ການໝູນໃຊ້ແນວຄິດຂອງໂຮ່ຈີມິນກ່ຽວກັບ “ປະ​ເທດຖືປະ​ຊາ​ຊົນ​ເປັນຮາກ”
ເຂົ້າໃນການສ້າງ “ສະໜາມຮົບໃນໃຈປະຊາຊົນ”, ປັບປຸງການປ້ອງກັນປະເທດ,
ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມຢ່າງໝັ້ນຄົງ ໃນໄລຍະໃໝ່

ໂດຍ ຈິ້ງ ວັນ ກວ້ຽດ
ພົນໂທ, ກໍາມະການສູນກາງພັກ, ກຳມະການຄະນະພັກການທະຫານສູນກາງ, ຮອງປະທານກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ
08:55, 30-05-2023
ວກ. - ແນວຄິດ “ປະ​ເທດ​ຖືປະ​ຊາ​ຊົນ​ເປັນຮາກ”(1) ຂອງປະທານ ໂຮ່ຈີມິນ ມີທີ່ຕັ້ງສຳຄັນພິເສດ, ແມ່ນເສັ້ນຝ້າຍແດງສອດຮ້ອຍຕະຫຼອດຂະບວນການນຳພາການປະຕິວັດ ຂອງພັກກອມມູນິດຫວຽດນາມ. ແນວຄິດດັ່ງກ່າວແມ່ນການສືບທອດ ແລະ ເສີມຂະຫຍາຍ ມູນເຊື້ອປະຫວັດສາດນັບພັນປີ ແຫ່ງການກໍ່ຕັ້ງປະເທດ ແລະ ປົກປ້ອງປະເທດຂອງຊາດເຮົາ ແລະ ທັດສະນະຂອງລັດທິມາກ-ເລນິນ ກ່ຽວກັບບົດບາດຂອງປະຊາຊົນໃນປະຫວັດສາດ; ຄວນ​ສືບ​ຕໍ່​ນຳ​ໃຊ້ແນວຄິດດັ່ງກ່າວ​ຢ່າງປະດິດສ້າງ ເຂົ້າໃນພາລະກິດການ​ສ້າງສາ ​ແລະ ປົກປັກຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ​ໃນ​ໄລຍະ​ໃໝ່.

ຮັບຟັງຄຳສອນຂອງລຸງໂຮ່ _ຮູບແຕ້ມສາລະຄະດີ

ແນວຄິດໂຮ່ຈີມິນ ແລະ ທັດສະນະຂອງພັກກອມມູນິດຫວຽດນາມ
ກ່ຽວກັບ “ປະ​ເທດຖືປະ​ຊາ​ຊົນ​ເປັນຮາກ”

ແນວຄິດ “ປະເທດຖືປະຊາຊົນເປັນຮາກ” ຂອງປະທານໂຮ່ຈີມິນ ສະແດງອອກໃນສອງດ້ານພື້ນຖານດັ່ງນີ້

ທີໜຶ່ງ, ປະທານໂຮ່ຈີມິນຊີ້ແຈ້ງວ່າ, ການເຄື່ອນໄຫວທັງໝົດຂອງພັກແລະລັດ ຕ້ອງເລີ່ມຈາກຄວາມປາດຖະໜາ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ; ຕ້ອງເຄົາລົບແລະປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ເພື່ອຮັບໃຊ້ປະຊາຊົນ. ເພາະສະນັ້ນ, ປະຊາຊົນເປັນເຈົ້າຂອງທີ່ແທ້ຈິງຂອງປະເທດ, ເປັນກໍາ​ລັງ​ແຮງ​ງານ​ພື້ນ​ຖານ​ຂອງ​ສັງ​ຄົມ, ຜູ້​ສ້າງ​ປະຫວັດສາດ; ແມ່ນ​ກຳລັງ​ທີ່​ກຳນົດ​ຄວາມ​ສຳ​ເລັດ​ຫຼື​ຄວາມ​ລົ້ມ​ເຫຼວ​ຂອງ​ການ​ປະຕິວັດ; ຖ້າບໍ່ມີມະຫາຊົນກໍ່ບໍ່ມີປະຫວັດສາດໃດໆເລີຍ. ປະທານໂຮ່ຈີມິນຊີ້ແຈ້ງວ່າ: “ການປະຕິວັດແມ່ນພາລະກິດຂອງມະຫາຊົນ, ບໍ່ແມ່ນພາລະກິດຂອງວີລະບຸລຸດຄົນໃດຄົນໜຶ່ງ(2)  

ທີສອງ, ເພື່ອເສີມຂະຫຍາຍຄວາມຮັບຜິດຊອບຂອງປະຊາຊົນໃນພາລະກິດການປະຕິວັດ, ປະທານໂຮ່ຈີມິນໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງພັກ ແລະ ພະນັກງານ ສະມາຊິກພັກທຸກຄົນຕ້ອງໃກ້ຊິດປະຊາຊົນ, ຮັບຟັງຄວາມຄິດເຫັນຂອງປະຊາຊົນ, ເຂົ້າໃຈປະຊາຊົນຢ່າງເລິກເຊິ່ງ ເພື່ອວາງແຜນນະໂຍບາຍ ແລະນະໂຍບາຍທີ່ຖືກຕ້ອງ ຖືກໃຈປະຊາຊົນ ແລະ ຈັດຕັ້ງ ນຳພາ ລະດົມປະຊາຊົນປະຕິບັດ. ເມື່ອໄດ້ກາຍເປັນພັກທີ່ກຳອຳນາດແລ້ວ, ແນວທາງ ແຜນນະໂຍບາຍທັງໝົດຂອງພັກ ຕ້ອງແນໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ກ່ອນອື່ນໝົດແມ່ນເຮັດໃຫ້ປະຊາຊົນມີອາຫານ, ເຄື່ອງນຸ່ງຫົ່ມ, ທີ່ພັກອາໄສ ແລະ ໄດ້ຮັບການສຶກສາຮຽນຮູ້. ພະນັກງານ ສະມາຊິກພັກຕ້ອງໃກ້ຊິດສະໜິດສະໜົມກັບປະຊາຊົນ, ເຄົາລົບແລະປົກປ້ອງສິດຜົນປະໂຫຍດທີ່ຊອບທຳ ຖືກກົດໝາຍຂອງປະຊາຊົນ, ໂຄສະນາ ປຸກລະດົມ ຂົນຂວາຍປະຊາຊົນປະຕິບັດແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດໃຫ້ສຳເລັດມີໄຊ; ຕ້ອງຖືເອົາການຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນເປັນຈຸດປະສົງ, ເຫດຜົນຂອງຊີວິດ, ຄວາມປິຕິດີໃຈ ແລະ ຄວາມສຸກຂອງຕົນເອງ. ດ້ວຍວິທີນີ້ເທົ່ານັ້ນ, “ຮາກ” ຈະໝັ້ນຄົງ ເຊິ່ງຈະເຮັດໃຫ້ການປະຕິວັດໄປສູ່ໄຊຊະນະ.  

