ວກ. - ສະ​ຖາ​ບັນ​ແລະ​​ແຫຼ່ງພະລັງບໍ່​ແມ່ນ​ບັນຫາ​ໃໝ່ ​ແຕ່​ການ​ຮັບ​ຮູ້ກ່ຽວກັບ​ບັນຫາ​ນີ້​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ, ດັ່ງນັ້ນ, ຈຶ່ງ​ພາ​ໃຫ້ການຈັດຕັ້ງປະຕິບັດ​ແລະ​ການກະທຳທີ່​ແຕກຕ່າງກັນ. ຄວາມ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ການ​ຮັບ​ຮູ້ ຈະ​ຊ່ວຍ​ໃຫ້ການ​ລະດົມ, ແຈກຢາຍແລະນຳໃຊ້ແຫຼ່ງພະລັງຢ່າງ​ມີ​ປະສິດທິຜົນ ແຕ່ກໍ່ມີຄວາມຍຸຕິທຳ ​ແລະ​ຮັກສາ​ທິດ​ທາງສັງຄົມນິຍົມ​ໄດ້.

ທ່ານນາງ ຫງວຽນທິກີມເງິນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ເບິ່ງແບບຈຳລອງເຂດອຸດສາຫະກຳພິເສດ ຝູມີ້ 3 ແລະຟັງລາຍງານກ່ຽວກັບການເຄື່ອນໄຫວຂອງເຂດອຸດສາຫະກຳນີ້ (ແຂວງບ່າເຣ້ຍ - ຫວຸງເຕົ່າ) _ພາບ: TTXVN

ຄວາມຮັບ​ຮູ້ກ່ຽວ​ກັບ​ບັນຫາສະ​ຖາ​ບັນ​ແລະ​ແຫຼ່ງພະລັງ​ຂອງ​ປະ​ເທດ​ໜຶ່ງ, ສາຍ​ພົວພັນລະຫວ່າງການດຳເນີນ​ເສດຖະກິດ
ຕາມກົນໄກຕະຫຼາດ ແລະບົດບາດຂອງລັດ​ໃນ​ການຮັບປະກັນທິດທາງສັງຄົມນິຍົມ

ກ່ຽວກັບແນວຄວາມຄິດສະຖາບັນ, ມີ​ຄວາມ​ເຫັນວ່າ ​ສະ​ຖາ​ບັນ​ແມ່ນ​ກົນ​ໄກ, ​ແມ່ນ​ລະບົບຂໍ້ກຳນົດກົດໝາຍ​ແລະນະ​ໂຍບາຍ; ຫຼື​ວ່າ ສະ​ຖາ​ບັນ​ເປັນ​ພຽງ​ບັນຫາ​ການຈັດ​ຕັ້ງ, ໂຄງ​ສ້າງ​ການຈັດ​ຕັ້ງ. ວັດຈະນານຸກົມພາສາຫວຽດນາມໄດ້ກຳນົດວ່າ: “ສະ​ຖາ​ບັນ​ແມ່ນ ກົດລະບຽບ, ກົດໝາຍຂອງລະບອບສັງຄົມ​ໜຶ່ງ​ ທີ່ບັງຄັບໃຫ້ທຸກຄົນເຊື່ອຟັງ”(1). ຕາມ​ປຶ້ມ​ຄູ່​ມືສັບ​ວິຊາ​ສະ​ເພາະການພົວພັນສາກົນ: “ສະ​ຖາ​ບັນ​ແມ່ນ​ອົງການ, ການຈັດ​ຕັ້ງສາທາລະນະ​ດ້ວຍບັນດາໂຄງສ້າງແລະພາລະໜ້າທີ່ຖືກກຳນົດຢ່າງເປັນທາງການ ​ເພື່ອ​ດັດ​ປັບ​ບັນດາ​ຂົງ​ເຂດການ​ເຄື່ອນ​ໄຫວ​ທີ່​ແນ່ນອນ​ ເຊິ່ງນຳໃຊ້ລວມກັບປະຊາກອນທັງໝົດ”(2). ​ໃນ​ບົດ​ຄົ້ນຄວ້າ​ນີ້, ສະ​ຖາ​ບັນຖືກຮັບຮູ້ວ່າເປັນປະມວນກົດລະບຽບທາງການ, ບັນ​ດາ​ຂໍ້​ກຳນົດ​ທີ່​ບໍ່​ເປັນ​ທາງ​ການ ຫຼື​ຄວາມ​ຮັບ​ຮູ້​ລວມ ທີ່​ມີ​ຄຸນ​ປະ​​ໂຫຍດຊຸກຍູ້​ຫຼື​ກົດ​ໜ່ວງ, ກຳນົດ​ທິດ​ທາງຫຼື​ຄອບ​ງຳ​ຄວາມປະຕິ​ສຳພັນຂອງ​ຜູ້​ມີ​ບົດບາດ​ທາງ​ການ​ເມືອງ​ເຊິ່ງກັນ​ແລະ​ກັນ​ ໃນ​ຂົງ​ເຂດ​ທີ່​ແນ່ນອນ. ບັນດາ​ສະ​ຖາ​ບັນ​ຖືກ​ສ້າງ​ຂຶ້ນ​​ແລະ​​ຮັບປະກັນວ່າ​ຈະ​ໄດ້​ດຳ​ເນີນ​ການ ​ໂດຍ​ລັດ​ແລະ​ຜູ້​ດຳ​ເນີນ​ການທີ່​ບໍ່​ແມ່ນລັດ. ດັ່ງນັ້ນ ສາມາດເຂົ້າໃຈວ່າ, ບັນດາກົດຂໍ້​ບັງຄັບທີ່ເປັນທາງການ​ເຊັ່ນ ລັດຖະທຳ​ມະນູນ, ກົດໝາຍ, ​ເອກະສານ​ທາງ​ກົດໝາຍ, ສົນທິສັນຍາສາກົນ...; ບັນດາ​ກົດຂໍ້​ບັງຄັບທີ່​ບໍ່​ເປັນ​ທາງ​ການ​ເຊັ່ນ ກົດລະບຽບດ້ານຈັນຍາບັນ, ມູນ​ເຊື້ອ, ຮີດຄອງ​ປະ​ເພນີ, ຄວາມ​ເຊື່ອ...; ກົດຂໍ້​ບັງຄັບພາຍ​ໃນ​ລວມມີ ກົດ​ລະບຽບ, ຂໍ້​ບັງຄັບຂອງ​ອົງ​ກອນ, ວິ​ສາ​ຫະກິດ...; ຂົງ​ເຂດ​ຕ່າງໆ​ຂອງ​ສະ​ຖາ​ບັນ​ລວມມີ ສະ​ຖາ​ບັນ​ການ​ເມືອງ, ສະ​ຖາ​ບັນ​ເສດຖະກິດ, ສະ​ຖາ​ບັນ​ວັດທະນະທຳ...; ຜູ້​ປະຕິບັດ​ສະ​ຖາ​ບັນ​​ແມ່ນລັດ ​ແລະ ​ບັນດາ​ພາກສ່ວນ​ນອກ​ພາກ​ລັດ​ທີ່​ລວມມີອົງ​ກອນ, ວິ​ສາ​ຫະກິດ, ບຸກຄົນ... ທີ່​ບໍ່​​ຢູ່​ໃນລະບົບ​ລັດ.

ກ່ຽວກັບແນວຄວາມຄິດ​ແຫຼ່ງພະລັງ, ກໍ່​​ຍັງມີການຕີຄວາມທີ່ແຕກຕ່າງກັນ; ມີ​ຄວາມ​ເຂົ້າໃຈງ່າຍໆວ່າ ພະລັງພາຍໃນກ່ຽວກັບທີ່ຕັ້ງພູມສາດ, ຊັບພະຍາກອນທຳມະຊາດ, ລະບົບ​ຊັບສິນແຫ່ງຊາດແລະຊັບພະຍາກອນແຮງງານ; ​ແລະ​ນັບ​ທັງ​ແນວທາງ​ການ​ເມືອງ ນະ​ໂຍບາຍ​ທີ່​ຖືກຕ້ອງ ກໍ່​ອາດ​ຈະ​ຖືກ​ຖື​ເປັນ​ແຫຼ່ງພະລັງ. ​ແຕ່​ເນື້ອ​ໃນ​ດັ່ງກ່າວ​ຂາດ​ປັດ​ໄຈ​ແຫຼ່ງພະລັງ​ພາຍ​ນອກ ​ທີ່ບໍ່​ແມ່ນ​ຂອງ​ປະ​ເທດ ​ແຕ່​ແມ່ນ​ພະລັງ​ທີ່​ຂາດ​ບໍ່​ໄດ້ໃນ​ການ​ດຶງ​ດູດ​ເຊັ່ນ ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ​ແຮງ​ງານ​ຕ່າງປະ​ເທດ, ຄວາມຮູ້ຂອງມະນຸດຊາດ, ຄວາມ​ກ້າວໜ້າທາງວິທະຍາສາດແລະເຕັກນິກ ຂອງບັນດາປະເທດກ້າວໜ້າ, ນັບ​ທັງນະ​ໂຍບາຍ​ຂອງອົງການຈັດຕັ້ງ ແລະສະຖາບັນຕ່າງໆທົ່ວໂລກ ກໍ່ສາມາດຖືວ່າເປັນ​ແຫຼ່ງພະລັງ​ພາຍ​ນອກ.

​ແຕ່ຖ້າຫາກລວມພຽງ​ພະລັງພາຍໃນແລະພະລັງພາຍນອກເທົ່ານັ້ນ ກໍ່​ຍັງ​ຂາດ​ປັດ​ໄຈ​ທີ່ສຳຄັນຄື: ຄວາມສາມາດບົ່ມຊ້ອນ, ທ່າແຮງແລະກຳລັງແຮງທີ່ຈະກໍ່​ຕົວ​ຂຶ້ນໃນອະນາຄົດ​ຂອງ​ຊາດ ​ເຊັ່ນຊັບສິນທີ່ບໍ່ມີຕົວຕົນແລະມີຕົວຕົນໃນອະນາຄົດຂອງປະເທດນັ້ນ, ລວມມີ: ການ​ກຳນົດ​ທິດ​ທາງ​ການ​ພັດທະນາ, ​ແຜນການ​ພັດທະນາ, ຂໍ້​ໄດ້​ປຽບ​ທີ່​ເກີດ​ຂຶ້ນ​ໂດຍ​ສັນຍາ​ການ​ຄ້າ, ຄວາມສາມາດໃນການຂະຫຍາຍການຜະລິດ, ທຸລະກິດ,... ຕ່ອງ​ໂສ້​ຄຸນຄ່າ, ​ເຄື່ອງໝາຍ​ການ​ຄ້າ​ຂອງ​ຊາດ, ຂອງທ້ອງ​ຖິ່ນ​ແລະວິ​ສາ​ຫະກິດ. 

ດັ່ງ​ນັ້ນ, ​ແຫຼ່ງພະລັງ​ຂອງ​ປະ​ເທດ​ໜຶ່ງແມ່ນ​ກຳລັງ​ແຮງ​ສັງ​ລວມມີ່​ໄດ້​ສະ​ສົມ​ຈາກ​ເງື່ອນ​ໄຂທາງພູມ​ສາດ, ປະຫວັດສາດ​ວັດທະນະທຳ, ຊັບພະຍາກອນ​ທຳ​ມະຊາດ, ລະ​ບົບຊັບ​ສິນ​ຂອງ​ປະ​ເທດ, ຊັບພະຍາກອນ​ແຮງ​ງານ, ຊັບ​ສິນ​ອື່ນໆ​ທີ່​ມີ​ຢູ່, ຄວາມ​ສາມາດ​ບົ່ມຊ້ອນ​ແລະ​ທ່າ​ແຮງ​ຂອງບັນດາ​ຊັບ​ສິນທີ່ຈະກໍ່​ຕົວ​ຂຶ້ນໃນອະນາຄົດ​ຂອງ​ຊາດໜຶ່ງ, ລວມທັງ​ພະລັງ​ພາຍ​ໃນ​ປະ​ເທດ​ແລະພະລັງ​ພາຍ​ນອກ​ທີ່​ປະ​ເທດ​ສາມາດ​ລະດົມ​ໄດ້.

