ບາງ​ເນື້ອ​ໃນ​ຂອງ​ການ​ປະຕິ​ຮູບ​​ຕຸລາການ​ໃນ​ໄລຍະ​ຈະ​ມາ​ເຖິງ

ໂດຍ ຮສ, ປອ ຫງວຽນຮວ່າບິ່ງ
ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າສານປະຊາຊົນສູງສຸດ
10:58, 28-07-2022

ວກ. - ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ກຳນົດ​ວຽກ​ງານ​ໃຈກາງ​ຂອງ​ການ​ກໍ່ສ້າງ ​ແລະ ປັບປຸງ​ບູລະນະລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ​, ​ໃນ​ນັ້ນ​ມີ​ການ​ປະຕິ​ຮູບ​​ຕຸລາການ. ​ເພື່ອປະຕິບັດ​ມະຕິ​ຂອງ​ພັກ​ໃຫ້​ສຳ​ເລັດ​ຜົນ, ຕ້ອງ​ຍູ້​ແຮງ​ການ​ປະຕິ​ຮູບ​​ຕຸລາການ, ​ເສີມ​ຂະຫຍາຍບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ແກ້​ໄຂ​ຜ່ານ​ຜ່າຂໍ້​ຈຳກັດ ຄວາມ​ຫຍຸ້ງຍາກ ຂໍ້​ບົກພ່ອງ, ສ້າງລະບົບຕຸລາການຂອງປະເທດ​ໃຫ້​ໃກ້​ຄຽງ​ກັບ​ລະດັບ​ທົ່ວ​ໄປຂອງໂລກ. ນີ້​ແມ່ນ​ເສັ້ນທາງ​ທີ່ຈຳ​ເປັນ​ແນ່ນອນ​ເພື່ອຈະ​ບັນລຸ​ເປົ້າ​ໝາຍແລະຄວາມ​ຮຽກຮ້ອງຕ້ອງການ​ຂອງ​ພັກ ​ແລະ ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ, ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ​ລະບົບ​ຕຸລາການ​ທີ່​​ເປັນ​ມື​ອາຊີບ, ທັນ​ສະ​ໄໝ, ຍຸຕິ​ທຳ, ​ເຄັ່ງ​ຄັດ, ທ່ຽງ​ທຳ, ຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ປະຊາຊົນ.

ກຳມະການກົມການເມືອງ, ປະທານປະເທດ ຫງວຽນຊວັນຝຸກ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ເຮັດວຽກກັບຄະນະພັກສານປະຊາຊົນສູງສຸດ _ພາບ: ເອກະສານຂໍ້ມູນ

ການ​ປະຕິ​ຮູບ​​ຕຸລາການ​ໃນ​ລະບົບ​ສານ​ປະຊາຊົນ ​ເພື່ອປະຕິບັດຢ່າງ​ມີ​ປະສິດທິ​ຜົນ​ ບັນດາ​ຫຼັກການ​ພື້ນຖານ​ໃນ​ການ​ເຄື່ອນ​ໄຫວ​ພິພາກສາຂອງ​ສານ​; ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ ແລະ ຊື່​ສຽງ​ຂອງ​ສານ​ປະຊາຊົນ - ອົງການ​ປະຕິບັດອຳນາດ​ຕຸລາການ; ກໍ່ສ້າງລະບົບ​ສານ​ປະຊາຊົນທີ່​ເປັນ​ມື​ອາຊີ​ບ, ທັນ​ສະ​ໄໝ, ຍຸຕິ​ທຳ, ​ເຄັ່ງ​ຄັດ, ທ່ຽງ​ທຳ, ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ, ປະຕິບັດສໍາເລັດຄວາມ​ຮັບຜິດຊອບ​ໃນ​ການປົກປ້ອງ​ຄວາມ​ຍຸດ​ຕິ​ທໍາ​, ປົກ​ປ້ອງສິດ​ທິ​ມະ​ນຸດ​ແລະສິດ​ທິ​ພົນ​ລະ​ເມືອງ, ປົກ​ປັກ​ຮັກສາ​ລະບອບ​ສັງຄົມ​ນິຍົມ, ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ລັດ, ປົກ​ປ້ອງ​ສິທິ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ ຊອບທຳ​ຂອງອົງການ​ຈັດ​ຕັ້ງ​ແລະ​ບຸກຄົນ. ​ເພື່ອ​ບັນລຸ​ບັນດາ​ເປົ້າ​ໝາຍທີ່​ກ່າວ​ມາ​ຂ້າງ​ເທິງ, ຕ້ອງ​ສຸມ​ໃສ່​ບາງ​ເນື້ອ​ໃນ​ຂອງ​ການ​ປະຕິ​ຮູບດັງ​ລຸ່ມ​ນີ້: 

1- ຊີ້​ແຈງ​ກ່ຽວ​ກັບອັດຕະພາບ​ຂອງ​ການ​ປະຕິບັດ​ອຳນາດຕຸລາການ,
​ເນື້ອ​ໃນຂອງ
ອຳນາດ​ຕຸລາການ ​ແລະ ລັກສະນະ​ພື້ນຖານ​ຂອງອຳນາດ​ຕຸລາການ

ການ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ແລະ​ຄົບ​ຖ້ວນ ​ກ່ຽວ​ກັບເນື້ອ​ໃນຂອງອຳນາດ​ຕຸລາການ, ອັດຕະພາບ​ຂອງ​ການ​ປະຕິບັດ​ອຳນາດຕຸລາການ ​ແລະ ລັກສະນະ​ພື້ນຖານ​ຂອງອຳນາດ​ຕຸລາການ ​ແມ່ນ​ບັນຫາ​ສຳຄັນ, ມັນບໍ່ພຽງແຕ່ມີຄວາມສໍາຄັນທາງວິທະຍາສາດເທົ່ານັ້ນ ແຕ່ຍັງມີຄຸນຄ່າທາງປະຕິບັດຢ່າງເລິກເຊິ່ງອີກ​ນຳ.

ທີ​ໜຶ່ງ, ກ່ຽວ​ກັບອັດຕະພາບ​ຂອງ​ການ​ປະຕິບັດ​ອຳນາດຕຸລາການ.

ລັດຖະທຳ​ມະນູນ​ປີ 2013 ກຳນົດການ​ປະຕິບັດອຳນາດ​ລັດ: ສະພາ​​ແຫ່ງຊາດ ປະຕິບັດອຳນາດນິຕິບັນຍັດ​ສ້າງລັດຖະທຳມະນູນ, ສ້າງ​ກົດໝາຍ (ມາດຕາ 69); ລັດຖະບານປະຕິບັດອຳນາດບໍລິຫານ (ມາດຕາ 94); ສານປະຕິບັດອຳນາດຕຸລາການ (ມາດຕາ 102); ການ​ແບ່ງ​ງານ​ເພື່ອ​ປະຕິບັດ​ບັນດາອຳນາດ​ນິຕິບັນຍັດ, ອຳນາດບໍລິຫານ ​ແລະ ອຳນາດຕຸລາການນັ້ນ ​ແມ່ນອີງໃສ່ໜ້າທີ່ພື້ນຖານຂອງແຕ່ລະອົງການ ​ໂດຍ​ບໍ່​ອີງ​ໃສ່​ກິດຈະກໍາທີ່ອົງການນັ້ນເຂົ້າຮ່ວມ. ໃນ​ຄວາມ​ເປັນ​ຈິງ, ລັດຖະບານ​ແລະສານ​ປະຊາຊົນສູງ​ສຸດ​ຮ່າງຮ່າງ​ກົດ​ໝາຍ​ຈຳ​ນວນ​ໜຶ່ງ ​ແລະ ​ສະ​ເໜີ​ຮ່າງ​ກົດ​ໝາຍ​ນັ້ນຕໍ່​ສະ​ພາ​ແຫ່ງ​ຊາດ, ​ແຕ່​ສິ່ງ​ດັ່ງກ່າວບໍ່​ໄດ້​ໝາຍ​ຄວາມ​ວ່າ​ ລັດຖະບານ​ແລະສານ​ປະຊາຊົນ ​ແມ່ນ​ບັນດາ​ອົງການ​ປະຕິບັດອຳນາດ​ນິຕິບັນຍັດ. ​ເຊັ່ນ​ດຽວ​ກັນ, ​ເພື່ອນຳ​ຄະດີ​ອາຍາ​ໄປ​ສູ່​ການພິຈາລະນາ​ຄະດີ​ໃນ​ສານ, ອົງການ​ສືບສວນ​ຕ້ອງ​ດຳ​ເນີນ​ການ​ສືບສວນ, ອົງການ​ໄອ​ຍະ​ການ​ຕ້ອງຕັດສິນ​ໃຈດຳເນີນຄະດີ, ​ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ອົງການ​ເຫຼົ່າ​ນີ້​​ເປັນ​ອົງການ​ທີ່​ປະຕິບັດ​ອຳນາດ​ຕຸລາການ. ດັ່ງ​ນັ້ນ, ​ໃນ​ລະດັບ​ລັດຖະທຳ​ມະນູນ, ອັດຕະພາບ​ທີ່​ປະຕິບັດອຳນາດຕຸລາການ​ແມ່ນສານ ແລະ ສານເທົ່ານັ້ນ.

ທີ​ສອງ, ກ່ຽວ​ກັບເນື້ອ​ໃນຂອງອຳນາດ​ຕຸລາການ.

ເນື້ອ​ໃນຂອງອຳນາດ​ຕຸລາການປະກອບ​ມີ:

- ສິດທິ​ໃນ​ການ​ພິພາກສາຄະດີ ​ແລະ ຕັດ​ສິນລົງ​ໂທດ​ຕໍ່​​ອົງການ ​ແລະ ບຸກຄົນ​ທີ່​ລະ​ເມີດ​ກົດໝາຍ​ອາຍາ. ຄໍາຕັດສິນເຫຼົ່ານີ້​ເນື້ອ​ແທ້​ແມ່ນບົດ​ລົງ​ໂທດ​ຂອງ​ລັດສໍາລັບການລະ​ເມີດກົດໝາຍ (ການປະກາດຕັດສິດອິດສະຫຼະພາບ, ການຕັດ​ສິດທິ​ການ​ເປັນພົນລະ​ເມືອງ​ບາງ​ສ່ວນ, ຫ້າມ​ຢູ່​ອາ​ໄສ​, ​ເນລະ​ເທດ, ການບັງຄັບ​ຄຸມ​ຕົວ, ການຍຶດຊັບສິນ...). ລັດຖະທຳ​ມະນູນ​ ​ແລະ ກົດໝາຍ​ພຽງ​ແຕ່​ມອບ​ໃຫ້​ສານ​ຕັດສິນ​ລົງ​ໂທດ​ ໃນ​ນາມ​ລັດ ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ.

- ສິດທິໃນການຈໍາແນກຖືກ-ຜິດ ສໍາລັບການຂັດແຍ້ງໃນສັງຄົມ. ​ໃນ​ຄວາມ​ເປັນ​ຈິງ, ມີ​ຫຼາຍ​ສະ​ຖາ​ບັນກຳນົດການຈໍາແນກຖືກ-ຜິດ ສໍາລັບການຂັດແຍ້ງ ຄວາມ​ພິພາດ​ໃນ​ສັງຄົມ​ເຊັ່ນອົງການ ບໍ​ລິ​ຫານ​ທຸກ​ຂັ້ນ​, ຫົວໜ້າ​ຂັ້ນ​ເທິງ, ອົງ​ການ​ໄກ່​ເກ່ຍ​ຂັ້ນ​ພື້ນ​ຖານ... ແຕ່​ສານ​ໃນ​ນາມ​ອຳນາດ​ລັດ​ຈຳ​ແນ​ກ​ຖືກ-​ຜິດດ້ວຍຄຳ​ພິພາກສາ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ເຊິ່ງ​ມີ​ລັກສະນະ​​ແຕກຕ່າງ​ກັນ, ບັງຄັບ​ໃຫ້​ຄູ່​ກໍລະນີ​ປະຕິບັດ.

- ສິດທິ​ໃນ​ການຕັດສິນ, ​ຮັບຮູ້ ຫຼື​ບໍ່​ຍອມຮັບຂໍ້​ເທັດ​ຈິງ​ທາງ​ດ້ານ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ກັບ​ສິດ​ທິ​ມະ​ນຸດ ຫຼື​ມີ​ຜົນ​ກະ​ທົບ​​ໃຫ້​ເກີດ, ​ປ່ຽນ​ແປງ ຫຼື​ຍົກ​ເລີກ​ສິດທິ ​ແລະ ​ພັນ​ທະ​ຂອງອັດຕະພາບ (​ເຊັ່ນ ປະ​ກາດ​​ຄົນ​ເສຍ​ຊີ​ວິດ; ປະ​ກາດ​ຄົນ​​ໄຮ້​ຄວາມ​ສາ​ມາດ​ທາງ​ແພ່ງ​; ລະບຸ​ພໍ່​ແລະ​ແມ່ຂອງ​ເດັກ; ຈໍາກັດສິດທິຂອງພໍ່ແມ່ທີ​ມີຕໍ່ລູກ​ທີ່​ຍັງ​ເຍົາ​ໄວ; ການ​ຍອມຮັບ​ຫຼື​ບໍ່​ຍອມຮັບຄຳພິພາກສາ, ຄຳຕັດສິນ​ທາງ​ແພ່ງ​ຂອງ​ສານ​ຕ່າງປະ​ເທດ, ຄຳຊີ້​ຂາດ​ຂອງ​ອະນຸຍາໂຕ​ຕຸລາການຕ່າງປະ​ເທດ...). ອ້າງ​ອີງ​ເຖິງ​ປະສົບ​ການ​ສາກົນ, ​ໃນ​ປະ​ເທດ​ສ່ວນ​ໃຫຍ່, ລັດຖະທຳມະນູນແລະກົດໝາຍ ພຽງແຕ່ມອບໝາຍໃຫ້ສານໃຊ້ມາດ​ຕະການ​ບັງຄັບ ​ແລະ​ມາດ​ຕະການ​ອື່ນໆ ເພື່ອຈຳກັດສິດທິມະນຸດເທົ່ານັ້ນ (ຈັບ​ກຸມ, ຄຸມ​ຕົວ, ກັກ​ຂັງ​ຊົ່ວຄາວ, ຫ້າມບໍ່ໃຫ້ໄປຕ່າງປະເທດ...) ແລະ​​ດຳ​ເນີນການ​ຕາມ​ຂະ​ບວນ​ການຍຸຕິ​ທຳທີ່ເຂັ້ມ​ງວດ ​ແລະ ເປັນ​ອິດສະຫຼະ​ສູງ.

