ຄຳນຳ​ຂອງກອງ​ບັນນາທິການ: ວັນ​ທີ 22 ທັນວາປີ 2021, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ, ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ​ແຂວງ​ກວ໋າງບິ່ງ ​ໄດ້​ຈັດຕັ້ງພິທີສະເຫຼີມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ພົນ​ເອກ ຫວໍ ງວຽນ​ ຢ້າບ ຄົບຮອບ 110 ປີ (25 ສິງຫາ 1911 – 25 ສິງຫາ 2021) ຂຶ້ນ​ຢ່າງ​ສົມ​ກຽດ. ຕາງໜ້າ​ການນຳ​​ພັກ​ແລະ​ລັດ, ສະຫາຍ ຟ້າ​ມມິ​ງຈິ້ງ, ກຳມະການ​ກົມ​ການ​ເມືອງ, ນາຍົກລັດຖະມົນຕີ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ​ໄດ້​ກ່າວ​ສຸນທອນ​ພົດ​​ໃນ​ພິທີ. ວາລະສານ​ກອມ​ມູນິດ​ຂໍ​ເປັນ​ກຽດ​ໄດ້ແນະນຳ ຂໍ້ຄວາມເຕັມຂອງສຸນທອນພົດທີ່ສໍາຄັນນີ້.

 

ໃນ​ບັນຍາກາດ​ອັນ​ສະຫງ່າ​ລາສີ​ຂອງ​ການ​ສະ​ເຫຼີ​ມສະຫຼອງ ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ​ວິລະ​ຊົນ ຄົບຮອບ 77 ປີ, ​ວັນ​ບຸນປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ​ຄົບຮອບ 32 ປີ ​ແລະ ກະກຽມ​ຕ້ອນຮັບ​ປີ​ໃໝ່ປີ 2022, ມື້​ນີ້, ​ໃນ​ບ້ານ​ເກີດ​ເມືອງ​ນອນ​ແຂວງກວາງ​ບິ່ງ - ​ເຂດ​ດິນ​ແດນ​ແຫ່ງ​ອັດ​ສະ​ລິ​ຍະທີ່​ມີ​ປະຫວັດສາດ​ອັນຍາວ​ນານ ​ແລະ ມູນ​ເຊື້ອ​ປະຕິວັດ​ອັນ​ສະຫງ່າ​ງາມ - ພວກ​​ເຮົາ​ສະ​ເຫຼີ​ມສະຫຼອງວັນ​ຄ້າຍ​ວັນ​ເກີດ​ຄົບຮອບ 110 ປີ​​ຂອງ​ສະຫາຍ​ພົນ​ເອກ ຫວໍ​ ງວຽນ ຢ້າ​ບ, ອາ​ດີດກຳມະການ​ກົມ​ການ​ເມືອງ, ອາດີດ​ເລຂາທິການ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ອາດີດ​ຮອງນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານ, ອາດີດ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຜູ້​ບັນຊາ​ການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ແຕ່ສະ​ໄໝ​ທີ 1 ຫາ​ສະ​ໄໝ​ທີ 7; ຜູ້ນຳທີ່​ມີ​ກຽດ​ສັກ​ສີ​ຍິ່ງ​ໃຫຍ່​ຂອງ​ພັກ ລັດ ​ແລະ ​ປະຊາຊົນ​ເຮົາ, ນັກຮຽນທີ່​ດີ​ເດັ່ນ​​ແລະ​ໃກ້ຊິດຂອງ​ປະທານ​ໂຮ່ຈີ​ມິນຜູ້​ຍິ່ງ​ໃຫຍ່; ນັກຮົບ​ປະຕິວັດ​ທີ່​ຕັ້ງ​ຕໍ່​ບໍລິສຸດ; ພົນ​ເອກ​ຄົນທຳອິດຂອງກອງທັບປະຊາຊົນຫວຽດນາມ.

ຕາງໜ້າ​ການນຳ​​ພັກ​ແລະ​ລັດ, ຂ້າພະ​ເຈົ້າ​ຂໍສະ​ແດງ​ຄວາມຄຳນັບ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ຂໍ​ຝາກຄວາມ​ຮັກ​ແພງສະໜິດສະໜົມ​ແລະຄຳອວຍພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ບັນດາ​ສະ​ຫາຍ​ການ​ນຳ, ອາດີດການ​ນຳຂອງ​ພັກ ລັດ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ນັກ​ປະຕິວັດ​ອາວຸ​ໂສ, ບັນດາ​ແມ່​​ວິລະ​ຊົນຫວຽດນາມ, ບັນດາ​ວິລະ​ຊົນ​ຂອງ​ກອງກຳລັງ​ປະກອບ​ອາວຸດ​ປະຊາຊົນ, ວິລະຊົນແຮງງານ, ບັນດາ​ຜູ້​ແທນ, ແຂກ​ຜູ້​ມີ​ກຽດ, ຄອບຄົວ​ຂອງ​ພົນ​ເອກ ຫວໍ​ ງວຽນ ​ຢ້າ​ບ ພ້ອມ​ດ້ວຍ​ພີ່ນ້ອງ​ຮ່ວມ​ຊາດ ​ແລະ ​ສະຫາຍ​ທັງຫຼາຍ.

ສະຫາຍພົນ​ເອກ ຫວໍ​ ງວຽນ ​ຢ້າ​ບ ​ເກີດ​ວັນ​ທີ 25 ສິງຫາປີ 1911 ຢູ່​ທີ່​ຕາ​ແສງ ລົກ​ຖວີ, ​ເມືອງ​ເລ້​ຖວີ, ​ແຂວງ​ກວ໋າງບິ່ງ. ​ໂດຍເກີດໃນຄອບຄົວຂົງຈື້ ທີ່ອຸດົມ​ໄປ​ດ້ວຍປະ​ເພນີ​ຮັກ​ຊາດ, ຊົນ​ນະ​ບົດ​ທີ່​ອຸ​ດົມ​​ໄປ​ດ້ວຍ​ປະ​ເພນີ​ທາງ​ປະ​ຫວັດ​ສາດ ວັດ​ທະ​ນະ​ທໍາ ​ແລະ​ ການປະ​ຕິ​ວັດ​, ​ໂດຍ​ໄວສະຫາຍ​​ໄດ້​ມີ​ນ້ຳ​ໃຈ​ຮັກ​ຊາດອັນ​ແຮງ​ກ້າ ​ແລະ ​ຄວາມຮັກ​ແພງ​ປະຊາຊົນ​ຢ່າງ​ສຸດ​ຊຶ້ງ. ຕັ້ງ​ແຕ່​ອາຍຸ​ຍັງ​ນ້ອຍ, ​​ໂດຍໄດ້​ເຫັນ​ກັບ​ຕາ​ສະພາບທີ່​ພີ່ນ້ອງ​ຮ່ວມ​ຊາດ​ຖືກ​ກົດ​ຂີ່​ຂູດ​ຮີດ ​ແລະ ການຂົ່ມ​ເຫັງ​​ເຕັງ​​ເຕັກ ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ ແລະ ​ລູກ​ແຫຼ້ງ​ຕີມມື​ຂອງພວກ​ເຂົາ, ບໍ່​ດົນ​ສະຫາຍ​ໄດ້​ຈູດປະກາຍ​ຈິດ​ໃຈ​ປະຕິວັດ ​ແລະ ​ເຈດ​ຈຳນົງ​ຕໍ່ສູ້​ປົດ​ປ່ອຍ​ຊາດ. ເມື່ອອາຍຸໄດ້ 14 ປີ, ສະຫາຍໄດ້ມີຄວາມຕື່ນ​ຕົວ ແລະ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປະຕິວັດ.