ຈາກຄວາມເປັນເອກະພາບທາງຄວາມ​ຄິດກ່ຽວກັບການຕີຄວາມຂ້າງເທິງ, ສາມາດ​ເຂົ້າ​ໃຈ​ເນື້ອ​ໃນຄວາມໝາຍ: “ສະ​ຖາ​ບັນ​ເພື່ອ​ດຶງ​ດູດ, ຈັດ​ແບ່ງ ​ແລະ​ນຳ​ໃຊ້​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິ​ຜົນ” ​ແມ່ນ​ບັນດາ​ກົນ​ໄກ, ນະ​ໂຍບາຍ, ຂໍ້​ກຳນົດ​ກົດໝາຍ​ຂອງ​ລັດ, ກົດ​ລະບຽບ, ລະບຽບ​ການ​ຂອງ​ບັນ​ດາ​ອົງການ, ວິ​ສາ​ຫະກິດ, ທີ່​ບັງຄັບ​ໃຫ້​ບຸກຄົນ​ທີ່​ມີ​ຊີວິດ​ແລະ​ເຮັດ​ວຽກ​ໃນ​ປະ​ເທດ, ​ໃນສຳນັກງານ ອົງການ ວິ​ສາ​ຫະກິດ ຕ້ອງ​ປະຕິບັດ​ຕາມ ພາຍ​ໃຕ້​ບັນດາ​ເຄື່ອງມື​ຄຸ້ມ​ຄອງ ​ບໍລິຫານຈັດການ ດັບ​ປັບ ​ເພື່ອ​ຈັດ​ແບ່ງ​ແລະ​ນຳ​ໃຊ້​ຊັບພະຍາກອນ​ຂອງ​ຊາດ (ທີ່​ຕັ້ງ​ພູມ​ສາດ, ປະຫວັດສາດ - ວັດທະນະທຳ, ຊັບພະຍາກອນ​ທຳ​ມະ​ຊາດ, ລະບົບ​ຊັບ​ສິນ​ແຫ່ງ​ຊາດ, ​ແຫຼ່ງບຸກຄະລາ​ກອນ, ຖານະ​ຕຳ​ແໜ່​ງ, ກຽດ​ສັກ​ສີ, ​ເຄື່ອງໝາຍ​ການ​ຄ້າ​ຂອງ​ປະ​ເທດ, ວິ​ສາ​ຫະກິດ, ຜະລິດ​ຕະພັນ​ຂອງ​ຂອງ​ຜູ້​ກຳມະສິດ​ຊັບ​ສິນ​ທາງ​ປັນຍາ​ອື່ນ), ບັນດາ​ຊັບ​ສິນ​ທີ່​ກໍ່​ຕົວ​ຂຶ້ນ​ໃນ​ອະນາຄົດ, ບັນດາ​ແຫຼ່ງພະລັງ​ຈາກ​ພາຍ​ນອກ (ການ​ລົງທຶນ​ຈາກ​ພາຍ​ນອກ, ​ແຫຼ່ງບຸກຄະລາ​ກອນ​ຈາກ​ພາຍ​ນອກ, ພູມ​ປັນຍາ​ແລະ​ຜະລິດ​ຕະພັນ​ວິທະຍາສາດ​ເຕັກນິກ...) ​ເພື່ອ​ຈະ​ຈັດ​ແບ່ງ​ຢ່າງ​ສົມ​ເຫດ​ສົມ​ຜົນ​ຕາມ​ກົນ​ໄກ​ຕະຫຼາດ, ຕາມ​ການ​ກຳນົດ​ທິດ​ແລະ​ການ​ດັດ​ປັບ​ຂອງ​ລັດ ​​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ​​ໃຫ້​ມີ​ປະສິດທິ​ຜົນຫຼາຍ​ທີ່​ສຸດ.

​ຈະນຳ​ໃຊ້​ກົນ​ໄກ​ຕະຫຼາດຄື​ແນວ​ໃດ​ແລະບົດບາດ​ຂອງ​ລັດ​ຄື​ແນວ​ໃດ​ໃຫ້​ມີ​ຄວາມ​ສົມ​ເຫດ​ສົມ​ຜົນ​ ເພື່ອດຶງ​ດູດ, ຈັດ​ແບ່ງ​ ແລະ​ນຳ​​ໃຊ້​ແຫຼ່ງພະລັງ​ນັ້ນ. ນີ້​ແມ່ນ​ບັນຫາ​ທີ່​ຕ້ອງ​ໄດ້​ຊີ້​ແຈງ​ທັດສະນະ ​ເພື່ອຈະ​ສາມາດ​ປັບປຸງ​ສະ​ຖາ​ບັນ​ດຶງ​ດູດ, ​ຈັດ​ແບ່ງ​ແລະ​ນຳ​ໃຊ້​ແຫຼ່ງພະລັງ​ໃຫ້​ສົມບູນ​ແບບ.

ບັນຫາລະດົມ​ແລະ​ຈັດ​ແບ່ງ​ແຫຼ່ງພະລັງຍາມ​ໃດ​ກໍ່​ແມ່ນ​ເນື້ອ​ໃນ​ທີ່​ສຳຄັນ​ ເຊິ່ງສະ​ແດງ​ອອກ​ໃນ​ໂຄງການ​ການ​ເມືອງ ແລະບັນດາ​ມະຕິ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ເສດຖະກິດ. ​ໃນໂຄງການ​ການ​ເມືອງກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນີຍົມ (ສະບັບ​ປັບປຸງ, ພັດທະນາ​ປີ 2011) ​ໄດ້​ລະບຸ: “ການ​ພົວພັນ​ແຈກ​ຢາຍຮັບປະກັນ​ຄວາມ​ສະ​ເໝີ​ພາບ ​ແລະ​ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ; ບັນດາ​ແຫຼ່ງພະລັງ​ໄດ້​ຮັບ​ການ​ແຈກ​ຢາຍ​ຕາມ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ; ການປະຕິບັດລະບອບການແຈກຢາຍ ສ່ວນໃຫຍ່ແມ່ນອີງໃສ່ຜົນຂອງ​ການແຮງງານ ​ແລະ​ປະສິດທິ​ຜົນດ້ານເສດຖະກິດບ, ພ້ອມ​ກັນ​ນັ້ນ​ກໍ່​ອີງຕາມລະດັບການປະກອບສ່ວນທຶນ ​ແລະ​ແຫຼ່ງພະລັງອື່ນໆ ​ແລະ ການ​ແຈກ​ຢາຍ​ຜ່ານ​ລະບົບ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ສະຫ​ວັດ​ດີກາ​ນສັງຄົມ. ລັດ​ຄຸ້ມ​ຄອງ​ເສດຖະກິດ, ກຳນົດ​ທິດ​ທາງ, ດັດສົມ​ແລະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ດ້ວຍ​ກົດໝາຍ, ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ, ນະ​ໂຍບາຍ​ແລະ​ກຳລັງ​ວັດຖຸ”.

ຍຸດ​ທະ​ສາດພັດທະນາ​ເສດຖະກິດ - ສັງຄົມ 10 ປີ 2011-2020 ​ໄດ້ກຳນົດ: “ປັບປຸງ​ສະ​ຖາ​ບັນ​ເພື່ອ​ແກ້​ອຸປະສັກ​ທຸກ​ຢ່າງ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອປົດ​ປ່ອຍ​ແລະ​ພັດທະນາ​ກຳລັງ​ການ​ຜະລິດ​ຢ່າງ​ແຂງ​ແຮງ”; ພ້ອມ​ກັນ​ນັ້ນ: “ເພີ່ມ​ທະວີ​ຄວາມ​ສາມາດ​ບົ່ມຊ້ອນ ​ແລະຍົກສູງປະສິດທິ​ຜົນ​ຂອງ​ເສດຖະກິດ​ຂອງ​ລັດ. ​ເສດຖະກິດ​ຂອງ​ລັດ​ມີບົດບາດ​ເປັນ​ເຈົ້າພາ​ທາງ, ແມ່ນ​ກຳລັງ​ວັດຖຸທີ່​ສຳຄັນ ​ເພື່ອ​ໃຫ້​ລັດ​ກຳນົດ​ທິດ​ທາງ​ແລະ​ດັດສົມ​ລະບົບ​ເສດຖະກິດ​ຂອງ​ປະ​ເທດ”. ອາດ​ຈະ​ເວົ້າ​ວ່າ, ​ໂຄງການ​ການ​ເມືອງ ​ແລະ​ຍຸດ​ທະ​ສາດ 10 ປີ 2011-2020 ​ໄດ້​ຢືນຢັນ​ບົດບາດ​ທີສຳຄັນ​ຂອງ​ລັດ ແລະກຳລັງ​ວັດຖຸ​ຂອງລັດ​ໃນ​ການ​ແຈກ​ຢາຍ​ແລະນຳ​ໃຊ້​ແຫຼ່ງພະລັງ. ສິ່ງ​ດັ່ງກ່າວ​ສືບ​ຕໍ່​ໄດ້​ຢັ້ງຢືນ​ຕື່ມ​ອີກ​ໃນ​ລາຍ​ງານ​ການ​ເມືອງ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ວ່າ: “ພື້ນຖານ​ເສດ​ຖະກິດ​ຕະຫຼາດ​ກຳນົດ​ທິດສັງຄົມ​ນິຍົມ​ຢູ່​ຫວຽດນາມ​ ແມ່​ນພື້ນຖານ​ເສດຖະກິດ​ສິຄ້າຫຼາຍ​ພາກສ່ວນ ​ດຳເນີນການ​ຕາມ​ກົນ​ໄກ​ຕະຫຼາດ ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ ພາຍ​ໃຕ້​ການ​ນຳພາ​ຂອງພັກ​ກອມ​ມູນິດ​ຫວຽດນາມ. ນີ້​ແມ່ນ​ຮູບ​ການ​ເສດຖະກິດ​ຕະຫຼາດ​ທີ່​ປະຕິບັດ​ຕາມບັນດາ​ກົດ​ເກນ​ຕະຫຼາດ, ທັງ​ອີງ​ໃສ່ແລະຖືກຊີ້ນຳ, ​ຄອບ​ຄອງໂດຍບັນດາຫຼັກການແລະທາດ​ແທ້​ຂອງ​ລັດທິ​ສັງຄົມນິຍົມ”; ຢືນຢັນ​ວ່າ ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ຕໍ່​ທັງ​ສອງ​ຄື ການ​ດຳເນີນການ​ຕາມ​ກົນ​ໄກ​ຕະຫຼາດ ​ແລະ​ການດັດສົມ, ຊີ້ນຳ, ​ຄອບ​ຄອງຂອງ​ລັດ​ຕາມຫຼັກການ, ທາດ​ແທ້​ຂອງ​ລັດທິ​ສັງຄົມນິຍົມ.

ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XII ຂອງພັກ​ກອມ​ມູນິດ​ຫວຽດນາມ ມີການດັດປັບບາງຢ່າງ​ໃຫ້ກະຈ່າງແຈ້ງຕື່ມ, ແຕ່ຍັງຕິດກັບ​ໂຄງການ​ການ​ເມືອງ ​ເພື່ອສະແດງໃຫ້ເຫັນຢ່າງ​ຈະ​ແຈ້ງ: ພື້ນຖານ​ເສດ​ຖະກິດ​ຕະຫຼາດ​ກຳນົດ​ທິດສັງຄົມ​ນິຍົມ​ຫວຽດນາມ​ ແມ່​ນພື້ນຖານ​ເສດຖະກິດທີ່ ດຳເນີນການ​ຕາມ​ບັນດາ​ກົດ​ເກນ​ຂອງ​ເສ​ຖະກິດ​ຕະຫຼາດຢ່າງ​ຄົບ​ຊຸດ​ແລະ​ເຕັມ​ສ່ວນ, ພ້ອມ​ກັນ​ນັ້ນ​ ກໍ່​ຮັບປະກັນ​ທິດ​ທາງສັງຄົມ​ນິຍົມ​ທີ່​ສອດຄ່ອງ​ກັບ​ແຕ່ລະ​ໄລຍະການ​ພັດທະນາ​ຂອງ​ປະ​ເທດ”. ມະຕິ​ຢືນຢັນ​ວ່າ: “ຕະຫຼາດ​ມີ​ບົດບາດ​ຕົ້ນ​ຕໍ່​ ໃນ​ການ​ລະດົມ​ແລະ​ແຈກ​ຢາຍ​ບັນດາ​ແຫຼ່່ງພະລັງ​ການ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ, ແມ່ນ​ກຳລັງ​ໜູນ​ຕົ້ນຕໍ​ເພື່ອ​ປົດ​ປ່ອຍ​ ກຳລັງການ​ຜະລິດ, ບັນດາ​ແຫຼ່ງພະລັງ​ຂອງ​ລັດ​ໄດ້​ຮັບ​ການ​ຈັດ​ແບ່ງ​ຕາມ​ຍຸດ​ທະ​ສາດ,​ແຜນກຳນົດ, ​ແຜນການ​ທີ່​ສອດຄ່ອງ​ກັບ​ກົນ​ໄກ​ຕະຫຼາດ. ລັດ​ມີ​ບົດບາດກຳນົດທິດ​ທາງ, ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ສະ​ຖາ​ບັນ​ເສດຖະກິດ, ສ້າງສະພາບ​ແວດ​ລ້ອມ​ການ​ແຂ່ງ​ຂັນ​ທີ່​ສົດ​ໃສ, ນຳ​ໃຊ້​ບັນດາ​ເຄື່ອງ​ມື, ນະ​ໂຍບານ ​ແລະ​ແຫຼ່ງພະລັງ​ຂອງ​ລັດ ​ເພື່ອກຳນົດທິດ​ທາງ ​ແລະ​ດັດສົມ​ເສດຖະກິດ, ຊຸກຍູ້​ການ​ຜະລິດ​ທຸລະ​ກິດ ​ແລະຮັກສາ​ສະພາບ​ແວດ​ລ້ອມ; ປະຕິບັດ​ຄວາມ​ກ້າວໜ້າ​ ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ​ ໃນ​ແຕ່​ລະບາດກ້າວ​ແລະ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ. ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ ​ໃນ​ການພັດທະນາ​ເສດຖະກິດ - ສັງຄົມ. ຄຽງ​ຄູ່​ກັນ​ນັ້ນ, ມະຕິ​ຍັງ​ໄດ້​ຢືນຢັນ​ວ່າ: “​ເສດຖະກິດ​ຂອງ​ລັດ​ມີ​ບົດບາດ​ເປັນ​ເຈົ້າ​ນຳພາ, ​ເສດຖະກິດ​ເອກະ​ຊົນ​ແມ່ນກຳລັງ​ໜູນ​ທີ່ສຳຄັນຂອງ​ພື້ນຖານ​ເສດຖະກິດ, ບັນດາ​ເຈົ້າພາບ​ໃນ​ບັນດາ​ພາກສ່ວນ​ເສດຖະກິດ​ ມີ​ຄວາມ​ສະ​ເໝີ​ພາບ, ຮ່ວມ​ມື​ກັນ​ ແລະ​ ​ແຂ່ງຂັນ​ກັນ​ຕາມ​ກົດໝາຍ”.

ດັ່ງ​ນັ້ນຈຶ່ງ​ມີ​ການ​ຮັບ​ຮູ້​ວ່າ ​ເສດຖະກິດ​ຕະຫຼາດ​ມີ​ບົດບາດ​ຕົ້ນຕໍ, ​ເປັນ​ກຳລັງ​ໜູນ​ຕົ້ນຕໍ, ສ່ວນ​ລັດ​ມີ​ບົດບາດ​ກຳນົດ​ທິດ​ທາງ. ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກກໍ່​ຍັງ​ຄົງ​ຕິດຕາມ​ແລະ​ສືບ​ທອດ​ໂຄງການ​ການ​ເມືອງ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ແລະ XII ​ໄດ້​ຍົກ​ໃຫ້​ເຫັນ​ແຈ້ງ​ເຖິງ​ບົດບາດ​ຂອງ​ລັດ ​ແລະ​ຢືນຢັນ “ຕະຫຼາດ​ມີ​ບົດບາດ​ຕົ້ນຕໍ​ໃນ​ການ​ກຳນົດລາຄາຂອງ​ສິນຄ້າ ​ແລະ​ຄ່າບໍລິການ” ​ແຕ່​ກໍ່​ສະ​ເໜີ​ປະ​ໂຫຍກ: “ຕະຫຼາດ​ມີ​ບົດບາດ​ຕັດສິນ​ໃນ​ການ​ລະດົມ, ​ແຈກ​ຢາຍ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງພະລັງ” (ໜ້າ 38, ຂໍ້ 2-IV ຮ່າງ​ລາຍ​ງານ​ການ​ເມືອງ). ຄື​ແນວ​ນັ້ນ​ແມ່ນ​​ໄດ້ມີ​ການ​ປ່ຽນ​ແປງ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ເນັ້ນ​ໜັກ​​ເຖິງບົດບາດ​ຂອງ​ລັດ​ໃນ​ການຈັດ​ແບ່ງ​ແລະນຳ​ໃຊ້​ແຫຼ່ງພະລັງ ມາ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ໄດ້​ຢືນຢັນວ່າ​ຕະຫຼາດ​ມີ​ບົດບາດ​ຕົ້ນຕໍ ​ແລະ ຕາມ​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII “ຕະຫຼາດ​ມີ​ບົດບາດ​ຕັດສິນ” ​ໃນ​ການ​ລະດົມ, ​ແຈກ​ຢາຍ​ແລະ​ນຳ​ໃຊ້​ແຫຼ່ງພະລັງ. ນີ້​ແມ່ນ​ການ​ພັດທະນາຂອງ​ຈິນຕະນາການ ຫຼືການປ່ຽນແປງຫຼັກການ​ກ່ຽວ​ກັບ​ທັດສະນະການລະດົມ, ແຈກຢາຍແລະນຳໃຊ້​ແຫຼ່ງພະລັງ ທີ່ຕ້ອງການ​ໃຫ້​ຄວາມ​ກະຈ່າງ​ແຈ້ງ.

ຫວຽດນາມຄວນຊັ່ງຊາ​ການ​ປ່ອຍ​ໃຫ້ຕະຫຼາດຕັດສິນຊີ້​ຂາດການລະດົມ, ແຈກຢາຍ ແລະນຳໃຊ້​ແຫຼ່ງພະລັງ. ອາດ​ຈະ​ເຫັນ​ຜະລິດ​ຕະພັນ​ຂອງ​ລັດທິ​ທຶນ​ນິຍົມ​ໃນ​ຍຸກ​ປະຈຸ​ບັນ​ແມ່ນ​ການ​ສ້າງ​ໃຫ້​ມີ​ສັງຄົມຜູ້​ບໍລິ​ໂພ​ກ, ກະ​ຕູ້ນຄວາມ​ຕ້ອງການ​ບໍລິ​ໂພ​ກສ່ວນບຸກຄົນ​ຂອງ​ຜູ້​ຄົນ​ໃຫ້​ເຖິງ​ຈຸດສູງສຸດ, ​ເກີນ​ຄວາມ​ສາມາດ​ທີ່​ຈຳກັດຂອງ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ​ແລະຄວາມຕ້ອງການອັນຮີບດ່ວນຂອງມະນຸດ ນຳ​ໄປສູ່ການສູນເສຍຊັບພະຍາກອນ ແລະຄວາມເສຍຫາຍຕໍ່ສິ່ງແວດລ້ອມ. ​ໂດຍໄດ້ຮັບການກະຕຸ້ນນີ້ຈາກສັງຄົມຜູ້ບໍລິໂພກ, ກົນໄກ​ຕະຫຼາດໄດ້ຮັບການສົ່ງເສີມແບບເລັ່ງລັດ, ​ໃນ​ຂະນະ​ນັ້ນ ​ຖ້າ​ປ່ອຍ​ໃຫ້​ຕະຫຼາດຕັດສິນ​ຊີ້​ຂາດ, ບັນດາ​ຫຼັກການ​ຂອງ​ເສດຖະກິດ​ຕະຫຼາດຈະແຈກຢາຍ​ແຫຼ່ງພະລັງ​ໂດຍອັດຕະໂນມັດ, ຈະ​ຖືກ​ດັດສົມ​ໂດຍ​ການ​ພົວພັນ​ລະຫວ່າງ​ການ​ສະໜອງ-ຄວາມ​ຕ້ອງການ, ຖືກ​ຕັດສິນ​​ໂດຍ​ລາຄາ​ຕະຫຼາດ, ເປົ້າໝາຍສູງສຸດຂອງມັນແມ່ນການເພີ່ມກຳໄລຫຼາຍ​ສຸດ, ຜົນກຳໄລແມ່ນສິ່ງ​ຊຸກຍູ້ຂັບເຄື່ອນ... ແຫຼ່ງພະລັງຈະ​ຖືກລະດົມ, ແຈກຢາຍແລະນຳ​ໃຊ້​​ເຂົ້າ​ໃນຂົງ​ເຂດ, ​ໃນ​ຂອດ, ​ໃນ​ຜະລິດ​ຕະພັນ​ທີ່ມີກຳໄລສູງ​ສຸດ, ສະຖານທີ່ທີ່ມີອັດຕາກຳໄລຕ່ຳຈະ​ບໍ່​ຢູ່​ໃນ​ແຜນ​ທີ່​ຂອງກົນໄກຕະຫຼາດ. ດ້ານ​ລົບ​ຕ່າງໆ​ຂອງ​ເສດຖະກິດ​ຕະຫຼາດ​ຈະ​ເກີດ​ຂຶ້ນ, ພ້ອມ​ກັບ​ສັງຄົມ​ຜູ້​ບໍລິ​ໂພ​ກຈະ​ເປັນ​ວິ​ກິດການ​, ຄວາມ​ບໍ່​ສົມ​ບຸນທີ່ຮອບດ້ານ​ເຊິ່ງບໍ່​ພຽງ​ແຕ່​ທາງ​ເສດຖະກິດ​ເທົ່າ​ນັ້ນ ​ແຕ່​ຍັງ​ລວມ​ເຖິງ​ສິ່ງ​ແວດ​ລ້ອມ​ແລະ​ສັງຄົມ​ໃນ​ທີ່​ສຸດ​ດ້ວຍ. ບັນດາ​ທິດ​ທາງ​ຂອງ​ລັດ​ທິສັງຄົມ​ນິຍົມ​ຈະຖືກ​ຈາງ​ຫາຍ​ໄປຕໍ່ໜ້າ​ກຳລັງ​ແຮງ​ຂອງ​ເສດຖະກິດ​ຕະຫຼາດ, ກໍ່​ໃຫ້​ເກີດ​ການ​ຂູດ​ຮີດຫຼາຍເກີນໄປ, ການ​ຜັນ​ແຍກ​ລະຫວ່າງຄົນຮັ່ງ​ມີແລະຄົນຍາກຈົນ, ໃຊ້ຊັບພະຍາກອນ​ຫຼາຍເກີນໄປ ແລະສິ້ນ​ເປືອງຊັບພະຍາກອນ; ສະ​ຫວັດ​ດີກາ​ນສັງຄົມ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ບໍ່​ໄດ້​ຮັບປະກັນ. ມັນມີຄວາມໝາຍຄ້າຍຄືກັບບົດບາດຂອງລັດກ່ຽວກັບ​ຍຸດ​ທະ​ສາດ, ແຜນກຳ​ນັດ, ແຜນການ, ພ້ອມດ້ວຍບັນດາເຄື່ອງມືດັດ​ປັບອື່ນໆຂອງລັດເຊັ່ນ: ພາສີ, ລາຄາ, ງົບປະມານລົງທຶນໃນເຂດທີ່ພົບ​ຄວາມ​ຫຍຸ້ງຍາກແລະດ້ອຍໂອກາດ, ຄ່ອຍໆ​ຖືກ​ຂັບ​ເຄື່ອນ​ໄປ​ຕາມເປົ້າໝາຍກຳໄລ; ນະໂຍບາຍຂອງລັດກໍ່ຈະຮັບໃຊ້ຈຸດປະສົງນີ້. ຈະ​ມີ​ຫຍັງ​ເກີດ​ຂຶ້ນ, ຍົກ​ຕົວຢ່າງ, ການລະບາດຂອງພະຍາດ​ໂຄ​ວິດ 19 ລະຫວ່າງບັນດາປະເທດທີ່​ປະຕິບັດ​ກົນ​ໄກ​ຕະຫຼາດທີ່ບໍລິສຸດ ແລະປະເທດທີ່ໃຫ້ຄວາມສຳຄັນສູງຕໍ່ “ຝ່າມື” ຂອງລັດ.

