ວິທີ​ເສີມ​ຂະຫຍາຍ​ກຳລັງ​ແຮງສັງ​ລວ​​ມ​ຂອງ​ພັກ ​ໃນ​ໄລຍະ​ເກົ້າ​ສິບ​ປີ​ແຫ່ງ​ການ​ນຳພາ​ການ​ປະຕິວັດ​ຫວຽດນາມ

 

ໂດຍ ຮສ. ປອ. ດວ່ານມິງຫວນ
ກຳມະການສຳຮອງສູນກາງພັກ, ບັນນາທິການໃຫຍ່ວາລະສານກອມມູນິດ
14:49, 22-08-2020

ວກ. - ວິທີ​ເສີມ​ຂະຫຍາຍ​ກຳລັງ​ແຮງສັງ​ລວ​​ມ ບໍ່​ແມ່ນ​ເລກ​ບວກ​ແບບ​ງ່າຍ​ດາຍ ຂອງ​ບັນດາ​ກຳລັງ​ແລະ​ຊັບພະຍາກອນ, ​ແຕ່​ແມ່ນ​ວິທະຍາສາດ​ແລະ​ສິລະ​ປະການ​ນຳ​ໃຊ້​ກຳລັງ​ຂອງ​ພັກ ຕິດ​ກັບ​ເງື່ອນ​ໄຂ​ສະ​ເພາະ. ​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ​ໃນ 90 ປີ​ທີ່​ຜ່ານ​ມາ ​ໄດ້​ຕິດ​ແໜ້ນ​ສະ​ເໝີ​ກັບ​ ແນວທາງ​ແລະວິທີ​ການ​ປະຕິວັດ​ທີ່​ຖືກຕ້ອງ ປະດິດ​ສ້າງ​ຂອງ​ພັກ, ​ໃນ​ນັ້ນ​ມີ​ວິທີ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ.

ຂະບວນການ ໂຊວຽດ ເງ້ຕິ້ງ - ຈຸດສຸດຍອດຂອງຂະບວນການປະຕິວັດ 1930 - 1931 ທີ່ນຳພາໂດຍພັກກອມມູນິດຫວຽດນາມ _ ແຫຼ່ງ: TTXVN

ພາຍຫຼັງ​ການ​ກຳນົກຈຸດປະສົງ​ແລະໜ້າ​ທີ່ທີ່ຖືກຕ້ອງ​ຂອງການ​ປະຕິວັດ, ວິທີ​ການ​ປະຕິວັດມີ​ບົດບາດ​ຕັດສິນ​ເຖິງ​ປະສິດທິ​ຜົນຂອງ​ການ​ລະດົມ​ເຕົ້າ​ໂຮມ​ກຳລັງ, ຈັດ​ແບ່ງ​ແຫຼ່ງພະລັງ, ປະ​ສານ​ສົມທົບ​ລະຫວ່າງ​ບັນດາ​ແນວ​ຮົບ, ບັນດາ​ຂົງ​ເຂດ, ຄວາມ​ສາມາດນຳ​ໃຊ້​ໂອກາດ, ຍູ້​ຖອຍ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ. ວິທີ​ການ​ປະຕິວັດທີ່ຖືກຕ້ອງ​​ເປັນ​ສິ່ງ​ຮັບປະກັນ​ດີ​ສຸດ ສຳລັບການ​ຜັນ​ຂະຫຍາຍ​ປະຕິ​ບັດໜ້າ​ທີ່ ​ແລະ ບັນລຸ​ເປົ້າ​ໝາຍ​ຂອງ​ການ​ປະຕິວັດ. ການນຳພາ​ການ​ປະຕິວັດ​ໃນ​ເງື່ອນ​ໄຂຕ້ອງ​ປະ​ເຊີນ​ໜ້າ​ກັບສະຖານະ​ການ​ທີ່​ຜິດ​ປົກກະຕິ​ແລະສັບສົນນັ້ນ ຍິ່ງ​ຕ້ອງ​ໃຫ້້ຄວາມ​ສຳຄັນກັບ​ວິທີ​ການ​ນຳພາ ​ເພື່ອວາງ​ທາງ​ເລືອກ​ບຸລິມະສິດ​ທີ່​ສົມ​ເຫ​ດສົມ​ຜົນ, ຕອບ​ສະໜອງ​ຕໍ່​ອັນຕະລາຍ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ, ຫັນປ່ຽນ​ສະຖານະ​ການ, ປ່ຽນ​ສິ່ງທ້າ​ທາຍ​​ໃຫ້ເປັນ​ໂອກາດ.

ວິທີ​ການ​ປະຕິວັດ​ແມ່ນ​ວິທີ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ແນວທາງ​ຢ່າງ​ມີ​ປະສິດທິ​ຜົນ, ​ແມ່ນ​ຜະລິດ​ຕະພັນ​ແຫ່ງ​ຈິນຕະນາການ​ຂອງ​ຜູ້ນຳ, ​ແຕ່​ຍາມ​ໃດ​ກໍໄດ້​ເລີ່​ມຈາກຄວາມ​ຕ້ອງການ​ພາວະ​ວິ​ໄສ, ​ຖືກ​ກຳນົດ​ໂດ​ຍ​ເງື່ອນ​ໄຂປະຫວັດສາດ-ສະ​ເພາະ. ພົ້ນ​ຈາກ​ເງື່ອນ​ໄຂ​ພາວະ​ວິ​ໄສ, ຫ່າງ​ຈາກ​ຈຸດປະສົງ​ແລະ​​ໜ້າ​ທີ່​ຍຸດ​ທະ​ສາດທີ່​ໄດ້​ວາງ​ໄວ້ ຈະ​ເຮັດ​ໃຫ້ວິທີ​ການ​ປະຕິວັດຕົກ​​ເຂົ້າ​ໄປ​ໃນ​ອັດຕະວິ​ໄສ ​ເຈດ​ຈຳນົງ​ນິຍົມ, ຂາດ​ຄວາມ​ປະດິດ​ສ້າງ, ມີ​ໜ້ອຍ​ຫຼື​ບໍ່​ມີ​ປະສິດທິ​ຜົນ​ຕົວ​ຈິງ. ຄວາມ​ຜິດພາດ​ທາງ​ດ້ານວິທີ​ການ​ປະຕິວັດ ສາມາດ​ເຮັດ​ໃຫ້​ເກີດ​ການ​ສູນ​ເສຍ, ​ເຮັດ​ໃຫ້​ກຳລັງ​ປະຕິວັດຕົກ​ຢູ່​ໃນ​ສະພາບ​ຫບຸ້ງ​ຍາກ, ພາດ​ໂອກາດ​ການ​ພັດທະນາ, ຊ້ຳ​ບໍ່​ໜຳ​ ຍັງ​ປະສົບ​ກັບ​ຄວາມ​ລົ້ມ​ເຫຼວຊົ່ວຄາວ.

ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ນຳ​ໃຊ້​ຫຼາຍວິທີ​ການ​ປະຕິວັດຢ່າງ​ມີ​ປະສິທິຜົນ​ໃນ​ພາກ​ປະຕິບັດ; ​ໃນ​ນັ້ນ, ວິທີ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຄວນ​ໄດ້​ຮັບ​ການ​ສະຫຼຸບ​ສັງ​ລວມ ​ແລະ ຄົ້ນຄວ້າ​ຢ່າງຮອບດ້ານ, ​ເລິກ​ເຊິ່ງກ່ວາ​ອີກ.

ວິທີ​ເສີມ​ຂະຫຍາຍ​ກຳລັງ​ແຮງສັງ​ລວ​​ມ​ເລີ່​ມຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ ​ຕ້ອງ​ພິຈາລະນາສິ່ງ​ການ​ຫຼື​ປະກົດ​ການ​ໃດໆ ບໍ່​ພຽງ​ແຕ່​ຕ້ອງ​ເບິ່ງອົງ​ປະກອບ​ທີ່​ໂດດດ່ຽວ​ເທົ່າ​ນັ້ນ, ​ແຕ່​ວ່າ ​ມັນ​ຕ້ອງ​ຢູ່​ໃນການ​ສະ​ລັບ​ສັບ​ຊ້ອນ​ຂອງ​ການ​ພົວພັນ​ສັດຈະ​ວິພາກ. ຕ້ອງມາ​ຈາກ​ພາບ​ລວມນັ້ນ​​ຈຶ່ງ​ເຫັນ​ໄດ້​ຈຸດ​ແຂງທີ່ຕ້ອງ​ໄດ້​ຮັບ​ການ​ສົ່ງ​ເສີມ, ຈຸດ​ອ່ອນທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ ​ເພື່ອ​ສ້າງ​ກຳລັງ​ແຮງ​ສັງ​ລວມ. ວິທີ​ເສີມ​ຂະຫຍາຍ​ກຳລັງ​ແຮງສັງ​ລວ​​ມ ຍັງ​ເກີດຈາກ​ເງື່ອນ​ໄຂ​ສະ​ເພາະ​ຂອງ​ການ​ປະຕິວັດ​ຫວຽດນາມ ​ເຊິ່ງຍາມ​ໃດ​ກໍ່​ຢືນ​ຕໍ່ໜ້າ​ສັດຕູ​ທີ່​ມີ​ກຳລັງ​ແຮງ​ກວ່າ​ຫຼາຍ​ເທົ່າທາງ​ດ້ານ​ວັດຖຸ​ແລະ​ເຕັກນິກ, ​ແຕ່​ມັນ​ຢູ່​ໃນ​ທ່າ​ອ່ອນ​ກວ່າ​ທາງ​ດ້ານ​ກຳລັງ​ການ​ເມືອງ-ຈິດ​ໃຈ. ທາງ​ຝ່າຍ​ພວກ​ເຮົາ, ​​ໃນເບື້ອງ​ຕົ້ນ ​ພວກ​ເຮົາ​ມັກ​ຈະ​ພົບ​ກັບ​ຈຸດ​ອ່ອນ​ທາງ​ດ້ານ​ກຳລັງ​ວັດຖຸ-​ເຕັກນິກ, ​ແຕ່​ມີ​ຂໍ້​ດີ​​ໃນ​ດ້ານ​ກຳລັງ​ແຮງທາງ​ການ​ເມືອງ-ຈິດ​ໃຈ. ດັ່ງ​ນັ້ນ, ການ​ປະຕິວັດ​ຈະຊະນະ​ໄດ້​ກໍ່​ຕໍ່​ເມື່ອຮູ້​ວິທີ​ສົ່ງ​ເສີມ​ຈຸດ​ແຂງ, ​ແກ້​ໄຂ​ຈຸດ​ອ່ອນ​ຂອງຕົວ​ເອງ​ເທື່ອ​ລະ​ກ້າວ ພ້ອມ​ທັງ​ການ​ນຳ​ໃຊ້​ຈຸດ​ອ່ອນ​ແລະ​ກຳຈັດ​ຈຸດ​ແຂ​ງຂອງ​ສັດຕູ. ທັງ​ທາງ​ທິດ​ສະ​ດີ​ແລະພຶດຕິ​ກຳ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ, ການ​ປະ​ເຊີນ​ໜ້າ​ໃດໆ ບໍ່​ວ່າ​ຈະ​ເປັນ​ສົງຄາມ​ແຫ່ງ​ຄວາມ​ວຸ່ນວາຍ ຫຼື ການ​ແຂ່ງຂັນ​ໃນ​ຍາມ​ສັນຕິພາບ ລ້ວນ​ແຕ່​ແມ່ນ​ຄວາມ​ທ້າ​ທາຍ​ທີ່​ຮອບດ້ານ ທັງ​ກຳລັງ​ແຮງ​ເສດຖະກິດ-ວັດຖຸ ​ແລະ ການ​ເມືອງ-ຈິດ​ໃຈ, ທັງກຳລັງ​ແຮງ​ຂອງ​ຊາດ​ແລະ​ຄວາມ​ສາມາດ​ເຕົ້າ​ໂຮມ​ກຳ​ລັງສາກົນ,  ກຳລັງ​ແຮງ “​ແຂງ” ​ແລະກຳລັງ​ແຮງ “ນຸ່ມ​ນວນ”. ພຽງ​ແຕ່​ບົນ​ພື້ນຖານ​ການເສີມ​ຂະຫຍາຍ​ກຳລັງ​ແຮງສັງ​ລວ​​ມຈຶ່ງ​ສ້າງກຳລັງ​ແຮງ​ຕົວ​ຈິງ​ທີ່​ເໜືອກ​ວ່າ ເຊິ່ງ​ແຕ່​ລະ​ອົງ​ປະກອບ​ບໍ່​ສາມາດ​ມີ​ໄດ້.

ກຳລັງ​ແຮງສັງ​ລວ​​ມອີງ​ໃສ່​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ການ​ເມືອງ-ຈິດ​ໃຈ ​ແລະ ກຳລັງ​ແຮງ​ວັດຖຸ-​ເຕັກນິກ

