ສ້າງຊົນຊັ້ນຊາວນາມແລະສະມາຄົມກະເສດຕະກອນ
ຫວຽດນາມໃຫ້ເຂັ້ມແຂງ ເພື່ອປະກອບສ່ວນພັດທະນາ
ປະເທດຊາດທີ່ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ
ຫວຽດນາມໃຫ້ເຂັ້ມແຂງ ເພື່ອປະກອບສ່ວນພັດທະນາ
ປະເທດຊາດທີ່ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ
ທ່ານ ເວືອງດິ່ງເຫວ້ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຢ້ຽມຊົມງານແຂ່ງຂັນກະເສດຕະກອນທີ່ເກັ່ງກ້າ ໃນຫົວຂໍ້ “ຜະລິດກາເຟແບບຍືນຍົງ, ປັບຕົວຕໍ່ການປ່ຽນແປງຂອງດິນຟ້າອາກາດ” ຢູ່ຕາແສງ ຫົວລາ, ນະຄອນ ເຊີນລາ, ແຂວງເຊີນລາ _ພາບ: TTXVN
ບັນດາຜົນງານອັນໂດດເດັ່ນໃນ 5 ປີແຫ່ງການປະຕິບັດ ມະຕິກອງປະຊຸມໃຫຍ່
ຜູ້ແທນທົ່ວປະເທດສະມາຄົມກະເສດຕະກອນຫວຽດນາມຄັ້ງທີ VII ສະໄໝປີ 2018-2023
ໃນດ້ານກະສິກຳ, ກະເສດຕະກອນ ແລະ ຊົນນະບົດ
ກະສິກຳສືບຕໍ່ຢືນຢັນບົດບາດ ແລະ ທີ່ຕັ້ງສຳຄັນ, ແມ່ນທ່າໄດ້ປຽບລະດັບຊາດ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ເປັນເສົາຄ້ຳຂອງເສດຖະກິດຫວຽດນາມ. ການຜະລິດກະສິກໍາໄດ້ພັດທະນາທັງດ້ານຂະໜາດແລະລະດັບ. ການນຳໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດກະສິກຳ, ສ້າງເປັນເຂດການຜະລິດລວມສູນຂະໜາດໃຫຍ່ຫຼາຍແຫ່ງ, ໄດ້ສ້າງບັນດາຜະລິດຕະພັນສຳຄັນ(1) ທີ່ເຮັດໃຫ້ມີການປ່ຽນແປງ ແລະ ສ້າງແບບວິທີການຜະລິດໃໝ່ ເພື່ອຊຸກຍູ້ການພັດທະນາຂອງຂະແໜງອຸດສາຫະກຳປຸງແຕ່ງ ແລະ ການບໍລິການ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍໄດ້ໃຫ້ກັບກະເສດຕະກອນ. ການສົ່ງອອກສິນຄ້າກະສິກຳເພີ່ມຂຶ້ນຢ່າງວ່ອງໄວ ທັງດ້ານປະລິດມານ, ມູນຄ່າ ແລະ ອັດຕາສ່ວນຜະລິດຕະພັນຄຸນນະພາບສູງ, ເຮັດໃຫ້ຫວຽດນາມ ເປັນໜຶ່ງໃນຜູ້ສົ່ງອອກເຂົ້າສານ, ອາຫານທະເລ ແລະ ຜະລິດຕະພັນກະສິກຳອື່ນໆ ຊັ້ນນຳຂອງໂລກ(2). ລະດັບຄວາມຮູ້ ແລະ ຄວາມຄິດຂອງກະເສດຕະກອນໃນດ້ານການຜະລິດ ແລະ ທຸລະກິດທາງການກະເສດ ໄດ້ຮັບການຍົກສູງເທື່ອລະກ້າວ ແລະ ຄ່ອຍໆປັບໃຫ້ກັບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.
ຊາວກະສິກອນແມ່ນກຳລັງທີ່ໜາແໜ້ນໃນສັງຄົມ, ກວມຫຼາຍກວ່າ 1/3 ຂອງປະຊາກອນທົ່ວປະເທດ ແລະ ກວມເອົາ 49,17% ຂອງຈຳນວນຄອບຄົວໃນຊົນນະບົດ ໂດຍມີຄອບຄົວກະເສດຕະກອນຫຼາຍກວ່າ 9,1 ລ້ານຄອບຄົວ. ຊົນຊັ້ນຊາວນາຍາມໃດກໍ່ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ນະໂຍບາຍຂອງລັດ, ເສີມຂະຫຍາຍຢ່າງດີ ບົດບາດເປັນເຈົ້າຂອງໃນການພັດທະນາເສດຖະກິດກະສິກຳ ແລະ ຊົນນະບົດ, ພິເສດແມ່ນ ໃນການກໍ່ສ້າງຊົນນະບົດໃໝ່; ຕັ້ງໜ້າເຂົ້າຮ່ວມການສ້າງໂຄງປະກອບກະສິກຳຄືນໃໝ່, ເສີມຂະຫຍາຍບົດບາດຂອງເສດຖະກິດຄອບຄົວ, ພັດທະນາເສດຖະກິດຟາມ, ເຂົ້າຮ່ວມການຮ່ວມມື ແລະ ສະມາຄົມຕາມຮູບແບບໜ່ວຍຮ່ວມມື, ສະຫະກອນ ແລະ ການຮ່ວມມືກັບວິສາຫະກິດຜະລິດຂະໜາດໃຫຍ່(3); ຄ່ອຍໆເປັນເຈົ້າຂະບວນການເຄື່ອນໄຫວຢູ່ຊົນນະບົດ, ຮັກສາເອກະລັກວັດທະນະທຳຂອງຊາດ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ຄຸນສົມບັດຂອງກະເສດຕະກອນນັບມື້ນັບດີຂຶ້ນ, ຊີວິດການເປັນຢູ່, ລາຍຮັບ ແລະ ວຽກເຮັດງານທຳ ກໍໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ(4).
ຊົນນະບົດມີການປ່ຽນແປງຢ່າງຈະແຈ້ງ, ຮອບດ້ານ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດເປັນເຂດຍຸດທະສາດ ໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ; ເສດຖະກິດຊົນນະບົດສືບຕໍ່ພັດທະນາ ແລະ ຫັນປ່ຽນໂຄງປະກອບຢ່າງຕັ້ງໜ້າ, ຫຼຸດຜ່ອນອັດຕາສ່ວນກະສິກຳ ແລະ ອັດຕາສ່ວນອຸດສາຫະກຳແລະການບໍລິການເພີ່ມຂຶ້ນຢ່າງວ່ອງໄວ; ຊາວຊົນນະບົດ ແລະ ກະເສດຕະກອນຫັນປ່ຽນອຸດສາຫະກຳ ແລະ ປະກອບອາຊີບເທື່ອລະກ້າວ, ພັດທະນາບັນດາການເຄື່ອນໄຫວການຄ້າ ແລະ ການບໍລິການໜູນຊ່ວຍການຜະລິດ ແລະ ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ. ການກໍ່ສ້າງຊົນນະບົດໃໝ່ໄດ້ກາຍເປັນຂະບວນການທີ່ກວ້າງຂວາງ ແລະ ບັນລຸໄດ້ບັນດາໝາກຜົນທີ່ສຳຄັນ(5); ໂຄງສ້າງພື້ນຖານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຊົນນະບົດ ໄດ້ຮັບການປັບປຸງ ແລະພັດທະນາ ທັງດ້ານປະລິມານ ແລະຄຸນນະພາບ, ຮູບລັກສະນະຂອງຊົນນະບົດນັບມື້ນັບກວ້າງຂວາງ, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງຊາວຊົນນະບົດ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ຫຼຸດຜ່ອນຄວາມທຸກຍາກ ແລະ ຄ່ອຍໆຫຼຸດຊ່ອງຫວ່າງການພັດທະນາ ລະຫວ່າງຊົນນະບົດແລະຕົວເມືອງ ໃຫ້ແຄບລົງ.
