ພັກກອມມູນິດຫວຽດນາມ: ພັກທີ່ເປັນຕົວແທນຂອງ
“ສິນທຳ ແລະ ອາລະຍະທຳ”

ໂດຍ ຮສ, ປອ ດວ່ານ ມິງ ຫວນ
ກຳມະການສູນກາງພັກ, ບັນນາທິການໃຫຍ່ວາລະສານກອມມູນິດ
14:23, 30-07-2023

ວກ. - ຂໍ້ພິນິດວິທະຍາທີ່ວ່າ ພັກຂອງເຮົາແມ່ນສິນທຳ, ມ່ນອາລະຍະທຳຕາມແນວຄິດຂອງໂຮ່ຈີມິນ ຖືກຕີຄວາມຈາກມິຕິ ແລະ ແງ່ມຸມຕ່າງໆ. ບົດຄວາມນີ້ປະກອບສ່ວນຊີ້​ແຈ້ງ​ສັກສີທາງ ສິນ​ທຳ​ແລະ “ອາລະຍະທຳ” ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ສະມາຊິກ​ແຕ່ລະຄົນຂອງພັກ; ຜ່ານນັ້ນ, ຢືນຢັນລັກສະນະນຳໜ້າ, ເປັນແບບຢ່າງ, ບົດບາດນຳພາ ແລະ ຄວາມຮັບຜິດຊອບ ໃນການກຳອຳນາດການປົກຄອງ ກໍ່ຄືທາດແທ້ຂອງພັກມາກຊິດທີ່ແທ້ຈິງ.

ລຸງໂຮ່ ກັບ ນັກຮົບແຂ່ງຂັນຍິງຢູ່ພາກເໜືອຫວຽດນາມ _ ຮູບແຕ້ມ: ຂໍ້ມູນຂ່າວສານ

“ສິນ​ທຳ” ແລະ “ອາລະຍະທຳ” ແມ່ນແນວຄວາມຄິດທາງປັດຊະຍາ, ວັດທະນະທຳ, ຈະລິຍະສາດ,... ນອກຈາກ​ຄຸນຄ່າ​ທາງ​ສັງຄົມ​ທົ່ວ​ໄປ​ແລ້​ວ ຍັງ​ມີຄຸນຄ່າ​ສະ​ເພາະ​ເນື່ອງ​ຈາກຂໍ້​ກຳນົດກົດ​ລະບຽບ​ຂອງ​ຊົນ​ຊັ້ນ ​ແລະ ​ເງື່ອນ​ໄຂ​ສະ​ເພາະ​ທາງ​ປະຫວັດສາດ. ສຳລັບ​ພັກ​ກອມ​ມູນິດ​ຫວຽດນາມ, ​ເມື່ອ​ເວົ້າ​​ເຖິງ “ການ​ສ້າງ​ພັກ​ທາງ​ດ້ານຄຸນສົມບັດ”, ຄຸນສົມບັດສິນ​ທຳ​ຢູ່​ທີ່​ນີ້​ແມ່ນ ຄຸນສົມບັດສິນ​ທຳ​ປະຕິວັດ ​ເຊິ່ງ​ແຕກ​ຕ່າງ​ຈາກຄຸນສົມບັດ​ສັກດິນາ, ຄຸນສົມບັດ​ຂອງ​ຊົນ​ຊັ້ນ​ນາຍທຶນ... ຄຸນສົມບັດ​ສິນ​ທຳປະ​ຕິ​ວັດ​ປະ​ກອບ​ດ້ວຍ​ຫຼັກການ​ແລະ​ມາດ​ຕະ​ຖານ​ທີ່​ສະທ້ອນ​ເຖິງທາດ​ແທ້​ຂອງ​ພັກ, ມີ​ຜົນ​ໃນ​ການຄວບ​ຄຸມ​ການ​ເຄື່ອນ​ໄຫວ​ຂອງ​ທົ່ວ​ພັກ ແລະ ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ, ມີ​ລັກ​ສະ​ນະ​ແຜ່​ຫຼາຍ ​ແລະ ​ມຸ່ງ​ເນັ້ນ​ທິດ​ທາງ​ສິນ​ລະ​ທໍາ​ທາງ​ສັງ​ຄົມ​ ​ເພື່ອ​ປະ​ຕິ​ບັດ​​ເປົ້າ​ໝາຍທີ່​ວາງ​ໄວ້ ແລະ ອຸດົມ​ການ​ທີ່​ສູງ​ສົ່ງ ​ຢ່າງ​ມີ​ປະສິດທິ​ຜົນ. ຄຸນສົມບັດ​ສິນ​ທຳ​ປະຕິວັດ​ເປັນ​ແກ່ນ​ຂອງ​ວັດທະນະທຳ​ການ​ເມືອງ, ວັດທະນະທໍາການປົກຄອງ. ​ເມື່ອ​ເວົ້ມ​ເຖິງ “ອາລະຍະ​ທຳ” ​ໃນ​ກໍ​ລະນີນີ້ ​ແມ່ນ​ເວົ້າ​ເຖິງ​ລະດັບ​ການ​ນຳພາ, ຄຸ້ມຄອງຂອງ​ພັກ​ການ​ເມືອ​ງໜຶ່ງ, ຂອງ​ລັດ​ໜຶ່ງ, ກວ້າງ​ກວ່າ​ນັ້ນ​ແມ່ນ ບັນດາ​ອັດຕະພາບ​ປົກ​ຄອງ​ປະ​ເທດ​, ​ເຊິ່ງວັດ​ຜົນ​ໃນ​ດ້ານ​ຄວາມ​ເໜືອກ​ວ່າ, ຄວາມ​ກ້າວໜ້າ, ການ​ກ້າວ​ຂ້າມ​ຄວາມ​ຖົດຖອຍ ​ແລະ​ ຄວາມ​ຫຼ້າ​ຫຼັງ. ເມື່ອ​ເວົ້າ “ພັກ​ຂອງ​ເຮົາ​ແມ່ນ​ສິນ​ທຳ, ​ແມ່ນ​ອາລະຍະ​ທຳ” ​ແມ່ນ​ໄດ້​ລວມ​ເຖິງຄຸນສົມບັດ​ສິນ​ທຳ, ອາລະຍະ​ທຳ​ຂອງ​ທົ່ວ​ພັກ ​ແລະ ຄຸນສົມບັດ​ສິນ​ທຳ, ອາລະຍະ​ທຳ​ຂອງ​ສະມາຊິກ​ພັກ​ແຕ່ລະຄົນ; ສະ​ແດງ​ໃນທາດ​ແທ້, ​ເປົ້າ​ໝາຍ, ພາລະກຳ, ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ, ​ແບບວິທີ​ການ​ນຳພາ ​ແລະ ກຳ​ອຳນາດ​ຂອງ​ພັກ, ຄຸນລັກສະນະ ພາລະ​ໜ້າ​ທີ່ ແລະ ການ​ກະທຳ​ຂອງ​ສະມາຊິກ​ພັກ.

1. ທາດແທ້ຕົ້ນຕໍແມ່ນ “ແກນກາງ” ທີ່ປະກອບເປັນສັກສີ “ສິນທຳ” ແລະ “ອາລະຍະທຳ” ຂອງພັກການເມືອງ ເຊິ່ງຖ້າແຍກອອກຈາກ “ແກນກາງ” ນັ້ນກໍໝາຍເຖິງການເສື່ອມເສຍທາງດ້ານສິນທຳ ແລະ ຂັດກັບອາລະຍະທຳ. ນີ້ແມ່ນການພິຈາລະນາທາງດ້ານຄຸນສົມບັດສິນທຳ ແລະ ອາລະຍະທຳ ຈາກເປົ້າໝາຍທີ່ມຸ່ງໄປເຖິງ, ເປົ້າໝາຍຂອງການຮັບໃຊ້, ອາໄສສິ່ງດັ່ງກ່າວ ກຳນົດການເຄື່ອນໄຫວຂອງພັກການເມືອງ ເພື່ອຊຸກຍູ້ຄວາມກ້າວໜ້າ ແລະ ອາລະຍະທຳ ຫຼືຮັກສາແລະປ້ອງກັນການຖົດຖອຍ, ຕໍ່ຕ້ານອາລະຍະທຳ;ເພື່ອຜົນປະໂຫຍດສາທາລະນະ ຫຼືຜົນປະໂຫຍດສ່ວນຕົວ; ເພື່ອຜົນປະໂຫຍດຂອງປະຊາຊົນສ່ວນໃຫຍ່ ຫຼື “ຜົນປະໂຫຍດກຸ່ມ” ຂອງກອງກຳລັງປົກຄອງສ່ວນນ້ອຍ.

