ການພັດທະນາກະສິກຳຂອງຫວຽດນາມ:
ບັນຫາ ແລະ ວິທີແກ້ໄຂບາງຢ່າງ
ບັນຫາ ແລະ ວິທີແກ້ໄຂບາງຢ່າງ
ວກ. - ໃນຫວຽດນາມ, ກະສິກຳແມ່ນຂະແໜງເສດຖະກິດທີ່ສຳຄັນອັນດັບໜຶ່ງຂອງປະເທດ ເມື່ອເບິ່ງຈາກອະດີດ ແລະປະຈຸບັນ, ມັນມີອິດທິພົນໂດຍກົງແລະແຂງແຮງທີ່ສຸດ ຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດ. ໃນໄລຍະຈະມາເຖິງ, ເພື່ອໃຫ້ຂະແໜງກະສິກຳຂອງຫວຽດນາມ “ພັດທະນາຢ່າງຕໍ່ເນື່ອງ” ຈຳເປັນຕ້ອງສືບຕໍ່ປະຕິບັດຫຼາຍວິທີແກ້ໄຂໄປພ້ອມໆກັນ.
ບາງບັນຫາທີ່ຖືກຍົກອອກມາເພື່ອພັດທະນາກະສິກຳຂອງຫວຽດນາມ
ຫວຽດນາມສາມາດບັນລຸຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດທີ່ເຂັ້ມແຂງ ແລະຈະເລີນຮຸ່ງເຮືອງ. ເພື່ອກາຍເປັນປະເທດອຸດສາຫະກຳ, ເມື່ອພິຈາລະນາເຖິງຄວາມສາມາດບົ່ມຊ້ອນດ້ານວັດຖຸອຸປະກອນ, ກຳລັງຄົນ ແລະ ການບໍລິຫານຕາແສງ, ຈຳເປັນທີ່ຈະຕ້ອງໃຊ້ຈຸດສູນກາງໃນການພັດທະນາອຸດສາຫະກຳ ແລະຄວາມທັນສະໄໝຂອງປະເທດຈາກກະສິກຳ; ການຫັນເປັນອຸດສາຫະກຳແລະທັນສະໄໝ ກ່ອນອື່ນໝົດແມ່ນເພື່ອການພັດທະນາກະສິກຳ ແລະຊົນນະບົດ. ນັ້ນແມ່ນກົກຮາກ, ແມ່ນກຳລັງແຮງພາຍໃນຂອງປະເທດ!
ຢ່າງໃດກໍຕາມ, ໃນເວລາທີ່ຜ່ານມາ, ຂະແໜງກະສິກຳຂອງຫວຽດນາມຍັງຄົງມີບັນຫາຫຼາຍຢ່າງໃນຂະບວນການພັດທະນາ ເຊັ່ນ:
ທີໜຶ່ງ, ກະສິກຳຂອງຫວຽດນາມໂດຍພື້ນຖານແລ້ວ ຍັງຄົງເປັນກະສິກຳແບບເປີດກວ້າງ ແລະ ຄຸ້ມຄອງແບບກະສິກອນຍ່ອຍ ດັ່ງນັ້ນຄວາມສ່ຽງຈຶ່ງສູງ, ປະສິດທິພາບຕ່ຳ ແລະ ມູນຄ່າເພີ່ມຂອງສິນຄ້າກະສິກຳຍັງຕ່ຳກວ່າອີກ. ຂະແໜງກະສິກຳຍັງບໍ່ທັນເຊື່ອມໂຍງກັບອຸດສາຫະກຳເຂົ້າສູ່ລະບົບ ເພື່ອເພີ່ມເຕີມແລະສະໜັບສະໜູນເຊິ່ງກັນແລະກັນເພື່ອການພັດທະນາຮ່ວມກັນ.
ທີສອງ, ຄວາມສາມາດໃນການແຂ່ງຂັນຂອງສິນຄ້າກະສິກໍາຢູ່ໃນລະດັບຕໍ່າ ຍ້ອນຂາດຄວາມຫຼາກຫຼາຍທາງດ້ານປະເພດ, ຂະໜາດແລະສີທີ່ບໍ່ສະເໝີກັນ, ຂາດການລະບຸຕົວຕົນ, ບໍ່ມີການກວດສອບຕົ້ນກຳເນີດຂອງສິນຄ້າ ແລະບໍ່ມີຍີ່ຫໍ້ໃນຕະຫຼາດ. ສິນຄ້າກະສິກຳຂອງຫວຽດນາມສ່ວຍຫຼາຍສົ່ງອອກໃນຮູບແບບດິບທີ່ຍັງບໍ່ໄດ້ປຸງແຕ່ງ, ກວມເອົາ 70 - 80% ຂອງມູນຄ່າການສົ່ງອອກ(1); ຕະຫຼາດສົ່ງອອກຍັງຂຶ້ນຢູ່ກັບຕ່າງປະເທດຢ່າງຫຼາຍ.
