ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ລັດຖະກອນ​ໃນ​ການບໍລິຫານ​ແຫ່ງຊາດ
​ຕາມ​ທິດ​ທັນ​ສະ​ໄໝ ​ແລະ ມີ​ປະສິດທິ​ພາບ

ໂດຍ ປອ. ເຈິ່ນ ແອັງ ຕ໊ວນ
ອະດີດຮອງລັດຖະມົນຕີກະຊວງພາຍໃນ, ປະທານສະມາຄົມວິທະຍາສາດການບໍລິຫານຫວຽດນາມ
02:37, 04-05-2024

ວກ. - ເພື່ອປະຕິບັດເປົ້າໝາຍ ຄວາມຮຽກຮ້ອງຕ້ອງການ ແລະ ບັນດາເນື້ອໃນຂອງການບໍລິຫານແຫ່ງຊາດ, ຖັນແຖວພະນັກງານລັດຖະກອນມີບົດບາດສຳຄັນທີ່ສຸດ, ສົ່ງ​ຜົນ​ກະທົບ​ຕໍ່​ຜົນສຳ​ເລັດຫຼືຄວາມ​ລົ້ມ​ເຫຼວ ​ໃນ​ການ​ປະຕິບັດ​ແນວທາງ​ແລະນະ​ໂຍບາຍ​ຂອງ​ພັກ​ ແລະ ລັດ. ຄວາມສາມາດ, ຄຸນວຸດທິ, ຄວາມຮັບຜິດຊອບ ແລະ ຈິດໃຈການເຮັດວຽກຂອງພະນັກງານລັດຖະກອນມີຜົນກະທົບໂດຍກົງ ຕໍ່ປະສິດທິຜົນການເຄື່ອນໄຫວໃນການປົກຄອງປະເທດ.

ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ເວືອງ ດິ່ງເຫວ້ ກວດກາການປະຕິບັດມະຕິຂອງສະພາແຫ່ງຊາດ ຢູ່ໂຄງການລົງທຶນກໍ່ສ້າງສະໜາມບິນສາກົນລອງແທ່ງ (ໄລຍະ 1) _ແຫຼ່ງ: quochoi.vn

ການບໍລິຫານແຫ່ງຊາດຕາມທິດທັນສະໄໝ ແລະ ມີປະສິດທິພາບ

ຢູ່ປະເທດຫວຽດນາມ, ກ່ອນໜ້ານີ້, ເມື່ອປະຕິບັດກົນໄກຫັນເປັນແຜນການລວມສູນ ເກື້ອກູນ, ການປົກຄອງແຫ່ງຊາດໄດ້ດຳເນີນການຕາມຈິນຕະນາການ ແລະວິທີການທີ່ເນັ້ນເນື້ອໃນແລະຄວາມຮັບຜິດຊອບໃນການຄຸ້ມຄອງລັດ. ຕາມນັ້ນ, ລັດໄດ້ປະຕິບັດຕາມຄວາມຮັບຜິດຊອບ ແລະ ສິດຂອບເຂດທີ່ໄດ້ຮັບມອບໝາຍ ໃນທຸກດ້ານຂອງຊີວິດເຊັ່ນ: ການເມືອງ ເສດຖະກິດ ວັດທະນະທຳ ສັງຄົມ ຄວາມໝັ້ນຄົງ ແລະ ການປ້ອງກັນປະເທດ. ໄດ້ເສີມຂະຫຍາຍບົດບາດຂອງປະຊາຊົນ, ຂອງຊຸມຊົນ, ຂອງບັນດາອົງການນອກພາກລັດ ແລະອື່ນໆ ແຕ່ສ່ວນໃຫຍ່ພາຍໃຕ້ແງ່ມຸມຂອງການຕິດຕາມກວດກາ ໂດຍມີເປົ້າໝາຍໃນການປະກອບສ່ວນຍົກສູງປະສິດທິພາບ ແລະປະສິດທິຜົນການຄຸ້ມຄອງຂອງບັນດາອົງການລັດ. ໃນ​ເອກະສານ​ນິຕິ​ກຳ, ​ໃນ​ການ​ເຄື່ອນ​ໄຫວ​ພາກ​ປະຕິບັດ, ຕົ້ນຕໍແມ່ນເວົ້າເຖິງບັນຫາ ການ​ຄຸ້ມ​ຄອງ​ລັດ”, ​ໃນ​ຂະນະ​ທີ່​ຄຳ​ວ່າ ການບໍລິຫານ​ແຫ່ງ​ຊາດ​ແມ່ນ​ບໍ່​ໄດ້​ເວົ້າ​ເຖິງ. ຈາກນັ້ນ, ລະບອບການບໍລິຫານສະທາລະນະ ແລະ ຖັນແຖວພະນັກງານ, ລັດຖະກອນກໍ່ຖືກສ້າງຂຶ້ນ ດ້ວຍຄວາມຮຽກຮ້ອງຕ້ອງການທີ່ເໝາະສົມ ແລະສອດຄ່ອງກັນໃນແງ່ມຸມຂອງ “ການຄຸ້ມຄອງລັດ”.

