ວກ. - ເບິ່ງຄືນຫຼັງ 10 ປີແຫ່ງການປະຕິບັດຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມ 2011-2020, ເຖິງວ່າຈະມີຂໍ້ຈຳກັດ, ຂໍ້ບົກຜ່ອງ, ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ​ແຕ່​ດ້ວຍ​ຄວາມ​ພະຍາຍາມທີ່​ຍິ່ງ​ໃຫຍ່​ແລະ​ຄວາມ​ຕັດສິນ​ໃຈສູງ ຂອງພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ, ​ໄດ້ບັນລຸຜົນສຳ​ເລັດ​ທີ່​ສຳ​ຄັນຫຼາຍ​ຢ່າງ, ສະແດງໃຫ້ເຫັນ​ເຖິງຜົນງານຂອງການປະດິດສ້າງເກືອບ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ດ້ວຍ​ຄວາມ​ກ້າວໜ້າຢ່າງ​ກະ​ໂດດ​ຂັ້ນ​ໃນ​ຫຼາຍ​ຂົງ​ເຂດ; ບໍ່​ມີ​ເວລາ​ໃດ​ທີ່ປະເທດຫວຽດນາມມີພາລະກິດ, ທ່າແຮງ, ຖານະຕຳແໜ່ງ ​ແລະ​ກຽດ​ສັກ​ສີ​ສາກົນ​ຄືທຸກວັນນີ້. ການຮັບຮູ້ແລະການປະເມີນຢ່າງເລິກເຊິ່ງ ກ່ຽວກັບການຈັດ​ຕັ້ງ​ປະຕິບັດຍຸດທະສາດ ​ແລະ​ການ​ຖອດ​ຖອນ​ບົດຮຽນ​ປະສົບ​ການ​ທີ່​ມີຄຸນຄ່າ, ​ແມ່ນ​ພື້ນຖານ​ໃຫ້​ແກ່​ການ​ສ້າງຍຸດ​ທະ​ສາດ​ການ​ພັດທະນາ​ປະ​ເທດ​ຮອດ​ປີ 2030 ​ແລະ​ວິ​ໄສ​ທັດ​ຮອດ​ປີ 2045 ດ້ວຍ​ຄວາມ​ປາດ​ຖະໜາ​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ, ​ໃຊ້​ໂອກາດ​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ​ ແລະຫຼຸດ​ຊ່ອງ​ຫວ່າງ​ການ​ພັດທະນກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແລະ​ທົ່ວ​ໂລກ.

ກຳມະການກົມການເມືອງ, ນາຍົກລັດຖະມັນຕີ ຫງວຽນຊວັນຝຸກ ກວດກາວຽກງານແກ້ໄຂ ຜົນກະທົບຈາກໄພນ້ຳຖ້ວມ, ຢ້ຽມຢາມແລະແບ່ງປັນຄວາມຫຍຸ້ງຍາກ, ການສູນເສຍ ກັບປະຊາຊົນບ້ານດົ່ງຕື, ຕາແສງຮ່ຽນນິງ, ເມືອງກວ໋າງນິງ, ແຂວງກວ໋າງບິ່ງ, ວັນທີ 24 ຕຸລາ 2020 _ ພາບ: TTXVN

I

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບຮອງ​ຜ່ານ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ 2011 - 2020, ​ໃນ​ນັ້ນ​ສິ່ງ​ທີ່​ເດັ່ນ​ແມ່ນ ທັດສະນະ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ, ການ​ເຕີບ​ໂຕ​ເສດຖະກິດ​ສົມທົບ​ຢ່າງ​ກົມກຽວ​ ກັບ​ການ​ພັດທະນາ​ວັດທະນະທຳ, ສ້າງ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ, ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາ​ຊົນ​ຢ່າງ​ຕໍ່​ເນື່ອງ, ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ປົກ​ປ້ອງ​ແລະ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ໃຫ້​ດີ​ຂຶ້ນ, ​ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ; ສຸມ​ໃສ່​ການ​ປະຕິບັດ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດ ​ແລະ​ບັນດາ​ທິດ​ທາງ​ຫຼັກ​ ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ຈັດ​ວາງ​ໂຄງ​ສ້າງ​ເສດຖະກິດ​ຄືນ​ໃໝ່ ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່ຮູບ​ແບບ​ການ​ເຕີບ​ໂຕ ​ແລະຍົກ​ສູງ​ປະສິດທິພາບ, ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດ​ຕ່າງໆ.

​ເບິ່ງຄືນ​ຫຼັງ​ເກືອບ 10 ປີ​ແຫ່ງ​ການ​ປະຕິບັດ​ຍຸດ​ທະ​ສາດ, ພວກ​ເຮົາ​ເຫັນ​ສະຖານະ​ການ​ໂລກ​ແລະ​ພາກ​ພື້ນ ມີ​ການ​ຜັນ​ຜວນ ປ່ຽນ​ແປງ​ທີ່​ສັບສົນ​ຫຼາຍ​ກວ່າທີ່​ຄາດ​ໄວ້ກ່ອນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ​ເສດຖະກິດ​ໂລກ​ໄດ້ ຟື້ນຕົວຊ້າລົງ ຫຼັງຈາກວິກິດການການເງິນ ແລະສະພາວະເສດຖະກິດໂລກຊຸດ​ໂຊມ​ໃນປີ 2007 - 2008; ຄວາມສ່ຽງໃນຕະຫຼາດການເງິນ ​ແລະເງິນຕາສາກົນເພີ່ມຂຶ້ນ; ທ່າ​ອ່ຽງຂອງລັດທິປົກປ້ອງການຄ້າ ແລະການແຂ່ງຂັນທາງຍຸດທະສາດ ລະຫວ່າງ​ບັນດາ​ປະ​ເທດ, ຄູ່ຮ່ວມມືສຳຄັນ ແມ່ນມີຄວາມຮຸນແຮງຂຶ້ນ. ​ໃນ​ຂະນະ​ນັ້ນ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຂະຫຍາຍຕົວ​ໄວ​ທີ່​ສຸດ ພ້ອມ​ກັນ​ກັບ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງໃນຫຼາຍໆດ້ານ ຕໍ່ປະເທດຕ່າງໆໃນທົ່ວໂລກ. ພິ​ເສດ, ​ແຕ່​ຕົ້ນ​ປີ 2020, ປີສຸດທ້າຍຂອງໄລຍະຍຸດທະສາດ, ການລະບາດ​ຂອງ​ໄວຣັດ​ໂຄ​ວິດ-19 ​ເກີດ​ຂຶ້ນ​ແລະ​ລະບາດ​ໜັກ​ ສົ່ງ​ຜົນ​ກະທົບຢ່າງໃຫຍ່ຫຼວງຕໍ່ທຸກຂົງເຂດໃນທົ່ວໂລກ, ນຳ​ໄປ​ສູ່​ພາວະ​ຖົດຖອຍ​ທາງ​ເສດຖະກິດທີ່​ຮຸນ​ແຮງ​ທີ່​ສຸດ ນັບ​ຕັ້ງ​ແຕ່​ວິ​ກິດ​ຄັ້ງ​ໃຫຍ່​ໃນ​ປີ 1929 - 1933, ​ເຊິ່ງມີ​ຫຼາຍ​ປະ​ເທດ​ທີ່​ເປັນ​ຄູ່​ຮ່ວມ​ມື​ໃຫຍ່​ຂອງ​ຫວຽດນາມ.

ໃນສະພາບການນັ້ນ ແລະຕໍ່ໜ້າບັນດາຂໍ້ຈຳກັດ, ຂໍ້ຫຍຸ້ງຍາກໃນທົ່ວປະເທດ, ພັກແລະລັດຫວຽດນາມ ໄດ້ຕິດຕາມສະພາບການແລະຂໍ້ກຳນົດຕົວຈິງຢ່າງໃກ້ຊິດ, ນຳ ພາ, ຊີ້ນຳ, ບໍລິຫານຢ່າງກົງໄປກົງມາ, ວ່ອງໄວ ແລະມີປະສິດທິຜົນໃນທຸກຂົງເຂດ ດ້ວຍຄວາມຕັດສິນໃຈສູງ; ພະຍາຍາມໃຫ້ໄດ້ຮັບໝາກຜົນສູງສຸດຕາມເປົ້າໝາຍ ແລະໜ້າ​ທີ່ທີ່​ໄດ້ວາງ​ໄວ້. ໃນໄລຍະເວລາຍຸດທະສາດ, ພາຍ​ໃຕ້​ກາ​ນຳພາທີ່​ສະຫຼາດ​ແລະ​ຖືກຕ້ອງຂອງພັກ, ການຄຸ້ມຄອງທີ່ມີປະສິດທິຜົນຂອງລັດ, ການ​ຊີ້​ນຳ​ແລະ​ຄຸ້ມ​ຄອງ​ຢ່າງ​ເຂັ້ມ​ງວດຂອງລັດຖະບານ, ຂອງທຸກຂັ້ນແລະທຸກຂະ​ແໜງ​ການ ຕັ້ງ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ, ທົ່ວປວງຊົນ​ແລະທົ່ວກອງທັບ​ໃນທົ່ວປະເທດ ໄດ້ຮ່ວມແຮງຮ່ວມໃຈສາມັກຄີ,​ຕັ້ງໜ້າພະຍາຍາມ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ແລະສິ່ງ​ທ້າ​ທາຍ, ປະຕິບັດ​ເປົ້າ​ໝາຍ ໜ້າ​ທີ່ ວິທີ​ແກ້​ໄຂ​ທີ່​ໄດ້​ວາງ​ໄວ້​ຢ່າງ​ຄົບ​ຊຸດ​ແລະ​ມີ​ປະສິດທິ​ຜົນ ​ແລະ ປະສົບ​ຄວາມ​ສຳ​ເລັດ​ທີ່ສຳຄັນ​ແລະຄົບຖ້ວນພໍ​ສົມຄວນໃນຫຼາຍຂົງເຂດ; ​ໂດຍ​ສະ​ເພາະ​ແຕ່​ຕົ້ນ​ປີ 2020 ຈົນ​ເຖິງ​ດຽວ​ນີ້, ພວກ​ເຮົາໄດ້ປະຕິບັດ“​ເປົ້າ​ໝາຍ​ຄູ່”: ທັງ​ປ້ອງ​ກັນ​ແລະ​ປາບ​ການລະບາດ​ຂອງ​​ໄວຣັດ​ໂຄ​ວິດ-19 ດ້ວຍຈິດໃຈ “ການ​ຕໍ່ສູ້​ກັບ​ການລະບາດ​ແມ່ນ​ຄ້າຍຄື​ກັບ​ການ​ຕໍ່ສູ້​ກັບ​ສັດຕູ”, ທັງ​ສຸມ​ໃສ່​ການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ, ຮັບປະກັນ​ຄວາມ​ປອດ​ໄພ​ສັງຄົມ ​ແລະຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ຜົນສຳ​ເລັດ​ເຫຼົ່າ​ນີ້​ເກີດ​ຈາກການ​ສຸມ​ໃສ່​​ພັດທະນາບັນດາ​ປັດ​ໄຈ​ພື້ນຖານ​ເສດຖະກິດ-ສັງຄົມ ໃນໄລຍະຈັດ​ຕັ້ງ​ຍຸດ​ທະ​ສາດ, ໂດຍສະເພາະໃນໄລຍະ 2016-2020.

ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງກວ່າເກົ່າ, ອັດຕາ​ເງິນ​ເຟີ້​ຖືກ​ຄວບ​ຄຸມ​ໃນ​ລະດັບຕໍ່າ, ການ​ເຕີບ​ໂຕ​ທາງເສດຖະກິດ​ດີ​ພໍ​ຄວນ ຕິດ​ກັບ​ຄຸນ​ນະພາ​ບຂອງ​ການ​ເຕີບ​ໂຕ ​ແລະການດຸ່ນດ່ຽງທີ່ສຳຄັນຂອງເສດຖະກິດໄດ້ຮັບການປັບປຸງດີ​ຂຶ້ນ. ​ເຖິງ​ວ່າ​ໄດ້​ຖືກ​ຜົນ​ກະທົບ​ຢ່າງ​ໜັກ​ຈາກການ​ແຜ່​ລະບາດ​ຂອງ​ໄວຣັດ​ໂຄ​ວິດ-19 ​ໃນ​ປີ 2020 ກໍ່ຕາມ, ​ແຕ່​ ການ​ເຕີບ​ໂຕຂອງ ຈີ​ດີ​ພີ  ຄາດ​​ວ່າຈະບັນລຸ 5,9% ຕໍ່ປີ​ ໃນໄລຍະເວລາຍຸດທະສາດທັງ ໝົດ, ຢູ່​ໃນ​ກຸ່ມ​ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕ​ສູງ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ; ​ໃນ​ນັ້ນ​ໄລຍະ​ປີ 2011 - 2015 ການ​ເຕີບ​ໂຕ​ສະ​ເລ່ຍບັນລຸ 5,9% ຕໍ່​ປີ; ​ໄລຍະ​ປີ 2016  - 2019 ບັນລຸ 6,8% ຕໍ່​ປີ ​ແລະ​ປີ 2020 ປະມານ​ຫຼາຍ​ກວ່າ 2%, ສູ້​ຊົນ​ບັນລຸ​ປະມານ 3%. ຈີ​ດີ​ພີ ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຈາກ 1.331 ໂດລາສະຫະລັດໃນປີ 2010 ເປັນປະມານ 2.750 ໂດລາສະຫະລັດໃນປີ 2020. ບໍ່​ພຽງ​ແຕ່​ປະລິມານ​ເທົ່າ​ນັ້ນ, ຄຸນ​ນະພາ​ບການ​ເຕີບ​ໂຕກໍ່ໄດ້ຮັບການປັບປຸງ, ສະມັດ​ຕະພາບ​ຂອງ​ງານ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ການປະກອບສ່ວນຂອງສະມັດ​ຕະພາບ​ປັດ​ໄຈ​ສັງ​ລວມ (TFP) ບັນລຸ​ປະມານ 39%, ລື່ນຄາດໝາຍຍຸດທະສາດທີ່​ວາງ​ໄວ້ (35%); ສະມັດ​ຕະພາບ​ຂອງ​ງານ​ໃນ​ໄລຍະ​ປີ 2016 - 2020 ​ເພີ່ມ​ຂຶ້ນ​ສະ​ເລ່ຍ 5,8% ຕໍ່​ປີ. ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ​ກວ່າເກົ່າ; ດັດຊະນີລາຄາຜູ້ບໍລິໂພກ (CPI) ຫຼຸດລົງຈາກ 18,6% ໃນປີ 2011 ລົງຕ່ຳກ່ວາ 4% ໃນໄລຍະປີ 2016 - 2020. ບັນດາການດຸ່ນດ່ຽງທີ່ໃຫຍ່ ກ່ຽວກັບ​ງົບປະມານແຫ່ງລັດ, ການຄ້າ, ການ​ລົງທຶນ, ພະລັງງານ, ຄວາມໝັ້ນຄົງ​ດ້ານ​ສະບຽງ​ອາຫານ ສືບຕໍ່ໄດ້ຮັບການຮັບປະກັນແລະປັບປຸງ. ມູນຄ່າການສົ່ງອອກແລະນຳເຂົ້າທັງ ໝົດເພີ່ມຂຶ້ນຢ່າງໄວວາ; ດຸນ​ການ​ຄ້າ​ແລະ​ດຸນ​ການ​ຊຳລະ​ເງິນ​ລະຫວ່າງ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ; ການສຳຮອງເງິນຕາຕ່າງປະເທດ​ເພີ່ມ​ສູງ​ຂຶ້ນ​ກວ່າ​ເວລາ​ໃດ​ໝົດ. ການລະດົມບັນດາແຫຼ່ງກຳລັງເພື່ອການລົງທຶນພັດທະນາໄດ້ຮັບການຍູ້​ແຮງ; ການ​ລົງທຶນ​ໃນ​ຂົງ​ເຂດ​ນອກ​ພາກ​ລັດ​ເພີ່ມ​ຂຶ້ນ​ຢ່າງ​ໄວ; ຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນ​ການ​ລົງທຶນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ຍອດເງິນລົງທຶນພັດທະນາສັງຄົມເພີ່ມຂຶ້ນສະເລ່ຍ 10,6% ຕໍ່ປີ; ໄດ້ດຶງດູດໂຄງການລົງທຶນໂດຍກົງຈາກຕ່າງປະເທດຂະໜາດໃຫຍ່​ແລະເຕັກໂນໂລຢີສູງຈຳນວນ​ຫຼາຍ.

