ວກ. - ດ້ວຍຄວາມ​ຮັກ​​ແພງ​ແລະຄວາມໃກ້ຊິດຕິດແທດກັບວາລະສານ​ກອມ​ມູນິດ, ຂ້າພະເຈົ້າຢາກ​ແລກ​ປ່ຽນກັບບັນດາ​ສະຫາຍບາງບັນຫາ:

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ມາຢ້ຽມຢາມແລະເຮັດວຽກກັບກອງບັນນະທິການຂອງວາລະສານກອມມູນິດ, ວັນທີ 9 ມິຖຸນາ 2012 - ພາບ: tapchicongsan.org.vn

ດ້ວຍຄວາມ​ຮັກ​​ແພງ​ແລະຄວາມໃກ້ຊິດຕິດແທດກັບວາລະສານ​ກອມ​ມູນິດ, ຂ້າພະເຈົ້າຢາກ​ແລກ​ປ່ຽນກັບບັນດາ​ສະຫາຍບາງບັນຫາ:

ທີ​ໜຶ່ງ: ສືບຕໍ່ມີຄວາມຮັບຮູ້ທີ່ຄົບຖ້ວນແລະເລິກເຊິ່ງກວ່າອີກ ກ່ຽວກັບທີ່ຕັ້ງ, ບົດບາດ, ພາລະໜ້າທີ່ ແລະໜ້າທີ່ຂອງວາລະສານອມມູນິດ.

ຕ້ອງການ​ຢືນຢັນ​ຄືນ​ໃໝ່, ຢືນຢັນ​ຫຼາຍ​ເທື່ອ​ ກ່ຽວ​ກັບ​ບັນຫາ​ນີ້, ເພາະວ່າຂ້າພະ​ເຈົ້າ​ຢ້ານ​ວ່າ ບໍ່ແມ່ນພວກເຮົາທຸກຄົນໄດ້ຊາບ​ຊຶ້ງ​ແລະຮັບຮູ້ຢ່າງເຕັມສ່ວນ​ແລະ​ເລິກ​ເຊິ່ງກ່ຽວ​ກັບທີ່​ຕັ້ງ, ພາລະບົດບາດ​ ແລະ​ໜ້າ​ທີ່ຂອງວາລະສານ​ກອມ​ມູນິດ. ​ເມື່ອ​ຂ້າພະ​ເຈົ້າ​ເຮັດ​ວຽກ​ຢູ່​ວາລະສານ, ຂ້າພະ​ເຈົ້າ​ຮູ້​ບາງ​ສະຫາຍທີ່​ເຮັດ​ວຽກ​ຫຼາຍ​ປີ​ຢູ່ວາລະສານ, ​ໃນ​ນັ້ນ​ມີ​ສະຫາຍ​ຮອງ​ບັນນາທິການ​ໃຫຍ່, ​ໄດ້ຍອມຮັບວ່າ, ບໍ່​ເຂົ້າ​ໃຈພາລະ​ບົດບາດ​ແລະ​ໜ້າ​ທີ່​ຂອງ​ວາລະສານ​ຢ່າງຖິງຖອງ. ນີ້​ບໍ່​ແມ່ນ​ການ​ເວົ້າ​ເກີນ​ຈິງ​ແຕ່ຢ່າງ​ໃດ. ພຽງແຕ່ເອົາຕົວຢ່າງສະເພາະບາຢ່າງທີ່ມີຢູ່ໃນທຸກມື້ທຸກ​ວັນ​ນີ້: ບົດ​ຂຽນ​ຄື​ແນວ​ໃດ​ຈະໄດ້ລົງ​ພິມ​ໃນວາລະສານ​ກອມ​ມູນິດ, ບົດ​ຂຽນ​ຄື​ແນວ​ໃດ​ຈະ​ໄດ້​ລງພິມ​ໃນ​ວາລະສານ​ອື່ນ, ໜັງສືພິມ​ອື່ນ? ວາລະສານ​ກອມ​ມູນິດ​ຄວນ​ມີ​ສິ່ງ​ພິມ​ໃດ​ແດ່?... ຄວາມຄິດເຫັນບໍ່ຄືກັນເລີຍ. ເມື່ອບໍ່ດົນມານີ້, ຂ້າພະເຈົ້າ​ໄດ້​ເຕືອນ​ເລື້ອຍໆ​ວ່າ ​ແຕ່ລະຄົນ, ​ແຕ່​ລະ​ອົງການຫຼືໜ່ວຍງານຕ້ອງ “ຈົດຈຳ, ເຮັດຖືກຕາມບົດບາດ" ​ແມ່ນ​ເລີ່​ມຈາກຄວາມເປັນຈິງ. ມີ​ພຽງ​ສອງ​ຄຳທີ່​ວ່າ “ຈົດຈຳ” ​ແລະ “ເຮັດຖືກຕາມບົດບາດ" ​ເທົ່າ​ນັ້ນ, ແຕ່ບໍ່ແມ່ນທຸກຄົນຈະເຂົ້າໃຈ​ ແລະ​ເຮັດມັນ​ຖືກຕ້ອງ​ຕະຫຼອດ​ເວລາ. ຈັ່ງ​ຊັ້ນ, ການ “ຈົດຈຳ” ​ແລະ “ເຮັດຖືກຕາມບົດບາດ" ແມ່ນຫຍັງ? ສິ່ງ​ດັ່ງ​ດ່າວໝາຍ​ຄວາມ​ວ່າ ​ເຮັດ​ພາລະ​ບົດບາດ​ແລະໜ້າ​ທີ່ຂອງ​ຕົນ​ຢ່າງ​ຖືກຕ້ອງ, ກຳ​ແໜ້ນ​ແລະ​ປະຕິບັດ​ຫຼັກການ​ແລະ​ກົດ​ລະບຽບ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ຢ່າງ​ຖືກຕ້ອງ, ບໍ່​ປິນຂຶ້ນ​ໄປ​ເຮັດ​ວຽກ​ຂອງ​ຜູ້​ອື່ນ, ບໍ່ ບຽດບຽນ​ເດີ່ນ ຂອງ​ຜູ້​ອື່ນ, ​ໃນ​ຂະນະທີ່ວຽກ​ງານສຳຄັນຂອງ​ຕົນ​ ບໍ່​ໄດ້​ເຮັດ​ຫຼື​ເຮັດ​ບໍ່ດີ.

ຈັ່ງ​ຊັ້ນ, ຕຳແໜ່ງທີ່​ຕັ້ງ, ພາລະບົດບາດ ​ແລະໜ້າທີ່ຂອງວາລະສານແມ່ນຫຍັງ? ມະຕິ​ຕົກລົງ, ຄຳສັ່ງ​ຂອງ​ກົມ​ການ​ເມືອງ​ໄດ້​ຢັ້ງຢືນ​ຢ່າງ​ຈະ​ແຈ້ງວ່າ:ວາລະສານ​ກອມ​ມູນິດ​ແມ່ນ​ອົງການທິດ​ສະ​ດີ​ແລະ​ການ​ເມືອງ ຂອງ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ. ໝາຍ​ຄວາມ​ວ່າ, ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມມີ​ວາລະສານ​ສະບັບ​ໜຶ່ງ​ເທົ່າ​ນັ້ນ, ນັ້ນ​ແມ່ນ​ວາລະສານ​ກອມ​ມູນິດ ​ເຊິ່ງ​ແມ່ນ​ວາລະສານ​ທິດ​ສະ​ດີ​ແລະ​ການ​ເມືອງ. ນີ້​ບໍ່​ແມ່​ໜັງສືພິມ​ລາຍ​ວັນ ​ແລະ​ກໍ​ບໍ່​ແມ່ນ​ວາລະສານທຳ​ມະ​ດາ. ປະຈຸ​ບັນ, ປະ​ເທດ​ຫວຽດນາມ​ມີສຳນັກ​ຂ່າວ​ຫຼາຍ​ກວ່າ 700 ​ແຫ່ງ, ​ໃນ​ນັ້ນ​ມີ​ວາລະສານ​ປະມານ 450 ​ແຫ່ງ, ​ແຕ່​ບໍ່​ມີວາລະ​ສານ​ໃດ, ນອກ​ເໜືອ​ຈາກວາລະສານ​ກອມ​ມູນິດ, ​ແມ່ນ​ວາລະສານ​ຂອງ​ສູນ​ກາງ​ພັກ. ວາລະສານດັ່ງກ່າວ​ໄດ້​ຖືກ​ພິມ​ເຜີຍ​ແຜ່​ສອງ​ສາມ​ເດືອນ​ຫຼັງ​ຈາກ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຮັບ​ການກຳເນີດ ແລະ ກໍ່ຕັ້ງໂດຍລຸງໂຮ່ເອງ. ​ໃນ​ໄລຍະ​ຕົ້ນ, ເລຂາທິການໃຫຍ່ຂອງພັກສ່ວນຫຼາຍ​ໄດ້​​ເຮັດ​ທັງ​ໜ້າ​ທີ່ຫົວໜ້າກອງ​ບັນນາທິການ​ຂອງວາລະສານ.