- ສິດທິ​ໃນ​ການ​ຕັດສິນ​ຄວາມ​ຖືກ​ລັດຖະທຳມະນູນ, ຖືກ​ກົດໝາຍຂອງ​ເອກະສານ​ທາງ​ກົດໝາຍ ​ເພື່ອ​ຮັບປະກັນ​ການ​ບັງຄັບ​ໃຊ້ລັດຖະທຳມະນູນ​ແລະ​ກົດໝາຍ​ຢ່າງ​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ. ໃນຫຼາຍປະເທດທົ່ວໂລກ, ກົນ​ໄກປົກ​ປ້ອງຖະທຳມະນູນມັກ​ຈະ​ຖືກມອບໝາຍໃຫ້ສານລັດຖະທຳມະນູນ ຫຼື ສານສູງສຸດ. ​ໃນ​ການ​ປະຕິບັດ​ໜ້າ​ທີ່​ນີ້, ສານ​ບໍ່​ພຽງ​ແຕ່ພິພາກສາ​ພຶດຕິກຳທີ່ລະ​ເມີດລັດຖະທຳມະນູນ​ແລະ​ກົດໝາຍ​ເທົ່າ​ນັ້ນ, ​ແຕ່​ຍັງ​ພິຈາລະນາ​ແລະ​ຕັດສິນ​ເອກະສານ​ທີ່​ລະ​ເມີດລັດຖະທຳມະນູນ​ແລະ​ກົດໝາຍອີກ​ນຳ. ​ຢູ່​ຫວຽດນາມ, ໜ້າ​ທີ່​ນີ້​​ໄດ້ຖືກ​ມອບ​ໝາຍ​ໃຫ້​ຫຼາຍ​ອົງການ, ດັ່ງ​ນັ້ນ​ຈຶ່ງ​ມີ​ຂໍ້​ຈຳກັດ: ກະ​ແຈກ​ກະຈາຍ, ບໍ່ເປັນມືອາຊີບ, ບໍ່ມີປະສິດຕິຜົນ, ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃນ​ພາກ​ປະຕິບັດ, ​ເຮັດ​ໃຫ້​ເກີດ​ການ​ລະ​ເມີດ​ຕໍ່​ເນື່ອງ​ໃນ​ບາງ​ຂົງ​ເຂດ, ສົ່ງ​ຜົນ​ກະທົບ​ຕໍ່​ສິດຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ​ໃນ​ການ​ປະຕິບັດອຳນາດ​ຕຸລາການນີ້, ສານ​ຍັງ​ມີໜ້າ​ທີ່​ອະທິບາຍ​ເພື່ອ​ບັງຄັບ​ໃຊ້​ກົດໝາຍ​ຢ່າງ​ເປັນ​ເອກະ​ພາບ, ພັດທະນາ​ກົດໝາຍ​ຄະດີ, ປະກາດ​ໃຊ້​ມະຕິ​ຂອງ​ສະພາ​ຜູ້​ພິພາກສາຂອງສານປະຊາຊົນສູງສຸດ. ນີ້​ກໍ່ແມ່ນພາກສ່ວນ​ໜຶ່ງ​ຂອງອຳນາດລັດທີ່​ມອບ​ໝາຍ​ໃຫ້​ສານ ​ແລະ ພຽງ​ແຕ່​ສານ​ເທົ່າ​ນັ້ນ​ທີ່​ສາມາດ​ບັງຄັບ​ໃຊ້​ໄດ້.

ທີ​ສາມ, ກ່ຽວ​ກັບລັກສະນະ​ພື້ນຖານ​ຂອງອຳນາດ​ຕຸລາການ.

ລັກສະນະ​ພື້ນຖານ​ຂອງອຳນາດ​ຕຸລາການລວມມີ: ອຳນາດຕັດສິນ​ຂອງ​ລັດ​ໄດ້​ຮັບ​ການ​ປະຕິບັດ​ຜ່ານ​ການພິຈາລະ​ນາຄະ​ດີ​ໃນ​ສານ; ເຊິ່ງດຳເນີນພາຍ​ໃຕ້​ຂະ​ບວນການ​ທາງ​ກົດໝາຍ​ທີ່​ເຂັ້ມ​ງວດ; ຄໍາຕັດສິນຂອງ​ສານ​ມີ​ຜົນຜູກມັດທາງກົດໝາຍທີ່ອົງການຈັດຕັ້ງ ແລະ ບຸກຄົນຕ້ອງປະຕິບັດຕາມຢ່າງ​ເຄັ່ງ​ຄັດ; ຄໍາຕັດສິນຂອງ​ສານ​ເມື່ອ​ໄດ້​ປະຕິບັດ​ຕາມ​ຂັ້ນຕອນຂະ​ບວນການ​ພິຈາລະນາ​ຄົບ​ຖ້ວນ​ແລ້ວ​ແຕ່​ມີ​ຂໍ້ຜິດພາດ, ຈະບໍ່ຖືກປະນາມ, ພຽງ​ແຕ່ອຸທອນ ຫຼື ຄັດຄ້ານ​ເທົ່າ​ນັ້ນ; ຄໍາຕັດສິນຂອງສານຈະບໍ່ມີການປ່ຽນແປງໂດຍຕົນເອງ ເວັ້ນແຕ່ສານ​ຈະ​ປ່ຽນ​ແປງຫຼືຍົກເລີກ​ເອງຕາມຄໍາສັ່ງແລະວິທີການ​ທີ່​ກົດໝາຍກໍານົດ; ຄຳ​ຕັດສິນ​ຂອງ​ສານ​ໄດ້​ຮັບ​ປະ​ກັນ​ວ່າ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ໃນອານາ​ເຂດ​ຂອງ​ປະ​ເທດ ​ແລະ ບໍ່​ຖືກຈໍາກັດເວລາຕາມທີ່ກົດໝາຍກໍານົດ; ຄໍາຕັດສິນຂອງສານຖືກ​ບັງຄັບໃຊ້ໂດຍອໍານາດລັດ​ໂດຍອົງການບັງຄັບໃຊ້ຄໍາຕັດສິນສະ​ເພາະ​. 

2- ປະຕິບັດ​ຫຼັກການພິພາກສາ​ເປັນອິດສະຫຼະ
​ແລະ ປະຕິບັດ​ຕາມ​ກົດໝາຍ​ເທົ່າ​ນັ້ນ

“ການ​ພິພາກສາ​ເປັນ​ອິດສະຫຼະ​ແລະ​ປະຕິບັດ​ຕາມ​ກົດໝາຍ​ເທົ່ານັ້ນ” ​ແມ່ນ​ຫຼັກການ​ພື້ນຖານ​ຂອງ​ສານ ​ແລະ ທຸກ​ປະ​ເທດ​ປະຕິບັດ​ຕາມ. ລັດ​ແລະ​ສັງຄົມ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຮັບປະກັນວ່າ ​ສານ​ແລະຜູ້​ພິພາກສາ ຈະບໍ່ຖືກແຊກແຊງໃດໆ ທັງ​ໃນ​ດ້ານ​ອົງການ ​ແລະ ການປະຕິບັດງານ. ບາງ​ທິດ​ທາງປ່ຽນ​ແປງ​ໃໝ່​ ເພື່ອ​ຮັບ​ປະ​ກັນ​ວ່າ​ສານ​ມີຄວາມ​ເປັນ​ອິດສະຫຼະ ​ທີ່​ນັກ​ວິ​ທະ​ຍາ​ສາດ​ແລະຜູ້​ປະ​ຕິ​ບັດງານ​ໄດ້​ປຶກສາ​ຫາລື​ໃນ​ຫຼາຍເວ​ທີ​ປາ​ໄສແມ່ນ​:

ທີ​ໜຶ່ງ, ການຈັດ​ຕັ້ງ​ສານ​ຕາມ​ສິດ​ອໍາ​ນາດພິພາກສາ ​ແລະ ​ເປັນ​ອິດສະຫຼະ​ຈາກ​ ອົງການບໍລິຫານ; ການ​ຈັດ​ຕັ້ງ​ສານ​ພາກ​ພື້ນ​ບົນ​ພື້ນ​ຖານ​ຂອງ​ການ​ລວມ​​ສານ​ເມືອງ​.

ທີ​ສອງ, ການຈັດ​ຕັ້ງ​ສານ​ສະ​ເພາະ​ຊັ້ນ​ຕົ້ນ​ໃນ​ພາກ​ພື້ນ ຂຶ້ນ​ຢູ່​ກັບ​ລັກສະນະ ​ແລະ ຂະໜາດຂອງຄະດີທີ່ຈະແກ້ໄຂ. ຕາມ​ນັ້ນ​ຈະ​ລວມມີ: ສານ​ຊັ້ນ​ຕົ້ນ​ກ່ຽວ​ກັບ​ຊັບ​ສິນ​ທາງປັນຍາ (​ໂດຍ​ປົກກະຕິ ​ແຕ່ລະ​ປະ​ເທດ​ຈະ​ມີ​ສານ​ນີ້​ພຽງ​ແຫ່ງ​ດຽວ​ເທົ່າ​ນັ້ນ); ສານ​ປົກຄອງ​ຊັ້ນ​ຕົ້ນພາກ​ພື້ນ...

ທີ​ສາມ, ປະຕິບັດຂະບວນການມອບໝາຍຄະດີແບບສຸ່ມ ​ແລະ ປະຕິບັດການ​ແບ່ງ​ງານ​​ແບບ​ສຸ່ມໃຫ້​ຜູ້ພິພາກສາແລະລູກຂຸນ ​ໃນ​ສະພາ​ພິພາກສາ​ຄະດີ.

ທີ​ສີ່, ຈັດຕັ້ງການຄຸ້ມຄອງຜູ້ພິພາກສາຢ່າງສົມເຫດສົມຜົນ; ​ເງື່ອນ​ໄຂທີ່ຮັບປະກັນ​ການ​ດໍາ​ເນີນ​ງານ​ຂອງ​ສານແລະຜູ້​ພິພາກສານັ້ນ ​ບໍ່​​ໄດ້ຂຶ້ນ​ກັບ​ອົງການ​ບໍລິຫານ.

ທີ​ຫ້າ, ປະກາດ​ໃຊ້ບັນດາລະບຽບ​ການກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງຜູ້​ພິພາກສາ ໃນ​ກິດ​ຈະກຳທາງ​ສັງຄົມ​ແລະ​ທຸລະ​ກິດ​. ຕາມ​ນັ້ນ, ຜູ້​ພິພາກສາ​ບໍ່​ສາມາດ​ມີ​ສ່ວນ​ຮ່ວມ​ໃນ​ກິດ​ຈະກຳທີ່​ກໍ່ໃຫ້​ເກີດ​ຜົນ​ກຳ​ໄລ​ໃດ​ໆ ຍົກ​ເວັ້ນການ​ສອນໃນສູນ​ການ​ຝຶກ​ອົບຮົມ​ກົດໝາຍ ແລະ ສະຖາບັນຄົ້ນຄ້ວາວິທະຍາສາດ ​ໃນ​ໄລຍະ​ເສລາ​ທີ່​ເໝາະ​ສົມ ​ເພື່ອ​ບໍ່​ໃຫ້​ກະທົບ​ຕໍ່​ຄວາມຊໍານາມ​ໃນ​ການ​ຕັດສິນຂອງພວກເຂົາ.

ທີ​ຫົກ, ສ້າງ​ກົນ​ໄກ​ປ້ອງ​ກັນ​ການ​ແຊກ​ແຊງ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ພິ​ຈາ​ລະ​ນາພິພາກສາ ​ໂດຍ​ການ​ເປີດ​ເຜີຍ​ທຸກ​ເອ​ກະ​ສານ​​ການ​ແຊກ​ແຊງ​ນັ້ນ​ເປັນ​ສາທາລະນະ ​ເພື່ອ​ໃຫ້ຄູ່​ກໍລະ​ນີ​ສາ​ມາດ​ຊອກ​ຫາ​ໄດ້.

ທີ​ເຈັດ, ປັບປຸງ​ບູລະນະກົນ​ໄກ​ປົກ​ປ້ອງ​ຜູ້​ພິພາກສາ​ທີ່​​ໄດ້ປະຕິບັດ​ໜ້າ​ທີ່​ຕາມ​ກົດໝາຍ ​ແລະ ສ້າງ​ລະບຽບ​ການ​ເພື່ອ​ຈັດການກັບ​ການ​ກະທຳ​ທີ່​ລະ​ເມີດ​ກຽດ​ສັກ​ສີ​ຂອງ​ອົງການ​ຕຸລາການ.

ທີ​ແປດ, ປ່ຽນ​ແປງ​ໃໝ່​ກົນ​ໄກ​ຄຸ້ມ​ຄອງ, ຮັບ​ສະໝັກ, ຕີ​ລາຄາ, ​ແຕ່​ງຕັ້ງ, ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງພະນັກງານສານ.