ການປັບໂຄງສ້າງເສດຖະກິດຕິດກັບການ​ປ່ຽນ​ແປງ​ໃໝ່​ຮູບແບບການເຕີບໂຕ ​ໄດ້​ຮັບ​ການຈັດ​ຕັ້ງ​ຊີ້​ນຳ​ປະຕິບັດ​ຢ່າງ​ລວມສູນ ແລະບັນລຸໝາກຜົນໃນທາງບວກ. ການປັບ​ໂຄງ​ສ້າງ​ສະ​ຖາ​ບັນ​ສິນ​ເຊື່ອຕິດ​ກັບ​ການ​ແກ້​ໄຂ​ໜີ້​ເສຍ ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ມີ​ປະສິດທິ​ຜົນກວ່າ​ເກົ່າ, ຮັບປະກັນ​ຄວາມ​ໝັ້ນ​ຄົງ ປອດ​ໄພ​ຂອງ​ລະບົບ. ການ​ປັບ​ໂຄງ​ສ້າງລັດ​ວິ​ສາ​ຫະກິດ ​ໄດ້​ຮັບ​ການ​ຍູ້​ແຮງ​ແລະ​ແທດ​ຈິງ​ກວ່າ​ເກົ່າ; ສຸມ​ໃສ່​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ການ​ຖອນ​ທຶນ ​ແລະ ການ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ ຂອງລັດ​ວິ​ສາ​ຫະກິດ. ຈຳນວນ​ລັດ​ວິ​ສາ​ຫະກິດ​ຫຼຸດ​ລົງ, ​ເຕົ້າ​ໂຮມ​ໃນ​ຂະ​ແໜງ​ການ​ແລະ​ຂົງ​ເຂດ​ທີ່​ ສຳຄັນ. ​ພາກ​ເສດຖະກິດ​ທີ່​ບໍ່​ແມ່ນ​ຂອງ​ລັດມີ​ອັດຕາ​ການ​ເຕີບ​ໂຕ​ທີ່​ດີ, ປະກອບສ່ວນ​ທີ່ສຳຄັນ​ ໃນ​ການ​ລະດົມບັນດາ​ແຫຼ່ງພະລັງ​ສັງຄົມ, ປັບໂຄງປະກອບເສດຖະກິດ, ສ້າງ​ວຽກ​ເຮັດ​ງານທຳ ​ແລະ​ເພີ່ມ​ລາຍ​ໄດ້​ໃຫ້​ຜູ້​ອອກ​ແຮງ​ງານ. ​ໂຄງ​ສ້າງ​ເສດຖະກິດ​ຕາມ​ຂະ​ແໜງ​ການ​ແລະ​ພາຍ​ໃນ​ຂະ​ແໜງ​ການ ມີ​ການ​ປ່ຽນ​ແປງ​​ຢ່າງ​ດີ. ສ່ວນ​ແບ່ງ​ຂອງ​ຂະ​ແໜງ​ກະສິກຳໃນ ຈີ​ດີ​ພີ ຫຼຸດລົງຈາກ 18,9% ໃນປີ 2010 ລົງມາເປັນ 14,8% ໃນປີ 2020. ສຸມ​ໃສ່​ພັດທະນາ​ກະສິກຳຕາມ​ທິດ​ການ​ຜະລິດ​ສິນຄ້າຂະໜາດ​ໃຫຍ່, ທັນ​ສະ​ໄໝ, ມີ​ຄຸນຄ່າ​ເພີ່ມ​ສູງ ​ແລະ​ຍືນ​ຍົງ; ພັດທະນາການເຊື່ອມໂຍງການຜະລິດຕາມ​ຕ່ອງ​ໂສ້​ມູນ​ຄ່າ ​ແລະສ້າງ​ເຄື່ອງໝາຍ​ການ​ຄ້າ ຂອງຜະລິດຕະພັນກະສິກຳທີ່ສຳຄັນຈຳນວນໜຶ່ງ. ​ໂຮງງານ​ຫຼາຍ​ແຫ່ງ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ສິກຳ​ແລະ​ອາຫານ​ດ້ວຍ​ເຕັກ​ໂນ​ໂລ​ຊີທີ່​ທັນ​ສະ​ໄໝ​ ໄດ້​ດຳເນີນ​ການ​ແລ້ວ. ບັນດາ​ຮູບ​ການ​ເສດຖະກິດ​ສະຫະກອນ ​ແລະ​ວິ​ສາ​ຫະກິດ​ກະສິກຳ​ເພີ່ມ​ຂຶ້ນ​ຢ່າງ​ໄວ ດ້ວຍສະຫະກອນ​ກະ​ເສດ​ທີ່​ມີ​ປະສິດທິ​ພາບ​ປະມານ 15.000​ແຫ່ງ ​ແລະວິ​ສາ​ຫະກິດ​ເກືອບ 12.000 ​ແຫ່ງ ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ກັບ​ການ​ຜະລິດ​ທາງ​ການ​ກະ​ເສດ. ອັດຕາສ່ວນຂອງການປຸງແຕ່ງ, ການປະດິດ ແລະການນຳໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ໃນບັນດາ​ຂະ​ແໜງ​ການແລະຂົງເຂດ ​ໄດ້ເພີ່ມຂຶ້ນຢ່າງ​ຕໍ່​ເນື່ອງ; ອັດຕາ​ສ່ວນ​ຂອງ​ສິນຄ້າສົ່ງອອກທີ່ປຸງແຕ່ງ ໃນມູນຄ່າການສົ່ງອອກສິນຄ້າທັງໝົດ ເພີ່ມຂຶ້ນຈາກ 65% ໃນປີ 2011 ມາເປັນ 85% ໃນປີ 2020. ບາງ​ຂະ​ແໜງການຂົງ​ເຂດ​ບໍລິການ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ​ໄດ້​ຮັບ​ການ​ຍູ້​ແຮງ ​ແລະພັດທະນາ​ຢ່າງ​ໄວ​ເຊັ່ນ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການ​ສື່ສານ, ການ​ຄ້າ​ເອ​ເລັກ​ໂຕຣນິກ, ການ​ເງິນ ທະນາຄານ, ການ​ປະກັນ​ໄພ, ຕະຫຼາດ​ຫຼັກ​ຊັບ, ສາທາລະນະ​ສຸກ, ການບິນ... ຂະ​ແໜງ​ການທ່ອງທ່ຽວມີ​ຄວາມ​ກ້າວໜ້າ​ຢ່າງ​ເດັ່ນ​ຊັດ​ ແລະບັນລຸ​ຜົນງານ​ທີ່​ສຳຄັນ; ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ຈາກ 5 ລ້າ​ນຄົນ​ໃນ​ປີ 2010 ຂຶ້ນ​ເປັນ 18 ລ້ານ​ຄົນ​ປີ 2019.

ບັນດາ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໄດ້​ຮັບ​ການ​ການ​ຊີ້​ນຳລວມສູນ​ ເພື່ອ​ປະຕິບັດ ​ແລະ​ບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງ, ປະກອບສ່ວນສຳ​ຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ກຳນົດທິດ​​ສັງຄົມ​ນິຍົມ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມ​ບຸນ​ເທື່ອ​ລະ​ກ້າວ ຕາມ​ທິດ​ທັນ​ສະ​ໄໝ ຄົບ​ຊຸດ ​ແລະ​ເຊື່ອມ​ໂຍງ ​ເຊິ່ງຈຸດ​ໜັກ​ໃຈກາງ​ແມ່ນ ​ສ້າງສະພາບ​ແວດ​ລ້ອມ​ການ​ແຂ່ງຂັນທີ່​ສະ​ເໝີ​ພາບ ​ໂປ່​ງ​ໃສ ​ແລະ​ສະດວກ​ສະບາຍ. ​ມີການຈັດ​ຕັ້ງ​ລະບົບ​ກົດໝາຍ​​ເສດຖະກິດທີ່​ຂ້ອນ​ຂ້າງ​ສົມ​ບຸນ, ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ ຄົບ​ຊຸດ ​ໂປ່​ງ​ໃສ, ສ້າງພື້ນຖານດ້ານກົດໝາຍ​ໃຫ້​ບັນດາວິ​ສາ​ຫະກິດຂອງທຸກຮູບ​ແບບ​ກຳມະສິດ ດຳເນີນທຸລະ​ກິດ. ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໄດ້​ຮັບ​ການ​ສົ່ງ​ເສີມ, ​ໂດຍ​ສະ​ເພາະ​ແມ່ນບຸກ​ຄະລາ​ກອນ​ຄຸນ​ນະພາ​ບສູງ, ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ; ອັດຕາ​ສ່ວນ​ແຮງ​ງານ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ເພີ່ມ​ຂຶ້ນ​ຈາກ 40% ປີ 2010 ຂຶ້ນ​ເປັນ​ປະມານ 64,5% ປີ 2020. ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໄດ້​ຮັບ​ການ​ປະ​ຢຸກ​ໃຊ້​ຢ່າງ​ກວ້າງຂວາງ​ໃນ​ຫຼາຍ​ຂົງ​ເຂດ; ລະບົບ​ນິ​ເວດ​ການ​ເລີ່​ມທຸລະ​ກິດ​ປະດິດ​ສ້າງ​ແຫ່ງ​ຊາດ ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ; ດັດຊະນີນະວັດຕະກຳລະດັບໂລກ (GII) ຂອງຫວຽດນາມ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຕໍ່​ເນື່ອງ, ປີ 2020 ຢູ່​ທີ 42/131 ປະເທດແລະເຂດແຄ້ວນ, ນຳໜ້າກຸ່ມ 29 ປະ​ເທດ​ທີ່​ມີລາຍໄດ້ປານກາງຕ່ຳ. ຄວາມສາມາດຂອງລະບົບ​ໂຄງ​ສ້າງ​ພື້ນຖານດ້ານ​ການຂົນສົ່ງ, ພະລັງງານ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ໂທລະ​ຄົມມະນາຄົມ, ການ​ຊົນລະປະທານ, ຕົວ​ເມືອງ, ການ​ຄ້າ​ພານິດ... ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ພໍ​ຄວນ. ຫຼາຍ​ກິດ​ຈຳ​ກຳ​ໂຄງການສຳຄັນ ທີ່ມີ​​ແຮງ​ແຜ່​ກະຈາຍ​ສູງ, ມີ​ລະດັບ​ຍຸດ​ທະ​ສາດ ທາງ​ດ້ານ​ການ​ຂົນ​ສົ່ງ ​ແລະພະລັງງານ​ ໄດ້​ຮັບການ​ລົງທຶນ ກໍ່ສ້າງ ສຳ​ເລັດ ​ແລະ ​ເປີດ​ນຳໃຊ້. ​ເລິ່ມກໍ່​ຕັ້ງຂໍ້​ມູນ​ທາງ​ດ່ວນ (Information superhighway), ລະບົບ​ຖານ​ຂໍ້​ມູນ​ຂະໜາດ​ໃຫຍ່ (Large database information system). ພວກ​ເຮົາ​ກໍ່​ໄດ້​ລົງທຶນ​ກໍ່ສ້າງ​ຫຼາຍ​ກິດຈະກຳ​ໂຄງ​ສ້າງ​ພື້ນຖານ​ສັງຄົມ; ​ໃນ​ນັ້ນ ​ໄດ້​ສ້າງ​ໃໝ່ ປັບປຸງ​ ແລະຍົກ​ລະດັບ​ ໂຮງໝໍທຸກ​ລະດັບ 766 ​ແຫ່ງ, ຫ້ອງ​ກວດ​ພະຍາດປະຈຳ​ເຂດ 114 ​ແຫ່ງ, ສຸ​ກສາລາ​ຕາ​ແສງຫຼາຍ​ກວ່າ 2.000 ​ແຫ່ງ ​ແລະ​ໂຮງໝໍ​ສູນ​ກາງ​ຈຳນວນ​ໜຶ່ງ; ໄດ້ສຳ​ເລັດ​ການ​ເຊື່ອມ​ຕໍ່​ສະຖານ​ທີ່ກວດ​ແລະ​ປິ່ນປົວພະຍາດອອນ​ໄລ 1.200 ແຫ່ງໃນທຸກເຂດ ພາກ​ຂອງປະເທດ.

ການພັດທະນາ​ເສດຖະກິດ​ເຂດ, ​ເສດຖະກິດ​ທະ​ເລ, ຕົວ​ເມືອງ ​ແລະ ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ມີ​ຄວາມ​ຄືບ​ໜ້າ, ໃຊ້ປະ​ໂຫຍ​ດຈາກທ່າແຮງ ​ແລະ​ຂໍ້​ໄດ້​ປຽບ​ຂອງ​ແຕ່ລະທ້ອງຖິ່ນ, ແຕ່ລະເຂດ ແລະພາກພື້ນ​ ໄດ້​ດີ​ຂຶ້ນ. ບັນດາ​ເຂດ​ເສດຖະກິດຈຸດ​ໜັກ​ໃຈກາງ ​ແລະ ຕົວ​ເມືອງ​ໃຫຍ່ ​ສືບ​ຕໍ່​ເສີມ​ຂະຫຍາຍບົດບາດນຳພາ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ດຶງ​ດູດ​ການ​ລົງທຶນ​ແລະ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ ໃຫ້​ແກ່​ການ​ເຕີບ​ໂຕ​ເສດຖະກິດ, ການ​ສົ່ງອອກ, ລາຍຮັບງົບປະມານແຫ່ງລັດ... ຄວາມ​ສາມາດ​ບົ່ມຊ້ອນແລະ​ຂໍ້​ໄດ້​ປຽບ​ຂອງ​ທະ​ເລ​ ໄດ້​ຮັບ​ການ​ສົ່ງ​ເສີມ, ຫຼາຍ​ທ້ອງ​ຖິ່ນ​ທີ່​ມີ​ທະ​ເລ​ ໄດ້​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ແຂງ ຕາມ​ຈິດ​ໃຈມະຕິ​ເລກທີ 36-NQ/TW, ວັນ​ທີ 22 ຕຸລາ 2018, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ​ທີ XII, ກ່ຽວ​ກັບ “ຍຸດທະ​ສາດ​ການ​ພັດທະນາ​ເສດຖະກິດ​ທະ​ເລ​ຫວຽດນາມ ​ແບບ​ຍືນ​ຍົງ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045”. ລະບົບ​ຕົວ​ເມືອງ​ເພີ່ມ​ຂຶ້ນ​ຢ່າງ​ໄວວາທາງ​ດ້ານຈຳນວນ ​ແລະ​ຂະໜາ​ກ, ກໍ່​ຕັ້ງເຄືອຂ່າຍຕົວເມືອງຂຶ້ນ​ເທື່ອ​ລະ​ກ້າວ, ປະກອບສ່ວນສ້າງກຳລັງແຮງຊຸກຍູ້​ການ​ເຕີບ​ໂຕຂອງເສດຖະກິດ; ອັດຕາ​ສ່ວນ​ການ​ຫັນ​ເປັນ​ຕົວ​ເມືອງ​ເພີ່ມ​ຂຶ້ນ​ຈາກ 30,5% ປີ 2010 ຂຶ້ນ​ເປັນ 40% ປີ 2020, ​ເກີນ​ເປົ້າໝາຍທີ່ວາງໄວ້. ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ປະສົບ​ຜົນສຳ​ເລັດ​ທີ່​ສຳຄັນ​ຫຼາຍ​ຢ່າງ; ໂຄງ​ສ້າງ​ພື້ນຖານທາງ​ເສດຖະກິດ​ແລະ​ສັງຄົມ​ໃນ​ຊົນນະບົດ​ ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຈະ​ແຈ້ງ; ສະ​ຖາ​ບັນ​ທາງ​ວັດທະນະທຳ​ໄດ້​ຮັບ​ການ​ປັບປຸງ​ແລະ​ເສີມ​ຂະຫຍາຍ​ປະສິດທິ​ຜົນ; ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ສຳ​ເລັດ​ສົມບູນ​ກ່ອນ​ກຳນົດ​ເກືອບ 2 ປີ; ຄາດ​ວ່າ​ຮອດ​ທ້າຍ​ປີ 2020 ປະມານ 63% ຂອງຈຳນວນ​ຕາ​ແສງ ​ໄດ້​ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່, ​ເກີນ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້ (50%).

ການ​ພັດທະນາ​ວັດທະນະທຳ, ສ້າງ​ຄົນ​ຫວຽດນາມ​ ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ດີ; ຄວາມ​ປອດ​ໄພ​ທາງ​ສັງຄົມ​ໄດ້​ຮັບປະກັນ; ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ຫວຽດນາມ​ໄດ້​ດຳ​ເນີນ​ນະ​ໂຍບາຍ​ຢ່າງ​ດີຕໍ່​ຜູ້​ທີ່​ມີ​ຄຸນງາມຄວາມດີ​, ການອຸປະຖຳສັງຄົມ, ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ຍືນ​ຍົງ; ອັດຕາ​ສ່ວນ​ຜູ້​ເຂົ້າ​ຮ່ວມການ​ປະກັນ​ສັງຄົມ, ປະກັນ​ສຸຂະພາບ, ປະກັນ​ການ​ຫວ່າງ​ງານ ​ເພີ່​ມຂຶ້ນ​ຢ່າງ​ໄວ; ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຫຼຸດ​ລົງຕ່ຳ​ກວ່າ 3% ​ໃນ​ປີ 2020. ບັນດາ​ຂົງ​ເຂດ​ການ​ສຶກສາ, ສາທາລະນະ​ສຸກ ​ບັນລຸ​ຜົນງານ​ທີ່​ສຳຄັນ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ການ​ຮັບປະກັນ​ໂຄງການ ການສອນ​ແລະຮຽນ​ອອນ​ໄລ ​ແລະ ​ໄດ້​ປະຕິບັດ​ເປັນ​ຢ່າງ​ດີ​ວຽກ​ງານ​ກວດ​ແລະ​ປົວ​ພະຍາດ​ໃນ​ສະພາບການ​ແຜ່​ລະບາດ​ຂອງ​ພະຍາດ. ຄຸນຄ່າ​ວັດທະນະທຳດັ້ງ​ເດີມ​ທີ່​ດີງາມ​ຂອງ​ຊາດ ​ໄດ້​ຮັບ​ການ​ເຊີດ​ຊູ​ແລະ​ສົ່ງ​ເສີມ; ​ໃນ​ການ​ປ້ອງ​ກັນ​ແລະ​ປາບ​ການລະບາດຂອງ​ໄວຣັດ​ໂຄ​ວິດ-19 ​ໄດ້​ເກີດ​ມີ​ຄຸນຄ່າ​ດ້ານ​ສິນທຳໃນສັງຄົມແລະມີຫຼາຍຕົວຢ່າງກ່ຽວ​ກັບ​ວຽກ​ດີຄົນ​ເດັ່ນ ທີ່​ໄດ້​ຮັບ​ການ​ສົ່ງ​ເສີມ. ບັນດາ​ຂົງ​ເຂດວຽກ​ງານ​ຊົນ​ຊາດ, ສາສະໜາ, ​ເບິ່ງ​ແຍງ​ດູ​ແລ​ຄົນ​ສູງ​ອາຍຸ, ​ແມ່ຍິງ, ​ເດັກນ້ອຍ, ການ​ກິລາກາ​ຍະ​ບໍລິຫາ, ວຽກ​ງານຂໍ້​ມູນ​ຂ່າວສານ​ແລະການ​ສື່ສານ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ​ໂຄງສ້າງ​ພື້ນຖານ​ທີ່​ຈຳ​ເປັນ, ​ໂດຍ​ສະ​ເພາະຢູ່​ເມືອງ​ທີ່​ທຸກ​ຍາກ ຢູ່​ເຂດຊົນ​ເຜົ່າ​ສ່ວນ​ນ້ອຍ ​ໄດ້​ຮັບ​ການ​ເພີ່ມ​ທະວີ. ດັດຊະນີ​ການ​ພັດທະນາ​ມະນຸດ (HDI) ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຕໍ່​ເນື່ອງ, ຢູ່​ໃນ​ກຸ່ມ​ປະ​ເທດ​ທີ່​ມີ​ການ​ພັດທະນາ​ມະນຸດສະ​ເຫຼ່ຍສູງ​ໃນ​ໂລກ. ຫວຽດນາມ​ໄດ້ປະຕິບັດ​ສຳ​ເລັດ​ຫຼາຍ​ເປົ້າ​ໝາຍ​ການ​ພັດທະນາ​ສະຫັດ​ສະ​ວັດ​ກ່ອນ​ກຳນົດ, ຖືວ່າເປັນຈຸດທີ່ສົດໃສ ໃນຂົງເຂດການຫຼຸດຜ່ອນ​ຄວາມທຸກຍາກ, ການ​ຮັກສາ​ສຸຂະພາບ, ການສຶກສາ, ​ແລະ ​ພວມ​ສືບ​ຕໍ່​ຜັນ​ຂະຫຍາຍ​ແຜນການ​ປະຕິບັດ​ງານ​ແຫ່ງ​ຊາດ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ຕາມວາລະ​ແຫ່ງ​ສະຫະ​ປະຊາ​ຊາດ 2030.  