ກ່ຽວກັບວຽກງານສະມາຄົມ ແລະ ຂະບວນການກະເສດຕະກອນ
ວຽກງານສະມາຄົມ ແລະ ຂະບວນການກະເສດຕະກອນ ໄດ້ສຳເລັດໂດຍພື້ນຖານ ແລະ ສຳເລັດລື່ນກາຍລະດັບຄາດໝາຍທີ່ກຳນົດໂດຍກອງປະຊຸມໃຫຍ່ຄັ້ງທີ VII ຂອງສະມາຄົມກະເສດຕະກອນຫວຽດນາມ. ເນື້ອໃນແລະວິທີການດຳເນີນງານຂອງສະມາຄົມທຸກລະດັບ ມີການປ່ຽນແປງໃໝ່ຫຼາຍຢ່າງ ທີ່ມຸ່ງເນັ້ນໄປສູ່ຮາກຖານ; ຈັດຕັ້ງການເຄື່ອນໄຫວຂອງກະເສິດຕະກອນເປັນຢ່າງດີ ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງ.
ການໂຄສະນາແລະອົບຮົມສຶກສາທາງດ້ານການເມືອງ ແນວຄິດ ໄດ້ຮັບການຊຸກຍູ້ ແລະ ປະຕິບັດຢ່າງກວ້າງຂວາງ ແລະ ທັນການ; ການຈັດຕັ້ງກົງຈັກ ແລະ ພະນັກງານຂອງສະມາຄົມ ໄດ້ຮັບການເສີມສ້າງ ປັບປຸງ ຍົກສູງປະສິດທິພາບການດຳເນີນງານ; ຄຸນນະພາບຂອງສະມາຊິກສະມາຄົມໄດ້ຮັບການປັບປຸງ; ວຽກງານກວດກາ, ຕິດຕາມກວດກາ, ປະຕິບັດລະບຽບວິໄນ ໄດ້ຮັບການເນັ້ນໜັກ ແລະ ຈັດຕັ້ງປະຕິບັດຢ່າງຈິງຈັງ ແລະ ເປັນໄປຕາມກົດລະບຽບ; ການແຂ່ງຂັນແລະຍ້ອງຍໍໃຫ້ວັນ ມີການປະດິດສ້າງຫຼາຍຢ່າງ. ບົດບາດຫຼັກແຫຼ່ງຂອງສະມາຄົມໃນການກໍ່ສ້າງຊົນຊັ້ນຊາວນາ ນັບມື້ນັບໄດ້ຮັບການຢັ້ງຢືນ, ປະກອບສ່ວນຍົກສູງຄວາມຮັບຮູ້ດ້ານການເມືອງ, ວຸດທິການສຶກສາ, ທັກສະການຜະລິດແລະທຸລະກິດ, ປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງກະເສດຕະກອນ.
ບັນດາຂະບວນການແຂ່ງຂັນກັນຮັກຊາດ ໂດຍສະມາຄົມກະເສດຕະກອນຈັດຕັ້ງນັ້ນ ໄດ້ຜັນຂະຫຍາຍຢ່າງກວ້າງຂວາງ, ດຶງດູດພະນັກງານ, ສະມາຊິກສະມາຄົມ ແລະກະເສດຕະກອນຈຳນວນຫຼວງຫຼາຍເຂົ້າຮ່ວມ, ນຳມາເຊິ່ງໝາກຜົນຕົວຈິງ, ປະກອບສ່ວນອັນຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ການໃຫ້ຄຳປຶກສາ, ການບໍລິການ, ການໜູນຊ່ວຍ, ການຝຶກອົບຮົມອາຊີບ, ການພັດທະນາຮູບແບບເສດຖະກິດ, ໜ່ວຍຮ່ວມມືການຜະລິດ ແລະ ສະຫະກອນ ສືບຕໍ່ໄດ້ຮັບການຊຸກຍູ້, ປະກອບສ່ວນປັບປ່ຽນໂຄງປະກອບເສດຖະກິດ, ແຮງງານຊົນນະບົດ, ປັບປຸງຊີວິດການເປັນຢູ່ຂອງກະເສດຕະກອນ. ບົດບາດຂອງສະມາຄົມເປັນສູນກາງ ແລະເປັນແກນຫຼັກ ໃນບັນດາຂະບວນການຂອງກະເສດຕະກອນ ໃນການພັດທະນາເສດຖະກິດກະສິກຳ, ກໍ່ສ້າງຊົນນະບົດໃໝ່ ແລະ ປົກປັກຮັກສາສິ່ງແວດລ້ອມ ສະແດງອອກນັບມື້ນັບຈະແຈ້ງ.
ການເຄື່ອນໄຫວເຂົ້າຮ່ວມໃນການຕິດຕາມກວດກາ ແລະ ວິຈານສັງຄົມ, ຮັບປະກັນການປ້ອງກັນປະເທດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະການຮ່ວມມືສາກົນ ໄດ້ຮັບການເພີ່ມທະວີ ແລະ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນຢັ້ງຢືນທີ່ຕັ້ງ ຂອງສະມາຄົມກະເສດຕະກອນຫວຽດນາມ ໃນລະບົບການເມືອງ ແລະ ຍົກສູງກຽດສັກສີ ທີ່ຕັ້ງຂອງສະມາຄົມກັບເພື່ອນມິດສາກົນ ແລະຄູ່ຮ່ວມມືສາກົນ.
ກໍ່ສ້າງຊົນຊັ້ນຊາວນາຫວຽດນາມ ແລະ ສະມາຄົມກະເສດຕະກອນໃຫ້ເຂັ້ມແຂງ
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ໃນໄລຍະໃໝ່
ຄາດການວ່າຮອດປີ 2028, ຈຳນວນປະຊາກອນຫວຽດນາມຈະບັນລຸ 102,3 ລ້ານຄົນ, ໃນນັ້ນ ປະຊາກອນຊົນນະບົດຢູ່ທີ່ 58 ລ້ານຄົນ. ແຮງງານກະສິກຳກວມເອົາເກືອບ 20% ຂອງແຮງງານສັງຄົມທັງໝົດ. ໄລຍະເວລາຂອງໂຄງສ້າງປະຊາກອນທອງຈະສັ້ນລົງ ຍ້ອນວ່າກໍາລັງແຮງງານມີອາຍຸສູງຂຶ້ນ. ແຮງງານທັກສະຕ່ຳເຫຼືອຫຼາຍໃນເຂດຕົວເມືອງ ແລະ ເຂດອຸດສາຫະກຳສ່ວນໜຶ່ງ ຈະຍ້າຍໄປຢູ່ຊົນນະບົດ ເພື່ອຫາລ້ຽງຊີບຈາກການກະເສດ; ການແບ່ງຊັ້ນທາງດ້ານລະດັບລາຍໄດ້, ການເປັນຢູ່ ແລະ ໂອກາດໃນການພັດທະນາ ລະຫວ່າງຊັ້ນຄົນຕ່າງໆໃນຊົນຊັ້ນຊາວນາ ແລະ ລະຫວ່າງຊົນຊັ້ນທາງສັງຄົມໃນຊົນນະບົດ ຈະເລິກເຊິ່ງຍິ່ງຂຶ້ນ; ສະພາບການຂາດວຽກເຮັດງານທຳ; ການປ່ຽນແປງສະພາບອາກາດໄດ້ເກີດຂຶ້ນຢ່າງສັບສົນແລະຄາດເດົາບໍ່ໄດ້; ຜົນກະທົບດ້ານລົບຈາກໂລກໄຊເບີຮ໌ກຳລັງສົ່ງຜົນກະທົບ ແລະຈະສົ່ງຜົນກະທົບຢ່າງແຮງຕໍ່ກະເສດຕະກອນ ແລະສັງຄົມຊົນນະບົດ.
