ວກ. - ຖັນແຖວພະນັກງານຂະແໜງການຈັດຕັ້ງກໍ່ສ້າງພັກ ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ຖັນ​ແຖວ​ພະນັກງານ​ຂອງ​ລະບົບ​ການ​ເມືອງ ເຊິ່ງມີພາລະບົດບາດໃຫ້ຄຳແນະນຳໂດຍກົງແກ່​ຄະນະ​ພັກ​ ກ່ຽວ​ກັບແຜນນະໂຍບາຍ​ ແລະ ມະຕິກ່ຽວກັບ​ວຽກ​ງານ​ກໍ່ສ້າງ ປັບປຸງພັກ ​ແລະ ລະບົບ​ການ​ເມືອງ ທີ່ກ່ຽວຂ້ອງກັບການຈັດຕັ້ງ, ກົງຈັກ, ພະນັກງານ, ສະມາຊິກພັກ ແລະ ໜ້າທີ່ປົກປ້ອງການເມືອງພາຍໃນໃນພັກ... ດັ່ງນັ້ນ, ຕໍ່ໜ້າຄວາມຕ້ອງການຂອງການພັດທະນາປະເທດໃນສະພາບການໃໝ່, ການກໍ່ສ້າງຖັນແຖວພະນັກງານຂະແໜງການຈັດຕັ້ງກໍ່ສ້າງພັກທີ່ມີຄວາມສາມາດ ແລະ ຄຸນນະພາບຢ່າງພຽງພໍ ແມ່ນໜ້າທີ່ສຳຄັນພິເສດ.
ໃນເວລາຍັງມີຊີວິດຢູ່ ປະທານໂຮ່ຈີມິນເຄີຍສອນວ່າ: “ພະນັກງານແມ່ນຮາກເງົ້າຂອງທຸກວຽກງານ... ການຝຶດອົບຮົມພະນັກງານແມ່ນວຽກງານຫຼັກຂອງພັກ”(1). ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກຫຼາຍເທື່ອເຖິງບົດບາດສຳຄັນຂອງວຽກງານຈັດຕັ້ງພະນັກງານ ແລະ ຢືນຢັນວ່າ, ຫາກກຳນົດວຽກງານກໍ່ສ້າງພັກເປັນວຽກງານຫຼັກແລ້ວ ວຽກງານຈັດຕັ້ງພະນັກງານຂອງພັກຈະດຳລົງຕຳແໜ່ງ “ກຸນແຈຂອງກຸນແຈ”. ພຶດຕິກຳຕົວຈິງໃຫ້ເຫັນວ່າ, ຖັນແຖວພະນັກງານຂະແໜງການຈັດຕັ້ງກໍ່ສ້າງພັກ ມີບົດບາດທີ່ຕັ້ງສຳຄັນທີ່ສຸດ; ດັ່ງນັ້ນ, ການກໍ່ສ້າງຖັນແຖວພະນັກງານນີ້ແມ່ນບັນຫາທີ່ຍາມ​ໃດ​ກໍ​ໄດ້ຮັບຄວາມເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ຈາກ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທີການສູນກາງ, ຄະນະ​ພັກ​ທຸກ​ຂັ້ນ.

ສະຫາຍ ເຈືອງ ທິ ມາຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ (ຜູ້ຢືນທີສອງຈາກຊ້າຍ) ເຂົ້າຮ່ວມ ວັນບຸນມະຫາສາມັກຄີປວງຊົນທັງຊາດ ຮ່ວມກັບຊາວເຜົ່າບານາ ທີ່ບ້ານເວົາ, ຕາແສງຈືອ້າ, ນະຄອນປະເລິຍກູ, ແຂວງຢາລາຍ _ພາບ: TTXVN

ຄວາມສຳຄັນຂອງການກໍ່ສ້າງຖັນແຖວພະນັກງານຂະແໜງການຈັດຕັ້ງກໍ່ສ້າງພັກ 

ຕັ້ງແຕ່ເລີ່ມຕົ້ນ, ພັກກອມມູນິດຫວຽດນາມ ໄດ້ເອົາໃຈໃສ່ທີ່ສຸດເຖິງການສ້າງຖັນແຖວພະນັກງານທີ່ເຮັດວຽກງານການຈັດຕັ້ງແລະພະນັກງານ ເພື່ອຕອບສະໜອງຄວາມຕ້ອງການຂອງການປະຕິວັດ. ໃນບັນດາເອກະສານທີ່ສຳຄັນກ່ຽວກັບວຽກງານຈັດຕັ້ງພະນັກງານ, ພັກຍາມ​ໃດ​ກໍ່ເນັ້ນໜັກເຖິງບົດບາດ, ໜ້າທີ່ຂອງຖັນແຖວພະນັກງານຂະແໜງການຈັດຕັ້ງກໍ່ສ້າງພັກ. ມະຕິກອງປະຊຸມສູນກາງພັກຄັ້ງທີ 3 ສະໄໝທີ 8 “ວ່າດ້ວຍຍຸດທະສາດພະນັກງານໃນສະໄໝແຫ່ງການຍູ້ແຮງ ການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ ລະບຸວ່າ, ໜຶ່ງໃນບັນດາໜ້າທີ່ຈຸດໜັກໃຈກາງແມ່ນ ປ່ຽນແປງໃໝ່ ແລະປັບປຸງການຈັກຕັ້ງກົງຈັກ ທີ່ເຮັດວຽກງານພະນັກງານ: “ບັນດາຄະນະພັກ, ການຈັດຕັ້ງພັກ ແລະ ພະນັກງານທີ່ເປັນຫົວໜ້າເອງ ຕ້ອງເອົາໃຈໃສ່ເບິ່ງແຍງດູແລ, ປ່ຽນແປງໃໝ່ ການຈັດຕັ້ງ ແລະ ຖັນແຖວພະນັກງານ​ທີ່​ເຮັດ​ວຽກ​ງານ​ພະນັກງານ”, “ຍົກສູງຄຸນນະທາດ, ລະດັບຄວາມຮູ້ ແລະ ຄວາມສາມາດ ຂອງຖັນແຖວທີ່ເຮັດວຽກງານພະນັກງານ. ມີນະໂຍບາຍຝຶກອົບຮົມ, ບຳລຸງສ້າງ, ຄັດ​ເລືອກ​ຜູ້​ທີ່​ມີ​ຈິດໃຈເຫັນແກ່ສ່ວນລວມ, ຊື່ສັດ, ​ໂປ່​ງ​ໃສ, ມີ​ປະສົບ​ການ​ໃນ​ການ​ເຮັດ​ວຽກ​ຂອງ​ພະນັກງານ”. ສະຫຼຸບ 10 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 3 ສະໄໝທີ 8, ກອງປະຊຸມສູນກາງພັກຄັ້ງທີ 9 ສະໄໝທີ 10 ໄດ້ປະກາດໃຊ້ບົດສະຫຼຸບເລກທີ 37-KL/TW, ລົງວັນທີ 2 ກຸມພາ 2009, “ວ່າດ້ວຍການສືບຕໍ່ຍູ້ແຮງການປະຕິບັດຍຸດທະສາດພະນັກງານ ແຕ່ນີ້ເຖິງປີ 2020”; ໃນນັ້ນ, ເນັ້ນໜັກໜ້າທີ່ຍູ້ແຮງການຄົ້ນຄວ້າວິທະຍາສາດ, ກໍ່ສ້າງອົງການແລະບຸກຄະລາກອນທີ່ເຮັດວຽກງານການຈັດຕັ້ງແລະພະນັກງານ”, ເພີ່ມທະວີການອົບຮົມສຶກສາສະຕິຮູ້ສຶກໃນຄວາມຮັບຜິດຊອບ, ຄວາມສາມາດ ແລະ ຄຸນທາດ ຄຸນສົມບັດຂອງຖັນແຖວພະນັກງານທີ່ເຮັດວຽກງານການຈັດຕັ້ງແລະພະນັກງານ”. 