ໃນຂົງເຂດການທະຫານ, ດ້ວຍແນວຄິດ “ປະເທດຖືປະຊາຊົນເປັນຮາກ”, ປະທານໂຮ່ຈີມິນຊີ້ແຈງວ່າ, ກຳລັງທີ່ເຂົ້າຮ່ວມການເຄື່ອນໄຫວທາງດ້ານການທະຫານແມ່ນປະຊາຊົນທັງໝົດ; ເພາະວ່າ, ກຳລັງແຮງຂອງປະຊາຊົນແມ່ນຍິ່ງໃຫຍ່ທີ່ສຸດ, ມີບົດບາດຕັດສິນຊີ້ຂາດໄຊຊະນະ. ຕາມເພິ່ນ, ປະຊາຊົນທຸກຄົນລ້ວນແຕ່ສາມາດເຂົ້າຮ່ວມການເຄື່ອນໄຫວໃນຂົງເຂດການທະຫານ ໂດຍບໍ່ຈຳແນກເພດ, ໄວ; ປະຊາຊົນທຸກຊັ້ນວັນນະໃນສັງຄົມ ລ້ວນແຕ່ເຂົ້າຮ່ວມການຕໍ່ສູ້ຕີສັດຕູດ້ວຍອາວຸດທຸກຊະນິດ ຕັ້ງແຕ່ອາວຸດປະຖົມປະຖານ ຈົນເຖິງອາວຸດທີ່ສັນສະໄໝ, ດ້ວຍວິທີການສູ້ຮົບທັງໝົດ ໃນພື້ນທີ່ຍຸດທະສາດຕ່າງໆ.

ແນວຄິດ “ປະເທດຖືປະຊາຊົນເປັນຮາກ” ຂອງປະທານໂຮ່ຈີມິນມີຄຸນຄ່າໃຫຍ່ຫຼວງທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ປະກອບສ່ວນເຮັດໃຫ້ຄັງສາງທິດສະດີຂອງລັດທະມາກ-ເລນິນ ກ່ຽວກັບບົດບາດຂອງມະຫາຊົນໃນປະຫວັດສາດ ອຸດົມສົມບູນຂຶ້ນຕື່ມ. ພ້ອມກັນນັ້ນ, ແນວຄິດດັ່ງກ່າວຂອງເພິ່ນ ຍັງເປັນພື້ນຖານທີ່ສຳຄັນ ເພື່ອໃຫ້ພັກກອມມູນິດຫວຽດນາມ ວາງແນວທາງການປະຕິວັດທີ່ຖືກຕ້ອງ ໂດຍຖືເອົາສິດແລະຜົນປະໂຫຍດທີ່ຖືກກົດໝາຍ ຊອບທຳຂອງປະຊາຊົນ, ຂອງປະເທດຊາດ ເປັນເປົ້າໝາຍຂອງການສູ້ຊົນ; ດຳເນີນການຈັດຕັ້ງ, ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມພັກ ເຮັດໃຫ້ພັກສະອາດປອດໃສ ແລະ ໝັ້ນຄົງເຂັ້ມແຂງ, ເປັນພັກທີ່ແທ້ຈິງຂອງຊົນຊັ້ນກຳມະກອນ, ຂອງປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດຫວຽດນາມ. ອາໃສສິ່ງດັ່ງກ່າວນັ້ນ, ພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ ​ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ການ​ສະໜັບສະໜູນ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ກອງທັບ, ຍາດ​ໄດ້​ໄຊຊະນະ​ອັນ​ສະຫງ່າ​ລາສີ​ໃນ​ປະຫວັດສາດ, ປົດ​ປ່ອຍ​​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ປະຕິບັດ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມ​ສັງຄົມ​ນິຍົມ​ຢ່າງ​ໝັ້ນຄົງ.  

ພຶດຕິກຳ​ຕົວ​ຈິງ​ໃນ​ປະຫວັດສາດຂອງ​ຊາດ​ຫວຽດນາມ ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ຫຼື​ຄວາມຕົກຕ່ຳຂອງປະເທດ, ປະເທດຈະ​ເຂັ້ມ​ແຂງ​ ຫຼື​​ອ່ອນ​ແອລົງ, ຈະສາມາດ​ປົກ​ປັກ​ຮັກສາ​ເອກະລາດ ອະທິປະ​ໄຕ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊາດ​ໄດ້ຢ່າງໝັ້ນຄົງ​ຫຼືບໍ່ນັ້ນ ​ແມ່ນ​ຂຶ້ນ​ຢູ່​ກັບ “ຫົວ​ໃຈ​ຂອງ​ປະຊາຊົນ”, ຂຶ້ນກັບການສ້າງ “ສະໜາມຮົບໃນ​ໃຈ​ຂອງ​ປະ​ຊາ​ຊົນ​”. ໃນຍຸກສະໄໝໂຮ່ຈີມິນ, ແນວຄິດ “ປະເທດຖືປະຊາຊົນເປັນຮາກ” ຂອງເພິ່ນເປັນຮາກເຫງົ້າ, ເປັນພື້ນຖານ, ຮາກຖານສຳລັບການກໍ່ຮ່າງສ້າງຕົວຂອງແນວທາງສົງຄາມປະຊາຊົນທົ່ວປວງຊົນ, ຮອບດ້ານ, ເປັນເອກະລັກ ແລະ ປະດິດສ້າງ, ປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍກຳລັງແຮງສັງລວມ ເພື່ອເອົາຊະນະສັດຕູຜູ້ຮຸກຮານທັງໝົດ. ຈາກພຶດຕິກຳຕົວຈິງນັ້ນ, ພັກກອມມູນິດຫວຽດນາມກຳນົດການສ້າງ “ສະໜາມຮົບໃນໃຈປະຊາຊົນ” ເປັນພື້ນຖານເພື່ອເສີມຂະຫຍາຍກຳລັງແຮງຂອງທົ່ວປະເທດ ໃນການປະຕິບັດສອງໜ້າທີ່ຍຸດທະສາດຄື: ການສ້າງສາ ແລະ ການປົກປັກຮັກສາປະເທດຊາດ. ໃນກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ, ເປັນຄັ້ງທຳອິດທີ່ຄຳວ່າ “ທ່າສະໜາມຮົບໃນໃຈປະຊາຊົນ” ຖືກບັນທຶກໄວ້ໃນເອກະສານຂອງກອງປະຊຸມໃຫຍ່, ນັ້ນຄື: “ການສ້າງ “ທ່າສະໜາມຮົບໃນໃຈປະຊາຊົນ” ເພື່ອເປັນຮາກຖານໃນການເສີມຂະຫຍາຍກຳລັງແຮງສັງລວມຂອງປວງຊົນທັງຊາດ(3). ໂດຍສືບທອດທັດສະນະດັ່ງກ່າວ, ກອງປະຊຸມໃຫຍ່ຄັ້ງທີ 11, ກອງປະຊຸມໃຫຍ່ຄັ້ງທີ 12 ແລະ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກສືບຕໍ່ຢືນຢັນ: “ກໍ່ສ້າງ ທ່າສະໜາມຮົບໃນໃຈປະຊາຊົນ”, ທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ ແລະ ທ່າສະໜາມຮົບປ້ອງກັນຄວາມໝັ້ນຄົງປະຊາຊົນ ທີ່ໝັ້ນຄົງ ເພື່ອເປັນຮາກຖານສຳລັບພາລະກິດປົກປັກຮັກສາປະເທດຊາດ(4).

