ກອງທັບປະຊາຊົນຫວຽດນາມເສີມຂະຫຍາຍກຳລັງແຮງສັງລວມ,
ສ້າງທ່າແຮງດ້ານການເມືອງ ຈິດໃຈ ແລະ ທ່າແຮງດ້ານການທະຫານ
ເພື່ອຕອບສະໜອງຄວາມຕ້ອງການໃນການສ້າງສາ ແລະ
ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ ໃນໄລຍະໃໝ່
ສ້າງທ່າແຮງດ້ານການເມືອງ ຈິດໃຈ ແລະ ທ່າແຮງດ້ານການທະຫານ
ເພື່ອຕອບສະໜອງຄວາມຕ້ອງການໃນການສ້າງສາ ແລະ
ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ ໃນໄລຍະໃໝ່
ວກ. - ການສ້າງທ່າແຮງດ້ານການເມືອງ ຈິດໃຈ ແລະທ່າແຮງດ້ານການທະຫານ ແມ່ນບັນຫາຍຸດທະສາດທີ່ສຳຄັນ, ແມ່ນຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວປວງຊົນ ແລະ ລະບົບການເມືອງທັງໝົດ ເຊິ່ງກອງທັບປະຊາຊົນເປັນແກນກາງ. ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ກອງທັບສືບຕໍ່ປະຕິບັດແຜນນະໂຍບາຍ ແລະວິທີແກ້ໄຂທີ່ຄົບຊຸດ, ເສີມຂະຫຍາຍກຳລັງແຮງສັງລວມຂອງບັນດາຂັ້ນ, ບັນດາຂະແໜງການ ແລະ ບັນດາຊັ້ນຄົນປະຊາຊົນ ເພື່ອສ້າງທ່າແຮງ ແລະ ສ້າງກຳລັງແຮງສັງລວມແຫ່ງຊາດ ເຊິ່ງຈຸດສຸມແມ່ນທ່າແຮງດ້ານການເມືອງ ຈິດໃຈ ແລະທ່າແຮງດ້ານການທະຫານທີ່ເຂັ້ມແຂງ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມຢ່າງໝັ້ນຄົງ ໃນໄລຍະໃໝ່.
ສະຫາຍ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ, ເລຂາທິການຄະນະພັກການທະການສູນກາງ ຢ້ຽນຢາມແລະເຮັດວຽກ ກັບຄະນະປະຈຳຄະນະພັກການທະການສູນກາງ _ແຫຼ່ງ: qdnd.vn
ທ່າແຮງດ້ານການເມືອງ ຈິດໃຈ ແລະ ທ່າແຮງດ້ານການທະຫານ
ຂອງພື້ນຖານການປ້ອງກັນປະເທດທົ່ວປວງຊົນ
ເມື່ອຍັງມີຊີວິດຢູ່, ປະທານໂຮ່ຈີມິນເຄີຍແນະນຳວ່າ: “ທຸກຄົນມີຄວາມຮັບຜິດຊອບໃນການເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ການປ້ອງກັນປະເທດຊາດທີ່ໝັ້ນຄົງ”(1). ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ, ພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມ ຍາມໃດກໍ່ຖືການກໍ່ສ້າງພື້ນຖານການປ້ອງກັນປະເທດໂດຍທົ່ວໄປ, ການກໍ່ສ້າງທ່າແຮງດ້ານການເມືອງ ຈິດໃຈ ແລະ ທ່າແຮງດ້ານການທະຫານໂດຍສະເພາະ ແມ່ນແຜນນະໂຍບາຍຍຸດທະສາດທີ່ສຳຄັນ, ສອດຄ່ອງຕະຫຼອດ; ບໍ່ພຽງແຕ່ປະກອບສ່ວນເພີ່ມທະວີກຳລັງປ້ອງກັນປະເທດ, ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງແຕ່ຕົ້ນ, ຈາກໄລຍະໄກ, ເມື່ອປະເທດຊາດຍັງບໍ່ທັນຕົກຢູ່ໃນອັນຕະລາຍເທົ່ານັ້ນ, ແຕ່ຍັງສ້າງຄວາມໝັ້ນຄົງ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຢູ່ແຕ່ລະທ້ອງຖິ່ນ ແລະ ທົ່ວປະເທດ. ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ກຳນົດວ່າ: “ເພີ່ມທິວີທ່າແຮງດ້ານການປ້ອງກັນປະເທດ ແລະປ້ອງກັນຄວາມໝັ້ນຄົງ...; ກໍ່ສ້າງ ແລະ ປັບປຸງທ່າສະໜາມຮົບການປ້ອງກັນປະເທດທົ່ວປວງຊົນ ແລະ ທ່າສະໜາມຮົບປ້ອງກັນຄວາມໝັ້ນຄົງປະຊາຊົນຢ່າງໝັ້ນຄົງ”(2); “ມີກົນໄກລະດົມແຫຼ່ງກຳລັງຂອງທ້ອງຖິ່ນ ແລະ ແຫຼ່ງກຳລັງສັງຄົມ ເພື່ອກໍ່ສ້າງທ່າແຮງດ້ານປ້ອງກັນປະເທດ ແລະ ປ້ອງກັນຄວາມໝັ້ນຄົງຢູ່ບັນດາເຂດປ້ອງກັນ”(3).
ທ່າແຮງດ້ານການເມືອງແລະຈິດໃຈ “ແມ່ນອົງປະກອບພື້ນຖານຂອງຄວາມສາມາດດ້ານການປ້ອງກັນປະເທດ ເຊິ່ງມີຢູ່ໃນຄຸນສົມບັດຂອງມະນຸດ, ມູນເຊື້ອປະຫວັດສາດ, ວັດທະນະທຳຂອງຊາດ ແລະ ໃນລະບົບການເມືອງ; ແມ່ນຄວາມສາມາດບົ່ມຊ້ອນດ້ານການເມືອງທີ່ສາມາດລະດົມ ແນໃສ່ສ້າງກຳລັງແຮງເພື່ອປະຕິບັດວຽກງານການປ້ອງກັນປະເທດ”(4). ທ່າແຮງນັ້ນບໍ່ແມ່ນເລື່ອງນາມມະທຳ, ແຕ່ສະແດງອອກຢ່າງຈະແຈ້ງໃນການນຳພາຂອງພັກກອມມູນິດຫວຽດນາມ, ບົນພື້ນຖານລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ແນວທາງປະຕິວັດທີ່ຖືກຕ້ອງ ສອດຄ່ອງກັບຄວາມປາຖະໜາຂອງປະຊາຊົນ. ພ້ອມກັນນັ້ນຍັງສະແດງອອກໃນຄວາມຮັບຮູ້ ຄວາມເຊື່ອ ຈິດຕະສາດ ຄວາມຮູ້ສຶກ ຄວາມຮັບຜິດຊອບ ແລະເຈດຈຳນົງຂອງປະຊາຊົນ ແລະ ກຳລັງປະກອບອາວຸດ ຕໍ່ໜ້າທີ່ການປ້ອງກັນປະເທດ, ປົກປັກຮັກສາປະເທດຊາດ; ຄວາມຕື່ນຕົວທີ່ເລິກເຊິ່ງເຖິງເປົ້າໝາຍ, ອຸດົມຄະຕິເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ, ນ້ຳໃຈຮັກຊາດອັນແຮງກ້າ, ຄວາມປາດຖະໜາໃນສັນຕິພາບ, ເອກະລາດ, ເສລີພາບ ແລະ ຄວາມຕັດສິນໃຈຕໍ່ສູ້ປົດປ່ອຍຊາດ, ດ້ວຍຄະຕິທຳ “ບໍ່ມີສິ່ງໃດທີ່ລ້ຳຄ່າກວ່າເອກະລາດ ແລະ ເສລີພາບ”; ຄວາມສາມັກຄີສາກົນ, ການສົມທົບລະຫວ່າງກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ,...
