ເສີມຂະຫຍາຍກຳລັງແຮງ​ຂອງ​ປະຊາຊົນໃນຂະບວນການ
ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດໃນ​ຍຸກ​ປະ​ຈຸ​ບັນ

ໂດຍ ເລ ກ໊ວກ ຮູ່ງ
ພົນຕີ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
08:30, 21-07-2024

ວກ. - ຕະຫຼອດໄລຍະເວລາ 79 ປີແຫ່ງການກໍ່ສ້າງ ການສູ້ຮົບ ແລະການເຕີບໃຫຍ່, ກອງກຳລັງຕຳຫຼວດປະຊາຊົນມຸ່ງໝັ້ນມາໂດຍຕະຫຼອດວ່າ ປະຊາຊົນແມ່ນປັດໄຈຕັດສິນຊີ້ຂາດໄຊຊະນະທັງໝົດໃນການຕໍ່ສູ້ເພື່ອປົກປ້ອງຄວາມໝັ້ນຄົງ ແລະຄວາມສະຫງົບຮຽບຮ້ອຍ, ກໍຄືໃນການສ້າງຂະບວນການປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”. ການເສີມຂະຫຍາຍກຳລັງແຮງຂອງປະຊາຊົນໃນຂະບວນການປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ ຕາມມະຕິເລກທີ 43-NQ/TW ລົງວັນທີ 24 ພະຈິກ 2023 ຂອງກອງປະຊຸມສູນກາງພັກຄັ້ງທີສະໄໝທີ XIII “ວ່າດ້ວຍການສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ສ້າງປະເທດເຮົາໃຫ້ນັບມື້ນັບຈະເລີນຮຸ່ງເຮືອງແລະມີຄວາມສຸກຖືເປັນເນື້ອໃນສຳຄັນຂອງມາດຕະການລະດົມມວນຊົນໃຫ້ເຂົ້າຮ່ວມໃນການປົກປ້ອງຄວາມໝັ້ນຄົງຂອງປະເທດຊາດ, ການຮັກສາຄວາມສະຫງົບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ.

ທ່ານ ໂຕເລິມ, ພົນເອກ, ກຳມະການກົມກາເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຮ່ວມວັນບຸນວັດທະນະທຳ ກິລາ ແລະ ທ່ອງທ່ຽວບັນດາເຜົ່າ ໃນເຂດພູພຽງພາກກາງ ຄັ້ງທີ 1 ປີ 2023 _ແຫຼ່ງ: baokontum.com.vn

ບົດບາດຂອງປະຊາຊົນ ແລະເນື້ອໃນ​ເສີມຂະຫຍາຍ​ກຳລັງ​ແຮງ​ຂອງ​ປະຊາຊົນ​ໃນຂະບວນການ
ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ

​ໃນ​ຕະຫຼອດ​ຊີວິດ​ຂອງ​ຕົນ, ປະທານ ​ໂຮ່ຈີ​ມິນ ​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ກຳລັງ​ແຮງ​ຂອງ​ປະຊາຊົນ ​ແລະ ຢືນຢັນ​ຄວາມ​ຈິງ​ວ່າ: “ບໍ່​ມີ​ສິ່ງ​ໃດ​ໃນ​ທ້ອງຟ້າ​ນີ້ມີ​ຄ່າ​ກວ່າ​ປະຊາຊົນ. ໃນໂລກນີ້ບໍ່ມີສິ່ງໃດທີ່ແຂງແຮງກວ່າພະລັງສາມັກຄີຂອງປະຊາຊົນ”(1). ໃນພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມໃນໄລຍະປະຈຸບັນ, ພັກກອມມູນິດຫວຽດນາມ ແລະລັດຫວຽດນາມກຳນົດວ່າ: ຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ແມ່ນໜຶ່ງໃນບັນດາຂະບວນການແຂ່ງຂັນກັນຮັດຊາດ ທີ່ເຊື່ອມໂຍງຢ່າງໃກ້ຊິດກັບຂະບວນການປະຕິວັດອື່ນໆ, ເປັນພື້ນຖານທີ່ສຳຄັນທີ່ສຸດ ເພື່ອສ້າງ “ທ່າສະໜາມຮົບໃນໃຈປະຊາຊົນ”, ທ່າສະໜາມຮົບປົກປ້ອງຄວາມໝັ້ນຄົງປະຊາຊົນທີ່ເຊື່ອມໂຍງກັບທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ ໃນພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ; ແມ່ນມາດຕະການພື້ນຖານແລະສຳຄັນເພື່ອປ້ອງກັນ, ຄົ້ນເຜີຍ ແລະ ຕໍ່ສູ້ກັບອາຊະຍາກຳທຸກປະເພດ, ປົກປ້ອງຄວາມໝັ້ນຄົງຂອງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ, ຮັບໃຊ້ຢ່າງໄດ້ການໄດ້ງານໃຫ້ແກ່ການປະຕິບັດບັນດາໜ້າທີ່ການເມືອງຂອງພັກແລະລັດ. ດັ່ງນັ້ນ, ພັກແລະລັດໄດ້ອອກເອກະສານຊີ້ນຳທີ່ສຳຄັນແລະຍຸດທະສາດຫຼາຍສະບັບ ເພື່ອເຕົ້າໂຮມແລະເສີມຂະຫຍາຍກຳລັງແຮງຂອງປະຊາຊົນທຸກຊັ້ນວັນນະໃຫ້ເຂົ້າຮ່ວມໃນຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”(2).

ປະຫວັດສາດແຫ່ງການກໍ່ສ້າງ ການຕໍ່ສູ້ ແລະການເຕີບໃຫຍ່ຂອງກອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ (ກກປສປ) ໃນ 79 ປີທີ່ຜ່ານມາມີຄວາມກ່ຽວພັນກັບບັນດາຮູບແບບການຈັດຕັ້ງ ແລະເຕົ້າໂຮມມະຫາຊົນ, ປຸກຕື່ນນ້ຳໃຈຮັກຊາດ, ຈິດໃຈສາມັກຄີ, ຄວາມສາມາດບົ່ມຊ້ອນ, ຄວາມຄິດປະດິດສ້າງ, ຈິດສຳນຶກ ແລະຄວາມຮັບຜິດຊອບຂອງປະຊາຊົນທຸກຊົນຊັ້ນ ໃນພາລະກິດປົກປ້ອງຄວາມໝັ້ນຄົງແລະຄວາມສະຫງົບຮຽບຮ້ອຍ. ໃນໄລຍະປະຈຸບັນ, ເພື່ອເສີມຂະຫຍາຍກຳລັງແຮງຂອງປະຊາຊົນໃນຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”, ກະຊວງປ້ອງກັນຄວາມສະຫງົບໄດ້ແນະນຳໃຫ້ນາຍົກລັດຖະມົນຕີອອກມະຕິຕົກລົງເລກທີ 521/QĐ-TTg ໂດຍກຳນົດໃຊ້ວັນທີ 19 ສິງຫາຂອງທຸກປີ - ວັນມູນເຊື້ອຂອງກອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ - ເປັນ “ວັນບຸນປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”. ສິ່ງດັ່ງກ່າວບໍ່ພຽງແຕ່ແນໃສ່ສະແດງກຳລັງແຮງຂອງທົ່ວປວງຊົນ, ຍົກຍ່ອງບົດບາດອັນຍິ່ງໃຫຍ່ຂອງປະຊາຊົນ ໃນພາລະກິດປົກປັກຮັກສາຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງມູນເຊື້ອຄວາມສາມັກຄີ ແລະຄວາມຜູກພັນລະຫວ່າງກຳລັງຕຳຫຼວດ ແລະ ປະຊາຊົນ. ຄະນະພັກກອງກຳລັງ​ຕຳຫຼວດ​ສູນ​ກາງ ​ແລະ ການ​ນຳ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ກໍ່​ໄດ້​ອອກ​ເອກະສານ​ຊີ້​ນຳ​ສຳຄັນ​ຫຼາຍ​ສະບັບ ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ ​ແລະ ​ການສ້າງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”(3). ຂະບວການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ໄດ້ດຳເນີນການຢ່າງເປັນປະຈຳແລະຕໍ່ເນື່ອງ, ສອດຄ່ອງກັບຄວາມຕ້ອງການ, ໜ້າທີ່ ແລະ ຈຸດພິເສດຂອງແຕ່ລະເຂດ, ພາກພື້ນ, ກຸ່ມເປົ້າໝາຍ, ພື້ນທີ່ປະຊາກອນ ແລະສະຖານະການຈິງຂອງກົມກອງແລະທ້ອງຖິ່ນ; ດ້ວຍເຫດນີ້, ບົດບາດແລະກຳລັງແຮງອັນຍິ່ງໃຫຍ່ຂອງປະຊາຊົນຈຶງໄດ້ຮັບການເຕົ້າໂຮມ ຮັກສາ ແລະເສີມຂະຫຍາຍ.

ກອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານຄົ້ນຄວ້າ​ເກັບກຳສະພາບການ; ໂຄສະນາເຜີບແຜ່, ອົບຮົມສຶກສາ ແລະ ຂົນຂວາຍປະຊາຊົນໃຫ້ເຂົ້າຮ່ວມຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”. ຜັນຂະຫຍາຍ ແລະ ຈັດຕັ້ງຕຳຫຼວດປະຈຳການໃນສະຖານີຕຳຫຼວດຕາແສງ, ຄຸ້ມເມືອງ ແລະ ເທດສະບານເມືອງ 100% ແຫ່ງ ເພື່ອປະຕິບັດວຽກງານຂົນຂວາຍປະຊາຊົນໂດຍກົງ ແລະສ້າງຂະບວນການຂອງທົ່ວປວງຊົນປ້ອງກັນຄວາມໝັ້ນຄົງ ແລະຄວາມສະຫງົບຮຽບຮ້ອຍຢູ່ຮາກຖານ; ປະຕິບັດ​ບັນດາ​ມາດ​ຕະການ​ລົງ​ເລິກ​ຢ່າງ​ເປັນ​ປະຈຳ ​ເພື່ອ​ກຳ​ແໜ້ນ​ແນວ​ຄິດຈິດໃຈ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ຄວາມ​ຄິດ​ເຫັນສາທາລະນະ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ; ຈາກນັ້ນ, ກຳແໜ້ນສະພາບ​ຄວາມໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ​ກົນອຸບາຍແລະການ​ເຄື່ອນ​ໄຫວ ​ຂອງ​ອາຊະຍາ​ກຳ​ທຸກ​ປະ​ເພດ ໃນ​ແຕ່ລະ​ເຂດ​ແລະພາກ​ພື້ນ ​ເພື່ອ​ໃຫ້ຄຳແນະນຳ ​ແລະ ສະ​ເໜີ​ມາດ​ຕະການ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ. ​ຮອດ​ວັນ​ທີ 25 ສິງຫາ 2023, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ລົງ​ນາມ​ໃນ​ມະຕິຖອດຕາ​ແສງ​ແລະເທດສະບານເມືອງ 3.452 / 3.945 ແຫ່ງ ​ອອກ​ຈາກ​ບັນຊີ​ລາຍ​ຊື່​ຕາ​ແສງທີ່ເຄັ່ງຮ້ອນ ສັບສົນທາງ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ຄວາມສະຫງົບ​ຮຽບຮ້ອຍ. ຕຳຫຼວດທຸກລະດັບໄດ້ປ່ຽນແປງໃໝ່ຢ່າງເປັນປະຈຳກ່ຽວກັບເນື້ອໃນ, ຮູບການ, ວິທີການປະຕິບັດ ແລະຂົນຂວາຍມະຫາຊົນ ໃຫ້ເຂົ້າຮ່ວມຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ຢ່າງຫຼວງຫຼາຍແລະມີປະສິດທິພາບຫຼາຍຂຶ້ນ; ໃນນັ້ນ, ໃຫ້ຄວາມສຳຄັນກັບພື້ນທີ່ຍຸດທະສາດ ແລະພື້ນທີ່ສຳຄັນດ້ານຄວາມຄວາມປອດໄພແລະຄວາມສະຫງົບຮຽບຮ້ອຍທີ່ສັບສົນ ໂດຍມີການເຄື່ອນໄຫວສະເພາະຄື: 1- ສຸມໃສ່ຂົນຂວາຍປະຊາຊົນໃຫ້ປະຕິບັດກົດໝາຍວ່າດ້ວຍສາສະໜາ; ສິດທິແລະໜ້າທີ່ຂອງພົນລະເມືອງ ຢ່າງເຂັ້ມງວດ; ການ​ສ້າງ​ຄວາມ​ສໍາ​ພັນ​ທີ່ລວມຜູ້ເຊື່ອ​ຖື​ສາ​ສະໜາ​ ກັບ​ຜູ້​ບໍ່​ເຊື່ອ​ຖື ເປັນອັນໜຶ່ງອັນດຽວກັນ​; ອີງ​ໃສ່​ປະຊາຊົນ, ຕໍ່ສູ້​ຕ້ານ​ພວກ​ສວຍ​ໃຊ້​ສາສະໜາ​ເພື່ອ​ປຸກປັ່ນ​ໃຫ້​ເກີດ​ການ​ແບ່ງ​ແຍກກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; 2- ສຸມ​ໃສ່​ປຸກລະດົມ​ປະຊາຊົນໃຫ້​ປະຕິບັດ​ຕາມນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ; ສ້າງຄວາມສາມັກຄີແຫ່ງຊາດ; ສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; ອີງໃສ່ປະຊາຊົນເພື່ອກວດຈັບ ແລະ ຕໍ່ສູ້ກັບ ການເຄື່ອນໄຫວແບ່ງແຍກ ແລະການຈຳແນກ​ຊົນ​ເຜົ່າ, ການເຄື່ອນໄຫວສ້າງ​ຕັ້ງ​ອັນ​ທີ່​ເອີ້ນ​ວ່າ “ລັດ​ມົ້ງ”, “ລັດເດ່ກາ”, ການເຄື່ອນໄຫວ FULRO, “ຄຣິສະຕະຈັກຂອງພຣະເຈົ້າແມ່”; ປົກປ້ອງຄວາມໝັ້ນຄົງຊາຍແດນ; ສ້າງໝູ່ບ້ານທີ່ມີຄວາມສາມັກຄີແລະວັດທະນະທຳ; ເສີມຂະຫຍາຍບົດບາດຂອງຜູ້ໃຫຍ່ບ້ານ ແລະນາຍບ້ານ ໃນການແກ້ໄຂບັນຫາຄວາມສະຫງົບ ຄວາມປອດໄພ ຄວາມເປັນລະບຽບຮຽບຮ້ອຍຢູ່ຮາກຖານ; 3- ໂຄສະນາເຜີຍແຜ່ ແລະຂົນຂວາຍປະຊາຊົນຢ່າງເປັນປົກກະຕິ, ຍົກສູງສະຕິປົກປັກຮັກສາອະທິປະໄຕຢູ່ທະເລແລະໝູ່ເກາະ, ລະດົມປະຊາຊົນໃຫ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການປົກປ້ອງສິ່ງແວດລ້ອມ, ຊັບພະຍາກອນ ແລະ ຄວາມໝັ້ນຄົງຢູ່ທະເລ; 4- ລະດົມ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ບ້ານ ໝູ່ບ້ານ ຕາແສງປອດ​ໄພ; ​ເຂົ້າ​ຮ່ວມໃນ​ການ​ກວດ​ຈັບແລະປະນາມ​ອາດຊະຍາ​ກຳ ​ແລະ ການຄຸ້ມ​ຄອງ, ສຶກສາ​ອົບຮົມ ​ແລະ ຊ່ວຍ​ເຫຼືອຜູ້​ລະ​ເມີດ​ກົດໝາຍ​ຢູ່​ຊຸມຊົນແລະຕາ​ແສງ; ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພື້ນຖານ​ການ​ເມືອງ​ຕິດ​ພັນ​ກັບ​ກຳລັງ​ຕຳຫຼວດ; ​ເຮັດ​ໃຫ້​ຮູບ​ແບບ​ການ​ປ້ອງ​ກັນ​ຕົວ, ຄຸ້ມ​ຄອງ​ຕົນ​ເອງ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ພາຍ​ໃນ​ຂອງ​ປະຊາຊົນ​ຢູ່​ຮາກ​ຖານ; ຂະຫຍາຍບັນດາ​ຮູບແບບ​ການ​ປ້ອງ​ກັນ​ຕົວເອງ, ຄຸ້ມ​ຄອງ​ຕົນ​ເອງ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ພາຍ​ໃນ​ຂອງ​ປະຊາຊົນ​ຢູ່​ຮາກ​ຖານ; 5- ຂົນຂວາຍພະນັກງານ, ລັດຖະກອນ ແລະພາລະກອນ ໃຫ້ເຂົ້າຮ່ວມກໍ່ສ້າງບັນດາອົງການ, ວິສາຫະກິດທີ່ມີຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງພາຍໃນ, ຄວາມ​ປອດ​ໄພ​ດ້ານ​ເສດ​ຖະ​ກິດ, ຄວາມ​ປອດ​ໄພ​ດ້ານ​ວັດ​ທະ​ນະ​ທໍາ​ແລະ​ອຸ​ດົມ​ການ; ປົກປ້ອງຄວາມລັບຂອງລັດ.

