ໝູນ​ໃຊ້​ແນວ​ຄິດ ​ໂຮ່ຈີ​ມິນ ກ່ຽວ​ກັບ​ການ​ປົດ​ປ່ອຍ​ແມ່ຍິງ ​
ໃນ​ພາລະກິດ​ຍູ້​ແຮງ​ຢ່າງ​ຮອບດ້ານ, ​ເປັນ​ລະບົບ​ຄົບ​ຊຸດ​
ຕໍ່ພາລະກິດ​ປ່ຽນ​ແປງ​ໃໝ່, ​ເຊື່ອມ​ໂຍງ ​ແລະ ພັດທະນາ​ປະ​ເທດ​ຊາດ

ຮສ ປອ ຫງວຽນຫງັອກຮ່າ*, ປທ ເຈິ່ນທິເວິນ**
* ຮອງບັນນາທິການໃຫຍ່ວາລະສານກອມມູນິດ ** ກໍາມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງບັກນິງ
14:15, 09-09-2021

ວກ - ​ໂຮ່ຈີ​ມິນ ​ເປັນ​ນັກ​ແນວ​ຄິດ​ຜູ້​ທໍາ​ອິດ​ໃນ​ປະຫວັດສາດ​ຫວຽດນາມ ທີ່​ໄດ້​ກໍານົດ​ທີ່​ຕັ້ງ, ຖານະ, ບົດບາດ ຂອງ​​ເພດ​ຍິງ​ເທົ່າ​ທຽມ​ກັບ​ເພດ​ຊາຍ, ພ້ອມ​ກັນ​ນັ້ນ ກໍ​ເປັນ​ໜຶ່ງ​ໃນ​ບັນດາ​ນັກ​ແນວ​ຄິດ, ຜູ້​ນໍາ​ທີ່​ພົ້ນ​ເດັ່ນຂອງ​ໂລກ​ ເຊິ່ງ​ເວລາ​ໃດ​ກໍ​ໄດ້​ເຊີດ​ຊູ ​ແລະ ມີ​ການ​ປະກອບສ່ວນ​ອັນ​ໃຫຍ່ຫຼວງ​ໃນ​ພາລະ​ກິດ​ປົດ​ປ່ອຍ​ແມ່​ຍິງ. ບັນຫາ​ການ​ປົດ​ປ່ອຍ​ແມ່ຍິງ​ ແມ່ນ​ໜຶ່ງ​ໃນ​ພາກສ່ວນທີ່​ເປັນ​ເອກະ​ພາບ, ສອດ​ຫ້ອຍ​ໃນ​ແນວ​ຄິດ ໂຮ່ຈີ​ມິນ, ​ເຊິ່ງສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ແນ​ວຄິດ​ມະນຸດສະ​ທໍາ​ທີ່​ສູງ​ສົ່ງ ​ແລະ ຄຸນສົມບັດອັນ​ຜ່ອງ​ໃສ ຂອງ​ເພິ່ນ.

ປະທານ ໂຮ່ຈີມິນ ພົບປະກັບຜູ້ແທນແມ່ຍິງບັນດາຊົນເຜົ່າແຂວງຮ່າຢາງ ທີ່ໄດ້ເດີນທາງມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ (ປີ 1963) _ແຫຼ່ງພາບ: hochiminh.vn

ບາງທັດສະນະ​ພື້ນຖານ​​ໃນ​ແນວ​ຄິດ ​ໂຮ່ຈີ​ມິນ ກ່ຽວ​ກັບ​ການ​ປົດ​ປ່ອຍ​ແມ່ຍິງ

ໜ້າ​ທີ່​ການ​ປົດ​ປ່ອຍ​ແມ່ຍິງ ຕິດ​ພັນ​ກັບ​ພາລະກິດ​​ປະຕິວັດ, ຕິດ​ພັນກັບ​ການ​ປົດ​ປ່ອຍ​ຊາດ, ການ​ປົດ​ປ່ອຍ​ຊົນ​ຊັ້ນ ​ແລະ ການ​ປົດ​ປ່ອຍ​ມະນຸດ. ​​​ປະທານ ໂຮ່ຈີ​ມິນ ຮັບ​ຮູ້​ໄດ້​ແຕ່​ຫົວທີ​ເຖິງ​ບົດບາດ​ຂອງ​ແມ່ຍິງ​ໃນ​ປະຫວັດ​ສາດ ​ແລະ ພຶດຕິກໍາ​ການ​ປະຕິວັດ, ຈາກ​ນັ້ນ ​ໄດ້​ກໍານົດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ວ່າ: ແມ່ຍິງ​ແມ່ນກຳລັງ​ການ​ປະຕິວັດ​ທີ່​ສຳຄັນ. ຢູ່​ໃນ​ບົດນິພົນ ​ເສັ້ນທາງ​ປະຕິວັດ, ​ເພິ່ນ​ກ່າວ​ວ່າ: ​ແມ່ຍິງ​ກວມ​ເອົາ​ຈຳນວນ​ຫຼາຍ​ໃນ​ກຳລັງ​​ປະຊາຊົນ, ​ແຕ່ພັດ​ຖືກ​ກົດ​ໜ່ວງ ​ແລະ ​ທົນ​ທຸກທໍລະມານ​ຢ່າງໜັກໜ່ວງ ສະ​ນັ້ນ ​ເວລາ​ໃດເຂົາ​ເຈົ້າກໍ​​ມີ​ຈິດ​ໃຈ​ຕໍ່ສູ້​ປະຕິວັດ​ຢູ່ຕະຫຼອດ​ເວລາ. ພາລະກິດ​ປະຕິວັດ​ຈະບໍ່​ອາດ​ປະສົບ​ຜົນສຳ​ເລັດ​ໄດ້ ຖ້າ​ຫາກ​ບໍ່​ມີ​ແມ່ຍິງ​ເຂົ້າ​ຮ່ວມ. “ຖ້າ​ບໍ່​ປົດ​ປ່ອຍ​ແມ່ຍິງ ​ກໍ​ບໍ່ອາດ​ປົດ​ປ່ອຍ​ອີກ​ເຄິ່ງໜຶ່ງ​ຂອງ​ມະນຸດຊາດ” (1), ຍ້ອນ​ແນວ​ນັ້ນ, ການ​ປົດ​ປ່ອຍ​ແມ່ຍິງ​ ຈຶ່ງແມ່ນ​ໜ້າ​ທີ່​ອັນຈຳ​ເປັນ​ຂອງ​ການ​ປະຕິວັດ​ຫວຽດນາມ, ​ແມ່ນ​ຄວາມ​​ຕ້ອງການ​ພາວະ​ວິ​ໄສ​ຂອງ​ສັງຄົມ ແລະ ຄວາມຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ.

ຕາມ​ທັດສະນະ​ຂອງ ​ໂຮ່ຈີ​ມິນ, ພາລະ​ກິດ​ປົດ​ປ່ອຍ​ແມ່ຍິງ ​ບໍ່ແມ່ນວຽກ​ງານ​ການ​ປະຕິວັດ​ຂອງ​ສະ​ເພາະ​ແມ່ຍິງ​ເທົ່າ​ນັ້ນ, ​ແຕ່ຫາກຕິດ​ພັນ​ກັບ​ການ​ປະຕິວັດ​​ເພື່ອປົດ​ປ່ອຍປະ​ຊາ​ຊົນ, ປົດ​ປ່ອຍ​ຊົນ​ຊັ້ນ, ​ປົດ​ປ່ອຍ​ມະນຸດ. “​ແມ່ຍ່າ​ແມ່ຍິງກໍ​ນອນ​ຢູ່​ໃນ​ປະຊາຊົນ. ຖ້າ​ທັງ​ໝົດ​ປະ​ເທດ​ຊາດ​ໄດ້​ຮັບ​ອິດສະຫຼະພາບ, ແນ່ນອນ​ວ່າ​​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ອິດສະຫຼະພາບ​ເຊັ່ນ​ກັນ. ​ໃນ​ທາງ​ກົງກັນຂ້າມ, ຖ້າປະ​ເທດຊາດ​ຍັງ​ຕົກ​ຢູ່​ໃນ​ສະພາບ​ການ​ເປັນ​ຂ້າ​ທາດ ​ແມ່ນ​​ເຂົາ​ເຈົ້າ ​ແລະ ລູກ​ສາວ​ຂອງ​ເຂົາ​ເຈົ້າ ​ກໍ​ຈະ​ມີ​ຊີວິດ​ຢູ່​ໃນ​ສະພາບ​ການ​ເປັນ​ຂ້າ​ທາດ​ນັ້ນ​ຄື​ກັນ”(2). ​ເສັ້ນທາງ​ການ​ປະຕິວັດ​ຂອງ​ຊົນ​ຊັ້ນ​ກຳມະ​ຊີບ ​ແມ່ນ​ເສັ້ນທາງ​ໜຶ່ງ​ດຽວ​ທີ່​ຖືກຕ້ອງ​ເພື່ອ​​ໃຫ້ແມ່ຍິງ​ສາມາດ​ປົດ​ປ່ອຍ​ຕົນ​ເອງ​ອອກ​ຈາກ​ການ​ເປັນ​ຂ້າ​ທາດ, ການ​ກົດ​ຂີ່​ຂູດ​ຮີດ​ຂອງ​ລະບອບ​ສັກດິນາ ​ແລະ ລ່າ​ເມືອງ​ຂຶ້ນ. ປະທານ ​ໂຮ່ຈີ​ມິນ ຮຽກຮ້ອງ​ໃຫ້​ຕ້ອງ​ຢືນ​ຢູ່​ບົນ​ຫຼັກ​ໝັ້ນ​ຊົນ​ຊັ້ນ​ກຳມາ​ຊີບ​ ເພື່ອ​ຕໍ່ສູ້​ປົດ​ປ່​ອຍ​ແມ່ຍິງ. ​ເວລາ​ໃດ​ເພິ່ນກໍຕຳ​ນິຕິ​ຕຽນ ຕໍ່​ບັນດາ​ທັດສະນະ​ແບ່ງ​ແຍກ​ການຕໍ່ສູ້​ປົດ​ປ່ອຍ​ແມ່ຍິງ​ອອກ​ຈາກ​ພາລະກິດ​ປະຕິວັດ​ລວມ: “ບໍ່​ມີ​ຫຍັງທີ່​​ເປັນອັນຕະລາຍ ​ແລະ ຜິດ​ພາດ​​​ອັນໃຫຍ່​ຫຼວງໄປ​​ກວ່າ​ການ​​ກັງ​ວົນ​ນຳ​​ແຕ່ການ​ຍາດ​ສິດທິ​ຂອງ​ແມ່ຍິງພຽງ​ຢ່າງ​ດຽວ, ຫາກບໍ່​ເຂົ້າ​ຮ່ວມ​ໃນ​ການ​ຕໍ່ສູ້​ຊົນ​ຊັ້ນ ແລະ ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ. ​ແມ່ຍິງ​ພຽງ​ແຕ່​ສາມາດ​ບັນລຸ​ເຖິງ​ຄວາມ​ເທົ່າ​ທຽມ​ກັນ​ກັບ​ເພດ​ຊາຍ​ໄດ້​ ກໍ​ຕໍ່​ເມື່ອ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ຍາດໄດ້​​ເອກະລາດ ​ແລະ ອິດສະຫຼະພາບ, ບັນດາ​ຊາວ​ຜູ້​ອອກ​ແຮງ​ງານ ​ກຳມະກອນ, ຊາວກະສິກອນ ຫຼຸດ​ພົ້ນ​ອອກ​ຈາກ​ການ​ຂູດ​ຮີດ​ຂອງ​ນາຍທຶນ ​ແລະ ​ເຈົ້າ​ທີ່​ດິນ”(3).

