ສະ​ເໜີ​ວິທີ​ໜຶ່ງ​ໃນການເຂົ້າ​ເຖິງ​​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ
​ແລະ ການ​ປັບ​ໂຄງ​ສ້າງ​ເສດຖະກິດ​ຫວຽດນາມ​ໃນ​ໄລຍະປີ 2021-2030

ໂດຍ ຫງວຽນດຶກກຽນ - ເລຕ໊ຽນເຈື່ອງ
ຫົວໜ້າໜ່ວຍທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ - ປະທານສະພາບໍລິຫານກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບແຫ່ງຊາດ ຫວຽດນາມ.
02:36, 07-02-2022

ວກ. - ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ກຳນົດ​ບັນດາ​​ເປົ້າໝາຍ​ຕົ້ນຕໍ​ ຂອງ​ການ​ພັດທະນາ​ເສດຖະກິດ​ຫວຽດນາມ ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045, ​ໃນ​ນັ້ນ​ໄດ້​ເນັ້ນ​​ເປົ້າ​ໝາຍ​ຈຸດ​ສຸມ​ເຖິງ​ປີ 2030 ​ແມ່ນຈະ​ກາຍ​ເປັນ​ປະ​ເທດ​ພັດທະນາທີ່​ມີ​ອຸດສາຫະກຳທັນ​ສະ​ໄໝ, ​ມີ​ລາຍ​ໄດ້ປານ​ກາງສູງ ​ໂດຍ​ມີ ຈີ​ດີ​ພີ ຕໍ່​ຫົວ​ຄົນປະມານ 7.500 ​ໂດ​ລາ​ສະຫະລັດ. ທິດ​ທາງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສຸມ​ໃສ່​ການ​ປັບ​ປຸງ​ຢ່າງ​ແຂງ​ແຮງ ​ຮູບ​ແບບ​ການ​ເຕີບ​ໂຕ, ການ​ປັບ​ໂຄງ​ປະ​ກອບ​ຄືນ​ໃໝ່, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ແລະ ຄວາມ​ສາ​ມາດ​ແຂ່ງ​ຂັນ​ຂອງ​ເສດ​ຖະ​ກິດ.

ຮູບ​ແບບ​ການ​ເຕີບ​ໂຕຂອງ​ຫວຽດນາມ - “ຮູບ​ແບບ​ການ​​ໄລ່​ຕາມ”

ຫຼັງ​ຈາກ​ຫຼາຍ​ກວ່າ 35 ປີ​​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ​ເສດຖະກິດ​ຫວຽດນາມ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ດ້ວຍ ຈີ​ດີ​ພີ ປະມານ 343 ຕື້​ໂດ​ລາ​ສະຫະລັດ, ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ບັນລຸ​ສູງ. ​​​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ທຽບ​ກັບ​ບັນດາ​ປະ​ເທດ​​ໃນ ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ແລະ​ການ​ພັດ​ທະ​ນາ (OECD) ຫວຽດນມຍັງ​ຢູ່​ໃນ​ກຸ່ມ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ຕ່ຳ, ຊ່ອງ​ຫວ່າງ​ໃນ​ລະດັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ກັບ​ບັນດາ​ປະ​ເທດ​ຍັງ​ມີ​ຂະໜາດ​ໃຫຍ່ຫຼາຍ. ຍຸດ​ທະ​ສາດ​ການ​ພັດທະນາ​ໄລຍະ​ຍາວ​ນານ​ຂອງ​ຫວຽດນາມຍັງ​ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດ-ສັງຄົມ ​ເພື່ອ​ເອົາ​ຊະນະ​ຜົນ​ກະທົບ​ຂອງ​ວິ​ກິດ​ການ​ເສດຖະກິດ - ການ​ເງິນຢ່າງ​ຕໍ່​ເນື່ອງ​ແຕ່​ປີ 2008 ​ເຖິງ​ປະຈຸ​ບັນ ​ແລະ ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19 ​ແລະ ສຳ​ເລັດ​ເສິ້ນ​ສຸດ​ຂະ​ບວນການ​ຫັນປ່ຽນ​ໄປສູ່ເສດຖະກິດຕະຫຼາດທີ່ທັນສະໄໝຢ່າງສົມບູນ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ - ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດທິດ​ສັງຄົມ​ນິຍົມ, ສ້າງ​ເງື່ອນ​ໄຂ​ໃຫ້​ເສດຖະກິດ​ພັດທະນາ​ໃນ​ອັດຕາ​ສະ​ເລ່ຍກວ່າ 7% ຕໍ່​ປີ ​ແລະ ​ຍືນ​ຍົງ.

