ການ​ພັດ​ທະນະ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມ​ະນາຄົມ “​ໄປ​ກ່ອນ​ກ້າວ​ໜຶ່ງ” ຕາມ​ທິດ​ທາງ​ຄົບ​ຊຸດ​ແລະ​ທັນ​ສະ​ໄໝ

ໂດຍ ຫງວຽນວັນເຖ
ກຳມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ
02:25, 25-12-2020

ວກ. - ໂຄງ​ສ້າງ​ພື້ນຖານ​ເວົ້າ​ລວມ ​ແລະ ໂຄງ​ສ້າງ​ພື້ນຖານດ້ານ​ຄົມມະນາຄົມ​ເວົ້າ​ສະ​ເພາະ ​ແມ່ນ​ພື້ນຖານ​ວັດຖຸ​ທີ່​ມີບົດບາດ​ສຳຄັນ​ພິ​ເສດ ​ໃຂຂະ​ບວນການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ. ມີໂຄງ​ສ້າງ​ພື້ນຖານດ້ານ​ຄົມມະນາຄົມ​ທີ່​ຄົບ​ຊຸດ, ທັນ​ສະ​ໄໝ, ​ເຊື່ອມ​ຕໍ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ຂົນ​ສົ່ງສິນຄ້າ, ຜູ້​ໂດຍສານ… ​ເສດຖະກິດ​ຈຶ່ງ​ມີ​ເງື່ອນ​ໄຂ​ເພື່ອ​ເຕີບ​ໂຕ​ຢ່າງ​ໄວວາ, ໝັ້ນຄົງ ​ແລະ​ຍືນ​ຍົງ. ການ​ພັດທະນາ ໂຄງ​ສ້າງ​ພື້ນຖານດ້ານ​ຄົມມະນາຄົມຕາມ​ທິດ​ນຳ "​ໄປ​ກ່ອນ​ກ້າວ​ໜຶ່ງ” ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນຂອງ​ພາກ​ປະຕິບັດ, ທັງ​ແນ​ໃສ່​ແກ້​ຈຸດ​ປິດ​ຕັນ, ທັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ກ້າວ​ໄວ​ໃນຂະ​ບວນການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ທີ່​ຄົບ​ຊຸດ​ຂອງ​ປະ​ເທດ.

ທ່ານຫງວຽນຊວັນຝຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ໄປກວດກາຄວາມຄືບໜ້າຂອງໂຄງການທາງດ່ວນ ຈຸງເລືອງ-ໝີຖ້ວນ ຢູ່ໃກ້ຝູຍ້ວນ, ເມືອງກາຍໄລ້, ແຂວງຕ່ຽນຢາງ _ພາບ: ຂໍ້ມູນ

ທິດ​ທາງການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ​ຢ່າງ​ຄົບ​ຊຸດ, ທັນ​ສະ​ໄໝ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ

​ເພື່ອ​ປະຕິບັດຂໍ້​ຕົກລົງ​ສະບັບ​ເລກທີ 355/QĐ-TTg, ລົງ​ວັນ​ທີ 25 ກຸມພາ 2013, ຂອງ​ນາຍົກລັດຖະມົນຕີ, ກ່ຽວ​ກັບ​ການ​ອະນຸມັດ​ ສະບັບ​ປັບປຸງ​ ຍຸດ​ທະ​ສາດການ​ພັດທະນາ​ການ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030 ​ແລະ​ແຜນການ​ພັດທະນາ​ຂະ​ແໜງ​ການຄົມມະ​ນາ​ຄົມ​ຂົນ​ສົ່ງ, ​ໃນ​ເວລາ​ທີ່​ຜ່ານ​ມາ, ພັກ ລັດ​ແລະ​ທົ່ວ​ສັງຄົມ​ ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ໃຫຍ່ຫຼວງ​ແກ່​ການ​ລົງທຶນພັດທະນາ​ການ​ຄົມມະນາຄົມ​ຂົນ​ສົ່ງ; ​ໃນ​ນັ້ນ, ລະບົບ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ​ໄດ້​ມີ​ບາດກ້າວ​ພັດ​ທະນາຢ່າງ​ແຂງ​ແຮງ. ຄຸນ​ນະພາ​ບການ​ຂົນ​ສົ່ງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ, ຕອບ​ສະໜອງ​ໄດ້​ໂດຍ​ພື້ນຖານ ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ກິດ-ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ຫຼຸດ​ໄລຍະ​ຫ່າງ​ລະຫວ່າງ​ພາກ​ພື້ນ​ແລະ​ພາກ​ພື້ນ. ບາງກິດຈະການ​ກໍ່ສ້າງ​ຄົມມະນາຄົມ​ທັນ​ສະ​ໄໝ​ເຊັ່ນ: ທາງ​ດ່ວນ, ທ່າ​ເຮືອ​ເດີນ​ທະ​ເລ​ລະຫວ່າງ​ຊາດ, ສະໜາມ​ບິນ​ສາກົນ,... ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ​ບັນລຸ​ມາດຕະຖານ​ພາກ​ພື້ນ​ແລະ​ສາກົນ, ປະກອບສ່ວນ​ສ້າງ​ພາບ​ພົດ​ໃໝ່​ໃຫ້​ປະ​ເທດ.

​ແຕ່​​ໃນ​ພາບ​ຕົວ​ຈິງ, ລະບົບ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ​ຍັງ​ມີ​ຂໍ້​ບົກພ່ອງ​ຫຼາຍ​ຢ່າງ, ບໍ່​ທັນຄົບ​ຊຸດ ທັນ​ສະ​ໄໝ ​ແລະ​ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ປະ​ເທດ.

​ໃນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດ​ຖະກິດ-ສັງຄົມ​ປີ 2011-2020 ​ໄດ້​ຮັບ​ການ​ອະນຸມັດ​ຜ່ານ​ ໂດຍພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຂຽນ​ວ່າ: “​ໂຄງ​ສ້າງ​ພື້ນຖານ​ຍັງມີ​ຈຸດ​ປິດ​ຕັນທີ່​ກີດຂວາງ​ການ​ພັດທະນາ”. ໜຶ່ງ​ໃນທິດ​ທາງ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ການຈັດ​ສັນ​ໂຄງ​ສ້າງ​ເສດຖະກິດ​ຄືນ​ໃໝ່ ທີ່​ໄດ້​ລະບຸ​ໄວ້​ໃນ​ຍຸດ​ທະ​ສາດ​ແມ່ນ: “ພັດທະນາ​ໂຄງ​ສ້າງ​ພື້ນຖານ​ຢ່າງ​ໄວວາ, ​ໂດຍ​ສະ​ເພາະ​ແມ່ນ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ. ການ​ເປັນ​ຮູບ​ເປັນ​ຮ່າງ​ໂດຍ​ພື້ນຖານ ​ຂອງ​ລະບົບ​ໂຄງ​ສ້າງ​ພື້ນຖານດ້ານ​ຄົມມະນາ​ຄົນ, ດ້ວຍ​ກິດຈະການ​ກໍ່ສ້າງ​ທັນ​ສະ​ໄໝ​ຈຳນວນ​ໜຶ່ງ ​ແມ່ນຄວາມ​ກ້າວໜ້າ​ທາງ​ຍຸດ​ທະ​ສາດ, ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ​ການຈັດ​ສັນ​ໂຄງ​ສ້າງ​ເສດຖະກິດ​ຄືນ​ໃໝ່”(1).

