ຮັບປະກັນ​ທິດທາງ​ສັງຄົມ​ນິຍົມ​ໃນ​ການ​ສ້າງ ​
ແລະ ປະຕິບັດ​ນະ​ໂຍບາຍ​ສັງຄົມ ​ຢູ່​ຫວຽດນາມ

ໂດຍ ບູ່ຍ ສິ ເລີ້ຍ
ອະດີດຮອງປະທານຄະນະກຳມາທິການສັງຄົມຂອງສະພາແຫ່ງຊາດ
10:57, 07-02-2024

ວກ. - ບາງຄຸນລັກສະນະພື້ນຖານແລະສຳຄັນຂອງທິດທາງສັງຄົມນິຍົມໃນລະບົບເສດຖະກິດຕະຫຼາດຢູ່ຫວຽດນາມ ແມ່ນຕ້ອງເຊື່ອມໂຍງເສດຖະກິດກັບສັງຄົມ, ລວມນະໂຍບາຍເສດຖະກິດເຂົ້າກັບນະໂຍບາຍສັງຄົມ. ການສ້າງແລະປະຕິບັດນະໂຍບາຍສັງຄົມຕ້ອງຢູ່ໃນການຈັດການໂດຍລວມຂອງການພັດທະນາສັງຄົມແບບຍືນຍົງ; ແກ້ໄຂບັນຫາການພົວພັນທາງສັງຄົມຢ່າງກົມກຽວ, ໂດຍສະເພາະ ສະຫວັດດີການສັງຄົມ, ຄວາມໝັ້ນຄົງທາງສັງຄົມ ແລະຄວາມໝັ້ນຄົງຂອງມະນຸດ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽມຢາມແລະມອບຂອງຂວັັນໃຫ້ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຢູ່ແຂວງຕວຽນກວາງ _ພາບ: TTXVN

ຄວາມຮັບຮູ້ກ່ຽວກັບການຮັບປະກັນທິດທາງສັງຄົມນິຍົມ
ໃນການສ້າງແລະປະຕິບັດນະໂຍບາຍສັງຄົມ

ພາລະກິດຂອງນະໂຍບາຍສັງຄົມແມ່ນການສະແຫວງຫາຄຸນຄ່າຫຼັກຂອງລັດທິສັງຄົມນິຍົມ, ເວົ້າອີກຢ່າງໜຶ່ງ, ຄຸນຄ່າຫຼັກຂອງລັດທິສັງຄົມນິຍົມຖືກປະຕິບັດຜ່ານນະໂຍບາຍສັງຄົມ. ຄຳສອນຂອງປະທານໂຮ່ຈີມິນກ່ຽວກັບການສ້າງປະເທດຫວຽດນາມທີ່ສັນຕິພາບ ເອກະພາບ ເອກະລາດ ປະຊາທິປະໄຕ ແລະຈະເລີນຮຸ່ງເຮືອງ ໄດ້ຮັບການຈາລຶກໂດຍປະຊາຊົນຫວຽດນາມວ່າເປັນຄຸນຄ່າຫຼັກຂອງສັງຄົມສັງຄົມນິຍົມ. ເຖິງໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ ພັດທະນາປີ 2011) ສືບທອດແລະພັດທະນາແນວຄິດໂຮ່ຈີມິນໃຫ້ສອດຄ່ອງກັບຍຸກໃໝ່, ພັກກອມມູນິດຫວຽດນາມກຳນົດ ບັນດາຄຸນຄ່າຫຼັກທີ່ສະແດງຄຸນລັກສະນະທົ່ວໄປຂອງຮູບແບບສັງຄົມສັງຄົມນິຍົມທີ່ປະຊາຊົນຫວຽດນາພະຍາຍາມສ້າງນັ້ນແມ່ນ: ປະເທດຫວຽດນາມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ.

ສັງຄົມສັງຄົມນິຍົມທີ່ສະແດງໃຫ້ເຫັນເຖິງຄວາມດີເດັ່ນຂອງສັງຄົມທີ່ມຸ່ງເນັ້ນໄປສູ່ຄຸນຄ່າທີ່ກ້າວໜ້າແລະມີມະນຸດສະທຳ ໂດຍອີງບົນພື້ນຖານຜົນປະໂຫຍດຮ່ວມກັນຂອງສັງຄົມທັງໝົດທີ່ກົມກຽວກັບຜົນປະໂຫຍດທີ່ຊອບທຳຂອງປະຊາຊົນ. ເມື່ອກ່າວເຖິງລັດທິສັງຄົມນິຍົມແລະເປົ້າໝາຍໃນການພັດທະນາສັງຄົມຕາມເສັ້ນທາງສັງຄົມນິຍົມ, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢືນຢັນວ່າ: “ພວກເຮົາຕ້ອງການສັງຄົມທີ່ການພັດທະນາມີໄວ້ເພື່ອປະຊາຊົນຢ່າງແທ້ຈິງ, ບໍ່ແມ່ນເພື່ອຜົນກຳໄລດ້ວຍການຂູດຮີດແລະຢຽບຢ່ຳສັກສີຄວາມເປັນມະນຸດ(1).

ສັງຄົມສັງຄົມນິຍົມທີ່ຫວຽດນາມກຳລັງກ້າວໄປສູ່ເສັ້ນທາງການຂ້ານຜ່ານໃນປະຈຸບັນແມ່ນສັງຄົມທີ່ສ້າງຂຶ້ນບົນຮາກຖານຂອງການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ເຊິ່ງມີສີສັນແລະລັກສະນະສະເພາະຂອງຕົນ, ຄວບຄູ່ໄປກັບການສ້າງ ການພັດທະນາວັດທະນະທຳ ແລະການຄຸ້ມຄອງການພັດທະນາສັງຄົມທີ່ຍືນຍົງ. ນະໂຍບາຍສັງຄົມແມ່ນເຄື່ອງມືແລະພາຫະນະຫຼັກຂອງລັດໃນການຜັນຂະຫຍາຍແນວທາງ ແຜນນະໂຍບາຍ ແລະທິດທາງນະໂຍບາຍຂອງພັກ ກ່ຽວກັບການປະຕິບັດຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ, ຮັບປະກັນທິດທາງສັງຄົມນິຍົມໃນການແກ້ໄຂບັນດາບັນຫາສັງຄົມທີ່ເກີດຂຶ້ນຈາກພຶດຕິກຳ ບົນພື້ນຖານຮັບປະກັນສິດທິມະນຸດ, ການປັບປຸງຍົກສູງປະສິດທິຜົນການພັດທະນາສັງຄົມ, ປະກອບສ່ວນຊຸກຍູ້ການເຕີບໂຕທາງເສດຖະກິດ ແລະການພັດທະນາປະເທດຢ່າງຍືນຍົງ.

ເປົ້າໝາຍໂດຍລວມຂອງນະໂຍບາຍສັງຄົມແມ່ນ ການເຮັດໃຫ້ທຸກຄົນໃນສັງຄົມມີຊີວິດທີ່ດີ, ການພັດທະນາສັງຄົມຢ່າງຍືນຍົງ, ສອດຄ່ອງກັບເງື່ອນໄຂປະຫວັດສາດ ແລະປະເພນີວັດທະນະທຳຂອງປະເທດໂດຍສະເພາະ, ຮັບປະກັນຄວາມຍຸຕິທຳ ຄວາມກ້າວໜ້າ ແລະຄວາມສະເໝີພາບ ເພື່ອປັບປຸງຍົກສູງຄຸນນະພາບຊີວິດ ແລະຄວາມສຸກຂອງປະຊາຊົນ. ຕະຫຼອດເສັ້ນທາງການປ່ຽນແປງໃໝ່ແລະການພັດທະນາ, ພັກຂອງເຮົາໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະຍຶດໝັ້ນໃນເປົ້າໝາຍສັງຄົມນິຍົມ ໃນແຜນນະໂຍບາຍແລະແນວທາງການສ້າງລັດທິສັງຄົມນິຍົມ, ເພື່ອມຸ່ງສູ່ເປົ້າໝາຍແລະຄຸນຄ່າຫຼັກທີ່ປະຊາຊົນແລະປະເທດເຮົາກຳລັງຕິດຕາມ. ພ້ອມກັນກັບນະໂຍບາຍພັດທະນາເສດຖະກິດ, ນະໂຍບາຍປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ, ນະໂຍບາຍສັງຄົມມີຄວາມໝາຍສຳຄັນພິເສດ ເຊິ່ງສົ່ງຜົນໂດຍກົງຕໍ່ຊີວິດດ້ານຈິດໃຈແລະວັດຖຸຂອງແຕ່ລະຄອບຄົວແລະຜູ້ຄົນ ແລະສະແດງເຖິງຄຸນລັກສະນະທີ່ດີເດັ່ນຂອງລັດທິສັງຄົມນິຍົມ. ນະໂຍບາຍສັງຄົມແມ່ນພາຫະນະແລະເຄື່ອງມືເພື່ອໃຫ້ລັດປະຕິບັດບັນດາເປົ້າໝາຍສັງຄົມຕາມທິດທາງສັງຄົມນິຍົມ.

