ສ້າງ​ຮ່າ​ໂນ້ຍ​ໃຫ້​ເປັນ​ນະ​ຄອນ​ສ້າງສັນ, ​
ສູນ​ກາງ​ການບໍ​ລິ​ການ​ຄຸນ​ນະ​ພາບ​ສູງ​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ

ໂດຍ ດິງ ຕ໋ຽນຢູ໊ງ
ກຳມະການກົມການເມືອງສູນກາງ, ເລຂາທິການຄະນະພັກນະຄອນຮ່າໂນ້ຍ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ຮ່າໂນ້ຍ
08:25, 30-08-2022
ວກ. - ປີ 2019, ຮ່າ​ໂນ້ຍ​ໄດ້​ຮັບ​ກຽດ​ເປັນ​ສະມາຊິກ​ເຄືອ​ຂ່າຍ​ນະຄອນ​ສ້າງສັນ​ຂອງຢູ​ເນສ​ໂກ. ນີ້​ແມ່ນສ່ວນເພີ່ມ​ເຕີມ​ທີ່​ລ້ຳ​ຄ່າ​ຂອງ​ຮ່າ​ໂນ້ຍດ້ວຍຊື່ “ນະ​ຄອນ​​ເພື່ອ​ສັນ​ຕິ​ພາບ”, “ນະ​ຄອນຫຼວງ​ແຫ່ງ​ມະ​ໂນທຳແລະ​ສັກ​ສີຄວາມ​ເປັນ​ມະ​ນຸດ”, “ນະ​ຄອນ​ຫຼວງ​ວິ​ລະ​ຊົນ”, ​ແມ່ນ​ໂອກາດ​ໃຫ້​ຮ່າ​ໂນ້ຍ​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ ບັນດາ​ຊັບພະຍາກອນ ຄວາມ​ສາມາດ​ບົ່ມຊ້ອນ ​ແລະ ທ່າ​ໄດ້​ປຽນ, ຊຸກ​ຍຸ້ການ​ປ່ຽນ​ແປງ​ໃໝ່ ປະດິດ​ສ້າງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ, ປະຕິບັດ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ​ເພື່ອ​ໃນ​ບໍ່​ນານ​ຈະກາຍເປັນ​​ນະຄອນ​ແຫ່ງ​ນະ​ວັດ​ຕະ​ກຳ, ​ສູນ​ກາງ​ການບໍ​ລິ​ການ​ຄຸນ​ນະ​ພາບ​ສູງ​ ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ.

ປົດປ່ອຍແຫຼ່ງຄວາມຄິດສ້າງສັນຈາກປະຫວັດສາດພັນປີ

ປີ​​ເກິ​ງຈໍ 1010, ກະສັດ ຫຼີ ຖາ​ຍໂຕ໋ ໄດ້ອອກ “ພະ​ລາຊະ​ດຳລັດ​ຍ້າຍ​ເມືອງ​ຫຼວງ”, ຕົກລົງ​ຍ້າຍ​ເມືອງຫຼວງຂອງດ້າຍ​ຫວຽດ ຈາກ​ຮວາ​ລື ​ໄປ​ເປັນ​ນະຄອນຫຼວງ​ຖາວອນ​ໃນ​ດິນແດນ “ມັງກອນ​ບິນ”. ນັບ​ແຕ່​ນັ້ນ​ມາ, 10 ກວ່າ​ສະຕະວັດ​ໄດ້​ຜ່ານ​ໄປ, ທັງ​ລອງ - ຮ່າ​ໂນ້ຍ ຍາມ​ໃດ​ກໍ່​ສົມ​ກຽດ​ເປັນ​ດິນ​ແດນ​ແຫ່ງອັດສະລິຍະ, ​ເປັນ​ສະຖານ​ແຫ່ງ​ການເຕົ້າ​ໂຮມ ການ​ຕົກ​ຜະລຶກ ​ແລະ ການ​ເປ່ງ​​ແສງ​ຮຸ່ງ​ເຮືອງ​ຂອງ​ວັດທະນະທຳ​ແຫ່ງ​ຊາດ, ​ເປັນ​ສະຖານ​ທີ່​ທີ່ຂໍ້​ໄດ້​ປຽບ​ດ້ານ​ການ​ສ້າງ​ສັນ​ຂອງ​ປະ​ເທດ​ມາ​ເຕົ້າ​ໂຮມ​ກັນ. ຕາມ​ບັນດາ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ແລະປະຫວັດສາດ​, ທັງ​ລອງ​ເປັນ​ເມືອງສ້າງສັນ​ໃນ​ປະຫວັດສາດ ທີ່ມີກຳລັງ ຊີວິດ​ທີ່​​ເຂັ້ມແຂງ ແລະ ຍືນ​ຍົງ. ແຫຼ່ງພະລັງດັ່ງກ່າວຍັງ​ໄດ້ດຳ​ເນີນ​ຕໍ່​ໄປ​ຜ່ານ​ລາຊະວົງ​ຕ່າງໆ ຈົນ​ເຖິງ​ທຸກ​ມື້​ນີ້​, ຊາວ​ຮ່າ​ໂນ້ຍສືບ​ຕໍ່ຂຸດ​ຄົ້ນ​ແລະ​ເສີມ​ຂະຫຍາຍ​ຈິດ​ໃຈ ທັງ​ລອງ ​ໃນກິດຈະການ​ປ່ຽນ​ແປງ​​ໃໝ່​ປະ​ເທດຢ່າງຮອບດ້ານ​ແລະຄົບ​ຊຸດ. 

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ອວຍພອນປີໃໝ່ພະນັກງານ ລັດຖະກອນ ໃນເຂດມໍລະດົກພະລາຊະວັງ ທັງລອງ - ມໍລະດົກວັດທະນະທຳໂລກ ຢູ່ຮ່າໂນ້ຍ ນະຄອນຫຼວງພັນປີແຫ່ງອາລະຍະທຳ, ວັນທີ 4 ກຸມພາ 2022 _ພາບ: toquoc.vn

ປະຕິບັດ​ຍຸດ​ທະ​ສາດ​ການພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຫວຽດນາມ ຮອດ​ປີ 2020, ​ວິ​ໄສ​ທັດ​ຮອດ​ປີ 2030 ຕາມ​ມະ​ຕິ​ຕົກລົງ​ເລດ​ທີ 1755/QĐ-TTg, ລົງ​ວັນ​ທີ 8 ກັນຍາ 2016, ຂອງ​ນາຍົກລັດຖະມົນຕີ, ​ໃນ​ນັ້ນ ​ໄດ້​ກຳນົດ​ໃຫ້​ຮ່າ​ໂນ້ຍກາຍ​ເປັນ​ສູນ​ກາງ​ສ້າງສັນ​ຂອງ​ປະ​ເທດ, ຄະນະກຳມະການປະຊາຊົນ​ຮ່າ​ໂນ້ຍ ​ໄດ້​ສ້າງບົດ​ລາຍ​ງານ “ຮ່າ​ໂນ້ຍ - ນະ​ຄອນ​ສ້າງ​ສັນ”. ​ເດືອນ​ກໍລະກົດ 2019, ນະຄອນ​ຮ່າ​ໂນ້ຍ​ໄດ້​ຍື່ນ​ສະ​ເໜີ​ຊື່ຜູ້​ສະໝັກ​ເຂົ້າ​ຮ່ວມ ​​ເຄືອ​ຂ່າຍ​ນະຄອນ​ສ້າງສັນ​ ຂອງຢູ​ເນສ​ໂກ, ດ້ວຍ​ໜ້າ​ທີ່​ຈຸດ​ສຸມ​ແມ່ນ ນຳຄວາມ​ຄິດ​ສ້າງສັນມາ​ໄວ້​ໃນ​ສູນ​ກາງຂອງ​ການ​ພັດທະນາ​ທີ່​ຍືນ​ຍົງ, ​ໂດຍ​ມີ​ວິ​ໄສ​ທັດ​ທີ່​ຈະ​ເຮັດ​ໃຫ້​ຮ່າ​ໂນ້ຍກາຍ​ເປັນນະຄອນ​ຫຼວງ​ແຫ່ງ​ການ​ສ້າງສັນ​ ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ເດືອນຕຸລາ 2019, ຢູ​ເນສ​ໂກໄດ້​ຮັບ​ຮູ້​ຮ່າ​ໂນ້ຍ ແລະ ອີກ 65 ຕົວ​ເມືອງ​​ທົ່ວ​ໂລກ ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ນະ​ຄອນ​ສ້າງ​ສັນຂອງ​ຢູ​ເນສ​ໂກ ຢ່າງ​ເປັນ​ທາງ​ການ(1).

