ກ່ຽວ​ກັບ​ການ​ກຳນົດ​​ການ​ບຸກທະລຸ​ຍຸດ​ທະ​ສາດ ​ໃນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ ​ໃນ​ໄລຍະ 2021-2030

ໂດຍ ຮສ. ປອ. ບຸ່ຍວັນຮວ່ຽນ
ສະຖາບັນເສດຖະກິດ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ
10:19, 12-01-2021

ວກ. - ຢາກ​ເຕີບ​ໃຫຍ່​ຂະຫຍາຍຕົວ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ, ພັກ​ຜູ້​ກຳ​ອຳນາດ​ແລະ​ລັດ​ຕ້ອງ​ສ້າງ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ໂດຍ​ມີ​ເປົ້າ​ໝາຍ, ທັດສະນະ ​ແລະ ວິທີ​ແກ້​ໄຂ​ໂດຍ​ລວມ. ດ້ວຍ​ຄວາມ​ໝາຍ​ນັ້ນ, ການ​ບຸກທະລຸ​ທາງ​ຍຸດ​ທະ​ສາດສະທ້ອນ​ເຖິງ​ທາງ​ເລືອກ​ລະດັບ​ມະຫາ​ພາກ, ມີ​ຄວາມ​ໝາຍ​ຕັດສິນ, ຍຸດ​ທະ​ສາດ. ພ້ອມ​ກັນ​ນັ້ນ, ການ​ບຸກທະລຸ​ທາງ​ຍຸດ​ທະ​ສາດຍັງ​ໝາຍ​ເຖິງ​ຜົນ​ກະທົບ​ຕໍ່​ບັນດາຂັ້ນຕອນ, ບັນດາ​ບັນຫາ, ​ເນື້ອ​ໃນ​ຫຼັກ​ແຫຼ່ງ​ແກ່ນສານ ​ເພື່ອ​ປະຕິບັດຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ ​ໃຫ້​ປະສົບ​ຜົນສຳ​ເລັດ. ການ​ກຳນົດ​ບັນດາ​ຂອດ​ບຸກທະລຸ​ຍຸດ​ທະ​ສາດທີ່ “ຖືກຕ້ອງ” ​ແລະ “ຊັດ​ເຈນ” ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດຕໍ່​ຄວາມ​ເຂັ້ມ​ແຂງ​ແຮງ​ກ້າ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະ​ເທດ.

ທ່ານຫງວຽນຊວັນຝຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ ຢ້ຽມຊົມງານວາງສະແດງຜະລິດຕະພັນເຕັກໂນໂລຊີ _ພາບ: vietnamplus.vn

1. ບາງ​ວິທີ​ກຳນົດການບຸກທະລຸ​ໃນຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ-ສັງຄົມ

ມີ​ຫຼາຍ​ວິທີ​ເຂົ້າ​ເຖິງ​ທີ່​ຕ່າງ​ກັນ​ ເພື່ອ​ກຳ​ນົດ​ການ​ບຸກທະລຸ​ໃນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ດ້ວຍ​ຈຸດ​ດີ​ແລະຈຸດ​ອ່ອນ​ຂອງ​ແຕ່​ລະວິ​ທີ.

ການກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໂດຍ​ອີງ​ໃສ່​ເປົ້າ​ໝາຍ​ບຸລິມະສິດ.

ກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດຕາມ​ວິທີ​ເຂົ້າ​ເຖິງ​ເປົ້າ​ໝາຍ​ບຸລິມະສິດສາມາດ​ເຂົ້າ​ໃຈ​ໄດ້​ວ່າ ​ແມ່ນ​ການ​ເຄື່ອນ​ໄຫວ​ຄັດ​ເລືອກຂັ້ນຕອນ, ເນື້ອ​ໃນ ແລະ ບັນຫາສຳຄັນ, ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ ​ໃນ​ການຈັດຕັ້ງປະຕິບັດບັນດາເປົ້າໝາຍບຸລິມະສິດ​ຂອງ​ຊາດ​ໃຫ້​ປະສົບ​ຜົນສຳ​ເລັດ. ​ເນື້ອ​ໃນ​ຂອງ​ວິທີກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດໂດຍອີງໃສ່ເປົ້າ ໝາຍບຸລິມະສິດແມ່ນ: 1- ກຳນົດ​ບັນດາ​ເປົ້າ​ໝາຍ​ບຸລິມະສິດ ​ແລະ ຈັດ​ເປົ້າ​ໝາຍ​ບຸລິມະສິດ​ຕາມ​ລຳດັບ; ​ເປົ້າ​ໝາຍ​ບຸລິມະສິ​ໃນ​ຊ່ວງ​ເວລາ​ຕ່າງ​ກັນ​ແມ່ນ​ແຕກ​ຕ່າງ​ກັນ, ​ແຕ່ຢ່າງ​ໃດ​ກໍ່​ຕາມ, ຕ້ອງ​ຮັບປະກັນ​ຄວາມ​ສອດຄ່ອງ​ໃນ​ໄລຍະ​ເວລາ​ປະຕິບັດ​ຍຸດ​ທະ​ສາດ; 2- ກຳນົດ​ວິທີ​ແກ້​ໄຂ​ທັງ​ໝົດ ​ແລະບັນດາ​ນະ​ໂຍບາຍ ​ເພື່ອ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ບຸລິມະສິດ; 3- ຄັດ​ເລືອກ​ວິທີ​ແກ້​ໄຂ​ແລະ​ນະ​ໂຍບາຍ​ຫຼັກ​ແຫຼ່ງທີ່​ສຸດ, ທີ່​ຕັດສິນຜົນສຳ​ເລັດຂອງການ​ປະຕິບັດ​ເປົ້າ​ໝາຍ. ​​ໂດຍ​ພື້ນຖານ​ແລ້ວ, ນັ້ນ​ແມ່ນ​ຂະ​ບວນການ​ກຳນົດການ​ບຸກທະລຸ​ທີ່​ຕ້ອງ​ປະຕິບັດ ​ເພື່ອ​ບັນລຸ​​ເປົ້າ​ໝາ​ຍບຸລິມະສິດ​ທີ່​ໄດ້​ວາງ​ໄວ້.

ວິທີການນີ້ມີຂໍ້ດີຄື: ຄວາມ​ເປັນ​ເຈົ້າ​ການ, ຄວາມສາມາດ​ບັນລຸ​ຜົນສຳເລັດສູງ ຖ້າ​ກຳນົດ​ທິດ​ທາງ​ແລະ​ກຳນົດ​ເປົ້າ​ໝາຍ​ບຸລິມມະ​ສິດຢ່າງຖືກຕ້ອງ; ຊັບພະຍາກອນ​ຂອງ​ລັດ​ແລະ​ສັງຄົມແມ່ນສຸມໃສ່ແກ້ໄຂບັນດາເປົ້າໝາຍຫຼັກ​ທີ່ສຳຄັນ, ບໍ່​ກະ​ແຈກ​ກະຈາຍ; ສະດວກ​ດີ​ໃຫ້​ແກ່​ການ​ສ້າງຄວາມ​ເປັນ​ເອກະ​ພາບ ​ໃນ​ຄວາມ​ຮັບ​ຮູ້ແລະ​ການ​ກະທຳ​ ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ.

​ແຕ່​ວ່າ, ວິທະ​ການ​ນີ້​ຍັງ​ມີ​ຈຸດ​ອ່ອນ​ຄື: ການ​ບຸກທະລຸ​ຍຸດ​ທະ​ສາດ​ຂຶ້ນ​ກັບ​ການ​ກຳນົດ​ເປົ້າ​ໝາຍ​ບຸລິມະສິດ, ດັ່ງ​ນັ້ນ, ຖ້າ​ກຳນົດ​ເປົ້າ​ໝາຍ​ບຸລິມະສິດ​ບໍ່​ຖືກຕ້ອງ, ມັນຈະນຳ​ໄປ​ສູ່​ການກຳນົດການ​ບຸກທະລຸ​ຍຸດທະສາດທີ່ບໍ່ຖືກຕ້ອງ, ກໍ່​ໃຫ້​ເກີດ​ການ​ສູນ​ເສຍ​ແລະ​ສິ້ນ​ເປືອງ​ຊັບພະຍາກອນ; ​ເມື່ອ​ຈຳ​ເປັນ​ຕ້ອງ​ຈັດ​ເປົ້າ​ໝາຍ​ເສດຖະກິດ - ສັງຄົມ​ ແລະ ສິ່ງ​ແວດ​ລ້ອມ ຕາມລຳ​ດັບ​ບຸລິມະສິດ​, ມັນ​ງ່າ​ຍທີ່​ຈະ​ໄດ້​ຮັບ​ປະຕິກິລິຍາ​ທາງ​ລົບ​ຈາກ​ກຸ່ມທີ່​ມີ​ທັດສະນະ, ຜົນ​ປະ​ໂຫຍ​ດທີ່ແຕກຕ່າງກັນ...

ການກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໂດຍ​ອີງ​ໃສ່​ການ​ແກ້​ໄຂ​ບັນດາ "ຈຸດ​ອຸດ​ຕັນ".

