ວກ. - ການຮັບປະກັນຄວາມປອດໄພທາງສັງຄົມ ​ແມ່ນ​ໜ້າ​ທີ່​ປະຈຳ​ທີ່​ສຳຄັນ,​ແມ່ນ​ຄວາມ​ຮັບຜິດຊອບ​ຂອງລະບົບ​ການ​ເມືອງ​ແລະ​ສັງຄົມ​ທັງ​ໝົດ. ​ໃນ​ໄລຍະກວ່າ 2 ປີ​ແຫ່ງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ກໍ່​ຄື​ໃນ “ສະພາບ​ປົກກະຕິ​ໃໝ່”, ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ​ແລະສັງຄົມ ​ໄດ້​ແນະນຳ​ໃຫ້​ພັກ ​ແລະ ລັດຖະບານ​ອອກ​ມະຕິ​ສຳຄັນ​ຫຼາຍ​ສະບັບ ທີ່​ມີ​ລັກສະນະ​ບຸກທະລຸ​ແລະ​ທັນ​ການ ​ໃນ​ການ​ຮັບປະກັນຄວາມ​ປອດ​ໄພ​ທາງ​ສັງຄົມ ສໍາລັບຜູ້​ຄົນແລະທຸລະກິດຫຼາຍສິບລ້ານຄົນ.

 

ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຂອງສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ ຝູ​ຈ້ອງ “ການ​ປົກ​ປັກ​ຮັກ​ສາ​ສຸ​ຂະ​ພາບ ແລະ ຊີ​ວິດ​ຂອງ​ປະ​ຊາ​ຊົນ​ເປັນ​ອັນ​ດັບ​ໜຶ່ງ ​ແລະ ສຳຄັນ​ທີ່​ສຸດ” ​ແລະ ຕໍ່ໜ້າ​ການ​ຜັນ​ແປ​ຢ່າງ​ສັບສົນ​ແລະ​ຄາດ​ເດົາ​ໄດ້​ຍາກ ​ຂອງການ​ແຜ່​ລະບາດ​ຂອງ​ພະຍາດໂຄ​ວິດ-19, ພັກ​ແລະ​ລັດ​ຫວຽດນາມ​ໄດ້​ມີ​ການ​ຊີ້​ນຳ​ຫຼາຍ​ຢ່າງ​ທີ່​ຖືກຕ້ອງ, ທັນ​ການ ​ແລະ ​ໄຫວ​ພິບ; ສະພາ​ແຫ່ງ​ຊາດ, ລັດຖະບານ, ນາຍົກລັດຖະມົນ​ຕີ ດ້ວຍ​ທິດ​ນຳ “ທັງ​ເຮັດ​ທັງ​ຖອດ​ຖອນ​ບົດຮຽນ” ​ໄດ້​ປະກາດ​ໃຊ້​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ວິທີ​ແກ້​ໄຂ​ຫຼາຍ​ຢ່າງ ​ເພື່ອ​ແນ​ໃສ່​ປະຕິບັດ​ເປົ້າ​ໝາ​ຍຄູ່ “ທັງ​ປ້ອງ​ກັນ​ແລະຄວບ​ຄຸມ​ພະຍາດ ​ແລະ ທັງ​ພັດທະນາ​ເສດຖະກິດ-ສັງຄົມ”, ປະກອບສ່ວນ​ແບ່ງປັນ​ແລະ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ ທຸລະ​ກິດ, ສະໜັບສະໜູນ​ຊ່ວຍ​ເຫຼືອວິ​ສາ​ຫະກິດ ຜູ້​ຄົນ ຜູ້​ອອກ​ແຮງ​ງານ ​ເຊິ່ງສຸມ​ໃສ່ 3 ກຸ່ມ​ນະ​ໂຍບາຍ: ກຸ່ມ​ນະ​ໂຍບາຍ​ປ້ອງ​ກັນ​ແລະ​ຄວບ​ຄຸມພະຍາດ, ກຸ່ມ​ນະ​ໂຍບາຍ​ຮັບປະກັນຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ກຸ່ມ​ນະ​ໂຍບາຍສະໜັບສະ​ໜູນການ​ຟື້ນ​ຟູ​ການ​ຜະລິດ​ແລະ​ທຸລະ​ກິດ.

ສະຫາຍ ຟ້າມ ມິງຈີ໊ງ ກຳມະການກົມການເມືອງສູນກາງ, ນາຍົກລັດຖະມົນຕີ ຢ້ຽມຢາມຖາມຂ່າວແລະໃຫ້ກຳລັງໃຈຊາວປະມົງ ທີ່ພວມຈອດເຮືອຫາປາ ຢູ່ທ່າກຳປັ່ນປະມົງ ຕາແສງ ກ່າໜາ, ເມືອງທ້ວນນາມ, ແຂວງນິງທ້ວນ _ພາບ: TTXVN

