ວກ. - ​ເພື່ອ​ປະກອບສ່ວນ​ສຳຄັນ​ ເຂົ້າ​ໃນ​ການ​ກີດ​ກັ້ນ​ແລະ​ຍູ້​ຖອຍ​ ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ​ ​ໃນ​ພະນັກງານສະມາ​ຊິກ​ພັກ​ ໃນ​ປະຈຸ​ບັນ, ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ວຽກ​ງານ​ແນວ​ຄິດ, ການ​ຕໍ່ສູ້​ຕ້ານ​ລັດທິ​ເອກະ​ຊົນ, ຕ້ານ “ພະຍາດ” ສວຍ​ໂອກາດ ​ແລະ​ຜົນ​ປະ​ໂຫຍ​ດນິຍົມ. ​ໃນ​ນັ້ນ, ຕ້ອງ​ປະຕິບັດ​ບັນດາ​ວິທີ​ແກ້​ໄຂ​ທີ່​ມີ​ລັກສະນະ​ພື້ນຖານ ​ແລະ​ຮອບດ້ານ​ເຊັ່ນ ສ້າງ​ແລະ​ປະຕະບັດ​ຢ່າງ​ເຂັ້ມ​ງວດ ການ​ຝຶກ​ອົບຮົມ​ແລະ​ບຳລຸງ​ສ້າງ ຄຸນນະທຳ ສິນທຳ ແລະວິຖີຊີວິດ ໃຫ້ແກ່ພະນັກງານ ສະມາຊິກພັກ; ຕໍ່ສູ້​ຢ່າງ​ເດັດດ່ຽວກັບ ​ແນວ​ຄິດ​ຝືນ​ວັດທະນະທຳ, ຜິດ​ຈັນ​ຍາ​ບັນ; ປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ, ​ເປັນ​ປົກກະຕິ ​ແລະ ປະຕິບັດ​ການ​ຕິ​ຊົມ​ຕົນ​ເອງແລະ​ຕິ​ຊົມ ​ຢ່າງ​ເຂັ້ມ​ງວດ...

ສະຫາຍເຈິ່ນກວັກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງ ແລະ ບັນດາການນຳຂອງພັກແລະລັດ ຢ້ຽມຊົມການວາງສະແດງ “95 ປີແຫ່ງໜັງສືພິມປະຕິບັດຫວຽດນາມ” _ແຫຼ່ງ: Vietnamplus.vn

ບົດບາດ​ຂອງຄຸນສົມບັດ​ສິນ​ທຳ​ແລະ​ວິຖີ​ຊີວິດ​ ໃນ​ຊີວິດ​ສັງຄົມ

ຄຸນສົມບັດສິນ​ທຳ​ແມ່ນ​ຮູບ​ແບບ​ໜຶ່ງ​ຂອງ​ສະຕິ​ສັງຄົມ, ​ແມ່ນ​ການ​ລວມກັນ​ຂອງ​ຫຼັກການ, ກົດ​ລະບຽບ, ມາດຕະຖານໃນການພົວພັນລະຫວ່າງຄົນກັບຄົນ, ລະຫວ່າງ​ບຸກຄົນ​ແລະສັງ​ຄົມ. ຍ້ອນມີຄຸນສົມບັດສິນທຳ, ຜູ້ຄົນ​ຈຶ່ງ​ບໍ່​ເຮັດ​ສິ່ງ​ທີ່ຂັດ​ກັບ​ຄຸນຄ່າ​ທົ່ວ​ໄປ​ຂອງ​ສັງຄົມ ເຊິ່ງຖືກກຳນົດໄວ້ໃນມາດຕະຖານ; ຊ່ວຍ​ໃຫ້​ສັງຄົມຮັກສາ​ສະຖຽນ​ລະ​ພາບ ​ແລະ​ພັດທະນາ​ຢ່າງ​ເປັນ​ລະບຽບ, ບັນດາ​ການ​ພົວພັນ​ທາງ​ສັງຄົມ​ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງກົມກຽວ. ການສະ​ແດງ​ອອກ​ທີ່​ຊັດ​ເຈນ​ທີ່​ສຸດ​ຂອງ​ສິນ​ທຳ​ແມ່ນ ການ​ປະຕິບັດ​ຕາມ​ມາດຕະຖານ​ທາງ​ສິນ​ທຳ ​ໂດຍ​ແຮງ​ກະ​ຕູ້ນຂອງ​ມະ​ໂນ​ທຳ ສຳນຶກ​ໃນ​ຕົນ​ເອງ ​ແລະ ໜ້າ​ທີ່​ອັນ​ສັກສິດ, ດັ່ງ​ນັ້ນ​ຈຶງ​ໄດ້ປ່ອຍ​ພະລັງງານ​ພາຍ​ໃນ​ທັ້ງໝົດ​ອອກ​ມາ​ສູງ​ສຸດ ​ເພື່ອຮັບ​ໃຊ້​ອຸ​ດົມການ​ປະຕິວັດ, ຮັບ​ໃຊ້ປະ​ເທດ​ຊາດ-ປະຊາຊົນ, ອຸທິດຕົນ​ເພື່ອ​ຄຸນຄ່າທີ່ຖືກຕ້ອງ, ລວມທັງການເສຍສະຫຼະຊີວິດ. ຄຸນສົມບັດສິນ​ທຳ​ແມ່ນສິ່ງ​ຊ່ວຍ​ຊູ, ຄ້ຳ​ຈູ​ນພອນ​ສະຫວັນ​​ໃຫ້ພັດທະນາ​ຕາມ​ທິດ​ທາງ​ທີ່​ຖືກ​ຕ້ອງ, ຮັບ​ໃຊ້ຈຸດປະສົງທີ່​ສູງ​ສົ່ງ ​ເພື່ອ​ພັດທະນາຄົນ​ແລະ​ສັງຄົມ. ປັດ​ໄຈ​ທີ່​ສະ​ແດງ​ຄຸນ​ນະ​ທຳ​ສິນ​ທຳ​ຂອງ​ມະນຸດ​ຢ່າງ​ຈະ​ແຈ້ງ​ແມ່ນ​ວິຖີ​ຊີວິ​ດ, ​ແມ່ນ​ຂະ​ບວນການສ້າງ​ແລະ​ສະ​ແດງຄຸນຄ່າທາງສິນທຳພາຍນອກຂອງແຕ່ລະບຸກຄົນ(1). ວິຖີ​ຊີ​ວັດ​ຂອງ​ມະນຸດ​ກໍ​ແມ່ນຂະ​ບວນການ​ປະຕິບັດ​ບັນດາ​ຄຸນຄ່າ​ທາງ​ວັດທະນະທຳ ໂດຍຜ່ານການ ດຳລົງຊີວິດ.

ຊາວ​ຫວຽດນາມ​ໃຫ້​ຄວາມ​ສຳຄັນ​ທີ່​ສຸດ​ຕໍ່​ຄຸນສົມບັດ​ສິນ​ທຳ​ແລະ​ວິຖີ​ຊີວິດ. ສິນທຳ​ຖື​ວ່າ​ເປັນໜຶ່ງໃນສາມຄຸນຄ່າຄື ຄວາມຈິງ - ຄວາມດີ - ຄວາມງາມ ທີ່ຜູ້ຄົນມັກ​ມຸ່ງ​ຫວັງ. ວິວັດທະນາ​ການ​ປະຫວັດສາດ - ວັດທະນະທຳ​ຂອງ​ຊາດ ຕັ້ງ​ແຕ່​ຍຸກ​ສະ​ໄໝ ຮຸ່ງ​ເວື​ອງ ຈົນ​ເຖິງ​ຍຸກ​ສະ​ໄໝ ​ໂຮ່ຈີ​ມິນ ​ໄດ້​ເປັນ​ສັກຂີ​ພະຍານ​ຄົນ​ຫຼາຍ​ຮຸ່ນ​ສືບ​ທອດ​ກັນ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ​ຕ້ານ​ການ​ຮຸກ​ຮານ​ຈາກ​ຕ່າງປະ​ເທດ ​ເພື່ອສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຂະ​ບວນການ​ນີ້​ໄດ້​ຝຶກ​ຝົນ​ຫຼໍ່​ຫຼອມ​ໃຫ້​ປະຊາຊົນ​ຫວຽດນາມ​ມີ​ມູນ​ເຊື້ອ​ຈະລິ​ຍະ​ທຳ​ທີ່​ດີງາມ​ເຊັ່ນ: “ນ້ຳ​ໃຈ​ຮັກ​ຊາດ​ອັນ​ແຮງ​ກ້າ, ​ເຈດ​ຈຳນົງ​ຂອງ​ຊາດ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​​ຂອງຕົນ​ເອງ, ຄວາມ​ສາມັກຄີ, ສະຕິ​ຊຸມ​ຊົນ​ໃນ​ການເຊື່ອມຕໍ່ບຸກຄົນ - ຄອບຄົວ - ບ້ານ - ປະເທດ; ຄວາມ​ເມດ​ຕາ​ກະລຸນາ, ຄວາມ​ອະນຸ​ໂລມ​ຜ່ອນຜັນ, ​ເຄົາລົບ​ຄວາມ​ຮັກອາລົມ ຄຸນ​ທຳ, ມີ​ຄວາມ​ດຸ​ໝັ່ນ ປະດິດສ້າງ​ໃນ​ການ​ອອກ​ແຮງ​ງານ; ​ຄວາມ​ລະ​ອຽດອ່ອນ​ໃນ​ພຶດຕິ​ກຳ, ຄວາມ​ລຽບ​ງ່າຍ​ໃນ​ການ​ດຳລົງ​ຊີວິດ”(2).

​ໂດຍ​ສືບ​ທອດ​ສິ່ງ​ທີ່​ດີງາມ​ໃນ​ຄຸນສົມບັດ​ສິນ​ທຳ​ຂອງ​ຊາດ, ປະທານ​ໂຮ່ຈີ​ມິນ​ໄດ້ປະດິດ​ສ້າງ​ຄຸນສົມບັດ​ໃໝ່ ທີ່​ສອດຄ່ອງ​ກັບ​ຄວາມ​ເປັນ​ຈິງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ພັດທະນາ​ຂອງ​ສັງຄົມ​ຫວຽດນາມ ​ແລະ​ຄວາມ​ກ້າວໜ້າ​ຂອງ​ສັງຄົມ​ມະນຸດ, ນັ້ນ​ແມ່ນຄຸນສົມບັດປະຕິວັດ, ຄຸນສົມບັດ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອ​ງພັກ, ຂອງ​ຊາດ, ຂອງ​ມະນຸດຊາດ (3). ຄຸນສົມບັດ​ປະຕິວັດກຳນົດທິດ​ທາງ​ໃຫ້ຜູ້ຄົນດັດປັບພຶດຕິກຳຕົວ​ເອງ ​ເພື່ອຜ່ານ​ຜ່າການລໍ້ລວງທຸກຢ່າງ, ເອົາຊະນະລັດທິ​ເອກະ​ຊົນ, ຮູ້​ຈັດຕັ້ງ​ຜົນ​ປະ​ໂຫຍ​ດຂອງ​ພັກ, ຂອງ​ປະ​ເທດແລະ​ຂອງ​ປະຊາຊົນຜູ້​ອອກ​ແຮງ​ງານ ຢູ່​ເທິງ​ແລະ​ກ່ອນ​ຜົນ​ປະ​ໂຫຍດສ່ວນຕົວ​ຂອງ​ຕົນ​ເອງ ​ເຊິ່ງສູງ​ທີ່​ສຸດ​ແມ່ນ “​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ລວມ, ບໍ່​ເຫັນ​ແກ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ”(4). ປະທານ​ໂຮ່ຈີ​ມິນ​ເຄີຍ​ຕັກ​ເຕືອນ​ແລະຮຽກຮ້ອງ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມຕ້ອງ​ສົມ​ກັບ​ “​ແມ່ນຄຸນສົມບັດ​ສິນ​ທຳ, ​ແມ່ນ​ອະລິຍະ​ທຳ”; “ສະມາຊິກ​ພັກ​ແລະ​ພະນັກງານ​ທຸກ​ຄົນ​ ຕ້ອງ​ເຊື່ອມ​ຊຶມຄຸນສົມບັດ​ປະຕິວັດ ຢ່າງ​ແທ້​ຈິງ, ຕ້ອງ​ດຸ​ໝັ່ນ ປະຢັດ ຊື່ສັດ ທ່ຽງ​ທຳ, ​ເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ. ຕ້ອງ​ຮັກສາ​ພັກ​ໃຫ້​ສະອາດ​ປອດ​ໃສ, ຕ້ອງ​ສົມ​ກັບ​ເປັນ​ຜູ້ນຳ, ຜູ້​ຮັບ​ໃຊ້​ທີ່ສັດ​ຊື່​ຂອງ​ປະຊາຊົນ”(5). ປະທານ​ໂຮ່ຈີ​ມິນ​ໄດ້​ສ້າງ​ແລະ​ຖ່າຍ​ທອດລະບົບ​ທັດສະນະ​ກ່ຽວ​ກັບ​ຄຸນສົມບັດປະຕິວັດ ​ແລະ ປະທານ​ໂຮ່ຈີ​ມິນ​ເອງ​ກໍ​ເປັນ​ແບບຢ່າງທີ່​ສະຫວ່າງ ​ໃສ​ແຈ້ງກ່ຽວ​ກັບການປະຕິບັດຄຸນສົມບັດປະຕິວັດນັ້ນ. ບັນດາ​ມາດຕະຖານ​ຄຸນສົມບັດທີ່​ປະທານ​ໂຮ່ຈີ​ມິນຊີ້​ອອກ​ມາ​ນັ້ນ ​ໄດ້​ກາຍ​ເປັນ​ມາດຕະຖານ​ຄຸນສົມບັດ​ໃນ​ສັງຄົມ​ຫວຽດນາມ​ໃນຍຸກ​ປະຈຸ​ບັນ.

