ວກ. - ​ເພື່ອເຊີດ​ຊູ​ຄຸນ​ທາດ “ທະຫານຂອງ​ລຸງ​ໂຮ່” ແລະ ມູນເຊື່ອ “​ຈົງ​ຮັກ​ພັກດີ - ສາມັກຄີ - ​ເປັນແບບຢ່າງ - ປະດິດສ້າງ”, ສະມາຄົມນັກຮົບເກົ່າຫວຽດນາມສືບຕໍ່ຜ່ານຜ່ານຄວາມຫຍຸ້ງຍາກແລະສິ່ງທ້າທາຍ, ເປັນເຈົ້າການແລະປະດິດສ້າງ ໃນການຍູ້ແຮງຂະບວນການແຂ່ງຂັນ “ນັກຮົບເກົ່າເປັນແບບຢ່າງ”, ຮ່ວມແຮງ ຮ່ວມໃຈກັນ, ສູ້ຊົນປະຕິບັດໃຫ້ບັນລຸ ເປົ້າໝາຍແລະໜ້າທີ່ ທີ່​ໄດ້​ວາງໄວ້​ ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 7 ຂອງ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ​(ໄລຍະ 2022 - 2027), ປະກອບສ່ວນ​ອັນສົມກຽດ ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກປັກຮັກສາປະ​ເທດ​ຊາດ.

ທ່ານ ຟ້າມ ມິງ ຈີ້ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຢ້ຽມຊົມຫ້ອງວາງສະແດງມູນເຊື້ອສະມາຄົມນັກຮົບເກົ່າຫວຽດນາມ ແລະ ເຮັດວຽກກັບສະມາຄົມນັກຮົບເກົ່າຫວຽດນາມ ກ່ຽວກັບວຽກງານກະກຽມ ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດຄັ້ງທີ 7, ສະໄໝປີ 2022-2027 _ພາບ: TTXVN

ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ​​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​
ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ
6 ຂອງ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ​
ໄລຍະ
2017-2022 ຢ່າງ​ສຳ​ເລັດ​ຜົນ

ໃນຊຸມປີ 2017-2022, ພາຍໃຕ້ການນຳພາ ຊີ້ນນຳຂອງພັກ, ໂດຍກົງແມ່ນຄະນະເລຂາທິການສູນກາງ, ການຄຸ້ມຄອງ ປະສານສົມທົບ ຊ່ວຍເຫຼືອຂອງລັດຖະບານ, ຄະນະກຳມະການປະຊາຊົນແຂວງ ນະຄອນຕ່າງໆ, ບັນດາຄະນະ, ກະຊວງ, ຂະແໜງການ ແລະ ອົງຄະນະມະຫາຊົນຕັ້ງແຕ່ສູນກາງເຖິງທ້ອງຖິ່ນ, ພ້ອມກັບຄວາມສາມັກຄີ, ຄວາມເປັນເຈົ້າການ ປະດິດສ້າງ ແລະ ຄວາມຮັບຜິດຊອບຂອງພະນັກງານ ສະມາຊິກສະມາຄົມ, ສະມາຄົມນັກຮົບເກົ່າຫວຽດນາມ ໄດ້ບັນລຸຄວາມສຳເລັດ ໃນການປະຕິບັດບັນກາເປົ້າໝາຍແລະໜ້າທີ່ ທີ່ໄດ້​ວາງ​ອອກ​ໂດຍ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 6 ຂອງ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ. ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ສືບ​ຕໍ່​ຢືນຢັນ​ວ່າ ເປັນອົງການການ​ເມືອງ​-ສັງຄົມ​ທີ່​ມີ​ຊື່​ສຽງ​ສູງ, ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ເປັນບ່ອນອີງ​ທີ່​​ເຊື່ອຖືໄດ້​ຂອງ​ພັກ, ລັດ ​ແລະ ປະຊາຊົນ(1).

ໂດຍມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບພາລະບົດບາດແລະໜ້າທີ່ຂອງຕົນ, ສະມາຄົມນັກຮົບເກົ່າຫວຽດນາມທຸກຂັ້ນ ໄດ້ຕັ້ງໜ້າເຂົ້າຮ່ວມຢ່າງມີປະສິດທິຜົນ ໃນການກໍ່ສ້າງແລະປົກປ້ອງພັກແລະລັດ, ປົກ​ປັກ​ຮັກ​ສາ​ປະ​ຊາ​ຊົນ, ລະ​ບອບ​ສັງ​ຄົມ​ນິ​ຍົມ​ ແລະ ກ້ອນມະຫາສາມັກຄີປວງຊົນທັງຊາດ, ປະກອບສ່ວນຮັກສາຄວາມໝັ້ນຄົງທາງການເມືອງ-ສັງຄົມ. ໃນຊຸມປີທີ່ຜ່ານມາ, ໂດຍຊາບຊຶມມະຕິເລກທີ 09-NQ/TW, ລົງວັນທີ 8 ມັງກອນ 2002, ຂອງກົມການເມືອງສູນກາງສະໄໝທີ 9, “ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານນັກຮົບເກົ່າຫວຽດນາມ ໃນໄລຍະປະຕິວັດໃໝ່ ແລະ ບົດສະຫຼຸບສະບັບເລກທີ 66-KL/TW, ລົງວັນທີ 4 ມີນາ 2010, ຂອງຄະນະເລຂາທິການສູນກາງ ສະໄໝທີ 10, “ກ່ຽວກັບການປະຕິບັດມະຕິເລກທີ 09-NQ/TW ຂອງກົມການເມືອງສູນກາງ (ສະໄໝທີ 9) ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານນັກຮົບເກົ່າຫວຽດນາມ ໃນໄລຍະປະຕິວັດໃໝ່”, ສະມາຄົມນັກຮົບເກົ່າທຸກຂັ້ນໄດ້ເອົາໃຈໃສ່ຢ່າງເປັນປະຈຳເຖິງການອົບຮົມສຶກສາ ໃຫ້ພະນັກງານ ສະມາຊິກສະມາຄົມ ຕັ້ງໝັ້ນໃນເປົ້າ​ໝາຍ, ອຸດົມ​ຄະຕິ​ເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ; ຢຶດໝັ້ນລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ; ຊາບຊຶມແລະປະຕິບັດແນວທາງແລະແຜນນະໂຍບາຍຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ ຢ່າງເຂັ້ມງວດ; ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ ບັນດາຄຳສັ່ງ, ຄຳແນະນຳຂອງພັກ ກ່ຽວກັບກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆ ກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ; ການ​ເລືອກ​ຕັ້ງ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ສຳລັບວາລະປີ 2021-2026 ແລະ ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 15; ເຊີດຊູຄວາມຮັບຜິດຊອບທາງການເມືອງ, ​ຄັດເລືອກ​ແລະ​ແນະນຳ​ພະນັກງານ ​ແລະ ສະມາຊິກ​ທີ່​ມີ​ຄຸນ​ສົມບັດ​ແລະ​ຄວາມ​ສາມາດເໝາະສົມ ​ເພື່ອຮັບ​ເລືອກ​ເປັນ​ອົງການ​ນຳພາ​ໃນ​ລະບົບ​ການ​ເມືອງ​ທຸກ​ຂັ້ນ(2). ສະມາຄົມນັກຮົບເກົ່າຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມຢ່າງມີປະສິດທິຜົນ ໃນວຽກງານປົກປັກຮັກສາຮາກຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະຜິດພາດທີ່ເປັນສັດຕູ; ຕິດຕາມກວດກາແລະວິຈານສັງຄົມ; ປະກອບຄວາມເຫັນກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ ດ້ວຍບັນດາຄຳແນະນຳແລະ​ຂໍ້​ສະ​ເໜີ​ແນະທີ່​ກົງ​ໄປ​ກົງ​ມາ, ມີ​ຄວາມ​ຮັບຜິດຊອບ, ໄດ້ຮັບການ​ລາຄາ​ສູງ​ຈາກ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ແລະ ບັນດາອົງການຮັບຜິດຊອບ.

