ​ນິ​ເວດ, ລັດຖະບານ​ໄດ້​ຊີ້​ນຳບັນດາ​ຂະ​ແໜງ​ການ ບັນດາ​ທ້ອງ​ຖິ່ນ ບັນດາ​ວິ​ສາ​ຫະກິດ ​ແລະ​ທົ່ວ​ສັງຄົມ ​ໃຫ້​ຜັນ​ຂະຫຍາຍ​ຫຼາຍ​ແຜນ​ນະ​ໂຍບານ ​ແລະ​ວິທີ​ແກ້​ໄຂຢ່າງ​ຂ້ຽວຂາດ ​ເພື່ອ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ລະບົບ​ນິ​ເວດ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ຕັ້ງໜ້າ​ແລະ​ເປັນ​ຮູບ​ປະ​ທຳ.

ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທຸລະ​ກິດ

ຄິດ​ໄລ່​ລວມທັງ​ປີ 2017, ທົ່ວປະ​ເທດ​ມີ 126.859 ວິ​ສາ​ຫະກິດ​ຈົດ​ທະບຽນ​ສ້າງ​ຕັ້ງ​ໃໝ່ ​ໂດຍມີທຶນ​ຈົດ​ທະບຽນທັງ​ໝົດ 1.295,9 ພັນ​ຕື້​ດົ່ງ, ​ເພີ່ມ​ຂຶ້ນ 15,2% ທາງ​ດ້ານ​ຈຳນວນ​ວິ​ສາ​ຫະກິດ ​ແລະ​ເພີ່ມ​ຂຶ້ນ 45,4% ທາງ​ດ້ານ​ຈຳນວນ​ທຶນ​ຈົດ​ທະບຽນ​ທຽບ​ກັບ​ປີ 2016; ທຶນ​ຈົດ​ທະບຽນ​ສ​ະ​ເລ່ຍຂອງ​ວິ​ສາ​ຫະກິດ​ສ້າງ​ຕັ້ງ​ໃໝ່​​ແຫ່ງ​ໜຶ່ງແມ່ນ 10,2 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 26,2%. ຖ້າ​ຫາກ​ຄິດ​ໄລ່​ທັງ 1.869,3 ພັນ​ຕື້​ດົ່ງ​ຂອງ 35.200 ວິ​ສາ​ຫະກິດທີ່ເພີ່ມ​ທຶນ​ ກໍ​ຈະ​ເຮັດ​ໃຫ້​ຈຳນວນ​ທຶນ​ຈົດ​ທະບຽນ​ທັງ​ໝົດ​ທີ່​ເພີ່ມ​ເຕີນ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​ໃນ​ປີ 2017 ​ເພີ່ມ​ຂຶ້ນ​ເປັນ 3.165,2 ພັນ​ຕື້​ດົ່ງ. ຄຽງ​ຄູ່​ກັນ​ນັ້ນ, ຍັງ​ມີ 26.448 ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຄືນ​ໃໝ່, ຍົກ​ຈຳນວນ​ວິ​ສາ​ຫະກິດ​ຈົດ​ທະບຽນ​ສ້າງ​ຕັ້ງ​ໃໝ່ ​ແລະວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຄືນ​ໃໝ່​ໃນ​ປີ​ຂຶ້ນ​ເປັນ 153.300 ວິ​ສາ​ຫະກິດ.

ຜົນສຳ​ເລັດ​ຮອບດ້ານ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ສັງຄົມດັ່ງກ່າວ​ເທິງ​ນີ້​ໄດ້​ປະກອບສ່ວນປັບປຸງ​ຄວາມ​ເຊື່ອ​ຖື, ສ້າງ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ໃນ​ທົ່ວ​ສັງຄົມ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ສາກົນ (ສະຫະ​ປະຊາ​ຊາດ​ປະ​ເມີນ​ດັດຊະນີ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ​ປີ 2017 ​ເພີ່ມ​ຂຶ້ນ​ຕື່ມ​ອີກ 20 ລະດັບ, ​ເຖິງ​ລະດັບ 68/157 ປະ​ເທດ​ແລະ​ດິນ​ແດນ).

