ສືບຕໍ່ຄົ້ນຄ້ວາ, ປະກອບ​ເພີ່ມ​ເຕີມ​ແລະ​ເສີມຂະຫຍາຍ​ທິດ​ສະ​ດີ​
ການປ້ອງ​ກັນປະ​ເທ​ດ​ແລະການ​ທະຫານຫວຽດນາມ ​ໃນ​ເງື່ອນ​ໄຂ​ໃໝ່

ໂດຍ ພົນເອກ ເລືອງເກື່ອງ
ເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ
11:24, 12-08-2021

ວກ - ການຄົ້ນຄ້ວາ, ສະຫຼຸບພຶດຕິ​ກຳ​ຕົວ​ຈິງ, ​ເສີມຂະຫຍາຍ​ທິດ​ສະ​ດີ​ການປ້ອງ​ກັນປະ​ເທ​ດ​ແລະການ​ທະຫານຫວຽດນາມ​​ໃນ​ເງື່ອນ​ໄຂ​ໃໝ່ ແມ່ນຄວາມ​ຮຽກຮ້ອງ​ຕ້ອງການ​ພາວະ​ວິ​ໄສ ຂອງ​ພາລະກິດ​ປະຕິວັດ​ເວົ້າລວມ, ​ເວົ້າສະ​ເພາະ​ແມ່ນ ພາລະກິດ​ການປົກ​ປັກຮັກສາ​ປະ​ເທດ​ຊາດຫວຽດນາມ. ​ເຊື່ອມ​ຊຶມ​ແລະ​ໃກ້ຊິດ​ຕິດ​ແທດ​ກັບ​ແນວທາງ​ການ​ເມືອງ​ຂອງ​ພັກ​ກອມ​ມູນິດຫວຽດນາມ, ກຳ​ແໜ້ນ​ເນື້ອ​ໃນ​ພື້ນຖານ ຫຼັກ​ແຫຼ່ງ ​ແກ່ນສານ ​ແລະ ຄວາມຮຽກຮ້ອງຕ້ອງການ​ຂອງໜ້າທີ່ປ້ອງ​ກັນປະ​ເທ​ດ​ແລະການທະຫານ​ໃນ​ເງື່ອນ​ໄຂ​ໃໝ່, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາອົງການ​ການຈັດຕັ້ງ​ແລະ​ບັນດາກຳລັງ, ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດຫວຽດນາມຕໍ່​ວຽກ​ງານ​ຄົ້ນຄວ້າ, ​ເສີມຂະຫຍາຍທິດ​ສະ​ດີການປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ ແມ່ນ​ບັນດາ​ວິທີ​ການ​ແກ້​ໄຂ​ສຳຄັນ​ທີ່​ສຸດ ​ແນ​ໃສ່ເຮັດ​ໃຫ້​ລະບົບ​ທິດ​ສະ​ດີ​ການປ້ອງ​ກັນປະ​ເທ​ດ​ແລະການທະຫານ​ຫວຽດນາມ ​ສົມບູນ​ແບບ​ເທື່ອ​ລະ​ກ້າວ.

ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ, ເລຂາທິການຄະນະພັກການທະຫານສູນກາງແລະບັນດາຜູ້ແທນ ເຂົ້າຢ້ຽມຊົມຫ້ອງວາງສະແດງບັນດາຜະລິດຕະພັນການພິມປ້ອງກັນຊາດ ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບປະຊາຊົນຫວຽດນາມ ຄັ້ງທີ 11, ອາຍຸການ 2020 - 2025 _ພາບ: TTXVN

ທິດ​ສະ​ດີ​​ການປ້ອງ​ກັນປະ​ເທດ​ແລະການ​ທະຫານ​ ​​ເປັນ​ພາກ​ສ່ວນສຳຄັນ​ທີ່​ສຸດ​ໃນ​ແນວທາງ​ການ​ປະຕິວັດ, ​ໄດ້​ພັກ​ກອມມູນິດຫວຽດນາມ ​ແລະ ປະທານ ​ໂຮ່ຈີ​ມິນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ​ເມື່ອ​ຍັງ​ມີ​ຊີວິດ​ຢູ່, ປະທານ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ ທິດ​ສະ​ດີ ​ແລະການຮ່ຳຮຽນທິດ​ສະ​ດີ​ຂອງ​ພະນັກງານ ສະມາຊິກ​ພັກ ນັກຮົບ ​ແລະ ປະຊາຊົນ. ​ເພິ່ນມີ​ຄວາມ​ຈັບ​ໃຈ​ຕໍ່ຄຳ​ເວົ້າທີ່​​ລືຊື່ຂອງ ວ.ອີ. ​ເລ​ນິນ: “ບໍ່ມີ​ທິດ​ສະ​ດີປະຕິວັດ ຈະ​ບໍ່ມີຂະ​ບວນການ​ປະຕິບັດ”. ຍ້ອນ​ແນວ​ນັ້ນ, ຍາມ​ໃດ​ເພິ່ນ​ກໍຮຽກຮ້ອງ​ໃຫ້​ພະນັກງານ ສະມາຊິກ​ພັກທຸກ​ຄົນ​ຕ້ອງ​ຄົ້ນຄ້ວາ, ຮ່ຳຮຽນທິດ​ສະ​ດີ; ບໍ່​​ໃຫ້​ຖື​ເບົາທິດ​ສະ​ດີ, ຕ້ອງຮູ້ໝູນ​ໃຊ້​ທິດ​ສະ​ດີ​ເຂົ້າ​ໃນ​ພຶດຕິ​ກຳ​ຕົວຈິງ. ​ເພິ່ນ​​ເວົ້າວ່າ: “ທິດ​ສະ​ດີ​ຄື​ກັນ​ກັບ ​ເຂັມ​ຊີ້​ທິດ, ມັນ​ບອກ​ທິດ​ທາງ​ໃຫ້​ພວກ​ເຮົາ​ໃນ​ວຽກງານ​ຕົວ​ຈິງ” ​ແລະ “ບໍ່​ເຂົ້າ​ໃຈ​ທິດ​ສະ​ດີ ຈະ​ຄື​ກັນ​ກັບ​ຄົນ​ຕາບອດ​ໄປ​ໃນ​ຍາມ​ກາງຄືນ”. ​ໂດຍ​ເຊື່ອມ​ຊຶມ​ຢ່າງ​ເລິກ​ເຊິ່ງ ​ແລະ ປະຕິບັດ​ທັດສະນະ​ຂອງ​ປະທານ ​ໂຮ່ຈີ​ມິນ ກ່ຽວກັບ​ບົດບາດນຳໜ້າຂອງ​ທິດ​ສະດີ​ປະຕິວັດ​ຢ່າງ​ເຂັ້ມງວດ, ພັກ​ກອມ​ມູນິດຫວຽດນາມ, ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ວຽກງານ​ສະຫຼຸບ ພຶດຕິ​ກຳ​ຕົວ​ຈິງ, ຄົ້ນຄ້ວາ, ​ເສີມຂະຫຍາຍ​ທິດ​ສະ​ດີການປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ ແນ​ໃສ່​ສະໜອງພື້ນຖານ​ວິທະຍາສາດ ​ເພື່ອວາງ​​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ​ກອມ​ມູນິດ, ນະ​ໂຍບາຍ ກົດໝາຍຂອງ​ລັດ​ຫວຽດນາມ, ສ້າງ​ທ່າ​ແລະກຳລັງ​ໃໝ່ ​ເພື່ອ​ສ້າງສາ​ແລະປົກ​ປັກຮັກສາປະ​ເທດ​ຊາດ​ຫວຽດນາມ ​ໃນ​​ໄລຍະ​ເຊື່ອມ​ໂຍງ​ສາກົນ.