ພະນັກງານທີ່ເຮັດວຽກງານການຈັດຕັ້ງ ພະນັກງານ ຕ້ອງຕອບສະໜອງມາດຕະຖານທົ່ວໄປຕາມກຳນົດຂອງພັກ; ພ້ອມກັນນັ້ນ, ຕ້ອງ​ມີ​ຄຸນ​ນະພາ​ບຕາມ​ຄວາມຕ້ອງການ​ສະ​ເພາະ ​ຂອງ​ຂະແໜງການຈັດຕັ້ງ​ກໍ່ສ້າງ​ພັກ. ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຄີຍເນັ້ນໜັກວ່າ ການກໍ່ສ້າງແລະປັບປຸງພັກເວົ້າລວມ, ວຽກງານການຈັດຕັ້ງພະນັກງານເວົ້າສະເພາະ ແມ່ນວຽກງານການຈັດຕັ້ງກໍ່ສ້າງຜູ້ຄົນ, ແມ່ນວຽກງານທີ່ກ່ຽວຂ້ອງກັບຜູ້ຄົນ, ດັ່ງນັ້ນ ຈຶ່ງເປັນເລື່ອງງ່າຍທີ່ຈະແຕະຕ້ອງເຖິງກຽດສັກສີ, ຜົນປະໂຫຍດ ແລະ ຄວາມສໍາພັນຂອງຄົນ, ເຊິ່ງຮຽກຮ້ອງໃຫ້ພະນັກງານທີ່ເຮັດວຽກງານນີ້ແຕ່ລະຄົນ ຕ້ອງວິຈານຕົນເອງ, ວິເຄາະ ແລະ ແຍກຂໍ້ດີຂໍ້ເສຍຂອງຕົນເອງ ຢ່າງເປັນປະຈຳ, ທັງຕ້ອງສະແດງຄວາມຄິດເຫັນ ແລະ ປະເມີນຄົນອື່ນ. ດັ່ງນັ້ນ, ພະນັກງານທີ່ເຮັດວຽກງານການຈັດຕັ້ງພະນັກງານ ຕ້ອງມີຄວາມຕື່ນຕົວ, ຈິງໃຈ, ທ່ຽງທຳ, ພາວະວິໄສ, ຖ້າບໍ່ດັ່ງນັ້ນ ຈະຕົກເປັນອັດຕະວິໄສ ເຈດຈຳນົງນິຍົມໄດ້ງ່າຍ, ມັກເຫັນແຕ່ຈຸດດີແລະຈຸດແຂງຂອງຕົນເອງຫຼາຍກວ່າຄົນອື່ນ ແລະ ເຫັນແຕ່ຈຸດອ່ອນແລະຂໍ້ຂາດຕົກບົກພ່ອງຂອງຄົນອື່ນຫຼາຍກວ່າຕົນເອງ.