ປະທານ​ໂຮ່ຈີ​ມິນສອນ​ວ່າ, ສຳລັບ​ພະນັກງານ ສະມາຊິກ​ພັກ, ຄຸນສົມບັດ​ສິນ​ທຳ​ “ແມ່ນກົກ​ເຄົ້າ, ສຳຄັນ​ທີ່​ສຸດ. ຖ້າ​ບໍ່​ມີ​ຄຸນສົມບັດ​ປະຕິວັດ, ​ຄວາມ​ສາມາດຈະບໍ່​ມີ​ປະ​ໂຫຍດ”(6). ​ເພິ່ນ​ເວົ້າ​ວ່າ: “ຄື​ກັນ​ກັບ​ແມ່​ນ້ຳ​ຕ້ອງ​ມີ​ແຫຼ່ງຈຶ່ງ​ມີ​ນ້ຳ, ຖ້າ​ບໍ່​ມີ​ແຫຼ່ງ​ແມ່​ນ້ຳ​ຈະ​ບົກ​ແຫ້ງ. ຕົ້ນ​ໄມ້​ຕ້ອງ​ມີ​ກົກ​ຮາກ, ບໍ່​ມີ​ຮາກ​ຕົ້ນ​ໄມ້​ຈະ​ຫ່ຽວ​ແຫ້ງ. ນັກປະຕິວັດຕ້ອງມີຄຸນສົມບັດ, ບໍ່​ມີ​ຄຸນສົມບັດ ​ເຖິງ​ວ່າຈະ​ມີ​ຄວາມ​ສາມາດ​ພຽງ​ໃດ​ກໍ​ບໍ່​ນຳພາ​ປະຊາຊົນ​ໄດ້​. ຍ້ອນ​ວ່າ​ ຢາກ​ປົດ​ປ່ອຍ​ຊາດ, ການ​​ປົດ​ປ່ອຍ​ມະນຸດຊາດ​ແມ່ນ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່, ​ແຕ່​ຕົນ​ເອງ​ບໍ່​ມີ​ສິນ​ທຳ ບໍ່​ມີ​ພື້ນຖານ, ຕົນເອງໄດ້ເສື່ອມໂຊມເສຍທາດ ຈະເຮັດອີຫຍັງກໍບໍ່ໄດ້”(7). ​ເພິ່ນ​ໄດ້​ຢືນຢັນ: “ທຸກສິ່ງທຸກຢ່າງປະສົບຜົນສຳເລັດຫລືລົ້ມ​ເຫຼວ, ສາ​ເຫດ​ຫຼັກມາ​ຈາກ​ການ​ທີ່ພະນັກງານ​ຈະ​ເຊື່ອມ​ຊຶມ​ຄຸນສົມບັດ​ປະຕິວັດ​ຫຼື​ບໍ່”(8). ຂາດ​ຄຸນສົມບັດ​ແມ່ນ​ສາ​ເຫດ​ຂອງ​ປະກົດ​ການ​ຫຍໍ້​ທໍ້​ເລວຊາມ​ຢູ່​ໃນ​ພັກ​ແລະ​ໃນ​ສັງຄົມ. ​ເພິ່ມ​ຊີ້​ແຈງ​ວ່າ: “ຍ້ອນ​ຂາດ​ຄຸນສົມບັດ​ປະຕິວັດ, ຂາດ​ຄວາມ​ຮັບຜິດຊອບ ຈຶງມີ​ການ​ກະທຳ​ຜິດ​ເຊັ່ນ ການ​ລັກ​ໂລບ​ຊັບ​ສິນ​ສາທາລະນະ, ການ​ສິ້ນ​ເປືອ​ງ​ເງິນ​ແລະ​ວັດຖຸ​ສິ່ງ​ຂອງ ​ຂອງ​ລັດ​ແລະ​ຂອງ​ລວມໝູ່, ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ການ​ພັດທະນາ​ເສດຖະກິດແລະວັດທະນະທຳ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ”(9). ​ເພິ່ນ​ໄດ້​ກ່າວ​ເຕືອນ​ວ່າ: “ຕໍ່ໜ້າ​ມວນ​ຊົນ, ມັນບໍ່ຄືກັບເຮົາຂຽນຄຳ​ວ່າ “ກອມ​ມູນິດ” ຢູ່​ໜ້າຜາກ ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຮັກ​ແພງ​ຈາກ​ພວກ​ເຂົາ. ມວນ​ຊົນ​ພຽງ​ແຕ່​ຮັກ​ແພງ​ຜູ້​ທີ່​ມີ​ຄຸນ​ລັກສະນະດີ​ແລະສິນທຳ​ເທົ່າ​ນັ້ນ”(10); “ຊາດ​ໜຶ່ງ, ພັກ​ໜຶ່ງ ​ແລະ ​ແຕ່ລະຄົນ, ມື້ວານ​ນີ້ຍອດ​ຢ້ຽມ​ຍິ່ງ​ໃຫຍ່, ມີ​ແຮງ​ດຶງ​ດູດ​ທີ່​ດີ, ບໍ່​ແນ່ນອນ​ໃນ​ມື້​ນີ້​ແລະ​ມື້​ອື່ນຍັງ​ຈະ​ໄດ້​ຮັບ​ຄວາມ​ຮັກ​ແພງ​ແລະ​ການ​ຍ້ອງຍໍ​ຈາກ​ທຸກ​ຄົນ, ຖ້າຫົວໃຈຂອງພວກເຂົາບໍ່ບໍລິສຸດອີກຕໍ່ໄປ, ຖ້າຕົກຢູ່​ໃນ​ລັດທິ​ເອກະ​ຊົນ”(11).

​ເພື່ອ​ໃຫ້ການໝູນ​ໃຊ້​ຄຸນສົມບັດ​ປະຕິວັດ​ເຂົ້າ​ໃນ​ຊີວິດ, ​ເໝາະ​ກັບ​ແຕ່ລະສະຖານະ​ການສະ​ເພາະ, ປະທານ​ໂຮ່ຈີ​ມິນ​ໄດ້​ມີຄວາມຮຽກຮ້ອງຕ້ອງການສະເພາະສຳລັບແຕ່ລະ​ເປົ້າ​ໝາຍ. ພະນັກງານ, ສະມາຊິກພັກມີມາດຕະຖານທີ່ແຕກຕ່າງກັນ, ອາ​​ໄສ​ແລະ​ເຮັດ​ວຽກ​ຢູ່​ໃນ​ສະພາບ​ແວດ​ລ້ອມທີ່ແຕກຕ່າງກັນ, ​ແຕ່​ວ່າ​ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ທົ່ວ​ໄປຄື ຕ້ອງ​ສົມ​ກັບ​ເປັນ​ຜູ້​ຮັບ​ໃຊ້ຂອງປະຊາຊົນ - ​ເປັນ​ຜູ້​ທີ່​ທັງ​ຮັບ​ໃຊ້​ປະຊາຊົນ, ທັງ​ນຳພາ​ປະຊາຊົນ​ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ​ເພື່ອ​ກໍ່ສ້າງສັງຄົມ​​ໃຫ້ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸດຕິ​ທຳ​ແລະ​ສີວິ​ໄລ”. ການ​ປະຕິວັດ​ແມ່ນ​ພາລະກິດ​ຂອງ​ທົ່ວ​ປວງ​ຊົນ, ​ແຕ່​ພະນັກງານ ສະມາຊິກ​ພັກຕ້ອງ​ເປັນ​ແບບຢ່າງ​ໃຫ້​ປະຊາຊົນ​ເຊື່ອຖື, ປະຊາຊົນ​ຮັກ​ແພງ, ປະຊາຊົນ​ເຮັດ​ຕາມ​.

ສາມາດຢັ້ງຢືນ​ໄດ້​ວ່າ, ຄຸນສົມບັດສິນທຳແມ່ນຮາກຖານຂອງມະນຸດຕະຫຼອດການ, ເຖິງແມ່ນວ່າ ມາດຕະຖານດ້ານສິນທຳຈະ​ມີ​ລັກສະນະປະຫວັດສາດ - ສະ​ເພາະ​ກໍ​ຕາມ. ​ໃນວິວັດການປະຕິບັດພາລະກິດນຳພາການປະຕິວັດຫວຽດນາມ ເພື່ອຕໍ່ສູ້ເພື່ອເປົ້າໝາຍ ເອກະລາດແຫ່ງຊາດ ຕິດພັນກັບລັດທິສັງຄົມນິຍົມ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ ຕໍ່​ການກໍ່ສ້າງ​ແລະ​ປັບປຸງ​ພັກ, ຝຶກ​ຝົນ​ຫຼໍ່​ຫຼອມ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ, ຕໍ່ສູ້​ປ້ອງ​ກັນ​ແລະ​ກີດ​ກັ້ນປະກົດ​ການ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ, “ການປ່ຽນ​ແປງ​ຕົນ​ເອງ”, “ການຜັນ​ປ່ຽນ​ຕົນ​ເອງ” ຢູ່​ພາຍ​ໃນ, ຖື​ວ່າ​ນີ້​ແມ່ນ​ວຽກ​ງານ​ຫຼັກ, ມີລັກສະນະ​ຕັດສິນ​ຊີ້​ຂາດ​ຕໍ່​ການ​ຢູ່​ລອດ​ຂອງ​ພັກ​ແລະ​ຂອງ​ລະບອບ​ການ​ເມືອງ. ນີ້​ແມ່ນ​ບັນຫາ​ພື້ນຖານ ​ຍາວນານ, ທັງ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການອັນ​ຮີບ​ດ່ວນ​ໃນ​ແນວ​ຮົບ​ແນວ​ຄິດ - ວັດທະນະທຳຂອງ​ພັກ​ໃນ​ປະຈຸ​ບັນ.