ສະຖານະການຂ້າງເທິງຈະສ້າງທັງຂໍ້ດີແລະໂອກາດ ຕະຫຼອດຈົນຄວາມຫຍຸ້ງຍາກແລະສິ່ງທ້າທາຍ ໃນການພັດທະນາກະສິກຳ ຊົນນະບົດ ຊົນຊັ້ນຊາວນາ ແລະອົງການສະມາຄົມ, ມັນຮຽກຮ້ອງໃຫ້ສະມາຄົມກະເສດຕະກອນທຸກຂັ້ນ ຕ້ອງບືນຕົວຂຶ້ນທຽບເທົ່າກັບລະດັບຄວາມຕ້ອງການ ແລະໜ້າທີ່ໃນສະພາບການໃໝ່ ພ້ອມວິທີແກ້ບັນຫາທີ່ຄົບຊຸດແລະຂຸ້ນຂ້ຽວ ໃນເວລາທີ່ຈະມາເຖິງ.
ທີໜຶ່ງ, ສ້າງສະມາຄົມກະເສດຕະກອນຫວຽດນາມໃຫ້ສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງ.
ຍູ້ແຮງວຽກງານໂຄສະນາ ອົບຮົມສຶກສາທາງດ້ານການເມືອງ ແນວຄິດ, ເຜີຍແຜ່ແຜນນະໂຍບາຍແລະມະຕິຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ, ໂດຍສະເພາະດ້ານການກະສິກຳ ກະເສດຕະກອນ ພື້ນທີ່ຊົນນະບົດ ໄປໃຫ້ພະນັກງານ ສະມາຊິກສະມາຄົນ ແລະກະເສດຕະກອນຈຳນວນຫຼາຍໂດຍທັນທີ; ສືບຕໍ່ຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ ຄຸນສົມບັນສິນທຳ ແລະແບບແຜນໂຮ່ຈີມິນ; ອົບຮົມສຶກສາມູນເຊື້ອ, ປະຫວັດສາດໃຫ້ສະມາຊິກສະມາຄົມ ແລະກະເສດຕະກອນ. ກະຈາຍແລະເພີ່ມຄວາມໜ້າດຶງດູດໃຈ ແລະຄວາມຊວນເຊື່ອໃຈໃນເນື້ອຫາແລະຮູບແບບການໂຄສະນາຂົນຂວາຍ.
ປັບປຸງແລະເສີມສ້າງການຈັດຕັ້ງກົງຈັກຂອງສະມາຄົມກະເສດຕະກອນທຸກຂັ້ນໃຫ້ມີຄວາມຄ່ອງຕົວ ແລະດຳເນີນງານຢ່າງມີປະສິດທິຜົນ; ສ້າງຖັນແຖວພະນັກງານສະມາຄົມທີ່ມີຄຸນສົມບັດ ແລະຄວາມສາມາດພຽງພໍທີ່ຈະຕອບສະໜອງຄວາມຕ້ອງການຂອງໜ້າທີ່ການງານ; ພັດທະນາແລະປັບປຸງຄຸນນະພາບຂອງສະມາຊິກສະມາຄົມ.
ສືບຕໍ່ປ່ຽນແປງໃໝ່ເນື້ອໃນ ວິທີການ ແລະປັບປຸງຍົກສູງຄຸນນະພາບແລະປະສິດທິພາບຂອງສະມາຄົນກະເສດຕະກອນທຸກຂັ້ນ ໂດຍມຸ່ງເນັ້ນຂັ້ນຮາກຖານ. ເສີມຂະຫຍາຍບົດບາດເປັນເຈົ້າການແລະປະດິດສ້າງ ຂອງຜູ້ນຳສະມາຄົມທຸກຂັ້ນໃນການຊີ້ນຳ ແລະຈັດຕັ້ງການເຄື່ອນໄຫວຂອງສະມາຄົມ ໃຫ້ສອດຄ່ອງກັບຄວາມເປັນຈິງ ຂອງຂະບວນການກະເສດຕະກອນໃນແຕ່ລະທ້ອງຖິ່ນ; ຍູ້ແຮງການປ່ຽນແປງດິຈິຕອນເພື່ອປັບປຸງຍົກສູງປະສິດທິພາການເຄື່ອນໄຫວຂອງສະມາຄົມ. ປ່ຽນແປງໃໝ່, ປະດິດສ້າງ ແລະ ກະຈາຍຮູບແບບການເຕົ້າໂຮມ ຂົນຂວາຍຊາວກະສິກອນ. ປະຕິບັດເປັນຢ່າງດີ ໃນການເບິ່ງແຍງດູແລ ແລະ ປັບປຸງຊີວິດທາງດ້ານວັດຖຸ ແລະຈິດໃຈ ຂອງສະມາຊິກສະມາຄົມ ແລະກະເສດຕະກອນ ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກ, ຄວາມຮ້ອນເຄືອງ ແລະ ບັນຫາທີ່ເກີດຂຶ້ນໃນຊີວິດສັງຄົມຂອງກະເສດຕະກອນໂດຍທັນທີ. ສືບຕໍ່ຍູ້ແຮງຂະບວນການແຂ່ງຂັນລະຫວ່າງສະມາຊິກ ແລະກະເສດຕະກອນ ເພື່ອສົ່ງເສີມ ປຸກລະດົມກຳລັງໃຈ ແລະດຶງດູດສະມາຊິກສະມາຄົມ ແລະກະເສດຕະກອນ ໃຫ້ເຂົ້າຮ່ວມການຜະລິດ ແລະ ພັດທະນະທຸລະກິດ.
ທີສອງ, ສ້າງກະເສດຕະກອນຫວຽດນາມທີ່ມີອາລະຍະທຳ ແລະ ພັດທະນາຢ່າງຮອບດ້ານ.
ຍົກສູງຄວາມຮັບຮູ້ທາງການເມືອງ, ຄວາມເຂົ້າໃຈດ້ານກົດໝາຍ, ຄວາມຮັບຜິດຊອບຕໍ່ຊຸມຊົນ, ຄວາມພາກພູມໃຈຂອງຊາດ, ຄວາມປາດຖະໜາຂອງກະເສດຕະກອນທີ່ຈະບືນຕົວຂຶ້ນ. ປຸກຕື່ນນ້ຳໃຈຮັກຊາດ, ເຈດຈຳນົງເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມຄິດປ່ຽນແປງໃໝ່ປະດິດສ້າງ, ຄວາມປາດຖະໜາຢາກຮັ່ງມີ ໃນໝູ່ສະມາຊິກສະມາຄົມ ແລະກະເສດຕະກອນ; ເສີມຂະຫຍາຍຈິດໃຈສາມັກຄີ, ຮັກແພງເຊິ່ງກັນແລະກັນ, ຄວາມຂະຫຍັນໝັ່ນພຽນ, ຄວາມຄິດປະດິດສ້າງ, ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່.