ສຳລັບພະນັກງານຂະແໜງການຈັດຕັ້ງກໍ່ສ້າງພັກຕ້ອງມີມາດຕະຖານສູງ, ຕ້ອງເປັນຄົນທີ່ສັດຊື່, ທ່ຽງທຳ ແລະ ມີຄວາມຍຸດຕິທຳ. ຄວາມສາມາດຂອງພະນັກງານເຮັດວຽກງານການຈັດຕັ້ງ ແມ່ນຄວາມສາມາດໃນການເຂົ້າໃຈຜູ້ຄົນ; ດັ່ງ​ນັ້ນ ຈຶ່ງ​ບໍ່​ສາມາດປ່ອຍ​ໃຫ້​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ອາລົມ, ຈົ່ງຈຽມ, ມີການກະທຳຄົບຄິດ, ຮັບ​ສິນ​ບົນ ​ມາເຮັດ​ວຽກ​ງານການຈັດຕັ້ງ. ພະນັກງານອົງການຈັດຕັ້ງຕ້ອງມີຄວາມທ່ຽງທຳຢ່າງແທ້ຈິງ, ຖ້າ “ຮັກວ່າດີ, ກຽດຊັງວ່າບໍ່ດີ” ກໍ່ບໍ່ສາມາດເຮັດວຽກງານການຈັດຕັ້ງໄດ້. ຜູ້ເຮັດວຽກງານພະນັກງານຕ້ອງໃກ້ຊິດ, ປະເມີນພະນັກງານພາຍໃຕ້ການຄຸ້ມຄອງແຕ່ລະຄົນຢ່າງຖືກຕ້ອງ; ເຂົ້າໃຈຢ່າງຈະແຈ້ງກ່ຽວກັບຂະບວນການ, ຜົນຂອງການປະຕິບັດໜ້າທີ່, ຂໍ້ດີ, ຂໍ້ເສຍ ແລະ ແງ່ຫວັງຂອງພະນັກງານ ເພື່ອສະເໜີແລະແນະນຳນະໂຍບາຍກ່ຽວກັບການຝຶກອົບຮົມ ບຳລຸງສ້າງ, ການໝູນວຽນ ແລະ ການຈັດວາງໃຫ້ສອດຄ່ອງ; ຫຼີກລ້ຽງສະພາບການຄຸ້ມຄອງຢ່າງຜິວເຜີນ, ພຽງແຕ່ປະເມີນພະນັກງານຕາມບັນທຶກ ຜ່ານ​​ລາຍ​ງານ​ທົ່ວ​ໄປເທົ່ານັ້ນ, ບໍ່​​ກຳ​ແໜ້ນ​ຄຸນ​ນະພາ​ບ ​ແລະ ຄວາມ​ສາມາດ​ຂອງ​ພະນັກງານ​ ຜ່ານ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ ​ແລະ ລັດ. ຄຽງ​ຄູ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ​ຍຶດຕິດກັບຄວາມເປັນ​ຈິງ, ພະນັກງານຂະແໜງການຈັດຕັ້ງ​ກໍ່ສ້າງ​ພັກ ​ຕ້ອງ​ຕັ້ງໜ້າ​ຄົ້ນຄວ້າ​ທິດ​ສະ​ດີ​ ບົນ​ພື້ນຖານ​ລັດທິມາກ-​ເລ​ນິນ ​ແລະ ​ແນວ​ຄິດ​ຂອງ​ໂຮ່ຈີມິນ, ໂດຍສະເພາະທິດສະດີກ່ຽວກັບວຽກງານການຈັດຕັ້ງກໍ່ສ້າງພັກ, ບັນດາເອກະສານຂອງພັກ ແລະ ກົດໝາຍທີ່ກ່ຽວຂ້ອງ; ແນໃສ່ເພີ່ມເຕີມ ແລະປັບປຸງວິທີການເຮັດວຽກທີ່ຖືກຕ້ອງ, ວິທະຍາສາດ ແລະ ປະຊາທິປະໄຕ, ຫຼີກລ້ຽງການຕົກຢູ່ໃນອັດຕະວິໄສ, ເຈດຈຳນົງນິຍົມ, ການບັງຄັບ, ຄວາມເປັນດ້ານດຽວ; ພ້ອມກັນນັ້ນ, ຕ້ອງຕັ້ງໜ້າ, ເປັນເຈົ້າການໃນການຄົ້ນຄວ້າບັນດາບັນຫາກ່ຽວກັບວິທະຍາສາດການຈັດຕັ້ງ, ການຄຸ້ມຄອງບຸກຄະລາກອນ, ວິທະຍາສາດການນຳພາ, ຈິດຕະວິທະຍາ,... ເພື່ອເຂົ້າໃຈກ່ຽວກັບວຽກງານການຈັດຕັ້ງພະນັກງານ ຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີວິທີແກ້ໄຂວຽກງານນີ້ຢ່າງຖືກຕ້ອງ. ພະນັກງານເຮັດວຽກງານການຈັດຕັ້ງພະນັກງານຕ້ອງແມ່ນຜູ້ທີ່ມີຄຸນສົມບັດ ບຸກຄະລິກກະພາບທີ່ດີ, ມີຄວາມຊື່ສັດ, ພາວະວິໄສ, ທ່ຽງຕົງ, ມີຄວາມຮັບຜິດຊອບ; ມີລະດັບ, ຄວາມສາມາດ, ວິທີການພິຈາລະນາ ຕີລາຄາຜູ້ຄົນທີ່ຖືກຕ້ອງ.

ການກໍ່ສ້າງ​ຖັນ​ແຖວ​ພະນັກງານຂະແໜງການຈັດຕັ້ງ​ກໍ່ສ້າງ​ພັກໃນສະພາບການໃໝ່ -
ຄວາມຮຽກຮ້ອງຕ້ອງການ ແລະ ວິທີແກ້ໄຂທີ່ສຳຄັນຈຳນວນໜຶ່ງ

ເຖິງເດືອນຕຸລາ 2022, ມີພະນັກງານ 1.677 ຄົນທີ່ກຳລັງເຮັດວຽກໃນ​ຄະນະ​​ຈັດ​ຕັ້ງ​ຂອງ​ຄະນະ​ພັກ​ຂັ້ນແຂວງ, ນະຄອນທີ່ຂຶ້ນ​ສັງກັດສູນ​ກາງ; ມີພະນັກງານ 4.672 ຄົນທີ່ກຳລັງເຮັດວຽກໃນ​ຄະນະ​​ຈັດ​ຕັ້ງ​ຂອງ​ຄະນະ​ພັກຂັ້ນເມືອງ. ອັດຕາສ່ວນແມ່ຍິງທີ່ກຳລັງເຮັດວຽກໃນ​ຄະນະ​​ຈັດ​ຕັ້ງ​ຂອງ​ຄະນະ​ພັກຂັ້ນແຂວງແມ່ນ 37%, ໃນຂັ້ນເມືອງແມ່ນ 42%; ອັດຕາ​ສ່ວນ​ພະນັກງານ​ທີ່​ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ ໃນ​ຄະນະ​ຈັດຕັ້ງຂອງຄະນະພັກ​ຂັ້ນ​ແຂວງ ໃນ​ທົ່ວ​ປະ​ເທດ ​ແມ່ນ 7%, ​ໃນຂັ້ນ​ເມືອງແມ່ນ 11%. ພະນັກງານທີ່ເຮັດວຽກໃນ​ຄະນະ​​ຈັດ​ຕັ້ງ​ຂອງ​ຄະນະ​ພັກຂັ້ນແຂວງແລະຂັ້ນເມືອງ ຕົ້ນຕໍ​ແມ່ນ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ຈາກ​ສາຂາ​ວິຊາ​ການ​ຄື: ​ເສດຖະກິດ, ການ​ເງິນ (26%, 22%), ວິທະຍາສາດສັງຄົມ (20%, 21%), ກົດໝາຍ, ວຽກງານພາຍໃນ (17%, 19%), ການກໍ່ສ້າງພັກ ແລະ ອຳນາດການປົກຄອງລັດ (12%, 11%), ສ່ວນທີ່ເຫຼືອແມ່ນມາຈາກວິຊາສະເພາະອື່ນໆ. ຈຳນວນພະນັກງານທີ່ເຮັດວຽກໃນຄະນະຈັດຕັ້ງຂອງຄະນະພັກແຂງທີ່ມີເວລາເຮັດວຽກໃນຂະແໜງການຈັດຕັ້ງກໍ່ສ້າງພັກ ແຕ່ 10 ປີ​ຂຶ້ນ​ໄປກວມ 54%, ຢູ່ຄະນະຈັດຕັ້ງຂອງຄະນະພັກເມືອງແມ່ນ 24%. ໃນຊຸມປີທີ່ຜ່ານມາ, ຖັນແຖວພະນັກງານທີ່ເຮັດວຽກງານການຈັດຕັ້ງຂອງພັກ ​ໄດ້​ປະຕິບັດ​ບົດບາດ​ທີ່​ປຶກສາ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ວຽກ​ງານ​​ພະນັກງານເປັນຢ່າງດີ, ປະກອບສ່ວນ​ສຳຄັນ ເຂົ້າ​ໃນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທາງ​ປະຫວັດສາດ​ ໃນ​ການ​ກໍ່ສ້າງ​ພັກ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຢ່າງໃດກໍຕາມ, ຖັນແຖວພະນັກງານທີ່ປຶກສາກ່ຽວກັບການຈັດຕັ້ງກໍ່ສ້າງພັກ ຍັງບໍ່ທັນສະໝ່ຳສະເໝີ, ພາກສ່ວນໜຶ່ງຍັງຖືກຈຳກັດທາງດ້ານຄຸນສົມບັດ ແລະ ຄວາມສາມາດ, ຂາດບົດຮຽນປະສົບການ, ບໍ່​ທັນຕອບສະໜອງ​ໄດ້ກັບຄວາມ​ຕ້ອງການ ​ແລະ ໜ້າທີ່​ໃນ​ສະພາບ​ການ​ໃໝ່, ວິທີການປະຕິບັດວຽກງານຍັງສັບສົນງຸ່ມງ່າມ, ບໍ່ວິທະຍາສາດ, ປະສິດທິຜົນຕ່ຳ. ມະຕິຂອງກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ 12 ສະບັບເລກທີ 26-NQ/TW, ລົງວັນທີ 19 ພຶດສະພາ 2018 ວ່າດ້ວຍການສຸມໃສ່ການກໍ່ສ້າງຖັນແຖວພະນັກງານທຸກລະດັບ, ໂດຍສະເພາະລະດັບຍຸດທະສາດ, ມີຄຸນສົມບັດ, ຄວາມສາມາດ ແລະ ຊື່ສຽງຢ່າງພຽງພໍ, ທຽບເທົ່າກັບໜ້າທີ່ໄດ້ຊີ້​ອອກ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ, ວຽກ​ງານ​ກໍ່ສ້າງ​ຖັນແຖວ​ປະຕິບັດ​ວຽກ​ງານການ​ຈັດ​ຕັ້ງ​ແລະພະນັກງານ ​ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ແລະໜ້າທີ່; ຄຸນນະພາບ, ຄວາມສາມາດ ແລະ ຊື່ສຽງຂອງພະນັກງານທີ່ເຮັດວຽກງານການຈັດຕັ້ງຫຼາຍຄົນ ຍັງບໍ່ທັນໄດ້ຕາມຄວາມຕ້ອງການ; ການກໍ່​ສ້າງຖັນແຖວພະນັກງານນີ້​ຍັງ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ພຽງພໍ...

