ຕຳຫຼວດປະຊາຊົນກັບພາລະກິດການ​ສ້າງສາ ​
ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່

ໂດຍ ສຈ, ປອ. ໂຕ ເລິມ
ພົນເອກ, ກຳມະການກົມການເມືອງ, ເລຂາຄະນະພັກປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
02:09, 22-01-2024

ວກ. - ພາຍໃຕ້ການນຳພາໂດຍກົງ ເດັດຂາດ ຮອບດ້ານຂອງພັກກອມມູນິດຫວຽດນາມ, ແສງນຳທາງຂອງລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ, ໄດ້ຮັບຄວາມໄວ້ວາງໃຈ ສະໜັບສະໜູນ ແລະຊ່ວຍເຫຼືອ ຈາກປະຊາຊົນ, ນັບຕັ້ງແຕ່ກໍ່ຕັ້ງ, ຕຳຫຼວດປະຊາຊົນຫວຽດນາມໄດ້ມີການປະກອບສ່ວນທີ່ສຳຄັນພິເສດ ເຂົ້າໃນພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ. ດ້ວຍການເສີມຂະຫຍາຍຜົນທີ່ໄດ້ຮັບ, ໃນເວລາອັນໃກ້ນີ້, ກະຊວງປ້ອງກັນຄວາມສະຫງົບຕັດສິນໃຈທີ່ຈະສ້າງກອງກຳລັງຕຳຫຼວດປະຊາຊົນທີ່ສະອາດ ໝັ້ນຄົງເຂັ້ມແຂງ ເປັນລະບຽບຫຼວງ ຊຳນານໃນວິຊາຊີບ ທັນສະໄໝ, ຕອບສະໜອງຄວາມຕ້ອງການແລະໜ້າທີ່ ໃນສະພາບການໃໝ່ ຕາມຈິດໃຈມະຕິເລກທີ 12-NQ/TW, ລົງວັນທີ 16 ມີນາ 2022, ຂອງກົມການເມືອງສູນກາງພັກສະໄໝທີ XIII.

ສະຫາຍເລຂາທິການໃຫຍ່ ຫງຽຍ ຝູ ຈ້ອງ ພ້ອມກັບບັນດາສະຫາຍການນຳຂອງພັກ ລັດ ແລະບັນດາສະຫາຍໃນຄະນະພັກປ້ອງກັນຄວາມສະຫງົບສູນກາງ 6 ເດືອນຕົ້ນປີ 2023 _Ảnh: TTXVN

ການກໍ່ສ້າງກອງກຳລັງຕຳຫຼວດໃຫ້​ເປັນ​ກຳລັງ​ຫຼັກ​ແຫຼ່ງ, ເປັນ ດາບ​ແລະ ໂລ້ ທີ່ແທ້ຈິງ
ໃນການປົກ​ປ້ອງ
, ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ແລະ ພັດທະນາ​ປະ​ເທດ​ຊາດ

ປະຫວັດສາດຢືນຢັນວ່າ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດຊາດປະຊາທິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ໃນການ​ຕໍ່ສູ້​ຕ້ານພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ​ ແລະ​ຈັກກະພັດອາ​ເມ​ລິ​ກາທັງສອງຄັ້ງນັ້ນ ​ມີ​ການປະກອບສ່ວນ​ອັນ​ໃຫຍ່​ຫຼວງເປັນພິເສດ​ ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ​ ເຊິ່ງກ່າວໂດຍສັງເຂບ​ຄື: ​ເປັນ​ແກ່ນຫຼັກ​ໃນ​ການ​ປົກ​ປັກ​ຮັກສາ ​ແລະບຳລຸງ​ສ້າງ​ພາຍ​ໃນພາລະກິດການປະຕິວັດ​ຂອງ​ພັກ​ແລະຊາດ(1). ສົມທົບ​ກັບ​ກອງທັບ​ປະຊາຊົນ ທະຫານລາດ ແລະກອງຫຼອນ​ ເພື່ອ​ໂຈມ​ຕີ​ສັດຕູ​ໂດຍ​ກົງ ປະກອບສ່ວນ​ເຂົ້າ​ໃນ​ໄຊຊະນະ​ຂອງ​ແນວຮົບການທະຫານ(2).

ພາຍຫຼັງທີ່ປະເທດເປັນເອກະພາບ, ຄຽງຄູ່ກັບຄວາມສະດວກ, ປະເທດກໍ່ຕ້ອງປະເຊີນກັບບັນດາສິ່ງທ້າທາຍໃຫຍ່ຈາກພາຍໃນ(3) ແລະພາຍນອກ(4). ຕໍ່ໜ້າຄວາມຮຽກຮ້ອງຕ້ອງການແລະໜ້າທີ່ທີ່ກຳນົດໄວ້, ກອງກຳລັງຕຳຫຼວດໄດ້ຕັ້ງໜ້າແລະເປັນເຈົ້າການໃນການສ້າງແລະປັບປຸງອຳນາດການປົກຄອງປະຕິວັດ ໃນເຂດປົດປ່ອຍໃໝ່; ການແກ້ບັນຫາເສດເຫຼືອສົງຄາມ, ຍຶດຄອງແລະຄຸ້ມຄອງສັງຄົມ, ປະກອບສ່ວນຮັກສາສະຖຽນລະພາບທາງການເມືອງ, ຄວາມສະຫງົບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ. ​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ຊາຍ​ແດນ​ຕາ​ເວັນ​ຕົກ​ສຽງ​ໃຕ້ ​ແລະ ພາກ​ເໜືອ​ຢ່າງໝັ້ນຄົງ; ປ້ອງ​ກັນ​ແລະຕ້ານ​ການ​ເຄື່ອນ​ໄຫວ​ສອດ​ແນມ, ການ​ບຸກ​ໂຈມ​ຕີ, ການ​ລັກ​ພາ​ຕົວ, ການ​ປຸ້ນ​ຈີ້ ແລະການຈະລາຈົນ​ກໍ່​ຄວາມ​ວຸ້ນວາຍ; ປົກປ້ອງປະຊາຊົນ, ອົບພະຍົບອອກຈາກເຂດບຸກໂຈມຕີຂອງສັດຕູ; ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ແລະ​ຄວາມ​ລັບ​ຂອງ​ພື້ນ​ທີ່​ສໍາ​ຄັນ​, ຂໍ້​ມູນ​ຂ່າວ​ສານ​ ແລະ​ກິດ​ຈະ​ກໍາ​ການ​ທະ​ຫານ​ຂອງ​ພວກ​ເຮົາ​. ຕ້ານແຜນການຫຼັງສົງຄາມຂອງສັດຕູ; ທັບມ້າງກົນອຸບາຍ ​ແລະການ​ເຄື່ອນ​ໄຫວ​ເຊື່ອມ​ໂຍງ ​ໂຈມ​ຕີ​ບຸກລຸກ​ພາຍ​ໃນ, ຈັບ​ກຸມກຸ່ມສາຍ​ລັບ ໜ່ວຍກອມມານໂດ ​ແລະທະຫານປະຕິກິລິຍາທີ່ຖືກເນລະເທດຫຼາຍຮ້ອຍກູ່ມ​ຈາກ​ພາຍ​ນອກ​ເພື່ອ​ແຊກ​ຊຶມ​ເຂົ້າມາໃນຫວຽດນາມ; ທໍາລາຍແລະສະຫຼາຍສ່ວນໃຫຍ່ຂອງ FULRO-2(5) ໃນເຂດໄຕງວຽນ... ຄວາມເປັນຈິງໃຫ້ເຫັນວ່າ ພາຍໃຕ້ການນຳພາຂອງພັກ, ກອງກຳລັງຕຳຫຼວດປະຊາຊົນໄດ້ປະຕິບັດ​ເປັນ​ຢ່າງ​ດີ ​ບົດບາດ​ຫຼັກແຫຼ່ງ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ ແລະພາຍໃນສັງຄົມ; ສົມທົບ​ກັບ​ກອງທັບ​ປະຊາຊົນ​ ປະຕິບັດ​ໜ້າທີ່ການ​ປ້ອງ​ກັນ​ປະ​ເທດ, ການ​ທະຫານ, ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.