​ໃນ​ສົງຄາມ​ປະຕິວັດ​ ແລະ ​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ນັ້ນ​ແມ່ນ​ການ​ສົມທົບ​ກຳລັງ​ແຮງ​ການ​ເມືອງ-ຈິດ​ໃຈ ​ແລະ ​ກຳລັງ​ແຮງວັດຖຸ-ອາວຸດ. ​ໃນ​ການ​ພົວພັນ​ລະຫວ່າງ​ກຳລັງ​ແຮງ​ການ​ເມືອງ-ຈິດ​ໃຈ ​ແລະ ກຳລັງ​ແຮງ​ວັດຖຸ-ອາວຸດ​ນັ້ນ ພັກ​ເຮົາ​ກຳນົດ​ວ່າ ກຳລັງ​ແຮງ​ການ​ເມືອງ-ຈິດ​ໃຈ ມີ​ບົດບາດ​ຕັດ​ສີນ​ຊີ້​ຂາດ, ນັບ​ແຕ່​ການຄັດ​ເລືອກ​ວິທີການ, ວິທີ​ດຳ​ເນີນການ​ຕໍ່ສູ້ ​ເຖິງ​ຄວາມ​ສາມາດ​​ໃນ​ການໃຊ້​ອາວຸດ ອຸ​ປະກອນ​ ເຕັກ​ໂນ​ໂລ​ຊີ. ​ເພາະສະ​ນັ້ນ, ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ "ກອງ​ກຳລັງ​ຫວຽດນາມ​ໂຄສະນາ​ປົດ​ປ່ອຍ" ທ່ານ​ຜູ້ນຳ​ໂຮ່ຈີ​ມິນ​ໄດ້​ເນັ້ນ​ໜັກ​ວ່າ “ການ​ເມືອ​ງສຳຄັນ​ກວ່າ​ການ​ທະຫານ”, “ການ​ໂຄສະນາ​ຊວນ​ເຊື່ອ​ສຳຄັນ​ກວ່າ​ການ​ສູ້​ຮົບ”. ​ເມື່ອ​ປະ​ເຊີນ​ໜ້າ​ກັບ​ສັດຕູ​ທີ່​​​ແຂງ​ແຮງກວ່າ​ເຮົາຫຼາຍ​ເທົ່າທາງ​ດ້ານກຳລັງ​ທາງ​ວັດຖຸ-ເຕັກນິກ-ອາວຸດ ​ໃນ​ສະຕະວັດ​ທີ XX, ຊາດ​ຫວຽດນາມ​ໄດ້​ຮັບ​ໄຊຊະນະ​ສົມບູນ ຍ້ອນ​ວ່າ​ພັກ​ເຮົາ​ຮູ້​ເສີມ​ຂະຫຍາຍ​ກຳລັງ​ແຮງສັງ​ລວມ, ​ເຮັດ​ໃຫ້​ກຳລັງ​ແຮງ​ທາງ​ການ​ເມືອງ-ຈິດ​ໃຈ ​ແລະ ກຳລັງ​ແຮງ​ທາງ​ວັດຖຸ-ອາວຸດ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ. ກຳລັງ​ແຮງ​ສັງ​ລວມຂອງ​ທັງ​ປັດ​ໄຈການ​ເມືອງ-ຈິດ​ໃຈ ​ແລະ ວັດຖຸ-ອາວຸດ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ກໍ່​ເຮັດ​ໃຫ້​ຈຸດ​ອ່ອນ​ຂອງ​ສັດຕູຖືກ​ເຜີຍ​ແບ​ອອກ​ນັບ​ມື້​ນັບ​ຈະ​ແຈ້ງ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ອະທຳ​ຂອງ​ສົງຄາມ​ຮຸກ​ຮາມ, ຍິ່ງ​ແກ່ຍາວ​ສົງຄາມ​ກໍ່​ຍິ່ງ​ເສຍປຽບຫຼາຍ​ກວ່າ​ອີກ​ ແລະ ກຳລັງ​ແຮງວັດຖຸ-ອາວຸດກໍ່​ບໍ່​ໄດ້​ເສີມ​ຂະຫຍາຍ​ຜົນ​ກະທົບ​ຂອງ​ມັນ​ຢ່າງ​ເຕັມ​ສ່ວນ. ກົງກັນຂ້າມ, ພວກ​ເຮົາ​ປຸກລະດົມ​ການ​ຕໍ່ຕ້ານ​ຍາວ​ນານພາ​ໃຫ້​ກຳລັງ​ໜູນ​ທາງການ​ເມືອງ-ຈິດ​ໃຈ​ໄດ້​ຮັບ​ການ​ຫຼໍ່​ລ້ຽງ, ສົ່ງ​ເສີມ​ເຖິງລະດັບ​ສູງ, ມີ​ເວລາ​ແກ້​ໄຂ​ຜ່ານ​ຜ່າ​ຈຸດ​ອ່ອນ​ທາງວັດຖຸ-ອາວຸດ, ​ເຮັດ​ໃຫ້ການ​ຊັ່ງຊາ​ກຳລັງ​ໃນ​ສະໜາມຮົບ​ປ່ຽນ​ແປງ​ໄປ, ກ້າວ​ຂຶ້ນ​ຍາດ​ເອົາ​ໄຊຊະນະ​ທີ່​ສຳຄັນ, ​ແລ້ວ​ຍາດ​ເອົາ​ໄຊຊະນະ​ສົມບູນ. ວິທີ​ເສີມ​ຂະຫຍາຍ​ກຳລັງ​ແຮງສັງ​ລວ​​ມສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ ​ໃນ​ພາລະກິດ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​​ແລະ ພັກ​ໄດ້​ກຳນົດ​ກຳລັງ​ແຮ​ງທາງການ​ເມືອງ-ຈິດ​ໃຈມີ​ບົດບາດ​ຕັດ​ສີນ​ຊີ້​ຂາດ. ອີງ​ໃສ່​ແນວທາງ​ການ​ເມືອງ​ທີ່​ຖືກຕ້ອງ ຈຶ່ງເຮັດ​ໃຫ້​ຜູ້​ຄົນ​ມີ​ການ​ກະທຳ​ທີ່​ຖືກຕ້ອງ, ນຳ​ໃຊ້​ອາວຸດ​ຖືກ​ກັບ​ຈຸດປະສົງ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ, ກຳນົດ​ຍຸດ​ທະ​ສາດ, ຍຸດທະວິທີ​ທີ່​ເໝາະ​ສົມ, ສະຫຼາດ, ປະດິດ​ສ້າງ. ພຽງ​ແຕ່​ບົນ​ພື້ນຖານການ​ປ້ອງ​ກັນ​ປະ​ເທດສັນຕິພາບ, ປ້ອງ​ກັນ​ຕົວ​ເອງ, ​ເຊີດ​ຊູ​ຄວາມ​ເປັນທຳ​ຂອງ​ພາລະກິດ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຈຶ່ງ​ເສີມ​ຂະຫຍາຍຄຸນສົມບັດ​ແລະ​ຄວາມ​ສາມາດ​ຂອງ​ຜູ້​ຄົນ​ໄດ້​ຢ່າງ​ເຕັມ​ສ່ວນ, ​ໂດຍ​ສະ​ເພາະ​ແມ່ນ​ລະບົບ​ວັດທະນະທຳ​ຂອງ​ຄົນ​ຫວຽດນາມ ທີ່​ໄດ້​ຫຼໍ່​ຫຼອມ​ທ້ອນ​ໂຮມ​ຜ່ານ​ປະຫວັດສາດ​ຫຼາຍ​ພັນ​ປີ. ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ກໍ່​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງບົດບາດ​ຂອງ​ອາວຸດ-​ເຕັກນິກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເງື່ອນ​ໄຂ​ຂອງ​ສົງຄາມ​ເຕັກ​ໂນ​ໂລ​ຊີ​ສູງ, ​ແຕ່​ວ່າ ການນຳ​ໃຊ້ອາວຸດ​ຍຸດ​ໂທ​ປະກອນ​ຢ່າງ​ຖືກຕ້ອງ​ ແລະ​ມີ​ປະສິດທິ​ຜົນ​ນັ້ນ ຕ້ອງ​ໃຊ້ສະໝອງ​ທີ່​ສະຫຼາດ​ສ່ອງ​ໃສ ທັງ​ຍຸດ​ທະ​ສາດ​ແລະ​ຍຸດທະວິທີ, ຕັ້ງ​ແຕ່​ການ​ສ້າງ​ການ​ປ້ອງ​ກັນ​ທີ່​ຈຳ​ເປັນ ຈົນ​ເຖິງການ​ພ້ອມ​ທີ່​ຈະ​ເອົາ​ຊະນະ​ການ​ກະທຳ​ຮຸກ​ຮານ​ຂອງ​ກຳລັງ​ສັດຕູ​ທຸກ​ໂຕ.

​ໃນ​ການ​ສ້າງສາ​ປະ​ເທດ, ນັ້ນ​ແມ່ນ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງທາງ​ເສດຖະກິດ-ວັດຖຸ ​ແລະ ກຳ​ລົງ​ແຮງ​ທາງ​ວັດທະນະທຳ-ຈິດ​ໃຈ. ​ໃນ​ທັດສະນະ​ຂອງ​ລັດທິ​ວັດຖຸ​ນິຍົມສັດຈະ​ວິພາກ, ທັນທີພາຍຫຼັງທີ່ໄດ້ເລີ່ມຕົ້ນສ້າງສາປະເທດຄືນໃໝ່ໃນຍຸກ “ຫຼັງອານານິຄົມ”, ພັກ​ກອມ​ມູນິດ​ຫວຽດນາມຕັດ​ສີນ​ໃຈ​ສຸມ​ໃສ່​ສ້າງສາ​ພັດທະນາ​ເສດຖະກິດ ​ເພື່ອ​ນຳ​ເອົາ​ຊີວິດ​ການ​ເປັນ​ຢູ່​ທີ່​ກິນ​ອີ່ມ​ນຸ່ງ​ອຸ່ນ ມີ​ຄວາມສຸກ ​ເສລີພາບ​ມາ​ໃຫ້​ປະຊາຊົນ ​ແລະ ກໍ່ສ້ງພື້ນ​ຖານວັດຖຸ-​ເຕັກນິກ​ໃຫ້​ລັດທິ​ສັງຄົມ​ນິຍົມ. ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ສັງຄົມ​ນິຍົມ ບໍ່​ມີ​ຈຸດປະສົງ​ອື່ນ​ໃດ​ ນອກຈາກ​ແນ​ໃສ່​ພັດທະນາກຳລັງ​ການ​ຜະລິດ, ຫັນປ່ຽນ​ໂຄງ​ປະກອບ​ຂອງ​ພື້ນຖານ​ເສດຖະກິດ, ຜະລິດ​ວັດຖຸ​ສິ່ງ​ຂອງ​ ເພື່ອຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ປະຊາ​ຊົນ, ​ເພີ່ມ​ທະວີ​ກຳລັງ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ​ພື້ນຖານ​ວັດຖຸ-​ເຕັກນິກ​ໃຫ້​ລັດທິ​ສັງຄົມ​ນິຍົມ... ພ້ອມ​ກັນ​ກັບ​ການ​ພັດທະນາ​ເສດຖະກິດ, ພັກ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ ເຖິງ​ການ​ພັດທະນາ​ວັດທະນະທຳ, ຍົກ​ສູງ​ຊີວິດ​ດ້ານ​ຈິດ​ໃຈຂອງ​ປະຊາຊົນ. ກ້າວ​ເຂົ້າ​ສູ່​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ພັກ​ໄດ້​ກຳນົດ​ການ​ປ່ຽນ​ແປງ​ໃໝ່​ດ້ານ​ເສດຖະກິດ​ເປັນ​ໜ້າ​ທີ່​ໃຈກາງ, ການ​ກໍ່ສ້າງ​ພັກ​ເປັນ​ໜ້າ​ທີ່ຫຼັກ, ວັດທະນະທຳ​ແມ່ນ​ພື້ນຖານ​ຈິດ​ໃຈ​ຂອງ​ສັງຄົມ. ການ​ພັດທະນາ​ເສດຖະກິດ​ເປັນ​ໜ້າ​ທີ່​ໃຈກາງ​ບໍ່​ພຽງ​ແຕ່​ຕ້ອງ​ແກ້​ໄຂ​ບັນຫາ​ຕາມ​ສະຖານະ​ການ ​ເພື່ອ​ແກ້​ໄຂບັນຫາ​ການ​ຂາດ​ແຄນ​ສິນຄ້າ ​ແລະຟື້ນ​ຟູ​ການ​ຜະລິດ​ເທົ່າ​ນັ້ນ, ​ແຕ່​ເລິກ​ເຊິ່ງກວ່າ​ນັ້ນ​ແມ່ນ​ ມາ​ຈາກ​ບົດບາດພື້ນຖານ​ຂອງ​ເສກ​ຖະກິດ. ພຽງ​ແຕ່​ບົນ​ພື້ນຖານ​ການ​ຮັກສາ​ແລະ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ເທົ່າ​ນັ້ນ ​ຈຶ່ງສາ​ມາ​ດສ້າງ​ວຽກ​ເຮັດ​ງານ​ທຳ​, ປະຕິບັດ​ນະ​ໂຍບາຍ​ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດທະນະທຳ-ຈິດ​ໃຈ​ໃຫ້​ປະຊາຊົນໄດ້, ​ແລະ​ມີ​ຊັບພະຍາກອນ​ເພື່ອ​ເພີ່ມ​ທະວີ​ກຳລັງ​ແຮງ​ໃນ​ການ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ.  ຈິງ​ຢູ່​ທີ່​ວ່າ, ມັນບໍ່ແມ່ນວ່າມີການເຕີບໂຕທາງເສດຖະກິດ ຈະ​ມີຄວາມສະ​ເໝີ​ພາບທາງສັງຄົມ​ແລະ​​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທາງ​ວັດທະນະທຳ-ຈິດ​ໃຈ​ຂຶ້ນໃນ​ທັນທີ, ​ແຕ່​ວ່າ​ມັນ​ຂຶ້ນ​ກັບ​ທັດສະນະ​ການ​ເມືອງ​ທີ່​ຖືກຕ້ອງ, ກ້າວໜ້າ, ມະນຸດສະທຳ ​ເຊິ່ງ​ໄດ້​ວາງ​ອອກ​ມາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ກ່ຽວ​ກັບ​ການ​ແກ້​ໄຂ​ສາຍ​ພົວພັນ​ສັດ​ຈະວິ​ພາກ ລະຫວ່າງ​ເສດຖະກິດ​ກັບ​ການ​ເມືອງ, ລະຫວ່າງ​ການ​ພັດທະນາ​ເສດຖະກິດ​ກັບ​ການ​ພັດທະນາ​ວັດທະນະທຳ-ສັງຄົມ. ​ໃນຂະນະ​ທີ່​ເອົາ​ໃຈ​ໃສ່​ເຖິງ​ກາ​ນ​ເຕີບ​ໂຕທາງ​ເສດຖະກິດ, ພັກ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງການ​ແຈກ​ຢາຍ​ຜົນ​ຂອງ​ການ​ເຕີບ​ໂຕ ​ເພື່ອ​ລົງທຶນ​ໃຫ້​ແກ່​ການ​ຍົກ​ສູງລະດັບ​ການຊົ​ມ​ໃຊ້​ວັດທະນະທຳ-ຈິດ​ໃຈ​ຂອງ​ປະຊາຊົນ. ຍິ່ງ​ພັດທະນາ​ເສດຖະກິດ​ຕະຫຼາດ ຍິ່ງ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງປັດ​ໄຈວັດທະນະທຳ-ຈິດ​ໃຈ, ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສະ​ວັດ​ດີກາ​ນສັງຄົມ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ, ຊຸກ​ຍູ້​ການ​ປ່ຽນຮູບ​ແບບ​ການ​ເຕີບ​ໂຕທີ່​ອີງ​ໃສ່ການ​ເສີມ​ຂະຫຍາຍ​ຊັບພະຍາກອນ​ວັດທະນະທຳ, ​ໂດຍ​ສະ​ເພາະ​ແມ່ນ ​ເອົາ​ໃຈ​ໃສ່ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ພັດທະນາ​ອຸດສາຫະກຳ​ວັດທະນະທຳ, ຫັນ​ຄຸນຄ່າ​ງຄວາມ​ຮູ້​ເປັນ “ທຶນ”. ​ເອົາ​ໃຈ​ໃສ່​ເສີມ​ຂະຫຍາຍ​ບັນດາ​ກຳລັງ​ໜູນ​ທາງ​ວັດທະນະທຳ-ຈິດ​ໃຈ​ເຊັ່ນ: ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ປາດຖະໜາ​ຢາກ​ອຸທິດ, ການ​ເສຍ​ສະລະ, ຄວາມ​ຊື່ສັດ, ສົ່ງ​ເສີມ​ກຽດ​ແລະ​ສັກ​ສີ​ຂອງ​ບຸກຄົນ,... ​ເພື່ອ​ເພີ່​ມ​ເຕີມ​ແລະ​ເສີມ​ຂະຫຍາຍ​ກຳລັງ​ໜູນ​​ເສດຖະກິດ-ວັດຖຸ​ເປັນ​ຢ່າງ​ດີ. ​ໃນ​ລະດັບ​ສາກົນ, ຊັບພະຍາກອນ​ວັດທະນະທຳ​ຍັງ​ຊ່ວຍ​ເພີ່ມ​ທະວີກຳລັງ​ແຮງ “ນຸ່ມ​ນວນ”, ປະກອບສ່ວນ​ເພີ່ມ​ທະວີ​ກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ​ຊາດ.

