ວກ.ອອນ​ໄລ - ປີ 2017, ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ຫວຽດນາມ​ເຮົາ ​ໄດ້​ຮ່ວມ​ຈິດ​ຮ່ວມ​ໃຈ ຮ່ວມ​ແຮງ​ກັນ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກສິ່ງ​ທ້າ​ທາຍ, ບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງ​ທີ່​ສຳຄັນ ຮອບດ້ານ​ໃນ​ທຸກ​ຂົງ​ເຂດ; ສ້າງ​ປະຖົມ​ປັດ​ໄຈ​ທີ່​ສຳຄັນ​ເພື່ອ​ໃຫ້​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ, ຊຸມ​ຊົນທຸລະກິດ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ ສືບ​ຕໍ່​ຄວາມ​ພະຍາຍາມ ສູ້​ຊົນ​ປະຕິບັດບັນດາ​ເປົ້າ​ໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມ​ ປີ 2018 ​ແລະ 5 ປີ 2016 - 2020 ຢ່າງ​ສຳ​ເລັດ​ມີ​ໄຊ ຕາມ​ມະຕິ​ຂອງ​ພັກ ​ແລະ ​ມະຕິຂອງ​ສະພາ​ແຫ່ງ​ຊາດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ. (ພາບ: baoquocte.vn)

1- ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ມາ​ເຖິງ​ປະຈຸ​ບັນ, ຄຽງ​ຂ້າງ​ກັບ​ໂອກາດ ​ແລະຄວາມ​ສະດວກ​ດີຫຼາຍ​ຢ່າງ, ປະ​ເທດ​ເຮົາກໍ່​ຕ້ອງ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ. ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະທົ່ວ​ກອງທັບ​ເຮົາ ​ໄດ້​ເປັນ​ຈິດ​ໜຶ່ງ​ໃຈ​ດຽວກົນ, ພະຍາຍາມ​ສູ້​ຊົນ, ກະຕືລື​ລົ້ນ​ກັບ​ວຽກ​ງານ, ຕັດສິນ​ໃຈ​ປະຕິບັດບັນດາ​ເປົ້າ​ໝາຍ, ໜ້າ​ທີ່​ແຜນການ​ປະຈຳ​ປີ ​ແລະ 5 ປີ 2016 - 2020 ຢ່າງ​ສຳ​ເລັດ​ມີ​ໄຊ​ ຕາມ​ບັນດາ​ມະຕິ​ຂອງພັກ ​ແລະ ຂອງ​ສະພາ​ແຫ່ງ​ຊາດ.

​ເບິ່ງ​ລວມ​ແລ້ວ ປີ 2017, ພວກ​ເຮົາ​ຮູ້​ສຶກດີ​ອົກດີ​ໃຈ​ທີ່​ສຸດທີ່​ສະພາບ​ການ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ໄດ້​ມີ​ການຜັນ​ປ່ຽນ​ຢ່າງ​ຕັ້ງໜ້າ ​ແລະ​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ; ບັນລຸ​ແລະ​ບັນລຸ​ລື່ນ​ລະດັບ​ຄາດໝາຍ​ທັງ​ໝົດ 13/13 ຄາດໝາຍ​ຕົ້ນຕໍ. ​ເສດຖະກິດ​ມະຫາ​ພາກ​ມີ​ຄວາມ​ສະຖຽນ​ລະ​ພາບ, ​ເງິນ​ເຟີ້​ຖືກ​ຄວບູຸມ; ບັນດາ​ດຸນລະຍາ​ໃຫຍ່​ຂອງ​ພື້ນຖານ​ເສດຖະກິດ​ໄດ້​ຮັບ​ປະກັນຂັ້ນ​ພື້ນຖານ. ການ​ສົ່ງ​ອອກ, ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ, ການ​ສ້າງ​ວິ​ສາ​ຫະກິດ​ໃໝ່​ ລ້ວນ​ແຕ່​ບັນລຸ​ລະດັບ​ສູງ. ​ພາຍຫຼັງ 10 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ (WTO), ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ແລະນຳ​ເຂົ້າຂອງ​ຫວຽດນາມ​ເພີ່ມ​ຂຶ້ນ 4 ​ເທື່ອ, ບັນລຸ​ເກືອບ 425 ຕື້​ໂດ​ລາ​ສະຫະລັດ. ທຶນ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ເຖິງ 51,5 ຕື້​ໂດ​ລາ​ສະຫະລັດ; ຕະຫຼາດ​ຫຼັກ​ຊັບ​ລື່ນ​ກາຍ 980 ຄະ​ແນນ, ສູງ​ທີ່​ສຸດ​ໃນ​ຮອບ 10 ປີ​ທີ່​ຜ່ານ​ມາ. ບັນດາ​ຂະ​ແໜງ​ການ, ຂົງ​ເຂດ​ຕົ້ນຕໍ​ໄດ້​ຮັບ​ການ​ຟື້ນ​ຟູ ​ແລະ​ພັດທະນາ​ເປັນ​ຢ່າງ​ດີ, ​ພິ​ເສດ​ແມ່ນ​ອຸດສາ​ປະກຳ​ປຸງ​ແຕ່ງ, ຜະລິດ; ການ​ບໍລິການທ່ອງ​ທ່ຽວ ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດໄດ້​ເກືອບ 13 ລ້ານ​ຄົນ, ​ເພີ່ມ​ຂຶ້ນ 29,1%. ຂົງ​ເຂດ​ກະສິກຳ​ເຖິງ​ວ່າ​ຖືກ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ໄພ​ທຳ​ມະ​ຊາດ, ພາຍຸ​ລົມ​ແດງ ​ໄພນ້ຳ​ຖ້ວມ​ກໍ່ຕາມ ​ແຕ່​ກໍ່​ໄດ້​ເພີ່ມ​ຂຶ້ນ 2,9%, ​ແລະ​ມີ​ມູນ​ຄ່າ​ສົ່ງ​ອອກ​ຫຼາຍ​ກວ່າ 36 ຕື້​ໂດ​ລາ​ສະຫະລັດ. ດ້ວຍ​ລະດັບ​ການ​ເຕີບ​ໂຕ ຈີ​ດີ​ພີ ບັນລຸ 6,81%, ສູງ​ທີ່​ສຸດ​ນັບ​ແຕ່​ປີ 2007, ຫວຽດນາມ​ໄດ້​ຢູ່​ໃນ​ກຸ່ມ​ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕ ຈີ​ດີ​ພີ​ ສູງ​ທີ່​ສຸດ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ. ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ໄດ້​ບັນລຸ​ໝາກຜົນ​ທີ່​ຈະ​ແຈ້ງ; ການຈັດ​ອັນ​ດັບສະພາບ​ແວດ​ລ້ອມ​ການ​ລົງທຶນ​ທຸລະ​ກິດ​ຂອງ​ປະ​ເທດ​ເຮົາ​ເພີ່ມ​ຂຶ້ນ 14 ຂັ້ນ, ຈາກ​ລະດັບ​ທີ 82 ຂຶ້ນ​ເປັນ​ທີ 68 ​ໃນ 190 ປະ​ເທດ; ຄວາມ​ສາມາດ​ແຂ່ງຂັນ​ເພີ່ມ​ຂຶ້ນ 5 ຂັ້ນ, ຈາກ​ລະດັບ 60 ຂຶ້ນ​ເປັນ​ທີ 55 ​ໃນ 137 ປະ​ເທດ​ແລະ​ອານາ​ເຂດ. ອົງການ​ຈັດ​ອັນ​ດັບ Moody’s ​ໄດ້​ຍົກ​ລະດັບ​ແງ່​ຫວັງຂອງລະບົບທະນາຄານ​ພານິດ​ຫວຽດນາມຈາກ “ຄົງ​ທີ” ຂຶ້ນ “ບວກ”. ຫຼາຍ​ກຸ່ມ​ບໍລິສັດ​ຂະໜາດ​ໃຫຍ່​ໃນ ຈຳນວນ 500 ກຸ່ມ​ບໍລິສັດ​ໃຫຍ່​ທີ່​ສຸ​ດໃນ​ໂລກ​ໄດ້​ເລືອ​ກ​ເອົາຫວຽດນາມ ເພື່ອ​ລົງທຶນ​ພັດທະນາ​ເປັນ​ສູນກາງ​ການ​ຜະລິດ​​ພາກ​ພື້ນ ​ແລະ ​ເຊື່ອມ​ຕໍ່​ໃນ​ພວງພະນັງຄຸນຄ່າ​ທົ່ວ​ໂລກ. ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ ​ແລະ​ບັນດາ​ຜົນສຳ​ເລັດ​ສຳຄັນ​ທີ່​ບັນ​ລຸ​ໄດ້ນັ້ນ ​ໄດ້​ສ້າງ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ໃນ​ການລົງທຶນ​ທຸລະ​ກິດ ​ແລະ​ໃນ​ທົ່ວ​ສັງຄົມ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ນັກ​ລົງທຶນ ​ແລະ​ຊຸມ​ຊົນ​ທຸລະ​ກິດ.

