ການປະຕິບັດຄວາມມຸ່ງມາດປາດຖະໜາເຮັດໃຫ້ຫວຽດນາມເຂັ້ມແຂງແຮງກ້າ
ຕາມແນວຄິດປະດິດສ້າງຂອງປະທານໂຮ່ຈີມິນ
ຕາມແນວຄິດປະດິດສ້າງຂອງປະທານໂຮ່ຈີມິນ
ວກ. - ປະຈຸບັນ, ຫວຽດນາມສືບຕໍ່ຍູ້ແຮງຂະບວນການປ່ຽນແປງໃໝ່ ແລະ ການເຊື່ອມໂຍງສາກົນຢ່າງຮອບດ້ານແລະຄົບຊຸດ ໂດຍມີໂອກາດ ຄວາມສະດວກ ແລະ ສິ່ງທ້າທາຍ ຄວາມຫຍຸ້ງຍາກ ທີ່ແຊກຊ້ອນກັນ. ສະຖານະການດັ່ງກ່າວຮຽກຮ້ອງໃຫ້ສືບຕໍ່ນຳໃຊ້ ແລະ ພັດທະນາ ແນວຄິດປ່ຽນແປງໃໝ່ຂອງປະທານໂຮ່ຈີມິນ ຢ່າງປະດິດສ້າງ ເພື່ອມີທິດທາງແລະມາດຕະການ ປະກອບສ່ວນປະຕິບັດ ຄວາມມຸ່ງມາດປາຖະໜາເຮັດໃຫ້ຫວຽດນາມພັດທະນາຢ່າງແຂງແຮງ ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ.
ແນວຄິດໂຮ່ຈີມິນກ່ຽວກັບການປ່ຽນແປງໃໝ່
ແນວຄິດໂຮ່ຈີມິນກ່ຽວກັບການປ່ຽນແປງໃໝ່ ແມ່ນລະບົບບັນດາທັດສະນະທີ່ມີລັກສະນະກຳນົດທິດຢ່າງເລິກເຊິ່ງ ກ່ຽວກັບການປ່ຽນແທນອັນເກົ່າ ດ້ວຍອັນໃໝ່ທີ່ກ້າວໜ້າກວ່າ, ຈາກຄວາມຮັບຮູ້ໃໝ່ ເພື່ອປ່ຽນແປງໃໝ່ແນວທາງ ນະໂຍບາຍ ແບບວິທີການເຄື່ອນໄຫວ ແລະ ການຈັດຕັ້ງກຳລັງປະຕິບັດ ໃນສະພາບການປະເທດຫວຽດນາມທີ່ຫຼ້າຫຼັງ ແລະ ດ້ອຍພັດທະນາ, ໂດຍມີເປົ້າໝາຍ ກໍ່ສ້າງຫວຽດນາມໃຫ້ເປັນປະເທດທີ່ເປັນເອກະລາດ ເປັນເຈົ້າຕົນເອງ ກ້າວໜ້າ ແລະ ພັດທະນາ ຄຽງຄູ່ກັບບັນດາປະເທດມະຫາອຳນາດຂອງ 5 ທະວີບ. ແນວຄິດໂຮ່ຈີມິນກ່ຽວກັບການປ່ຽນແປງໃໝ່ ປະກອບມີບັນດາເນື້ອໃນຕົ້ນຕໍດັ່ງຕໍ່ໄປນີ້:
ທີໜຶ່ງ, ຈິນຕະນາການກ່ຽວກັບທິດສະດີ ແລະ ແຮງຜັກດັນ ໃນການກໍ່ສ້າງສັງຄົມນິຍົມ.
ດ້ວຍການຊາບຊຶມລັດທິມາກ-ເລນິນຢ່າງເລິກເຊິ່ງ, ໂດຍສະເພາະແມ່ນຫຼັກຄຳສອນກ່ຽວກັບຮູບຖານເສດຖະກິດ-ສັງຄົມ ທີ່ພັດທະນາ ແລະ ປ່ຽນແທນຊຶ່ງກັນແລະກັນ, ຈາກຕ່ຳຫາສູງ, ປະທານໂຮ່ຈີມິນໄດ້ຢືນຢັນຄວາມຈະເລີນກ້າວໜ້າຂອງສັງຄົມມະນຸດຢ່າງຫຼີກລ້ຽງບໍ່ໄດ້: “ບໍ່ມີແຮງໃດທີ່ສາມາດຢຸດພະອາທິຂຶ້ນໄດ້. ບໍ່ມີພະລັງໃດທີ່ຈະຢຸດຢັ້ງປະຫວັດສາດມະນຸດບໍ່ໃຫ້ກ້າວໄປຂ້າງໜ້າໄດ້. ບໍ່ມີກຳລັງໃດທີ່ສາມາດກີດກັ້ນການພັດທະນາຂອງສັງຄົມນິຍົມໄດ້”(1). ໃນຂະບວນການນຳພາການປະຕິວັດຫວຽດນາມ, ປະທານໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນ ບົດບາດຂອງກຳລັງການຜະລິດ ແລະ ການພົວພັນການຜະລິດທີ່ເໝາະສົມ, ຂອງບັນດາປັດໄຈເສດຖະກິດ ແລະ ແຮງຂັບເຄື່ອນຂອງຜົນປະໂຫຍດຕໍ່ການພັດທະນາ. ເພິ່ນໄດ້ເອົາໃຈໃສ່ເປັນພິເສດ ແລະ ພະຍາຍາມປະຕິບັດການປົດປ່ອຍກຳລັງແຮງງານ ເພື່ອສ້າງແຮງຜັກດັນທີ່ສຳຄັນ ສຳລັບພາລະກິດການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ.ປະທານໂຮ່ຈີມິນ ຢ້ຽມຢາມເຂດອຸດສາຫະກຳປະສົມເຫຼັກແລະເຫຼັກກ້າ ຖາຍງວຽນ ເນື່ອງໃນໂອກາດເຕົາຫຼອມໝາຍເລກ 1 ສໍາເລັດເຫຼັກຫຼໍ່ຊຸດທຳອິດ (ປີ 1964) _ພາບ: hochiminh.vn
ປະທານໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່ເຖິງການຮັບປະກັນຄວາມເປັນທຳ ໃນການແຈກຢາຍຜົນປະໂຫຍດ ບົນພື້ນຖານຫຼັກການ: “ຄົນເຮັດວຽກຫຼາຍກິນຫຼາຍ, ຄົນເຮັດວຽກໜ້ອຍກິນໜ້ອຍ, ຄົນບໍ່ເຮັດວຽກກໍ່ບໍ່ກິນ, ຍົກເວັ້ນຜູ້ເຖົ້າ ຄົນປ່ວຍ ແລະ ເດັກນ້ອຍ”(2). ເພິ່ນຮຽກຮ້ອງໃຫ້ຕໍ່ສູ້ຕ້ານລັດທິເອກະຊົນ, ເພາະມັນແມ່ນ “ສັດຕູຂອງລັດທິສັງຄົມນິຍົມ”, ແຕ່ຕ້ອງບໍ່ຢຽບຢ່ຳບຸກຄົນ, ຕ້ອງເຄົາລົບຜົນປະໂຫຍດອັນຊອບທຳຂອງແຕ່ລະຄົນ. ຄວາມດີເດັ່ນຂອງລະບອບໃໝ່ແມ່ນ ໃຫ້ທຸກຄົນມີສິດຊົມໃຊ້ຜົນການປະຕິວັດຢ່າງຍຸດຕິທຳ ແລະສົມເຫດສົມຜົນ ເຊິ່ງສະຖາບັນທີ່ມີທາດແທ້ອັນດີງາມໂດຍ “ປະຊາຊົນເປັນເຈົ້າ ແລະ “ປະຊາທິປະໄຕ” ນຳມາໃຫ້. ແຕ່, ເພື່ອກໍ່ສ້າງແລະພັດທະນາປະທດ, ຕາມເພິ່ນ, ຈຳເປັນຕ້ອງເສີມຂະຫຍາຍແຮງຈູງໃຈຜົນປະໂຫຍດຢ່າງສູງສຸດ (ໃນສະເພາະໜ້າແລະຍາວນານ, ດ້ານວັດຖຸແລະຈິດໃຈ, ຢ່າງສົມເຫດສົມຜົນ ແລະ ຄວາມຍຸຕິທໍາທາງສັງຄົມ). ດັ່ງນັ້ນ, ເພິ່ນຂຽນ “ຄຳຮຽກຮ້ອງການແຂ່ງຂັນຮັກຊາດ” ເພື່ອເບິ່ງແຍງ ແລະ ເສີມຂະຫຍາຍຂະບວນການແຂ່ງຂັນຮັກຊາດຢ່າງແຂງແຮງ; ພ້ອມກັນນັ້ນ, ເອົາໃຈໃສ່ສ້າງປະຊາທິປະໄຕໃນການເມືອງແລະໃນສັງຄົມ, ເພາະມີພຽງລະບອບປະຊາທິປະໄຕທີ່ແທ້ຈິງເທົ່ານັ້ນ ທີ່ສ້າງຄວາມສາມັກຄີອັນເປັນຮູບປະທຳ ແລະ ຄວາມເຫັນດີເຫັນພ້ອມກັນຢ່າງແທ້ຈິງ.
