ໂອກາດຄຳ ​ເພື່ອ​ເສີມ​ຂະຫຍາຍ​ ຖານະບົດບາດ​ຂອງ​ປະ​ເທດ ດ້ວຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ

ໂດຍ ຟ້າມບິ່ງມິງ
ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ
14:07, 28-09-2020

ວກ. - ດ້ວຍ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ຖານະ​ບົດບາດ​ໃໝ່​ຂອງ​ປະ​ເທດ, ການ​ສະໜັບສະໜູນ​ຈາກ​ປະຊາ​ຄົມ​ໂລກ, ພ້ອມ​ດ້ວຍ​ປະສົບ​ການ​ ໃນ​ການ​ເປັນ​ປະທານ​ແລະ​ບໍລິຫານ ​ກົນ​ໄກ​ພະຫຸ​ພາຄີ​ລະດັບ​ພາກ​ພື້ນ ​ແລະ ສາກົນ, ຫວຽດນາມ​ມີ​ພື້ນຖານ​​ພຽງພໍ ​ເພື່ອ​ເຊື່ອ​ໝັ້ນ​ແລະປະຕິບັດ​ສຳ​ເລັດ ບົດບາດ​ຂອງ​ສະມາຊິກ​ບໍ່​ຖາວອນ ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ໃນ​ໄລຍະ​ປີ 2020-2021 ​ແລະ​ ປະທານ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ ໃນ​ເດືອນ​ມັງກອນ 2020.

ການລົງຄະແນນສຽງຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ _ພາບ: baoquocte.vn

ຕັ້ງແຕ່​ວັນ​ທີ 1 ມັງກອນ 2020, ຫວຽດນາມ​ເຂົ້າ​ຮັບ​ຕຳ​ແໜ່​ງ​ເປັນ​ສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ຢ່າງ​ເປັນ​ທາງ​ການ​ ໃນ​ໄລຍະ​ປີ 2020 - 2021, ພ້ອມ​ທັງ​ດຳລົງ​ຕຳ​ແໜ່​ງ ​ເປັນ​ປະທານ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ໃນ​ເດືອນ​ມັງກອນ​ 2020. ການ​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ຍູ້​ແຮງ​ແລະ​ຍົກ​ລະດັບ​ການ​ຕ່າງປະ​ເທດ​ພະຫຸ​ພາຄີ, ນີ້​ແມ່ນ​ໂອກາດທີ່​ລ້ຳ​ຄ່າ​ ເພື່ອ​ໃຫ້​ຫວຽດນາມ​ປະກອບສ່ວນ​ກໍ່ສ້າງ​ແລະມີ​ຄວາມ​ຮັບຜິດຊອບ​ ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ປະຊາ​ຄົມ​ສາກົນ, ຍົກ​ສູງ​ຖານະບົດບາດຂອງ​ປະ​ເທດ ​ແລະ ​ເພີ່ມ​ທະວີການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ, ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ ​ໃຫ້​ເລິກ​ເຊິ່ງກວ່າ​ອີກ.