ຫວຽດນາມ​ໄດ້​ບຸລິ​ມະ​ສິດ​ສູງ​ສຸດ​ ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ ພ້ອມ​ກັນ​ກັບ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ຍົກ​ສູງ​ສະຫວັດດີ​ການ ​ແລະ ປົກ​ປັກ​ຮັກສາ​ສິ່ງ​​ແວດລ້ອມ​ແຫ່ງ​ການດໍາລົງຊີວິດ. ພຽງ​ແຕ່​ເຕີບ​ໂຕ​ຢ່າງ​ວ່ອງໄວ​ເທົ່າ​ນັ້ນ ຫວຽດນາມ​ຈຶ່ງ​ບໍ່​ຖືກ​ຕົກ​ທ້າຍ​ໃນ​ພື້ນຖານ​ເສດຖະກິດ​​ໂລ​ກ​ແລະ​ພາກ​ພື້ນ. ດັ່ງ​ນັ້ນ, ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ການປັບ​ໂຄງ​ສ້າງ​ເສດຖະກິດ ​ເພື່ອ​ຮັບປະກັນ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ແລະ​ຍືນ​ຍົງ ​ແມ່ນຄວາມ​ຕ້ອງການ​ຫຼັກ ຂອງຫວຽດນາມ​ໃນ​ໄລຍະ​​ເວລາ​ຕໍ່ໜ້າ.

ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢ້ຽມຢາມແລະກວດກາວຽກງານປ້ອງກັນໂຄວິດ-19 ຢູ່ບໍລິສັດ Samsung Electronics ຫວຽດນາມ, ແຂວງ ຖາຍງວຽນ _ພາບ: TTXVN

ຈຸດ​ເດັ່ນ​ຂອງສະພາບ​ການ​ເສດຖະກິດ​ສາກົນ​ໃນ​ປະຈຸ​ບັນ​ແມ່ນ​ມີ​ລັກສະນະ​​ເປັນ​ໂລກາ​ພິວັດ​ໃນ​ຍຸກ​ຫຼັງ​ອຸດສາຫະກຳ. ດັ່ງ​ນັ້ນ, ບັນຫາ​ທີ່​ຫວຽດນາມ​ປະ​ເຊີນ​ແລະ​ຕ້ອງ​ຈັດການ​ແກ້​ໄຂ​ແມ່ນ ການ​ພັດທະນາ​ເພື່ອ “​ໄລ່​ຕາມ” ທັງ​​ໄລຍະ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ຍຸກ​ຫຼັງ​ອຸດສາຫະກຳ. ຄວາມສາມາດ​ແທ້​ຈິງໃນການຜະລິດອຸດສາຫະກໍາ ໂດຍອີງ​ໃສ່​ທ່າ​ແຮງ​ວິທະຍາສາດແລະເຕັກໂນໂລຢີ​ເປັນ​ຕົວກໍານົດ “ການ​ໄລ່​ຕາມ” ທາງ​ເສດຖະກິດ ​ໃນ​ໄລຍະ​ເວດ​ລາ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໃນ​ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີ​ສີ່. ​ໃນ​ສະພາບ​ການ​ຂອງ​ຫວຽດນາມ, ຍຸດ​ທະ​ສາດ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ຕ້ອງ​ຕອບບັນດາ​ຄຳ​ຖາມ​ຕໍ່​ໄປ​ນີ້​ໃຫ້​ໄດ້:

ທີ​ໜຶ່ງ, ດຳ​ເນີນ​ການ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ​ຄື​ແນວ​ໃດ? ບົດບາດ​ຂອງ​ລັດ​ໃນ​ໄລຍະ​ນີ້​ຄື​ແນວ​ໃດ? ລັດ​ປະຕິບັດ​ໂດຍ​ກົງ ຫຼື​ ໃຫ້​ເອກະ​ຊົນ​ປະຕິບັດ ຫຼື ປະ​ສາ​ສົມ​ທົບ​ລະຫວ່າງ​ພາກ​ລັດ​ແລະ​ເອກະ​ຊົນ?

