ການ​ພັດ​ທະ​ນາ​ກະ​ສິ​ກຳ​ຂອງ​ຫວຽດ​ນາມ:
ບັນ​ຫາ ແລະ ວິ​ທີ​ແກ້​ໄຂ​ບາງ​ຢ່າງ

ໂດຍ ສຈ, ປອ, ຄູປະຊາຊົນ ເຈິ່ນ ດຶກ ວຽນ
ອະດີດຜູ້ອຳນວຍການສະຖາບັນການກະເສດແຫ່ງຫວຽດນາມ, ອະດີດປະທານສະພາໂຮງຮຽນ, ສະຖາບັນການກະເສດແຫ່ງຫວຽດນາມ
03:30, 26-04-2024

ວກ. - ໃນຫວຽດນາມ, ກະສິກຳແມ່ນຂະແໜງເສດຖະກິດທີ່ສຳຄັນອັນດັບໜຶ່ງຂອງປະເທດ ເມື່ອເບິ່ງ​ຈາກ​ອະດີດ​ ແລະ​ປະຈຸ​ບັນ, ມັນ​ມີ​ອິດ​ທິພົນ​ໂດຍ​ກົງແລະແຂງແຮງ​ທີ່​ສຸດ ​ຕໍ່​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ໃຫ້​ຂະ​ແໜງ​ກະ​ສິກຳ​ຂອງ​ຫວຽດນາມ ພັດທະນາຢ່າງຕໍ່ເນື່ອງ ຈຳເປັນຕ້ອງ​ສືບຕໍ່ປະຕິບັດຫຼາຍວິທີແກ້ໄຂໄປພ້ອມໆກັນ.

ບາງ​ບັນຫາທີ່ຖືກ​ຍົກ​ອອກ​ມາ​ເພື່ອ​ພັດທະນາ​ກະສິກຳ​ຂອງ​ຫວຽດນາມ

ຫວຽດ​ນາມ​ສາ​ມາດ​ບັນ​ລຸ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ທີ່​ເຂັ້ມ​ແຂງ ແລະ​ຈະ​ເລີນ​ຮຸ່ງ​ເຮືອງ. ເພື່ອກາຍເປັນປະເທດອຸດສາຫະກຳ, ເມື່ອພິຈາລະນາເຖິງຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ວັດຖຸອຸ​ປະ​ກອນ, ກຳລັງຄົນ ແລະ ການ​ບໍ​ລິ​ຫານ​ຕາ​ແສງ, ຈຳເປັນທີ່ຈະຕ້ອງໃຊ້ຈຸດສູນກາງໃນການພັດທະນາ​ອຸດ​ສາ​ຫະ​ກຳ ແລະຄວາມທັນ​ສະ​ໄໝ​ຂອງ​ປະ​ເທດ​ຈາກ​ກະ​ສິ​ກຳ; ການ​ຫັນ​ເປັນອຸດສາຫະກຳແລະທັນ​ສະ​ໄໝ ກ່ອນອື່ນໝົດແມ່ນເພື່ອ​ການ​ພັດທະນາ​ກະສິກຳ ​ແລະຊົນນະບົດ. ນັ້ນແມ່ນກົກຮາກ, ແມ່ນກຳລັງແຮງພາຍໃນຂອງປະເທດ!

ຢ່າງໃດກໍຕາມ, ໃນເວລາທີ່ຜ່ານມາ, ຂະແໜງກະສິກຳຂອງຫວຽດນາມຍັງຄົງມີບັນຫາຫຼາຍຢ່າງໃນຂະບວນການພັດທະນາ ເຊັ່ນ:

ທີໜຶ່ງ, ກະ​ສິ​ກຳ​ຂອງ​ຫວຽດ​ນາມໂດຍພື້ນຖານແລ້ວ ຍັງ​ຄົງ​ເປັນ​ກະ​ສິ​ກຳແບບເປີດ​ກວ້າງ ແລະ ຄຸ້ມ​ຄອງ​ແບບ​​ກະ​ສິ​ກອນຍ່ອຍ ດັ່ງນັ້ນຄວາມສ່ຽງຈຶ່ງສູງ, ປະສິດທິພາຕ່ຳ ແລະ ມູນຄ່າເພີ່ມຂອງສິນຄ້າກະສິກຳຍັງຕ່ຳກວ່າອີກ. ຂະແໜງກະສິກຳຍັງບໍ່ທັນເຊື່ອມໂຍງກັບອຸດສາຫະກຳເຂົ້າສູ່ລະບົບ ເພື່ອເພີ່ມເຕີມແລະສະໜັບສະໜູນເຊິ່ງກັນແລະກັນເພື່ອການພັດທະນາຮ່ວມກັນ.

ທີສອງ, ຄວາມສາມາດໃນການແຂ່ງຂັນຂອງສິນຄ້າກະສິກໍາຢູ່ໃນລະດັບຕໍ່າ ຍ້ອນຂາດຄວາມຫຼາກຫຼາຍທາງດ້ານປະເພດ, ຂະໜາດແລະສີທີ່ບໍ່ສະເໝີກັນ, ຂາດການລະບຸຕົວຕົນ, ບໍ່ມີການກວດສອບຕົ້ນກຳເນີດຂອງສິນຄ້າ ແລະບໍ່ມີຍີ່ຫໍ້ໃນຕະຫຼາດ. ສິນຄ້າກະສິກຳຂອງຫວຽດນາມສ່ວຍຫຼາຍສົ່ງອອກໃນຮູບແບບດິບທີ່ຍັງບໍ່ໄດ້ປຸງແຕ່ງ, ກວມເອົາ 70 - 80% ຂອງມູນຄ່າການສົ່ງອອກ(1); ຕະຫຼາດສົ່ງອອກຍັງຂຶ້ນຢູ່ກັບຕ່າງປະເທດຢ່າງຫຼາຍ.

