ວກ. - ການ​ສະຫຼຸບ​ສັງ​ລວມ​ແມ່ນ​ໜ້າ​ທີ່​ສຳຄັນ​ທີ່​ສຸດ ​ເຊິ່ງບໍ່​ພຽງ​ແຕ່​ເພື່ອປະ​ເມີນວຽກ​ງານ​ທີ່​ໄດ້​ເຮັດຢ່າງພາວະ​ວິ​ໄສ​ເທົ່າ​ນັ້ນ, ​ແຕ່​ຍັງຖອດຖອນບົດຮຽນທີ່ມີຄ່າ​ໃນ​ການຊີ້ນຳຕົວຈິງແລະເພີ່ມ​ເຕີມ, ພັດທະນາທິດສະດີ. ຜ່ານ​ກອງປະຊຸມ​ໃຫຍ່​ແຕ່​ລະ​ຄັ້ງ, ພັກ​ກອມ​ມູນິດ​ຫວຽດນາມໄດ້ພັດທະນາທິດສະດີໃໝ່, ໃນນັ້ນມີທິດສະດີກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ບົນພື້ນຖານຊຸກຍູ້ການສະຫຼຸບ​ສັງ​ລວມພຶດຕິ​ກຳ ແລະການຄົ້ນຄວ້າທິດສະດີ, ​ເອົາ​ພຶດຕິ​ກຳ​ເພື່ອ​ທົດ​ສອບ​ການ​ຮັບ​ຮູ້​ໃໝ່, ປະຕິເສດຄວາມຮັບຮູ້ທີ່ບໍ່ຖືກຕ້ອງ, ລົບ​ລ້າງ​ຄວາມ​ຮັບ​ຮູ້ທີ່ລ້າສະໄໝ ເຊິ່ງການປະຕິບັດໄດ້ລື່ນກາຍແລ້ວ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ ຫງວຽນຝູຈ້ອງ ພົບປະບັນດາຜູ້ແທນທີ່ມາຮ່ວມ ກອງປະຊຸມທົ່ວປະເທດ ເພື່ອສະຫຼຸບສັງລວມວຽກງານກວດກາ, ຕິດຕາມກວດກາ ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະກຳນົດທິດທາງ, ໜ້າທີ່ໃນສະໄໝທີ 13 ຂອງພັກ _ພາບ: TTXVN

ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ມີໜ້າ​ທີ່​ສະຫຼຸບ​ສັງ​ລວມ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ເບິ່ງຄືນຫຼັງ 30 ປີແຫ່ງການຈັດຕັ້ງປະຕິບັດໂຄງການ​ການ​ເມືອງກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ (ປີ 1991), 10 ປີ​ແຫ່ງ​ການ​ປະຕິບັດໂຄງການ​ການ​ເມືອງປີ 2011 (ສະບັບ​ເພີ່ມ​ເຕີມ, ພັດທະນາ), ປະ​ເມີນການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ໃນ 5 ປີທີ່​ຜ່ານ​ມາ ​ເພື່ອ​ກຳນົດ​ວິ​ໄສ​ທັດ​ຮອດ​ປີ 2045 (​ໃນ​​ໂອ​ກາດ​ສະ​ເຫຼີ​ມສະຫຼອງ 100 ປີການ​ສ້າງ​ຕັ້ງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ, ປະຈຸ​ບັນ​ແມ່ນ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ), ​ເປົ້າ​ໝາຍ​ການ​ພັດທະນາ​ຮອດ​ປີ 2030 (ສະ​ເຫຼີ​ມສະຫຼອງ 100 ປີ​ການ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ), ​ເປົ້າ​ໝາຍ, ທິດ​ທາງ ​ແລະ​ໜ້າ​ທີ່​ການ​ພັດທະນາ​ຮອດ​ປີ 2025. ສິ່ງ​ທີ່​ສອດ​ຮ້ອຍ​ແລະ​ຊຶມ​ເຂົ້າ​ໄປ​ໃນ​ຄວາມ​ສຳ​ເລັດອັນ​ຍິ່ງ​ໃຫຍ່ ​ແລະ​ມີ​ຄວາມ​ສຳຄັນ​ທາງ​ປະຫວັດສາດ​ຂອງ​ປະ​ເທດຕະຫຼອດ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ​ແລະຄວາມ​ສຳ​ເລັດ​​ໃນ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ນັ້ນ​ແມ່ນຄວາມ​ສຳ​ເລັດ​ຂອງ​ວຽກ​ງານ​ກໍ່ສ້າງ​ແລະ​ປັບປຸງ​ພັກ.  

ຄວາມ​ສຳ​ເລັດທີ່​ໂດດ​ເດັ່ນ​ຂອງ​ວຽກ​ງານ​ກໍ່ສ້າງ​ແລະ​ປັບປຸງ​ພັກ​ໃນ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຕ້ອງໄດ້ຮັບການສະຫຼຸບສັງລວມ ​ເພື່ອ​ເພີ່ມ​ເຕີມ​ແລະ​ພັດທະນາ​ທິດ​ສະ​ດີ. ການເຮັດວຽກນີ້ໄດ້ດີບໍ່ພຽງແຕ່ອະທິບາຍຕົ້ນເຫດຂອງຄວາມສຳເລັດທັງໝົດ​ເທົ່າ​ນັ້ນ, ແຕ່ຍັງຊີ້​ແຈງ​ສາຍ​ພົວພັນ​ລະຫວ່າງ​ວຽກງານ​ກໍ່ສ້າງ, ປັບປຸງ​ພັກ ກັບການ​ພັດທະນາ​ໂດຍ​ລວມ​ ຂອງ​ທຸກໆ​ດ້ານ​ໃນຊີວິດ​ເສດຖະກິດ​ແລະ​ສັງຄົມ​ຂອງ​ປະ​ເທດ. ມີ​ບັນຫາ​ບາງ​ຢ່າງ​ທີ່​ຕ້ອງ​ເນັ້ນ​ເພື່ອ​ຍົກ​ລະດັບ​ການ​ສະຫຼຸບ​ສັງ​ລວມ:  

1. ຕີ​ລາຄາ​ຖືກຕ້ອງທີ່​ຕັ້ງ “ກຸນ​ແຈ”, ຄວາມ​ສຳຄັນ​ພິ​ເສດ ​ຂອງ​ວຽກ​ງານ​ກໍ່ສ້າງ​ພັກ ​
ໃນ​ທຸກ​ດ້ານ​ຂອງ​ວຽກ​ງານ​ປະຕິວັດ ​ແລະ​ຄວາມ​ສຳ​ເລັດ​ທັງ​ໝົດ​ ຂອງ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12

ຈາ​ກການ​ສະຫຼຸບ​ສັງ​ລວມພຶດຕິ​ກຳ​ແລະ​ການ​ຄົ້ນຄວ້າ​ທິດ​ສະ​ດີ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້ສະຫຼຸບແນວຄວາມ​ຄິດ​ທີ່​ຊີ້ນຳຂະບວນການປ່ຽນ​ແປງ​ໃໝ່: ການ​ກໍ່ສ້າງ​ພັກ​ແມ່ນ​ໜ້າ​ທີ່ຫຼັກ, ການພັດທະນາເສດຖະກິດ - ສັງຄົມ ແມ່ນໜ້າທີ່ຈຸດສຸມ, ການ​ພັດທະນາວັດທະນະທຳແມ່ນພື້ນຖານດ້ານຈິດ​ໃຈຂອງສັງຄົມ, ການ​ຮັບປະກັນ​ການ​ປ້ອງ​ກັນຊາ​ດ​ ແລະ​ຄວາມ​ໝັ້ນຄົງ​ແມ່ນ ແມ່ນວຽກງານທີ່ສຳຄັນ, ເປັນປົກກະຕິ.

ວຽກ​ງານ​ກໍ່ສ້າງ​ພັກຖືກກຳນົດວ່າເປັນໜ້າ​ທີ່ “ກຸນ​ແຈ”, ເພາະວ່າ ມັນມີຕຳ​ແໜ່ງທີ່​ສຳຄັນທີ່ສຸດ, ຕັດສິນ​ຄວາມ​ສຳ​ເລັດ​ຫຼື​ຄວາມ​ລົ້ມ​ເຫຼວຂອງ​ການ​ປະຕິວັດ​ຫວຽດນາມ, ການ​ຢູ່​ລອດ​ຂອງ​ລະບອບ​ສັງຄົມ​ນິຍົມ, ຮັບປະກັນ​ການ​ດຳ​ເນີນ​ງານ​ທາງ​ການ​ເມືອງ​ທັງ​ໝົດປະສົບ​ຄວາມ​ສຳ​ເລັດ. ພັກ​ກອມ​ມູນິດ​ຫວຽດນາມ​ແມ່ນ​ພັກ​ກຳ​ອຳນາດ​ການ​ປົກຄອງ, ນຳພາ​ລັດ​ແລະ​ສັງຄົມ, ທຸກໆ​ຜົນສຳ​ເລັດ​ຂອງ​ການ​ປະຕິວັດ​ຫວຽດນາມ​ລ້ວນ​ແຕ່​ເກີດ​ຈາກບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ຈາກ​ຄວາມ​ພະຍາຍາມ​ເບິ່ງ​ແຍງ​ດູ​ແລ​ວຽກ​ງານກໍ່ສ້າງ​ພັກ, ​ໂດຍ​ສະ​ເພາະ​ການກຳນົດ​ແນວທາງທີ່​ຖືກຕ້ອງ, ຊັດ​ເຈນ ​ແລະ ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ມີ​ລະດັບ ​ເພື່ອຈັດ​ຕັ້ງ​ປະຕິບັດ​ແນວທາງ​ໃຫ້​ປະສົບ​ຜົນ​ສຳ​ເລັດ. ກົງກັນຂ້າມ, ຄວາມຜິດພາດແລະຂໍ້ບົກຜ່ອງທັງໝົດມີ​ພື້ນຖານ​ມາ​ຈາກການບໍ່ໃສ່​ໃຈວຽກງານກໍ່ສ້າງພັກຢ່າງ​ເໝາະ​ສົມ, ​ໄດ້​ເບິ່ງ​ເບົາ​ຫຼື​ຜ່ອນຄາຍ​ບົດບາດ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ປະສົບ​ການ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງທີ່​ມີ​ຜົນ​ດີ​ແລະ​ມີປະສິດທິ​ຜົນ​ສູງ ຍາມ​​ໃດ​ກໍ່​​ເປັນ​ສັດສ່ວນ​ກັບຄວາມ​ຮັບ​ຮູ້​ແລະ​ລະດັບ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​​ກໍ່ສ້າງ​ພັກ; ​ເມື່ອ​ໃດ​ແລະ​ບ່ອນ​ໃດ​ທີ່​ວຽກ​ງານ​​ກໍ່ສ້າງ​ພັກ​ຖືກ​ເບິ່ງຂ້າມ, ​ໃນ​ບໍ່​ຊ້າກໍ່​​ໄວຈະ​ພົບ​ຂໍ້​ຜິດພາດ​ແລະ​ຂໍ້​ບົກພ່ອງ, ​ໃນ​ນັ້ນ​ມີ​ຂໍ້​ຜິດພາດ, ຂໍ້​ບົກພ່ອງ​ທີ່​ບໍ່​ມີ​ໂອກາດ​ແກ້​ໄຂ​ຫຼື​ຜ່ານ​ຜ່າ​. ຂໍ້​ຜິດພາດ​ຂອງ​ອົງການ​ຈັດ​ຕັ້ງ, ບຸກຄົນ​ທີ່​ຖືກ​ຄົ້ນ​ພົບ​ແລະ​ຖືກ​ຈັດການ​ແກ້​ໄຂ​ໃນ​ເວລາ​ທີ່​ຜ່ານ​ມາ ລ້ວນ​ແຕ່​ມີ​ສາ​ເຫດ​ທົ່ວ​ໄປ ຍ້ອນ​ການ​ເບິ່ງ​ເບົາ​ວຽກ​ງານ​ກໍ່ສ້າງ​ພັກ, ​ແຍກ​ອອກ​ຈາກ​ບົດບາດ​ການ​ນຳພາ​ຂອງລວມໝູ່​, ລະ​ເມີດ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ.