ພັກກອມມູນິດຫວຽດນາມແມ່ນພັກຂອງຊົນຊັ້ນກຳມະກອນ, ກອງກຳລັງນຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດຫວຽດນາມ; ຜູ້ແທນທີ່ຈົງຮັກພັກດີຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດ. ທາດແທ້ຂອງພັກກອມມູນິດຫວຽດນາມໄດ້ຮັບການຢືນຢັນບໍ່ພຽງແຕ່ຜ່ານຖ້ອຍຖະແຫຼງທາງການເມືອງ, ແຕ່ທີ່ສຳຄັນກວ່ານັ້ນ ຄືການກະທຳທາງການເມືງອ ດ້ວຍຄວາມເປັນເອກະພາບກັນ ລະຫວ່າງຄວາມຮູ້ແລະການກະທຳ, ລະຫວ່າງຄຳເວົ້າແລະການກະທຳ. ຕັ້ງແຕ່ເລີ່ມກໍ່ຕັ້ງຂຶ້ນແລະຕະຫຼອດຂະບວນການປະຕິວັດ, ພັກກອມມູນິດຫວຽດນາມໄດ້ປະກາດຢ່າງເປີດເຜີຍເຖິງທາດແທ້ຂອງຕົນທີ່ຕິດພັນກັບຈຸດປະສົງໃນການສ້າງປະເທດຫວຽດນາມໃຫ້ເປັນເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ເປັນສັງຄົມທີ່ມີຍຸຕິທຳແລະອາລະຍະທຳ, ບໍ່ມີການຂູດຮີດມະນຸດອີກຕໍ່ໄປ, ການປະຕິບັດລະບອບສັງຄົມນິຍົມຢ່າງສຳເລັດຜົນ ແລະ ໃນທີ່ສຸດແມ່ນລະບອບບກອມມູນິດ. ທາກແທ້ແລະຈຸດປະສົງດັ່ງກ່າວຢືນຢັນພາລະກຳຂອງພັກແມ່ນ ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ເພື່ອຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ, ເພື່ອຄວາມກ້າວໜ້າທາງສັງຄົມ, ສົມທົບຢ່າງແໜ້ນແຟ້ນລັດທິຮັກຊາດທີ່ແທ້ຈິງ ກັບລັດທິສາກົນທີ່ຜ່ອງໃສຂອງຊົນຊັ້ນກຳມະກອນ, ປະກອບສ່ວນທີ່ສົມກຽດເຂົ້າພາລະກິດສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ ຂອງປະຊາຊົນໂລກ. ການປົດປ່ອຍຊາດ, ການປົກປ່ອຍຊົນຊັ້ນ, ການປົດປ່ອງສັງຄົມ ແລະ ການປົດປ່ອຍມະນຸດ ແມ່ນພາລະກິດອັນສູງສົ່ງ, ເປັນຕົວແທນຂອງສິນທຳ ແລະ ອາລະຍະທຳ, ກົງກັນຂ້າມກັບລັດທິລ່າເມືອງຂຶ້ນ, ກັນກົດຂີ່ຂູດຮີດ, ຄວາມອະຍຸຕິທຳ, ການຢຽບຢ່ຳສັກສີຄວາມເປັນມະນຸດ ເປັນສິ່ງຜິດຈັນຍາບັນ ໄຮ້ອາລະຍະທຳ. ເປັນຕົວແທນຂອງ “ສິນທຳ” ແລະ “ອາລະຍະທຳ”, ເພາະວ່າ ນອກເໜືອຈາກຜົນປະໂຫຍດຂອງຊາດ-ປະເທດຊາດ, ການນຳເອົາຊີວິດຄວາມເປັນຢູ່ທີ່ອິ່ມໜຳສຳລານ, ເສລີພາບແລະຄວາມຜາສຸກມາໃຫ້ປະຊາຊົນ, ຄວາມກ້າໜ້າທາງສັງຄົມ ແລະ ຄວາມສີວິໄລມາໃຫ້ມະນຸດຊາດແລ້ວ, ພັກກອມມູນິດຫວຽດນາມບໍ່ມີຜົນປະໂຫຍດອື່ນໃດ,

ການປະກາດຢ່າງເປີດເຜີຍກ່ຽວກັບທາດແທ້, ຈຸດປະສົງ ແລະ ພາລະກຳຂອງພັກ ບໍ່ພຽງແຕ່ມີຄວາມໝາຍສ້າງທຸງຊີ້ນຳ ສ່ອງແສງທາງ, ເປັນເອກະພາບການກະທຳຢູ່ພາຍໃນພັກ, ເຕົ້າໂຮມກອງກຳລັງຂອງຊາດ ແລະ ຄວາມສາມັກຄີສາກົນເທົ່ານັ້ນ ແຕ່ຍັງເປັນພື້ນຖານໃຫ້ປະຊາຊົນຕິດຕາມກວດກາພັກດ້ວຍການປະຕິບັດຕົວຈິງ. ນັ້ນແມ່ນຄຸນສົມບັດສິນທຳ ແລະ ຄວາມຊອບທຳຂອງພັກມາດຊິດທີ່ແທ້ຈິງ. ນີ້ແມ່ນຄວາມແຕກຕ່າງຢ່າງສິ້ນເຊີງກັບຫຼາຍພັກໃນໂລກ, ບໍ່ວ່າຈະເອີ້ນວ່າພັກແຮງງານ (Labour Party) ຫຼືພັກແຫ່ງຊາດ (Nation Party),... ແຕ່ໃນຄວາມເປັນຈິງແລ້ວ ພັກເຫຼົ່ານັ້ນບໍ່ໄດ້ສະທ້ອນເຖິງທາດແທ້ຊົນຊັ້ນກຳມະກອນ, ບໍ່ເປັນຕົວແທນຜົນປະໂຫຍດຂອງປະເທດຊາດແລະປະຊາຊົນຜູ້ອອກແຮງງານ. ມັນເປັນເລື່ອງທົ່ວໄປໃນລະບອບປະຊາທິປະໄຕແບບພະຫຸນິຍົມຕາເວັນຕົກ ທີ່ພັກການເມືອງແຕ່ລະພັກ ເປັນຕົວແທນຜົນປະໂຫຍດຂອງກຸ່ມໃດກຸ່ມໜຶ່ງໂດຍສະເພາະ ເຊິ່ງໃນຫຼາຍກໍລະນີ ເພື່ອຜົນປະໂຫຍດທີ່ເຫັນແກ່ຕົວຂອງຝ່າຍກຸ່ມຕົນເອງ ເຂົາເຕັມໃຈເສຍສະລະຜົນປະໂຫຍດຂອງປະຊາຊົນຜູ້ອກແຮງງານສ່ວນໃຫຍ່.

2. “ສິນທຳ” ແລະ “ອາລະຍະທຳ” ຂອງພັກສະແດງອອກກ່ອນອື່ນໝົດໃນການຍຶດໝັ້ນລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ດູດຊຶມແກ່ນສານທາງປັນຍາຂອງມະນຸດຊາດ, ກຳແໜ້ນກົດເກນພາວະວິໄສ, ທ່າອ່ຽງຂອງຍຸກສະໄໝ ແລະ ພຶດຕິກຳຕົວຈິງປະເທດ ເພື່ອວາງກຳນົດໂຄງການການເມືອງ ແລະ ແນວທາງປະຕິວັດທີ່ຖືກຕ້ອງ ສອດຄ່ອງກັບຄວາມປາຖະໜາຂອງປະຊາຊົນ. ນີ້ແມ່ນສິນທຳ ແລະ ອາລະຍະທຳ ຈາກທັດສະນະການວາງແຜນກຳນົດທິດທາງການເມືອງ ການຊື່ສັດຕໍ່ພື້ນຖານອຸດົມຄະຕິທີ່ໄດ້ເລືອກ ແລະ ຄວາມຮັບຜິດຊອບໃນການສືບທອດ ແລະ ເສີີມຂະຫຍາຍບັນດາຄຸນຄ່າດັ້ງເດີມຂອງຊາດ ແລະ ດູດຊຶມແກ່ນສານວັດທະນະທຳຂອງມະນຸດ.

ການຍຶດໝັ້ນໃນຄວາມຈົງຮັກພັກດີ ແລະ ຈິດໃຈສ້າງສັນ “ແມ່ນສິນທຳ, ແມ່ນອາລະຍະທຳ” ເຊິ່ງແຕກຕ່າງຢ່າງສິ້ນເຊິງກັບການອະນຸລັກນິຍົມ, ແນວຄິດຄຳພີຕາຍຕົວ ຫຼືລັດທິສວຍໂອກາດທາງການເມືອງ. ໃນສະຖານະການທີ່ຫຍຸ້ງຍາກແລະທ້າທາຍເມົ່ານັ້ນ ຈຶງຈະຮູ້ວ່າ ອັນໃດແມ່ນການຍຶດໝັ້ນ, ອັນໃດແມ່ນຕາມທ່າອ່ຽງ ແລະ ສວຍໂອກາດທາງການເມືອງ. ໃນເວລາທີ່ລະບອບສັງຄົມນິຍົມໃນສະຫະພາບໂຊວຽດ ແລະ ບັນດາປະເທດເອີຣົບຕາເວັນອອກ ພັງທະລາຍລົງ, ພັກກອມມູນິດຫຼາຍພັກໄດ້ປະຖິ້ມຄຳປະຕິຍານເດີມຂອງຕົນ, ທໍລະຍົດຕໍ່ລັດທິມາກ-ເລນິນ. ບົນຈິດໃຈຍຶດໝັ້ນແລະປະດິດສ້າງ, ຕັ້ງແຕ່ເມື່ອເລີ່ມຕົ້ນຂະບວນການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມຢືນຢັນຢ່າງຂັດເຈນວ່າ ການປ່ຽນແປງໃໝ່ຈິນຕະນາການແມ່ນ ເພື່ອແນໃສ່ແກ້ໄຂຜ່ານຜ່າຄວາມຄິດທີ່ບໍ່ຖືກຕ້ອງ, ເພີ່ມພູນແນວຄວາມຄິດທີ່ຖືກຕ້ອງ ກ່ຽວກັບຍຸກສະໄໝ, ກ່ຽວກັບລັດທິສັງຄົມນິຍົມ, ການໝູນໃຊ້ຢ່າງປະດິດສ້າງແລະການພັດທະນາ, ແຕ່ບໍ່ແມ່ນການຫ່າງເຫີນຈາກບັນດາມູນຫຼັກຂອງລັດທິມາກ-ເລນິນ. ການປ່ຽນແປງໃໝ່ບໍ່ແມ່ນການປ່ຽນເປົ້າໝາຍສັງຄົມນິຍົມ, ແຕ່ເພື່ອເຮັດໃຫ້ເປົ້າໝາຍນັ້ນເປັນຈິງຢ່າງມີປະສິດທິຜົນ ດ້ວຍແນວຄວາມຄິດທີ່ຖືກຕ້ອງກ່ຽວກັບສັງຄົມນິຍົມ, ຮູບແບບ, ບາດກ້າວ ແລະ ມາດຕະການທີ່ເໝາະສົມ(1). ນີ້ແມ່ນບັນດາແນວຄິດປ່ຽນແປງໃໝ່ ທີ່ດຳເນີນການດ້ວຍແຮງຈູງໃຈດ້ານສິນທຳ, ສະແດງໃຫ້ເຫັນເຖິງຈິດໃຈແຫ່ງການຍຶດໝັ້ນ ແລະ ການປະດິດສ້າງ, ຄັດຄ້ານຕ້ານກັບລັດທິອະນຸລັກນິຍົມ, ແນວຄິດຄຳພີຕາຍຕົວ ແລະ ການສວຍໂອກາດທາງການເມືອງ.