ພ້ອມ​ກັນ​ກັບ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ຄື​ພັດທະນາ​ເສດຖະກິດ, ພວກ​ເຮົາ​ໄດ້​ເຮັດ​ເປັນ​ຢ່າງ​ດີ​ວຽກ​ງານ​ຮັບປະກັນ​ຄວາມ​ປອດ​ໄພ​ສັງຄົມ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈຂອງ​ປະຊາຊົນ; ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ; ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ. ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ປະຕິບັດ​ການ​ປະຢັດ, ຕ້າ​ນການ​ຟຸມ​ເຟືອຍ ​ໄດ້ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຂຸ້ນຂ້ຽວ ​ແລະບັນລຸ​ຜົນ​ຊັດ​ເຈນ; ການ​ສໍ້​ລາດ​ບັງ​ຫຼວງທີ່​ຮ້າຍ​ແຮງ​ບາງ​ກໍລະນີ​ຖືກ​ສືບສວນ, ດຳ​ເນີນ​ຄະດີ ຕັດສິນ​ຢ່າງ​ເຂັ້ມ​ງວດ, ບໍ່​ມີ​ເຂດ​ຫວງ​ຫ້າມ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສະໜັບສະໜູນ​ຈາກ​ປະຊາຊົນ. ພວກ​ເຮົາ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ທີ່​ສຳຄັນ​ໄດ້​ຮັບ​ຜົນສຳ​ເລັດ​ຫຼາຍ​ຄັ້ງ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຂັ້ນ​ສູງ ​ແລະ​ປີ ​ເອ​ເປ​ກ 2017, ປະກອບສ່ວນ​ຍົກ​ສູງ​ສັກ​ສີ​ແລະ​ບົດບາດ​ຖານະ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ. ມາ​ເຖິງ​ປະຈຸ​ບັນ, ຫວຽດນາມ​ໄດ້​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ກັບ 185 ປະ​ເທດ, ສ້າງ​ຂອບ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ 26 ປະ​ເທດ, ​ໃນ​ນັ້ນ​ມີ 5 ປະ​ເທດສະມາຊິກ​ຖາວອນຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ; ມີ​ການ​ພົວພັນ​ເສ​ຖະກິດ​ກັບ 224 ປະ​ເທດ​ແລະ​ອານາ​ເຂດ.

ຄຽງຄູ່​ກັບ​ໝາກຜົນ​ທີ່​ຍາ​ດມາ​ໄດ້ນັ້ນ ພວກ​ເຮົາ​ກໍ່​ຍອມຮັບ​ໂດຍ​ກົງວ່າພື້ນຖານ​ເສດຖະກິດ​ປະ​ເທດ​ເຮົາ​ຍັງ​ມີ​ຈຸດ​ອ່ອນ ​ແລະຂໍ້​ຈຳ​ກັດ​ຫຼາຍ​ຢ່າງ. ລະບຽບ​ວິ​ໄນ, ຂໍ້​ກຳນົດ, ປະສິດທິ​ພາບ ປະສິດທິ​ຜົນ​ຂອງ​ການ​ຊີ້ນຳ​ຄຸ້ມ​ຄອງ​ບໍລິຫານ, ປະຕິບັດ​ກົດໝາຍ ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ. ລັດຖະບານ​ໄດ້​ຊີ້​ນຳ​ຢ່າງ​ຂຸ້ນຂ້ຽວ ​ແຕ່ການ​ຜັນ​ປ່ຽນ​ຢູ່​ຫຼາຍ​ຂະ​ແໜງ​ການ, ຫຼາຍ​ຂັ້ນ​ຍັງ​ຊ້າ ​ແລະ ຍັງ​ມີສະພາບ “ຂັ້ນ​ເທິງ​ຮ້ອນ, ຂັ້ນ​ລຸ່ມ​ເຢັນ”, “ຂັ້ນ​ເທິງ​ສັ່ງ, ຂັ້ນລຸ່ມບໍ່​ຟັງ​ຄວາມ”. ການຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ເສດຖະກິດຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການເຕີບ​ໂຕ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ​ຄວາມ​ສາມາດ​ແຂ່ງ​ຂັນ ບໍ່​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ. ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ຕໍ່​ວິ​ສາ​ຫະກິດ​ແຫ່ງ​ລັດ, ການ​ຖອນ​ທຶນ​ຂອງ​ລັດ​ອອກ​ຈາກ​ວິ​ສາ​ຫະກິດ​ ຍັງ​ຊ້າ; ການ​ລົງທຶນ​ພາກ​ລັດ​ຍັງ​ກະ​ແຈກ​ກະ​ຈ່າຍ, ປະສິດທິ​ຜົນ​ຕ່ຳ, ​ເບີກຈ່າຍ​ຊ້າ; ການ​ຄຸ້ມ​ຄອງ, ນຳ​ໃຊ້​ຊັບ​ສິນ, ການ​ໃຊ້​ຈ່າຍ​ຂອງ​ລັດ ຖືກສິ້ນ​ເປືອງ​ຟຸມ​ເຟືອຍ​ຫຼາຍ; ການຈັດ​ວາງ​ຄືນ​ໃໝ່​ງົບປະມານຂອງ​ລັດ ​ແລະ​ຫົວໜ່ວຍ​ພາລະກິດ​ຂອງ​ລັດ ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ປະການ. ລະດັບ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ເບິ່ງ​ລວມຍັງ​ຕ່ຳ; ຜະລິດ​ຕະພັນ, ຂະ​ແໜງ​ການ​ທີ່​ມີ​ຄວາມ​ສາມາດ​ແຂ່ງຂັນ ​ບໍ່​ຫຼາຍ, ​ເຄື່ອງໝາຍ​ສິນຄ້າ​ທີ່​ມີ​ຊື່​ສຽງ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ​ກໍ່​ບໍ່​ຫຼາຍ. ​ເສດຖະກິດ​ເອກະ​ຊົນ​ເຖິງ​ວ່າ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ​ທາງ​ດ້ານ​ປະລິມານ, ​ແຕ່​ຄຸນ​ນະພາ​ບ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ບໍ່​ສູງ, ການ​ເຊື່ອມ​ຕໍ່​ກັບ​ຂົງ​ເຂດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດກໍ່​ຍັງ​ອ່ອນ​ແອ.

ບັນດາ​ຂົງ​ເຂດ​ວັດທະນະທຳ, ສັງຄົມ, ສະພາບ​ແວດ​ລ້ອມ​ ຍັງ​ມີ​ຄວາມ​ຮ້ອນ​ເຄືອງ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ບໍ່​ປອດ​ໄພ​ທາງ​ດ້ານ​ສະບຽງ​ອາຫານ, ມົນລະ​ພິດ​ສິ່ງ​ແວດ​ລ້ອມ, ​ໂລຄາ​ພະຍາດ, ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ, ການ​ລ່ວງ​ລະ​ເມີດ​ເດັກ, ວຽກ​ເຮັ​ດງານ​ທຳ​ໃຫ້​ຊາວ​ໜຸ່ມ ​ແລະ​ໃຫ້ຜູ້​ຫາ​ກໍ່​ຮຽນ​ຈົມ​ມະຫາວິທະຍາ​ໄລ... ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ສັງຄົມ, ອາດ​ຊະ​ຍາກຳ​ໃນ​ຫຼາຍ​ແຫ່ງ​ ຍັງ​ຜັນ​ປ່ຽນ​ຢ່າງ​ສັບສົນ; ການ​ຮັກສາ​ຄວາມ​ປອດ​ໄພ, ຄວາມ​ໝັ້ນຄົງ​​ດ້ານການ​ສື່ສານ​ຕາມ​ເຄືອ​ຂ່າຍ ບໍ່​ມີ​ປະສິດທິພາບ; ຍັງ​ມີ​ຂ່າວ​ຮ້າຍ​ຂ່າວບໍ່​ດີ, ຂ່າວບໍ່​ເປັນຄວາມ​ຈິງ, ​ໃສ່​ຮ້າຍ​ປ້າຍ​ສີ, ​ເປັນ​ພິດ​ເປັນ​ໄພ ​ໄດ້​ເປັນ​ຜົນ​ສະທ້ອນ​ເຖິງ​ແນວ​ຄິດ ​ແລະຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ.

ສະພາບ​ການລະ​ເມີດ​ກົດໝາຍ, ສໍ້​ລາດ​ບັງ​ຫຼວງ​ ຍັງ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ; ການ​ເກັບ​ຄືນ​ຊັບ​ສິນ​ທີ່​ຖືກ​ສໍ້​ລາດ​ບັງ​ຫຼວງ, ຊັບ​ສິນ​ທີ່​ຖືກ​ລັກ​ໂລບ ຍັງ​ຕ່ຳ​ຫຼາຍ, ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ. ບາງ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ບໍ່​ເອົາ​ໃຈ​ໃສ່​ພຽງພໍ​ເຖິງວຽກ​ງານ​ແກ້​ໄຂການ​ຮ້ອງທຸກ, ການ​ກ່າວ​ໂທດ; ຍັງ​ປະ​ໃຫ້​ເກີດ “ຈຸດ​ຮ້ອນ” ຕ່າງໆ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ວຸ່ນວາຍ​, ທຳລາຍຄວາມ​ປອດ​ໄພ​ທາງ​ສັງຄົມ. ການຈັດ​ຕັ້ງ​ກົງຈັກ​ຂອງ​ຫຼາຍ​ສຳນັກງານ​ອົງການ​ຍັງພະ​ລຸງ​ພະລັງ, ບໍ່​ກະທັດ​ລັດ, ​ເຄື່ອນ​ໄຫວ​ບໍ່​ມີ​ປະສິດທິ​ຜົນ. ລະດັບຄວາມ​ຮູ້​ຄວາມ​ສາມາດ, ຄຸນ​ນະພາ​ບຂອງ​ພະນັກງານ, ລັດຖະກອນພາກສ່ວນ​ໜຶ່ງ ຍັງ​ອ່ອນ. ລັດຖະກອນ​ຫຼາຍ​ຄົນບໍ່​ເຮັດ​ຫຼ້ອນ​ໜ້າ​ທີ່​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ລະບຽບ​ວິ​ໄນບໍ່​ເຂັ້ມ​ງວດ; ມີ​ກໍລະນີ​ຫຍໍ້​ທໍ້, ສໍ້​ລາດ​ບັງ​ຫຼວງ, ລະ​ເມີດ​ກົດໝາຍຢ່າງ​ຮ້າຍ​ແຮງ.