ດ້ວຍ​ສະຕິ​ປັນຍາ, ຄວາມ​ກ້າຫານ​ຂອງ ທະຫານຂອງ​ລຸງ​ໂຮ່”, ວິທີ ​ແລະ ຮູບ​ແບບ​ທີ່​ເໝາະ​ສົມ, ສະມາຄົມນັກຮົບເກົ່າທຸກຂັ້ນ ໄດ້ຍູ້ແຮງຂະບວນການນັກຮົບເກົ່າເປັນແບບຢ່າງຊ່ວຍເຫຼືອກັນຫຼຸດຜ່ອນຄວາມທຸກຍາກ, ເຮັດເສດຖະກິດດີ, ປັບປຸງຊີວິດຂອງສະມາຊິກ(3); ພ້ອມກັນນັ້ນ, ເຂົ້າຮ່ວມຢ່າງຕັ້ງໜ້າ ໃນບັນດາຂະບວນການ, ໂຄງການແຂ່ງຂັນ, ການຂົນຂວາຍຕ່າງໆເຊັ່ນທົ່ວປວງຊົນຮ່ວມແຮງກັນກໍ່ສ້າງຊົນນະບົດໃໝ່”, “ທົ່ວປວງຊົນສາມັກຄີກັນກໍ່ສ້າງຊີວິດວັດທະນະທຳ”, “ທົ່ວປວງຊົນສາມັກຄີກັນກໍ່ສ້າງຊົນນະບົດໃໝ່, ຕົວເມືອງອາລະຍະທຳ”, “ທົ່ວປະເທດຮ່ວມ​ມື​ເພື່ອ​ຄົນ​ທຸກ​ຍາກ”; “ຮັກສາ​ຄວາມ​ສະຫງົບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ ​ໃນ​ການ​ຈະລາຈອນ ​ແລະ ສ້າງ​ວັດທະນະ​ທຳ​ການ​ຈະລາຈອນ”, ການຕອບແທນບຸນຄູນ, ໃຫ້ກຳລັງໃຈຊ່ວຍເຫຼືອຄອບຄົວຂອງສະມາຊິກທີ່ຕົກທຸກໄດ້ຍາກ; ຢ້ຽມຢາມແລະສະຫນັບສະຫນູນຄອບຄົວນະໂຍບາຍ,... ດ້ວຍຫຼາຍເນື້ອໃນ ແລະ ຮູບການທີ່ປະດິດວ້າງ ແລະ ມີປະສິດທິຜົນແທ້ຈິງ (4). ໂດຍະເພາະ, ພະນັກງານ ສະມາຊິກສະມາຄົມນັກຮົບເກົ່າທຸກຂັ້ນ ໄດ້ເປັນແບບຢ່າງ, ເຊີດຊູຄວາມຮັບຜິດຊອບ, ຮ່ວມ​ມື​ກັບ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ແລະຕ້ານການແຜ່ລະບາດຂອງ​ໂຄ​ວິດ-19; ລະດົມ​ບັນດາ​ສະມາ​ຄົມ, ວິ​ສາ​ຫະກິດ ​ແລະ ​ສະມາຊິກ​ ເພື່ອໜູນ​ຊ່ວຍ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໂລກ​ລະບາດເປັນ​ມູນຄ່າກວ່າ 800 ຕື້​ດົ່ງ; ​ໄດ້​ສ້າງ​ຕັ້ງ 6.000 ກຸ່ມ​ເພື່ອປ້ອງກັນແລະຄວບຄຸມໂຄວິດ-19 ຢູ່​ຂັ້ນ​ຮາກ​ຖານ ໂດຍມີ​ເຈົ້າ​ໜ້າ​ທີ່ ​ແລະ ສະມາຊິກ​ເກືອບ 600.000 ຄົນ​ເຂົ້າ​ຮ່ວມ. ກິດ​ຈະ​ກຳ​ຄົ້ນ​ຫາ, ເຕົ້າ​ໂຮມ ແລະ ລະບຸ​ຊາກ​ສົບ​ຂອງນັກຮົບເສຍ​ຊີ​ວິດ; ການໂຄສະນາ ເຜີບແຜ່ ອົບຮົມສຶກສາກ່ຽວກັບກົດໝາຍ; ການອົບຮົມສຶກສາ, ບຳລຸງ​ສ້າງ ​ແລະ ໃຫ້ກຳລັງໃຈເຍົາວະຊົນຮຸ່ນໃໝ່ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເປັນປະຈຳ, ຕໍ່ເນື່ອງ ແລະ ມີ​ປະສິດທິ​ຜົນ ໂດຍ​ສະມາຄົມ​ນັກຮົບ​ເກົ່າ​ທຸກ​ຂັ້ນ. ສະມາຄົມນັກຮົບເກົ່າຫວຽດນາມທຸກຂັ້ນ ໄດ້ປຶກສາ​ຫາລື​ກັບ​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ ​ເພື່ອ​ສ້າງ​ຕັ້ງ​ສະ​ໂມ​ສອນຂັ້ນ​ຮາກ​ຖານກວ່າ 30.000 ສະໂມສອນ, ເຕົ້າ​ໂຮມ​ນັກຮົບ​ເກົ່າ​ເກືອບ 1,1 ລ້ານ​ຄົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ, ​ເພື່ອ​ຮັກສາ​ແລະສົ່ງເສີມ​ຄຸນ​ທາດ “​ທະຫານ​ຂອງລຸງ​ໂຮ່ ແລະ ຕັ້ງໜ້າເຂົ້າຮ່ວມ ບັນດາການເຄື່ອນໄຫວຢູ່ຮາກຖານ. ສະມາຄົມນັກຮົບເກົ່າຫວຽດນາມ ໄດ້ຮັກສາ​ການພົວພັນການທູດ​ປະຊາຊົນ​​ຢ່າງ​ເປັນປົກກະຕິ, ເຊັ່ນ ​ການ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ສະຫະພັນ​ນັກຮົບ​ເກົ່າ​ໂລກ (WVF), ສະມາພັນ​ນັກຮົບ​ເກົ່າອາຊຽນ (VECONAC); ຮັບ​ຕໍາ​ແໜ່ງ​ປະ​ທານ VECONAC ໃນ​ປີ 2020 ແລະ 2021 ຢ່າງ​ສຳ​ເລັດ​ຜົນ, ປະກອບສ່ວນຍົກສູງຖານະບົດບາດຂອງປະເທດ ແລະ ຂອງສະມາຄົມຮັກຮົບເກົ່າຫວຽດນາມ ໃນປະຊາຄົມສາກົນ.