ຜ່ານຂະບວນການປ່ຽນແປງໃໝ່ປະເທດ, ໂດຍສະເພາະໃນໄລຍະປະຈຸບັນ, ເພື່ອໃຫ້ສາມາດເຕົ້າໂຮມຊັບພະຍາກອນທັງໝົດ ແລະ ເສີມຂະຫຍາຍທ່າແຮງທັງໝົກໃນດ້ານການເມືອງ ເສດຖະກິດ ວັດທະນະທຳ ແລະ ສັງຄົມ, ເພື່ອພັດທະນາປະເທດໃຫ້ມີສະຖຽນລະພາບ ແລະມີສ່ວນຮ່ວມໃນການເຊື່ອມໂຍງສາກົນ, ຈຳເປັນຕ້ອງຫັນຈາກ​ການ​ຄຸ້ມ​ຄອງ​ລັດ​ແບບ​ງ່າຍດາຍ ​ມາ​ເປັນ​ການບໍລິຫານ​ແຫ່ງຊາດ. ການ​ບໍລິຫານ​ແຫ່ງ​ຊາດ​ຕ້ອງ​ໄດ້​ຮັບແນວທາງ​ຈາກ​ແນວ​ຄິດ​ໃໝ່ ເພື່ອກຳ​ນົດ​ແນວ​ຄວາມ​ຄິດ, ຄວາມຮຽກຮ້ອງຕ້ອງການ ແລະ ເນື້ອໃນ​ໃຫ້​ຊັດ​ເຈນ​ໃນ​ສະ​ພາບ​ການ​ປະ​ຈຸ​ບັນ. ຈາກນັ້ນ, ພັດທະນາລະບອບບໍລິຫານສະທາລະນະໃຫ້ສົມບູນ ແລະ ສ້າງແລະຝຶກອົບຮົມຖັນແຖວພະນັກງານລັດຖະກອນໃຫ້ມີປະລິມານພຽງພໍ ແລະມີຄຸນນະພາບເໝາະສົມ. ໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ເປັນຄັ້ງທຳອິດທີ່ມີການກ່າວເຖິງຄຳວ່າ ການບໍລິຫານແຫ່ງຊາດ: ປ່ຽນແປງໃໝ່ການບໍລິຫານແຫ່ງຊາດຕາມທິດທາງທັນສະໄໝ, ໂດຍສະເພາະ ການບໍລິຫານຄຸ້ມຄອງການພັດທະນາ ແລະການບໍລລິຫານຄຸ້ມຄອງສັງຄົມ. ການສ້າງກົງຈັກຂອງລັດແຫ່ງອຳນາດກົດໝາຍສັງຄົມນຍົມທີ່ຮັດກຸມ, ມີປະສິດທິພາບ ແລະປະສິດທິຜົນ; ຍູ້​ແຮງ​ການ​ແບ່ງ​ຂັ້ນແລະການກະຈາຍອຳນາດ ​ເພື່ອ​ຮັບປະກັນ​ການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ ແລະ ເສີມຂະຫຍາຍຄວາມເປັນເຈົ້າການ ຄວາມຄິດສ້າງສັນ ​ແລະ ຄວາມ​ຮັບຜິດຊອບ ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ(1).

ຢູ່ປະເທດຫວຽດນາມ, ສາມໃນບັນດາທິດທາງພື້ນຖານເພື່ອປະຕິບັດບັນດາເປົ້າໝາຍການພັດທະນາທີ່ໄດ້ລະບຸໄວ້ໃນໂຄງການການເມືອງກໍ່ສ້າງປະເທດໃນໄລຍະຂ້າມຜ່ານສູ່ລັດທິສັງຄົມນິຍົມ (ສະບັບເພີ່ມເຕີມແລະພັດທະນາປີ 2011) ນັ້ນແມ່ນ: ການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ; ການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ; ການສ້າງລະບອບປະຊາທິປະໄຕສັງຄົມນິຍົມ, ປະຕິບັດມະຫາສາມັກຄີປວງຊົນທັງຊາດ, ເພີ່ມທະວີແລະຂະຫຍາຍແນວ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ລະບອບປະຊາທິປະໄຕສັງຄົມນິຍົມດ້ວຍກົນໄກພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າຂອງ, ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ ແລະຂອງບັນດາອົງການສະມາຊິກ,... ໃນເງື່ອນໄຂແລະສະຖານະການປະຈຸບັນ, ​ເພື່ອ​ບັນລຸ​ການ​ຄຸ້ມ​ຄອງ​ບໍລິຫານ​ຢ່າງ​ມີ​ປະສິດທິ​ຜົນ, ບໍ່​ພຽງ​ແຕ່​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ ແລະ ຄວາມ​ຮັບຜິດຊອບ​ຂອງ​ລັດ​ເທົ່າ​ນັ້ນ, ແຕ່​ຍັງ​ຕ້ອງ​ປຸກລະດົມ​ກຳລັງ​ແຮງ​ຂອງ​ທົ່ວ​ລະບົບ​ການ​ເມືອງ, ສຸມ​ໃສ່ການເຮັດໃຫ້​​ສະ​ຖາ​ບັນ​ສົມບູນ​ແບບ, ສ້າງ “​ກົດລະບຽບຂອງເກມ, ສະໜາມ​ຫຼິ້ນ ແລະ ​ຜູ້ຫຼິ້ນທີ່ສອດຄ່ອງກັບຂະບວນການພັດທະນາປະເທດ.

ໃນການພົວພັນກັບບັນດາປະເທດໃນໂລກ, ຫວຽດນາມກຳລັງດຳເນີນນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ພະຫຸພາຄີ, ການກະຈາຍຄວາມຫຼາກຫຼາຍ, ການຮ່ວມມືສາກົນຢ່າງຮອບດ້ານແລະກວ້າງຂວາງ, ພ້ອມແລ້ວທີ່ຈະເປັນເພື່ອນແລະເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້, ເປັນສະມາຊິກທີ່ຕັ້ງໜ້າແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານຂອງຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ຄວາມສະເໝີພາບ ການຮ່ວມມື ແລະ ຜົນປະໂຫຍດຮ່ວມກັນ.

