ການສ້າງ​ແລະປັບປຸງສະຖາບັນ​ໃຫ້​ສົມ​ບູນ​ແບບ ​
ເພື່ອ​ການ​ພັດ​ທະ​ນາປະເທດ​ຢ່າງ​ວ່ອງ​ໄວ​ແລະ​ຍືນ​ຍົງ
​ໃນ​ໄລ​ຍະ​ໃໝ່

ໂດຍ ສຈ, ປອ. ຕ້າ ງ້ອກ ເຕິ໊ນ* - ຮສ, ປອ. ເຈິ່ນ ກວັກ ຕວ໋ານ**
*ອະດີດກຳມະການສູນກາງພັກ, ຮອງປະທານສະພາທິດສະດີສູນກາງ - **ສະພາທິດສະດີສູນກາງ
08:51, 16-12-2023

ວກ. - ສະຖາບັນແມ່ນໜຶ່ງໃນປັດໄຈທີ່ມີບົດບາດຕັດສິນຕໍ່ການພັດທະນາປະເທດໂດຍລວມ ຫຼືໃນແຕ່ລະດ້ານຂອງຊີວິດເສດຖະກິດ-ສັງຄົມໂດຍສະເພາະ. ສະຖາບັນທີ່ເໝາະສົມຈະສ້າງແຮງຈູງໃຈໃນການພັດທະນາ, ສະຖາບັນທີ່ບໍ່ເໝາະສົມຈະຂັດຂວາງການພັດທະນາ. ບັນຫາແມ່ນ ການຮັບຮູ້ຢ່າງຖືກຕ້ອງ ແລະ ສ້າງສະຖາບັນການພັດທະນາທີ່ເໝາະສົມ ແລະມີປະສິດທິພາບ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ເຖິງ​ທິດ​ທາງ​ສືບ​ຕໍ່​ປ່ຽນແປງໃໝ່ຈິນຕະນາການ, ສ້າງ​ແລະປັບປຸງສະ​ຖາ​ບັນ​ທີ່​ສົມ​ບູນ​ແບບ ເພື່ອ​ພັດ​ທະ​ນາຢ່າງຍືນຍົງ​ກ່ຽວກັບເສດ​ຖະ​ກິດ, ການ​ເມືອງ, ວັດ​ທະ​ນະ​ທຳ, ສັງ​ຄົມ, ສິ່ງ​ແວດ​ລ້ອມ ແລະອື່ນໆ, ແກ້ໄຂ​ຄວາມ​ຫຍຸ້ງ​ຍາກ​ ແລະ​ອຸ​ປະ​ສັກ​ທັນ​ທີ​ທັນ​ໃດ​; ປຸກ​ລະ​ດົມ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຊັບ​ພະ​ຍາ​ກອນ, ສ້າງ​ກຳ​ລັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ປະ​ເທດຢ່າງ​ວ່ອງ​ໄວ ແລະ ຍືນ​ຍົງ​.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຮ່າໂນ້ຍ ພາຍຫຼັງກອງປະຊຸມຄັ້ງທີ 5, ສະພາແຫ່ງຊາດຫວຽດນາມຊຸດທີ XV _ພາບ: TTXVN

ຄວາມຮັບຮູ້ຂອງພັກກອມມູນິດຫວຽດນາມ ກ່ຽວກັບການສ້າງແລະ
ປັບປຸງສະຖາບັນທີ່ສົມບູນແບບ ເພື່ອການພັດທະນາຢ່າງໄວວາແລະຍືນຍົງ

ຢູ່​ຫວຽດນາມ, ​ແຕ່​ເລີ່​ມດຳ​ເນີນ​ການ​ປ່ຽນແປງໃໝ່, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ກຳນົດ​ການ​ປ່ຽນແປງໃໝ່​ປະ​ເທດ​ຢ່າງຮອບດ້ານ, ​ໃນນັ້ນ ​ການ​ປ່ຽນແປງໃໝ່​ເສດຖະກິດ​ເປັນ​ຈຸດ​ໃຈກາງ, ພ້ອມ​ກັນ​ນັ້ນ ກໍ່ດຳເນີນ​ການ​ປ່ຽນແປງໃໝ່​ດ້ານການ​ເມືອງ​ເທື່ອລະກ້າວ; ສົມທົບ​ການ​ປ່ຽນແປງໃໝ່​ເສດຖະກິດ ​ກັບ​ການປ່ຽນແປງໃໝ່ດ້ານ​ການ​ເມືອງ ​ແລະ ການ​ປະຕິບັດ​ນະ​ໂຍບາຍ​ສັງຄົມ; ການປ່ຽນແປງໃໝ່ດ້ານການເມືອງຕ້ອງສອດຄ່ອງກັບການປ່ຽນແປງໃໝ່ດ້ານເສດຖະກິດ ຕາມແຜນທີ່ເສັ້ນທາງທີ່ເໝາະສົມ. ໃນການປ່ຽນແປງໃໝ່ດ້ານ​ເສດ​ຖະ​ກິດ, ໃຫ້ສຸມ​ໃສ່​ການ​ປັບປຸງບູລະນະ​ສະ​ຖາ​ບັນ​ເສດ​ຖະ​ກິດ​ການ​ຕະ​ຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ; ​ໃນ​ການ​ປ່ຽນ​ແປງ​ໃໝ່​ດ້ານ​ການ​ເມືອງ ໃຫ້ສຸມ​ໃສ່​ປ່ຽນ​ແປງໃໝ່ແບບວິທີ​ການ​ນຳພາ​ຂອງ​ພັກ, ກໍ່ສ້າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ, ຂະຫຍາຍ​ປະຊາທິປະ​ໄຕ​ພາຍ​ໃນ​ພັກ ​ແລະ ​ໃນ​ສັງຄົມ ຕິດ​ພັນ​ກັບ​ການ​ເພີ່ມ​ທະວີ​ລະບຽບ​ວິ​ໄນ​ສັງຄົມ. ພິ​ເສດ, ເລີ່ມ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ພັກ​ໄດ້​ກຳນົດ​ການ​ພົວພັນ ລະຫວ່າງການປ່ຽນແປງໃໝ່ດ້ານເສດຖະກິດ ແລະ ການປ່ຽນແປງໃໝ່ດ້ານການເມືອງແມ່ນໜຶ່ງໃນບັນດາການພົວພັນສຳຄັນ ທີ່ຕ້ອງໄດ້ຮັບການແກ້ໄຂຢ່າງດີ ໃນສະໄໝຂ້າມຜ່ານໄປສູ່ສັງຄົມນິຍົມ.

ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI (ປີ 1986), ຄວາມ​ຮັບ​ຮູ້​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​​ສະ​ຖາ​ບັນທາງ​ເສດຖະກິດ​ຕະຫຼາດ​ຕາມທິດສັງຄົມ​ນິຍົມ ​ໄດ້​ຮັບ​ການ​ປັບປຸງ ​ແລະ ບູລະນະໃຫ້ສົມບູນ​ແບບ​ຢ່າງຕໍ່ເນື່ອງ. ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI (ປີ 2011), ພັກ​ໄດ້​ກຳນົດວ່າ ການປັບປຸງ​ສະ​ຖາ​ບັນທາງ​ເສດຖະກິດ​​ຕະຫຼາດ​ຕາມ​ທິດສັງຄົມ​ນິຍົມໃຫ້ສົມບູນ​ແບບ ເຊິ່ງຈຸດສຸມແມ່ນການ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແຂ່ງຂັນ​ທີ່​ຍຸຕິ​ທຳ ​ແລະ ການ​ປະຕິ​ຮູບ​ດ້ານ​ບໍລິຫານ ເປັນການບຸກທະລຸທາງ​ຍຸດ​ທະ​ສາດ. ແຕ່ວ່າ​, ຈົນເຖິງກ່ອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ການ​ກໍ່ສ້າງ​ແລະປັບປຸງ​ບູລະນະ​ສະ​ຖາ​ບັນທາງ​ເສດຖະກິດ ​ຕົ້ນຕໍ​ແມ່ນພັດທະນາຕາມລວງ​ກວ້າງ (ຕົ້ນຕໍ​ແມ່ນອີງໃສ່​ຊັບພະຍາກອນ​ທີ່​ດິນ, ຊັບພະຍາກອນ​ທຳ​ມະ​ຊາດ, ຊັບພະຍາກອນ​ບຸກຄົນ​ລະດັບ​ຕ່ຳ; ​ເຕັກ​ໂນ​ໂລ​ຊີຊັ້ນ​ຕ່ຳ...). ເຖິງຢ່າງນັ້ນ​ກໍ​ຕາມ, ຄວາມ​ເໝາະ​ສົມ​ຂອງລະດັບ​ສະ​ຖາ​ບັນທາງ​ເສດຖະກິດ​​ຕະຫຼາດ​ໃນ​ໄລຍະ​ນີ້ ​ໄດ້​ສ້າງ​ກຳລັງ​ໜູນ​ສຳຄັນ​ ເພື່ອ​ຊ່ວຍ​ປະ​ເທດ​ຊາດ​ພັດທະນາ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ​ມີຄວາມໝາຍ​ປະຫວັດສາດ ​ແລະ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ. ດ້ານອື່ນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກຍັງ​ຊີ້​ໃຫ້ເຫັນເຖິງ​ຂໍ້​ຈຳກັດ​ພື້ນຖານ​ ຂອງ​ສະຖາບັນການ​ພັດທະນາຕາມລວງ​ກວ້າງ, ​ສົ່ງຜົນ​ໃຫ້ແຮງຜັກດັນການ​ພັດທະນາ​ຂອງ​ປະ​ເທດ​ຫຼຸດ​ລົງ​ຢ່າງ​ຫຼາຍ. ຈາກ​ນັ້ນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ໄດ້​ກຳນົດ​ຈຸດໝາຍ ​ແລະ ຄວາມ​ຈຳ​ເປັນ​ພາວະວິໄສແລະ​ຮີບ​ດ່ວນ ​ຂອງ​ການ​ປ່ຽນໄປສູ່​ຮູບ​ແບບ​ການ​ເຕີບ​ໂຕ - ການພັດທະນາ​ທາງ​ເລິກ; ອີງ​ໃສ່ຊັບພະຍາກອນທາງ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​ເປັນຫຼັກ.