ທ່າສະໜາມຮົບໃນໃຈປະຊາຊົນແທ້​ຈິງແລ້ວ​ແມ່ນ​ສະພາວະທາງ​ການ​ເມືອງ, ຈິດ​ໃຈ​ຂອງ​ປະຊາຊົນ ເຊິ່ງ​ສະ​ແດງ​ອອກ​ດ້ວຍ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະນົງ​ໃຈ, ຄວາມ​ພາກພູມໃຈໃນ​ຊາດ, ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ລະບອບການປົກຄອງ, ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ບໍລິຫານຂອງອຳນາດການປົກຄອງ​ທຸກ​ຂັ້ນ. ສະພາວະການນັ້ນໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ໜັກ​ແໜ້ນ, ກາຍ​ເປັນ ທ່າສະໜາມຮົບ, ພ້ອມ​ແລ້ວ​ທີ່​ຈະ​ລະດົມ, ນຳ​ໃຊ້ ​ແລະ ສ້າງເປັນກຳລັງແຮງສັງລວມ ​ເພື່ອ​ປະຕິບັດໜ້າທີ່​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງສຳເລັດມີໄຊ. ການສ້າງ “ທ່າສະໜາມຮົບໃນໃຈປະຊາຊົນ ແມ່ນການປະຕິບັບຢ່າງຄົບຊຸດທຸກມາດຕະການທາງດ້ານການເມືອງ ເສດຖະກິດ ວັດທະນະທຳ ສັງຄົມ ການປ້ອງກັນປະເທດ ແລະ ປ້ອງກັນຄວາມໝັ້ນຄົງ, ເຮັດໃຫ້ປະຊາຊົນອິ່ມໜຳ, ປະຊາຊົນສະຫງົບສຸກ, ປະຊາຊົນເຊື່ອໝັ້ນແລະຮັກພັກ ລັດ ແລະ ລະບອບສັງຄົມນິຍົມ. ນີ້ແມ່ນການພັດທະນາຈິນຕະນາການທິດສະດີຂອງພັກ ກ່ຽວກັບ “ຈິດໃຈ​ປະ​ຊາ​ຊົນ”, “ປະ​ເທດ​ຖື​ປະ​ຊາ​ຊົນ​ເປັນ​ຮາກ”, ແມ່ນທັດສະນະ ແຜນນະໂຍບາຍທີ່ຖືກຕ້ອງ, ເໝາະສົມກັບປະຊາຊົນ. ການພັດທະນານັ້ນໄດ້ປຸກຕື່ນ, ເຕົ້າໂຮມ, ລວບລວມ ແລະ ເສີມຂະຫຍາຍກຳລັງແຮງ, ຄວາມສາມາດບົ່ມຊ້ອນຂອງແຕ່ລະປັດໄຈ ເພື່ອສ້າງ ທ່າສະໜາມຮົບໃນໃຈປະຊາຊົນ”; ​ແມ່ນ​ໜຶ່ງໃນເຂັດ​ລັບແຫ່ງຄວາມສຳເລັດ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ.

ຢ່າງໃດກໍ່ຕາມ, ຍ້ອນ​ເຫດ​ຜົນ​ຫຼາຍ​ປະການ, ຕົ້ນຕໍ​ແມ່ນສາເຫດອັດຕະວິໄສ, ການ​ກໍ່ສ້າງ ທ່າສະໜາມຮົບໃນໃຈປະຊາຊົນຍັງ​ມີຂໍ້ຈຳກັດ; ນະໂຍບາຍຈຳນວນໜຶ່ງ ຍັງບໍ່​ທັນຕອບສະໜອງໄດ້​ຄວາມ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ຄວາມ​ວິຕົກ​ກັງວົນ​ອັນ​ຮີບ​ດ່ວນ​ຫຼາຍ​ຢ່າງ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ; ສິດເປັນເຈົ້າຂອງ​ຂອງ​ປະ​ຊາ​ຊົນ​ໃນ​ຫຼາຍບ່ອນ ​ໄດ້​ຖືກ​ລະ​ເມີດ(5). ສະພາບ​ການ​ຊຸດ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ, ການ​ສໍ້​ລາດ​ບັງ​ຫຼວງ, ຄວາມຟຸມເຟືອຍ ​ແລະ ຄວາມຫຍໍ້ທໍ້​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ​ລັດຖະກອນ​ຈຳນວນ​ໜຶ່ງ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ, ເຮັດໃຫ້​ກຳລັງການ​ຕໍ່ສູ້ຂອງພັກ ແລະ ຄວາມໄວ້ວາງໃຈຂອງປະຊາຊົນຕໍ່ພັກແລະລັດ ຫຼຸດລົງ. ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ແລະ ປະຊາທິປະໄຕສັງຄົມນິຍົມໃນບາງບ່ອນ, ບາງຄັ້ງ ບໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ສົ່ງເສີມຢ່າງເຕັມທີ,... ຂໍ້ຈຳກັດເຫຼົ່ານັ້ນເຮັດໃຫ້ ຈິດໃຈປະຊາຊົນຫຼືເວົ້າອີກຢ່າງໜຶ່ງ, ຄວາມຄິດ ແລະ ອາລົມຈິດຂອງຄົນສ່ວນໜຶ່ງ ມີຄວາມອຸກອັ່ງ, ກໍ່ໃຫ້ເກີດຜົນກະທົບດ້ານລົບຕໍ່ຄວາມເຫັນດີເຫັນພ້ອມຂອງສັງຄົມ, ຫຼຸດຜ່ອນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ.