ການ​ແຜ່​ລະບາດ​ໃຫຍ່​ຂອງ​ພະຍາດໂຄ​ວິດ-19, ​ໂດຍ​ສະ​ເພາະ​ການ​ລະບາດ​ຄັ້ງ​ທີ 4 ​ໄດ້​ສົ່ງ​ຜົນ​ກະທົບອັນ​ຮ້າຍ​ແຮງ​ຕໍ່​ແຮງ​ງານ, ວຽກ​ເຮັດ​ງານ​ທຳ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ​ຂອງ​ປະຊາຊົນ. ຕາມ​ຂໍ້​ມູນ​ຂອງ​ກົມ​ໃຫຍ່​ສະຖິຕິ, ຄາດ​ວ່າຈຳນວນ​ຜູ້​ສູນ​ເສຍ​ວຽກ​ເຮັດ​ງານ​ທຳ​ກວມ​ປະມານ 5% ​ແລະຄົນ​ທີ່ຕ້ອງ​ຢຸດງານ​ ຫຼື​ຢຸດການ​ຜະລິດທຸລະ​ກິດຊົ່ວຄາວ​ແມ່ນ 32%; ເກືອບ 50% ຂອງຄົນມີ​ເວລາ​ເຮັດ​ວຽກ​ຫຼຸດ​ລົງ ຫຼືຖືກບັງຄັບ​ໃຫ້​ຢຸດ​ງານສະຫຼັບ; ປະມານ 80% ຂອງຄົນ​ງານມີລາຍໄດ້ຫຼຸດລົງ. ລາຍ​ໄດ້​ສະ​ເລ່ຍຕໍ່​ເດືອນ​ຂອງຄົນງານ​​ໃນ​ໄຕ​ມາດ​ທີສາມປີ 2021 ແມ່ນ 5,2 ລ້ານ​ດົ່ງ, ຫຼຸດ​ລົງ 877 ພັນ​ດົ່ງ ເມື່ອ​ທຽບ​ກັບ​ໄຕ​ມາດ​ທີສອງ ແລະຫຼຸດ 603 ພັນ​ດົ່ງ ​​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນີ້​ແມ່ນ​ການ​ຫຼຸດ​ລົງ​ຫຼາຍ​ພໍ​ຄວນ, ​ເຮັດ​ໃຫ້​ກຳລັງ​ຊື້​ຂອງ​ຕະຫຼາດ​ອ່ອນ​ແອລົງ ​ແລະ ສົ່ງ​ຜົນ​ເສຍ​ຕໍ່​ຊີວິດ​ຂອງ​ຄົນ​ງານ.

​ໃນ​ສະຖານະ​ການ​ດັງ​ກ່າວ, ​ເພື່ອປະຕິບັດ​ພາລະ​ໜ້າ​ທີ່​ທີ່​ໄດ້ຮັບມອບ​ໝາຍ, ກ່ອນອື່ນ​ໝົດ, ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ​ແລະສັງຄົມ ​ໄດ້​ເປັນ​ເຈົ້າ​ການສະ​ເໜີ​ກັບ​ພັກ, ລັດຖະບານ​ໃຫ້​ຜັນ​ຂະຫຍາຍບັນດາ​ນະ​ໂຍບາຍ​ສັງຄົມ​ຢ່າງ​ເປັນ​ແບບ​ສະບັບ ພື້ນຖານ ​ໂດຍ​ສຸມ​ໃສ່​ເບິ່ງ​ແຍງ​ດູ​ແລ​ບັນດາ​ຜູ້​ທີ່ມີ​ຄຸນງາມຄວາມດີ​ຕໍ່ການ​ປະຕິວັດ, ຜູ້​ໄດ້​ຮັບ​ການອຸປະຖຳທາງ​ສັງຄົມ, ຜູ້​ດ້ອຍ​ໂອກາດ,... ​ໂດຍ​ສະ​ເພາະ ​ໃນ​​ເວລາ​ທີ່​ທົ່ວ​ປະ​ເທດ​ຖືກ​ຜົນກະທົບ​ຢ່າງ​ໜັກໜ່ວງ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ​ໃຫ້​ຄຳ​ປຶກສາ​ສະ​ເໜີ​ໃຫ້​ລັດຖະບານປະກາດ​ໃຊ້ດຳລັດ 2 ສະບັບ ​ທີ່​ກຳນົດ​ເນື້ອ​ໃນ​ລະອຽດ​ຂອງບາງ​ມາດຕາ​ໃນ​ກົດດຳ​ລັດ​ວ່າ​ດ້ວຍ​ການ​ໃຫ້​ຄ່າ​ຕອບ​ແທນ​ພິ​ເສດ​ແກ່ຜູ້ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ (ປີ 2020), ຮັບປະກັນ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດເປັນ​ຢ່າງ​ດີ ທັງ​ທາງ​ດ້າວັດຖຸ​ແລະ​ຈິດ​ໃຈ; ຂະຫຍາຍ​ການ​ປົກ​ຫຸ້ມ​ຂອງ​ນະ​ໂຍບາຍ​ ແລະ ຍົກ​ສູງ​ມາດ​ຕະ​ຖານ​ການ​ຊ່ວຍ​ເຫຼືອ​ສັງ​ຄົມ​ ​ໂດຍ​ຜ່ານ​ການ​ເປັນ​ທີ່​ປຶກສາ​ໃຫ້​ລັດຖະບານ​ປະກາດ​ໃຊ້​ດຳລັດ​ເລກທີ 20/2021/NĐ-CP, ລົງ​ວັນ​ທີ 15 ມີນາ 2021, ກ່ຽວ​ກັບ​ການ​ກຳນົດ​ນະ​ໂຍບາຍການ​ຊ່ວຍ​ເຫຼືອ​ທາງ​ສັງ​ຄົມ ​ສໍາ​ລັບ​ຜູ້​ໄດ້​ຮັບ​ການອຸປະຖຳ​ທາງ​ສັງ​ຄົມ​, ເພີ່ມມາດ​ຕະ​ຖານ​ການ​ຊ່ວຍ​ເຫຼືອທາງ​ສັງ​ຄົມ ​ໃຫ້​ຜູ້​ໄດ້​ຮັບ​​ການອຸປະຖຳ​ທາງ​ສັງ​ຄົມ ​ແຕ່​ວັນ​ທີ 1 ກໍລະກົດ 2021 ເປັນ 360.000 ດົ່ງ/ເດືອນ, ​ຂະ​ຫຍາຍ​ໄປ​ໃຫ້​ກຸ່ມ​ເປົ້າ​ໝາຍຈຳນວນ​ໜຶ່ງ; ຍື່ນ​ສະ​ເໜີຢ່າງ​ທັນ​ການ​ ໃຫ້​ຄະນະ​ເລຂາທິການ​ສູນ​ກາງ​ພັກ ອອກ​ຄຳ​ສັ່ງ​ເລກ​ທີ 05-CT/TW, ລົງ​ວັນ​ທີ່ 23 ມິຖຸນາ 2021, ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ຕໍ່​ວຽກ​ງານ​ການຫຼຸດຜ່ອນຄວາມທຸກ​ຍາກ​ຢ່າງ​ຍືນ​ຍົງ​ຮອດ​ປີ 2030; ໃຫ້ຄຳປຶກສາໃຫ້​ລັດຖະບານ ປະກາດ​ໃຊ້​ດຳລັດ​ເລກທີ 108/2021/NĐ-CP, ລົງ​ວັນ​ທີ 7 ທັນວາ 2021, ວ່າ​ດ້ວຍ​ການ​ປັບ​ເງິນ​ບໍານານ, ເງິນ​ອຸດໜູນ​ປະກັນ​ສັງຄົມ ​ແລະ ເງິນ​ອຸດໜູນ​ລາຍ​ເດືອນ (ມີ​ຜົນບັງຄັບ​ໃຊ້​ແຕ່​ວັນ​ທີ 1 ມັງກອນ 2022), ໂດຍ​ເພີ່ມຂຶ້ນ 7,4% ຂອງ​ເງິນ​ບໍານານ, ເງິນອຸດໜູນປະກັນສັງຄົມ, ເງິນອຸດໜູນລາຍເດືອນ ສໍາລັບຜູ້​ໄດ້​ຮັບ​ເງິນບໍານານຕໍ່າ, ຜູ້ກະສຽນອາຍຸກ່ອນປີ 1995; ​ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ​ທາງ​ດ້ານ​ຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ, ລັດຖະບານ​ໄດ້​ລົງ​ນາ​ໃນ​ສັນຍາ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ສ.​ເກົາຫຼີ ກ່ຽວ​ກັບ​ການ​ປະກັນ​ສັງຄົມ​ກັບ​ລັດຖະບານ ສ.​ເກົາຫຼີ. ນີ້​ແມ່ນສັນຍາ​ລະດັບ​ລັດຖະບານສະບັບ​ທຳ​ອິດ​ ກ່ຽວ​ກັບການ​ປະກັນ​ສັງຄົມ ​ທີ່ຫວຽດນາມ​ໄດ້​ລົງ​ນາມ​ກັບ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ, ຮັບປະກັນ​ສິດ​ແລະຜົນປະ​ໂຫຍ​ດທີ່​ຖືກຕ້ອງ​ຕາມ​ກົດໝາຍ ສຳລັບ​ຄົນ​ງານ​ຂອງ 2 ປະ​ເທດ.    