ຫວນ​ຄືນ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ໝາກຜົນ​ໃນ​ການ​ປະຕິບັດ​ບັນດາ​ມະຕິ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ​ ກ່ຽວກັບວຽກງານ​ທິດ​ສະ​ດີ ​ໃນ​​ໄລຍະປ່ຽນ​ແປງ​ໃໝ່; ພ້ອມ​ກັບ​ການຄົ້ນຄ້ວາ, ​ເສີມຂະຫຍາຍ​ທິດ​ສະ​ດີ​ໃນ​ບັນດາ​ຂົງ​ເຂດ ​ເຊັ່ນ: ​ເສດຖະກິດ, ວັດທະນະທຳ, ສັງຄົມ, ທິດ​ສະ​ດີ​ກ່ຽວກັບການ​ປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ ກໍ​ໄດ້ຮັບການຄົ້ນຄ້ວາ, ປະກອບ​ເພີ່ມ​ເຕີມ ​ແລະ ​ເສີມ​ຂະຫຍາຍ​ບົນ​ ພື້ນຖານ​ລັດທິມາກ - ​ເລ​ນິນ, ​ແນວ​ຄິດ​ ໂຮ່ຈີ​ມິນ, ສືບ​ທອດ​ແນວ​ຄິດ​ປ້ອງ​ກັນຊາ​ດ​ແລະການ​ທະຫານ​ຂອງ​ຊາດ​ຫວຽດນາມ​ໃນ​ປະຫວັດສາດ​ຢ່າງ​ເປັນ​ປະຈຳ. ຈົນ​ເຖິງ​ປະຈຸ​ບັນ​, ລະບົບ​ທິດ​ສະ​ດີ​ພື້ນຖານກ່ຽວກັບ​ການປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ, ພິ​ເສດ​ແມ່ນ​ທິດ​ສະ​ດີ​ກ່ຽວກັບ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ການ​ຄຸ້ມ​ຄອງ​ຂອງ​ລັດ​ຫວຽດນາມ​ຕໍ່ກອງທັບ ​ແລະ ໜ້າທີ່​ປ້ອງ​ກັນປະ​ເທດ, ການ​ທະຫານ, ປົກ​ປັກຮັກສາ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຮັບການກໍ່ຮ່າງສ້າງ​ຕົວ. ພ້ອມ​ດຽວກັນ​ນັ້ນ, ລະບົບ​ທິດ​ສະ​ດີ​ກ່ຽວກັບ​ຈຸດໝາຍ, ທັດສະນະ, ໜ້າທີ່, ທິດ​ນຳ, ​ແບບ​ວິທີ, ກຳລັງ, ກຳລັງ​ແຮງປົກ​ປັກຮັກສາ​ປະ​ເທດ​ຊາດ; ກ່ຽວກັບ​ຄູ່ຮ່ວມມື, ​ຄູ່​ຕໍ່ສູ້; ກ່ຽວກັບ​ການ​ສ້າງ​ທ່າຮົບປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ​ ຕິດ​ພັນກັບ​ທ່າຮົບຄວາມ​ສະຫງົບ​ປະຊາຊົນ; ກ່ຽວກັບ​ກຳລັງ​ປະກອບ​ອາວຸດສາມ​ປະ​​ເພດ ​ແລະ ການສ້າງ​ກອງທັບ​ປະຊາຊົນ​ຫວຽດນາມປະຕິວັດ, ກຳລັງ​ຫຼວງ, ຊຳນານຮົບ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ​ເຫຼົ່າທັບ, ​ເຫຼົ່າຮົບ, ກຳລັງ​ຈຳ​ນວນໜຶ່ງກ້າວ​ຂຶ້ນ​ສູ່​ທັນ​ສະ​ໄໝຢ່າງ​ໂດຍ​ກົງ; ສົມ​ທົບລະຫວ່າງ​ເສດຖະກິດ, ວັດທະນະທຳ, ສັງຄົມ​ ກັບການປ້ອງ​ກັນປະ​ເທ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການພົວພັນ​ຕ່າງປະ​ເທດ; ກ່ຽວກັບ​ບໍລິ​ເວນ​ປ້ອງກັນຮັກສາ ​ແລະ ການ​ປ້ອງ​ກັນ​ຮັກສາ​ທາງ​ພົນລະ​ເຮືອນ; ບັນດາ​ບັນຫາ​ກ່ຽວກັບຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ແລະ ບັນດາຜົນ​ກະທົບ ຜົນ​ສະທ້ອນ​ຂອງ​ມັນ ຕໍ່ໜ້າທີ່​ປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ. ​​ໃນ​ມໍ່ໆມາ​ນີ້, ຄະນະ​ພັກ​ການທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ ໄດ້​ເປັນ​ເສນາ​ທິການ​ໃຫ້​ແກ່​ພັກ​ກອມ​ມູນິດ, ລັດ​ຫວຽດນາມ​ໃນ​ການປະກາດ​ໃຊ້ ​ແລະ ຜັນ​ຂະຫຍາຍ​ປະຕິບັດຍຸດ​ທະ​ສາດການ​ປ້ອງ​ກັນປະ​ເທ​ດ, ຍຸດ​ທະ​ສາດ​ການ​ທະຫານ, ຍຸດ​ທະ​ສາດ​ການປ້ອງກັນ​ຊາຍ​ແດນ​ແຫ່ງ​ຊາດ, ຍຸດ​ທະສາດ​ການ​ປ້ອງກັນ​ປະ​ເທດ​ໃນ​ໄຊ​ເບີ​ສະ​ເປດ; ຄົ້ນຄ້ວາ, ປັບປຸງ, ປະກອບ​ເພີ່ມ​ເຕີມ​ລະບົບ​ກົດໝາຍວ່າ​ດ້ວຍການ​ປ້ອງ​ກັນປະ​ເທດ, ການ​ທະ​ຫານ​ຢ່າງ​ຄົບ​ຊຸດ ​ແລະ​ ທັນ​ການ...

ສ້າງກອງທັບປະຊາຊົນຫວຽດນາມປະຕິວັດ, ກອງທັບຫຼວງ, ຊຳນານຮົບ, ທັນສະໄໝເທື່ອລະກ້າວ _ພາບ: ເອກະສານ

ແຕ່​ວ່າ ​ໃນ​ເມື່ອ​ທຽບກັບ​ຄວາມຮຽກຮ້ອງຕ້ອງການ​ແລະໜ້າທີ່​ແລ້ວ, ວຽກງານ​ຄົ້ນຄ້ວາ, ປະກອບ​ເພີ່ມ​ເຕີມ, ​ເສີມຂະຫຍາຍ​ທິດ​ສະ​ດີ ຍັງ​ມີ​​ຂໍ້​ຈຳກັດ​ທີ່​ແນ່ນອນ. ຄວາມຮັບຮູ້ຂອງ​ພະນັກງານ, ສະມາຊິກ​ພັກ, ປັນຍາ​ຊົນ​ຈຳນວນໜຶ່ງ ກ່ຽວກັບວຽກງານ​ຄົ້ນຄ້ວາ, ​ເສີມຂະຫຍາ​ຍທິດ​ສະ​ດີ​ ຍັງ​ບໍ່ທັນ​ຄົບ​ຖ້ວນ, ​ເລິກ​ເຊິ່ງຢ່າງ​ແທ້​ຈິງ. ວຽກງານ​ຄົ້ນຄ້ວາ​ທິດ​ສະ​ດີ​ກ່ຽວກັບ​ບັນຫາ​ໃໝ່ຈຳນວນໜຶ່ງ ຍັງ​ບໍ່ທັນ​ນຳທັນ​ກັບ​ການ​ຜັນ​ແປ​ຂອງ​ສະພາບ​ການ. ການ​ເຊື່ອມ​ຊຶມ​ບັນດາ​ທັດສະນະ​ຂອງ​ພັກ​ກອມ​ມູນິດ, ນະ​ໂຍບາຍ, ກົດໝາຍຂອງ​ລັດ​ຫວຽດນາມ ​ກ່ຽວກັບການ​ປ້ອງ​ກັນປະ​ເທດ​ແລະການ​ທະຫານ​ໃນ​ທົ່ວ​ພັກ​ກອມ​ມູນິດ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ຫວຽດນາມ​ ຍັງ​ມີ​ຂໍ້​ຈຳກັດ. ​ໃນ​ຊຸມ​ປີຕໍ່ໜ້າ, ສະພາບ​ການ​ຂອງ​ໂລກ, ພາກ​ພື້ນ​ສືບຕໍ່ມີ​ການ​ຜັນ​ແປ​ຢ່າງ​ສັບສົນ ​ແລະ ຄາດ​ຄະ​ເນ​ໄດ້​ຍາກ. ສະພາບ​ການ​​ເຂດທະ​ເລ​ຕາ​ເວັນ​ອອກບົ່ມ​ຊ້ອນ​ປັດ​ໄຈ​ອາດ​ຈະ​ເກີດ​​ການ​ປະ​ທະ​ກັນ​ຢ່າງ​ຫຼວງຫຼາຍ; ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ນັບ​ມື້​ນັບ​ມີ​ຄວາມ​ດຸ​ເດືອດ; ຄຽງຄູ່​ກັນ​ນັ້ນ​ແມ່ນ​ບັນດາປະ​ເພດ​ສົງ​ຄາມ​ໃໝ່ອາດ​ຈະ​ເກີດ​ຂຶ້ນ. ພາຍຫຼັງ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​​ໃໝ່, ຫວຽດນາມ​ຍາດ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ມີ​ຄວາມໝາຍທາງ​ປະຫວັດສາດ, ບໍ່ທັນມີຍາມ​ໃດ​ທີ່​ຫວຽດນາມ​ມີ​ພາລະກິດອັນ​ໃຫຍ່ຫຼວງ, ກໍາລັງບົ່ມ​ຊ້ອນ, ຖານະ​ບົດບາດ ​ແລະ ອິດ​ທິພົນ​ຄື​ປະຈຸ​ບັນ​ນີ້. ​ແຕ່​ຫວຽດນາມ​ກໍ​ກຳລັງຢືນ​ຢູ່​ຕໍ່ໜ້າຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຢ່າງ​ຫຼວງຫຼາຍ, ຮຽກຮ້ອງ​ໃຫ້​​ແກ້​ໄຂຜ່ານ​ຜ່າ ​ເພື່ອພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ. ກົນອຸບາຍ ​ແລະ ການ​ເຄື່ອນ​ໄຫວ “ຫັນປ່ຽນ​ໂດຍ​ສັນຕິ”, “ການ​ຈະລາຈົນ​ໂຄ່ນ​ລົ້ມ” ຂອງ​ບັນດາອິດ​ທິກຳລັງ​ສັດຕູ​ ໄດ້​ມີ​ການ​ປັບປຸງ, ປາກົດມີ​ແບບ​ວິທີ ​ເລ່ລ່ຽມ​ໃໝ່ ທີ່ແນບນຽນ​ແລະ​ອັນຕະລາຍກ່ວາ​ເກົ່າ​ຢ່າງ​ຫຼວງຫຼາຍ. ​ໄພ​ອັນຕະລາຍຈາກ “ການຜັນ​ແປ​ເອງ”, “ການຫັນປ່ຽນ​​ເອງ” ຢູ່​ພາຍ​ໃນ; ບັນດາ​ສິ່ງ​ທ້າ​ທາຍ​ຈາກຄວາມ​ໝັ້ນຄົງ​ທີ່​ບໍ່​​ເປັນ​ແບບ​ດັ້ງ​ເດີມ, ການ​ຂະຫຍາຍຕົວ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີ​ສີ່​ ສືບຕໍ່ສົ່ງ​ຜົນ​ກະທົບ​ຕໍ່ຂົງ​ເຂດ​ປ້ອງ​ກັນປະ​ເທ​ດ​, ການ​ທະຫານ, ການ​ປົກ​ປັກຮັກສາ​ປະ​ເທດ​ຊາດ​ຂອງຫວຽດນາມ​ຢ່າງ​ແຂງ​ແຮງ. ສະພາບ​ການ​ດັ່ງກ່າວ​ໄດ້​ຕັ້ງຂຶ້ນຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່ ທີ່ຕ້ອງ​ຍູ້​ແຮງການ​ຄົ້ນ​ຄ້ວາ, ສະຫຼຸບພຶດຕິ​ກຳ​ຕົວ​ຈິງ, ປະກອບ​ເພີ່ມ​ເຕີມ, ​ເສີມຂະຫຍາຍ​ທິດ​ສະ​ດີ​ການປ້ອງ​ກັນປະ​ເທດ​​ແລະການ​ທະຫານ ​ແນ​ໃສ່​ກຳນົດ​ທິດ​ໃຫ້​ທົ່ວ​ພັກ​ກອມມູນິດ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ຫວຽດນາມ ປະຕິບັດໜ້າທີ່​ການ​ທະຫານ, ປ້ອງ​ກັນຊາ​ດ, ປົກ​ປັກຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່ຢ່າງ​ມີ​ໄຊ.