ຄວາມຮັບຜິດຊອບໃໝ່ ໃນສະພາບການໃໝ່ ທີ່​ເຕັມ​ໄປ​ດ້ວຍ​ສິ່ງທ້າທາຍ

ຫວຽດນາມຮັບຜິດຊອບ​ໜ້າ​ທີ່​ໃໝ່ ​ໃນ​ສະພາບ​ການ​ຂອງ​ໂລກ​ແລະ​ພາກ​ພື້ນ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ. ການ​ປະ​ທະ​ກັນ​ຕ່າງໆທີ່​ແກ່ຍາວຢູ່​ອາ​ຟຣິກກາ ຍັງ​ບໍ່​ມີ​ວິທີ​ແກ້​ໄຂ​ທີ່ຖືກຕ້ອງ​ເໝາະ​ສົມ​, ຄວາມ​ເຄັ່ງ​ຕຶງ​ມັກ​ຈະ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ໃນ​​ຕາ​ເວັນ​ອອກກາງ ​ແລະ ບັນດາ “ຈຸດ​ຮ້ອນ” ອາດ​ຈະລະ​ເບີດ​ເປັນຄວາມ​ສ່ຽງ​ທີ່​ອັນຕະລາຍ​ໃນ​ພາກ​ພື້ນ, ນັບ​ທັງ​ໃນ​ອາຊີ-ປາຊີ​ຟິກ. ບັນດາ​ການ​ກະທຳ​ຝ່າຍ​ດຽວ, ອຳນາດ​ບາດ​ໃຫຍ່, ບໍ່​ເຄົາລົບ​ກົດໝາຍ​ສາກົນ, ການ​​ໃຊ້​ອາວຸດ​ແລະ​ນາບ​ຂູ່ຈະ​ໃຊ້​ກຳລັງ​ອາວຸດ, ການລະ​ເມີດ​ອຳນາດ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ການ​ແຊກ​ແຊງ​ກິກຈະ​ການ​ພາຍ​ໃນ​ຂອງ​ປະ​ເທດອື່ນ... ທ້າ​ທາຍ​ໂດຍ​ກົງ​ຕໍ່​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ສາກົນ. ເຖິງວ່າສັນຕິພາບ, ການ​ຮ່ວມ​ມື​ ແລະ​ການ​ພັດທະນາກໍ່​ຍັງ​ແມ່ນ​ທ່າ​ອຽງ​ຕົ້ນຕໍກໍ​ຕາມ, ​ແຕ່ລັດທິ​ຫຼາຍ​ຝ່າຍ ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ​​ໃນ​ໂລກ​ແລະ​ພາກ​ພື້ນ ຍັງ​ປະສົບກັບ​ຄວາມ​ຫຍຸ້ງຍາກຫຼາຍ​ຢ່າງ. ຄວາມ​ຂັດ​ແຍ້​ງ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ, ນຳ​ໄປ​ສູ່​ຜົນ​ສະທ້ອນ​ທີ່​ສັບສົນ​ຫຼາຍ​ຢ່າງ, ​ໂດຍ​ສະ​ເພາະ​ແມ່ນ​ ທາງ​ດ້ານ​ການ​ເມືອງ, ຄວາມ​ປອດ​ໄພ, ສ່ອງ​ແສງ​ໂດຍ​ກົງ​ທີ່​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ, ຫຼຸດຜ່ອນ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ກໍ່​ໃຫ້​ເກີດການ​ຕິດ​ຂັດ​ໃນ​ບາງ​ບັນຫາ. 

ການ​ເຂົ້າ​ຮ່ວມ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ ໃນ​ສະພາບ​ການ​ມີ​ສິ່ງ​ທ້າ​ທາຍ​ຫຼາຍຢ່າງ​ນັ້ນ, ຫວຽດນາມ​ຈະ​ຍຶດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ພົວພັນ​ຫຼາຍ​ກ້ຳຫຼາຍ​ຝ່າຍ ຫຼາຍ​ຮູບ​ຫຼາຍ​ແບບ, ພະຍາຍາມ​ຊຸກຍູ້​ການ​ສົນທະນາ, ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ແລະ​ການ​ປະ​ເຊີນ​ໜ້າ, ຊອກ​ຫາ​ວິທີ​ແກ້​ໄຂ​ທີ່​ຍຸດຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ ສຳລັບ​ບັນຫາ​ທີ່​ນາບ​ຂູ່​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ ຂອງ​ພາກ​ພື້ນ​ແລະ​ສາກົນ; ຊຸກຍູ້​ການ​ເຄົາລົບ​ກົດໝາຍ​ສາກົນ, ກົດ​ບັດ​ສະຫະ​ປະຊາ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຫຼັກການ​ພື້ນຖານ​​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ດ້ານ​ອຳນາດ​ອະທິປະ​ໄຕ​ລະຫວ່າງ​ປະ​ເທດ, ​ເຄົາລົບ​ເອກະລາດ ອຳນາດ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ລະບອບ​ການ​ເມືອງສັງຄົມ​ຂອງ​ກັນ​​ແລະ​ກັນ, ບໍ່​ແຊກ​ແຊງ​ກິດຈະການ​ພາຍ​ໃນຂອງ​ປະ​ເທດ​ອື່ນ, ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ, ບໍ່​ໃຊ້​ຫຼື​ນາບ​ຂູ່​ຈະ​ໃຊ້​ກຳລັງ​ອາວຸດ. ຫວຽດນາມ​ຈະ​ເຊີດ​ຊູ​ຈິດ​ໃຈ “ຄູ່​ຮ່ວມມື​ເພື່ອ​ສັນຕິພາບ​ທີ່​ຍືນ​ຍົງ” ດ້ວຍ​ຫຼາຍ​ເນື້ອ​ຫາ​ທີ່ສຳ​ຄັນ ກ່ຽວ​ກັບການກີດ​ກັ້ນ​ການ​ປະ​ທະ​ກັນ, ການສ້າງສັນ​​ຕິ​ພາບ, ການ​ສ້າງສາ​ໃໝ່​ຫຼັງ​ການ​ປະ​ທະ​ກັນ, ​ເພີ່ມ​ທະວີ​ລັດທິ​ຫຼາຍ​ຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ.