ໃຫ້ຄວາມສຳຄັນແລະເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດ ແລະ ການດູດຊຶມແກ່ນສານທາງປັນຍາຂອງມະນຸດ ສະແດງໃຫ້ເຫັນເຖິງຄຸນສົມບັດສິນທຳ ແລະ ລະດັບຄວາມຄິດຂອງພັກປະຕິວັດບັນລຸເຖິງຄວາມສູງສົ່ງທາງປັນຍາ ດ້ວຍຈິດໃຈວິພາກວິທີ, ສືບທອດຄຸນຄ່າທາງປະຫວັດສາດຂອງຊາດ ແລະ ຮຽນຮູ້ອາລະຍະທຳຂອງມະນຸດ. ນັ້ນແມ່ນທັດສະນະຄະຕິທາງວິທະຍາສາດທີ່ມີຕໍ່ມໍລະດົກໃນອະດີດຂອງບັນພະບຸລຸດຂອງເຮົາ ແລະ ມໍລະດົກວັດທະນະທຳຂອງມະນຸດຊາດ ດ້ວຍຈິດໃຈແຫ່ງການສືບທອດ, ການປ່ຽນແປງໃໝ່ ແລະ ການພັດທະນາ. ມັນແຕກຕ່າງຈາກລັດທິຄຳພີ, ການເຮັດຕາມແບບເບົ້າຂອງພາຍນອກ ໂດຍບໍ່ຄຳນຶງເຖິງລັກສະນະຂອງຊາດ-ປະເທດຊາດ, ການມັນຖືລັກສະນະແຜ່ຫຼາຍທົ່ວໄປເປັນເດັດຖານ ໂດຍບໍ່ສົນໃຈຕໍ່ລັກສະນະສະເພາະ. ມັນກໍ່ກົງກັນຂ້າມກັບຄວາມຄິດທີ່ຜິດສິນທຳ, ລັດທິຊາດນິຍົມສຸດຂົ້ວ, ຊາດນິຍົມຄັບແຄບ. ການດູດຊຶມພູມປັນຍາ, ແກ່ນແທ້ທາງວັດທະນະທຳ ແລະ ຜົນສຳເລັດຂອງອາລະຍະທຳມະນຸດ ແມ່ນການຮູ້ຈັກ “ຢືນຢູ່ເທິງບ່າຂອງຍັກ” ເພື່ອໃຫ້ພັກຜູ້ກຳອຳນາດການປົກຄອງ ແລະ ປະຊາຊົນຫວຽດນາມເຕີບໃຫຍ່ເຂັ້ມແຂງກວ່າເກົ່າ. ສິ່ງນີ້ແຕກຕ່າງຈາກລັດທິໂດດດ່ຽວ, ແຍກຊາດອອກຈາກໂລກ ເຊິ່ງບໍ່ພຽງແຕ່ກີດຂວາງຄວາມສາມາດໃນການດູດຊຶມແກ່ນສານທາງວັດທະນະທຳ ແລະ ອາລະຍະທຳຂອງມະນຸດເທົ່ານັ້ນ, ແຕ່ຍັງສູນເສຍໂອກາດໃນການເຊື່ອມໂຍງເຂົ້າກັບໂລກ ແລະ ສົ່ງເສີມພະລັງອ່ອນຂອງວັດທະນະທຳຫວຽດນາມຢູ່ໃນໂລກ.

ການກຳແໜ້ນກົດເກນພາວະວິໄສ ແລະ ທ່າອ່ຽງການເຄື່ອນໄຫວປະຕິບັດຕົວຈິງ ເພື່ອກຳນົດໂຄງການການເມືອງ ແລະ ແນວທາງທີ່ສອດຄ່ອງກັບຄວາມມຸ່ງມາດປາຖະໜາຂອງປະຊາຊົນ ແມ່ນມີທັງສິນທຳແລະອາລະຍະທຳ. ຄວາມຖືກຕ້ອງແລະປະດິດສ້າງຂອງແນວທາງການເມືອງໄດ້ຮັບປະກັນດ້ວຍລະດັບຄວາມຄິດ ແລະ ຄຸນນະພາບທາງສິນທຳ. ຫາກລະດັບຂອງຄວາມຄິດເປັນເງື່ອນໄຂ “ຈຳເປັນ”, ແຮງຈູງໃຈທາງດ້ານສິນທຳກໍ່ເປັນເງື່ອນໄຂ “ພຽງພໍ” ສຳລັບການກຳນົດແນວທາງ ແລະ ວິທີການນຳພາທີ່ຖືກຕ້ອງແລະປະດິດສ້າງ. ເວົ້າຢ່າງອື່ນ ຄຸນສົມບັດ “ເຫັນແກ່ສ່ວນລວມ, ບໍ່ເຫັນແກ່ສ່ວນຕົວ”, ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດ, ເພື່ອຄວາມສຸກຂອງປະຊາຊົນ, ລົບລ້າງຜົນປະໂຫຍດພາກສ່ວນແລະຜົນປະໂຫຍດສ່ວນຕົວທີ່ບໍ່ຊອບທຳທັງໝົດ,... ມີຜົນໃນການປ້ອງກັນພະຍາດເຈດຈຳນົງສ່ວນຕົວ, ຫຼີກລ່ຽງຄວາມຜິດພາດ, ຈາກນັ້ນ ວາງແນວທາງແລະວິທີການປະຕິວັດທີ່ຖືກຕ້ອງ ແລະ ປະດິດສ້າງ. ປະທານໂຮ່ຈີມິນມີຄວາມຄິດເຫັນທີ່ເລິກເຊິ່ງກ່ຽວກັບບັນຫານີ້ວ່າ: ຄົນທີ່ມີຈັນຍາບັນມັກຈະດູດຊຶມຄວາມຈິງໄດ້ງ່າຍກວ່າ, “ຖ້າເຮົາເປັນຄົນເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ, ຂໍ້ບົກພ່ອງຂອງເຮົາຈະໜ້ອຍລົງເລື້ອຍໆ, ແຕ່ຄຸນສົມບັດທີ່ດີ... ຈະນັບມື້ນັບຫຼາຍຂຶ້ນ”(2)

3. “ສິນທຳ” ແລະ “ອາລະຍະທຳ” ຂອງພັກຍັງສະແດງອອກໃນລະດັບການຈັດຕັ້ງທີ່ແໜ້ນແຟ້ນ, ຄວາມເປັນເອກະພາບທາງດ້ານເຈດຈຳນົງແລະການກະທຳ, ການຖືເອົາຫຼັກການລວມສູນປະຊາທິປະໄຕເປັນຫຼັກການຈັດຕັ້ງພື້ນຖານ. ນີ້ແມ່ນຄວາມແຕກຕ່າງພື້ນຖານລະຫວ່າງພັກປະຕິວັດທີ່ແທ້ຈິງ ກັບພັກຝ່າຍທີ່ເປັນຕົວແທນຂອງກຸ່ມຜົນປະໂຫຍດແຕ່ລະກຸ່ມໃນລະບອບປະຊາທິປະໄຕແບບພະຫຸນິຍົມ. ເວົ້າຢ່າງອື່ນ, ນີ້ແມ່ນສິນທຳແລະອາລະຍະທຳຈາກທັດສະນະວິທະຍາສາດການຈັດຕັ້ງ ຂອງພັກການເມືອງແບບໃໝ່.

ການຈັດຕັ້ງທີ່ແໜ້ນແຟ້ນ, ຄວາມເປັນເອກະພາບທາງດ້ານເຈດຈຳນົງແລະການກະທຳ ແລະ ລະບຽບວິໄນເຂັ້ມງວດ ເຮັດໃຫ້ພັກເຂັ້ມແຂງ, ສະແດງໃຫ້ເຫັນເຖິງລະດັບແລະຄວາມສາມາດຂອງພັກການເມືອງແບບໃໝ່. ກ່ອນທີ່ພັກກອມມູນິດຫວຽດນາມກຳເນີດຂຶ້ນ, ຢູ່ຫວຽດນາມ, ມີຫຼາຍອົງການການເມືອງປະກົດຕົວຂຶ້ນ, ຕາມຫຼັກໝັ້ນ ແນວຄິດການເມືອງທີ່ແຕກຕ່າງກັນ, ການຈັດຕັ້ງຫຼົມແຫຼວ ບໍ່ແໜ້ນແຟ້ນ, ປ່ອຍໃຫ້ພວກສືບລາຊະການລັບຂອງຝຮັ່ງເຂົ້າມາທຳລາຍພາຍໃນ; ສະມາຊິກຂາດຄວາມເຫັນດີເຫັນພ້ອມທາງດ້ານຄວາມຄິດ, ບໍ່ສອດຄ່ອງກັນໃນການກະທຳ,... ດັ່ງນັ້ນ ອົງການເຫຼົ່ານັ້ນຈຶ່ງຄ່ອຍໆຕົກໃນຄວາມອ່ອນແອ, ຖືກແບ່ງແຍກແລະແຕກທະລາຍ. ໃນໂລກ, ພັກການເມືອງຫຼາຍພັກຈັດຕັ້ງຕາມແບບສະໂມສອນ ສະມາຄົນ, ການຮັບສະມາຊິກຕາມແບບ “ຕີກອງຂຶ້ນທະບຽນ”, ຂາດຄວາມເຂັ້ມແຂງຂອງຫຼັກການຈັດຕອງ ແລະ ລະບຽບວິໄນ, ເຮັດໃຫ້ສະມາຊິກພັກມີຄວາມລັ່ງເລໃຈ, ເອນອຽງ, ປ່ຽນຫຼັກໝັ້ນເມື່ອປະສົບກັບຄວາມຫຍຸ້ງຍາກ, ແມ່ນກະທັ້ງເຕັມໃຈ “ຫັນທຸງ” ເຂົ້າຮ່ວມພັກອື່ນ. ກົງກັນຂ້າມ, ພັກກອມມູນິດຫວຽດນາມໄດ້ຮັບການຈັດຕັ້ງຢ່າງແໜ້ນແຟ້ນ, ອີງບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ທົ່ວພັກເປັນເອກະພາບທາງດ້ານເຈດຈຳນົງແລະການກະທຳ, ຜູ້ຄົນນັບລ້ານເປັນໜຶ່ງດຽວ, ສ້າງກຳລັງແຮງທີ່ຊະນະເລີດ, ບໍ່ພຽງແຕ່ສາມາດຕ້ານແລະຕໍ່ສູ້ຢ່າງມີປະສິດທິພາບ ກັບການໂຈມຕີທຳລາຍຈາກພາຍນອກເທົ່ານັ້ນ ແຕ່ຍັງປ້ອງກັນ ສະກັດກັ້ນ ແລະ ຈຳກັດຄວາມສ່ຽງຈາກການເສື່ອມໂຊມຢູ່ພາຍໃນ ຕັ້ງແຕ່ຕົ້ນ, ຈາກໄລຍະໄກໄດ້.