ສະຖານະ​ການທາງ​ຄຸນສົມບັດ​ສິນ​ທຳ​ແລະ​ວິ​ຖີຊີວິດ ​ໃນ​ໝູ່​ພະນັກງານ, ສະມາຊິກ​ພັກ​ ໃນ​ປະຈຸ​ບັນ

ປະຈຸບັນ, ພະນັກງານແລະສະມາຊິກພັກສ່ວນຫຼາຍ ​ໄດ້ຕັ້ງ​ໝັ້ນ​ໃນ​ຈຸດໝາຍ ອຸດົມ​ການ​ເອກະລາດ​ແຫ່ງ​ຊາດ ຕິດພັນກັບລັດທິສັງຄົມນິຍົມ, ​ເສີມ​ຂະຫຍາຍ​ລັດທິ​ຮັກ​ຊາດ, ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຕໍ່​ພັກ, ຂົນຂວາຍ ອົບຮົມ​ສຶກສາ​ແລະ​ຈັດ​ຕັ້ງ​ມະຫາຊົນ​ປະຕິບັດ​ໂຄງການ​ການ​ເມືອງ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງລັດ. ພະນັກງານ​ນຳພາ ຄຸ້ມ​ຄອງ​ສ່ວນ​ໃຫຍ່​ ມີ​ຄວາມ​ຮັບ​ຮູ້​ຈະແຈ້ງ ​​ກ່ຽວ​ກັບພັນທະ​ແລະຄວາມ​ຮັບຜິດຊອບ, ມີສະຕິ​ໃນ​ການ​ຝຶກ​ຝົນ​ຫຼໍ່​ຫຼອມດ້ານຄຸນ​ລັກສະນະ ສິນ​ທຳ ​ແລະ ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນ; ຍົກ​ສູງ​ຄວາມ​ສາມາດ​ດ້ານ​ວິຊາ​ສະ​ເພາະ ​ແລະຄວາ​ມາ​ມາດ​ນຳພາ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ສາມາດ​ຈັດ​ຕັ້ງປະຕິບັດ, ​ເຂົ້າ​ເຖິງ​ແລະ​ແກ້​ໄຂ​ເປັນ​ຢ່າງ​ດີ​ ບັນດາ​ໜ້າ​ທີ່ຂອງ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ແລະ​ເຊື່ອມ​ໂຍງ​ສາກົນ. ພະນັກງານ​ຫຼັກ​ແຫຼ່ງຫຼາຍ​ຄົນ​ ໃນ​ບັນດາ​ຂັ້ນ, ຂະ​ແໜງ​ການ ​ໄດ້ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ເຖິງຄວາມຕັ້ງ​ຕໍ່​ບໍລິສຸດ, ຄວາມ​ຮັບຜິດຊອບ, ຂະຫຍັ​ນຂັນ​ເຄື່ອນ, ປະດິດ​ສ້າງ, ກ້າ​ຄິດ ກ້າ​ເຮັດ, ມີ​ວິທີ​ເຮັດ​ວຽກ​ແບບ​ປະຊາທິປະ​ໄຕ, ມີ​ຄວາມ​ຕັດສິນ​ໃຈ, ຄວາມ​ກ້າຫານ​ທາງ​ການ​ເມືອງ ​ໃນ​ການ​ປະຕິບັດພາລະ ໜ້າ​ທີ່. ພວກ​ເຂົາ​ຍຶດໝັ້ນ​ຄຸນສົມບັດ​ປະຕິວັດສະ​ເໝີ, ຊື່ສັດ ລຽບ​ງ່າຍ ​ໃກ້ຊິດ​ກັບ​ປະຊາຊົນ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ; ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ, ມີ​ແຮງ​ດຶງ​ດູດ​ປະຊາຊົນ​ໃນ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ປະສົບ​ຄວາມ​ສຳ​ເລັດ​ທີ່​ສຳຄັນ​ຫຼາຍ​ຢ່າງ ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ. ຫຼາຍ​ຄົນ​ໃນ​ຈຳນວນ​ນັ້ນ​ ໄດ້​ກາຍ​ເປັນ​ແບບຢ່າງ​ໃນ​ການ​ຮຽນ​ຮູ້ ​ແລະ​ປະຕິບັດ​ຕາມແນວຄິດ, ຄຸນສົມບັດສິນທຳ ແລະແບບ​ແຜນໂຮ່ຈີມິນ. 

ໂດຍທົ່ວໄປ, ໃນທຸກໆດ້ານຂອງຊີວິດສັງຄົມ, ການ​ກໍ່ສ້າງ​ຜູ້​ຄົນ​ໃໝ່​ແລະ​ສັງຄົມ​ໃໝ່​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ. ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ຄວາມ​ປະດິດ​ສ້າ​ງຂອງ​ບັນດາ​ຊັ້ນ​ຄົນ​ປະຊາຊົນ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ນັບ​ມື້ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ, ວຽກ​ງານ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ ມີ​ການ​ຜັນ​ປ່ຽນ​ຢ່າງ​ຈະ​ແຈ້ງ, ນຳ​ເອົາ​ສິດ​ແລະ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ປະຊາຊົນ. ຊີວິດ​ວັດທະນະທຳ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ມະຫາຊົນ​ສ່ວນ​ໃຫຍ່​ເຊື່ອໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ​ເບີກບານ​ມ່ວນ​ຊື່ນກັບ​ຜົນສຳ​ເລັດ​ຂອງ​ປະ​ເທດ. ຄວາມ​ສາມັກຄີ, ຄວາມ​ຮັກ​ແພ​ງຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ, ຈິດ​ສຳນຶກ​ກ່ຽວ​ກັບ​ຄຸນຄ່າ​ທາງ​ມູນ​ເຊື້ອ​ປະຫວັດສາດ​ຂອງ​ຊາດ, ການ​ຮັກສາ​ແລະ​ເສີມ​ຂະຫຍາຍ​ເອກະລັກ​ວັດທະນະທຳ​ຂອງ​ຊາດ​ ໄດ້​ຮັບ​ຄວາມ​ນັບຖື​ເອົາ​ໃຈ​ໃສ່ ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ປະຊາຊົນ​ນັບ​ມື້​ນັບ​ຫຼາຍ ​ມີ​ຄວາມ​ສົນ​ໃຈຮຽນ​ຮູ້​ແຜນ​ນະ​ໂຍບາຍ ມະຕິຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ​ແລະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສັງຄົມ. ບັນດາ​ຂະ​ບວນການເຄື່ອນໄຫວມຸ່ງໄປສູ່ກົກ​ເຄົ້າ, ອາສາ​ສະໝັກ, ສ້າງບ້ານເກີດເມືອງນອນທີ່ຮັ່ງມີເຂັ້ມແຂງ ແລະຄອບຄົວ​ທີ່ຖືກຕ້ອງ​ປອງ​ດອງ​ກັນ, ຂະ​ບວນການ “ປວງ​ຊົນ​ສະມັກ​ຄີກັນ​ກໍ່ສ້າງ​ຊີວິດ​ວັດທະນະທຳ” ​ໄດ້​ຮັບ​ການ​ຕອບ​ສະໜອງ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ຄົນ. ນັບຕັ້ງແຕ່ການ​ກຳ​ເນີ​ດຂອງ​ພັກ​ຈົນ​ເຖິງປະຈຸບັນ, ຄຸນສົມບັດ​ປະຕິວັດ ເມື່ອ​ໄດ້​ຮັບ​ການ​ອົບຮົມສຶກສາຢ່າງເລິກເຊິ່ງ, ມີຄວາມໝາຍກຳນົດ​ທິດ​ທາງ​ການ​ປະພຶດຂອງມະນຸດ, ໄດ້ນຳມາເຊິ່ງການປ່ຽນແປງທີ່​ມີ​ລັກສະນະປະຕິວັດ ໃນການ​ອອກ​ແຮງ​ງານ, ການຜະລິດແລະການຕໍ່ສູ້, ໃນການເຮັດວຽກແລະຊີວິດປະຈຳວັນ ຂອງພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ, ປະກອບສ່ວນ​ໂດຍ​ກົງ​ ເຂົ້າ​ໃນ​ການ​ຮັບປະກັນ​ໄຊຊະນະຂອງ​ການ​ປະຕິວັດ​ຊາດ ​ປະຊາທິປະ​ໄຕ​ ປະຊາຊົນ ​ແລະ ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ມີ​ຄວາມ​ໝາຍ​ປະຫວັດສາດ​ ຂອງ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະພາບ​ການ​ເສື່ອ​ມ​ໂຊມ​ທາງດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນທຳ, ວິຖີ​ຊີວິດ​ໃນ​ພະນັກງານ ​ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ ກໍ​ໄດ້​ສົ່ງ​ຜົນ​ກະທົບ​ຫຍໍ້​ທໍ້​ເຖິງ​ພາລະກິດ​ການ​ປະຕິວັດ​ຂອງ​ພັກ. “ສະພາບ​ການ​ເສື່ອ​ມ​ໂຊມ​ທາງດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນທຳ, ວິຖີ​ຊີວິດ​ ຂອງ​ພະນັກງານ ​ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ນ້ອຍ ​ແລະ ພະຍາດ​ອາດຍາ​ສິດ, ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ ຍັງ​ບໍ່​ທັນ​ຖືກ​ຍູ້​ຖອຍ. ອາຊະຍາກຳແລະຄວາມຊົ່ວຮ້າຍທາງສັງຄົມ ຍັງສັບສົນຢູ່; ສິນລະ​ທຳ​ທາງ​ສັງຄົມ​ມີ​ຂໍ້​ເສຍ​ທີ່​ຮ້າຍ​ແຮງ. ປະຊາທິປະ​ໄຕ​ສັງຄົມ​ນິຍົມ ​ແລະ ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ຍັງ​ບໍ່​ໄດ້​ຮັບ​ການ​ສົ່ງ​ເສີມ​ຢ່າງ​ເຕັມ​ສ່ວນ; ລະບຽບ​ວິ​ໄນ​ບໍ່​ເຄັ່ງ​ຄັດ”(12).

ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XII “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ແລະປັບປຸງ​ພັກ; ກີດ​ກັ້ນ​ແລະ​ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ, ບັນດາ​ປະກົດ​ການ “ປ່ຽນ​ແປງ​ຕົນ​ເອງ”, “ຜັນ​ປ່ຽນ​ຕົນ​ເອງ” ຢູ່​ພາຍ​ໃນ” ​ໄດ້​ຊີ້​ໃຫ້​ເຫັນ​ແຈ້ງ ​ບັນດາ​ປະ​ກົດ​ການຂອງການເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ ​ໃນ​ພະນັກງານ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ນ້ອຍ. ສະພາບ​ການ​ເສື່ອ​ມ​ໂຊມນີ້ ​ໄດ້​ກໍ່​ໃຫ້​ເກີດ​ຜົນ​ເສຍ​ຫາຍ​ໃນ​ຫຼາຍ​ດ້ານ: ການ​ສູນ​ເສຍ​ຊັບ​ສິນ, ​ເງິນ​ທຶນ​ຂອງ​ລັດ​ແລະ​ປະຊາຊົນ; ​ເຮັດ​ໃຫ້​ພະນັກງານ ສະມາຊິກ​ພັກ​ຈຳນວນ​ໜຶ່ງ​ເສື່ອ​ມຄຸນ​ເສຍ​ທາດ; ສົ່ງ​ຜົນ​ກະທົບ​ບໍ່​ດີ​ເຖິງ​ບົດບາດ​ການ​ນຳພາ​ຂອງ​ພັກ ​ແລະ​ການ​ຄຸ້ມ​ຄອງ​ຂອງ​ລັດ; ຫຼຸດຜ່ອນຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ພັກ​ແລະ​ລະບອບ​ການ​ເມືອງ; ​ເຮັດ​ໃຫ້​ພາຍ​ໃນ​ຂອງພັກ​ແລະ​ກົງ​ຈັກ​ຂອງ​ລັດ​ອ່ອນ​ເພຍ​ລົງ, ກາຍ​ເປັນ​ໄພ​ຂົ່ມຂູ່​ຕໍ່​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ແລະ ການຢູ່ລອດຂອງພັກແລະລະບອບການ​ເມືອງ. ການເສື່ອ​ມ​ໂຊມ​ທາງ​ດ້ານຄຸນສົມບັດ​ສິນ​ທຳ​ແລະວິຖີ​ຊີວິດ ບໍ່​ພຽງ​ແຕ່ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໝັ້ນຄົງ​, ການ​ພັດທະນາ​ຂອງ​ແຕ່​ລະບຸ​ກຄົນ, ຄອບຄົວ ແລະສັງຄົມ​ເທົ່າ​ນັ້ນ, ​ແຕ່ຍັງສົ່ງ​ຜົນ​ກະທົບ​ຫຍໍ້​ທໍ້​ເຖິງ​ຮູບ​ພາບ​ຊອງ​ປະຊາຊົນ, ປະ​ເທດ​ຫວຽດນາມ​ໃນ​ເວທີ​ສາກົນ​ອີກ​ນຳ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ອຸປະສັກ​ທີ່​ກີດຂວາງ​ການ​ພັດທະນາ​ຂອງ​ສັງຄົມ ​ແລະ​ກິດຈະການ​ປ່ຽນ​ແປງ​ໃໝ່​ປະ​ເທດ. ສາ​ເຫດ​ທີ່​ເລິກ​ເຊິ່ງ ພື້ນຖານ​ຂອງສະຖານະ​ການ​ປະຈຸ​ບັນ​ນີ້​ແມ່ນ ການ​ຂາດ​ການ​ຝຶກ​ຝົນ​ຫຼໍ່​ຫຼອມຄຸນສົມບັດ​ສິນ​ທຳ, ຕົກ​ຢູ່​ໃນ​ລັດທິ​ເອກະ​ຊົນນິຍົມ, ຖືກລໍ້ລວງດ້ວຍຜົນ​ປະ​ໂຫຍ​ດທາງວັດຖຸ, ເງິນຄຳ, ຊື່ສຽງ. ສ່ວນ​ອື່ນ​ອີກ​ ແມ່ນ​ຍ້ອນ​ຄວາມ​ຈົ່ງ​ຈຽມ, ຫຼີກລ່ຽງ, ​ເມີນ​ເສີຍ, ຄວາມ​ບໍ່ສົນ​ໃຈ​ນຳ, ຄວາມຄິດຢ້ານຕຳ​ກັນ, ລັງເລໃຈໃນການຕິ​ຊົມ ກີດ​ກັ້ນການ​ເສື່ອ​ມ​ໂຊມທາງ​ດ້ານຄຸນສົມບັດ​ສິນທຳ ​ໃນຫຼາຍອົງການຈັດຕັ້ງພັກ, ​ໂດຍ​ສະ​ເພາະ​ ສະພາວະ​ທີ່​ເຫັນ​ຖືກ​ບໍ່ປົກ​ປ້ອງ, ​ເຫັນ​ຜິດ​ບໍ່​ຕໍ່ສູ້. ດັ່ງ​ນັ້ນ, ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ວາງ​ອອກ​ມາ​ແມ່ນ ຄວນ​ມີ​ມາດ​ຕະການ​ແກ້​ໄຂທີ່​ເຂັ້ມ​ງວດ​ແຂງ​ແຮງ​ກວ່າ​ອີກ ​ໃນ​ການ​ປ້ອງ​ກັນ, ຕ້ານ​ ແລະສະກັດກັ້ນອາການເສື່ອມເສີຍທາງດ້ານຄຸນສົມບັດສິນທຳ ​ແລະ​ວິ​ຖີຊີວິດຂອງ​ພະນັກງານ ສະມາຊິກ​ພັກ. ນີ້​ແມ່ນ​ໜ້າ​ທີ່​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ເຊິ່ງນຳ​ໜ້າ​ໂດຍ​ວຽກ​ງານ​ແນວ​ຄິດ.

​ເພີ່ມ​ທະວີ​ວຽກ​ງານ​ແນວ​ຄິດ, ຕໍ່ສູ້​ຕ້ານ​ລັດທິ​ເອກະ​ຊົນ, ພະຍາດ​ສວຍ​ໂອກາດ​ໃນ​ທາງ​ປະຕິບັດ,
ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມທາງ​ດ້ານ​ຄຸນສົມບັດ​ສິນ​ທຳ ​ແລະ​ວິຖີ​ຊີວິ​ດ

​ເພີ່ມ​ທະວີ​ວຽກ​ງານ​ແນວ​ຄິດ​ແມ່ນ​ມາດ​ຕະການ​ທີ່​ສຳຄັນ​ ເພື່ອ​ອົບຮົມ​ສຶກສາ​ຄຸນສົມບັດ​ປະຕິວັດ​ໃຫ້ພະນັກງານ ສະມາ​ຊິກພັກ. ລັດທິ​ມາກ-​ເລ​ນິນ ​ແລະ​ແນວ​ຄິດ​ໂຮ່ຈີ​ມິນ​ໄດ້​ຊີ້​ແຈງ​ຄວາມ​ສຳຄັນ​ພິ​ເສດ​ ຂອງວຽກ​ງານ​ແນວ​ຄິດ ຕໍ່​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ແນວ​ຄິດ -  ໜຶ່ງໃນແຫຼ່ງພະລັງ​ແຫ່ງ​ຄວາມສຳເລັດຂອງການປະຕິວັດ. ວ.ອີ. ​ເລ​ນິນ ​ເຄີຍ​ຕັກ​ເຕືອນ​ວ່າ: “ພວກເຮົາຕ້ອງບໍ່ລືມວ່າ ຖ້າ​ບໍ່ມີ​ພື້ນຖານ​ແນວ​ຄິດ​ຮ່ວມ​ກັນ ຈະ​ບໍ່​ສາມາດມີ​​ຄວາມ​ເປັນ​ເອກະ​ພາບ”(13); ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ແນວ​ຄິດ ​ແມ່ນການ​ເຜີຍ​ແຜ່​ແນວ​ຄວາມ​ຄິດບາງຢ່າງທີ່​ແນ່ນອນ - ​ແນວ​ຄິດ​ຂອງ​ຊົນ​ຊັ້ນ​ທີ່​ນຳ​ໜ້າ; ​ແມ່ນ​ການ​ກຳນົດ​ຂອບ​ເຂດ​ຂອງ​ແນວ​ຄິດ (14). ປະທານ​ໂຮ່ຈີ​ມິນກໍ​ໄດ້​ຢືນຢັນ​ວ່າ: “ການອົບຮົມ​ສຶກສາ​ແນວ​ຄິດ​ແລະ​ການ​ນຳພາ​ແນວ​ຄິດ​ແມ່ນ​ວຽກ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພັກ, ຕ້ອງ​ເດັດດ່ຽວ​ຕ້ານ​ກັບ​ນິ​ໄສ​ເບິ່ງ​ເບົາ​ແນວ​ຄິດ”(15).

ຜ່ານ​ກອງ​ປະຊຸມ​ໃຫຍ່ຫຼາຍ​ຄັ້ງ, ພັກ​ກອມ​ມູນິດ​ຫວຽດນາມໄດ້ອອກ​ມະຕິ​ແລະ​ຄຳ​ສັ່ງ​ແນະນຳ​ທີ່​ສຳຄັນ​ຫຼາຍ​ສະບັບ(16) ​ເພື່ອ​ກໍ່ສ້າງ​ແລະ​ປັບປຸງ​ພັກ, ກໍ່ສ້າງ​ຜູ້​ຄົນ​ໃໝ່​ແລະ​ສັງຄົມ​ໃໝ່, ກໍ່ສ້າງ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ​ທີ່​ທັງ “​ແດງ”, ທັງ “ຊຳນານ”. ການ​ຍູ້​ແຮງ​ການປະຕິບັດມະຕິ, ຄຳ​ສັ່ງ​ແນະນຳ​ຂອງ​ພັກ​ໃນ​ລະບົບ​ການ​ເມືອງ​ທັງ​ໝົດ ​ໄດ້​ສ້າງ​ໃຫ້​ມີ​ການ​ປ່ຽນ​ແປງ​ທີ່​ສຳຄັນ​ ໃນ​ຄວາມ​ຮັບ​ຮູ້​ຂອງ​ພະນັກງານ ສະມາຊິກ​ພັກ. ພິ​ເສດ​ແມ່ນ, ຂະ​ບວນການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03-CT/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ “ກ່ຽວ​ກັບ​ການ​ສືບ​ຕໍ່ຍູ້​ແຮງ​ການ​ຮຽນຮູ້ ​ແລະປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ໂຮ່ຈີ​ມິນ” ຕິດ​ກັບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 4 ສະ​ໄໝ​ທີ XI ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”; ຄຳ​ສັ່ງ​ເລກທີ 05-CT/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ“ກ່ຽວ​ກັບ​ການຍູ້​ແຮງ​ການ​ຮຽນຮູ້​ແລະປະຕິບັດ​ຕາມ​​ແນວ​ຄິດ, ຄຸນສົມບັດ ​ແລະ​ແບບ​ແຜນ​ໂຮ່ຈີ​ມິນ; ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 4 ສະ​ໄໝ​ທີ XII “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​​ແລະປັບປຸງ​ພັກ; ກີດ​ກັ້ນ​ແລະຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​​ແນວ​ຄິດການ​ເມືອງ, ຄຸນສົມບັດ, ວິຖີ​ຊີວິດ, ບັນດາ​ປະກົດ​ການ “ປ່ຽນ​ແປງ​ຕົນ​ເອງ”, “ຜັນ​ປ່ຽນ​ຕົນ​ເອງ” ຢູ່​ພາຍ​ໃນ” ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ກີດ​ກັ້ນ​ແລະຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ວິຖີ​ຊີວິດ, ບັນດາ​ປະກົດ​ການ “ປ່ຽນ​ແປງ​ຕົນ​ເອງ”, “ຜັນ​ປ່ຽນ​ຕົນ​ເອງ” ຢູ່​ພາຍ​ໃນ ​ແລະ ນຳ​ມາ​ເຊິ່ງຜົນງານ​ເບື້ອງ​ຕົ້ນ​ທີ່​ດີ.

ພັກ​ກອມ​ມູນິດ​ຫວຽດນາມ​ແມ່ນ​ພັກ​ດຽວ​ທີ່​ກຳ​ອຳນາດ​ລັດ ​ແລະ​ຮັບຜິດຊອບຕໍ່​ບັນດາບັນຫາ​ໃຫຍ່​ທັງ​ໝົດ​ຂອງ​ຊາດ. ດັ່ງ​ນັ້ນ, ​ເພື່ອ​ຕໍ່ສູ້​ກີດ​ກັ້ນ​ແລະ​ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ ​ແມ່ນ​ຕ້ອງ​ເພີ່ມ​ທະວີ​ການ​ກໍ່ສ້າງ​ແລະ​ປັບປຸງ​ພັກ​ຍິ່ງ​ກວ່າ​ອີກ.

ກ່ອນ​ອື່ນໝົດ, ພວກເຮົາຕ້ອງເລີ່ມຈາກ​ບັນຫາ​ການ​ຍົກ​ສູງ​ຄວາມຮັບຮູ້.

ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວກັບຄວາມ​ສຳຄັນ ​ແລະບົດບາດ​ທີ່​ຕັ້ງ ​ຂອງ​ວຽກ​ງານ​ແນວ​ຄິດ​ໃນ​ວຽກ​ງານ​ກໍ່ສ້າງປັບປຸງ​ພັກ ​ເພື່ອ​​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ແນວ​ຄິດ​ໃນ​ທົ່ວ​ພັກ ທົ່ວ​ປວງ​ຊົນ, ​ເຊິ່ງປະທານ​ໂຮ່ຈີ​ມິນ​ໄດ້​ຈັດ​ມັນ​ຢູ່​​ໃນ​ຕຳ​ແໜ່​ງສູງ​ສຸດ: “ວຽກ​ງານນຳພາ​ແນວ​ຄິດ​ແມ່ນ​ສຳຄັນ​ທີ່​ສຸດ(17). ຕາມ​ເພິ່ນ​ແລ້ວ, ​ເພື່ອ​ປັບປຸງ​ການຈັດ​ຕັ້ງ ກ່ອນ​ອື່ນ​ຕ້ອງ​ປັບປຸງ​ທາງ​ດ້ານ​ແນວ​ຄິດ, ​ເພາະວ່າ ມີ​ບາງ​ຄົນ​ເຂົ້າ​ພັກ​ແລ້ວ​ແຕ່​ແນວ​ຄິດ​ຍັງ​ຢູ່​ນອກ​ພັກ. ​ໃນ​ສະໝອງ​ຂອງ​ພວກ​ເຂົາ ​ຍັງ​ມີ​​ສິ່ງເສດ​ເຫຼືອ​​ຂອງ​ຊົນ​ຊັ້ນ​ຂູດ​ຮີດ; ​ເຂົາ​ຍັງ​ບໍ່​ທັນ​ຮູ້​ວ່າ​ ແນວ​ຄິດ​ກຳມາ​ຊີບ​ແມ່ນ​ຫຍັງ, ພັກ​ແມ່ນ​ຫຍັງ(18).

ການປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ “ການ​ສ້າງ” ​ແລະ “ການ​ຕ້ານ” ​ແມ່ນ​ບັນຫາທີ່​ມີ​ລັກສະນະ​ຫຼັກການ​ ໃນ​ການ​ກີດ​ກັ້ນ​ແລະ​ຍູ້​ຖອຍ ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ຄຸມ​ສົມບັດ, ວິ​ຖີຊີວິດ ​ແລະ​ບັນດາ​ປະກົດ​ການ​ຫຍໍ້​ທໍ້​​ເລວ​ຊາມ​ອື່ນໆ. ດັ່ງ​ນັ້ນ, ຕ້ອງ​ສ້າງແບບຢ່າງດ້ານຈັນ​ຍາ​ບັນ​ແລະວິຖີຊີວິດ​​ເປັນ​ລະບົບ​ອ້າງ​ອີງ ​ເພື່ອຊີ້​ນຳ​ຜູ້​ຄົນ​ໃຫ້​ປັບ​ຕົວ, ​ໃນ​ນັ້ນ ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ ​ເປັນ​ແບບຢ່າງ​ທີ່​ພົ້ນ​ເດັນ ​ຂອງ​ລະບົບ​ອ້າງ​ອີງ​ນັ້ນ. ​ເມື່ອ​ຄົ້ນຄວ້າ​ກ່ຽວ​ກັບປະທານ​ໂຮ່ຈີ​ມິນ, ​ເຖິງ​ວ່າ​ນັກວິທະຍາສາດ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ຈະ​ເຂົ້າຫາ​ເພິ່ນ​ໃນ​ຫຼາຍ​ແງ່​ມຸມ​ທີ່​ຕ່າງ​ກັນ​ຄື: ນັກຮົບ​ປະຕິວັດ​ທີ່​ມີ​ຊື່​ສຽງ, ຜູ້ນຳ​ທີ່​ຍິ່ງ​ໃຫຍ່, ນັກ​ວັດທະນະທຳ​ທີ່​ໂດດ​ເດັ່ນ, ວິລະ​ຊົນ​ປົດ​ປ່ອຍ​ຊາດ... ​ແຕ່​ລ້ວນ​ແຕ່​ໄດ້​ຍອມຮັບ​ວ່າ, ​ແນວ​ຄິດ ຄຸນສົມບັດ​ສິນ​ທຳ ​ແລະ​ແບບ​ແຜນ​ ແມ່ນ​ຄຸນຄ່າ​ທີ່​ພົ້ນ​ເດັ່ນ, ​ສົດໃສ​ທີ່​ສຸດ​ ໃນ​ຊີວິດ​ແລະ​ພາລະກິດ​ຂອງ​ເພິ່ນ.

ການ​ປ້ອງ​ກັ​ນແລະ​ຍູ້​ຖອຍຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ​ ແລະ​ວິຖີ​ຊີວິດ ​ແມ່ນ​ບັນຫາ​ພື້ນຖານ​ທີ່​ຕ້ອງ​​ໄດ້​ເຮັດ​ເປັນປະຈຳໃນໄລຍະຍາວ, ທັງ​ແມ່ນ​ບັນຫາ​ຮີບ​ດ່ວນ​ທີ່​ຕ້ອງ​ໄດ້​ດຳ​ເນີນ​ດ້ວຍ​ມາດ​ຕະການ​ທີ່​ຮຸນ​ແຮງ, ມີ​ປະສິດທິ​ຜົນ, ບໍ່​ອັດຕະວິ​ໄສ​ຕໍ່​ຜົນ​ທີ່​ໄດ້​ຮັບ​ໃນ​ເບື້ອງ​ຕົ້ນ. ​ເມື່ອ​ຄວາມ​ເສື່ອ​ມ​​ໂຊ​ມທາງ​ດ້ານ​ຄຸນສົມບັດ​ສິນ​ທຳ​ແລະ​ວິຖີ​ຊີວິດ​ໄດ້​ກາຍ​ເປັນ “ຮ້າຍ​ແຮງ​ແລະ​ແກ່ຍາວ”, ​ເມື່ອ​ມັນ​ໄດ້​ເລັດ​ລອດ​ເຂົ້າ​ໃນ​ພະນັກງານຂັ້ນ​ຍຸດ​ທະ​ສາດ, ເຮັດໃຫ້ຄວາມເຊື່ອຖືຂອງປະຊາຊົນຫຼຸດລົງ, ການ​ປ້ອງ​ກັນ​ແລະ​ຍູ້​ຖອຍ​ມັນຕ້ອງ​ໄດ້​ເຮັດ​ດ້ວຍ​ວິທີ​ແກ້​ໄຂ​ພິ​ເສດ.

ປະຊາຊົນ​ມີ​ຖານະ​ບົດບາດ​ສຳຄັນ​ທີ່​ສຸດ​ໃນການຕໍ່ສູ້ກີດ​ກັ້ນ​ແລະ​ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ​, ວິຖີ​ຊີວິດ ​ແລະ​ຄວາມ​ຫຍໍ້​ທໍ້​ເລວ​ຊາມ​ອື່ນໆ. ລະບອບ​ການ​ເມືອງ​ຂອງ​ພວກ​ເຮົາ​ແມ່ນ​ລະບອບ​ປະຊາທິປະ​ໄຕ - ລະບອບ​ເປັນ​ເຈົ້າ​ຂອງປະຊາຊົນ, ປະຊາຊົນ​ເປັນ​ເຈົ້າ​ຂອງ - ດັ່ງ​ນັ້ນ​ ການ​ລະດົມ​ແລະ​ເຕົ້າ​ໂຮມ​ປະຊາຊົນ​ ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ​ແລະ​ປັບປຸງ​ພັກ ມີ​ບົດບາດ​ສຳຄັນ​ທີ່​ສຸດ. ປະທານ​ໂຮ່ຈີ​ມິນກຳນົດ​ວ່າ: “ກໍ່ສ້າງ​ດ້ານ​ແນວ​ຄິດ, ການເມືອງ, ການຈັດຕັ້ງ, ນັ້ນ​ແມ່ນ​ແນວທາງ​ ກໍ່ສ້າງພັກ. ນັ້ນບໍ່​ພຽງ​ແຕ່​ເປັນ​ວຽກ​ງານ​ຂອງພັກແລະສະມາຊິກພັກເທົ່ານັ້ນ, ຫາກ​ຍັງ​ແມ່ນ​ຂອງ​ປະຊາຊົນ​ຫວຽດນາມ​ທັງ​ໝົດອີກດ້ວຍ. ປະຊາຊົນ​ຊ່ວຍ​ກໍ່ສ້າງ​ພັກ​ດ້ວຍ​ວິທີ: ​ເຂົ້າ​ໃຈ​ພັກ, ສະໜັບສະໜູນ​ພັກ, ຕອບສະໜອງຕໍ່ການຮຽກຮ້ອງຂອງພັກ, ພະຍາຍາມເຮັດໃຫ້ພັກຮູ້ແຈ້ງສະພາບການໃນ ໝູ່ປະຊາຊົນ”(19). ເພິ່ນຢືນຢັນ​ວ່າ: ​ເມື່ອ​ພາຍ​ໃນ​ພັກ​ແລະ​ນອກ​ພັກ​ຮູ້​ແຈ້ງ​ສະຖານະ​ການ ແລະເຂົ້າໃຈໜ້າ​ທີ່ຢ່າງຈະແຈ້ງ, ຄວາມຄິດຈຶ່ງເປັນເອກະພາບ; ​ແນວຄິດ​ເປັນເອກະພາບ, ການປະຕິບັດຈຶ່ງເປັນເອກະພາບ. ຖ້າຢູ່ພາຍໃນພັກແລະນອກພັກແຕ່ເທິງລົງຮອດລຸ່ມ, ຈາກພາຍໃນສູ່ພາຍນອກ, ມີແນວຄິດເອກະພາບແລະການກະທຳທີ່ເປັນເອກະພາບ, ໜ້າ​ທີ່​ເຖິງ​ວ່າ​ໜັກ, ວຽກງານ​ເຖິງ​ວ່າຍາກແລະສັບສົນກໍ​ຕາມ, ພວກເຮົາກໍຈະຊະນະຢ່າງແນ່ນອນ.

ທີ​ສອງ, ຍົກ​ສູງ​ທາດ​ແທ້​ຊົນ​ຊັ້ນ​ກຳມະກອນ​ຂອງ​ພັກ, ກຳນົດ​ລະບອບ​ທີ່​ເຂັ້ມ​ງວດ​ໃນ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ​ ສຳລັບ​ພະນັກງານ ສະມາຊິກ​ພັກ.

ປະຕິບັດ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ຢ່າງ​ເຂັ້ມ​ງວດ, ກ່ອນ​ອື່ນ​ໝົດ​ແມ່ນ​ໃນ​ການ​ດຳ​ເນີນ​ຊີວິດ​ຂອງ​ຄະນະ​ພັກ ​ແລະອົງການ​ນຳ​ທຸກ​ຂັ້ນ. ​ໃນ​ເມື່ອ​ດຳ​ເນີນ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ຢູ່​ໃນ​ພັກ, ຕ້ອງມີການເຂົ້າຮ່ວມຢ່າງຕັ້ງໜ້າ​ແລະ​ມີ​ປະສິດທິ​ຜົນ ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ. ຄວນມີແຜນການ, ກົນໄກແລະສະຖາບັນ ເພື່ອຮັບປະກັນ​ໃຫ້​ປະຊາຊົນ​ເສີມ​ຂະຫຍາຍ​ບົດບາດ ​ແລະ ສິດ​ໃນ​ການ​ຕິດຕາມ​ກວດກາ, ສິດ​ໃນ​ການປະກອບຄຳ​ເຫັນ​ຕໍ່​ອົງການຈັດຕັ້ງພັກ, ສະມາຊິກພັກ. ຕ້ອງ​ປະຕິບັດ​ຢ່າງ​ເຂັ້​ມງວດຕາມ​ລະບຽບ​ການກ່ຽວ​ກັບ​ສິ່ງ​ທີ່​ສະມາຊິກ​ພັກ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ; ຂໍ້​ກຳນົດ​ເລກທີ 101-QĐ/TW, ລົງ​ວັນ​ທີ 7 ມິຖຸນາ 2012, ຂອງ​ຄະນະ​ເລຂາທິການ​ສູນ​ກາງ, “ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ເປັນ​ແບບຢ່າງ​ຂອງ​ພະນັກງານ, ສະມາຊິກ​ພັກ, ​ໂດຍ​ສະ​ເພາະ​ແມ່ນ ​ພະນັກງານການ​ນຳ​ຫຼັກທຸກ​ຂັ້ນ”; ຂໍ້​ກຳນົດ​ເລກທີ 55-QĐ/TW, ລົງ​ວັນ​ທີ 19 ທັນວາ 2016, ຂອງ​ກົມ​ການ​ເມືອງ​ສູນ​ກາງ, “ກ່ຽວ​ກັບ​ບາງ​ວຽກ​ງານ​ທີ່​ຕ້ອງ​ເຮັດ​ທັນທີ ​ເພື່ອ​ເພີ່ມ​ທະ​ວີ​ບົດບາດ​ເປັນ​ແບບຢ່າງ​ຂອງ​ພະນັກງານ, ສະມາຊິກ​ພັກ”; ຂໍ້​ກຳນົດ​ເລກທີ 08-QĐi/TW, ລົງ​ວັນ​ທີ 25 ຕຸລາ 2018, ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກ່ຽວ​ກັບ “ຄວາມ​ຮັບຜິດຊອບ​ໃນ​ການ​ເປັນ​ແບບຢ່າງ​ຂອງ​ພະນັກງານ ສະມາຊິກ​ພັກ, ກ່ອນ​ອື່ນ​ໝົດ​ແມ່ນ​ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ, ກຳມະການຄະນະ​ເລຂາທິການ​ສູນ​ກາງ, ກຳມະການຄະນະ​ບໍລິຫານ​ງານ​ສູນ​ກາງ”. ຜ່ານ​ນັ້ນ, ດ້ານໜຶ່ງ, ປັບປຸງ​ຊື່​ສຽງ​ຂອງ​ພະນັກງານ ສະມາຊິກ​ພັກ; ດ້ານອື່ນ, ນຳ​ເອົາ​ວຽກ​ງານ​ຕິ​ຊົມຕົນ​ເອງ​ແລະ​ຕິ​ຊົມ​ເຂົ້າ​ເປັນ​ລະບຽບ​ແທ້ໆ, ​ໃຫ້​ກາຍ​ເປັນ​ແນວ​ປະຕິບັດ​ແລະ​ຈັນ​ຍາ​ບົນ​ທີ່​ດີໃນພັກແລະທົ່ວສັງຄົມ.