ປະທານ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ: ຄວາມ​ຮັບຜິດຊອບສູງ​ໃນ​ອົງການທີ່​ສຳຄັນ​ທີ່​ສຸດ ​ສຳລັບສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ສາກົນ

ສະພາ​ຄວາມ​ໝັ້ນຄົງ​​ໄດ້​ຮັບ​ໜ້າ​ທີ່​ຫຼັກ​ຂອງກົດ​ບັດ​ສະຫະ​ປະຊາ​ຊາດ ​ໃນ​ການ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ສາກົນ, ຍັງ​ແມ່ນ​ອົງ​ການດຽວ​ຂອງ​ສະຫະ​ປະຊາ​ຊາດທີ່​ສາມາດ​ຕັດສິນ​ຕົກລົງ​ຂໍ້ຜູກ​ມັດ​ກັບປະ​ເທດ​ສະມາຊິກ 193 ປະ​ເທດ. ​ໃນ 75 ປີ​ທີ່​ຜ່ານ​ມາ, ​ເຖິງ​ວ່າ​ຈະ​ມີ​ຂໍ້​ຈຳກັດ​ດ້ານ​ປະສິດທິ​ຜົນ, ປະຊາທິປະ​ໄຕ ​ແລະ​ຄວາມ​ໂປ່​ງ​ໃສ​ໃນ​ການ​ດຳ​ເນີນ​ງານ​ກໍ່ຕາມ, ​ແຕ່ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ກໍ​ໄດ້​ມີ​ສ່ວນ​ປະກອບ​ທີ່​ສຳຄັນ ຊ່ວຍ​​ໃຫ້ມະນຸດຊາດ​ບໍ່​ຕົກ​ໃສ່​ສົງຄາມ​ໂລກ​ຄັ້ງ​ໃໝ່, ມີ​ອິດ​ທິພົນ​ນັບ​ມື້​ນັບ​ກວ້າງຂວາງ​ແລະ​ເລິກ​ເຊິ່ງຕໍ່ຊີວິດ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງສາກົນ, ​ແມ່ນ​ກົນ​ໄກ​ທີ່​ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່ທີ່​ສຸດ​ຈາກ​ທຸກ​ປະ​ເທດ, ລວມທັງບັນດາ​ປະ​ເທດ​​ໃຫຍ່.

ປະທານສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ - ຕຳ​ແໜ່​ງທີ່​ມີ​ການ​ໝູນວຽນ​ເປັນ​ລາຍ​ເດືອນ​ລະຫວ່າງ​ປະ​ເທດ​ສະມາຊິກ​ສະພາ 15 ປະ​ເທດ - ມີ​ໜ້າ​ທີ່​ຮັບຜິດຊອບ​ໃນ​ການສ້າງ​ແລະ​ອະນຸມັດ​ວາລະ​ປະຈຳ​ເດືອນ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ, ​ເປັນ​ປະທານ​ແລະ​ດຳ​ເນີນ​ກອງ​ປະຊຸມ, ຜ່ານ​ເອກະສານ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ, ​ເຮັດ​ໜ້າ​ທີ່​ເປັນ “ອະນຸຍາ​ໂຕ​ຕຸລາການ” ​ເພື່ອ​ຈັດການ​ກັບ​ພາວະ​ແຊກ​ຊ້ອນ​ທີ່​ເກີດ​ຂຶ້ນ ​ແລະ ​ຄວາມ​ແຕກ​ຕ່າງລະຫວ່າງ​ສະ​ມາ​ຊິກ​ສະພາ​ ໄດ້​ຢ່າງ​ໜ້າ​ພໍ​ໃຈ, ຕາງໜ້າສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ໃນ​ການ​ພົວພັນ​ກັບ​ຜູ້ນຳ​ຂອງ​ອົງການ​ສຳຄັນ​ຂອງ​ສະຫະ​ປະຊາ​ຊາດ, ກໍ່​ຄື​ກັບ​ບັນດາ​ປະ​ເທດ​ສະ​ມາ​ຊິກຂອງສະຫະ​ປະຊາ​ຊາດ, ສຳນັກ​ຂ່າວ​ແລະ​ສື່​ມວນ​ຊົນ​ສາກົນ...

ດ້ວຍ​ບົດບາດ​ທີ່​ສຳຄັນ​ນັ້ນ, ບັນດາ​ປະ​ເທດສະ​ມາ​ຊິກ​ບໍ່​ຖາວອນ​ບໍ່​ມີ​ສິດ​ພິ​ເສດ​ຄື​ກັນ​ກັບ​ສະມາຊິກ​ຖາວອນ - ມີ​ວາລະ​ການ​ດຳລົງ​ຕຳ​ແໜ່​ງພຽງ​ສອງ​ປີ​ແລະບໍ່​ມີ​ສິດ​ລົງ​ຄະ​ແນນ​ຄ້ານ ດັ່ງ​ນັ້ນຈຶ່ງ​ໄດ້​ໃຫ້​ຄວາມ​ສຳຄັນ​ກັບ​ໜ້າ​ທີ່​ຂອງ​ເດືອນປະທານຢູ່​ສະ​ເໝີ. ຜ່ານ​ນັ້ນ, ບໍ່​ພຽງ​ແຕ່​ສະ​ແດງ​​ໃຫ້​ເຫັນ​ຄວາມ​ສາມາດ​ໃນ​ການ​ເປັນ​ປະທານ​ແລະ​ຄຸ້ມ​ຄອງ​ວຽກ​ງານ​ ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ຊຸກຍູ້​ບັນດາ​ບັນຫາ​ບຸລິມະສິດ​ຂອງ​ຕົນ, ສ້າງ​ເຄື່ອງໝາຍ​​ແລະ​ປະກອບສ່ວນ​ຕົວ​ຈິງ​ ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ, ​ເຖິງ​ວ່າ​ວຽກ​ນີ້​ກໍ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ ​ໃນ​ສະພາບ​ການ​ດ້ານ​ການ​ເມືອງ - ຄວາມ​ໝັ້ນຄົງ​ໃນ​ບາງ​ພາກ​ພື້ນ​ທີ່ຍັງ​ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ.

ພະຍາຍາມ​ສົ່ງ​ເສີມ​ຄວາມ​ເອົາ​ໃຈ​ໃສ່​ ແລະ​ຜົນ​ປະ​ໂຫຍ​ດສ່ວນ​ລວມ ຂອງ​ປະຊາ​ຄົມ​ສາກົນ, ສ້າງ​ເຄື່ອງໝາຍ​ຊື່​ສຽງ​ໃຫ້​ກັບ​ຫວຽດນາມ​ ໃນ​ເດືອນທຳ​ອິດ​ທີ່​ເຂົ້າ​ຮ່ວມ​ສະພາ​ຄວາມ​ໝັ້ນຄົງ

