ບົດບາດຊີ້ນຳນຳພາຂອງພັກໃນການເລືອກຕັ້ງ
ສະມາຊິກສະພາ​ແຫ່ງ​ຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ

ໂດຍ ຫງວຽນທິແທັງ
ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ຫົວໜ້າຝ່າຍວຽກງານຜູ້ແທນໃນຄະນະປະຈຳສະພາແຫ່ງຊາດ
09:42, 02-10-2021

ວກ. - ​ໃນ​ລະບົບ​ການ​ເມືອງ​ຂອງ​ຫວຽດນາມ, ພັກ​ກອມ​ມູນິດ​ຫວຽດນາມມີ​ຖານະ​ບົດບາດ​ສຳຄັນ​ທີ່​ສຸດ. ມາດຕາ 4 ຂອງ​ລັດຖະທຳມະນູນ​ປີ 2013 ​ໄດ້ກຳນົດວ່າ: “ພັກ​ກອມ​ມູນິດ​ຫວຽດນາມ - ກອງກຳລັງ​ນຳ​ໜ້າຂອງ​ຊົນ​ຊັ້ນກຳມະກອນ, ພ້ອມ​ທັງ​ເປັນ​ກອງກຳລັງນຳ​ໜ້າຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ​ແລະຂອງ​ຊາດ​ຫວຽດນາມ, ຜູ້ຕາງໜ້າທີ່​ຊື່ສັດ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນກຳມະກອນ, ຜູ້​ອອກ​ແຮງ​ງານ ແລະ ຂອງປະເທດຊາດທັງໝົົດ, ພັກ​ເອົາ​ລັດ​ທິ​ມາກ​-ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈີ​ມິນ ​ເປັນ​ພື້ນຖານ​ແນວ​ຄິດ, ​​ເປັນກຳລັງນຳພາ​ລັດ​ແລະ​ສັງຄົມ”(1). ດັ່ງ​ນັ້ນ, ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ໃນ​ປະຈຸ​ບັນ​ນີ້​ແມ່ນ ຕ້ອງ​ຮັບປະກັນ​ແລະ​ເພີ່ມ​ທະວີ​ການນຳພາ​​ຂອງ​ພັກ​ໃນ​ລະບົບ​ຈັກ​ແຫ່ງ​ລັດ​ເວົ້າ​ລວມ​ແລະ​ໃນ​ບັນດາ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ​ເວົ້າສະ​ເພາະ.

ການ​ຮັບປະກັນ​ການ​ນຳພາຂອງ​ພັກ​ໃນວຽກ​ງານ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແລະ​ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ ​ແມ່ນຄວາມຈຳ​ເປັນ, ມັນ​ເລີ່​ມຈາກ​ຖານະຕຳ​ແໜ່​ງຂອງສອງ​ອົງການ​ນີ້​ໃນ​ລະບົບ​ຈັກ​ແຫ່ງ​ລັດ. ລັດຖະທຳມະນູນ​ປີ 2013 ​ໄດ້ກຳນົດ: “ສະພາ​ແຫ່ງ​ຊາດ​ແມ່ນ​ອົງການ​ຕົວ​ແທນ​ສູງ​ສຸດ​ຂອງ​ປະຊາຊົນ, ອົງການອຳນາດ​ລັດ​ສູງ​ສຸດ​ຂອງປະ​ເທດ​ສາທາລະນະ​ລັດສົງ​ຄົມ​ນິຍົມ​ຫວຽດນາມ”; “ສະພາ​ປະຊາຊົນ​ແມ່ນ​ອົງການ​ອຳ​ນາດລັດ​ຢູ່​ທ້ອງ​ຖິ່ນ, ຕາງໜ້າ​ໃຫ້​ແກ່ເຈດຈຳນົງ, ຄວາມມຸ່ງມາດ​ປາຖະໜາ ແລະສິດ​ເປັນ​ເຂົ້າຂອງ​ຂອງ​ປະຊາຊົນ”(2). ສະພາ​ແຫ່ງ​ຊາດ​ແລະ​ສະພາ​ປະຊາຊົນ​ແມ່ນ​ອົງການທຳອິດ​ທີ່​ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນວາລະ​ໃໝ່່, ເປັນຈຸດເລີ່ມຕົ້ນຂອງການສ້າງຕັ້ງອົງການຈັດຕັ້ງຕ່າງໆ​ຢູ່​ໃນ​ກົງຈັກລັດ, ຢູ່ຂັ້ນສູນກາງແມ່ນປະທານປະ​ເທດ, ລັດຖະບານ..., ຢູ່​ທ້ອງ​ຖິ່ນ​ແມ່ນຄະນະກໍາມະການປະຊາ​ຊົນ.

ການ​ເລືອ​ກຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ 15 ​ແລະ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ໃນວາລະ​ປີ 2021-2026 ​ແມ່ນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ໃນ​ກາ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ: “ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ​ທີ່​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ກະທັດ​ລັດ, ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ແລະ​ປະສິດທິພາບ, ​ເພື່ອ​ການ​ຮັບ​ໃຊ້ປະຊາຊົນ ​ແລະ​ເພື່ອການ​ພັດທະນາ​ປະ​ເທດ. ​ເພີ່ມ​ທະວີ​ການ​ເປີດ​ເຜີຍ, ​ໂປ່​ງ​ໃສ​ແລະ​ຄວາມ​ຮັບຜິດຊອບ​ໃນ​ການ​ອະທິບາຍ​ລາຍ​ງານ; ການຄວບ​ຄຸມອຳນາດຕິດ​ກັບ​ການຮັດ​ແໜ້ນ​ລະບຽບ​ວິ​ໄນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດ ​ແລະ​ຂອງ​ພະນັກງານ ລັດຖະກອນ ພາລະ​ກອນ. ສືບ​ຕໍ່​ຍູ້​ແຮງ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ພະຍາດອາດຍາ​ສິດ, ອາ​ຊະ​ຍາ​ກຳ ​ແລະ​ຄວາມ​ຊົ່ວຮ້າຍ​ທາງ​ສັງຄົມ”(3).    