ບັນດາ​ຂໍ້​ຈຳກັດ​ແລະ​ຄວາມ​ບໍ່​ເໝາະ​ສົມ

ຄຽງຄູ່​ກັບ​ຜົນສຳ​ເລັດ​ທີ່​ບັດ​ລຸ​ໄດ້​ນັ້ນ, ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຫວຽດນາມ​ໃນ​ປີ 2017 ກໍ​ຍັງ​ມີ​ຂໍ້​ຈຳກັດ​ແລະ​ຄວາມ​ບໍ່​ເໝາະ​ສົມ​ຫຼາຍ​ປະການ​ລຸ່ມ​ນີ້:

ທາງ​ດ້ານ​ເສດຖະກິດ:

ຄຸນ​ນະພາ​ບການ​ເຕີບ​ໂຕ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ແຕ່​ຍັງ​ຊ້າ; ປະສິດທິພາບ​​ແຮງ​ງານ​ບໍ່​ສູງ. ການ​ເຕີບ​ໂຕ​ຂອງ​ບາງ​ຂະ​​ແໜງການ, ຂົງ​ເຂດ​ຍັງ​ຕ່ຳ. ການ​ສົ່ງ​ອອກ​ສິນຄ້າ​ບາງ​ປະ​ເພດ​ຫຼຸດ​ລົງ​ທຽບ​ກັບ​ປີ​ກ່ອນ: ກາ​ແຟ ບັນລຸ 3,2 ຕື້ໂດ​ລາ​ສະຫະລັດ, ຫຼຸດ​ລົງ 3,7% (ທາງ​ດ້ານປະລິມານ​ຫຼຸດ​ລົງ 20,1%); ໝາກ​ຜິ​ກ​ໄທ​ບັນລຸ 1,1 ຕື້ໂດ​ລາ​ສະຫະລັດ, ຫຼຸດ​ລົງ 21,7% (ທາງ​ດ້ານ​ປະລິມານ​ເພີ່ມ​ຂຶ້ນ 20,9%) ຍ້ອນ​ລາຄາ​ສະ​ເລ່ຍສິນຄ້າ​ປະ​ເພດ​ນີ້​ຫຼຸດ​ລົງ 21,1%.

ການຈັດ​ສັນ​ແລະ​ການ​ເບີກ​ຈ່າຍ​ເງິນ​ລົງທຶນ​ສາທາລະນະ​ຖືກ​ຊັກ​ຊ້າ, ບໍ່​ບັນລຸແຜນການທີ່​ວາງ​ໄວ້. ໜີ້​ສະ​ທາ​ລະນະ​ຍັງ​ສູງ; ການ​ແກ້​ໄຂ​ໜີ້​ເສຍ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ; ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ຕໍ່​ວິ​ສາ​ຫະກິດ​ຂອງ​ລັດ ​ແລະ​ການ​ຖອນ​ທຶນ​ຂອງ​ລັດ​ອອກ​ຈາກ​ວິ​ສາ​ຫະກິດ​ບໍ່​ບັນລຸ​ແຜນການທີ່​ວາງ​ໄວ້. ​ໂຄງການ​ລົງທຶນ​ຂອງລັດ​ວິ​ສາ​ຫະກິດ​ຫຼາຍແຫ່ງ​ດຳ​ເນີ​ນໄປ​ຢ່າງ​ຊັກຊ້າ, ປະສິດທິ​ຜົນ​ຕ່ຳ, ​ຂາດທຶນ, ​ເສຍ​ຫາຍທຶນ. ​ເຖິງ​ວ່າ​ຈຳນວນ​ວິ​ສາ​ຫະກິດ​ສ້າງ​ຕັ້ງ​ໃໝ່​ຫຼາຍ​ພໍ​ຄວນ ​ແຕ່​ຕົ້ນຕໍ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ, ຄວາມ​ສາມາດ​ແຂ່ງຂັນ​ຕ່ຳ, ການ​ເຊື່ອມ​ຕໍ່​ກັບ​ຂົງ​ເຂດ​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຍັງ​ຖືກ​ຈຳກັດ. ການຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ບັນດາ​ຂະ​ແໜງ​ການ​ກະສິກຳ, ອຸ​ດສາ​ຫະກຳ, ການ​ບໍລິການຢູ່​ບາງ​ເຂດ ບາງ​ທ້ອງ​ຖິ່ນຍັງ​ຖືກ​ຊັກ​ຊ້າ, ງຸ່ມ​ງ່າມ, ຍັງ​ບໍ່​ເຊື່ອມ​ຕິດ​ກັບ​ຕະຫຼາດ. ການ​ຄຸ້ມ​ຄອງ​ພັດທະນາ​ຕົວ​ເມືອງ​ຍັງ​ມີ​ຄວາມ​ຈຳກັດ​ຫຼາຍ. ສະພາບ​ການ​ຄ້າ​ຂອງ​ເຖື່ອນ, ການສໍ້​ໂກ​ງທານ​ການ​ຄ້າ, ການຜະລິດ​ຝຸ່ນ​ປອມ ຄຸນ​ນະພາ​ບຕ່ຳ, ການ​ສໍ້​ໂກ​ງທຸລະ​ກິດ​ໃນ​ຮູບ​ແບບ​ຫຼາຍ​ລະດັບ, ສິນ​ເຊື່ອ​ມືດ... ຍັງ​ເກີດ​ຂຶ້ນ​ຢູ່​​ບາງ​ແຫ່ງ. ການຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຍັງ​ຊ້າ; ຄວາມ​ສາມາດ​ແຂ່ງຂັນ​ຍັງຖືກ​ຈຳກັດ. ໜີ້​ສາທາລະນະ​ເພີ່ມ​ຂຶ້ນ, ລາຍ​ໄດ້​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຍັງ​ຕ່ຳ. ຈີ​ດີ​ພີ ສະ​ເລ່​ຍຕໍ່​ຫົວ​ຄົນ​ບັນລຸ 53,5 ລ້ານ​ດົ່ງ, ທຽບ​ເທົ່າ 2.385 ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 170 ໂດ​ລາ​ສະຫະລັດທຽບ​ກັບ​ປີ 2016 ​ແຕ່​ກໍ​ຍັງ​ຕ່ຳ​ທຽບ​ກັບ​ຄວາມ​ຕ້ອງການ ​ແລະ ທຽບ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຄວາມ​ປອດ​ໄພ, ສຸຂະ​ອະນາ​ໄມ​ອາຫານ​ຍັງ​ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ.