ສືບຕໍ່ກໍ່ສ້າງ “ທ່າສະໜາມຮົບໃຂໃຈປະຊາຊົນ”, ປັບປຸງການປ້ອງກັນປະເທດ,
ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມຢ່າງໝັ້ນຄົງ ໃນໄລຍະໃໝ່

ໃນຊຸມປີທີ່ຈະມາເຖິງນີ້, ສະພາບການໃນພາກພື້ນແລະໃນໂລກ ຈະມີການປ່ຽນແປງຢ່າງໄວວາ, ສັບສົນ ແລະ ຄາດເດົາຍາກ. ທະເລຕາເວັນອອກ ແລະ ເຂດທະເລຕາເວັນຕົກສຽງໃຕ້ຂອງປະເທດ ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ທີ່​ໃຫຍ່ໂຕ, ມີປັດໄຈທີ່ອາດຈະກໍ່ໃຫ້ເກີດຄວາມບໍ່​ໝັ້ນຄົງ.

ສຳລັບຫວຽດນາມ, ຫຼັງຈາກການປ່ຽນແປງໃໝ່ກວ່າ 35 ປີ, ທ່າແລະພະລັງ, ກຳລັງແຮງສັງລວມຂອງປະ​ເທດ​ຊາດ, ກຽດ​ສັກ​ສີ​ສາກົນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ ​ແລະ ລະບອບ​ສັງຄົມ​ນິຍົມ ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ສ້າງ​ເງື່ອນ​ໄຂ​ສຳຄັນ​ໃຫ້​ແກ່​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ. ແຕ່, ປະເທດຍັງ​ປະສົບ​ກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງ. ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນໃນປະຈຸບັນແມ່ນ ຕ້ອງຊາບຊຶມແລະໝູນໃຊ້ແນວຄິດໂຮ່ຈີມິນກ່ຽວກັບ “ປະເທດຖືປະຊາຊົນເປັນຮາກ” ຢ່າງປະດິດສ້າງ ເຂົ້າໃນການສ້າງແລະເສີມຂະຫຍາຍຢ່າງແຂງແຮງ “ທ່າສະໜາມຮົບໃນໃຈປະຊາຊົນ”, ປັບປຸງການປ້ອງກັນປະເທດ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາມຫວຽດນາມສັງຄົມນິຍົມຢ່າງໝັ້ນຄົງ; ໂດຍສະເພາະດັງນີ້:

ທີໜຶ່ງ, ຊາບຊຶນແນວຄິດ “ປະເທດຖືປະຊາຊົນເປັນຮາກ”, ຍົກສູງຄວາມຮັບຮູ້ ແລະ ການໝູນໃຊ້ແນວຄິດ “ປະເທດຖືປະຊາຊົນເປັນຮາກ” ຂອງປະທານໂຮ່ຈີມິນ ຢ່າງປະດິດສ້າງ ເຂົ້າໃນການສ້າງ “ທ່າສະໜາມຮົບໃນໃຈປະຊາຊົນ” ທີ່ໝັ້ນຄົງໃນແຕ່ລະພື້ນທີ່ ແລະ ໃນທົ່ວປະເທດ.

ທັດສະນະ ປະເທດຖືປະຊາຊົນເປັນຮາກ ຂອງພັກ ແລະ ຂອງປະທານໂຮ່ຈີມິນ ຕ້ອງໄດ້ຮັບການຊາບຊຶມຢ່າງເລິກເຊິ່ງຕໍ່ໄປ. ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດສຳຄັນພິເສດຂອງປະຊາຊົນ - ຜູ້ສ້າງປະຫວັດສາດ, ປັດໄຈຕັດສິນຊີ້ຂາດຄວາມສຳເລັດຂອງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຍູ້ແຮງການສື່ສານ, ແນະນຳ, ອະທິບາຍຢ່າງຈະແຈ້ງກ່ຽວກັບແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍການປ້ອງກັນປະເທດຂອງພັກແລະລັດ, ໂດຍສະເພາະແມ່ນ ແນວທາງສ້າງການປ້ອງກັນປະເທດທົ່ວປວງຊົນ, ແນວທາງດຳເນີນສົງຄາມປະຊາຊົນ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ເງື່ອນ​ໄຂ​ໃໝ່; ຫັນເປັນຈິງເຖິງຄວາມຄິດໃໝ່ໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ “ຕັ້ງແຕ່ຕົ້ນແລະຈາກໄລຍະໄກ” ຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ຮັກສາແລະເພີ່ມຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດ ແລະ ລະບອບສັງຄົມນິຍົມ. ນີ້ແມ່ນບັນຫາແກ່ນຫຼັກທີ່ສຸດເພື່ອສ້າງ “ທ່າສະໜາມຮົບໃນໃຈປະຊາຊົນ”, ປັບປຸງການປ້ອງກັນປະເທດ, ປະກອບສ່ວນປະຕິບັດສອງໜ້າທີ່ຍຸດທະສາດຄື ສ້າງສາແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ ໃຫ້ສຳເລັດມີໄຊ ໃນໄລຍະໃໝ່.

ທີສອງ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ ແລະ ໝັ້ນຄົງເຂັ້ມແຂງ ທາງດ້ານການເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງ ແລະ ພະນັກງານ; ມີແນວທາງການປະຕິວັດ, ແນວທາງການທະຫານ, ການປ້ອງກັນປະເທດທີ່ຖືກຕ້ອງ.

ສືບຕໍ່ຍູ້ແຮງວຽກງານການກໍ່ສ້າງ ແລະ ປັບປຸງພັກທາງດ້ານການເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງ ແລະ ພະນັກງານ. ສືບຕໍ່ຄົ້ນຄວ້າຊາບຊຶມ ແລະ ປະຕິບັດເປັນຢ່າງດີ ຂໍ້ສະຫຼຸບ, ມະຕິຂອງສູນກາງພັກກ່ຽວກັບການກໍ່ສ້າງແລະປັບປຸງພັກ(6), ປະຕິບັດຢ່າງເຂັ້ມງວດ ຂໍ້ກຳນົດຕ່າງໆກ່ຽວກັບຄວາມຮັບຜິດຊອບໃນການເປັນແບບຢ່າງ, ຂໍ້ກຳນົດກ່ຽວກັບສິ່ງທີ່ສະມາຊິກພັກບໍ່ໄດ້ຮັບອະນຸຍາດໃຫ້ເຮັດ; ສຸມໃສ່ການກໍ່ສ້າງຖັນແຖວພະນັກງານ ສະມາຊິກພັກທຸກຂັ້ນ, ໂດຍສະເພາະແມ່ນ ຂັ້ນຍຸດທະສາດ ທີ່ມີຄຸນສົມບັດ ຄວາມສາມາດຄົບຖ້ວນ ແລະ ທຽບເທົ່າກັບລະດັບຂອງໜ້າທີ່; ເພີ່ມທະວີວຽກງານກວດກາ ແລະ ຕິດຕາມກວດກາ, ຍູ້ແຮງການຕໍ່ສູ້ເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຕ້ານຄວາມຫຍໍ້ທໍ້; ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດ ແລະ ລະບອບສັງຄົມນິຍົມ.

