ການກໍ່ສ້າງມາດຕະຖານຄຸນສົມບັດປະຕິວັດຂອງພະນັກງານ
ສະມາຊິກພັກ ໃນກອງທັບປະຊາຊົນຫວຽດນາມ ໃນໄລຍະໃໝ່

ໂດຍ ຈິ້ງ ວັນ ກວ້ຽດ
ພົນໂທ, ກຳມະການສູນກາງພັກ, ກຳມະການຄະນະພັກການທະຫານສູນກາງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ
02:42, 23-04-2024
ວກ. - ການກໍ່ສ້າງມາດຕະຖານຄຸນສົມບັດປະຕິວັດຂອງພະນັກງານ ສະມາຊິກພັກ ໃນກອງທັບປະຊາຊົນຫວຽດນາມ ໃນໄລຍະໃໝ່ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ແລະແມ່ນຂໍ້ກຳນົດອັນຮີບດ່ວນ ເພື່ອໃຫ້ຖັນແຖວພະນັກງານ ສະມາຊິກພັກໃນກອງທັບເປັນແບບຢ່າງແລະນຳໜ້າຢ່າງແທ້ຈິງ, ສົມຄວນໄດ້ຮັບນາມມະຍົດ “ທະຫານລຸງໂຮ່” ຕະຫຼອດໄປ. ພ້ອມກັນນັ້ນ, ການກໍ່ສ້າງມາດຕະຖານນັ້ນ ກໍ່ປະກອບສ່ວນຍົກສູງຄວາມສາມາດໃນການຳພາ ແລະ ກຳລັງແຮງສູ້ຮົບ, ປະກອບສ່ວນກໍ່ສ້າງອົງຄະນະພັກກອງທັບທີ່ສະອາດປອດໃສ ໝັ້ນຄົງເຂັ້ມແຂງ ເປັນແບບຢ່າງ ແລະ ເປັນຕົວແທນຢ່າງແທ້ຈິງ.

ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາທິການຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຊີ້ນຳທະຫານຍິງປືນແທ້ ຢູ່ສະໜາມຍິງປືນແຫ່ງຊາດເຂດ 1 _ແຫຼ່ງ: qdnd.vn

ການກໍ່ສ້າງມາດຕະຖານຄຸນສົມບັດປະຕິວັດຂອງພະນັກງານ ສະມາຊິກພັກຕາມແນວຄິດ ຄຸນສົມບັດສິນທຳ ແລະແບບແຜນຂອງໂຮ່ຈີມິນ ແມ່ນບັນຫາສຳຄັນ, ແມ່ນພື້ນຖານທີ່ໜັກແໜ້ນ ເພື່ອກໍ່ສ້າງພັກໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ ແນວຄິດ ຄຸນສົມບັດສິນທຳ ການຈັດຕັ້ງ ແລະ ພະນັກງານ. ໃນຂະບວນວິວັດການນຳພາປະເທດ, ພັກກອມມູນິດຫວຽດນາມຍາມ​ໃດ​ກໍ່ໃຫ້ຄວາມ​ສຳຄັນ​ກັບການ​ກໍ່ສ້າງ​ແລະປັບປຸງ​ພັກ ​ແລະ ລະບົບ​ການ​ເມືອງ​ທີ່ສະອາດ​ປອດ​ໃສ ​ແລະ ໝັ້ນຄົງເຂັ້ມແນງ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢືນຢັນວ່າ: “ໃນຊຸມປີທີ່ຈະມາເຖິງຕ້ອງໃຫ້ຄວາມສຳຄັນເປັນພິເສດກັບການຊຸກຍູ້ການກໍ່ສ້າງແລະປັບປຸງພັກຢ່າງຮອບດ້ານ ທາງດ້ານການເມືອງ ແນວຄິດ ຄຸນສົມບັດສິນທຳ ການຈັດຕັ້ງ ແລະພະນັກງານ(1); ພ້ອມກັນນັ້ນ ກໍ່ກຳນົດວ່າຕ້ອງຄົ້ນຄວ້າ, ເພີ່ມເຕີມ ແລະປັບປຸງບູລະນະ ບັນດາຄຸນຄ່າຄຸນສົມບັດປະຕິວັດ ຕາມຈິດໃຈພັກຂອງເຮົາແມ່ນມີິສິນທຳແລະອາລະຍະທຳໃຫ້ສອດຄ່ອງກັບເງື່ອນໄຂໃໝ່ ແລະ ມູນເຊື້ອວັດທະນະທຳອັນດີງາມຂອງຊາດ(2).

ເນື້ອໃນມາດຕະຖານຄຸນສົມບັດປະຕິວັດຂອງພະນັກງານ ສະມາຊິກພັກ
ໃນກອງທັບປະຊາຊົນຫວຽດນາມໃນໄລຍະໃໝ່

ໃນເງື່ອນໄຂໃໝ່, ໜ້າທີ່ກໍ່ສ້າງກອງທັບ ແລະປົກປັກຮັກສາປະເທດຊາດ ກຳນົດຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງ. ຄຽງຂ້າງນັ້ນ, ບັນດາອິດທິກຳລັງສັດຕູກຳລັງເພີ່ມທະວີການຕ້ານຢັນທຳລາຍ, ບິດເບືອນມູນເຊື້ອຂອງກອງທັບ ແລະພາບລັກສະນະ ຄຸນສົມບັດຂອງທະຫານລຸງໂຮ່”. ໂດຍເຂົ້າໃຈແຈ້ງເຖິງຄວາມສຳຄັນຂອງການກໍ່ສ້າງອົງຄະນະພັກກອງທັບທາງດ້ານຄຸນສົມບັດສິນທຳ, ວັນທີ 28 ທັນວາ 2021, ຄະນະພັກການທະຫານສູນກາງໄດ້ອອກມະຕິສະບັບເລກທີ 847-NQ/QUTW “ວ່າດ້ວຍການເສີມຂະຫຍາຍຄຸນສົມບັດຂອງທະຫານລຸງໂຮ່”, ຕໍ່ສູ້ຕ້ານລັດທິອັດຕະບຸກຄົນໃນສະພາບການໃໝ່ ຢ່າງເດັດດ່ຽວ ​ເຊິ່ງ​ໄດ້​ວາງ​ອອກ 5 ລັກສະນະ​ພື້ນຖານ​ຂອງ​ຄຸນສົມບັດຂອງ ທະຫານ​ລຸງ​ໂຮ່​ໃນ​ໄລຍະ​ໃໝ່. ບັນດາຄຸນລັກສະນະນີ້ບໍ່ແມ່ນສິ່ງໃໝ່ທັງໝົດ, ແຕ່ແມ່ນໝາກຜົນແຫ່ງການສືບທອດ, ເສີມສ້າງ, ພັດທະນາຄຸນສົມບັດສິນທຳປະຕິວັດທີ່ເໝາະສົມກັບສະພາບການໃໝ່ ເພື່ອເປັນພື້ນຖານໃຫ້ພະນັກງານ ສະມາຊິກພັກໃນກອງທັບ “ກວດກາຕົນເອງ, ແກ້ໄຂຕົນເອງ” ແລະ ຝຶກຝົນຫຼໍ່ຫຼອມຕົນເອງ, ໂດຍສະເພາະດັ່ງຕໍ່ໄປນີ້:

ທີໜຶ່ງມີຄວາມຈົງ​ຮັກ​ພັກດີຢ່າງແທ້ຈິງ​ຕໍ່​ປະ​ເທດ​ຊາດ ພັກ ລັດ ​ແລະ ປະຊາຊົນ. ຍຶດໝັ້ນໃນ​ຫຼັກ​ໝັ້ນ​ຂອງ​ລັດທິ​ມາກ-​ເລ​ນິນ, ແນວຄິດ​ໂຮ່ຈິ​ມິນ, ​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິ​ສັງຄົມ​ນິຍົມ. ມີເຈດຈຳນົງແລະຄວາມຕັດສິນໃຈສູງ​ໃນ​ການ​ຕໍ່ສູ້, ຍອມຮັບ​ການ​ເສຍສະຫຼະ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ແລະ ຄວາມ​ລຳບາກ, ພ້ອມແລ້ວທີ່ຈະ​ຮັບ​ເອົາ​ແລະປະຕິບັດທຸກ​ໜ້າທີ່​ທີ່​ໄດ້​ຮັບ​ມອບ​ໝາຍໃຫ້ສຳເລັດຢ່າງດີ.