ທີສາມ, ຮູບແບບການຜະລິດຂອງຊາວກະສິກອນໄດ້ຮັບການປ່ຽນແປງໃໝ່ຢ່າງຊ້າໆ. ຮູບແບບການຜະລິດຕົ້ນຕໍຂອງກະສິກຳຢູ່ຫວຽດນາມ ແມ່ນຄອບຄົວຊາວກະສິກອນ, ກວມ 90% ຂອງເນື້ອທີ່ຜະລິດກະສິກຳທັງໝົດ. ໃນຊຸມປີທີ່ຜ່ານມາ, ເສດຖະກິດຄອບຄົວຊາວກະສິກອນມີປະສິດທິຜົນ, ແຕ່ໄດ້ເຖິງ “ເພດານ” ຂອງທ່າອ່ຽງການພັດທະນາໃນວົງກວ້າງ.
ທີສີ່, ການລົງທຶນໃນຂະແໜງກະສິກຳບໍ່ສົມກັບຄວາມສາມາດບົ່ມຊ້ອນຂອງຂະແໜງການກະສິກຳ. ລະດັບການລົງທຶນໃນຂົງເຂດກະສິກຳຍັງຈຳກັດ ແລະ ກະແຈກກະຈາຍ, ບໍ່ເໝາະສົມກັບຄວາມສາມາດບົ່ມຊ້ອນຂອງຂະແໜງການ ແລະການປະກອບສ່ວນຂອງກະສິກຳເຂົ້າໃນພື້ນຖານເສດຖະກິດຂອງປະເທດ. ດັ່ງນັ້ນ, ພື້ນຖານໂຄງລ່າງທາງດ້ານເຕັກນິກກະສິກຳ ແລະ ຊົນນະບົດຍັງຂາດເຂີນຫຼາຍດ້ານ ແລະ ບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ໂດຍສະເພາະແມ່ນ ພື້ນຖານໂຄງລ່າງດ້ານເຕັກນິກທີ່ຮັບໃຊ້ການຜະລິດກະສິກຳໂດຍກົງ. ການບໍລິການສະໜັບສະໜູນກະສິກຳຍັງບໍ່ທັນພັດທະນາ, ໂດຍສະເພາະແມ່ນ ການເກັບຮັກສາຫຼັງການເກັບກ່ຽວ ແລະ ການຂົນສົ່ງ. ອຸດສາຫະກຳປຸງແຕ່ງ ແລະ ປຸງແຕ່ງສິນຄ້າກະສິກຳແບບເລິກ ຍັງບໍ່ທັນພັດທະນາ, ໃນນັ້ນສ່ວນຫຼາຍແມ່ນຂະໜາດນ້ອຍ ແລະ ມີເຕັກໂນໂລຊີທີ່ລ້າສະໄໝ.
ທີຫ້າ, ຊີວິດເສດຖະກິດຂອງຊາວກະສິກອນຍັງຕ່ຳແລະບໍ່ໝັ້ນຄົງ. ເຖິງວ່າໃບໜ້າຂອງຊົນນະບົດໄດ້ມີການປ່ຽນແປງຫຼາຍ, ລາຍໄດ້ແລະຊີວິດຂອງຊາວກະສິກອນສ່ວນຫຼາຍກໍດີຂຶ້ນພໍຄວນ, ແຕ່ລາຍໄດ້ເພີ່ມຂຶ້ນຢ່າງຊ້າໆ, ໃນຂະນະທີ່ລາຍຈ່າຍກໍເພີ່ມຂຶ້ນ, ດັ່ງນັ້ນຄວາມສາມາດໃນການສະສົມທີ່ແທ້ຈິງຂອງຄອບຄົວຊາວກະສິກອນຈຶ່ງຕ່ຳຫຼາຍ. ສະນັ້ນ, ຈຶ່ງເປັນເລື່ອງຍາກຫຼາຍສຳລັບຊາວກະສິກອນທີ່ຈະລົງທຶນໃນການຂະຫຍາຍການຜະລິດ, ປັບປຸງຄຸນນະພາບ, ຫຼືຮັບມືກັບການປ່ຽນແປງຂອງລາຄາ ຫຼືຄວາມສ່ຽງທີ່ເກີດຈາກສະພາບດິນຟ້າອາກາດ ແລະ ພະຍາດລະບາດ.
ທີຫົກ, ຄົນງານໃນຂະແໜງກະສິກຳສ່ວນໃຫຍ່ມີຄຸນນະພາບຕ່ຳ ໂດຍຄົນງານປະມານ 70% ບໍ່ເຄີຍຜ່ານການຝຶກອົບຮົມວິຊາສະເພາະໃດໆ; ຄົນງານທີ່ມີລະດັບມະຫາວິທະຍາໄລກວມເອົາພຽງປະມານ 9%(3); ຍ້ອນຂາດຄວາມຮູ້ທາງວິທະຍາສາດ ຄວາມຮູ້ດ້ານການຄຸ້ມຄອງການຜະລິດ ແລະຂໍ້ມູນການຕະຫຼາດ ຈຶ່ງບໍ່ຊ່ວຍໃຫ້ວິສາຫະກິດ ແລະກະເສດຕະກອນຕັດສິນໃຈໄດ້ຢ່າງຖືກຕ້ອງ ເພື່ອເພີ່ມປະສິດທິຜົນການຜະລິດ ທຸລະກິດ ແລະ ເພີ່ມລາຍໄດ້.