ວຽກ​ງານ​ສ້າງ​ສະມາຄົມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ຈາກ​ສະມາຄົມທຸກຂັ້ນ. ມາຮອດປະຈຸບັນ, ພະນັກງານ ສະມາຊິດສະມາຄົມສ່ວນຫຼາຍຕັ້ງໝັ້ນໃນອຸດົມຄະຕິປະຕິວັດ ແລະ ມີຫຼັກໝັ້ນການເມືອງ, ມີຄຸນສົມບັດ ແບບແຜນດີ, ເຊື່ອໝັ້ນໃນການນຳພາຂອງພັກ, ການຄຸ້ມຄອງບໍລິຫານຂອງລັດ, ເປັນແບບຢ່າງໃນການດຳລົງຊີວິດ, ມີຊື່ສຽງໃນປະຊາຊົນ. ລະບົບການຈັດຕັ້ງຂອງສະມາຄົມ ຕັ້ງແຕ່ສູນກາງເຖິງຂັ້ນຮາກຖານ ໄດ້ຮັບການປັບປຸງ; ບໍ່ມີອົງການຈັດຕັ້ງໃດທີ່ລະເມີດຕ້ອງລົງໂທດທາງວິໄນ; ເນື້ອໃນ ແບບວິທີການເຄື່ອນໄຫວ ໄດ້ຮັບການປ່ຽນແປງໃໝ່, ສະແດງອອກຢ່າງຈະແຈ້ງເຖິງບົດບາດ, ຄຸນລັກສະນະຂອງອົງການຈັດຕັ້ງການເມືອງ-ສັງຄົມສະເພາະ; ມີການແບ່ງງານ​ມອບ​ໝາຍ​ຄວາມ​ຮັບ​ຜິດ​ຊອບ​ສະ​ເພາະ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເປັນເອກະພາບສູງ​ໃນ​ການ​ກະ​ທຳ. ພ້ອມກັນນັ້ນ, ສະມາຄົມຂັ້ນຕ່າງໆ ມັກເຊື່ອມໂຍງວຽກງານສ້າງສະມາຄົມເຂົ້າກັບການປະຕິບັດໜ້າທີ່ ແລະ ຂະບວນການເຄື່ອນໄຫວຂອງສູນກາງ, ທ້ອງຖິ່ນ, ສຳນັກງານ ໜ່ວຍງານຕ່າງໆ; ຫັນລົງສູ່​ຮາກ​ຖານຢ່າງແຂງແຮງ ໂດຍຖືເອົາ​ຮາກ​ຖານ, ສາຂາ ​ແລະ ໜ່ວຍ​ຍ່ອຍ​ ເປັນ​ພື້ນທີ່ປະຕິບັດງານ, ໂດຍສະເພາະ​ເຂດ​ພູດ​ອຍ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ຫ່າງ​ໄກ​ສອກຫຼີກ. ສະມາຄົມຂັ້ນຕ່າງໆ ມີການປ່ຽນແປງໃໝ່ຫຼາຍຢ່າງໃນການອອກມະຕິ, ໃຫ້ຄວາມສຳຄັນກັບການເຄື່ອນໄຫວນຳພາ, ຊີ້ນຳການຈັດຕັ້ງປະຕິບັດ, ການກວດກາ, ຕິດຕາມກວດກາ, ສະຫຼຸບເບື້ອງຕົ້ນ, ສະຫຼຸບສັງລວມ, ຂະຫຍາຍຮບແບບ ແລະ ແບບຢ່າງທີ່ດີເດັ່ນ.

ສະມາຄົມນັກຮົບເກົ່າຫວຽດນາມຕັ້ງໜ້າພະຍາຍາມສູ້ຊົນ,
ເສີມຂະຫຍາຍ​ຄຸນ​ທາດ ທະຫານຂອງ​ລຸງ​ໂຮ່ ໃນ​ຍຸກ​ໃໝ່

ໃນໄລຍະຈະມາເຖິງ, ຄຽງຄູ່ກັບກາລະໂອກາດ ແລະ ຄວາມສະດວກຫຼາຍຢ່າງ, ປະເທດຈະປະເຊີນກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງ ທີ່ກະທົບຢ່າງແຮງ ໃນຫຼາຍດ້ານ ເຖິງສະມາຄົມນັກຮົບເກົ່າຫວຽດນາມ ແລະ ບັນດາການເຄື່ອນໄຫວຂອງສະມາຄົມທຸກຂັ້ນ. ສືບທອດຜົນສຳເລັດຂອງ 35 ປີແຫ່ງການກໍ່ສ້າງແລະ​ເຕີບໃຫຍ່, ພ້ອມກັບ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ​ໃນ​ໄລຍະ 2022-2027, ສະມາຄົມ​ນັກຮົບ​ເກົ່າຫວຽດນາມ ສືບ​ຕໍ່​ເສີມຂະຫຍາຍ​ຄຸນ​ທາດ “​ທະຫານຂອງ​ລຸງ​ໂຮ່”; ມູນເຊື່ອ “​ຈົງ​ຮັກ​ພັກດີ - ສາມັກຄີ - ເປັນ​ແບບຢ່າງ - ປະດິດສ້າງ”; ກໍ່ສ້າງສະມາຄົມໃຫ້ເຂັ້ມແຂງຢ່າງຮອບດ້ານ ແລະ ສຳເລັດທຸກໜ້າທີ່ຢ່າງດີເດັ່ນ.  

ສະມາຄົມນັກຮົບເກົ່າຫວຽດນາມກຳນົດໜ້າທີ່ຈຸດສຸມແມ່ນ: ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງແລະປົກປ້ອງພັກ, ລັດ, ປົກປັກຮັກສາປະຊາຊົນ ແລະ ລະບອບສັງຄົມນິຍົມ; ປົກປັກຮັກສາຮາກຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະຜິດພາດທີ່ເປັນສັດຕູ; ຊ່ວຍເຫຼືອກັນເຮັດເສດຖະກິດ, ປັບປຸງຊີວິດຂອງສະມາຊິກສະມາຄົມໃຫ້ດີຂຶ້ນ; ເພີ່ມທະວີບົດບາດຂອງສະມາຊິດສະມາຄົມ ໃນການສຶກສາອົບຮົມນ້ຳໃຈຮັກຊາດ, ມູນເຊື້ອປະຕິວັດໃຫ້ຊາວໜຸ່ມຮຸ່ນໃໝ່, ປະກອບສ່ວນກໍ່ສ້າງ ແລະ ປັບປຸງພື້ນຖານການເມືອງ, ກໍ່ສ້າງພັກ ແລະ ລະບົບການເມືອງ ໃຫ້ສະອາດປອດໄສແລະໝັ້ນຄົງເຂັ້ມແຂງ.