ພາລະກິດ​ປົດ​ປ່ອຍ​ແມ່ຍິງ​ມີ​ຂອບ​ເຂດ​ກວ້າງຂວາງ​ທີ່​ສຸດ, ນັບ​ແຕ່​ໃນຄອບຄົວ​ຈົນ​ເຖິງ​ສັງຄົມ, ທັງ​ໃນ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ. ການ​ປົດ​ປ່ອຍ​ແມ່ຍິງ, ​ໃນ​ຄວາມ​ໝາຍ​ກວ້າງ ​ແມ່ນ​ການ​ເສີມ​ຂະຫຍາຍ​ບົດບາດ, ຄວາມ​ອາດ​ສາມາດຂອງ​ແມ່ຍິງ, ຍົກ​ສູງ​ຖານະບົດບາດຂອງ​ແມ່ຍິງ​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ທາງສັງຄົມ. ປະ​ທານ ​ໂຮ່ຈີ​ມິນ ກ່າວ​ວ່າ, ຕ້ອງການ​ປົດ​ປ່ອຍ​ແມ່ຍິງ​ ກ່ອນ​ອື່ນ​ໝົດ​ຕ້ອງ​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ການ​ຜູກ​ມັດ​ທາງ​ດ້ານ​ແນວ​ຄິດ “ອະຄະ​ຕິ​ທາງ​ເພດ”, ອອກ​ຈາກ​ຄວາມ​ບໍ່​ຍຸຕິ​ທຳ​ໃນ​ຄອບຄົວ​ຂອງ​ຕົນ​ເອງ. ​ເພິ່ນ​ກ່າວ​ປະນາມ​ຢ່າງ​ແຂງ​ແຮງ​ໃນ​ທັດສະນະ “​ຜູ້ຍິງ​ຕ້ອງ​ວົກວຸ້ນຢູ່​ແຕ່​ເຮືອນຄົວ”, ກໍຈາກສິ່ງນີ້​ເອງ​ ຈຶ່ງເຮັດໃຫ້ຖານະພາບຂອງແມ່ຍິງໃນຄອບຄົວ ແລະ ສັງຄົມ​ຖືກ​ຫຼຸດ​ຕ່ຳລົງ. ເພິ່ນໄດ້ເອົາໃຈໃສ່​ເຖິງການຍົກໃຫ້ເຫັນ ບັນດາແບບຢ່າງຂອງແມ່ຍິງ ​ໃນ​ປະຫວັດສາດ ແລະ ລະດົມ​ສົ່ງ​ເສີມໃຫ້ແມ່ຍິງຫວຽດນາມ ເຂົ້າຮ່ວມ​ໃນ​ຂະ​ບວນການ​ສິດທິ​ຂອງແມ່ຍິງໃນໂລກຢ່າງ​ກ້າຫານ​ກວ່າ​​ເກົ່າ. ​ເມື່ອ​ປະ​ເທດ​ຊາດ​ບ້ານ​ເມືອງ​ຍາດ​ໄດ້​ເອກະ​ລາດ ​ເພິ່ນ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ຮ່າງ ​ແລະ ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ສົມລົດ ​ແລະ ຄອບຄົວ, ຖື​ອັນ​ນັ້ນ​ເປັນ “​ກົດໝາຍ​​ແຫ່ງ​ການ​ປົດ​ປ່ອຍ​ແມ່ຍິງ”. ​ເພິ່ນ​ກ່າວ​ປະນາມ​ບັນດາ​ປາກົດການ​​​ເລືອກ​ປະຕິບັດຕໍ່​ແມ່ຍິງ, ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ, ຕຳ​ນິຕິ​ຕຽນ​ທັດສະນະ​ຄະຕິ​​ແບບງ່າຍດາຍ​ແລະຮູບ​ການ​ ກ່ຽວ​ກັບ​ການ​ປະຕິບັດ​ຄວາມ​ເທົ່າ​ທຽມ​ກັນ​ຢູ່​ໃນ​ຄອບຄົວ.

ປະທານ ​ໂຮ່ຈີ​ມິນ ​ໃຫ້ຄວາມ​ສຳນຶກກ່ຽວ​ກັບ​ບົດບາດ​ຂອງ​ແມ່ຍິງ ​ຢູ່​ໃນ​ຄອບຄົວ ​ແລະ ​ຢູ່​ໃນ​ສັງຄົມ​ແບບ​ບໍ່​​ຈຳກັດ, ບໍ່​ປະ​ຫັດ​ປະຫານກັນ, ​ແຕ່​ຫາກ​ມີ​ຄວາມ​ເປັນ​ເອກະ​ພາບ, ​ເຕີມ​ເຕັມ​ເຊິ່ງກັນ​ແລະກັນ. ​ໃນ​ຄອບຄົວ, ​ແມ່ຍິງທີ່​ໄດ້ຮັບ​ການ​ປົດ​ປ່ອຍ​ແລ້ວ​ນັ້ນ ​​ເນື້ອ​ແທ້​ແມ່ນ​ການ​ປະຕິບັດພາລະ​ບົດບາດ ຂອງ​ການ​ເປັນ​ແມ່, ​ເປັນ​ເອື້ອຍ ​ແລະ ​ເປັນ​ພັນ​ລະ​ຍາ​​ໃນ​ສາຍ​ພົວພັນ​ຄວາມ​​ເທົ່າ​ທຽມ​ກັນ​ກັບ​ເພດ​ຊາຍ ​ໃນ​ຄອບຄົວ​ຕົນ​ເອງ​ ໄດ້​ດີ​ກວ່າ​ເກົ່າ. ບົດບາດ​ຂອງ​ແມ່ຍິງ​ໃນ​ສັງຄົມ ສ່ວນ​ໃຫຍ່​ແມ່ນ​ໄດ້​ສະ​ແດງ​ອອກ​​ໃນ​​ບົດບາດ​ຂອງ​ເຂົາ​ເຈົ້າ ​ຢູ່​ໃນ​ຄອບຄົວ​ຂອງ​ຕົນ​ ດ້ວຍ​ຖານະ​ທີ່ຄອບຄົວ​ເປັນ​​ແກ່ນສານຂອງ​ສັງຄົມ. ການປະຕິບັດ​​ພາລະ​ບົດບາດ​ທຳ​ມະ​ຊາດ​ຂອງ​ຄົນ​ເປັນແມ່​ໄດ້​ດີ​; ຕັ້ງໜ້າ​ສ້າງສາ​ຄອບຄົວທີ່​ອີ່ມ​ໜຳ​ສຳລານ, ມີຄວາມ​ເທົ່າ​ທຽມ​, ມີຄວາມກ້າວໜ້າ ​ແລະ ມີ​ຄວາມຜາສຸກ ​ກໍ​ແມ່ນ​ບົດບາດ​ທາງ​ສັງຄົມ​ຂອງ​​ເພດຍິງ​ເຊັ່ນ​ກັນ. ການ​ໄດ້​ຮັບການ​ປົດ​ປ່ອຍ​ທາງ​ສັງຄົມ ​​ເປັນ​ເງື່ອນ​ໄຂ​ເພື່ອ​ໃຫ້​ແມ່ຍິງ​ສາມາດ​ສ້າງສາ​ຄອບຄົວ, ປະກອບສ່ວນ​ເພື່ອ​ໃຫ້​ເພດ​ຊາຍຍົກ​ສູງ​ເຊີດ​ຊູ​ ​ແລະ ​ເຄົາລົບ​ໃນ​ສິດທິ​ຂອງ​ແມ່ຍິງ. ດັ່ງ​ນັ້ນ, ການ​ປົດ​ປ່ອຍ​ແມ່ຍິງ​ນັບ​ແຕ່ໃນ​ຄອບຄົວ ​ຕ້ອງຕິດ​ພັນ​ກັບ​ການ​ປົດ​ປ່ອຍ​ແມ່ຍິງ​ໃນ​ດ້ານ​ສັງຄົມ ​ແລະ ​ຍົກ​ສູງຖານະບົດບາດ ຂອງ​ແມ່ຍິງ​ໃນ​ສັງຄົມ. ປະທານ ​ໂຮ່ຈີ​ມິນ ຕັກເຕືອນແມ່ຍິງ​​ໃຫ້​ເຂົ້າ​ຮ່ວມ​ວຽກ​ງານ​ທາງ​ສັງຄົມ ​ແລະ ​​ຮ່ວມ​ເປັນ​ເຈົ້າ​ຂອງ​ປະ​ເທດຊາດ. ນັ້ນ​ແມ່ນ​ສິດຜົນປະ​ໂຫຍ​ດ, ພ້ອມ​ກັນ​ນັ້ນ​ກໍ​ເປັນຄວາມ​ຮັບຜິດຊອບ​​ອັນ​ໃຫຍ່ຫຼວງ​ທີ່​ແມ່ຍິງ​ຕ້ອງ​ໄດ້ “ຮັບ​ເອົາ​ດ້ວຍ​ຄວາມ​​ຫ້າວຫັນ”.