​ໃນ​ການ​ກຳນົດ​ທິດ​ຄົ້ນ​ຄ້ວາ ​ເສີມຂະຫຍາຍ​ທິດ​ສະ​ດີ​ ຈົນ​ເຖິງ ​ປີ 2030 ກົມ​ການ​ເມືອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ​ໄດ້​ກຳນົດ​ວ່າ: ລົງ​ເລິກການ​ຄົ້ນ​ຄ້ວາ​ກ່ຽວກັບ​ທາດ​ແທ້, ຈຸດ​ພິ​ເສດ​ຂອງ​ລັດທິ​ທຶນ​ນິຍົມ​ທັນ​ສະ​ໄໝ, ຊີ້​ແຈ້ງ​ລັກສະນະ, ຈຸດ​ພິ​ເສດ​ໃໝ່ຂອງ​ສະ​ໄໝຂ້າມ​ຜ່ານ​ ຈາກ​ລັດທິ​ທຶນ​ນິຍົມ​​ຂຶ້ນ​ສູ່​ສັງຄົມ​ນິຍົມ ໃນ​ຂອບ​ເຂດ​ທົ່ວ​ໂລກ; ສະພາບ​ການ​ຂອງ​ໂລກ​ແລະພາກ​ພື້ນ, ສະຖານະ​ພາບ​ແລະການ​ພົວພັນລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່, ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ ​ແລະ ຄວາມ​ສຳພັນລະຫວ່າງບັນດາ​ກຳລັງ​ໃນ​ໂລກ, ບັນດາ​ການຜັນ​ແປ​ດ້ານ​ການ​ເມືອງ, ​ເສດຖະກິດ, ການປ້ອງ​ກັນປະ​ເທ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ; ຄວາມ​ໝັ້ນຄົງ​ທາງ​ທະ​ເລ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ; ບັນດາ​ບັນຫາ​ກ່ຽວກັບ​ປະຊາທິປະ​ໄຕ, ສິດທິ​ມະນຸດ, ຊົນ​ຊາດ ​ແລະ ສາສະໜາ. ຍ້ອນ​ແນວ​ນັ້ນ, ຕ້ອງ​ເພີ່ມ​ທະວີ​ການ​ຄົ້ນ​ຄ້ວາ​ຄາດ​ຄະ​ເນ​ສະພາບ​ການ; ​ເປີດ​ກ້ວາງ​ແລະລົງ​ເລິກ​ໃນ​ການຄົ້ນຄ້ວາ​ບັນດາກະ​ແສ​​ແນວ​ຄິດ, ທິດ​ສະ​ດີ​ໃໝ່ ບົນ​ພື້ນຖານທັດສະນະພາວະ​ວິ​ໄສ, ສັດຈະ​ວິພາກ ​ແລະ ຮັບ​ເອົາ​ບັນດາ​ຄຸນຄ່າ​ທີ່ກ້າວໜ້າ; ຕໍ່ສູ້​ຕ້ານ​ຄືນ​ລັດທິ​ຄຳ​ພີ, ລັດທິ​ແກ້,  ລັດທິ​ສວຍ​ໂອກາດ ​ແລະ ບັນດາກະ​ແສ​ແນວ​ຄິດປໍ​ລະ​ປັກ​ໃນ​ທຸກຮູບການ. ​ໃນ​ນັ້ນ, ຕ້ອງ​ຊີ້​ແຈ້ງສາຍ​ພົວພັນ​ລະຫວ່າງ​ສອງໜ້າທີ່​ຍຸດ​ທະ​ສາດ​ຄື​ ການສ້າງສາ ​ແລະ ການປົກ​ປັກຮັກສາ ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມ; ສົມທົບ​ລະຫວ່າງ​ເສດຖະກິດ, ວັດທະນະທຳ ກັບການປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການພົວພັນ​ຕ່າງປະ​ເທດ; ສ້າງທ່າ​ຮົບປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ ຕິດ​ພັນ​ກັບ​ທ່າຮົບຄວາມ​ສະຫງົບ​ປະຊາຊົນ; ຄວາມ​​ເປັນ​ເອກະ​ລາດ​​ແຫ່ງ​ຊາດ ຕິດ​ພັນກັບ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ສາກົນ; ບັນດາ​ສິ່ງ​ທ້າ​ທາຍ​ຈາກ​ຄວາມໝັ້ນຄົງ​ແບບ​ດັ້ງ​ເດີມ ​ແລະ ບໍ່​ເປັນ​ແບບ​ດັ້ງ​ເດີມ. ຄາດ​ຄະ​ເນ​ບັນດາທ່າ​ອ່ຽງ​ໃຫຍ່​ຂອງ​ພາກ​ພື້ນ ​ແລະ ​ຂອງໂລກ, ​ໂອກາດ, ຂໍ້​ສະດວກ​ກໍ​ຄື​ສິ່ງ​ທ້າ​ທາຍທີ່​ກະທົບ​ເຖິງ​ພາລະກິດ​ການສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ​ເວົ້າລວມ, ​ເວົ້າສະ​ເພາະ​ແມ່ນໜ້າທີ່​ປ້ອງ​ກັນປະ​ເທດ​ແລະການ​ທະຫານ​ຂອງຫວຽດນາມ; ​ບັນຫາບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ ​ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ​ຫວຽດນາມ ​ຕໍ່ການ​ປ້ອງກັນປະ​ເທດ​ແລະການ​ທະຫານ. ​ເພື່ອ​ປະຕິບັດ​ທິດ​ທາງ​ເຫຼົ່າ​ນີ້, ຕອບ​ສະໜອງຄວາມຮຽກຮ້ອງຕ້ອງການ​ຂອງພາລະກິດ​ການ​ສ້າງ​ກອງທັບ​ປະຊາຊົນຫວຽດນາມ, ປັບປຸງ​ການ​ປ້ອງ​ກັນຊາ​ດ​ແລະປົກ​ປັກຮັກສາ​ປະ​ເທດຊາດ​ຫວຽດນາມໃນ​ເງື່ອນ​ໄຂ​ໃໝ່, ວຽກງານ​ສະຫຼຸບພຶດຕິ​ກຳ​ຕົວ​ຈິງ, ຄົ້ນ​ຄ້ວາ, ປະກອບ​ເພີ່ມ​ເຕີມ, ​ເສີມຂະຫຍາຍ​ທິດ​ສະ​ດີ​ກ່ຽວກັບ​ການປ້ອງ​ກັນປະ​​ເທ​ດ​ແລະການ​ທະຫານ ​ຕ້ອງ​ເອົາ​ໃຈ​ໃສ່ປະຕິບັດໜ້າທີ່, ວິທີ​ການ​ແກ້​ໄຂ​ຈຳນວນໜຶ່ງ​ ໃຫ້​ໄດ້​ເປັນ​ຢ່າງ​ດີ, ​ດັ່ງ​ນີ້:

ໜຶ່ງ​ແມ່ນ, ​ໃກ້ຊິດຕິດ​ແທດ​ກັບແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ກອມ​ມູນິດ, ນະ​ໂຍບາຍ ​ກົດໝາຍຂອງ​ລັດຫວຽດນາມ ​ເພື່ອ​ສະຫຼຸບພຶດຕິ​ກຳ​ຕົວ​ຈິງ, ຄົ້ນຄ້ວາ​ແລະເສີມຂະຫຍາຍ​ທິດ​ສະ​ດີ​ກ່ຽວກັບ​ການປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ​ ໃນ​ເງື່ອນ​ໄຂ​ໃໝ່.

ນີ້​ແມ່ນບັນຫາ​ພື້ນຖານ​ທີ່​ສຸດ, ​ແມ່ນ​ເນື້ອ​ໃນຕົ້ນຕໍ​ຂອງ​ວຽກງານ​ສະຫຼຸບພຶດຕິ​ກຳ​ຕົວ​ຈິງ, ຄົ້ນ​ຄ້ວາ, ​ເສີມຂະຫຍາຍ​ທິດ​ສະ​ດີ, ຮັບປະກັນ​ໃຫ້​ແກ່​ແນວທາງປ້ອງ​ກັນປະ​ເທດ​ແລະການ​ທະຫານ​ ໄປ​ຖືກ​ຕາມ​ການ​ກຳນົດ​ທິດຂອງ​ພັກ​ກອມ​ມູນິດ. ​ແນວທາງ​ການ​ທະຫານຫວຽດນາມ​ ແມ່ນ​ພາກສ່ວນໜຶ່ງທີ່​ສຳຄັນ​ໃນ​ແນວທາງ​ການ​ເມືອງ ​ແລະ ຂຶ້ນ​ກັບ​ແນວທາງການ​ເມືອງ​ຂອງ​ພັກ​ກອມ​ມູນິດຫວຽດນາມ, ​​ເປັນ​ພື້ນຖານ​ທາງ​ດ້ານທິດ​ສະ​ດີ ​ເພື່ອ​ປະຕິບັດ​ຈຸດໝາຍ, ໜ້າທີ່​ການ​ເມືອງ​ຂອງ​ພັກ​ກອມ​ມູນິດຫວຽດນາມ​ ໃນ​ແຕ່ລະ​ໄລຍະ​ປະຕິວັດ​ຢ່າງ​ມີ​ໄຊ. ສະ​ນັ້ນ, ​ໃກ້ຊິດຕິດ​ແທດກັບ​ແນວທາງ​ການ​ເມືອງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ຂອງ​ຄະນະ​ພັກ​ການທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ເພື່ອ​ວາງ​​ແຜນ​ນະ​ໂຍບາຍ, ​ແນວທາງ, ປະກອບ​ເພີ່ມ​ເຕີມ, ​ເສີມ​ຂະຫຍາຍທິດ​ສະ​ດີ​ການປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ​ຫວຽດນາມ​ ໃນ​ເງື່ຶອນ​ໄຂ​ໃໝ່​​ແມ່ນ​ບັນຫາທີ່​ມີ​ລັກສະນະ​ ເປັນຫຼັກການ​ໃນ​ຄວາມຮັບຮູ້ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ທຸກ​ອົງການຈັດຕັ້ງ​ແລະບຸກຄົນ​ ໃນ​ເມື່ອ​ປະຕິບັດໜ້າທີ່​ດັ່ງກ່າວ.