ສະມາຄົມນັກຮົບເກົ່າ​ທັງໝົດ​ສຸມ​ໃສ່​ສູ້​ຊົນ​ໃຫ້​ບັນລຸ​ເປົ້າ​ໝາຍ​ຕົ້ນຕໍ​ຄື: 1- ສະມາຊິກ 100% ມີ​ແນວຄິດການ​ເມືອງ ​ແລະ ອຸດົມ​ຄະຕິທີ່ໝັ້ນຄົງ​ເຂັ້ມ​ແຂງ; 2- ພັດທະນາຫຼາຍກວ່າ 85% ຂອງນັກຮົບເກົ່າທີ່ມີມີເງື່ອນໄຂພຽງພໍ ເຂົ້າເປັນສະມາຊິກສະມາຄົມ; 3- ພະນັກງານຂອງສະມາຄົມກວ່າ 90% ໄດ້ຮັບການຝຶກອົບຮົມແລະບຳລຸງສ້າງ ຕາມການແບ່ງຂັ້ນຄຸ້ມຄອງ; 4- ໃນແຕ່ລະປີ, ມີຫຼາຍກວ່າ 90% ຂອງອົງການຈັດຕັ້ງສະມາຄົມ, ຫຼາຍກວ່າ 80% ຂອງພະນັກງານ ສະມາຊິກ ປະສົບຄວາມສຳເລັດໃນການປະຕິບັດໜ້າທີ່; ໃນນັ້ນ 20% ສຳເລັດໜ້າທີ່ຢ່າງດີເດັ່ນ, ຫຼາຍກວ່າ 95% ບັນລຸ ສະມາຊິກສະມາຄົມທີ່ເປັນແບບຢ່າງ”; 5- ໃນແຕ່ລະປີ, ອັດຕາສ່ວນຄອບຄົວນັກຮົບເກົ່າທີ່ທຸກຍາກຫຼຸດລົງ 1-1,5% ຕາມມາດຕະຖານຫຼາຍດ້ານ (ອັດຕາສ່ວນຄອບຄົວທຸກຍາກຂອງຊົນເຜົ່າສ່ວນໜ້ອຍຫຼຸດລົງກວ່າ 3%, ເມືອງທຸກຍາກຫຼຸດລົງ 4-5%); 6- ສ້າງໃໝ່, ສ້ອມແປງ ແລະ ຍົກລະດັບໄດ້ 70% ຂອງຈຳນວນເຮືອນທີ່ຊຸດໂຊມ, ເຮືອນຊົ່ວຄາວ ຂອງຄອບຄົວສະມາຊິກສະມາຄົມແລະນັກຮົບເກົ່າ; 7- 95% ຂອງນັກຮົບເກົ່າໃນໄວເຮັດວຽກແລະມີສຸຂະພາບດີ ໄດ້ຮັບຄໍາປຶກສາ, ຄໍາແນະນໍາ, ການຊ່ວຍເຫຼືອ ຫຼືການຝຶກອົບຮົມ ເພື່ອໃຫ້ມີໂອກາດຊອກຫາວຽກເຮັດງານທໍາ.

​ເພື່ອ​ປະສົບຄວາມສຳເລັດ ໃນການປະຕິບັດ​ບັນດາເປົ້າໝາຍ​ຕົ້ນຕໍ​ ທີ່​ໄດ້​ວາງ​ອອກ​ນັ້ນ, ​ສະມາຄົມທຸກຂັ້ນຕ້ອງ​ສຸມ​ໃສ່​ຊຸກຍູ້​ສະມາຊິກ​ສະມາຄົມ ​ແລະ ນັກຮົບ​ເກົ່າ​ ປະຕິບັດ​ບັນດາ​ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂ​ພື້ນຖານ​ ຕໍ່ໄປນີ້:

ທີ່ໜຶ່ງ, ສະມາຄົມນັກຮົບເກົ່າທຸກຂັ້ນເສີມຂະຫຍາຍຄຸນທາດ ທະຫານຂອງລຸງໂຮ່ ໃນການກໍ່ສ້າງແລະປົກປ້ອງພັກແລະລັດ, ປົກປັກຮັກສາປະຊາຊົນ ແລະ ລະບອບສັງຄົມນິຍົມ; ປົກປັກຮັກສາຮາກຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະຜິດພາດທີ່ເປັນສັດຕູ; ຕໍ່ສູ້ປ້ອງກັນແລະຕ້ານພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ການໃຊ້ຈ່າຍຟຸມເຟືອ ຫຍໍ້ທໍ້; ເຂົ້າຮ່ວມການຕິດຕາມກວດກາ, ການວິຈານສັງຄົມ ຕາມກຳນົດຂອງພັກແລະລັດ. ພ້ອມກັນນັ້ນ, ສະມາຄົມທຸກຂັ້ນຈັດຕັ້ງການປະຕິບັດແນວທາງແລະແຜນນະໄຍບາຍຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ ຢ່າງມີປະສິດທິຜົນ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ກວດ​ພົບ​ບັນ​ຫາ​ໃຫມ່​ທີ່​ເກີດ​ຂຶ້ນ​ທັນ​ທີ​ ເພື່ອປະກອບຄວາມເຫັນໃຫ້ຄະນະພັກ, ອຳນາດການປົກຄອງ, ປະກອບສ່ວນຮັກສາຄວາມໝັ້ນຄົງທາງການເມືອງ, ຄວາມປອດໄພ ແລະ ຄວາມເປັນລະບຽບລຽບລ້ອຍທາງສັງຄົມ; ຍູ້ແຮງການຕໍ່ສູ້ປ້ອງກັນແລະຕ້ານ ການເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ ແລະ ບັນດາປະກົດການ “ຫັນປ່ຽນຕົນເອງ”, “ປ່ຽນແປງຕົນເອງ” ໃນພະນັກງານ ສະມາຊິກສະມາຄົມ; ປະກອບສ່ວນປັບປຸງຄວາມເປັນເອກະພາບທາງດ້ານແນວຄິດຢູ່ໃນພັກ, ຄວາມເຫັນດີເຫັນພ້ອມໃນສັງຄົມ. ສະມາຄົມທຸກຂັ້ນສຸມໃສ່ປະຕິບັດໜ້າທີ່ຕິດຕາມກວດກາ ແລະ ວິຈານສັງຄົມ ໃຫ້ໄດ້ເປັນຢ່າງດີ; ປະກອບຄວາມຄິດເຫັນກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ ຕາມມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 217-QĐ/TW, ລົງວັນທີ 12 ທັນວາ 2013, “ປະກາດ​ໃຊ້​ກົດລະບຽບວ່າດ້ວຍການຕິດຕາມ​ກວດກາ​ ແລະ ວິຈານສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ບັນດາ​ອົງການ​ການ​ເມືອງ - ສັງຄົມແລະ ມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 218-QĐ/TW, ລົງວັນທີ 12 ທັນວາ 2013, “ປະກາດ​ໃຊ້​ກົດລະບຽບວ່າດ້ວຍ​ການ​ທີ່​ ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ, ບັນດາ​ອົງການ​ການ​ເມືອງ - ສັງຄົມ ​ແລະ ປະຊາຊົນ ປະກອບສ່ວນ​ກໍ່ສ້າງ​ພັກ ​ແລະ ກໍ່ສ້າງ​ອຳນາດການປົກຄອງ”. 