ນີ້ແມ່ນປະກົດການພື້ນຖານ, ແກ່ນສານ ແລະສອດຫ້ອຍຕະຫຼອດຄຸນສົມບັດສິນທຳປະຕິວັດຂອງພະນັກງານ, ສະມາຊິກພັກ, ທະຫານປະຕິວັດ ເຊິ່ງສະຫຼຸບໄວ້ໃນຄຳຊົມເຊີຍຂອງປະທານໂຮ່ຈີມິນ ວ່າ: “ກອງທັບຂອງເຮົາຈົງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ພ້ອມທີ່ຈະຕໍ່ສູ້ແລະເສຍສະຫຼະເພື່ອຄວາມເປັນເອກະລາດ ແລະເສລີພາບຂອງປະເທດຊາດ, ເພື່ອລັດທິສັງຄົມນິຍົມ. ໜ້າທີ່ໃດໆກໍ່ສາມາດສຳເລັດໄດ້ດີ, ຄວາມຫຍຸ້ງຍາກໃດໆກໍ່ຜ່ານພົ້ນໄດ້, ສັດຕູຕົວໃດກໍ່ສາມາດເອົາຊະນະໄດ້(4). ໃນຄວາມຮັບຮູ້ແລະການກະທຳຕົວຈິງ, ພະນັກງານ ສະມາຊິກພັກໃນກອງທັບ ​ເຊື່ອ​ໝັ້ນ​ຢ່າງ​ເດັດຖານໃນ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ທີ່​ມີ​ຕໍ່​ລັດ ​ແລະ ສັງຄົມ; ​ຍຶດ​ໝັ້ນ, ໝູນໃຊ້ ​ແລະ ພັດທະນາ​ລັດທິມາກ-​ເລ​ນິນ, ແນວຄິດໂຮ່ຈີມິນ ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ; ຕັ້ງໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ ທີ່ພັກ ລຸງໂຮ່ ແລະປະຊາຊົນເຮົາໄດ້ເລືອກເອົາ.  ບໍ່ວ່າເວລາໃດ ບໍ່​ວ່າ​ເລື່ອງ​ໃດ​ກໍ່​ຕາມ, ພະນັກງານ ສະມາຊິກພັກໃນກອງທັບ ລ້ວນແຕ່ຖືເອົາຜົນປະໂຫຍດຂອງພັກ ຂອງປະເທດຊາດ ມາກ່ອນຜົນປະໂຫຍດສ່ວນຕົວ; ເພື່ອຮັບໃຊ້ພັກແລະປະຊາຊົນຕະຫຼອດຊີວິດ”. ນັ້ນແມ່ນຄຸນສົມບັດອັນສູງສົ່ງຂອງນັກປະຕິວັດ ທີ່ພະນັກງານ ສະມາຊິກພັກທຸກຄົນໃນກອງທັບປະຕິບັດຕາມໂດຍເດັດຂາດ. ໃນດ້ານອື່ນ, ເຮົາຕ້ອງປັບປຸງຍົກສູງຄວາມກ້າຫານທາງການເມືອງຂອງເຮົາ, ““ຈົ່ງ​ຮັກ​ສາ​ຈິດ​ໃຈແຫ່ງການ​ຕໍ່​ສູ້ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດຢູ່ສະເໝີ(5), ແກ້ໄຂຜ່ານຜ່າຄວາມຫຍຸ້ງຍາກລຳບາກທັງໝົດ ແລະ ປະຕິບັດໜ້າທີ່ຢ່າງສຳເລັດມີໄຊ.

ທີສອງມີສິນທໍາທີ່ຈະແຈ້ງ, ມີວິຖີຊີວິດທີ່ຊື່ສັດ, ຖ່ອມຕົວ, ລຽບງ່າຍ, ຈິງໃຈ, ແລະມີທັດສະນະໃນແງ່ດີ; ການເວົ້າຄວບຄູ່ກັບການເຮັດ, ໃຫ້ຜົນປະໂຫຍດສ່ວນລວມຢູ່ເໜືອຜົນປະໂຫຍດສ່ວນບຸກຄົນສະເໝີ; ບໍ່ພໍໃຈກັບຜົນສໍາເລັດ, ບໍ່ຕົກໃຈເມື່ອປະເຊີນກັບຄວາມຫຍຸ້ງຍາກແລະອັນຕະລາຍ.

ປະທານໂຮ່ຈີມິນເຄີຍສັ່ງສອນວ່າ: “ທະຫານຂອງພວກເຮົາແມ່ນທະຫານຂອງປະຊາຊົນ, ທະຫານປະຕິວັດ, ມີມູນເຊື້ອທີ່ພິລະອາດຫານ, ເດັດດ່ຽວໜຽວແໜ້ນ, ອົດທົນ, ດຸໝັ່ນ, ລຽບງ່າຍ, ບໍ່​ວ່າ​ວຽກ​ງານ​ຈະ​ຫຍຸ້ງ​ຍາກ​ຫຼື​​ອັນ​ຕະ​ລາຍເຂົາກໍ່ບໍ່​ກົວ​ຢ້ານ ແລະຈະເຮັດໃຫ້ສຳເລັດຈົນໄດ້. ນັ້ນແມ່ນມູນເຊື້ອ, ຄຸນສົມບັດສິນທຳ, ແບບແຜນດີ, ຈະຕ້ອງຮັກສາໄວ້ແລະພັດທະນາຢ່າງຕໍ່ເນື່ອງ(6). ພະນັກງານ ສະມາຊິກພັກທຸກຄົນໃນກອງທັບຕ້ອງດຸໝັ່ນ ປະຢັດ ຊື່ສັດ ທ່ຽງທຳຢ່າງແທ້ຈິງ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ; ມີຄວາມຊື່ສັດ ຄວາມລຽບງ່າຍ ຄວາມກົງໄປກົງມາ ຄວາມເປີດກວ້າງ ຄວາມຈິງໃຈ, ມີທັດສະນະໃນແງ່ດີແບບປະຕິວັດ; ເຂັ້ມ​ງວດກັບ​ຕົນ​ເອງ, ພ້ອມແລ້ວທີ່ຈະ​ເສຍ​ສະ​ຫຼະ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ກົມກອງ, ຂອງປະ​ຊາ​ຊົນ ແລະຂອງຊາດ-ປະ​ເທດ​ຊາດ. ດ້ານອື່ນ, ຕ້ອງຖ່ອມຕົວແລະພະຍາຍາມຫຼາຍກວ່າອີກ; ຝຶກແອບ ການເວົ້າຄວບຄູ່ກັບການເຮັດ”, ກ້າຍອມຮັບແລະຮັບຜິດຊອບຕໍ່ຄວາມຜິດພາດທີ່ເກີດຂຶ້ນພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ບໍ່ສະແຫວງຫາຜົນປະໂຫຍດທີ່ເຫັນແກ່ຕົວໃນຮູບແບບໃດໆ; ບໍ່ໃຊ້ຄຳສັ່ງແບບອາດຍາສິດ, ສໍ້ລາດບັງຫຼວງ, ໃຊ້ຈ່າຍຟຸ່ມເຟືອຍ, ປະພຶດແບບເຈົ້າໂຄດ ແລະປະກົດການຫຍໍ້ທໍ້ອື່ນໆ.