ການບໍລິຫານແຫ່ງຊາດມຸ່ງສູ່ເປົ້າໝາຍທັນສະໄໝ ແລະມີປະສິດທິພາບ ເຊິ່ງໝາຍຄວາມວ່າ ກົງຈັກແຫ່ງລັດຈະຕ້ອງໄດ້ຮັບການຈັດຕັ້ງໃຫ້ຮັດກຸມຄ່ອງຕົວ, ເຄື່ອນໄຫວຢ່າງມີປະສິດທິພາບ ແລະປະສິດທິຜົນ, ​ເອົາ​ໃຈ​ໃສ່​ເຖິງ​ບົດບາດກຳນົດທິດທາງ, ດັດປັບ, ສ້າງວິໄສທັດການພັດທະນາ ໂດຍມຸ່ງສູ່ເປົ້າໝາຍການຄຸ້ມຄອງບໍລິຫານຢ່າງມີປະສິດທິຜົນ. ວິໄສທັດການບໍລິຫານແຫ່ງຊາດຈະຕ້ອງມີຄວາມສະເພາະໃນລະດັບແນວຕັ້ງແລະແນວນອນ, ຕັ້ງແຕ່ສູນກາງຈົນເຖິງຂັ້ນແຂວງ, ເມືອງ ແລະ ຕາແສງ, ຈົນເຖິງຂະແໜງການແລະຂົງເຂດຕ່າງໆ, ແຕ່ຕ້ອງຮັບປະກັນຄວາມເຊື່ອມໂຍງແລະຕິດຕໍ່ກັນ. ການຄຸ້ມຄອງບໍລິຫານໃນແຕ່ລະເຂດການປົກຄອງ ຈະຕ້ອງເຊື່ອມໂຍງແລະບັນລຸຜົນສຳເລັດ ໃນການບໍລິຫານແຫ່ງຊາດ ເຊິ່ງເປັນບັນດາພາຫະທີ່ມີທິດທາງດຽວກັນ ຂອງການບໍລິຫານແຫ່ງຊາດ. ຄວາມທັນສະໄໝ ແລະປະສິດທິຜົນ ຂອງການບໍລິຫານແຫ່ງຊາດ ຍັງສະແດງອອກໃນການເຄື່ອນໄຫວຂອງສະມາຄົມ, ສະມາພັນ, ວິສາຫະກິດ ແລະປະຊາຊົນ. ການເຄື່ອນໄຫວເຫຼົ່ານີ້ ບໍ່ໄດ້ຢຸດຢູ່ທີ່ການຕິດຕາມ, ການກວດກາ ແລະ ການວິພາກວິຈານ, ແຕ່ຍັງຂະຫຍາຍໄປສູ່ການ​ເຄື່ອນ​ໄຫວ​ບໍລິຈາກຊັບພະຍາກອນ, ​ການເຂົ້າ​ຮ່ວມໃນ​ການ​ສ້າງ​ນະ​ໂຍບາຍ ​ແລະ ​ແມ່ນ​ແຕ່​ປະຕິບັດ​ເປົ້າ​ໝາຍ​ການພັດທະນາ​ໂດຍ​ກົງ. ພ້ອມກັນນັ້ນ, ຮ່ວມ​ກັນ​ສຸມ​ໃສ່​ການ​ຜັນ​ຂະຫຍາຍ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການ​ຫັນເປັນ​ດິ​ຈິ​ຕອນ ​ແລະ ການປັບປຸງອຸປະກອນ ແລະ ສະຖານ​ທີ່​ເຮັດ​ວຽກ​ໃຫ້​ທັນ​ສະ​ໄໝ. ການປະສົມປະສານກິດຈະກໍາດັ່ງກ່າວຢ່າງດີ ຈຶ່ງຮັບປະກັນຄວາມທັນສະໄໝ ແລະມີປະສິດທິພາບ.

ດ້ວຍວິທີການເຂົ້າເຖິງການບໍລິຫານແຫ່ງຊາດຂ້າງເທິງ, ຈະເຫັນໄດ້ວ່າ ເພື່ອໃຫ້ການບໍລິຫານແຫ່ງຊາດມີຄວາມທັນສະໄໝແລະມີປະສິດທິພາບ, ຈຳເປັນຕ້ອງເອົາໃຈໃສ່ເນື້ອໃນດັ່ງຕໍ່ໄປນີ້: 1- ກົງຈັກຂອງລັດຢູ່ສູນກາງ ແລະອຳນາດການປົກຄອງທ້ອງຖິ່ນ ຕ້ອງໄດ້ຈັດຕັ້ງໃຫ້ມີຄວາມຮັດກຸມຄ່ອງຕົວ ແລະ ກຳນົດຄວາມຮັບຜິດຊອບ, ໜ້າທີ່, ສິດຂອບເຂດ ແລະ ການດຳເນີນການ ຢ່າງຈະແຈ້ງແລະໂປ່ງໃສ. ສ້າງສັນລະບອບການບໍລິຫານສາທາລະນ ແລະ ລັດຖະກອນຕາມຕຳແໜ່ງວຽກງານ; 2- ລະດົມ​ທຸກ​ແຫຼ່ງກຳລັງ​ເພື່ອ​ພັດທະນາ​ປະ​ເທດ, ບໍ່​ພຽງ​ແຕ່​ງົບປະມານ​ດ້ານ​ການ​ເງິນ​ເທົ່າ​ນັ້ນ, ແຕ່​ຍັງລວມເຖິງຊັບພະຍາກອນ​ອື່ນໆເຊັ່ນ ຊັບພະຍາກອນບຸກຄົນ, ຜູ້ເກັ່ງກ້າສາມາດ, ​ເຕັກ​ໂນ​ໂລ​ຢີ, ເຕັກນິກ, ບົດຮຽນປະສົບການ, ປັນຍາ​ຊົນ...; ບັນດາການເຄື່ອນໄຫວຂອງລັດ ຈະຕ້ອງສອດຄ່ອງກັບຄວາມຕ້ອງການໃນການພັດທະນາ ແລະ ການນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ; 3- ດຶງດູດແລະເຄົາລົບໃຊ້ຜູ້ທີ່ມີຄວາມເກັ່ງກ້າສາມາດ ໂດຍບໍ່ຈຳແນກສັນຊາດ, ເຂດແຂວງ ຫຼື ອາຍຸ (ຈໍາເປັນຕ້ອງມີວິສະວະກອນໃຫຍ່ສໍາລັບແຕ່ລະຂົງເຂດການພັດທະນາ); ປັບປຸງຄຸນນະພາບການຝຶກອົບຮົມ ແລະ ພັດທະນາຊັບພະຍາກອນບຸກຄົນຄຸນນະພາບສູງ; 4- ສ້າງເງື່ອນໄຂໃຫ້ປະຊາຊົນ, ທຸກອົງການ, ສະມາຄົມ ແລະວິສາຫະກິດ ມີສ່ວນຮ່ວມ ແລະ ຮັບຜິດຊອບກິດຈະກຳແລະໂຄງການພັດທະນາເສດຖະກິດ ວັດທະນະທຳ  ສັງຄົມ ຄວາມໝັ້ນຄົງ ການປ້ອງກັນປະເທດ ເພື່ອປະຕິບັດບັນດາເປົ້າໝາຍ ແລະໜ້າທີ່ການພັດທະນາປະເທດ; ປັບປຸງຍົກສູງຄຸນນະພາບຂອງສາທາລະນະສຸກ ແລະ ລະບົບຮັກສາຄວາມປອດໄພທາງສັງຄົມ ເພື່ອຮັບໃຊ້ປະຊາຊົນ; 5- ຍູ້ແຮງແລະຂະຫຍາຍການຮ່ວມມື ແລະ ການເຊື່ອມໂຍງສາກົນ; ໃຊ້​ປະ​ໂຍດ​ແລະ​ດູດ​ຊຶມ​ການ​ນໍາ​ໃຊ້​ຜົນ​ສໍາ​ເລັດ​ທາງວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​; ເຊື່ອມໂຍງແລະຮ່ວມມືກັບສູນຄົ້ນຄວ້າ ແລະ ຝຶກອົບຮົມທາງວິທະຍາສາດທີ່ມີຊື່ສຽງ.