ໃນສະໄໝແຫ່ງການປ່ຽນແປງໃໝ່ປະເທດ ແລະການເຊື່ອມໂຍງສາກົນຢ່າງຮອບດ້ານ, ພາຍໃຕ້ການນຳພາຂອງພັກ, ປະ​ເທດ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ ໃນ​ດ້ານ​ເສດຖະກິດ ວັດທະນະທຳ ສັງຄົມ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ປະ​ເທດ ແລະຄວາມ​ໝັ້ນຄົງ ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ, ການຕ່າງປະເທດຂະຫຍາຍຕົວ, ນຳເອົາທ່າແລະພະລັງຂອງປະເທດຂຶ້ນສູ່ລະດັບໃໝ່. ແຕ່ຢ່າງໃດກໍ່ຕາມ, ຄວາມທ້າທາຍຕໍ່ພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ, ລວມທັງປັດໄຈດັ້ງເດີມ ແລະບໍ່ແມ່ນແບບດັ້ງເດີມ ຍັງສັບສົນແລະໜັກໜ່ວງຫຼາຍ.

ຈາກສະພາບຕົວຈິງໃນປະເທດ ໂລກ ແລະພາກພື້ນ, ພັກກອມມູນິດຫວຽດນາມກຳນົດບັນດາເປົ້າໝາຍ ປົກປັກຮັກສາປະເທດຊາດ ໃນໄລຍະໃໝ່ຄື: ປົກປັກຮັກສາເອກະລາດ ອຳນາດອະທິປະໄຕ ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ; ປົກປ້ອງພັກ ລັດ ປະຊາຊົນ ແລະລະບອບສັງຄົມນິຍົມ; ປົກປ້ອງພາລະກິດການປ່ຽນແປງໃໝ່ ການຫັນເປັນອຸດສາຫະກຳແລະທັນສະໄໝ; ປົກປ້ອງຜົນປະໂຫຍດຂອງຊາດ-ປະເທດຊາດ; ປົກປັກຮັກສາຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະ ວັດທະນະທໍາຂອງຊາດ; ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ສະພາບ​ແວດ​ລ້ອມ​ສັນຕິພາບ ​ເພື່ອ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຕາມ​ທິດ​ສັງຄົມ​ນິຍົມ.

ຈາກ​ເປົ້າ​ໝາຍ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່, ​ເຮົາ​ສາມາດສະຫຼຸບ​ໄດ້​ວ່າ ມີຄວາມ​ທ້າ​ທາຍ​ສຳຄັນສອງປະການ ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​​ຢູ່​ສະ​ເໝີ, ​ຄື: ຄວາມທ້າທາຍໃນການປົກປ້ອງອະທິປະໄຕ ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ; ຄວາມທ້າທາຍໃນການປົກປ້ອງ ແລະຮັກສາສະຖຽນລະພາບທາງການເມືອງແລະສັງຄົມ ແລະການພັດທະນາທີ່ຍືນຍົງຂອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ຂອງວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະອຸດົມໄປດ້ວຍເອກະລັກປະຈຳຊາດ, ຄັດເລືອກເອົາແກ່ນສານຂອງວັດທະນະທຳຂອງມະນຸດ.

ຍຶດໝັ້ນ​ການ​ນຳພາ​ທີ່ເດັດຂາດ ໂດຍກົງ ແລະຮອບດ້ານຂອງ​ພັກ​, ການ​ຄຸ້ມ​ຄອງລວມສູນ​ແລະ​ເປັນ​ເອກະ​ພາບຂອງພັກ; ກຳແໜ້ນ​ແລະຈັດ​ຕັ້ງ​ປະຕິບັດ​ໂຄງການການເມືອງແລະມະຕິ​ຂອງ​ພັກ ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຢ່າງ​ມີ​ປະສິດທິ​ຜົນ; ພິເສດແມ່ນ ມະຕິກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ IX ແລະມະຕິກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ XI ກ່ຽວກັບຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່”, ກອງກຳລັງຕຳຫຼວດປະຊາຊົນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຫຼັກແຫຼ່ງ ແລະ​ເປັນປະທານໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ສັງຄົມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ; ປະສານສົມທົບກັບກອງທັບປະຊາຊົນ ໃນການປົກປັກຮັກສາອະທິປະໄຕ ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາຢ່າງໝັ້ນຄົງ. ສິ່ງດັ່ງກ່າວສະແດງອອກຜ່ານຂົງເຂດວຽກງານຕົ້ນຕໍດັ່ງຕໍ່ໄປນີ້:

ທີໜຶ່ງ, ໃນຂົງເຂດຄວາມໝັ້ນຄົງແຫ່ງຊາດໄດ້ເປັນເຈົ້າການໃນການກຳ ປະເມີນແລະຄາດຄະເນ ສະພາບການໂລກ ພາກພື້ນ ແລະພາຍໃນປະເທດຢ່າງໃກ້ຊິດ ເພື່ອໃຫ້ຄຳແນະນຳຍຸດທະສາດແກ່ພັກແລະລັດ ກ່ຽວກັບແຜນນະໂຍບາຍ ແລະວິທີການປົກປັກຮັກສາຜົນປະໂຫຍດ ຄວາມໝັ້ນຄົງຂອງຊາດ ແລະຍົກສູງຖານະຕຳແໜ່ງແລະກຽດສັກສີຂອງປະເທດ; ປັບປຸງທັດສະນະ ແນວທາງ ແລະນະໂຍບາຍປົກປັກຮັກສາປະເທດຊາດໃນສະພາບການໃໝ່. ຈັດຕັ້ງວຽກງານປົກປ້ອງຄວາມໝັ້ນຄົງທາງການເມືອງຢ່າງດີ ໂດຍເນັ້ນການປົກປ້ອງບັດບາດ ແລະການນຳພາຂອງພັກ ຕໍ່ລັດແລະສັງຄົມ, ປົກປ້ອງຮາກຖານແນວຄິດຂອງພັກ; ປົກປ້ອງລັດ ປະຊາຊົນ ແລະລະບອບສັງຄົມນິຍົມ; ຄົ້ນເຜີຍແລະກີດກັ້ນກົນອຸບາຍຫັນປ່ຽນໂດຍສັນຕິ”, ການຈະລາຈົນ, ການກໍ່ການຮ້າຍແລະການມ້າງເພທຳລາຍ ໂດຍກອງກຳລັງສັດຕູແລະປະຕິການ ທັນທີ, ບໍ່​ໃຫ້​ຈັດ​ຕັ້ງ​ອົງການ​ການ​ເມືອງ​ຝ່າຍ​ຄ້ານ​​ໃນ​ປະ​ເທດ. ຄວາມໝັ້ນຄົງທາງເສດຖະກິດໄດ້ຮັບການຮັບປະກັນ ດ້ວຍການພັດທະນາທີ່ຍືນຍົງຫຼາຍຂຶ້ນ ຂອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ຄົ້ນເຜີຍ ປ້ອງກັນແລະຈັດການຄວາມສ່ຽງ ແລະໄພຄຸກຄາມຕໍ່ເສດຖະກິດຂອງປະເທດຢ່າງທັນທ່ວງທີ; ແກ້ໄຂບັນຫາທີ່ສັບສົນທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ແລະຄວາມສະຫງົບຮຽບຮ້ອຍທີ່ເກີດຂຶ້ນໃນຂົງເຂດເສດຖະກິດ. ຄວາມໝັ້ນຄົງທາງວັດທະນະທຳ, ຄວາມໝັ້ນຄົງດ້ານຂໍ້ມູນແລະການສື່ສານ ແລະຄວາມປອດໄພຂອງເຄືອຂ່າຍ ໄດ້ຮັບການເພີ່ມທະວີ; ແກ້ໄຂແລະຈັດການກັບການລະເມີດຂອງອົງການຂ່າວຫຼາຍແຫ່ງຢ່າງເຄັ່ງຄັດ; ສະແດງໃຫ້ເຫັນເຖິງບົດບາດຫົວຫອກໃນການຮັບຮອງອະທິປະໄຕ ແລະຜົນປະໂຫຍດຂອງຊາດໃນໂລກໄຊເບີຣ໌, ປະກອບສ່ວນທີ່ສຳຄັນ ຕໍ່ການປ່ຽນແປງດິຈິຕອນຂອງປະເທດ, ການສ້າງລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະສັງຄົມດິຈິຕອນ. ຄວາມໝັ້ນຄົງດ້ານສັງຄົມ, ຄວາມປອດໄພແລະຄວາມສະຫງົບຮຽບຮ້ອຍໃນພື້ນທີ່ຍຸດທະສາດ ແລະສາສະໜາ ໄດ້ມີການປ່ຽນແປງທາງບວດຫຼາຍຢ່າງ...