ການເຂົ້າ​ຮ່ວມ​ເຄືອ​ຂ່າຍ​ນະ​ຄອນ​ສ້າງ​ສັນຂອງ​ຢູ​ເນສ​ໂກ ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ, ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ ໃຫ້​ຮ່າ​ໂນ້ຍ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຂອງ​ຕົນ ກໍ​ຄື​ເພີ່ມ​ກາລະໂອກາດຮ່ວມມືໃນທຸກຂົງເຂດສ້າງສັນ, ​ເສີມ​ຂະຫຍາຍກຳລັງ​ແຮງ​ສັງ​ລວ​ ມຂອງ​ບັນດາຊັບພະຍາກອນທາງເສດຖະກິດແລະການເມືອງ, ​ໃນ​ນັ້ນ​ຈຸດ​ສຸມ​ແມ່ນ ຊັບພະຍາກອນ​ທາງ​ດ້ານ​ວັດທະນະທຳ ​ແລະ ການ​ສຶກສາ ​ເພື່ອ​ເປົ້າ​ໝາຍ​ການ​ພັດທະນາ​ນະຄອນຫຼວງ​ຢ່າງ​ຍືນ​ຍົງ.

​ເສີມ​ຂະຫຍາຍຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທໍາຢ່າງ​ແຂງ​ແຮງ, ຍູ້​​ແຮງການ​ພັດ​ທະ​ນາ​ເສດ​ຖະ​ກິດ​
ຄວບ​ຄູ່​ໄປ​ກັບ​ການ​ຊຸກ​ຍູ້​ການ​ປ່ຽນ​ແປງ​ໃໝ່ ​ແລະ ​ຄວາມ​ຄິດ​ສ້າງ​ສັນ

ຮ່າ​ໂນ້ຍ - “ນະຄອນໃນແມ່ນ້ຳ” - ນະຄອນ​ທີ່​ໄດ້​ລ້ອມ​ຮອບ​ດ້ວຍແມ່ນ້ຳ 20 ສາຍ. ພາຍຫຼັງ​ການ​ປັບ​ຂອບ​ເຂດ​ຫຼາຍ​ຄັ້ງ, ​ປະຈຸ​ບັນ, ຮ່າ​ໂນ້ຍມີ​ປະຊາກອນ​ປະມານ 8 ລ້ານ​ຄົນ ດ້ວຍ​ເນື້ອ​ທີ່​ທັງ​ໝົດຫຼາຍກວ່າ 3.300 ຕາລາງກິໂລແມັດ. ປະຕິບັດ​ແຜນທົ່ວ​ໄປ​ໃນການ​ກໍ່ສ້າງ​ນະຄອນຫຼວງ​ຮອດ​ປີ 2030 ​ວິ​ໄສ​ທັດ​ຮອດ​ປີ 2050, ນະຄອນຫຼວງຮ່າ​ໂນ້ຍ ​ໄດ້​ແລະກຳລັງພັດທະນາ​ຕາມ​ຮູບ​ແບບ “ພວງ” ຕົວ​ເມືອງ. ຮ່າ​ໂນ້ຍກຳລັງດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່ ​ຮູບ​ແບບ​ການ​ເຕີບ​ໂຕ​ ຢ່າງ​ແຂງ​ແຮງ, ປັບ​ໂຄງ​ສ້າງ​ເສດຖະກິດ​ຄືນ​ໃໝ່​ ​ໂດຍອີງ​ໃສ່​ການ​ນຳ​ໃຊ້ວິທະຍາສາດ​-​ເຕັກ​ໂນ​ໂລ​ຊີ ​ແລະ ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ປົວ​​ແປງ​ສະພາບ​​ແວດ​ລ້ອມ​ການ​ລົງທຶນ​ທຸລະ​ກິດ ເພື່ອດຶງ​ດູດ​ນັກ​ລົງທຶນ. ຮ່າ​ໂນ້ຍພວມ​ກາຍ​ເປັນ​ຈຸດໝາຍ​ປາຍທາງ​ທີ່​ໜ້າ​ດຶງ​ດູດ​ໃຈ​ ສຳລັບນັກ​ລົງ​ທຶນ​ທັງ​ພາຍ​ໃນແລະຕ່າງ​ປະ​ເທດ, ແລະ ໄດ້​ກາຍ​ເປັນ​ໜຶ່ງ​ໃນ 5 ຕົວ​ເມືອງ​ທີ່ຂະຫຍັນ​ຂັນ​ເຄື່ອນທີ່​ສຸດ​ຂອງ​ອາຊີ.

ໂດຍສະເລ່ຍແລ້ວ, ໃນໄລຍະ 2016-2020, ລວມຍອດຜະລິດຕະພັນ​ພາຍ​ໃນ​ຂອງນະຄອນຫຼວງເພີ່ມຂຶ້ນ 6,67% ຕໍ່ປີ. ​ໃນ​ສອງ​ປີ 2018-2019, ຮ່າ​ໂນ້ຍ​ນຳ​ໜ້າປະ​ເທດ​ ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ. ຈຳນວນ​ວິ​ສາ​ຫະກິດ​ສ້າງ​ຕັ້ງ​ໃໝ່​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ​ທັງ​ດ້ານ​ປະລິມານ ​ແລະ ທຶນ​ຈົດ​ທະບຽນ. ​ເຖິງ​ວ່າຈະ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19ກໍ​ຕາມ, ​ແຕ່​ເສດຖະກິດ​ຂອງ​ຮ່າ​ໂນ້ຍ​ໃນ​ປີ 2021 ຍັງ​ມີ​ການ​ເຕີບ​ໂຕຢູ່; ລວມຍອດຜະລິດ​ຕະພັນ​ພາບ​ໃນຂອງ​ນະຄອນຫຼວງ ເພີ່ມຂຶ້ນ 2,92%; ຮັບປະກັນ​ຄວາມ​ສົມ​ດຸນ​ຂອງ​ງົບປະມານ. ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ທັງ​ໝົດ​ໃນ​ຮ່າ​ໂນ້ຍ​ລື່ນ​ກາຍ ​12,3% ​ເມື່ອ​ທຽບ​ກັບຄາດໝາຍ​ທີ່ກຳນົດ​ໂດຍ​ສູນ​ກາງ, ເກີນ 5,3% ຂອງຄາດໝາຍ​ທີ່ກຳນົດ​ໂດຍ​ສະພາ​ປະຊາຊົນ​ນະຄອນ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ການ​ລົງ​ທຶນ​ພັດ​ທະ​ນາ​, ລາຍ​ຈ່າຍ​ປະຈຳ​ ​ແລະ ໜ້າ​ທີ່​ໃຊ້​ຈ່າຍ​ຕາມ​ການ​ຄາດ​ຄະ​ເນ, ໂດຍ​ສະ​ເພາະ​ແມ່ນໜ້າ​ທີ່​ໃຊ້​ຈ່າຍ​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມການ​ແຜ່​ບະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19, ​ເພື່ອ​ຄວາມ​ປອດ​ໄພ​ທາງ​ສັງຄົມ... ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ຮ່າ​ໂນ້ຍ​ໄດ້​ພັດທະນາ​ບັນດາ​ຂະ​ແໜງອຸດສາຫະກຳວັດທະນະທຳ​ເທື່ອ​ລະ​ກ້າວ ​ແລະ ພ້ອມ​ກັນ​ກັບ​ນະຄອນ​ໂຮ່ຈີ​ມິນ - ນຳໜ້າ​ທົ່ວ​ປະ​ເທດ​ໃນ​ທິດ​ທາງ​ໃໝ່​ນີ້.

ໃນ​ຖາ​ນະທີ່​ເປັນ​ສະ​ຖານ​ທີ່​ພົບ​ປະ​ຂອງ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ, ຮ່າ​ໂນ້ຍ​ເປັນນະ​ຄອນທີ່​ມີ​ຄວາມ​ຫຼາກ​ຫຼາຍ. ດ້ວຍລະບົບມໍລະດົກທີ່ໜາແໜ້ນ (ມີ​ມໍລະດົກ 5.922 ລາຍການ, ​ໃນ​ນັ້ນ ມໍລະດົກວັດທະນະທໍາໂລກ 1 ​ແຫ່ງ (ລາຊະ​ວັງ​ທັງ​ລອງ); 3 ມໍລະດົກ​ວັດທະນະທຳ​ບໍ່​ມີ​ຕົວ​ຕົນ​ທີ່​​ເປັນ​ຕົວ​ແທນ​ຂອງ​ວັດທະນະທຳ​ມະນຸດ; 1 ມໍລະດົກ​ສາລະ​ຄະດີ​ໂລກ; ອະນຸສອນສະຖານແຫ່ງຊາດພິເສດ 19 ​ແຫ່ງ ​ແລະ ອະນຸສອນສະຖານ​ແຫ່ງ​ຊາດ​ກວ່າພັນ​ແຫ່ງ), ມີ​ໂຄງ​ສ້າງ​ພື້ນຖານ​ທາງ​ວັດທະນະທຳທີ່​ອຸດົມສົມບູນ, ເຄືອຂ່າຍບ້ານ​ຫັດຖະກໍາ 1.350 ​ແຫ່ງທີ່ກະຈາຍຢູ່​ຕາມຖະໜົນແລະບ້ານຕ່າງໆ ພ້ອມ​ທັງ 70 ພື້ນ​ທີ່​ສ້າງສັນທີ່ມີຫຼາຍສີສັນ, ຮ່າ​ໂນ້ຍໄດ້​ແລະກຳລັງ​ກາຍ​ເປັນ​ສະຖານ​ທີ່​ບຳລຸງ​ສ້າງ, ​ເຕົ້າ​ໂຮມ ​ແລະ ຊຸກຍູ້​ການ​ປະດິດ​ສ້າງ. ການອອກແບບສ້າງສັນມີຢູ່ທຸກຖະໜົນຫົນທາງ, ຕັ້ງ​ແຕ່​ໂຄງ​ສ້າງພື້ນຖານ​ໃນເມືອງທີ່ມີສະຖາປັດຕະຍະກຳ “ຊັ້ນປະຫວັດສາດ” ຈົນ​ເຖິງໂຄງສ້າງ​ພື້ນຖານ​ທາງວັດທະນະທຳທີ່ຫຼາກຫຼາຍ ແລະ ອຸດົມສົມບູນ, ​ເຊິ່ງປະກອບສ່ວນ​ສ້າງ​ການ​ເຊື່ອມ​ໂຍງ​ທີ່ກົມກຽວກັນໃນຊີວິດລະຫວ່າງທຳມະຊາດກັບມະນຸດ. ການອອກ​ແບບ​ສ້າງສັນ​ຍັງ​ເປັນ​ປັດ​ໄຈສຳຄັນ​ ໃນ​ການ​ສ້າງ​ເອກະ​ລັດສະ​ເພາະ ​ໃຫ້​ຮ່າ​ໂນ້ຍຮັກສາ​​ປະ​ເພນີ, ກຳນົດປະຈຸ​ບັນ ​ແລະ ມຸ່ງ​ໄປ​ສູ່​ອະນາຄົດ.   