ບົນພື້ນຖານການຜັນຂະຫຍາຍແລະຈັດຕັ້ງປະຕິບັດເອກະສານຊີ້ນຳຂອງພັກ ລັດ ແລະຂະແໜງການຕຳຫຼວດ ກ່ຽວກັບວຽກງານຂົນຂວາຍປະຊາຊົນ ແລະຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ເຊິ່ງໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ​ໃນ​ທຸກ​ພື້ນທີ່ ແລະ​ໃນ​ທຸກ​ຂົງ​ເຂດ, ດຶງ​ດູດ​ປະຊາຊົນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ປະຈຸ​ບັນ, ທົ່ວ​ປະ​ເທດ​ມີຮູບແບບ​ການ​ເຄື່ອນ​ໄຫວຫຼາຍກ່ວາ 4.300 ຮູບ​ແບບຂອງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ​ດ້ວຍ​ຫຼາຍຮູບ​ແບບການເຄື່ອນໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ທິດ​ທາງ​ປ້ອງ​ກັນ​ຕົວ, ຄຸ້ມ​ຄອງ​ຕົນ​ເອງ, ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ຮາກ​ຖານ, ປະກອບສ່ວນ​ຫຼຸດຜ່ອນ​ອາຊະຍາ​ກຳ, ຮັບປະກັນ​ຄວາມສະຫງົບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ(4); ໂດຍສະເພາະ, ມີຫຼາຍຕົວແບບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19, ໄດ້ຮັບການເຫັນດີເຫັນພ້ອມ, ສະໜັບສະໜູນ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ ໂດຍສະເພາະແມ່ນຮູບແບບ: ທີມ​ງານ​ໂຄ​ວິດ-19 ຊຸມ​ຊົນ” ຢູ່​ແຂວງ ວິ້ງ​ຟຸກ, “ກຸ່ມ​ຄຸ້ມ​ຄອງ​ຕົນ​ເອງ​ຂອງ​ຊຸມ​ຊົນ​ເຂົ້າ​ຮ່ວມ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະ​ບຽບ, ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19” ຢູ່​ແຂວງ ບັກ​ຢາງ. “ກຸ່ມຊຸມຊົນຄຸ້ມຄອງຕົນເອງມີສ່ວນຮ່ວມໃນການຮັກສາຄວາມໝັ້ນຄົງ ຄວາມສະຫງົບຮຽບຮ້ອຍ ແລະ ການປ້ອງກັນແລະຄວບຄຸມພະຍາດໂຄວິດ-19” ໃນແຂວງບັດຢາງ, “ເຂດສີຂຽບປອດໄພ” ໃນນະຄອນຮ່າໂນ້ຍ, “ພວງກະແຈສາຍ​ດ່ວນໂຄວິດ-19” ຢູ່​ແຂວງ ກາວ​ບັ່ງ, “ການຄຸ້ມ​ຄອງ​ຕົນ​ເອງ, ການປ້ອງ​ກັນ ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19” ຢູ່​ແຂວງ ຮ່າ​ນາມ, “ກຸ່ມແລະຈຸດປ້ອງກັນ​ຮັກ​ສາ​ເຂດສີ​ຂຽວ” ຢູ່​ແຂວງ ບ່າ​ເຣ້ຍ - ຫວຸງ​ເຕົ່າ... ຜ່ານບັນດາຮູບແບບການຄຸ້ມຄອງຕົນເອງ, ການປ້ອງກັນແລະຕ້ານອາຊະຍາກຳ, ການຮັກສາຄວາມໝັ້ນຄົງແລະຄວາມສະຫງົບຮຽບຮ້ອຍຢູ່ຮາກຖານ, ປະຊາຊົນໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການລາຍງານ ການປະນາມອາຊະຍາກຳ, ການກວດຈັບອາຊະຍາກຳ ແລະ ສະໜັບສະໜູນ ກກປສປ ໃນການຕໍ່ສູ້ກັບການເຄື່ອນໄຫວຜິດກົດໝາຍທຸກປະເພດ ຂອງອາຊະຍາກຳ ແລະຄວາມຊົ່ວຮ້າຍທາງສັງຄົມ; ປຸກລະດົມ, ສຶກສາອົບຮົມ ແລະ ຊ່ວຍເຫຼືອຜູ້ກະທຳຜິດໃນບ້ານ ແລະ ໃນຊຸມຊົນ; ຮັກ​ສາ​ຄວາມ​ສະຫງົບ​ສາ​ທາ​ລະ​ນະ​, ຄວາມ​ເປັນ​ລະບຽບຈະລາຈອນ, ການ​ປ້ອງ​ກັນ​ອັກ​ຄີ​ໄພ ​ແລະ ການ​ລະ​ເບີດ... ຄຽງຄູ່ກັນນັ້ນ, ປະ​ຊາ​ຊົນຍັງໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ໃຫ້​ຄໍາ​ເຫັນ​ແລະ​ການ​ກໍ່​ສ້າງ ກກປສປ ທີ່ສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງ; ດ້ວຍຄວາມຄິດເຫັນຂອງປະຊາຊົນ, ກກປສປ ສາມາດແກ້ໄຂຂໍ້ຈຳກັດ, ປ່ຽນແປງໃໝ່ວຽກງານດ້ານຕ່າງໆ ແລະ ຍົກສູງຈິດໃຈຮັບຜິດຊອບຕໍ່ວຽກງານຕາມທິດນຳທີ່ວ່າ: “ເມື່ອປະຊາຊົນຕ້ອງການ, ເມື່ອປະຊາຊົນເດືອດຮ້ອນ ກໍ່ມີຕຳຫຼວດ”; ຜ່ານນັ້ນ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ພົວພັນ​ທີ່​ໃກ້ຊິດ ​ລະຫວ່າງ​ປະຊາຊົນ ​ກັບຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ກກປສປ.

ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນເພີ່ມທະວີການປະສານງານຢ່າງແໜ້ນແຟ້ນ ແລະເສີມຂະຫຍາຍບົດບາດຂອງຄະນະຂົນຂວາຍປະຊາຊົນຂອງແນວໂຮມປະເທດຊາດຫວຽດນາມ, ອົງການສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການ ຄະນະ ແລະ ຂະແໜງການທຸກລະດັບ ໃນການລະດົມ ເສີມຂະຫຍາຍບົດບາດ ແລະຄວາມເຂັ້ມແຂງຂອງປະຊາຊົນ ເຂົ້າຮ່ວມໃນຂະບວນການປະຊາຊົນທຸຄົນປົກປ້ອງຄວາມໝັ້ນຄົງຂອງປະເທດຊາດ ໃນທຸກພື້ນທີ່ ທຸກຂົງເຂດ; ສິ່ງທີ່ພົ້ນເດັ່ນແມ່ນ: ກກປສປ ໄດ້ປະສານງານກັບຄະນະຂົນຂວາຍປະຊາຊົນທຸກຂັ້ນ ເພື່ອຜັນຂະຫຍາຍ ແລະປະຕິບັດບັນດາໂຄງການປະສານງານລະດົມມວນຊົນໃນໄລຍະປີ 2011-2015, 2016-2021 ແລະ ປະຈຸບັນ, ກຳລັງຜັນຂະຫຍາຍແລະປະຕິບັດໂຄງການປະສານງານລະດົມມວນຊົນໃນໄລຍະປີ 2022-2026; ປະສານງານກັບແນວໂຮມປະເທດຊາດຫວຽດນາມ ແລະອົງການສະມາຊິກທຸກລະດັບ ໃນການຜັນຂະຫຍາຍ ແລະປະຕິບັດຢ່າງມີປະສິດທິພາບ ໂຄງການປະສານງານເພື່ອຍູ້ແຮງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ໃນສະພາບການໃໝ່ ໃນໄລຍະປີ 2013-2023 ແລະ ກຳລັງສະຫຼຸບແລະປະເມີນຜົນ ພາຍຫຼັງ 10 ປີແຫ່ງການປະຕິບັດ​ການຈັດ​​ລົງ​ນາມ ​ແລະ ດຳເນີນ​ໂຄງການ​ປະສານ​ງານ​ໃນໄລຍະປີ 2023-2033.  

ຄຽງຄູ່ກັນນັ້ນ, ກກປສປ ໄດ້ດຳເນີນງານດ້ານປະກັນຄວາມປອດໄພທາງສັງຄົມ ແລະການກຸສົນຢ່າງດີຢ່າງສະໝ່ຳສະເໝີ, ຊ່ວຍເຫຼືອປະຊາຊົນໃນຮູບແບບທີ່ຫຼາກຫຼາຍ, ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນທີ່ໃກ້ຊິດລະຫວ່າງ ກກປສປ ກັບປະຊາຊົນ, ສ້າງພາບພົດ​ທີ່​ສວຍ​ງາມ​ຂອງພະນັກງານ ​ນາຍ​ຕຳຫຼວດ​ ຢູ່​ໃນຫົວ​ໃຈຂອງ​ປະຊາຊົນ, ຮັບ​ໃຊ້​ປະຊາຊົນ ເຊິ່ງສິ່ງທີ່ໂດດເດັ່ນແມ່ນ​ບັນດາ​ການ​ເຄື່ອນ​ໄຫວ “ບໍລິຈາກ​ເລືອດ, ອາສາ​ສະໝັກ”; ​ເບິ່ງ​ແຍງ​ທະຫານ​ທີ່ບາດເຈັບ, ຄອບຄົວ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ​ເບິ່ງ​ແຍງ “​ແມ່ວິລະ​ຊົນ​ຫວຽດນາມ”; ກໍ່ສ້າງເຮືອນ​ແຫ່ງ​ຄວາມກະຕັນຍູ ຄວາມຮັກແພງ, ເຮືອນເພື່ອມິດສະຫາຍ, ເຮືອນໃຫ້ກັບຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ແລະ ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ຫຼາຍພັນຫຼັງ; ຊ່ວຍເຫຼືອປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ຊາຍແດນ, ທະເລ, ເກາະ, ເຂດທີ່ຖືກພະຍຸແລະໄພນໍ້າຖ້ວມເລື້ອຍໆ; ມອບຂອງຂວັນໃຫ້ເດັກນ້ອຍທຸກຍາກທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮຽນເກັ່ງ; ​ເຂົ້າ​ຮ່ວມໂດຍ​ກົງໃນ​ການຊ່ວຍເຫຼືອ​ກູ້​ໄພກູ້ຊີບ, ປົກ​ປັກ​ຮັກສາ​ຊັບ​ສິນ ​ແລະ ຊີວິດ​ຂອງ​ປະຊາຊົນ.