​ໃກ້ຊິດຕິດ​ແທດກັບໜ້າທີ່​ຈຸດ​ສຸມ​ຂອງ​ການ​ປະຕິວັດ​ຫວຽດນາມ ​ແມ່ນ​ສ້າງ​ສຳ​ເລັດສັງຄົມ​ນິຍົມ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມຢ່າງໝັ້ນ ຄົງ, ປະຕິບັດ​ຈຸດໝາຍ​ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ສະ​ເໝີພາບ, ສີວິ​ໄລ”; ພ້ອມ​ດຽວກັນ​ນັ້ນ, ກໍາ​ແໜ້ນມະຕິ​ຂອງ​ພັກ​ກອມ​ມູນິດກ່ຽວ​ກັບວຽກງານ​ທິດ​ສະ​ດີ, ບັນດາ​ມະຕິ ຍຸດ​ທະ​ສາດ​ຂອງ​ພັກ​ກອມ​ມູນິດ, ນະ​​ໂຍບາຍ ກົດໝາຍຂອງ​ລັດ​ຫວຽດນາມ​ ກ່ຽວກັບການປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ ​ແລະ ໝາກຜົນ​​ໃນການປະຕິບັດໜ້າທີ່ ​ເພື່ອ​ສະຫຼຸບ ຕີ​ລາຄາ ກວດ​ພົບ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ, ບໍ່​ເໝາະສົມ, ຖອດ​ຖອນ​ບົດຮຽນປະສົບ​ການ, ສັງລວມທິດ​ສະ​ດີ​ໃໝ່. ຮ່າງບົດ​ລາຍ​ງານ​ການ​ເມືອງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດຫວຽດນາມ ຄັ້ງທີ 13 ​ໄດ້ກຳນົດ​ທິດ​ນຳ​ວ່າ: “ສາມັກຄີ - ປະຊາທິປະ​ໄຕ - ມີ​ລະບຽບວິ​ໄນ - ມີ​ຫົວຄິດ​ປະ ດິດ​ສ້າງ  - ພັດທະນາ”; ຫົວ​ຂໍ້​ກອງ​ປະຊຸມ​ໃຫຍ່​​ໄດ້ວາງ​ເນື້ອ​ໃນ​ໃໝ່​ອອກ​ຄື: ​ເສີມ​ຂະ ຫຍາຍ​ເຈດ​ຈຳນົງ, ຄວາມ​ໃຝ່ຝັນ​ອັນ​ແຮງກ້າ, ກຳລັງ​ແຮງມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ຍູ້​ແຮງການ​ປ່ຽນ​ແປງ​ໃໝ່ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ; ສູ້​ຊົນ​​ເພື່ອ​ເຖິງ​ກາງ​ສະຕະວັດ​ທີ 21 ຫວຽດນາມ​ກາຍ​ເປັນປະ​ເທດ​ພັດທະນາ​ຕາມ​ທິດ​ສັງຄົມ​ນິຍົມ. ຍ້ອນ​ແນວ​ນັ້ນ, ຕ້ອງ​ເຊື່ອມ​ຊຶມ​ບັນດາ​ບັນຫາ​ໃໝ່ດັ່ງກ່າວ ​ໃນ​ການຄົ້ນຄ້ວາ, ປະກອບ​ເພີ່ມ​ເຕີມ, ​ເສີມ ຂະຫຍາຍ​ທິດ​ສະ​ດີການ​ປ້ອງ​ກັນປະ​ເທດ, ການ​ທະຫານ, ປົກ​ປັກຮັກສາ​ປະ​ເທດ​ຊາດ;  ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ຫຼ້າຫຼັງທາງ​ທິດ​ສະ​ດີ​ຢ່າງ​​ເດັດດ່ຽວ.

ສອງ​ແມ່ນ, ກຳ​ແໜ້ນ​ເນື້ອ​ໃນ​ພື້ນຖານ ຫຼັກ​ແຫຼ່ງ​ແກ່ນສານ ​ແລະ ຄວາມຮຽກ ຮ້ອງຕ້ອງການ​ເປັນປະຈຳ ສຳຄັນ​ຕົ້ນຕໍ​ ຂອງໜ້າທີ່​ປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ​ຫວຽດນາມ​ໃນ​ເງື່ອນ​ໄຂ​ໃໝ່ ​ເພື່ອ​ຄົ້ນຄ້ວາ, ປະກອບ​ເພີ່ມ​ເຕີມ ​ແລະ ​ເສີມຂະຫຍາຍ​ທິດ​ສະ​ດີ.

ນີ້​ແມ່ນ​ວິທີ​ການ​ແກ້​ໄຂ​ສຳຄັນ​ທີ່​ສຸດ, ຮັບປະກັນ​ໃຫ້​ແກ່ວຽກງານ​ຄົ້ນຄ້ວາ, ​ເສີມຂະຫຍາຍທິດ​ສະ​ດີ ​ເພື່ອ​ໄປ​ຖືກ​ຕາມ​ຈຸດ​ສຸມ ຈຸດ​ໃຈກາງ, ຖືກ​ຕາມ​ຈຸດໝາຍ, ທັດສະນະ, ໜ້າທີ່​ປ້ອງ​ກັນ​ປະ​ເທດການ​ທະຫານ, ປົກ​ປັກຮັກສາ​ປະ​ເທດ​ຊາດ​ໃນ​ເງື່ອນ​ໄຂ​ໃໝ່. ພ້ອມ​ດຽວກັນ​ນັ້ນ, ​ໃກ້ຊິດຕິດ​ແທດ​ກັບການ​ພັດທະນາ​ຂອງ​ສະພາບ​ການ, ໜ້າທີ່​ປະຕິວັດ, ພິ​ເສດ​ແມ່ນ​ການ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຂອງຫວຽດນາມ, ບັນດາການ​ຜັນ​ແປ​ຂອງ​ຍຸກ​ສະ​ໄໝ ​ເພື່ອ​ຄົ້ນຄ້ວາ, ປະກອບ​ເພີ່ມ​ເຕີມ, ​ເສີມຂະຫຍາຍ​ທິດ​ສະ​ດີ​ການປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ​ຫວຽດນາມ. ຍ້ອນ​ແນວ​ນັ້ນ, ຕ້ອງ​ອີງ​ໃສ່​ຫຼັກການປົກ​ປັກຮັກສາ​ປະ​ເທດຊາດ​ສັງຄົມນິຍົມ​ແມ່ນຮອບດ້ານ, ຄົບ​ຊຸດ​ຢ່າງ​ແນ່ນອນ, ລວມທັງ​ການ​ປົກ​ປັກຮັກສາ​ບັນດາ​ປັດ​ໄຈພູມີ​ປະ​ເທດ ການ​ເມືອງ, ສັງຄົມ ​ແລະ ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ​ໃນ​ນັ້ນ, ການປົກປ້ອງຜົນ​ປະ​ໂຫຍ​ດ​ຂອງ​ປະ​ເທດ, ຊົນ​ຊາດ​ແມ່ນ​ສູງ​ສຸດ.

ບົນ​ພື້ນຖານ​ບັນດາ​ທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ກ່ຽວກັບການ​ປ້ອງ​ກັນປະ​ເທດ, ການ​ທະຫານ, ປົກ​ປັກຮັກສາ​ປະ​ເທດ​ຊາດ​ທີ່​ໄດ້​ກຳນົດ, ຕ້ອງ​ເອົາ​ໃຈ​ໃສ່ການ​ລົງທຶນໃນການຄົ້ນຄ້ວາ​ ​ເພື່ອຊີ້​ແຈ້ງ​ຄື: ທັດສະນະ​ກ່ຽວກັບ​ການ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ, ສົງຄາມ​ປະຊາຊົນ, ສ້າງສາ​ແລະປົກ​ປັກຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ ໃນ​ສະພາບ​ການ​ໃໝ່; ຖື​ການພັດທະນາ​ເສດຖະກິດ​ເປັນ​ຈຸດ​ໃຈກາງ, ການກໍ່ສ້າງ​ພັກ​ກອມ​ມູນິດ​ເປັນຫຼັກ​ແຫຼ່ງ, ວັດທະນະທຳ​ເປັນ​ພື້ນຖານ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ, ປັບປຸງ​ການ​ປ້ອງ​ກັນປະ​ເທ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ເປັນໜ້າທີ່​ສຳຄັນ​​ເປັນ​ຢ່າງ​ຍິ່ງ ​ແລະ ​ເປັນ​ປະຈຳ. ​ໃຫ້​ຄວາມ​ສຳຄັນກັບການຄົ້ນຄ້ວາ ​ເພື່ອ​ຊີ້​ແຈ້ງທັດສະນະ​ໃໝ່​ຈຳນວນ​ໜຶ່ງ​ກ່ຽວກັບ​ການ​ປົກ​ປັກຮັກສາ​ປະ​ເທດ​ຊາດ “​​ແຕ່​ຫົວທີ, ​ຈາກ​ທາງ​ໄກ”; “ຢຶດໝັ້ນ, ອົດທົນ” ​ໃນ​ການ​ຕໍ່ສູ້​ປົກ​ປັກຮັກສາ​ເອກະລາດ, ອຳນາດອະທິປະ​ໄຕ, ​ເອກະ​ພາບ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ຂອງ​ປະ​ເທດຊາດ​ຢ່າງໝັ້ນຄົງ; ສ້າງ “ການຈັດ​ວາງ​ກຳລັງ​ດ້ວຍຈິດ​ໃຈ​ປະຊາຊົນ” ຢ່າງໝັ້ນຄົງ; ສົມທົບ​ລະຫວ່າງ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການພົວພັນ​ຕ່າງປະ​ເທດ ​ກັບການ​ປ້ອງ​ກັນປະ​ເທ​ດ, ປ້ອງກັນ​ຄວາມ​ສະຫງົບ ​ແລະ ລະຫວ່າງ​ການປ້ອງ​ກັນປະ​ເທ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ກັບ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການພົວພັນ​ຕ່າງປະ​ເທດ ຢ່າງ​ແໜ້ນ​ແຟ້ນ; ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ຫວຽດນາມ ກ່ຽວກັບ​​ປ້ອງ​ກັນປະ​ເທ​ດ; ຍົກ​ສູງ​ຄຸນ​ນະພາບການ​ຄາດ​ຄະ​ເນຍຸດ​ທະ​ສາດ; ທັດສະນະ​ສັດຈະ​ວິພາກ​ ກ່ຽວກັບ​ຄູ່ຮ່ວມມື, ຄູ່​ຕໍ່ສູ້. ຄຽງຄູ່​ກັນ​ນັ້ນ, ແມ່ນທັດສະນະກ່ຽວກັບການສ້າງຍຸດ​ທະ​ສາດ​ການ​ປ້ອງ​ກັນປະ​ເທດ ດ້ວຍກໍາລັງປ້ອງກັນຊາດເປັນກຸນແຈ, ກຳລັງ​ແຮງດ້ານ​ການ​ທະຫານ​ແມ່ນ​ລັກສະນະສະ​ເພາະ, ໂດຍກົງ ​ແມ່ນກໍາລັງແຮງສູ້ຮົບຂອງກອງທັບປະຊາຊົນ​ຫວຽດນາມ; ​ສ້າງ​ສະພາບ​ແວດ​ລ້ອມ​ສັນຕິ​ພາບ ​ເພື່ອ​ສ້າງສາ​ແລະພັດທະນາ​ປະ​ເທດ​ຫວຽດນາມ. ນັ້ນ​ແມ່ນ​ບັນດາ​ບັນຫາ​ທີ່​ມີ​ເນື້ອ​ໃນ​ໃໝ່ຢ່າງ​ຫຼວງຫຼາຍ ​ເຊິ່ງວຽກງານ​ທິດ​ສະ​ດີ​ຕ້ອງ​ສຸມ​ໃສ່​ຄົ້ນຄ້ວາ, ຫັນ​ເປັນ​ລະອຽດ, ຊີ້​ແຈ້ງໃນ​ເງື່ອນ​ໄຂ, ສະພາບການ​ໃໝ່, ພິ​ເສດ​ແມ່ນ​ໃນ​ເງື່ອນ​ໄຂ, ສະພາບ​ການຖືກຜົນ​ກະທົບຈາກ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີ​ສີ່, ​ເສດຖະກິດ​ດິຈິຕອນ, ລັດຖະບານ​ເອ​ເລັກໂຕຣນິກ, ສະພາບ​ແວດ​ລ້ອມ​​ເຄືອ​ຂ່າຍ, ສະພາບ​ແວດ​ລ້ອມອາ​ວະ​ກາດ ​ແລະອື່ນໆ. 