ທີສອງ, ຈິນຕະນາການກ່ຽວກັບການຈັດຕັ້ງ ແລະ ສະຖາບັນສັງຄົມນິຍົມ.
ປະທານໂຮ່ຈີມິນມີຄວາມຄິດໃໝ່ກ່ຽວກັບການກຳເນີດ, ຄວາມສໍາຄັນ ແລະ ທາດແທ້ ຂອງອົງການຈັດຕັ້ງການນໍາປະຕິວັດ. ເພິ່ນໃຫ້ທັດສະນະວ່າ: “ການປະຕິວັດຕ້ອງມີອັນໃດກ່ອນ? ກ່ອນອື່ນໝົດຕ້ອງມີພັກປະຕິວັດ, ເພື່ອຂົນຂວາຍ ແລະຈັດຕັ້ງປະຊາຊົນພາຍໃນປະເທດ, ຕໍ່ກັບພາຍນອກ, ຕິດຕໍ່ກັບຊົນຊາດທີ່ຖືກກົດຂີ່ຂົ່ມເຫັງ ແລະ ຊົນຊັ້ນກຳມາຊີບຢູ່ທົ່ວທຸກແຫ່ງ. ພັກມີຄວາມເຂັ້ມແຂງ ການປະຕິວັດຈຶ່ງປະສົບຜົນສຳເລັດ, ເຊັ່ນດຽວກັບຜູ້ຂັບທ້າຍເຮືອເກັ່ງ ເຮືອຈຶ່ງແລ່ນຢ່າງບໍ່ຢຸດຢັ້ງ”(3).
ການປະກົດຕົວຂອງພັກແບບໃໝ່ຢູ່ຫວຽດນາມ ແມ່ນເລີ່ມຈາກຂະບວນການຮັບຮູ້ແລະ ໝູນໃຊ້ ທິດສະດີກ່ຽວກັບກົດເກນແຫ່ງການກຳເນີດຂອງພັກການເມືອງ ຢ່າງຖືກຕ້ອງ, ແມ່ນການປະສານສົມທົບ ລັດທິມາກ-ເລນິນ ກັບຂະບວນການກຳມະກອນ ແລະຂະບວນການຮັກຊາດຫວຽດນາມ. ປະທານໂຮ່ຈີມິນເວົ້າຢ່າງຈະແຈ້ງກ່ຽວກັບທາດແທ້, ທາດແທ້ຊົນຊັ້ນ, ລັກສະນະປະຊາຊົນ ແລະ ລັກສານະຊາດຂອງພັກ. ຄວາມຮັບຜິດຊອບທີ່ສູງສົ່ງຂອງພັກ ແມ່ນຕ້ອງມີແນວທາງ, ຄຳສັ່ງ, ມະຕິ, ແຜນການຢ່າງພຽບພ້ອມ ຈະແຈ້ງ ຮອບຄອບ “ເພື່ອບໍ່ຖືກຕົກໃນທ່າຮັບ, ຂໍ້ບົກພ່ອງ ແລະ ຜິດພາດ”. ພັກຕ້ອງມີຄວາມສະອາດປອດໃສ ສາມັກຄີກັຍຢ່າງແທ້ຈິງ ແລະ “ບໍລິສຸດຈາກໃຫຍ່ຫານ້ອຍ” ຈຶ່ງສາມາດ ນຳພາປະຊາຊົນ ແລະການປະຕິງວັດໄປສູ່ “ໄຊຊະນະຢ່າງແນ່ນອນ”. ພັກຕ້ອງປະຕິບັດບັນດາຫຼັກການດຳເນີນງານຢ່າງດີ, ເຊັ່ນ ລວມສູນປະຊາທິປະໄຕ, ໝູ່ຄະນະນຳພາ ບຸກຄົນຮັບຜິດຊອບ; ຕິຊົມຕົນເອງແລະຕິຊົມ, ເຄື່ອນໄຫວຖືກຕ້ອງຕາມກົດໝາຍ; ມີຈິດໃຈສາມັກຄີ ມີລະບຽບວິໄນ ເປັນເອກະພາບ,... ພິເສດ, ວຽກງານອົບຮົມສຶກສາ ຝຶກຝົນຫຼໍ່ຫຼອມພະນັກງານ ສະມາຊິກພັກ ແມ່ນ “ວຽກງານຫຼັກຂອງພັກ” ເພື່ອໃຫ້ພັກ “ເປັນຄຸນສົມບັດສິນທຳ, ອາລະຍະທຳ” ຢ່າງແທ້ຈິງ ແລະ ການປ່ຽນແປງໃໝ່ຕ້ອງເລີ່ມຕົ້ນຈາກພັກ. ການກໍ່ສ້າງແລະປັບປຸງພັກຕິດກັບການປ້ອງກັນແລະຕ້ານບັນດາປະກົດການຂອງລັດທິເອກະຊົນນັ້ນ ຕ້ອງໄດ້ດຳເນີນຢ່າງເປັນປະຈຳແລະຕໍ່ເນື່ອງ, ເພາະວ່າພັກ “ບໍ່ແມ່ນອົງການຈັດຕັ້ງເພື່ອຈະເປັນເຈົ້ານາຍ ຫາຄວາມຮັ່ງມີ”, ແຕ່ຕ້ອງເພື່ອ “ຜົນປະໂຫຍດຂອງຊາດ, ຂອງປະເທດຊາດ”.
ຕາມທີ່ປະທານໂຮ່ຈີມິນ, ເມື່ອພິຈາລະນາທາງດ້ານທາດແທ້ແລ້ວ ລັດຫວຽດນາມແມ່ນລັດແບບໃໝ່, ສະທ້ອນໃຫ້ເຫັນເຖິງລັກສະນະປະຊາທິປະໄຕປະຊາຊົນ ແລະ ຮັບໃຊ້ຜົນປະໂຫຍດຂອງຊາດ. ລັດຕ້ອງ “ຮັບໃຊ້ປະຊາຊົນ” ຢ່າງຈິງຈັງ, ເຄົາລົບແລະຮັບປະກັນສິດທິພົນລະເມືອງ ແລະສິດທິມະນຸດ. ລັດມີລະບົບກົດໝາຍທີ່ປະຊາທິປະໄຕ, ສະແດງເຈດຈຳນົງ ແລະຜົນປະໂຫຍດຂອງປະຊາຊົນ ແລະ ບໍລິຫານ ຄຸ້ມຄອງສັງຄົມຢ່າງເຂັ້ມງວດ ຍຸຕິທຳ ແລະ ມີລະບຽບວິໄນ. ດັງນັ້ນ, ແຕ່ຕົ້ນມາ, ປະທານໂຮ່ຈີມິນ ມີຈິນຕະນາການໃໝ່ ກ່ຽວກັບການກໍ່ສ້າງ ລັດແຫ່ງອຳນາກົດໝາຍສັງຄົມນິຍົມ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
ທີສາມ, ຈິນຕະນາການກ່ຽວກັບພະລັງຂອງການປ່ຽນແປງໃໝ່ແມ່ນປະຊາຊົນ.
