ກໍ່ສ້າງຖັນແຖວພະນັກງານ ລັດຖະກອນ ພາລະກອນ ທີ່ໃສສະອາດ
ແລະຊື່ສັດທ່ຽງທຳ ໃນຂົງເຂດການຄຸ້ມຄອງແລະການໃຊ້ຊັບສິນສາທາລະນະ
ໂດຍຕິດກັບການຕໍ່ສູ້ປ້ອງກັນແລະຕ້ານ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ”
ຢູ່ຫວຽດນາມ ໃນປະຈຸບັນ
ແລະຊື່ສັດທ່ຽງທຳ ໃນຂົງເຂດການຄຸ້ມຄອງແລະການໃຊ້ຊັບສິນສາທາລະນະ
ໂດຍຕິດກັບການຕໍ່ສູ້ປ້ອງກັນແລະຕ້ານ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ”
ຢູ່ຫວຽດນາມ ໃນປະຈຸບັນ
ວກ - ຊັບສິນສາທາລະນະ ໝາຍເຖິງຊັບສິນທີ່ເປັນຂອງປະຊາຊົນທັງໝົດ ແລະ ຄຸ້ມຄອງໂດຍລັດໃນນາມຂອງເຈົ້າຂອງ ແລະ ຄຸ້ມຄອງຢ່າງເປັນເອກະພາບ. ຊັບສິນສາທາລະນະມີບົດບາດສຳຄັນພິເສດ ໃນການພັດທະນາຂອງແຕ່ລະປະເທດ. ຢ່າງໃດກໍຕາມ, ຊັບສິນສາທາລະນະຈະສູນເສຍໄປຢ່າງງ່າຍ ຍ້ອນການກະທຳສໍ້ລາດບັງຫຼວງ ແລະການສະແຫວງຫາຜົນປະໂຫຍດ ຂອງເຈົ້າໜ້າທີ່ທີ່ເສື່ອມໂຊມປ່ຽນທາດແລະທຸຈະລິດ. ດັ່ງນັ້ນ, ວຽກງານການກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ, ພາລະກອນທີ່ໃສສະອາດແລະຊື່ສັດທ່ຽງທຳ ໃນຂົງເຂດການຄຸ້ມຄອງແລະການໃຊ້ຊັບສິນສາທາລະນະ ຈຶ່ງມີຄວາມສຳຄັນທີ່ສຸດ, ປະກອບສ່ວນທີ່ບໍ່ໜ້ອຍເຂົ້າໃນການຕໍ່ສູ້ປ້ອງກັນແລະຕ້ານ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ” ຢູ່ຫວຽດນາມໃນປະຈຸບັນ.
ແນວຄິດໂຮ່ຈີມິນ ແລະ ທັດສະນະ ແນວທາງຂອງພັກ
ກ່ຽວກັບການກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ, ພາລະກອນ
ທີ່ໃສສະອາດ, ຊື່ສັດທ່ຽງທຳ, ປະຕິເສດ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ”
ໃນຂົງເຂດການຄຸ້ມຄອງແລະການໃຊ້ຊັບສິນສາທາລະນະ
ໃນໄລຍະຊີວິດຂອງທ່ານ, ປະທານໂຮ່ຈິີມິນ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງວຽກງານກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ, ພາລະກອນ. ເພິ່ນຖືວ່າ ນັ້ນແມ່ນວຽກງານສຳຄັນອັນດັບໜຶ່ງ ໃນການກໍ່ສ້າງພັກ, ກໍ່ສ້າງກົງຈັກການປົກຄອງລັດ. ລະບົບບັນດາທັດສະນະໃນແນວຄິດຂອງໂຮ່ຈີມິນ ກ່ຽວກັບວຽກງານພະນັກງານ ແລະ ການກໍ່ສ້າງຖັນແຖວພະນັກງານ ແມ່ນການສົມທົບຢ່າງແໜ້ນແຟ້ນລະຫວ່າງທິດສະດີຂອງລັດທິມາກ-ເລນິນ ກັບພຶດຕິກຳການປະຕິວັດຫວຽດນາມ, ກາຍເປັນພື້ນຖານທິດສະດີແລະພຶດຕິກຳ ເພື່ອໃຫ້ພັກນຳພາ, ຊີ້ນຳວຽກງານພະນັກງານ, ຕອບສະໜອງຄວາມຕ້ອງການຂອງແຕ່ລະໄລຍະການປະຕິວັດກ່ອນໜ້ານີ້ ແລະ ກິດຈະການປ່ຽນແປງໃໝ່, ພັດທະນາປະເທດໃນປະຈຸບັນ.
ແນວຄິດໂຮ່ຈີມິນກ່ຽວກັບການກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ, ພາລະກອນ ສະແດງອອກໃນດ້ານຕ່າງໆດັງນີ້:
ທີໜຶ່ງ, ຕາມແນວຄິດໂຮ່ຈີມິນ, ພະນັກງານປະຕິວັດຕ້ອງມີຄຸນສົມບັດ ຈະລິຍະທຳ ຄວາມກ້າຫານທາງການເມືອງ ແລະ ຄຸນສົມບັດ ຄວາມສາມາດໃນການບໍລິຫານ, ຄວາມສາມາດດ້ານວິຊາຊີບແລະວິຊາສະເພາະ. ໃນນັ້ນ, ເພິ່ນໄດ້ເນັ້ນໜັກເປັນພິເສດເຖິງ ຄຸນສົມບັດ ຈະລິຍະທຳ, ເພາະ “ບໍ່ມີຄຸນທຳ ຈະເກັ່ງປານໃດ ກໍ່ນຳພາປະຊາຊົນບໍ່ໄດ້”(1). ເພິ່ນຊີ້ແຈງວ່າ: “ໃນເມື່ອກ່ອນ, ສິນທຳແມ່ນຈົງຮັກພັກດີຕໍ່ກະສັດ ແລະ ກະຕັນຍູຕໍ່ພໍ່ແມ່ເທົ່ານັ້ນ. ມື້ນີ້, ໃນຍຸກໃໝ່, ສົມບັດສິນກໍ່ຕ້ອງໃໝ່. ຕ້ອງຈົງຮັກພັກດີຕໍ່ປະເທດ. ຕ້ອງກະຕົນຍູຕໍ່ປະຊາຊົນທັງໝົດ ແລະ ຕໍ່ພີ່ນ້ອງຮ່ວມຊາດ”(2).