​ເພື່ອຮັບປະກັນ​ບົດບາດການນຳ​ພາ​ຂອງ​ພັກ​ຕໍ່ກົງຈັກ​​ລັດ, ກ່ອນ​ອື່ນ​ໝົດ​ຕ້ອງ​ຮັບປະກັນ​ການ​ນຳ​ພາ​ຂອງ​ພັກ​ໃນ​ວຽກ​ງານ​ການ​ເລືອກ​ຕັ້ງ​ຜູ້​ແທນ​ປະຊາຊົນ. ລາຍ​ງານ​ສະຫຼຸບ​ຜົນການ​ເລືອກ​ຕັ້ງ​ປີ 2016 ຂອງ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກໍ​ໄດ້​ຢືນຢັນ​ວ່າ: “1 ​ໃນ 5 ສາ​ເຫດ​ທີ່​ເຮັດ​ໃຫ້ການ​ເລືອກ​ຕັ້ງ​ສຳ​ເລັດນັ້ນ​ແມ່ນການນຳ​ພາ​ໃກ້ຊິດ​ຂອງ​ກົມ​ການ​ເມືອງ​ແລະ​ຄະນະ​ພັກ​ຂັ້ນ​ຕ່າງໆ​ ໃນ​ແຕ່​ລະບາດ​ກ້າວ​ການ​ຜັນ​ຂະຫຍາຍ, ກະກຽມ​ການ​ເລືອກ​ຕັ້ງ”(4).

ສະຫາຍເລຂາທະການໃຫຍ່ ຫງວຽນຝູຈ້ອງ ກ່າວປາໄສຊີ້ນຳທີ່ກອງປະຊຸມອອນໄລທົ່ວປະເທດເພື່ອຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນວາລະປີ 2021-2026 _ພາບ: TTXVN

ເນື້ອ​ໃນ, ຄວາມ​ຮຽກຮ້ອງ​ຕ້ອງການສໍາລັບການນໍາພາຂອງພັກໃນ​ວຽກ​ງານ​ການ​ເລືອກ​ຕັ້ງ
​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະສະມາ​ຊິກ​ສະພາ​ປະຊາຊົນ​ທຸກຂັ້ນ

ການນໍາພາຂອງພັກກ່ອນອື່ນໝົົດ​ແມ່ນເພື່ອເລືອກຕັ້ງສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນທີ່​ມີ​ລັກສະນະເປັນຕົວແທນ, ຮັບປະກັນ​ໂຄງສ້າງ​ແລະ​ຄຸນ​ນະພາ​ຍຂອງຜູ້ແທນ. ສະມາຊິກ​ສະພາ​​ແຫ່ງ​ຊາດແລະ​ສະມາຊິກສະພາ​ປະຊາຊົນ​ຕ້ອງ​ມີຄຸນທຳ​ແລະ​ຄວາມ​ສາມາດ​ພຽງພໍ ​ເພື່ອຕາງໜ້າ​ປະຊາຊົນ​ໃນ​ການ​ຕັດສິນ​ຕົກລົງ​ບັນດາ​ບັນຫາສຳຄັນ​ຂອງ​ປະ​ເທດ, ຂອງ​ທ້ອງ​ຖິ່ນ. ປະທານ​ໂຮ່ຈີ​ມິນ​ໄດ້​ຢືນຢັນ​ວ່າ: “ການ​ເລືອກຕັ້ງທົ່ວໄປແມ່ນໂອກາດ​ໃຫ້​ຄົນ​ທັງ​ປະ​ເທດ​ເລືອກ​ຄົນ​ເກ່ງທີ່​ມີ​ຄວາມ​ສາມາດ​ແລະຄຸນທໍາມາ​ແບກ​ຮັບ​ວຽກ​ງານ​ຂອງ​ປະ​ເທດ... ອາ​ໄສ​ການ​ເລືອກ​ຕັ້ງ​ທົ່ວ​ໄປ, ປະຊາຊົນ​ທົ່ວ​ປະ​ເທດ​ຈຶ່ງ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ. ສະພາ​ແຫ່ງ​ຊາດ​ຈະ​ແຕ່ງ​ຕັ້ງ​ລັດຖະບານ. ລັດຖະບານ​ນັ້ນ​ແມ່ນ​ລັດຖະບານ​ຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ”(5).

ການນໍາພາຂອງພັກ​ໃນ​ວຽກ​ງານ​ການ​ກະກຽມ​ເລືອກ​ຕັ້ງ ​ແລະ ບັນດາ​ຂັ້ນ​ຕອນ​ຂອງ​ຂະ​ບວນການ​ເລືອກ​ຕັ້ງ ຕ້ອງ​ປະຕິບັດ​ຕາມ​ຂໍ້​ກຳນົດຂອງ​ກົດໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ. ການ​ຮັບປະກັນການນໍາພາຂອງພັກຕໍ່​ວຽກ​ງານ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນທຸກ​ຂັ້ນ ພ້ອມ​ກັນ​ກັບ​ການ​ປະຕິບັດ​ຕາມຂໍ້ກຳນົດຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ (6)

ການ​ຮັບປະກັນການນໍາພາຂອງພັກ​ໃນ​ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງ

​ແຕ້​ຕົ້ນ​ປີ 2020, ຄະນະກຳມະ​ການ​ພັກ​ສະພາ​ແຫ່ງ​ຊາດ​ໄດ້​ຊີ້​ນຳ​ການ​ສ້າ​ງ “​ໂຄງການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ​ແລະ ສະມາຊິກ​ສະພາ​ປະຊາຊົນ​​ວາ​ລະ​ປີ 2021-2026”. ໂຄງການນີ້​ໄດ້​ຮັບ​ການ​ລາຍ​ງານ​ຕໍ່​ກົມ​ການ​ເມືອງແລະຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງພັກ​ ເພື່ອ​ຂໍ​ຄວາມ​ເຫັນ. ຜົນ​ຂອງ​ໂຄງການ​ແມ່ນ​ບົດ​ສະຫຼຸບ​ເລກທີ 174-TB/TW, ລົງ​ວັນ​ທີ 8 ມິຖຸນາ 2020, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, “ກ່ຽວ​ກັບ​ທິດ​ທາງ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ວາລະ​ປີ 2021-2026”.

ດ້ວຍ​ການ​ກະ​ກຽມ​ຢ່າງ​ຕັ້ງໜ້າ​ຂອງ​ຄະນະກຳມະການ​ພັກ​ສະພາ​ແຫ່ງ​ຊາດ, ການກະກຽມການເລືອກຕັ້ງທັງ​ໝົດແມ່ນໄດ້ດໍາເນີນໄປ​ໄວ​ກວ່າ​ບັນດາ​ການ​ເລືອກ​ຕັ້ງກ່ອນໜ້ານີ້. ສະພາການເລືອກຕັ້ງແຫ່ງຊາດໄດ້ຮັບການເລືອກຕັ້ງແລະອະນຸມັດ ຈາກສະພາແຫ່ງຊາດໃນກອງປະຊຸມຄັ້ງທີ 9 ຂອງຕົນ ​ເຊິ່ງ​ໄວ​ກວ່າການ​ເລືອກ​ຕັ້ງ​ຄັ້ງ​ກ່ອນ 1 ວາລະປະຊຸມ. ອົງປະກອບຂອງສະພາການເລືອກຕັ້ງແຫ່ງຊາດ ​ແມ່ນ​ຖືກກຳນົດສອດຄ່ອງກັບບົດບັນຍັດຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ, ລວມມີ​ຕົວ​ແທນ​ຂອງ​ຄະນະ​ປະຈຳສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ, ບັນດາ​ກະຊວງ ຂະ​ແໜງ​ການ ​ແລະ ບາງ​ຄະນະ​ຂອງ​ພັກ. ໃນຈຳນວນສະມາຊິກສະພາເລືອກຕັ້ງແຫ່ງຊາດ 21 ຄົນ, ມີ 6 ຄົນ​ເປັນ​ສະມາຊິກ​ກົມ​ການ​ເມືອງສູນ​ກາງ​ພັກ.