ບັນດາຫຼັກການຂອງການບໍລິຫານແຫ່ງຊາດທີ່ທັນສະໄໝແລະມີປະສິດທິພາບ ໃນເງື່ອນໄຂຂອງຫວຽດນາມ ສາມາດກຳນົດໄດ້ໃນຂັ້ນຕົ້ນດັ່ງນີ້:

- ຮັບປະກັນການນຳພາໂດຍກົງ, ຮອບດ້ານ ແລະເດັດຂາດ ຂອງພັກກອມມູນິດຫວຽດນາມ ໃນການບໍລິຫານແຫ່ງຊາດ.

- ການເຂົ້າຮ່ວມຢ່າງກວ້າງຂວາງຂອງປະຊາຊົນ, ອົງການນອກພາກລັດ ແລະ ວິສາຫະກິດ.

- ຮັບປະກັນໃຫ້ມີຫຼັກນິຕິທຳທີ່ຮອບດ້ານ, ເຄົາລົບກົດໝາຍ ແລະເຊີດຊູຄວາມຮັບຜິດຊອບຂອງລັດ, ອົງການ ແລະ ພົນລະເມືອງ ເມື່ອເຂົ້າຮ່ວມການເຄື່ອນໄຫວຄຸ້ມຄອງບໍລິຫານແຫ່ງຊາດ.

- ຮັບປະກັນຄວາມເປີດເຜີຍ ໂປ່ງໃສ ແລະ ຄວາມຮັບຜິດຊອບອະທິບາຍລາຍງານ ໃນການເຄື່ອນໄຫວຂອງສຳນັກງານ ອົງການ ໜ່ວຍງານ ແລະ ບຸກຄົນທີ່ມີອຳນາດຊີ້ແຈງຂໍ້ມູນ ແລະ ອະທິບາຍການຕັດສິນໃຈ ແລະການດຳເນີນການຂອງຕົນ ຢ່າງໄວວາແລະຄົບຖ້ວນ ໃນຂະນະປະຕິບັດໜ້າທີ່ ແລະງານລັດຖະການ ທີ່ໄດ້ຮັບມອບໝາຍ.

- ການເຄື່ອນໄຫວທັງໝົດທີ່ຢູ່ໃນເນື້ອໃນການບໍລິຫານແຫ່ງຊາດຈະຕ້ອງຕອບສະໜອງຄວາມຄາດຫວັງ ແລະຄວາມເພີ່ງພໍໃຈ ຂອງປະຊາຊົນແລະສັງຄົມໃນລະດັບສູງ.

- ຂະຫຍາຍການຮ່ວມມື ແລະການພົວພັນສະກົນ, ຍົກສູງຖານະທີ່ຕັ້ງແລະບົດບາດຂອງປະເທດໃນເວທີສາກົນ ໃນການເຂົ້າຮ່ວມການແກ້ໄຂບັນຫາລະດັບພາກພື້ນ ແລະລະດັບໂລກ.

- ການດຳເນີນການບໍລິຫານແຫ່ງຊາດຈະຕ້ອງຮັບປະກັນຄວາມເຫັນດີເຫັນພ້ອມ ແລະ​ຄວາມ​ຍຸ​ຕິ​ທໍາທາງ​ສັງ​ຄົມ, ການພັດທະນາທີ່ຍືນຍົງ ແລະໝັ້ນຄົງ.

ການສ້າງຖັນແຖວ​ພະນັກງານ​ລັດຖະກອນ​ໃນ​ການບໍລິຫານແຫ່ງຊາດ
​ທີ່​ທັນ​ສະ​ໄໝ ​ແລະ ມີ​ປະສິດທິພາບ

ເພື່ອໃຫ້ມີຖັນແຖວພະນັກງານລັດຖະກອນທີ່ເໝາະສົມກັບການບໍລິຫານແຫ່ງຊາດທີ່ທັນສະໄໝແລະມີປະສິດທິພາບ, ໃນສະພາບການການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ລະບອບປະຊາທິປະໄຕສັງຄົມນິຍົມ ຄວບຄູ່ໄປກັບການປະຕິວັດອຸດສາປະກຳຄັ້ງທີສີ່; ເສດຖະກິດແລະສັງຄົມມີການພັດທະນາຢ່າງຕໍ່ເນື່ອງ; ການສື່ສານທີ່ແຜ່ຫຼາຍ; ລະດັບສະຕິປັນຍາຂອງປະຊາຊົນມີການປັບປຸງຍົກສູງ; ການເຊື່ອມໂຍງສາກົນນັບມື້ນັບກວ້າງຂວາງເລິກເຊິ່ງ ຄວບຄູ່ໄປກັບຄວາມເດັດດ່ຽວຂອງພັກແລະລັດ ໃນການປ້ອງກັນແລະຕໍ່ສູ້ກັບການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້,... ມີຄວາມຈຳເປັນທີ່ຈະຕ້ອງດຳເນີນການແກ້ໄຂບາງບັນຫາຕໍ່ໄປນີ້:

ລັດຖະບານຄຸ້ມຄອງເປັນເອກະພາບຕໍ່ລະບົບລາຍຊື່ຕຳແໜ່ງວຽກງານ:

