ການກໍ່ສ້າງພັກແລະລະບົບການເມືອງຢູ່ຫວຽດນາມ ໃນສະພາບການໃໝ່

​ໂດຍ ຫວໍ​ວັນ​ເຖືອ​ງ
ກຳມະ​ການກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ
04:24, 15-05-2020

ວກ.ອອນ​ໄລ - ​ໃນ​ຂະ​ບວນການ​ນຳພາ​ການ​ປະຕິວັ​ດ, ພັກ​ກອມ​ມູນິດ​ຫວຽດນາມຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ການ​ກໍ່ສ້າງ​ພັກ​ໃຫ້​ສະອາດປອດ​ໃສ​ແລະ​ໝັ້ນຄົງ​ເຂັ້ມ​ແຂງ. ນັບ​ແຕ່​ເມື່ອ​ຍາດ​ໄດ້​ອຳນາດ​ການ​ປົກຄອງ​ເປັນ​ຕົ້ນ​ມາ, ພັກ​ກອມ​ມູນິດ​ຫວຽດນາມ​ແມ່ນສ່ວນປະກອບ​ຂອງ​ລະບົບ​ການ​ເມືອງ​ ​ແລະ​​ເປັນ​ແກນ​ນຳຂອງ​ລະບົບ​ນັ້ນ. ດັ່ງ​ນັ້ນ, “ພັກ​ກອມ​ມູນິດ​ຫວຽດນາມ - ກອງ​ນຳ​ໜ້າ​ຂອງ​ຊົນ​ຊັ້ນ​ກຳມະກອນ, ພ້ອມ​ທັງ​ເປັນ​ກອງ​ນຳ​ໜ້າ​ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ​ແລະ​ຂອງ​ຊາດ​ຫວຽດນາມ,… ​ແມ່ນ​ກຳລັງ​ນຳພາ​ລັດ​ແລະ​ສັງຄົມ”(1). ການ​ກໍ່ສ້າງ​ພັກ​ໃຫ້​ສະອາດ​ປອດ​ໃສ​ແລະ​ໝັ້ນ​ຄົມ​ເຂັ້ມ​ແຂງມີ​ຄວາມ​ສຳຄັນ​ຊີ້​ຂາດ​ຕໍ່​ລັກສະນະ, ​ເປົ້າ​ໝາຍ, ໜ້າ​ທີ່, ປະສິດທິ​ຜົນ​ ຂອງ​ການ​ກໍ່ສ້າງ​ລະບົບ​ການ​ເມືອງ. ​​ໃນ​ທາງ​ກັບ, ປະສິດທິພາບ​ແລະ​ປະສິດທິ​ຜົນ​​ແຫ່ງ​ການ​ເຄື່ອນ​ໄຫວຂອງບັນດາ​ອົງການ​ສະມາຊິກ​ໃນ​ລະບົບ​ການ​ເມືອງນັ້ນ ​ແມ່ນສິ່ງ​ວັດ​ແທກ​ຄວາມ​ສາມາດ​ນຳພາ, ອິດ​ທິພົນ, ຖານະບົດບາດ, ຕຳ​ແໜ່ງກຳ​ອຳນາດ​ຂອງ​ພັກ.

ພັກແມ່ນຄວາມສັດທາ, ແມ່ນສັນຕິພາບແລະຄວາມສຸກ _ພາບ: tapchicongsan.org.vn

ເມື່ອກ້າວ​ເຂົ້າ​ສູ່​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມກຳນົດ​ແຈ້ງ: ການ​ກໍ່ສ້າງ​ພັກ​ແມ່ນ​ໜ້າ​ທີ່​ສຳຄັນ, ມີ​ຄວາມ​ໝາຍຕັດສິນ​ໃນ​ການ​ຮັບປະກັນຄວາມ​ສຳ​ເລັດ​ຂອງ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່. ການ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ​ແມ່ນ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ນຳພາ​ແລະ​ກຳ​ອຳນາດ​ຂອງ​ພັກ, ​ເພີ່ມ​ທະວີ​ປະສິດທິພາບ​ແລະ​ປະສິດທິ​ຜົນການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕສັງຄົມ​ນິຍົມ, ຮັບ​ປະ​ກັນຄວາມ​ຄົບ​ຊຸດ​ແລະ​ຄວາມ​ສອດຄ່ອງ​ລະຫວ່າງ​ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ​ແລະ​ການ​ປ່ຽນ​ແປງ​ໃໝ່​ການ​ເມືອງ.

ບົນ​ພື້ນຖານ​ຕັ້ງ​ໝັ້ນ​ໃນ​ຫຼັກການ​ກ່ຽວ​ກັບ​ການຈັດ​ຕັ້ງ​ແລະ​ການ​ເຄື່ອນ​ໄຫວ​ຂອງພັກ​ກອມ​ມູນິດ, ວຽກ​ງານ​ກໍ່ສ້າງ​ພັກ​ໄດ້​ດຳ​ເນີນ​ໃນ​ທຸກ​ດ້ານ​ການ​ເມືອງ, ​ແນວ​ຄິດ, ການຈັດ​ຕັ້ງ, ຄຸນສົມບັດ​ສິນ​ທຳ​ ແລະ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ. ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ການ​ເມືອງ​ໄດ້​ຊ່ວຍ​ຮັກສາ​ແລະ​ຕັ້ງ​ໝັ້ນ​ໃນ​ເປົ້າ​ໝາຍ​ແລະ​ອຸດົມ​ຄະຕິ​ການ​ປະຕິວັດ; ຕັ້ງ​ໝັ້ນ​ໃນ​ບັນດາ​ຫຼັກການ​ພື້ນຖານ; ​ເພີ່ມ​ທະວີຄວາມ​ກ້າຫານ​ທາງ​ການ​ເມືອງ; ຍົກ​ສູງ​ຄຸນ​ນະພາ​ບຂອງ​ແນວທາງ, ນະ​ໂຍບາຍ. ວຽກ​ງານ​ແນວ​ຄິດ​ທິດ​ສະ​ດີ​ໄດ້​ຮັບ​ການ​ເພີ່ມ​ທະວີ​​ ເຊິ່ງໄດ້​ສ້າງ​ຄວາມ​ເປັນ​ເອກະ​ພາບ​ໃນ​ພັກ​ແລະ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມຕໍ່​ບັນດາ​ບັນຫາ​ໃຫຍ່​ຂອງ​ປະ​ເທດ, ຂອງ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່; ການ​ຕໍ່ສູ້​ຜາບ​ແພ້​ທຸກ​ກົນອຸບາຍ “ຫັນປ່ຽນ​ໂດຍ​ສັນຕິ” ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ; ການ​ຊອກ​ຫາ, ​ເພີ່ມ​ເຕີມ​ແລະ​ພັດທະນາ​ທິດ​ສະ​ດີ​ກ່ຽວ​ກັບ​ລັດ​ທິສັງຄົມ​ນິຍົມ ​ແລະ​ເສັ້ນທາງ​ຂຶ້ນ​ສູ່​ລັດ​ທິສັງຄົມ​ນິຍົມຢູ່​ຫວຽດນາມ. ການຈັດ​ຕັ້ງ​ພັກ​ແລະ​ລະບົບ​ການ​ເມືອງ​ໄດ້​ມີ​ການ​ປ່ຽນແປງ​ໃໝ່​ຕ່າງໆ​ທີ່​ສຳຄັນ, ນັບ​ແຕ່ສະ​ຖາ​ບັນ, ການຈັດ​ຕັ້ງ​ກົງຈັກ, ກົນ​ໄກ​ດຳ​ເນີນ​ງານ ​ຈົນ​ເຖິງ​ການ​ຍົກ​ສູງປະສິດທິພາບ​​ແລະ​ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ, ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຂັ້ນ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ; ການ​​ແກ້​ໄຂປັບປຸງວິທີ​ການ​ແລະ​ແບບ​ແຜນການ​ເຮັດ​ວຽກ; ການ​ຮັດ​ແໜ້ນ​ລະບຽບ​ວິ​ໄນ, ການ​ຄວບ​ຄຸມ​ອຳນາດ, ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຄວາມ​​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ຕໍ່​ບົດບາດນຳ​ພາ​ຂອງ​ພັກ​ແລະ​ຕໍ່​ການ​ຄຸ້ມ​ຄອງ​ຂອງ​ລັດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ການ​ອົບຮົມ​ສຶກສາ ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ​ໄດ້​ຮັບ​ຄວາມ​ເອົາ​ໄຈ​ໃສ່​ເປັນ​ພິ​ເສດ​ແລະ​ມີ​ຄຸນ​ປະ​ໂຫຍ​ດທີ່​ສຳຄັນ​ໃນ​ການຕໍ່ສູ້​ເພື່ອ​ກີດ​ກັ້ນ​ແລະ​ຍູ້​ຖອຍສະພາບ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ ​ແບບ​ແຜນ​ດຳລົງ​ຊີວິດ, ​ແລະ ມີ​ຄຸນ​ປະ​ໂຫຍ​ດ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ​ເປັນ​ແບບຢ່າງ​ຂອງ​ສະມາຊິກ​ພັກ. ຜ່ານພຶດຕິ​ກຳ​ແຫ່ງ​ການ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ, ພື້ນ​ຖາ​ປະຊາທິປະ​ໄຕສັງຄົມ​ນິຍົມນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ; ສິດທິ​ມະນຸດ, ສິດທິ​ພົນລະ​ເມືອງ​ໄດ້​ຮັບປະກັນ​ດີກ​ວ່າ​ເກົ່າ; ການຈັດ​ຕັ້ງ​ກົງຈັກ, ກົນ​ໄກ​ດຳ​ເນີນ​ງານ​ຂອງ​ລະບົບການ​ເມື​ອງ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່, ປັບປຸງ​ບູລະນະ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ເທື່ອ​ລະ​ກ້າວ.