ປະທານໂຮ່ຈີມິນເນັ້ນໜັກວ່າ, ການປ່ຽນແປງໃໝ່ແມ່ນການຕໍ່ສູ້ຕ້ານສິ່ງທີ່ເກົ່າແກ່ຫຼ້າຫຼັງ ຄວາມຊົ່ວ ເພື່ອສ້າງສິ່ງໃໝ່ ຄວາມດີຂຶ້ນ, ແຕ່ຕ້ອງຕາມທິດນຳ ເລີ່ມຕົ້ນຈາກຄົນ, ເພື່ອຄົນ, ໂດຍຄົນແລ້ວກັບມາຫາຄົນ. ເພິ່ນຢືນຢັນ: “ວຽກງານການປ່ຽນແປງໃໝ່ ແລະ ການກໍ່ສ້າງ ແມ່ນຄວາມຮັບຜິດຊອບຂອງປະຊາຊົນ”(4). ດ້ວຍກຳລັງປະຊາກອນ, ບໍ່ວ່າບັນຫາຈະໃຫຍ່ຫຼືຫຍຸ້ງຍາກປານໃດ ກໍສາມາດແກ້ໄຂໄດ້. ກິດຈະການປ່ຽນແປງໃໝ່ຕ້ອງອີງຢ່າງໜັກແໜ້ນໃສ່ພີ່ນ້ອງຮ່ວມຊາດ, ຕ້ອງຮຽນຮູ້ - ຖາມຫາ - ເຂົ້າໃຈປະຊາຊົນ, “ຖືກຕ້ອງຕາມແນວທາງປະຊາຊົນ”, “ເຮັດແນວໃດໃຫ້ຖືກໃຈປະຊາຊົນ”; ຈາກນັ້ນ, ເອົາຊັບສິນ ກຳລັງຂອງປະຊາຊົນ, ປະສົບການ ແລະຄວາມຄິດລິເລີ່ມຂອງປະຊາຊົນ ເພື່ອສ້າງຜົນປະໂຫຍດໃຫ້ປະຊາຊົນ ໃນພາລະກິດການປ່ຽນແປງໃໝ່.
ພາລະກິດການປະຕິວັດຮຽກຮ້ອງໃຫ້ປະຊາຊົນທັງໝົດສາມັກຄີກັນເປັນກຸ່ມກ້ອນທີ່ເປັນເອກະພາບ ໝັ້ນຄົງ ແລະ ເຂັ້ມແຂງ ໃນແນວໂຮມແຫ່ງຊາດທີ່ເປັນເອກະພາບ. ດັ່ງນັ້ນ, ປະທານໂຮ່ຈີມິນ ໃຫ້ຄວາມສຳຄັນເປັນພິເສດເຖິງວິທີການສາມັກຄີ “ທັງໝົດ”; ເພີ່ມທະວີການໂຄສະນາ ຂົນຂວາຍ ຊວນເຊື່ອ ຊັກຊວນ, ໂນ້ມນ້າວໃຈ ແລະ ຍັງຕ້ອງ “ອະໄພໃຈກວ້າງໃຫ້” ຜູ້ທີ່ “ເອນອ່ຽງ”, ນັບທັງຜູ້ທີ່ໄດ້ໄປໃນທາງຜິດ.
ປະທານໂຮ່ຈີມິນໄດ້ແກ້ໄຂສາຍພົວພັນລະຫວ່າງຊາດແລະຊົນຊັ້ນ ຢ່າງຖືກຕ້ອງ, ຮັບປະກັນຄວາມກົມກຽວທາງດ້ານຜົນປະໂຫຍດຂອງທຸກຊົນຊັ້ນ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ. ເພິ່ນຢືນຢັນວ່າ: “ສາມັກຄີລະຫວ່າງພີ່ນ້ອງຮ່ວມຊາດໃນທົ່ວປະເທດ, ແຕ່ເໜືອຮອດໃຕ້. ເວົ້າກວ້າງຂວາງວ່າ: ສາມັກຄີລະຫວ່າງປະຊາຊົນປະເທດເຮົາ ກັບປະຊາຊົນບັນດາປະເທດເພື່ອນບ້ານ, ປະຊາຊົນອາຊີ, ປະຊາຊົນຝຣັ່ງ ແລະ ປະຊາຊົນທີ່ຮັກຫອມສັນຕິພາບໃນໂລກ”(5). ນີ້ແມ່ນແຜນນະໂຍບາຍທີ່ປະດິດສ້າງ, ສະແດງໃຫ້ເຫັນຄວາມຄິດໃໝ່ ອ່ອນໄຫວ ແລະ ເໝາະສົມກັບສະພາບຕົວຈິງຂອງຫວຽດນາມ.
ທີສີ່, ຈິນຕະນາການກ່ຽວກັບຍຸດທະສາດ “ການປູກຄົນ” ແລະ ພັດທະນາຊັບພະຍາກອນມະນຸດ.
ປະທານໂຮ່ຈີມິນຍາມໃດກໍ່ເອົາໃຈໃສ່ເຖິງການຝຶກອົບຮົມຜູ້ສືບທອດພາລະກິດຂອງພັກ ແລະ ຂອງປະຊາຊົນເຮົາ, ເພິ່ນຮຽກຮ້ອງໃຫ້ບັນດາການນຳຂອງບັນດາຂະແນງການແລະ ຂັ້ນຕ່າງໆ ເອົາໃຈໃສ່ຊຸກຍູ້ “ພາລະກິດການສຶກສາຂອງພວກເຮົາຂຶ້ນສູ່ໄລຍະການພັດທະນາໃໝ່”. ເພິ່ນຢືນຢັນ: “ຊາວໜຸ່ມຢາກເປັນເຈົ້າຂອງໃນອະນາຄົດທີ່ຄູ່ຄວນ, ປະຈຸບັນນີ້ ເຂົາຕ້ອງຝຶກຝົນຈິດໃຈແລະກຳລັງຂອງຕົນ, ຕ້ອງເຮັດວຽກເພື່ອກະກຽມອະນາຄົດນັ້ນ”(6). ຜູ້ຄົນຕ້ອງໄດ້ຮັບການຝຶກອົບຮົມ, ສຶກສາ ແລະ ບຳລຸງສ້າງ ໃນທຸກດ້ານ ເພື່ອໃຫ້ມີຄວາມເກັ່ງກ້າສາມາດ ແລະ ຄຸນສົມບັດສິນທຳ; ຕ້ອງເຮັດໃຫ້ວັດທະນະທຳຊຶມເລິກເຂົ້າໄປໃນທຸກຂົງເຂດຂອງສັງຄົມ. ຕາມນັ້ນ, ຕ້ອງຍູ້ແຮງການອົບຮົມສຶກສາຮອບດ້ານ ເພື່ອສ້າງຖັນແຖວພະນັກງານນຳພາ ຄຸ້ມຄອງທຸກຂັ້ນທີ່ມີປັນຍາ ແລະລະດັບຄວາມສາມາດ, ກາຍເປັນກຳລັງຂັບເຄື່ອນການພັດທະນາ ໃນກິດຈະການກໍ່ສ້າງລັດທິສັງຄົມນິຍົມ; ເຊື່ອມໂຍງການຮຽນຮູ້ກັບການປະຕິບັດ, ສົ່ງເສີມປັດໄຈມະນຸດ ເພື່ອອົບຮົມສຶກສາ, ຝຶກຝົນຫຼໍ່ຫຼອມ, ບຳລຸງສ້າງຜູ້ຄົນທີ່ດີ, ພະນັກງານດີ, ປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບການເມືອງ ແລະ ຄວາມຊຳນານທີ່ໜັກແໜ້ນ ເພື່ອຮັບໃຊ້ພາລະກິດປະຕິວັດຂອງພັກ ແລະ ປະເທດຊາດ.