3- ປະຕິບັດ​ຫຼັກການ​ເປີດ​ເຜີ​ຍ, ​ໂປ່​ງໃສ​ໃຫ້​ດີ ​
ແລະ
ອຳນວນ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ເຂົ້າ​ເຖິງ​ຂໍ້ມູນ​ຂ່າວສານທາງດ້ານຕຸລາການ

ການ​ກໍ່ສ້າງ​ລະບົບ​ຕຸລາການ​ທີ່​ເປີດ​ເຜີຍ, ​ໂປ່​ງ​ໃສ ​ແລະ ສະດວກ​ສະບາຍ​ໃຫ້​ແກ່​ປະຊາຊົນ ​ໄດ້​ກາຍ​ເປັນ​ທ່າ​ອ່ຽງ ​ແລະ ຄວາມ​ຕ້ອງການ​ຂອງ​ທຸກ​ປະ​ເທດ​ໃນ​ໂລກ, ​ໂດຍ​ສະ​ເພາະ​ບັນດາ​ປະ​ເທດ​ທີ່​ມີ​ລະບົບ​ຕຸລາການ​ທີ່​ພັດທະນາ. ບາງ​ປະ​ເທດ​​ໄດ້​ຍົກ​ຄຳ​ຂວັນ​ວ່າ: “ຄວາມ​ເປີດ​ເຜີຍ​ແມ່ນ​ຫຼັກ​ການ, ບໍ່​​ເປີດ​ເປັນ​ກໍລະນີ​ພິ​ເສດ”. ​ໃນ​ຂະ​ບວນການ​ແກ້​ໄຂ​ຄະດີ, ຕ້ອງ​ຮັບປະກັນ​​ໃຫ້​ປະຊາຊົນ​ໃຊ້​ສິດ​ທີ​ພື້ນຖານ 6 ປະການ, ລວມມີ: ສິດທິໃນການຮູ້; ສິດທິ​ທີ່​ຈະ​ນໍາ​ສະ​ເໜີ​; ສິດທິ​ໃນ​ການ​ແກ້​ຕ່າງ; ສິດທິທີ່ສະເໜີ; ສິດທິໃນການອຸທອນ; ສິດທີ​ທີ່​ຈະ​ຮ້ອງ​ຂໍ​​ແລະ​ປະ​ນາມ​.

ບັນດາ​ວິທີ​ປະຕິບັດ​ຄວາມ​ເປີດ​ເຜີຍ, ​ໂປ່​ງ​ໄສ​ໃນການເຄື່ອນໄຫວຂອງ​ສານ​ປະຊາຊົນ​ນັ້ນລວມມີ: ປະຕິບັດຕາມລະບຽບການພິຈາລະ​ນາຄະ​ດີ​ເປີດ​ເຜີຍຢ່າງເຂັ້ມງວດ, ເວັ້ນ​​ແຕ່ກົດໝາຍຈະກໍານົດໄວ້ເປັນຢ່າງອື່ນ; ປະຕິຮູບຂັ້ນ​ຕອນ​ຕຸລາການ, ກໍ່ສ້າງ​ສານ​ທີ່​ມີ​ປະຕູດຽວ​ໃນ​ການ​ສະໜອງ​ການ​ບໍລິການ​ດ້ານ​ຕຸລາການ​ໃຫ້​ແກ່​ປະຊາຊົນ; ​ເພີ່ມ​ທະວີ​ການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ເພື່ອດຳ​ເນີນກິດຈະກຳ​ຂັ້ນ​ຕອນ​ຕ່າງໆທາງ​ອິນ​ເຕີ​ເນັດ​ ເຊັ່ນ: ການຮັບ​ໃບຮ້ອງ​ຂໍ, ການສົ່ງ​ໜັງສື ເອກະສານ, ​ແຈ້ງ​ຜົນ​ການ​ແກ້​ໄຂ​ໃບຮ້ອງ​ຂໍ, ການກວດ​ສອບ​ຫຼັກ​ຖານ, ການພິຈາລະນາ​ຄະດີ​ອອນລາຍ, ການສ້າງ​ເອກະສານ​ດໍາ​ເນີນ​ຄະ​ດີທາງ​ເອ​ເລັກ​ໂຕຣ​ນິກ ​ເພື່ອ​ເພີ່ມ​ຄວາມ​ສະ​ດວກ​​ໃຫ້​ແກ່​ປະ​ຊາ​ຊົນ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ ການດຳເນີນງານ ແລະ ການ​ເປີດ​ເຜີຍທາງດ້ານຕຸລາການ; ກຳນົດ ແລະ ການຈັດ​ຫ້ອງ​ພິຈາລະນາ​ຄະດີ ດ້ວຍການເຂົ້າຮ່ວມຂອງສື່ມວນຊົນ; ເຜີຍ​ແຜ່​ໃນ​ພອຣ໌ທັນ​ຂອງ​ສານ​ເນື້ອ​ໃນຕ່າງໆ​ດັ່ງ​ຕໍ່​ໄປ​ນີ້​: ເຜີຍ​ແຜ່ແຜນການນຳເອົາຄະດີໄປດຳເນີນຄະດີ; ປະກາດ​ເປີດ​ເຜີຍຄວາມຄືບໜ້າຂອງການແກ້ໄຂຄະດີ; ​ເຜີຍ​ແຜ່​ເອກະສານ​ຂັ້ນ​ຕອນ​ການດຳ​ເນີນ​ການ;​ເຜີຍ​ແຜ່​​ຂະ​ບວນການ​ພິຈາລະນາ; ​ເຜີຍ​ແຜ່​ຂະ​ບວນການ​ພິພາກສາຄະດີ; ​ເຜີຍ​ແຜ່ຄຳພິພາກສາ​ ແລະ ຄຳຕັດສິນ​ຂອງ​ສານ; ​ເຜີຍ​ແຜ່​ຂະ​ບວນການ​ບັງຄັບໃຊ້ຄໍາຕັດສິນ​ຂອງ​ສານ; ເຜີຍແຜ່ຂະບວນການຫຼຸດຜ່ອນ​ໂທດ...

4- ປະຕິບັດ​ເປັນ​ຢ່າງ​ດີ ​ຫຼັກການ​ພິຈາລະ​ນະ​ຄະດີ​ຢ່າງ​ຍຸດຕິ​ທຳ
​ແລະ ສະ​ເໝີ​ພາບ, ຮັບປະກັນການ
ດຳ​ເນີນ​ຄະດີ

ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍສິດທິ​ພົນລະ​ເມືອງ ​ແລະ ສິດທິ​ການ​ເມືອງ​ໃນ​ປີ 1966 ໄດ້​ລະບຸ​ວ່າ: “ທຸກຄົນ​ເທົ່າ​ທຽມ​ກັນຕໍ່ໜ້າສານ ແລະ ອົງການ​ຕັດສິນ​ຄະດີ. ທຸກຄົນມີສິດທີ່​ຈະໄດ້ຮັບການພິຈາລະນາ​ຄະ​ດີຢ່າງຍຸດຕິທຳ ແລະ ​ເປີດ​ເຜີຍ” (ມາດຕາ 14). ຢູ່​ປະ​ເທດ​ຫວຽດນາມ, ລັດຖະທຳມະນູນ​ປີ 2013 ​ໄກ້ກຳນົດ: “ທຸກຄົນ​ເທົ່າ​ທຽມ​ກັນຕໍ່ໜ້າກົດໝາຍ” (ມາດຕາ 16); “ຜູ້​ຖືກ​ກ່າວ​ຫາ​ຈະ​ຕ້ອງ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ໂດຍ​ໄວ​ໂດຍ​ສານ​ພາຍ​ໃນ​​ເວ​ລາ​ທີ່​ກົດໝາຍກໍາ​ນົດ, ຍຸ​ດຕິ​ທໍາ ​ແລະ ​ເປີດ​ເຜີຍ” (ມາດຕາ 31); “ຫຼັກການ​ໂຕ້​ວາທີ​ໃນ​ການ​ພິຈາລະນາ​ຄະດີ​ໄດ້​ຮັບ​ການ​ຮັບປະກັນ” (ມາດ​ຕະການ 103).

​ເປັນ​ອັນວ່າ, ​ການ​ພັດ​ທະ​ນາຂະ​ບສນການ​ຍຸ​ຕິ​ທຳ​ແບບ​ກ້າວ​ໜ້າ​ຢູ່​ຫວຽດ​ນາມ ໄດ້​ເຂົ້າ​ໃກ້​ກັບ “ຄວາມຍຸດຕິ​ທຳ ແລະ ຄວາມສະ​ເໝີ​ພາບ​ໃນ​ການ​ພິຈາລະນາ​ຄະດີ” ​ເຊິ່ງ​ເປັນ​ສິດທິ​ພື້ນຖານ​ຂອງ​ມະນຸດ ​ແລະ ​ທີ່​ລັດຖະທໍາມະນູນ​ໄດ້ກຳນົດ​ໄວ້. ການລະເມີດຫຼັກການ​ນີ້​ແມ່ນການລະເມີດສິດທິມະນຸດ ທີ່ໄດ້ກໍານົດໄວ້ໃນອະນຸ​ສັນຍາ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ​ໃນລັດຖະທໍາມະນູນຂອງ​ປະ​ເທດ. ການຮັບປະກັນຄວາມຍຸດຕິ​ທຳ ແລະ ຄວາມ​ສະ​ເໝີ​ພາບໃນການພິຈາລະນາ​ຄະດີ ມີ​ຄວາມ​ພົວພັນ​ແໜ້ນ​ແຟ້ນກັບຫຼັກການຮັບປະກັນ​ການ​ໂຕ້​ວາທີ​ໃນ​ການ​ພິຈາລະນາ​ຄະດີ ​ເຊິ່ງລັດຖະທຳມະນູນ​ໄດ້​ກຳນົດວ່າ​ເປັນ​ໜຶ່ງ​ໃນ​ຫຼັກການ​ທີ່ສໍາຄັນຂອງການດໍາເນີນງານຂອງສານປະຊາຊົນ.

ການ​ປະຕິ​ຮູບ​​ຕຸລາການ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ສືບ​ຕໍ່​ປັບປຸງ​ກົນ​ໄກ​ຮັບປະກັນ​ການ​​ໂຕ້​ວາທີ​ໃນ​ການ​ພິຈາລະ​ນາຄະ​ດີ, ຊຸກຍູ້ການ​ໂຕ້​ວາທີໃນການພິຈາລະນາ​ຄະດີຢູ່​ໃນ​ສານ​ທັງ​ໝົດ​, ບໍ່ຈໍາກັດເວລາ​ໃນ​ການ​ໂຕ້​ວາທີ, ທຸກ​ບັນ​ຫາ​ທີ່​ຍົກ​ຂຶ້ນ​ມາ​ໃນ​ການ​ໂຕ້​ວາທີຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຈົນ​ເຖິງ​ທີ່​ສຸດ ແລະ ​ບັນ​ທຶກ​ໄວ້​ໃນ​ຄໍາ​ພິພາກສາ​, ອີງ​ໃສ່​ຜົນ​ຂອງ​ການ​ໂຕ້​ວາທີ​ເພື່ອ​ອອກ​ຄຳ​ຕັດສິນ. ສານຕ້ອງເສີມສ້າງຄວາມຮູ້ໃຫ້ແກ່ຜູ້ພິພາກສາເປັນປະຈຳ ເພື່ອປັບປຸງທັກສະໃນການຄຸ້ມຄອງການດຳເນີນຄະດີທີ່​ມີ​ການ​ໂຕ້​ວາທີ, ປະ​ເມີນ​ຜົນ​ການ​ໂຕ້​ວາທີ​ພິຈາລະນາ​ຄະດີ ​ເພື່ອອອກຄໍາຕັດສິນຂອງສານທີ່​ທຸກຄົນ​ຍອມຮັບ. ​ໃນ​ເວລາ​ທີ່​ຜ່ານ​ມາ, ສານ​ໄດ້​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່ຮູບ​ແບບ​ຫ້ອງ​ພິຈາລະ​ນະ​ຄະດີ, ຕາມ​ນັ້ນ, ຈັດ​ໃຫ້​ໄອ​ຍະ​ການ (ຝ່າຍ​ທີ່​ກ່າວ​ຫາ​) ແລະ​ທະ​ນາຍ​ຄວາມ (​ຝ່າຍອະ​ທິ​ບາຍ​​) ໃນ​ຕໍາ​ແຫນ່ງ​ເທົ່າ​ທຽມ​ກັນ​ໃນ​ຫ້ອງພິຈາລະນາ​ຄະ​ດີ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຫຼັກການ​ຍຸຕິ​ທຳ ​ແລະ ຄວາມ​ສະ​ເໝີ​ພາບ​ໃນ​ການ​ດຳ​ເນີນ​ຄະດີ. ຫ້າມ ແລະ ​ບໍ່​ອະນຸຍາດ​ໃຫ້​ມີ​ການ​ກະທຳ​ທີ່​ຈຳ​ແນ​ກ ຫຼື​ບໍ່​ເທົ່າ​ທຽມ​ກັນ​ໃນ​ຂະ​ບວນການ​ພິພາກສາ​ຄະດີ, ​ເຮັດ​ໄດ້​ຄື​ແນວ​ນັ້ນ ປະຊາຊົນ​ຈຶ່ງ​ມີ​ຄວາມ​ໄວ້ວາງ​ໃຈ​ໃນ​ຄວາມ​ຍຸດ​ຕິ​ທໍາ ​ແລະ ​ຄວາມ​ເປັນ​ທໍາ​ຂອງ​ກົດ​ໝາຍ.