ທີເຈັດ, ທ່າອ່ຽງການຍ້າຍຖິ່ນອອກຈາກຊົນນະບົດເກີດຂຶ້ນຫຼາຍ, ແຕ່ຈຳນວນຄອບຄົວທີ່ອາໄສຢູ່ຊົນນະບົດຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ອັດຕາສ່ວນຜູ້ສູງອາຍຸທີ່ອາໄສຢູ່ຊົນນະບົດແມ່ນ 67,2% (ທຽບເທົ່າກັບ 7,7 ລ້ານຄົນ) ເຊິ່ງເປັນສອງເທົ່າຂອງຈຳນວນຜູ້ເຖົ້າທີ່ອາໄສຢູ່ໃນຕົວເມືອງ, ຊີວິດດ້ານວັດຖຸຂອງພວກເຂົາຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ນີ້ແມ່ນບັນຫາໃຫຍ່ສຳລັບການພັດທະນາຊົນນະບົດ.
ທີແປດ, ວິທະຍາສາດແລະເຕັກໂນໂລຊີສຳຄັນຫຼາຍຂົງເຂດທີ່ຮັບໃຊ້ການກະເສດ ກຳລັງຖືກນຳໃຊ້ຢ່າງຊັກຊ້າ. ບັນດາຂົງເຂດເຕັກໂນໂລຊີທີ່ສຳຄັນເຊັ່ນ ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີຫຼັງການເກັບກ່ຽວ, ເຕັກໂນໂລຊີປຸງແຕ່ງແລະປຸງແຕ່ງເລິກເຊິ່ງ ແລະ ບັນດາຂົງເຂດວິທະຍາສາດແຫ່ງຍຸກດິຈິຕອນ,...ປະຍຸກໃຊ້ເຂົ້າໃນການກະສິກຳຍັງຢູ່ໃນລະດັບຕ່ຳ.
ທີເກົ້າ, ບ້ານເຊິ່ງເປັນພື້ນທີ່ຢູ່ອາໄສຂອງຊາວກະສິກອນກຳລັງຖືກ “ປ່ຽນຮູບ”. ບ້ານເປັນບ່ອນສ້າງກຳລັງແຮງຂອງວັດທະນະທຳແລະອາລະຍະທຳຫວຽດນາມ, ສ້າງຄວາມເຂັ້ມແຂງດັ້ງເດີມຂອງຊາວຫວຽດນາມ. ປະຈຸບັນ, ບ້ານພວມຄ່ອຍໆສູນເສຍພື້ນທີ່ທາງວັດທະນະທຳບູຮານຂອງຕົນ.
ຄຽງຄູ່ກັບຄວາມຫຍຸ້ງຍາກພາຍໃນ, ຂະແໜງກະສິກຳຂອງຫວຽດນາມຍັງປະເຊີນກັບຄວາມທ້າທາຍຫຼວງຫຼາຍຈາກຜົນກະທົບອື່ນໆ ເຊັ່ນ ການປ່ຽນແປງສະພາບດິນຟ້າອາກາດ, ໂລກລະບາດທີ່ຜິດປົກກະຕິ ແລະຄວບຄຸມໄດ້ຍາກ; ຄວາມເຄັ່ງຕຶງດ້ານການຄ້າ, ຄວາມຂັດແຍ່ງທາງດ້ານພູມສາດການເມືອງ, ຄວາມຂັດແຍ່ງທາງສາດສະໜາ, ວັດທະນະທຳທີ່ບໍ່ອາດຄາດຄະເນ ແລະອື່ນໆໃນໂລກ.
ຢ່າງໃດກໍ່ຕາມ, ພ້ອມກັບຂະບວນການເຊື່ອມໂຍງເສດຖະກິດສາກົນທີ່ເລິກເຊິ່ງແລະກວ້າງຂວາງຂຶ້ນ, ຫວຽດນາມກຳລັງເຈລະຈາ ລົງນາມ ແລະ ປະຕິບັດສັນຍາການຄ້າເສລີ (FTA) ເກືອບ 20 ສະບັບ ເຊິ່ງມີຜົນກະທົບສຳຄັນຕໍ່ການພັດທະນາເສດຖະກິດໂດຍທົ່ວໄປ ແລະຕໍ່ຂະແໜງກະສິກຳເວົ້າສະເພາະ ໂດຍອາໄສການຂະຫຍາຍຕົວຂອງຕະຫຼາດສິນຄ້າກະສິກຳຢ່າງຕໍ່ເນື່ອງ. ຕຳແໜ່ງຂອງຂະແໜງການກະສິກຳຈະເພີ່ມຂຶ້ນຢ່າງແນ່ນອນ ເນື່ອງຈາກມີໂອກາດຫຼາຍຂຶ້ນໃນການເຂົ້າຮ່ວມໃນຕ່ອງໂສ້ການສະໜອງສິນຄ້າກະສິກຳທົ່ວໂລກ.