ທາງ​ດ້ານ​ສັງຄົມ:

​ໃນ​ປີ 2017, ທົ່ວ​ປະ​ເທດ​ມີ 175.800 ກໍ​ບະ​ນີຕິ​ດພະຍາດ​ໄຂ້​ເລືອດ​ອອກ (38 ຄົ​ນເສຍ​ຊີວິດ); ​ເກືອບ 102.700 ກໍລະນີຕິດພະຍາດ​ຕີນ-ມື-ປາກ; 630 ກໍລະນີ​ຕິດ​ໄຂ້ທໍ​ບະ​ພິດ; 720 ກໍລະນີ​ຕິດພະຍາດ​ສະໝອງ​ອັກ​ເສບ​ຍ້ອນ​ເຊື້ອ​ໄວຣັດ (26 ຄົນ​ເສຍ​ຊີວິດ); 111 ກໍ​ບະ​ນີຕິດອາຫານ​ທີ່​ເປັນ​ພິດ, ​ເຮັດ​ໃຫ້ 3.374 ຄົນ​ຖືກ​ພິດ, ​ໃນ​ນັ້ນ 22 ຄົນ​ເສຍ​ຊີວິດ.

ຄຸນ​ນະພາ​ບຂອງ​ການ​ສຶກສາ​ມະຫາວິທະຍາ​ໄລແລະການ​ຝຶກ​ອົບຮົມ​ວິຊາ​ຊີບ​ມີ​ການ​ຜັນ​ປ່ຽນ​ຢ່າງ​ຊັກ​ຊ້າ, ບໍ່​ຕິດ​ແໜ້ນກັບ​ຄວາມ​ຕ້ອງການ​ຂອງ​ສັງຄົມ. ການ​ພັດທະນາ​ຕະຫຼາດ​ວິທະຍາສາດ-​ເຕັກ​ໂນ​ໂລໍ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ; ຈຳນວນວິສາ​ຫະກິດທີ່​ເຂົ້າ​ຮ່ວມ​ໃນ​ຕະຫຼາດ​ນີ້​ບໍ່​ຫຼາຍ, ຂະໜາດ​ຍັງ​ນ້ອຍ. ສະພາບ​ການຫຼີກ​ລ່ຽງ, ຕິດໜີ້​ປະກັນ​​ໄພສັງຄົມ, ປະກັນ​ສຸຂະພາບ ຍັງ​ບໍ່​ໄດ້​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ. ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຖືກ​ໄພ​ທຳ​ມະ​ຊາດ ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ສະພາບ​ການ​ຂົ່ມຂືນ​ເດັກນ້ອຍ ​ແມ່ຍິງ, ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ, ​ເດັກນ້ອຍ​ຖືກ​ອຸບັດ​ຕິ​ເຫດ ຖືກ​ຈົມ​ນ້ຳ ຍັງ​ເກີດ​ຂຶ້ນຢູ່​ຫຼາຍ​ແຫ່ງ. ວຽກ​ງານ​ຮັບ​ປະກັນ​ສະຖຽນ​ລະ​ພາບ​ ແລະຄວາມປອດ​ໄພ​ເຄືອ​ຂ່າຍ ຂໍ້​ມູນຍັງ​ມີ​ຈຸດ​ອ່ອນ​ຫຼາຍ; ການ​ເຄື່ອນ​ໄຫວ​ສື່​ຂ່າວ ໜັງສືພິມມີ​ຄວາ​ຜິດພາດ​ຫຼາຍ.