ທີສອງ, ສະມາຄົມທຸກຂັ້ນ ແລະ ສະມາຊິກສະມາຄົມທຸກຄົນ ຍາມ​ໃດ​ກໍ່​ເຊີດ​ຊູ​ຈິດ​ໃຈ​ຮັກ​ຊາດ, ​ເຈດຈຳນົງເປັນ​ເຈົ້າ​ຕົນ​ເອງ ອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຊ່ວຍເຫຼືອເຊິ່ງກັນແລະກັນເຮັດທຸລະກິດ, ປັບປຸງຊີວິດທາງວັດຖຸແລະຈິດວິນຍານ; ສູ້ຊົນເພື່ອຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ສ້າງຄວາມຮັ່ງມີແບບຖືກກົດໝາຍ; ເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນປະເທດແລະຄວາມໝັ້ນຄົງ; ຕັ້ງໜ້າຕອບສະໜອງບັນດາການຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດຢູ່ທ້ອງຖິ່ນ; ຊາບຊຶມແລະປະຕິບັດບັນດາມະຕິຂອງພັກ, ບັນດາໂຄງການ, ແຜນການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ, ​ໂດຍ​ສະ​ເພາະ​ແມ່ນ​ ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ​ໄລຍະ 2021-2025, ໂຄງການ​ເປົ້າໝາຍ​ແຫ່ງ​ຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ແລະ ໂຄງການ​ເປົ້າໝາຍ​ແຫ່ງ​ຊາດເພື່ອພັດທະນາເສດຖະກິດ-ສັງຄົມຢູ່ເຂດຊົນເຜົ່າສ່ວນນ້ອຍ ແລະ ເຂດພູຜາ ໃນໄລຍະ 2021-2030. ສະມາຄົມທຸກຂັ້ນ​ໄດ້​ປະຕິບັດ​ຄຳ​ສັ່ງຂອງ​ຄະນະ​ເລຂາທິການສູນກາງພັກສະບັບເລກທີ 05-CT/TW, ລົງ​ວັນ​ທີ 23 ມິຖຸນາ 2021, “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ​ຕໍ່ວຽກງານຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ​ຮອດ​ປີ 2030”; ຊາບຊຶມແລະໂຄສະນາເຜີຍແຜ່ຢ່າງກວ້າງຂວາງເຖິງ​​ສະ​ມາ​ຄົມ​ທຸກ​ຂັ້ນ ​ແລະ ບັນດາ​ສະມາຊິກ​ ກ່ຽວກັບ​ເນື້ອ​ໃນ​ຂອງ​ຄຳ​ສັ່ງ​ເລກທີ 05-CT/TW ຂອງຄະນະເລຂາທິການສູນກາງ ແລະ ມະຕິ​ຂອງ​ຄະນະ​ພັກ​ຂັ້ນ​ຕ່າງໆ​ ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ; ສ້າງໂຄງການ ແລະ ແຜນການເພື່ອປະຕິບັດ; ຂົນຂວາຍພະນັກງານ, ສະມາຊິກສະມາຄົມ ແລະ ປະຊາຊົນໃຫ້ຊ່ວຍເຫຼືອເມືອງທຸກຍາກ, ຕາແສງທຸກຍາກ, ຄອບຄົວທຸກຍາກ ດ້ວຍຮູບແບບທີ່ເໝາະສົມ, ມີປະສິດທິຜົນ ແລະ ເປັນເຈົ້າການໃນການເຂົ້າຮ່ວມການຕິດຕາມກວດກາວຽກງານນີ້.

ສະມາຄົມ​ທຸກ​ຂັ້ນ​ໄດ້​ປະຕິບັດກົດ​ລະບຽບ​​ກ່ຽວ​ກັບ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ​ແລະ ສະມາຄົມ​ນັກທຸລະກິດ​ນັກຮົບ​ເກົ່າ​ຫວຽດນາມ. ຍູ້ແຮງຂະບວນການ ນັກຮົບເກົ່າຊ່ວຍເຫຼືອກັນຫຼຸດຜ່່ອນຄວາມທຸກຍາກ, ເຮັດເສດຖະກິດເກັ່ງໂດຍຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງສະມາຄົມ. ສືບຕໍ່ປະຕິບັດຢ່າງດີ ກົດ​ລະບຽບ​ການປະສານງານ ​ລະຫວ່າງ​ສູນ​ກາງ​ສະມາຄົມ ກັບລັດຖະບານ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ກອງທັບປະຊາຊົນຫວຽດນາມ, ບັນດາກະຊວງ, ຄະນະ, ຂະແໜງການ, ອົງຄະນະມະຫາຊົນຢູ່ສູນກາງ; ລະຫວ່າງສະມາຄົມນັກຮົບເກົ່າ ກັບບັນດາຂັ້ນ, ຂະແໜງການ, ອົງຄະນະມະຫາຊົນ ຢູ່ທ້ອງຖິ່ນ. ສືບຕໍ່ປ່ຽນແປງໃໝ່ຮູບການ ແລະ ວິທີການປະສານສົມທົບການເຄື່ອນໄຫວຕາມທິດນຳຍິ່ງລົງ​ໄປເຖິງ​ຮາກ​ຖານ​ຍິ່ງເປັນຮູບປະທຳ, ເໝາະ​ສົມ​ກັບ​ສະ​ພາບ​ການ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ”. ປະສານ​ສົມທົບ ​ແລະ ປະຕິບັດ​ວຽກ​ງານ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ການແຜ່ລະບາດຂອງໂຄ​ວິດ-19 ໃນສະຖານະການປົກກະຕິໃໝ່ ຢ່າງ​ມີ​ປະສິດທິ​ຜົນ.

ທີສາມ, ສະມາຄົມ​ທຸກ​ຂັ້ນ ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່ ​ແລະ ອົບຮົມສຶກສາ​ກົດໝາຍ, ຊ່ວຍເຫຼືອທາງດ້ານກົດໝາຍ ​ແລະ ​ແນະນຳ​ກົດໝາຍ​ ໃຫ້​ແກ່​ນັກຮົບ​ເກົ່າ; ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຖືກກົດໝາຍ ຂອງສະມາຊິກສະມາຄົມແລະນັກຮົບເກົ່າ. ສົ່ງເສີມໃຫ້​ນັກ​ຮົບ​ເກົ່າ​ເຂົ້າ​ຮ່ວມ​ການເຄື່ອນໄຫວຢູ່​ໃນ​ສະ​ໂມ​ສອນ​, ຄະນະຕິດຕໍ່ພົວພັນຂອງນັກຮົບເກົ່າ; ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ໃນ​ຂະບວນການ, ການຂົນຂວາຍ​ຢູ່​ຮາກ​ຖານຕ່າງໆ; ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ໃນການພັດທະນາໂຄງການແລະ ເອກະສານທາງກົດໝາຍ; ປະສານສົມທົບຢ່າງແໜ້ນແຟ້ນ ກັບ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ ​ເພື່ອ​ສ້າງ​ເອກະສານ​ຊີ້​ນຳ​ປະຕິບັດ​ກົດໝາຍ​ ທີ່ກ່ຽວຂ້ອງກັບ​ນັກຮົບ​ເກົ່າ ​ແລະ ສະມາຄົມ​ນັກຮົບ​ເກົ່າຫວຽດນາມ. 

ສະມາຄົມ​ນັກຮົບ​ເກົ່າຫວຽດນາມສຸມໃສ່ການຊາບຊຶມ ແລະ ຜັນຂະຫຍາຍປະຕິບັດລະບອບ, ນະໂຍບາຍຂອງພັກແລະລັດ ຕໍ່ພະນັກງານ ສະມາຊິກສະມາຄົມ ຢ່າງເຂັ້ມງວດ; ຍູ້ແຮງການເຄື່ອນໄຫວຕອບແທນບຸນຄູນ ຕໍ່ຜູ້ໄດ້ຮັບຜົນປະໂຫຍດຕາມນະໂຍບາຍ ແລະກິດຈະກໍາການກຸສົນ. ສົມທົບກັບບັນດາອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ໃນການຂົນຂວາຍ, ຊ່ວຍເຫຼືອ ແລະ ເບິ່ງແຍງດູແລທະຫານທີ່ບາດເຈັບ, ຄອບຄົວນັກຮົບທີ່ເສຍຊີວິດ ແລະ ຜູ້ທີ່ມີຄຸນງານຄວາມດີ ດ້ວຍຫຼາຍຮູບຫຼາຍແບບທີ່ເໝາະສົມ ແລະ ມີປະສິດທິຜົນ. ສືບຕໍ່ຊາບຊຶມແລະຜັນຂະຫຍາຍປະຕິບັດບົດສະຫຼຸບຂອງຄະນະເລຂາທິການສູນກາງພັກສະບັບເລກທີ 66-KL/TW, ລົງວັນທີ 4 ມີນາ 2010, ສ້າງການປ່ຽນແປງທາງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບ ຂອງການຈັດຕັ້ງສະມາຄົມ ແລະສະມາຊິກສະມາຄົມ ຕໍ່ວຽກງານຂົນຂວາຍ, ເຕົ້າໂຮມນັກຮົບເກົ່າຢູ່ຮາກຖານ. ຊຸກຍູ້​ບັນດາ​ນັກຮົບເກົ່າ ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ມູນເຊື່ອ ທະຫານຂອງ​ລຸງ​ໂຮ່ ແລະ ບົດບາດອັນຕັ້ງໜ້າ ໃນການປະຕິບັດ ບັນດາການຂົນຂວາຍ, ບັນດາຂະບວນການຢູ່ຮາກຖານ. ສູ້ຊົນ​ເຕົ້າ​ໂຮມ​ບັນດາ​ນັກຮົບ​ເກົ່າ​ທີ່​ມີ​ຢູ່​ທ້ອງ​ຖິ່ນ​ກວ່າ 65% ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຢູ່​ບັນດາ​ສະ​ໂມ​ສອນ ແລະ ຄະນະຕິດຕໍ່ພົວພັນ​ນັກຮົບ​ເກົ່າ​ຢູ່​ຮາກ​ຖານ.   