ທີຫ້າ, ຈິນຕະນາການກ່ຽວກັບການພັດທະນາເສດຖະກິດສັງຄົມນິຍົມ.
ປະທານໂຮ່ຈີມິນຍາມໃດກໍ່ເອົາໃຈໃສ່ເຖິງການພັດທະນາເສດຖະກິດ ເພື່ອຮັບປະກັນຜົນປະໂຫຍດທີ່ແທດຈິງໃຫ້ປະຊາຊົນທຸກຄົນ; ດັ່ງນັ້ນ, ເພິ່ນໄດ້ຮຽກຮອງໃຫ້ພະນັກງານການນຳທຸກຂັ້ນ ປະຕິບັດວຽກງານໃນທັນທີ ເຮັດໃຫ້ປະຊາຊົນມີອາຫານ, ເຄື່ອງນຸ່ງຫົ່ມ, ທີ່ພັກອາໄສ, ການສຶກສາ, ພະຫະນະເດີນທາງ, ການປິ່ນປົວພະຍາດ,... ການກໍ່ສ້າງລັດທິສັງຄົມນິຍົມແມ່ນການສຸມໃສ່ ປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດວິນຍານຂອງປະຊາຊົນຢ່າງບໍ່ຢຸດຢັ້ງ, ກ່ອນອື່ນໝົດແມ່ນ ປະຊາຊົນຜູ້ອອກແຮງງານ. ການປະຕິບັດເປົ້າໝາຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ກໍ່ແມ່ນພື້ນຖານທີ່ສຳຄັນເພື່ອສ້າງແນວທາງ ແຜນການ ແລະ ວິທີການຈັດຕັ້ງການຜະລິດ ພັດທະນາເສດຖະກິດສັງຄົມນິຍົມ.
ການຫັນເປັນອຸດສາຫະກໍາແມ່ນທ່າອ່ຽງທີ່ຫຼີກລ້ຽງບໍ່ໄດ້ສຳລັບການພັດທະນາເສດຖະກິດທີ່ຍືນຍົງ, ປະກອບສ່ວນຊຸກຍູ້ການພັດທະນາການຜະລິດສັງຄົມ, ປົດປ່ອຍກຳລັງແຮງງານ, ລະດົມເງິນທຶນແລະເຕັກໂນໂລຊີທີ່ທັນສະໄໝ, ສ້າງສະມັດຕະພາສູງ. ຕັ້ງແຕ່ເລີ່ມຕົ້ນສ້າງລະບອບສັງຄົມໃໝ່, ປະທານໂຮ່ຈີມິນໄດ້ມີແຜນນະໂຍບາຍ: “ຫວຽດນາມອຳນວຍຄວາມສະດວກໃຫ້ແກ່ການລົງທຶນ ຈາກນາຍທຶນ ແລະນັກເຕັກນິດຕ່າງປະເທດ ໃນທຸກຂະແໜງການຂອງຕົນ,... ປະເທດຫວຽດນາມຍອມຮັບເຂົ້າຮ່ວມບັນດາອົງການຮ່ວມມືເສດຖະກິດສາກົນ ພາຍໃຕ້ການຊີ້ນຳຂອງສະຫະປະຊາຊາດ”(7). ເພິ່ນຊີ້ນຳທິດທາງຫວຽດນາມຕ້ອງໄປແມ່ນ “ເສັ້ນທາງແຫ່ງການຫັນປະເທດເປັນອຸດສາຫະກຳ”, ເປີດປະຕູສູ່ການຮ່ວມມືສາກົນ, ສ້າງກາລະໂອກາດອັນຍິ່ງໃຫຍ່ສຳລັບການສ້າງສາປະເທດຊາດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ບົນພື້ນຖານການໝູນໃຊ້ຜົນສຳເລັດທາງວິທະຍາສາດແລະເຕັກນິກ ເຂົ້າໃນການເຄື່ອນໄຫວການຜະລິດ. ການຫັນເປັນອຸດສາຫະກໍາວາງຂໍ້ກໍານົດໃໝ່ກ່ຽວກັບການເຄື່ອນໄຫວນໍາພາ ແລະການຄຸ້ມຄອງເສດຖະກິດ ໃນໜ່ວຍງານຕ່າງໆ ເຊິ່ງຂັ້ນຕອນສຳຄັນທີ່ຈະຕ້ອງເອົາໃຈໃສ່ແມ່ນ “ຍູ້ແຮງການຄຸ້ມຄອງວິສາຫະກິດ ແລະ ພະນັກງານ ກຳມະກອນຕ້ອງມີຄວາມຊໍານິຊໍານາມດ້ານວິຊາຊີບ; ບັນດາອົງການນຳພາຕ້ອງລົງເລິກເພື່ອຮັບໃຊ້ການຜະລິດ”(8); ຕາມນັ້ນ, ການປະຢັດແມ່ນຂໍ້ກຳນົດທີ່ຈຳເປັນໃນການວາງແຜນ ແລະ ດຳເນີນການ ຕາມຍຸດທະສາດການພັດທະນາເສດຖະກິດ; ບໍ່ພຽງແຕ່ປະຢັດຊັບ ເງິນ ເວລາ ກຳລັງແຮງງານ (ກຳລັງຄົນ) ເທົ່ານັ້ນ, ແຕ່ຍັງຕ້ອງປະຢັດໃນການໃຊ້ຈ່າຍ ບໍລິໂພກປະຈໍາວັນ.
ລັດຖະບານມີບົດບາດສຳຄັນໃນການສ້າງກົນໄກ ນະໂຍບາຍ, ກຳນົດແລະຮັກສາລະບົບຫຼັກການຄຸ້ມຄອງເສດຖະກິດ ແລະ ສ້າງບັນດາ “ໄມ້ງັດ” ເພື່ອກະຕຸກຊຸກຍູ້ການພັດທະນາເສດຖະກິດ. ປະທານໂຮ່ຈີມິນຊີ້ແຈງວ່າ, ການຄຸ້ມຄອງປະເທດໜຶ່ງກໍ່ຄືການຄຸ້ມຄອງວິສາຫະກິດໜຶ່ງ ແມ່ນຕ້ອງມີຜົນກຳໄລ. ອັນໃດນຳອອກ ອັນໃດນຳເຂົ້າ, ວຽກໃດຕ້ອງເຮັດທັນທີ, ວຽກໃດຕ້ອງລໍຖ້າ ເລື່ອນ ຫຼືຍົກເລີກ, ລາຍການໃດຄຸ້ມຄ່າທີ່ຈະໃຊ້ຈ່າຍ, ຜູ້ໃດທີ່ຈະຄວນໃຊ້, ທຸກຢ່າງຕ້ອງໄດ້ຮັບການຄິດໄລ່ຢ່າງຮອບຄອບ. ໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ, ເພິ່ນມີແຜນນະໂຍບາຍກໍ່ສ້າງພື້ນຖານເສດຖະກິດທີ່ມີບັນດາຮູບແບບ ກຳມະສິດຕົ້ນຕໍ່: “ກຳມະສິດຂອງລັດ ໝາຍເຖິງຂອງທົ່ວປວງຊົນ. ກຳມະສິດຂອງສະຫະກອນ ໝາຍເຖິງກຳມະສິດລວມໝູ່ຂອງປະຊາຊົນຜູ້ອອກແຮງງານ. ກຳມະສິດຂອງຜູ້ອອກແຮງງານແຕ່ລະຄົນ. ພາຫະນະການຜະລິດຈຳນວນໜ້ອຍໜຶ່ງຂຶ້ນກັບກຳມະສິດຂອງນາຍທຶນ”(9). ເພິ່ນສະຫຼຸບວ່າ, ໃນລະບອບປະຊາທິປະໄຕໃໝ່, ມີຫ້າປະເພດເສດຖະກິດທີ່ແຕກຕ່າງກັນ: “ກ- ເສດຖະກິດຂອງລັດ (ຂຶ້ນກັບລັດທິສັງຄົທນິຍົມ, ເພາະວ່າມັນເປັນຊັບສິນສ່ວນລວມຂອງປະຊາຊົນ). ຂ- ບັນດາສະຫະກອນ (ມັນແມ່ນເຄິ່ງສັງຄົມນິຍົມ, ແລະຈະກ້າວຂຶ້ນສັງຄົມນິຍົມ). ຄ- ເສດຖະກິດຂອງບຸກຄົນ, ຊາວກະສິກອນ ແລະ ຊາວຫັດຖະກໍາ (ສາມາດກ້າວເຂົ້າສູ່ສະຫະກອນເທື່ອລະກ້າວ, ໝາຍຄວາມວ່າ ແມ່ນເຄິ່ງສັງຄົມນິຍົມ). ງ- ເສດຖະກິດທຶນຂອງເອກະຊົນ. ຈ- ເສດຖະກິດທຶນຂອງລັດ (ເຊັ່ນ ລັດຮ່ວມທຶນກັບເອກະຊົນ ເພື່ອເຮັດທຸລະກິດ)”(10).