ມາດຕະຖານ​ບຸກຄະລາ​ກອນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຕັມ​ເວລາຢູ່​ສູນ​ກາງ​ແລະ​ທ້ອງ​ຖິ່ນ, ​ບຸກຄະລາ​ກອນ​ສະມາຊິກ​ສະພາປະຊາຊົນ​ເຕັມ​ເວລາ​ໃນ​ສາມ​ລະດັບ​ຄື​ແຂວງ, ​ເມືອງ, ຕາ​ແສງ ​ໄດ້​ລະບຸ​ໄວ້​ໃນບົດ​ສະຫຼຸບ​ເລກທີ 174-TB/TW ຂອງ​ກົມ​ການ​ເມືອງ ​ແລະ ຫຼັງ​ຈາກ​ນັ້ນ, ຄະນະ​ຈັດ​ຕັ້ງ​ສູນ​ກາງ​ໄດ້​ມີ​ເອກະສານແນະນໍາ ສະເພາະຢ່າງ​ລະອຽດ(7). ນີ້​​ແມ່ນພື້ນຖານສຳຄັນ ເພື່ອຄັດເລືອກສະມາ​ຊິກ​ສະພາ​ແຫ່ງ​ຊາດ​ແລະສະມາຊິກ​ສະພາປະຊາຊົນ​ເຕັມ​ເວລາທີ່​ເປັນ​ກຳລັງ​ຫຼັກ​ແຫຼ່ງຂອງ​ສະພາ​ແຫ່ງ​ຊາດ​ແລະ​ສະພາ​ປະຊາຊົນ​ທຸກ​ຂັ້ນ.

ພ້ອມ​ກັນ​ນັ້ນ, ບັນດາ​ເອກະສານ​ຊີ້​ນຳ​ການ​ເລືອກ​ຕັ້ງກໍ​ໄດ້​ຮັບ​ການ​ຄົ້ນຄວ້າ​ແລະ​ພັດທະນາ​ຢ່າງ​ລະອຽດ​ຖີ່​ຖ້ວນ​ໂດຍ​ໜ່ວຍ​ງານ​ຕ່າງໆ, ​ໂດຍ​ມີ​ການ​ສະຫຼຸບ​ຂໍ້​ດີ, ຂໍ້​ເສຍ​ໃນ​ການ​ຊີ້ນຳການ​ເລືອກ​ຕັ້ງຄັ້ງ​ກ່ອນໜ້າ​ນີ້ ​ແລະ ​ເພີ່ມຈຸດ​ໃໝ່​ໃຫ້​ເໝາະ​ສົມ​ກັບການປະຕິບັດໃນປະຈຸບັນ.

ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກວດກາວຽກງານເລືອກຕັ້ງຢູ່ເຂດລົງຄະແນນສຽງເລກທີ 5, ບ້ານນາມຕື໋, ຕາແສງກ້ຽນທ້ຽດ (ນະຄອນຮາຍຟ່ອງ) _ພາບ: TTXVN

ການອອກຄຳສັ່ແລະຄຳແນະນຳການເລືອກຕັ້ງ

ເພື່ອຊີ້ນໍາການ​ເລືອກ​ຕັ້ງ, ກົມການເມືອງໄດ້ອອກຄຳສັ່ງເລກທີ 45-CT/TW, ລົງວັນທີ 20 ມິຖຸນາ 2020, “ກ່ຽວ​ກັບ​ການ​ນໍາພາ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ ແລະ ​ສະມາຊິກ​ສະພາ​ປະຊາຊົນທຸກ​ຂັ້ນ ວາລະ​ປີ 2021-2026” ດ້ວຍ 7 ​ເນື້ອ​ໃນ, ​ໃນ​ນັ້ນ​ສຸມ​ໃສ່​ວຽກ​ງານ​ບຸກຄະລາ​ກອນ, ປັບປຸງບູລະນະ​ເອກະສານ​ແນະນໍາການ​ເລືອກ​ຕັ້ງ, ວຽກ​ງານ​ໂຄສະນາ, ການ​ຮັບປະກັນຄວາມໝັ້ນຄົງ​ທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ​ ແລະ​ຄວາມ​ປອດ​ໄພທາງສັງຄົມ. ຄຳສັ່ງເລກທີ 45-CT/TW ຂອງ​ກົມ​ການ​ເມືອງ​ມອບຄວາມ​ຮັບຜິດຊອບ​ໃຫ້​ຄະນະ​ພັກ​​ແຕ່ລະ​ຂັ້ນຢູ່​ສູນ​ກາງ​ແລະ​ທ້ອງ​ຖິ່ນ. ຕາມ​ນັ້ນ, ບັນດາ​ຄະນະ​ພັກ​ແຂວງ, ນະຄອນ​ໄດ້​ຈັດ​ຕັ້ງຄະນະ​ຊີ້​ນຳ​ ເພື່ອນຳພາ​ຢ່າງຮອບດ້ານ​ຕໍ່​ວຽກ​ງານ​ການ​ເລືອກ​ຕັ້ງ, ເຮັດວຽກງານການແນະນໍາຜູ້ສະໝັກ​ໃນທ້ອງຖິ່ນຢ່າງ​ດີ, ຊີ້​ນຳ​ການ​ແກ້​ໄຂ​ຢ່າງ​ທັນ​ການ ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ຂະ​ບວນການ​ກະກຽມ ​ແລະ​ການຈັດ​ຕັ້ງ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ​ໃນ​ທ້ອງ​ຖິ່ນ.