ກຳລັງ​ແຮງສັງ​ລວ​​ມອີງ​ໃສ່​ການເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ຊາດ ​ແລະ ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ກຳລັງ​ແຮງ​ພາຍ​ໃນ​ປະ​ເທດ ​ແລະ ​ກຳລັງ​ແຮງ​ສາກົນ

​ໃນ​ສົງຄາມ​ປົດ​ປ່ອຍຊາດ​ຫຼື​ໃນ​ພາລະກິດ​ການສ້າງສາ​ພັດທະນາ​ປະ​ເທດ, ກຳລັງ​ການ​ເມືອງ​ໃດໆ​ທີ່​ຕ້ອງການ​ຊະນະ ກໍ່​ຕ້ອງ​ເສີມ​ຂະ​ຫຍາຍຢ່າງ​ສຸດ​ຂີດ​ ທັງກຳລັງ​ແຮງ​ຂອງ​ຊາດ​ແລະ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ກຳລັງ​ແຮງ​ພາຍ​ໃນ​ປະ​ເທດ​ແລະ​ກຳລັງ​ແຮງ​ສາກົນ. ກຳລັງ​ແຮງ​ຂອງ​ຊາດ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ສຸດ​ຂີດ, ​ໃນ​ລະດັບ​ສູງ, ທັງ​ກຳລັງ​ແຮງ​ທາງ​ການ​ເມືອງ-ຈິດ​ໃຈ ​ແລະ ກຳລັງ​ແຮງ​ທາງ​ເສດຖະກິດ-ວັດຖຸ, ຈຶ່ງ​ຈະ​ສາມາດ​ສວຍ​ໃຊ້​ແລະ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສາກົນ​ໄດ້​ເປັນ​ຢ່າງ​ດີ. ກຳລັງ​ແຮງ​ສາກົນ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ສະຫຼາດ​ຄ່ອງ​ແຄ່​ວ, ຮັບ​ໃຊ້​ໃຫ້​ຈຸດໝາຍ, ​ແນວທາງ​ການ​ປະ​ຕິວັດ ຈຶ່ງ​ເສີມ​ຂະຫຍາຍຂໍ້​ດີ ​ແລະຈຳກັດ​ຜົນ​ກະທົບ​ທາງ​ລົບ, ​ໂດຍ​ສະ​ເພາະ​ແມ່ນ​ແກ້​ໄຂ​ສາຍ​ພົວພັນລະຫວ່າງ​ການ​ຍາດ​ແຍ່ງ​ເອົາ​ການ​ຊ່ວຍ​ເຫຼືອ​ຈາກ​ພາຍ​ນອກ ກັບ​ການ​ຮັກສາ​ເອກະລາດ, ຄວາມ​ເປັນ​ເຈົ້າ​ຕົນ​ເອງ.

​ໃນ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ, ພັກ​ໄດ້​​ເສີມ​ຂະຫຍາຍກຳລັງ​ແຮງ​ຂອງ​ຊາດ ​ແລະ ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ກຳລັງ​ແຮງ​ພາຍ​ໃນ​ປະ​ເທດ ​ແລະ ກຳລັງ​ແຮງ​ສາກົນ, ສ້າງກຳລັງ​ແຮງ​ສັງ​ລວມ​ ເພື່ອ​ເອົາ​ຊະນະບັນດາ​ຈັກກະພັດ​ທີ່​ມີ​ພະລັງ​ທີ່​ສຸດ​ໃນ​ສະຕະວັດ​ທີ XX. ກຳລັງ​ແຮງ​ພາຍ​ໃນ​ປະ​ເທດ​ເກີດ​ຂຶ້ນ​ຈາກ​ແນວທາງທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ປະດິດ​ສ້າງ ທີ່​ນຳ​ໂດຍ​ພັກ​ແລະ​ລຸງ​ໂຮ່; ກຳລັງ​ແຮງ​ຂອງ​ກຸ່ມກ້ອນມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ດ້ວຍ​ຄວາມ​ສາມາດລະດົມ​ກຳລັງ​ຄົນ, ກຳລັງ​ຊັບ​ໃນ​ລະດັບ​ສູງ​ສຸດ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຕໍ່ສູ້​ປະຕິວັດ; ກຳລັງ​ແຮງ​ຂອງ​ລັດທິ​ຮັກ​ຊາດ​ຫວຽດນາມ, ​ເຈດ​ຈຳນົງ, ຈິດ​ໃຈ​ແຫ່ງ​ຄວາມ​ຕັດສິນ​ໃຈ​ຕໍ່ສູ້​ແລະ​ຕັດສິນ​ໃຈ​ເອົາ​ຊະນະ ​ເພື່ອ​ເອກະລາດ, ອິດສະຫຼະພາບ​ຂອງ​ຊາດ, ​ເພື່ອມະ​ໂນ​ທຳ​ແລະ​ກຽດ​ສັກ​ສີ​ຂອງ​ມະນຸດ. ​ແມ່ນ​ກຳລັງ​ແຮງ​ພາຍ​ໃນ​ປະ​ເທດ​ນັ້ນ​ເອງ ​ທີ່​ກາຍ​ເປັນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ​ການຍາດ​ແຍ່ງ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ການ​ສະໜັບສະໜູນ ຊ່ວຍ​ເຫຼືອ​ຂອງ​ບັນດາ​ປະ​ເທດສັງຄົມ​ນິຍົມອ້າ​ຍນ້ອງ, ຂອງ​ຂະ​ບວນການ​ປົກ​ປ່ອຍ​ຊາດ, ຂອງ​ບັນດາ​ກຳລັງ​ທີ່ກ້າວໜ້າ​ໃນ​ໂລກ. ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວັດຖຸ ​ແລະ ການ​ສະໜັບສະໜູນ​ທາງ​ດ້ານ​ການ​ເມືອງ-ຈິດ​ໃຈ​ຂອງບັນດາ​ປະ​ເທດສັງຄົມ​ນິຍົມ ກາຍ​ເປັນ​ບ່ອນ​ອີງ, ​ແຫຼ່ງພະລັງ​ທີ່​ສຳຄັນ, ປະກອບສ່ວນ​ຊ່ວຍ​ໃຫ້​ຊາດ​ເຮົາ​ຍາດ​ເອົາ​ໄຊຊະນະ​ ໃນ​ການ​ຕໍ່ຕ້າ​ນສອງ​ຄັ້ງຄື​ຕ້ານ​ພວກ​ລ່າເມືອງ​ຂຶ້ນຝຣັ່ງ ​ແລະຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ. ການ​ສະໜັບສະໜູນ​ທາງ​ດ້ານ​ການ​ເມືອ​ງ-ຈິດ​ໃຈ​ຂອງບັນດາ​ພັກ​ກອມ​ມູນິດ​ແລະ​ກຳມະກອນ, ຂອງ​ມະນຸດຊາດ​ທີ່​ກ້າວໜ້າ, ​ໂດຍ​ສະ​ເພາະ​ແມ່ນ​ຂະ​ບວນການ​ຕ້ານ​ສົງຄາມຮຸກ​ຮານ​ໃນ​ໂລກ, ນຳ​ເອົາ “ສົງຄາມ” ​ເຂົ້າ​ໃນ​ປະ​ເທດ​ທີ່​ຮຸກ​ຮາມ​ຫວຽດນາມ, ​ເຮັດ​ໃຫ້​ຄວາມ​ອະທຳ​ຂອງ​ສົງຄາມ​ຮຸກ​ຮານ​ຂອງ​ຈັກກະພັດ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ໂລກ. ຫວຽດນາມ​ໄດ້ກາຍ​ເປັນສູນ​ກາງ​ແຫ່ງ​ການ​ຕໍ່ສູ້​ລະຫວ່າງ​ຄວາມ​ເປັນ​ທຳ​ແລະ​ອະທຳ, ລະຫວ່າ​ງຄວາມ​ກ້າວໜ້າ​ແລະ​ຄວາມ​ຫຼ້າ​ຫຼັງ. ວິທີ​ເສີມ​ຂະຫຍາຍ​ກຳລັງ​ແຮງສັງ​ລວ​​ມຂອງ​ພັກ​ ໄດ້​ຫັນປ່ຽນ​ກຳລັງ​ແຮງ​ສາກົນ ​ເປັນ​ກຳລັງ​ແຮງ​ໃນ​ປະ​ເທດ ​ເພື່ອ​ປະກອບສ່ວນ​ເອົາ​ຊະນະ​ສັດຕູ​ຜູ້​ຮຸກ​ຮານ.

​ໃນ​ການ​ນຳພາ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ, ວິທີ​ການ​ສົມທົບ​ລະຫວ່າງ​ກຳລັງ​ແຮງ​ຂອງ​ຊາດ​ ​ແລະ ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ ຖືກ​ພັກ​ກອມ​ມູນິດ​ຫວຽດນາມໝູນ​ໃຊ້ຢ່າງ​ໄຫວ​ພິບ​ແລະ​ປະດິດ​ສ້າງ. ການ​ພັດທະນາ​ເສດຖະກິດ​ສິນຄ້າຫຼາຍ​ພາກສ່ວນ, ປົດ​ປ່ອຍກຳລັງ​ການ​ຜະລິດ ​ໄດ້​ປຸກ​ຕື່ນ​ແລະ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທຸກ​ພາກສ່ວນ​ສັງ​ຄົມ​ໃຫ້​ເຂົ້າ​ຮ່ວມການ​ພັດທະນາ​ເສດຖະກິດ ​ເຊິ່ງ​ແຕ່​ກ່ອນ​ເຄີຍ​ຖືກ​ປິດ​ບັງ​ໂດຍ​ກົນ​ໄກ​ການວາງ​ແຜນລວມສູນ ​ເກື້ອກູນ. ລະບົບ​ການ​ເມືອງມີ​ຄວາມ​ໝັ້ນຄົງ, ລະບົບ​ສະ​ຖາ​ບັນ ກົດໝາຍ ນະ​ໂຍບາຍ, ການຈັດ​ຕັ້ງ​ກົງຈັກ, ຖັນ​ແຖວ​ພະນັກງານ,...​ໄດ້​ຮັບ​ການປ່ຽນ​ແປງ​ໃໝ່ ປັບປຸງ​ບູລະນະ​ເທື່ອ​ລະ​ກ້າວ ​ເຊິ່ງ​ໄດ້​ສ້າງ​ສິ່ງ​ແວດ​ລ້ອມ​ໃຫ້ການ​ປົດ​ປ່ອຍ​ກຳລັງ​ການ​ຜະລິດ​ຢູ່​ໃນ​ປະ​ເທດ ​ແລະ ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ນຳ​ເອົາ​ເສດຖະກິດ​ຂອງ​ປະ​ເທດ​ ເຊື່ອມ​ໂຍງ​ຢ່າງ​ເລິກ​ເຂົ້າ​ກັບ​ເສດຖະກິດ​ໂລກ. ​ເອກະລັກ​ວັດທະນະທຳ​ແຫ່ງ​ຊາດ, ນ້ຳ​ໃຈ​ຮັກ​ຊາດ, ລະບົບ​ຄຸນຄ່າ​ຂອງ​ຄົນ​ຫວຽດນາມ, ຄຸນ​ນະພາ​ບ​ຂອງຊັບພະຍາກອນ​ມະນຸດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ແມ່ນ​ບັນດາ​ປັດ​ໄຈ​ທີ່​ຕັດສີນ​ຊີ້ຂາດ​ ເຖິງ​ການຍົກ​ສູງ​ກຳລັງ​ພາຍ​ໃນ​ປະ​ເທດ, ສ້າງ “ທຶນ​ສົມທົບ” ​ເພື່ອ​ດຶງ​ດູດ ຮັບ​ເອົາ ​ແລະ ​ຂຸດ​ຄົ້ນ​ບັນດາ​ແຫຼ່ງທຶນ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ. ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ການ​​ພົວພັນ​ສາກົນທີ່​ມີ​ຫຼາຍ​ຮູບ​ແບບ, ຫຼາຍກ້ຳ​ຫຼ​າຍ​ຝ່າຍ ຊ່ວຍ​ໃຫ້​ພວກ​ເຮົາ​ເສີມ​ຂະຫຍາຍ​ແຫຼ່ງພະລັງຈາກ​ພາຍ​ນອກ​ໄດ້​ດີກ​ວ່າ, ​ໂດຍ​ສະ​ເພາະ​ແມ່ນການ​ດຶງ​ດູດ​ເງິນ​ລົງທຶນ, ​ເຕັກ​ໂນ​ໂລ​ຊີ, ບົດ​ຮຽນ​ການ​ຄຸ້ມຄອງ, ບຸກຄະລາ​ກອນ​ຄຸນ​ນະພາບສູງ... ຈາກ​ບັນດາ​ປະ​ເທດ​ທີ່​ຈະ​ເລີ​ນພັດທະນາ. ຊັບພະຍາກອນ​ພາຍ​ນອກ​ຊ່ວຍ​ໃຫ້​ພວກ​ເຮົາ​ຊົດ​ເຊີຍ​ການ​ຂາດ​ແຄນ​ຊັບພະຍາກອນ​ພາຍ​ໃນ​ປະ​ເທດ, ​ເສີມ​ຂະຫຍາຍ​ໄດ້​ແຫຼ່ງພະລັງ​ຂອງ​ປະ​ເທດທີ່​ຍັງ​ຢູ່​ໃນ​ຮູບ​ແບບ "ຊ້ອນ​ແຝງ", ຍັງ​ບໍ່​ທັນ​ກາຍ​ເປັນ “ກຳລັງ​ເຄື່ອນ​ໄຫວ”, ຍັງ​ບໍ່​ໄດ້ “ຫັນ​ເປັນ​ເງິນ​ທຶນ”​ ເຊັ່ນ: ​ແຮງ​ງານ, ທີ່​ດິນ, ຊັບພະຍາກອນ​ທຳ​ມະ​ຊາດ... ​ໃນ​ການ​ເຊື່ອມ​ໂຍງ​​ເສດຖະກິດ​ສາກົນ, ພັກ​ໄດ້​ກຳນົດ​ວ່າ​ຊັບພະຍາກອນ​ພາຍ​ໃນ​ປະ​ເທດມີ​ບົດບາດ​ຕັດສິນ​ຊີ້​ຂາດ, ຊັບພະຍາກອນ​ພາຍ​ນອກມີ​ຄວາມ​ສຳຄັນ. ລັກສະນະ​ຕັດ​ສີນ​ຊີ້​ຂາດ​ຂອງ​ຊັບພະຍາກອນ​ພາຍ​ໃນ​ປະ​ເທດ ສະ​ແດງ​ອອກ​ຢູ່​ໃນ​ແນວທາງທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ເຊິ່ງ​ໄດ້​ຫັນ​ເປັນ​ນິຕິ​ກຳ​ໃນ​ກົດໝາຍ, ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ ​ເພື່ອດຶງ​ດູດ​ແລະ​ນຳ​ໃຊ້ຊັບພະຍາກອນ​ພາຍ​ນອກຢ່າງ​ມີ​ປະສິດທິ​ຜົນ ຕາມ​ເປົ້າ​ໝາຍ​ຂອງ​ພວກ​ເຮົາ, ຫຼີກລ້ຽງ​ການ​ເພິ່ງ​ພາ​ອາ​ໄສ​ປະ​ເທດ​ໃດ​ປະ​ເທດ​ໜຶ່ງ (ທາງ​ດ້ານ​ທຶນ, ຕະຫຼາດ...). ການປ່ຽນ​ແປງ​ໃໝ່​ກົດໝາຍ​ແລະ​ນະ​ໂຍບາຍ ຕ້ອງ​​ໄດ້​ດຳ​ເນີນ​ກ່ອນ​ກ້າວ​ໜຶ່ງ​ ເພື່ອ​ສ້າງສະພາບ​ແວດ​ລ້ອມ​ດ້ານ​ສະ​ຖາ​ບັນ ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ​ມີ​ຄວາມ​ອຸ່ນ​ອຽນ​ໃຈ​ໃນ​ການ​ລົງທຶນ ​ແລະທຸລະ​ກິດ​ຢູ່​ຫວຽດນາມ; ສ້າງ​ສິ່ງ​ກີດຂວາງ​ດ້ານ​ເຕັກນິກ​ເພື່ອ​ປົກ​ປ້ອງ​ການ​ຜະລິດ​ແລະ​ຕະຫຼາດ​ພາຍ​ໃນ​ປະ​ເທດ; ກຳນົດ​ແຜນ​ງານ​ທີ່​ເໝາະ​ສົມ​ສຳລັບ​ການ​ເຊື່ອມ​ໂຍງ​ສາກົນ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ມີ​ເງື່ອນ​ໄຂ​ປ່ຽນ​ແປງ​ໃໝ່, ປັບ​ໂຄງ​ສ້າງ, ຍົກ​ສູງຄວາມ​ສາມາດ​ແຂ່ງຂັນ, ຫຼີກ​ລ້ຽງ​ການ​ສູນ​ເສຍ​ໃນ​ເວລາ​ເຊື່ອມ​ໂຍສາກົນ. ກໍ່ສ້າງ​ວິ​ສາ​ຫະກິດພາຍ​ໃນ​ປະ​ເທດ, ​ໃນ​ທຸກ​ພາກສ່ວນ​ເສດຖະກິດ ​ໃຫ້​ມີ​ກຳລັງ​ແຮງ​ພຽງພໍ​ແລະ​ມີ​ຄວາມ​ສາມາດ​ແຂ່ງຂັນ​ສູງ ​ເພື່ອ​ກໍ່ສ້າງພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ.

