ຫວຽດນາມປຸກຕື່ນ​ແລະເສີມ​ຂະ​ຫຍາຍ​
ແຫຼ່ງຊັບພະຍາກອນ​
ວັດທະນະທຳ, ປະກອບສ່ວນ​
ເຂົ້າ​ໃນ​ການ​ພັດທະນາປະ​ເທດ​ຢ່າງ​ຍືນ​ຍົງ

ໂດຍ ຫງວຽນ ວັນຮຸ່ງ
ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ
14:30, 13-11-2022

ວກ. - ປະຫວັດສາດ​ຫຼາຍ​ພັນ​ປີ​ແຫ່ງ​ການ​ກໍ່​ຕັ້ງ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດຊາດ​ ໄດ້​ສະ​ສົມ​ແລະ​ຕົກ​ຜະລຶກ​ຕະກອນວັດທະນະທຳ - ​ແຫຼ່ງຊັບພະຍາກອນ​ອັນລ້ຳຄ່າ, ​ແຫຼ່ງພະລັງ​ພາຍ​ໃນ​ທີ່ສຳຄັນຂອງ​ຊາດ​ຫວຽດນາມ. ​ໃນ​ສະພາບ​ການ​ໃໝ່, ​ເພື່ອ​ຕອບ​ສະໜອງ​ຢ່າງ​ຄ່ອງ​ແຄ້ວ ​ແລະ ມີ​ປະສິດທິ​ຜົນ ​ຕໍ່​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ສັບສົນ ​ແລະ ບໍ່​ອາດ​ຄາດ​ຄິດ​ໄດ້​ໃນ​ປະຈຸ​ບັນນັ້ນ, ການ​ປຸກ​ຕື່ນ​ແລະ​ເສີມ​ຂະຫຍາຍ​ແຫຼ່ງຊັບພະຍາກອນ​ວັດທະນະທຳ, ຕິດ​ພັນ​ກັບ​ການ​ພັດ​ທະນາ​ເສດຖະກິດ​ແລະສັງຄົມ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນທີ່​ຖືກ​ວາງ​ອອກ​ມາ, ຜ່ານ​ນັ້ນ ປະກອບສ່ວນ​ເພີ່ມພະລັງ​ອ່ອນ​ທາງວັດທະນະທຳ, ຊຸກຍູ້​ການ​ພັດທະນາ​ປະ​ເທດ​ຢ່າງ​ຍືນ​ຍົງ.

 

ທ່າ​ແຮງ​ແລະ​ໂອກາດ​​ໃນ​ການ​ປຸກຕື່ນ ​ແລະ
​ເສີມ​ຂະຫຍາຍ​ແຫຼ່ງຊັບພະຍາກອນ​ວັດທະນະທຳ​ຫວຽດນາມ
  

ປະຫວັດສາດອັນ​ຍາວ​ນານ ແລະຄວາມຫຼາກຫຼາຍທາງວັດທະນະທໍາຂອງ​ຫວຽດນາມ

ຫວຽດນາມ​ເປັນ​ປະ​ເທດ​ທີ່​ມີປະຫວັດສາດອັນ​ຍາວ​ນານ ​ແລະ ​ມີຄວາມ​ຫຼາກ​ຫຼາຍ​ທາງວັດທະນະທໍາ. ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ພັດ​ທະ​ນາ, ​ໂດຍ​ໄວ, ​ບັນ​ດາ​ລາ​ຊະ​ວົງ​ສັກ​ດີ​ນາ​ຫວຽດ​ນາມ ໄດ້​ມີ​ສະ​ຕິ​ສ້າງ ແລະ ເຊີດ​ຊູ​ພະ​ລັງທາງ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ. ຫວຽດນາມ​ໄດ້​ປະ​ເຊີນ​ໜ້າ​ ແລະ ຍາດ​ໄດ້​ໄຊຊະນະ​ໂດຍ​ຕະຫຼອດ ​ຕໍ່​ກອງທັບ​ຮຸກ​ຮານທີ່​ມີ​ທ່າ​ແຮງ​ດ້ານ​ການ​ທະຫານ​ ແລະ​ເສດຖະກິດ​ຫຼາຍ​ກວ່າຫວຽດນາມ​ຫຼາຍ​ເທົ່າ. ສາມາດ​ເຫັນ​ໄດ້​ວ່າ ຄວາມ​ງາມ​ຂອງ​ວັດທະນະທຳຫວຽດນາມ ​ແມ່ນ​ແຫຼ່ງພະລັງ​ສຳຄັນ​ຂອງຄວາມ​ເຂັ້ມ​ແຂງ​ທາງ​ວັດທະນະທຳຫວຽດນາມ. ບັນດານັກຄົ້ນຄວ້າໄດ້ກ່າວເຖິງຫຼາຍແຫຼ່ງທ່າແຮງ (ແຫຼ່ງຊັບ​ພະຍາດ​ອນ) ເພື່ອພັດທະນາວັດທະນະທຳຫວຽດນາມ ​ແນ​ໃສ່​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ສັງຄົມ, ລວມທັງປະຫວັດສາດອັນຍາວນານ ແລະ ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານວັດທະນະທຳ.

ວັດທະນະທຳຫວຽດນາມ​ແມ່ນ​ພື້ນຖານວັດທະນະທຳທີ່​ເປັນ​ເອກະ​ພາບ​ໃນ​ຄວາມ​ຫຼາກ​ຫຼາຍ. ດ້ານ​ໜຶ່ງ, ຄວາມ​ຫຼາກ​ຫຼາຍ​​ແມ່ນ​ຈຸດ​ພິ​ເສດ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​​ພື້ນຖານ​ສັດທະ​ນະທຳຫວຽດນາມ ​ທີ່​ຕິດ​ພັນ​ກັບ​ກະ​ສິ​ກຳ​ເຂົ້າ​ປຽກ, ມີ​ລັກ​ສະ​ນະ​ຊຸມ​ຊົນ​ສູງ, ຜ່ານ​ປະ​ຫວັດ​ສາດ​ອັນ​ຍາວ​ນານ​ໃນ​ການ​ພົວ​ພັນ​ກັບ​ທຳ​ມະ​ຊາດ ຕະຫຼອດ​ຈົນ​ສາມາດຕ້ານ​ກັບກອງ​ກຳ​ລັງ​ຕ່າງ​ປະ​ເທດ​ໄດ້. ດ້ານ​ອື່ນ, ​ໂດຍຕັ້ງຢູ່​ໃນພາກ​ພື້ນ​ທີ່​ໄດ້​ຮັບ​ອິດ​ທິ​ພົນຈາກ​ອາ​ລະ​ຍະ​ທຳທີ່​ຍິ່ງ​ໃຫຍ່​ໃນ​ໂລກ, ຄື ອິນ​ເດຍ, ຈີນ ແລະ ຕາ​ເວັນ​ຕົກ, ຫວຽດນາມບໍ່​ພຽງ​ແຕ່​ດູດຊຶມ​ເອົາ​ເທົ່າ​ນັ້ນ ​ແຕ່​ຍັງ​ຫັນປ່ຽນ​​ແກ່ນສານວັດທະນະທຳ​ຂອງ​ໂລກ ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ຕົນ. ດັ່ງ​ນັ້ນ, ພື້ນຖານວັດທະນະທຳຫວຽດນາມ ​ແມ່ນພື້ນຖານ​ວັດທະນະທຳ​ທີ່​ຫຼາກ​ຫຼາຍ​ນັບ​ແຕ່​ຕົ້ນ​ມາ.   