ຄວາມເຂັ້ມແຂງຂອງພັກຖືກສ້າງຂຶ້ນດ້ວຍການຈັດຕັ້ງທີ່ແໜ້ນແຟ້ນ, ອີງໃສ່ບັນດາຫຼັກການການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກມາກຊິດທີ່ແທ້ຈິງ, ຖືເອົາຫຼັກການລວມສູນປະຊາທິປະໄຕເປັນຫຼັກການພື້ນຖານ. ການຈັດຕັ້ງແໜ້ນແຟ້ນສະແດງເຖິງລະດັບວິທະຍາສາດການຈັດຕັ້ງ ຂອງພັກການເມືອງແບບໃໝ່, ອະນຸຍາດໃຫ້ມີການປະຕິບັດຄຳຕັດສິນໃຈທາງການເມືອງໄດ້ດີທີ່ສຸດ, ຄວາມເປັນເອກະພາບລະຫວ່າງແນວທາງການຈັດຕັ້ງແລະແນວທາງການເມືອງ, ເຮັດໃຫ້ “ມີຄວາມຄ່ອງຕົວທັງແນວຕັ້ງແລະແນວນອນ”, “ເຫັນດີເຫັນພ້ອມກັນລະຫວ່າງເທິງແລະລຸ່ມ”, ຮັບປະກັນໄຊຊະນະຂອງການປະຕິວັດຫວຽດນາມ. ແຫຼ່ງຂອງຄວາມເຂັ້ມແຂງຂອງອົງການຈັດຕັ້ງນັ້ນແມ່ນອີງໃສ່ບັນດາຫຼັກການການຈັດຕັ້ງ, ກົນໄກການດຳເນີນງານ, ວິໄນແບບຕື່ນຕົວສະໝັກໃຈ, ຮັບປະກັນການປ່ຽນກຳລັງແຮງຂອງແຕ່ລະບຸກຄົນ ເປັນກຳລັງແຮງລວມໝູ່, ກຳລັງແຮງພາຍນອກ ເປັນກຳລັງແຮງພາຍໃນ, ກຳລັງແຮງຂອງແຕ່ລະອົງປະກອບ ເປັນກຳລັງແຮງສັງລວມ. ການປະຕິບັດຫຼັກກາລວມສູນປະຊາທິປະໄຕຢ່າງແທ້ຈິງແລະເຂັ້ມງວດ ເຮັດໃຫ້ສະຕິປັນຍາ ແລະ ຄວາມສາມາດຂອງແຕ່ລະອົງຄະນະພັກແລະສະມາຊິກພັກໄດ້ຮັບການປຸກລະດົມ, ເຄົາລົບນັບຖື ແລະ ສົ່ງເສີມຢ່າງເຕັມທີ່; ອຳນາດການເມືອງໄດ້ຮັບການເຕົ້າໂຮມລວມສູນຢ່າງຖືກຕ້ອງຕາມກົດໝາຍ, ມີຄວາມຮັບຜິດຊອບ, ມີອຳນາດໃນການຕັດສິນໃຈ ແລະ ຈັດຕັ້ງປະຕິບັດນະໂຍບາຍທັງໝົດ ຢ່າງສຳເລັດຜົນ; ປ້ອງກັນຄວາມເປັນເປັນໄປໄດ້ຂອງການລວມສູນອາດຍາສິດ, ອຳນາດບາດໃຫຍ່ ແລະ ຜະເດັດການ ກໍ່ຄືລົບລ້າງຄວາມສ່ຽງຂອງອະນາທິປະໄຕ ເສລີນິຍົມ ທີ່ເຮັດໃຫ້ພັກແຕກແຍກ. ການປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ ຍັງຈຳເປັນຕ້ອງຮັກສາລະບຽບວິໄນ. ສະມາຊິກພັກທຸກຄົນຕ້ອງບໍ່ເວົ້າ, ຂຽນ ຫຼືກະທຳການທີ່ຂັດຕໍ່ໂຄງການການເມືອງ, ກົດລະບຽບ ແລະ ຂໍ້ບັງຄັບຂອງພັກ; ການລະເມີດວິໃນທັງໝົດຈະຕ້ອງໄດ້ຮັບການຈັດການຢ່າງເຂັ້ມງວດຈາກເທິງຫາລຸ່ມ ໂດຍບໍ່ມີຂໍ້ຍົກເວັ້ນ. ລະບຽບວິໄນທີ່ເຄັ່ງຄັດຂອງພັກເປັນພື້ນຖານຂອງການຮັກສາລະບຽບວິໄນ ແລະ ກົດໝາຍຂອງປະເທດ ເພື່ອສ້າງສັງຄົມທີ່ມີອາລະຍະທຳ.

“ສິນທຳ” ແລະ “ອາລະຍະທຳ” ຂອງພັກຍັງສະແດງອອກໃນການຮັກສາຄວາມສາມັກຄີເປັນເອກະພາບຢູ່ໃນພັກ, ປະຕິບັດການຕິຊົມຕົນເອງແລະຕິຊົມ, ອົງການຈັດຕັ້ງພັກທັງໝົດແລະສະມາຊິດພັກທຸກຄົນເຄື່ອນໄຫວໃນຂອບເຂດຂອງລັດຖະທຳມະນູນແລະກົດໝາຍ, ຮັດແໜ້ນສາຍພົວພັນໃກ້ຊິດແບບເລືອດເນື້ອລະຫວ່າງພັກແລະປະຊາຊົນ. ຄວາມສາມັກຄີເປັນເອກະພາບອີງບົນພື້ນຖານຂອງຄວາມຮັບຮູ້ຢ່າງເລິກເຊິ່ງ ແລະ ການກະທຳຢ່າງຕໍ່ເນື່ອງ ຕາມໂຄງການການເມືອງ, ແນວທາງການເມືອງ ແລະ ການປະຕິບັດຫຼັກການລວມສູນປະຊາທິປະໄຕ. ໃນເມື່ອສ້າງແນວທາງ ແລະ ແຜນນະໂຍບາຍນັ້ນ ຕ້ອງປະຕິບັດປະຊາທິປະໄຕຢ່າງກວ້າງຂວາງ ເສີມຂະຫຍາຍສະຕິປັນຍາຂອງໝູ່ຄະນະ, ແຕ່ເມື່ອໄດ້ມີການຕັດສິນໃຈທາງການເມືອງແລ້ວ ບັນດາອົງການພັກແລະສະມາຊິກພັກຕ້ອງເຊື່ອຟັງ ແລະ ປະຕິບັດຢ່າງເຂັ້ມງວດ, ບໍ່ອະນຸຍາດໃຫ້ຜູ້ໃດເວົ້າແລະເຮັດສິ່ງທີ່ຂັດຕໍ່ມະຕິ. ສິ່ງທີ່ກົງກັນຂ້າມກັບຄວາມສາມັກຄີເປັນເອກະພາບນັ້ນແມ່ນການແບ່ງແຍກ, ຝັກຝ່າຍ, “ຜົນປະໂຫຍໝູ່ພວກ” ເປັນອັນຕະລາຍທີ່ປະເມີນບໍ່ໄດ້, ຍູ້ພັກໄປສູ່ຄວາມອ່ອນແອ ແລະ ການແຕກແຍກ. ການຕິຊົມຕົນເອງແລະຕິຊົມແມ່ນກົນໄກປ້ອງກັນ, ການກວດສອບຕົນເອງແລະແກ້ໄຂຂໍ້ບົກພ່ອງທີ່ເກີດໃໝ່, ປ້ອງກັນຄວາມເປັນໄປໄດ້ທີ່ຈະປ່ຽນເປັນຂໍ້ບົກພ່ອງທີ່ຮ້າຍແຮງ. ສິ່ງນີ້ແຕກຕ່າງຈາກການສະແດງອອກຂອງອັດຕະວິໄສ, ຄວາມພຶງພໍໃຈ, ການຂາດຄວາມເຂັ້ມງວດກັບຕົນເອງ ແລະ ສະຫາຍ, ຈາກນັ້ນ ຈະເກີດຂໍ້ບົກພ່ອງຂຶ້ນ. ການຄຸ້ມຄອງສັງຄົມອາລະຍະໄດ້ກຳນົດໃຫ້ປະຊາຊົນທຸກຄົນຕ້ອງປະຕິບັດຕາມລັດຖະທຳມະນູນແລະກົດໝາຍຢ່າງເຂັ້ມງວດ; ໃນນັ້ນ, ອົງການຈັດຕັ້ງພັກແລະສະມາຊິກພັກຕ້ອງເປັນແບບຢ່າງ, ບໍ່ໃຫ້ຜູ້ໃດຢູ່ເໜືອກົດໝາຍ ແລະ ຢືນຢູ່ນອກດົດໝາຍ. ລະບຽບກົດໝາຍແມ່ນສິນທຳຂັ້ນຕ່ຳ, ຖ້າພົນລະເມືອງໄດ້ຮັບອະນຸຍາດໃຫ້ເຮັດໃນສິ່ງທີ່ກົດໝາຍບໍ່ໄດ້ຫ້າມ, ພະນັກງານ ສະມາຊິກພັກຈະໄດ້ເຮັດສະເພາະສິ່ງທີ່ກົດໝາຍອະນຸຍາດເທົ່ານັ້ນ. ການໃກ້ຂິດຕິດແທດແບບອິນຊີກັບປະຊາຊົນ, ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ, ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ ບໍ່ເປັນພຽງຂໍ້ກຳນົດເທົ່ານັ້ນ ແຕ່ຍັງເປັນພັນທະທາງສິນທຳຂອງອົງການຈັດຕັ້ງພັຫ ແລະ ສະມາຊິກພັກທັງໝົດ ເມື່ອໄດ້ກຳນົດພາລະກິດຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ເອົາຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜູນຂອງປະຊາຊົນ ເປັນພື້ນຖານທາງການເມືອງສຳລັບການດຳລົງຄົງຕົວ ແລະການເຄື່ອນໄຫວຂອງພັກ.