ແນວທາງແກ້ໄຂເພື່ອເສີມຂະຫຍາຍກຳລັງແຮງຂອງປະຊາຊົນໃນຂະບວນການ
ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ ໃນເງື່ອນໄຂໃໝ່

ຄາດ​ຄະ​ເນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຈະ​ດຳ​ເນີນ​ໄປ​ໃນ​ສະພາບ​ການທີ່ ສະຖານະການ​ໃນ​ໂລກ, ພາກ​ພື້ນ ​ແລະ ທະ​ເລ​ຕາ​ເວັນ​ອອກ ​ຈະ​ມີ​ການ​ຜັນປ່ຽນ​ຢ່າງ​ວ່ອງ​ໄວ, ສັບສົນ ​ແລະ ບໍ່​ອາດ​ຄາດ​ຄິດ​ໄດ້. ຄວາມ​ຂັດ​ແຍ່ງ​ລະຫວ່າງລັດ​ເຊຍ ​ແລະ ຢູ​ເຄຣນ ພວມ​​ທະວີ​ຄວາມ​ເຄັ່ງ​ຕຶງຂຶ້ນເລື້ອຍໆ, ນາບ​ຂູ່​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ທຸກ​ປະ​ເທດ. ໂລກ​ພວມ​ເຄື່ອນຕົວໄປຕາມ​ກະແສ​ຈາກຂົ້ວດຽວໄປສູ່ຫຼາຍ​ຂົ້ວ, ທັງ​ຮ່ວມ​ມື ​ແລະ ການ​ແຂ່ງຂັນ; ​ໃນ​ນັ້ນ, ດ້ານ​ການ​ແຂ່ງຂັນ​ມີຄວາມໂດດເດັ່ນ ສັບສົນ ​ແລະດຸເດືອດເພີ່ມຂຶ້ນ​, ​ໄດ້​ກາຍ​ເປັນ​ການ​ແຂ່ງຂັນ​ຍຸດ​ທະ​ສາດທີ່​ນັບ​ມື້​ນັບ​ເຄັ່ງຮ້ອນແລະດຸເດືອດ ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່.

ພາຍໃນປະເທດ, ບັນດາອິດທິກຳລັງສັດຕູແລະປະຕິການ ໄດ້ເພີ່ມການຄັດຄ້ານຕ້ານພັກ ລັດ ແລະລະບອບສັງຄົມນິຍົມ. ພວກເຂົາໂພສຂໍ້ມູນທີ່ບໍ່ດີ ແລະ ບໍ່ຖືກຕ້ອງຫຼວງຫຼາຍ, ເຮັດໃຫ້ເກີດຄວາມສັບສົນ, ຄວາມບໍ່ແນ່ນອນ, ຄວາມສົງໄສ ແລະ ການແບ່ງແຍກພາຍໃນອົງກອນ. ສະພາບຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ ແລະວິຖີຊີວິດຂອງພະນັກງານ ສະມາຊິກພັກຈຳນວນໜຶ່ງ ຍັງບໍ່ໄດ້ຮັບການຍູ້ຖອຍ, ຍັງມີປະກົດການຂອງ “ການຫັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ”...; ພະນັກງານ ສະມາຊິກພັກບາງຄົນບໍ່ເປັນແບບຢ່າງ, ມີແນວຄິດອາດຍາສິດ, ຫ່າງເຫີນຈາກປະຊາຊົນ, ບໍ່ປະຕິບັດໜ້າທີ່ຕໍ່ປະຊາຊົນ, ແຕ່ຍັງມີພຶດຕິກຳສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້ ແລະໃຊ້ຈ່າຍສິ້ນເປືອງ ເຊິ່ງຫຼຸດຄວາມໄວ້ວາງໄຈຂອງປະຊາຊົນຕໍ່ພັກແລະລັດ. ການປະຕິວັດອຸດສາຫະກຳຄັ້ງທີສີ່ຍັງເກີດຂຶ້ນຢ່າງແຂງແຮງ ແລະສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ທຸກດ້ານຂອງຊີວິດສັງຄົມ, ໃນນັ້ນມີຂົງເຂດການປ້ອງກັນຊາດແລະຄວາມໝັ້ນຄົມ, ການປົກປ້ອງຄວາມປອດໄພຂອງປະເທດຊາດໃນໂລກໄຊເບີຣ໌.

ໃນກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ມີພະນັກງານ-ນັກຮົບຈໍານວນໜຶ່ງ, ລວມທັງພະນັກງານການນຳ ຜູ້ບັນຊາການ ແລະພະນັກງານຂັ້ນສູງ, ຂາດການສຶກສາແລະການຝຶກອົບຮົມ, ນຳໄປສູ່ການລະເມີດຈັນຍາບັນ, ວິຖີຊີວິດ, ການລະເມີດກົດໝາຍ, ລະເມີດລະບຽບວິໄນ ແລະຂໍ້ບັງຄັບຂອງຕຳຫຼວດປະຊາຊົນຢ່າງຮ້າຍແຮງ, ສົ່ງ​ຜົນ​ເສຍ​ຕໍ່​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ ​ແລະຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ, ສົ່ງ​ຜົນ​ກະທົບຕໍ່​ຊື່ສຽງ ກຽດ​ສັກ​ສີ ແລະມູນເຊື້ອ​ຂອງ​ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

ໃນສ່ວນຂອງປະຊາຊົນ, ພວກເຂົາສາມາດເຂົ້າເຖິງແຫຼ່ງ​ຂໍ້​ມູນ​ຂ່າວ​ສານຫຼວງຫຼາຍ​ເນື່ອງຈາກການຂະຫຍາຍຕົວ ແລະການພັດທະນາຂອງ ອິນເຕີແນັດ, ໂດຍສະເພາະແມ່ນເຄືອຂ່າຍສັງຄົມ facebook, zalo... ດັ່ງນັ້ນ ຄຽງ​ຄູ່​ກັບ​ຂໍ້​ມູນ​ຂ່າວ​ສານ​ທາງ​ການ​ໃນ​ແງ່​ດີແລ້ວ, ຍັງ​ມີ​ຂໍ້​ມູນ​ທີ່​ບໍ່ດີ ແລະຂໍ້ມູນປອມແປງ​ ຈາກ​ບັນດາ​ກຳລັງ​ສັດຕູ ​ແລະພວກສວຍ​ໂອກາດ​ທາງ​ການ​ເມືອງ, ຂໍ້​ມູນ​ທີ່​ບໍ່​ສອດຄ່ອງ​ກັບ​ວັດທະນະທຳ​ດັ້ງເດີມ​ອັນ​ດີງາມ​ຂອງ​ຊາດ​ຫວຽດນາມ ເຊິ່ງໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ຕໍ່​ປະຊາຊົນ​ຫຼາຍ​ຄົນ, ຖືກ​ຫຼອກ​ລວງ ຊື້ຈ້າງຈອບອອຍ ແລະຍຸຍົງ; ນັບ​ແຕ່​ນັ້ນ​ມາ, ​ໄດ້​ມີ​ການ​ກະທຳ​ລະ​ເມີດ​ຄວາມ​ໝັ້ນຄົງ​ຂອງ​ຊາດ, ທຳລາຍ​ກຸ່ມກ້ອນມະຫາສາມັກຄີປວງຊັນທົງ​ຊາດ, ກໍ່​ໃຫ້​ເກີດ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ. ສະຖານະການຂ້າງເທິງຈະສົ່ງຜົນກະທົບຕໍ່ການສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ ແລະການສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; ຂັດຂວາງການເສີມຂະຫຍາຍກຳລັງແຮງຂອງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”.

ເພື່ອເສີມຂະຫຍາຍກຳລັງແຮງອັນໃຫຍ່ຫຼວງຂອງປະຊາຊົນໃນການປັບປຸງຍົກສູງຄຸນນະພາບ ແລະປະສິດທິພາບຂອງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”, ໃນເວລາທີ່ຈະມາເຖິງ, ກກປສປ ຈຳເປັນຕ້ອງສຸມໃສ່ແນວທາງແກ້ໄຂຕົ້ນຕໍຈຳນວນໜຶ່ງດັ່ງຕໍ່ໄປນີ້:

ທີໜຶ່ງສືບຕໍ່ໂຄສະນາເຜີຍແຜ່, ໃຫ້ຄວາມເຂົ້າໃຈ ແລະປັບປຸງຍົກສູງຄວາມຮັບຮູ້ໃຫ້ພະນັກງານ ນັກຮົບທັງໝົດຂອງ ກກປສປ ແລະ ປະຊາຊົນ ກ່ຽວກັບເນື້ອໃນຫຼັກຂອງລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ກ່ຽວກັບບົດບາດແລະພະລັງຂອງປະຊາຊົນໃນພາລະກິດການປະຕິວັດ ແລະ ບັນດາທັດສະນະຊີ້ນຳຂອງພັກກ່ຽວກັບຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ໃນໄລຍະປະຈຸບັນ.