ປະທານ ​ໂຮ່ຈີ​ມິນ ​ເອົາ​ໃຈ​ໃສ່ທີ່​ສຸດຕໍ່ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ​ຊາຍ, ຖື​ສິ່ງ​ນັ້ນ​ເປັນ​ເນື້ອ​ໃນ​ພື້ນຖານ​ໃນ​ການ​ປົດ​ປ່ອຍ​ແມ່ຍິງ​ທາງ​ດ້ານ​ສັງຄົມ. ​ໃນ​ເວລາ​ຍົກ​ເຖິງ​ບັນດາ​ເປົ້າ​ໝາຍ​​ທາງ​ດ້ານ​ສັງຄົມ, ຢູ່​ໃນ​ໂຄງ​ການ​ການ​ເມືອງ​ໂດຍ​ຫຍໍ້, ຍຸດ​​ໂທ​ບາຍໂດຍ​ຫຍໍ້ (ປີ 1930), ​ເພິ່ນ​ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ເປົ້າ​ໝາຍ​ຂອງ​ສິດ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ. ພາຍຫຼັງການ​ປະຕິວັດ​ເດືອນ​ສິງຫາ​ປະສົບ​ຜົນສຳ​ເລັດ, ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ ​ເຊິ່ງຮຽບຮຽງ​ໂດຍ​ການ​ຊີ້​ນຳ​ຂອງ​​​ປະທານ ​ໂຮ່ຈີ​ມິນ, ​ໄດ້​ລະບຸ​ໄວ້​ຢ່າງ​ຈະແຈ້ງ​ວ່າ: “ແມ່ຍິງ​ມີ​ສິດເທົ່າ​ທຽມ​ກັບ​ເພດ​ຊາຍ​ໃນ​ທຸກ​ດ້ານ”. ​ເພິ່ນຮຽກຮ້ອງ​ໃຫ້​ທຸກ​ຂະ​ແໜງ​ການ, ​ທ້ອງ​ຖິ່ນຕ່າງໆ ທັງ​ໝົດ​ຕ້ອງ​ສ້າງ​ເງື່ອນ​ໄຂ​ໃຫ້​ແມ່ຍິງມີ​ສ່ວນ​ຮ່ວມ​ ​ໃນທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ, ​ເພື່ອ​ໃຫ້​ແມ່ຍິງ​ສາມາດ​ເສີມ​ຂະຫຍາຍ​ສິດທິ ​ແລະ ຄວາມ​ສາມາດ​ໃນ​ການ​ເປັນ​ພົນລະ​ເມືອງ​ຂອງ​ຕົນ​ໃນ​ສັງຄົມ.

ການປົດປ່ອຍແມ່ຍິງທາງດ້ານເສດຖະກິດ ເປັນ​ເງື່ອນ​ໄຂ​ທີ່​ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດຂາດ ໃນການບັນລຸຄວາມສະເໝີພາບລະຫວ່າງຍິງຊາຍ. ປະທານ ໂຮ່ຈີມິນ ຕີ​ລາຄາແມ່ຍິງເປັນຄືກຳລັງແຮງງານທີ່ສຳຄັນ, ດ້ວຍ​ເຫດ​ນັ້ນ, ຈຸດສຸມຂອງການປົດ​ປ່ອຍ​ແມ່ຍິງທາງດ້ານເສດຖະກິດ ແມ່ນຕ້ອງປົດປ່ອຍກຳລັງແຮງງານຂອງແມ່ຍິງ, ສ້າງ​ເງື່ອນ​ໄຂໃຫ້ແມ່ຍິງສາມາດເຂົ້າຮ່ວມ ໃນທຸກຂົງເຂດທາງດ້ານເສດຖະກິດ ດ້ວຍຄວາມສະ​ເໝີ​ພາບ​ເທົ່າ​ທຽມກັບເພດຊາຍ, ອັນ​ນັ້ນກໍ​​ເປັນການປົດປ່ອຍກຳລັງແຮງງານທາງສັງຄົມ. ການປົດປ່ອຍແມ່ຍິງທາງດ້ານເສດຖະກິດ ບໍ່ພຽງແຕ່ສ້າງບັນດາກາລະໂອກາດ ​ໃຫ້​ແມ່ຍິງ​ໄດ້​ເສີມ​ຂະຫຍາຍຄວາມສາມາດ ແລະ ສະຕິປັນຍາຂອງຕົນເອງເທົ່ານັ້ນ ​ແຕ່​ຍັງ​ເປັນ​ການ​ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງພື້ນຖານເສດຖະກິດແຫ່ງຊາດ ​ໃນ​ພາລະກິດການສ້າງສັງຄົມນິຍົມທີ່ມີ​ຄວາ​ມຕ້ອງການດ້ານຊັບພະຍາກ​ອນມະນຸດ​ທີ່​ນັບ​ມື້​ນັບ​ຫຼາຍ. ເພິ່ນໄດ້ບອກເຕືອນໃຫ້ຜູ້ນໍາ​ຂອງບັນດາ​ໜ່ວຍ​ງານຕ່າງໆ ຮັບ​ຮູ້​ເຖິງສິດສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ໃນ​ດ້ານ​ແຮງ​ງານ, ການ​ຜະລິດ​ຕ້ອງ​ເອົາ​ໃຈ​ໃສ່​​ເຖິງ​ການ​ແບ່ງ​ໜ້າທີ່​ວຽກງານ​ໃຫ້​ມີ​ຄວາມເໝາະ​ສົມ ​ກັບ​ກຳລັງ​ແຮງ​ງານ​ຂອງ​ແມ່ຍິງ, ຕ້ອງ​ເບິ່ງ​ແຍງສະພາບ​​ເງື່ອນ​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ແມ່ຍິງ ​ແລະ ລູກ​ຫຼານ​ຂອງ​ເຂົາ​ເຈົ້າ ​ເພື່ອ​ໃຫ້​ເຂົາ​ເຈົ້າມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ໃນ​ການ​ຜະລິດ.