​ໂດຍ​ມີ​ຄວາມ​​ຮູ້​ແຈ້ງ​ເຖິງ​ທີ່​ຕັ້ງ “ກຸນ​ແຈ”, ຄວາມ​ສຳຄັນ​ພິ​ເສດ​ຂອງ​ວຽກ​ງານ​ກໍ່ສ້າງ ປັບປຸງ​ພັກ​ຕໍ່​ພາລະ​ກິກການ​ປ່ຽນ​ແປງ​ໃໝ່​ທັງ​ໝົດ, ​ໃນ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12, ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຄະນະ​ພັກ​ທຸກ​ຂັ້ນ​ ໄດ້ສຸມ​ໃສ່​ນຳພາ ຊີ້​ນຳ​ການ​ກໍ່ສ້າງ ປັບປຸງ​ພັກ​ຢ່າງ​ຮອດ​ດ້ານ, ມີ​ຈຸດ​ໜັກ​ໃຈກາງ, ມຸ່ງ​ເນັ້ນ​ເຂົ້າ​ທີ່​ຂັ້ນ​ຕອນ​ສຳ​ຄັນ​ທີ່​ຮັບປະກັນ​ແລະ​ເພີ່ມທະວີ​ບົດບາດການ​ນຳພາ​ຂອງ​ພັກ. ເບິ່ງຄືນສະ​ໄໝກອງປະຊຸມໃຫຍ່ຄັ້ງທີ 12 ທີ່​ຜ່ານ​ມາ​ໃຫ້​ເຫັນ​ວ່າ, ການ​ຍູ້​ແຮງ​ການ​ກໍ່ສ້າງ​ປັບປຸງ​ພັກ​ໄດ້​ຊຸກຍູ້​ການ​ພັດທະນາ​ຂອງ​ຂົງ​ເຂດ​ອື່ນ, ​ໄດ້​ຮັບ​ການ​ຕິດຕາມ, ຄວາມ​ຄາດ​ຫວັງ ​ແລະ​ຄວາມ​​ໄວ້​ວາງ​ໃຈ ຂອງ​ພະນັກງານ ສະມາຊິກ​ພັກ ​ແລະ​ປະຊາຊົນ. ພິ​ເສດ, ການກຳນົດກົນໄກການເຮັດວຽກປະຈຳ​ເດືອນຂອງ​ຜູ້ນຳ​ທີ່​ສຳຄັນ ແລະ ການປ່ຽນ​ແປງໃໝ່ວິທີການນຳພາ​ແລະແບບແຜນວິທີເຮັດວຽກຂອງ​ຄະນະ​ບໍລິຫານ​ງານສູນກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ​ຄະນະ​ພັກ​ທຸກ​ຂັ້ນ,... ໄດ້​ຍົກ​ສູງ​ໂດຍ​ກົງ ​ຄວາມ​ສາມາດ​ນຳພາ ​ແລະຄວາມ​ສາມາດ​ກຳ​ອຳນາດ​ການ​ປົກຄອງ ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ອາ​ໃສ​ສິ່ງ​ດັ່ງກ່າວ​ນັ້ນ ບັນດາ​ການ​ຕັດສິນ​ໃຈ​ທາງ​ການ​ເມືອງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບ​ການ​ຫັນ​ເປັນ​ນິຕິ​ກຳ​ຢ່າງ​ທັນ​ການ, ຄົບ​ຖ້ວນ ​ແລະ​ ຍົກ​ສູງ​ປະສິດທິ​ຜົນ​ໃນ​ການຈັດ​ຕັ້ງ​ປະຕິບົດ; ຮັບປະກັນ​ການ​ນຳພາ​ເດັດຂາດ, ​ໂດຍ​ກົງ​ໃນ​ທຸກ​ດ້ານ​ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຕໍ່​ກຳລັງ​ປະກອບ​ອາວຸດ; ​ເພີ່ມ​ທະວີ​ແລະ​ຍົກ​ສູງ​ປະສິດທິ​ຜົນການ​ນຳພາ​ໃນ​ວຽກ​ງານການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ, ການພັດທະນາເສດຖະກິດ, ວັດທະນະທຳແລະສັງຄົມ. ຈຸດເດັ່ນທີ່ສຳຄັນຂອງໄລຍະນີ້ແມ່ນ ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ, ຖື​ເອົາ​ຄວາມ​ສາມັກຄີ​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມການ​ເມືອງ, ຄະນະ​ເລຂາທິການ ​ແລະ ຄະນະ​ພັກ​ທຸກ​ຂັ້ນເປັນ​ແກນ​ກາງ, ກ່ອນ​ອື່ນ​ໝົດ​ແມ່ນ​ຄວາມ​ເປັນ​ແບບຢ່າງ​ຂອງ​ຫົວໜ້າ, ​ເພື່ອ​ເປັນ​ພື້ນຖານ​ປັບປຸງ​ສາຍ​ພົວພັນ​ໃກ້ຊິດ​ສະໜິດ​ແໜ້ນ​ລະຫວ່າງປະຊາຊົນ​ກັບ​ພັກ​ແລະ​ລັດ, ​ເພີ່​ມທະວີ​ກຸ່ມກ້ອນມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ. 

ຄວາມ​ເປັນ “ກຸນ​ແຈ” ຂອງ​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ໄລຍະ​ນີ້​ ຍັງ​ສະ​ແດງ​ອອກ​ໃນ​ຄວາມ​ສາມາດ​ບຸກທະລຸ​ແລະການ​ເປີດ​ທາງ ຂອງ​ວຽກ​ງານ​ນີ້ ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ຫຍຸ້ງ​ຍາກ, ສັບສົນ, ອ່ອນ​ໄຫວ. ວຽກ​ງານ​ພະນັກງານ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່, ຖັນ​ແຖວ​ພະນັກງານ​ໄດ້​ຮັບການເບິ່ງແຍງແລະກໍ່ສ້າງເປັນຢ່າງດີ, ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ລະດັບຍຸດ​ທະ​ສາດ, ​ເຮັດ​ໃຫ້​ຕຳ​ແໜ່​ງ “ກຸນ​ແຈຂອງກຸນ​ແຈ” ຂອງ​ວຽກ​ງານ​ພະນັກງານ​ໄດ້​ຮັບ​ການ​ຢືນຢັນ​ຢ່າງ​ເຕັມສ່ວນ​ແລະຊັດ​ເຈນ​ກວ່າ​ອີກ, ມີ​ບົດບາດຕັດສິນ​ໄຊຊະນະ​ໃນ​ການຈັດ​ຕັ້ງ​ປະຕິບັດວຽກງານຂອງທຸກຂັ້ນ, ທຸກສາຂາ, ສຳນັກງານອົງການ​ແລະ​ໜ່ວຍ​ງານທຸກຂັ້ນ. ວຽກ​ງານກວດກາ, ຕິດຕາມ​ກວດກາ​ຂອງ​ພັກ​ໄດ້​ຮັບ​ການ​ຍູ້​ແຮງ ກໍ​ໄດ້​ຊຸກຍູ້ການ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄວາມ​ຄົບ​ຊຸດ​ຂອງ​ວຽກ​ງານ​ກວດການ, ກວດກາ, ກວດ​ບັນຊີ, ສືບສວນ, ຮ້ອງ​ຟ້ອງ, ພິພາກສາ ​ເພື່ອຮັດແໜ້ນລະບຽບວິໄນ​ແລະ​ກົດໝາຍ. ການ​ປະຕິບັດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ເປັນຕົວຢ່າງ, ​ການຕໍ່ສູ້ຕ້ານ​ຄວາມ​ຫຍໍ້​ທໍ້, ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ ​ໄດ້ສົ່ງ​ເສີມຄວາມຊື່ສັດ​ໃນ​ການບໍລິການສາທາລະນະ, ຄວາມ​ຊື່ສັດ​ທາ​ງທຸລະ​ກິດ, ​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈຂອງປະຊາຊົນ​ໃນພັກກອມມູນິດຫວຽດນາມ, ລັດຫວຽດນາມ ​ແລະ​ລະບອບ​ສັງຄົມ​ນິຍົມ. ການຕ້ານ​ການ​ສໍ້ລາດ​ບັງ​ຫຼວງຢ່າງບໍ່​ມີ​ເຂດ​ຫ້າມ, ບໍ່​ມີ​ຂໍ້​ຍົກເວັ້ນ ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ ໃຫ້​ກັບ​ວິ​ສາ​ຫະກິດ​ທີ່​ແທ້​ຈິງ ​ໃນ​ການ​ລົງທຶນ​ແລະ​ທຳ​ການ​ທຸລະ​ກິດ​ດ້ວຍ​ຄວາມ​ອຸ່ນ​ໃຈ, ເຕືອນແລະກີດຂວາງ “ກຸ່ມຜົນ​ປະ​ໂຫຍ​ດ” ທີ່​ສະ​ແຫວ​ງຫາ​ປະ​ໂຫຍ​ດຈາກນະໂຍບາຍແລະໄດ້ປຽບ ​ໃນ​ການ​ເຂົ້າ​ເຖິງ​ຊັບພະຍາກອນການພັດທະນາ, ​ເຮັດ​ໃຫ້​ເກີດຄວາມ​ບໍ່​ຍຸດຕິທຳ​ໃນ​ການຈັດ​ສັນ​ຊັບພະຍາກອນສັງຄົມ.

ຄວາມ​ເປັນ​ຈິງ​ຂ້າງ​ເທິງ​ໄດ້​ຊ່ວຍ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມ ມີ​ບົດຮຽນລ້ຳ​ຄ່າກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ​ໂດຍ​ສະ​ເພາະ​ແມ່ນ ​ຕ້ອງ​ມີ​ຄວາມ​ຮັບ​ຮູ້ຢ່າງ​ຖືກຕ້ອງ​ແລະ​ວາງ​ຕຳ​ແໜ່​ງ “ກຸນ​ແຈ” ຂອງ​ວຽກ​ງານ​ກໍ່ສ້າງ​ພັກ​ ໃນພາລະກິດ​ການ​ປ່ຽນ​ແປງ​ໃໝ່​ທັງ​ໝົດ ​ໃຫ້​ຖືກ​ທີ່. ຍິ່ງ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຄົບ​ຊຸດ ຮອບດ້ານ, ຍິ່ງ​ຕ້ອງ​ເອົາ​ໃຈ​ໃສ່​ຢ່າງ​ແທ້​ຈິງ​ເຖິງ​ວຽກ​ງານ​ກໍ່ສ້າງ​ພັກ ດ້ວຍ​ຄວາມເອົາໃຈໃສ່ຈາກສູນກາງຈົນເຖິງແຕ່ລະໜ່ວຍ​ພັກ, ຈາກ​ຫົວໜ້າພັກເຖິງສະມາຊິກພັກແຕ່ລະຄົນ. ການກໍ່ສ້າງ​ພັກ​ກອມ​ມູນິດ​ຫວຽດນາມ​ໃຫ້​ມີ​ຄວາມ​ສະອາດ​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ ​ແມ່ນ​ພື້ນຖານ​ເພື່ອ​ປະຕິບັດໜ້າ​ທີ່​ທາງ​ການ​ເມືອງ​ທັງ​ໝົດ​ໃຫ້​ສຳ​ເລັດ; ຕ້ອງ​ໃຫ້​ຄວາມ​ສຳຄັນ​ທີ່​ສຸດ ​ຕໍ່​ວຽກ​ງານ​ກໍ່ສ້າງ​ພັກ, ບໍ່​ໄດ້​ລະ​ເລີຍ ​ເບິ່ງ​ເບົາ​ວຽກ​ງານ​ນີ້ພຽງ​ນາທີ​ດຽວ.  