ຈຳເປັນຕ້ອງຊາບຊຶມແລະຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເອກະສານຊີ້ນຳຂອງພັກແລະລັດ ກ່ຽວກັບຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ໃນສະພາບການໃໝ່; ຕ້ອງ​ກຳນົດ​ວຽກ​ງານ​ກໍ່ສ້າງ​ຂະບວນການ “​ປະຊາຊົນທຸກຄົນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງປະເທດ​ຊາດ” ​ເປັນ​ໜຶ່ງ​ໃນ​ວຽກ​ງານ​ສຳຄັນ ​ແລະ ​ເປັນ​ປະຈຳ​ຂອງ​ແຕ່ລະອົງການ ໜ່ວຍງານ, ​ກົມກອງ ​ແລະ ທ້ອງ​ຖິ່ນ, ແລະຕ້ອງເຊີດ​ຊູ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ການ​ນຳ, ຜູ້​ບັນຊາ​ການ, ຫົວໜ້າ​ໜ່ວຍ, ທ້ອງ​ຖິ່ນ ​ແລະ ພະນັກງານ, ນັກຮົບ​ແຕ່ລະຄົນ ​ໃນ​ວຽກ​ງານ​ກໍ່ສ້າງ ​ແລະ ຂົນຂວາຍ​ມະຫາຊົນ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ສະໝັກ​ໃຈ ໃນຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”.

ໃຫ້ຄວາມສຳຄັນກັບການໂຄສະນາເຜີຍແຜ່, ອົບຮົມສຶກສາ, ລະດົມຂົນຂວາຍ ແລະ ຊີ້ນຳປະຊາຊົນໃຫ້ກຳແໜ້ນແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ, ບັນດາກົດລະບຽບແລະຂໍ້ບັງຄັບກ່ຽວກັບການປົກປ້ອງຄວາມໝັ້ນຄົງ ແລະ ຄວາມສະຫງົບຮຽບຮ້ອຍ; ວິທີການແລະກົນອຸບາຍເຄື່ອນໄຫວຂອງອາຊະຍາກຳ ແລະສະພາບຄວາມຊົ່ວຮ້າຍທາງສັງຄົມ; ຊ່ອງ​ຫວ່າງ ​ແລະ ຂໍ້​ບົກ​ຜ່ອງ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ອາຊະຍາ​ກຳ ​ເພື່ອ​ໃຫ້​ປະຊາຊົນ​ເປັນເຈົ້າການໃນການໃຊ້​ມາດ​ຕະການ​ປ້ອງ​ກັນ ​ແລະປາບປາມອາດຊະຍາ​ກຳຢ່າງ​ມີ​ປະສິດທິ​ຜົນ; ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງເຖິງ​ສິດ​ແລະພັນທະ​ໃນ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ແລະ ຄວາມສະຫງົບ​ຮຽບຮ້ອຍ ເພື່ອ​ໃຫ້​ປະຊາຊົນ​ສາມາດ​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ຄວາມໝັ້ນຄົງ ​ແລະຄວາມສະຫງົບ​ຮຽບຮ້ອຍ​ ໂດຍຕື່ນຕົວແລະ​ສະໝັກ​ໃຈ.

ທີສອງ, ເພີ່ມ​ທະວີ​ຄວາມ​ຮັບ​ຜິດ​ຊອບ, ການໃຫ້ຄຳແນະນຳ ​ແລະ ການຮັບ​ໃຊ້​ຂອງບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ຕຳຫຼວດຂັ້ນເທົິງ ​ໃນ​ການກຳນົດແຜນນະໂຍບາຍ, ມາດ​ຕະການ ​ແລະ ຮູບ​ການຊີ້ນຳການ​ເຄື່ອນ​ໄຫວ​ຂອງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”.

ໃຫ້ຄຳແນະນຳ​​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ ໃນການຈັດ​ຕັ້ງ​ປະຕິບັດ​ບັນດາ​ເອກະສານ​ຊີ້​ນຳ​ຂອງ​ພັກ ​ແລະ ລັດ ກ່ຽວ​ກັບ​ຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ​ໃນ​ສະພາບ​ການ​ໃໝ່; ການຊີ້ນຳວຽກງານກໍ່ສ້າງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ຈະຕ້ອງເຊື່ອມໂຍງ ແລະປະສົມກົມກຽວກັບບັນດາການເຄື່ອນໄຫວປະຕິວັດທີ່ສຳຄັນ ເຊັ່ນ “ທັງປະເທດຮ່ວມມືກັນສ້າງຊົນນະບົດໃໝ່”, “ທົ່ວປວງຊົນສາມັກຄີກັນສ້າງຊົນນະບົດໃໝ່ ແລະ ຕົວເມືອງອາລະຍະທໍາ”, “ທົ່ວ​ປະ​ເທດ​ຮ່ວມ​ມືກັນ​ເພື່ອ​ຄົນ​ທຸກ​ຍາກ - ບໍ່​ປະ​ຜູ້ໃດໄວ້​ເບື້ອງ​ຫຼັງ”, “ການຮ່ຳຮຽນ ​ແລະ ປະຕິບັດ​ຕາມແນວຄິດ, ຄຸນສົມບັດສິນທຳ ແລະ ​ແບບຢ່າງ​ຂອງ​ປະທານ​ໂຮ່ຈິ​ມິນ”... ຜ່ານ​ນັ້ນ, ຮີດຄອງ​ປະ​ເພນີ ແລະມູນເຊື້ອ​ອັນ​ດີງາມ​ຫຼາຍ​ຢ່າງ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຟື້ນ​ຟູ ​ແລະເສີມຂະຫຍາຍ, ປະກອບສ່ວນ​ເຂົ້າ​ໃນ​ການພັດທະນາຂອງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ​ໃນ​ໄລຍະ​ປະຈຸ​ບັນ.

ທີສາມ, ເພີ່ມທະວີການປະສານງານກັບບັນດາສຳນັກງານອົງການ, ຄະນະ, ຂະແໜງການ ແລະອົງຄະນະມະຫາຊົນ ເພື່ອລົງນາມໂຄງການ ແຜນງານ ແລະກົດລະບຽບ ສຳລັບການປະສານງານລະຫວ່າງຂະແໜງການຕ່າງໆ ເພື່ອລະດົມກຳລັງແຮງສັງລວມຂອງລະບົບການເມືອງທັງໝົດຮ່ວມກັບ ກກປສປ ເພື່ອໂຄສະນາເຜີຍແຜ່, ອົບຮົມສຶກສາ, ຂົນຂວາຍ ແລະລະດົມກຳລັງແຮງຂອງພະນັກງານ ສະມາຊິກພັກ ແລະ ປະຊາຊົນທຸກຄົນ ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”.

ທີສີ່, ​ເປີດ​​ການ​ເຄື່ອນ​ໄຫວ​ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ຮີບ​ດ່ວນ ​ແລະບັນຫາທີ່ເກີດຂຶ້ນເປັນປະຈຳ, ເປີດການ​ໂຈມ​ຕີເພື່ອປາບປາມ​ອາຊະຍາ​ກຳ ​ແລະ ຄວາມ​ຊົ່ວ​ຮ້າຍທາງ​ສັງຄົມ, ສ້າງ​ແຮງຜັກດັນ ​ແລະຊຸກຍູ້​ປະຊາຊົນ​ເຂົ້າ​ຮ່ວມໃນຂະບວນ​ການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”.

ເປີດຂະບວນການໂຄສະນາຊວນເຊື່ອ ຂົນຂວາຍປະຊາຊົນໃຫ້ເຂົ້າຮ່ວມຢ່າງແຂງຂັນໃນການໂຈມຕີແລະປາບປາມອາຊະຍາກຳ; ກູ້ຄືນອາວຸດແລະວັດຖຸລະເບີດ; ສົ່ງເສີມໃຫ້ຄົນຮ້າຍຮັບສາລະພາບ; ກວດຈັບແລະລາຍງານອາຊະຍາກຳ; ໃຫ້ຄວາມຮູ້ແລະຊ່ວຍເຫຼືອຜູ້ກະທຳຜິດໃນຊຸມຊົນ, ປະກອບສ່ວນລະດົມແລະເຊື່ອມໂຍງກຳລັງແຮງຂອງປະຊາຊົນ ກັບກຳລັງແຮງຂອງ ກກປສປ ແລະບັນດາໜ່ວຍງານທີ່ມີໜ້າທີ່ປົກປ້ອງແລະບັງຄັບໃຊ້ກົດໝາຍ.