ຫຼັງຈາກ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງພັກ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII (ປີ 2016) ໄດ້​ສະຫຼຸບ​ວ່າ ການ​ຫັນປ່ຽນ​​ສະ​ຖາ​ບັນ​ທາງເສດຖະກິດ​ຕະຫຼາດໄປສູ່ການ​ພັດທະນາ​ຕາມລວງເລິກ ໂດຍອີງ​ໃສ່​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ ​ແລະ ການປ່ຽນແປງໃໝ່ປະດິດສ້າງເປັນ​ຕົ້ນຕໍ​ ຍັງ​ມີ​ຂໍ້​ບົກ​ຜ່ອງ​ຫຼາຍ​ຢ່າງ ​ແລະ ປະສິດທິພາບບໍ່​ທັນ​ສູງ; ພ້ອມ​ກັນ​ນັ້ນ, ການປ່ຽນແປງໃໝ່ທາງດ້ານການ​ເມືອງ​ບໍ່​ທັນສອດ​ຄ່ອງ​ກັບ​ການປ່ຽນແປງໃໝ່ດ້ານ​ເສດ​ຖະ​ກິດ, ຄວາມ​ສາ​ມາດ​ແລະປະສິດທິພາບ​ຂອງ​ລະ​ບົບ​ການ​ເມືອງ​ກໍ່​ບໍ່​ທຽບເທົ່າລະດັບ​ວຽກ​ງານ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຮຽກຮ້ອງ​ຕ້ອງການ​ອັນຍິ່ງ​ໃຫຍ່​ແມ່ນ ​ການສ້າງ​ສະ​ຖາ​ບັນເພື່ອ​ການ​ພັດທະນາ​ຢ່າງຄົບຊຸດ ​ແລະ ​ເລິກ​ເຊິ່ງ, ຮັບປະກັນ​ການ​ພັດທະນາປະ​ເທດ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ​​.

​ໃນ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​​ສະ​ຖາ​ບັນທາງ​ເສດຖະກິດ, ​ສະ​ຖາ​ບັນ​ທາງການ​ເມືອງ​ຂອງ​ປະ​ເທດ​ກໍ່​ໄດ້ຮັບຄວາມ​ເອົາ​ໃຈໃສ່ ແລະ ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ກັບ​ເງື່ອນ​ໄຂ​ຕົວ​ຈິງ, ຄວາມ​ຕ້ອງການ​ປ່ຽນແປງໃໝ່ ​ແລະ ປັບປຸງໃຫ້ສົມບູບແບບ. ຈາກ​ຄວາມ​ຮັບ​ຮູ້ກ່ຽວກັບບັນດາ​ເສົາ​ຄ້ຳ​ແນວທາງ: ການພັດທະນາ​ເສດຖະກິດ-ສັງຄົມ​ເປັນ​ໃຈກາງ, ການກໍ່ສ້າງ​ພັກ​ເປັນ​ກຸນ​ແຈ, ການພັດທະນາ​ວັດທະນະທຳ​ແມ່ນ​ພື້ນຖານ​ຈິດ​ໃຈ​ສັງຄົມ, ຄວາມ​ຮັບ​ຮູ້​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ສະ​ຖາ​ບັນ​ທາງການ​ເມືອງ​ນັບ​ມື້​ນັບ​ຈະ​ແຈ້ງ, ບົນ​ພື້ນຖານ​ນັ້ນ, ​ສະ​ຖາ​ບັນ​ທາງການ​ເມືອງ​ຂອງ​ປະ​ເທດ​​ໄດ້​ຮັບ​ການເພີ່ມເຕີມ​ໃຫ້ສົມບູນແບບຢ່າງ​ບໍ່​ຢຸດ​ຢັ້ງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການປ່ຽນແປງໃໝ່ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

​ດ້ວຍບົດບາດເປັນ​ປັດ​ໄຈ​ສຳຄັນ​ໃນ​ການ​ຮັບປະກັນ​ຄວາມ​ສຳ​ເລັດ​ ຂອງ​ຂະ​ບວນການປ່ຽນແປງໃໝ່, ວຽກ​ງານ​ກໍ່ສ້າງ​​ແລະປັບປຸງພັກ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ ຈາກ​ພັກ​ກອມ​ມູນິດ​ຫວຽດນາມ. ກ່ອນ​ອື່ນ​ໝົດ, ພັກ​ມີ​ຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບ​ພາລະກິດ​ຂອງ​ຕົນ, ​ເປັນ​ກອງກຳລັງນຳໜ້າ​ຂອງ​ຊົນ​ຊັ້ນ​ກຳມະກອນ, ພ້ອມ​ກັນ​ນັ້ນ​ ແມ່ນ​ກອງກຳລັງ​ນຳໜ້າ​ຂອງປະຊາຊົນຜູ້ອອກແຮງ​ງານ ​ແລະ ຂອງ​ຊາດຫວຽດນາມ, ເປັນຜູ້​ຕາງ​ໜ້າ​ທີ່ຈົງຮັກພັກດິ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ, ປະຊາຊົົນຜູ້ອອກແຮງງານ ແລະ ຂອງ​ຊາດ. ​ໃນ 3 ກອງ​ປະຊຸມໃຫຍ່​ຄັ້ງ​ໃກ້ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 4 ​ເພື່ອ​ອອກ​ມະຕິ​ສະເພາະກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ປັບປຸງ​ພັກ; ໃນນັ້ນ ວາງ​ອອກ​ບັນດາແຜນ​ນະ​ໂຍບາຍ​ໃໝ່​ ກ່ຽວ​ກັບ​ວຽກ​ງານການ​ກໍ່ສ້າງ​ພັກ​ໃນ​ຂົງ​ເຂດແນວຄິດ, ການຈັດ​ຕັ້ງ, ການກວດກາ, ການຂົນ​ຂວາຍ​ປະຊາຊົນ ​ແລະ ຂົງ​ເຂດ​ອື່ນໆ. ພ້ອມ​ກັນ​ນັ້ນ, ພັກ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດກຳອຳນາດ​ໃນ​ເງື່ອນ​ໄຂ​ໃໝ່. ບົນ​ພື້ນຖານ​ຄວາມ​ຮັບ​ຮູ້ ​ແລະ ຕີ​ລາຄາ​ບົດບາດ, ຄວາມ​ຮັບຜິດຊອບ ​ແລະ ປະສິດທິ​ຜົນ​ຂອງ​ການ​ນຳພາ ​ແລະ ການ​ກຳອຳນາດ​ຂອງ​ພັກ; ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ສ້າງ ​ແລະ ນຳກົດລະບຽບແລະລະບອບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​​ອົງການຈັດຕັ້ງ​ພັກ​ແລະຄວາມ​ຮັບຜິດຊອບ​ຂອງ​ສະມາຊິກ​ພັກ ຫຼາຍສະບັບໄປປະຕິບັດ​​; ການພົວພັນຂອງອົງການຈັດຕັ້ງພັກແລະສະມາຊິກພັກ ກັບປະຊາຊົນ; ກ່ຽວກັບການທີ່ປະຊາຊົນເຂົ້າຮ່ວມວຽກງານກໍ່ສ້າງພັກ; ກ່ຽວ​ກັບລະບອບ​ປະຊາທິປະ​ໄຕ ​ແລະ ລະບຽບ​ວິ​ໄນ​ພາຍ​ໃນ​ພັກ ແລະອື່ນໆ.

ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ ​ຂອງ​ຫວຽດນາມ ທີ່ເລີ່ມຕົ້ນແຕ່​​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ພັກ​ ໄດ້​ຮັບ​ການ​ເພີ່ມເຕີມແລະປັບປຸງໃຫ້ສົມບູນແບບ​ຢ່າງ​ບໍ່​ຢຸດ​ຢັ້ງ. ບົນ​ພື້ນຖານ​ນັ້ນ, ​ຮູບແບບ​ການ​ຈັດ​ຕັ້ງ, ກົງຈັກ, ກົນ​ໄກ​ການ​ເຄື່ອນ​ໄຫວ​ຂອງແບບ​ລັດ​ແຫ່ງອຳນາດກົດໝາຍສັງຄົມ​ນິຍົມ​ຫວຽດນາມ ຂອງ​ປະ​ຊາ​ຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ຕາມ​ຫຼັກການ​ນັບຖື​ກົດໝາຍ, ​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ ປັບປຸງໃຫ້ສົມບູນ​ແບບ​ເທື່ອ​ລະ​ກ້າວ. ລະບອບປະຊາທິປະ​ໄຕ​ສັງຄົມ​ນິຍົມ​ໄດ້​ຮັບ​ການ​ກຳນົດ​ວ່າ ​ເປັນ​ເນື້ອ​ແທ້​ຂອງ​ລະບອບ, ເປັນທັງ​ເປົ້າ​ໝາຍ​ແລະ​ກຳລັງຂັບເຄື່ອນການ​ພັດທະນາ​ປະ​ເທດ​. ປະຊາທິປະ​ໄຕ​ຕິດ​ພັນ​ກັບ​ລະບຽບ​ວິ​ໄນ ​ແລະ ກົດຂໍ້ບັງຄັບ ເຊິ່ງໄດ້ຮັບການຫັນເປັນນິຕິກຳ ​ແລະ ​ໄດ້​ຮັບ​ການ​ປົກ​ປ້ອງໂດຍ​ກົດໝາຍ.