​ເພື່ອຜັນ​ຂະຫຍາຍ​ປະຕິບັດ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມປີ 2011-2020, ກອງ​ປະຊຸມ​ຄັ້ງ​ທີ​ສີ່​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ​ໄດ້​ຜ່ານ​ມະຕິ​ເລກທີ 13-NQ/TW, ລົງ​ວັນ​ທີ 16 ມັງກອນ 2012, ກ່ຽວ​ກັບ​ການ​ກໍ່ສ້າງ​ໂຄງສ້າງ​ພື້ນຖານທີ່​ຄົບ​ຊຸດ ​ແນ​ໃສ່​ເຮັດ​ໃຫ້​ປະ​ເທດ​ເຮົາ​ໂດຍ​ພື້ນຖານ​ກາຍ​ເປັນ​ປະ​ເທດອຸດສາຫະກຳ​ຕາມ​ທິດທັນ​ສະ​ໄໝ​ໃນ​ປີ 2020. ມະຕິ​ໄດ້​ກຳນົດ​ເປົ້າ​ໝາຍ: “ສຸມ​ໃສ່​ລະດົມ​ຊັບ​ພະຍາກອນ​ທຸກ​ຢ່າງ ​ເພື່ອລົງທຶນ​ແກ້​ໄຂ​ໂດຍ​ພື້ນຖານ​ບັນຫາ​ຂໍ້​ປິດ​ຕັນ, ການ​ຄົມມະນາຄົມ​ແອ​ອັດ, ຄວາມ​ຮ້ອນ​ເຄືອງ ​ແລະ ກໍ່​ຕັ້ງ​ເທື່ອ​ລະ​ກ້າວ ​ລະບົບ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ, ສັງຄົມ​ທີ່​ຄົບ​ຊຸດ​ພໍ​ຄວນ ດ້ວຍ​ກິດຈະການ​ກໍ່ສ້າງ​ທີ່​ທັນ​ສະ​ໄໝ”. ​ໃນ​ນັ້ນ, ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ແມ່ນໜຶ່ງ​ໃນ​ສີ່​ຂົງ​ເຂດຈຸດ​ສຸມ, ມີ​ຄວາມ​ຕ້ອງການ: “ຮັບປະກັນ​ການ​ເຊື່ອມ​ຕໍ່​ບັນດາ​ສູນ​ເສດຖະກິດ​ໃຫຍ່​ນຳ​ກັນ ​ແລະ​ກັບ​ສູນ​ການ​ຈະລາ​ຈອນ​ປະຕູ​ເມືອງ ​ໂດຍ​ລະບົບ​ຄົມມະນາຄົມ​ທີ່​ຄົບ​ຊຸດ, ຄວາມ​ສາມາດ​ຂົນ​ສົ່ງ​ໄດ້​ຮັບ​ການ​ຍົກ​ສູງ, ການຄົມມະນາຄົມ​ສະດວກ​ແລະ​ປອດ​ໄພ”(2).

​ເພື່ອ​ສືບ​ຕໍ່​ສ້າງ​ແຫຼ່ງພະລັງ​ໃຫ້​ແກ່ການ​ລົງທຶນພັດທະນາ​ໂຄງ​ສ້າງ​ພື້ນຖານດ້ານ​ຄົມມະນາຄົມ, ກອງ​ປະຊຸມ​​ໃຫຍ່ຜູ້​ແຫນທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ (​ເດືອນ​ມັງກອນ 2016) ​ໄດ້​ຢືນຢັນ​ແຜນ​ນະ​ໂຍບາຍ​ສືບ​ຕໍ່​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ສາມ​ການ​ບຸກທະລຸຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ-ສັງຄົມ​ຮອດ​ປີ 2020, ​ໃນ​ນັ້ນ​ເອົາ​ໃຈ​ໃສ່: “ຍູ້​ແຮງ​ການ​ປະຕິບັດ​ການ​ບຸກທະລຸ​ຍຸດ​ທະ​ສາດກ່ຽວ​ກັບ​ການ​ກໍ່ສ້າງ​ລະບົບ​ໂຄງ​ສ້າງ​ພື້ນຖານທີ່​ຄົບ​ຊຸດ ​ໂດຍ​ມີ​ກິດຈະການ​ກໍ່ສ້າງ​ທີ່​ທັນ​ສະ​ໄໝ​ຈຳນວນ​ໜຶ່ງ... ຮັບປະກັນ​ປະສິດທິ​ຜົນ​ສັງ​ລວມ​ແລະຄວາມ​ເປັນ​ລະບົບ, ​ໂດຍ​ສະ​ເພາະ​ແມ່ນ​ເຄືອ​ຂ່າຍ​ຄົມມະນາຄົມ...”(3). ​ເພື່ອ​ໃຫ້​ມີບາດ​ກ້າວ​ບຸກທະລຸ​ໃນ​ການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ, ມະຕິ​ກອງ​ປະຊຸມ​ໃຫຍ່​ໄດ້​ຊີ້​ແຈ້ງ: “ລວມສູນ​ຊັບພະຍາກອນ​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ໃຫຍ່ທີ່​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ທີ່​ມີ​ຄວາມ​ສາມາດ​ພັດທະນາ ​ແລະ ​ແກ້​ໄຂບັນຫາ​ປິດ​ຕັນ, ການ​ຈະລາ​ຈອນ​ຕິດ​ຂັດ. ຮັບປະກັນ​ການ​ເຊື່ອມ​ຕໍ່​ຢ່າງ​ສະດວກ​ດີ​ ລະຫວ່າງ​ບັນດາ​ສູນ​ເສດຖະກິດ​ໃຫຍ່, ບັນດາ​ປະຕູ​ການ​ຈະລາ​ຈອນ​ຕາມ​ເສັ້ນທາງ​ທີ່​ມີ​ຄວາມ​ຕ້ອງການ​ຂົນ​ສົ່ງ​ຫຼາຍ. ​ເອົາ​ໃຈ​ໃສ່​ລົງທຶນກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ​ໃນ​ເຂດ​ທີ່​ມີ​ຄວາມ​ຫຍຸ້ງຍາກ”(4).

ບັນດາ​ມະຕິ, ຍຸດ​ທະ​ສາດ​ຂອງ​ພັກທີ່​ກ່າວ​ມາ​ເທິງ​ນີ້ ທັງ​ແມ່ນ​ເປົ້າ​ໝາຍ, ທັງ​ແມ່ນ​ການ​ກຳນົດ​ທິດ​ທາງ​ ໃຫ້​ຂະ​ແໜງ​ການ​ຄົມມະນາຄົມ​ຂົນ​ສົ່ງ ຈັດ​ຕັ້ງ​ການ​ພັດທະນາ ​ໂຄງສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ.

ສະພາບ​ການ​ລົງ​ທຶນ​ໃນ​ການ​ພັດທະນາ​ລະບົບ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ

ອີງ​ຕາມ​ບັນດາ​ທັດສະນະ, ທິດ​ທາງ​ຊີ້​ນຳ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ການ​ພັດທະນາ​ໂຄງ​ສ້າງ​ພື້ນ​ຖານ​ດ້ານ​ຄົມມະນາຄົມ​ຢ່າງ​ຄົບ​ຊຸດ​ແລະ​ທັນ​ສະ​ໄໝ, ນາຍົກລັດຖະມົນຕີ​ໄດ້​ປະກາດ​ໃຊ້ ຂໍ້​ຕົກລົງ​ສະບັບ​ເລກທີ 355/QĐ-TTg ​ແລະປັບປຸງ​ແຜນການ​ພັດທະນາ​ການ​ຄົມມະນາຄົມ​ຂົນ​ສົ່ງຂອງ 5 ຂະ​ແໜງ​ການສະ​ເພາະ: ທາງບົກ, ທາງ​ລົດ​ໄຟ, ທາງນ້ຳ​ພາຍ​ໃນ​ປະ​ເທດ, ການບິນ ​ແລະ ​ການ​ເດີນ​ເຮືອ​ທາງ​ທະ​ເລ. ​ໃນ​ນັ້ນ, ​ແຜນການ​ກໍ່ສ້າງ​ບັນດາ​ກິດຈະການ​ຄົມມະນາຄົມ​ທີ່​ທັນ​ສະ​ໄໝ, ​ເຊື່ອມ​ຕໍ່​ຢ່າງ​ຄົບ​ຊຸດ​ລວມມີ: 1- ​ເຄືອ​ຂ່າຍ​ທາງ​ດ່ວນ​ແຫ່ງ​ຊາດ ​ເພື່ອ​ເຊື່ອມ​ຕໍ່​ກັບ​ບັນດາ​ສູນ​ກາງ​ເສດຖະກິດ​ພາກ​ເໜືອ - ພາກ​ໃຕ້, ບັນດາ​ດ່ານ​ຊາຍ​ແດນ, ບັນດາ​ສະໜາມ​ບິນ ທ່າ​ກຳ​ປັ່ນ​ສາກົນ, ບັນດາ​ຖະໜົນ​ວົງ​ແຫວນ​ໃນ​ຕົວ​ເມືອງ ທີ່​ມີ​ຄວາມ​ຕ້ອງການ​ຂົນ​ສົ່ງ​ຫຼາຍ, ດ້ວຍ​ລວງ​ຍາວ​ທັງ​ໝົດ 6.411 ກມ; 2- ​ເສັນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເໜືອ-​ໃຕ້ ​ແລະ ລະບົບ​ທາງ​ລົດ​ໄຟ​ໃນ​ຕົວ​ເມືອງ​ຢູ່​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ; 3- ບັນດາ​ທ່າ​ກຳ​ປັ່ນ​ທະ​ເລຢູ່​ພາກ​ເໜືອ - ພາກ​ກາງ - ພາກ​ໃຕ້ (ທ່າ​ກຳ​ປັ່ນ​ແລັກ​ຮວ້ຽນ, ທ່າ​ກຳ​ປັ່ນ​ເວິນ​ຟອງ ​ແລະ​ທ່າ​ກຳ​ປັ່ນ​ກ້າຍ​ແມັບ - ທີ້ຫວາຍ); 4- ​ແຜນ​ກຳນົດ​ເຄືອ​ຂ່າຍ​ສາຍ​ການບິນຕາມ​ຮູບວີ ທີ່​ມີ​ຄວາມ​ຖີ່​ໃນ​ການ​ເຄື່ອນ​ໄຫວສູງ, ​ມີສະຖານີ​ທີ່​ທັນ​ສະ​ໄໝ​ຢູ່ 2 ສົ້ນ​ຄື ຮ່າ​ໂນ້ຍ​ແລະ​ນະຄອນ​ໂຮ່ຈີ​ມິນ; 5- ການ​ຄຸ້ມ​ຄອງ​ການ​ຈະລາ​ຈອນ​ໃນ​ຕົວ​ເມືອງ​ທາງ​ວິທະຍາສາດ ​ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ຜ່ານລະບົບ​ກ້ອງຖ່າຍຮູບ, ການຈະລາຈອນທີ່ສະຫຼາດ (ITS).