​ໃນ​ຫຼາຍ​ກວ່າ 35 ປີ​​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​​ຫັນປ່ຽນ​ຈາກ​ກົນ​ໄກວາງ​ແຜນ​ລວມສູນ ມາ​ເປັນການ​ເປີດ​ເສລີ​ກິດຈະກຳທາງ​ເສດຖະກິດ ລາຄາ, ລວມທັງ​ເສດຖະກິດກັບ​ຕ່າງປະ​ເທດ ​ເພື່ອກ້າວ​ໄປ​ສູ່ການ​ຍົກ​ເລີກ​ກົນ​ໄກ​ເກື້ອ​ກູ​ນອຸດ​ໜູນ ​ແລະ ຈິນຕະນາການ​ຈັດ​ແບ່ງ​ຊັບພະຍາກອນ​ຕາມ​ແຜນ​ການພັດທະນາ. ນັກ​ຄົ້ນຄວ້າ​ຫຼາຍ​ຄົນ​ໃຫ້​ທັດສະນະ​ວ່າ, ຫາກ​ຫວຽດນາມ​ຕ້ອງການ​ສ້າງ​ຮູບ​ແບບ​ເສດຖະກິດ​ຕາມ​ມາດຕະຖານ​ຂອງ​ປະ​ເທດ​ພັດທະນາ​ແລ້ວ ​ແມ່ນ​ລັດ​ຕ້ອງ​ປະຕິບັດ​ຕາມ​ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ. ຕາມ​ນັ້ນ, ລັດ​ຕ້ອງ​ຮັບປະກັນ​ເງື່ອ​ນໄຂການ​ແຂ່ງຂັນ​ທີ່​ສະ​ເໝີ​ພາບ, ​ເປີດ​ເສລີ​ການ​ເຄື່ອນ​ໄຫວ​ເສດຖະກິດ ລາຄາ, ຍົກເລີກແຜນການແຈກຢາຍຊັບພະຍາກອນແຫ່ງຊາດ ເພື່ອຫຼຸດຜ່ອນການແຊກແຊງຂອງລັດໃນດ້ານເສດຖະກິດເທື່ອລະກ້າວ.  