ດ້ວຍໂອກາດໃໝ່ຈາກການເຊື່ອມໂຍງເຂົ້າກັບສາກົນ, ຂະແໜງການກະສິກຳຈະຕ້ອນຮັບເອົາກະແສການລົງທຶນໃໝ່, ໂດຍສະເພະາ ການລົງທຶນໃນການກະເສດທີ່ມີເຕັກໂນໂລຊີສູງ, ກະສິກຳອິນຊີ, ອຸດສາຫະກຳສະໜັບສະໜູນຂະແໜງກະສິກຳ - ບັນດາຂົງເຂດທີ່ກຳລົງເປີດຢູ່ ເນື່ອງຈາກຍັງຂາດຊັບພະຍາກອນ. ຜົນກະທົບທີ່ແຜ່ກະຈາຍຈາກການລົງທຶນທີ່ເພີ່ມຂຶ້ນໃນດ້ານກະສິກຳ ຈະມີຄວາມສຳຄັນທີ່ສຸດຕໍ່ເສດຖະກິດຂອງຫວຽດນາມ.
ຊັ້ນຄົນຊາວກະສິກອນໃໝ່ ເຊິ່ງເປັນຊາວກະສິກອນແຫ່ງການປະຕິວັດອຸດສາຫະກໍາຄັ້ງທີ 4 ກຳລັງກໍ່ຕົວແລະພັດທະນາເທື່ອລະກ້າວ. ພວກເຂົາມີສະຕິປັນຍາແລະຄຸນສົມບັດພຽງພໍທີ່ຈະສ້າງພື້ນຖານກະສິກຳໃໝ່ຂອງຫວຽດນາມ, ດ້ວຍບົດບາດສຳຄັນຂອງສະຫະກອນ, ວິສາຫະກິດກະສິກຳ, ສະມາຄົມ ແລະຂະແໜງສິນຄ້າທີ່ພວກເຂົາເປັນເຈົ້າຂອງ.
ວິທີແກ້ໄຂການພັດທະນາກະສິກໍາໃນອະນາຄົດອັນໃກ້ນີ້
ເພື່ອປັບໂຄງສ້າງຂະແໜງການກະສິກຳຂອງຫວຽດນາມໃນເວລາທີ່ຈະມາເຖິງ ຈຳເປັນຕ້ອງສຸມໃສ່ແກ້ໄຂບັນຫາ “ຄໍຂວດ”, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ສອດຄ່ອງກັບສະພາບການສະເພາະຂອງປະເທດ ແລະ ສະພາບການສາກົນ; ວາງການພັດທະນາກະສິກຳໃນການໄຫຼຂອງນະວັດຕະກຳ, ເປີດກວ້າງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງແລະກວ້າງຂວາງ. ຕາມນັ້ນ, ຕ້ອງສຸມໃສ່ຜັນຂະຫຍາຍບັນດາມາດຕະການແກ້ໄຂໄປພ້ອມໆກັນຄື:
ທີໜຶ່ງ, ຮັບຮູ້ຢ່າງຄົບຖ້ວນແລະເລິກເຊິ່ງກວ່າອີກ ກ່ຽວກັບຄວາມສຳຄັນຂອງກະສິກຳ ແລະ ບັນດາທ່າໄດ້ປຽບດ້ານກະສິກຳຂອງຫວຽດນາມ.
ທີສອງ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ເຊື່ອມໂຍງແບບອີນຊີລະຫວ່າງ ການພັດທະນາກະສິກຳກັບອຸດສາຫະກຳ ບໍລິການ, ການພັດທະນາຕົວເມືອງ ແລະຊົນນະບົດ; ດຳເນີນການປັບໂຄງສ້າງກະສິກຳຕໍ່ໄປ ໃນທິດທາງການເພີ່ມມູນຄ່າເພີ່ມ ແລະການພັດທະນາທີ່ຍືນຍົງ ຕິດກັບການກໍ່ສ້າງຊົນນະບົດໃໝ່. ການປັບໂຄງສ້າງກະສິກຳຈຳເປັນຕ້ອງສຸມໃສ່ການປັບໂຄງສ້າງການລົງທຶນສາທາລະນະ ແລະ ບໍລິການສາທາລະ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍສຳລັບການສ້າງຕ່ອງໂສ້ມູນຄ່າທາງກະສິກຳທີ່ມີປະສິດທິພາບແລະຍືນຍົງ ໂດຍອີງໃສ່ຂໍ້ໄດ້ປຽບແບບປຽບທຽບຂອງແຕ່ລະເຂດ ພາກ, ແຕ່ລະທ້ອງຖິ່ນແລະແຕ່ລະຂະແໜງການສິນຄ້າ; ສືບຕໍ່ເນັ້ນການລົງທຶນໃນໂຄງສ້າງພື້ນຖານ; ຄົ້ນຄວ້າ ແລະ ປະຍຸກໃຊ້ວິທະຍາສາດແລະເຕັກໂນໂລຊີ, ໂດຍສະເພາະເຕັກໂນໂລຊີຫຼັງການເກັບກ່ຽວ, ການປຸງແຕ່ງ ແລະການປຸງແຕ່ງຜະລິດຕະພັນກະສິກຳຢ່ງເລິກເຊິ່ງ.