ທີສີ່, ສະມາຄົມນັກຮົບເກົ່າຫວຽດນາມຕັ້ງໜ້າເຂົ້າຮ່ວມກິດຈະກຳການຕ່າງປະເທດປະຊາຊົນ, ປະກອບສ່ວນປະຕິບັດແນວທາງ, ແຜນນະໂຍບາຍການຕ່າງປະເທດຂອງພັກແລະລັດ; ປະສານສົມທົບກັບຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ອົງການການທະຫານທ້ອງຖິ່ນ ເພື່ອຍູ້ແຮງການອົບຮົມສຶກສາ ນ້ຳໃຈຮັກຊາດແລະມູນເຊື້ອປະຕິວັດ ໃຫ້ຊາວໜຸ່ມຮຸ່ນໃໝ່, ປະກອບສ່ວນກໍ່ສ້າງລະບົບການເມືອງທີ່ປອດໄສ, ໝັ້ນຄົງເຂັ້ມແຂງ. ສະມາຄົມນັກຮົບເກົ່າຮັກສາແລະພັດທະນາການພົວພັນການຕ່າງປະເທດປະຊາຊົນແບບສອງຝ່າຍແລະຫຼາຍຝ່າຍ; ຕັ້ງໜ້າຂົນຂວາຍບັນດາຄູ່ຮ່ວມມື ແລະ ບັນດາອົງການນອກລັດຖະບານ ທີ່ສະໜັບສະໜູນ ຊ່ວຍເຫຼືອການແກ້ໄຂຜ່ານຜ່າຜົນ​ສະ​ທ້ອນ​ຈາກ​ສົງ​ຄາມ,ສານ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ, ໂດຍສະເພາະແມ່ນ​ໝູ່​ບ້ານ​ມິດ​ຕະ​ພາບ​ຫວຽດ​ນາມ. ສືບ​ຕໍ່​ຊາບຊຶມ ​ແລະ ສົມທົບ​ກັນ​ຈັດ​ຕັ້ງ​ປະຕິບັດ ​ມະຕິ​ຂອງ​ພັກ​ກ່ຽວ​ກັບ​ວຽກ​ງານ​ຊາວ​ໜຸ່ມ, ສະມາຄົມ​ນັກຮົບ​ເກົ່າຫວຽດນາມ ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຊອກ​ຫາ ​ແລະ ບຳລຸງ​ສ້າງ​ສະມາຊິກ​ຄະນະ​ຊາວໜຸ່ມ​ດີ​ເດັ່ນ ​ເພື່ອ​ແນະນຳ, ພິຈາລະນາ ​ແລະ ຮັບ​ເຂົ້າ​ເປັນສະມາຊິກພັກ; ສົ່ງເສີມໃຫ້ຊາວໜຸ່ມໄປເປັນທະຫານປ້ອງກັນປະເທດຊາດ; ເອົາໃຈໃສ່ຂົນຂວາຍບັນດານັກທຸລະກິດ, ນັກຮົບເກົ່າທີ່ເຮັດເສດຖະກິດເກັ່ງ ​ເພື່ອ​ແລກປ່ຽນ​ປະສົບ​ການ, ສ້າງ​ໂອກາດ​ໃຫ້​ສະມາຊິກສະຫະພັນແລະຊາວໜຸ່ມ ​ສ້າງຕັ້ງ​ຕົນ ​ແລະ ​ເລີ່​ມດຳ​ເນີນ​ທຸລະ​ກິດ.

ທີຫ້າ, ສະມາຄົມນັກຮົບເກົ່າຫວຽດນາມເອົາໃຈໃສ່ແລະເຮັດວຽກງານການສ້າງສະມາຄົມນັກຮົບເກົ່າຢ່າງດີ. ສະມາຄົມນັກຮົບເກົ່າທຸກຂັ້ນ ເພີ່ມທະວີວຽກງານໂຄສະນາ ອົບຮົມສຶກສາ, ບຳລຸງທິດສະດີການເມືອງ, ຍົກສູງຄວາມຮັບຮູ້ຂອງພະນັກງານ ສະມາຊິກສະມາຄົມ; ເອົາໃຈໃສ່ເປັນພິເສດ ເຖິງການຝຶກຝົນແນວຄິດການເມືອງ, ບຳລຸງສ້າງຄຸນສົມບັດປະຕິວັດ, ສ້າງເຈດຈຳນົງທາງການເມືອງທີ່ໜຽວແໜ້ນ, ໝັ້ນຄົງໃນເມື່ອປະເຊີນກັບບັນຫາສັງຄົມທີ່ຮ້ອນເຄືອງແລະຮີບດ່ວນ; ຕໍ່ສູ້ຢ່າງເດັດດ່ຽວເພື່ອປ້ອງກັນແລະຕ້ານບັນດາປະກົດການ “ຫັນປ່ຽນຕົນເອງ”, “ປ່ຽນອປງຕົນເອງ” ຢູ່ພາບໃນ.

ສະມາຄົມນັກຮົບເກົ່າທຸກຂັ້ນ ສືບຕໍ່ຊຸກຍູ້ການປະຕິບັດມະຕິ, ຄຳສັ່ງ, ຂໍ້ກຳນົດຂອງພັກ(5); ເສີມຂະຫຍາຍເປັນຢ່າງດີ ບົດບາດຂອງຄະນະຊີ້ນຳ 35 ຂອງສູນກາງສະມາຄົມນົກຮົບເກົ່າຫວຽດນາມ ໃຫ້ບັນດາກຳລັງ, ບັນດາຜູ້ຮ່ວມມື ໃນ​ການເກັບກຳ​ຄວາມ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ​, ໂດຍ​ສະ​ເພາະ​​ໃນພື້ນທີ່ “ຮ້ອນແຮງ”​, ມີເຫດການທີ່ລະອຽດອ່ອນ, ເພື່ອແນະ​ນຳ​ແນວຄິດໃຫ້ພະນັກງານ ສະມາຊິກສະມາຄົມ ​ແລະ ປະຊາຊົນ​ໃນ​ພື້ນທີ່ດັ່ງກ່າວໄດ້ທັນທ່ວງທີ. ຍູ້ແຮງຂະບວນການແຂ່ງຂັນ “ນັກຮົບເກົ່າເປັນແບບຢ່າງ ຕິດພັນກັບບັນດາການຂົນຂວາຍ ແລະ ໂຄງການລະດັບຊາດ. ຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນກັນຮັກຊາດຄັ້ງທີ 7 ຢ່າງດີ, ມຸ່ງສູ່ການສະຫຼຸບຂະບວນການ “ນັກຮົບເກົ່າເປັນແບບຢ່າງ” ໃນທົ່ວສະມາຄົມນັກຮົບເກົ່າໃນປີ 2024.