ທີສາມຕັ້ງໜ້າໃນການຝຶກແອບ, ສຶກສາຮ່ຳຮຽນ, ຄົ້ນຄວ້າ ແລະປັບປຸງຍົກສູງຄຸນວຸດທິໃນທຸກດ້ານ; ມີວິທີແລະແບບແຜນການເຮັດວຽກທີ່ເປັນວິທະຍາສາດ ເຂັ້ມງວດ ແລະມີຄວາມຮັບຜິດຊອບສູງ; ເປັນແບບຢ່າງໃນການເຮັດວຽກແລະການດຳລົງຊີວິດ; ຕໍ່ສູ້​ຢ່າງ​ເດັດດ່ຽວເພື່ອ​ຕ້ານ​​ປະກົດການ​ຂອງຄວາມ​ເສື່ອມ​ໂຊມ, ຄວາມຫຍໍ້ທໍ້, ການ​ສໍ້​ລາດ​ບັງ​ຫຼວງ ​ແລະຄວາມຟຸມເຟືອຍ.

ປະທານໂຮ່ຈີມິນໄດ້ຕັກເຕືອນພະນັກງານ ສະມາຊິກພັກວ່າ: “ຖ້າບໍ່ພະຍາຍາມຮ່ຳຮຽນກໍ່ຈະບໍ່ກ້າວໜ້າ... ສັງຄົມມີຄວາມກ້າວໜ້າຫຼາຍເທົ່າໃດ, ວຽກງານກໍ່ຈະມີຫຼາຍຂຶ້ນ ແລະ ເຄື່ອງຈັກຈະມີຄວາມຊັບຊ້ອນຫຼາຍຂຶ້ນເທົ່ານັ້ນ. ຖ້າບໍ່ຮຽນຮູ້ກໍ່ຈະຖອຍຫຼັງ, ຖ້າເຈົ້າຖອຍຫຼັງ ເຈົ້າຈະຖືກລົບລ້າງ, ຈະລົບລ້າງຕົວເອງ(7). ພະນັກງານ ສະມາຊິກພັກໃນກອງທັບຕ້ອງອອກແຮງຮ່ຳຮຽນ, ຝຶກແອບ, ປັບປຸງຍົກສູງລະດັບທາງການເມືອງ ວັດທະນະທຳ ວິທະຍາສາດ-ເຕັກນິກ ວິຊາຊີບ ພາສາຕ່າງປະເທດ ເຕັກໂນໂລຊີຂໍ້ມູນຂ່າວສາມ ແລະ ທັກສະທີ່ຈຳເປັນຢ່າງຕໍ່ເນື່ອງ, ໂດຍສະເພາະດ້ານການທະຫານ ການປ້ອງກັນປະເທດ...; “ພະຍາຍາມຮ່ຳຮຽນການເມືອງ ແລະການທະຫານໃຫ້ກ້າວໜ້າຕະຫຼອດໄປ ໃຫ້ສົມກັບເປັນກອງທັບປະຕິວັດຂອງປະຊາຊົນ(8), ຕອບສະໜອງຄວາມຕ້ອງການແລະໜ້າທີ່ໃນສະພາບການໃໝ່. ຄຽງຄູ່ກັນນັ້ນ, ຈຳເປັນຕ້ອງສ້າງແບບແຜນແລະວິທີການເຮັດວຽກແບບມືອາຊີບ ເຂັ້ມງວດ ມີຄວາມຮັບຜິດຊອບ ລວມໝູ່ ເປັນປະຊາທິປະໄຕ ໂດຍຕິດຕາມປະຊາຊົນແລະຮາກຖານ. ເພີ່ມທະວີລັກສະນະນຳໜ້າ ເປັນແບບຢ່າງໃນທຸກວຽກງານ. ເປັນແບບຢ່າງທາງດ້ນຄຸນສົມບັດສິນທຳ ແລະວິຖີຊີວິດ; ຂັ້ນເທິງເປັນແບບຢ່າງໃຫ້ຂັ້ນລຸ່ມ, ສະມາຊິກພັກເປັນແບບຢ່າງໃຫ້ມະຫາຊົນ ຕາມທິດນຳຂັ້ນເທິງເປັນແບບຢ່າງທີ່ດີ, ຂັ້ນລຸ່ມປະຕິບັດຕາມຢ່າງຕັ້ງໜ້າ”; ພະນັກງານ ສະມາຊິກພັກດຳລົງຕຳແໜ່ງສູງຍິ່ງຕ້ອງເປັນແບບຢ່າງໃນການຝຶກຝົນຫຼໍ່ລອມຕົນເອງ. ຕໍ່ສູ້​ຢ່າງ​ເດັດດ່ຽວ​ເພື່ອ​ປ້ອງກັນແລະຍູ້ຖອຍຄວາມ​ເສື່ອມ​ໂຊມທາງດ້ານແນວຄິດ​ການ​ເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ ​ແລະ​ປະກົດ​ການ​ຂອງ “ການປ່ຽນແປງ​ຕົນ​ເອງ”, “ການ​ຫັນປ່ຽນ​ຕົນ​ເອງ” ຢູ່​ພາຍ​ໃນ.

ທີສີ່ມີຈິດໃຈໃນການປ່ຽນແປງໃໝ່ແລະປະດິດສ້າງ, ກ້າຄິດ ກ້າເວົ້າ ກ້າເຮັດ ກ້າຮັບຜິດຊອບ ເພື່ອຜົນປະໂຫຍດລວມ; ຍຶດໝັ້ນຫຼັກການ, ເສີມຂະຫຍາຍປະຊາທິປະໄຕ, ເຄົາລົບແລະຮັບຟັງຄວາມຄິດເຫັນດ້ວຍຈິດໃຈທີ່ຖ່ອມຕົວ. ປະຕິບັດຕາມລະບຽບວິໄນດ້ວຍວາມສະໝັກໃຈແລະເຂັ້ມງວດ; ເປັນແບບຢ່າງໃນການປະຕິບັດຕາມກົດໝາຍຂອງລັດ, ຄຳສັ່ງ ກົດລະບຽບ ລະບຽບລະບອບ ແລະຂໍ້ກຳນົດຂອງກອງທັບ.

ໃນສະພາບການໃໝ່, ພະນັກງານ ສະມາຊິກພັກໃນກອງທັບຕ້ອງມີຄຸນທາດ ຄວາມສາມາດ ແລະຊື່ສຽງຢ່າງພຽງພໍ, ທຽບທັນກັບລະດັບໜ້າທີ່; ມີຄວາມກ້າຫານດ້ານການເມືອງແລະສະຕິປັນຍາ, ກ້າຄິດ ກ້າເວົ້າ ກ້າເຮັດ ກ້າຮັບຜິດຊອບ ກ້າປະເຊີນໜ້າກັບຄວາມຫຍຸ້ງຍາກ ສິ່ງທ້າທາຍ, ມີ​ຄວາມ​ຕັ້ງ​ໃຈ​ໃນ​ການ​ປະ​ຕິ​ບັດ​ເພື່ອ​ຜົນ​ປະ​ໂຫຍດ​ລວມ ແລະ​ຍຶດ​ໝັ້ນ​ຫຼັກ​ການ​ເຮັດ​ວຽກ. ປະຕິບັດຕາມກົດລະບຽບວ່າດ້ວຍປະຊາທິປະໄຕໃນຮາກຖານຢ່າງເຄັ່ງຄັດ ເຊິ່ງຈຸດໜັກແມ່ນ ການປະຕິບັດປະຊາທິປະໄຕໃນວຽກງານການນຳພາແລະການບັນຊາ; ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງມະຫາຊົນ ແລະ ສະພາທະຫານຢ່າງດີ. ສົ່ງເສີມຈິດໃຈຕິຊົມຕົນເອງແລະຕິຊົມ, ກົງໄປກົງມາ, ຍອມຮັບຂໍ້ບົກພ່ອງຢ່າງກ້າຫານ, ແກ້ໄຂແລະເອົາຊະນະຂໍ້ບົກພ່ອງຢ່າງຈິງຈັງ, ສູ້ຊົນເພື່ອຄວາມກ້າວໜ້າ; ຕໍ່ສູ້ຢ່າງເດັດດ່ຽວຕ້ານການກະທຳສວຍໃຊ້ການຕິຊົມຕົນເອງແລະຕິຊົມ ດ້ວຍຈຸດປະສົງແລະເຈດຕະນາທີ່ບໍ່ບໍລິສຸດ.