​ໃນ​ພາລະກິດການ​ປົກ​ປັກ​ຮັກສາປະ​ເທດ​ຊາດ​ສັງຄົມ​ນິຍົມ, ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ປະ​ເທດ, ບົນ​ຈິດ​ໃຈ​ເອກະລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ, ຫວຽດນາມ​ມີ​ແຜນ​ນະ​ໂຍບາຍ ບໍ່​ເຂົ້າ​ຮ່ວມພັນທະ​ມິດ​ການ​ທະຫານ, ບໍ່​ເຊື່ອມ​ໂຍງ​ກັບປະ​ເທດ​ໜຶ່ງ​ເພື່ອ​ຕ້ານ​ປະ​ເທດ​ອື່ນ, ບໍ່​ໃຫ້​ຕ່າງປະ​ເທດ​ຕັ້ງ​ຖານ​ທັບ​​ແລະ​ໃຊ້ດິນ​ແດນ​ຫວຽດນາມ​ເພື່ອ​ຕ້ານ​ປະ​ເທດ​ອື່ນ, ບໍ່​ໃຊ້​ກຳລັງ​ອາວຸດ​ຫຼື​ຂົ່ມຂູ່​ວ່າຈະ​ໃຊ້​ກຳລັງ​ອາວຸດ​ໃນ​ການ​ພົວພັນ​ສາກົນ. ກຳລັງ​ແຮງ​ພາຍ​ໃນ​ປະ​ເທດ​ແມ່ນກຳລັງ​ແຮງ​ຂອງ​ລະບອບ​ການ​ເມືອງ-ສັງຄົມ, ຂອງ​ກ້ອນ​ກຳລັງ​ມະຫາສາມັກ​ຄີປວງ​ຊົນ​ທັງ​ຊາດ; ກຳລັງ​ແຮງ​ຂອງ​ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ຖື​ກອງທັບ​ປະຊາຊົນ​ແລະ​ຕຳຫຼວດ​ປະຊາຊົນ​ເປັນ​ແກນ​ກາງ; ກຳລັງ​ແຮງ​ແຫ່ງ​ຄວາມ​ເປັນ​ທຳ​ຂອງພາລະກິດ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຂອງ​ການ​ປ້ອງ​ກັນ​ປະ​ເທດ​ແບບ​ປ້ອງ​ກັນ​ຕົວ, ​ໄດ້​ເດັດ່ຽວ ໝັ້ນ​ໜຽວ​ໃນ​ການ​ຕໍ່​ສູ້​ແກ້​ໄຂ​ຂໍ້​ພິພາດ ຄວາມ​ຂັດ​ແຍ້​ງທຸກ​ຢ່າງ​​ໂດຍສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ; ກຳລັງ​ແຮງ​ຂອງ​ການ​ເມືອງ-ຈິດ​ໃຈ, ຂອງ​ເອກະລັກ​ວັດທະນະທຳ​ຫວຽດນາມ ທີ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ໃນ​ລະ​ດັບ​ສູງ; ກຳລັງ​ແຮງ​ຂອງ​ພື້ນຖານ​ເສດຖະກິດທີ່​ມີ​ລະດັບການ​ເຕີບ​ໂຕສູງ​ຢ່າງ​ຕໍ່​ເນື່ອງ; ກຳ​ລັງ​ແຮງຂອງ​ອາວຸດ​ຍຸດ​ໂທ​ປະກອນ​ທີ່​ທັນ​ສະ​ໄໝ​ຂຶ້ນ​ເທື່ອລະ​ກ້າວ ​ເພື່ອປ້ອງ​ກັນ​, ປົກ​ປ້ອງ​ສັນຕິພາບ ​ແລະ ກີດ​ກັ້ນ​ສົງຄາມແຕ່​ໄກ​ ແຕ່​​ເມື່ອ​ມັນ​ຍັງ​ບໍ່​ທັນ​​ເກີດ​ຂຶ້ນ​. ກຳລັງ​ແຮງ​ສາກົນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ໃນ​ລະດັບ​ສູງ ​ເມື່ອພວກ​ເຮົາຢືນ​ຢູ່​ໃນ​ຫຼັກ​ໝັ້ນ​ທີ່​ຊອບ​ທຳ, ອີງ​ໃສ່​ກົດໝາຍ​ສາກົນ, ສອດຄ່ອງ​ກັບ​ຄ່າ​ນິຍົມ​ທົ່ວ​ໄປ​ທີ່​ມະນຸດຊາດ​ສົນ​ໃຈ​ເຊັ່ນ: ປົກ​ປັກ​ຮັກສາ​ເອກະລາດ, ອຳນາດ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ບັນດານ​ຜົນ​ປະ​ໂຫຍ​ດຍຸ​ທະ​ສາດ​ຂອງ​ປະ​ເທດ​ຊາດ ທີ່​ສອດຄ່ອງ​ກັບ​ກົດໝາຍ​ສາກົນ; ປົກ​ປ້ອງ​ສິດ​ເສລີພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​​ແລະ​ການບິນ; ປົກ​ປັກ​ຮັກສາ​ສັນຕິພາບ​ໃນ​ພາກ​ພື້ນ​ແລະ​ທົ່ວ​ໂລກ, ຄັດຄ້ານ​ຕ້ານ​ການ​ໃຊ້​ກຳລັງ​ອາວຸດ​ແລະ​ການ​ຂົ່ມຂູ່​ວ່າ​ຈະ​ໃຊ້​ກຳລັງ​ອາວຸດ; ​ເປີດ​ກວ້າງ​ການ​ຮ່ວມມື​ກັບບັນດາ​ປະ​ເທດ​ ບົນ​ພື້ນຖານ​ເຄົາລົບ​ຄວາມ​ເປັນ​ເອກະລາດ, ອຳນາດ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບຖ້ວນຂອງ​ກັນ​ແລະ​ກັນ ກໍ່​ຄື​ບັນດາ​ຫຼັກການ​ອັນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ພາກ​ພື້ນ​ແລະ​ສາກົນ. ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ, ອຳນາດ​ອະທິປະ​ໄຕ ​ແລະ ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ປະ​ເທດ ຕິດ​ພັນ​ກັບ​ການ​ຕໍ່ສູ້ປົກ​ປັກ​ຮັກສາ​ບັນດາ​ມາດຕະຖານ​ຂອງ​ກົດໝາ​ຍສາກົນ, ​ໃນ​ນັ້ນ​ມີ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982 (UNCLOS 1982). ​ເພາະສະ​ນັ້ນ, ທັດ​ສະ​ນະ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຈາກ​ປະຊາ​ຄົມ​ໂລກ, ​ເຮັດ​ໃຫ້​ພວກ​ເຮົາ​ຝຶກ​ຝົນ​ຄວາມ​ກ້າຫານ​ຫຼາຍ​ຂຶ້ນ​ໃນ​ການ​ຕໍ່ສູ້​ທີ່​ເປັນ​ທຳ, ​ເປີດ​ໂປງ​ການ​ກະທຳ​ຜິດ​ຂອງ​ອິດທິກຳລັງ​ໃດໆ ​ທີ່​ມີ​ກົນອຸບາຍ​ແລະການ​ກະ​ທຳ​ລະ​ເມີດອຳນາດ​ອະທິປະ​ໄຕ​ ແລະ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ ​ຂອງ​ຫວຽດນາມ ​ເຊິ່ງ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ກົດໝາຍ​ສາກົນ. ຄວາມ​ເປັນ​ທຳ​ນັ້ນ​ຈະ​ໄດ້​ຫັນ​ເປັນ​ການ​ຊ່ວຍ​ເຫຼືອທາງ​ດ້ານ​ວັດຖຸ, ການ​ສະໜັບສະໜູນ​ທາງ​ດ້ານ​ການ​ເມືອງ-ຈິດ​ໃຈ ​ເພື່ອ​ເພີ່ມ​ທະວີ​ພື້ນຖານການປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ສ້າງ​ຄວາມ​ທັນ​ສະ​ໄໝ​ໃຫ້​ກຳລັງ​ປະກອບ​ອາວຸດ​ປະຊາຊົນ, ຍົກ​ສູງ​ຄວາມ​ສາມາ​ປົກ​ປັກ​ຮັກສາ​ປະ​ເທດ​ດ້ວຍ​ຕົນ​ເອງ. ​ໃນ​ກໍລະນີ​ນັ້ນ, ທັງ​ກຳລັງ​ແຮງ​ຂອງ​ຊາດ​ ແລະ​ ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ໃນ​ການ​ເຊື່ອ​ມຕິດ​ແບບ​ອິນ​ຊີ​ນຳ​ກັນ ​ເພື່ອ​ສ້າງ​ກຳລັງ​ແຮງ​ສັງ​ລວມ​​ກີດ​ກັ້ນ​ສົງຄາມ, ຮັກສາ​ສັນຕິພາບ, ປົກ​ປັກ​ຮັກສາ​ເອກະລາດ, ອຳນາດ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ປະ​ເທດ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ.

ກຳລັງ​ແຮງ​ສັງ​ລວມອີງ​ໃສ່​ບົດ​ບາດ​ແກນ​ກາງຂອງ​ກຳມະກອນ, ຊາວນາ, ປັນຍາ​ຊົນ ດ້ວຍ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ ​ຂອງ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ

​ເສີມ​ຂະຫຍາຍ​ກຳລັງ​ແຮງຂອງ​ພັນທະ​ພາບ​ລະຫວ່າງ​ກຳມະກອນ, ຊາວນາ, ປັນຍາ​ຊົນ ​ແລະ ​ເປີດ​ກວ້າງກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ແມ່ນ​ບັນຫາ​ພື້ນຖານ​ທີ່​ສຸດ​ຂອງ ວິທີ​ເສີມ​ຂະຫຍາຍ​ກຳລັງ​ແຮງສັງ​ລວ​​ມຂ​ອງປະ​ເທດ​ຊາດ. ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດຈະ​ໄດ້​ຮັບ​ການ​ເປີດ​ກວ້າງອອກ​ຂະໜາດ​ໃຫຍ່​ທີ່​ສຸດ, ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​​ສູງ​ສຸດ ກໍ່​ຕໍ່​ເມື່ອກຳລັງ​ແຮງ​ຂອງ​ກຳມະກອນ, ຊາວນາ, ປັນຍາ​ຊົນ​ໄດ້​ຮັບ​ການ​ປຸກຕື່ນ, ລະດົມ ​ແລະ​ມີ​ບົດບາດ​ເປັນ​ແກນ​ກາງ​ຢ່າງ​ແທ້​ຈິງ. ຍິ່ງ​ເປີດ​ກວ້າງກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ຍິ່ງ​ຕ້ອງ​ປັບປຸງ​ກຳລັງ​ແຮງ​ຂອງພັນທະ​ພາບ​ກຳມະກອນ, ຊາວນາ, ປັນຍາ​ຊົນ, ຖ້າ​ບໍ່​ດັ່ງ​ນັ້ນ ຈະ​ຖືກ​ຕົກ​ເຂົ້າ​ໃນ “ລັດທິ​ປວງ​ຊົນ​ນິຍົມ”, ຂາດ​ກຳລັງ​ຫຼັກ​ແຫຼ່ງ​ທີ່​ມີ​ຄວາມ​ສາມາດ​ພຽງພໍ​ໃນ​ການ​ກໍ່ສ້າງກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດທີ່​ກວ້າງ​ໃຫຍ່.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽມຢາມຖາມຂ່າວ, ອວຍພອນປີໃໝ່, ອວຍພອນສຸຂະພາບ ຜູ້ສູງອາຍຸ, ພວກນ້ອງນ້ອຍແລະຄອບຄົວຂອງພວກເຂົາ ທີ່ເຕົ້າໂຮມກັນຢູ່ອ້ອມຮອບທະເລສາບຮວ່ານກ໋ຽມ ເພື່ອຕ້ອນຮັບປີໃໝ່ (ປີ 2018) _ແຫຼ່ງ: TTXVN _ແຫຼ່ງ: TTXVN