ຄຽງ​ຂ້າງ​ການ​ລົງທຶນ​ກໍ່ສ້າງ​ໂຄງການ​ຈຳນວນ​ໜຶ່ງ​ ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ພາຍຫຼັງ​ເຈັດ​ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ປະຕິບັດບັນດາ​ມະຕິ, ຍຸດ​ທະ​ສາດ, ​ແຜນການ, ລະບົບ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ​ໄດ້​ບັນລຸຜົນງານ​ທີ່​ສຳຄັນ​ຫຼາຍ​ຢ່າງ, ຫຼາຍກິດຈະການ​​ຄົມມະນາຄົມ​ຂະໜາດ​ໃຫຍ່, ທັນ​ສະ​ໄໝ ​ໄດ້​ແລະ​ພວມ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ, ປະກອບສ່ວນ​ສ້າງ​ພາບ​ພົດ​ໃໝ່​ໃຫ້​ປະ​ເທດ, ສ້າງ​ການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​​ເຂດ, ພາກ​ພື້​ນພາຍໃນ​ປະ​ເທດ ​ແລະ​ກັບ​ຕ່າງປະ​ເທດ.

ກ່ຽວ​ກັບ​ທາງບົກ, ມີເສັ້ນທາງດ່ວນ 1.041 ກມ ໄດ້ຖືກນຳໃຊ້ແລ້ວ, ກຳລັງ​ລົງທຶນ​ກໍ່ສ້າງ​ກວ່າ 160 ກມ, ສືບ​ຕໍ່​ຜັນ​ຂະຫຍາຍ​ຂັ້ນ​ຕອນ​ຕ່າງໆ​ເພື່ອ​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ດ່ວນ​ເໜືອ-​ໃຕ້​ຕື່ມ​ອີກ 654 ກມ (ຕາມ​ມະຕິ​ເລກທີ 52/2017/QH14, ລົງ​ວັນ​ທີ 22 ພະຈິກ 2017, ຂອງ​ສະພາ​ແຫ່ງ​ຊາດ); ທາງດ່ວນ 40 ກມ ຈາກເມືອງລ້າງ​ເຊີນ - ປະຕູຊາຍແດນ ມິດຕະພາບ (ດົ່ງ​ດັງ); ທາງ​ດ່ວນ 92 ກມ ຈາກ​ເມືອງ​ເວິນ​ໂດ່​ນ - ມ້ອງ​ກ໋າຍ. ກ່ຽວ​ກັບ​ສາຍ​ການບິນ, ​ໄດ້​ມີ​ການ​ພັດທະນາ​ຢ່າງ​ກ້າວ​ກະ​ໂດດ ທັງ​ດ້ານ​ຂະໜາດ​ແລະ​ຄຸນ​ນະພາ​ບການ​ບໍລິການ, ຕອບ​ສະໜອງ​ຄວາມ​ຕ້ອງການ​ການ​ຂົນ​ສົ່ງ​ທາງ​ອາກາດ​ທີ່​ເຕີບ​ໂຕ​ຢ່າງ​ໄວວາ​ໃນ​ໄລຍະ​ທີ່​ຜ່ານ​ມາ ດ້ວຍ​ອັດຕາ​ການ​ເຕີບ​ໂຕ​ສະ​ເລ່ຍ 16% - 18% ຕໍ່ປີ, ​ໄດ້​ລົງທຶນ​ຍົກ​ລະດັບສະໜາມ​ບິນ​ໂນ້ຍບ່າຍ, ​ເຕິ​ນ​ເຊີນ​ເຍິດ, ດ່າ​ນັ້ງ ​ແລະ ​ກໍ່ສ້າງ​ໃໝ່​ສະໜາມ​ບິນ​ຝູກວັກ, ສະໜາມ​ບິນ​ເວິນ​ໂດ່​ນ, ຍົກຄວາມສາມາດຂົນ​ສົ່ງທັງໝົດຂອງ​ເຄືອ​ຂ່າຍ​ສະໜາມ​ບິນໃຫ້ບໍລິການຜູ້ໂດຍສານປະມານ 90 ລ້ານຄົນຕໍ່ປີ, ເພີ່ມຂຶ້ນ 2,5 ​ເທົ່າ​ເມື່ອ​ທຽບ​ກັບປີ 2011. ບົດລາຍງານການສຶກສາຄວາມເປັນໄປໄດ້ຂອງໂຄງການສະໜາມ ບິນສາກົນລອງແທ່ງໄລຍະ 1 ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ສະພາ​ແຫ່ງ​ຊາດ​ຫວຽດນາມ.

ສຳເລັດການລົງທຶນກໍ່ສ້າງທ່າເຮືອປະຕູສາກົນກ້າຍ​ແມັບ - ທີ້ຫວາຍ, ​ແລັກ​ຮວ້ຽນ ສາມາດຮັບເຮືອບັນທຸກຂະໜາດໃຫຍ່ຈາກ 130.000 ໂຕນຫາ 200.000 ໂຕນ (DWT) ເຂົ້າ​ທຽບ​ທ່າ ​ແລະ ໄປສູ່ຝັ່ງທິດຕາເວັນຕົກຂອງສະຫະລັດອາ​ເມ​ລິ​ກາ, ກາ​ນາ​ດາ ​ແລະ​ທະວີບ​ເອີຣົບ; ບັນດາ​ທ່າ​ກຳ​ປັ່ນ​ຜູ້​ໂດຍສານ​ຢູ່​ຝູກວັກ, ຮ້າ​ລອງ​ ມີ​ຄວາມສາມາດ​ຮັບ​ເອົາ​ກຳ​ປັ່ນ​ຜູ້​ໂດຍສານ​ຂະໜາດ​ໃຫຍ່ທີ່​ສຸດໃນໂລກ; ປະຕິບັດ​ການ​ສ້ອມ​ແປງ​ຍົກ​ລະດັບ​ທ່າກຳ​ປັ່ນ​ຢູ່​ບໍລິ​ເວນ ງີ​ເຊີນ, ດ່າ​ນັ້ງ, ກວີ​ເຍິນ, ​ແຂງ​ຮວ່າ, ​ເກິ່ນ​ເທີ, ຍົກ​ຄວາມ​ສາມາດ​ຂົນ​ສົ່ງ​ຂອງ​ທ່າ​ກຳ​ປັ່ນ​ຈາກ 420 ລ້ານ​ໂຕນ (ປີ 2011) ຂຶ້ນ​ປະມານ 580 ລ້ານ​ໂຕນ​ຕໍ່​ປີ. ບັນດາ​ສາຍ​ທາງ​ນ້ຳ​ພາຍ​ໃນ​ປະ​ເທດ​ໄດ້​ຮັບ​ການ​ລົງທຶນ​ຍົກ​ລະດັບ, ​ໃນ​ນັ້ນ: ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງມີ​ສາຍ​ທາງ​ນ້ຳ 1.082 ກມ, ​ເຂດ​ທົ່ງພຽງ​ພາກ​ເໜືອ​ມີ 462 ກມ ທີ່​ໄດ້​ຮັບ​ການ​ລົງທຶນ​ສ້ອມ​ແປງ, ຍົກ​ຄວາມ​ສາມາດ​ຂົນ​ສົ່ງ​ຂຶ້ນ​ສູງ.