ດັ່ງ​ນັ້ນ, ຄວນ​ຢຸດ​ຢູ່​ທີ່: “ຕະຫຼາດ​ມີ​ບົດບາດ​ຕົ້ນຕໍ​ໃນການລະດົມ​ແລະ​ແຈກ​ຢາຍ​ຢ່າງ​ມີ​ປະສິດທິ​ຜົນ​ ບັນດາ​ແຫຼ່ງພະລັງ​ການ​ພັດທະນາ” ຄືມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII ​ແລະ​ຕ້ອງ​ຕິດ​ກັບ​ໂຄງການ​ການ​ເມືອງ ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ (ສະບັບ​ປັບປຸງ, ​ເພີ່ມ​ເຕີມປີ 2011). ຕາມ​ນັ້ນ, ບົດບາດຂອງລັດແມ່ນມີຄວາມສຳຄັນແລະຂາດບໍ່ໄດ້, ລັດ​ຍັງ​ຕ້ອງ​ຜ່ານ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ, ນຳ​ໃຊ້​ບັນດາ​ເຄື່ອງມື, ນະ​ໂຍບາຍ​ ແລະ​ແຫຼ່ງພະລັງ​ຂອງ​ລັດ​ ເພື່ອກຳນົດ​ທິດ​ທາງ ​ແລະດັດສົມ​ພື້ນຖານ​ເສດຖະກິດ ​ແນ​ໃສ່​ແກ້​ໄຂ​ດ້ານ​ລົບ​ຂອງ​ເສດຖະກິດ​ຕະຫຼາດ, ຮັບປະກັນການກຳນົດທິດ​ສັງຄົມ​ນິຍົມ.

ຕໍ່​ຈາກ​ນັ້ນ​ແມ່ນ ​ລະບອບ​ການ​ແຈກ​ຢາຍ​ແລະ​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ”. ​ໂຄງການ​ການ​ເມືອງກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດ​ທະ​ສັງຄົມ​ນິຍົມ (ສະບັບ​ປັບປຸງ, ​ເພີ່ມ​ເຕີມປີ 2011) ​ໄດ້​ຊີ້​ແຈ້ງ: “ການ​ພົວພັນ​ແຈກ​ຢາຍ​ຮັບປະກັນ​ຄວາມຍຸຕິທຳ ​ແລະສ້າງກຳລັງ​ຂັບ​ເຄື່ອນໃຫ້ແກ່ການພັດທະນາ” ​ແລະ “ປະຕິບັດ​ລະບອບ​ການ​ແຈກ​ຢາຍສ່ວນ​ໃຫຍ່​ແມ່ນ​ອີງ​ໃສ່ຜົນຂອງ​ການ​ອອກແຮງງານ, ປະສິດທິຜົນທາງດ້ານເສດຖະກິດ, ພ້ອມ​ກັນ​ນັ້ນ​ກໍ່ຕາມ​ລະດັບ​ການ​ປະກອບສ່ວນ​ທຶນແລະຊັບພະຍາກອນອື່ນໆ ແລະ ການແຈກຢາຍຜ່ານ​ລະບົບ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ສະຫວັດດີການສັງຄົມ”. ດັ່ງ​ນັ້ນ​ຈຶ່ງ​ມີ​ເສົາຄ້ຳ​ສາມປະການ ສຳລັບການແຈກຢາຍຊັບສົມບັດທາງສັງຄົມ: ການ​ແຈກ​ຢາຍ​ຕາມ​ແຮງ​ງານ​ແລະ​ປະສິດທິ​ຜົນ​ເສດຖະກິດ, ການ​ແຈກ​ຢາຍ​ຕາມ​ທຶນ​ທີ່​ລົງ​ໃນ​ຂະ​ບວນການ​ຜະລິດ ​ແລະ ການ​ແຈກຢາຍ​ຜ່ານ​ຄວາມ​ປອດ​ໄພ​ທາງ​ສັງຄົມ​, ສະຫວັດດີ​ການ​ສັງຄົມ. ສາມ​ເສົາ​ຄ້ຳ​ນີ້​ຊ່ວຍ​ໜູນ​ແລະ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ ​ໃນ​ການ​ຮັບປະກັນ​ການ​ແຈກ​ຢາຍ​ໃຫ້​ມີ​ຄວາມ​ຍຸດຕິ​ທຳ, ສົມ​ເຫດ​ສົມ​ຜົນ, ຫຼຸດຜ່ອນຊ່ອງຫວ່າງທາງລາຍໄດ້, ຄວາມແຕກຕ່າງລະຫວ່າງຄົນຮັ່ງມີແລະຄົນທຸກຍາກ, ​ແມ່ນການ​ສົມທົບ​ລະຫວ່າງ​ກົນ​ໄກ​ຕະຫຼາດ​ກັບ “ຝ່າມື” ຂອງລັດ, ​ແຕ່​ບໍ່​ສູນ​ເສຍ​ກຳລັງ​ຂັບ​ເຄື່ອນ​ການ​ພັດທະນາ, ​ແກ້​ໄຂ​ການ​ແຈກ​ຢາຍ​ທີ່​ບໍ່​ມີ​ຄວາມ​ຍຸດຕິ​ທຳ ​ແລະ​ສ້າງ​ສະຖຽນ​ລະ​ພາບ​ທາງ​ສັງຄົມ, ຫຼີກ​ລ້ຽງ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ບັນດາ​ຊັ້ນ​ຄົນ​ສັງຄົມ. ສາມາດ​ຢືນຢັນ​ໄດ້​ວ່າ, ​ໂຄງການ​ການ​ເມືອ​ງ ​ໄດ້ວາງ​ຫຼັກການ​ທີ່​ພື້ນຖານ​ທີ່​ສຸດ​ຂອງ​ລະບອບ​ການ​ແຈກ​ຢາຍ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ.

