ວກ - ທຸກໆ​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ ​ໃນ 90 ປີທີ່​ຜ່ານ​ມາ ລ້ວນ​ແຕ່​ເລີ່ມຈາກ​ການ​ທີ່ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຢຶດ​ໜັ້ນ​ແລະ​ໝູນ​ໃຊ້ ທິດ​ສະ​ດີ​ປະຕິວັດ​ແລະ​ວິທະຍາສາດ​ຂອງລັດທິ​ມາກ-​ເລ​ນິນ ຢ່າງ​ປະດິດ​ສ້າງ ​ເຂົ້າ​ໃນ​ພຶດຕິ​ກຳ​ແຫ່ງ​ການ​ປະຕິວັດ​ຂອງ​ປະ​ເທດ​ຫວຽດນາມ. ການ​ຢຶດ​ໝັ້ນ​ແລະຄວາມປະດິດ​ສ້າງ​ນັ້ນ ​ແມ່ນ​ບົນ​ພື້ນຖານ​ວິທະຍາສາດ, ການ​ປະຕິວັດ, ມະນຸດ​ອະລິຍະ​ທຳ, ຄວາມ​ສອດຄ່ອງ​ເໝາະ​ສົມ​ ກັບ​ເງື່ອນ​ໄຂ​ຂອງ​ຫວຽດນາມ​ ແລະ​ຍຸ​ສະ​ໄໝ, ​ແຕ່​ເປົ້າ​ໝາຍ​ບໍ່​ມີ​ການ​ປ່ຽນ​ແປງ ນັ້ນ​ຄື ການສູ້​ຊົນ​ເພື່ອ​ຄວາມ​ເປັນ​ເອກະລາດ​ຂອງ​ຊາດ, ​​ເພື່ອເສລີພາບ​ແລະ​ຄວາມສຸກ​ຂອງ​ປະຊາຊົນ.

ລະນຶກຄົບຮອບ 90 ປີວັນກໍ່ຕັ້ງພັກກອມມູນິດຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2020) _ພາບ: tapchicongsan.org.vn

1- ຕັ້ງ​ແຕ່​ເລີ່​ມກໍ່​ຕັ້ງ​ຈົນ​ເຖິງ​ປະຈຸ​ບັນ, ພັກ​ກອມ​ມູນິດ​ຫວຽດນາມຖື​ຢູ່​ສະ​ເໝີ​ວ່າ ລັດທິ​ມາກ-​ເລ​ນິນ​ແມ່ນ​ພື້ນຖານ​ແນວ​ຄິດ ​ແລະ​ເປັນ​ເຂັມທິດ​ພາ​ທາງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ຕົນ. ຕໍ່​ມາ, ​ໃນ​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່ລັດທິ​ສັງຄົມ​ນິຍົມ ປີ 1991, ສະບັບ​ປັບປຸງ​ພັດທະນາ​ປີ 2011 ​ແລະ ບັນດາ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກທີ່​ຜ່ານ​ມາ​ມໍ່​ນີ້​ລ້ວນ​ແຕ່​ໄດ້​ຢືນຢັນ​ວ່າ: ພັກ​ກອມ​ມູນິດ​ຫວຽດນາມຖື​ເອົາລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ ​ເປັນ​ພື້ນຖານ​ແນວ​ຄິດ​ແລະ​ເຂັມທິດ​ພາ​ທາງ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ພັກ. ພ້ອມ​ກັນ​ນັ້ນ, ພັກ​ຮຽກຮ້ອງ​ໃຫ້​ທົ່ວ​ພັກ ​ແລະ​ພະນັກງານ ສະມາຊິກ​ພັກ​ທຸກ​ຄົນ​ຕ້ອງ “ຢຶດ​ໝັ້ນລັດທິ​ມາກ-​ເລ​ນິນ, ແນວ​ຄິດ​ໂຮ່ຈີ​ມິນ, ໝູນ​ໃຊ້​ມັນຢ່າງ​ປະດິດ​ສ້າງ ​ແລະ ພັດທະນາຢ່າງ​ສອດຄ່ອງ​ເໝາະ​ສົມ ​ກັບ​ພຶດຕິ​ກຳ​ຂອງ​ຫວຽດນາມ”.

ຕະຫຼອດ​ເກົ້າ​ສິບ​ປີ​ນັບ​ແຕ່​ປະຊາຊົນ​ຫວຽດນາມ​ມີ​ພັກ​ກອມ​ມູນິດ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ພາລະກິດການ​ປະຕິວັດ​ຂອງ​ປະຊາຊົນ​ ໄດ້​ຮັບ​ໄຊຊະນະ​ຢ່າງ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ ແລະຍຸກ​ສະ​ໄໝ, ​ໄດ້​ປ່ຽນ​ຊີວິດ​ຂອງ​ປະຊາຊົນ​ທຸກ​ຄົນ​ແລະ​ຊະ​ຕາ​ກຳ​ຂອງ​ປະ​ເທດ​ຊາດ​ທັງ​ໝົດ. ຄວາມ​ເປັນ​ຈິງ​ທາງ​ປະຫວັດສາດ​ໄດ້​ພິສູດ, ຮາກ​ຖານ​ຂອງ​ໄຊຊະນະ​ທັງ​ໝົດ​ເຫຼົ່າ​ນັ້ນ​ ແມ່ນ​ມາ​ຈາກພັກ​ກອມ​ມູນິດ​ຫວຽດນາມ ຢຶດໝັ້ນ​ແລະໝູນ​ໃຊ້ທິດ​ສະ​ດີ​ປະຕິວັດ​ແລະ​ວິທະຍາສາດ​ ຂອງລັດທິ​ມາກ-​ເລ​ນິນ ຢ່າງ​ປະດິດ​ສ້າງ ​ເຂົ້າ​ໃນ​ພຶດຕິ​ກຳການ​ປະຕິວັດ​ຂອງ​ປະ​ເທດ ​ໃນ​ແຕ່ລະ​ໄລຍະສະ​ເພາະ. ​ເວົ້າຢ່າງ​ອື່ນ, ທຸກໆ​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ​ໃນ​ຕະຫຼອດ​ເກົ້າ​ສິບ​ປີ​ທີ່​ຜ່ານ​ມາ ລ້ວນ​ແຕ່​ເລີ່​ມຈາກ​ການ​ລົງ​ເລິກຄົ້ນຄວ້າ, ກຳ​ແໜ້ນທາດ​ແທ້​ວິທະຍາສາດ​ແລະ​ປະຕິວັດ​ຂອງລັດທິ​ມາກ-​ເລ​ນິນ, ຢຶດໝັ້ນ​ແລະ​ໝູນ​ໃຊ້​ມັນ​ຢ່າງ​ປະດິດ​ສ້າງ​ ເພື່ອ​ເປົ້າ​ໝາຍ​ທີ່​ບໍ່​ປ່ຽນ​ແປງ​ ນັ້ນ​ຄື ສູ້​ຊົນ​ເພື່ອ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ​, ​ເພື່ອ​ເສລີພາບ​ແລະ​ຄວາມສຸກ​ຂອງ​ປະຊາຊົນ. ນັ້ນ​ແມ່ນ​ການ​ຢຶດໝັ້ນ​ແລະ​ຄວາມ​ປະດິດ​ສ້າງ​ບົນ​ພື້ນຖານ​ວິທະຍາສາດ, ການ​ປະຕິວັດ, ຄວາ​ມະນຸດສະທຳ, ຄວາມ​ສອດຄ່ອງ​ເໝາະ​ສົມ ກັບ​ເງື່ອນ​ໄຂ​ຫວຽດນາມ​ແລະ​ຍຸກ​ສະ​ໄໝ, ຢຶດໝັ້ນ​ຫຼັກການ, ຫຼັກ​ໝັ້ນ​ປະຕິວັດ​ມາກ-​ເລ​ນິນ.

ພັກ​ກອມ​ມູນິດ​ຫວຽດນາມມີ​ຄວາມ​ຮັບ​ຮູ້​ຢ່າງ​ສັດຈະ​ວິພາ​ບວ່າ, ການ​ຢຶດໝັ້ນ​ແລະຄວາມ​ປະດິດ​ສ້າງ​ໃນ​ເມື່ອ​ໝູນ​ໃຊ້ລັດທິ​ມາກ-​ເລ​ນິນ ​ແມ່ນ​ສອງ​ດ້ານ​ທີ່​ເປັນ​ເອກະ​ພາບ​ໃນ​ບັນຫາ​ໜຶ່ງ; ການ​ຢຶດໝັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ​ຈະເຮັດ​ຕາມແບບ​ເບົ້າ, ກົນ​ຈັກ​ຕາຍ​ຕົວ ​ແຕ່​ຕ້ອງ​ປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃຫ້​ສອດ​ຄ່ອງ​ເໝາະ​ສົມ​ກັບ​ກາລະ​ເທສະ. ​ແລະ, ຄວາມ​ປະດິດ​ສ້າງ​ຕ້ອງ​ບົນ​ພື້ນຖານການຢຶດໝັ້ນບັນດາ​ຫຼັກການ​ພື້ນຖານ​ຂອງ​ມັນ​ເອງ, ຖ້າ​ບໍ່​ດັ່ງ​ນັ້ນ ຈະ​ຖືກ​ຕົກ​ໃສ່​ຄວາມ​ຜິດພາດ​ຂອງ​ລັດທິ​ຄຳ​ພີຕາຍ​ຕົວ ຫຼື​ລັດທິ​ສວຍ​ໂອກາດ ລັດທິ​ແກ້. ການຢຶດໝັ້ນ​ແລະ​ຄວາມ​ປະດິດ​ສ້າງ​ໃນ​ເມື່ອ​ໝູນ​ໃຊ້ລັດທິ​ມາກ-​ເລ​ນິນ ​ແມ່ນ​ການ​ພົວພັນ​ສັດຈະ​ວິພາກ​ ໃນການ​ໝູນ​ໃຊ້​ບັນດາ​ກົດ​ເກນ​ທົ່ວ​ໄປ ​ເຂົ້າ​ໃນ​ເງື່ອ​ນໄຂສະ​ເພາະ​ແລະ​ພິ​ເສດ. ການ​ຢຶດໝັ້ນ​ໃນ​ບັນດາ​ມູນ​ຫຼັກ​ທີ່​ຖືກຕ້ອງ​ ບໍ່​ໄດ້​ໝາຍ​ຄວາມ​ວ່າບໍ່​ມີ​ເຫດຜົນ, ກົນ​ຈັກ​ຕາຍຕົວ, ​ເລື່ອນລອຍ; ຄວາມ​ປະດິດ​ສ້າງ​ແຕ່ຕ້ອງຮັບປະກັນ​ບັນດາຫຼັກການ​ພື້ນຖານ​ຂອງ​ມັນ ນັ້ນ​ຄື​ ຮັກສາ​ທາດ​ແທ້​ປະຕິວັດ, ວິທະຍາສາດ, ຄວາມ​ສອດຄ່ອງ​ເໝາະ​ສົມ, ລັກສະນະ​ພຶດຕິ​ກຳ, ​ແມ່ນ​ຄວາມ​ປະດິດ​ສ້າງ​ແບບ​ສັດຈະ​ວິພາ​ບ ​ເພື່ອ​ໃຫ້ການ​ປະຕິວັດ​ບັນລຸ​ຜົນສຳ​ເລັດ, ​ເດັດຂາດ​ບໍ່​ແມ່ນການ​ດັດ​ແກ້ (ລັດທິ​ແກ້)  ຫຼື​ຫຼົງ​ທິດ, “ປ່ຽນ​ສີ”.