5- ປ່ຽນ​ແປງ​ໃໝ່​ກົດ​ລະບຽບ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​
ໃນ​ຂະ​ບວນການພິຈາລະ​ນາຄະ​ດີ

ປະ​ຊາຊົນ​ເຂົ້າ​ຮ່ວມ​ໃນການ​ເຄື່ອນ​ໄຫວ​ຂອງ​ລັດ​ເວົ້າ​ລວມ, ​ໃນ​ການ​ເຄື່ອນ​ໄຫວຕຸລາ​ການ​ເວົ້າ​ສະ​ເພາະ ​ແມ່ນ​ລັກສະນະສະ​ເພາະ​ຂອງ​ລັດ​ທີ່​ປະຊາທິປະ​ໄຕ ແລະ ກ້າວໜ້າ. ​ແນວ​ຄິດ​ກ່ຽວ​ກັບ​ການ​ສ້າງ​ລະບົບ​ຕຸລາການ​ທີ່ “​ເອົາ​ປະ​ຊາ​ຊົນ​ເປັນ​ກົກຮາກ” ​ໄດ້​ກຳນົດ​ໄວ້​ໃນ​ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ (ລັດຖະທຳ​ມະນູນnăm 1946) ​ແລະ ສືບ​ຕໍ່​ໄດ້​ຮັບ​ການ​ຢືນຢັນໃນລັດຖະທໍາມະນູນສະບັບຕໍ່ມາ. ທາດ​ແທ້​ປະຊາທິປະ​ໄຕ​​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ໃນ​ການ​ອຸທິດ​ຕົນ​ຂອງ​ພະນັກງານ​ລັດຖະກອນ​ເພື່ອ​ຮັບ​ໃຊ້​ປະ​ເທດ​ຊາດ​ແລະ​ປະຊາຊົນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ປະຊາທິປະ​ໄຕ, ​ແຕ່​ຍັງລວມ​ເຖິງ​ການ​ລະດົມປະຊາຊົນ​​ໃຫ້ເຂົ້າ​ຮ່ວມ​ແລະຕິ​ດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ໂດຍ​ກົງ. ຫຼັກການ​ຕາມກຳນົດຂອງລັດຖະທໍາມະນູນ“ການ​ພິຈາລະນາ​ຄະດີ​ຄັ້ງຕົ້ນ​ຂອງ​ສານ​ປະຊາຊົນ​ຈະ​ມີ​ຄະນະລູກ​ຂຸນປະຊາຊົນ​ເຂົ້າ​ຮ່ວມ” ນັ້ນ​ແມ່ນ​ກົນ​ໄກ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດອຳນາດ​ລັດ​ໂດຍ​ກົງ. ຄະນະລູກ​ຂຸນທີ່ເຂົ້າຮ່ວມການພິຈາລະນາຄະດີ ​ໄດ້ນໍາເອົາ​ແນວ​ຄວາມ​ຄິດ​ທາງ​ດ້ານສິນທໍາ ແລະ ການປະເມີນທົ່ວໄປຂອງສັງຄົມ ກ່ຽວກັບການກະທໍາຜິດທາງ​ອາຍາ ​ແລະຂໍ້ຂັດແຍ່ງຕາມແນວຄວາມຄິດກ່ຽວ​ກັບຄວາມຖືກຕ້ອງ ​ແລະ ຄວາມຍຸດຕິທໍາ. ດ້ວຍ​ປະສົບ​ການ, ຄວາມ​ເຂົ້າ​ໃຈ ​ແລະ​ ຄວາມ​ຮູ້​ຂອງ​ຕົນ, ຄະນະ​ລູກ​ຂຸນປະກອບ​ສ່ວນສຳຄັນ​ເຂົ້າ​ໃນ​ການກຳນົດຄວາມ​ຈິງ​ພາວະ​ວິ​ໄສ​ຂອງ​ຄະດີ, ເພີ່ມຄວາມໝັ້ນໃຈຂອງຜູ້ພິພາກສາ ໃນການຕັດສິນໃຈ.

ຕຸລາການ​ມະນຸດຊາດ​ມີ​ສາມ​ຮູບ​ແບບ​ທົ່ວ​ໄປ​ຂອງການ​ທີ່​ປະຊາຊົນ​ເຂົ້າ​ຮ່ວມ​ຂະ​ບວນການພິຈາລະນາ​ຄະດີ: ຮູບ​ແບບ​ລູກ​ຂຸນ​ປະຊາຊົນ (ຢູ່​ຫວຽດນາມ, ຈີນ...); ຮູບ​ແບບ​ຄະນະ​ລູກ​ຂຸນ (ຄ້າຍ​ກັບ​ຄະນະ​ລູກ​ຂຸນ​ໃນ​ເອີຣົບ, ທະວີບອາ​ເມ​ລິ​ກາ...); ປະສານ, ສົມທົບ​ສອງ​ຮູບ​ແບບ​ຂ້າງ​ເທິງ (ຢູ່​ລັດ​ເຊຍ...).

- ຄະນະລູກຂຸນປະກອບດ້ວຍບຸກຄົນທີ່ຖືກຄັດເລືອກໂດຍກົດຫມາຍ​ໃຫ້​ເຂົ້າ​ຮ່ວມ​ການ​ພິຈາລະນາ​ຄະດີ ແລະ ມີອໍານາດຕັດສິນບັນຫາບາງ​ຢ່າງໃນຄະດີ​ນີ້. ຂອບເຂດການ​ມີ​ສ່ວນ​ຮ່ວມ​ຂອງຄະນະລູກຂຸນເກືອບຈະສະເພາະໃນຄະດີອາຍາ​ເທົ່າ​ນັ້ນ. ຄະນະ​ລູກ​ຂຸນ​ບໍ່​ໄດ້​ຄົ້ນຄວ້າສຳນວນຄະດີລ່ວງໜ້າ, ​ໃນ​ການ​ພິຈາລະ​ນະ​ຄະດີ​ຄະນະ​ລູກ​ຂຸນ​ບໍ່​ໄດ້​ຊັກຖາມ​ບັນດາ​ຝ່າຍ, ພຽງ​ແຕ່​​ຮັບ​ຟັງ​ການ​ໂຕ້​ຖຽງ​ກັນຂອງ​ສອງ​ຝ່າຍ. ຄະນະລູກຂຸນມີອຳນາດ​ຕັດສິນ​ວ່າຈຳເລີຍມີຄວາມຜິດຫຼືບໍ່ ແລະ ຖ້າມີຄວາມຜິດສົມຄວນ​ໄດ້​ຮັບ​ການ​ຜ່ອນຜັນ​ຫຼື​ບໍ່. ບັນດາ​ບັນຫາ​ທີ່​ເຫຼືອ​ຢູ່​ຂອງ​ຄະດີ (​ເຊັ່ນ: ຕັດ​ສິນ​​ອາ​ຊະ​ຍາ​ກໍາ​, ບົດ​ລົງ​ໂທດ, ການ​ໃຊ້​ມາດ​ຕະ​ການ​ຍຸຕິ​ທຳ, ການ​ຊົດ​ໃຊ້​ຄວາມ​ເສຍ​ຫາຍ...) ຕັດ​ສິນ​ໂດຍ​ຜູ້​ພິ​ພາກ​ສາ.

- ລູກ​ຂຸນ​ປະຊາຊົນ​ປະກອບ​ດ້ວຍຜູ້​ທີ່​ໄດ້​ຮັກ​ບການ​ເລືອກ​ຕັ້ງ, ຄັດ​ເລືອກ ຫຼື​ແຕ່ງ​ຕັ້ງ​ຕາມ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ ​ແລະ ​ເຂົ້າ​ຮ່ວການ​ພິຈາລະນາ​ຄະດີ​ຄັ້ງ​ຕົ້ນຂອງ​ຄະດີ​ສ່ວນ​ໃຫຍ່ (ຄະດີອາ​ຍາ​, ​ແພ່ງ​, ປົກຄອງ​)​. ຄະນະລູກ​ຂຸນ​ປະຊາຊົນ​ ແລະ ຜູ້ພິພາກສາ​ປະກອບ​ເປັນ​ຄະນະ​ກຳມະການ​ພິຈາລະນາ​ຄະດີ ໂດຍ​ຜູ້​ພິພາກສາ​ເປັນ​ປະທານ. ຄະນະລູກ​ຂຸນ​ປະຊາຊົນຄົ້ນຄວ້າສຳນວນ​ຄະດີ​ກ່ອນ​ທີ່​ຈະ​ພິຈາະນາຄະ​ດີ; ​ໂດຍ​ຫຼັກການ​ແລ້ວ, ຄະນະ​ລູກ​ຂຸນ​ປະຊາຊົນ ມີ​ສິດ​ເທົ່າ​ທຽມ​ກັບ​ຜູ້​ພິພາກສາ ໃນ​ການ​ຕັດ​ສິນ​​ບັນ​ຫາ​ພາຍ​ໃນ​ສິດ​ອໍາ​ນາດ​ຂອງ​ຄະ​ນະ​ກໍາ​ມະ​ການ​ພິຈາລະນາ​ຄະດີ.

ຜ່ານພຶດຕິ​ກຳ​ແຫ່ງ​ການ​ເຄື່ອນ​ໄຫວ, ຄະນະ​ລູກ​ຂຸນ​ປະຊາຊົນ​ໄດ້ປະກອບສ່ວນ ສຳຄັນ ຊ່ວຍຜູ້ພິພາກສາ ໃນການຊີ້ແຈງຄວາມຈິງພາວະ​ວິ​ໄສຂອງຄະດີ, ​ໃຫ້​ຄຳພິພາກສາ “ດ້ວຍ​ຄວາມ​ຮູ້ສຶກ​ແລະ​ມີ​ເຫດຜົນ”, ສະທ້ອນ​ເຖິງ​ເຈດ​ຈຳນົງ​ຂອງ​ປະຊາຊົນ, ​ເຝົ້າຕິດຕາມ​ຈາກ​ພາຍ​ໃນ​ຂະ​ບວນການ​ພິພາກສາ. ຢ່າງ​ໃດກໍ​ຕາມ, ກົນ​ໄກ​ນີ້​ກໍ​ມີ​ຂໍ້​ບົກ​ພ່ອງ​ບາງ​ຢ່າງ: ຄະນະ​ລູກ​ຂຸນ​ນັ້ນ ​ໂດຍ​ທົ່ວ​ໄປ​ແລ້ວ​ ເປັນ​ຄົນ​ທີ່​ບໍ່​ມີ​ຄວາມ​ຊ່ຽວຊານ​ດ້ານ​ກົດໝາຍ ​ແຕ່​ກວມ​ສ່ວນ​ໃຫຍ່​ໃນ​ຄະນະ​ກຳມະການພິຈາລະນາ​ຄະດີ ​ແລະ ມີ​ສິດ​ເທົ່າທຽມກັນກັບຜູ້ພິພາກສາ ສົ່ງ​ຜົນໃຫ້ເກີດ “ພາລະ” ອັນ​ໜັກໜ່ວງສໍາລັບຄະນະ​ລູກ​ຂຸນ; ເມື່ອຄໍາຕັດສິນ​ຂອງ​ສານ​ຖືກ​ຍົກ​ເລີກ ຫຼື​ດັດ​ແກ້, ການປະຕິບັດກົດລະບຽບ​ໃນ​ປະຈຸ​ບັນ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ ​ແລະ​ການລົງໂທດແມ່ນບັງຄັບໃຫ້ຜູ້ພິພາກສາເທົ່ານັ້ນ (ປົກ​ຕຳແໜ່ງ, ບໍ່​ແຕ່ງ​ຕັ້ງ​ໃໝ່...), ​ໂດຍ​ບໍ່​ມີ​ການ​ປະຕິບັດ​ກັບ​ຄະນະ​ລູກ​ຂຸນ; ຄະດີແພ່ງແລະເສດຖະກິດມີ​ຄວາມ​ຊ່ຽວຊານ​ສູງ ໃນຂະນະທີ່ເອກະສານສໍາລັບການພິຈາລະນາ​ຄະດີ ໄດ້ຖືກກະກຽມ​ແລະ​ສະໜອງ​ໂດຍຝ່າຍ​ທີ່ກ່ຽວຂ້ອງ, ມັກ​ຈະ​ໃຫ້​ປະ​ໂຫຍ​ດ​ແກ່​ແຕ່ລະ​ຝ່າຍ ດັ່ງ​ນັ້ນ​ຈຶ່ງ​ເປັນ​ເລື່ອງ​ຍາກ​ຫຼາຍ​ທີ່​ຄະນະ​ລູກ​ຂຸນ​ຈະເຂົ້າຮ່ວມ​ການ​ພິຈາລະນາ​ຄະດີ​ປະ​ເພດ​ນີ້ (ສຳລັບຄະດີອາຍາ, ສຳນວນ​ຄະດີ​ໂດຍ​ອົງການ​ຂອງ​ລັດ​ເປັນ​ຜູ້​ກຽມ)...