ແນວຄິດຂອງປະທານໂຮ່ຈີມິນກ່ຽວກັບການພັດທະນາເສດຖະກິດມີຈິນຕະນສການໃໝ່ ທັນສະໄໝ ວິທະຍາສາດ ແລະ ປະຕິວັດ, ມີຄວາມໝາຍສຳຄັນ ແລະ ມີຄຸນຄ່າທິດທາງອັນເລິກເຊິ່ງ ສຳລັບຂະບວນການກໍ່ສ້າງ ແລະ ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ຫວຽດນາມໃນປະຈຸບັນ.
ການໝູນໃຊ້ແນວຄິດໃໝ່ຂອງປະທານໂຮ່ຈີມິນ
ເພື່ອປະຕິບັດຄວາມມຸ່ງມາດປາດຖະໜາເຮັດໃຫ້ຫວຽດນາມເຂັ້ມແຂງແຮງກ້າ
ຜົນສໍາເລັດໃນ 35 ປີແຫ່ງການປ່ຽນແປງໃໝ່ ແລະ ຜົນສໍາເລັດໃນ 30 ປີແຫ່ງການປະຕິບັດໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ປີ 1991), 10 ປີແຫ່ງການປະຕິບັດໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ ພັດທະນາ ປີ 2011) ສືບຕໍ່ຢືນຢັນວ່າ ແນວທາງປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມ, ບົນພື້ນຖານການຊາບຊຶມແລະໝູນໃຊ້ແນວຄິດປ່ຽນແປງໃໝ່ຂອງປະທານໂຮ່ຈີມິນ ແມ່ນຖືກຕ້ອງແລະປະດິດສ້າງ; ເສັ້ນທາງຂຶ້ນສູ່ສັງຄົມນິຍົມແມ່ນສອດຄ່ອງກັບພຶດຕິກຳຕົວຈິງຂອງຫວຽດນາມ ແລະ ທ່າອ່ຽງການພັດທະນາຂອງຍຸກສະໄໝ; ການນຳພາທີ່ຖືກຕ້ອງຂອງພັກແມ່ນປັດໄຈສຳຄັນທີ່ຕັດສິນຊີ້ຂາດ ໄຊຊະນະຂອງການປະຕິວັດຫວຽດນາມ. ໃນເວລາທີ່ຈະມາເຖິງ, ແນວຄິດປ່ຽນແປງໃໝ່ຂອງປະທານໂຮ່ຈີມິນ ຕ້ອງໄດ້ສືບຕໍ່ໝູນໃຊ້ຢ່າງປະດິດສ້າງ ແລະພັດທະນາ ເພື່ອປຸກຕື່ນຄວາມມຸ່ງມາດປາດຖະໜາພັດທະນາປະເທດໃຫ້ເຂັ້ມແຂງ ຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ ໃນບັນດາຂົງເຂດຕົ້ນຕໍດັງນີ້:
ທີໜຶ່ງ, ຕັ້ງໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດ ຕິດພັນກັບລັດທິສັງຄົມນິຍົມ ສອດຄ່ອງກັບຈຸດພິເສດ ແລະ ລັກສະນະຂອງຍຸດສະໄໝໃໝ່.
ປະຈຸບັນ, ສະພາບການໂລກແລະພາກພື້ນກຳລັງຜັນປ່ຽນຢ່າງສັບສົນ ໄວວາ ແລະຄາດເດົາຍາກ; ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ໂລກຕົກໃສ່ວິກິດການຢ່າງຮ້າຍແຮງໃນທຸກດ້ານ; ຫວຽດນາມກຳລັງຢູ່ຕໍ່ໜ້າໂອກາດ ຄວາມສະດວກ ແລະ ຄວາມຫຍຸ້ງຍາກ ສິ່ງທ້າທາຍ ທີ່ແຊກຊ້ອນກັນ, ມີຫຼາຍບັນຫາໃໝ່ທີ່ຕ້ອງໄດ້ແກ້ໄຂ. ສະພາບການດັ່ງກ່າວ ຮຽກຮ້ອງໃຫ້ມີການບຸກທະລຸ, ການປ່ຽແປງໃໝ່ຈິນຕະນາການຢ່າງຮອບດ້ານຄົບຊຸດ ໃນທຸກຂົງເຂດຂອງຊີວິດສັງຄົມ, ບົນພື້ນຖານການຕີລາຄາສະພາບການຢ່າງຖືກຕ້ອງ ແລະການກຳໂອກາດໄດ້. ຄວາມຕ້ອງການອັນຮີບດ່ວນໃນປະຈຸບັນແມ່ນການໃຫ້ຄວາມສໍາຄັນກັບການສະຫຼຸບສັງລວມພຶດຕິກຳ, ຊຸກຍູ້ການຄົ້ນຄວ້າທິດສະດີ ແລະ ຍົກສູງລະດັບຈິນຕະນາການທິດສະດີ, ສ້າງທ່າບຸກທະລຸ ເພື່ອພັດທະນາປະເທດບົນພື້ນຖານການຢຶດໝັ້ນແນວທາງການປ່ຽນແປງໃໝ່, ສືບທອດແລະພັດທະນາ, ເນັ້ນທັງຍຸດທະສາດ ແລະຍຸດທະວິທີ.
ຕ້ອງສືບຕໍ່ຊາບຊຶມຢ່າງເລິກເຊິ່ງໃນຄວາມຮັບຮູ້ ແລະ ການກະທຳຂອງປະຊາຊົນທຸກຄົນວ່າ “ຕ້ອງຢຶດໝັ້ນ ນຳໃຊ້ ແລະ ພັດທະນາລັດທິມາກ-ເລນິນ, ແນວຄິດຂອງໂຮ່ຈີມິນ ຢ່າງປະດິດສ້າງ; ຕັ້ງໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ; ຢຶດໝັ້ນແນວທາງການປ່ຽນແປງໃໝ່ຂອງພັກ”(11).
ພຶດຕິກຳຕົວຈິງໄດ້ຢືນຢັນວ່າ, ຫວຽດນາມຂຶ້ນສູ່ສັງຄົມສັງຄົມນິຍົມແມ່ນຄວາມຈຳເປັນພາວະວິໄສ; ຕາມນັ້ນ, ການປ່ຽນແປງໃໝ່ຈິນຕະນສການເພື່ອການພັດທະນາ ມີຄວາມສຳຄັນທີ່ສຸດ, ທັງຢຶດໝັ້ນລັດທິມາກ-ເລນິນ, ທັງຕ້ອງດູດຊຶມແລະສືບທອດ ບັນດາຜົນງານອັນຍິ່ງໃຫຍ່ ທີ່ມະນຸດຊາດໄດ້ຮັບ ໃນຮູບຖານເສດຖະກິດ-ສັງຄົມທຶນນິຍົມ, ໂດຍສະເພາະ ບັນດາຜົນງານດ້ານວິທະຍາສາດແລະເຕັກໂນໂລຊີ, ເພື່ອພັດທະນາກຳລັງການຜະລິດ, ກໍ່ສ້າງ ແລະ ພັດທະນາເສດຖະກິດສະໄໝໃໝ່ຢ່າງໄວວາ.
