ວກ. - ວັດທະນະທຳມີບົດບາດສຳຄັນໃນຊີວິດສັງຄົມ. ວັດທະນະທຳໄດ້ຮັບການເຊີດຊູ, ສະພາບແວດລ້ອມທາງວັດທະນະທຳມີສຸຂະພາບດີ ສັງຄົມກໍ່ຈະມີສະຖຽນລະພາບແລະພັດທະນາ, ກົງກັນຂ້າມ, ເມື່ອວັດທະນະທໍາສະແດງອາການຊຸດໂຊມລົງ, ກໍ່ໃຫ້ເກີດມີອິດທິພົນທາງລົບ ແລະ ກະທົບຕໍ່ສະພາບແວດລ້ອມທາງສັງຄົມ ແລະ ຊີວິດສັງຄົມ; ໂດຍສະເພາະ ​ເມື່ອ​ປະ​ເທດ​ກຳລັງ​ປະ​ເຊີນ​​ກັບເຫດການ​ທີ່​ສຳຄັນ, ຈຳເປັນຕ້ອງ​ມີ​ພະລັງຂັບເຄື່ອນທີ່ແຂງ​ແຮງ ​ເພື່ອ​ຊຸກຍູ້​ຂະ​ບວນການ​ພັດທະນາ - ຈຳເປັນຕ້ອງ​ດຳ​ເນີນ​ການປັບປຸງວັດທະນະທຳໃຫ້ຈະເລີນຮຸ່ງເຮືອງ.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໂອ້ລົມກັບຜູ້ແທນທີ່ເຂົ້າຮ່ວມກອງປະຊຸມວັດທະນະທຳທົ່ວປະເທດ ທີ່ຈັດຂຶ້ນຢູ່ຫໍສະພາແຫ່ງຊາດ, ໃນວັນທີ 24 ພະຈິກ 2021 _ແຫຼ່ງ: vietnamnet.vn

ການປັບປຸງວັດທະນະທຳຫວຽດນາມໃຫ້ຈະເລີນຮຸ່ງເຮືອງ
ໃນສະພາບການໂລກາພິວັດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ການປັບປຸງວັດທະນະທຳຫວຽດນາມໃຫ້ຈະເລີນຮຸ່ງເຮືອງ ແມ່ນການເຮັດໃຫ້ຄຸນຄ່າວັດທະນະທຳທີ່ດີງາມຂອງຊາດ-ປະເທດຊາດ ໄດ້ຮັບການເຊີດຊູ ແລະເສີມຂະຫຍາຍ ຢ່າງແຂງແຮງກວ່າອີກ. ດັ່ງນັ້ນ, ​ໂດຍ​ເນື້ອ​ແທ້​ແລ້ວ, ຄວາມ​ຕ້ອງການປັບປຸງ​ວັດທະນະທຳ​ໃຫ້ຈະເລີນຮຸ່ງເຮືອງໃນ​ປະຈຸ​ບັນ ​ແມ່ນການ​ສ້າງ​ຜົນ​ກະທົບ​ໃຫ້​ຄຸນຄ່າ​ວັດທະນະທຳ​ໄດ້​ຮັບ​ການເສີມຂະຫຍາຍ​ແລະພັດທະນາ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາໂດຍລວມ ​ເພື່ອ​ຍົກລະດັບ​​ປະ​ເທດ ແລະ ນຳ​ປະ​ເທດ​ໄປ​ສູ່ຖານະຕຳແໜ່ງ​ໃໝ່.

ໃນປຶ້ມທີ່ສຳຄັນບາງບັນຫາທິດສະດີ ແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ(1), ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ຂຽນບົດຄວາມ: ຕັດສິນໃຈປັບປຸງ ແລະ ສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກປະຈຳຊາດຢ່າງສຳເລັດຜົນ”. ຈາກຫົວຂໍ້, ສະຫາຍເລຂາທິການ​ໃຫຍ່​ໄດ້​ຢືນຢັນ​ວ່າ: ຕັດສິນໃຈປັບປຸງໃຫ້ຈະເລີນຮຸ່ງເຮືອງ”, ພ້ອມ​ກັນ​ນັ້ນ ​ໄດ້​ຊີ້​ນຳ​ແນວທາງ​ການ​ພັດທະນາ​ວັດທະນະທຳ​ຂອງ​ປະ​ເທດໂດຍກົງ​ ໃນ​ສະພາບ​ການ​ປະຈຸ​ບັນແມ່ນສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກປະຈຳຊາດຢ່າງສຳເລັດຜົນ”. ຄວາມຕັດສິນໃຈແລະທິດທາງນີ້ ຢືນຢັນ​ເຖິງ​ຈຸດ​ເວລາ​ທີ່​ວັດທະນະທຳຫວຽດນາມ ຕ້ອງ​ໄດ້​ຮັບ​ການປັບປຸງໃຫ້ຈະເລີນຮຸ່ງເຮືອງ ​ເພື່ອ​ສ້າງຮາກຖານສຳລັບ​ການ​ຮັບ​ຮູ້​ວັດທະນະທຳ​ທີ່​ຖືກຕ້ອງ, ຄົບ​ຖ້ວນ ແລະ ຮອບດ້ານ ໃນສາຍພົວພັນກັບການພັດທະນາ; ສ້າງພະລັງຂັບເຄື່ອນສຳຄັນໃນການພັດທະນາທີ່ຍືນຍົງ, ຜ່ານການແກ້ໄຂຜ່ານຜ່າຂໍ້ຈຳກັດ ຂໍ້ບົກພ່ອງ, ການພັດທະນາຢ່າງກົມກຽວແລະຄົບຊຸດ ລະຫວ່າງ ວັດທະນະທຳ ເສດຖະກິດ ສັງຄົມ ກັບການກໍ່ສ້າງຊີວິດທີ່ມີ​ຄວາມ​ຜາ​ສຸກ​ໃຫ້​ປະຊາຊົນ​ທຸກ​ຄົນ.