ທ່າແຮງທາງດ້ານການເມືອງ ແລະ ຈິດໃຈແມ່ນ “ຈິດວິນຍານ” ທີ່ “ຜູກມັດ” ທຸກກຳລັງ, ເຕົ້າໂຮມຊັບພະຍາກອນທັງໝົດ, ສ້າງກຳລັງແຮງສັງລວມຂອງປະເທດຊາດ ເພື່ອເອົາຊະນະສັດຕູທັງໝົດ ແລະ ສ້າງສາປະເທດ. ພຶດຕິກຳຕົວຈິງໄດ້ພິສູດວ່າ ຍ້ອນການນໍາພາທີ່ຖືກຕ້ອງແລະສະຫຼາດສ່ອງໃສຂອງພັກ; ຈິດໃຈປະຕິວັດ, ຄວາມສັດທາ ແລະ ເຈດຈຳນົງຕັດສິນໃຈ, ກອງທັບ ແລະ ປະຊາຊົນຂອງພວກເຮົາໄດ້ເສີມຂະຫຍາຍລັດທິວິລະຊົນປະຕິວັດ, ຄວາມເຂັ້ມແຂງຂອງພາຫະນະວັດຖຸ ອາວຸດ ແລະ ອຸປະກອນທາງເຕັກນິກທີ່ມີຢູ່ຢ່າງເຕັມທີ່ ເພື່ອເອົາຊະນະສັດຕູຜູ້ຮຸກຮານ ທີ່ມີທ່າແຮງດ້ານເສດຖະກິດ ແລະ ການທະຫານແຂງແຮງກວ່າເຮົາຫຼາຍເທົ່າ. ວ.ອີ. ເລນິນ ເຄີຍຢືນຢັນວ່າ: “ໃນສົງຄາມທຸກຄັ້ງ,ໄຊຊະນະສຸດທ້າຍແມ່ນຂຶ້ນກັບຈິດໃຈຂອງມວນຊົນທີ່ເສຍເລືອດເນື້ອໃນສະໜາມຮົບ”(5). ເພາະສະນັ້ນ, ການກໍ່ສ້າງທ່າແຮງດ້ານການເມືອງແລະຈິດໃຈ ຈະຕັດສິນຄວາມສາມາດໃນການລະດົມຄວາມສາມາດບົ່ມຊ້ອນອື່ນໆ ຂອງພື້ນຖານການປ້ອງກັນປະເທດ.
ການສ້າງທ່າແຮງດ້ານການເມືອງແລະຈິດໃຈຕ້ອງຮັບປະກັນຄວາມຮັບຮູ້, ແນວຄິດ, ຈິດຕະສາດ, ອາລົມຈິດ, ຄວາມເຊື່ອ, ທ່າທີ່ ແລະ ຄວາມຮັບຜິດຊອບດ້ານການເມືອງ ຕໍ່ປະເທດຊາດ ແລະ ປະຊາຊົນ. ກ່ອນອື່ນໝົດ, ນັ້ນແມ່ນການສ້າງຄວາມໄວ້ວາງໃຈ ແລະ ຄວາມເຫັນດີເຫັນພ້ອມຂອງທຸກຊັ້ນຄົນໃນການນຳພາຂອງພັກ, ຕໍ່ໄຊຊະນະຂອງພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ; ເອົາໃຈໃສ່ເຖິງການເສີມສ້າງຈັນຍາບັນປະຕິວັດ, ອົບຮົມສຶກສາມູນເຊື້ອຮັກຊາດ ແລະ ຄວາມເອກອ້າງທະນົງໃຈແຫ່ງຊາດ. ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; ປະຕິບັດຕາມນະໂຍບາຍເສລີພາບທາງສາສະໜາ ແລະ ຄວາມສະເໝີພາບລະຫວ່າງບັນດາເຜົ່າ; ເສີມຂະຫຍາຍປະຊາທິປະໄຕຢ່າງກວ້າງຂວາງຕາມຄຳຂວັນ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”; ຕໍ່ສູ້ຢ່າງເດັດດ່ຽວເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະ ຄວາມຫຍໍ້ທໍ້; ຮັບປະກັນຄວາມປອດໄພທາງສັງຄົມ, ປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ; ປະຕິບັດນະໂຍບາຍບຸລິມະສິດການພັດທະນາເສດຖະກິດ-ສັງຄົມ, ລຶບລ້າງຄວາມອຶດຫີວ ແລະ ຫຼຸດຜ່ອນຄວາມທຸກຍາກຢູ່ເຂດຫ່າງໄກສອກຫຼີກ, ຊາຍແດນ ໝູ່ເກາະ, ສ້າງການພັດທະນາແບບຍືນຍົງ, ສ້າງປະເທດເຮົາໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ວັດທະນາຖາວອນ ແລະ ມີຄວາມຜາສຸກ.
ທ່າແຮງທາງດ້ານການທະຫານ “ແມ່ນຄວາມສາມາດທາງດ້ານກຳລັງແຮງສູ້ຮົບຂອງກອງທັບປະຊາຊົນແລະທະຫານລາດ ແລະ ຄວາມສາມາດໃນການລະດົມກຳລັງຄົນ ແລະກຳລັງຊັບ ເພື່ອຮັບໃຊ້ວຽກງານການທະຫານ ແລະ ການປ້ອງກັນປະເທດ”(6). ທ່າແຮງດ້ານການທະຫານລວມມີບັນດາປັດໄຈຄື: ມະນຸດ, ອາວຸດຍຸດໂທປະກອນ, ພື້ນຖານວັດຖຸ ເຕັກນິກ, ສິລະປະການທະຫານ, ທ່າສະໜາມຮົບການທະຫານ...,ໃນນັ້ນມະນຸດແມ່ນປັດໄຈຕັດສິນຊີ້ຂາດ. ທ່າແຮງດ້ານການທະຫານມີສອງຮູບແບບຄື: ທີ່ມີຢູ່ ແລະ ຊ້ອນແຝງ. ຮູບແບບທີ່ມີຢູ່ ແມ່ນປະລິມານແລະຄຸນນະພາບຂອງກຳລັງປະກອບອາວຸດ ແລະ ກຳລັງສຳຮອງ ຕະຫຼອດຈົນເຄື່ອງມື ພາຫະນະຕ່າງໆ ທີ່ໄດ້ຮັບການຮັກສາ ພັດທະນາ ແລະ ເສີມສ້າງຢ່າງຕໍ່ເນື່ອງ ເພື່ອຕອບສະໜອງຄວາມຕ້ອງການ ແລະໜ້າທີ່ປົກປັກຮັກສາປະເທດຊາດ. ຮູບແບບຊ້ອນແຝງ ແມ່ນແຫຼ່ງສຳຮອງຊັບພະຍາກອນບຸກຄົນ ແລະ ວັດຖຸໃນບັນດານຂະແໜງການອຸດສາຫະກຳ, ກະສິກຳ, ວິທະຍາສາດ, ເຕັກນິກ, ຄົມມະນາຄົມຂົນສົ່ງ ແລະ ຂະແໜງບໍລິການອື່ນໆ... ທີ່ພ້ອມຈະລະດົມ ເພື່ອໃຊ້ໃນການປະຕິບັດການທາງທະຫານ, ການປ້ອງກັນປະເທດ ແລະ ການສົງຄາມ ເມື່ອເກີດສະຖານະການ.