ທີສອງ, ແນວຄິດກ່ຽວກັບວຽກງານພະນັກງານຂອງປະທານໂຮ່ຈີມິນ ໄດ້ກາຍເປັນເຂັມທິດໃຫ້ພັກກອມມູນິດຫວຽດນາມ ໃນວຽກງານກໍ່ສ້າງພັກໃນແຕ່ລະສະໄໝ ແລະ ແຕ່ລະໄລຍະການປະຕິວັດ. ເພິ່ນເນັ້ນໜັກວ່າ: “ພະນັກງານແມ່ນກົກຮາກຂອງທຸກວຽກງານ”(3). ດັງນັ້ນ, ຕ້ອງປະເມີນພະນັກງານຢ່າງຖືກຕ້ອງ; ຕ້ອງອົບຮົມສຶກສາ ຝຶກຝົນຫຼໍ່ຫຼອມ ບຳລຸງສ້າງພະນັກງານຢ່າງຮອບດ້ານ; ຕ້ອງນຳໃຊ້ແລະສັບຊ້ອນພະນັກງານຢ່າງຖືກຕ້ອງ; ຕ້ອງຕໍ່ສູ້ຕ້ານປະກົດການຫຍໍ້ທໍ້ໃນວຽກງານພະນັກງານຢ່າງເດັດດ່ຽວ.
ຊາບຊຶມແນວຄິດໂຮ່ຈີມິນແລະຄໍາແນະນໍາຂອງເພິ່ນ, ພັກກອມມູນິດຫວຽດນາມ ໃນຂະບວນການນຳພາການປະຕິວັດ ຍາມໃດກໍ່ເຊີດຊູວຽກງານກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ, ພາລະກອນ ກ່ຽວກັບຄຸນສົມບັດປະຕິວັດ, ເອົາໃຈໃສ່ອົບຮົມສຶກສາ, ຝຶກຝົນຫຼໍ່ຫຼອມພະນັກງານ ສະມາຊິກພັກ ໃຫ້ປະຕິບັດການປະຢັດ ຕໍ່ສູ້ກັບການໃຊ້ຈ່າຍຟຸມເຟືອຍ. ຜ່ານກວ່າ 35 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່ປະເທດ, ພັກໄດ້ອອກມະຕິກ່ຽວກັບວຽກງານພະນັກງານຫຼາຍສະບັບ(4). ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ກຳນົດໜ້າທີ່ແລະວິທີແກ້ໄຂຕົ້ນຕໍຈຳນວນໜຶ່ງ ເພື່ອປະຕິບັດເນື້ອໃນກໍ່ສ້າງພັກທາງດ້ານພະນັກງານໃຫ້ໄດ້ເປັນຢ່າງດີ.
ຊັບສິນສາທາລະນະແມ່ນຊັບພະຍາກອນວັດຖຸທີ່ຍິ່ງໃຫຍ່, ມີບົດບາດສຳຄັນພິເສດໃນການພັດທະນາປະເທດ. ປະທານໂຮ່ຈີມິນຢືນຢັນວ່າ: “ຊັບສິນສາທາລະນະແມ່ນຮາກຖານ, ແມ່ນທຶນຮອນເພື່ອຟື້ນຟູ ແລະ ກໍ່ສ້າງເສດຖະກິດລວມ, ເພື່ອເຮັດໃຫ້ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ, ເພື່ອປັບປຸງຊີວິດຂອງປະຊາຊົນໃຫ້ດີຂຶ້ນ”(5). ດັງນັ້ນ, ພະນັກງານ ລັດຖະກອນ ພາລະກອນ ຕ້ອງຍົກສູງຄວາມຮັບຜິດຊອບໃນການຄຸ້ມຄອງ ນຳໃຊ້ຊັບສິນສາທາລະນະ. ແນວຄິດໂຮ່ຈີມິນ, ທັດສະນະຂອງພັກກ່ຽວກັບການກໍ່ສ້າງຖັນແຖວພະນັກງານ ແລະ ຂໍ້ກຳນົດກ່ຽວກັບຄຸນສົມບັດຂອງພະນັກງານ ລັດຖະກອນ ພາລະກອນ ໃນການປະຕິບັດລັດຖະການ; ຈັນຍາບັນວິຊາຊີບຂອງພະນັກງານລັດທີ່ມີຂໍ້ກໍານົດກ່ຽວກັບ “ຄວາມໃສສະອາດ”, “ຄວາມຊື່ສັດທ່ຽງທຳ”, ປະຕິເສດ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ” ໃນຂົງເຂດການຄຸ້ມຄອງຊັບສິນສາທະລະນະນັ້ນ ມີຄວາມເຂົ້າໃຈໃນຫຼາຍດ້ານ:
ທີໜຶ່ງ, ຄວາມໃສສະອາດ, ຄວາມຊື່ສັດທ່ຽງທຳ, ການປະຕິເສດ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ” ແມ່ນມາດຕະຖານຄຸນນະພາບແລະຈັນຍາບັນ ໃນການປະຕິບັດລັດຖະການແລະວິຊາຊີບ ຂອງພະນັກງານ ລັດຖະກອນ ພາລະກອນ. ສຳລັບພະນັກງານ ລັດຖະກອນ ທີ່ມີອຳນາດແລະຄວາມຮັບຜິດຊອບ ໃນຂົງເຂດການຄຸ້ມຄອງແລະການໃຊ້ຊັບສິນສາທາລະນະນັ້ນ ແມ່ນຄວາມຮຽກຮ້ອງຕ້ອງການ, ມາດຕະຖານອັນດັບໜຶ່ງ.