ທີສອງ, ໃນດ້ານຄວາມສະຫງົບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ການຕໍ່ສູ້ປ້ອງກັນແລະຕ້ານອາຊະຍາກຳ, ໄດ້ມີການຜັນຂະຫຍາຍຢ່າງດຸເດືອດດ້ວຍການໃຊ້ມາດຕະການຫຼາຍຢ່າງພ້ອມກັນ ເພື່ອຫຼຸດອາຊະຍາກຳ; ຈັດການກັບບັນຫາອາຊະຍາກຳທີ່ຊັບຊ້ອນ ແລະການລະເມີດກົດໝາຍ ຢ່າງທັນທ່ວງທີແລະທົ່ວເຖິງ, ໂດຍສະເພາະກັບອາຊະຍາກຳອັນຕະລາຍ, ອາຊະຍາກຳທີ່ມີການຈັດຕັ້ງ ແລະອາຊະຍາກຳຂ້າມຊາດ (ອາຊະຍາກຳຢາເສບຕິດ, ອາຊະຍາກຳໃຊ້ເຕັກໂນໂລຊີສູງ...), ສ້າງສັງຄົມທີ່ນັບມື້ນັບເປັນລະບຽບຮຽບຮ້ອຍ ມີລະບຽບວິໄນ ໝັ້ນຄົງ ປອດໄພ ແລະສົດໃສຂຶ້ນເລື້ອຍໆ. ຄຽງຄູ່ກັນນັ້ນ, ກອງກຳລັງຕຳຫຼວດໄດ້ປະຈັນບານນຳໜ້າໃນການປ້ອງກັນ, ຮັບມື ແລະແກ້ໄຂບັນຫາທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ແລະປະຕິບັດຕາມພັນທະກໍລະນີລະຫວ່າງປະເທດ. ສິ່ງໂດດເດັ່ນແມ່ນ ກອງກຳລັງຕຳຫຼວດຍາມໃດກໍຢູ່ໃນສະຖານທີ່ທີ່ຫຍຸ້ງຍາກລຳບາກ ແລະອັນຕະລາຍ ເພື່ອຜັນຂະຫຍາຍການເຄື່ອນໄຫວການປ້ອງກັນແລະຄວບຄຸມໄພພິບັດທາງທຳມະຊາດ; ຄວບຄຸມແລະກິດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19; ເຂົ້າຮ່ວມການຄົ້ນຫາ, ກູ້ໄພກູ້ຊີບໃນປະເທດ; ສະໜັບສະໜູນກອງກຳລັງກູ້ໄພສາກົນ (ເຊັ່ນ ແຜ່ນດິນໄຫວໃນຕວັກກີ) ແລະສົ່ງພະນັກງານເຂົ້າຮ່ວມກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ...

ທີສາມ, ການສ້າງແລະປັບປຸງຄວາມໝັ້ນຄົງປະຊາຊົນ ແລະທ່າສະໜາມຮົບຄວາມໝັ້ນຄົງປະຊາຊົນ ຢ່າງໜັກແໜ້ນ ຕິດພັນກັບພື້ນຖານການປ້ອງກັນປະເທດທົ່ວປວງຊົນ ແລະທ່າສະໜາມຮົບປ້ອງກັນປະເທດທົ່ວແວງຊົນ, ປະກອບສ່ວນ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ໃຫ້​ປະສົບ​ຜົນສຳ​ເລັດ. ຕໍ່ໜ້າການ​ຜັນ​ແປ​ທີ່​ສັບສົນ​ໃນ​ໂລກ ​ໃນ​ພາກ​ພື້ນ ​ແລະ ​ພາຍ​ໃນ​ປະ​ເທດ, ຕຳຫຼວດ​ປະຊາຊົນ ​ແລະ ກອງທັບ​ປະຊາຊົນ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ ເພື່ອໃຫ້ຄຳ​ແນະນຳແກ່​ພັກແລະລັດ ໃນການປະຕິບັດໜ້າທີ່ປ້ອງກັນປະເທດແລະຄວາມໝັ້ນຄົງ, ປະສົມປະສານການປ້ອງກັນປະເທດ ແລະຄວາມໝັ້ນຄົງເຂົ້າກັບເສດຖະກິດ ວັດທະນະທຳ ສັງຄົມແລະການຕ່າງປະເທດ; ສົມທົບກັນກຳແໜ້ນສະພາບການ ເພື່ອເປັນເຈົ້າການໃນການຈັດການກັບທະຖານະການຢ່າງມີປະສິດທິຜົນ, ແກ້ໄຂຄວາມທ້າທາຍ, ຮັກສາທ່າເປັນເຈົ້າການຍຸດທະສາດ, ບໍ່ປະໃຫ້ຕົກໃນທ່າຮັບ ເຫດບັງເອີນໃນການປົກປັກຮັກສາປະເທດຊາກ. ຕາມພາລະບົດບາດແລະໜ້າທີ່ຂອງຕົນ, ກອງກຳລັງຕຳຫຼວດປະຊາຊົນໄດ້ເອົາໃຈໃສ່ການກໍ່ສ້າງທ່າສະໜາມຮົບຄວາມໝັ້ນຄົງປະຊາຊົນ ເຊື່ອມຕໍ່ຢ່າງແໜ້ນແຟ້ນກັບ ທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ, ຕາມທິດທາງທີ່ສະໝ່ຳສະເໝີ ຕໍ່ເນືອງ ທົ່ວປວງຊົນ ແລະຮອບດ້ານ ບົນພື້ນຖານຂອງທ່າສະໜາມຫົວໃນປະຊາຊົນແລະ ໄດ້ຮັບການປັບປຸງແລະປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ແລະເຂົ້າສູ່ລວງເລິກ ເພື່ອຫຼອມລວມຄວາມຮັກຊາດ, ຈິດໃຈສາມັກຄີປວງຊົນທັງຊາດ, ຄວາມໄວ້ວາງໃຈທາງການເມືອງ ແລະຄວາມຮູ້ສຶກຮັບຜິດຊອບພົນລະເມືອງຂອງປະຊາຊົນ ຕໍ່ການນຳພາຂອງພັກ, ການຄຸ້ມຄອງແລະບໍລິຫານຂອງລັດ; ລະດົມກຳລັງແຮງທາງດ້ານຈິດໃຈແລະວັດຖຸ ຂອງລະບົບການເມືອງທັງໝົດ ແລະປະຊາຊົນທັງປວງ ເພື່ອປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ; ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະການຕ່າງປະເທດຊອງຊາດ.