ກອງທັບ​ທີ່​ເຂັ້ມ​ແຂງ​ຂຶ້ນຢູ່​ກັບ​ການ​ສຶກສາ​ທີ່​ດີ, ນະ​ໂຍບາຍ​ທີ່​ຖືກຕ້ອງ ​ແລະ ລະບຽບ​ວິ​ໄນທີ່​ເຂັ້ມ​ງວດ(9). ພະນັກງານ ສະມາຊິກພັກໃນກອງທັບຕ້ອງຮັກສາລະບຽບວິໄນແລະຄວາມສະຫງົບຮຽບຮ້ອຍຢ່າງເຄັ່ງຄັດ, ປະຕິບັດເປັນຢ່າງດີ ຄຳສາບານກຽດຕິຍົດ 10 ຂໍ້ ແລະ ລະບຽບວິໄນ 12 ຂໍ້ ໃນເວລາທີ່ພົວພັນກັບປະຊາຊົນ; ສະໝັກໃຈໃນການປະຕິບັດຕາມຂໍ້ບັງຄັບ ກົດລະບຽບ ຄຳສັ່ງ ​ຂອງ​ຜູ້​ບັນຊາ​ການຢ່າງເຂັ້ມງວດ ແລະຮັກສາຄວາມເປັນ​ລະບຽບຮຽບຮ້ອຍ, ລະບອບ​ການ​ເຮັດ​ວຽກ, ການ​ດຳລົງ​ຊີວິດ ແລະ ການ​ຮ່ຳຮຽນ; ຝຶກຝົນລະບຽບວິໄນ ການຈັດຕັ້ງ ແລະພຶດຕິກຳທີ່ເປັນແບບຫຼວງຢ່າງຕໍ່ເນື່ອງ;... ເປັນແບບຢ່າງໃນການປະຕິບັດຕາມກົດລະບຽບກ່ຽວກັບວັດທະນະທຳສຳນັກງານຢ່າງເຄັ່ງຄັດ, ຝຶກຝົນຫຼໍ່ຫຼອມບຸກຄະລິກກະພາບທະຫານປະຕິວັດໃຫ້ສົມບູນແບບ ດ້ວຍຄຸນຄ່າແຫ່ງຄວາມຈິງ-ຄວາມດີ-ຄວາມງາມ.

ທີຫ້າ, ເບິ່ງແຍງດູແລການສ້າງແລະຮັກສາຄວາມສາມັກຄີແລະຄວາມເປັນເອກະພາບພາຍໃນ, ຮັກແພງເພື່ອນສະຫາຍແລະເພື່ອນຮ່ວມທີມຢ່າງສຸດໃຈ ຄືພີ່ນ້ອງຮ່ວມສາຍເລືອດ; ຮັບຟັງ ເຄົາລົບ ຮຽນຮູ້ ຊ່ວຍເຫຼືອ ແລະ ໃກ້ຊິດສະໜິດສະໜົມກັບປະຊາຊົນ, ພ້ອມແລ້ວທີ່ຈະເສຍສະຫຼະເພື່ອປົກປ້ອງຊີວິດ ແລະຊັບສິນຂອງປະຊາຊົນ. ມີຈິດໃຈສາມັກຄີສາກົນ, ຂະຫຍາຍແລະເພີ່ມທະວີການທູດດ້ານການປ້ອງກັນປະເທດ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນການປົກປັກຮັກສາສະພາບແວດລ້ອນສັນຕິພາບໃນພາກພື້ນແລະໂລກ.

ຄວາມສາມັກຄິຂອງພະນັກງານ ສະມາຊິກພັກໃນກອງທັບຈະຕ້ອງເປັນໄປເພື່ອປະໂຫຍດສ່ວນລວມ ຈິງໃຈ ແລະຊື່ສັດ, ບົນພື້ນຖານຄຸນສົມບັດສິນທຳຂອງກອມມູນິດ, ຂອງທະຫານປະຕິວັດ; ຕໍ່ສູ້ກັບລັດທິອັດຕະບຸກຄົນ, ພະຍາດອາດຍາສິດ, ລັດທິສວຍໂອກາດ, ແນວຄິດພາກສ່ວຍ ພັກພວກ ແລະ ຄວາມແຕກແຍກພາຍໃນ ຢ່າງມີປະສິດທິພາບ. ພະນັກງານ ສະມາຊິກພັກໃນກອງທັບຍາມໃດກໍຕ້ອງມີຈິດໃຈແຫ່ງຄວາມສາມັກຄີ, ເປັນເອກະພາບ, ຄວາມຮັກແພງ ແລະຊ່ວຍເຫຼືອລະຫວ່າງເພື່ອນສະຫາຍແລະເພື່ອນຮ່ວມທີມ; ຄວາມພົວພັນແບບສະເໝີພາບ ຈິງໃຈ ຮ່ວມທຸກຮ່ວມສຸກກັບເພື່ອນສະຫາຍແລະເພື່ອນຮ່ວມທີມ ໃນເວລາປົກກະຕິແລະໃນການຕໍ່ສູ້, “ຮັກແພງຫຸ້ມຫໍ່ກັນ, ​ຖືເປັນ​ອ້າຍນ້ອງຄີງໃນຄອບຄົວດຽວກັນ”. ບໍ່ເມີນເສຍ, ໄຮ້ຄວາມຮູ້ສຶກ ຫຼືຂາດຄວາມຮັບຜິດຊອບເມື່ອປະເຊີນກັບຄວາມຫຍຸ້ງຍາກຂອງເພື່ອນສະຫາຍ, ເພື່ອນຮ່ວມທີມ ແລະປະຊາຊົນ.

ປະທານໂຮ່ຈີມິນໄດ້ຢືນຢັນວ່າກອງທັບເຮົາ​ແມ່ນ​ກອງທັບ​ປະຊາຊົນ, ​ແມ່ນ​ລູກຄີງ​​ຂອງ​ປະຊາຊົນ, ປົກ​ປັກ​ຮັກສາ​ປະຊາຊົນ, ນັ້ນ​ແມ່ນໜ້າທີ່ອັນ​ສະຫງ່າ​ລາສີ​ທີ່​ສຸດ””(10); ຕ້ອງເປັນເພື່ອນປະຊາຊົນຢ່າງແທ້ຈິງ, ສິ່ງໃດທີ່ເປັນປະໂຫຍດຕໍ່ປະຊາຊົນກໍຕ້ອງເຮັດດ້ວຍສຸດຄວາມສາມາດ, ອັນໃດທີ່ເປັນອັນຕະລາຍຕໍ່ປະຊາຊົນກໍຕ້ອງຫຼີກລ່ຽງໃຫ້ໄກທີ່ສຸດ. ສະນັ້ນ, ພະນັກງານ ສະມາຊິກພັກໃນກອງທັບຕ້ອງເຄົາລົບປະຊາຊົນຢ່າງແທ້ຈິງ, ໃກ້ຊິດກັບປະຊາຊົນ, ເຊື່ອໝັ້ນປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນຮູ້ຈາກປະຊາຊົນ, ເພິ່ງພາປະຊາຊົນ ແລະ ມີຄວາມຮັບຜິດຊອບຕໍ່ປະຊາຊົນ.