​ໃນ​ການ​ຄຸ້ມ​ຄອງ, “ຈຸດ​ອຸດ​ຕັນ” ຖືກເຂົ້າໃຈວ່າເປັນໜຶ່ງຫຼື​ຫຼາຍ​ຈຸດ​ທີ່​ກີດຂວາງ​ການ​ພັດທະນາເສດຖະກິດ - ສັງຄົມຂອງປະເທດ, ​ເຮັດ​ໃຫ້ການ​ພັດທະນາ​ອ່ອນ​ລົງ, ຊ້າ​ລົງບາງ​ສ່ວນ ຫຼື​ທັງ​ໝົດ; ​ແມ່ນ​ບັນດາ "ຈຸດ​ອຸດ​ຕັນ" ຂັດຂວາ​ມການ​ດຳ​ເນີນ​ງານ​ເປັນ​ປົກກະຕິ​ຂອງ​ພື້ນຖານ​ເສດຖະກິດ. ອາດ​ຈະ​ເຂົ້າ​ເຖິງ​ການ​ກຳນົດ “ຈຸດ​ອຸດ​ຕັນ” ດ້ວຍ​ວິທີ​ການ​ທີ່​ແຕກ​ຕ່າງ​ກັນ​ເຊັ່ນ “ຈຸດ​ອຸດ​ຕັນ” ທາງ​ດ້ານ​ຊັບພະຍາກອນ; “ຈຸດ​ອຸດ​ຕັນ” ທາງ​ດ້ານ​ສະ​ຖາ​ບັນ, ກົນ​ໄກ, ນະ​ໂຍບາຍ​ການ​ພັດທະນາ​ເສດຖະກິດ - ສັງຄົມ; “ຈຸດ​ອຸດ​ຕັນ” ທີ່​ຂັດຂວາງ​ການ​ພັດທະນາ​ຂອງ​ບັນດາ​ຂະ​ແໜງ​ການເສດຖະກິດ; “ຈຸດ​ອຸດ​ຕັນ” ທີ່​ຂັດຂວາງ​ການ​ພັດທະນາ​ຂອງ​ຕະຫຼາດ​ແຕ່ລະ​ປະ​ເພດ​ແລະ​ຕະຫຼາດ​ທັງ​ໝົດ; “ຈຸດ​ອຸດ​ຕັນ” ທີ່​ກິດ​ຂວາງ​ການ​ເຄື່ອນ​ໄຫວ​ແລະ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ... “ຈຸດ​ອຸດ​ຕັນ” ​ໃນ​ໄລຍະ​ສັ້ນ​ແມ່ນ​ຄວາມ​ອຸດ​ຕັນທີ່ເກີດຂຶ້ນຍ້ອນບັນຫາຊົ່ວຄາວ ທີ່ສາມາດ​ແກ້​ໄຂ​ແລະ​ແກ້​ໄຂ​ໄດ້​ທັນທີ. “ຈຸດ​ອຸດ​ຕັນ” ​ໃນ​ໄລຍະ​ຍາວ​ແມ່ນ​ຄວາມ​ອຸດ​ຕັນທີ່​ປາກົດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຂັດຂວາງ​ປະສິດທິ​ຜົນ​ການ​ດຳ​ເນີນ​ງານ​ທາງ​ເສດຖະກິດ​ແລະສັງຄົມ ​ທັງ​ໃນ​ໄລຍະ​ສັ້ນ​ແລະ​ໄລຍະ​ຍາວ ​ແລະ ຍາກ​ທີ່​ຈະ​ແກ້​ໄຂ​ຜ່ານ​ຜ່າ​ແລະ​ປັບປຸງ​ໃນ​ໄລຍະ​ສັ້ນ.

ວິທີ​ເຂົ້າ​ເຖິງ​ການກຳນົດການ​ບຸກທະລຸຍຸດທະສາດໂດຍອີງໃສ່ການເອົາຊະນະ "ຈຸດອຸດ​ຕັນ" ແມ່ນການກຳນົດວິທີການ​ເພື່ອແກ້ໄຂຄວາມ​ຫຍຸ້ງຍາກ, ທຳລາຍ​ອຸປະສັກ, ສິ່ງ​ກິດ​ຂວາງ​ທີ່​ເກີດ​ຈາກ “ຈຸດ​ອຸດ​ຕັນ” ​ເຫຼົ່າ​ນັ້ນ, ຈາກ​ນັ້ນ, ​ແກ້ “ຈຸດ​ອຸດ​ຕັນ” ​ໃຫ້​ລຸ​ລົ່ງ ​ແລະ ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ​ຂັ້ນ​ຕອນ​​ໃນ​ການກຳນົດ​ຂອດບຸກທະລຸ​ຍຸດ​ທະ​ສາດຕາມ​ວິທີ​ເຂົ້າ​ເຖິງ “ຈຸດ​ອຸດ​ຕັນ” ມີ​ດັ່ງ​ນີ້: 1- ​ເລີ່​ມຈາກ​ສະພາບ​ການ​ເສດຖະກິດ, ສັງ​ເກດ​ໃນ​ຫຼາຍ​ແງ່​ມຸມ​ເພື່ອ​ກຳນົດ​ບັນດາຈຸດ​ອ່ອນ​ພື້ນຖານ ​ເຊິ່ງຖ້າ​ຫາກ​​ແກ້​ໄຂບໍ່​ໄດ້, ​ເສດຖະກິດ​ຈະ​ບໍ່​ບັນລຸ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ໄດ້; 2- ກຳນົດ​ລະບົບ​ບັນດາ​ສາ​ເຫດ​ຂອງ “ຈຸດ​ອ່ອນ​ພື້ນຖານ” ​ເຫຼົ່ານັ້ນ, ຈາກ​ນັ້ນ​ສະ​ເໜີ​ລະບົບ​ວິທີ​ແກ້​ໄຂ; 3- ຈາກ​ລະບົບ​ວິທີ​ແກ້​ໄຂ, ຄັດ​ເລື​ອກ​ເອົາວິທີ​ແກ້​ໄຂ​ທີ່​ມີ​ຄວາມ​ສາມາດ​ກະທົບ​ແຮງ​ທີ່​ສຸດ​ເຖິງ​ສາ​ເຫດ.

ຈຸດ​ດີ​ຂອງ​ວິທີ​ການ​ນີ້​ແມ່ນ: ສາມາດຮັບ​ຮູ້​ “ຈຸດ​ອຸດ​ຕັນ” ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ - ສັງຄົມໄດ້ຢ່າງ​ງ່າຍດາຍ ​ໂດຍ​ອີງ​ໃສ່​ການ​ສັງ​ເກດ​ປະສິດທິ​ຜົນ​​ການດຳ​ເນີນ​ງານ​ທາງ​ເສດຖະກິດ, ຜ່ານ​ການ​ກະທົບ​ຕອບ​ຂອງ​ຕະຫຼາດ, ຂອງ​ວິ​ສາ​ຫະກິດ ​ແລະ​ຂອງ​ນັກ​ລົງທຶນ. ການ​ກະທົບ​ຕອບ​ຂອງ​ຕະຫຼາດ, ນັກ​ລົງທຶນ, ວິ​ສາ​ຫະກິດກ່ຽວ​ກັບ “ຈຸດ​ອຸດ​ຕັນ” ມັກ​ຈະ​ຂ້ອນ​ຂ້າງ​ຮຸນ​ແຮງ, ສ້າງຄວາມກົດດັນເພື່ອຮຽກຮ້ອງໃຫ້ລັດຈັດການ​ແກ້​ໄຂ ດັ່ງ​ນັ້ນ ວິທີ​ການ​ແກ້​ໄຂ​ “ຈຸດ​ອຸດ​ຕັນ” ມີ​ລັກສະນະ​ບຸກທະລຸ, ມັກ​ຈະ​ເປັນ​ຈິງ​ແລະ​ເປັນ​ໄປ​ໄດ້. ການ​ບຸກທະລຸຍຸດ​ທະ​ສາດມັກ​ມີ​ຄວາມ​ລະອຽດ​ຕົວ​ຈິ​ງ, ​ແນ​ໃສ່​ແກ້​ໄຂ​ບັນຫາ​ຮີບ​ດ່ວນ ​ແລະ ອຸປະສັກທີ່​ກຳລັງ​ເກີດ​ຂຶ້ນ​ໃນ​ຄວາມ​ເປັນຈິງ.

​ແຕ່​ວ່າ, ວິທີ​ການ​ນີ້ຍັງມີ​ຈຸດ​ອ່ອນ​ບາງ​ຢ່າງ​ເຊັ່ນ: ວິທີ​ການ​ນີ້ບໍ່​ເປັນ​ເຈົ້າ​ການ, ລັດ​ຢູ່​ໃນ​ທ່າ​ຮັບໃນການແກ້ໄຂຂໍ້ບົກຜ່ອງ ​ແລະອຸປະສັກ​ໃນ​ທາງ​ປະຕິບັດ; ການ​ກຳນົດ “ຈຸດ​ອຸດ​ຕັນ” ​ໃນ​ໄລຍະ​ຍາວ ​ມັກ​ຈະ​ປະສົບ​ກັບຄວາມ​ທ້າ​ທາຍ​ໃຫຍ່ ​ເຊິ່ງຕ້ອງ​ໃຊ້​ຄວາມ​ສາມາດ​ໃນ​ການ​ຄາດ​ຄະ​ເນ ​ແລວິ​ໄສ​ທັດ​ຍຸດ​ທະ​ສາດ, ​ໃນ​ຂະນະ​ນັ້ນ, ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ຂອງພື້ນຖານ​ເສດຖະກິດ ບໍ່​ພຽງ​ແຕ່​ຂຶ້ນ​ກັບວິທີ​ແກ້​ໄຂ​ໃນ​ໄລຍະ​ສັ້ນ​ເທົ່າ​ນັ້ນ ​ແຕ່​ຍັງ​ຂຶ້ນ​ກັບ​ບັນດາ​ປັດ​ໄຈ​ໄລຍະ​ຍາວ​ອີກ.

ການກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໂດຍ​ອີງ​ໃສ່​ກຳລັງ​ໜູນ​ການ​ພັດທະນາ.