ທີສາມ, ຮູບແບບການຜະລິດຂອງ​ຊາວ​ກະ​ສິ​ກອນ​ໄດ້​ຮັບ​ການປ່ຽນແປງໃໝ່ຢ່າງ​ຊ້າໆ. ຮູບ​ແບບ​ການ​ຜະ​ລິດ​ຕົ້ນ​ຕໍ​ຂອງ​ກະ​ສິ​ກຳ​ຢູ່​ຫວຽດ​ນາມ ແມ່ນ​ຄອບ​ຄົວ​ຊາວ​ກະ​ສິ​ກອນ, ກວມ 90% ຂອງ​ເນື້ອ​ທີ່​ຜະ​ລິດ​ກະ​ສິ​ກຳ​ທັງ​ໝົດ. ໃນຊຸມປີທີ່ຜ່ານມາ, ເສດຖະກິດຄອບ​ຄົວຊາວກະສິກອນ​ມີ​ປະສິດທິ​ຜົນ, ​ແຕ່​​ໄດ້ເຖິງ “​ເພດານ” ຂອງ​ທ່າ​ອ່ຽງການພັດທະນາ​ໃນວົງ​ກວ້າງ.

ທີສີ່, ການລົງທຶນໃນຂະແໜງກະສິກຳບໍ່ສົມກັບຄວາມສາມາດບົ່ມຊ້ອນຂອງຂະແໜງການກະສິກຳ. ລະດັບ​ການ​ລົງທຶນ​ໃນ​ຂົງ​ເຂດ​ກະສິກຳ​ຍັງ​ຈຳກັດ ​ແລະ ກະ​ແຈກ​ກະຈາຍ, ບໍ່​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງຂະແໜງການ ​ແລະການປະກອບສ່ວນ​ຂອງກະສິກຳເຂົ້າ​ໃນ​ພື້ນຖານ​ເສດຖະກິດ​ຂອງປະເທດ. ດັ່ງນັ້ນ,  ພື້ນຖານໂຄງລ່າງທາງດ້ານເຕັກນິກກະສິກຳ ແລະ ຊົນນະບົດຍັງຂາດເຂີນຫຼາຍດ້ານ ແລະ ບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ໂດຍສະເພາະແມ່ນ ພື້ນຖານໂຄງລ່າງດ້ານເຕັກນິກທີ່ຮັບໃຊ້ການຜະລິດກະສິກຳໂດຍກົງ. ການ​ບໍລິການສະໜັບສະໜູນ​ກະສິກຳ​ຍັງ​ບໍ່​ທັນ​ພັດທະນາ, ​ໂດຍ​ສະ​ເພາະ​ແມ່ນ ​ການເກັບ​ຮັກສາຫຼັງການເກັບກ່ຽວ ​ແລະ ການ​ຂົນ​ສົ່ງ. ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ປຸງ​ແຕ່ງ​ສິນຄ້າກະສິກຳແບບເລິກ​ ຍັງ​ບໍ່​ທັນ​ພັດທະນາ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຂະໜາດ​ນ້ອຍ ​ແລະ ມີ​ເຕັກ​ໂນ​ໂລ​ຊີ​ທີ່​ລ້າ​ສະ​ໄໝ.

ທີຫ້າ, ຊີວິດເສດຖະກິດຂອງຊາວກະສິກອນຍັງຕ່ຳແລະບໍ່ໝັ້ນຄົງ. ເຖິງວ່າໃບໜ້າຂອງຊົນນະບົດໄດ້ມີການປ່ຽນແປງຫຼາຍ, ລາຍໄດ້ແລະຊີວິດຂອງຊາວກະສິກອນສ່ວນຫຼາຍກໍດີຂຶ້ນພໍຄວນ, ແຕ່ລາຍໄດ້ເພີ່ມຂຶ້ນຢ່າງຊ້າໆ, ໃນຂະນະ​ທີ່​ລາຍ​ຈ່າຍກໍ​ເພີ່ມ​ຂຶ້ນ, ດັ່ງນັ້ນຄວາມ​ສາມາດໃນການ​ສະສົມທີ່ແທ້​ຈິງ​ຂອງ​ຄອບຄົວຊາວ​ກະສິກອນ​ຈຶ່ງ​ຕ່ຳຫຼາຍ. ສະນັ້ນ, ຈຶ່ງເປັນເລື່ອງຍາກຫຼາຍສຳລັບຊາວກະສິກອນທີ່ຈະລົງທຶນໃນການຂະຫຍາຍການຜະລິດ, ປັບປຸງຄຸນນະພາບ, ຫຼືຮັບມືກັບການປ່ຽນແປງຂອງລາຄາ ຫຼືຄວາມສ່ຽງທີ່ເກີດຈາກສະພາບດິນຟ້າອາກາດ ແລະ ພະຍາດລະບາດ.

ທີຫົກ, ຄົນງານໃນຂະແໜງກະສິກຳສ່ວນໃຫຍ່ມີຄຸນນະພາບຕ່ຳ ໂດຍຄົນງານປະມານ 70% ບໍ່ເຄີຍຜ່ານການຝຶກອົບຮົມວິຊາສະເພາະໃດໆ; ຄົນງານທີ່ມີລະດັບມະຫາວິທະຍາໄລກວມເອົາພຽງປະມານ 9%(3); ຍ້ອນຂາດຄວາມຮູ້ທາງວິທະຍາສາດ ຄວາມຮູ້ດ້ານການຄຸ້ມຄອງການຜະລິດ ແລະຂໍ້ມູນການຕະຫຼາດ ຈຶ່ງບໍ່ຊ່ວຍໃຫ້ວິສາຫະກິດ ແລະກະເສດຕະກອນຕັດສິນໃຈໄດ້ຢ່າງຖືກຕ້ອງ ເພື່ອເພີ່ມປະສິດທິຜົນການຜະລິດ ທຸລະກິດ ແລະ ເພີ່ມລາຍໄດ້.