ການ​ກໍ່ສ້າງ​ພັກ​ໃຫ້​ສະອາດ​ປອດ​ໃສ​ແລະ​ໝັ້ນຄົງ​ເຂັ້ມ​ແຂງ​ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ​ໃນ​ການ​ສ້າງ​ໄຊຊະນະ​ທີ່​ຍິ່ງ​ໃຫຍ່​ແລະ​ມີ​ຄວາມ​ໝາຍ​ປະຫວັດສາດຂອງ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ​ໃນ​ກວ່າ 3 ທົດ​ສະ​ວັດ​ທີ່​ຜ່ານ​ມາ. ຜ່ານ​ການ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ, ພັກ​ກອມ​ມູນິດ​ຫວຽດນາມມີ​ຄວາມ​ເຕີບ​ໃຫຍ່​ໃນ​ການ​ນຳພາພາລະກິດ​ການ​ປ່ຽນ​ແປງ​ໃໝ່, ນັບ​ມື​ນັບ​ຍົກ​ສູງ​ບົດບາດ, ຕຳ​ແໜ່​ງກຳ​ອຳນາດ​ແລະຄວາມ​ສາມາດ​ນຳພາ, ​ເພີ່ມ​ທະວີ​ຄວາມ​ສຳພັນ​ໃກ້ຊິດ​ສະໜິດ​ແໜ້ນ​ກັບ​ປະຊາຊົນ, ປຸກ​ຕື່ນ​ຄວາມ​ສາມາດ​ປະດິດ​ສ້າງ, ​ເສິມ​ຂະຫຍາຍ​ບົດບາດ​ຂອງ​ປະຊາຊົນ​ໃນ​ການ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ​ແລະ​ຄຸ້ມ​ຄອງ​ລັດ ​ຄຸ້ມ​ຄອງ​ສັງຄົມ.

​ແຕ່​ວ່າ, ວຽກ​ງານ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ​ໃນ​ເວລາ​ທີ່​ຜ່ານ​ມາກໍ່​ມີ​ຂໍ້​ຈຳກັດ​ທີ່​ແນ່ນອນ​ຈຳນວນ​ໜຶ່ງ. ຄວາມ​ສາມາດ​ໃນ​ການ​ຄາດ​ຄະ​ເນ, ກຳນົດ​ທິດ​ທາງ​ນະ​ໂຍບາຍ, ການ​ຫັນ​ເປັນ​ນິຕິ​ກຳ ຫັນ​ເປັນອັນ​ລະອຽດ​ສະ​ເພາະ​ເພື່ອຈັດ​ຕັ້ງ​ປະຕິບັດນັ້ນ ​ຍັງ​ແມ່ນ​ຂອດ​ທີ່​ອ່ອນຢູ່ ​ແລະ​ຍັງ​ຫ່າງ​ຈາກ​ຄວາມ​ຕ້ອງການ​ຂອງ​ຄວາມ​ເປັນ​ຈິງ. ການ​ຄຸ້ມ​ຄອງ​ແລະ​ອົບ​ຮົມສຶກສາ​ສະມາຊິກ​ພັກຍັງບໍ່​ທັນໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຢ່າງ​ພຽງພໍ, ປະສິດທິ​ຜົນ​ບໍ່​ສູງ. ຄຸນ​ນະພາ​ບ​ໃນ​ການ​ດຳ​ເນີນ​ຊີວິດ​ຂອງ​ພັກ, ລັກສະນະ​ຕໍ່ສູ້​ໃນ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ແມ່ນຍັງ​ອ່ອນ​ແອ, ການ​ປະຕິບັດ​ຄວາມ​ຮັບຜິດຊອບ​ເປັນ​ແບບຢ່າງ​ຂອງ​ສະມາຊິກ​ພັກຢູ່​ຫຼາຍ​ບ່ອນ​ບໍ່​ເປັນ​ລະບຽບ​ແບບ​ແຜນ, ຍັງ​ບໍ່​ທັນ​ກາຍ​ເປັນ​ສະຕິ​ຕື່ນ​ຕົວ. ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ, ກຳ​ອຳນາດ​ຂອງ​ພັກຍັງ​ບໍ່​ທັນ​ບັນລຸ​ປະສິດທິ​ຜົນ​ສູງ; ການ​ກຳນົດ​ບົດບາດນຳ​ພາລວມໝູ່​ແລະ​ບຸກຄົນ​ຮັບຜິດ​ຊອບ​ນັ້ນ ຍັງ​ມີ​ບາງ​ຈຸດ​ທີ່​ບໍ່​ຈະ​ແຈ້ງ; ການ​ປະຕິບັດ​ການ​ຄວບ​ຄຸ​ມອຳນາດ​ແມ່ນ​ບໍ່​ດີ. ກົນ​ໄກ “ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ” ຖືກ​ຊັກ​ຊ້າ​ໃນ​ການ​ຫັນ​ເປັນ​ນິຕິ​ກຳ​​ແບບ​ຄົບ​ຊຸດ. ການ​ຄຸ້ມ​ຄອງ​ເສດຖະກິດ-ສັງຄົມຍັງ​ມີ​ຂໍ້​ບົກ​ພ້ອງ​ຫຼາຍ, ມີ​ຫຼາຍ​ເລື່ອງຫຼາຍ​ກໍລະນີ​ຖືກແກ່ຍາວ, ຊ້າ​ໃນ​ການ​ຈັດການ​ແກ້​ໄຂ ​ເຊິ່ງກໍ່​ໃຫ້​ເກີດ​ຄວາມ​ຮ້ອນ​ເຄືອງ ຄວາມລຳ​ຄານ​ໃຈ​ໃນ​ໝູ່​ປະຊາຊົນ...