ລັດທິ​ມາກ​ແມ່ນ​ທິດ​ສະ​ດີກ່ຽວ​ກັບ​ການ​ພັດທະນາ, ມັນ​ຖືກ​ນຳ​ໃຊ້, ​ເພີ່ມ​ເຕີມ ​ແລະ​ພັດທະນາ​ໃຫ້​ແທດ​ເໝາະ​ກັບຄວາມ​ເປັນ​ຈິງ. ທ່ານ ຟ.ອັງ​ແກນ ​ໄດ້​ເວົ້າ​ແຈ້ງວ່າ: “ທິດ​ສະ​ດີ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ທິດ​ສະ​ດີ​ຂອງ​ການ​ພັດທະນາ, ມັນ​ບໍ່​ແມ່ນ​ຄຳ​ພີທີ່​ເຂົາ​ເຈົ້າ​ຕ້ອງ​​ທ່ອງ​ຂຶ້ນ​ໃຈ​ໄດ້​ກັບ​ປາກ ​ແລະ​ເວົ້າ​ລື້ມຄືນ​ແບບ​ກົນ​ຈັກ”(1). ຕໍ່​ມາ, ທ່ານ ວ.ອີ.​ເລ​ນິນ ​ໄດ້​ຢ້ຳຄືນ​ຄຳ​ຢືນຢັນ​ຂອງ ຟ.ອັງ​ແກນ “ທິດ​ສະ​ດິຂອງ​ພວກ​ຂ້າພະ​ເຈົ້າບໍ່​ແມ່ນຄຳ​ພີ ​ແຕ່​ມັນ​ເປັນ​ເຂັມທິດ​ພາ​ທາງ​ໃຫ້​ແກ່​ການ​ກະທຳ” ​ແລະ​ກ່າວ​ວ່າ ຖ້າ​ຫາກ​ລືມ​ເລື່ອງ​ນີ້ “ພວກ​ເຮົາ​ຈະ​ເຮັດ​​ໃຫ້​ລັດທິ​ມາກກາຍ​ເປັນ​ສິ່ງ​ຜິວ​ເຜີນ, ຕ່າງ​ປະຫຼາດ, ​ຕາຍ​ກະດ້າງ, ຈະ​ປະ​ຖິ້ມ​ວິນ​ຍານ​ຊີວິດ​ຂອງ​ມັນ, ຈະ​ທຳລາຍ​ພື້ນຖານ​ທິດ​ສະ​ດີອັນ​ພື້ນຖານ​ຂອງ​ມັນ - ນັ້ນ​ແມ່ນ​ວິທີ​ສັດຈະ​ວິພາກ”(2). ວ.ອີ. ​ເລ​ນິນ ກໍ​ໄດ້​ຊີ້​ແຈງ​ວ່າ: “ຍ້ອນ​ລັດທິ​ມາກ​ບໍ່​ແມ່ນຫຼັກ​ຄຳ​ສອນ​ທີ່​ແຂງ​ກະດ້າງ, ບໍ່​ແມ່ນ​ທິດ​ສະ​ດີ​ທີ່​ສົມບູນ​ແບບ, ມີ​ພຽບພ້ອມ​ທຸກ​ຢ່າງ, ບໍ່​ຂະຫຍັບຂະຫຍາຍ, ​ແຕ່​ມັນ​ແມ່ນ​ເຂັມ​ຊີ້​ທິດ​ທີ່​ຊັດ​ເຈນ​ໃຫ້​ແກ່​ການ​ກະທຳ, ​ເພາະສະ​ນັ້ນ ມັນ​ບໍ່​ອາດຈະ​ບໍ່​ສະທ້ອນ​ເຖິງ​ການ​ປ່ຽນ​ແປງ​ທີ່​​ເຂັ້ມແຂງ​ຂອງສະພາບຊີວິດການ​ເປັນ​ຢູ່​ທາງ​ສັງຄົມ”(3). ດັ່ງ​ນັ້ນ, ມັນ​ຕ້ອງ​ໄດ້ໝູນ​ໃຊ້ຢ່າງ​ປະດິດ​ສ້າງ​ເພື່ອ​ການ​ພັດທະນາ. ມີ​ແຕ່​ການ​ຢຶດໝັ້ນ​ແລະ​ຄວາມ​ປະດິດ​ສ້າງ​ໃນ​ເມື່ອໝູນ​ໃຊ້​ເທົ່າ​ນັ້ນ ຈຶ່ງ​ຮັບປະກັນ​ໃຫ້ລັດທິ​ມາກ-​ເລ​ນິນ​ເປັນ​ທິດ​ສະ​ດີ​ທີ່​ວິທະຍາສາດ, ປະຕິວັດ, ນຳ​ໜ້າ​ພາ​ທາງ, ຮັບປະກັນ​ໃຫ້ການ​ປະຕິວັດ​ໃນ​ຍຸກ​ປະຈຸ​ບັນ ​ໄປ​ເຖິງ​ໄຊຊະນະ​ສຸດ​ທ້າຍ. ​ເພາະສະ​ນັ້ນ, ​ໃນ​ເສັ້ນທາງ​ການ​ປະຕິວັດ​ເກົ້າ​ສິບ​ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້ໝູນ​ໃຊ້ລັດທິ​ມາກ-​ເລ​ນິນຢ່າງ​ໝັ້ນ​ໜຽວ​ແລະ​ປະດິດ​ສ້າງ, ​ເພື່ອ​ຄວາມ​ເປັນ​ເອກະ​ລາດ​ແຫ່ງ​ຊາດ, ​ເພື່ອ​ເສລີພາບ​ແລະ​ຄວາມສຸກ​ຂອງ​ປະຊາຊົນ. 

2- ສິ່ງທຳ​ອິດ​ທີ່​ພວກ​ເຮົາ​ ແລະ​ປະຊາຊົນຜູ້​ມີ​ຄວາມ​ກ້າວໜ້າ, ​ຮັກ​ສັນຕິພາບ ​ແລະເພື່ອນມິດສາກົນ ​ໄດ້ສັງເກດເຫັນວ່າ ໃນການເດີນທາງເກົ້າປີເພື່ອ​ຄວາມ​ເປັນ​ເອກະ​ລາດ​ແຫ່ງ​ຊາດ, ​ເພື່ອ​ເສລີພາບ​ແລະ​ຄວາມສຸກ​ຂອງ​ປະຊາຊົນຫວຽດນາມ​ນັ້ນ ພັກ​ກອມ​ມູນິດ​ຫວຽດນາມຍາ​ມໃດ​ກໍ່​ຢຶດໝັ້ນລັດທິ​ມາກ-​ເລ​ນິນ. ​ເຫດຜົນ​ຂອງ​ການ​ຢຶດໝັ້ນ​ນັ້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ບົນ​ພື້ນຖານທີ່​ຜູ້ນຳ​ຫງວຽນ​ອ໋າຍກວັກ - ປະທານ​ໂຮ່ຈີ​ມິນ ​ແລະ ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຄ່ອຍໆ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ, ລັດທິ​ມາກ-​ເລ​ນິນ​ແມ່ນ​ລະບົບ​ທິດ​ສະ​ດີ​ວິທະຍາສາດ​ແລະ​ປະຕິວັດ, ​ໄດ້​ຮັບ​ການ​ສະຫຼຸບ​ສັງ​ລວມ, ຖອດ​ຖອນຈາກ​ຂະ​ບວນການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ປະຫວັດສາດ​ມະນຸດ ​ແລະ ​ແລະ​ຄວາມ​ເປັນ​ຈິງ​ທາງ​ສັງຄົມ​ໃນ​ໄລ​ຍະ​ເວລາ​ຂອງ​ການ​ພັດທະນາ​ທຶນ​ນິຍົມ, ສືບ​ທອດ​ລະບົບ​ບັນດາ​ຄຸນຄ່າ​ແນວ​ຄິດ ​ແລະ ຜົນສຳ​ເລັດ​ທາງ​ວິທະຍາສາດທີ່​ສຳຄັນ​ທີ່​ສຸດ​ ຂອງ​ມະນຸດຊາດ. ລັດທິ​ມາກ-​ເລ​ນິນສະໜອງ ​ໂລກ​ກະ​ທັດ​ວິທະຍາສາດ​ແລະ​ປະຕິວັດ, ບັນດາ​ກົດ​ເກນ​ກ່ຽວ​ກັບ​ການ​ເຄື່ອນ​ເໜັງ​ແລ​ະພັດທະນາ​ ຂອງທຳ​ມະ​ຊາດ, ສັງຄົມ​ແລະ​ຈິນຕະນາການຂອງ​ມະນຸດ ໃຫ້​ພັກ​ກອມ​ມູນິດ​ຫວຽດນາມ. ​ໂດຍ​ສະ​ເພາະ​ທາງ​ດ້ານ​ສັງຄົມ, ລັດທິ​ມາກ-​ເລ​ນິນ​ໄດ້​ຊີ້​ໃຫ້​ເຫັນ​​ກົດ​ເກນ​ການ​ເຄື່ອນ​ເໜັງ​ ຂອງ​ປະຫວັດສາດ​ມະນຸດ ​ແລະ ​ເສັ້ນທາງທີ່​ຫຼີກ​ລ້ຽງ​ບໍ່​ໄດ້​ທີ່​ກ້າວ​ສູ່​ລັດທິ​ກອມ​ມູນິດ - ຮູບ​ແບບ​ການ​ພັດທະນາ​ສູງ​ຂອງ​ສັງຄົມ​ມະນຸດ - ​ເຊິ່ງ​ໃນ​ສັງຄົມ​ນັ້ນ ຜູ້​ຄົນ​ມີ​ເສລີພາບ, ມີ​ຄວາມສຸກ, ມີ​ເງື່ອນ​ໄຂ​ພຽງພໍ​ທີ່​ຈະ​ພັດທະນາ​ແລະ​ປັບປຸງ​ບູລະນະ​ຢ່າງ​ສົມບູນ.