ປະຈຸ​ບັນ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ກຳລັງ​ປະສານ​ງານ​ກັບ​ຄະນະ​ກຳມະການ​ປະຊາຊົນ​ຮ່າ​ໂນ້ຍ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ເພື່ອສຸມໃສ່ປະຕິບັດ 5 ໂຄງການທາງລົດໄຟໃນຕົວເມືອງ; ​ໄດ້​ຜັນ​ຂະຫຍາຍ​ບັນດາ​ໂຄງການປັບປຸງຂົວທີ່ອ່ອນແອ, ລະບົບ​ສັນຍານຂ່າວສານ, ​ເພີ່ມ​ເຕີມ​ສ້ອມ​ແປງ​ອຸ​ໂມງ​ທາງ​ລົດ​ໄຟ ​ແລະ​ວຽກ​ງານ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ​ອື່ນໆ, ຜ່ານ​ສິ່ງ​ດັ່ງກ່າວ​ ໄດ້ປັບປຸງລະດັບຄວາມປອດໄພ, ​ເຮັດ​ໃຫ້​ເວລາ​ເດີນທາງ​ຂອງ​ລົດ​​ໄຟ​ໃນ​​ເສັ້ນ​ທາງ​ລົດ​ໄຟເໜືອ-ໃຕ້ສັ້ນ​ລົງ; ກຳລັງ​ສຸມ​ໃສ່​ປະຕິບັດ​ບັນດາ​ໂຄງການ​ທາງ​ລົດ​ໄຟ​ທີ່​ສຳຄັນ, ຮີບ​ດ່ວນ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ໃຊ້​ປະ​ໂຫຍ​ດ ​ແລະ​ຄວາມ​ປອດ​ໄພ​ຂອງ​ລົດ​ໄຟ​ບົນ​ທາງ​ລົດ​ໄຟ​ເໜືອ-​ໃຕ້ ​ແລະສຳ​ເລັດ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ລ່ວງ​ໜ້າສຳລັບທາງລົດໄຟຄວາມ​ໄວ​ສູງເໜືອ-ໃຕ້ ​ເພື່ອ​ສົ່ງ​ໃຫ້​ສະພາ​ແຫ່ງ​ຊາດ​ຮັບຮອງ​ໃນ​ປີ 2020.

ການ​ຄົມມະນາຄົມ​ໃນ​ເມືອງ​ໄດ້​ຮັບ​ການສ້ອມ​ແປງ, ຍົກ​ລະດັບ ​ແລະ​ຂະຫຍາຍ​ເທື່ອ​ລະ​ກ້າວ, ພິ​ເສດ​ແມ່ນ​ຢູ່​ບັນດາ​ຕົວ​ເມືອງ​ໃຫຍ່, ປະກອບສ່ວນ​ຈຳກັດ​ຄວາມ​ແອ​ອັດ​ຂອງ​ຜູ້​ໂດຍສານ​, ພາຫະນະ ແລະ​ສິນຄ້າ. ສຸມ​ການ​ລົງທຶນ​ໃສ່​ບັນດາ​ເສັ້ນທາງ​ລັດສະໝີ, ຖະໜົນ​ວົງ​ແຫວນ, ຈຸດ​ຕັດ​ແຍກ​ທີ່​ແຍກ​ສຳຄັນ ​ແລະ​ທາງ​ຫຼີກ​ລ່ຽງຕົວ​ເມືອງ, ​ໃຫ້​ບຸລິມະສິດ​​ແກ່​ຖະໜົນ​ວົງ​ແຫວນ​ຢູ່​ຮ່າ​ໂນ້ຍ​ແລະ​ນະຄອນ​ໂຮ່ຈີ​ມິນ, ບັນ​ດາ​ກິດ​ຈະ​ການ​ກໍ່ສ້າງຈຸດ​ສຸມ​ໃນ​ແຕ່​ລະ​ພື້ນ​ທີ່ (ບັນດາ​ຂົວ​ໃຫຍ່​ເຊັ່ນ: ​ເຍິດ​ເຕີນ, ຫວິ​ງທິ້ງ, ກາວ​ແລ້ງ, ວ່າມ​ກົ໋ງ, ນຳກັນ, ​ໂກ໋ຈຽນ, ໝິ​ເລີ້​ຍ, ກ້າຍ​ຕັດ, ອານ​ຫຶ້ວ, ​ແຣັກສອຍ...); ປະສານ​ງານ​ກັບ​ຄະນະ​ກຳມະການ​ປະຊາຊົນ​ຮ່າ​ໂນ້ຍ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ​ເພື່ອ​ສຸມ​ໃສ່​ຜັນ​ຂະ​ຫາຍ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ຕົວ​ເມືອງ. ຄຸນ​ນະພາ​ບຂອງ​ການ​ຮັບ​ໃຊ້​ແລະ​ບໍລິການ​ຂົນ​ສົ່ງກໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ​ຍົກ​ສູງ​ຂຶ້ນ​ເລື້ອຍໆ, ຮັບປະກັນຮັບ​ໃຊ້​ຄວາມ​ຕ້ອງການ​ດ້ານ​ການທ່ອງທ່ຽວ​ຂອງ​ປະຊາຊົນ​ໄດ້​ດີ​ຍິ່ງ​ຂຶ້ນ; ຊຸກຍູ້​ການ​ພັດທະນາ​ການ​ຜະລິດ ທຸລະ​ກິດ; ປະກອບສ່ວນ​ຄວບຄຸມ​ເງິນ​ເຟີ້, ​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກມີ​ສະຖຽນ​ລະ​ພາບ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ຜ່ານ​ສິ່ງ​ດັ່ງກ່າວ​ຍົກ​ສູງ​ຄວາມ​ສາມາດ​ແຂ່ງ​ຂັນ​ຂອງ​ພື້ນຖານ​ເສດຖະກິດ.