ໃນ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ, ພັກ​ໄດ້​ກຳນົດ​ວ່າ ກຳມະກອນ - ຊາວນາ - ປັນ​ຍາ​ຊົນ ​ແມ່ນ​ກຳລັງ​ໜູນ​ປະຕິວັດ, ພ້ອມ​ກັນ​ນັ້ນ​ກໍ່​ອອກ​ແຮງ​ເປີດ​ກວ້າງກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ບໍ່​ຈຳ​ແນ​ກພາກສ່ວນ​ຊົນ​ຊັ້ນ, ທະ​ແນ​ມ​ແຕ່ມີ​ນ້ຳ​ໃຈ​ຮັກ​ຊາດ ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ, ຍາດ​ເອົາ​ເອກະລາດ​ແຫ່ງຊາດ. ​ເພື່ອ​ປັບປຸງ, ​ເພີ່ມ​ທະວີ ​ແລະ​ ເສີມ​ຂະຫຍາຍບົດບາດ​ຂອງ ກຳມະກອນ, ຊາວນາ ​ແລະ ປັນຍາ​ຊົນ, ພັກ​ໄດ້​ວາງ​ຄຳ​ຂວັນ​ທີ່​ເໝາະ​ສົມ​ອອກ​ມາ​ເຊັ່ນ: ​ເພີ່ມ​ຄ່າ​ແຮງ​ງານ, ຫຼຸດຜ່ອນ​ເວລາ​ເຮັດ​ວຽກ, ​ແບ່ງ​ນາ​ຫຼວງ​ຄືນ​ໃໝ່​ໃຫ້​ຊາວນາ, ຫຼຸດຜ່ອນ​ຄ່າ​ເຊົ່າ​ທີ່​ດິນ, ຫຼຸດຜ່ອນ​ດອກ​ເບ້ຍ​ເງິນ​ກູ້... ​ເມື່ອ​ໄດ້​ມີ​ອຳນາດ​ການ​ປົກຄອງ​ແລ້ວ, ກໍ່​ໄດ້​ຍູ້​ແຮງ​ການ​ຕໍ່ສູ້​ຕ້ານ “ສັດຕູ​ແຫ່ງ​ຄວາມ​ອຶດ​ຫີ​ວ”, ຕ້ານ​ “ສັດຕູ​ແຫ່ງ​ຄວາມ​ໂງ່​ຈ້າ”, ປະຕິບັດ​ສິດ​ເສລີພາບ​ປະຊາທິປະ​ໄຕ ​ເພື່ອ​ປົດ​ປ່ອຍ​ກຳລັງ​ແຮງ​ຂອງກຳມະກອນ, ຊາວນາ, ປັນຍາ​ຊົນ - ​ເຊິ່ງ​ແມ່ນຜູ້​​ທີ່ປະສົບ​ກັບ​ຂໍ້​ເສຍປຽບ​ຫຼາຍ​ຢ່າງພາຍ​ໃຕ້​ແອກ​ກົດ​ຂີ່​ຂົ່ມ​ເຫັງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ, ສັກ​ດີ​ນາ. ​ເມື່ອ​ເງື່ອນ​ໄຂ​ໄດ້​ສຸກ​ງອມ​ແລ້ວ, ພັກ​ໄດ້​ຕົກລົງ​ປະຕິບັດ​ນະ​ໂຍບາຍ​ປະຕິ​ຮູບ​ທີ່​ດິນ, ນຳ​ເອົາ​ສິດ​ເປັນ​ເຈົ້າ​ຂອງ​ທີ່​ດິນ​ມາ​ໃຫ້​ຊາວນາ. ​ຄຽງຄູ່​ກັບ​ການ​ເນັ້ນ​ໜັກ​ຄວາມ​ຕ້ອງການ​ປັບປຸງ​ພັນທະ​ພາບກຳມະກອນ - ຊາວນາ - ປັນຍາ​ຊົນ, ພັກກໍ່​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ເປີດ​ກວ້າງກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ສ້າງ​ຕັ້ງ​ແນວ​ໂຮມ​ແຫ່ງ​ຊາດ​ເປັນ​ເອກະ​ພາບ​ໃນ​ບັນດາ​ໄລຍະ​ ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການຂອງ​ໜ້າ​ທີ່​ການ​ປະຕິວັດ. ຕົ້ນ​ສ່ວນ​ລວມສຳລັບ​ການ​ກໍ່ສ້າງກ້ອນ​ມະຫາ​ສາມັກຄີທົ່ວ​ປວງ​ຊົນ ​ແລະ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ຊາດ​ ແມ່ນຂັບ​ໄລ່​ຈັກກະພັດລ່າ​ເມືອງ​ຂຶ້ນ, ປົດ​ປ່ອຍ​ຊາດ, ​​ເຕົ້າໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ກໍ່ສ້າງ​ປະ​ເທດ​ຫວຽດນາມ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ. ອາ​ໄສ​ສິ່ງ​ດັ່ງກ່າວ ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ​ ໄດ້​ຮັບ​ການ​ກໍ່ສ້າງ​​ໃຫ້​ໜັກ​ແໜ້ນ ​ໂດຍ​ຖື​ພັກ​ເປັນ​ແກນ​ນຳ ​ແລະ​ຖື​ພັນທະ​ພາບກຳມະກອນ - ຊາວນາ - ປັນຍາ​ຊົນ​ເປັນ​ກຳລັງ​ຫຼັກ​ແຫຼ່ງ.

​ເມື່ອ​ຫັນ​ໄປ​ສູ່​ໄລຍະ​ແຫ່ງ​ການ​ສ້າງສາ​ປະ​ເທດ​ຊາດ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ, ພັກ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ເບິ່ງ​ແຍງ​ສິດຜົນປະ​ໂຫຍ​ດຂອງກຳມະກອນ, ຊາວນາ ​ແລະ ປັນຍາ​ຊົນ. ​ໃນ​ເງື່ອນ​ໄຂ​ຂອງ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ​ແນວທາງ​ຂອງ​ພັກ​ແມ່ນ ປົດ​ປ່ອຍ​ກຳລັງ​ຄວາມ​ສາມາດ​ທີ່​ບົ່ມ​ຊ້ອນ ​ແລະ ກຳລັງ​ແຮງ​ທັງໝົດ​ຂອງ​ກຳມະກອນ, ຊາວນາ ​ແລະ ປັນຍາ​ຊົນ ​ໂດຍ​ອີງ​ໃສ່​ຄວາມ​ເຄົາລົບ​ຜົນ​ປະ​ໂຫຍ​ອັນ​ຊອບ​ທຳ​ຂອງບຸກຄົນ​ມະນຸດ, ຖື​ເປັນ​ສຳຄັນ​ການ​ແຈກ​ຢາຍ​ຕາມ​ແຮງ​ງານ, ຮັບປະກັນ​ໃຫ້​ກຳມະກອນ​ມີ​ສິດ​ເສລີ​ໃນ​ການ​ເລືອກ​ເອົາ​ບ່ອນ​ເຮັດ​ວຽກ ​ແລະ ຂະ​ແໜງ​ການ ອາຊີບ​ທີ່​ເໝາະ​ສົມ ຕາມ​ສັນຍານ​ຂອງ​ຕະຫຼາດ ​ເພື່ອ​ເສີມ​ຂະຫຍາຍ​​ຄວາມ​ສາມາດ​ທີ່​ມີ​ຢູ່​ຂອງ​ແຕ່ລະຄົນຢ່າງ​ດີ​ທີ່​ສຸດ; ຊາວນາ​ມີ​ສິດ​ນຳ​ໃຊ້​ທີ່​ດິນ​ທີ່​ຕົນ​ເປັນ​ເຈົ້າ​ຂອງ; ປັນຍາ​ຊົນ​ມີ​ສິດ​ເສລີ​ໃນ​ການ​ອອກ​ແຮງ​ງານ​ປະດິດ​ສ້າງ, ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ, ມີ​ຄວາມ​ສາມາດຫັນ​ປັນຍາຄວາມ​ຮູ້​ຂອງ​ຕົນ​ເປັນ “​ເງິນ​ທຶນ”, ​ໄດ້​ຮັບ​ການ​ປົກ​ປ້ອງ​ລິ​ຂະ​ສິດ​ແລະ​ຊັບ​ສິນ​ທາງ​ປັນຍາ. ກົນ​ໄກ​ດັ່ງກ່າວ​ເຮັດ​ໃຫ້​ລັກສະນະ​ຫ້າວຫັນ​ຂອງກຳມະກອນ, ຊາວນາ ​ແລະ ປັນຍາ​ຊົນ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ເປັນ​ຢ່າງ​ດີ, ຮັບປະກັນ​ໃຫ້​ຜູ້​ມີ​ຄວາມ​ສາມາດ ມີ​ສ່ວນປະກອບ​ຫຼາຍ​ກວ່າ ຈະ​ມີ​ກຽດ​ທີ່​ໄດ້​ຮັບ​ລາຍ​ໄດ້​ສູງ​ກວ່າ. ດ້ານ​ອື່ນ, ​ເສດຖະກິດ​ຕະຫຼາດ​ກໍ່​ເຮັດ​ໃຫ້ກຳມະກອນ, ຊາວນາ, ປັນຍາ​ຊົນຈຳນວນ​ໜຶ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເຊັ່ນ: ກຳມະກອນຂາດ​ວຽກ​ເຮັດ​ງານ​ທຳ​ແລະລາຍ​ໄດ້​​ບໍ່​ໝັ້ນຄົງ, ລາຄາ​ສິນຄ້າ​ກະສິກຳ​ຖືກ​ກົດ​ໜ່ວງ, ​ເນື້ອ​ທີ່​ການ​​ເພາະ​ປູກ​ຖືກຮັດແຄບ, ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ...ຂອງ​ຊາວນາ, ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປັນ​ຍາ​ຊົນ​ບໍ່​ໝັ້ນຄົງ. ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເຫຼົ່າ​ນີ້, ພັກ​ແລະ​ລັດ​ໄດ້​ມີ​ນະ​ໂຍບາຍຮັບປະກັນ​ຄວາມ​ປອດ​ໄພ​ສັງຄົມ ​ແລະ​ຍົກ​ສູງ​ສະ​ວັດ​ດິການ​ສັງຄົມ​ເຊັ່ນ: ຊຸກຍູ້​ວຽກ​ເຮັດ​ງານ​ທຳ​ໃຫ້​ຍືນ​ຍົງ, ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ກຳມະກອນ​ຕໍ່​ໜ້າ​ນາຍຈ້າງ (ເວລາ​ເຮັດ​ວຽກ​ແລະ​ສິ່ງ​ແວດ​ລ້ອມ​ເຮັດ​ວຽກ, ລະບອບ​ເງິນ​ເດືອນ, ປະກັນ​ໄພ​ສັງຄົມ; ສະ​ວັດ​ດິການ​ຂອງ​ບໍລິສັດ; ສິດທິ​ກຳມະບານ...); ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວນາ​ໂດຍ​ອີງ​ໃສ່​ການ​ຫັນ​ມາພັດທະນາ​ກະສິກຳ​ທັນ​ສະ​ໄໝ, ຊາວນາ​ຮັ່ງມີ, ຊົນນະບົດ​ສີວິ​ໄລ; ປົກ​ປ້ອງສິດທິ​ໃນ​ຊັບ​ສິນ​ທາງ​ປັນຍາ ​ແລະ​ເຄົາລົບ​ສິ​ດເສລີ​ໃນ​ການ​ຮຽນ​ຮູ້​ຂອງ​ປັນຍາ​ຊົນ...ພ້ອມ​ກັນ​ກັບ​ການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​​ສິດຜົນປະ​ໂຫຍ​ດຂອງກຳມະກອນ, ຊາວນາ, ປັນຍາ​ຊົນ, ພັກ​ກໍ່​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການກໍ່ສ້າງກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ເຊັ່ນ: ສ້າງ​ກົນ​ໄກ ນະ​ໂຍບາຍ​ເສລີພາບ​ໃນ​ການ​ທຸລະ​ກິດ​ຢ່າງ​ສະ​ເໝີ​ພາບ ​ເພື່ອ​ໃຫ້​ນັກທຸລະກິດ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ເຂົາ​ເອງ; ຖື​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເປັນ​ພາກ​ສ່ວນ​ໜຶ່ງທີ່​ແຍກ​ບໍ່​ໄດ້​ໃນ​ຊຸມ​ຊົນ​ຫວຽດນາມ​ບັນດາ​ເຜົ່າ, ມີ​ຫຼາຍ​ນະ​ໂຍບາຍ​ໃນ​ການ​ປົກ​ປ້ອງ​ພົນລະ​ເມືອງ, ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ໃນ​ປະ​ເທດ; ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຄວາມ​ສາມັກຄີ ​ເຕົ້າ​ໂຮມ​ພີ່ນ້ອງ​ຮ່ວມ​ຊາດ​ບັນດາ​ສາສະໜາ, ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ... ຕົ້ນ​ສ່ວນ​ລວມ​ເພື່ອ​ສາມັກຄີ, ​ເຕົ້າ​ໂຮມ​ບັນດາ​ຊົນ​ຊັ້ນ, ຊັ້ນ​ຄົນ​ປະຊາຊົນ​ແມ່ນ ສູ້​ຊົນ​ກໍ່ສ້າງ​ສັງຄົມໜຶ່ງ​ທີ່​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂ​ງ, ມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ​ແລະ​ສີວິ​ໄລ. ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ໄດ້​ຮັບ​ການ​ເປີດ​ກວ້າງ ຈະ​ມີ​ເງື່ອນ​ໄຂ​ເພື່ອ​ເບິ່ງ​ແຍງ​ສິດຜົນປະ​ໂຫຍ​ດຂອງກຳມະກອນ, ຊາວນາ ​ແລະ ປັນຍາ​ຊົນ​ໃຫ້​ດີກວ່າ​ເກົ່າ. ພັນທະ​ພາບກຳມະກອນ - ຊາວນາ - ປັນຍາ​ຊົນ ​ແລະ​ການ​ຮ່ວມ​ມື​ລະຫວ່າງກຳມະກອນ, ຊາວນາ, ປັນຍາ​ຊົນ ກັບ​ນັກທຸລະກິດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ກົມກຽວ, ມີ​ປະສິດທິ​ຜົນ, ສອດຄ່ອງ​ກັບ​ກົນ​ໄກ​ຕະຫຼາດ, ຈຳກັດ​ຄວາມ​ຂັດ​ແຍ້​ງທາງ​ສັງຄົມ, ​ເຊັ່ນ ຮູບ​ແບບ “ສີ່​ພາກສ່ວນ” (ລັດ, ຊາວ​ກະສິກອນ, ນັກວິທະຍາສາດ, ນັກທຸລະກິດ) ຫຼືການ​ປ່ຽນ​ແທນ​ຮູບ​ແບບ​ປັນຍາ​ຊົນ​ປະກອບ​ທຶນ​ທຸລະ​ກິດ ດ້ວຍຄຸນ​ຄ່າ​ຂອງສິດທິ​ຊັບ​ສິນ​ທາງ​ປັນຍາ... ກຳລັງ​ນັກທຸລະກິດ​ໄດ້​ແລະ​ພວມ​ປະກອບສ່ວນທີ່​ສຳຄັນ​ເຂົ້າ​ໃນ​ການພັດທະນາ​ປະ​ເທດ, ​ເສດຖະກິດ​ເອກະ​ຊົນ​ກາຍ​ເປັນກຳລັງ​ຫຼັກ​ແຫຼ່ງໜຶ່ງ​ໃນ​ເສດຖະກິດ​ແຫ່ງ​ຊາດ (ພ້ອມ​ກັນ​ກັບ​ເສດຖະກິດ​ຂອງ​ລັດ ​ແລະ ​ເສດຖະກິດ​ລວມໝູ່) ​ເພື່ອ​ສ້າງພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ. ຫຼາຍນະ​ໂຍບາຍ​ສຳລັບ​ກຳມະກອນ, ຊາວນາ ​ແລະ ປັນຍາ​ຊົນ ​ໄດ້​ຮັບ​ການ​ປະຕິບັດທາງ​ອ້ອມ​ໂດຍ​ພັກ​ແລະ​ລັດ ຜ່ານ​ການ​ແຊກ​ແຊງ​ດ້ານະ​ໂຍບາຍ, ກົດໝາຍ ​ເພື່ອ​ດັດສົມ​ພຶດຕິ​ກຳ​ຂອງ​ວິ​ສາ​ຫະກິດ​ໃນ​ກົນ​ໄກ​ຕະຫຼາດ​ເຊັ່ນ: ຮັບປະກັນ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​, ປະກັນ​ໄພ​ສຳລັບ​ຜູ້​ອອກ​ແຮງ​ງານ, ຍົກ​ສູງ​ສະ​ວັດ​ດີກາ​ນຂອງ​ບໍລິສັດ ຫຼື​ການ​ເຊື່ອມ​ຕໍ່​ລະຫວ່າງ​ວິ​ສາ​ຫະກິດ ກັບ​ສະຫະກອນ​ແລະ​ຊາວ​ກະສິກອນ ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ, ປະກອບສ່ວນ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ຄອບຄົວ​ຊາວ​ກະສິກອນ​ໃຫ້​ພົ້ນ​ອອກ​ຈາກ “ດັກ​ກັບ​ການ​ຜະລິດ​ຂະໜາດ​ນ້ອຍ” ທີ່​ກະ​ຈັດ​ກະຈາຍ​ແລະ​ເລື່ອນລອຍ.