ທີສອງ, ຄວາມໃສສະອາດ, ຄວາມຊື່ສັດທ່ຽງທຳ, ການປະຕິເສດ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ” ແມ່ນຄວາມເປັນເອກະພາບທາງມາດຕະຖານ ລະຫວ່າງຄວາມຮັບຮູ້ ແລະ ພຶດຕິກຳ ຂອງພະນັກງານ ລັດຖະກອນ ພາລະກອນໂດຍທົ່ວໄປ, ຂອງພະນັງງານ ລັດຖະກອນ ທີ່ມີອຳນາດແລະຄວາມຮັບຜິດຊອບ ໃນຂົງເຂດການຄຸ້ມຄອງ ແລະ ການໃຊ້ຊັບສິນສາທາລະນະໂດຍສະເພາະ.
ທີສາມ, ຄວາມໃສສະອາດ, ຄວາມຊື່ສັດທ່ຽງທຳ, ການປະຕິເສດ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ” ແມ່ນການຫັນເປັນຮູບປະທຳຕາມແນວຄິດໂຮ່ຈີມິນ. ໃນບົດນິພົນ ຊີວິດໃໝ່, ປະທານໂຮ່ຈີມິນ ກ່າວເຖິງຄຸນທຳ 4 ປະການ ຂອງພະນັກງານປະຕິວັດ, ໃນນັ້ນ ເພິ່ນໄດ້ເນັ້ນໜັກ: “ຊື່ສັດສຸຈະລິດ - ຜູ້ຄົນໃນສຳນັກງານ, ຕັ້ງແຕ່ໝູ່ບ້ານຈົນເຖິງລັດຖະບານກາງ, ລ້ວນແຕ່ງ່າຍທີ່ຈະຫາໂອກາດຮັ່ງມີ, ຫຼືລັກໂລບເງິນຂອງລັດຖະບານ, ຫຼືຂູດຮີດປະຊາຊົນ. ເມື່ອຖືກເປີດເຜີຍແລະຖືກລົງໂທດ, ມັນຈະສູນເສຍກຽດຕິຍົດທັງໝົດ, ແລະຊັບສິນທີ່ບໍ່ຍຸດຕິທຳກໍບໍ່ໄດ້ຊົມໃຊ້. ດັງນັ້ນ, ຄົນໃນສຳນັກງານຕ້ອງຖືເອົາຄຳວ່າຊື່ສັດສຸຈະລິດ ເປັນອັນດັບໜຶ່ງ. ທ່ຽງທຳ - ຕົນເອງເປັນພະນັກງານເຮັດວຽກງານລັດຖະການ ຕ້ອງມີຄວາມຍຸຕິທຳ ແລະມີຄຸນທຳ. ຫ້າມໃຊ້ຂອງສາທາລະນະເພື່ອຈຸດປະສົງສ່ວນຕົວ. ຫ້າມໃຊ້ເອກະຊົນເພື່ອເຮັດວຽກງານຂອງລັດ. ທຸກສິ່ງທຸກຢ່າງຕ້ອງຍຸຕິທຳແລະຊອບທຳ, ບໍ່ແມ່ນເພື່ອຜົນປະໂຫຍດ, ຄວາມໂປດປານສ່ວນຕົວ ຫຼືຄວາມກຽດຊັງ, ຄວາມຄຽດແຄ້ນສ່ວນຕົວ. ຂ້ອຍມີສິດທີ່ຈະໃຊ້ຄົນ ຂ້ອຍຈຶງຕ້ອງໃຊ້ຄົນເກັ່ງ ທີ່ສາມາດເຮັດສິ່ງຕ່າງໆໄດ້. ຢ່າລາກຄອບຄົວ ໝູ່ເພື່ອນຂອງຕົນ ເຂົ້າໄປໃນຕໍາແໜ່ງນີ້ຫຼືຕຳແໜ່ງນັ້ນ. ຢ່າຢ້ານທີ່ຈະເສຍຕຳແໜ່ງເພື່ອທັບຖົມຄົນທີ່ເກັ່ງກວ່າຕົນ. ຕ້ອງຈົງຮັກພັກດີຕໍ່ລັດຖະບານ, ຕໍ່ພີ່ນ້ອງຮ່ວມຊາດ. ຢ່າທຳທ່າເປັນພະນັກງານປະຕິວັດ”(6).