ທີເຈັດ, ທ່າ​ອ່ຽງ​ການ​ຍ້າຍຖິ່ນ​ອອກ​ຈາກ​ຊົນນະບົດ​ເກີດຂຶ້ນຫຼາຍ, ​ແຕ່​ຈຳນວນ​ຄອບຄົວ​ທີ່​ອາໄສ​ຢູ່​ຊົນນະບົດ​ຍັງ​ເພີ່ມ​ຂຶ້ນຢ່າງຕໍ່ເນື່ອງ. ອັດຕາ​ສ່ວນ​ຜູ້​ສູງອາຍຸ​ທີ່ອາໄສ​ຢູ່​ຊົນນະບົດ​ແມ່ນ 67,2% (​ທຽບເທົ່າ​ກັບ 7,7 ລ້ານ​ຄົນ) ເຊິ່ງເປັນສອງ​ເທົ່າ​ຂອງ​ຈຳນວນ​ຜູ້​ເຖົ້າ​ທີ່ອາໄສຢູ່​ໃນ​ຕົວ​ເມືອງ, ຊີວິດ​ດ້ານ​ວັດຖຸຂອງພວກເຂົາຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ນີ້​ແມ່ນ​ບັນຫາ​ໃຫຍ່​ສຳລັບ​ການ​ພັດທະນາ​ຊົນນະບົດ.

ທີແປດ, ວິທະຍາສາດແລະເຕັກໂນໂລຊີສຳຄັນຫຼາຍຂົງເຂດທີ່ຮັບໃຊ້ການກະເສດ ກຳລັງຖືກນຳໃຊ້ຢ່າງຊັກຊ້າ. ບັນດາຂົງເຂດເຕັກໂນໂລຊີທີ່ສຳຄັນເຊັ່ນ ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີຫຼັງການເກັບກ່ຽວ, ເຕັກໂນໂລຊີປຸງແຕ່ງແລະປຸງແຕ່ງເລິກເຊິ່ງ ແລະ ບັນດາຂົງເຂດວິທະຍາສາດແຫ່ງຍຸກດິຈິຕອນ,...ປະຍຸກໃຊ້ເຂົ້າໃນການກະສິກຳຍັງຢູ່ໃນລະດັບຕ່ຳ.

ທີເກົ້າ, ບ້ານເຊິ່ງເປັນພື້ນທີ່ຢູ່ອາໄສຂອງຊາວກະສິກອນກຳລັງຖືກ “ປ່ຽນຮູບ”. ​ບ້ານ​ເປັນບ່ອນ​ສ້າງ​ກຳ​ລັງ​ແຮງ​ຂອງ​ວັດ​ທະ​ນະ​ທຳແລະອາລະຍະທຳ​ຫວຽດ​ນາມ, ສ້າງຄວາມເຂັ້ມແຂງດັ້ງເດີມ​ຂອງ​ຊາວ​ຫວຽດ​ນາມ. ປະຈຸ​ບັນ, ບ້ານ​ພວມ​ຄ່ອຍໆ​ສູນ​ເສຍພື້ນທີ່ທາງ​ວັດທະນະທຳ​ບູຮານ​ຂອງ​ຕົນ.

ລະດູທຸລຽນທີ່ດີ _ແຫຼ່ງ: nhiepanhdoisong.vn

ຄຽງຄູ່ກັບຄວາມຫຍຸ້ງຍາກພາຍໃນ, ຂະແໜງກະສິກຳຂອງຫວຽດນາມຍັງປະເຊີນກັບຄວາມທ້າທາຍຫຼວງຫຼາຍຈາກຜົນກະທົບອື່ນໆ ເຊັ່ນ ການປ່ຽນແປງສະພາບດິນຟ້າອາກາດ, ໂລກລະບາດທີ່ຜິດປົກກະຕິ ແລະຄວບຄຸມໄດ້ຍາກ; ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ, ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ພູມ​ສາດ​ການ​ເມືອງ, ຄວາມ​ຂັດ​ແຍ່ງ​ທາງ​ສາດ​ສະ​ໜາ, ວັດ​ທະ​ນະ​ທຳ​ທີ່​ບໍ່​ອາດ​ຄາດ​ຄະ​ເນ ແລະອື່ນໆ​ໃນ​ໂລກ.

ຢ່າງໃດກໍ່ຕາມ, ພ້ອມກັບຂະບວນການເຊື່ອມໂຍງເສດຖະກິດສາກົນທີ່ເລິກເຊິ່ງແລະກວ້າງຂວາງຂຶ້ນ, ຫວຽດນາມກຳລັງເຈລະຈາ ລົງນາມ ແລະ ປະຕິບັດສັນຍາການຄ້າເສລີ (FTA) ເກືອບ 20 ສະບັບ ເຊິ່ງມີຜົນກະທົບສຳຄັນຕໍ່ການພັດທະນາເສດຖະກິດໂດຍທົ່ວໄປ ແລະຕໍ່ຂະແໜງກະສິກຳເວົ້າສະເພາະ ໂດຍອາໄສການຂະຫຍາຍຕົວຂອງຕະຫຼາດສິນຄ້າກະສິກຳຢ່າງຕໍ່ເນື່ອງ. ຕຳແໜ່ງຂອງຂະແໜງການກະສິກຳຈະເພີ່ມຂຶ້ນຢ່າງແນ່ນອນ ເນື່ອງຈາກມີໂອກາດຫຼາຍຂຶ້ນໃນການເຂົ້າຮ່ວມໃນຕ່ອງໂສ້ການສະໜອງສິນຄ້າກະສິກຳທົ່ວໂລກ.  