ລັດຖະບານຈຳເປັນຕ້ອງກຳນົດວິທີການກຳນົດຕຳແໜ່ງວຽກງານ ເພື່ອໃຫ້ກະຊວງ, ຂະແໜງການ ແລະທ້ອງຖິ່ນປະຕິບັດຕາມຢ່າງເປັນເອກະພາບ. ຕຳແໜ່ງວຽກງານ, ລາຍຊື່ຕຳແໜ່ງວຽກງານ ຈຳເປັນຕ້ອງໄດ້ຮັບການກຳນົດໃໝ່ ໃນດ້ານອຳນາດໜ້າທີ່ ເພື່ອຮັບປະກັນການຄຸ້ມຄອງເປັນເອກະພາບຂອງສູນກາງ, ຮັບປະກັນຫຼັກການ: ສຳລັບບັນດາອົງການຈັດຕັ້ງທີ່ມີພາລະບົດບາດ ແລະ ໜ້າທີ່ດຽວກັນໃນກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງກັນ, ກອບຕຳແໜ່ງວຽກງານຈະຕ້ອງຄືກັນ, ໝາຍຄວາມວ່າ ຈະຕ້ອງຢູ່ໃນໝວດຕຳແໜ່ງວຽກງານດຽວກັນ. ການ​ຄຸ້ມ​ຄອງ​ຕໍາ​ແໜ່ງ​ວຽກ​ງານ​ຕ້ອງ​ໄດ້​ຮັບ​ການ​ທົບ​ທວນ​ຄືນ ​ເພື່ອ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ປັບປຸງແລະປ່ຽນແປງໃໝ່​ ລະບອບບໍລິຫານສາທາລະນະ ​ແລະ ລັດຖະກອນ​ ຢ່າງຮອບດ້ານ​ແລະຄົບຊຸດ.

ຊຸກຍູ້​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງການບັນຈຸບຸກຄະລາກອນ

ການບັນຈຸພະນັກງານ ລັດຖະກອນໄດ້ຮັບການກຳນົດບົນພື້ນຖານລາຍຊື່ຕຳແໜ່ງວຽງານ, ປະລິມານແມ່ນຂຶ້ນກັບຂອບເຂດຂອງການຄຸ້ມຄອງ, ປະລິມານວຽກງານ ແລະ ການຈັດຕັ້ງແຮງງານຂອງແຕ່ລະໜ່ວຍງານ ຫຼື ອົງການ. ເພື່ອເສີມຂະຫຍາຍບົດບາດຄຸ້ມຄອງຕົນເອງຂອງອຳນາດການປົກຄອງທ້ອງຖິ່ນ, ຈຳເປັນຕ້ອງ​ຊຸກຍູ້​ການ​ແບ່ງ​ຂັ້ນ​ອຳນາດໃນການ​​ຕັດສິນ​ໃຈດ້ານບຸກຄະລາກອນ​ ໃຫ້ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕາມ​ທິດທາງ:

- ການບັນຈຸບຸກຄະລາກອນຂອງບັນດາອົງການສູນກາງ ໄດ້ຮັບການຄຸ້ມຄອງເປັນເອກະພາບ ແລະ ຕັດສິນໃຈໂດຍອົງການບໍລິຫານລະດັບດຽວ.

- ການບັນຈຸບຸກຄະລາກອນໃນທ້ອງຖິ່ນ ໄດ້ຖືກແບ່ງຂັ້ນໃຫ້ອຳນາດການປົກຄອງທ້ອງຖິ່ນຕັດສິນໃຈດ້ວຍຕົນເອງ ເພື່ອເສີມຂະຫຍາຍການຄຸ້ມຄອງຕົນເອງ ແລະຄວາມຮັບຜິດຊອບຂອງອຳນາດຫານປົກຄອງທ້ອງຖິ່ນ.

- ​ປ່ຽນຈິນຕະນາການ​ກ່ຽວ​ກັບ​ການ​ຈັດ​ສັນ​ແລະ​ການ​ສະໜອງເງິນ​ທຶນ​: ອົງການທີ່ມີອຳນາດຈະບໍ່ມອບເງິນທຶນໃຫ້ກັບໜ່ວຍງານແລະອົງການ ຕາມການບັນຈຸບຸກຄະລາກອນທີ່ໄດ້ອະນຸມັດ, ແຕ່ປ່ຽນມາໃຊ້ການຈັດສັນເງິນທຶນຕາມໜ້າທີ່ວຽກງານ ແລະແຜນງານປະຈຳປີ ທີ່ໄດ້ຮັບມອບໝາຍ.

- ຍົກເລີກຄຳວ່າການບັນຈຸບຸກຄະລາກອນໜ້ອຍສຸດ, ການບັນຈຸບຸກຄະລາກອນຫຼາຍສຸດ”. ຕາມຕຳແໜ່ງວຽກງານ ການບັນຈຸບຸກຄະລາກອນຈະຄົງທີ່ສະເໝີ, ບໍ່ສາມາດມີການບັນຈຸບຸກຄະລາກອນໜ້ອຍສຸດ ແລະກໍ່ບໍ່ມີການບັນຈຸບຸກຄະລາກອນຫຼາຍສຸດ.

- ກ່ຽວກັບການປັບປຸງການບັນຈຸບຸກຄະລາກອນໃຫ້ກະທັດລັດ, ຈຳເປັນຕ້ອງປະຕິບັດຕາມແນວຄິດ, ໜ້າທີ່ ແລະວິທີແກ້ໄຂທີ່ກຳນົດໄວ້ໃນມະຕິເລກທີ 39-NQ/TW, ລົງວັນທີ 17 ເມສາ 2015 ຂອງກົມການເມືອງສູນກາງພັກ ວ່າດ້ວຍການປັບປຸງການບັນຈຸບຸກຄະລາກອນໃຫ້ກະທັດລັດ ແລະ ປັບໂຄງປະກອບຖັນແຖວພະນັກງານ ລັດຖະກອນ ພາລະກອນຄືນໃໝ່ ດ້ວຍຈຸດປະສົງປັບປຸງຍົກສູງຄຸນນະພາບຂອງຖັນແຖວພະນັກງານ ລັດຖະກອນ, ໂດຍຖອດບຸກຄົນທີ່ບໍ່ສາມາດເຮັດວຽກໄດ້ອອກຈາກທີມງານ ເພື່ອຮັບເອົາຄົນທີ່ສາມາດເຮັດວຽກໄດ້ດີເຂົ້າຮັບໃຊ້ວຽກງານສາທາລະນະ.