ຄວາມຮັບຮູ້​ຂອງ​ພັກ​ກ່ຽວກັບ​ສັງຄົມ ກໍ່​ໄດ້​ຮັບ​ການ​ຊີ້​ແຈງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໃນ​ຂະ​ບວນການ​ປ່ຽນແປງໃໝ່. ການ​ພົວ​ພັນ​ລະ​ຫວ່າງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ​ແລະ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທໍາ, ການ​ສ້າງຄົນ, ການປະຕິບັດຄວາມກ້າວໜ້າແລະ​ຄວາມ​ຍຸດ​ຕິ​ທໍາ​ທາງ​ສັງ​ຄົມ​ ​ໄດ້​ຮັບ​ການຖືເປັນສຳຄັນ. ຜູ້ຄົນຖືກຖື​ວ່າ​ເປັນ​ທັງ​ເປົ້າ​ໝາຍ ​ແລະ ກຳລັງ​ຂັບເຄື່ອນ​ການ​ພັດທະນາ, ດັ່ງນັ້ນ ຜູ້ຄົນ​ແມ່ນ​ຈຸດ​ໃຈກາງ​ຂອງ​ຍຸດ​ທະ​ສາດ ​ແລະ ນະ​ໂຍບາຍການ​ພັດທະນາ​ທັງ​ໝົດ. ຄວາມ​ສຸກ​ຂອງ​ປະຊາຊົນ​ແມ່ນ​ເປົ້າ​ໝາຍ​​ສູງ​ສຸດ​ຂອງ​ພັກ ​ແລະຂອງລະບອບ. ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ, ໃນການວາງນະໂຍບາຍ​ ແລະການແກ້ໄຂ​ນະ​ໂຍບາຍ​ສັງຄົມນັ້ນ, ມະນຸດ​ຕ້ອງ​ໄດ້​ວາງ​ຢູ່ໃນ​ການ​ພົວພັນໂດຍລວມທີ່ແໜ້ນແຟ້ນ ​ແລະສົມ​ເຫດ​ສົມ​ຜົນ. ​ເປັນ​ຄັ້ງ​ທຳ​ອິດ, ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ພັກ​ໄດ້ກຳນົດແນວ​ທາງ ຄຸ້ມ​ຄອງ​ການພັດທະນາ​ສັງຄົມ”, ວາງບັນດາ​ນະ​ໂຍບາຍກ່ຽວກັບ​ວັດທະນະທຳ, ສັງຄົມ​ແລະມະນຸດ ​ໃນສາຍພົວພັນທີ່​ແໜ້ນ​ແຟ້ນ, ດ້ວຍ​ວິ​ໄສ​ທັດ ​ແລະ ກຳນົດ​ທິດ​ຍຸດ​ທະ​ສາດລວມ ​ແລະ ວິທີການແກ້ໄຂທີ່ຄົບຊຸດ.

ຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ກ້າວ​ໄປ​ສູ່​ສັງຄົມ​ນິຍົມ ​ຢູ່ຫວຽດນາມ ​ໄດ້​ກາຍ​ເປັນ​ພື້ນຖານ​ສຳຄັນ ສຳລັບການ​ປະກາດ​ໃຊ້​ລັດຖະທຳ​ມະນູນ​ປີ 2013, ໃນນັ້ນມີ​ ຫຼາຍ​ຈຸດ​ໃໝ່​ກ່ຽວ​ກັບ​ລະບອບ​ການ​ເມືອງ, ສິດ​ທິມະນຸດ, ສິດ​ແລະພັນທະ​ພົນລະ​ເມືອງ, ລະບອບ​ເສດຖະກິດ, ກ່ຽວກັບການຈັດ​ຕັ້ງ, ກົງຈັກຂອງ​ລັດ ແລະອື່ນໆ. ຄຽງ​ຄູ່​ກັບ​ລັດຖະທຳ​ມະນູນ​ປີ 2013, ລະບົບ​ກົດໝາຍ​ໄດ້​ຮັບ​ການສ້າງຂຶ້ນ ​ແລະ ປະກາດ​ໃຊ້, ​ໂດຍ​ພື້ນຖານໄດ້​ກວມ​ເອົາ​ບັນດາ​ຂົງ​ເຂດ​ຊີວິດ​ສັງຄົມ​ ທີ່​ຕ້ອງ​ການ​ດັດ​ປັບ. ລະບົບ​ກົດໝາຍ​ທີ່​ນັບ​ມື້​ນັບສົມບູນ​ແບບ ເປັນ​ພື້ນຖານ​ໃຫ້​ແກ່​ການ​ເຄື່ອນ​ໄຫວຢ່າງສະດວກດີ​ ຂອງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ, ໃຫ້ແກ່ການກໍ່ສ້າງ, ປັບປຸງ ​ແລະ ຍົກ​ສູງ​ປະສິດທິ​ພາບແລະປະສິດທິຜົນ ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງ ​ແລະ ການປະຕິບັດ​ການປົກ​ປັກ​ຮັກສາ​ສິດ ​ແລະ ພັນທະ​ຂອງ​ບັນດາ​ອົງການ ​ແລະ ພົນລະ​ເມືອງ.

ຈາກການສະຫຼຸບສັງລວມພຶດຕິກຳຕົວຈິງ ຂອງຂະບວນການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດຊາດ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ຖອດຖອນບົດຮຽນໃຫຍ່ 5 ປະການ, ໃນນັ້ນມີບົດຮຽນສຳຄັນຄື: ບຸລິມະສິດການກໍ່ສ້າງສະຖາບັນການພັດທະນາທີ່ຄົບຊຸດ, ຮັບປະກັນຄວາມກົມກຽວລະຫວ່າງການຢຶດໝັ້ນ ແລະ ການປ່ຽນແປງໃໝ່, ການສືບທອດ ແລະ ການພັດທະນາ; ລະຫວ່າງການປ່ຽນແປງໃໝ່ທາງດ້ານເສດຖະກິດ ແລະການປ່ຽນແປງໃໝ່ທາງດ້ານການເມືອງ, ວັດທະນະທໍາ, ສັງຄົມ; ລະ​ຫວ່າງ​ການປະຕິບັດຕາມກົດເກນ​ຕະ​ຫຼາດ ​ແລະ​ການ​ຮັບ​ປະ​ກັນ​ທິດ​ທາງ​ສັງ​ຄົມ​ນິ​ຍົມ​; ລະຫວ່າງ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ການ​ພັດທະນາ​ວັດທະນະທຳ, ຜູ້ຄົນ, ​ແກ້​ໄຂ​ບັນຫາ​ສັງຄົມ, ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ; ລະຫວ່າງ​ການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ ​ແລະຄວາມ​ໝັ້ນຄົງ; ລະຫວ່າງເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນ; ໃຫ້ຄວາມສຳຄັນ​ຢ່າງ​ແທ້​ຈິງ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ພະລັງຂັບເຄື່ອນຂອງ​ຜູ້ຄົນ, ວັດທະນະທຳ, ການ​ສຶກສາ-ການຝຶກອົບຮົມ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ໃນ​ການ​ພັດທະນາ​ປະ​ເທດຢ່າງມີປະສິດທິພາບ.

ຈາກ​ພຶດຕິກຳຕົວຈິງຂອງ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ (ປີ 2021) ​ໄດ້​ວາງ ວິ​ໄສ​ທັດ ​ແລະ ທິດ​ທາງ​ການ​ພັດທະນາຂອງ​ປະ​ເທດ​ໃນ​ໄລຍະ​ໃໝ່, ຮຽກຮ້ອງ​ໃຫ້​ຕ້ອງຍູ້​ແຮງ​ການ​ປ່ຽນແປງໃໝ່ຈິນຕະນາການພັດທະນາ, ນຳ​ເອົາ​ການປ່ຽນແປງໃໝ່ທີ່ຄົບຊຸດຮອບດ້ານ ຂຶ້ນສູ່ລະ​ດັບໃໝ່, ​ພັດ​ທະ​ນາ​ ທັງ​ເສດ​ຖະ​ກິດ​, ການ​ເມືອງ​, ວັດ​ທະ​ນະ​ທໍາ​, ສັງ​ຄົມ​ ແລະ​ສິ່ງ​ແວດ​ລ້ອມ​ ຢ່າງ​ວ່ອງ​ໄວ,​​ຍືນ​ຍົງ ແລະຄົບຊຸດ ເພື່ອປະສົບຄວາມສຳເລັດໃນການປະຕິບັດເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸດຕິທໍາ ແລະ ອາລະຍະທຳ”. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ໄດ້ກຳນົດ​ຢ່າງ​ເປັນ​ທາງ​ການວ່າ ຈະ​ສືບ​ຕໍ່ປ່ຽນແປງໃໝ່ຈິນຕະນາການ​ຢ່າງ​ແຂງ​ແຮງ, ສ້າງແລະປັບປຸງ​ສະ​ຖາ​ບັນໃຫ້​ສົມ​ບູນ​ແບບ ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ວັດ​ທະ​ນະ​ທຳ, ສັງ​ຄົມ, ສິ່ງ​ແວດ​ລ້ອມ,... ແກ້ໄຂ​ຄວາມ​ຫຍຸ້ງ​ຍາກ​ແລະ​ອຸ​ປະ​ສັກ​ທັນ​ທີ​ທັນ​ໃດ​; ປຸກ​ຕື່ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຊັບ​ພະ​ຍາ​ກອນທັງໝົດ, ສ້າງ​ພະລັງຂັບເຄື່ອນໃໝ່ ເພື່ອ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ ແລະ ຍືນ​ຍົງ​ຂອງ​ປະ​ເທດ.