2- ຊີ້ແຈງຄວາມເປັນຈຸດ​ສຸມ, ​ໃຈກາງ​ ໃນ​ຂະນະ​ດຳ​ເນີນ​ການ​ກໍ່ສ້າງ​ພັກ​ຢ່າງຮອບດ້ານ   

ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ເມື່ອ​ກຳນົດ​ບັນດາ​ໜ້າ​ທີ່ສະ​ເພາະ, ຮອບດ້ານ​(1) ຂອງ​ວຽກ​ງານ​ກໍ່ສ້າງ​ພັກ ​ໄດ້​ຊີ້​ໃຫ້​ເຫັນ​ແຈ້ງບັນດາ​ໜ້າ​ທີ່​ຈຸດສຸມ​ຄື: ກີດ​ກັ້ນ​ແລະຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິ​ຖີຊີວິດ, ບັນດາ​ປະກົດ​ການ “ການປ່ຽນ​ແປນ​ຕົນ​ເອງ”, “ການຫັນປ່ຽນ​ຕົນ​ເອງ” ພາຍ​ໃນ; ສຸມ​ໃສ່​ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ, ​ໂດຍ​ສະ​ເພາະ ​ພະນັກງານ​ລະດັບ​ຍຸດ​ທະ​ສາດ, ​ໃຫ້​ມີຄວາມ​ສາມາດ, ຄຸນສົມບັດ​ເໝາະ​ສົມ​ແລະມິີຊື່​ສຽງ, ທຽບ​ເທົ່າ​ກັບ​ລະດັບ​ໜ້າ​ທີ່; ກໍ່ສ້າງ​ການຈັດ​ຕັ້ງ​ກົງ​ຈັດຂອງ​ລະບົບ​ການ​ເມືອງ​ທັງ​ໝົດ ​ໃຫ້​ມີ​ຄວາມ​ກະທັດ​ລັດ,​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ; ຍູ້​ແຮງ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ອາດຍາ​ສິດ, ​ໃຊ້​ຈ່າຍ​ຟຸມ​ເຟືອຍ (2). 

ລັກສະນະ​ຮອບດ້ານ​ຮຽກຮ້ອງ​ໃຫ້​ວຽກ​ງານ​ກໍ່ສ້າງ​ພັກ​ຕ້ອງ​ກວມ​​ເອົາທຸກ​ດ້ານ, ບໍ່ສາມາດ​ເນັ້ນ​​ດ້ານ​ນີ້​ເກີນ​ໄປ​ແລະເບິ່ງ​ເບົາດ້ານ​ອື່ນ. ຍ້ອນ​ວ່າ, ​ແຕ່​ລະ​ດ້ານ​ຂອງ​ວຽກ​ງານກໍ່ສ້າງ​ພັກມີ​ບົດບາດແລະຖານະຂອງຕົນເອງ, ມີສາຍພົວພັນສັດຈະວິພາກ​ກັບ​ອີກ​ດ້ານໜຶ່ງ, ແລະມີຄວາມເຂັ້ມແຂງເພື່ອຍົກສູງປະສິດທິພາບໂດຍລວມ, ພ້ອມ​ກັນ​ສົມທົບ​ກຳລັງ​ເພື່ອ​ຍົກ​ສູງປະສິດທິ​ຜົນ​ໂດຍ​ລວມ. ຖ້າ​ດ້ານ​ໜຶ່ງ, ຂັ້ນຕອນ​ໜຶ່ງ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ຈະ​ເປັນ​ການ​ກີດກັ້ນ​ອີກ​ດ້ານ ຂັ້ນ​ຕອນ​ອື່ນໆ ​ແລະສົ່ງຜົນກະທົບຕໍ່ຜົນໄດ້ຮັບລວມ. ຍິ່ງ​ກວ່າ​ນັ້ນ, ​ຕ້ອງບົນ​ພື້ນຖານການກໍ່ສ້າງ​ພັກຢ່າງຮອບດ້ານ ຈຶ່ງ​ຄົ້ນ​ພົບດ້ານ​ຕົ້ນຕໍ​ແລະ​ສາຍ​ພົວພັນ​ທາດ​ແທ້ ​ເພື່ອ​ລວມສູນ​ການ​ຊີ້​ນຳ ນຳພາ ​ແລະ​ໃຫ້​ບຸລິມະສິດ​ແຫຼ່ງພະລັງ​ເພື່ອ​ແກ້​ໄຂ. ລັກສະນະ​ຮອບດ້ານ​ແຕກ​ຕ່າງຈາກ​ທີ​ວະ​ນິຍົມ, ເຖິງວ່າຈະກວມເອົາທຸກດ້ານ,​ແຕ່ມັນເປັນພຽງແຕ່ການປະສົມປະສານແບບບັງຄັບ ກົນຈັກຂອງພວກມັນ ໂດຍບໍ່ຊີ້​ໃຫ້​ເຫັນດ້ານຕົ້ນຕໍ, ບໍ່ສາມາດສຸມໃສ່ບັນດາບັນຫາທີ່ມີ​ລັກສະນະ​ທາດ​ແທ້. ລັກສະນະ​ຮອບດ້ານ​ກໍ່​ກົງກັນຂ້າມ​ກັບລັກສະນະ​ດ້ານ​ດຽວ, ​ເຫັນ​ພຽງດ້ານ​​ໃດໜຶ່ງ, ​ເຖິງ​ວ່າ​ນັ້ນ​ແມ່ນ​ດ້ານສຳຮອງ, ບໍ່ອະນຸຍາດໃຫ້ກຳນົດທຸກດ້ານຂອງສາຍພົວພັນ​ແຜ່​ຫຼາຍ​ທົ່ວ​ໄປ, ດັ່ງ​ນັ້ນ​ເມື່ອ​ແກ້​ໄຂ​ໂດຍ​ລວມ ​ແລະການຈັດການໃນພາກປະຕິບັດມັກ​ຈະ​ຕົກ​ໃສ່​ຄວາມຜິດພາດ​ອັດຕະວິ​ໄສ, ບໍ່ໄດ້ຮັບຜົນທີ່ຕ້ອງການ.  