ເພີ່ມທະວີການອົບຮົມສຶກສາ ຝຶກຝົນຫຼໍ່ຫຼອມຍົກສູງຄວາມຮູ້, ລະດັບການສຶກສາ, ທັກສະ, ຄວາມຄິດຮ່ວມມື ແລະການເຊື່ອມໂຍງໃນການຜິດລິດ ທຸລະກິດ ໃຫ້ກັບກະເສດຕະກອນ. ສະມາຄົມກະເສດຕະກອນທຸກຂັ້ນ ຍູ້ແຮງການຝຶກອົບຮົມແລະການເຜີຍແຜ່ ເພື່ອຍົກສູງຄວາມຮູ້ກ່ຽວກັບເສດຖະກິດກະສິກຳ ຕາມຕ່ອງໂສ້ຄຸນຄ່າຜະລິດຕະພັນກະສິກຳ; ກ່ຽວກັບການກະສິກໍານິເວດ, ກະສິກໍາອິນຊີ, ໝູນວຽນ, ອັດສະລິຍະ ແລະແມ່ນຍໍາ; ກ່ຽວກັບຄວາມປອດໄພຂອງແຮງງານ, ການຮັກສາສິ່ງແວດລ້ອມ, ການໃຊ້ເຄື່ອງຈັກ ຝຸ່ນ ແລະ ສານເຄມີຢ່າງເໝາະສົມ ໃນການຜະລິດ; ກ່ຽວກັບວິທະຍາສາດ-ເຕັກໂນໂລຊີ, ເສດຖະກິດ, ຕະຫຼາດ, ກົດໝາຍ, ການຫັນປ່ຽນດິຈິຕອນ, ເສດຖະກິດດິຈິຕອນ; ການຈັດກຽມໃຫ້ກະເສດຕະກອນມີທັກສະໃນການຜະລິດ, ການຕະຫຼາດ, ການຂາຍ, ການໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການບໍລິການສາທາລະນະ; ປັບປຸງຍົກສູງຄຸນສົມບັດ, ຄວາມສາມາດໃນການເຂົ້າຮ່ວມຕະຫຼາດ, ການເຊື່ອມໂຍງເຂົ້າກັບສາກົນ ແລະ ຄວາມສາມາດໃນການຄຸ້ມຄອງສະມາຊິກສະມາຄົມ, ກະເສດຕະກອນ, ເຈົ້າຂອງຟາມກະເສດ, ສະຫະກອນຂອງສະມາຊິກ ແລະກະເສດຕະກອນ.
ລະດົມຂົນຂວາຍ ແລະແນະນຳສະມາຊິກສະມາຄົມ ແລະກະເສດຕະກອນ ໃຫ້ດຳເນີນຊີວິດແບບອາລະຍະທຳ, ສ້າງປະຊາຄົມທີ່ຢູ່ອາໄສທີ່ກ້າວໜ້າ, ອະນຸລັກຮັກສາ ແລະເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດ; ປະສານສົມທົບກັບອົງການຈັດຕັ້ງ ແລະໜ່ວຍງານຕ່າງໆ ເພື່ອປົກປັກຮັກສາ ແລະ ພັດທະນາຂະແໜງອາຊີບພື້ນເມືອງ ແລະ ໝູ່ບ້ານຫັດຖະກຳແບບດັ້ງເດີມ ທີ່ມີລັກສະນະວັດທະນະທຳພາກພື້ນ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມໃນຊົນນະບົດຢ່າງມີປະສິດທິພາບ; ຕັ້ງໜ້າເຂົ້າຮ່ວມການອະນຸລັກຮັກສາມໍລະດົກວັດທະນະທຳທີ່ມີຕົວຕົນແລະບໍ່ມີຕົວຕົນໃນທ້ອງຖິ່ນ.
ຕັ້ງໜ້າໃນການລະດົມຂົນຂວາຍ ແລະສະໜັບສະໜູນໃຫ້ສະມາຊິກສະມາຄົມ ແລະກະເສດຕະກອນເຂົ້າຮ່ວມໃນການປະຕິບັດນະໂຍບາຍ, ໂຄງການຮັກສາຄວາມປອດໄພທາງສັງຄົມ, ໂຄງການເບິ່ງແຍງດູແລສຸຂະພາບ, ສາທາລະນະສຸກ, ການສຶກສາ, ການຝຶກອົບຮົມ, ວັດທະນະທຳ, ການກິລາໃນຊຸມຊົນຊົນນະບົດ; ຕັ້ງໜ້າໃນການເຂົ້າຮ່ວມປະກັນສຸຂະພາບ ແລະປະກັນສັງຄົມພາກສະໝັກໃຈ; ປ່ຽນແປງຄວາມຮັບຮູ້ຂອງສະມາຊິກ ແລະກະເສດຕະກອນ ໃຫ້ມີສ່ວນຮ່ວມໃນການປະກັນໄພການກະເສດ ເພື່ອປັບປຸງຍົກສູງຄວາມສາມາດໃນການຮັບມື ແລະຕ້ານທານຕໍ່ຄວາມສ່ຽງທີ່ເກີດຈາກໄພພິບັດທາງທຳມະຊາດ ແລະພະຍາດລະບາດ.
ທີສາມ, ເສີມຂະຫຍາຍບົດບາດອັດຕະພາບແລະສູນກາງ ຂອງກະເສດຕະກອນ ໃນການພັດທະນາກະສິກຳ ເສດຖະກິດຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່.
ຍູ້ແຮງຂະບວນການ “ຊາວກະສິກອນແຂ່ງຂັນກັນຜະລິດແລະທຸລະກິດ, ສາມັກຄີຊ່ວຍເຫຼືອກັນສ້າງຮັ່ງຄູນມີ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ”. ສົ່ງເສີມແລະລະດົມຂົນຂວາຍກະເສດຕະກອນທີ່ເກ່ງດ້ານການຜະລິດແລະທຸລະກິດ ແລະ ກະເສດຕະກອນທີ່ດີເລີດ ໃຫ້ເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງພວກເຂົາ ໃນການພັດທະນາກະສິກຳ ແລະຊົນນະບົດ, ເຊື່ອມໂຍງຊຸມຊົນກະເສດຕະກອນ, ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການແນະນຳແລະສະໜັບສະໜູນຄອບຄົວກະເສດຕະກອນອື່ນ ພັດທະນາການຜະລິດແລະທຸລະກິດ, ເພີ່ມລາຍໄດ້, ຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງຮັ່ງຄູນມີຢ່າງຖືກກົດໝາຍ. ຈັດຕັ້ງການກວດກາ, ທົບທວນເບື້ອງຕົ້ນຢ່າງສະໝ່ຳສະເໝີ ແລະສະຫຼຸບສັງລວມ ເພື່ອຖອດຖອນບົດຮຽນຈາກປະສົບການໃນການຈັດຕັ້ງຊີ້ນຳຂະບວນການເຄື່ອນໄຫວຂອງສະມາຄົມທຸກຂັ້ນ, ຊົມເຊີຍແລະໃຫ້ລາງວັນແກ່ໝູ່ຄະນະແລະບຸກຄົນ ທີ່ມີຜົນງານດີເດັ່ນ ໃນຂະບວນການແຂ່ງຂັນກັນຮັກຊາດໂດຍທັນທີ.
ລະດົມຂົນຂວາຍສະມາຊິກສະມາຄົມ ແລະກະເສດຕະກອນໃຫ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດໃນໄລຍະປີ 2021-2025 ແລະຮອດປີ 2030 ຂອງລັດຖະບານ, ບັນດາກະຊວງ ຂະແໜງການ ແລະສະມາຄົນທຸກຂັ້ນ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ກາຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ການພັດທະນາເສດຖະກິດ-ສັງຄົມ ໃນເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ. ຍູ້ແຮງການແນະນຳ, ສະໜັບສະໜູນ, ລະດົມຂົນຂວາຍສະມາຊິກສະມາຄົມ ແລະກະເສດຕະກອນ ໃຫ້ເຂົ້າຮ່ວມໃນການປັບໂຄງສ້າງຂະແໜງການກະສິກຳ, ການພັັດທະນາເສດຖະກິດຊົນນະບົດ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່, ເປັນເຈົ້າການໃນການຮັບມືກັບການປ່ຽນແປງສະພາບອາກາດ, ການປ້ອງກັນແລະຕໍ່ສູ້ກັບໄພພິບັດທາງທຳມະຊາດ; ການຮັກສາສິ່ງແວດລ້ອມ; ເຂົ້າຮ່ວມຢ່າງຕັ້ງໜ້າແລະມີປະສິດທິຜົນ ໃນການປະຕິບັດບັນດາຮູບແບບການຫຼຸດຜ່ອນຄວາມທຸກຍາກ, ການກະຈາຍວິຖີຊີວິດ, ການປັບປຸງຄຸນນະພາບຊີວິດ ແລະເພີ່ມດັດຊະນີການພັດທະນາມະນຸດ ສຳລັບຊົນເຜົ່າສ່ວນໜ້ອຍ, ໂດຍສະເພາະໃນເມືອງທຸກຍາກ ແລະ ຕາແສງທີ່ທຸກຍາກເປັນພິເສດ.
