ເພີ່ມການລົງທຶນໃນລະດັບທີ່ເໝາະສົມສຳລັບການຄົ້ນຄວ້າພື້ນຖານ-
ປັດໄຈພື້ນຖານທີ່ສ້າງຄວາມກ້າວໜ້າ ໃນການພັດທະນາ
ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
ເພື່ອການພັດທະນາແບບຍືນຍົງຂອງປະເທດ
ປັດໄຈພື້ນຖານທີ່ສ້າງຄວາມກ້າວໜ້າ ໃນການພັດທະນາ
ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
ເພື່ອການພັດທະນາແບບຍືນຍົງຂອງປະເທດ
1- ການຄົ້ນຄວ້າພື້ນຖານ ແມ່ນກິດຈະກຳການຄົ້ນຄວ້າທີ່ແນໃສ່ຄົ້ນຫາທາດແທ້ແລະກົດເກນຂອງສິ່ງການ, ປະກົດການທາງທຳມະຊາດ ແລະ ສັງຄົມ ແລະ ຄວາມຄິດຈິນຕະນາການ. ການຄົ້ນຄວ້າພື້ນຖານ ຮ່ວມກັບການຄົ້ນຄວ້າປະຍຸກ ແລະ ການດຳເນີນການທົດລອງ ເປັນລະບົບການເຄື່ອນໄຫວຄົ້ນວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ເຊິ່ງເປັນປັດໄຈສຳຄັນ ໃນການຊຸກຍູ້ການເຕີບໂຕເສດຖະກິດ ແລະ ການພັດທະນາແບບຍືນຍົງຂອງປະເທດຕ່າງໆ ໃນໂລກ.
ເນື່ອງຈາກລັກສະນະສະເພາະຂອງການເຄື່ອນໄຫວຄົ້ນຄວ້າວິທະຍາສາດ ຈຶ່ງມີຂະບວນການທົດລອງຖືກແລະຜິດ, ມີການຊັກຊ້າ, ບາງຄັ້ງຕ້ອງໃຊ້ເວລາຫຼາຍສິບປີຈຶ່ງຈະທົດລອງສໍາເລັດ ແລະ ນໍາມາເຊິ່ງມູນຄ່າເພີ່ມ; ຜົນຂອງການຄົ້ນຄວ້າພື້ນຖານມັກຈະຖືກຈັດພິມໃນຮູບແບບຂອງສິ່ງພິມວິທະຍາສາດ ແລະ ເກືອບບໍ່ມີຜົນປະໂຫຍດທາງການຄ້າໂດຍກົງ; ດັ່ງນັ້ນ, ການປະກອບສ່ວນຂອງການຄົ້ນຄວ້າພື້ນຖານຈຶ່ງບໍ່ສາມາດເຫັນໄດ້ງ່າຍ. ຢ່າງໃດກໍຕາມ, ການຄົ້ນຄວ້າວິມະຍາສາດພື້ນຖານ ແມ່ນມີຄວາມຈໍາເປັນສໍາລັບການຝຶກອົບຮົມ ຊັບພະຍາກອນມະນຸດ ວິທະຍາສາດແລະເຕັກໂນໂລຢີ ໃນລະດັບສູງ, ພ້ອມກັນນັ້ນກໍເປັນພື້ນຖານຂອງຄວາມກ້າວໜ້າທາງດ້ານເຕັກໂນໂລຢີທີ່ສໍາຄັນ. ຜະລິດຕະພັນທົ່ວໄປຫຼາຍຊະນິດໄດ້ຖືກນໍາໃຊ້ຢ່າງກວ້າງຂວາງໃນທຸກມື້ນີ້, ເຊັ່ນ: ຢາຕ້ານເຊື້ອ, ວັກຊີນ, ໄຟຟ້າ, ຫຼອດໄຟ LED, ໂທລະພາບ, ອິນເຕີເນັດ, ສະມາຣ໌ດໂຟນ ຫຼື ວິທີການປິ່ນປົວ, ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງໂຄວິດ-19 ທີ່ຜ່ານມາ ລ້ວນແຕ່ເກີດຈາກຜົນການຄົ້ນຄວ້າພື້ນຖານເມື່ອຫຼາຍສິບປີກ່ອນ.
ໃນໂລກ, ຢູ່ປະເທດຂະໜາດໃຫຍ່, ມີພຽງລັດເທົ່ານັ້ນ ທີ່ມີເງື່ອນໄຂພຽງພໍ ສຳລັບການລົງທຶນທີ່ໝັ້ນຄົງ ແລະໄລຍະຍາວ ໃນການຄົ້ນຄວ້າພື້ນຖານ. ການສຸມໃສ່ການຄົ້ນຄວ້າພື້ນຖານແມ່ນເສັ້ນທາງຍຸດທະສາດຊ່ວຍໃຫ້ປະເທດນີ້ປັບປຸງແລະຍົກສູງທ່າແຮງ, ລະດັບ ແລະ ທີ່ຕັ້ງທາງວິທະຍາສາດ ເພື່ອນຳພາໂລກ, ບໍ່ພຽງຮັບໃຊ້ການພັດທະນາເສດຖະກິດແລະສັງຄົມເທົ່ານັ້ນ ແຕ່ຍັງແກ້ໄຂບັນຫາຕ່າງໆຂອງອະນາຄົດ, ຂ້າມຊາດ ທີ່ກ່ຽວຂ້ອງກັບຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຜູ້ຄົນ ສິ່ງແວດລ້ອມ ແລະ ໂລກ.
ສຳລັບບັນດາປະເທດທີ່ກຳລັງພັດທະນາຄືປະເທດຫວຽດນາມ, ຄວາມເອົາໃຈໃສ່ໃນການລົງທຶນຄົ້ນຄວ້າພື້ນຖານ ແມ່ນການລົງທຶນເພື່ອອະນາຄົດຂອງວິທະຍາສາດແລະເຕັກໂນໂລຊີຂອງປະເທດ; ປະກອບສ່ວນພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນແນວໜ້າຂອງຄວາມຮູ້, ໂດຍສະເພາະ ໃນລະດັບບັນດິດສຶກສາ; ປັບປຸງຮາກຖານແລະຄວາມສາມາດຄົ້ນຄ້ວາ ແລະ ຖັນແຖວນັກວິທະຍາສາດທີ່ເກັ່ງກ້າ ຢູ່ໃນບັນດາມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າ; ຈາກນັ້ນ ເພີ່ມຂີດຄວາມສາມາດໃນການຄາດການ, ດູດຊຶມ, ນໍາໃຊ້ ແລະ ພັດທະນາທິດທາງການຄົ້ນຄວ້າໃໝ່ ແລະ ເຕັກໂນໂລຢີຂັ້ນສູງຂອງໂລກ ເພື່ອຮັບໃຊ້ບັນດາເປົ້າໝາຍການພັດທະນາແບບຍືນຍົງຂອງປະເທດ.