ສືບຕໍ່ການກໍ່ສ້າງ, ຝຶກອົບຮົມ, ບຳລຸງສ້າງຖັນແຖວພະນັກງານ ລັດຖະກອນ
ພາລະກອນ ໃນຂົງເຂດການຄຸ້ມຄອງແລະການໃຊ້ຊັບສິນສາທາລະນະ
ທີ່ໃສສະອາດແລະຊື່ສັດທ່ຽງທຳ, ຕອບສະໜອງຄວາມຕ້ອງການຂອງການຕໍ່ສູ້
ປ້ອງກັນແລະຕ້ານ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ” ຢູ່ຫວຽດນາມໃນປະຈຸບັນ
ທີໜຶ່ງ, ກວດຄືນ, ດັດແກ້, ເພີ່ມເຕີມຂໍ້ກຳນົດຂອງກົດໝາຍກ່ຽວກັບການຄຸ້ມຄອງແລະການໃຊ້ຊັບສິນສາທາລະນະ ເພື່ອປະຕິບັດເປົ້າໝາຍ “ບໍ່ມີການສໍ້ລາດບັງຫຼວງ” ເທື່ອລະກ້າວ, ການຕໍ່ສູ້ປ້ອງກັນແລະຕ້ານ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ” ໄດ້ຮັບຜົນສຳເລັດ. ຕາມນັ້ນ, ບັນດາເນື້ອໃນຂອງກົດໝາຍກ່ຽວກັບການຄຸ້ມຄອງ, ການໃຊ້ປະໂຫຍດແລະ ການນຳໃຊ້ຊັບສິນໂຄງສ້າງພື້ນຖານບາງປະເພດ ເຊັ່ນ: ໂຄງສ້າງພື້ນຖານນ້ຳສະອາດ ເຂດຕົວເມືອງ ການຄ້າ ຂໍ້ມູນຂ່າວສານ ສາທາລະນະສຸກ ກິລາ ການທ່ອງທ່ຽວ ວັດທະນະທຳ... ຄວນໄດ້ຮັບການກວດກາຄືນໂດຍບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ.
ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການສູນກາງອື່ນ ຈຳເປັນຕ້ອງກວດຄືນ ບັນດາເອກະສານທາງກົດໝາຍປະຈຸບັນ ທີ່ກ່ຽວຂ້ອງກັບຂົງເຂດການຄຸ້ມຄອງສະເພາະກ່ຽວກັບການຂຸດຄົ້ນແລະນຳໃຊ້ຊັບສິນສາທາລະນະພາຍໃຕ້ການຄຸ້ມຄອງຂອງຕົນ. ສ້າງພື້ນຖານນິຕິກຳທີ່ຄົບຊຸດ, ສອດຄ່ອງ ແລະ ເປັນເອກະພາບໃນການຄຸ້ມຄອງ, ຂຸດຄົ້ນ ແລະ ນຳໃຊ້ຊັບສິນສາທາລະນະ ເພື່ອໃຫ້ບັນລຸເປົ້າໝາຍ “ບໍ່ມີການສໍ້ລາດບັງຫຼວງ”, ຕໍ່ສູ້ປ້ອງກັນແລະຕ້ານປະກົດການຂອງ “ການສະແຫວງຫາຜົນປະໂຫຍດ” ໃຫ້ໄດ້ຮັບຜົນ. ພ້ອມກັນກັບບັນດາເນື້ອໃນຂ້າງເທິງ, ໃນເວລາທີ່ຈະມາເຖິງ, ມີຄວາມຈຳເປັນຕ້ອງສຶກສາ ແລະສະເໜີເພີ່ມເຕີມ ລະບຽບການກ່ຽວກັບມາດຕະຖານປະຕິບັດງານຂອງພະນັກງານ, ລັດຖະກອນ ທີ່ໄດ້ຮັບມອບໝາຍອຳນາດໜ້າທີ່ ແລະ ຄວາມຮັບຜິດຊອບ ໃນການຄຸ້ມຄອງ ແລະນຳໃຊ້ຊັບສິນສາທາລະນະ ຕາມທິດທາງຂອງການຖືເອົາ “ຄວາມໃສສະອາດ”, “ຄວາມຊື່ສັດທ່ຽງທຳ”, ການປະຕິເສດ “ຜົນປະໂຫຍດກຸ່ມ” ເປັນມາດຕະຖານຄຸນສົມບັດແລະຈັນຍາບັນອັນດັບໜຶ່ງ.
ທ່ານ ຟ້າມ ມິງຈີ້ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ໄປກວດກາການເຄື່ອນໄຫວຂອງ ໂຮງງານຝຸ່ນໄນໂຕຣເຈນ ນິງບິ່ງ ສັງກັດ ບໍລິສັດສະມາຊິກຜູ້ດຽວຮັບຜິດຊອບຈຳກັດ ຝຸ່ນໄນໂຕຣເຈນ ນິງບິ່ງ, ໃນສວນອຸດສາຫະກຳ ແຂ້ງຝູ, ເມືອງອຽນແຂ້ງ, ແຂວງນິງບິ່ງ _ພາບ: TTXVN
