ຍຸກໃໝ່ໄດ້ມາຮອດແລ້ວ
- ຊ່ວງເວລາທີ່ຈະຕັດສິນຊະຕາກຳຂອງປະເທດຊາດ!
- ຊ່ວງເວລາທີ່ຈະຕັດສິນຊະຕາກຳຂອງປະເທດຊາດ!
ປະຊາຊົນຫວຽດນາມກຳລັງຢູ່ໃນຊ່ວງເວລາແຫ່ງປະຫວັດສາດຂອງຊາດ: ທັ້ງປະເທດຊູທຸງແຫ່ງຄວາມສາມັກຄີຂຶ້ນສູງ, ດ້ວຍທ່າແລະກຳລັງແຮງໃໝ່, ດ້ວຍສັດທາໃໝ່, ຄວາມເປັນເຈົ້າຕົນເອງ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມໝັ້ນໃຈໃນການເປີດປະຕູສູ່ປະຫວັດສາດ, ກ້າວເຂົ້າສູ່ຍຸກໃໝ່ຢ່າງເປັນທາງການ ເຊິ່ງຖືກກຳນົດດ້ວຍເຫດການທາງການເມືອງທີ່ສຳຄັນຄື ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ໂຄງການສິລະປະພິເສດ “ພາຍໃຕ້ທຸງອັນສະຫງ່າລາສີຂອງພັກ” ຈັດຂຶ້ນເພື່ອສະເຫຼີມສະຫຼອງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ _ພາບ: TTXVN
ປະຊາຊົນຫວຽດນາມກຳລັງຢູ່ໃນຊ່ວງເວລາແຫ່ງປະຫວັດສາດຂອງຊາດ: ທັ້ງປະເທດຊູທຸງແຫ່ງຄວາມສາມັກຄີຂຶ້ນສູງ, ດ້ວຍທ່າແລະກຳລັງແຮງໃໝ່, ດ້ວຍສັດທາໃໝ່, ຄວາມເປັນເຈົ້າຕົນເອງ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມໝັ້ນໃຈໃນການເປີດປະຕູສູ່ປະຫວັດສາດ, ກ້າວເຂົ້າສູ່ຍຸກໃໝ່ຢ່າງເປັນທາງການ ເຊິ່ງຖືກກຳນົດດ້ວຍເຫດການທາງການເມືອງທີ່ສຳຄັນຄື ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ກອງປະຊຸມໃຫຍ່ຄັ້ງທີ XIV ນີ້ແມ່ນຈຸດເລີ່ມຕົ້ນຂອງຍຸກໃໝ່ ເຊິ່ງການຕັດສິນໃຈຕ່າງໆ ຈະມີບົດບາດສຳຄັນໃນການກຳນົດຊະຕາກຳໃນອະນາຄົດຂອງປະເທດຊາດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ເປັນຂົວເຊື່ອມຕໍ່ລະຫວ່າງສອງຍຸກສະໄໝແຫ່ງການພັດທະນາປະເທດຊາດຄື: ຍຸກແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ, ການປ່ຽນແປງໃໝ່ ແລະການພັດທະນາ ແລະ ຍຸກແຫ່ງຄວາມກ້າວໜ້າພັດທະນາຂອງປະເທດຊາດ - “ຍຸກແຫ່ງການພັດທະນາ, ຍຸກແຫ່ງຄວາມຈະເລີນຮຸ່ງເຮືອງພາຍໃຕ້ການນຳພາ ແລະການກຳອຳນາດຂອງພັກກອມມູນິດ”(1). ຕໍ່ໜ້າຊ່ວງເວລາປະຫວັດສາດນີ້, ກອງປະຊຸມໃຫຍ່ເບິ່ງຄືວ່າໄດ້ລວມເອົາຈິດວິນຍານທາງວັດທະນະທຳຂອງຊາດທີ່ຍາວນານນັບພັນປີ ແລະຄວາມເຂັ້ມແຂງຂອງຍຸກສະໄໝ ເພື່ອແບກຮັບຄວາມຮັບຜິດຊອບ ໃນການກຳນົດນະໂຍບາຍທີ່ມີລັກສະນະ “ແທ່ນປ່ອຍຈະຫຼວດ” ເພື່ອປະຕິບັດເປົ້າໝາຍຍຸດທະສາດສອງປະການຢ່າງສຳເລັດຜົນ ຄື: ການສະເຫຼີມສະຫຼອງຄົບຮອບ 100 ປີແຫ່ງການສ້າງຕັ້ງພັກ ແລະ ຄົບຮອບ 100 ປີແຫ່ງການສ້າງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ ເຊິ່ງປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ.