ວຽກ​ງານ​ຄຸ້ມ​ຄອງ​ຊັບພະຍາກອນທຳມະ​ຊາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ ​ແລະ ​ການປ້ອງ​ກັນ ຕ້ານ​ໄພ​ທຳ​ມະ​ຊາດ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ແຕ່​ກ່ອນ. ຫວຽດນາມ​ທັງ​ປັບປຸງ​ບູລະນະ, ທັງ​ສຸມ​ໃສ່​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ​ ບັນດາ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍ ​ກ່ຽວກັບ​ຊັບພະຍາກອນທຳມະ​ຊາດ, ສິ່ງ​ແວດ​ລ້ອມ. ບັນດາ​ແຫຼ່ງຊັບພະຍາກອນ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຢ່າງ​ແໜ້ນ​ແຟ້ນ​ເທື່ອ​ລະ​ກ້າວ, ການຂຸດ​ຄົ້ນ​ແລະ​ນຳໃຊ້​ຊັບພະຍາກອນ​ທຳມະ​ຊາດ ມີ​ປະສິດທິ​ຜົນກວ່າ​ເກົ່າ, ​ໂດຍ​ສະ​ເພາະ​ແມ່ນ​ທີ່​ດິນ​ແລະ​ແຮ່​ທາດ. ການ​ປະ​ເມີນ​ຜົນ​ກະທົບ​ສິ່ງ​ແວດ​ລ້ອມ​ແລະ​ການປ້ອງ​ກັນ ການ​ຄວບ​ຄຸມ​ ແລະ​ການ​ແກ້​ໄຂມົນ​ລະ​ພິດ, ການ​ປ້ອງ​ກັນ​ຄວາມ​ເສື່ອ​ມ​ໂຊມ​ແລະ​ການ​ປັບປຸງຄຸນ​ນະພາ​ບສິ່ງ​ແວດ​ລ້ອມ​ ມີ​ຄວາມ​ຄືບ​ໜ້າ. ການອະນຸລັກທຳມະຊາດ, ຊີວະນາໆພັນ, ການປົກປັກຮັກສາ ແລະພັດທະນາປ່າໄມ້ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ຄວາມສາມາດແລະຄຸນນະພາບຂອງ​ການພະຍາກອນອາກາດ ແລະການເຕືອນໄພພິບັດ ໄດ້ຮັບການປັບປຸງ. ​ໃຫ້​ບຸລິມະສິດ​ການຈັດ​ສັນທຶນ​ຈາກ​ງົບປະມານຂອງລັດ, ການລະດົມ​ບັນດາ​ແຫຼ່ງພະລັງ​ສັງຄົມ ​ແລະ​ສຸມ​ໃສ່​ການປະຕິບັດ​ມາດ​ຕະການ​ຕ່າງໆ ​ເພື່ອປ້ອງ​ກັນ​ແລະຕ້ານ​ໄພ​ທຳ​ມະ​ຊາດ, ພາຍຸນ້ຳ​ຖ້ວມ, ​ໄພ​ແຫ້ງ​ແຫຼ້ງ, ການ​ແຊກ​ຊຶມ​ຂອງນ້ຳ​ເຄັມ​, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ​ໂດຍ​ສະ​ເພາະໃນເຂດທີ່ໄດ້ຮັບຜົນກະທົບໜັກເຊັ່ນ: ເຂດພູດອຍພາກເໜືອ, ຝັ່ງ​ທະ​ເລ​ພາກ​ກາງ, ເຂດເນີນສູງພາກກາງ ແລະເຂດທົ່ງພຽງແມ່ນ້ຳຂອງ.

ການປະຕິຮູບດ້ານການປົກຄອງໄດ້ຮັບການເຊີດຊູ; ປະສິດທິພາບ​ແລະປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ສຸມ​ໃສ່​ປັບປຸງການຈັດ​ຕັ້ງ​ກົງຈັກ, ຫຼຸດຜ່ອນ​ການ​ບັນຈຸ​ບຸກຄະລາ​ກອນ ຕິດ​ກັບ​ການ​ປະຕິຮູບ​ລະບຽບ​ການ​ບໍລິຫານ, ​ໃນ​ນັ້ນ ​ໄດ້ຫຼຸດຜ່ອນຫຼື​ຫຼຸດ​ຄວາມ​ສັບສົນ​ລົງ​ປະມານ 63% ຂອງ​ເງື່ອນໄຂທາງ​ທຸລະ​ກິດ, 68% ຂອງບັນຊີລາຍຊື່ສິນຄ້າ ສຳລັບການກວດກາພິເສດໃນສົກປີ 2016 - 2020. ​ເພີ່ມ​ທະວີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ໃນບັນດາ​ອົງການ​ຂອງ​ພັກ​ແລະ​ລັດ; ຍູ້​ແຮງ​ການ​ສ້າງ​ລັດຖະບານ​ເອ​ເລັກ​ໂຕຣນິກ, ມຸ່ງ​ໄປ​ສູ່​ລັດຖະບານ​ດິຈິ​ຕອນ, ພື້ນຖານ​ເສດຖະກິດດິຈິ​ຕອນ. ເປີດນຳ​ໃຊ້ປະຕູບໍລິການສາທາລະນະອອນ​ໄລແຫ່ງຊາດ. ສະພາບ​ແວດ​ລ້ອມ​ການ​ລົງທຶນທຸລະ​ກິດ​ ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີກ​ວ່າ​ ປອດ​ໂປ່​ງກວ່າແຕ່​ກ່ອນ,  ປະກອບສ່ວນ​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ, ສ້າງ​ຄວາມ​ສະດວກ​ເພື່ອ​ສະໜັບສະໜູນ, ຮັບ​ໃຊ້​ປະຊາຊົນ​ແລະ​ວິ​ສາ​ຫະກິດ. ການຈັດອັນດັບສະພາບແວດລ້ອມແຫ່ງການດຳ​ເນີນ​ທຸລະ​ກິດທົ່ວໂລກຂອງຫວຽດນາມ ໄດ້ຮັບການປັບປຸງດີຂຶ້ນ, ເພີ່ມຂຶ້ນຈາກອັນດັບ 88/183 ປະເທດແລະເຂດແຄວ້ນໃນປີ 2010 ມາເປັນອັນດັບ 70/190 ປະເທດ​ແລະ​ເຂດ​ແຄວ້ນໃນ​ປີ 2019. ວຽກ​ງານການ​ກວດກາ, ຕິດຕາມ​ກວດກາ, ​ແກ້​ໄຂ​ການ​ຮ້ອງ​ທຸກ ຮ້ອງຟ້ອງ, ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ານ​ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ​ ໄດ້​ຮັບ​ການ​ຍູ້​ແຮງ. ຫວຽດນາມ​ໄດ້​ຄົ້ນ​ພົບ, ​ແກ້​ໄຂ ​ແລະຈັດການກັບ​ການລະ​ເມີດ​ຫຼາຍ​ຢ່າງ, ເກັບກູ້ເງິນແລະຊັບສິນເປັນຈຳນວນຫຼວງຫຼາຍມາ​ໃຫ້​ລັດ; ຈັດການລົງ​ໂທດ​ຢ່າງ​ເຄັ່ງ​ຄັດ ​ແລະ​ເຜີຍ​ແຜ່​ຜົນ​ການ​ຈັດການຄະດີ​ທຸ​ຈະລິດ​ແລະ​ການ​ສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງຫຼາຍໆຄະດີ, ປະກອບສ່ວນ​ປັບປຸງ​ຄວາມ​​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ.

ທຸກຂັ້ນແລະທຸກຂະ​ແໜງ​ການໄດ້ປະຕິບັດນະໂຍບາຍການ​ສົມທົບ​ພັດທະນາ​ເສດຖະກິດ-ສັງຄົມຢ່າງໃກ້ຊິດ ກັບການຮັບປະກັນການປ້ອງກັນຊາດ​ແລະ​ປ້ອງ​ກັນ​ຄວາມສະຫງົບ, ຍູ້​ແຮງ​ການ​ພົວພັນ​ທາງ​ການ​ທູດ ​ແລະ​ການ​ເຊື່ອມ​ໂຍງສາກົນ. ປົກປັກ​ຮັກສາເອກະລາດ, ອະທິປະໄຕ, ເອກະພາບແລະຜືນແຜ່ນດິນອັນຄົບຖ້ວນຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ; ຮັກສາສະຖຽນລະພາບທາງດ້ານການເມືອງ, ສະພາບແວດລ້ອມທີ່​ສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ ​ເພື່ອສ້າງສາ​ແລະພັດທະນາປະເທດຊາດ. ພື້ນຖານການປ້ອງກັນຊາດທົ່ວ​ປວງ​ຊົນ, ທ່າ​ປ້ອງ​ກັນຊາ​ດທົ່ວປວງຊົນ, ທ່າປ້ອງກັນຄວາມໝັ້ນຄົງປະຊາຊົນ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ; ກຳລັງ​ແຮງ​ສັງ​ລວມຂອງບັນດາກຳລັງ​ປະກອບ​ອາວຸດ​ໄດ້​ຮັບ​ການ​ຍົກ​ສູງຂຶ້ນ; ອຸດສາຫະກຳປ້ອງ​ກັນປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ​ໄດ້​ຂະຫຍາຍຕົວ​ເທື່ອ​ລະ​ກ້າວ ຕາມ​ທິດທັນ​ສະ​ໄໝ​ແລະ​ໃຊ້​ໄດ້​ໃນ​ສອງ​ເປົ້າ​ໝາຍ. ​ເພື່ອສົມທົບກັບຂະແໜງສາທາລະນະສຸກ ​ແລະ​ທ້ອງ​ຖິ່ນ​ຕ່າງໆ, ກຳລັງທະຫານແລະຕຳຫຼວດໄດ້ພ້ອມ​​ກັບທົ່ວ​ປະ​ເທດ​ ໃນ​ການ​ປ້ອງ​ກັນ ຄວບຄຸມ ແລະສະກັດກັ້ນການລະບາດຂອງ​ໄວຣັດ​ໂຄ​ວິດ-19. ການ​ພົວພັນ​ຕ່າງປະ​ເທດ​ແລະ​ການ​ເຊື່ອມ​ໂຍງ​ສາກົນ ​ໄດ້ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ ຮອບດ້ານ ຄົບ​ຊຸດ ​ແລະ​ປະສົບ​ຄວາມ​ສຳ​ເລັດ​ທີ່ສຳ​ຄັນ. ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມມື​ໄດ້​ຮັບ​ການ​ເປີດ​ກວ້າງ, ​ເຂົ້າ​ສູ່​ລວງ​ເລິກ ​ແທດ​ຈິງ ​ແລະ​ມີ​ປະສິດທິ​ຜົນ ກວ່າ​ເກົ່າ, ​ໃນ​ນັ້ນ​ມີ 17 ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ແລະ 13 ຄູ່​ຮ່ວມ​ມື​ຮອບດ້ານ; ​ໄດ້​ລົງ​ນາມ​ແລະ​ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ (FTA) ຫຼາຍ​ສະບັບ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວ​ໝ້າ​ຂ້າມ​ປາຊີ​ຟິກ (CPTPP) ​ແລະ ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສະຫະພາບ​ເອີຣົບ (EVFTA), ປະກອບສ່ວນ​ທີ່​ສຳ​ຄັນ ​ເຂົ້າ​ໃນ​ການ​ເປີດ​ກວ້າງ​ຄວາມ​ຫຼາກ​ຫຼາຍ​ທາງ​ຕະຫຼາດ ​ແລະ​ດຶງ​ດູດ​ແຫຼ່ງພະລັງ​ຕ່າງໆ​ ໃຫ້​ແກ່​ການ​ພັດທະນາ​ປະ​ເທດ. ຫວຽດນາມ​ໄດ້​ປະສົບຜົນສຳເລັດ ໃນການດຳລົງຕຳແໜ່ງທີ່ສຳຄັນຫຼາຍຕຳແໜ່ງ ​ໃນ​ບັນດາ​ເວທີ​ປາ​ໄສ​ແລະອົງການຈັດຕັ້ງສາກົນເຊັ່ນ: ປະທານ​ອາ​ຊຽນ, ປະທານ​ສະຫະພັນ​ສະມາຊິກ​ສະພາ​ແຫ່ງອາ​ຊຽນ (AIPA), ສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ...; ພ້ອມ​ກັນ​ນັ້ນ ​ກໍ່ປະຕິບັດ​ວຽກ​ງານ​ຂໍ້​ມູນ​ຂ່າວສານ​ກັບ​ຕ່າງປະ​ເທດ ​ແລະ​ການ​ປົກ​ປ້ອງພົນລະເມືອງ​ເປັນ​ຢ່າງ​ດີ; ​ເປັນ​ເຈົ້າ​ການ​ໃນ​ການ​ສະໜັບສະໜູນ​ແລະ​ຮ່ວມ​ມື​ສາກົນ​ ໃນ​ການປ້ອງ​ກັນ​ແລະປາບ​ການລະບາດ​ຂອງ​ໄວຣັດ​ໂຄ​ວິດ-19. ຊື່​ສຽງ​ແລະ​ຖານະ​ບົດບາດ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ​ ສືບ​ຕໍ່​ໄດ້​ຮັບ​ການຢັ້ງຢືນ​ແລະ​ຍົກ​ສູງ.

II

ຄຽງ​ຄູ່​ກັບ​ຜົນ​ທີ່​ໄດ້​ຮັບ​ນັ້ນ, ຫວຽດນາມກໍ່ຍອມຮັບຢ່າງເປີດເຜີຍວ່າ ຂະ​ບວນການ​ປະຕິບັດຍຸດທະສາດການພັດທະນາເສດຖະກິດ​ແລະສັງຄົມ 2011-2020 ຍັງ​ມີ​ຂໍ້ຈຳກັດ, ຂໍ້​ບົກພ່ອງ ແລະມີ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ອັດຕາ​ການ​ເຕີບ​ໂຕທາງ​ເສດຖະກິດ ບໍ່ບັນລຸໄດ້ຄາດໝາຍທີ່ວາງໄວ້ ຍ້ອນ​ປີ 2020 ພື້ນຖານ​ເສດຖະກິດ​ຖືກ​ຜົນ​ກະທົບ​ຈາກ​ການ​ແຜ່ລະບາດ​ຂອງ​​ໄວຣັດ​ໂຄ​ວິດ-19; ຄວາມ​ຕ້ານທານຂອງ​ພື້ນຖານ​ເສດຖະກິດ​ ບໍ່ຄ່ອຍ​ເຂັ້ມແຂງ. ຄຸນ​ນະພາ​ບການ​ເຕີບ​ໂຕໄດ້ຮັບການປັບປຸງຢ່າງ​ຊັກຊ້າ, ທ່າ​ແຮງ​ແລະ​ຂໍ້ໄດ້ປຽບ​ໃນ​ການພັດທະນາ ຍັງບໍ່ໄດ້ຮັບ​ການໃຊ້ປະ​ໂຫຍ​ດຢ່າງ​ເຕັມທີ່. ການສ້າງໂຄງປະກອບຄືນໃໝ່ຂອງບາງຂະແໜງການ​ແລະຂົງເຂດ ຍັງ​ບໍ່​ທັນ​ໄດ້​ຕາມ​ຄວາມຕ້ອງການ; ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ແລະ​ລະດັບຄວາມພ້ອມ​ໃນ​ການ​ເຊື່ອມ​ໂຍງຂອງວິສາຫະກິດຫຼາຍແຫ່ງ ຍັງຢູ່ໃນລະດັບຕໍ່າ; ຂະໜາ​ດຂອງ​ເສດຖະກິດ​ລວມໝູ່, ສະຫະກອນຍັງ​ນ້ອຍ, ຄວາມ​ສາມາດ​ບໍ່​ສູງ. ການ​ປະຕິບັດຂໍ້​ບຸກທະລຸ​ຍຸດ​ທະ​ສາດ​ຍັງ​ຊ້າ; ການສ້າງຮາກຖານໃຫ້ຫວຽດນາມໂດຍພື້ນຖານ​ຈະ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳທີ່ທັນສະໄໝ ພາຍ​ໃນປີ 2020 ຍັງບໍ່ທັນບັນລຸ​ເປົ້າ​ໝາຍທີ່ວາງໄວ້. ກົນ​ໄກ, ນະ​ໂຍບາຍ, ຂໍ້ກຳນົດກົດໝາຍຈຳນວນ​ໜຶ່ງ ຍັງ​ທັບ​ຊ້ອນ​ກັນ, ບໍ່​ໝັກ​ແໝ້ນ, ບໍ່​ໝັ້ນຄົງ; ການ​ບັງຄັບ​ໃຊ້​ກົດໝາຍ​ບໍ່​ເຂັ້ມ​ງວດ. ວຽກ​ງານ​ປະຕິຮູບ​ການ​ບໍລິຫານ​ໃນ​ບາງ​ຂົງ​ເຂດ ຍັງ​ບໍ່​ທັນສຳເລັດຜົນເທື່ອ; ຍັງ​ມີ​ການ​ຖິ້ມ​ໃຫ້​ຜູ້​ອື່ນ​ຮັບ​ພາລະ. ຄຸນ​ນະພາ​ບຂອງ​ຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ ບຸກຄະລາ​ກອນຄຸນ​ນະພາ​ບສູງ ຍັງ​ບໍ່ທັນ​ຕອບ​ສະໜອງ​ໄດ້ກັບຄວາມຕ້ອງການຂອງການພັດທະນາ. ລະດັບວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ ໂດຍ​ທົ່ວ​ໄປ​ຍັງ​ຫ່າງ​ໄກ​ຈາກ​ກຸ່ມ​ປະ​ເທດນຳໜ້າ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ. ຄວາມ​ສາມາດ​ຮັບ​ເອົາ ​ແລະ ປ່ຽນ​ແປງ​ໃໝ່​ວິທະຍາສາດ​​ເຕັກ​ໂນ​ໂລ​ຊີ, ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ຍັງ​ຖືກຈຳກັດ. ລະບົບ​ໂຄງ​ສ້າງ​ພື້ນຖານຍັງບໍ່​ມີ​ຄວາມ​ຄົບ​ຊຸດ, ທັນ​ສະ​ໄໝ; ​ໂຄງການສຳຄັນບາງ​ໂຄງການຫຼ້າ​ຊ້າ​ກວ່າ​ ກຳນົດ. ຂາດ​ກົນ​ໄກ, ນະ​ໂຍບາຍ​ທີ່​ເໝາະ​ສົມ​ເພື່ອ​ພັດທະນາ​ເສດຖະກິດ​ຕາມ​ພາກ​ພື້ນ ​ເສດຖະກິດ​ທະ​ເລ​ຢ່າງ​ແຂງ​ແຮງ​ແລະປະສານ​ການ​ເຊື່ອມ​ໂຍງ​ພາກ​ພື້ນ​ຢ່າງ​ມີ​ປະສິດທິ​ຜົນ. ຄຸນ​ນະພາ​ບການ​ພັດທະນາ​ຕົວ​ເມືອງ​ບໍ່​ທັນ​ສູງ, ລະບົບ​ໂຄງ​ສ້າງ​ພື້ນຖານ​ຂາດ​ຄວາມ​ຄົບ​ຊຸດ, ການ​ຄຸ້ມ​ຄອງ​ການ​ພັດທະນາ​ຕົວ​ເມືອງ​ຍັງ​ມີ​ຂໍ້​ບົກພ່ອງ.

ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ການພັດທະນາ​ວັດທະນະທຳ ສັງຄົມ ​ແລະ​ຜູ້​ຄົນຍັງ​ມີ​ຂໍ້​ຈຳກັດບາງ​ປະການ. ສະພາບ​ແວດ​ລ້ອມ​ທາງ​ວັດທະນະທຳ​ໃນ​ບາງ​ສະຖານ​ທີ່​ຍັງ​ສັບສົນ, ​ໂດຍ​ມີ​ປະກົດ​ການ​ຫຍໍ້​ທໍ້, ມີ​ຄວາມ​ເສື່ອ​ມ​ໂຊມ​ໃນ​ສິນ​ທຳ​ແລະ​ວິຖີ​ຊີວິດ. ຄຸນ​ນະພາ​ບຂອງບໍລິການທາງ​ການ​ແພດ ໂດຍສະເພາະໃນຂັ້ນ​ຮາກຖານແມ່ນຍັງຕໍ່າ. ຜົນ​ຂອງ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຫຼາຍ​ມິ​ຕິ​ຍັງ​ບໍ່​ທັນ​ໝັ້ນຄົງ, ຄວາມ​ສ່ຽງ​ທີ່​ຈະ​ກັບ​ມາສູ່​ຄວາມທຸກ​ຍາກ​ຍັງ​ສູງ. ຊ່ອງຫວ່າງການພັດທະນາລະຫວ່າງ​ເຂດ, ພາກພື້ນຍັງ​ມີ​ຫຼາຍ; ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ ​ແລະ​ໃກ້​ຈະ​ທຸກ​ຍາດ ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ ຍັງ​ສູງ. ຄວາມຊົ່ວຮ້າຍສັງຄົມມີຄວາມສັບສົນໃນບາງສະຖານ​ທີ່. ການ​ຄຸ້ມ​ຄອງ​ຊັບພະຍາກອນ, ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ​ແລະ ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດຍັງ​ມີ​ຂໍ້​ບົກພ່ອງ; ການຂຸດຄົ້ນຊັບພະຍາກອນທຳມະຊາດ​ໃນ​ບາງ​ບ່ອນ ຍັງ​ບໍ່​ທັນ​ຍືນ​ຍົງແລະປະສິດທິຜົນກໍ່ບໍ່​ສູງ; ຄຸນ​ນະພາ​ບຂອງ​ສິ່ງ​ແວດ​ລ້ອມ​ໃນ​ຫຼາຍ​ສະຖານ​ທີ່ໄດ້​ຊຸດ​ໂຊມ​ລົງ; ມົນລະພິດທາງອາກາດໃນຫຼາຍເມືອງໃຫຍ່ກຳລັງເພີ່ມຂຶ້ນ.