ສະມາຄົມນັກຮົບເກົ່າຫວຽດນາມເພີ່ມທະວີການກໍ່ສ້າງກົງຈັກການຈັດຕັ້ງ, ການບັນຈຸບຸກຄະລາກອນ, ການສັບຊ້ອນ​ໃຫ້​ສອດ​ຄ່ອງ​ກັບ​ລະ​ບຽບ​ການ​ຂອງ​ອົງ​ການ​ທີ່​ມີ​ອຳນາດ​; ສຸມໃສ່ການກໍ່ສ້າງສະມາຄົມທຸກຂັ້ນໃຫ້ເຂັ້ມແຂງຮອບດ້ານ. ຊາບຊຶມແລະຈັດຕັ້ງປະຕິບັດໃຫ້ດີ ມະຕິຂອງຄະນະບໍລິຫານງານສູນກາງສະມາຄົມນັກຮົບເກົ່າຫວຽດນາມສະບັບເລກທີ 09/NQ-CCB, ລົງວັນທີ 11 ມັງກອນ 2021 “ວ່າດ້ວຍວຽກງານວາງແຜນການພະນັກງານສະມາຄົມນັກຮົບເກົ່າຫວຽດນາມ ຊຸດທີ່ 7 (ປີ 2022-2027)”. ສ້າງການຫັນປ່ຽນຢ່າງແທ້ຈິງ ໃນການກໍ່ສ້າງການຈັດຕັ້ງຮາກຖານຂອງສະມາຄົມ ຕາມມະຕິຂອງຄະນະບໍລິຫານງານສູນກາງສະມາຄົມນັກຮົບເກົ່າຫວຽດນາມ ສະບັບເລກທີ 05/NQ-CCB, ລົງວັນທີ 9 ມັງກອນ 2020, ວ່າດ້ວຍການກໍ່ສ້າງການຈັດຕັ້ງຮາກຖານຂອງສະມາຄົມໃຫ້ເຂັ້ມແຂງ, ເພື່ອຕອບສະໜອງຄວາມຕ້ອງການຂອງໜ້າທີ່ໃນໄລຍະໃໝ່”. ປະຕິບັດ​ມາດຖານ​ການ​ປະ​ເມີນ​ ແລະ ການຈັດ​ອັນ​ດັບປະຈຳປີ​ ຕໍ່​ພະນັກງານ ສະມາຊິກສະມາຄົມ ​ແລະ ສະມາຄົມ; ສ້າງມາດຕະຖານໃຫ້ກັບພະນັກງານໃນສະມາຄົມທຸກຂັ້ນ. ສະເໜີໃຫ້ລັດຖະບານແລະອຳນາດການປົກຄອງທຸກຂັ້ນ ມີກົນໄກສະໜັບສະໜູນ ແລະ ສ້າງເງື່ອນໄຂໃນການດຳເນີນງານ ຂອງສະ​ໂມ​ສອນສະມາຄົມ​, ຄະ​ນະ​​ຕິດ​ຕໍ່​ພົວ​ພັນ​ນັກ​ຮົບ​ເກົ່າ​. ການຊາບຊຶມແລະຈັດຕັ້ງປະຕິບັດໂດຍທັນທີ ບັນດາລະບອບ ​ແລະ ນະ​ໂຍບາຍສຳລັບ​ພະນັກງານ, ສະມາຊິກສະມາຄົມ ທີ່​ພັກ​ແລະລັດໄດ້ປະກາດ​ໃຊ້; ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວຕອບແທນ​ບຸນຄຸນ​ ຕໍ່​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດດ້ານ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​ແລະ ກິດຈະກໍາການກຸສົນພາຍໃນສະມາຄົມ. ເອົາ​ໃຈ​ໃສ່ຢ່າງໃກ້ຊິດ ເຖິງ​ບັນດາ​ສະມາຄົມ​ຮາກ​ຖານ​ ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ເຂດທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງການນຳສະມາຄົມທຸກລະດັບ ກ່ຽວກັບວຽກງານກວດກາ, ຕິດຕາມກວດກາ. ສູ້ຊົນໃນແຕ່ລະປີ, ອົງການຈັດຕັ້ງສະມາຄົມຂັ້ນເທິງຈະດຳເນີການກວດກາຕໍ່ 25% ຂອງຈຳນວນການຈັດຕັ້ງຂັ້ນລຸ່ມ, 25% ຂອງສາຂາ; ດຳເນີນການຕິດຕາມກວດກາ 100% ຂອງອົງການຈັດຕັ້ງສະມາຄົມ ແລະ ສະມາຊິກສະມາຄົມ ຕາມການແບ່ງຂັ້ນຄຸ້ມຄອງ; ດຳເນີນການກວດກາ 100% ອົງການຈັດຕັ້ງສະມາຄົມ ແລະສະມາຊິກສະມາຄົມທີມີສັນຍານຂອງການລະເມີດ. ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາອົງການ​ທີ່​ມີ​ໜ້າ​ທີ່​ກວດກາ​ການ​ປະຕິບັດ​ໜ້າ​ທີ່​ ທີ່ຄະນະພັກແລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນມອບໝາຍໃຫ້. ຈັດການກັບການລະເມີດທາງວິໄນຂອງພະນັກງານສະມາຄົມ ແລະ ສະມາຊິກສະມາຄົມ ຢ່າງທັນການ, ເຂັ້ມງວດ ແລະ ​ແກ້​ໄຂ​ຄຳ​ຮ້ອງ​ຟ້ອງ, ຈົດໝາຍ​ຮ້ອງ​ຮຽນ, ການ​ກ່າວ​ປະນາມ, ​ໂດຍ​ບໍ່ປ່ອຍໃຫ້​ຄ້າງ​ຄາ ຫຼື​ຍືດ​ເຍື້ອ.

ສະມາຄົມນັກຮົບເກົ່າຫວຽດນາມເອົາໃຈໃສ່ປ່ຽນແປງໃໝ່ແບບວິທີການນຳພາໃນທຸກລະດັບ ດ້ວຍບັນດາຂໍ້ກຳນົດ, ກົດລະບຽບ ແລະ ຂັ້ນຕອນສະເພາະ; ຮັບປະກັນຫຼັກການລວມສູນປະຊາທິປະໄຕ, ປະຕິບັດການນຳພາລວມໝູ່ແລະບຸກຄົນຮັບຜິດຊອບ. ສ້າງເງື່ອນໄຂໃຫ້ສະມາຄົມທຸກຂັ້ນ ເສີມຂະຫຍາຍສິດເປັນເຈົ້າການ, ປະດິດສ້າງ ໂດຍຕິກພັນກັບການເຊີດຊູຄວາມຮັບຜິດຊອບ, ພ້ອມກັນນັ້ນກໍ່ຮັບປະກັນການນຳພາ, ຄຸ້ມຄອງເປັນເອກະພາບຂອງສູນກາງສະມາຄົມ. ປ່ຽນແປງໃໝ່ວິທີການ, ແບບແຜນ ​ແລະ ​ແບບ​ວິທີ​ການ​ເຮັດ​ວຽກ​ ຂອງ​ສະມາຄົມ​ທຸກ​ຂັ້ນ ​ແຕ່​ສູນ​ກາງ​ເຖິງ​ຂັ້ນ​ຮາກ​ຖານ, ສ້າງ​ແບບ​ແຜນ​ການ​ເຮັດ​ວຽກ​ຢ່າງມີ​ວິ​ທະ​ຍາ​ສາດ, ລວມໝູ່, ປະ​ຊາ​ທິ​ປະ​ໄຕ, ຕິດ​ຕາມໃກ້ຊິດກັບ​ຮາກ​ຖານ, ເວົ້າພ້ອມກັບ​ເຮັດ./.