ຕັ້ງ​ແຕ່​​ເວລາ​ຍັງ​ເປັນ​ນັກຮຽນ, ​ໂດຍ​ໄດ້​ດູດ​ຊຶມ​ແນວ​ຄິດ​ປະຕິວັດ​ຂອງ​ຜູ້​ນຳ ຫງວຽນ​ອ໋າຍ ​ກວັກ, ​ສະຫາຍໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນປະ​ທ້ວງ​ ຢູ່​ໂຮງຮຽນ​ແຫ່ງຊາດເຫວ້ ຢ່າງ​ແຂງ​ຂັນ. ປີ 1927, ສະຫາຍ​ເຂົ້າ​ຮ່ວມພັກ​ປະຕິວັດ​ເຕິ​ນຫວຽດ - ອົງ​ການ​ຕັ້ງ​ຕົ້ນ​ໜຶ່ງຂອງ​ພັກ​ກອມ​ມູ​ນິດ​ອິນ​ດູ​ຈີນ​, ປະຈຸ​ບັນ​ແມ່ນ​ພັກ​ກອມ​ມູນິດ​ຫວຽດນາມ. ປີ 1936, ສະຫາຍ​ເຂົ້າ​ຮ່ວມ​ຂະ​ບວນການ​ປະຊາທິປະ​ໄຕ​ຂອງ​ພັກ​ຢູ່​ຮ່າ​ໂນ້ຍ ​ແລະ ​ເປັນ​ບັນນາທິການ​ຂອງ​ໜັງສືພິມ​ສະບັບ​ຕ່າງໆ​ຂອງ​ພັກ​ເຊັ່ນ: “ສຽງຂອງພວກເຮົາ”, “ກ້າວ​ຂຶ້ນ”, “ລວບລວມ”, “ເວລາ”, “ຂ່າວ”…; ​ເຂົ້າ​ຮ່ວມ​ຂະ​ບວນການ​ກອງ​ປະຊຸມ​ໃຫຍ່ອິນດູຈີນ ​ແລະໄດ້​ຮັບ​ເລືອກ​ເປັນ​ປະທານ​ຄະນະກຳມະການ​ຂ່າວຕັງ​ເກ່໋ຍ.

ຕົ້ນ​ຊຸມ​ປີສີ່​ສິບ​ຂອງ​ສະຕະວັດ​ທີ 20, ​ໄດ້​ຮັບ​ການ​​ແນະ​ນຳ ​ແລະ ມອບ​ໝາຍ​ໜ້າ​ທີ່​ໂດຍ​ຜູ້​ນຳ ຫງວຽນ​ ອ໋າຍ​ ກວັກ - ​ໂຮ່ຈີ​ມິນ, ສະຫາຍ​ໄດ້ຕັ້ງໜ້າ​ເຄື່ອນ​ໄຫວ​ປະຕິວັດ,​ໃກ້ຊິດຕິດ​ພັນ​ກັບ​ປະຊາຊົນ, ຕິດ​ພັນ​ກັບ​ພື້ນ​ທີ່, ສ້າງ​ພື້ນຖານ, ເປີດ​ຊຸດຮຽນ​​ຝຶກຊ້ອມ​ການ​ທະຫານ​ຢູ່​ຖານ​ທີ່​ໝັ້ນ ກາ​ວ - ບັກ - ລ້າງ. ​ເດືອນ​ທັນວາ​ປີ 1944, ສະຫາຍ​ໄດ້​ຮັບ​ມອບ​ໝາຍ​ຈາກ​ຜູ້ນຳ​ ໂຮ່ຈີ​ມິນ ​ໃຫ້​ສ້າງ​ຕັ້ງ​ກອງກຳລັງ​ໂຄສະນາ​​ປົດ​ປ່ອຍ​ຫວຽດນາມ ​ເຊິ່ງ​ເປັນ​ອົງການບັນພະບຸລຸດ​ຂອງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ​ວິ​ລະ​ຊົນ.

​ໃນ​ຖານະ​ຕຳ​ແໜ່ງ​​ກຳ​ມະ​ການຄະນະ​ບໍລິຫານ​ງານສູນ​ກາງ, ກຳ​ມະ​ການປະ​ຈຳ​ສູນ​ກາງ​ພັກ​ກອມ​ມູ​ນິດ​ອິນ​ດູ​ຈີນ, ສະມາຊິກ​ຄະນະ​ກຳມະການ​ລຸກ​ຮື​ຂຶ້ນ​ແຫ່ງ​ຊາດ, ສະມາຊິກ​ຄະນະ​ກຳມະການ​ປົດ​ປ່ອຍ​​ຊາດ​ຫວຽດນາມ, ຜູ້ບັນຊາການກອງທັບປົດປ່ອຍຫວຽດນາມ, ສະຫາຍ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຕັດສິນ​ໃຈ​ຍຸດ​ທະ​ສາດ​ຂອງ​ພັກ, ຊີ້ນຳບັນດາ​ກອງ​ກຳລັງ​ປະກອບ​ອາວຸດ ພ້ອມ​ກັບ​ປະຊາຊົນ​ຫວຽດນາມ​ທັງ​ປະ​ເທດ ຍາດ​ເອົາ​ໄຊຊະນະ​ໃນ​ການລຸກ​ຮືຂຶ້ນປະຕິວັດເດືອນສິງຫາປີ 1945, ​ໃຫ້​ກຳ​ເນີ​ດປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ, ປະຈຸ​ບັນ​ແມ່ນ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ.

​ໃນ 9 ປີ​ແຫ່ງ​ການ​ຕໍ່ສູ້​ອັນ​ຍືດ​ເຍືອ​ຍາວ​ນານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງຜູ້​ຮຸກ​ຮານ, ພາຍ​ໃຕ້​ການນຳພາ​ຂອງ​ພັກ ​ແລະ ປະທານ​ໂຮ່ຈີ​ມິນ​ຜູ້​ຍິ່ງ​ໃຫຍ່, ສະຫາຍ​ໄດ້ບັນຊາ​ບັ້ນ​ຮົບ​ທີ່​ສຳຄັນ​ຫຼາຍ​ຄັ້ງ​ໂດຍ​ກົງ. ​ໂດຍ​ສະ​ເພາະ​ປີ 1954, ສະຫາຍ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ພັກ​ແລະ​ປະທານ​ໂຮ່ຈີ​ມິນ ​ໃຫ້ບັງຄັບ​ບັນຊາ​ບັນດາ​ກອງພົນ​ໃຫຍ່ຂອງ​ກອງທັບ ແລະ ບັນດາ​ກອງ​ກຳລັງໂດຍ​ກົງ ​ໃນ​ການ​ໂຈມ​ຕີ​ກຸ່ມ​ປ້ອມ​ທີ່​ໝັ້ນ​ດ້ຽນບຽນຝູ, ຕີ​ເອົາ​ຊະນະ​ກອງທັບ​ມື​ອາຊີບຂອງນັກອານານິຄົມຝຣັ່ງ, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ເຮົາ ຍາດ​ເອົາ​ໄຊຊະນະ​ດ້ຽນບຽນ​ຝູທີ່ “ມີ​ຊື່​ສຽງ​ໂດ່​ງດັງ​ໃນ 5 ທະວີບ, ສັ່ນ​ສະ​ເທືອ​ນ​ໂລກ”, ບັງຄັບ​ໃຫ້​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງຕ້ອງ​ເຊັນ​ສັນຍາ​ເຊີແນວ ​​ໃນວັນທີ 20 ກໍລະກົດປີ 1954 ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ, ຟື້ນ​ຟູ​ສັນຕິພາບ​ຢູ່​ອິນດູຈີນ.

ຫຼັງຈາກ​ທີ່​ພາກ​ເໜືອ​ຫວຽດນາມ​ໄດ້​ຮັບ​ການ​ປົດ​ປ່ອຍ, ສະຫາຍ​ໄດ້​ພ້ອມ​ກັບ​ສູນ​ກາງພັກນຳພາທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ປະຕິບັດ 2 ວຽກ​ງານ​ຍຸດ​ທະ​ສາດ​ໄປ​ພ້ອມໆ​ກັນ​ຄື: ກໍ່ສ້າງ, ປົກ​ປັກ​ຮັກສາ​ພາກ​ເໜືອ​ສັງຄົມ​ນິຍົມ ​ແລະ ຍູ້​ແຮງ​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ​ຢູ່​ພາກ​ໃຕ້; ຕີເອົາ​ຊະ​ນະ​ເປັນລຳດັບ​ ບັນດາຍຸດ​ທະ​ສາດ​ສົງ​ຄາມ​ຂອງຈັກກະພັດ​ອາ​ເມ​ລິ​ການຜູ້​ຮຸກ​ຮານ, ​ໄດ້​ຮັບ​ໄຊຊະນະ​ອັນ​ສະຫງ່າ​ລາສີ​ ດ້ວຍ​ຈຸດສູງຄື ບັ້ນ​ຮົບ​ໂຮ່ຈີ​ມິນ​ອັນ​ເປັນ​ປະຫວັດສາດ​​ໃນປີ 1975, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ, ​ເຕົ້າ​ໂຮມດິນ​ແດນປະ​ເທດ​​ເຂົ້າ​ເປັນ​ປຶກ​ແຜ່ນດຽວ​ກັນ, ນຳ​ທັງ​ປະ​ເທດ​ກ້າວຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ.