ຕາມຄຳສັ່ງເລກທີ 45-CT/TW ຂອງກົມການເມືອງ, ບັນດາ​ອົງການ​ຂອງ​ພັກໄດ້ອອກເອກະສານຫຼາຍສະບັບ ເພື່ອ​ແນະນຳການເລືອກຕັ້ງ, ລະອຽດຄື: ຄະນະກຳມະການກວດກາສູນກາງ ໄດ້ອອກຄຳແນະນຳເລກທີ 13-HD/UBKTTW, ວັນທີ 2 ທັນວາ 2020, “ວ່າດ້ວຍການແກ້ໄຂການກ່າວ​ປະນາມ, ການ​ຮ້ອງທຸກກ່ຽວ​ກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກ​ສະພາ​ປະຊາຊົນທຸກ​ຂັ້ນ​​ວາລະ​ປີ 2021-2026 ຂອງ​ຄະນະ​ພັກ, ອົງການຈັດ​ຕັ້ງ​ພັກ, ຄະນະ​ກຳມະການ​ກວດກາຂັ້ນ​ຕ່າງໆ”; ຄະນະ​ຈັດ​ຕັ້ງ​ສູນ​ກາງ ໄດ້ອອກຄຳແນະນຳເລກທີ 36-HD/BTCTW, ວັນ​ທີ 20 ມັງກອນ 2021, “ວ່າດ້ວຍ​ວຽກ​ງານບຸກຄະລາ​ກອນສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ​ແລະ ສະມາຊິກສະພາ​ປະຊາຊົນ​ທຸກ​ຂັ້ນ​​ວາ​ລະປີ 2021-2026”; ຄະນະ​ໂຄສະນາ​ອົບຮົມ​ໄດ້ອອກຄຳແນະນຳເລກທີ 169-HD/BTGTW, ວັນ​ທີ 22 ມັງກອນ 2021, ວ່າ​ດ້ວຍ “ການ​ໂຄສະນາ​ການ​ເລື​ອກຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ​ແລະ ສະມາຊິກສະພາ​ປະຊາຊົນ​ທຸກ​ຂັ້ນ​​ວາ​ລະປີ 2021-2026”; ​ຄະນະ​ປະຈຳຂອງ​ຄະນະ​ພັກ​ແຂວງ, ຄະນະພັກ​ນະຄອນທີ່​ຂຶ້ນ​ກັບ​ສູນ​ກາງລ້ວນ​ແຕ່​ໄດ້ອອກຄຳສັ່ງກ່ຽວ​ກັບ​ການ​ນຳພາ, ຊີ້​ນຳການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ​ແລະ ສະມາຊິກສະພາ​ປະຊາຊົນ​ທຸກ​ຂັ້ນ​​ວາ​ລະປີ 2021-2026.

ການນໍາພາຂອງ​ພັກ​ໃນ​ວຽກ​ງາ​ບຸກຄະລາ​ກອນ

ວຽກ​ງານ​ບຸກຄະລາ​ກອນ​ໄດ້​ຮັບ​ການ​ຊີ້​ນຳ​ປະຕິບັດ​ເປັນ​ຢ່າງ​ດີ, ​ເພື່ອ​ຮັບປະກັນ​​ເສີມ​ຂະຫຍາຍປະຊາທິປະ​ໄຕ ​ແລະ ການນຳ​ພາລວມສູນ, ​ເປັນ​ເອກະ​ພາບຂອງ​ພັກ​ໃນ​ວຽກ​ງານ​ພະນັກງານ. ພັກ​ນຳພາ​ການແນະນຳພະນັກງານ, ສະມາຊິກ​ພັກໃນສຳນັກງານ, ອົງການຈັດຕັ້ງ, ໜ່ວຍງານ ​ເພື່ອ​ເປັນ​ຜູ້​ສະໝັກຮັບ​ເລືອກ​ຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນ. ຜູ້​ທີ່​ໄດ້​ຮັບ​ການ​ແນະ​ນຳທັງ​ໝົດ ແມ່ນໄດ້ຕາມມາດຕະຖານແລະເງື່ອນໄຂ ຕາມ​ທີ່​ພັກ, ລັດ ​ແລະ​ກົດໝາຍ​ໄດ້​ກຳນົດ​ໄວ້; ພ້ອມ​ກັນ​ນັ້ນ ​ເປັນ​ຜູ້​ທີ່​ດີ​ເດັ່ນ​ທາງ​ດ້ານຄຸນ​ນະພາ​ບ, ຄຸນ​ທຳ​ແລະຄວາມສາມາດ, ມີ​ທັດສະນະ ຫຼັກ​ໝັ້ນ​ການ​ເມືອງ​ທີ່​ໜັກ​ແໜ້ນ, ມີ​​ເງື່ອນ​ໄຂເພື່ອປະຕິບັດໜ້າທີ່ເຂົ້າຮ່ວມເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກ​ສະພາປະຊາຊົນທຸກຂັ້ນ.

ອັດຕາ​ສ່ວນສະມາຊິກ​ສະພາ​ແຫ່ງ​ຊາດ​ແລະ​ສະມາຊິກ​ສະພາ​ປະຊາຊົນ​ທີ່​ເປັນ​ແມ່ຍິງ​ແລະ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເປັນປະຈຳ ຂອງ​ພັກ​ແລະລັດ​. ປີ 2006, ສະພາ​ແຫ່ງ​ຊາດ​ໄດ້​ອະນຸມັດ​ຜ່ານກົດໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ, ກຳນົດອັດຕາສ່ວນຂອງຜູ້ແທນຍິງ​ໃນ​ສະພາ​ແຫ່ງ​ຊາດ​ແລະ​ສະພາ​ປະຊາຊົນ​ໃຫ້​ເໝາະ​ສົມ​ກັບ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ (8). ວັນ​ທີ 27 ​ເມສາ 2007, ກົມ​ການ​ເມືອງ​ອອກ​ມະຕິ​ເລກທີ 11-NQ/TW, “ກ່ຽວກັບ​ວຽກ​ງານ​ແມ່ຍິງ​ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ປະ​ເທດເປັນ​ອຸດສາຫະກຳ​ທັນ​ສະ​ໄໝ”, ຕັ້ງ​ເປົ້າ​ໝາຍ​ສູ້​ຊົນ​ຮອດ​ປີ 2020, ອັດຕາ​ສ່ວນ​ຂອງຜູ້ແທນຍິງ​​ໃນ​ສະພາ​ແຫ່ງ​ຊາດ​ແລະ​ສະພາ​ປະຊາຊົນ​ທຸກ​ຂັ້ນຢູ່​ທີ່ 35% ​ເຖິງ 40%; ວັນ​ທີ 20 ມັງກອນ 2018, ຄະນະ​ເລຂາທິການ​ສູນ​ກາງ​ພັກ​ອອກຄຳສັ່ງ​ເລກທີ 21-CT/TW, “ວ່າ​ດ້ວຍ​ການ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ແມ່ຍິງ​ໃນ​ສະພາບ​ການ​ໃໝ່”.   