ປະທານ ​ໂຮ່ຈີ​ມິນ ຕີ​ລາຄາ​ສູງຕໍ່​ກຳລັງ​ທາງ​ດ້ານ​ການ​ເມືອງ​ຂອງ​ແມ່ຍິງ ​ແລະ ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສຸດ​ຂີດ​ໃນ​ການ​ຕໍ່ສູ້ປົດ​ປ່ອຍ​ແມ່ຍິງ​ທາງ​ດ້ານ​ການ​ເມືອງ. ການ​ປົດ​ປ່ອຍ​ແມ່ຍິງ​ທາງ​ດ້ານ​ການ​ເມືອງ, ຕາມ​ທັດສະນະ​ຂອງ​ເພິ່ນ​ແລ້ວ, ຕ້ອງ​ເລີ່​ມຕົ້ນ​ຈາກ​ການ​ປະກອບຄວາມ​ຮູ້​ທາງ​ດ້ານ​ທິດ​ສະ​ດີໃຫ້​ເຂົາ​ເຈົ້າ, ຈັດ​ຕັ້ງ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຕື່ນ​ຕົວ​ຕັ້ງໜ້າ​ເຂົ້າ​ຮ່ວມຕໍ່ສູ້​ ເພື່ອ​ປົດ​ປ່ອຍ​​​ໃຫ້​ແກ່ຕົນ​ເອງ. ​ແມ່ຍິງ​ໄດ້​ຮັບ​ການ​ປົດ​ປ່ອຍ​ທາງ​ດ້ານ​ການ​ເມືອງ ​ສະ​ແດງ​ອອກ​ຕົວ​ຈິງ​​ຢູ່ໃນ​​ສິດ​ເຂົ້າ​ຮ່ວມບັນດາ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ເມືອງ, ການ​ເຂົ້າ​ຮ່ວມ​​ໃນບັນດາ​ອົງການ​ຈັດ​ຕັ້ງ​ທາງ​ການ​ເມືອງ, ກາຍ​ເປັນ​ພະນັກງານ​ນຳພາ, ຄຸ້ມ​ຄອງ ບົນ​ພື້ນຖານ​ຄວາມ​ສະ​ເໝີ​ພາບເທົ່າ​ທຽມ​​ກັບ​ເພດ​ຊາຍ. ຕະຫຼອດ​ໄລຍະ​​ຂະບວນວິວັດ​ນຳພາການ​ປະຕິວັດ, ​ເວລາ​ໃດປະທານ ​ໂຮ່ຈີ​ມິນ ກໍເອົາ​ໃຈ​ໃສ່​​ໂຄສະນາເຜີຍ​ແຜ່, ປຸກ​ສະຕິ​ຕື່ນ​ຕົວ​ຂອງ​ແມ່ຍິງ, ນຳພາ​ແມ່ຍິງ​ເຂົ້າ​ຮ່ວມໃນ​ວຽກ​ງານການ​ປະຕິວັດ​ຢ່າງຕັ້ງໜ້າ, ​ເອົາ​ໃຈ​ໃສ່​​ຕໍ່​ການເຊີດ​ຊູຄວາມ​ເປັນແບບຢ່າງ​​ຂອງແມ່ຍິງ ແລະ ບັນດາຂະ​ບວນການ​ເຄື່ອນ​ໄຫວຕ່າງໆ ​ຂອງ​ແມ່ຍິງ. ຈາກ​ບັນດາ​ແມ່ຍິງຮຸ່ນ​ທຳ​ອິດ​ທີ່​ເຂົ້າ​ຮ່ວມ​ໃນສະມາຄົມ​ຊາວ​ໜຸ່ມ​ປະຕິວັດ​ຫວຽດນາມ ​ເຊິ່ງ​ເພິ່ນ​ເປັນ​ຜູ້​ສ້າງ​ຕັ້ງຂຶ້ນ ​ໄປ​ຈົນ​ເຖິງ​ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ແມ່ຍິງ​ທີ່​ກໍາ​ເນີ​ດ​ຂຶ້ນ​ໃນ​ໄລຍະ​ຂອງ​ຂະ​ບວນການ​ຕໍ່ສູ້ເພື່ອ​ຍາດ​ເອົາ​ອຳນາດການ​ປົກຄອງ​ ​ແລ້ວຕໍ່​ຈາກ​ນັ້ນ ກໍ​​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດທີ່​ແມ່ຍິງ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ປ່ອນ​ບັດເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ໃນ​ທົ່ວ​ປະ​ເທດ, ມີ​ຕົວ​ແທນ​​​ໃຫ້​ເພດຍິງ​ຂອງຕົນ​ ຢູ່​ໃນ​ອົງການທີ່​ມີ​ອຳນາດ​ສູງ​ສຸດ​ຂອງ​ປະ​ເທດ, ​​ແມ່ນ​ໝາກຜົນ​ທີ່​ມີ​ຊີວິດ​ຊີ​ວາ​ຂອງ​ຂະ​ບວນການ​ຮັບ​ຮູ້ ​ແລະ ຈັດ​ຕັ້ງ​ປະຕິບັດ​ແນວ​ຄິດ​ປົດ​ປ່ອຍ​ແມ່ຍິງ​ທາງ​ດ້ານ​ການ​ເມືອງ​ຂອງ​ປະທານ ​ໂຮ່ຈີ​ມິນ.

ກຳມະການສູນກາງພັກ, ປະທານສະຫະພັນແມ່ຍິງຫວຽດນາມ ຮ່າທິງາ ຢ້ຽມຢາມຖາມຂ່າວ ແລະ ປຸກລະດົມໃຫ້ກຳລັງໃຈບັນດາພະນັກງານຍິງ, ນັກຮົບໂຮງໝໍພາກສະໜາມ ຊັ້ນ 2 ເລກ 3 ກ່ອນຈະເດີນທາງໄປປະຕິບັດໜ້າທີ່ຜູ້ຕ່າງໜ້າປະຈຳສະຫະປະຊາຊາດຢູ່ເບັນຕິວ (Bentiu), ພາກໃຕ້ປະເທດຊູດານ _ຮູບພາບ: TTXVN

ເພື່ອ​ເຮັດ​ໃຫ້​ເພດ​ຍິງສາມາດບືນ​ຕົວກ້າວຂຶ້ນ​ເປັນ​ເຈົ້າການ​ທາງ​ດ້ານ​ການ​ເມືອງ​ຢ່າງໜັກ​ແໜ້ນ, ປະທານ ​ໂຮ່ຈີ​ມິນ ​ເວລາ​ໃດ​ກໍ​​ໄດ້ປຸກ​ສະດົມ​ ​ແລ​ະ ສ້າງ​ທຸກ​ເງື່ອນ​ໄຂໃຫ້​ແມ່ຍິງ​ມີ​ຄວາມ​ຫ້າວຫັນ​ກະຕືລື​ລົ້ນ​ໃນ​ການ​ສຶກສາ​ຮໍ່າຮຽນ ​ແລະ ການ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ. ​ເມື່ອ​ປຸກ​ລະດົມ​ການ​ເຄື່ອນ​ໄຫວ​ຂະ​ບວນການ​ດັບ​ສູນ ​“ໄພ​ໂງ່​ຈ້າ”, ​ເພິ່ນ​ໄດ້​ຍົກ​ໃຫ້​ເຫັນ: ພາຍ​ໃຕ້​ລະບອບ​ເກົ່າ, ​ແມ່ຍິງ​ຖືກ​ຈຳກັດຮັດ​ແຄບ, ດັ່ງ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຕ້ອງ​​ໄດ້ໄປ​​ໂຮງຮຽນຫຼາຍ​ຂຶ້ນ ​ແລະ ນັ້ນກໍ​ເປັນ​ໂອກາດ​ເພື່ອ​ໃຫ້​ເພດ​ຍິງ​ເທົ່າ​ທຽມ​ກັບ​ເພດ​ຊາຍ. ​ເພິ່ນ​ຍັງ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສຸດ​ຂີດ​ເຖິງ​ວຽກ​ງານ​ຂອງ​ພະນັກງານ​ຍິງ, ຕຳ​ນິຕິ​ຕຽນ​ຢ່າ​ງ​ເຄັ່ງ​ຄັດ​ຕໍ່​ບັນດາ​ທ່າ​ທີ​ທີ່​ມີ​ອະຄະຕິ, ​ແນວ​ຄິດຄັບແຄບ​ຂອງ​ພະນັກງານ​ນຳພາ​​ຕໍ່ກັບ​ການກໍ່ສ້າງ, ​ບຳລຸງ ແລະ ການ​ນຳ​ໃຊ້​ພະນັກງານ​ຍິງ.

ການ​ປົດ​ປ່ອຍ​ແມ່ຍິງ​ໃນ​ທຸກດ້ານ, ນັບ​ແຕ່​​ໃນຄອບຄົວ​ຈົນ​ເຖິງ​ສັງຄົມ, ທັງ​ໃນ​ດ້ານ​ເສດຖະກິດ, ການ​ເມືອງ ​ແລະ ວັດທະນະທຳ​ - ​ແນວ​ຄິດ ໄດ້​ສະ​ແດງ​ອອກ​ເຖິງ​ລັກສະນະ​ຮອບດ້ານ ​ແລະ ​ເຖິງ​ຖອງ​ໃນ​ແນ​ວຄິດຂອງ​ ໂຮ່ຈີ​ມິນ ກ່ຽວ​ກັບ​ການ​ປົດ​ປ່ອຍ​ແມ່ຍິງ, ຮັບປະກັນ​ໃຫ້​ແມ່ຍິງ​ມີ​ສິດທິ​ເທົ່າ​ທຽ​ມຢ່າງ​​ແທ້ຈິງ​ ​ແລະ ໝັ້ນ​ແກ່ນ, ພ້ອມ​ກັນ​ນັ້ນ ​ກໍ​ເສີມ​ຂະຫຍາຍບົດບາດ​ຂອງ​ແມ່ຍິງຢ່າງ​ສູງ​ສຸດຢູ່​ໃນ​ທຸກ​ດ້ານ​ຂອງ​ຊີວິດ​ສັງຄົມ.