ເພື່ອປະຕິບັດແຜນນະໂຍບາຍຂອງພັກກ່ຽວກັບການສົ່ງເສີມຄວາມຮ່ວມມື ແລະຍົກສູງປະສິດທິຜົນການເຊື່ອມໂຍງສາກົນ ໃນດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງຢ່າງເປັນເຈົ້າການ(11) ໃຫ້ໄດ້ດີ, ພະນັກງານ ສະມາຊິກພັກໃນກອງທັບຕ້ອງມີຈິດໃຈສາກົນທີ່ຜ່ອງໃສ, ເຄົາລົບກົດໝາຍສາກົນ ແລະປະຕິບັດຕາມພັນທະສາກົນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​​ຊາດ-ປະ​ເທດ​ຊາດ, ​​ປົກ​ປ້ອງ​ປະ​ເທດ​ຊາດຢ່າງໝັ້ນຄົງ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດ​ຊາດຕັ້ງ​ແຕ່ຕົ້ນແລະຈາກໄລຍະໄກ. ຍົກສູງສະຕິລະວັງຕົວຢູ່ສະເໝີ, ສະຫຼາດຄ່ອງແຄ້ວໃນການຖືຫຼັກກາເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”, ເດັດດ່ຽວໜຽວແໜ້ນໃນການຕໍ່ສູ້, ຮັກສາເອກະລາດ ອຳນາດອະທິປະໄຕ ເອກະພາບ ຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຂອງຊາດ ແລະສະຖຽນລະພາບທາງການເມືອງ.

ບາງ​ວິທີ​ແກ້​ໄຂ​ເພື່ອ​ຫັນມາດຕະຖານຄຸນສົມບັດປະຕິວັດຂອງພະນັກງານ ສະມາຊິກພັກ
ໃນກອງທັບປະຊາຊົນຫວຽດນາມໃນໄລຍະໃໝ່ ເປັນຮູບປະທຳ

ການສ້າງມາດຕະຖານຄຸນສົມບັດປະຕິວັດຂອງພະນັກງານ ສະມາຊິກພັກໃນກອງທັບປະຊາຊົນຫວຽດນາມ ໃນໄລຍະໃໝ່ ມີຄວາມໝາຍສຳຄັນທີ່ສຸດ, ແມ່ນໜຶ່ງໃນຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ອັນຮີບດ່ວນ ຂອງການສ້າງອົງຄະນະພັກກອງທັບທີ່ເປັນແບບຢ່າງ ສະອາດປອດໃສ ແລະ ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ. ເພື່ອໃຫ້ມາດຕະຖານຄຸນສົມບັດຂອງພະນັກງານ ສະມາຊິກພັກໃນກອງທັບເປັນຮູບປະທຳ ຕ້ອງປະຕິບັດຕາມວິທີແກ້ໄຂຕໍ່ໄປນີ້ໃຫ້ດີ:

ທີໜຶ່ງ, ເພີ່ມທະວີການນຳພາ ຊີ້ນຳຂອງຄະນະພັກ ແລະ ຜູ້ບັນຊາທຸກຂັ້ນ ໃນການຜັນຂະຫຍາຍ ແລະ ການຫັນມາດຕະຖານຄຸນສົມບັດຂອງພະນັກງານ ສະມາຊິກພັກໃນກອງທັບໃນໄລຍະໃໝ່ ເປັນຮູບປະທຳ.

ຄະນະພັກ, ອົງການຈັດຕັ້ງ ແລະ ພະນັກງານຄຸ້ມຄອງທຸກລະດັບຕ້ອງມີຄວາມຮັບຮູ້ທີ່ຖືກຕ້ອງ, ກຳນົດແຈ້ງຕຳແໜ່ງ ບົດບາດ ຄວາມຮັບຜິດຊອບ ແລະ ຄວາມຈຳເປັນໃນການສ້າງ ແລະການຫັນມາດຕະຖານຄຸນສົມບັດຂອງພະນັກງານ ສະມາຊິກພັກໃນກອງທັບເປັນຮູບປະທຳ ໃຫ້ສອດຄ່ອງກັບຄວາມຕ້ອງການແລະໜ້າທີ່ໃນເງື່ອນໄຂໃໝ່.

ປ່ຽນແປງໃໝ່ແລະຍົກສູງຄຸນນະພາບການດຳເນີນຊີວິດແລະການສຶກສາຮຽນຮູ້ໃນຄະນະພັກ, ອົງການຈັດຕັ້ງພັກ. ເຊື່ອມໂຍງການຮ່ຳຮຽນ ຍົກສູງຄວາມຮັບຮູ້ຂອງພະນັກງານ ສະມາຊິກພັກ ກັບການສົ່ງເສີມການຕິຊົມຕົນເອງແລະຕິຊົມໝາກຜົນຂອງການນຳໃຊ້ມາດຕະຖານຄຸນສົມບັດໃນທາງປະຕິບັດ ຕາມຄວາມຮັບຜິດຊອບແລະໜ້າທີ່. ຜ່ານນັ້ນ, ແກ້ໄຂແລະເອົາຊະນະຂໍ້ຈຳກັດແລະຂໍ້ບົກພ່ອງໃນທັນທີ, ປ້ອງກັນການລະເມີດວິໄນ, “ການປ່ຽນແປງຕົນເອງ ແລະການຫັນປ່ຽນຕົນເອງ ຢູ່ພາຍໃນ. ເອົາໃຈໃສ່ນຳພາ ຊີ້ນຳການສຶກສາ, ຝຶກອົບຮົມ ແລະເສີມຂະຫຍາຍ ບົດບາດຂອງພະນັກງານ ສະມາຊິດພັກ ໃນ​ການ​ຝຶກ​ພາກ​ປະ​ຕິ​ບັດ ​ແລະ​ຄວາມ​ພ້ອມ​ຮົບ; ສ້າງລະບຽບຫຼວງ ແລະຝຶກວິໄນ; ເຂົ້າຮ່ວມໃນການປ້ອງກັນ ຕໍ່ສູ້ ແລະເອົາຊະນະຜົນຮ້າຍຂອງໄພທຳມະຊາດ, ໂລກລະບາດ, ການຄົ້ນຫາ ກູ້ໄພກູ້ຊີບ... ເບິ່ງແຍງດູແລແລະເອົາໃຈໃສ່ໃນການຄົ້ນຫາປັດໄຈໃໝ່, ສ້າງ ໂຄສະນາເຜີຍແຜ່ ແລະ ຂະຫຍາຍຮູບແບບທີ່ດີ, ວິທີເຮັດທີ່ປະດິດສ້າງ ມີປະສິດທິຜົນ, ຍ້ອງຍໍແລະໃຫ້ລາງວັນແກ່ບັນດາໝູ່ຄະນະແລະບຸກຄົນທີ່ເປັນແບບຢ່າງແລະກ້າວໜ້າໂດຍທັນທີ.

ເພີ່ມທະວີວຽກງານກວດກາແລະຕິດຕາມກວດກາຂອງຄະນະພັກ, ອົງການຈັດຕັ້ງພັກ ແລະ ພະນັກງານຄຸ້ມຄອງ ໃນການປະຕິບັດລະບຽບວິໄນຂອງພັກ, ກົດໝາຍຂອງລັດ ແລະ ວິໄນຂອງກອງທັບ. ຈັດ​ຕັ້ງ​ການ​ສະຫຼຸບເບື້ອງ​ຕົ້ນ​ ແລະສະຫຼຸບສັງລວມ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ ​ມາດຖານ​ຄຸນສົມບັດປະຕິວັດ​ຂອງ​ພະນັກງານ​ ສະມຊິກ​ພັກ ເປັນໄລຍະ. ພະນັກງານຄຸ້ມຄອງທຸກຂັ້ນຕ້ອງປະຕິບັດຕາມທິດນຳຂັ້ນເທິງກ່ອນ, ຂັ້ນລຸ່ມທີຫຼັງ”, “ພາຍໃນກ່ອນ, ພາຍນອກທີຫຼັງ ຢ່າງເຄັ່ງຄັດ, ມຸ່ງໝັ້ນທີ່ຈະປູດຝັງແລະຝຶກຝົນຫຼໍ່ຫຼອມຕາມມາດຕະຖານຄຸນສົມບັດປະຕິບັດ, ກ່ອນອື່ນໝົດແມ່ນ ປະຕິບັດຕາມກົດລະບຽບຂອງພັກ ລັດ ກອງທັບ ແລະກົມກອງຢ່າງເຄັ່ງຄັດ, ໂດຍສະເພາະ ກົດລະບຽບກ່ຽກັບການເປັນແບບຢ່າງຂອງພະນັກງານ ສະມາຊິກພັກ, ກ່ຽວກັບສິ່ງທີ່ສະມຊິກພັກບໍ່ໄດ້ຮັບອະນຸຍາດໃຫ້ເຮັດ, ກ່ຽວກັບວັດທະນະທຳການບໍລິຫານງານໃນກອງທັບ,...