ທີສອງ, ປ່ຽນແປງໃໝ່, ກະຈາຍຮູບການແລະວິທີການໂຄສະນາ ເພື່ອຍົກສູງຄວາມຮັບຮູ້ຂອງຖັນແຖວພະນັກງານ ລັດຖະກອນ ພາລະກອນເວົ້າລວມ ໃນການປະຕິບັດການປະຢັດ, ຕ້ານການໃຊ້ຈ່າຍຟຸມເຟືອຍແລະຄວາມຫຍໍ້ທໍ້. ຜ່ານວຽກງານການໂຄສະນາ, ສ້າງການຫັນປ່ຽນຢ່າງແຂງແຮງ ໃນຄວາມຮັບຮູ້ແລະການກະທຳ ຂອງຖັນແຖວພະນັກງານ ລັດຖະກອນ ພາລະກອນ ໃນຂົງເຂດການຄຸ້ມຄອງແລະການໃຊ້ຊັບສິນສາທາລະນະ. ຕາມນັ້ນ, ຮັບປະກັນວ່າ ບໍ່ມີການລະເມີດກົດລະບຽບວ່າດ້ວຍການກະທໍາທີ່ຕ້ອງຫ້າມ ໃນການຄຸ້ມຄອງແລະການນໍາໃຊ້ຊັບສິນສາທາລະນະ. ໃຊ້ຮູບແບບການໂຄສະນາທີ່ຫຼາກຫຼາຍ ເຊັ່ນ: ການໂຄສະນາຊວນເຊື່ອດ້ວຍປາກ; ການເຜີຍແຜ່ກົດລະບຽບກ່ຽວກັບການປະຢັດ, ການຕ້ານການໃຊ້ຈ່າຍຟຸມເຟືອຍ, ການຄຸ້ມຄອງແລະນຳໃຊ້ຊັບສິນສາທາລະນະ; ລະບົບວິທະຍຸ ໂທລະທັດ ສື່ສິ່ງພິມ; ການຮຽບຮຽງແລະພິມຈຳໜ່າຍເອກະສານແລະປຶ້ມ; ຈັດຕັ້ງການແຂ່ງຂັນປະກວດຄວາມຮູ້ກ່ຽວກັບກົດໝາຍວ່າດ້ວຍການປະຢັດ, ຕ້ານການສໍ້ລາດບັງຫຼວງ ຕ້ານການໃຊ້ຈ່າຍຟຸມເຟືອຍ, ການຄຸ້ມຄອງແລະນຳໃຊ້ຊັບສິນສາທາລະນະ; ໃຫ້ຄໍາແນະນໍາທາງກົດຫມາຍ, ການຊ່ວຍເຫຼືອທາງດ້ານກົດຫມາຍ; ການເຄື່ອນໄຫວທາງດ້ານວັດທະນະທຳ ສິລະປະ; ການແກ້ໄຂ ຈັດການກັບການລະເມີດກົດຂໍ້ບັງຄັບ; ສ້າງຕູ້ປຶ້ມກົດໝາຍໃນສຳນັກງານ, ອົງການ, ໜ່ວຍງານອາຊີບ; ຈັດກິດຈະກໍາສະໂມສອນກົດໝາຍ. ຈາກນັ້ນ, ສ້າງການປ່ຽນແປງທີ່ເປັນຮູບປະທຳຢ່າງແທ້ຈິງ ຈາກຄວາມຮັບຮູ້ສູ່ການກະທຳ ຂອງຖັນແຖວພະນັກງານ ລັດຖະກອນ ພາລະກອນໂດຍທົ່ວໄປ ແລະ ພະນັກງານ ລັດຖະກອນ ພາລະກອນ ໃນຂົງເຂດການຄຸ້ມຄອງ ແລະ ນຳໃຊ້ຊັບສິນສາທາລະນະໂດຍສະເພາະ.
ທີສາມ, ປ່ຽນແປງໃໝ່, ຍົກສູງຄຸນນະພາບຂອງວຽກງານປະເມີນຜົນ, ໂດຍຖືເອົາຜົນການຄຸ້ມຄອງຕົວຈິງ ແລະ ປະສິດທິຜົນການນຳໃຊ້ຊັບສິນສາທາລະນະ ເປັນມາດຖານວັດແທກ ຫຼັກເກນ ແລະ ມາດຕະຖານ ເພື່ອປະເມີນພາລະຜູກພັນຂອງຂອງພະນັກງານ ລັດຖະກອນ ທີ່ໄດ້ຮັບມອບໝາຍອຳນາດໜ້າທີ່ແລະຄວາມຮັບຜິດຊອບ ໃນການຄຸ້ມຄອງ ແລະນຳໃຊ້ຊັບສິນສາທາລະນະ. ການປະເມີນພະນັກງານໂດຍທົ່ວໄປມີບົດບາດສໍາຄັນ ເຊິ່ງເປັນຂັ້ນຕອນທໍາອິດທີ່ຊີ້ຂາດໃນວຽກງານພະນັກງານ. ການປະເມີນຖືກຕ້ອງຈະເປັນພື້ນຖານທີ່ດີສຳລັບການວາງແຜນ, ການຝຶກອົບຮົມ, ການບຳລຸງສ້າງ, ການຜັດປ່ຽນຍົກຍ້າຍ, ການເລື່ອນຊັ້ນຕຳແໜ່ງ ແລະ ການແຕ່ງຕັ້ງພະນັກງານ. ການປະຕິບັດນະໂຍບາຍພະນັກງານທີ່ດີ ຈະຊ່ວຍເສີມຂະຫຍາຍຈຸດແຂງ ແລະ ແກ້ໄຂຈຸດອ່ອນຂອງພະນັກງານ ລັດຖະກອນ ພາລະກອນ.
ຕ້ອງຍົກສູງຄວາມສາມາດຂອງບັນດາອົງການທີ່ປຶກສາກ່ຽວກັບວຽກງານພະນັກງານ, ຍົກສູງຄຸນນະພາບຂອງຖັນແຖວພະນັກງານທີ່ເຮັດວຽກງານພະນັກງານ, ໂດຍສະເພາະການສ້າງວິທີການວັດແລະປະເມີນພະນັກງານ ຕາມທິດໂປ່ງໃສ ຕໍ່ເນື່ອງ ຫຼາຍມິຕິ, ຖືເອົາຜົນການຄຸ້ມຄອງຕົວຈິງ ແລະ ປະສິດທິຜົນການນຳໃຊ້ຊັບສິນສາທາລະນະ ເປັນຕົວວັດ, ມາດຖານໃນການປະເມີນຜົນ. ຜ່ານນັ້ນ, ສ້າງການປ່ຽນແປງດ້ານຄຸນນະພາບໃນຖັນແຖວພະນັກງານ ລັດຖະກອນ ພາລະກອນທີ່ເຮັດວຽກໃນຂົງເຂດຄຸ້ມຄອງຊັບສິນສາທາລະນະ.