2- ​ໃນ​ສະພາບ​ການ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ການ​ຜັນ​ປ່ຽນ​ສະພາບ​ອາກາດ​ເກີດ​ຂຶ້ນ​ໄວ​ກວ່າ​ການ​ຄາດ​ຄະ​ເນ, ​ໄພ​ທຳ​ມະ​ຊາດ, ພາຍຸ​ລົງ​ແດງ, ​ໄພ​ນ້ຳ​ຖ້ວມ​ກໍ່​ຄວາມ​ເສຍ​ຫາຍ​ໜັກໜ່ວງ​ນັ້ນ ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ໃນ​ປີ 2017 ພາຍ​ໃຕ້​ການນຳພາ​ຂອງ​ພັກ ​ເປັນ​ຂໍ້​ພິສູດ​ເຖິງ​ຄວາມ​ພະຍາຍາມ​ທີ່​ຍິ່ງ​ໃຫຍ່​ຂອງ​ທົ່ວ​ທັງ​ລະບົບ​ການ​ເມືອງ, ຂອງ​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ, ຊຸມ​ຊົນ​ທຸລະ​ກິດ ​ແລະ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ພວກ​ເຮົາ​ໄດ້​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ, ຄວາມ​ສາມັກຄີ, ຄວາມ​ເປັນ​ເອກະສັນ, ປະຊາທິປະ​ໄຕ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ​ແກ້​ໄຂ​ບັນດາ​ບັນຫາ​ພຶດຕິ​ກຳ​ຢ່າງ​ທັນ​ການ ສອດຄ່ອງ ​ແທດ​ເໝາະ​ຕົວ​ຈິງ, ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ​ພັດທະນາ​ເສດຖະກິດ-ສັງຄົມ​ ຢ່າງ​ມີ​ປະສິດທິ​ຜົນ.

ສູນ​ກາງ​ພັກ​ໄດ້​ປະກາດ​ໃຊ້​ຢ່າງ​ທັນ​ການ​ບັນດາ​ມະຕິກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ ກຳນົດ​ທິດ​ສັງຄົມ​ນິຍົມ, ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ເສດຖະກິດຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່ຮູບ​ແບບ​ການເຕີບ​ໂຕ, ​ເຊື່ອມ​ໂຍງ​ກັບ​ເສດຖະກິດ​ສາກົນ, ຈັດ​ວາງ​ຄືນ​ໃໝ່​ວິ​ສາ​ຫະກິດ​ແຫ່ງ​ລັດ, ພັດທະນາ​ເສດຖະກິດ​ເອກະ​ຊົນ​ໃຫ້​ກາຍ​ເປັນກຳລັງ​ໜູນ​ທີ່​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ, ປ່ຽນ​ແປງ​ໃໝ່​ໜ່ວຍງານ​ພາລະກິດບໍລິການ​ຂອງ​ລັດ, ​ເພີ່ມ​ທະວີ​ວຽກ​ງານ​ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​ແລ, ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ, ວຽກ​ງານ​ປະຊາກອນ​ໃນ​ສະພາບ​ການ​ໃໝ່, ປ່ຽນ​ແປງ​ໃໝ່ ຈັດ​ຕັ້ງ​ສັບ​ຊ້ອນ​ກົງຈັກ​ຂອງ​ລະບົບ​ການ​ເມືອງ​ໃຫ້​ກະທັດ​ລັດ, ​ເຄື່ອນ​ໄຫວ​ມີ​ປະສິດທິພາບ ​ແລະ​ມີປະສິດທິ​ຜົນ. ການ​ຜັນ​ຂະຫຍາ​ປະຕິບັດ, ນຳ​ເອົາ​ມະຕິ​ເຫຼົ່າ​ນີ້​ເຂົ້າ​ສູ່​ຊີວິດຕົວ​ຈິງ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ແກ້​ຂອດ​ປຶກ​ຕັນ​ຕ່າງໆ​ຂອງ​ການ​ເຕີບ​ໂຕ, ຊຸກຍູ້​ການ​ພັດທະນາຂົງ​ເຂດ​ຕ່າງໆ​ຂອງ​ຊີວິດ-ສັງຄົມ.

ລັດຖະບານ, ຄະນະ​ພັກ​ຂັ້ນ​ຕ່າງໆ, ບັນດາ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນ ​ໄດ້​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ມະຕິ​ຂອງ​ພັກ ຂອງສະພາ​ແຫ່ງ​ຊາດ ດ້ວຍ​ບັນດາ​ໂຄງການ​ປະຕິບັດ​ງານ ​ແລະແຜນການ​ລະອຽດ, ກຳນົດ​ແຈ້ງ​ບັນດາ​ເປົ້າ​ໝາຍ ໜ້າ​ທີ່ ວິທີ​ແກ້​ໄຂ, ໜູນ​ໃຊ້​ບັນດາ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຢ່າງ​ປະດິດ​ສ້າງ​ ໄຫວ​ພິບ ​ໃນ​ພຶດຕິ​ກຳ​ແຫ່ງ​ການ​ນຳພາ ຄຸ້ມ​ຄອງ ຊີ້​ນຳ​ການດຳ​ເນີນ​ງານ. ພິ​ເສດ, ລັດຖະບານ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​​ໃນ​ການ​ຊີ້​ນຳການ​ດຳ​ເນີນ​ງານ; ສົ່ງ​ເສີມ​ຂະ​ບວນການ​​ເລີ່​ມຕົ້ນ​ທຸລະ​ກິດ, ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ໃນ​ທົ່ວ​ສັງຄົມ; ຕັ້ງ​ໝັ້ນ​ໃນ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ​ມາ, ສ້າງ​ແຜນການ​ເຕີບ​ໂຕ​ໃນ​ແຕ່ລະ​ໄຕ​ມາດ​ໃຫ້​ແຕ່ລະ​ຂະ​ແໜງ​ການ, ​ແຕ່ລະ​ຂົງ​ເຂດ ​ແລະ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຂຸ້ນຂ້ຽວ; ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ຂໍ້​ພິ​ເສດ​ຫຼາຍ​ຄັ້ງ ​ເພື່ອ​ປຶກສາ​ສົນທະນາ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລະ​ອຽດ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ; ຫຼຸດຜ່ອນ​ເຮັດ​ໃຫ້ຂັ້ນ​ຕອນ​ການ​ບໍລິຫານ​ກາຍ​ເປັນ​ງ່າຍດາຍ, ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ຂອງ​ປະຊາຊົນ ​ແລະ​ວິ​ສາ​ຫະກິດ; ມີ​ມາດ​ຕະການ​ຮີບ​ດ່ວນ ​ແລະ​ຍາວ​ນານ​ເພື່ອ​ຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ​ໂດຍ​ສະ​ເພາດ​ແມ່ນຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ພາກ​ໃຕ້​ຫວຽດນາມ; ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ ​ຕ້ານ​ພາຍຸ​ນ້ຳ​ຖ້ວມ ​ແລະ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ເສຍ​ຫາຍ​ຫຼັງ​ຈາກ​ໄພພາຍຸ​ນ້ຳ​ຖ້ວມ; ຈັດການ​ແກ້​ໄຂ​ບັນດາ​ໂຄງການທີ່​ບໍ່​ມີ​ປະສິດທິ​ຜົນ ຖືກ​ຫຼຸບ​ທຶນ ຖືກ​ເສຍ​ຫາຍ​ສິ້ນ​ເປືອງ​ຫຼາຍ ​ແລະ​ຊີ້​ນຳ​ບັນດາ​ທ້ອງຖິ່ນ​ກຳຈັດແກ້​ໄຂ​ສະພາບ​ການ​ທຳລາຍ​ປ່າ, ຂຸດ​ຄົ້ນ​ດິນຊາຍ​ຫິນ​ກວດ​ຜິດ​ກົດໝາຍ; ສຸມ​ໃສ່​ປັບປຸງ​ລະບຽບ​ວິ​ໄນ; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ໜ່ວຍ​ງານ​ຊຸ​ກຍູ້​ປະຕິບັດ​ໜ້າ​ທີ່ທີ່​ລັດຖະບານ ​ແລະນາຍົກລັດຖະມົນຕີມອບໝາຍ​ໃຫ້ ສຳລັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງຖິ່ນ; ຕິດຕາມ​ຢ່າງ​ໃກ້ຊິດ, ຄົ້ນ​ເຜີຍ​ແລະ​ແກ້​ໄຂ​ຢ່າງ​ທັນ​ການ ບັນດາ​ບັນຫາ​ສັງຄົມ​ທີ່​ຮ້ອນ​ເຄືອງ; ກຳຈັດ​ແກ້​ໄຂ​ສະພາບ​ການ​ກີ​ນ​ເຫຼົ້າກິນ​ເບຍ​ໃນ​ເວລາ​ເຮັດ​ວຽກ, ການ​ນຳ​ໃຊ້​ລົດ​ໂອ​ໂຕ​ຂອງ​ລັດ, ການ​ມອບ​ປ້າຍ​ສີຂຽວ​ໃຫ້​ລົດ​ໂອ​ໂຕ​ຂອງ​ວິ​ສາ​ຫະກິດ, ​ແກ້​ໄຂການ​ບໍລິຈາກ​ຍານພາຫະນະຂອງ​ວິ​ສາ​ຫະກິດ..., ຮັບປະກັນ​ຄວາມ​ເປີດ​ເຜີຍ, ​ໂປ່​ງໃສ, ສ້າງ​ຄວາມ​​ໄວ້​ວາງ​ໃຈຂອງ​ປະຊາຊົນ.