2- ຕັ້ງແຕ່ທົດສະວັດທີ 80 ຂອງສະຕະວັດທີ 20, ພັກແລະລັດຫວຽດນາມໄດ້ຮັບຮູ້ ເຖິງຄວາມສໍາຄັນຂອງການລົງທຶນໃນການຄົ້ນຄວ້າພື້ນຖານ. ມະຕິສະບັບເລກທີ 37-NQ/TW, ລົງວັນທີ 20 ເມສາ 1981, “ວ່າດ້ວຍນະໂຍບາຍວິທະຍາສາດເຕັກນິກ” (ມະຕິສະບັບທຳອິດຂອງກົມການເມືອງສູນກາງພັກ ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີພາຍຫຼັງການໂຮມປະເທດຫວຽດນາມເປັນເອກະພາບ) ໄດ້ຊີ້ແຈ້ງວ່າ, ໃນຂະນະທີ່ສຸມໃສ່ການຄົ້ນຄວ້າປະຍຸກນັ້ນ ຄວນເອົາໃຈໃສ່ຢ່າງເຕັມທີ່ກັບການຄົ້ນຄວ້າພື້ນຖານທີ່ມີທິດທາງ ເພື່ອສ້າງພື້ນຖານວິທະຍາສາດ ສໍາລັບການພັດທະນາການຄົ້ນຄວ້າປະຍຸກ ແລະ ດູດຊຶມຜົນສໍາເລັດທີ່ທັນສະໄຫມ ຂອງວິທະຍາສາດແລະເຕັກນິກ ໃນໂລກ, ຮັບປະກັນການພັດທະນາວິທະຍາສາດ ແລະ ການສຶກສາຫວຽດນາມ ຢ່າງໝັ້ນຄົງ. ເຂົ້າສູ່ໄລຍະເປີດປະເທດ, ມະຕິສະບັບເລກທີ 26-NQ/TW, ລົງວັນທີ 30 ມີນາ 1991, ຂອງກົມການເມືອງສູນກາງພັກ “ວ່າດ້ວຍວິທະຍາສາດແລະເຕັກໂນໂລຊີໃນພາລະກິດການປ່ຽນແປງໃໝ່” ສືບຕໍຢືນຢັນວ່າ, ຄຽງຄູ່ກັບການຊຸກຍູ້ການຄົ້ນຄວ້າປະຍຸກ ແລະ ນຳເອົາຜົນສຳເລັດດ້ານວິທະຍາສາດເຂົ້າສູ່ການຜະລິດ ແລະ ຊີວິດຢ່າງວ່ອງໄວ, ຈຳເປັນຕ້ອງໃຫ້ຄວາມສຳຄັນກັບການຄົ້ນຄວ້າພື້ນຖານທີ່ມີທິດທາງ ເພື່ອສ້າງປະຖົມປັດໄຈສຳລັບການພັດທະນາວິທະຍາສາດ ແລະເຕັກໂນໂລຊີ ໃນອະນາຄົດ.
ນັບແຕ່ນັ້ນມາ, ທັດສະນະຊີ້ນຳທີ່ສະເໝີຕົ້ນສະເໝີປາຍ ຂອງພັກກອມມູນິດຫວຽດນາມ ໃນທຸກໄລຍະແຫ່ງການພັດທະນາປະເທດຊາດນັ້ນແມ່ນ: ຍາມໃດກໍ່ໃຫ້ຄວາມສຳຄັນກັບບົດບາດຂອງການຄົ້ນຄວ້າພື້ນຖານ ເພາະການລົງທຶນໃນຂົງເຂດນີ້ແມ່ນການລົງທຶນໃນຮາກຖານ ແລະ ອະນາຄົດຂອງວິທະຍາສາດ ແລະເຕັກໂນໂລຊີໃນປະເທດ. ມະຕິສະບັບເລກທີ 02-NQ/HNTW, ລົງວັນທີ 24 ທັນວາ 1996, ຂອງກອງປະຊຸມສູນກາງພັກ ຄັ້ງທີ 2 ສະໄໝທີ 8, “ວ່າດ້ວຍທິດທາງຍຸດທະສາດການພັດທະນາວິທະຍາສາດແລະເຕັກໂນໂລຊີ ໃນໄລຍະຫັນເປັນອຸດສາຫະກຳ ຫັນເປັນທັນສະໄໝ ແລະ ໜ້າທີ່ຮອດປະ 2000”, ສືບຕໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຄົ້ນຄວ້າພື້ນຖານ. ທິດທາງທີ່ຈະແຈ້ງທີ່ສຸດສະແດງອອກໃນມະຕິສະບັບເລກທີ 20/NQ-TW, ລົງວັນທີ 1 ພະຈິກ 2012, ຂອງກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ 11, “ວ່າດ້ວຍການພັດທະນາວິທະຍາສາດແລະເຕັກໂນໂລຊີ ເພື່ອຮັບໃຊ້ພາລະກິດການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ໃນເງື່ອນໄຂເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ”. ຕາມນັ້ນ, ພັກໄດ້ຊີ້ແຈ້ງໃນວິໄສທັດຮອດປີ 2030 ວ່າ, ຕ້ອງເພີ່ມທະວີການຄົ້ນຄ້ວາພື້ນຖານ; ເອົາໃຈໃສ່ການຄົ້ນຄວ້າພື້ນຖານມີຈຸດສຸມ; ບຸລິມະສິດບາງຂົງເຂດວິທະຍາສາດທຳມະຊາດທີ່ຫວຽດນາມມີຄວາມໄດ້ປຽບ; ຍູ້ແຮງການປະຍຸກໃຊ້ງານຄົ້ນຄ້ວາພື້ນຖານ ເພື່ອພັດທະນາເສດຖະກິດແລະສັງຄົມ, ປ້ອງກັນປະເທດ, ຮັກສາຄວາມໝັ້ນຄົງ; ສ້າງໂຄງການພັດທະນາວິທະຍາສາດພື້ນຖານ ໃນບາງຂົງເຂດເຊັ່ນ ຄະນິດສາດ, ຟີຊິກວິທະຍາ, ວິທະຍາສາດຊີວິດ, ວິທະຍາສາດທາງທະເລ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກສືບຕໍ່ສືບທອດທັດສະນະຊີ້ນຳດັ່ງກ່າວຂ້າງເທິງ, ສືບຕໍ່ຢືນຢັນວ່າ ຈຳເປັນຕ້ອງ “ເອົາໃຈໃສ່ລົງທຶນຢ່າງເໝາະສົມ ໃນການຄົ້ນຄວ້າພື້ນຖານ; ສຸມໃສ່ການຄົ້ນຄວ້າ, ປະຍຸກໃຊ້ເຕັກໂນໂລຊີຫຼັກ, ເຕັກໂນໂລຊີດິຈິຕອນ”(1), ຖືວ່າເປັນໜຶ່ງໃນແນວທາງແກ້ໄຂສຳຄັນ ທີ່ປະກອບສ່ວນເຂົ້າໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຢ່າງແຂງແຮງ ເພື່ອສ້າງບາດກ້າວບຸກທະລຸ ໃນການຍົກສູງສະມັດຖະພາບ, ຄຸນນະພາບ, ປະສິດທິພາບ ແລະ ຄວາມສາມາດໃນການແຂ່ງຂັນ ຂອງພື້ນຖານເສດຖະກິດ.
3- ແນວທາງ ແລະ ທັດສະນະຊີ້ນຳທີ່ສະຫຼາດສ່ອງໃສນັ້ນຂອງພັກ ໄດ້ກາຍເປັນເຂັມທິດທີ່ກຳນົດທິດທາງສຳລັບການວາງນະໂຍບາຍ, ການອອກແບບ ແລະ ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ແລະ ໂຄງການສົ່ງເສີມວຽກງານການຄົ້ນຄວ້າພື້ນຖານໃນລະດັບຊາດ. ພ້ອມກັນກັບບັນດາຂົງເຂດວິທະຍາສາດສັງຄົມແລະມະນຸດສາດ, ວິທະຍາສາດເຕັກນິກແລະເຕັກໂນໂລຊີ, ຂົງເຂດວິທະຍາສາດພື້ນຖານໄດ້ຮັບຄວາມເອົາໃຈໃສ່ຢ່າງສົມດຸນ ເພື່ອລົງທຶນພັດທະນາຢ່າງຄົບຊຸດ, ປະກອບສ່ວນຍົກສູງທ່າແຮງແລະລະດັບຂອງລະບົບວິທະຍາສາດ-ເຕັກໂນໂລຊີທັງໝົດ, ປະກອບສ່ວນແທດຈິງໃຫ້ແກ່ເປົ້າໝາຍການພັດທະນາຂອງປະເທດໃນແຕ່ລະໄລຍະ.