ກຳລັງ​ແຮງ​ສັງ​ລວມອີງ​ໃສ່ການ​ເສີມ​ຂະຫຍຍບົດບາດ ຂອງ​ກຳລັງ​ການ​ເມືອງ ​ແລະ ກຳລັງ​ປະກອບ​ອາວຸດ, ການ​ຕໍ່ສູ້​ທາງ​ດ້ານ​ການ​ເມືອງ ​ແລະ ການ​ຕໍ່ສູ້ດ້ວຍ​ກຳລັງ​ປະກອບ​ອາວຸດ, ການປະສານ​ສົມທົບລະຫວ່າງ​ພະລັງ - ທ່າ - ​ໂອກາດ

​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ​ແມ່ນ​ໄຊຊະນະຂອງ​ສິລະ​ປະ​ໃນ​ການ​ນຳ​ໃຊ້ບົດບາດ​ຕັດ​ສີນ​ຊີ້​ຂາດ​ຂອງ​ກຳລັງ​ການ​ເມືອງ ​ແລະ​ຄວາມ​ຮຸນ​ແຮງທາງ​ການ​ເມືອງ, ສ່ວນກອງ​ກຳລັງ​ປະກອບ​ອາວຸດ​ ແລະ​ຄວາມ​ຮຸນ​ແຮງຂອງ​ການປະກອບ​ອາວຸດ ​ແມ່ນ​ມີ​ບົດບາດສຳຄັນ​ທີ່​ສຸດ ມັນ​ຊ່ວຍ​ໜູນ​ໃຫ້​ແກ່​ກຳລັງ​ການ​ເມືອງ ​ແລະ​ການ​ຕໍ່ສູ້​ທາງ​ການ​ເມືອງ. ກ້າວ​ເຂົ້າ​ສູ່​ສົງຄາມ​ຕໍ່ຕ້ານ​ຝຣັ່ງ ​ແລະ ອາ​ເມ​ລິ​ກາ, ​ເມື່ອ​ການ​ຕໍ່ສູ້​ດ້ວຍ​ອາວຸດ​ຖືກຍູ້​ໃຫ້​ສູງ​ຂຶ້ນ ​ແລະກຳລັງ​ປະກອບ​ອາວຸດນັບ​ມື​ນັບ​ໄດ້​ຮັບການ​​ເພີ່ມ​ທະວີ, ​ແຕ່​ກຳລັງ​ການ​ເມືອງ ​ແລະ​ການ​ຕໍ່ສູ້​ທາງ​ການ​ເມືອງ ຍັງ​ມື​ບົດບາດ​ສຳຄັນ​ທີ່​ສຸດ. ດ້ຽນບຽນ​ຟູ​ແມ່ນ​ການຕໍ່ສູ້ທີ່​ທ້າ​ທາຍກຳລັງ​ແຮງ​ສັງ​ລວມຂອງ​ທັງ​ສອງ​ຝ່າຍ, ​ແຕ່​ການ​ປະ​ທະ​ກັນ​ໂດຍ​ກົງ​ແມ່ນກຳລັງ​ແຮງ​ຂອງກອງ​ກຳລັງ​ປະກອບ​ອາວຸດ​ລະຫວ່າງ​ສອງ​ຝ່າຍ ​ແລະ ​ໄຊຊະນະ​ເປັນ​ຂອງ​ກອງທັບ​ຫວຽດນາມ, ຊາດ​ຫວຽດນາມ, ປະຊາຊົນ​ຫວຽດນາມ, ບັງຄັບ​ໃຫ້​ຝຣັ່ງຕ້ອງນັ່ງ​ຮ່ວມ​ໂຕະ​ເຈລະຈາ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ເຊີ​ແນວ. ຢຸດຕິ​ສົງຄາມ​ຕໍ່ຕ້ານຝຣັ່ງດ້ວຍການ​ແກ້​ໄຂ​ທາງ​ການ​ເມືອງ-ການ​ທູດ, ອາ​​ໃສການ​ສະໜັບສະໜູນ​ເບື້ອງ​ຫຼັງຂອງ​ກຳລັງ​ແຮງ​ທາງ​ການ​ທະຫານ​ດ້ວຍ​ໄຊຊະນະ​ດ້ຽນບຽນ​ຟູ. ​ໄຊຊະນະ​​ໃນ​ການ​ຕໍ່ສູ້ຕ້ານ​ອາ​ເມ​ລິ​ກາ, ກູ້​ຊາດ, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແມ່ນຖືກ​ກຳນົດ​ໂດຍ​ກຳລັງ​ແຮງຂອງ​ກອງ​ກຳລັງ​ປະກອບ​ອາວຸດ, ດ້ວຍການ​ບຸກ​ໂຈມ​ຕີ​ຍຸດ​ທະ​ສາດ​ຂະໜາດ​ໃຫຍ່​ໃນ​ລະດູບານ​ໃໝ່ປີ 1975 ​ເຊິ່ງຈຸດ​ສູງ​ສຸດ​ແມ່ນ​ບັ້ນ​ຮົບ​ໂຮ່ຈີ​ມິນອັນ​ເປັນ​ປະຫວັດສາດ ທີ່​ປະສານ​ສົມທົບ​ກັບ​ການ​ລຸກ​ຮື​ຂຶ້ນ​ຂອງ​ມະຫາຊົນ​ທີ່​ໜາ​ແໜ້ນ. ​ແຕ່​ເພື່ອ​​ກ້າວໄປ​ເຖິງມະຫາ​ໄຊ​ໃນ​ລະດູບານ​ໃໝ່​ປີ 1975 ນັ້ນ, ການ​ຕໍ່ສູ້​ຂອງ​ປະຊາຊົນ​ຫວຽດນາມ​ໄດ້​ດຳ​ເນີນຕາມ​ທິດ​ນຳ ຕີ​ສັດຕູ​ດ້ວຍ “ສອງ​ຂາ” (ກຳລັງ​ການ​ເມືອງ ​ແລະ ກຳລັງ​ປະກອບ​ອາວຸດ), “ສາມ​ປາຍ​ຫອກ” (ການຕໍ່ສູ້​ທາງ​ການ​ເມືອງ, ການ​ຕໍ່ສູ້​ທາງ​ດ້ານ​ການ​ທະຫານ ​ແລະ ການຕໍ່ສູ້​ຂົນຂວາຍ​ທະຫານ​ສັດຕູ), “ສາມ​ເຂດ​ຍຸດ​ທະ​ສາດ” (ເຂດຊົນນະບົດ​ທົ່ງພຽງ, ​ເຂດ​ພູຜາ, ​ເຂດ​ຕົວ​ເມືອງ), ສົມທົບ​ລະຫວ່າງ​ການ​ຕໍ່ສູ້​ທາງ​ດ້ານການ​ທະຫານ ກັບການ​ເປີດ​ກວ້າ​ງ​ແນວ​ຮົບ​ທາງ​ການ​ທູດ ​ໃນ​ເວລາ​ທີ່​ເໝາະ​ສົມ. ການ​ຕໍ່ສູ້​ທາງ​ດ້ານ​ການ​ເມືອງ ​ແມ່ນ​ການ​ຕໍ່ສູ້​ເພື່ອ​ຮັກສາ​ປະຊາຊົນ, ປົກ​ປ້ອງ​ປະຊາຊົນ, ຕ້ານ​ການ​ບັງຄັບ​ແຍກ​ປະຊາຊົນ​ອອກ​ຈາກ​ການ​ປະຕິວັດ, ​ການເກນ​ກຸລີ ​ເກນ​ທະຫານ, ​ເປີດ​ໂປງທາດ​ແທ້​ຂອງ​ລະບອບ​​ເມືອງ​ຂຶ້ນ​ແບບ​ໃໝ່ຢູ່​ຫວຽດນາມ, ຢືນຢັນ​ຄວາມ​ເປັນ​ທຳ​ຂອງ​ອຳນາດ​ການ​ປົກຄອງ​ປະຕິວັດ, ສ້າງ​ຮາກ​ຖານ​ໃຫ້​ແກ່​ການ​ກໍ່ສ້າງ​ແລະ​ປັບປຸງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ. ​ໃນ​ຈຸດ​ເວລາ​ທີ່​ສຳຄັນ​ຂອງ​ການ​ປະຕິວັດ, ການ​ຕໍ່ສູ້​ທາງ​ການ​ເມືອງ​ເກີດ​ຂຶ້ນ​​ໃນ​ຫຼາຍ​ຮູບ​ແບບ​ທີ່​ຕ່າງ​ກັນ​ເຊັ່ນ “ການ​ລຸກ​ຂຶ້ນ​ພາບ​ດຽວ”, “ການ​ລຸກ​ຮື​ຂຶ້ນ”, ​ໄດ້​ຮັບ​ການ​ສົມທົບ​ຢ່າງ​ກົມກຽວ​ ແລະ​ໄດ້​ຮັບ​ການ​ສະໜັບສະໜູນຂອງ​ການ​ຕໍ່ສູ້​ດ້ວຍອາວຸດ. ການ​ຕໍ່ສູ້​ທາງ​ດ້ານ​ການ​ເມືອ​ງ-ກົດໝາຍ​ໄດ້​ເກີດ​ຂຶ້ນພາຍຫຼັງ​ການ​ບຸກ​ໂຈມ​ຕີ​ທາງ​ດ້ານ​ການ​ທະຫານ, ບັງຄັບ​ໃຫ້​ອາ​ເມ​ລິ​ກາ​ຕ້ອງ​ລົງຂັ້ນ​ໄດ​ສົງ​ຄາມ, ​ເຊັນ​ສັນຍາ​ປາຣີ, ຍອມຮັບ​ການ​ຖອນ​ກຳລັງ​ທະຫານ​ກັບ​ເມືອ​ປະ​ເທດ, ​ໃຫ້​ສັນຕິພາບ​ກັບ​ຕ່າວ​ຄືນ​ມາ, ຍອມຮັບ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດຫວຽດນາມ. ການ​ຕໍ່ສູ້​ດ້ວຍ​ກຳລັງອາວຸດ​ໃນ​ໄລຍະ​ສົງຄາມ​ຕ້ານ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ການ​ປະຕິວັດ, ​ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງ​ປີ 1959, ພ້ອມ​ກັນ​ສົມທົບ​ກັບ​ແນວ​ຮົບທາງ​ການ​ເມືອງ ການ​ທູດ, ສ້າງ​ກຳລັງ​ແຮງ​ສັງ​ລວມທີ່​ສາມາດ​​ເອົາ​ຊະນະ​ຍຸດ​ທະ​ສາດສົງຄາມ​ຮຸກ​ຮານ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ, ຫັນປ່ຽນສະຖານະ​ການ​ຂອງສະໜາມຮົບ, ຫັນປ່ຽນ​ຈາກ​ໄຊຊະນະ​ທີ່​ຕັດສີນ​ໄປ​ສູ່​ໄຊຊະນະ​ທີ່​ສົມບູນ.

ຄວາມ​ສະຫງົບ​ສຸກ​ກັບ​ຄືນ​ມາ, ປະ​ເທດ​ເປັນ​ເອກະ​ພາບ ​ແລະ ກ້າວ​ເຂົ້າ​ສູ່​ການ​ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດຄື: ສ້າງສາ​ ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ, ພັກ​ໄດ້​ກຳນົດ​ແນວທາງ​ການ​ກໍ່ສ້າງ​ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ ​ແລະການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ປະຊາຊົນ, ຖື​ເອົາ​ກອງທັບ​ປະຊາຊົນ​ແລະ​ກອງ​ກຳລັງ​ຕຳຫຼວດ​ປະຊາຊົນ​ເປັ​ນ​ແກນ​ກາງ. ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ​ທີ່​ໝັ້ນຄົງ​ເຂັ້ມ​ແຂງ ​ໄດ້​ຮັບປະກັນ​ໂດຍ “ທ່າ​ສະໜາມຮົບ​ໃນ​ຈິດ​ໃຈ​ປະຊາຊົນ”, “ຮັກສາ​ປະ​ເທດ​ແຕ່​ເມື່ອປະ​ເທດ​ຍັງບໍ່​ຕົກ​ຢູ່​ໃນ​ອັນຕະລາຍ”, ມີ​ຄວາມ​ຕ້ານທານ​ພຽງພໍ​ຕໍ່ທຸກ​ກົນອຸບາຍ​ເລ່ລ່ຽມ ​ແລະ​ການ​ເຄື່ອນ​ໄຫວ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ ​- ​ເປັນພື້ນຖານ​ໃຫ້​ແກ່​ການ​ກໍ່ສ້າງກອງ​ກຳລັງ​ປະກອບ​ອາວຸດປະກອບ​ດ້ວຍສາມ​ເຫຼົ່າ​ທັບ ​ແລະ ກຳລັງສຳຮອງ​ສຳລັບ​ການ​ລະດົມ​ທີ່​ໝັ້ນຄົງ​ເຂັ້ມ​ແຂງ. ກອງທັບ​ປະຊາຊົນ​ຫວຽດນາມ​ ໄດ້​ຮັບ​ການ​ກໍ່ສ້າງ​ໃຫ້​ມີ​ຄວາມ​ສາມາດ​ສູ້​ຮົບ​ເກັ່ງ ​ແລະ​ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ມີ​ຂົງ​ເຂດ​ຈະ​ກ້າວ​ຂຶ້ນ​ທັນ​ສະ​ໄໝ​ໂດຍ​ກົງ, ມີ​ຄວາມ​ສາມາດ​ສັ່ງ​ເຕືອນ​ແລະ​ພ້ອມ​ທີ່​ຈະ​ເອົາ​ຊະນະ​ສັດຕູ​ຜູ້​ຮຸກ​ຮານ​ທຸກ​ໂຕ, ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ກໍ່ສ້າງ​ແລະ​ປັບປຸງ​ກຳລັງ​ການ​ເມືອງ. ​ໃນ​​ເວລາ​ສັນຕິພາບ, ກຳລັງ​ປະກອບອາວຸດມີ​ບົດບາດສຳຄັນ​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ການ​ເມືອງ-ສັງຄົມ, ດັບ​ສູນ​ແຕ່​ຕົ້ນ​ແຕ່​ໄກ ຕໍ່​ບັນດາ​ປັດໄຈທີ່​ຂົ່ມຂູ່​ຄວາມ​ໝັ້ນຄົງ​ຂອງ​ຊາດ​ຈາກ​ພາຍ​ໃນ, ສ້າງ​ພື້ນຖານ​​ເພື່ອ​ກໍ່ສ້າງ​ແລະ​ປັບປຸງພື້ນຖານ​ການ​ເມືອງ​​ໃຫ້ໝັ້ນ​ຄົນ​ເຂັ້ມ​ແຂງ. ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ, ຄວາມ​ໝັ້ນຄົງ​ດ້ານການ​ເມືອງ, ຄວາມ​ໝັ້ນຄົງ​ດ້ານວັດທະນະທຳ, ຄວາມ​ໝັ້ນຄົງ​ດ້ານ​ເຄືອ​ຂ່າຍ ນັບ​ມື້​ນັບ​ກາຍ​ເປັນ​ບັນດາ​ແນວ​ຮົບ​ທີ່​ເຄັ່ງຮ້ອນ ທີ່​ອາດ​ຈະ​ພາ​ໃຫ້​ເກີດ​ການ​ຜັນ​ຜວນ​ທາງ​ການ​ເມືອງ-ສັງຄົມ ຖ້າ​ຫາກ​ບໍ່​ຍົກ​ສູງ​ສະຕິ​ລະວັງ​ຕົວ, ບໍ່​ດັບ​ສູນ​ຮາກ​ເງົ້າຂອງ​ຄວາມ​ສ່ຽງ. ​ເພາະສະ​ນັ້ນ, ກອງ​ກຳລັງ​ຕຳຫຼວດ​ປະຊາຊົນມີ​ບົດບາດ​ເປັນ​ຫຼັກ​ແຫຼ່ງ​ແກ່ນສານ​ໃນ​ການ​ຮັບປະກັນຄວາມ​ໝັ້ນຄົງ​​ແລະຄວາມ​ປອດ​ໄພຕໍ່ໜ້າ​ສິ່ງ​ທ້າ​ທາຍ​ຕ່າງໆ, ຮັບປະກັນຄວາມ​ໝັ້ນຄົງ​ດ້ານການ​ເມືອງ-ສັງຄົມ. ກຳລັງ​ແຮງ​ການ​ເມືອງ​ຂອງກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ ໄດ້​ຮັບ​ການ​ປັບປຸງ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ​ນັ້ນ ຈະ​ສ້າງ​ພື້ນຖານສັງຄົມ​ເພື່ອ​ກໍ່ສ້າງ​ພັກ​ແລະກໍ່ສ້າງ​ລະບົບ​ການ​ເມືອງ ​ໃຫ້​ສະອາດ​ປອດ​ໃສ​ແລະ​ໝັ້ນຄົງ​ເຂັ້ມ​ແຂງ, ສ້າງ “ທ່າ​ສະໜາມຮົບ​ໃນ​ຈິດ​ໃຈ​ປະຊາຊົນ” ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ກໍ່ສ້າງ​ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ ​ແລະ ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົມ​ປະຊາຊົນ.