ຮ່າ​ໂນ້ຍ​ແມ່ນ​ນະ​ຄອນ​ທີ່​ມີ​ໂຄງ​ປະ​ກອບ​ປະຊາກອນທອງ (51,7% ຂອງ​ປະຊາກອນ​ໄວໜຸ່ມສາວ) ແລະ ມີວິສາຫະກິດເກືອບ 1.300 ແຫ່ງທີ່ດຳເນີນງານດ້ານ​ການ​ອອກ​ແບບ​ສ້າງສັນ. ນະຄອນຫຼວງຍັງເປັນສະຖານ​ທີ່ທີ່​ເຕົ້າ​ໂຮມ​ຜູ້ມີພອນສະຫວັນ ດ້ວຍ 65% ຂອງ​ປັນຍາ​ຊົນ ແລະນັກວິທະຍາສາດໃນປະເທດ; ຫຼາຍກວ່າ 80% ຂອງສູນຄົ້ນຄວ້າ, ສະ​ຖາ​ບັນ​ວິທະຍາສາດ, ມະຫາວິທະຍາໄລ ແລະວິທະຍາໄລ. ຮ່າ​ໂນ້ຍ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ເພື່ອນ​ມິດ​ສາກົນ​ວ່າ ​ເປັນ​ນະຄອນ​ທີ່ສະຫງ່າ​ງາມ ມີ​ອາລະຍະທຳ ທັນ​ສະ​ໄໝ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ, ​ແມ່ນ​ສະມາຊິກ​ທີ່​​ແຂງ​ຂັນ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາກົນ. ຊາວ​ຮ່າ​ໂນ້ຍ​​ເປັນ​ທີ່​ຮູ້​ຈັກ​ສະ​ເໝີວ່າ ​ມີ​ຄວາມຍືດຫຍຸ່ນ ເປີດອົກ​ເປີດ​ໃຈ ​ແລະ ​ພ້ອມ​ທີ່​ຈະ​ຮັບ​ເອົາ​ແນວ​ຄິດ​ໃໝ່ໆ. ສິ່ງ​ເຫຼົ່ານີ້​ແມ່ນ​ທ່າ​ແຮງ​ແລະ​ແຫຼ່ງກຳລັງ​ສຳຄັນ​ຂອງ​ຮ່າ​ໂນ້ຍ ​ໃນ​ການ​ເຊື່ອມ​ຕໍ່​ສາກົນ ພັດທະນາ​ຂະ​ແໜງ​ການ​ອຸດສາຫະກໍາວັດທະນະທໍາ ​ແລະ ອຸດສາຫະກໍາສ້າງສັນ.

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ນະຄອນຫຼວງ​ໄດ້​ພະຍາຍາມ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ສ້າງສັນ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ກັບ​ບັນດາ​ສະມາ​ຊິກ​ເຄືອ​ຂ່າຍ​ນະຄອນສ້າງສັນ​ຂອງຢູ​ເນສ​ໂກ, ລວມມີ ​ແບກ​ລິນ, ​ເຊີ​ອູ​ນ, ​ໂກ​ເບ, ສິງກະ​ໂປ... ຄຽງ​ຄູ່​ກັບ​ການ​ຮັກສາ​ເອກະລັກ​ດັ້ງ​ເດີມ, ຮ່າ​ໂນ້ຍກຳລັງກາ​ຍ​ເປັນ “ສູນ​ບົ່ມ​ເພາະ” ຄວາມ​ຄິດ​ສ້າງສັນ​ທົ່ວ​ປະ​ເທດ ​ແລະ ໂດຍ​ສະ​ເພາະ​ແມ່ນ ​ດຶງ​ດູດ​ໄວ​ໜຸ່ມ. ອາດເວົ້າໄດ້ວ່າ ຮ່າໂນ້ຍຍາມ​ໃດ​ກໍ່ຮັບ​ຮູ້​ໄດ້ບັນດາຄຸນຄ່າດັ້ງເດີມ ແລະຄຸນ​ຕ່າທັນສະໄໝ ເພື່ອສ້າງພາບລັກສະນະ ແລະ​ໃບ​ໜ້າ​ໃໝ່ໃຫ້ແກ່ຕົນເອງ.

ພາຍຫຼັງ​ກວ່າ 2 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ​ໃນ​ເຄືອ​ຂ່າຍ​ນະຄອນ​ສ້າງສັນ​ຂອງຢູ​ເນສ​ໂກ, ຮ່າ​ໂນ້ຍ​ໄດ້​ຜັນ​ຂະຫຍາຍ​ບັນດາ​ວິທີ​ແກ້​ໄຂ ​ແລະ ການ​ປ່ຽນ​ແປງ​ໃໝ່​ເທື່ອ​ລະ​ກ້າວ: ຄະນະ​ພັກ​ນະຄອນຮ່າ​ໂນ້ຍ​ໄດ້​ພິຈາລະນາ​ແລະຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ “ການພັດທະນາ​ອຸດສາຫະກຳ​ວັດທະນະທຳ​​ໃນ​ນະຄອນຫຼວງ ​ໄລຍະ 2021-2025, ກຳນົດ​ທິດ​ຮອດປີ 2030, ວິ​ໄສ​ທັດ​ຮອດປີ 2045”, ໃນນັ້ນ, ​ໄດ້​ວາງ​ອອກ​ 8 ກຸ່ມວຽກ​ງານ​ແລະ​ວິທີ​ແກ້​ໄຂ​ຫຼັກ, 42 ວຽກ​ງານ​ແລະ​ວິທີ​ແກ້​ໄຂ​ສະ​ເພາະ. ​ເຖິງ​ວ່າການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ກະທົບ​ທາງ​ລົບ​ເຖິງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ກໍ່ຕາມ, ​ແຕ່ຮ່າ​ໂນ້ຍຍັງ​ຕັ້ງໜ້າປະຕິບັດ​ຄຳ​ໝັ້ນ​ສັນຍາຂອງຕົນ​ ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ທີ່​ຫຼາກ​ຫຼາຍ ​ເພື່ອ​ໃຫ້​ຊຸ​ມຊົນ​ພົວພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຄ່ອຍໆ​ສ້າງ​ພາບພົດ​ຮ່າ​ໂນ້ຍ - ນະຄອນ​ແຫ່ງ​ການ​ສ້າງສັນ. ​ເພື່ອ​ເສີມ​ຂະຫຍາຍ, ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ​ແລະທ່າ​ແຮງໃນ​ຂົງ​ເຂດ​ການ​ອອກ​ແບບ​ສ້າງສັນ​ຢ່າງ​ມີ​ປະສິດທິ​ຜົນ, ຮ່າ​ໂນ້ຍໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ, ​ແຜນ​ງານ​ການ​ປ່ຽນ​ແປງ​ໃໝ່ປະດິດ​ສ້າງ, ປະກອບ​ສ່ວນສ້າງ​​ໂຄງສ້າງພື້ນຖານ​ທີ່​ທັນ​ສະ​ໄໝ, ພັດທະນາ​ບັນດາ​ພື້ນ​ທີ່​ການ​ສ້າງສັນ. ຮ້າ​ໂນ້ຍພວມ​ນຳ​ໜ້າ​ປະ​ເທດ​ໃນດ້ານ​ຈຳ​ນວນ​ສະ​ຖານ​ທີ່​ສ້າງ​ສັນ, ​ເປັນ​ຕົວ​ແທນ, ​ເຊັ່ນ: ພື້ນທີ່ຍ່າງອ້ອມທະເລສາບ ຮ່ວານ​ກ໋ຽມ, ຖະໜົນ​ຄົນຍ່າງ ຈິ້ງ​ ກົງ​ເຊີນ; ພື້ນ​ທີ່​ຈິດຕະກຳຝາຜະນັງ ຟຸ່ງຮື​ງ, ສະຫະກອນປ່ຽງ​ຜ້າ​ສິລະ​ຫະ (ພາບ​ປະດິດ​ຜ້າ), ໂຄງ​ການສິ່ງ​ທີ່​ຍອດ​ຍິ່ງ​ຂອງ​​ບ້ານ​ຫັດ​ຖະ​ກຳ​ຫວຽດ​ນາມ, ພື້ນ​ທີ່​ສະຖາປັດຕະຍະກຳແລະວັດທະນະທຳ ຂອງຫໍພິພິທະພັນຮ່າໂນ້ຍ... ​ໃນ​ເວລາ​ທີ່​ຜ່ານ​ມາ, ຍ້ອນ​ຜົນ​ກະທົບ​ຈາກການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ຫຼາຍ​ອົງການຈັດ​ຕັ້ງ​ແລະ​ບຸກຄົນ​ໄດ້​ຫັນ​ຂໍ້​ມູນ ​ໂຄງການ ​ແລະ​ ການ​ເຄື່ອນ​ໄຫວ​ວັດທະນະທຳ​ ເປັນ​ດິຈີ​ຕອນ ​ໂດຍ​ຜ່ານ​ອິນ​ເຕີ​ເນັດ ​ເຊິ່ງ​ໄດ້​ດຶງ​ຕູດ​ຄວາມ​ສົນ​ໃຈ​ແລະ​ການ​ປະຕິ​ສຳພັນ ​ຂອງ​ສາທາລະນະ​ຊົນຢ່າງ​ຫຼວງ​ຫຼາຍ. ຮ່າ​ໂນ້ຍພວມຕັ້ງໜ້າ​ພະຍາຍາມ​ຂຸດ​ຄົ້ນ ​ແລະ ຫັນ​ບັນດາ​ແຫຼ່ງຊັບພະຍາກອນ​ວັດທະນະທຳ ​ເປັນ​ກຳລັງ​ແຮງ, ​ເປັນ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ນະຄອນຫຼວງ. 

ອາດ​ຈະ​ເຫັນ​ໄດ້​ວ່າ, ຮ່າ​ໂນ້ຍ​ໄດ້​ແລະກຳລັງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ທັດສະນະ, ຍຸດ​ທະ​ສາດ​ ແລະ ​ທິດ​ທາງ​ການ​ພັດທະນາ. ຍຸດ​ທະ​ສາດ​ນີ້ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​​ໃນ​ການ​ສົ່ງ​ເສີມ​ເອກະລັກ​ຂອງ​ນະຄອນຫຼວງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໄມ້​ງັດ​ໃຫຍ່​ແລະ​ ສຳຄັນ ຊ່ວຍ​ໃຫ້​ຮ່າ​ໂນ້ຍປະຕິບັດ​ບັນດາ​ເປົ້າ​ໝາຍ, ໜ້າ​ທີ່​ການພັດທະນາ​ນະຄອນຫຼວງ​ຢ່າງ​ຍືນ​ຍົງ, ​ແມ່ນກຳລັງ​ໜູນ​ເພື່ອ​ໃຫ້​ຮ່າ​ໂນ້ຍມີ​ການ​ປ່ຽນ​ແປງ​ຍຸດ​ທະ​ສາດ​ໃນ​ຊຸມ​ປີ​ຕໍ່​ໄປ, ​ແລະ ສູ້​ຊົນ​ບັນ​ລຸ​ເປົ້າ​ໝາຍ​ການພັດ​ທະ​ນາ​ນະ​ຄອນ​ຫຼວງຮ່າ​ໂນ້ຍຮອດ​ປີ 2030​ ວິ​ໄສ​ທັດ​ຮອດ​ປີ 2045 ​ທີ່ກຳນົດ​ໂດຍ​ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ຄະນະ​ພັກນະຄອນ​ຮ່າ​ໂນ້ຍຄັ້ງ​ທີ 17 ​- ຮ່າ​ໂນ້ຍກາຍ​ເປັນນະຄອນ​ທີ່​ເຊື່ອມ​ຕໍ່​ທົ່ວ​ໂລກ, ພ້ອມ​ກັນ​ນັ້ນ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຍຸດ​ທະ​ສາດ​ວັດ​ທະ​ນະ​ທຳ​ການ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ ໃນ​ຍຸກ​ໂລກາ​ພິ​ວັດ ແລະ ການ​ເຊື່ອມ​ໂຍງ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ.

ການປະ​ດິດ​ສ້າງ - ​ປັດ​ໄຈ​ສຳຄັນໃນ​ການ​ພັດ​ທະ​ນາ​,
ການ​ປະ​ຕິ​ບັດ​ວິ​ໄສ​ທັດ​ຍຸດ​ທະ​ສາດ​, ຍົກ​ສູ​ງ​ຄຸນ​ນະ​ພາບ​ຊີ​ວິດ​ຂອງ​ປະ​ຊາ​ຊົນ

ຈຸດ​ສຸມ​ຂອງ​ຮ່າ​ໂນ້ຍ ​ແມ່ນ​ວາງຄວາມ​ຄິດ​ປະ​ດິດ​ສ້າງ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​​ທັດ​ສະ​ນະ​ການ​ອອກ​ແບບ, ເປັນ​ຈຸດ​ໃຈກາງ​ຂອງການ​ພັດ​ທະ​ນານະຄອນ​ແບບ​ຍືນ​ຍົງ, ດ້ວຍ​ວິ​ໄສ​ທັດ​ອັນ​ກວ້າງ​ໄກ​​ເພື່ອໃຫ້​ຮ່າ​ໂນ້ຍກາຍ​ເປັນນະຄອນ​ສ້າງສັນ ​ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ດ້ວຍ​ຖານະ​​ເປັນ​ນະຄອນຫຼວງ, ຮ່າ​ໂນ້ຍມີ​ທ່າ​ໄດ້​ປຽບ​ໃນ​ການຕິດ​ຕໍ່​ພົວພັນ​ກັບ​ຫຼາຍ​ອົງການ​ແລະ ​ບຸກຄົນ​ຢູ່​ໃນ​ແລະ​ຕ່າງປະ​ເທດ ທີ່​ມີຄວາມ​ສາມາດ​ໃນ​ການກຳນົດນະ​ໂຍບາຍ ​ແລະ​ສ້າງ​ເຄືອ​ຂ່າຍການ​ຮ່ວມ​ມື​ທີ່ຫຼາກ​ຫຼາຍ ​ອຸດົມສົມບູນ; ດັ່ງ​ນັ້ນ, ຮ່າ​​ໂນ້ຍມີ​ແຜນ​ນະ​ໂຍບາຍ​ເສີມ​ຂະຫຍາຍ​ສຸດ​ຂີດ​ ປະສິດທິ​ຜົນ​ການພົວພັນ​ມິ​ດຕະພາບ ​ແລະ ​ການຮ່ວມ​ມື​ກັບ 100 ກວ່າ​ຕົວ​ເມືອງ, ນະ​ຄອນ​ຫຼວງ​ຂອງ​ເກືອບ 200 ປະ​ເທດ​ແລະອານາ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ສະມາຊິກ​ຂອງເຄືອ​ຂ່າຍ​ນະຄອນ​ສ້າງສັນ​ຂອງຢູ​ເນສ​ໂກ.