ບັນດາທິດ​ທາງ​ຕົ້ນຕໍ​ໃນ​ການ​ກໍ່ສ້າງ ​ແລະ ປັບປຸງ​ສະ​ຖາ​ບັນໃຫ້ສົມບູນແບບ
ເພື່ອການ​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະຍືນ​ຍົງ ​ໃນ​ໄລຍະ​ໃໝ່

ໃນກອງປະຊຸມໃຫຍ່ຄັ້ງທີ XIII (ປີ 2021), ພັກກອມມູນິດຫວຽດນາມ ໄດ້ວາງເປົ້າໝາຍຮອດປີ 2030, ຫວຽດນາມຈະກາຍເປັນປະເທດກຳລັງພັດທະນາ ທີ່ມີອຸດສາຫະກຳທັນສະໄໝ, ມີລາຍໄດ້ປານກາງສູງ; ຮອກປີ 2045 ຈະກາຍເປັນປະເທດທີ່ພັດທະນາແລ້ວ, ມີລາຍໄດ້ສູງ. ເພື່ອບັນລຸເປົ້າໝາຍເຫຼົ່ານີ້, ປະເທດຕ້ອງຫັນປ່ຽນຢ່າງແຂງແຮງສູ່ການພັດທະນາຕາມລວງເລິກ, ອີງໃສ່ຊັບພະຍາກອນມະນຸດຄຸນນະພາບສູງ, ອີງໃສ່ວິທະຍາສາດແລະເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ. ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ກໍ່ສ້າງ ​ແລະ ຈັດຕັ້ງປະຕິບັດ​ສະ​ຖາ​ບັນການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ, ໃນນັ້ນ ຮັບປະກັນ​ຄວາມຄົບຊຸດລະຫວ່າງ​​ສະ​ຖາ​ບັນ​ການ​ເມືອງ, ສະຖາບັນເສດຖະກິດ, ສະຖາບັນສັງຄົມ ​ແລະ ສະ​ຖາ​ບັນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ໃນ​ສະພາບ​ຄວາມຕ້ອງການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສະພາບ​ແວດ​ລ້ອມ​ສາກົນ ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ສັບສົນ ​ແລະ ບໍ່​ສາມາດ​ຄາດ​ເດົາ​ໄດ້, ມີ​​ໂອກາດ​ໃຫຍ່ຫຼາຍຢ່າງ​ກ່ຽວຂ້ອງ​ກັບ​ສິ່ງ​ທ້າ​ທາຍ​ບໍ່ໜ້ອຍ ເຊິ່ງ​ໄດ້​ວາງ​ຄວາມ​ຕ້ອງການ​ກ່ຽວກັບການ​ພົວພັນ​ສັດຈະວິພາກ​ ໃນ​​ສະ​ຖາ​ບັນການ​ພັດທະນາ​ຄື: ສະຖາບັນການເມືອງມີບົດບາດຊີ້ນໍາ “ກ້າວໄປກ່ອນ”; ສະຖາບັນເສດຖະກິດມີບົດບາດເປັນໃຈກາງ; ສະຖາບັນສັງຄົມມີບົດບາດໃນການດັດສົມຄວາມກົມກຽວທາງສັງຄົມ, ສະຖາບັນປົກປ້ອງສິ່ງແວດລ້ອມນິເວດວິທະຍາ ມີບົດບາດໃນການຮັບປະກັນການພັດທະນາທີ່ກົມກຽວກັບທໍາມະຊາດ. ຄວາມຖືກຕ້ອງ, ສົມເຫດສົມຜົນ ແລະ ຄົບຊຸດໃນສະຖາບັນການພັດທະນາແມ່ນເງື່ອນໄຂ ເພື່ອຮັບປະກັນການພັດທະນາປະເທດຊາດ ຢ່າງວ່ອງໄວ ແລະຍືນຍົງ.

ສືບຕໍ່ຍູ້ແຮງການປ່ຽນແປງໃໝ່ ແລະ ປັບປຸງສະຖາບັນທາງການເມືອງໃຫ້ສົມບູນແບບ

ໃນສະພາບການພັດທະນາໃໝ່, ສະຖນບັນການເມືອງ (ສະແດງອອກກ່ອນອື່ນໝົດໃນບົດບາດການນຳພາ ແລະການກຳອຳນາດຂອງພັກ) ​ຮຽກ​ຮ້ອງ​ໃຫ້​ມີ​ການປ່ຽນແປງໃໝ່​ທີ່​ມີ “ການກ້າວໜ້າ”, ​ການວາງແນວທາງ, ສະ​ທ້ອນ​ໃຫ້​ເຫັນ​ໃນ​ການ​ກໍາ​ແໜ້ນ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ຂອງ​ໂລກ ​ແລະຄວາມຕ້ອງການ​ພັດ​ທະ​ນາພາວະວິໄສ​ຂອງ​ປະ​ເທດ, ເພື່ອກຳນົດແນວທາງ, ຍຸດ​ທະ​ສາດ, ​ເປົ້າ​ໝາຍ, ຮູບ​ແບບ​ການ​ພັດທະນາ​ ທີ່​ມີຫຼັກຖານ​ວິທະຍາສາດ-ພຶດຕິກຳຕົວຈິງທີ່ຖືກຕ້ອງ, ຮັບປະກັນ​ໃຫ້​ປະ​ເທດ​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະຍືນ​ຍົງ. ການປ່ຽນແປງໃໝ່ ແລະ ການປັບປຸງບູລະນະສະຖາບັນການເມືອງໃຫ້ສົມບູນແບບ ຈະສຸມໃສ່ບັນດາເນື້ອໃນຕົ້ນຕໍດັ່ງນີ້: ຍົກສູງບົດບາດ ແລະຄວາມສາມາດນຳພາ ແລະກຳອຳນາດຂອງພັກ ຕໍ່ລະບົບດານເມືອງ; ຍົກສູງຄວາມສາມາດໃນການກຳນົດທິດທາງ ແລະວາງຍຸດທະສາດ ແລະນະໂຍບາຍການພັດທະນາ, ຄວາມສາມາດໃນການຄາດຄະເນ ແລະດັບປັບຍຸດທະສາດການພັດທະນາ; ການກຳນົດ, ການສ້າງ, ການປະຕິບັດ, ການປົກປ້ອງ ແລະການເຊີດຊູຄຸນຄ່າມະນຸດ, ຄຸນຄ່າຂອງພົນລະເມືອງ, ຄຸນຄ່າສັງຄົມ, ຄຸນຄ່າຊຸມຊົນ, ຄຸນຄ່າຂອງຊາດ; ໂດຍສະເພາະບັນດາຄຸນຄ່າປະຊາທິປະໄຕ, ຄວາມຄິດປະດິດສ້າງ, ຄວາມຮັບຜິດຊອບຕໍ່ສັງຄົມ, ຕອບສະໜອງຄວາມຕ້ອງການຂອງການພັດທະນາໃໝ່. ນີ້​ແມ່ນ​ກຳ​ລັງ​ຂັບ​ເຄື່ອນ​ພາຍໃນອັນ​ດັບ​ຕົ້ນ ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ບົນ​ພື້ນຖານ​ກຳນົດ​ຢ່າງ​ຈະ​ແຈ້ງ​ແລະຄົບ​ຊຸດ​ ບັນດາ​ໜ້າ​ທີ່ ​ແລະ ວຽກ​ງານ​ຂອງ​ແຕ່ລະອົງການ, ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ລະບົບ​ການ​ເມືອງ​ທີ່​ມີ​ລັກສະນະ​ເຄື່ອນ​ໄຫວທີ່​ມີປະສິດທິພາບແລະ​ປະສິດທິ​ຜົນ.