ຜ່ານ​ພຶດຕິ​ກຳ​ແຫ່ງ​ການ​ພັດທະນາ​ປະ​ເທດ​ທາງ​ດ້ານ​ຕ່າງໆ​ໃນ​ປີ 2017, ພວກ​ເຮົາ​ຖອດ​ຖອນ​ບົດຮຽນ​ທີ່​ປະ​ເສີດ​ຫຼາຍ​ຢ່າງ ​ກ່ຽວ​ກັບການ​ນຳພາ​ຄຸ້ມ​ຄອງ, ຊີ້​ນຳ​ການ​ດຳ​ເນີນ​ງານ ​ແລະ​ຈັດ​ຕັ້ງ​ປະຕິບັດ. ສິ່ງ​ທີ່​ສຳຄັນ​ເປັນ​ພິ​ເສດ​ແມ່ນ ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ສູງ, ມີຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ; ຄວາມ​ເດັດດ່ຽວ​ແລະ​ລະບຽບ​ວິ​ໄນ​ເຂັ້ມ​ງວດ​ໃນ​ການ​ນຳພາ ຊີ້​ນຳ​ດຳ​ເນີນ​ງານ​ຂອງ​ບັນດາ​ຂັ້ນ ບັນດາ​ຂະ​ແໜງ​ການ, ​ພິ​ເສດ​ແມ່ນ​ການ​ປ່ຽນ​ແປງ​ໃໝ່​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ, ກຳນົດທິດ​ທາງ ຈຸດ​ສຸມ ຈຸໜັກ​ໃຈ​ການ​ຢ່າງ​ຖືກຕ້ອງ, ​ເຊັ່ນ​ສຸມ​ໃສ່​ພັດທະນາ​ກະສິກຳ​ເຕັກ​ໂນ​ໂລຊີ​ສູງ, ອຸດສາຫະກຳ​ປຸງ​ແຕ່ງ​ ຜະລິດ, ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິ​ດສ້າງ, ພັດທະນາ​ວິ​ສາ​ຫະກິດ... ພ້ອມ​ກັນ​ນັ້ນ, ການພັດທະນາ​ເສດຖະກິດ​ຕ້ອງ​ຕິດ​ແໜ້ນ​ກັບການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຍຸຕິ​ທຳ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ ​ແລະ ​ເຮັດ​ເປັນ​ຢ່າງ​ດີ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫລົບ ​ແລະ​ການ​ຕ່າງປະ​ເທດ.

3- ປີ 2018 ​ແມ່ນ​ປີ​ຫົວລ້ຽວຫົວ​ຕໍ່​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ XII ຂອງ​ພັກ ​ແລະມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ 2016 - 2020. ສະພາບ​ການ​ໂລກ​ແລະ​ພາກ​ພື້ນ​ສືບ​ຕໍ່​ມີ​ຄວາມ​ສະດວກ​ແລະ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ທີ່​ແຊກ​ຊ້ອນ​ກັນ. ສັນຕິພາບ, ການ​ຮ່ວມ​ມື ​ແລະ​ການ​ພັດທະນາ​ແມ່ນ​ທ່າ​ອຽງຫຼັກ, ​ແຕ່​ຄວາມ​ເຄັ່ງ​ຕຶງ​ທາງ​ພູມິສາດ-ການ​ເມືອ​ງ, ການ​ກໍ່​ການ​ຮ້າຍ, ການ​ປະ​ທະ​ກັນ​ ຍັງ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ. ​ເສດຖະກິດ​ໂລກ​ຖືກ​ຄາດ​ຄະ​ເນ​ວ່າ​ຈະ​ເຕີບ​ໂຕ​ສູງ​ກວ່າ​ປີ 2017 ​ແຕ່​ກໍ່​ມີ​ຄວາມ​ສ່ຽງ​ຫຼາຍ​ຢ່າງ. ລັດທິ​ປົກ​ປ້ອງ​ການ​ຜະລິດ​ພາຍໃນ​ຍັງ​ເພີ່ມ​ຂຶ້ນ​ຢູ່​ຫຼາຍ​ປະ​ເທດ, ພາກ​ພື້ນ. ການ​ເຊື່ອມ​ຕໍ່​ເສດຖະກິດ ການ​ຄ້າ, ການ​ລົງທຶນ ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ, ​ແຕ່​ກໍ່​ຍັງ​ມີ​ສິ່ງ​ກີດຂວາງ, ຄວາມ​ແຕກ​ຕ່າງ​ກັນຫຼາຍ. ພາກ​ພື້ນ​ອາຊີ-ປາຊີ​ຟິກສືບ​ຕໍ່​ເປັນ​ສູນ​ກາງ​ແຫ່ງ​ການພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ​ແຕ່​ກໍ່​ເປັນ​ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ແຫ່ງ​ການ​ແຂ່ງຂັນ​ທາງ​ດ້ານ​ພູມິ​ຍຸດ​ທະ​ສາດ​ທີ່​ເຄັ່ງຮ້ອນ. ບັນດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ​ພ້ອມບັນດາ​ປະ​ກົດ​ການ​ໃໝ່​ຂອງ​ມັນ ສືບ​ຕໍ່ວາງ​ຫຼາຍ​ບັນຫາ​ອອກ​ມາ ຊຶ່ງ​ບັນດາ​ປະ​ເທດຕ້ອງ​ຮັບ​ມື​. ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ພັດທະນາ​ຢ່າງ​ແຂງ​ແຮງ​ພາຍ​ໃນ​ກະ​ແສ​ຟອງ​ປະຕິວັ​ດອຸດສາຫະກຳ 4.0, ຊຶ່ງ​ໄດ້​ສົ່ງ​ຜົນ​ກະທົບ​ນັບ​ມື້​ນັບ​ເລິກ​ເຊິ່ງ ຫຼາຍ​ດ້ານ​ເຖິງ​ທຸກໆ​ປະ​ເທດ, ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ, ​ແຕ່​ກໍ່​ໄດ້​ວາງ​ສິ່ງ​ທ້າ​ທາຍ​ຫຼາຍ​ປະການ​ພ້ອມ​ຫຼາຍ​ບັນຫາ​ທີ່​ຈະ​ຕ້ອງ​ແກ້​ໄຂ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ.

ຢູ່​ໃນ​ປະ​ເທດ, ພວກ​ເຮົາ​ໄດ້​ສືບ​ທອດ​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ຂອງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ທ່າ​ອຽງ​ແຫ່ງ​ການ​ພັດທະນາ​ທີ່​ດີ​ໃນ​ດ້ານ​ຕ່າງໆ​ຂອງ​ປີ 2017 ພ້ອມ​ກັບ​ສະພາບ​ການ​ການ​ເມືອງ-ສັງຄົມ​ທີ່​ເປັນ​ປົກກະຕິ, ​ແຕ່​ບັນດາ​ສິ່ງ​ຄົງ​ຄ້າງ, ຈຸດ​ອ່ອນ​ພາຍ​ໃນ​ພື້ນຖານ​ເສດຖະກິດສືບ​ຕໍ່​ສະ​ແດງ​ອອກ​ຢ່າງ​ແຈ້ງ​ຊັດ; ໜີ້​ເສຍ, ໜີ້​ສາທາລະນະ​ສູງ​ຕິດ​ກັບ​ລະດັບ​ທີ່​ອະນຸຍາດ​ໃຫ້, ຂອບ​ເຂດ​ສຳຮອງ​ຂອງ​ນະ​ໂຍບາຍ​ງົບປະມານ, ​ເງິນຕາ ນັບ​ມື້​ນັບຖື​ກຮັດ​ແຄບ​ເຂົ້າ, ​ໃນ​ຂະນະ​ນັ້ນ ຄວາມ​ຕ້ອງການ​ແຫຼ່ງພະລັງ​ສຳລັບ​ການ​ລົງທຶນ​ພັດທະນາ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ແມ່ນ​ຫຼາຍ​ທີ່​ສຸດ; ການ​ປ່ຽນ​ແປງ​ສະພາບ​ອາກາດ, ​ໄພ​ທຳ​ມະ​ຊາດ, ​ໄພ​ແຫ້ງ​ແລ້ງ, ພາຍຸ​ນ້ຳ​ຖ້ວມ, ນ້ຳ​ເຄັມ​ຊຶມ​ເຂົ້າ​ດິນ​ນາ,…ສືບ​ຕໍ່​ຜັນ​ປ່ຽນ​ຢ່າງ​ສັບສົນ.

​      ເພື່ອປະຕິບັດ​ເປົ້າ​ໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມ​ປີ 2018 ຢ່າງ​ສຳ​ເລັດ​ມີ​ໄຊ ຕາມ​ບົດ​ສະຫຼຸບ​ຂອງ​ສູນ​ກາງ​ພັກ ​ແລະ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ​ໄດ້​ວາງ​ທິດ​ນຳ “ລະບຽບ​ວິ​ໄນ, ຊື່ສັດ​ສຸຈະລິດ, ​ເຄື່ອນ​ໄຫວ​ປະຕິບັດ, ປະດິດ​ສ້າງ, ປະສິດທິ​ຜົນ” ​ແລະ​ກຳນົດ​ຈຸດ​ໜັກ​ໃຈກາງ​ຂອງ​ການ​ຊີ້​ນຳ​ດຳ​ເນີນງານ​ແມ່ນ: “ສືບ​ຕໍ່​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ສ້າງການຫັນປ່ຽນຢ່າງຈະແຈ້ງ ມີເນື້ອແທ້ໃນການປະຕິບັດບັນດາການບຸກທະລຸຍຸດທະສາດ, ຈັດວາງຄືນໃໝ່ໂຄງປະກອບເສດຖະກິດ ຕິດກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ ຄຸນນະພາບ ປະສິດທິຜົນ ແລະຄວາມສາມາດແຂ່ງຂົນ; ສົ່ງເສີມການປ່ຽນແປງໃໝ່ປະດິດສ້າງ, ການລິເລີ່ມທຸລະດິດ, ພັດທະນາວິສາຫະກິດ, ຊຸກຍູ້ການເຕີບໂຕເສດຖະກິດ. ປະຕິບັດການປະຕິຮູບການບໍລິຫານຢ່າງຂຸ້ນຂ້ຽວ; ເພີ່ມທະວີລະບຽບວິໄນ, ຍົກສູງປະສິດທິພາບ ປະສິດທິຜົນ ຂອງການປະຕິບັດກົດໝາຍ ແລະການນຳພາ ຊີ້ນຳດຳເນີນງານ ຢູ່ທຸກຂະແໜງການ, ທຸກຂັ້ນ. ຍູ້ແຮງການປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ. ເອົາໃນໃສ່ເປັນສຳຄັນເຖິງ ບັນດາໜ້າທີ່ພັດທະນາວັດທະນະທຳ, ສັງຄົມ; ປະຕິບັດປະຊາທິປະໄຕ ແລະຍຸຕິທຳທາງສັງຄົມ, ຍົກສູງຊີວິດການເປັນຢູ່ ຂອງປະຊາຊົນ; ປົກປັກຮັກສາສະພາບແວດລ້ອມ, ປ້ອງກັນແລະຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງສະພາບອາກາດ; ຮັບປະກັນການປ້ອງກັນປະເທດ ແລະການປ້ອງກັນຄວາມໝັ້ນຄົງ ຂອງຊາດ; ຍົກສູງປະສິດທິຜົນ ຂອງການພົວພັນຕ່າງປະເທດ, ເຊື່ອມໂຍງສາກົນ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ ສະຖຽນລະພາບ ເພື່ອພັດທະນາປະເທດ.