ການ​ແລກປ່ຽນ​ກັບວັດທະນະທຳອິນ​ເດຍ ແລະວັດທະນະທຳຈີນ ​ໄດ້​ດຳ​ເນີນ​ເປັນ​ເວລາ​ດົນ​ນານ​ ຜ່ານ​ຫຼາຍ​ວິທີ​ຫຼາຍຮູບ​ແບບ ​​ສ້າງ​ຄວາມ​ປະ​ທັບ​ໃຈຢ່າງ​ຫຼາຍ​ຕໍ່​ວັດທະນະທຳ​ຫວຽດນາມ. ​ຢ່າງ​ໃດ​ກໍ​ຕາມ, ຊາວ​ຫວຽດນາມ​ຍັງ​ຄົງ​ຮັກສາ​ເອກະລັກທາງ​ວັດທະນະທຳ​ຂອງ​ຕົນ​ເອງ. ສິ່ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​​ດ້ານຕ່າງໆ​ຂອງ​ຊີ​ວິດ​ຫວຽດ​ນາມ ຕັ້ງ​ແຕ່​ສາ​ສະ​ໜາ, ຈິດ​ວິນ​ຍານ ​ເຖິງ​ໂລກກະທັດ, ມາດ​ຕະ​ຖານ​ຈັນ​ຍາ​ບັນ​ສັງ​ຄົມ, ສະ​ຖາ​ປັດ​ຕະ​ຍະ​ກຳ, ພາ​ສາ, ຊີ​ວິດ​ປະ​ຈຳ​ວັນ.... ອາດ​ຈະ​ເວົ້າ​ໄດ້​ວ່າ, ຫວຽດນາມ​ມີ​ພື້ນຖານວັດທະນະທຳທີ່​ຫຼາກ​ຫຼາຍ​ແລະ​ອຸດົມສົມບູນ, ພ້ອມ​ກັນ​ນັ້ນ ​ກໍ​ມີພື້ນຖານວັດທະນະທຳກະ​ແສ​ຫຼັກ ​ເປັນ​ພື້ນຖານ​ໃຫ້​ແກ່ຊຸມ​ຊົນວັດທະນະທຳຊົນ​ເຜົ່າສ່ວນ​ນ້ອຍ, ນັ້ນ​ແມ່ນວັດທະນະທຳຫວຽດ. ສິ່ງ​ນີ້​ໄດ້​ຊຸກຍູ້​ການ​ພັດທະນາ​ປັດ​ໄຈ​ພາຍ​ໃນ​ຂອງ​ຊາດ, ສ້າງ​ກຳລັງ​ແຮງ​ແຫ່ງຄວາມ​ສາມັກຄີ​ລະຫວ່າງບັນດາ​ຊົນ​ເຜົ່າອ້າຍ​ນ້ອງ ​ໃນ​ຂະ​ບວນການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດຊາດ, ສ້າງ​ຄວາມ​ປະ​ທັບ​ໃຈ, ຄວາມ​ດຶງ​ດູດ​ໃຈ, ຄວາມ​ສາມາດ​ໂນ້ມນ້າວ​ໃຈຂອງວັດທະນະທຳຫວຽດນາມ ໃນ​ການ​ພັດທະນາ​ເສດຖະກິດ​ແລະສັງຄົມ​ ທັງໃນ​ອະດີດ​ແລະປະຈຸ​ບັນ.

ນັກທ່ອງທ່ຽວມາຢ້ຽມຢາມບ້ານຜະລິດເຄື່ອງປັ້ນດິນເຜົາ ຈູເດົາ, ແຂວງ ຫາຍເຢືອງ (ພາບ: ຫງວຽນທ້ຽນຕີ້ນ) _ແຫຼ່ງຂ່າວ: vapa.org.vn

ການດຳ​ລົງ​ຢູ່​ທີ່​ຫຼາກ​ຫຼາຍ​ຂອງ​ບັນດາຊຸມ​ຊົນ​ວັດ​ທະ​ນະ​ທຳ​ນຳ​ມາ​ເຊິ່ງ​ຄວາມ​ເປັນ​ເອ​ກະ​ລັກ​ໃຫ້​ແກ່​ການ​ເຊື່ອມ​ຕິດ ​ລະ​ຫວ່າງບັນດາຊຸມ​ຊົນ​ຊົນ​ເຜົ່າ​ຫວຽດ​ນາມ, ກໍ່​ຄື​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ຫວຽດ​ນາມ ແລະ ເພື່ອນ​ມິດ​ໃນ​ທົ່ວ​ໂລກ. ແຕ່​ອະດີດ​ຮອດ​ປະຈຸ​ບັນ, ການ​ສົນທະນາ​ລະຫວ່າງ​ບັນດາ​ພື້ນຖານວັດທະນະທຳ​ ​ເປັນ​ເງື່ອນ​ໄຂ​ເບື້ອງຕົ້ນ​ ​ເພື່ອ​ໃຫ້​ແຕ່ລະ​ປະຊາ​ຄົມ, ​ແຕ່ລະ​ກຸ່ມ​ຊາດ​ພັນ ​ສະ​ແດງ​​ເປີດ​ເຜີຍ ​ແລະ ​ເສີມ​ຂະຫຍາຍ​ຄວາມສາມາດ​ສ້າງສັນພິ​ເສດ​ສະ​ເພາະ​ຂອງ​ຕົນ ຢ່າງ​ເຕັມທີ່ ​ໃນ​ຂະ​ບວນການ​ສ້າງ​ຄຸນຄ່າໃໝ່​ທາງ​ດ້ານວັດຖຸ ແລະ​ຈິດ​ໃຈ. ​ໃນ​ສະພາບ​ການ​ປະຈຸ​ບັນ, ການ​ສົນທະນາ​ລະຫວ່າງຍັນ​ດາ​ພື້ນຖານ​ວັດທະນະທຳ​ ພວມ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ທີ່ສຳຄັນ​ອັນ​ດັບ​ໜຶ່ງ ​ເພື່ອ​ມຸ່ງ​ສູ່​ການ​ພັດທະນາ​ແບບ​ຍືນຍົງຂອງ​ໂລກ. ​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍງ​ສາກົນ ຍັງ​ສ້າງ​ຄວາມ​ສ່ຽງ​ໃນ​ການສູນເສຍເອກະລັກລະຫວ່າງວັດທະນະທໍາຂອງໂລກ, ຄວາມ​ສ່ຽງ​ໃນ​ການຫຼອມ​ລວມຄຸນຄ່າ​ທາງວັດທະນະທຳຕາມ​ຮູບ​ແບບ​ໜຶ່ງ.

ຄວາມຫຼາກຫຼາຍ​ຂອງ​ບັນດາ​ພື້ນຖານວັດທະນະທຳ, ບັນດາ​ຊຸມ​ຊົນວັດທະນະທຳ​ໃນ​ຫວຽດນາມ ປະກອບ​ເປັນ​ສະພາບແວດ​ລ້ອມ​ເພື່ອ​ເພີ່ມ​ທະວີຄວາມ​ສາມັກຄີ, ຄວາມ​ຜູກພັນ​ໃກ້ຊິດ​ລະຫວ່າງ​ຊຸມ​ຊົນ. ແຕ່ລະຊົນເຜົ່າມີພື້ນຖານວັດທະນະທຳ​ແລະ​ລັກສະນະ​ທາງ​ວັດທະນະທຳຂອງ​ຕົນ​ເອງ, ແຕ່ຍ້ອນຄວາມຕ້ອງການ​ໃນການຕໍ່ສູ້ຕ້ານໄພທຳມະຊາດ ປົກປັກ​ຮັກ​ສາ​ຊີວິດ ແລະ ການຕໍ່ສູ້ກັບພວກຮຸກຮານຈາກຕ່າງປະເທດ, ​ແລະທັງ​ແມ່ນ​ຍ້ອນ​ການ​ແລກປ່ຽນ ​ແລະ ການ​ເຊື່ອມ​ໂຍງ ທາງ​ວັດທະນະ​ທຳ, ດັ່ງ​ນັ້ນ ຊາດ​ຫວຽດ​ນາມຍັງ​ຄົງ​ເປັນ​ຕົວສ່ວນ​ຮ່ວມ ​ເຊິ່ງ​ເປັນ​ລະ​ບົບ​ຄຸນ​ຄ່າຮ່ວມທີ່​ຍືນ​ຍົງ. ນັ້ນ​ແມ່ນ​ນ້ຳ​ໃຈ​ຮັກ​ຊາດ, ​​ເຈດ​ຈຳນົງ​ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຈິດໃຈສາມັກຄີ, ວິຖີ​ຊີວິດ​ທີ່ສະຫງົບ​ສຸກ, ພຶດຕິ​ກຳ​ທີ່ຍືດຫຍຸ່ນ​ແລະ​ເປີດ​ອົກ​ເປີດ​ໃຈ, ​ເປີດຮັບ​ເອົາ​ຄຸນຄ່າ​ໃໝ່, ຈິດ​ໃຈ​ສັນຕິພາບ...