ຕາມ​ວິທີ​ການ​ນີ້, ບັນດາຜູ້ກຳນົດນະໂຍບາຍສາມາດເລືອກເອົາການ​ບຸກທະລຸ​ຍຸດ​ທະ​ສາດເປັນໜຶ່ງໃນກຳລັງ​ໜູນ ສຳລັບ​ການ​ເຕີບ​ໂຕ​ແລະ​ການ​ພັດທະນາຂອງປະເທດ. ຂັ້ນ​ຕອນ​ໃນ​ການກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໂດຍ​ອີງ​ໃສ່​ກຳລັງ​ໜູນ​ການພັດທະນາ​ລວມມີ: 1- ກຳນົດ​ຢ່າງ​ຖືກຕ້ອງ​ບັນດາ​ປັດ​ໄຈ​ທີ່​ເປັນ​ກຳລັງ​ໜູນ ສຳລັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ, ນີ້​ແມ່ນ​ພື້ນຖານ​ເພື່ອ​ກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ. ມີ​ທີ່​ອີງ​ຫຼາຍ​ຢ່າງ​ເພື່ອ​ກຳນົດການ​ບຸກທະລຸ: ອີງ​ໃສ່​ໜຶ່ງ​ຫຼື​ຫຼາຍ​ພາກສ່ວນ​ເສດຖະກິດ, ຮູບ​ແບບ​ວິ​ສາ​ຫະກິດ; ອີງ​ໃສ່​ຊັບພະຍາກອນ​ວັດຖຸ, ຊັບພະຍາກອນທີ່​ບໍ່​ແມ່ນ​ວັດ​ຖຸ; ອີງ​ໃສ່​ເຂດ​ເສດຖະກິດ; ​ອີງ​ໃສ່​ກຳລັງພາຍ​ໃນ; 2- ເພື່ອປະເມີນຢ່າງຖືກຕ້ອງວ່າປັດ​ໄຈ​ໃດ​ເປັນ​ກຳລັງ​ໜູນ, ອາດ​ຈະ​ອີງ​ໃສ່ຂອບ​ເຂດ​ທີ່​ປັດ​ໄຈ​ເຫຼົ່າ​ນີ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ເຊັ່ນ​ລະດັບ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕຂອງ​ລວມຍອດ​ການ​ຜະລິດ​ພາຍ​ໃນ​ປະ​ເທດ (GDP), ສ້າງ​ວຽດ​ເຮັດ​ງານ​ທຳ, ​ເພີ່ມ​ມູນ​ຄ່າ​ການ​ສົ່ງ​ອອກ...

ຈຸດ​ດີຂອງ​ວິທີ​ການ​ນີ້​ແມ່ນ: ມັກ​ຈະ​ສ້າງ​ແຮງ​ກະ​ຕູ້ທີ່​ໃຫຍ່​ພໍ​ຄວນ, ກະ​ຕູ້ນ​ໃນ​ຈຸດສຳຄັນ ​ແລະ ມັກ​ຈະ​ສ້າງ​ການ​ພັດທະນາ​ຢ່າງ​ແຂງ​ແຮງ, ລື່ນ​ກາຍ​ລະດັບ, ​ໂດດ​ເດັ່ນ​ໃຫ້​ກັບປະ​ເທດ; ການ​ຂະຫຍາຍຕົວ​ຂອງ​ບັນດາພາກ​ພື້ນ, ​ຂົງ​ເຂດ, ພື້ນ​ທີ່​ເຄື່ອນ​ໄຫວ ມີ​ຜົນ​ກະທົບ​ເຖິງ​ຂົງ​ເຂດ​ອື່ນ. ສາມາດ​ຮັບ​ຮູ້​ກຳລັງ​ໜູນ​ໄດ້​ຢ່າງ​ງ່າຍ​ໂດຍ​ຜ່ານ​ຕົວ​ຊີ້​ວັດ​ເສດຖະກິດ - ສັງຄົມທີ່​ກຳລັງ​ໜູນ​ນັ້ນ​ສ້າງ​ຂຶ້ນ​ເຊັ່ນ ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ, ການສ້າງລາຍ​ໄດ້ ​ແລະວຽກ​ເຮັດ​ງານ​ທຳ​ໃຫ້​ສັງຄົມ, ຄວາມ​ສາມາດ​ແຜ່​ກະຈາຍ, ຜົນ​ກະທົບ​ທາງ​ບວກ ​ແລະ ການ​ສະໜັບສະໜູນ​​ເຂດທີ່​ຍັງ​ເຫຼືອ.

ຈຸດ​ອ່ອນ​ຂອງ​ວິທີ​ການ​ນີ້​ແມ່ນ: ມີ​ທ່າ​ອຽງ​ທີ່​ຈະ​ໃຊ້​ຊັບພະຍາກອນ​ຫຼາຍ, ກົນ​ໄກ, ນະ​ໂຍບາຍ​ບຸລິມະສິດ, ​ເອື້ອ​ອຳນວຍ​ໃຫ້​ແກ່​ເຂດ​ທີ່​ມີ​ທ່າ​ແຮງ​ໃນການພັດທະນາ, ສາມາດສ້າງ​ຄວາມ​ແຕກ​ຕ່າງ​ຫຼາຍ​ໃນ​ການ​ພັດທະນາ​ລະຫວ່າງ​ເຂດ, ພາດ​ພື້ນ; ຈະ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ເມື່ອ​ຊັກ​ຊວນ​ຂົນຂວາຍໃຫ້​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນກຸ່ມ​ປະຊາກອນ, ຜູ້​​ຄຸ້ມ​ຄອງ ກ່ຽວກັບ​ບຸລິມະສິດ​ໃນ​ການ​ໃຊ້​ຊັບພະຍາກອນ ​ແລະ​ກົນ​ໄກ, ນະ​ໂຍບາຍ​ຫຼາຍ​ກວ່າ, ດີກ​ວ່າ, ​ເອື້ອອຳນວຍ​ກວ່າ​ໃຫ້​ແກ່​ພາກ​ພື້ນ, ​ເຂດ, ຂະ​ແໜງ​ການທີ່​ຖືກ​ຖື​ວ່າ​ເປັນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ; ຄວາມ​ແຕກ​ຕ່າງ​ຂອງ​ການ​ພັດທະນາ​ລະຫວ່າງ​ພາກ​ພື້ນສົ່ງຜົນກະທົບຕໍ່ຄວາມສະເໝີພາບ..

ການກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໂດຍ​ອີງ​ໃສ່​ການ​ເລືອກ​ເອົາ​ແບບ​ວະ​ທີ​ການ​ພັດທະນາ​ເສດຖະກິດ - ສັງຄົມ.

ການ​ເຂົ້າ​ເຖິງ​ໃນ​ດ້ານ​ຊັບພະຍາກອນ, ​ແບບ​ວິທີ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແມ່ນ​ວິທີ​ໃຊ້​ແຫຼ່ງຊັບພະຍາກອນ​ຕ່າງໆ​ ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ. ຕາມ​ນັ້ນ, ມີ​ບາງ​ແບບ​ວິທີ​ການ​ພັດທະນາ​ເຊັ່ນ ​ແບບ​ວິທີ​ການ​ພັດທະນາ​ອີງ​ໃສ່​ການ​ຂຸດ​ຄົ້ນ​ຊັບພະຍາກອນ, ​ແຮງ​ງານ​ລາຄາ​ຖື​ກ ​ແລະ​ເງິນ​ລົງທຶນ, ກົງ​ກັບ​ເສດຖະກິດ​ທີ່​ມີ​ໂຄງ​ສ້າງສຸມ​ໃສ່​ບັນດາຂະ​ແໜງ​ການ​ທີ່​ຕ້ອງ​ໃຊ້​ຊັບພະຍາກອນ, ທຶນ ​ແລະ​ແຮງ​ງານ​ລາຄາ​ຖືກ​ເປັນ​ຕົ້ນ​ຕໍ່; ​ແບບ​ວິທີ​ການ​ພັດທະນາ​ອີງ​ໃສ່​ສະມັດ​ຕະພາບ​ຂອງ​ງານ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ກົງ​ກັບ​ເສດຖະກິດ​ທີ່​ມີ​ໂຄງ​ສ້າງສຸມ​ໃສ່ບັນດາ​ຂະ​ແໜງ​ການ​ທີ່​ໃຊ້​​ຄວາມ​ຮູ້​ແລະ​ເຕັກ​ໂນ​ໂລ​ຊີ​ເປັນ​ຕົ້ນ​ຕໍ່.

ຂັ້ນ​ຕອນ​ໃນ​ການກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໂດຍ​ອີງ​ໃສ່​​ແບບ​ວິທີ​ການ​ພັດທະນາ​ເສດຖະກິດ - ສັງຄົມ: 1- ກຳນົດ​ຢ່າງ​ຈະ​ແຈ້ງ​ແບບ​ວິທີ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ແຫ່ງ​ຊາດ ​ໃນ​ໄລຍະ​ທີ່​ແນ່ນອນ ​ໂດຍ​ອີງ​ໃສ່​ເງື່ອນ​ໄຂ​ທຳ​ມະ​ຊາດ, ການ​ເມືອງ, ​ເສດຖະກິດ - ສັງຄົມ, ປັດ​ຊະ​ຍາ​ການ​ພັດທະນາ; 2- ກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ​ຕິດ​ກັບແບບ​ວິທີ​ການ​ພັດທະນາ​ທີ່​​ເລືອກ.

ຂໍ້​ດີ​ຂອງວິທີ​ການ​ໂດຍ​ອີງ​ໃສ່ການ​ຄັດ​ເລືອກ​ແບບ​ວິທີ​ການ​ພັດທະນາ​ເສດຖະກິດ - ສັງຄົມແມ່ນ: ​ເຊື່ອນ​ຕໍ່​ແລະ​ຕິດ​ແໜ້ນ​ກັບ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ, ຕິດ​ກັບ​ຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ; ​ແມ່ນ​ວິທີ​ການ​ທີ່​ເປັນ​ເຈົ້າ​ການ, ມີ​ຈຸດປະສົງ, ເປົ້າ​ໝາຍທີ່​ຈະ​ແຈ້ງ ​ແລະ​ ຮັບປະກັນ​ຄວາມ​ຄົບ​ຊຸດ​ກັບ​ເປົ້າ​ໝາຍ​, ວິທີ​ແກ້​ໄຂ​ການ​ພັດທະນາປະ​ເທດ​ໂດຍ​ລວມ.