​ເວົ້າ​ເຖິງ​ວຽກ​ງານ​ທິດ​ສະ​ດີ​ແມ່ນ​ລວມທັງ​ການ​ຄົ້ນຄວ້າ​ທິດ​ສະ​ດີ, ການອົບຮົມ​ສຶກສາທິດ​ສະ​ດີ​ ແລະການ​ເຜີຍ​ແຜ່​ທິດ​ສະ​ດີ. ການ​ຄົ້ນຄວ້າ​ທິດ​ສະ​ດີມີ​ຫຼາຍ​ສະ​ຖາ​ບັນ​ຄົ້ນຄວ້າ; ການ​ອົບຮົມ​ສຶກສາທິດ​ສະ​ດີ​ມີ​ບັນດາ​ໂຮງຮຽນ​ພັກ​ແລະ​ໂຮງຮຽນ​ການ​ເມືອງ; ເພື່ອເຜີຍແຜ່ທິດສະດີ, ໜັງສືພິມປະຕິວັດທັງໝົດກໍ່ໄດ້ເຮັດ. ວາລະສານ​ທິດ​ສະ​ດີ​ແລະ​ການ​ເມືອງຕ້ອງ​ຮັບ​ພາລະ​ໜ້າ​ທີ່​ທີ່​ມີ​ລັກສະນະ​ສັງ​​ເຄາະ, ລວມທັງ​ການ​ຄົ້ນຄວ້າ​ທິດ​ສະ​ດີ, ການ​ອົບຮົມ​ສຶກສາທິດ​ສະ​ດີ ​ແລະກາ​ນ​ໂຄສະນາ​ເຜີຍ​ແຜ່​ທິດ​ສະ​ດີ. ດັ່ງ​ນັ້ນ, ພະນັກງານບັນນາທິການ​ຂອງວາລະສານ​ກອມ​ມູນິດຕ້ອງ​ຮູ້​ທັງ​ການຄົ້ນຄວ້າ, ການ​ອົບຮົມ​ສຶກສາ​ແລະ​ການ​ໂຄສະນາ​ເຜີຍ​ແຜ່​ທິດ​ສະ​ດີ; ມີ​ການ​ຄົ້ນຄວ້າ​ທິດ​ສະ​ດີຈຶ່ງ​ສາມາດ​ຂຽນ​ບົດ​ຄວາມ, ຈຶ່ງ​ເຮັດ​ວຽກ​ງານບັນ​ນາ​ທິການ​ໄດ້. ຂຽນ​ບົດ​ຄວາມ​ແມ່ນ​ເພື່ອ​ເຜີຍ​ແຜ່​ທິດ​ສະ​ດີພ້ອມ​ກັນ​ນັ້ນ​ກໍ​ເພື່ອ​ອົບຮົມ​ສຶກສາ, ຍົກ​ສູງ​ລະດັບ​ທິດ​ສະ​ດີ. ​ເພາະສະ​ນັ້ນ, ​ເຮັດ​ວຽກ​ຢູ່ວາລະສານ​ກອມ​ມູນິດຍາກ​ຫຼາຍ, ມັນຮຽກຮ້ອງໃຫ້ມີທັງຄວາມ​ສາມາດຄົ້ນຄ້ວາ​ໄດ້, ຂຽນ​ໄດ້, ແລະສາມາດຖ່າຍທອດຂໍ້ມູນທາງທິດສະດີພ້ອມໆກັນ. ທິດ​ສະ​ດີ​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກ​ຢູ່​ແລ້ວ, ທິດ​ສະດີກາ​ນ​ເມືອງ​ຍິ່ງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ. ນີ້​ແມ່ນ​ທິດ​ສະ​ດີກາ​ນ​ເມືອງ, ບໍ່​ແມ່ນ​ທິດ​ສະ​ດີນາມ​ມະ​ທຳ, ທິດ​ສະ​ດີ​ທາງ​ວິຊາ​ການ; ທິດ​ສະ​ດີ​ຕິດ​ກັບ​ແນວທາງ​ການ​ເມືອງ, ມີ​ຄວາມ​ກົມກຽວ​ລະຫວ່າງ​ທິດ​ສະ​ດີ​ແລະ​ການ​ເມືອງ. ກ່ຽວ​ກັບ​​ເລື່ອງ​ນີ້, ກ່ອນ​ໜ້າ​ນີ້ສະຫາຍ​ເຈື່ອງ​ຈິງ, ສະຫາຍ​ໂຕ​ຫຶ​ວ​ໄດ້ໃຫ້ຄຳແນະນຳແລະຕັກເຕືອນຫຼາຍຫຼາຍ​ຄັ້ງ. ສະຫາຍດ່າວຢຸຍຕຸ່ງ, ຕາງໜ້າ​ສູນ​ກາງ​ພັກ, ​ໄດ້​ມອບ​ລາງວັນ​ໃຫ້ວາລະສານ​ກອມ​ມູນິດ ເນື່ອງໃນໂອກາດວັນສ້າງ​ຕັ້ງ​ວາລະສານ​ກອມ​ມູນິດຄົບຮອບ 40 ປີ, ໃນເດືອນທັນວາປີ 1995, ​ໄດ້​ເວົ້າວ່າ: “ວາລະສານ​ກອມ​ມູນິດຕ້ອງ​ເປັນ​ຄັນ​ທຸງ​ທິດ​ສະ​ດີກາ​ນ​ເມືອງ​ໃນ​ແນວ​ຮົບ​ແນວ​ຄວາມ​ຄິດ​ຂອງ​ພັກ”.

ດັ່ງ​ນັ້ນ, ຂ້າພະ​ເຈົ້າ​ຫວັງ​ວ່າ ​ບັນດາ​ສະຫາຍ​ໃນ​ເວລາ​ເຮັດ​ວຽກ​ຕ້ອງ​ເລີ່​ມຈາກ​ພາລະ​ບົດບາດ ​ແລະໜ້າ​ທີ່​ຂອງ​ວາລະສານ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​ປະຈຸ​ບັນ. ຂໍ​ໃຫ້​ບັນດາ​ສະຫາຍ​ເອົາ​ໃຈ​ໃສ່​ວ່າ, ຄວາມ​ຈັບ​ໃຈ​ຂອງວາລະສານ​ກອມ​ມູນິດບໍ່​ແມ່ນ​ຢູ່​ທີ່​ການ​ລາຍ​ງານ​ຂ່າວ​ໃນ​ຊີວິດ​ປະຈຳວັນ, ​ແຕ່​ຢູ່ໃນ​ລັກສະນະ​ທິດ​ສະ​ດີ​ທີ່​ເລິກ​ເຊິ່ງ, ​ໃນ​ຄວາມ​ດູດ​ດຶງຊວນ​ເຊື່ອ, ຄວາມ​ຖືກຕ້ອງ​ແລະ​ວິທະຍາສາດ ຂອງ​ຂໍ້​ຄິດ​ທິດ​ສະ​ດີ​ແຕ່ລະ​ຂໍ້, ບົດ​ຄວາມ​ແຕ່​ລະ​ບົດ. ລັກສະນະ​ການ​ເມືອງ, ລັກສະນະ​ທິດ​ສະ​ດີແມ່ນຈິດ​ວິນ​ຍານ​ຂອງວາລະສານ, ໝາຍ​ຄວາມ​ວ່າ ນຳເອົາແນວທາງຂອງພັກ​ເຂົ້າ​ໃນ​ຊີວິດ​ສັງຄົມ​ຢ່າງ​ມີ​ທິດ​ສະ​ດີແລະມີຊີວິດຊີວາ; ເໝາະສຳລັບຜູ້ອ່ານວາລະສານ ​ເຊິ່ງສ່ວນ​ໃຫຍ່​ແມ່ນ​ພະນັກງານການນຳ, ພະນັກງານ​ຄຸ້ມ​ຄອງ​ລະດັບ​ກາງ​ແລະ​ພະນັກງານອາວຸ​ໂສ, ​ແມ່ນ​ຜູ້​ທີ່​ມີ​ລະດັບ​ທິດ​ສະ​ດີ​ທີ່​ແນ່ນອນ. ​ແນ່ນອນ​ວ່າ​ໃນ​ປະຈຸ​ບັນ, ລະດັບປັນຍາຄວາມ​ຮູ້, ລະດັບທິດສະດີ, ລະດັບການສຶກສາຂອງພະນັກງານຮາກ​ຖານ​ຢູ່​ຫວຽດນາມ​ກໍ່​ໄດ້​ຮັບ​ການ​ປັບປຸງຍົກ​ສູງ, ດັ່ງນັ້ນນີ້ກໍ່ແມ່ນ​ເປົ້າ​ໝາຍຂອງການ​ຮັບ​ໃຊ້​ຂອງວາລະສານ. ຜູ້​ອ່ານ​ວາລະສານ​ຍັງ​ເປັນນັກທິດສະດີທີ່ມີຄຸນວຸດທິຂອງໂລກ. ສະຫຼຸບ, ຜູ້​ອ່ານຂອງ​ວາລະສານ​ກອມ​ມູນິດແມ່ນສະເພາະຫຼາຍ. ວາລະສານ​ກອມ​ມູນິດບໍ່​ແມ່ນ​ວາລະສານ ທຳ​ມະ​ດາສາມັນ; ຫຼາຍຄົນມັກເວົ້າຕະຫຼົກວ່າ ວາລະສານຄອມມິວນິດແມ່ນ “ປືນ​ໃຫຍ່​ພິ​ໄສ​ໄກ”, ອາວຸດໜັກ.

ທີ​ສອງ: ກ່ຽວ​ກັບບາງຜົນສຳເລັດທີ່ໜ້າຊົມ​ເຊີຍ ​ແລະບັນຫາທີ່ແນະນຳ

ວາລະສານ​ກອມ​ມູນິດມີ​ປະຫວັດສາດ​ອັນ​ຍາວ​ນານ​ແລະ​ປະ​ເພນີ​ອັນ​ຮຸ່ງ​ເຮືອງ. ຈາກວາລະສານແດງ ສະບັບທຳອິດ (ວັນ​ທີ 5 ສິງຫາ, 1930) ຈົນຮອດ ວາລະສານ​ກອມ​ມູນິດ (ປີ 1931), ວາລະສານ​​ໂບນ​ເຊ​ວິກ (ປີ 1934), ວາລະສານ​ກອມ​ມູນິດ (ປີ 1941), ວາລະສານ​ກອມ​ມູນິດ (ປີ 1943), ວາລະສານ​ຊີວິດ​ພາຍ​ໃນ (ປີ 1947) ​ແລະ ວາລະສານ​ກອມ​ມູນິດ (ປີ 1950). ຫຼັງຈາກ​ສັນຕິພາບ​ກັບ​ຕ່າວ​ຄືນ​ມາ​ໃນ​ພາກ​ເໜືອ, ວາລະສານ​ການ​ຮຽນ​ຮູ້ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ເດືອນທັນວາ 1955 ​ແລະພິມ​ຈຳໜ່າຍ​ທຸກ​ເດືອນ. ​ແຕ່​ວັນ​ທີ 5 ມັງກອນ 1977, ວາລະສານ​ການ​ຮຽນ​ຮູ້ ໄດ້ຖືກປ່ຽນຊື່ເປັນ ວາລະສານອມມູນິດ ແລະ ສືບຕໍ່ພິມຈຳໜ່າຍເປັນປົກກະຕິຈົນເຖິງທຸກວັນນີ້. ຢູ່​ພາກ​ໃຕ້, ​ໃນ​ໄລຍະ​ສົງຄາມ​ຕໍ່ຕ້ານຕ້ານ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ກົມ​ສູນ​ກາງພັກ​ພາກ​ໃຕ້ ໄດ້ພິມຈຳໜ່າຍວາລະສານ​ຄົ້ນຄວ້າ; ​ແລະ​ໃນ​ຊຸມ​ປີ​ແຫ່ງ​ສົງຄາມ​ຕໍ່ຕ້ານ​ອາ​ເມ​ລິ​ການ​ເພື່ອ​ກູ້​ຊາດ, ​ໄດ້​ພິມຈຳໜ່າຍ ວາລະສານນຳ​ໜ້າ. ດັ່ງນັ້ນ, ດ້ວຍປະຫວັດການດຳເນີນງານແລະການພັດທະນາຫຼາຍ​ກວ່າ 82 ປີ, ມາຮອດປະຈຸບັນວາລະສານ​ກອມ​ມູນິດແມ່ນວາລະສານທີ່​ມີ​ປະຫວັດ​ຍາວ​ນານ​ທີ່​ສຸດໃນປະເທດຫວຽດນາມ. ມາ​ຢາມ​ວາລະ​ສານ​ກອມ​ມູນິດ​ໃນມື້​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ທີ່​ສຸດ​ທີ່​ເຫັນ​ວ່າ ​ວາລະສານມີ​ການ​ເຕີບ​ໃຫຍ່​ທີ່​ສຸດ, ພິ​ເສດ​ແມ່ນ​ໃນ​ຊຸມ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່.