ຄວາມ​ຫຼາກ​ຫຼາຍ​ໃນ​ຄວາມ​ເປັນ​ເອກະ​ພາບ, ​ຄວາມ​ເປັນ​ເອກະ​ພາບ​​ແຕ່​ຫຼາກ​ຫຼາຍ​ຂອງ​ວັດທະນະທຳ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ສຳຄັນ​ທີ່​ສ້າງ​ໂອກາດ​ໃຫ້​ຫວຽດນາມພັດທະນາ​ວັດທະນະທຳ​ຕາມ​​ແບບ​ຍືນ​ຍົງ. ທາງ​ດ້ານ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ຫຼາດ​ຫຼາຍທາງດ້ານວັດທະນະທຳສ້າງ​ເປັນ​ແຫຼ່ງພະລັງ​ອ່ອນ​ທີ່​ມີ​ປະສິດທິ​ຜົນ ​ເພື່ອຊຸກຍູ້​ແລະ​ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອ​ງ ກໍ່​ຄື​ປົກ​ປ້ອງ​ຄວາມ​ເປັນ​ເອກະ​ພາບ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ຂອງ​ປະ​ເທດ. ຊຸມ​ຊົນ​ຊົນ​ເຜົ່າ​ດຳ​ລົງ​ຊີ​ວິດ​ກະ​ແຈກ​ກະ​ຈາຍ​ຢູ່​ທົ່ວ​ດິນ​ແດນ​ຫວຽດ​ນາມ, ເຂດ​ຊາຍ​ແດນ​ສ່ວນ​ຫຼາຍ​ແມ່ນ​ຊຸມ​ຊົນ​ຊົນ​ເຜົ່າ​ສ່ວນນ້ອຍ. ​ແຕ່​ລະ​ຊຸມ​ຊົນ, ​ເມື່ອ​ຮັກສາ​​ຄຸນຄ່າ​ທາງວັດທະນະທຳ​ຂອງຊຸມ​ຊົນ​ຂອງ​ຕົນ​ເອງ ຈະ​ສ້າງ​ການ​ເຊື່ອມຕໍ່​ທີ່​ແໜ້ນ​ແຟ້ນ ​ແລະ ການພັດທະນາທີ່​ຍືນ​ຍົງ. ການ​ຮັກສາ​ສາຍ​ພົວພັນ​ທີ່​ດີ ລະຫວ່າງ​ບັນດາປະຊາ​ຄົມ​ຊາວ​ເຜົ່າ​ສ່ວນ​ນ້ອຍ ​ໃນ​ພື້ນ​ທີ່​ດຽວ​ກັນ ຈະ​ສ້າງ​ວິທີ​ທີ່​ມີ​ປະສິດທິ​ຜົນ ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ.  

​ໂລກ​ກຳລັງ​ເຂົ້າ​ສູ່​ຂະ​ບວນການ​ພັດທະນາ​ ແລະ​ເຊື່ອມ​ໂຍງ​ຢ່າງ​ແຂງ​ແຮງ. ຂະ​ບວນການ​ເຊື່ອມ​ໂຍງ​ສ້າງ​ໂອກາດ​ໃຫ້​ແກ່ການ​ແລກປ່ຽນ​ແລະ​ໂຄສະນາ ບັນດາພື້ນຖານ​ວັດທະນະທຳ ​ໃນ​ທົ່ວ​ໂລກ. ສິ່ງ​ນີ້​ກໍ່​ເຮັດ​ໃຫ້​ທຸກ​ພາກ​ພື້ນ​ໃນ​ໂລກ ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານວັດທະນະທໍາ, ພ້ອມ​ກັນ​ນັ້ນ ຍັງສ້າງຄວາມຂັດແຍ້ງຫຼາຍ​ຢ່າງ ​ເນື່ອງ​ຈາກການ​ປະ​ທະ​ກັນແລະຄວາມແຕກຕ່າງ ລະຫວ່າງບັນດາ​ພື້ນຖານວັດທະນະທໍາທີ່ແຕກຕ່າງກັນ. ບັນດາ​ປະ​ເທດ​ໄດ້​ຮັບ​ຮູ້​ວ່າ ກຸນ​ແຈ​ແຫ່ງ​ການ​ພັດທະນາຢ່າງ​ສັນຕິ​ແລະໝັ້ນຄົງ​ ໃນ​ສະພາບ​ການ​ເຊື່ອມ​ໂຍງຢ່າງເລິກ​ເຊິ່ງນັ້ນ ​ແມ່ນ​ຄວາມ​ເຂົ້າ​ໃຈ, ຄວາມເຄົາລົບ ​ແລະ ຄວາມ​ອະນຸ​ໂລມ​ອ່ອນ​ໂຍນ​ຕໍ່​ທຸກ​ຄວາມ​ແຕກ​ຕ່າງ ​ແລະຄວາມ​ຫຼາກ​ຫຼາຍ​ ຂອງ​ບັນດາ​ພື້ນຖານ​ວັດທະນະທຳ​ອື່ນ. ດັ່ງ​ນັ້ນ, ການ​ຮັກສາ​ແລະ​ສົ່ງ​ເສີມ​ຄວາມ​ຫຼາກ​ຫຼາຍ​ທາງ​ວັດທະ​ທຳທີ່​ມີ​ຢູ່​ຂອງ​ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ທີ່​ເອື້ອ​ອຳນວຍໃຫ້​ແກ່​ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ມໍລະດົກ​ທີ່​ອຸດົມສົມບູນ, ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ຫຼາກ​ຫຼາຍ, ອຸດົມສົມບູນ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ

ດ້ວຍປະຫວັດສາດນັບພັນປີ, ຫວຽດນາມ​ໄດ້​ອະ​ນຸ​ລັກ​ລະບົບ​ມໍລະດົກ​ວັດທະນະທຳ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ອຸດົມສົມບູນ​ແລະຫຼາກ​ຫຼາຍ. ​ເຖິງ​ປີ 2018, ຫວຽດນາມ​ມີ​ອານຸສອນສະຖານ​ລະດັບ​ຊາດ​ປະມານ 3.500 ​ແຫ່ງ ​ແລະ ອະນຸສອນສະຖານພິ​ເສດ​ແຫ່ງ​ຊາດ 107 ​ແຫ່ງ. ຫວຽດນາມ​ມີ​ມໍລະດົກ​​ທຳ​ມະ​ຊາດ​ໂລກ ຄື (ອ່າວ​ຮ້າ​ລອງ, ອຸ​ທະຍານແຫ່ງຊາດ ຟອງຍາ-​ແກ໋ບ໋າງ), ມໍລະດົກ​ທາງທໍາຊາດ​ແລະ​ວັດທະນະທຳ (ຄື ​ເຂດພູມິ​ທັດ​ ຈ່າງ​ອານ, ອຸ​ທະຍານ​ທໍລະນີ​ໂລກ ທີ່​ເຂດ​ພູ​ຫີນ ດົ່ງ​ວັນ), ມໍລະດົກ​ວັດທະນະທຳ​ທີ່​ມີ​ຕົວ​ຕົນ​ ແລະ ​ບໍ່​ມີ​ຕົວ​ຕົນ ຄື (​ເມືອງຫຼວງເກົ່າເຫວ້, ​ເມືອງ​ບູຮານ ​ໂຮ້ຍອານ, ບໍລິ​ເວນ​ວັດ​ແລະ​ຫໍຄອຍ ໝີ​ເຊີນ, ບູຮານ​ສະຖານ​ກາງ​ລາຊະ​ວັງທັງລອງ, ກຳແພງລາຊະວົງ​ໂຮ່, ​ເພງ-ດົນຕີ​ລາຊະ​ສຳນັກ​ຫວຽດນາມ, ພື້ນ​ທີ່​ວັດ​ທະ​ນະ​ທໍາ​ຄ້ອງວົງ ໄຕ​ງວຽນ, ຂັບ​ລຳກວານຮໍ້ ບັກ​ນິງ, ຂັບ​ຈູ່, ງານ​ບຸນ​ຢ໋ອງ ທີ່ວິຫານ ຝູ່​ໂດ໋ງ ​ແລະ ວິຫານ ສ້ອກ, ຂັບລຳ​ຊວານ ທີ່​ຝູ​ເທາະ, ຄວາມ​ເຊື່ອບູຊາ​ກະສັດ​ຮຸ່ງ​ເວື​ອງ, ສິລະ​ປະ​ກະ​ຈັບ​ປີ​ແລະ​ຂັບລຳຂອງ​ນັກສະ​ແດງ​ພາກ​ໃຕ້, ຂັບລຳພື້ນ​ເມືອ​ງ​ເງ້ຕິ້ງ, ສິລະ​ປະ​ຂັບ​ລຳກະທ່ອມ ພາກກາງ​ຫວຽດນາມ, ພິທີກຳແລະເກມດຶງ​ເຊືອກ, ຄວາມ​ເຊື່ອ​ບູຊາພະ​ແມ່​ສາມວັງ​ ຂອງຊາວ​ຫວຽດນາມ, ສິລະ​ປະ​ຟ້ອນ​ແບ​ບານຂອງ​ເຜົ່າ​ໄຕ …); ບັນດາມໍລະດົກ​ຂໍ້​ມູນ​ໂລກ ຄື (ແຜ່ນ​ໄມ້​ຄວັກ​ຕົວ​ອັກສອນ ​ຂອງ​ລາຊະວົງ​ຫວຽນ, ສິລາ​ຈາລຶກການ​ສອບ​ເສັ​ງປະລິນຍາ​ເອກ ຂອງ​ລາຊະວົງ​ເລ​ແລະມາກ, ​ແຜ່ນ​ໄມ້​ຄວັດພຣະຄໍາພີຂອງນິກາຍຈຸກ​ເລິ​ມ ວັດ ​ຫວິງງຽມ, ​ເອກະສານ​ການບໍລິຫານ​ຂອງ​ລາຊະວົງ​ຫງວຽນ, ກະວີ​ນິພົນ​ແລະສະຖາປັດຕະຍະກຳ ຂອງ​ລາຊະ​ສຳນັກ​ເມືອ​ງເວ້).

ຄຽງ​ຂ້າງ​ນັ້ນ, ດ້ວຍ​ຄວາມ​ໜາ​ແໜ້ນ ​ແລະ ຄວາມ​ຫຼາກ​ຫຼາຍ​ຂອງ​ວັດທະນະທຳ​ຂອງ 54 ຊົນ​ເຜົ່າ, ຫວຽດ​ນາມ​ມີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ມີ​ຕົວ​ຕົນນັບ​ໝື່ນ, ມີວັດຖຸບູຮານອັນ​ລ້ຳຄ່າຫຼາຍກວ່າ 3 ລ້ານອັນ (​ເຊິ່ງ​ໄດ້​ຮັບ​ການ​ອະນຸລັກ ​ແລະ​ຈັດ​ສະ​ແດງ​ໃນລະບົບ​ພິພິດທະພັນ 166 ​ແຫ່ງ)(1) ແລະລະບົບງານບຸນທີ່ອຸດົມສົມບູນ (7.966 ງານ​ບຸນ​, ລວມ​ທັງ 7.039 ງານບຸນລະດັບ​ຊາດ​), ຂະ​ນົບ​ທຳນຽມ, ຮີດຄອງ​ປະ​ເພນີ, ສິລະ​ປະການສະ​ແດງ, ໝູ່​ບ້ານ​ຫັດຖະກຳ, ວັດ​ທະ​ນະ​ທໍາ​ການ​ປຸງ​ແຕ່ງ​ອາ​ຫານ​, ​ເຄື່ອງ​ນຸ່ງຫົ່ມ,... ມີການ​ກະຈາຍ​ຢ່າງເທົ່າທຽມ​ກັນ​ໃນ​ທົ່ວທຸກ​ເຂດ​ແລະພາກ​ພື້ນ(2).

ພື້ນຖານວັດທະນະທຳ​​ແບບ​ເປີດ ​ແລະ ບັນດາຄຸນຄ່າ​ວັດທະນະທຳ​ທີ່​ມີ​ແຮງ​ດຶງ​ດູດ​ໃຈ ​ແລະ ຊວນ​ເຊື່ອ​ຕໍ່​ໂລກ   

ວັດທະນະທຳຫວຽດນາມ​ແມ່ນ​ພື້ນຖານວັດທະນະທຳທີ່​ເປີດ.

ຜ່ານ​ການ​ຂຶ້ນໆ​ລົງໆບໍ່​ຈັກ​ວ່າ​ເທົ່າ​ໃດ​ໃນ​ປະຫວັດສາດ, ວັດທະນະທຳຫວຽດນາມ​ແມ່ນພື້ນຖານ​ວັດທະນະທຳ​ທີ່ບໍ່​ປິດ​ແຈບ ຮັດ​ແຄບ ​ແບ່ງ​ແຍກ, ​ແຕ່ຍາມ​ໃດ​ກໍ​ເປີດ​ກວ້າງ, ອະນຸ​ໂລມ​ອ່ອນ​ໂຍນ, ພ້ອມ​ທີ່​ຈະ​ດູດ​ຊຶມ ​ແລະ ​ເລືອກ​ເອົາຄວາມ​ດີ ຄວາມ​ງາມຂອງ​ວັດທະນະທຳມະນຸດ ​ເພື່ອ​ເຊີດ​ຊູ​ແລະ​ເສີມ​ສ້າງວັດທະນະທຳຂອງ​ຊາດ (ສືບ​ທອດ​ແນວ​ຄິດ, ວິຊາ​ການ, ສາດສະໜາ, ວັນນະຄະດີ, ສິລະ​ປະ, ການຂຽນ ຈາກວັດທະນະທຳຈີນ, ອິນເດຍ, ຕາເວັນຕົກ ຢ່າງ​ປະດິດ​ສ້າງ). ຫວຽດ​ນາມຍາມ​ໃດ​ກໍ​ຄັດ​ເລືອກ​ເອົາ​ແກ່ນສານ​ຂອງ​ວັດ​ທະ​ນະ​ທຳ​ມະ​ນຸດ ​ເພື່ອຍົກລະດັບ​ແລະບູລະນະ​ວັດທະນະທຳ​ຫວຽດນາມ​ໃຫ້​ສົມບູນ, ຮັບ​ເອົາ​ຄຸນ​ຄ່າ​ທົ່ວ​ໄປ​ຂອງ​ມະ​ນຸດ​ໂດຍ​ບໍ່​ສຸດ​ຂົ້ວ, ບໍ່ແບ່ງ​ແຍກ. ນີ້​ແມ່ນ​ບັນດາ​ປັດ​ໄຈ​ທີ່​ຕັ້ງໜ້າ ສ້າງ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ເພື່ອ​ໃຫ້​ຫວຽດນາມສາມາດ​ເຊື່ອມ​ໂຍງ​ເຂົ້າ​ກັບກະ​ແສ​ຮ່ວມ​ຂອງ​ວັດທະນະທຳ​ໂລກ​ໄດ້ຢ່າງ​ງ່າຍດາຍ ​ແລະ ​ໄດ້​ຮັບ​ການຍອມ​ຮັບ​ຈາກ​ສາກົນ.    