ສະໜັບສະໜູນແລະແນະນຳສະມາຊິກສະມາຄົນ ແລະກະເສດຕະກອນ ໃນການພັດທະນາຮູບແບບການຜະລິດກະສິກຳໃໝ່ໆ, ຮູບແບບການເຊື່ອມໂຍງ ແລະການຮ່ວມມືຕາມຕ່ອງໂສ້ຄຸນຄ່າ; ບັນດາຮູບແບບເສດຖະກິດທີ່ມີປະສິດທິຜົນໃນດ້ານການກະສິກຳ ແລະຊົນນະບົດ. ຊຸກຍູ້ການທົດລອງໂຄງການສາທິດການຜະລິດກະສິກຳແບບໃໝ່ເປັນຕົວແບບ, ເຊັ່ນ: ການກະສິກຳນິເວດ, ການກະສິກຳສີຂຽວ, ການປະຢັດຊັບພະຍາກອນ ແລະ ການຫຼຸດຜ່ອນສິ່ງເສດເຫຼືອ; ການກະສິກຳອິນຊີ, ໝູນວຽນ, ອັດສະລິຍະ, ເຕັກໂນໂລຢີສູງ; ການກະສິກຳປະສົມປະສານກັບອຸດສາຫະກຳ (ການປຸງແຕ່ງຜະລິດຕະພັນກະສິກຳ, ການປຸງແຕ່ງສິ່ງເສດເຫຼືອຄືນໃໝ່ ແລະຜົນສຳຮອງກະສິກຳ), ການກະສິກຳປະສົມປະສານກັບການບໍລິການ (ການທ່ອງທ່ຽວແບບປະສົບການ, ການຄຸ້ມຄອງສິ່ງແວດລ້ອມ, ບໍລິການທຸລະກິດຜະລິດຕະພັນທາງການກະເສດ);…
ໃຫ້ຄວາມສຳຄັນກັບການແນະນຳແລະສະໜັບສະໜູນສະມາຊິກສະມາຄົນ ແລະກະເສດຕະກອນ ໃຫ້ເຂົ້າຮ່ວມໃນການພັດທະນາຮູບແບບເສດຖະກິດລວມໝູ່ໃນກະສິກຳ ແລະຊົນນະບົດ; ໜ່ວຍຮ່ວມມື ແລະສະຫະກອນການຜະລິດ ໃຊ້ເຕັກໂນໂລຊີສູງ ແລະການປ່ຽນແປງດິຈິຕອນ. ຜັນຂະຫຍາຍການທົດລອງຮູບແບບໜ່ວຍຮ່ວມມື ແລະ ສະຫະກອນ ໂດຍສະມາຄົມກະເສດຕະກອນຊີ້ນຳ ເພື່ອສ້າງການເຊື່ອມໂຍງການຜະລິດຕາມຕ່ອງໂສ້ຄຸນຄ່າ, ໃຊ້ເຕັກໂນໂລຊີສູງ ແລະ ການຫັນປ່ຽນດິຈິຕອນ; ສະຫຼຸບສັງລວມ, ປະເມີນ ແລະ ຂະຫຍາຍຮູບແບບ.
ທີສີ່, ຍູ້ແຮງການເຄື່ອນໄຫວບໍລິການ, ໃຫ້ຄຳປຶກສາ ແລະ ສະໜັບສະໜູນແກ່ກະເສດຕະກອນ ໃນການພັດທະນາການຜະລິດແລະທຸລະກິດ.
ຍູ້ແຮງການສະໜັບສະໜູນການໂຄສະນາສົ່ງເສີມສິນຄ້າ ແລະການບໍລິໂພກຜະລິດຕະພັນ ສິນຄ້າກະສິກຳ ໃຫ້ແກ່ເສດຕະກອນ, ສະໜັບສະໜູນການເຊື່ອມໂຍງຕະຫຼາດ, ຈັດຕັ້ງງານວາງສະແດງ, ສົ່ງເສີມການຄ້າ, ແນະນຳ, ໂຄສະນາສິນຄ້າ ແລະ ເຊື່ອມໂຍງກັບລະບົບສັບພະສິນຄ້າ ແລະ ຕະຫຼາດຂາຍສົ່ງ ເພື່ອຈຳໜ່າຍຜະລິດຕະພັນກະເສດ ແລະ ສິນຄ້າໃຫ້ແກ່ສະມາຊິກສະມາຄົມ ແລະ ກະເສດຕະກອນ; ໃຫ້ຄຳປຶກສາແລະສະໜັບສະໜູນສະມາຊິກ ແລະ ກະເສດຕະກອນ ໃນການສ້າງເຄື່ອງໝາຍການຄ້າກະສິກຳ ແລະສິນຄ້າ, ສ້າງຕົວບົ່ງບອກທາງພູມສາດ, ກຳນົດລະຫັດພື້ນທີ່ເພາະປູກ, ລະຫັດສະຖານທີ່ບັນຈຸ, ການຈົດທະບຽນ ແລະປົກປັກຮັກສາຍີ່ຫໍ້ຜະລິດຕະພັນກະສິກໍາ, ການຕິດຕາມຕົ້ນກໍາເນີດ ແລະຄວບຄຸມຄວາມປອດໄພຂອງອາຫານ.
ຈັດຕັ້ງການສະໜອງວັດສະດຸ ແລະ ອຸປະກອນກະສິກຳ ໃຫ້ແກ່ກະເສດຕະກອນເປັນຢ່າງດີ. ສະມາຄົມທຸກລະດັບປະສານງານກັບໜ່ວຍງານ ແລະອົງການໃນລະດັບດຽວກັນ ເພື່ອດຳເນີນກິດຈະກຳການໃຫ້ຄຳປຶກສາ ແລະການບໍລິການຢ່າງມີປະສິດທິຜົນ ເພື່ອສະໜັບສະໜູນສະມາຊິກ ແລະກະເສດຕະກອນ ໃນການລົງທຶນ ແລະການປະຍຸກໃຊ້ອຸປະກອນກົນຈັກຂັ້ນສູງ, ໂຮງເຮືອນແກ້ວ, ໂຮງເຮືອນຕາຂ່າຍ, ໂຮງລ້ຽງສັດ, ການເພາະລ້ຽງສັດນ້ຳທີ່ທັນສະໄໝ ທີ່ກ່ຽວຂ້ອງກັບຄວາມປອດໄພຂອງອາຫານ, ກ້າວໜ້າ ທີ່ໃຊ້ເຕັກໂນໂລຊີສູງ.
ເພີ່ມທະວີການເຄື່ອນໄຫວອົບຮົມສຶກສາ ແລະ ການຝຶກອົບຮົມວິຊາຊີບ ໃຫ້ແກ່ສະມາຊິກ ແລະກະເສດຕະກອນ ຕິດພັນກັບການແກ້ໄຂວຽກເຮັດງານທຳ, ຄວາມຕ້ອງການແຮງງານຂອງຕະຫຼາດ, ວິສາຫະກິດ ແລະສະຫະກອນ, ຕອບສະໜອງຄວາມຕ້ອງການໃນການຫັນປ່ຽນໂຄງສ້າງແຮງງານ, ໂຄງສ້າງເສດຖະກິດຊົນນະບົດ ຂອງແຕ່ລະເຂດ ພາກ. ປ່ຽນແປງໃໝ່ເນື້ອໃນ ແລະກະຈາຍຮູບແບບການຝຶກອົບຮົມ ຕາມທິດທາງເພີ່ມການປະຕິບັດ ຕິດກັບຮູບແບບຊີວິດຈິງ, ການຮຽນຮູ້ອອນໄລນ໌ຜ່ານອິນເຕີເນັດ, ການທັດສະນະສຶກສາ, ການຮຽນຮູ້ ແລະ ການແລກປ່ຽນບົດຮຽນປະສົບການ.