ກ່ຽວ​ກັບ​ພັກ: ສືບ​ຕໍ່​ຍົກ​ສູງ​ຄວາມ​ສາມາດຂອງພັກ ໃນການ​ນຳພາ, ກຳອຳນາດ ແລະ ກຳນົດຍຸດ​ທະສາດ​ການພັດທະນາ​ປະເທດ, ພັກ​ເປັນ​ຕົວ​ແທນທີ່ແທ້ຈິງ​ໃຫ້ແກ່ ສະຕິ​ປັນຍາ, ຄຸນສົມບັດສິນທຳ, ອາລະຍະທຳ” (ປະທານ ​ໂຮ່ຈີ​ມິນ). ນີ້​ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ ເຖິງການນຳພາການສ້າງສະ​ຖາ​ບັນ ​ແລະ ປະຕິບັດ​ຢ່າງມີປະສິດທິພາບແລະປະສິດທິຜົນ ​ສະ​ຖາ​ບັນ​ການພັດທະນາທີ່ວ່ອງ​ໄວ​ແລະໝັ້ນຄົງ. ຈຳເປັນຕ້ອງປັບປຸງສະຖາບັນໃຫ້ສົມບູນແບບ ເພື່ອໃຫ້ພັກສາມາດປະຕິບັດພາລະບົດບາດ ແລະ ພາລະກິດຂອງຕົນເປັນຢ່າງດີ ຕາມທີ່ໄດ້ກຳນົດໄວ້ ໃນລັດຖະທຳມະນູນປີ 2013: ພັກກອມມູນິດຫວຽດນາມ - ກອງກຳລັງນຳໜ້າຂອງຊົນຊັ້ນກຳມະກອນ, ພ້ອມກັນນັ້ນ ແມ່ນກອງກຳລັງນຳໜ້າຂອງປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດຫວຽດນາມ, ເປັນຜູ້​ຕາງໜ້າ​ທີ່​ຈົງຮັກພັກດີຕໍ່​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ກຳມະກອນ, ປະຊາຊົນຜູ້ອອກແຮງ​ງານ ​ແລະ ຂອງທົ່ວ​ທັງ​ຊາດ..., ​ແມ່ນ​ກຳລັງ​ນຳ​ພາ​ລັດ ​ແລະ ສັງຄົມ; ພັກ​ກອມ​ມູນິດ​ຫວຽດນາມຜູກພັນສະໜິດແໜ້ນ​ກັບ​ປະຊາຊົນ, ຮັບ​ໃຊ້​ປະຊາຊົນ, ຍອມຮັບການຕິດຕາມກວດກາຂອງ​ປະຊາຊົນ, ມີ​ຄວາມ​ຮັບຜິດຊອບ​ຕໍ່​ປະຊາຊົນ​ໃນ​ການ​ຕັດສິນ​ໃຈຂອງຕົນ; ບັນດາ​ອົງການ​ພັກ ​ແລະ ສະມາຊິກ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ເຄື່ອນໄຫວ​ໃນ​ຂອບ​ເຂດຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ”. ສິ່ງດັ່ງກ່າວ​ຮຽກຮ້ອງ​ໃຫ້​ພັກ​ສືບ​ຕໍ່​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​​ເນື້ອ​ໃນ, ແບບວິທີ ແລະ ກົນ​ໄກການ​ນຳພາ​​ລະບົບ​ການ​ເມືອງ, ໂດຍສະເພາະ​ແມ່ນ​ ນຳພາ ​ແລະ ກຳ​ອຳນາດ​ລັດ (ສອດຄ່ອງກັບແຕ່ລະສາຂາ​ອຳນາດ ​ນິຕິບັນຍັດ, ບໍລິຫານ, ຕຸລາການ).

ສືບ​ຕໍ່ປັບປຸງສະ​ຖາ​ບັນ​ປະຊາທິປະ​ໄຕ​ພາຍ​ໃນ​ພັກ​ໃຫ້​ສົມບູນ​ແບບ, ປະຕິບັດ​ຫຼັກການ​ລວມສູນປະຊາທິປະ​ໄຕ, ໝູ່ຄະນະນຳ​ພາ, ບຸກຄົນ​​ຮັບຜິດຊອບ ຢ່າງເຂັ້ມງວດ, ພິ​ເສດ​ແມ່ນ​ພະນັກງານ​ຂັ້ນ​ສູງ, ຫົວໜ້າ​ສຳນັກງານ ອົງການ. ປະຊາທິປະ​ໄຕ​ໃນ​ພັກ​ຕ້ອງ​ກາຍ​ເປັນ​ສັນຍາ​ລັກ​ຂອງ​ປະຊາທິປະ​ໄຕ​ໃນ​ລະບົບ​ການ​ເມືອງ ​ແລະ ​ໃນ​ສັງຄົມ. ການປັບປຸງສະຖາບັນການ​ຄວບ​ຄຸມ​ອຳນາດ​ພາຍ​ໃນ​ພັກ​ໃຫ້​ສົມບູນ​ແບບ ຕິດພັນຢ່າງຄົບຊຸດ​ກັບ​ສະຖາບັນການ​ຄວບ​ຄຸມ​ອຳນາດ​ໃນ​ລະບົບ​ລັດ ​ແລະ ຈາກສັງຄົມ.

ປັບປຸງ​ບູລະນະສະ​ຖາ​ບັນ​ການ​ນຳ​ຂອງ​ພັກ ກ່ຽວກັບການກໍ່ສ້າງ​ຖັນແຖວພະນັກງານ, ສະມາຊິກ​ພັກ, ​ລັດຖະກອນ, ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ, ທີ່ເປັນ ຜູ້ຮັບໃຊ້​ປະຊາຊົນຢ່າງແທ້ຈິງ, ຕິດ​ພັນ​ກັບ​ປະຊາຊົນ, ຖື​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​, ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະເທດຊາດ​ ສູງກວ່າ​ຜົນ​ປະ​ໂຫຍດ​ສ່ວນ​ບຸກ​ຄົນ, ມີ​ຄຸນ​ນະ​ພາບ​ແລະ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ ເພື່ອປະ​ຕິ​ບັດ​ໜ້າ​ທີ່​ທີ່ໄດ້​ຮັບ​​ມອບໝາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ກ່ຽວ​ກັບ​ລັດ: ຍູ້​ແຮງ​ການ​ກໍ່ສ້າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ - ລັດ​ຄຸ້ມ​ຄອງ - ບໍລິຫານ​ການພັດທະນາ​ທີ່​ແທ້​ຈິງ ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ”, ເຄົາລົບ​ກົດໝາຍ, ດ້ວຍກົງຈັກທີ່ກະທັດລັດຮັດກຸມ, ມີປະສິດທິພາບ ແລະປະສິດທິຜົນ. ປັບປຸງບູລະນະສະ​ຖາ​ບັນ​ຄວບ​ຄຸມ​ອຳນາດ​ໃຫ້ສົມບູນແບບ, ​ເດັດດ່ຽວ​ຕໍ່ສູ້​ປ້ອງກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການລ່ວງ​ອຳນາດ, ຜົນ​ປະ​ໂຫຍ​ດຂອງ​ກຸ່ມ, ລັດທິ​ທຶນ​ນິຍົມໝູ່ພວກ, ພະຍາດອາດຍາສິດ​ ​ແລະ ການ​ຫ່າງເຫີນຈາກ​ປະຊາຊົນ. ກໍ່ສ້າງການບໍລິຫານທີ່ເປີດເຜີຍ, ໂປ່ງໃສ,ຊື່ສັດສຸຈະລິດ - ມີວິໄນ - ການກະທຳ - ການປະດິດສ້າງ - ປະສິດທິຜົນ”. ຍົກສູງ​ຄວາມ​ສາມາດ​ສ້າງ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ, ຄວາມ​ສາມາດ​ຊີ້​ນຳການຈັດ​ຕັ້ງ​ປະຕິບັດ; ຍົກສູງຄວາມສາມາດ ຕອບ​ສະໜອງນະໂຍບາຍ ໃນ​ສະພາບ​ການ​ປ່ຽນ​ແປງ​ຢ່າງ​ສັບສົນ ​ແລະ ວ່ອງ​ໄວ​ໃນ​ໂລກ ​ແລະ ພາກ​ພື້ນ. ສືບ​ຕໍ່​​ປັບປຸງ​ບູລະນະສະຖາບັນການຄຸ້ມຄອງລັດ​ໃນ​ທຸກ​ຂົງ​ເຂດ​ ຕາມ​ຫຼັກການ​ຂອງລັດແຫ່ງອຳນາດ​ກົດໝາຍ; ກໍ່ສ້າງ​ລະບົບອຳນາດການປົກຄອງ ​ຈາກ​ສູນ​ກາງ​ລົງ​ຮອດ​ຮາກ​ຖານ (ທັງ​ຊົນນະບົດ ​ແລະ ຕົວ​ເມືອງ) ຕາມທິດທາງກະທັດລັດ, ມີປະສິດທິພາບແລະ​ປະສິດທິ​ຜົນ; ກໍ່ສ້າງຖັນແຖວພະນັກງານ ລັດຖະກອນ ພະລາກອນທີ່ ມີຄຸນສົມບັດ - ມີຄວາມສາມາດແທ້ຈິງ”, ເປັນ ຜູ້ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ສືບຕໍ່ຄົ້ນຄວ້າທິດສະດີ ແລະ ສະຫຼຸບສັງລວມພຶດຕິກຳ ເພື່ອສ້າງຍຸດທະສາດ ແລະ ປັບປຸງບູລະນະລະບົບນະໂຍບາຍການຮ່ວມມື ແລະ ການເຊື່ອມໂຍງສາກົນ ໃນໄລຍະໃໝ່ (ທົ່ວໄປ ແລະ ສະເພາະແຕ່ລະຂະແໜງການ). ​ໃນ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ ທີ່​ສັບສົນ ແລະ ​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ທີ່​​ຄາດເດົາບໍ່ໄດ້, ຮຽກຮ້ອງຕ້ອງເປັນເຈົ້າການ​ໃນການປັບປ່ຽນງ​ຍຸດ​ທະ​ສາດ​ການ​ຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​ສາກົນ ​ຢ່າງ​ຕັ້ງໜ້າ ​ແລະ ທັນ​ການ, ທັງດ້ວຍ​ວິ​ໄສ​ທັດ​ໄລຍະຍາວ ​ແລະ ການ​ຕອບ​ໂຕ້​ຢ່າງ​ມີ​ປະສິດທິ​ຜົນ, ຊ່ວຍຫຼຸດ​ຜົນ​ກະທົບ​ທາງ​ລົບ​ ຕໍ່​ການ​ພັດທະນາ​ຂອງ​ປະ​ເທດ; ມີ​ມາດ​ຕະ​ການເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະເທດຊາດ. ຊຸກຍູ້​ການ​ເຂົ້າ​ຮ່ວມໃນ​ການ​ພົວພັນ​ຫຼາຍ​ຝ່າຍ ​ແລະ ສອງ​ຝ່າຍ; ເຂົ້າຮ່ວມໃນລະບົບຕ່ອງໂສ້ການຜະລິດ ແລະຕ່ອງໂສ້ຄຸນຄ່າທົ່ວໂລກ. ປັບປຸງ​ກົນ​ໄກ, ນະ​ໂຍບາຍ ​ແລະ ວິທີ​ແກ້​ໄຂ​ໃຫ້ສົມບູນແບບ ເພື່ອ​ປະຕິບັດ​ສົນທິສັນຍາ ​ແລະ ຄຳ​ໝັ້ນ​ສັນຍາ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ.