ບົນ​ຈິດ​ໃຈ​ດັ່ງກ່າວ, ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ໄດ້​ເນັ້ນ​ໜັກ​ລະບົບ​ຄວາມ​ປອດ​ໄພ​ແລະ​ສະຫວັດດີ​ການ​ສັງຄົມ, ​ເບິ່ງ​ແຍງ​ດູ​ແລ​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ... ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ເວົ້າ​ເຖິງ​ສອງ​ເສົາຄ້ຳ​ຄື​ ການ​ແຈກ​ຢາຍ​ຕາມ​ແຮງ​ງານ​ແລະ​ປະສິດທິ​ຜົນ​ເສດຖະກິດ ​ແລະ ການ​ແຈກ​ຢາຍ​ຕາມ​ທຶນ​ທີ່ລົງ​ໃນ​ການ​ຜະລິດທຸລະ​ກິດ ​ແມ່ນ​ຍັງ​ຄຸມ​ເຄືອ, ບໍ່​ລະອຽດ​ແລະ​ບໍ່​ທັນ​​ແຈ້ງ. ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XIII ຂອງພັກ​ກອມ​ມູນິດ​ຫວຽດນາມ​​ໄດ້​ເວົ້າ​ເຖິງ​ເສົາຄ້ຳ​ທີ​ໜຶ່ງ ​ແລະ​ເສົາຄ້ຳ​ທີ​ສາມດັ່ງ​ນີ້: “ການປະຕິ​ຮູບ​ນະ​ໂຍບາຍ​ເງິນ​ເດືອນຕາມ​ທິດ​ທາງ​ເຂົ້າ​ເຖິງ​ລາຄາ​ຕະຫຼາດຂອງ​ກຳລັງ​ແຮງ​ງານ, ຮັບປະກັນ​ຫຼັກການ​ແຈກ​ຢາຍ​ຕາມ​ແຮງ​ງານ, ສ້າງກຳລັງ​ໜູນ​ເພື່ອ​ຍົກ​ສູງ​ປະສິດທິ​ພາບ​ແລະ​ປະສິດທິ​ຜົນ​​ໃນການ​ເຮັດວຽກ. ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ແລະ​ສະຫວັດດີ​ການ​ສັງຄົມ, ຄ່ອຍໆຮັບປະກັນ​ຄວາມ​ຕ້ອງການອັນ​ພື້ນຖານ ຈຳ​ເປັນ​ຂອງ​ປະຊາຊົນກ່ຽວ​ກັບ​ທີ່ຢູ່​ອາ​ໄສ, ການ​ໄປມາ, ການ​ສຶກສາ, ສາທາລະນະ​ສຸກ...”. ​ແຕ່​ກ່ຽວ​ກັບ​ເສົາ​ຄ້ຳ​ທີ​ສອງ “ການ​ແຈກ​ຢາຍ​ຕາມ​ລະດັບ​ການ​ປະກອບ​ທຶນ​ແລະ​ແຫຼ່ງພະລັງ​ອື່ນ” ນັ້ນ ແມ່ນ​ບໍ່​ໄດ້​ຮັບ​ການ​ກ່າວ​ເຖິງ​ຢ່າງ​ລວມສູນ, ເຖິງ​ວ່າ​ມີ​ການ​ກ່າວ​ເຖິງ​ແຕ່​ກະຈັດກະຈາຍ​ໄປ​ຕາມ​ຂົງ​ເຂດ​ທີ່​ຕ່າງ​ກັນ ​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ແລະ​ໃນ​ຮ່າງເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​. ​ເພື່ອທຳຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ສາມ​ເສົາ​ຄ້ຳ​ຂອງ​ລະບອບ​ການ​ແຈກ​ຢາຍຕາມ​ຈິດ​ໃຈ​ຂອງ​ໂຄງການ​ການ​ເມືອງ​ນັ້ນ ​ແມ່ນ​ຕ້ອງການ​ເຂົ້າ​ໃຈ​ວ່າ ​ເສົາຄ້ຳການ​ແຈກ​ຢາຍ​ທີ​ສອງ​ແມ່ນ​ການ​ປະຕິບັດ​ກົນ​ໄກການ​ແຈກ​ຢາຍ​ຄັ້ງ​ຕົ້ນ​ ​ແລະ​ການ​ແຈກ​ຢາຍ​ຄືນ​ໃໝ່ ຕາມ​ທຶນ​ທີ່​​ໄດ້​ລົງ, ​ແຫຼ່ງການ​ເງິນ ​ແລະ​ຄຸນຄ່າ​ອື່ນ (ແທ້ທີ່​ຈິງ​​ແມ່ນ​ທຶນ), ມັນຈະສ້າງແຫຼ່ງລາຍໄດ້ທີ່ກວມອັດຕາສ່ວນໃຫຍ່ຂອງ​ລວມຍອດ​ຜະລິດຕະພັນພາຍໃນປະ​ເທດ (GDP - ຈີ​ດີ​ພີ) ມາ​ໃຫ້ປະຊາກອນສ່ວນໜຶ່ງ ​ເຊິ່ງສ່ວນ​ຫຼາຍ​ແມ່ນຄົນຮັ່ງມີໃນສັງຄົມ. ​ແຫຼ່ງລາຍ​ໄດ້​ນີ້​ໃນ​ກົນ​ໄກ​ຕະຫຼາດ​ຈະ​ເພີ່ມ​ຂຶ້ນ​ເລື້ອຍໆ, ສ້າງ​ຊ່ອງຫວ່າງລະຫວ່າງຄົນຮັ່ງມີແລະຄົນທຸກຍາກໃນສັງຄົມ, ດັ່ງ​ນັ້ນຈຶ່ງຈຳເປັນຕ້ອງ​ມີ​ການ​ດັດ​ປັບທີ່ເໝາະສົມຜ່ານເຄື່ອງມືພາສີ, ສ້າງ​ແຫຼ່ງລາຍ​ຮັບ​ໃຫ້​ງົບປະມານ ​ແມ່ນ​ແຫຼ່ງພະລັງ​ເພື່ອ​ປະຕິບັດ​ລະບົບ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ແລະ​ສະຫວັດ​ດີນາ​ສັງຄົມ. ປະສົບ​ການ​ສາກົນ​ໃຫ້​ເຫັນ​ວ່າ, ບັນດາ​ປະ​ເທດ​ທີ່​ມີ​ລະດັບ​ການ​ພັດທະນາ​ສູງ, ກົນ​ໄກ​ຕະຫຼາດ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ເຕັມທີ, ນະ​ໂຍບາຍ​ພາສີ​ຂອງ​ພວກເຂົາເພື່ອ​ຄວບຄຸມລາຍໄດ້, ເງິນປັນຜົນ, ການ​ຮັບມໍລະດົກ ​ແມ່ນ​ສູງຫຼາຍ (ຍົກຕົວຢ່າງ, ພາສີລາຍໄດ້ສ່ວນບຸກຄົນຂອງປະເທດຊູ​ແອດແມ່ນ 57,2%, ດານ​ມາກ​ແມ່ນ 55,8%, ​ແຟງ​ລັງ​ແມ່ນ 53,75%, ​ໂຮ​ນລັງ​ແມ່ນ 51,75%...; ພາສີ​ການ​ຮັບມໍລະດົກ​ໂດຍ​ສະ​ເລ່ຍຢູ່ບັນດາປະເທດໃນອົງການ​ເພື່ອ​ການ​ຮ່ວມ​ມື​ທາງເສດຖະກິດ​ແລະ​ການ​ພັດທະນາ (OECD) ​ແມ່ນ 15%, ​ໃນ​ນັ້ນ ຢູ່​ໂຮ​ນລັງ​ແມ່ນ 20%, ​ແຟງ​ລັງ​ແມ່ນ 19%, ດານ​ມາດ​ແມ່ນ 15%(3)...). ພ້ອມ​ກັນ​ນັ້ນ, ນະ​ໂຍບາຍ​ແລະ​ລະບົບ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ສະຫວັດດີ​ການ​ສັງຄົມ​ກໍ່​ແຂງແຮງຫຼາຍ, ຊ່ວຍ​ຫຼຸດຜ່ອນ​ຊ່ອງຫວ່າງ​ລະຫວ່າງ​ຄົນ​ຮັ່ງມີແລະຄົນທຸກຍາກ, ​ເບິ່ງ​ແຍ​ງດູ​ແລຄົນ​ທີ່​ອ່ອນ​ແອ ດ້ອຍ​ໂອກາດ, ລົງທຶນ​ຫຼາຍ​ໃຫ້​ແກ່​ການ​ສຶກສາ, ສາທາລະນະ​ສຸກ, ສ້າງ​ສັງຄົມ​ທີ່​ໝັ້ນຄົງແລະຍຸຕິທຳ ​ໃນ​ລະດັບ​ທີ່ປະຊາຊົນ​ຍອມຮັບ​ໄດ້. ຈາກ​ການວິ​ໄຈ​ໄຈ້​ແຍກ​ນັ້ນ, ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຕ້ອງ​ຍົກ​ໃຫ້​ເຫັນ​ແຈ້ງ​ແລະ​ມີ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງກ່ຽວ​ກັບ​ເສົາ​ຄ້ຳການ​ແຈກ​ຢາຍ​ທີ​ສອງນີ້ ​ໃນ​ສອງ​ດ້ານ​ການ​ແຈກ​ຢາຍ​ແລະ​ການ​ດັດ​ປັບ.

ອີກປະເດັນໜຶ່ງທີ່ຕ້ອງໄດ້ພິຈາລະນາ, ເມື່ອປະຕິບັດກົນໄກຕະຫຼາດດ້ວຍ​ຫຼັກການ​ແຈກ​ຢາຍໂດຍ 3 ເສົາຄ້ຳທີ່ກ່າວມາຂ້າງເທິງນີ້ ແມ່ນປະເດັນຂອງ “ຄົນຮັ່ງມີ” ໃນເປົ້າ ໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸດຕິທຳ, ສີວິ​ໄລ” ຄວນໄດ້ຮັບການພິຈາລະນາໂດຍຫຼັກການແຈກຢາຍຂ້າງເທິງ, ມີພຽງແຕ່ສ່ວນໜຶ່ງ​ເປັນ “ຄົນ​ຮັ່ງມີ”, ພາກສ່ວນໜຶ່ງທີ່ບໍ່ໜ້ອຍ​ແມ່ນ “ຄົນທຸກຍາກແລະໃກ້ຈະທຸກຍາກ”, ສ່ວນໃຫຍ່ແມ່ນ “ຊົນຊັ້ນກາງ”. ດັ່ງ​ນັ້ນ, ພື້ນຖານ​ເສດຖະກິດທີ່​ພັດທະນາ​ຕາມ​ຫຼັກການຕະຫຼາດ, ​ເຖິງ​ວ່າ​ຈະ​ມີ​ການ​ດັດ​ປັບ​ຂອງ​ລັດ​ເພື່ອ​ແກ້​ໄຂຊ່ອງຫວ່າງລະຫວ່າງຄົນຮັ່ງມີແລະຄົນທຸກຍາກ ​ໂດຍ​ຜ່ານ​ນະ​ໂຍບາຍດັດ​ປັບ ແລະຜ່ານລະບົບຄວາມ​ປອດ​ໄພ​ທາງສັງຄົມ, ສະຫວັດດີ​ການ​ສັງຄົມ​ກໍ່ຕາມ ກໍ່ບໍ່​ອາດ​ຈະຫຼີກລ້ຽງໄດ້ສະພາບ​ການທີ່​ມີອັດຕາສ່ວນ​ຄົນທຸກຍາກທຽບ​ຖານ ​ແລະ ອັດຕາ​ສ່ວນ​ຄົນ​ຮັ່ງມີມັກ​ຈະ​ກົງ​ກັບອັດຕາສ່ວນ​ຄົນທຸກຍາກ ​ແຕ່​ມັນ​ກວມ​ເອົາ​ສ່ວນ​ໃຫຍ່​ໃນ​ລາຍ​ໄດ້ຂອງປະເທດ, ຄົນຊັ້ນກາງຈະເພີ່ມຂຶ້ນເທື່ອລະກ້າວ ແລະ ນີ້ແມ່ນກຸ່ມທີ່​ພວກ​ເຮົາ​ຕ້ອງ​ເລັ່ງ​ໃສ່​ແລະ​ສົ່ງ​ເສີມ ​ເພື່ອ​ໃຫ້ກຸ່ມນີ້ມີສ່ວນໃຫຍ່​ໃນສັງຄົມ. ນີ້ແມ່ນປັດ​ໄຈ​ແຫ່ງ​ການ​ພັດທະນາແລະຄວາມໝັ້ນຄົງຂອງສັງຄົມ.

ດ້ານ​ອື່ນ, ຂີດ​ຈຳກັດ​ໃນ​ການ​ບໍລິ​ໂພ​ກສ່ວນ​ບຸກຄົນມີຈຳກັດ, ບໍ່​ວ່າ​ພວກ​ເຂົາ​ຮັ່ງມີ​ເທົ່າ​ໃດ​ກໍ່ຕາມ, ການບໍລິໂພກສ່ວນຕົວຂອງພວກເຂົາແມ່ນຖືກຈຳກັດໃນລະດັບໃດໜຶ່ງເທົ່ານັ້ນ.  ສິ່ງສຳຄັນທີ່ສຸດທີ່ສາມາດພິຈາລະນາໄດ້ໂດຍບໍ່ມີຂໍ້ຈຳກັດຂອງມະນຸດແມ່ນ ວັດທະນະທຳ, ຄວາມຮູ້, ຄວາມສຸກທີ່ທຸກຄົນຕ້ອງການ ແລະ ກໍ່ແມ່ນເປົ້າໝາຍທີ່ປະທານໂຮ່ຈີມິນຊີ້ອອກ: ສ້າງ​ປະ​ເທດ​ຫວຽດນາມທີ່​ເປັນ​ເອກະລາດ, ​ເສລີພາບ ​ແລະ​ມີ​ຄວາມສຸກ. ຄວາມ​ເປັນ​ຈິງ​ກໍ່​ໃຫ້​ເຫັນ​ວ່າ, ປະຊາຊົນ​ຮັ່ງມີບໍ່ແນ່ໃຈວ່າປະເທດຊາດ​ຈະເຂັ້ມແຂງຫຼືບໍ່, ​ເພ​າະວ່າ​ປະ​ເທດ​ຊາດ​ແມ່ນ​ສັງຄົມ​ທີ່​ໝັ້ນຄົງ​ແລະ​ປະຊາຊົນ​ມີ​ຄວາມສຸກ, ນັ້ນ​ແມ່ນ​ກຳລັງ​​ແຮງ​ຂອງ​ປະ​ເທດ​ຊາດ. ສ່ວນປະຊາຊົນ​ຮັ່ງມີ​ແຕ່​ບໍ່​ມີ​ຄວາມສຸກ, ປະ​ເທດ​ນັ້ນບໍ່​ເຂັ້ມ​ແຂງ. ດັ່ງ​ນັ້ນ, ຄວນ​ເພີ່​ມປັດ​ໄຈ “ຄວາມສຸກ” ​ເຂົ້າ​ໃນ​ເປົ້າ​ໝາຍ​ການ​ພັດທະນາ​ໃນ​ສະ​ໄໝ​ຂ້າມ​ຜ່ານຂຶ້ນ​ສູ່ລັດ​ທິສັງຄົມ​ນິຍົມ.