​ເພື່ອ​ແກ້​ໄຂຂໍ້​ບົກພ່ອງ​ທີ່​ກ່າວ​ມາ​ຂ້າງ​ເທິງ, ​ໃນ​ເວລະ​ສະ​ເພາະ​ໜ້າ, ຈຳ​ເປັນ​ຕ້ອງ​ຄົ້ນຄວ້າ​ເພື່ອ​ປ່ຽນ​ແປງ​ໃໝ່ສະຖາບັນຄະນະລູກຂຸນຕາມທິດ: ປັບປຸງບູລະນະກົນໄກປະຈຸ​ບັນ​ກ່ຽວ​ກັບ​ຄະນະ​ລູກ​ຂຸນປະຊາຊົນທີ່ເຂົ້າຮ່ວມການພິຈາລະນາ​ຄະດີ; ຄົ້ນຄວ້າ​ເພີ່ມ​ເຕີມ​ກົນ​ໄກ​ຄະນະ​ລູກ​ຂຸນ​ເຂົ້າ​ຮ່ວມ​ໃນ​ການ​ພິຈາລະນາ​ຄະດີ​ອາຍາ; ກຳນົດ​ແຈ້ງ​ເຂດ​ອຳນາດ, ໜ້າ​ທີ່​ຂອງ​ຄະນະ​ລູກ​ຂຸນ​ປະຊາຊົນ; ປ່ຽນ​ແປງ​ໃໝ່​ໂຄງ​ປະກອບ, ພາກສ່ວນ​ຂອງ​ຄະນະ​ລູກ​ຂຸນ​ປະຊາຊົນ​ ໃນ​ຄະນະກຳ​ມະ​ການພິຈາລະນາ​ຄະດີ ​ຕາມ​ທິດ​ສອດຄ່ອງ​ກັບ​ຄວາມ​ຮູ້​ດ້ານວິຊາ​ສະ​ເພາະ​ຂອງ​ລູກ​ຂຸນ; ​ເພີ່ມ​ທະວີ​ການ​ຝຶກ​ອົບຮົມ ຍົກ​ສູງ​ລະດັບ​ຂອງ​ຄະນະ​ລູກ​ຂຸນ​ປະຊາຊົນ ​ແລະ ມີ​ລະບອບ ນະ​ໂຍບາຍ​ທີ່​ສົມເຫດສົມຜົນ; ປ່ຽນ​ແປງ​ໃໝ່​ກົນ​ໄກ​ຮັບ​ສະໝັກ, ​ເລືອກ​ຕັ້ງ ​ແລະ ຄຸ້ມ​ຄອງ​ຄະນະ​ລູກ​ຂຸນ​ປະຊາຊົນ; ກຳນົດ​ຢ່າງ​ເຂັ້ມ​ງວດ​ກ່ຽວ​ກັບ​ຂະ​ບວນການ​ຄັດເລືອກ​​ແບບ​ສຸ່ມ ຄະນະ​ລູກ​ຂຸນ​ປະຊາຊົນ ​ໃຫ້​ເຂົ້າ​ຮ່ວມຄະນະກຳ​ມະ​ການພິຈາລະນາ​ຄະດີ; ສ້າງ​ປະມວນຫຼັກການ​ຈັນ​ຍາ​ບັນ​, ຄວາມ​ຮັບຜິດຊອບ ​ແລະ ການ​ພົວພັນ​ປະສານ​ງານ​ຂອງ​ຄະນະ​ລູກ​ຂຸນ​ປະຊາຊົນ; ສະເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ຄະນະ​ລູກ​ຂຸນປະຊາຊົນ.

 6- ຊອກຫາແລະປະຕິບັດວິທີແກ້ໄຂ​ເພື່ອປ່ຽນແທນການດໍາເນີນຄະດີບາງຢ່າ​ງ

ການປະ​ເມີນ​ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ຕຸລາການ, ປະສິດທິ​ຜົນ​ຂອງການ​ພິຈາລະນາ​ຄະດີ​ນັ້ນ ບໍ່​ພຽງ​ແຕ່​ອີງ​ໃສ່​ຈໍາ​ນວນ​ກໍ​ລະ​ນີ​ ຄະດີ​ທີ່​ໄດ້​ຮັບ​ການ​ແກ້​ໄຂ​ເທົ່າ​ນັ້ນ, ແຕ່​ຕ້ອງ​ອີງ​ໃສ່​ຄຸນ​ນະ​ພາບ​ຂອງ​ການພິຈາລະນາ​ຄະດີ, ຄວາມ​ເຄົາລົບ​ແລະ​ຍອມຮັບຂອງ​ຝ່າຍ​ທີ່​ກ່ຽວຂ້ອງ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະ​ຊາ​ຊົນ​, ຄ່າ​ໃຊ້​ຈ່າຍ​ຂອງ​ລັດ​ແລະ​ສັງ​ຄົມ. ​ເພື່ອປັບປຸງ​ປະສິດທິ​ຜົນ​ຂອງ​ຕຸລາການ, ຫຼາຍ​ປະ​ເທດ​ໄດ້​ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ຊອກ​ຫາ​ແລະ​ປະຕິບັດວິທີ​ແກ້​ໄຂ​ໃໝ່. ຜົນປະໂຫຍດທີ່ວິທີແກ້ໄຂເຫຼົ່ານີ້ນໍາມາ​ແມ່ນ​ການ​ຫຼຸດຜ່ອນເວລາແລະ​ເຫື່​ອແຮງ​ໃນ​ການດຳ​ເນີນ​ຄະດີ, ຄ່າ​ໃຊ້​ຈ່າຍ​ຂອງ​ລັດ​ແລະ​ສັງ​ຄົມ, ຫຼຸດຜ່ອນຈຳນວນຄະດີທີ່ຂຶ້ນສານ ແລະ ເພີ່ມຄວາມເຫັນດີເຫັນພ້ອມຂອງສັງຄົມ. ຂະ​ບວນການ​ປະຕິ​ຮູບ​ຕຸລາການ​ແມ່ນ​ຂະ​ບວນການ​ຊອກ​ຫາ ​ແລະ ​ການ​ປ່ຽນ​ແປງ​ໃໝ່​ວິທີ​ແກ້​ໄຂ​ທາງ​ເລືອກ​ໃໝ່​ຄື: ປ່ຽນ​ແທນການ​ພິສູດ, ປ່ຽນ​ແທນ​ການພິຈາລະນາ​ຄະດີ ​ແລະ ​ປ່ຽນ​ແທນ​ການ​ບັງຄັບ​ໃຊ້​ຄຳ​ພິພາກສາ. ວິທີ​ແກ້​ໄຂ​ທາງ​ເລືອກ​ໃໝ່​​ເຫຼົ່າ​ນີ້​ຕິດ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສານ ດັ່ງ​ນັ້ນ​ຕ້ອງ​​ໄດ້​ຫັນ​ເປັນ​ນິຕິ​ກຳ. 

ກ່ຽວ​ກັບ​ທາງ​ເລືອກ​ທີ່​ໄດ້​ຮັບການ​ພິສູດ: ຫຼາຍ​ປະ​ເທດ​ມີ​ລະບົບ “ຂໍ້​ຕົກລົງ​ການ​ສາລະພາບ”, ຕາມ​ນັ້ນ, ​ໃນ​ບາງກໍລະ​ນີ ຖ້າ​ຜູ້​ກະທຳຄວາມ​ຜິດ​ສະໝັກ​ໃຈ​ຮັບ​ສາລະພາບ ​ແລະ ​ຄຳ​ສາລະພາບ​ສອດຄ່ອງ​ກັບ​ຫຼັກ​ຖານ​ອື່ນໆ​ຂອງ​ຄະດີ, ສະໝັກ​ໃຈ​ຊົດ​ໃຊ້​ຜົນທີ່​ຕາມ​ມາ ​ແລະ ຍອມຮັບ​ການ​ລົງ​ໂທດ ​ຈະ​ໄດ້​ຮັບການ​ພິຈາລະນາ​ຄະດີທີ່​ສັ້ນ​ລົງ ​ແລະ ​ນະ​ໂຍ​ບາຍ​ທາງ​ອາ​ຍາ​ຜ່ອນ​ຄາຍ​ບາງ​ຢ່າງ (​ເຊັ່ນ: ຫຼຸດໂທດລົງ​ເຄິ່ງໜຶ່ງ, ອາດຊະຍາກຳທີ່​ກ່ຽວຂ້ອງກັບອາຊະຍາກຳຕົ້ນຕໍ ຈະບໍ່​ຖືກສືບສວນອີກ). ຫຼາຍ​ປະ​ເທດອະນຸຍາດໃຫ້ຮັບຮູ້ “ຫຼັກຖານ​ໂດຍ​ບັງ​ເອີນ” ເປັນຫຼັກຖານທີ່​ບໍ່​ສາມາດ​ຫາ​ໄດ້ຕາມຂັ້ນ​ຕອນ​ທີ່ລະບຸ​ໃນ​ກົດໝາຍກຳນົດວິທີ​ພິຈາລະນາ​ຄວາມ (ຕົວຢ່າງ​ເຊັ່ນ: ຮັບ​ຮູ້​ຫຼັກ​ຖານອາຊະຍາກໍາທີ່​ສຸ່ມບັນທຶກຈາກການສະກັດກ້ອງຖ່າຍຮູບສາທາລະນະ). ຢູ່​ຫວຽດນາມ, ເນື່ອງຈາກກົດໝາຍ​ບໍ່​ອະນຸຍາດ ຈຶ່ງ​ຕ້ອງໃຊ້ເວລາ ຄວາມພະຍາຍາມ ແລະ ຂັ້ນຕອນ​ໃນ​ການ​ແປງ​ຫຼັກ​ຖານ ​ເປັນ​ຈຳນວນ​ຫຼາຍ. ຫຼາຍປະເທດຮັບຮູ້ຄວາມຊອບທຳຂອງ “ຊອບ​ແວ​ກູ້​ຄືນ​ຂໍ້​ມູນ​ດິຈີ​ຕອນ” ເພື່ອ​ເກັບ​ກໍາ​ຫຼັກ​ຖານ​ເອ​ເລັກ​ໂຕຣ​ນິກ​. ນີ້ແມ່ນຊອບແວທີ່ມີຄຸນສົມບັດ​ໃນ​ການ​ກູ້​ຄືນ​ຂໍ້​ມູນ​ທີ່​ຖືກລົບໃນອຸປະກອນເອເລັກໂຕຣນິກ (ໂທລະສັບ, ຄອມພິວເຕີ, ກ້ອງຖ່າຍຮູບ, ເຄື່ອງຖ່າຍ​ເອກະສານ...) ແລະ ອະນຸຍາດໃຫ້ນຳໃຊ້ກັບຊອບແວ ທີ່ໄດ້ຮັບການ​ຍອມຮັບ​ຈາກ​ສາ​ກົດ​ເທົ່າ​ນັ້ນ.

ກ່ຽວກັບທາງເລືອກໃນການພິຈາລະນາ​ຄະດີ: ການໄກ່ເກ່ຍ​ໃນ​ສານ​ແມ່ນ​ວິທີ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງທາງສັງຄົມວິທີ​ໜຶ່ງ​ ທີ່ບໍ່ຕ້ອງຜ່ານການພິຈາລະນາ​ຄະດີ. ອີງ​ຕາມ​ຜົນ​ການ​ທົດ​ລອງ​ແລະ​ຂໍ້​ລິ​ເລີ່ມ​ທາງ​ດ້ານ​ກົດ​ໝາຍ​ຂອງ​ສານ​ປະ​ຊາ​ຊົນ​ສູງ​ສຸດ, ສະພາ​ແຫ່ງ​ຊາດ​ໄດ້​ຜ່ານ​ກົດໝາຍ​ວ່າ​ດ້ວຍ​ການ​ໄກ່​ເກ່ຍ ​ແລະ ການ​ເຈລະຈາ​ຢູ່​ສານ. ປະຈຸ​ບັນ, ກົດໝາຍ​ວ່າ​ດ້ວຍ​ການ​ໄກ່​ເກ່ຍນີ້​ໄດ້​ເຂົ້າ​ສູ່​ຊີວິດ ​ແລະ ນັບ​ມື້​ນັບ​ຢືນຢັນ​ວ່າ​ເປັນ​ຮູບ​ແບບ​ມະ​ນຸດອາລະຍະ​ທຳ, ດ້ວຍ​ວິ​ທີ​ທີ່​ເປັນ​ມິດ, ເຫັນ​ອົກ​ເຫັນ​ໃຈ​ ແລະ​ ການ​ແລກ​ປ່ຽນ ​ເຊິ່ງ​ໄດ້​ຊ່ວຍ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ຫຼາຍ​ຢ່າງ​ຢ່າງ​​ເຖິງ​ຖອງ ​ໂດຍ​ບໍ່​ຕ້ອງ​ເປີດ​ການພິຈາລະນາ​ຄະດີ. ​ໃນ​ຂົງ​ເຂດ​ອາຍາ, ໃນເບື້ອງຕົ້ນ, ປະເທດຫວຽດນາມໄດ້ອະນຸຍາດໃຫ້ມີ​ການໄກ່ເກ່ຍ, ແຕ່ພຽງແຕ່ນໍາໃຊ້ກັບ​ບາງກໍລະນີທີ່ກ່ຽວຂ້ອງກັບຜູ້ທີ່ມີອາຍຸຕ່ຳກວ່າ 18 ປີກໍ່ອາຊະຍາກໍາ (ມາດຕາ 94, ປະມວນ​ກົດໝາຍ​ອາຍາ). ​ແຕ່​ໃນ​ຫຼາບ​ປະ​ເທດ, ບົດ​ບັນຍັດການ​ໄກ່​ເກ່ຍ​ທາງ​ອາຍາ​ຖືກ​ນຳ​ໃຊ້​ຢ່າງ​ກວ້າງ​ຂວາງ​ກວ່າ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ຝ່າຍ​ທີ່​ກະທຳ​ຜິດ​ໃນ​ການ​ຊົດ​​ໃຊ້ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ທີ່​ຕາມ​ມາ​ໂດຍ​ໄວ ເພື່ອ​ປິດ​ຄະດີ​ໃຫ້​ໄວ​​ທີ່​ສຸດ. ນີ້ແມ່ນຄໍາແນະນໍາທີ່​ເປັນ​ປະ​ໂຫຍ​ດທີ່ຈະອ້າງເຖິງ.

ກ່ຽວ​ກັບ​ທາງ​ເລືອກ​ໃນ​ການ​ບັງຄັບ​ໃຊ້​ຄຳ​ພິພາກສາ: ກົດໝາຍຫວຽດນາມ​ໄດ້ກຳນົດບົດ​ບັນຍັດບາງ​ປະການ ​ເພື່ອ​ປ່ຽນ​ແປງ​ການ​ບັງຄັບ​ໃຊ້ຄຳພິພາກສາ, ​ເຊັ່ນ: ການ​ປ່ອຍ​ຕົວ​ອອກ​ຈາກ​ຄຸກກ່ອນ​ກຳນົດ​ໂດຍ​ມີ​ເງື່ອນ​ໄຂ; ບໍ່​ປະ​ຫານ​ຊີ​ວິດບຸກຄົນ​ທີ່​ເຄີຍ​ຖືກຕັດ​ສິນ​ວ່າ​ສໍ້​ລາດ​ບັງ​ຫຼວງ ​ຮັບ​ສິນ​ບົນ, ແຕ່​ໄດ້​ຄືນ​ຊັບ​ສິນ​ທາງ​ອາ​ຍາ​ໄປ​ແລ້ວ​ສາມ​ສ່ວນ​ສີ່ ແລະ ໄດ້​ໃຫ້​ການ​ຮ່ວມ​ມືຢ່າງ​ແຂງ​ຂັນ​ກັບທາງ​ການ ຫຼື​ບັນລຸ​ຜົນ​ສຳ​ເລັດ​ຢ່າງໃຫຍ່​ຫຼວງ.