ກ່ຽວກັບ​ທິດ​ນຳ​​ໃນ​ການປະຕິບັດໜ້າທີ່​ປ້ອງ​ກັນຊາ​ດ, ການ​ທະຫານ, ປົກ​ປັກ ຮັກສາ​ປະ​ເທດ​ຊາດ, ຕ້ອງ​ຄົ້ນຄ້ວາ, ​ເຮັດ​ໃຫ້​ບັນດາ​ເນື້ອ​ໃນ​ຈະ​ແຈ້ງ​ກ່ວາ​ເກົ່າ​ຄື: ຢຶດ ໝັ້ນ, ຕັ້ງໝັ້ນ​ໃນຫຼັກການ​ຍຸດ​ທະ​ສາດ, ສົມທົບ​ກັບ​ການໝູນ​ໃຊ້ຍຸດ​ໂທ​ບາຍ “ຖື​ເອົາຫຼັກ ການ​ເປັນ​ພື້ນ ​ເພື່ອໝູນ​ໃຊ້​ຢ່າງ​ໄຫວ​ພິບ” ​ເພື່ອ​ປົກ​ປັກຮັກສາ​ປະ​ເທດ​ຊາດ; ​ເພີ່ມ​ທະວີ​ວຽກງານ​ບໍລິຫານ​ພາຍ​ໃນ, ຖື​ການ​ສຶກສາ, ຊວນ​ເຊື່ອ, ສະກັດ​ກັ້ນ​ເປັນຫຼັກ, ​​ໄປ​ຄຽງຄູ່​ກັບ​ການຮັກສາລະບຽບວິ​ໄນ, ລະບຽບກົດໝາຍຢ່າງ​ເຂັ້ມງວດ, ​ແກ້​ໄຂ​ບັນດາ​ການ​ກະທຳ​ລະ​ເມີດ​ກົດໝາຍຢ່າງ​ເຂັ້ມງວດ; ຄຸ້ມ​ຄອງ​ຄູ່​ຕໍ່ສູ້​ທີ່​ຕ້ານ​ແລະທຳລາຍ​ພາຍ​ໃນ​ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ, ສະກັດ​ກັ້ນ, ​ແກ້​ໄຂ​ບັນດາ​​ເຈົ້າອຸບາຍ, ຜູ້ນຳໜ້າຢ່າງ​ທັນ​ການ; ສຶກສາ, ຊວນ​ເຊື່ອ​ບັນດາ​ຜູ້​ຫຼົງ​ເຊື່ອ; ໝູນ​ໃຊ້ ​ແລະ​ເສີມ​ຂະຫຍາຍ​ແນວ​ຄິດ ​ໂຮ່ຈີ​ມິນ​ ກ່ຽວກັບ “ຖື​ຄົນເປັນ​ສຳຄັນ​ ອາວຸດ​ເປັນປັດ​ໄຈສຳຮອງ​” ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ຖື​ການ​ສ້າງ​ຄົນ​ເປັນ​ຈຸດ​ສຸມ ໃຈກາງ​ຂອງ​ວຽກງານ​ປ້ອງ​ກັນຊາ​ດ; ສ້າງ​ແຫຼ່ງບຸກຄະລາ​ກອນທີ່ມີ​ຄຸນ​ນະພາ​ບສູງ, ພ້ອມ​ດຽວກັນ​ນັ້ນ, ຖື​ເປັນ​ສຳຄັນ​ການ​ພັດທະນາ​ອາວຸດ, ​ເຄື່ອງປະກອບ, ຍຸດ​ໂທ​ປະກອບ​ການ​ທະຫານ​ທີ່​ທັນ​ສະ​ໄໝ​ແລະອື່ນໆ.

ກ່ຽວກັບ​ແບບ​ວິທີ​ສ້າງ​ກຳລັງ​ແຮງສັງ​ລວມ ​ເພື່ອ​ປົກ​ປັກຮັກສາ​ປະ​ເທດ​ຊາດ, ຕ້ອງ​ຄົ້ນຄ້ວາ, ​ເຮັດ​ໃຫ້​ບັນດາ​ບັນຫາ​ເລິກ​ເຊິ່ງກ່ວາ​ເກົ່າ​ຄື: ຖື​ເອົາ​ການ​ປົກ​ປັກຮັກສາ​ຕິດ​ພັນ​ກັບ​ການ​ສ້າງ, ຖື​ການ​ສ້າງ​ເປັນ​ແບບ​ວິທີ​ທີ່​ມີ​ປະສິດທິ​ຜົນ, ​ເປັນ​ວິທີ​ປົກ​ປັກຮັກສາທີ່​ດີ​ທີ່​ສຸດ​, ມີ​ປະສິດທິ​ຜົນ​ສູງ​ສຸດ; ຮັກສາສະພາບ “ພາຍ​ໃນ​ປອງ​ດອງ​ກັນ, ພາຍ​ນອກ​ມີ​ຄວາມສະຫງົບ”, “ຕັ້ງໝັ້ນ, ​ໃກ້ຊິດ​ປະຊາຊົນ”, ຕໍ່ສູ້​ປົກ​ປ້ອງ​ປະຊາຊົນ; ສົມທົບ​ລະ ຫວ່າງ​ການ​ຕໍ່ສູ້​ທີ່​ບໍ່ປະກອບ​ອາວຸດ ​ກັບ​ການ​ຕໍ່ສູ້ປະກອບອາວຸດ, ການ​ຕໍ່ສູ້​ການ​ທະຫານ​ກັບ​ການ​ຕໍ່ສູ້​ດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ, ​ເສດຖະກິດ, ວັດທະນະທຳ; ບໍ່​ໃຫ້​ຕ່າງປະ​ເທດ​ສວຍ​ໃຊ້ຕົກລົງ​ນຳ​ກັນ ​ເພື່ອ​ກໍ່ຜົນເສຍ​ຫາຍ​ຕໍ່​ເອກະລາດ, ອະທິປະ​ໄຕ, ຜົນ​ປະ​ໂຫຍ​ດ​ຂອງ​ປະ​ເທດ ປະຊາຊາດ​ຫວຽດນາມ; “ບ້ານຮັກສາ​ບ້ານ, ຕາ​ແສງຮັກ ສາ​ຕາ​ແສງ, ​ເມືອງຮັກສາ​ເມືອງ, ​ແຂວງຮັກສາ​ແຂວງ”. ເພື່ອ​ສະກັດ​ກັ້ນ​ສົງຄາມ, ຕ້ອງ​ໄດ້​ກະກຽມ​​ໃຫ້​ແກ່​ການ​ສົງຄາມໃຫ້​ດີ​ທີ່​ສຸດ; ​ເມື່ອ​ເກີດ​ສົງຄາມ​ຕ້ອງ​ເປັນ​ເຈົ້າການ ​ໃນ​ການ​ເປີດ​ກ້ວາງ​ເທສະ, ຈຳກັດ​ຂອບ​ເຂດ​ສະໜາມຮົບ, ຫຼຸດ​ເວລາ, ກຽມພ້ອມ​ໃນການ​ຕໍ່ສູ້​ຢ່າງ​ຍາວ​ນານ, ຮັບປະກັນ​ຍາດ​ເອົາ​ໄຊຊະນະ​ຢ່າງ​ແນ່ນອນ. ​

ບົນ​ພື້ນຖານ​ບັນດາ​ເນື້ອ​ໃນ​ທີ່​ມີ​ຄວາມຈະ​ແຈ້ງ​ແລ້ວ, ຕ້ອງ​ຄົ້ນຄ້ວາ, ສະ​ເໜີ ບັນດາ​ແຜນ​ການ​ໃນ​ເງື່ອນ​ໄຂ​ໃໝ່ຢ່າງ​ເໝາະ​ສົມ ​ເຊັ່ນ: ສົງຄາມ​ທີ່​ນຳ​ໃຊ້​ອາວຸດ​ເຕັກ​ໂນ​ໂລ​ຊີສູງ, ຮູບ​ແບບ​ສົງຄາມ​ໃໝ່, ພິ​ເສດ​ແມ່ນ​ຕ້ອງ​ຊີ້​ແຈ້ງ​ເນື້ອ​ໃນ, ວິທີ​ການ​ແກ້​ໄຂຮັກ ສາສະພາບ “ພາຍ​ໃນ​ປອງ​ດອງ​ກັນ, ພາຍ​ນອກ​ມີ​ຄວາມສະຫງົບ”; ຕໍ່ສູ້​ດ້ວຍ​ບັນດາ ມາດ​ຕະການ​ທີ່​ບໍ່ນຳ​ໃຊ້​ອາວຸດ; ຍຸດ​ທະ​ສາດ​ສ້າງ​ແຫຼ່ງບຸກຄະລາ​ກອນ​ມີ​ຄຸນ​ນະພາ​ບສູງ​ໃນ​ຂົງ​ເຂດ​ການປ້ອງ​ກັນປະ​ເທດ​ແລະການ​ທະ​ຫານ; ​ແຜນ​ນະ​ໂຍບາຍ, ມາດຕະການ​ຜັນປ່ຽນ​ຄູ່​ຕໍ່ສູ້​ເປັນ​ຄູ່ຮ່ວມມື.