ເພື່ອຮັບປະກັນໃຫ້ທິດທາງສັງຄົມນິຍົມບໍ່ “ຜີກອອກຈາກທິດໝາຍ ໜຶ່ງໃນນະວັດຕະກຳທີ່ໂດດເດັ່ນທີ່ສຸດຂອງພັກກອມມູນິດຫວຽດນາມແມ່ນ ການສ້າງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ຜົນສຳເລັດທີ່ຍິ່ງໃຫຍ່ທີ່ສຸດໃນການຮັບຮູ້ແລະທິດສະດີຂອງພັກໃນໄລຍະທີ່ຜ່ານມາ ໂດຍສະເພາະຫຼັງຈາກການປ່ຽນແປງໃໝ່ ແມ່ນການພັດທະນາເສດຖະກິດຕາມທິດສັງຄົມນິຍົມ ແລະຜົນສໍາເລັດຂອງມັນເຮັດໝ້າທີ່ເປັນເງື່ອນໄຂສໍາລັບການປະຕິບັດເປົ້າໝາຍສັງຄົມ ເຊິ່ງກ່ອນອື່ນໝົດແມ່ນປະຕິບັດເປົ້າໝາຍຄວາມກ້າວຫນ້າແລະຄວາມຍຸຕິທໍາທາງສັງຄົມ. ນີ້ແມ່ນຄວາມກ້າວໜ້າທາງທິດສະດີພື້ນຖານ ແລະປະດິດສ້າງ ຂອງພັກກອມມູນິດຫວຽດນາມຕະຫຼອກໄລຍະເວລາ 37 ປີແຫ່ງການປະຕິບັດແນວທາງການປ່ຽນແປງໃໝ່ ເຊິ່ງເລີ່ມຈາກຄວາມເປັນຈິງຂອງຫວຽດນາມ ແລະການເລືອກຮັບເອົາບົດຮຽນຂອງໂລກ.

ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ສັງຄົມນິຍົມ (ສະບັບເພີ່ມເຕີມ ພັດທະນາປີ 2011) ແລະມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມມູນິດຫວຽດນາມຢືນຢັນວ່າ: “ນະໂຍບາຍສັງຄົມທີ່ຖືກຕ້ອງແລະຍຸຕິທຳເພື່ອປະຊາຊົນ ແມ່ນແຮງຜັກດັນທີ່ແຂງແຮງໃນການເສີມຂະຫຍາຍຄວາມສາມາດປະດິດສ້າງທັງໝົດ ຂອງປະຊາຊົນ ໃນການສ້າງແລະປົກປັກຮັກສາປະເທດຊາດ. ຮັບປະກັນຄວາມຍຸຕິທຳ ແລະຄວາມສະເໝີພາບໃນສິດທິແລະພັນທະຂອງພົນລະເມືອງ(2).  ໂຄງການການເມືອງ ປີ 2011 ສືບຕໍ່ເນັ້ນໜັກວ່າ: “ສົມທົບການພັດທະນາເສດຖະກິດ ກັບການພັດທະນາວັດທະນະທຳ ສັງຄົມຢ່າງແໜ້ນແຟ້ນແລະສົມເຫດສົມຜົນ, ປະຕິບັດຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ ໃນທຸກຂັ້ນຕອນແລະທຸກນະໂຍບາຍ; ພັດທະນາຊີວິດທາງວັດຖຸແລະຊີວິດທາງຈິດໃຈຢ່າງກົມກຽວ, ປັບປຸງຍົກສູງຊີວິດຂອງສະມາຊິກທຸກຄົນໃນສັງຄົມຢ່າງຕໍ່ເນື່ອງໃນດ້ານອາຫານ ທີ່ຢູ່ອາໄສ ການໄປມາ ການສຶກສາ ການພັກຜ່ອນ ການປິ່ນປົວພະຍາດ ການປັບປຸງຮ່າງກາຍ...”(3).

ເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມຢືນຢັນສ່າ: “ເຊື່ອມໂຍງຢ່າງແໜ້ນແຟ້ນ ນະໂຍບາຍເສດຖະກິດກັບນະໂຍບາຍສັງຄົມ, ການພັດທະນາເສດຖະກິດກັບການປັບປຸງຄຸນນະພາບຊີວິດຂອງປະຊາຊົນ, ຮັບປະກັນ​ໃຫ້​ປະຊາຊົນ​ມີ​ຄວາມ​ຜາ​ສຸກ ​ແລະ ​ໄດ້ຊົມໃຊ້​ຜົນສຳ​ເລັດ​ທີ່​ດີ​ກວ່າຈາກ​ການ​ປ່ຽນແປງໃໝ່, ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ. ປະຊາຊົນ​ທຸກ​ຄົນ​ມີ​ໂອກາດ ​ແລະ ເງື່ອນ​ໄຂ​ເພື່ອ​ພັດທະນາ​ຢ່າງຮອບດ້ານ(4). ນີ້ແມ່ນບັນດາທັດສະນະແລະທິດທາງທີ່ສຳຄັນແລະຖືກຕ້ອງຂອງພັກ, ຮັບປະກັນນະໂຍບາຍສັງຄົມທີ່ສອດຄ່ອງແລະເໝາະສົມກັບທິດທາງສັງຄົມນິຍົມ ໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມລະບຸຢ່າງຊັດເຈນວ່າ: “ຄວາມຮັບຮູ້ທີ່ຄົບຖ້ວນແລະການຮັບປະກັນທິດທາງສັງຄົມນິຍົມໃນນະໂຍບາຍສັງຄົມ. ເພີ່ມທະວີການຄຸ້ມຄອງການພັດທະນາສັງຄົມ, ຮັບປະກັນຄວາມກ້າວໜ້າແລະຄວາມສະເໝີພາບທາງສັງຄົມ, ຄວາມຍືນຍົງໃນນະໂຍບາຍສັງຄົມ, ໂດຍສະເພາະ ສະຫວັດດີການສັງຄົມ, ຄວາມປອດໄພທາງສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ. ຜັນຂະຫຍາຍບັນດາເປົ້າໝາຍເສດຖະກິດ ຄວາມກ້າວໜ້າ ຄວາມຍຸຕິທຳທາງສັງຄົມ ແລະສິ່ງແວດລ້ອມພ້ອມກັນແລະຮອບດ້ານ, ບົນພື້ນຖານນັ້ນ, ປ່ຽນແປງໃໝ່ການຈັດສັນແຫຼ່ງຊັບພະຍາກອນໃຫ້ເໝາະສົມ ເພື່ອປັບປຸງປະສິດທິພາບການພັດທະນາສັງຄົມ(5).