​ໃນ​ຫຼາຍ​ປະ​ເທດ, ເພື່ອ​ຫຼຸດ​ຜ່ອນ​ຄວາມ​ໜັກໜ່ວງ​ໃນ​ການບັງຄັບ​ໃຊ້ຄຳພິພາກສາ, ​ໄດ້​ມີ​ການ​ເປີດ​ມາດ​ຕະການ​ທາງ​ເລືອກ​ຫຼາຍ​ຢ່າງ​ເຊັ່ນ: ການປະຕິບັດໂທດຈໍາຄຸກຢູ່ເຮືອນ; ອະ​ນຸ​ຍາດ​ໃຫ້​ປ່ຽນ​ການ​ຈໍາ​ຄຸກ​ເປັນ​ຄ່າ​ປັບ​ໄໝ ທີ່​ໃຊ້​​ກັບ​ອາ​ຊະ​ຍາ​ກໍາ​ບາງ​ຢ່າງ​ໃນ​ການ​ເອົາ​ເງິນ​ໄປ​ໃຊ້​ເປັນ​ເຄື່ອງມື ​ແລະ ​ຈຸດ​ປະ​ສົງ​ໃນ​ການກໍ່​ອາ​ຊະ​ຍາ​ກໍາ (ການ​ໃຫ້​ກູ້​ດອກ​ເບ້ຍ​ສູງ, ກາຍ​ໃຊ້​ຊັບ​ສິນ​ຢ່າງ​ຜິດ​ກົດໝາຍ, ການ​ພະນັນ...) ແລະ ຕ້ອງຕອບສະໜອງ​ເງື່ອນ​ໄຂ​ທີ່​ເຄັ່ງຄັດອື່ນໆ; ບໍ່​ປະ​ຕິ​ບັດ​ໂທດ​ຈຳ​ຄຸກ​ສຳ​ລັບ​ຜູ້ເຍົາ ແລະ ​ໃຊ້​ມາດ​ຕະ​ການ​ອື່ນໆ​ໃນ​ການ​ທົດສອບ...

ຄວາມ​ຕັ້ງໜ້າ​ພະຍາຍາມ​ຊອກ​ຫາວິທີ​ແກ້​ໄຂປ່ຽນ​ແທນການ​ພິສູດ, ປ່ຽນ​ແທນ​ການພິຈາລະນາ​ຄະດີ ​ແລະ ​ປ່ຽນ​ແທນ​ການ​ບັງຄັບ​ໃຊ້​ຄຳ​ພິພາກສາ ແມ່ນ​ທິດ​ທາງ​ຂອງ​ປະ​ເທດ​ທີ່​ມີ​ລະ​ບົບ​ຕຸ​ລາ​ການ​ທີ່​ພັດ​ທະ​ນາ. ການ​ປະຕິ​ຮູບ​ຕຸລາການ​ຢູ່​ຫວຽດນາມ​ໃນອ​ະນາ​ຄົດ​ ຈໍາເປັນຕ້ອງເຂົ້າ​ເຖິງວິທີການນີ້ຂອງປະເທດອື່ນໆ, ຍູ້​ແຮງ​ການ​ຄົ້ນຄວ້າ ການ​ແລກ​ປ່ຽນ​ບົດຮຽນ ການຊອກ​ຫາວິທີ​ແກ້​ໄຂ​ໃໝ່​ ເພື່ອມຸ່ງ​ສູ່​ການ​ຫຼຸດຜ່ອນພາລະການ​ພິສູດ, ຫຼຸດຜ່ອນ​ແຮງ​ກົດ​ດັນ​ໃນການບັງຄັບໃຊ້ຄໍາພິພາກສາ, ຈຳກັດ​ການ​ເປີດ​ການ​ພິຈາລະນາ​ຄະດີ​ຂອງ​ສານ ​ໃນ​ຂະນະ​ທີ່​ຍັງສາມາດ​ແກ້​ໄຂ​ຄະດີ​ໄດ້​ຢ່າງ​ໄວ​ແລະ​ມີ​ປະສິດທິ​ຜົນ. ​ເຮັດ​ແນວ​ນັ້ນຈຶ່ງ​ຈະ​ສຳ​ເລັດ​ຕາມຄຳ​ສອນ​ຂອງ​ລຸງ​ໂຮ່ທີ່​ວ່າ: “ພວກ​ອາ​ພິຈາລະນາ​ຄະດີ​ຄື​ແນວ​ນັ້ນ​ດີ​ຫຼາຍ, ແຕ່​ຖ້າ​ບໍ່​ຕ້ອງ​ພິຈາລະນາ​ຄະດີ​ຈະ​ເປັນ​ການດີຍິ່ງ”.

7- ປ່ຽນ​ແປງ​ໃໝ່​ແລະ​ເພີ່ມ​ທະວີ​ວຽກ​ງານການ​ຝຶກ​ອົບຮົມ ບຳລຸງ​ສ້າງ,
ລະບອບ​ການ​ສອບ ​ແລະ ​ແຕ່ງ​ຕັ້ງ​ຜູ້​ພິພາກສາ; ສົ່ງເສີມລະບຽບວິໄນການ​ງານ

ການ​ສ້າງສາ​ນທີ່​ສະອາດ​ປອດ​ໄສ​ແລະ​ເຂັ້ມ​ແຂງ ຕ້ອງ​ຕິດ​ແໜ້ນ​ກັບ​ການ​ສ້າງ​​ແລະ​ປັບປຸງ​ພັກ​ໃນສານ​ປະຊາຊົນ. ບົນ​ພື້ນຖານຂອງ​ການ​ມີ​ຖັນ​ແຖວ​ສະມາຊິກ​ພັກ​ທີ່​ດີ ສານ​ທຸກ​ລະດັບຈະ​ມີ​ທີ​ມຜູ້​ພິພາກສາ​ທີ່​ດີ. ທ້າ​ຍທີ່​ສຸດ​ແລ້ວ, ຄຸນ​ນະພາ​ບຂອງ​ການ​ພິຈາລະນາ​ຄະດີ ​ແລະ ກຽດ​ຊື່​ສຽງ​ຂອງ​ສານ​ນັ້ນ ຖືກກໍານົດໂດຍພະນັກງານສານ, ໂດຍສະເພາະ​ແມ່ນ​ຜູ້​ພິພາກສາ. ​ໃນ​ເວ​ລາທີ່​ຈະ​ມາ​ເຖິງ​ນີ້, ຕ້ອງ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ຕຳ​ແໜ່​ງຕຸລາການ​ໃນ​ທິດ​ທາງ​ທີ່​ປະຕິບັດ​ໄດ້​ຈິງ ​ແລະ ​ໃກ້ຊິດ​ກັບ​ພຶດຕິ​ກຳ​ຕົວ​ຈິງ; ນອກຈາກຄວາມຮູ້ພື້ນຖານ ເຊັ່ນ: ຄວາມຮູ້ທາງດ້ານກົດໝາຍ, ຄວາມຮູ້ທາງ​ດ້ານ​ເສດຖະກິດ-ສັງຄົມຢ່າງຮອບດ້ານ, ຕ້ອງໄດ້ສຸມໃສ່ການອົບຮົມສຶກສສາແລະຝຶກຝົນຫຼໍ່ຫຼອມ ເພື່ອປັບປຸງທັກສະການຕັດສິນແລະດຳເນີນຄະດີ; ທັກ​ສະການ​ໃຊ້ກົດໝາຍລວມທັງ​ກົດໝາຍ​ເນື້ອ​ຫາ ​ແລະ ກົດໝາຍວິທີ​ພິຈາລະນາ​ຄວາມ; ທັກສະໃນການ​ສ້າງ​ເອກະສານ​ຂອງ​ສານ, ໂດຍສະເພາະຄໍາພິພາກສາແລະຄໍາຕັດສິນທີ່ຖືກຕ້ອງຕາມກົດໝາຍ ແລະ ຊັກຈູງໃຈ. ເອົາ​ໃຈ​ໃສ່​ໃນ​ການ​ຝຶກ​ອົບຮົມ​ແລະສົ່ງ​ເສີມ​ຄວາມ​ຮູ້​ໃຫ້​ແກ່​ຜູ້​ພິພາກສາ ​ແລະ ຄະນະລູກ​ຂຸນ​ປະຊາຊົນ. ສ້າງ​ລະບົບ​ປຶ້ມ​ແບບ​ຮຽນ​ວິຊາ​ຊີບ ​ແລະ ​ເອກະສານຂອງ​ສະພາ​ຜູ້​ພິພາກສາຂອງສານປະຊາຊົນສູງສຸດ ກ່ຽວກັບຄຳພິພາກສາແບບຢ່າງຂອງສານປະຊາຊົນ, ​ແກ້ຄໍາຖາມທາງດ້ານກົດຫມາຍ, ສະຫຼຸບສັງລວມປະສົບການພິພາກສາຄະດີ. ສ້າງ​ເງື່ອນ​ໄຂ​ໃຫ້​ຖັນ​ແຖວຜູ້​ພິພາກສາ, ພະນກງານ​ສານ ​ແລະ ລູກ​ຂຸນ​ປະຊາຊົນ ​ໄດ້​ເຂົ້າ​ເຖິງ​ເອກະສານ​​ເຫຼົ່າ​ນີ້​ຢ່າງສະດວກ, ບໍ່ເສຍຄ່າ ແລະ ບໍ່ຈໍາກັດ. ຈັດ​ຕັ້ງ​ການ​ສອບ​ເສັງ​ຢ່າງ​ເຂັ້ມ​ງວດ​ແລະ​ແທດ​ຈິງ ​ເພື່ອ​ຄັດ​ເລືອກ ​ແລະ ຍົກ​ລະດັບ​ຜູ້​ພິພາກສາ​​ແຫ່ງ​ຊາດ. ຈັດ​ຕັ້ງ​ປະຕິບັດປະມວນຫຼັກຈັນຍາບັນແລະການປະພຶດຂອງຜູ້ພິພາກສາ​​ເປັນ​ຢ່າງ​ດີ. ​ເພີ່ມ​ທະວີ​ການອົບຮົມ​ສຶກສາ​ດ້ານ​ການ​ເມືອງ ​ແນວ​ຄິດ, ຍົດ​ສູງຄວາມ​ຮັບຜິດຊອບ, ຄວາມ​ພາກພູມ​ໃຈ, ຄວາມ​ຮັກ​ແພງ ​ແລະ ຄວາມ​ກ້າຫານ​ດ້ານ​ວິຊາ​ຊີບ​ຂອງຖັນ​ແຖວ​ພະນັກງານ​ຕຸລາການ. ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານ​ພະນັກງານ (ການຈັດ​ວາງ​ສັບ​ຊ້ອນ, ການ​ປະ​ເມີນ, ການວາງ​ແຜນ, ການ​ຍົກຍ້າຍ, ການ​ຜັດປ່ຽນ, ການ​ແຕ່ງ​ຕັ້ງ...). ວາງ​ຂໍ້​ກຳນົດກ່ຽວ​ກັບ​ການ​ຈັດການ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ດຳລົງຕຳແໜ່​ງຕຸລາການ​ໃນສານ​ປະຊາຊົນ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ຢ່ງ​ເຂັ້ມ​ງວດ. ​ເຊີດ​ຊູ​ລະບຽບ​ວິ​ໄນ​ການ​ງານ, ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ​ການ​ກວດ​ສອບ​ ແລະ ​ການ​ຈັດ​ການກັບ​ການ​ລະ​ເມີດ.