ພິ​ເສດ​ແມ່ນ​ ຈຳເປັນຕ້ອງສືບ​ຕໍ່​ຄົ້ນຄວ້າ ​ແລະ ຜັນ​ຂະຫຍາຍ​ການ​ກໍ່ສ້າງ ​ແລະ ປັບປຸງໃນ​ຕົວຈິງ ຮູບ​ແບບ​ການຈັດ​ຕັ້ງ​ຂອງ​ລະບົບ​ການ​ເມືອງ​ຫວຽດນາມ ໃຫ້​ສອດຄ່ອງ​ກັບ​ລັກສະນະ ​ແລະ ຄວາມຕ້ອງການ​ຂອງ​ລະບອບ, ​ເງື່ອນ​ໄຂ​ຂອງ​ພາລະກິດການ​ກໍ່ສ້າງ ແລະພັດທະນາ​ປະ​ເທດ​ຊາດ ໃນໄລຍະຕໍ່ໄປ. ຄວາມ​ຮຽກຮ້ອງ​ຕ້ອງການ​ແມ່ນ​ກໍ່ສ້າງ​ລະບົບ​ການ​ເມືອງ​ທີ່​ສະອາດ, ​ເຂັ້ມ​ແຂງ, ກະທັດລັດຮັດກຸມ ແລະ ​ເຄື່ອນ​ໄຫວ​ຢ່າງ​ມີປະສິດທິພາບ ແລະປະສິດທິ​ຜົນ; ກໍ່ສ້າງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ ພະລາກອນ, ໂດຍສະເພາະ ພະນັກງານລະດັບຍຸດທະສາດ, ຫົວໜ້າອົງການ ທີ່ມີຄຸນສົມບັດ, ຄວາມສາມາດ ແລະ ກຽດສັກສີຢ່າງພຽງພໍ ທຽບເທົ່າກັບໜ້າທີ່ວຽກງານ; ປະຕິບັດ​ກົນ​ໄກ​ທີ່ວ່າ ​ພັກນຳພາ, ​ລັດຄຸ້ມຄອງ, ​ປະຊາຊົນ​ເປັນເຈົ້າຂອງຢ່າງ​ກົມກຽວ, ຮັບປະກັນ​ປະສິດທິ​ພາບ ແລະປະສິດທິ​ຜົນ.

ສືບ​ຕໍ່​ຍູ້​ແຮງ​ການ​ປ່ຽນແປງໃໝ່ ​ແລະ ປັບປຸງສະ​ຖາ​ບັນ​ເສດຖະກິດຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມໃຫ້ສົມບູນແບບ, ສອດຄ່ອງ​ກັບ​ເງື່ອນ​ໄຂ ​ແລະ ລະດັບ​ການ​ພັດທະນາ​ຂອງ​ຫວຽດນາມ, ຕາມ​ທິດທາງທັນ​ສະ​ໄໝ​ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ປັບປຸງບູລະນະ​ສະ​ຖາ​ບັນ​​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ລັດ, ຕະຫຼາດ ​ແລະ ສັງຄົມ ​ຕາມ​ຫຼັກການ ລັດ​ເຂັ້ມ​ແຂງ, ຕະຫຼາດ​ມີ​ປະສິດທິ​ຜົນ, ສັງຄົມ ​(ວິ​ສາ​ຫະກິດ ​ແລະປະຊາຊົນ) ຂະຫຍັນຂັນເຄື່ອນ ແລະປະດິດສ້າງ”; ເພື່ອສ້າງການສະທ້ອນແລະສົ່ງ​ເສີມ​ກຳລັງ​ແຮງ​ຂອງ​ລັດ, ຕະຫຼາດ ​ແລະ ສັງຄົມ; ພ້ອມ​ກັນ​ນັ້ນ, ຈຳກັດ ​ແລະ ແກ້ໄຂຜ່ານຜ່າ​ຄວາມ​ຂາດ​ເຂີນ, ຄວາມ​ລົ້ມ​ແຫຼວຂອງ​ລັດ, ຕະຫຼາດ​ແລະສັງຄົມ ​ໃນ​ເງື່ອນ​ໄຂ​ສະ​ເພາະ​ຂອງ​ຫວຽດນາມ. ລັດ​ທີ່​ເຂັ້ມ​ແຂງ​ບໍ່​ແມ່ນ​ລັດ​ທີ່ ໃຫຍ່​ໃນ​ດ້ານ​ກົງຈັກ ​ແລະ ມີພະນັກງານ ​ລັດຖະກອນ​ ​ຈຳນວນ​​ຫຼາຍ, ​ແຕ່​ຕ້ອງ​ເປັນ​ລັດແຫ່ງອຳນາດກົດໝາຍທີ່ພັດທະນາ, ບໍລິຫານການພັດທະນາ, ມີ​ຍຸດ​ທະ​ສາດການ​ພັດທະນາ​ທີ່​ຖືກຕ້ອງ, ມີຄວາມເຂັ້ມແຂງທາງດ້ານການສ້າງກົດໝາຍ, ກົນໄກ ແລະ ນະໂຍບາຍການພັດທະນາ, ມີຄວາມເຂັ້ມແຂງທາງດ້ານຄຸນສົມບັດ ແລະ ຄວາມສາມາດ ຂອງຖັນແຖວພະນັກງານ ລັດຖະກອນ; ມີຄວາມເຂັ້ມ​ແຂງທາງດ້ານການ​ຄຸ້ມ​ຄອງ​ມະຫາ​ພາກ, ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ ແລະບໍລິຫານ​ການພັດທະນາ, ​ມີຄວາມເຂັ້ມ​ແຂງທາງ​ດ້ານ​ຄວາມ​ສາມາດຕອບສະໜອງ​ໂຍບາຍ​ ຕໍ່​ການ​ປ່ຽນ​ແປງ​ຂອງ​ສະພາບ​ແວດ​ລ້ອມ​ການ​ພັດທະນາ ແລະອື່ນໆ.

ການປັບປຸງສະຖາບັນໃຫ້ສົມບູນແບບ ເພື່ອຍົກສູງຄຸນນະພາບຂອງເສດຖະກິດມະຫາພາກ ແມ່ນຄວາມຕ້ອງການທີ່ສໍາຄັນ ໄປຄຽງຄູ່ກັບການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ. ສ້າງແລະປະຕິບັດຮູບແບບ ແລະ ກົນໄກ ນະໂຍບາຍຫັນໄປສູ່ການພັດທະນາຕາມລວງເລິກ ຢ່າງມີປະສິດທິຜົນ (ທົ່ວ​ໄປ​ສໍາ​ລັບ​ເສດ​ຖະ​ກິດ​ທັງ​ຫມົດ​ ແລະ​ສະ​ເພາະ​ແຕ່​ລະຂະແໜງການ, ຂົງເຂດ). ການປັບປຸງສະຖາບັນໃຫ້ສົມບູນແບບ ເພື່ອສົ່ງເສີມ, ຍົກສູງຄຸນນະພາບ ແລະ ປະສິດທິຜົນ ຂອງການປັບໂຄງສ້າງເສດຖະກິດ, ການປັບໂຄງສ້າງວິສາຫະກິດ, ການປັບໂຄງສ້າງການລົງທຶນຄືນໃໝ່ (ໂດຍສະເພາະແມ່ນສະຖາບັນການລົງທຶນຂອງລັດ) ຕາມທິດເປີດເຜີຍ ໂປ່ງໃສ, ຍົກສູງຄວາມສາມາດແຂ່ງຂັນ, ຍົກສູງຄວາມຮັບຜິດຊອບ, ຫຼຸດຜ່ອນລະບຽບການບໍລິຫານ.

ການປັບປຸງ​ສະ​ຖາ​ບັນໃຫ້ສົມບູນແບບ ເພື່ອ​ຊຸກຍູ້​ການພັດທະນາ​ບັນດາ​ຂະ​ແໜງ, ຂົງເຂດເສດຖະກິດ (ລັດ, ​ເອກະ​ຊົນ, ລວມໝູ່) ຢ່າງຄົບຊຸດແລະ​ມີ​ປະສິດທິ​ຜົນ, ​ເພື່ອສົ່ງເສີມ​​ບົດບາດເປົ້າໝາຍ​ຂອງ​ແຕ່ລະ​ຂະ​ແໜງ​ການ ແລະ ອັດຕະພາບ. ກໍ່ສ້າງ​ສະ​ຖາ​ບັນ​ເຊື່ອມ​ຕໍ່​ບັນດາ​ພາກສ່ວນ​ເສດຖະກິດ (​ເຊິ່ງ​ມີ​ການພົວພັນກັນ​ໜ້ອຍ​ຫຼາຍ), ກາຍ​ເປັນອົງການອິນຊີທີ່ເຊື່ອມ​ໂຍງເຖິງ​ກັນ, ຊຸກຍູ້​ການ​ພັດທະນາເສດຖະກິດ​ຂອງປະເທດຢ່າງ​ແຂງ​ແຮງ. ​ຍົກສູງຄວາມເປັນ​ເອກະລາດ - ເປັນເຈົ້າຕົນເອງ ​ຂອງ​ພື້ນຖານ​ເສດຖະກິດ, ຫຼຸດຜ່ອນ​ການ​ເພິ່ງ​ພາຫຼາຍເກີນໄປ ໃນເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ແລະ ຕະຫຼາດ​ຕ່າງປະ​ເທດ. ​ດັດປັບ​ທິດ​ທາງ, ຍຸດ​ທະ​ສາດ, ກົນ​ໄກ ​ແລະ ນະ​ໂຍບາຍ​ດຶງ​ດູດການລົງທຶນໂດຍກົງຈາກຕ່າງປະເທດ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ລວມ ຂອງການປະກອບສ່ວນ ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ປະ​ເທດ. ການປັບປຸງ​ສະ​ຖາ​ບັນໃຫ້ສົມບູນແບບ ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ​ຢ່າງ​ເລິກ​ເຊິ່ງ ທັງ​ດ້ານ​ຂະໜາດ ​ແລະ ຄຸນ​ນະພາ​ບ.