​ເພື່ອ​ສ້າງ​ແລະຮັກສາ​​ເຄື່ອງໝາຍນະຄອນ​ສ້າງສັນ​ໃຫ້​ປະສົບ​ຄວາມ​ສຳ​ເລັດ, ຮ່າ​ໂນ້ຍ​ໄດ້​ຜັນ​ຂະ​ຫຍາ​ຍ ​ແຜນ​ປະຕິບັດງານສະ​ເພາະ​ແບບຍຸດ​ທະ​ສາດ, ​ໃນ​ນັ້ນ ຮ່າ​ໂນ້ຍໄດ້​ເຄື່ອນ​ໄຫວ​ຊຸກຍູ້​ແລະດຳ​ເນີນການ​ກໍ່ສ້າງ​ສູນ​ອອກ​ແບບ​ສ້າງສັນ, ຕົວ​ເມືອງ​ສະຫຼາດ, ບັນດາ​ໂຄງການ​ຫັນ​ເປັນ​ດີ​ຈີ​ຕອນ... ໜຶ່ງ​ໃນ​ບັນ​ດາ​ໂຄງ​ການ​ສຳ​ຄັນ​ທີ່​ນະ​ຄອນຮ່າ​ໂນ້ຍຈະດຳ​ເນີນ​ການ​ຄື ​ການ​ກໍ່​ຕັ້ງ​ສູນ​ອອກ​ແບບ​ສ້າງສັນ ​ໂດຍມີ​ເປົ້າ​ໝາຍ​ໃນ​ການ​ບົ່ມ​ເພາະ​ຜູ້​ມີ​ຄວາມ​ສາ​ມາດ ​ໃນ​ບັນດາ​ຂົງ​ເຂດທີ່​ມີ​ຄວາມ​ກ່ຽວຂ້ອງ​ກັບ​ການ​ອອກ​ແບບ​ສ້າງສັນ ​ຢູ່​ຮ່າ​ໂນ້ຍ. ​ໃນທີ່ນີ້, ບັນດາ​ໂຄງການ​ສ້າງສັນ​ທີ່​ມີ​ທ່າ​ແຮງ, ບັນດາ​ໂຄງການ​ຊຸມ​ຊົນ ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ສູງ​ສຸດສຳລັບ​ການ​ພັດທະນາ. ພິ​ເສດ, ​ໃນ​ເວລາ​ຕໍ່ໜ້າ, ຮ່າ​ໂນ້ຍຈະ​ໃຫ້​ຄວາມສຳຄັນ​ແລະ​ເອົາ​ໃຈ​ໃສ່​ ສົ່ງ​ເສີມ​ພິ​ເສດ​ໃຫ້​ເດັດ​ນ້ອຍ, ​ແມ່ຍິງ ​ແລະ ກຸ່ມ​ຜູ້​ດ້ອຍ​ໂອກາດ ເຂົ້າຮ່ວມ​ໃນ​ຂົງ​ເຂດ​ການ​ອອກ​ແບບ​ສ້າງສັນ. ພ້ອມ​ກັນ​ນັ້ນ, ຮ່າ​ໂນ້ຍຈະຜັນ​ຂະ​ຫຍາຍການສ້າງທົດລອງ ​ບາງ​ຮູບ​ແບບທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ມີ​ທ່າ​ແຮງ, ​ເຊັ່ນ: ຮູບ​ແບບສູນສ້າງສັນ​ເຍົາວະ​ຊົນ, ຍູ້​ແຮງ​ການ​ຮ່ວມ​ມື​ພາກ​ລັດ-ເອກະ​ຊົນ​ຢູ່​ເຂດ​ອານ​ແຂງ​ເໜືອ, ​ເມືອງ​ຮ່ວາຍ​ດຶກ; ກໍ່​ຕັ້ງ​ສູນ​ອອກ​ແບບ​ສ້າງສັນ​ແລະແນະນຳ​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ຫັດຖະກຳ​ພາກ​ໃຕ້​ຮ່າ​ໂນ້ຍ ​ໃນ​ເມືອງ ຝູຊວຽນ...

ຮ່າ​ໂນ້ຍສຸມ​ໃສ່​ຄົ້ນຄວ້າ​ວາງ​ແຜນ​ພື້ນ​ທີ່​ວັດ​ທະ​ນະ​ທໍາ, ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ທ້ອງ​ຖິ່ນ​ເພື່ອ​ລວມ​ເຂົ້າ​ໃນ​ການ​ວາງ​ແຜນ​ທົ່ວ​ໄປ; ຄົ້ນຄວ້າຮູບ​ແບບ​ການ​ຫັນປ່ຽນ ​ແລະ ປັບປຸງ​ມໍລະດົກ​ວັດທະນະທຳ ໃຫ້ເປັນ​ພື້ນທີ່​ວັດທະນະທຳ. ນະຄອນ​ຈະ​ສືບຕໍ່​ເສີມ​ຂະຫຍາຍ​ບັນດາ​ພື້ນ​ທີ່ວັດທະນະທຳ​ໃໝ່​ ເຊັ່ນ​ການ​ກໍ່​ຕັ້ງ​ລະບົບ​ບັນດາ​ພື້ນ​ທີ່ຍ່າງໃໝ່: ເຂດຕົວເມືອງທາງໃຕ້ ຖະໜົນວົງ​ແຫວນ 3 - ບີ​​ເຕສ​ໂກ; ພື້ນ​ທີ່ຍ່າງອ້ອມທະເລສາບທ່ຽນກວາງ - ສວນສາທາລະນະ​ຖົງ​ເຍິ້ດ; ພື້ນ​ທີ່​ຍ່າງ​ອ້ອມ ​ວັນ​ໝຽວ - ກວັກ​ຕື໋ຢ້າມ; ພື້ນ​ທີ່​ຍ່າງຢູ່​ເຂດ​ອານ​ແຂງ​ເໜືອ - ສະ​ແປຼນ​ໂດຣາ; ພື້ນ​ທີ່​ຍ່າງ​ຢູ່​ເຂດ​ກຳ​ແພງ​ເກົ່າ ​ເຊີນ​ໄຕ,... ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ​ພິ​ເສດ​ ເພື່ອ​ແນ​ໃສ່​​ເສີມ​ຂະຫຍາຍ​ຄຸນຄ່າ​ມໍລະດົກ​ ວັດທະນະທຳຂອງ​ທ້ອງ​ຖິ່ນ ​ເພື່ອ​ສ້າງ​ການ​ເຄື່ອນ​ໄຫວ​ອອກ​ແບບ​ສ້າງສັນ​ໃນວັດທະນະທຳ, ອາຊີບ​ຫັດຖະກຳຮັບ​ໃຊ້​ການທ່ອງທ່ຽວ ການ​ຄ້າ ​ແລະ ພັດທະນາ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ.

​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ນະຄອນ​ຮ່າ​ໂນ້ຍຈະ​ໃຫ້​ຄວາມສຳຄັນ​ກັບ​ການ​ກໍ່​ຕັ້ງ​ແລະການ​ພັດທະນາຢ່າງ​ແຂງ​ແຮງ ​ລະບົບ​ເຄືອ​ຂ່າຍນັກ​ອອກ​ແບບ​ສ້າງສັນ​ໄວ​ໜຸ່ມ - ຊັບພະຍາກອນ​ມະນຸດ​ທີ່ອຸດົມສົມບູນ, ທ່າແຮງ ແລະ ມີພ້ອມ ຂອງຮ່າໂນ້ຍ. ​ເພື່ອສົ່ງ​ເສີມຄວາມຄິດ​ສ້າງສັນ​ຂອງ​ເຍົາວະ​ຊົນ, ຮ່າ​ໂນ້ຍກຳລັງຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ທີ່ສຳຄັນ, ສຸມໃສ່​ຊາວ​ໜຸ່ມ ນັກຮຽນ ແລະ ​ເຍົາວະ​ຊົນ, ​ເຊັ່ນ: ການສ້າງໂຄງການເພື່ອບົ່ມ​ເພາະ ​ແລະ ​ເລັ່ງການ​ເລີ່​ມຕົ້ນ​ທຸລະ​ກິດ​ສ້າງສັນ ໃນມະຫາວິທະຍາໄລ ສະຖາບັນການສຶກສາ ແລະ ວິທະຍາໄລຕ່າງໆ; ກໍ່ສ້າງ​ພື້ນຖານ​ທັກ​ສະການ​ເຮັດ​ວຽກ​ ແລະ​ການ​ເລີ່​ມທຸລະ​ກິດ ​ໃຫ້​ນັກຮຽນ ນັກສຶກສາ ​ແລະ ສະ​ໂມ​ສອນການ​ຫັນ​ປ່ຽນ​ດິຈີ​ຕອນ ໃນມະຫາວິທະຍາໄລ ສະຖາບັນການສຶກສາ ແລະ ວິທະຍາໄລ ​ໃນ​ນະຄອນ; ສ້າງ​ພື້ນ​ທີ່ເພື່ອ​ໜູນ​ຊ່ວຍ​ຊາວ​ໜຸ່ມ​ນະຄອນຫຼວງ​ໃນ​ດ້ານການ​ເລີ່​ມຕົ້ນທຸ​ລະກິດ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ແລະ ການ​ຫັນປ່ຽນ​ດິຈີ​ຕອນ; ຈັດ​ຕັ້ງ​ກິດຈະກຳ​ ແລະ ການ​ແຂ່ງຂັນ​ລະດັບ​ນະຄອນ​ ເພື່ອ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ສາ​ກົນ​ກ່ຽວ​ກັບ​ການເລີ່​ມຕົ້ນທຸ​ລະກິດ​​, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ແລະ ການ​ຫັນປ່ຽນ​ດິຈີ​ຕອນ ສຳລັບ​ນັກ​ທຸລະ​ກິດ ຊາວ​ໜຸ່ມ ນັກຮຽນ ​ແລະ ນັກ​ສຶກສາ... ນີ້​ແມ່ນ​ໜຶ່ງ​ໃນ​ບັນດາບາດກ້າວ​ບຸກທະລຸ​ໃໝ່​ທີ່ສຳຄັນຂອງ​ຮ່າ​ໂນ້ຍ ​ເພື່ອ​ສ້າງ​ແລະ​ພັດທະນາ “ນະຄອນ​ສ້າງສັນ”.