​ເພີ່ມ​ທະວີ​ວຽກ​ງານ​ທິດ​ສະ​ດີ, ອົບຮົມ​ສຶກສາ​ການ​ເມືອງ, ຄຸນສົມບັດ​ແລະ​ແບບ​ດຳລົງ​ຊີວິດໃຫ້​ພະນັກງານ ສະມາຊິກ​ພັກ ​ແລະ ​ມະຫາຊົນ ຕາມທີ່ໄດ້ກຳນົດ​ໄວ້​ໃນ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງພັກ: “ຍູ້​ແຮງ​ການ​ໂຄສະນາ, ຮ່ຳຮຽນ​ລັດທິ​ມາກ - ​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ທັດສະນະ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ​ໃຫ້​ເໝາະ​ກັບ​ແຕ່ລະ​ເປົ້າ​ໝາຍ ຕາມທິດທາງສະເພາະ, ​ແທດ​ຈິງ ​ແລະ​ມີ​ປະສິດທິ​ຜົນ”(20). ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ອົບຮົມ​ສຶກສາ​ແລະປັບປຸງຄວາມຮູ້, ​ແນວ​ຄິດ, ທິດ​ສະ​ດີ​ ຢ່າງ​ມີ​ແຜນການ​ແລະ​ເປັນ​ປົກກະຕິ ໃຫ້​ແກ່​ພະນັກງານ​, ສະມາຊິກ​ພັກທຸກ​ລະ​ດັບ, ​ໂດຍ​ສະ​ເພາະ​ລະດັບ​ຍຸດ​ທະ​ສາດ. ​ເອົາ​ໃຈ​ໃສ່​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ​ໂຄງການຝຶກ​ອົບຮົມ, ບຳລຸງ​ສ້າງ​ທິດ​ສະ​ດີ ຕາມ​ທິດ​ແທດ​ຈິງ, ​ໄຫວ​ພິບ, ສອດຄ່ອງກັບ​ແຕ່ລະ​ເປົ້າ​ໝາຍ​ຜູ້​ຮຽນ. ຜ່ານ​ການ​ຮ່ຳຮຽນ​ທິດ​ສະ​ດີ, ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ ​ຕ້ອງຍົກ​ສູງຈິດ​ໃຈ​ກວດກາ​ຕົນ​ເອງ ແລະແກ້ໄຂຕົນເອງ, ​ໂດຍ​ສະ​ເພາະ​ແມ່ນ ​ຕໍ່ໜ້າ​ຂໍ້​ຈຳກັດ, ຂໍ້​ບົກພ່ອງ​ຂອງ​ຕົນ​, ເຊັ່ນ ລະດັບ​ທິດ​ສະ​ດີ​ຕ່ຳ, ທິດ​ສະ​ດີ​ນ້ຳ​ເຕົ້າ​ເປົ່າ, ຫ່າງ​ເຫີ​ນຈາກ​ພຶດຕິ​ກຳ, ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດຂອງ​ພາກສ່ວນຕົນ​ເອງ, ທ້ອງ​ຖິ່ນ​ນິຍົມ.

ທີ​ສາມ, ​ເພີ່ມ​ທະວີ​ວຽກ​ງານ​ໂຄສະ​ນາດ້ວຍ​ບັນດາ​ຮູບ​ການ​ທີ່​ຫຼາກ​ຫຼາຍ, ມີ​ຊີວິດ​ຊີວາ, ​ແທດ​ຈິງ​ແລະ​ມີ​ປະສິທິຜົນ ​ໃນ​ລະບົບ​ການ​​ເມືອງ​ແລະ​ທົ່ວ​ສັງຄົມ ກ່ຽວ​ກັບການ​ປະຕິບັດຄຳ​ສັ່ງ​ເລກທີ 05-CT/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ “ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຮຽນຮູ້​ແລະປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ​ແລະ​ແບບ​ແຜນ​ໂຮ່ຈີ​ມິນ” ຕິດ​ກັບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XII “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​​ແລະປັບປຸງ​ພັກ; ກີດ​ກັ້ນ​ແລະ​ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ວິຖີ​ຊີວິດ, ບັນດາ​ປະກົດ​ການ “ປ່ຽນ​ແປງ​ຕົນ​ເອງ”, “ຜັນ​ປ່ຽນ​ຕົນ​ເອງ” ຢູ່​ພາຍ​ໃນ”.

ຂໍກະແຈສູ່ຄວາມສຳເລັດຂອງການຮຽນຮູ້ແລະປະຕິບັດຕາມແນວຄວາມຄິດ, ຄຸນສົມບັດ ​ແລະ​ແບບ​ແຜນ​ໂຮ່ຈີ​ມິນ​ແມ່ນ ການ​ປະຕິບັດ​ເປັນ​ຢ່າງ​ດີ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ເປັນ​ແບບຢ່າງຂອງ​ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ, ພິ​ເສດ​ແມ່ນ​ ພະນັກງານຂັ້ນ​ສູງ. ດັ່ງ​ນັ້ນ, ດ້ວຍ​ຫຼາຍຮູບ​ການ, ສ້າງ​ການ​ແຜ່​ກະຈາຍ​ຢ່າງ​ແຂງ​ແຮງ​ຂອງ​ບັນດາ​ຄຸນຄ່າທາງ​ຈະລິ​ຍະ​ທຳ​ຂອງປະທານ​ໂຮ່ຈີ​ມິນ, ບັນດາ​ຄຸນຄ່າ​ທາງ​ຈະລິ​ຍະ​ທຳ​ດັ້ງ​ເດີມ​ອັນ​ລ້ຳ​ຄ່າ​ຂອງ​ຊາດ ໂດຍຜ່ານບົດຮຽນທີ່ມີຊີວິດຊີວາຂອງປະຫວັດສາດແລະຊີວິດຈິງ. ພ້ອມ​ກັນ​ນັ້ນ​ກໍ​ຕັ້ງໜ້າ​ສ້າງວິຖີ​ຊີວິດທາງ​ວັດທະນະທຳ ​ແລະມາດຕະຖານ​ຈະລິ​ຍະ​ທຳ​ທາງ​ສັງຄົມ ​ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ການຕັ້ງໜ້າ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ; ​ໃຊ້​ມາດຕະຖານ​ນັ້ນ ​ແລະຫາງ​ສຽງ​ສັງຄົມ​ທີ່​ສົດ​ໃສ ພ້ອມ​ກັບ​ກົດໝາຍ ​ເພື່ອກີດ​ກັ້ນ​ແລະ​ຍູ້​ຖອຍ ພຶດຕິ​ກຳ​ທີ່​ຜິດ​ຈະລິ​ຍະ​ທຳ, ຝືນ​ວັດທະນະທຳ. ສ້າງ​ມາດ​ຕະການ​ລົງ​ໂທດ​ທີ່​ຮັດກຸມ​ພຽງພໍທີ່​ຈະ​ສົ່ງ​ເສີມ, ກວດກາ, ຕິດຕາມ​ກວດກາ​ການ​ປະຕິບັດ ກົດ​ຂໍ້​ບັງຄັບ​ກ່ຽວ​ກັບ​ການ​ເປັນ​ແບບຢ່າງ ​ຂອງ​ພະນັກງານ ສະມາຊິກ​ພັກ, ​ເພື່ອ​​ໃຫ້ການຮ່ຳຮຽນ​ແລະ​ຝຶກ​ຝົນ​ຫຼໍ່​ຫຼອມ​ ຄຸນສົມບັດ, ​ວິຖີ​ຊີວິດຄ່ອຍໆກາຍ​ເປັນນິ​ໄສ​ທີ່​ເລິກ​ເຊິ່ງ ໃນການເຮັດວຽກແລະຊີວິດປະຈຳວັນ ຂອງແຕ່ລະຄົນ. ຈາກ​ນັ້ນ, ຊ່ວຍສ້າງ​ໃຫ້​ແຕ່​ລະບຸ​ກຄົນ, ກ່ອນອື່ນໝົດ​ແມ່ນ ນ​ພະນັກງານ ສະມາຊິກ​ພັກ​ແຕ່ລະຄົນ, ມີນິ​ໄສ​​ໃນ​ການປະຕິບັດ​ຕາມ​ຫຼັກ​ຈະລິ​ຍະ​ທຳ, ຄວາມ​ເປັນ​ເອກະ​ພາບຫວ່າງຄຳເວົ້າແລະການ​ເຮັດວຽກ, ຄວາມ​ດຸ​ໝັ່ນ ປະຢັດ ຊື່ສັດ​ທ່ຽງ​ທຳ, ​ເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ, ສ້າງ​ຄວາມ​ພົວພັນຮັກ​ແພງ​ລະຫວ່າງ​ຄົນ​ກັບ​ຄົນ...

ທີ​ສີ່, ຕໍ່ສູ້​ຢ່າງ​ເດັດດ່ຽວ​ກັບ​ບັນດາ​ແນວ​ຄິດ​ຝືນ​ວັດທະນະທຳ, ຜິດ​ຈະລິ​ຍະ​ທຳ ທີ່​ໄດ້​ນຳ​ເຂົ້າ​ແລະ​ເຜີຍ​ແຜ່​ໃນ​ປະ​ເທດ ພ້ອມ​ກັບ​ດ້ານ​ລົບ​ຂອງ​ເສດຖະກິດ​ຕະຫຼາດ, ​ໂລກາ​ພິວັດ ​ແລະ “ການ​ຫັນປ່ຽນ​ໂດຍ​ສັນຕິ” ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ.