​ເປົ້າ​ໝາຍ​ແລະ​ຫຼັກການ​ເພື່ອ​ປັບປຸງ​ບູລະນະ​ສະ​ຖາ​ບັນ​ເພື່ອ​ດຶງ​ດູດ, ຈັດ​ແບ່ງ ​ແລະນຳໃຊ້​ແຫຼ່ງພະລັງ​ຕ່າງໆ
​ຢ່າງ​ມີ​ປະສິດທິ​ຜົນ ​ແນ​ໃສ່
ພັດທະນາ​ເສດຖະກິດ - ສັງຄົມ ຂອງ​ຫວຽດນາມ​ໃນ​ໄລຍະ​ຕໍ່​ໄປ

ຈາກ​ເນື້ອ​ໃນ​ທີ່​​ເວົ້າ​ມາ​ຂ້າງ​ເທິງ​ກ່ຽວ​ກັບສະ​ຖາ​ບັນ​ການຈັດ​ແບ່ງ​ແລະການນຳ​ໃຊ້​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິ​ຜົນ, ພວກ​ເຮົາ​ວາງ​ເປົ້າ​ໝາຍ, ທັດສະນະ​ ແລະ ​ເນື້ອ​ໃນ, ວິທີ​ແກ້​ໄຂ ​ເພື່ອປັບປຸງ​ບູລະນະ​ສະ​ຖາ​ບັນ​ໃນ 5 ປີ, 10 ປີ​ແລະ 25 ປີ​ຂ້າງ​ໜ້າ ​ເມື່ອຫວຽດນາມ​ສະ​ເຫຼີ​ມສະ​ຫຼອງວັນ​ສ້າງ​ຕັ້ງ​ປະ​ເທດ​ຄົບຮອບ 100 ປີ (1945 - 2045). ​ໃນ​ສະພາບ​ການທີ່ຊັບພະຍາກອນທຳມະ​ຊາດເຊັ່ນ: ທີ່ດິນ, ພະລັງງານຂັ້ນຕົ້ນ ແລະ ພະລັງງານ​ຂັ້ນສອງ ມີຈຳກັດ, ຊັບພະຍາກອນການເງິນແຫ່ງຊາດຍັງບໍ່ທັນເຂັ້ມແຂງ, 70% ຂອງກຳລັງແຮງງານພາຍໃນປະເທດຍັງບໍ່ທັນໄດ້ຮັບການຝຶກອົບຮົມເທື່ອ, ດັ່ງ​ນັ້ນ ບັນຫາ​ການ​ລະດົມ​ແຫຼ່ງພະລັງ​ເພື່ອ​ພັດທະນາ​ປະ​ເທດ​ຖືກ​ທ້າ​ທາຍ​ບໍ່​ໜ້ອຍ.

ກ່ອນ​ອື່ນ​ໝົດ, ຕ້ອງມີເປົ້າໝາຍທີ່ຈະແຈ້ງ ຈາກຕ່ຳຫາສູງ ເພື່ອສູ້​ຊົນ​ໃນ​ການ​ປະຕິບັດ, ໂດຍສະເພາະ:

- ​ໃນ​ໄລຍະ 2021 - 2025, ຕ້ອງ​ສ້າງ​ການ​ບຸກທະລຸ​ໃຫຍ່ ​ກ່ຽວ​ກັບ​ສະ​ຖາ​ບັນ​​ການ​ລະດົມ, ຈັດ​ແບ່ງ​ແລະ​ນຳ​ໃຊ້​ແຫຼ່ງພະລັງ​​ເພື່ອ​ການ​ພັດທະນາ.

- ​ໃນ​ໄລຍະ 2026 - 2030, ຕ້ອງ​ລະດົມ​ແຫຼ່ງພະລັງ​ໂດຍ​ລວມທັງ​ໝົດ, ຄ່ອຍໆ​ລົດ​ແຫຼ່ງພະລັງ​ທີ່ອີງໃສ່ຊັບພະຍາກອນທຳມະຊາດ​ເປັນ​ຫຼັກ, ​ເງິນ​ລົງທຶນ, ​ແຫຼ່ງ​ແຮງ​ງານ​ດ້ວຍ​ຕົນ​ເອງ, ​ແຮງ​ງານ​ລາຄາ​ຖືກ ​ແລະ ​ເພີ່ມ​ແຫຼ່ງພະລັງ​ຈາກ​ແຫຼ່ງຄວາມ​ຮູ້​ຂຶ້ນ​ຢ່າງ​ແຂງ​ແຮງ.

- ​ໃນ​ໄລຍະ 2031 - 2045, ແຫຼ່ງຄວາມຮູ້ຈະມີບົດບາດສຳຄັນໃນການພັດທະນາ​ປະ​ເທດຫວຽດນາມ ແທນທີ່ຈະອີງໃສ່ຊັບພະຍາກອນທຳມະຊາດ, ​ເງິນ​ລົງທຶນ ​ແລະ​ແຮງ​ງານລາຄາຖືກ.

​ເພື່ອປະຕິບັດ​ເປົ້າ​ໝາຍ​ເຫຼົ່າ​ນີ້ ການ​ກໍ່ສ້າງ​ສະ​ຖາ​ບັນກ່ຽວ​ກັບ​ການຈັດ​ແບ່ງ​ແລະນຳ​ໃຊ້​ແຫຼ່ງພະລັງ​ຕ້ອງ​ອີງ​ໃສ່​ທັດສະນ, ຫຼັກການ​ພື້ນຖານ​ໃດ​ແດ່? ​ມັນແມ່ນ​​ດັ່ງ​ນີ້:

- ຫຼັກການ​ທຳ​ອິດທີ່​ມີ​ຄວາມ​ໝາຍ​ຕັດ​ສິນ​ຊີ້​ຂາດ​ແມ່ນ ການຈັດ​ແບ່ງ​ແລະນຳ​ໃຊ້​ແຫຼ່ງພະລັງຕ້ອງ​ອີງ​ຕາມ​ຫຼັກການ​ຕະຫຼາດ ​ແລະ​ມີ​ພຽງ​ຫຼັກການ​ຕະຫຼາດ​ເທົ່າ​ນັ້ນ ​ທີ່​ເປັນ​ກຳລັງໜູນ​ພື້ນຖານ​ແລະ​ຕົ້ນຕໍ ​ເພື່ອລະດົມ​ແລະ​ຈັດ​ແບ່ງ​ແຫຼ່ງພະລັງຢ່າງ​ມີ​ປະສິດທິ​ຜົນ. ​ແຕ່​ຖ້າ​ມີແຕ່​ເສດຖະກິດ​ຕະຫຼາດ​ເທົ່າ​ນັ້ນ ກໍ່​ອາດ​ຈະພາ​ໃຫ້​ເກີດ​ມີ​ດ້ານ​ລົບ​ຂອງ​ເສດຖະກິດ​ຕະຫຼາດ, ດັ່ງ​ນັ້ນ ຕ້ອງການ​ມີ​ການ​ດັດສົມ​ແລະ​ນຳພາ​ຢ່າງ​ສົມ​ເຫດ​ສົມ​ຜົນຂອງ​ລັດ, ໝາຍ​ຄວາມ​ວ່າ​ຢ່າງ​ສົມ​ເຫດ​ສົມ​ຜົນ​ແບບ​ສັດຈະ​ວິພາກ ​ໂດຍ​ບໍ່​ແມ່ນ​ອັດຕະວິ​ໄສ.

- ຫຼັກການ​ຕໍ່ໄປແມ່ນ ອີງໃສ່ກຳລັງພາຍໃນເປັນຫຼັກ, ຖື​ວ່າ​ນັ້ນ​ເປັນ​ຮາກ​ຖານ, ​ເປັນ​ແກນ​ກາງ, ​ແມ່ນ​ເງື່ອນ​ໄຂ​ທີ່​ຕ້ອງການ​ເພື່ອ​ດຶງ​ດູດ​ແຫຼ່ງພະລັງ​ຈາກ​ພາຍ​ນອກ ​ແລະກໍ່​ເປັນ​ການ​ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ເສດຖະກິດ.

- ຕັ້ງ​ໝັ້ນ, ​ເປັນ​ເຈົ້າ​ການ ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ; ເຂົ້າເຖິງ​ແລະ​ໃຊ້ປະໂຫຍດຈາກ​ແຫຼ່ງຄວາມ​ຮູ້​ຂອງໂລກ, ເງິນລົງທຶນຈາກຕ່າງປະເທດ ​ແລະ​ແຫຼ່ງບຸກຄະລາ​ກອນ​ທີ່ມີຄຸນນະພາບສູງ ຈາກປະເທດອື່ນ. ​ໃຫ້​ຄວາມ​ສຳຄັນ​ກັບ​ແຫຼ່ງພະລັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ. ບັນຫາຄວາມ​ເປັນ​ເອກະລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ​ທາງ​ດ້ານ​ເສດຖະກິດ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ແລະທ່າ​ອຽງ​ໂລກາ​ພິວັດ ຕ້ອງ​ໄດ້​ຄິດ​ໄລ່​ຢ່າງຮອບ​ຄອບ​ແລະ​ສົມ​ເຫດ​ສົມ​ຜົນ.

- ຕ້ອງ​ປະຢັດ​ແຫຼ່ງພະລັງ. ການ​ປະຢັດ​ແຫຼ່ງພະລັງ​ແມ່ນ​ເລີ່​ມຕົ້ນ​ຂອງ​ປະສິດທິ​ຜົນ, ການ​ໃຊ້​ແຫຼ່ງພະລັງ​ຢ່າງ​ສິ້ນ​ເປືອງ​ໃນ​ປະຈຸ​ບັນພວມ​ສະ​ແດງ​ອອກ​ໃນ​ດ້ານ​ຕ່າງໆ​ເຊັ່ນ: ການ ນຳໃຊ້ຊັບພະຍາກອນສິ້ນ​ເປືອງ​ຢ່າງຮ້າຍແຮງ, ການນຳໃຊ້​ແຫຼ່ງການເງິນຂອງລັດ, ວິສາຫະກິດແລະຂອງຜູ້ຢູ່ອາໄສ ຖືກສູນເສຍແລະສິ້ນ​ເປືອງ​ຫຼາຍ (ຄາດວ່າ​ໄດ້​ສູນ​ເສຍ​ຢ່າງ​ໜ້ອຍ 30%, ບໍ່ພຽງແຕ່ຂອງລັດເທົ່ານັ້ນ ແຕ່ຍັງມີພົນລະເມືອງແລະວິສາຫະກິດ​ເອກະ​ຊົນ​ກໍ່​ມີ​ການ​ສິ້ນ​ເປືອງ​ຫຼາຍ). ການໃຊ້ແຮງງານທີ່ບໍ່ສົມເຫດສົມຜົນແມ່ນເປັນການສິ້ນ​ເປືອງ ​ແລະ​ການໃຊ້ເວລາທີ່ບໍ່ຖືກຕ້ອງກໍ່ແມ່ນການ​ສິ້ນ​ເປືອງ.

- ການຈັດ​ແບ່ງ​ແລະ​ນຳໃຊ້​ແຫຼ່ງພະລັງ​ຕ້ອງ​ອີງ​ໃສ່​ຫຼັກການຍຸດຕິ​ທຳ, ສະ​ເໝີ​ພາບ, ​ແບ່ງປັນ​ຜົນ​ປະ​ໂຫຍ​ດລະຫວ່າງ​ລັດ, ອົງການ​​ເສດຖະກິດ​ ແລະຊຸມ​ຊົນ​ທີ່ຢູ່​ອາ​ໄສ. ນີ້​ແມ່ນ​ຫຼັກການ​ທີ່​ຮັບປະກັນຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງຄົມ. ຖ້າ​ບໍ່​ປະຕິບັດ​ຕາມຫຼັກການ​ນີ້​ ຈະ​ພາ​ໃຫ້​ເກີດ​ຄວາມ​ວຸ້ນວາຍ, ຄວາມ​ຂັດ​ແຍ້​ງ ປະ​ທະ​ກັນ​ທາງ​ສັງຄົມ.