ທີໜຶ່ງ, ຜົນກະທົບຂອງກະແສວັດທະນະທໍາທີ່ຫຼາກຫຼາຍ. ໃນສະພາບການໂລກາພິວັດ, ວິທະຍສາດແລະເຕັກໂນໂລຊີຊຸກຍູ້ການພັດທະນາເສດຖະກິດພູມປັນຍາ, ເຄືອຂ່າຍສັງຄົມໄດ້ລົບຂອບເຂດທາງພູມສາດ ແລະ ຂອບເຂດລະຫວ່າງວັດທະນະທໍາໃນໄຊເບີສະເປດ. ການແລກປ່ຽນແລະການປ່ຽນແປງທາງວັດທະນະທຳກໍ່ເກີດຂຶ້ນຢ່າງແຂງແຮງ, ເຮັດໃຫ້ປະເທດຕ່າງໆ ​ເຂົ້າ​ໃກ້​ກັນ​ ທັງດ້ານໄຊເບີສະເປດ ແລະໃນຊີວິດ​ຕົວ​ຈິງ, ພ້ອມກັນນັ້ນ ກໍ່​ສ້າງ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ວັດທະນະທຳ, ສ້າງ​ສະພາບ​ແວດ​ລ້ອມສຳລັບ​ປະກົດ​ການຂອງ ການຮຸກ​ຮານວັດທະນະທຳ.

ພື້ນຖານວັດທະນະທຳຫວຽດນາມກຳລັງ “ປະເຊີນ” ກັບບັນດາກະແສວັດທະນະທຳທີ່ຫຼາກຫຼາຍ ຈາກວັດທະນະທຳຂອງປະເທດຕ່າງໆໃນໂລກ; ເອກະລັກວັດທະນະທຳດັ້ງເດີມຂອງຊາດ ໄດ້ແລະກຳລັງປະເຊີນກັບຄວາມທ້າທາຍຂອງກະແສໃໝ່ໃນຍຸກປະຈຸບັນ... ໃນຂະບວນການນັ້ນ, ຄຸນລັກສະນະວັດທະນະທໍາດັ້ງເດີມບາງປະການ ເຜີຍໃຫ້ເຫັນຂໍ້ຈໍາກັດ ແລະບໍ່ເໝາະສົມກັບຊີວິດສັງຄົມໃນປະຈຸບັນອີກຕໍ່ໄປ, ແລະ ບາງສິ່ງທີ່ໃໝ່ແລະກ້າວໜ້າ ຍັງບໍ່ໄດ້ຮັບການກໍານົດຢ່າງຊັດເຈນ.

ທີສອງ, ການຄຸ້ມຄອງລັດທາງດ້ານວັດທະນະທຳ ເຜີຍໃຫ້ເຫັນຂໍ້ຈຳກັດຈຳນວນໜຶ່ງເຊັ່ນ ວັດທະນະທຳບໍ່ໄດ້ຮັບການຮັບຮູ້ຢ່າງເລິກເຊິ່ງຈາກທຸກ​ຂັ້ນ ​ແລະ ທຸກ​ຂະ​ແໜງ​ການ ​ແລະ ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ພຽງພໍ​ຄືກັບ​ເສດຖະກິດ ​ແລະ ການ​ເມືອງ. ວັດທະນະທຳ​ຍັງບໍ່​ທັນ​ກາຍ​ເປັນ​ກຳ​ລັງ​ແຮງພາຍໃນ ​ແລະ ພະລັງຂັບເຄື່ອນການ​ພັດທະນາ​ປະ​ເທດທີ່ຍືນຍົງຢ່າງແທ້ຈິງ. ບັນດາຂົງເຂດວັນນະຄະດີ ສິລະປະ ການສຶກສາ ການຝຶກອົບຮົມ ການສື່ສານມວນຊົນ ການພິພິທະພັນ, ການເສີມຂະຫຍາຍມູນຄ່າຂອງມໍລະດົກ, ທິດສະດີແລະການວິຈານສິລະປະ ວັນນະຄະດີ, ວັດທະນະທຳການຕ່າງປະເທດ ແລະອື່ນໆ ເຖິງຈະມີການພັດທະນາທາງດ້ານຂະໜາດ, ຂອບເຂດ ແລະ ປະລິມານກໍ່ຕາມ, ແຕ່ຄຸນນະພາບຍັງບໍ່ທັນສູງ, ບັນຫາໃໝ່ຫຼາຍຢ່າງເກີດຂຶ້ນ ເຊິ່ງບໍ່ໄດ້ຮັບການແກ້ໄຂຢ່າງທັນທ່ວງທີ່. ການ​ລົງ​ທຶນ​ດ້ານ​ວັດ​ທະ​ນະ​ທຳ​ຍັງ​ບໍ່​ທັນ​ພຽງພໍ, ຍັງ​ກະແຈກກະຈາຍ, ປະ​ສິດ​ທິ​ຜົນ​ບໍ່​ສູງ..., ຊັບ​ພະ​ຍາ​ກອນບຸກຄົນ​ບໍ່ຕອບສະໜອງໄດ້ຕາມຄວາມ​ຕ້ອງ​ການ​ຂອງ​ຍຸກ​ໃໝ່(2).

ທີສາມ, ​ແມ່ນ​ສະພາບການຊຸດໂຊມທາງດ້ານຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ​ໃນ​ສັງຄົມ. ການສະແດງອອກຂອງສະຖານະການນີ້ ​ເກີດ​ຈາກ​​ຄວາມ​ຮັບ​ຮູ້​ທີ່​ບໍ່​ຖືກຕ້ອງ ​ກ່ຽວ​ກັບ​ຄຸນຄ່າທີ່ແທ້ຈິງ ຂອງ​ວັດທະນະທຳ​​ໃນ​ສະພາບ​ການ​ໃໝ່; ຈາກ​ນັ້ນ, ຈຶ່ງເກີດ​ຄວາມສົງໄສ, ການ​ກະທຳ​ທີ່​ໜ້າ​ກຽດ​ຊັງ ​ແລະ ຂາດ​ການ​ກຳນົດ​ທິດ​ວັດທະນະທຳ​ທີ່​ທັນ​ເວລາ ​ແລະ ຖືກຕ້ອງ.