​ໃນ​ປີ​ທີ່​ຜ່ານ​ມາ, ຕາມ​ລາຍ​ງານ​ຂອງ​ຄະນະ​ບັນນາທິການຂອງ​ວາລະສານ, ​ແລະຜ່ານ​ການ​ຕິດຕາມ, ຂ້າພະ​ເຈົ້າ​ເຫັນ​ວ່າ​ ບັນດາ​ສະ​ຫາຍ​ໄດ້​ເສີມ​ຂະຫຍາຍ​ເປັນ​ຢ່າງ​ດີ​ ມູນ​ເຊື້ອ​ອັນ​ສະຫງ່າ​ງາມ​ຂອງວາລະສານ​ກອມ​ມູນິດ. ວາລະສານ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ​ ແລະສືບ​ຕໍ່​ມີ​ການ​ປ່ຽນ​ແປງ​ໃໝ່, ໂດຍສະເພາະແມ່ນ​ໄດ້​ປະຕິບັດ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງທີ X ຂອງພັກຢ່າງໃກ້ຊິດ, ​ໂດຍ​ມີ​ຫົວ​ຂໍ້​ສະ​ເພາະຕ່າງໆຂອງ​ການ​ໂຄສະນາ​ເຜີຍ​ແຜ່ຢ່າງເປັນລະບົບ. ຂ້າພະ​ເຈົ້າ​ໄດ້​ປຶກສາ​ຫາລື ​ແລະ​ແນະນຳຕໍ່ຄະນະ​ບັນນາທິການວາລະສານ​ກ່ຽວກັບບາງຫົວຂໍ້ທີ່​ຕ້ອງ​ໄດ້​ສຸມ​ໃສ່​ການໂຄສະນາ​ເຜີຍ​ແຜ່, ​ເຊັ່ນ​ກ່ຽວ​ກັບ​ສາຍ​ພົວພັນ​ພື້ນຖານ​ແປດ​ປະການ, ບັນດາ​ເນື້ອ​ໃນ​ໃໝ່​ແລະສຳຄັນ​ ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ XI ຂອງ​ພັກ. ມີ “ພື້ນ​ທີ່” ຫຼາຍ​ທີ່​ສຸດ​ເພື່ອ​ໃຫ້​ວາລະສານ​ລົງ​ເລິກ​ໃນ​ການ​ຂຸດ​ຄົ້ນ​ແລະ​ໂຄສະນາ​ເຜີຍ​ແຜ່. ວາລະສານ​ໄດ້​ຕິດຕາມ​ເນື້ອ​ໃນ​​ໂຄງການ​ປະຕິບັດ​ງານ​ຂອງ​ສູນ​ກາງ​ພັກຢ່າງ​ໃກ້ຊິດ ​ເພື່ອກຳນົດ​ໂຄງການ​ບັນນາທິການ, ຈັດ​ຕັ້ງ​ກອງ​ປະຊຸມ​ສຳມະ​ນາ​ ແລະການ​ສຳ​ມະ​ນາ​ວິທະຍາສາດ, ສະໜອງ​ຂໍ້​ມູນ​ເອກະສານ, ປະກອບ​ຄວາມ​ຄິດ​ຄວາມ​ເຫັນໃຫ້ສູນກາງ. ກ່ອນ​ກອງ​ປະຊຸມສູນກາງ, ວາລະສານໄດ້ຈັດກອງປະຊຸມສຳມະນາ ​ແລະ ການສຳມະນາ ກ່ຽວ​ກັບ​ເນື້ອໃນຕ່າງໆທີ່ສູນກາງຈະປຶກສາຫາລື. ພາຍຫຼັງທີ່​ສູນກາງ​ໄດ້ສະຫຼຸບ​ແລະ​ອອກ​ມະຕິ​ຕົກລົງ​ແລ້ວ, ວາລະສານໄດ້ຈັດຕັ້ງກອງ​ປະຊຸມສຳມະນາ​ແລະ​ການສຳມະນາ ​ເພື່ອ​ໃຫ້​ກະຈ່າງ​ແຈ້ງ ກ່ຽວກັບພື້ນຖານວິທະຍາສາດ, ພື້ນຖານທິດສະດີ​ແລະ​ພຶດຕິ​ກຳ​ ຂອງ​ການ​ຕັດສິນ​ໃຈ​ຂອງສູນກາງ. ຂ້າພະ​ເຈົ້າ​ຊົມ​ເຊີຍວິທີນີ້ຂອງວາລະສານ. ​ໃນ​ປີ​ທີ່​ຜ່ານ​ມາ, ວາລະສານໄດ້ຈັດກອງປະຊຸມສຳມະນາ 10 ຄັ້ງ ​ແລະ​ການສຳມະ​ນາ​ວິທະຍາສາດ 6 ຄັ້ງ, ເຊິ່ງມີການສຳມະນາທັງໝົດ 16 ຄັ້ງໃນເວລາ 18 ເດືອນ. ບັນດາ​ສະຫາຍ​ຕ້ອງ​ໄດ້​ຂະຫຍັນ​ຂັນ​ເຄື່ອນ​ແລະ​ພະຍາຍາມ​ຫຼາຍ​ທີ່​ສຸດ ​ຈຶ່ງ​ບັນລຸ​ຜົນ​ສຳ​ເລັດດັ່ງກ່າວ. ດ້ວຍ​ກິດ​ຈະກຳ​ເຫຼົ່າ​ນີ້ ວາລະສານ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ພັກ​ ໃນ​ວຽກ​ງານ​ທິດ​ສະ​ດີ ​ແລະ​ປະກອບສ່ວນ​ເຂົ້າ​​ໃນພາລະກິດ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ. ມື້​ນີ້, ​ໃນ​ໂອກາດທີ່​ມາຢ້ຽມ​ຢາ​ມ​ແລະ​ເຮັດ​ວຽກ​ກັບ​ບັນດາ​ສະ​ຫາຍ, ຕາງໜ້າ​ກົມ​ການ​ເມືອງ​ແລະ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຂ້າພະ​ເຈົ້າຂໍ​ສະ​ແດງສະແດງຄວາມຍິນດີຊົມເຊີຍ, ອວຍພອນ ແລະ ຂໍຂອບໃຈບັນດາພະນັກງານ, ລັດຖະກອນ ແລະຜູ້ຮ່ວມງານຂອງ ວາລະສານກອມມູນິດ!

ກ່ຽວກັບຄວາມປາດຖະໜາກັບວາລະສານນັ້ນ​ແມ່ນມີຫຼາຍທີ່​ສຸດ. ຂໍ້ຈຳກັດຂອງ​ວາລະສານແມ່ນໄດ້ຖືກກ່າວເຖິງໂດຍສະເພາະ ໃນບົດລາຍງານຂອງ​ຫົວໜ້າ​ບັນນາທິການ ແລະໃນ​ຄຳ​ປາ​ໄສຂອງບັນດາຜູ້ແທນທີ່ປະຊຸມຄັ້ງນີ້. ໃນນັ້ນ, ສິ່ງ​ທີ່​ເດັ່ນ​ຊັດ​ແມ່ນ ລັກສະນະ​ທິດ​ສະ​ດິບໍ່ເລິກເຊິ່ງ, ລັກສະນະສູ້ຮົບຍັງບໍ່ສູງ, ລັກສະນະ​ພຶດຕິ​ກຳຍັງຖືກຈຳກັດຢູ່. ຕ້ອງເບິ່ງໂດຍກົງກັບຄວາມຈິງ, ກ້າ​ຕິ​ຊົມ​ຕົນ​ເອງ ​ເພື່ອ​ຖອດ​ຖອນ​ບົດຮຽນ. ພາລະກິດ​ທິດ​ສະ​ດີ​ແມ່ນຍາກຫຼາຍ, ຫຍຸ້ງຍາກທີ່ສຸດ. ຂ້າພະເຈົ້າຈື່ໄດ້ວ່າ, ກ່ອນໜ້າ​ນີ້, ເມື່ອມາຢ້ຽມຢາມວາລະສານກອມມູນິດ, ມີບັນດາສະຫາຍຜູ້ນຳເຊັ່ນ ເຈື່ອງຈິງ, ເລຢວນ, ຟ້າມວັນດົງ, ຫວໍ​ງວຽນ​ຢ້າບ, ຫງວຽນຈີ​ແທັງ,...ລ້ວນ​ແຕ່​ເວົ້າ​ວ່າ: ການ​ຂຽນ​ບົດ​ໜັງສືພິມ​ເປັນ​ເລື່ອງຍາກ, ການ​ຂຽນ​ບົດ​ຄວາມ​ທິດ​ສະ​ດີ​ຍິ່ງຍາກກວ່າອີກ, ບັນດາ​ສະຫາຍ​ແມ່ນ​ນັກຮົບທີ່​ມິດ​ງຽບ​ແຕ່​ກ້າຫານ. ຕ້ອງ​ມີ​ການ​ກະກຽມ​ຄື​ແນວ​ໃດ​ຈຶ່ງ​ຂຽນ​ໄດ້. ມ້ອນ​ຕ້ອງ​ສຸກ​ເຖິງ​ຈຸດ​ທີ່​ແນ່ນອນ​ຈຶ່ງ​ປ່ອຍ​ໄໝ​ໄດ້. ອັດ​ສະ​ລິ​ຍະ​ທີ່​ສອງສາມ​ມື້ຜະລິດບົດຄວາມ​ໄດ້ຫຼາຍບົດ, ບາງທີບົດຂຽນ​ເຫຼົ່າ​ນັ້ນ​ເພື່ອ​ຄິດໄລ່ປະລິມານເທົ່ານັ້ນ, ​ແຕ່ບໍ່ແມ່ນບົດຄວາມທີ່ມີຄຸນນະພາບ. ການຂຽນບົດ​ໜັງສືພິມຕາມແບບ ​ໄປ​ທີ່​ທ້ອງ​ຖິ່ນ​ຂໍບົດ​ລາຍ​ງານຈຳນວນໜຶ່ງ, ​ເອົາ​ມາ “ຮຽບຮຽງ”, “​ແກ້​ໄຂ”, “​ເພີ່ມ​ເຕີມ” ​ໃຫ້​ເປັນ​ບົດ​ໜຶ່ງແລ້ວ ມັນຈະມີຄຸນນະພາບສູງ​ໄດ້ແນວໃດ!