ພ້ອມ​ກັນ​ນັ້ນ, ຮ່າ​ໂນ້ຍສືບ​ຕໍ່​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ​ແລະ​ມີ​ຄວາມ​ຮັບຜິດຊອບ​ ຂອງບັນດາ​ກອງ​ປະຊຸມ, ​ເວທີ​ປາ​ໄສ​ເຄືອ​ຂ່າຍ​ໃນອາຊີ​ຕາ​ເວັນ​ອອກສ່ຽ​ງ​ໃຕ້, ອາຊີ ​ແລະ ທົ່ວ​ໂລກ​ ຕາມ​ໂຄງການ​ຕ່າງໆ​ຂອງ​ຢູ​ເນສ​ໂກ. ສ້າງ​ບົດ​ລາຍ​ງານ​ການ​ຕິດ​ຕາມ​ກວດ​ກາ​ສະ​ມາ​ຊິກ ​ຕາມ​ຄວາມ​ຕ້ອງ​ການ​ຂອງຢູ​ເນສ​ໂກໃນ​ໄລ​ຍະ​.

ນອກຈາກ​ນັ້ນ, ​ເພື່ອ​ສ້າງ​ນະຄອນ​ຮ່າ​ໂນ້ຍ​ໃຫ້ກາຍ​ເປັນ​ສູນ​ກາງ​ການ​ບໍລິການ​ຄຸນ​ນະພາ​ບສູງ ຂອງ​ພາກ​ພື້ນ​ແລະ​ທົ່ວ​ໂລກ, ຮ່າ​ໂນ້ຍຕ້ອງ​ເອົາ​ໃຈ​ໃສ່​ພັດທະນາການ​ບໍລິການ​ຄຸນ​ນະພາ​ບສູງ ​ແລະ ສືບ​ຕໍ່​ປັບ​ໂຄງ​ສ້າງ​ການ​ຄ້າ, ການ​ບໍລິການ​ຄືນ​ໃໝ່. ຕາມ​ນັ້ນ, ຍູ້​ແຮງການ​ພັດ​ທະ​ນາ​ຂະ​ແໜງ​ການ​​ບໍ​ລິ​ການ​, ປະກອບສ່ວນ​ຍົກ​ອັດຕາ​ສ່ວນ​ຂອງຂະ​ແໜງ​​ການບໍລິການ​ໃນລວມຍອດຜະລິດຕະພັນ​ພາຍ​ໃນ ຂຶ້ນ​ປະມານ 65% - 65,5% ​ໃນ​ປີ 2025 ດ້ວຍອັດຕາການເຕີບໂຕສະເລ່ຍ 8% - 8,5% ຕໍ່​ປີ. ພັດທະນາ​ບັນດາ​ຮູບ​ແບບ​ບໍລິການ​ທີ່​ມີ​ຄຸນຄ່າ​ເພີ່ມ​ສູງ, ​ໂດຍ​ສະ​ເພາະ ​ບັນດາ​ການ​ບໍລິການ​ຕົວ​ເມືອງ, ບໍລິການ​ຂັ້ນ​ສູງ​ເຊັ່ນ: ການ​ເງິນ, ທະນາຄານ, ປະກັນ​ໄພ, ການ​ບໍ​ລິ​ການ​ໃຫ້​ຄໍາ​ປຶກ​ສາ​, ບໍລິການທາງ​ການ​ແພດຄຸນນະພາບສູງ,... ເພື່ອສ້າງຄວາມຕ້ອງການຕະຫຼາດປະເພດອື່ນໆ ເພື່ອການ​ພັດທະນາ. ພັດທະນາ​ການ​ຄ້າ​ເອ​ເລັກ​ໂຕຣນິກ, ​ເປີດ​ຄວາມ​ຫຼາກ​ຫຼາຍ​ຂອງ​ຮູບ​ການ​ການຊຳລະ ບົນ​ພື້ນຖານ​ດິຈີ​ຕອນ, ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ດິຈີ​ຕອນ, ​ເຊັ່ນ: ນຳໃຊ້​ການບໍລິການ internet-banking, mobile-banking, ກະ​ເປົ໋າ​ເອ​ເລັກ​ໂຕຣນິກ, ບັດ​ເງິນ,... ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ຫຼາກ​ຫຼາຍ​ຂອງ​ລູກ​ຄ້າ, ​ໂດຍ​ສະ​ເພາະ​ການ​ໃຊ້​ປະ​ໂຫຍ​ດຈາກ​ເວັບ​ໄຊ​ຕ໌/​ແອບ​ອີ​ຄອມ​ເມີຣ໌ຊຫຼາຍ​ກວ່າ 11.000 ​ແຫ່ງ​ໃນ​ຮ່າ​ໂນ້ຍ.

ສ້າງ​ການ​ຄ້າ​ຮູບ​ແບບ​ໃໝ່​ໃນ​ພື້ນ​ທີ່​ (ສູນການຄ້າ Outlet; ລະບົບຕ່ອງ​ໂສ້​ຂອງ​ຮ້ານ​ສະດວກ​ຊື້ທີ່ມີທຸລະກໍາອັດຕະໂນມັດໂດຍບໍ່ມີຜູ້ຂາຍ; ລະບົບຕູ້ຂາຍ​ເຄື່ອງ,...) ຄຽງຄູ່​ກັບ​ການພັດທະນາການຄ້າແບບດັ້ງເດີມ, ລະບົບຊຸເປີຣ໌ມາຣ໌ເກັດ, ຕະຫຼາດຊຸມຊົນ. ສ້າງ​ແລະ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ເຄືອ​ຂ່າຍ​ບໍລິການ​ຂົນ​ສົ່ງ, ສຸມໃສ່ຍູ້​ແຮງໂຄງການພັດທະນາ​ໂຄງ​ສ້າງພື້ນຖານການຂົນສົ່ງທີ່ສຳຄັນ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາ​ການ​ຄ້າ ແລະ ເພີ່ມລາຍຮັບເຂົ້າງົບປະມານ. ປ່ຽນ​ແປງ​ໃໝ່​ແບບ​ວິທີ, ປ່ຽນແປງນິໄສ ​ແລະ ພຶດຕິກໍາທາງການຄ້າ ໄປສູ່ອາລະຍະທໍາແລະທັນສະໄໝ. ສຸມ​ໃສ່ການ​ດຶງ​ດູດບໍລິສັດ​ຂ້າມ​ຊາດ​ຂະໜາດ​ໃຫຍ່ ທີ່​ມີ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ ການ​ຄຸ້ມ​ຄອງ​ທີ່​ທັນ​ສະ​ໄໝ, ການ​ເຊື່ອມ​ໂຍງ​ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກ, ຮັບປະກັນ​ຄວາມ​ຕ້ອງການ​ດ້ານ​ສິ່ງ​ແວດ​ລ້ອມ; ສູ້​ຊົນ​ກໍ່ສ້າງຮອດ​ປີ 2025 ​ນະຄອນ​ຮ່າ​ໂນ້ຍ​ກາຍ​ເປັນ​ສູນ​ກາງການ​ຄ້າ ​ແລະ ​ເສດຖະກິດທີ່​ສຳຄັນ​ຂອງທັງ​ປະ​ເທດ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ສືບ​ຕໍ່​ຍົກ​ສູງ​ຄວາມ​ສາມາດ​ແລະ​ຄຸນ​ນະພາ​ບການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ​ເປັນ​ເຈົ້າ​ການ​ໃນ​ການ​ກຳ​ກາລະ​ໂອກາດ, ​ໂດຍ​ສະ​ເພາະ​ແມ່ນ ​ໂອກາດ​ຈາກ​ບັນດາ​ສັນຍາ​ເສລີ CPTPP, EVFTA, EVIPA,... ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ນະຄອນຫຼວງ. ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ ​ແລະ ຕັ້ງໜ້າ​​ຂະຫຍາຍ​ການ​ຮ່ວມ​ມື​ກັບ​ບັນດາ​ນະຄອນຫຼວງ, ນະຄອນ​ທີ່​ມີ​ທ່າ​ແຮງ; ​ໃຫ້​ຄວາມສຳຄັນ​ກັບ​ການ​ຮ່ວມມື​ສາ​ກົນທາງ​ດ້ານ ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ​ສົ່ງ​ເສີມ​ການ​ລົງ​ທຶນ ການ​ຄ້າ, ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ, ເພື່ອ​ຊຸກ​ຍູ້​ການ​ສົ່ງ​ອອກ​ສິນ​ຄ້າ​ແລະ​ບໍລິການ, ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ ແລະ ​ການ​ສະໜັບສະໜູນ​ຈາກ​ສາ​ກົນ.