ທີສີ່, ຮຽກຮ້ອງ​ໃຫ້​ກຳນົດ​ທິດ​ທາງ​ທີ່​ຖືກຕ້ອງ ​ແລະ ເໝາະ​ສົມ​ໃນການ​ພັດທະນາ​ວັດທະນະທຳ​ຫວຽດນາມ. ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ຊີ້ແຈງຄວາມຮຽກຮ້ອງຕ້ອງການນີ້ເມືື່ອກຳນົດວ່າ ສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກປະຈຳຊາດຢ່າງສຳເລັດຜົນ(3)ໝາຍຄວາມວ່າ ມີການຈຳແນກຢ່າງຈະແຈ້ງບັນດາຄຸນຄ່າອັນດີງາມຂອງວັດທະນະທຳດັ້ງເດີມຂອງຊາດ ເພື່ອຕັ້ງໜ້າແລະເປັນເຈົ້າການ ໃນການຮັກສາແລະເສີມຂະຫຍາຍ, ທັງຈຳແນກຄວາມແຕກຕ່າງຢ່າງຈະແຈ້ງລະຫວ່າງການ​ສະ​ແດງ​ອອກທາງ​ວັດ​ທະ​ນະ​ທໍາ​ທີ່​ບໍ່​ສອດ​ຄ່ອງ​ກັບມູນເຊື້ອ​ວັດ​ທະ​ນະ​ທໍາ​ຂອງ​ຊາດ​, ຈໍາ​ແນກ​​ລະ​ຫວ່າງ​ສິ່ງຝືນຄຸນ​ຄ່າ​ວັດ​ທະ​ນະ​ທໍາຢ່າງຈະແຈ້ງ. ມີການລະບຸຢ່າງຊັດເຈນ ເພື່ອເປັນເຈົ້າການໃນການຮັບເອົາ ບັນດາຄຸນຄ່າວັດທະນະທຳແກ່ນສານທີ່​ເໝາະ​ສົມ​ ຂອງ​ມະ​ນຸດຊາດ ​ໃນ​ຂະ​ບວນ​ການ​​ແລກ​ປ່ຽນ​ແລະ​ການ​ເຊື່ອມ​ໂຍງ​ສາ​ກົນ.

ປະການທີ່ສອງ, ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ຮັບ​ຮູ້​ທີ່​ຖືກ​ຕ້ອງ​, ຄົບ​ຖ້ວນ ​ແລະ ​ຮອບດ້ານ ກ່ຽວກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທໍາ ໃນສາຍພົວພັນ​ກັບ​ບັນດາຂົງເຂດອື່ນ ຂອງຊີວິດສັງຄົມ, ໃນເປົ້າໝາຍໂດຍລວມເພື່ອການພັດທະນາທີ່ຍືນຍົງ, ໃນສະພາບການເຊື່ອມໂຍງສາກົນຢ່າງກວ້າງຂວາງ, ຈາກນັ້ນຈະມີການກະທຳຢ່າງທັນການ ດຸເດືອດ ເພື່ອປັບປຸງວັດທະນະທຳໃຫ້ຈະເລີນຮຸ່ງເຮືອງ, ເຮັດໃຫ້ບັນດາຄຸນຄ່າວັດທະນະທຳທີ່ດີງາມຂອງຊາດ-ປະເທດຊາດ ໄດ້ຮັບການເຊີນຊູ ແລະເສີມຂະຫຍາຍຢ່າງແຂງແຮງຍິ່ງຂຶ້ນ, ການເຮັດໃຫ້ວັດທະນະທຳຈະເລີນຮຸ່ງເຮືອງແມ່ນຄວາມຮຽກຮ້ອງຕ້ອງການທີ່ຫຼີກລ່ຽງບໍ່ໄດ້.

ສາມາດຢືນຢັນວ່າ, ນີ້ແມ່ນຈຸດເວລາທີ່ບໍ່ອາດຈະສາຍກວ່າອີກ ເພື່ອກຳນົດທິດທາງການພັດທະນາທາງວັດທະນະທຳ ເຊິ່ງບໍ່​ພຽງ​ແຕ່​ສອດ​ຄ່ອງ​ກັບ​​ປະ​ເພນີ​ວັດທະນະທຳ​ຂອງ​ຊາດ, ແມ່ນການດູດເອົາ​ແກ່ນແທ້ຂອງ​ວັດທະນະທຳ​ມະນຸດ​ເທົ່າ​ນັ້ນ, ແຕ່​ຍັງ​ຕ້ອງ​ຕອບ​ສະໜອງ​ຄວາມ​​ຕ້ອງການ​ພັດທະນາ​ຂອງ​ຍຸກ​ໃໝ່, ສົມຄວນກັບລະດັບສູງ ແລະຖານະບົດບາດຂອງ​ຊາດ. ຂະບວນການປັບປຸງວັດທະນະທຳໃຫ້ຈະເລີນຮຸ່ງເຮືອງຕ້ອງຄົບຊຸດກັບແຜນນະໂຍບາຍການພັດທະນາບັນດາຂະແໜງການ ແລະຂົງເຂດອື່ນ, ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການຊຸກ​ຍູ້​ການ​ພັດ​ທະ​ນາ ຈຶ່ງ​ບັນ​ລຸ​ເປົ້າ​ໝາຍ​ທີ່​ໄດ້​ວາງໄວ້ ເພື່ອມຸ່ງ​ສູ່​ວັດ​ທະ​ນະ​ທຳ​ທີ່ຈະເລີນຮຸ່ງເຮືອງ, ປະ​ກອບ​ສ່ວນເຂົ້າໃນການພັດທະນາປະ​ເທດ​​ຢ່າງ​ຮອບ​ດ້ານ.