ປະສິດທິພາບແລະປະສິດທິຜົນຂອງການຄຸ້ມຄອງລັດໃນບາງຂົງເຂດ ໄດ້ຮັບການປັບປຸງຢ່າງຫຼ້າຊ້າ. ການຈັດ​ວາງ​ແລະ​ປັບປຸງ​ກົງ​ຈັກ ແລະການຫຼຸດຈຳນວນ​ບຸກຄະລາ​ກອນ ຍັງ​ມີ​ຄວາມ​ຫຍຸ້ງຍາກ, ສິ່ງ​ທີ່​ຄ້າງ​ຄາ ​ແລະ ​ຄວາມ​ບໍ່​ສອດຄ່ອງ​ຈຳນວນ​ໜຶ່ງ. ຄວາມ​ສາມາດ, ຄຸນນະພາບ ແລະສະຕິວິໄນ ຂອງພະນັກງານ, ລັດຖະກອນ ​ແລະ​ພາລະ​ກອນ​ສ່ວນ​ໜຶ່ງ ຍັງບໍ່ທັນຕອບສະໜອງໄດ້ກັບຄວາມຕ້ອງການ. ກົນ​ໄກ​ແບ່ງ​ຂັ້ນຄຸ້ມ​ຄອງ​ເສດຖະກິດ-ສັງຄົມໃນປະຈຸບັນ ບໍ່ແທດເໝາະ, ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ງົບປະມານ​ຂອງ​ລັດ, ການລົງທືນ, ການຄຸ້ມຄອງຊັບພະຍາກອນ, ເຂດຕົວເມືອງ, ຊັບສິນສາທາລະນະ... ການ​ປະຕິບັດ​ກົນ​ໄກ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ໜ່ວຍ​ບໍລິການ​ສາທາລະນະຍັງ​ຊ້າ. ການ​ເຄື່ອນ​ໄຫວ​ກວດກາ, ຕິດຕາມ​ກວດກາ, ກວດສອບ​ຢູ່​ບາງ​ແຫ່ງ​ ຍັງ​ທັບ​ຊ້ອນ​ກັນ; ການ​ຕິດຕາມ​ກວດກາ, ການ​ວິຈານ​ສັງຄົມ​ ໃນ​ການສ້າງ​ແລະ​ບັງຄັບ​ໃຊ້​ກົດໝາຍ, ນະ​ໂຍບາຍ​ມີ​ປະສິດທິ​ຜົນຕ່ຳ. ການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ​ຢູ່ບາງບ່ອນຍັງ​ຮ້າຍ​ແຮງ​ຫຼາຍ.

ການເຊື່ອມໂຍງລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບ​ການ​ປ້ອງ​ກັນ​ປະ​ເທດ​ແລະການ​ຮັບປະກັນ​ຄວາມ​ໝັ້ນຄົງ​ ໃນ​ບາງ​ຄັ້ງ, ບາງ​ແຫ່ງ​ ອາດ​ຈະ​ບໍ່​ແໜ້ນ​ແຟ້ນ, ບໍ່ມີປະສິດທິຜົນ. ສະພາບການ​ຮັກສາ​​ຄວາມ​ປອດ​ໄພ​ແລະ​ຄວາມ​ສະຫງົບ​ຮຽບຮ້ອຍ​ໃນ​ບາງ​ຂົງ​ເຂດ​, ບາງ​ພື້ນ​ທີ່ ບໍ່​ໝັ້ນຄົງ​ແທ້​ເທື່ອ; ການ​ຈັດການ​ກັບ​ສະຖານະ​ການ​ສັບສົນ​ທີ່​ເກີດ​ຂຶ້ນ​ໃນ​ບາງພື້ນ​ທີ່ບາງຄັ້ງ​ ຍັງ​ງຸ່ມ​ງ່າມ. ຍັງ​ມີ​ອຸບັດຕິ​ເຫດ​ຈະລາ​ຈອນ, ​ໄຟ​ໄໝ້ ​ແລະ​ການລະ​ເບີດ​ທີ່​ຮ້າຍ​ແຮງ​ຫຼາຍຄັ້ງ. ວຽກ​ງານ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ, ຄວາມປອດໄພຂອງເຄືອຂ່າຍ ແມ່ນຍັງບໍ່ພຽງພໍ ​ແລະ​ມີ​ຄວາມ​ຫຍຸ້ງຍາກ. ການ​ພົວພັນ​ການ​ຕ່າງປະ​ເທດຍັງ​ມີ​ຂໍ້​ຈຳກັດ, ຍັງ​ບໍ່​ທັນ​ຂຸດ​ຄົ້ນ​ແລະ​ເສີມ​ຂະຫຍາຍ​ ​ການ​ພົວພັນ​ທີ່​ເຊື່ອມ​ໂຍງ​​ແລະ​ໝັ້ນຄົງ​ທາງ​ຜົນ​ປະ​ໂຫຍ​ດ ກັບ​ຄູ່​ຮ່ວມ​ມື​ທີ່ສຳຄັນ ຢ່າງມີປະສິດທິ​ຜົນ​. ການປະຕິບັດບັນດາຂໍ້ຕົກລົງ, ຄຳໝັ້ນສັນຍາສາກົນ ແລະສັນຍາ​ການ​ຄ້າ​ເສລີ ບໍ່​ມີ​ປະສິດທິ​ຜົນ; ຄວາມ​ສາມາດ​ເຊື່ອມ​ໂຍງ​ສາກົນ​ຂອງ​ວິ​ສາ​ຫະກິດ​ເຖິງ​ວ່າ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ກ້າວ​ໜຶ່ງ ​ແຕ່​ຍັງມີ​ຂໍ້​ຈຳກັດ​ແລະ​ອ່ອນ​ແອ​ຢູ່.

ບັນດາ​ຂໍ້ຈຳກັດ, ຂໍ້​ບົກພ່ອງ, ຄວາມ​ຫຍຸ້ງຍາກທີ່​ກ່າວ​ມາ​ຂ້າງ​ເທິງ ມີ​ສາ​ເຫດ​ພາວະ​ວິ​ໄສ​ແລະ​ອັດຕະວິ​ໄສ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ສາ​ເຫດ​ຕົ້ນ​ຕໍ່​ແມ່ນ​ອັດຕະວິ​ໄສ. ການ​ກຳນົດ​ນະ​ໂຍບາຍ​ໃນ​ການ​ສ້າງ​ແລະ​ປັບປຸງ​ບູລະນະ ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ບາງ​ຄັ້ງບາງ​ແຫ່ງ​ບໍ່​​ໄດ້ເລິກ​ເຊິ່ງ ບໍ່​ເປັນ​ເອກະ​ພາບ, ຍັງບໍ່ທັນຕອບສະໜອງ​ໄດ້​ກັບຄວາມຮຽກຮ້ອງຕ້ອງການຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສະພາບຂອງການ​ໂລກາ​ພິວັດ ແລະການແຂ່ງຂັນສາກົນທີ່ຮຸນແຮງໃນປະຈຸບັນ. ຂໍ້​ບົກພ່ອງ​ບາງ​ປະການ​ໃນ​ກົນ​ໄກ ນະ​ໂຍບາຍ​ແລະກົດໝາຍ ຍັງ​ບໍ່​ໄດ້​ຮັບການ​ປັບປຸງ​ຢ່າງ​ທັນ​ການ. ຄວາມ​ເຄົາລົບ​ກົດໝາຍ, ລະບຽບ​ວິ​ໄນ​ໃນ​ຫຼາຍໆ​ແຫ່ງບໍ່​ເຂັ້ມ​ງວດ. ​ແບບ​ວິທີ​ການ​ຄຸ້ມ​ຄອງ​ແລະປະ​ເມີນ​ພະນັກງານຍັງ​ບໍ່​ພຽງພໍ, ບໍ່​ມີ​ກົນ​ໄກທີ່​ເໝາະ​ສົມ​ແລະ​ມີ​ປະສິດທິ​ຜົນ ເພື່ອຈັດການກັບ​ກໍລະນີ​ລະເມີດກົດໝາຍແລະບໍ່ສຳເລັດໜ້າທີ່. ວຽກ​ງານ​ການ​ກວດກາ, ຕິດຕາມ​ກວດກາ ​ແລະ​ຊຸກຍູ້​ການ​ປະຕິບັດ​ໜ້າ​ທີ່ການ​ງານ​ໃນ​ບາງ​ອົງການ, ໜ່ວຍ​ງານຍັງ​ບໍ່​ເຂັ້ມ​ງວດ. ແບບ​ວິທີ​ການ​ນຳພາຄຸ້ມ​ຄອງ​ເສດຖະກິດ-ສັງຄົມ​ຢູ່ຫຼາຍ​ແຫ່ງ, ຫຼາຍ​ຂົງ​ເຂດບໍ່​ເໝາະ​ສົມ​ແທ້ໆ, ປະສິດທິ​ພາບ​ແລະປະສິດທິ​ຜົນ​ບໍ່​ສູງ. ການຈັດ​ຕັ້ງ​ປະຕິບັດ​ບັນດາ​ກົນ​ໄກ, ນະ​ໂຍບາຍ, ວິທີ​ແກ້​ໄຂ​ໃນ​ບາງ​ຂົງ​ເຂດ ຍັງ​ບໍ່​ທັນ​ຄົບ​ຊຸດ, ​ເຂັ້ມ​ງວດ. ການ​ປະສານ​ງານ​ພາຍ​ໃນ ​ແລະລະຫວ່າງ​ບັນດາຂັ້ນ ​ຂະ​ແໜງການ, ລະຫວ່າງ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ ​ໃນ​ຫຼາຍ​ກໍລະນີ​ຍັງ​ຂາດ​ຄວາມ​ເຂັ້ມ​ງວດ, ປະສິດທິ​ຜົນ​ບໍ່​ສູງ; ຍັງ​ມີ​ສະພາບການ​ຖິ້ມ​ວຽກ ຫຼີກ​ລ່ຽງຄວາມ​ຮັບຜິດຊອບ.

ຜ່ານ​ພຶດຕິ​ກຳ 10 ປີ​ແຫ່ງ​ການ​ປະຕິບັດ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ 2011 - 2020, ພວກ​ເຮົາສາມາດ​ຖອດ​ຖອນ​ບົດຮຽນ​ທີ່​ສຳຄັນຈຳນວນ​ໜຶ່ງດັ່ງ​ນີ້:

ທີ​ໜຶ່ງ, ຈຳ​ເປັນຕ້ອງຮັບປະກັນສາຍພົວພັນທີ່ສົມເຫດສົມຜົນ ​ແລະ​ກົມກຽວ​ລະຫວ່າງການເຕີບໂຕແລະສະຖຽນລະພາບ ໃນການພັດທະນາເສດຖະກິດ-ສັງຄົມ. ພວກເຮົາຕ້ອງສົ່ງເສີມການເຕີບໂຕຢ່າງແຂງແຮງ ບົນພື້ນຖານຮັກສາ​ສະຖຽນ​ລະ​ພາບມະຫາພາກ ແລະເອົາຊະນະຄວາມສ່ຽງທີ່ຈະຖືກຖອຍຫຼັງ. ​ແກ້​ໄຂ​ການ​ພົວພັນ​ລະຫວ່າງການເຕີບໂຕຢ່າງໄວວາ ແລະການພັດທະນາແບບຍືນຍົງ; ລະຫວ່າງ​ເສດຖະກິດ​ຕະຫຼາດ​ແລະການ​ກຳນົດ​ທິດ​ສັງຄົມ​ນິຍົມ; ລະຫວ່າງ​ເອກະລາດ ການ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ການ​ເຊື່ອມ​ໂຍງ​ສາກົນ...

ທີ​ສອງ, ຕ້ອງ​ໃຫ້​ຄວາມ​ສຳຄັນ​ຢ່າງ​ແທ້​ຈິງ​ຕໍ່​ການ​ພັດທະນາ​ວັດທະນະທຳ, ສັງຄົມ ​ແລະ​ຜູ້​ຄົນ, ຮັບປະກັນ​ຄວາມ​ເໝາະ​ສົມ​ກັບ​ການ​ພັດທະນາ​ເສດຖະກິດ, ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຊີວິ​ດຂອງ​ປະຊາຊົນ. ຕ້ອງ​ຖື​ວ່າ ການ​ສຶກສາ​ ຝຶກ​ອົບຮົມ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​​ແມ່ນ​ຮາກ​ຖານ​ສຳຄັນ ​ແລະ​ແມ່ນ​ກຳລັງ​ຜັດ​ດັນຕົ້ນຕໍ່ ສຳລັບການ​ພັດທະນາ​ປະ​ເທດ. ສຸມ​ໃສ່​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ, ພູມ​ປັນຍາ ​ແລະ​ກຳລັງ​ແຮງປະດິດ​ສ້າງ​ຂອງຄົນ​ຫວຽດນາມ. ຈາກ​ຄວາມ​ເປັນ​ຈິງ​ແຫ່ງ​ການ​ປ້ອງ​ກັນ​ແລະ​ປາບ​ການ​ລະບາດ​ຂອງ​ໄວຣັດ​ໂຄ​ວິດ-19 ​ໃຫ້​ເຫັນ​ວ່າ, ຖ້າ​ຢາກ​ປະສົບຜົນສຳເລັດ ​ແມ່ນຕ້ອງປຸກຈິດໃຈສາມັກຄີ, ນ້ຳໃຈເມດຕາ, ກຸ້ມ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ຂອງປະຊາຊົນທົ່ວປະ​ເທດ ຂອງ​ຊຸມ​ຊົນ​ວິ​ສາ​ຫະກິດ,  ຮ່ວມແຮງຮ່ວມໃຈກັນປະຕິບັດ, ຮັບປະກັນຄວາມປອດໄພທາງສັງຄົມ, ກໍ່ສ້າງ ​ແລະ​ເສີມຂະ​ຫຍາ​ຍທ່າ​ສະໜາມ​ໃນ​ໃຈຂອງປະຊາຊົນ, ຄວາມໝັ້ນຄົງປະຊາຊົນ, ການ​ປ້ອງ​ກັນປະ​ເທດ​ທົ່ວ​ປວງ​ຊົນ ​ແລະ​ບັນດາ​ຄຸນຄ່າວັດທະນະທຳ ຂອງ​ປະ​ເທດ​ຊາດ​ຫວຽດນາມ ຂອງພວກເຮົາ.

ທີ​ສາມ, ຕ້ອງເອົາໃຈໃສ່​ເຖິງຜົນປະໂຫຍດຂອງຊາດກ່ອນ, ສອດຄ່ອງ​ກັບ​ການ​ປະຕິບັດ​ສາກົນ ​ແລະທ່າ​ອຽງ​ຂອງ​ຍຸກ​ສະ​ໄໝ; ​ໃນ​ການ​ນຳພາ, ຄຸ້ມ​ຄອງ, ຊີ້​ນຳ, ບໍລິຫານ ​ຕ້ອງ​ກຳ​ແໜ້ນ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ສະ​ແດງອອກ​ໃຫ້​ເຫັນ​ເຖິງຄວາມ​ກ້າຫານ, ພູມ​ປັນຍາ, ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ຄວາມ​ປະດິດ​ສ້າງ ດ້ວຍ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ສູງ ​ແລະການ​ປະຕິບັດ​ຢ່າງ​ເດັດຂາດ. ສະ​ຖາ​ບັນ​ທາງ​ກົດໝາຍຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການກໍ່ສ້າງ​ຢ່າງຄົບ​ຖ້ວນ ຄົບ​ຊຸດ ດ້ວຍ​ຈິນຕະນາການ​ໃໝ່, ສອດ​ຄ່ອງ​ກັບ​ຄວາມ​ເປັນ​ຈິງ ​ແລະ ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ແລະ​ມີ​ປະສິດທິ​ຜົນ. ດຳ​ເນີນການ​ປ່ຽນ​ແປງ​ໃໝ່ຢ່າງບໍ່​ຢຸດ​ຢັ້ງ, ​ໃນ​ນັ້ນ​ຕ້ອງ​ປ່ຽນ​ແປງ​ໃໝ່​ການ​ບໍລິຫານ​ປະ​ເທດ​ຕາມ​ທິດ​ທັນ​ສະ​ໄໝ, ໂດຍສະເພາະ ການຄຸ້ມຄອງການພັດທະນາ ​ແລະ​ການ​ຄຸ້ມ​ຄອງ​ສັງຄົມ. ສຸມ​ໃສ່​ປະຕິ​ຮູບ​ການຈັດ​ຕັ້ງກົງ​ຈັກບໍລິຫານ​ລັດ ​ໃຫ້​ມີ​ຄວາມ​ກະທັດ​ລັດ ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ; ເອົາຜົນການບໍລິການຮັບ​ໃຊ້ ແລະຄວາມເພິ່ງພໍໃຈ  ຂອງປະຊາຊົນແລະວິ​ສາ​ຫະກິດ ເປັນມາດຖານການປະເມີນຜົນ. ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ, ຈິດ​ໃຈ​ຮັບຜິດຊອບ, ກຳລັງ​ແຮງ​ປະດິດ​ສ້າງ​ແລະ​ຊັບພະຍາກອນ​ທັງ​ໝົດ​ຂອງ​ປະຊາຊົນ.

ທີ​ສີ່, ຕ້ອງປະຕິບັດ​ວຽກ​ງານ​ການພະຍາກ​ອນ ວິ​ເຄາະ ​ແລະ​ປະ​ເມີນ​ຜົນ​ໃຫ້​ດີ ​ແລະ ພິນິດ​ໄສ​ສະພາບ​ການ​ໂລກ​ແລະ​ພາກ​ພື້ນຢ່າງຖືກຕ້ອງ, ຄົບຖ້ວນ ແລະທັນການ,​ໂດ​ຍສະ​ເພາະ ບັນດາການປ່ຽນແປງໃຫຍ່ທີ່ສົ່ງຜົນສະທ້ອນໂດຍກົງ ເຖິງຫວຽດນາມ ເພື່ອມີ​ການ​ຕັດສິນນະ​ໂຍບາຍ ​ແລະການ​ກະທຳຢ່າງວ່ອງ​ໄວ ​ເດັດຂາດ ​ເໝາະ​ສົມ; ຈັດການ​ເປັນ​ຢ່າງ​ດີ​ກັບ​ການ​ພົວພັນ​ລະຫວ່າງ​ການ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນທີ່​ກົມກຽວ​ ກັບການ​ປ່ຽນ​ແປງ​ໃໝ່​ໃນ​ປະ​ເທດ, ​ເສີມ​ຂະຫຍາຍ​ສຸດ​ຂີດ​ ແລະປະສົມ​ປະສານ​ບັນດາ​ແຫຼ່ງພະລັງ​ ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ​ຢ່າງ​ແໜ້ນ​ແຟ້ນ​ແລະມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ແຫຼ່ງພະລັງ​ພາຍ​ໃນ​ປະ​ເທດ​ເປັນ​ສິ່ງ​ຕັດສິນຊີ້​ຂາດ.