ທີສອງ, ປ່ຽນແປງໃໝ່ແບບວິທີການນຳພາຂອງພັກ, ປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມ.
ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ກຳນົດທິດທາງ ເປົ້າໝາຍ ໜ້າທີ່ໃນ 5 ປີ, 10 ປີທີ່ຈະມາເຖິງ ແລະ ວິໄສທັດຮອກປີ 2045. ໃນນັ້ນ, ມີບັນຫາສໍາຄັນຄື: “ເພີ່ມທະວີການກໍ່ສ້າງແລະປັບປຸງພັກ ແລະ ລະບົບການເມືອງ ໃຫ້ສະອາດ ປອດໃສ ແລະ ໝັ້ນຄົງເຂັ້ມແຂງ; ປຸກຕື່ນຄວາມມຸ່ງມາດປາດຖະໜາພັດທະນາປະເທດ, ເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ສົມທົບກັບກຳລັງແຮງຂອງຍຸກສະໄໝ; ສືບຕໍ່ຍູ້ແຮງການປ່ຽນແປງໃໝ່ຢ່າງຮອບດ້ານແລະຄົບຊຸດ; ກໍ່ສ້າງແລະປົກປັກຮັກສາປະເທດຊາດ, ຮັກສາສະພາບແວດລ້ອມສັງຕິພາບ ສະຖຽນລະພາບ; ສູ້ຊົນເພື່ອເຖິງກາງສະຕະວັດທີ 21 ຫວຽດນາມກາຍເປັນປະເທດທີ່ພັດທະນາແລ້ວ ຕາມທິດທາງສັງຄົມນິຍົມ”(12). ການປະຕິບັດບັນດາເປົ້າໝາຍຂ້າງເທິງຕ້ອງອີງບົນຈິດໃຈການສືບທອດ ເພີ່ມເຕີມ ແລະ ພັດທະນາ ທິດສະດິຂອງພັກ ຢ່າງປະດິດສ້້ງ, ແຕ່ຍັງຕ້ອງຢຶດໝັ້ນບັນດາມູນຫຼັກທີ່ປະທານ ໂຮ່ຈີມິນ ໄດ້ອະທິບາຍກ່ຽວກັບທາດແທ້ຂອງພັກ, ກ່ຽວກັບແບບວິທີການນຳພາຂອງພັກ ແລະ ການເຄື່ອນໄຫວກໍ່ສ້າງ ແລະ ປັບປຸງພັກ.
ໃນຊຸມປີສະເພາະໜ້າ, ພັກຕ້ອງໃຫ້ຄວາມສຳຄັນພິເສດ ແລະ “ເພີ່ມທະວີການກໍ່ສ້າງແລະປັບປຸງພັກທາງດ້ານການເມືອງ ແນວຄິດ ຄຸນສົມບັດສິນທຳ ການຈັດຕັ້ງ ແລະ ພະນັກງານ”(13); ອອກມະຕິ, ຄຳສັ່ງ ເພື່ອຕອບສະໜອງມາດຕະຖານການສອດຄ່ອງລະຫວ່າງ “ເຈດຕະນາຂອງພັກ” ກັບ “ຄວາມປະສົງຂອງປະຊາຊົນ”, ຕອບສະໜອງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ; ຍົກສູງຄວາມສາມາດນຳພາ ແລະ ກຳລັງແຮງສູ້ຮົບຂອງພັກ; ເພີ່ມທະວີວຽກງານກວດກາ ຕິດຕາມກວດກາ ແລະ ລະບຽບວິໄນຂອງພັກ; ຕັ້ງໜ້າຕໍ່ສູ້ແລະປະຕິເສດຢ່າງມີປະສິດທິຜົນ ຕໍ່ບັນດາທັດສະນະທີ່ຜິດພາດ ຂອງບັນດາອິດທິກຳລັງສັດຕູ, ປະຕິການ ແລະ ສວຍໂອກາດທາງການເມືອງ; ເສີມຂະຫຍາຍແລະປ່ຽນແປງໃໝ່ ບົດບາດນຳພາຂອງພັກຕໍ່ລັດ ໃນເງື່ອນໄຂໃໝ່.
ຂະບວນການປ່ຽນແປງໃໝ່ຈິນຕິນາການ, ເພີ່ມເຕີມແລະປັບປຸງບູລະນະທາງດ້ານທິດສະດີແລະພຶດຕິກຳ ຂອງການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຢູ່ປະເທດເຮົາ ໄດ້ຮັບການກໍານົດນັບມື້ນັບຈະແຈ້ງ. ອຳນາດລັດແມ່ນເປັນເອກະພາບ ໂດຍມີການແບ່ງງານ ປະສານງານ ແລະ ການຄວບຄຸມລະຫວ່າງບັນດາອົງການລັດ ໃນການປະຕິບັດບັນດາອຳນາດນິຕິບັນຍັດ ອຳນາດບໍລິຫານ ແລະ ອຳນາດຕຸລາການ. ກໍ່ສ້າງກົງຈັກບໍລິຫານລັດ ທີ່ຮັບໃຊ້ປະຊາຊົນ, ປະຊາທິປະໄຕ, ຖືກຫຼັກນິຕິທຳ, ເປັນມືອາຊີບ, ທັນສະໄໝ, ບໍລິສຸດ, ເຂັ້ມແຂງ, ເປີດເຜີຍ ແລະ ໂປ່ງໃສ. ເອົາໃຈໃສ່ສະຫຼຸບສັງລວມພຶດຕິກຳ, ຖອດຖອນບົດຮຽນ, ແກ້ໄຂດັດແປງການຈັດຕັ້ງ, ຍົກສູງປະສິດທິພາບແລະປະສິດທິຜົນ ການເຄື່ອນໄຫຍຄຸ້ມຄອງຂອງລັດ. ຍູ້ແຮງການກໍ່ສ້າງ, ປັບປຸງບູລະນະລະບົບກົດໝາຍ ແລະ ການຈັດຕັ້ງປະຕິບັດກົດໝາຍ; ຮັບປະກັນໃຫ້ອຳນາດທັງໝົດ “ຂຶ້ນຢູ່ກັບປະຊາຊົນ”, ຫຼີກລ້ຽງການສວຍໃຊ້ອຳນາດ, ການຜູກຂາດ, ການໃຊ້ອຳນາດໃນທາງທີຜິດ. ຍູ້ແຮງການຕໍ່ສູ້ປ້ອງກັນແລະຕ້ານ “ອະພິສິດ”, “ຜົນປະໂຫຍດພິເສດ”, “ການສໍ້ລາດບັງຫຼວງ, ການໃຊ້ຈ່າຍຟຸມເຟືອຍ, ອາດຍາສິດ” ແລະ ຄວາມຫຍໍ້ທໍ້ອື່ນໆ ໃນກົງຈັກຂອງລັດ. ການກໍ່ສ້າງຖັນແຖວພະນັກງານ ລັດຖະກອນ ທີ່ມີຄຸນສົມບັດ ແລະຄວາມສາມາດ, ຖືວ່ານີ້ແມ່ນໜ້າທີ່ “ກຸນແຈຂອງກຸນແຈ”, ເພື່ອຕອບສະໜອງຄວາມຕ້ອງການໃນການກໍ່ສ້າງ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ໃນໄລຍະໃໝ່.
ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ຢ້ຽມຊົມສາຍການຜະລິດ ເລນອອບຕິກອນຊັ້ນສູງ ຂອງ ບໍລິສັດຄົ້ນຄວ້າເຕັກນິກ ຣ ຫວຽດນາມ ຈຳກັດ (ແຂວງ ຮວ່າບິ່ງ) ເພື່ອສົ່ງອອກໄປຍັງຕະຫຼາດ ຍີ່ປຸ່ນ ມາເລເຊຍ ເຢຍລະມັນ... _ພາບ: ສາລະຕະດີ
ທີສາມ, ສືບຕໍ່ເສີມຂະຫຍາຍປະຊາທິປະໄຕ ແລະ ເພີ່ມທະວີການປັບປຸງກ້ອນມະຫາສາມັກຄີປວງຊົນທັງຊາດ.