8- ສ້າງ​ສະ​ຖາ​ບັນ​​ຮັບ​ປະ​ກັນ​ການ​ເຄົາ​ລົບ ແລະ ປົກປ້ອງ​ສານ;
ຮັບປະກັນ​ລະບອບແລະນະໂຍບາຍທີ່ສົມເຫດສົມຜົນ ສໍາລັບພະນັກງານ​ຂອງສານ

ການສ້າງ​ສະ​ຖາ​ບັນ​ຮັບ​ປະ​ກັນ​ການ​ເຄົາ​ລົບແລະປົກປ້ອງ​ສານ ​ເພື່ອ​ເຊີດ​ຊູ​ຖານະ​ບົດບາດ​ການ​ເມືອງ ​ແລະ ຄວາມ​ຮັບຜິດຊອບ​ຂອງອົງ​ການ​ທີ່ໃຊ້​ອຳນາດ​ຕຸລາການ, ຮັບປະກັນ​ວ່າ ​ສານ​ພິຈາລະນາ​ຄະດີ​ຢ່າງ​ເປັນ​ອິດສະຫຼະ ​ແລະ ຢູ່​ພາຍ​ໃຕ້​ກົດໝາຍ​ເທົ່າ​ນັ້ນ. ປະສົບ​ການ​ສາກົນ​ໃຫ້​ເຫັນ​ວ່າ, ຫຼາຍປະເທດໄດ້ອອກກົດໝາຍ “ປົກປ້ອງອຳນາດຕຸລາການ”. ຕາມ​ນັ້ນ, ກຳນົດເປັນອາຊະຍາກຳ​ສຳລັບ​ການ​ກະທຳບາງ​ຢ່າງ​ເຊັ່ນ: ການ​ກໍ່ຄວາມວຸ່ນວາຍຢູ່ໃນສານ; ຂັດຂວາງການພິຈາລະນາຄະດີ; ດູ​ໝິ່ນ​ສານ... ພ້ອມ​ກັນ​ນັ້ນ, ​ເພື່ອປະຕິບັດຫຼັກການການ​ພິຈາລພນາຄະ​ດີ​ໃນ​ສອງ​ຂັ້ນ​ຢ່າງ​ເຂັ້ມ​ງວດ (ຂັ້ນ​ຕົ້ນ ​ແລະ ອຸທອນ), ​ແກ້​ໄຂ​ສະພາບ​ການ​ສວຍ​ໃຊ້​ກົນ​ໄກທົບ​ທວນຄຳຕັດສິນ, ພິຈາລະນາ​ຄະດີ​ຄືນ​ໃໝ່ ຊຶ່ງຢູ່​ໃນ​ອັນຕະລາຍ​ທີ່​ຈະ​ກາຍ​ເປັນ​ຂັ້ນ​ທີ​ສາມ​ຂອງ​ການ​ພິຈາລະນາ​ຄະດີນັ້ນ,  ຈຳ​ເປັນ​ຕ້ອງກຳນົດການກຳຈັດ​ ແລະ ຈັດການ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ ຕໍ່ບັນດາ​ປະກົດ​ການ​ຫຍໍ້​ທໍ້​ທີ່​ສົ່ງ​ຜົນ​ກະທົບ​ເຖິງ​ການ​ເຄື່ອນ​ໄຫວ​ພິຈາລະນາ​ຄະດີ​ເຊັ່ນ: ການດຳເນີນຄະດີປອມ (ຟ້ອງປອມ, ສຳນວນຄະດີປອມ, ຫຼັກຖານປອມ…); ຕັ້ງ​ໃຈຍຶດໝັ້ນການດຳເນີນຄະດີ (ການຮ້ອງທຸກ ແລະ ການປະນາມຫຼາຍຄັ້ງ ແລະ ໄດ້ຮັບການແກ້ໄຂຢ່າງເປັນອິດສະຫຼະ ແລະ ເປັນເອກະພາບ​ ໃນຫຼາຍຂັ້ນ ແລະ ຫຼາຍ​ຂະ​ແໜງ​ການ, ແຕ່ຍັງຕັ້ງ​ໃຈທຳຊໍ້າ​ເນື້ອ​ໃນ​ເກົ່າ​ໂດຍບໍ່ມີເອກະສານແລະຫຼັກຖານໃໝ່). ການດໍາເນີນຄະດີທີ່ເປັນອັນຕະລາຍ (ສ້າງ​ສະຖນນະ​ການເພື່ອດັກເຈົ້າຫນ້າທີ່ຕຸລາການ, ແລ້ວປະນາມ); ການດໍາເນີນຄະດີ​ທີ່​ບໍ່​ສອດຄ່ອງ​ກັນ (ການລາຍງານ, ​ໃຫ້ການ ແລະ ສະໜອງເອກະສານຢ່າງ​ຍືດ​ເຍື້ອຄົດ​ລ້ຽວ ​ແລະ ບໍ່​ສອດ​ຄ່ອງ​ກັບ). 

ຂະ​ບວນການ​ປັບປຸງ​ກົດໝາຍ​ຢູ່​ຫວຽດນາມ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ສຸມ​ໃສ່ປັບປຸງ​ບູລະນະ​ກົດ​ລະບຽບ​ໃນ​ການ​ຮັບ​ໃຊ້​ການ​ກວດຈັບ ​ແລະ ການ​ຈັດ​ການກັບ​ການ​ລະ​ເມີດ​ແລະ​ອາດຊະ​ຍາ​ກໍາ​. ​ແຕ່, ຍັງບໍ່ທັນໄດ້ເອົາໃຈໃສ່ຫຼາຍ ເຖິງບັນຫາການເຄົາລົບແລະປົກປ້ອງ​ຄວາມສັກສິດຂອງສານ, ຂະ​ຈັດການກະທຳທີ່ລະເມີດກຽດສັກສີຂອງຕຸລາການ. ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ສັກສິດ​ຂອງ​ອົງການ​ຕຸລາການ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ພະນັກງານດຳ​ເນີນ​ຄະດີ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ, ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ຕ້ອງ​ອ້າງ​ອີງ​ເຖິງ​ບົດຮຽນປະສົບ​ການ​ສາກົນ, ຄົ້ນຄວ້າ​​ແກ້​ໄຂ​ປະມວນ​ກົດໝາຍ​ອາຍາ ​ໃນ​ທິດ​ທາງລົງ​ໂທດການກະທຳທີ່ຂັດຂວາງຂະ​ບວນການດຳເນີນຄະດີ; ລະ​ເມີດອໍານາດຕຸລາການ; ຕັ້ງ​ໃຈ​ປອມ​ແປ​ງ​ໜັງສືເອກະສານເພື່ອ​ຍືດ​ໄລຍະ​ເວລາດຳ​ເນີນ​ຄະດີ, ​ເຮັດ​ໃຫ້​ເກີດ​ການ​ສິ້ນ​ເປືອງ​ຊັບພະຍາກອນ​ແລະ​ເຫື່ອ​ແຮງ​ຂອງ​ລັດ​ແລະ​ສັງຄົມ, ​​ກະທົບ​ເຖິງສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳຂອງ​ຜູ້​​ກ່ຽວ​ອື່ນ​ໃນ​ຄະດີ. ພ້ອມ​ກັນ​ນັ້ນ, ກໍ່​​ມີ​ມາດ​ຕະການ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ເຈົ້າ​ໜ້າ​ທີ່​ດຳ​ເນີນ​ຄະດີ ​ແລະ ຍາດ​ພີ່ນ້ອງ, ​ໂດຍ​ສະ​ເພາະ​ໃນ​ຄະດີ​ທີ່ຮ້າຍ​ແຮງ ​ແລະ ​ເປັນອັນຕະລາຍ.

ພັດທະນາລະບອບ, ນະໂຍບາຍສຳລັບ​ພະນັກງານສານ. ກົດໝາຍຂອງ​ເກືອບ​ທຸກ​ປະ​ເທດຖືວ່າຜູ້ພິພາກສາເປັນອາຊີບພິເສດ, ດັ່ງ​ນັ້ນ, ຫຼາຍປະເທດມີ​ຕະລາງ​ເງິນ​ເດືອນ​ສະ​ເພາະເພື່ອໃຫ້ສອດຄ່ອງກັບລັກສະນະສະເພາະຂອງວຽກງານຕຸລາການ ແລະ ຮັບປະກັນ​ຄວາມ​ເປັນ​ອິດສະຫຼະ​ຂອງຜູ້ພິພາກສາ. ພິ​ເສດ​, ຍີ່ປຸ່ນ, ສະຫະພັນລັດເຊຍ ຍັງມີກົດໝາຍ​ວ່າ​ດ້ວຍ​ເງິ​ຍ​ເດືອນ ແລະ ການຄໍ້າປະກັນສໍາລັບຜູ້ພິພາກສາ. ຢູ່​ຫວຽດນາມ, ລະບອບ​ເງິນ​ເດືອນ​ຂອງຕໍາ​ແໜ່ງຕຸລາການ​ໃນ​ສານ​ໂດຍ​ທົ່ວ​ໄປ ​ແລະ ​ຂອງ​ຜູ້​ພິ​ພາກ​ສາ​ໂດຍ​ສະ​ເພາະ ກຳລັງ​ຖືກ​ກໍາ​ນົດຄື​ກັນ​ກັບ​ພະ​ນັກ​ງານ​ໃນ​ອົງ​ການ​ບໍ​ລິ​ຫານ ດັ່ງ​ນັ້ນຈຶ່ງ​ບໍ່​ສອດຄ່ອງ​ກັບຄວາມ​ເປັນ​ຈິງ​ແລະ​ແນວ​ປະຕິບັດສາກົນ. ການ​ປະຕິ​ຮູບ​ລະບອບ​ເງິນ​ເດືອນໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ມີ​ການ​ປ່ຽນ​ແປງ​ໃໝ່ພື້ນຖານ ​ເພື່ອ​ຜ່ານ​ຜ່າ​ຄວາມ​ບໍ່​ສົມ​ເຫດ​ສົມ​ຜົນ​ໃນ​ປະຈຸ​ບັນ, ມີ​ນະ​ໂຍບາຍ​ເງິນ​ເດືອນ​ແລະ​ບັນດາ​ເງື່ອນ​ໄຂ​ຮັບປະກັນ ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ຄຸນ​ລັກສະນະ​ຂອງ​ວຽກ​ງານ​ຕຸລາການ, ​ໂດຍ​ສະ​ເພາະ​ແມ່ນ​ຕຳ​ແໜ່​ງ​ຕຸລາການ (ຜູ້​ພິພາກສາ, ຜູ້​ກວດກາ​ນ, ສະໝຽນ​ສານ).

9- ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ​ແລະ
ການ​ຕິດຕາມ​ກວດກາ​ຂອງ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ

ການ​ຮັບປະກັນການ​ນຳພາ​ຂອງ​ພັກ ​ແລະ ການ​ຕິດຕາມ​ກວດກາ​ຂອງ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ​ແມ່ນ​ບັນຫາທີ່​ມີ​ລັກສະນະ​ຫຼັກການ ​ເພື່ອ​ໃຫ້ສານປະຊາຊົນ​ປະຕິບັດສຳເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ. ວິທີ​ການ​ເພີ່ມ​ທະວີການ​ນຳພາ​ຂອງ​ພັກ ​ແລະ ການ​ຕິດຕາມ​ກວດກາ​ຂອງ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງນັ້ນ ປະກອບມີ:

ທີ​ໜຶ່ງ, ປ່ຽນ​ແປງ​ໃໝ່ອົງການ​ຈັດ​ຕັ້ງ​ພັກ​ຮາກ​ຖານ​ໃນສານ​ປະຊາຊົນ​ ໃຫ້​ສອດຄ່ອງ​ກັບການ​ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ​ຂອງ​ລະບົບ​ສານ ​ໃນ​ທິດ​ທາງ​ເປັນ​ເອກະລາດ, ສົມເຫດສົມຜົນກັບເຂດແດນບໍລິຫານ; ​ເພີ່ມ​ທະວີ​ຄວາມຊ່ຽວຊານ​ຊຳນານ, ຮັກສາ​ລະບຽບ​ວິ​ໄນ​ຂອງ​ພັກ; ສັບ​ຊ້ອນຫົວໜ້າຜູ້​ພິພາກສາທຸກຂັ້ນ​ໃຫ້​ເຂົ້າ​ຮ່ວມ​ຄະນະ​ບໍລິຫານ​ງານ​ພັກ​ໃນຂັ້ນ​ດຽວ​ກັນ ດ້ວຍຕໍາແໜ່ງທີ່ສູງກວ່າປັດຈຸບັນ ແລະ ເໝາະສົມກັບແຕ່ລະທ້ອງຖິ່ນ.

ທີ​ສອງ, ຕິດ​ແໜ້ນ​ວຽກ​ງານ​ກໍ່ສ້າງ​ພັກ​ກັບ​ວຽກ​ງານ​ກໍ່ສ້າງສານ​ປະຊາຊົນ, ຈັດ​ຕັ້ງ​ປະຕິບັດ​ມະຕິ​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ, ພິ​ເສດ​ແມ່ນ​ບັນດາ​ມະຕິ​ກ່ຽນກັບ​ການ​ປະຕິ​ຮູບ​ຕຸລາການ; ມະຕິ​ກ່ຽວ​ກັບ​ການ​ກໍ່ສ້າງ​ແລະ​ປັບປຸງ​ພັກ; ຄຳສັ່ງ​ເລກທີ 05-CT/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ, “ກ່ຽວ​ກັບ​ການ​ຍູ້​ແຮງ​ການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ”; ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ໃນ​ການ​ເປັນ​ແບບຢ່າງ​ຂອງຜູ້ນຳ; ການ​ເປັນ​ແບບຢ່າງ​ຂອງ​ການນຳຊັ້ນ​ສູງ; ກ່ຽວ​ກັບ​ການ​ຄວບ​ຄຸມອຳນາດ...

ທີ​ສາມ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຂອງ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ​ແລະ ອົງການ​ຈັດ​ຕັ້ງ​ການ​ເມືອ-ສັງຄົມຕໍ່ການ​ເຄື່ອນ​ໄຫວ​ຂອງສານ​ປະຊາຊົນ; ຮັກສາ​ລະບອບການ​ລາຍ​ງານ​ເປັນ​ໄລຍະ​ ແລະ ລາຍ​ງານ​ກະທັນຫັນ​ຂອງສານ​ປະຊາຊົນສູງ​ສຸດ​ແລະ ສານ​ປະຊາຊົນທ້ອງ​ຖິ່ນ ຕໍ່​ສະພາ​ແຫ່ງ​ຊາດ​ແລະ​ສິພາ​ປະຊາຊົນ. ສົ່ງເສີມລະບຽບ​ວິ​ໄນ​ພາຍ​ໃນ.

ທີ​ສີ່, ປະຕິບັດ​ທິດນຳ “ຄວາມ​ເປີດ​ເຜີຍ​ແມ່ນ​ຫຼັກ​ການ, ບໍ່​​ເປີດ​ເປັນ​ກໍລະນີ​ພິ​ເສດ”. ພັດທະນາ​ລະບຽບ​ການ​ເປີດ​ເຜີຍ​ແລະ​ໂປ່​ໃສ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສານ ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວສານ ​ແລະ​ຕິດຕາມ​ກວດກາ​ຕຸລາການ. ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຢ່າງ​ກວ້າງຂວາງ ​ເພື່ອ​ເພີ່ມ​ຄວາມ​ໂປ່​ງ​ໃສ​ຂອງ​ສານ. ​ເພີ່ມ​ທະວີ​ການ​ກວດກາ​ການ​ປະຕິບັດ​ຫຼັກການ​ເປີດ​ເຜີຍ​ຂອງ​ສານທຸກ​ຂັ້ນ. ສ້າງ​ເງື່ອນ​​ໄຂ​ໃຫ້​ອົງການ​ສື່​ໃວນຊົນ​ເຂົ້າ​ຮ່ວມ​ໃນ​ການລາຍ​ງານ​ກ່ຽວ​ກັບ​ການ​ພິຈາລະນາ​ຄະດີ​ຂອງ​ສານ. ການ​ເປີດ​ເຜີຍ​ຕຸລາການແມ່ນຢາທີ່ມີປະສິດທິຜົນ ເພື່ອປ້ອງກັນ ແລະ ຕ້ານຄວາມ​ຫຍໍ້​ທໍ້​ເລວ​ຊາມ, ສ້າງສາ​ນທີ່​ມີ​ຄວາມຊື່ສັດ.