ທີ່ສີ່, ຮັບປະກັນການປະຕິບັດບັນດາຫຼັກການຄຸ້ມຄອງ ນຳໃຊ້ຊັບສິນສາທາລະນະຢ່າງເຂັ້ມງວດ ໂດຍສົມທົບກັບການເພີ່ມທະວີການກວດກາ ກວດສອບ ກວດບັນຊີ ແລະ ຈັດການລົງໂທດຢ່າງເຄັ່ງຄັດ ຕໍ່ການລະເມີດຂອງພະນັກງານ ລັດຖະກອນ ພາລະກອນທີ່ມີສິດອຳນາດ, ມີຄວາມຮັບຜິດຊອບໃນການຄຸ້ມຄອງ, ນຳໃຊ້ຊັບສິນສາທາລະນະ. ກົດໝາຍວ່າດ້ວຍການຄຸ້ມຄອງແລະນຳໃຊ້ຊັບສິນສາທາລະນະປີ 2017 ໄດ້ກຳນົດບັນດາຫຼັກການຄຸ້ມຄອງ, ນຳໃຊ້ຊັບສິນສາທາລະນະ; ຢ່າງໃດກໍ່ຕາມ, ຈາກຄວາມຈິງຂອງການລະເມີດໃນເວລາທີ່ຜ່ານມາສະແດງໃຫ້ເຫັນວ່າ, ຫຼາຍອົງການ, ອົງການຈັດຕັ້ງ, ໜ່ວຍງານ ແລະ ບຸກຄົນ ບໍ່ໄດ້ປະຕິບັດຕາມຫຼັກການໃນການຄຸ້ມຄອງແລະນຳໃຊ້ຊັບສິນສາທາລະນະຢ່າງເຄັ່ງຄັດ ໂດຍມີປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ບໍ່ມີສະຖິຕິ, ເຮັດບັນຊີບໍ່ຄົບຖ້ວນທັງດ້ານລາຍການແລະມູນຄ່າ; ການບັນທຶກທີ່ບໍ່ຖືກຕ້ອງ, ຂໍ້ມູນບໍ່ເໝາະສົມກັບຄຸນສົມບັດແລະລັກສະນະຂອງຊັບສິນ; ໃຊ້ຊັບສິນຜິດກັບຈຸດປະສົງ, ສິ້ນເປືອງ, ບໍ່ມີປະສິດທິຜົນ; ຂາດການເປີດເຜີຍ, ໂປ່ງໃສ, ຜິດກົດໝາຍ; ປ່ອຍປະລະເຫຼີງການກວດກາ ກວດສອບ ກວດບັນຊີ. ດັງນັ້ນ, ໃນເວລາທີ່ຈະມາເຖິງ, ເພື່ອຮັບປະກັນການຄຸ້ມຄອງແລະນຳໃຊ້ຊັບສິນສາທາລະນະ” ມີປະສິດທິຜົນ, ການຕໍ່ສູ້ປ້ອງກັນແລະຕ້ານ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ” ມີປະສິດທິພາບ, ດ້ານໜຶ່ງ, ພະນັກງານ ລັດຖະກອນ ພາລະກອນທີ່ໄດ້ຮັບມອບໝາຍອຳນາດໜ້າທີແລະຄວາມຮັບຜິດຊອບ ຕ້ອງປະຕິບັດບັນດາຫຼັກການໃນການຄຸ້ມຄອງແລະນຳໃຊ້ຊັບສິນສາທາລະນະຢ່າງເຂັ້ມງວດ; ດ້ານອື່ນ, ເພີ່ມທະວີການກວດກາ ກວດສອບ ກວດບັນຊີ, ຈັດການກັບການກະທຳສໍ້ລາດບັງຫຼວງ ນັບທັງໃນຮູບແບບຕ່າງໆເຊັ່ນ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ”, “ກຸ່ມຜົນປະໂຫຍດສ່ວນຕົວ” ຢ່າງເດັດດ່ຽວ ໄວວາ ເຄັ່ງຄັດ ແລະ ບໍ່ມີຂອບເຂດຫ້າມ.
ທີຫ້າ, ຍົກສູງບົດບາດນຳພາຂອງພັກໃນການຍູ້ແຮງການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງແຜນນະໂຍບາຍ ແລະ ວິທີແກ້ໄຂທີ່ເດັດດ່ຽວ ເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຕ້ານຄວາມຫຍໍ້ທໍ້: “ຜັນຂະຫຍາຍຢ່າງຄົບຊຸດແລະມີປະສິດທິຜົນ ຂໍ້ກຳນົດຂອງກົດໝາຍກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ. ຍົກສູງປະສິດທິພາບການເກັບຄືນຊັບສິນທີ່ສໍ້ລາດບັງຫຼວງ, ຮັບປະກັນການປະຕິບັດຕາມກົດໝາຍ. ປະຕິບັດການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງຢ່າງຮຸນແຮງ ເຄັ່ງຄັດ ແລະ ມີປະສິດທິຜົນ”(7).