ຈາກ​ສະພາບ​ຄວາມ​ເປັນ​ຈິງ​ແລະ​ຜົນສຳ​ເລັດ​ຂອງ​ວຽກ​ງານ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ​ໃນ​ເວລາ​ທີ່​ຜ່ານ​ມາ, ສາມາດ​ຖອດ​ຖອນ​ໄດ້​ ບົດຮຽນ​ຈຳນວນ​ໜຶ່ງ​ ດັ່ງ​ຕໍ່​ໄປນນີ້:

ທີ່​ໜຶ່ງ, ການ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງຕ້ອງ​ບົນ​ພື້ນຖານ​ການ​ຕັ້ງ​ໝັ້ນ​ໃນ​ລັດທິ​ມາກ-​ເລ​ນິນ​ແລະ​ແນວ​ຄິດ​ໂຮ່ຈີ​ມິນ, ຕັ້ງ​ໝັ້ນ​ໃນ​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດ​ແລະ​ລັດ​ທິສັງຄົມ​ນິຍົມ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕສັງຄົມ​ນິຍົມ. ການ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ​ແມ່ນ​ບັນ​ຫາພື້ນຖານ​ທີ່​ສຸດ​ຂອງການ​ປ່ຽນ​ແປງ​ໃໝ່​ການ​ເມືອງ, ມັນ​ກ່ຽວຂ້ອງ​ກັບ​ການ​ຢູ່​ລອດ​ຂອງ​ລະບອບ​ການ​ເມືອງ, ຕ້ອງ​ບົນ​ພື້ນຖານຢຶດ​ໝັ້ນບັນຫາ​ຫຼັກການ​ເພື່ອ​ໝູນ​ໃຊ້​ແລະ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ການ​ຢຶດໝັ້ນຫຼັກການ, ຫຼັກ​ໝັ້ນ​ແນວ​ຄິດຕ້ອງ​ໄປ​ຄຽງຄູ່ກັບ​ການ​ຕໍ່ສູ້​ຕ້ານ​ແນວ​ຄິດ​ຮັກສາ​ເດີມ, ຄວາມ​ຫຼ້າ​ຊ້າ; ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຕ້ອງ​ຕິດ​ແໜ້ນ​ກັບ​ການ​ຕ້ານ​ການ​ສວຍ​ໂອກາດ​ທາງການ​ເມືອງ.

ທີ​ສອງ, ​ແກ້​ໄຂ​ຢ່າ​ງຖືກຕ້ອງ​ສາຍ​ພົວພັນ​ລະຫວ່າງຄວາມ​ໝັ້ນຄົງ, ການ​ປ່ຽນ​ແປງ​ໃໝ່​ແລະ​ການ​ພັດທະນາ, ລະຫວ່າງ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງ​ແລະ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ເສດຖະກິດ. ການ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ​ແມ່ນ​ເນື້ອ​ໃນ​ຫຼັກ​ແຫຼ່ງຂອງ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງ, ກ່ຽວຂ້ອງ​​ໂດຍ​ກົງ​ກັບ​ການ​ຮັກສາສະຖຽນ​ລະ​ພາບ​ທາງ​ການ​ເມືອງ-ສັງຄົມ, ສົ່ງ​ຜົນກະທົບ​ເຖິງ​ທຸກ​ດ້ານ​ຂອງຊີວິດ​ສັງຄົມ, ຕັດສິນ​ຊີ້​ຂາດ​ອະນາຄົດ​ຂອງ​ພາລະກິດ​ການ​ປະຕິວັດ. ດັ່ງ​ນັ້ນ, ການ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງຕ້ອງ​ໄດ້​ດຳ​ເນີນ​ຢ່າງ​ມີ​ລະບຽບ​ແບບ​ແຜນ​ແລະ​ລະມັດລະວັງ, ຫຼີກ​ລ້ຽງ​ຄວາມ​ຮ້ອນຮົນ ອັດຕະວິ​ໄສ, ​ແຕ່​ເມື່ອ​ມີ​ຫຼັກ​ຖານ​ໜັກ​ແໜ້ນ​​ແມ່ນ​ຕ້ອງມີ​ຄວາມ​ຕັດສິນ​ໃຈ​ສູງ, ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ແລະ​ມີ​ການ​ກະທຳ​ຢ່າງ​ເດັດດ່ຽວ.

ທີ​ສາມ, ປະສານ​ສົມທົບ​ລະຫວ່າງ “ສ້າງ” ​ແລະ “ຕ້ານ”, “ສ້າງ” ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ, ພື້ນຖານ​ແລະ​ຍາວ​ນານ, “ຕ້ານ” ​ແມ່ນ​ໜ້າ​ທີ່​ສຳຄັນ​ແລະ​ຮີບ​ດ່ວນ. “ສ້າງ” ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ, ພື້ນຖານ​ແລະ​ຍາວ​ນານ, ​ແມ່ນ​ເລີ່​ມຈາກ​ຄວາມ​ຕ້ອງການ​ປັບປຸງ​ບູລະນະ​ລະບອບ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮັບປະກັນ​ໃຫ້​ພັກ​ສົມ​ກຽດ​ກັບ​ບົດບາດນຳ​ພາ ​ແລະ​ຄວາມ​ຮັບຜິດຊອບ​ກຳ​ອຳນາດ​ລັດ​ທີ່​ແມ່ນ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ​ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ. “ຕ້ານ” ​ແມ່ນ​ໜ້າ​ທີ່​ສຳຄັນ​ແລະ​ຮີບ​ດ່ວນ, ​ເພາະວ່າ, ຕໍ່ໜ້າ​ຫຼ່ຽມລາຍກົນອຸບາຍ “ຫັນປ່ຽນ​ໂດຍ​ສັນຕິ” ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ ​ແລະ ສະພາບ​ການ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ດຳລົງ​ຊີວິດ, ປະ​ກົດ​ການ “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ”, “​ຜັນ​ປ່ຽນ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ​ນັ້ນ, ຕ້ອງ​ມີ​ວິທີ​ແກ້​ໄຂ​ທີ່​ແຂງກ້າ​ເດັດດ່ຽວ​ ເພື່ອກີດ​ກັ້ນ​ແລະ​ຍູ້​ຖອຍ​ມັນ, ສ້າງ​ສະພາບ​​ແວດ​ລ້ອມ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ຍືນ​ຍົງ. ​ເຖິງ​ວ່າ​ຈະ "ສ້າງ" ຫຼື “ຕ້ານ” ກໍ່​ຕ້ອງ​ດຳ​ເນີນ​ຢ່າງຮອບ​ຄອບ, ​ມີ​ແບບ​ແຜນ, ໜັກແໜ້ນ, ບໍ່​ປ່ອຍໃຫ້​ກຳລັງ​ສັດຕູ​ສວຍ​​ໂອກາດ​ເພື່ອ​ທຳລາຍ, ກໍ່​ໃຫ້​ເກີດ​ຄວາມ​ບໍ່​ສະຫງົບ​ທາງ​ການ​ເມືອງ.