ທ່ານ​ຫງວຽນ​ອ໋າຍກວັກ​ເຊື່ອ​ໃນລັດທິ​ມາກ-​ເລ​ນິນ, ຄື​ດັ່ງ​ທີ່​ທ່ານກ່າວ​ວ່າ: “​ໂຄງການ​ການ​ເມືອງຂອງ​ເລ​ນິນ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າຕື້ນຕັນ​ໃຈ​ທີ່​ສຸດ, ​ເບີກບານ​ໃຈ​ທີ່​ສຸດ, ຈະ​ແຈ້ງ​ທີ່​ສຸດ ​ແລະ​ກໍ​ເຊື່ອ​ໝັ້ນ​ທີ​ສຸດ! ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ​ຈົນ​ເຖິງ​ຂັ້ນ​ຮ້ອງ​ໄຫ້​ຍາມ​ໃດ​ກໍ່​ບໍ່​ຮູ້​ເມື່ອ. ນັ່ງ​ຢູ່​ໃນ​ຫ້ອງ​ຄົນ​ດຽວ​ແຕ່​ຂ້າພະ​ເຈົ້າ​ພັດ​ກ່າວ​ຂຶ້ນດ້ວຍ​ສຽງ​ດັງໆ​ຄື​ກັບ​ພວມ​ເວົ້າ​ຕໍ່ໜ້າມະຫາຊົນ​ຈຳນວນ​ຫຼວງ​ຫຼາຍ: “ພີ່ນ້ອງ​ຮ່ວມ​ຊາດ​ທີ່​ພວມ​ທຸກທໍລະມານທັງຫຼາຍ​ເອີຍ! ນິ້​ແຫຼະ​ຄື​ສິ່ງ​ທີ່​ຕ້ອງການ​ສຳລັບ​ພວກ​ເຮົາ, ນີ້​ແມ່ນ​ເສັ້ນທາງ​ປົດ​ປ່ອຍ​ພວກ​ເຮົາ!”. ຈາກ​ນັ້ນ​ຕໍ່​ມາ​ ຂ້າພະ​ເຈົ້າ​ເຊື່ອ​ໃນ​ເລ​ນິນ​ໂດຍ​ສົມບູນ ​ແລະ​ເຊື່ອ​ໃນ​ສາກົນ​ທີ​ສາມ”(4).

​ຫງວຽນ​ອ໋າຍກວັກຮູ້ສຶກ​ດີ​ໃຈ​ແລະມີ​ຄວາມສຸກ​ຫຼາຍ ທີ່​ທ່ານ​ໄດ້​ຊອກ​ເຫັນ​ວິທີ​ການ​ແກ້​ບັນຫາ​ ຊ່ວຍ​ຊີວິດ​ຂອງ​ປະຊາຊົນ ​ແລະ​ປົດ​ປ່ອຍປະ​ເທດ​ຊາດ​ອອກ​ຈາກ​ແອກ​ປົກຄອງ, ອອກ​ຈາກການກົດ​ຂີ່​ຂູດ​ຮີດ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນສັກດິນາ ຢູ່​ໃນລັດທິ​ມາກ-​ເລ​ນິນ - ຄື​ເສັ້ນທາງ​ປະຕິວັດ​ກຳມາ​ຊີບ. ຈາກ​ນັ້ນ​ທ່ານ​ເຂົ້າ​ຮ່ວມ​ການກໍ່ຕັ້ງ​ພັກ​ກອມ​ມູນິດ​ຝຣັ່ງ, ກາຍ​ເປັນນັກ​ກອມ​ມູນິດ​ຫວຽດນາມ​ຜູ້​ທຳ​ອິດ. ຕໍ່​ມາ, ​​ໃນ​ເວລາ​ທີ່​ທ່ານ​ໄດ້​ກາຍ​ເປັນປະທານ​ປະ​ເທດ, ປະທານພັກ​ແຮງ​ງານ​ຫວຽດນາມ, ປະທານໂຮ່ຈີ​ມິນ​ໄດ້​ຢືນຢັນ​ວ່າ: “ສຳລັບ​ພວກ​ເຮົາ, ນັກ​ປະຕິວັດ​ແລະປະຊາຊົນ​ຫວຽດນາມ, ລັດທິ​ມາກ-​ເລ​ນິນ ບໍ່​ພຽງ​ແຕ່​ເປັນ “ປຶ້ມ​ຕຳລາ” ທີ່​ສັກສິດ, ບໍ່​ພຽງ​ແຕ່​ເປັນ​ເຂັມ​ຊີ້​ທິດ, ​ແຕ່​ຍັງ​ເປັນ​ດວງ​ອາທິດ​ສ່ອງ​ແສງ​ເຍືອງ​ທາງ ​ໃຫ້​ພວກ​ເຮົາ​​ເດີນ​ໄປ​ສູ່​ໄຊຊະນະ​ສຸດ​ທ້າຍ, ​ໄປ​ສູ່​ລັດທິ​ສັງຄົມ​ນິຍົມ ​ແລະ​ລັດທິ​ກອມ​ມູນິດ”(5). ​ແລະ​ເມື່ອ​ຕອບ​ຄຳ​ຖາມ: ບົດບາດ​ຂອງ​ເລ​ນິນ​ແລະ​ລັດທິ​ເລ​ນິນຕໍ່​ສະຫາຍ​ຄື​ແນວ​ໃດ? ຂອງ​ນັກ​ຂ່າວ​ໜັງສືພິມ L’Humanité (ຝຣັ່ງ) - ຊາກ​​ເລີ ຟວກນີ​ໂອ, ວັນ​ທີ 15 ກໍ​ລະ​ກົດ 1969, ປະທານ​ໂຮ່ຈີ​ມິນສືບ​ຕໍ່​ຢືນຢັນ: “ສະຫາຍ​ໄດ້ຮູ້ນິທານ​ຂອງພວກ​ຂ້າພະ​ເຈົ້າກ່ຽວ​ກັບ “​​ແອບ​ຄາຖາ” ບໍ່. ​ເມື່ອພົບຄວາມ​ຫຍຸ້ງ​ຍາກ, ​ເພີ່ນ​ກໍ່​ຈະ​​ໄຂ​ແອບ​ຄາຖາ​ອອກ ​ແລະກໍ່​ຈະຊອກ​ເຫັນ​ວິທີ​ແກ້​ໄຂ. ລັດທິ​​ເລ​ນິນກໍ່​ເກືອບ​ຄື​ກັບ​ແອບ​ຄາຖາ​ມະຫັດສະຈັນ​ນັ້ນ​ແຫຼະ. ​ໃນ​ເບື້ອງ​ຕົ້ນ, ກໍ່​ຍ້ອນ​ລັດທິ​ຮັກ​ຊາດ​ນັ້ນ​ເອງ​ທີ່​ຂ້າພະ​ເຈົ້າ​ເຊື່ອ​ເລ​ນິນ ​ແລ້ວ, ​ເປັນ​ແຕ່​ລະບາດ​ກ້າວ, ຂ້າພະ​ເຈົ້າ​ຈິ່ງ​ໄປ​ເຖິງ​ການ​ສະຫຼຸບ​ວ່າ ມີ​ພຽງ​ລັດທິ​ສັງຄົມ​ນິຍົມ ​ແລະລັດທິ​ກອມ​ມູນິດ​ເທົ່າ​ນັ້ນ ຈິ່ງ​ປົດ​ປ່ອຍ​ບັນດາ​ປະຊາ​ຊາດ​ທີ່​ຖືກ​ກົດ​ຂີ່ ​ແລະ​ຊົນ​ຊັ້ນ​ກຳມະກອນ​ໃນ​ທົ່ວ​ໂລກ”(6).