ທ່າແຮງດ້ານການທະຫານແມ່ນແກນຫຼັກຂອງທ່າແຮງດ້ານການປ້ອງກັນປະເທດ ເຊິ່ງສ້າງຂຶ້ນບົນພື້ນຖານທາງການເມືອງ ຈິດໃຈ ເສດຖະກິດ ວັດທະນະທຳ ສັງຄົມ ວິທະຍາສາດ ເຕັກໂນໂລຊີ ແລະອື່ນໆ ຂອງປະເທດ, ຕາມຍຸດທະສາດທີ່ເປັນເອກະພາບ, ແທດເໝາະກັບຄວາມຕ້ອງການ ແລະໜ້າທີ່ການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຮາກຖານເຫຼົ່ານີ້ໄດ້ຮັບການເສີມສ້າງຢ່າງແຂງແຮງ ຈະເປັນພື້ນຖານສຳຄັນໃນການສ້າງກຳລັງແຮງທາງການທະຫານ ເພື່ອປົກປັກຮັກສາປະເທດຊາດ. ຢ່າງໃດກໍ່ຕາມ, ການມີຮາກຖານເຫຼົ່ານີ້ບໍ່ໄດ້ໝາຍຄວາມວ່າ ຈະມີທ່າແຮງດ້ານການທະຫານທີ່ເຂັ້ມແຂງ, ແຕ່ຍັງຂຶ້ນກັບກົນໄກ, ນະໂຍບາຍ, ຄວາມສາມາດໃນການລະດົມ ແລະ ເພີ່ມປັດໄຈເຫຼົ່ນັ້ນໃຫ້ສູງສຸດ ເພື່ອໜ້າທີ່ດ້ານການທະຫານ, ການປ້ອງກັນປະເທດ ແລະ ປົກປັກຮັກສາປະເທດຊາດ. ສະນັ້ນ, ຈຳເປັນຕ້ອງມີການນຳພາຂອງພັກ, ການຄຸ້ມຄອງລວມສູນເປັນເອກະພາບຂອງລັດ, ພື້ນຖານນິຕິກຳ, ແຜນການ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນທຸກຊັ້ນວັນນະ,...; ພ້ອມກັນນັ້ນ, ກອງກຳລັງປະກອບອາວຸດປະຊາຊົນຕ້ອງໄດ້ຮັບການກໍ່ສ້າງ ແລະ ຝຶກອົບຮົມໃຫ້ມີຄຸນນະພາບ, ປະລິມານ ແລະ ໂຄງປະກອບທີ່ເໝາະສົມ, ມີຖັນແຖວຜູ້ນຳແລະບັງຄັບບັນຊາທີ່ດີ, ມີສິລະປະການທະຫານທີ່ມີເອກະລັກ ແລະ ສ້າງສັນ,...
ທ່າແຮງດ້ານການເມືອງ, ຈິດໃຈ ແລະ ທ່າແຮງດ້ານການທະຫານ ແມ່ນອົງປະກອບຫຼັກ ພື້ນຖານທີ່ສຸດຂອງຄວາມສາມາດບົ່ມຊ້ອນ, ກຳລັງແຮງໃນການປ້ອງກັນປະເທດ, ປົກປັກຮັກສາປະເທດຊາດ. ການສ້າງທ່າແຮງດ້ານການເມືອງ ຈິດໃຈ ແລະທ່າແຮງດ້ານການທະຫານ ແມ່ນການປະສົມປະສານຂອງປັດໃຈຕ່າງໆ ກ່ອນອື່ນໝົດແມ່ນການກໍ່ສ້າງກຳລັງປະກອບອາວຸດປະຊາຊົນ ເຊິ່ງມີແກນກາງຄືກອງທັບປະຊາຊົນທີ່ມີຄຸນນະພາບຮອບດ້ານ ແລະກຳລັງສູ້ຮົບສູງ; ກໍ່ສ້າງລະບົບການເມືອງທີ່ປອດໃສ, ເຂັ້ມແຂງ, ມີປະສິດທິພາບ ປະສິດທິຜົນ ເພື່ອຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມເຫັນດີເຫັນພ້ອມຂອງປະຊາຊົນທຸກຊັ້ນຄົນ ໃນການນຳພາຂອງພັກ ແລະ ການຄຸ້ມຄອງບໍລິຫານຂອງລັດ. ກໍ່ສ້າງ ແລະເສີມຂະຫຍາຍແຫຼ່ງຊັບພະຍາກອນມະນຸດ ທີ່ມີຫຼັກໝັ້ນທາງການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດທີ່ບໍລິສຸດ, ມີຄຸນສົມບັດແລະທັກສະວິຊາຊີບໃນການຕອບສະໜອງຄວາມຕ້ອງການ ແລະ ພາລະກິດໃນການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ, ພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ; ສ້າງວັດທະນະທຳທີ່ກ້າວໜ້າ ແລະເຕັມໄປດ້ວຍເອກະລັກປະຈຳຊາດ, ປະກອບສ່ວນປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມຢ່າງໝັ້ນຄົງໃນສະພາບການໃໝ່.
ໃນຂະບວນການກໍ່ສ້າງທ່າແຮງດ້ານການເມືອງ, ຈິດໃຈ ແລະ ທ່າແຮງດ້ານການທະຫານ, ຕ້ອງຊາບຊຶມ ກຳແໜ້ນແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ ກ່ຽວກັບການທະຫານ, ການປ້ອງກັນປະເທດ ແລະ ການປົກປັກຮັກສາປະເທດຊາດ. ເສີມຂະຫຍາຍກຳລັງແຮງສັງລວມ, ຄວາມຕັ້ງໜ້າ, ຄວາມເປັນເຈົ້າການ ແລະຄວາມຄິດປະດິດສ້າງຂອງທຸກຂັ້ນ, ຂະແໜງການ, ທ້ອງຖິ່ນ; ຂຸດຄົ້ນຄວາມສາມາດ ແລະ ຊັບພະຍາກອນຂອງປະເທດ ເພື່ອສ້າງແລະປັບປຸງທ່າແຮງ. ຍູ້ແຮງຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ; ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ການຕ່າງປະເທດ ກັບການເພີ່ມທະວີທ່າແຮງດ້ານປ້ອງກັນປະເທດ, ຄວາມໝັ້ນຄົງ; ຮັບປະກັນຄວາມກົມກຽວລະຫວ່າງການເພີ່ມທະວີທ່າແຮງດ້ານການປ້ອງກັນປະເທດ ກັບການພັດທະນາຄຸນນະພາບຊີວິດຂອງທະຫານ ແລະ ປະຊາຊົນ. ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ສ້າງ ແລະ ຮັກສາສະພາບແວດລ້ອມທີ່ສະຫງົບສຸກ ແລະ ໝັ້ນຄົງ; ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ ເພື່ອພັດທະນາປະເທດຢ່າງໝັ້ນຄົງ.
ກອງທັບເສີມຂະຫຍາຍກຳລັງແຮງສັງລວມ, ເພີ່ມທະວີການກໍ່ສ້າງທ່າແຮງ
ດ້ານການເມືອງ, ຈິດໃຈ ແລະ ທ່າແຮງດ້ານການທະຫານ ໃນສະພາບການໃໝ່.