​ເພື່ອປະຕິບັດການນຳພາຂອງພັກ ແລະ ປະຕິບັດຂໍ້ກຳນົດຂອງກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກ​ສະພາ​ປະຊາຊົນ, ຄະນະກຳມະການ​ພັກສະພາ​​ແຫ່ງ​ຊາດ ​ໄດ້​ນຳພາຄະນະ​ປະຈຳສະພາ​ແຫ່ງ​ຊາດ ​ໃນ​ການວາງແຜນໂຄງສ້າງແລະອົງປະກອບຂອງຜູ້ສະໝັັກຮັບເລືອກຕັ້ງສະພາແຫ່ງຊາດ ເພື່ອຮັບປະກັນວ່າ ຈຳນວນຜູ້ຍິງທີ່ຖືກສະເໜີຊື່​ເຂົ້າ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ແລະຮັບ​ສະໝັກ​ເລືອກ​ຕັ້ງ​ເປັນສະມາຊິກ​ສະພາ​ປະຊາຊົນທຸກ​ຂັ້ນ ຈະ​ບັນລຸ​ໄດ້​ຢ່າງໜ້ອຍ 35% ຂອງຈຳນວນຜູ້ສະໝັກທັງໝົົດ ​ໃນ​ບັນຊີ​ລາຍ​ຊື່​ຜູ້​ສະໝັກ​ຢ່າງ​ເປັນ​ທາງ​ການ. ຄະນະກຳມະການ​ພັກສະພາ​​ແຫ່ງ​ຊາດ ​ໄດ້​ນຳພາຄະນະ​ປະຈຳສະພາ​ແຫ່ງ​ຊາດ ໃນການຄາດຄະ​ເນແນະນຳຄົນ​ຊົນເຜົ່າສ່ວນໜ້ອຍລົງ​ສະໝັກ​ຮັບ​ເລືອກ​ຕັ້ງສະພາແຫ່ງຊາດ ​ແລະປະກາດໃຊ້ຄຳແນະນຳ ເພື່ອຮັບປະກັນອັດຕາ​ສ່ວນ​ທີ່​ເໝາະ​ສົມ ໃນບັນຊີລາຍຊື່ຜູ້ຮັບສະໝັກຮັບ​ເລືອກ​ຕັ້ງ​ສະພາປະຊາຊົນທີ່​ເປັນ​ຄົນ​ຊົນ​ເຜົ່າສ່ວນ​ນ້ອຍ, ສອດຄ່ອງກັບລັກສະນະ ແລະ ໂຄງປະກອບປະຊາກອນ ຂອງ​ແຕ່ລະ​ທ້ອງ​ຖິ່ນ. ເອົາໃຈໃສ່ກັບຊົນເຜົ່າສ່ວນນ້ອຍ​ ເຊິ່ງ​ໃນ​ຫຼາຍສະ​ໄໝ​ຂອງ​ສະພາປະຊາຊົນທີ່ຍັງບໍ່​ໄດ້​ເຂົ້າ​ຮ່ວມ​ກິດຈະກໍາ ຂອງ​ສະພາ​ປະຊາຊົນ (9).

ຖອດ​ຖອນ​ບົດຮຽນຈາກການເລືອກຕັ້ງກ່ອນໜ້ານີ້, ປະຫວັດ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດໄດ້ຖືກທົບທວນຄືນຢ່າງລະມັດລະວັງ​ ໂດຍ​ສະພາ​ການ​ເລືອກ​ຕັ້ງແຫ່ງຊາດ ເພື່ອຮັບປະກັນມາດຕະຖານຕາມທີ່ໄດ້ກໍານົດໄວ້​ໃນ​ກົດໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ, ຮັບປະກັນລະບຽບ​ການ​ປົກປ້ອງຄວາມ​ໝັ້ນຄົງທາງ​ການ​ເມືອງ​ພາຍ​ໃນ. ​ເດັດຂາດບໍ່​ລວມຢູ່​ໃນ​ບັນຊີ​ລາຍ​ຊື່​ຜູ້​ສະໝັກທີ່ບໍ່ມີຄຸນສົມບັດ, ຜູ້ທີ່ສວຍໂອກາດທາງການເມືອງ, ຜູ້​ທີ່ມີ​ຄວາມ​ທະ​​ເຍີທະຍານ​ໃນອໍານາດ, ມີ​ແນວ​ຄິດ​ພາກສ່ວນ ​ອະນຸ​ລັກນິຍົມ ຢຸດ​ສະ​ງັກ​ຊັກ​ຊ້າ; ຜູ້​ທີ່​ຖືກ​ກວດ​ກາຫຼືກວດສອບ​ສັນຍານຂອງ​ການລະ​ເມີດ; ຫົວໜ້າສຳນັກງານ ອົງການ ການຈັດຕັ້ງ ໜ່ວຍງານ ທີ່ຍອມ​ໃຫ້​ມີ​ການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ, ຄວາມແຕກແຍກ; ຜູ້​ທີ່​ລະ​ເມີດກົດ​ລະບຽດ​ເລກທີ 126-QĐ/TW, ລົງ​ວັນ​ທີ 28 ກຸມພາ 2018, ຂອງ​ກົມ​ການ​ເມືອງ, ວ່າ​ດ້ວຍ “ບາງ​ບັນຫາ​ການ​ປົກ​ປ້ອງ​ການ​ເມືອງ​ພາຍ​ໃນ​ພັກ” ຫຼື​ມີບັນຫາທາງ​ການ​ເມືອງ​ທີ່​ຍັງ​ບໍ່​ທັນ​ສະຫຼຸບ. ເດັດຂາດບໍ່​ປ່ອຍ​ໃຫ້ຄົນທີ່ບໍ່ສົມຄວນ, ຜູ້ທີ່ວິ້ງ​ເຕັ້ນ​ເພື່ອຕຳແໜ່ງ, ວິ້ງ​ເຕັ້ນ​​ເພື່ອສິດ​ອຳນາດ ​ເຂົ້າ​ຮ່ວມ​ສະພາ​ແຫ່ງ​ຊາດ. ຄະນະກຳມະ​ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ທຸກ​ຂັ້ນ ກໍຕ້ອງ​ຊາບ​ຊຶມ​ແລະ​ປະຕິບັດ​ຄວາມ​ຕ້ອງການ​ຢ່າງ​ເຂັ້ມ​ງວດ ກ່ຽວ​ກັບ​ການ​ສະ​ເໜີ​ຊື່​ຜູ້​ສະໝັກ​ສະພາ​ປະຊາຊົນ​ທີ່​ມີ​ຄຸນສົມບັດ​ເໝາະ​ສົມ.