ດ້ວຍໂອກາດໃໝ່ຈາກການເຊື່ອມໂຍງເຂົ້າກັບສາກົນ, ຂະແໜງການກະສິກຳຈະຕ້ອນຮັບເອົາກະແສການລົງທຶນໃໝ່, ໂດຍສະເພະາ ການລົງທຶນໃນການກະເສດທີ່ມີເຕັກໂນໂລຊີສູງ, ກະສິກຳອິນຊີ, ອຸດສາຫະກຳສະໜັບສະໜູນຂະແໜງກະສິກຳ - ບັນດາຂົງເຂດທີ່ກຳລົງເປີດຢູ່ ເນື່ອງຈາກຍັງຂາດຊັບພະຍາກອນ. ຜົນກະທົບທີ່ແຜ່ກະຈາຍຈາກການລົງທຶນທີ່ເພີ່ມຂຶ້ນໃນດ້ານກະສິກຳ ຈະມີຄວາມສຳຄັນທີ່ສຸດຕໍ່ເສດຖະກິດຂອງຫວຽດນາມ.

ຊັ້ນຄົນຊາວກະສິກອນໃໝ່ ເຊິ່ງເປັນຊາວກະສິກອນແຫ່ງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກໍາ​ຄັ້ງ​ທີ 4 ກຳລັງກໍ່ຕົວແລະ​ພັດ​ທະ​ນາເທື່ອລະກ້າວ. ພວກເຂົາມີສະຕິປັນຍາແລະຄຸນສົມບັດພຽງພໍທີ່ຈະສ້າງພື້ນຖານກະສິກຳໃໝ່ຂອງຫວຽດນາມ, ດ້ວຍບົດບາດສຳຄັນຂອງສະຫະກອນ, ວິສາຫະກິດກະສິກຳ, ສະມາຄົມ ແລະຂະແໜງສິນຄ້າທີ່ພວກເຂົາເປັນເຈົ້າຂອງ.

ວິທີແກ້ໄຂການພັດທະນາກະ​ສິ​ກໍາ​ໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້​

ເພື່ອປັບໂຄງສ້າງຂະແໜງການກະສິກຳຂອງຫວຽດນາມໃນເວລາທີ່ຈະມາເຖິງ ຈຳເປັນຕ້ອງ​ສຸມ​ໃສ່​ແກ້​ໄຂບັນຫາ ຄໍຂວດ”, ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ, ສອດຄ່ອງ​ກັບ​ສະພາບ​ການ​ສະ​ເພາະ​ຂອງ​ປະ​ເທດ ​ແລະ ສະພາບ​ການ​ສາກົນ; ວາງ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ໃນ​ການໄຫຼຂອງ​ນະ​ວັດ​ຕະ​ກຳ, ເປີດ​ກວ້າງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງແລະກວ້າງຂວາງ. ຕາມ​ນັ້ນ, ຕ້ອງ​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂໄປພ້ອມໆກັນຄື:

ທີໜຶ່ງ, ຮັບຮູ້ຢ່າງຄົບຖ້ວນແລະເລິກເຊິ່ງກວ່າອີກ ກ່ຽວກັບຄວາມສຳຄັນຂອງກະສິກຳ ​ແລະ ບັນດາ​ທ່າ​ໄດ້​ປຽບ​ດ້ານ​ກະສິກຳ​ຂອງ​ຫວຽດນາມ.

ທີສອງ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ເຊື່ອມໂຍງແບບອີນຊີລະຫວ່າງ ການພັດທະນາກະສິກຳກັບອຸດສາຫະກຳ ບໍລິການ, ການພັດທະນາຕົວເມືອງ ແລະຊົນນະບົດ; ດຳເນີນການປັບໂຄງສ້າງກະສິກຳຕໍ່ໄປ ໃນທິດທາງການເພີ່ມມູນຄ່າເພີ່ມ ແລະການພັດທະນາທີ່ຍືນຍົງ ຕິດກັບການກໍ່ສ້າງຊົນນະບົດໃໝ່. ການປັບໂຄງສ້າງກະສິກຳຈຳເປັນຕ້ອງສຸມໃສ່ການປັບໂຄງສ້າງການລົງທຶນສາທາລະນະ ແລະ ບໍລິການສາທາລະ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍສຳລັບການສ້າງຕ່ອງໂສ້ມູນຄ່າທາງກະສິກຳທີ່ມີປະສິດທິພາບແລະຍືນຍົງ ໂດຍອີງໃສ່ຂໍ້ໄດ້ປຽບແບບປຽບທຽບຂອງແຕ່ລະເຂດ ພາກ, ແຕ່ລະທ້ອງຖິ່ນແລະແຕ່ລະຂະແໜງການສິນຄ້າ; ສືບຕໍ່ເນັ້ນການລົງທຶນໃນໂຄງສ້າງພື້ນຖານ; ຄົ້ນຄວ້າ ແລະ ປະຍຸກໃຊ້ວິທະຍາສາດແລະເຕັກໂນໂລຊີ, ໂດຍສະເພາະເຕັກໂນໂລຊີຫຼັງການເກັບກ່ຽວ, ການປຸງແຕ່ງ ແລະການປຸງແຕ່ງຜະລິດຕະພັນກະສິກຳຢ່ງເລິກເຊິ່ງ.