​ໃນ​ເວລາ​ທີ່​ຜ່ານ​ມາ, ຫຼັງຈາກໄລຍະເວລາທີ່​ມີການ​ເຕີບ​ໂຕສູງຢ່າງຕໍ່ເນື່ອງ, ມາຮອດ​ປະຈຸ​ບັນ ​ເສດຖະກິດ​ຫວຽ​ດນາມໄດ້​ເປີດ​ເຜີຍ​ຂໍ້​ຈຳ​ກັດ​ຂອງ​ຕົນ​ ເຊິ່ງສະ​ແດງ​ອອກ​ຢູ່​ທີ່: ອັດຕາການເຕີບໂຕຂອງ ຈີ​ດີ​ພີ ຊ້າລົງ, ​ອັດຕາເງິນ​ເຟີ້ຍັງຢູ່​ໃນ​ລະດັບ​ສູງ (​ເມື່ອ​ທຽບ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ), ການ​ເຄື່ອນ​ໄຫວ​ລົງທຶນ​ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຫັນ​ເປັນ​ທັນ​ສະ​ໄໝ (ດັດຊະນີ ICOR ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ກັບປະ​ເທດ​ອື່ນ​ທີ່​ມີ​ເງື່ອນ​ໄຂ​ຄ້າຍຄື​ກັນ), ຄວາມ​ສາມາດ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ​ແລະ​ວິ​ສາ​ຫະກິດ​ໃນ​ຕະຫຼາດຍັງ​ອ່ອນ. ດັ່ງ​ນັ້ນ, ຈາກ​ປະສົບ​ການ​ທີ່​ປະສົບ​ຄວາມສຳ​ເລັດ​ຂອງ​ປະ​ເທດ​ອຸດສາຫະກຳ​ໃໝ່, ​ໃນ “ຮູບ​ແບບ​ເສດຖະກິດ​ໄລ່​ຕາມ” ທີ່​ຫວຽດນາມ​ຕ້ອງການ​ປະຕິບັດ​ນັ້ນ ບົດບາດ​ຂອງ​ລັດ​ມີ​ຄວາມ​ສຳຄັນ​ທີ່​ສຸດ. ບົດບາດ​ຂອງ​ລັດ​ແມ່ນ​ຄັດ​ເລືອ​ກຂະ​ແໜງ​ການ​ແລະ​ອາຊີບ​ບຸລິມະສິດ, ສ້າງ​ແຜນ​ກຳນົດ​ແລະ​ແຜນການ​ຜັນ​ຂະຫຍາຍ ​ເພື່ອປະກາດ​ໃຊ້​ລະບົບ​ກົນ​ໄກ, ນະ​ໂຍບາຍ​ລະດົມ​ທຸກ​ຊັບພະຍາກອນ​ເພື່ອ​ປະຕິບັດ​ແຜນການ, ພິ​ເສດ​ແມ່ນ​ການ​ເຊື່ອມ​ໂຍງ​ລະຫວ່າງ​ລັດ​ແລະ​ວິ​ສາ​ຫະກິດຕາມ​ທິດ​ທາງ​ເປີດ​ເຜົຍ​ແລະ​ໂປ່​ງ​ໃສ. ຈາກ​ປະສົບ​ການ​ທີ່​ປະສົບ​ຄວາມສຳ​ເລັດ​ຂອງຮູບ​ແບບຂອງ​ປະ​ເທດ​ອຸດສາຫະກຳ​ໃໝ່, “ຮູບ​ແບບ​ເສດຖະກິດ​ໄລ່​ຕາມ” ​ໂດຍ​ເນື້ອ​ແທ້​ແລ້ວ​ແມ່ນການ​ຊີ້​ນຳທີ່​ມີ​ຈຸດ​ປະ​ສົງ​ຂອງ​ຄວາມ​ຮຽກຮ້ອງ​ທາງ​ດ້ານ​ການ​ເມືອງ​ສໍາ​ລັບ​ການ​ສ້າງ​​ແລະ​ດຳ​ເນີນການກົນ​ໄກ​; ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ຂອງປະ​ເທດ​ບົນ​ພື້ນ​ຖານ​ການ​ເຄົາ​ລົບ​ບັນດາກົດ​ເກນ​ທີ່​ມີ​ຢູ່ຂອງ​ເສດ​ຖະ​ກິດ​ຕະ​ຫຼາດ​ສະ​ໄໝ​ໃໝ່. ຫວຽດນາມ​ໃນ​ເມື່ອ​ຜັນ​ຂະຫຍາຍ​ປະຕິບັດ​ພື້ນຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ລັດ​ຍັງ​ຄົງ​ເປັນ​ເຈົ້າ​ຂອງ​ຕົວ​ແທນ​ຂອງ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່ ແລະ ບັນດາ​ຊັບ​ພະ​ຍາ​ກອນ​ທີ່​ສຳ​ຄັນ​​ແຫ່ງ​ຊາດ. ດັ່ງ​ນັ້ນ, ​ໃນ​ເມື່ອ​ປະຕິບັດ “ຮູບ​ແບບ​ເສດຖະກິດ​ໄລ່​ຕາມ” ລັດ​ເຂົ້າ​ຮ່ວມ​ໂດຍ​ກົງ​ຫຼື​​ໂດຍ​ອ້ອມ​​ເປັນສິ່ງ​ທີ່​ຫຼີກ​ລ້ຽງ​ບໍ່​ໄດ້. ບັນຫາ​ຢູ່​ນີ້​ແມ່ນ ​ເມື່ອພື້ນ​ຖານ​ເສດຖະກິດ​ໄດ້​ຮັບ​ການ​ຂັບ​ເຄື່ອນ​ຕາມ​ກົນ​ໄກ​ຕະຫຼາດ, ລັດ​ກໍ​ຕ້ອງ​ຄ່ອຍໆ​ຖອນ​ຕົວ​ອອກ​ຈາກ​ຂະ​ແໜງ​ການ, ​ອາຊີບ​ທີ່​ບໍ່​ໄດ້​ຮັບ​ບຸລິມະສິດ​ອີກ​ແລ້ວ. ການ​ກຳນົດ​ດັ່ງກ່າວ​ແມ່ນ​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ເສດຖະກິດ​ໂລກ​ໃນ​ໄລຍະ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີສີ່. ສິ່ງ​ສຳຄັນ​ແມ່ນ ການ​ເຂົ້າ​ຮ່ວມ​ຂອງ​ລັດ​ປະກອບສ່ວນຊຸກຍູ້​​ຂະ​ບວນການຂະຫຍາຍ​ຄວາມ​ຫຼາກ​ຫຼາຍທາງດ້ານເສດຖະກິດ​ໂດຍຜ່ານການ​ຍູ້​ແຮງການ​ພັດທະນາບັນດາ​ຂະ​ແໜງ​ການ​ຜະລິດ ​ແລະ ສົ່ງ​ເສີມ​ບັນດາ​ຂະ​ແໜງ​ການ​ທີ່​ບໍ່​ແມ່ນ​ການ​ຜະລິດ​ໃຫ້​ຂະຫຍາຍຕົວ​ເທື່ອ​ລະ​ກ້າວ ໂດຍ​ບໍ່​ຂັດ​ຂວາງ​ການ​ແຂ່ງ​ຂັນ​ຢ່າງ​ເສລີ. 