ພັກກຳນົດແນວທາງການປະຕິວັດທີ່ຖືກຕ້ອງ ວິທະຍາສາດ ແລະ ເໝາະສົມນັ້ນ ເປັນໜຶ່ງໃນບັນຫາພື້ນຖານທີ່ສຸດ ເພື່ອໃຫ້ພັກຂອງພວກເຮົາເຕົ້າໂຮມ ຮຽກຮ້ອງປະຊາຊົນ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ໃນການປະຕິບັດທຸກໜ້າທີ່ວຽກງານປະຕິວັດ. ແນວທາງປະຕິວັດຂອງພັກຕ້ອງເລີ່ມຈາກພຶດຕິກຳຕົວຈິງຂອງປະເທດ, ເຄົາລົບກົດເກນພາວະວິໄສ. ພະນັກງານ ສະມາຊິກພັກທຸກຄົນ ແລະ ທົ່ວພັກ ຕ້ອງຍົກສູງລະດັບທິດສະດີ ແລະ ສະຕິປັນຍາ ຢ່າງຕໍ່ເນື່ອງ; ຍົກສູງຄວາມສາມາດໃນການຄາດຄະເນ; ຮູ້ຮັບຟັງຄວາມຄິດເຫັນ ແລະ ຄວາມປາດຖະໜາຂອງປະຊາຊົນ, ປະຕິບັດ​ເພື່ອ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ຖືກກົດໝາຍ​ ຂອງ​ປະຊາຊົນ ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສົມທົບ​ກັບ​ການ​ດູດ​ຊຶມ ​ແລະ ຮຽນຮູ້​ບົດຮຽນ​ຈາກ​​ໂລກ ​ເພື່ອ​ສ້າງ​ແຜນນະໂຍບາຍແລະແນວທາງ ໃນການ​ພັດທະນາ​ປະ​ເທດໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ມີ​ຄວາມ​ສຸກ.

ພັກວາງແນວທາງການທະຫານທີ່ຖືກຕ້ອງ ປະດິດສ້າງ, ເປັນພື້ນຖານໃຫ້ແກ່ການປຸກຕື່ນ, ລະດົມ ແລະ ເສີມຂະຫຍາຍ ກຳລັງແຮງຂອງທົ່ວປວງຊົນ, ຂຸດຄົ້ນກຳລັງແຮງຂອງຄວາມສາມັກຄີສາກົນ ເພື່ອປັບປຸງການປ້ອງກັນປະເທດ ແລະ ປົກປັກຮັກສາປະເທດຊາດ. ແນວທາງດັງກ່າວສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງແນວຄິດ ປະເທດຖືປະຊາຊົນເປັນຮາກ” ຂອງປະທານໂຮ່ຈີມິນ. ນັ້ນແມ່ນແນວທາງກໍ່ສ້າງລະບົບການປ້ອງກັນປະເທດທົ່ວປວງຊົນ, ແນວທາງສົງຄາມປະຊາຊົນ; ກຳລັງ​ແຮງ​ຂອງ​ການ​ປ້ອງ​ກັນ​ປະ​ເທດ ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແມ່ນ​ກຳລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ; ກອງກຳລັງ​ປ້ອງ​ກັນ​ປະ​ເທດ​ເປັນກອງ​ກຳລັງ​ຂອງ​ທົ່ວ​ປວງ​ຊົນ, ​ໃນ​ນັ້ນ ກອງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ເປັນແກນ​ຫຼັກ. ແນວທາງດັງກ່າວແມ່ນການຮັບເອົາແລະການ​ພັດ​ທະ​ນາ​ສິ​ລະ​ປະ​ການ​ທະ​ຫານ​ຫວຽດ​ນາມ​, ທິດສະດີການທະຫານຂອງລັດທິມາກ-ເລນິນ, ສິ່ງຍອດຍິ່ງຂອງການທະຫານໂລກ, ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ຫວຽດນາມ.

ທີສາມ, ຊຸກຍູ້ການພັດທະນາເສດຖະກິດ ວັດທະນະທຳ ແລະ ສັງຄົມ;  ປັບປຸງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ໂດຍຊາບຊຶມ​ທັດສະນະ​ທີ່​ວ່າ ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ເປັນ​ໃຈກາງ, ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງ​ແຂງ​ແຮງ ​ແລະ ປະຕິບັດ​ຮູບ​ແບບ​ການ​ເຕີບ​ໂຕ​ຢ່າງ​ມີ​ປະສິດທິ​ຜົນ, ປັບ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ ບົນ​ພື້ນຖານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ການປ່ຽນແປງໃໝ່ປະດິດສ້າງ ​ແລະ ຊັບ​ພະ​ຍາ​ກອນ​ມະ​ນຸດຄຸນນະພາບສູງ; ປັບປຸງແລະບູລະນະລະບອບລະບຽບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ຍົກສູງປະສິດທິພາບ ແລະ ປະສິດທິຜົນການຄຸ້ມຄອງບໍລິຫານຂອງລັດ; ແກ້ໄຂສາຍພົວພັນ​ລະຫວ່າງ​ລັດ, ຕະຫຼາດ ​ແລະ ສັງຄົມ​; ສາຍພົວພັນລະຫວ່າງລັດ, ວິສາຫະກິດ ແລະ ປະຊາຊົນ ໃຫ້​ດີ​ຂຶ້ນ. ການແກ້ໄຂຜ່ານຜ່າຈຸດອຸດຕັນທີ່ເປັນອຸປະສັກຕໍ່ການພັດທະນາຂອງປະເທດ, ໂດຍສະເພາະໃນດ້ານລະບອບລະບຽບການແລະນະໂຍບາຍ. ເອົາໃຈໃສ່ຊຸກຍູ້​ການ​ພັດທະນາ​ການ​ຜະລິດ, ສ້າງ​ວຽກ​ເຮັດ​ງານ​ທຳ, ຍົກ​ລະດັບ​ລາຍ​ຮັບ ​ແລະ ມາດຕະຖານການຄອງຊີບ ເພື່ອໃຫ້ປະຊາຊົນ​ມີຄວາມໝັ້ນຄົງໃນການດຳລົງຊີວິດ ໃນ​ແຕ່ລະ​ເຂດ ​ແລະ ແຕ່ລະພື້ນທີ່, ໂດຍສະເພາະ ໃນເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ, ໝູ່​ເກາະ ​ແລະ ​ເຂດທີ່ປະສົບກັບ​ຄວາມທຸກຍາກຮ້າຍແຮງ. ສືບຕໍ່ມີແຜນນະໂຍບາຍ, ກົນໄກ, ນະໂຍບາຍທີ່ເໝາະສົມ, ເອົາໃຈໃສ່ເປັນພິເສດເຖິງເຂດທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ເຂດຊົນເຜົ່າສ່ວນນ້ອຍ ດ້ວຍການຜັນຂະຫຍາຍປະຕິບັດໂຄງການ, ແຜນການເສດຖະກິດ-ສັງຄົມ ຕິດກັບການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ. ຍູ້​ແຮງ​ການ​ນຳ​ໃຊ້​ບັນດາ​ຜົນງານ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ​ ຂອງ​​ການປະຕິວັດ​ອຸດສາຫະກຳ​ທີ 4 ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ ​ແລະ ​ທຸລະ​ກິດ; ປະຕິບັດນະໂຍບາຍສັງຄົມຢ່າງດີ, ຮັບປະກັນຄວາມປອດໄພທາງສັງຄົມ ແລະ ສະຫວັດດີການສັງຄົມ, ຄວາມໝັ້ນຄົງຂອງມະນຸດ, ປະຕິບັດຄວາມກ້າວໜ້າທາງສັງຄົມ ແລະ ຄວາມຍຸຕິທຳ; ຍົກສູງຄຸນນະພາບຊີວິດ ແລະຄວາມສຸກຂອງປະຊາຊົນ.    