ທີ​ຫ້າ, ຕ້ອງຮັກສາສະຖຽນລະພາບດ້ານການເມືອງແລະຄວາມໝັ້ນຄົງ​ຂອງ​ປະ​ເທດ, ຮັບປະກັນ​ຄວາມ​ປອດ​ໄພ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ປົກ​ປັກຮັກສາ​ເອກະລາດ ອຳນາດອະທິປະ​ໄຕ​ຂອງ​ຊາດ​ໄວ້​ຢ່າງ​ໝັ້ນຄົງ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະ​ເທດພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ຍືນ​ຍົງ, ​ແລະ​ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ມີ​ຄວາມ​ສາມາດປັບຕົວ ແລະທົນທານ ຮັບ​ມືກັບການກະທົບ​ຈາກ​ພາຍ​ນອກ.

ເບິ່ງຄືນຫຼັງ 10 ປີແຫ່ງການປະຕິບັດຍຸດທະສາດການພັດທະນາ 2011-2020, ​ໃນ​ສະພາບ​ການ​ທີ່​ມີ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ​ໂດຍ​ສະ​ເພາະ​ແມ່ນ​ການກະທົບທີ່​ຮ້າຍ​ແຮງ ຈາກ​ການ​ແຜ່​ລະບາດ​ຂອງ​​ໄວຣັດ​ໂຄ​ວິດ-19 ​ໃນ​ປີ 2020, ເຖິງ​ວ່າ​ ຍັງ​ມີ​ຂໍ້​ບົກພ່ອງ ຂໍ້​ຈຳກັດກໍ່ຕາມ, ​ແຕ່​ເບິ່ງ​ລວມ​ແລ້ວ ຫວຽດນາມບັນລຸໄດ້ຈຸດ ໝາຍລວມ ແລະ ຫຼາຍຄາດໝາຍ, ໜ້າທີ່ສຳຄັນທີ່​ວາງ​ໄວ້. ເສດຖະກິດມະຫາ​ພາກ​ມີ​ສະຖຽນລະພາບຫຼາຍກວ່າເກົ່າ; ເສດຖະກິດຮັກສາທ່າເຕີບໂຕທີ່ດີ; ຊີວິດ​ຂອງ​ປະຊາຊົນ​ໄດ້ຮັບການປັບປຸງ; ບັນດາ​ຂົງ​ເຂດ​ວັດທະນະທຳ ສັງຄົມ ສິ່ງ​ແວດ​ລ້ອມ ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ​ ບັນລຸ​ຜົນສຳ​ເລັດ​ທີ່ສຳຄັນ​ຫຼາຍ​ຢ່າງ. ຜົນສຳ​ເລັດນີ້ສະແດງໃຫ້ເຫັນຄວາມພະຍາຍາມອັນໃຫຍ່ຫລວງ ຂອງພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ​ພາຍ​ໃຕ້​ການ​ນຳພາ ຊີ້ນຳທີ່​ຖືກຕ້ອງ ​ໃກ້ຊິດ ​ເດັດດ່ຽວ ​ຂອງຜູ້​ນຳຂອງພັກ ລັດ, ຂອງ​ບັນດາ​ຂັ້ນ ຂະ​ແໜງ​ການ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຄວາມ​ສາມັກຄີ ຮ່ວມ​ແຮງ​ຮ່ວມ​ໃຈ ​ແລະ​ຄວາມ​ຕັດສິນ​ໃຈ​ສູງ​ ຂອງລະບົບ​ການ​ເມືອງ, ຊຸມຊົນທຸລະກິດ ແລະປະຊາຊົນທົ່ວປະເທດ; ປະກອບສ່ວນ​ປັບປຸງ​ຄວາມ​ໄວ້​ວາງ​ໃຈ ​ແລະ​ສ້າງ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ໃນ​ທົ່ວ​ສັງຄົມ. ປະເທດຫວຽດນາມ​ບໍ່​ເຄີຍມີ​ໂອກາດພາລະກິດ, ກຳລັງຄວາມ​ສາມາດ​ທີ່​ບົ່ມ​ຊ້ອນ, ຖານະຕຳແໜ່ງ ​ແລະ​ກຽດ​ສັກ​ສີສາກົນຄືປະຈຸ​ບັນ, ດັ່ງ​ທີ່​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ຫງວຽນ​ຝູຈ້ອງ ​ໃຫ້​ຄວາມ​ເຫັນ.

ສຳລັບ​ສ່ວນ​ທີ່​ເຫຼືອຂອງ​ປີ 2020 ​ເຊິ່ງ​ເປັນ​ປີ​ສຸດ​ທ້າຍ​ຂອງ​ວາລະ, ບັນດາ​ຂັ້ນ ບັນດາ​ຂະ​ແໜງ​ການ​ພ້ອມ​ກັບ​ປະຊາຊົນ​ທົ່ວ​ປະ​ເທດ ຕ້ອງ​ສືບ​ຕໍ່​ເປັນ​ເຈົ້າ​ການ​ໃນ​ການ​ປ່ຽນ​ແປງ​ໃໝ່​ວິທີ​ການ​ເຮັດ​ວຽກ, ຍົກ​ສູງ​ຄວາມ​ສາມາດ, ຍາດ​ແຍ່ງ​ໂອກາດ, ລົງມືກະທຳຢ່າງ​ເດັດຂາດ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ສາມັກຄີ, ສະ​ແດງ​ອອກ​ເຖິງ​ຄວາມ​ກ້າຫານ​ແລະພູມ​ປັນຍາ​ຫວຽດນາມ, ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່ ວິທີ​ການ​ປະຕິບັດ “​ເປົ້າ​ໝາຍ​ຄູ່” ທີ່​ໄດ້​ວາງ​ໄວ້​ຢ່າງ​ຄົບ​ຊຸດ​ແລະ​ມີ​ປະສິດທິ​ຜົນ ຕາມບັນດາ​ມະຕິ ການ​ຊີ້ນຳຂອງພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ​ຫວຽດນາມ, ລັດຖະບານ​ຫວຽດນາມ, ນາຍົກລັດຖະມົນຕີ​ແຫ່ງ ສສ ຫວຽດນາມ. ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດແລະທຸລະກິດ,  ​ຍູ້​ແຮງ​ການ​ເບີກ​ຈ່າຍ​ເງິນ​ລົງທຶນ​ພາກ​ລັດ, ກະ​ຕູ້ນຄວາມ​ຕ້ອງການ​ການ​ບໍລິ​ໂພ​ກທີ່​ເໝາະ​ສົມ, ສົ່ງ​ເສີມ​ການ​ສົ່ງອອກ​ບົນ​ພື້ນຖານ​ຂອງ​ການ​ຮັກສາ​ສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບປະກັນຄວາມດຸ່ນດ່ຽງທີ່ດີຂອງພື້ນຖານເສດຖະກິດ. ພ້ອມ​ກັນ​ນັ້ນ, ຫວຽດນາມ​ຈະ​ບໍ່​ເປັນ​ອັດຕະວິ​ໄສ​ຢ່າງ​ເດັດຂາດ, ຈະດຳ​ນີນມາດ​ຕະການ​ຢ່າງ​ເຄັ່ງ​ຄັດ​ແລະມີ​ປະສິດທິ​ຜົນ ​ໃນ​ການປ້ອງກັນແລະປາບການລະບາດຂອງ​​ໄວຣັດໂຄ​ວິດ-19 ແລະບັນດານະໂຍບາຍສະໜັບສະໜູນວິ​ສາ​ຫະກິດ, ຜູ້​ອອກ​ແຮງ​ງານ ​ແລະ​ປະຊາຊົນທີ່​ປະສົບ​ຄວາມ​ຫຍຸ້ງຍາກ; ສູ້ຊົນຢ່າງແຮງເພື່ອບັນລຸເປົ້າໝາຍ ​ແລະ​ໜ້າ​ທີ່​ການພັດທະນາເສດຖະກິດ-ສັງຄົມປີ 2020 ​ແລະ ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ 2011 - 2020, ສ້າງ​ຜົນງານ​ຕົວ​ຈິງ​ເພື່ອ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ.

III

​ໃນ​​ໄລຍະເວລາ​ຕໍ່​ໄປ, ສັນຕິພາບ ການ​ຮ່ວມ​ມື ການ​ເຊື່ອມ​ໂຍງ ​ແລະ​ການ​ພັດທະນາ​ ຍັງ​ຄົງ​ແມ່ນ​ທ່າ​ອຽງ​ທີ່​ສຳຄັນ​ໃນ​ໂລກ ​ແຕ່​ກໍ່​ປະ​ເຊີນ​ໜ້າ​ກັບ​ອຸປະສັກ​ແລະ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ; ການ​ແຂ່ງຂັນ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ, ບັນດາຄູ່​ຮ່ວມ​ມື​ໃຫຍ່​ໃນ​ທົ່ວ​ໂລກ ​ແລະ​ໃນ​ພາກ​ພື້ນ​ທີ່​ສັບສົນ​ແລະ​ຮຸນ​ແຮງ​ຫຼາຍ. ​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍງລະຫວ່າງ​ປະ​ເທດ ສືບ​ຕໍ່​ມີ​ຄວາມ​ຄືບ​ໜ້າ ​ແຕ່​ກໍ່​ປະສົບ​ອຸປະສັກ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ; ການ​ດັດ​ປັບນະ​ໂຍບາຍ​ແລະການ​ພົວພັນຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ໃຫຍ່​ໃນ​ພາກ​ພື້ນ​ແລະ​ໃນ​ໂລກນັ້ນ​ ຄາດ​ເດົາ​ບໍ່​ໄດ້. ພິເສດ, ຄາດ​ວ່າການ​ແຜ່​ລະບາດຂອງ​ໄວຣັດ​ໂຄ​ວິດ-19 ຈະສືບຕໍ່ສັບສົນແລະຍາກທີ່ຈະຄວບຄຸມໄດ້, ສົ່ງ​ຜົນ​ກະທົບຢ່າງຮຸນ​ແຮງໃນຫຼາຍຂົງເຂດ, ​ເຮັດ​ໃຫ້​ເສດຖະກິດ​ໂລກທົດ​ຖອຍ​ຢ່າງ​ຮ້າຍ​ແຮງ ​ແລະ​ມີທ່າ​ອຽງ​ວ່າ​ຈະ​ແກ່ຍາວ​ໄປ​ສູ່ຊຸ​ມປີ​ຕົ້ນຂອງ​ຍຸກຍຸດ​ທະ​ສາດ​ໃໝ່ ​ເຊິ່ງນຳ​ໄປ​ສູ່ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ​ໃນ​ລະບຽບ​ແລະ​ໂຄງ​ສ້າງ​ເສດຖະກິດ, ​ແບບ​ວິທີ​ການການ​ບໍລິຫານ​​ໂລກ, ວິທີ​ການ​ເຄື່ອນ​ໄຫວ​ເສດຖະກິດ ແລະການຈັດຕັ້ງຊີວິດສັງຄົມໃນໂລກ. ການພັດທະນາ​ເສດຖະກິດດິຈິ​ຕອນ, ເສດຖະກິດ​ໝູນວຽນ, ​ການ​ເຕີບ​ໂຕ​ສີຂຽວ ບົນ​ພື້ນຖານ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ ແລະການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ນັ້ນ ກຳລັງ​ເກີດ​ຂຶ້ນຢ່າງ​ໄວວາ​ທີ່​ສຸດ ​ແລະ​ສົ່ງ​ຜົນ​ກະທົບ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ, ຫຼາຍ​ດ້ານ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ກຳລັງກາ​ຍ​ເປັນ​ຮູບ​ແບບການ​ພັດທະນາທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ຫຼາຍ​ປະ​ເທດ.

ຢູ່​ໃນ​ປະ​ເທດ, ພາຍຫຼັງ​ເກືອບ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​ບັນລຸ​ຜົນສຳ​ເລັດ​ທີ່​ໃຫຍ່​ຫຼວງ ມີ​ຄວາມ​ໝາຍ​ປະຫວັດສາດ. ທ່າ​ແລະກຳລັງຂອງ​ພວກ​ເຮົາ​ໄດ້​ເຕີບ​ໃຫຍ່​ເຂັ້ມ​ແຂງ​ຂຶ້ນ​ຫຼາຍ​ທີ່​ສຸດ; ຂະໜາດ, ກຳລັງ​ແຮງ ​ແລະຄວາ​ມສາມາດ​ແຂ່ງຂັນ​ຂອງພື້ນຖານ​ເສດຖະກິດ​ໄດ້​ຖືກ​ຍົກ​ສູງ​ຂຶ້ນ; ​ການເຕີບໂຕຂອງເສດຖະກິດ​ຂ້ອນ​ຂ້າງ​ດີ, ຮາກຖານມະຫາພາກພື້ນຖານ​ມີ​ສະຖຽນ​ລະ​ພາບ; ຊີວິດ​ທຸກ​ດ້ານ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ເລື້ອຍໆ; ຄວາມ​ໄວ້​ວາງ​ໃຈ​ຂອງ​ຊຸມ​ຊົນ​ວິ​ສາ​ຫະກິດ​ແລະສັງຄົມ​ເພີ່ມ​ຂຶ້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພື້ນຖານ​ເສດຖະກິດ​ຍັງ​ມີ​ຂໍ້ຈຳກັດ, ມີຄວາມສ່ຽງຢູ່​ບາງ​ຢ່າງ ​ແລະ​ມີ​ຄວາມສ່ຽງທີ່ຈະຕົກຢູ່ເບື້ອງຫຼັງ; ລະດັບ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ​ຄວາມ​ສາມາດ​ແຂ່ງຂັນ ​ຍັງ​ບໍ່​ທັນ​ສູງ; ການ​ເປີດ​ກວ້າງ​ຂອງ​ພື້ນຖານ​ເສດຖະກິດ​ຢູ່​ໃນ​ລະດັບ​ສູງ ​ໃນ​ຂະນະ​ທີ່​ຄວາມ​ສາມາດ​ໃນ​ການ​ຕ້ານທານ​ແລະ​ປັບ​ຕົວຮັບ​ຜົນ​ກະທົບ​ພາຍ​ນອກ​ຍັງ​ອ່ອນ​ແອ; ຄວາມ​ສາມາດ​ໃນ​ການ​ເຂົ້າ​ເຖິງ​ເສດຖະກິດ​ດິຈິ​ຕອນ​ແລະສັງຄົມ​ດິຈິ​ຕອນ​ຍັງ​ມີຈຳກັດ. ການລະບາດ​ຂອງ​ໄວຣັດ​ໂຄ​ວິດ-19 ຍັງ​ມີ​ຄວາມ​ສ່ຽງ​ທີ່​ຈະ​ກັບ​ມາ​ໃນ​ບາງ​ທ້ອງ​ຖິ່ນ ​ແລະ​ມີ​ຜົນ​ກະທົບ​ຢ່າງ​ແຮງ ​ຕໍ່ສະຖານະ​ການ​ເສດຖະກິດ-ສັງຄົມຂອງ​ປະ​ເທດ. ບັນດາ​ປັດ​ໄຈ​ຂອງ​ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ, ການ​ປ່ຽນ​ແປງ​ສະພາບ​ອາກາດ ອາດ​ຈະມີ​ການ​ຜັນ​ປ່ຽນທີ່​ຄາດ​ເດົາ​ບໍ່ໄດ້, ສົ່ງຜົນກະທົບທີ່​ຮ້າຍ​ແຮງຕໍ່ການຜະລິດແລະຊີວິດ. ​ໃນ​ຂະນະ​ນັ້ນ, ໜ້າ​ທີ່​ປົກ​ປ້ອງ​ເອກະລາດ, ອຳນາດ​ອະທິປະ​ໄຕ, ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ຊາດ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງ. 

​ໃນ​ສະພາບ​ການ​ນັ້ນ, ພວກເຮົາຕ້ອງມີຈິດໃຈ ເຈດຈຳນົງ ຄວາມຕັດສິນ​ໃຈ​ສູງ, ມີສັດທາແລະຄວາມປາດຖະໜາທີ່​ຈະບືນ​ຕົວຂຶ້ນຢ່າງ​ແຂງ​ແຮງ, ກຳນົດຢ່າງ​ຈະ​ແຈ້ງ​ບັນດາເປົ້າໝາຍຍຸດທະສາດ ໃນການພັດທະນາປະເທດຊາດ ທີ່​ມີ​ລະດັບຍຸກສະ​ໄໝ, ມີ​ແຜນ​ນະ​ໂຍບາຍທິດທາງທີ່ຖືກຕ້ອງ ແລະວິທີການແກ້ໄຂທີ່ບຸກທະລຸ ເພື່ອນຳ​ໃຊ້​ກາລະ​ໄອ​ກາດທີ່ດີ, ຜ່ານ​ຜ່າ​ຄວາມຫຍຸ້ງຍາກແລະສິ່ງທ້າທາຍ, ພາປະເທດກ້າວ​ໄປ​ຂ້າງ​ໜ້າ​ຢ່າງໜັກແໜ້ນ, ຮັດແຄບຊ່ອງຫວ່າງການພັດທະນາກັບພາກພື້ນແລະໂລກ. ຮອດ​ປີ 2030, ທີ່​ສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມຄົບຮອບ 100 ປີ, ສູ້​ຊົນໃຫ້ຫວຽດນາມກາຍເປັນປະເທດກຳລັງພັດທະນາ ທີ່​ມີອຸດສະຫະກຳທັນສະໄໝ, ມີ​ລາຍ​ໄດ້ປານກາງສູງ; ມີສະຖາບັນທາງ​ການບໍລິຫານທີ່ທັນສະໄໝ, ສາມາດແຂ່ງຂັນ, ມີ​ປະສິດທິພາບ ແລະປະສິດຕິຜົນ; ​ເສດຖະກິດ​ຂະຫຍາຍຕົວ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ໄວວາ ​ແລະ​ຍືນ​ຍົງ, ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ບົນ​ພື້ນຖານ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ຕິດ​ກັບ​ການ​ຍົກ​ສູງປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ແລະ​ເຊື່ອມ​ໂຍງ​ສາກົນ; ​ເສີມ​ຂະຫຍາຍ​ຄວາມ​ຄິດສ້າງສັນ, ເຈດ​ຈຳນົງ​ແລະຄວາມ​ປາດ​ຖະໜາ​ໃນ​ການ​ພັດທະນາ, ກຳລັງແຮງຂອງທັງຊາດ, ກໍ່ສ້າງ​ສັງຄົມ​ປະຊາທິປະ​ໄຕ ຍຸດຕິ​ທຳ ອາລະຍະທຳ ມີ​ລະບຽບວິ​ໄນ ຄວາມ​ປອດ​ໄພ, ຮັບປະກັນ​ໃຫ້​ຊີວິດ​ຂອງ​ປະຊາຊົນ​ມີ​ຄວາມສຸກ; ຍົກສູງລະດັບຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນໃນທຸກໆດ້ານ; ປົກ​ປັກ​ຮັກສາປະ​ເທດ​ຊາດຢ່າງໝັ້ນຄົງ, ສະພາບ​ແວດ​ລ້ອມ​ທີ່​ສະຫງົບ​ສຸກແລະໝັ້ນຄົງ ເພື່ອການພັດທະນາປະເທດຊາດ; ຍົກ​ສູງ​ບົດບາດ​ຖານະ​ແລະ​ກຽດ​ສັກ​ສີ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ. ຮອດ​ປີ 2045, ທີ່​ສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ, ປະຈຸ​ບັນ​ແມ່ນປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມຫວຽດນາມ ຄົບຮອບ 100 ປີ, ສູ້ຊົນ​ໃຫ້​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ທີ່​ພັດທະນາ ມີ​ລາຍ​ໄດ້​ສູງ.  