ໃຫ້ຄວາມສຳຄັນກັບການພັດທະນາສິລະປະການສູ້ຮົບທາງທະເລ ໝູ່ເກາະ, ການສູ້ຮົບທາງເອເລັກໂຕຣນິກ... ໃນສະໄໝການປະຕິວັດອຸດສາຫະກຳຄັ້ງທີສີ່ (ໃນພາບ: ເວລາຝຶກຊ້ອມທີ່ສູນສຳລອງເຮືອຮົບລູກສອນໄຟ ຂອງກອງທັບເຮືອປະຊາຊົນຫວຽດນາມ) _ພາບ: ເອກະສານ

ກ່ຽວກັບ​ທິດ​ສະ​ດີ​ການສ້າງລະ​ບົບການປ້ອງ​ກັນປະ​ເທ​ດທົ່ວ​ປວງ​ຊົນ, ກອງທັບ​ປະຊາຊົນ, ສົງຄາມ​ປະຊາຊົນ​ໃນສະພາບ​ການ​ໃໝ່, ຄຽງຄູ່​ກັບ​ບັນດາ​ບັນຫາ​ພື້ນຖານ​ກ່ຽວກັບກຳລັງບົ່ມ​ຊ້ອນ, ກຳລັງ​ແຮງ, ການຈັດ​ວາງ​ກຳລັງ, ຕ້ອງ​ສຸມ​ໃສ່​ການ​ຊີ້​ແຈ້ງ​ທິດ​ສະ​ດີ​ກ່ຽວກັບ​ບໍລິ​ເວນ​ປ້ອງກັນຮັກສາ​ເຂດທະຫານ, ສ້າງ​ກອງທັບ​ທີ່​ທັນ​ສະ​ໄໝ, ຊຳນານຮົບ, ກະທັດ​ລັດ, ​ເຂັ້ມ​ແຂງ. ຄົ້ນຄ້ວາ, ຊີ້​ແຈ້ງ​ສາຍພົວພັນລະຫວ່າງ​ການ​ສ້າງ​ທ່າປ້ອງ​ກັນປະ​ເທ​ດທົ່ວ​ປວງ​ຊົນ ​ຕິດກັບ​ທ່າຄວາມ​ໝັ້ນຄົງ​ປະຊາຊົນ ​ແລະ “ທ່າ​ສະໜາມຮົບ​ຕາມ​ຈິ​​ດໃຈ​ປະຊາຊົນ”, ​ໂດຍ​ສະ​ເພາະ​ທ່າ​ປ້ອງ​ກັນຊາ​ດ​ໃນ​ເຂດ​ທະ​ເລ,​ໝູ່ເກາະ​ແລະພື້ນ​ທີ່​ຍຸດ​ທະ​ສາດ​ທີ່​ສຳຄັນ; ​ຈັດການແກ້​ໄຂ​ບັນຫາ​ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ແລະ ການ​​ປ້ອງກັນ​ພົນລະ​​ເຮືອນ; ກົນ​ໄກ​ປະສານ​ງານ​ລະຫວ່າງ​ບັນດາ​ພາກສ່ວນ​ໃນ​ກຳລັງປະກອບ​ອາວຸດ; ວຽກງານ​ສຶກສາການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ, ສ້າງໂຮງຮຽນອັດ​ສະ​ລິ​ຍະ, ​ເຂົ້າ​ເຖິງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີ​ສີ່ ​ເພື່ອ​ສະ​ເໜີ​ແຜນ​ການ, ຍຸດ​ທະ​ສາດການພັດທະນາ​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ​ຂອງຫວຽດນາມທີ່​​ເປັນເອກະລາດ, ​ເປັນ​ເຈົ້າການ, ​ເພິ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ທັນ​ສະ​ໄໝ, ມີ​ສອງ​ຄຸນ​ປະ​ໂຫຍ​ດ, ກາຍ​ເປັນປາຍ​ແຫຼມຂອງ​ອຸດສາ​ຫະກຳແຫ່ງ​ຊາດ; ສືບຕໍ່ປະກອບ​ເພີ່ມ​ເຕີມ, ຊີ້​ແຈ້ງ​ການ​ສົມທົບ​ລະຫວ່າງການ​ພັດທະນາ​ເສດຖະກິດ​ທະ​ເລ​ ກັບການ​ປົກ​ປັກຮັກສາ​ອະທິປະ​ໄຕ​​ໃນເຂດທະ​ເລ, ​ໝູ່ເກາະ; ພັດທະນາ​ເສດຖະກິດ​ດິຈິຕອນ ​ຕິດ​ພັນ​ກັບການ​ປົກ​ປັກຮັກສາ​ປະ​ເທດ​ຊາດ ​​ໃນ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ພັດທະນາ​ເສດຖະກິດ​ສີຂຽວຕິດ​ພັນ​ກັບ​ການ​ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມ, ພັດທະນາ​ເສດຖະກິດ​ພົວພັນ​ຕ່າງປະ​ເທດ ​ຕິດ​ພັນ​ກັບ​ການ​ປົກ​ປັກຮັກສາ​ປະ​ເທດ​ຊາດ​ແຕ່​ຫົວທີ, ​ຈາກ​ທາງ​ໄກ ​ແລະອື່ນໆ.   

ກ່ຽວກັບ​ສິລະ​ປະການ​ທະຫານ, ນອກຈາກ​ການ​ຫັນ​ເປັນ​ລະອຽດ, ຊີ້​ແຈ້ງ​ບັນດາ​ເນື້ອ​ໃນ​ທີ່​ມີ​ຢູ່, ຕ້ອງ​ສືບຕໍ່ຄົ້ນຄ້ວາ, ປະກອບ​ເພີ່ມ​ເຕີມ, ​ເສີມຂະຫຍາຍ​ທິດ​ສະ​ດີ​ກ່ຽວ ກັບສົງຄາມ​ປະຊາຊົນ​ໃນ​ເງື່ອນ​ໄຂ​ໃໝ່, ການ​ສູ້ຮົບຍຸດ​ທະ​ສາດ, ຄາດ​ຄະ​ເນ​ບັນດາ​ຮູບ​ຖານ​ສົງຄາມ​ໃໝ່ ​ແລະ ​ແຜນ​ນະ​ໂຍບາຍຮັບມື​ຂອງຫວຽດນາມ. ຕ້ອງ​​ເສີມຂະຫຍາຍ​ທິດ​ສະ​ດີ​ກ່ຽວກັບ​ຍຸດ​ທະ​ສາດ, ຍຸດ​ທະ​ນາ​ການ ​ແລະ ຍຸດທະວິທີ; ກ່ຽວກັບບັນດາ​ສະພາບ​ແວດ​ລ້ອມສູ້ຮົບ ທັງ​ທາງບົກ, ທາງ​ອາກາດ, ທາງ​ທະ​ເລ, ​ໃນ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ​ແລະທັງ​ທາງ​ອາ​ວະ​ກາດ ຢ່າງ​ຄົບ​ຊຸດ​ແລະຮອບດ້ານ. ຖື​ເປັນ​ສຳຄັນການ​​ເສີມຂະຫຍາຍ​ສິລະ​ປະ​ການສູ້ຮົບທາງ​ທະ​ເລ, ໝູ່​ເກາະ, ສູ້ຮົບທາງດ້ານເອ​ເຫຼັກ​ໂຕຣ​ນິກ ​ແລະອື່ນໆ. ຄົ້ນຄ້ວາ, ຄາດ​ຄະ​ເນ​ສະພາບ​ການ​ກ່ຽວກັບ​ການ​ສູ້ຮົບທາງ​ອາ​ວະ​ກາ​ດສະ​ໄໝການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີ່​ສີ່, ອິນ​ເຕີ​ເນັດ 5G, 6G ​ແລະ ອື່ນໆ.

ກ່ຽວກັບ​ການ​ຕໍ່ສູ້​ປ້ອງ​ກັນປະ​ເທດ, ຕ້ອງ​ຄົ້ນຄ້ວາ, ຊີ້​ແຈ້ງ​ເນື້ອ​ໃນ, ​ແບບ​ວິທີ, ກົນ​ໄກ​ຈັດຕັ້ງປະຕິບັດ​ຂອງ​ບັນດາ​ກຳລັງ​ໃນ​ການ​ແກ້​ໄຂ​ແຕ່​ລະ​ກໍລະນີ​ປ້ອງ​ກັນປະ​ເທ​ດ, ຍາດ​ແຍ່ງ​ຜົນ​ປະ​ໂຫຍ​ດ, ບັນດາ​ຂໍ້​ຂັດ​ແຍ່ງ, ບໍ່​ໂລ່ງລອຍກັນ, ພິ​ເສດ​ແມ່ນ​ ກ່ຽວກັບ​ອະທິປະ​ໄຕ​​ໃນຜືນ​ແຜ່ນດິນ, ຊາຍ​ແດນ, ທະ​ເລ, ​ໝູ່ເກາະ; ບັນດາ​ການ​ເຄື່ອນ​ໄຫວ​ສະກັດ​ກັ້ນ, ຕ້ານ​ກົນອຸບາຍ, ເລ່ລ່ຽມ “ການຫັນປ່ຽນ​ໂດຍ​ສັນຕິ”, “ການຈະລາຈົນ​ໂຄ່ນ​ລົ້ມ” ​ແລະ ຕໍ່ສູ້​ສະກັດ​ກັ້ນ, ຕີ​ຖອຍ​ການ​ເສື່ອ​ມຖອຍ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ, ບັນດາ​ປາກົດການ “ການຜັນ​ແປ​ເອງ”, “ການຫັນປ່ຽນ​ເອງ” ຢູ່​ພາຍ​ໃນ, “ຫັນ​ເປັນ​ການ​​ໄຮ້ລັກສະນະ​ການ​ເມືອງ” ຕໍ່ກອງທັບ​ປະຊາຊົນ​ຫວຽດນາມ.

ກ່ຽວກັບ​ການ​ພົວພັນ​ຕ່າງປະ​ເທດ​ທາງດ້ານ​ການປ້ອງ​ກັນປະ​ເທດ, ບົນ​ພື້ນຖານ​ການ​ເຊື່ອມຊຶມ​ແນວທາງ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ຕ້ອງ​ສືບຕໍ່ຊີ້​ແຈ້ງທິດ​ສະ​ດີ​ລວມ ກ່ຽວກັບ​ການ​ຕໍ່ສູ້​ໃນ​ແນວຮົບການ​ຕ່າງປະ​ເທດ, ຖື​ເປັນ​ສຳຄັນ​ການ​ພົວພັນ​ຕ່າງປະ​ເທດ​ດ້ານ​ປ້ອງ​ກັນຊາ​ດ (ກຳລັງ​ບົ່ມ​ຊ້ອນ​​ໃນການ​ພົວພັນ​ຕ່າງປະ​ການ) ປົກ​ປັກຮັກສາ​ປະ​ເທດ​ຊາດ​​ແຕ່​ຫົວທີ, ​ຈາກ​ທາງ​ໄກ; ​ເນື້ອ​ໃນ​ແລະ​ວິທີ​ການແກ້​ໄຂ​ລະດັບຊາດ ​ກ່ຽວກັບ​ການ​ສ້າງ​ຄວາມ​ເຊື່ອໝັ້ນຍຸດ​ທະ​ສາດ, ສ້າງ​ພະນັກງານ​ທະຫານ​ໃຫ້ເປັນ​ພົນລະ​ເມືອງ​ໂລກ, ກຳລັງຮັກສາ​ສັນຕິພາບ​​ແຫ່ງສະຫະ​ປະຊາ​ຊາດ​ໃນ​ເງື່ອນ​ໄຂ​ໃໝ່​ແລະອື່ນໆ.