ຮັກສາແລະພັດທະນາ​ເຄື່ອງໝາຍ “ນະຄອນ​ສ້າງສັນ”,
ປະກອບສ່ວນ​ພັດທະນາ​ເຂດ​ນະຄອນຫຼວງ​ຢ່າງ​ຍືນ​ຍົງ

​ເພື່ອຮັກສາແລະພັດທະນາ​ເຄື່ອງໝາຍ “ນະຄອນ​ສ້າງສັນ” ​ໃນ​ຂົງ​ເຂດ​ການ​ອອກ​ແບບ, ປະກອບສ່ວນ​ພັດທະນາ​ນະຄອນຫຼວງ​ຢ່າງ​ຍືນ​ຍົງ, ຮ່າ​ໂນ້ຍສືບ​ຕໍ່​ປະ​ຕິ​ບັດ​ຫຼາຍ​ມາດ​ຕະ​ການ​ແກ້​ໄຂ​ທີ່​ຄົບ​ຊຸດ, ຄື:

ທີ​ໜຶ່ງ, ຍູ້​ແຮງວຽກ​ງານ​ສື່​ຂ່າວ ​ໂຄສະນາ​ການ ຜ່ານ​ສື່ມວນຊົນ ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບຂອງ​ທຸກ​ຂັ້ນ ຂະ​ແໜງ​ການ ວິ​ສາ​ຫະກິດ ​ແລະ ປະຊາຊົນຂອງນະຄອນຫຼວງ ກ່ຽວ​ກັບ​ການ​ພັດທະນາ​​ເຄື່ອງ​ໝາຍ “ນະຄອນ​ສ້າງສັນ”, ມີ​ຄວາມ​ຮັບ​ຮູ້​ຢ່າງຈະ​ແຈ້ງ​ກ່ຽວ​ກັບ ​ບົດບາດ​ແລະຄວາມ​ໝາຍ​ ຂອງ​ການ​ປະດິດ​ສ້າງ, ການ​ພັດທະນາ​ພື້ນ​ທີ່​ສ້າງສັນ, ​ຂະ​ແໜງ​ອຸດ​ສາ​ຫະ​ກໍາ​ວັດ​ທະ​ນະ​ທໍາ​ ​ທີ່​ມີ​ຕໍ່​ການ​ພັດທະນາ​ນະຄອນຫຼວງ ບົນ​ພື້ນຖານ​ການ​ຫັນປ່ຽນ “​ແຫຼ່ງຊັບພະຍາກອນ​ວັດທະນະທຳ” ​ໃຫ້​ເປັນຊັບພະຍາກອນ​ພາຍ​ໃນ, “ພະລັງ​ນຸ້ມນວນ” ທີ່​ປະກອບສ່ວນ​ພັດທະນານະຄອນຫຼວງ​ຢ່າງ​ຍືນຍົງ. ຈາກ​ນັ້ນ, ນໍາ​ເອົາ​ຄວາມ​ຄິດສ້າງສັນເຂົ້າໃນທຸກຍຸດທະສາດ, ແຜນແມ່ບົດ, ແຜນງານ, ແຜນປະຕິບັດ​ການ ​ຂອງທຸກຂັ້ນ ທຸກຂະແໜງການ. ​ເສີມ​ຂະຫຍາຍ​ການ​ອົບຮົມ​ສຶກສາ​ມູນ​ເຊື້ອ​ຢູ່​ໃນ​ໂຮງຮຽນ, ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ລຸ້ນໜຸ່ມ ​ກ່ຽວ​ກັບ​ເຄື່ອງໝາຍ “ນະຄອນ​ສ້າງສັນ” ​ໂດຍຢູ​ເນສ​ໂກ ມອບ​ໃຫ້​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ສ້າງຄວາມ​ຮູ້ສຶກ​ສະອອນ​ໃຈ ຄວາມ​ຮັກ​ແພງ​ຮ່າ​ໂນ້ຍ, ປຸກຕື່ນ​ເຈດຈຳນົງ ຄວາມ​ມຸ່ງ​ມາດ​ປາຖະໜາ​ຢາກບືນ​ຕົວ​ຂຶ້ນ ເພື່ອ​ໃຫ້​ຊາວ​ຮ່າ​ໂນ້ຍ​ແຕ່ລະຄົນ ​ສືບ​ຕໍ່​ເສີມ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງ​ໃນ​ທຸກ​ຂົງ​ເຂດ, ​ໃຫ້​ຄວາມ​ຄິດ​ສ້າງສັນ​ກາຍ​ເປັນ​ວັດຖຸ ​ແລະ ​ແຮງ​ຊຸກຍູ້​ການ​ພັດທະນາ​ນະຄອນຫຼວງ​ໃນ​ຊຸມ​ປີ​ຕໍ່ໜ້າ, ປະກອບສ່ວນຍົກ​ສູງຖານະ​ບົດບາດ ​ແລະ ພາບພົດ​ຂອງ​ນະຄອນຫຼວງ ​ໃນ​ສາຍຕາ​ຂອງ​ເພື່ອນ​ມິດສາ​ກົນ.     

ທີ​ສອງ, ສືບ​ຕໍ່​ກໍ່ສ້າງ, ​ເພີ່ມ​ເຕີມ ​ແລະ ປັບປຸງ​ບູລະນະ​ກົນ​ໄກ ນະ​ໂຍບາຍ​ການ​ພັດທະນາ​ບັນດາ​ພື້ນ​ທີ່​ສ້າງສັນ​ເວົ້າ​ສະ​ເພາະ, ອຸດສາຫະກຳສ້າງສັນ​ເວົ້າ​ລວ​ມ ​ເພື່ອປັບ​ປຸງ​ເງື່ອນ​ໄຂ​ການ​ທຸ​ລະ​ກິດ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທໍາ​ແລະ​ການ​ບໍ​ລິ​ການ, ຍົກ​ສູງ​ປະສິດທິ​ຜົນ ການ​ບັງ​ຄັບ​ໃຊ້​ສິດ​ຊັບ​ສິນ​ທາງ​ປັນ​ຍາແລະ​ສິດ​ທີ່​ກ່ຽວ​ຂ້ອງ​, ຊຸກຍູ້​ການ​ແຂ່ງຂັນ​ຢ່າງ​ຍຸດຕິ​ທຳ​ໃນ​ຕະຫຼາດ; ມີ​ກົນ​ໄກ ນະ​ໂຍບາຍ​ທີ່​ເໝາະ​ສົມ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ອຳນວຍ​ຄວາມ​ສະດວກ​ ໃຫ້​ອົງການ​ຈັດ​ຕັ້ງ ວິສາ​ຫະກິດ ​ແລະ ບຸກຄົນ ເຂົ້າຮ່ວມໃນບັນດາຂົງ​ເຂດ​ອຸດສາຫະກຳສ້າງສັນ, ອຸດສາຫະກຳວັດທະນະທຳ ​ເພື່ອການ​ພັດທະນາ, ​ໂດຍ​ສະ​ເພາະ​ແມ່ນ​ ນະ​ໂຍບາຍ​ບຸລິມະສິດ​ດ້ານ​ພາສີ, ​ເງິນ​ກູ້, ການ​ເຊົ່າ​ທີ່​ດິນ, ການ​ຫັນ​ເປັນສັງຄົມ, ການ​ລົງທຶນ... ນອກຈາກ​ນັ້ນ, ຕ້ອງ​ຈັດ​ສັນ​ເງິນ​ລົງທຶນ​ສາທາລະນະ​ຢ່າງ​ເໝາະ​ສົມ ​ເພື່ອ​ສ້າງ​ໂຄງ​ສ້າງ​ພື້ນຖານ​ຂອງ​ບັນດາ​ຂະ​ແໜງ​ການສິລະ​ປະວັດທະນະທຳ ​ເພື່ອ​ເປັນ​ພື້ນຖານ​ໃຫ້ອຸດສາຫະກຳສ້າງສັນມີ​ໂອກາດ​ພັດທະນາ. ກ່ຽວ​ກັບ​ເລື່ອງ​ນີ້, ຮ່າ​ໂນ້ຍ​ໄດ້​ອອກ​ມະຕິ​ສະ​ເພາະ - ມະຕິ​ກ່ຽວ​ກັບ “​ການ​ພັດທະນາ​ອຸດສາຫະກຳ​ວັດທະນະທຳ​ຢູ່​ນະຄອນຫຼວງ​ໃນ​ໄລຍະ 2021-2025, ກຳນົດທິດ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045”.