ປັບປຸງຍົກສູງປະສິດທິຜົນການເຄື່ອນໄຫວສະໜອງສິນເຊື່ອ, ສະໜັບສະໜູນທຶນແກ່ກະເສດຕະກອນ. ສືບຕໍ່ປ່ຽນແປງໃໝ່ ແລະ ປັບປຸງຍົກສູງປະສິດທິຜົນການເຄື່ອນໄຫວຂອງກອງທຶນໜູນຊ່ວຍກະເສດຕະກອນ, ຊຸກຍູ້ການພັດທະນາແຫຼ່ງທຶນກອງທຶນໜູນຊ່ວຍກະເສດຕະກອນທຸກຂັ້ນ.
ຍູ້ແຮງການໃຫ້ຄຳປຶກສາ, ການເຜີຍແຜ່, ການສຶກສາດ້ານກົດໝາຍ ແລະ ການຊ່ວຍເຫຼືອດ້ານກົດໝາຍໃຫ້ກະເສດຕະກອນ ໃນຮູບແບບແລະມາດຕະການທີ່ຫຼາກຫຼາຍ, ເໝາະສົມກັບແຕ່ລະເປົ້າໝາຍ ເຂດ ແລະ ພາກ; ຊ່ວຍໃຫ້ສະມາຊິກສະມາຄົນ ແລະກະເສດຕະກອນເຂົ້າໃຈ ແລະກຳໄດ້ກົດໝາຍຢ່າງຖືກຕ້ອງ ເພື່ອເຂົ້າຮ່ວມໃນການຮ່ວມທຶນ, ຫຸ້ນສ່ວນ ແລະ ຮ່ວມມືຢ່າງມີປະສິດທິຜົນ ຕິດພັນກັບການປົກປ້ອງສິດ ແລະຜົນປະໂຫຍດທີ່ຊອບທຳ ຖືກກົດໝາຍຂອງສະມາຊິກ ແລະ ກະເສດຕະກອນ; ສະໜອງຂໍ້ມູນ, ບໍລິການໃຫ້ຄຳປຶກສາ ແລະ ສະໜັບສະໜູນທາງກົດໝາຍ ໃນການຮັບປະກັນຄວາມໝັ້ນຄົງ ແລະຄວາມປອດໄພດ້ານອາຫານແກ່ກະເສດຕະກອນ.
ເພີ່ມທະວີການຖ່າຍທອດວິທະຍາສາດ ເຕັກນິກຂັ້ນສູງ, ເຕັກໂນໂລຊີສູງ ແລະເຕັກໂນໂລຊີໃໝ່ໃນການຜະລິດແລະທຸລະກິດ ໃຫ້ແກ່ສະມາຊິກ ແລະກະເສດຕະກອນ; ການໃຊ້ຜົນສຳເລັດທາງວິທະຍາສາດ ເຕັກນິກຂັ້ນສູງ ແລະ ເຕັກໂນໂລຊີໃໝ່ ໃນການຜະລິດ ການເກັບຮັກສາ ແລະການປຸງແຕ່ງຜະລິດຕະພັນກະສິກຳ ແລະ ການຄຸ້ມຄອງຄວາມປອດໄພຂອງອາຫານ; ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງລັດ, ນັກວິທະຍາສາດ, ວິສາຫະກິດ ແລະກະເສດຕະກອນ ເພື່ອຊຸກຍູ້ການຖ່າຍທອດວິທະຍາສາດ ແລະ ເຕັກໂນໂລຊີ, ພິເສດແມ່ນ ເຕັກໂນໂລຢີສູງ, ເຕັກໂນໂລຊີຊີວະພາບ ແລະ ເຕັກໂນໂລຢີທີ່ເປັນມິດກັບສິ່ງແວດລ້ອມ ໃນການຜະລິດກະສິກຳ, ການປຸງແຕ່ງສະບຽງອາຫານ ແລະ ການຫັນເປັນດິຈິຕອນ ໃຫ້ແກ່ກະເສດຕະກອນ.
ທີຫ້າ, ເຂົ້າຮ່ວມການກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງທີ່ເຂັ້ມແຂງ ແລະ ເສີມຂະຫຍາຍກຳລັງແຮງ ຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ.
ສະມາຄົມກະເສດຕະກອນທຸກຂັ້ນ ຕ້ອງປະຕິບັດເປັນຢ່າງດີ ບົດບາດເປັນຕົວແທນຂອງຊົນຊັ້ນຊາວນາ ໃນການສ້າງເອກະສານແລະມະຕິຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ; ເປັນເຈົ້າການໃນການເຂົ້າຮ່ວມຕັ້ງແຕ່ຕົ້ນແລະໂດຍກົງ ໃນເນື້ອໃນທີ່ກ່ຽວຂ້ອງກັບການກະເສດ, ກະເສດຕະກອນ, ຊົນນະບົດ, ໜ້າທີ່ ແລະພາລະກິດຂອງສະມາຄົມ. ປ່ຽນແປງໃໝ່ການລວບລວມຄວາມຄິດເຫັນ, ຄວາມຄິດຈິດໃຈ ແລະຄວາມປາດຖະໜາຂອງກະເສດຕະກອນ ຕາມທິດທາງລົງເລິກ ເຂົ້າໃກ້ຊິດ, ປຸກຕື່ນຈິດສຳນຶກເປັນເຈົ້າຂອງຂອງສະມາຊິກສະມາຄົມ ແລະກະເສດຕະກອນ; ຈັດຕັ້ງການສົນທະນາໂດຍກົງ, ເວທີປາໄສ ແລະ ຈັດຕັ້ງການຕິດຕໍ່ເພື່ອຮັບຟັງຄວາມຄິດເຫັນຂອງສະມາຊິກ ແລະກະເສດຕະກອນ; ເປັນເຈົ້າການໃນການເຂົ້າໃຈບັນດາບັນຫາພຶດຕິກຳທີ່ເກີດຂຶ້ນໃນຂະບວນການເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ ແລະການກໍ່ສ້າງຊົນນະບົດໃໝ່ ຢ່າງທັນທ່ວງທີ ເພື່ອສະເໜີການກໍ່ສ້າງ, ແກ້ໄຂ ເພີ່ມເຕີມ ແລະ ປັບປຸງແຜນນະໂຍບາຍ ນະໂຍບາຍ ກົດໝາຍ; ເຮັດໃຫ້ບັນດາຫົວຂໍ້ການກວດກາ ແລະວິພາກວິຈານສັງຄົມ ກາຍເປັນເນື້ອໃນກິດຈະກຳບັງຄັບ ແລະ ເປັນປະຈຳ ຂອງສາຂາ ແລະສະມາຄົມກະເສດຕະກອນ.
ຍູ້ແຮງແລະປັບປຸງຍົກສູງຄຸນນະພາບ ແລະປະສິດທິຜົນ ຂອງວຽກງານຕິດຕາມກວດກາ ແລະວິພາກວິຈານສັງຄົມ. ສືບຕໍ່ປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ແລະ ຂໍ້ບັງຄັບຂອງກົມການເມືອງສູນກາງ ກ່ຽວກັບກົດລະບຽບການຕິດຕາມກວດກາ ແລະວິພາກວິຈານຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ. ເສີມຂະຫຍາຍບົດບາດ ແລະປັບປຸງຍົກສູງຄຸນນະພາບ ຂອງການເຄື່ອນໄຫວຕິດຕາມກວດກາ ແລະວິພາກວິຈານສັງຄົມ ຂອງສະມາຄົມທຸກຂັ້ນ, ໂດຍສະເພາະ ບັນດາເນື້ອໃນທີ່ກ່ຽວຂ້ອງກັບການກະສິກຳ ກະເສດຕະກອນ ແລະ ຊົນນະບົດ.