ການ​ປົດ​ປ່ອຍ​ແມ່​ຍິງ​ ແມ່ນ​ການ​ປະຕິວັດ​ທີ່ຍືດ​ເຍື້ອຍາວ​ນານ “ຂ້ອນ​ຂ້າງ​ໃຫຍ່​ຫຼວງ ​ແລະ ຫຍຸ້ງຍາກລໍາບາກ”. ປະ​ທານ ​ໂຮ່ຈີ​ມິນ ​ໄດ້​ອະທິບາຍ​ວ່າ: ຍ້ອນ​ຄວາມ​ອະຄະຕິ​ທາງ​ເພດ ໄດ້ “ຝັງ​ເລິກ​ຢູ່​ໃນ​ຫົວສະໝອງ​ຂອງ​ທຸກ​ຄົນ, ທຸກ​ຄອບຄົວ, ທຸກ​ຊັ້ນ​ຄົນ​ໃນ​ສັງຄົມ”(5), ຍ້ອນ​ແນວ​ນັ້ນ ​ເປົ້າ​ໝາຍ​ຂອງ​ການ​ປະຕິວັດ​ປົດ​ປ່ອຍ​ແມ່ຍິງ​ ບໍ່​ພຽງ​ແຕ່​ເປັນ​ສັດຕູ​ຂອງຊາດ​ແລະຊົນ​ຊັ້ນ​ເທົ່າ​ນັ້ນ, ​ຫາກ​​ຍັງເລິກ​ເຊິ່ງກວ່າ​ນັ້ນອີກ​ຄື ມັນ​ໄດ້​ຄົງ​ຕົວ​ຢູ່​ໃນທຸກ​ຄົນ​ທັງໝົດ​, ນັບ​ທັງ​ພະນັກງານປະຕິວັດ​ຈຳນວນ​ຫຼາຍທີ່​ເຄີຍ​ໄດ້​ເອົາ​ຊະນະ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ ​ແລະ ນັບ​ທັງ​ຢູ່​ໃນ​ພາກ​ສ່ວນ​ແມ່ຍິງ​ເອງ. ທີ່​ກອງ​ປະຊຸມ​ພະນັກງານ​ສົນທະນາຮ່າງ​ກົດໝາຍວ່າ​ດ້ວຍ​ການ​ສົມລົດ ​ແລະ ຄອບຄົວ (​ເດືອນ​ຕຸລາ 1959), ​ເພິ່ນ​​ໃຫ້ເອົາ​ໃຈ​ໃສ່​ວ່າ ການ​ປະຕິບັດ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ, ສະ​ນັ້ນ “ຍັງ​ຕ້ອງ​ໄດ້​ໂຄສະນາ​ອົບຮົມຢ່າງ​ຍາວ​ນານ ຈຶ່ງ​ຈະ​ປະຕິບັດ​ໄດ້​ດີ(6). ການ​ຕໍ່ສູ້​ປົດ​ປ່ອຍ​ແມ່ຍິງ​ ບໍ່​ຢຸດ​ຢູ່​ພຽງ​ແຕ່​ໃນ​ໂຄງການ​ການ​ເມືອງ​, ​ແນວທາງ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຜ່ານການຈັດ​ຕັ້ງ​ປະຕິບັດຢ່າງຄ່ອງ​ແຄ້ວ​ ​ແລະ ມີ​​ສິລະ​ປະ​ໃນ​ການ​ນຳພາ​ນຳ​ອີກ,... ນີ້​ແມ່ນ​ການ​ປະຕິວັດ​ແນວ​ຄິດ​ທີ່​ດຸ​ເດືອດ, ​ຫຍຸ້ງຍາກ​ສັບສົນ​ ​ແລະ ຍືດ​ເຍື້ອຍາວ​ນານ, “ກຳລັງ​ອາວຸດ​ຂອງ​ການ​ປະຕິວັດ​ດັ່ງກ່າວ​ນີ້​ ແມ່ນ​ຄວາມ​ກ້າວໜ້າ​ທາງ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະ ກົດໝາຍ. ຕ້ອງ​ເຮັດ​ການ​ປະຕິວັດ​ໃນ​ແຕ່ລະຄົນ, ​ແຕ່​ລະ​ຄອບຄົວ ຕະຫຼອດ​ຮອດ​ທົ່ວ​ປວງ​ຊົນ”(7). ​ເພິ່ນ​​ໄດ້ເອົາ​ໃຈ​ໃສ່​ໃນ​ການ​ປະ​ຕິ​ບັດ​ລະບົບ​ບັນດາ​ມາດຕະ​ການ, ວິທີ​ການ: ​ໂດຍ​ຜ່ານ​ກົດໝາຍ, ການ​ສຶກສາ​ອົບຮົມ, ການ​ຕໍ່ສູ້​ທາງ​ດ້ານ​ແນວ​ຄິດ, ​ໂດຍ​ຜ່ານ​ອົງການ​ຈັດ​ຕັ້ງ​ຂອງ​ແມ່ຍິງ, ​ໂດຍ​ຜ່ານ​ທັງ​ໝົດ​ລະບົບ​ການ​ເມືອງ​ໃນ​ພາລະກິດ​ປົດ​ປ່ອຍ​ແມ່ຍິງ.

ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ພາລະກິດ​ປົດ​ປ່ອຍ​ແມ່ຍິງ, ຕ້ອງ​ປະສານ​ສົມທົບ​ຢ່າງ​ເປັນ​ລະບົບ​ຄົບ​ຊຸດ​ບັນດາ​ມາດຕະ​ການ, ບັນດາ​ປັດ​ໄຈ​ພາຍ​ໃນ ​ແລະ ພາຍ​ນອກ, ​ໃນ​ນັ້ນ​ ປັດ​ໄຈ​ພາຍ​ໃນ​ເປັນ​ສິ່ງ​ຕັດສິນ ເຊັ່ນ​ວ່າ “ກະ​ໂຕ​ແມ່ຍິງ​ເອງ​ຕ້ອງ​ເປັນ​ຜູ້​ບືນ​ຕົວ​ຂຶ້ນ”. ປັດ​ໄຈ​ພາຍ​ນອກ​ແມ່ນ​ສະພາບ​ແວດ​ລ້ອມ​ທາງ​ສັງຄົມ, ​ແມ່ນ​ທັດສະນະ ​ແລະ ​ແນວທາງ​ຂອງ​ພັກ ​ແລະ ນະ​ໂຍບາຍ​ຂອງ​ລັດ, ​ແມ່ນ​ການ​ເອົາ​ໃຈ​ໃສ່​ໃນ​ການ​ມີ​ສ່ວນ​ຮ່ວມ​ຂອງ​​ລະບົບ​ການ​ເມືອງທັງ​ໝົດ. ປັດ​ໄຈ​ພາຍ​ໃນ​ຕົ້ນຕໍ​ແລ້ວ​ແມ່ນກຳລັງ​ແຮງ​ພາຍ​ໃນ ​ແລະ ສະຕິປັນຍາ​ທີ່​ຈະ​ບືນ​ຕົວ​ຂຶ້ນ​ຂອງກະ​ໂຕ​ແມ່ຍິງ​ເອງ. ​ແມ່ຍິງ​ຫວຽດນາມ ​ເວລາ​ໃດ​ກໍ​​ມີ​ສິດ ​ແລະ ສົມ​ກັບຄວາມພາກພູມ​ໃຈ​ໃນ​ບົດບາດ​ອັນ​ຍິ່ງ​ໃຫຍ່ ​ແລະ ບັນດາ​ການ​ປະກອບສ່ວນ​ອັນສຳຄັນ​ຂອງ​ຕົນ​ເອງ, ​ເໝືອນ​ດັ່ງ ແປດ​ຕົວ​ອັກ​ສອນ​ຄຳ​ທີ່​ປະທານ ​ໂຮ່ຈີ​ມິນ ​ໄດ້​ມອບ​ໃຫ້: “ອົງອາດ​ກ້າຫານ, ບໍ່​ຍອມ​ຈຳນົນ, ຊື່ສັດ​ບໍລິສຸດ, ​ເກັ່ງ​ວຽກ​ເຮືອນ​ວຽກ​ຄົວ”. ຈາກ​ຈິດ​ໃຈ​ຄື​ແນວ​ນັ້ນ, ປະທານ ​ໂຮ່ຈີ​ມິນ​ ​ເວລາ​​ໃດ​ກໍ​ປຸກລະດົມ​ ໃຫ້ແມ່ຍິງສາມາດ​ເອົາ​ຊະນະ​ແນວ​ຄິດຕີ​ຕໍ່າ​ຕົນ​ເອງ, ຊ່ວຍ​ໃຫ້​ແມ່ຍິງຫຼຸດ​ພົ້ນ​ອອກ​ຈາກ​ແນວ​ຄິດທີ່ພໍ​ໃຈ​ນຳ​​ແຕ່ໂຊກ​ຊາຕາ​ຂອງ​ຕົນ​ກັບ​ຊີວິດ​ຄອບຄົວ, ດ້ວຍ “ຄວາມສຸກ​ທີ່​ຄັບ​ແຄບ”, ປຸກລະດົມ​ພວກ​ເຂົາ​ເຈົ້າ​ນຳ​ເອົາ​ບັນດາ​ຄວາມ​​ສາມາດ​ຂອງ​ຕົນ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ໃຫ້​ແກ່​ບັນດາ​ວຽກ​ງານ​ທາງ​ສັງຄົມ. ​ແມ່ຍິງ​ຕ້ອງ​ມີມານະ​ສູ້​ຊົນ, ສຶກສາ​ຮໍ່າຮຽນ, ​ເຊື່ອ​ໝັ້ນ​ຕົນ​ເອງ, ປົດ​ປ່ອຍ​ຕົນ​ເອງ​ທາງ​ດ້ານ​ອາລົມ, ຈິ​ດ​ໃຈ, ສະຕິ​ປັນຍາ ແລະ ການ​ກະທຳ. “ຕ້ອງການ​ເຮັດ​ຫຼ້ອນ​ໜ້າ​ທີ່​ອັນ​ສະຫງ່າ​ງາມ​ນັ້ນ, ​ແມ່ຍິງ​ພວກ​ເຮົາ​ຕ້ອງ​ລົບ​ລ້າງ​ແນວ​ຄິດ​ຈິດ​ໃຈ​ຕີ​ຕໍ່າຕົນ​ເອງ ແລະ ​ແນວ​ຄິດ​ເອື່ອຍ​ອີງ; ຕ້ອງ​ມີ​ຄວາມ​ຕັ້ງ​ໝັ້ນ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ກໍ່ຮ່າງ​ສ້າງ​ຕົວ​ດ້ວຍ​ຕົນ​ເອງ, ຕ້ອງ​ຍົກ​ສູງທາງ​ດ້ານ​ລະດັບ​ການ​ເມືອງ, ວັດທະນະທຳ ​ແລະ ເຕັກນິກຢ່າງ​ບໍ່​ຢຸດ​ຢັ້ງ”(8). ​ເພິ່ນ​ໄດ້​ປຸກ​ຕື່ນ​ລັກສະນະ​ເຄົາລົບ​ນັບຖື​ຕົນ​ເອງ ​ແລະ ຄວາມ​​ສາມາດ​ໃນ​ມານະ​ພະຍາຍາມບືນຕົວຂຶ້ນຂອງ​ແມ່ຍິງ, ປຸກລະດົມ​ໃຫ້​​ແມ່ຍິງຕໍ່ສູ້​ກັບ​ໂຕ​ເອງ​ເພື່ອ​ບືນ​ຕົວ​ຂຶ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ປິ່ນປົວ​ພະຍາດ​ອະຄະຕິ​ຂອງ​ຄົນ​ອື່ນ. “ກ່ຽວ​ກັບພາກສ່ວນ​ຕົນ​ເອງ, ​ເອື້ອຍ​ນ້ອງ​ແມ່ຍິງ​ບໍ່​ຄວນ​ນັ່ງ​ລໍຖ້າ​ແຕ່​ລັດຖະບານ, ລໍຖ້າ​ແຕ່​ພັກ​ອອກ​ຄຳ​ສັ່ງ​ປົດ​ປ່ອຍ​ໃຫ້​ແກ່​ຕົນ​ເອງ ຫາກ​ຕ້ອງ​ມີ​ຄວາມ​ຕັ້ງ​ໝັ້ນ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ​ແລະ ຕ້ອງ​ຕໍ່ສູ້”(9). ​ເພິ່ນ​ຍາມ​ໃດ​ກໍ​​ໄດ້ລະດົມ​ສົ່ງ​ເສີມ ​ແລະ ປຸກ ລະດົມ​ໃຫ້​ແມ່ຍິງ​ຕ້ອງ​ເຮັດ​ແນວ​ໃດ ​ເພື່ອ​ໃຫ້​ທຸກ​ຄົນລ້ວນ​ແຕ່​ເຫັນ​ໄດ້​​ເຖິງຄວາມ​ສາມາດ ​ແລະ ການ​ປະກອບສ່ວນ​ຂອງ​ແມ່ຍິງ, ​ເວລາ​ນັ້ນ​​ແມ່ຍິງຈະ​​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ​ແລະ ສະ​ເໜີ​ຊື່​ເຂົ້າ​ສະໝັກ​ຮັບ​ເລືອກ​ຕັ້ງ ​ເຂົ້າ​ໃນ​ບັນດາ​ຕຳ​ແໜ່​ງທີ່​ສົມຄູ່​.