ກ່ຽວກັບການແບ່ງອຳນາດ ແລະ ແບ່ງຂັ້ນຄຸ້ມຄອງ ພະນັກງານລັດຖະກອນ:

ການຄຸ້ມຄອງພະນັກງານລັດຖະກອນມີຫຼາຍເນື້ອໃນເຊັ່ນ ການຮັບສະໝັກ, ການຍົກຍ້າຍ, ການມອບໝາຍວຽກງານ, ການວາງແຜນ, ການຝຶກອົບຮົມ, ການບຳລຸງສ້າງ, ການປະເມີນຜົນ, ເງີນເດືອນແລະຄ່າຕອບແທນ, ການຍ້ອງຍໍໃຫ້ລາງວັນ, ວິໄນ, ການເລີກຈ້າງ... ເພື່ອກ້າວຂ້າມຂໍ້ຈຳກັດ ແລະ ປ່ຽນແປງໃໝ່ ກົນໄກການຄຸ້ມຄອງພະນັກງານລັດຖະກອນ ຕາມຕຳແໜ່ງວຽກງານ (ດັ່ງທີ່ໄດ້ວິເຄາະຂ້າງເທິງ), ຈຳເປັນຕ້ອງຍູ້​ແຮງການ​ແບ່ງຂັ້ນຄຸ້ມຄອງ​ບາງ​ເນື້ອ​ໃນ​ໃນ​ການ​ຄຸ້ມ​ຄອງ​ລັດຖະກອນ. ຕາມ​ນັ້ນ, ລັດຖະບານ ແລະ ອົງການຈັດຕັ້ງຄຸ້ມຄອງລັດຖະກອນ ຄວນກຳນົດຫຼືຕັດສິນບາງເນື້ອໃນເທົ່ານັ້ນ. ຕົວຢ່າງເຊັ່ນ:

- ກຳນົດລາຍຊື່ຕຳແໜ່ງວຽກງານໃນແຕ່ລະໜ່ວຍງານ ອົງການ ກົມກອງ. ສຳລັບອົງການທີ່ມີລັກສະນະສະເພາະແລະແຍກຕ່າງຫາກນັ້ນ, ອົງການຄຸ້ມຄອງລັດຖະກອນຈະຕ້ອງສ້າງແລະສະເໜີໃຫ້ລັດຖະບານ (ຫຼືກະຊວງພາຍໃນ) ເປັນຜູ້ຕັດສິນຕົກລົງ.

- ກຳນົດມາດຕະຖານທົ່ວໄປສຳລັບລັດຖະກອນ ແລະ ຕຳແໜ່ງຜູ້ນຳ, ຜູ້ຄຸ້ມຄອງໃນການງານສາທາລະນະ.

- ກຳນົດກົນໄກການສັນຫາ, ຮັບສະໝັກລັດຖະກອນຕາມທິດທາງ:

+ ພົນລະ​ເມືອງ​ທີ່​ຢາກ​ເຂົ້າ​ເປັນ​ລັດຖະກອນ​ຕ້ອງ​ຜ່ານ​ການ​ກວດກາ​ຄຸນ​ນະພາ​ບການເຂົ້າ.

+ ມອບໝາຍສິດໃນການຮັບສະໝັກພະນັກງານລັດຖະກອນໃຫ້ກັບໜ່ວຍງານທີ່ນຳໃຊ້ງານໂດຍກົງຕາມຫຼັກການ: ອົງການໃດໃຊ້ກໍ່ຈະຮັບສະໝັກ ແລະ ຮັບຜິດຊອບຄຸນນະພາບຂອງຖັນແຖວລັດຖະກອນ. ຍົກເລີກ​ວິ​ທີ​ການ ຜູ້​ໜຶ່ງ​ຮັບສະໝັກ​ໃຫ້​ຜູ້​ອື່ນ​ນຳ​ໃຊ້”; ຂັ້ນເທິງຮັບສະໝັກໃຫ້ຂັ້ນຜູ້​ລຸ່ມ​ໃຊ້​.

+ ປະຕິບັດ​ລະບອບ​ຄຸ້ມຄອງລັດຖະກອນ​ຕາມ​ສັນຍາ​ຈ້າງລັດຖະກອນ ຄວບຄູ່ໄປກັບ​ລະບອບ​ຮັບ​ສະໝັກ​ພະນັກງານ​ໃນ​ໄລຍະ​ຍາວ (ຫຼືທີ່​ເອີ້ນ​ວ່າ ​ການຮັບ​ຈ້າງ​ຕະຫຼອດ​ຊີວິດ).

- ແບ່ງ​ຂັ້ນການແຕ່ງຕັ້ງ, ການເລີກຈ້າງ, ວິໄນ ແລະ ການຍ້ອງຍໍໃຫ້ລາງວັນລັດຖະກອນ​ໃນ​ຂອບ​ເຂດທີ່ກຳນົດ.

- ກຳນົດລະບອບເງິນເດືອນຕາມຕຳແໜ່ງວຽກງານ, ເງິນອຸດໜູນ ແລະ ສະຫວັດດີການອື່ນໆ.

ສິດອໍານາດອື່ນໆ ເຊັ່ນ: ການບັນຈຸ, ສັນຍາ, ການແຕ່ງຕັ້ງ, ການຝຶກອົບຮົມ, ການລ້ຽງດູ, ເງິນເດືອນ, ຜົນປະໂຫຍດ ແລະອື່ນໆ ຈຳເປັນຕ້ອງໄດ້ຮັບການແບ່ງອຳນາດໃຫ້ ຫຼືມອບໝາຍໃຫ້ ຂັ້ນທີ່ໃຊ້ລັດຖະກອນໂດຍກົງ.