ທີສາມ, ເຊື່ອມໂຍງແບບອີນຊີ ລະຫວ່າງການພັດທະນາຕົວເມືອງ ແລະ ການພັດທະນາຊົນນະບົດ, ລະຫວ່າງການພັດທະນາກະສິກຳ ແລະ ອຸດສາຫະກຳການພັດທະນາອຸດສາຫະກຳ ແລະ ການຂະຫຍາຍຕົວເມືອງ ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້, ແຕ່ວ່າ ໃນເວລາທີ່ຜ່ານມາ, ຮູບແບບການເຕີບໂຕທີ່ອີງຕາມຂົ້ວການພັດທະນາບໍ່ໄດ້ເຊື່ອມໂຍງຢ່າງໃກ້ຊິດ ລະຫວ່າງຊົນນະບົດແລະຕົວເມືອງ, ລະຫວ່າງກະສິກຳແລະອຸດສາຫະກຳ, ດັ່ງນັ້ນ ຊ່ອງ​ຫວ່າງ​ລະຫວ່າງ​ຊົນນະບົດ-​ຕົວ​ເມືອງ, ກະສິກຳ​-ອຸດສາຫະກຳ, ຊາວ​ກະສິກອນ-ຊາວ​ເມືອງ, ຄົນ​ຮັ່ງມີ-ຄົນທຸກ​ຍາກ, ​ເຂດ​ທົ່ງພຽງ-ເຂດພູດອຍ ຈຶ່ງ​ກວ້າງອອກ.

ທີສີ່, ດຳເນີນການ​ວາງ​ແຜນ​ການ​ກະ​ສິ​ກໍາ “ສະ​ຫຼາດ” ມຸ່ງ​ສູ່​ຕະ​ຫຼາດເປີດ.

ທີຫ້າ, ກໍ່ສ້າງແລະພັດທະນາຊັ້ນຄົນຊາວກະສິກອນໃໝ່, ລົງທຶນພັດທະນາຊັບພະຍາກອນບຸກຄົນກະສິກຳ ໂດຍສະເພາະໃນໄລຍະປ່ອງຢ້ຽມທອງຄຳ ແຫ່ງອາຍຸປະຊາກອນທີ່ຍັງເປີດຢູ່ ເພື່ອໃຫ້ຊາວກະສິກອນຫວຽດນາມສາມາດເປັນແຮງງານກະສິກຳມືອາຊີບໄດ້ຢ່າງແທ້ຈິງ, ເຮັດການກະສິກຳແມ່ນທຸລະກິດການກະເສດ.

ທີຫົກລັດຈຳເປັນຕ້ອງມີບົດບາດທີ່ສ້າງສັນຢ່າງແທ້ຈິງ ໃນຂະບວນການປ່ຽນແປງການກະສິກຳແລະຊົນນະບົດຢ່າງກວ້າງຂວາງເລິກເຊິ່ງ ເຊິ່ງກຸນແຈສຳຄັນແມ່ນການປັບປຸງການລົງທຶນສາທາລະນະ ແລະ ປັບປຸງບໍລິການສາທາລະນະ ໃນການພັດທະນາກະສິກຳ ແລະ ການກໍ່ສ້າງຊົນນະບົດໃໝ່. ລັດສຸມໃສ່ການເຄື່ອນໄຫວຄຸ້ມຄອງມະຫາພາກ ເຊັ່ນ ການສ້າງຍຸດທະສາດ, ການປະກາດໃຊ້ນະໂຍບາຍ, ການເຈລະຈາທາງກົດໝາຍ, ການສະໜັບສະໜູນການພັດທະນາຕະຫຼາດ, ສຸມໃສ່ການໃຫ້ບໍລິການສາທາລະນະທີ່ຄອບຄົວຊາວກະສິກອນຍັງບໍ່ມີຄວາມສາມາດຄຸ້ມຄອງຕົນເອງໄດ້; ບໍ່ແຊກແຊງກິດຈະກຳການຜະລິດ ທຸລະກິດ ແລະບໍລິການທີ່ສະແຫວງຫາກຳໄລ,... ໂດຍຜ່ານບັນດາ​ສະມາຄົມ​ວິ​ສາ​ຫະກິດ, ສະຫະກອນ ​ແລະ ສະມາຄົມ​ຊາວ​ກະສິກອນ, ລັດ​ມອບ​ໝາຍກິດຈະກຳເຫຼົ່າ​ນີ້​ໃຫ້ເອກະ​ຊົນ ​ແລະ ຊາວ​ກະສິກອນ.

ຄຽງຄູ່ກັນນັ້ນ, ລັດ​ຕ້ອງ​ສືບ​ຕໍ່​ປັບປຸງ​ລະບຽບລະບອບໃຫ້ສົມບູນແບບ ແລະປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນທີ່​ເປີດ​ກວ້າງ ກໍຄື​ກົນ​ໄກ ນະ​ໂຍບາຍສະໜັບສະໜູນ ເພື່ອດຶງດູດ​ວິ​ສາ​ຫະກິດຕ່າງໆ ໃຫ້ລົງທຶນໃນ​ຂົງ​ເຂດ​ກະສິກຳ. ສຸມ​ໃສ່​ຊຸກຍູ້​ການ​ເຊື່ອມ​ໂຍງ​ການ​ຜະລິດ​ ຕິດ​ພັນ​ກັບ​ການ​ປຸງ​ແຕ່ງ ​ແລະ ການ​ບໍລິ​ໂພ​ກ​ຜະລິດ​ຕະພັນ​ກະສິກຳ​ຕາມ​ຕ່ອງ​ໂສ້​ຄຸນ​ຄ່າ.