ທີສາມ, ເຊື່ອມໂຍງແບບອີນຊີ ລະຫວ່າງການພັດທະນາຕົວເມືອງ ແລະ ການພັດທະນາຊົນນະບົດ, ລະຫວ່າງການພັດທະນາກະສິກຳ ແລະ ອຸດສາຫະກຳ. ການພັດທະນາອຸດສາຫະກຳ ແລະ ການຂະຫຍາຍຕົວເມືອງ ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້, ແຕ່ວ່າ ໃນເວລາທີ່ຜ່ານມາ, ຮູບແບບການເຕີບໂຕທີ່ອີງຕາມຂົ້ວການພັດທະນາບໍ່ໄດ້ເຊື່ອມໂຍງຢ່າງໃກ້ຊິດ ລະຫວ່າງຊົນນະບົດແລະຕົວເມືອງ, ລະຫວ່າງກະສິກຳແລະອຸດສາຫະກຳ, ດັ່ງນັ້ນ ຊ່ອງຫວ່າງລະຫວ່າງຊົນນະບົດ-ຕົວເມືອງ, ກະສິກຳ-ອຸດສາຫະກຳ, ຊາວກະສິກອນ-ຊາວເມືອງ, ຄົນຮັ່ງມີ-ຄົນທຸກຍາກ, ເຂດທົ່ງພຽງ-ເຂດພູດອຍ ຈຶ່ງກວ້າງອອກ.
ທີສີ່, ດຳເນີນການວາງແຜນການກະສິກໍາ “ສະຫຼາດ” ມຸ່ງສູ່ຕະຫຼາດເປີດ.
ທີຫ້າ, ກໍ່ສ້າງແລະພັດທະນາຊັ້ນຄົນຊາວກະສິກອນໃໝ່, ລົງທຶນພັດທະນາຊັບພະຍາກອນບຸກຄົນກະສິກຳ ໂດຍສະເພາະໃນໄລຍະ “ປ່ອງຢ້ຽມທອງຄຳ” ແຫ່ງອາຍຸປະຊາກອນທີ່ຍັງເປີດຢູ່ ເພື່ອໃຫ້ຊາວກະສິກອນຫວຽດນາມສາມາດເປັນແຮງງານກະສິກຳມືອາຊີບໄດ້ຢ່າງແທ້ຈິງ, ເຮັດການກະສິກຳແມ່ນທຸລະກິດການກະເສດ.
ທີຫົກ, ລັດຈຳເປັນຕ້ອງມີບົດບາດທີ່ສ້າງສັນຢ່າງແທ້ຈິງ ໃນຂະບວນການປ່ຽນແປງການກະສິກຳແລະຊົນນະບົດຢ່າງກວ້າງຂວາງເລິກເຊິ່ງ ເຊິ່ງກຸນແຈສຳຄັນແມ່ນການປັບປຸງການລົງທຶນສາທາລະນະ ແລະ ປັບປຸງບໍລິການສາທາລະນະ ໃນການພັດທະນາກະສິກຳ ແລະ ການກໍ່ສ້າງຊົນນະບົດໃໝ່. ລັດສຸມໃສ່ການເຄື່ອນໄຫວຄຸ້ມຄອງມະຫາພາກ ເຊັ່ນ ການສ້າງຍຸດທະສາດ, ການປະກາດໃຊ້ນະໂຍບາຍ, ການເຈລະຈາທາງກົດໝາຍ, ການສະໜັບສະໜູນການພັດທະນາຕະຫຼາດ, ສຸມໃສ່ການໃຫ້ບໍລິການສາທາລະນະທີ່ຄອບຄົວຊາວກະສິກອນຍັງບໍ່ມີຄວາມສາມາດຄຸ້ມຄອງຕົນເອງໄດ້; ບໍ່ແຊກແຊງກິດຈະກຳການຜະລິດ ທຸລະກິດ ແລະບໍລິການທີ່ສະແຫວງຫາກຳໄລ,... ໂດຍຜ່ານບັນດາສະມາຄົມວິສາຫະກິດ, ສະຫະກອນ ແລະ ສະມາຄົມຊາວກະສິກອນ, ລັດມອບໝາຍກິດຈະກຳເຫຼົ່ານີ້ໃຫ້ເອກະຊົນ ແລະ ຊາວກະສິກອນ.
ຄຽງຄູ່ກັນນັ້ນ, ລັດຕ້ອງສືບຕໍ່ປັບປຸງລະບຽບລະບອບໃຫ້ສົມບູນແບບ ແລະປະຕິຮູບລະບຽບການບໍລິຫານ, ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ເປີດກວ້າງ ກໍຄືກົນໄກ ນະໂຍບາຍສະໜັບສະໜູນ ເພື່ອດຶງດູດວິສາຫະກິດຕ່າງໆ ໃຫ້ລົງທຶນໃນຂົງເຂດກະສິກຳ. ສຸມໃສ່ຊຸກຍູ້ການເຊື່ອມໂຍງການຜະລິດ ຕິດພັນກັບການປຸງແຕ່ງ ແລະ ການບໍລິໂພກຜະລິດຕະພັນກະສິກຳຕາມຕ່ອງໂສ້ຄຸນຄ່າ.