ທີ​ສີ່, ​ໄປຄຽງ​ຄູ່​ກັບ​ການ​ຮັກສາ​ແລະ​ເພີ່ມ​ທະວີບົດບາດ​ການ​ນຳພາ​ຂອງ​ພັກ ຕ້ອງ​ເຄົາລົບ​ແລະ​ເສີມ​ຂະຫຍາຍຢ່າງ​ເຕັມ​ສ່ວນຄວາມ​ຕັ້ງໜ້າ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສະມາຊິກ​​ໃນ​ລະ​ບົບການ​ເມືອງ​. ການຮັກສາ​ແລະ​ເພີ່ມ​ທະວີ​ບົດບາດ​ການ​ນຳພາ​ຂອງ​ພັກ​ແມ່ນ​ບັນຫາ​ທີ່​ມີ​ລັກສະນະ​ຫຼັກການ, ​ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ​ທີ່​ຮັບປະກັນ​ຄວາມ​ສຳ​ເລັດ​ຂອງການ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ. ພັກ​ແມ່ນ​ແກນ​ນຳ​ບັນດາ​ອົງການ​ຈັດ​ຕັ້ງ​ສະມາຊິກ​ໃນ​ລະບົບ​ການ​ເມືອງ, ​ແຕ່​ພັກບໍ່​ອຸ້ມ​ວຽກ​ເຮັດ​ຕາງ​ໃຫ້​ອົງການ​ອື່ນ, ​ເຊິ່ງພັກຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າການຕັ້ງໜ້າ​ໃນ​ການ​ຄຸ້ມ​ຄອງ, ຈັດການ​ບໍລິຫານ​ຂອງ​ລັດ ​ແລະ ການ​ຕິດຕາມ​ກວດກາ, ການ​ວິຈານ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ.

ທີ​ຫ້າ, ລະດົມ, ດຶງ​ດູດ​ແລະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ປະຊາຊົນ​ໃນ​ການ​ເຂົ້າ​ຮ່ວມການ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ, ຕ້ອງ “ນຳ​ເອົາ​ການ​ເມືອງ​ເຂົ້າ​ໃນໝູ່ປະຊາຊົນ”(2). ການ​ປະຕິວັດ​ແມ່ນ​ພາລະກິດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ​ແລະ​ເພື່ອ​ປະຊາຊົນ. ການ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ ບໍ່​ແມ່ນ​ວຽກງານສ່ວນ​ຕົວ​ຂອງ​ພະນັກງານ ສະມາຊິກ​ພັກ, ​ແຕ່​ຕ້ອງລະດົມ​ແລະ​ດຶງ​ດູດປະຊາຊົນ​ເຂົ້າ​ຮ່ວມດ້ວຍ​ກົນ​ໄກ, ຮູບ​ແບບ​ທີ່​ສອດຄ່ອງ, ນັບ​ແຕ່​ການ​ປະກອບສ່ວນ​ສະຕິ​ປັນຍາ​ຈົນ​ເຖິງຊັບ​ສິນ, ​ນັບ​ແຕ່​ການ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງລັດ​ຈົນ​ເຖິງ​ການ​ກວດກາ​ແລະ​ຕິດຕາມ​ກວດກາ. ມີ​ຫຼາຍ​ວິທີ​ຮູບ​ແບບ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ, ​ໃນ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບົດບາດ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ.

ຜົນສຳ​ເລັດ​ທີ່​ບັນ​ລຸ​ໄດ້​ໃນ​ເວລາ​ທີ່​ຜ່ານ​ມາ​ໄດ້​ເພີ່ມ​ທະວີ​ບົດບາດນຳ​ພາ​​ແລະ​ຍົກ​ສູງ​ອິດ​ທິພົນຂອງ​ພັກຕໍ່ໜ້າ​ປະຊາຊົນ, ສ້າງ​ພື້ນຖານ​ແລະ​ປະຖົມ​ປັດ​ໄຈ​ເພື່ອ​ຍູ້​ແຮງ​ການ​ກໍ່ສ້າງ​ພັກ​ໃນ​ເວລາ​ຕໍ່ໜ້າ. ​ແຕ່​ສະພາບ​ການ​ໂລກ​ພວມ​ປ່ຽນ​ແປງ​ຢ່າງ​ໄວວາ, ສັບສົນ, ຄາດ​ເດົາ​ຍາກ. ສະພາບ​ການ​ໃນ​ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ສັບສົນ​ຍິ່ງ​ຂຶ້ນ. ຄວາມ​ຂັດ​ແຍ້​ງລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ໃນ​ພາກ​ພື້ອາຊີ-ປາຊີ​ຟິກ, ການ​ປະ​ທະ​ກັນ​ທາງ​ການ​ຄ້າ, ການ​ເຄື່ອ​ນ​ໄຫວປົກ​ປ້ອງ​ການ​ຄ້າ, ລັດທິ​ປະຊາລາດ​ນິຍົມ, ກົນອຸບາຍ​ “ຫັນປ່ຽນ​ໂດຍ​ສັນຕິ” ຂອງບັນດາ​ອິດ​ທິກຳລັງ​ສັດ​ຕູ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ​ຈາກ​ຄວາມໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ໄດ້​ມີ​ຄວາມ​ຮຸນ​ແຮງ​​ເພີ່ມຂຶ້ນ​ເລື່ອຍ​ໆ. ຄຸນ​ນະພາ​ບຂອງ​ລະບຽບ​ກົດໝາຍ, ນະ​ໂຍບາຍ, ​ຊັບພະຍາກອນ​ມະນຸດ ຍັງ​ມີ​ຊ່ອງ​ວ່າງ​ຈາກ​ຄວາມ​ຕ້ອງການ​ຂອງ​ຄວາມ​ເປັນ​ຈິງ. ບັນດາ​ປະກົດ​ການ​ຫຍໍ້​ທໍ້, ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, “ຜົນ​ປະ​ໂຫຍ​ດໝູ່​ພວກ”, ຄວາມ​ເສື່​ອມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ດຳລົງ​ຊີ​ວັດ, “ການປ່ຽນ​ແປງ​ດ້ວຍ​ຕົນ​ເອງ”, “ການຜັນ​ປ່ຽນ​ດ້ວຍ​ຕົນ​ເອງ” ​ໃນ​ພະນັກງານ​ສະມາຊິກ​ພັກ,... ​ແມ່ນ​ສິ່ງ​ທ້າ​ທາຍ​ຕໍ່​ກິດ​ຈະການ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ​ໃຫ້​ສະອາດ​ປອດ​ໃສ​ແລະໝັ້ນຄົງ​ເຂັ້ມ​ແຂງ.