​ເພື່ອ​ປະຕິບັດ​ມະຕິ​ຕ່າງໆຂອງ​ພັກ ​ແລະລັດຖະບານ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ໄດ້​ຜັນ​ຂະຫຍາຍ​ປະຕິບັດ​ໂຄງການ​ຕ່າງໆ​ຢ່າງ​ທັນ​ການ ດັ່ງ​ນັ້ນ​ລະບົບ​ໂຄງ​ສ້າງພື້ນຖານ​ດ້ານ​ຄົມມະນາຄົມ​ຂ​ອງປະ​ເທດຈຶ່ງ​ມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ, ຄວາມ​ສາມາດ​ຂອງ​ລະບົບ​ໂຄງ​ສ້າ​ນພື້ນຖານດ້ານ​ຄົມມະນາຄົມ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຫຼາຍ​ພໍ​ຄວນ. ຕາມ​ບົດ​ລາຍ​ງານ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນທົ່ວໂລກ ​ທີ່​ຖືກ​ເຜີ​ຍ​ແຜ່​ໂດຍ ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ​ໃນ​ໄລຍະ​ການ​ປະ​ເມີນ​ສົກ​ປີ 2017-2018, ຄວາມ​ສາມາດ​ແລະ​ຄຸນ​ນະພາ​ບຂອງ​ໂຄງ​ສ້າງ​ພື້ນຖານ​ຂອງ​ຫວຽດນາມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຈາກ​ອັນ​ດັບ​ທີ 95 ​ໃນ 144 ປະ​ເທດ (ປີ 2011) ຂຶ້ນ​ເປັນ 79 ​ໃນ 137 ປະ​ເທດ (ປີ 2016), ​ໃນ​ນັ້ນ, ດັດຊະນີ​ກ່ຽວ​ກັບ​ຄຸນ​ນະພາ​ບຂອງ​ໂຄງ​ສ້າງ​ພື້ນຖານ​ທາງບົກ​ຢູ່​ໃນ​ອັນ​ດັບ 92 (​ເພີ່ມ​ຂຶ້ນ 28 ຂັ້ນ), ທ່າ​ກຳ​ປັ່ນ​ທະ​ເລ​ຢູ່​ໃນ​ອັນ​ດັບ​ທີ 82 (​ເພີ່ມ​ຂຶ້ນ 31 ຂັ້ນ). ດັດຊະນີ​ຄວາມ​ສາມາດ​ແຫ່ງ​ຊາດດ້ານ​ໂລ​ຈິ​ສະຕິ​ກ (LPI) ຂອງ​ຫວຽດນາມ​ປີ 2018 ຢູ່​​ອັນ​ດັບ​ທີ 39 ​ໃນ 160 ປະ​ເທດ, ​ເພີ່ມ​ຂຶ້ນ 25 ຂັ້ນ​ເມື່ອ​ທຽບ​ກັບ​ປີ 2016 (ປີ 2011, ຫວຽດນາມ​ຖື​ດຈັດ​ໃນ​ອັນ​ດັບ​ທີ 53 ​ໃນ 155 ປະ​ເທດ). ​ໃນ​ພາກ​ພື້ນ​ຂອງ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ຫວຽດນາມ​ຢູ່​ໃນ​ອັນ​ດັບ​ທີ​ 3, ຖັດຈາກ​ສິງກະ​ໂປ (ອັນ​ດັບ​ທີ 7) ​ແລະ​ໄທ (ອັນ​ດັບ​ທີ 32). ບັນດາດັດຊະນີການ​ປະ​ເມີນ LPI ທັງໝົດໃນປີ 2018 ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ​ໃນ​ນັ້ນ, ​ເພີ່ມ​ຂຶ້ນ​ສູງ​ສຸດ​ແມ່ນຄຸນ​ນະພາ​ບບໍລິການ (ອັນ​ດັບ​ທີ 33, ​ເພີ່ມ​ຂຶ້ນ 29 ຂັ້ນ) ​ແລະ​ຄວາມ​ສາມາດ​ໃນ​ການ​ຕິດຕາມທີ່​ມາ​ຂອງ​ສິນຄ້າ (ອັນ​ດັບ​ທີ 34, ​ເພີ່ມ​ຂຶ້ນ 41 ຂັ້ນ).

​ເຖິງ​ວ່າ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ສຳຄັນ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ​ຕາມ​ທິດ​ຄົບ​ຊຸດ​ແລະ​ທັນ​ສະ​ໄໝກໍ່ຕາມ, ​ແຕ່​ລະບົບ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມຫວຽດນາມ​ຍັງ​ມີ​ຈຸດ​ປິດ​ຕັນຕໍ່​ຄວາມ​ຕ້ອງການ​ພັດທະນາ ​ເພື່ອ​ກ້າວ​ໄປ​ເຖິງ​ເປົ້າ​ໝາຍການ​ຫັນປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ: ລະບົບ​ທາງ​ດ່ວນ​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ, ຍັງ​ບໍ່​ທັນ​ບັນລຸ​ເປົ້າ​ໝາຍ​ເຖິງ​ປີ 2020 ຈະ​ມີ​ທາງ​ດ່ວນ 2.000 ກມ​ ເຂົ້າ​ນຳ​ໃຊ້; ລະບົບ​ທາງ​ລົດ​ໄຟຫຼ້າ​ຫຼັງ, ຍັງ​ບໍ່​ທັນ​ລົງທຶນ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ສຳລັບ​ທາງ​ລົດ​ໄຟ​ໃນ​ຕົວ​ເມືອງ​ແມ່ນ​ຫາ​ກໍ່​ໄດ້ລົງທຶນກໍ່ສ້າງບາງສາຍ; ລະບົບ​ທ່າ​ກຳ​ປັ່ນ​ທະ​ເລບໍ່​ໄດ້​ໃຊ້​ປະ​ໂຫຍ​ດຈາກການອອກແບບຂອງມັນຢ່າງເຕັມສ່ວນ; ສະໜາມບິນ​ບາງ​ແຫ່ງ​ປະສົບ​ບັນຫາ​ການ​ບັນທຸກ​ເກີນ​ຄວາມ​ສາມາດ... ດັ່ງ​ນັ້ນ, ລະບົບ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ​ແບບ​ຄົບ​ຊຸດ​ແລະ​ທັນ​ສະ​ໄໝ​ຍັງ​ບໍ່​ທັນ​ໄດ້​ສ້າງ​ຕັ້ງ​ຂຶ້ນ, ​ໂດຍ​ສະ​ເພາະ​ເມື່ອ​ປຽບ​ທຽບ​ກັບມາດຕະຖານ​ສາກົນ (​ເຄືອ​ຂ່າຍ​ທາງ​ດ່ວນ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ສະໜາມ​ບິນ,  ທ່າ​ກຳ​ປັ່ນ​ທະ​ເລ​ທີ່​ສຳຄັນ).

ໜຶ່ງ​ໃນ​ບັນດາ​ສາ​ເຫດ​ຕົ້ນ​ຕໍ່​ແມ່ນ ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ແຫຼ່ງພະລັງ, ​ເຮັດ​ໃຫ້ວຽກ​ງານການ​ລົງທຶນພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ ຖືກ​ຊັກ​ຊ້າ​ເມື່ອ​ທຽບກັບ​ຄວາມ​ຮຽກຮ້ອງ​ຕ້ອງການ, ລະບົບ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມທີ່​ມີ​ຢູ່​ ກໍ່​ບໍ່​ມີ​ເງື່ອນ​ໄຂ​ສຳລັບ​ການສ້ອມ​ແປງ​ແລະ​ບຳລຸງ​ຮັກສາຢ່າງ​ທັນ​ການ​ແລະ​ພຽງພໍ ເຊິ່ງຈຳກັດ​ຄວາມ​ສາມາດໃນການຂຸດຄົ້ນ. ຕາມ​ແຜນການ​ງົບປະມານ​ຂອງ​ລັດສົກ​ປີ 2016 ​ເຖິງ 2020, ກະຊວງ​ການ​ຄົມມະນາຄົມ​ຂົນ​ສົ່ງ​ໄດ້​ຮັບ​ການຈັດ​ແບ່ງ​ງົບປະມານ​ ເຊິ່ງພຽງ​ແຕ່​ຕອບ​ສະໜອງ​ໄດ້​ຫຼາຍ​ກວ່າ 30% ຂອງ​ຄວາມ​ຕ້ອງການ​ດ້ານ​ການ​ລົງທຶນ ​ແລະ​ການ​ພັດທະນາ ກໍ່​ຄື​ວຽກ​ງານ​ຮັກສາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ​ທີ່​ມີ​ຢູ່, ​ໃນ​ຂະນະ​ທີ່​ການ​ຮຽກຮ້ອງ​ໃຫ້​ເອກະ​ຊົນ​ລົງທຶນ​ຍັງ​ມີ​ຄວາມ​ຫຍຸ້ງຍາກ ຍ້ອນ​ການ​ລົງ​ທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ​ມີ​ຄວາມ​ສ່ຽງ​ຫຼາຍ, ລະບົບ​ເອກະສານ​ທາງ​ກົດໝາຍຍັງ​ບໍ່​ທັນ​ຄົບ​ຊຸດ. ນີ້​ແມ່ນ​ອຸປະສັກ​ທີ່​ໃຫຍ່​ທີ່​ສຸດ​ໃນ​ການ​ປະຕິບັດບັນດາ​ເປົ້າ​ໝາຍ, ໜ້າ​ທີ່​ການພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມທີ່​ຄົບ​ຊຸດ​ແລະ​ທັນ​ສະ​ໄໝ, “​ໄປ​ກ່ອນ​ກ້າວ​ໜຶ່ງ” ​ໃນ​ການ​ສ້າງ​ປະຖົມ​ປັດ​ໄຈ​ເພື່ອ​ພັດທະນາ​ປະ​ເທດ​ຮອດ​ປີ 2030.