ທີ​ສາມ, ຍົກ​ສູງ​ປະສິດທິ​ພາຍ, ປະສິດທິຜົນ ການ​ຄຸ້ມ​ຄອງ​ລັດ​ ກ່ຽວ​ກັບ​ມໍ​ລິ​ດົກວັດທະນະທຳ. ​ເພີ່ມ​ທະວີ​ການ​ອົບຮົມ​ສຶກສາ​ກ່ຽວ​ກັບມໍ​ລະ​ດົກວັດທະນະທຳ ​ແລະ ກົດໝາຍ​ວ່າ​ດ້ວຍມໍ​ລະ​ດົກວັດທະນະທຳ. ​ເອົາ​ໃຈ​ໃສ່​ອົບຮົມ​ສຶກສາຊາ​ວໜຸ່ມ, ຜັນ​ຂະຫຍາຍ​ ​ຄຳ​ຂວັນ “ມໍລະດົກ​ຢູ່​ໃນມືຂອງຄົນຮຸ່ນໃໝ່​” ຂອງຢູ​ເນສ​ໂກ ຢ່າງ​ມີ​ປະສິດທິ​ຜົນ. ຄົ້ນຄວ້າ​ແລະ​ນຳໃຊ້ ຜົນ​ຂອງ​ການ​ຄົ້ນຄວ້າ​ ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ​ມໍລະ​ດົກ, ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ມາດ​ຕະການອະນຸລັກ​​ມໍລະດົກ​ທີ່​ມີ​ຊີວິດ​ຊີວາ, ການ​ອະນຸລັກ​ຕິດ​ພັນ​ກັບ​ປະຊາ​ຄົມ​ທ້ອງ​ຖິ່ນ ​ແລະ ​ປະ​ສົມກົມກຽວ​ກັບ​ເປົ້າ​ໝາຍການ​ພັດທະນາ​ເສດຖະກິດ. ຍູ້​ແຮງ​ບັນດາ​ມາດ​ຕະການ​ລະດົມ​ຊັບພະຍາກອນ​ສັງຄົມ ​ເພື່ອອະນຸລັກ​ແລະ​ເສີມ​ຂະຫຍາຍ ​ຄຸນຄ່າ​ມໍລະດົກວັດທະນະທຳ. ການເສີມ​ຂະຫຍາຍບັນດາ​ຄຸນຄ່າ​ມໍລະດົກວັດທະນະທຳ​ ເປັນ​ພື້ນຖານ​ເພື່ອສ້າງແຮງບັນດານໃຈ​ໃນ​ການ​ສ້າງສັນ ໃຫ້ກັບຂົງເຂດສ້າງສັນອື່ນໆ ​ເຊັ່ນ: ການ​ອອກ​ແບບ​ຈິດຕະກຳ, ແຟຊັ່ນ, ບັນດາ​ຜະລິດ​ຕະພັນວັດທະນະທຳ... ພິ​ເສດ​ແມ່ນ ​ເພີ່ມ​ທະວີ​ການ​ແລກປ່ຽນ, ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ມໍລະດົກ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ..

ທີ​ສີ່, ຍູ້​ແຮງ​ການ​ສ້າງ​ແລະ​ພັດທະນາ “ນະຄອນ​ສ້າງສັນ”, ປະກອບ​ສ່ວນ​ຊຸກຍູ້​ການ​ກໍ່ສ້າງ “ນະຄອນ​ສະຫຼາດ”, ​ໃນ​ນັ້ນ ​ເພີ່ມ​ອັດຕາ​ສ່ວນ​ຂອງການ​ບໍລິການ​ສາລະ​ນະ​ອອນ​ໄລ​ນ໌, ສຸມ​ໃສ່ການ​ພັດທະນາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ຜັນ​ຂະຫຍາຍ​ໂຄງການ​ຄົ້ນຄວ້າ​ວິທະຍາສາດ​ຈຸດ​ສຸມຂອງນະຄອນ​ຮ່າ​ໂນ້ຍ. ປະຕິບັດ​ການວາງ​ແຜນ​ໂຄງສ້າງພື້ນຖານ​ດ້ານ​ເຕັກນິກ​ໂທລະ​ຄົມມະນາຄົມ​ແບບ​ພາສຊີ ​ຢ່າງ​ມີ​ປະສິດທິ​ຜົນ ​ເຖິງ​ປີ 2020, ວິ​ໄສ​ທັດຮອດ​ປີ 2030. ປັບປຸງ​ບູລະນະ​ແລະ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ​ບັນດາວິທີ​ປະຍຸກ​ໃຊ້​ການ​ຫັນ​ເປັນ​ດິຈີ​ຕອນ ​ແລະ ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ; ອັບ​ເດດ, ​ໃຊ້​ປະ​ໂຫຍ​ດ ​ແລະ ​ແບ່ງປັນ​ບັນດາ​ຖານ​ຂໍ້ມູນ​ຫຼັກ. ດຳ​ເນີນ​ການ​ທົດ​ລອງ​ແລະ​ເປີດ​ກວ້າງ​ການ​ປະຍຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ລະບົບຂໍ້ມູນຂ່າວສານໃນສາຂາສະເພາະ ແລະ ບັນດາ​ການ​ປະຍຸກ​ນະຄອນ​ສະຫຼາດ.

ທີ​ຫ້າ, ຍູ້​ແຮງການ​ຮ່ວມ​ມື ​ແລະ ພົວພັນ​ແລກປ່ຽນ​ຢູ່​ໃນ​ປະ​ເທດ​ແລະ​ສາກົນ​ຢ່າງຮອບດ້ານ. ດ້ານ​ໜຶ່ງ, ຕັ້ງໜ້າ​ສະໜັບສະໜູນ​ແລະ​ຊຸ​ກຍູ້​ໃຫ້ນະຄອນ​ອື່ນໆ​ຂອງ​ຫວຽດນາມ ​ເຂົ້າ​ຮ່ວມ​ໃນເຄືອ​ຂ່າຍ​ນະຄອນ​ສ້າງສັນ​ຂອງຢູ​ເນສ​ໂກ; ອີດ​ດ້ານ​ໜຶ່ງ, ​ເພີ່ມ​ທະວີ​ການ​ສ້າງ​ໂຄງການ​ແລກປ່ຽນ, ​ເຊື່ອມ​ໂຍງ​ກັບ​ບັນດາ​ນະຄອນ​ສ້າງສັນ​ໃນ​ພາກ​ພື້ນ​ແລະ​ທົ່ວ​ໂລກ. ຕັ້ງໜ້າ​ແລກປ່ຽນ​, ​ຊຸກຍູ້​ການ​ອອກ​ແບບ ​ແລະ ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້; ​ເປັນ​ເຈົ້າ​ການ​ໃນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ​ມີ​ຄວາມ​ຮັບຜິດຊອບ​ ໃນ​ກິດຈະກຳ​ຕ່າງໆ​ ຂອງລະບົບເຄືອ​ຂ່າຍ​ນະຄອນ​ສ້າງສັນ​ຂອງຢູ​ເນສ​ໂກ.

ທັງ​ລອງ - ຮ່າ​ໂນ້ຍ​ແມ່ນ​ຈຸດ​ເຊື່ອມ​ຕໍ່​ລະຫວ່າງ​ມູນ​ເຊື້ອ​ແລະຄວາມ​ທັນ​ສະ​ໄໝ, ອະດີດ ​ແລະ ອະນາຄົດ, ລະຫວ່າງ​ວັດທະນະທຳ​ທີ່​ອຸດົມສົມບູນ​ ແລະ ກະ​ແສ​ຄວາມ​ຄິດ​ສ້າງສັນ​ທີ່​ບໍ່​ສິ້ນ​ສຸດ. ສືບ​ຕໍ່​ມູນ​ເຊື້ອ​ອາ​ລະ​ຍະ​ທຳ, ວິ​ລະ​ຊົນ, ສັນ​ຕິ​ພາບ ແລະ ມິດ​ຕະ​ພາບ; ເສີມ​ຂະຫຍາຍຄວາມ​ສາມາດ​ບົ່ມ​ຊ້ອນ, ​ແຫຼ່ງພະລັງ​ສ້າງສັນ​ທີ່​ໄດ້ຫຼໍ່​ຫຼອມມາ​ກວ່າ​ພັນ​ປີ ​ແລະ​ ປຸກ​ຕື່ນ​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາຖະໜາ​ຢາກ​ບືນ​ຕົວ​ຂຶ້ນ, ຮ່າ​ໂນ້ຍຈະ​ປະຕິບັດ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ໃຫ້​ເປັນ​ຈິງ​ເທື່ອ​ລະ​ກ້າວ, ສົມຄວນ​​ເປັນ​ນະຄອນຫຼວງ, ຫົວ​ໃຈ​ຂອງ​ປະ​ເທດ, ບົດບາດ​ນຳໜ້າ, ທີ່​ຕັ້ງ​ເປັນ​ສູນກາງ​ການ​ເມືອງ ການບໍລິຫານ​ ຂອງ​ປະ​ເທດ, ສູນ​ກາງວັດທະນະທຳ, ວິທະຍາສາດ, ການສຶກສາ, ເສດຖະກິດ ແລະ ການຄ້າສາກົນ​ທີ່ສຳຄັນ./.

--------------------

(1) ເຄືອ​ຂ່າຍ​ນະຄອນ​ສ້າງສັນ​ຂອງຢູ​ເນສ​ໂກ​ເກີດ​ຂຶ້ນ​ແຕ່​ປີ 2004, ​ໂດຍ​ມີ​ເປົ້າ​ໝາຍຊຸກຍູ້​ການ​ຮ່ວມ​ມື​ສາກົນ​ ລະຫວ່າງບັນດາ​ນະຄອນ​ທີ່​ມີ​ກຽດ ດ້ວຍຈຸດປະສົງ​ສົ່ງ​ເສີມ​ແຫຼ່ງ​ກຳ​ລັງ​ວັດ​ທະ​ນະ​ທຳ ແລະ ຄວາມ​ປະ​ດິດ​ສ້າງ​ວັດ​ທະ​ນະ​ທຳ ​ເພື່ອເປັນ​ພື້ນ​ຖານຂອງ​ຂະ​ບວນ​ການ​ພັດ​ທະ​ນາ​ຕົວ​ເມືອງ​ຢ່າງ​ຍືນ​ຍົງ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 987 (​ເດືອນ​ເມສາ 2022)