ທີສອງ, ຍູ້ແຮງວຽກງານການໂຄສະນາເຜີຍແຜ່, ອົບຮົມສຶກສາ, ຍົດສູງຄວາມຮັບຮູ້ ແລະຄວາມຮັບຜິດຊອບ ໃນການຫັນມາດຕະຖານຄຸນສົມບັດປະຕິວັດຂອງພະນັກງານ ສະມາຊິກພັກໃນກອງທັບ ເປັນຮູບປະທຳ.

ຍົກສູງຄວາມຮັບຮູ້ແລະຄວາມຮັບຜິດຊອບຂອງບັນດາອົງການ, ກອງກຳລັງໃນທຸກຂັ້ນ ກ່ຽວກັບການໂຄສະນາເຜີຍແຜ່, ອົບຮົມສຶກສາ ແລະ ຫັນມາດຕະຖານຄຸນສົມບັດປະຕິວັດຂອງພະນັກງານ ສະມາຊິກພັກໃນກອງທັບ ເປັນຮູບປະທຳ. ເພີ່ມທະວີການປ່ຽນແປງໃໝ່ເນື້ອໃນ ແລະວິທີການໂຄສະນາເຜີຍແຜ່ ແລະອົບຮົມສຶກສາດ້ານການເມືອງແລະແນວຄິດ, ຄົ້ນຄວ້າແລະຮ່ຳຮຽນມະຕິ ຄຳສັ່ງ ຂໍ້ສະຫຼຸບ ຂໍ້ກຳນົດຂອງພັກ ລັດ ຄະນະພັກການທະຫານສູນກາງ ແລະ ຂອງກະຊວງປ້ອງກັນປະເທດ(12) ຮັບປະກັນຄວາມແທດຈິງ, ມີປະສິດທິຜົນ, ມີຈຸດໜັກໃຈກາງ; ສົ່ງເສີມຄວາມຮັບຜິດຊອບໃນການຮຽນຮູ້ດ້ວຍຕົນເອງ ແລະຄົ້ນຄວ້າດ້ວຍຕົເອງ ຂອງພະນັກງານ ສະມາຊິດພັກ.

ເສີມຂະຫຍາຍເປັນຢ່າງດີບົດບາດຫຼັກຂອງອົງການສື່, ໜ່ວຍວັດທະນະທຳແລະສິລະປະ, ລະບົບພິພິດທະພັນແລະຫ້ອງສະໝຸດທຸກລະດັບ ໃນການສ້າງ ແລະ ເຜີຍແຜ່ງານສິລະປະ ວັນນະຄະດີ, ປະກອບສ່ວນໂຄສະນາຊວນເຊື່ອ, ປຸກລະດົມ ສົ່ງເສີມພະນັກງານ ສະມາຊິກພັກ ໃຫ້ພະຍາຍາດສູ້ຊົນ ແລະອຸທິດເຫື່ອແຮງແລະສະຕິປັນຍາຂອງຕົນ ເພື່ອສ້າງອົງການແລະກົມກອງທີ່ເຂັ້ມແຂງຮອບດ້ານ, “ເປັນແບບຢ່າງ, ເປັນຕົວແທນ”, ຈັດຕັ້ງປັບປຸງພັກໃຫ້ສະອາດປອດໃສ, ເຂັ້ມແຂງໂດດເດັ່ນ ແລະປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ. ເພີ່ມທະວີການຄົ້ນຄວ້າ ແລະລວບລວມຫົວຂໍ້ກ່ຽວກັບມາດຕະຖານຄຸນສົມບັດປະຕິວັກຂອງພະນັກງານ ສະມາຊິກພັກໃນໄລຍະໃໝ່ ເພື່ອເປັນເອກະສານການຮຽນຮູ້ສຳລັບເປົ້າໝາຍຕ່າງໆ. ນຳພາ ​ແລະ ຊີ້​ນຳ​ການຈັດ​ຕັ້ງ​ການ​ແຂ່ງຂັນ​ນັກ​ຂ່າວ, ​ແລກປ່ຽນ, ສົນທະນາ ​ແລະ ສຳ​ມະ​ນາ​ວິທະຍາສາດ... ກ່ຽວກັບມາດຕະຖານຄຸນສົມບັດປະຕິວັດຂອງພະນັກງານ ສະມາຊິກພັກ, ຄຸນສົມບັດຂອງ ທະຫານລຸງໂຮ່ ໃນໄລຍະໃໝ່, ເຜີຍແຜ່ຕົວຢ່າງຄົນດີ, ວຽກເດັ່ນ”, ປະກອບສ່ວນ​ປັບປຸງ​ຄຸນສົມບັດ​ສິນ​ທຳ ​ແລະ ຖານະພາບຂອງ​ພະນັກງານ, ສະມາຊິກ​ພັກ ແລະ ນັກຮົບ​ປະຕິວັດ.

ທີສາມ, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃນ​ການ​ບຳລຸງ​ສ້າງ, ຝຶກຝົນຫຼໍ່ຫຼອມ ​ແລະ ປະຕິບັດມາດຕະຖານຄຸນສົມບັດປະຕິວັດຂອງພະນັກງານ ສະມາຊິກພັກໃນກອງທັບ ໃນໄລຍະໃໝ່.

ພະນັກງານ ສະມາຊິກພັກ, ໂດຍສະເພາະພະນັກງານການນຳພາຄຸ້ມຄອງ ແລະຫົວໜ້າທຸກຂັ້ນໃນກອງທັບ ຕ້ອງຮຽນຮູ້ ອົບຮົມສຶກສາ ຝຶກຝົນຫຼໍ່ລອມດ້ວຍຕົນເອງ ແລະສູ້ຊົນຢ່າງບໍ່ຢຸດຢັ້ງ ຕາມມາດຕະຖານຄຸນສົມບັດປະຕິວັດ, ເປັນແບບຢ່າງທາງດ້ານບຸກຄະລິກກະພາບແລະວິຖີຊີວິດ. ປະຕິບັດຕາມກົດລະບຽບຂອງພັກກ່ຽວກັບການເປັນແບບຢ່າງຢ່າງເຄັ່ງຄັດ, “ທົບທວນຕົນເອງ, ແກ້ໄຂຕົນເອງ” ຢ່າງສະໝ່ຳສະເໝີ ແລະ ສົ່ງເສີມກຽດແລະຄວາມພາກພູມໃຈໃນຕົນເອງ. ປັບປຸງແກ້ໄຂແລະເພີ່ມເຕີມຂໍ້ກຳນົດກົດລະບຽບເພື່ອເສີມຂະຫຍາຍບົດບາດທີ່ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳ, ວິຖີຊີວິດ, ແບບແຜນ, ພຶດຕິກຳ ແລະແບບປະຕິບັດງານຂອງພະນັກງານ ສະມາຊິກພັກ.