ບັນດາ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ທີ່​ກ່າວມາ​ເຖິງ​ນີ້ຮຽກຮ້ອງ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເພີ່ມ​ທະວີ​ວຽກ​ງານ​ກໍ່ສ້າງພັກ​ແລະ​ລະບົບ​ການ​ເມືອງ​ໃຫ້​ທຽບ​ເທົ່າ​ກັບ​ລະດັບ​ໜ້າ​ທີ່​ໃນ​ໄລຍະ​ໃໝ່. ​ໃນ​ນັ້ນ, ຕ້ອງ​ສຸມ​ໃສ່​ບັນດາ​ທິດ​ທາງ​ໃຫຍ່​ດັ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ການ​ກໍ່ສ້າງ​ພັກ​ໃຫ້​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ. ບົນ​ພື້ນຖານ​ກຳ​ແໜ້ນ​ທາດ​ແທ້​ວິທະຍາສາດ​ແລະ​ປະຕິວັດ​ຂອງ​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ຕັ້ງ​ໝັ້ນ​ໃນ​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດ​ແລະ​ລັດ​ທິ​ສັງຄົມ​ນິຍົມ, ຕິດ​ແໜ້ນ​ກັບ​ພາກ​ພຶດຕິ​ກຳ​ເພື່ອວາງ​ແນວທາງ​ການ​ເມືອງ​ທີ່​ຖືກຕ້ອງ​ແລະ​ສະຫຼາດ​ສ່ອງໃສ. ​ແນວທາງ​ການ​ເມືອງ​ຕ້ອງ​ເປັນ​ການ​ທ້ອນ​ໂຮມສະຕິ​ປັນຍາ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ; ​ແມ່ນ​ໝາກຜົນ​ຂອງ​ການ​ສະຫຼຸບ​ສັງ​ລວມພຶດຕິ​ກຳ​ແລະການ​ຄົ້ນ​ຄວ້າທິດ​ສະ​ດີ, ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ; ສ່ອງ​ແສງ​ເຈດ​ຈຳນົງ​ແລະ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ. ຄວາມ​ຖືກຕ້ອງ, ປະດິດສ້າງ​ຂອງ​ແນວທາງ​ໃນ​ໄລຍະ​ໃໝ່​ສະ​ແດງ​ອອກ​ຢູ່​ໃນ​ການ​ປຸກ​ຕື່ນ​ແລະ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ປວງ​ຊົນ​ທັງ​ຊາດ, ສ້າ​ງການ​ບຸກທະລຸ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ຊາດພັດທະນາ​ຢ່າງ​ໄວວາ​ແລະ​ຍືນ​ຍົງ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມສັງຄົມ​ນິຍົມຢ່າງ​ໝັ້ນຄົງ, ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ. ການຕັ້ງ​ໝັ້ນ​ໃນ​ເປົ້າ​ໝາຍ​ແລະ​ອຸດົມ​ຄະຕິ​ຂອງ​ພັກຕ້ອງ​ຕິດ​ແໜ້ນ​ກັບ​ການ​ຝຶກ​ຝົນ​ຫຼໍ່​ຫຼອມຄວາມ​ກ້າ​ແກ່ນ​ການ​ເມືອງ, ຫຼັກ​ໝັ້ນ​ຊົນ​ຊັ້ນ, ຫຼໍ່ລ້ຽງ​ຄວາມ​ມຸ່ງໝັ້ມບືນ​ຕົວ​ຂຶ້ນ, ​ເມື່ອ​ມີ​ຄວາມ​ສະດວກ​ບໍ່​ອັດຕະວິ​ໄສ, ​ເມື່ອ​ປະສົບ​ຄວາມ​ຫຍຸ້ງຍາກ​ບໍ່ຫວັ່ນ​ໄຫວ, ​ເປັນ​ແບບຢ່າງ​ນຳ​ໜ້າ​ຢ່າງ​ແທ້​ຈິງ, ສົມ​ກຽດ​ກັບ​ບົດບາດນຳ​ພາ​ແລະ​ຄວາມ​ຮັບຜິດຊອບ​ກຳ​ອຳນາດການ​ປົກຄອງ.

ທີ​ສອງ, ປ່ຽນ​ແປງ​ໃໝ່​ວຽກ​ງານ​ແນວ​ຄິດ​ທິດ​ສະ​ດີ​ຢ່າງ​ແຂງ​ແຮງ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ແລະ​ແບບ​ວິທີການ​ເຮັດ​ວຽກ​ດ້ານ​ແນວ​ຄິດຮັບປະກັນວິທະຍາສາດ, ​ແທດ​ຈິງ, ທັນ​ການ ​ແລະ​ມີ​ປະສິດທິ​ຜົນ; ຍົກ​ສູງລັກສະນະ​ການ​ຕໍ່ສູ້​, ລັກ​ສະ​ນະ​ຊວນ​ເຊື່ອ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ແລະສຶກສາອົບຮົມ​ລັດທິ​ມາກ - ​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ​ໂຄງການ​ການ​ເມືອ​ງ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ. ​ເອົາ​ໃຈ​ໃສ່​​​ເປັນ​ສຳຄັນ​​ເຖິງ​ການ​ເອົາ​ແບບ​ຢ່າງ “ວຽກ​ດີ ຄົນ​ເດັ່ນ” ​ເພື່ອ​ໂຄສະ​ນະ​ເຜີນ​ແຜ່, ສຶກສາ​ອົບຮົມ, ສ້າງ​ຜົນ​ກະທົບ​​ໃນ​ທາງ​ບວກ, ປ້ອງ​ກັນ​ແລະ​ແກ້​ໄຂ​ສະຖານະ​ການ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ດຳລົງ​ຊີວິດ, ປະ​ກົດ​ການ “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ”, “​ຜັນ​ປ່ຽນ​ດ້ວຍ​ຕົນ​ເອງ”. ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ຂອງ​ເຄືອ​ຂ່າຍ, ປ້ອງ​ກັນ​ຂ່າວ​ປອມ ຂ່າວ​ຮ້າຍ​​ຢ່າງ​ທັນ​ການ. ​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ພື້ນຖານ​ແນວ​ຄິດ​ຂອງ​ພັກ, ຕໍ່ສູ້ຕ້ານ​ທັດສະນະ​ທີ່​ບໍ່​ຖືກ​ຕ້ອງ ຕ້ານຄວາມ​ຄິດ​ປໍ​ລະ​ປັກ​ແລະ​ການສວຍ​ໂອກາດ​ທາງ​ການ​ເມືອງ, ​ເອົາ​ຊະນະ​ກົນ​ອຸບາຍ “ຫັນປ່ຽນ​ໂດຍ​ສັນຕິ” ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ. ປ່ຽນ​ແປງ​ໃໝ່​ຈິນຕະນາການ​ທິດ​ສະ​ດີ, ສືບຕໍ່ທຳ​ຄວາມ​ກະຈ່າງ​ແຈ້ງ​ບັນດາ​ບັນຫາ​ທິດ​ສະ​ດີ-ພຶດຕິ​ກຳ​ທີ່​ເກີດ​ຂຶ້ນ​​ໃນ​ຂະ​ບວນວິວັດ​ການປ່ຽນ​ແປງ​ໃໝ່​ແລະ​ເຊື່ອມ​ໂຍງ​ສາກົນ, ​ແກ້​ໄຂ​ຜ່ານ​ຜ່າ​ໂດຍ​ໄວຂໍ້​ບົກພ່ອງ​ຈຳນວນ​ໜຶ່ງ​ຂອງວຽກ​ງານ​ສະຫຼຸບ​ສັງ​ລວມພຶດຕິ​ກຳ, ຄົ້ນຄວ້າ​ທິດ​ສະ​ດີ ​ເພື່ອ​ສະໜອງ​ຫຼັກ​ຖານ​ວິທະຍາສາດ​ໃຫ້ແກ່​ການ​ສ້າງສາ​ພັດທະນາ​ປະ​ເທດ​ໃນ​ໄລຍະ​ໃໝ່.