ພາຍໃຕ້ການນຳພາຢ່າງເດັດຂາດ ໂດຍກົງໃນທຸກດ້ານຂອງພັກກອມມູນິດຫວຽດນາມ, ການຄຸ້ມຄອງບໍລິຫານລວມສູນ ເປັນເອກະພາບຂອງລັດ, ກອງທັບປະຊາຊົນໄດ້ເສີມຂະຫຍາຍບົດບາດຫຼັກແຫຼ່ງ, ກໍາລັງແຮງສັງລວມ, ພ້ອມກັບທົ່ວປວງຊົນກໍ່ສ້າງ ແລະ ປັບປຸງທ່າແຮງທາງດ້ານການເມືອງ, ຈິດໃຈ ແລະ ທ່າແຮງດ້ານການທະຫານຢ່າງໝັ້ນຄົງ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການປະຕິບັດເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ”, ກ້າວຢ່າໜັກແໜ້ນສູ່ສັງຄົມນິຍົມ ດ້ວຍບັນດາຜົນງານທີ່ດີເດັ່ນ. ກອງທັບໄດ້ເປັນເຈົ້າການໃນການຄົ້ນຄວ້າ ແລະ ໃຫ້ຄຳປຶກສາແກ່ພັກ, ລັດ ເພື່ອພັດທະນາແລະປະກາດໃຊ້ບັນດາມະຕິ, ນະໂຍບາຍ, ກົດໝາຍວ່າດ້ວຍການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ, ທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ ຕິດພັນກັບທ່າສະໜາມຮົບຮັກສາຄວາມໝັ້ນຄົງປະຊາຊົນ, ພິເສດແມ່ນ “ທ່າສະໜາມຮົບໃນໃຈປະຊາຊົນ” ທີ່ໝັ້ນຄົງ; ຕັ້ງໜ້າຜັນຂະຫຍາຍແນວທາງ ແຜນນະໂຍບາຍຂອງພັກ ໃນຂົງເຂດການທະຫານ, ການປ້ອງກັນປະເທດ, ການປົກປັກຮັກສາປະເທດຊາດ(7).ເອົາໃຈໃສ່ ແລະ ຈັດຕັ້ງເປັນຢ່າງດີໃນວຽກງານໂຄສະນາອົບຮົມ, ສຶກສາ, ບຳລຸງຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ, ທະຫານ ແລະ ປະຊາຊົນ ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນປະເທດ ແລະ ການປົກປັກຮັກສາປະເທດຊາດໃນສະພາບການໃໝ່. ພະຍາຍາມສູ້ຊົນປະຕິບັດເປົ້າໝາຍກໍ່ສ້າງກອງທັບໃຫ້ໜັກແໜ້ນ, ກະທັດລັດ, ເຂັ້ມແຂງ ແລະ ຍອດຍ້ຽມ, ສ້າງຮາກຖານທີ່ໝັ້ນຄົງເພື່ອສ້າງກອງທັບປະຕິວັດ, ເປັນແບບຫຼວງ, ຍອດຍ້ຽມ ແລະ ທັນສະໄໝພາຍໃນປີ 2030, ປະຕິບັດສຳເລັດທຸກໜ້າທີ່ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.
ໃນໄລຍະຈະມາເຖິງ, ຄຽງຄູ່ກັບທ່າອ່ຽງສັນຕິພາບ, ການຮ່ວມມື ແລະ ການພັດທະນານັ້ນ, ການທີ່ບັນດາປະເທດໃຫຍ່ສືບຕໍ່ຮ່ວມມື, ແຂ່ງຂັນ, ຕໍ່ສູ້, ຍັບຍັ້ງເຊິ່ງກັນແລະກັນ, ເຕົ້າໂຮມກຳລັງ ເພື່ອແຊກແຊງ ຍື່ນມືເຂົ້າວຽກງານພາຍໃນຂອງປະເທດອື່ນ... ຈະກໍ່ໃຫ້ເກີດຄວາມທ້າທາຍທີ່ຮ້າຍແຮງ. ໃນປະເທດ, ນອກຈາກ “ໄພອັນຕະລາຍ 4 ປະການທີ່ພັກເຮົາຊີ້ຍັງມີຢູ່ ແລະບາງອັນຍັງຮ້າຍແຮງກວ່າ”(8) ແລ້ວ ປະເທດຍັງຕ້ອງປະເຊີນກັບຄວາມຂັດແຍ້ງທີ່ເກີດຂຶ້ນໃນຂະບວນການພັດທະນາອີກນຳ; ໄພຂົ່ມຂູ່ຄວາມປອດໄພແບບດັ້ງເດີມ ແລະຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມ ແມ່ນມີຢູ່ສະເໝີແລະຄົງຢູ່; ກອງກຳລັງສັດຕູພວມຍູ້ແຮງການທຳລາຍ ກໍ່ການຮ້າຍໃນທຸກດ້ານຂອງຊີວິດສັງຄົມ,...
ສະພາບການນັ້ນຮຽກຮ້ອງໃຫ້ກອງທັບປະຊາຊົນສືບຕໍ່ເສີມຂະຫຍາຍກຳລັງແຮງສັງລວມຂອງທຸກກໍາລັງ ແລະຂົງເຂດ ເພື່ອສຸມໃສ່ສ້າງທ່າແຮງ ແລະ ກໍາລັງແຮງສັງລວມຂອງປະເທດຊາດ, ຂອງການປ້ອງກັນປະເທດທົ່ວປວງຊົນ ເຊິ່ງຈຸດສຸມແມ່ນທ່າແຮງດ້ານການເມືອງ, ຈິດໃຈ ແລະ ທ່າແຮງດ້ານການທະຫານ ດ້ວຍເນື້ອໃນຕົ້ນຕໍດັ່ງນີ້:
ທີໜຶ່ງ, ເປັນເຈົ້າການແລະຕັ້ງໜ້າເສີມຂະຫຍາຍບົດບາດທີ່ປຶກສາ, ສະເໜີໃຫ້ພັກ ແລະ ລັດ ປະກາດໃຊ້ແຜນນະໂຍບາຍ, ນະໂຍບາຍ ແລະກົດໝາຍຢ່າງຄົບຖ້ວນ ກ່ຽວກັບການເສີມຂະຫຍາຍກຳລັງແຮງສັງລວມ, ກໍ່ສ້າງທ່າແຮງດ້ານການເມືອງ, ຈິດໃຈ ແລະ ທ່າແຮງດ້ານການທະຫານ.
ແນວທາງ, ທັດສະນະຂອງພັກກ່ຽວກັບການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ ເປັນພື້ນຖານເພື່ອໃຫ້ລັດຈັດຕັ້ງ, ປະກອບເຂົ້າໃນນະໂຍບາຍ, ກົດໝາຍ ເພື່ອປະຕິບັດໜ້າທີ່ຄຸ້ມຄອງລັດຢ່າງມີປະສິດທິຜົນ; ຄຸ້ມຄອງການພົວພັນທາງສັງຄົມໃນຂົງເຂດການປ້ອງກັນປະເທດ, ຄວາມໝັ້ນຄົງ, ກໍ່ສ້າງກອງກຳລັງປະກອບອາວຸດປະຊາຊົນ. ຕາມນັ້ນແລ້ວ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສົມທົບກັບບັນດາຄະນະ, ຂະແໜງການສູນກາງ ແລະທ້ອງຖິ່ນ ໃນການແນະນຳ, ສະເໜີໃຫ້ພັກ ສືບຕໍ່ປັບປຸງບູລະນະ ແນວທາງນຳພາພາລະກິດປົກປັກຮັກສາປະເທດຊາດ, ເປັນພື້ນຖານໃຫ້ລັດສ້າງນະໂຍບາຍ, ກົດໝາຍທີ່ສົມບູນແບບ ກ່ຽວກັບການທະຫານ ແລະ ການປ້ອງກັນປະເທດ.