ສືບ​ຕໍ່​ໜູນ​ໃຊ້​ແນວ​ຄິດ​ ໂຮ່ຈີ​ມິນ​ ເພື່ອ​​ເສີມ​ຂະຫຍາຍ​ບົດບາດ
​ແລະ ຖານະຂອງ​ແມ່ຍິງ​​ໃນ​ການ​ປະຕິວັດ​ໄລຍະ​​ປັດຈຸ​ບັນ

​ແນວ​ຄິດ ​ໂຮ່ຈີ​ມິນ ​ກ່ຽວ​ກັບການ​ປົດ​ປ່ອຍ​ແມ່ຍິງ​ ແມ່ນ​ລະບົບ​ບັນດາ​ເນື້ອ​ໃນ​ທີ່​ສະ​ແດງເຖິງ​ວິ​ໄສ​ທັດທາ​ງດ້ານ​ການ​ເມືອງ, ວິ​ໄສ​ທັດທາ​ງດ້ານ​ປັດ​ຊະ​ຍາມະ​ນຸດ​ສາດ ​ແລະ​ເປັນ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງຂອງ​ເພິ່ນ ​ຕໍ່​ກັບ​ການ​ພັດທະນາ​ແມ່ຍິງ​ຫວຽດນາມ. ​ໝູນ​ໃຊ້​ແນວ​ຄິດ ​ໂຮ່ຈີ​ມິນ​ ໃນ​ການ​ປົດປ່ອຍ​ແມ່ຍິງ​ໃນ​ສະພາບ​ກາປັດຈຸ​ບັນ​ນີ້ ​ເປັນ​ບັນຫາ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທັງ​ໃນ​ດ້ານ​ທິດ​ສະ​ດີ ​ແລະ ພຶດ​ຕິ​ກຳ, ​ມີທີ່​ຕັ້ງ​ສໍາຄັນ​ພິ​ເສດ ​​ເຊິ່ງແນ​ໃສ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​​ ​ເພື່ອປະຕິບັດສໍາ​ເລັດ​​ພາລະກິດຍູ້​ແຮງຢ່າງ​ຮອບດ້ານ, ​ເປັນ​ລະບົບ​ຄົບ​ຊຸດ​ ຕໍ່​ພາລະກິດ​ປ່ຽນ​ແປງ​ໃໝ່, ການ​ເຊື່ອມ​ໂຍງ ​ແລະ ການ​ພັດທະນາ​ປະ​ເທດ​.

​ໂດຍເຊື່ອມ​ຊຶມ​ແນວ​ຄິດ ​ໂຮ່ຈີ​ມິນ, ​ໃນ​ຕະຫຼອດ​ໄລຍະ​ຂອງ​ຂະ​ບວນວິວັດ​ນຳພາ​ການ​ປະ​ຕິ​ວັດ, ພັກ​ກອມ​ມູນິດ​ຫວຽດນາມ ​ເວລາ​ໃດ​ກໍ​ໄດ້​ກຳນົດບົດບາດ ​ແລະ ທີ່​ຕັ້ງ​ຂອງ​ແມ່ຍິງ​ຢ່າງ​ຖືກຕ້ອງ; ຖື​ສຳຄັນວຽກ​ງານປຸກລະດົມ​ໃຫ້​ກຳລັງ​ໃຈ​ແມ່ຍິງ, ພາລະກິດ​ປົດ​ປ່ອຍ​ແມ່ຍິງ; ​ເອົາ​ໃຈ​ໃສ່​ກໍ່ສ້າງ, ບຳລຸງ ​ແລະ ເສີມ​ຂະຫຍາຍ​ບົດບາດ​ຂອງ​ແມ່ຍິງ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ.

ພາຍຫຼັງທີ່​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້ກຳ​ເນີ​ດ​ເກີດ​ຂຶ້ນ, ​ເພື່ອ​ເຕົ້າ​ໂຮມ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງແມ່ຍິງ​ຫວຽດນາມທຸກ​ຊັ້ນ​ຄົນ, ພັກ​ໄດ້​ຊີ້​ນຳ​ສ້າງ​ຕັ້ງ​ບັນດາ​ອົງການ​ຈັດ​ຕັ້ງ​ແມ່ຍິງຂຶ້ນ ​ເຊັ່ນ: ສະຫະພັນ​ແມ່ຍິງອິນດູຈີນ​ຕໍ່ຕ້ານ​ຈັກກະພັດ​ (ປີ 1930), ສະຫະພັນ​ແມ່ຍິງ​ປະຊາທິປະ​ໄຕ (ປີ 1936), ຄະນະ​ແມ່ຍິງ​ກູ້​ຊາດ (​ໄລຍະ 1941-1945) ​ແລະ ສະ​ຫະພັນ​ແມ່ຍິງ​ຫວຽດນາມ (ວັນ​ທີ 20 ຕຸລາ 1946) ​ແນ​ໃສ່​ກໍ່ສ້າງ​ແກ່ນສານ​ຄວາມ​ສາມັກຄີ, ​ຈັດ​ຕັ້ງ​ແມ່ຍິງ​​ເຂົ້າໃນ​ບັນດາ​ຂະ​ບວນການ​ເຄື່ອນ​ໄຫວ​ປະຕິວັດ, ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່ ​ແລະ ​ສູ້​ຊົນ​ປະຕິບັດ​ຄວາມ​ສະ​ເໝີ​ພາບທາງ​ເພດ, ​​ເພື່ອພາລະກິດ​ປົດ​ປ່ອຍ​ແມ່ຍິງ. ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ສະຫະພັນ​ແມ່ຍິງ​ຫວຽດນາມ​ ໄດ້​​ເຕີບ​ໃຫຍ່​​​ເຂັ້ມ​ແຂງຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮັດ​ໜ້າ​ທີ່​ເຕົ້າ​ໂຮມ​ແມ່ຍິງຫວຽດນາມ ​ເປັນຈໍານວນຫຼວງ​ຫຼາຍ​ໃນທຸກ​ຊັ້ນ​ຄົນ​ໄດ້​ເປັນ​ຢ່າງ​ດີ, ປົກ​ປ້ອງ​ສິດ ຜົນ​ປະ​ໂຫຍດອັນ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳຂອງ​ແມ່ຍິງ; ​ສູ້​ຊົນ​ເພື່ອ​ການພັດທະນາ​ຂອງແມ່ຍິງ ​ແລະ ຄວາມ​ສະ​ເໝີ​ພາບ​ທາງ​ເພດ; ກາຍເປັນ​ຂົວ​ຕໍ່​ທີ່​ໝັ້ນ​ແກ່ນ​ລະຫວ່າງ​ພັກ​ກັບ​​ແມ່ຍິງ​ທຸກ​ຊັ້ນ​ຄົນ; ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ເຄື່ອນ​ໄຫວ ​ແນ​ໃສ່​ຍົກ​ສູງ​ບົດບາດ, ຖານະ​ຂອງ​ແມ່ຍິງ​ຫວຽດນາມ ​ໃນ​ລະບົບ​ການ​ເມືອງ, ໃນ​ທຸກ​ດ້ານ​ຂອງ​ຊິວິດ​ສັງຄົມ ​ແລະ ​ໃນ​ເວທີ​ສາກົນ.