ທັດສະນະ ແຜນນະໂຍບາຍຂອງພັກ ໃນກອງປະຊຸມໃຫຍ່ຄັ້ງທີ 13 ໄດ້ມີການພັດທະນາໃໝ່ ໃນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ໂດຍມີມາດຕະການຫຼາຍຢ່າງເຊັ່ນ ການປັບປຸງກົດໝາຍ ນະໂຍບາຍໃຫ້ສົມບູນ, ການສະແດງຊັບສິນ ລາຍໄດ້, ເດັດດ່ຽວ ໜຽວແໜ້ນ ແລະ ຍົກສູງປະສິດທິຜົນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ໂດຍສະເພາະແມ່ນ ເນັ້ນໜັກເຖິງການປ້ອງກັນການສໍ້ລາດບັງຫຼວງ: “ເລັ່ງລັດສ້າງກົນໄກປ້ອງກັນ, ກົນໄກກ່າວເຕືອນ ເພື່ອຄວບຄຸມການສໍ້ລາດບັງຫຼວງ. ປະຕິບັດຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍການປະຕິບັດການປະຢັດ, ຕ້ານການໃຊ້ຈ່າຍຟຸມເຟືອຍຢ່າງເຄັ່ງຄັດ. ສືບຕໍ່ປະຕິບັດຢ່າງເຄັ່ງຄັດແລະມີປະສິດທິຜົນ ຂໍ້ກຳນົດກ່ຽວກັບການສະແດງຊັບສິນລາຍໄດ້ ແລະ ການກວດກາການສະແດງຊັບສິນລາຍໄດ້ ຂອງພະນັກງານ ລັດຖະກອນ ພາລະກອນ, ໂດຍສະເພາະແມ່ນ ຜູ້ນໍາທຸກລະດັບ”(8). ເສີມຂະຫຍາຍກຳລັງແຮງສັງລວມ ຂອງບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ບັນດາອົງການສັງຄົມ, ບັນດາອົງການສື່ສິ່ງພິມ, ບັນດາວິສາຫະກິດ ແລະ ປະຊາຊົນ ທີ່ເຂົ້າຮ່ວມໃນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ. ພັກໄດ້ເນັ້ນໜັກວ່າ, ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແມ່ນພາລະກິດຂອງປະຊາຊົນທັງໝົດ: “ຍົກສູງບົດບາດ, ເສີມຂະຫຍາຍຄວາມຕັ້ງໜ້າ, ຄວາມເປັນເຈົ້າການ ແລະ ການປະສົມປະສານຂອງແນວໂຮມປະເທດຊາດ, ອົງການຈັດຕັ້ງການເມືອງ-ສັງຄົມ, ປະຊາຊົນ, ວິສາຫະກິດ, ສື່ສິ່ງພິມ ໃນການຄົ້ນເຜີຍ, ຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ປະຕິບັດການປະຢັດ, ຕ້ານການໃຊ້ຈ່າຍຟຸມເຟືອຍ”(9). ຕາມນັ້ນ, ພ້ອມກັນກັບການຍົກສູງບົດບາດນຳພາຂອງພັກໃນການຍູ້ແຮງການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງນັ້ນ, ຈຳເປັນຕ້ອງປັບປຸງກົດໝາຍວ່າດ້ວຍການປ້ອງກັນແລະຕ້ານການສໍ້ລາດບັງຫຼວງໃຫ້ສົມບູນ. ສືບຕໍ່ປັບປຸງບູລະນະກົນໄກຄວບຄຸມອຳນາດລັດ ເພື່ອຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຕ້ານ “ກຸ່ມຜົນປະໂຫຍດສ່ວນຕົວ” ໃນການຄຸ້ມຄອງແລະນຳໃຊ້ຊັບສິນສາທາລະນະຢ່າງມີປະສິດທິຜົນ; ກໍ່ສ້າງອົງການສະເພາະກິດປ້ອງກັນແລະຕ້ານການສໍ້ລາດບັງຫຼວງທຸກຂັ້ນ ເພື່ອສືບສວນແລະຈັດການກັບການກະທຳສໍ້ລາດບັງຫຼວງທີ່ສະແດງອອກໃນຮູບການທີ່ແຕກຕ່າງກັນ ລວມທັງ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ”, “ກຸ່ມຜົນປະໂຫຍດສ່ວນຕົວ”.
ທີຫົກ, ເສີມຂະຫຍາຍບົດບາດຊີ້ນຳນຳພາຂອງຄະນະພັກຮາກຖານ, ໂດຍສະເພາະແມ່ນຫົວໜ້າ ແລະ ກຳລັງແຮງສັງລວມຂອງບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ຂອງອົງການ ການຈັດຕັ້ງ ໜ່ວຍງານ ໃນການຄຸ້ມຄອງແລະນຳໃຊ້ຊັບສິນສາທາລະນະ. ຄະນະພັກຮາກຖານແມ່ນແກນນໍາທາງການເມືອງ ທີ່ມີບົດບາດສຳຄັນ, ຕັດສິນຊີ້ຂາດການຈັດຕັ້ງປະຕິບັດທຸກແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ ໃຫ້ສຳເລັດຜົນ. ຕາມນັ້ນ, ເພື່ອເສີມຂະຫຍາຍບົດບາດຊີ້ນຳນຳພາຂອງຄະນະພັກຮາກຖານ ຮຽກຮ້ອງໃຫ້ມີການປະຕິບັດຢ່າງເຂັ້ມແຂງ, ເປັນປົກກະຕິ ແລະ ມີປະສິດທິຜົນ ວຽກງານຊີ້ນໍານໍາພາການຈັດຕັ້ງຮ່ຳຮຽນ, ຊາບຊຶມ ແລະ ປຶກສາຫາລືການສ້າງແຜນປະຕິບັດການ; ຊີ້ນໍານໍາພາອຳນາດການປົກຄອງ, ບັນດາອົງກາຈັດຕັ້ງການເມືອງ-ສັງຄົມ ເຮັດໃຫ້ແຜນປະຕິບັດການເປັນຈິງແລະເປັນຮູບປະທຳ ໃຫ້ພະນັກງານ ລັດຖະກອນ ພາລະກອນມີຄວາມໃສສະອາດ, ຊື່ສັດທ່ຽງທຳ, ປະຕິເສດ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ” ໃຫ້ກາຍເປັນຂະບວນການແຂ່ງຂັນຮັກຊາດໃນທຸກສຳນັກງານ ອົງການ ໜ່ວຍງານ. ໃນການຊີ້ນໍານໍາພານັ້ນ, ບັນດາສະຫາຍເລຂາທິການ, ກຳມະການຄະນະບໍລິຫານງານ, ຫົວໜ້າ ຕ້ອງປະຕິບັດໜ້າທີ່ຮັບຜິດຊອບໃນການເປັນແບບຢ່າງ, ເວົ້າພ້ອມກັບການເຮັດວຽກ ໃນການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນຂອງປະທານໂຮ່ຈີມິນ.