-----------------------

(1) ປະຈຸ​ບັນ, ມີ 110 ອົງການ​ທີ່​ຂຶ້ນ​ກັບສູນກາງສະມາຄົມນັກຮົບເກົ່າຫວຽດນາມ (63 ແຂວງ ນະຄອນ; 47 ອົງການຈັດຕັ້ງສະມາຄົມກຸ່ມ 487); 799 ອົງການຈັດຕັ້ງສະມາຄົມຂັ້ນເທິງໂດຍກົງຂອງຮາກຖານ; 14.572 ອົງການຈັດຕັ້ງຮາກຖານຂອງສະມາຄົມ; 91.067 ສາຂາສະມາຄົມ; 3.014.710 ສະມາຊິກສະມາຄົມ. ທຸກປີ, ກວ່າ 96% ຂອງຈຳນວນອົງການຈັດຕັ້ງສະມາຄົມຂັ້ນເທິງຂອງຮາກຖານ, ຂັ້ນຮາກຖານໄດ້ບັນລຸມາດຕະຖານສຳເລັດໜ້າທີ່ເປັນຢ່າງດີ, ກວ່າ 80% ຂອງຈຳນວນພະນັກງານ ສະມາຊິກສະມາຄົມໄດ້ສຳເລັດໜ້າທີ່ເປັນຢ່າງດີ, ໃນນັ້ນ 20% ຂອງໝູ່ຄະນະ, ບຸກຄົນໃນປະເພດສຳເລັດໜ້າທີ່ຢ່າງດີເດັ່ນ. 

(2) ໃນກອງປະຊຸມໃຫຍ່ຄະນະພັກທຸກຂັ້ນໃນສະໄໝ 2020-2025, ໃນສະມາຄົມນັກຮົບເກົ່າທັງໝົດມີສະມາຊິກ 324.602 ຄົນ ເຊິ່ງເປັນສະມາຊິກພັກ ທີ່ໄດ້ຮັບເລືອກໃຫ້ເຂົ້າຮ່ວມກອງປະຊຸມໃຫຍ່ທຸກຂັ້ນຂອງພັກ; 129.771 ຄົນໄດ້ຮັບເລືອກເປັນກຳມະການພັກ (ມີ 66.844 ສະຫາຍໄດ້ຮັບເລືອກເປັນເລຂາ, ຮອງເລຂາຄະນະພັກ). ມີພະນັກງານ, ສະມາຊິກສະມາຄົມນັກຮົບເກົ່າ 63.682 324 ຄົນທີ່ໄດ້ຮັບການສະເໜີຊື່ໃຫ້ລົງສະໝັກຮັບເລືອກຕັ້ງໃນສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. 

(3) ມາຮອດປະຈຸບັນ, ໃນທົ່ວສະມາຄົມນັກຮົບເກົ່າ, ອັດຕາສ່ວນຄອບຄົວທຸກຍາກໄດ້ຫຼຸດລົງຈາກ 4,01% ໃນຕົ້ນປີ 2018 ເປັນ 2,31%; ຄອບຄົວໃກ້ທຸກຍາກຫຼຸດລົງຈາກ 3,49% ເປັນ 2,42%. ມີ 51,95% ຂອງການຈັດຕັ້ງສະມາຄົມຢູ່ຕາແສງ, ຕົວເມືອງນ້ອຍ; 34,42% ຂອງການຈັດຕັ້ງສະມາຄົມຢູ່ເມືອງ, ຕົວເມືອງ; ການຈັດຕັ້ງສະມາຄົມຢູ່ 37 ໃນ 63 ແຂວງ, ນະຄອນ ໂດຍພື້ນຖານແມ່ນບໍ່ມີຄອບຄົວນັກຮົບເກົ່າທີ່ທຸກຍາກອີກ; ອັດຕາ​ສ່ວນ​ຄອບຄົວທີ່​ດີ ​ແລະ ຮັ່ງມີ​ບັນລຸ 55,29%; ໄດ້ລົບ​ລ້າງ​ເຮືອນ​ຊານ​ທີ່​ຊຸດ​ໂຊມ​, ເຮືອນ​ຊົ່ວຄາວ​ໃຫ້​ສະມາຊິກເກືອບ 20.000 ຫຼັງ; ກໍ່ສ້າງເຮືອນຕອບແທນບຸນຄູນ 14.000 ຫຼັງ ດ້ວຍມູນຄ່າກວ່າ 500 ຕື້ດົ່ງ.

(4) ທົ່ວສະມາຄົມນັກຮົບເກົ່າໄດ້ຂົນຂວາຍສະມາຊິກ ​​ບໍລິຈາກ​ທີ່​ດິນ​ນັບ​ພັນ​ຕາ​ລາງແມັດ ​ແລະ ​ແຮງ​ງານ​ນັບ​ໝື່ນ​ຄົນ ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່; ປະກອບສ່ວນ, ສະໜັບສະໜູນກອງທຶນຕ່າງໆ ໂດຍແນວໂຮມປະເທດຊາດຫວຽດນາມເປັນຜູ້ຄຸ້ມຄອງແລະຊີ້ນຳ ດ້ວຍຈຳນວນເງິນຫຼາຍກວ່າ 426 ຕື່ດົ່ງ; ປະຕິບັດກິດຈະກຳຕອບແທນບຸນຄູນຕ່າງໆດ້ວຍຈຳນວນເງິນຫຼາຍກວ່າ 466 ຕື້ດົ່ງ; ມອບເຮືອນ “ບຸນຄຸນນັກຮົບເກົ່າ” 11.754 ຫຼັງ ພ້ອມດ້ວຍເງິນ 438 ຕື້ດົ່ງ; ມອບ​ທຶນ​ສຶກສາ 346.151 ທຶນ​ໃຫ້​ລູກ​ຫຼານ​ຂອງສະມາຊິກ​ສະມາຄົມທີ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ຮຽນ​ເກັ່ງ ດ້ວຍ​ຈຳນວນ​ເງິນ 48,3 ຕື້​ດົ່ງ,...

(5) ເຊັ່ນ: ມະຕິ, ບົດສະຫຼຸບຂອງກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ 12, ສະໄໝທີ 13 ວ່າດ້ວຍວຽກງານການກໍ່ສ້າງແລະປັບປຸງພັກ, ຕິດກັບການປະຕິບັດບົດສະຫຼຸບຂອງກົມການເມືອງສູນກາງພັກສະບັບເລດທີ 01-KL/TW, ລົງວັນທີ 18 ພຶດສະພາ 2021, “ວ່າດ້ວຍການສືບຕໍ່ປະຕິບັດຄຳສັ່ງເລກທີ 05-CT/TW ລົງວັນທີ 15 ພຶດສະພາ 2016 ຂອງກົມການເມືອງສູນກາງພັກສະໄໝທີ 12ວ່າດ້ວຍການຍູ້ແຮງການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນໂຮ່ຈີມິນ””; ຂໍ້ກຳນົດເລກທີ 37-QD/TW, ລົງວັນທີ 25 ຕຸລາ 2021, ຂອງຄະນະບໍລິຫານງານສູນກາງພັກກ່ຽວກັບສິ່ງທີ່ສະມາຊິກພັກບໍ່ໄດ້ຮັບອະນຸຍາດໃຫ້ເຮັດ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 1.001 (​ເດືອນພະຈິກ 2022).