ສຳລັບ​ຫວຽດນາມ, ການ​ດຳລົງ​ຕຳ​ແໜ່ງປະທານສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ໃນ​ເດືອນ​ທຳ​ອິດ​ເຂົ້າ​ຮ່ວມ​ສະພາ ​ແມ່ນ​ການ​ບັງ​ເອີນ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ, ຊ່ວຍ​ຕັ້ງ​ພື້ນຖານ​ແລະ​ສ້າງ​ທ່ວງທ່າ​ທີ່​ສະດວກ​ດີ​ ໃຫ້ພວກ​ເຮົາ​ເຂົ້າ​ຮ່ວມ​ໃນ​ສະພາ​ຄວາມ​ໝັ້ນຄົງ​ໃນ​ໄລຍະ​ປີ 2020-2021.

ການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ນະ​ໂຍບາຍ​ທົ່ວ​ໄປ​ທີ່​ຜູ້ນຳ​ພັກ​ແລະ​ລັດ​ວາງ​ອອກ, ​ໃນ​ຖານະ​ປະທານສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ, ຫວຽດນາມ​ພະຍາຍາມ​ປະຕິບັດ​ເປັນ​ຢ່າງ​ດີ​ ບົດບາດ​ໃນ​ການ​ເປັນ​ປະທານ​ແລະດຳ​ເນີນ​ກິດຈະກຳ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ, ຊຸກຍູ້​ການ​ຊອກ​ຫາ​ວິທີ​ແກ້​ໄຂ​ ສຳລັບບັນຫາຕ່າງໆ​ໃນວາລະ​ກອງ​ປະຊຸມ ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ທີ່​ສອດຄ່ອງ​ກັບຄວາມ​ສົນ​ໃຈ, ຄວາມ​ປາດ​ຖະໜາ ​ແລະ​ ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດໝາຍ​ ຂອງບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ, ສ້າງ​ພື້ນຖານ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ອື່ນໆ. ຫວຽດນາມ​ມີ​ບົດບາດ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ, ຈັດການປະຕິບັດ​ວຽກ​ງານ​ຢ່າງ​ມີ​ຫຼັກການ, ພາວະ​ວິ​ໄສ, ​ໂປ່​ງ​ໃສ, ​ເຄົາລົບ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະຂັ້ນ​ຕອນ​ການ​ເຮັດ​ວຽກ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ, ນຳໃຊ້ຄຳເຫັນແນະນຳ ຂອງກອງເລຂາທິການ​ແຫ່ງສະຫະປະຊາຊາດ ຢ່າງມີປະສິດທິຜົນ; ພ້ອມ​ກັນ​ນັ້ນ, ພະຍາຍາມ​ທີ່​ຈະ​ປະສົມ​ກົມກຽວ​ທັດສະນະ​ຂອງ​ຝ່າຍ​ຕ່າງໆ​ເມື່ອ​ມີ​ຄວາມ​ແຕກ​ຕ່າງ, ສູ້​ຊົນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ​ໃນ​ຖານະ​ຕົວ​ແທນ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ໃນ​ການ​ພົວພັນ​ກັບ​ພາຍ​ນອກ, ຫວຽດນາມ​ພະຍາຍາມ​ສະໜອງ​ຂໍ້​ມູນ​ຂ່າວສານ ​ແລະທາ​ບທາມ​ຄວາມ​ເຫັນ​ກວ້າງຂວາງ​ ກັບ​ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ ທີ່ຢູ່ນອກສະພາ​ຄວາມ​ໝັ້ນຄົງ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ອາຊີ, ອາ​ຊຽນ ​ແລະ ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ພົວພັນ​ກັບ​ສື່​​ມວນຊົນ ​ເພື່ອ​ຍົກ​ສູງ​ລະດັບ​ປະຊາທິປະ​ໄຕ​ ແລະ​ຄວາມ​ໂປ່​ງ​ໃສ​ ໃນ​ການ​ເຄື່ອນ​ໄຫວ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ, ສືບ​ຕໍ່​ການ​ປະກອບສ່ວນສຳຄັນ​ຂອງ​ຫວຽດນາມທີ່​ໄດ້​ຮັບ​ການ​ຍອມຮັບ​ຈາກ​ສາກົນ ກ່ຽວກັບ​ການ​ປະຕິ​ຮູບ​ວິທີ​ເຮັດ​ວຽກ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ ໃນ​ໄລຍະ​ປີ 2008-2009. 