4- “ສິນ​ທຳ” ແລະ “ອາລະຍະ​ທຳ” ຂອງ​ພັກ​ຍັງ​ສະ​ແດງ​ອອກ​ໃນ​ເນື້ອ​ໃນ​ທີ່​ສຳຄັນຄື ຄຸນ​ລັກສະນະ ພາລະ​ໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ສະມາຊິກ​ພັກ. ເມື່ອ​ສະມາຊິກ​ພັກ​ແຕ່ລະຄົນ​ເຂົ້າ​ໃຈ​ແລະ​ປະຕິບັດ​ຕາມມາດຕະຖານ “ສິນ​ທຳ” ​ແລະ “ອາລະຍະ​ທຳ” ​ເຂົາ​ຈະ​ກາຍ​ເປັນ​ປັດ​ໄຈ​ທີ່​ສຳຄັນ​ທີ່​ສຸດ​ ໃນ​ການ​ສ້າງ​ພັກ​ທີ່​ປອດ​ໃສ​ແລະ​ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ. ​ເວົ້າ​ຢ່າງ​ອື່ນ, ນີ້​ແມ່ນ​ການ​ພິຈາລະນາສັກ​ສີ​ທາງ “ສິນ​ທຳ” ​ແລະ “ອາລຍະ​ທຳ” ຂອງ​ພັກ​ຜ່ານ​ສະມາຊິກ - ປັດ​ໄຈ “​ເຄື່ອນ​ເໜັງ” ທີ່​ປະ​ກອບ​ກັນ​ເປັນ​ອົງການ​ຈັດ​ຕັ້ງພັກ.

ຄຸນ​ລັກສະນະ​ຂອງ​ສະມາຊິກ​ພັກ​ກອມ​ມູນິດສະ​ແດງ​ອອກ​ຢ່າງ​ລວມສູນ​ໃນ​ຄຸນສົມບັດ​ທາງ​ສິນ​ທຳ, ລະດັບ​ການ​ສຶກສາ ​ແລະ ລັກສະນະ​ນຳ​ໜ້າ ​ທີ່​ຄູ່​ຄວນ​ກັບບົດບາດ​ການ​ນຳພາ ​ແລະ ຄວາມ​ຮັບຜິດຊອບ​ ໃນ​ການ​ກຳ​ອຳນາດ​ການ​ປົກຄອງ. ຄຸນລັກສະນະນັ້ນຊ່ວຍ​ໃຫ້​ສະມາຊິກ​ພັກ​ເຮັດ​ຫຼ້ອນ​ບົດບາດນຳ​ໜ້າ, ​ເປັນ​ແບບຢ່າງ, “ສະມາຊິກ​ພັກ​ໄປ​ກ່ອນ, ຊາວ​ບ້ານ​ໄປ​ຕາມ​ຫຼັງ”; ຕະຫຼອດ​ຊີວິດ​ສູ້​ຊົນ​ເພື່ອ​ຈຸດປະສົງ​ແລະ​ອຸດົມ​ການ​ຂອງ​ພັກ, ວາງ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ, ຂອງຊົນ​ຊັ້ນ​ກຳ​ມະ​ກອນ ແລະ ປະຊາຊົນ​ຜູ້​ອອກ​ແຮ​ງ​ງານ ​ເໜືອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ; ການ​ສ້າງ​ລະບຽບ​ວິ​ໄນ​ແບບ​ຕື່ນ​ຕົວ​ສະໝັກ​ໃຈ, ປະຕິບັດ​ຕາມ​ໂຄງການ​ການ​ເມືອງ, ກົດ​ລະບຽບ, ມະຕິ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ ​ຢ່າງ​ເຂັ້ມ​ງວດ. ​ເພື່ອບັນລຸ​ພາລະກິດ​ການ​ນຳພາ ​ແລະ ຄວາມ​ຮັບຜິດຊອບ​ໃນ​ການ​ກຳ​ອຳນາດ​ການ​ປົກຄອງ​ຂອງຕົນ, ສະມາຊິກ​ພັກ​ຕ້ອງ​ສູ້​ຊົນ​ແລະ​ຝຶກ​ຝົນ​ຕະຫຼອດ​ຊີວິດ​ໃນ​ທຸກ​ດ້ານ, ​ໂດຍ​ກຳນົດ​​ເປັນ​ມາດຕະຖານ​ສະ​ເພາະດ້ານ​ ລະດັບ​ການ​ສຶກສາ, ລະດັບ​ທິດ​ສະ​ດີ, ຄວາມ​ສາມາດ​ນຳພາ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ, ​ໃກ້ຊິດຕິດ​ແທດ​ກັບ​ປະຊາ​ຊົນ, ປະຕິບັດ​ຕາມ​ອົງການ, ຮັກສາ​ວິ​ໄນ​ເຄັ່ງ​ຄັດ, ຮັກສາ​ຄວາມ​ສາມັກຄີ​ເປັນ​ເອກະ​ພາຍ​ໃນ​ພັກ. ໃນຖານະສະມາຊິກ​ຂອງ​ພັກ​ທີ່​ກຳ​ອຳນາດ​ການ​ປົກຄອງ, ຍິ່ງດຳລົງຕຳແໜ່ງສູງ ຍິ່ງຕ້ອງເປັນແບບຢ່າງ ໃນການອົບຮົມສຶກສາ ແລະ ຝຶກ​ຝົນຫຼໍ່​ຫຼອມ ໃຫ້ໄດ້ມາດຕະຖານສູງ ທັງດ້ານລະດັບການສຶກສາ, ຄວາມສາມາດ ແລະ ຄຸນສົມບັດສິນທຳ. ຄຸນລັກສະນະຂອງສະມາຊິກພັກ ຮຽກຮ້ອງ​ໃຫ້​ສະມາຊິກ​ພັກ​ແຕ່ລະຄົນ​ ຕື່ນຕົວ​ສະໝັກ​ໃຈ​ປະຕິບັດ​ລະບຽບ​ວິ​ໄນ, ປູກ​ຝັງ​ຄຸນສົມບັດ​ປະຕິວັດຕະຫຼອດ​ຊີວິດ, ຝຶກ​ຝົນ​ແບບ​ແຜນ​ແລະ​ວິທີການ​ດຳລົງ​ຊີວິດ​ປະຈຳ​ວັນ, ທັງ​ໃນ​ການ​ເຄື່ອນ​ໄຫວລັດຖະ​ການ ​ແລະ ​ໃນ​ຊີວິດປະຈຳ​ວັນ, “ກວດກາ​ຕົນ​ເອງ”, “​ແກ້​ໄຂ​ຕົນ​ເອງ” ຢ່າງ​ເປັນ​ປະຈຳ​ ເພື່ອປ້ອງ​ກັນ​ຄວາມ​ສ່ຽງຂອງ​ການ​ເສື່ອ​ມ​ໂຊມປ່ຽນ​ທາດ.