ທີ​ສອງ, ກ່ຽວ​ກັບ​ຮູບ​ແບບ​ການ​ພັດທະນາ​ວິ​ສາ​ຫະກິດ. ຈາກ​ບົດຮຽນ​ປະສົບ​ການ​ຂອງ​ບັນດາ​ປະ​ເທດ ຈີ 7 ​ແລະປະ​ເທດ​ອຸດສາຫະກຳ​ໃໝ່, ສາມາດຖອດ​ຖອນຂໍ້​ສັງ​ເກດ​ຈຳນວນ​ໜຶ່ງ​ໃນ “ຮູບ​ແບບ​ເສດຖະກິດ​ໄລ່​ຕາມ”, ລະດັບ​ການ​ຫັນ​ເປັນອຸດສາຫະກຳລວມສູນ​ຂອງ​ພື້ນຖານ​ເສດຖະກິດ​ແມ່ນ​ສູງ​ພໍ​ສົມຄວນ, ບັນດາ​ກຸ່ມ​ບໍລິສັດ​ແລະວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ມີ​ບົດບາດ​ຕັດສິນ​ຄວາມ​ສຳ​ເລັດ. ​​ຢ່າງ​ໃດ​ກໍ​ຕາມ, ຮູບແບບນີ້ກໍມີຂໍ້ເສຍຂອງມັນ, ເຊັ່ນ: 1- ​ເມື່ອ​ສ້າງ​ຮູບ​ແບບ​ວິ​ສາ​ຫະກິດ​ອຸດສາຫະກຳ-ການ​ເງິນ, ຈະ​ມີ​ການ​ເຊື່ອມ​ໂຍງກັນ​ລະຫວ່າງ​ພະນັກງານລັດຖະກອນ​ຂອງ​ລັດ ກັບ​ວິ​ສາ​ຫະກິດ, ທຳ​ລາຍ​ປະສິດທິພາບ​ແລະປະສິດທິ​ຜົນ​ຂອງກົນ​ໄກ​ຕະຫຼາດ, ນໍາໄປສູ່ການແຈກຢາຍຊັບພະຍາກອນຂອງ​ຊາດຢ່າງຜິດ​ພ້ຽນ​ໄປ​ຈາກເປົ້າ​ໝາຍ​ເດີມ; 2- ການ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດອຸດ​ສາ​ຫະ​ກໍາ​ - ການ​ເງິນ ​ມີ​ຄວາມ​ສ່ຽງ​ທີ່​ອາດ​ຈະກໍ່​ໃຫ້​ເກີດ “ທຶນ​ນິຍົມ​ທີ່​ໃກ້ຊິດສະໜິດສະໜົມ” ຜູກຂາດ​ຕະຫຼາດ, ​ຈໍາ​ກັດ​ການ​ແຂ່ງ​ຂັນ​ທີ່​ຍຸດ​ຕິ​ທໍາ; 3- ກຸ່ມ​ບໍລິສັດ​ອຸດສາຫະກຳ - ການ​ເງິນສ້າງ​ໃຫ້​ມີ​ຖັນ​ແຖວ​ເສດ​ຖິ​ໃໝ່​ຈາກຄວາມບໍ່ສະເໝີພາບໃນການນຳໃຊ້ຊັບພະຍາກອນຂອງ​ປະ​ເທດ. ພິຈາລະນາ​ເຖິງຂະບວນການພັດທະນາຂອງບັນດາ​ປະ​ເທດເສດຖະກິດທີ່ພົ້ນເດັ່ນ​ໃໝ່, ພວກ​ເຮົາເຂົ້າໃຈເຖິງຄວາມເປັນຫ່ວງຂອງສັງຄົມກ່ຽວກັບຂໍ້ຈໍາກັດເຫຼົ່ານີ້. ສຳລັບຫວຽດນາມ, ຄຽງ​ຄູ່​ກັບ​ບັນດາ​ຂໍ້​ຈຳກັດ​ຂ້າງ​ເທິງ, ຮູບ​ແບບ​ກຸ່ມ​ບໍ​ລະ​ສັດ​ອຸດສາຫະກຳ - ການ​ເງິນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ ສົ່ງ​ຜົນ​ກະທົບຕໍ່ການ​ກຳນົດນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ ​ໃນ​ການ​ກຳນົດ​ລຳດັບ​​ບຸລິມະສິດ​ການ​ລົງທຶນ, ຕໍ່​ລະດັບ​ການ​ໃຊ້​ທຶນ​ຂອງລັດ​ເພື່ອ​ລົງທຶນ​ໃນ​ໂຄງການ, ​ເພີ່ມ​ແຮງ​ກົດ​ດັນ​ດ້ານ​ພາສີ ກໍ​ຄື​ຖືກ​ປະ​ເທດ​ຕ່າງໆ​ຟ້ອງ​ຕໍ່​ອົງການ​ການ​ຄ້າ​ໂລກ (WTO) ໃນ​ຂໍ້​ຫາ​ລະ​ເມີດ​ຂໍ້​ຜູກ​ພັນ​ເລື່ອງ​ເງິນ​ອຸດ​ໜູນ​ຜະລິດ​ຕະພັນ.