​ໃນ​ຈິດ​ໃຈ​ນັ້ນ, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ, ຕັ້ງໜ້າທົບ​ທວນ​ແລະ​ປຶກສາ​ຫາລື​ກັບກອງເລຂາທິການ​ແຫ່ງສະຫະປະຊາຊາດ ​ເພື່ອ​ພັດທະນາ​ແຜນ​ງານ​ປະຈຳ​ເດືອນ ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ຢ່າງ​ສົມ​ເຫດ​ສົມ​ຜົນ, ສົມ​ດຸນ,  ກ່ຽວ​ກັບ​​ທຸກ​ບັນຫາ​ເຊັ່ນ ບັນຫາ​ເປັນ​ໄລຍະ, ບັນຫາ​ເຖິງ​ກຳນົດ​ເວລາ​ດຳ​ເນີນ​ການ, ບັນດາ​ບັນຫາ​ສຳຮອງ, ກໍ​ຄື​ບັນດາ​ບັນຫາ​ບຸລິມະສິດ​ຂອງ​ຫວຽດນາມ ​ເຊິ່ງ​ໄດ້ຮັບ​ການ​ສະໜັບສະໜູນ​ແລະ​ຮັບຮອງ​ຢ່າງ​ເປັນ​ເອກະສັນ​ ຈາກ​ບັນດາ​ປະ​ເທດ​ສະມາຊິກ​ສະພາ​ ໃນ​ວັນ​ເຮັດ​ວຽກ​ທຳ​ອິດຂອງ​ຫວຽດນາມ ທີ່ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ. ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ 30 ຄັ້ງ, ປຶກສາ​ຫາລື​ແລະ​ຕົກລົງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຮັກສາ​ສັນຕິພາບ ​ແລະ ຄະນະ​ການ​ເມືອງ​ຂອງ​ສະຫະ​ປະຊາ​ຊາດ ​ຢູ່​ບັນດາ​ປະ​ເທດ​ເຊັ່ນ: ​ໄຊ​ປຣັດ​, ເຢ​ເມນ, ລິ​ບີ..., ສະຖານະ​ການ​ຕາ​ເວັນ​ອອກ​ກາງ, ຊີຣີ, ​ໂກ​ໂລມ​ບີ, ສາທາລະນະລັດອາຟຣິກາກາງ, ອາຟຣິກາຕາເວັນຕົກ..., ກອງ​ປະຊຸມ​ຕາມ​ປົກກະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ກັບ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ​ການ​ເຄື່ອນ​ໄຫວ​ອື່ນໆ​ອີກ​ຫຼາຍ​ຢ່າງ.

ພິ​ເສດ, ​ໃນ​ຖານະ​ເປັນ​ປະທານ​ສະພາ, ຫວຽດນາມ​ຈັດ​ຕັ້ງ 2 ​ເຫດການ​ສຳຄັນ​ດ້ວຍ 2 ຫົວ​ຂໍ້​ບຸລິມະສິດ​ແມ່ນ ​ເພີ່ມ​ທະວີ​ການ​ປະຕິບັດ​ຕາມ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງສະຫະ​ປະຊາ​ຊາດ/ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ກັບອາ​ຊຽນ.