ທີ​ສາມ, ປ່ຽນ​ແປງ​ໃໝ່​ວຽກ​ງານ​ການຈັດ​ຕັ້ງ​ແລະ​ວຽກ​ງານ​ພະນັກງານ. ສືບ​ຕໍ່​ປັບປຸງ​ແລະ​ສັບ​ຊ້ອນ​ກົງຈັກ​ການຈັດ​ຕັ້ງ​ຂອງ​ພັກ ​ແລະ​ລະບົບ​ການ​ເມືອງ​ຕາມ​ທິດ​ກະທັດ​ລັດ​ເບົາບາງ, ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ. ກວດຄືນ, ປັບປຸງ​ເພີ່ມ​ເຕີມ, ບູລະນະ​ພາລະ​ບົດບາດ, ໜ້າ​ທີ່, ສິດ​ຂອບ​ເຂດ, ຄວາມ​ຮັບຜິດຊອບ, ສາຍ​ພົວພັນ​ການ​ງານ​ຂອງ​ຄະນະ​ພັກ, ອຳ​ນາດ​ການ​ປົກຄອງ​ຂັ້ນຕ່າງໆ, ຮັບປະກັນ​ສາຍ​ພົວພັນ “ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າຂອງ”; ກຳນົດ​ແຈ້ງ​ສິດ​ຂອບ​ເຂດ, ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ​ພັກ​ອຸ້ມ​ວຽກ​ເຮັດຕາງ​ໃຫ້​ລັດ ຫຼື​​ປ່ອຍ​ປະລະ​ຫຼວມ​ໃນ​ການ​ນຳພາ. ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຂັ້ນ​ຕ່າງໆ, ​ໂດຍ​ສະ​ເພາະ​ພະນັກງານ​ນຳພາ​ຂັ້ນ​ຍຸດ​ທະ​ສາດ ​ໃຫ້​ມີ​ຄຸນສົມບັດ, ຄວາມ​ສາມາດ​ແລະ​ກຽດ​ສັກ​ສີ​ຢ່າງ​ພຽງພໍ, ທຽບ​ເທົ່າ​ກັບ​ໜ້າ​ທີ່. ຍົກ​ສູງ​ຄວາມ​ສາມາດ​ນຳພາ​ແລະ​ກຳລັງ​ແຮງ​ສູ້​ຮົບຂອງ​ອົງການ​ຈັດ​ຕັ້ງ​ພັກ, ​ເຮັດ​ວຽກ​ງານ​ສະມາຊິກ​ພັກ​ແລະ​ການ​ປົກ​ປ້ອງ​ການ​ເມືອງ​ພາຍ​ໃນ​ໃຫ້​ໄດ້​ເປັນ​ຢ່າງ​ດີ. ປັບປຸງ​ຂໍ້​ກຳນົດ​ກົດ​ລະບຽບ​ໃຫ້​ສົມບູນ, ກຳນົດ​ແຈ້ງ​ບົດບາດນຳ​ພາລວມໝູ່​​ແລະຄວາມ​ຮັບຜິດຊອບ​ສ່ວນ​ບຸກຄົນ, ​ໂດຍ​ສະ​ເພາະ​ຄວາມ​ຮັບຜິດຊອບ​ຂອງ​ຫົວໜ້າ​ຄະນະ​ພັກ, ຫົວໜ້າສຳນັກງານອົງການຈັດ​ຕັ້ງ. ກັ່ນ​ກອງ, ປ່ຽນແທນບັນດາ​ກໍລະນີ​ທີ່​ເສື່ອ​ມ​ໂຊມ​ປ່ຽນ​ທາດ, ບໍ່​ສຳ​ເລັດ​ໜ້າ​ທີ່, ລະ​ເມີດ​ລະບຽບວິ​ໄນ​ຂອງ​ພັກ​ແລະ​ກົດໝາຍ​ຂອງ​ລັດ.

ທີ​ສີ່, ​ເພີ່ມ​ທະວີ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ, ຕ້ານ​ລັດທິ​​ເອກະ​ຊົນ, ສວຍ​ໂອກາດ​ນິຍົມ, ອັດຖະ​ປະ​​ໂຫຍດ, “ຜົນ​ປະ​​ໂຫຍ​ດໝູ່​ພວກ”. ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ​ເພື່ອ​ໃຫ້​ພັກ​ເປັນ “ຈະລິ​ຍະ​ທຳ​ແລະ​ອາລະຍະ​ທຳ”. ປູກ​ຈິດ​ສຳນຶກ​ໃນ​ການຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ​ຕະຫຼອດ​ຊີວິດ; ປັບປຸງ​ຄວາມ​ຕ້ານທານ​ກັບ​ການ​ລໍ້​ລວງ​ທຸກ​ຢ່າງ; ມີ​ຄວາມ​ເປັນ​ເອກະ​ພາບລະຫວ່າງ​ແນວ​ຄິດ​ແລະ​ການ​ກະທຳ, ລະຫວ່າງການ​ເວົ້າ​ແລະ​ການ​ເຮັດ; ຮັກສາ​ສະຕິ​ໃນ​ການ "ການກວດກາ​ຕົນ​ເອງ", “ການ​ແກ້​ໄຂ​ຕົນ​ເອງ" ບົນ​ພື້ນຖານ​ຍູ້​ແຮງ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ, ຮ່ຳຮຽນ​ແລະ​ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ. ປັບປຸງ​ລະບອບ​ການ​ປະຕິບັດ​ຄຸນສົມບັດ​ປະຕິວັດ​ຢ່າງ​ຕື່ນ​ຕົວ​ແລະ​ເປັນ​ລະບຽບ​ຮຽບຮ້ອຍ. ປະຕິບັດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ເປັນ​ແບບຢ່າງ​ຢ່າງ​ເຂັ້ມ​ງວດ; ພະນັກງານ​ມີຕຳ​ແໜ່​ງຍິ່ງ​ສູງ​, ​ຍິ່ງຕ້ອງ​ເປັນ​ແບບຢ່າງ, ກ່ອນ​ອື່ນ​ໝົດ​ແມ່ນ​ກຳມະການ​ກົມ​ການ​ເມືອງ, ກຳມະການ​ຄະນະ​ເລຂາທິການ, ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ. ຕັ້ງໜ້າ​ຕໍ່ສູ້​ຕ້ານ​ລັດທິ​ເອກະ​ຊົນ, ພະຍາດ​ສວຍ​ໂອກາດ ອັດຖະ​ປະ​ໂຫຍ​ດສ່ວນ​ຕົວ, “ຜົນ​ປະ​ໂຫຍ​ດໝູ່​ພວກ”. ຈັດການ​ກັບ​ການລະ​ເມີດ​ມາດຕະຖານ​ທາງ​ຈະລິ​ຍະ​ທຳ​ຂອງ​ສະມາຊິກ​ພັກ​ຢ່າງ​ເຂັ້ມ​ງວດ, ພ້ອມ​ກັນ​ກັບ​ການ​ຍ້ອງຍໍ​ຊົມ​ເຊີຍບັນດາ​ແບບຢ່າງ​ຄຸນສົມບັດ​ ເພື່ອ​ສ້າງ​ຜົນ​ສະທ້ອນ​ແຜ່​ກະຈາຍ​ໃນ​ພັກ​ແລະ​ສັງຄົມ.