ທີ​ສາມ: ກ່ຽວ​ກັບ​ທິດ​ທາງ, ໜ້າ​ທີ່​ທີ່​ຈະ​ມາ​ເຖິງ​ຂອງ​ວາລະສານ.

ຂ້າພະ​ເຈົ້າເຫັນດີກັບບົດລາຍງານຂອງຄະນະບັນນາທິການ, ພຽງ​ແຕ່​ເນັ້ນ​ໜັກ​ແລະຊີ້ແຈງບາງບັນຫາເທົ່ານັ້ນ. ກ່ອນ​ອື່ນ​ໝົດ, ຕ້ອງ​ເຫັນ​ວ່າ​ ໜ້າ​ທີ່​ທີ່​ຈະ​ມາ​ເຖິງ​ຂອງ​ພວກ​ເຮົາຍັງມີຄວາມຫຍຸ້ງຍາກແລະໜັກຫຼາຍ. ສະຖານະ​ການ​ໃນ​ປະ​ເທດ, ​ໃນພາກ​ພື້ນ​ແລະ​ໃນ​ໂລກຍັງມີຄວາມສັບສົນແລະບໍ່ຄາດເດົາໄດ້. ມີເຫດການທີ່ເກີດຂຶ້ນນອກ ເໜືອການຄາດຄະເນ. ມື້ນີ້ສະຖານະ​ການເປັນແບບນີ້, ແຕ່ມື້ອື່ນມັນ​ເກີດ​ຂຶ້ນ​ເປັນ​ແນວ​ອື່ນ. ໃນສະພາບການດັ່ງກ່າວ, ທິດ​ສະ​ດີ​ຈະ​ເຮັດ​ແນວ​ໃດ​ເພື່ອ​ປະຕິບັດ​ພາລະກິດ​ການນຳທາງ, ການກຳນົດທິດທາງ, ການເດີນໜ້າ, ການຄາດຄະເນ? ຫຼື​ທິດ​ສະ​ດີ​ເປັນ​ພຽງ “ຕົວຕະລົກທີ່ໄລ່ຕາມລົດມ້າສາມໂຕ”? ພຶດຕິ​ກຳ​ແມ່ນ​ອຸດົມສົມບູນ ​ແລະ​ມະຫາສານ, ສະນັ້ນທິດ​ສະ​ດີ​ຕ້ອງ​ມີ​ການ​ພັດທະນາຄື​ແນວ​ໃດ​ໃຫ້ເໝາະ​ສົມ, ຖ້າ​ບໍ່​ດັ່ງ​ນັ້ນ, ທິດ​ສະ​ດີພຽງ​ແຕ່​ໄລ່​ຕາມ​ພຶດຕິ​ກຳເທົ່ານັ້ນ.

ເຖິງວ່າຍັງມີບັນຫາທີ່ມີ​ການຖົກຖຽງກັນຢູ່ ​ແລະຕ້ອງສືບຕໍ່​ຄົ້ນຄວ້າອີກ​ຕໍ່​ໄປ, ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກກໍ​ໄດ້​ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ ​ກ່ຽວ​ກັບ​ບັນດາທັດສະນະແລະ​ແນວທາງອັນ​ພື້ນຖານ ​ເຊິ່ງສະ​ແດງ​ອອກ​ໃນ​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່ລັດທິ​ສັງຄົມ​ນິຍົມ (ສະບັບ​ປັບປຸງ ພັດທະນາ​ປີ 2011), ​ໃນ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ - ສັງຄົມປີ 2011 - 2020 ​ແລະ​ໃນບັນດາ​ເອກະສານ​ອື່ນ​ຂອງ​ກອງ​ປະຊຸມ​ໃຫຍ່. ນັ້ນ​ແມ່ນ​ພື້ນຖານ​ທີ່​ສຳຄັນ​ເພື່ອ​ໃຫ້​ພວກ​ເຮົາ​ປະຕິບັດ, ​ແລະ​ຜ່ານ​ພຶດຕິ​ກຳ​​ຈະ​ໄດ້​ສະຫຼຸບ​ສັງ​ລວມ, ​ເພີ່ມ​ເຕີມ​, ​ພັດທະນາ. ບັນດາ​ຈຸດ​ໃໝ່​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ແມ່ນ​ຫຍັງ, ບັນດາ​ສະຫາຍ​ຄົງ​ໄດ້​ຮຽນ​ຮູ້, ສຶກສາຄົ້ນຄວ້າ​ເອກະສານຂອງ​ກອງ​ປະຊຸມ​ໃຫຍ່, ​ໄດ້​ຈັດ​ລະບົບ​ປະ​ເດັນ​ໃໝ່​ຂອງ​ກອງ​ປະຊຸມ​ໃຫຍ່​ແລ້ວ. ຍົກ​ຕົວຢ່າງ​ກ່ຽວ​ກັບ​ເສດຖະກິດ, ປະ​ເດັນ​ໃໝ່​ທີ່ສຳຄັນທີ່​ສຸດ​ແມ່ນ “ການ​ປັບ​ໂຄງ​ສ້າງ​ເສດຖະກິດ​ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ”. ປະ​ໂຫຍ​ກດັ່ງກ່າວສັ້ນໆເທົ່ານັ້ນ ແຕ່ກໍ່ມີຄຳຖາ​ມຫຼາຍ​ຂໍ້​ເພື່ອ​ໃຫ້​ອະທິບາຍແລະຕອບ. ຫຼື​ວ່າ, ກ່ຽວ​ກັບ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດ; ຈາກ​ການ​ເຊື່ອມ​ໂຍງ​ເສດຖະກິດສາກົນ​ໄປ​ສູ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນກໍ​ພາ​ໃຫ້​ເກີດ​ຫຼາຍ​ບັນຫາ ທີ່ຕ້ອງໄດ້ສຶກສາຄົ້ນຄວ້າແລະໃຫ້ຄວາມກະຈ່າງແຈ້ງ. ​ແລະ​ບັນຫາ “ການ​ເປັນ​ເຈົ້າ​ການ, ​ຕັ້ງໜ້າ” ຫຼື “ການ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ” ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; “​ເປົ້າ​ໝາຍ”, “ຄູ່​ຮ່ວມ​ງານ” ​ແມ່ນ​ຫຍັງ? ​ໃຜ, ​ເວລາ​ໃດ, ​ໃນ​ບັນຫາ​ໃດ​ແມ່ນ​ເປັນ “ເປົ້າ​ໝາຍ”; ​ເວລາ​ໃດ, ​ໃນ​ບັນຫາ​ໃດ​ພັດ​ເປັນ “ຄູ່​ຮ່ວມ​ງານ”? ປະກົດການວິກິດການໜີ້ສາທາລະນະໃນເອີຣົບ, ​ເນື້ອ​ແທ້​ຂອງ “ການ​ປະຕິວັດ​ສີສົ້ມ” ທີ່​ລະ​ເກີດ​ຂຶ້ນ​ໃນ​ອາ​ຟຣິກກາ​ເໜືອ​ແລະ​ຕາ​ເວັນ​ອອກ​ກາງນັ້ນ​ແມ່ນ​ຫຍັງ, ມັນມີ​ຄວາມ​ໝາຍ​ແນວ​ໃດ?... ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄປຢ້ຽມຢາມປະເທດກູບາ, ຕາມຄຳ​ເຊີນ​ຂອງບັນດາ​ສະຫາຍ​ກູ​ບາ, ຂ້າພະເຈົ້າໄດ້ກ່າວ​ປາ​ໄສຢູ່ທີ່ໂຮງຮຽນພັກ​ຊັ້ນ​ສູງ​ ນີ​ໂກ ​ໂລ​ເປັດ. ຢູ່​ທີ່​ນັ້ນ, ຂ້າພະເຈົ້າສະເໜີແນວຄິດທິດສະດີຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ເສັ້ນທາງ​ກ້າວ​ສູ່ສັງຄົມນິຍົມ ແລະສະພາບການ​ກໍ່ສ້າງ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ, ເຊິ່ງ​ໄດ້​ຮັບ​ການຍິນ​ດີຕ້ອນຮັບ​ແລະ​ຊົມ​ເຊີຍ​ຈາກ​ບັນດາ​ສະ​ຫານ​ກູ​ບາ. ​ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຍິນ​ດີ​ຕ້ອນຮັບ? ອາດຈະເປັນຍ້ອນວ່າ ພວກ​ເຂົາ​ເຫັນ​ພວກ​ເຮົາເວົ້າສິ່ງທີ່​ເຂົາກຳລັງຄິດ ກຳລັງ​ເປັນ​ຫ່ວງ. ຂ້າພະ​ເຈົ້າ​ຮູ້​ວ່າ, ບັນດາສະຫາຍ​ຜູ້ນຳພັກ​ກອມ​ມູນິດ​ຈີນ, ພັກ​ປະຊາຊົນ​ປະຕິວັດ​ລາວ, ພັກ​ກອມ​ມູນິດ​ຍີ່ປຸ່ນ,...ລ້ວນ​ແຕ່ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແລະ​ຕີ​ລາຄາ​ສູງ ຕໍ່​ທັດສະນະ​ທິດ​ສະ​ດີ​ຂອງພັກ​ກອມ​ມູນິດ​ຫວຽດນາມ.