​ຄຸນຄ່າ​ດ້ານ​ວັດທະນະທຳ​ບາງ​ຢ່າງຂອງ​ຊາວ​ຫວຽດນາມ​ມີ​ແຮງ​ໂນ້ມນ້າວ​ໃຈ​ໃນ​ໂລກ.

ຕັ້ງ​ແຕ່ອະດີດ​ຈົນ​ເຖິງ​ປະຈຸ​ບັນ, ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ​ ໄດ້​ຮູ້ຈັກ ​ແລະ​ສະໜັບສະໜູນ​ຫວຽດນາມ ຍ້ອນ​ພາລະກິດ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ທີ່​ມີ​ບັນດາ​ຄຸນຄ່າ​ແກ່ນສານ​ຄື ນ້ຳ​ໃນຮັກ​ຊາດ, ຄວາມ​ກ້າຫານ, ຄວາມ​ກ້າ​ແກ່ນ, ຄວາມ​ພິລະ​ອາດ​ຫານ, ພ້ອມ​ກັນ​ນັ້ນກໍ່ຮັກ​ຄວາມສະຫງົບສະ​ເໝີ, ມີ​ເມດ​ຕາ, ອະນຸ​ໂລມ​ອ່ອນ​ໂຍນ, ​ເອື້ອ​ເຟື້ອ​ເຜື່ອ​ແຜ່. ມູນ​ເຊື້ອ​ມະນຸດສະທຳ​ແລະ​ຄວາມ​ເປັນ​ທຳ, ຈິດ​ໃຈ​​ສັນ​ຕິ​ພາບ​ ​ແລະ​ ຄວາມ​ອະນຸ​ໂລມ​ອ່ອນ​ໂຍນ ​ເປັນ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ​ມີ​ການ​ພົວພັນ​ທີ່​ດີງາມ​ກັບ​ຫຼາຍ​ປະ​ເທດ​ໃນ​ໂລກ.

ຄົນ​ຫວຽດ​ນາມ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ​ມີ​ຄວາມ​ສາ​ມາດ​ປັບ​ຕົວສູງ.

ຊາວ​ຫວຽດ​ນາມ​ໄດ້​ຮັບ​ການ​ຫຼໍ່​ຫຼອ​ມຜ່ານ​ການ​ປ່ຽນ​ແປງ​ທາງ​ປະ​ຫວັດ​ສາດ​ຫຼາຍຄັ້ງ, ດັງ​ນັ້ນ ພວກ​ເຂົາ​ຈຶ່ງ​ມີ​ຄວາມ​ສາມາດ​ໃນ​ການ​ປັບຕົວ​ສູງ, ມີ​ການ​ແລກປ່ຽນ​ແລະ​ປູກຝັງ​ວັດທະນະທຳທີ່​ດີ ​ແລະ ມີ​ຄວາມ​ຄ່ອງ​​ແຄ້ວ​ເປັນ​ພິ​ເສດ ​ໃນ​ການ​ເຊື່ອມ​ຕໍ່​ທົ່ວ​ໂລກ. ຄຽງ​ຄູ່​ກັນ​ນັ້ນ, ຫວຽດນາມພວມປັບປຸງ​ໂຄງສ້າງພື້ນຖານດ້ານ​ຂໍ້​ມູນ ​ແລະ​ການ​ສື່ສານ​ຢ່າງ​ໃຫຍ່​ຫຼວງ. ລະດັບ​ການ​ໃຊ້​ອິນ​ເຕີ​ເນັດ, ການ​ຫັນ​ເປັນ​ດິຈິ​ຕອນ​ຢູ່​ຫວຽດນາມ ພວມ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ. ນີ້​ແມ່ນ​ບັນດາ​ປະຖົມ​ປັດ​ໄຈ​ທີ່​ສຳຄັນ​ທາງ​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນ​​ແລະສື່ສານວັດທະນະທຳ.

ການ​ວິ​ເຄາະ​ຂ້າງ​ເທິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຫວຽດນາມພວມ​ມີຂໍ້​ໄດ້​ປຽບ, ກາລະ​ໂອກາດ ​ແລະ ​ເງື່ອນ​ໄຂ​ສະດວກ ​ເພື່ອ​ກໍ່ສ້າງ ​ແລະ ພັດທະນາ​ວັດທະນະທຳຕາມ​ທິດ​ທັນ​ສະ​ໄໝ, ຍືນ​ຍົງ ​ແລະ ​ເຊື່ອມ​ໂຍງ​ສາກົນ. 

ວິທີແກ້ໄຂເພື່ອເສີມຂະຫຍາຍຊັບພະຍາກອນວັດທະນະທໍາ
ຕິດ​ກັບ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ແບບ​ຍືນ​ຍົງ

​ໃນ​ແຜນ​ທີ່ວັດທະນະທຳຂອງ​ໂລກ, ບັນດາ​ປະ​ເທດ​ທີ່​ຫັນປ່ຽນ​ຊັບພະຍາກອນ​ທາງ​ວັດທະນະທຳ​ເປັນ​ພະລັງ​ອ່ອນ​ໄດ້​ດີ​ທີ່​ສຸດ​ ໂດຍ​ສຳພັນ​ກັບ​ບັນດາເສົາຫຼັກກາ​ນພັດທະນາ ມັກ​ເປັນ​ປະ​ເທດ​ທີ່​ມີ​ບັນດາ​ປະຖົມ​ປັດ​ໄຈ​ທີ່​ໝັ້ນຄົງ ​ສຳລັບ​ການ​ພັດທະນາ​ແລະການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ພ້ອມ​ກັນ​ນັ້ນ​ ກໍ​ມີ​ຄວາມ​ສາມາດ​ໃນ​ການ​ຕອບ​ສະໜອງຕໍ່​ຄວາມ​ທ້າທາງ​ດ້ານຄວາມ​ໝັ້ນຄົງທັ້ງ​ແບບ​ດັ້ງ​ເດີມ​ແລະບໍ່​ເປັນ​ແບບ​ດັ້ງ​ເດີມ ຢ່າງ​ມີ​ປະສິດທິ​ຜົນ​ ໃນຂະ​ບວນການ​ພັດທະນາ.