​ໃນ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ແລະ​ການ​ເຊື່ອມ​ໂຍງ​ສາກົນ, ນອກຈາກ​ດ້ານ​ທີ່​ສ້າງ​ກຳລັງ​ຊຸກ​ດັນ​ໃໝ່​ ໃຫ້​ແກ່​ການ​ພັດທະນາ​ແລ້ວ ຍັງ​ມີ​ຂໍ້​ເສຍ​ອີກ​ບາງ​ປະການ ທີ່​ເຮັດ​ໃຫ້ຄຸນສົມບັດ​ສິນ​ທຳ​ແລະ​ວິຖີ​ຊີວິດ​ທາງ​ສັງຄົມ ​ຕ້ອງ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ, ​ໂດຍ​ສະ​ເພາະ​ແມ່ນ​ ລັດທິ​ເອກະ​ຊົນ, ລັດທິ​ສະ​ເຫວີຍ​ສຸກ, ລັດທິ​ຟຸມ​ເຟືອຍ, ທັດສະ​ນະ​ຄະຕິ​ບູຊາ​ເງິນ, ບໍ່​ຄຳນຶງ​ເຖິງ​ສິນ​ທຳ. ບັນດາ​ອິດ​ທິກຳລັງ​ສັດຕູ​ອອກ​ແຮງ​ສວຍ​ໃຊ້ການ​ເຊື່ອມ​ໂຍງ​ສາກົນ, ​ໂລກາ​ພິວັດ ​ເພື່ອ​ເຜີຍ​ແຜ່, ສົ່ງ​ອອກ​​ແນວ​ຄິດທີ່​ສົ່ງ​ເສີມ​ເສລີພາບ​ສ່ວນ​ບຸກຄົນ​ຢ່າງ​ສຸດ​ຂົ້ວ, ທຳລາຍຈັນຍາບັນທາງສັງຄົມ, ວິຖີຊີວິດຂອງມະນຸດ, ສົ່ງ​ຜົນ​ກະທົບ​ໃຫ້​ມີ​ການ​ຫັນປ່ຽນ​ພາຍ​ໃນ. ດັ່ງ​ນັ້ນ, “ການ​ສ້າງ” ຕ້ອງ​ຕິດ​ແໜ້ນ​ກັບ “ການ​ຕ້ານ”, ຕໍ່ສູ້​ຢ່າງ​ເດັດດ່ຽວ, ກີດ​ກັ້ນ​ແຕ່​ຕົ້ນ, ​ແຕ່​ໄກ​ ບໍ່​ໃຫ້​ເກີດ​ມີ​ປັດ​ໄຈ​ໜໍ່​ແໜງຂອງ​ປະຕິ​ການ, ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ຄຸນສົມບັດ, ຜິດ​ກັບ​ມາດຕະຖານ​ຄຸນສົມບັດ​ປະຕິວັດ. ຕ້ອງ​ສ້າງ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ແລະ​ປະຊາຊົນ​ແຕ່ລະຄົນ​ ມີ “ຄວາມ​ສາມາດ​ກັ່ນ​ຕອງ” ຕໍ່​ຂໍ້​ມູນ​ຂ່າວສານ​ທີ່​ຫຼາກ​ຫຼາຍ​ຂອງ​ສັງຄົມ​ເປີດ; ຈັດການຢ່າງ​ເຄັ່ງ​ຄັດ​ກັບ​ການ​ເຜີຍ​ແຜ່​ສິ່ງ​ພິມ​ທີ່​ເປັນ​ອັນຕະລາຍ, ປະຕິ​ການ, ລ້າ​ສະ​ໄໝ​ ໃນ​ພາຫະນະ​ສື່​ມວນ​ຊົນ​ທຸກ​ປະ​ເພດ; ຕັ້ງໜ້າ​ໂຄສະນາ​ເຜີຍ​ແຜ່​ແບບຢ່າງ "ວຽກດີ, ຄົນ​ເດັ່ນ” ຕາມ​ທິດ​ນຳ “​ເອົາ​ຄວາມ​ງາມ​ມາ​ດັບ​ຄວາມອັບປະລັກ”.

ທີ​ຫ້າ, ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ​ວຽກ​ງານ​ຈັດ​ຕັ້ງ​ພະນັກງານ, ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ມີ​ຄຸນ​ນະສົມບັດ ມີ​ຄວາມ​ສາມາດ​ແລະ​ມີ​ຊື່​ສຽງ, ​ແກ້​ໄຂ​ຢ່າງ​ເຖິງ​ຖອງ​ຕໍ່ ກົນ​ໄກ ຂໍ - ​ໃຫ້, “ການ​ວິ້ງ​ເຕັ້ນ​ຫາ​ຕຳ​ແໜ່​ງ”, “ການ​ວິ້ງ​ເຕັ້ນ​ຫາ​ອຳນາດ”, ກຳຈັດ​ຜູ້​ຄົນ​ທີ່​ເສື່ອມ​ໂຊມ, ສວຍ​ໂອກາດ, ​ໄຮ້​ຄວາມ​ສາມາດ​ ອອກ​ຈາກ​ພັກ​ແລະ​ກົງ​ຈັກ​ລັດ ຢ່າງ​ເດັດຂາດ.

ຕ້ອງ​ຮັບ​ຮູ້​ຢ່າງ​ເຂັ້ມ​ງວດ​ກ່ຽວ​ກັບ​ບັນຫາ​ທີ່​ມີ​ລັກສະນະ​ຫຼັກການ​ຄື: “ຄວາມສຳ​ເລັດ​ຫຼື​ຄວາມລົ້ມ​ເຫຼວທັງ​ໝົດ​ເກີດ​ຈາກພະນັກງານທີ່ດີຫລືບໍ່​ດີ”, “ພະນັກງານ​ແມ່ນ​ກົກ​ຮາກ​ຂອງ​ທຸກ​ວຽກ​ງານ”, ພະນັກງານ​ຕ້ອງ​ມີ “ຄວາມ​ກ້າຫານ​ຮັບຜິດຊອບ, ກ້າ​ເຮັດ​ວຽກ”. ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ວິພາກ​ວິຈານ ​ແລະ​ການ​ປະກອບ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ. ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ເປັນຫົວໜ້າຄະນະ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ, ອົງກາ​ນຈັດ​ຕັ້ງ​ມະຫາຊົນ​ທຸກ​ຂັ້ນ ​ໃນວຽກ​ງານ​ພະນັກງານ, ກໍ​ຄື​ຄວາມ​ຮັບຜິດຊອບ​ຂອງຜູ້ທີ່ແນະນຳພະນັກງານເຂົ້າຮັບຕຳແໜ່ງ​ໃນຕຳ ແໜ່ງທີ່​ແນ່ນອນ. ປ່ຽນ​ແປງ​ໃໝ່​ວິທີ​ການ​ປະ​ເມີນພະນັກງານອີງ​ໃສ່​ມາດຕະຖານ, ລະດັບ​ການ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ, ຖື​ເອົາ​ປະສິດທິ​ຜົນ​ວຽກ​ງານ​ຕົວ​ຈິງ ​ແລະ​ຄວາມ​ເຊື່ອ​ຖື​ຂອງ​ພະນັກງານ ສະມາຊິກ​ພັກ ​ແລະ​ປະຊາຊົນ ​ເປັນ​ຕົວ​ຊີ້​ວັດ. ສ້າງ​ນະ​ໂຍບາຍ​ຄ່າ​ຕອບ​ແທນ​ແລະ​ນະ​ໂຍບາຍ​ເງິນ​ເດືອນທີ່​ຍຸດຕິ​ທຳ, ສົມ​ເຫດ​ສົມ​ຜົນ, ຮັບປະກັນ​ໃຫ້​ພະນັກງານ ລັດຖະກອນ ມີພຽງພໍທີ່ຈະດຳລົງຊີວິດແລະມີຊີວິດການເປັນຢູ່ທີ່ດີ ດ້ວຍເງິນເດືອນທີ່ຖືກ​ກົດໝາຍ.

ທີ​ຫົກ, ປະຕິບັດ​ການ​ເປີດ​ປະຊາທິປະ​ໄຕ​ໃນ​ຊີວິດ​ສັງຄົມ​ ຕາມ​ຄຳ​ສອນ​ຂອງປະທານ​ໂຮ່ຈີ​ມິນ: “ການປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ, ດຳ​ເນີນ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ຢ່າງ​ເປັນ​ປົກກະຕິ​ແລະ​ເຂັ້ມ​ງວດ ​ແມ່ນ​ວິທີ​ດີ​ທີ່​ສຸດ​ເພື່ອ​ປັບປຸງ​ແລະ​ພັດທະນາ​ຄວາມ​ສາມັກຄີ​ແລະ​ເປັນ​ເອກະ​ພາບ​ຂອງ​ພັກ”(21).

ນີ້​ແມ່ນ​ກຸ​ແຈ​ອະ​ເນກປະສົງ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທຸກ​ຢ່າງ. ຈຳ​ເປັນ​ຕ້ອງ​ມີ​ກົນ​ໄກ, ກົດໝາຍ​ຮັບປະກັນ​ໃຫ້​ອົງການທີ່ຖືກເລືອກຕັ້ງໂດຍປະຊາຊົນ ເປັນອົງການຕົວແທນ ຕາງໜ້າ​ປະຊາຊົນ​ຢ່າງ​ແທ້​ຈິງ ​ແລະພາຍໃຕ້ການນຳພາຂອງພັກ. ການ​ເສີມ​ຂະຫຍາຍ​ສິດປະຊາທິປະ​ໄຕ ກໍ​ໝາຍ​ຄວາມ​ວ່າການ​ປະຕິບັດ​ສິດ​ໃນ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ ຕໍ່​ບັນດາ​ສຳນັກງານ, ອົງການ​ຈັດ​ຕັ້ງ, ພະນັກງານ​ຂອງ​ພັກ​ແລະ​ລັດ. ປະຊາທິປະ​ໄຕ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ຮັກສາລະບຽບ​ວິ​ໄນ. ລົບ​ລ້າງ​ການສະ​ແດງ​ອອກ​ຂອງ​ປະຊາທິປະ​ໄຕ​ແບບ​ຮູບ​ນອກ ຫຼືມີ​ສີສັນປະຊາ​ນິຍົມ. ມີ​ແຕ່​ປະຊາທິປະ​ໄຕທີ່​ແທ້​ຈິ​ງ​ເທົ່າ​ນັ້ນ ຈຶ່ງ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ມວນຊົນ, ຍູ້​ຖອຍ​ແລະ​ເອົາ​ຊະນະ​ຄວາມ​ສ່ຽງ​ຂອງ​ການ​ທຸ​ຈະລິດ​ທີ່​ຂົ່ມຂູ່​ຊີວິດ​ທາງ​ສິນ​ທຳ​ຂອງ​ສັງຄົມ.

ທີ​ເຈັດ, ສຸມ​ໃສ່​ຍູ້​ແຮງ​ການ​ປັບປຸງ​ບູລະນະ​ລະບົບ​ກົດໝາຍ ​ແລະສ້າງ​ຄວາມ​ສຳນຶກ​ໃນ​ການ​ປະຕິບັດ​ຕາມ​ກົດໝາຍ​ໃນ​ພະນັກງານ ສະມາຊິກ​ພັກ ​ແລະ​ປະຊາຊົນ.

ຕ້ອງ​ຖື​ວ່າ​ ກົດໝາຍ​ແລະຈະລິ​ຍະ​ທຳ​ແມ່ນ​ສອງ​ດ້ານ​ທີ່​ຂາດບໍ່​ໄດ້​ ໃນ​ການ​ຄຸ້ມ​ຄອງ​ສັງຄົມ. ຕ້ອງ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ, ​ເພີ່ມ​ເຕີມ, ບູລະນະ​ລະບົບ​ກົດໝາຍ​ໃຫ້​ສົມບູນ, ​ແກ້​ໄຂ​ຂໍ້​ບົກພ່ອງ​ບາງ​ຢ່າງ​ໃນ​ວຽກ​ງານ​ນິຕິບັນຍັດ, ບໍລິຫານ ​ແລະ​ຕຸລາການ, ຍູ້​ແຮງ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ກົດໝາຍ, ຍົກ​ສູງ​ສະຕິ​ໃນ​ການ​ຄົ້ນຄວ້າ​ຮຽນ​ຮູ້ ​ແລະ​ປະຕິບັດ​ຕາມ​ກົດໝາຍຂອງ​ພະນັກງານ ສະມາຊິກ​ພັກ ​ແລະ​ປະຊາຊົນ. ພະນັກງານມີຕຳແຫນ່ງຍິ່ງສູງ ເຂົາກໍຕ້ອງເປັນແບບຢ່າງໃນການເຄົາລົບແລະປະຕິບັດຕາມກົດຫມາຍສູງເທົ່ານັ້ນ.

ທີ​ແປດ, ​ເອົາ​ໃຈ​ໃສ່​ພັດທະນາ​ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ແນວ​ຄິດ ​ແລະ​ວຽກ​ງານ​ໂຄສະນາ​ອົບຮົມ.