ການປັບປຸງສະ​ຖາ​ບັນໃຫ້ສົມບູນແບບ ​ເພື່ອ​ຊຸກຍູ້​ຂະ​ບວນການ​ຫັນ​ເປັນ​ອຸດສາຫະກຳ​ຕາມທິດ​ທັນ​ສະ​ໄໝ; ພັດທະນາ​ກະສິກຳ ​ແລະ ຊົນນະບົດ​ຕາມ​ທິດ​ທັນ​ສະ​ໄໝ. ກໍ່ສ້າງແລະປະຕິບັດສະຖາບັນທີ່ໂດດເດັ່ນຢ່າງມີປະສິດທິຜົນ ເພື່ອຮັບແລະພັດທະນາວິທີການຜະລິດແລະທຸລະກິດໃໝ່ ຢ່າງວ່ອງໄວ (ທີ່ກໍາລັງກໍ່ຕົວ ແລະພັດທະນາຢ່າງໄວວາ ເຊັ່ນ ເສດຖະກິດດິຈິຕອນ, ເສດຖະກິດແບ່ງປັນ, ເສດຖະກິດໝູນວຽນ, ແອບພຼີເຄຊັນ ບລ໊ອກເຊນ (blockchain) ແລະອື່ນໆ). ຍູ້​ແຮງ​ການ​ພັດທະນາ ​ແລະ ນຳ​ໃຊ້​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ​ໂດຍ​ສະ​ເພາະ​ແມ່ນ​ ເຕັກ​ໂນ​ໂລ​ຢີສູງ, ​ເຕັກ​ໂນ​ໂລ​ຊີ​ໃໝ່, ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີ 4, ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ, ​ທຸລະ​ກິດ ​ແລະ ບັນດາຂົງເຂດອື່ນ ຂອງຊີວິດ​ສັງຄົມ ຢ່າງ​ເໝາະ​ສົມ​ແລະມີ​ປະສິດທິ​ຜົນ.

ຊຸກຍູ້ການປັບປຸງບູລະນະສະຖາບັນກຳມະສິດ, ລວມທັງສະຖາບັນທາງທີ່ດິນ. ສືບຕໍ່ປັບປຸງບູລະນະສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຕາມທິດທາງເປີດເຜີຍ ແລະ ໂປ່ງໃສ; ຍູ້ແຮງ​ການ​ຫຼຸດ​ຜ່ອນ​ເງື່ອນ​ໄຂ ​ແລະ ຂັ້ນຕອນການຜະລິດ, ​ທຸລະ​ກິດ. ການປັບປຸງສະຖາບັນ, ກົນໄກ ແລະ ນະໂຍບາຍໃຫ້ສົມບູນແບບ ເພື່ອຊຸກຍູ້ຂະບວນການຮ່ວມມືແລະການເຊື່ອມໂຍງການຜະລິດ ແລະການທຸລະກິດ ລະຫວ່າງບັນອັດຕະພາບ ຕາມທິດທາງແບ່ງປັນຄວາມຮັບຜິດຊອບ, ຜົນປະໂຫຍດ, ຄວາມສ່ຽງ ແລະອື່ນໆ ເພື່ອສ້າງລະບົບຕ່ອງໂສ້ການຜະລິດແລະທຸລະກິດ, ຕ່ອງໂສ້ຄຸນຄ່າແບບຍືນຍົງ; ເຂົ້າຮ່ວມໃນຕ່ອງໂສ້ການສະໜອງທົ່ວໂລກ.

ສືບ​ຕໍ່​ຍູ້​ແຮງ​ການ​ປ່ຽນແປງໃໝ່​ແລະປັບປຸງສະ​ຖາ​ບັນການພັດທະນາສັງຄົມໃຫ້ສົມບູນແບບ

ປັບປຸງບູລະນະ​ສະ​ຖາ​ບັນ ​ແລະ ປະຕິບັດ​​ກົນ​ໄກ ນະ​ໂຍບາຍການ​ພັດທະນາ​ສັງຄົມ, ການຄຸ້ມ​ຄອງ​ການພັດທະນາ​ສັງຄົມຢ່າງຄົບຊຸດ ​ໂດຍ​ສຸມ​ໃສ່​ບັນດາ​ເນື້ອ​ໃນດັ່ງຕໍ່ໄປນີ້:

ປັບປຸງບູລະນະ​​​ກົນ​ໄກ ແລະ ນະ​ໂຍບາຍ​ຮັບປະກັນ​ການ​ແຈກຢາຍ, ດັດປັບ​ກາລະ​ໂອກາດ​ການພັດທະນາ, ຜົນສຳ​ເລັດ, ຜົນ​ປະ​ໂຫຍ​ດຂອງ​ການ​ພັດທະນາ ​ລະຫວ່າງ​ບັນດາ​ຊົນ​ຊັ້ນ​ສັງຄົມ ​ແລະ ພາກ​ພື້ນ ຢ່າງ​ກົມກຽວ​; ​ປັບປຸງກົນ​ໄກ​ ແລະ​ນະ​ໂຍບາຍ​ທີ່​ສອດຄ່ອງ​ກັນ ​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ (ຕາມ​ທິດ​ທາງ​ຫຼາຍ​ດ້ານ); ປັບປຸງບູລະນະ ແລະ ຍົກສູງຄຸນນະພາບແລະປະສິດທິຜົນ ຂອງລະບົບປະກັນສັງຄົມ; ​ເອົາ​ໃຈ​ໃສ່​ເຖິງ​ກຸ່ມ​ຄົນ​ດ້ອຍ​ໂອກາດ, ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດທີ່ປະສົບຄວາມຫຍຸ້ງຍາກ, ​ເພື່ອ ບໍ່​ປະ​ໃຜ​ໄວ້​ເບື້ອງ​ຫຼັງ”.

ການປັບປຸງ​​ບູລະນະ​ກົນ​ໄກແລະນະ​ໂຍບາຍຢ່າງຄົບຊຸດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ການ​ເມືອງ-ສັງຄົມ, ບັນດາ​ອົງການສັງຄົມ-ວິຊາຊີບ, ບັນດາການຈັດຕັ້ງສັງຄົມ, ຊຸມຊົນທີ່ຢູ່ອາໄສ ໃນການ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ-ລັດ ​ແລະໃນການ​ເຄື່ອນ​ໄຫວ ປົກຄອງ​ຕົນ​ເອງ-ຄຸ້ມ​ຄອງ​ຕົນ​ເອງຕາມກົດໝາຍ, ເພື່ອຜົນປະໂຫຍດຂອງສະມາຊິກ. ປະຕິບັດ​ປະຊາທິປະ​ໄຕ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ; ການສ້າງ​ແລະຜັນ​ຂະຫຍາຍປະຕິບັດຢ່າງ​ມີ​ປະສິດທິ​ຜົນ ​ກົນ​ໄກ​ຕິດຕາມ​ກວດກາແລະວິຈານ​ສັງຄົມ ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ພັກ, ລັດ, ພິ​ເສດ​ແມ່ນ​ ບັນດາ​ບັນຫາ​ທີ່ກ່ຽວຂ້ອງ​ໂດຍກົງເຖິງແຜນການຂອງຊາດ​ຊີວິດ​ຂອງປະຊາຊົນ, ເຖິງສິດ​ແລະຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ.

ປະຕິບັດສິດຂອງປະຊາຊົນໃນການເຂົ້າເຖິງຂໍ້ມູນຢ່າງມີປະສິດທິຜົນ; ບັນດາ​ອົງການຈັດຕັ້ງ​ພັກ​ແລະອົງການ​ລັດ, ພະນັກງານ​ແລະສະມາຊິກ​ພັກ​ ຕ້ອງ​ປະຕິບັດ​ຄວາມ​ຮັບຜິດຊອບ ໃນການອະທິບາຍລາຍງານ​ ຢ່າງເຂັ້ມງວດ; ຈັດການກັບການລະເມີດກົດໝາຍຢ່າງເຂັ້ມງວດ, ເປີດເຜີຍ ແລະ ໂປ່ງໃສ (ບໍ່ມີເຂດຫ້າມ), ເພີື່ອຍົກສູງຄວາມໄວ້ວາງໃຈຂອງປະຊາຊົນ ແລະ ຄວາມເຫັນດີເຫັນພ້ອມຂອງສັງຄົມ ຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງລັດ.