ທີເຈັດ, ຈັດຕັ້ງການຜະລິດກະສິກຳຄືນໃໝ່ ດ້ວຍບັນດາຮູບແບບການຮ່ວມມື ແລະ ຈັດຕັ້ງການເຊື່ອມໂຍງການຜິດລິດ ທີ່ມີການຮ່ວມມືຢ່າງກວ້າງຂວາງຂອງວິສາຫະກິດ, ບົນພື້ນຖານການປ່ຽນແປງໃໝ່ຢ່າງແຂງແຮງຂອງບັນດາຮູບການການຜະລິດທີ່ເໝາະສົມແລະມີປະສິດທິຜົນ, ນຳໃຊ້ນະໂຍບາຍສະໜັບສະໜູນທີ່ບຸກເບີກເພື່ອສົ່ງເສີມການພັັດທະນາເສດຖະກິດການຮ່ວມມື ແນໃສ່ພັດທະນາສະຫະກອນຕາມທິດທາງການສ້າງຕ່ອງໂສ້ຄຸນຄ່າສິນຄ້າກະສິກຳ, ໃນນັ້ນ ສະຫະກອນແມ່ນປັດໃຈໜຶ່ງໃນຕ່ອງໂສ້ ທີ່ມີບົດບາດເຕົ້າໂຮມຊາວກະສິກອນຜະລິດນ້ອຍຈຳນວນຫຼາຍເພື່ອ ເປັນເພື່ອນກັບບັນດາວິສາຫະກິດຂະໜາດໃຫຍ່; ຈາກ​ນັ້ນ, ຈຶ່ງກໍ່ຕັ້ງສະມາຄົມ​ອາຊີບ ​ແລະ ສະຫະພັນ​ແຮງ​ງານໃນ​ຊົນນະບົດ​.

ທີແປດ, ເອົາໃຈໃສ່ເປັນພິເສດເຖິງການພັດທະນາຕະຫຼາດ ໂດຍເນັ້ນຕະຫຼາດໃນປະເທດທີ່ມີປະຊາກອນ 100 ລ້ານຄົນ ໂດຍມີຊົນຊັ້ນກາງເຖິງສິບລ້ານຄົນ. ພ້ອມກັນກັບການພັດທະນາຕະຫຼາດພາຍໃນປະເທດ, ກໍ່ຈຳເປັນຕ້ອງຊຸກຍູ້ການສົ່ງອອກສິນຄ້າກະສິກຳທີ່ສຳຄັນ ໄປຍັງບັນດາພື້ນຖານເສດຖະກິດທີ່ມີໂຄງສ້າງເສີມກັບຫວຽດນາມ ເຊັ່ນ ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ສະຫະພາບເອີຮົບ (EU), ຕາເວັນອອກກາງ, ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ASEAN). ນອກຈາກນີ້, ຮັກສາແລະພັດທະນາຕະຫຼາດຈີນຢ່າງຍືນຍົງ ແລະ ຂະຫຍາຍຕະຫຼາດຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໄປ​ສູ່​ເຂດ​ທີ່​ມີ​ທ່າ​ແຮງ​ອື່ນໆ.

ການກໍ່ສ້າງເຂດວັດຖຸດິບສໍາລັບແຕ່ລະຕະຫຼາດເພື່ອຄອບຄອງແລະຂະຫຍາຍຕະຫຼາດ ມີບົດບາດສໍາຄັນທີ່ສຸດ.

ທີເກົ້າ, ບຸລິມະສິດການນຳໃຊ້ເຕັກໂນໂລຊີຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ໂດຍສະເພາະເຕັກໂນໂລຊີທີ່ຮັບໃຊ້ການປ່ຽນແປງທາງດິຈິຕອນໃນການກະສິກຳໃນຂັ້ນຕອນສຳຄັນທີ່ສາມາດເຮັດໄດ້ທັນທີ ເຊັ່ນ ການຊອກ​ຫາ​ຕົ້ນ​ກໍາ​ເນີດ​, ການແລກປ່ຽນຄ້າຂາຍ ແລະ ການບໍລິໂພກຜະລິດຕະພັນກະເສດ... ຍູ້ແຮງການຄົ້ນຄວ້າ, ຖ່າຍທອດ ແລະ ປະຍຸກໃຊ້ຄວາມກ້າວໜ້າທາງວິທະຍາສາດແລະເຕັກໂນໂລຊີ ເປັນພື້ນຖານໃນການປັບປຸງຍົກສູງສະມັດຕະພາບແລະຄຸນນະພາບກະສິກຳ.

ທີສິບ, ເອົາໃຈໃສ່ເປັນພິເສດເຖິງການຮັກສາສະພາບແວດລ້ອມ ແລະບັນຫາອື່ນໆອີກຈຳນວນໜຶ່ງ.

ສະພາບແວດລ້ອມໃນຊົນນະບົດບໍ່ພຽງແຕ່ແມ່ນສະພາບແວດລ້ອມໃນການດຳລົງຊີວິດສຳລັບຜູ້ຢູ່ອາໄສເທົ່ານັ້ນ ແຕ່ຍັງເປັນສະພາບແວດລ້ອມທີ່ສ້າງຄວາມເຊື່ອໝັ້ນໃນຄຸນນະພາບຂອງຜະລິດຕະພັນກະສິກຳ, ສະພາບແວດລ້ອມທີ່ເຮັດໃຫ້ຜະລິດຕະພັນກະສິກຳມີຄວາມເຂັ້ມແຂງໃນການແຂ່ງຂັນ ແລະ ສ້າງມູນຄ່າເພີ່ມສູງໃຫ້ກັບຜະລິດຕະພັນກະສິກຳຂອງຫວຽດນາມ, ສ້າງ​ສະ​ມັດ​ຕະ​ພາບ​ແຮງ​ງານ​ສູງ​ໃນ​ຂະແໜງການກະ​ສິ​ກໍາ,... ຈາກນັ້ນ, ສ້າງແລະພັດທະນາກະສິກຳໝູນວຽນ, ກະສິກຳອິນຊີ ແລະ ການເຕີບໂຕສີຂຽວ.