ການປະສານ​ສົມທົບ​ລະຫວ່າງ “ພະລັງ - ທ່າ - ​ໂອກາດ” ທັງ​ແມ່ນ​ວິທະຍາສາດ, ທັງ​ແມ່ນ​ສິລະ​ປະການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມທີ່​ເປັນ​ເອກະລັກ​ຂອງ​ພັກ. ​ໃນ​ການ​ປະຕິວັດ​ປົດ​ປ່ອຍຊາດ, “ພະລັງ” ​ແມ່ນ​ກຳລັງ​ແຮງ​ສັງ​ລວມຂອງກຳລັງ​ທັງ​ໝົດ, ຊັບພະຍາກອນ​ທັງ​ໝົດ ​ທີ່​ລະດົມມາ​ໄດ້​ໃນ​ລະດັບ​ສູງ​ທີ່​ສຸດ, ​ແຕ່ “ພະລັງ” ຖືກ​ນຳ​ໃຊ້​ໃນ “ທ່າ” ​ໄດ້​ປຽບ​ທີ່​ສຸດ ​ແລະ ນຳ​ໃຊ້​ປັດ​ໄຈ​ໂອກາດ​ຢ່າງສຸດ​ຂີດ, ລວມທັງ​ການ​ຊຸກຍູ້​ໃຫ້​​ໂອ​ກາດ​ປະກົດ​ຕົວ​ຂຶ້ນ ​ແລະ ຄວາມ​ສາມາດ​ສວຍ​ໃຊ້, ກຳ​ເອົາ​ໂອກາດ​ເພື່ອ​ຍາດ​ເອົາ​ໄຊຊະນະ. ​ໃນ​ປະຈຸ​ບັນ​ກໍ່​ເຊັ່ນ​ດຽວ​ກັນ, “ພະລັງ” ​ແມ່ນ​ກຳລັງ​ແຮງ​ສັງ​ລວມທັງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ, ຄວາມ​ສາມາດຫັນປ່ຽນ​ ເພື່ອ​ສ້າງ​ກຳລັງ​ແຮງ​ໃໝ່​ທີ່​ມີ​ຄຸນ​ປະ​ໂຫຍ​ດ​ຫຼາຍ​ກວ່າ​ເກົ່າ. “ທ່າ” ​ຖືກ​ສ້າງ​ຂຶ້ນ​ຈາກການ​ໃຊ້​ຊັບພະຍາກອນ​ຢ່າງ​ລວມສູນ​ແລະ​ເຕົ້າ​ໂຮມ​ຢ່າງ​ເຕັມ​ທີ່ ​ເພື່ອ​ແກ້​ໄຂ​ໄດ້​ບັນດາ​ຂອດ​ບຸກທະ​ລະ​ຍຸດ​ທະ​ສາດ, ບໍ່​ກະ​ແຈກ​ກະຈາຍ​ຫຼື​ແຜ່​ກະຈາຍ. “ທ່າ” ​ແມ່ນ​ຈຸດ​ຢືນ​ຂອງ​ຫວຽດນາມ​ໃນ​ເມື່ອ​ເຊີດ​ຊູການ​ປ້ອງ​ກັນ​ປະ​ເທດ​ຢ່າງ​ສັນຕິ, ການ​ປ້ອງ​ກັນ​ຕົນເອງ, ການ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ປະ​ເທດ ທີ່ສອດຄ່ອງ​ກັບກົດໝາຍ​ສະກົນ. ນັ້ນ​ແມ່ນ “ທ່າ” ​ແຊກ​ຊ້ອນ​ຜົນ​ປະ​ໂຫຍ​ດຂອງ​ຫວຽດນາມ​ໃນ​ຜົນ​ປະ​ໂຫຍ​ດລວມຂອງ​ພາກ​ພື້ນ​ແລະ​ໂລກ. “ທ່າ” ​ແຊກ​ຊ້ອນ​ນີ້​ຍັງ​ຊ່ວຍ​ໃຫ້​ຫວຽດນາມ ​ໃນ​ເມື່ອ​ເດັດດ່ຽວ, ໜຽວ​ແໜ້ນຕໍ່ສູ້​ກັບບັນດາ "ຄູ່​​ແຂ່ງ" ​ເພື່ອປົກປົກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ ແລະຜົນ​ປະ​ໂຫຍ​ດຍຸດ​ທະ​ສາຂອງ​ປະ​ເທດ​ທີ່​ສອດຄ່ອງ​ກັບກົດໝາຍ​ສາ​ກົນ​ນັ້ນ ຫວຽດນາມ​ກໍ່​ຍັງ​ຮັກສາ​ໄດ້​ສາຍ​ພົວພັນ​ທີ່​ດີ​ແລະການ​ພົວພັນ​ຮ່ວມ​ມື​ສາກົນທີ່​ໄດ້​ສ້າງ​ຂຶ້ນ, ບໍ່​ສູນ​ເສຍ​ສະຖານະ​ການ​ທີ່​ເປັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ປະຕິວັດ. ນັ້ນ​ຍັງ​ແມ່ນ “​ໂອກາດ” ​ເຖິງວ່າ​ໂລກ​ມີ​ການ​ຜັນ​ຜວນ​ສັບ​ສົນ, ຄາດ​ເດົາ​ຍາກ, ​ແຕ່​ບັນດາ​ຜົນ​ປະ​ໂຫຍ​ດ​ແລະ​ຄຸນຄ່າຮ່ວມ​ທີ່​ມະນຸດຊາດ​ສະ​ແຫວ​ງຫາ​ເຊັ່ນ: ສັນຕິພາບ, ​ເສລີ​ພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ແລະ​ການບິນ, ຄວາມ​ຍຸດຕິ​ທຳ​ຂອງ​ກົດໝາຍ​ສາກົນ, ຍັງ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງຂອງ​ທົ່ວ​ໂລກ,... ​ເຊິ່ງ​ອິດ​ທິກຳລັງ​ໃດໆ​ທີ່​ຢາກ​ຫາ​ວິທີ​ທຳລາຍ​ກໍ່​ຕ້ອງ​ພິຈາລະນາ​ຢ່າງ​ລະມັດລະວັງ. ດັ່ງ​ນັ້ນ, “ໂອກາດ” ຂອງ​ການ​ຕໍ່ສູ້​ເພື່ອ​ປົກ​ປ້ອງອຳນາດ​ອະທິປະ​ໄຕ ​ແລະຜົນ​ປະ​ໂຫຍ​ດຍຸດ​ທະ​ສາດຂອງ​ປະ​ເທດ​ຕິດ​ແໜ້ນ​ກັບ​ການປົກ​ປັກ​ຮັກສາສັນຕິພາບ, ຄວາມ​ໝັ້ນ​ຄົມ​ທາງ​ການ​ເມືອງ-ສັງຄົມ, ປົກ​ປັກ​ຮັກສາ​ບັນດາ​ຄຸນຄ່າ​ມາດຕະຖານຂອງ​ກົດໝາຍ​ສາກົນ. “​ໂອກາດ” ຍັງ​ແມ່ນ​ຍຸກ​ສະ​ໄໝ​ເຊິ່ງການ​ຮ່ວມ​ມືຍັງ​ຄົງ​ແມ່ນ​ທ່າ​ອ່ຽງຫຼັກ, ການ​ເພິ່ງ​ພາ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ, ​ໂລກ​ບໍ່​​ໄດ້ຖືກ​ແບ່ງ​ອອກ​ເປັນ​​ກຸ່ມ​ແຍກ​ຕ່າງຫາກ, ດັ່ງ​ນັ້ນ ພັກ​ເຮົາ​ໄດ້​ຫາ​ວີ​ທີ​ສວຍ​ໃຊ້, ​ເສີມ​ຂະຫຍາຍ ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ສາກົນຢ່າງຮອບດ້ານ...

ຫວຽດນາມເຂົ້າຮ່ວມການຮັກສາສັນຕິພາບຂອງສະຫະປະຊາຊາດ - ການເຄື່ອນໄຫວມີຄວາມໝາຍມະນຸດສະທຳສາກົນທີ່ຍິ່ງໃຫຍ່, ຢືນຢັນໃຫ້ໂລກເຫັນພາບລັກສະນະທີ່ມີຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ປະຊາຄົມສາກົນ _ແຫຼ່ງ: Vietnamplus.vn

ກຳລັງ​ແຮງສັງ​ລວ​​ມອີງ​ໃສ່​ການ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ທຸກ​ພື້ນ​ທີ່​ຍຸດ​ທະ​ສາດ; ການ​ສົມທົບລະຫວ່າງກຳລັງ​ແຮງ​ຂອງ “ຝ່າມື​ມີ​ຮູບ" ​ແລະ​ກຳລັງ​ແຮງ​ຂອງ “ຝ່າມື​ອະ​ຮູບ”

​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ຍ້ອນ​ໄດ້​ເອົາ​ໃຈ​ໃສ່​ທຸກ​ພື້ນ​ທີ່​ຍຸດ​ທະ​ສາດ ພັກ​ເຮົາ​ຈຶ່ງ​ໄດ້​ສ້າງ​ແລະ​ຈັດ​ວາງ​ກຳລັງ​ປະຕິວັດຢ່າງ​ທົ່ວ​ເຖິງ, ຈັດ​ຕັ້ງ​ການ​ຕໍ່ສູ້ຈາກ​ພື້ນ​ທີ່​ຊົນນະບົດ​ເຂດ​ທັ່ງ​ພຽງ, ພູຜາ, ຈົນ​ເຖິງ​ຕົວ​ເມືອງ, ​ເຂດ​ທະ​ເລ​​ແລະ​ເກາະ. ​ເມື່ອ​ເລີ່​ມການ​ກໍ່ສ້າງ​ກຳລັງ​ປະຕິວັດ, ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຂອງ​ກຳມະກອນ, ຊາວນາ, ປັນຍາ​ຊົນ, ພັກ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ໂຮງ​ຈັກ​ໂຮງງານ, ບໍ່​ແຮ່​ຢູ່​ເຂດ​ຕົວ​ເມືອງ, ​ເຂດ​ອຸດສາຫະກຳ ​ແລະ​ພື້ນ​ທີ່​ຊົນນະບົດ​ທີ່​ກວ້າງ​ໃຫຍ່. ​ເມື່ອ​ກະກຽມ​ໃຫ້​ແກ່​ການ​ລຸກ​ຮື​ຂຶ້ນ​ດ້ວຍ​ກຳລັງ​ອາວຸດ ຫຼື​ຫັນ​ມາ​ດຳ​ເນີນ​ສົງຄາມ​ປະຕິວັດ, ພັກ​ໄດ້​ເອົາ​ໃຈ​ໃສ່​ກໍ່ສ້າງຖານ​ທີ່​ໝັ້ນ, ​ເຂດ​ສູ້​ຮົບ ຢູ່​ພື້ນ​ທີ່​ທີ່​ສຳຄັນ​ໃນ​ເຂດ​ພູຜາ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ແລ້ວ​ຄ່ອຍໆ​ເປີດ​ກວ້າງ​ອອກ​ໃຫ້​ຕິດ​ກັບ​ຕົວ​ເມືອງ ຕາມ​ການ​ພັດທະນາ​ຂອງ​ກຳລັງ​ປະຕິວັດ, ກະກຽມ​ໃຫ້​ແກ່​ການລຸກ​ຮື​ຂຶ້ນ​ຂະໜາດ​ໃຫຍ່ ຫຼື​ສົມທົບ​ລະຫວ່າງ​ການ​ໂຈມ​ຕີ​ແລະ​ການ​ລຸກ​ຮື​ຂຶ້ນ. ການ​ຄົມມະນາຄົມ​ທາງ​ທະ​ເລ​ກໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ເຖິງ​ລະດັບ​ສູງ​ໃນ​ການ​ຂົນ​ສົ່ງ​ສິນຄ້າ​ຊ່ວຍ​ເຫຼືອ​ຈາກ​ສາກົນ, ຂົນ​ສົ່ງ​ຄົນ​ແລະ​ເຄື່ອງ​ຂອງ​ຈາກ​ພາກ​ເໜືອ​ເຂົ້າ​ສະໜາມຮົບ​ພາກ​ໃຕ້ ດ້ວຍ​ຖະໜົນ​ໂຮ່ຈີ​ມິນ​ໃນ​ທະ​ເລ​ທີ່​ມະຫັດສະຈັນ. ບັນດາ​ຖານ​ທັບ​ໃນ​ເກາະ​ທະ​ເລ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຕ້ານ​ການ​ບຸກລຸກຈາກ​ທະ​ເລ ​ແລະ ​ເຝົ້າ​ລະວັງ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສັດຕູ.

​ໃນ​ສະ​ໄໝ​ແຫ່ງ​ການ​ກໍ່ສ້າງ​ປະ​ເທດຕາມ​ເສັ້ນທາງ​ສັງຄົມ​ນິຍົມ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ເອົາ​ໃຈ​ໃສ​ທີ່​ສຸດ​ເຖິງ​ການສ້າງ​​ແຜນການ ແລະລົງທຶນ​ພັດທະນາບັນດາ​​ເຂດ​ຍຸດ​ທະ​ສາດ, ຜັນ​ຂະຫຍາຍ​ນະ​ໂຍບາຍ​ຈັດ​ແບ່ງ​ແຮງ​ງານ​ລະຫວ່າງ​ເຂດ​ທົ່ງພຽງ​ແລະ​ເຂດ​ພູດອຍ, ຈັດ​ຕັ້ງ​ການຂຸດ​ຄົ້ນ​ຊັບພະຍາກອນ​ແລະທ່າ​ແຮງ​ຂອງ​ຕົວ​ເມືອງ, ​ເຂດ​ທົ່ງພຽງ ​ເຂດ​ພູ​ກອຍ ​ແລະ​ເຂດ​ທະ​ເລ​ ຢ່າງ​ສົມ​ເຫດ​ສົມ​ຜົນ ​ເພື່ອຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ສົມທົບ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະງຫງົບ. ​ໂດຍ​ບໍ່​ຄື​ກັນ​ກັບ​ບາງ​ຮູບ​ແບບ​ໃນ​ໂລກທີ່​ເຂົາ​ບຸລິມະສິດ​ໃຫ້​ຕົວ​ເມືອງ ​ແຕ່​ປ່ອຍປະ​ຊົນນະບົດ, ​ເຂົາ​ເອົາ​ໃຈ​ໃສ່ສ້າງ​ແຮງ​ຜັດ​ດັນ​ການ​ເຕີບ​ໄຕ​ຂອງ​ເຂດ​ທົ່ງພຽງ ​ແຕ່ລືມ​ເຂດ​ພູດ​ອຍ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ມີ​ແຜນ​ນະ​ໂຍບາຍ ປະຕິບັດ​ການ​ພັດທະນາ​ຢ່າງ​ກົມ​ກຽວ​ລະຫວ່າງ​ຊົນນະບົດ​ແລະ​ຕົວ​ເມືອງ, ລະຫວ່າງ​ເຂດ​ທົ່ງພຽງ​ແລະ​ເຂດ​ພູ​ດອຍ, ທະ​ເລດ​ໝູ່​ເກາະ, ​ເພື່ອ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທຸກ​ເຂດທຸກ​ພາກ, ສ້າງ​ຄວາມ​ສາມາດ​ຊ່ວຍ​ເຫຼືອ, ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ, ພ້ອມ​ກັນ​ພັດທະນາ. ຍ້ອນ​ແນວ​ນັ້ນ, ຄວາມ​ແຕກ​ໂຕນ​ດ້ານ​ລະດັບ​ການ​ພັດທະນາລະຫວ່າງ​ບັນດາ​ເຂດ​ພາກ​ໃນ​ຂະ​ບວນການນຳ​ໃຊ້​ກົນ​ໄກ​ຕະຫຼາດ ຖືກ​ຄວບ​ຄຸມ, ຊັບພະຍາກອນ​ຂອງ​ປະ​ເທດ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ສູງ​ສຸດ, ຄວາມ​ສາມັກຄີ​ຊົນ​ຊາດ​ໄດ້​ຮັບ​ການ​ປັບປຸງ​ແລະ​ເພີ່​ທະວີ.