ປັບປຸງກົນໄກແລະນະໂຍບາຍແບບຄົບຊຸດໃຫ້ສົມບູນແບບ ເພື່ອປົກປ້ອງສະພາບແວດລ້ອມນິເວດວິທະຍາ ແລະ ຮັບມືຢ່າງມີປະສິດທິພາບ ກັບການປ່ຽນແປງສະພາບດິນຟ້າອາກາດ

ຊາບຊຶມຢ່າງ​ເລິກ​ເຊິ່ງ ແລະປະຕິບັດຢ່າງເຂັ້ມງວດ ຕາມທັດສະນະທີ່ວ່າ ບໍ່​ແລກປ່ຽນ​ສະພາບ​ແວດ​ລ້ອມ​ເພື່ອ​ການ​ເຕີບ​ໂຕ​ເສດຖະກິດ”; ກຳນົດ​ບັນຫາ​ການ​ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້​ຊັບພະຍາກອນ​ຂອງ​ປະ​ເທດ (​ເຊັ່ນ: ດິນ, ນ້ຳ, ແຮ່ທາດ...) ​ຢ່າງ​ມີ​ປະສິດທິ​ຜົນ​ແລະຍືນ​ຍົງ ​ແມ່ນ​ເນື້ອ​ໃນ​ສຳຄັນ​ຂອງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

ການສ້າງຍຸດທະສາດ, ແຜນການ, ໂຄງການການພັດທະນາເສດຖະກິດ-ສັງຄົມຕ້ອງປະກອບດ້ວຍເນື້ອໃນການປົກປັກຮັກສາຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ ແລະ ຕອບສະໜອງຕໍ່ການປ່ຽນແປງຂອງດິນຟ້າອາກາດ. ການປ່ຽນແປງໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ​ຕິດ​ພັນ​ກັບ​ການປັບ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ ຕາມທິດທາງ​ການ​ເຕີບ​ໂຕ ​ແລະ ການພັດທະນາ​ແບບ​ຍືນ​ຍົງ (ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ​ສີຂຽວ, ການນຳ​ໃຊ້​ພະລັງງານ​ສີຂຽວ, ການ​ຜະລິດ​ສີຂຽວ ​ແລະ ການ​ບໍລິ​ໂພ​ກສີຂຽວ). ຈຳກັດ, ກ້າວໄປເຖິງການ​ແກ້​ໄຂ​ໂດຍ​ພື້ນຖານ ​ຕໍ່​ສະພາບ​ການທຳລາຍ ເຮັດໃຫ້​ຊັບພະຍາກອນບົກແຫ້ງ, ​ສ້າງມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ ຂອງ​ບັນດາ​ສະຖານ​ທີ່​ຜະລິດ, ສວນ​ອຸດສາຫະກຳ, ເຂດ​ຕົວ​ເມືອງ ​ແລະ ຊົນນະບົດ. ສ້າງຍຸດທະສາດ ແລະ ປະະຕິບັດຢ່າງຄົບຊຸດແລະມີປະສິດທິຜົນ ວິທີແກ້ດ້ວຍໂຄງສ້າງ ແລະ ບໍ່ມີໂຄງສ້າງ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ທ້ອງຖິ່ນ ແລະ ໃນແຕ່ລະຂົງເຂດ; ສູ້ຊົນທີ່ຈະບັນລຸ​ເປົ້າ​ໝາຍ​ການ​ປ່ອຍ​ອາຍກ໊າດເຮືອນແກ້ວ​ສຸດ​ທິເປັນສູນພາຍ​ໃນ​ປີ 2050.

ຍົກສູງຄວາມສາມາດ ແລະຄວາມຮູ້ສຶກຮັບຜິດຊອບ ຂອງອັດຕະພາບທຸກຄົນ

ການສ້າງສະຖາບັນການພັດທະນາທີ່ມີຄຸນນະພາບ ແລະ ການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ຈຳເປັນຕ້ອງປະຕິບັດບັນດາວິທີແກ້ໄຂ, ກົນໄກ ແລະ ນະໂຍບາຍພ້ອມກັນ ເພື່ອຍົກສູງຄວາມສາມາດຂອງທຸກອັດຕະພາບ ໂດຍຕິດກັບການພັດທະນາຕາມລວງເລິກ (ເຊັ່ນ: ຄວາມອາດສາມາດໃນການປະກາດໃຊ້ສະຖາບັນ, ນຳພາການຈັດຕັ້ງປະຕິບັດສະຖາບັນ, ຄວາມສາມາດໃນການປະຕິບັດສະຖາບັນ...). ຕ້ອງ​ສ້າງ​ກົນ​ໄກ​ແລະລະບຽບລະບອບ ​ເພື່ອ​ປະ​ຕິ​ບັດສະຖາບັນ​​ຢ່າງ​ຈິງ​ຈັງເວົ້າຄວບຄູ່ກັບ​ການ​ກະ​ທຳແລະ ເຄົາ​ລົບ​ກົດ​ໝາຍ”. ການ​ປະສານກັນ​ລະຫວ່າງ​ການ​ປະກາດ​ໃຊ້ ​ແລະ ການ​ປະຕິບັດ​​ສະ​ຖາ​ບັນ ​ຮຽກຮ້ອງ​ໃຫ້​ມີ​ການ​ປັບປຸງຂີດ​ຄວາມ​ສາມາດ, ຄຸນ​ສົມບັດ ​ແລະ ຄວາມຮູ້ສຶກຮັບ​ຜິດ​ຊອບ​ຂອງອັດຕະພາບ​ທຸກຄົນ, ຕັ້ງແຕ່ບຸກຄົນຈົນ​ເຖິງ​ຜູ້ນຳ​ທຸກ​ຂັ້ນ. ຄຸນ​ນະພາ​ບຂອງ​ສະ​ຖາ​ບັນ ​ແລະ ປະສິດທິ​ພາບ, ປະສິດທິຜົນ​ໃນການຈັດ​ຕັ້ງ​ປະຕິບັດສະຖາບັນຂອງອັດຕະພາບ​ທຸກຄົນ ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ ​ເພື່ອ​ຮັບປະກັນ​ການ​ພັດທະນາ​ປະ​ເທດ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ​ໃນ​ໄລຍະ​ໃໝ່.

ເພື່ອຍົກ​ສູງ​ຄວາມ​ສາມາດ ​ແລະ ຄວາມຮູ້ສຶກ​ຮັບ​ຜິດ​ຊອບ​ຂອງ​ທຸກ​ອັດຕະພາບທີ່​ເຂົ້າ​ຮ່ວມ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ, ບັນຫາສຳຄັນແມ່ນຕ້ອງ ​ສືບ​ຕໍ່​ສ້າງ​ແລະ ປັບປຸງບູລະນະສະຖາບັນການ​ປະຕິບັດ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ ຕາມ​ຈິດ​ໃຈ​ຂອງ ໂຄງການການເມືອງກໍ່ສ້າງ​ປະ​ເທດ​ໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມ​ນິຍົມ (ສະບັບເພີ່ມ​ເຕີມ ​ແລະ ພັດທະນາ​​ປີ 2011) ​ແລະ ລັດຖະທຳ​ມະນູນ​ປີ 2013, ຮັບປະກັນ​ອຳນາດ​ລັດ​ທັງ​ໝົດ​ເປັນ​ຂອງ​ປະຊາຊົນ. ປະຕິບັດຢ່າງຖືກຕ້ອງແລະມີປະສິດທິຜົນ ຕາມ​ຄຳ​ຂວັນທີ່ວ່າ ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື, ປະຊາຊົນ​ເຮັດ, ປະຊາຊົນ​ກວດກາ, ປະຊາຊົນ​ຕິດຕາມກວດກາ, ປະຊາຊົນ​ຊົມໃຊ້”, ຜ່ານ​ປະຊາທິປະ​ໄຕ​ໂດຍ​ກົງ, ປະຊາທິປະ​ໄຕ​ຕົວ​ແທນ, ​ໂດຍ​ສະ​ເພາະ​ແມ່ນ ​ປະຊາທິປະ​ໄຕຢູ່ຮາກຖານ​. ປັບປຸງບູລະນະກົນໄກ​ການ​ພົວພັນ ​ແລະການດຳເນີນການ ​ລະຫວ່າງ ພັກ​ນຳ​ພາ, ລັດຄຸ້ມ​ຄອງ, ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ​ບັນດາອົງການ​ການ​ເມືອງ-ສັງຄົມ ​​ເພື່ອເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ ​ໃຫ້ແກ່ການ​ປະຕິບັດ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງຂອງປະຊາຊົນ. ສືບ​ຕໍ່ຫັນເປັນຮູບປະທຳ ແລະປັບປຸງ​ລະບົບ​ນະ​ໂຍບາຍ​ແລະກົດໝາຍໃຫ້ສົມບູນແບບ ​ເພື່ອ​ແນ​ໃສ່​ເຊີດຊູບົດບາດເປັນເຈົ້າຂອງ ​ແລະ ທີ່​ຕັ້ງສູນກາງ ​ຂອງ​ປະຊາຊົນ​ ໃນ​ຍຸດ​ທະ​ສາດ​ການພັດທະນາ​ຂອງ​ປະ​ເທດ ​ແລະ ​ໃນ​ພາລະກິດ​ການສ້າງສາ​ ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດທັງໝົດ, ພ້ອມ​ທັງ​ເສີມຂະຫຍາຍ​ສະຕິ​ປັນຍາ, ສິດ ​ແລະ ຄວາມ​ຮັບຜິດຊອບ ຂອງປະ​ຊາ​ຊົນ ໃນການ​ເຂົ້າ​ຮ່ວມ​ການ​ສ້າງ​ພັກ, ສ້າງລັດ ແລະແນວ​ໂຮມ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ໃນ​ການ​ຄຸ້ມ​ຄອງ​ສັງ​ຄົມ./.

------------------------------

ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1016 (ເດືອນມິຖຸນາ 2023)