ໃນຂະນະນັ້ນ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ກຳນົດຄວາມຕ້ອງການພັດທະນາປະເທດໄລຍະ​ຈະ​ມາ​ເຖິງ ດ້ວຍ​ເປົ້າ​ໝາຍ​ທົ່ວ​ໄປ​ຄື:ຍົກສູງຄວາມສາມາດນຳພາ, ຄວາມສາມາດກຳອຳນາດການປົກຄອງ ແລະ ກຳລັງແຮງສູ້ຮົບຂອງພັກ; ກໍ່ສ້າງພັກແລະລະບົບການເມືອງໃຫ້ປອດໃສ ແລະ ໝັ້ນຄົງເຂັ້ມແຂງຮອບດ້ານ; ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດ ແລະ ລະບອບສັງຄົມນິຍົມ; ປຸກຕື່ນຄວາມປາຖະໜາທີ່ຈະພັດທະນາ​ປະ​ເທດໃຫ້​ຈະ​ເລີ​ນຮຸ່ງ​ເຮືອງແລະ​ຜາ​ສຸກ, ເສີມຂະຫຍາຍເຈດຈຳນົງແລະກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ສົມທົບກັບກຳລັງແຮງຂອງຍຸກສະໄໝ; ຊຸກຍູ້ການປ່ຽນແປງໃໝ່, ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢ່າງຮອບດ້ານ, ຄົບຊຸດ; ກໍ່ສ້າງແລະປົກປັກຮັກສາປະເທດຊາດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ; ສູ້ຊົນເຖິງກາງສະຕະວັດທີ 21, ປະເທດເຮົາກາຍເປັນປະເທດພັດທະນາແລ້ວ, ຕາມທິດທາງສັງຄົມນິຍົມ(2).

ເພື່ອບັນລຸເປົ້າໝາຍຂ້າງເທິງ, ຄວາມ​ຮຽກຮ້ອງ​ຕ້ອງການ​ແລະໜ້າ​ທີ່​ສຳຄັນທີ່ສຸດແມ່ນ​ ສືບ​ຕໍ່​ກໍ່ສ້າງລະບົບກົງຈັກ​ການ​ເມືອງ​ທີ່ປອດໃສ​ ແລະ ໝັ້ນຄົງ​ເຂັ້ມ​ແຂງ, ສຸມ​ໃສ່​ສ້າງ​ຖັນ​ແຖວ​ພະນັກງານ​ທຸກ​ຂັ້ນ, ພິ​ເສດ​ແມ່ນພະນັກງານ​ລະດັບ​ຍຸດ​ທະ​ສາດ ​ທີ່​ມີ​ຄຸນສົມບັດ, ຄວາມ​ສາມາດ ​ແລະ ກຽດ​ສັກ​ສີ, ທຽບເທົ່າກັບໜ້າທີ່ວຽກງານ. ຄຽງຄູ່ກັນນັ້ນ, ການປະຕິວັດອຸດສາຫະກຳຄັ້ງທີສີ່ພວມເປີດໂອກາດຫຼາຍຢ່າງ, ພ້ອມກັນນັ້ນ ຍັງກໍ່ໃຫ້ເກີດ​ຄວາມ​ທ້າ​ທາຍ​ຫຼາຍປະການສຳລັບ​​ແຕ່ລະ​ປະ​ເທດ, ອົງການ ​ແລະ ບຸກຄົນ. ​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ, ລະດັບການ​ເຂົ້າ​ຮ່ວມ​​ຂອງ​ຫວຽດນາມ​ໃນ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີສີ່ ຍັງ​ຕ່ຳ. ດັ່ງນັ້ນ, ຄວາມເປັນເຈົ້າການແລະຕັ້ງໜ້າ ໃນການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີ່ສີ່ ເປັນ​ຄວາມ​ຕ້ອງ​ການ​ທີ່​ຂາດ​ບໍ່​ໄດ້ ​ແລະ ​ພາວະວິໄສ; ແມ່ນໜ້າທີ່ທີ່ມີຄວາມໝາຍຍຸດທະສາດພິເສດ, ທັງຮີບດ່ວນ ທັງຍາວນານ ຂອງລະບົບການເມືອງ ແລະ ທົ່ວສັງຄົມ, ໃນນັ້ນມີອົງການຈັດຕັ້ງພະນັກງານຂອງພັກ. ການປະຕິວັດອຸດສາຫະກຳຄັ້ງທີ່ສີ່ ຈະສົ່ງຜົນກະທົບແລະຜົນສະທ້ອນ ເຖິງວຽກງານການຈັດວາງສັບຊ້ອນ ແລະ ການໃຊ້ບຸກຄະລາກອນ ຂອງຂະແໜງການຈັດຕັ້ງກໍ່ສ້າງພັກ, ກະທົບເຖິງການກໍ່ສ້າງ ແລະ ພັດທະນາໂຄງສ້າງພື້ນຖານທາງເຕັກນິກ, ການ​ນໍາ​ໃຊ້​ຜົນ​ສໍາ​ເລັດທາງ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ ທັນສະໄໝ ເຂົ້າໃນວຽກງານການ​ຄຸ້ມ​ຄອງ​ອົງ​ການ​ຈັດ​ຕັ້ງ ພະ​ນັກ​ງານ ສະ​ມາ​ຊິກ​ພັກ, ຮັກສາຄວາມປອດໄພຂອງຂໍ້ມູນ, ໃຊ້ປະໂຫຍດແລະຂຸດຄົ້ນຂໍ້ມູນ, ປະກອບສ່ວນເຂົ້າໃນການປະຕິຮູການບໍລິຫານ, ປັບປຸງກົງຈັດ, ຫຼຸດການບັນຈຸພະນັກງານ, ຍົກສູງປະສິດທິພາບ ແລະ ປະສິດທິຜົນ ຂອງອົງການຈັດຕັ້ງພະນັກງານທຸກລະດັບ.  