ປະ​ເທດມີ​ສັນຕິພາບ​ແລະ​ເປັ​ນ​ເອກະ​ພາບ, ​ໃນ​ຖານະ​ຕໍາ​ແໜ່ງ​​ເປັນເລຂາ​ຄະນະ​ພັກການ​ທະຫານ​ສູນ​ກາງ (ຮອດ​ປີ 1977), ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ (ຮອດ​ປີ 1980), ຮອງ​ນາຍົກລັດຖະມົນຕີປະຈຳລັດຖະບານ (ຕັ້ງ​ແຕ່​ເດືອນ​ມັງກອນປີ 1980 ຮອດ​ເດືອນ​ເມສາປີ 1981), ຮອງປະທານຄະນະລັດຖະມົນຕີ (ຕັ້ງ​ແຕ່​ເດືອນພຶດສະພາປີ 1981 ຮອດ​​ເດືອນ​ທັນວາປີ 1986), ສະຫາຍ​ໄດ້​ພ້ອມ​​ກັບຄະນະ​ນຳ​ຂອງ​ພັກ ລັດ ​ແລະ ກອງທັບ ນຳພາ​ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ກໍ່ສ້າງ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ, ດຳ​ເນີນຂະ​ບວນການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ.

ສະຫາຍ​ເປັນ​ກຳມະການຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 2, 3, 4, 5 ​ແລະ 6; ​ເປັນ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງພັກຊຸດ​ທີ 2, 3 ​ແລະ 4; ​ເປັນ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຕັ້ງ​ແຕ່​ສະ​ໄໝ​ທີ່ 1 ​ເຖິງ​ສະ​ໄໝ​ທີ 7. ສະຫາຍຍັງ​ເປັນ​ປະ​ທານກິ​ຕິ​ມະ​ສັກ​ຂອງ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຫວຽດ​ນາມ; ປະ​ທານກິ​ຕິ​ມະ​ສັກຂອງ​ບັນດາ​ສະມາຄົມ​ເຊັ່ນ: ສະມາຄົມ​ປະຫວັດສາດ​ຫວຽດນາມ, ສະມາຄົມ​ສົ່ງ​ເສີມ​ການສຶກສາ​ຫວຽດນາມ, ສະມາຄົມ​ອາ​ດີດ​ຄູ​ຫວຽດນາມ... ສະຫາຍ​ໄດ້​ຮັບ​ລາງວັນ​ຫຼຽນ​ໄຊ​ດາວ​ຄຳ, ຫຼຽນ​ໄຊ​ໂຮ່ຈີ​ມິນສອງ​ຫຼຽນ, ຫຼຽນ​ກາ​ອາຍຸ​ພັກ 70 ປີ ​ແລະ ລາງວັນອັນສູງສົ່ງອື່ນໆອີກ​ຫຼາຍ​ຢ່າງຂອງຫວຽດນາມ ​ແລະ ສາກົນ.

ສະຫາຍກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຢ້ຽມຊົມການວາງສະແດງຮູບພາບກ່ຽວກັບຊີວິດແລະພາລະກິດຂອງພົນເອກ ຫວໍ ງວຽນ ຢ້າບ _ພາບ: VGP

ສະຫາຍ ຫວໍ​ ງວຽນ ​ຢ້າ​ບ ​ເປັນພົນ​ເອກ, ຜູ້​ບັງຄັບ​ບັນຊາ​ການ​ໃຫຍ່​ທຳ​ອິດຂອງ​ກອງທັບ​ປະຊາຊົນ​ຫວຽດນາມ. ສະຫາຍ​ໄດ້​ຮັບ​ໜ້າ​ທີ່​ຮັບຜິດ​ຊອບທີ່ສຳຄັນ​ຍິ່ງ​ໃຫຍ່​ເມື່ອ​ອາຍຸ 37 ປີ; ​ແຕ່​ດ້ວຍ​ເຈດ​ຈຳນົງ​ແລະ​ມານະ​ຈິດພິ​ເສດ ​ແລະ ຄວາມພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​, ສະຫາຍ​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ຢ່າງ​ດີ​ເດັ່ນ, ສົມ​ກຽດ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງພັກ, ປະທານ​ໂຮ່ຈີ​ມິນຜູ້​ຍິ່ງ​ໃຫຍ່ ​ແລະ ປະຊາຊົນ​ຫວຽດນາມ​ຜູ້​ພິລະ​ອາດ​ຫານ. ​ໃນ​ເວລາ 30 ປີ​​ດຳລົງຕຳຜູ້​ບັງຄັບ​ບັນຊາ​ການ​ໃຫຍ່​ກອງທັບ, ​ເລຂາທິການ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ສະ​ຫາຍ​ໄດ້​ເປັນນັກ​ການ​ທະຫານ​ທີ່​ດີ​ເດັ່ນ, ຜູ້ນຳ​ທີ່​ມີ​ຊື່​ສຽງທີ​ສຸດ​ຂອງ​ພັກ ລັດ ​ແລະ​ປະຊາຊົນ​ຫວຽດນາມ; ​ໄດ້​ຮັບ​ຄວາມຮັກແພງ, ເຄົາລົບ ແລະ ນັບຖືຈາກພະນັກງານ ທະຫານ ​ແລະ​ຖືກ​ຖື​ເປັນ “ອ້າຍໃຫຍ່” ຂອງກອງທັບປະຊາຊົນຫວຽດນາມ. ​ໃນ​ບັນດາ​ບາດ​ລ້ຽວຂອງ​ການ​ປະຕິວັດ​ຫວຽດນາມ ພາຍຫຼັງ​ການ​ປະຕິວັດ​ເດືອນ​ສິງຫາປີ 1945 ​ແລະ ບັນດາ​ບັ້ນ​ຮົບ​ການ​ທະຫານ ​ໃນ​ສົງຄາມ​ຕໍ່ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ແລະ​ ພວກ​ຈັກກະພັດ​ອາ​ເມ​ລິ​ກາ; ພາຍ​ໃຕ້​ຄັນ​ທຸງ​ຊະນະເລີດ​ຂອງ​ພັກ​ແລະ​ປະທານ​​ໂຮ​ຈີ​ມິນ​ຜູ້​ຍິ່ງ​ໃຫຍ່, ພົນ​ເອກ ຫວໍ ງວຽນ​ ຢ້າບ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຍາດ​ເອົາບັນດາ​ໄຊຊະນະ​ທີ່​ຍິ່ງ​ໃຫຍ່, ຜະສົມຜະສານ​ເຂົ້າ​ໃນກະແສປະຫວັດສາດອັນ​ສະຫງ່າ​ລາສີຂອງຊາດ; ກາຍ​ເປັນ​ນາຍ​ພົນ​ໃນຕຳນານ, ອັດສະລິຍະທາງການທະຫານ... ແລະ ​ໄດ້​ຮັບ​ການ​ຊົມ​ເຊີຍ​ແລະ​ເຄົາ​ລົບ​ນັບ​ຖື​ຈາກ​ປະ​ມຸກ​ແຫ່ງ​ລັດ, ນັກ​ການ​ເມືອງ, ນັກ​ວິ​ຊາ​ການ, ນັກປະ​ຫວັດ​ສາດ, ນັກ​ຂ່າວ, ນັກ​ຂຽນ ​ແລະ ຜູ້​ຄົນຫຼວງ​ຫຼາຍ​ໃນ​ທົ່ວ​ໂລກ.