​ເພື່ອພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ “​ໄປ​ກ່ອນ​ກ້າວ​ໜຶ່ງ” ຕາມ​ທິດ​ຄົບ​ຊຸດ​ແລະ​ທັນ​ສະ​ໄໝ

ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ໃນ​ໂລກ​ກຳລັງ​ຂະຫຍາຍຕົວ​ຢ່າງ​ໄວ, ​ໂດຍ​ສະ​ເພາະ​ແມ່ນ​ເຕັກ​ໂນ​ໂລ​ຊີ​ປະ​ຢຸກ, ​ເຕັກ​ໂນ​ໂລ​ຊີ​ພະລັງງານ, ຊອບ​ແວ​ປະ​ຢຸກ...​ແລະ​ໄດ້​ສົ່ງ​ຜົນກະທົບ​ບໍ່​ໜ້ອຍ​ເຖິງ​ແບບ​ວິທີ​ການ​ຄຸ້ມ​ຄອງ, ທ່າ​ອຽງ​ລົງທຶນ​ໃສ່​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ​ໃນ​ໂລກ​ເວົ້າ​ລວມ ​ແລະ​ໃນ​ຫວຽດນາມ​ເວົ້າ​ສະ​ເພາະ. ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ໃນ​ຫຼາຍ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ຈະ​ກະທົບ​ຢ່າງ​ແຮງ​ເຖິງ​ທິດ​ທາງ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ. ອີງ​ໃສ່​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ, ບົນ​ພື້ນຖານ​ຂອງ​ການຈັດ​ສັນ​ກອງ​ທຶນການ​ລົງ​ທຶນ​ພາກ​ລັດ​ໄລຍະ​ປານ​ກາງ, ຂະ​ແໜງ​ການ​ຄົມມະນາຄົມ​ຂົນ​ສົ່ງ​ກຳນົດວ່າ ​ໃນ​ໄລຍະ​ເຖິງ​ປີ 2030 ຕ້ອງ​ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ ຕາມ​ທິດ​ຄົບ​ຊຸດ​ແລະ​ທັນ​ສະ​ໄໝ ​ເພື່ອ​ສ້າງ​ກຳລັງ​ຊຸກ​ດັນ​ການ​ພັດທະນາ​ຊາດ ດ້ວຍ​ເປົ້າ​ໝາຍ​ຮອດ​ປີ 2030 ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ, ມີ​ພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ພັດທະນາ​ຢ່າງ​ໄວວາ​ແລະ​ຍືນ​ຍົງ; ຍູ້​ແຮງ​ການ​ປະຕິບັດ​ບັນດາ​ຂອດ​ບຸກທະລຸ​ໃນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ.

ຂະ​ແໜງ​ການ​ຄົມມະນາຄົມ​ຂົນ​ສົ່ງ ຕ້ອງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂົນ​ສົ່ງດ້ວຍ​ປະລິມານ​ການ​ຂົນ​ສົ່ງ​ທັງ​ໝົດປະມານ 2,500 ຕື້ໂຕນ.ກມ (ທຽບ​ເທົ່າ​ກັບ​ສິນຄ້າ 4,3 ຕື້​ໂຕນ); ຂົນ​ສົ່ງ​ຜູ້​ໂດຍສານ 667 ຕື້​ຄົນ.ກມ (ທຽບ​ເທົ່າ​ກັບ 14 ຕື້​​ເທື່ອ​ຄົນ); ອັດຕາ​ການ​ເຕີບ​ໂຕ​ສະ​ເລ່ຍຕໍ່​ປີ​ຂອງ​ປະລິມານ​ການ​ຂົນ​ສົ່ງ​ສິນຄ້າ​ໄລຍະ​ປີ 2021-2030 ​ແມ່ນ 6,7%, ຜູ້​ໂດຍສານ​ແມ່ນ 8,2%. ຍົກ​ສູງ​ຄຸນ​ນະພາ​ບການ​ຂົນ​ສົ່ງ ດ້ວຍລາຄາ​ທີ່​ເໝາະ​ສົມ; ຄວບ​ຄຸມ​ແລະ​ກ້າວ​ເຖິງການ​ຫຼຸດຜ່ອນອຸບັດ​ຕິ​ເຫດ​ຈະລາຈອນ, ຈຳກັດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ; ​ເພີ່ມ​ທະວີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ ໃນ​ການ​ຄຸ້ມ​ຄອງ​ແລະ​ຂຸດ​ຄົ້ນ.

ກ່ຽວ​ກັບ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ

ທີ​ໜຶ່ງ, ສູ້​ຊົນ​ຮອດ​ປີ 2030, ​ ຫລາຍກວ່າ 80% ຂອງບັນດາແຂວງ/ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ມີ​ທາງ​ດ່ວນ​ຜ່ານ ຫຼື​ເຊື່ອມ​ຕໍ່​ກັບ​ສູນ​ການ​ບໍລິຫານ ​ແລະ ມີ​ທາງ​ດ່ວນ​ປະມານ 3.500 ກມ  - 4.000 ກມ, ​ໃນ​ນັ້ນ, ໃຫ້ບຸລິມະສິດການລົງທຶນໃນການດຳ​ເນິນ​ງານ​ຂອງ​ທາງ​ດ່ວນເໜືອ-ໃຕ້ ຈາກ​ລ້າງ​ເຊີນ​ເຖິງ​ກ່າ​ເມົາ, ຖະໜົນທີ່​ມີ​ຄວາມ​ໄວ​ສູງ​ໃນ​ແລວ​ທາງ​ຂົນ​ສົ່ງ​ຫຼັກ, ຖະໜົນທີ່​ມີ​ຄວາມ​ໄວ​ສູງ​​ເຊື່ອມ​ຕໍ່​ກັບ​ນະຄອນຫຼວງ​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ ​ແລະ​ບັນດາ​ຕົວ​ເມືອງ​ໃຫຍ່, ທາງ​ດ່ວນ​ວົງ​ແຫວນ​ຮອບ​ຕົວ​ເມືອງ​ໃຫຍ່; ລະບົບຖະໜົນ​ຂອງ​ຫວຽດນາມທີ່​ຄົບ​ຊຸດ​ທາງ​ດ້ານ​ມາດຕະຖານ​ເຕັກນິກ, ​ເຊື່ອມ​ຕໍ່​ຢ່າງ​ສະດວກ​ກັບ​ລະບົບຖະໜົນ​ຂອງ​ອາ​ຊຽນ, ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ ​ແລະ ຂ້ານ​ອາຊີ.

ທີ​ສອງ, ຜັນ​ຂະຫຍາຍ​ການ​ກໍ່ສ້າງບາງ​ພາກສ່ວນ​ໃນ​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເໜືອ​-​ໃຕ້, ​ໃນ​ນັ້ນ, ບຸລິມະສິດ​ການ​ກໍ່ສ້າງ​​ເສັ້ນ​ທາງ​ຮ່າ​ໂນ້ຍ - ວິ​ງ ​ແລະ​​ເສັ້ນ​ທາງນະຄອນ​ໂຮ່ຈີ​ມິນ - ຍາ​ຈາງ; ພັດທະນາ​ຢ່າງ​ໄວ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ໃນ​ຕົວ​ເມືອງ ​ເພື່ອ​ເປັນ​ແກນກາງ​ໃນ​ການ​ພັດທະນາ​ການ​ຂົນ​ສົ່ງ​ຜູ້​ໂດຍສານສາທາລະນະ​ໃນ​ຕົວ​ເມືອງ​ໃຫຍ່: ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ; ພ້ອມ​ກັນ​ນັ້ນ, ພັດທະນາ​ໂຄງ​ສ້າງ​ພື້ນຖານດ້ານ​ຄົມມະນາຄົມ​ຢ່າງ​ຄົບ​ຊຸດ ພ້ອມ​ພາຫະ​ນະ​ການ​ຂົນ​ສົ່ງ, ອຸປະກອນ​ຄຸ້ມ​ຄອງ ​ແລະ​ປະຕິບັດ​ການ​ທີ່​ທັນ​ສິ​ໄໝ ແລະ ​ເຊື່ອມ​ໂຍງກັບ​ບັນດາ​ສູນ​ແຈກ​ຢາຍຈຳໜ່າຍ​ສິນຄ້າ, ທ່າ​ກຳ​ປັ່ນ​ທະ​ເລ​ໃຫຍ່, ທ່າ​ເຮືອ​ແຫ້ງ ICD.