ທີ​ສອງ, ໃຫ້ຄຳປຶກສາໃຫ້ລັດຖະບານ, ນາຍົກລັດຖະມົນຕີ ອອກ​​ແຜນ​ນະ​ໂຍບາຍ​ແລະນະ​ໂຍບາຍຫຼາຍ​ສະບັບ, ​ລວມທັງ​ນະ​ໂຍບາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ​ເຊັ່ນ: ມະຕິ​ເລກທີ 68/NQ-CP, ລົງ​ວັນ​ທີ 1 ກໍລະກົດ 2021 ວ່າ​ດ້ວຍ​ນະໂຍບາຍໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ແລະ​ຜູ້​ຈ້າງ​ງານ​ທີ່​ປະສົບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ມະຕິ​ເລກທີ 116/NQ-CP, ລົງ​ວັຍ​ທີ 24 ກັນຍາ 2021 ວ່າ​ດ້ວຍ​ນະ​ໂຍບາຍ​ໃຊ້​ກອງທຶນປະກັນ​ການຫວ່າງ​ງານ​ ເພື່ອ​ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ​ແລະ​ຜູ້​ຈ້າງ​ງານ​ທີ່​ຖືກຜົນ​ກະທົບ​ຈາກການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19; ດຳ​ເນີນ​​ຫຼາຍ​ມາດ​ຕະການ​ແກ້​ໄຂ, ອອກ​ຊຸດ​ໜູນ​ຊ່ວຍ​ທັນ​ການ​ຫຼາຍ​ຢ່າງ ​ໃຫ້​ແກ່​ປະຊາຊົນ, ຜູ້​ອອກແຮງງານ, ຜູ້​ຈ້າງ​ງານ, ຊ່ວຍ​ໃຫ້​ພວກ​ເຂົາ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ. ອາດ​ຈະ​ຢືນຢັນ​ໄດ້​ວ່າ, ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ປະຊາຊົນ​ແລະ​ວິ​ສາ​ຫະກິດ​ທີ່​ຖືກ​ຜົນ​ກະທົບຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ໂດຍ​ສະ​ເພາະ​ແມ່ນ ມະຕິ​ເລກທີ 68/NQ-CP ​ແລະ ຂໍ້​ຕັດສິນ​ຕົກລົງ​ເລກທີ 23/2021/QĐ-TTg ວ່າ​ດ້ວຍການໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ ​ແລະ​ຜູ້​ຈ້າງ​ງານ ທີ່​ປະສົບກັບ​ຄວາມ​ຫຍຸ້ງຍາກ​ຍ້ອນພະຍາດ​ໂຄ​ວິດ-19 ທີ່​ໄດ້​ຮັບ​ການ​ຜັນຂະຫຍາຍ​ໃນ​ທິດ​ທາງທີ່ຖືກຕ້ອງ, ​ແທດ​ຈິ​ງ, ສູ່​ກຸ່ມ​ເປົ້າ​ໝາຍທີ່ຖືກຕ້ອງ. ມະຕິ​ສອງ​ສະບັບ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ດ້ວຍ​ຂັ້ນ​ຕອນ​ທີ່​ເປີດ​ກວ້າງ, ​ໂດຍຫຼຸດ​ຂັ້ນ​ຕອນລົງ 2/3, ຫຼຸດ​ເວລາ​​ລົງ 2/3 ​ເມື່ອ​ທຽບກັບ​ນະ​ໂຍບາຍ​ທີ່​​ອອກກ່ອນ​ໜ້າ​ນີ້.