ທີສີ່, ການສ້າງ ປັບປຸງ ແລະເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົາທັງຊາດ ໃນພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ; ເຮັດໜ້າທີ່ຂົນຂວາຍຄົນຫວຽດນາມໃນຕ່າງປະເທດໃຫ້ດີ. ໂດຍຮັບຮູ້ຢ່າງຈະແຈ້ງເຖິງບົດບາດແລະພາລະກຳປະຫວັດສາດຂອງມວນຊົນ ໃນການສ້າງສາແລະປົກປັກຮັກສາປະເທດຊາດ, ກອງກຳລັງຕຳຫຼວດປະຊາຊົນໄດ້ປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາຄະນະ, ຂະແໜງການ ແລະອົງຄະນະມະຫາຊົນ ໃນການສ້າງ ປັບປຸງ ແລະພັດທະນາຂະບວນການທົ່ວປວງຊົນປົກປ້ອງຄວາມໝັ້ນຄົງຂອງປະເທດຊາດ ມີທັງກວ້າງແລະເລິກ. ດ້ວຍວິທີການໃໝ່ແລະປະດິດສ້າງຫຼາຍຢ່າງ, ຂະບວນການນີ້ຈຶງດຶງດູດປະຊາຊົນຈຳນວນຫຼາຍໃຫ້ເຂົ້າຮ່ວມ, ບໍ່ພຽງແຕ່ປັບປຸງຍົກສູງປະສິດທິພາບຂອງວຽກງານການຕໍ່ສູ້ປ້ອງກັນແລະຕ້ານອາຊະຍາກຳ ແລະສ້າງສັງຄົມທີ່ເປັນລະບຽບຮຽບຮ້ອຍ, ມີລະບຽບວິໄນ ໝັ້ນຄົງ ປອດໄພ ສົດໃສ ແລະອາລະຍະທຳ, ແຕ່ຍັງເປັນຂະບວນການຫຼັກແຫຼ່ງ ໃນຂະບວນການປະຕິວັດຂອງມະຫາຊົນໃນພື້ນທີ່ຮາກຖານ.

ທີຫ້າ, ວຽກ​ງານ​ການ​ຕ່າງ​ປະ​ເທດຂອງຕຳຫຼວດ​ປະ​ຊາ​ຊົນ​ ຮັບໃຊ້ຢ່າງມີປະສິດທິຜົນໃຫ້ແກ່​ວຽກ​ງານ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນຄົງຂອງ​ຊາດ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍແລະຄວມປອດໄພ​ທາງ​ສັງ​ຄົມ ແລະກໍ່ສ້າງຕຳຫຼວດ​ປະ​ຊາ​ຊົນ, ກ້າວ​ໄປ​ໜ້າປູ​ທາງ ແລະຮັບໃຊ້ການ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ຕ່າງປະ​ເທດ​ຂອງ​ປະຊາຊົນ. ຮັບ​ຮູ້ໄດ້ຢ່າງຈະແຈ້ງ​ວ່າ ຄວາມ​ທ້າ​ທາຍ​ທີ່​ນາບ​ຂູ່​ອະທິປະ​ໄຕ ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ສັງຄົມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​ທິດສັງຄົມ​ນິຍົມນັ້ນ ລ້ວນ​ແຕ່​ແມ່ນ​ຍ້ອນ​ບັນດາ​ປັດ​ໄຈ​ພາຍ​ນອກ ຈາກສະພາບ​ການ​ໂລກ ພາກ​ພື້ນ ​ແລະ ສະພາບ​ການ​ພາຍ​ໃນ​ປະ​ເທດ. ຕາມນັ້ນ, ພ້ອມກັນກັບການເພີ່ມທະວີການເຄື່ອນໄຫວປ້ອງກັນ ຕ້ານ ແລະ ຂະຈັດສາເຫດແລະເງື່ອນໄຂພາຍໃນ, ກອງກຳລັງຕຳຫຼວດປະຊາຊົນໄດ້ເປັນເຈົ້າການ ໃນການຮ່ວມມືສາກົນ ກັບບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງປະເທດ ດິນແດນ ແລະອົງການສາກົນ ໃນຮູບແບບຕ່າງໆ ແລະບາດກ້າວທີ່ເໝາະສົມ. ຜ່ານນັ້ນ ແກ້ບັນຫາຄວາມສ່ຽງ ແລະຄວາມທ້າທາຍຫຼາຍປະການ ຕໍ່ຄວາມໝັ້ນຄົງຂອງຊາດຈາກພາຍນອກ, ຍາດແຍ້ງເອົາຄວາມເຫັນດີເຫັນພ້ອມຂອງເພື່ອນມິດສາກົນ, ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ. ກອງກຳລັງຕຳຫຼວດປະຊາຊົນຜ່ານ​ການຕ່າງປະເທດ​ຮ່ວມ​ມື​ສາກົນ ​ໄດ້​ຊ່ວຍ​ໃຫ້​ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ຫວຽດນາມ, ຈາກນັ້ນຊຸກຍູ້ການເຊື່ອມໂຍງສາກົນຂອງປະເທດ, ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະການຕ່າງປະເທດປະຊາຊົນ.

ບາງ​ທິດທາງ​ພັດທະນາການ​ກໍ່ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ​ທີ່​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ
​ເປັນລະບຽບຫຼວງ ຊ່ຽວຊານທາງວິຊາຊີບ ​ແລະ ທັນ​ສະ​ໄໝຢ່າງແທ້ຈິງ

​ໃນ​ຊຸມ​ປີ​ຕໍ່ໜ້າ, ຄາດ​ຄະ​ເນ​ວ່າ ສະຖານະ​ການ​ໂລກ ​ແລະ ພາກ​ພື້ນ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງ​ສັບສົນ, ດ້ວຍ​ບັນດາ​ປັດ​ໄຈ​ທີ່​ສະດວກ​ໃໝ່​ປະກົດ​ຂຶ້ນ ພ້ອມທັງຄວາມ​ທ້າ​ທາຍ​ທີ່ຄາດເດົາບໍ່ໄດ້ຕໍ່​ຄວາມ​ໝັ້ນຄົງຂອງຫວຽດນາມ​ ແລະຜົນ​ປະ​ໂຫຍ​ດຂອງ​ຊາດ​ ທັງ​ໃນທິດທາງພາຍໃນ​ແລະພາຍນອກ.

ສະຖານະການແລະສະພາບການໃໝ່​ພາໃຫ້ເກີດ​ຄວາມ​​ຕ້ອງການ​ໃໝ່, ຮຽກຮ້ອງ​ໃຫ້​ກຳລັງ​ຕຳຫຼວດ​ປະຊາຊົນ ​ຕ້ອງເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກເຖິງ​ພາລະກິດ ບົດບາດ ແລະຄວາມ​ຮັບຜິດຊອບ​ຕໍ່ໜ້າ​ພັກ ​ແລະ ປະຊາຊົນ ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດສັງຄົມນິຍົມຫວຽດນາມ.