​ໃນ​ວັນ​ສ້າງ​ຕັ້ງ (ປີ 1930), ພັກ​ໄດ້​ກຳນົດ​ວ່າ ລັດທິ​ມາກ-​ເລ​ນິນ ​ເປັນ “ລັດທິ​ຫຼັກ” ​ເຊິ່ງ​ໃນ​ນັ້ນ​ມີ​ເປົ້າໝາຍຕົ້ນຕໍ​ແມ່ນ ປົດ​ປ່ອຍ​ຊາດຕາມ​ເສັ້ນທາງ​ການ​ປະຕິວັດ​ກຳມາ​ຊີບ. ​ເອົາ​ໃຈ​ໃສ່​ໃນ​ການ​ກໍ່ສ້າງກຳລັງ, ຝຶກ​ຝົນ​ຫຼໍ່​ຫຼອມ​ກຳລັງ, ​ເມື່ອ​ມີ​ໂອກາດ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ປຸກລະດົມ​ການ​ລຸກ​ຮື​ຂຶ້ນ​ຍາດ​ອຳນາດ​ການ​ປົກຄອງມາ​ມື​ປະຊາຊົນ, ສ້າງ​ຕັ້ງ​ລັດຂອງ​ກຳມະກອນ​ຊາວນາ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ. ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ​ເດືອ​ສິງຫາ​ປີ 1945 ຍ້ອນ​ປັດ​ໄຈ​ຫຼາຍ​ຢ່າງ, ​ໃນ​ນັ້ນ ປັດ​ໄຈ​ທີ່​ສຳຄັນ​ແລະ​ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ​ແມ່ນ ການ​ນຳພາ​ທີ່​ຖືກຕ້ອງ, ສະຫຼາດ​ສ່ອງ​ໃສ, ຄ່ອງ​ແຄ່​ວຂອງ​ພັກ; ​ແມ່ນ​ການ​ໝູນ​ໃຊ້​ແລະ​ພັດທະນາລັດທິ​ມາກ-​ເລ​ນິນ​ໃນ​ເງື່ອນ​ໄຂ​ສະ​ເພາະ​ຂອງ​ປະ​ເທດ​ເຮົາ ຢ່າງ​ຖືກຕ້ອງ, ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ປະດິດ​ສ້າງ, ນັ້ນ​ແມ່ນ​ການ​ດຳ​ເນີນ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ ຕາມ​ເສັ້ນທາ​ງການ​ປະຕິວັດ​ກຳມາ​ຊີ​ບຢູ່​ປະ​ເທດ​ຫົວ​ເມືອງ​ຂຶ້ນທີ່​ມີ​ກະສິກຳ​ຫຼ້າ​ຫຼັງ. ​ໃນ​ປີ​ທຳ​ອິດ​ຫຼັງ​ຈາກ​ການ​ປະຕິວັດ​ເດືອນ​ສິງຫາ, ສະຖານະ​ການ​ສັບສົນ​ຍ້ອນ​ຂ້າ​ເສິກ​ແລະ​ສັດຕູ, ​ໄພ​ອຶດ​ຫີ​ວ, ​ໄພ​ໂງ່​ຈ້າ, ອຳນາດ​ການ​ປົກຄອງ​​ອ່ອ​ນນ້ອຍ... ສະຖານະ​ການ​ປະຕິວັດ​ຄື​ກັບ “ພັນ​ປອນທີ່​ຫ້ອຍ​ລົງ​​ຈາກ​ຜົມ", ອີກ​ເທື່ອ​ໜຶ່ງ ຄວາມ​ຢຶດໝັ້ນ​ໃນລັດທິ​ມາກ-​ເລ​ນິນສະ​ແດງ​ອອກ​ຢູ່​ທີ່​ການ​ນຳພາ​ຂອງ​ພັກ, ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ກຳ​ລັງ​ແຮງ​ສັງ​ລວມຂອງ​ມະຫາຊົນ, ກ່ຽວ​ກັບ​ການ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ກ່ຽວ​ກັບ​ສິລະ​ປະຍຸດ​ສົງຄາມ​ປະຊາຊົນ, ກ່ຽວ​ກັບ​ຄວາມ​ສະຫຼາດ​ຄ່ອງ​​ແຄ່ວ​ໃນ​ການ​ຜັນ​ແຍກ​ສັດ​ຕູ, ​ເລືອກ​ສັດຕູ... ​ເພື່ອ​ສືບ​ຕໍ່​ດຳ​ເນີ​ການ​ປະຕິວັດ​ຊາ​ດ, ປະຊາທິປະ​ໄຕ. ການ​ຕໍ່​ສູ້​ຂອງ​ປະຊາຊົນ​ຫວຽດນາມ​ທີ່ຕ້ານພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງທີ່ກັບ​ມາ​ຮຸກ​ຮາກອີກ​ຄັ້ງ​ນັ້ນ ​ບໍ່​ຕ່າງ​ຫຍັງ​ກັບ “ຕັກແຕນ​ຊົນ​ຊ້າງ”, ​ແຕ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ດ້ວຍ​ການ​ຕໍ່ສູ້​ທົນ​ທານ​ໝັ້ນ​ໜຽວ, ດ້ວຍ​ສົງຄາມ​ປະຊາຊົນ​ທີ່​ເດັດດ່ຽວ, ​ຮອບດ້ານ, ຍາວ​ນານ ​ຕາມ​ມໍລະດົກ​ຂອງລັດທິ​ມາກ-​ເລ​ນິນ, ພວກ​ເຮົາ​ໄດ້​ຮັບ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ໃນ​ດຽນບຽນ​ຟູ​ທີ່ “ສ້າງ​ພວງ​ມາ​ໄລດອກ​ໄມ້​ສີ​ແດງ, ສ້າງ​ໜ້າປະຫວັດສາດ​ອັນ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ”.

ຈັກກະ​ພາດ​ອາ​ເມ​ລິ​ກາຕັ້ງ​ໃຈ​ຮຸກ​ຮານ​ປະ​ເທດ​ເຮົາ, ​ແບ່ງ​ແຍກ​ປະ​ເທດ​ເຮົາ​ເປັນ​ສອງ. ອີກ​ເທື່ອ​ໜຶ່ງ, ຄວາມ​ປາຖະໜາ​ໃນ​ເອກະລາດ, ອິດ​ສະລະ​ພາບ​ແລະ​ຄວາມ​​ສຸກ​ຂອງ​ປະຊາຊົນ​ແລະ​ຂອງຊາດ​ຫວຽດນາມ​ທັງ​ໝົດ ​ໄດ້​ຮັບ​ການ​ສົ່ງ​ເສີມ​ໂດຍ​ມູມຫຼັກ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ປະຕິວັດ​ຢ່າງ​ບໍ່​ຢຸດ​ບໍ່​ຢັ້ງ, ກ່ຽວ​ກັບ​ການ​ແກ້​ໄຂພ້ອມ​ກັນ​ທັງ​ພາລະກິດປົດ​ປ່ອຍ​ຊາດ ​ແລະ​ການ​ປະຕິວັດ​ສັງຄົມ​ນິຍົມ​ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ຂອງລັດທິ​ມາກ-​ເລ​ນິນ ​ເຊິ່ງ​ໄດ້​ສືບ​ຕໍ່​ຊີ້​ນຳ​ປະຊາ​ຊົນ​ຫວຽດນາມ​ ໃຫ້​ເດີນທາງ​ບົນ​ເສັ້ນທາງຂອງ​ການ​ປະຕິວັດກຳມາ​ຊີບ ​ໃນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແລະ​ຊ່ວຍ​ເຫຼືອຂອງ​ມະນຸດຊາດ​ທີ່​ກ້າວໜ້າ. ​ໄຊຊະນະ​ຂອງ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາຜູ້​ຮຸກ​ຮານ ​ເລີ່​ມຈາກ​ຫຼາຍ​ປັດ​ໄຈ, ​ໃນ​ນັ້ນ​ປັດ​ໄຈ​ທີ່​ຕັດສິນ​ທີ່​ສຸດ​ແມ່ນການ​ນຳພາ​ທີ່​ຖືກຕ້ອງ, ປະດິດ​ສ້າງ​ຂອງພັກ​ກອມ​ມູນິດ​ຫວຽດນາມ, ທັງ​ຢຶດໝັ້ນລັດທິ​ມາກ-​ເລ​ນິນ, ທັງ​ເສີມ​ຂະຫຍາຍສິລະ​ປະການ​ທະຫານ​ທີ່​ເປັນ​ເອກະລັກ​ຂອງ​ຫວຽດນາມ.

ປະ​ເທດ​ຊາດ​ເປັນ​ເອກະລາດ​ແລະ​ເປັນ​ເອກະ​ພາບ, ກ້າວ​ຂຶ້ນ​ສັງຄົມ​ນິຍົມ ​ແມ່ນຄວາມ​ມຸ່ງ​ໝັ້ນ, ຄວາມ​ປາຖະໜາ​ຂອງ​ປະຊາຊົນຫວຽດນາມ​ທັງ​ຊາດ. ການ​ກໍ່ສ້າງ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ​ແລະ​ເພື່ອ​ປະຊາຊົນ ​ແມ່ນ​ຕາມ​ມູນ​ຫຼັກ​ທິດ​ສະ​ດີ​ທີ່​ພື້ນຖານ​ຂອງລັດທິ​ມາກ-​ເລ​ນິນ. ​ແຕ່, ການ​ທີ່​ພວກ​ເຮົາຮັກສາ​ກົນ​ໄກ​ລວມສູນອາດຍາ​ສິດ, ​ເກື້ອກູນ​ອຸດ​ໜູນ​ໄວ້​ດົນ​ເກີນ​ໄປ ທ່າມກາງ​ການ​ປິດ​ລ້ອມ, ຂວ້ຳບາດ, ຕ້ານ​ຢັນ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ, ​ເຊິ່ງ​ໄດ້​ເຮັດ​ໃຫ້​ວິ​ກິດ​ການ​ທາງ​ເສດຖະກິດ​ໃນ​ທົ່ວ​ປະ​ເທດ​ຮ້າຍ​ແຮງ​ກວ່າ​ອີກ. ຄວາມ​ເປັນ​ຈິງ​ຄັ້ງ​ນີ້​ຮຽກຮ້ອງ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມຕ້ອງ​ປະດິດ​ສ້າງ, ລະດົມ​ສະຕິ​ປັນຍາ​ແລະ​ກຳລັງວັງຊາ​ຂອງ​ປະຊາຊົນ​ທຸກ​ຄົນ​ໃນ​ປະ​ເທດ, ຍາດ​ແຍ່ງ​ເອົາ​ການ​ພົວພັນຮ່ວມ​ມືທາ​ງດ້ານ​ເສດຖະກິດ​ຂອງປະຊາ​ຄົມ​ໂລກ​ ເພື່ອ​ສ້າງສາ​ພັດທະນາ​ປະ​ເທດ. “ປ່ຽນ​ແປງ​ໃໝ່​ແຕ່​ບໍ່​ປ່ຽນ​ສີ”. ພັດທະນາ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ​ເພື່ອ​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸດຕິ​ທຳ​ແລະ​ສີວິ​ໄລ”. ນັ້ນ​ແມ່ນ​ບາດກ້າວ​ທີ່​ເໝາະ​ສົມ​ໃນສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດ​ທິສັງຄົມ​ນິຍົມ ທີ່ລັດທິ​ມາກ-​ເລ​ນິນ​ໄດ້​ຊີ້​ອອກ​ມາ.