ນັບແຕ່ປີ 1991, ກະຊວງວິທະຍາສາດແລະເຕັກໂນໂລຊີໄດ້ຜັນຂະຫຍາຍໂຄງການຄົ້ນຄວ້າພື້ນຖານໃນວິທະຍາສາດທຳມະຊາດ ແລະ ສ້າງຕັ້ງສະພາວິທະຍາສາດທຳມະຊາດ ເພື່ອໃຫ້ຄຳແນະນຳໃນການກຳນົດທິດທາງບຸລິມະສິດ. ໂຄງການນີ້ໄດ້ຮັບການປະຕິບັດຮອດປີ 2006, ໜູນຊ່ວຍນັກວິທະຍາສາດນັບພັນຄົນ ໃນຂົງເຂດຄະນິດສາດ, ຟີຊິກວິທະຍາ, ເຄມີສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ກົນລະສາດ, ວິທະຍາສາດກ່ຽວກັບໜ່ວຍໂລກ, ວິທະຍາສາດຊີວິດ ເພື່ອດຳເນີນການຄົ້ນຄ້ວາພື້ນຖານ ແລ້ວຕີພິມເຜີຍແຜ່ຜົນງານວິທະຍາສາດ ໃນວາລະສານທີ່ມີຊື່ສຽງຢູ່ໃນປະເທດ ແລະ ຕ່າງປະເທດ, ປະກອບສ່ວນຊຸກຍູ້ຄວາມອາດສາມາດໃນການຄົ້ນຄວ້າ ຂອງຖັນແຖວພະນັກງານວິທະຍາສາດ ແລະ ຍົກສູງຄຸນນະພາບການຝຶກອົບຮົມລະດັບບັນດິດສຶກສາ.
ປີ 2008, ການລົງທຶນໃນການຄົ້ນຄວ້າພື້ນຖານເນັ້ນການປະຕິບັດຕາມມາດຕະຖານສາກົນ ດ້ວຍການສ້າງຕັ້ງກອງທຶນແຫ່ງຊາດ ເພື່ອການພັດທະນາວິທະຍາສາດ ແລະເຕັກໂນໂລຢີ (NAFOSTED) - ສະຖາບັນການເງິນທີ່ລັດຖະບານສ້າງຕັ້ງຂຶ້ນ - ຄຸ້ມຄອງ ແລະ ດຳເນີນການໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໄດ້ຮັບການຕີລາຄາສູງຈາກປະຊາຄົມວິທະຍາສາດກ່ຽວກັບຄວາມໂປ່ງໃສ ແລະ ປະສິດທິຜົນ. ຄຽງຄູ່ກັບການສະໜອງທຶນໃຫ້ແກ່ການຄົ້ນຄວ້າພື້ນຖານແລ້ວ, ກອງທຶນຍັງສະໜັບສະໜູນຢ່າງຕັ້ງໜ້າ ໃຫ້ນັກວິທະຍາສາດຮຸ່ນໜຸ່ມໃນປະເທດ ເຂົ້າຮ່ວມການພົບປະແລກປ່ຽນທາງວິຊາການ ໃນກອງປະຊຸມ ແລະ ການສຳມະນາສາກົນ, ພ້ອມກັນນັ້ນກໍ່ໜູນຊ່ວຍບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ຈັດຕັ້ງບັນດາກອງປະຊຸມວິທະຍາສາດສາກົນຢູ່ຫວຽດນາມ. ການເຄື່ອນໄຫວຂອງກອງທຶນໄດ້ປະກອບສ່ວນຢ່າງຫຼາຍ ໃນການເພີ່ມຈຳນວນສິ່ງພິມລະຫວ່າງປະເທດຂອງຫວຽດນາມ ໃນຊຸມປີມໍ່ໆມານີ້, ປະກອບສ່ວນປັບປຸງທີ່ຕັ້ງທາງວິທະຍາສາດຂອງຫວຽດນາມ ໃນແຜນທີ່ວິທະຍາສາດຂອງໂລກ.
ເພື່ອການລົງທຶນໃຫ້ເຖິງຂີດຄວາມຕ້ອງການ ແລະ ຮອບດ້ານກວ່າອີກ ໃຫ້ແກ່ການຄົ້ນຄວ້າພື້ນຖານ, ຄຽງຄູ່ກັບກອງທຶນ NAFOSTED, ໃນໄລຍະ 10 ປີຜ່ານມາ, ລັດຖະບານໄດ້ເອົາໃຈໃສ່ຊີ້ນຳການພັດທະນາ ແລະ ປະຕິບັດບັນດາໂຄງການຫຼັກລະດັບຊາດ ກ່ຽວກັບການພັດທະນາການຄົ້ນຄວ້າພື້ນຖານ ໃນຂົງເຂດທີ່ຫວຽດນາມມີຈຸດແຂງ ເຊັ່ນ: ຄະນິດສາດ, ຟີຊິກວິທະຍາ, ເຄມີສາດ, ວິທະຍາສາດຊີວິດ, ວິທະຍາສາດກ່ຽວກັບໜ່ວຍໂລກ, ວິທະຍາສາດທາງທະເລ ໄລຍະຮອດປີ 2020, 2025 ແລະ 2030(2).ໂຄງການເຫຼົ່ານີ້ ກວມເອົາຫຼາຍວິທີແກ້ໄຂການພັດທະນາວິທະຍາສາດພື້ນຖານຢູ່ຫວຽດນາມ, ຕັ້ງແຕ່ການສະໜັບສະໜູນທຶນຄົ້ນຄວ້າ ເພື່ອເພີ່ມຜົນງານທີ່ເຜີຍແຜ່ໃນລະດັບສາກົນ; ການຝຶກອົບຮົມ ແລະ ພັດທະນາຊັບພະຍາກອນບຸກຄົນທີ່ມີຄຸນວຸດທິສູງ ໃນແຕ່ລະຂົງເຂດ; ຍົກລະດັບວາລະສານສະເພາະທາງວິທະຍາສາດພາຍໃນປະເທດ ຕາມມາດຕະຖານສາກົນ; ຈັດຕັ້ງກອງປະຊຸມ ແລະກອງປະຊຸມສຳມະນາວິທະຍາສາດສາກົນ ໃນຫວຽດນາມ; ສົ່ງນັກວິທະຍາສາດຫວຽດນາມ ເຂົ້າຮ່ວມ ແລະ ລາຍງານໃນກອງປະຊຸມແລະສຳມະນາສາກົນໃນຕ່າງປະເທດ, ຈົນເຖິງການລົງທຶນເພື່ອເພີ່ມເຕີມອຸປະກອນການຄົ້ນຄວ້າທີ່ທັນສະໄໝ, ຍົກລະດັບຫ້ອງທົດລອງທີ່ໃຊ້ຮ່ວມກັນ; ສະໜັບສະໜູນການຮ່ວມມືສາກົນສອງຝ່າຍແລະຫຼາຍຝ່າຍ ໃນບັນດາຂົງເຂດການຄົ້ນຄວ້າພື້ນຖານ; ດຶງດູດນັກວິທະຍາສາດຊາວຫວຽດນາມຢູ່ຕ່າງປະເທດໃຫ້ເຂົ້າຮ່ວມການເຄື່ອນໄຫວຝຶກອົບຮົມ ແລະ ການຄົ້ນຄ້ວາຢູ່ຫວຽດນາມ.