ທີສອງ, ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາອົບຮົມ, ຍົກສູງຄວາມຮັບຮູ້ກ່ຽວກັບການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ໃຫ້ແກ່ປະຊາຊົນທຸກຊັ້ນວັນນະ, ສ້າງຄວາມເຫັນດີເຫັນພ້ອມສັງຄົມ ໃນພາລະກິດການປົກປັກຮັກສາປະເທດຊາດ.
ການຍົກສູງສະຕິປ້ອງກັນປະເທດໃຫ້ທົ່ວປວງຊົນ, ພິເສດແມ່ນຄົນລຸ້ນໜຸ່ມ, ນັກຮຽນນັກສຶກສາ ແລະ ການຝຶກອົບຮົມຄວາມຮູ້ດ້ານການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງໃຫ້ແກ່ພະນັກງານຫຼັກແຫຼ່ງທຸກຂັ້ນ ແລະຂະແໜງການ ແມ່ນບັນຫາສຳຄັນເພື່ອເສີມຂະຫຍາຍກຳລັງແຮງສັງລວມ ໃນການສ້າງທ່າແຮງດ້ານການເມືອງ, ຈິດໃຈ, ທ່າແຮງດ້ານການທະຫານ.
ສົມທົບຢ່າງແໜ້ນແຟ້ນລະຫວ່າງການສຶກສາ, ການຊວນເຊື່ອ ແລະການຕໍ່ສູ້ຢ່າງເດັດດ່ຽວຕໍ່ຖ້ອຍທຳນອງບິດເບືອນ ເພື່ອປົກປ້ອງຮາກຖານແນວຄິດຂອງພັກ, ຜ່ານນັ້ນ ເອົາຊະນະກົນອຸບາຍແລະແຜນການ “ຫັນປ່ຽນໂດຍສັນຕິ” ແລະ ການເຄື່ອນໄຫວທຳລາຍລ້າງຂອງກອງກຳລັງສັດຕູ. ບຳລຸງຄູນສ້າງນ້ຳໃຈຮັກຊາດ, ຄວາມຮັກແພງລະບອບສັງຄົມນິຍົມ, ຄວາມນັບຖືຕົນເອງ ຄວາມເອກອ້າງທະນົງໃຈຂອງຊາດ ແລະ ມູນເຊື້ອປະຕິວັດ, ສ້າງເຈດຈຳນົງຕັດສິນໃຈປົກປັກຮັກສາປະເທດຊາດສັງຄົມນິຍົມ; ປັບປຸງຍົກສູງລະດັບຄວາມຮູ້ດ້ານການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ ແລະ ທັກສະທາງການທະຫານທີ່ຈຳເປັນ ເພື່ອໃຫ້ປະຊາຊົນທຸກຄົນພ້ອມທີ່ຈະເຂົ້າຮ່ວມ ແລະ ປະຕິບັດໜ້າທີ່ດ້ານການທະຫານ ແລະ ການປ້ອງກັນປະເທດໄດ້ເປັນຢ່າງດີ.
ທີສາມ, ຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ, ປັບປຸງຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ; ເຕົ້າໂຮມ, ລວບລວມ ແລະ ເສີມຂະຫຍາຍບົດບາດຂອງປວງຊົນ, ເພື່ອໃຫ້ປະຊາຊົນມີຄວາມຕື່ນຕົວ ແລະ ສະໝັກໃຈເຂົ້າຮ່ວມການກໍ່ສ້າງທ່າແຮງດ້ານການເມືອງ, ຈິດໃຈ ແລະທ່າແຮງດ້ານການທະຫານ ເພື່ອປົກປັກຮັກສາປະເທດຊາດ.
ຄຽງຄູ່ກັບການພັດທະນາປະເທດ, ຊີວິດການເປັນຢູ່ຂອງປະຊາຊົນທຸກຊັ້ນວັນນະກໍ່ດີຂຶ້ນຢ່າງຈະແຈ້ງ. ຢ່າງໃດກໍ່ຕາມ, ຊີວິດການເປັນຢູ່ຂອງປະຊາຊົນສ່ວນໜຶ່ງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ໝູ່ເກາະ ແລະ ບາງເຂດຍຸດທະສາດ. ເພາະສະນັ້ນ, ບັນດາອົງການ, ກົມກອງການທະຫານສືບຕໍ່ຊາບຊຶມ ກຳແໜ້ນບັນດາມະຕິ, ຄຳສັ່ງຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ ແລະສະພາບການຂອງທ້ອງຖິ່ນ; ປະສານງານກັບບັນດາຄະນະ ຂະແໜງການສູນກາງ ແລະ ທ້ອງຖິ່ນ ເພື່ອແນະນຳ, ສະເໜີໃຫ້ບັນດາຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ນະໂຍບາຍ ແລະມາດຕະການພັດທະນາເສດຖະກິດ-ສັງຄົມ, ລຶບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ. ສົ່ງເສີມຮູບແບບແລະແຜນການນຳໃຊ້ວິທະຍາສາດ, ວິສະວະກຳ ແລະ ເຕັກໂນໂລຊີ ເພື່ອປັບປຸງຄຸນນະພາບ ແລະ ປະສິດທິພາບການຜະລິດ; ການຝຶກອົບຮົມວິຊາຊີບໃຫ້ແກ່ທະຫານປົດປະຈຳການ ແລະຄົນອື່ນໆ. ຕັ້ງໜ້າເຂົ້າຮ່ວມບັນດາໂຄງການຈຸດໝາຍແຫ່ງຊາດ ກ່ຽວກັບການລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ບັນດາຂະບວນການຂົນຂວາຍ “ປະຊາຊົນທຸກຄົນສາມັກຄີກັນກໍ່ສ້າງຊົນນະບົດໃໝ່, ຕົວເມືອງອາລະຍະທຳ”, “ກອງທັບຮ່ວມມືກັນກໍ່ສ້າງຊົນນະບົດໃໝ່”, “ກອງທັບຮ່ວມມືກັນເພື່ອສຸຂະພາບຊຸມຊົນ”, “ກອງທັບຮ່ວມມືກັນເພື່ອຄົນທຸກຍາກ - ບໍ່ປະຜູ້ໃດໄວ້ເບື້ອງຫຼັງ”… ປະຕິບັດເປັນຢ່າງດີລະບອບ ແລະ ນະໂຍບາຍຕໍ່ກອງທັບ ແລະ ແນວຫຼັງຂອງກອງທັບ, ບັນດາຂະບວນການ, ການເຄື່ອນໄຫວ “ຕອບແທນບຸນຄຸນ”, ສ້າງເຮືອນການກຸສົນ, ເຮືອນສາມັກຄີ, ເບິ່ງແຍງດູແລແມ່ຫວຽດນາມວິລະຊົນ, ຄົ້ນຫາ ແລະເກັບກຳຊາກສົບຂອງນັກຮົບເສຍສະຫຼະຊີວິດ; ແກ້ໄຂບັນດານະໂຍບາຍ ແລະ ລະບອບທີ່ຍັງຄົງຄ້າງ ສຳລັບຜູ້ໄດ້ປະກອບສ່ວນເຂົ້າໃນສົງຄາມຕໍ່ຕ້ານ ເພື່ອປົກປັກຮັກສາປະເທດຊາດ ແລະ ປະຕິບັດພັນທະສາກົນ. ໂຄສະນາ, ປຸກລະດົມຂົນຂວາຍປະຊາຊົນ ໃນການເສີມຂະຫຍາຍເອກະລັກວັດທະນະທໍາອັນດີງາມຂອງຊາດ, ລົບລ້າງຮີດຄອງປະເພນີອັນຫຼ້າຫຼັງ, ປະຕິບັດ “ທົ່ວປວງຊົນສາມັກຄີກັນສ້າງຊີວິດວັດທະນະທໍາໃນເຂດທີ່ຢູ່ອາໄສ”,…
ບັນດາກົມກອງທະຫານຕ້ອງປະຕິບັດໜ້າທີ່ “ຕໍ່ສູ້” ໃນເວລາສັນຕິພາບໃຫ້ດີ, ເປັນເຈົ້າການ, ບໍ່ຢ້ານກົວຄວາມລຳບາກ ແລະ ການເສຍສະຫຼະ, ພ້ອມກັນກັບປະຊາຊົນໃນການປ້ອງກັນ, ຕ້ານ ແລະ ຜ່ານພົ້ນຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະ ໂລກລະບາດ, ຫຼຸດຜ່ອນຄວາມເສຍຫາຍຕໍ່ປະຊາຊົນ ແລະຊັບສິນຂອງລັດແລະປະຊາຊົນໃຫ້ໜ້ອຍທີ່ສຸດ. ສືບຕໍ່ກໍ່ສ້າງ, ຍົກສູງຄຸນນະພາບແລະປະສິດທິຜົນ ຂອງເຂດເສດຖະກິດ-ການປ້ອງກັນປະເທດ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຊາກອນໃຫ້ໝັ້ນຄົງທາງດ້ານຊີວິດການເປັນຢູ່ຂອງປະຊາຊົນ. ຈັດຕັ້ງຊີ້ນຳໃຫ້ປະຊາຊົນໝູນໃຊ້ວິທະຍາສາດເຂົ້າໃນການຜະລິດຕາມເຕັກນິກໃໝ່, ປ່ຽນແປງວິທີການເຮັດກະສິກຳແບບຫຼ້າຫຼັງ ເພື່ອບັນລຸເປົ້າໝາຍລຶບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງແຮງຜັກດັນໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນພັດທະນາທ້ອງຖິ່ນແບບຍືນຍົງ, ກໍ່ສ້າງກອງກຳລັງທ້ອງຖິ່ນເພື່ອປົກປັກຮັກສາພື້ນທີ່, ປົກປ້ອງຊາຍແດນ ແລະ ຕອບສະໜອງຕໍ່ພາລະກິດການສູ້ຮົບເມື່ອສົງຄາມເກີດຂຶ້ນ.