​ເວົ້າ​ຄື​ແນວ​ນັ້ນ​ເພື່ອ​ໃຫ້​ຮູ້​ວ່າ​ ກິດຈະກຳປ່ຽນ​ແປງ​ໃໝ່​ຂອງ​ຫວຽດນາມ​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງທີ່​ມີ​ຄວາມ​ໝາຍ​ປະຫວັດສາດ, ​ແລະ​ວຽກ​ງານ​ທິດ​ສະ​ດີ​ຂອງ​ພວກ​ເຮົາ​ກໍ່​ມີ​ຜົນສຳ​ເລັດ​ທີ່​ແນ່ນອນ. ​ແນ່ນອນ​ວ່າ, ຍັງ​ມີ​ຫຼາຍ​ບັນຫາ​ທີ່​ຈະ​ຕ້ອງ​ຄົ້ນຄວ້າ, ສະຫຼຸບ, ​ແລກ​ປ່ຽນ, ສົນທະນາຕໍ່​ໄປ. ພວກ​ເຮົາ​ບໍ່​ອັດຕະວິ​ໄສ​ພໍ​ໃຈ​ນຳ​ສິ່ງ​ທີ່​ໄດ້​ຮັບ. ພ້ອມ​ກັນ​ນັ້ນ ກໍ່ຕ້ອງລະມັດລະວັງຕໍ່ບັນດາກຳລັງທີ່ຄັດຄ້ານ​ຕ້ານ​ແນວທາງຂອງ​ຫວຽດນາມ, ບິດ​ເບືອນ​ໂຄງການ​ການ​ເມືອງ, ​ແນວທາງ​ຂອງພັກ​ກອມ​ມູນິດ​ຫວຽດນາມ. ວາລະສານກອມ​ມູນິດຕ້ອງ​ເຮັດ​ໃຫ້​ດີກ​ວ່າ​ເກົ່າ​ ໃນ​ການ​ຄົ້ນຄວ້າ​, ​ໂຄສະນາ​ເຜີຍ​ແຜ່​ໂຄ​ງການ​ການ​ເມືອງແລະ​ແນວທາງ​ຂອງ​ພັກ ​ເພາະວ່າ​ວາລະສານ​ກອມ​ມູນິດ​ແມ່ນ​ອົງການ​ທິດ​ສະ​ດີ​ແລະ​ການ​ເມືອງ ​ຂອງ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ, ​ແມ່ນໂຄສົກ ຂອງ​ພັກ. ສະພາບ​ການ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ສັບສົນທີ່​ສຸດ, ຄວາມ​ຕ້ອງການ​ຂອງ​ໜ້າ​ທີ່​ແມ່ນ​ສູງ​ຫຼາຍ, ວາລະສານ​ຕ້ອງ​ສືບ​ຕໍ່​ຍົກ​ສູງຕື່ມ​ອີກ​ກ່ຽວ​ກັບ​ລັກສະນະ​ທິດ​ສະ​ດີ, ລັກສະນະ​ການ​ເມືອງ, ລັກສະນະ​ສູ້​ຮົບ; ປັບປຸງ​​ຄຸນ​ນະພາ​ບຂອງ​ເນື້ອ​ໃນແລະຮູບ​ແບບ​ຂອງ​ສິ່ງ​ພິມ, ​ໂດຍ​ສະ​ເພາະ​ແມ່ນ ​ສິ່ງ​ພິມ​ອອກ​ວັນ​ທີ 1 ​ແລະ 16 ຂອງທຸກ​ເດືອນ; ທັງ​ໃນ​ການ​ຄົ້ນຄວ້າ​ທິດ​ສະ​ດີ​ແລະ​ສະຫຼຸບ​ສັງ​ລວມພຶດຕິ​ກຳ; ທັງ​ໃນ​ກິດ​ຈຳ​ກຳ​ພາຍ​ໃນ​ແລະການ​ຕ່າງປະ​ເທດ; ທັງ​ໃນ​ການ​ຝຶກ​ອົບ​ຮົມ, ບຳລຸງ​ສ້າງຖັນ​ແຖວ​ພະນັກງານຂອງ​ວາລະສານ ​ແລະການ​ສ້າງ​ຖັນ​ແຖວ​ຜູ້​ຮ່ວມ​ງານ.

ກ່ຽວ​ກັບ​ເນື້ອ​ໃນວາລະ​ສານ​ຕ້ອງ​ເລີ່​ມຈາກ​ພາລະ​ບົດບາດ​ແລະ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ; ກຳ​ແໜ້ນ​ໂຄງການ​ການ​ເມືອງ, ​ແຜນ​ຍຸດ​ທະ​ສາດ, ​ແນວທາງ, ທັດສະນະ​ຂອງ​ພັກ, ​ເພື່ອ​ຄົ້ນຄວ້າ, ​ໂຄສະນາ​ເຜີຍ​ແຜ່, ນຳ​ເອົາ​ແຜນ​ນະ​ໂຍບາຍ,​ແນວທາງ, ທັດສະນະ​ຂອງ​ພັກ​ເຂົ້າ​ໃນ​ຊີວິດ​ສັງຄົມ; ພ້ອມ​ກັນ​ນັ້ນ, ຕິດຕາມ​ພຶດຕິ​ກຳ​ຢ່າງ​ໃກ້ຊິດ​ເພື່ອ​​ສະຫຼຸບ​ທິດ​ສະ​ດີ, ປະກອບສ່ວນ​ເພີ່ມ​ເຕີມ, ພັດທະນາ​ແຜນ​ນະ​ໂຍບາຍ​ແລະ​ແນວທາງ​ຂອງ​ພັກ; ​ເປັນ​ເຈົ້າ​ການ​ໃນ​ການແກ້ໄຂຄວາມຮັບ​ຮູ້​ທີ່ຜິດ​ເຂ​ວ, ຕັ້ງໜ້າ​ໃນ​ການຕໍ່ສູ້​ວິພາກ​ວິຈານ​ແລະປະຕິເສດທັດສະນະທີ່ຜິດພາດ. ​ເພື່ອຜັນ​ຂະຫຍາຍ​ໜ້າ​ທີ່​ເຫຼົ່າ​ນີ້​ຢ່າງ​ຄົບ​ຊຸດ, ບັນດາ​ສະຫາຍ​ຕ້ອງ​ສົມທົບ​ກັບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມສູນ​ກາງພັກ​ຄັ້ງ​ທີ່ 4 ສະ​ໄໝ​ທີ XI:ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”, ສຳຫຼວດຕົນ​ເອງ​ວ່າ​ແນວ​ຄິດ​ການ​ເມືອງ​ຂອງ​ຕົນ​ຄື​ແນວ​ໃດ, ມີ​ຄວາມ​ໝັ້ນຄົງ​ຫຼື​ບໍ່, ຖືກ​ຜົນ​ກະທົບ​ຈາກ​ສິ່ງ​ໃດ​ຫຼື​ບໍ່, ມີ​ການ​ເສື່ອມ​ໂຊມ​ບໍ່; ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ສຳ​ຫຼວດຕົນ​ເອງ, ​ເຫັນ​ສິ່ງ​ໃດ​ທີ່ “ຂີນ​ຫູ​ຂີນ​ຕາ” ​​ຕ້ອງດຳເນີນ​ການ​ເພື່ອ​ລົບ​ອອກ; ຕ້ອງ​ມີ​ຄວາມ​ກະຕືລື​ລົ້ນ​ແລະ​ຕັດສິນ​ໃຈ​ຄື​ແນວ​ນັ້ນ​ຈຶ່ງປະສົບ​ຄວາມ​ສຳ​ເລັດ​. ຂ້າພະ​ເຈົ້າ​ແນະນຳ​ໃຫ້​ບັນດາ​ສະຫາຍຕ້ອງ​ສ້າງ​ໂຄງການ​ເຄື່ອນ​ໄຫວ​ຂອງວາລະສານ​ກອມ​ມູນິດທີ່​ເໝາະ​ສົມ​ກວ່າ ​ເພື່ອ​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝທີ XI ຕາມ​ທິດ: ຈັດ​ຕັ້ງ​ການ​ໂຄສະນາ​ເຜີຍ​ແຜ່​ແນວທາງ ນະ​ໂຍບາຍ​ຂອງ​ພັກ​ຢ່າງ​ເປັນ​ລະບົບ​ກວ່າ​ເກົ່າ, ​ເປັນ​ແບບ​ສະບັບ​ກວ່າ​ເກົ່າ. ​ເພີ່ມ​ບົດ​ຄວາມ​ສະຫຼຸບ​ສັງ​ລວມພຶດຕິ​ກຳຖືກ​ຕາມ​ຄວາມ​ໝາຍ​ຂອງ​ມັນ ​ໂດຍ​ບໍ່​ແມ່ນການ​ຜັນ​ລາຍ​ງານຕ່າງໆ​ຂອງ​ທ້ອງ​ຖິ່ນ, ຂອງ​ຂະ​ແໜງ​ການ​ເປັນ “ບົດຄວາມ​ທີ່​ລົງ​ໃນ​ວາລະສານ”; ​ເອົາ​ໃຈ​ໃສ່​ພິ​ເສດເຖິງ​ບົດ​ຄວາມ​ການສືບສວນ​ຄົ້ນຄວ້າ. ກ່ອນ​ໜ້າ​ນີ້ການ​ຂຽນບົດ​ຄວາມ​ການ​ສືບສວນຄົ້ນຄວ້າ​ເສຍ​ເຫື່ອ​ແຮງ​ຫຼາຍ. ຂ້າພະເຈົ້າຈື່ໄດ້ວ່າ ສະຫາຍຫົວໜ້າພະແນກເສດຖະກິດໃນເວລານັ້ນ ໄດ້ນຳພາຄະນະ​ໄປ​ຄົ້ນຄວ້າ​ຫົວ​ຂໍ້​ການ​ຜະລິດ​ຂະໜາດ​ນ້ອຍ, ການຜະລິດຂະໜາດໃຫຍ່ ​ແລະ​ການ​ມອບ​ເໝົາ​ການ​ຜະລິດ​ກະສິກຳ, ຄະນະ​ໄດ້​ເຮັດ​ວຽກ​ໃນ​ທ້ອງ​ຖິ່ນ​​ເກືອບ​ໜຶ່ງເດືອນ​ ແລ້ວຈຶ່ງ​ຂຽນ​ບົດ​ຄວາມ​ໄດ້. ​ເພີ່ມ​ທະວີ​ບົດ​ຄວາມການ​ຄົ້ນຄວ້າ - ​ແລກປ່ຽນ. ດົນນານມາແລ້ວ, ວາລະສານໄດ້ເປີດແລະຮັກສາໝວດ​ໝູ່ນີ້ຢ່າງເປັນປົກກະຕິ ​ແລະ​ໄດ້​ຮັບ​ຄວາມ​ຍິນ​ດີ​ຊົມ​ເຊີຍຈາກຜູ້ອ່ານ. ນີ້ແມ່ນສະຖານທີ່​ເພື່ອ​​ແບ່ງປັນ​ແລະ​ແລກປ່ຽນຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ ເພື່ອໃຫ້ມີຄວາມ​ເປັນ​ເອກະ​ພາບ​ໃນຄວາມຮັບຮູ້ແລະການກະທຳ. ​ແຕ່​ຕ້ອງ​ເອົາ​ໃຈ​ໃສ່​ວ່າ, ການ​ຄົ້ນຄວ້າ​ແລກປ່ຽນ​ເພື່ອ​ໃຫ້​ມີ​ຄວາມ​ກະຈ່າງ​ແຈ້ງ​ແລະ​ເລິກ​ເຊິ່ງກວ່າ​ອີກ​ກ່ຽວ​ກັບ​ໂຄງການ​ການ​ເມືອງ​ແລະ​ແນວທາງ​ຂອງ​ພັກ, ​​ແທນ​ທີ​ຈະ​ເວົ້າກົງກັນຂ້າມ, ​ເວົ້າ​ຜິດ​ກັບ​ໂຄງການ​ການ​ເມືອງ​ແລະ​ແນວທາງ​ຂອງ​ພັກ.