​ແຕ່ ວິທີ​ການ​ນີ້​ມີ​ຈຸດ​ອ່ອນ​ຄື: ​ເປັນ​ການ​ຍາກ​ທີ່​ຈະ​ກຳນົດ​ເນື້ອ​ໃນ​ສະ​ເພາະ​ເຈາະ​ຈົງ​ຂອງ​ການ​ບຸກທະລຸ, ແຕ່ພຽງແຕ່ກຳນົດທິດທາງບຸກທະລຸຍຸດທະສາດທົ່ວໄປ​ເທົ່າ​ນັ້ນ; ການ​ເລືອກ​ແບບ​ວິທີ​ການ​ພັດທະນາ​ເສດຖະກິດ - ສັງຄົມມີ​ລັກສະນະ​ອັດຕະວິ​ໃສ, ​ເຈດ​ຈຳນົງ​ນິຍົມ, ຊ້ຳ​ຍັງ​ຖືກ​ອິດ​ທິພົນ​ຈາກທັດສະນະ​ການ​ເມືອງ ດັ່ງ​ນັ້ນ ອາດ​ຈະ​ບໍ່​​ເໝາະ​ສົມ, ບໍ່​ມີ​ປະສິດທິ​ຜົນ.

ການກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໂດຍ​ອີງ​ໃສ່​​ໂອກາດ, ສິ່ງທ້າ​ທາຍ.

ບັນດາປະ​ເທດ​ທີ່​ຕ້ອງການ​ສ້າງ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໃນ​ການ​ເຕີບ​ໂຕ​ແລະ​ພັດທະນາ ຕ້ອງຂຸດຄົ້ນໂອກາດແລະເອົາຊະນະສິ່ງທ້າທາຍ. ຂັ້ນ​ຕອນ​ການ​ກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໂດຍ​ອີງ​ໃສ່​ໂອກາດ​, ​ສິ່ງ​ທ້າ​ທາຍ​ແມ່ນ: 1- ຊີ້​ແຈງ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ທີ່​ຕ້ອງ​ປະ​ເຊີນ​ໃນໄລຍະປານກາງແລະໄລຍະຍາວ, ​ໂດຍ​ສະ​ເພາະ​ແມ່ນ​ໂອກາດ​ທີ່​ສ້າງ​ຂຶ້ນ​ໂດຍສະພາບການສາກົນ​ເຊັ່ນ ​ໂລກາ​ພິວັດ, ການ​ປະຕິວັດ​ອຸດສາຫະກຳ, ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ-​ເຕັກ​ນິກ,... 2- ຄັດ​ເລືອກ​ຂະ​ແໜງ​ການ, ຂົງ​ເຂດ, ​ເນື້ອ​ໃນບຸກທະລຸ​ ​ແນ​ໃສ່​ຂຸດ​ຄົ້ນ​ໂອກາດ​ດີ​ທີ່​ສຸດ ​ເພື່ອບືນ​ຕົວ​ຂຶ້ນ​ແລະ​ຈຳກັດ​ສິ່ງ​ທ້າ​ທາຍ.

ຈຸດດີ​ຂອງ​ວິທີ​ການ​ນີ້​ແມ່ນ: ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ມັກ​ຈະ​ເປັນ​ບັນຫາ​ໃໝ່, ສວຍ​ໃຊ້​ໂອກາດ​ໄດ້ ຈະເປີດຈຸດປ່ຽນໃໝ່ໃຫ້ແກ່ການພັດທະນາ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ໄດ້​ຈະສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດທະນາ​ໃນ​ອະນາຄົດ. ຍ້ອມ​ຕິດ​ກັບ​ທ່າ​ອຽງ​ຂອງ​ຍຸກ​ສະ​ໄໝ, ບັນດາ​ບັນຫາຮີບດ່ວນ, ​ແທດ​ຈິງ ​ແລະ ມີ​ຢູ່​ຈິງ ດັ່ງ​ນັ້ນ​ວິທີ​ການ​ນີ້ມັກ​ຈະ​ບັນ​ລຸຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການສະ​ເໜີ​ການ​ບຸກທະລຸ ກໍ່​ຄືການຈັດ​ຕັ້ງ​ປະຕິບັດ.

​ແຕ່​ວິທີ​ການ​ນີ້​ກໍ່​ມີ​ຈຸດ​ອ່ອນ​ຄື: ​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ເປັນ​ພຽງ​ປັດ​ໄຈ​ສະຖານະ​ການ​ພາຍ​ນອກ ​ແລະ​ເປັນ​ພຽງ​ໜຶ່ງ​ໃນຖານທີ່​ກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ. ຖ້າພຽງ​ແຕ່​ອີງ​ໃສ່​ໂອກາດ​ແລະ​ສິ່ງ​ທ້າ​ທາຍ​ເທົ່າ​ນັ້ນ ຈະ​ບໍ່​ມີ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ພຽງພໍ​ເພື່ອ​ກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ, ຫຼື​ຈະ​ກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດຢ່າງ​ບໍ່​ຖືກຕ້ອງ. ດັ່ງ​ນັ້ນ, ການ​ເຂົ້າ​ເຖິງ​ຕາມ​ວິທີ​ນີ້​ມັກ​ຈະ​ຕ້ອງສົມທົບ​ກັບ​ວິທີ​ການ​ອື່ນ​ ເພື່ອກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດສະ​ເພາະ​ຂອງ​ປະ​ເທດ. ​ໂອກາດ​ແລະ​ສິ່ງ​ທ້າ​ທາຍມີ​ການ​ປ່ຽນ​ແປງ, ​ເກີດ​ຂຶ້ນ​ແລະ​ສູນ​ຫາຍ​ໄປ​ຕະຫຼອດ​ເວລາ.

ການກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໂດຍ​ອີງ​ໃສ່​ຂົ້ວການ​ເຕີບ​ໂຕ ​ແລະຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ

ວິທີ​ເຂົ້າ​ເຖິງ​ການ​ບຸກທະລຸ​ຍຸດ​ທະ​ສາດຕາ​ມຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ ​ແລະ​ຂົ້ວ​ການ​ເຕີບ​ໂຕ​ໝາຍ​ຄວາມ​ວ່າ, ປະ​ເທດ​ໜຶ່ງ​ສາມາດ​ສ້າງ​ການ​ບຸກທະລຸ​ຍຸດ​ທະ​ສາດ​ໃນ​ການ​ເຕີບ​ໂຕ​ແລ​ະການພັດທະນາ ດ້ວຍ​ວິທີ​ສຸມ​ໃສ່​ບັນດາ​ຂົ້ວ​ການ​ເຕີບ​ໂຕ, ບັນດາ​ຂະ​ແນ​ງການ, ຂົງ​ເຂດ, ​ເຂດ​ທີ່​ມີຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ. ຕາມ​ວິທີ​ການ​ນີ້, ຂັ້ນ​ຕອນ​ໃນ​ການກຳນົດ​ການ​ບຸກທະລຸ​ຍຸດ​ທະ​ສາດລວມມີ: 1- ກຳນົດ​ແຈ້ງ​ຂົ້ວ​ການ​ເຕີຍ​ໂຕ​ແລະ​ຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ​ຂອງ​ຊາດ. ນັ້ນ​ແມ່ນບັນດາ​ຂະ​ແໜງ​ການ, ຂົງ​ເຂດ, ທ້ອງ​ຖິ່ນ ​ແລະ​ເຂດ​ທີ່​ມີ​ຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ ​ໂດຍ​ອີງ​ໃສ່​ຄວາມ​ໄດ້​ປຽບ​ເດັດ​ຖານ ຫຼື​ຄວາມ​ໄດ້​ປຽບ​ແບບ​ປຽບທຽບ ທີ່​ຕິດ​ກັບ​ເງື່ອນ​ໄຂ​ທຳ​ມະ​ຊາດ, ​ເສດຖະກິດ-ສັງຄົມ​ສະ​ເພາະ. 2- ຂົ້ວ​ການ​ເຕີບ​ໂຕ​ຫຼື​ຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ​ຂອງ​ປະ​ເທດ ​ໃນ​ແຕ່ລະ​ໄລຍະ ​ອາດ​ຈະ​ຖື​ເປັນ​ການ​ບຸກທະລຸ​ຍຸດ​ທະ​ສາດ​ຂອງ​ປະ​ເທດ. ສຸມ​ໃສ່​ການ​ດຶງ​ດູດ​ການ​ລົງທຶນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ, ຊ່ວຍ​ໃຫ້​ຂົ້ວ​ການ​ເຕີບ​ໂຕ​ແຜ່​ກະຈາຍ ແລະ ນຳໄປສູ່ການ​ເຕີບ​ໂຕ ແລະການພັດທະນາຂອງ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ, ທ້ອງ​ຖິ່ນ ​ແລະ​ພາກ​ພື້ນ​ອື່ນ​ໆ.

ວິທີ​ການ​ເຂົ້າ​ເຖິງ​ການ​ບຸກທະລຸ​ຕາມ​ຂົ້ວ​ການ​​ເຕີຍ​ໂຕ​ແລະ​ຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ ມີ​ຈຸດ​ດີ​ຕ່າງໆ​ດັ່ງ​ນີ້: ສາມາດ​ກຳນົດ​ໄດ້​ຢ່າງ​ງ່າຍ​ດາຍ​ກ່ຽວ​ກັບພາກ​ພື້ນ, ຂະ​ແໜງ​ການທີ່​ມີ​ການ​ເຕີບ​ໂຕ​ສູງ​ແລະ​ມີ​ຄວາມ​​ໄດ້​ປຽບ​ໃນ​ການ​ແຂ່ງຂັນ ​ໂດຍຜ່ານການ​ປະກອບສ່ວນ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ; ​ເສີມ​ຂະຫຍາຍ​ຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ​ໄດ້, ຄວາມ​ໄດ້​ປຽບ​ເດັດ​ຖານ​ແລະ​ຄວາມ​ໄດ້​ປຽບ​ແບບ​ປຽບທຽບ ຂອງ​ແຕ່ລະ​ປະ​ເທດ​ເວົ້າ​ລວມ, ຂອງ​ແຕ່ລະ​ຂະ​ແໜງ​ການ, ຂົງ​ເຂດ, ທ້ອງ​ຖິ່ນ​ເວົ້າ​ສະ​ເພາະ ​ໃນ​ການ​ເຕີບ​ໂຕ​ແລະ​ການ​ພັດທະນາ; ມີ​ຄວາມ​ສາມາດ​ສ້າງ​ຂົ້ວ​ການ​ເຕີບ​ໂຕ, ຂະ​ແໜງ​ການ, ຂົງ​ເຂດ​ການ​ພັດທະນາ​ທີ່​ໄວ​ກວ່າ ດ້ວຍ​ຄວາມ​ສາມາດ​ແຂ່ງຂັນ​ທີ່​ລື່ນ​ກາຍ ທຽບກັບ​ລະດັບ​ລວມຂອງ​ຊາດ ​ແລະ​ມີ​ຄວາມ​ສາມາດ​ແຂ່ງຂັນ​ໃນ​ລະດັບ​ສາກົນ; ​ເໝາະ​ສົມ​ກັບ​ຊັບພະຍາກອນ​ທີ່ຈຳກັດ ​ແລະ​ຄວາມ​ສາມາດ​ໃນ​ການ​ລົງທຶນ​ຂອງ​ແຕ່ລະ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ, ​ເພາະວ່າ ​ພຽງ​ແຕ່​ລົງທຶນ​ເຂົ້າ​ໃນ​ຂະ​ແໜງ​ການ, ຂົງເຂດ, ທ້ອງຖິ່ນ ທີ່​ເປັນ​ຂົ້ວ​ການ​ເຕີບໂຕ​ເທົ່າ​ນັ້ນ.