ເປັນເຈົ້າການໃນການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ, ການຄຸ້ມຄອງຄວາມສ່ຽງແລະພະຍາດລະບາດທຸກຊະນິດ. ຈຳເປັນຕ້ອງສຸມໃສ່ຍົກສູງຄວາມສາມາດໃນການພະຍາກອນ, ການເຕືອນໄລຍະໄກ, ການຄຸ້ມຄອງແລະຮັບມືກັບຄວາມສ່ຽງທີ່ກ່ຽວຂ້ອງກັບສະພາບອາກາດ ແລະ ຫຼຸດຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດແລະໂລກລະບາດ ໂດຍເຊື່ອມໂຍງລະບົບນີ້ເຂົ້າກັບບໍລິການໃຫ້ຄຳປຶກສາດ້ານການກະສິກຳ.

ສ້າງ​ແລະ​ປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ຂອງ​ຕ່ອງ​ໂສ້​ການ​ສະໜອງ. ຈັດ​ຕັ້ງ​ຕ່ອງ​ໂສ້​ການ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຄືນ​ໃໝ່​ ເພື່ອກະຈາຍ​ຕ່ອງ​ໂສ້​ການ​ສະ​ໜອງ, ຮັບ​ມື​ກັບ​ການ​ແຜ່​ລະ​ບາດ, ໄພ​ພິ​ບັດ​ທຳ​ມະ​ຊາດ ແລະ ຄວາມ​ບໍ່​ໝັ້ນ​ຄົງ​ທາງ​ພູມສາດ​ການ​ເມືອງ ຫຼື ຄວາມ​ສ່ຽງ​ດ້ານ​ການ​ເງິນແລະລາ​ຄາ,... ເພື່ອຊຸກຍູ້ເສດຖະກິດໃຫ້ມີສະມັດຕະພາບສູງຂຶ້ນ ຄຸນນະພາບດີຂຶ້ນ ແລະຍືນຍົງກວ່າອີກ, ຕ້ອງ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ການ​ຜະລິດ​ພາຍ​ໃນ​ປະ​ເທດ​ເຂົ້າ​ສູ່​ຕ່ອງ​ໂສ້​ການ​ສະໜອງໃໝ່​ລະດັບ​ພາກ​ພື້ນ​ແລະສາກົນ; ພິ​ເສດ​ແມ່ນ​ຕ້ອງ​ເປັນເຈົ້າການໃນການ​ສ້າງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ຂອງ​ຕ່ອງ​ໂສ້​ການ​ສະໜອງ.

ສືບຕໍ່ຮັກສາແລະເສີມຂະຫຍາຍບັນດາຄຸນຄ່າທາງວັດທະນະທຳ, ດ້ວຍແກນກາງແມ່ນການພັດທະນາຊຸມຊົນບ້ານ, ໝູ່ບ້ານ. ຊົນນະບົດ​ແມ່ນ​ບ່ອນເກັບຮັກສາ​ຈິດ​ໃຈ​ຫວຽດນາມ, ຈິດ​ວິນ​ຍານ​ຫວຽດນາມ ​ແລະ ບັນດາ​ຄຸນຄ່າ​ວັດທະນະທຳ​ຫຼັກ​ແຫຼ່ງຂອງ​ຊາວ​ຫວຽດນາມ. ຕາແສງ, ເມືອງ, ແຂວງ ເປັນພຽງໜ່ວຍບໍລິຫານໃນການຄຸ້ມຄອງຂອງລັດ, ສາມາດແບ່ງແລະລວມເຂົ້າດ້ວຍກັນໄດ້, ແຕ່ບ້ານ ໝູ່ບ້ານແມ່ນບໍ່ສາມາດ. “ເຮືອນແລະ ບ້ານ, ໝູ່ບ້ານ​ໄດ້​ສ້າງ​ກຳລັງ​ແຮງ​ຂອງ​ຫວຽດນາມ​ຕະຫຼອດ​ໄປ. ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່​ໃນ​ຄຳ​ສັບ​ຂອງ​ຄົນ​ຫວຽດນາມ​ມີ​ຄຳ​ວ່າ ບ້ານເມືອງ”, “ບ້ານ​ເກີດເມືອງນອນ”, ເມື່ອ​ມີ​ບ້ານຈຶ່ງມີເມືອງ, ​ມີ​ເຮືອນ (ຄົວເຮືອນ) ຈຶ່ງມີປະເທດ! ນອກຈາກນີ້, ຈຳເປັນຕ້ອງປ່ຽນຈາກການສົ່ງອອກວັດຖຸດິດໄປເປັນການສົ່ງອອກຜະລິດຕະພັນປຸງແຕ່ງຢ່າງເລິກ. ສົ່ງເສີມໃຫ້ວິສາຫະກິດສຸມໃສ່ການປຸງແຕ່ງຜະລິດຕະພັນກະສິກຳ, ຜະລິດ ຈັດຫາ ແລະ ສະໜອງວັດຖຸດິບ, ຫຼຸດ​ຜ່ອນ​ການ​ເພິ່ງ​ພາ​ອາ​ໄສ​ຕະ​ຫຼາດ​ນຳ​ເຂົ້າ ເພື່ອໃຫ້ມີເສດ​ຖະ​ກິດ​ກະ​ສິ​ກຳ​ທີ່​ເປັນເຈົ້າ​ຕົນ​ເອງໄດ້ ແລະ ປ້ອງ​ກັນ​ການຢຸດຊະງັກ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ. ສົ່ງເສິມວິສາຫະກິດຕ່າງໆ ໂດຍສະເພາະເຈົ້າຂອງຕ່ອງໂສ້ ໃຫ້ລົງທຶນໃນຂະແໜງກະສິກຳດ້ວຍວິທີ: 1- ສືບຕໍ່ລົງທຶນສາທາລະນະ ແລະ ປັບປຸງຍົກສູງປະສິດທິພາບການລົງທຶນສາທາລະນະໃນດ້ານການກະເສດ: ໂຄງສ້າງພື້ນຖານ, ການຄົມມະນາຄົມຂົນສົ່ງ, ການຊົນລະປະທານ; 2- ສະໜອງການບໍລິການສາທາລະນະໃຫ້ແກ່ກະສິກຳ ເພື່ອສ້າງເຂດວັດຖຸດິບທີ່ໃຫຍ່ພຽງພໍສຳລັບໂຮງງານປຸງແຕ່ງເລິກ; 3- ຈຳເປັນຕ້ອງມີກົນໄກແລະນະໂຍບາຍສົ່ງເສີມໃຫ້ວິສາຫະກິດລົງທຶນຮ່ວມກັນໃນຮູບແບບການຮ່ວມມືລະຫວ່າງພາກລັດແລະເອກະຊົນ (PPP) ເພື່ອສ້າງເຂດຜະລິດວັດຖຸດິບ ແລະ ການເຊື່ອມໂຍງລະຫວ່າງເຂດ,.../.