ພົນ​ເອກ ຫວໍ ງວຽນ​ ຢ້າບ ​ເປັນ​ຜູ້​ທີ່ມີ​ຄຸນ​ງາມ​ຄວາມ​ດີ​, ມີ​ສ່ວນຮ່ວມ​ອັນ​ໃຫຍ່​ຫຼວງໃນ​ການ​ກໍ່ສ້າງ​ກອງທັບ​ປະຊາຊົນ​ຫວຽດນາມ​ທີ່​ເຂັ້ມ​ແຂງ​ແຮງ​ກ້າ, ​ເປັນ​ແບບ​ຫຼວງ, ຊຳນານ​ໃນ​ການ​ຮົບ ​ແລະ ​ນັບ​ມື້​ນັບທັນ​ສະ​ໄໝ. ຈາກ​ກອງ​ກຳລັງ​ໂຄສະນາ​ປົດປ່ອຍ​ຫວຽດນາມ - ກອງກຳລັງທໍາອິດທີ່ມີທະຫານພຽງແຕ່ 34 ຄົນ ພ້ອມ​ດ້ວຍປືນ​ເຫຼັກຍາວ ​ແລະ ປືນ​ແກັບສາມສິບກະບອກ - ຄ່ອຍໆຂະຫຍາຍຕົວ​ເປັນ​ກອງ​ພັນ​ໃຫຍ່ ກອງ​ພົນ​ໃຫຍ່​ທີ່​ສູ້​ຮົບ​ເກັ່ງ, ຕໍ່ສູ້​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ ແລະ ​ເອົາ​ຊະນະ​ສັດຕູ​ຜູ້​ຮຸກ​ຮານ. ໄຊຊະນະ​ດ້ຽນບຽນ​ຝູ ​ແມ່ນການ​ພິສູດ​ທີ່ມີ​ຊີວິດ​ຊີວາ ​ເຖິງການ​ເຕີບ​ໃຫຍ່​ເຂັ້ມ​ແຂງ ​ຂອງກອງທັບ​ປະຊາຊົນ​ຫວຽດນາມ​ ພາຍ​ໃຕ້​ການນຳພາທີ່​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ, ລຸງ​ໂຮ່ທີ່​​ເຄົາລົບ​ຮັກ ​ແລະ ການ​ບັນຊາຢ່າງສະຫຼາດ​ຄ່ອງ​ແຄ່​ວຂອງ​ພົນ​ເອກ. ​ເປັນ​ຄັ້ງ​ທຳ​ອິດ​ໃນ​ໂລກທີ່​ກອງທັບ​ຂອງ​ປະ​ເທດ​ເມືອງ​ຂຶ້ນຂະໜາດນ້ອຍທີ່ຫຼ້າ​ຫຼັງ ​ໄດ້​ຜາບ​ແພ້ກອງທັບ​ມື​ອາຊີບ​ຂອງປະ​ເທດ​ຈັກກະພັດລ່​າເມືອງ​ຂຶ້ນທີ່​ມີ​ອຳນາດ.

​ໃນ​ສົງຄາມ​ຕໍ່ຕ້ານ​ອາ​ເມ​ລິ​ກາ ​ເພື່ອ​ກອບ​ກູ້​ປະ​ເທດ, ​ໃນ​ຖານະຕຳ​ແໜ່​ງຜູ້​ບັງຄັບ​ບັນຊາ​ການ​ໃຫຍ່, ພົນ​ເອກ ຫວໍ ງວຽນ​ ຢ້າບ ​ເປັນ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຫຼາຍ​ຢ່າງ​ ໃນ​ການ​ກໍ່ສ້າງ​ກອງທັບ​ປະຊາຊົນ​ໃຫ້​ເປັນ​ກອງ​ກຳລັງ​ຫຼວງ ທັນ​ສະ​ໄໝ, ກໍ່ສ້າງ​ບັນດາ​ກອງທັບ​ປ້ອງ​ກັນ​ອາກາດ - ກອງທັບ​ອາກາດ, ກອງທັບ​ເຮືອ, ​ເຫຼົ່າ​ທັບ​ພິ​ເສດ, ກໍ່ສ້າງ​ເສັ້ມທາງ​ພູ​ຫຼວງ - ​ເສັ້ນທາງ​ໂຮ່ຈີ​ມິນ​ເທິງ​ບົດ ​ແລະ ເສັ້ນທາງ​ໂຮ່ຈີ​ມິນຢູ່​ທະ​ເລ ​​ເພື່ອລຳລຽງຊ່ວຍ​ເຫຼືອ​ຢ່າງ​ທັນ​ການ​ໃຫ້​ແກ່​ແນວ​ໜ້າ​ໃຫຍ່​ພາກ​ໃຕ້ຫວຽດນາມ. ພິ​ເສດ​ແມ່ນ, ໃນຂັ້ນຕອນສຸດທ້າຍ​ຂອງ​ສົງຄາມ​ຕໍ່ຕ້ານ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ, ສະຫາຍ​ໄດ້​ສະ​ເໜີ​ໃຫ້ສ້າງ​ຕັ້ງບັນດາ​ກອງ​ພົນ​ໃຫຍ່ຫຼັກ​ຢ່າງ​ຮີບ​ດ່ວນ (ກອງພົນ​ໃຫຍ່​ທີ 1, 2, 3 ​ແລະ 4) ​ເພື່ອ​ສ້າງກຳລັງ​ແຮງ​ສັງ​ລວມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ສູ້​ຮົບ​ແບບ​ປະສານ​ສົມທົບບັນດາ​​ເຫຼົ່າທັບ, ​ເຫຼົ່າ​ພົນ ​ໃນ​ການ​ປະຕິບັດ​ການສູ້​ຮົບ​ຂະໜາດ​ໃຫຍ່. ການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່​ ແລະ ​ລຸກ​ຮື​ຂຶ້ນ​ທົ່ວ​ໄປ ​ໃນ​ລະດູບານ​ໃໝ່ປີ 1975 ດ້ວຍ​ຈຸດ​ສູງ​ຄື​ບັ້ນ​ຮົບ​ໂຮ່ຈີ​ມິນ​ອັນ​ເປັນປະຫວັດສາດ ​ໄດ້​ພິສູດວ່າ ຄຳສະ​ເໜີ​ດັ່ງກ່າວ​ຂອງ​ສະຫາຍ​ແມ່ນ​ການ​ປະດິດ​ສ້າງ ທັນ​ການ ​ແລະ ຊັດ​ເຈນ, ສອດຄ່ອງ​ກັບ​ສະພາບ​ການ ​ແລະ ​ເງື່ອນ​ໄຂ​ປະຫວັດສາດ​ເວລາ​ນັ້ນ.

ພົນ​ເອກ ຫວໍ ງວຽນ​ ຢ້າບ ​ເປັນຜູ້​ບັນຊາ​ການ​ທະຫານ​ທີ່​ມີ​ຄວາມ​ສາມາດທາງ​ຍຸດ​ທະ​ສາດ​​ທີ່ໂດດ​ເດັ່ນ, ​ເປັນຄູ​ອາຈານ​ທາງ​ດ້ານຍຸດ​ທະ​ສາດ ​ແລະ ສິລະ​ປະ​ການ​ທະຫານ,​ໂດຍ​ສະ​ເພາະ​ແມ່ນ ​​ແນວທາງ​ສົງຄາມ​ປະຊາຊົນ. ​ໃນ​ບັນດາ​ບັ້ນ​ຮົບ​ໃຫຍ່ທີ່​ມີ​ຄວາມ​ສໍາ​ຄັນ​ທີ່​ຕັດ​ສິນ​, ສະຫາຍ​ໄດ້ສະ​ແດງ​ໃຫ້​ເຫັນ​ສະ​ເໝີ​ເຖິງ​ຄວາມ​ຕັດສິນ​ໃຈ, ສ້ຽມ​ແຫຼມ ​ແລະ ມີ​ຈິນຕະນາການ​ການ​ທະຫານ​ພິ​ເສດ. ພາຍ​ໃຕ້​ການ​ນຳພາ​ຂອງ​ກົມ​ການ​ເມືອງສູນ​ກາງພັກ ນຳໜ້າ​ໂດຍ​ປະທານ​ໂຮ່ຈີ​ມິນ, ສະຫາຍ​ໄດ້​ຊີ້​ນຳສົງຄາມ​ປະຊາຊົນທີ່ມະຫັດສະຈັນ​ຂອງຊາດ​ຫວຽດນາມ​ໂດຍ​ກົງ ບັນລຸຈຸດສູງສຸດຂອງສິລະປະການທະຫານ. ​ແນວທາງ​ທີ່​ດີ​ເດັ່ນ​ຂອງ​ສົງຄາມ​ທົ່ວ​ປວງ​ຊົນ, ຮອບດ້ານ, ການ​ຕໍ່ຕ້ານ​ໃນ​ໄລຍະ​ຍາວ ​ໄດ້​ຜາບ​ແພ້​ ແລະ ​ເຮັດ​ໃຫ້​ແນວທາງ​ສົງຄາມທັງ​ໝົດ,ໂຈມ​ຕີໄວ, ໄຊຊະນະໄວ ​ແລະ​ ບັນດາ​ຍຸດ​ທະ​ສາດ​ອື່ນໆ​ຂອງບັນດາ​ຈັກກະ​ພັດ​ທີ່​ມີ​ອຳນາດ​ທີ່​ສຸດ​ໃນ​ສະຕະວັດ​ທີ 20 ປະລາ​ໄຊ​ລົງ. ຄວາມຮູ້ ​ແລະ ຄວາມສາມາດດ້ານການທະຫານຂອງສະຫາຍ ລ້ວນແຕ່​ເປັນການ​ສຶກສາ​ຄົ້ນຄວ້າ​ດ້ວຍ​ຕົນ​ເອງ ຈາກປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຕ່າງປະເທດ ຂອງ​ປະຊາຊົນ​ຫວຽດນາມ ແລະ ປະຫວັດສາດການທະຫານຂອງໂລກ; ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ດ້ວຍ​ຕົນ​ເອງ, ການ​ຖອກ​ຖອນ​ບົດຮຽນ​ປະສົບ​ການ​ ຜ່ານການສູ້ຮົບຕົວຈິງຂອງກອງທັບຂອງພວກເຮົາ, ໄດ້ຮັບການຍົກຍ້ອງ ແລະ ເຄົາລົບນັບຖືຈາກ​ໂລກ​ໃນ​ຖານະ​ເປັນ​ນາຍ​ພົນ​ຜູ້​ໜຶ່ງ​ທີ່​ມີ​ຊື່​ສຽງ​ໃນປະຫວັດສາດຂອງມະນຸດຊາດ.