      ລັດຖະບານ​ໄດ້​ປະກາດ​ໃຊ້​ແລະ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ສຸມ​ໃສ່​ຜັນ​ຂະຫຍາຍ​ປະຕິບັດ​ໃຫ້​ໄດ້​ເປັນ​ຢ່າງ​ດີ ມະຕິ​ເລກທີ 01/NQ-CP, ວັນ​ທີ 1 ກຸ​ມພາ 2018, ກ່ຽວ​ກັບ​ບັນດາ​ໜ້າ​ທີ່, ວິທີ​ແກ້​ຕົ້ນຕໍ​ໃນ​ການປະຕິ​ບັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ​ແຜນ​ງົບ​ປະມານ​ແຫ່ງ​ລັດ​ປີ 2018. ນີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ຫຼາຍ​ປີທີ່​ຜ່ານ​ມາ ​ເຊິ່ງມະຕິ​ໄດ້​ຮັບ​ການ​ກໍ່ສ້າງຂຶ້ນ​ບົນ​ຈິດ​ໃຈ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ທັງ​ດ້ານ​ວິທີ ຮູບ​ການ ແລະ ​ເນື້ອ​ໃນ, ຮັບປະກັນ​ຈຸດ​ໜັກ ​ໃຈກາງ ກະທັດ​ລັດ, ມີ​ເປົ້າ​ໝາຍ ລະດັບ​ຄາດໝາຍທີ່​ລະອຽດ; ຫຼຸດຜ່ອນ​ບັນ​ດາ​ເນື້ອ​ໃນ​ທີ່​ພົວພັນ​ເຖິງ​ໜ້າ​ທີ່​ເປັນ​ປະຈຳ​ຂອງ​ຂະ​ແໜງ​ການ, ຂອງ​ຂັ້ນ; ພ້ອມ​ກັນ​ນັ້ນ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຈັດ​ຕັ້ງ​ຜັນ​ຂະຫຍາຍ, ຕິດຕາມ, ຕີ​ລາຄາ, ກວດກາ, ຕິດຕາມ​ກວດກາ​ການ​ປະຕິບັດ. ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ບາງ​ທິດ​ທາງ​ໃຫຍ່ທີ່​ມີ​ລັກ​ສາ​ນະ​ສອດ​ຮ້ອຍ​ຕະຫຼອດວຽກ​ງານ​ຊີ້​ນຳ, ກຳກັບ​ດູ​ແລ​ຂອງ​ລັດຖະບານ​ຕໍ່​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ:

ທີ​ໜຶ່ງ, ສຸມ​ໃສ່​ຄົ້ນຄວ້າ, ຊາບ​ຊຶມ​ບັນດາ​ມະຕິ​ຂອງ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ​ຢ່າງ​ເລິກ​ເຊິ່ງ ​ແລະຈັດ​ຕັ້ງ​ປະຕິບັດ​ບັນດາ​ມະຕິ​ເຫຼົ່ານັ້ນ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ​ໂດຍ​ສະ​ເພາະ​ແມ່ນ ​ກ່ຽວ​ກັບ​ການ​ປັບປຸງບູລະນະລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ເສດຖະກິດ​ຕິດ​ກັບການ​ປ່ຽນ​ແປງ​ໃໝ່ຮູບ​ແບ​ບການເຕີບ​ໂຕ, ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບ​ວິ​ສາ​ຫະກິດ​ແຫ່ງ​ລັດ, ພັດທະນາ​ເສດຖະກິດ​ເອກະ​ຊົນ​ໃຫ້​ກາຍ​ເປັນ​ກຳລັງ​ໜູນທີ່​ສຳຄັນໜຶ່ງ​ຂອງ​ພື້ນຖານ​ເສດຖະກິດ, ປ່ຽນ​ແປງ​ໃໝ່​ໜ່ວຍ​ງານ​ພາລະກິດບໍລິການ​ຂອງ​ລັດ, ​ເພີ່ມ​ທະວີ​ວຽກ​ງານປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​ແລ, ຍົກ​ສູງ​ສຸຂະພາບ​ຂອງ​ປະຊາຊົນ ​ແລະ ວຽກງານ​ປະຊາກອນ​ໃນ​ສະພາບ​ການ​ໃໝ່. ນີ້​ແມ່ນ​ບັນດາ​ບັນຫາ​ທີ່​ສຳຄັນ, ສຳຄັນ​ພິ​ເສດສຳລັບ​ການ​ປະຕິບັດ​ໜ້າ​ທີ່​ຈຸດ​ໜັກພັດທະນາ​ເສດຖະກິດ-ສັງຄົມ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ວາງ​ອອກ​ມາ.

ພາກ​ຄົວ​ຈິງ​ໄດ້​ໃຫ້​ເຫັນ​ວ່າ, ມະຕິ​ຈະ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່​ໄດ້​ຫຼື​ບໍ່​ນັ້ນ​ ແມ່ນ​ຕ້ອງ​ອາ​ໄສ​ຄວາມ​ມານະ​ພະຍາຍາມ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ມະຕິ. ລັດຖະບານ​ຮຽກຮ້ອງ​ຂັ້ນ​ຕ່າງໆ ​ແລະ​ຂະ​ແໜງ​ການ​ຕ່າງໆ, ​ໂດຍ​ສະ​ເພາະຫົວໜ້າ​ສຳນັກງານ​ອົງການ ກົມ​ກອງ​ຕ່າງໆ ຈົ່ງ​ສືບ​ຕໍ່​ເສີມ​ຂະຫຍາຍຍິ່ງ​ກວ່າ​ອີກບົດບາດ​ແລະຄວາມ​ຮັບຜິດຊອບ​ສ່ວນ​ບຸກຄົນ ​ເພື່ອ​ພ້ອມ​ກັບຄະນະ​ພັກ, ອຳນາດ​ການ​ປົກຄອງ ຊີ້​ນຳ​ນຳພາ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ໄດ້​ເປັນ​ຢ່າງ​ດີ ບັນດາ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບານ ກົດໝາຍ​ຂອງ​ລັດ, ນຳ​ເອົາມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ສ້າງ​ບັນຍາກາດ​ໃໝ່​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ​ເພື່ອປະຕິບັດ​ບັນດາ​ເປົ້າ​ໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມ​ຢ່າງ​ສຳ​ເລັດ​ມີ​ໄຊ.

ທີ​ສອງ, ​ເພີ່ມ​ທະວີ​ການ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ທຸລະ​ກິດ, ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ. ກຳກັບ​ດຳ​ເນີນ​ນະ​ໂຍບາຍ​ເງິນຕາ​ຢ່າງ​ເປັນ​ເຈົ້າ​ການ, ​ໄຫວ​ພິບ, ລະມັດລະວັງ ​​ໂດ​ຍສົມທົບ​ຢ່າງ​ແໜ້ນ​ແຟ້ນກັບນະ​ໂຍບາຍ​ງົບປະມານ ​ແລະ​ບັນດາ​ນະ​ໂຍບາຍ​ອື່ນ. ຮັດ​ແໜ້ນ​ລະບຽບ​ວິ​ໄນດ້ານ​ການ​ເງິນ - ງົບປະມານ​ແຫ່ງລັດ​ຢູ່​ທຸກຂະ​ແໜງ​ການ, ທຸກ​ຂັ້ນ. ຍູ້​ແຮງ​ການ​ສົ່ງ​ອອກ​ຕິດ​ກັບ​ການ​ສ້າງ​ເຄື່ອງໝາຍ​ສິນ​ຄ້າ​​ຫວຽດນາມ, ສູ້​ຊົນ​ສ້າງຄວາມ​ສົມ​ດຸນ​ການ​ຄ້າ​ແບບ​ຍືນ​ຍົງ. ປະຕິບັດ​ຢ່າງ​ຄົບ​ຊຸດ​ບັນດາ​ມາດ​ຕະການ​ຄຸ້ມ​ຄອງ​ລາຄາ, ຕະຫຼາດ, ປ້ອງ​ກັນ​ແລະ​ຕ້ານ​ການ​ຄ້າຂາຍ​ຂອງ​ເຖື່ອນ, ການ​ສໍ້​​ໂກງ​ທາງ​ການ​ຄ້າ. ສຸມ​ໃສ່​ປັບປຸງ​ບູລະນະ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ລົງທຶນ​ທຸລະ​ກິດ; ກວດຄືນ, ຫຼຸດຜ່ອນ​ເງື່ອນ​ໄຂ​ທຸລະ​ກິດ, ຫຼຸດຜ່ອນ​ຂັ້ນ​ຕອນ​ບໍລິຫານ​ໃຫ້​ງ່າຍດາຍ, ​ເພີ່ມ​ທະວີ​ການ​ກວດກາ, ຊຸກຍູ້, ຕິດຕາມ​ກວດກາ​ການ​ປະຕິບັດ. ພັດທະນາ​ວິ​ສາ​ຫະກິດ​ຢ່າງ​ແຂງ​ແຮງ, ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ແລະການ​ລິ​ເລີ່​ມທຸລະ​ກິດ.