- ກົນ​ໄກ, ນະ​ໂຍບາຍ, ​ແນວ​ທາງຕ້ອງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຄົບ​ຊຸດ ​ແລະ​ເມື່ອປ່ຽນ​ກົນໄກ​ນະ​ໂຍບາຍ ຕ້ອງ​ມີ​ຊ່ວງເວລາ​ປ່ຽນ​ຜ່ານທີ່​ເໝາະ​ສົມ ​ເພື່ອ​ໃຫ້​ເສດຖະກິດ​ດຳ​ເນີນ​ການ​ແລະ​ຕາມ​ທັນ. ການປ່ຽນແປງຢ່າງກະທັນຫັນ ຫຼືນະໂຍບາຍທີ່ບໍ່ສອດຄ່ອງ ຈະ​ສ້າງ​ຄວາມ​ເສຍ​ຫາຍຕໍ່​ການນຳໃຊ້ຊັບພະຍາກອນ.

ໜ້າ​ທີ່​ແລະ​ວິທີ​ການ​ປັບປຸງ​ບູລະນະສະ​ຖາ​ບັນ​ເພື່ອ​ດຶງ​ດູດ, ຈັດ​ແບ່ງ​ແລະນຳ​ໃຊ້​ແຫຼ່ງພະລັງ
​ຮັບ​ໃຊ້​ຄວາມ​ຕ້ອງການ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ

ຕ້ອງການ​ເບິ່ງວ່າ, ​ໃນ​ເກືອບ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ດ້ວຍ​ບັນດາ​ນະ​ໂຍບາຍ​​ທີ່​ຖືກຕ້ອງ​ແລະ​ສອດຄ່ອງ​ກັບ​ກົດ​ເກນ​ພາວະ​ວິ​ໄສ, ຫວຽດນາມ​ໄດ້​ມີ​ສະ​ຖາ​ບັນ​ເພື່ອດຶງ​ດູດ, ຈັດ​ແບ່ງ​ແລະນຳ​ໃຊ້​ແຫຼ່ງພະລັງ ທີ່​ບັນລຸມີຜົນໄດ້ຮັບໃນທາງບວກ, ປົດປ່ອຍກຳລັງ ການຜະລິດ ແລະ ສົ່ງເສີມການພັດທະນາ​ເສດຖະກິດ - ສັງຄົມຂອງ​ປະ​ເທດ, ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ສຳຄັນ ​ແລະມີ​ຄວາມ​ໝາຍ​ປະຫວັດສາດ. ​ແຕ່​ກໍ່​ຕ້ອງ​ຮັບ​ຮູ້​ວ່າ ກົນ​ໄກດຶງ​ດູດ, ຈັດ​ແບ່ງ​ແລະນຳ​ໃຊ້​​ແຫຼ່ງພະລັງ​ຍັງ​ມີຂໍ້ຈຳກັດຫຼາຍ, ມີສິ່ງກີດຂວາງ, ​ໂດຍ​ສະ​ເພາະ​ໃນ​ການ​ດຶງ​ດູດ​ແຫຼ່ງພະລັງ, ​ໃນ​ນັ້ນ​ມີ​ສາມ​ຂົງ​ເຂດ​ທີ່​ຕ້ອງ​ເອົາ​ໃຈ​ໃສ່ຄື:   

ກ່ຽວ​ກັບ​ທີ່​ດິນ, ສະພາບ​ການ​ທີ່​ດິນ​ຖືກ​ຍຶດຄອງ​ທີ່​ບໍ່​ໄດ້​ໃຊ້​ປະ​ໂຫຍ​ດນັ້ນ ຍັງ​ມີ​ຢູ່​ຫຼາຍ ທັງ​ໃນ​ຊົນນະບົດ​ແລະ​ໃນ​ຕົວ​ເມືອງ, ບໍ່ມີສະຖິຕິທີສະເພາະ, ແຕ່ມັນອາດຈະບໍ່ຕໍ່າກວ່າ 30%. ດ້ານ​ອື່ນ, ການນຳ​ໃຊ້ທີ່​ດິນບໍ່​ມີ​ປະສິດທິ​ຜົນ, ບໍ່​ອະນຸຍາດ​ໃຫ້​ປ່ຽນ​ຈຸດປະສົງ​ການ​ນຳ​ໃຊ້​ທີ່​ດິນ​ໃນພື້ນທີ່ບໍ່ນ້ອຍ. ທີ່ດິນທີ່ໃຊ້ສຳລັບສ້າງຖະໜົນຫົນທາງ, ຊົນລະປະທານ ​ແລະ​ວຽກ​ງານສະຫວັດດີການເພື່ອຮັບໃຊ້ຊຸມຊົນ ແຕ່​ເມື່ອຕ້ອງການນຳໃຊ້ ກໍ່ມີບັນຫາໃນການ​ເກັບ​ກູ້ພື້ນ​ທີ່ ແລະກ່ຽວ​ກັບມູນຄ່າຕະຫຼາດຂອງ​ທີ່​ດິນ...

ກ່ຽວ​ກັບ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ, ຍັງ​ມີ​ອຸປະສັກ​ຫຼາຍ​ຢ່າງ​ໃນ​ການ​ກຳນົດ​ກ່ຽວ​ກັບ​ການ​ຈຳກັດ​ການ​ລົງທຶນ, ກ່ຽວ​ກັບຂໍ້​ບັງຄັບ​ຜູກມັດອື່ນໆ ທີ່ບໍ່​ໄດ້ເປີດ​ໂປ່​ງແທ້; ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ພາສີ, ຄ່າທຳນຽມ, ຄ່າບໍລິການ ແມ່ນບໍ່ຄົບຖ້ວນ, ບໍ່ສ້າງຄວາມສົມ​ເຫດ​ສົມ​ຜົນລະຫວ່າງພາສີໂດຍກົງແລະທາງອ້ອມ, ບໍ່​ມີ​ຄວາມ​ຍຸດຕິ​ທຳ​ແທ້​ຈິງລະຫວ່າງວິ​ສາ​ຫະກິດ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ. ນະ​ໂຍບາຍ​ສິນ​ເຊື່ອ​ໃນ​ປະຈຸ​ບັນ​ຫຍຸ້ງຍາກ​ຫຼາຍ, ວິ​ສາ​ຫະກິດ​ຍາກ​ທີ່​ຈະ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ​ ຍ້ອນອັດຕາ​ດອກ​ເບ້ຍ​ທີ່​ສູງ​ໃນ​ປະຈຸ​ບັນ.

ບັນດາ​ກົດ​ເກນ​ຕະຫຼາດ ບໍ່​ໄດ້​ຮັບ​ຄວາມ​ເຄົາລົບ, ການ​ແຊກ​ແຊງ​ຂອງ​ລັດ​ຍັງ​ເລິກ​ເກີນ​ໄປ, ຊ້ຳພັດ​ຍັງ​ໃຊ້​ມາດ​ຕະການ​ບໍລິຫານ​ຈັດການ ​ແລະ​ເຮັດ​ໃຫ້ການ​ພົວພັນ​ທາງການ​ຕະຫຼາດ​ເປັນອາຊະຍາ​ກຳ. ດັ່ງ​ນັ້ນ, ຕ້ອງການ​ກວດຄືນ​ກົດໝາຍ​ຕ່າງໆ​ກ່ຽວ​ກັບ​ເສດ​ຖະກິດ, ກົດໝາຍ​ອາຍາ, ກົດໝາຍ​ແພ່ງ, ກົດໝາຍການ​ປົກຄອງ ​ເພື່ອ​ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ, ​ເຄົາລົບ​ບັນດາ​ກົດ​ເກນ​ຂອງ​ຕະຫຼາດ.

​ເພື່ອປັບປຸງ​ບູລະນະ​ສະ​ຖາ​ບັນ​ເພື່ອ​ດຶງ​ດູດ, ຈັດ​ແບ່ງ​ແລະນຳ​ໃຊ້​​ແຫຼ່ງພະລັງ​ຮັບ​ໃຊ້​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ, ຄວນປະຕິບັດວິທີແກ້ໄຂຕໍ່ໄປນີ້​ໃຫ້ໄດ້​ເປັນ​ຢ່າງດີ:

ວິທີ​ແກ້​ໄຂ​ທີ່​ບຸກທະລຸ

ທີ​ໜຶ່ງ, ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ລະບົບ​ແຜນ​ກຳນົດ​ຂອງ​ຊາດ, ​ພາກ​ ແລະ​ແຂວງ, ຮັບປະກັນ​ວິ​ໄສ​ທັດ​ຍາວ​ນານ, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາທີ່ຖືກ​ຕາມ​ທິດ​ທາງ​ແລະມີ​ລະດັບ​ເປີດ, ຫຼີກລ້ຽງຄວາມແຂງກະດ້າງ ການປັບປ່ຽນຊ້າ.

ທີ​ສອງ, ກໍ່ສ້າງ​ຕະຫຼາດທຸກ​ປະ​ເພດ, ປະຕິບັດ​ກົນ​ໄກ​ລາຄາ​ຕະຫຼາດ, ຈຳກັດ​ການ​ແຊກ​ແຊງ​ຂອງ​ລັດ, ​ໂດຍ​ສະ​ເພາະສຳລັບ​ລາຄາ​ໄຟຟ້າ, ລາຄາ​ນ້ຳປະປາ, ຄ່າ​ບໍລິການ​ສາທາລະນະ​ສຸກ ການ​ສຶກສາ, ຄ່າ​ບໍລິການ​ຮັກສາ​ສະພາບ​ແວດ​ລ້ອມ, ລາຄາ​ຜະລິດ​ຕະພັນ​ວິທະຍາສາດ - ​ເຕັກນິກ ​ແລະ​ຊັບ​ສິນ​ທາງ​ປັນຍາ, ລາຄາ​ກຳລັງ​ແຮງ​ງານ (ປະຈຸ​ບັນຢູ່​ຫຼາຍ​ແຫ່ງ ລາຍ​ໄດ້​ບໍ່​ພຽງພໍ​ທີ່​ຈະຜະລິດຊ້ຳ​ແຮງ​ງານ​ແບບ​ງ່າ​ນດາຍ, ບໍ່​ໃຫ້​ເວົ້າ​ເຖິງ​ການ​ຜະລິດຊ້ຳ​ແຮງ​ງານ​ແບບເປີດກວ້າງ).