ໃນດ້ານຄວາມກ້າວໜ້າທາງສັງຄົມ ໂດຍມີເປົ້າໝາຍເພື່ອປະຊາຊົນແລະການພັດທະນາມະນຸດເປັນເປົ້າໝາຍຫຼັກ, ພັກກອມມູນິດຫວຽດນາມເຂົ້າໃຈຢ່າງຖີ່ຖ້ວນສະເໝີວ່າ: “ລະດົມຄວາມສາມາດທັງໝົດຂອງລັດແລະປະຊາຊົນ, ທັງສູນກາງແລະທ້ອງຖິ່ນ ເພື່ອແກ້ໄຂບັນດາບັນຫາຂອງນະໂຍບາຍສັງຄົມ(6) ແລະການປະຕິບັດຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ ໃນແຕ່ລະບາດກ້າວແລະແຕ່ລະນະໂຍບາຍການພັດທະນາ(7) ຜ່ານ ການສ້າງສະພາບແວດລ້ອມແລະເງື່ອນໄຂໃຫ້ຜູ້ອອກແຮງງານທຸກຄົນມີວຽກເຮັດງານທຳແລະມີລາຍໄດ້ດີຂຶ້ນ...”(8) ເພື່ອໃຫ້ປະຊາຊົນທຸກຄົນມີໂອກາດ ແລະເງື່ອນໄຂສຳລັບການພັດທະນາຢ່າງຮອບດ້ານ(9). ພັກ​ຮຽກຮ້ອງ​ໃຫ້​ມີ​ວິທີການເພື່ອ ແກ້​ໄຂບັນຫາແຮງງານ, ວຽກ​ເຮັດ​ງານ​ທຳ ​ແລະ ລາຍ​ໄດ້​ໃຫ້​ຜູ້​ອອກ​ແຮງ​ງານ, ຮັບປະກັນຄວາມປອດໄພທາງ​ສັງຄົມ... ເອົາໃຈໃສ່ເບິ່ງແຍງດູແລສຸຂະພາບຊອງປະຊາຊົນ, ວຽກງານປະຊາກອນ ແລະການວາງແຜນຄອບຄົວ, ການຄຸ້ມຄອງແລະເບິ່ງແຍງດູແລສຸຂະພາບແມ່ແລະເດັກ; ການສ້າງຄອບຄົວທີ່ມີຄວາມສຸກ(10).

ຄວາມຮັບຮູ້ຢ່າງເລິກເຊິ່ງແລະຄວາມັດສິນໃຈຂອງພັກໃນການປ່ຽແປງໃໝ່ປະເທດຢ່າງຮອບດ້ານຕາມທິດສັງຄົມນິຍົມໄດ້ສ້າງເງື່ອນໄຂໃຫ້ດຳເນີນນະໂຍບາຍສັງຄົມຄວບຄູ່ໄປກັບເປົ້າໝາຍຄວາມກ້າວໜ້າແລະຄວາມຍຸຕິທຳ, ເປົ້າໝາຍໃນການປັບປຸງມາດຕະຖານການຄອງຊີບແລະການພັດທະນາມະນຸດຢ່າງຮອບດ້ານ ແລະ ເປົ້າໝາຍປະຊາຊົນທຸກຄົນໄດ້ຮັບຜົນແຫ່ງການພັດທະນາຢ່າງເທົ່າທຽມກັນ. ນະໂຍບາຍສັງຄົມມີເນື້ອໃນພື້ນຖານສາມປະການຄື: ການຍົກສູງຂີດຄວາມສາມາດດ້ານທຶນມະນຸດ (ຜ່ານການເພີ່ມທະວີສະຫວັດດີການຂອງປະຊາຊົນທັງໝົດ), ການປົວແປງສະພາບແວດລ້ອມການເຄື່ອນໄຫວຂອງມະນຸດ (ຜ່ານການພັດທະນາບັນດານະໂຍບາຍແຮງງານ, ວຽກເຮັດງານທຳ, ການດູແລສຸຂະພາບ, ການສຶກສາ, ການພັດທະນາວິສາຫະກິດ, ໂຄງສ້າງພື້ນຖານ...) ແລະການຮັບປະກັນຄວາມປອດໄພທາງສັງຄົມ (ຜ່ານບັນດານະໂຍບາຍຊ່ວຍເຫຼືອຜູ້ດ້ອຍໂອກາດໃຫ້ມີສ່ວນຮ່ວມໃນຕະຫຼາດແຮງງານ, ເພີ່ມທະວີການປະກັນໄພສັງຄົມ, ການຊ່ວຍເຫຼືອທາງສັງຄົມ ແລະການຫຼຸດຜ່ອນຄວາມທຸກຍາກ).

ທັດສະນະຄວາມຍຸຕິທຳທາງສັງຄົມໄດ້ຮັບການຂະຫຍາຍກວ້າງ, ບໍ່ພຽງແຕ່ຕໍ່ຄວາມເທົ່າທຽມກັນໃນຜົນປະໂຫຍດທາງວັດຖຸເທົ່ານັ້ນ ແຕ່ຍັງລວມເຖິງຄວາມເທົ່າທຽມກັນໃນໂອກາດແລະຄວາມຮອບດ້ານສຳລັບທຸກຊົນຊັ້ນຂອງປະຊາກອນ: “ການສ້າງສະພາບແວດລ້ອມແລະເງື່ອນໄຂໃຫ້ຜູ້ອອກແຮງງານທຸກຄົນມີວຽກເຮັດງານທຳ ແລະລາຍໄດ້ທີ່ດີຂຶ້ນ. ນະໂຍບາຍເງິນເດືອນແລະລະບອບຄ່າຕອບແທນ ສ້າງແຮງຈູງໃຈໃນການພັດທະນາ; ການຄວບຄຸມລາຍໄດ້ໃນສັງຄົມຢ່າງສົມເຫດສົມຜົນ. ການສົ່ງເສີມການສ້າງຄວາມຮັ່ງມີທີ່ຊອບດ້ວຍກົດໝາຍ ໄປຄຽງຄູ່ກັບການລົບລ້າງຄວາມທຸກຍາກຢ່າງຍືນຍົງ; ຄ່ອຍໆຫຼຸດຊ່ອງຫວ່າງລະຫວ່າງຮັ່ງມີແລະທຸກຍາກ ລະຫວ່າງເຂດ ພາກພື້ນ ແລະ ຊົນຊັ້ນປະຊາກອນ(11). ເຖິງກອງປະຊຸມໃຫຍ່ຄັ້ງທີ XII, ທັດສະນະກ່ຽວກັບນະໂຍບາຍສັງຄົມສອດຄ່ອງກັບບັນດາຊົນຊັ້ນ, ຊັ້ນຄົນ ແລະຊຸມຊົນທີ່ຢູ່ອາໄສ ໄດ້ຮັບການເນັ້ນໜັກແລະຮັບຮູ້ຢ່າງເລິກເຊິ່ງກວ່າເກົ່າ: “ການສ້າງແລະປະຕິບັດບັນດານະໂຍບາຍທີ່ສອດຄ່ອງກັບບັນດາຊົນຊັ້ນທາງສັງຄົມ; ແກ້ໄຂບັນຫາຄວາມພົວພັນທາງສັງຄົມຢ່າງກົມກຽວ,... ເອົາໃຈໃສ່ຢ່າງເໝາະສົມຕໍ່ຊົນຊັ້ນແລະກຸ່ມຄົນຜູ້ດ້ອຍໂອກາດໃນສັງຄົມ, ພີ່ນ້ອງຊົນເຜົ່າສ່ວນນ້ອຍໃນພື້ນທີ່ສູງ, ເຂດພູເຂົາທີ່ຫ່າງໄກສອກຫຼິກ, ແກ້ໄຂຜ່ານຜ່າທ່າອ່ຽງຄວາມຜັນແຍກຜູ້ຮັ່ງມີ-ຜູ້ທຸກຍາກທີ່ເພີ່ມຂຶ້ນ, ຮັບປະກັນການພັດທະນາສັງຄົມຢ່າງໝັ້ນຄົງແລະຍືນຍົງ....”(12).