ລະບອບ​ສັງຄົມ​ນິຍົມຢູ່​ສະຫະພາບ​ໂຊ​ວຽດ​ແລະ​ເອີຣົບຕາ​ເວັນ​ອອກຖືກ​ພັງ​ທະລາ​ຍລົງ, ບັນດາ​ອິດທິ​ກຳລັງສັດຕູ ​ໄດ້​ເພີ່ມ​ທະວີການຕໍ່ຕ້ານພັກ​ກອມ​ມູນິດ​ຫວຽດນາມ, ທຳລາຍ​ລະບອບ​ສັງຄົມ​ນິຍົມ, ປະຕິ​ເສດ, ​ໃສ່​ຮ້າຍ​ປ້າຍ​ສີລັດທິ​ມາກ-​ເລ​ນິນ. ​ໃນ​ຊຸມ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຄຽງ​ຄູ່​ກັບ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ແລະ​ມີຄວາມ​ໝາຍ​ປະຫວັດສາດ​ໃນ​ດ້ານ​ຕ່າງໆ​ນັ້ນ, ກໍ່​ຍັງ​ມີ​ບັນຫາ​ໃໝ່​ແລະ​ຄວາມ​ຂັດ​ແຍ້​ງ​ໃໝ່​ເກີດ​ຂຶ້ນທີ່​ກ່ຽວຂ້ອງ​ກັບ​ທິດ​ສະ​ດີ, ​ເຊິ່ງຫຼາຍ​ບັນຫາຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຄົ້ນຄວ້າ​ຢ່າງ​ຮອບ​ຄອບເລິກ​ເຊິ່ງ ​ເພື່ອ​ທຳ​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ທາດ​ແທ້​ຂອງມັນ, ບໍ່​ໄດ້​ອະທິບາຍ​ຢ່າງ​ມີ​ວິທະຍາສາດ​ແລະ​ໜ້າ​ເຊື່ອ​ຖື, ມີ​ຫຼາຍ​ບັນຫາ​ຖືກ​ປະປ່ອຍລະຫວ່າງ​ການ​ຄົ້ນຄວ້າ ​ບໍ່​ມີ​ການ​ສະຫຼຸບ, ​ໄດ້ພາ​ໃຫ້​ເກີດ​ຄວາມ​ຂັດຂ້ອງ ຄ້າງ​ຄາ​ໃນ​ຄວາມ​ຮັບ​ຮູ້, ​ແນວ​ຄິດ; ສະຖານະ​ການ​ຂອງ​ການ​ເວົ້າ​ແລະ​ການ​ເຮັດ, ການ​ເວົ້າ​ແລະການ​ຄິດ ຍັງ​ບໍ່​ທັນ​ເປັນ​ເອກະ​ພາບ. ​ໃນ​ຂະນະ​ນັ້ນ ສະພາບ​ການ​ໂລກ​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ, ສັບສົນ, ຄາດ​ການ​ຍາກ... ທັງໝົດ​ສົ່ງ​ຜົນ​ກະທົບ​ໃສ່​ພວກ​ພະນັກງານ ສະມາຊິກ​ພັກ ທີ່​ຂາດ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ, ຂາດ​ຄວາ​ມານະ​ພະຍາຍາມ, ຫຼັກ​ໝັ້ນ​ການ​ເມືອງ​ບໍ່​ໜັກ​ແໜ້ນ, ​ເຮັດ​ໃຫ້​ພວກ​ນີ້​ກາຍ​ເປັນ​ຜູ້​ທີ່​ຖືກ​ເສື່​ອມ​ໂຊມທາງ​ດ້ານ​ການ​ເມືອງ​ແນວ​ຄິດ, ສູນ​ເສຍ​ອຸດົມ​ການສັງຄົມ​ນິຍົມ​ ແລະ ປະຕິ​ເສດ​ເສັ້ມ​ທາງ​ກ້າວ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມຂອງ​ຫວຽດນາມ, ປະຕິ​ເສດ​ບົດບາດ​ຂອງລັດທິ​ມາກ-​ເລ​ນິນ.

ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ອີກ​ເທື່ອ​ໜຶ່ງ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຢືນ​ຢູ່​ໃນ​ທັດສະນະ​ພາວະ​ວິ​ໄສ​ແລະ​ວິທະຍາສາດ ​ເພື່ອ​ໝູນ​ໃຊ້​ແລະ​ພັດທະນາລັດທິ​ມາກ-​ເລ​ນິນ​ໃນ​ເງື່ອນ​ໄຂ​ໃໝ່. ສືບ​ຕໍ່​ຢຶດໝັ້ນລັດທິ​ມາກ-​ເລ​ນິນ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຍູ້​ແຮງ​ກິດຈະກຳ​​ປ່ຽນ​ແປງ​ໃໝ່​ໃຫ້​ເຂົ້າ​ສູ່​ງລວງ​ເລິກ, ຕິດ​ກັບ​ການ​ພັດທະນາ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ​ເຊື່​ອ​ມ​ໂຍງ​ສາກົນ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງປະ​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ...

​ເພື່ອ​ໃຫ້ປະ​ເທດ​ຊາດ​ພັດທະນາ​ຢ່າງ​ຍືນ​ຍົງ, ​ໃນ​ບັນດາ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ, ​ໂດຍ​ສະ​ເພາະ​ໃນ​ສະ​ໄໝ​ທີ່​ຜ່ານ​ມາ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ກຳນົດ​ວ່າ ການ​ພັດທະນາ​ເສດຖະກິດ​ແມ່ນ​ຈຸດ​ໜັກ​ໃຈ​ການ, ການ​ກໍ່ສ້າງ​ພັກ​ແມ່ນກຸນ​ແຈສຳຄັນ, ການ​ກໍ່ສ້າງ​ວັດທະນະທຳ​ແມ່ນ​ພື້ນຖານ​ຈິດ​ໃຈ​ຂອງ​ສັງຄົມ. ການ​ພັດທະນາ​ດ້ວຍ​ສາມ​ເສົາ​ຄ້ຳ: ​ເສດຖະກິດ, ການ​ກໍ່ສ້າງ​ພັກ ​ແລະ ວັດທະນະທຳ ​ແມ່ນ​ທັດສະນະ​ທີ່​ເປັນ​ເອກະ​ພາບ​ໃນ​ມູນ​ຫຼັກ​ທິດ​ສະ​ດີ​ຂອງລັດທິ​ມາກ-​ເລ​ນິນກ່ຽວ​ກັບ​ການ​ປະຕິວັດ​ກຳມາ​ຊີບ​ ທີ່​ພັກ​ສືບ​ຕໍ່​ໝູນ​ໃຊ້​ຢ່າງ​ໝັ້ນ​ໜຽວ.

3- ການ​ທີ່ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ໝູນ​ໃຊ້ລັດທິ​ມາກ-​ເລ​ນິນຢ່າງ​ປະດິດ​ສ້າງ ​ເຂົ້າ​ໃນ​ພາລະ​ກີດ​ການ​ປະຕິວັດ​ຂອງ​ປະ​ເທດ​ຕົນ​ ໃນການ​ເດີນທາງ​ເກົ້າ​ສິບ​ປີ​ນັ້ນ ​ແມ່ນ​ຍ້ອນ​ສາມ​ສາ​ເຫດ​ດັ່ງ​ນີ້: ທີ​ໜຶ່ງ, ລັດທິ​ມາກ-​ເລ​ນິນ​ເອງ​ແມ່ນລະບົບ​ທິດ​ສະ​ດີ​ທີ່​ເປີດ​ກວ້າງ​ແລະ​ພັດ​ທະນາ, ມັນ​ຍັງ​ບໍ່​ທັນ​ຄົບ​ຖ້ວນ​ເທົ່າ​ທີ່​ຄວນ ​ແລະ​ບັນດາ​ຜູ້​ກໍ່​ຕັ້ງ​ມັນ​ກໍ່​ໄດ້​ຍອມຮັບ​​ແລ້ວ. ທີ​ສອງ, ຈຳ​ເປັນ​ຕ້ອງ​ເພີ່ມ​ອົງ​ປະກອບ​ຕາ​ເວັນ​ອອກ, ອົງ​ປະກອບ​ຂອງ​ຫວຽດນາມ​ເຮັດ​ໃຫ້​ມັນ​ສອດຄ່ອງເໝົາ​ະສົມ ຄື​ດັ່ງ​ທີ່​ທ່ານ​ຫງວຽນອ໋າຍກວັກ - ​ໂຮ່ຈີ​ມິນ​ໄດ້​ກຳນົດ. ທີ​ສາມ, ຊີວິດ​ຈິງກໍ່​ຄື​ພຶດຕິ​ກຳ​ແຫ່ງ​ການ​ປະຕິວັດ​ແມ່ນ​ການ​ເຄື່ອນ​ເໜັງ. ການ​ເຄື່ອນ​ເໜັງ​ແມ່ນ​ເດັດ​ຖານ. ບາງ​ຂໍ້​ຄິດ​ທິດ​ສະ​ດີ​ຂອງລັດທິ​ມາກ-​ເລ​ນິນ​ໄດ້​ຖືກ​ຜ່ານ​ພົ້ນ​ໂດຍຍຸກ​ສະ​ໄໝ, ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ເຕີມ​ແລະ​ປະດິດ​ສ້າງ​ໃນ​ເວລາ​ໝູນ​ໃຊ້​ມັນ.

ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ຄົ້ນຄວ້າລັດທິ​ມາກຢ່າງ​ເລິ​ກເຊິ່ງ ​ແລະ​ຕັ້ງ​ຂໍ້​ສັງ​ເກດ​ວ່າ: “ພິຈາລະນາ​ລັດທິ​ມາກ​ຄືນ​ໃໝ່​ທາງ​ດ້ານ​ພື້ນຖານ​ປະຫວັ​ດສາດ​ຂອງ​ມັນ, ປັບປຸງ​ມັນ​ດ້ວຍ​ຊາດ​ພັນ​ວິທະຍາ​ຕາ​ເວັນ​ອອກ”(7), ​ເພື່ອ​ໃຫ້​ທິດ​ສະ​ດີ​ດັ່ງກ່າວ​ສອດຄ່ອງ​ເໝາະ​ສົມ ​ແລະ​ຕອບ​ສະໜອງ​ຄວາມ​ຕ້ອງການ​ເຄື່ອນ​ໄຫວ​ຂອງພຶດຕິ​ກຳ​ປະຕິວັດ ​ໃນ​ບັນດາ​ສະພາບ​ການ​ແລະ​ເງື່ອນ​ໄຂ​ສະ​ເພາະ. ​ເປັນ​ເອກະ​ພາບ​ກັບ​ທັດສະນະ​ດັ່ງກ່າວ, ​ໃນ​ເກົ້າ​ສິບ​ປີ​ແຫ່ງ​ການ​ນຳພາ​ການ​ປະຕິວັດ, ຄຽງ​ຂ້າງ​ກັບ​ການ​ຢຶດໝັ້ນລັດທິ​ມາກ-​ເລ​ນິນ, ປະທານ​ໂຮ່ຈີ​ມິນ​ແລະພັກ​ກອມ​ມູນິດ​ຫວຽດນາມ​ ໄດ້​ປະດິ​ດສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ພຶດຕິ​ກຳ​ປະຕິວັດ​ວາງ​ອອກ​ມາ, ປະກອບສ່ວນ​ໃຫ້​ໄຊຊະນະອັນ​ໃຫຍ່​ຫຼວງ​ຂອງ​ການ​ປະຕິວັດ​ຫວຽດນາມ, ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ເຕີມ ​ເຮັດ​ໃຫ້ລັດທິ​ມາກ-​ເລ​ນິນນັບ​ມື້​ນັບ​ສົມບູນກ່ຽວ​ກັບ​ບາງ​ບັນຫາ​ຕົ້ນຕໍ​ດັ່ງ​ນີ້:

ນັ້ນ​ແມ່ນ​ການໝູນ​ໃຊ້ທິດ​ສະ​ດີ​ກ່ຽວ​ກັບ​ການ​ປະຕິວັດ​ກຳມາ​ຊີບ​ ຂອງລັດທິ​ມາກ-​ເລ​ນິນ ຢ່າງ​ປະດິດ​ສ້າງ ​ເຂົ້າ​ໃນ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ​ຢູ່​ຫວຽດນາມ. ​ໂດຍ​ໄດ້​ເຫັນ​ກັບ​ຕາ​ ສະພາບ​ການ​ຂອງລັດທິ​ທຶນ​ນິຍົມ​ແຂ່ງຂັນ​ເສລີ, ທ່ານ​ ກ.ມາກ ​​ໃຫ້​ທັດສະນະ​ວ່າ, ການ​ປະຕິວັດ​ກຳມາ​ຊີບ​ຈະລະ​ເບີດ​ຂຶ້ນ​ແລະ​ຍາດ​ໄດ້​ໄຊຊະນະ​ໃນ​ບັນດາ​ປະ​ເທດ​ທຶນ​ນິຍົມທີ່​ພັດທະນາ. ມາ​ຮອດ​ສະ​ໄໝ​ຂອງ ​ວ.ອີ.​ເລນິນ, ລັດທິ​ທຶນ​ນິຍົມ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ຈັກກະພັດ​ນິຍົມ, ​ເລ​ນິນ ​ໄດ້​ຢືນຢັນວ່າ, ການ​ປະຕິວັດກຳມາ​ຊີບອາດ​ຈະລະ​ເບີດ​ຂຶ້ນ​ແລະ​ໄດ້​ຮັບ​ໄຊຊະນະ​​ໃນ​ປະ​ເທດ​ຈຳນວນ​ໜຶ່ງ, ​ແມ່ນ​ແຕ່​ປະ​ເທດ​ດຽວຂອງ​ລັດທິຈັກກະພັດ​ນິຍົມ (ຕ່ອງ​ໂສ້​ທີ່​ອ່ອນໃນ​ສາຍ​ໂສ້​ຈັກກະພັດ​ນິຍົມ). ດ້ວຍ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຊາຊົນ​ແລະ​ສະພາບ​ການ​ຂອງ​ປະ​ເທດຂອງ​ຕົນ​ເອງ ຢູ່​ໃນ​ເງື່ອນ​ໄຂຂອງ​ຍຸກ​ສະ​ໄໝ, ​ທ່ານໂຮ່ຈີ​ມິນ​ໄດ້​ປະດິດ​ສ້າງ, ​ໃຫ້​ທັດສະນະ​ວ່າ, ຢາກ​ກູ້​ຊາດ​ແລະ​ປົດ​ປ່ອຍປະ​ຊາ​ຊົນ​ແມ່ນ​ບໍ​ມີ​ເສັ້ນທາງ​ອື່ນ​ໃດ​ນອກ​ເໜືອ​ຈາກ​ເສັ້ນທາງ​ປະຕິວັດ​ກຳມາ​ຊີບ. ທ່ານ​ປະທານ​ໂຮ່ຈີ​ມິນ​ແລະ​ພັກ​ກອມ​ມູນິດ​ຫວຽດນາມ​ ໄດ້ຕັ້ງ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ​ຫວຽດນາມ ຢູ່​ໃນ​ວົງ​ໂຄຈອນ​ຂອງ​ການ​ປະຕິວັດ​ກຳມາ​ຊີບ​ໂລກ, ​ແຕ່​ທ່ານ​ກໍ່​ໄດ້​ກຳນົດ​ວ່າ, ​ໃນ​ຫຼາຍ​ເງື່ອນ​ໄຂ​ສະ​ເພາະ, ການ​ປະຕິວັດ​ຢູ່​ຫົວ​ເມືອງ​ຂຶ້ນ​ສາມາດ​ປະສົບ​ຜົນ​ສຳ​ເລັດ​ກ່ອນ​ການ​ປະຕິວັດ​ຢູ່​ປະ​ເທດລ່າ​ເມືອງ​ຂຶ້ນ. ​ເປັນອັນ​ຈະ​ແຈ້ງວ່າ, ປະທານ​ໂຮ່ຈີ​ມິນ​ແລະພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ມີ​ຄວາມປະດິດສ້າງ, ກຳນົດ​ແຈ້ງ ​ຄວາມ​ເປັນ​ເອກະລາດ​ຂອງ​ການ​ປະຕິວັດ​ຢູ່​ຫົວ​ເມືອງ​ຂຶ້ນ ທຽບ​ກັບ​ການ​ປະຕິວັດ​ຢູ່​ປະ​ເທດ​ລ່າ​ເມືອງ​ຂຶ້ນ ​ແລະ ພັກ​ປະຕິວັດ​ຢູ່​ຫົວ​ເມືອງ​ຂຶ້ນຕ້ອງ​ມີ​ຄວາມ​ເປັນ​ເຈົ້າ​ການ​ຢ່າງ​ກວ້າງຂວາງ, ມີ​ຄວາມ​ຮັບຜິດຊອບ​ແຫ່ງ​ຊາດ​ແລະ​ສາກົນ​ສູງກວ່າ​ແຕ່​ກ່ອນ. ນັ້ນ​ແມ່ນ​ການ​ປະດິດ​ສ້າງ​ທາງ​ດ້ານ​ຍຸດ​ທະ​ສາດ​ຂອງ​ພັກກ່ຽວ​ກັບ​ເສັ້ນທາງ​ຂອງ​ການ​ປະຕິວັດ​ຫວຽດນາມ.

ນັ້ນ​ແມ່ນ​ການ​ປະດິດ​ສ້າງທິດ​ສະ​ດີ​ກ່ຽວ​ກັບການ​ກຳ​ເນີ​ດຂອງ​ພັກ​ກອມ​ມູນິດ​ຢູ່​ປະ​ເທດ​ກະສິກຳ​ຫຼ້າ​ຫຼັງ. ​ໃນ​ນິພົນຄວາມ​ຮູ້​ທົ່ວ​ໄປ​ກ່ຽວ​ກັບ​ການ​ເມືອງ (ປີ 1953), ປະທານ​ໂຮ່ຈີ​ມິນ​ໄດ້​ກ່າວ​ໂດຍ​ສັງ​ເຂບກ່ຽວ​ກັບ​ການ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຫວຽດນາມ: ພັກ​ສົມທົບ​ຂະ​ບວນການ​ປະຕິວັດ​ຫວຽດນາມ​ກັບລັດທິ​ມາກ-​ເລ​ນິນ. ປີ 1960, ທ່ານ​ຂຽນ​ວ່າ: ລັດທິ​ມາກ-​ເລ​ນິນສົມທົບ​ກັບ​ຂະ​ບວນການ​ກຳມະກອນ ​ແລະ ຂະ​ບວນການ​ຮັກ​ຊາດ​ໄດ້​ພາ​ໄປ​ສູ່​ການ​ສ້າງ​ຕັ້ງພັກ​ໃນ​ຕົ້ນ​ປີ 1930. ​ໃນ​ຂະນະ​ທີ່​ຢືນຢັນ​ກົດ​ເກນ​ທົ່ວ​ໄປຂອງ​ການ​ກຳ​ເນີດຂອງ​ພັກ​ການ​ເມືອງ​ແຫ່ງ​ຊົນ​ຊັ້ນ​ກຳມາ​ຊີບ​ນັ້ນ, ທ່ານ​ໄດ້​ຕີ​ລາຄາ​ສູງ​ຂະ​ບວນການ​ຮັກ​ຊາດ​ຫວຽດນາມ, ຖື​ວ່າ​ນັ້ນ​ແມ່ນ​ປັດ​ໄຈ​ທີ່​ສຳຄັນ ພ້ອມ​ກັບ​ສອງ​ປັດ​ໄຈ​ທີ່ລັດທິ​ມາກ-​ເລ​ນິນ​ໄດ້​ເວົ້າ​ມາ ​ແມ່ນ​ເງື່ອນ​ໄຂ​ເພື່ອ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຫວຽດນາມຂຶ້ນ. ຂໍ້​ຄິດ​ທິດ​ສະ​ດີ​ດັ່ງກ່າວ​ແມ່ນ​ໄດ້​ຢຶດໝັ້ນລັດທິ​ມາກ-​ເລ​ນິນກ່ຽວ​ກັບ​ການ​ກຳ​ເນີ​ດພັກ​ກອມ​ມູນິດ (ພັກ​ກອມ​ມູນິດ = ລັດທິ​ມາກ-​ເລ​ນິນ + ຂະ​ບວນການ​ກຳມະກອນ), ​ແລະ​ໄດ້​ປະດິດ​ສ້າງ​ໃຫ້​ມັນ​ສອດຄ່ອງ​ເໝາະ​ສົມ​ກັບ ສະພາບ​ການ​ຂອງປະ​ເທດ​​ເມືອງ​ຂຶ້ນ​ເຄິ່ງສັກດິນາ, ມີ​ມູນ​ເຊື້ອ​ຮັກ​ຊາດ​ແຕ່​ມີຈຳນວນ​ກຳມະກອນ​ໜ້ອຍ. ຍິ່ງ​ກວ່າ​ນັ້ນ, ຫງວຽນ​ອ໋າຍກວັກ​ຍັງ​ໄດ້​ຂົນຂວາຍ​ ເພື່ອ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມ​ ເປັນ​ພາກສ່ວນໜຶ່ງ​ທີ່​ເປັນ​ເອກະລາດ​ຂອງ​ກອມ​ມູນິດ​ສາກົນ ​ໂດຍ​ບໍ່​ຕ້ອງ​ຜ່ານ​ໄລຍະ​ພາຍ​ໃຕ້​ພັກ​ກອມ​ມູນິດ​ຝຣັ່ງ ຄື​ກັບບັນດາ​ອົງການ​ກອມ​ມູນິດ​ອື່ນໆ​ໃນ​ອາ​ຟຣິກກາຝຣັ່ງມາ​ກ່ອນ.