ທີ​ຫ້າ, ​ເພີ່ມ​ທະວີການ​ຄວບ​ຄຸມ​ອຳນາດ, ສົ່ງ​ເສີມ​ການ​ມີ​ລະບຽບ​ວິ​ໄນ, ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ. ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂ​ງ​ແຮງ​ໃນ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ ​ແລະ​ການ​ປະຕິບັດ​ລະບຽບ​ວິ​ໄນຂອງ​ພັກ. ປັບປຸງຂໍ້​ກຳນົດ ກົດໝາຍຮັບປະກັນ​ຄວາມ​ຄົບ​ຊຸດລະຫວ່າງ​ການກວດກາ, ຕິດຕາມ​ກວດກາ, ລະບຽບ​ວິ​ໄນ​ຂອງ​ພັກ ​ກັບການ​ກວດກາ, ກວດການ, ກວດ​ສອບ ​ກວດ​ບັນຊີ​ຂອງ​ລັດ ​ແລະ​ ການ​ຕິດຕາມ​ກວດກາ​ຂອງ​ສັງຄົມ. ສົມທົບ​ລະຫວ່າງ​ການ​ປ້ອງ​ກັນ​ແລະ​ການ​ຈັດການ​ກັບ​ກາ​ນລະ​ເມີດ​ວິ​ໄນ. ປັບປຸງ​ບູລະນະ​ກົນ​ໄກ​ຄວບ​ຄຸມ​ອຳນາດ​ສຳ​ລັບ​ຫົວໜ້າ​ຄະນະ​ພັກ, ຫົວໜ້າສຳນັກງານ​ອົງການ, ກົມ​ກອງ ​ໃນ​ການ​ປະຕິ​ດບັດພາລະ​ໜ້າ​ທີ່, ຄວາມ​ຮັບຜິດຊອບ​ທີ່​ໄດ້​ຮັບ​ມອບ​ໝາຍ ​ແລະ ການ​ຮັກສາ​ຄຸນສົມບັດ​ສິນ​ທຳ ​ແບບ​ແຜນ​ດຳລົງ​ຊີວິດ. ປ່ຽນ​ແປງ​ໃໝ່, ປັບປຸງ​ການຈັດ​ຕັ້ງ​ກັງຈັກຂອງ​ອົງກາ​ນກວດກາ, ຕິດຕາມ​ກວດກາ, ກວດ​ສອບ, ກວດ​ບັນຊີ, ສືບສວນ, ສອບ​ສວນ, ພິຈາລະນາ​ຄະດີ ​​ໃຫ້​ມີ​ສິດ​ອຳນາດ​ພຽງພໍ​ເພື່ອ​ປົກ​ປ້ອງ​ກົດໝາຍ, ຮັກສາ​ລະບຽບ​ວິ​ໄນ​ໄວ້​ຢ່າງ​ໝັ້ນ​ຄົມ. ຕໍ່ສູ້​ຢ່າງ​ເດັດດ່ຽວ​ເພື່ອ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ໃຊ້​ຈ່າຍ​ຟຸມ​ເຟືອ ດ້ວການ​ບູລະນະ​ກົນ​ໄກ​ປ້ອງ​ກັນ, ກີດ​ກັ້ນ​ແລະ​ບົດ​ລົງ​ໂທດ​ທີ່​ເຂັ້ມ​ງວດ ​ເພື່ອ​ໃຫ້​ພະນັກງານ​ບໍ່​ສາມາດສໍ້​ລາດ​ບັງ​ຫຼວງ, ບໍ່​ກ້າສໍ້​ລາດ​ບັງ​ຫຼວງ ​ແລະ ບໍ່​ຕ້ອງການສໍ້​ລາດ​ບັງ​ຫຼວງ. ຍົກ​ສູງ​ຄວາມ​ຮັບຜິດ​ຊອງ​ຂອງ​ຜູ້​ເປັນ​ຫົວໜ້າ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ສຳນັກງານ​ອົງການ, ກົມ​ກອງ​ ໃນ​ການ​ຕໍ່ສູ້​ເພື່ອ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ.

ທີ​ຫົກ, ສືບຕໍ່​ປ່ຽນ​ແປງ​ໃໝ່​ແລະ​ບູລະນະ​ລະບົບ​ການ​ເມືອງຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ. ສຸມ​ໃສ່​ການ​ຄົ້ນຄວ້າ, ປັບປຸງ​ຮູບ​ແບບ​ໂດຍ​ລວມ ຂອງ​ລະບົບ​ການ​ເມື​ອງ. ກວດຄືນ​ແລະ​ປັບປຸງ​ບູລະນະກົງຈັກ​ຂອງ​ລະບົບ​ການ​ເມືອງ​ຕາມ​ທິດ​ກະທັດ​ລັດ​ເບົາບາງ, ​ແກ້​ໄຂ​ສະພາບ​ການ​ຊ້ຳ​ຊ້ອນ​ກັນ​ທາງ​ດ້ານ​ພາລະ​ບົດບາດ ໜ້າ​ທີ່. ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ຕໍ່​ລັດ​ຢ່າງ​ແຂງ​ແຮງ, ​ເພີ່ມ​ທະວີ​ຄວາມ​ສາມາດ​ກຳ​ອຳນາດ, ບໍ່​ປ່ອຍປະລ​ະ​ເຫຼີງ​ການ​ນຳພາ, ບໍ່​ອຸ້ມ​ວຽກ​ເຮັດ​ຕາງ, ​ເຄົາລົບ​ບົດບາດ​ເປັນ​ເຈົ້າ​ການ​ຂອງ​ລັດ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ, ປະຕິບັດ​ຕາມ​ກົດໝາຍ. ກໍ່ສ້າງ​ແລະ​ປັບປຸງ​​ລັດ​ແຫ່ງ​ອຳນາດກົດໝາຍສັງຄົມ​ນິຍົມ, ຮັບປະກັນ​ຄວາມ​ຄົບ​ຊຸດ​ລະຫວ່າງ​ຂົງ​​ເຂດນິຕິບັນຍັດ, ການບໍລິຫານ​ ແລະ​ຕຸລາການ, ອຳນາດ​ການ​ປົກຄອງ​ສູງ​ການ​ແລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ; ​ເຊີດ​ຊູ​ພາລະ​ກິດ​ຮັບ​ໃຊ້​ປະຊາຊົນ; ຊີ້​ແຈ້ງ​ການ​ພົວພັນ​ລະຫວ່າງ​ລັດ, ຕະຫຼາດ​ແລະ​ສັງຄົມ. ປັບປຸງການຈັດ​ຕັ້ງ​ກົງຈັກ​ຂອງ​ສະພາ​ແຫ່ງ​ຊາດ, ຍົກ​ສູງຄວາມ​ເປັນ​ມື​ອາຊີບ, ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ສ້າງ​ກົດໝາຍ, ການ​ຕິດຕາມ​ກວດກາ​ສູງ​ສຸດ ​ແລະ ການ​ຕັດສິນ​ຕົກລົງ​ບັນດາ​ບັນຫາ​ທີ່​ສຳຄັນ​ຂອງ​ປະ​ເທດ. ຍູ້​ແຮງ​ການ​ປະຕິ​ຮູບ​ການ​ບໍລິຫານ, ກໍ່ສ້າງ​ລະ​ບົບການ​ບໍລິຫານ​ທີ່​ຊື່ສັດ, ຂະຫຍັນ​ຂັນ​ເຄື່ອນ, ຮັບ​ໃຊ້​ປະຊາຊົນ​​ແລະ​ວິ​ສາ​ຫະກິດ. ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ຕໍ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ, ​ເຄົາລົບ​ຫຼັກການຂອງການ​ເຈລະຈາ​​ແບບປະຊາທິປະ​ໄຕ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຕິດ​ກັບ​ການ​ປັບປຸງ​ການຈັດ​ຕັ້ງ​ກົງຈັກ​ໃຫ້​ກະທັດ​ລັດ​ເບົາບາງ, ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ເຕົ້າ​ໂຮມ ຂົນຂວາຍ​ແລະ​ສາມັກຄີ​ປະຊາຊົນ, ປະຕິບັດກາ​ນຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ.