ຜົນ​ທີ່​ໄດ້​ຮັບ​ຄື, ​ໃນ​​ເວລາ​ພຽງ​ສອງ​ສາມ​ເດືອນ, ພາຍ​ໃຕ້​ເງື່ອນໄຂທີ່​ຫຍຸ້ງຍາກ​ລຳບາກ, ໃນ​ສະພາບ​ການ​ທ້ອງ​ຖິ່ນ​ປະຕິບັດ​ການ​​ເວັ້ນ​ໄລຍະ​ຫ່າງ​ທາງ​ສັງຄົມ ​ແລະ ​ເພີ່ມ​ທະວີ​ການ​ເວັ້ນ​ໄລຍະ​ຫ່າງ​ທາງ​ສັງຄົມ, ການ​ປະຕິບັດ​ມະຕິ​ເລກທີ 68/NQ-CP ​ແລະ ມະຕິ​ເລກທີ 116/NQ-CP ​ໄດ້​ນຳ​ມາ​ເຊິ່ງປະສິດທິຜົນ​​ຕົວ​ຈິງ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຢ່າງ​ສູງ​ຈາກປະຊາຊົນ, ຜູ້​ອອກ​ແຮງ​ງສນ ແລະ ຜູ້ຈ້າງງານ. ນີ້​ແມ່ນ​ນະ​ໂຍບາຍທີ່​ເປັນ​ມະນຸດ​ອາລະຍະ​ທຳ, ສະ​ແດງຄວາມ​ຫ່ວງ​ໄຍ​ແລະການສະໜັບສະໜູນ​​ປະຊາຊົນ​ແລະຜູ້​ອອກ​ແຮງ​ງານ​ ຂອງ​ພັກ​ແລະລັດ, ການຮ່ວມ​ແຮງຮ່ວມ​ໃຈ​​ກັນ​ຂອງປະຊາຊົນ​​ ເພື່ອຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ.

ຈາກ​ບັນດາ​ນະ​ໂຍບາຍ​ນີ້​ແລະການຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ປະຊາຊົນ​ແລະ​ຜູ້​ອອກ​ແຮງ​ງານ​ສ່ວນ​ຫຼາຍ ​ໄດ້​ເປັນ​ເຈົ້າ​ການ​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ​ແລະ​ບືນ​ຕົວ​ຂຶ້ນ, ວິ​ສາ​ຫະກິດ​ສ່ວນ​ໃຫຍ່​ໄດ້ແບ່ງປັນກັບຜູ້​ອອກ​ແຮງ​ງານ ​ແລະ ຮ່ວມມືກັນເພື່ອເອົາຊະນະໂລກລະບາດ.

ບັນດາ​ນະ​ໂຍບາຍ​ບໍ່​ພຽງ​ແຕ່​ມຸ່ງ​ເປົ້າ​ໄປທີ່​ຜູ້​ອອກ​ແຮງ​ງານ​ເທົ່າ​ນັ້ນ ​ແຕ່​ຍັງ​ລວມ​ເຖິງຜູ້​ທີ່​ດ້ອຍ​ໂອກາດ​ ເຊັ່ນ: ຜູ້​ເຖົ້າ, ເດັກ​ກຳພ້າ, ຄົນ​ພິການ​,... ​ແລະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດຢ່າງ​ຕັ້ງໜ້າ, ວ່ອງ​ໄວ ​ແລະ​ ງ່າຍ​ໃນ​ການ​ເຂົ້າ​ເຖິງ​ປະຊາຊົນ.