ເພາະສະນັ້ນ, ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກລະບຸວ່າ ຕ້ອງສຸມໃສ່ກໍ່ສ້າງຖັນແຖວພະນັກງານຂະແໜງການຈັດຕັ້ງກໍ່ສ້າງພັກທີ່ສາມັກຄີ, ຈົງຮັກພັກດີ, ຊື່ສັດ, ບໍລິສຸດ, ເປັນແບບຢ່າງ, ຊ່ຽວຊານຊຳນວນ, ເປັນມືອາຊີບ, ໂດຍສະເພາະພະນັກງານທີ່ປຶກສາລະດັບຍຸດທະສາດ ແລະ ຜູ້ຊ່ຽວຊານຊັ້ນນໍາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ໃນໄລຍະພັດທະນາໃໝ່. ໃຫ້ຄວາມສຳຄັນກັບການຄັດເລືອກ ​ແລະ ​ຈັດວາງຫົວໜ້າ​ອົງການ​ທີ່ປຶກສາທີ່​ເໝາະ​ສົມ ​ເພື່ອໃຫ້ຄຳແນະນຳແລະຊ່ວຍ​ເຫຼືອ​ຄະນະ​ພັກ​ທຸກ​ຂັ້ນ(3). ນີ້ແມ່ນໜ້າທີ່ທີສຳຄັນ ແຕ່ກໍ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ຮຽກຮ້ອງໃຫ້ບັນດາຄະນະພັກ ແລະອົງການຈັດຕັ້ງພັກ ຕ້ອງສຸມໃສ່ການນຳພາຊີ້ນຳ ແລະ ເດັດຂາດໃນການຈັດຕັ້ງປະຕິບັດ ເພື່ອກໍ່ສ້າງຖັນແຖວພະນັກງານຂະແໜງການຈັດຕັ້ງກໍ່ສ້າງພັກ ໃຫ້ນັບມື້ນັບປອດໃສ ແລະ ໝັ້ນຄົງເຂັ້ມແຂງ. ບັນດາຄະນະພັກຕ້ອງມີມາດຕະຖານສະເພາະ, ມີແຜນການ ແລະ ວິທີການພື້ນຖານ ເພື່ອສ້າງຖັນແຖວພະນັກງານທີ່ເຮັດວຽກງານການຈັດຕັ້ງພະນັກງານ ຕອບສະໜອງຄວາມຕ້ອງການ ແລະ ໜ້າທີ່ ໃນສະຖານະການໃໝ່, ລະອຽດຄື: 

ທີໜຶ່ງ, ສ້າງ ​ແລະ ປັບປຸງ​ຕຳ​ແໜ່ງງານ ​ແລະ ມາດຕະຖານ​ຂອງ​ພະນັກງານ​ໃນ​ຂະ​ແໜງ​ຈັດຕັ້ງກໍ່ສ້າງ​ພັກ.

ນີ້ແມ່ນເນື້ອໃນສຳຄັນທຳອິດ ຂອງວຽກງານກໍ່ສ້າງຖັນແຖວພະນັກງານ ໃນຂະແໜງການຈັດຕັ້ງກໍ່ສ້າງພັກ, ໂດຍຕິດກັບການກໍ່ສ້າງແລະປັບປຸງບັນດາອົງການທີ່ປຶກສາກ່ຽວກັບການຈັດຕັ້ງ ພະນັກງານຂອງພັກ. ເພື່ອໃຫ້ລະບົບການຈັດຕັ້ງກົງຈັກຂອງພັກມີຄວາມກະທັດລັດ ແລະ ເຄື່ອນໄຫວມີປະສິດທິພາບ ແລະ ຜະສິດທິຜົນນັ້ນ, ກ່ອນອື່ນໝົດ ບັນດາອົງການທີ່ປຶກສາກ່ຽວກັບວຽກງານການຈັດຕັ້ງພະນັກງານຂອງພັກ ຕ້ອງມີຄວາມສາມາດ ແລະ ປະຕິບັດພາລະບົດບາດ ໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ຢາກໄດ້ຄືແນວນັ້ນ, ບັນດາ​ອົງການທີ່ເຮັດວຽກງານການຈັດຕັ້ງພະນັກງານ​ຂອງ​ພັກເອງ ​ຕ້ອງມີຄວາມກະທັດລັດ, ໄດ້ຮັບການຈັດ​ຕັ້ງ​ຢ່າງ​ມີ​ວິທະຍາສາດ, ​ແໜ້ນແຟ້ນ, ຄົບຊຸດ ​ແລະ ​ເປັນ​ເອກະ​ພາບ. ເພື່ອຕອບສະໜອງຄວາມຕ້ອງການເຫຼົ່ານັ້ນ, ການກໍ່ສ້າງແລະປັບປຸງບູລະນະຕໍາແໜ່ງງານໃນອົງການທີ່ປຶກສາກ່ຽວກັບວຽກງານການຈັດຕັ້ງພະນັກງານ ມີຄວາມສໍາຄັນທີ່ສຸດ. ນີ້ແມ່ນພື້ນຖານທຳອິດເພື່ອກຳນົດຂະໜາດ, ຮູບແບບ ແລະ ໂຄງສ້າງການຈັດຕັ້ງ ຂອງອົງການທີ່ປຶກສາ ກ່ຽວກັບວຽກງານການຈັດຕັ້ງພະນັກງານຂອງພັກ ໃນຂັ້ນຕ່າງໆ ແລະ ເປັນພື້ນຖານທຳອິດ ເພື່ອກຳນົດຈຳນວນ, ຄວາມຕ້ອງການມາດຕະຖານຄຸນສົມບັດ ຂອງຖັນແຖວພະນັກງານ ໃນຂະແໜງການຈັດຕັ້ງກໍ່ສ້າງພັກ. ການກໍ່ສ້າງແລະປັບປຸງບູລະນະຕຳແໜ່ງງານ ແລະ ມາດຕະຖານພະນັກງານດ້ານໜຶ່ງ, ເພື່ອຍົກສູງຄຸນນະພາບຂອງຖັນແຖວພະນັກງານໃນຂະແໜງການຈັດຕັ້ງກໍ່ສ້າງພັກ ແລະ ປະສິດທິຜົນຂອງວຽກງານພະນັກງານ, ເປັນພື້ນຖານເພື່ອດຳເນີນການຈັດວາງສັບຊ້ອນພາກສ່ວນຕ່າງໆໃນອົງການ ຢ່າງມີວິທະຍາສາດຫຼາຍຂຶ້ນອີກດ້ານໜຶ່ງ, ປະກອບສ່ວນຍົກສູງຄຸນນະພາບ ແລະ ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄຸ້ມ​ຄອງ ຝຶກອົບຮົມ ​ແລະ ບຳລຸງ​ສ້າງພະນັກງານ, ການ​ຮັບ​ສະ​ໝັກ​ພະ​ນັກ​ງານ​ ຈົນເຖິງ​ການ​ປະ​ເມີນ ​ແລະ ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສໍາ​ລັບ​​ພະ​ນັກ​ງານ.           