ວຽກ​ງານ​ກໍ່ສ້າງ, ປັບປຸງ​ພັກ​ໃນ​​ໄລຍະກອງປະຊຸມ​ໃຫຍ່​ຄັ້ງທີ 12 ​ໄດ້​ສະ​ແດງ​ເຖິງ​ຄວາມ​ຮອບດ້ານ​ແລະສຸມ​ໃສ່​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ ດ້ວຍ​ຄວາມ​ຕັດສິນ​ໃຈ​ການ​ເມືອງສູງ, ຄວາມ​ມານະ​ພະຍາຍາມ​ຢ່າງ​ໃຫຍ່​ຫຼວງ ​ແລະ​ການປະຕິບັດ​ຢ່າງ​ເດັດຂາດ. ໜ້າ​ທີ່​ຈຸດ​ໜັກ​ໃຈ​ກາງຂອງ​ວຽກ​ງານ​ກໍ່ສ້າງ​ແລະ​ປັບປຸງ​ພັກ ​ໄດ້ສຸມ​ໃສ່ການ​ແກ້​ໄຂ​ບັນຫາ​ທັງພື້ນຖານ ທັງຮີບ​ດ່ວນ ​ແລະບັນລຸໄດ້ໝາກຜົນທີ່ຈະແຈ້ງ, ສ້າງ​ເງື່ອນ​ໄຂ​ເພື່ອ​ປູ​ທາງ, ບາດກ້າວບຸກທະລຸ ສຳລັບຂົງເຂດອື່ນໆ. ການ​ປັບປຸງ​ແລະ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ, ຍົກສູງຄວາມ​ກ້າຫານ​ທາງ​ການ​ເມືອງ, ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ,... ​ແມ່ນ​ພື້ນຖານ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ນຳພາ​ຮອບດ້ານຂອງ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ ການ​ຈັດການ​ກັບ​ບັນດາ​ບັນຫາ​ຫຍຸ້ງຍາກສັບສົນ​ກ່ຽວ​ກັບ​ການ​ຕ່າງປະ​ເທດ​ແລະ​ວຽກ​ງານ​ພາຍ​ໃນ. ການ​ກີດ​ກັ້ນ​ແລະ​ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ ຕິດ​ກັບ​ການ​ຮ່ຳຮຽນ​ແລະ​ປະຕິບັດ​ຕາມ​ແນວ​ຄິດ, ຄຸ​ນສົມບັດ​ສິນ​ທຳ​ ແລະ​ແບບ​ແຜນ​ໂຮ່ຈີ​ມິນ, ປະຕິບັດ​ການ​ຕິຊົມ​ຕົນ​ເອງ​ແລະ​ຕິ​ຊົມ ມີຜົນຕໍ່ການແກ້ໄຂປະກົດ​ການ​ຜິດ​ເຂ​ວ​ໃນ​ການ​ຮັບ​ຮູ້, ຫຼົງ​ລະ​ເຫຼີ​ງ​ໃນ​ວິຖີ​ຊີວິດ, ​ເສື່ອ​ມ​ໂຊມ​ທາງສິນ​ທຳ ​ໃນ​ສ່ວນ​ໜຶ່ງ​ຂອງ​ພະນັກງານ ສະມາຊິກ​ພັກ. ວຽກ​ງານ​ກໍ່ສ້າງ​ພັກ​ທາງ​ດ້ານ​ຄຸນສົມບັດ​ສິນ​ທຳ​ໃນ​ໄລຍະກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຖືກ​ຖື​ວ່າ​ເປັນ​ການ​ເພີ່ມ​ເຕີມພັດທະນາ​ຂໍ້​ຄິດ​ທິດ​ສະ​ດີ​ທີ່​ວ່າ “ພັກ​ເຮົາ​ແມ່ນ​ຄຸນສົມບັດ, ​ແມ່ນ​ອາລະຍະ​ທຳ” ຂອງ​ປະທານ​ໂຮ່ຈີ​ມິນ, ​ໄດ້​ສົມທົບ​ຢ່າງ​ກົມກຽວ​ກັບ​ການ​ເພີ່ມທະວີ​ປະສິດທິພາບ​ຂອງ​ລະບຽບ​ວິ​ໄນ​ຂອງ​ພັກ ​ແລະ​ປະສິດທິພາບ​ຂອງ​ກົດໝາຍ​ຂອງ​ລັດ ​ເພື່ອ​ສ້າງ​ປະສິດທິພາບ​ໂດຍ​ລວມ ​ໃນ​ການ​ສຶກສາ​ແລະ​ຝຶກ​ອົບຮົມ​ພະນັກງານ ສະມາຊິກ​ພັກ. ການ​ກີດ​ກັ້ນ​ແລະຍູ້​ຖອຍ​ປະກົດ​ການ “ການ​ປ່ຽນ​ແປງ​ຕົນ​ເອງ”, “ການ​ຫັນປ່ຽນ​ຕົນ​ເອງ” ພາຍ​ໃນ ​ແລະ​ການ​ຕໍ່ສູ້​ປະຕິ​ເສດບັນດາ​ທັດສະນະ​ທີ່​ຜິດພາດ ​ເປັນປໍ​ລະ​ປັກ ຕາມມະຕິ​ເລກທີ 35-NQ/TW, ວັນ​ທີ 22 ຕຸລາ 2018, ຂອງ​ກົມການ​ເມືອງ​ສູນ​ກາງ, ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ປົກ​ປັກ​ຮັກສາ​ພື້ນຖານ​ແນວ​ຄິດ​ຂອງ​ພັກ, ຕໍ່ສູ້​ປະຕິ​ເສດ​ບັນດາ​ທັດສະນະ​ທີ່​ຜິດພາດ, ​ເປັນປໍ​ລະ​ປັກ​ໃນ​ສະພາບ​ການ​ໃໝ່”, ​ໄດ້ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຮີບ​ເຮັ່ງ ປະກອບສ່ວນປົກ​ປັກ​ຮັກສາ​ພື້ນຖານ​ແນວ​ຄິດ​ແລະ​ແນວທາງ​ ຂອງພັກ​ກອມ​ມູນິດ​ຫວຽດນາມ, ສ້າງ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ແນວ​ຄິດ​ໃນ​ທົ່ວ​ພັກ​ກອມ​ມູນິດ​ຫວຽດນາມ. ການ​ປ່ຽນ​ແປງ​ໃໝ່​ແລະ​ປັບປຸງ​ວຽກ​ງານ​ການຈັດ​ຕັ້ງ​ແລະພະນັກງານ ມີ​ຄຸນ​ປະ​ໂຫຍ​ດ​ໃນ​ການຟື້ນ​ຟູ​ລະບຽບວິ​ໄນ, ​ເອົາ​ຊະນະ​ສະຖານະ​ການ “ວິ້ງ​ເຕັ້ນ​ຫານ​ຕຳ​ແໜ່​ງ, ວິ້ງ​ເຕັ້ນ​ຫາ​ອຳນາດ” ​ໄດ້​ຢ່າງ​ມີ​ປະສິດທິພາບ, ການ​ຈັດ​ກົງຈັກ​ໃຫ້​ກະທັດ​ລັດ​ແລະການຫຼຸດ​ຜ່ອນ​ຈຳນວນ​ພະນັກງານ ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ພະນັກງານ​ສູ້​ຊົນ, ອຸທິດ, ພັດທະນາ, ຫຼຸດຜ່ອນ​ຂອດລະຫວ່າງ​ກາງ​ທີ່​ເປັນ​ຜົນ​ກະທົບ​ຕໍ່​ການ​ຊີ້​ນຳ ນຳພາ​ແລະ​ການ​ຄຸ້ມ​ຄອງ​ລວມສູນ​ເປັນ​ເອກະ​ພາບ, ປະກອບສ່ວນ​ຍົກ​ສູງ​ປະສິດທິພາບ, ປະສິດທິຜົນ​ການ​ເຄື່ອນ​ໄຫວ​ຂອງລະບົບ​ການ​ເມືອງ​ທັງ​ໝົດ. ຖັນ​ແຖວ​ພະນັກງານ​ລະດັບ​ຍຸດ​ທະ​ສາດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ​ໄດ້​ຮັບ​ການ​ຝຶກ​ອົບຮົມຢ່າງ​ດີ, ສ້າງ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ, ​ເຮັດ​ໃຫ້​ຂອດ “ກຸນ​ແຈ” ຂອງ​ໜ້າ​ທີ່​ຫຼັກ​ແຫຼ່ງຄື​ການ​ກໍ່ສ້າງ​ພັກ ​ໄດ້​ຮັບ​ການ​ຍົກ​ລະດັບ​ໃຫ້​ສູງ​ຂຶ້ນ ​ແລະ​ໄດ້​ຮັບ​ການຢືນຢັນ​ຢ່າງ​ຈະ​ແຈ້ງ. ວຽກ​ງານ​ກວດກາ, ກວດກາ​ນ, ຕິດຕາມ​ກວດກາ, ກວດ​ບັນຊີ, ສືບສວນ, ຮ້ອງຟ້ອງ, ພິພາກສາ​ຄະດີ, ການ​ຈັດການ​ຄະດີ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ ​ໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​​ເຂັ້ມ​ງວດ, ​ແໜ້ນ​ແຟ້ນ, ຄົບ​ຊຸດ, ມີ​ປະສິດທິ​ຜົນ, ​ເຮັດ​ໃຫ້​ລະບຽບ​ວິ​ໄນ​ຂອງພັກ​ກອມ​ມູນິດ​ຫວຽດນາມ, ຫຼັກການ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ​ມີ​ຜົນ​ສັກສິດ​ຕົວ​ຈິງ. ວຽກ​ງານ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຮັບ​ການ​ດຳ​ເນີນ​ດ້ວຍ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ສູງທີ່​ສຸດ ​ແລະ​ປະສົບ​ຄວາມ​ສຳ​ເລັດ​ທີ່​ສຳຄັນ​ທີ່​ສຸດ, ດ້ວຍ​ເຄື່ອງໝາຍ​ທີ່​ໂດດ​ເດັ່ນຫຼາ​ຍຢ່າງ, ປະກອບສ່ວນ​ກໍ່ສ້າງ​ພັກ​ກອມ​ມູນິດ ​ແລະ​ລະບົບ​ການ​ເມືອງ​ໃຫ້​ສະອາດ​ປອດ​​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ມີ​ການ​ກ່າວ​ເຕື່ອນ​ແລະ​ບັງຄັບ​ໃຊ້ສຳລັບ​ຜູ້​ທີ່ບໍ່ເອົາໃຈໃສ່ຕໍ່ລະບຽບວິໄນແລະກົດລະບຽບຂອງປະເທດ, ປະກອບສ່ວນ​ປັບປຸງ​ແລະ​ຍົກ​ສູງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ພັກ​ແລະ​ລະບອບ​ສັງຄົມ​ນິຍົມ.

ຄວາມຈິງທີ່ກ່າວມາຂ້າງເທິງນັ້ນ ໄດ້ເຕືອນໃຫ້ຊາວກອມມູນິດວຽດນາມວ່າ, ບໍ່​ວ່າ​ເວລາ​ໃດ​ແລະ​ຢູ່​ບ່ອນ​ໃດ​ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ການ​ກໍ່ສ້າງ​ພັກ​ຢ່າງຮອບດ້ານ, ມີ​ວິທີ​ເຮັດ​ທີ່​ຖືກຕ້ອງ, ​ແບບ​ແຜນ, ວິທະຍາສາດ, ດຳ​ເນີນ​ການ​ຢ່າງ​ມີ​ຈຸດ​ໜັກ​ໃຈກາງ ດ້ວຍ​ບາດກ້າວ​ແລະ​ເສັ້ນທາງທີ່​ເໝາະ​ສົມ. ຕ້ອງກີດ​ກັ້ນລັດທິ​ທີ​ວະ​ນິຍົມ, ຕີ​ລວາດ​ກວາດ​ພຽງ​ທຸກ​ບັນຫາ, ຈັດ​ວາງ​ຢ່າງ​ສັບສົນ​ປົນ​ເປ, ບໍ່​ກຳນົດ​ແຈ້ງ​ເນື້ອ​ໃນ​ຕົ້ນຕໍ, ໜ້າ​ທີ່​ຈຸດ​ໜັກ​ໃຈກາງ, ການ​ບຸກທະລຸ, ​ເຮັດ​ໃຫ້​ແຫຼ່ງຊັບພະຍາກອນ​ຖືກ​ກະຈັດກະຈາຍ ​ແລະ ດຳ​ເນີນ​ງານ​ຢ່າງ​ບໍ່​ມີ​ປະສິດທິ​ຜົນ. ພ້ອມ​ກັນ​ນັ້ນ, ຕ້ອງ​ຕ້ານ​ພະຍາດ​ດ້ານ​ດຽວ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ການເບິ່ງແລະຈັດການ​ແກ້​ໄຂພຽງດ້ານໜຶ່ງ, ສ່ວນໜຶ່ງ, ແມ່ນແຕ່ສ່ວນໜ້ອຍ, ບໍ່​ກະທົບ​ຖືກ​ກັບເນື້ອແທ້ຂອງບັນຫາ, ຕົກ​ໃສ່​ລັດທິ​ຮູບ​ການ ແລະ ດັ່ງນັ້ນ ຈຶ່ງບໍ່​ໃຫ້ຜົນຕາມ​ທີ່​ຕ້ອງການ​.  

3- ການ​ສະຫຼຸບ​ສັງ​ລວມບັນດາ​ສາຍ​ພົວພັນ​ໃຫຍ່​
ທີ່​ສະທ້ອນ​ເຖິງບັນດາ​ບັນຫາ​ທີ່​ມີ​ລັກສະນະ​ກົດ​ເກນ ຂອງ​ວຽກ​ງານ​ກໍ່ສ້າງ​ພັກ

ຈາກ​ຄວາມ​ເປັນ​ຈິ​ງຂອງ​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ໄລຍະ​ທີ່​ຜ່ານ​ມາມໍ່​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ໄລຍະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12, ຕ້ອງການລົງເລິກບັນດາສາຍ​ພົວພັນ​ໃຫຍ່ທີ່​ສະທ້ອນ​ເຖິງ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ກົດ​ເກນຂອງ​ວຽກ​ງານ​ກໍ່ສ້າງ​ພັກ, ຢ່າງ​ໜ້ອຍ​ແມ່ນ​ບັນດາ​ສາຍ​ພົວພັນ​ລຸ່ມ​ນີ້:

ທີ​ໜຶ່ງ, ລະຫວ່າງ​ການ​ຢຶດໝັ້ນ​ຫຼັກໝັ້ນ, ຢຶດໝັ້ນ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຫຼັກການ ກັບ​ການ​ປ່ຽນ​ແປງ​ໃໝ່.