ການ​ຫັນ​ເປັນ​ກຸ່ມ​ບໍລິສັດ​ ຫຼື​ຍັງ​​ເອີ້ນ​ວ່າ ການ​ເພີ່ມ​ຂະໜາດ​ຂອງ​ວິ​ສາ​ຫະກິດ, ​ເປີດ​ກວ້າງ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ແມ່ນ​ເສັ້ນທາງ​ຈຳ​ເປັນ​ຕ້ອງການ​ເພື່ອຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ, ປະສິດທິ​ຜົນ​ຂອງ​ພື້ນຖານ​ເສດຖະກິດ ​ໃນ​ຂະ​ບວນການ​ຫັນ​ເປັນ​ອຸດສາຫະກຳ. ໃນໄລຍະການປະຕິວັດອຸດສາຫະກຳຄັ້ງທີ 4, ຍ້ອນ​ຄວາມກ້າວໜ້າ​ທາງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ມີບົດບາດ​ສຳຄັນ​ທີ່​ສຸດ ​ແລະ ມີຄວາມ​ສາມາດ​ຕອບ​ສະໜອງ​ຄວາມຮຽກຮ້ອງຕ້ອງການທີ່ຫຼາກຫຼາຍຂອງສັງຄົມໄດ້ດີກວ່າ, ດັ່ງ​ນັ້ນ​ວິ​ສາ​ຫະກິດ​ຂະໜາດນ້ອຍ ແລະ ຂະໜາດກາງມີທ່າໄດ້ປຽບກວ່າວິສາຫະກິດຂະໜາດໃຫຍ່. ​ໃນ​ຮອບ 20 - 30 ປີຕໍ່ໜ້າ, ຫວຽດນາມຕ້ອງ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ ກັບວິ​ສາ​ຫະກິດ​ຂະໜາ​ກນ້ອຍ​ແລະ​ຂະໜາດ​ກາງ ​ໃຫ້​ໄດ້​ເປັນ​ຢ່າງ​ດີ ​ແລະ ຢູ່​ນີ້​ລັດ​ວິ​ສາ​ຫະກິດຄວນ​ເປັນ​ເຈົ້າ​ການ​ ແລະ ຮັບຜິດຊອບ​ໃນ​ການລົງນາມ ແລະ ປະຕິບັດຂໍ້ຕົກລົງ​ເຊື່ອມ​ໂຍງກັບວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