ປະຕິບັດໂຄງການປະສົມປະສານຢ່າງມີປະສິດທິຜົນ ລະຫວ່າງສະມາຄົມກະເສດຕະກອນ ກັບອຳນາດການປົກຄອງຂັ້ນດຽວກັນ ແລະບັນດາສຳນັກງານ ອົງການຈັດຕັ້ງ ວິສາຫະກິດ ເພື່ອສະໜັບສະໜູນສະມາຊິກ ແລະກະເສດຕະກອນ ໃນການຈັດຕັ້ງຂະບວນການຂອງກະເສດຕະກອນ, ປະກອບສ່ວນປັບປຸງກຸ່ມກ້ອມພັນທະພາບກຳມະກອນ - ກະເສດຕະກອນ - ປັນຍາຊົນ ແລະ ຊຸກຍູ້ການຮ່ວມມື ແລະເຊື່ອມໂຍງ ລະຫວ່າງກະເສດຕະກອນ ກັບຊົນຊັ້ນອື່ນໆ ໃນການພັດທະນາການຜະລິດ ແລະທຸລະກິດ.
ທີຫົກ, ເຂົ້າຮ່ວມໃນການປ້ອງກັນປະເທດ ແລະປ້ອງກັນຄວາມສະຫງົບ; ຊຸກຍູ້ການຮ່ວມມືສາກົນ ແລະ ກິດຈະກຳການຕ່າງປະເທດປະຊາຊົນ.
ເພີ່ມທະວີການອົບຮົມສຶກສາຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ສະມາຊິກ ແລະ ກະເສດຕະກອນ ກ່ຽວກັບໜ້າທີ່ການປ້ອງກັນປະເທດ ແລະປ້ອງກັນຄວາມສະຫງົບ, ອົບຮົມສຶກສາມູນເຊື້ອປະຕິວັດ, ຍົກສູງຄວາມລະມັດລະວັງຕໍ່ແຜນການ ກົນອຸບາຍຂອງກຳລັງສັດຕູ ທີ່ຈະທຳລາຍພັກແລະລັດ. ເຂົ້າຮ່ວມການປະຕິບັດນະໂຍບາຍ “ແນວຫຼັງຂອງທະຫານ” ໃຫ້ດີ ແລະ ກິດຈະກຳສະແດງຄວາມກະຕັນຍູ ແລະຕອບແທນບຸນຄຸນຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດ; ອົບຮົມສຶກສາມູນເຊື້ອ ແລະ ສິລະທຳ “ເມື່ອດື່ມນ້ຳ ໃຫ້ຈື່ຈຳແຫຼ່ງ” ໃຫ້ກັບຄົນລຸ້ນໃໝ່.
ຍູ້ແຮງການລະດົມຂົນຂວາຍສະມາຊິກ ແລະກະເສດຕະກອນ ໃຫ້ເຂົ້າຮ່ວມຢ່າງແຂງຂັນໃນການປະສານງານການລາດຕະເວນ ເພື່ອປົກປ້ອງຊາຍແດນ ແລະຫຼັກໝາຍເຂດແດນ, ໃຫ້ຂໍ້ມູນແລະລາຍງານອາຊະຍາກຳ; ເຂົ້າຮ່ວມໃນໜ່ວຍຄຸ້ມຄອງຕົນເອງເພື່ອຄວາມປອດໄພແລະຄວາມສະຫງົບຮຽບຮ້ອຍ, ໜ່ວຍງານປອງດອງ, ສະໂມສອນປ້ອງກັນ ແລະປາບປາມອາຊະຍາກຳ ແລະຄວາມຊົ່ວຮ້າຍທາງສັງຄົມ, ສະໂມສອນກະເສດຕະກອນກັບກົດໝາຍ, ປະກອບສ່ວນຮັກສາຄວາມໝັ້ນຄົງທາງການເມືອງ ແລະ ຮັກສາຄວາມປອດໄພ ຄວາມສະຫງົບຮຽບຮ້ອຍທາງສັງຄົມຢູ່ເຂດຊົນນະບົດ ແລະ ເຂດຊາຍແດນ.
ສະມາຄົມກະເສດຕະກອນທຸກຂັ້ນເພີ່ມທະວີການນຳພາ ຊີ້ນຳ, ໃຫ້ຄຳແນະນຳ, ການປະສານງານ, ເຂົ້າຮ່ວມຢ່າງເປັນເຈົ້າການແລະຕັ້ງໜ້າ ໃນການຕ່າງປະເທດ ແລະການເຊື່ອມໂຍງສາກົນ; ເປັນເຈົ້າພາບຈັດຕັ້ງບັນດາເຫດການ, ເຂົ້າຮ່ວມບັນດາເວທີປາໄສສາກົນ, ສົ່ງເສີມການຄ້າ, ໂຄສະນາ ຊຸກຍູ້ ເຊື່ອມໂຍງ ໜູນຊ່ວຍການສົ່ງອອກສິນຄ້າກະເສດ; ການຝຶກອົບຮົມ, ການຖ່າຍທອດວິທະຍາສາດ-ເຕັກນິກ ແລະ ເຕັກໂນໂລຊີໃໝ່ທີ່ກ້າວໜ້າ, ປັບປຸງຍົກສູງຄຸນວຸດທິໃຫ້ກັບກະເສດຕະກອນ; ດຶງດູດຊັບພະຍາກອນສະໜັບສະໜູນທີ່ຫຼາກຫຼາຍ ເພື່ອຜັນຂະຫຍາຍບັນດາໂຄງການ ແລະແຜນງານດ້ານການກະເສດ, ກະເສດຕະກອນ ແລະ ຊົນນະບົດ; ປະສົມປະສານການເຂົ້າຮ່ວມໃນການແກ້ໄຂວຽກງານແລະບັນຫາທີ່ກ່ຽວຂ້ອງກັບກະເສດຕະກອນ ໃນການພົວພັນທາງການທູດລະຫວ່າງປະເທດ, ປະກອບສ່ວນປັບປຸງຍົກສູງປະສິດທິພາບ ຂອງການຕ່າງປະເທດປະຊາຊົນ ໃນສະຖານະການໃໝ່ ຕາມແຜນນະໂຍບາຍຂອງພັກ.
ສືບຕໍ່ຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີການຮ່ວມມືສາກົນໃນການຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພດ້ານສະບຽງອາຫານ; ຈັດຕັ້ງການແລກປ່ຽນຮຽນຮູ້, ແລກປ່ຽນປະສົບການ, ການຄ້າສິນຄ້າ ແລະ ຜະລິດຕະພັນກະເສດລະຫວ່າງກະເສດຕະກອນຫວຽດນາມ ກັບກະເສດຕະກອນຈາກປະເທດອື່ນໆ, ໂດຍສະເພາະກັບບັນດາປະເທດໃຫຍ່, ປະເທດເພື່ອນບ້ານ ລາວ, ກຳປູເຈຍ ແລະ ຈີນ, ປະກອບສ່ວນເປີດກວ້າງຕະຫຼາດຜະລິດຕະພັນກະເສດ, ຮັກສາສັນຕິພາບ, ປົກປ້ອງຄວາມໝັ້ນຄົງຊາຍແດນ; ແລະຜົນປະໂຫຍດຂອງຊາດ-ປະເທດຊາດ.
ຍູ້ແຮງວຽກງານຂໍ້ມູນແລະການໂຄສະນາ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບແນວທາງແລະນະໂຍບາຍຂອງພັກແລະລັດ, ກ່ຽວກັບບັນດາບັນຫາສາກົນ ແລະ ໂອກາດ, ຄວາມທ້າທາຍຂອງການເຊື່ອມໂຍງສາກົນ ໃຫ້ກັບພະນັກງານ ສະມາຊິກສະມາຄົມ ແລະກະເສດຕະກອນ, ໂດຍສະເພາະ ໃນເຂດຊາຍແດນ ແລະໝູ່ເກາະ.