ຜົນສຳເລັດຂອງການກໍ່ສ້າງພັກໃນໄລຍະດັ່ງກ່າວ ມີເຫດຜົນພື້ນຖານ​ເລີ່ມຈາກ​ການຈັດການຢ່າງຖືກຕ້ອງ ກັບສາຍພົວພັນລະຫວ່າງ ການ​ຢຶດໝັ້ນ​ແລະ​ການ​ປ່ຽນ​ແປງ​ໃໝ່. ພັກ​ກອມ​ມູນິດ​ຫວຽດນາມຢືນຢັນ​ແນວທາງ​ການປ່ຽນ​ແປງ​ໃໝ່​ຢ່າງ​ຮອບດ້ານ​ ຄົບ​ຊຸດ, ບົນ​ພື້ນຖານ​ຢຶດໝັ້ນ​ລັດ​ທິມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ຢຶດໝັ້ນ​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດ ຕິດ​ແໜ້ນ​ກັບ​ລັດ​ທະ​ສັງຄົມ​ນິຍົມ, ຕັ້ງ​ໝັ້ນ​ບັນດາ​ຫຼັກການ​ການ​ປ່ຽນ​ແປງ​ໃໝ່. ການ​ຢຶດໝັ້ນ​ແມ່ນ​ການ​ຮັກສາ​ຫຼັກ​ໝັ້ນ ຫຼັກການ​ໄວ້​ໃຫ້​ໝັ້ນຄົງ, ບໍ່​ເອນ​ອ່ຽງ ບໍ່​ສັ່ນ​ຄອນ​ໃນ​ທຸກ​ສະພາບ​ການ, ຮັບຮອງ​ວ່າການ​ປ່ຽນ​ແປງ​ໃໝ່​ໄດ້​ດຳ​ເນີນ​ໄປ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ ດ້ວຍ​ບາດກ້າວ ​ເສັ້ນທາງ​ທີ່​ເໝາະ​ສົມ​ແລະ​ໜັກ​ແໜ້ນ. ການ​ຢຶດໝັ້ນ​ໃນ​ຫຼັກ​ໝັ້ນ, ຫຼັກການບໍ່​ພຽງ​ແຕ່​ບໍ່​ກຳຈັດ, ​ແຕ່​ກົງກັນ​ຂ້າມ ​ໄດ້​ສົ່ງ​ເສີມ​ການ​ຊອກ​ຫາ​​ປ່ຽນ​ແປງ​ໃໝ່​ສະ​ເໝີ. ການ​ຊອກ​ຫາ​​ປ່ຽນ​ແປງ​ໃໝ່​​ໃນ​ທຸກໆ​ຂົງ​ເຂດ ​ແລະ ຢູ່​ບ່ອນ​ໃດ​ກໍ່​ຕ້ອງ​ຢຶດໝັ້ນ​ໃນ​ຫຼັກການ, ຢຶດມັ້ນ​ໃນ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຫຼັກການ ​ເພື່ອມີ​ພື້ນຖານ​ແນວ​ຄິດ​ທີ່ໜັກ​ແໜ້ນ, ມີ​ທິດ​ທາງ​ທີ່​ຖືກຕ້ອງ​ແລະ​ຕ້ອງ​ສູ້​ຊົນ ​ເພື່ອ​ເປົ້າ​ໝາຍ​ທີ່​ດີ​ນັ້ນ. ດັ່ງ​ນັ້ນ, ການ​ຢຶດໝັ້ນ​ໃນ​ຫຼັກ​ໝັ້ນ ຫຼັກການນັ້ນ​ ຕ້ອງ​ຕິດ​ແໜ້ນ​ກັບການ​ຕ້ານ​ການອະນຸລັກ​ນິຍົມ ຕ້ານ​ການ​ຫຼ້າ​ຊ້າ; ການ​ຊອກ​ຫາ​ປ່ຽນ​ແປງ​ໃໝ່​ຕ້ອງໄປຄຽງຄູ່ກັບການຕໍ່ສູ້ກັບການ​ສວຍ​ໂອກາດ​ທາງ​ການ​ເມືອງ​ໃນ​ທຸກ​ສີສັນ.

ທີ​ສອງ, ລະຫວ່າງ​ການ​ລວມສູນ​ແລະ​ປະຊາທິປະ​ໄຕ, ຍິ່ງ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ ຍິ່ງ​ຕ້ອງ​ລວມສູນ​ເປັນ​ເອກະ​ພາບ

​ໃນ​ໄລຍະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ມີ​ບາດກ້າວ​ທີ່​ສຳຄັນ​ໃນ​ການຫັນ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ​ເປັນ​ຂໍ້​ກຳນົດ​ທີ່​ລະອຽດ, ​ໂດຍ​ສະ​ເພາະ​ແມ່ນ ​ໃນ​ບັນຫາ​ສຳຄັນ​ຈຳນວນ​ໜຶ່ງ​ ເຊັ່ນ: ການນຳພາລວມໝູ່ແລະບຸກຄົນຮັບຜິດຊອບ, ການນຳພາລວມສູນ​ເປັນ​ເອກະ​ພາບຂອງຄະນະກຳມະການສູນກາງ ​ແລະ​ການ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ, ຕັ້ງໜ້າ ຂອງຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ,... ຄວາມ​ສໍາ​ເລັດໃນການແກ້ໄຂບັນຫາທີ່ຫຍຸ້ງຍາກ, ສັບສົນ, ອ່ອນ​ໄຫວ​ເຊັ່ນ: ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຮັດ​ແໜ້ນ​ລະບຽບ​ວິ​ໄນ, ຕ້ານ​ການ​ວິ້ງ​ເຕັ້ນ​ຫາ​ຕຳ​ແໜ່​ງ ຫາ​ອຳນາດ, ​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ກວດກາ, ຕິດຕາມ​ກວດກາ, ການ​ປະຕິບັດ​ວິ​ໄນ​ຂອງ​ພັກ,... ລ້ວນ​ແຕ່​ເລີ່​ມຈາກ​ການ​ນຳພາ ຊີ້​ນຳ​ຢ່າງ​ລວມສູນ​ເປັນ​ເອກະ​ພາບຂອງຄະນະກຳມະການສູນ​ກາງ ດ້ວຍຄວາມຕັດສິນໃຈດ້ານການເມືອງສູງ, ຄວາມ​ພະຍາຍາມທີ່​ຍິ່ງ​ໃຫຍ່, ການ​ກະທຳ​ຢ່າງ​ເດັດດ່ຽວ ​ເພື່ອ​ສ້າງ​ການ​ຜັນ​ປ່ຽນ​ຕໍ່​ຄະນະ​ພັກ​ແລະ​ອົງການຈັດຕັ້ງພັກທຸກ​ຂັ້ນ; ຈາກ​ການ​ຮັບປະກັນ​ບົດບາດນຳ​ພາ​ຂອງ​ລວມໜູ່ ຕິດກັບການຍົກສູງຄວາມ​ຮັບຜິດຊອບ​ສ່ວນ​ບຸກ​ຄົນ​ຂອງ​ຫົວໜ້າ. ຜ່ານການສົ່ງ​ເສີມປະຊາທິປະໄຕ​ນັ້ນ​ເອງ ​ເຮັດ​ໃຫ້​ຄວາມ​ຕັ້ງໜ້າ, ບົດບາດ ແລະຄວາມຮັບຜິດຊອບຂອງສະມາຊິກພັກ ​ໃນ​ທຸກ​ດ້ານ​ຂອງ​ວຽກ​ງານ​ກໍ່ສ້າງ​ພັກ​ໄດ້ຮັບການຍົກສູງຂຶ້ນ; ການ​ລວມສູນ​ທີ່​ເພີ່ມ​ຂຶ້ນ​ຊ່ວຍ​ໃຫ້​ຮັບປະກັນຄວາມ​ເປັນ​ເອກະ​ພາບລະຫວ່າງ​ແນວ​ຄິດ​ແລະ​ການ​ກະທຳ, ຮັດ​ແໜ້ນ​ລະບຽບ​ວິ​ໄນ, ລະດົມ​ ​ແຈກ​ຢາຍ ​ແລະ​ນຳ​ໃຊ້​ແຫຼ່ງພະລັງ​ຢ່າງ​ມີ​ປະສິດທິ​ຜົນ. ຄວາມ​ເປັນ​ຈິງ​ດັ່ງກ່າວ​ໄດ້ຢືນຢັນ, ລວມສູນ​ແລະ​ປະຊາທິປະ​ໄຕ​ແມ່ນ​ສອງ​ດ້ານຂອງ​ບັນຫາ​ໜຶ່ງ, ມີ​ຄວາມ​ພົວພັນ​ສັດຈະ​ວິພາກ, ບໍ່​ສາມາດເວົ້າເກີນຈິງດ້ານໜຶ່ງແລະເບິ່ງຂ້າມອີກດ້ານໜຶ່ງ. ການ​ລວມສູນ​ບໍ່​ໄດ້​ກົງກັນຂ້າມ​ກັບ​ປະຊາທິປະ​ໄຕ, ​ແຕ່ພຽງແຕ່ກົງກັນຂ້າມກັບ​ ການກະແຈກກະຈາຍ, ການ​ເຮັດ​ຕາມ​ລຳພັງ​ໃຈ, ອະນາ​ທິປະ​ໄຕ; ປະຊາທິປະ​ໄຕບໍ່​ກົງກັນຂ້າມ​ກັບການ​ລວມສູນ, ​ແຕ່​ພຽງ​ແຕ່​ກົງກັນຂ້າມກັບ​ການ​ຕັດສິນ​ຊີ້​ຂາດ, ອຳນາດຜະ​ເດັດຂາດ. ຍິ່ງ​ສົ່ງ​ເສີມ​ປະຊາທິປະ​ໄຕ​ໃນ​ວົງ​ກວ້າງ ຍິ່ງ​ຕ້ອງ​ເພີ່ມ​ທະວີ​ການ​ລວມສູນ​ເປັນ​ເອກະ​ພາບ. ການ​ລວມສູນ​ເປັນ​ເອກະ​ພາບ​ໃນ​ການ​ນຳພາ ຊີ້​ນຳ​ຮັບປະກັນການສົ່ງເສີມປະຊາທິປະໄຕທີ່​ແທ້​ຈິງ, ບໍ່​ຕົກ​ໃສ່​ປະຊາທິປະ​ໄຕ​ແບບ​ຮູບ​ນອກ ຫຼື​ຕາມ​ລຳພັງ​ໃຈ, ​ໄຮ້​ການຈັດ​ຕັ້ງ, ປະຊາທິປະ​ໄຕສຸດ​ຂົ້ວ.

ທີ​ສາມ, ລະຫວ່າງ​ການ​ເພີ່ມ​ທະວີ​ບົດບາດນຳ​ພາ​ລວມໝູ່ ກັບ​ການສົ່ງ​ເສີມ​ຄວາມ​ຮັບຜິດຊອບສ່ວນ​ບຸກຄົນ, ​ໂດຍສະເພາະແມ່ນຄວາມຮັບຜິດຊອບ​ໃນການ​​ເປັນແບບຢ່າງ.