ປະຕິບັດນະໂຍບາຍດຶງດູດ ແລະ ນຳໃຊ້ຜູ້ທີ່ມີຄວາມເກັ່ງກ້າສາມາດ; ການຝຶກອົບຮົມຍົກລະດັບຄຸນນະພາບຂອງພະນັກງານ ລັດຖະກອນ:

ອີງໃສ່ຍຸດທະສາດແຫ່ງຊາດກ່ຽວກັບການດຶງດູດແລະນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດເຖິງປີ 2030 ວິໄສທັດເຖິງປີ 2050 ລັດຖະບານຈຳເປັນຕ້ອງອອກດຳລັດກຳນົດກອບນະໂຍບາຍເພື່ອດຶງດູດແລະນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ ເພື່ອໃຫ້ກະຊວງ ຂະແໜງການ ແລະ ທ້ອງຖິ່ນ ຫັນເປັນອັນສະເພາະແລະຜັນຂະຫຍາຍປະຕິບັດ.

ຜູ້ມີຄວາມເກັ່ງກ້າສາມາດຕ້ອງໄດ້ຮັບການລະບຸດ້ວຍເງື່ອນໄຂສະເພາະເຊັ່ນ: ມີຄຸນທຳ, ມີຄວາມສາມາດພິເສດ ແລະ ມີຜະລິດຕະພັນງານສ້າງສັນທີ່ສາມາດນຳໃຊ້ໄດ້ຢ່າງມີປະສິດທິຜົນ ໂດຍຄຳນຶງເຖິງອາຍຸຫຼື ວຸດທິການສຶກສາ. ຜູ້ມີຄວາມເກັ່ງກ້າສາມາດໃນຂົງເຂດວິທະຍາສາດ ເຕັກໂນໂລຊີ ວິສາວະກຳສາດ ສິລະປະ ແລະການກິລາ ແຕກຕ່າງຈາກຜູ້ທີ່ມີຄວາມເກັ່ງກ້າສາມາດໃນຂົງເຂດການເມືອງ ການນຳພາ ການຄຸ້ມຄອງບໍລິຫານ.

ການເຄົາລົບໃຊ້ຜູ້ມີຄວາມເກັ່ງກ້າສາມາດຕ້ອງໄດ້ຮັກບການປ່ຽນແປງໃໝ່ ຕາມຫຼັກການຄວາມສະເໝີພາບ ແລະມີຄວາມສາມາດແທ້: ບໍ່ຄຳນຶງເຖິງອາຍຸ ເດັກຫຼືຜູ້ໃຫຍ່ ຫຼືເພດ; ຊົນເຜົ່າ, ເຂດແຂວງ ພາກພື້ນ... ໃນການຮັບສະໝັກ, ການເລືອກຕັ້ງ, ການແຕ່ງຕັ້ງ, ການເລື່ອນຕະແໜ່ງ, ການວາງແຜນ; ຜູ້ໃດທີ່ສາມາດເຮັດວຽກໄດ້ ແລະມີຈິດໃຈທີ່ຜ່ອງໃສແລະໄຮ້ກັງວັນ ກໍ່ຈະສາມາດໃຊ້ຜູ້ນັ້ນໄດ້. ເດັດດ່ຽວປ່ຽນບຸກຄະລາ​ກອນ​ທີ່​ບໍ່​ສາມາດ​ເຮັດ​ວຽກ​ງານ​ຂອງ​ຕົນ​ໄດ້ ຫຼື​ແຍກກຸ່ມ ແຕກແຍກ ເສຍຄວາມສາມັກຄີ ຫຍໍ້ທໍ້​ແລະ​ກໍ່​ກວນ; ຈັດການຄວາມຮັບຜິດຊອບຂອງຜູ້ແນະນໍາຄົນທີ່ບໍ່ຖືກຕ້ອງ.

ການປ່ຽນແປງໃໝ່ວຽກງານບຸກຄະລາກອນ, ຄັດເລືອກບຸກຄົນໃຫ້ດຳລົງຕຳແໜ່ງຜູ້ນຳ ຜູ້ຄຸ້ມຄອງບໍລິຫານ ຕ້ອງປະຕິບັດຕາມຫຼັກການ: ພັກນຳພາ; ເສີມຂະຫຍາຍປະຊາທິປະໄຕຢູ່ຮາກຖານ. ນອກຈາກນັ້ນ ຕ້ອງເລືອກບຸກຄົນທີ່ມີຄ່າຄວນ ເຊິ່ງມີທັງຄຸນທຳ ແລະ ຄວາມສາມາດ, ຕອບສະໜອງຄວາມຕ້ອງການຂອງຕໍາແໜ່ງວຽກງານ (ຕໍາແໜ່ງຜູ້ນໍາ ແລະ ຕຳແໜ່ງຜູ້ຄຸ້ມຄອງບໍລິຫານ). ຖືເອົາ ຄຸນທຳ ເປັນເງື່ອນໄຂທີ່ຈຳເປັນ ເປັນຮາກຖານ ເປັນພື້ນຖານ, ໃຫ້ຄວາມສຳຄັນກັບຄຳວ່າຄວາມຊື່ສັດ, ຄວາມຮັບຜິດຊອບ, ຄວາມນັບຖືຕົນເອງ ໃນມາດຕະເກນຄຸນທຳ. ສ່ວນຄວາມສາມາດ ນັ້ນແມ່ນເງື່ອນໄຂທີ່ພຽງພໍ, ຄວນເອົາໃຈໃສ່ທີ່ສຸດເຖິງຄວາມສາມາດເຕົ້າໂຮມ, ຄວາມສາມັກຄີ, ການເຮັດວຽກຢ່າງມີປະສິດທິຜົນ ແລະ ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ຖ້າເຈົ້າບໍ່ສາມາດເຮັດວຽກໄດ້ ກໍ່ຈະຕ້ອງຈັດໃຫ້ຜູ້ອື່ນມາແທນ, ບໍ່ໃຫ້ເຈົ້າ “ນັ່ງເກົ້າອີ້” ອີກຕໍ່ໄປ. ປ້ອງກັນແລະຕໍ່ສູ້ກັບຄວາມອັດຕະວິໄສ, ເຈດຈຳນົງນິຍົມ, ການບີບບັງຄັບ ແລະ ຄວາມຫຍໍ້ທໍ້. ຜູ້ແນະນໍາ, ນຳສະເໜີຈະຕ້ອງຮັບຜິດຊອບຕໍ່ການແນະນໍາ, ການນໍາສະເໜີຂອງຕົນ. ບໍ່ໃຊ້ອາຍຸເປັນເງື່ອນໄຂໃນການຄັດເລືອກ, ແຕ່ໃຊ້ຊື່ສຽງ ສຸຂະພາບ ຄວາມຊື່ສັດ ແລະປະສິດທິພາບໃນການເຮັດວຽກ ເປັນພື້ນຖານໃນການຄັດເລືອກແລະແນະນໍາ.