ທີໜຶ່ງ, ກ່ຽວກັບຄວາມຮັບຮູ້, ຕ້ອງເຫັນແຈ້ງວ່າ ໃນຊຸມປີທີ່ຈະມາເຖິງນີ້ ພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດຈະມີຄວາມສະດວກຫຼາຍຢ່າງ ແຕ່ກໍ່ມີຄວາມຫຍຸ້ງຍາກແລະສິ່ງທ້າທາຍບໍ່ໜ້ອຍ. ໃນນັ້ນ, ຄວາມທ້າທາຍທີ່ໃຫຍ່ທີ່ສຸດຍັງຄົງແມ່ນ ການປົກປ້ອງອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ ແລະການປົກປ້ອງອະທິປະໄຕ ສະຖຽນລະພາບທາງການເມືອງແລະສັງຄົມ, ການພັດທະນາແບບຍືນຍົງຂອງພື້ຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢ່າງໝັ້ນຄົງ. ບັນດາຄວາມທ້າທາຍຂ້າງເທິງ ຮຽກຮ້ອງໃຫ້ຄະນະພັກ, ຜູ້ນຳແລະຜູ້ບັນຊາການຕຳຫຼວດໜ່ວຍແລະທ້ອງຖິ່ນ ແລະ ນາຍຕຳຫຼວດແລະຕຳຫຼວດປະຊາຊົນ ໃນກອງກຳລັງຕຳຫຼວດທັງໝົດ ຕ້ອງເຊີດຊູມູນເຊື້ອວິລະ​ຊົນ​ອັນ​ສະຫງ່າ​ງາມ​ຂອງ​ຕຳຫຼວດ​ປະຊາຊົນ, ເສີມຂະຫຍາຍບັນດາບົດຮຽນອັນລ້ຳຄ່າທີ່ຖອດຖອນມາໄດ້, ຍຶດໝັ້ນໜ້າທີ່ການເມືອງເພື່ອເສີມຂະຫຍາຍ ແລະປະຕິບັດໃຫ້ດີກວ່າອີກ ໜ້າທີ່ເປັນແກ່ນສານໃນການປົກປ້ອງບົດບາດແລະການນຳພາຂອງພັກຕໍ່ລັດແລະສັງຄົມ, ປົກປ້ອງຮາກຖານແນວຄິດຂອງພັກ; ປົກປ້ອງລັດແລະລະບອບສັງຄົມນິຍົມ, ປົກປ້ອງປະຊາຊົນ, ປົກປ້ອງກຸ່ມກ້ອນມະຫາສາມັກຄີປວງຊົນທົງຊາດ; ປົກປ້ອງການພັດທະນາແບບຍືນຍົງຂອງເສດຖະກິດປະເທດ, ປົກປ້ອງວັທະນະທຳແລະຜູ້ຄົນຫວຽດນາມທີ່ມີເອກະລັກວັດທະນະທຳປະຈຳຊາດ, ເລືອກຮັບເອົາແກ່ນສານວັດທະນະທຳຂອງມະນຸດຂາດ; ປົກປ້ອງແນວທາງການຕ່າງປະເທດທີ່ເປັນເອກະລາດ ເປັນເຈົ້າຕົນເອງຂອງປະເທດ. ພ້ອມກັນນັ້ນ, ປະສານສົມທົບຢ່າງແໜ້ນແຟ້ນກັບກອງທັບປະຊາຊົນ ໃນການປະຕິບັດບັນດາໜ້າທີ່ປ້ອງກັນປະເທດ ການທະຫານ ຕ້ານສົງຄາມຮຸກຮານຢ່າງສຳເລັດມີໄຊ ແລະມີປະສິດທິພາບ.

ທີສອງ, ສືບຕໍ່ຊາບຊຶມຢ່າງເລິກເຊິ່ງກວ່າອີກເຖິງທັດສະນະທີ່ວ່າ ຄົນກ່ອນອາວຸດຕາມຫຼັງ”, ສຸມໃສ່ຜັນຂະຫຍາຍການປະຕິບັດມະຕິເລກທີ 12-NQ/TW, ລົງວັນທີ 16 ມີນາ 2022, ຂອງກົມການເມືອງສູນກາງພັກ ແລະ ແຜນການສະບັບເລກທີ 118/KH-ĐUCA, ລົງວັນທີ 25 ພຶດສະພາ 2022, ຂອງຄະນະພັກປ້ອງກັນຄວາມສະຫງົບສູນກາງ ວ່າດ້ວຍການຍູ້ແຮງການກໍ່ສ້າງກອງກຳລັງຕຳຫຼວດປະຊາຊົນທີ່ສະອາດ ໝັ້ນຄົງເຂັ້ມແຂງ ເປັນລະບຽບຫຼວງ ຊຳນານໃນວິຊາຊີບ ທັນສະໄໝຢ່າງແທ້ຈິງ, ຕອບສະໜອງໄດ້ກັບຄວາມຕ້ອງການ ແລະໜ້າທີ່ໃນສະພາບການໃໝ່. ນີ້ກໍ່ແມ່ນໜ້າທີ່ການເມືອງທີ່ສຳຄັນພິເສດສຳລັບກອງກຳລັງຕຳຫຼວດທັງໝົດ. ເອົາໃຈໃສ່ກໍ່ສ້າງເພື່ອໃຫ້ພະນັກງານ ນັກຮົບແຕ່ຄົນ, ແຕ່ລະຄະນະພັກ ກົມກອງ ແລະ ກອງກໍາລັງຕຳຫຼວດປະຊາຊົນທັງໝົດ ມີຄວາມສະອາດ ເຂັ້ມແຂງທາງດ້ານການເມືອງ, ແນວຄິດ ຄຸນສົມບັດສິນທຳ, ການຈັດຕັ້ງແລະພະນັກງານຢ່າງແທ້ຈິງ, ເກັ່ງທາງດ້ານວິຊາຊີບ, ມີແບບແຜນວິທີວຽກງານຕາມແບບປະກອບອາວຸດຢ່າງແທ້ຈິງ, ເປັນມືອາຊີບ, ທັນສະໄຫມ, ເປັນເຈົ້າທາງວິທະຍາສາດແລະເຕັກໂນໂລຢີ, ຕອບສະໜອງຄວາມຕ້ອງການເຮັດວຽກໃນສະພາບແວດລ້ອມແລະສະຖານະການທີ່ແຕກຕ່າງກັນ. ໃນການປະຕິບັດງານແລະການສູ້ຮົບ ຕ້ອງຢູ່ພາຍໃຕ້ການນຳພາເດັດຂາດ ໂດຍກົງ ຮອບດ້ານຂອງພັກ, ການຄຸ້ມຄອງລວມສູນເປັນເອກະພາບຂອງລັດ, ຮັກສາບົດບາດຫຼັກແຫຼ່ງ, ກອງກຳລັງປະກອບອາວຸດທີ່ເຊື່ອຖືໄດ້ຂອງພັກແລະປະຊາຊົນ. ຜູ້ນຳຜູ້ບັນຊາການຕຳຫຼວກທຸກຂັ້ນ, ໂດຍສະເພາະຫົວໜ້າ ຕ້ອງເຊີດຊູຄວາມນຳໜ້າເປັນແບບຢ່າງ, ກ້າຄິດ ກ້າເຮັດ ແລະກ້າຮັບຜິດຊອບ; ພະນັກງານ ນັກຮົບຕຳຫຼວດປະຊາຊົນທຸກຄົນ ຕ້ອງເປັນສັນຍາລັກຂອງຄວາມຈົງຮັກພັກດີ ແລະຄວາມເສຍສະຫຼະເພື່ອພັກ ເພື່ອປະເທດຊາດ ເພື່ອປະຊາຊົນ,ບ່ອນໃດທີ່ຕ້ອງການ ກໍ່ມີຕໍາຫຼວດຢູ່ທີ່ນັ້ນ. ບ່ອນ​ໃດ​ຫຍຸ້ງ​ຍາກ ກໍ່​ມີ​ຕໍາ​ຫຼວດ”; ຕ້ອງຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ທີສາມກອງກຳລັງຕຳຫຼວດປະຊາຊົນຕ້ອງໃຫ້ຄວາມສຳຄັນເປັນພິເສດເຖິງການເຊື່ອມໂຍງລະຫວ່າງການປະຕິບັດງານ, ການສູ້ຮົບ ກັບການເອົາໃຈໃສ່ກໍ່ສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ແລະ ຈັດຕັ້ງປະຕິບັດວຽກງານຂົນຂວາຍປະຊາຊົນ ແລະຂະບວນການປວງຊົນປົກປ້ອງຄວາມໝັ້ນຄົງຂອງປະເທດຊາດຢ່າງມີປະສິດທິພາບ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນທີ່ສຸດ ຈາກພຶດຕິກຳຕົວຈິງ. ການສ້າງແລະປັບປຸງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ຄວນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ວຽກ​ງານ​ສຳຄັນ​ພິ​ເສດ​ໃນ​ການ​ສ້າງສາ​ ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນ​ທຸກ​ວັນ​ນີ້. ຖ້າ​ຫາກ​ບໍ່​ເອົາ​ໃຈ​ໃສ່ ​ແລະບໍ່​ປະຕິບັດ​ວຽກ​ງານ​ນີ້​ຢ່າງ​ມີ​ປະສິດທິ​ຜົນ ມັນຈະ​ສ້າງ​ຄວາມ​ທ້າ​ທາຍ​ໃຫຍ່​ຫຼວງ​ຕໍ່​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຕໍ່ຄວາມປອດໄພ​ຂອງ​ລະບອບ, ປະ​ເທດ​ຊາດ ​ແລະ ປະຊາຊົນ. ຄວາມເຫັນດີເຫັນພ້ອມ ຄວາມສາມັກຄີ, ຄວາມໃກ້ຊິດສິໜິດສະໜົມຂອງປະຊາຊົນ, ຄວາມໄວ້ວາງໃຈຂອງປະຊາຊົນຕໍ່ພັກ ລັດ ແລະລະບອບສັງຄົມນິຍົມ ຈະເປັນອາວຸດ​ທີ່​ມີ​ປະສິດທິພາບ​ທີ່​ສຸດ​ ໃນ​ການ​ຕໍ່ສູ້​ຕ້ານ​​ບັນດາ​ກຳລັງ​ສັດຕູ​ແລະປະຕິການຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຂອງ​ການ​ປະຕິວັດ​ຫວຽດນາມ ​ໃນ​ສະພາບ​ການ​ປະຈຸ​ບັນ.