ດ້ວຍຄວາມເອົາໃຈໃສ່ຢ່າງເລິກເຊິ່ງນັ້ນຂອງພັກແລະລັດ, ໃນຊຸມປີທີ່ຜ່ານມາ, ວິທະຍາສາດພື້ນຖານຂອງຫວຽດນາມມີຄວາມກ້າວໜ້າ ແລະ ບັນລຸຄວາມສຳເລັດຫຼາຍຢ່າງທີ່ໜ້າຊົມເຊີຍ, ປະກອບສ່ວນຍົກສູງຂີດຄວາມສາມາດ ແລະ ລະດັບວິທະຍາສາດແລະເຕັກໂນໂລຊີພາຍໃນປະເທດ, ປະກອບສ່ວນແທດຈິງເຂົ້າໃນການກໍ່ສ້າງ ແລະ ພັດທະນາປະເທດແບບຍືນຍົງ. ຜົນໄດ້ຮັບທີ່ສໍາຄັນບາງຢ່າງແມ່ນ:
ທີໜຶ່ງ, ວິທະຍາສາດພື້ນຖານຂອງຫວຽດນາມມີຄວາມກ້າວໜ້າຢ່າງກະໂດດຂັ້ນ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງແຂງແຮງ.
ກ່ອນທີ່ກອງທຶນ NAFOSTED ໄດ້ຮັບການສ້າງຕັ້ງຂຶ້ນ, ຜ່ານໂຄງການຄົ້ນຄວ້າພື້ນຖານໃນວິທະຍາສາດທຳມະຊາດ, ບັນດານັກວິທະຍາສາດຫວຽດນາມໄດ້ເລີ່ມເຜີຍແຜ່ບົດຄວາມວິທະຍາສາດໃນວາລະສານສາກົນທີ່ມີຊື່ສຽງ ພາຍໃຕ້ຖານຂໍ້ມູນຂອງສະຖາບັນຂໍ້ມູນຂ່າວສານວິທະຍາສາດອາເມລິກາ (ລາຍຊື່ ISI, ຕໍ່ມາ Thomson ISI ແລະ WoS - Web of Science), ແຕ່ມີຈໍານວນຈໍາກັດ. ໃນເວລາກວ່າ 10 ປີທີ່ຜ່ານມາ, ໂດຍສະເພາະແມ່ນ ນັບແຕ່ເມື່ອກອງທຶນ NAFOSTED ໄດ້ຮັບການສ້າງຕັ້ງ ແລະ ເຂົ້າສູ່ການເຄື່ອນໄຫວ, ຈຳນວນບົດຄວາມວິທະຍາສາດຂອງຫວຽດນາມທີ່ໄດ້ເຜີຍແຜ່ໃນວາລະສານສາກົນ ເພິ່ມຂຶ້ນຢ່າງໄວ, ຍົກສູງທີ່ຕັ້ງອັນດັບຂອງວິທະຍາສາດຫວຽດນາມໃນໂລກຢ່າງຈະແຈ້ງ. ປີ 2009, ຫວຽດນາມໄດ້ພິມເຜີຍແຜ່ບົດຄວາມວິທະຍາສາດ 1.768 ບົດ, ອັນດັບທີ 65 ຂອງໂລກ. ຮອດຖີ 2021, ຫວຽດນາມໄດ້ຂຶ້ນສູ່ອັນດັບທີ່ 45, ເຂົ້າໃນກຸ່ມ 50 ປະເທດໃນໂລກ ດ້ວຍບົດຄວາມຕີພິມ 18.381 ບົດ. ຈຳນວນຜົນງານທີ່ຕີພິມໃນລະດັບສາກົນ ຂອງນັກວິທະຍາສາດຫວຽດນາມ ເພີ່ມຂຶ້ນສະເລ່ຍກວ່າ 20% ຕໍ່ປີ.
ມາເຖິງປະຈຸບັນ, ຜົນການຄົ້ນຄ້ວາພື້ນຖານຂອງຫວຽດນາມສ່ວນໃຫຍ່ແມ່ນໄດ້ຮັບການເຜີຍແຜ່ຕາມການປະຕິບັດສາກົນ, ຜົນງານຈຳນວນຫຼາຍໄດ້ຜ່ານການປະເມີນວິພາກວິຈານໂດຍອິດສະລະສາກົນຢ່າງເຂັ້ມງວດ, ມີລັກສະນະແຂ່ງຂັນສູງທີ່ຈະຕີພິມໃນວາລະສານວິທະຍາສາດທີ່ມີຊື່ສຽງທີ່ສຸດໃນໂລກ. ສິ່ງນີ້ເປີດໂອກາດໃຫ້ນັກວິທະຍາສາດຫວຽດນາມເຮັດວຽກໃນສະຖາບັນຄົ້ນຄວ້າຊັ້ນນຳ ຂອງປະເທດມະຫາອຳນາດດ້ານວິທະຍາສາດແລະເຕັກໂນໂລຊີ, ແລກປ່ຽນວິຊາການໃນບັນດາກອງປະຊຸມສຳມະນາວິທະຍາສາດສາກົນທີ່ມີຊື່ສຽງຢູ່ຕ່າງປະເທດ ແລະ ຈັດຕັ້ງກອງປະຊຸມວິທະຍາສາດສາກົນຫຼາຍຄັ້ງໃນຫວຽດນາມ ດ້ວຍການເຂົ້າຮ່ວມຂອງບັນດານັກວິທະຍາສາດທີ່ມີອິດທິພົນໃນໂລກ. ຄຽງຄູ່ກັນນັ້ນ, ຄຸນນະພາບຂອງບັນດາວາລະສານວິທະຍາສາດສະເພາະຂອງຫວຽດນາມນັບມື້ນັບໄດ້ຮັບການປັບປຸງ; ວາລະສານຈຳນວນໜຶ່ງໄດ້ເຂົ້າໄປໃນບັນຊີລາຍຊື່ວາລະສານທີ່ມີຊື່ສຽງ ໃນຖານຂໍ້ມູນຂອງ Scopus ຫຼື WoS, ເຊັ່ນ: ວາລະສານຄະນິດສາດ, ວາລະສານຟີຊິກວິທະຍາ, ວາລະສານເຄມີສາດ, ວາລະສານວິທະຍາສາດແຜ່ນດິນໂລກ ຂອງສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຫຼື ວາລະສານຟີຊິກວິທະຍາ ຂອງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ. ດ້ວຍຄວາມກ້າວໜ້າແລະທ່າແຮງຂອງວິທະຍາສາດພື້ນຖານຫວຽດນາມ, ປີ 2017, ຫວຽດນາມໄດ້ຮັບການຍອມຮັບຈາກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ເຊິ່ງຮັບຮອງ ແລະ ໜູນຊ່ວຍສູນຄະນິດສາດ ແລະ ຟີຊິກວິທະຍາສອງແຫ່ງ (ສູນຟີຊິກວິທະຍາສາກົນ ແລະ ສູນສາກົນເພື່ອການຝຶກອົບຮົມແລະການຄົ້ນຄວ້າຄະນິດສາດ ສັງກັດສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ), ມີພາລະໜ້າທີ່ຜັນຂະຫຍາຍງານຄົ້ນຄວ້າ ແລະ ຝຶກອົບຮົມ ສຳລັບພາກພື້ນອາຊຽນ ແລະ ບັນດາປະເທດອາຟຮິກກາ. ນີ້ແມ່ນຂີດໜາຍຂອງການຍົກລະດັບວິທະຍາສາດພື້ນຖານຂອງຫວຽດນາມໃນພາກພື້ນ ແລະ ໃນໂລກ.
ທີສອງ, ບຸກຄະລາກອນຄົ້ນຄວ້າພື້ນຖານທີ່ມີຄຸນວຸດທິສູງ ນັບມື້ນັບເພີ່ມຂຶ້ນ, ສ້າງເປັນກຸ່ມນັກວິທະຍາສາດທີ່ເຂັ້ມແຂງຈຳນວນຫຼາຍທີ່ກ້າວສູ່ລະດັບສາກົນ.