ການ​ປະດິດ​ສ້າງ​ດັ່ງກ່າວ​ແມ່ນ​ຖືກຕ້ອງ, ສອດຄ່ອງ​ເໝາະ​ສົມ​ກັບ​ການ​ປະຕິວັດ​ຫວຽດນາມ, ມັນ​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ຂະ​ບວນການ​ປະຕິວັດ​ຫວຽດນາມ, ​ແຕ່​ຍັງ​ມີ​ຄວາມ​ໝາຍ​ສາກົນ​ອັນ​ໃຫຍ່​ຫຼວງ, ​ໂດຍ​ສະ​ເພາະ​ສຳລັບ​ບັນດາ​ປະ​ເທດ​ທີ່​ມີ​ສະຖານະ​ການ​ຄ້າຍ​ກັບ​ຫວຽດນາມ.

ນັ້ນ​ແມ່ນ​ການປະດິດ​ສ້າງ​ໃນ​ການໝູນ​ໃຊ້​ທິດ​ສະ​ດີ​ກ່ຽວ​ກັບ​ການປະຕິວັດ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງລັດທິ​ມາກ-​ເລ​ນິນ ​ເພື່ອ​ວາງ​ແນວທາງ​ຂອງການ​ປະຕິ​ວັດຫວຽດນາມ. ​ໂຄງການ​ການ​ເມືອງ ປີ 1930 ຂອງ​ພັກ​ໄດ້​ກຳນົດ: ດຳ​ເນີນ​ການ​ປະຕິວັດນາຍທຶນ​ແຫ່ງ​ສິດ​ອຳນາດ​ປະຊາຊົນ ​ແລະ​ການ​ປະຕິວັດ​ທີ່​ດິນ ​ເພື່ອ​ໄປ​ສູ່​ສັງຄົມ​ກອມ​ມູນິດ.

 ຄື​ແນວ​ນັ້ນ​ແມ່ນ ພັກ​ກຳນົດ​ປະຕິບັດສອງ​ໜ້າ​ທີ່​ໄປ​ພ້ອມ​ກັນ: ຂັບ​ໄລ່​ຈັກກະພັດ​ຝຣັ່ງຜູ້​ຮຸກ​ຮານ​ເພື່ອ​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ​ໂຄ່ນ​ລົ້ມ​ພວກ​ສັກດິນາລູກມື​ຂອງຝຣັ່ງລົງ, ນຳ​ເອົາ​ດິນ​ນາມາ​ໃຫ້​ຊາວນາ ຢູ່​ປະ​ເທດ​ກະສິກຳ​ຫຼ້າ​ຫຼັງ, ຫົວ​ເມືອງ​ຂຶ້ນ, ​ແຕ່​ຫຼັງ​ຈາກ​ນັ້ນ​ ຈະ​ກ້າວ​ທັນທີ​ຂຶ້ນ​ສູ່ລັດ​ທິສັງຄົມ​ນິຍົມ, ໝາຍ​ຄວາມ​ວ່າ​ກ້າວ​ເຂົ້າ​ສູ່​ໄລຍະ​ຕົ້ນ​ຂອງ​ຮູບ​ຖານ​ເສດຖະກິດ-ສັງຄົມ​ກອມ​ມູນິດ​ນິຍົມ.

ນັ້ນ​ແມ່ນ​ການປະດິດ​ສ້າງ​ ໃນ​ການໝູນ​ໃຊ້​​ແນວ​ຄິດ​ພັນທະ​ພາບ​ກຳມະກອນ-ຊາວນາ ຂອງລັດທິ​ມາກ-​ເລ​ນິນ​ເຂົ້າ​ໃນ​ພຶດຕິ​ກຳ​ຂອງ​ການ​ປະຕິວັດ​ຫວຽດນາມ. ມີ​ບົດຮຽນກ່ຽວ​ກັບ​ຄວາມ​ຫຼົ້ມ​ເຫຼວຂອງ​ກອມ​ມູນ​ປາຣີ ຍ້ອນ​ວ່າການ​ປະຕິບັດ​ພັນທະ​ພາບ​ກຳມະກອນ-ຊາວນາ​ບໍ່​ດີ, ດັ່ງ​ນັ້ນ​ແຕ່​ປີ 1927, ​ໃນ​ນິພົນ​ເສັ້ນທາງປະຕິວັດ ຂອງທ່ານ​ຫງວຽນອ໋າຍກວັກ ​ແລະ​ໃນ​ໂຄງການ​ການ​ເມືອງ​ ປີ 930 ຂອງ​ພັກ​ລ້ວນ​ແຕ່​ໄດ້​ຢືນຢັນ: ກຳມະກອນ - ຊາວນາ​ແມ່ນ​ກົກ​ຮາກ​ຂອງ​ການ​ປະຕິວັດ, ປັນຍາ​ຊົນ, ນັກຮຽນ​​ແມ່ນເພື່ອ​ນມິດ​ຂອງ​ການ​ປະຕິວັດ. ທຸກໆ​ໄຊຊະນະ​ຂອງ​ການ​ປະຕິວັດ​ຂອງ​ປະ​ເທດ​ເຮົາ​ໃນ​ເສັ້ນທາງ 90 ປີ​ທີ່​ຜ່ານ​ມາ​ແມ່ນ​ການ​ປະດິດ​ສ້າງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ການ​ປະຕິບັດ​ສຳພັນ​ທະ​ພາບ​ກຳມະກອນ - ຊາວນາ - ປັນຍາ​ຊົນ, ປັດ​ໄຈ​ທີ່​ມີ​ບົດບາດ​ຕັດສິນ​ຊີ້​ຂາດ.

ນັ້ນ​ແມ່ນການປະດິດ​ສ້າງ​ໃນ​ການໝູນ​ໃຊ້ທິດ​ສະ​ດີ​ກ່ຽວ​ກັບ​ໂອກາດ​ແລະ​ສະຖານະ​ການ​ປະຕິວັດ ຂອງລັດທິ​ມາກ-​ເລ​ນິນ ​ເຂົ້າ​ໃນ​ຕອນ​ໂຄ້ງປະຫວັດສາດ, ບາດ​ລ້ຽວຂອງ​ການ​ປະຕິວັດ​ຫວຽດນາມ​. ລັດທິ​ມາກ-​ເລ​ນິນພຽງ​ແຕ່​ຢືນຢັນ​ມູນ​ຫຼັກ​ທົ່ວ​ໄປ​ກ່ຽວ​ກັບ​ສະຖານະ​ການ​ປະຕິວັດ, ນັ້ນ​ແມ່ນ: ​ເມື່ອ​ຊົນ​ຊັ້ນ​ປົກຄອງ​ບໍ່​ສາມາດ​ຄອບ​ງຳ​ຄື​ແຕ່​ກ່ອນ​ອີກ, ຊົນ​ຊັ້ນ​ຖືກ​ປົກຄອງ​ບໍ່​ສາມາດ​ທົນ​ຕໍ່​ການຄອບ​ງຳ​ທີ່​ເຄີຍ​ມີ​ໄດ້​ອີກຕໍ່​ໄປ, ຄົນ​ຊັ້ນ​ກາງ​ໄດ້ຫັນ​ມາ​ຢືນ​ຂ້າງຄຽງ​ກັບ​ຊົນ​ຊັ້ນ​ຖືກ​ປົກຄອງ, ​ເຊິ່ງຢູ່​ຫວຽດນາມ, ​ເມື່ອ​ຍີ່ປຸ່ນຍອມ​ຈຳນົນ​ພັນທະ​ມິດ (ວັນ​ທີ15 ສິງຫາ 1945), ວັນ​ທີ16 ສິງຫາ 1945, ກອງ​ປະຊຸມ​ໃຫຍ່​ປະຊາຊົນ​ແຫ່ງ​ຊາດ​ໄດ້​ໂຮມ​ປະຊຸມ ​ເພື່ອຮັບຮອງ​ເອົາ​ມະຕິ​ຕົກລົງ​ລຸກ​ຮື​ຂຶ້ນ​ທົ່ວ​ປະ​ເທດ​ຂອງພັກ​ກອມ​ມູນິດ​ອິນດູຈີນ, ສ້າງ​ຕັ້ງຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ການ​ປົດ​ປ່ອຍ, ຝາກ​ຈົດໝາຍ​ຮຽກຮ້ອງ​ພີ່ນ້ອງ​ຮ່ວມ​ຊາດ​ທົ່ວ​ປະ​ເທດ: “​ເວລາ​ຕັດສິນ​ຊະ​ຕາ​ກຳ​ຂອງ​ຊາດ​ຫວຽດນາມ​ໄດ້​ມາ​ເຖິງ​ແລ້ວ. ພີ່ນ້ອງ​ຮ່ວມ​ຊາດ​ໃນ​ທົ່ວ​ປະ​ເທດ​ຈົ່ງ​ລຸກ​ຮື​ຂຶ້ນ ​ເອົາ​ກຳລັງ​ຂອງ​ພວກ​ເຮົາ​ເພື່ອ​ປົດ​ປ່ອຍ​ພວກ​ເຮົາ”. “​ໃນ​ເວລາ​ນີ້​ໂອກາດ​ທີ່​ດີ​ໄດ້​ມາ​ເຖິງ​ແລ້ວ, ​ເຖິງ​ວ່າ​ຈະ​ເສຍ​ສະລະ​ຫຼາຍເທົ່າ​ໃດ, ​ເຖິງ​ວ່າ​ຈະ​ຕ້ອງຈູດ​ທັງ​ສາຍພູ​ຫຼວງ ພວກ​ເຮົາກໍ່​ຕ້ອງຕໍ່ສູ້​ຢ່າງ​ເດັດດ່ຽວ​ເພື່ອ​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ”.