ວັນ​ທີ 1 ສິງຫານ 2018, ​ໃນ​ໂອກາດ​ເຮັດ​ວຽກ​ກັບ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ, ສະຫາຍ​ເລຂາທິການ​ໃຫຍ່​ຫງວຽນ​ຝູຈ້ອງ​ໄດ້​ຢືນຢັນ​ວ່າ: “ຕ້ອງ​ເອົາ​ໃຈ​ໃສ່​ອົບຮົມ​ສຶກສາ, ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ໂຄສະນາ​ອົບຮົມ ​ເພື່ອຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ສະພາບ​ການ​ໃໝ່​ປະຈຸ​ບັນ; ມີ​ຄວາມ​ຈົງ​ຮັກ​ພັກດີ, ຄວາມ​ແນ່​ວ​ແນ່​ໝັ້ນຄົງ, ຮູ້​ວິທີ​ການຈັດ​ຕັ້ງ​ວຽກ​ງານ, ມີຄວາມກ້າຫານໃນການຕໍ່ສູ້, ມີ​ລະດັບ​ຄວາມ​ສາມາດດ້ານ​ວິຊາ​ສະ​ເພາະ ວິຊາ​ຊີບ, ຕ້ອງເວົ້າ​ໄດ້​ເຮັດ​ໄດ້, ຂົນຂວາຍ​ຊວນ​ເຊື່ອ​ໄດ້, ບໍ່​ຖືກ​ຊື້​ຈ້າງຈອບ​ອອຍ​ໂດຍອິດ​ທິກຳລັງ​ສັດຕູ​ແລະ​ຊົ່ວ​ຮ້າຍ. ວິທີ​ການ​ຕ້ອງມີ​ປະຊາທິປະ​ໄຕ, ຈິງ​ໃຈ, ບໍ່​​ບັງຄັບ ກົດ​ໜີບ ຫຼື​ອອກ​ຄຳ​ສັ່ງ; ຕ້ອງມີຄວາມລະອຽດອ່ອນ, ເຂົ້າໄປໃນໃຈຂອງຜູ້ຄົນ”. ສະຫາຍ​ເລຂາທິການ​ໃຫຍ່​ກໍ​ໄດ້​​ເວົ້າ​ວ່າ​ຈະ “ບໍ່​ມອບ​ເໝົາທັງໝົດ” ວຽກ​ງານ​ໂຄສະນາ​ອົບຮົມ​ໃຫ້​ຄະນະ​ໂຄສະນາ​ອົບຮົມ​​ຂັ້ນຕ່າງ​ໆ, ​ແຕ່​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ທຸກ​ຂັ້ນ ຕ້ອງ​ມີ​ຄວາມ​ຮັບຜິ​ດຊ​ອບ​ໃນ​ການ​ຊີ້​ນຳ​ນຳພາ ເພື່ອປະຕິບັດວຽກງານສຳຄັນນີ້​ໃຫ້​ສຳ​ເລັດ​ເປັນ​ຢ່າງ​ດີ.

***

ການ​ກໍ່ສ້າງ​ຄຸນສົມບັດ​ປະຕິວັດ​ເວົ້າ​ສະ​ເພາະ ​ແລະ ​ວັດທະນະທຳ​ເວົ້າ​ລວມ ​ແມ່ນ​ການ​ຕໍ່ສູ້​ທີ່​ຫຍຸ້ງຍາກ ຍາວ​ນານ, ​ເຊິ່ງ​ໄດ້​ດຳ​ເນີນ​ຈາກ​ບັນ​ຫາ​ຮາກ​ເງົ້າຂອງ​ຊີວິດ​ສັງຄົມ ແລະ​ກະທົບ​ຕໍ່ຮູບ​ຖານ​ສະຕິ​ສັງຄົມ. ສັງຄົມ​ນັບ​ມື້​ນັບ​ພັດທະນາ, ບັນດາ​ບັນຫາ​ວັດທະນະທຳ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ​ ຍິ່ງ​ກາຍ​ເປັນ​ຫົວ​ຂໍ້ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ສັງຄົມ, ມັນ​ຮຽກຮ້ອງການ​ເຂົ້າ​ຮ່ວມຢ່າງ​ແຂງ​ແຮງ​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ​ສັງຄົມ​ທັງ​ໝົດ, ຄື​ທີ່​ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ໄດ້​ເນັ້ນ​ໜັກ​ໃນກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດ​ອອນ​ໄລຂອງ​ລັດຖະບານ ວັນ​ທີ 30 ທັນວາ 2019: “ຮັດ​ແໜ້ນ​ລະບຽບ​ວິ​ໄນ​ໃນ​ການ​ບໍລິຫານ, ດຳ​ເນີນ​ການກວດກາ ຊຸກຍູ້​ເປັນ​ປະຈຳ, ສ້າງ​ການ​ປ່ຽນ​ແປງທີ່​ເຂັ້ມແຂງ​ໃນ​ການ​ບໍລິ​ການສາທາລະນະ; ປັບປຸງຄຸນສົມບັດສິນທຳ, ວັດທະນະທຳ ​ແລະ​ຄວາມ​ເປັນ​ມື​ອາຊີບ ຂອງພະນັກງານ, ລັດຖະກອນແລະພາລະ​ກອນ. ຕັ້ງ​ໝັ້ນ​ແລະ​ເດັດດ່ຽວ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານການ​ສໍ້ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ, ຄວາມ​ຫຍໍ້​ທໍ້​ເລວ​ຊາມ ຕິດກັບ​ການຍູ້​ແຮງ​ການ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ ​ເພື່ອບໍ່​ສາມາດ ບໍ່ກ້າ ບໍ່ຕ້ອງການທີ່ຈະສໍ້ລາດບັງຫຼວງ”. ​ໃນ​ກິດຈະການ​ປ່ຽນ​ແປງ​ໃໝ່​ໃນ​ປະຈຸ​ບັນ, ພວກ​ເຮົາຕ້ອງເຊື່ອມໂຍງຢ່າງ​ແໜ້ນ​ແຟ້ນ ແລະຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ​ບັນດາ​ໜ້າ​ທີ່: ການ​ພັດທະນາ​ເສດຖະກິດ - ສັງຄົມເປັນໃຈກາງ, ການ​ກໍ່ສ້າງ​ພັກ​ເປັນ​ກຸນ​ແຈ​ສຳຄັນ, ການ​ພັດທະນາ​ວັດທະນະທຳ​ເປັນ​ພື້ນຖານ​ຈິດ​ໃຈ​ຂອງ​ສັງຄົມ; ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ສຳຄັນ ​ເປັນ​ປົກກະຕິ. ​ເຮັດ​ໄດ້ຄື​ແນວ​ນັ້ນ​ຈຶ່ງ​ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ສ້າງ​ສັງຄົມ​ທີ່ "ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ຍຸດຕິ​ທຳ, ​ສີວິ​ໄລ” ​ແລະ ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຢ່າງ​ໝັ້ນຄົງ./.

--------------------------

(1) ​ເບິ່ງ: ຟ້າ​ມຮົ່ງຕຸ​ງ: “ການ​ຄົ້ນຄວ້າ​ກ່ຽວ​ກັບວິຖີ​ຊີວິດ: ບາງບັນຫາ​ກ່ຽວ​ກັບ​ແນວ​ຄວາມ​ຄິດ​ແລະ​ວິທີ​ເຂົ້າ​ເຖິງ”, ວາລະສານ​ວິທະຍາສາດມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ມະນຸດ​ສາດ​ແລະ​ວິທະຍາສາດ​ສັງຄົມ 23 (ປີ 2007).

(2) ​ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ​ຫ້າ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ ສະ​ໄໝ​ທີ VIII, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1998, ໜ້າ 56.

(3) ​ເບິ່ງ: ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ​ສື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້​ມ 5, ໜ້າ 291, 292.

(4) ເບິ່ງ: ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 5, ໜ້າ 292; ​ເຫຼັ້ມ 6, ໜ້າ 290; ເຫຼັ້​ມ 11, ໜ້າ 603; ເຫຼັ້​ມ 13, ໜ້າ 90.

(5) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 15, ໜ້າ 622.

(6) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 14, ໜ້າ 400.  

(7) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 5, ໜ້າ 292 - 293.

(8) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 9, ໜ້າ 354.

(9) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 14, ໜ້າ 29.

(10) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 6, ໜ້າ 16.

(11) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 15, ໜ້າ 672.

(12) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 61.

(13) ວ.ອີ. ​ເລ​ນິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2005, ​ເຫຼັ້ມ 5, ໜ້າ 336.

(14) ​ເບິ່ງ: ວ.ອີ. ​ເລ​ນິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 7, ໜ້າ 530.

(15) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 8, ໜ້າ 279.  

(16) ຄື​ດັ່ງ​ໃນ​ມະຕິ​ເລກທີ 03-NQ/TW, ລົງ​ວັນ​ທີ 16 ກໍລະກົດ 1998, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝ​ທີ VIII, “ກ່ຽວ​ກັບ​ການ​ສ້າງ​ແລະ​ພັດທະນາ​ວັດທະນະທຳ​ຫວຽດນາມທີ່​ກ້າວໜ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະ​ລັກ​ຂອງ​ຊາດ”; ມະຕິ​ເລກທີ 10-NQ/TW, ລົງ​ວັນ​ທີ 2 ກຸມພາ 1999, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 (​ເທື່ອ​ທີ 2) ສະ​ໄໝ​ທີ VIII, ກ່ຽວ​ກັບ “ບາງ​ບັນຫາ​ອັນ​ພື້ນຖານ​ແລະ​ຮີບ​ດ່ວນ ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”; ມະຕິ​ເລັກ​ທີ 33-NQ/TW, ລົງ​ວັນ​ທີ 9 ມິຖຸນາ 2014, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ສະ​ໄໝ​ທີ XI, “ກ່ຽວ​ກັບ​ການ​ກໍ່ສ້າງ​ແລະ​ພັດທະນາ​ວັດທະນະທຳ ​ແລະ ຜູ້​ຄົນ​ຫວຽດນາມ ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດແບບ​ຍືນ​ຍົງ”; ມະຕິ​ເລກທີ 04/NQ-TW, ລົງ​ວັນ​ທີ 21 ສິງຫາ 2016 ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 3 ສະ​ໄໝ​ທີ X, “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ​ຕໍ່ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ການໃຊ້​ຈ່າຍ​ຟຸມ​ເຟືອຍ”; ຄຳ​ສັ່ງ​ເລກທີ 03-CT/TW, ອອກ​ວັນ​ທີ 14 ພຶດສະພາ 2011, ຂອງ​ກົມ​ການ​ເມືອງ​ສູນ​ກາງ, “ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການຮຽນຮູ້​ແລະ​ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ສິນທຳ​ໂຮ່ຈີ​ມິນ”; ມະຕິ​ເລກທີ 12-NQ/TW, ລົງ​ວັນ​ທີ 16 ມັງກອນ 2012, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI, ກ່ຽວ​ກັບ “ບາງ​ບັນຫາ​ອັນ​ຮີບ​ດ່ວນ​​ໃນ​ການ​ກໍ່ສ້າງພັກ​ໃນ​ປະຈຸ​ບັນ”; ຄຳ​ສັ່ງ​ເລກທີ 05-CT/TW, ອອກ​ວັນ​ທີ 15 ພຶດສະພາ 2016, ຂອງ​ກົມ​ການ​ເມືອງ​ສູນ​ກາງ, “ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຮຽນຮູ້​ແລະ​ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ”; ມະຕິ​ເລກທີ 35-NQ/TW, ລົງ​ວັນ​ທີ 22 ຕຸລາ 2018, ຂອງ​ກົມ​ການ​ເມືອງ​ສູນ​ກາງກ່ຽວ​ກັບ “ການ​ເພີ່ມທະວີ​ການ​ປົກ​ປ້ອງ​ຮາກ​ຖານ​ແນວ​ຄິດ​ຂອງ​ພັກ, ຕໍ່ສູ້​ປະຕິ​ເສດ​ບັນດາ​ທັດສະນະ​ທີ່​ຜິດພາດ, ​ເປັນປໍ​ລະ​ປັກ​ໃນ​ສະພາບ​ການ​ໃໝ່”

(17) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 8, ໜ້າ 554.

(18) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 6, ໜ້າ 299- 300.

(19) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 8, ໜ້າ 280- 281.

(20) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ເອກະສານ​ທີ່​ໄດ້​ແນະນຳ, ໜ້າ 200.

(21) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 15, ໜ້າ 611.

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 946 (​ເດືອນ​ກໍລະກົດ 2020)