ທີເຈັດ, ຈັດຕັ້ງການຜະລິດກະສິກຳຄືນໃໝ່ ດ້ວຍບັນດາຮູບແບບການຮ່ວມມື ແລະ ຈັດຕັ້ງການເຊື່ອມໂຍງການຜິດລິດ ທີ່ມີການຮ່ວມມືຢ່າງກວ້າງຂວາງຂອງວິສາຫະກິດ, ບົນພື້ນຖານການປ່ຽນແປງໃໝ່ຢ່າງແຂງແຮງຂອງບັນດາຮູບການການຜະລິດທີ່ເໝາະສົມແລະມີປະສິດທິຜົນ, ນຳໃຊ້ນະໂຍບາຍສະໜັບສະໜູນທີ່ບຸກເບີກເພື່ອສົ່ງເສີມການພັັດທະນາເສດຖະກິດການຮ່ວມມື ແນໃສ່ພັດທະນາສະຫະກອນຕາມທິດທາງການສ້າງຕ່ອງໂສ້ຄຸນຄ່າສິນຄ້າກະສິກຳ, ໃນນັ້ນ ສະຫະກອນແມ່ນປັດໃຈໜຶ່ງໃນຕ່ອງໂສ້ ທີ່ມີບົດບາດເຕົ້າໂຮມຊາວກະສິກອນຜະລິດນ້ອຍຈຳນວນຫຼາຍເພື່ອ “ເປັນເພື່ອນ” ກັບບັນດາວິສາຫະກິດຂະໜາດໃຫຍ່; ຈາກນັ້ນ, ຈຶ່ງກໍ່ຕັ້ງສະມາຄົມອາຊີບ ແລະ ສະຫະພັນແຮງງານໃນຊົນນະບົດ.
ທີແປດ, ເອົາໃຈໃສ່ເປັນພິເສດເຖິງການພັດທະນາຕະຫຼາດ ໂດຍເນັ້ນຕະຫຼາດໃນປະເທດທີ່ມີປະຊາກອນ 100 ລ້ານຄົນ ໂດຍມີຊົນຊັ້ນກາງເຖິງສິບລ້ານຄົນ. ພ້ອມກັນກັບການພັດທະນາຕະຫຼາດພາຍໃນປະເທດ, ກໍ່ຈຳເປັນຕ້ອງຊຸກຍູ້ການສົ່ງອອກສິນຄ້າກະສິກຳທີ່ສຳຄັນ ໄປຍັງບັນດາພື້ນຖານເສດຖະກິດທີ່ມີໂຄງສ້າງເສີມກັບຫວຽດນາມ ເຊັ່ນ ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ສະຫະພາບເອີຮົບ (EU), ຕາເວັນອອກກາງ, ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ASEAN). ນອກຈາກນີ້, ຮັກສາແລະພັດທະນາຕະຫຼາດຈີນຢ່າງຍືນຍົງ ແລະ ຂະຫຍາຍຕະຫຼາດຜະລິດຕະພັນກະສິກຳໄປສູ່ເຂດທີ່ມີທ່າແຮງອື່ນໆ.
ການກໍ່ສ້າງເຂດວັດຖຸດິບສໍາລັບແຕ່ລະຕະຫຼາດເພື່ອຄອບຄອງແລະຂະຫຍາຍຕະຫຼາດ ມີບົດບາດສໍາຄັນທີ່ສຸດ.
ທີເກົ້າ, ບຸລິມະສິດການນຳໃຊ້ເຕັກໂນໂລຊີຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ໂດຍສະເພາະເຕັກໂນໂລຊີທີ່ຮັບໃຊ້ການປ່ຽນແປງທາງດິຈິຕອນໃນການກະສິກຳໃນຂັ້ນຕອນສຳຄັນທີ່ສາມາດເຮັດໄດ້ທັນທີ ເຊັ່ນ ການຊອກຫາຕົ້ນກໍາເນີດ, ການແລກປ່ຽນຄ້າຂາຍ ແລະ ການບໍລິໂພກຜະລິດຕະພັນກະເສດ... ຍູ້ແຮງການຄົ້ນຄວ້າ, ຖ່າຍທອດ ແລະ ປະຍຸກໃຊ້ຄວາມກ້າວໜ້າທາງວິທະຍາສາດແລະເຕັກໂນໂລຊີ ເປັນພື້ນຖານໃນການປັບປຸງຍົກສູງສະມັດຕະພາບແລະຄຸນນະພາບກະສິກຳ.
ທີສິບ, ເອົາໃຈໃສ່ເປັນພິເສດເຖິງການຮັກສາສະພາບແວດລ້ອມ ແລະບັນຫາອື່ນໆອີກຈຳນວນໜຶ່ງ.
ສະພາບແວດລ້ອມໃນຊົນນະບົດບໍ່ພຽງແຕ່ແມ່ນສະພາບແວດລ້ອມໃນການດຳລົງຊີວິດສຳລັບຜູ້ຢູ່ອາໄສເທົ່ານັ້ນ ແຕ່ຍັງເປັນສະພາບແວດລ້ອມທີ່ສ້າງຄວາມເຊື່ອໝັ້ນໃນຄຸນນະພາບຂອງຜະລິດຕະພັນກະສິກຳ, ສະພາບແວດລ້ອມທີ່ເຮັດໃຫ້ຜະລິດຕະພັນກະສິກຳມີຄວາມເຂັ້ມແຂງໃນການແຂ່ງຂັນ ແລະ ສ້າງມູນຄ່າເພີ່ມສູງໃຫ້ກັບຜະລິດຕະພັນກະສິກຳຂອງຫວຽດນາມ, ສ້າງສະມັດຕະພາບແຮງງານສູງໃນຂະແໜງການກະສິກໍາ,... ຈາກນັ້ນ, ສ້າງແລະພັດທະນາກະສິກຳໝູນວຽນ, ກະສິກຳອິນຊີ ແລະ ການເຕີບໂຕສີຂຽວ.