ທີສີ່ເຊື່ອມໂຍງເປົ້າໝາຍປົກປປັກຮັກສາປະເທດຊາດຕາມພາລະໜ້າທີ່ຂອງກອງກຳລັງຕຳຫຼວດປະຊາຊົນ ແລະກອງທັບປະຊາຊົນ; ປະສົມປະສານກັບເປົ້າໝາຍການພັດທະນາເສດຖະກິດ ສັງຄົມ ການຕ່າງປະເທດ, ສ້າງຄວາມເປັນເອກະພາບສູງ ໃນຄວາມຮັບຮູ້ ແລະການຈັດຕັ້ງປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ, ໃຫ້ຄວາມສຳຄັນກັບການຮັກສາພາຍໃນໃຫ້ໝັ້ນຄົງເປັນຫຼັກ. “ຕຳຫຼວດແລະກອງທັບແມ່ນສອງແຂນຂອງປະຊາຊົນ, ຂອງພັກ, ຂອງລັດຖະບານ ແລະ ຂອງຜະເດັດການກຳມາຊີບ(6); “ເມື່ອ​ມີ​ສົງ​ຄາມ, ກອງ​ທັບ​ສູ້ຮົບ, ເມື່ອ​ມີ​ສັນ​ຕິ​ພາບກໍ່ຝຶກຫັດການທະຫານ. ສ່ວນ​ຕຳຫຼວດກໍ່​ຕ້ອງຕໍ່​ສູ້​ກັບ​ສັດຕູ​ຢ່າງ​ບໍ່​ຢຸດ​ຢັ້ງ, ໃນເວລາ​ສົງຄາມ​ກໍ​ມີ​ວຽກ​ງານ, ​ໃນຍາມສັນຕິ​ກໍ່​ມີ​ວຽກ​ງານ​ຫຼາຍ​ກວ່າ(7).

ໃນປະຈຸບັນ, ​ເມື່ອ​ປະ​ເທດ​ມີ​ສັນຕິພາບແລະ​ເປັນ​ເອກະ​ພາບ, ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ແມ່ນ​ປົກ​ປັກ​ຮັກສາ​ເອກະລາດ ອະທິປະ​ໄຕ ​ເອກະ​ພາບ ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ; ປົກປ້ອງພັກ ລັດ ປະຊາຊົນ ແລະລະບອບສັງຄົມນິຍົມ; ປົດປ້ອງພາລະກິດການປ່ຽນແປງໃໝ່, ການຫັນເປັນອຸດສາຫພກຳ ທັນສະໄໝ; ປົກປ້ອງຜົນປະໂຫຍດຂອງຊາດ-ປະເທດຊາດ; ປົກປ້ອງຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ ແລະວັດທະນະທຳຂອງຊາດ; ຮັກສາຄວາມໝັ້ນຄົງທາງການເມືອງ ແລະສະພາບແວດລ້ອມສັນຕິພາບ ເພື່ອສ້າງສາແລະພັດທະນາປະເທດຕາມທິດທາງສັງຄົມນິຍົມ. ໃນສະພາບການໃໝ່, ໄພຂົ່ມຂູ່ ແລະ ຄວາມທ້າທາຍຕໍ່ຄວາມໝັ້ນຄົງ ແລະຜົນປະໂຫຍດແຫ່ງຊາດນັບມື້ນັບປະກົດຂຶ້ນ, ມີຄວາມຫຼາກຫຼາຍ ແລະ ກ່ຽວພັນກັນຢ່າງຊັບຊ້ອນ. ໜ້າທີ່ປົກປັກຮັກສາປະເທດຊາດບໍ່ພຽງແຕ່ຮັດແຄບໃນຂົງເຂດການທະຫານ ການປ້ອງກັນປະເທດ, ຄວາມໝັ້ນຄົງ ຄວາມເປັນລະບຽບຮຽບຮ້ອຍເທົ່ານັ້ນ, ແຕ່ໄດ້ຂະຫຍາຍອອກ ແລະປະຕິບັດຢ່າງຄົບຊຸດ ເປັນເອກະພາບໃນທຸກຂົງເຂດ. ເພາະສະນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຈຶງໄດ້ເນັ້ນໜັກວ່າປະສານສົມທົບຢ່າງແໜ້ນແຟ້ນແລະມິປະສິດທິພາບ ລະຫວ່າງເສດຖະກິດ ວັດທະນະທຳ ສັງຄົມ ການຕ່າງປະເທດ ກັບການປ້ອງກັນປະເທດ ຄວາມໝັ້ນຄົງ ແລະ ລະຫວ່າງການປ້ອງກັນປະເທດ ຄວາມໝັ້ນຄົງ ກັບເສດຖະກິດ ວັດທະນະທຳ ສັງຄົມ ການຕ່າງປະເທດ(8); ໃນນັ້ນການພັດທະນາເສດຖະກິດ-ສັງຄົມເປັນຈຸດໜັກໃຈກາງ; ການກໍ່ສ້າງພັັກເປັນກຸນແຈ; ການພັດທະນາວັດທະນະທຳເປັນຮາກຖານທາງຈິດໃຈ; ການຮັບປະກັນການປ້ອງກັນປະເທດ ແລະຄວາມໝັ້ນຄົມແມ່ນສຳຄັນເປັນຢ່າງຍິ່ງແລະເປັນປະຈຳ(9) ເພື່ອເສີມຂະຫຍາຍສຸດຂີດກຳລັງແຮງສັງລວມໃນການປົກປັກຮັກສາປະເທດຊາດ. ຊາບຊຶມບັນດາທັດສະນະດັ່ງກ່າວເທິງນີ້ ກອງກຳລັງຕຳຫຼວດປະຊາຊົນຕ້ມມີຄວາມຕັດສິນໃຈ, ຕັ້ງໜ້າ ແລະເປັນເຈົ້າການກວ່າອີກ ເພື່ອບັນລຸຄວາມສຳເລັດໃນການປະຕິບັດໜ້າທີ່ນຳໜ້າ ເປັນແກນກາງໃນການປ່ຽນແປງດິຈິຕອນແຫ່ງຊາດ, ການສ້າງລັດຖະບານດິຈິຕອນ ສັງຄົມດິຈິຕອນ ພົນລະເມືອງດິຈິຕອນ ທີ່ຮັບໃຊ້ໂດຍກົງໃຫ້ແກ່ການພັດທະນາຂອງປະເທດ.