ຄຽງ​ຂ້າງ​ນັ້ນ, ຈາກ​ມະຕິ​ເລກທີ 68/NQ-CP, ຫຼາຍ​ແຂວງ, ນະຄອນ​ໄດ້​​ຜັນ​ຂະຫຍາຍ ​ແລະ ສ້າງຮູບ​ແບບ​ການ​ໜູນ​ຊ່ວຍປະຊາຊົນ​ທີ່​ຫຼາກ​ຫຼາຍ ​ເຊັ່ນ ​ຖົງ​ນິລະ​ໄພ, ຖົງ​ອາຫານ​ໃຫ້​ແຕ່​ລະຄົວ​ເຮືອນ​ໃນພື້ນ​ທີ່ດຳ​ເນີນ​ການ​ເວັ້ນ​ໄລຍະ​ຫ່າງ​ທາງ​ສັງຄົມ ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ສະຫງົບ​ປອດ​ໄພ​ ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ. ​ໃນ​ປີ 2021 ພຽງ​ປີ​ດຽວ, ຜ່ານ​ການ​ປະຕິບັດ​ມະຕິ​ເລກທີ 68/NQ-CP ​ແລະ​ມະຕິ​ເລກທີ 116/NQ-CP, ສູນ​ກາງ​ແລະ​ທ້ອງ​ຖິ່ນ​ໄດ້​ໃຊ້​ງົບປະມານທັງ​ໝົດ 74.106 ຕື້​ດົ່ງ ​​ເພື່ອ​ປະຕິບັດ​ນະ​ໂຍບາຍ, ໜູນ​ຊ່ວຍ​ຜູ້​ຈ້າງ​ງານຈຳນວນ 741.930 ຄົນ (ມູນຄ່າ 13.033 ຕື້ດົ່ງ), ໜູນ​ຊວຍ​ຜູ້​ອອກ​ແຮງ​ງານ​ແລະ​ກຸ່ມ​ເປົ້າ​ໝາຍ​ອື່ນ 43.780.000 ຄົນ (ມູນ​ຄ່າ 61.073 ຕື້​ດົ່ງ). ​ໃນ​ນັ້ນ, ປະຕິບັດມະຕິ​ເລກທີ 68/NQ-CP (​ເສີມ​ດ້ວນ​ມະຕິ​ເລກທີ 126/NQ-CP, ລົງ​ວັນ​ທີ 8 ຕຸລາ 2021 ປັບປຸງ​ເພີ່ມ​ເຕີມມະຕິ​ເລກທີ 68/NQ-CP ລົງ​ວັນ​ທີ 1 ກໍລະກົດ 2021, ຂອງ​ລັດຖະບານ​ ວ່າ​ດ້ວຍ​ບາງ​ນະ​ໂຍບາຍ​ໜູນຊ່ວຍ​ຊາວຜູ້​ອອກ​ແຮງ​ງານ ​ແລະ ຜູ້​ຈ້າງ​ງານ​ທີ່​ປະສົບກັບ​ຄວາມ​ຫຍຸ້ງຍາກຍ້ອນ​ການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19) ​ແລະ ​ຂໍ້​ຕັດສິນ​ຕົກລົງ​ເລກ​ທີ່ 23/2021/QĐ-TTg (ເສີມ​ດ້ວຍຂໍ້​ຕັດສິນ​ຕົກລົງ​ເລກ​ທີ່ 33/2021/QĐ-TTg, ລົງ​ວັນ​ທີ 6 ພະ​ຈິດ 2021, ຂອງ​ນາຍົກລັດຖະມົນຕີ: ປັບປຸງ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງຂໍ້​ຕັດສິນ​ຕົກລົງ​ເລກ​ທີ່ 23/2021/QĐ-TTg, ລົງ​ວັນ​ທີ 7 ກໍລະກົດ 2021, ຂອງ​ນາຍົກລັດຖະມົນຕີ ກຳນົດ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ຈຳນວນ​ໜຶ່ງ ​ເພື່ອ​ໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານແລະຜູ້ຈ້າງ​ງານ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19), ທົ່ວ​ປະ​ເທດ​ມີ​ຜູ້​ຈ້າງ​ງານ 378.330 ຄົນ, ຜູ້​ອອກ​ແຮງ​ງານ​ແລະ​ກຸ່ມ​ເປົ້າ​ໝາຍ​ອື່ນຫຼາຍ​ກວ່າ 30.900.000 ຄົນ​ ໄດ້​ຮັບ​ການ​ໜູນຊ່ວຍ​ຈາກ​ງົບປະມານ​ເປັນ​ເງິນ 35.991 ຕື້​ດົ່ງ. ປະຕິບັດ​ມະຕິ​ເລກທີ 116/NQ-CP ​ແລະ ຂໍ້​ຕັດສິນ​ຕົກລົງ​ເລກ​ທີ່ 28/2021/QĐ-TTg, ວັນ​ທີ 1 ຕຸລາ 2021, ຂອງ​ນາຍົກລັດ​ຖະມົນຕີ: ກຳນົດ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ໃຊ້​ກອງ​ທຶນ​ປະກັນ​ການຫວ່າງ​ງານ ເພື່ອໜູນ​ຊ່ວຍ​ຜູ້​ອອກ​ແຮງ​ງານ ແລະ ຜູ້ຈ້າງ​ງານ​ທີ່ຖືກ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19, ມີ​ຜູ້​ຈ້າງ​ງານ 363.600 ຄົນ ​ແລະ ຜູ້​ອອກ​ແຮງ​ງານ 12.860.000 ຄົນ ທີ່ໄດ້​ຮັບ​ເງິນ​ໜູນຊ່ວຍ​ເກືອບ 38.115 ຕື້ດົ່ງ ຈາກກອງ​ທຶນ​ປະກັນ​ການ​ຫວ່າງ​ງານ.

​ເຖິງ​ວ່າ​ແຫຼ່ງກຳລັງ​ບໍ່​ທັນຫຼາຍ​ກໍ່ຕາມ, ​ແຕ່​ກໍ່​ໄດ້​ຕອບ​ສະໜອງຄວາມຕ້ອງການ​ອັນ​ຮີບ​ດ່ວນ​ຂອງ​ວຽກ​ງານ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ໜູນ​ຊ່ວຍເສດຖະກິດ, ພິ​ເສດ​ແມ່ນ ​ບັນດາສູນ​ກາງ, ບັນດາ​ພື້ນ​ທີ່​ສຳຄັນ​ ​ໃຫ້ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ໝາກຜົນ​ທີ່​ບັນລຸ​ໄດ້ນັ້ນ ​ແມ່ນ​ຍ້ອນ​ການ​ເຂົ້າ​ຮ່ວມ​ຢ່າງ​​ແຂງ​ຂັນ, ຄວາມ​ຕັດສິນ​ໃຈ​ສູງ​ສຸດ ​ຂອງ​ທົ່ວ​ລະບົບ​ການ​ເມືອງ, ປະຊາຊົນ​ທົ່ວ​ປະ​ເທດ ​ແລະ ກຳລັງ​ແຖວ​ໜ້າ​ໃນ​ການ​ຕ້ານ​ພະຍາດ​ລະບາດ ​ເຊິ່ງ​ໄດ້​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ຄວາມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ລະດົມ​ທຸກ​ແຫຼ່ງກຳລັງ ​ເພື່ອຄວບ​ຄຸມ​ການ​ແຜ່​​ລະບາດຂອງ​ພະຍາດ, ປົກ​ປັກ​ຮັກສາ​ສຸຂະພາບ, ​ເບິ່ງ​ແຍງ​ດູ​ແລ​ແລະຮັກສາ​ຊີວິດ​ການ​ເປັນ​ຢູ່ ​ຂອງ​ປະຊາຊົນ​ໃຫ້​ໝັ້ນຄົງ, ຄວາມພະຍາຍາມ​ຮັກສາ​ການ​ຜະລິດ​ແລະ​ທຸລະ​ກິດ. ພ້ອມ​ກັນ​ນັ້ນ​ແມ່ນ​ຄວາມ​ພະຍາຍາມອັນ​ພົ້ນ​ເດັ່ນ​ຂອງ​ທຸກ​ຂັ້ນ ທຸກຂະ​ແໜງ​ການ, ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ​ເພື່ອ​ໃຫ້​ຕະຫຼາດ​ແຮງ​ງານ​ຟື້ນ​ຕົວຢ່າງ​ໄວວາໃນຊຸມເດືອນສຸດທ້າຍຂອງປີ 2021 ​ແລະ ​ເລີ່ມສ້າງ “​ແຮງ​ກະ​ໂດດ” ທີ່ເຂັ້ມແຂງສໍາລັບ​ໄລຍະຕໍ່ໄປ.