​ເຫດການ​ສຳຄັນ​ແມ່ນ ກອງ​ປະຊຸມສົນທະນາ​ເປີດ​ກວ້າງ​ໃນ​ລະດັບ​ລັດຖະມົນຕີ​ ໃນ​ວັນ​ທີ 9 ມັງກອນ 2020 ດ້ວຍ​ຫົວ​ຂໍ້ “ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງສະຫະ​ປະຊາ​ຊາດ​ຄົບຮອບ 75 ປີ: ​ເພີ່ມ​ທະວີ​ການ​ປະຕິບັດ​ຕາມ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ເພື່ອ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ສາກົນ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ ​ເພື່ອ​ກຳນົດ​ຫົວ​ຂໍ້ກວມ​ລວມສຳລັບ​ການ​ເຄື່ອນ​ໄຫວ​ຂອງ ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ໃນ​ປີ 2020 - ປີສະ​ເຫຼີ​ມສະຫຼອງການສະຖາປະນາແລະການພັດທະນາ​ສະຫະ​ປະຊາ​ຊາດ ຄົບຮອບ 75 ປີ​. ດ້ວຍ​ເຫດການ​ນີ້, ຫວຽດນາມ​ຕັດສິນ​ໃຈ​ຢືນຢັນ​ຄວາມ​ສຳຄັນ​ ຂອງການ​ປະຕິບັດ​ຕາມ ຫຼັກການ​ແລະ​ຈຸດປະສົງ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ, ກົດໝາຍ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ ​ບັນດາ​ຫຼັກການ​ພື້ນຖານ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ອຳນາດ​ອະທິປະ​ໄຕ, ​ເຄົາລົບ​ເອກະລາດ, ອຳນາດ​ອະທິປະ​ໄຕ ​ແລະ ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ບໍ່​ໃຊ້​ກຳລັງ​ອາວຸດ ​ແລະ​ນາບ​ຂູ່​ຈະ​ໃຊ້​ກຳລັງ​ອາວຸດ, ​ການແກ້​ໄຂຂໍ້​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ... ພິ​ເສດ​ແມ່ນ​ ໃນ​ສະພາບ​ການ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ໃນ​ປະຈຸ​ບັນ. 

​ເຫດການ​ທີ່​ສອງ​ແມ່ນ ​ກອງ​ປະຊຸມ​ກ່ຽວ​ກັບ​ຫົວ​ຂໍ້ “ການ​ຮ່ວມ​ມື​ລະຫວ່າງ​ສະ​ຫະປະຊາ​ຊາດ ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ແລະ​ອະນຸ​ພາກ​ພື້ນ ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ສາກົນ: ບົດ​ບາດ​ຂອງ ອາ​ຊຽນ”. ຕາມ​ນັ້ນ, ອາ​ຊຽນ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຈະ​ແບ່ງປັນ​ໃນສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ບັນດາ​ທິດ​ທາງ, ຄວາມ​ພະຍາຍາມ ​ແລະ ພຶດຕິ​ກຳ​ພາກ​ພື້ນ ​ໃນ​ການ​ກີດ​ກັ້ນ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ, ການ​ແກ້​ໄຂ​ບັນດາ​ບັນຫາ​ພາກ​ພື້ນ, ການ​ກໍ່ສ້າງ​ປະຊາ​ຄົມ, ຜ່ານນັ້ນ ຢືນຢັນບົດບາດ​ເປັນ​ໃຈກາງ ​ແລະ ການ​ປະກອບສ່ວນ​ທີ່​ສຳຄັນ​ຂອງ ອາ​ຊຽນ, ສ້າງ​ພື້ນຖານ​ໃຫ້​ແກ່​ກົນ​ໄກ​ການ​ແລກປ່ຽນ​ເປັນ​ປະຈຳ​ ກ່ຽວກັບສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ​ລະຫວ່າງສະຫະ​ປະຊາ​ຊາດ/ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ກັບອາ​ຊຽນ. ນີ້​ແມ່ນ​ບັນຫາທີ່​ມີ​ລັກສະນະ​ສົດໆ​ຮ້ອນໆ, ມີ​ຄວາມ​ໝາຍ​ການ​ເມືອງ, ​ແມ່ນ​ຄວາມ​ສົນ​ໃຈ​ ແລະ​ຜົນ​ປະ​ໂຫຍ​ດ ຂອງ​ຫວຽດນາມ ​ແລະ​ ອາ​ຊຽນ, ພ້ອມ​ກັນ​ນັ້ນ​ ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ຫຼາຍ​ປະ​ເທດ. ​ເຫດການດັ່ງກ່າວ ຍັງຢັ້ງຢືນບົດບາດຂອງຫວຽດນາມ ໃນຖານະທີ່ເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ແລະ ປະທານອາຊຽນໃນປີ 2020, ສອງ​ກົນ​ໄກ​ທົ່ວ​ໂລກ ​ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ໝາຍສຳ​ຄັນ​ຕໍ່​ຫວຽດນາມ. 