ຄຽງຄູ່ກັບການເພີ່ມຂຶ້ນຂອງຈຳນວນຜົນງານທີ່ຕີພິມເຜີຍແຜ່ໃນລະດັບສາກົນ, ຖັນແຖວນັກວິທະຍາສາດທີ່ນໍາພາການຄົ້ນຄວ້າ, ຜູ້ຂຽນຕົ້ນຕໍຂອງບົດຄວາມວິທະຍາສາດກໍ່ເຕີບໂຕຂຶ້ນ. ກ່ອນປີ 2009, ຈຳນວນນັກວິທະຍາສາດໃນຂົງເຂດນີ້ບໍ່ຫຼາຍ ແລະ ສ່ວນຫຼາຍລວມຕົວຢູ່ໃນໜ່ວຍຄົ້ນຄ້ວາໃຫຍ່ 3 ແຫ່ງຄື ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ, ມະຫາວະທະຍາໄລແຫ່ງຊາດຮ່າໂນ້ຍ ແລະ ມະຫາວິທະຍາໄລແຫ່ງຊາດນະຄອນໄຮ່ຈີມິນ. ແຕ່, 10 ປີຕໍ່ມາ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄ້ວາເກືອບທຸກແຫ່ງໃນທົ່ວປະເທດ ມີພະນັກງານວິທະຍາສາດທີ່ມີຜົນງານຕີພິມລະດັບສາກົນເປັນຜູ້ຂຽນຕົ້ນຕໍ. ຄຽງຄູ່ກັນນັ້ນ, ຈຳນວນນັກວິທະຍາສາດໜຸ່ມທີ່ໄດ້ຮັບທຶນສະໜັບສະໜູນຈາກລັດ(3), ນັກວິທະຍາສາດຫວຽດນາມເຂົ້າຮ່ວມໂຄງການຄົ້ນຄວ້າພື້ນຖານທີ່ໄດ້ຮັບທຶນສະໜັບສະໜູນຈາກຕ່າງປະເທດ ຫຼື ເຂົ້າຮ່ວມໃນຄະນະບັນນາທິການຂອງວາລະສານວິທະຍາສາດສາກົນທີ່ມີຊື່ສຽງ ນັບມື້ນັບເພີ່ມຂຶ້ນ. ນັກວິທະຍາສາດໜຸ່ມຫວຽດນາມຫຼາຍຄົນໄດ້ຮັບລາງວັນທີ່ມີຊື່ສຽງທາງວິທະຍາສາດລະດັບຊາດ ແລະ ສາກົນ.
ການເຂົ້າຮ່ວມຂອງອາຈານມະຫາວິທະຍາໄລ ໃນການເປັນປະທານວຽກງານຄົ້ນຄວ້າພື້ນຖານຢູ່ມະຫາວິທະຍາໄລ ໄດ້ຊ່ວຍຍົກສູງຄຸນນະພາບການຝຶກອົບຮົມລະດັບປະລິນຍາຕີ ແລະ ບັນດິດສຶກສາ. ໃນໂຄງການຄົ້ນຄວ້າພື້ນຖານທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນ NAFOSTED ໂດຍສະເລ່ຍແລ້ວ ຫົວຂໍ້ຄົ້ນຄວ້າແຕ່ລະຫົວຂໍ້ ໄດ້ຝຶກອົບຮົມນັກສຶກສາປະລິນຍາເອກໜຶ່ງຄົນທີ່ກ່ຽວຂ້ອງກັບສິ່ງພິມສາກົນທີ່ມີຊື່ສຽງ, ໄດ້ປະກອບສ່ວນສຳຄັນເຂົ້າໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຫວຽດນາມ ໃຫ້ເຂົ້າສູ່ເນື້ອໃນສຳຄັນ ແລະເຊື່ອມໂຍງເຂົ້າກັບໂລກ. ຈຳນວນອາຈານມະຫາວິທະຍາໄລ ແລະ ນັກວິທະຍາສາດທີ່ມີລະດັບປະລິຍາເອກ ໃນຊຸມປີທີ່ຜ່ານມາມໍ່ນີ້ ໄດ້ເພີ່ມຂຶ້ນຢ່າງໄວ ແລະ ໜຸ່ມກວ່າ, ຈໍານວນປະລິນຍາເອກທີ່ມີອາຍຸຕ່ຳກວ່າ 40 ປີກວມເອົາເກືອບ 50% ໃນບາງມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄ້ວາທີ່ສໍາຄັນ. ປີ 2021, ມີມະຫາວິທະຍາໄລຂອງຫວຽດນາມ 5 ແຫ່ງທີ່ໄດ້ເຂົ້າສູ່ກຸ່ມມະຫາວິທະຍາໄລຊັ້ນນຳ 500 ແຫ່ງ ໃນບັນດາປະເທດເສດຖະກິດພົ້ນເດັ່ນ, ໃນນັ້ນມີ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ, ມະຫາວະທະຍາໄລ ໂຕນດຶກຖັງ, ມະຫາວິທະຍາໄລ ຢູຍເຕິນ ແລະ ມະຫາວິິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຮ່າໂນ້ຍ.
ດ້ວຍການລົງທຶນຢ່າງຖືກຕ້ອງຂອງລັດ, ຫວຽດນາມຍັງຄ່ອຍໆສ້າງສະພາບແວດລ້ອມທາງວິຊາການທີ່ເຂັ້ມແຂງໃນປະເທດ, ດຶງດູດນັກວິທະຍາສາດໜຸ່ມຈຳນວນຫຼາຍ ທີ່ໄດ້ຮັບການຝຶກອົບຮົມຢູ່ຕ່າງປະເທດໃຫ້ກັບບ້ານ ເພື່ອສືບຕໍ່ພັດທະນາໂຮງຮຽນຄົ້ນຄວ້າບຸກເບີກ, ສ້າງກຸ່ມນັກວິທະຍາສາດທີ່ເຂັ້ມແຂງ ໃນລະດັບສາກົນ (ຍົກຕົວຢ່າງເຊັ່ນ ສະຖາບັນຄະນິດສາດ, ສະຖາບັນຟີຊິກວິທະຍາ, ສະຖາບັນວັດສະດຸສາດ, ສະຖາບັນເຕັກໂນໂລຊີຊີວະພາບ ສັງກັດສະຖາບັນບັນດິດວິທະຍາສາດແລະເຕັກໂນໂລຊີຫວຽດນາມ; ໂຮງຮຽນມະຫາວິທະຍາໄລສາກົນ - ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມິນ; ໂຮງຮຽນມະຫາວິທະຍາໄລວິທະຍາສາດທຳມະຊາດ - ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ; ສະຖາບັນຝຶກອົບຮົມສາກົນດ້ານວັດສະດຸສາດ, ສະຖາບັນວິທະຍາສາດແລະເຕັກໂນໂລຊີຂັ້ນສູງ, ສະຖາບັນຟີຊິກເຕັກນິກ - ມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຮ່າໂນ້ຍ).