​ໃນ​ຊ່ວງ​ໄລຍະ​ເວລາ​ຍຸດ​ທະ​ສາດ 10 ປີ​ຂ້າງ​ໜ້າ, ພວກ​ເຮົາ​ຕ້ອງສື​ບຕໍ່ປະຕິບັດ​ ບັນດາ​ການ​ບຸກທະລຸ​ຍຸດ​ທະ​ສາດຢ່າງ​ມີ​ປະສິດທິ​ຜົນ ດ້ວຍ​ເນື້ອ​ໃນໃໝ່​, ​ເລິ​ກເຊິ່ງ ​ແລະ ລະອຽດ​ກວ່າ, ສອດຄ່ອງ​ກັບ​ສະພາບ​ການ ​ແລະ​ຄວາມ​ຕ້ອງ​ກັນ​ພັດທະນາ​ປະ​ເທດ​ໃນ​ໄລຍະ​ໃໝ່. ສືບ​ຕໍ່​ປັບປຸງ​ບູລະນະ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ສະ​ຖາ​ບັນ​ທາງ​ເສດຖະກິດ​ຕະຫຼາດ​ກຳນົດທິດ​ສັງຄົມ​ນິຍົມ, ຮັບປະກັນ​ຄວາມ​ຄົບ​ຊຸດ ທັນ​ສະ​ໄໝ ​ແລະ​ເຊື່ອມ​ໂຍງສາກົນ. ປ່ຽນ​ແປງ​ໃໝ່​ການ​ບໍລິຫານ​ຄຸ້ມ​ຄອງ​ປະ​ເທດ; ກໍ່ສ້າງ​ກົງຈັກ​ແຫ່ງ​ລັດ​ທີ່​ກະທັດ​ລັດ ມີປະສິດທິພາບ​ແລະ​ປະສິດທິ​ຜົນ; ຍູ້​ແຮງ​ການ​ແບ່ງ​ຂັ້ນ, ​ແບ່ງ​ສິດ​ອຳນາດ ​ເພື່ອ​ຮັບປະກັນການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ, ​ເສີມ​ຂະຫຍາຍ​ຄວາມ​ເປັນ​ເຈົ້າ​ການ ປະດິດ​ສ້າງ​ແລະ​ຄວາມ​ຮັບຜິດຊອບ​ຂອງບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ. ຍູ້​ແຮງ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ແລະ​ສຸມ​ໃສ່​ການ​ປ່ຽນ​ດິຈິ​ຕອນ​ ​ເພື່ອສ້າງ​ການ​ບຸກທະລຸ​ທາງ​ດ້ານ​ສະມັດ​ຕະພາບ ຄຸນ​ນະພາ​ບ ປະສິດທິ​ຜົນ ​ແລະ​ຄວາມ​ສາມາດ​ແຂ່ງຂັນ. ​​ເອົາ​ໃຈ​ໃສ່​ເຖິງ​ການ​ຝຶກ​ອົບຮົມ​ຊັບພະຍາກອນບຸກຄົນ​ຄຸນ​ນະພາ​ບສູງ, ການ​ຄົ້ນ​ຫາ​ແລະ​ສົ່ງ​ເສີມ​ຜູ້​ມີ​ຄວາມ​ສາມາດ; ມີ​ນະ​ໂຍບາຍ​ທີ່​​​ໂດ​ດ​ເດັ່ນ​ເພື່ອ​ດຶງ​ດູດ​ແລະ​ໃຊ້​ຜູ້​ມີ​ຄວາມ​ສາມາດ, ຊ່ຽວຊານ​ຢູ່​ໃນ​ແລະ​ຕ່າງປະ​ເທດ. ສ້າງ​ກົນ​ໄກ ນະ​ໂຍບາຍສະ​ເພາະ​ແລະ​ໂດດ​ເດັ່ນ​ເພື່ອຊຸກຍູ້​ການ​ປະ​ຢຸກ​ໃຊ້​ແລະ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ; ຍົກ​ສູງ​ຄວາມ​ສາມາດ​ຄົ້ນຄວ້າ​ແລະ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ໃໝ່​ບາງ​ປະ​ເພດ, ສ້າງກຳລັງກາ​ນຜະລິດ​ໃໝ່​ທີ່​ມີ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ຄວາມ​ສາມາດ​ໃນ​ການ​ປັບ​ຕົວ​ທົນ​ຕໍ່​ຄວາມ​ຜັນ​ຜວນ​ທີ່​ຮຸນ​ແຮງ​ຈາກ​ພາຍ​ນອກ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ. ຂະຫຍາຍລະບົບ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ແຫ່ງ​ຊາດ, ລະບົບ​ນິ​ເວດ​ການເລີ່ມທຸລະ​ກິ​ດປະດິດສ້າງ. ສົ່ງ​ເສີມ​ຄຸນຄ່າ​ວັດທະນະ ທຳ​ແລະກຳລັງ​ແຮງ​ຂອງ​ຄົນ​ຫວຽດນາມ; ປຸກລະດົມຢ່າງແຮງຄວາມ​ປາດ​ຖະໜາພັດທະນາ, ຄວາມ​ພາກພູມ​ໃຈ​ຂອງ​ຊາດ, ຄວາມ​ຮັກ​ຊາດ, ຄວາມ​ທະ​ນົງ​ໃຈ, ​ເຈດ​ຈຳນົງສ້າງ​ຕົນ​ເອງ​ໃຫ້​ເຂັ້ມ​ແຂງ ​ແລະ​ຄວາມ​ເມດ​ຕາ, ຄວາມ​ສາມັກຄີ​ແລະ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງຄົມ; ສົ່ງ​ເສີມ​ຈິດ​ສຳນຶກ, ຄວາມຮັບຜິດຊອບ, ຈັນຍາບັນສັງຄົມ, ດຳລົງຊີວິດແລະເຮັດວຽກຕາມກົດ ໝາຍ. ສືບ​ຕໍ່​ປັບປຸງ​ບູລະນະ​ລະບົບ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ, ສັງຄົມ​ທີ່​ຄົບ​ຊຸດ ​ແລະທັນ​ສະ​ໄໝ; ​ໃຫ້​ບຸລິມະສິດການ​ພັດທະນາ​ໂຄງ​ສ້າງພື້ນຖານທີ່​ສຳຄັນ​ໃນ​ດ້ານການ​ຈະລາຈອນ ພະລັງງານ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຕົວ​ເມືອງ​ໃຫຍ່, ​ໂຄງ​ສ້າງ​ພື້ນຖານ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງສະພາບ​ອາກາດ. ຂະຫຍາຍ​ໂຄງ​ສ້າງ​ພື້ນຖານ​ດິຈິ​ຕອນ​ຢ່າງ​ແຂງ​ແຮງ, ການກໍ່ສ້າງ​ແລະ​ພັດທະນາ, ​ເຊື່ອມ​ໂຍງ​ໂຄງ​ສ້າງພື້ນຖານ​ຂໍ້​ມູນ​ແຫ່ງ​ຊາດ, ​ເຂດ, ທ້ອງ​ຖິ່ນຢ່າງ​ຄົບ​ຊຸດ.

​ເພື່ອປະຕິບັດ​ບັນດາ​ເປົ້າ​ໝາຍ ທິດ​ທາງ ​ແລະການ​ບຸກທະລຸຍຸດ​ທະ​ສາດ​ທີ່​ກ່າວ​ມາ​ຂ້າງ​ເທິງ, ພວກ​ເຮົາ​ຕ້ອງການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່ຢ່າງ​ແຂງ​ແຮງ ຈິນຕະນາການ​ການ​ພັດທະນາ, ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການນຳພາຄຸ້ມ​ຄອງ, ການບໍລິຫານຊີ້ນຳ ​ແລະ​ການ​ປົກຄອງປະເທດທີ່ເໝາະສົມ, ສຸມໃສ່ການປະຕິບັດ​ແຜນນະໂຍບາ ​ແນວທາງ ໜ້າ​ທີ່​ແລະ​ວິທີ​ແກ້​ໄຂ​ໃນ​ຂົງ​ເຂດ​ຕ່າງໆ ຢ່າງຄົບ​ຊຸດແລະມີປະສິດທິຜົນ ຕາມ​ບັນດາ​ມະຕິ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ​ຫວຽດນາມ, ລັດຖະບານ​ຫວຽດນາມ; ​ໃນ​ນັ້ນ ຄວນ​ເອົາ​ໃຈ​ໃສ່​ເນື້ອ​ໃນ​ທີ່ສຳຄັນຈຳນວນ​ໜຶ່ງດັ່ງ​ຕໍ່​ໄປ​ນີ້:

1- ສຸມ​ໃສ່​ປັບປຸງ​ບູລະນະ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຂອງ​ສະ​ຖາ​ບັນ​ທາງ​ເສດຖະກິດ​ຕະຫຼາດກຳນົດທິດ​ສັງຄົມ​ນິຍົມ, ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ລັດ ຕະຫຼາດ ​ແລະສັງຄົມ ​ໃຫ້​ດີ​ຂຶ້ນ. ກໍ່ສ້າງ​ບັນດາ​ກົນ​ໄກ ນະ​ໂຍບາຍ ຂໍ້​ກຳນົດກົດໝາຍ ທີ່​ສົມບູນ ຄົບ​ຊຸດທັນ​ສະ​ໄໝ, ​ເຊື່ອມ​ໂຍງ, ຄວາມໝັ້ນຄົງ, ສະເພາະ, ໂປ່ງໃສ ​ໂດຍ​ຕິດ​ກັບການ​ເພີ່ມ​ທະວີປະສິດທິພາບແລະປະສິດທິຜົນ ຂອງການບັງຄັບໃຊ້ກົດໝາຍ. ພັດທະນາ​ຕະຫຼາດ​ປັດ​ໄຈ​ການ​ຜະລິດຢ່າງຄົບ​ຖ້ວນ​ແລະ​ຄົບ​ຊຸດ, ​ໂດຍ​ສະ​ເພາະ​​ຕະຫຼາດສິດທິ​ການ​ໃຊ້​ທີ່​ດິນ ​ແລະຕະຫຼາດ​ວິທະຍາສາດ​ ​ເຕັກ​ໂນ​ໂລ​ຊີ. ປ່ຽນ​ແປງ​ໃໝ່ຢ່າງ​ແຂງ​ແຮງ​ກົນ​ໄກ​ການ​ແບ່ງ​ຂັ້ນ, ​ແບ່ງ​ສິດ​ອຳນາດ, ມອບ​ອຳນາດ, ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບການ​ຈັດ​ແບ່ງ​ແຫຼ່ງພະລັງ, ງົບປະມານ​ຂອງ​ລັດ ​ແລະ​ບັນດາ​ຂົງ​ເຂດ​ເສດຖະກິດ-ສັງຄົມ​ທີ່ສຳຄັນ​ອື່ນ ​ເພື່ອຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ; ຍົກ​ສູງ​ປະສິດທິ​ຜົນ​ການ​ປະສົມ​ປະສານ​ໃນ​ວຽກ​ງານ​ການນຳພາ ຊີ້ນຳ ​ແລະ ການບໍລິຫານງານ ຂອງບັນດາ​ຂັ້ນ​ແລະ​ຂະ​ແໜງ​ການ. ປະຕິບັດ​ການ​ປ່ຽນ​ດິຈິ​ຕອນ​ແຫ່ງ​ຊາດຢ່າງຮອບດ້ານ, ພັດທະນາ​ເສດຖະກິດ​ດິຈິ​ຕອນ, ສ້າງ​ສັງຄົມ​ດິຈິ​ຕອນ. ຍູ້​ແຮງ​ການ​ປະ​ຢຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການ​ປ່ຽນ​ດິຈິ​ຕອນ​ໃນບັນດາ​ອົງການ​ຂອງ​ພັກ ລັດ ​ແນວ​ໂຮມ​ປະ​ເທດ​ຊາດ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ. ຍູ້​ແຮງ​ການ​ກໍ່ສ້າງ​ລັດຖະບານ​ເອ​ເລັດ​ໂຕຣນິກ, ລັດຖະບານ​ດິຈິ​ຕອນ ​ແລະ​ການ​ປະຕິ​ຮູບຂັ້ນ​ຕອນ​ການ​ບໍລິຫານ, ກຳຈັດ​ສິ່ງ​ກີດ​ຈວາງ, ປັບປຸງ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ສະພາບ​ແວດ​ລ້ອມທາງ​ທຸລະ​ກິດ, ຮັບປະກັນການ​ແຂ່ງຂັນ​ທີ່​​ເປັນທຳ ສະ​ເໝີ​ພາບ ​ແລະ​ໂປ່​ງ​ໃສ. ສູ້​ຊົນ​ຮອດ​ປີ 2030 ສະພາບ​ແວດ​ລ້ອມ​ທາງ​ມຸລະ​ກິດ​ຂອງ​ຫວຽດນາມຈະ​ໄດ້​ຈັດ​ໃນ​ອັນ​ດັບ 30 ປະ​ເທດ​ທີ່​ນຳ​ໜ້າ​ໂລກ.

2- ພັດທະນາ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ​ແລະ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຢ່າງ​ແຂງ​ແຮງ, ສ້າງບາດກ້າວບຸກທະລຸ​ໃນ​ການຍົກສູງສະມັດຕະພາບການຜະລິດ, ຄຸນ​ນະພາ​ບ, ປະສິດທິຜົນແລະຄວາມສາມາດແຂ່ງຂັນຂອງເສດຖະກິດ. ຍູ້​ແຮງ​ການ​ປະ​ຢຸກ​ໃຊ້​ແລະ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ໃໝ່, ​ໃຫ້​ບຸລິມະສິດ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ, ​ເຊື່ອມ​ຕໍ່ 5G ​ແລະ​ຫຼັງ 5G, ປັນຍາ​ປະດິດ...; ຖືເອົາວິສາຫະກິດເປັນໃຈກາງໃນການພັດທະນາ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະປ່ຽນ​ແປງ​ໃໝ່​ປະດິດ​ສ້າງ; ຊຸກຍູ້ການ​ຂະຫຍາຍ​ເສດຖະກິດດິຈິ​ຕອນ, ສັງຄົມດິຈິ​ຕອນ, ບັນດາຮູບແບບແລະວິທີການທຸລະກິດ​ໃໝ່ຢ່າງ​ແຂງ​ແຮງ. ກຳນົດເປົ້າໝາຍ, ​ເລກ​ຄາດໝາຍ, ​ໂຄງການປະຕິບັດການພັດທະນາ, ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ໃນ​ການ​ເຄື່ອນ​ໄຫວທຸກດ້ານ ຂອງທຸກຂັ້ນ, ທຸກຂະແໜງການແລະທ້ອງຖິ່ນ. ພັດທະນາ​ແລະ​ປັບປຸງ​ປະສິດທິ​ຜົນການດຳເນີນງານ ຂອງລະບົບການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງແຫ່ງຊາດ, ລະບົບນິເວດການເລີ່ມຕົ້ນທຸລະ​ກິດ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ແລະ​ຕະຫຼາດ​ວິທະຍາສາດ ເຕັກໂນໂລຊີ. ຍູ້​ແຮງ​ການ​ເຊື່ອມ​ໂຍງ​ແລະ​ຮ່ວມ​ມື​ສາກົນ​ ທາງ​ດ້ານວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ພັດທະນາ​ເຄືອ​ຂ່າຍການ​ເຊື່ອມ​ໂຍງຜູ້​ມີ​ພອນ​ສະຫວັນ​ຊາວ​ຫວຽດນາມ. ສູ້​ຊົນ​ຮອດ​ປີ 2030, ອັດຕາວິສາຫະກິດທີ່ມີການເຄື່ອນໄຫວປ່ຽນ​ແປງ​ໃໝ່ປະດິດສ້າງບັນລຸ 40%.

3- ສ້າງການຫັນປ່ຽນທີ່ພື້ນຖານ​ແລະ​ແຂງ​ແຮງ​ໃນຄຸນນະພາບ​ແລະປະສິດທິຜົນ ຂອງການສຶກສາແລະການຝຶກອົບຮົມ, ການ​ພັດທະນາບຸກຄະລາກອນຢ່າງ​ແຂງ​ແຮງ, ​ໂດ​ຍສະ​ເພາະ​ແມ່ນ​ບຸກຄະລາ​ກອນ​ຄຸນ​ນະພາ​ບສູງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ-ສັງຄົມ, ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ​ແລະການ​ເຊື່ອມ​ໂຍງສາກົນ. ກໍ່ສ້າງ​ຄົນ​ຫວຽດນາມໃຫ້ພັດທະນາຢ່າງຮອບດ້ານ, ມີ​ສຸຂະພາບທີ່ດີ, ມີ​ຄວາມ​ສາມາດ ຄຸນສົມບັດ, ມີຄວາມຮັບຜິດຊອບສູງຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະປະເທດຊາດ. ​ເອົາ​ໃຈ​ໃສ່ການຝຶກອົບຮົມຄືນໃໝ່ແລະການຝຶກອົບຮົມ ກຳລັງ​ຄົນ​ງານຢ່າງເປັນປົກກະຕິ ​ໂດຍ​ເຊື່ອມ​ໂຍງກັບການປ່ຽນໃໝ່ລະບອບ​ການຮັບສະໝັກ, ການ​ໃຊ້​ງານແລະສັນ​ຫາ​ບຸກຄະລາ​ກອນ​ທີ່​ມີຄວາມສາມາດ. ຈັດລະບົບໂຮງຮຽນຄືນໃໝ່; ​ເປີດການສຶກສາ ການຝຶກອົບຮົມທີ່​ຫຼາກ​ຫຼາຍປະເພດ; ພັດທະນາ​ຢ່າງ​ກົມກຽວ​ລະຫວ່າງ​ການ​ສຶກສາພາກລັດແລະນອກພາກລັດ, ລະຫວ່າງ​ບັນດາ​ເຂດ ພາກພື້ນ, ​ໃຫ້​ບຸລິມະສິດ​ແກ່ເຂດ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ພິ​ເສດ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ເຂດ​ຊາ​ຍແດນ ​ເກາະ​ທະ​ເລ ທີ່ຫ່າງ​ໄກ​ສອກຫຼີກ ​ແລະບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ. ສູ້​ຊົນ​ຮອດ​ປີ 2030, ການ​ສຶກສາ​ຂອງ​ຫວຽດນາມ​ບັນລຸ​ລະດັບ​ກ້າວໜ້າ​ໃນ​ພາກ​ພື້ນ.