ເປັນເຈົ້າການໃນການຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ, ການຄຸ້ມຄອງຄວາມສ່ຽງແລະພະຍາດລະບາດທຸກຊະນິດ. ຈຳເປັນຕ້ອງສຸມໃສ່ຍົກສູງຄວາມສາມາດໃນການພະຍາກອນ, ການເຕືອນໄລຍະໄກ, ການຄຸ້ມຄອງແລະຮັບມືກັບຄວາມສ່ຽງທີ່ກ່ຽວຂ້ອງກັບສະພາບອາກາດ ແລະ ຫຼຸດຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດແລະໂລກລະບາດ ໂດຍເຊື່ອມໂຍງລະບົບນີ້ເຂົ້າກັບບໍລິການໃຫ້ຄຳປຶກສາດ້ານການກະສິກຳ.
ສ້າງແລະປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງ. ຈັດຕັ້ງຕ່ອງໂສ້ການສະໜອງຜະລິດຕະພັນກະສິກຳຄືນໃໝ່ ເພື່ອກະຈາຍຕ່ອງໂສ້ການສະໜອງ, ຮັບມືກັບການແຜ່ລະບາດ, ໄພພິບັດທຳມະຊາດ ແລະ ຄວາມບໍ່ໝັ້ນຄົງທາງພູມສາດການເມືອງ ຫຼື ຄວາມສ່ຽງດ້ານການເງິນແລະລາຄາ,... ເພື່ອຊຸກຍູ້ເສດຖະກິດໃຫ້ມີສະມັດຕະພາບສູງຂຶ້ນ ຄຸນນະພາບດີຂຶ້ນ ແລະຍືນຍົງກວ່າອີກ, ຕ້ອງເພີ່ມທະວີການເຊື່ອມຕໍ່ການຜະລິດພາຍໃນປະເທດເຂົ້າສູ່ຕ່ອງໂສ້ການສະໜອງໃໝ່ລະດັບພາກພື້ນແລະສາກົນ; ພິເສດແມ່ນຕ້ອງເປັນເຈົ້າການໃນການສ້າງຍຸດທະສາດແຫ່ງຊາດກ່ຽວກັບຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງ.
ສືບຕໍ່ຮັກສາແລະເສີມຂະຫຍາຍບັນດາຄຸນຄ່າທາງວັດທະນະທຳ, ດ້ວຍແກນກາງແມ່ນການພັດທະນາຊຸມຊົນບ້ານ, ໝູ່ບ້ານ. ຊົນນະບົດແມ່ນບ່ອນເກັບຮັກສາຈິດໃຈຫວຽດນາມ, ຈິດວິນຍານຫວຽດນາມ ແລະ ບັນດາຄຸນຄ່າວັດທະນະທຳຫຼັກແຫຼ່ງຂອງຊາວຫວຽດນາມ. ຕາແສງ, ເມືອງ, ແຂວງ ເປັນພຽງໜ່ວຍບໍລິຫານໃນການຄຸ້ມຄອງຂອງລັດ, ສາມາດແບ່ງແລະລວມເຂົ້າດ້ວຍກັນໄດ້, ແຕ່ບ້ານ ໝູ່ບ້ານແມ່ນບໍ່ສາມາດ. “ເຮືອນ” ແລະ “ບ້ານ, ໝູ່ບ້ານ” ໄດ້ສ້າງກຳລັງແຮງຂອງຫວຽດນາມຕະຫຼອດໄປ. ບໍ່ແມ່ນເລື່ອງບັງເອີນທີ່ໃນຄຳສັບຂອງຄົນຫວຽດນາມມີຄຳວ່າ “ບ້ານເມືອງ”, “ບ້ານເກີດເມືອງນອນ”, ເມື່ອມີບ້ານຈຶ່ງມີເມືອງ, ມີເຮືອນ (ຄົວເຮືອນ) ຈຶ່ງມີປະເທດ! ນອກຈາກນີ້, ຈຳເປັນຕ້ອງປ່ຽນຈາກການສົ່ງອອກວັດຖຸດິດໄປເປັນການສົ່ງອອກຜະລິດຕະພັນປຸງແຕ່ງຢ່າງເລິກ. ສົ່ງເສີມໃຫ້ວິສາຫະກິດສຸມໃສ່ການປຸງແຕ່ງຜະລິດຕະພັນກະສິກຳ, ຜະລິດ ຈັດຫາ ແລະ ສະໜອງວັດຖຸດິບ, ຫຼຸດຜ່ອນການເພິ່ງພາອາໄສຕະຫຼາດນຳເຂົ້າ ເພື່ອໃຫ້ມີເສດຖະກິດກະສິກຳທີ່ເປັນເຈົ້າຕົນເອງໄດ້ ແລະ ປ້ອງກັນການຢຸດຊະງັກຂອງຕ່ອງໂສ້ການສະໜອງ. ສົ່ງເສິມວິສາຫະກິດຕ່າງໆ ໂດຍສະເພາະເຈົ້າຂອງຕ່ອງໂສ້ ໃຫ້ລົງທຶນໃນຂະແໜງກະສິກຳດ້ວຍວິທີ: 1- ສືບຕໍ່ລົງທຶນສາທາລະນະ ແລະ ປັບປຸງຍົກສູງປະສິດທິພາບການລົງທຶນສາທາລະນະໃນດ້ານການກະເສດ: ໂຄງສ້າງພື້ນຖານ, ການຄົມມະນາຄົມຂົນສົ່ງ, ການຊົນລະປະທານ; 2- ສະໜອງການບໍລິການສາທາລະນະໃຫ້ແກ່ກະສິກຳ ເພື່ອສ້າງເຂດວັດຖຸດິບທີ່ໃຫຍ່ພຽງພໍສຳລັບໂຮງງານປຸງແຕ່ງເລິກ; 3- ຈຳເປັນຕ້ອງມີກົນໄກແລະນະໂຍບາຍສົ່ງເສີມໃຫ້ວິສາຫະກິດລົງທຶນຮ່ວມກັນໃນຮູບແບບການຮ່ວມມືລະຫວ່າງພາກລັດແລະເອກະຊົນ (PPP) ເພື່ອສ້າງເຂດຜະລິດວັດຖຸດິບ ແລະ ການເຊື່ອມໂຍງລະຫວ່າງເຂດ,.../.