ທີສອງ, ໃຫ້ຄວາມສຳຄັນກັບການສຶກສາ ແລະ ຝຶກອົບຮົມທາງດ້ານທິດສະດີການເມືອງ, ວິຊາສະເພາະ, ວິຊາອາຊີບ, ຈັນຍາບັນວິຊາຊີບ ສຳລັບພະນັກງານໃນຂະແໜງການຈັດຕັ້ງກໍ່ສ້າງພັກ.

ການໃຫ້ຄວາມສຳຄັນກັບການສຶກສາ ແລະ ຝຶກອົບຮົມທາງດ້ານທິດສະດີການເມືອງ, ວິຊາສະເພາະ, ວິຊາອາຊີບ, ຈັນຍາບັນວິຊາຊີບ ສຳລັບພະນັກງານໃນຂະແໜງການຈັດຕັ້ງກໍ່ສ້າງພັກ ແມ່ນເພື່ອຊ່ວຍໃຫ້ຖັນແຖວພະນັກງານນີ້ ມີຫຼັກໝັ້ນ ຄວາມກ້າຫານທາງການເມືອງທີ່ໜັກແໜ້ນ, ມີວິຊາຊີບແລະຄວາມຊ່ຽວຊານ ເພື່ອ​ຕອບ​ສະໜອງ​ເງື່ອນ​ໄຂ​ຂອງ​ການ​ປະຕິວັດ​ອຸດສາຫະກຳຄັ້ງທີສີ່​ໃນ​ປະຈຸ​ບັນ​ໃຫ້​ດີ​ຂຶ້ນ. ປະທານໂຮ່ຈີມິນເຄີຍຢືນຢັນວ່າ: “ເພື່ອໃຫ້ພະນັກງານແລະສະມາຊິກພັກທຸກຄົນສົມກັບເປັນນັກຮົບປະຕິວັດ, ພັກຂອງ​ພວກ​ເຮົາ​ຕ້ອງ​ອອກແຮງ​ເພີ່ມ​ທະວີ​ການ​ສຶກສາ​ອົບຮົມ​ທົ່ວ​ພັກ ​ກ່ຽວ​ກັບ​ອຸດົມ​ການ​ກອມ​ມູນິດ, ກ່ຽວກັບແນວທາງ ແລະ ນະ​ໂຍບາຍຂອງພັກ, ກ່ຽວກັບໜ້າ​ທີ່​ ແລະ ຄຸນສົມບັດ​ສິນ​ທຳ​ຂອງ​ສະມາຊິກ​ພັກ(4).   

ເພື່ອເຮັດເນື້ອໃນຂ້າງເທິງນີ້ໄດ້ດີ, ຈຳເປັນຕ້ອງສືບຕໍ່ຍົກສູງຄວາມຮັບຮູ້ຂອງບັນດາຄະນະພັກ ແລະ ອົງການຈັດຕັ້ງພັກ ກ່ຽວກັບບົດບາດທີ່ຕັ້ງ, ຄວາມໝາຍ ແລະ ຄວາມສຳຄັນ ຂອງວຽກງານການສຶກສາ ແລະ ຝຶກອົບຮົມທາງດ້ານທິດສະດີການເມືອງ, ວິຊາສະເພາະ, ວິຊາອາຊີບ, ຈັນຍາບັນວິຊາຊີບ ສຳລັບພະນັກງານໃນຂະແໜງການຈັດຕັ້ງກໍ່ສ້າງພັກ. ເປັນເຈົ້າການໃນການສ້າງແລະປັບປຸງບູລະນະກົດລະບຽບ, ລະບຽບການ, ລະບອບການຮ່ຳຮຽນທິດສະດີການເມືອງ, ວິຊາສະເພາະ, ວິຊາອາຊີບ, ຈັນຍາບັນວິຊາຊີບ; ພ້ອມກັນນັ້ນ, ສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບ ແລະ ປະສິດທິ​ຜົນ​ຂອງ​ໂຄງການ​ການສຶກສາ ແລະ ຝຶກອົບຮົມທາງດ້ານທິດສະດີການເມືອງ, ວິຊາສະເພາະ, ວິຊາອາຊີບ, ຈັນຍາບັນວິຊາຊີບ ສຳລັບພະນັກງານໃນຂະແໜງການຈັດຕັ້ງກໍ່ສ້າງພັກ. ເພີ່ມທະວີວຽກງານການຄຸ້ມຄອງ ເພື່ອຮັບປະກັນຄຸນນະພາບຂອງການສຶກສາ ແລະ ຝຶກອົບຮົມທາງດ້ານທິດສະດີການເມືອງ, ວິຊາສະເພາະ, ວິຊາອາຊີບ, ຈັນຍາບັນວິຊາຊີບ; ຮັດ​ແໜ້ນ​ລະບຽບ​ວິ​ໄນໃນການສຶກສາ​ອົບຮົມ, ປຸກຕື່ນ​ຈິດ​ໃຈໄຝ່ຮຽນຮູ້ ​ແລະ ການຮຽນຮູ້ດ້ວຍ​ຕົນ​ເອງ, ​ໂດຍ​ສະ​ເພາະ​ແມ່ນ​ ທິດ​ສະ​ດີ​ການ​ເມືອງ ​ແລະ ວິຊາ​ສະ​ເພາະ​ການຈັດຕັ້ງ​ກໍ່ສ້າງ​ພັກ ໃຫ້​ແກ່​ພະນັກງານ​ທີ່​ປຶກສາ​ກ່ຽວ​ກັບ​ວຽກ​ງານ​ການຈັດ​ຕັ້ງພະນັກງານ. 