ໃນໄລຍະແຫ່ງການປ່ຽນແປງໃໝ່, ແຜນນະໂຍບາຍຂອງພັກກອມມູນິດຫວຽດນາມກ່ຽວກັບນະໂຍບາຍສັງຄົມ ໄດ້ຮັບການປັບປຸງໃຫ້ສົມບູນເທື່ອລະກ້າວ ແລະໄດ້ຮັບການປະຕິບັດຢ່າງສຳເລັດຜົນ ໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໂດຍພື້ນຖານຮັບປະກັນຄວາມເປັນທຳ, ຄວາມຄອບຄຸມ, ຄວາມຮອບດ້ານ ແລະ ເຂົ້າເຖິງມາດຕະຖານສາກົນ; ການຮັບປະກັນຂັ້ນພື້ນຖານກ່ຽວກັບສິດທິສະຫວັດດີການຂອງປະຊາຊົນ; ປະກອບສ່ວນພັດທະນາເສດຖະກິດ, ຮັກສາສະຖຽນລະພາບທາງການເມືອງ ແລະລະບຽບສັງຄົມ, ປັບປຸງຍົກສູງຊີວິດທາງວັດຖຸແລະຈິດໃຈຂອງປະຊາຊົນ. ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກສະໜັບສະໜູນນະໂຍບາຍສັງຄົມທີ່ມຸ່ງສູ່ການປະຕິບັກຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ; ຍົກສູງຄຸນນະພາບຊີວິດ ແລະຄວາມສຸກຂອງປະຊາຊົນ(13).

ການປະຕິບັດນະໂຍບາຍສັງຄົມ ແລະການຮັບປະກັນທິດທາງສັງຄົມນິຍົມ
ຢູ່ຫວຽດນາມໃນເວລາທີ່ຜ່ານມາ

ການພັດທະນາຕາມເສັ້ນທາງສັງຄົມນິຍົມດ້ວຍເປົ້າໝາຍເພື່ອຮັບໃຊ້ຜູ້ຄົນໄດ້ນຳການປ່ຽນແປງທີ່ໂດດເດັ່ນມາສູ່ຫວຽດນາມ, ດັດຊະນີການພັດທະນາມະນຸດຂອງຫວຽດນາມກໍ່ມີຄວາມກ້າວໜ້າຫຼາຍຂຶ້ນ. ໃນລາຍງານການພັດທະນາມະນຸດທົ່ວໂລກປະຈຳປີ 2021/2022 ເຊິ່ງເຜີຍແຜ່ໂດຍໂຄງການພັດທະນາຂອງສະຫະປະຊາຊາດ (UNDP) ໃນຫວຽດນມເມື່ອວັນທີ 9 ກັນຍາ 2022, ດັດຊະນີການພັດທະນາມະນຸດຂອງຫວຽດນາມແມ່ນ 0,703 ໃນປີ 2021, ເພີ່ມຂຶ້ນສອງອັນດັບໃນການຈັດອັນດັບໂລກ, ຂຶ້ນໃນອັນດັບທີ 115/191 ປະເທດ(14).

ຜົນສຳເລັດຂອງການພັດທະນາເສດຖະກິດເປັນພື້ນຖານເບື້ອງຕົ້ນເພື່ອບັນລຸເປົ້າໝາຍການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແມ່ນຫຼັກຖານຕົວຈິງຂອງທິດທາງສັງຄົມນິຍົມໃນການປະຕິບັດນະໂຍບາຍສັງຄົມ. ຈາກຈຸດເລີ່ມຕົ້ນທີ່ຕ່ຳ ແລະວິກິດເສດຖະກິດສັງຄົມທີ່ຮຸນແຮງ, ປະຊາຊົນໃນຫຼາຍພື້ນທີ່ຂາດອາຫານແລະເຄື່ອງນຸ່ງຫົ່ມ, ຫຼາຍກ່ວາ 2/3 ຂອງຄອບຄົວທຸກຍາກ ເຮັດໃຫ້ຫວຽດນາມເປັນໜຶ່ງໃນປະເທດທີ່ທຸກຍາກທີ່ສຸດໃນໂລກທີ່ມີລາຍໄດ້ສະເລ່ຍຕໍ່ຫົວຄົນປະມານ 100 ໂດລາສະຫະລັດ ໃນຊຸມປີ 90 ຂອງສະຕະວັດທີ XX, ມາຮອດປະຈຸບັນ, ລາຍໄດ້ສະເລ່ຍຕໍ່ຫົວຄົນສູງເຖິງປະມານ 4.100 ໂດລາສະຫະລັດ, ສູງກວ່າ 40 ເທົ່າໃນຮອບກວ່າສາມທົດສະວັດ. ຊີວິດຂອງປະຊາຊົນໃນທຸກພາກພື້ນ ເຂດ, ທຸກພາກສ່ວນ ແລະ ຊົນເຜົ່າ ໄດ້ຮັບການຍົກຂຶ້ນ ເປັນພື້ນຖານແລະເງື່ອນໄຂເພື່ອຮັບປະກັນຄວາມປອດໄພທາງສັງຄົມ, ປະຕິບັດຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມຕາມທິດທາງສັງຄົມນິຍົມ.

ຫວຽດນາມ​ໄດ້​ຮັບ​ຖື​ວ່າ​ເປັນ​ຈຸດ​ສະຫວ່າງ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກໂດຍ​ປະຊາ​ຄົມ​ໂລກ. ໃນຕົ້ນຊຸມປີ 1990, ຈາກປະເທດທີ່ມີປະຊາກອນຫຼາຍກວ່າ 70% ອາໄສຢູ່ໃນຄວາມທຸກຍາກ, ມາເຖິງປະຈຸບັນ ອັດຕາຄອບຄົວທຸກຍາກພຽງ 2,23% (ປີ 2021). ລາຍໄດ້ສະເລ່ຍຂອງຄອບຄົວທຸກຍາກເພີ່ມຂຶ້ນ 3,5 ເທົ່າໃນຮອບ 10 ປີທີ່ຜ່ານມາ. ມາດຕະຖານການຄອງຊີບຂອງຄົນທຸກຍາກ, ຄົນໃນພື້ນທີ່ທຸກຍາກ ແລະເຂດທີ່ທຸກຍາກຫຼາຍ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ. ຄົນທຸກຍາກມີຄວາມສາມາດໃນການເຮັດວຽກ ໄດ້ຮັບການສະໜັບສະໜູນການດໍາລົງຊີວິດທີ່ເໝາະສົມກັບຄວາມຕ້ອງການຂອງເຂົາເຈົ້າ, ໄດ້ຮັບການສະໜັບສະໜູນການຝຶກອົບຮົມວິຊາຊີບ, ອົບຮົມຄວາມຮູ້ກ່ຽວກັບການຜະລິດ ທຸລະກິດ, ສ້າງວຽກເຮັດງານທໍາ, ໄດ້ຮັບການຊ່ວຍເຫຼືອໃຫ້ໄປເຮັດວຽກຢູ່ຕ່າງປະເທດ ເພື່ອຫຼຸດພົ້ນຈາກຄວາມທຸກຍາກ ແລະສ້າງຮັ່ງຄູນມີ.

ນະໂຍບາຍສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດນັ້ນ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກແລະລັດ ແລະ ໄດ້ຮັບການປະຕິບັດຢ່າງດີທີ່ສຸດພາຍໃຕ້ເງື່ອນໄຂເສດຖະກິດ-ສັງຄົມທີ່ອະນຸຍາດ; ໄດ້ກາຍເປັນຂະບວນການຕອບແທນບຸນຄຸນ ທີ່ກວ້າງຂວາງ, ຕະຫຼອດຕັ້ງແຕ່ສູນກາງຈົນເຖິງບ້ານ ໝູ່ບ້ານ. ລະບົບ​ການ​ເມືອງ​ທັງ​ໝົດ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ ຕໍ່​ຊີວິດ​ຄອບຄົວ​ຂອງ​ຜູ້ທີ່ມີຄຸນງາມຄວາມດີ ​ແລະ ວຽກ​ງານ​ນັກຮົບເສຍອົງຄະ ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ຮອດປີ 2020, ຮັບປະກັນໃຫ້ 99,5% ຂອງຄອບຄົວຂອງຜູ້ທີ່ມີຄຸນງານຄວາມດີ ມີມາດຕະຖານການຄອງຊີບເທົ່າກັບ ຫຼືສູງກວ່າຄ່າສະເລ່ຍຂອງຊຸມຊົນທີ່ຢູ່ອາໄສ.