ການສະ​ເໜີ​ຊື່​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຕ້ອງ​ຮັບປະກັນ​ລະຫວ່າງ​ມາດຕະຖານ​ແລະ​ໂຄງ​ສ້າງ; ຕາມ​ນັ້ນ, ສູ້​ຊົນ​ທີ່​ຈະແນະນຳ ຄັດ​ເລືອກ​ ແລະ​ເລືອກ​ຕັ້ງ​ໄດ້ ສະ​ມາ​ຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນທີ່ເປັນຕົວແທນຢ່າງແທ້ຈິງ ແລະ ສົມ​ກຽດ​ເປັນ​ຜູ້ຕາງໜ້າໃຫ້​​ແກ່ເຈດ​ຈຳນົງ, ຄວາມປາຖະໜາ ​ແລະ​ສິດ​ເປັນ​ເຈົ້າ​ຂອງ​ຂອງປະຊາຊົນ; ຮັບປະກັນວ່າໄດ້ຕາມມາດຖານ, ປະລິມານພຽງພໍ, ໂຄງສ້າງມີ​ຄວາມສົມເຫດສົມຜົນ, ​ໂດຍ​ເນັ້ນ​ທີ່​ມາດ​ຕະຖານ​ແລະ​ຄຸນ​ນະພາ​ບ, ບໍ່ແມ່ນຍ້ອນໂຄງສ້າງ ຈະຫຼຸດມາດຕະຖານລົງ. ກອງປະຊຸມປຶກສາ​ຫາລື​ຄັ້ງ​ທີ​ສອງ​ກະກຽມບັນຊີລາຍຊື່ເບື້ອງຕົ້ນຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຜູ້​ສະໝັກ​ຮັບ​ເລື​ອກຕັ້ງ​ຫຼາຍ​ຄົນມີ​ລະດັບ​ມະຫາວິທະຍາ​ໄລ​ແລະລະດັບ​ເໜືອມະຫາວິທະຍາ​ໄລ (​ໃນ​ນັ້ນ 59,36% ມີ​ລະດັບ​ເໜືອ​ມະຫະວິທະຍາ​ໄລ).

ການຄັດເລືອກຜູ້ສະໝັັກຮັບ​ເລືອກ​ຕັ້ງ ເຂົ້າເປັນສະມາຊິກສະພາແຫ່ງຊາດ​ເຕັມ​ເວລາ ໄດ້ຮັບການຕີລາຄາສູງຈາກພັກ ​ແລະ ວາງມາດຕະຖານສູງເຊັ່ນ: ມີ​ວຸດ​ທິການ​ສຶກສາລະ​ດັບ​ມະຫາວິທະຍາ​ໄລ​ຂຶ້ນ​ໄປ, ມີສຸຂະພາບ ​ແລະ​ອາ​ຍຸ​ຕາມ​ລະບຽບ​ການ.  ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​​ເຂົ້າເປັນ​ສະມາຊິກ​ສະພາ​​ແຫ່ງ​ຊາດເຕັມ​ເວລາ ຢູ່​ບັນດາ​ໜ່ວຍ​ງານ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ​ຄະນະ​ປະຈຳສະພາ​ແຫ່ງ​ຊາດ​ເວົ້າ​ລວມ ຕ້ອງຜ່ານແລະເຮັດສໍາເລັດ​ໜ້າທີ່ເປັນ​ຢ່າງ​ດີ ໃນຕໍາແໜ່ງຫົວໜ້າ​ກົມແລະທຽບເທົ່າ, ຕໍາແໜ່ງຫົວໜ້າພະແນກ, ຂະ​ແໜງ​ການແລະທຽບເທົ່າຂຶ້​ນໄປ; ​ໄດ້ວາງແຜນທີ່​ຈະເຮັດວຽກ​ເປັນ​ສະມາຊິກສະພາແຫ່ງຊາດເຕັມເວລາ ຫຼືວາງແຜນທີ່​ຈະດຳລົງຕຳແໜ່ງຮອງລັດຖະມົນຕີແລະທຽບເທົ່າຂຶ້ນ​ໄປ. ຖ້າເປັນພະນັກງານຢູ່​ໃນກຳລັງປະກອບອາວຸດ ​ແມ່ນ​ຕ້ອງ​ຜ່ານແລະເຮັດສໍາເລັດໜ້າ​ທີ່​ເປັນຢ່າງ​ດີ​ ໃນ​ຕຳ​ແໜ່​ງຫົວໜ້າ​ກົມ​ແລະ​ທຽບ​ເທົ່າ, ຜູ້ບັນຊາການກອງ​ບັນ​ຊາ​ການທະຫານ​ແຂວງ, ຜູ້ບັນຊາການທະຫານຊາຍແດນແຂວງ, ຜູ້ອໍານວຍການຕໍາຫຼວດແຂວງ​ແລະ​ທຽບ​ເທົ່າ​ຂຶ້ນ​ໄປ ຫຼື​ມີ​ຍົດ​ພັນ​ເອກ​ຂຶ້ນ​ໄປ. ສຳລັບ​ບາງ​ຂົງ​ເຂດຈຳເປັນຕ້ອງ​ຈັດ​ໂຄງ​ສ້າງ​ຜູ້​ແທນ​ສະພາ​ແຫ່ງ​ຊາດ, ​ແຕ່​ບໍ່​ມີ​ບຸກຄະລາ​ກອນ​ລະດັບ​ຫົວໜ້າ​ກົມ​ແລະ​ທຽບ​ເທົ່າທີ່​ມີ​ຄຸນສົມບັດ​ຕາມ​ຄວາມ​ຕ້ອງການ, ຄະນະກຳມະການພັກສະພາ​ແຫ່ງ​ຊາດ​ຈະ​ປະສານ​ສົມທົບ​ກັບບັນດາອົງການທີ່ມີສິດອຳນາດ ເພື່ອພິຈາລະນາ​ແລະ​ຕັດສິນ​ກໍລະນີ​ຮອງ​ຫົວໜ້າ​ກົມ​ແຕ່​ລະ​ກໍລະນີ​ໂດຍ​ສະ​ເພາະ, ຮັບປະກັນຄວາມ​ຖືກຕ້ອງ​ຕາມ​ລະບຽບ​ການ.

ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຕັມ​ເວລາ ເພື່ອເຮັດ ໜ້າທີ່ເປັນຮອງຫົວໜ້າຄະນະຜູ້ແທນສະພາແຫ່ງຊາດທ້ອງຖິ່ນ ຈະຕ້ອງ​ເປັນ​ກຳມະການ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ ​ແລະ ດຳລົງຕຳແໜ່ງເປັນຫົວໜ້າພະ​ແນ​ກຫຼື​ທຽບເທົ່າຂຶ້ນ​ໄປ, ຫຼື​ໄດ້​ວາງ​ແຜນ​ໃຫ້​ຮັບຕຳແໜ່ງໃດໜຶ່ງດັ່ງຕໍ່ໄປນີ້: ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ປະທານສະພາ​ປະຊາຊົນ​ແຂວງ, ຮອງ​ປະທານ​ຄະນະກຳມະການປະຊາຊົນ​ແຂວງ, ນະຄອນ ​ທີ່​ຂຶ້ນ​ກັບ​ສູນ​ກາງ​ຫຼື​ທຽບ​ເທົ່າ​ຂຶ້ນ​ໄປ.