4- ຍູ້​ແຮງ​ການຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄມ ​ແລະ ​ປັບ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ​ ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່ຮູບ​ແບບ​ການ​ເຕີບ​ໂຕຢ່າງ​ເປັນ​ຮູບ​ປະ​ທຳ​ແລະ​ມີ​ປະສິດທິ​ຜົນ, ຊຸກຍູ້​ການ​ພັດທະນາ​ຢ່າ​ວ່ອງ​ໄວຍືນ​ຍົງ ບົນ​ພື້ນຖານ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ. ສ້າງ​ແຜນສຳນົດ​ແລະ​ແຜນການ​ພັດທະນາປະ​ເທດ, ບັນດາ​ເຂດ, ບັນດາ​ຂະ​ແໜງ​ການ ຂົງ​ເຂດທີ່​ເໝາະ​ສົມ​ກັບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ ​ເພື່ອ​ຍົກ​ສູງ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ, ຄວາມ​ສາມາດ​ປັບ​ຕົວ​ແລະ​ຄວາມ​ຕ້ານທານ​ຂອງ​ພື້ນຖານ​ເສດຖະກິດ; ​ໃນ​ນັ້ນ ສຸມໃສ່ບັນດາວິທີແກ້ໄຂດ້ານນະໂຍບາຍ ​ເພື່ອ​ເອົາ​ຊະນະ​ຜົນ​ກະທົບຈາກການລະບາດຂອງ​​ໄວຣັດໂຄ​ວິດ-19, ຟື້ນ​ຟູ​ເສດຖະກິດ​ຢ່າງ​ໄວວາ, ​ໃຊ້​ປະ​ໂຫຍ​ດຈາກ​ໂອກາດ​ໃໝ່ໆ ​ເພື່ອການ​ພັດທະນາ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ຊຸກຍູ້​ຢ່າງ​ແຂງ​ແຮງ​ເພື່ອ​ພັດທະນາ​ເສດຖະກິດ​ດິຈິ​ຕອນ, ​ສັງ​ຄົນ​ດິຈິ​ຕອນ, ການ​ຜະລິດທີ່​ສະຫຼາດ, ບັນດາ​ຮູບ​ແບບ​ການ​ຜະລິດ ທຸລະ​ກິດ​ໃໝ່, ​ເສດຖະກິດ​ແບ່ງປັນ, ​ເສດຖະກິດ​ໝູນວຽນ, ການ​ຄ້າ​ເອ​ເລັກ​ໂຕຣນິກ... ການປະສານສົມທົບກັນຢ່າງແໜ້ນແຟ້ນ ຄົບ​ຊຸດ ​ແລະ​ມີ​ປະສິດທິ​ຜົນລະຫວ່າງນະໂຍບາຍການຄັງ ການເງິນ ການຄ້າ ການລົງທຶນ ​ແລະ​ບັນດາ​ນະ​ໂຍບາຍ​ອື່ນ ​ເພື່ອຄວບ​ຄຸມ​ອັດຕາ​ເງິນ​ເຟີ້ ສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ, ຮັບປະກັນ​ບັນດາ​ດຸ່ນດ່ຽງ​ທີ່ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​ງົບປະມານ​ຂອງ​ລັດ ການ​ລົງທຶນ ການ​ຄ້າ ພະລັງງານ ຄວາ​ມໝັ້ນຄົງ​ດ້ານສະບຽງ​ອາຫານ; ພ້ອມ​ກັນ​ນັ້ນ, ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ ​ເພື່ອ​ຊຸກຍູ້​ການ​ພັດທະນາເສດຖະກິດ-ສັງຄົມ. ພັດທະນາ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຢ່າງ​ແຂງ​ແຮງ, ສົ່ງ​ເສີມ​ການ​ບໍລິ​ໂພ​ກພາຍ​ໃນ, ສ້າງ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ; ພ້ອມ​ກັນ​ນັ້ນ, ​ໃຊ້​ປະ​ໂຫຍ​ດຈາກ​ສັນຍາ​ການ​ຄ້າ​ເສລີ​ຢ່າງ​ມີ​ປະ​ສິດທິ​ຜົນ, ​ເປີດ​ກວ້າງ​ແລະ​ຂະ​ຫຍາ​ຍຄວາມ​ຫຼາກ​ຫຼາຍ​ຂອງ​ຕະຫຼາດ​ສົ່ງ​ອອກ​ແລະນຳເຂົ້າ ​ໂດຍບໍ່ຕ້ອງ​ເພິ່ງ​ພາຕະຫຼາດດຽວຫຼາຍ​ເກີນ​ໄປ; ​ເພີ່ມ​ທະວີ​ການ​ປ້ອງ​ກັນ​​ແລະຕ້ານການລັກລອບຄ້າຂາຍ ແລະການສໍ້ໂກງທາງ​ການ​ຄ້າ, ມີ​ການ​ປົກ​ປ້ອງ​ທີ່​ເໝາະ​ສົມ​ສຳລັບ​ການ​ຜະລິດ​ແລະ​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ. ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ສ້າງພື້ນຖານການເງິນແຫ່ງຊາດທີ່ມີປະສິດທິຜົນ ປອດ​ໄພ ​ແລະຍືນຍົງ; ພັດທະນາ​ຕະຫຼາດ​ການ​ເງິນ​ແລະ​ເງິນຕາ​ຢ່າງ​ແຂງ​ແຮງ; ການ​ເປີດ​ເຜີຍ​ແລະ​ຄວາມ​​ໂປ່​ງ​ໃສ​ໃນ​ການຄຸ້ມ​ຄອງ​ແລະ​ການນຳໃຊ້ຊັບ​ສິນ​ສາທາລະນະ ທີ່​ດິນ ​ແລະ​ຊັບພະຍາກອນທຳ​ມະ​ຊາດ. ສືບ​ຕໍ່​ປັບ​ແລະ​ຍົງ​ສູງ​ປະສິດທິ​ຜົນ​ການ​ລົງທຶນສາທາລະນະ, ລະບົບ​ບັນດາ​ອົງການ​ຈັດ​ຕັ້ງ​ສິນ​ເຊື່ອ​ແລະລັດ​ວິ​ສາ​ຫະກິດ. ຂະຫຍາຍ​ເສດຖະກິດ​ເອກະ​ຊົນ​ຢ່າງ​ແຂງ​ແຮງ​ທາງ​ດ້ານ​ປະລິມານ​ແລະ​ຄຸນ​ນະພາ​ບ, ຮັບປະກັນປະສິດທິ​ຜົນ ຄວາມ​ຍືນ​ຍົງ ​ແລະກາຍ​ເປັນ​ແຮງ​ຜັດ​ດັນສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດຢ່າງ​ແທ້​ຈິງ. ປ່ຽນ​ແປງ​ໃໝ່​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ບັນດາ​ການຈັດ​ຕັ້ງ​ເສດຖະກິດ​ລວມໝູ່, ສະຫະກອນ. ຍົກ​ສູງ​ປະສິດທິ​ຜົນ​ຂອງການ​ຮ່ວມ​ມືລົງທຶນກັບ​ຕ່າງ​ປະ​ເທດ, ຄັດ​ເລືອກ, ​ໃຫ້​ບຸລິມະສິດ​ການ​ດຶງ​ດູດ​ບັນດາ​ໂຄງການ​ທີ່​ມີ​ເຕັກ​ໂນ​ໂລ​ຊີ​ສູງ, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ​ເຊື່ອມ​ໂຍງ​ກັບ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ, ສ້າງ​ບັນດາ​ຕ່ອງ​ໂສ້​ການ​ສະໜອງ ​ແລະ​ຕ່ອງ​ໂສ້​ຄຸນຄ່າ. ສົ່ງ​ເສີມ​ແບບ​ວິທີ​ການ​ຮ່ວມ​ມື​ພາກ​ລັດ​ແລະ​ເອກະ​ຊົນ (PPP), ລະດົມ​ຊັບພະຍາກອນ​ສັງຄົມ​ເພື່ອ​ລົງທຶນພັດທະນາ​ໂຄງ​ສ້າງ​ພື້ນຖານ ​ແລະ​ສະໜອງ​ບໍລິການ​ສາທາລະນະ.  

ຍູ້​ແຮງການ​ພັດທະນາ​ບາງ​ຂະ​ແໜງການ ຂົງ​ເຂດ​ເສດຖະກິດສຳຄັນ ທີ່​ມີ​ຄວາ​ມສາມາດບົ່ມຊ້ອນ ມີທ່າໄດ້ປຽບແລະພື້ນ​ທີ່ໃຫຍ່ ​ເພື່ອ​ເປັນ​ກຳລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ ດ້ວຍ​ຈິດ​ໃຈ​ແຫ່ງ​ການ​ໄລ່​ຕາມ ກ້າວໜ້າ​ ​ແລະ​ເໜືອກ​ວ່າ​ໃນ​ບາງ​ຂົງ​ເຂດ ​ເມື່ອ​ທຽບ​ກັບ​ພາກ​ພື້ນ​ແລະ​ໂລກ. ຍູ້​ແຮງ​ການ​ປັບ​ໂຄງ​ສ້າງ​ກະສິກຳ, ພັດທະນາ​ກະສິກຳສິນຄ້າ​ລວມສູນ​ຂະໜາດ​ໃຫຍ່, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ. ດຳ​ເນີນການປ່ຽນໂຄງສ້າງຂອງພືດແລະສັດ​ໃຫ້ເໝາະສົມ ມີ​ປະສິດທິ​ຜົນ, ເພີ່ມທະວີຄວາມສາມາດຕ້ານທານແລະການປັບຕົວເຂົ້າກັບການ​ປ່ຽນ​ແປງ​ສະພາບ​ອາກາດ ໃນແຕ່ລະເຂດແລະແຕ່ລະທ້ອງຖິ່ນ. ​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ກະສິກຳ ກັບ​ອຸດສາຫະກຳປຸງ​​ແຕ່ງ, ຕະຫຼາດ, ການ​ສົ່ງອອກ ​ແລະ​ເຂົ້າ​ຮ່ວມ​ຕ່ອງ​ໂສ້​ຄຸນຄ່າ​ພາກ​ພື້ນ​ແລະ​ໂລກ. ດຶງ​ດູດ​ການ​ລົງທຶນ, ພັດທະນາ​ວິ​ສາ​ຫະກິດ​ກະສິກຳ​ຢ່າງ​ແຂ​ງ​ແຮງ; ສະໜັບສະໜູນ​ແລະສົ່ງ​ເສີມການ​ພັດທະນາ​ເສດຖະກິດ​ຟາ​ມ ສະຫະກອນ​ກະສິກຳ​ ແລະໜ່ວຍ​ຮ່ວມມື. ສ້າງອຸດສາຫະກຳປ້ອງ​ກັນ​ປະ​ເທດ​ທີ່ເຂັ້ມແຂງ, ພັດທະນາ​ຢ່າງ​ກົມກຽວ​ທັງ​ລວງ​ກວ້າງ​ແລະ​ລວງ​ເລິກ, ຖື​ການ​ພັດທະນາ​ຕາມລວງ​ເລິກ​ເປັນສຳ, ສ້າງ​ການ​ບຸກທະລຸ​ໃນ​ການ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ຄວາມ​ສາມາ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ. ຍູ້​ແຮງການ​ປ່ຽນ​ດິຈິ​ຕອນ, ​ເພີ່ມ​ຄວາມ​ສາມາດ​ເຊື່ອມ​ຕໍ່, ​ເຂົ້າ​ເຖິງ​ຂໍ້ມູນຂ່າວ​ສາມ. ​ໃຫ້​ບຸລິມະສິດ​ພັດທະນາ​ບາງ​ຂະ​ແໜງ​ການ​ອຸດສາຫະກຳ​ປາຍ​ຫອກ, ​ເຕັກ​ໂນ​ໂລ​ຊີ​ໃໝ່, ​ເຕັກ​ໂນ​ໂລ​ຊີ​ສູງ, ອຸດສາຫະກຳການປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມໝັ້ນຄົງ​ທີ່​ໃຊ້​ໄດ້​ທັງ​ດ້າພົນລະ​ເຮືອນ. ສຸມ​ໃສ່​ພັດ​ທະນາ​ອຸດສະຫະ​ກຳສະໜັບສະໜູນ,​ ​ເຂດແລະກຸ່​ມອຸດສາຫະກຳ ຢ່າງ​ມີ​ປະສິດທິ​ຜົນ. ຍູ້​ແຮງ​ການ​ຈັດ​ວາງ​ຄືນ​ໃໝ່​ບັນດາ​ຂະ​ແໜງ​ບໍລິການ ອີງ​ບົນ​ພື້ນຖານ​ອຸດສາຫະກຳທີ່​ທັນ​ສະ​ໄໝ​ແລະ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ, ພັດທະນາ​ບໍລິການ​​ແບບໃໝ່, ສ້າງ​ລະບົບ​ນິ​ເວດ​ບໍລິການ, ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ການ​ເງິນ ທະນາຄານ ປະກັນ​ໄພ ກົດໝາຍ ສາທາລະນະ​ສຸກ ການ​ສຶກສາ​ຝຶກ​ອົບຮົມ, ​​ໂທລະ​ຄົມມະນາຄົມ ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ໂລ​ຈິ​ສະຕິ​ກ​ແລະ​ການ​ຂົນ​ສົ່ງ, ການ​ແຈກ​ຢາຍ... ພັດທະນາ​ຢ່າງ​ແຂງ​ແຮງ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ບໍລິການ​ທ່ອງ​ທ່ຽວ, ຮັບປະກັນ​ຄວາມ​ເປັນ​ມື​ອາຊີບ ທັນ​ສະ​ໄໝ ຍືນ​ຍົງ ​ແລະ​ເຊື່ອມ​ໂຍງ​ສາກົນ.

5- ສຸມ​ໃສ່​ພັດທະນາ​ໂຄງ​ສ້າງ​ພື້ນຖານ, ​​ເສດຖະກິດ​ຕາມ​ເຂດ, ​ເສດຖະກິດ​ທະ​​ເລ, ຖື​ເອົາ​ຕົວ​ເມືອງ​ເປັນ​ກຳລັງ​ໜູນ​ເພື່ອ​ພັດທະນາ​ເສດຖະກິດ​ຕາມ​ເຂດ ​ແລະ​ຍູ້​ແຮງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ສືບ​ຕໍ່ລົງ​ທຶນ​ພັດທະນາ​ຢ່າງ​ຄົບ​ຊຸດ​ ບັນດາ​ໂຄ​ງການ​ໂຄງ​ສ້າງ​ພື້ນຖານ​ທີ່​ສຳຄັນ​ຂອງ​ປະ​ເທດ, ​ໂດຍ​ສະ​ເພາະກ່ຽວກັບການຄົມມະນາຄົມ, ພະລັງງານ ​ແລະໂຄງສ້າງພື້ນຖານດິ​ຈິຕອນ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ​ແລະ​​ໂລກ. ຮອດ​ປີ 2030, ສູ້​ຊົນ​ໃຫ້​ທົ່ວ​ປະ​ເທດ​ມີ​ທາງ​ດ່ວນ​ປະມານ 5.000 ກ​ມ., ​ໃນ​ນັ້ນ​ຮອດ​ປີ 2025 ສຳເລັດເສັ້ນທາງດ່ວນເໜືອ - ໃຕ້ໃນທິດຕາເວັນອອກ. ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ລະບົບ​ໂຄງ​ສ້າງ​ພື້ນຖານ​ຊົນລະປະທານ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແລະ​ການ​ຕ້ານນ້ຳຖ້ວມ​ຢູ່​ນະຄອນ​ໂຮ່ຈີ​ມິນ. ສຸມ​ໃສ່​ການສ້າງແຜນການພາກພື້ນທີ່ມີ​ລັກສະນະ​ບຸກທະລຸ ໃນທິດທາງການ​ເຊື່ອມ​ໂຍງ​ແລະຫຼາຍຂະແໜງການ, ສ້າງ​ເປັນ​ຕ່ອງ​ໂສ້​ຄຸນຄ່າ ​ແລະ​ມີ​ກົນ​ໄກ ນະ​ໂຍບາຍ​ສະ​ເພາະ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເຂດ, ​ເຊື່ອມ​ໂຍງ​ເຂດ ​ແລະ​ມີກົນໄກປະສານງານທີ່​ເຂັ້ມ​ແຂງ​ພຽງພໍ ສຳລັບການພັດທະນາພາກພື້ນ. ການພັດທະນາ​ເສດຖະກິດ​ທະ​ເລ​ຢ່າງ​ຍືນ​ຍົງ; ຄວບຄຸມການ​ຂຸດ​ຄົ້ນ​ຊັບ​ພະຍາກອນ​ທະ​ເລ​ຢ່າງ​ເຂັ້ມ​ງວດ, ຟື້ນ​ຟູ​ລະບົບ​ນິ​ເວດທະ​ເລ​ຕິດ​ກັບ​ການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ຮັກສາ​ຄວາມ​ໝັ້ນຄົງ ​ແລະຍົກ​ສູງ​ຊີວິດ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ທະ​ເລ ໝູ່​ເກາະ. ຍູ້​ແຮງ​ການ​ສ້າງ​ຕົວ​ເມືອງ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ຕົວ​ເມືອງ, ພັດທະນາ​ການວາງ​ຜັງ​ເມືອງ​ດ້ວຍ​ວິ​ໄສ​ທັດ​ໄລຍະ​ຍາວ, ສ້າງ​ເຄືອ​ຂ່າຍຕົວ​ເມືອງ​ອັດສະລິຍະຈຳນວນໜຶ່ງ. ສືບ​ຕໍ່​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​ໂຄງການກໍ່​ສ້າງຊົນນະບົດໃໝ່ ຕາມ​ທິດ​ຕິດ​ກັບ​ການ​ຫັນ​ເປັນ​ຕົວ​ເມືອງ, ​ແທ້​ຈິງ, ​ເຂົ້າ​ສູ່​ລວງ​ເລິກ ມີ​ປະສິດທິ​ຜົນ ​ແລະ​ຍືນ​ຍົງ. ສູ້​ຊົນ​ຮອດ​ປີ 2030 ມີ 90% ຈຳນວນ​ຕາ​ແສງບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່, 40% ຈຳນວນ​ເມືອງ​ສຳ​ເລັດການ​ກໍ່ສ້າງ​ຊົນນະບົດ​ໃໝ່.