ເອົາໃຈໃສ່ເຖິງການກໍ່ສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ, ພັດທະນາຢ່າງຮອບດ້ານ, ເປັນເອກະພາບໃນຄວາມຫຼາກຫຼາຍ, ເຊື່ອມຊຶມຈິດໃຈມະນຸດສະຍະທຳ ປະຊາທິປະໄຕ ແລະ ກ້າວໜ້າຢ່າງເລິກເຊິ່ງ; ເຮັດໃຫ້ວັດທະນະທຳເຊື່ອມຕິດແໜ້ນແຟ້ນ ແລະ ຊຶມເລິກເຂົ້າໄປໃນຊີວິດສັງຄົມທັງໝົດ, ເສີມຂະຫຍາຍບັນດາຄຸນຄ່າທີ່ດີງາມຂອງຊາດ ທັງດູດຊຶມແກ່ນສານວັດທະນະທຳຂອງມະນຸດຊາດ ເພື່ອໃຫ້ວັດທະນະທຳເປັນຮາກຖານທາງຈິດໃຈທີ່ແທ້ຈິງ, ແຫຼ່ງພະລັງພາຍໃນ ແລະ ແຮງຜັກດັນສຳລັບການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ການເຊື່ອມໂຍງສາກົນຢ່າງກວ້າງຂວາງ. ດ້ວຍທັດສະນະທີ່ວ່າ ປະຊາຊົນເປັນສູນກາງ, ອັດຕະພາບ, ຊັບພະຍາກອນຕົ້ນຕໍ່ ແລະ ເປົ້າໝາຍຂອງການພັດທະນາ, ພັກແລະລັດສືບ​ຕໍ່​ປັບປຸງບູລະນະແຜນນະໂຍບາຍ ​ແລະ ນະ​ໂຍບາຍ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ຜູ້ຄົນ​ຫວຽດນາມ​ຢ່າງ​ຮອບດ້ານ, ເຊື່ອມໂຍງຢ່າງແໜ້ນແຟ້ນແລະກົມກຽວ ລະຫວ່າງຄຸນຄ່າດັ້ງເດີມ ແລະ ຄຸນຄ່າສະໄໝໃໝ່; ຜ່ານນັ້ນ, ເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະ ກຳລັງແຮງຂອງຄົນຫວຽດນາມໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ. 

ທີສີ່, ເອົາໃຈໃສ່ກໍ່ສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ.

ປະຕິບັດເປັນຢ່າງດີ ແຜນນະໂຍບາຍເພີ່ມທະວີກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ບົນພື້ນຖານພັນທະພາບຊົນຊັ້ນກຳມະກອນ ກັບຊົນຊັ້ນຊາວນາ ແລະ ຖັນແຖວປັນຍາຊົນ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ; ຖືເອົາເປົ້າໝາຍກໍ່ສ້າງປະເທດຫວຽດນາມສັນຕິພາບ ເອກະລາດ ເອກະພາບ ຜືນແຜ່ນດິນອັນຄົບຖ້ວນ, “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ ເປັນຈຸດຄ້າຍຄືກັນ; ເຄົາລົບຄວາມແຕກຕ່າງທີ່ບໍ່ຂັດກັບຜົນປະໂຫຍດລວມ ຂອງຊາດ-ປະເທດຊາດ; ເຊີດຊູຈິດໃຈຊາດ, ມູນເຊື້ອຮັກຊາດ, ມະນຸດສະທຳ ​ແລະ ຄວາມ​ອະນຸໂລມ ເອື້ອເຟື້ອເຜື່ອແຜ່ ​ເພື່ອ​ເຕົ້າ​ໂຮມ ​ແລະ ສາມັກຄີ​ຊາວ​ຫວຽດນາມທຸກຄົນ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ປະຕິບັດນະໂຍບາຍ​ສະ​ເໝີ​ພາບ, ສາມັກຄີ, ​ເຄົາລົບ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ ​ລະຫວ່າງ​ບັນດາ​ເຜົ່າ, ສ້າງເງື່ອນໄຂທັງໝົດ ເພື່ອ​ໃຫ້​ບັນດາ​ຊົນ​ເຜົ່າ​ໃນ​ຄອບຄົວ​​ຊາດ​ຫວຽດນາມທີ່ຍິ່ງໃຫຍ່ ມີການພັດທະນາ​ຮ່ວມ​ກັນ; ອະນຸລັກຮັກ ແລະ ເສີມຂະຫຍາຍເອກະລັກວັດທະນະທຳ, ພາສາ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ ​ຂອງ​ບັນດາ​ເຜົ່າ. ເຄົາລົບ ແລະ ຮັບປະກັນ​ສິດ​ເສລີພາບຂອງປະຊາຊົນ ​ໃນ​ການ​ເຊື່ອແລະນັບ​ຖື​ສາສະໜາ ​ແລະ ການ​ບໍ່​ເຊື່ອແລະບໍ່​ຖືສາສະໜາ​ ຕາມ​ກົດໝາຍ. ຮັບປະກັນຄວາມຍຸຕິທຳທາງສັງຄົມ, ເບິ່ງແຍງຜົນປະໂຫຍດແທດຈິງ ຊອບທຳຂອງບັນດາຊົນຊັ້ນ, ບັນດາຊັ້ນວັນນະປະຊາຊົນ, ສົມທົບຢ່າງກົມກຽວ ຜົນປະໂຫຍດສ່ວນຕົວ, ຜົນປະໂຫຍດລວມໝູ່ ແລະ ຜົນປະໂຫຍດສົງຄົມ. ເບິ່ງແຍງດູແລການສ້າງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໃຫ້ໝັ້ນຄົງເຂັ້ມແຂງ ແລະ ມີສ່ວນຮ່ວມຫຼັກໃນການເຕົ້າໂຮມ, ຂົນຂວາຍປະຊາຊົນ. ພ້ອມກັນນັ້ນ, ຕໍ່ສູ້ຢ່າງເດັດດ່ຽວ ຕ້ານເລ່ຫຼ່ຽມ ກົນອຸບາຍຂອງບັນດາອິດທິກຳລັງສັດຕູ ທີ່ຫວັງແບ່ງແຍກປະຊາຊົນ, ແບ່ງແຍກພັກແລະປະຊາຊົນ, ແບ່ງແຍກປະຊາຊົນຫວຽດນາມອອກຈາກປະຊາຊົນຂອງປະເທດອື່ນ, ຫວັງບ່ອນທຳລາຍກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດຫວຽດນາມ.