ໂດຍຕິດຕາມການປ່ຽນ​ແປງຂອງຕະຫຼາດແຮງງນຢ່າງໃກ້ຊິດ, ຂະ​ແໜງ​ການ​ແຮງ​ງານ, ທະຫານ​ເສຍ​ອົງຄະ​ແລະສັງຄົມ ​ໄດ້​ສຸມ​ໃສ່​ໃຫ້​ຄຳ​ປຶກສາ, ກ່າວ​ເຕືອນ​ ແລະ​ສະເໜີ​ໃຫ້​ປະຕິບັດ​ມາດ​ຕະການ​ຕ່າງໆ​ຢ່າງ​ທັນ​ການ ​ເພື່ອ​ຜ່ານ​ຜ່າ​ສະພາບການ​ແຕກ​ຫັກ​ຂອງ​ຕ່ອງ​ໂສ້​ການ​ສະໜອງ​ແຮງ​ງານ​ພາກສ່ວນ, ຮັກສາ​ສະຖຽນ​ລະ​ພາບ​ຂອງ​ຕະຫຼາດ​ແຮງ​ງານ; ຕັ້ງໜ້າ​ແລະ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນຄວ້າ ສະ​ເໜີ​ຕໍ່​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ ​ແລະ​ລັດຖະບານ ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຟື້ນ​ຟູ ​ແລະ ບັນດານະ​ໂຍບາຍ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ ຕໍ່ໜ້າ​ຜົນ​ກະທົບ​ຈາກການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ​ໃນ​ໂຄງການ​ຟື້ນ​ຟູ​ແລະພັດທະນາ​ຕະຫຼາດ​ແຮງ​ງານ ​ໄປ​ຄຽງ​ຄູ່​ກັບ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມນັ້ນ, ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ​ແລະສັງຄົມ ​ໄດ້​ລາຍ​ງານ​ຕໍ່​ລັດຖະບານ ​ແລະ ສະ​ເໜີ​ໂຄງການທີ່​ມີ​ສອງ​ໄລຍະ: ​ໄລຍະ​ການຟື້ນ​ຟູ ​ແລະ ​ໄລຍະການ​ພັດທະນາ ໂດຍ​ມີ​ກົນ​ໄກ​ແລະນະ​ໂຍບາຍ​ທີ່​ຄົບ​ຊຸດ, ຮຸນ​ແຮງ ​ແລະ ເຂັ້ມ​ແຂງພຽງພໍ. ​ໃນ​ນັ້ນ, ສຸມໃສ່ 7 ກຸ່ມນະໂຍບາຍ: ການຊ່ວຍເຫຼືອດ້ານ​ເງິນສົດ​ໃຫ້​ແກ່​ຄົນ​ງານ​ບາງ​ກຸ່ມ ເພື່ອຮັກສາ​ຄົນງານ ແລະ ດຶງດູດຄົນງານໃຫ້ກັບມາ​ເຮັດ​ວຽກ; ຊ່ວຍ​ໃຫ້​ຄົວ​ເຮືອນ​ທຸລະ​ກິດ ແລະຜູ້​ອອກ​ແຮງ​ງານ ໄດ້ຮັບເງິນກູ້ບຸລິມະສິດ; ​ເຊື່ອມ​ໂຍງ​ການ​ສະໜອງ - ຄວາມ​ຕ້ອງການ​ດ້ານ​ແຮງ​ງານ; ຊ່ວຍ​ໜູນ​ການ​ຝຶກ​ອົບຮົມ ​ແລະ ການ​ຝຶກ​ອົບຮົມ​ຄືນ​ໃໝ່; ລົງທຶນ​ໃນ​ສິ່ງອຳນວຍ​ຄວາມ​ສະດວກ​ເພື່ອ​ເບິ່ງ​ແຍງຜູ້​ອ່ອນ​ແອ ທີ່ໄດ້ຮັບຜົນກະທົບຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ; ດຳ​ເນີນ​ການ​ປ່ຽນ​ແປງ​ດິຈິ​ຕອນໃນ​ຂົງ​ເຂດ​ແຮງ​ງານ​ໂດຍ​ເຊື່ອມ​ໂຍງ​ກັບຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ພົນລະ​ເມືອງ; ພັດທະນາ​ເຮືອນ​ຢູ່​ສັງຄົມ​ໃຫ້​ແກ່​ຄົນ​ງານ​ທຸກ​ຍາກ, ຄົນ​ງານ​ອົບ​ພະຍົບ.  