ສະຖາບັນຕະຫຼາດແຮງງານກຳລັງໄດ້ຮັບການປັບປຸງໃຫ້ສົມບູນແບບ ແລະກາຍເປັນວິທີແກ້ໄຂພື້ນຖານ ເພື່ອສ້າງວຽກເຮັດງານທຳ. ນະໂຍບາຍສະໜັບສະໜູນການສ້າງວຽກເຮັດງານທຳມີສ່ວນຊ່ວຍໃຫ້ບັນລຸເປົ້າໝາຍການຈ້າງງານເຕັມທີ່ ແລະຫຼຸດການຫວ່າງງງານ. ຜົນງານການສ້າງວຽກເຮັດງານທຳປະສົບຜົນສໍາເລັດດີເດັ່ນ. ໃນຫຼາຍປີທີ່ຜ່ານມາ, ໃນແຕ່ລະປີ, ປະມານ 1,5 - 1,6 ລ້ານວຽກງານຖືກສ້າງໃຫ້ຄົນງານ. ອັດ​ຕາ​ການ​ຫວ່າງ​ງານ​ທົ່ວ​ໄປ​ຍັງ​ຄົງ​ທີ່​ຕ່ຳ​ກວ່າ 3%, ໂຄງ​ສ້າງ​ແຮງ​ງານປ່ຽນແປງໄປ​ໃນ​ທາງ​ບວກ(15). ການພົວພັນໃນການແຈກຢາຍຮັບປະກັນຄວາມເປັນທຳ ແລະສ້າງແຮງຜັກດັນການພັດທະນາ; ການປະຕິບັດລະບອບແຈກຢາຍຕາມຜົນການອອກແຮງງານແລະປະສິດທິຜົນເສດຖະກິດເປັນຕົ້ນຕໍ. ນະໂຍບາຍເງິນເດືອນຂັ້ນຕ່ຳທີ່ປັບປຸງປະຈຳປີ ໄດ້ຮັບປະກັນມາດຕະຖານການຄອງຊີບຂັ້ນຕ່ຳ, ປະກອບສ່ວນປົກປ້ອງລາຍໄດ້ຂອງຜູ້ອອກແຮງງານ. ເງິນເດືອນແລະລາຍໄດ້ສະເລ່ຍຂອງຜູ້ອອກແຮງງານເພີ່ມຂຶ້ນ 3 ເທົ່າໃນຮອບ 10 ປີທີ່ຜ່ານມາ(16). ຄຸນນະພາບຂອງຊັບພະຍາກອນມະນຸດໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ອັດຕາສ່ວນຜູ້ອອກແຮງງານທີ່ຜ່ານການຝຶກອົບຮົມໃນປີ 2020 ສູງເຖິງ 70,25% ເພີ່ມຂຶ້ນ 1,53 ເທົ່າເມື່ອທຽບກັບປີ 2012 (46%); ອັດຕາສ່ວນຜູ້ອອກແຮງງານຜ່ານການຝຶກອົບຮົມທີ່ມີໃບຮັບຮອງ/ປະກາດສະນີຍະບັດເພີ່ມຂຶ້ນຈາກ 15,58% ໃນປີ 2011 ເປັນ 26,1% ໃນປີ 2021.

ນະໂຍບາຍປະກັນສັງຄົມໄດ້ກາຍເປັນເສົາຫຼັກໃນລະບົບຮັກສາຄວາມປອດໄພທາງສັງຄົມ. ຄວາມຄຸ້ມຄອງປະກັນສັງຄົມຂະຫຍາຍຕົວຫຼາຍຂຶ້ນ, ອັດຕາສ່ວນແຮງງານໄວເຮັດວຽກທີ່ເຂົ້າຮ່ວມປະກັນສັງຄົມເພີ່ມຂຶ້ນຢ່າງຕໍ່ເນື່ອງທຸກປີ, ບັນລຸ 36% ໃນປີ 2021. ປະຈຸບັນ, ມີຫຼາຍກວ່າ 3,3 ລ້ານຄົນທີ່ໄດ້ຮັບເງິນບໍານານແລະສະຫວັດດີການປະກັນສັງຄົມປະຈໍາເດືອນ. ການພັດທະນາການປະກັນສັງຄົມແບບສະໝັກໃຈໄດ້ເພີ່ມໂອກາດໃຫ້ຊາວກະສິກອນ, ຜູ້ອອກແຮງງານຂະແໜງບໍ່ເປັນທາງການ ແລະຜູ້ອອກແຮງງານທີ່ມີລາຍໄດ້ຕໍ່າເຂົ້າຮ່ວມ(17). ນະ​ໂຍບາຍ​ປະກັນ​ໄພ​ຫວ່າງ​ງານ ​ໄດ້​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ​ແລະຜູ້ອອກແຮງງານ ​ເມື່ອ​ຢຸດຕິ​ສັນຍາ, ​ສູນ​ເສຍ​ວຽກ​ເຮັດ​ງານ​ທຳ ​ແລະ ການ​ແກ້​ໄຂນະ​ໂຍບາຍ​ໃຫ້​ພະນັກງານ, ໂດຍສະເພາະ ​​ເມື່ອ​ວິ​ສາ​ຫະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ; ສ້າງການຕິດພັນແລະການແບ່ງປັນລະຫວ່າງຜູ້ເຂົ້າຮ່ວມ; ສ້າງການສະໜັບສະໜູນເຊິ່ງກັນແລະກັນໃນຊຸມຊົນທຸລະກິດ(18).

ນະໂຍບາຍຊ່ວຍເຫຼືອສັງຄົມໄດ້ກວມເອົາກຸ່ມເປົ້າໝາຍສ່ວນໃຫຍ່ທຸກເພດທຸກໄວ ດ້ວຍ 3,5% ຂອງປະຊາກອນ ແລະ 100% ຂອງຜູ້ຮັບຜົນປະໂຫຍດການຄຸ້ມຄອງທາງສັງຄົມ ມີສິດໄດ້ຮັບຜົນປະໂຫຍດທາງສັງຄົມເປັນປະຈໍາທຸກເດືອນ; ເດັກນ້ອຍໄດ້ຮັບການຄຸ້ມຄອງແລະດູແລ ແລະມີສະພາບແວດລ້ອມໃນການດຳລົງຊີວິດທີ່ປອດໄພ ເພື່ອໃຊ້ສິດທິຢ່າງເຕັມທີ່; ການເບິ່ງແຍງດູແລແລະເສີມຂະຫຍາຍບົດບາດຂອງຜູ້ສູງອາຍຸໃຫ້ດີຂຶ້ນ; ຄົນພິການໄດ້ຮັບການຊ່ວຍເຫຼືອດ້ານການຟື້ນຟູສະມັດຖະພາບ, ການຝຶກອາຊີບແລະການສ້າງວຽກເຮັກງານທຳ, ເຮັດໃຫ້ຊີວິດຂອງພວກເຂົາໝັ້ນຄົງແລະດີຂຶ້ນ.

ດັດຊະນີການພັດທະນາດ້ານເພດຂອງຫວຽດນາມຢູ່ໃນກຸ່ມ​ປະ​ເທດທີ່​ສູງທີ່​ສຸດ​ໃນ 5 ກຸ່ມ​ຂອງ​ໂລກ. ບົດບາດ ແລະ ຖານະຂອງແມ່ຍິງໄດ້ຮັບການປັບປຸງ ແລະເສີມຂະຫຍາຍທັງໃນຄອບຄົວ ແລະໃນສັງຄົມ. ອັດຕາສ່ວນແມ່ຍິງທີ່ເປັນຜູ້ນຳໃນອົງການພັກແລະລັດ ຕັ້ງແຕ່ສູນກາງເຖິງລະດັບທ້ອງຖິ່ນ ແລະເປັນຜູ້ນຳໃນວິສາຫະກິດ, ສະຖານທີ່ການຜະລິດແລະທຸລະກິດມີເພີ່ມຂຶ້ນ. ປະມານ 48% ກໍາລັງແຮງງານເປັນເພດຍິງ, ແມ່ຍິງກວມເອົາ 50% ຂອງຜູ້ໄດ້ຮັບຜົນປະໂຫຍດຈາກນະໂຍບາຍການຝຶກອົບຮົມວິຊາຊີບໃຫ້ແກ່ແຮງງານຊົນນະບົດ.