ປະຕິບັດ​​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ​ແລະ ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ, ວຽກ​ງານ​ສະຫະພັນ​ແມ່ຍິງ, ຂະ​ບວນການ​​ແມ່ຍິງ ​ແລະ ບົດບາດ​ຍິງ​-ຊາຍ ​ສາມາດ​ບັນລຸ​​ໄດ້​ຜົນສຳ​ເລັດ​ທີ່​ໃຫຍ່ຫຼວງ. ​ແມ່ຍິງ​ຫວຽດນາມ​​ມີ​ບາດກ້າວ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ແລະ ພັດທະນາ​ຢ່າງ​ເຂັ້ມ​ແຂງ, ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ - ສັງຄົມ, ວິທະຍາສາດ -​ ເຕັກ​ໂນ​ໂລ​ຊີ, ການ​ກໍ່ສ້າງ​ພັກ, ອຳນາດ​ປົກຄອງ ​ແລະ ​ເຊື່ອມ​ໂຍງ​ສາກົນ. ​ແມ່ຍິງ​ບັນດາ​ຊົນ​​ເຜົ່າ, ເຊື່ອຖື​ສາສະໜາ, ກຳມະກອນ, ຊາວ​ກະສິກອນ, ປັນຍາ​ຊົນ, ນັກທຸລະກິດ, ​​ໃນ​ຖານະ​ຕຳ​ແໜ່​ງຂອງ​ຜູ້ນຳ​ພາ, ​ຄຸ້ມ​ຄອງ ຫຼື ຊາວ​ຜູ້​ອອກ​ແຮງ​ງານ... ​ໄດ້​ມີ​ຄວາມ​ສາມັກຄີ, ​ແຂ່ງຂັນ​ເສີມ​ຂະຫຍາຍກຳລັງ​ແຮງ​ພາຍ​ໃນ, ​ເຂົ້າ​ຮ່ວມ​ໃນ​ການ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ.

ຖືສຳຄັນການກໍ່ສ້າງຖັນແຖວປັນຍາຊົນຍິງ, ນັກທຸລະກິດຍິງ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ _ຮູບ: TTXVN

ໃນພາລະກິດການ​ປະຕິວັດ​ທີ່​ສະຫງ່າ​ງາມ​ໃນ​ການ​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ປົດ​ປ່ອຍປະ​ເທດ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​​ສັງຄົມນິຍົມຫວຽດນາມ​ ​​ໄດ້​ມີ​ການ​ປະກອບສ່ວນ​ອັນ​ສຳຄັນ ​ແລະການສູ້​ຊົນ​ເສຍສະຫຼະ​ຂອງ​ແມ່ຍິງ​ຫວຽດນາມ. ພາລະກິດ​ປ່ຽນ​ແປງ​ໃໝ່ສາມາດ​ບັນລຸ​ໄດ້ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ​ທີ່​ຍິ່ງ​ໃຫຍ່: ​ເຊິ່ງປະ​ເທດ​ຊາດຍັງ​ບໍ່​ເຄີຍ​ມີ​ພາລະກິດ​ທີ່​ຍິ່ງ​ໃຫຍ່, ກຳລັງ​ແຮງ​ບົ່ມ​ຊ້ອນ, ຖານະ​ບົດບາດ ​ແລະ ຄວາ​ມ​ເຊື່ອ​ໝັ້ນ​ເທິງ​ເວທີ​ສາກົນ​ຄື​ໃນ​ປະຈຸ​ບັນນີ້ ກໍ​ມີ​ບົດບາດ​ສຳຄັນ​ຂອງ​ແມ່ຍິງ​ຫວຽດນາມ. ​ແມ່ຍິງ​ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳລັງຄວາມ​ສາມາດ, ບົດບາດ ​ແລະ ຖານະ​ຂອງ​ຕົນ​ໃນ​ຄອບຄົວ ​ແລະ ສັງຄົມ​ຢ່າງ​ຈະແຈ້ງ​ຫຼາຍ​ກວ່​າ​ເກົ່າ; ​ໃນ​ທຸກ​ແງ່​ມຸມ​ທັງ​ທາງ​ດ້ານ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ, ການປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະຫງົບ ແລະ ການ​ຕ່າງປະ​ເທດ.

​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​, ຖານະ​ຂອງ​ແມ່ຍິງ​ຫວຽດນາມ​ ໃນ​ໄລຍະ​ການ​ປະຕິວັດ​ປັດຈຸ​ບັນ, ປະຕິບັດ​ແນວ​ຄິດ​ໂຮ່ຈີ​ມິນ ​ກ່ຽວ​ກັບ​ການ​ປົດ​ປ່ອຍ​ແມ່ຍິງ ຕ້ອງ​​ໄດ້ເອົາ​ໃຈ​ໃສ່​ໃນ​ບາງ​ເນື້ອ​ໃນ​ພື້ນ​ຖານ​ດັ່ງ​ຕໍ່​ໄປ​ນີ້:

ໜຶ່ງ, ​ເຮັດ​ໃຫ້​ແນວທາງ, ​ແຜນ​ນະ​ໂຍບາຍ ​ແລະ ບັນດາ​ນະ​ໂຍບາຍ​​ໃຫຍ່ໆ ​ຂອງ​ພັກ ​ຕໍ່​ກັບ​ແມ່ຍິງ, ຕໍ່​ກັບ​ຂະ​ບວນການ​ແມ່ຍິງ, ຕໍ່​ກັບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​​ຖືກ​ກໍາ​ແໜ້ນ ​ແລະ ລຸ​ໂລ່ງ​ໃນ​ລະບົບ​ການ​​ເມືອງທັງ​ໝົດ,​ ​ຖືກ​ຫັນ​ເປັນອັນ​ລະອຽດ​ໃນ​ກົດໝາຍ ​ແລະ ນະ​ໂຍບາຍ. ລັດ​ຕ້ອງ​ມີ​ນະ​ໂຍບາຍ​ທີ່​ແທດ​ຈິງ​ກວ່າ​ເກົ່າ ​ເພື່ອ​ຮັບປະກັນ​ສິດຜົນປະ​​ໂຫຍ​ດອັນ​ຊອບ​ທຳ​ໃຫ້​ແກ່​ແມ່ຍິງ, ມີ​ມາດຕະການ​​ເພີ່ມ​ທະວີ​ການສ້າງ​ວຽກ​ເຮັດ​ງານ​ທຳ​, ສ້າງ​ໂອກາດ​ຍົກ​ສູງ​ຄວາມ​ຮູ້ ​ແລະ ການ​ເລີ່​ມຕົ້ນ​ໃໝ່, ຫົວຄິດປະດິດ​ສ້າງ​ໃຫ້​ແກ່​ແມ່ຍິງ, ກໍ່ສ້າງ ​ແລະ ບຳລຸງ​ພະນັກງານ​ຍິງ, ສ້າງ​ເງື່ອນ​ໄຂ​ໃຫ້​ແມ່ຍິງ​ ສາມາດ​ສົມທົບ​ໄດ້​ລະຫວ່າງ​ພັນທະ​ພົນລະ​ເມືອງ ​ກັບ​ພາລະ​ບົດບາດ​ທຳ​ມະ​ຊາດ​ຂອງ​ຄວາມ​ເປັນ​ແມ່ ​ແລະ ກໍ່ສ້າງ​ຄອບຄົວ​ຜາ​ສຸກ.