ສະຫາຍ ຫວໍ ງວຽນ​ ຢ້າບ ​ເປັນ​ນາຍ​ພົນ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ​ເປັນຜູ້ນໍາທາງ​ທະຫານທີ່ລະມັດລະວັງ, ປຽບທຽບ​ຊັ່ງຊາກຳລັງ​ຂອງທັງສອງ​ຝ່າຍ​ສະ​ເໝີ, ​ເປັນ​ເຈົ້າ​ການບັງຄັບໃຫ້ຄູ່​ຕໍ່ສູ້​ຕ້ອງຕໍ່ສູ້ໃນ​ແບບຂອງພວກເຮົາ, ນໍາໄປສູ່ການປະລາ​ໄຊ​ຢ່າງ​ສົມບູນ​ຂອງ​ພວກ​ເຂົາ. ສິ່ງ​ເປັນ​ແບບຢ່າງ​ຄື ການ​ຕັດສິນ​ໃຈ​ປ່ຽນ​ທິດ​ນຳການ​ສູ້​ຮົບ​ຈາກ “ຕີ​ໄວ, ​ແກ້​ໄຂ​ໄວ” ​ເປັນ “ຕີ​ຢ່າງ​ໜັກ​ແໜ້ນ, ບຸກ​ຢ່າງ​ໜັກ​ແໜ້ນ” ​ໃນ​ບັ້ນ​ຮົບ​ດ້ຽນບຽນຝູ - ການ​ຕັດສິນ​ໃຈ​ທີ່​ຍາກ​ທີ່​ສຸດ​ໃນ​ຊີວິດນໍາທາງ​ທະຫານຂອງ​ພົນ​ເອກ ​ແຕ່​ແມ່ນ​ການ​ຕັດສິນ​ໃຈ​ທີ່​ຖືກຕ້ອງ, ປະກອບສ່ວນ​ຫຼຸດຜ່ອນ​ການ​ເສຍສະຫຼະ​ເລືອດ​ເນື້ອ​ຂອງ​ທະຫານ ​ແລະ ປະຊາຊົນ​ຂອງ​ພວກ​ເຮົາ. ພົນ​ເອກກໍ​ແມ່ນ​ຜູ້​ອະນຸມັດ​ຂໍ້​ສະ​ເໜີ​ຈັດ​ຕັ້ງປີກ​ກອງທັບ​ຕ​າ​ເວັນ​ອອກ ​ແລະ ອອກ​ຄຳ​ສັ່ງ “ໄວ, ໄວກວ່າ​ອີກ; ກ້າຫານ, ກ້າຫານກວ່າອີກ”, ສົ່ງ​ກອງທັບ​ທັງ​ໝົດ​ບຸກ​ໄປ​ຂ້າງ​ໜ້າ, ໂຈມ​ຕີ​ຖານ​ທີ່​ໝັ້ນ​ສຸດ​ທ້າຍ​ຂອງ​ສັດ​ຕູຢ່າງ​ດຸ​ເດືອດ ​ໃນ​ບັ້ນ​ຮົບ​ໂຮ່ຈີ​ມິນ​ທີ່​ເປັນ​ປະຫວັດສາດ, ນຳສົງຄາມ​ຕໍ່ຕ້ານ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ​ໄປສູ່​ໄຊຊະນະ​ສົມບູນ.

ພົນ​ເອກ ຫວໍ ງວຽນ​ ຢ້າບ ມີ​ຄຸນ​ງາມ​ຄວາມ​ດີອັນ​ຍິ່ງ​ໃຫຍ່​ໃນ​ການ​ສ້າງ​ແລະ​ພັດທະນາທິດ​ສະ​ດີກາ​ນທະຫານ​ຫວຽດນາມ​ໃນ​ສະ​ໄໝ​ໂຮ່ຈີ​ມິນ, ນັ້ນ​ແມ່ນ​ແນວທາງ​ສົງຄາມ​ປະຊາຊົນ, ເອົາຊະນະຄວາມໂຫດຮ້າຍດ້ວຍຄວາມ​ເປັນທໍາ, ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ບົດຮຽນ​ປະຫວັດສາດ​ອັນ​ລ້ຳ​ຄ່າຂອງ​ບັນພະບຸລຸດ​ໃນ​ການ​ຕ້ານ​ຜູ້​ຮຸກ​ຮານຂອງ​ຕ່າງປະ​ເທດ​ໃນ​ຍຸກ​ໃໝ່. ສະ​ຫາຍ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ກໍ່ສ້າງ​ອົງການ​ຈັດ​ຕັ້ງ​ພັກຢູ່​ໃນ​ກອງກຳລັງ​ປະກອບ​ອາວຸດ​ໃຫ້ “ສະອາດ​ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ”; ​ເອົາ​ໃຈ​ໃສ່ ​ເບິ່ງ​ແຍງ​ດູ​ແລ​ການ​ກໍ່ສ້າງ​ຄວາມ​ກ້າຫານ​ທາງ​ການ​ເມືອງ, ຄວາມ​ກ້າຫານ​ໃນ​ການ​ສູ້​ຮົບ, ຍຸດທະວິທີ​ການ​ທະຫານ, ຄວາມ​ສາມາດ​ໃນ​ການ​ສູ້ຮົບ; ອົບຮົມ​ສຶກສາ, ບຳລຸງ​ສ້າງຄຸນ​ນະພາ​ບ “ທະຫານ​ຂອງລຸງ​ໂຮ່” ​ໃຫ້​ແກ່​ພະນັກງານ, ນັກຮົບ​ກອງທັບ​ປະຊາຊົນ​ຫວຽດນາມ.