ທີ​ເຈັດ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ປະຊາຊົນ​ໃນ​ການ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ, ​ເພີ່ມ​ທະວີ​ສາຍ​ພົວພັນ​ທີ່​ສະໜິດ​ແໜ້ນລະຫວ່າງ​ພັກ​ແລະ​ລັດ ກັບ​ປະຊາຊົນ. ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ​ເຖິງ​ທັດສະນະ​ຂອງ​ປະທານ​ໂຮ່ຈີ​ມິນທີ່​ວ່າ: ການ​ປະຕິວັດ​ແມ່ນ​ພາລະກິດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ; “ສິ່ງ​​ທີ່​ມີ​ປະ​ໂຫຍ​ດຕໍ່​ປະຊາຊົນ, ພວກ​ເຮົາ​ຕ້ອງ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ. ສິ່ງ​​ທີ່​ເປັນ​ອັນຕະລາຍ​ຕໍ່​ປະຊາຊົນ, ພວກ​ເຮົາ​ຕ້ອງ​ພະຍາຍາມ​ຫຼີກ​ລ້ຽງ”; “ການ​ນຳພາ​ໃນ​ວຽກ​ງານ​ຕົວ​ຈິງ​ທຸກ​ຢ່າງ​ຂອງ​ພັກ, ​ແມ່ນ​ຕ້ອງ​ເກີດ​ມາຈາກ​ມະຫາຊົນ, ກັບ​ຄືນ​ສູ່​ມະຫາຊົນ(3). ປ່ຽນ​ແປງ​ໃໝ່​​ເນື້ອ​ໃນ​ແລະ​​ແບບ​ວິທີ​ການ​ໂຄສະນາ ຂົນຂວາຍ​ປະຊາຊົນ​ຕາມ​ທິດ​ທາງ​ແທດ​ຈິງ, ຖື​ເອົາ​ຄວາມ​ຕ້ອງການ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ​ເປັນ​ກຳລັງ​ໜູນ​ທີ່​ສຳຄັນ​ຂອງ​ວຽກ​ງານ​ການ​ຂົນຂວາຍ​ແລະ​ເຕົ້າ​ໂຮມ​ປະຊາຊົນ; ຫັນ​ລົງ​ສູ່​ຮາກ​ຖານ, ​ເອົາ​ໃຈ​ໃສ່​ບັນດາ​ປັດ​ໄຈ​ໃໝ່, ບັນດາ​ວິທີ​ເຮັດ​ທີ່​ປະດິດ​ສ້າງ, ມີ​ຜົນ​ສະທ້ອນ​ແຜ່​ກະຈາຍຂະຫຍາຍ​ກວ້າງ. ຍົກ​ສູງ​ຄວາມ​ຮັບຜິດ​ຊອງ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ​ຕໍ່ວຽກ​ງານ​ຂົນຂວາຍ​ປະຊາຊົນ, ສຸມ​ໃສ່​ເຮັດ​ວຽກ​ງານ​ຂົນ​ຂວາຍ​ປະຊາຊົນ​ຂອງ​ອຳນາດ​ການ​ປົກຄອງ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ​ເຊິ່ງຈຸດ​ໜັກ​ແມ່ນ​ປັບປຸງ​ກົນ​ໄກ, ນະ​ໂຍບາຍ​ຕອບ​ສະໜອງ​ຄວາມ​ຕ້ອງການ​ແລະຄວາມ​ປາຖະໜາ​ອັນ​ຊອບ​ທຳ ຖືກ​ກົດໝາຍ​ຂອງ​ປະຊາຊົນ, ປັບປຸງ​ທ່າ​ທີ່​ແບບ​ແຜນ​ຮັບ​ໃຊ້​ປະຊາຊົນ​ຂອງ​ພະນັກງານ ລັດຖະກອນ, ​ແກ້​ໄຂ​ການ​ພົວພັນ​ຜົນ​ປະ​ໂຫຍ​ດຢ່າງ​ກົມກຽວ. ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ຕິດ​ຕໍ່​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ການ​ຕິດຕາມ​ກວດກາ, ການ​ຕ້ອນຮັບ​ປະຊາຊົນ, ການ​ສົນທະນາ, ການ​ແກ້​ໄຂ​ຄຳ​ຮ້ອງທຸກ, ກ່າວ​ປະນາມ​ແລະ​ຄຳ​ຮ້ອງ​ຟ້ອງ​ຂອງ​ປະຊາຊົນ. ຕໍ່ສູ້​ຢ່າງ​ແຂງ​ແຮງ​ກັບ​​ການສະ​ແດງ​ອອກ​ຂອງ​ຄວາມ​ເພີກ​ເສີຍ, ຄວາມບໍ່​ຮູ້ສຶກເຫັນ​ໃຈ, ຄວາມ​ຈອງຫອງ​ອ້າງ​ຕຳ​ແໜ່​ງ, ການ​ກໍ່ກວນ​ຕໍ່​ປະຊາຊົນ. ຕັ້ງໜ້າ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ແລະ​ແບບ​ວິທີ​ການ​ເຄື່ອນ​ໄຫວຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ຮັບປະກັນ​ການ​ເຄື່ອນ​ໄຫວ​ມີ​ຈຸດ​ໜັກ​ໃຈກາງ, ​ແທດ​ຈິງ, ມີ​ປະສິດທິ​ຜົນ​ ເພື່ອ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ, ຖືກ​ກົດໝາຍ​ຂອງ​ປະຊາຊົນ./.

-------------

(1) ລັດຖະທຳ​ມະນູນ​ປະ​ເທດສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ, ສພຈ. ​ແຮງ​ງານ, ຮ່າ​ໂນ້ຍ, 2014, ໜ້າ 12.
(2) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​​ໂນ້ຍ, 1995, ​ເຫຼັ້ມ 5, ໜ້າ 698.
(3) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​​ໂນ້ຍ, 2011, ​ເຫຼັ້ມ 5, ໜ້າ 330.
* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 930 (​ເດືອນ​ພະຈິກ 2019)