​ໃນ​ຖານະ​ນັກຮົບ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ແນວ​ຮົບ​​ແນວ​ຄິດ ​ແນວ​ຮົບ​ທິດ​ສະ​ດີການ​ເມືອງ, ວາລະສານ​ກອມ​ມູນິດຕ້ອງ​ຊ່ວຍ​ໃຫ້​ພັກ​ດຳ​ເນີນ​ການ​ໂຄສະນາ​ຊວນ​ເຊື່ອ, ປົກ​ປ້ອງ​ໂຄງການ​ການ​ເມືອງ​ແລະ​ແນວທາງ​ຂອງ​ພັກ; ຕໍ່ສູ້​ກັບ​ທັດສະນະ​ທີ່​ຜິດ​ເຂ​ວ, ປະກົດ​ການ​ທີ່​ຫຍໍ້​ທໍ້ ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຄວາມ​ເປັນ​ຈິງ​ໃຫ້​ເຫັນ​ວ່າ, ວາລະສານ​ເຮັດວຽກງານນີ້ບໍ່ໄດ້ຫຼາຍປານໃດ ​ແລະ​ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ.  ໝວດໝູ່ “ດຳ​ເນີນ​ຊີວິດ​ທາງ​ດ້ານ​ແນວ​ຄິດ” (​ເດີມ​ແມ່ນ “ດຳ​ເນີນ​ຊີວິດ​ພັກ”) ​ໄດ້​ຮັບ​ຄວາມ​​ຊົມ​ເຊີຍ​ຈາກ​ຜູ້​ອ່ານ. ບົດ​ຄວາມ​ທີ່​ລົງ​ໃນໝວດໝູ່ນີ້​ສັ້ນ​ເທົ່າ​ນັ້ນ, ​ແຕ່​ຂຽນ​ຍາກ​ທີ່​ສຸດ, ​ຕ້ອງການ​ລະດົມ​ນັກ​ຂຽນ​ທີ່​ສ້ຽມ​ແຫຼມຈຳນວນ​ຫຼາຍ​ເພື່ອຂຽນ​ບົດ​ຄວາມ​ສຳລັບ​ໝວດ​ໝູ່​ນີ້ ​ເພື່ອ​ຕໍ່ສູ້​ແລະ​ວິພາກ​ວິຈານປະກົດການຫຍໍ້ທໍ້ ​ເລວ​ຊາມ, ຖ້າຫາກບົດ​ຄວາມລະບຸ​ທີ່ຢູ່​ສະ​ເພາະ​​ຈະ​ເປັນ​ການ​ດີ​ຫຼາຍ.

ບົດຂຽນແນະນຳປະສົບການຂອງບັນດາທ້ອງຖິ່ນ, ຂອງຕ່າງປະເທດທີ່​ລົງ​ໃນ​ວາລະສານ​ນັ້ນ​ແມ່ນຍັງມີໜ້ອຍ ແລະພຽງ​ແຕ່​ໃນຮູບແບບຂອງ​ການ​ສື່ຂ່າວເທົ່ານັ້ນ. ​ໃນ​ປະຈຸ​ບັນ, ຂະ​ບວນການ​ກອມ​ມູນິດ​ຢູ່​ບັນດາ​ປະ​ເທດ​ໃນອາ​ເມ​ລິ​ກາ​ລາຕີ​ນ, ​ໃນ​ເອີຣົບຄື​ແນວ​ໃດ? ພັກ​ກອມ​ມູນິດ​ຍີ່ປຸ່ນຄື​ແນວ​ໃດ? ຈີນ​ໄດ້​ພັດທະນາ​ທິດ​ສະ​ດີ​ໃໝ່​ໃດ​ແດ່?... ວາລະສານ​ກອມ​ມູນິດຕ້ອງ​ຈັດ​ຕັ້ງການ​ຄົ້ນຄວ້າ, ປະກອບສ່ວນ​ເຂົ້າ​ໃນ​ການ​ຕອບຄຳຖາມ​ຕ່າງໆ​ເທິງ​ນີ້. ມື້ກ່ອນ, ຂ້າພະເຈົ້າໄດ້ມອບໝາຍ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ, ຄະນະພົວພັນ​ການ​ຕ່າງປະ​ເທດສູນກາງ ດຳເນີນ​ການ​ຄົ້ນຄວ້າບັນຫາ​ເຫຼົ່ານີ້, ມີຄຳເຫັນແນວໃດຕໍ່ຂະ​ບວນກາອມມູນິດຂອງໂລກໃນປະຈຸບັນ? ລັດທິ​ທຶນ​ນິຍົມ​ໂລກ​ພາຍຫຼັງ​ວິ​ກິດ​ການ​ໜີ້​ສາທາລະນະຈະເປັນໄປແນວໃດ?...ຕ້ອງ​ສຸມ​ໃສ່​ການ​ຕອບຄຳຖາມເຫຼົ່ານີ້, ເອົາໃຈໃສ່ເພີ່ມເນື້ອໃນດ້ານທິດສະດີ. ຂ້າພະ​ເຈົ້າ​ຮູ້​ວ່າ​ນີ້​ແມ່ນວຽກ​ຍາກ, ຂໍແບ່ງປັນກັບບັນດາ​ສະຫາຍ, ແຕ່ຫວັງວ່າບັນດາ​ສະຫາຍ​ຈະ​ມີ​ເງື່ອນ​ໄຂແລະໂອກາດໃນການເຂົ້າເຖິງຂໍ້ມູນ ກໍ່ຈະເຮັດວຽກ​ນີ້ໄດ້​ເປັນ​ຢ່າງດີ.

ກ່ຽວ​ກັບຮູບ​ການວາລະສານ​ກອມ​ມູນິດຕ້ອງພະຍາຍາມ​ໃຫ້​ມີ​ຊີວິດ​ຊີວາ​, ອຸດົມສົມບູນກວ່າ​ອີກ ​​ແລະ​ດຶງ​ດູດ​ຜູ້​ອ່ານ​ຫຼາຍ​ກວ່າ​ອີກ. ​ໃນ​ຊຸມ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ວາລະສານໄດ້ພະຍາຍາມເພີ່ມການພິມຈຳໜ່າຍ ຈາກສະບັບລາຍເດືອນ ເປັນ 20 ວັນ ແລະເພີ່ມຂຶ້ນສອງສະບັບໃນແຕ່ລະເດືອນ, ຫຼັງຈາກນັ້ນຂຶ້ນເປັນສາມສະບັບ; ດຽວ​ນີ້ ວາລະສານ​ກອມ​ມູນິດມີ 4 ສິ່ງ​ພິມ ​ແລະ​ພິມຈຳໜ່າຍ 8 ສະບັບ​ຕໍ່​ເດືອນ (ວາລະສານ​ກອມ​ມູນິດ ອອກ​ວັນ​ທີ 1 ທຸກ​ເດືອນ; ວາລະສານ​ກອມ​ມູນິດ - ສະ​ເພາະ​ເລື່ອງ​ພື້ນຖານ ອອກ​ວັນ​ທີ 16 ທຸກ​ເດືອນ; ວາລະ​ສານບັນທຶກ​ເຫດການ ​ອອກ​ທຸກ​ສັບປະດາ; ວາລະສານ​ກອມ​ມູນິດອອນ​ໄລ: ສອງ​ສະບັບຕໍ່​ເດືອນ). ນີ້​ກໍ່​ແມ່ນ​ວິທີ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ຮູບ​ການ​ແລະ​ວິທີ​ການ​ພິມ​​ຈຳໜ່າຍ, ​ແຈກ​ຢາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດັ່ງ​ທີ່ຂ້າພະ​ເຈົ້າ​ໄດ້​ກ່າວ​ມາ​ຂ້ອງ​ເທິງ, ວາລະສານ​ກອມ​ມູນິດຕ້ອງ​ສຸມ​ໃສ່​ການ​ປະຕິບັດ​ພາລະ​ບົດບາດ​ແລະ​ໜ້າ​ທີ່​ຕົ້ນ​ຕໍ່​ຂອງ​ຕົມ, ບໍ່ເຮັດແທນ, ບໍ່ລຸກລ້ຳວຽກ​ງານ​ຂອງ​ສຳນັກ​ຂ່າວອື່ນໆ.

​ໃນ​ຍຸກແຫ່ງ​ຂໍ້​ມູນ​ຂ່າວສານ​ດິຈິ​ຕອນ​ໃນ​ປະຈຸ​ບັນ, ບັນດາ​ສະ​ຫາຍ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ ວາລະສານ​ກອມ​ມູນິດອອນ​ໄລ. ປະຈຸ​ບັນ, ຜູ້​ຄົນ​ອ່ານໜັງສື​ອອນ​ໄລ​ຫຼາຍ​ກວ່າ​ອ່ານໜັງສື​ໃນປື້ມ. ມື້​ເຊົ້າ​ນີ້, ເຮັດວຽກຢູ່ໜັງສືພິມປະຊາຊົນ, ຂ້າພະ​ເຈົ້າ​ກໍ່​ໃຫ້​ຄວາມ​ສົນ​ໃນ​ຄື​ແນວ​ນັ້ນ. ສຸມ​ໃສ່​ການ​ເຮັດ​ໃຫ້​ສິ່ງ​ພິມ​ມີ​ຄຸນ​ນະພາ​ບດີ; ກວດ​ແກ້​ບັນນາທິການ​ບົດ​ຄວາມ​ຢ່າງຮອບ​ຄອບ, ພະຍາຍາມ​ບໍ່​ປ່ອຍ​ໃຫ້​ຄວາມ​ຜິດພາດ​ເກີດ​ຂຶ້ນ. ກ່ອນ​ໜ້າ​ນີ້, ​ເມື່ອ​ເປັນ​ຫົວໜ້າ​ຄະນະບັນນາທິການວາລະສານ, ສະ​ຫາຍ ​ເຈື່ອງ​ຈິງ ໄດ້ແນະນຳແລະຮຽກຮ້ອງໃຫ້ພະນັກງານກວດແກ້ບັນນາທິການ​ບົດ​ຄວາມ​ຢ່າງຮອບ​ຄອບ​ທີ່​ສຸດ. ສະຫາຍ​ເອງ​ກໍ່ມີຄວາມລະມັດລະວັງທີ່​ສຸດ, ພິຈາລະນາ​ແລະ​ແກ້​ໄຂ​ແຕ່ລະຈຸດ ຈ້ຳ, ແຕ່ລະຕົວ​ອັກສອນ​ໃຫຍ່ແລະນ້ອຍ. ປະຈຸ​ບັນ, ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ, ພວກເຮົາບໍ່ມີ​ແບບ​ແຜນ​ເຮັດ​ວຽກ​ຄື​ແນວນັ້ນ, ຄື​ຊິແມ່ນ​ເຮັດ​ແບບງ່າຍດາຍເກີນໄປ, ຖືກບໍ? ຂໍ​ແນະນຳໃຫ້ນັກຂ່າວ​ແລະພະນັກງານ​ບັນນາທິການ​ວາລະສານ ຕ້ອງ​ຝຶກ​ຝົນຕົນ​ເອງ​ໃຫ້​ມີ​ນິ​ໄສລະມັດລະວັງແລະພິຖີ​ພິຖັນ​ນີ້, ​ເພາະວ່າ ວາລະສານ​ກອມ​ມູນິດຖືກ​ຖື​ເປັນ​ບັນທັດຖານ. ບໍ່​ຄວນ​ຖື​ວ່າ​​ເປັນ​ພຽງ​ເຕັກນິກ​ເທົ່າ​ນັ້ນ, ເພາະວ່າ ບາງຄັ້ງ ຜິດໜຶ່ງນິ້ວ, ໄປໜຶ່ງໄມ. ພວກເຮົາມີບົດຮຽນຫຼາຍຢ່າງກ່ຽວກັບເລື່ອງນີ້.