ພັນທະ​ຂອງ​ສະມາຊິກ​ພັກ​ແມ່ນ​ການ​ເຮັດ​ໃຫ້​ທາດ​ແທ້, ຈຸດປະສົງ ​ແລະ ພາລະກິດ​ຂອງ​ພັກ​ ກາຍ​ເປັນ​ວຽກ​ງານ​ສະ​ເພາະ ​ທີ່​ສະມາຊິກ​ພັກ​ຕ້ອງ​ປະຕິບັດ​ ດ້ວຍ​ມະ​ໂນ​ທຳ, ກຽດສັກ​ສີ, ຄວາມ​ຮັກ​ແພງ ​ແລະ ຄວາມ​ຮັບຜິດຊອບ. ​ເມື່ອ​ພິຈາລະນາພາລະ​ໜ້າ​ທີ່​ຂອງ​ສະມາຊິກ​ພັກ, ສາມາດທີ່​ຈະ​ຕີ​ລາຄາ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຄຸນສົມບັດ ​ແລະ ຄວາມ​ສາມາດ​​ໃນ​ການ​ນຳພາ, ກຳ​ອຳນາດ​ການ​ປົກຄອງ​ຂອງ​ພັກ. ກົດ​ລະບຽບຂອງພັກໃນບັນດາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກ ​ໄດ້​ຜັນ​ຂະຫຍາຍ​ພັນທະ​ສະມາຊິກ​ພັກ​​ ​ເປັນ​ບັນດາ​ໜ້າ​ທີ່​ຂອງ​ສະມາຊິກ​ພັກ ​ທີ່ຕິດ​ພັນ​ກັບ​ຄວາມ​ຮັບຜິດຊອບ​ດ້ານ​ການ​ເມືອງ​ສະ​ເພາະ ​ເຊັ່ນ ​ກົດລະບຽບ​ຂອງ​ພັກ (ຮັບຮອງ​ເອົາ​ໂດຍ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ ໃນ​ເດືອນມັງກອນ 2011) ລະບຸ 4 ໜ້າ​ທີ່​ຂອງສະມາຊິກ​ພັກ(3). ນອກຈາກ​ຂໍ້​ກຳນົດ​ຂອງ​ກົດ​ລະບຽບ​ຂອງ​ພັກ​ແລ້ວ, ພັນທະ ໜ້າ​ທີ່ ​ແລະ​ ຄວາມ​ຮັບຜິດຊອບ​ຂອງ​ສະມາຊິກ​ພັກ ຍັງ​ລະບຸ​ໄວ້​ໃນ​ຂໍ້​ບັງຄັບ​ສະ​ເພາະ, ​ໂດຍ​ສະ​ເພາະ​ແມ່ນ ຂໍ້​ບັງຄັບ​ກ່ຽວ​ກັບ​ສິ່ງ​ທີ່​ສະມາຊິກ​ພັກ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ (19 ຂໍ້), ຫຼື ລະບຸ​ເຖິງ​ການສະ​ແດງ​ອາການ​ເສື່ອ​ມ​ເສຍ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີຊີວິດ, “ການ​ປ່ຽນ​ແປງ​ຕົນ​ເອງ”, “ການ​ຫັນປ່ຽນ​ຕົນ​ເອງ” ພາຍໃນ (27 ອາການ). ເມື່ອພິຈາລະນາຈາກຈັນຍາບັນການກຳອຳນາດການປົກຄອງແລ້ວ, ພັນທະ​ດ້ານ​ຈັນຍາບັນ​ຂອງ​ສະມາຊິກ​ພັກ​ ລວມມີ​ບັນດາ​ວຽກ​ງານ​ທີ່​ສະມາຊິກ​ພັກ​ຕ້ອງ​ເຮັດ ​ດ້ວຍ​ມະ​ໂນ​ທຳ ກຽດ​ສັກ​ສີ ​ແລະ ຄວາມ​ຮັບຜິດ​ຊອດທີ່​ສະໝັກ​ໃຈ, ​ສະ​ແດງ​ອອກ​ຜ່ານ​ການ​ແກ້​ໄຂ​ການ​ພົວ​ພັນ​ຂັ້ນ​ພື້ນ​ຖານ ​ເຊັ່ນ ​ກັບ​ຕົນ​ເອງ ກັບ​ພັກ ກັບ​ປະ​ຊາ​ຊົນ ກັບ​ວຽກ​ງານ. ກັບຕົນເອງ, ນັ້ນ​ແມ່ນໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ​ໃນ​ການ​ຮໍ່າຮຽນ​ດ້ວຍ​ຕົນ​ເອງ​ເປັນ​ປະຈຳ, ປັບປຸງ​ຍົກສູງລະດັບ​ແລະຄວາມ​ສາມາດ​ໃນ​ທຸກ​ດ້ານ; ປູກຝັງ, ຝຶກ​ຝົນ​ຫຼໍ່​ຫຼອມສິນ​ທຳ ແບບແຜນ ວິຖີຊີວິດ ​ເພື່ອ​ໃຫ້​ສົມ​ກັບ​ບົດບາດ​ນຳພາ ​ແລະ ກຳ​ອຳນາດ​ການປົກຄອງ, ປ້ອງ​ກັນ​ແລະ​ຕໍ່ສູ້ຕ້ານ​ບັນດາ​ການ​ລໍ້​ລວງ, ​ປະກົດ​ການ​ແລະການກະທຳ​ທີ່​ທຳລາຍ​ທາດ​ແທ້​ຂອງ​ພັກ​ປະຕິວັດທີ່​ແທ້​ຈິງ, ກ່ອນ​ອື່ນ​ໝົດ​ແມ່ນ ​ຕໍ່ສູ້ກັບ​ລັດທິ​ເອກະ​ຊົນ, ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຄວາມ​ຫຍໍ້​ທໍ້. ກັບພັກ, ນັ້ນ​ແມ່ນ​ຄຸນ​ນະພາ​ບຂອງ​ຄວາມ​ຈົງ​ຮັກ​ພັກດີ​ຢ່າງ​ແທ້​ຈິງ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ໃນ​ຈິດ​ໃຈຕັ້ງ​ໝັ້ນ​ໃນ​ລັດທິມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ​ເປົ້າ​ໝາຍ ​ແລະ ອຸດົມ​ຄະຕິ​​ເອກະລາດ​ແຫ່ງ​ຊາດ ​ຕິດ​ພັນ​ກັບ​ລັດທິ​ສັງຄົມ​ນິຍົມ; ​ເຄົາລົບແລະປະຕິບັດຕາມ​ໂຄງການ​ການ​ເມືອງ, ກົດລະບຽບ ແລະ ​ແນວທາງ​ຂອງ​ພັກ; ປະຕິບັດບັນດາ​ຫຼັກການ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ພັກ​ ຢ່າງ​ເຂັ້ມ​ງວດ; ​ເຫັນ​ວ່າ​ຖືກຕ້ອງ​ແມ່ນ​ຕ້ອງ​ປົກ​ປ້ອງ, ​ເຫັນ​ວ່າຜິດ​ແມ່ນ​ຕ້ອງ​ຕໍ່ສູ້​ຢ່າງ​ເດັດດ່ຽວ​, ​ໂດຍ​ສະ​ເພາະ​ແມ່ນ​ ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ອຸ​ດົມ​ການ​ຂອງ​ພັກ, ​ບອກປັດບັນດາ​ທັດ​ສະ​ນະ​ທີ່ຜິດພາດ​ແລະ​ເປັນ​ສັດຕູ. ກັບປະຊາຊົນ, ​ແມ່ນ​ຕ້ອງ​ຮັດ​ແໜ້ນ​ການ​ພົວພັນ​ໃກ້ຊິດ​ແບບ​ອິນ​ຊີ​ ລະຫວ່າງ​ພັກ​ກັບ​ປະຊາຊົນ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ, ອີງ​ໃສ່​ປະຊາຊົນ​ເພື່ອ​ກໍ່ສ້າງ​ພັກ, ການ​ເຄື່ອນ​ໄຫວ​ທັງ​ໝົດ​ຕ້ອງ​ຮັບ​ໃຊ້​ປະຊາຊົນ, ​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ ​ແລະ ວຽກ​ງານ​ສັງຄົມ​ໃຫ້​ດີ, ຕໍ່ສູ້​ຢ່າງ​ເດັດດ່ຽວ​ ກັບ​ປະກົດ​ການ​ອາດຍາ​ສິດ, ຫ່າງ​ເຫີ​ນປະຊາຊົນ. ກັບວຽກງານ, ຕ້ອງປະຕິບັດ​ຕາມ​ທຸກ​ວຽກ​ງານ​ທີ່ໄດ້ຮັບມອບໝາຍ; ສຸດອົກສຸດໃຈກັບວຽກງານ; ປະເຊີນກັບຄວາມຫຍຸ້ງຍາກລຳບາກ​ ແລະ ສິ່ງທ້າທາຍທັງໝົດຢ່າງກ້າຫານ; ຕັ້ງໜ້າຂະຫຍັນ​ຂັນ​ເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ເພື່ອຜົນປະໂຫຍດລວມ; ພະຍາຍາມ​ແລະ​ຕັດສິນ​ໃຈ​ສູງ​ສຸດ ເພື່ອເຮັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ.

5- ພັກ​ມີ​ຄວາມ​ຮັບ​ຮູ້​ເປັນ​ຢ່າງ​ດີ​ວ່າ, ​ເພື່ອ​ນຳພາ​ການ​ປະຕິວັດ​ຢ່າງ​ສຳ​ເລັດ​ຜົນ, ພັກ​​ເອງ​ຕ້ອງສະອາດ​ແລະ​ເຂັ້ມ​ແຂງ. ຢາກ​ໄດ້​ຄື​ແນວ​ນັ້ນ, ພັກ​ຕ້ອງ​ປ່ຽນ​ໃໝ່ຕົນ​ເອງ​ແລະ​ປັບປຸງ​ຕົນ​ເອງ​ຢ່າງ​ເປັນ​ປະຈຳ ​ເຊິ່ງສຳຄັນ​ທີ່​ສຸດ​ແມ່ນ​ ຕ້ອງຕໍ່ສູ້ ​ລະຫວ່າງ​ຄວາມ​ກ້າວໜ້າ ກັບ​ຄວາມ​ຖົດຖອຍ, ລະຫວ່າງ​ການ​ປ່ຽນ​ແປງ​ໃໝ່ ກັບການ​ອະນຸລັກຮັກສາ​ເດີມ ຊັກ​ຊ້າ, ລະຫວ່າງ​ການ​ປະຕິວັດ ກັບ​​ການກີດຂວາງ ​ແກ່​ດຶງ. ນີ້​ແມ່ນ​ສິນ​ທຳ​ແລະ​ອາລະຍະ​ທຳ ຈາກ​ທັດ​ສະ​ນະ​ຂອງ​ກົດ​ເກນ​ການ​ເຄື່ອນ​ໄຫວ​ພາຍ​ໃນ​ຂອງ​ພັກ​ປະ​ຕິ​ວັດ​ເພື່ອພະຍາຍາມ​ປັບປຸງ​ຍົກ​ສູງຄວາມ​ສາມາດນຳພາ​ຢ່າງບໍ່​ຢຸດ​ຢັ້ງ, ຮັກສາ​ແລະ​ສົ່ງ​ເສີມ​ຄຸນສົມບັດ​ທີ່​ດີ, ຢືນຢັນ​ຄວາມ​ຊອບ​ທຳ​ຂອງ​ການ​ກຳ​ອຳນາດ​ການ​ປົກຄອງ.