​ແຕ່​ວິທີ​ເຂົ້າ​ເຖິງ​ການ​ບຸກທະລຸ​ນີ້​ມີ​ຈຸດ​ອ່ອນດັ່ງ​ນີ້: ການ​ບຸກທຸລະ​ຍຸດ​ທະ​ສາດ​ອີງໃສ່ຂົ້ວ​ການ​ເຕີບ​ໂຕ​ແລະ​ຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງ​ຂັນ​ນີ້ ​ອາດ​ຈະນຳ​ໄປ​ສູ່ການ​ເຕີບ​ໂຕ​ແລະ​ການ​ພັດທະນາທີ່​ບໍ່​ສະ​ໝ່ຳສະ​ເໝີ​ໃນ​ທຸກ​ຂະ​ແໜງ​ການ, ຂົງ​ເຂດ, ທ້ອງ​ຖິ່ນ​ແລະ​ເຂດ​ແຄ​ວ້ນ, ພາ​ໃຫ້​ເກີດ​​ບັນຫາຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ດ້ານ​ສັງຄົມ, ບັນຫາ​ໂຄງ​ສ້າງ​ພື້ນຖານ​ໃນ​ເມືອງທີ່​ມີ​ພາລະ​ໜັກ​ເກີນ​ໄປ,...; ການ​ກຳນົດ​ຂົ້ວ​ການ​ເຕີບ​ໂຕ​ແລະ​ຄວາມ​ໄດ້ປຽບ​ໃນ​ການ​ແຂ່ງຂັນ​ອາດ​ຈະ​ບໍ່​ຖືກຕ້ອງ, ອີງ​ໃສ່​ຄວາມ​ປາຖະໜາ​ແລະ​ເຈດ​ຈຳນົງ​ອັດຕະວິ​ໄສ; ອາດ​ຈະ​ເປັນ​ການ​ຍາກທີ່ຈະສ້າງຄວາມເປັນເອກະພາບວ່າ ຂະແໜງການ, ຂົງ​ເຂດ, ເຂດແຄວ້ນໃດ​ເປັນ​ຂົ້ວ​ແຫ່ງ​ການ​ເຕີບ​ໂຕ, ຫຼືປະເຊີນກັບບັນຫາທາງການເມືອງ, ຄວາມ​ຂັດ​ແຍ້​ງດ້ານ​ຜົນ​ປະ​ໂຫຍດລະຫວ່າງຂະ​ແໜງ​ການ, ທ້ອງຖິ່ນ.

2. ຂໍ້​ສະ​ເໜີ​ແນະ​ສຳລັບ​ຫວຽດນາມ

ຄວາມ​ຈຳ​ເປັນ​ຕ້ອງເລືອກການ​ບຸກທະລຸ​ຍຸດ​ທະ​ສາດ​ໄລຍະ 2021 - 2030:

ທີ​ໜຶ່ງ, ​ເລີ່​ມຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ສະພາບ​ການ​ໃໝ່: ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາບ​ການ​ໂລກ​ແລະ​ພາກ​ພື້ນ​ຈະ​ສືບ​ຕໍ່​ມີການ​ປ່ຽນ​ແປງ​ຢ່າງ​ໄວວາ​ແລະ​ສັບສົນ, ​ໃນ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ ການປ່ຽນແປງອຳນາດທາງການເມືອງລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່, ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ໃນ​ຫຼາຍ​ພາກພື້ນຂອງ​ໂລກ, ລວມທັງ​ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້. ພ້ອມ​ກັນນັ້ນ, ທ່າ​ອຽງຂອງ​ການ​ປົກ​ປ້ອງ​ການຄ້າ ​ແລະ​ ການ​ເປີດ​ເສລີ​ທາງ​ການ​ຄ້າ ຈະ​ຍັງ​ຢູ່​ຄວບຄູ່​ກັນ​ໄປ ​ແລະ ​ແກ່ງ​ແຍ້ງ​ກັນຢ່າງ​ດຸ​ເດືອດ. ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່​ແມ່ນ​ທ່າ​ອຽງ​ໂລກາ​ພິວັດ ທີ່​ກຳລັງ​ກະທົບ​ຢ່າງ​ແຂງ​ແຮງ ​ແລະ ​ສ້າງ​ໂອກາດ​ກໍ່​ຄື​ສິ່ງ​ທ້າ​ທາຍ​ໃນ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ປະ​ເທດ​ຕ່າງໆ. ຄຽງ​ຄູ່​ກັນ​ນັ້ນ, ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດກໍ່​ຮ້າຍ​ແຮ​ງຂຶ້ນ​ເລື້ອຍໆ, ສົ່ງ​ຜົນ​ກະທົບ​ເຖິງ​ຫຼາຍ​ບັນຫາກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ແລະ​ສັງຄົມ​ໃນ​ທົ່ວ​ໂລກ. ​ໂລກລະບາດ covid-19 ພ້ອມ​ຜົນ​ກະທົບຂອງ​ມັນ, ອາດ​ຈະຕາມມາດ້ວຍສະພາວະເສດຖະກິດຖົດຖອຍ ຫລືວິກິດການ​ເສດຖະກິດ​ໃນ​ຂອບ​ເຂດ​ທົ່ວໂລກ.

ທີ​ສອງ, ​ເລີ່​ມຈາກ​ຄວາມ​ປາຖະໜາທີ່​ຈະ​ພັດທະນາ​ເສດຖະກິດ​ຢ່າງ​ວ່ອງໄວ​ແລະ​ຍືນ​ຍົງ: ພຶດຕິ​ກຳ​ແຫ່ງ​ການ​ພັດທະນາ​ປະ​ເທດ​ໃຫ້​ເຫັນ​ວ່າ, ຄວາມ​ຕ້ອງການພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ຍືນຍົງທີ່​ລະບຸ​ໄວ້​ໃນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຫວຽດນາມ​ໃນ​ໄລ​ຍະ 2011 - 2020 ນັ້ນ ຍັງ​ຄົງ​ສອດຄ່ອງ​ກັບ​ໄລຍະ​ຕໍ່​ໄປ. ການ​ພັດທະນາ​ຢ່າງ​ຍືນ​ຍົງ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສອດ​ຮ້ອຍ​ຕະຫຼອດ​ໃນ​ຂະ​ບວນການ​ພັດທະນາ​ຂອງ​ຫວຽດນາມ​ໃນ​ໄລຍະ​ຕໍ່​ໄປ.

ທີ​ສາມ, ​ເລີ່​ມຈາກການ​ຂາດ​ແຄນ​ຊັບພະຍາກອນ: ຊັບພະຍາກອນສຳລັບ​ການ​ພັດທະນາ​ເສດຖະກິດ - ສັງຄົມແມ່ນຈຳກັດ, ດັ່ງ​ນັ້ນ ຈຳ​ເປັນ​ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບັນດາ​ຈຸດ​ອ່ອນ, “ຈຸດ​ອຸດ​ຕັນ” ທີ່​ກຳລັງ​ຂັດຂວາງ​ການ​ພັດທະນາ. ​ເສັ້ນທາງ​ເພື່ອ​ໃຫ້​ຫວຽດນາມ​ກາຍ​ເປັນປະ​ເທດ​ເສດຖະກິດທີ່​ພັດທະນາພຽງ​ແຕ່​ເລີ່​ມຕົ້ນ ​ແລະ ຜົນສຳ​ເລັດ​ໃນ​ໄລຍະ​ຜ່ານ​ມາ​ບໍ່​ໄດ້​ຮັບປະກັນຜົນສຳ​ເລັດໃນອະນາຄົດ. ຜົນ​ກະທົບ​ຂອງ​ການ​ປະຕິ​ຮູບ​ລະບຽບ​ກົດໝາຍ​ແລະ​ຮູບ​ແບບ​ການ​ພັດທະນາ​ໃນ​ໄລຍະ​ຕົ້ນຄື​ວ່າ​ໄດ້​ເຖິງ​ຂີດ​ຈຳກັດ​ແລ້ວ. ບັນຫາ​ຮີ​ບດ່ວນ​ທີ່​ວາງ​ອອກ​ມາແມ່ນ ການ​ປັບ​ແລະ​ປ່ຽນ​ແປງ​ຮູບ​ແບບ​ການ​ເຕີບ​ໂຕ​ເພື່ອ​ໃຫ້​ຫວຽດນາມ​ຜ່ານ​ຜ່າ​ດັກ​ກັບ​ລາຍ​ໄດ້​ປານ​ກາງ, ກາຍ​ເປັນປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ສູງ​ໃນ​ປີ 2030 ​ແລະ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ສູງ​ໃນ​ປີ 2045.