ທີສີ່, ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງຮາກຖານ, ກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດໃຫ້ເຂັ້ມແຂງ ແລະ “ທ່າສະໜາມຮົບໃນໃຈຂອງປະຊາຊົນ” ໃຫ້ໝັ້ນຄົງ.
ຊາບຊຶມແຜນນະໂຍບາຍຂອງພັກ ແລະຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການກໍ່ສ້າງຮາກຖານທີ່ເຂັ້ມແຂງ(9), ບັນດາອົງການແລະກົມກອງທະຫານປະຕິບັດໜ້າທີ່ຂອງກອງທັບເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງລະບົບການເມືອງຂັ້ນຮາກຖານຢູ່ເຂດຍຸດທະສາດ, ເຂດສຳຄັນ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ໝູ່ເກາະ. ໃນສະຖານທີ່ທາງການທະຫານແຕ່ລະແຫ່ງ, ຄຽງຄູ່ກັບການປະຕິບັດວຽກງານໂຄສະນາເຜີຍແຜ່ຢ່າງດີ, ດຳເນີນການຂົນຂວາຍປະຊາຊົນ ຈັດຕັ້ງການເຄື່ອນໄຫວແຮກສ່ຽວ ແລະ ລົງນາມໃນໂຄງການປະສານງານຢ່າງມີປະສິດທິພາບ; ເປັນເຈົ້າການໃນການສົ່ງໜ່ວຍງານ ທີມງານໄປສົມທົບກັບຄະນະພັກ, ອຳນາດການປົກຄອງ ແລະອົງຄະນະມະຫາຊົນທ້ອງຖິ່ນ ເພື່ອກໍ່ສ້າງລະບົບການເມືອງຮາກຖານໃຫ້ເຂັ້ມແຂງ, ປະກອບສ່ວນຜັນຂະຫຍາຍແລະປະຕິບັດຄຳສັ່ງສອນຂອງປະທານໂຮ່ຈີມິນ ທີ່ວ່າ: “ພວກເຮົາຕ້ອງພະຍາຍາມຢ່າງເຕັມທີ່ໃນການຊີ້ນຳ ແລະຊ່ວຍເຫຼືອປະຊາຊົນກວ່າອີກ ໃນການຜະລິດແລະປະຢັດ ເພື່ອປັບປຸງຄຸນນະພາບຊີວິດຂອງທະຫານແລະປະຊາຊົນ, ເຮັດໃຫ້ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ. ຄືແນວນັ້ນ, ປະຊາຊົນຈຶ່ງຈະເຫັນໄດ້ຊັດເຈນວ່າ ລັດຖະບານຮັບໃຊ້ປະຊາຊົນຢ່າງສຸດໃຈ, ລັດຖະບານແມ່ນລັດຖະບານຂອງປະຊາຊົນ. ດັ່ງນັ້ນ, ປະຊາຊົນຈະກະຕືລືລົ້ນໃນການສາມັກຄີ ແລະການຕໍ່ຕ້ານ”(10).
ບັນດາອົງການແລະກົມກອງທະຫານເພີ່ມທະວີການຊີ້ນຳ, ປະເມີນ ແລະ ຄາດຄະເນສະພາບການໃນແຕ່ລະທ້ອງຖິ່ນໄດ້ຢ່າງຖືກຕ້ອງ, ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງຕຳຫຼວດ ແລະ ບັນດາກຳລັງທີ່ກ່ຽວຂ້ອງ ເພື່ອຕໍ່ສູ້ປ້ອງກັນແລະຕ້ານແຜນການ ແລະກົນອຸບາຍ “ຫັນປ່ຽນໂດຍສັນຕິ” ຂອງບັນດາອິດທິກຳລັງສັດຕູ ທີ່ຫວັງທຳລາຍກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ; ປ້ອງກັນແລະຕ້ານອາຊະຍາກຳ, ແກ້ໄຂຈັດການສະຖານະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງທັນການ ແລະມີປະສິດທິຜົນ, ບໍ່ໃຫ້ຕົກໃນທ່າຮັບ ຫຼືຕົກໃນເຫດບັງເອີນ, ຮັກສາຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ. ສືບຕໍ່ຊາບຊຶມ ກຳແໜ້ນ ແລະ ປະຕິບັດມະຕິຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບຊົນເຜົ່າ ແລະ ສາສະໜາ; ຕໍ່ສູ້ຕ້ານການເຄື່ອນໄຫວເຜີຍແຜ່ສາສະໜາທີ່ຜິດກົດໝາຍ, ແຜການແລະກົນອຸບາຍຂອງກອງກຳລັງສັດຕູ ທີ່ສວຍໃຊ້ບັນຫາຊົນເຜົ່າ, ສາສະໜາ, ປະຊາທິປະໄຕ ແລະ ສິດທິມະນຸດ ເພື່ອກໍ່ຄວາມວຸ້ນວາຍທຳລາຍລ້າງ. ເພີ່ມທະວີການໂຄສະນາເຜີຍແຜ່, ລະດົມຂົນຂວາຍ ແລະ ຢືນຄຽງຂ້າງປະຊາຊົນໃນການອອກທະເລ, ຢຶດໝັ້ນແຫຼ່ງປະມົງ, ຢຶດໝັ້ນທະເລ, ຕໍ່ສູ້ຢ່າງເດັດດ່ຽວ ໜຽວແໜ້ນເພື່ອປົກປັກຮັກສາອຳນດອະທິປະໄຕໃນທະເລ ແລະ ເກາະຕ່າງໆຂອງປະເທດຊາດ ແລະ ຄວາມໝັ້ນຄົງຊາຍແດນແຫ່ງຊາດ...