ພັດທະນາລະບຽບການບໍລິຫານລັດຖະການ ແລະ ລັດຖະກອນຕາມຕຳແໜ່ງວຽກງານ:

- ລວມລະບອບບໍລິການສາທາລະນະໃຫ້ເປັນເອກະພາບ. ບໍ່​ມີ​ການ​ຈຳ​ແນກ​ລະ​ຫວ່າງລັດຖະກອນຂັ້ນຕາແສງ, ເທດສະບານເມືອງ ກັບລັດຖະກອນ​ຂັ້ນ​ເມືອງແລະຂັ້ນແຂວງ,... ການບັນຈຸ, ນຳໃຊ້ ແລະ ຄຸ້ມຄອງລັດຖະກອນຂັ້ນຕາແສງ ຈະດຳເນີນການຢ່າງເທົ່າທຽມກັນເຊັ່ນດຽວກັບພະນັກງານ, ລັດຖະກອນຂັ້ນເມືອງຂຶ້ນໄປ.

- ກົດລະບຽບທັງໝົດກ່ຽວກັບການຮັບສະໝັກ, ການມອບ​ໝາຍງານ, ການປະ​ເມີນ​ຜົນ, ການຈຳແນກປະເພດ, ການວາງ​ແຜນ, ການຝຶກອົບຮົມ, ການບຳລຸງ​ສ້າງ, ການ​ແຕ່ງ​ຕັ້ງ, ເງິນ​ເດືອນ,... ​ແມ່ນ​ໄດ້​ປະຕິບັດ​ບົນ​ພື້ນຖານ​ຕຳ​ແໜ່​ງວຽກງານ.

- ແຕ່ລະຕຳແໜ່ງວຽກງານຈະກຳນົດຕຳແໜ່ງລັດຖະກອນພຽງຕຳແໜ່ງດຽວເທົ່ານັ້ນ ເຊິ່ງເປັນເງື່ອນໄຂໃນການຍົກເລີກການສອບເສັງເລື່ອນຍົດ. ຜູ້ໃດເຮັດວຽກໃນຕໍາແໜ່ງໃດຈະໄດ້ຮັບການແຕ່ງຕັ້ງໃຫ້ຢູ່ໃນຕໍາແໜ່ງນັ້ນ ແລະໄດ້ຮັບເງິນເດືອນສໍາລັບຕໍາແໜ່ງນັ້ນ.

- ການຝຶກອົບຮົມແລະບຳລຸງປັບປຸງຍົກສູງລະດັບການປະຕິບັດງານ ບົນພື້ນຖານຂອງການຂຶ້ນນທະບຽນລັດຖະກອນ.

- ເພີ່ມໃສ່ຂະບວນການຄັດເລືອກຜູ້ນໍາ ຜູ້ຄຸ້ມຄອງບໍລິຫານ ດ້ວຍຂໍ້ກຳນົດ: ຫົວໜ້າໄດ້ຮັບອະນຸຍາດໃຫ້ແນະນໍາຮອງຫົວໜ້າ ແລະ ຮັບຜິດຊອບຕໍ່ການແນະນໍາຂອງຕົນ.

- ສຳລັບຜູ້ມີຄວາມເກັ່ງກ້າສາມາດ - ຜູ້ທີ່ມີຄຸນທາດ ຄຸນສົມບັດ ແລະຄວາມສາມາດ ທັງເກັ່ງແລະເປັນມືອາຊີບ; ຖ້າມີປະສົບການ ແລະ ມີຜົນງານທີ່ເປັນນະວັດຕະກໍາ, ຜົນງານຫຼືໂຄງການທີ່ໄດ້ນໍາໄປໃຊ້ໃນພາກປະຕິບັດຕົວຈິງ, ຈະໄດ້ຮັບການຄັດເລືອກໂດຍກົງໃຫ້ເປັນຂ້າລັດຖະການ ແລະ ເຮັດວຽກໃນຕໍາແໜ່ງໃດກໍ່ໄດ້ຮັບເງິນເດືອນສຳລັບຕໍາແໜ່ງນັ້ນ.

- ການປະເມີນລັດຖະກອນບົນພື້ນຖານຂອງການປະຕິບັດໜ້າທີ່ໃນຕຳແໜ່ງວຽກງານທີ່ໄດ້ຮັບມອບໝາຍ ແລະຕິດພັນກັບຜະລິດຕະພັນ, ຜົນງານ, ຈິດສຳນຶກໃນການສ້າງອົງການ ແລະຄວາມສາມັກຄີ, ການປະສານສົມທົບວຽກງານທີ່ດີ. ປະຕິບັດຢ່າງເຂັ້ມງວດແລະມີປະສິດທິພາບຕາມກົດລະບຽບເລກທີ 124-QĐ/TW ລົງວັນທີ 4 ຕຸລາ 2023 ຂອງກົມການເມືອງສູນກາງພັກວ່າດ້ວຍການສຳຫຼວດ, ການປະເມີນ ແລະ ການຈັດອັນດັບຄຸນນະພາບປະຈຳປີ ສຳລັບໝູ່ຄະນະ ແລະ ບຸກຄົນໃນລະບົບການເມືອງ”, ພິເສດແມ່ນຄວາມຮຽກຮ້ອງຕ້ອງການໃນການໃຊ້ປະລິມານຜະລິດຕະພັນສະເພາະ” ເປັນມາດຕະຖານການປະເມີນພະນັກງານ, ສະມາຊິກພັກ./.

-----------------------------

(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 220

* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1026 (ເດືອນພະຈິກ 2023)