ຄະນະກຳມະການພັກ​ສະພາ​ແຫ່ງຊາດຊີ້ນຳນຳພາການຈັດຕັ້ງປະຕິບັດ​ຢ່າງ​ເຂັ້ມ​ງວດ ຂໍ້ກຳນົດ​ຂອງອົງການທີ່ມີສິດອຳນາດ ກ່ຽວກັບສະມາຊິກສະພາ​ແຫ່ງ​ຊາດ​ເຕັມເວລາ, ​ໃນ​ນັ້ນ​ມີ​ຂໍ້ກຳນົດກ່ຽວ​ກັບຕຳແໜ່ງ, ອາຍຸ; ມີ​ການ​ປະ​ເມີນ​ຜົນຢ່າງ​ພາວະ​ວິ​ໄສ, ລະມັດລະວັງ​ກ່ຽວ​ກັບ​ຄວາມອາດ​ສາມາດ, ລະດັບ​ຄວາມ​ຮູ້, ຊື່​ສຽງ​ແລະຄວາມ​ສາມາດ​ໃນ​ການ​ເຮັດ​ໜ້າ​ທີ່​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຕັມ​ເວລາ.

ຂະ​ບວນການ​ປຶກສາ​ຫາລື​ຄັ້ງ​ທີ​ໜຶ່ງ​ແລະ​ຄັ້ງ​ທີ​ສອງ ກ່ຽວ​ກັບ​ໂຄງ​ສ້າງ, ປະລິມານ ​ແລະ​ບັນຊີ​ລາຍ​ຊື່​ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເບື້ອງ​ຕົ້ນສຳລັບ​ສະພາ​ແຫ່ງ​ຊາດ​ແລະ​ສະພາ​ປະຊາຊົນ​ທຸກ​ຂັ້ນ ​ໄດ້ດຳ​ເນີນ​ການ​ຢ່າງ​ເປີດ​ເຜີຍ​ແລະ​ເປັນ​ປະຊາທິປະ​ໄຕ, ຖືກຕ້ອງ​ຕາມ​ຂໍ້​ກຳນົດຂອງ​ກົດໝາຍ ​ແລະມະຕິຮ່ວມ​ສະບັບ​ເລກທີ 09/2021/NQLT-UBTVQH14-CP-ĐCTUBTWMTTQVN, ວັນ​ທີ 15 ມັງກອນ 2021, ຂອງ​ຄະນະ​ປະຈຳສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ປະທານ​ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ວ່າ​ດ້ວຍ “ບົດແນະນໍາກ່ຽວກັບຂັ້ນຕອນການປຶກສາຫາລືແລະແນະນໍາຜູ້ສະໝັັກຮັບເລືອກຕັ້ງ​ເປັນສະມາຊິກສະພາແຫ່ງຊາດຊຸດທີ 15, ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​​ວາລະ​ປີ 2021-2026”; ພ້ອມ​ກັນ​ນັ້ນ, ຮັບປະກັນການນຳພາຂອງພັກ​ໃນ​ວຽກງານ​ບຸກຄະລາ​ກອນ.

ການນຳພາໃນການສ້າງຕັ້ງອົງການຮັບຜິດຊອບການເລືອກຕັ້ງ

ອົງການຮັບຜິດຊອບການເລືອກຕັ້ງ, ຕັ້ງ​ແຕ່​ສະພາ​ການ​ເລືອ​ຕັ້ງ​ແຫ່ງ​ຊາດ​ຢູ່​ສູນ​ກາງ ຈົນ​ເຖິງໜ່ວຍ​ເລືອກ​ຕັ້ງ - ອົງການຮັບຜິດຊອບການເລືອກຕັ້ງຢູ່​ຂັ້ນ​ຮາກ​ຖານ​ ມີ​ບົດບາດ​ສໍາຄັນໃນຄວາມສໍາເລັດຂອງການເລືອກຕັ້ງ. ມີ​ຄະນະກຳມະ​ການ​ເລືອກ​ຕັ້ງ​ເກືອບ 12.000 ຄະນະ, ມີຄະນະກຳມະ​ການ​ເລືອກ​ຕັ້ງ​ລະດັບ​ແຂວງ, ​ເມືອ​ງ, ຕາ​ແສງ ເກືອບ 90.000 ຄະນະ, ​ແລະ ໜ່ວຍ​ເລືອກ​ຕັ້ງ​ປະມານ 90.000 ໜ່ວຍ. ໃນທົ່ວປະເທດ, ມີຫຼາຍກວ່າ 1 ລ້ານຄົນ​ເຂົ້າ​ຮ່ວມ​ໃນ​ອົງການ​ຮັບຜິດຊອບ​ການ​ເງືອກ​ຕັ້ງ, ນີ້ບໍ່ແມ່ນວຽກງານມື​ອາຊີບ​ເປັນ​ປະຈຳ ​ແຕ່​​ແມ່ນ​ວຽກ​ທີ່​ໄດ້ເຮັດທຸກໆ 5 ປີ, ຫຼາຍຄົນ​ໃນ​ໜ່ວຍ​ເລືອ​ກຕັ້ງມີ​ອາຍຸ​ສູງ, ກວ່າ 60 ປີ, ບໍ່​ແມ່ນ​ພະນັກງານ​ລັດຖະກອນຂອງ​ລັດ.

ດັ່ງ​ນັ້ນ, ການຄັດ​ເລືອກບຸກຄະລາ​ກອນ​ເຂົ້າ​ຮ່ວມ​ໃນ​ອົງການ​ຮັບຜິດຊອບ​ການ​ເລືອກ​ຕັ້ງແມ່ນໄດ້ເຮັດຢ່າງຈິງຈັງແລະລະອຽດ; ຄັດ​ເລືອກ​ຜູ້​ມີ​ຄຸນ​ທາດ​ການ​ເມືອງ ມີຄຸນສົມບັດ​ດີ, ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈຂອງ​ປະຊາຊົນ, ມີ​ຄວາມ​ຮູ້​ດ້ານ​ກົດໝາຍ ແລະປະສົບການໃນການດໍາເນີນວຽກງານການເລືອກຕັ້ງ.