ທີ​ສາມ, ຍູ້​ແຮງ​ການ​ປະຕິບັດ​ບັນດາ​ການ​ບຸກທະລຸ​ຍຸດ​ທະ​ສາດ​ຍິ່ງ​ກວ່າ​ອີກ. ລວມສູນ​ການ​ບຸລິມະສິດ​ໃຫ້​ແກ່​ການ​ສ້າງ, ຫັນ​ບັນດາ​ທັດສະນະ ​ແນວທາງ​ຂອງ​ພັກ​ເປັນ​ນິຕິ​ກຳ ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການປັບປຸງ​ບູລະນະ​ລະບຽບກົດໝາຍ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ. ກຳນົດ​ແຈ້ງ​ບົດບາດ, ພາລະ​ໜ້າ​ທີ່​ຂອງ​ລັດ ​ແລະ ຕະຫຼາດ, ສອດຄ່ອງ​ກັບ​ກົດ​ທົ່ວ​ໄປ, ຫຼັກການ, ມາດຕະຖານ​ສາກົນ. ພັດທະນາ​ບັນດາ​ປັດ​ໄຈ​ຕະຫຼາດ ​ແລະບັນດາ​ປະ​ເພດ​ຕະຫຼາດ, ຮັບປະກັນ​ຄວາມ​ຄົບ​ຊຸດ, ຄົບ​ຖ້ວນ, ດຳ​ເນີນ​ການ​ຢ່າງ​ລຸ​ລ່ວງ, ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ພື້ນຖານ​ເສດຖະກິດ​ໃນ​ພາກ​ພື້ນ ​ແລະ​ໃນ​ທົ່ວ​ໂລກ.

ສຸມ​ໃສ່​ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ​ຕິດ​ກັບ​ວິສາ​ຫະກິດ, ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຍູ້​ແຮງ​ການ​ປະ​ຢຸກ​ໃຊ້​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ​ຂອງ​ງານ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ຄວາມ​ສາມາດ​ແຂ່ງຂັນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ການ​ປະຕິວັດ​ອຸດສາຫະກຳ 4.0. ຖື​ວ່າການ​ຍົກ​ສູງ​ຄຸນ​ນະພາ​ນຂອງ​ແຫຼ່ງບຸກຄະລາ​ກອນ​ເປັນ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງໜຶ່ງ ຊຶ່ງ​ທັງ​ຮີບ​ດ່ວຍ ທັງ​ຍາວ​ນານ​ຂອງ​ລະ​ບົບການ​ເມືອງ ​ແລະ​ຊຸມ​ຊົນ​ທຸລະ​ກິດ ​ເພື່ອ​ແນ​ໃສ່​ປະຕິບັດ​ເປົ້າໝາຍຍຸດ​ທະ​ສາດ​ການ​ພັດທະນາ​ຢ່າງ​ໄວ, ຍືນ​ຍົງ. ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ສາມາດ​ຮັບ​ເອົາ​ເຕັກ​ໂນ​​ໂລຊີ, ຖື​ເອົາ​ວິ​ສາ​ຫະກິດ​ເປັນ​ໃຈກາງ​ຂອງ​ການ​ປ່ຽນ​ແປງ​ໃໝ່, ການ​ພັດທະນາ ​ແລະ​ການ​ມອບ​ໂອນນະ​ວັດຕະ​ກຳຄວາມ​ກ້າວໜ້າ​ທາງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ.

​ເຕົ້າ​ໂຮມລວມສູນ​ແຫຼ່ງພະລັງ​ການ​ລົງທຶນ​ພາກ​ລັດ, ​ເພີ່ມ​ທະວີ​ການ​ດຶງ​ດູດ​ບັນດາ​ແຫຼ່ງທຶນ​ນອກ​ພາກ​ລັດ, ປະກອບ​ທັງ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ເພື່ອ​ພັດທະນາ​ລະບົບ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ-ສັງຄົມ ຕາມ​ທິດ​ຄົບ​ຊຸດ, ມີ​ປະສິດທິ​ຜົນ, ທັນ​ສະ​ໄໝ, ບຸລິມະສິດ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ຄົມມະນາຄົມ​ຂົນ​ສົ່ງ, ຕົວ​ເມືອງ, ພະລັງງານ, ສາລະ​ນະ​ສຸກ, ການ​ສຶກສາ. ຍູ້​ແຮງ​ຄວາມ​ຄືບ​ໜ້າ, ສ້າງ​ບັນດາ​ໂຄງ​ສ້າງ​ການ​ຄົມມະນາຄົມ​ຫຼັກ​ໃຫ້​ສຳ​ເລັດ​ໂດຍ​ໄວ, ສ້າງ​ການ​ເຊື່ອມ​ຈອດ ​ແລະ​ການ​ກະທົບ​ແຜ່​ລາມ​ເຖິງການພັດທະນາ​ເສດຖະກິດ-ສັງຄົມ​ຢູ່​ບັນດາ​ທ້ອງ​ຖິ່ນ, ​ເຂດ​ພາກ ​ແລະ​​ໃນ​ພື້ນຖານ​ເສດຖະກິດ​ທົງ​ໝົດ.

ທີ​ສີ່, ສ້າງ​ການ​ຫັນປ່ຽນ​ຢ່າງ​ຊັດ​ເຈນ, ມີ​ເນື້ອ​ແທ້​ໃນ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ຕາມ​ຈິດ​ໃຈ​ບັນດາ​ມະຕິ​ຂອງ​ພັກ, ຂອງສະພາ​ແຫ່ງ​ຊາດ. ຍູ້​ແຮງ​ການຈັດ​ວາງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່ ຕິດ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່; ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ; ອຸດສາຫະກຳ​ຮັບ​ໃຊ້​ກະສິກຳ; ອຸດສາຫະກຳ​ສະໜັບສະໜູນຕິດ​ກັບ​ການ​ເຊື່ອມ​ຕໍ່​ພວງ​ພະນັງ​ຄຸນຄ່າ​ຂອງບັນດາ​ບໍລິສັດ​ຂ້າມ​ຊາ​ດ; ບັນດາ​ຂະ​ແໜງ​ບໍລິການ​ທີ່​ມີ​ຄຸນຄ່າ​ເພີ່ມ​ສູງ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ, ການ​ສື່ສານ, ການ​ເງິນ, ທະນາຄານ, ປະກັນ​ໄພ, logistics, ການທ່ອງທ່ຽວ... ກວດຄືນ, ປັບປຸງ​ບູລະນະ​ກົນ​ໄກ, ນະ​ໂຍບາຍ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ເຂດ, ຍົກ​ສູງ​ປະສິດທິ​ຜົນ​ການປະສານ​ງານ​ລະດັບ​​ເຂດ; ​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ບົດບາດ​ຂອງ​ບັນດາ​ເຂດ​ເສດຖະກິດ​ຈຸດ​ໜັກ, ບັນດາ​ສູນ​ກາງ​ເສດຖະກິດ​ໃຫຍ່.

ປະຕິບັດ​ຢ່າງ​ຂຸ້ນຂ້ຽວ​ການປັບ​ໂຄງ​ສ້າງ​ສະ​ຖາ​ບັນ​ສິນ​ເຊື່ອ ​ຕິດ​ກັບ​ການ​ແກ້​ໄຂ​ໜີ້​ເສຍ ​ຕາມ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ກົດໝາຍວ່າ​ດ້ວຍ​ການ​ແກ້​ໄຂ​ເພີ່ມ​ເຕີມບົດ​ບັນຍັດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ສະ​ຖາ​ບັນ​ສິນ​ເຊື່ອ. ຍູ້​ແຮງ​ການປັບ​ໂຄງ​ສ້າງ​ງົບປະມານ​ແຫ່ງ​ລັດ​ແລະ​ໜີ້​ສາທາລະນະ​ ຕາມ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ; ຈັດ​ວາງ​ຄືນ​ໃໝ່​ໂຄງ​ສ້າງ​ການ​ລົງທຶນ​ພາກ​ລັດ ຕິດ​ກັບ​ການ​ປັບ​ໂຄງ​ສ້າງ​ງົບປະມານ​ແຫ່ງ​ລັດ ​ແລະ​ຮັບປະກັນ​ຄວາມ​ປອດ​ໄພ, ຍືນ​ຍົງ​ຂອງ​ໜີ້​ສາທາລະນະ. ດຶງ​ດູດຢ່າງ​ມີ​ການ​​ເລືອກ​ເຟັ້ນ​ເອົາ​ບັນດາ​ໂຄງການ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ. ຍູ້​ແຮງ​ການ​ຫັນ​ວິ​ສາ​ຫະກິດ​ຂອງ​ລັດ​ເປັນ​ຫຸ້ນ​ສ່ວນ ​ແລະ​ການ​ຖອນ​ທຶນ​ຂອງ​ລັດ​ອອກ​ຈາກ​ວິ​ສາ​ຫະກິດ ຕາມ​ຫຼັກການ​ຕະຫຼາດ, ຮັບປະກັນ​ຄວາມ​ເປີດ​ເຜີຍ, ​ໂປ່​ງ​ໃສ; ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ໂດຍພື້ນຖານ​ໃນ​ການ​ແກ້​ໄຂ​ບັນດາ​ວິ​ສາ​ຫະກິດ, ​ໂຄງການ​ທີ່​ຫຼຸບ​ທຶນ. ຈັດ​ຕັ້ງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ເງິນ​ທຶນ​ຂອງ​ລັດ​ໃນ​ວິ​ສາ​ຫະກິດ, ຈຳ​ແນກແຍກ​ພາລະ​ບົດບາດບໍລິຫານລັດ ກັບ​ພາລະ​ບົດບາດກຳມະສິດ​ຂອງ​ລັດ. ປ່ຽນ​ແປງ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ໜ່ວຍ​ງານ​ພາລະກິດ​ຂອງ​ລັດ​ຕິດ​ກັບ​ການ​ຊຸກຍູ້​ການ​ຫັນ​ເປັນ​ສັງຄົມ.