ສະພາບ​ການ​ທຳລາຍ​ປ່າ, ການ​ຂຸດ​ຄົ້ນ​ດິນຊາຍ​ກວດ​ຜິດ​ກົດໝາຍ​ ໄດ້​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ; ການຄຸ້ຄອງ ຂຸດ​ຄົ້ນ​ແຮ່​ທາດ, ຊັບພະຍາກອນ​ນ້ຳຍັງ​ຟຸມ​ເຟືອຍ, ມີ​ຂໍ້​ບົກ​ພ່ອງ​ຫຼາຍ. ສະພາບ​ການປ້ອງ​ກັນຄວາມສະຫງົບ, ຄວານ​ເປັນ​ລະບຽບ​ໃນ​ບາງ​ພື້ນ​ທີ່​ຍັງ​ຜັນ​ປ່ຽນ​ຢ່າງ​ສັບສົນ. ​ໃນ​ປີ 2017, ​ອາດຊະຍາ​ກຳ, ການ​ຄ້າ​ຢາ​ເສບ​ຕິດ, ການ​ສໍ້​ລາດ​ບັງ​ຫຼວງ, ​ການຕ້ານ​ເຈົ້າ​ໜ້າ​ທີ່​ທີ່​ກຳລັງ​ປະຕິບັດ​ງານ ຍັງເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ, ອຸບັດ​ຕິ​ເຫດ​ຈະລາຈອນ ​ແລະອັກຄີ​ໄພຍັງ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ.

​ເສດຖະກິດ​ຫວຽດນາມ​ປີ 2017 ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ຍິ່ງ​ໃຫຍ່, ສ້າງ​ການ​ບຸກທະລຸ​ທີ່​ປະ​ທັບ​ໃຈ. ອັດຕາ​ການ​ເຕີບ​ໂຕ​ຂອງ ຈີ​ດີ​ພີ ບັນລຸ 6,81%, ລື່ນ​ຄາດໝາຍ​ແຜນການທີ່​ວາງ​ອອກ​ມາ​ຄື 6,7%, ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ໄດ້​ຢ່າງ​ຫຼວງ​ຫຼາຍ, ບັນລຸ 36 ຕື້ໂດ​ລາ​ສະຫະລັດ, ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດປະຕິບັດ​ໄດ້​ເກືອບ 18 ຕື້ໂດ​ລາ​ສະຫະລັດ; ລວມຍອດມູນ​ຄ່າການ​ສົ່ງ​ອອກ​ແລະ​ນຳ​ເຂົ້າບັນລຸ​ເປົ້າ​ໝາຍ 400 ຕື້ໂດ​ລາ​ສະຫະລັດ; ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໄດ້ 13 ລ້ານ​ຄົນ; ການ​ສຳລອງ​ເງິນຕາ​ຕ່າງປະ​ເທດບັນລຸ​ປະມານ 52 ຕື້ໂດ​ລາ​ສະຫະລັດ ​ເຊິ່ງ​ເປັນລະດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ເຖິງ​ປະຈຸ​ບັນ... ບັນດາຈຸດສະຫວ່າງ​ທັງ​ໝົດ​ນັ້ນ​ໄດ້​ສ້າງ​ເປັນ​ຮູບ​ພາບ​ເສດຖະກິດ​ຫວຽດນາມ​ປີ 2017 ທີ່​ມີ​ສີສົດ​ໃສ ​ແລະ ຜົນສຳ​ເລັດ​ໃຫຍ່ຫຼາຍ​ຢ່າງ./.

​ໂດຍ ຮສ. ປອ. ຫງວຽນ​ຊິງ​ກຸກ

ສະຫະກົມ​ສະ​ຖິຕິ

-----------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 904 (​ເດືອນ​ກຸມພາ 2018)