ທີ​ສາມ, ສືບ​ຕໍ່​ຄົ້ນຄວ້າ​ການ​ລົງທຶນ​ໃນບ່ອນທີ່ຍັງເຫຼືອ ຂອງທ່າເຮືອປະຕູສາກົນ ​ແລັກ​ຮວ້ຽນ, ລະດົມ​​ເງິນ​ລົງທຶນ​ໃສ່​ທ່າ​ກຳ​ປັ່ນ​ສາກົນ​ເວິນ​ຟອງ, ສືບ​ຕໍ່​ຍົກ​ສູງປະສິດທິ​ຜົນ​ຂອງ​ເຂດ​ທ່າ​ກຳ​ປັ່ນສາກົນ ກ້າຍ​ແມັບ - ທີ້ຫວາຍ; ສືບ​ຕໍ່​ລົງທຶນ​ໃສ່​ສາຍ​ນ້ຳ ທີ້ຫວາຍ; ເພື່ອ​ຮັບປະກັນ​ວ່າ ​ກຳປັ່ນ 200.000 ​ໂຕນ ສາມາດດຳເນີນງານຕະຫຼອດ 24/24 ຊົ່ວ​ໂມງ; ສະຫງວນ​ພື້ນ​ທີ່ດິນ​ທີ່​ເໝາະ​ສົມຢູ່​ຫຼັງ​ທ່າ​ເຮືອ ​ເພື່ອ​ສ້າງ​ສູນ​​ແຈກ​ຈ່າຍ, ຂົນ​ສົ່ງຍົກຍ້າຍ​ສິນຄ້າ, ບໍລິການ​ທ່າ​ເຮືອ, ​ເຊື່ອມ​ຕໍ່​ຢ່າງ​ສະດວກ​ດີ​ ກັບ​ເຄືອ​ຂ່າຍ​ການຄົມມະນາຄົມ​ຊາດ, ປະກອບ​ສ້າງ​ເຄືອ​ຂ່າຍ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ​ໂລ​ຈິ​ສະຕິ​ກທີ່​ທັນ​ສະ​ໄໝ​ແລະ​ມີ​ປະສິດທິ​ຜົນ​ ທຽບ​ເທົ່າກັບບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

ທີ​ສາມ, ປັບປຸງ​ເຄືອ​ຂ່າຍ​ສະໜາມ​ບິນ​ໃນ​ທົ່ວປະ​ເທດ ດ້ວຍ​ຂະໜາດ​ທີ່​ທັນ​ສະ​ໄໝ; ສຳ​ເລັດການເປີດ​ກວ້າງບັນດາສະໜາມ​ບິນ​ສາກົນ ​ໂນ້ຍບ່າຍ ​ແລະ ​ເຕິ​ນ​ເຊີນ​ເຍິດ ຕາມ​ແຜນການ; ລົງທຶນ​ກໍ່ສ້າງ​ສະໜາມ​ບິນ​ສາກົນ ລອງ​ແທັ່ງ (​ໄລຍະ​ທີ 1) ມີ​ບົດບາດ​ແລະ​ຂະໜາດ​ໃຫຍ່​ເທົ່າ​ກັບບັນດາ​ສະໜາມ​ບິນ​ສາກົນ​ໃນ​ພາກ​ພື້ນ. ລົງທຶນ​ໃສ່​ລະບົບການ​ຄຸ້ມ​ຄອງ​ການບິນ​ທີ່​ທັນ​ສະ​ໄໝ, ຮັບປະກັນການຄຸ້ມຄອງສື່ສານ, ການນຳທາງ ​ແລະ​ອຸປະກອນ​ເຝົ້າ​ລະວັງ ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ ໃນ​ເຂດ​ຄຸ້ມ​ຄອງ​ການບິນ FIR ຂອງ​ຫວຽດນາມ.

ທີ​ຫ້າ, ສືບຕໍ່ເຂົ້າໃນລະດັບເຕັກນິກ, ຮັບປະກັນການດຳເນີນງານທາງ​ເຮືອ​ໃນ​ເວລາ 24/24 ຊົ່ວ​ໂມງ ຕາມສາຍ​ທາງນ້ຳ​ຕົ້ນຕໍພາຍ​ໃນປະ​ເທດ. ສືບ​ຕໍ່​ລະດົມ​ເງິນ​ລົງທຶນ​ກໍ່ສ້າງ​ສາຍ​ທາງ​ນ້ຳ​ທີ່​ມີ​ຄວາມ​ຕ້ອງການ​ຂົນ​ສົ່ງ​ຫຼາຍ; ​ໂຄງການ​ພັດທະນາສາຍທາງ​ນ້ຳ ​ແລະ​ແລວ​ທາງ​ໂລ​ຈິ​ສະຕິ​ກທາງພາກໃຕ້. ການ​​ໃຊ້​ເຄື່ອງ​ຈັກ​ໃນ​ການ​ຂົນ​ຖ່າຍ​ສິນຄ້າ​ຢູ່​ທ່າ​ກຳ​ປັ່ນ​ທະ​ເລ, ທ່າ​ເຮືອພາຍ​ໃນ​ທີ່​ທັນ​ສະ​ໄໝ​ແລະ​ມີ​ປະສິດທິ​ຜົນ.

ທີ​ຫົກ, ພັດທະນາ​ການ​ຄົມມະນາຄົມ​ໃນ​ຕົວ​ເມືອງຕາມ​ທັດສະນະ​ມຸ່ງ​ໄປ​ສູ່​ຄວາມ​ສີວິ​ໄລ​ແລະ​ທັນ​ສະ​ໄໝ. ກໍ່ສ້າງ​ເທື່ອ​ລະ​ກ້າວ​ເສັ້ນທາງ​ການຂົນ​ສົ່ງ​ຜູ້​ໂດຍສານ​ຈຳນວນ​ຫຼາຍ​ໃນ​ຕົວ​ເມືອງ​ຊັ້ນ I. ສືບ​ຕໍ່​ລົງທຶນ​ພັດທະນາ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ໃນ​ຕົວ​ເມືອງ ​ຢູ່​​ເມືອງ​ຫຼວງຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈີ​ມິນ ​ເພື່ອ​ຮັບປະກັນ​ອັດຕາ​ການ​ຂົນ​ສົ່ງ​ຜູ້​ໂດຍສານ​ສາທາລະນະ​ບັນລຸ 40% - 45%.

ຂະ​ແໜງ​ການ​ຄົມມະນາຄົມ​ກຳນົດ​ໜ້າ​ທີ່ການ​ພັດທະນາ​ ໃນ​ເວລາ​ຈະ​ເຖິງ​ແມ່ນ​ໜັກໜ່ວງ​ທີ່​ສຸດ. ​ເພື່ອ​​ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ມາປະສົບຄວາມ​ສຳ​ເລັດ​ ​ແລະສືບ​ຕໍ່​ຍູ້​ແຮງ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານດ້ານ​ຄົມມະນາຄົມ, ປະກອບສ່ວນ​ປະຕິບັດ 3 ການ​ບຸກທະລຸ​ຍຸດ​ທະ​ສາດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ​ ຈັດ​ວາງ​ໂຄງ​ສ້າງ​ເສດຖະກິດ​ຄືນ​ໃໝ່, ຂະ​ແໜງ​ການ​ຄົມມະນາຄົມ​ຂົນ​ສົ່ງ​ຈະ​ສຸມ​ໃສ່​ປະຕິບັດ​ບັນດາ​ໜ້າ​ທີ່​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ສະ​ເໜີ​​ສະພາ​ແຫ່ງ​ຊາດ​ແລະ​ລັດຖະບານ​​ເພີ່ມ​ທະວີການ​ລົງທຶນ​ເຂົ້າ​ໃນ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ ດ້ວຍ​ງົບປະມານ​ຂອງ​ລັດ, ​ໂດຍ​ສະ​ເພາະ​ແມ່ນ​ບຸລິມະສິດ​ການ​ລົງທຶນ​ເຂົ້າ​ໃນບັນດາ​ກິດຈະການ​ຄົມມະນາຄົມ​ຈຸດ​ໜັກ. ສື​ບຕໍ່​ປັບປຸງ​ບູລະນະ​ກົນ​ໄກ, ນະ​ໂຍບາຍ ​ເພື່ອ​ແນ​ໃສ່​ດຶງ​ດູດ​ເງິນ​ລົງທຶນ ຈາກ​ທຸກ​ພາກສ່ວນ​ເສດຖະກິດ ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານຄົມມະນາຄົມ. ຍູ້​ແຮງ​ການ​ຂົນຂວາຍຜູ້​ບໍລິຈາກ ເພື່ອສືບຕໍ່ສະໜອງ​ທຶນຊ່ວຍ​ເຫຼືອ​ການ​ພັດທະນາຢ່າງເປັນທາງການ (ODA) ​ເພື່ອພັດທະນາ​ໂຄງ​ສ້າງ​ພື້ນຖານດ້ານ​ຄົມມະນາຄົມ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ກິດຈະການ​ຂະໜາດ​ໃຫຍ່, ມີ​ແຮງ​ແຜ່​ກະ​ຈ່າຍ, ສ້າງ​ການ​ບຸກທະລຸຢ່າງ​ແຮງ.