ທີຫ້າ, ບັນດາ​ກົມກອງ​ຕຳຫຼວດ​ແລະທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ແມ່ນ​ອົງການ​ເສນາທິການແລະ​ຄົ້ນ​ຄ້ວາຍຸດທະສາດ ​ຕ້ອງ​ສຸມ​ໃສ່​ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ ​ໂດຍ​ສະ​ຫຼຸບ 10 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ມະຕິ​ເລກທີ 28-NQ/TW ຂອງ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 8 ສະໄໝທີ XI, ກ່ຽວ​ກັບ ຍຸດ​ທະ​ສາດການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ໃນສະຖານະການໃຫມ່”.

ໜ້າທີ່ປົກປັກຮັກສາປະເທດຊາດແມ່ນຂອງລະບົບການເມືອງທັງໝົດ ແລະຂອງປະຊາຊົນທັງໝົດ, ໂດຍແກນຫຼັກແມ່ນຕຳຫຼວດແລະກອງທັບ. ລັດຖະທຳມະນູນແລະເອກະສານຍຸດທະສາດຂອງພັກ ແລະກົດໝາຍຂອງລັດ ໄດ້ສະແດງໃຫ້ເຫັນແຈ້ງແລະກຳນົດຢ່າງຊັດເຈນເຖິງພາລະບັດບາດ ແລະໜ້າທີ່ຂອງທັງສອງກອງກຳລັງນີ້. ໃນນັ້ນ, ກອງທັບປະຊາຊົນແມ່ນກຳລັງແກນກາງຂອງກຳລັງປະກອບອາວຸດປະຊາຊົນ ໃນການປະຕິບັດໜ້າທີ່ປ້ອງກັນປະເທດ; ຍົກສູງຄວາມສາມາດປ້ອງກັນ ສູ້ຮົບ ແລະກຽມພ້ອມສູ້ຮົບ, ຈັດການກັບສະຖານະການປ້ອງກັນປະເທດໄດ້ສຳເລັດ ແລະເອົາຊະນະສົງຄາມຮຸກຮານທຸກຮູບແບບ(10). ສ່ວນຕຳຫຼວດປະຊາຊົນແມ່ນກຳລັງແກນກາງຂອງກຳລັງປະກອບອາວຸດປະຊາຊົນ ໃນການປະຕິບັດໜ້າທີ່ປົກປ້ອງຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ, ຕໍ່ສູ້ປ້ອງກັນແລະຕ້ານອາຊະຍາກຳ ແລະການລະເມີດກົດໝາຍວ່າດ້ວຍຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ(11). ການປັບປຸງຄວາມຮັບຮູ້ ທິດສະດິ ແລະລະບົບເອກະສານທາງກົດໝາຍ ຈະປະກອບສ່ວນກຳນົດພາລະບົດບາດ ໜ້າທີ່ ແລະພາລະກິດຂອງແຕ່ລະກອງກຳລັງໄດ້ຊັດເຈນກວ່າອີກ ເພື່ອໃຫ້ສາມາດຈັດການແບ່ງງານແລະມອບໝາຍທີ່ເໝາະສົມກັບການປະຕິບັດໜ້າທີ່ ເພື່ອເສີມຂະຫຍາຍສຸດຂີດກຳລັງແຮງແລະພະລັງຂອງແຕ່ລະກອງກຳລັງ ໃນການປົກປັກຮັກສາປະເທດຊາດ.

ທີຫົກ, ສືບຕໍ່ຊຸກຍູ້ວຽກງານການຕ່າງປະເທດຂອງກຳລັງຕຳຫຼວດປະຊາຊົນ; ຍົກສູງຄຸນນະພາບແລະປະສິດທິຜົນ ຂອງກິດຈະກຳການຕ່າງປະເທດ ຂອງກອງກຳລັງຕຳຫຼວດ, ໃຫ້ເຂົ້າສູ່ເນື້ອແທ້ ລວງເລິກໃນກົນໄກພະຫຸພາຄີລະດັບໂລກ ພາກພື້ນ ແລະທະວິພາຄີ. ຂະຫຍາຍການເຄື່ອນໄຫວໂຄສະນາການຕ່າງປະເທດ ເພື່ອຊ່ວຍໃຫ້ເພື່ອນມິດຕ່າງປະເທດເຂົ້າໃຈແນວທາງແລະແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດຫວຽດນາມ ແລະ ຍົກສູງຄວາມສາມາດແລະລະດັບຂອງຕຳຫຼວດປະຊາຊົນ./.

---------------------------

(1) ກອງກຳລັງຕຳຫຼສດປະຊາຊົນໄດ້ປົກປ້ອງບົດບາດແລະການນຳພາຂອງພັກແລະລັດ, ຂະບວນການປະຕິວັດຂອງມະຫາຊົນ; ປົກປ້ອງຄວາມໝັ້ນຄົງ ຄວາມປອດໄພ, ປ້ອງກັນແລະຕ້ານຢ່າງມີປະສິດທິພາບ ຕໍ່ປະກົດການຫຍໍ້ທໍ້, ການແຊກຊຶມຂອງສັດຕູທີ່ມ້າງເພທຳລາຍພາຍໃນ; ປົກປ້ອງຄວາມລັບທາງທະຫານ ການປ້ອງກັນປະເທດ, ຖານທີ່ໝັ້ນການປະຕິວັດ ເຂດເສລີ, ປົກປ້ອງບັນດາຄະນະ​ຜູ້​ແທນ​ເຈລະຈາ​ຂອງ​ລັດຖະບານ​ຂອງ​ເຮົາ​ຢູ່​ນະຄອນເຊີແນວ (ປີ 1954), ປາຣີ (ແຕ່ປີ 1968 ເຖິງປີ 1973).

(2) ບໍ່​ພຽງ​ແຕ່​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ສະ​ຖຽນລະ​ພາບ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ​ໃນ​ການ​ປະຕິວັດຊາດ ​ປະຊາທິປະ​ໄຕ ປະຊາຊົນ, ກອງກຳລັງ​ຕຳຫຼວດ​ຍັງ​ໄດ້​ຕໍ່ສູ້​ໂດຍ​ກົງ​ກັບພວກປະຕິການ, ນັກສືບສອດແນມ ​ແລະໜ່ວຍກອມມານໂດທຸກປະເພດ, ​ໄດ້​ລົງ​ໂທດພວກ​ກໍ່​ການ​ຮ້າຍທີ່​ໜີ້​ເລືອດຈຳນວຍ​ຫຼາຍຕໍ່ການ​ປະຕິວັດ​ແລະປະຊາຊົນ, ລົງໂທດພວກທະຫານຫຸ່ນ ອຳນາດການປົກຄອງຫຸ່ນ ແລະ ສັດຕູຜູ້ຮຸກຮານ.