ສ້າງ​ໃຫ້​ມີ​ການ​ບຸກທະລຸ​ໃນ​ຈິນຕະນາການ ​ແລະ​ການ​ກະທຳ, ລົບ​ລ້າງ​ຄວາມ​ອະຄະຕິ​ ​ແລະອຸປະສັກທຸກ​ຢ່າງ ​ເພື່ອ​ໃຫ້​ເສດຖະກິດ​ເອກະ​ຊົນ​ພັດທະນາ​ຢູ່​ໃນ​ທຸກຂະ​ແໜງ​ການ, ທຸກ​ຂົງ​ເຂດ​ທີ່​ກົດໝາຍ​ບໍ່​ຫວງ​ຫ້າມ. ສົ່ງ​ເສີມ​ບັນດາ​ກຸ່ມ​ເສດຖະກິດ​ເອກະ​ຊົນ​ເຂົ້າ​ຮ່ວມ​ຢ່າ​ງມີ​ປະສິດທິ​ຜົນ​ເຂົ້າ​ໃນ​ວິວັດ​ການ​ຖອນ​ທຶນ​ຂອງ​ລັດ, ການ​ຫັນ​ວິ​ສາ​ຫະກິດ​ຂອງ​ລັດ​ເປັນ​ຫຸ້ນ​ສ່ວນ ​ແລະ​ການ​ພັດທະນຢ່າງ​ໝັ້ນຄົງ, ມີ​ລະດັບ​ພາກ​ພື້ນ, ລະດັບ​ສາກົນ; ປະກອບສ່ວນ​ກໍ່ສ້າງ​ພື້ນຖານ​​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ. ຊ່ວຍໜູນ​ການ​ປ່ຽນ​ແປງ​ໃໝ່, ປະດິດ​ສ້າງ, ຫັນ​ເຕັກ​ໂນ​ໂລ​ຊີ​ເປັນ​ທັນ​ສະ​ໄໝ ​ແລະພັດທະນາ​ແຫຼ່ງບຸກຄະລາ​ກອນທີ່​ມີ​ຄວາມ​ສາມາດ​ແຂ່ງຂັນ, ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ການ​ຜະລິດ, ພວງ​ພະນັງ​ຄຸນຄ່າ​ພາກ​ພື້ນ​ແລະ​ທົ່ວ​ໂລກ. ຍົກ​ສູງ​ຄວາມ​ຮັບ​ຮູ້​ດ້ານ​ການ​ເມືອງ, ຈິດ​ໃຈ​ເພິ່ງຕົນ​ເອງ​ສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ, ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ທະ​ນົງ​ໃຈ​​ໃນກຽດ​ສັກ​ສີ​ຂອງ​ຊາດ, ຈິດ​ສຳນຶກ​ໃນ​ການ​ປະຕິບັດ​ຕາມ​ກົດໝາຍ ​ແລະ ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ​ ຂອງ​ບັນດາ​ເຈົ້າ​ຂອງ​ວິ​ສາ​ຫະກິດ.

ທີ​ຫ້າ, ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ​ຕ້ອງ​ເຮັດ​ເປັນ​ຢ່າງ​ດີ​ບັນດາ​ໜ້າ​ທີ່​ພັດທະນາ​ວັດທະນະທຳ, ປະຕິບັດ​ປະຊາທິປະ​ໄຕ ​ແລະ​ຄວາມ​ຍຸຕິ​ທຳ​ທາງສັງຄົມ. ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ​ຕ້ອງ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ລົງມື​ປະຕິບັດ​ງານ, ​ເອົາ​ໃຈ​ໃສ່​ຊີ້​ນຳ​ນຳພາ​ປະຕິບັດ​ນະ​ໂຍບາຍ​ສັງຄົມ​ໃຫ້​ດີກ​ວ່າ​ອີກ, ກໍ່ສ້າງ​ວັດທະນະທຳ, ຜູ້​ຄົນ​ຫວຽດນາມ​ທີ່ຂະຫຍາຍຕົວ​ຢ່າງຮອບດ້ານ, ຮັບປະກັນ​ຄວາມ​ປອດ​ໄພ​ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະ​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ ຕາມ​ຈິດ​ໃຈ​ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ຢູ່​ຂ້າງ​ຫຼັງ. ປະຕິບັດ​ເປັນ​ຢ່າງ​ດີ​ນະ​ໂຍບາຍ​ຕໍ່​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ຂາດ, ຮັບປະກັນ​ຄວາມ​ປອດ​ໄພ​ສັງຄົມ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເພີ່ມ​ທະວີ​ການ​ສຶກສາ​ແລະ​ຝຶກ​ອົບຮົມ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ; ບຸລິມະສິດ​ໃນ​ການຈັດ​ແບ່ງ​ງົບປະມານ​ຂອງ​ລັດ ​ແລະ​ລະດົມ​ແຫຼ່ງທຶນ​ນອກ​ງົບປະມານ ​ເພື່ອ​ພັດທະນາ​ເຂດ​ທີ່​ພົບ​ຄວາມ​ຫຍຸ້ງຍາກ, ​ເຂດ​ຖືກ​ໄພ​ທຳ​ມະ​ຊາດ ​ແລະ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ບັນດາ​ມະຕິ​ຂອງ​ສູນ​ກາງ​ກ່ຽວ​ກັບ​ວຽກ​ງານ​ສາທາລະນະ​ສຸກ, ວຽກ​ງານ​ປະຊາກອນ. ອະນຸ​ຮັກ​ແລະ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ, ມໍລະດົກ​ວັດທະນະທຳ​ ​ແລະມູ​ນເຊື້ອອັນ​ດີງາມ​ຂອງ​ຊາດ; ສະກັດ​ກັ້ນ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ; ປ້ອງ​ກັນ​ແລະ​ຕ້ານ​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ, ການລ່ວງລະ​ເມີດ​ເດັກ ​ແມ່ຍິງ. ປະຕິບັດ​ເປັນ​ຢ່າງ​ດີ​ວຽກ​ງານ​ຊົນ​ເຜົ່າ, ສາສະໜາ; ​ເບິ່ງ​ແຍງ​ດູ​ແລ​ຜູ້​ເຖົ້າ​ຜູ້​ແກ່, ຄົນ​ພິການ ​ແລະ ວຽກ​ງານ​ຄອບຄົວ, ​ເດັກນ້ອຍ, ຊາວ​ໜຸ່ມ, ຍຸວະຊົນ, ຄວາມສະ​ເໜີ​ພາບ​ທາງ​ເພດ, ພັດທະນາ​ກິລາກາ​ຍະ​ກຳ.

ທີ​ຫົກ, ​ຄວາມເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ການນຳ​ໃຊ້​ຊັບພະຍາກອນ​ຢ່າງ​ປະຢັດ ​ແລະ​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ ມີ​ຄວາມ​ໝາຍ​ຕັດສິນ​ຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ. ສຸມ​ໃສ່​ປົວ​ແປງ​ຄຸນ​ນະພາ​ບຂອງ​ສິ່ງ​ແວ​ດລ້ອມ​ໃຫ້​ດີ​ຂຶ້ນ ​ແລະ ​ແກ້​ໄຂ​ມົນ​ລະ​ພິດ, ​​ໂດຍ​ສະ​ເພາະ​ແມ່ນຢູ່ໝູ່​ບ້ານ​ຫັດຖະກຳ, ກຸ່ມ ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ, ​ເຂດ​ທີ່ຢູ່​ອາ​ໄສ​ລວມສູນ​ຢູ່​ຊົນນະບົດ. ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ​ສະພາບ​ການ​ທະ​ເລ​ຫາຍ​ໃຈ ນ້ຳທະ​ເລ​ຍຶ່ງຂຶ້ນ ກໍ່​ໃຫ້​ເກີດນ້ຳ​ຖ້ວມຢູ່​ຕົວ​ເມືອງ​ໃຫຍ່ບາງ​ແຫ່ງ, ​ການ​ແຊກ​ຊຶມ​ຂອງ​ນ້ຳ​ເຄັມ​ຢູ່​ບັນດາ​ແຂວງ​ຊາຍ​ຝັ່ງ​ທະ​ເລ ​ແລະຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ພາກ​ໃຕ້​ຫວຽດນາມ. ​ແກ້​ໄຂ​ກຳຈັດ​ຢ່າງ​ເດັດຂາດ​ສະພາບ​ການ​ທຳລາຍ​ປ່າ, ການ​ຂຸດ​ຄົ້ນ​ຊັບພະຍາກອນ, ​ແຮ່​ທາດ, ຫິມ, ກວດ​ດິນ​ຊາຍ​ຜິດ​ກົດໝ​າຍ. ​ເພີ່ມ​ທະວີ​ຄວາມ​ສາມາດ​ຄາດ​ຄະ​ເນ ​ແລະ​ການກ່າວ​ເຕື່ອນ, ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ຫຼຸດຜ່ອນ​ຜົນ​ກະທົບ​ຂອງມັນ. ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ບັນດາ​ມາດ​ຕະການ​ເປັນ​ເຈົ້າ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ, ການ​ເຕີບ​ໂຕ​ຂຽວ, ການ​ພັດທະນາ​ແບບ​ຍືນ​ຍົງ; ສັບ​ຊ້ອນ​ເປົ້າ​ໝາຍ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ເຂົ້າ​ໃນ​ບັນດາ​ແຜນ​ຍຸດ​ທະ​ສາດ, ​ແຜນ​ແມ່​ບົດ, ​ແຜນການ, ​ໂຄງການພັດທະນາ​ຂອງ​ແຕ່ລະ​ຂະ​ແໜງ​ການ, ​ແຕ່ລະ​ທ້ອງ​ຖິ່ນ.