ການ​ປ່ຽນ​ແປງ​ໃໝ່​ຕົນ​ເອງ​ແລະ​ປັບປຸງ​ຕົນ​ເອງນັ້ນ ກ່ອນ​ອື່ນ​ໝົດ​ແມ່ນ​ມາ​ຈາກ​ຄວາມ​ຕ້ອງການ​ຂອງ​ພັກ​ເອງ ​ເພື່ອ​ແນ​ໃສ່​​ເພີ່ມ​ທະວີ​ຄວາມ​​ຊອບ​ທຳ, ປັບປຸງຍົກ​ສູງ​ຄວາມ​ສາມາດ​ນຳພາ​, ຄວາມ​ສາມາດ​ກຳອຳນາດ​ການ​ປົກຄອງ ​ແລະ ກຳລັງ​ແຮງສູ້ຮົບຂອງ​ພັກ, ​ໃຫ້​ສົມ​ກັບ​ຄວາມ​ໄວ້​ວາງ​ໃຈ​ແລະ​ຄວາມ​ຮັກ​ແພງ​ຂອງ​ປະຊາຊົນ, ​ເໝາະ​ສົມ​ກັບ ສະພາບ​ການ​ໃໝ່​ຂອງ​ປະ​ເທດ ​ແລະ ຍຸກ​ສະ​ໄໝ. ຄວາມ​ຕ້ອງການ​ພາວະ​ວິ​ໄສ​ຮຽກຮ້ອງ​ໃຫ້​ພັກ​ຜູ້​ກຳ​ອຳນາດ​ການ​ປົກຄອງ​ ຕ້ອງປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ​ໂດຍ​ຜ່ານ​ການປ່ຽນ​ແປງ​ໃໝ່​ຕົນ​ເອງ ແລະ ປັບປຸງແກ້ໄຂຕົນເອງ, ຖ້າບໍ່ດັ່ງນັ້ນ ຈະ​ຖືກຄວາມເປັນຈິງກ້າວ​ຜ່ານ, ບໍ່ທັນ​ກັບ​ກະແສການເຄື່ອນໄຫວຂອງໂລກ ແລະ ການປ່ຽນແປງຂອງຍຸກສະໄໝ. ການປ່ຽນແປງໃໝ່ຕົນເອງ ເອງ ແລະ ປັບປຸງຕົນເອງຂອງ​ພັກ ​ຍັງ​ເລີ່​ມຈາກ​ຄວາມ​ຕ້ອງການ​ສືບ​ທອດ​ແລະ​ເສີມ​ຂະຫຍາຍມູນ​ເຊື້ອ​ອັນ​ດີງາມ​ຂອງ​ພັກທີ່​ເປັນ “ສິນ​ທຳ​ແລະ​ອາລະຍະ​ທຳ” ​ທີ່ໄດ້​ຮັບ​ການ​ກໍ່ສ້າງ ​ແລະ ຫຼໍ່ລ້ຽງ​ໂດຍ​ປະທານ ​ໂຮ່ຈີ​ມິນ ​ແລະ ຜູ້​ນຳ​ຂັ້ນ​ສູງຫຼາຍ​ລຸ້ນຄົນ, ລວມທັງການເສຍສະຫຼະ​ຊີວິດ​ເລືອດ​ເນື້ອ​ຂອງ​ນັກຮົບ​ວິລະ​ຊົນ. ກ້າວ​ເຂົ້າ​ສູ່​​ເສດຖະກິດ​ການ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ, ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ​ເຂົ້າ​ໃກ້​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີ 4, ຖ້າ​ພັກ​ບໍ່​ປ່ຽນ​ແປງ​ໃໝ່ຕົນ​ເອງ ບໍ່​ປັບປຸງ​ແກ້​​ໄຂ​ຕົນເອງ, ພັກ​ຈະ​ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ພາລະກິດ​ປະຕິວັດ​​ທີ່​ມີ​ຄວາມ​​ຕ້ອງການ​​ສູງ​ກວ່າ, ຄວາມ​ທ້າ​ທາຍທີ່​ຫຼາຍ​ຂຶ້ນ. ຄວາມ​ສ່ຽງ​ແລະສິ່ງທ້າທາຍຫຼາຍຢ່າງທີ່ມີລັກສະນະຊັບຊ້ອນກວ່າ, ໄພຂົ່ມຂູ່ທີ່​ອັນຕະລາຍ​ຍັງປາກົດຂຶ້ນທຸກໆມື້, ທຸກໆຊົ່ວໂມງ, ດັ່ງ​ນັ້ນ, ຖ້າ​ຫາກ​ບໍ່ປ່ຽນ​ແປງ​ໃໝ່​ຕົນ​ເອງ ບໍ່​ປັບປຸງ​ແກ້​ໄຂ​ຕົນ​ເອງ​ເປັນ​ປະຈຳ ​ຈະ​ນຳ​ໄປ​ສູ່​ຜົນ​ສະທ້ອນ​ທີ່​​ຄາດ​ເດົາ​ບໍ່​ໄດ້, ​ໂດຍ​ສະ​ເພາະ​ແມ່ນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ຢູ່​ລອດ​ຂອງ​ລະບອບ​ການປົກຄອງຈາກ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້, ການ​ຖົດ​ຖອຍ ​ແລະ ​ປະກົດ​ການ ​“ປ່ຽນ​ແປງ​ຕົນ​ເອງ”, “ການຫັນປ່ຽນ​ຕົນ​ເອງ” ພາຍ​ໃນ.

ການ​ປ່ຽນ​ແປງ​ໃໝ່​ແມ່ນ​ການ​ລົບ​ລ້າງ​ຄວາມ​ຫຼ້າ​ຫຼັງ, ຜ່ານ​ຜ່າ​ຂໍ້​ບົກ​ຜ່ອງ, ສ້າງ​ຄຸນ​ຄ່າ​ໃໝ່, ມຸ່ງ​ສູ່​ຄວາມ​ກ້າວ​ໜ້າ, ຄວາມເໜືອ​ກວ່າ ແລະ​ ຄວາມສົມ​ບູນ​ແບບ​ຢ່າງຕໍ່​ເນື່ອງ ບົນ​ພື້ນຖານການ​ຍຶດໝັ້ນ​ໃນ​ຫຼັກ​ໝັ້ນ​ແລະ​ຫຼັກການ. ​ໃນ​ກາງ​ຊຸມ​ປີ 1980 ຂອງ​ສະຕະວັດທີ່​ຜ່ານ​ມາ, ​ເມື່ອ​ປະ​ເທດ​​ຕົກຢູ່​ໃນ​ວິ​ກິດ​ການ​ເສດຖະກິດ-ສັງຄົມ, ການ​ປ່ຽນ​ແປງ​ໃໝ່​​ກາຍ​ເປັນ​ຄວາມ​ຈຳ​ເປັນທາງ​ສິນ​ທຳ​ສູງ​ສຸດ​ ໃນ​ການ​ຂະ​ຈັດອຸປະສັກ​ຂອງ​ກົນ​ໄກ​ແຜນການ​ລວມສູນ​ເກື້ອກູນ, ປົດ​ປ່ອຍ​​ທ່າ​ແຮງ​ແລະກຳລັງແຮງທັງ​ໝົດ​ ຂອງ​ປະຊາຊົນ, ​ເຮັດ​ໃຫ້​ປະ​ເທດ​ພັດທະນາ. ການ​ປ່ຽນ​ແປງ​ໃໝ່​ເປັນ​ຂະ​ບວນການ​ທີ່ຕໍ່ເນື່ອງ ບໍ່ມີຈຸດສິ້ນ​ສຸດ, ເຣັດໃຫ້ພັກສົມບູນຍິ່ງຂຶ້ນ ທັງຄວາມ​ຮັບ​ຮູ້ທາງທິດສະດີ ແລະ ການປະຕິບັດຕົວຈິງ, ການຈັດຕັ້ງອົງ​ກອນ ແລະ ບຸກຄະລາ​ກອນ, ແບບແຜນວິທີນຳພາ ແລະ ວິທີ​ການ​ເຮັດ​ວຽກ… ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ທິດ​ສະ​ດີ​ມີ​ບົດບາດ​ສຳຄັນ​ອັນ​ດັບ​ໜຶ່ງ ​ເພື່ອ​ຮັບປະກັນໃຫ້​ທິດ​ສະ​ດີ​ມີພະລັງ​ພຽງພໍ​ທີ່​ຈະ​ນຳພາ ​ແລະ ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ, ​ເຮັດ​ໃຫ້​​ແນວທາງ​ການ​ເມືອງ​ມີ​ຄວາມ​ຊັດ​ເຈນ, ມີ​ຄວາມ​ສາມາດ​ຄາດ​ຄະ​ເນ​ສູງ, ມີ​ວິ​ໄສ​ທັດ​ຍາວ​ນານ. ບໍ່​ຢຸດ​ຢູ່​ທີ່​ຄວາມ​ຮັບ​ຮູ້​ດ້ານ​ທິດ​ສະ​ດີ, ການ​ປ່ຽນ​ແປງ​ໃໝ່ຍັງ​ສະ​ແດງ​ອອກ​ໃນ​ການປະ​ຕິ​ບັດ​ຈິງ ແລະ ​ໃນ​ການ​ປະຕິບັດ​ນັ້ນ ຄຸນສົມບັດ​ສິນ​ທຳ​ປະຕິວັດ​ໄດ້​ຮັບ​ການ​ເປີດ​ເຜີຍຢ່າງ​ເຕັມທີ່ ແລະ ​​ເປັນຄວາມ​ຈິງ, ຮັບ​ປະ​ກັນ​ຄຳ​ເວົ້າ​ສອດຄ່ອງ​ກັບ​ການ​ກະທຳ, ​ແນວທາງ ​ແຜນ​ນະ​ໂຍບາຍ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ​ເພາະສະ​ນັ້ນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ເນັ້ນ​ໜັກ​ຄວາມ​ຕ້ອງການ​ປ່ຽນ​ແປງ​ໃໝ່ການຈັດ​ຕັ້ງ​ປະຕິບັດ​ມະຕິຢ່າງ​ແຂງ​ແຮງ, ເຊື່ອມ​ຕໍ່​ການ​ຕັດສິນ​ໃຈ​ທາງ​​ການ​ເມືອງ​ແຕ່ລະຄັ້ງ ກັບ​ໂຄງການ, ​ແຜນການ, ມາດ​ຕະການ ​ແລະ ການລະດົມ​ແລະຈັດ​ສັນ​ຊັບພະຍາກອນ​ເພື່ອ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ.