ທັດສະນະ, ເປົ້າໝາຍ ແລະ ວິໄສທັດໂດຍລວມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ນັ້ນ ໄດ້ລວມເຂົ້າໃນຫົວຂໍ້: “ພາຍໃຕ້ທຸງອັນສະຫງ່າລາສີຂອງພັກ, ຮ່ວມແຮງຮ່ວມໃຈກັນເພື່ອປະຕິບັດເປົ້າໝາຍການພັດທະນາປະເທດເຖິງປີ 2030 ຢ່າງສຳເລັດມີໄຊ; ຄວາມເປັນເອກະລາດທາງຍຸດທະສາດ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມໝັ້ນໃຈໃນຕົນເອງ ແລະ ຄວາມກ້າວໜ້າຢ່າງແຂງແຮງ ໃນຍຸກແຫ່ງການພັດທະນາປະເທດ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຄວາມຈະເລີນຮຸ່ງເຮືອງ, ອາລະຍະທຳ, ຄວາມສຸກ ແລະ ການກ້າວໄປສູ່ສັງຄົມນິຍົມຢ່າງໝັ້ນຄົງ”, ສິ່ງນີ້ສະທ້ອນໃຫ້ເຫັນເຖິງແນວຄິດ ແລະຄວາມໃຝ່ຝັນອັນຍິ່ງໃຫຍ່, ບໍ່ພຽງແຕ່ກຳນົດເປົ້າໝາຍສຳລັບໄລຍະປີ 2026-2031 ເທົ່ານັ້ນ ແຕ່ຍັງໄດ້ກຳນົດເປົ້າໝາຍຍຸດທະສາດສຳລັບອະນາຄົດ ແລະຊະຕາກຳຂອງຊາດ ໃນອີກຫຼາຍທົດສະວັດຂ້າງໜ້າ.
ເປົ້າໝາຍນີ້ສະແດງເຖິງການເຊື່ອມໂຍງເປົ້າໝາຍໃນຍຸກກ່ອນໜ້າໃນລະດັບໃໝ່, ພ້ອມກັນນັ້ນ ກໍ່ສະທ້ອນໃຫ້ເຫັນເຖິງການພັດທະນາຄຸນນະພາບຂອງເປົ້າໝາຍເອກະລາດແຫ່ງຊາດທີ່ເຊື່ອມໂຍງກັບລັດທິສັງຄົມນິຍົມ. ນີ້ແມ່ນເປົ້າໝາຍທີ່ຍິ່ງໃຫຍ່ທີ່ສຸດ, ຈຸດສູງສຸດຂອງຈຸດຮ່ວມທີ່ຕ້ອງການໃຫ້ຄົນທັງຊາດມີວິໄສທັດຮ່ວມກັນ, ຈຸດລວມໃຈຂອງປະຊາຊົນ, ກຳລັງແຮງແຫ່ງຄວາມສາມັກຄີ ແລະຄວາມປາດຖະໜາໃນການພັດທະນາ ເຊິ່ງຈະເພີ່ມພູນຄວາມພາກພູມໃຈ, ຄວາມເຄົາລົບຕົນເອງ ແລະເຈດຈຳນົງຂອງຄົນທັງຊາດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນຄົບຮອບ 40 ປີຂອງການຈັດຕັ້ງປະຕິບັດຂະບວນການປ່ຽນແປງໃໝ່ປະເທດ ທີ່ລິເລີ່ມແລະນຳພາໂດຍພັກກອມມູນິດຫວຽດນາມ. ຕະຫຼອດໄລຍະເວລາ 40 ປີທີ່ຜ່ານມາ, ນັບຕັ້ງແຕ່ເລີ່ມວາງທິດທາງເບື້ອງຕົ້ນ, ຫວຽດນາມໄດ້ກຳນົດຂອບທິດສະດີກ່ຽວກັບແນວທາງການປ່ຽນແປງໃໝ່ຂອງຕົນ. ນີ້ແມ່ນລະບົບທິດສະດີທີ່ພັກກອມມູນິດຫວຽດນາມໄດ້ຊອກຫາ, ຄົ້ນພົບ ແລະ ພັດທະນາຢ່າງຕໍ່ເນື່ອງ ເຊິ່ງສະແດງໃຫ້ເຫັນແລະຢືນຢັນຢ່າງຈະແຈ້ງເຖິງປັນຍາ, ຄວາມກ້າຫານ ແລະ ຄວາມສາມາດໃນການນຳພາຂອງພັກ. ທິດສະດີກ່ຽວກັບແນວທາງການປ່ຽນແປງໃໝ່ ແມ່ນການລວມຕົວຂອງສະຕິປັນຍາ, ການອຸທິດຕົນ ແລະ ຄວາມພະຍາຍາມຂອງຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງ, ທົ່ວພັກ ແລະ ປະຊາຊົນທັງໝົດ ຜ່ານກອງປະຊຸມໃຫຍ່ຕ່າງໆ ຂອງພັກ. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ກອງປະຊຸມໃຫຍ່ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດອັນຍິ່ງໃຫຍ່ ແລະມີຄວາມໝາຍທາງປະຫວັດສາດຂອງ 40 ປີແຫ່ງການປ່ຽນແປງໃໝ່; ແລະຢືນຢັນວ່າ ແນວທາງການປ່ຽນແປງໃໝ່ຂອງພັກນັ້ນຖືກຕ້ອງ ແລະປະດິດສ້າງ; ແລະສະຫຼຸບບົດຮຽນທີ່ມີຄຸນຄ່າແລະມີຄວາມໝາຍທາງທິດສະດີ, ພ້ອມທັງໃຫ້ຄຳແນະນຳທີ່ເປັນປະໂຫຍດສຳລັບພາລະກິດການປະຕິວັດຂອງປະເທດໃນຍຸກໃໝ່; ສືບຕໍ່ພັດທະນາທິດສະດີ, ຮັບປະກັນບົດບາດນຳໜ້າ, ຄວາມສາມາດໃນການຄາດຄະເນ, ວິໄສທັດທີ່ກ້າວໄກ, ຄວາມເປັນຜູ້ນຳ ແລະທິດທາງ; ເປັນຫຼັກນຳແລະກຳນົດຄວາມຖືກຕ້ອງຂອງການນຳພາຂອງພັກ ແລະຍຸດທະສາດການພັດທະນາປະເທດຊາດ ເປັນສິ່ງຈຳເປັນທີ່ສຸດ, ສະແດງໃຫ້ເຫັນເຖິງຄຸນລັກສະນະ, ສະຕິປັນຍາ, ຈິນຕະນາການປ່ຽນແປງໃໝ່ ແລະ ວິໄສທັດຍຸດທະສາດທີ່ກວ້າງໄກຂອງພັກ. ດ້ວຍລັດທິມາກ-ເລນິນ ແລະແນວຄິດໂຮ່ຈີມິນ ເປັນພື້ນຖານແນວຄິດ ແລະຫຼັກຊີ້ນຳໃນການປະຕິບັດ ແລະ ດ້ວຍທິດສະດີທີ່ໄດ້ຮັບການບຳລຸງລ້ຽງ ແລະພັດທະນາຢ່າງສ້າງສັນ ຜ່ານການປະຕິບັດການປະຕິວັດ ແລະກັ່ນກອງມາຕະຫຼອດ 40 ປີແຫ່ງການປ່ຽນແປງໃໝ່, ການປັບປຸງ, ການພັດທະນາ ແລະເສີມສ້າງຮາກຖານທາງທິດສະດີສັງຄົມນິຍົມ ແລະເສັ້ນທາງສູ່ລັດທິສັງຄົມນິຍົມໃນຫວຽດນາມຢ່າງຕໍ່ເນື່ອງ, ການສ້າງຄວາມກ້າວໜ້າເພື່ອການພັດທະນາທີ່ເຂັ້ມແຂງແລະຍືນຍົງ ແລະປົກປ້ອງປະເທດຊາດຢ່າງໝັ້ນຄົງໃນຍຸກໃໝ່, ຈະກຳນົດຄວາມເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມໝັ້ນໃຈໃນການເປີດປະຕູສູ່ປະຫວັດສາດ ແລະເຂົ້າສູ່ຍຸກໃໝ່ຢ່າງເປັນທາງການ ເຊິ່ງເປັນຊ່ວງເວລາທີ່ມີບົດບາດສຳຄັນໃນການກຳນົດອະນາຄົດຂອງປະເທດຊາດ.