ຄະນະພັກ, ຫົວໜ້າການເມືອງ, ກຳມະການການເມືອງ, ຜູ້ບັນຊາການ ແລະອົງການການເມືອງ​ທຸກ​ຂັ້ນຕ້ອງນຳພາ, ຊີ້​ນຳ, ກວດກາ ແລະ ຕິດຕາມກວດກາ ການລົງທະບຽນ ໃຫ້ຄຳໝັ້ນສັນຍາທີ່ຈະສູ້ຊົນປະຕິບັດຕາມມາດຕະຖານຄຸນສົມບັດປະຕິວັດຂອງພະນັກງານ ສະມາຊິກພັກໃນອົງການ ຫຼືກົມກອງຂອງຕົນ. ເພີ່ມທະວີການສ້າງສະພາບແວດລ້ອມທາງວັດທະນະທຳແລະສິນທຳ, ສົ່ງເສີມແລະສະໜັບສະໜູນພະນັກງານ ສະມາຊິກພັກ ໃຫ້ຝຶກຝົນຫຼໍ່ຫຼອມ ປູກຝັງດ້ວຍຕົນເອງ ແລະເປັນແບບຢ່າງໃນການປະຕິບັດຕາມຄຸນສົມບັດປະຕິວັດ. ເຊື່ອມໂຍງການປະຕິບັດຕາມມາດຕະຖານຄຸນສົມບັດປະຕິວັດ ກັບການຂົນຂວາຍເສີມຂະຫຍາຍມູນເຊື້ອ, ອຸທິດຄວາມສາມາດໃຫ້ສົມກັບນາມະຍົດທະຫານລຸງໂຮ່ໃນໄລຍະໃໝ່”, ກັບການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ, ແບບແຜນຂອງໂຮ່ຈີມິນ ແລະ ບັນດາຂະບວນການແຂ່ງຂັນ, ບັນດາການຂົນຂວາຍຂອງກອງທັບ ແລະໃນທົ່ວປະເທດ   

ທີສີ່, ເສີມຂະຫຍາຍບົດບາດ ແລະຄວາມຮັບຜິດຊອບ ຂອງບັນດາອົງການແລະກອງກຳລັງ ໃນການຜັນຂະຫຍາຍມາດຕະຖານຄຸນສົມບັດປະຕິວັດ ຂອງພະນັກງານ ສະມາຊິກພັກໃນກອງທັບໃນໄລຍະໃໝ່ ໃຫ້ເປັນຮູບປະທຳ.

ບັນດາ​ອົງການ​ການ​ເມືອງ​ທຸກ​ຂັ້ນ​ຕ້ອງ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ ​ກ່ຽວ​ກັບ​ບົດບາດແລະຄວາມ​ຮັບຜິດຊອບຂອງຕົນ, ໃຫ້ຄຳແນະນຳໂດຍກົງແກ່ຜູ້​ນຳ​, ຜູ້ບັນຊາ​ອົງການ ແລະກົມກອງຕ່າງໆ ​ກ່ຽວ​ກັບ​ນະ​ໂຍບາຍ ​ແລະ ວິທີ​ແກ້​ໄຂ ​ເພື່ອ​ຜັນຂະຫຍາຍມາດຕະຖານ​ຄຸນສົມບັດປະຕິວັດ​ຂອງ​ພະນັກງານ ສະມາຊິກ​ພັກ​ໃນກອງທັບໃນ​ໄລຍະ​ໃໝ່ ໃຫ້ເປັນຮູບປະທຳ. ຊີ້​ນຳນຳພາ ແລະ ຈັດຕັ້ງ​ເປັນ​ຢ່າງ​ດີ​ ​ການ​ເຄື່ອນ​ໄຫວ​ໂຄສະນາຊວນເຊື່ອ, ສຶກສາຮ່ຳຮຽນ ແລະຜັນຂະຫຍາຍ​ບັນດາ​ມາດຕະຖານຄຸນສົມບັດ​ປະຕິວັດ ​ໃນ​ທຸກ​ການ​ເຄື່ອນ​ໄຫວ ​ຂອງ​ພະນັກງານ ສະມາຊິກ​ພັກ, ​ແລະ ທຸກ​ວຽກ​ງານ​ຂອງ​ບັນດາ​ອົງການແລະກົມກອງ.

ອົງການຈັດຕັ້ງມະຫາຊົນໃນສຳນັກງານ, ອົງການຈະຕ້ອງຜັນຂະຫຍາຍປະຕິບັດວຽກງານພັກ, ວຽກງານການເມືອງ, ໂຄງການ ແຜນການສຶກສາອົບຮົມການເມືອງແນວຄິດ ຢ່ງຈິງຈັງແລະມີຄຸນນະພາບ ໃຫ້ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມ ແລະ ສະມາຊິກອົງການມະຫາຊົນໃນແຕ່ລະປີ. ​ເພີ່ມ​ທະວີ​ການ​ຝຶກ​ອົບຮົມ​ຄວາມ​ຮັບຜິດຊອບ​ແລະ ຄວາມ​ຕັດສິນ​ໃຈ​ໃນ​ການ​ປະຕິບັດ​ໜ້າ​ທີ່.

ເສີມຂະຫຍາຍເປັນຢ່າງດີ ບົດບາດຂອງສະພາທະຫານ ໃນການດຳເນີນການຕາມລະບອບປະຊາທິປະໄຕໃນທຸກດ້ານ ແລະການເຄື່ອນໄຫວເປັນປົກກະຕິ. ສະພາທະຫານຈະຕ້ອງຮັບຟັງຄວາມຄິດເຫັນຂອງທະຫານທຸກຄົນສະເໝີ, ເຂົ້າໃຈແຈ້ງສະພາບການທາງດ້ານແນວຄິດ, ຂໍ້ດີແລະຂໍ້ຈຳກັດໃນການຝຶກຝົນຫຼໍ່ຫຼອມຕາມມາດຕະຖານຄຸນສົມບັດປະຕິວັດ, ແກ້ໄຂຂໍ້ກັງວັນແລະບັນຫາຂອງເຂົາໂດຍທັນທີ. ຕັ້ງໜ້າເຂົ້າຮ່ວມໃນການສ້າງອົງການທີ່ມີບັນຍາກາດປະຊາທິປະໄຕທີ່ດີ, ສ້າງສະພາບແວງລ້ອມທີ່ເອື້ອອຳນວຍໃຫ້ພະນັກງານ ສະມາຊິກພັກໃນການຝຶກຝົນຫຼໍ່ຫຼອມ ແລະຜັນຂະຫຍາຍມາດຕະຖານຄຸນສົມບັດປະຕິວັດ ເປັນຮູບປະທຳ.

ທີຫ້າ, ສືບຕໍ່ຍູ້ແຮງການສ້າງສະພາບແວດລ້ອມທາງວັດທະນະທຳ, ປະກອບສ່ວນສຳຄັນ ເຂົ້າໃນການຫັນມາດຕະຖານຄຸນສົມບັດປະຕິວັດ ຂອງພະນັກງານ ສະມາຊິກພັກໃນກອງທັບໃນໄລຍະໃໝ່ ເປັນຮູບປະທຳ.

ຄະນະພັກ, ຫົວໜ້າການເມືອງ, ກຳມະການການເມືອງ, ຜູ້ບັນຊາການທຸກ​ຂັ້ນທົ່ວກອງທັບເພີ່ມທະວີການຊີ້ນຳນຳພາ, “ຍົກສູງຄຸນນະພາບຂອງການສ້າງສະພາບແວດລ້ອມທາງວັດທະນະທຳການທະຫານທີ່ດີ, ປ້ອງກັນແລະຕ້ານກັບຜົນກະທົບທາງລົບ ຈາກກົນໄກຕະຫຼາດ ໂລກາພິວັດ ແລະຈາກການເຊື່ອມໂຍງສາກົນ ຢ່າງມີປະສິດທິພາບ(13). ສືບຕໍ່ຜັນຂະຫຍາຍປະຕິບັດການຂົນຂວາຍກໍ່ສ້າງສະພາບແວດລ້ອມທາງວັດທະນະທຳ, ຈັດຕັ້ງກຸ່ມທະຫານທີ່ສູ້ຊົນ, ຝຶກຝົນຫຼໍ່ຫຼອມ ແລະເສີມຂະຫຍາຍຄຸນສົມບັດຂອງ “​ທະຫານ​ລຸງ​ໂຮ່​ໃນ​ຍຸກ​ໃໝ່. ສົມທົບຢ່າງແໜ້ນແຟ້ນ ລະຫວ່າງການສ້າງສະພາບແວດລ້ອມທາງວັດທະນະທຳ ກັບການຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນໂຮ່ຈີມິນ, ກັບການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XII, ບົດສະຫຼຸບຂອງກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XIII ກ່ຽວກັບການກໍ່ສ້າງ, ປັບປຸງພັກ ແລະ ການຂົນຂວາຍໃຫ້ ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມສາມາດ, ສົມກັບນາມະຍົດທະຫານລຸງໂຮ່ໃນຍຸກໃໝ່”; ຕິດກັບຂະບວນການທົ່ວປວງຊົນສາມັກຄີກໍ່ສ້າງຊີວິດວັດທະນະທຳ”. ປະຕິບັດບັນດາມາດຕະຖານມະນຸດຂອງຫວຽດນາມ, ຮັກສາແລະສົ່ງເສີມຄຸນສົມບັດຂອງທະຫານລຸງໂຮ່ ໃນຍຸກໃໝ່ ເຊິ່ງເຊື່ອມໂຍງກັບການປະຕິບັດມາດຕະຖານຄຸນສົມບັດປະຕິວັດຂອງພະນັກງານ ສະມາຊິກພັກໃນກອງທັບ, ກໍ່ສ້າງ “ກົມກອງວັດທະນະທຳແລະ ຍູ້ແຮງຂະບວນການ “ແຂ່ງຂັນກັນເພື່ອໄຊຊະນະ”, ສ້າງຕົວແບບທີ່ດີເດັ່ນ, ແບບຢ່າງຄົນດີ, ວຽກເດັ່ນ”.