ນອກຈາກເນື້ອໃນກ່ຽວກັບລະດັບວິຊາສະເພາະ, ທິດສະດີການເມືອງ ແລະ ວິຊາ​ສະ​ເພາະ​ການຈັດຕັ້ງແລ້ວ, ​ເນື້ອ​ໃນທີ່​ສຳຄັນ​ອີກ​ຢ່າງ​ໜຶ່ງ ​ໃນ​ການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງ​ພະນັກງານ​ທີ່ເຮັດວຽກງານການຈັດຕັ້ງນັ້ນ ​ແມ່ນ​ການ​ຝຶກທັກສະ, ການຖອດຖອນບົດຮຽນໃນການປະເມີນແລະຈົດຈຳບຸກຄົນ, ທັກສະ ວິທີການ ແລະ ປະສົບການໃນການຈັດການກັບສະຖານະການທີ່ກ່ຽວຂ້ອງກັບວຽກງານການຈັດຕັ້ງ, ພະນັກງານ ສະມາຊິກພັກ ແລະ ການປົກປ້ອງການເມືອງພາຍໃນ. ການຈັດຕັ້ງກໍ່ສ້າງພັກແມ່ນຂົງເຂດພິເສດ, ດັ່ງນັ້ນ, ຈຶງຕ້ອງ​ມີ​ຄວາມ​ຮູ້, ທັກສະ, ປະສົບ​ການ ​ແລະ ຄວາມ​ສາມາດ​​ພິ​ເສດ; ນັ້ນ​ແມ່ນ​ຄວາມ​ສາ​ມາດໃນການ​ຮູ້​ຈັກ “ເບິ່ງຄົນ”, ​ຫາຄົນ​, ການ​ຮັບ​ຮູ້ ​ປະ​ເມີນ​ ​ໃຊ້ ​ແລະ ​ສົ່ງ​ເສີມ​ຄວາມ​ສາ​ມາດ​ຂອງພະນັກງານ​. ໃນບົດຄວາມບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ເປັນພິເສດ ໃນວຽກງານການກະກຽມບຸກຄະລາກອນ ສຳລັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ”, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ຄຳເຕືອນທີ່ເລິກເຊິ່ງ ແລະ ກຳນົດຄວາມຕ້ອງການສູງທີ່ສຸດ ສຳລັບບັນດາສະຫາຍໃນຄະນະອະນຸກຳມະການບຸກຄະລາກອນວ່າ, ພະນັກງານທີ່ເຮັດວຽກງານການຈັດຕັ້ງຕ້ອງເຊື່ອ​ຖື​ໄດ້​​ແທ້​ໆ, ຈົງ​ຮັກ​ພັກ​ດີຢ່າງແທ້ຈິງ, ຊື່ສັດບໍລິສຸດ, ໂປ່ງໃສ, ທ່ຽງທຳ, ພາວະວິໄສ, ໂດຍສະເພາະແມ່ນມີສະຕິສ່ອງໃສ, ສຸຂຸມຫຼັກແຫຼມ.   

ທີສາມ, ປ່ຽນແປງໃໝ່ວຽກງານການປະເມີນ, ການຈັດວາງ, ການແຕ່ງຕັ້ງ ແລະ ການໃຊ້ພະນັກງານໃນຂະແໜງການຈັດຕັ້ງກໍ່ສ້າງພັກ.

ການປະຕິບັດເປັນຢ່າງດີເນື້ອໃນນີ້ ແມ່ນເງື່ອນໄຂເພື່ອໃຫ້ພະນັກງານຂະແໜງການກໍ່ສ້າງພັກເສີມຂະຫຍາຍຄວາມສາມາດ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງອົງການ; ປະກອບສ່ວນກີດກັ້ນແລະແກ້ໄຂ ສະພາບການເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ ແລະ ວິຖີຊີວິດ. ເມື່ອຍັງມີຊີວິດຢູ່, ປະທານໂຮ່ຈີມິນໄດ້ຊີ້ແຈ້ງວ່າ: “ກ່ອນທີ່ຈະແຕ່ງຕັ້ງພະນັກງານ, ຕ້ອງທົບທວນ ປະເມີນຢ່າງຈະແຈ້ງ. ບໍ່ພຽງແຕ່ປະເມີນຜົນວຽກງານຂອງເຂົາ, ແຕ່ຍັງຕ້ອງພິຈາລະນາວິຖີຂີວິດຂອງເຂົາ. ບໍ່ພຽງແຕ່ພິຈາລະນາການຂຽນແລະຄຳເວົ້າຂອງເຂົາ, ແຕ່ຍັງຕ້ອງພິຈາລະນາວ່າການກະທຳຂອງເຂົາຖືກຕ້ອງຕາມຄຳເວົ້າແລະຂໍ້ຂຽນຂອງເຂົາຫຼືບໍ່(5). ເພື່ອເຕີບໃຫຍ່ແລະມີບົດຮຽນປະສົບການ ໃນວຽກງານກນຈັດຕັ້ງພະນັກງານນັ້ນ, ຮຽກຮ້ອງໃຫ້ພະນັກງານຂອງຂະແໜງການຈັດຕັ້ງກໍ່ສ້າງພັກເອງ ຕ້ອງໄດ້ຮັບການຜັດປ່ຽນໝູນວຽນ ແລະ ສຳຜັດກັບສະພາບແວດລ້ອມການເຮັດວຽກທີ່ແຕກຕ່າງກັນ. ການຜັດປ່ຽນພະນັກງານຂອງຂະແໜງການຈັດຕັ້ງກໍ່ສ້າງພັກ ຈະຊ່ວຍໃຫ້ພະນັກງານມີສະພາບແວດລ້ອມຕົວຈິງ ເພື່ອຝຶກຝົນຫຼໍ່ຫຼອມ, ສູ້ຊົນ ແລະ ເຕີບໃຫຍ່ຂຶ້ນ. ຜ່ານການຜັດປ່ຽນ, ພະນັກງານສາມາດ “ເຂົ້າໃຈແຈ້ງ” ສະພາບການ, ເຫັນໄດ້ວ່າ ແຜນນະໂຍບາຍ ແນວທາງຂອງພັກ ແລະ ນະໂຍບາຍກົດໝາຍຂອງລັດ ໄດ້ສອດຄ່ອງເໝາະສົມກັບພຶດຕິກຳຕົວຈິງຫຼືບໍ່, ຕ້ອງແກ້ໄຂ, ເພີ່ມເຕີມໃນຂັ້ນຕອນໃດ, ເນື້ອໃນໃດ?  ການຜັດປ່ຽນພະນັກງານຈະປະກອບສ່ວນເຂົ້າໃນການແກ້ໄຂສະຖານະການທີ່ພະນັກງານຂັ້ນເທິງ “ພຽງແຕ່ຮູ້ວິທີການເບິ່ງຈາກເທິງລົງ”, ສ່ວນພະນັກງານທ້ອງຖິ່ນ “ພຽງແຕ່ຮູ້ວິທີການເບິ່ງຈາກລຸ່ມຂຶ້ນ”. ນັ້ນກໍ່ແມ່ນຫຼັກຖານເພື່ອຈັດວາງສັບຊ້ອນ ແລະ ນຳໃຊ້ພະນັກງານຂອງຂະແໜງການຈັດຕັ້ງກໍ່ສ້າງພັກ ຕາມແຜນການ ແລະ ມີປະສິດທິຜົນ.    