(3) ໃນປະເທດ, ໂຄງສ້າງພື້ນຖານສ່ວນໃຫຍ່ຂອງເຮົາຖືກສັດຕູທຳລາຍຢ່າງໜັກໜ່ວງ (ສະເພາະພາກເໜືອ, ນະຄອນ ຕົວເມືອງເກືອບທັງໝົດ, ໃນນັ້ນ 12 ຕົວເມືອງ ແລະ 51 ຕົວເມືອງນ້ອຍຖືກທຳລາຍຢ່າງສິ້ນເຊີງຈາກສົງຄາມ; ສວນອຸດສາຫະກຳ, ທາງລົດໄຟ, ຂົວ, ລະບົບທ່າເຮືອ, ເສັ້ນທາງເດີນທະເລ, ເສັ້ນທາງແມ່ນ້ຳ ແລະສາງສິນຄ້າທັງໝົດຖືກຖິ້ມລະເບີດຍິງທຳລາຍ, ຫຼາຍພື້ນທີ່ຖືກໂຈມຕີທຳລາຍແບບລ້າງຜານ; ໂຮງໝໍ 10 ແຫ່ງຖືກທຳລາຍກວາດພຽງ...). ພາວະເສດຖະກິດຕົກ່ຳ, ວິກິດການເສດຖະກິດ, ໄພເງິນເຟີ້ຮ້າຍແຮງເນື່ອງຈາກ “ຄວາມຜິດພາດຫຼາຍໃນການກໍານົດເປົ້າໝາຍແລະຂັ້ນຕອນໃນການກໍ່ສ້າງພື້ນຖານວັດຖຸ-ເຕັກນິກ, ການດັດສ້າງສັງຄົມນິຍົມ ແລະການຄຸ້ມຄອງເສດຖະກິດ”, ຜົນກະທົບທາງລົບຂອງກົນໄກລວມສູນ ເກື້ອກູນທີ່ມີມາຫຼາຍປີ ເຊິ່ງເປັນປັດໄຈທີ່ເຮັດໃຫ້ເກີດຄວາມຊັກຊ້າໃນການພັດທະນາການຜະລິດ ແລະວິກິດການສັງຄົມທີ່ເລິກເຊິ່ງ. ຢູ່ພາກໃຕ້, ພວກທະຫານຫຸ່ນແລະອຳນາດການປົກຄອງຫຸ່ນທີ່ຍັງຄັດຄ້ານຕ້ານຄືນ, ພ້ອມດ້ວຍເສດເຫຼືອ ຄວາມຊົ່ວຮ້າຍທາງສັງຄົມ ແລະອາຊະຍາກຳທີ່ລະບອບເກົ່າປະໄວ້ ໄດ້ສ້າງຄວາມທ້າທາຍທີ່ຮ້າຍແຮງ ຕໍ່ຄວາມໝັ້ນຄົງແລະຄວາມສະຫງົບຮຽບຮ້ອຍ.

(4) ໂດຍບໍ່ຮັບຄວາມເປັນຈິງທາງປະຫວັດສາດຂອງຄວາມປະລາໄຊໃນຫວຽດນາມ, ຈັດກະພັດອາເມລິກາ ໄດ້ຂຸ້ນຂ້ຽວໃນການປະຕິບັດແຜນການຫຼັງສົງຄາມ, ປິດລ້ອມຂວ້ຳບາດຢ່າງຮອບດ້ານ ໂດຍຫວັງວ່າຈະຜັກດັນປະເທດເຮົາເຂົ້າສູ່ພາວະວິກິດ; ຕິດຕັ້ງນັກສືບສອດແນມໃນປະເທດ ສົມທົບກັບການຝຶກທະຫານແລະໜ່ວຍກອມມານໂດໃນຕ່າງປະເທດ ແລ້ວສົ່ງກັບປະເທດເພື່ອກໍ່ວິນາດສະກຳ; ສະໜັບສະໜູນບັນດາອິດທິກຳລັງປະຕິການ ແລະຝ່າຍຄ້ານໃນປະເທດຍຸຍົງໃຫ້ປະຊາຊົນອົບພະຍົບ, ຈະລາຈົນ ແລະເດີນຂະບວນປະທ້ວງກໍ່ຄວາມວຸ່ຍວາຍທາງສັງຄົມ. ພ້ອມກັນນັ້ນ, ຍັງໄດ້ເກີດສົງຄາມຮຸກຮານສອງຄັ້ງຢູ່ຊາຍແດນຕາເວັນຕົກສຽງໃຕ້ ແລະ ຊາຍແດນພາກເໜືອຂອງປະເທດ, ເຮັດໃຫ້ເກີດການສູນເສຍຢ່າງໜັກທາງດ້ານຊີວິດມະນຸດ, ໂຄງສ້າງພື້ນຖານ, ເສດຖະກິດ, ການເມືອງ, ການຕ່າງປະເທດ,...

(5) FULRO ແມ່ນຕົວຫຍໍ້ຂອງແນວຮ່ວມການຕໍ່ສູ້ຂອງບັນດາເຜົ່າທີ່ຖືກກົດຂີ່ (Front Uni de Lutte des Races Opprimées). ຈຸດປະສົງຂອງຂະບວນການເມື່ອກໍ່ຕັ້ງ (ປີ 1958) ແມ່ນການຕໍ່ສູ້ເພື່ອຮັກສາເອກະລັກທາງວັດມະນະມຳຂອງຊາດ ແລະປົກປ້ອງສິດຜົນປະໂຫຍດຂອງຊົນເຜົ່າສ່ວນນ້ອຍໃນເຂດພູພຽງພາກກາງ - ໄຕງວຽນ; ຖືກອຳນາດການປົກຄອງ ໂງດິ່ງຢ້ຽມ ດັບມອບເມື່ອປີ 1959 (FULRO-1). ໃນໄລຍະທ້າຍຂອງການຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລະກາ, CIA ໄດ້ຟື້ນຟູແລະໃຊ້ FULRO ໃນແຜນການຫຼັງສົງຄາມ, ເອີ້ນວ່າ FULRO-2, ເຄື່ອນໄຫວແຕ່ປີ 1964 ເຖິງປີ 1992 ແລະຖືກພວກເຮົາລົບລ້າງ.

(6) ໂຮ່ຈີມິນນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່ໂນ້ຍ, 2011, ເຫຼັ້ມ 12, ໜ້າ 153

(7) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 10, ໜ້າ 258

(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່ໂນ້ຍ, 2021, ເຫຼັ້ມ 1, ໜ້າ 157

(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 324

(10) ມາດຕາ 66 ລັດຖະທຳມະນູນປີ 2013; ມາດຕາ 25 ກົດໝາຍວ່າດ້ວຍການປ້ອງກັນປະເທດປີ 2018; ມະຕິເລກທີ 28-NQ/TW, ລົງວັນທີ 25 ຕຸລາ 2013, ຂອງກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝ XI, ວ່າດ້ວຍຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່

(11) ມາດຕາ 67 ລັດຖະທຳມະນູນປີ 2013; ມາດຕາ 26 ກົດໝາຍວ່າດ້ວຍການປ້ອງກັນປະເທດປີ 2018; ມາດຕາ 3 ກົດໝາຍວ່າດ້ວຍກອງກຳລັງຕຳຫຼວດປະຊາຊົນປີ 2018; ມະຕິເລກທີ 28-NQ/TW, ລົງວັນທີ 25 ຕຸລາ 2013, ຂອງກອງປະຂຸມສູນກາງພັກຄັ້ງທີ 8 ສະໄໝທີ XI, ວ່າດ້ວຍຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັນທີ 1020 (ເດືອນສິງຫາ 2023)