ບົດຄວາມຕັດສິນໃຈປັບປຸງ ແລະ ສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກປະຈຳຊາດ ຢ່າງສຳເລັດຜົນ ຂອງສະຫານເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ບໍ່ພຽງແຕ່ລະບຸຄວາມຮຽກຮ້ອງຕ້ອງການ ກ່ຽວກັບການຟື້ນຟູປັບປຸງວັດທະນະທຳເທົ່ານັ້ນ, ແຕ່ຍັງ​ໄດ້ກຳນົດ​ທິດ​ທາງ​ສຳຄັນ ​ໃນ​ການປັບປຸງວັດທະນະທຳຂອງ​ຊາດ-ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ(4) ໃນປະຈຸບັນ. 

​ບັນຫາ​ແລະວິທີ​ແກ້​ໄຂບາງປະການ​ໃນ​ໄລຍະ​ຈະ​ມາ​ເຖິງ

ຈາກຄວາມຕ້ອງການທີ່ຈະຕ້ອງມີການຮັບຮູ້ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ຮອບດ້ານ ກ່ຽວກັບເນື້ອໃນຂອງວັດທະນະທຳ, ບັນດາເປົ້າໝາຍແລະໜ້າທີ່ພັດທະນາວັດທະນະທຳ ໃນ​ສະພາບ​ການ​ໃໝ່​ປະຈຸ​ບັນ ເພື່ອປັບປຸງແລະພັດທະນາວັດທະນະທຳໃຫ້ຈະເລີນຮຸ່ງເຮືອງ, ການສ້າງຄົນຫວຽດນາມທີ່ພັດທະນາຢ່າງຮອບດ້ານ, ຈຳເປັນຕ້ອງຊີ້ແຈງບາງບັນຫາຫຼັກດັ່ງຕໍ່ໄປນີ້:

ການພົວ​ພັນ​ລະ​ຫວ່າງ​ວັດ​ທະ​ນະ​ທໍາ​ແລະ​ຊົນຊາດ​: ທັດສະນະການກໍ່ສ້າງວັດທະນະທໍາໃໝ່ທີ່ມີຄຸນລັກສະນະສາມປະການຄື: ຄວາມເປັນຊາດ, ການລວມເປັນມວນຊົນ ແລະ ມີວິທະຍາສາດ; ຖື​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ ແລະ ຂອງປະ​ເທດ​ຊາດ ​ເປັນ​ຮາກ​ຖານ ເຊິ່ງຈາກ​ໂຄງ​ຮ່າງກ່ຽວກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຕ້ອງ​ສືບ​ຕໍ່​​ສືບ​ທອດ, ພັດ​ທະ​ນາ ແລະ ປະຍຸກໃຊ້​ໃຫ້ສອດຄ່ອງ​ກັບ​ສະຖານະ​ການ​ໃນ​ປະ​ຈຸ​ບັນ.

ໜ້າທີ່ການກໍ່ສ້າງພື້ນຖານວັດທະນະທຳທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກປະຈຳຊາດ ທີ່ໄດ້ຮັບການຢືນຢັນໃນກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກນັ້ນ ຈຳເປັນຕ້ອງໄດ້ຮັບການເສີມຂະຫຍາຍ ແລະພັດທະນາຕໍ່ໄປ. ຕ້ອງ​ໂຄສະນາ​ເຜີຍ​ແຜ່ຢ່າງ​ກວ້າງຂວາງ ແລະ ຍົກສູງຄວາມຮັບຮູ້ຂອງປະຊາຊົນ​ທຸກ​ຊັ້ນ​ວັນນະ​ວ່າ ຕາບໃດ​ທີ່​ວັດທະນະທຳ​ຍັງ​ຄົງ​ຢູ່ ປະ​ເທດ​ຊາດ​ກໍ່ຈະ​ຢູ່​ລອດໄດ້ (5).

ການພົວພັນລະຫວ່າງວັດທະນະທໍາ ກັບການເມືອງ, ເສດຖະກິດ ແລະສັງຄົມສືບທອດແນວທງການພັດທະນາວັດທະນະທຳທີ່ວາງອອກມາໃນໂຄງ​ຮ່າງກ່ຽວກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ປີ 1943: ການພົວພັນລະຫວ່າງວັດທະນະທຳ ແລະເສດຖະກິດ, ການເມືອງ: ຮາກຖານເສດຖະກິດຂອງສັງຄົມ ແລະ ລະບອບເສດຖະກິດທີ່ສ້າງຮາກຖານນັ້ນກໍານົດວັດທະນະທໍາທັງໝົດຂອງສັງຄົມນັ້ນ (ໂຄງລ່າງກໍານົດໂຄງບົນ)(6), ແນວຮົບວັດທະນະທຳເປັນໜຶ່ງໃນສາມດ້ານ (ເສດຖະກິດ, ການເມືອງ, ວັດທະນະທໍາ)(7); ສືບຕໍ່ທັດສະນະຂອງປະທານໂຮ່ຈີມິນ, ໃນກິດຈະການກໍ່ສ້າງປະເທດມີສີ່ບັນຫາທີ່ຕ້ອງເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນເທົ່າທຽມກັນຄື: ການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳ. ​ໃນ​ບັນດາ​ກອງ​ປະຊຸມໃຫຍ່​ຄັ້ງ​ມໍ່ໆ​ມາ​ນີ້, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ເຊີດ​ຊູ ​ແລະ ລະບຸວ່າ ​ວັດທະນະທຳ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຫຼັກຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ.