ພົນ​ເອກ ຫວໍ ງວຽນ​ ຢ້າບ ​ແມ່ນ​ນັກຮຽນ​ທີ່​ດີ​ເດັ່ນ​ແລະ​ໃກ້ຊິດ​ຂອງ​ປະທານ​ໂຮ່ຈີ​ມິນ. ​ໂດຍ​ໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ຄຽງຂ້າງປະທານ​ໂຮ່ຈີ​ມິນ, ໄດ້ຮັບການສຶກສາ ແລະ ການຝຶກຝົນຫຼໍ່ຫຼອມຈາກເພິ່ນ, ສະຫາຍ ຫວໍ ງວຽນ​ ຢ້າບ ​ໄດ້​ພະຍາຍາມ​ສູ້​ຊົນ, ຮ່ຳຮຽນ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ, ວິຖີ​ຊີວິດ, ຝຶກ​ຝົນ​ຫຼໍ່​ຫຼອມ, ​ເວົ້າ​ແລະ​ເຮັດ​ຕາມ​ແບບຢ່າງຂອງລຸງໂຮ່ຜູ້​ຍິ່ງ​ໃຫຍ່. ສະຫາຍ​ເປັນ​ຄົນ​ກຸ່ມທຳອິດທີ່​ຄົ້ນຄວ້າ​ແລະຂຽນ ກ່ຽວ​ກັບ​ແນວ​ຄິດ, ຄຸນສົມບັດ ​ແລະ ​ແບບ​ແຜນ​ຂອງ​ໂຮ່ຈີ​ມິນ ຢ່າງ​ເປັນ​ພື້ນຖານ, ຮອບດ້ານ, ມີ​ລະບົບ ​ແລະ ມີ​ສ່ວນ​ປະກອບ​ທີ່​ສຳຄັນ​ໃນ​ການ​ຄົ້ນຄວ້າ, ໝູນ​ໃຊ້​ແນວ​ຄິດ​ໂຮ່ຈີ​ມິນ ​ເຂົ້າ​ໃນ​ພຶດຕິ​ກຳ​ປະຕິວັດ​ຫວຽດນາມ. ​ໃນ​ບັນດາ​ຂົງ​ເຂດ​ເຊັ່ນ: ການ​ສຶກສາ​ແລະ​ກໍ່ສ້າງ, ວິທະຍາສາດ​ແລະ​ເຕັກນິກ, ຂ່າວສານ, ການ​ທູດ, ວັດທະນະທຳ, ປະ​ຫວດ​ສາດ…, ສະຫາຍ​ລ້ວນ​ແຕ່​ມີ​ສ່ວນ​ປະກອບ​ທີ່ສຳຄັນ, ​ເປັນ​ຄົນ​ທີ່​ມີ​ຄວາມ​ສາມາດ ມີ​ຄຸນສົມບັດ​ສິນ​ທຳ​ທີ່​ສົມບູນ​ແບບ, ມີ​ທັງ​ຄວາມ​ຮູ້​ວັດທະນະທຳ​ ແລະ ສິນ​ລະ​ປະ​ການ​ຕໍ່​ສູ້ທີ່​ຄວບ​ຄູ່.

ສະຫາຍພົນ​ເອກມັກ​ຈະ​ສ່ອງ​ປະກາຍ​ດ້ວຍ​ຄຸນສົມ​ບັກ​ບຸກຄະ​ລິກກະພາບອັນ​ສູງ​ສົ່ງ, ​ເປັນ​ແບບ​ຢ່າງ​ຂອງ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ດຸ​ໝັ່ນ, ປະຢັດ, ຊື່ສັດ, ທ່ຽງ​ທຳ, ​ເຫັນ​ແກ່​ສ່ວນ​ລວມ ບໍ່​ເຫັນ​ແກ່​ສ່ວນ​ຕົວ; ເປັນ​ແບບ​ຢ່າງກ່ຽວ​ກັບຄວາມຊື່ສັດ, ຄວາມລຽບງ່າຍ, ຄວາມອະນຸ​​ໂລມ, ຄວາມເມດຕາ, ຄວາມຖ່ອມຕົນ, ຄວາມຢາກຮູ້, ຄວາມສາມັກຄີ, ການດໍາລົງຊີວິດທີ່ມີຄວາມໝາຍ, ຄວາມຮັກແພງສຸດໃຈຕໍ່ສະຫາຍ​ແລະເພື່ອນຮ່ວມຊາດ; ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ສູງ, ​ແບບ​​ແຜນການ​ເຮັດ​ວຽກ​ວິ​ທະ​ຍາ​ສາດ​, ມີ​ຫຼັກ​ການ ​ ແຕ່ມີຄວາມຍືດຫຍຸ່ນທີ່​ສຸດ​, ຍາມ​ໃດ​ກໍ​ເຊີດ​ຊູ​ບົດບາດ​ຂອງ​ໝູ່​ຄະນະ, ປະຕິບັດ​ຕາມ​ການຈັດ​ຕັ້ງ; ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງພຶດຕິ​ກຳ​ຕົວ​ຈິງ, ​ເຊື່ອ​ໝັ້ນ​ໃນ​ກຳລັງ​ຂອງ​ມະຫາຊົນ, ມີ​ຄວາມ​ໃກ້ຊິດ​ສະໜິດສະໜົມ​ກັບ​ປະຊາຊົນ; ສູ້​ຊົນ​ສ້າງສາ​ມະຫາ​ສາມັກຄີ​ປະ​ເທດ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​ໃຊ້​ສະຕິ​ປັນຍາ ​ແລະ ກຳລັງທັງ​ໝົດ​ຂອງ​ຕົນ ​ເພື່ອ​ສຳ​ເລັດ​ທຸກ​ໜ້າ​ທີ່​ທີ່​ພັກ, ປະຊາຊົນ ​ແລະ ກອງທັບ​ໄດ້​ມອບ​ໝາຍ​ໃຫ້.  

ຜ່ານການເຄື່ອນໄຫວປະຕິວັດອັນອຸດົມສົມບູນກວ່າ 80 ປີ, ຊີວິດ​ຂອງພົນ​ເອກ ຫວໍ ງວຽນ​ ຢ້າບ ຕິດ​ແໜ້ນ​ກັບ​ພາລະກິດ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສະຫາຍໄດ້ຍົກຕົວຢ່າງອັນສະຫງ່າລາສີ ຂອງນັກຮົບປະຕິວັດທີ່​ເດັດດ່ຽວ​ໜຽວ​ແໜ້ນ, ຈົງຮັກພັກດີຢ່າງແທ້ຈິງ, ຕະຫຼອດຊີວິດອຸທິດເພື່ອຊາດ, ສຸດ​ອົກ​ສຸດ​ໃຈ​ສູ້​ຊົນເພື່ອ​ເປົ້າ​ໝາຍ​ແລະອຸດົມຄະຕິຂອງພັກ. ​ໂດຍ​ບໍ່ຄຳນຶງ​ເຖິງຄວາມ​ສະດວກ​ຫຼື​ຄວາມ​ຫຍຸ້ງຍາກ​ຂອງ​ການ​ປະຕິວັດ, ສະຫາຍຍາມໃດກໍ່ມີຄວາມໄວ້ເນື້ອເຊື່ອໃຈ, ​ເຊື່ອ​ໝັ້ນ ​ແລະ ຈົງ​ຮັກ​ພັກດີຕໍ່ພັກ ແລະ ປະຊາຊົນຕະຫຼອດໄປ, ດັ່ງທີ່ເພິ່ນເຄີຍກ່າວໃນ​ເມື່ອ​ຍັງມີ​ຊີວິດວ່າ:“ຂ້າພະ​ເຈົ້າ​​ມີ​ຊີວິດ​ຢູ່​ວັນ​ໃດ ແມ່ນ​ເພື່ອ​ປະ​ເທດ​ໃນ​ວັນ​ນັ້ນ”. ສະຫາຍຍາມ​ໃດ​ກໍ​ຈົດຈຳ, ປະຕິບັດ​ຕາມ​ແບບຢ່າງ ​ແລະ ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ປະທານ ​ໂຮ່ຈີ​ມິນ ຄື: ​ເຮັດ​ການ​ປະຕິວັດ​ຕ້ອງ “ຖື​ເອົາ​ວຽກ​ງານສ່ວນ​ລວມ​ເປັນສຳຄັນ ​ເຊິ່ງຖື​ເປັນ​ຄະຕິ​ປະຈຳໃຈ ​ແລະ​ສູ້​ຊົນ​ຕະຫຼອດ​ຊີວິດ. ນີ້​ກໍ​ແມ່ນ​ບົດຮຽນ​ທີ່​ເລິກ​ເຊິ່ງທີ່​ສຸດສຳລັບ​ປະຊາຊົນ​ຫວຽດນາມ​ທຸກ​ຄົນ.

ການສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ຄັ້ງທີ 110 ຂອງພົນ​ເອກ ຫວໍ ງວຽນ​ ຢ້າບ ​ໃນ​ວັນ​ນີ້ກົງ​ກັບໂອກາດ​ສະ​ເຫຼີ​ມສະຫຼອງ 77 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ​ວິລະ​ຊົນ ​ແລະ 32 ປີ​ແຫ່ງ​ວັນ​ປ້ອງ​ກັນ​ປະ​ເທດ​ຊາດທົ່ວ​ປວງ​ຊົນ. ພາຍ​ໃຕ້ການ​ນຳພາ​ເດັດ​ຖານ ​ໂດຍ​ກົງ​ໃນ​ທຸກ​ດ້ານຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ໃນ​ຕະຫຼອດ 77 ປີ​ທີ່​ຜ່ານ​ມາ, ກອງທັບ​ປະຊາຊົນ​ຫວຽດນາມ​ໄດ້​ເຕີບ​ໃຫຍ່ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ກາຍ​ເປັນ​ກອງທັບທີ່​ສູ້​ຮົບ​ຊະນະ​ເລີດ​ຂອງປະ​ເທດຊາດວິລະຊົນ, ​ເອົາ​ຊະນະ​ພວກ​ຈັກກະພັດ​ທີ່ມີອໍານາດແລະ​ລູກ​ແຫຼ້ງ​ຕີນ​ມື​ຂອງ​ມັນ ​ແລະ ບັນລຸ​ຜົນສຳ​ເລັດ​ໃນການປະຕິບັດ​ພາລະກິດສາກົນອັນສູງສົ່ງ.