------------------------------
* ນີ້ແມ່ນຜົນຈາກໂຄງການຄົ້ນຄວ້າວິທະຍາສາດຫົວຂໍ້ທີ KX04-20/21-25
(1) ຈູງແຈ໊ງ: “ຫວຽດນາມແມ່ນມະຫາອຳນາດໃນການສົ່ງອອກສິນຄ້າກະເສດ, ແຕ່ສ່ວນຫຼາຍແມ່ນສິນຄ້າດິບ”, ວາລະສານເສດຖະກິດໄຊງ່ອນອອນໄລ, ວັນທີ 28 ເມສາ 2021, https://thesaigontimes.vn/viet-nam-la-cuong-quoc-xuat-khau-nong-san-nhung-da-phan-la-san-pham-tho/
(2) ເບິ່ງ: ກວັ້ກບິ່ງ: “ລົບລ້າງສິ່ງກີດຂວາງໃນການພັດທະນາກະສິກຳ”, ໜັງສືພິມປະຊາຊົນເອເລັກໂຕຮນິກ, ວັນທີ 30 ຕຸລາ 2019, https://nhandan.vn/xoa-rao-can-de-phat-trien-nong-nghiep-post375408.html
(3) ເບິ່ງ: ຮວ່າງທີ້ມິງຮ່າ - ດິງທີ້ຫາວ: “ໂຄງສ້າງແຮງງານແຍກຕາມລະດັບເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາເສດຖະກິດເຖິງປີ 2025”, ວາລະສານເສດຖະກິດການເງິນຫວຽດນາມ, ສະບັບເລກທີ 2021
(4) ເບິ່ງ: ຈີ໋ເຍິນ: “ໃຫ້ແຮງງານນອກລະບົບກາຍເປັນແຮງງານໃນລະບົບເປັນທາງການ”, ວາລະສານຕະຫຼາດການເງິນແລະເງິນຕາ, ວັນທີ 29 ພຶດສະພາ 2022, https://thitruongtaichinhtiente.vn/de-lao-dong-phi-chinh-tro-thanh-lao-dong-chinh-thuc-43388.html
(5) ເບິ່ງ: ເຍິ້ດເຢືອງ: “ຊາວຫວຽດນາມມີອາຍຸຍືນສູງແຕ່ສຸຂະພາບບໍ່ດີ”, ວາລະສານເສດຖະກິດຫວຽດນາມ, ວັນທີ 15 ທັນວາ 2022, https://vneconomy.vn/tuoi-tho-nguoi-viet-cao-nhung-khong-khoe-manh.htm
(6) ຢາແທັ່ງ: ໃຊ້ປະໂຫຍດຈາກ EVFTA ເພື່ອນຳໝາກໄມ້ ແລະ ຜັກເຂົ້າສູ່ “ແຜ່ນດິນຄຳ” ແຫ່ງສະຫະພາບເອີຣົບ, ໜັງສືພິມໂລກແລະຫວຽດນາມ, ວັນທີ 16 ພຶດສະພາ 2022, https://baoquocte.vn/tan-dung-evfta-dua-rau-qua-toi-manh-dat-vang-eu-183802.html
(7) ໂດ້ວັນຫວນ - ດິງທີ້ຖູຍ: ການລົງທຶນໃນກິດຈະກຳການຄົ້ນຄວ້າພັດທະນາ ແລະ ປ່ຽນແປງໃໝ່ເຕັກໂນໂລຊີຂອງວິສາຫະກິດການຜະລິດ, ປຸງແຕ່ງ, ວາລະສານຕົວເລກແລະເຫດການ, ວັນທີ 18 ມັງກອນ 2022, https://consosukien.vn/dau-tu-hoat-dong-nghien-cuu-phat-trien-va-doi-moi-cong-nghe-cua-doanh-nghiep-che-bien-che-tao.htm
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1023 (ເດືອນຕຸລາ 2023)