ດ້ວຍຄວາມຕ້ອງການຂອງປະຫວັດສານແລະແຮງຜັກດັນຈາກຍຸກສະໄໝ, ເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈຶ່ງເນັ້ນໜັກເຖິງຄວາມຈຳເປັນໃນການລົງມືປະຕິບັດ ແລະເປັນຄັ້ງທຳອິດທີ່ໂຄງການປະຕິບັດງານເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ຖືກພັດທະນາເປັນສ່ວນໜຶ່ງຂອງບົດລາຍງານທາງການເມືອງ. ຄວາມຕ້ອງການໃນຍຸກປະຈຸບັນນັ້ນປາກົດໃຫ້ເຫັນຢ່າງຈະແຈ້ງວ່າ ເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ແມ່ນເອກະສານທີ່ເນັ້ນການປະຕິບັດ, ເປັນ “ຄຳຮຽກຮ້ອງ” ທີ່ຮຽກຮ້ອງໃຫ້ພັກແລະປະຊາຊົນທຸກຄົນຮ່ວມແຮງຮ່ວມໃຈກັນ, ເຕົ້າໂຮມກຳລັງທັງໝົດ, ລະດົມຊັບພະຍາກອນທັງໝົດ, ຄວ້າເອົາທຸກໂອກາດ ແລະ ເອົາຊະນະທຸກຄວາມທ້າທາຍ ເພື່ອໃຫ້ບັນລຸເປົ້າໝາຍຍຸດທະສາດທີ່ວາງໄວ້ໄດ້ຢ່າງປະສົບຜົນສຳເລັດ.
***
ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ XIV ແນະນຳຕົວໃນກອງປະຊຸມໃຫຍ່ - ພາບ: VNA
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ເປັນຂີດໝາຍສຳຄັນໃໝ່ ໃນປະຫວັດສາດຂອງພັກກອມມູນິດຫວຽດນາມ ແລະ ປະຫວັດສາດອັນສະຫງ່າລາສີຂອງຊາດຫວຽດນາມ.
ຫຼັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມປະສົບຄວາມສຳເລັດ, ພັກແລະປະຊາຊົນທັງໝົດໄດ້ເລີ່ມຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ໃນທັນທີ. ຍຸກໃໝ່ນີ້ກໍ່ໃຫ້ເກີດຄວາມຕ້ອງການທາງປະຫວັດສາດພິເສດ ເຊີ່ງຮຽກຮ້ອງໃຫ້ມີການຄິດ ແລະວິທີແກ້ໄຂທີ່ໂດດເດັ່ນ ທີ່ບໍ່ສາມາດດຳເນີນໄປຕາມແນວທາງເດີມໆໄດ້. ເສັ້ນທາງສູ່ການເປັນປະເທດທີ່ພັດທະນາແລ້ວທີ່ມີລາຍໄດ້ສູງພາຍໃນກາງສະຕະວັດທີ 21 ເປັນພາລະກິດທີ່ຍິ່ງໃຫຍ່, ມີຄວາມທ້າທາຍຫຼາຍຢ່າງຢູ່ຂ້າງໜ້າ, ທັງໃນປະເທດແລະຕ່າງປະເທດ. ບົດຮຽນທີ່ຊັດເຈນຈາກຫຼາຍປະເທດທີ່ຕິດຢູ່ໃນຄວາມສະຫງ່າລາສີຂອງອະດີດ ຫຼືບໍ່ສາມາດຫຼຸດພົ້ນຈາກ “ກັບດັກລາຍໄດ້ປານກາງ” ໄດ້ຊ່ວຍໃຫ້ ຫວຽດນາມເຫັນວ່າ ຈະບໍ່ສາມາດນິ່ງນອນໃຈ ອັດຕະວິໄສແມ່ນແຕ່ນາທີດຽວ ແລະບໍ່ “ນອນຫຼັບຢູ່ຂ້າງພວງມາລາແຫ່ງໄຊຊະນະ”.
ໃນທາງທິດສະດີ, ຈຳເປັນຕ້ອງສະຫຼຸບສັງລວມຜົນງານການນຳພາຂອງພັກກອມມູນິດຫວຽດນາມໃນໄລຍະເວລາ 100 ປີ (1930-2030) ໃນການປະຕິວັດຫວຽດນາມຢ່າງໄວວາ ແລະກຳນົດທິດທາງການພັດທະນາປະເທດໃນອີກ 100 ປີຂ້າງໜ້າ (2030-2130) ລວມເຖິງການສະຫຼຸບສັງລວມຜົນງານການປະຕິບັດໂຄງການການເມືອງ ຂອງພັກ ໃນໄລຍະເວລາ 40 ປີທີ່ຜ່ານມາ;... ທັງໝົດນີ້ແມ່ນການສະຫຼຸບສັງລວມພຶດຕິກຳຕົວຈິງ ແລະການຄົ້ນຄວ້າທິດສະດີທີ່ຍິ່ງໃຫຍ່ແລະສຳຄັນຫຼາຍ, ສະໜອງພື້ນຖານທາງວິທະຍາສາດ, ຫຼັກພິນິດວິທະຍາ ແລະຫຼັກຖານ ສຳລັບການສ້າງນະໂຍບາຍການພັດທະນາຂອງປະເທດ; ພ້ອມກັນນັ້ນ, ປະກອບສ່ວນເຂົ້າໃນການສ້າງລະບົບທິດສະດີທີ່ສົມບູນ, ເປັນວິທະຍາສາດ ແລະທັນສະໄໝ ກ່ຽວກັບສັງຄົມນິຍົມ ແລະເສັ້ນທາງໄປສູ່ລັດທິສັງຄົມນິຍົມຂອງຫວຽດນາມ ເພື່ອສືບຕໍ່ຊີ້ນຳການພັດທະນາປະເທດຂອງພວກເຮົາໃນໄລຍະຕໍ່ໄປ.