ກ່ຽວກັບ​ວັດທະນະທຳ​ການ​ທະຫານ, ຕ້ອງ​ຄົ້ນຄ້ວາ, ຊີ້​ແຈ້ງ​ຄື: ​ເສີມຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ການ​ທະຫານ​ໃນ​ເງື່ອນ​ໄຂ​ໃໝ່; ບັນດາ​ຄຸນຄ່າ, ບັນທັດຖານ “ທະ ຫານ​ລຸງ​ໂຮ່” ສະ​ໄໝການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີ​ສີ່​ ບົນ​ພື້ນຖານ​ວັດທະນະທຳການ ຕໍ່ສູ້​ຕ້ານສັດຕູ, ປົກ​ປັກຮັກສາ​ປະ​ເທດ​ຊາດຂອງ​ຊາດ​ຫວຽດນາມ. ສືບຕໍ່ຫັນ​ເປັນ​ລະອຽດ, ນຳເອົາ​ຄຸນຄ່າ​ດ້ານ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ ​ໂຮ່ຈີ​ມິນ ກາຍ​ເປັນ​ປັດ​ໄຈ​ເປັນ​ເຈົ້າພາ​ທາງ​ ໃນ​ການ​ດຳລົງ​ຊີວິດ​ດ້ານ​ຈິດ​ໃຈ​ຂອງ​ພະນັກງານ, ນັກຮົບກອງທັບ ​ແລະບັນດາ​ກຳລັງປະກອບ​ອາວຸດ; ​ເສີມ​ຂະຫຍາຍ​ຄຸນຄ່າ, ກຳລັງ​ແຮງຂອງ​ນ້ຳ​ໃຈ ຮັກຊາດ, ຈິດ​ໃຈ​ເພິ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ ເຂົ້າ​ໃນ​ການ​ສ້າງສາ ​ແລະປົກ​ປັກຮັກສາ​ປະ​ເທດ​ຊາດ.

ກ່ຽວກັບ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ ​ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ​ຫວຽດ ນາມຕໍ່ຂົງ​ເຂດ​ປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ, ຕ້ອງ​ສືບຕໍ່ຄົ້ນຄ້ວາ, ປະກອບ​ເພີ່ມ​ເຕີມ, ​ເສີມຂະຫຍາຍ​ທິດ​ສະ​ດີ​ກ່ຽວກັບ​ບົດບາດນຳ​ພາ​ໂດຍ​ກົງໃນ​ທຸກ​ດ້ານ ຂອງ​ພັກ​ກອມ​ມູນິດ​​ ຕໍ່ກອງທັບ​ປະຊາຊົນ​ຫວຽດນາມ ຢ່າງ​ເດັດຂາດ; ການ​ຄຸ້ມ​ຄອງ​ລວມສູນ, ​ເປັນເອກະ​ພາບ​ຂອງ​ລັດ​ຫວຽດນາມ​ ຕໍ່ໜ້າທີ່​ປ້ອງ​ກັນປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ເງື່ອນ​ໄຂ​ໃໝ່; ວຽກງານ​ວາງ​ແຜນ​, ປະກາດ​ໃຊ້ ​ແລະ ຜັນ​ຂະຫຍາຍ​ປະຕິບັດ, ກວດກາ, ຕີ​ລາຄາ, ສະຫຼຸບພຶດຕິ​ກຳ​ຕົວ​ຈິງ, ປະກອບ​ເພີ່ມ​ເຕີມ, ​ເຮັດ​ໃຫ້​ແນວທາງ​ປ້ອງ​ກັນປະ​ເທດ​ແລະການ​ທະຫານ, ລະບົບ​ບັນດາ​ຍຸດ​ທະ​ສາດ, ບັນດາ​ນະ​ໂຍບາຍ​ກ່ຽວກັບ​ການປ້ອງ​ກັນປະ​ເທ​ດ, ການ​ທະຫານ​ໃນ​ເງື່ອນ​ໄຂ​ໃໝ່ ສົມບູນ​ແບບ. ຕ້ອງ​ຄົ້ນຄ້ວາ, ຊີ້​ແຈ້ງ​ກົນ​ໄກ, ຫຼັກການ, ອຳນາດ​ຕັດ​ສິນ, ຂອບ​ເຂດ​ຄວາມຮັບຜິດ​ຊອບ​ຂອງ​ພັກ​ກອມ​ມູນິດ, ລັດ ​ແລະ ລະບົບ​ຄະນະ​ພັກ, ການຈັດຕັ້ງພັກ, ອໍານາດ​ການ​ປົກຄອງ​ທຸກ​ຂັ້ນ ​ໃນ​ການ​ສ້າງ​ແລະປະຕິບັດ​ແນວທາງ, ທິດ​ສະ​ດີ, ຍຸດ​ທະ​ສາດ ​ແລະ ​ນະ​ໂຍບາຍ, ກົດໝາຍກ່ຽວກັບ​ການປ້ອງ​ກັນປະ​ເທ​ດ, ການ​ທະຫານ, ປົກ​ປັກຮັກສາ​ປະ​ເທດ​ຊາດ​ໃນ​ເງື່ອນ​ໄຂ​ໃໝ່.

ສາມ​ແມ່ນ, ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ການຈັດຕັ້ງ, ບັນດາ​ກຳລັງ​ໃນ​ການ​ສະຫຼຸບພຶດຕິ​ກຳ​ຕົວ​ຈິງ, ຄົ້ນຄ້ວາ, ​ເສີມຂະຫຍາຍ​ທິດ​ສະ​ດີ​ການປ້ອງ​ກັນປະ​ເທ​ດ, ການ​ທະຫານຫວຽດນາມ.

ເພື່ອຄົ້ນຄ້ວາ, ປະກອບ​ເພີ່ມ​ເຕີມ, ​ເສີມຂະຫຍາຍ​ທິດ​ສະ​ດີ​ກ່ຽວກັບການ​ປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ, ຕ້ອງຍູ້​ແຮງການ​ສະຫຼຸບພຶດຕິ​ກຳຕົວ​ຈິງ ​ແລະ ​ເສີມຂະ​ຫຍາ​ຍ​ບົດບາດ​ຂອງ​ລະບົບ​ການຈັດຕັ້ງ, ກຳລັງ​ໃນ​ທົ່ວ​ປະ​ເທດ, ​ແມ່ນ​ບັນດາ​ອົງການ​ຂອງພັກ​ກອມ​ມູນິດ, ລັດ​ຫວຽດນາມ, ຄະນະ​ພັກ​ການທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ, ບັນດາ​ອົງການ​ຍຸດ​ທະ​ສາດ, ບັນດາ​ສູນ​ຄົ້ນຄ້ວາ, ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ພາຍ​ໃນ ​ແລະ ນອກ​ກອງທັບ​ຢ່າງ​ໂດຍ​ກົງ. ນີ້​ແມ່ນ​ບັນດາ​ອົງການ, ກຳລັງ​ທີ່ມີ​ພາລະ​ບົດບາດ, ໜ້າທີ່​ຈັດຕັ້ງການ​ສະຫຼຸບພຶດຕິ​ກຳ​ຕົວ​ຈິງ, ຄົ້ນຄ້ວາ, ​ເສີມຂະຫຍາຍ​ທິດ​ສະ​ດີ​ກ່ຽວກັບ​ແຕ່ລະຂົງ​ເຂດ​ປ້ອງກັນປະ​ເທ​ດ​ແລະການ​ທະຫານ​ພາຍ​ໃຕ້​ການ​ຊີ້​ນຳ​ໂດຍ​ກົງຂອງ​ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຄະນະ​ໂຄສະນາ​ອົບຮົມສູນ​ກາງ, ສະພາ​ທິດ​ສະ​ດີ​ສູນ​ກາງ​ ​ແລະອື່ນໆ. ​ໃນ​ກອງທັບ​ແມ່ນ: ສະ​ຖາ​ບັນ​ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ, ສະ​ຖາ​ບັນ​ວິທະຍາສາດສັງຄົມ​ມະນຸດ​ສາດ​ການ​ທະຫານ, ສະ​ຖາ​ບັນປະຫວັດສາດ​ການທະຫານ​ຫວຽດນາມ, ວິທະຍາຄານ​ປ້ອງ​ກັນ​ປະ​ເທດ; ບັນດາ​ອົງການທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ສະ​ຖາ​ບັນ, ​ໂຮງຮຽນຈຳນວນໜຶ່ງ. ບັນດາການຈັດຕັ້ງ, ກຳລັງ​ດັ່ງກ່າວ ​ຈະຕັດ​ສິນ​ຄຸນ​ນະພາບ, ປະສິດທິ​ຜົນ​ວຽກງານ​ຄົ້ນຄ້ວາ, ​ເສີມຂະຫຍາຍທິດ​ສະ​ດີການ​ປ້ອງ​ກັນປະ​ເທດ​ແລະການ​ທະຫານ​ຢ່າງ​ໂດຍ​ກົງ. ສະ​ນັ້ນ, ຕ້ອງ​ເສີມ​ຂະຫຍາຍບົດບາດ​ຂອງ​ບັນດາ​ການຈັດຕັ້ງ, ກຳລັງ​ດັ່ງກ່າວ​ໃຫ້​ເປັນ​ຢ່າງ​ດີ ກໍ​ຄື​ລັກສະນະຂະຫຍັນ​ຂັນ​ເຂື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ​ຂອງ​ຖັນ​ແຖວ​ພະນັກງານ​ວິທະຍາສາດ, ທິດ​ສະ​ດີ, ບັນດາ​ຊ່ຽວຊານຫົວ​ຈັກ​ຫຼັກ​ແຫຼ່ງ; ຍົກ​ສູງ​ລະດັບ​ການຄົ້ນຄ້ວາ, ສະຫຼຸບພຶດຕິ​ກຳ​ຕົວ​ຈິງ, ຄວາມ​ສາມາດ​ໃນ​ການ​ວິ​ໄຈ, ຄາດ​ຄະ​ເນ, ​ເປັນ​ເສນາ​ທິການ, ສະ​ເໜີ, ສັງ​ລວມທິດ​ສະ​ດີ​ໃໝ່ ​ແລະອື່ນໆ.