​ເພື່ອປະຕິບັດວຽກງານແລະວິທີແກ້ໄຂທີ່ກອງປະຊຸມໃຫຍ່ຄັ້ງທີ 12 ວາງ​ອອກ​ມາ, ພັກ​ກອມ​ມູນິດ​ຫວຽດນາມ​ ໄດ້​ມີ​ຄວາມ​ພະຍາຍາມ​ຫຼາຍ​ຢ່າງ ໃນ​ການ​ຫັນ​ຫຼັກການ​ນຳພາ​ລວມໝູ່ບຸກຄົນ​ຮັບຜິດຊອບ​ ​ເປັນ​ນິຕິ​ກຳ ​ເຊິ່ງ​ໄດ້ສະ​ແດງອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນກົດ​ລະບຽບການເລືອກຕັ້ງໃນພັກ, ຂະ​ບວນການຈັດວຽກງານພະນັກງານ 5 ຂັ້ນຕອນ, ລະບຽບການເຮັດວຽກຂອງຄະນະພັກທຸກຂັ້ນ,... ຕິດ​ແໜ້ນ​ກັບ​ການປັບປຸງບູລະນະ​ລະບອບ​ການ​ການ​ປະ​ເມີນ​ພະນັກງານ, ທົບ​ທວນ​ຄວາມ​ຮັບຜິດຊອບສ່ວນ​ລວມ​ແລະ​ສ່ວນ​ບຸກຄົນ, ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ, ​ເອົາ​ຄະ​​ແນນ​ສຽງ​ໄວ້​ວາງ​ໃຈ. ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ນຳໜ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ແລະ​ແບບ​ແຜນ​ເຮັດ​ວຽກ ​ເພື່ອ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງບົດບາດນຳ​ພາ​ລວມໝູ່, ພ້ອມ​ກັນ​ນັ້ນ​ກໍ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ສ່ວນ​ບຸກຄົນ​ຂອງ​ຫົວໜ້າ. ນີ້​ກໍ​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ປະກາດ​ໃຊ້​ກົດ​ລະບຽບການ​ເຮັດ​ວຽກຕົວຢ່າງຂອງຄະນະບໍລິຫານງານພັກແຂວງ, ນະຄອນສັງກັດ​ສູນ​ກາງ, ກຳນົດ​ຢ່າງຈະແຈ້ງສິດອຳນາດ ແລະຄວາມຮັບຜິດຊອບຂອງລວມໝູ່ແລະບຸກຄົນ​ ໃນ​ການ​ນຳພາ ຊີ້​ນຳ. ບັນດາ​ການ​ປ່ຽນ​ແປງ​ໃໝ່​ທີ່​ສຳຄັນ​ນັ້ນ​ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດການ​ນຳພາ​ຂອງ​ລວມໝູ່, ການ​ຄວບ​ຄຸມ​ອຳນາດ​ສ່ວນ​ບຸກຄົນ, ຈຳກັດ​ການ​ໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ​ເທົ່າ​ນັ້ນ, ​ແຕ່​ຍັງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ສ່ວນ​ບຸກຄົນ​ໃນ​ການ​​ເຂົ້າ​ຮ່ວມ​ກັນ​ລວມໝູ່ ເພື່ອສົນທະນາແລະຕັດສິນໃຈກ່ຽວ​ກັບນະໂຍບາຍ, ​ໂດຍ​ສະ​ເພາະ​ແມ່ນ​ ຄວາມ​ຮັບຜິດຊອບ​ໃນ​ການຈັດ​ຕັ້ງປະຕິບັດ​ມະຕິ. ບາງ​ຄະດີ​ລະ​ເມີດ​ກົດໝາຍ​ໃນ​ໄລຍະ​ກ່ອນ​ໜ້າ​ທີ້​ ໄດ້​ຖືກ​ຄົ້ນ​ພົບ​ແລະຖືກ​ປະຕິບັດວິໄນໃນ​ເວລາ​ທີ່​ຜ່ານ​ມາ ລ້ວນ​ແຕ່​ມີ​ຂໍ້​ບົກພ່ອງພື້ນຖານຄື ການປ່ອຍປະລະເລີຍບົດບາດການນຳພາລວມໝູ່ ​ແລະ ຫົວໜ້າ​ຫຼາຍ​ຄົນ​ໄດ້ລະເມີດຫຼັກການ, ລະເມີດລະບຽບການເຮັດວຽກ, ສວຍໃຊ້ອຳນາດໃນ​ເມື່ອ​ຕັດສິນ​ນະ​ໂຍບາຍ, ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ປະເທດ. ດັ່ງ​ນັ້ນ, ການ​ຈັດການ​ຢ່າງ​ກົມກຽວ​ລະຫວ່າງ ​ການ​ເພີ່ມ​ທະວີບົດບາດ​​ນຳພາ​ລວມໝູ່ ​ແລະ​ການ​ຍົກ​ສູງ​ຄວາມຮັບຜິດ​ຊອບ​ສ່ວນ​ບຸກຄົນ ແມ່ນບົດຮຽນທີ່ດີທີ່ຖອດຖອນໄດ້ຈາກ​ໄລຍະທີ່ຜ່ານມາ. ຖ້າພວກ​​ເຮົາ​ເບິ່ງ​ເບົາ​ບົດບາດນຳ​ພາ​ລວມໝູ່, ພວກເຮົາຈະ​ບໍ່​ພຽງ​ແຕ່ບໍ່ສົ່ງເສີມສະຕິ​ປັນຍາສ່ວນ​ລວມຢ່າງ​ເຕັມທີເທົ່ານັ້ນ, ແຕ່ຍັງເຮັດໃຫ້ກົນໄກການຄວບຄຸມອຳນາດສ່ວນ​ລວມຕໍ່​ບຸກຄົນ​ອ່ອນ​ແອ​ລົງອີກດ້ວຍ. ກົງກັນຂ້າມ, ຖ້າ​ເນັ້ນ​ສະ​ເພາະ​ການ​ນຳພາ​ລວມໝູ່ ​ແຕ່​ບໍ່​ຄຳນຶງ​ເຖິງ​ຄວາມ​ຮັບຜິດຊອບ​ສ່ວນ​ບຸກຄົນຜູ້ນຳ ຈະ​ສ້າງ​ສະພາບ​ແວດ​ລ້ອມທີ່​ສົ່ງ​ເສີມ​ຄວາມ​ຄິດທີ່​ເພິ່ງ​ພາ, ​ເອື່ອຍ​ອີງ​​ໃສ່​ລວມໝູ່, ບໍ່ຮູ້ທີ່ຢູ່ສ່ວນຕົວໃນເວລາມອບໝາຍວຽກງານ ​ແລະ ປະ​ເມີນ​ຜົນ​ການ​ປະຕິບັດ​ງານ, ບໍ່​ສາມາດ​ລະບຸ​ຕົວ​ຜູ້​ຮັບຜິດຊອບ​ໄດ້ ​ເມື່ອ​ມີ​ຂໍ້​ບົກພ່ອງ​ຫຼື​ຂໍ້​ຜິດພາດ.

ທີ​ສີ່, ລະຫວ່າງ​ການ​ປັບປຸງ​ແລະ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ​ກອມ​ມູນິດ ກັບການ​ຍູ້​ແຮງ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ, ຕໍ່ສູ້​ກັນຄວາມ​ຜິດ, ປົກ​ປ້ອງ​ຄວາມ​ຖືກຕ້ອງ.

ຄວາ​ມສາມັກຄີ​ເປັນ​ເອກະ​ພາບ​ແມ່ນ​ມູນ​ເຊື້ອ​ທີ່​ລ້ຳ​ຄ່າ​ທີ່​ສຸດ ​ແລະ​ເປັນ​ຫຼັກການ​ພື້ນຖານ​​ໃນ​ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ​ເມື່ອ​ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ຜູ້​ຄົນ​ນັບ​ລ້ານກໍ່ເປັນໜຶ່ງດຽວ, ເນື້ອແທ້ແມ່ນຄວາມ​ເປັນ​ເອກະພາບ​ທາງ​ດ້ານຜົນປະໂຫຍດລວມ, ຄວາມ​ເປັນ​ເອກະ​ພາບລະຫວ່າງ​ແນວ​ຄິດ​ແລະ​ການ​ກະທຳ, ສ້າງເປັນກຳລັງ​ແຮງອັນ​ຍິ່ງ​ໃຫຍ່ທີ່​ພາ​ໃຫ້​ເກີດໄຊຊະນະທຸກ​ຢ່າງ. ​ໃນ​ໄລຍະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ຄວາມສາມັກຄີ​ເປັນ​ເອກະ​ພາບສະ​ແດງ​ອອກ​ກ່ອນ​ອື່ນ​ໝົດ ໃນບັນດາຜູ້ນຳທີ່ສຳຄັນ, ກຳມະການກົມການເມືອງ, ກຳມະການຄະນະເລຂາທິ​ການ, ກຳມະການຄະນະບໍລິຫານ​ງານສູນກາງ ​ແລະ ຄະນະ​ພັກທຸກຂັ້ນ, ໂດຍສະເພາະ​ແມ່ນ​ຄວາມ​ເປັນ​ແບບຢ່າງຂອງຫົວໜ້າ. ນີ້​ແມ່ນ​ພື້ນຖານ​ເພື່ອ​ຕັດສິນ​ຕົກລົງ ​ແລະຈັດ​ຕັ້ງ​ປະຕິບັດໜ້າທີ່ວຽກງານທຸກ​ຢ່າງໃຫ້ປະສົບຜົນສຳເລັດ, ນັບ​ທັງ​ບັນດາ​ໜ້າ​ທີ່​ທີ່​ຫຍຸ້ງຍາກ, ສັບສົນ. ຄວາມ​ເປັນ​ຈິ​ງ​ໃຫ້​ເຫັນ​ວ່າ, ເພື່ອໃຫ້ມີຄວາມສາມັກຄີຢ່າງແທ້ຈິງ, ຕ້ອງ​ປະຕິບັດ​ການຕິຊົມຕົນ​ເອງແລະຕິຊົມຢ່າງເຂັ້ມງວດ, ເດັດດ່ຽວຕໍ່ສູ້ກັບຄວາມ​ຜິດ, ປົກ​ປ້ອງສິ່ງທີ່​ຖືກຕ້ອງ, ສ້າງໝູ່​ຄະນະ​ທີ່​ເປັນເອກະພາບ ອີງ​ໃສ່ຄວາມ​ຮັບຜິດຊອບຕໍ່​ຜົນ​ປະ​ໂຫຍ​ດລວມ. ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ ບໍ່ເຮັດ​ໃຫ້​ຄວາມ​ສາມັກຄີຫຼົ​ມ​ເຫຼ​ວ, ​ແຕ່​ກົງ​ຂ້າມ ​ມັນ​ຊ່ວຍ​ໃຫ້​ແຕ່ລະ​ໝູ່​ຄະນະ​ແລະ​​ແຕ່ລະບຸກຄົນ ກ້າປະເຊີນກັບຂໍ້ບົກຜ່ອງຂອງຕົນເອງຢູ່​ສະ​ເໝີ, ກ້າຫານ​ພໍ​ທີ່​ຈະ​ສະ​ແດງທັດສະນະຂອງຕົນ ຕໍ່ກັບຂໍ້ບົກຜ່ອງຂອງສະຫາຍ, ຈາກນັ້ນຊ່ວຍກັນແກ້ໄຂ​ແລະ​ເອົາ​ຊະນະ. ​ໃນ​ບໍ່​ວ່າເວລາ​ໃດ​ແລະ​ຢູ່​ບ່ອນ​ໃດ, ​ໃນ​ທຸກ​ວຽກງານການ​ປະຕິວັດ​ຂອງ​ພັກ​ກອມ​ມູນິດ ຍາມ​ໃດ​ກໍ່​ມີ​ຜູ້ນຳ​ໜ້າ, ຜູ້​ປາງ​ກາງນິຍົມ ​ແລະ​ຜູ້​ກ້າວໜ້າ​ຊ້າ. ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ, ຕໍ່ສູ້​ກັບ​ຄວາມ​ຜິດ, ປົກ​ປ້ອງ​ຄວາມ​ຖືກຕ້ອງ, ​ເຮັດ​ໃຫ້​ຜູ້ນຳ​ໜ້າ​ໄດ້​ຮັບ​ຄວາມ​ຢືນຢັນ, ມີ​ອິດ​ທິພົນ​ຫຼາຍ​ຂຶ້ນ, ດຶງ​ດູດ​ບັນດາ​ຜູ້​ປານ​ກາງ​ນິຍົມ ​ແລະ ຊຸກຍູ້​ໃຫ້​ຜູ້​ກ້າວໜ້າ​ຊ້າ​ມີ​ການ​ປ່ຽນ​ແປງ​ໄວ, ດ້ວຍ​ເຫດ​ນັ້ນ ​ຄວາມ​ຕັ້ງໜ້າ, ຄວາມ​ກ້າວໜ້າ​ຈຶ່ງ​ເພີ່ມ​ຂຶ້ນ ​ແລະ​ກວມ​ເອົາ​ສ່ວນ​ຫຼາຍ - ​ເປັນ​ພື້ນຖານ​ໃຫ້​ແກ່​ຄວາມ​ສາມັກຄີ, ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ເຈດ​ຈຳນົງ​​ແລະ​ການ​ກະທຳ.