ໃນທາງປະຕິບັດ, ຫວຽດນາມກຳລັງສຸມໃສ່ການບັນລຸເປົ້າໝາຍໃນການເປັນປະເທດກຳລັງພັດທະນາທີ່ມີພື້ນຖານອຸດສາຫະກຳທີ່ທັນສະໄໝ ແລະມີລາຍໄດ້ປານກາງສູງພາຍໃນປີ 2030 ແລະການບັນລຸວິໄສທັດໃນການເປັນປະເທດພັດທະນາແລ້ວ ທີ່ມີລາຍໄດ້ສູງພາຍໃນປີ 2045. ເພື່ອບັນລຸເປົ້າໝາຍນີ້, ຈຳເປັນຕ້ອງສ້າງໄລຍະເວລາຂອງການເຕີບໂຕສອງຕົວເລກທີ່ສູງຢ່າງຕໍ່ເນື່ອງ, ທັງດ້ານປະລິມານແລະຄຸນນະພາບ, ໂດຍອີງໃສ່ຮູບແບບການເຕີບໂຕໃໝ່ທີ່ມີເສດຖະກິດພູມປັນຍາ, ເສດຖະກິດດິຈິຕອນ, ເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ ເປັນເສົາຄ້ຳ; ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດິຈິຕອນ ຕ້ອງກາຍເປັນແຮງຂັບເຄື່ອນຫຼັກ ຂອງການພັດທະນາທີ່ມີຄຸນນະພາບສູງຢ່າງແທ້ຈິງ... ຄວາມປາດຖະໜາອັນຍິ່ງໃຫຍ່, ການກ້າວເດີນທີ່ໝັ້ນຄົງ! ເຮົາຕ້ອງການມະຫັດສະຈັນແຫ່ງການພັດທະນາໃນສະຕະວັດທີ 21 ທີ່ສ້າງຂຶ້ນໂດຍມືແລະສະໝອງຂອງ “ລູກຫຼານຂອງລ້າກແລະໂຮ່ງ”.
ການຜັນຂະຫຍາຍປະຕິບັດບັນດາໜ້າທີ່ຍຸດທະສາດຢ່າງຄົບຊຸດ ຄື: ການພັດທະນາເສດຖະກິດ, ສັງຄົມ ແລະ ການປົກປ້ອງສິ່ງແວດລ້ອມເປັນຈຸດໃຈກາງ; ການສ້າງພັກເປັນກຸນແຈສຳຄັນ; ການພັດທະນາວັດທະນະທຳແລະມະນຸດ ເປັນພື້ນຖານ; ການເພີ່ມທະວີການປ້ອງກັນປະເທດ, ຮັກສາຄວາມໝັ້ນຄົງ ແລະຊຸກຍູ້ການພົວພັນຕ່າງປະເທດ ແລະການເຊື່ອມໂຍງສາກົນ ເປັນສິ່ງສຳຄັນແລະເປັນປະຈຳ.