ກອງທັບ​ປະຊາຊົນ​ຫວຽດນາມ​ໃນປະຈຸ​ບັນມີບັນດາ​ກອງທັບ, ​ເຫຼົ່າ​ທັບ, ​ເຫຼົ່າ​ພົນ, ກອງກຳລັງ​ພາກສ່ວນ​ຢ່າງ​ຄົບ​ຊຸດ ​ແລະ ອາວຸດ, ອຸປະກອນເຕັກນິກທີ່ນັບ​ມື້​ນັບ​ທັນ​ສະ​ໄໝ; ​ໄດ້​ຮັບ​ການຝຶກອົບຮົມ​ເປັນຢ່າງດີທາງດ້ານ​ຍຸດທະວິທີ, ການ​ສູ້​ຮົບ​ໃນ​ສະໜາມຮົບ ​ແລະ ຄວາມ​ຊ່ຽວຊານ​ດ້ານ​ເຕັກນິກ; ສືບທອດສິລະປະການທະຫານທີ່ເປັນເອກະລັກ; ມີກຳລັງ​ແຮງ​ສັງ​ລວມ, ມີ​ລະດັບ​ແລະ​ຄວາມ​ສາມາດ​ກຽມພ້ອມ​ສູ້​ຮົບ​ສູງ; ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ເອກະລາດ, ອຳນາດ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ເຂດ​ທ້ອງຟ້າ, ​ເຂດ​ທະ​ເລ, ​ເຂດ​ເກາະ ທີ່ສັກສິດແລະສູງສົ່ງ​ ຂອງ​ປະ​ເທດ​ຊາດ​ ໄວ້​ຢ່າງ​ໝັ້ນຄົງ. ພ້ອມ​ກັນ​ນັ້ນ, ບັນດາ​ສະຫາຍ​ໄດ້​ບັນລຸຜົນສຳ​ເລັດ​ທີ່​ໂດດ​ເດັ່ນ​ຫຼາຍ​ຢ່າງ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຝຶກ​ອົບຮົມ, ກຽມພ້ອມ​ສູ້​ຮົບ, ປ້ອງ​ກັນ​ແລະຕ້ານ​ພະຍາດ​ລະບາດ, ​ໄພ​ທຳ​ມະ​ຊາດ, ກູ້​ໄພ ກູ້​ຊີບ, ປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ; ​ໃນ​ການ​ອອກ​ແຮງ​ງານ, ການ​ຜະລິດ, ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ. ນັ້ນ​ແມ່ນ​ບັນດາ​ໝາກຜົນ​ສຳຄັນ​ໃນ​ວຽກ​ງານ​​ການ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນຊາດ, ພິ​ເສດ​ແມ່ນ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງສະຫະ​ປະຊາ​ຊາດ, ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ໂລກ ແລະ ພາກ​ພື້ນ. ຕາງໜ້າການນໍາພັກ​ແລະລັດ, ຂ້າພະເຈົ້າຮັບຮູ້ ແລະ ຊົມເຊີຍຢ່າງສຸດ​ອົກ​ສຸດ​ໃຈ ຕໍ່ບັນດາວິລະ​ກຳ ​ແລະ ຜົນງານ​ຂອງ​ພະນັກງານ​ແລະນັກຮົບກອງທັບປະຊາຊົນຫວຽດນາມຜູ້​ພິລະ​ອາດ​ຫານ.

ບັນດາ​ວິລະກຳອັນ​ເລີດລ້ຳໃນ​ການ​ສູ້​ຮົບ​ຂອງກອງທັບ​ຂອງ​ພວກ​ເຮົາ ​ໃນ​ເສັ້ນທາງ​ອັນສະຫງ່າລາສີ 77 ປີທີ່ຜ່ານມາ ​ແມ່ນໝາກຜົນແຫ່ງການສຶກສາ ແລະ ການ​ຝຶກ​ອົບຮົມ​ຂອງພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່; ການ​ປົກ​ປັກ​ຮັກ​ສາ​, ການ​ດູ​ແລ ​ແລະ ​ການ​ລ້ຽງ​ດູ​ຂອງ​ປະ​ຊາ​ຊົນ​, ການຊ່ວຍ​ເຫຼືອອັນ​ປະ​ເສີດ​ຂອງ​ເພື່ອນ​ມິດສາ​ກົນ; ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງພົນ​ເອກ ຫວໍ ງວຽນ​ ຢ້າບ. ນັ້ນ​ແມ່ນຄວາມ​ມານະ​ພະຍາຍາມ ​​ເຫື່ອ​ແຮງ ແລະ ​ເລືອດ​ເນື້ອ​ຂອງ​ບັນດາ​ພະນັກງານ, ນັກຮົບ​ລຸ້ນ​ຕ່າງໆ ທີ່​ໄດ້​ຄົ້ນ​ຄິດ​ປະດິດ​ສ້າງ, ກ້າຫານ, ​ເດັດດ່ຽວ, ພ້ອມ​ແລ້ວ​ທີ່​ຈະ​ຕໍ່ສູ້ ​ແລະ ​ເສຍສະຫຼະ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ, ​ເພື່​ອຄວາມສຸກ​ຂອງ​ປະຊາຊົນ. ບັນດາ​ວິລະກຳດັ່ງ​ກ່າວ​ໄດ້​ແຕ້ມ​ແຕ່​ງຄັນ​ທຸງ​​ແຫ່ງ​ຄວາມຕັດສິນ​ໃຈ​ສູ້​ຮົບ ຕັດສິນ​ໃຈ​ເອົາ​ຊະນະຂອງ​ກອງທັບ​ປະຊາຊົນ​ຫວຽດນາມ​​ວິລະ​ຊົນ, ສ້າງ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ, ສົມ​ກຽດ​ກັບຄຳ​ຍ້ອງຍໍ​ຂອງ​ປະທານ​ໂຮ່ຈີ​ມິນທີ​ວ່າ: “ກອງທັບ​ຂອງ​ພວກ​ເຮົາ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ກະຕັນຍູ​ຕໍ່​ປະຊາຊົນ, ພ້ອມ​ແລ້ວ​ທີ່​ຈະ​ສູ້​ຮົບ ​ເສຍສະຫຼະ​ເພື່ອ​ເອກະລາດ ອິດສະຫຼະພາບ​ຂອງ​ປະ​ເທດ​ຊາດ, ​ເພື່ອ​ລັດທິ​ສັງຄົມ​ນິຍົມ. ໜ້າ​ທີ່​ໃດ​ກໍ​​ສາມາດເຮັດສຳເລັດ, ຄວາມຫຍຸ້ງຍາກ​ໃດໆ​ກໍສາມາດ​ຜ່ານ​ຜ່າ ​ແລະ ສາມາດ​ເອົາ​ຊະນະ​ສັດຕູ​ທຸກ​ໂຕ”.