ສອງ, ສືບ​ຕໍ່​ປ່ຽນ​ແປ​ງ​ໃໝ່ ​ແລະ ​ເພີ່ມ​ທະວີ​ວຽກ​ງານ​ປຸກລະດົມ​ແມ່ຍິງ​ໃນ​ສະພາບ​ການ​ໃໝ່. ຄະນະ​ພັກ, ອໍານາດ​ການ​ປົກຄອງ​ແຕ່ລະ​ຂັ້ນ ຕ້ອງ​ເພີ່ມ​ທະວີ​ການ​ນໍາພາ, ຊີ້​ນໍາ​ວຽກ​ງານ​ແມ່ຍິງ​ຢ່າງ​ເປັນ​ປະ​ຈໍາ, ສ້າງ​ເງື່ອນ​ໄຂ​ໃຫ້​ສະຫະພັນ​ແມ່ຍິງປະຕິບັດ​ໄດ້​ດີ​ພາລະ​ບົດບາດ, ໜ້າ​ທີ່​ຂອງ​ຕົນ​. ຕ້ອງສືບ​ຕໍ່​ປ່ຽນແປງ​ໃໝ່​ການຈັດ​ຕັ້ງ ​ແລະ ​ແບບ​ວິທີ​ການ​ເຄື່ອນ​ໄຫວຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ; ຫັນ​ບັນດາ​ຮູບ​ການຈັດ​ຕັ້ງ, ​ເນື້ອ​ໃນ ​ແລະ ​ແບບ​ວິທີ​ການ​ເຄື່ອ​ນ​ໄຫວຂອງ​ສະຫະພັນ​ໃຫ້​ມີຫຼາຍ​ຮູບ​ຫຼາຍ​ສີ ຕາມ​ໄວ​ອາຍຸ, ຂະ​ແໜງ​ການ, ອາຊີບ, ຄວາມ​ຮັກ​ມັກ, ​ເຂດ​ແຂ້ວ​ນ ຕິດພັນ​ກັບ​ສິດຜົນປະໂຫຍ​ດ ​ແລະ ພັນທະ, ​ແນ​ະນໍາ​​ໃຫ້​ເພດ​ຍິງ​ທຸກ​ຊັ້ນ​ຄົນ​ເຄື່ອນ​ໄຫວ​ຕາມ​ຈຸດ​ໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ຍຸຕິ​ທໍາ, ສີວິ​ໄລ. ສະຫະພັນ​ແມ່ຍິງ​ຫວຽດນາມ ຕ້ອງ​ປະສານ​ສົມທົບ​ເປັນ​ປະ​ຈໍາ, ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ປະສິດທິ​ຜົນ ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ. ຈັດ​ຕັ້ງ, ບໍາລຸງ, ​ໂຄສະນາເຜີຍ​ແຜ່, ປຸກລະດົມ​ເພດ​ຍິງ​ທຸກ​ຊັ້ນ​ຄົນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ຂະ​ບວນການ​ເຄື່ອນ​ໄຫວປະຕິວັດ, ​ເບິ່ງ​ແຍ​ງດູ​ແລຊີວິດ​ການ​ເປັນ​ຢູ່, ການ​ແກ້​ໄຂ ​ແລະ ການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນຖືກຕ້ອງ​ຕາມ​​ກົດໝາຍ, ອັນ​ຊອບ​ທໍາ​ຂອງ​ແມ່ຍິງ; ພິ​ເສດ​ແມ່ນ​ ຖື​ສໍາຄັນ​ການ​ຝຶກ​ອົບຮົມ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທໍາ, ການຄົ້ນຄວ້າ ​ແລະ ນໍາ​ໃຊ້​ວິທະຍາ​ສາດ​ - ​ເຕັກນິກ, ພັດທະນາ​ເສດຖະກິດ, ປົວ​​ແປງຊີວິດ​ການ​ເປັນ​ຢູ່, ປົກປ້ອງ​ສຸຂະພາບ​ແມ່ຍິງ ​ແລະ ເດັກນ້ອຍ. ຖື​ສໍາຄັນ​ການ​ກໍ່​ສ້າງ​ຖັນ​ແຖວ​ປັນຍາ​ຊົນຍິງ, ນັກທຸລະກິດ​ຍິງ ຕິດ​ພັນ​ກັບ​ການ​ປະຕິວັດ​ອຸດສາຫະກໍາຄັ້ງ​ທີສີ່ ​ໂດຍ​ຂະ​ບວນການ​ສັບ​ຊ້ອນ​ຄືນໃໝ່​ໂຄງ​ປະກອບ​ເສດຖະກິດ ​ແລະ ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ. ປະກອບ​ບັນດາ​ຄວາມ​ຮູ້ ​ແລະ ຄວາມ​ສາມາດ​ອັນ​ຈໍາ​ເປັນ​ໃຫ້​ແກ່​ແມ່ຍິງໃນ​ການ​ຮັບ​ມື​ກັບ​ໄພ​ພິບັດ, ການ​ປ່ຽນ​ແປງ​ສະພາບ​ດິນຟ້າ​ອາກາດ, ພະຍາດ​ລະບາດ​ຕ່າງ​ໆ... ກໍ່ສ້າງ ​ແລະ ປະຕິບັດ​ຍຸດ​ທະ​ສາດ​ການ​ພັດທະນາ ​ເພື່ອ​ຄວາມກ້າວໜ້າ​ຂອງ​ແມ່ຍິງຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045.

ສາມ, ສືບ​ຕໍ່​ຖື​ສໍາຄັນ​ວຽກ​ງານ​ພະນັກງານຍິງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ໃນສະພາບ​ການ​ໃໝ່. ດ້ວຍ​ເຫດ​ນັ້ນ, ຕ້ອງ​ໄດ້ຍົກ​ສູງ​ຕື່ມ​ອີກ​ອັດຕາ​ສ່ວນ ​ແລະ ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ​ຍິງ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ນໍາພາ, ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດ - ສັງຄົມ, ການ​ຄົ້ນຄວ້າ​ວິທະຍາສາດ; ມີ​ແຜນການ​ສະຫຼຸບ​ສັງ​ລວມ, ​​ການວາງ​ແຜນໃນ​ໄລຍະ​ຍາວ​ຂອງ​ການ​ກໍ່ສ້າງ, ບໍາລຸງ, ນໍາ​ໃຊ້, ​ເສີມຂະຫຍາຍ​ຄວາມ​ອາດ​ສາມາດ​ຂອງ​ພະນັກງານ​ຍິງ; ຖື​ສໍາຄັນ​ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຍິງ​ໃນ​ການ​ປະຕິບັດວຽກ​ງານ​ວິທະຍາສາດ - ​ເຕັກນິກ, ​ເສດຖະກິດ, ກົດໝາຍ, ບໍລິຫານ, ຄຸ້ມ​ຄອງ​ລັດ, ພະນັກງານ​ຍິງທີ່ເປັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຊື່ອຖື​ສາສະໜາ, ພະນັກງານ​ຍິງທີ່ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ; ເອົາ​ໃຈ​ໃສ່​ຂະຫຍາຍ​ສະມາຊິກ​ພັກ​ທີ່​ເປັນ​ເພດ​ຍິງ, ​ເອົາ​ໃຈ​ໃສ່​ເຖິງ​ການ​ບຳລຸງ ​ແລະ ຮັບ​​ເອົາ​ບັນດາ​ນັກທຸລະກິດ​ຍິງທີ່​ເປັນ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ພາກເອກະ​ຊົນ ເຂົ້າ​ເປັນ​ສະມາຊິກ​ພັກ. ການ​ນຳ​ໃຊ້, ສັບ​ຊ້ອນ, ຈັດ​ວາງ​ພະນັກງານ​ຍິງ​ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຈຸດ​ພິ​ເສດ​ທາງ​ດ້ານ​ເພດ, ສັບ​ຊ້ອນ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ໃນ​ບັນດາ​ຂະ​ແໜງ​ການ, ສາຂາ​ອາຊີບທີ່​ແທດ​ເໝາະ, ​ເພື່ອ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ສາມາດ​ເສີມ​ຂະຫຍາຍ​ສູງ​ສຸດ​ຄວາມ​ອາດ​ສາມາດ ​ແລະ ຄວາມ​ຮັກ​ມັກ​ຂອງ​ຕົນ. ລັດຕ້ອງ​ມີ​ນະ​ໂຍບາຍ​ບຸລິ​ມະ​ສິດ ​ແລະ ຕອບ​ແທນ​ຢ່າງເໝາະ​ສົມ ຕໍ່ກັບ​ພະນັກງານ​ຍິງ​ທີ່​ເຄື່ອນ​ໄຫວປະຕິບັດ​ວຽກ​ງານ​ເປັນ​ເວລາຫຼາຍ​ປີ, ບັນດາ​ພະນັກງານ​ຍິງ​ທີ່​ປະຕິບັດ​ວຽກ​ງານຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ, ​ເກາະດອນ ແລະ ປະຕິບັດ​ວຽກ​ງານ​ຢູ່​ຕ່າງປະ​ເທດ.

 ------------------

(1) ​ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ​ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 12, ໜ້າ 300.

(2) ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ປຶ້ມ​ໄດ້​ແນະນຳ, ​ເຫຼັ້ມ 2, ໜ້າ 506.

(3) ​ເຢືອງທວາ: ລຸງ​ໂຮ່ກັບ​ຂະ​ບວນການ​ແມ່ຍິງ​ຫວຽດນາມ, ສ​ພຈ. ​ແມ່ຍິງ, 1982 ໜ້າ 16

(4) ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ປຶ້ມ​ໄດ້​ແນະນຳ, ເຫຼັ້ມ 2, ໜ້າ 520 -521.

(5) ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ​ປຶ້ມ​ໄດ້​ແນະນຳ, ​ເຫຼັ້ມ 7, ໜ້າ 342.

(6) ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ​ປຶ້ມ​ໄດ້​ແນະນຳ, ​ເຫຼັ້ມ 12, ໜ້າ 301.

(7) ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ປຶ້ມ​ໄດ້​ແນະນຳ, ​ເຫຼັ້ມ 7, ໜ້າ 342.

(8) ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ປຶ້ມ​ໄດ້​ແນະນຳ, ​ເຫຼັ້ມ 13, ໜ້າ 59.

(9) ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ປຶ້ມ​ໄດ້​ແນະນຳ, ​ເຫຼັ້ມ 12, ໜ້າ 301.

​- ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ, ສະບັບ​ທີ 962 (​ເດືອນ​ມີນາ 2021)