ທີຫ້າ, ຍົກສູງຄຸນນະພາບລວມ ແລະ ກຳລັງສູ້ຮົບຂອງກອງກຳລັງປະກອບອາວຸດ; ສຸມໃສ່ກໍ່ສ້າງກອງທັບປະຊາຊົນທີ່ເຂັ້ມແຂງທາງດ້ານການເມືອງ; ພັດທະນາອຸດສາຫະກຳປ້ອງກັນປະເທດທີ່ທັນສະໄໝ ແລະ ໃຊ້ສອງທາງ.
ສືບຕໍ່ຍູ້ແຮງການກໍ່ສ້າງກອງທັບປະຊາຊົນທີ່ປະຕິວັດ, ເປັນແບບຫຼວງ, ຊຳນານການຮົບ, ທັນສະໄໝເທື່ອລະກ້າວ ເຊິ່ງໃນນັ້ນ ບາງເຫຼົ່າທັບ ບາງກອງກຳລັງຈະກ້າວໂດຍກົງສູ່ຄວາມທັນສະໄໝ; ຮອດປີ 2025, ໂດຍພື້ນຖານສຳເລັດການກໍ່ສ້າງກອງທັບທີ່ຍອດຍ້ຽມ ກະທັດລັດ ເຂັ້ມແຂງ, ສ້າງຮາກຖານທີ່ໝັ້ນຄົງ, ສູ້ຊົນຮອດປີ 2030 ກໍ່ສ້າງກອງທັບປະຊາຊົນທີ່ປະຕິວັດ, ເປັນແບບຫຼວງ, ຊຳນານການຮົບ, ທັນສະໄໝ ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.
ຊາບຊຶມແລະປະຕິບັດມະຕິໝາຍເລກ 08-NQ/TW, ລົງວັນທີ 21 ມິຖຸນາ 2022 ຂອງກົມການເມືອງສູນກາງພັກ “ກ່ຽວກັບການຊຸກຍູ້ການພັດທະນາອຸດສາຫະກຳປ້ອງກັນປະເທດຮອດປີ 2030 ແລະ ຊຸມປີຕໍ່ໆໄປ”; ຍູ້ແຮງການກໍ່ສ້າງຂະແໜງການປ້ອງກັນປະເທດທີ່ເປັນເຈົ້າຕົນເອງ, ອິງໃສ່ຕົນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໃຊ້ສອງທາງ, ທັນສະໄໝ, ໃນນັ້ນ ການເສີມຂະຫຍາຍກຳລັງແຮງພາຍໃນແມ່ນປັດໄຈຕັດສິນ. ສູ້ຊົນສ້າງຂະແໜງອຸດສາຫະກຳປ້ອງກັນປະເທດທີ່ມີຄວາມສາມາດພຽງພໍໃນການຄົ້ນຄວ້າ, ອອກແບບ, ປະດິດ, ຜະລິດອາວຸດ ແລະ ອຸປະກອນເຕັກນິກທີ່ມີລັກສະນະທາງຍຸດທະວິທີ-ເຕັກນິກສູງ ຕາມຄວາມຕ້ອງການໃນການປະກອບອາວຸດໃຫ້ກອງກຳລັງທະຫານ ເພື່ອຕອບສະໜອງໜ້າທີ່ກໍ່ສ້າງກອງທັບທີ່ທັນສະໄໝ. ເປັນເຈົ້າການໃນການອອກແບບ, ເຕັກໂນໂລຊີພື້ນຖານ, ໂດຍສະເພາະແມ່ນເຕັກໂນໂລຊີຫຼັກ, ເພີ່ມອັດຕາສ່ວນຜະລິດຕະພັນຜະລິດພາຍໃນປະເທດ; ພັດທະນາບັນດາຂົງເຂດປາຍຫອກ ບົນພື້ນຖານເຕັກໂນໂລຊີໃໝ່ ແລະ ທັນສະໄໝ, ສ້າງຄວາມສາມາດແກ່ງແຍ້ງສາກົນ, ເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ມູນຄ່າລະດັບໂລກ; ການໂອນເຕັກໂນໂລຊີທີ່ເໝາະສົມສູ່ຂະແໜງອຸດສາຫະກໍາພົນລະເຮືອນເທື່ອລະຂັ້ນຕອນ. ຜ່ານນັ້ນ, ປະກອບສ່ວນກໍ່ສ້າງທ່າແຮງດ້ານການເມືອງ ຈິດໃຈ ທ່າແຮງດ້ານການທະຫານ ແລະ ຫັນບັນດາທ່າແຮງເປັນກຳລັງແຮງຂອງກອງກຳລັງປະກອບອາວຸດທົ່ວປວງຊົນ, ປະຕິບັດໜ້າທີ່ການທະຫານ ແລະ ການປ້ອງກັນປະເທດ.
ທີຫົກ, ເສີມຂະຫຍາຍກຳລັງແຮງສັງລວມຂອງລະບົບການເມືອງ ແລະທົ່ວປວງຊົນ ໃນການກໍ່ສ້າງທ່າແຮງດ້ານການເມືອງ, ຈິດໃຈ ແລະ ທ່ານແຮງດ້ານການທະຫານ ຂອງພື້ນຖານການປ້ອງກັນປະເທດທົ່ວປວງຊົນ.
ດ້ວຍບົດບາດຫຼັກ ແລະ ພາລະໜ້າທີ່ທີ່ໄດ້ຮັບມອບໝາຍ, ກອງທັບປະຊາຊົນສືບຕໍ່ເສີມຂະຫຍາຍກຳລັງແຮງສັງລວມຂອງລະບົບການເມືອງ ກອງກໍາລັງທະຫານແລະປະຊາຊົນທັງໝົດ ໃນການກໍ່ສ້າງທ່າແຮງດ້ານການປ້ອງກັນຊາດ, ກໍາລັງ ແລະ ທ່າສະໜາມຮົບປ້ອງກັນປະເທດ; ເພີ່ມທະວີຄວາມຍືນຍົງ ແລະ ຄວາມສາມາດໃນການລະດົມພົນເພື່ອຕອບສະໜອງຄວາມຕ້ອງການດ້ານການປ້ອງກັນປະເທດ. ສຸມໃສ່ການກໍ່ສ້າງທ່າສະໜາມຮົບ ແລະກິດຈະກຳກໍ່ສ້າງເຂດປ້ອງກັນ; ໃນນັ້ນ, ການກໍ່ສ້າງທ່າສະໜາມຮົບການທະຫານແມ່ນແກນກາງ, ຕັດສິນຊີ້ຂາດຄວາມໝັ້ນຄົງຂອງເຂດປ້ອງກັນປະເທດ, ມີການເຊື່ອມໂຍງຢ່າງໃກ້ຊິດກັບທ່າສະໜາມຮົບອື່ນໆ ເພື່ອສ້າງທ່າສະໜາມຮົບທີ່ໝັ້ນຄົງແລະເຊື່ອມໂຍງກັນ ເພື່ອສະກັດກັ້ນແລະປາບປາມແຜນການ, ກົນອຸບາຍ, “ການຫັນປ່ຽນໂດຍສັນຕິ” ແລະ ການເຄື່ອນໄຫວໂຄ່ນລົ້ມທັງໝົດ ຂອງອິດທິກຳລັງສັດຕູ. ຮັກສາສະຖຽນລະພາບດ້ານການເມືອງ ແລະ ສະພາບແວດລ້ອມສັນຕິພາບ ເພື່ອພັດທະນາເສດຖະກິດ-ສັງຄົມ; ຈັດການສະຖານະການດ້ານການປ້ອງກັນປະເທດ ແລະຄວາມໝັ້ນຄົງຢ່າງມີປະສິດທິພາບ, ຮັກສາອຳນາດອະທິປະໄຕ ແລະ ຄວາມໝັ້ນຄົງຊາຍແດນ; ພ້ອມແລ້ວທີ່ຈະຊະນະສົງຄາມຮຸກຮານ, ປົກປັກຮັກສາທ້ອງຖິ່ນ, ປະກອບສ່ວນປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ. ບັນດາຂະແໜງການແລະທ້ອງຖິ່ນ ປະຕິບັດແຜນນະໂຍບາຍສົມທົບຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ ລະຫວ່າງເສດຖະກິດ ວັດທະນະທຳ ສັງຄົມ ກັບການປ້ອງກັນຊາດ, ປ້ອງກັນຄວາມໝັ້ນຄົງ ແລະການຕ່າງປະເທດ ໃນທຸກຂົງເຂດ, ທຸກເຂດເສດຖະກິດ, ຂະແໜງການ ແລະ ໃນແຕ່ລະໂຄງການ, ເປັນຕົ້ນແມ່ນບັນດາຂົງເຂດເສດຖະກິດຈຸດສຸມ, ພື້ນທີ່ຍຸດທະສາດ, ຂະແໜງການທີ່ສຳຄັນ; ຮັບປະກັນການເຕີບໂຕດ້ານເສດຖະກິດແຕ່ລະກ້າວ ແມ່ນກ້າວໜຶ່ງໃນການເພີ່ມທະວີທ່າແຮງດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງ, ສ້າງສຳຮອງຊັບພະຍາກອນບຸກຄົນແລະວັດສະດຸ ເພື່ອຮັບໃຊ້ໜ້າທີ່ການທະຫານ, ການປ້ອງກັນປະເທດ ແລະ ການປົກປັກຮັກສາປະເທດຊາດ.