ໃນດ້ານການເບິ່ງແຍງດູແລສຸຂະພາບ, ການປັບປຸງນະໂຍບາຍ, ການເພີ່ມການລົງທຶນງົບປະມານຂອງລັດ ແລະການດັດແປງວິທີການປະຕິບັດ ໄດ້ສ້າງອັດຕາການປະກັນສຸຂະພາບທີ່ກ້າວໜ້າ, ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ກັບປະຊາຊົນເຂົ້າຮ່ວມ ແລະໃຊ້ສິດທິປະໂຫຍດຈາກການປະກັນສຸຂະພາບ. ເຖິງປີ 2021, ທົ່ວປະເທດມີປະຊາກອນເຂົ້າຮ່ວມປະກັນສຸຂະພາບ 88,8 ລ້ານຄົນ, ກວມເອົາ 91% ຂອງປະຊາກອນທັງໝົດ; ອັດຕາຂອງເດັກອາຍຸຕ່ຳກວ່າ 1 ປີທີ່ໄດ້ຮັບວັກຊີນຄົບຖ້ວນເຖິງ 96% - 98%; ອັດຕາ​ການ​ຂາດ​ສານ​ອາຫານ​ຂອງ​ເດັກ ​ແລະ ອັດຕາ​ການ​ຕາຍ​ຂອງ​ເດັກ​ນ້ອຍ​ ຫຼຸດ​ລົງ​ເກືອບ 3 ​ເທົ່າ; ອາຍຸຍືນສະເລ່ຍຂອງປະຊາກອນເພີ່ມຂຶ້ນຈາກ 62 ປີໃນປີ 1990 ເປັນ 74 ປີໃນປີ 2020. ສາທາລະນະສຸກປ້ອງກັນ ໄດ້ຮັບການເພີ່ມທະວີ ຈຶງສາມາດປ້ອງກັນການແຜ່ລະບາດທີ່ເປັນອັນຕະລາຍ, ປ້ອງກັນການແຜ່ລະບາດໃນວົງກວ້າງ ແລະປະສົບຄວາມສຳເລັດໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19. ລະບົບສາທາລະນະສຸກຮາກຖານໄດ້ຮັບການເພີ່ມທະວີ, ໂດຍສະເພາະໃນບັນດາເມືອງທີ່ທຸກຍາກ ແລະຕາແສງທີ່ທຸກຍາກຫຼາຍ, ລວມເຖິງໂຄງສ້າງພື້ນຖານສະຖານີການແພດ, ໂຮງໝໍແລະພະນັກງານການແພດ.

ການສຶກສາແລະຝຶກອົບຮົມນັບມື້ນັບເອົາໃຈໃສ່ເຖິງຜູ້ຄົນ ໂດຍມີຈຸດປະສົງເພື່ອການພັດທະນາມະນຸດຢ່າງເສລີແລະຮອບດ້ານ; ໄດ້ສຳເລັດກ່ອນກຳນົດເວລາການສຶກສາສາມັນທົ່ວໄປ ຕັ້ງແຕ່ອະນຸບານ (ເດັກນ້ອຍ 5 ປີ) ຈົນຮອດມັດທະຍົມຕອນຕົ້ນ; ຜູ້ໃຫຍ່ 95% ຂອງທັງໝົດສາມາດອ່ານແລະຂຽນໄດ້; ອັດຕາຜູ້ອອກແຮງງານທີ່ໄດ້ຮັບການຝຶກອົບຮົມທີ່ມີໃບຮັບຮອງແລະປະກາດສະນີຍະບັດສູງເຖິງ 26,1%. ເຄືອຂ່າຍໂຮງຮຽນສະເພາະທາງໃນເຂດຊົນເຜົ່າສ່ວນນ້ອຍແລະເຂດພູເຂົາ ຍັງຄົງເພີ່ມຂະໜາດຂຶ້ນ ແລະ ຈຳນວນນັກຮຽນທີ່ຮຽນຢູ່ໂຮງຮຽນກິນນອນຊົນເຜົ່າ, ໂຮງຮຽນເຄິ່ງກິນນອນຊົນເຜົ່າ ແລະ ໂຮງຮຽນກຽມມະຫາວິທະຍາໄລ ກໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ; ບັນດາໂຄງການແລະນະໂຍບາຍເພື່ອສະໜັບສະໜູນການສຶກສາສຳລັບເດັດໃນຄອບຄົວທຸກຍາກ, ຊົນເຜົ່າສ່ວນນ້ອຍ ແລະພື້ນທີ່ດ້ອຍໂອກາດ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິພາບ.

ເຖິງວ່າການປະຕິບັດເປົ້າໝາຍທາງສັງຄົມຈະປະສົບຄວາມສຳເລັດທີ່ສຳຄັນຫຼາຍຢ່າງ, ແຕ່ຜ່ານການສະຫຼຸບພຶດຕິກຳ, ການປະຕິບັດນະໂຍບາຍສັງຄົມເພື່ອຮັບປະກັນທິດທາງສັງຄົມນິຍົມ ຍັງມີຂໍ້ບົກຜ່ອງບາງຢ່າງ, ໂດຍສະເພາະແມ່ນການລົງທຶນໃນການພັດທະນາວັດທະນະທໍາ-ສັງຄົມ ບໍ່ໄດ້ມຸ່ງເນັ້ນທີ່ຖືກຕ້ອງ, ບໍ່ທັດທຽມກັບເສດຖະກິດ-ການເມືອງ.

ປ່ຽນແປງໃໝ່ແລະປັບປຸງຍົກສູງຄຸນນະພາບຂອງການປະຕິບັດນະໂຍບາຍສັງຄົມ
ຕາມທິດທາງສັງຄົມນະຍົມໃນໄລຍະໃໝ່

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມສືບຕໍ່ຢືນຢັນບັນດາທິດທາງໃຫຍ່ຂອງນະໂຍບາຍສັງຄົມ: ການຮັບຮູ້ຢ່າງຄົບຖ້ວນແລະຮັບປະກັນທິດທາງສັງຄົມນິຍົມໃນບັນດານະໂຍບາຍສັງຄົມ. ເພີ່ມທະວີການຄຸ້ມຄອງການພັດທະນາສັງຄົມ, ຮັບປະກັນຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ, ຄວາມຍືນຍົງໃນນະໂຍບາຍສັງຄົມ, ໂດຍສະເພາະສະຫວັດດີການສັງຄົມ, ຄວາມໝັ້ນຄົງສັງຄົມ ແລະຄວາມໝັ້ນຄົງຂອງມະນຸດ. ຜັນຂະຫຍາຍບັນດາເປົ້າໝາຍເສດຖະກິດ ຄວາມກ້າວໜ້າ ຄວາມຍຸຕິທຳທາງສັງຄົມ ແລະສິ່ງແວດລ້ອມພ້ອມກັນແລະຢ່າງຮອບດ້ານ, ບົນພື້ນຖານນັ້ນ ປ່ຽນແປງໃໝ່ການຈັດສັນຊັບພະຍາກອນທີ່ເໝາະສົມ ເພື່ອປັບປຸງຍົກສູງປະສິດທິຜົນຂອງການພັດທະນາສັງຄົມ. ສ້າງແລະປະຕິບັດສະຖາບັນແລະນະໂຍບາຍພັດທະນາສັງຄົມຢ່າງຄົບຊຸດ, ການຄຸ້ມຄອງການພັດທະນາສັງຄົມຢ່າງຍືນຍົງແລະກົມກຽວ(19). ການພັດທະນາສັງຄົມສະໄໝໃໝ່ທີ່ຍືນຍົງ ປະກອບສ່ວນກໍ່ສ້າງປະເທດຫວຽດນາມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳແລະອາລະຍະທຳ, ພັດທະນາຄົນຫວຽດນາມຢ່າງຮອບດ້ານ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນແລະທ່າແຮງ ເພື່ອການພັດທະນາສັງຄົມທີ່ກົມກຽວ; ປະຊາຊົນໄດ້ຮັບຄວາມປອດໄພທາງສັງຄົມແລະສະຫວັດດີການສັງຄັມ, ມີລາຍໄດ້ສູງ ແລະມີຊີວິດທີ່ອີ່ມໜຳສຳລານ ອິດສະລະ ແລະ ຜາສຸກ ໃນປະເທດທີ່ເຂັ້ມແຂງແລະຈະເລີນຮຸ່ງເຮືອງ. ເພື່ອຮັບປະກັນທິດທາງສັງຄົມນິຍົມ, ການສືບຕໍ່ປ່ຽນແປງໃໝ່ແລະປັບປຸງຍົກສູງຄຸນນະພາບຂອງນະໂຍບາຍສັງຄົມ ຈຳເປັນຕ້ອງປະຕິບັດຕາມບັນດາທັດສະນະ ພື້ນຖານຕໍ່ໄປນີ້:

ທີໜຶ່ງ, ນະໂຍບາຍສັງຄົມແມ່ນນະໂຍບາຍສຳລັບປະຊາຊົນ ເພື່ອປະຊາຊົນ, ມີຕຳແໜ່ງແລະບົດບາດສຳຄັນ ໃນລະບົບແຜນນະໂຍບາຍແລະນະໂຍບາຍຂອງພັກແລະລັດ; ສະແດງໃຫ້ເຫັນເຖິງຄຸນລັກສະນະແລະທາດແທ້ທີ່ດີງາມຂອງລະບອບການປົກຄອງຂອງເຮົາ, ປະກອບສ່ວນສຳຄັນເຂົ້າໃນການກຳນົດທິດທາງສັງຄົມນິຍົມ, ປະຕິບັດການເຕີບໂຕທາງເສດຖະກິດຄວບຄູ່ກັບຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ; ບໍ່ເສຍສະຫຼະຄວາມກ້າວໜ້າ ຄວາມຍຸຕິທຳທາງສັງຄົມ ແລະ ຄວາມປອດໄພທາງສັງຄົມ ເພື່ອແລ່ນຕາມການເຕີບໂຕທາງເສດຖະກິດແບບງ່າຍດາຍ; ຮັບປະກັນຄວາມປອດໄພທາງສັງຄົມແລະສະຫວັດດີການສັງຄົມໃຫ້ແກ່ປະຊາຊົນ; ສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າຮ່ວມ ແລະໃຊ້ປະໂຫຍດນັບມື້ນັບດີຈາກໝາກຜົນຂອງພາລະກິດການປ່ຽນແປງໃໝ່.  

ທີສອງ, ການສ້າງແລະປະຕິບັດນະໂຍບາຍສັງຄົມຕ້ອງຕັ້ງຢູ່ໃນການຈັດການໂດຍລວມຂອງການພັດທະນາສັງຄົມທີ່ຍືນຍົງ; ແກ້ໄຂບັນດາການພົວພັນສັງຄົມຢ່າງກົມກຽວ, ຄວບຄຸມການແບ່ງຊັ້ນທາງສັງຄົມ ແລະຈັດການກັບຄວາມສ່ຽງຢ່າງໄວວາແລະມີປະສິດທິພາບ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພຂອງສັງຄົມ; ຮັບປະກັນຄວາມສະເໝີພາບທາງເພດ ແລະຄວາມຍືນຍົງໃນນະໂຍບາຍສັງຄົມ, ໂດຍສະເພາະຄວາມປອດໄພທາງສັງຄົມ ສະຫວັດດີການສັງຄົມ ຄວາມໝັ້ນຄົງຂອງມະນຸດ, ປັບປຸງຍົກສູງຄຸນນະພາບຊີວິດແລະຄວາມສຸກຂອງປະຊາຊົນ.

ທີສາມ, ການລົງທຶນເພື່ອປະຕິບັດບັນດາເປົ້າໝາຍນະໂຍບາຍສັງຄົມແມ່ນການລົງທຶນເພື່ອການພັດທະນາ. ຕ້ອງລະດົມ ແລະຈັດສັນແຫຼ່ງພະລັງໃຫ້ສອດຄ່ອງກັບຄວາມສາມາດທາງເສດຖະກິດ ແລະຄວາມຮຽກຮ້ອງຕ້ອງການຂອງການປະຕິບັດເປົ້າໝາຍນະໂຍບາຍສັງຄົມ; ໃນນັ້ນ ແຫຼ່ງພະລັງຂອງລັດມີບົດບາດເປັນເຈົ້ານຳພາ, ແຫຼ່ງພະລັງສັງຄົມມີຄວາມສຳຄັນ; ສົມທົບພະລັງພາຍໃນກັບພະລັງພາຍນອກຜ່ານການຮ່ວມມືສາກົນ.

ທີສາມ, ປ່ຽນແປງໃໝ່ແລະປັບປຸງຍົກສູງຄຸນນະພາບຂອງນະໂຍບາຍສັງຄົມຢ່າງຮອບດ້ານ ທັນສະໄໝ ກວມລວມ ແລະຍືນຍົງ ໂດຍຖືປະຊາຊົນເປັນໃຈກາງ ເປັນເຈົ້າພາບ ເປົ້າໝາຍ ແຮງຜັກດັນ ແຫຼ່ງພະລັງເພື່ອການພັດທະນາ; ຊ່ວຍເຫຼືອໃຫ້ປະຊາຊົນຕອບສະໜອງຢ່ງທັນການ, ປັບຕົວເຂົ້າກັບຄວາມສ່ຽງໃນຊີວິດໄດ້ຢ່າງຍືດຫຍຸ່ນແລະມີປະສິດທິພາບ.

ທີຫ້າ, ການປະຕິບັດນະໂຍບາຍສັງຄົມຕ້ອງຢູ່ພາຍໃຕ້ການຳພາໂດຍກົງແລະຮອບດ້ານຂອງພັກ, ການຄຸ້ມຄອງທີ່ແໜ້ນແຟ້ນແລະມີປະສິດທິພາບຂອງລັດ, ການຕິດຕາມກວດກາຢ່າງເປັນປະຈຳຂອງແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນແລະວິສາຫະກິດ. ປຸກຕື່ນ​ຄວາມ​ປາຖະໜາ​ພັດທະນາ, ເສີມ​ຂະຫຍາຍ​ຮີດຄອງ​ປະ​ເພນີ​ແຫ່ງ​ຄວາມ​ຮັກ​ແພງ​ເຊິ່ງກັນ​ແລະກັນ, ນ້ຳ​ໃຈ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ເຈດຈຳນົງອີງໃສ່ຕົນເອງເພື່ອສ້າງຄວາມເຂັ້ມແຂງດ້ວຍ​ຕົນ​ເອງ ​ໃນ​ການ​ແກ້​ໄຂ​ບັນຫາ​ສັງຄົມ.

​ເພື່ອ​ແນ​ໃສ່​ປະຕິບັດ​ບັນດາເປົ້າໝາຍ​ຂອງ​ນະ​ໂຍບາຍ​ສັງຄົມ​ໃຫ້​ສຳ​ເລັດ​ຜົນ ​ເພື່ອ​ຮັບປະກັນ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ, ມີໜ້າທີ່ຫຼັກ 3 ກຸ່ມ​ທີ່​ຕ້ອງ​ສືບ​ຕໍ່​ປະຕິບັດ​ຄື:

ທີໜຶ່ງ, ສຸມໃສ່ໜ້າທີ່ພັດທະນາມະນຸດ, ຍົກສູງຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດ, ແກ້ໄຂວຽກເຮັດງານທຳຢ່າງຍືນຍົງ ແລະພັດທະນາຕະຫຼາດແຮງງານ. ຈຸດສຸມແມ່ນການປະຕິຮູບນະໂຍບາຍກ່ຽວກັບວຽກເຮັດງານທຳ ແລະມາດຕະຖານອາຊີບ; ສ້າງວຽກເຮັດງານທຳເຕັມຮູບແບບ, ພັດທະນາວຽກເຮັດງານທຳທີ່ຍືນຍົງ, ພັດທະນາຕະຫຼາດແຮງງານທີ່ຍືດຫຍຸ່ນ ທັນສະໄໝ ມີປະສິດທິຜົນ ຍືນຍົງ ແລະ ເຊື່ອມໂຍງສາກົນ, ຮັດແຄບການຈ້າງງານນອກລະບົບ; ສ້າງໂຄງປະກອບປະຊາກອນທີ່ເໝາະສົມ, ຍົກສູງຄຸນນະພາບປະຊາກອນ, ໃຊ້ປະໂຫຍດຈາກໂຄງປະກອບປະຊາກອນທອງຄຳຢ່າງມີປະສິດທິຜົນ, ເປັນເຈົ້າການປັບຕົວເຂົ້າກັບການສູງໄວຂອງປະຊາກອນ; ການຝຶກອົບຮົມອາຊີບແມ່ນວິທີແກ້ໄຂພື້ນຖານທີ່ບຸກທະລຸໃນການພັດທະນາແຫຼ່ງກຳລັງຄົນ; ປະຕິຮູບນະໂຍບາຍອື່ນໆ ທີ່ກ່ຽວຂ້ອງກັບການພົວພັນແຮງງານ, ຄວາມປອດໄພໃນການເຮັດວຽກ ແລະສຸຂະອະນາໄມແຮງງານ.