ການ​ປັບປຸງ​ໝາຍ​ເຖິງ​ການ​ດັດ, ​ແກ້​ໄຂ, ສັບຊ້ອມ, ຈັດ​ວາງ​​ໃໝ່ ​ໃຫ້​ເປັນ​ລະບຽບ, ​ແບບ​ແຜນ, ຖືກ​ກົດ​ເກນ; ຄັດ​ກອງ, ຂະ​ຈັດ​ປັດ​ໄຈ​ເສື່ອມ​ໂຊມ, ​ເສຍ​ຫາຍ, ​ເສຍ​ທາດ; ດ້ວຍ​ເຫດ​ນີ້​ຈຶ່ງ​ເຮັດ​ໃຫ້​ພັກ​ເຂັ້ມ​ແຂງ ​ແລະ ສະອາດ​ກວ່າ. ການປັບປຸງ​ແກ້​ໄຂ​​ພັກ​ໄດ້​ດຳ​ເນີນ​ຢ່າງ​ຮອບດ້ານ​ ນັບ​ແຕ່​ອຸດົມ​ການ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ, ການຈັດ​ຕັ້ງ​ ເຖິງ​ພະນັກງານ. ໃນ​ປະຫວັດສາດ​ຂອງ​ການ​ປະຕິວັດ​ຫວຽດນາມ, ຫຼັງຈາກ​ໄຊຊະນະ​ແຕ່ລະຄັ້ງ, ພັກ​ໄດ້ດຳ​ເນີນ​ການປັບປຸງແກ້​ໄຂ ​ເພື່ອ​ຫຼີກ​ລ່ຽງ​ຄວາມ​ຄິດ​ອັດຕະວິ​ໄສ, ຄວາມພຶງພໍໃຈ, ຄວາມ​ມົວ​ເມົາ​ກັບ​ໄຊຊະນະ, ບໍ່ລ່ວງ​ຮູ້​ເຖິງ​ຄວາມ​ຫຍຸ້ງ​ຍາກ​ຂ້າງ​ໜ້າ​, ປ້ອງ​ກັນ​ພະຍາດ “ອວດອົ່ງ​ກອມ​ມູນິດນິຍົມ”; ​ໃນ​ເມື່ອ​ຂະ​ບວນການ​ປະຕິວັດ​ເສື່ອ​ມຖອຍ​ລົງ ຍິ່ງ​ຈຳ​ເປັນ​ຕ້ອງ​ປັບປຸງ​ແກ້​ໄຂ​ພາຍ​ໃນ ​ເພື່ອ​ຟື້ນຂວັນ​ກຳລັງ​ໃຈ, ​ປັບປຸງ​ຖັນ​ແຖວພະນັກງານ, ​ເພີ່ມ​ທະວີ​ການຈັດ​ຕັ້ງ​ຂອງ​ພັກ ​ແລະອື່ນໆ ​ເພື່ອ​ໃຫ້​ແຕ່ລະ​ອົງຄະ​ນະ​ພັກແລະສະມາຊິກ​ພັກ​ ມີ​ຄວາມ​ກ້າ​ແກ່ນເຂັ້ມ​ແຂງຂຶ້ນ​ຕື່ມ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ປະສົບ​ຜົນສຳ​ເລັດ​ໃນການ​ປະຕິບັດ​ວຽກ​ງານ. ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຄວາມສ່ຽງແລະສິ່ງທ້າທາຍພາຍໃນ ແລະ ພາຍ​ນອກ​ມີ​ຄວາມ​ກ່ຽວພັນກັນ ​ແລະ ພັດທະນາທີ່ສັບສົນ, ຮຽກຮ້ອງໃຫ້ການກໍ່ສ້າງພັກຕ້ອງ​ເຊື່ອມ​ໂຍງ​ຢ່າງ​​ໃກ້ຊິດກັບການ​ເພີ່ມ​ທະວີ​ການ​ປັບປຸງ​ພັກ. ວຽກ​ງານ​ຮີບ​ດ່ວນ​ໃນ​ການປັບປຸງ​ແກ້​ໄຂ​ພັກ​ໃນ​ປະຈຸ​ບັນ​ແມ່ນ ​ຕໍ່ສູ້​ກັບ​ສະພາບ​ການ​ຊຸດ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ, ບັນດາ​ປະກົດການ “ປ່ຽນ​ແປງ​ຕົນ​ເອງ”, “ຫັນປ່ຽນ​ຕົນ​ເອງ”; ປັບປຸງ​ກົງຈັກ​ໃຫ້​ກະທັດ​ລັດ​ຮັດກຸມ, ຍົກ​ສູງ​ປະສິດທິພາບ ​ແລະ ປະສິດທິ​ຜົນການ​ເຄື່ອນ​ໄຫວ ​ຂອງ​ລະບົບ​ການ​ເມືອງ; ປະຕິບັດ​ຕາມ​ຫຼັກການ​ຢ່າງ​ເຂັ້ມ​ງວດ, ຮັດ​ແໜ້ນ​ລະບຽບ​ວິ​ໄນ, ນັບ​ແຕ່​ວິ​ໄນ​ດ້ານ​ການ​ເມືອງ, ​ວິ​ໄນ​ໃນ​ອົງ​ກອນ​ ເຖິງ​ວິ​ໄນ​ການ​ປາກ​ເວົ້າ; ຈັດການ​ກັບ​ການລະ​ເມີດ​ຫຼັກການ​ຂອງ​ອົງ​ກອນ​ຢ່າງ​ເຄັ່ງ​ຄັດ, ມີ​ລະບຽບ​ວິ​ໄນ, ດຳ​ເນີນ​ການ​ກວດກາ ລົບລ້າງບັນດາກໍລະນີລະເມີດວິໄນ ສໍ້ລາດບັງຫຼວງຈາກ​ພັກ​ຢ່າງເດັດຂາດ, ​ເຮັດ​ໃຫ້​ພັກໝັ້ນຄົງ​ເຂັ້ມ​ແຂງ ​ແລະ ​ສະອາດ​ປອດ​ໃສ.

ພາຍ​ໃຕ້​ຄັນ​ທຸງ​ລັດ​ທິມາກ-​ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈີ​ມິນ, ​ໃນ​ຕະຫຼອດ 93 ປີຜ່ານມາ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ນຳພາ​ປະຊາຊົນ​ຫວຽດນາມ ​ແລະ ຊາດຫວຽດນາມ ຈາກໄຊຊະນະສູ່ໄຊຊະນະ, ສ້າງ​ພາລະກິດ​ອັນ​ຍິ່ງ​ໃຫຍ່ - ພາລະກິດ​ເພື່ອ​ໃຫ້​ປະ​ເທດ​ຊາດ​ຍືນ​ຍົງ, ປະຊາຊົນມີ​ຄວາມ​ຜາ​ສຸກ, ປະ​ເທດຈະ​ເລີ​ນພັດທະນາ, ​ເພື່ອ​ມະ​ໂນ​ທຳ​ແລະ​ສັກ​ສີ​ຄວາມ​ເປັນ​ມະນຸດ. ​ໄຊຊະນະນັ້ນ​ແມ່ນ​ໝາກຜົນ​ແຫ່ງ​ການປະສົມປະສານ​ກັນຂອງຫຼາຍ​ປັດ​ໄຈ, ກ່ອນ​ອື່ນ​ໝົດ​​ແລະ​ສຳຄັນ​ທີ່​ສຸດແມ່ນ​ ກຽດ​ສັກ​ສີ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ - ພັກ​ປະຕິວັດ​ທີ່​ “​ແມ່ນ​ສິນ​ທຳ, ​ແມ່ນ​ອາລະຍະ​ທຳ” ດັ່ງ​ທີ່​ລຸງ​ໂຮ່​ສະຫຼຸບ​ໄວ້./.

---------------------------

(1) ​ເບິ່ງ: ມະຕິກອງປະຊຸມຄັ້ງທີຫົກອງຄະນະບໍລິຫານງານສູນກາງພັກສະໄໝທີ 6 (​ເດືອນ​ມີນາ 1989), ​ໃນ: ເອກະສານຄົບຊຸດຂອງພັກ, ສພຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2007, ​ເຫຼັ້ມ 49 (1988 - 1989), ໜ້າ 591.

(2) ​ໂຮ່ຈີ​ມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້​ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 5, ໜ້າ 291.

(3) 4 ໜ້າທີ່ຂອງສະມາຊິກພັກຄື:

1. ຈົງຮັກພັກດີຕໍ່ຈຸດປະສົງ​ແລະອຸດົມການປະຕິວັດຂອງພັກຢ່າງແທ້ຈິງ, ປະຕິບັດ​ໂຄງການ​ການ​ເມືອງ, ກົດ​ລະບຽບ​ພັກ, ມະຕິ ຄຳ​ສັ່ງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ​ຢ່າງ​ເຂັ້ມ​ງວດ; ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ປະຕິບັດ​ຢ່າງ​ຄົບ​ຖ້ວນ​ຕາມ​ການ​ມອບ​ໝາຍ​ ​ແລະ ການ​ຍົກຍ້າຍຂອງ​ພັກ.

2. ບໍ່​ຢຸດ​ຢັ້ງ​ໃນ​ການ​ສຶກສາ​ອົບຮົມ, ຝຶກ​ຝົນພັດທະນາ​ຄວາມ​ຮູ້ ຄວາມ​ສາມາດ​ໃນ​ການ​ເຮັດ​ວຽກ, ຄຸນສົມບັດ​ທາງ​ການ​ເມືອງ, ຄຸນສົມບັດ​ປະຕິວັດ, ມີ​ວິຖີ​ຊີວິດ​ທີ່​ດີ; ຕໍ່ສູ້​ຕ້ານ​ລັດທິ​ເອກະ​ຊົນ, ສວຍ​ໂອກາດ​ນິຍົມ, ພາກ​ສ່ວນ​ອາດຍາ​ສິດ, ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ ​ແລະ ບັນດາ​ປະກົດ​ການ​ຫຍໍ້​ທໍ້​ອື່ນໆ. ປະຕິບັດ​ຕາມຂໍ້​ບັງຄັບ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງກ່ຽວກັບສິ່ງທີ່ສະມາຊິກພັກບໍ່ໄດ້ຮັບອະນຸຍາດໃຫ້ເຮັດ.

3. ພົວພັນ​ໃກ້ຊິດ​ກັບ​ປະຊາຊົນ, ​ເຄົາລົບ​ແລະ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ; ​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ ​ແລະ ປົກປ້ອງ​ສິດຜົນປະ​ໂຫຍ​ດທີ່​ຊອບທຳ​ຂ​ອງປະຊາຊົນ; ຕັ້ງໜ້າ​ໃນ​ການ​ເຂົ້າ​ຮ່ວມ​ວຽກ​ງານ​ມະຫາຊົນ, ວຽກ​ງານ​ສົງ​ຄົມ​ຢູ່​ບ່ອນ​ເຮັດ​ວຽກ ​ແລະ ​ໃນ​ຊຸມຊົນທີ່ຢູ່​ອາ​ໄສ; ​ໂຄສະນາ​ຂົນຂວາຍ​ຄອບຄົວ ​ແລະ ປະຊາຊົນປະຕິບັດ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ.

4. ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ, ປົກ​ປ້ອງ​ແນວທາງ, ນະ​ໂຍບາຍ ​ແລະ ການຈັດ​ຕັ້ງ​ຂອງ​ພັກ; ປະຕິບັດ​ຕາມ​ລະບຽບ​ວິ​ໄນ, ຮັກສາ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ພັກ; ດຳ​ເນີນ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມຢ່າງ​ເປັນ​ປະຈຳ, ຊື່ສັດ​ຕໍ່​ພັກ; ​ເຮັດ​ວຽກ​ງານ​ພັດທະນາ​ສະມາຊິກ​ພັກ​ໃໝ່; ​ເຂົ້າ​ຮ່ວມ​ຊີວິດ​ພັກ ​ແລະ ເສຍ​ເງິນສະຕິ​ພັກຕາມລະບຽບການ.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1007 (ເດືອນກຸມພາ 2023)