ທີ​ຫ້າ, ລະຫວ່າງ​ການ​ຮັດ​ແໜ້ນ​ລະບຽບ​ວິ​ໄນ ​ກັບ​ການສົ່ງ​ເສີມ​ຈິດ​ໃຈ​ຂະຫຍັນ​ຂັນ​ເຄື່ອນ, ຄວາມ​ຄິດ​ສ້າງສັນ, ກ້າ​ຄິດ ກ້າ​ເຮັດ ກ້າ​ບຸກທະລຸ​ ເພື່ອ​ຜົນ​ປະ​ໂຫຍ​ດລວມ.

ພັກ​ກອມ​ມູນິດ​ຫວຽດນາມ​ແມ່ນ​ພັກ​ປະຕິວັດ, ກຳລັງ​ແຮງ​ຂອງ​ພັກອີງ​ໃສ່​ລະບຽບ​ວິ​ໄນ​ທີ່​ເຂັ້ມ​ງວດ ​ແລະ​ສົ່ງ​ເສີມ​ການ​ຊອກ​ຫາ, ການ​ປ່ຽນ​ແປງ​ໃໝ່, ຄວາມ​ຂະຫຍັນ​ຂັນ​ເຄື່ອນ ປະດິດ​ສ້າງ​ຢ່າງ​ຕໍ່​ເນື່ອງ. ຕໍ່ໜ້າ​ສະພາວະ​​ເສື່ອ​ມ​ໂຊມແລະ​ການສະ​ແດງ​ອອກ​ຂອງ “ການ​ປ່ຽນ​ແປງ​ຕົນ​ເອງ”, “ການຫັນປ່ຽນ​ຕົນ​ເອງ” ​ພາຍ​ໃນ​ໄດ້ສົ່ງຜົນສະທ້ອນເຖິງກຽດສັກສີ, ຄວາມ​ສາມາດໃນການນຳພາແລະກຳລັງສູ້ຮົບຂອງພັກກອມມູນິດຫວຽດນາມ, ຂົ່ມຂູ່​ຕໍ່ຄວາມເປັນຢູ່ຂອງລະບອບການ​ປົກຄອງນັ້ນ, ການ​ຮັດ​ແໜ້ນ​ລະບຽບ​ວິ​ໄນ​ແມ່ນ​ຄວາມ​ຮຽກຮ້ອງຕ້ອງການອັນຮີບດ່ວນ ໃນວຽງານກໍ່ສ້າງພັກແລະປັບປຸງ​ພັກ. ການ​ຮັດ​ແໜ້ນ​ລະບຽບ​ວິ​ໄນ​ໄດ້​ດຳ​ເນີນ​ການ​ຢ່າງຮອບດ້ານ ຄົບ​ຊຸດ, ສຸມໃສ່ບັນດາຈຸດສຳຄັນເຊັ່ນ: ມີ​ລະບຽບວິໄນໃນການເວົ້າແລະຂຽນຢ່າງ​ຖືກຕ້ອງ​ຕາມ​ໂຄງການ​ການ​ເມືອງ ​​ແລະ​ແນວທາງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ; ຕ້ານ​ການ “ວິ້ງ​ເຕັ້ນ​ຫານ​ຕຳ​ແໜ່​ງ, ວິ້ງ​ເຕັ້ນ​ຫາ​ອຳນາດ”; ຄົ້ນ​ພົບ​ແລະ​ຈັດການ​ແກ້​ໄຂ​ກັບ​ບັນດາ​ກໍ​ລະ​ນີລະ​ເມີດ​ຫຼັກການ; ການ​ຕ້ານ​ການ​ສໍ້​ລາ​ດບັງ​ຫຼວງບໍ່​ມີ​ເຂດ​ຫວງ​ຫ້າມ, ບໍ່​ມີ​ຂໍ້​ຍົກ​ເວັ້ນ... ​ໃນ​ເມື່ອ​ພັກ​ກອມ​ມູນິດ​ຫວຽດນາມຮັດ​ແໜ້ນ​ລະບຽບ​ວິໄນນັ້ນ ​ໃນ​ທີ່​ໃດ​ທີ່​ໜຶ່ງ​ໄດ້​ອີງ​ໃສ່​ຂໍ້​ອ້າງ​ວ່າສະຖາບັນຍັງ​ບໍ່​ທັນຄົບຖ້ວນ, ການ​ບຸກທະລຸ​ບໍ່​ມີກົນໄກການປ້ອງກັນ, ເພື່ອຫຼີກລ້ຽງຄວາມຮັບຜິດຊອບ, ​ເຮັດ​ວຽກຢ່າງ​ພໍປະມານ, ທຳລາຍການ​ປ່ຽນ​ແປງ​ໃໝ່ແລະຄວາມຄິດສ້າງສັນ, ກໍ່​ໃຫ້​ເກີດ​ຄວາມ​ຢຸດ​ສະ​ງັກຊັກ​ຊ້າ. ດັ່ງ​ນັ້ນ, ການ​ຮັດ​ແໜ້ນ​ລະບຽບ​ວິ​ໄນ​ ແລະ​ການ​ສົ່ງ​ເສີມຄວາມ​ຂະຫຍັນ​ຂັນ​ເຄື່ອນ, ຄວາມ​ຄິດ​ສ້າງສັນ, ກ້າ​ຄິດ ກ້າ​ເຮັດ ກ້າ​ບຸກທະລຸ ​ເພື່ອ​ຜົນ​ປະ​ໂຫຍ​ດລວມ ​ແມ່ນ​ສອງ​ດ້ານ​ຂອງ​ບັນຫາ​ໜຶ່ງທີ່​ຕ້ອງ​ໄດ້​ຮັບ​ຮູ້​ແລະ​ຈັດການ​ແກ້​ໄຂຢ່າງ​ລະອຽດ. ການ​ຮັດ​ແໜ້ນ​ລະບຽບ​ວິ​ໄນບໍ່​ແມ່ນ​ການຈຳກັດ​ພື້ນ​ທີ່​ເພື່ອ​ຄົ້ນ​ຫາ​ສິ່ງ​ໃໝ່, ກົດ​ໜ່ວງ​ຄວາມ​ຄິດ​ສ້າງສັນ, ​ແຕ່​ແມ່ນ​ການ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສົດ​ໃສ​ ສຳລັບ​ການ​ຄົ້ນ​ຫາ​ປ່ຽນ​ແປງ​ໃໝ່, ຈິດ​ໃຈ​ກ້າຄິດ ກ້າ​ເຮັດ ກ້າ​ບຸກທະ​ລູທີ່​ເກີດ​ຂຶ້ນ​ຢ່າງ​ຖືກຕ້ອງ. ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ການປະດິດ​ສ້າງ, ການບຸກທະລຸ​ ເພື່ອ​ຜົນ​ປະ​ໂຫຍ​ດລວມ ຍາມ​ໃດ​ກໍ່​ຕ້ອງການ​ລະບຽບ​ວິ​ໄນ; ບໍ່​ພຽງ​ແຕ່​ເພື່ອ​ສົ່ງ​ເສີມສິ່ງ​ໃໝ່, ປົກ​ປ້ອງ​ຄວາມ​ຖືກຕ້ອງ, ປົກປ້ອງຜູ້ປະດິດສ້າງ ດ້ວຍເຈດຕະນາບໍລິສຸດ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມ; ​ແຕ່​ຍັງຊີ້​ໃຫ້​ເຫັນ​ຄວາມ​ຜິດ, ຈັດການ​ກັບ​ກັບ​ຜູ້​ທີ່ຝ່າຝືນ​ຫຼັກການ, ການ​ສວຍໃຊ້ຊ່ອງ​ຫວ່າງ​ຂອງ​ກົນ​ໄກ​ເພື່ອຫາ​ກຳ​ໄລ. ບໍ່​ອະນຸຍາດ​ໃຫ້​ຊ່ອນ​ຕົວ​ໃນ​ເງົາ​ຂອງ “ການ​ປ່ຽນ​ແປງ​ໃໝ່”, “ການ​ບຸກທະ​ລູ ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ທີ່​ລະ​ເມີດ​ຫຼັກການ, ລະ​ເມີດ​ລະບຽບວິ​ໄນ ກົດໝາຍ​ຂອງ​ປະ​ເທດ, ​ເມື່ອ​ຖືກລົງ​ໂທດ ​ເຂົາ​ກໍ​ແກ້​ຕົວຄືທີ່​ເຄີຍເຫັນໃນຫຼາຍໆກໍລະນີໃນ​ເວລາ​ທີ່​ຜ່ານ​ມາ. ປະຫວັດສາດ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນໄລຍະຕົ້ນການ​ປ່ຽນ​ແປງ​ໃໝ່ ໃຫ້ເຫັນວ່າ, ຜູ້ນຳລະດັບ​ສູງ​ຫຼາຍທ່ານ ໄດ້ກ້າຫານຝ່າ​ຟັນກົນໄກການອຸດໜູນ ​ໃນ​ເງື່ອ​ນໄຂ​ທີ່ສະ​ຖາ​ບັນ​ປົກ​ປ້ອງກົນໄກນັ້ນຍັງມີຢູ່, ​ແຕ່​ເມື່ອ​ຄວາມ​ຄິດ​ປ່ຽນ​ແປງ​ໃໝ່​ນັ້ນ​ເລີ່​ມຈາກ​ສິ່ງ​ຊຸກຍູ້​ທີ່​ບໍລິສຸດ, ​ເພື່ອ​ພາລະກິດ​ປະຕິວັດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງຊາດ-ປະຊາ​ຊາດ, ຂອງ​ປະຊາຊົນ​ຫວຽດນາມ, ຈາກນັ້ນສາມາດຂົນຂວາຍ​ຊວນ​ເຊື່ອ​ໝູ່ຄະນະ​ໄດ້, ​ໄດ້​ຮັບ​ການ​ອະນຸມັດ​ແລະ​ການ​ປົກ​ປ້ອງ​ຈາກອົງການຈັດຕັ້ງ ​ເພື່ອຜັນ​ຂະຫຍາຍ​ປະຕິບັດ​ ແລະນຳເອົາປະສິດທິ​ຜົນຕົວ​ຈິງ​ມາ​ໃຫ້.

ທີ​ຫົກ, ສາຍ​ພົວພັນ​ລະຫວ່າງ​ການກໍ່ສ້າງພັກ ​ແລະ​ການປັບປຸງ​ພັກ.