ການພັດທະນາທັງໝົດຕ້ອງຮັບປະກັນທິດທາງສັງຄົມນິຍົມ, ເສິມຂະຫຍາຍຂໍ້ດີຂອງລະບົບສັງຄົມນິຍົມໃຫ້ໄດ້ຫຼາຍທີ່ສຸດ; ການພັດທະນາທັງໝົດຕ້ອງຮັກສາສາລະສຳຄັນ, ກຽດສັກສີ ແລະ ເອກະລັກຂອງຫວຽດນາມໄວ້, ເພາະວ່າ “ຕາບໃດທີ່ວັດທະນະທຳຍັງຄົງຢູ່ ຊາດກໍ່ຍັງຄົງຢູ່; ຫາກວັດທະນະທຳສູນຫາຍ ຊາດກໍ່ຈະສູນຫາຍໄປ”; ການພັດທະນາທັງໝົດຕ້ອງ “ສ້າງຫໍຄອຍແຫ່ງໄຊຊະນະເທິງພື້ນຖານຂອງປະຊາຊົນ” ໂດຍຮູ້ຈັກເພິ່ງພາປະຊາຊົນ, ພ້ອມທັງໃຫ້ຄຸນຄ່າແກ່ຄວາມເຂັ້ມແຂງ, ສັນຕິພາບ ແລະ ຄວາມໝັ້ນຄົງຂອງປະຊາຊົນ... ເຊິ່ງວັດຜົນໄດ້ດ້ວຍຜະລິດຕະພັນ ແລະຜົນໄດ້ຮັບທີ່ແນ່ນອນ, ຊັດເຈນ ແລະ ມີປະສິດທິພາບ. “ຕ້ອງເຮັດໃຫ້ທຸກປີ, ທຸກເດືອນ, ທຸກມື້ຫຼັງຈາກກອງປະຊຸມໃຫຍ່ມີຜົນໄດ້ຮັບທີ່ເປັນຮູບປະທຳ ແລະການປ່ຽນແປງທີ່ແທ້ຈິງ”(2).
ການສ້າງພັກກອມມູນິດຫວຽດນາມທີ່ສະອາດ, ໝັ້ນຄົງເຂັ້ມແຂງຮອບດ້ານ “ຊຶ່ງມີຄຸນທຳແລະອາລະຍະທຳ”, ແມ່ນເງື່ອນໄຂຕັດສິນສຳລັບໄຊຊະນະທັງໝົດ. “ພັກເຂັ້ມແຂງເພາະມີວິໄນທີ່ເຂັ້ມງວດ, ຄຸນສົມບັດສິນທຳປະຕິວັດ ແລະ ຈິດໃຈແຫ່ງການຮັບໃຊ້. ພະນັກງານ ແລະສະມາຊິກພັກທຸກຄົນຕ້ອງກວດສອບຕົນເອງ ແລະແກ້ໄຂຕົນເອງ; ປົກປ້ອງຕົນເອງຈາກສິ່ງລໍ້ລວງ; ຕ້ອງຮູ້ສຶກລະອາຍໃຈເມື່ອປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກ ແລະ ທຸກຍາກ; ຕ້ອງຖືວ່າກຽດສັກສີເປັນສິ່ງທີ່ສັກສິດແລະສູງສົ່ງ; ຖືວ່າຄວາມຊື່ສັດສຸຈະລິດເປັນຄຸນສົມບັດພື້ນຖານຂອງສິນທຳໃນການຮັບໃຊ້ສາທາລະນະ”(3). ອາລະຍະທຳແມ່ນຈຸດສູງສຸດຂອງວັດທະນະທຳ, ການສ້າງພັກທີ່ “ມີອາລະຍະທຳ” ໝາຍຄວາມວ່າ ພັກພະຍາຍາມທີ່ຈະເປັນສັນຍະລັກຂອງສະຕິປັນຍາ, ສິນທຳ, ຈິດສຳນຶກ ແລະວັດທະນະທຳຂອງຊາດ ແລະຍຸກສະໄໝຢ່າງແທ້ຈິງ, ຍົກລະດັບແລະປັບປຸງຄວາມສາມາດໃນການນຳພາ, ການກຳອຳນາດ ແລະກຳລັງສູ້ຮົບຢ່າງຕໍ່ເນື່ອງ, ເພື່ອໃຫ້ສາມາດນຳພາປະເທດແລະປະຊາຊົນໃນຍຸກປະຕິວັດໃໝ່, ດ້ວຍຄວາມຕ້ອງການທີ່ສູງຂຶ້ນ, ຍາກຂຶ້ນ ແລະເດັດຂາດຫຼາຍຂຶ້ນ, ເພື່ອສ້າງມະຫັດສະຈັນແຫ່ງການພັດທະນາໃນຍຸກສະໄໝໃໝ່.