ທີສີ່, ສ້າງແບບແຜນ, ວິທີການ​, ຮູບ​ແບບ​ການ​ເຮັດ​ວຽກ​ເປັນ​ມື​ອາ​ຊີບ ແລະ ມີວິທະຍາສາດ ໃຫ້ຖັນແຖວພະນັກງານທີ່ເຮັດວຽກງານການຈັດຕັ້ງກໍ່ສ້າງພັກ.

ວຽກງານຂອງຂະແໜງການຈັດຕັ້ງກໍ່ສ້າງພັກ ແມ່ນວິທະຍາສາດ ແລະ ສິລະປະໃນການອອກແບບຮູບແບບການຈັດຕັ້ງກົງຈັກ ແລະ ກໍ່ສ້າງແລະນຳໃຊ້ຖັນແຖວພະນັກງານ ສະມາຊິກພັກຂອງພັກ. ນັ້ນກໍ່ແມ່ນຂະແໜງການທີ່ສ້າງແລະປະຕິບັດ ບັນດາຂໍ້ກຳນົດ, ກົດລະບຽບ, ຫຼັກການ, ລະບອບ, ນະໂຍບາຍສຳລັບຜູ້ຄົນ, ​ແມ່ນ​ການ​ປະພຶດ​ລະຫວ່າງຄົນຕໍ່ຄົນ - ພະນັກງານ, ສະມາຊິກ​ພັກ​ຂອງ​ພັກ; ດັ່ງນັ້ນ, ຮຽກຮ້ອງໃຫ້ຖັນແຖວພະນັກງານທີ່ເຮັດວຽກງານການຈັດຕັ້ງ ບໍ່ພຽງແຕ່ເປັນຜູ້ທີ່ມີ​​ຄຸນສົມບັດ​ທາງ​​ການ​ເມືອງ, ມີຈະລິຍະທຳ,​ຄຸນ​ນະພາ​ບ, ຄວາມ​ສາມາດ, ​ແຕ່​ຍັງ​ມີ​ແບບແຜນ, ວິທີການ​, ຮູບ​ແບບ​ການ​ເຮັດ​ວຽກ, ມີຄວາມຮັບຜິດຊອບ, ວິທະຍາສາດ, ຄວາມຊື່ສັດ, ຄວາມຍຸຕິທຳ, ຄວາມທ່ຽງທຳ. ເພື່ອປະຕິບັດເນື້ອໃນ ແລະ ໜ້າທີ່ນີ້, ຈຳເປັນຕ້ອງເປັນເອກະພາບດ້ານການຮັບຮູ້ໃນທົ່ວພັກ ແລະ ລະບົບການເມືອງທັງໝົດ ກ່ຽວກັບ​ຄວາມ​ຕ້ອງ​ການ​ອັນ​ຮີບ​ດ່ວນ​ທີ່​ຈະ​ຕ້ອງປ່ຽນແປງໃໝ່​ແລະ ແກ້​ໄຂ​ປັບປຸງແບບແຜນ, ວິທີການ​​ເຮັດ​ວຽກ ຂອງຖັນແຖວພະນັກງານເວົ້າລວມ ແລະ ຖັນແຖວພະນັກງານທີ່ເຮັດວຽກງານການຈັດຕັ້ງກໍ່ສ້າງພັກເວົ້າສະເພາະ; ຕ້ອງຖືວ່າ ວຽກງານນີ້ບໍ່ພຽງແຕ່ເຮັດໃຫ້ບຸກຄະລິກກະພາບຂອງແຕ່ລະຄົນສົມບູນແບບເທົ່ານັ້ນ, ແຕ່ຍັງເປັນການແກ້ໄຂຂັ້ນພື້ນຖານ ເພື່ອສ້າງອົງການຈັດຕັ້ງທີ່ເຂັ້ມແຂງ. ສືບຕໍ່ປັບປຸງບູລະນະລະບົບ​ສະ​ຖາ​ບັນ, ລະບຽບ​ການ ​ແລະ ມາດ​ຕະຖານ​ກ່ຽວ​ກັບແບບແຜນ, ວິທີການ​​ເຮັດ​ວຽກຂອງພະນັກງານໃນຂະແໜງການຈັດຕັ້ງກໍ່ສ້າງພັກ ເພື່ອເປັນພື້ນຖານໃນການປະເມີນ ຕິດຕາມກວດກາ ແລະ ຄຸ້ມຄອງພະນັກງານ. ການ​ນຳ​ໃຊ້ຄວາມສຳເລັດທາງ​ວິທະຍາສາດແລະ​ເຕັກ​ໂນ​ໂລ​ຊີ​ສະ​ໄໝໃໝ່ທີ່​ດີ​ຂຶ້ນ ​ໃນ​ການ​ນຳພາ ​ແລະ ຄຸ້ມ​ຄອງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ເພື່ອ​ເຮັດ​ໃຫ້ທັດສະນະ​ຄະຕິແລະພຶດຕິກຳ​ຂອງຂອງພະນັກງານ​ໂປ່​ງ​ໃສເມື່ອ​ປະ​ຕິ​ບັດ​ຂະ​ບວນ​ການ​ແກ້​ໄຂ​ວຽກ​ງານ, ຈາກນັ້ນ​ຜູ້ຄົນຈຶ່ງຈະ​ມີ​ເງື່ອນ​ໄຂ​ຕິດຕາມກວດກາ​ສະ​ເພາະ​./.

---------------------

(1) ໂຮ່ຈີມິນນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 5, ໜ້າ 309.

(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 35-36.

(3) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 2, ໜ້າ 245.

(4) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 547.

(5) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 321.

- ປຶ້ມນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1003 (ເດືອນທັນວາ 2022)