ສຳລັບ​ຫວຽດນາມ, ປະຈຸ​ບັນ​ມີ 8 ​ເສົາ​ຄ້ຳ​ແຫຼ່ງພະລັງ​ອ່ອນທາງ​ວັດທະນະ​ທຳ ຄື: 1- ມໍລະດົກ​ວັດທະນະທຳ​ບໍ່​ມີ​ຕົວ​ຕົນ (ຜະລິດ​ຕະພັນ​​ຈິດ​ວິນ​ຍານ​ທີ່​ມີຄຸນຄ່າ​ທາງປະຫວັດສາດ, ວັດທະນະທຳ, ວິທະຍາສາດ,... ​ເຊັ່ນ ສິລະ​ປະ​ພື້ນ​ເມືອງ​, ງານ​ບຸນ​ປະ​ເພນີ, ຄວາມຮູ້ຫັດຖະກຳພື້ນເມືອງ, ວັດທະນະທຳການປຸງ​ແຕ່ງອາຫານ, ເຄື່ອງ​ນຸ່ງ​ພື້ນ​ເມືອງ​...); 2- ມໍ​ລະ​ດົກ​ວັດທະນະທຳທີ່​ມີ​ຕົວ​ຕົນ; 3- ມໍລະດົກໂລກທາງທໍາມະຊາດ; 4- ງານ​ບຸນ​ໃໝ່​ແລະ​ເຫດການ​ວັດທະນະທຳ; 5- ຜະລິດ​ຕະພັນ​ແລະ​ບໍລິການ​ຂອງ​ຂະ​ແໜງ​ການ​ອຸດສາຫະກຳວັດທະນະທຳ; 6- ຄຸນຄ່າທາງດ້ານວັດທະນະທໍາ ແລະ ບຸກຄົນທີ່​ມີ​ຊື່​ສຽງ​ທາງ​ດ້ານວັດທະນະທໍາ; 7- ວັດທະນະທຳຊຸມ​ຊົນ​ຮາກ​ຖານ; 8- ບັນດາ​ພື້ນຖານ​ວັດຖຸ​ແລະພື້ນທີ່ວັດທະນະທໍາ.

​ເພື່ອປຸກ​ຕື່ນ​ແລະ​ເສີມ​ຂະຫຍາຍຊັບພະຍາກ​ອນວັດທະນະທຳຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກ ​ໂດຍ​ຕິດ​ກັບ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ, ຫວຽດ​ນາມຈຳ​ເປັນຕ້ອງ​ປະ​ຕິ​ບັດ​ບັນ​ດາມາດ​ຕະ​ການ​ແກ້​ໄຂ​ດັ່ງ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ລົງ​ເລິກ​ຄົ້ນຄວ້າ, ຍົກ​ສູງ​ຄວາມ​ຮັບ​ຮູ້​ ກ່ຽວ​ກັບວັດທະນະທຳ ຕາມ​ຈິດ​ໃຈ​ຂອງ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ມະຕິ​ເລກທີ 33-NQ/TW, ລົງ​ວັນ​ທີ 9 ມິຖຸນາ 2014, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ສະ​ໄໝ​ທີ 11 “ວ່າ​ດ້ວຍ​ການ​ກໍ່ສ້າງ​ ແລະ​ພັດທະນາວັດທະນະທຳ, ຜູ້​ຄົນ​ຫວຽດນາມ ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ”, ບົດ​ສະຫຼຸບ​ເລກທີ 76-KL/TW, ລົງ​ວັນ​ທີ 4 ມິຖຸນາ 2020, ຂອງ​ກົມ​ການ​ເມືອງ​ສູນ​ກາງ, “ວ່າ​ດ້ວຍ​ການ​ສືບ​ຕໍ່​ປະຕິບັດ​ມະຕິ​ເລດ​ທີ 33-NQ/TW ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ກ່ຽວ​ກັບການ​ກໍ່ສ້າງ​ແລະ​ພັດທະນາວັດທະນະທຳ, ຜູ້​ຄົນ​ຫວຽດນາມ​ ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ” ​ແລະ ກອງ​ປະຊຸມ​ວັດທະນະທຳທົ່ວ​ປະ​ເທດ ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ວັນ​ທີ 24 ພະຈິກ 2021, ກ່ອນ​ອື່ນ​ໝົດ​ແມ່ນ​ຢູ່​ບັນດາ​ອົງການ​ຄຸ້ມ​ຄອງ​ລັດກ່ຽວ​ກັບວັດທະນະທຳ ​ເພື່ອ​ໃຫ້​ວັດທະນະທຳ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເທົ່າ​ກັບ​ເສດ​ຖະ​ກິດ​ແລະ​ການ​ເມືອງ; ວັດທະນະທຳເປັນ​ທັງ​ເສົາ​ຄ້ຳ​ ແລະ​ພື້ນຖານ​ ຂອງ​ການ​ພັດທະນາ​ສັງຄົມ, ​ເປັນ​ເປົ້າ​ໝາຍ ​ແລະ ​ເປັນ​ກຳລັງ​ຊຸກຍູ້​ການ​ພັດທະນາປະ​ເທດ​ແບບຍືນ​ຍົງ​ຂອງ​ປະ​ເທດ.

ທີ​ສອງ, ປັບປຸງ​ລະບຽບ​ລະບອບ, ນະ​ໂຍບາຍ, ຂອບ​ກົດໝາຍ​ໃຫ້​ສົມບູນ​ແບບ ​​ເພື່ອສ້າງ​ກົນ​ໄກ​ຫັນປ່ຽນ​ແຫຼ່ງຊັບພະຍາກອນວັດທະນະທຳ​ ໃຫ້​ກາຍ​ເປັນພະລັງ​ອ່ອນ​ທາງວັດທະນະທຳ, ປະກອບສ່ວນ​ເພີ່ມ​ກຳລັງ​ແຮງ​ສັງ​ລວມ​ແຫ່ງ​ຊາດ, ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນລະຫວ່າງ​ປະ​ເທດ. ​ໄລຍະ 2021-2025 ​ແລະ​ຮອດ​ປີ 2030 ສຸມ​ໃສ່​ໃຫ້​ຄຳ​ປຶກສາ ​ແລະ ສະ​ເໜີ​​ໂຄງການ​ສ້າງ​ກົດໝາຍ ​ແລະ ດຳລັດ​ ດ້ານ​ວັດທະນະທຳ(3).

ທີ​ສາມ, ສ້າງສະພາບແວດລ້ອມທາງວັດທະນະທໍາທີ່​ສົດ​ໃສ, ສ້າງ​ກຳລັງ​ຊຸກ​ດັນ​ການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ​ເຊື່ອມ​ໂຍງ​ສາກົນ.

ສຸມ​ໃສ່​ການສ້າງສະພາບແວດລ້ອມທາງວັດທະນະທໍາທີ່​ສົດ​ໃສ, ຮັບປະກັນ​ວ່າ ສະມາຊິກ​ທຸກ​ຄົນ​ໃນຊຸມຊົນ​ໄດ້ພັດທະນາຄວາມສາມາດ​ໃນ​ການສ້າງສັນ. ສຸມ​ໃສ່​ໃຫ້​ບຸລິມະສິດ​ກໍ່ສ້າງ​ວັດທະນະທຳ​ດ້ານ​ການ​ເມືອງ, ກໍ່ສ້າງ​ຖັນ​ແຖວ​ພະນັກງານ, ລັດຖະກອນ ທີ່​ມີ​ຄຸນສົມບັດ​ສິນ​ທຳ​ດີ, ມີ​ສະຕິ​ເຄົາລົບ​ນັບຖື​ກົດໝາຍ, ສ້າງວັດທະນະທຳ​ໃນ​ແຕ່​ລະ​ຊຸມ​ຊົນບ້ານ, ໝູ່​ບ້ານ, ​ຄຸ້ມ​ໃນ​ເມືອງ, ສຳນັກ​ງານ, ອົງການ, ວັດທະນະທຳວິ​ສາ​ຫະກິດ ​ແລະ ​ແຕ່​ລະ​ຄອບຄົວ ​ເປັນ​ຫົວໜ່ວຍ​ວັດ​ທະ​ນະ​ທໍາ​ທີ່​ສໍາ​ຄັນ. ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຄອບຄົວ, ຊຸມ​ຊົນ, ສັງຄົມ ​ໃນ​ການ​ສ້າງ​ສະພາບ​ແວດ​ລ້ອມ​ທາງວັດທະນະທຳ, ​ເຮັດ​ໃຫ້ວັດທະນະທຳກາຍ​ເປັນ​ປັດ​ໄຈ​ທີ່ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ຈິງ - ຄວາມ​ດີ - ຄວາມ​ງາມ.