ຜົນສຳເລັດອັນຍິ່ງໃຫຍ່ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ສະແດງໃຫ້ເຫັນເຖິງ “ເຈດຈຳນົງຂອງພັກທີ່ສອດຄ່ອງກັບຄວາມປາດຖະໜາຂອງປະຊາຊົນ”, ຄວາມເຊື່ອໝັ້ນທີ່ບໍ່ສັ່ນຄອນຂອງປະຊາຊົນທີ່ມີຕໍ່ພັກ ແລະສະທ້ອນໃຫ້ເຫັນເຖິງກຳລັງແຮງຂອງປະຊາຊົນ ແລະກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ. ຄວາມສາມັກຄີແມ່ນມູນເຊື້ອອັນລ້ຳຄ່າທີ່ສຸດຂອງຊາດເຮົາ, ເປັນແຫຼ່ງທີ່ມາຂອງພະລັງໃນການດຳລົງຢູ່ ແລະການພັດທະນາຢ່າງຍືນຍົງຂອງຊາດ, ເປັນເສັ້ນດ້າຍສີແດງທີ່ເຊື່ອມໂຍງຊາດ, ເປັນແນວທາງຍຸດທະສາດ ແລະມີຄວາມສຳຄັນທີ່ສຸດ ຕໍ່ການປະຕິວັດຫວຽດນາມ. ການຮັກສາຄວາມສາມັກຄີພາຍໃນພັກຄືກັບ “ການຮັກສາແກ້ວຕາຂອງຕົນ”; ຄວາມສາມັກຄີພາຍໃນພັກແມ່ນອົງປະກອບຫຼັກທີ່ແຜ່ຂະຫຍາຍຄວາມສາມັກຄີອັນຍິ່ງໃຫຍ່ຂອງຊາດ. ການສົ່ງເສີມ ແລະການປະຕິບັດປະຊາທິປະໄຕສັງຄົມນິຍົມຢ່າງກວ້າງຂວາງ ແລະເປັນຮູບປະທຳຫຼາຍຂຶ້ນ, ຄຽງຄູ່ກັບການເພີ່ມທະວີຫຼັກນິຕິທຳ ແລະການສ້າງລະບຽບວິໄນທາງສັງຄົມ; ເຮັດໃຫ້ວັດທະນະທຳປະຊາທິປະໄຕ ແລະວັດທະນະທຳເຄົາລົບກົດໝາຍສັງຄົມນິຍົມ ຝັງເລິກໃນຊີວິດສັງຄົມຫວຽດນາມ.
“ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຈັດຂຶ້ນໃນຂະນະທີ່ “ໂມງແຫ່ງປະຫວັດສາດ” ກຳລັງນັບຊ່ວງເວລາສຳຄັນທີ່ນຳໄປສູ່ປີ 2030 ເຊິ່ງເປັນຊ່ວງເວລາທີ່ພັກກອມມູນິດຫວຽດນາມຈະສະເຫຼີມສະຫຼອງຄົບຮອບ 100 ປີ ແຫ່ງການສ້າງຕັ້ງ, ການຕໍ່ສູ້, ການເຕີບໃຫຍ່ ແລະການພັດທະນາ. ບໍ່ເຄີຍມີຊ່ວງເວລາໃດທີ່ຄວາມປາດຖະໜາທີ່ຈະເຫັນຫວຽດນາມມີປະຊາທິປະໄຕ, ຈະເລີນຮຸ່ງເຮືອງ, ອາລະຍະທຳ ແລະ ມີຄວາມສຸກ ໄດ້ໃກ້ຊິດກັບພວກເຮົາຫຼາຍກວ່າປະຈຸບັນນີ້; ແຕ່ບໍ່ເຄີຍມີມາກ່ອນທີ່ເຮົາຈະຕ້ອງປະເຊີນກັບຄວາມທ້າທາຍຫຼາຍຢ່າງ, ຂໍ້ຮຽກຮ້ອງທີ່ຍາກລຳບາກຫຼາຍຢ່າງ ແລະແຮງກົດດັນໃນການແຂ່ງຂັນຫຼາຍຢ່າງ ຄືກັບໃນປະຈຸບັນ”(4).
ຊ່ວງເວລາທີ່ຕັດສິນຊະຕາກຳຂອງຊາດມາຮອດແລ້ວ! ໜ້າທີ່ທາງປະຫວັດສາດນີ້ບໍ່ອະນຸຍາດໃຫ້ປະຊາຊົນຫວຽດນາມຊັກຊ້າ ຫຼືພາດໂອກາດໃນການພັດທະນາໃນໄລຍະສຸດທ້າຍທີ່ສຳຄັນຂອງການປະຕິວັດຫວຽດນາມ. ເມື່ອເຫັນເປົ້າໝາຍແລ້ວ, ເຮົາຕັ້ງໃຈທີ່ຈະບໍ່ຍອມແພ້; ຖ້າມີເຈດຈຳນົງທີ່ຈະອອກໄປສູ່ທະເລເປີດ ເຮົາຕ້ອງ “ຈັບໄມ້ພາຍໃຫ້ໝັ້ນຄົງ”ເພື່ອເອົາຊະນະ “ຄື້ນລົມແຮງ”!