ກ່ຽວ​ກັບ​ການຈັດ​ຕັ້ງບົດ​ຄວາມ, ດັ່ງທີ່ຂ້າພະເຈົ້າໄດ້ກ່າວມາຂ້າງເທິງ, ​ເພື່ອ​ໃຫ້​ມີ​ບົດຂຽນທີ່ມີຄຸນນະພາບດີ, ເລິກເຊິ່ງ, ຮຽກຮ້ອງໃຫ້ມີຄວາມຮອບ​ຄອບ, ລະອຽດ, ເຂັ້ມຂົ້ນ, ເຮັດວຽກໜັກຫຼາຍ. ນີ້ແມ່ນຖືກຕ້ອງສຳລັບທັງ​ບົດ​ຂຽນ​ຂອງ​ຕົນ​ເອງ ທັງ​ໃນ​ການຈັດ​ຕັ້ງບົດ​ຄວາມຂອງຜູ້ຮ່ວມ​ງານ. ​ໃນ​ລະຫວ່າງ​ການ​ແລກປ່ຽນ​ປະສົບ​ການ​ໃນ​ການ​ຂຽນ​ບົດ​ຄວາມ, ບາງສະຫາຍທີ່​ເຮັດ​ວຽກ​ເປັນ​ເວລາ​ດົນ​ນານ​ໃນ​ວາລະສານກອມ​ມູນິດກ່າວວ່າ, ບາງ​ຄັ້ງ​ພວກ​ເຂົາ​ຮ່າງ​ບົດ​ຄວາມ​ສຳ​ເລັດ​ແລະ​ປ່ອຍ​ໄວ້​ທີ່​ນັ້ນ, ​ແລ້ວ​ສືບ​ຕໍ່ຄົ້ນຄວ້າ, ຄິດ​ເສີມ​ເພີ່ມ​ເຕີມຈົນສຳ​​ເລັດ, ຫຼາຍ​ເດືອນຕໍ່​ມາຈຶ່ງ​ມີ​ບົດ​ຄວາມສົມບູນ​​ເພື່ອ​ຈະ​ລົງ​ພິມ​ເຜີຍ​ແຜ່. ຊ້ຳບໍ່ຫນຳ, ບາງ​ຄັ້ງ​ຈຳເປັນຕ້ອງເຊີນຜູ້ຊ່ຽວຊານ ມາຮ່ວມການສຳ ມະນາ​ແລະໃຫ້ຄຳເຫັນ, ຈາກ​ນັ້ນ​ຈຶ່ງເຂົ້າຮ່ວມຊື່ຜູ້ຂຽນ, ດັ່ງ​ນັ້ນ ​ຈຶ່ງມີ​ບົດ​ຄວາມ​ທີ່ມີນາມປາກກາ​ວ່າ ຫງວຽນ​ວຽດຈູງ(ໝາຍ​ຄວາມວ່າມີຫຼາຍຄົນຂຽນບົດດຽວກັນ).

ກ່ຽວຂ້ອງກັບການຈັດ​ຕັ້ງ​ບົດ​ຄວາມ​ນັ້ນແມ່ນວຽກງານຕໍ່ຜູ້ຮ່ວມງານ. ຄວາມ​ເປັນ​ຈິງ​ໃຫ້​ເຫັນ​ວ່າ, ຫຼາຍກ່ວາສາມສ່ວນສີ່ຂອງຈຳນວນບົດ​ຄວາມ​ທີ່​ລົງໃນວາລະສານກອມ​ມູນິດ​ນັ້ນ ແມ່ນຂອງຜູ້ຮ່ວມ​ງານ, ດັ່ງນັ້ນ ວຽກ​ງານຕໍ່ຜູ້​ຮ່ວມ​ງານ​ແມ່ນ​ມີ​ຄວາມສຳຄັນຫຼາຍ. ຕ້ອງ​ຮູ້​ລະດົມ, ນຳໃຊ້ປັນຍາ​ຄວາມ​ຮູ້​ຂອງ​ຜູ້​ຮ່ວມ​ງານ, ຍ້ອນ​ວ່າ​ຖັນ​ແຖວ​ຜູ້​ຮ່ວມ​ງານ ​ຕັດສິນ​ການ​ຂະຫຍາຍຕົວ​ຂອງ​ວາລະສານ. ຍິ່ງກວ່າ​ນັ້ນ, ວາລະສານ​ແມ່ນ​ຂອງ​ທົ່ວ​ພັກ. ວາລະສານ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ຍົກ​ບັນຫາ, ​ເຈາະ​ຈິ້ມບັນຫາ, ​ເຊີນ​ຜູ້​ຮ່ວມ​ງານ​ມາ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ແລະສັ່ງ​ຈອງ​ບົດ​ຄວາມ, ບາງ​ຄັ້ງ​ຕ້ອງ​ສັ່ງ​ຈອງປີຫນຶ່ງຫລືສອງປີ. ​​ການສັ່ງ​ຈອງ​ບົດ​ຄວາມຕາມ​ແບບ​ບັງ​ເອີນ​ເປັນ​ການ​ຍາກ ​ແລະ​ຈະ​ບໍ່​ມີ​ບົດ​ຄວາມ​ທີ່​ມີ​ຄຸນ​ນະພາ​ບ. ພະນັກງານ​ບັນນາທິການ​ວາລະສານແຕ່ລະຄົນ ຕ້ອງ​ກາຍ​ເປັນຜູ້ໃກ້ຊິດຂອງຜູ້ຮ່ວມງານ ​ແລະ​ເຊີນ​ສະຫາຍ​ເຫຼົ່າ​ນັ້ນ​ມາ​ຮ່ວມການຂຽນ​ບົດ​ຄວາມ​ດ້ວຍ​ຄວາມ​ເຄົາລົບ. ສຳລັບຜູ້ນຳ, ບາງຄັ້ງຄະນະ​ບັນນາທິການຕ້ອງສົ່ງຈົດໝາຍທາງ​ການ, ໃບເຊີນມາດ້ວຍຄວາມເຄົາລົບ; ຈັດ​ຕັ້ງ​ການ​ຄົ້ນຄວ້າ ​ແລະບັນນາທິການ​ຢ່າງ​ລະອຽດ; ຖ້າວາລະສານພຽງ​ແຕ່​ສົ່ງ​ຈົດໝາຍ​ທາງ​ການ ຫຼືໂທລະສັບມາ ຮ້ອງຂໍໃຫ້ຜູ້ນຳຂຽນບົດຄວາມທີ່​ຈະ​ລົງ​ໃນ​ວາລະສານ​ເທົ່າ​ນັ້ນ, ການ​ມີ​ບົດ​ຄວາມ​ຈະ​ເປັນ​ເລື່ອງ​ຍາກ. ວາລະສານ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການຈັດ​ຕັ້ງ​ການ​ຂຽນ​ບົດ​ຄວາມ ​ເພາະວ່າບັນດາ​ສະ​ຫາຍນັ້ນ​ຄາ​ວຽກ​ຫຼາຍ. ​ແມ່ນ​ແນວ​ນັ້ນ​ບໍ່?

ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ທິດ​ສະ​ດີ, ຂ້າພະ​ເຈົ້າ​ຄິດ​ວ່າ, ຢູ່ວາລະສານ​ກອມ​ມູນິດ, ການຄົ້ນຄ້ວາວິທະຍາສາດສ່ວນໃຫຍ່ແມ່ນ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ບັນນາທິການ, ຮັບ​ໃຊ້​ການຈັດຕັ້ງບົດຄວາມ​ທີ່​ຈະ​ລົງ​ໃນວາລະສານ. ບໍ່​ຄວນ​ໃຫ້​ຄວາມສຳຄັນກັບການຄົ້ນຄ້ວາບັນດາໂຄງການແລະຫົວຂໍ້ລະດັບລັດຫຼາຍ​ເກີນ​ໄປ; ​ຈະເອົາກຳລັງຢູ່ໃສ, ພະນັກງານວິທະຍາສາດຢູ່ໃສ​ ເພື່ອ​ເຮັດ​ການ​ຄົ້ນຄວ້າ​ນີ້? ຖ້າເຮົາເຮັດໄດ້ມັນກໍ່ດີ, ແຕ່ຖ້າໃຊ້ແຮງງານກະຈັດກະຈາຍ ຈະເອົາກຳລັງມາ​ຈາກ​ໃສ​ເພື່ອຂຽນບົດຄວາມ ແລະຈັດຕັ້ງການບັນນາທິການບົດຄວາມ ​ເພື່ອ​ລົງ​ພິມ​ໃນ​ວາລະສານ. ພວກເຮົາມີຂໍ້​ໄດ້​ປຽບອັນ​ໃຫຍ່ຫຼວງ ທີ່​ປະຈຸ​ບັນ​ມີ​ສະ​ຖາ​ບັນ​ຄົ້ນຄວ້າ​ຫຼາຍ​ແຫ່ງ; ໂດຍສະເພາະ ສະພາທິດສະດີສູນກາງກຳລັງດຳເນີນການຄົ້ນຄ້ວາກ່ຽວ ກັບຫົວຂໍ້ລະດັບລັດຫຼາຍກວ່າ 30 ຫົວຂໍ້. ວາລະສານ​ກອມ​ມູນິດຕ້ອງ​ມີ​ວິທີ​ຂຸດ​ຄົ້ນ, ກັ່ນ​ກອງ, ​ເສີມ​ຂະຫຍາຍ, ນຳໃຊ້ຜົນ​ການ​ຄົ້ນຄວ້າ​ຂອງ​ບັນດາ​ອົງການ​ເຫຼົ່າ​ນີ້ ​ເພື່ອຈັດ​ຕັ້ງ​ບົດ​ຄວາມ​ທີ່​ລົງ​ໃນ​ວາລະສານ. ​ແລະ​ຈັດ​ຕັ້ງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຖັນ​ແຖວ​ຜູ້​ຮ່ວມ​ງານ​ທີ່​ເປັນນັກວິທະຍາສາດ, ສາດສະດາຈານ, ປະລິນຍາ​ເອກ ​ທີ່​ມີ​ຊື່ສຽງ​ດ້ານ​ວິທະຍາສາດ; ສະຫາຍຫຼາຍຄົນໄດ້ອອກກິນເບ້ຍບຳນານແລ້ວ ​ແຕ່​ຍັງ​ມີ​ຄວາມ​ກະຕືລື​ລົ້ນຫຼາຍ. ຖັນ​ແຖວ​ຜູ້​ທີ່​ສາມາດ​ຈະຮ່ວມ​ງານ​ນີ້​ບໍ່​ແມ່ນ​ໜ້ອຍ. ບັນຫາ​ຢູ່​ທີ່​ການຈັດ​ຕັ້ງ​ແລະ​ດຶງ​ດູດ​ປັນຍາ​ຄວາມ​ຮູ້​ຂອງ​ເຂົາ. ຕ້ອງ​ສ້າງ​ກົນ​ໄກ​ລະດົມ “​ເນື້ອ​ເທົາ” ຂອງ​ຖັນ​ແຖວ​ນີ້, ສະໜອງ​ຂໍ້​ມູນ​ໃຫ້​ເຂົາ, ວາງ​ແຜນການ​ບັນນາທິການ​ບົດ​ຄວາມ, ສັ່ງ​ຈອງ​ບົດ​ຄວາມ​ໃຫ້​ເຂົາ​ຂຽນ, ມີ​ລະບອບ​ຄ່າ​ຕອບ​ແທນ​ທີ່​ເໝາະ​ສົມສຳລັບ ພະລັງ​ສະໝອງ ທີ່​ພວກ​ເຂົາ​ໃຊ້​ຈ່າຍ; ມີ​ລະບອບ​ຄ່າ​ປາກກາ​ພິ​ເສດສຳລັບບົດຂຽນທີ່ມີຄຸນນະພາບສູງ, ມີເນື້ອໃນວິທະຍາສາດສູງ.