ທີ່ສາມ, ວິທະຍາສາດພື້ນຖານປະກອບສ່ວນທີ່ສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ໃນຊຸມປີທີ່ຜ່ານມາ, ບັນດາການຄົ້ນຄວ້າພື້ນຖານ ແລະ ການຄົ້ນຄວ້າພື້ນຖານທີ່ແນໃສ່ປະຍຸກ ມີສ່ວນປະກອບທີ່ຕັ້ງໜ້າຫຼາຍຢ່າງ ເຂົ້າໃນການພັດທະນາເສດຖະກິດ - ສັງຄົມ. ການຄົ້ນຄ້ວາພື້ນຖານໃນຂົງເຂດວິທະຍາສາດແຜ່ນດິນໂລກ ແລະ ສິ່ງແວດລ້ອມ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການເຂົ້າໃຈປະຫວັດຄວາມເປັນມາຂອງການກໍ່ຕົວ ວິວັດທະນາການທາງທໍລະນີສາດຂອງດິນແດນ ແລະ ເຂດທະເລອານາເຂດຂອງຫວຽດນາມ, ປະກອບສ່ວນຢືນຢັນ ແລະ ປົກປ້ອງອຳນາດອະທິປະໄຕຂອງຊາດ; ເປັນພື້ນຖານເພື່ອຄາດຄະເນ, ການແບ່ງເຂດຊັບພະຍາກອນທໍລະນີສາດ, ປະກົດການທາງທໍາມະຊາດແລະ ໄພທຳມະຊາດ, ຮັບໃຊ້ການວາງແຜນເຂດດິນແດນທີ່ສົມເຫດສົມຜົນ, ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ຍົກສູງຂີດຄວາມສາມາດໃນການຄາດຄະເນ, ປ້ອງກັນ ແລະ ບັນເທົາຄວາມເສຍຫາຍ ທີ່ເກີດຈາກໄພທຳມະຊາດ ແລະການປ່ຽນແປງສະພາບພູມອາກາດໃນຫວຽດນາມ. ຜົນການສຳຫຼວດແລະການຄົ້ນຄວ້າພື້ນຖານກ່ຽວກັບຄວາມຫຼາກຫຼາຍທາງຊີວະພາບຂອງຊະນິດພັນ, ຄວາມຫຼາກຫຼາຍຂອງລະບົບນິເວດ ແລະ ທໍລະນີສາດ ໄດ້ສະໜອງພື້ນຖານທາງວິທະຍາສາດທີ່ໜ້າເຊື່ອຖືໃຫ້ອົງການ UNESCO ຮັບຮູ້ເຖິງບັນດາເຂດສະຫງວນຊີວະນາໆພັນຂອງໂລກ (ໜູຍຈົ໋ວ, ກອນຮ່ານຶ່ງ, ລາງບຽງ, ເກາະຈ່າມ, ແຫຼມກ່າເມົາ, ພາກຕາເວັນຕົກຂອງເງ້ອານ, ຊາຍຝັ່ງທະເລ ແລະທະເລເກາະດອນ ຂອງກຽນຢາງ, ເຂດທົ່ງພຽງແມ່ນ້ຳແດງ, ເກາະກ້າດບ່າ, ເຂດດົ່ງນາຍ, ປ່າຊາຍເລນ ເກິ່ນເຢີ່), ບັນດາອຸທະຍານທໍລະນີໂລກ (ພູພຽງຫິນດົ່ງວັນ, ອຸທະຍານທໍລະນີ ນອນເນື້ອກກາວບັ່ງ, ອຸທະຍານທໍລະນີ ດັກນົງ). ນີ້ຈະເປັນແຫຼ່ງທ່ອງທ່ຽວທີ່ມີທ່າແຮງ, ດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເປັນຈຳນວນຫຼາຍ ແລະ ພ້ອມກັນນັ້ນ ກໍ່ແມ່ນສະຖານທີ່ອະນຸລັກຄວາມຫຼາກຫຼາຍທາງຊີວະພາບ, ພັດທະນາການດຳລົງຊີວິດຂອງປະຊາຊົນ, ປະກອບສ່ວນຮັບໃຊ້ການພັດທະນາແບບຍືນຍົງຂອງທ້ອງຖິ່ນ. ການຄົ້ນຄວ້າພື້ນຖານທີ່ແນໃສ່ປະຍຸກ ກໍ່ບັນລຸຜົນສຳເລັດທີ່ພົ້ນເດັ່ນຫຼາຍຢ່າງ ໃນບັນດາຂົງເຂດຟີຊິກວິທະຍາ, ເຄມີສາດ, ກົນລະສາດ, ວິທະຍາສາດຂໍ້ມູນຂ່າວສານ ແລະ ຄອມພິວເຕີ, ຊີວະວິທະຍາກະເສດສາດ, ຊີວະວິທະຍາການແພດ. ຫຼາຍວິສາຫະກິດໄດ້ເຊື່ອມຕໍ່ການຮ່ວມມືກັບບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ເພື່ອນຳຜົນການຄົ້ນຄວ້າພື້ນຖານໄປໃຊ້ໃນການພັດທະນາຜະລິດຕະພັນສຳຄັນຂອງວິສາຫະກິດ ແລະ ປະສົບຄວາມສຳເລັດໃນທາງພານິດ. ຍົກຕົວຢ່າງເຊັ່ນ: ກຸ່ມການກໍ່ສ້າງແລະພັດທະນາ Phenikaa (Phenikaa Group) ຮ່ວມມືກັບບັນດານັກວິທະຍາສາດ ຂອງມະຫາວິທະຍາໄລ ວິທະຍາສາດແລະເຕັກໂນໂລຊີຮ່າໂນ້ຍ ພັດທະນາຜະລິດຕະພັນຫີນ Vicostone; ກຸ່ມ ຣ້າງດົງ ຮ່ວມມືກັບບັນດານັກວິທະຍາສາດຈາກ ມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີຮ່າໂນ້ຍ, ສະຖາບັນຟີຊິກວິທະຍາ, ສະຖາບັນວັດສະດຸສາດ, ສະຖາບັນວິສະວະກຳເຂດຮ້ອນ ສັງກັດສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ສະຖາບັນກະສິກຳຫວຽດນາມ ເພື່ອພັດທະນາຜະລິດຕະພັນແສງສະຫວ່າງ ສຳລັບການກະເສດທີ່ມີເຕັກໂນໂລຊີສູງ...
4- ຄຽງຄູ່ກັບຄວາມກ້າວໜ້າທີ່ໜ້າຊົມເຊີຍເຫຼົ່ານັ້ນ, ການຄົ້ນຄວ້າພື້ນຖານຢູ່ຫວຽດນາມຍັງປະເຊີນໜ້າກັບສິ່ງທ້າທາຍ ແລະ ຂໍ້ຈຳກັດຫຼາຍຢ່າງເຊັ່ນ: ບັນຫາການລົງທຶນສະໜັບສະໜູນການຄົ້ນຄວ້າບໍ່ພຽງພໍ, ກະແຈກກະຈາຍ, ຂາດຄວາມເອົາໃຈໃສ່ ແລະ ຈຸດສຸມ; ພື້ນຖານວັດຖຸ, ໂຄງສ້າງພື້ນຖານ ສຳລັບການຄົ້ນຄວ້າ ຢູ່ໃນລະດັບປານກາງເທົ່ານັ້ນ; ສະມັດຖະພາບ ແລະ ຄຸນນະພາບຂອງຜົນງານທີ່ຕີພິມເຜີຍແຜ່ສາກົນ ຂອງນັກວິທະຍາສາດຫວຽດນາມ ເບິ່ງລວມຍັງຕ່ຳ; ອັດຕາສ່ວນນັກວິທະຍາສາດທີ່ມີລະດັບປະລິນຍາເອກ ຕໍ່ຈໍານວນນັກຄົ້ນຄ້ວາເຕັມເວລາທັງໝົດ ຢູ່ໃນສະຖາບັນຄົ້ນຄວ້າ ແລະ ສະຖາບັນສຶກສາມະຫາວິທະຍາໄລ ຍັງຕໍ່າ; ຂາດພະນັກງານຊັ້ນນຳທີ່ມີຄຸນສົມບັດເໝາະສົມທີ່ຈະເປັນຜູ້ນຳວຽກງານຄົ້ນຄ້ວາໃນລະດັບສາກົນ, ຂະໜາດໃຫຍ່ ແລະ ສະຫະວິທະຍາການ. ສະພາບການດັ່ງກ່າວໄດ້ສ້າງຄວາມທ້າທາຍອັນໃຫຍ່ຫຼວງ ໃຫ້ແກ່ກຳລັງວິທະຍາສາດ ແລະ ເຕັກໂນໂລຊີ, ໃນນັ້ນມີການຄົ້ນຄວ້າພື້ນຖານ, ເມື່ອປະເທດກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ການເຊື່ອມໂຍງ ແລະ ການແຂ່ງຂັນສາກົນຢ່າງຮຸນແຮງ ໂດຍອີງໃສ່ຄວາມສາມາດຂອງຊາດໃນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເປັນຕົ້ນຕໍ.