ທຸກປີຈະມີການປຸກລະດົມຂະບວນການທີ່ເຂັ້ມແຂງແລະກວ້າງຂວາງ: “​ເດືອນ​ແຫ່ງການປະຕິບັດ​ການ​ປ້ອງ​ກັນ ​ແລະ ປາບປາມ​ຢາ​ເສບ​ຕິດ”, “​ເດືອນແຫ່ງຄວາມ​ປອດ​ໄພດ້ານການ​ຈະລາຈອນ”, “ວັນ​ປະຊາຊົນ​ທຸກຄົນ​ປ້ອງ​ກັນແລະດັບໄຟ”, “ວັນບຸນ​ປະຊາຊົນທຸກຄົນປົກປ້ອງ​ຄວາມໝັ້ນຄົງ​ຂອງ​​ປະເທດຊາດ”... ດ້ວຍ​ເຫດ​ນີ້, ​ເສີມຂະຫຍາຍ​ຈິດ​ໃຈເປັນເຈົ້າຂອງ​ຂອງ​ປະຊາຊົນ ​ແລະ ສ້າງບັນຍາກາດແຫ່ງການ​ປະ​ຕິ​ວັດ ​ແລະບັນຍາກາດການແຂ່ງຂັນ ເພື່ອເຮັດໃຫ້ຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ພັດທະນາຢ່າງແຂງແຮງ.

ທີຫ້າສຸມໃສ່ຍົກສູງຄຸນນະພາບຂອງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ໃນບັນດາພື້ນທີ່ຍຸດທະສາດ, ສຳຄັນ ແລະ ສັບສົນທາງດ້ານຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ. ໃຫ້ຄວາມສຳຄັນກັບການສ້າງ ແລະ ການຂະຫຍາຍຮູບແບບ ແລະແບບຢ່າງຂັ້ນສູງໃນຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”.

ຈັດຕັ້ງກອງປະຊຸມສຳມະນາ ແລກປ່ຽນປະສົບການການສ້າງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ທີ່ເໝາະສົມກັບພື້ນທີ່ ແລະຂົງເຂດຕ່າງໆ; ໃຫ້ຄວາມສຳຄັນກັບພື້ນທີ່ຕ່າງໆເຊັ່ນ: ເຂດພູເຂົາພາກເໜືອ, ເຂດຕາເວັນຕົກສຽງເໜືອ ແລະພື້ນທີ່ໂດຍຮອບ, ເຂດພູພຽງພາກກາງ, ເຂດຕາເວັນຕົກພາກໃຕ້...

ການປ່ຽນແປງໃໝ່ເນື້ອໃນ ຮູບການ ແລະ ມາດຕະການຂົນຂວາຍປະຊາຊົນ ເພື່ອລະດົມກຳລັງແຮງຂອງປະຊາຊົນໃນການສ້າງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ໃນບັນດາພື້ນທີ່ສະເພາະ: ໃນ​ເຂດ​ທີ່​ມີ​ຄົນ​ນັບຖື​ສາສະໜາ​ເຕົ້າ​ໂຮມຢູ່, ຕ້ອງ​ເອົາ​ໃຈ​ໃສ່​ປຸກລະດົມ​ປະຊາຊົນ​ປະຕິບັດ​ນະ​ໂຍບາຍ​ສາສະໜາ​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ; ປະຕິບັດສິດທິແລະພັນທະ​ຂອງ​ພົນລະ​ເມືອງ ​ກັບຂະບວນການ “​ເຄົາລົບ​ພຣະ​ເຈົ້າ, ຮັກ​​ຊາດ”, “ຊີວິດ​​ດີ, ສາສະໜາ​ງາມ”; ສ້າງ​ຄວາມ​ສາມັກຄີ​ລະຫວ່າງສາສະນິກະຊົນ​ ແລະ​ຜູ້​ບໍ່ຖືສາສະໜາ... ໃນ​ເຂດ​ທີ່​ມີ​ຄົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຈຳນວນຫຼາຍ ແມ່ນ​ສຸມ​ໃສ່​ປຸກລະດົມ​ປະຊາຊົນ​ບັນດາ​ເຜົ່າ​ໃຫ້ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ​ຢ່າງ​ຕັ້ງໜ້າ; ສ້າງຄວາມສາມັກຄີຊົນເຜົ່າ; ຄົ້ນເຜີຍແລະຕໍ່ສູ້ກັບ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ, ການ​ຈຳ​ແນ​ກຊົນ​ເຜົ່າ, ການເຄື່ອນໄຫວ "ປະ​ກາດຕົນເປັນ​ກະ​ສັດ”, ການ​ພັດທະນາ​ສາສະໜາ​ທີ່​ຜິດ​ກົດໝາຍ... ໃນ​ເຂດທະເລແລະເກາະ, ຈຳເປັນຕ້ອງສ້າງໃຫ້ປະຊາຊົນມີຄວາມ​ຮັບ​ຮູ້ ​ກ່ຽວກັບ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ ​ທັງ​ຢູ່​ຝັ່ງ​ທະ​ເລ, ​ເຂດ​​ນ້ຳ​ພາຍ​ໃນ ​ແລະ ​ເຂດ​ນ້ຳ​ອານາເຂດ; ລະດົມ​ປະຊາຊົນ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຊັບພະຍາກອນ​ທາງ​ທະ​ເລ, ປະຕິບັດ​ຕາມກົດລະບຽບ​​ການ​ຄຸ້ມ​ຄອງ​ເຮືອແລະພາຫະນະທີ່ເຄື່ອນໄຫວໃນ​ທະ​ເລ. ໃນພື້ນທີ່ຊົນນະບົດ, ຕ້ອງ​ສຸມ​ໃສ່​ປຸກລະດົມ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ສ້າງບ້ານ ໝູ່ບ້ານ ຕາແສງທີ່ປອດໄພ, ສາມັກຄີ, ວັດທະນະທຳ, ທຸກຄົນມີສ່ວນຮ່ວມໃນການປະນາມອາຊະຍາກຳ ແລະ ຄຸ້ມຄອງ ອົບຮົມສຶກສາ ແລະຊ່ວຍເຫຼືອຜູ້ລະເມີດກົດໝາຍໃນເຂດຊຸມຊົນ... ໃນສຳນັກງານອົງການ ວິສາຫະກິດ ແລະສະຖານສຶກສາ, ຕ້ອງ​ເອົາ​ໃຈ​ໃສ່​ປຸກລະດົມ​ພະນັກງານ ລັດຖະກອນ ພາລະກອນ ແລະຜູ້ອອກແຮງງານ ໃຫ້ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ ​ໃນ​ການ​ສ້າງສຳນັກງານ​ອົງການ ​ວິສາຫະກິດ ສະຖານສຶກສາ​ທີ່ມີຄວາມປອດ​ໄພໃນດ້ານຄວາມໝັ້ນຄົງ ຄວາມ​ສະຫງົບ​ຮຽບຮ້ອຍ, ຄຸ້ມຄອງ​ການ​ເມືອງພາຍໃນ, ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ, ຄວາມ​ໝັ້ນຄົງ​ດ້ານແນວຄິດແລະ​ວັດທະນະທຳ, ການ​ປົກ​ປັກ​ຮັກ​ສາ​ຄວາມ​ລັບ​ຂອງ​ລັດ​, ການ​ປ້ອງ​ກັນ​ແລະຕໍ່ສູ້ກັບ “ການປ່ຽນແປງ​ຕົນ​ເອງ”​, “ການ​ຫັນ​ປ່ຽນ​ຕົນ​ເອງ”...

ຕັ້ງໜ້າໃນການສ້າງບັນດາຮູບແບບ ແລະຕົວຢ່າງຂັ້ນສູງໃນຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ທີ່ເຄື່ອນໄຫວຢ່າງມີປະສິດທິຜົນໃນທິດທາງການປົກປ້ອງຕົນເອງ, ການຄຸ້ມຄອງຕົນເອງ, ການປ້ອງກັນຕົນເອງ ແລະການປອງດອງຕົນເອງໃນດ້ານຄວາມໝັ້ນຄົງ ແລະຄວາມສະຫງົບຮຽບຮ້ອຍຕັ້ງແຕ່ຕົ້ນ ແລະມີຄາມຫັນເປັນສັງຄົມນັບມື້ນັບສູງ ເພື່ອເສີມຂະຫຍາຍບົດບາດເປັນເຈົ້າຂອງ ແລະຄວາມຕັ້ງໜ້າຂອງປະຊາຊົນໃນການປ້ອງກັນອາຊະຍາກຳ ແລະ ການລະເມີດກົດໝາຍ; ເປັນພື້ນຖານສຳລັບການສ້າງແລະປັບປຸງທ່າສະໜາມຮົບປ້ອງກັນຄວາມໝັ້ນຄົງປະຊາຊົນ ໂດຍຕິດພັນກັບທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນທີ່ໝັ້ນຄົງ.

ທີຫົກ, ສ້າງກົນໄກການລະດົມກຳລັງແຮງຂອງປະຊາຊົນທັງໃນແລະຕ່າງປະເທດ ເພື່ອເຂົ້າຮ່ວມໃນການປົກປ້ອງຄວາມໝັ້ນຄົງຂອງຊາດຕັ້ງແຕ່ຕົ້ນ ຈາກໄລຍະໄກ ຈາກນອກອານາເຂດ.

ກອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນຕ້ອງເສີມຂະຫຍາຍບົດບາດຫຼັກໃນການໃຫ້ຄຳປຶກສາແກ່ຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນ ເພື່ອປະກາດໃຊ້ກົນໄກແລະນະໂຍບາຍສະໜັບສະໜູນ ແລະຊ່ວຍເຫຼືອພີ່ນ້ອງ​ຮ່ວມ​ຊາດ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ​ສ້າງຄວາມໝັ້ນຄົງໃນຊີວິດ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ເອກະລັກທາງ​ວັດທະນະທຳ​ຂອງ​ຊາດ, ຫັນ​ໜ້າ​ສູ່​ປະ​ເທດ​ຊາດ ແລະ ປະກອບສ່ວນ​ກໍ່ສ້າງ​ປະ​ເທດ​ຕາມ​ມະຕິ​ໝາຍເລກ 25-NQ/TW ລົງວັນທີ 3 ມິຖຸນາ 2013 ຂອງຄະນະບໍລິຫານງານສູນກາງ “ກ່ຽວກັບການເພີ່ມທະວີແລະປ່ຽນແປງໃໝ່ການນຳພາຂອງພັກຕໍ່ວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່”.

ບັນດາ​ກຳລັງ​ວິຊາ​ຊີບ​ຜັນຂະຫຍາຍແຜນການ​ໂຄສະນາ​ແລະຂົນຂວາຍ​ຢ່າງ​ສະໝ່ຳສະເໝີ ເພື່ອ​ໃຫ້​ບັນດາ​ນັກ​ສຶກສາ ​ແລະຄົນ​ງານມີຄວາມ​ຮັບ​ຮູ້ທີ່ຖືກຕ້ອງ ​ແລະ ບໍ່​ເຂົ້າ​ຮ່ວມໃນສະມາຄົນ ແລະ ກຸ່ມ​ຄົນ​ທີ່​ປອມ​ຕົວ, ​ລີ້​ຊ່ອນ​ຢູ່​ພາຍ​ໃຕ້​ຊື່​ອົງການ “ປະຊາສັງ​ຄົມ”, ຊາວ​ໜຸ່ມ, ​ແມ່ຍິງ, ສາສະໜາ, ສະໜັບສະໜູນ​ທາງ​ກົດໝາຍ... ຂອງບັນດາອິດທິກຳລັງສັດຕູ, ປະຕິການ; ຜັນຂະຫຍາຍແຜນການ​ໂຄສະນາ​​ແລະລະດົມຢ່າງມີປະສິດທິຜົນ ໃຫ້​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍ​ກັບ​ຄືນ​ສູ່​ທ້ອງ​ຖິ່ນ.

ປະສານສົມທົບ​ກັບ​ອົງການພາກລັດໃນການ​ຈັດກິດຈະກຳສົ່ງເສີມແລະເສີມຂະຫຍາຍວັດທະນະທຳ ແລະຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາວ​ຫວຽດນາມ, ​ແລກປ່ຽນ​ສິລະ​ປະແລະການກິລາ ​ແລະ ​ເຊື່ອມ​ໂຍງຊຸມຊົນ​ຄື: ການຈັດ​​ພິທີສວດພາວະນາ, ຈັດງານສະແດງການ​ທ່ອງ​ທ່ຽວ, ງານ​ບຸນ​ວັດທະນະທຳ​ຫວຽດນາມ, ວາງສະ​ແດງ​ປຶ້ມ ຮູບ​ແຕ້ມ ແລະ ຮູບ​ພາບ ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ເທດ ແລະຜູ້ຄົນ​ຫວຽດ​ນາມ.

ທີເຈັດປຸກລະດົມຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ໃນໂລກໄຊເບີຣ໌ ຢ່າງແຂງຂັນ.

ຮີບ​ໃຫ້ຄຳແນະນຳການພັດທະນາ​ໂຄງການ​ຂອງ​ກະຊວງປ້ອງກັນຄວາມສະຫງົບ ກ່ຽວ​ກັບ​ການສ້າງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ​ໃນໂລກ​ໄຊ​ເບີຣ໌ ​ເພື່ອ​ຜັນ​ຂະຫຍາຍ ​ແລະ ປະຕິບັດ​ຢ່າງ​ເປັນເອກະພາບ​ໃນ​ທົ່ວ ກກປສປ.

ໃຫ້ຄວາມສຳຄັນກັບການເລືອກ ແລະ ໃຊ້ເຄືອຂ່າຍສັງຄົມ facebook, zalo ເພື່ອໂຄສະນາເຜີຍແຜ່ ແລະ ລະດົມຜູ້ຄົນຈຳນວນຫຼາຍ ໃຫ້ມີສ່ວນຮ່ວມໃນການປະຕິສຳພັນ ໂຕ້ຕອບ ແລກປ່ຽນ ແລະຕໍ່ສູ້ ເພື່ອປ້ອງກັນ ຕໍ່ສູ້ກັບທັດສະນະ ແລະການກະທຳທີ່ຜິດພາດ, ຕ້ານຖ້ອຍທຳນອງທີ່ບິດເບືອນ ແລະປະຕິການ; ກົດໄລຄ໌, ແບ່ງປັນ ແລະໂຕ້ຕອບກັບຂໍ້​ມູນ​ຂ່າວສານ​ໃນ​ເຄືອ​ຂ່າຍ​ສັງຄົມ​ຢ່າງ​ມີ​ຄວາມ​ຮັບຜິດຊອບ ​ແລະ ​ເປັນ​ປະ​ໂຫຍ​ດ ​ເພື່ອ​ສົມທົບ​ກັນ​ກໍ່ສ້າງ​ເຄືອ​ຂ່າຍ​ສັງຄົມ​ຫວຽດນາມ ​ໃຫ້​ມີ​ສຸຂະພາບ​ເຂັ້ມ​ແຂງແລະເປັນມິດ, ​ຊ່ວຍ​ໃຫ້​​ເຄືອ​ຂ່າຍ​ສັງຄົມ​ກາຍ​ເປັນ​ເຄື່ອງ​ມື​ທີ່​ມີ​ປະ​ໂຫຍ​ດ ເພື່ອໃຫ້​ຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງຄວາມ​ໝັ້ນຄົງຂອງ​ປະເທດຊາດ” ​ພັດທະນາ​ຢ່າງ​ເລິກ​ເຊິ່ງແລະ​ຍືນ​ຍົງ, ປະກອບສ່ວນ​ຮັກສາອະທິປະ​ໄຕ​ຂອງ​ຊາດ​ໃນໂລກ​ໄຊ​ເບີຣ໌.

ທີແປດ, ເອົາໃຈໃສ່ຢ່າງເປັນປະຈຳ ແລະເບິ່ງແຍງການສ້າງ ກກປສປ ທີ່ເຮັດວຽກງານສ້າງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ຢູ່ຮາກຖານໂດຍກົງ ແລະ ເອົາໃຈໃສ່ເຖິງວຽກງານການຝຶກອົບຮົມ, ການຝຶກຫັດ, ການແຂ່ງຂັນ ແລະ ການຍົກຍ່ອງໃຫ້ລາງວັນຢ່າງທັນທ່ວງທີ່.

ເພີ່ມທະວີການສ້າງ ກກປສປ ໃຫ້ມີເຈດຈຳນົງທາງການເມືອງທີ່ເຂັ້ມແຂງ ແລະມີຄຸນສົມບັດສິນທຳປະຕິວັດ, ເຊື່ອມໂຍງວຽກງານການສຶກສາທາງການເມືອງແລະແນວຄິດ ກັບການ “ຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະແບບແຜນຂອງໂຮ່ຈີມິນ”, ດຳເນີນ​ເປັນ​ຢ່າງ​ດີ​ການຂົນຂວາຍ “ກໍ່ສ້າງ​ແບບ​ແຜນ​ເຈົ້າ​ໜ້າ​ທີ່​ຕຳຫຼວດປະຊາຊົນ​ທີ່​ກ້າຫານ, ມີ​ມະນຸດສະທຳ ແລະ ຮັບ​ໃຊ້​ປະຊາຊົນ” ​ແລະຂະບວນການ​ “ຕຳຫຼວດ​ປະຊາຊົນຮ່ຳຮຽນ ແລະປະຕິບັດຕາມ 6 ຂໍ້​ທີ່​ລຸງ​ໂຮ່​​ສອນ” ເພື່ອສ້າງ ກກປສປ ທີ່ສະອາດປອດໃສແລະໝັ້ນຄົງເຂັ້ມແຂງ ເປັນແກນຫຼັກໃນການສ້າງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”.