ໃນຂະບວນການປ່ຽນແປງໃໝ່, ສັງຄົມພັດທະນາຫຼາຍເທົ່າໃດ ຄວາມຕ້ອງການປະຊາທິປະໄຕກໍຈະຍິ່ງໄດ້ຮັບການເຄົາລົບ ແລະ ນຳໄປປະຕິບັດຢ່າງມີປະສິດທິຜົນ. ດັ່ງນັ້ນ, ພັກແລະລັດຍາມໃດກໍຕ້ອງຊາບຊຶມແນວຄິດ “ເອົາປະຊາຊົນເປັນກົກຮາກ”; ເສີມຂະຫຍາຍບົດບາດເປັນເຈົ້າແລະເປັນເຈົ້າຂອງຂອງປະຊາຊົນ, ຕ້ອງຍູ້ແຮງການປະຕບັດປະຊາທິປະໄຕໃນການເຄື່ອນໄຫວທາງການເມືອງ ແລະ ໃນຊີວິດສັງຄົມຢ່າງແທ້ຈິງ, ເສີມຂະຫຍາຍປະຊາທິປະໄຕໃນລະດັບສູງສຸດ. ແຕ່ວ່າ, ປະຊາທິປະໄຕຕ້ອງໄປຄຽງຄູ່ກັບການຮັບປະກັນຄວາມເປັນລະບຽບຮຽບຮ້ອຍແລະລະບຽບວິໄນ, ເຄົາລົບປະຕິບັດຕາມກົດໝາຍ; ດັ່ງນັ້ນ, ປະຊາທິປະໄຕໃນເງື່ອນໄຂໃໝ່ຕ້ອງສະແດງອອກໃນບັນດາລະບຽບລະບອບ ສະຖາບັນ ແລະ ໃນທຸກການເຄື່ອນໄຫວຂອງພັກ, ລັດ, ລະບົບການເມືອງ ແລະ ສັງຄົມ.
ເພື່ອໃຫ້ແນວຄິດ “ສາມັກຄີ ສາມັກຄີ ມະຫາສາມັກຄີ - ຄວາມສໍາເລັດ ຄວາມສໍາເລັດ ຄວາມສໍາເລັດທີ່ຍິ່ງໃຫຍ່” ໄດ້ເສີມຂະຫຍາຍປະສິດທິຜົນຕໍ່ໄປ, ຈຳເປັນຕ້ອງປະຕິບັດເປັນຢ່າງດີ ທິດນຳທີ່ວ່າ “ປະຊາຊົນຮູ້ ປະຊາຊົນປຶກສາຫາລື ປະຊາຊົນເຮັດ ປະຊາຊົນກວດກາ ປະຊາຊົນຕິດຕາມ ປະຊາຊົນຊົມໃຊ້”, ໄປຄຽງຄູ່ກັບການຫັນແຜນນະໂຍບາຍແນວທາງຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດ ເປັນອັນລະອຽດແລະເປີດເຜີຍ ເຮັດໃຫ້ປະຊາຊົນມີສິດແລະພັນທະ ທີ່ສົມຄູ່ກັບພຶດຕິກຳຕົວຈິງ.
ຕາມນັ້ນ, ເພື່ອສ້າງສັງຄົມທີ່ “ປະຊາຊົນຮັ່ງມີ” ແມ່ນຕ້ອງຮັບປະກັນ “ຊີວິດຂອງປະຊາຊົນ”; ພັກແລະລັດຕ້ອງສືບຕໍ່ຍູ້ແຮງການສ້າງແລະຈັດຕັ້ງປະຕິບັດ ນະໂຍບາຍຄວາມປອດໄພທາງສັງຄົມ ແລະ ສະຫວັດດີການສັງຄົມ ຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນ ສຸມໃສ່ຍົກສູງລະດັບສະຕິປັນຍາຂອງປະຊາຊົນ ແລະ ປັບປຸງຊີວິດການເປັນຢູ່ ແລະລາຍໄດ້ຂອງປະຊາຊົນເທື່ອລະກ້າວ ເພື່ອຮັກສາສະຖຽນລະພາບ ແລະ ສ້າງເງື່ອນໄຂໃນການພັດທະນາ; ຫຼຸດຜ່ອນຊ່ອງຫວ່າງ ແລະຄວາມແຕກໂຕນກັນ ລະຫວ່າງເຂດພູດອຍ ຫ່າງໄກ ສອກຫຼີກ ກັບເຂດທົ່ງພຽງ ຕົວເມືອງ; ປະຕິບັດການຫຼຸດຜ່ອນຄວາມທຸກຍາກຢ່າງຍືນຍົງ. ຈຳເປັນຕ້ອງມີມາດຕະການເພື່ອລະດົມ “ສະຕິປັນຍາຂອງປະຊາຊົນ”, “ກຳລັງແຮງຂອງປະຊາຊົນ”, ສົ່ງເສີມການພັດທະນາເສດຖະກິດສ່ວນບຸກຄົນແລະຄົວເຮືອນ; ມີນະໂຍບາຍດຶງດູດບັນດາແຫຼ່ງກຳລັງຂອງພີ່ນ້ອງຮ່ວມຊາດຫວຽດນາມຢູ່ຕ່າງປະເທດ, ນັ້ນແມ່ນບັນດາໜ້າທີ່ທີ່ສຳຄັນແລະຮີບດ່ວນ ເຊິ່ງຕ້ອງສຸມໃສ່ປະຕິບັດໃຫ້ດີ ໃນໄລຍະໃໝ່.
ທີສີ່, ພັດທະນາກາສຶກສາ ຝຶກອົບຮົມ, ສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງຄວາມຕ້ອງການຂອງພາລະກິດການປ່ຽນແປງໃໝ່.
ການປະຕິບັດຍຸດທະສາດ “ການປູກຄົນ”, ພ້ອມກັນກັບວິທະຍາສາດແລະເຕັກໂນໂລຊີ ແມ່ນນະໂຍບາຍແຫ່ງຊາດອັນດັບໜຶ່ງ, ມີບົດບາດສໍາຄັນໃນການພັດທະນາປະເທດ.ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ລະບຸວ່າ: “ຍູ້ແຮງການພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີ່ສີ່ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ພັດທະນາຖັນແຖວຜູ້ຊ່ຽວຊານ ແລະ ນັກວິທະຍາສາດຊັ້ນນໍາ; ສຸມໃສ່ຊັບພະຍາກອນບຸກຄົນທາງເຕັກນິກ, ຊັບພະຍາກອນບຸກຄົນດິຈີຕອນ, ບຸກຄະລາກອນບໍລິຫານເຕັກໂນໂລຊີ, ບຸກຄະລາກອນບໍລິຫານ ຄຸ້ມຄອງບໍລິສັດ; ບຸກຄະລາກອນຄຸ້ມຄອງສັງຄົມ ແລະ ຈັດຕັ້ງຊີວິດການເປັນຢູ່, ເບິ່ງແຍງດູແລປະຊາຊົນ”(14). ພັກແລະລັດຫວຽດນາມສືບຕໍ່ອອກທັດສະນະຊີ້ນຳ, ວິທີແກ້ໄຂທີ່ຄົບຊຸດແລະຮອບດ້ານ ກ່ຽວກັບການພັດທະນາການສຶກສາ ຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ ໃນເວລາທີ່ຈະມາເຖິງ ເພື່ອຕອບສະໜອງການພັດທະນາປະເທດຢ່າງໄວ ແລະຍືນຍົງ.