ໃຫ້ຄວາມສົນໃຈກັບການສ້າງບັນດາປັດໄຈທີ່ສອດຄ່ອງກັນຂອງສະພາບແວດລ້ອມທາງວັດທະນະທຳ, ໂດຍສະເພາະແມ່ນ ເອົາໃຈໃສ່ໃນການສ້າງການພົວພັນພຶດຕິກຳທາງວັດທະນະທຳ, ຄວາມສາມັກຄີພາຍໃນ, ຄວາມສາມັກຄີລະຫວ່າງທະຫານແລະປະຊາຊົນ; ເບິ່ງແຍງດູແລເປັນປະຈຳ ເຖິງຊີວິດທາງວັດທະນະທຳ ແລະຊີວິດຈິດໃຈທີ່ດີ ສົດໃສ ແລະອຸດົມສົມບູນ. ປັບປຸງບູລະນະ ແລະຍົກສູງປະສິດທິຜົນ ການດຳເນີນງານຂອງລະບົບສະຖາບັນວັດທະນະທຳ ແລະກິດຈະກຳວັດທະນະທຳທາງທະຫານ. ພະນັກງານ ສະມາຊິກພັກຂອງອົງການແລະກົມກອງຕ່າງໆຕ້ອງຕັ້ງໜ້າແລະເປັນເຈົ້າການ ໃນການປ້ອງກັນການແຊກຊຶມຂອງປັດໄຈທີ່ຝືນວັດທະນະທຳ ແລະວັດທະນະທຳທີ່ “ບໍ່ດີ, ເປັນພິດເຂົ້າໃນອົງການ, ກົມກອງ. ເພີ່ມທະວີການຕໍ່ສູ້ແລະປະຕິເສດຢ່າງຮຸນແຮງກວ່າອີກ “ຕໍ່ທັດສະນະທີ່ຜິດພາດແລະເປັນສັດຕູ, ບໍ່ພຽງແຕ່ໃນສື່ໜັງສືພິມເທົ່ານັ້ນ, ແຕ່ຍັງລວມເຖິງພາຍໃນອົງການແລະໃນສັງຄົມ, ບໍ່ປ່ອຍໃຫ້ທັດສະນະທີ່ຜິດພາດເກີດຂຶ້ນ ຫຼືມີຢູ່ໃນກອງທັບໂດຍເດັດຂາດ(14),.../.

---------------------------------

(1), (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 180, 184

(3) ເບິ່ງ: ມະຕິສະບັບເລກທີ 847-NQ/QUTW, ລົງວັນທີ 28 ທັນວາ 2022, ຂອງຄະນະພັກການທະຫານສູນກາງວ່າດ້ວຍການເສິມຂະຫຍາຍຄຸນສົມບັດຂອງທະຫານລຸງໂຮ່”, ຕໍ່ສູ້ຕ້ານລັດທິອັດຕະບຸກຄົນໃນສະພາບການໃໝ່ຢ່າງເດັດດ່ຽວ

(4) ໂຮ່ຈີມິນນິພົນຄົບຊຸດສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 14, ໜ້າ 435

(5) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 9, ໜ້າ 281

(6) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 10, ໜ້າ 490

(7) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 333

(8) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 8, ໜ້າ 373

(9) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 483

(10) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 11, ໜ້າ 113

(11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 160

(12) ເຊັ່ນ: ບົດສະຫຼຸບສະບັບເລກທີ 01-KL/TW, ລົງວັນທີ 18 ພຶດສະພາ2021, ຂອງກົມການເມືອງສູນກາງພັກວ່າດ້ວຍການສືບຕໍ່ປະຕິບັດຄຳສັ່ງເລກທີ 05-CT/TW ຂອງກົມການເມືອງສູນກາງພັກ ວ່າດ້ວຍການຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະແບບແຜນໂຮ່ຈີມິນ””; ກົດລະບຽບເລກທີ 37-QĐ/TW, ລົງວັນທີ 25 ທັນວາ 2021, ຂອງຄະນະບໍລິຫານງານສູນກາງພັກ “ກ່ຽວກັບສິ່ງທີ່ສະມາຊິກພັກບໍ່ໄດ້ຮັບອະນຸຍາດໃຫ້ເຮັດ”; ບົດສະຫຼຸບສະບັບເລກທີ 21-KL, ລົງວັນທີ 25 ຕຸລາ 2021, ຂອງກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XIII “ວ່າດ້ວຍການຍູ້ແຮງການກໍ່ສ້າງແລະປັບປຸງພັກ ແລະ ລະບົບການເມືອງ; ເດັດດ່ຽວກີດກັ້ນ, ຍູ້ຖອຍ ແລະຈັດການຢ່າງເຂັ້ມງວດກັບພະນັກງານ ສະມາຊິກພັກທີ່ເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, ມີປະກົດການຂອງ ການປ່ຽນແປງຕົນເອງ”, “ການຜັນປ່ຽນຕົນເອງ””; ຄຳສັ່ງເລກທີ 855-CT/QUTW ອອກວັນທີ 12 ສິງຫາ 2019, ຂອງຄະນະປະຈຳຄະນະພັກການທະຫານສູນກາງວ່າດ້ວຍການຍູ້ແຮງການຂົນຂວາຍເສີມຂະຫຍາຍມູນເຊື້ອ, ອຸທິດຄວາມສາມາດ, ສົມກັບນາມມະຍົດ “ທະຫານລຸງໂຮ່” ໃນຍຸກໃໝ່”; ມະຕິສະບັບເລກທີ 847-NQ/QUTW, ລົງວັນທີ 28 ທັນວາ 2021, ຂອງຄະນະພັກການທະຫານສູນກາງ ວ່າດ້ວຍການເສີມຂະຫຍາຍຄຸນສົມບັດຂອງທະຫານລຸງໂຮ່”, ເດັດດ່ຽວຕໍ່ສູ້ຕ້ານລັດທິອັດຕະບຸກຄົນໃນສະພາບການໃໝ່”;...

(13) ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມເອກະສານເພື່ອຄົ້ນຄວ້າ, ຮ່ຳຮຽນ ແລະຊາບຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສະໄໝ 2020-2025, ສພຈ. ກອງທັບປະຊາຊົນ, ຮ່າໂນ້ຍ, 2020, ໜ້າ 68

(14) ຫງວຽນຝູຈ້ອງບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງໄປສູ່ສັງຄົມນິຍົມຂອງຫວຽດນາມສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 444

* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1023 (ຕຸລາ 2023)