ທີ​ສາມ, ປັບປຸງ​ບູລະນະ, ດັດ​ແປງ, ​ເພີ່ມ​ເຕີມ​ກົດໝາຍ​ທີ່​ຍັງ​ມີ​ຂໍ້​ປຶກ​ຕັນ​ເຊັ່ນ ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ຊີ້ແຈງບັນຫາກຳມະສິດທີ່ກ່ຽວຂ້ອງກັບສິດຂອງລັດ ​ໃນການ​ຕັດສິນ​ກ່ຽວ​ກັບ​ຈຸດປະສົງ​ການນຳ​ໃຊ້​ທີ່​ດິນ, ການ​ກູ້​ທີ່​ດິນ; ລາຄາ​ທີ່​ດິນ; ການນຳ​ໃຊ້​​ແລະ​ການ​ຄຸ້ມ​ຄອງທີ່​ດິນ​ເພື່ອ​ການປ້ອງກັນຊາດແລະຄວາມໝັ້ນຄົງ... ບັນດາ​ສິດທິ​ແລະ​ພັນທະ​ຂອງ​ອົງການ​ຈັດ​ຕັ້ງ, ບຸກຄົນ​ທີ່​ເປັນ​ຄົນ​ຕ່າງປະ​ເທດ ​ໃນ​ການນຳ​ໃຊ້​ສິດທິ: ການໂອນຍ້າຍ, ການຈຳນອງ, ການ​ປະກອບທຶນ, ການ​ຮັບມໍລະດົກ... ການລະເມີດການຄຸ້ມຄອງທີ່ດິນ, ສະພາບ​ການ​ປ່ອຍ​ໃຫ້​ທີ່​ດິນ​ຮົກ​ເຮື້ອວ່າງ​ເປົ່າ, ຄວາມ​ຊັກຊ້າໃນການນຳໃຊ້ທີ່​ດິນ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຂັ້ນຕອນການກູ້​ຄືນທີ່ດິນ...). ສືບ​ຕໍ່​ປັບປຸງ​ບູລະນະ​ລະບົບ​ພາສີ, ຄ່າທຳນຽມ, ຄ່າ​ບໍລິການ (ຮັບປະກັນການລະດົມຢ່າງສົມເຫດສົມຜົນເຂົ້າໃນ​ງົບປະມານຂອງລັດ, ຮັບປະກັນ​ຄວາມ​ເປັນກາງ​ທາງ​ພາສີ ​ແລະ ​ໂຄງ​ສ້້າງທີ່​ສົມ​ເຫດ​ສົມ​ຜົນ​ລະຫວ່າງພາສີ​ໂດຍ​ກົງ​ແລະ​ທາງ​ອ້ອມ ​ໃນ​ທິດ​ທາງ​ເພີ່ມ​ອັດຕາ​ສ່ວນ​ຂອງ​ພາສີ​ໂດຍ​ກົງ, ລົດ​ພາສີ​ທາງ​ອ້ອມ; ​ເພີ່ມພາສີ​ຊັບພະຍາກອນ, ພາສີການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ... ຄົ້ນຄວ້າ​ການ​ມອບໝາຍ​ໃຫ້ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕັດສິນ​​ໃຈ​ກ່ຽວ​ກັບພາສີ, ຄ່າທຳນຽມ, ຄ່າບໍລິການບາງ​ປະ​ເພດທີ່​ກ່ຽວຂ້ອງກັບສະພາບຕົວຈິງຂອງທ້ອງຖິ່ນ)...  

ວິທີ​ແກ້​ໄຂ​ໄລຍະ​ຍາວ

ທີ​ໜຶ່ງ, ສ້າງ​ລະບົບ​ການ​ສຶກສາ​ສາມັນ, ການ​ສຶກສາມະຫາວິທະຍາ​ໄລ ​ແລະອາຊີວະ​ສຶກສາ​ທີ່​ສົມ​ເຫດ​ສົມ​ຜົນ ​ເພື່ອ​ຝຶກ​ອົບຮົມ​ບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບສູງ, ສ້າງ​ແຫຼ່ງຄວາມ​ຮູ້​ໃຫ້​ແກ່​ປະ​ເທດ. ນັ້ນ​ແມ່ນ​ພື້ນຖານ​ທີ່​ຍາວ​ນາມ​ສຳລັບ​ການ​ພັດທະນາ​ປະ​ເທດ.

ທີ​ສອງ, ປະຕິບັດ​ເປັນ​ຢ່າງ​ດີ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດສາກົນ, ລົງນາມແລະເຂົ້າຮ່ວມຢ່າງຕັ້ງໜ້າໃນ​ສັນຍາ​ການ​ຄ້າ​ເສດ​ລີ​ຮຸ່ນ​ໃໝ່​. ຈັດ​ຕັ້ງປະຕິບັດ​ສົນທິສັນຍາສາກົນທີ່ໄດ້ລົງນາມຢ່າງເຂັ້ມງວດ; ຕັດສິນໃຈບໍ່ລະເມີດຊັບສິນທາງປັນຍາ, ສິນຄ້າປອມ, ສິນຄ້າທີ່ມີຄຸນນະພາບບໍ່ດີ; ປັບປຸງ​ທີ່​ຕັ້ງ​ແລະ​ຊື່​ສຽງ​ຂອງ​ຍີ່​ຫໍ້​ແຫ່ງ​ຊາດ​ໃນ​ຂົງ​ເຂດ​ເສດຖະກິດ.

ທີ​ສາມ, ມີ​ນະ​ໂຍບາຍ​ພັດທະນາ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ຖື​ເອົາ​ການພັດທະນາ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ເປັນ​ນະ​ໂຍບາຍ​ລະດັບຊາດ​ອັນ​ດັບ​ໜຶ່ງ, ​ແມ່ນ​ຂອດ​ບຸກທະລຸ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ ໃນ​ສະ​ເພາະ​ໜ້າ​ແລະ​ຍາວ​ນານ.

ຄຳ​ແນະນຳບາງ​ປະການ  

ກ່ອນ​ອື່ນ​ໝົດ, ຈຳ​ເປັນຕ້ອງ​ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ທັດສະນະ: ການ​ດຶງ​ດູດ, ຈັດ​ແບ່ງ ​ແລະນຳ​ໃຊ້​ແຫຼ່ງພະລັງ​ເພື່ອ​ການພັດທະນາ ຈະຕ້ອງ​ອີງ​ໃສ່​ຫຼັກການ​ເສດຖະກິດ​ຕະຫຼາດ​ເປັນຕົ້ນຕໍ, ບົດບາດຂອງລັດແມ່ນມີຄວາມຈຳເປັນແລະສຳຄັນ, ນັ້ນ​ແມ່ນ​ເງື່ອນ​ໄຂ​ທີ່​ຈຳເປັນ​ແລະ​ພຽງພໍ, ​ແມ່ນ​ສອງ​ດ້ານຂອງ​ຄວາມ​ສົມ​ດຸນຂອງ​ສະ​ຖາ​ບັນ​ການ​ລະດົມ, ຈັດ​ແບ່ງ​ແລະນຳ​ໃຊ້​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິ​ຜົນ ແຕ່ຍັງ​ແມ່ນຄວາມຍຸຕິທຳແລະການຮັບປະກັນທິດ​ທາງສັງຄົມນິຍົມ.

ຕໍ່​ຈາກ​ນັ້ນ, ຕ້ອງສະແດງໃຫ້ເຫັນຢ່າງຈະແຈ້ງ​ເຖິງ​ທັດສະນະ: ຕ້ອງ​ລະດົມ, ​ຈັດ​ແບ່ງ​ແລະນຳ​ໃຊ້​​ແຫຼ່ງພະລັງ​ພາຍ​ໃນ​ເປັນ​ຢ່າງ​ດີ, ລວມທັງກຳລັງແຮງຂອງຊາດທີ່ຈະກໍ່ຕົວຂຶ້ນ​ໃນ​ອະນາຄົດ, ພ້ອມກັນ​ນັ້ນ​ກໍ່​ດຶງ​ດູດ, ຈັດ​ແບ່ງ ​ແລະນຳ​ໃຊ້​​ແຫຼ່ງພະລັງ​ຈາກ​ພາຍ​ນອກ​ຢ່າງ​ມີ​ປະສິດທິ​ຜົນ. ​ໃນ​ນັ້ນ, ​ແຫຼ່ງພະລັງ​ພາຍ​ໃນ​ເປັນ​ຕົ້ນ​ຕໍ່, ​ແມ່ນ​ແກນ​ກາງ, ​ແມ່ນ​ເປັນ​ພື້ນຖານ. ​ແຫຼ່ງພະລັງ​ຈາກ​ພາຍ​ນອກ​ແມ່ນສຳຄັນ, ຈຳເປັນ.

ຫຼັງ​ຈາກ​ນັ້ນ, ການ​ແຊກ​ແຊງ​ຂອງ​ລັດ​ເຂົ້າ​ໃນ​ເສດຖະກິດ​ຕ້ອງ​ອີງ​ໃສ່​ມາ​ດຕະການ​ເສດຖະກິດ, ອີງ​ໃສ່​ບັນດາ​ເຄື່ອງມື​ທີ່​ສົມ​ເຫດ​ສົມ​ຜົນ​ເຊັ່ນ ພາສີ, ຄ່າທຳນຽມ, ຄ່າບໍລິການ, ບັນດາກອງທຶນການເງິນ; ຫຼຸດຜ່ອນການນຳໃຊ້ມາດຕະການບໍລິຫານ, ມາດ​ຕະການ​ທີ່​ບໍ່​ແມ່ນ​ຕະຫຼາດ; ຈຳກັດການປ່ຽນແປງນະໂຍບາຍ​ແລະຄວາມບໍ່ໝັ້ນຄົງດ້ານນະໂຍບາຍ, ແລະ ຖ້າ​ຫາກມີ​ການ​ປ່ຽນ​ແປງ, ຄວນມີໄລຍະປ່ຽນຜ່ານທີ່ສົມເຫດສົມຜົນເພື່ອສະໜັບສະໜູນ, ຊ່ວຍ​ໃຫ້ວິສາຫະກິດມີເວລາແລະ​ແຫຼ່ງພະລັງພຽງພໍທີ່​ຈະຫັນປ່ຽນ.

ຕໍ່​ຈາກ​ນັ້ນ, ເຖິງວ່າມີມະຕິກອງປະຊຸມສູນກາງຄັ້ງທີ 5 ສະ​ໄໝ​ທີ XII ຂອງ​ພັກ​ກອມ​ມູນິດຫວຽດນາມກ່ຽວກັບລັດວິສາຫະກິດກໍ່ຕາມ ​ແຕ່​ຍັງ​ຕ້ອງ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບບົດບາດ​ຂອງລັດວິສາຫະກິດ ​ໃນ​ລະບົບ​ບັນ​ດາ​ກຳລັງ​ວັດຖຸ​ຂອງ​ລັດ, ​ເປົ້າ​ໝາຍ​ຂອງລັດວິສາຫະກິດ​ແມ່ນຕ້ອງຖືເອົາກຳໄລເປັນຫຼັກ ແລະບໍ່ຄວນຄອບງຳຂົງ​ເຂດ​ໜຶ່ງ, ຖ້າ​ມີ​ປະສິດທິຜົນກໍ່ຄວນຈະລົງທຶນ.

ສຸດ​ທ້າຍ, ຕ້ອງ​ມີ​ຈິນຕະນາການ​ໃໝ່​ກ່ຽວ​ກັບ​ແຫຼ່ງພະລັງ: ຊັບສິນໃນອະນາຄົດ, ລວມທັງຊັບສິນໃນອະນາຄົດໃນລະດັບຊາດ, ທ້ອງຖິ່ນແລະບໍລິສັດ ​ເພື່ອ​ສ້າງ​ແຫຼ່ງພະລັງ​ ສຳລັບ​ການພັດທະນາ./.

-----------------------

(1) ວັດຈະນານຸກົມພາສາຫວຽດນາມ, ສູນ​ພົດ​ຈະ​ນາ​ນຸກົມ, ໜ້າ 900.

(2) ດ່າວມິ​ງ​ໂຮ່ງ - ​ເລ​ໂຮ່ງຫຽບ (ຫົວໜ້າ​ບັນນາທິການ​): ປຶ້ມ​ຄູ່​ມືສັບ​ວິຊາ​ສະ​ເພາະການພົວພັນສາກົນ, 2013.

(3) Alan Cole: Estate and Inheritance Taxes around the World. Tax Foundation Fiscal Fact, March 2015, No.458.

- ບົດນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 951 (​ເດືອນ​ຕຸລາ 2020)