ຜ່ານການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​​ໄດ້​ໃຫ້​ຄວາມເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກວ່າ​ ກ່ຽວ​ກັບ​ບົດບາດ​ສຳຄັນ​ຂອງ​ລະບົບ​ປະກັນ​ສັງຄົມ​ ໃນ​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ໃນ​ສະພາບ​ການ​ຜັນ​ຜວນ​ທາງ​ເສດຖະກິດ - ສັງຄົມ, ການ​ກະກຽມ​ຊັບພະຍາກອນ ເພື່ອຮັບປະກັນການບໍລິການສັງຄົມຂັ້ນພື້ນຖານ ເພື່ອຫຼີກລ່ຽງຄວາມສ່ຽງ ແລະ ສ້າງໂອກາດທີ່​ເທົ່າ​ທຽມ​ກັນ ໃຫ້ແກ່ປະຊາຊົນທັງໝົດ. ປີ 2022, ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ​ແລະສັງຄົມ ​ໄດ້​ແລະ​ພວມສຸມ​ໃສ່ປະ​ຕິ​ບັດ​ວິ​ທີ​ແກ້​ໄຂ​ທີ່​ສໍາ​ຄັນ​ຈໍາ​ນວນ​ໜຶ່ງດັ່ງ​ຕໍ່​ໄປນີ້:

ທີ​ໜຶ່ງ, ກວດຄືນ, ປັບປຸງ​ບູລະນະ​ລະບົບ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ​ຮັບປະກັນຄວາມ​ປອດ​ໄພ​ທາງ​ສັງ​ຄົມ ​ໂດຍ​ສຸມ​ໃສ່​ສາມ​ເນື້ອ​ໃນ: ທັກສະແຮງງານ, ວຽກ ວຽກງານທີ່ເໝາະສົມ ແລະ ຄວາມ​ປອດ​ໄພ​ທາງສັງຄົມທີ່ຍືນຍົງ ດ້ວຍ​ສອງ​ເສົາ​ຄ້ຳ​ພື້ນຖານ​ຄື​ ການປະກັນ​​ສັງຄົມ ​ແລະ ການປະກັນ​ສຸຂະພາບ. ຄົ້ນຄວ້າ​ການ​ກໍ່ສ້າງ​ເຄືອ​ຂ່າຍ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ຕາມ​ທິດ​ຂະຫຍາຍ​ຂອບ​ເຂດ ​ແລະ ​ເປົ້າ​ໝາຍ​ຜູ້​ໄດ້​ຮັບປະກັນ ​ໃນທັງ 3 ຂອດຄື: ການປ້ອງກັນ, ການບັນ​ເທົາ ແລະ ການ​ແກ້​ໄຂ​ຄວາມ​ສ່ຽງ; ດ້ວຍ​ທັດສະນະ​ ທັງ​ສະໜັບສະໜູນ, ທັງ​ສົ່ງ​ເສີມ​ຄວາມ​ຕັ້ງໜ້າ​ພະຍາຍາມ​ຂອງ​ຜູ້​ໄດ້​ຮັບ​ການ​ປະກັນ, ຜ່ານພົ້ນ​ການ​ເອື່ອຍ​ອີງ, ສອດຄ່ອງ​ເໝາະ​ສົມ, ​ເຂົ້າ​ໃກ້ກັບ​ມາດ​ຕະ​ຖານ​ສາ​ກົນ​.

ທີ​ສອງ, ສະໜັບສະໜູນ​ການ​ຟື້ນ​ຟູ​ແລະ​ການພັດທະນາ​ຕະຫຼາດ​ແຮງ​ງານ, ຮັກສາ​ກຳລັງ​ຄົນ​ງານ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເຂດ​ອຸດສາຫະກຳ, ​ເຂດ​ປຸງ​ແຕ່ງ​ສິນຄ້າ​ສົ່ງ​ອອກ ​ແລະ ບັນດາ​ສູນ​ການ​ເຕີບ​ໂຕ, ​ເພີ່ມ​ທະວີ​ມາດ​ຕະການ​ຕ່າງໆ​ ເພື່ອຮັກສາ​ຄົນ​ງານທີ່​ກຳລັງ​ເຮັດ​ວຽກ, ບໍ່​ໃຫ້​ມີ​ການ​ຂາດ​ຕອນ​ໃນ​ຕ່ອງ​ໂສ້​ສະໜອງ​ແຮງ​ງານໃຫ້ແກ່ການຜະລິດ ແລະ ທຸລະກິດຂອງວິສາຫະກິດ; ສະໜັບສະໜູນ​ໃຫ້​ຄົນ​ງານ​ກູ້​ຢືມ​ເງິນ​ເພື່ອ​ສ້າງ​ວຽກ​​ເຮັດ​ງານ​ທຳ ຈາກ​ກອງ​ທຶນຈັດ​ຫາ​ງານ​ແຫ່ງ​ຊາດ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ບຸລິມະສິດ​ອັນ​ດັບ​ໜຶ່ງ ​ເພື່ອ​ຟື້ນ​ຟູ​ເສດຖະກິດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

ທີ່​ສາມ, ສ້າງ​ແລະ​ຜັນ​ຂະຫຍາຍ​ປະຕິບັດບັນດາ​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ​ໄລຍະ​ປີ 2021-2025 ຢ່າງ​ຄົບ​ຊຸດ​ແລະ​ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ​ເພື່ອການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະປີ 2021-2025 ຕາມ​ທິດ​ທາງ​ຮອບດ້ານ​ແລະ​ຫຼາກຫຼາຍ​ມິ​ຕິ; ຮັບປະກັນ​ຊັບພະຍາກອນ, ປະຕິບັດນະ​ໂຍ​ບາຍ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ຢ່າງ​ເຕັມ​ສ່ວນ ​ດ້ວຍ​ຄຳ​ຂວັນ “ທົ່ວ​ປະ​ເທດ​ຮ່ວມ​ມື​ຮ່ວມ​ແຮງ​ກັນເພື່ອ​ຄົນ​ທຸກ​ຍາກ, ບໍ່​ປະ​ໃຫ້​ໃຜ​ຢູ່​ເບື້ອງ​ຫຼັງ”.