ຮູບ​ແບບ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​​ໄໝ​ແບບ​ໄລ່​ຕາມ​ຂອງ​ຫວຽດນາມຕ້ອງ​​ໃຊ້​ປະ​ໂຫຍ​ດຈາກ​ບົດບາດ​ຂອງບັນດາ​ກຸ່ມ​ບໍລິສັດ​ອຸດສາຫະກຳ - ການ​ເງິນ ​ໂດຍ​ບໍ່​ຈຳ​ແນກຮູບ​ການ​ກຳມະສິດ ​ເພື່ອ​ເຕົ້າ​ໂຮມ​ທຶນ​ແລະຊັບພະຍາກອນ​ ​ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ​ໃນທຸລະກໍາ. ລັດ​ໃນ​ເວລາ​ນີ້​ມີ​ບົດບາດ​ກຳນົດທິດ​ການ​ກວດກາ (​ບໍ່​ແມ່ນ​ເຮັດ​ແທນ) ​ໃນ​ການ​ພົວພັນ​ລະຫວ່າງວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ ກັບ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກັບ​ບັນດາ​ນະ​ໂຍບາຍ​ບຸລິມະສິດ​ໃນ​ຂອບ​ເວລາ​ທີ່​ແນ່ນອນ. ຈາກ​ນັ້ນ, ຫຼຸດຜ່ອນ​ພາລະ​ເສດຖະກິດ​ຂອງ​ລັດ, ຊ່ວຍ​ໃຫ້​ລະບົບ​ການ​ເງິນ​ແຫ່ງ​ຊາດ​ດຳ​ເນີນ​ງານ​ຢ່າງ​ໝັ້ນຄົງ ​ແລະ ມີ​ປະສິດທິ​ຜົນ.

ທີ​ສາມ, ຮູບ​ແບບ​ພື້ນຖານ​ເສດຖະກິດ​ເພື່ອ​ຮັບປະກັນ​ການ​ເຕີບ​ໂຕຢ່າງ​ວ່ອງ​ໄວ​ແລະ​ຍືນ​ຍົງ. ນີ້​ແມ່ນ​ບັນຫາ​ທີ່​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ (ສະບັບ​ເພີ່ມ​ເຕີມ, ພັດທະນາ​ປີ 2011) ຂອງ​ພັກ​ໄດ້ຊີ້​ອອກ ​ແລະ ​ໃຫ້ຄວາມ​ຄິດ​ທົ່ວ​ໄປ​ຄື ​ການ​ຫັນ​ຈາກ​ການ​ພັດທະນາ​​ຕາມ​ວົງ​ກວ້າງ​ໄປ​ສູ່​ການ​ພັດທະນາ​ຕາມ​ລວງ​ເລິກ, ​ ​ແຕ່​ຫຼາຍ​ປີ​ຜ່ານ​ໄປ, ຮູບ​​ແບບ​​ການ​ພັດທະນາ​ຕາມ​ລວງເລິກ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຢ່າງຊັກຊ້າ.

ຕ້ອງ​ພັດທະນາ​ເສດຖະກິດ - ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ - ຮັບປະກັນ​ຄວາມ​ປອດ​ໄພທາງ​ສັງຄົມ​ແລະສະຫວັດດີ​ການ​ສັງຄົມ, ຖື​ວ່າ​ນີ້​ແມ່ນສາມ​ຫຼ່ຽນການ​ໂຕີບ​ໂຕ ​ເພື່ອ​ເປັນ​ພື້ນຖານ​ການ​ປະ​ເມີນ ​ແລະ ສ້າງ​ຮູບ​ແບບ​ການ​ພັດທະນາ​ອຸດສາຫະກຳ ​ໃນ​ເງື່ອນ​ໄຂ​ການ​ພັດທະນາ​ປານ​ລົມພາຍຸ​ຂອງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ ບົນ​ພື້ນຖານ​ເຕັກນິກ​ດິຈີ​ຕອນ.