ນັ້ນ​ແມ່ນການ​ປະດິດ​ສ້າງ​ໃນ​ການ​ໝູນ​ໃຊ້​ທັດສະນະ​ກ່ຽວ​ກັບ​ບົດບາດ​ຂອງ​ມວນຊົນ ຂອງລັດທິ​ມາກ-​ເລ​ນິນ ​ເຂົ້າ​ໃນ​ເສັ້ນທາງ​ເກົ້າ​ສິບ​ປີ​ແຫ່ງ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ​ແລ​ະສ້າງສາ​ປະ​ເທດ​ຊາດຢູ່​ຫວຽດນາມ ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ. ລັດທິ​ມາກ-​ເລ​ນິນຢືນຢັນ​ວ່າ, ປະຊາຊົນ​ແມ່ນ​ຜູ້​ສ້າງ​ປະຫວັດສາດ; ​ແມ່ນ​ກຳລັງ​ຜະລິດ​ວັດຖຸ​ສິ່ງ​ຂອງ​ແລະ​ຜະລິດ​ບັນດາ​ຄຸນຄ່າ​ຈິດ​ໃຈ, ​ແມ່ນ​ກຳລັງທີ່​ແຂງ​ແຮງ​ຂອງ​ບັນດາການ​ປະຕິວັດ​ທາງ​ສັງຄົມ;  ບໍ່​ມີ​ເວລາ​​ໃດ​ທີ່ມະຫາຊົນ​ສະ​ແດງ​ໃຫ້​ເຫັນ​ວ່າ​ເປັນ​ຜູ້​ປະດິດສ້າງລະບຽບ​ສັງຄົມ​ໃໝ່ຢ່າງ​ຫ້າວຫັນ​ຄື​ຍຸກ​ປະຕິວັດ; ຍ້ອນ​ກຳລັງແຮງຂອງ​ປະຊາຊົນ, ​ໄລຍະ​ປະຕິວັດ​ຈຶ່ງມີ​ຄວາມ​ຄິດ​ສ້າງສັນທາງ​ປະຫວັດສາ​ດທີ່​ກວ້າງຂວາງ​ກວ່າ​ເກົ່າ, ອຸດົມສົມ​ບຸນກວ່າ​ເກົ່າ, ຕື່ນຕົວ​ສະໝັກ​ໃຈ​ກວ່າ​ເກົ່າ, ມີ​ແຜນການ​ກວ່າ​ເກົ່າ, ກ້າຫານ​ກວ່າ​ແລະ​ຈະ​ແຈ້ງ​ກວ່າ​ເກົ່າ... ປະທານ​ໂຮ່ຈີ​ມິນ​ແລະພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ, ມະຫາຊົນ​ແມ່ນ​ຜູ້​ປະດິດ​ສ້າງ, ກຳມະກອນ​ແລະ​ຊາວນາ​ແມ່ນຜູ້​ປະດິດ​ສ້າງ. ​ແຕ່​ປະຊາຊົນ​ບໍ່​ພຽງ​ແຕ່​ປະດິດ​ສ້າງ​ວັດຖຸ​ສິ່ງ​ຂອງ​ອອກ​ມາ​ເທົ່າ​ນັ້ນ, ປະຊາ​ຊົນຍັງ​ເປັນນັກ​ຂຽນ. “ການ​ຝຶກ​ຊ້ອມ​ສາມ​ຄັ້ງ” ​ໃນ 15 ປີ (1930- 1945) ​ເຊິ່ງຈຸດ​ສູງ​ສຸດ​ແມ່ນ​ການ​ລຸກ​ຮື​ຂຶ້ນຍາດ​ອຳນາດ​ການ​ປົກຄອງ​ປະສົບ​ຜົນສຳ​ເລັດ - ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 - ນັ້ນ​ແມ່ນພະລັງ​ທີ່​ຍິ່ງ​ໃຫຍ່​ຂອງມະຫາຊົນ. ການ​ແກ້​ໄຂຜ່ານ​ຜ່າ “ສະຖານະ​ການ​ ພັນ​ປອນທີ່​ຫ້ອຍ​ລົງ​​ຈາກ​ຜົມ" ຂອງ​ປະ​ເທດ​ໃນ​ປີ​ທຳ​ອິດພາຍຫຼັງ​ການ​ປະຕິວັດ​ເດືອນ​ສິງຫາ; ​ຈາກ​ນັ້ນ​ດຳ​ເນີນສົງ​ຄາມ​ຕໍ່ຕ້ານຢ່າງຮອບດ້ານ​ໃນ​ເວລາ​ເກົ້າ​ປີ, ​ເອົາ​ຊະນະ​ການ​ຮຸກ​ຮານ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ; ​ໄຊຊະນະ​ອັນ​ໃຫຍ່ຫຼວງ​ໃນ​ລະດູບານ​ໃໝ່​ປີ 1975, ສິ້ນ​ສຸດ 21 ປີ​ແຫ່ງ​ການ​ຕໍ່ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່​ທີ່​ໂຫດຮ້າຍ​ແລະ​ຫົວ​​ໂປ່​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ມະນຸດ. ​ແລະ, ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ທີ່​ມີ​ຄວາມ​ໝາຍ​ຍຸກ​ສະ​ໄໝຂອງ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ໃນ 34 ທີ່​ຜ່ານ​ມາ ​ເຊິ່ງລ້ວນ​ແຕ່​ເປັນ​ຜົນງານ​ແຫ່ງ​ການ​ປະດິດ​ສ້າງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ - ຜູ້​ທີ່​ສ້າງ​ປະຫວັດສາດ​ພາຍ​ໃຕ້​ການ​ນຳພາ​ຂອງພັກ​ກອມ​ມູນິດ​ຫວຽດນາມ... ປະທານ​ໂຮ່ຈີ​ມິນ​ແລະພັກ​ກອມ​ມູນິດ​ຫວຽດນາມຮັບ​ຮູ້​ຢ່າງ​ສັດຈະ​ວິພາກ​ວ່າ, ການ​ຢຶດໝັ້ນ​ແລະໝູນ​ໃຊ້​ລັດທິ​​ມາກ-​ເລ​ນິນຢ່າງ​ປະດິດ​ສ້າງ​ແມ່ນ​ສອງ​ດ້ານ​ໃນ​ຄວາມ​ເປັນ​ເອກະ​ພາບ. ການ​ຢຶດໝັ້ນ​ບັນດາ​ມູນ​ຫຼັກ​ທິດ​ສະ​ດີ​ທີ່​ຖືກຕ້ອງ, ການ​ປະດິດ​ສ້າງ​ໃຫ້​ສອດຄ່ອງ​ເໝາະ​ສົມ​ກັບ​ພຶດຕິ​ກຳ ​ແລະ​ໃຫ້​ມີ​ປະສິດທິ​ຜົນ​ກວ່າ. ການ​ຢຶດໝັ້ນ​ແລະ​ໝູນ​ໃຊ້ລັດທິ​ມາກ-​ເລ​ນິນຢ່າງ​ປະດິດ​ສ້າງ ​ແມ່ນ​ພື້ນ​ຖານຂອງ​ໄຊຊະນະ​ທັງ​ໝົດ​ຂອງ​ການ​ປະຕິວັດ​ຫວຽດນາມ​ໃນ​ເສັ້ນທາງ 90 ປີ​ພາຍ​ໃຕ້​ຄັນ​ທຸງ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ເພື່ອ​ຄວາມ​ເປັນ​ເອກະລາດ​ຂອງ​ປະ​ເທດ​ຊາດ, ​ເພື່ອ​ເສລີພາບ​ແລະ​ຄວາມສຸກ​ຂອງ​ປະຊາຊົນ./.

------------------------------

(1) ກ.ມາກ ​ແລະ ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ້າ​ໂນ້ຍ, 1999, ​ເຫຼັ້ມ 36, ໜ້າ 796.

(2), (3) ວ.ອີ.​ເລ​ນິນ: ນິພົນ​ຄົບ​ຊຸດ, ສພຈ. ກ້າວໜ້າ, ມົດ​ສະ​ກູ, 1980, ​ເຫຼັ້ມ 20, ໜ້າ 99.

(4), (5) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດສື້​ເຖິດ, ຮ້າ​ໂນ້ຍ, 2011, ​ເຫຼັ້ມ 12, ໜ້າ 562, 563.

(6) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 15, ໜ້າ 588.

(7) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, 2011, ​ເຫຼັ້ມ 1, ໜ້າ 510.

- ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 933 (​ເດືອນ​ມັງກອນ 2020)