ປະຕິບັດເປັນຢ່າງດີກົດລະບຽບປະຊາທິປະໄຕຢູ່ຮາກຖານ, ທິດນຳທີ່ວ່າປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ, ປະຊາຊົນຊົມໃຊ້”; ກົນໄກພັກນຳພາ, ລັດຄຸ້ມຄອງ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ເປັນຫຼັກ ເພື່ອໃຫ້ປະຊາຊົນເປັນເຈົ້າຂອງ. ຈັດການຢ່າງທັນທ່ວງທີແລະເຄັ່ງຄັດ ກັບອົງການແລະບຸກຄົນທີ່ສວຍໃຊ້ລະບອບປະຊາທິປະໄຕ, ກໍ່ຄວາມວຸ່ນວາຍພາຍໃນ, ທຳລາຍສະຖຽນລະພາບທາງການເມືອງ-ສັງຄົມ ຫຼື ລະເມີດລະບອບປະຊາທິປະໄຕ, ທຳລາຍສິດທິຄວາມເປັນເຈົ້າຂອງຂອງປະຊາຊົນ.

ທີຫ້າ, ກໍ່ສ້າງລະບົບການປ້ອງກັນປະເທດທົ່ວປວງຊົນທີ່ໝັ້ນຄົງ, ທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ ເຊື່ອມໂຍງກັບທ່າສະໜາມຮົບປ້ອງກັນຄວາມສະຫງົບທົ່ວປວງຊົນທີ່ໝັ້ນຄົງ; ກໍ່ສ້າງກອງກຳລັງປະກອບອາວຸດປະຊາຊົນທີ່ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະ ທັນສະໄໝເທື່ອລະກ້າວ, ເປັນຫຼັກແຫຼ່ງແກ່ນສານໃຫ້ປະຊາຊົນທັງມວນໃນພາລະກິດການປົກປັກຮັກສາປະເທດຊາດ.

ໃຫ້ຄວາມສຳຄັນກັບການອົບຮົມສຶກສານ້ຳໃຈຮັກຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ, ຮັກປະ​ເທດ​ຊາດ ແລະ ລະບອບ​ສັງຄົມ​ນິຍົມ; ສິດ, ຄວາມ​ຮັບຜິດຊອບ ​ແລະ ພັນທະ​ຂອງ​ພົນລະ​ເມືອງ​ຕໍ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຫວຽດນາມ​ສັງຄົມ​ນິຍົມ; ແນວທາງ ທັດສະນະຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ; ລະບຸຢ່າງຊັດເຈນກ່ຽວກັບກົນອຸບາຍແລະເລ່ຫຼ່ຽມຂອງກອງ​ກຳລັງ​ສັດຕູ, ກ່ຽວກັບຄູ່​ຮ່ວມ​ມື​ແລະເປົ້າໝາຍ​ຂອງ​ການ​ປະຕິວັດ​ຫວຽດນາມ​ ແລະອື່ນໆ ​ເພື່ອ​ໃຫ້​ປະຊາຊົນ ​ແລະ ທຸກ​ອົງການ​ມີ​ຄວາມ​ຮັບຜິດຊອບ ​ແລະ ພັນທະ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ​ລະບົບ​ປ້ອງ​ກັນ​ປະ​ເທດ​​ທົ່ວ​ປວງ​ຊົນ. 

ເພີ່ມທະວີການນຳພາເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ; ການຄຸ້ມຄອງຂອງລັດຕໍ່ກອງທັບປະຊາຊົນຫວຽດນາມ ແລະ ລະບົບການປ້ອງກັນປະເທດທົ່ວປວງຊົນ.

ເອົາໃຈໃສ່ເສີມຂະຫຍາຍບົດບາດຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ຖືວ່ານັ້ນເປັນພື້ນຖານ, ປັດໄຈຫຼັກທີ່ສ້າງກຳລັງແຮງອັນຊະນະເລີດຂອງລະບົບການປ້ອງກັນປະເທດທົ່ວປວງຊົນ, ຂອງສົງຄາມປະຊາຊົນຫວຽດນາມ. ເຊື່ອມໂຍງການກໍ່ສ້າງລະບົບການປ້ອງກັນປະເທດທົ່ວປວງຊົນທີ່ໝັ້ນຄົງເຂັ້ມແຂງ ກັບການກໍ່ສ້າງລະບົບການປ້ອງກັນຄວາມໝັ້ນຄົງປະຊາຊົນ ແລະ ເຊື່ອມໂຍງການກໍ່ສ້າງທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນທີ່ເຂັ້ມແຂງ ກັບການສ້າງທ່າສະໜາມຮົບປ້ອງກັນຄວາມໝັ້ນຄົງປະຊາຊົນ.