------------------------------

ນີ້ແມ່ນຜົນຈາກໂຄງການຄົ້ນຄວ້າວິທະຍາສາດຫົວຂໍ້ທີ KX04-20/21-25   

(1) ຈູງແຈ໊ງ: “ຫວຽດນາມ​ແມ່ນມະຫາອຳນາດໃນການສົ່ງ​ອອກສິນຄ້າ​ກະ​ເສດ, ​ແຕ່​ສ່ວນ​ຫຼາຍ​ແມ່ນ​ສິນຄ້າ​ດິບ”, ວາລະສານເສດຖະກິດໄຊງ່ອນອອນໄລ, ວັນທີ 28 ເມສາ 2021, https://thesaigontimes.vn/viet-nam-la-cuong-quoc-xuat-khau-nong-san-nhung-da-phan-la-san-pham-tho/

(2) ເບິ່ງ: ກວັ້ກບິ່ງ: “ລົບ​ລ້າງ​ສິ່ງ​ກີດ​ຂວາງ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ”, ໜັງສືພິມປະຊາຊົນເອເລັກໂຕຮນິກ, ວັນທີ 30 ຕຸລາ 2019, https://nhandan.vn/xoa-rao-can-de-phat-trien-nong-nghiep-post375408.html

(3) ເບິ່ງ: ຮວ່າງທີ້ມິງຮ່າ - ດິງທີ້ຫາວ: “ໂຄງສ້າງແຮງງານແຍກຕາມລະດັບເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາເສດຖະກິດເຖິງປີ 2025”, ວາລະສານເສດຖະກິດການເງິນຫວຽດນາມ, ສະບັບເລກທີ 2021

(4) ເບິ່ງ: ຈີ໋ເຍິນ: “ໃຫ້ແຮງງານນອກລະບົບກາຍເປັນແຮງງານໃນລະບົບເປັນທາງການ”, ວາລະສານຕະຫຼາດການເງິນແລະເງິນຕາ, ວັນທີ 29 ພຶດສະພາ 2022, https://thitruongtaichinhtiente.vn/de-lao-dong-phi-chinh-tro-thanh-lao-dong-chinh-thuc-43388.html

(5)  ເບິ່ງ: ເຍິ້ດເຢືອງ: “ຊາວ​ຫວຽດນາມ​ມີ​ອາຍຸ​ຍືນ​ສູງ​ແຕ່​​ສຸຂະພາບ​ບໍ່ດີ”, ວາລະສານເສດຖະກິດຫວຽດນາມ, ວັນທີ 15 ທັນວາ 2022, https://vneconomy.vn/tuoi-tho-nguoi-viet-cao-nhung-khong-khoe-manh.htm

(6) ຢາແທັ່ງ: ໃຊ້ປະໂຫຍດ​ຈາກ EVFTA ​ເພື່ອ​ນຳ​ໝາກ​ໄມ້ ​ແລະ ຜັກ​ເຂົ້າ​ສູ່ “​ແຜ່ນດິນ​ຄຳແຫ່ງສະຫະພາບເອີຣົບໜັງສືພິມໂລກແລະຫວຽດນາມ, ວັນທີ 16 ພຶດສະພາ 2022, https://baoquocte.vn/tan-dung-evfta-dua-rau-qua-toi-manh-dat-vang-eu-183802.html

(7) ໂດ້ວັນຫວນ - ດິງທີ້ຖູຍ: ການລົງທຶນໃນກິດຈະກຳການຄົ້ນຄວ້າພັດທະນາ ແລະ ປ່ຽນແປງໃໝ່ເຕັກໂນໂລຊີຂອງວິສາຫະກິດການຜະລິດ, ປຸງແຕ່ງວາລະສານຕົວເລກແລະເຫດການ, ວັນທີ 18 ມັງກອນ 2022, https://consosukien.vn/dau-tu-hoat-dong-nghien-cuu-phat-trien-va-doi-moi-cong-nghe-cua-doanh-nghiep-che-bien-che-tao.htm

* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1023 (ເດືອນຕຸລາ 2023)