6- ​ເອົາ​ໃຈ​ໃສ່​ພັດທະນາ​ວັດທະນະທຳ ສັງຄົມ, ສ້າງ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸຕິທຳທາງ​ສັງ​ຄົມ; ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ. ສ້າງສະພາບແວດລ້ອມວັດທະນະທຳທີ່ສົມບູນແບບ ທັງໃນຄອບຄົວ ​ໂຮງຮຽນ ​ໃນຊຸມຊົນທີ່ຢູ່ອາໄສ, ​ໃນສຳນັກ​ງານ​ອົງການ​ຂອງ​ພັກ ລັດ ອົງຄະ​ນະມະ​ຫາ​ຊົນ ວິ​ສາ​ຫະກິດ, ​ເພື່ອ​ໃຫ້ວັດທະນະທຳ​ເປັນ​ກຳລັງ​ຜັດ​ດັນ​ທີ່​ແທ້​ຈິງ, ສ້າງບາດກ້າວ​ບຸກທະລຸໃນການພັດທະນາເສດຖະກິດ ສັງຄົມ ແລະການເຊື່ອມໂຍງສາກົນ. ປຸກ​ຕື່ນນ້ຳ​ໃຈ​ຮັກ​ຊາດ, ​ເຈດຈຳນົງສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຄວາມ​ທະ​ນົງ​ໃຈ​ແຫ່ງ​ຊາດ, ຄວາມ​ສາມັກຄີ​ຊຸມ​ຊົນ ​ແລະ​ຄວາມ​ປາດ​ຖະໜາ​ບືນ​ຕົວ​ຂຶ້ນ​ຂອງ​ຄົນ​ຫວຽດນາມ. ສູ້ຊົນໃຫ້ ສຳເລັດໂດຍໄວ ເປົ້າໝາຍພາຍໃຕ້ວາລະ 2030 ​ເພື່ອການພັດທະນາແບບຍືນຍົງ. ປະຕິບັດ​​ເປັນ​ຢ່າງ​ດີ ບັນດາ​ນະ​ໂຍບາຍ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ, ການອຸປະຖຳສັງຄົມ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ປະກັນ​ໄພ​ສັງຄົມ, ປະກັນ​ສຸຂະພາບ, ປະກັນ​ການ​ຫວ່າງ​ງານ ​ແລະ​ວິທີ​ແກ້​ບັນຫາການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ຫຼາຍ​ມິ​ຕິ ຍືນ​ຍົງ ​ແລະປົກ​ຫຸ້ມ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ​ເຂດ​ທີ່​ມີ​ຄວາມ​ຫຍຸ້ງຍາກ ​ໂດຍ​ຕິດ​ກັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ​ເພື່ອ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ​ເຂດພູດ​ອຍ​ໃນ​ໄລຍະປີ 2021 - 2030. ​ໃຫ້​ຄວາມ​ສຳຄັນ​ເຖິງ​ໜ້າ​ທີ່​ປົກ​ປ້ອງ ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບຂອງ​ປະຊາຊົນ; ຍົກ​ສູງ​ຄຸນ​ນະພາ​ບຂອງ​ການກວດ​ແລະ​ປົວ​ພະຍາດ; ຄົ້ນ​ພົບ​ໄວ, ປ້ອງ​ກັນ ຕ້ານ ​ແລະ​ກີດ​ກັ້ນ​ໂລກລະບາດ​ຢ່າງ​ມີ​ປະສິດທິ​ຜົນ, ບໍ່​ໃຫ້​ໂລກລະບາດ​ເກີດ​ຂຶ້ນ; ຮັບ​ມື​ຢ່າງ​ທັນ​ການ​ຕໍ່ບັນຫາສຸກເສີນ, ເຫດການສິ່ງແວດລ້ອມ ​ແລະ​ຮັບປະກັນ​ຄວາມປອດໄພທາງການແພດ. ພັດທະນາ​ຕະຫຼາດ​ແຮງ​ງານ​ຢ່າງ​ຄົບ​ຊຸດ ມີ​ປະສິດທິ​ຜົນ, ປັບປຸງຄຸນນະພາບຂອງລະບົບຂໍ້ມູນຂ່າວສານດ້ານການຕະຫຼາດ; ປະຕິບັດການ​ປະຕິ​ຮູບ​ໂດຍ​ລວມ ກ່ຽວກັບເງິນເດືອນແລະນະໂຍບາຍປະກັນສັງຄົມ ຕາມຈິດໃຈມະຕິ​ສູນ​ກາງ​ພັກ. ສືບ​ຕໍ່​ປະຕິບັດ​ເປັນ​ຢ່າງ​ດີ ບັນດາ​ນະ​ໂຍບາຍ​ກ່ຽວ​ກັບຊົນເຜົ່າ, ສາສະໜາ, ການ​ເບິ່ງ​ແຍງຜູ້ສູງ​ອາຍຸ, ພັດທະນາ​ຊາວ​ໜຸ່ມ, ຄວາມ​ສະ​ເໝີ​ພາບ​ທາງ​ເພດ, ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ, ​​ດູ​ແລ​ແລະ​ປົກ​ປ້ອງ​ເດັດນ້ອຍ, ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ແລະ​ຕໍ່ສູ້​ກັບ​ຄວາມ​ຊົ່ວ​ຮ້າຍ​ທາງ​ສັງຄົມ.  

7- ການຄຸ້ມຄອງແລະນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ; ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ ​ແລະ​ປ້ອງ​ກັນ ຕ້ານ​ໄພ​ທຳ​ມະ​ຊາດ. ສືບ​ຕໍ່​ປັບປຸງ​ບູລະນະ​ແລະ​ປະຕິບັດຢ່າງ​ມີ​ປະສິດທິ​ຜົນ ບັນດາ​ກົນ​ໄກ ນະ​ໂຍບາຍ ຂໍ້​ກຳນົດ​ກົດໝາຍ​ ກ່ຽວ​ກັບການ​ຄຸ້ມ​ຄອງ​ຊັບພະ​ຍາກ​ອນທຳ​​ມະ​ຊາດ ​ແລະ​ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ. ​ແກ້​ໄຂ​ຢ່າງ​ກົມກຽວ ສາຍ​ພົວພັນ​ລະຫວ່າງການ​ພັດທະນາ​ເສດຖະກິດ-ສັງ​ຄົງ ກັບ​ການ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ; ປະຕິບັດຢ່າງເຂັ້ມງວດ ວິທີ​ແກ້​ໄຂ​ເພື່ອປ້ອງກັນແລະຕ້ານມົນລະພິດສິ່ງແວດລ້ອມ. ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ ​ແລະນຳໃຊ້​ຊັບພະຍາກອນນ້ຳຢ່າງປະຢັດ ມີ​ປະສິດທິ​ຜົນ​ແລະ​ຍືນ​ຍົງ. ຍົກ​ສູງ​ຄວາມ​ຕ້ານທານ​ແລະການປັບຕົວຕໍ່​ການປ່ຽນແປງສະພາບອາກາດ ຂອງ​ລະບົບ​ໂຄງ​ສ້າງ​ພື້ນຖານແລະຂອງ​ພື້ນຖານເສດຖະກິດ; ຫຼຸດຜ່ອນຄວາມສ່ຽງ ແລະຄວາມເສຍຫາຍທີ່​ເກີດຈາກການປ່ຽນແປງດິນ​ຟ້າອາກາດ, ສະພາບອາກາດຜິດປົກກະຕິ, ໄພທຳມະຊາດ, ລົມພະຍຸ, ນ້ຳຖ້ວມ, ໄພແຫ້ງແລ້ງ, ການບຸກລຸກຂອງ​ນ້ຳເຄັມ...ໃນບັນດາສະຖານ​ທີ່ສຳຄັນ, ​ໂດຍ​ສະ​ເພາະ​ໃນ​ເຂດ​ພູດ​ອຍພາກ​ເໜືອ, ພາກ​ກາງ, ​ໄຕ​ງວຽນ ​ແລະ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ. ສູ້​ຊົນ​ຮອດ​ປີ 2030, ຈະ​ບັນລຸ​ໂດຍ​ພື້ນຖານ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDG) ກ່ຽວ​ກັບ​ຊັບພະຍາກອນ​ມະນຸດ, ສິ່ງ​ແວດ​ລ້ອມ​ແລະການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ.

8- ສືບ​ຕໍ່​ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ປ້ອງ​ກັນຄວາມໝັ້ນຄົງ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ, ການ​ເຊື່ອມ​ໂຍງ​ສາກົນ, ສ້າງ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ. ຕັ້ງໝັ້ນ​ແລະ​ເດັດດ່ຽວຕໍ່ສູ້​ປົກ​ປ້ອງ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້ຢ່າງ​ໝັ້ນຄົງ. ສືບ​ຕໍ່​ກໍ່ສ້າງ​ທ່າ​ສະໜາມ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ທ່າ​ສະໜາມ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ປະຊາຊົນ​ຢ່າງ​ໝັ້ນຄົງ ​ແລະ ການ​ກໍ່ສ້າງ​ກອງທັບ​ປະຊາຊົນ, ກຳລັງຕຳຫຼວດ​ປະຊາຊົນປະຕິວັດທີ່​ເປັນ​ລະບຽບ​ຫຼວງ ມີ​ຄວາມ​ສາມາດ​ສູ້​ຮົບ​ເກັ່ງ ​ແລະ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ. ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ ​ການ​ພັດທະນາ​ເສດຖະກິດ ວັດທະນະທຳ ສັງຄົມ ກັບ​ການ​ປັບປຸງ ​ເພີ່ມ​ທະວີ​ການ​ປ້ອງ​ກັນປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ​ ໃນ​ແຕ່ລະ​ເຂດ, ​ໃນບັນດາ​ພື້ນ​ທີ່​ຍຸດ​ທະ​ສາດ, ຊາຍ​ແດນ, ທະ​ເລ​ໝູ່​ເກາະ, ​ເຂດ​​ເສດຖະ​ກິດທີ່ສຳຄັນ. ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ​​ແລະ​ກີດ​ກັ້ນ​ປະກົດ​ການ “ຫັນປ່ຽນ​ຕົນ​ເອງ”, “ປ່ຽນ​ແປງ​ຕົນ​ເອງ” ຢູ່​ພາຍ​ໃນ; ຕໍ່ສູ້​ຢ່າງທັນການແລະປາບ​ປາມອາດຊະຍາກຳທຸກປະເພດຢ່າງມີປະສິດຕິຜົນ; ຫຼຸດຜ່ອນ​ອຸບັດ​ຕິ​ເຫດຈາລະຈອນ, ໄຟໄໝ້ແລະການລະເບີດ. ຍູ້​ແຮງ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ ຕິດ​ກັບການ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ. ຍູ້​ແຮງ​ແລະ​ຍົກ​ສູງ​ລະດັບ​ການ​ຕ່າງປະ​ເທດ​ພະຫຸ​ພາຄີ ​ໂດຍສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ການຕ່າງປະ​ເທດ​ທະວິ​ພາຄີ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ອາ​ຊຽນ, ສະຫະ​ປະຊາ​ຊາດ ​ແລະ​ບັນດາ​ຂອບ​ການ​ຮ່ວມ​ມື​ພາກ​ພື້ນ, ສາກົນ. ນຳ​ໃຊ້​ໂອກາດທີ່​ດີ​ຈາກ​ການ​ເຊື່ອມ​ໂຍງ, ​ໂດຍ​ສະ​ເພາະ​ແມ່ນບັນດາ​ສັນຍາ​ການ​ຄ້າ​ເສລີ​ທີ່​ໄດ້​​ເຊັນ; ​​ໃຫ້​ຄວາມ​ສຳຄັນ​ແກ່​ການຍົກ​ສູງ​ຄວາມ​ສາມາດ​ເຊື່ອມ​ໂຍງ, ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ດ້ານ​ການ​ຄ້າ ​ແລະ​ການ​ລົງທຶນລະຫວ່າງປະເທດ. ​ເຮັດ​ເປັນ​ຢ່າງ​ດີ ການປົກປ້ອງພົນລະເມືອງ ​ແລະ​ຊາວ​ຫວຽດນາມຢູ່ຕ່າງປະເທດ; ​ເພີ່ມທະວີວຽກງານຂໍ້ມູນຂ່າວສານຕ່າງປະເທດ; ຍົກ​ສູງ​ກຽດ​ສັກ​ສີ​ແລະ​ບົດບາດ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ​ຢ່າງບໍ່​ຢຸດ​ຢັ້ງ.  

9- ສືບ​ຕໍ່​ສ້າງ​ແລະ​ປັບປຸງ​ບູລະນະ​ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ; ຍູ້​ແຮງການ​ປະຕິ​ຮູບການ​ບໍລິຫານ; ​ເພີ່ມ​ທະວີ​ການ​ປ້ອງ​ກັນ​​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ປະຕິບັດ​ການ​ປະຢັດ, ຕ້ານ​ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ. ປັບປຸງບູລະນະຢ່າງຕໍ່​ເນື່ອງຄວບ​ຄູ່​ໄປ​ກັບ​ການຍົກ​ສູງ​ປະສິດທິພາບແລະປະສິດທິຜົນ ຂອງການບັງຄັບໃຊ້ກົດໝາຍ ​ໃນ​ທິດ​ທາງ​ຂອງ​ຄວາມ​ເປັນ​ເອກະ​ພາບ ຄົບ​ຊຸດ ​ໂປ່​ງ​ໃສ ສະ​ຖຽງ​ລະ​ພາບ ຄ່າ​ໃຊ້​ຈ່າຍ​ໃນ​ການ​ປະຕິບັດ​ຕາມຕໍ່າ, ມີຄວາມສາມາດໃນການແຂ່ງຂັນໃນພາກພື້ນແລະສາກົນ. ສຸມ​ໃສ່​ການກໍ່ສ້າງ​ພື້ນຖານ​ການບໍລິຫານລັດ​ທີ່​ປອດ​ໃສ ​ເຂັ້ມ​ແຂງ ​ເປັນ​ເອກະ​ພາບ ທະລຸ​ລົ່ງ ມີ​ປະສິດທິ​ພາບ​ແລະ​ປະສິດທິຜົນ. ກໍ່ສ້າງ​ຖັນ​ແຖວ​ພະນັກງານ ພາລະ​ກອນ ລັດຖະກອນ ທີ່ມີຫົວໃຈ ວິໄສທັດ, ມີຄຸນນະພາບດີ ແລະມີຄຸນວຸດທິວິຊາຊີບສູງ, ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບມອບໝາຍເປັນຢ່າງດີ. ​ເປີດ​ກວ້າງ​ປະຊາທິປະ​ໄຕ ​ໄປ​ຄຽງ​ຄູ່​ກັບ​ການ​ເພີ່ມທະວີ​ລະບຽບ​ວິ​ໄນ; ​ເພີ່ມທະວີການປົກປ້ອງລະບອບສັງຄົມນິຍົມ, ຜົນ​ປະ​ໂຫຍ​ດຂອງລັດ, ສິດແລະຜົນປະໂຫຍດອັນຊອບທຳ ຖືກກົດໝາຍຂອງບັນດາສຳນັກ​ງານ ອົງການ​ຈັດ​ຕັ້ງ ​ແລະບຸກຄົນ. ສືບ​ຕໍ່​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຕ້ານ​ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ ​ແລະ ​ປະຕິບັດການ​ປະຢັດ ຢ່າງ​ເດັດດ່ຽວ ໝັ້ນ​ໜຽວ ​ແລະ​ມີ​ປະສິດ​ທີ​ຜົນ. ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ການ​ຕິດຕາມກວດກາ, ກວດກາ, ກວດ​ສອອບ, ​ແກ້​ໄຂ​ການ​ຮ້ອງທຸກ ຮ້ອງ​ຟ້ອງ​ຂອງ​ພົນລະ​ເມືອງ; ບໍ່​ເຮັດ​ໃຫ້ການ​ພົວພັນ​ທາງ​ເສດຖະກິດ ການ​ບໍລິຫານ​ແລະ​ພົນລະ​ເຮືອນ ​ກາຍ​ເປັນ​ອາ​ຊະ​ຍາ​ກຳ. ສົ່ງ​ເສີມບົດບາດ​ຂອງ​ການຕິດຕາມ​ກວດກາ, ການວິຈານສັງຄົມ, ຮູບແບບການປົກຄອງຕົນ​ເອງ​ຂອງ​ຊຸມ​ຊົນ ​ແລະ​ວິທີ​ການ​ໄກ່ເກ່ຍຂັ້ນຮາກຖານ. ເອົາໃຈໃສ່ເຮັດວຽກງານການສື່ສານ​ຂໍ້​ມູນ ແລະການ​ຂົນຂວາຍ​ປະຊາຊົນ ໃຫ້​ໄດ້ເປັນຢ່າງດີ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ​ແລະ​ອົງຄະ​ນະມະ​ຫາ​ຊົນ, ປະກອບສ່ວນ​ສ້າງສັນທາ​ມະຕິ​ທາງ​ສັງຄົມ​ ໃນ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ ນະ​ໂຍບາຍ ກົດໝ​າຍ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ​ລັດ​ຫວຽດນາມ​ສັງຄົມ​ນິຍົມ.

***

ຫວຽດນາມກຳລັງປະເຊີນ​​ໜ້າກັບກາລະໂອກາດແລະ​ເງື່ອນ​ໄຂ​ອັນ​ສະດວກໃໝ່, ແຕ່ກໍ່ເຕັມໄປດ້ວຍຄວາມຫຍຸ້ງຍາກແລະສິ່ງທ້າທາຍ, ມັນ​ຮຽກຮ້ອງ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມ​ແລະ​ປະຊາຊົນ​ຫວຽດນາມ​ ຕ້ອງສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ, ຍຸ້​ແຮງ​ການ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ; ​ເພີ່ມ​ທະວີ​ການ​ປະ​ຢຸກ​ໃຊ້ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ​ແລະ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ; ປະຕິບັດ​ການ​ປ່ຽນດິຈິ​ຕອນ​ຢ່າງ​ຈິງ​ຈັງ, ກໍ່ສ້າງ​ພື້ນຖານ​ເສດຖະກິດ​ດິຈິ​ຕອນ, ສັງຄົມ​ດິຈິ​ຕອນ; ສຸມ​ໃສ່​ຍົກ​ສູງ​ຄວາມ​ສາມາດ, ສວຍ​ໃຊ້​ໂອກາດ, ປ່ຽນ​ທິດ​ທາງ ​ແລະ​ການຈັດ​ຕັ້ງການ​ເຄື່ອນ​ໄຫວ​ເສດຖະກິດ-ສັງຄົມ​ຄືນ​ໃໝ່; ​ເອົາ​ຊະນະ​ຢ່າງ​ໄວ​ແລະ​ແກ້​ໄຂຜ່ານ​ຜ່າຜົນກະທົບຈາກການລະບາດຂອງໄວຣັດໂຄ​ວິດ-19, ຟື້ນ​ຟູ​​ເສດຖະກິດແລະ​ພັດທະນາ​ເສດຖະກິດ​ຢ່າງ​ໄວວາ​ແລະ​ຍືນ​ຍົງ. ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ແລະ​ຄວາມປາດ​ຖະໜາ​ທີ່​ຈະ​ບືນ​ຕົວ​ຂຶ້ນຢ່າງ​ແຂງ​ແຮງ​ຂອງປວງຊົນທັງຊາດ; ດ້ວຍ​ເຈດຈຳນົງ​, ຄວາມ​ຕັດສິນ​ໃຈ​ສູງ ​ແລະ​ຄວາມ​ຕັ້ງໜ້າ​ພະຍາຍາມ​ຂອງ​ທັງ​ລະບົບ​ການ​ເມືອງ, ທຸກ​ຂັ້ນ ທຸກ​ຂະ​ແໜງ​ການ, ຊຸມ​ຊົນ​ວິ​ສາ​ຫະກິດ​ແລະ​ປະຊາຊົນທົ່ວ​ປະ​ເທດ, ຫວຽດນາມ​ຈະ​ບັນ​ລຸ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຮອດ​ປີ 2030 ​ແລະ​ວິ​ໄສ​ທັດ​ຮອດ​ປີ 2045 ຢ່າງ​ແນ່ນອນ, ​ເຮັດ​ໃຫ້ຫວຽດນາມ​ກາຍ​ເປັນປະ​ເທດ​ທີ່​ພັດທະນາ ມີ​ລາຍ​ໄດ້​ສູງ, ມຸ່ງ​ສູ່​ການສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ, ປະຈຸ​ບັນ​ແມ່ນ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ຄົບຮອບ 100 ປີ; ຫຼຸດ​ຊ່ອງຫວ່າງ​ໃນ​ການ​ພັດທະນາ​ກັບພາກ​ພື້ນ​ແລະ​ໂລກ; ກ້າວ​ຢ່າງ​ໜັກ​ແໜ້ນ​ບົນ​ເສັ້ນທາງ​ການ​ປ່ຽນ​ແປງ​ໃໝ່ ​ເຊື່ອມ​ໂຍງ​ແລະ​ພັດທະນາ; ປະສົບ​ຄວາມສຳເລັດ​ໃນ​ການປະຕິບັດ​ເປົ້າ​ໝາຍ ປພຊາ​ຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີປະຊາທິປະໄຕ ຍຸຕິທຳແລະສິວິໄລ ທີ່ພັກ, ລັດ​ແລະ​ປະຊາຊົນ​ຫວຽດນາມໄດ້ເລືອກໄວ້./.

--------------------------

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 953 (​ເດືອນ​ພະຈິກ 2020)