ທີ​ເຈັດ, ສ້າງ​ການ​ບໍລິຫານ​ທີ່​ມີປະສິດທິພາບ ປະສິດທິຜົນ, ມີ​ລະບຽບ​ວິ​ໄນ; ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ​ຕ້ອງ​ຖື​ວ່າການປ່ຽນ​ແປງ​ໃໝ່, ຈັດ​ຕັ້ງ​ສັບ​ຊ້ອນ​ກົງ​ຈັດ​ໃຫ້​ກະທັດ​ລັດ ​ແລະ​ເຄື່ອນ​ໄຫວ​ຢ່າງມີ​ປະສິດທິພາບ ປະສິດທິ​ຜົນ ​ແມ່ນໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ. ສຸມ​ໃສ່​ກວດຄືນ, ຈັດ​ວາງ​ສັບ​ຊ້ອນ, ປັບປຸງ​ບູລະນະກົງຈັກ​ ແລະຫົວ​ເງື່ອນ​ພາຍ​ໃນ​ອົງການ​ບໍລິຫານ; ກຳນົດ​ຢ່າງ​ເຂັ້ມ​ງວດ​ກ່ຽວ​ກັບ​ການ​ບັນຈຸ, ຈຳນວນ​ພະນັກງານ ລັດຖະກອນ ພາລະ​ກອນ; ກໍ່ສ້າງ​ກົນ​ໄກ​ແຂ່ງຂັນ, ​ເປີດ​ເຜີຍ, ​ໂປ່​ງ​ໃສ​ໃນ​ການ​ຄັດ​ເລືອກ​ເອົາ, ​ແຕ່ງ​ຕັ້ງ, ​ເລື່ອນ​ຊັ້ນຕຳ​ແໜ່​ງ​ໃຫ້​ພະນັກງານ. ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ກໍ່ສ້າງ​ລັດຖະບານ​ເອ​ເລັກ​ໂຕຣນິກ. ຮຽກຮ້ອງ​ໃຫ້​ບັນດາ​ຂະ​ແໜງ​ການ, ບັນດາ​ຂັ້ນ, ສຳນັກງານ​ອົງການຕ້ອງ​ປະຕິບັດ​ຂໍ້​ກຳນົດ​ຕ່າງໆ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ; ກວດກາ, ຕິດຕາມ​ກວດກາ ​ແລະ ຕັດສິນ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ, ​ເປີດ​ເຜີຍ ຕໍ່​ການລະ​ເມີດ​ກົດໝາຍ, ບໍ່​ມີ​ເຂດ​ຫວງ​ຫ້າມ​ສຳລັບການ​ສໍ້​ລາດ​ບັງ​ຫຼວງ, ການຟຸມ​ເຟືອຍ, ຄວາມ​ຫຍໍ້​ທໍ້, ຜົນ​ປະ​ໂຫຍ​ດໝູ່​ພວກ. ພັດທະນາ​ເປີດ​ກວ້າງ​ຂະ​ບວນການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ​ໃນ​ທົ່ວ​ສັງຄົມ, ກ່ອນ​ອື່ນ​ໝັດ​ແມ່ນ​ຢູ່​ໃນ​ລະບົບ​ການ​ບໍ​ລະຫານ​ລັດ. ​ເຮັດ​ເປັນ​ຢ່າງ​ດີ​ວຽກ​ງານ​ຕ້ອນຮັບ​ພົນລະ​ເມືອງ, ​ແກ້​ໄຂ​ການ​ຮ້ອງທຸກ, ​ກ່າວ​ໂທດ. ປະຕິບັດ​ຢ່າງ​ເຂັ້ມ​ງວດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັດ​ຄັ້ງ​ທີ 4 ສະ​ໄໝ​ທີ XII ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ, ປັບປຸງ​ພັກ; ກີດກັ້ນແລະຍູ້ຖອຍ ຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ບັນດາປະກົດການ "ຫັນປ່ຽນດ້ວຍຕົນເອງ", "ປ່ຽນແປງດ້ວຍຕົນເອງ" ຢູ່ພາຍໃນ.

ທີ​ແປດ, ​ເດັດດ່ຽວ ໝັ້ນໜຽວ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບທີ່ສະດວກ​ດີ​ ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ. ປັບປຸງ​ທ່າ​ສະໜາມ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງຊົນ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ. ສຸມ​ໃສ່​ການ​ປ້ອງ​ກັນ, ຕ້ານ, ຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນ​ກັບອາດຊະຍາ​ກຳ​ທຸກ​ປະ​ເພດ. ປະຕິບັດ​ຢ່າງ​ຄົບ​ຊຸດ​ບັນດາ​ມາດ​ຕະການ​ຮັບປະກັນຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ໃນ​ການ​ຈະລາຈອນ ​ແລະ ການປ້ອງ​ກັນອັກຄີ​ໄພ​ແລະ​ການລະ​ເບີດ. ​ເປັນ​ເຈົ້າ​ການ​ຍິ່ງ​ກວ່າ​ອີກ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະການ​ເຊື່ອມ​ໂຍງ​ສາກົນ; ຈັດ​ຕັ້ງ​ເປັນ​ຢ່າງ​ດີ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ທະວິ​ພາຄີ, ພະຫຸ​ພາຄີ; ຂຸດ​ຄົ້ນ​ຢ່າງ​ມີ​ປະສິດທິ​ຜົນ, ສວຍ​ໃຊ້​ໂອກາດທີ່​ບັນດາ​ສັນຍາ​ການ​ຄ້າ​ເສລີ (FTA) ນຳ​ມາ​ໃຫ້, ບໍ່​ໃຫ້​ຫວຽດນາມ​ຖືກ​ຕົກ​ຢູ່​ຂ້າງ​ຫຼັງ. ​ເຮັດ​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ​ໃຫ້​ໄດ້ດີກ​ວ່າ​ອີກ, ສ້າງ​ເງື່ອນ​ໄຂ​ທີ່​ສະດວກ​ດີ​ໃຫ້​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດປະກອບສ່ວນ​ກໍ່ສ້າງ​ປະ​ເທດ.

*

*    *

ປີ 2017, ພວກ​ເຮົາ​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ ຮອບດ້ານ​ທີ່​ສຸດ ​ແລະ ກ້າວ​ເຂົ້າ​ສູ່​ປີ 2018 ດ້ວຍ​ບັນຍາກາດ​ໃໝ່. ການ​ປະຕິບັດ​ໜ້າ​ທີ່​ປີ 2018 ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ຊຶ່ງ​ຕ້ອງ​ສຸມ​ໃສ່​ຜັນ​ຂະຫຍາຍດ້ວຍ​ຄວາມ​ພະຍາຍາມ​ສູງ​ສຸດ, ດ້ວຍບັນດາ​ວິທີ​ປະຕິບັດ​ແບບ​ປ່ຽນ​ແປງ​ໃໝ່​, ປະດິດ​ສ້າງ, ມີ​ປະສິດທິ​ຜົນ​ຫຼາຍ​ກວ່າອີກ ​ເພື່ອ​ບໍ່​ພຽງ​ແຕ່ສຳ​ເລັດ​ແຜນການ​ປີ 2018 ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ພື້ນຖານ​ທີ່​ດີ​ໃຫ້​ແກ່​ການ​ເຕີບ​ໂຕ​ຢ່າງ​ໄວກວ່າ ພັດທະນາ​ຍືນ​ຍົງ​ກວ່າ​ໃນ​ຊຸມ​ປີ​ຕໍ່​​ໄປ, ສູ້​ຊົນ​ປະຕິບັດ​ບັນດາ​ເປົ້າ​ໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ 2016 - 2020 ຢ່າງ​ສຳ​ເລັດ​ມີ​ໄຊ ຕາມ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ​ແລະ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ.

​ໃນ​ທີ່​ກອງ​ປະຊຸມ​ອອນ​ໄລ​ຂອງ​ລັດຖະບານ​ແລະ​ບັນດທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ເພື່ອ​ຜັນ​ຂະຫຍາຍໜ້າ​ທີ່​ແຜນການ​ປີ 2018, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ​ ໄດ້​ຊີ້​ນຳວ່າ ບໍ່​ອັດຕະ​ໃສ, ບໍ່ພໍ​ໃຈ ມົວເມົາ​ນຳ​ໄຊຊະນະ ​ຜົນສຳ​ເລັດ, ຕ້ອງ​ສຸມ​ໃສ່​ແກ້​ໄຂ​ຜ່ານ​ຜ່າ​ສິ່ງ​ຄົງ​ຄ້າງ ຈຸດ​ອ່ອນ ຂໍ້​ຈຳກັດ, ມານະ​ພະຍາຍາມ​ຍິ່ງ​ກວ່າ​ອີກ​ເພື່ອພາ​ໃຫ້​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ, ບໍ່​ຖືກ​ຕົກ​ຢູ່​ຂ້າງ​ຫຼັງ, ກ້າວ​ເທື່ອ​ລະ​ກ້າວ​ໃຫ້​ທັນ​ກັບ​ບັນດາ​ປະ​ເທດ​ທີ່​ຈະ​ເລີ​ນກ້າວໜ້າ​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ.

​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທົງ​ຊາດ, ຈິດ​ໃຈ​ຮັກ​ຊາດ, ​ເຈດ​ຈຳນົງ​ອິງ​ໃສ່​ຕົນ​ເອງ​ເພື່ອ​ສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ, ພວກ​ເຮົາ​ຈົ່ງ​ຮ່ວມ​ຈິດ​ຮ່ວມ​ໃຈ ຮ່ວມ​ແຮງ​ກັນ, ປ່ຽນ​ແປງ​ໃໝ່ ປະດິດ​ສ້າງ, ຊື່ສັດ​ສຸ​ຈະລິດ, ມີ​ລະບຽບ​ວິ​ໄນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ, ຍາດ​ແຍ່ງ​ໂອກາດ​ໃໝ່, ອອກ​ແຮງ​ແຂ່ງຂັນ, ພະຍາຍາມ​ສູ້​ຊົນ​ປະຕິບັດ​ບັນດາ​ເປົ້າ​ໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມທີ່​ພັກ​ແລະ​ລັດ​ໄດ້​ວາງ​ອອກ​ມາ ​ຢ່າງ​ສຳ​ເລັດ​ມີ​ໄຊ, ສ້າງ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມ ທີ່​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸຕິ​ທຳ ​ແລະ​ສີວິ​ໄລ./.

​ໂດຍ ຫງວຽນ​ຊວັນ​ຝຸກ
ກຳມະການກົມ​ການ​ເມືອງ, ນາຍົກລັດຖະມົນຕີ
​ແຫ່ງປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ

-----------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 905 (​ເດືອນ​ມີນາ 2018)