ທີ​ສອງ, ກວດຄືນ, ​ເຮັດ​ໃຫ້ງ່າຍດາຍ​ແລະຮັດກຸມ, ຫຍໍ້​ສັ້ນ​ຂັ້ນ​ຕອນ​ການ​ລົງທຶນ​ກໍ່ສ້າງ...​ເພື່ອ​ຜັນ​ຂະຫຍາຍ​ຢ່າງ​ໄວ​ ໂຄງການ​ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ ພາຍຫຼັງ​ທີ່ໄດ້​ຮັບ​ການ​ອະນຸມັດ​​ໂດຍ​ສະພາ​ແຫ່ງ​ຊາດ​ແລະ​ລັດຖະບານ​ຫວຽດນາມ. ​ດັດ​ແປງ, ​ເພີ່ມ​ເຕີມ​ຂໍ້​ກຳນົດ​ຕ່າງໆ​ ກ່ຽວ​ກັບ​ນະ​ໂຍບາຍສະໜັບສະໜູນ​ການ​ເງິນ, ພາສີ, ລາຄາ, ຄ່າ​ທຳນຽມ​, ຄ່າ​ໃຊ້​ຈ່າຍ, ການ​ໂອນ​ກຳມະສິດ​ ເພື່ອ​ເພີ່ມ​ລັກສະນະ​ການ​ຄ້າ​ຂອງ​ໂຄງການ​ຄົມມະນາຄົມ ​ແລະ ຄວາມ​ຮັບຜິດຊອບ​ປະກອບສ່ວນ​ຂອງ​ຜູ້​ໃຊ້​ການ​ຄົມມະນາຄົມ, ຮັບປະກັນ​ຜົນ​ປະ​ໂຫຍ​ດທີ່​ເພິ່ງ​ພໍ​ໃຈ​ຂອງ​ນັກ​ລົງທຶນ. ມີ​ກົນ​ໄກ​ໃນ​ການ​ຂຸດ​ຄົ້ນຊັບພະຍາກອນ​ຊັບ​ສິນ​ສາທາລະນະ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ສ້າງ​ທຶນ​ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ.

ທີ​ສາມ, ຄົ້ນຄວ້າ​ປັບປຸງ​ບູລະນະ​ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບ​ພາສີ, ຄ່າ​ທຳນຽມ, ສະໜັບສະໜູນ​ການ​ເງິນຕາ​ມທິດ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ຜູ້​ໂດຍສານ​ສາທາລະນະ, ການ​ຂົນ​ສົ່ງ​ຫຼາຍ​ຮູບ​ແບບ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເກັບ, ການ​ຄຸ້ມ​ຄອງ ​ແລະ​ ການນຳ​ໃຊ້​ຄ່າຜ່ານ​ທາງ, ຄ່າ​ຈອດ​ລົດ, ​ເງິນ​ອຸດ​ໜູນ​ລົດ​ເມ.

ທີ​ສີ່, ປັບປຸງລະບົບ​ແຜນ​ກຳນົດ​ຂະ​ແໜງ​ການ​ແຫ່ງ​ຊາດ ​ແລະ​ແຜນ​ກຳນົດ​ເຕັກນິກ​ສະ​ເພາະ​ຂະ​ແໜງ​ການ​ໃຫ້ສົມບູບ​ແບບ​ໂດຍ​ໄວ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ຄຸ້ມ​ຄອງ, ຊີ້​ນຳ​ວຽກ​ງານ​ການ​ລົງທຶນພັດທະນາ, ຮັບປະກັນ​ປະສິດທິ​ຜົນ​ການ​ລົງທຶນ, ພັດທະນາ​ຢ່າງ​ສົມ​ດຸນ​ແລະ​ກົມກຽວ​ໂດຍ​ລວມລະຫວ່າງ​ບັນດາ​ຂົງ​ເຂດ. ຕາມ​ນັ້ນ, ຕ້ອງການ​ຄົ້ນຄວ້າ​ເພື່ອ​ເພີ່ມ​ເຕີມ, ດັດ​ແປງຍົກ​ສູງ​ຄຸນ​ນະພາ​ບ ​ແລະ ມີ​ວິ​ໄສ​ທັດ​ໄລຍະ​ຍາວ ສຳລັບການວາງ​ແຜນ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ, ຮັບປະກັນ​ຄວາມ​ສອດຄ່ອງ​ກັບ​ບັນດາ​ແຜນການ​ຂະ​ແໜງ​ການ​ແຫ່ງ​ຊາດ ຕາມ​ກົດໝາຍ​ການວາງ​ແຜນທີ່​ອອກ​ໃໝ່.

ທີ​ຫ້າ, ຄົ້ນຄວ້າ​ເພື່ອ​ເພີ່ມ​ເຕີມ, ປັບປຸງ​ບູລະນະ​ກົດໝາຍທີ່​ດິນ ​ແລະ ປະຕິບັດ​ຢ່າງ​ເຂັ້ມ​ງວດ​ບັນດາ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ທີ່​ດິນ ສຳ​ລັບ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ດ້ານ​ຄົມມະນາຄົມ. ພ້ອມ​ກັນ​ນັ້ນ, ປ່ຽນ​ແປງ​ໃໝ່​ນະ​ໂຍບາຍ​ພາສີ​ການ​ນຳ​ໃຊ້​ທີ່​ດິນ ​ແລະ​ຂໍ້​ກຳນົດ​ຕ່າງໆ​ ກ່ຽວ​ກັບການ​ສະໜັບສະໜູນ​ລາຄາ, ການ​ຊົດ​ເຊີນ​ການ​ເກັບ​ກູ້​ພື້ນ​ດິນ, ຮັບປະກັນ​ຄວາມຍຸດຕິ​ທຳ ​ແລະ​ຄວາມ​ຍືດຫຍຸ່ນຕາມ​ມູນ​ຄ່າ​ຕະຫຼາດ.

ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ແລະ​ຊີ້​ນຳ​ຢ່າງ​ໃກ້ຊິດ​ຂອງ​ພັກ​ແລະ​ລັດ​ຫວຽດນາມ, ການ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ແລະທ້ອງ​ຖິ່ນ, ຂະ​ແໜງ​ການ​ຄົມມະນາຄົມ​ຂົນ​ສົ່ງ​ຈະຕັ້ງໜ້າ​ພະຍາຍາມ​ ສູ້​ຊົນ​ເພື່ອສຳ​ເລັດ​ໜ້າ​ທີ່​ພັດທະນາ​ລະບົບ​ໂຄງ​ສ້າງ​ພື້ນຖານດ້ານ​ຄົມມະນາຄົ​ມ ທີ່​ຄົບ​ຊຸດ​ແລະ​ທັນ​ສະ​ໄໝ, ສ້າງ​ຕັ້ງ​ໄດ້​ໂຄງ​ສ້າງ​ການ​ຂົນ​ສົ່ງທີ່​ສົມ​ເຫດ​ສົມ​ຜົນ, ປະຢັດ, ມີ​ປະສິດທິ​ຜົນ ​ແລະ​ມື​ອາຊີບ​ກວ່າ​ທຽບ​ກັບ​ປະຈຸ​ບັນ, ປະກອບສ່ວນ​ປະຕິບັດສຳ​ເລັດ​ເປົ້າ​ໝາຍ​ສູ້​ຊົນ ຫັນ​ປະ​ເທດ​ຫວຽດນາມ​ໄດ​ຍພື້ນຖານ​ໃຫ້​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ ໃນໄລຍະຈະມາເຖິງ./.

_____________________

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ສະບັບ​ທີ 941 (​ເດືອນ​ພຶດສະພາ 2020)