ການ​ກໍ່ສ້າງ​ລະບຽບ​ລະບອບ​ຕາ​ມທິດ​ເຊື່ອມ​ຕໍ່ວັດທະນະທຳ ກັບ​ການ​ພັດທະນາ​ເສດຖະກິດ, ການ​​ເມືອ​ງ, ສັງຄົມ​ ແມ່ນ​ວິທີ​ການ​ແກ້​ໄຂ​ຕົ້ນຕໍ​ ເພື່ອກໍ່​ຕັ້ງ​ລະບົບ​ນິ​ເວດ​ທີ່ມີ​ຄວາມ​ສາມາດ​ຊຸກຍູ້​ຄວາມ​ຫຼາກຫຼາຍຂອງການສະແດງອອກທາງວັດທະນະທໍາ, ສ້າງ​ຄວາມ​ເປັນ​ເຈົ້າ​ການ ​ໃນ​ການ​ຮ່ວມ​ມື​ ແລະ​ການ​ໂຄສະ​ນະ​ສົ່ງ​ເສີມ ບັນດາ​ຄຸນຄ່າ​ວັທະນະ​ທຳທີ່​ກ້າວໜ້າ ​ແລະ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ​ ຂອງ​ຫວຽດນາມ ສູ່​ໂລກ ​ແນ​ໃສ່​ເພີ່ມ​ພະລັງ​ອ່ອນ​ທາງວັດທະນະທຳ, ກຳນົດ “​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ”, ຍົກ​ສູງ​ຖານະ​ບົດບາດ​ຂອງ​ປະ​ເທດ​ໃນ​ເວທີ​ໂລກ, ສ້າງ​ສະພາບ​ແວດ​ລ້ອມ​ສັນຕິພາບ, ມິດຕະພາບ​ລະຫວ່າງ​ປະຊາ​ຊາດ ​ແລະ ປົກ​ປ້ອງ​ເອກະລາດ​ແລະ​ອະທິປະ​ໄຕ​ ຂອງ​ປະ​ເທດ​ຊາດ ​ຢ່າງ​ໝັ້ນຄົງ.

ທີ​ສີ່ປັບປຸງ​ບູລະນະ​ກົນ​ໄກ​ຕະຫຼາດ​ ໃນ​ຂົງ​ເຂດ​ວັດທະນະທຳ, ບຸລິມະສິດ​ການ​ພັດທະນາ​ບາງ​ຂະ​ແໜງ​ການ​ອຸດສາຫະກຳວັດທະນະທຳ, ຄ່ອຍໆ​ເຮັດ​ໃຫ້​ອຸດສາຫະກຳວັດທະນະທຳ ກາຍ​ເປັນ​ຂະ​ແໜງ​ການ​ຫົວ​ຫອກ, ປະກອບສ່ວນ​ຍົກ​ສູງ​ຊີ​ວິ​ສັງຄົມ.

ຜັນ​ຂະຫຍາຍ​ການ​ປະຕິບັດ​ຍຸດ​ທະ​ສາດການ​ພັດທະນາວັດທະນະທຳຫວຽດນາມ​ຮອດ​ປີ 2030 ດ້ວຍ​ສາມ​​ເສົາ​ຄ້ຳຄື ​ເພີ່ມ​ທະວີ​ການ​ລົງທຶນ, ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ແລະ ບຸກທະລຸ​ທາງ​ລະບຽບ​ລະບອບ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ເສົາຄ້ຳທາງ​ວັດທະນະທຳ ຕິດ​ແໜ້ນ​ກັບ​ເສົາ​ຄ້ຳ​ເສດຖະກິດ, ການ​ເມືອງ, ສັງຄົມ ຕາມ​ທິດ​ທາງ​ການພັດທະນາ​ແບບ​ຍືນ​ຍົງ. ​ໃຫ້​ຄວາມ​ສຳຄັນກັບ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ເພື່ອສົ່ງ​ເສີມ ​ແລະ​ເສີມ​ຂະຫຍາຍ​ສຸດ​ຂີດ ​ບັນດາ​ແຫຼ່ງຊັບພະຍາກອນວັດທະນະທຳ, ຄວາມ​ສາມາດ​ປະດິດ​ສ້າງຂອງ​ທົ່ວ​ປວງ​ຊົນ, ​ໂດຍ​ສະ​ເພາະ ​ຄວາມ​ປະດິດ​ສ້າງ​ຂອງຖັນ​ແຖວນັກ​ຂຽນ​ແລະ​ສິລະ​ປິນ ​ໃຫ້ມີ​​ຜົນງານ​ດ້ານ​ວັດທະນະທຳ, ວັນນະຄະດີ ​ແລະ ສິລະ​ປະຫຼວງ​ຫຼາຍ​ທີ່​ມີ​ຄຸນຄ່າ​ສູງ ​ເພື່ອ​ປະຕິບັດ​ໜ້າ​ທີ່​ກໍ່ສ້າງ ​ແລະ ປັບປຸງບຸກຄະລິກກະພາບ​ມະນຸດ​ຂອງ​ຫວຽດນາມ. ​ເຄົາລົບ​ນັບຖື​ກົດ​ເກນ​ສະ​ເພາະ​ຂອງ​ສິລະປະ, ມີ​ນະ​ໂຍບາຍ​ທີ່​ເໝາະ​ສົມ​ເພື່ອປຸກລະດົມ​ສົ່ງ​ເສີມ, ​ໃຫ້​ກຳລັງ​ໃຈ ​ແລະ ສະ​ໜັບ​ສະໜູນນັກ​ຂຽນ​ນັກ​ສິນ​ລະ​ປິນ​ ໃນ​ການ​ປະພັນແລະສ້າງສັນ​ງານສິລະປະ ເພື່ອສ້າງສັນຜົນງານທີ່ຈະຄົງຢູ່ຕະຫຼອດໄປ.

ພັດທະນາ​ບັນດາ​ຂະ​ແໜງ​ການ​ອຸດສາຫະກຳວັດທະນະທຳ ຢ່າງ​ມີ​ຈຸດ​ໜັກ​ໃຈກາງ(4)​ ເພື່ອ​ເສີມ​ຂະຫຍາຍ​ພະລັງ​ອ່ອນ​ທາງວັດທະນະທຳຂອງ​ຫວຽດນາມ, ອີງ​ໃສ່​ຄວາມ​ຄິດ​ສ້າງສັນ, ວິທະຍາສາດ-ເຕັກໂນໂລຢີ ແລະ ລິຂະສິດທາງປັນຍາ, ສູ້​ຊົນ​ບັນ​ລຸ​ເປົ້າ​ໝາຍ​ລາຍ​ໄດ້​ຂອງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳຈະ​ປະ​ກອບ​ສ່ວນ 7% ຂອງ ຈີ​ດີ​ພີ ໃນ​ປີ 2030; ​ເຊື່ອມ​ໂຍງ​ການ​ພັດທະນາວັດທະນະທຳ ກັບ​ການ​ພັດທະນາ​ການທ່ອງທ່ຽວ, ​ເຮັດ​ໃຫ້ການ​ທ່ອງ​ທ່ຽວ​ກາຍ​ເປັນ​ຂະ​ແໜງ​ການ​ເສດຖະກິດ​ຫົວ​ຫອກ, ພ້ອມ​ກັນ​ນັ້ນ ​ປົກ​ປ້ອງ​ແລະ​ຮັກສາ​ຊັບພະຍາກອນວັດທະນະທຳ ​ໃຫ້​ຄົນ​ລຸ້ນຫຼັງ.