ການເນັ້ນວັດທະນະທໍາໃນສະພາບການໃໝ່ຍັງປະກອບມີຄຸນຄ່າທາງຈິດວິນຍານ ແລະຄຸນຄ່າທາງດ້ານວັດຖຸ. ວັດທະນະທຳບໍ່ພຽງແຕ່ເປັນຮາກຖານທາງຈິດວິນຍານຂອງສັງຄົມ, ເປັນພະລັງຂັບເຄື່ອນການພັດທະນາເທົ່ານັ້ນ, ແຕ່ອຸດສາຫະກຳວັດທະນະທຳບາງຂະແໜງຍັງກາຍເປັນຂະແໜງເສດຖະກິດທີ່ນຳມາເຊິ່ງ​ຜົນ​ກຳ​ໄລ ແລະມູນຄ່າເສດຖະກິດທີ່ບໍ່ໜ້ອຍ, ປະກອບສ່ວນທີ່ສຳຄັນເຂົ້າໃນເສດຖະກິດຂອງປະເທດ; ຕ້ອງເລັ່ງພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ(8), ສ້າງຕະຫຼາດຜະລິດຕະພັນແລະບໍລິການວັດທະນະທຳທີ່ສົມບູນແບບ. ດັ່ງນັ້ນ, ເນື້ອເຫຼົ່ານັ້ນຕ້ອງ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ, ​ໄດ້​ຮັບ​ການເຊີດຊູ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອຜັນຂະຫຍາຍໃນການພົວພັນໂດຍລວມ ແລະ​ກົມກຽວ​ກັບ​ຂົງ​ເຂດ​ການ​ເມືອງ - ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ໃນສະພາບການ​ປະຈຸ​ບັນ.

​ເປົ້າ​ໝາຍ​ກໍ່ສ້າງ ​ແລະ ພັດທະນາ​ວັດທະນະທຳຫວຽດນາມແມ່ນ: ການພັດທະນາວັດທະນະທຳ ແລະ ພັດທະນາຄົນຫວຽດນາມແມ່ນແຜນນະໂຍບາຍທີ່ສອດຫ້ອຍຕະຫຼອດ ແລະ ແມ່ນໜ້າທີ່ຈຸດໜັກໃຈກາງຂອງ ພັກກອມມູນິດຫວຽດນາມ ໃນທຸກໄລຍະ. ນັບແຕ່ປີ 1998, ມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ VIII ໄດ້ຢືນຢັນການກໍ່ສ້າງພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກປະຊຳຂາດ”; ມະຕິສະບັບເລກທີ 33-NQ/TW, ລົງວັນທີ 9 ມິຖຸນາ 2014, ຂອງກອງປະຊຸມສູນກາງພັກຄັ້ງທີ 9 ສະໄໝທີ XI ກຳນົດວ່າກໍ່ສ້າງແລະພັດທະນາວັດທະນະທຳແລະຜູ້ຄົນຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາປະເທດຢ່າງຍືນຍົງ”; ບົດສະຫຼຸບສະບັບທີ 76-KL/TW, ລົງວັນທີ 4 ມິຖຸນາ 2020, ຂອງກົມການເມືອງສູນກາງພັກສະໄໝທີ XII ຢືນຢັນວ່າສືບຕໍ່ປະຕິບັດມະຕິສະບັບເລກທີ 33-NQ/TW ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ວ່າດ້ວຍການກໍ່ສ້າງ ແລະພັດທະນາວັດທະນະທຳ ແລະ ຜູ້ຄົນຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາປະເທດຢ່າງຍືນຍົງ”. ໃນກອງປະຊຸມວັດທະນະທຳທົ່ວປະເທດຄັ້ງວັນທີ 24 ພະຈິກ 2021, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ເນັ້ນໜັກວ່າ: “ຕ້ອງສືບຕໍ່ກໍ່ສ້າງ, ຮັກສາ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະອຸດົມໄປດ້ວຍເອກະລັກປະຈຳຊາດ, ເປັນ “ຮາກຖານທາງຈິດໃຈ”, “ພະລັງຂັບເຄື່ອນການພັດທະນາ” ຢ່າງແທ້ຈິງ ແລະ ເຍືອງສ່ອງທາງໃຫ້ປະເທດຊາດ”; ເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະ ກຳລັງແຮງຂອງຄົນຫວຽດນາມ, ປຸກຕື່ນຄວາມມຸ່ງມາດປາຖະໜາພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ(9). ເປົ້າໝາຍນີ້ຕ້ອງໄດ້ຮັບການປະຕິບັດຢ່າງໝັ້ນຄົງແລະທົນທານໜຽວແໜ້ນ ໃນທຸກສະຖານະການ; ແມ່ນເປົ້າໝາຍພາກສ່ວນສຳຄັນໃນເປົ້າໝາຍໂດຍລວມຂອງການກໍ່ສ້າງ ແລະພັດທະນາປະເທດ ໃນໄລຍະໃໝ່.

ເພື່ອບັນລຸເປົ້າໝາຍ, ປັບປຸງ​ວັດ​ທະ​ນະ​ທໍາໃຫ້ຈະເລີນຮຸ່ງເຮືອງ​ໃນ​ສະ​ພາບ​ການ​ປະ​ຈຸ​ບັນ​, ​ຈໍາ​ເປັນ​ຕ້ອງ​ສຸມ​ໃສ່​​ຈຸດ​ສຸມຈຳນວນໜຶ່ງດັ່ງນີ້​:

ການປັບປຸງວັດທະນະທຳໃຫ້ຈະເລີນຮຸ່ງເຮືອງຈຳຕ້ອງເປີດຈາກຄວາມຮັບຮູ້. ສືບຕໍ່ຍົກສູງຄວາມຮັບຮູ້ ແລະຄວາມສາມາດນຳພາຂອງພັກ, ປະສິດທິຜົນການບໍລິຫານຄຸ້ມຄອງຂອງລັດ ໃນຂົງເຂດວັດທະນະທຳ. ພື້ນຖານວັດທະນະທຳທີ່ ກ້າວໜ້າແລະອຸດົມໄປດ້ວຍເອກະລັກປະຈຳຊາດສະແດງອອກໃນການປະສົມປະສານຢ່າງກົມກຽວ ລະຫວ່າງ ການດູດຮັບເອົາແກ່ນສານວັດທະນະທຳຂອງມະນຸດຊາດ ແລະ ການກັ່ນຕອງ, ຮັກສາ ແລະພັດທະນາຄຸນຄ່າ​ວັດທະນະທຳ​ດັ້ງເດີມ​ອັນ​ດີງາມ​ຂອງ​ຊາດ​ຫວຽດນາມ. ຈິດ​ໃຈ​ແລະ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ນັ້ນ ​ຈໍາ​ເປັນ​ຕ້ອງໄດ້​ຖ່າຍ​ທອດ​ໃຫ້​ແຕ່​ລະ​ບຸກ​ຄົນ​ແລະ​ແຕ່​ລະ​ກຸ່ມ; ໄດ້ຫັນປ່ຽນເປັນຈິນຕະນາການຍຸດທະສາດ, ເປັນການກະທຳຕົວຈິງ, ປ່ຽນວັດທະນະທຳໃຫ້ເປັນຊັບພະຍາກອນພາຍໃນທີ່ແຂງແຮງຢ່າງແທ້ຈິງ. ຍົກສູງຄວາມຮັບຮູ້, ນຳເອົາບັນດາຄວາມຮຽກຮ້ອງຕ້ອງການອັນພື້ນຖານ (ຄວາມກ້າວໜ້າ, ເອກະລັກປະຈຳຊາດ, ຕອບສະໜອງຄວາມຕ້ອງການພັດທະນາໃນໄລຍະໃໝ່ຂອງວັດທະນະທຳຫວຽດນາມສະໄໝໃໝ່ ຈຳເປັນຕ້ອງກາຍເປັນຈິດໃຈຫຼັກ ຂອງບັນດານະໂຍບາຍວັດທະນະທຳ ແລະຂອງໜ້າທີ່ພັດທະນາວັດທະນະທຳ.

ການປັບປຸງວັດທະນະທຳໃຫ້ຈະເລີນຮຸ່ງເຮືອງຈຳຕ້ອງສະແດງອອກໃນບັນດາຂໍ້ກຳນົດກົດໝານ ແລະ ກົດລະບຽບການປະພຶດທາງສັງຄົມ. ຫັນແນວທາງ ທັດສະນະ ແຜນນະໂຍບາຍຂອງພັກ ກ່ຽວກັບການພັດທະນາວັດທະນະທຳແລະການສ້າງຜູ້ຄົນ ໃຫ້ເປັນນິຕິກຳ ເປັນນະໂຍບາຍ ກົດໝາຍ ທີ່ສະເພາະແລະເປັນໄປໄດ້ ຢ່າງທັນທ່ວງທີ່. ຕັ້ງ​ແຕ່​ລະບຽບ​ກົດໝາຍ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດແລະສັງຄົມ ​ເຖິງ​ກົດລະບຽບ​ການປະພຶດໃນ​ແຕ່ລະ​ອົງການ, ການຈັດ​ຕັ້ງ, ກົດການປະພຶດ​ໃນ​ທີ່​ສາທາລະນະ... ບັນດາ​ອົງການ, ຫົວໜ່ວຍ, ​ໂດຍ​ສະ​ເພາະ​ແມ່ນ​ອົງການ​ບໍລິຫານ ​ຕ້ອງ​ມີ​ກົດ​ລະບຽບ, ຂໍ້ບັງຄັບ​ການ​ປະຕິບັດ​ງານ​ ທີ່​ຕອບສະໜອງຄວາມຕ້ອງການຂອງການ​ບໍລິຫານ​ສະ​ໄໝໃໝ່ ​ແລະ ຮັບ​ໃຊ້​ປະຊາຊົນ.

ການປັບປຸງວັດທະນະທຳໃຫ້ຈະເລີນຮຸ່ງເຮືອງຕ້ອງໄດ້ຫັນເປັນຮູບປະທຳໃນແຕ່ລະນະໂຍບາຍພັດທະນາວັດທະນະທຳ, ພັດທະນາຜູ້ຄົນ. ສືບ​ທອດ​ນະ​ໂຍ​ບາຍ​ວັດ​ທະ​ນະ​ທໍາ​ທີ່​ໄດ້ລະບຸ​ໃນ​ລັດ​ຖະ​ທໍາ​ມະ​ນູນສະບັບກ່ອນ​, ລັດຖະທຳມະນູນປີ 2013 ກຳນົດວ່າ: ລັດແລະສັງຄົມເບິ່ງແຍງດູແລການກໍ່ສ້າງ ແລະພັດທະນາພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະອຸດົມໄປດ້ວຍເອກະລັກປະຈຳຊາດ, ດູດຮັບເອົາແກ່ນສານວັດທະນະທຳຂອງມະນຸດຊາດ (ເບິ່ງຂໍ້ 1, ມາດຕາ 60); ລັດແລະສັງຄົມພັດທະນາສິລະປະ ວັນນະຄະດີ ເພື່ອຕອບສະໜອງຄວາມຕ້ອງການດ້ານຈິດໃຈທີ່ຫຼາກຫຼາຍ ແລະສົດໃສຂອງປະຊາຊົນ; ພັດທະນາ​ສື່​ມວນ​ຊົນ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການດ້ານຂໍ້ມູນ​ຂອງ​ປະຊາຊົນ, ຮັບ​ໃຊ້​ພາລະກິດການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ (ເບິ່ງຂໍ້ 2, ມາດຕາ 60); ລັດແລະສັງຄົມສ້າງສະພາບແວດລ້ອມ ເພື່ອສ້າງຄອບຄົວຫວຽດນາມທີ່ອີ່ມໜຳສຳລານ ກ້າວໜ້າ ແລະ ມີຄວາມສຸກ; ສ້າງຜູ້ຄົນຫວຽດນາມໃຫ້ມີສຸຂະພາບດີ, ວັດທະນະທຳ, ຄວາມຮັກຊາດ, ຄວາມສາມັກຄີ, ສະຕິເປັນເຈົ້າຕົນເອງ ແລະ ຄວາມຮັບຜິດຊອບຂອງພົນລະເມືອງ (ເບິ່ງຂໍ້ 3, ມາດຕາ 60), ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ຢືນຢັນວ່າ ຕ້ອງສືບຕໍ່ກໍ່ສ້າງ, ຮັກສາ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະອຸດົມໄປດ້ວຍເອກະລັກປະຈຳຊາດ, ເປັນ “ຮາກຖານທາງຈິດໃຈ”, “ພະລັງຂັບເຄື່ອນການພັດທະນາ ຢ່າງແທ້ຈິດງ, ແລະເຍືອງສ່ອງທາງໃຫ້ປະເທດຊາດ”; ເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະກຳລັງແຮງຂອງຄົນຫວຽດນາມ, ປຸກຕື່ນຄວາມມຸ່ງມາດປາຖະໜາພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະວັດຖະນາຖາວອນ, ສ້າງກຳລັງແຮງສັງລວມ ຂອງປວງຊົນທັງຊາດ ເພື່ອໃຊ້ປະໂຫຍດຈາກໂອກາດ, ຜ່ານຜ່າຄວາມທ້າທາຍ, ປະສົບຄວາມສຳເລັດໃນການປະຕິບັດເປົ້າໝາຍເຮັດໃຫ້​ປະ​ເທດ​ຂອງ​ພວກ​ເຮົາ ກາຍ​ເປັນ​ປະ​ເທດ​ທີ່​​ພັດ​ທະ​ນາ, ຕາມທິດທາງ​ສັງ​ຄົມ​ນິ​ຍົມ​ໃນ​ກາງ​ສັດ​ຕະ​ວັດ​ທີ 21.