ພ້ອມກັນກັບການກຳນົດທິດທາງພັດທະນາບັນດາຂະແໜງວິທະຍາສາດ ແລະ ເຕັກໂນໂລຊີຢ່າງຄົບຊຸດ, ວັນທີ 11 ພຶດສະພາ 2022, ນາຍົກລັດຖະມົນຕີໄດ້ລົງນາມໃນມະຕິຕົກລົງເລກທີ 569/QĐ-TTg ປະກາດໃຊ້ “ຍຸດທະສາດການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງຮອດປີ 2030”, ໃນນັ້ນ ກຳນົດວ່າ ຕ້ອງ ກໍ່ສ້າງວິທະຍາສາດພື້ນຖານທີ່ທັນສະໄໝ, ໃຫ້ຄວາມສຳຄັນກັບການຄົ້ນຄວ້າພື້ນຖານທີ່ແນໃສ່ປະຍຸກ ເພື່ອກ້າວເຖິງການປະດິດສ້າງ, ເປັນເຈົ້າຕົນເອງ ແລະ ແກ່ງແຍ້ງທາງດ້ານເຕັກໂນໂລຊີ ໃນບັນດາຂົງເຂດສຳຄັນທີ່ຫວຽດນາມມີຄວາມຕ້ອງການ, ມີຄວາມສາມາດບົ່ມຊ້ອນ ແລະ ມີຂໍ້ໄດ້ປຽບ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ໃນໄລຍະທີ່ຈະມາເຖິງ, ຕ້ອງສືບຕໍ່ເອົາໃຈໃສ່ລົງທຶນ, ປັບປຸງກົນໄກ, ນະໂຍບາຍ, ສ້າງສະພາບແວດລ້ອມທີ່ເໝາະສົມ ເພື່ອໃຫ້ການຄົ້ນຄວ້າພື້ນຖານຂອງຫວຽດນາມ ສືບຕໍ່ປັບປຸງຮາກຖານ ແລະ ມີການພັດທະນາຢ່າງກ້າວກະໂດດ, ປະກອບສ່ວນທີ່ເໝາະສົມ ເຂົ້າໃນການເຄື່ອນໄຫວວິທະຍາສາດ ແລະເຕັກໂນໂລຊີລວມຂອງປະເທດ ກໍ່ຄືເປົ້າໝາຍການພັດທະນາໄລຍະຍາວຂອງປະເທດ. ລະອຽດຄື:
ທີໜຶ່ງ, ຈຳເປັນຕ້ອງສ້າງພື້ນທີ່ໃຫ້ແກ່ການຄົ້ນຄວ້າພື້ນຖານ, ໃຫ້ຄວາມເອົາໃຈໃສ່ຢ່າງພຽງພໍ ກັບການຄົ້ນຄວ້າພື້ນຖານ ເພື່ອກະກຽມຄວາມສາມາດ, ຖັນແຖວພະນັກງານ ແລະ ພື້ນຖານຄວາມຮູ້ ໃຫ້ແກ່ບັນດາຂົງເຂດທີ່ເປັນພື້ນຖານສຳລັບການພັດທະນາ ແລະ ປະຍຸກໃຊ້ເຕັກໂນໂລຢີຂັ້ນສູງໃນອະນາຄົດ. ລັດຕ້ອງເປັນແຫຼ່ງເງິນທຶນຫຼັກ, ລົງທຶນໃນພື້ນຖານວັດຖຸ, ເຄື່ອງມືຂະໜາດໃຫຍ່, ຫ້ອງທົດລອງສຳລັບການຄົ້ນຄວ້າວິທະຍາສາດພື້ນຖານ; ຊຸກຍູ້ການພັດທະນາຢ່າງໄວ ຂອງບັນດາຖານຂໍ້ມູນວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ, ບັນດາສູນການຄິດໄລ່ປະມວນຜົນຂໍ້ມູນໃຫຍ່ ທີ່ມີປະສິດທິພາບສູງ. ການຄົ້ນຄວ້ານໍາໃຊ້ຕ້ອງໄປຄຽງຄູ່ກັບການຄົ້ນຄວ້າພື້ນຖານ.
ທີສອງ, ສືບຕໍ່ເສີມຂະຫຍາຍບົດບາດຂອງກອງທຶນ NAFOSTED ໃນການສະໜອງທຶນການຄົ້ນຄວ້າພື້ນຖານ ຕາມຮູບແບບກ້າວໜ້າຂອງໂລກ. ທົບທວນ, ປັບປຸງບູລະນະຂັ້ນຕອນການປະເມີນຜົນ, ວິພາກວິຈານ, ຄັດເລືອກຫົວຂໍ້ ແລະ ນັກວິທະຍາສາດທີ່ເປັນປະທານໃນການຄົ້ນຄວ້າ ໂດຍອີງໃສ່ຫຼັກການຄຸນນະພາບ ແລະ ການແຂ່ງຂັນທີ່ປອດໃສ, ຍຸດຕິທໍາ ແລະ ໂປ່ງໃສ. ສ້າງມາດຖານວັດແທກຜົນການຄົ້ນຄວ້າ ແລະ ປະສິດທິຜົນຕາມແນວປະຕິບັດສາກົນ. ພັດທະນາກົນໄກມອບເໝົາຄ່າໃຊ້ຈ່າຍ ແລະ ກວດສອບການເງິນພາຍຫຼັງ, ຍອມຮັບຄວາມສ່ຽງແລະຄວາມຫຼ້າຊ້າ ໃນການຄົ້ນຄວ້າວິທະຍາສາດ.
ທີສາມ, ຍຶດໝັ້ນໃນການປະຕິຮູບລະບົບການຈັດຕັ້ງວິທະຍາສາດ ແລະເຕັກໂນໂລຊີ, ຍົກສູງຄວາມເປັນເຈົ້າຕົນເອງ ຂອງບັນດາໜ່ວຍງານຄົ້ນຄວ້າ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ (ທາງດ້ານການບໍລິຫານ; ການເງິນ; ໂຄງສ້າງພື້ນຖານ, ເຄື່ອງຈັກເຄື່ອງປະກອບ, ເງື່ອນໄຂການເຮັດວຽກ; ການແລກປ່ຽນທາງວິຊາການ) ສຳລັບການຄົ້ນຄວ້າລະດັບສູງ; ການນຳໃຊ້ແນວປະຕິບັດສາກົນໃນການຮັບສະໝັກ ແລະ ແຕ່ງຕັ້ງນັກວິທະຍາສາດໃຫ້ດຳລົງຕຳແໜ່ງ; ຕິດແໜ້ນການຝຶກອົບຮົມກັບລະບອບເງິນເດືອນ ເງິນລາງວັນຂອງພະນັກງານຄົ້ນຄວາມວິທະຍາສາດພື້ນຖານ ກັບພັນທະການພິມຜົນງານເຜີຍແຜ່ສາກົນ. ມີກົນໄກ ແລະ ນະໂຍບາຍການລົງທຶນ ໃຫ້ແກ່ຖັນແຖວນັກວິທະຍາສາດ ແລະ ຜູ້ຄຸ້ຄອງວິທະຍາສາດ, ຮັບປະກັນລະດັບລາຍຮັບທີ່ໜ້າພໍໃຈ ແລະ ຄ່າຕອບແທນທີ່ເໝາະສົມ ເພື່ອ “ຮັກສາ” ແລະສົ່ງເສີມຄວາມສາມາດຂອງຖັນແຖວພະນັກງານນີ້.