ການກໍ່ສ້າງທ່າແຮງດ້ານການເມືອງ, ຈິດໃຈ ແລະ ທ່າແຮງດ້ານການທະຫານ ແມ່ນເນື້ອໃນສຳຄັນ ເພື່ອຍົກສູງກຳລັງແຮງປ້ອງກັນປະເທດ ແລະ ປົກປັກຮັກສາປະເທດຊາດ. ນີ້ແມ່ນບັນຫາໃຫຍ່, ສໍາຄັນ, ຍຸດທະສາດ ແລະເປັນປະຈຳ: ແມ່ນຄວາມຮັບຜິດຊອບຂອງທົ່ວພັກ, ທົ່ວປວງຊົນ ແລະ ລະບົບການເມືອງທັງໝົດ; ໃນນັ້ນກອງທັບປະຊາຊົນເປັນແກນກາງ. ເສີມຂະຫຍາຍມູນເຊື້ອ 80 ປີແຫ່ງການກໍ່ສ້າງ, ສູ້ຮົບ, ໄຊຊະນະ ແລະ ເຕີບໃຫຍ່, ກອງທັບປະຊາຊົນຫວຽດນາມຕັດສິນໃຈປະຕິບັດແຜນນະໂຍບາຍ ແລະ ວິທີແກ້ໄຂ, ເສີມຂະຫຍາຍກຳລັງແຮງສັງລວມຂອງທຸກຂັ້ນ, ຂະແໜງການ ແລະ ປະຊາຊົນທຸກຊັ້ນວັນນະ, ເພື່ອກໍ່ສ້າງທ່າແຮງດ້ານການເມືອງ, ຈິດໃຈ ແລະ ທ່າແຮງດ້ານການທະຫານທີ່ໝັ້ນຄົງ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ ໃນໄລຍະໃໝ່./.
-----------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 13, ໜ້າ 264
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 157
(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 159
(4) ການປ້ອງກັນປະເທດຫວຽດນາມ 2019, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2019, ໜ້າ 38
(5) ວ.ອີ. ເລນິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2005, ເຫຼັ້ມ 41, ໜ້າ 147
(6) ການປ້ອງກັນປະເທດຫວຽດນາມ 2019, ປຶ້ມທີ່ໄດ້ແນະນຳ, ໜ້າ 44
(7) ແບບຢ່າງເຊັ່ນ: ມະຕິໝາຍເລກ 28-NQ/TW, ລົງວັນທີ 22 ກັນຍາ 2008, ຂອງກົມການເມືອງສູນກາງ ວ່າດ້ວຍ “ສືບຕໍ່ກໍ່ສ້າງບັນດາແຂວງ, ນະຄອນສັງກັດສູນກາງ ໃຫ້ເປັນເຂດປ້ອງກັນທີ່ໝັ້ນຄົງ ໃນສະພາບການໃໝ່”; ມະຕິກອງປະຊູມຄັ້ງທີ 8 ຂອງສູນກາງພັກສະໄໝທີ IX, XI ແລະ XIII ວ່າດ້ວຍ ຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່; ດຳລັດໝາຍເລກ 21/2019/NĐ-CP, ລົງວັນທີ 22 ກຸມພະ 2019, ຂອງລັດຖະບານ, “ວ່າດ້ວຍເຂດປ້ອງກັນ”; ກົດໝາຍການປ້ອງກັນປະເທດປີ 2018, ກົດໝາຍວ່າດ້ວຍພັນທະທະຫານ ປີ 2015, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນຫວຽດນາມ ປີ 1999 (ສະບັບແກ້ໄຂ ປັບປຸງປີ 2008, 2014), ກົດໝາຍວ່າດ້ວຍທະຫານອາຊີບ, ກຳມະກອນ ແລະ ຂ້າລັດຖະການຝ່າຍປ້ອງກັນປະເທດປີ 2015, ກົດໝາຍຊາຍແດນແຫ່ງຊາດປີ 2003, ກົດໝາຍວ່າດ້ວຍທະຫານລາດປີ 2019, ກົດໝາຍວ່າດ້ວຍຕຳຫຼວດຝັ່ງທະເລຫວຽດນາມປີ 2018, ກົດໝາຍວ່າດ້ວຍກອງກຳລັງສຳຮອງປີ 2019, ກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມປີ 2020,...
(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 108
(9) ຄຳສັ່ງໝາຍເລກ 58/TTg, ລົງວັນທີ 15 ກຸມພາ 1993, ຂອງນາຍົກລັດຖະມົນຕີ ວ່າດ້ວຍ “ເພີ່ມທະວີການຊີ້ນຳການກໍ່ສ້າງຮາກຖານທີ່ໝັ້ນຄົງເຂັ້ມແຂງຮອບດ້ານ ເພື່ອຕອບສະໜອງຄວາມຕ້ອງການໜ້າທີ່ການປ້ອງກັນປະເທດແລະຄວາມໝັ້ນຄົງ ໃນສະພາບການໃໝ່”; ຄຳສັ່ງໝາຍເລກ 36/2005/CT-Ttg, ລົງວັນທີ 17 ຕຸລາ 2005, ຂອງນາຍົກລັດຖະມົນຕີ ວ່າດ້ວຍ “ເພີ່ມທະວີການຊີ້ນຳການກໍ່ສ້າງຮາກຖານທີ່ໝັ້ນຄົງເຂັ້ມແຂງຮອບດ້ານ ເພື່ອຕອບສະໜອງຄວາມຕ້ອງການໜ້າທີ່ການປ້ອງກັນປະເທດແລະຄວາມໝັ້ນຄົງ ໃນສະພາບການໃໝ່”;,...
(10) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 350.