​ເພື່ອ​ຮັບປະກັນ​ການນຳພາຂອງພັກຕໍ່​​ວຽກ​ງານຊີ້ນຳນຳພາການ​ເລືອກ​ຕັ້ງຢູ່​ໃນ​ສະພາ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ, ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 11, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ໄດ້ດຳ​ເນີນ​ການ​ເລືອກ​ຕັ້ງ​​ເພີ່ມ​ເຕີມ, ປ່ຽນ​ແທນ​ປະທານ, ຮອງ​ປະທານ, ກຳມະ​ການ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ບໍ່​ເຂົ້າ​ຮ່ວມ​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ 13.

ສະມາຊິກ​ຂອງ​ອົງການ​ຮັບຜິດຊອບ​ການ​ເລືອກ​ຕັ້ງ, ພິ​ເສດ​ແມ່ນ​ສະມາຊິກ​ໜ່ວຍ​ເລືອກ​ຕັ້ງ ລ້ວນ​ແຕ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ໃຫ້​ກຳ​ແໜ້ນ​ຂໍ້​ກຳນົດ​ກົດໝາຍ, ກຳ​ແໜ້ນ​ວິຊາ​ຊີບ​ການ​ເລືອກ​ຕັ້ງ ​ເພື່ອ​ຫຼີກ​ລ້ຽງ​ຂໍ້​ຜິດພາດ ​ແລະ ປະຕິບັດ​ຕາມ​ຂໍ້ກຳນົກກົດ​ໝາຍ​ຢ່າງ​ເຄັ່ງ​ຄັດ.

-------------------------

(1), (2) ລັດ​ຖະທຳ​ມະນູນຂອງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2014, ໜ້າ 9, 32, 60.

(3) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2021, ​ເຫຼັ້​ມ 2, ໜ້າ 332.

(4) ບົດ​ລາຍ​ງານ​ສະບັບ​ເລກທີ 695/BC-HĐBCQG, ວັນ​ທີ 19 ກໍລະກົດ 2016, ຂອງ​ສະພາ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ, “ສະຫຼຸບ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​​ວາລະ​ປີ 2016-2021” ຍື່ນ​ຕໍ່​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ໃນກອງປະຊຸມຄັ້ງທໍາອິດ

(5) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 4, ໜ້າ 153.

(6) ລັດ​ຖະທຳ​ມະນູນຂອງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ, ປຶ້ມ​ທີ່​ໄດ້​​ແນະນຳ, ໜ້າ 10.

(7) ຄຳ​ແນະນຳ​ເລກທີ 36-HD/BTCTW, ວັນ​ທີ 20 ມັງກອນ 2021, ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, “ວ່າດ້ວຍ​ວຽກ​ງານບຸກຄະລາ​ກອນສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ​ແລະ ສະມາຊິກສະພາ​ປະຊາຊົນ​ທຸກ​ຂັ້ນ​ວາ​ລະປີ 2021-2026”; ຈົດໝາຍ​ທາງ​ການ​ເລກທີ 35-CV/BTCTW, ວັນ​ທີ 24 ກຸມພາ 2021, ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ “ວ່າດ້ວຍ​ວຽກ​ງານບຸກຄະລາ​ກອນສະມາຊິກ​ສະພາ​ແຫ່ງ​ຊາດ​ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ

(8) ຈຸດ ກ ຂໍ້ 5 ມາດຕາ 11, ກົດໝາ​ຍວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ.

(9) ມະຕິ​ເລກທີ 1187/NQ-UBTVQH14, ວັນ​ທີ 11 ມັງກອນ 2021, ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, “ແນະນໍາການກໍານົດຄວາມຄາດຫວັງກ່ຽວ​ກັບໂຄງສ້າງ, ອົງປະກອບ ແລະ ການແຈກຢາຍຈຳນວນຄົນທີ່ຖືກສະເໜີຊື່​ເຂົ້າ​ຮັບ​ເລືອກຕັ້ງ​ເປັນ​ສະມາຊິກສະພາປະຊາຊົນທຸກຂັ້ນວາລະ​ປີ 2021-2026”.

(10) ​ໃນ​ການ​ເລືອ​ກຕັ້ງ​ປີ 2016, ມີ​ຜູ້​ໄດ້​ຮັບ​ເລືອກ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ 2 ຄົນ ​ແຕ່​ບໍ່​ໄດ້​ຮັບຮອງ​ສະຖານະ; ມີ​ຜູ້​ໄດ້​ຮັບ​ເລືອກ​ເປັນ​ສະມາຊິກ​ສະພາປະຊາຊົນ 1 ຄົນ ​ແຕ່​ບໍ່​ໄດ້​ຮັບຮອງ​ສະຖານະ ຍ້ອນ​ໄດ້ລົງ​ສະໝັກ​ຮັບ​ເລືອກ​ຕັ້ງສະພາ​ປະຊາຊົນ​ທັງ 3 ລະດັບ, ລະ​ເມີດ ກົດໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ.

(11) ຕາມ​ບົດ​ລາຍ​ງານ​ສະບັບ​ເລກທີ 695/BC-HĐBCQG, ວັນ​ທີ 19 ກໍລະກົດ 2016, ຂອງ​ສະພາ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ, “ສະຫຼຸບ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາກຊຸດ​ທີ 14 ​ແລະ ສະມາ​ຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ວາລະ​ປີ 2016-2021”, ​ໜ່ວຍ​ການ​ເລືອກ​ຕັ້ງ​ເລກທີ 2, ຕາ​ແສງ​ອານ​ເຊີນ, ​ເມືອງ​ກຽນ​ຫາຍ, ​ແຂວງ​ກຽນຢາງ ຕ້ອງ​ຍົກ​ເລີກຜົນການເລືອກຕັ້ງ ​ເນື່ອງ​ຈາກການລະ​ເມີດກົດໝາຍຢ່າງຮ້າຍແຮງ ແລະ ຕ້ອງໄດ້ຈັດການເລືອກຕັ້ງຄືນ​ໃໝ່​ໃນ​ວັນ​ອາທິດ, ວັນທີ 5 ມິຖຸນາ 2015. ໜ່ວຍ​ການ​ເລືອກ​ຕັ້ງ​ເລກທີ 3, ຕາ​ແສງ​ເຕິ​ນຕ້ຽນ, ​ເມືອງ​ດົ່ງ​ຝູ່, ​ແຂວງ​ບິ່ງ​ເຝື້ອກ ຕ້ອງ​ຍົກ​ເລີກ​ຜົນ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ປະຊາຊົນ​ຕາ​ແສງ ​ເນື່ອງ​ຈາກ​ການ​ພິມ​ນາມສະ​ກູນຂອງ​ຜູ້​ສະ​ໝັກຮັບ​ເລືອກ​ເປັນ​ສະມາຊິກ​ສະພາ​ປະຊາຊົນ​ຂັ້ນຕາ​ແສງໃນບັດຄະ​ແນນ​ສຽງ​ຜິດ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 964 (​ເດືອນ​ເມສາ 2021)