10- ການກໍ່ສ້າງສານເອເລັກໂຕຣນິກ

ການ​ພັດທະນາ​ຢ່າງ​​ໄວວາແຂງ​ແຮງ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໄດ້​ສ້າງ​ໂອກາດ​ໃຫ້​ສານ​ເຮັດ​ວຽກ​ງານ​ການ​ພິຈາລະນາ​ຄະດີ​ໄດ້​ເປັນ​ຢ່າງ​ດີ, ​ແຕ່​ມັນ​ກໍ່​ໄດ້​ວາງ​ບັນຫາ​ໃໝ່​ຫຼາຍ​ຢ່າງ​ອອກ​ມາ​ທີ່​ຮຽກຮ້ອງ​ໃຫ້​ສານ​ຕ້ອງ​ປ່ຽນ​ແປງຢ່າງ​ແຂງ​ແຮງ. ສະຖານະການ​ໃໝ່​ແຕ່ຍັງດຳ​ເນີນ​ການ​ໃນ​ລັກສະນະ​ເດີມ ​ແລະ ​ໃຊ້ເຕັກໂນໂລຢີເກົ່າ ຈະບໍ່ຕອບສະໜອງ​ຄວາມ​ຕ້ອງການທີ່ກໍານົດໄວ້. ດັ່ງ​ນັ້ນ, ຕ້ອງກຳ​ເອົາ​​ໂອ​ກາດ​ທີ່​ນຳ​ສະ​ເໜີ​ໂດຍ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ເພື່ອ​ຍູ້​ແຮງ​ຂະ​ບວນ​ການ​ຫັນ​ເປັນ​ດິ​ຈິີຕອນ ​ແລະ ສຳ​ເລັດ​ການ​ກໍ່ສ້າງ​ສານເອ​ເລັກ​ໂຕຣນິກ​ໃນ​ປີ 2025 ດ້ວຍ​ບັນດາ​ໜ້າ​ທີ່​ຫຼັກ ​ທີ່​ຕ້ອງ​ສຸມ​ໃສ່​ດັ່ງ​ລຸ່ມ​ນີ້:

ທີ່​ໜຶ່ງ, ການ​ກໍ່ສ້າງ​ສານເອ​ເລັກ​ໂຕຣນິກ ມຸ່ງ​ສູ່​ການ​ປະ​ຕິ​ບັດ ແລະ ​ປັບ​ປຸງ​ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​ສານ​ບັນ​ພື້ນຖານ​ດິ​ຈິ​ຕອນ. ຕາມ​ນັ້ນ, ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈິ​ຕອນ​ຢ່າງ​ແຂງ​ແຮງ ​ເພື່ອ​ຊ່ວຍ​ໃຫ້​ສານ​ຄຸ້ມ​ຄອງ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ຄຸ້ມ​ຄອງການ​ເຄື່ອນ​ໄຫວ​ພິຈາ​ລະນາ​ຄວາມ; ຄຸ້ມ​ຄອງບຸກຄະລາ​ກອນ; ຄຸ້ມ​ຄອງ​ແລະ​ເກັບ​ຮັກສາ​ສຳເນົາ​ເອກະສານ​ດິຈີ​ຕອນ; ຊ່ວຍ​ໜູນ​ຢ່າງ​ໄດ້​ການ​ໄດ້​ງານ​ໃຫ້​ແກ່​ວຽກ​ງານ​ຝຶກ​ອົບຮົມ​ແລະບຳລຸງ​ສ້າງ​ພະນັກງານ; ຊ່ວຍ​ໜູນ​ວຽງ​ການ​ສະຖິຕິ ​ແລະ ສ້າງສາ​ງຂໍ້​ມູນ​​ສານຂະໜາດ​ໃຫຍ່; ຄຸ້ມ​ຄອງພື້ນຖານ​ວັດຖຸ​ອຸປະກອນ​ແລະ​ການ​ເງິນ.

ທີ​ສອງ, ການ​ກໍ່ສ້າງ​ສານເອ​ເລັກ​ໂຕຣນິກ ສະໜອງ​ການ​ບໍລິການ​ດ້ານ​ຕຸລາການ​ສາທາລະນະ ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ໃຫ້​ດີ​ຂຶ້ນ. ໂດຍສະເພາະການບໍລິການສາທາລະນະ: ການສົ່ງແລະຮັບຄໍາຮ້ອງຟ້ອງ, ເອກະສານ, ຫຼັກ​ຖານ ​ແລະ ປະຕິບັດການ​ອອກ ການ​ສົ່ງ ​ແລະ ​ແຈ້ງ​ເອກະສານ​ຂອງ​ສານດ້ວຍ​ວິທີ​ການ​ທາງ​ເອ​ເລັກ​ໂຕຣນິກ; ການລົງທະບຽນ​ອອກ​ນລາຍສໍາລັບການອອກສໍາເນົາຄໍາຕັດສິນຂອງສານ ແລະ ເອກະສານໃນກໍລະນີ​ໄຟ​ລ໌; ຈ່າຍຄ່າທໍານຽມສານ, ຄ່າທໍານຽມ ແລະ ຄ່າປັບໄໝທາງອອນໄລນ໌; ຊອກຫາ​ຂໍ້​ມູນ​ກ່ຽວ​ກັບ​ຄະດີ; ສະໜອງຄຳພິພາກ​ສາຄະດີ ແລະ ຊອບແວວິເຄາະສະຖານະ​ການ​ທາງກົດໝາຍ​ທີ່​ຄ້າຍກັນ ​ເພື່ອຊ່ວຍ​ປະຊາຊົນ​ໃນ​ການ​ຕັດສິນ​ໃຈ​ດ້ານ​ຕຸລາການ ​ແລະ ຄາດ​ເດົາ​ທາງ​ດ້ານ​ຕຸລາການ; ໃຫ້ບໍລິການໃຫ້ຄໍາປຶກສາທາງດ້ານກົດຫມາຍ.

ທີ​ສາມ, ການ​ກໍ່ສ້າງ​ສານເອ​ເລັກ​ໂຕຣນິກຊ່ວຍ​ໜູນ​ຜູ້​ພິພາກສາ​ຍົກ​ສູງ​ປະສິດທິ​ຜົນ​ແລະ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ. ປະຈຸ​ບັນ​ນີ້, ສານ​ປະຊາຊົນສູງ​ສຸດ​ໄດ້ນຳ “ຜູ້​ຊ່ວຍ​ສະ​ເໝືອນ” ມາ​ໃຊ້​ໃນ​ການໃຫ້ບໍລິການອັດສະລິຍະ ເພື່ອຊ່ວຍ​ເຫຼືອຜູ້ພິພາກສາ ຜ່ານ​ຄຸນສົມບັດ​ດັງ​ຕໍ່​ໄປ​ນີ້: ການ​​ແນະນຳລະບົບ​ກົດໝາຍ​ທີ່​ກ່ຽວຂ້ອງ; ແນະນໍາສະຖານະ​ການ​ທາງ​ກົດໝາຍທີ່ຄ້າຍຄືກັນ​ ເຊິ່ງສະຫຼຸບໂດຍສະພາຜູ້ພິພາກສາຂອງ​ສານ​ປະຊາຊົນ​ສູງ​ສຸດ; ແນະນໍາຕົວຢ່າງກໍລະນີທີ່ກ່ຽວຂ້ອງ; ແນະນໍາຄໍາພິພາກສາທີ່​ຄ້າຍຄື​ກັນ​ເຊິ່ງມີ​ຜົນ​ທາງ​ກົດໝາຍ; ຊ່ວຍ​ເຫຼືອ​ໃນ​ການ​ວາງ​ແຜນ​ການ​ແກ້​ໄຂຄະດີ​, ການ​ສ້າງ​ແລະ​ການ​ຄຸ້ມ​ຄອງ​ແຟ້ນຄະດີ​ເອ​ເລັກ​ໂຕຣ​ນິກ​; ການສ້າງເອກະສານທາງກົດໝາຍ​ໂດຍ​ອັດຕະ​ໂນ​ມັດ​ຕາມ​ແມ່​ແບບ; ການສະໜັບສະໜູນການວິເຄາະ, ການກວດ​ສອບ​ຂໍ້​ມູນ ​ແລະ ການກວດ​ຫາ​ຂໍ້​ຜິດພາດ; ການ​ເຂົ້າ​ລະຫັດ, ການ​ໂພສຕ໌ຄຳພິພາກສາ ​ແລະ ຄຳຕັດສິນ​ບົນ​ພອຣ໌ທັນ​ຂອງ​ສານ...

ທີ​ສີ່, ການ​ກໍ່ສ້າງ​ສານເອ​ເລັກ​ໂຕຣນິກຜັນ​ຂະຫຍາຍກິດຈະກໍາການດໍາເນີນຄະດີ​ອອນ​ລາຍ, ລວມມີ: ຍື່ນຟ້ອງ, ສະໜອງຫຼັກຖານ, ​ໃຫ້ການອອນໄລນ໌; ການຈ່າຍຄ່າສານ, ຄ່າທຳນຽມ ແລະ ຄ່າປັບໃໝທາງອອນ​ໄລນ໌; ຈັດກອງປະຊຸມການໄກ່ເກ່ຍອອນໄລນ໌ ​ໃນ​ຄະດີ​ແພ່ງແລະການປຶກສາຫາລືໃນຄະດີປົກຄອງ; ຈັດ​ຕັ້ງການ​ພິຈາລະນາ​ຄະ​ດີ​ຂັ້ນ​ຕົ້ນ​ແລະ​ຂັ້ນ​ອຸທອນ​ອອນ​ໄລ​ນ໌ ສຳລັບ​ຄະດີ​ອາຍາ ​ແພ່ງ ​ແລະ ຄະດີ​ປົກຄອງ; ຈັດ​ຕັ້ງ​ກອງ​ປະຊຸມ​ອອນ​ໄລ​ນ໌​ ເພື່ອ​ແກ້​ໄຂ​ບັນ​ຫາ​ທາງ​ແພ່ງ​; ສົ່ງ​ແລະ​ແຈ້ງ​ເອກະສານ​ລະບຽບ​ການດຳ​ເນີນ​ຄະດີ...

ທີ​ຫ້າ, ການ​ກໍ່ສ້າງ​ສານເອ​ເລັກ​ໂຕຣນິກປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເປີດ​ເຜີຍ, ໂປ່ງ​ໃສ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສານ. ບົນ​ພື້ນຖານ​ດິຈີ​ຕອນ, ສານ​ພະ​ຍາ​ຍາມ​ປະ​ຕິບັດ​ເປັນ​ຢ່າງ​ດີ ການ​ເປີດເຜີຍ 7 ເນື້ອ​ໃນ​​ຕໍ່​ໄປ​ນີ້: ລະບົບ​ກົດໝາຍ, ບັນດາ​ມະຕິ​ຂອງ​ສະພາ​ຜູ້​ພິພາກສາສານ​ປະຊາຊົນສູງ​ສຸດ, ບັນດາ​ຄຳພິພາກສາ​ຕົວຢ່າງ...; ການ​ມອບ​ໝາຍ​ໃຫ້​ເຈົ້າ​ໝ້າ​ທີ່​ຈັດການ​ຄະດີ; ຄວາມ​ຄືບໜ້າ​ໃນ​ການ​ຈັດ​ການ​ແລະ​ການ​ແກ້​ໄຂຄະດີ​; ຂະ​ບວນການ​ພິຈາລະນາ​ຄະດີ​ຂອງ​ສານ; ຜົນ​ຂອງ​ການ​ພິຈາລະນາ​ຄະດີ; ຂະ​ບວນ​ການປະຕິບັດ ຄຳຕັດສິນ ແລະ ຜົນ​ການ​ປະ​ຕິ​ບັດ​ຄຳຕັດສິນຂອງ​ສານ​; ຂະ​ບວນ​ການ​ແລະ​ຜົນ​ຂອງ​ການ​ພິ​ຈາ​ລະ​ນາ​ຍົກ​ເວັ້ນ​ໂທດ, ​ຫຼຸດຜ່ອນ​ໂທດ.

ທີ​ຫົກ, ການ​ກໍ່ສ້າງ​ສານເອ​ເລັກ​ໂຕຣນິກ​ເພື່ອ​ເຊື່ອມ​ຕໍ່​ກັບ​ພື້ນຖານ​ດິຈີ​ຕອນ​ອື່ນ. ຜ່ານ​ນັ້ນ, ອະ​ນຸ​ຍາດ​ໃຫ້​ສານ​ເຂົ້າ​ເຖິງ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ເພື່ອ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ໄດ້​ດີກ​ວ່າອີກ, ພ້ອມ​ກັນ​ນັ້ນ​ກໍ​ແບ່ງປັນ ​ແລະ ​ໃຊ້​ປະ​ໂຫຍ​ດສູງ​ສຸດ​ຈາກ​ຖານ​ຂໍ້​ມູນຂອງ​ສານ​ປະຊາຊົນ ​ເພື່ອ​ຮັບ​ໃຊ້​ຂະ​ບວນການ​ສ້າງ​ສັງຄົມ​ດິຈີ​ຕອນ ​ແລະ ​ເສດຖະກິດດິຈີ​ຕອນ, ຍົກ​ສູງ​ປະ​ສິດ​ທິ​ພາບ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ./.

----------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 985 (​ເດືອນ​ມີນາ 2022)