ທີສີ່, ສືບຕໍ່ໃຊ້ແຫຼ່ງກຳລັງເພື່ອຈັດຕັ້ງປະຕິບັດບັນດາໂຄງການພັດທະນາວິທະຍາສາດພື້ນຖານຢ່າງມີປະສິດທິຜົນ ໃນບັນດາຂົງເຂດທີ່ຫວຽດນາມມີທ່າແຮງ ໃນໄລຍະຮອດປີ 2030 (ຄະນິດສາດ, ຟີຊິກວິທະຍາ, ເຄມີສາດ, ວິທະຍາສາດຊີວິດ, ວິທະຍາສາດໜ່ວຍໂລກ ແລະ ໃຫ້ຄວາມສຳຄັນພິເສດເຖິງວິທະຍາສາດທາງທະເລ), ແນໃສ່ນຳໃຊ້ວິທີແກ້ໄຂບັນຫາຢ່າງຄົບຊຸດແລະພ້ອມກັນ ເພື່ອຍົກສູງຄວາມສາມາດ ແລະ ກຳລັງແຮງຂອງວິທະຍາສາດພື້ນຖານຂອງຫວຽດນາມ, ປະກອບສ່ວນແທດຈິງ ເຂົ້າໃນການພັດທະນາປະເທດຢ່າງຍືນຍົງ.
ທີຫ້າ, ຍູ້ແຮງການເຊື່ອມໂຍງແລະຮ່ວມມືສາກົນທາງດ້າວິທະຍາສາດພື້ນຖານ ຜ່ານບັນດາອົງການຈັດຕັ້ງຫຼາຍຝ່າຍເຊັ່ນ UNESCO, ສະຫະພາບເອີຮົບ (EU) ແລະ ກັບບັນດາປະເທດທີ່ມີວິທະຍາສາດ ແລະ ເຕັກໂນໂລຊີທີ່ກ້າວໜ້າ. ຊຸກຍູ້ການເຊື່ອມຕໍ່, ການແລກປ່ຽນທາງວິຊາການ, ຈັດຕັ້ງກອງປະຊຸມ ການສຳມະນາວິທະຍາສາດຢູ່ຫວຽດນາມ. ພັດທະນາເຄືອຂ່າຍການຮ່ວມມືລະຫວ່າງນັກວິທະຍາສາດຫວຽດນາ ກັບຊຸມຊົນວິທະຍາສາດສາກົນ, ໂດຍສະເພາະແມ່ນໃນບັນດາຂົງເຂດການຄົ້ນຄວ້າທີ່ທັນສະໄໝ. ກ້າວທັນກະແສວິທະຍາສາດແບບເປີດ ແລະ ການປ່ຽນແປງໃໝ່ປະດິດສ້າງແບບເປີດ ຂອງໂລກ ເພື່ອໃຊ້ປະໂຫຍດແລະປະຍຸກໃຊ້ຢ່າງເໝາະສົມ, ນຳຜົນປະໂຫຍດມາໃຫ້ປະເທດຊາດຫວຽດນາມ.
ສະຫຼຸບລວມ, ໂດຍເປັນປະເທດກຳລັງພັດທະນາທີ່ມີຊັບພະຍາກອນທາງການເງິນຈຳກັດ, ຫວຽດນາມ ດ້ານໜຶ່ງ ຕ້ອງເອົາໃຈໃສ່ຮັກສາການເຄື່ອນໄຫວຄົ້ນຄວ້າພື້ນຖານທີ່ບໍລິສຸດ ແລະ ຄ່ອຍໆເພີ່ມອັດຕາສ່ວນການລົງທຶນດ້ານການເງິນໃຫ້ສອດຄ່ອງກັບການພັດທະນາເສດຖະກິດ, ເພີ່ມທະວີພື້ນຖານຄວາມຮູ້ ແລະ ຄວາມສາມາດດ້ານວິທະຍາສາດເຕັກໂນໂລຢີເທື່ອລະກ້າວ, ພິເສດແມ່ນແຫຼ່ງບຸກຄະລາກອນວິທະຍາສາດແລະເຕັກໂນໂລຊີຄຸນນະພາບສູງ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແກ້ໄຂບັນດາບັນຫາທີ່ເກີດຂຶ້ນຂອງປະເທດ; ອີກດ້ານໜຶ່ງ, ກໍານົດທິດທາງການຄົ້ນຄວ້າບຸລິມະສິດສອງສາມຂໍ້ທີ່ມີທ່າແຮງໃນການນຳໃຊ້ ແລະ ມີຜົນກະທົບຢ່າງໄວວາແລະແຮງ ຕໍ່ເສດຖະກິດແລະສັງຄົມ ເພື່ອດຳເນີນການລົງທຶນທີ່ສໍາຄັນຢ່າງໄວວາແລະສ້າງບາດກ້າວບຸກທະລຸ. ໃນອະນາຄົດຂ້າງໜ້າ, ສູ້ຊົນທີ່ຈະພັດທະນາກຳລັງວິທະຍາສາດ ແລະເຕັກໂນໂລຊີຂອງປະເທດ ທີ່ສາມາດປະຕິບັດພາລະກິດລະດັບໂລກ, ເຂົ້າຮ່ວມໃນການແກ້ບັນດາຄວາມທ້າທາຍຮ່ວມກັນຂອງມະນຸດຊາດເຊັ່ນ ການປ່ຽນແປງສະພາບພູມອາກາດ, ຄວາມໝັ້ນຄົງທາງພະລັງງານ, ການໃຊ້ປະໂຫຍດອະວາກາດ, ກົ້ນມະຫາສະໝຸດ ແລະ ການພັດທະນາແບບຍືນຍົງຂອງເຮືອນຮ່ວມກັນ - ໂລກ./.
-------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 228.
(2) ໂຄງການຈຸດສຸມແຫ່ງຊາດເພື່ອພັດທະນາຄະນິດສາດ ໄລຍະ 2011-2020 (ຂໍ້ຕັດສິນຕົກລົງເລກທີ 1483/QĐ-TTg, ລົງວັນທີ 17 ສິງຫາ 2010, ຂອງນາຍົກລັດຖະມົນຕີ) ແລະ ໄລຍະ 2021-2030 (ຂໍ້ຕັດສິນຕົກລົງເລກທີ 2200/QĐ-TTg, ລົງວັນທີ 22 ທັນວາ 2020, ຂອງນາຍົກລັດຖະມົນຕີ); ໂຄງການພັດທະນາຟີຊິກວິທະຍາ ໄລຍະ 2015-2020 (ຂໍ້ຕັດສິນຕົກລົງເລກທີ 380/QĐ-TTg, ລົງວັນທີ 24 ມີນາ 2015, ຂອງນາຍົກລັດຖະມົນຕີ) ແລະ ໄລຍະ 2021-2025 (ຂໍ້ຕັດສິນຕົກລົງເລກທີ 1187/QĐ-TTg, ລົງວັນທີ 4 ສິງຫາ 2020, ຂອງນາຍົກລັດຖະມົນຕີ); ໂຄງການພັດທະນາວິທະຍາສາດພື້ນຖານໃນຂົງເຂດເຄມີສາດ, ວິທະຍາສາດຊີວິດ, ວິທະຍາສາດໜ່ວຍໂລກ ແລະ ວິທະຍາສາດທາງທະເລ ໄລຍະ 2017-2025 (ຂໍ້ຕັດສິນຕົກລົງເລກທີ 562/QĐ-TTg, ລົງວັນທີ 25 ເມສາ 2017, ຂອງນາຍົກລັດຖະມົນຕີ).
(3) ຈໍານວນຜູ້ນໍາຫົວຂໍ້ຄົ້ນຄ້ວາພື້ນຖານທີ່ມີອາຍຸຕ່ຳກວ່າ 40 ປີທີ່ໄດ້ຮັບທຶນຈາກກອງທຶນ NAFOSTED ເພີ່ມຂຶ້ນຢ່າງຫຼາຍ; ປີ 2009, ກຸ່ມນີ້ກວມພຽງປະມານ 30% ຂອງຈໍານວນຜູ້ນໍາຫົວຂໍ້ຄົ້ນຄ້ວາ, ໃນຊຸມປີມໍ່ໆມານີ້ບັນລຸເກືອບ 60%.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 997 (ເດືອນກັນຍາ 2022)