ປະຫວັດສາດໄດ້ພິສູດແລ້ວວ່າ, ໃນຈຸດເວລາສຳຄັນທີ່ປ່ຽນແປງຊະຕາກຳຂອງຊາດ, ຖ້າເຮົາຮູ້ວິທີປຸກລະດົມຄວາມຮັກຊາດ, ຄວາມພາກພູມໃຈໃນຊາດ ແລະຄວາມເຄົາລົບຕົນເອງ, ປົດປ່ອຍພະລັງອັນຍິ່ງໃຫຍ່ແຫ່ງຄວາມສາມັກຄີຂອງຊາດ, ປະສານສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ, ກຳປັ່ນປະຕິວັດຫວຽດນາມ ຈະຜ່ານພົ້ນກະແສນ້ຳຊ່ຽວກາດ, ລົມແຮງແລະພະຍຸຝົນຟ້າຄະນອງທັງໝົດ ເພື່ອໄປເຖິງຝັ່ງແຫ່ງກຽດຕິຍົດ.
“ພາຍໃຕ້ທຸງອັນສະຫງ່າລາສີຂອງພັກ, ພວກເຮົາຈົ່ງຮ່ວມແຮງຮ່ວມໃຈກັນ, ຍຶດໝັ້ນໃນສາສັດທາ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍສະຕິປັນຍາ ແລະປຸກຕື່ນຄວາມມຸ່ງຫວັງ;... ເພື່ອໃຫ້ປະຊາຊົນໄດ້ເຫັນ, ເຊື່ອ, ສະໜັບສະໜູນ, ຮ່ວມທາງ ແລະ ໄດ້ຮັບຜົນປະໂຫຍດ”(5).
***
ຈຸດເວລາທີ່ຕັດສິນຊະຕາກຳຂອງຊາດມາເຖິງແລ້ວ! ສຽງຮຽກຮ້ອງຈາກບ້ານເກີດເມືອງນອນດັງກ້ອງກັງວານ, ສຽງກອງແຫ່ງຍຸກສະໄໝດັງກ້ອງ ກະຕູ້ນໃຫ້ເຮົາກ້າວໄປຂ້າງໜ້າ, ພະລັງແລະຄວາມເຂັ້ມແຂງຊາດກຳລັງເພີ່ມສູງຂຶ້ນ, ພຸ່ງທະຍານຂຶ້ນຄືກັບຄື້ນຍັກ, ປະຊາຊົນເຕັມໄປດ້ວຍຄວາມຄາດຫວັງ ສາມັກຄີກັນເປັນໜຶ່ງດຽວ ກ້າວໄປຂ້າງໜ້າສູ່ຍຸກໃໝ່, ມຸ່ງສູ່ອະນາຄົດທີ່ສົດໃສແລະຮຸ່ງເຮືອງຂອງປະເທດ ເພື່ອຫວຽດນາມທີ່ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຈະເລີນຮຸ່ງເຮືອງ, ມີອາລະຍະທຳ ແລະ ມີຄວາມສຸກ, ກ້າວໄປສູ່ສັງຄົມນິຍົມຢ່າງໝັ້ນຄົງ./.
ວາລະສານກອມມູນິດ
--------------
(1) ສຈ, ປອ. ໂຕເລິມ: “ຄວາມເຂົ້າໃຈພື້ນຖານບາງຢ່າງກ່ຽວກັບຍຸກໃໝ່, ຍຸກແຫ່ງການກ້າວໜ້າພັດທະນາຂອງຊາດ”, ວາລະສານກອມມູນິດ, ສະບັບທີ 1050, ເດືອນພະຈິກ 2024, ໜ້າ 3
(2), (3) ສຈ, ປອ. ໂຕເລິມ: “ບົດລາຍງານກ່ຽວກັບເອກະສານທີ່ຍື່ນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ”, ວາລະສານກອມມູນິດເອເລັກໂຕຣນິກ, ວັນທີ 20 ມັງກອນ 2026, https://www.tapchicongsan.org.vn/web/guest/media-story/-/asset_publisher/V8hhp4dK31Gf/content/bao-cao-ve-cac-van-kien-trinh-dai-hoi-xiv-cua-dang-cong-san-viet-nam
(4), (5) ສຈ, ປອ. ໂຕເລິມ: “ບົດລາຍງານກ່ຽວກັບເອກະສານທີ່ຍື່ນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ”, ປຶ້ມທີ່ໄດ້ແນະນຳ