​ໃນ​ເງື່ອນ​ໄຂ​ຂອງ​ການ​ນຳ​ໃຊ້​ກົນ​ໄກ​ຕະຫຼາດ, ການ​ສົມທົບ​ລະຫວ່າງ​ການ​ນຳ​ໃຊ້​ກຳລັງ​ແຮງ​ຂອງ “ຝ່າມື​ມີ​ຮູບ” (ລັດ) ​ແລະ "ຝ່າມື​ອະ​ຮູບ" (ຕະຫຼາດ) ກໍ່​ແມ່ນ​ວິທີ​ການ​ໜຶ່ງ​ທີ່​ຕ້ອງ​ໄດ້​ຮັບ​ການ​ສະຫຼຸບ. ​ໃນ​ຂະນະ​ທີ່​ຫຼາຍ​ປະ​ເທດຈາກ​ບ່ອນ​ຖື​ບົດ​ບາດ​ຂອງ​ລັດ​ເປັນ​ເດັດ​ຖານ ຫັນ​ມາ​ຖື​ບົດບາດ​ຂອງ​ຕະຫຼາດ​ເປັນ​ເດັດ​ຖານ, ປະຕິບັດ​ການ​ຫັນ​ເສດຖະກິດ​ເປັນ​ຂອງ​ເອກະ​ຊົນ, ພາ​ໃຫ້​ເກີດ​ຜົນສະທ້ອນ​ຕໍ່​ການ​ພັດທະນາ ​ແລະ​ເກີດ​ຄວາມ​ອະ​ຍຸດຕິ​ທຳ​ທາງ​ສັງຄົມ​ຫຼາຍ​ຢ່າງນັ້ນ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ມີ​ທັດສະນະ​ສັດຈະ​ວິພາກ​ ໃນ​ເມື່ອ​ຕີ​ລາຄາ​ບົດບາດ​ຂອງ​ຕະຫຼາດ​ແລະ​ດ້ານ​ລົບ​ຂອງ​ມັນ, ຮັບ​ຮູ້​ແຈ້ງ​ກຳລັງ​ແຮງ​ແລະ​ຂີດ​ຈຳ​ກັດ​ຂອງລັດ, ຮຽກຮ້ອງ​ໃຫ້​ນຳ​ໃຊ້​ມັນ​ຢ່າງ​ສົມ​ເຫດ​ສົມ​ຜົນ. ຂະ​ບວນວິວັດ​​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ເຮັດ​ໃຫ້​ພວກ​ເຮົາມີ​ຄວາມ​ຮັບ​ຮູ້​ທີ່​ຄົບ​ຖ້ວນ​ກວ່າ ກ່ຽວ​ກັບບົດບາດ​ຕົ້ນຕໍ​ຂອງ​ຕະຫຼາດ​ໃນ​ການ​ລະດົມ​ແລະ​ຈັດ​ແບ່ງ​ຊັບພະຍາກອນ, ອາ​ໄສ​ສິ່ງ​ດັ່ງກ່າວ​ ຊັບພະຍາກອນ​ຈຶ່ງ​ຖືກ​ຈັດ​ແຍ່ງ​ຢ່າງ​ສົມ​ເຫດ​ສົມ​ຜົນ ຖືກ​ກັບ​ບ່ອນ​​ນຳ​ໃຊ້​ທີ່​ມີ​ປະສິດທິ​ຜົນ, ກຳລັງ​ແຮງ​ການ​ຜະລິດ​​ໄດ້​ຮັບ​ການ​ປົດ​ປ່ອຍ, ປະກອບສ່ວນ​ໃຫ້ການ​ເຕີບ​ໂຕ​ເສດຖະກິດ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ. ພ້ອມ​ກັນ​ນັ້ນ, ພັກ​ໄດ້​ຢືນຢັນ​ສະ​ເໝີ​ວ່າ ພື້ນຖານ​ເສດຖະກິດ​ຕະຫຼາດ​ຈະ​ຮັກສາ​ທິດ​ທາງ​ສັງຄົມ​ນິຍົມ​ໄດ້ ກໍ່​ຕໍ່​ເມື່ອ​ມີ​ບົດບາດ​ຂອງ​ລັດ​ໂດຍ​ຜ່ານ​​ແຜນ​ຍຸດ​ທະ​ສາດ, ​ແຜນ​​ແມ່ບົດ, ​ແຜນການ, ຜ່ານ​ການ​ເສີມ​ຂະຫຍາຍ​ບົດບາດນຳ​ພາຂອງ​ເສດຖະກິດ​ຂອງ​ລັດ ​ແລະ​ການ​ປະຕິບັດ​ບັນ​ດາ​ນະ​ໂຍບາຍ​ສັງຄົມທີ່​ກ້າວໜ້າ. ຊັບພະຍາກອນ​ຂອງ​ລັດຈະ​ບໍ່​ໄດ້​ນຳ​ໃຊ້​ຕາມ​ອັດຕະວິ​ໄສ, ​ແຕ່​ຕ້ອງ​ໄດ້​ຮັບ​ການຈັດ​ແບ່ງ​ຕາມ​ຍຸດ​ທະ​ສາດ, ​ແຜນ​ແມ່​ບົດ, ​ແຜນການ, ຕາມ​ກົນ​ໄກ​ຕະຫຼາດ, ຖື​ເອົາ​ປະສິດທິ​ຜົນ​ເປັນ​ໄມ້​ຫຼາ​ວັດ​ແທກ. ຊັບພະຍາກອນ​ຂອງ​ລັດ​ມີ​ຈຳກັດ, ມັນ​ຕ້ອງ​ໄດ້​ເພີ່ມ​ເຕີມດ້ວຍ​ຊັບພະຍາກອນ​ສັງຄົມ ຜ່ານ​ການ​ດັດສົມ​ຂອງ “ຝ່າ​ມື​ອະ​ຮູບ” ຂອງ​ຕະຫຼາດ ​ແລະ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ. ການປະສານ​ສົມທົບ​ຢ່າງ​ສົມ​ເຫດ​ສົມ​ຜົນ ລະຫວ່າງ​ກຳລັງ​ແຮງ​ຂອງ "ຝ່າມື​ອະ​ຮູບ" ​ແລະ​ກຳລັງ​ແຮງ​ຂອງ “ຝ່າມື​ມີ​ຮູບ” ​ໄດ້ຊ່ວຍ​ໃຫ້​ພວກ​ເຮົາ​ ທັງ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ລະດັບ​ສູງ​ໃນ​ກວ່າ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ທັງ​ຮັບປະກັນ​ຄວາມ​ກ້າວ​ໜ້າ​ ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ, ຮັກສາ​ທິດ​ທາງ​ສັງຄົມ​ນິຍົມ​ໃນ​ເສັ້ນທາງ​ແຫ່ງ​ການ​ພັດທະນາ.

* * *

ໜຶ່ງ​ໃນ​ຄຸນ​ລັກສະນະ​ທີ່​ສຳຄັນ​ຂອງ​ກຳລັງ​ແຮງ​ສັງ​ລວມ​ແມ່ນ ຄຸນທາດ​ລວບ​ເດັ່ນ​ທີ່​ແຕ່​ລະ​ອົງ​ປະກອບ​ບໍ່​ມີ. ຄຸນທາດ​ລວບ​ເດັ່ນສ້າງ​ພະລັງງານ, ກຳລັງ​ແຮງ ​ແລະ ຄວາມ​ສາມາດ​ໃໝ່​ໃຫ້​ແກ່​ການ​ປະຕິວັດ​ຫວຽດນາມ, ຊ້ຳ​ບໍ່​ໜຳ​ ມັນ​ຍັງ​ສ້າງການ​ປ່ຽນ​ແປງ​ທາງ​ດ້ານ​ຄຸນ​ນະພາ​ບ​ໃນ​ການ​ຊັ່ງຊາ​ກຳລັງ. ຄຸນທາດ​ລວບ​ເດັ່ນນັ້ນ​ ໄດ້​ຖືກ​ສ້າງ​ຂຶ້ນ​​ເມື່ອຈັດການ​ແກ້​ໄຂ​ໄດ້​ດີ ​ສາຍ​ພົວພັນ​ລະຫວ່າງການ​ສົມທົບ​ກຳລັງ​ແຮງ​ຂອງ​ຊາດ​ ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ; ກຳລັງ​ແຮງ​ຂອງ​ພັນທະ​ພາບ​ກຳມະກອນ ຊາວນາ ປັນຍາ​ຊົນ ກັບ​ກຳລັງ​ແຮງ​ຂອງ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ; ກຳລັງ​ແຮງ​ດ້ານ​ວັດຖຸ ກັບ​ກຳລັງ​ແຮງ​ດ້ານ​ຈິດ​ໃຈ; ກຳລັງ​ແຮງ​ຂອງ​ກຳລັງ​ການ​ເມືອງ ​ແລະ​ກຳລັງ​ປະກອບ​ອາວຸດ, ການ​ຕໍ່ສູ້​ທາງ​ການ​ເມືອງ ​ແລະ​ການ​ຕໍ່ສູ້​ທາງ​ການ​ເມືອງ ​ແລະ​ການ​ຕໍ່ສູ້​ດ້ວຍ​ອາວຸດ; ກຳລັງ​ແຮງ​ຂອງ​ການ​ສົມທົບ​ລະຫວ່າງພະລັງ - ທ່າ - ​ໂອກາດ, ຄວາມ​ສາມາດ​ບົ່ມ​ຊ້ອນ ທ່າ​ແຮງ​ຂອງ​ບັນດາ​ເຂດພາກ; ກຳລັງ​ແຮງ​ຂອງ “ຝ່າມື​ມີ​ຮູບ” ​ແລະ​ກຳ​ລັງ​ແຮງ​ຂອງ “ຝ່າ​ມີ​ອະ​ຮູບ”... ຄວາມ​ສາມາ​ໃໝ່​ທີ່​ຖືກ​ສ້າງ​ຂຶ້ນ​ມາຈາກຄຸນທາດ​ລວບ​ເດັ່ນນັ້ນ​ ແມ່ນກຳລັງ​ແຮງ​ສັງ​ລວມຂອງ​ຊາດ ທີ່​ອີງ​ໃສ່​ການ​ເພີ່ມ​ເຕີມ​ແລະປະຕິ​ສຳພັນຂອງ​ບັນດາ​ປະ​ເພດ​ກຳລັງ, ຊັບພະຍາກອນ, ທ່າ​ແລະ​ພະລັງ ​ເພື່ອ​ແກ້​ໄຂ​ຈຸດ​ອ່ອນ, ​ເສີມ​ຂະຫຍາຍ​ຈຸດ​ດີ ​ເຮັດ​ໃຫ້ກຳລັງ​ແຮງເພີ່​ມຂຶ້ນ​ຕາມ​ຕົວ​ຄູນ; ຊຸກ​ຍູ້​ການ​ຫັນປ່ຽນ​ສ້າງ​ຄຸນ​ນະພາ​ບ​ໃໝ່ຂອງ​ສິ່ງ​ການ​​ແລະປະກົດ​ການ ​ເພື່ອ​ສ້າງ​ພະລັງ​ທີ່​ໂດດ​ເດັ່ນ​ສຳ​ລັບ​ການ​ປະຕິວັດ​ເຊັ່ນ: ຫັນປ່ຽນ​ກຳລັງ​ແຮງ​ທາງ​ຈິດ​ໃຈ​ໃຫ້​ເປັນ​ກຳລັງ​ແຮງ​ວັດຖຸ, ກຳລັງ​ແຮງ​ພາຍ​ນອກ​ເປັນ​ກຳລັງ​ແຮງ​ພາຍ​ໃນ, ລະຫວ່າງ​ປະລິມານ​ແລະ​ຄຸນ​ນະພາ​ບ; ສ້າງ​ທີ່​ຕັ້ງ​ແລະ​ຖານະ​ໃໝ່​ຂອງ​ການ​ປະຕິວັດ, ຈາກ​ນັ້ນ ​ເອົາ​ທ່າ​ເພື່ອ​ຄວບ​ຄຸມພະ​ລັງ, ​ເອົາ​ທ່າ​ເພື່ອ​ຊະນະ​ພະລັງ; ສ້າງ​ຄວາມ​ສາມາດ​ດຶງ​ດູດ​ແລະ​ນຳ​ໃຊ້ຊັບພະຍາກອນ​ອື່ນໆ​ທັງ​ໝົດ​​ໄດ້ດີກ​ວ່າ, ນຳ​ມາ​ເຊິ່ງມູນ​ຄ່າ​ເພີ່ມ​ທີ່​ສູງ​ກວ່າ; ຮັບປະກັນການ​​ເຕົ້າ​ໂຮມ​ແລະລວມສູນກຳລັງ​ແຮງທີ່​ຈຳ​ເປັນ​ຢ່າງ​ພຽງພໍ ​ເພື່ອຊຸກຍູ້​​ໃຫ້ໂອກາດ​ປະກົດ​ຕົວ​ຂຶ້ນ, ສ້າງ​ບັນດາ​ການ​ບຸກທະລຸ​​ຍຸດ​ທະ​ສາດ, ​ເປີດ​ສະຖານະ​ການ​ໃໝ່​ແລະ​ບາດ​ລ້ຽວ​ໃໝ່​ ສຳລັບ​ການ​ພັດທະນາ. ບົດບາດນຳ​ພາ​ຂອງ​ພັກ​ແມ່ນ​ປັດ​ໄຈຕັດສິນ​ຊີ້​ຂາດ​ ແລະ​ຮັບປະກັນ​ໃຫ້ກຳລັງ​ແຮງ​ແຕ່ລະ​ປະ​ເພດ​ຕ່າງ​ກັນຮ່ວມ​ເຂົ້າກັນ​ເປັນ​ກຳລັງ​ແຮງ​ສັງ​ລວມ; ​ເຮັດໃຫ້ກຳລັງ​ແຮງ​ສັງ​ລວມ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​​ເຕັມ​ສ່ວນ ​ເພື່ອ​ບັນລຸ​ເປົ້າ​ໝາຍ ກໍ່​ຄື​ຈັດການ​ແກ້​ໄຂ​ສະຖານະ​ການສະ​ເພາະ ທີ່​ພຶດຕິ​ກຳ​ວາງ​ອອກ​ມາ​ໃນ​ເທສະ, ກາລະ ​ແລະ​ເງື່ອນ​ໄຂ​ສະ​ເພາະ./.

---------------------------

ບົດ​ນີ້​ໄດ້​ລົງ​ພິມ​​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 935 (​ເດືອນ​ກຸ​​ໃພາ 2020)