ເອົາ​ໃຈ​ໃສ່, ​ເພີ່ມ​ທະວີ​ກຳລັງ​ຕຳຫຼວດ​ທຸກ​ຂັ້ນ​ໄປ​ສູ່​ຮາກ​ຖານ, ປະຕິບັດໜ້າທີ່ຂອງຕຳຫຼວດຕາແສງ, ຄຸ້ມເມືອງ, ຕົວເມືອງນ້ອຍ ເພື່ອດຳເນີນງານໂດຍກົງ ໃນການຂົນຂວາຍປະຊາຊົນໃຫ້ເຂົ້າຮ່ວມການກໍ່ສ້າງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”; ສືບ​ຕໍ່​ຈັດ​ຕັ້ງ​ພະນັກງານ​ຕຳຫຼວດປະຈຳຢູ່ຕາແສງ ​ແລະ ເອົາໃຈໃສ່ປ່ຽນແປງໃໝ່​ວິທີ​ການ​ຂົນຂວາຍ​ປະຊາຊົນ​ ເພື່ອເປັນເຈົ້າການໃນການ​ປ້ອງ​ກັນແລະປາບປາມອາຊະຍາກຳ ແລະຄວາມ​ຊົ່ວ​ຮ້າຍ​ທາງ​ສັງຄົມ ​ຢ່າງ​ບໍ່ປານີປານອມ, ​ເປັນ​ບ່ອນອີງທີ່ໜັກແໜ້ນໃຫ້​ປະຊາຊົນ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ສຸກ​ຂອງ​ປະຊາຊົນ ຈາກ​ຮາກ​ຖານໂດຍກົງ.

ຈັດ​ຕັ້ງ​ການ​ຝຶກ​ອົບຮົມ​ເປັນ​ປະຈຳ, ປັບປຸງ​ຄວາມ​ຮູ້, ປັບປຸງ​ຄຸນສົມບັດ​ທາງ​ດ້ານ​ການ​ເມືອງ, ກົດໝາຍ, ວິຊາ​ຊີບ​ແລະວິຊາ​ສະ​ເພາະ ​ໃຫ້​ແກ່​ກຳລັງ​ທີ່​ເຮັດ​ວຽກງານ​ກໍ່ສ້າງຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ” ແລະບັນດາອົງການມະຫາຊົນປົກປ້ອງຄວາມໝັ້ນຄົງ ແລະຄວາມສະຫງົບຮຽບຮ້ອຍຢູ່ຮາກຖານ. ​ໃຫ້​ກຳລັງ​ໃຈ​ແລະຊົມເຊີຍໃຫ້​ລາງວັນ ແກ່ກຸ່ມ ແລະ ບຸກຄົນພະນັກງານ ​ແລະນັກຮົບ ກກປສປ ແລະຜູ້ທີ່ມີຜົນງານດີເດັ່ນໃນຂະບວນການ “ປະ​ຊາ​ຊົນທຸກຄົນ​ປົກປ້ອງ​ຄວາມ​ໝັ້ນຄົງຂອງ​ປະເທດຊາດ”./.

--------------------

(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 10, ໜ້າ 453

(2) ນັ້ນແມ່ນບັນດາເອກະສານເຊັ່ນ: ຄຳສັ່ງໝາຍເລກ 09-CT/TW ລົງວັນທີ 1 ທັນວາ 2011 ຂອງຄະນະເລຂາທິການສູນກາງ “ວ່າງດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ຂະບວນການປະຊາຊົນທຸກຄົນປົກປ້ອງຄວາມໝັ້ນຄົງຂອງປະເທດຊາດ ໃນສະພາບການໃໝ່”; ມະຕິໝາຍເລກ 25-NQ/TW ລົງວັນທີ 3 ມິຖຸນາ 2013 ຂອງຄະນະບໍລິຫານງານສູນກາງ “ວ່າດວຍການເພີ່ມທະວີແລະປ່ຽນແປງໃໝ່ການນຳພາຂອງພັກ ຕໍ່ວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່”; ດຳລັດໝາຍເລກ 06/2014/NĐ-CP ລົງວັນທີ 21 ມັງກອນ 2014 ຂອງລັດຖະບານ “ວ່າດ້ວຍມາດຕະການຂົນຂວາຍມະຫາຊົນໃຫ້ເຂົ້າຮ່ວມການປົກປ້ອງຄວາມໝັ້ນຄົງຂອງຊາດ, ຮັກສາຄວາມສະຫງົບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ”; ມະຕິຕົກລົງໝາຍເລກ 23-QĐ/TW ລົງວັນທີ 30 ກໍລະກົດ 2021 ຂອງກົມການເມືອງສູນກາງ “ວ່າດ້ວຍການປະກາດໃຊ້ກົດລະບຽບການຂົນຂວາຍປະຊາຊົນຂອງລະບົບການເມືອງ”; ຄຳສັ່ງໝາຍເລກ 33/CT-TTg ລົງວັນທີ 26 ພະຈິກ 2021 ຂອງນາຍົກລັດຖະມົນຕີ “ວ່າດ້ວຍການສືບຕໍ່ເພີ່ມທະວີ ແລະປ່ຽນແປງໃໝ່ວຽກງານຂົນຂວາຍປະຊາຊົນຂອງອົງການບໍລິຫານລັດ ແລະອຳນາດການປົກຄອງທຸກຂັ້ນ ໃນສະພາບການໃໝ່”.

(3) ໂຄງການປະສານງານເລກທີ 09/CTr-BCA-MTTW ອອກວົນທີ 1 ສິງຫາ 2013, ລະຫວ່າງກະຊວງປ້ອງກັນຄວາມສະຫງົບ ກັບຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະບົນດາອົງການສະມາຊິກ ເລື່ອງ “ຍູ້ແຮງຂະບວນການປະຊາຊົນທຸກຄົນປົກປ້ອງຄວາມໝັ້ນຄົງຂອງປະເທດຊາດ ໃນສະພາບການໃໝ່”; ຄຳສັ່ງໝາຍເລກ 03/CT-BCA-V28 ລົງວັນທີ 3 ມິຖຸນາ 2016 ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ກ່ຽວກັບການ “ເພີ່ມທະວີວຽກງານກໍ່ສ້າງຂະບວນການປະຊາຊົນທຸກຄົນປົກປ້ອງຄວາມໝັ້ນຄົງຂອງປະເທດຊາດ ໃນສະພາບການໃໝ່”; ມະຕິຕົກລົງໝາຍເລກ 239-QĐ/ĐUCA ລົງວັນທີ 24 ພະຈິກ 2021 ຂອງຄະນະພັກກອງກຳລັງ​ຕຳຫຼວດ​ສູນ​ກາງ ວ່າດ້ວຍການປະກາດໃຊ້ກົດລະບຽບວຽກງານຂົນຂວາຍປະຊາຊົນ ຂອງກອງກຳລັງຕຳຫຼວດປະຊາຊົນ; ຄຳສັ່ງໝາຍເລກ 11/CT-BCA-V05 ລົງວັນທີ 17 ທັນວາ 2021 ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ “ວ່າດ້ວຍການປ່ຽນແປງໃໝ່ວຽກງານຂົນຂວາຍປະຊາຊົນຂອງກອງກຳລັງຕຳຫຼວດປະຊາຊົນ ໃນສະພາບການໃໝ່”; ໂຄງການເລກທີ 05-CTr/BDVTW-BCA ອອກວັນທີ 14 ເມສາ 2022, ໂຄງການຮ່ວມລະຫວ່າຄະນະຂົນຂວາຍປະຊາຊົນສູນກາງ ແລະ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການປະສານງານໃນການປະຕິບັດວຽກງານຂົນຂວາຍປະຊາຊົນ ໃນໄລຍະປີ 2022-2026.

(4) ຮູບແບບ: “ພື້ນທີ່ບໍ່ມີຢາເສບຕິດ”, “ເຂດຄຣິສະຕະຈັກ​ມີ​ຄວາມ​ສະຫງົບ - ວັດທີ່ດີທາງ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ”, “Camera ປ້ອງກັນແລະຕ້ານອາຊະຍາກຳ”, “ໜ່ວຍກຳມະກອນປະຈັນບານໃນການປ້ອງກັນຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍ”, “ກຸ່ມການເຊື່ອມໂຍງຮັກສາຄວາມປອດ ແລະຄວາມເປັນລະບຽບຮຽບຮ້ອຍ ໃນພື້ນທີ່ຊາຍແດນ”, “ກອງເຮືອ ທ່າເຮືອ ແລະເດີ່ນເກັບຂອງປອດໄພ”, “​ເຮືອນ​ພັກບໍລິຫານຈັດການຕົນເອງ, ​ປອດ​ໄພ​ດ້ານ​ຄວາມ​ສະຫງັບແລະຄວາມເປັນ​ລະບຽບ​ຮຽບຮ້ອຍ”, “ການປ້ອງ​ກັນ​ແລະ​ຕ້ານ​ການ​ລະ​ເມີດ​ກົດໝາຍ ​ແລະ​​ຄວາມ​ຮຸນ​ແຮງ​ໃນ​ໂຮງຮຽນ”, “ສະ​ໂມ​ສອນ​ປ້ອງ​ກັນ​ແລະ​ຕໍ່ສູ້ກັບ​ອາຊະຍາ​ກຳ​ແລະ​ຄວາມ​ຊົ່ວ​ຮ້າຍ​ທາງ​ສັງຄົມ”...

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1029 (ເດືອນມັງກອນ 2024)