ທີ​ສີ່, ປະຕິບັດ​ບັນດາ​ເນື້ອ​ໃນ​ການ​ປະຕິ​ຮູບ​ນະ​ໂຍບາຍ​ປະກັນ​ສັງຄົມ​ຢ່າງຄົບ​ຊຸດ, ປັບປຸງ​ບູລະນະ​ນະ​ໂຍບາຍ​ປະກັນ​ການ​ຫວ່າງ​ງານ ມຸ່ງ​ໄປ​ສູ່ຄວາມ​ເປັນ​ເຈົ້າ​ການ​ໃນ​ການປ້ອງ​ກັນ​ແລະ​ຫຼີກ​ລ່ຽງການ​ຫວ່າງ​ງານ​, ຮັບປະກັນ​ວຽກ​ເຮັດງານ​ທຳ​ຕາມ​ຈິດ​ໃຈ​ຂອງ​ມະຕິ​ເລກທີ 28-NQ/TW, ລົງ​ວັນ​ທີ 23 ພຶດສະພາ 2018 ວ່າ​ດ້ວຍ​ການ​ປະຕິ​ຮູບ​ນະ​ໂຍບາຍ​ປະກັນ​ສັງຄົມ; ສະເໜີໃຫ້ລັດຖະບານ​ແກ້​ໄຂ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນສັງຄົມ, ຂະຫຍາຍ ​ແລະ ພັດທະນາ​ຜູ້​ເຂົ້າ​ຮ່ວມ​ປະກັນ​ສັງຄົມ (ລວມທັງ​ບັງຄັບ​ແລະ​ສະໝັກ​ໃຈ), ​ຮັບປະກັນ​ເທື່ອ​ລະ​ກ້າວ​ຄວາມ​ປອດ​ໄພ​ທາງ​ສັງຄົມ ຈາກ​ຜົນ​ກະທົບ​ທາງ​ລົບ ​ແລະ ຄວາມ​ສ່ຽງ​ຂອງ​ຕະຫຼາດ​ແຮງ​ງານ; ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ປະຕິ​ຮູບ​ຂັ້ນ​ຕອນ​ການ​ບໍລິຫານ​ໃນ​ການ​ແກ້​ໄຂ​ລະບອບ​ປະກັນ​ສັງຄົມ, ປະກັນ​ການ​ຫວ່າງ​ງານ.

ທີ​ຫ້າ, ​ເພີ່ມ​ທະວີ​ປະສິດທິ​ຜົນ​ຂອງ​ບັນດາ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ທີ່​ມີ​ຢູ່, ພະຍາຍາມ​ມຸ່ງ​ໄປ​ສູ່​ລະບົບ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ທີ່ຕອບ​ສະໜອງ​ກັບ​ການ​ກະທົບ​ໃນ​ວົງ​ກວ້າງ: ສ້າງ​ໂຄງ​ເລື່ອງ, ​ແຜນການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມສຳລັບ​ປະຊາຊົນ, ຄອບຄົວ​ທຸກ​ຍາກ, ຜູ້​ອ່ອ​ແອ​ດ້ອຍ​ໂອກາດ​ໃນ​ພື້ນ​ທີ່ ​ໃຫ້​ສອດ​ຄ່ອງ​ກັບສະພາບ​ການ​ປະຕິບັດ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ສືບ​ຕໍ່​ປັບປຸງ​ບູລະນະ​ກົນ​ໄກ, ນະ​ໂຍບາຍ​ປະກັນ​ຄວາມ​ປອດ​ໄພ ​ແນ​ໃສ່​ຂະຫຍາຍ​ການ​ເຂົ້າ​ຮ່ວມຂອງ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ ເພື່ອສະໜອງການບໍລິການປະກັນໄພທີ່​ມີ​ຄຸນ​ນະພາ​ບທີ່​ດີກ​ວ່າແລະຫຼາຍກວ່າເກົ່າ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ທຸກ​ຄົນຍົກ​ສູງ​ຄວາມ​ຮັບຜິດຊອບ, ຍົກ​ສູງ​ຄວາມ​ສາມາດ ​ແລະ ​ເຂົ້າຮ່ວມຢ່າງ​ເໝາະ​ສົມ​ໃນການ​ຮັບ​ປະ​ກັນຄວາມ​ປອດ​ໄພ​ທາງ​ສັງ​ຄົມ ​ແລະ ​ສະ​ຫວັດ​ດີ​ການສັງຄົມ​.

ທີ​ຫົກ, ​ເພີ່ມ​ທະວີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ດຳ​ເນີນ​ການ​ປ່ຽນ​ແປງ​ດິຈິຕອນຢ່າງ​ແທ້​ຈິງ ​ແລະ​ເປັນ​ພື້ນຖານ ​ເພື່ອຄຸ້ມ​ຄອງ​ບັນດາ​ຂົງ​ເຂດ​ທີ່​ກະຊວງ​ເປັນ​ຜູ້​ຮັບຜິດຊອບ; ​ເພີ່ມ​ທະວີ​ວຽກ​ງານ​ກວດກາ​ແລະກວດ​ສອບ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ເພື່ອ​ການ​ພັດທະນາ, ສຸມ​ໃສ່​ການປົກປ້ອງແມ່ຍິງ, ເດັກນ້ອຍ ແລະ ຜູ້ດ້ອຍໂອກາດ ຈາກ​ຄວາມ​ສ່ຽງ./.

-----------------------------------

  • ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 991 (​ເດືອນມິຖຸນາ 2022)