​ໃນ​​ໄລຍະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ການ​ກໍ່ສ້າງ​ແລະ​​ປັບປຸງ​ພັກ​ໄດ້​ດຳ​ເນີນ​ພ້ອມ​ກັນ​ແລະ​ແຊກ​ຊ້ອນ​ກັນ. ຈຸດ​ໜັກ​ຂອງ​ການ​ປັບປຸງ​ພັກ​ແມ່ນ​ສຸມ​ໃສ່​ບັນດາ​ບັນຫາທີ່​ສຳຄັນ​ແລະ​ຮີບ​ດ່ວນ​ເຊັ່ນ: ການ​ກີດ​ກັ້ນ​ແລະ​ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດການ​ເມືອງ, ຄຸນສົມບັດ​ສິນ​ທຳ, ​ແບ​ບ​ແຜນດຳລົງ​ຊີວິດ, ບັນດາ​ປະກົດ​ການ​ຂອງ​”ການປ່ຽນ​ແປງ​ຕົນ​ເອງ”, “ການ​ຫັນປ່ຽນ​ຕົນ​ເອງພາຍ​ໃນ; ການ​ຮັດ​ແໜ້ນ​ລະບຽບ​ວິ​ໄນ, ການ​ຄວບ​ຄຸມ​ອຳນາດ​ໃນ​ວຽກ​ງານ​ພະນັກງານ, ການຕໍ່ສູ້​ຕ້ານ “ການ​ວິ້ງ​ເຕັ້ນ​ຫາຕຳ​ແໜ່​ງ, ການ​ວິ້ງ​ເຕັ້ນຫາອຳນາດ”; ຈັດ​ວາງ​ສັບ​ຊ້ອນ​ການຈັດ​ຕັ້ງ​ກົງຈັກ​ຄືນ​ໃໝ່ ​ເຮັດ​ໃຫ້​ມັນ​ກະທັດ​ລັດ​ເບົາບາງ; ຍູ້​ແຮງ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ ຕິດ​ກັບ​ການ​ປະຕິບັດ​ຄວາມ​ຮັບຜິດຊອບ​ໃນ​ການ​ເປັນ​ແບບຢ່າງ, ມີ​ຕຳ​ແໜ່​ງຍິ່ງ​ສູງ ຍິ່ງ​ຕ້ອງ​ເປັນ​ແບບຢ່າງ; ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ອາດຍາ​ສິດ, ​ໃຊ້​ຈ່າຍ​ຟຸມ​ເຟືອຍ. ການ​ສົມທົບ​ຢ່າງກົມກຽວ​ລະຫວ່າງການ​ກໍ່ສ້າງ​ແລະການ​ປັບປຸງ​ພັກ​ ໄດ້​ນຳ​ມາ​ເຊິ່ງຜົນສຳ​ເລັດ​ທີ່​ສຳຄັນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ການ​ບຸກທະລຸ​ເຂົ້າ​ໃນ​ບັນດາ​ບັນຫາທີ່ ຫຍຸ້ງຍາກ, ສັບສົນ, ອ່ອນ​ໄຫວ ທີ່​ໄດ້ປະຕິບັດ​ໃນ​ໄລຍະກ່ອນໜ້ານີ້ດ້ວຍຜົນໄດ້ຮັບໜ້ອຍ.

​ປະສົບ​ການ​ສະ​ແດງ​​ໃຫ້​ເຫັນ​ວ່າ, ວຽກງານ​ກໍ່ສ້າງ​ພັກ​ຍາມ​ໃດ​ກໍ່​ຖືກ​ຖື​ວ່າ​ເປັນ​ວຽກພື້ນຖານ​ແລະ​ເປັນ​ປະຈຳ; ການ​ປັບປຸງ​ພັກມີຄວາມຈຳເປັນຢ່າງຮີບດ່ວນ ​ເມື່ອ​ມີ​ສະຖານະ​ການ​ພິ​ເສດເຊິ່ງຕ້ອງການວິທີແກ້ໄຂພິເສດ. ການ​ປັບປຸງ​ພັກ​ບໍ່​ມີ​ຈຸດປະສົງ​ໃນ​ຕົວມັນ​ເອງ ແຕ່ມີຈຸດປະສົງກໍ່ສ້າງພັກໃຫ້ສະອາດປອດ​ໃສແລະໝັ້ນ​ຄົງເຂັ້ມແຂງ. ​ເມື່ອ​ມີ​ຄວາມ​ສະດວກ, ຕ້ອງ​ປັບປຸງ​ພັກ​ເພື່ອ​ຫຼີກ​ລ່ຽງ​ແນວຄິດອັດຕະວິ​ໄສ, ຄວາມພຶ​ງພໍໃຈ, ການນອນຫຼັບໄປກັບພວງມາ​ໄລ​ແຫ່ງ​ໄຊຊະນະ, ຄື​ທີ່​ສະ​ຫາຍ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ ພກ ຫວຽດນາມ, ປະທານ​ປະ​ເທດ​ແຫ່ງ ສສ ຫວຽດນາມ ຫງວຽນ​ຝູຈ້ອງ ​ເຄີຍ​ໄດ້​ຕັກ​ເຕືອນ. ​ເມື່ອ​ປະສົບ​ຄວາມ​ຫຍຸ້ງຍາກ, ຍິ່ງ​ຕ້ອງ​ປັບປຸງ​ພັກ ​ເພື່ອກະ​ຕຸ້ນ​ແນວ​ຄິດ​ຈິດ​ໃຈ, ປັບປຸງ​ຖັນ​ແຖວ, ຮັດ​ແໜ້ນ​ລະບຽບ​ວິ​ໄນ, ນຳການ​ປະຕິ​ວັກຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ແລະກ້າວໄປຂ້າງໜ້າຢ່າງໜັກແໜ້ນ. ການ​ກໍ່ສ້າງ, ປັບປຸງ​ພັກ ຕ້ອງ​ປະຕິບັດ​ຕາມ​ຫຼັກການ, ​ໃກ້ຊິດຕິດ​ແທດ​ກັບ​ພຶດຕິ​ກຳ, ​ມີ​ວິທີ​ການທີ່​ເປັນ​ລະບົບ​ແລະ​ເປັນ​ວິທະຍາສາດ, ຫຼີກ​ລ່ຽງບໍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ໃນ​ການຈັດ​ຕັ້ງ ຫຼືສ້າງ​ຊ່ອງ​ຫວ່າງ​ໃຫ້​ບຸກຄົນ​ພາຍ​ນອກ​ສວຍ​ໃຊ້​ເພື່ອ​ແບ່ງ​ແຍກ​ພາຍ​ໃນແລະຕໍ່ຕ້ານລະບອບການປົກຄອງ.

***

ສືບຕໍ່ແຫຼ່ງວຽກງານກໍ່ສ້າງ​ແລະປັບປຸງພັກ ໃນບັນດາ​ໄລຍະທີ່ຜ່ານມາ ຕາມ​ທັດສະນະ​ຂອງ​ການ​ສືບ​ທອດ​ແລະ​ການ​ພັດທະນາ, ວຽກ​ງານ​ກໍ່ສ້າງ​ແລະປັບປຸງ​ພັກ​ໃນ​ໄລຍະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ​ໄດ້ດຳ​ເນີນ​ການ​ຢ່າງຮອບດ້ານ, ມີ​ຈຸດ​ໜັກ​ໃຈກາງ ​ແລະບັນລຸຜົນໄດ້ຮັບທີ່ສຳຄັນແລະໂດດເດັ່ນ ດ້ວຍເຄື່ອງໝາຍທີ່ຈະແຈ້ງ. ຜົນ​ໄດ້​ຮັບ​ທີ່​ໂດດ​ເດັ່ນ​ແລະ​ຮອຍ​ປະ​ທັບ​ທີ່​ຊັດ​ເຈນ​ນັ້ນ ບໍ່ພຽງແຕ່ຍ້ອນຄວາມຕັດສິນໃຈດ້ານ​ການ​ເມືອງ​ສູງ​ແລະ​ແຜນນະໂຍບາຍຖືກຕ້ອງ​ເທົ່າ​ນັ້ນ, ແຕ່ຍັງ​ຍ້ອນວິທີການເຮັດຢ່າງ​ມີ​ລະບຽບ, ສະ​ແດງໃຫ້ເຫັນ​ເຖິງວິທະຍາສາດແລະສິນລະປະ​ແຫ່ງການນຳພາ ຂອງພັກກອມມູນິດ. ຍົກ​ລະດັບ​ການ​ສະຫຼຸບ​ສັງ​ລວມວຽກ​ງານ​ກໍ່ສ້າງ, ດັດ​ແປງ​ພັກ​ໃນ​ໄລຍະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຈະ​ຊ່ວ​ຍໃຫ້ຖອດ​ຖອນ​ບົດຮຽນ​ທີ່​ລ້ຳ​ຄ່າ​ ​ເພື່ອ​ຊີ້​ນຳ​ພຶດຕິ​ກຳ ​ແລະ​ເພີ່ມ​ເຕີມ, ພັດທະນາ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​​ສະ​ໄໝ​ໃໝ່./.

-----------------------------

(1) ບັນດາ​ໜ້າ​ທີ່​ທີ່​ຮອບດ້ານ​ຂອງ​ວຽກ​ງານ​ກໍ່ສ້າງ​ພັກ​ແມ່ນ: ​ເອົາ​ໃຈ​ໃສ່​ກໍ່ສ້າງ​ພັກ​ກອມ​ມູນິດ​ທາງດ້ານ​ການ​ເມືອງ; ການ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ແນວ​ຄິດ, ທິດ​ສະ​ດີ; ​ເພີ່ມ​ທະວີການ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຕ້ານ​ລັດທິ​ເອກະ​ຊົນ, ການ​ສວຍ​ໂອ​ກາດ, ລັດທິ​ປະຕິບັດ​ນິຍົມ; ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່, ປັບປຸງ​ການຈັດ​ຕັ້ງ​ກົງຈັກ​ຂອງ​ພັກ​ກອມ​ມູນິດ ​ແລະ​ລະບົບ​ການ​ເມືອງ; ປັບປຸງ​ການຈັດ​ຕັ້ງ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ຮາກ​ຖານຂອງພັກ ​ແລະ​ຍົກ​ສູງ​ຄຸນ​ນະພາບ​ສະມາ​ຊິກ​ພັກ; ການປ່ຽນ​ແປງ​ໃໝ່​ວຽກ​ງານ​ພະນັກງານ​ຢ່າງ​ແຂງ​ແຮງ, ​ໃຫ້​ຄວາມ​ສຳຄັນ​ກັບ​ວຽກ​ງານ​ປົກ​ປ້ອງ​ການ​ເມືອງ​ພາຍ​ໃນ; ການປ່ຽນ​ແປງ​ໃໝ່, ຍົກ​ສູງ​ປະສິດທິພາບ, ປະສິດທິ​ຜົນ​ວຽກ​ງານ​ກວດກາ, ຕິດ​ຕາມ​ກວດກາ ​ແລະ​ວິ​ໄນ​ຂອງ​ພັກ; ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່​ແລະ​ຍົກ​ສູງ​ປະສິດທິ​ຜົນຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ​ເພີ່ມ​ທະວີ​ຄວາມ​ພົວພັນ​ສະໜິດ​ແໜ້ນ​ລະຫວ່າງພັກກອມ​ມູນິດ​ກັບ​ປະຊາຊົນ​ຫວຽດນາມ; ຍູ້​ແຮງ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ; ການປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.

(2) ພັກ​ກອມ​ມູນິດ​ຫວຽດນາມ​ເອກະສານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12, ຫ້​ອງການ​ສູນ​ກາງ​ພັກ, ຮ່າ​​ໂນ້ຍ, 2016, tໜ້າ 217.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 955 (​ເດືອນ​ທັນວາ 2020)