ທົບ​ທວນ​ຄືນ​ຊີ​ວິດ, ພາລະກິດ​ປະ​ຕິ​ວັດ ​ແລະ ​ຄຸນງາມ​ຄວາມ​ດີ​ອັນ​ໃຫຍ່ຫຼວງ, ​ດີ​ເດັ່ນ​ເປັນ​ພິ​ເສດ ​ຂອງສະຫາຍພົນ​ເອກ ຫວໍ ງວຽນ​ ຢ້າບ, ພວກ​ເຮົາຍິ່ງ​​ເອກອ້າງ​ທະ​ນົງ​ໃຈ​ໃນ​ພັກ​ກອມ​ມູນິດ​ຫວຽດນາມທີ່ສະຫງ່າລາສີ, ​ເອກອ້າງ​ທະ​ນົງ​ໃຈ​ໃນຊາດ​ຫວຽດນາມ​ຜູ້​ກ້າຫານ, ເອກອ້າງ​ທະ​ນົງ​ໃນ​ປະທານ​ໂຮ່ຈີ​ມິນຜູ້​ຍິ່ງ​ໃຫຍ່, ເອກອ້າງ​ທະ​ນົງ​ໃນ​ກອງທັບ​ປະຊາຊົນ​ຫວຽດນາມ​ຜູ້​ກ້າຫານ ທີ່​ໄດ້​ອົບຮົມ​ສຶກສາ, ຝຶກ​ຝົນ​ຫຼໍ່​ຫຼອມ ບຳລຸງ​ສ້າງ ນັກຮົບ​ປະຕິວັດ​ທີ່ກ້າ​ແກ່ນຕັ້ງ​ຕໍ່​ບໍ​ລິ​ສຸດ, ​ນາຍ​ພົນ​​ທີ່​ເກັ່ງ​ກ້າ​ສາມາດ​ແລະ​ມີ​ຄຸນ​ນະ​ທຳ, ລູກ​ຮັກ​ທີ່​ດີ​ເລີດ​ຂອງ​ປະ​ເທດ​ແລະ​ບ້ານ​ເກີດ​ເມືອງ​ນອນ​ກວ໋າງບິ່ງ, ຜູ້​ທີ່​ໄດ້​ອຸທິດ​ທັງ​ຊີວິດ​ເພື່ອ​ພາລະກິດ​ປະຕິວັດອັນສະຫງ່າລາສີຂອງພັກ ແລະ ປະຊາຊົນຫວຽດນາມ. ບຸກຄົນ, ບຸກຄະລິກກະພາບ ​ແລະ ການ​ປະກອບສ່ວນ​ອັນ​ຍິ່ງ​ໃຫຍ່ ​ຂອງສະຫາຍ​ພົນ​ເອກ ​ ທີ່ມີຕໍ່ພາລະກິດປະຕິວັດຢູ່ຫວຽດນາມ ແລະ ໃນໂລກ ຈະໄດ້ຮັບການຈົດຈໍາໄວ້ຕະຫຼອດ​ໄປ​ໃນ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ປະເທດຊາດຂອງພວກເຮົາ ແລະ ປະຫວັດສາດ​ຂອງຂະ​ບວນການ​ປະຕິວັດ​ໂລກ.

ສຶກສາ ແລະ ປະຕິບັດຕາມແບບຢ່າງຂອງພົນ​ເອກ ຫວໍ ງວຽນ​ ຢ້າບ ​ແລະ ບັນພະບຸລຸດຂອງ​ຊາດ, ພວກ​​ເຮົາ​ປະຕິຍານ​ຕະຫຼອດການ​ວ່າ ຈະ​ເດີນ​ຕາມ​ເສັ້ນທາງ​ທີ່​ພັກ, ລຸງ​ໂຮ່ທີ່​ເຄົາລົບ​ຮັກ ​ແລະ ປະຊາຊົນ​ເຮົາ​ໄດ້​ເລືອກ​ໄວ້; ສືບ​ຕໍ່​ຢ່າງ​ດີ​ເດັ່ນ​ພາລະກິດ​ປະຕິວັດ​ອັນສະຫງ່າລາສີ - ​ເຊິ່ງ​ເປັນມໍລະດົກອັນລ້ຳຄ່າ ທີ່ບັນພະບຸລຸດ​ແລະຄົນລຸ້ນພໍ່ຂອງພວກ​ເຮົາ​ ໄດ້​ແລກປ່ຽນດ້ວຍກະດູກເລືອດຈຶ່ງ​ຍາດ​ມາ​ໄດ້; ອອກ​ແຮງ​ກໍ່ສ້າງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຈະ​ເລີ​ນພັດທະນາ​ ສວຍ​ງາມ, ມີ​ອາລະຍະ​ທຳ ​ແລະ ປົກ​ປັກ​ຮັກສາປະ​ເທດຊາດ​ທີ່​ຮັກ​ແພງ; ​ເພື່ອ​ຮັກສາ​ບັນດາ​ຜົນສຳ​ເລັດ​ຂອງຂະ​ບວນການ​ປ່ຽນ​ແປງ​ໃໝ່ປະ​ເທດ ຄື​ທີ່​ສະ​ຫາຍ​ເລຂາທິການ​ໃຫຍ່ ຫງວຽນ ຝູ ຈ້ອງ ​ໄດ້ຢືນຢັນ​ວ່າ: “ປະ​ເທດ​ເຮົາ​ບໍ່ເຄີຍມີພາລະກິດ, ທ່າແຮງ, ບົດບາດຕຳແໜ່ງ ແລະ ກຽດສັກສີສາກົນຄືທຸກວັນນີ້”.

​ເສີມ​ຂະຫຍາຍ​ມູນ​ເຊື້ອອັນ​ສະຫງ່າ​ງາມ​ຂອງ​ກອງທັບ​ວິລະ​ຊົນ, ຄຸນສົມບັດ​ອັນ​ສູງ​ສົ່ງ​ຂອງ “ທະຫານ​ຂອງລຸງໂຮ່”, ຕາມ​ແບບຢ່າງ​ຂອງພົນ​ເອກ ຫວໍ ງວຽນ​ ຢ້າບ - “ອ້າຍ​ໃຫຍ່” ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ, ພະນັກງານ​ແລະ​ນັກຮົບ​ທົ່ວ​ກອງທັບຕ້ອງ​ຈົງ​ຮັກ​ພັກດີ​ຕໍ່ປະເທດຊາດ, ພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ; ​ເສີມ​ຂະ​ຫຍາ​ຍລັດທິ​ວິລະ​ຊົນ​ປະຕິວັດ, ທາດ​ແທ້​ອັນ​ດີງາມ ​ແລະ ມູນ​ເຊື້ອ​ອັນ​ສະຫງ່າ​ງາມ ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕັດສິນ​ໃຈປະຕິບັດ​ໜ້າ​ທີ່​ຂອງກອງທັບ​ສູ້​ຮົບ, ກອງທັບປະຕິບັດ​ງານ, ກອງທັບ​ອອກ​ແຮງ​ງານ, ກອງທັບ​ຜະລິດ; ຕະຫຼອດ​ໄປ​ແມ່ນ​ກຳລັງ​ການ​ເມືອງ​ພິ​ເສດ, ​ແມ່ນ​ກຳລັງ​ຕໍ່ສູ້​ທີ່​ຈົງ​ຮັກ​ພັກດີ, ​ເປັນ​ກຳລັງ​ຫຼັກ​ແຫຼ່ງພ້ອມ​ກັບ​ທົ່ວ​ປວງ​ຊົນ​​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ຢ່າງ​ໝັ້ນຄົງ.

​ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ​ຕາງໜ້າ​ການ​ນຳ​ພັກ​ແລະລັດ, ຂ້າພະ​ເຈົ້າຂໍ​ສະ​ເໜີ​ໃຫ້​ທຸກ​ຂັ້ນ, ຂະ​ແໜງ​ການ​ແລະທຸກທ້ອງ​ຖິ່ນ ​ແລະ ຂໍ​ໃຫ້ພະນັກງານ ນັກຮົບ​ທົ່ວ​ກອງທັບ ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ລະບົບ​ການ​ເມືອງ, ປະຊາ​ຄົມ​ວິສາ​ປະກິດ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ແລະ ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ​ເຈດຈຳ​ນົງ​ເປັນ​ເຈົ້າ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ສ້າງກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດ ​ແລະ ຄວາມ​​ປາດ​ຖະໜາ​ທີ່​ຈະ​ບືນ​ຕົວ​ຂຶ້ນ, ຄວາມ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍຂ້າງໜ້າ, ຕັດສິນ​ໃຈສູ້​ຊົນ​​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໃຫ້​ສຳ​ເລັດ​ຜົນ; ສືບ​ຕໍ່​ຍູ້​ແຮງ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ ຄົບ​ຊຸດ, ​ເຮັດ​ໃຫ້​ປະ​ເທດ​ຊາດພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ຍືນ​ຍົງ, ຕັດສິນ​ໃຈ​ສ້າງສາ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມ​ໃຫ້​ສຳ​ເລັດ​ຜົນ, ​ເພື່ອ​ເປົ້າ​ໝາຍ “ປະຊາ​ຊົນ​ຮັ່ງມີ, ປະ​ເທດ​ຊາດເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ອາລະຍະ​ທຳ”./.

----------------------

* ຫົວ​ຂໍ້ຂອງ​ບົດ​ນີ້​ແຕ່ງ​ໂດຍ​ວາລະສານ​ກອມ​ມູນິດ

- ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 980 (​ເດືອນ​ທັນວາ 2021)