ສິ່ງໜຶ່ງອີກທີ່ຂ້າພະ​ເຈົ້າຢາກເນັ້ນໜັກແມ່ນ, ​ເພື່ອ​ປະຕິບັດ​ພາລະ​ບົດບາດ​ແລະໜ້າ​ທີ່​ຂອງ​ວາລະສານ​ໃຫ້ສຳ​ເລັດ​ເປັນ​ຢ່າງ​ດີ, ຕ້ອງ​ມີ​ສອງ​ເງື່ອນ​ໄຂຄື: ທີ​ໜຶ່ງ, ພະນັກງານແຕ່ລະຄົນທີ່ເຮັດວຽກຢູ່ວາລະສານກອມມູນິດ ຕ້ອງ​ຮັກ​ວຽກ​ຂອງ​ຕົນ​ແທ້ໆ, ຫ້າວຫັນ​ກະຕືລື​ລົ້ນໃນວຽກງານ, ທັງກາງເວັນແລະກາງຄືນກັງວົນຄົ້ນ​ຄິດ, ກິນບໍ່​ແຊບ​ນອນ​ບໍ່​ຫຼັບ ກັບບົດຂຽນທີ່ຕົນຮັບຜິດຊອບ, ແຕ່ຖ້າລາວ​ເຮັດ​ຢ່າງ​ຜີວ​ເຜີນ ຮັດ​ພໍ​ແລ້ວ​ມື, ມັນຍາກທີ່ຈະມີບົດຂຽນທີ່ດີ, ບົດຂຽນທີ່ເລິກເຊິ່ງ, ຕາມ “ກົດ​ຫຼັກ​ເຫດ​ແລະ​ຜົນ”. ທີສອງ, ອົງການ, ການ​ຈັດ​ຕັ້ງ​ຕ້ອງ​ສ້າງ​ເງື່ອນ​ໄຂ, ສິ່ງ​ແວດ​ລ້ອມ​ອຳນວຍ​ຄວາມ​ສະດວກ​ໃຫ້​ພະນັກງານ​ເສີມ​ຂະຫຍາຍ​ຄວາມ​ສາມາດ, ອຸທິດກຳລັງ​ວັງຊາ​ແລະ​ສະຕິ​ປັນຍາ​ໃຫ້​ວາລະສານ. ຄະນະ​ບັນນາທິການ, ກອງ​ບັນນາທິການ​ວາລະສານ​ທັງ​ໝົດ​ຕ້ອງ​ມິ​ຄວາມ​ມານະ​ພະຍາຍາມ; ບັນດາ​ສະຫາຍ​ການນຳສູນ​ກາງ, ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ສູນ​ກາງ ສະໜັບສະໜູນວຽກງານກໍ່ສ້າງອົງການ, ກໍ່ສ້າງຖັນ​ແຖວພະນັກງານ, ກໍ່ສ້າງພັກໃນວາລະສານ. ດັ່ງທີ່ສະຫາຍໄດ້ຮູ້, ສິ່ງ​ທີ່​ພວກ​ເຮົາ​ຂຽນລົງ​ໄປແມ່ນການສະແດງອອກ​​ໃຫ້​ເຫັນ​ວ່າ ​ທັດສະນະ​ແລະ​ລະດັບ​ທິດ​ສະ​ດີ​ຂອງ​ຕົນ​ໄດ້​ສຸກ​ງອມ​ຫຼື​ຍັງ, ຫຼັກ​ໝັ້ນ​ການ​ເມືອງໝັ້ນຄົງ​ຫຼື​ບໍ່, ທັງ​ໝົດ​ສະ​ແດງ​ອອກ​ໃນ​ບົດ​ຄວາມນັ້ນ. ພະນັກງານ, ນັກ​ຂ່າວ​ແລະຜູ້​ບັນນາທິການ​ໃນວາລະສານ​ກອມມູນິດ​ຕ້ອງ​ມີ​ຫຼັກ​ໝັ້ນແນວຄິດທີ່ໜັກແໜ້ນ, ມີ​ທັດສະນະ​ການ​ເມືອງ​ທີ່​ຈະ​ແຈ້ງ, ​ເຊື່ອ​ໝັ້ນ​ໃນ​ໂຄງການ​ການ​ເມືອງ, ​ແນວທາງ, ການ​ນຳພາ​ຂອງ​ພັກ, ​ເສັ້ນທາງ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ​ຂອງ​ຊາດ; ພ້ອມ​ກັນ​ນັ້ນ ຕ້ອງ​ມີ​ຄວາມ​ຮູ້​ແລະ​ລະດັບ​ທິດ​ສະ​ດີ​ທີ່​ແນ່ນອນ. ສິ່ງ​ເຫຼົ່າ​ນີ້​ແມ່ນຄຸນລັກສະນະສຳຄັນ​ທີ່ຈຳເປັນ ເພື່ອປະກອບເປັນນັກຂຽນທີ່ຜູ້​ອ່ານ​ເຊື່ອ​ຖື​ແລະ​ຮັກ​ແພງ. ນີ້​ກໍ່​ແມ່ນ​ວຽກ​ງານ​ທີ່​ຍາກ​ແລະ​ເສຍ​ເຫື່ອ​ແຮງ​ຫຼາຍ, ຮຽກຮ້ອງ​ໃຫ້​ມີ​ການ​​ເອົາ​ໃຈ​ໃສ່ ​ເບິ່ງ​ແຍງດູ​ແລ ບຳລຸງ​ສ້າງຂອງ​ໝູ່​ຄະນະ ​ແລະ​ບຸກຄົນ​ຕ້ອງ​ພະຍາຍາມ​ຝຶກ​ຝົນ​ຫຼໍ່​ຫຼອມຕົນ​ເອງຢູ່ສະເໝີ.

ຍັງມີບາງບັນຫາອີກທີ່ຂ້າພະ​ເຈົ້າຢາກເວົ້າເຖິງ, ແຕ່​ເສຍດາຍ​ວ່າເວລາມີຈຳກັດ. ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ມີ​ໂອກາດ​ແລກປ່ຽນ​ກັນ​ຫຼາຍ​ກວ່າ​ອີກ ​ເພື່ອ​ຮ່ວມ​ກັນ​ສ້າງ​ວາລະສານ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃຫ້​ພັດທະນາ​ຂຶ້ນ​ເລື້ອຍໆ. ຂ້າພະ​ເຈົ້າ​ຫວັງ​ແລະ​ເຊື່ອ​ວ່າ ບັນດາ​ສະຫາຍ​ຈະ​ຮັກສາ​ແລະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ​ຂອງ​ວາລະສານ ​ໃນ​ຖານະ​​ອົງການ​ທິດ​ສະ​ດີ​ແລະ​ການ​ເມືອງ​ຂອງ​ສູນ​ກາງ​ພັກ.

ຂໍອວຍ​ພອນ​ໃຫ້ວາລະສານ​ກອມ​ມູນິດສົມ​ກຽດກັບ​ການ​ເປັນ​ຄັນ​ທຸງ​ແນວ​ຄິດ​ການ​ເມືອງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມຕະຫຼອດ​ໄປ. ອວຍພອນ​ໃຫ້​ບັນດາ​ສະຫາຍ​ແລະ​ຄອບຄົວ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມິ​ຄວາມ​ສຸກ​ແລະ​ປະສົບ​ຜົນສຳ​ເລັດ​ໃນ​ທຸກ​ດ້ານ. ຜ່ານບັນດາສະຫາຍ, ຂ້າພະເຈົ້າຂໍສົ່ງຄຳອວຍພອນຢ່າງຈິງໃຈເຖິງພະນັກງານ, ລັດຖະກອນທຸກລຸ້ນຂອງວາລະສານ​ກອມ​ມູນິດ!./.

----------------------------------------------

* ຄັດ​ຈາກ​ບົດ​ໂອ້​ລົມຂອງ​ສະຫາຍ​ເລຂາທິການ​ໃຫຍ່ຫງວຽນ​ຝູຈ້ອງ ​ໃນ​​ໂອກາດ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ກັບ​ກອງ​ບັນນາທິການ ວາລະສານ​ກອມ​ມູນິດ, ວັນ​ທີ 9 ມິ​ຖຸນາ 2012, ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 837 (​ເດືອນ ກໍລະກົດ 2012)

- ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 947 (​ເດືອນ​ສິງຫາ 2020)