ທີ​ສີ່, ​ເລີ່​ມຈາກ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ ແລະ ​ເສີມ​ຂະຫຍາຍ​ແຫຼ່ງຊັບພະຍາກອນ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ ​ເຊິ່ງຈະ​ສ້າງ​ແຮງ​ຜັດ​ດັນ​ໃໝ່​ແລະ​​ແຮງ​ແຜ່​ກະຈາຍ, ປົດ​ປ່ອຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທຸກ​ຢ່າງ ​ເພື່ອ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງປະ​ເທດ. ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ພາກສ່ວນ​ໃນ​ໂຄງ​ສ້າງ​ເສດຖະກິດ. ນີ້​ແມ່ນ​ຂໍ້​ໄດ້ປຽບ, ແຕ່ມັນກໍ່ນຳຄວາມຫຍຸ້ງຍາກຫຼາຍຢ່າງ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ປະ​ເທດ​ຊາດ, ມັນ​ຮຽກຮ້ອງ​ໃຫ້​ມີ​ການ​ຄຸ້ມ​ຄອງ​ຄວາມ​ຫຼາກ​ຫຼາຍ​ນັ້ນ​ຢ່າງ​ໄຫວ​ພິບ ​ແລະ​ມີ​ການ​ບຸກທະລຸ​ໃນ​ການ​ພັດທະນາ​ ເພື່ອສ້າງ​ການ​ແຜ່​ກະຈາຍ​ສູ່​ເສດຖະກິດ​ທັງ​ລະບົບ.

ຄວາມຮຽກຮ້ອງຕ້ອງການໃນການກຳນົດບາດກ້າວບຸກທະລຸໃນຍຸດທະສາດການ​ພັດທະນາເສດຖະກິດ - ສັງຄົມ ​ໄລຍະ 2021 - 2030:

ທີ​ໜຶ່ງ, ການ​ບຸກທະລຸ​ຍຸດ​ທະ​ສາດ​ຄວນ​ໄດ້​ສຸມ​ໃສ່​ບັນດາ​ຂົງ​ເຂດ​ທີ່ສຳຄັນ. ອີງ​ໃສ່​ວິທີ​ເຂົ້າ​ເຖິງ​ການ​ກຳນົດ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ, ສາມາດ​ເຫັນໄດ້ວ່າ ການ​ບຸກທະລຸ​ທີ່​ກະທົບ​ເຖິງ​ການ​ພັດທະນາ​ເສດຖະກິດລ້ວນ​ແຕ່​ໄດ້​ສຸມ​ໃສ່ບັນດາ​ຂົງ​ເຂດ​ທີ່​ສຳຄັນ​ຂອງເສດຖະກິດ. ນັ້ນ​ແມ່ນ​ບັນດາ​ປັດ​ໄຈ​ທີ່​ມີຜົນ​ກະທົບ​ຢ່າງ​ແຂງ​ແຮງ​ແລະຕັດສິນ ຕໍ່​ຄຸນ​ນະພາ​ບຜົນ​ຜະລິດ​ຂອງເສດຖະກິດ​ເຊັ່ນ ຊັບພະຍາກອນ​ມະນຸດ​ແລະ​ທຶນ. ການ​ພັດທະນາ​ມະນຸດ​ແມ່ນ​ເປັນ​ພື້ນຖານ​ຫຼັກ​ ແລະ ​ກໍ່​ແມ່ນ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ການ​ພັດທະນາ​ເສດຖະກິດ, ​ແມ່ນ​ປັດ​ໄຈ​ແກ່ນສານຂອງ​ການ​ພັດທະນາທັງ​ໝົດ. ຄຽງ​ຄູ່​ກັນ​ນັ້ນ, ປັດ​ໄຈ​ທຶນ​ກໍ່​ມີ​ບົດບາດ​ສຳຄັນ​ທີ່​ສຸດ ​ສຳລັບ​ບັນດາ​ປະ​ເທດກຳລັງ​ພັດທະນາ​ຄື​ປະ​ເທດ​ຫວຽດນາມ. ນອກຈາກ​ນັ້ນ, ສະມັດ​ຕະພາບ​ຂອງ​ບັນດາ​ປັດ​ໄຈ​ລວມ (TFP) ກໍ່​ເປັນ​ສ່ວນ​ໜຶ່ງ​ທີ່​ເພີ່ມ​ຂຶ້ນ ຂອງ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ. ບັນດາ​ປັດ​ໄຈ​ທີ່​ກະທົບ​ເຖິງ TFP ລວມມີ ສະມັດ​ຕະພາບ​ຂອງ​ງານ, ລະດັບ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ລະບຽບ​ກົດໝາຍ​ເສດຖະກິດ. ບັນດາ​ປັດ​ໄຈ​ເຫຼົ່າ​ນີ້ລ້ວນ​ແຕ່​ແມ່ນພາກສ່ວນທີ່​ສຳຄັນ​ຂອງ​ພື້ນຖານເສດຖະກິດ, ​ເປັນ​ພື້ນຖານ​ເພື່ອ​ຊ່ວຍ​ໃຫ້ “​ເຄື່ອງ​ຈັກ” ດຳ​ເນີນ​ງານ​ຢ່າງ​ສະ​ດວກ ​ແລະ ມີ​ຄວາມ​ສາມາດ​ແຜ່ນ​ກະຈາຍ​ເຖິງ​ພາກສ່ວນ​ອື່ນ​ໃນພື້ນຖານ​ເສດຖະກິດ, ຊ່ວຍ​ໃຫ້​ເສດຖະກິດ​ເຕີບ​ໂຕຢ່າງ​ວ່ອງ​ໄວ​ແລະໝັ້ນຄົງ.

ທີ​ສອງ, ການ​ບຸກທະລຸ​ຍຸດ​ທະ​ສາດ​ຄວນ​ສຸມ​ໃສ່​ການ​ແກ້​ໄຂ “ຈຸດ​ອຸດ​ຕັນ” ຂອງ​ພື້ນຖານ​ເສດຖະກິດ. ຄື​ທີ່​ກ່າວ​ມາ​ຂ້າງ​ເຖິງ, ພື້ນຖານ​ເສດຖະກິດຍາມ​ໃດ​ກໍ່​ຕ້ອງ​ແກ້​ໄຂ​ຫຼາຍ​ບັນຫາ ​ເພື່ອ​ການ​ເຕີບ​ໂຕ, ​ແຕ່, ຊັບພະຍາກອນ​ສຳລັບ​ວຽກ​ງານ​ດັ່ງກ່າວ​ມີ​ຈຳນວນ​ຈຳກັດ​ແລະ​ຫາ​ຍາກທີ່​ສຸດ. ດັ່ງ​ນັ້ນ, ການ​ເລືອກ​ໃຊ້​ຊັບພະຍາກອນຢ່າງ​​ເໝາະສົມ​ກໍ່​ມີ​ຄວາມ​ສຳຄັນ​ຫຼາຍ. ​ເພື່ອ​ເຮັດ​ວຽກ​ນີ້, ຈໍາເປັນທີ່ຈະຕ້ອງພິຈາລະນາວ່າອັນໃດແມ່ນ "ຈຸດ​ອຸດ​ຕັນ" ຂອງເສດຖະກິດ, ​ແມ່ນ “​ເງື່ອນ​ຂອດ” ທີ່​ຂັດຂວາ​ມການ​ພັດທະນາ​ຂອງ​ປະ​ເທດ. ຈາກ​ນັ້ນ, ສາມາດ​ຊອກ​ຫາວິທີ​ແກ້​ໄຂ​ທີ່​ຖືກຕ້ອງ ​ແລະ​ລົງທຶນຢ່າງ​ລວມສູນ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ຂົງ​ເຂດ​ນັ້ນ, ຫຼີກ​ລ້ຽງ​ການ​ລົງທຶນ​ແບບ​ກະຈັດກະຈາຍທີ່​ກໍ່​ຄວາມ​ເສຍຫາຍ, ສິ້ນ​ເປືອງ ​ແລະ ​ບໍ່​ມີ​ປະສິດທິ​ຜົນ.

ທີ​ສາມ, ການ​ບຸກທະລຸ​ຍຸດ​ທະ​ສາດຈຳ​ເປັນ​ຕ້ອງ​ຈັບ​​ໂອກາດ​ແລະ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕ່າງໆໃນ​ຂະ​ບວນ​ການ​ພັດທະນາ. ​ເພື່ອ​ກຳນົດ​ຈຸດ​ບຸກທະລຸ​ຍຸດ​ທະ​ສາດ​ໃນ​ພື້ນຖານ​ເສດຖະກິດ, ບໍ່​ພຽງ​ແຕ່​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຈຸດ​ພິ​ເສດ​ແລະ​ເງື່ອນ​ໄຂ​ຂອງ​ປະ​ເທດ​ເທົ່າ​ນັ້ນ, ​ແຕ່​ຍັງ​ຕ້ອງກຳ​ສະຖານະ​ການ​ແລະ​ສະພາບ​ການ​ສາກົນ​ໃນ​ອະນາຄົດ. ຈຳ​ເປັນ​ຕ້ອງສຶກ​ສາ​ທ່າ​ອຽງ​ທາງ​ການ​ເມືອງ-​ເສດຖະກິດ-ສັງຄົມ ​​ໃນ​ໄລຍະ​ເວລາ​ຈະ​ມາ​ເຖິງ ​ເພື່ອ​ໃຫ້ການ​ຄາດ​ຄະ​ເນ, ຄາດກະສະຖານະການສົມມຸດຖານ ​ແລະ ສະ​ເໜີ​ແນວທາງ​ການພັດທະນາ​ທີ່​ເໝາະສົມ​ທີ່​ສຸດ. ​ເຂົ້າ​ໃຈ​ໄດ້​ຂໍ້ດີປຽບທຽບ​ແລະ​ຄວາມ​ຫຍຸ້ງຍາກ​ຂອງ​ປະ​ເທດ, ພ້ອມ​ທັງກຳ​ໄດ້​ໂອກາດ, ຫຼີກ​ລ້ຽງ​ແລະ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃນ​ການ​ພັດ​ດທະນາ ຈະ​ເປັນ​ກຸນ​ແຈ​ສຳຄັນ​ທີ່​ພາ​ໄປ​ສູ່​ຄວາມ​ສຳ​ເລັດ​ໃນ​ການ​ພັດທະນາ​ປະ​ເທດ.