ທີເຈັດ, ຜັນຂະຫຍາຍບາງກິດຈະກຳການຄົ້ນຄວ້າ, ເພີ່ມເຕີມຫຼັກຖານວິທະຍາສາດເພື່ອຮັບໃຊ້ວຽກງານສ້າງກົດໝາຍ, ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ທີ່ສະແດງອອກຂອງ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ”, “ກຸ່ມຜົນປະໂຫຍດສ່ວນຕົວ”. ໃນຄວາງເປັນຈິງ, ຂໍ້ກໍານົດທາງກົດໝາຍໃນປະຈຸບັນຊີ້ໃຫ້ເຫັນວ່າ, ຄຽງຄູ່ກັບແນວຄວາມຄິດທີ່ກ່າວມາຂ້າງເທິງນັ້ນ, ຍັງມີຫຼາຍແນວຄວາມຄິດ ແລະ ຄໍາສັບອື່ນໆທີ່ໃຊ້ທົ່ວໄປໃນເອກະສານຂອງພັກ, ລັດ ແລະ ຊີວິດສັງຄົມ. ແຕ່ວ່າ, ໃນແງ່ຂອງກົດໝາຍ, ບໍ່ມີບັນທັດຖານອະທິບາຍສໍາລັບຂໍ້ກໍານົດເຫຼົ່ານີ້, ດັ່ງນັ້ນຈຶງບໍ່ມີການສ້າງຄວາມເຂົ້າໃຈຮ່ວມກັນ ແລະ ຂາດພື້ນຖານທີ່ເປັນເອກະພາບໃນແງ່ຂອງການຮັບຮູ້ເນື້ອໃນຂອງຄວາມຄິດແລະຄຳສັບ ເພື່ອປ່ຽນເປັນຂໍ້ກຳນົດກົດໝາຍທີ່ຄວບຄຸມພຶດຕິກຳຂອງພະນັກງານ ລັດຖະກອນ ພາລະກອນ ໃນການປະຕິບັດໜ້າທີ່ຄຸ້ມຄອງແລະນຳໃຊ້ຊັບສິນສາທາລະນະ. ຈາກນັ້ນນຳໄປສູ່ການກຳນົດພື້ນຖານທາງກົດໝາຍໃນການຈັດການກັບພະນັກງານ ລັດຖະກອນ ພາລະກອນເມື່ອມີການລະເມີດ, ບໍ່ຄ່ອຍມີປະສິດທິຜົນ.
ການຄຸ້ມຄອງແລະນຳໃຊ້ຊັບສິນສາທາລະນະຢ່າງມີປະສິດທິຜົນ ຕິດກັບການປ້ອງກັນແລະຕໍ່ສູ້ຕ້ານ “ກຸ່ມຜູ້ສະແຫວງຫາຜົນປະໂຫຍດ” ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນເທົ່ານັ້ນ, ແຕ່ຍັງປະກອບສ່ວນເພີ່ມທະວີຄວາມເຊື່ອໝັ້ນຂອງສັງຄົມແລະປະຊາຊົນໃນພັກແລະລັດ, ສ້າງກຳລັງແຮງສັງລວມເພື່ອໃຫ້ບັນລຸເປົ້າໝາຍ: ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງ ສາທາລະນະລັດປະຊາທິປະໄຕຫວຽດນາມ, ປະຈຸບັນແມ່ນ ສາທາລະນະລັດສັງຄົມນິຍົມຫວຽດນາມ: ຫວຽດນາມກາຍເປັນປະເທດທີ່ພັດທະນາແລ້ວແລະມີລາຍໄດ້ສູງ(10) ຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ./.
--------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 5, ໜ້າ 292.
(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 170.
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 390.
(4) ມະຕິກອງປະຊຸມສູນກາງພັກຄັ້ງທີ 3 ສະໄໝທີ 8, ວັນທີ 18 ມິຖຸນາ 1997, “ວ່າດ້ວຍຍຸດທະສາດພະນັກງານໃນສະໄໝການຍູ້ແຮງການຫັນປະເທດເປັນອຸດສາຫະກຳ ທັນສະໄໝ”. ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ 12, ວັນທີ 30 ຕຸລາ 2016, “ວ່າດ້ວຍການເພີ່ມທະວີການກໍ່ສ້າງແລະປັບປຸງພັກ; ສະກັດກັ້ນແລະຍູ້ຖອຍຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, ບັນດາປະກົດການຂອງການ “ປ່ຽນແປງຕົນເອງ”, “ຫັນປ່ຽນຕົນເອງ” ຢູ່ພາຍໃນ”; ມະຕິກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ 12, ວັນທີ 19 ພຶດສະພາ 2018, “ວ່າດ້ວຍການສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກລະດັບ, ໂດຍສະເພາະລະດັບຍຸດທະສາດ ທີ່ມີຄຸນນະພາບ, ມີຄວາມສາມາດ ແລະ ມີຊື່ສຽງ ທຽບເທົ່າກັບໜ້າທີ່”.
(5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 9, ໜ້າ 297.
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 123.
(7), (8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 2, ໜ້າ 145, 146.
(9), (10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 146, 327.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 995 (ເດືອນສິງຫາ 2022)