ດ້ວຍ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຖານະ​ບົດບາດ​ໃໝ່​ຂອງ​ປະ​ເທດ, ການ​ສະໜັບສະໜູນ​ຂອງ​ປະຊາ​ຄົມ​ສາກົນ, ພ້ອມ​ກັບ​ປະສົບ​ການ​ໃນ​ການ​ເປັນ​ປະທານ​ແລະ​ບໍລິຫານ​ກົນ​ໄກພະຫຸ​ພາຄີ​ລະດັບ​ພາກ​ພື້ນ​ແລະ​ສາກົນ, ພະຍາຍາມ​ກະກຽມຢ່າງຮອບ​ຄອບ, ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ມີ​ປະສິດທິ​ຜົນລະຫວ່າງ​ກະຊວງ ຂະ​ແໜງ​ການ, ລະ​ຫວ່າງ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ, ຫວຽດນາມ​​ມີ​ເຫດຜົນ​ພຽງພໍທີ່​ຈະ​ຢືນຢັນ​ວ່າ ຫວຽດນາມ​ໄດ້​ສຳ​ເລັດ​ເປັນ​ຢ່າງ​ດີ​ ບົດບາດ​ເປັນປະທານ​ສະພາຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ໃນ​ເດືອນ​ມັງກອນ 2020, ບັນລຸ​ໝາກຜົນ​ເບື້ອງ​ຕົ້ນ​ທີ່​ສຳຄັນ, ສ້າງ​ແຮງ​ຜັດ​ດັນ​ໃຫ້ການ​ປະຕິບັດ​ໜ້າ​ທີ່​ສະມາຊິກ​ບໍ່​ຖາວອນ ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ປະສົບ​ຄວາມ​ສຳ​ເລັດ. ດັ່ງ​ທີ່​​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽນ​ຝູຈ້ອງ ​ໄດ້​ເນັ້ນ​ໜັກ​ໃນ​ສານ​ຂອງ​ທ່ານ​ໃນ​ໂອກາດທີ່​ຫວຽດນາມ​ເຂົ້າ​ຮັບ​ຕຳ​ແໜ່​ງ​ເປັນ​ປະທານອາຊຽນ ປີ 2020 ​ແລະ ສະມາຊິກ​ບໍ່​ຖາວອນ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ໃນ​ໄລຍະປີ 2020-2021, ຫວຽດນາມ​ຕັດສິນ​ໃຈປະຕິບັດ​ສຳ​ເລັດ​ໜ້າ​ທີ່ຮັບຜິດຊອບ, ກຽດ​ອັນ​ສະຫງ່າ ​ແລະ ​ກໍ່​ແມ່ນສິ່ງ​ທ້າ​ທາຍ​ທີ່​ໃຫຍ່ນີ້, ປະກອບສ່ວນ​ຕົວ​ຈິງ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ສາກົນ​ແລະ​ພາກ​ພື້ນ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ, ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ຄຳ​ສັ່ງ​ເລກທີ 25-CT/TW, ວັນ​ທີ 8 ສິງຫາ 2018, ຂອງ​ຄະນະ​ເລຂາທິການ​ສູນ​ກາງ, ກ່ຽວ​ກັບ​ການ​ຍູ້​ແຮງ ​ແລະ​ຍົກ​ສູງ​ລະດັບ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ຮອດ​ປີ 2030, ປະກອບສ່ວນ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ ​ຂອງ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XII ຂອງ​ພັກ​ຢ່າງ​ສຳ​ເລັດ​ມີ​ໄຊ, ​ໄປ​ສູ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ./.

----------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 938 (​ເດືອນ​ມີນາ 2020)