ທີ​ສີ່, ການ​ບຸກທະລຸ​ຍຸດ​ທະ​ສາດຈຳ​ເປັນ​ຕ້ອງ​​ເສີມ​ຂະຫຍາຍ​ແລະ​​ໃຊ້​ປະ​ໂຫຍ​ດສູງ​ສຸດ​ຈາກ​ຂໍ້​ໄດ້​ປຽບ​ໃນ​ການ​ແຂ່ງຂັນ. ຂໍ້​ໄດ້​ປຽບ​ໃນ​ການ​ແຂງ​ຂັນຂ​ອງຊາດ​ໄດ້​ຮັບ​ການ​​ເນັ້ນ​ໜັກ​ສະ​ເໝີ​ໃນ​ບັນດາ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ບໍ່​ພຽງ​ແຕ່​ໃນ​ປະ​ເທດ​ກຳລັງ​ພັດທະນາເທົ່ານັ້ນ ແຕ່ຍັງ​ລວມ​ເຖິງ​ປະ​ເທດທີ່ພັດທະນາແລ້ວ. ນີ້​ແມ່ນ​ປັດ​ໄຈ​ທີ່​ຕັດສິນ​ເພື່ອ​ຈັດ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ຮັບປະກັນການ​ພັດທະນາ​ຢ່າງ​ໄວ, ມີ​ປະສິດທິ​ຜົນ​ ແລະ ຍືນ​ຍົງ. ກຳນົດ​ແຈ້ງຂໍ້​ໄດ້​ປຽບ​ໃນ​ການ​ແຂ່ງຂັນ​ລະດັບ​ຊາດ ເພື່ອຫາວິທີການບຸກທະລຸຍຸດທະສາດ ຈຶ່ງສາມາດ​ໃຊ້​ປະ​ໂຫຍດສູງ​ສຸດ​ຈາກ​ຂໍ້​ໄດ້​ປຽບ​ນີ້.

ທີ​ຫ້າ, ການ​ປະຕິບັດການ​ບຸກທະລຸ​ຍຸດ​ທະ​ສາດຄວນ​ສ້າງ​ແຮງ​ຜັດ​ດັນ​ໃນ​ການ​ພັດທະນາ, ປະຕິບັດ​ບັນດາ​ເປົ້າ​ໝາຍ​ໃນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ​ໃນຍຸດ​ທະ​ສາດ​ການ​ພັດທະນາ ມີ​ການ​ກຳນົດ​ແນວທາງ, ບັນດາ​ເປົ້າ​ໝາຍ​ ແລະ ​ຕົວ​ຊີ້​ວັດ​ພື້ນຖານຂອງ​ ບໍ່​ພຽງ​ແຕ່​ເສດຖະກິດ​ເທົ່າ​ນັ້ນ ​ແຕ່​ຍັງ​ລວມ​ເຖິງບັນດາ​ຂົງ​ເຂດ​ວັດທະນະທຳ-ສັງຄົມ, ສິ່ງ​ແວດ​ລ້ອມ, ການ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມໝັ້ນຄົງ. ​ເພື່ອ​ບັນລຸ​ເປົ້າ​ໝາຍ​​ເຫຼົ່າ​ນີ້, ການ​ກຳນົດການ​ບຸກທະລຸຕ້ອງ​ເອົາ​ໃຈ​ໃສ່​ເຖິງບັນດາ​ຕົວ​ຊີ້​ວັດ​ທີ່​ສຳຄັນ ​ໃນ​ບັນດາ​ຂົງ​ເຂດ​ຂອງ​ຍຸດ​ທະ​ສາດ​ການ​ພັດທະນາ, ​ເພາະວ່າ ນີ້​ແມ່ນ​ຕົວ​ຊີ້​ວັດ​ຄວາມ​ສຳ​ເລັດຂອງ​ການ​ພັດທະນາ​ປະ​ເທດ​ທີ່​ຈະ​ແຈ້ງ​ທີ່​ສຸດ.

ຂໍ້​ສະ​ເໜີ​ທາງ​ເລືອກການ​ບຸກທະລຸ​ຍຸດ​ທະ​ສາດ​ໃນ​ໄລຍະ 2021 - 2030:

ເມື່ອຫວນເບິ່ງຄືນສາມການ​ບຸກທະລຸຍຸດທະສາດໃນໄລຍະ 2011 - 2020 ​ໃຫ້​ເຫັນ​ວ່າ, ຫວຽດນາມ​ກຳລັງ​ບຸລິມະສິດ​ທາງ​ເລືອກ​ການ​ບຸກທະລຸ​ຍຸດ​ທະ​ສາດ​ ທີ່ອີງ​ໃສ່​ວິທີ​ເຂົ້າ​ເຖິງ “ຈຸດ​ອຸດ​ຕັນ”. ນີ້​ແມ່ນ​ທາງ​ເລືອກ​ທີ່​ເໝາະ​ສົມ​ຕະຫຼອດ 10 ປີ​ທີ່​ຜ່ານ​ມາ ​ແລະ ການປະຕິບັດຍຸດທະສາດການພັດທະນາເສດຖະກິດ - ສັງຄົມໄລຍະ 2011 - 2020 ສະແດງໃຫ້ເຫັນວ່າ, ຫວຽດນາມ​ປະສົບ​ຄວາມ​ສຳ​ເລັດ​ຫຼາຍ​ຢ່າງ, ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ໄລຍະ​ຕໍ່​ໄປ. ​ແຕ່​ວ່າ, ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່, ສະພາບ​ການ​ໃໝ່, ການ​ຄັດ​ເລືອກ​ການ​ບຸກທະລຸ​ຍຸດ​ທະ​ສາດ​ສຳລັບ​ໄລຍະ 2021 - 2030 ທັງ​ຕ້ອງ​ຮັບປະກັນ​ການ​ແກ້ “ຈຸດ​ອຸດ​ຕັນ” ທັງ​ຕ້ອງກະ​ຕູ້ນກຳລັງ​ໜູນ​ເພື່ອ​ການ​ພັດທະນາ, ພ້ອມ​ກັນ​ນັ້ນ ຕ້ອງ​ບັນລຸ​ບັນດາ​ເປົ້າ​ໝາຍ​ບຸລິມະສິດທີ່​ວາງ​ໄວ້​ໃນຂອບ​ເຂດ​ຊັບພະຍາກອນ​ມີ​ຈຳນວນ​ຈຳກັດ. ດ້ວຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ນັ້ນ, ຕ້ອງ​ເລືອກ​ຈຸດ​ສຸມ, ຈຸດ​ໜັກ​ໃຈ​ການ​ຂອງບັນດາ​ການ​ບຸກທະລຸ​ໃນ​ໄລຍະ​ກ່ອນ, ພ້ອມ​ທັງ​ເພີ່ມ​ເນື້ອ​ໃນ​ໃໝ່, ຈຸດ​ບຸກທະລຸ​ໃໝ່,  ນັ້ນ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ແລະຮີບ​ດ່ວນ​ໃນ​ໄລຍະ​ປະຈຸ​ບັນ.

ການ​ບຸກທະລຸ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຕ້ອງສືບ​ທອດ ບັນດາການ​ບຸກທະລຸ​ຍຸດ​ທະ​ສາດທີ່​ໄດ້​ສະ​ເໜີ​ໃນ​ໄລຍະ 2011 - 2020, ພ້ອມ​ກັນ​ນັ້ນ, ຈາກຄວາມເປັນຈິງສະຖານະ​ການພາຍໃນແລະຕ່າງປະເທດມີການປ່ຽນແປງຫລາຍຢ່າງ, ຕ້ອງຫັນ​ເປັນອັນສະ​ເພາະ​ແລະ​ເພີ່ມ​ເຕີມ​ເນື້ອ​ໃນ​ໃໝ່​ຈຳນວນ​ໜຶ່ງ.

ທີ​ໜຶ່ງ, ​ເພີ່ມ​ເຕີມ​ເນື້ອ​ໃນປັບປຸງ​ບູລະນະລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ; ກໍ່ສ້າງກົງຈັກ​ແຫ່ງ​ລັດທີ່​ສະອາດ​ປອດ​ໃສ, ກະທັດ​ຮັດ, ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ. ​ເນື້ອ​ໃນ​ນີ້​ເນັ້ນ​ໜັກ​ການ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ, ດ້ວຍ​ສູນ​ກາງ​ແມ່ນ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ. ຄຽງ​ຄູ່​ກັນ​ນັ້ນ​ ແມ່ນ​ກົງ​ຈັກການ​ຄຸ້ມ​ຄອງ​ທີ່​ກະທັດ​ຮັດ ​ແລະ ຖັນ​ແຖວ​ພະນັກງານ, ລັດຖະກອນ ທີ່ມີຄຸນນະທຳ​ຈະລິ​ຍະ​ທຳ, ຊື່ສັດບໍລິສຸດ, ມີ​ຄວາມ​ສາມາດ​ດ້ານ​ວິຊາ​ສະ​ເພາະ​ເກັ່ງ, ມີ​ຄວາມປະດິດ​ສ້າງ, ສຸດ​ອົກ​ສຸດ​ໃຈ​ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ. ນີ້​ແມ່ນ​ບັນດາ​ເງື່ອນ​ໃຂສຳຄັນ​ອັນ​ດັບ​ໜຶ່ງ​ ເພື່ອ​ຮັບປະກັນ​ການ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ສະ​ຖາ​ບັນ.