ພິເສດ, ສໍາລັບບັນດານະໂຍບາຍວັດທະນະທໍາສະເພາະເຊັ່ນ ນະໂຍບາຍອະນຸລັດ, ຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳດັ້ງເດີມ, ນະໂຍບາຍລົງທຶນພັດທະນາບັນດາສະຖາບັນວັດທະນະທຳຮາກຖານ, ນະໂຍບາຍສົ່ງເສີມການປະດິດສ້າງວັດທະນະທຳແລະສິລະປະ, ນະໂຍບາຍລົງທຶນພັດທະນາຕະຫຼາດຜະລິດຕະພັນແລະບໍລິການວັດທະນະທຳ, ນະໂຍບາຍພັດທະນາບັນດາຂະແໜງການອຸດສາຫະກຳວັດທະນະທຳ, ນະໂຍບາຍເຊື່ອມໂຍງເຂົ້າກັບວັດທະນະທຳສາກົນ ແລະອື່ນໆ ຕ້ອງຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການພື້ນຖານ, ນັ້ນແມ່ນ ເຄົາລົບແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳດັ້ງເດີນ ບົນພື້ນຖານເຄົາລົບຄວາມຫຼາກຫຼາຍ ແລະຄວາມແຕກຕ່າງຂອງວັດທະນະທໍາຊົນເຜົ່າ, ຮັບປະກັນຄວາມສະເໝີພາບໃນການຊົມໃຊ້ວັດທະນະທຳ, ຮັບ​ປະ​ກັນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ນະ​ໂຍ​ບາຍ​ວັດ​ທະ​ນະ​ທໍາ​ ແລະ​ນະ​ໂຍ​ບາຍ​ອື່ນໆ​, ຮັບປະກັນ​ຄວາມສອດຄ່ອງ​ກັບ​ສະພາບ​ການ​ຂອງ​ປະ​ເທດ, ກົດເກນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຄັດ​ເລືອກ​ເອົາແກ່ນແທ້​ຂອງ​ວັດທະນະທຳ​ມະນຸດ.

ການປັບປຸງວັດທະນະທໃຫ້ຈະເລີນຮຸ່ງເຮືອງຕ້ອງໄດ້ສະແດງອອກໃນບັນດານະໂຍບາຍພັດທະນາເສດຖະກິດ ແລະສັງຄົມ. ຂະບວນການປະກາດໃຊ້ ແລະດຳເນີນນະໂຍບາຍເສດຖະກິດ ຈະຕ້ອງສ້າງແຮງບັນດານໃຈ, ຝຶກອົບຮົມແນວຄິດ, ຈິດວິນຍານ ແລະ ອາລົມຈິດມະນຸດນິຍົມ, ທັງມີການຜູດມັດຄວາມຮັບຜິດຊອບຕໍ່ອັດຕະພາບຕທີ່ກ່ຽວຂ້ອງ, ບໍ່ປ່ອຍໃຫ້ແນວຄວາມຄິດເສດຖະສາດ ມາຄອບງຳ. ນະໂຍບາຍເສດຖະກິດໃນວັດທະນະທຳຕ້ອງເອົາໃຈໃສ່ເຖິງລັກສະນະສະເພາະ ຂອງການເຄືອນໄຫວວັດທະນະທຳ ແລະສິລະປະ, ຕ້ອງມີກົນໄກປຸກຕື່ນ ແລະເສີມຂະຫຍາຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ຂອງບັນດາຄຸນຄ່າວັດທະນະທຳ ເພື່ອໃຊ້ປະໂຫຍດ ແລະ ຫັນມັນເປັນຄຸນຄ່າເສດຖະກິດ, ປະກອບສ່ວນເຂົ້າໃນພາລະກິດການພັດທະນາປະເທດ, ພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ເຊິ່ງຕ້ອງຕິດກັບການປັບປຸງຕະຫຼາດຜະລິດຕະພັນແລະບໍລິການວັດທະນະທຳໃຫ້ສົມບູນແບບ.  