ເສີມຂະຫຍາຍຢ່າງແຂງແຮງມູນເຊື້ອຮັກຊາດ, ຈິດໃຈຊາດ, ກຳລັງແຮງແຫ່ງຄວາມສາມັກຄີ ແລະຄວາມຄິດປະດິດສ້າງ, ພະນັກງານສະມາຄົມ, ສະມາຊິກສະມາຄົມ ແລະກະເສດຕະກອນທົ່ວປະເທດ ຈະໃຊ້ປະໂຫຍດຈາກໂອກາດອັນສະດວກແລະຂໍ້ໄດ້ປຽບ, ຜ່ານຜ່າຄວາມຫຍຸ້ງຍາກແລະຄວາມທ້າທາຍ, ປະຕິບັດບັນດາທິດທາງ, ເປົ້າໝາຍ ແລະ ໜ້າທີ່ຂອງສະມາຄົມ ແລະ ຂະບວນການກະເສດຕະກອນໃນໄລຍະໃໝ່ ຢ່າງສຳເລັດຜົນ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃຫ້ປະສົບຜົນສຳເລັດຢ່າງຈົບງາມ ເພື່ອປະເທດຫວຽດນາມທີ່ຈະເລີນຮຸ່ງເຮືອວແລະມີຄວາມສຸກ, ປະຕິບັດເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ”./.
-----------------
(1) ຮອດທ້າຍປີ 2022, ທົ່ວປະເທດມີຜະລິດຕະພັນ OCOP 8.689 ລາຍການ; ຜະລິດຕະພັນຫຼັກລວມມີເຂົ້າ (ເຂດທົ່ງພຽງແມ່ນ້ຳແດງ, ເຂດທົ່ງພຽງແມ່ນ້ຳຂອງ), ກາເຟ, ຢາງພາລາ, ໝາກພິກໄທ (ເຂດພູພຽງພາກກາງ, ເຂດຕາເວັນອອກພາກໃຕ້), ເມັດໝາກມ່ວງຫິມະພານ (ເຂດຕາເວັນອອກພາກໃຕ້), ຜັກ, ໝາກໄມ້, ປາສະຫວາຍ, ກຸ້ງ (ເຂດທົ່ງພຽງແມ່ນ້ຳຂອງ, ເຂດຊາຍຝັ່ງພາກກາງ)...
(2) ປີ 2020, ການສົ່ງອອກເຂົ້າສານມີມູນຄ່າ 3,12 ຕື້ໂດລາສະຫະລັດ, ກາເຟ 2,74 ຕື້ໂດລາສະຫະລັດ, ຢາງພາລາ 2,38 ຕື້ໂດລາສະຫະລັດ, ເມັດໝາກມ່ວງຫິມະພານ 3,2 ຕື້ໂດລາສະຫະລັດ, ຜັກແລະໝາກໄມ້ 3,27 ຕື້ໂດລາສະຫະລັດ. ປີ 2021, ມູນຄ່າການສົ່ງອອກສິນຄ້າກະເສດສູງເຖິງ 48,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 14,9% ເມື່ອທຽບກັບປີ 2020; ປີ 2022, ມູນຄ່າການສົ່ງອອກສິນຄ້າກະເສດສູງເຖິງ 53,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,5% ເມື່ອທຽບກັບປີ 2021 (ກຸ້ງມີມູນຄ່າ 4,33 ຕື້ໂດລາສະຫະລັດ; ກາເຟ 3,94 ຕື້ໂດລາສະຫະລັດ; ເຂົ້າສານ 3,49 ຕື້ໂດລາສະຫະລັດ; ຢາງພາລາ 3,31 ຕື້ໂດລາສະຫະລັດ; ຜັກແລະໝາກໄມ້ 3,34 ຕື້ໂດລາສະຫະລັດ; ເມັດໝາກມ່ວງຫິມະພານ 3,07 ຕື້ໂດລາສະຫະລັດ...).
(3) ປະຈຸບັນ, ທົ່ວປະເທດມີຟາມກະເສດ 18.945 ແຫ່ງ, ມູນຄ່າການຜະລິດສະເຫຼ່ຍຂອງຟາມກະເສດແມ່ນ 3.513 ລ້ານດົ່ງຕໍ່ປີ, ລາຍໄດ້ສະເຫຼ່ຍຂອງຄົນງານເຮັດວຽກປະຈຳທີ່ໃນຟາມແມ່ນ 4,9 ລ້ານດົ່ງ /ຄົນ /ເດືອນ; ມີສະຫະກອນ 29.021 ແຫ່ງ (ໃນນັ້ນ, ມີສະຫະກອນກະສິກຳ 19.384 ແຫ່ງ, ກວມເອົາ 68,8%), ດຶງດູດສະມາຊິກປະມານ 6,4 ລ້ານຄົນ ດ້ວຍແຮງງານ 2,6 ລ້ານຄົນ, ລາຍໄດ້ສະເຫຼ່ຍຂອງສະຫະກອນເກືອບ 3,6 ຕື້ດົ່ງ, ເພີ່ມຂຶ້ນ 35%, ກຳໄລສະເຫຼ່ຍຂອງສະຫະກອນໜຶ່ງແມ່ນ 366 ລ້ານດົ່ງ, ເພີ່ມຂຶ້ນປະມານ 71%, ລາຍໄດ້ສະເຫຼ່ຍຂອງຄົນເຮັດວຽກປະຈຳໃນສະຫະກອນແມ່ນ 56 ລ້ານດົ່ງ /ຄົນ /ປີ, ເພີ່ມຂຶ້ນປະມານ 8% ເມື່ອທຽບກັບປີ 2021.
(4) ລາຍໄດ້ສະເຫຼ່ຍຕໍ່ຫົວໃນພື້ນທີ່ຊົນນະບົດໃນປີ 2020 ແມ່ນ 41,7 ລ້ານດົ່ງ /ຄົນ /ປີ, ສູງກວ່າປີ 2015 1,87 ເທົ່າ, ເຊິ່ງສອດຄ່ອງກັບອັດຕາຄົວເຮືອນທຸກຍາກທີ່ຫຼຸດລົງຈາກ 10,69% ເຫຼືອ 4,2%.
(5) ຮອດທ້າຍປີ 2022, ໃນປະເທດມີ 18 ແຂວງ ໂດຍ 100% ຂອງຈຳນວນຕາແສງທີ່ໄດ້ມາດຕະຖານຊົນນະບົດໃໝ່, ໃນນັ້ນ 5 ແຂວງ (ດົ່ງນາຍ, ນາມດິ້ງ, ນາມຮ່າ, ຮຶງອຽນ ແລະ ຫາຍເຢືອງ) ໄດ້ຮັບການຍອມຮັບວ່າສາມາດບັນລຸພາລະກິດການສ້າງຊົນນະບົດໃໝ່; ມີໜ່ວຍລະດັບເມືອງ 255 ໜ່ວຍໃນ 58 ແຂວງ, ນະຄອນຂຶ້ນກັບສູນກາງ ໄດ້ຮັບການຍອມຮັບວ່າເປັນໄປຕາມມາດຕະຖານ ຫຼືສຳເລັດພາລະກິດການສ້າງຊົນນະບົດໃໝ່ ແລະມີ 6.009 ຕາແສງໃນ 8.225 ຕາແສງໄດ້ບັນລຸມາດຕະຖານຊົນນະບົດໃໝ່ (ກວມເອົາ 73,05%) ເຊິ່ງໃນຈຳນວນນີ້ 937 ຕາແສງບັນລຸມາດຕະຖານຊົນນະບົດໃໝ່ຂັ້ນສູງ ແລະ 110 ຕາແສງບັນລຸມາດຕະຖານຊົນນະບົດໃໝ່ເປັນແບບຢ່າງ.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1027 (ເດືອນທັນວາ 2023)