ທີ​ສອງ, ຫັນ​ເປັນອັນ​ສະ​ເພາະ​ແລະ​ເພີ່ມ​ເຕີມ​ເນື້ອ​ໃນ​ກ່ຽວ​ກັບການພັດທະນາ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ມີ​ທັກ​ສະ ຕອບ​ສະໜອງ​ຄວາມຕ້ອງການ​ພັດທະນາ​ປະ​ເທດ​ໃນ​ສະພາບ​ການ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່; ສົ່ງ​ເສີມ​ຄວາມ​ສາມາດ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຢ່າງ​ແຂງ​ແຮງ; ສຸມ​ໃສ່​ການ​ອົບຮົມ​ສຶກສາ, ບຳລຸງ​ສ້າງ ​ແລະ ດຶງ​ດູດ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ. ​ໃນ​ຊຸມ​ປີ​ທ້າຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ຜົນສຳ​ເລັດ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງກວ້າງຂວາງ​ເລິກ​ເຊິ່ງ​ເຖິງທຸກ​ຂົງ​ເຂດ​ຂອງ​ຊີວິດ​ເສດຖະກິດ-ສັງຄົມ. ບັນດາ​ຜົນສຳ​ເລັດ​ຂອງ​ເຕັກ​ໂນ​ໂລ​ຊີ​ໃໝ່​ເຊັ່ນ ປັນຍາ​ປະພິດ (AI), ການ​ໄຈ້​ແຍກ​ຂໍ້​ມູນ​ໃຫຍ່ (big data), ອິນ​ເຕີ​ເນັດ​ເຊື່ອມ​ຕໍ່​ທຸກ​ສິ່ງ​ຢ່າງ (IoT), ​ເຕັກ​ໂນ​ໂລ​ຊີຫຸ່ນຍົນ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ, ວັດຖຸອຸປະກອນ​ໃໝ່ ສ້າງ​ພາຫະນະ, ​ແບບ​ວິທີ​ການ​ຜະລິດ, ການສື່ສານ ແລະ ການດຳລົງ​ຊີວິດ​ທີ່​ບໍ່​ເຄີຍ​ມີ​ມາກ່ອນ ​ໃນ​ປະຫວັດສາດຂອງມະນຸດ; ຊຸກຍູ້​ການ​ກໍ່​ຕັ້ງ​ແລະ​ຂະຫຍາຍຕົວ ຂອງ​ບັນດາ​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ການຈັດ​ຕັ້ງ, ການ​ຄຸ້ມ​ຄອງ, ການ​ບໍລິຫານ​ຈັດການ,...ທີ່​ໃໝ່​ອ່ຽມ. ບົນ​ພື້ນຖານ​ນັ້ນ, ຄວາມ​ຮຽກຮ້ອງຕ້ອງການ​ກ່ຽວ​ກັບຄຸນນະພາບ ຂອງ​ຊັບພະຍາກອນມະນຸດ​ຄຸນ​ນະພາ​ບສູງ​ ຕ້ອງ​ໄດ້​ປ່ຽນ​ແປງ, ຕ້ອງ​ຕິດ​ກັບສະພາບ​ການ​ໃໝ່. ຕາມ​ນັ້ນ, ຊັບພະຍາກອນ​ມະນຸດ​ຕ້ອງການ​ທັກ​ສະ​ໃໝ່​ຫຼາຍ​ຢ່າງ ​ເຊິ່ງການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ເປັນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ. ພ້ອມ​ກັນ​ກັບ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ, ນະ​ໂຍບາຍ​ບຳລຸງ​ສ້າງ​ແລະ​ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ ກໍ່​ຕ້ອງ​ໄດ້​ປະຕິບັດຢ່າງ​ເປັນ​ແບບ​ແຜນ​ແລະ​ພື້ນຖານ.

ທີ​ສາມ, ຫັນ​ເປັນອັນ​ສະ​ເພາະ​ແລະ​ເພີ່ມ​ເຕີມ​ເນື້ອ​ໃນ​ກ່ຽວ​ກັບການ​ເສີມຂະຫຍາຍ​ຄຸນຄ່າ​ວັດທະນະທຳ, ກຳລັງ​ແຮງ​ຂອງ​ຄົນ​ຫວຽດນາມ; ປຸກ​ຕື່ນ​ຈິດ​ໃຈ​ຮັກ​ຊາດ, ກຳລັງ​ແຮງ​​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ຄວາມ​ປາຖະໜາ​ໃນ​ການ​ພັດທະນາ ​ແລະ​ ຄວາມ​ຄິດສ້າງສັນ​ຂອງ​ປະຊາຊົນ. ປະຫວັດສາດ​ຫວຽດນາມ ​ກໍ່​ຄື​ຄວາມ​ເປັນ​ຈິງຢູ່​ບັນດາ​ປະ​ເທດ​ພັດທະນາ​ທີ່​ປະສົບຜົນສຳເລັດໃນໂລກ ​ໃຫ້​ເຫັນ​ວ່າ, ຄວາມ​ຈະ​ເລີ​ນ​ເຂັ້ມ​ແຂງ​ຂອງ​ປະ​ເທດ​ໜຶ່ງ​ຖືກ​ກຳນົດ​ໂດຍ​ປັດ​ໄຈ​ມະນຸດ. ຄວາມ​ຈະ​ເລີ​ນ​ເຂັ້ມ​ແຂງ​ຂອງ​ຊາດ​ໄດ້​ຮັບ​ການ​ຫຼໍ່​ຫຼອມສ້າງ​ຂຶ້ນ​ມາ​ຈາກພື້ນຖານ​ວັດຖຸ​ແລະຄຸນຄ່າ​ຈິດ​ໃຈ​ເຊັ່ນ ຈິດ​ໃຈ​ຮັກ​ຊາດ, ຄວາມ​ສາມັກຄີ​ຂອງ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ ຄວາມ​ປາຖະໜາ​ໃນ​ການ​ພັດທະນາ​ ແລະ ຄວາມ​ຄິດ​ສ້າງສັນ​ຂອງ​ປະຊາຊົນ. ການ​ພັດທະນາ​ຂອງ​ຫວຽດນາມ​ໃນ​ປີ 2030, ປີ 2045 ​ແລະ​ໃນ​ຊຸມ​ປີຕໍ່​ໄປ​ ແມ່ນ​ຂຶ້ນ​ຢູ່​ກັບ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໂດຍ​ລວມ, ​ໄລຍະ​ຍາວ ​ແລະ​ຮອບດ້ານ, ​ແຕ່​ແນ່ນອນ​ວ່າ, ຄວາມ​ສຳ​ເລັດ​ຜົນ​ໃນ​ອະນາຄົດ​ຮຽກຮ້ອງ​ໃຫ້​ຜູ້​ຄົນ​ຫວຽດນາມຕ້ອງ​ມີ​ຄວາມ​ປາຖະໜາ​​ພັດທະນາ​ອັນ​ແຮງ​ກ້າ, ມີ​ຄວາມ​ຄິດປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​ນ້ຳ​ໃຈ​ຮັກ​ຊາດອັນ​ດູ​ດດຶ່ມ.

ທີ​ສີ່, ​ເພີ່ມ​ເຕີມ​ເນື້ອ​ໃນ​ເພີ່ມທະວີ​ການ​ເຊື່ອມ​ຕໍ່​ກັບພາກ​ພື້ນ​ແລະ​ສາກົນ. ການພັດທະນາໂຄງ​ສ້າງ​ພື້ນຖານ​ຢ່າງ​ແຮງ, ​ໂດຍ​ສະ​ເພາະ​ແມ່ນ​ໂຄງ​ສ້າງ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ລະບົບຖານຂໍ້ມູນແຫ່ງຊາດ, ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ດິຈິ​ຕອນ. ​ໃນ​ຊຸມ​ປີຕໍ່ໜ້າ, ​ເພື່ອ​ໄປ​ໄກ​ກວ່າ​ອີກ​ ແລະ ​ເຂົ້າ​ເຖິງ​ຕະຫຼາດ​ຕ່າງໆ​ຫຼາຍ​ແຫ່ງ, ​ໂຄງ​ສ້າງ​ພື້ນຖານ​ການ​ຄົມມະນາຄົມ​ຂອງ​ຫວຽດນາມ​ຕ້ອງ​ສືບ​ຕໍ່​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ​ແລະ​​ໂລກ. ​ໂຄງ​ສ້າງ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ຊັບພະຍາກອນ​ດິຈິ​ຕອນ, ຂໍ້​ມູນ​ດິຈິ​ຕອນ​ ຕ້ອງ​ໄດ້​ພັດທະນາ​ໃຫ້​ທຽບ​ເທົ່າ​ແລະ​ຕອບ​ສະໜອງ​ທ່າ​ອຽງ​ການ​ພັດທະນາ​ເສດຖະກິດ​ດິຈິ​ຕອນ.

ທີ​ຫ້າ, ເພີ່ມ​ເຕີມການບຸກ​ທະລຸ​ໃນ​ການພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ຢ່າງ​ແຂງ​ແຮງ; ສ້າງ​ແລະ​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອຊຸກຍູ້​ການ​ປະ​ຢຸກ​ເຕັກ​ໂນ​ໂລ​ຊີ, ຍົກ​ສູງ​ຄວາມ​ສາມາດ​ຄົ້ນຄວ້າ​ແລະ​ພັດທະນາ; ກໍ່​ຕັ້ງ​ລະບົບ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ແຫ່ງ​ຊາດ, ລະບົບນິເວດການເລີ່ມຕົ້ນປະດິດສ້າງ, ຖື​ເອົາ​ວິ​ສາ​ຫະກິດ​ເປັນ​ສູງ​ກາງຂອງ​ການຄົ້ນຄວ້າ, ພັດທະນາ, ນຳ​ໃຊ້​ແລະ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ. ທິດ​ສະ​ດີ​ແລະ​ພຶດຕິ​ກຳຢູ່​ໃນ​ປະ​ເທດ​ຕ່າງໆ​ໄດ້​ຢືນຢັນ​ບົດບາດ​ສຳຄັນ​ຂອງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ​ໃນ​ການ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ໃນ​ທຸກ​ຂົງ​ເຂດ​ການ​ເຄື່ອນ​ໄຫວ​ເສດຖະກິດ - ສັງຄົມ. ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ ບໍ່​ພຽງ​ແຕ່​ຕັດສິນວ່າ “ຈະ​ຜະລິດ​ອີ​ຫຍັງ” ​ແຕ່​ຍັງ​ລວມທັງ “ການ​ຜະລິດ​ຄື​ແນວ​ໃດ” ນຳ​ອີກ. ນີ້​ກໍ່​ແມ່ນ​ປັດ​ໄຈ​ຕັດສິນ​ຄວາມ​ແຕກ​ຕ່າງ​ແລະ​ລະດັບ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ./.

--------------------------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 943 (​ເດືອນມິຖຸນາ 2020)