ໃນການພັດທະນາຊັບພະຍາກອນມະນຸດນັ້ນ ຕ້ອງເອົາໃຈໃສ່ເຊື່ອມຕໍ່ 3 ຂອດຄື: ການຝຶກອົບຮົມ, ການນຳໃຊ້, ການໃຫ້ຄ່າຕອບແທນ; ຕາມນັ້ນ, ການຝຶກອົບຮົມຜູ້ຄົນໃຫ້ມີຄຸນສົມບັດສິນທຳ, ມີລະບຽບວິໄນ, ມີຄວາມຮັບຜິດຊອບຂອງພົນລະເມືອງ ແລະ ຄວາມຮັບຜິດຊອບສັງຄົມ; ມີທັກສະຊີວິດ ທັກສະການເຮັດວຽກ, ພາສາຕ່າງປະເທດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີດິຈິຕອນ, ຈິນຕະນາການປະດິດສ້າງ ແລະ ການເຊື່ອມໂຍງສາກົນ. ຕ້ອງຂະຫຍາຍການສຶກສາ ການຮຽນຮູ້; ພ້ອມກັນນັ້ນ, ປ່ຽນແປງໃໝ່ແລະຍົກສູງຄຸນນະພາບຂອງ ອາຊີວະສຶກສາ ຕາມທິດທາງເປີດ ເພື່ອປັບປຸງລະດັບຊັບພະຍາກອນມະນຸດຢ່າງຮອບດ້ານ. ສຸມໃສ່ຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດ, ຫັນປ່ຽນໂຄງສ້າງແຮງງານຢ່າງໄວ, ໂດຍສະເພາະແມ່ນ ແຮງງານຢູ່ຊົນນະບົດ; ມີກົນໄກໃນການຮັບສະໝັກ, ນຳໃຊ້ ແລະ ເຄົາລົບໃຊ້ ຜູ້ທີ່ມີຄວາມເກັ່ງກ້າສາມາດໃນການຄຸ້ມຄອງ ບໍລິຫານລັດ, ວິທະຍາສາດ ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ. ພິເສດແມ່ນ, ການເຄົາລົບໃຊ້, ການເພີ່ມທະວີການຄົ້ນພົບ, ການຝຶກອົບຮົມ, ລະບອບຄ່າຕອບແທນ, ດຶງດູດ ນຳໃຊ້ ຜູ້ທີ່ມີຄວາມເກັ່ງກ້າສາມາດ ເພື່ອພັດທະນາເສດຖະກິດ-ສັງຄົມ. ສ້າງຖັນແຖວຜູ້ອອກແຮງງານທີ່ມີສີມືດີ, ປະກອບສ່ວນຍົກສູງຄວາມສາມາດແຂ່ງຂັນແຫ່ງຊາດ, ສົມທົບຢ່າງແໜ້ນແຟ້ນໃນການຝຶກອົບຮົມ ແລະ ການນຳໃຊ້ແຮງງານ.
ທີຫ້າ, ຍູ້ແຮງການພັດທະນາເສດຖະກິດ - ຂົງເຂດບຸກທະລຸຂອງການປ່ຽນແປງໃໝ່.
ລັດຖະບານແລະບັນດາອົງການຄຸ້ມຄອງລັດ ຕ້ອງປ່ຽນແປງໃໝ່ຈິນຕະນາການ, ກົງຈັກ ແລະ ແບບວິທີການຄຸ້ມຄອງ, ບໍລິຫານຈັດການ, ວາງກຳນົດກົນໄກ ນະໂຍບາຍ ເພື່ອຄ່ອງຕົວຢ່າງທັນການ ກັບການປ່ຽນແປງແບບປະຕິວັດ ຂອງວິທະຍາສາດ-ເຕັກໂນໂລຊີ ແລະ ຄວາມຮຽກຮ້ອງຕ້ອງການຂອງການປ່ຽນແປງໃໝ່ປະດິດສ້າງ...; ຍົກສູງຄຸນນະພາບຂອງຊັບພະຍາກອນບຸກຄົນທີ່ມີປັນຍາ, ມີລະດັບ, ມີສຸຂະພາບເຂັ້ມແຂງ, ມີຫົວຄິດປະດິດສ້າງ ແລະ ຂະຫຍັນຂັນເຄື່ອນ. ປຸກຕື່ນຄວາມມຸ່ງມາດປາດຖະໜາພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ, ເສີມຂະຫຍາຍຄຸນຄ່າວັດທະນະທຳ ຜູ້ຄົນຫວຽດນາມ ແລະ ກຳລັງແຮງຂອງຍຸກສະໄໝ ຢ່າງແຂງແຮງ, ລະດົມທຸກແຫຼ່ງຊັບພະຍາກອນ ເພື່ອພັດທະນາປະເທດຢ່າງໄວແລະຍືນຍົງ ບົນພື້ນຖານວິທະຍາສາດ-ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ; ສູ້ຊົນເພື່ອ “ຮອດປີ 2030: ຫວຽດນາມເປັນປະເທດກຳລັງພັດທະນາ ທີ່ມີອຸດສາຫະກຳທັນສະໄໝ ມີລາຍໄດ້ປາງກາງສູງ. ຮອດປີ 2045: ກາຍເປັນປະເທດທີ່ພັດທະນາແລ້ວ ທີ່ມີລາຍໄດ້ສູງ”(15).
ກຳນົດແຈ້ງເນື້ອໃນ ທາດແທ້ ແລະ ບັນດາຂັ້ນຕອນການພັດທະນາ ບັນດາຂະແໜງການ, ຂົງເຂດເສດຖະກິດ; ສຸມໃສ່ພັດທະນາບັນດາຂະແໜງການອຸດສາຫະກຳຫຼັກ ເພື່ອຮັບໃຊ້ຢ່າງດີໃຫ້ແກ່ຂະແໜງການກະສິກຳ ແລະ ອຸດສາຫະກຳເບົາ; ຍູ້ແຮງການຫັນເປັນອຸດສາຫະກຳແລະທັນສະໄໝ, ປັບໂຄງສ້າງເສດຖະກິດຄືນໃໝ່ ຕິດກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຮັບປະກັນເນື້ອແທ້ແລະປະສິດທິຜົນ; ຊຸກຍູ້ການເຕີບໂຕຢ່າງໄວແລະຍືນຍົງ ບົນພື້ນຖານຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ,... ນັ້ນແມ່ນການໝູນໃຊ້ແນວຄິດພັດທະນາເສຖະກິດຂອງປະທານໂຮ່ຈີມິນຢ່າງປະດິດສ້າງ ໃນໄລຍະປະຈຸບັນ.
ໃນຂະບວນການຄຸ້ມຄອງເສດຖະກິດ ແລະ ພັດທະນາເສດຖະກິດ ຕ້ອງປະຕິບັດການສົມທົບລະຫວ່າງການກໍ່ສ້າງໃໝ່ ກັບການດັດແປງ ຍົກລະດັບເຕັກໂນໂລຊີທີ່ມີຢູ່; ສົມທົບບັນດາປະເພດເຕັກໂນໂລຊີ ຕັ້ງແຕ່ພື້ນຖານຈົນເຖິງລະດັບກາງ; ພ້ອມກັນນັ້ນ, ຕ້ອງກ້າປະຍຸກໃຊ້ ເຕັກໂນໂລຊີທີ່ທັນສະໄໝ ໃນແຕ່ລະລາຍການ (ຈາກອັນດຽວສູ່ຄົບຊຸດ) ເພື່ອສ້າງຜະລິດຕະພັນຄຸນນະພາບສູງ, ຖືກມາດຕະຖານ, ມີແຮງແຂ່ງຂັນສູງ. ນີ້ຖືວ່າເປັນຂອດບຸກທະລຸ “ໄປທາງລັດ, ລັດໜ້າ” ຂອງຫວຽດນາມ ເພື່ອໃຫ້ທັນກັບການພັດທະນາທີ່ໄວວາທີ່ສຸດໃນໂລກ./.
------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 11, ໜ້າ 158.
(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 10, ໜ້າ 390.
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 289.
(4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 6, ໜ້າ 232.
(5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 9, ໜ້າ 90.
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 216.
(7) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 523.
(8) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 376.
(9) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 372.
(10) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 8, ໜ້າ 293 – 294.
(11), (12) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 33, 57.
(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 229.
(14) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 231.
(15) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 36.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 989 (ເດືອນພຶດສະພາ 2022)