ທີ​ຫ້າ​ເສີມຂະຫຍາຍການ​ພັດທະນາ​ຊັບພະຍາກອນການລົງທຶນ​ດ້ານ​ວັດທະນະທຳ ຢ່າງມີ​ປະສິດທິ​ຜົນ, ​ລວມທັງການໃຊ້ຈ່າຍງົບປະມານຂອງລັດ​ໃນ​ດ້ານວັດທະນະທໍາ, ຍູ້​ແຮງ​ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ, ສ້າງ​ກົນ​ໄກ​ບຸລິມະສິດ, ການ​ຍົກ​ເວັ້ນ, ຫຼຸດຜ່ອນ​ພາສີ, ຄ່າ​ບໍລິການ​ທີ່​ເໝາະ​ສົມ​ກັບ​ພຶດຕິ​ກຳຕົວ​ຈິງ ​ແລະ ມີ​ຄວາມ​ສາມາດ​ດຶງ​ດູດ​ການ​ລົງທຶນ​ໃນປະ​ເທດ​ແລະ​ຕ່າງປະ​ເທດ​ໃນ​ຂົງ​ເຂດວັດທະນະທຳ, ສິລະປະກຳ, ພັດທະນາບັນ​ດາ​ຂະ​ແໜງການ​ອຸດສາຫະກຳວັດທະນະທຳ.

ທີ​ຫົກ, ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ສາກົນ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ​ແລກ​ປ່ຽນ​ສາກົນ, ສົ່ງເສີມການຄ້າໃນຂົງເຂດວັດທະນະທຳ

ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ສື່​ສານ​ວັດ​ທະ​ນະ​ທຳ ເພື່ອ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ປະ​ເທດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ. ​ກະຈາຍ​ຜະລິດ​ຕະພັນ​ທາງ​ວັດທະນະທຳ ​ແລະ​ຮູບ​ແບບ​ການ​ສື່ສານ​ທາງ​ວັດທະນະທຳ ​ໄປ​ທົ່ວ​ໂລກ​ໃນ​ພາສາຕ່າງ​ປະ​ເທດ ​ເພື່ອ​ໃຫ້​ເໝາະ​ກັບຕະ​ຫຼາດ​ລູກ​ຄ້າ​ສາ​ກົນ​ທີ່​ແຕກ​ຕ່າງ​ກັນ. ປ່ຽນ​ແປງ​ໃໝ່​ ແລະ​ຍົກ​ສູງ​ຄຸນ​ນະພາ​ບ ຂອງ​ການຈັດ​ຕັ້ງ​ເຫດການຕ່າງໆ​ເຊັ່ນ “ວັນວັດທະນະທຳ”, “ສັບປະດາວັດທະນະທຳ”, ງານ​ບຸນ​ວັດ​ທະ​ນະ​ທຳ - ການທ່ອງ​ທ່ຽວ​​ໃນຫວຽດ​ນາມ, ບັນດາ​ເຫດການ, ກິດຈະກຳວັດທະນະທຳ, ສິລະປະ​ຢູ່​ຕ່າງປະ​ເທດ. ​ເພີ່ມ​ທະວີ​ການ​ມີໜ້າ​ຂອງ​ຫວຽດນາມ​ໃນ​ບັນດາ​ເຫ​ດການ​ວັດທະນະທຳ, ສິລະປະ​ໃຫຍ່​ ຂອງ​ໂລກ​ເຊັ່ນ ງານ EXPO, ງານ​ວາງ​ສະ​ແດງ​ສິ​ລະ​ປະ​ໂລກ​, ງານ​ບຸນ​ຮູບ​ເງົາ​ສາ​ກົນ​, ເຊັ່ນ​: ງານ​ບຸນ​ຮູບ​ເງົາ​ ເມືອງຄານ​ສ໌, ​ເບີຣ໌ລິນ, ປູຊາ​ນ, ອອສກາຣ໌ ຫຼື ​ໂຕ​ກຽວ... ພັດທະນາບັນດາ​ສູນວັດທະນະທຳຫວຽດນາມຢູ່​ຕ່າງປະ​ເທດ ​ໃນ​ບັນດາ​ພື້ນ​ທີ່​ສຳຄັນ​ຂອງ​ໂລກ; ຜ່ານ​ນັ້ນ, ປະກອບສ່ວນ​ເພີ່ມ “ພະລັງ​ອ່ອນ” ຂອງ​ປະ​ເທດ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ມີ​ຂໍ້​ໄດ້​ປຽບ​ທາງ​ດ້ານ​ແຫຼ່ງຊັບພະຍາກອນວັດທະນະທຳ. ການ​ນຳ​ໃຊ້​ແລະ​ເສິມ​ຂະຫຍາຍ​ຊັບພະຍາກອນ​ວັດທະນະທຳຢ່າງ​ມີ​ປະສິດທິ​ຜົນ ຜ່ານການ​ແກ້​ໄຂ​ບັນຫາ​ທາງ​ນະ​ໂຍ​ບາຍ​ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ ໃນ​ການປຸກ​ຕື່ນ​ແລະ​ເສີມ​ຂະຫຍາຍ​ແຫຼ່ງຊັບພະຍາກອນວັດທະນະທຳ ຕິດ​ກັບ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ./.

-------------------

(1) ຕາມ​ຂໍ້​ມູນ​ຂອງ​ກົມ​ມໍລະດົກ​ວັດທະນະທຳ, ກະຊວງວັດທະນະທຳ - ກິລາ ​ແລະ ການທ່ອງທ່ຽວ, 2018.

(2) ຕາມ​ຂໍ້​ມູນ​ຂອງສູນ​ຂໍ້​ມູນ​ຂ່າວ​ສານ​ການ​ທ່ອງ​ທ່ຽວ​, ກົມ​ໃຫຍ່​ການທ່ອງທ່ຽວ, 2015.

(3) ກົດ​າຍ​ວ່າ​ດ້ວຍ​ຮູບ​ເງົາ​ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ (ສະບັບ​ປັບປຸງ), ກົດໝາຍ​ມໍລະດົກວັດທະນະທຳ (ສະບັບ​ປັບປຸງ),... ​ໂດຍ​ສະ​ເພາະ​ແມ່ນ ​ບັນດາ​ຂົງ​ເຂດ​ວິຊາ​ສະ​ເພາະ​ໄດ້​ມີ​ພື້ນຖານ​ທາງ​ທິດ​ສະ​ດີ​ແລະ​ພຶດຕະກຳຕົວ​ຈິງ​ຢ່າງ​ພຽງພໍ ​ເພື່ອສ້າງ​ກົດໝາຍ​ເຊັ່ນ ​ໂຄງການ​ກົດໝາຍວ່າ​ດ້ວຍ​ສິລະ​ປະການ​ສະ​ແດງ, ກົດໝາຍວ່າດ້ວຍວິຈິດສິນ, ກົດໝາຍການຖ່າຍຮູບ ແລະ ງານວາງສະແດງ.

(4) ຮູບເງົາ, ແຟຊັ່ນ, ໂຄສະນາ, ສິລະປະການສະ​ແດງ, ການທ່ອງທ່ຽວ, ວັດທະນະທຳ.

- ບົດ​ນີ​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 994 (​ເດືອນ​ກໍລະກົດ 2022)