ທີສອງ, ພັດທະນາລະບົບຄວາມປອດໄພສັງຄົມຫຼາຍຊັ້ນ ຮອບດ້ານ ກວມລວມ ຍືດຫຍຸ່ນ ແລະປັບປ່ຽນໄດ້, ຮັບປະກັນມາດຕະຖານການຄອງຊີບຂັ້ນຕ່ຳສຳລັບປະຊາຊົນທຸກຄົນ. ຈຸດໃຈກາງແມ່ນສຸມໃສ່ພັດທະນາລະບົບປະກັນໄພສັງຄົມທີ່ທັນສະໄໝ ຍືດຫຍຸ່ນ ຫຼາກຫຼາຍ ຫຼາຍຊັ້ນ ແລະເຊື່ອມໂຍງສາກົນ ຕາມທິດບັງຄັບ, ຄອບຄຸມກຳລັງແຮງງານທັງໝົດ; ສ້າງລະບົບຄວາມປອດໄພສັງຄົມຫຼາຍຊັ້ນ ທີ່ປັບປ່ຽນໄດ້ແລະຍືດຫຍຸ່ນ ເພື່ອປົກປ້ອງຜູ້ຄົນຈາກຄວາມສ່ຽງໃນຊີວິດ, ໂດຍສະເພາະຕໍ່ເຫດການສະເທືອນຂວັນໃນວົງກວ້າງ; ພັດທະນານະໂຍບາຍການຄຸ້ມຄອງທາງສັງຄົມສຳລັບຜູ້ທີ່ບໍ່ສາມາດຫຼີກໜີຄວາມທຸກຍາກໄດ້; ຮັບຮອງມາດຕະຖານການຄອງຊີບຂັ້ນຕ່ຳສຳລັບປະຊາຊົນທຸກຄົນ.

ທີສາມ, ປັບປຸງຍົກສູງສະຫວັດດີການສັງຄົມຂອງທຸກຄົນ, ໃນນັ້ນ ຈຸດສຸມແມ່ນການຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງແລະຊົມໃຊ້ບໍລິການທາງສັງຄົມຂັ້ນພື້ນຖານທີ່ມີຄຸນນະພາບ, ໃນນັ້ນໃຫ້ບຸລິມະສິດແກ່: 1- ມີວິທີແກ້ໄຂແບບບຸກທະລຸເພື່ອພັດທະນາທີ່ຢູ່ອາໄສ ສຳລັບປະຊາຊົນ, ໂດຍສະເພາະ ກຸ່ມຜູ້ມີລາຍໄດ້ຕໍ່າ ແລະຄົນງານສວນອຸດສາຫະກັມ; ລົບ​ລ້າງ​ເຮືອນ​ຢູ່​ຊົ່ວຄາວ ​ແລະ ເຮືອນ​ທີ່​ຊຸດ​ໂຊມ​ໃຫ້​ໝົດ​ໄປ ສຳລັບ​ຜູ້​ທຸກ​ຍາກ​ແລະ​ໃກ້ຈະທຸກຍາກ;  2- ປັບປຸງລະບົບການສຶກສາແຫ່ງຊາດໃຫ້ສົມບູນ ຕາມທິດທາງທີ່ເປີດກວ້າງ; ປະຕິບັດການສຶກສາທົ່ວໄປສຳລັບເດັກອາຍຸຕ່ຳກວ່າ 5 ປີ, ປະຖົມສຶກສາ, ມັດທະຍົມຕອນຕົ້ນ ແລະມັດທະຍົມຕອນປາຍ; ສ້າງສັງຄົມແຫ່ງການຮຽນຮູ້; ຍົກສູງຄຸນນະພາບການສຶກສາໃນເຂດພູດອຍ ແລະເຂດຊົນເຜົ່າສ່ວນນ້ອຍ; ພັດທະນາການສຶກສາແບບຮຽນລວມສຳລັບເດັກພິການ; 3- ສືບຕໍ່ເອົາໃຈໃສ່ ການພັດທະນາເຄືອຂ່າຍສາທາລະນະສຸກຮາກຖານ, ປັບປຸງຄວາສາມາດເຂົ້າເຖິງບໍລິການທາງການແພດທີ່ມີຄຸນນະພາບ; ຍູ້ແຮງການລົງທຶນໃນດ້ານສາທາລະນະສຸກປ້ອງກັນ ເພື່ອຮັບປະກັນການເບິ່ງແຍງດູແລສຸຂະພາບແລະການຄວບຄຸມພະຍາດຂອງປະຊາຊົນ; ພັດທະນາປະກັນສຸຂະພາບສຳລັບປະຊາຊົນທຸກຄົນ./.

-----------------------

(1) ຫງວຽນຝູຈ້ອງ: “ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ”, ວາລະສານກອມມູນິດ, ສະບັບທີ 966, ເດືອນພຶດສະພາ 2021, ໜ້າ 5

(2), (3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສຶ້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 79

(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 135-136

(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 147-148

(6) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ເຫຼັ້ມ 51, ໜ້າ 47

(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ໜ້າ 101

(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIປຶ້ມທີ່ໄດ້ແນະນຳ, ໜ້າ 80

(9), (10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ປຶ້ມທີ່ໄດ້ແນະນຳ, ໜ້າ 136, 136-138

(11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ປຶ້ມທີ່ໄດ້ແນະນຳ, ໜ້າ 80

(12) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ປຶ້ມທີ່ໄດ້ແນະນຳ, ໜ້າ 134-135

(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 47

(14) ເບິ່ງ:ດັດຊະນີການພັດທະນາມະນຸດຂອງຫວຽດນາມເພີ່ນຂຶ້ນສອງອັນດັບໜັງສືພິມເອເລັກໂຕຣນິກປະຊາຊົນ, ອອກວັນທີ 10 ກັນຍາ 2022, https://nhandan.vn/chi-so-phat-trien-con-nguoi-viet-nam-tang-hai-bac-post714578.html

(15) ອັດຕາສ່ວນແຮງງານໃນຂົງເຂດກະສິກຳ ປ່າໄມ້ ການປະມົງຫຼຸດລົງຈາກ 45% ໃນປີ 2015 ເປັນ 32% ໃນປີ 2020

(16) ລາຍໄດ້ສະເລ່ຍຂອງຜູ້ອອກແຮງງານໃນປີ 2020 ແມ່ນ 4,2 ລ້ານດົ່ງຕໍ່ເດືອນ

(17) ໃນສາມປີ 2019-2021 ໄດ້ພັດທະນາໃໝ່ປະມານ 1 ລ້ານຄົນ, ຫຼາຍກວ່າ 5 ເທົ່າ 10 ປີກ່ອນໜ້າ

(18) ຈໍານວນຄົນທີ່ເຂົ້າຮ່ວມປະກັນໄພການຫວ່າງງານເພີ່ມຂຶ້ນຈາກ 8,27 ລ້ານຄົນໃນປີ 2012 ເປັນເກືອບ 13,4 ລ້ານຄົນໃນປີ 2021 (ກວມເອົາ 30% ຂອງແຮງງານໃນກຸ່ມອາຍຸທີ່ເຂົ້າຮ່ວມການປະກັນໄພການຫວ່າງງານ)

(19) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 147-148

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1021 (ເດືອນກັນຍາ 2023)