ສຸມໃສ່ການກໍ່ສ້າງກອງທັບປະຊາຊົນທີ່ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະ ທັນສະໄໝເທື່ອລະກ້າວ; ບາງເຫຼົ່າທັບ, ເຫຼົ່າພົນ, ກອງກຳລັງຈະກ້າວຂຶ້ນທັນສະໄໝໂດຍກົງ. ຮອດປີ 2025, ​ໂດຍ​ພື້ນຖານແລ້ວ​ກໍ່ສ້າງ​ກອງທັບຊັ້ນຍອດ, ກະທັດລັດ, ​ເຂັ້ມ​ແຂງ, ສ້າງປະຖົມປັດໄຈທີ່ໝັ້ນຄົງ, ສູ້​ຊົນທີ່ຈະສ້າງ​ກອງທັບ​ປະຊາຊົນ​ທີ່ປະຕິວັດ, ​ເປັນລະບຽບຫຼວງ, ຊຳນານການຮົບ ​ແລະ ທັນ​ສະ​ໄໝພາຍໃນ​ປີ 2030; ກອງທັບທີ່ໝັ້ນຄົງເຂັ້ມແຂງທາງການເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງ ແລະ ພະນັກງານ; ເປັນຫຼັກແຫຼ່ງແກ່່ນສານທີ່ແທ້ຈິງໃນວຽກງານການທະຫານ, ການປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດ. ພະນັກງານແລະນັກຮົບຂອງກອງກຳລັງປະກອບອາວຸດປະຊາຊົນຕ້ອງມີທັດສະນະມະຫາຊົນທີ່ຖືກຕ້ອງ; ຍົກສູງຄວາມຮັບຮູ້ແລະຄວາມຮັບຜິດຊອບຢ່າງເປັນປະຈຳ, ປະຕິບັດ​ວຽກ​ງານ​ຂົນຂວາຍ​ມະຫາຊົນ​ ແລະ ໂຄສະນາ​ເຜີຍ​ແຜ່ສະເພາະ​ເປັນ​ຢ່າງ​ດີ ເພື່ອ​ລະດົມ​ສູງສຸດ ຄວາມສາມາດ​ຂອງ​ປະຊາຊົນ, ກຳລັງຂອງ​ປະຊາຊົນ, ສິ່ງຂອງ​ຂອງ​ປະຊາຊົນ ເພື່ອ​​ປະ​ໂຫຍ​ດຂອງປະຊາຊົນ(7); ພ້ອມ​ກັນ​ນັ້ນ, ຍາມ​ໃດ​ກໍ່​ໃກ້ຊິດສະ​ໜິດ​ສະ​ໜົມ​ກັບ​ປະ​ຊາ​ຊົນ, ເພື່ອ​ປະ​ຊາ​ຊົນ​ຕໍ່​ສູ້, ເພື່ອ​ປະ​ຊາ​ຊົນ​ຮັບ​ໃຊ້.  

ແນວຄິດໂຮ່ຈີມິນກ່ຽວກັບ “ປະເທດຖືປະາຊົນເປັນຮາກ” ແມ່ນສັດຈະທຳ ເຊິ່ງເພິ່ນໄດ້ສະຫຼຸບຖອດຖອນມາຈາກຄວາມເປັນຈິງແຫ່ງການເຄື່ອນໄຫວປະຕິວັດ; ບົນພຶ້ນຖານ​ດູດຊຶມ​ລັດທິ​ມາກ-​ເລ​ນິນ, ມູນເຊື້ອ​ປະ​ເພນີ, ແກ່ນສານ​ຂອງ​ວັດທະນະທຳ​ຂອງ​ຊາດ ແລະ ​ມະນຸດຊາດ; ເປັນພື້ນຖານທີ່ສຳຄັນເພື່ອໃຫ້ພັກ ແລະ ປະທານໂຮ່ຈີມິນ ວາງແນວທາງການປະຕິວັດທີ່ຖືກຕ້ອງ; ສ້າງຖັນແຖວພະນັກງານ ສະມາຊິກພັກທີ່ໃກ້ຊິດສະໜິດສະໜົມກັບປະຊາຊົນ, ເພື່ອປະຊາຊົນຮັບໃຊ້; ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດໃນພາລະກິດການປະຕິວັດ. ໃນປະຈຸບັນ, ຕໍ່ໜ້າຄວາມຕ້ອງການຂອງໜ້າທີ່ການສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງໃນໄລຍະໃໝ່, ຮຽກຮອ້ງໃຫ້ພັກກອມມູນິດຫວຽດນາມ ແລະ ພະນັກງານສະມາຊິກພັກທັງໝົດ ຕ້ອງຊາບຊຶມຢ່າງເລິກເຊິ່ງ ແລະ ໝູນໃຊ້ແນວຄິດຂອງປະທານໂຮ່ຈີມິນ ຢ່າງປະດິດສ້າງ ເຂົ້າໃນການສ້າງ “ທ່າສະໜາມຮົບໃນໃຈປະຊາຊົນ”, ປັບປຸງການປ້ອງກັນປະເທດ, ກໍ່ຄືໃນບັນດາຂົງເຂດ ແລະ ໜ້າທີ່ການປະຕິວັດ; ສືບຕໍ່ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຍາດ, ພາຍໃຕ້ການນຳພາຂອງພັກ, ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ສັງຄົມ​ນິຍົມ​ຢ່າງ​ສຳ​ເລັດ​ຜົນ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມສັງຄົມ​ນິຍົມ​​ໃນ​ໄລຍະ​ໃໝ່ຢ່າງໝັ້ນຄົງ./.

---------------------------

(1) ໂຮຈີມິນນິພົນຄົບຊຸດສພຈ ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2011, ເຫຼັ້ມ 5, ໜ້າ 501.

(2) ໂຮຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 672.

(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ໜ້າ 109.

(4)ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 49.

(5) ເອກະສານກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກ ສະໄໝທີ 11, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2013, ໜ້າ 38.

(6) ບົດສະຫຼຸບສະບັບເລກທີ 01-KL/TW, ລົງວັນທີ 18 ພຶດສະພາ 2021, ຂອງກົມການເມືອງສູນກາງ, “ວ່າດ້ວຍການສືບຕໍ່ປະຕິບັດຄຳສັ່ງເລກທີ 05-CT/TW ອອກວັນທີ 15 ພຶດສະພາ 2016 ຂອງກົມການເມືອງສູນກາງສະໄໝທີ 12 ວ່າດ້ວນການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ, ແບບແຜນໂຮ່ຈີມິນ””; ບົດສະຫຼຸບສະບັບເລກທີ 21-KL/TW, ລົງວັນທີ 25 ຕຸລາ 2021, ຂອງຄະນະບໍລິຫານງານສູນກາງ, “ວ່າດ້ວຍການຍູ້ແຮງການກໍ່ສ້າງແລະປັບປຸງພັກ ແລະ ລະບົບການເມືອງ; ເດັດດ່ຽວກີດກັ້ນ, ຍູ້ຖອຍ, ຈັດການຢ່າງເຂັ້ມງວດກັບພະນັກງານ ສະມາຊິກພັກທີ່ຖືກເຊື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, ມີປະກົດການ “ຫັນປ່ຽນຕົນເອງ”, “ປ່ຽນແປງຕົນເອງ””; ມະຕິສະບັບເລກທີ 21-NQ/TW, ລົງວັນທີ 16 ມິຖຸນາ 2022, ຂອງກອງປະຊຸມສູນກາງຄັ້ງທີ 5 ສະໄໝທີ 13, “ວ່າດ້ວຍການເພີ່ມທະວີການປັບປຸງອົງການຈັດຕັ້ງຮາກຖານພັກ ແລະ ຍົກສູງຄຸນນະພາບຂອງຖັນແຖວສະມາຊິກພັກໃນໄລຍະໃໝ່”.

(7) ໂຮຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 81.

ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1005 (ເດືອນມັງກອນ 2023)