ປະຈຸບັນ, ຊີວິດທາງວັດທະນະທຳຂອງປະຊາຊົນບໍ່ພຽງແຕ່ເປັນຊີວິດທາງວັດຖຸ ແລະຊີວິດທາງຈິດວິນຍານທີ່ສົມບູນເທົ່ານັ້ນ ແຕ່ຍັງເປັນຊີວິດທີ່ມີຄວາມສຸກໃນສະພາບແວດລ້ອມທາງສັງຄົມທີ່ດີອີກນຳ.

ການປັບປຸງວັດທະນະທໃຫ້ຈະເລີນຮຸ່ງເຮືອງຕ້ອງໄດ້ສະແດງຢູ່ໃນແນວທາງການຕ່າງປະເທດຂອງພັກ ແລະ ໃນການທຸດຂອງລັດ. ເປັນເຈົ້າການໃນການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າຫຼັກແລະໂດດເດັ່ນຂອງຄອບຄົວຫວຽດນາມ, ລະບົບຄຸນຄ່າວັດທະນະທຳ, ຄຸນຄ່າຂອງຊາດ-ປະເທດຊາດ; ປະສົມປະສານຄຸນຄ່າດັ້ງເດີມ ກັບຄຸນຄ່າຂອງຍຸກສະໄໝຢ່າງກົມກຽວ; ເຂົ້າໃຈແລະເຄົາລົບຄຸນຄ່າວັດທະນະທຳຂອງປະເທດອື່ນ,...ເປັນພື້ນຖານສຳຄັນຮ່ວມກັບການເພີ່ມທະວີການເຄືອນໄຫວແລກປ່ຽນວັດທະນະທຳ ເພື່ອເຜີຍແຜ່ວັດທະນະທຳຫວຽດນາມໄປຍັງຕ່າງປະເທດ ດ້ວຍຈິດໃຈນຳເອົາເອກະລັກວັດທະນະທຳຫວຽດນາມ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ຫຼາກ​ຫຼາຍ ​ແລະ ຄວາມ​ອຸດົມສົມບູນ​ຂອງ​ວັດທະນະທຳ​ໂລກ.

ໃນສະພາບການໂລກາພິວັດ ແລະການເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງ, ວຽກງານການທູດເວົ້າລວມ ແລະ ການທູດວັດທະນະທຳເວົ້າສະເພາະ ມີບົດບາດສຳຄັນທີ່ສຸດ, ປັດ​ຊະ​ຍາ​ວັດ​ທະ​ນະ​ທໍາແຫ່ງ​ຄວາມອະນຸໂລມຜ່ອນຜັນ​, ພິເສດແມ່ນຫຼັກປັດຊະຍາການທູດ “ໄມ້ໄຜ່ຫວຽດນາມ(23) ທີ່ເຕັມໄປດ້ວຍເອກະລັກປະຈຳຊາດ, ​ສະ​ແດງ​ໃຫ້​ເຫັນເຖິງ​ຄຸນ​ລັກ​ສະ​ນະ​ຂອງ​ປະ​ເທດ​ທີ່​ກ້າ​ຫານ, ອົງອາດກ້າແກ່ນ ແລະ ທົນທານໜຽວແໜ້ນ, ທັງມີຄວາມອ່ອນ​ໂຍນ​ແລະຫຍືດຍຸ່ນ. ນີ້​ກໍ່​ແມ່ນ​ທິດ​ທາງ​ການ​ທູດທີ່​ສຳຄັນ​ທີ່ຕ້ອງໄດ້ຮັບການເສີມຂະຫຍາຍ ແລະພັດທະນາ​ຢ່າງຫຍືດຍຸ່ນ ​ແລະ ສ້າງສັນ ​ເພື່ອ​ໃຫ້​ການ​ທູດຫວຽດນາມ ປະກອບສ່ວນ​ພັດທະນາ, ຍົກສູງຖານະບົດບາດ, ​ເພີ່ມ​ທະວີ​ຄວາມ​ສາມາດບົ່ມຊ້ອນ ​ແລະ ກຳລັງ​ແຮງ​ຂອງ​ປະ​ເທດ./.

------------------------------

(1) ຫງວຽນ ຝູ ຈ້ອງ: “ບາງບັນຫາທິດສະດີ ແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ”, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 319,

(2) ເບິ່ງ: ຫງວຽນ ຝູ ຈ້ອງ: “ບາງບັນຫາທິດສະດີ ແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ”, ປຶ້ມທີ່ໄດ້ແນະນຳ, ໜ້າ 167

(3) ຫງວຽນ ຝູ ຈ້ອງ: “ບາງບັນຫາທິດສະດີ ແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ”, ປຶ້ມທີ່ໄດ້ແນະນຳ, ໜ້າ 168

(4) ເບິ່ງບົດຄວາມຕັດສິນໃຈປັບປຸງ ແລະ ສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກປະຈຳຊາດ ຢ່າງສຳເລັດຜົນໃນປຶ້ມ ບາງບັນຫາທິດສະດີ ແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ”, ຂອງເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022

(5) ຈິດໃຈວັດທະນະທຳແມ່ນຈິດວິນຍານຂອງຊາດ, ເວົ້າເຖິງເອກະລັກປະຈຳຊາດ. ຕາບໃດທີ່ວັດທະນະທໍາຍັງຄົງຢູ່, ປະເທດຊາດກໍ່ຈະຢູ່ລອດໄດ້ໃນປຶ້ມ “ບາງບັນຫາທິດສະດີ ແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ”, ປຶ້ມທີ່ໄດ້ແນະນຳ, ໜ້າ 157.

(6), (7) ເບິ່ງເອກະສານຂອງພັກຄົບຊຸດສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2000, ເຫຼັ້ມ 7, ໜ້າ 316

(8), (9) ຫງວຽນ ຝູ ຈ້ອງ: “ບາງບັນຫາທິດສະດີ ແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ”, ປຶ້ມທີ່ໄດ້ແນະນຳ, ໜ້າ 172, 169

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1014 (ເດືອນພຶດສະພາ 2023)