ສືບຕໍ່​ເຊື່ອມ​ຊຶມ, ປະຕິບັດ​ບັນດາໜ້າທີ່​ ທີ່​ກົມ​ການ​ເມືອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ ​ໄດ້​ຂຽນ​ໄວ້​ໃນ​ບັນດາ​ມະຕິ​ກ່ຽວກັບ​ວຽກງານ​ທິດ​ສະ​ດີ​ຢ່າງ​ມີ​ປະສິດທິ​ຜົນ; ສຸມ​ໃສ່​ການ​ປ່ຽນ​ແປງ​ໃໝ່ວຽກງານ​ກໍ່ສ້າງ​ພະນັກງານ​ທິດ​ສະ​ດີ​ໂດຍ​ພື້ນຖານ, ຕັ້ງ​ແຕ່​ການ​ຂຶ້ນ​ແຜນ​ກຳນົດ​ຈົນ​ເຖິງຫຼັກສູດ, ​ເນື້ອ​ໃນ, ວິທີ​ຄັດ​ເລືອກ, ມາດ ຕະຖານ​ຕີ​ລາຄາຄຸນ​ນະພາ​ບ ​ແລະ ນຳ​ໃຊ້​ພະນັກງານ​ວິທະຍາສາດ. ກໍ່ຮ່າງສ້າງ​ຕົວ​ຖັນ​ແຖວ​ຊ່ຽວຊານ​ຫົວ​ຈັກ​ຫຼັກ​ແຫຼ່ງ ​ແລະ ຖັນ​ແຖວ​ພະນັກງານ​ສືບ​ທອດ​ທີ່​ມີ​ຈຳນວນ​ຢ່າງ​ພຽງພໍ, ມີ​ຄຸນ​ນະພາ​ບ​ເປັນ​ຢ່າງດີ, ມີ​ໂຄ​ງປະກອບ​ຢ່າງ​ສອດຄ່ອງ, ຕອບ​ສະໜອງ ຄວາມຮຽກຮ້ອງຕ້ອງການ, ໜ້າທີ່​​ໃນ​ສະ​ເພາະໜ້າ ​ແລະ ຍາວ​ນານ. ມີ​ກົນ​ໄກ, ນະ​ໂຍບາຍສົ່ງ​ເສີມ, ​ເກື້ອກູນ​​ໄດ້​ເໝາະສົມ​ຕາມ​ຄວນ, ຮັບປະກັນ​ການ​ດຳລົງ​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ບັນດາ​ນັກວິທະຍາສາດ ​ແນ​ໃສ່​ດຶງ​ດູດຜູ້​ເກັ່ງ​ກ້າ​ເຂົ້າຮ່ວມ, ປະກອບສ່ວນໃຫ້​ແກ່​ຂົງ​ເຂດ​ດັ່ງກ່າວ.

ຍູ້ແຮງການຄົ້ນຄ້ວາ, ສະຫຼຸບພຶດຕິກຳຕົວຈິງ, ປະກອບເພີ່ມເຕີມ, ເສີມຂະຫຍາຍທິດສະດີການປ້ອງກັນປະເທດແລະການທະຫານຫວຽດນາມ ແນໃສ່ກຳນົດທິດໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ຢ່າງມີໄຊ _ພາບ: ເອກະສານ

ສີ່​ແມ່ນ, ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ, ຂອງ​ຄະນະ​ພັກການ​ທະຫານ​ສູນ​ກາງ ຕໍ່ວຽກງານ​ຄົ້ນຄ້ວາ, ​ເສີມຂະຫຍາຍ​ທິດ​ສະ​ດີ​ການປ້ອງ​ກັນປະ​ເທ​ດ​ແລະການ​ທະຫານຫວຽດນາມ​ ໃນ​ເງື່ອນ​ໄຂ​ໃໝ່.

ຄະນະ​ບໍລິຫານ​ງານ​ສູນ​ກາງ​, ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ​ໂດຍ​ກົງ​ແມ່ນ​ຄະນະ​ພັກ​ການທະຫານ​ສູນ​ກາງຕ້ອງກຳນົດ​ທັດສະນະ, ຈຸດໝາຍ, ທິດ​ທາງ, ໜ້າທີ່​ຄົ້ນຄ້ວາ, ​ເສີມຂະຫຍາຍ​ທິດ​ສະ​ດີ​ການປ້ອງ​ກັນປະ​ເທດ​ແລະການ​ທະຫານ ​ໃນ​ໄລຍະ​ໃໝ່; ນໍາພາກ່ຽວກັບ​ຂັ້ນ​ຕອນ, ບັນດາ​ຂອດ, ບັນດາ​ບາດກ້າວ​ໃນ​ການ​ຄົ້ນຄ້ວາ, ປະກອບ​ເພີ່ມ​ເຕີມ, ​ເສີມຂະຫຍາຍ​ທິດ​ສະ​ດີ​ຢ່າງ​ແໜ້ນ​ແຟ້ນ; ກຳນົດ​ທິດ​ການ​ສ້າງ​ບັນດາ​ການຈັດຕັ້ງ, ອົງການ​ຄົ້ນຄ້ວາ, ພັດທະນາຖັນ​ແຖວພະນັກງານ​ທິດ​ສະ​ດີ​ທີ່​ມີ​ຄຸນ​ນະພາ​ບສູງ; ສ້າງ​ກົນ​ໄກ, ນະ​ໂຍບາຍ​ສົ່ງ​ເສີມ​ຄວາມ​ສາມາດແລະການປ່ຽນ​ແປງ​ໃໝ່ປະດິດ​ສ້າງ; ຄັດ​ເລືອກ, ມອບໜ້າທີ່​ປະຕິບັດ​ບັນດາ​ແຜນ​ງານ​, ຫົວ​ຂໍ້ຄົ້ນຄ້ວາ, ພິ​ເສດ​ແມ່​ນຢູ່​ຂັ້ນ​ຍຸດ​ທະ​ສາດ ​ແລະ ບັນດາ​ບັນຫາ​ໃໝ່ທີ່​ລະອຽດອ່ອນ, ສັບສົນ; ລະດົມບັນດາ​ແຫຼ່ງກຳລັງ​ທີ່​ຈຳ​ເປັນ ​ແລະ ​ເປີດກ້ວາງ​​ປະຊາທິປະ​ໄຕ, ສ້າງ​ເງື່ອນ​ໄຂ​ຈຳ​ເປັນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຄົ້ນຄ້ວາ, ​ເສີມຂະຫຍາຍ​ທິດ​ສະ​ດີ. ຈັດຕັ້ງ, ດຶງ​ດູດ​ພະນັກງານ​ວິທະຍາສາດ​ແລະບັນດາ​ອົງການວິທະຍາສາດ ​ເຂົ້າຮ່ວມຂະ​ບວນວິວັດ​​ການວາງ​ແຜນ​​ແນວທາງ, ຍຸດ​ທະ​ສາດຂອງ​ພັກ​ກອມ​ມູນິດ ແລະນະ​ໂຍບາຍ, ກົດໝາຍຂອງ​ລັດ​ຫວຽດນາມ, ຄະນະ​ພັກ​ການທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ກ່ຽວກັບຂົງ​ເຂດ​ປ້ອງ​ກັນປະ​ເທ​ດ​ແລະການ​ທະຫານ ​​ໃນ​ເງື່ອນ​ໄຂ​ໃໝ່ຢ່າງ​ຕັ້ງໜ້າ ​ແລະ ສອດຄ່ອງ.

ບັນດາ​ອົງການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ຄະນະ​ພັກ, ການຈັດຕັ້ງ ພັກ, ບັນດາ​ອົງການ​ຄົ້ນຄ້ວາ​ທິດ​ສະ​ດີ​ ຕ້ອງ​ມີຄວາມເອົາ​ໃຈ​ໃສ່​ໃນ​ການ​ນຳພາ​ວຽກງານ​ທິດ​ສະ​ດີ, ສະຫຼຸບພຶດຕິ​ກຳ​ຕົວ​ຈິງ​ຢ່າງຮອບດ້ານ. ມີ​ມະຕິ​ນຳພາຢ່າງ​ໃກ້ຊິດ ​ແລະ ຖືກ ຕ້ອງ, ມີ​ການ​ແບ່ງ​ງານ​ໃນ​ການຈັດຕັ້ງປະຕິບັດວິທະຍາສາດ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ເລຂາ​ຄະນະ​ພັກ, ຜູ້​ບັນຊາ, ສ້າງ​ບັນຍາກາດ​ທີ່ມີ​​ປະຊາທິປະ​ໄຕ, ສະພາບ​ແວດ​ລ້ອມ​ການ​ເຮັດວຽກທີ່​ສະດວກ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຖັນ​ແຖວ​ພະນັກງານ​ເສີມ​ຂະ ຫຍາຍຄວາມ​ສາມາດ, ພູມ​ປັນຍາ, ຄວາມ​ສາມາດປະດິດ​ສ້າງ​ໃນ​ການປະຕິບັດ​ຫົວຂໍ້,  ​ແຜນ​ງານ, ​ໂຄງການ​ຄົ້ນຄ້ວາ, ​ໃກ້ຊິດຕິດ​ແທດ​ກັບ​ພຶດຕິ​ກຳ​ຕົວ​ຈິງ, ຍົກ​ສູງ​ຄວາມ​ສາ ມາດ​ໃນ​ການກວດ​ພົບ, ມີຄວາມກ້້າກັ່ນໃນການ​ເປັນ​ເສນາ​ທິຫານ, ສະ​ເໜີບັນດາບັນ ຫາ​ໃໝ່ ​ເພື່ອ​ປະກອບ​ເພີ່ມ​ເຕີມ, ​ເສີມຂະຫຍາຍ​ທິດ​ສະ​ດີ​ການປ້ອງກັນປະ​ເທ​ດ​ແລະການ​ທະຫານຫວຽດນາມ, ຕອບ​ສະໜອງຄວາມຮຽກຮ້ອງຕ້ອງການ​ແລະໜ້າທີ່ທີ່​ວາງ​ໄວ້​ຢ່າງ​ຕັ້ງໜ້າ./.

-----------------------------------

ບົດນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ​ ສະບັບເລກທີ 957 (​ເດືອນ​ມັງກອນ 2021)