​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດຈຳ​ເປັນ​ຕ້ອງ​ມີ​ການ​ກະທົບ​ຕໍ່​ລະບົບ​ນິ​ເວດ - ສະພາບ​ແວດ​ລ້ອມ​ການ​ດຳລົງ​ຊີວິດ​ຂອງ​ຜູ້​ຄົນ. ບັນຫາແມ່ນ ຫຼັງ​ຈາກ​ນັ້ນ​ພວກ​ເຮົາ​ຈະ​ປະພຶດ​ຕົນແນວໃດ. ​ແຕ່ທ້າຍສະຕະວັດທີ 19, ນັກວິທະຍາສາດເຢຍລະມັນໄດ້ຄິດ​ຄົ້ນ​ແນວ​ຄວາມ​ຄິດກ່ຽວ​ກັບ​ຄວາມສົມດູນຂອງລະບົບນິເວດ ໃນເວລາທີ່ສຶກສາບັນຫາ​ການ​ສະໜອງໄມ້ຄ້ຳກັນບໍ່ຖ່ານຫີນ ແລະ ກໍານົດ: ຄວາມສົມດຸນຂອງລະບົບນິເວດຈະ​ຄົງ​ຢູ່ ເມື່ອປະລິມານໄມ້ທີ່ເກັບກ່ຽວໄດ້ເທົ່າກັບອັດຕາການຂະຫຍາຍຕົວຂອງປ່າປູກໄມ້. ໝາຍ​ຄວາມ​ວ່າ ໃນພື້ນທີ່ທີ່ກຳນົດ, ການຂຸດຄົ້ນປ່າໄມ້ແມ່ນຖືກຈໍາກັດດ້ວຍປະລິມານໄມ້ທີ່​ປ່າ​ປູກ​ໃໝ່​ສາມາດເກັບກ່ຽວໄດ້ໃນເວລາດຽວກັນ. ພິຈາລະນາ​​ໃນ​ສະພາບ​ການ​ປະຈຸ​ບັນ, ຫວຽດນາມ​ຕ້ອງ​ຊັ່ງຊາ​ການ​ປູດ​ເຂົ້າ 3 ລະດູ​ການ ຫຼືປູກ​ເຂົ້າ 2 ລະດູ​ການ​ ​ແລະ ​ເວລາ​ທີ່​ຍັງ​ເຫຼືອ​ໃຫ້​ນ້ຳ​ລົ້ນ​ຕາມ​ທຳ​ມະ​ຊາດ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ແມ່ນ​ມີ​ຜົນ​ດີ​ກວ່າ​ໃນ​ດ້ານ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໃຫ້​ແກ່​ຕົ້ນເຂົ້າ, ຮັບປະກັນ​ການ​ນຳ​ໃຊ້​ສານ​ເຄມີ​ໜ້ອຍ​ລົງ, ຫຼຸດຜ່ອນ​ຜົນ​ກະທົບ​ທາງ​ລົບ​ຕໍ່​ສິ່ງ​ແວດ​ລ້ອມ. ​ເຖິງ​ເວລາ​ແລ້ວທີ່ຈະຕັ້ງຄຳຖາມປຽບທຽບ​ການ​ຖອນ​ເຂື່ອນກັນໃນເຂດທົ່ງພຽງແມ່ນ້ຳຂອງ ເພື່ອ​ໃຫ້ສົມດູນທາງທຳມະຊາດທີ່ດີຂຶ້ນ ຫຼື​ຍອມຮັບເອົາຮູບແບບເຂື່ອນຂອງເຂດທົ່ງພຽງແມ່ນ້ຳ​ແດງ​ໃຫ້ດີຂຶ້ນຫຼື​ບໍ່? ດ້ວຍ​ແກນ​ຂອງ​ຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ, ໃນ​ສະພາບ​ການ​ຫວຽດນາມ ປະຈຸ​ບັນ, ຈຳ​ເປັນ​ຕ້ອງ​ຊັ່ງຊາ​ລະຫວ່າງ​ການ​ປະຕິບັດ​​ນະ​ໂຍບາຍ​ສັງຄົມຫຼາຍ​ຢ່າງ​ທີ່​ເກີນດຸນງົບປະມານ, ຍູ້​ໜີ້​ສາທາລະນະສູງ​ຂຶ້ນ, ຂົ່ມຂູ່​ຕໍ່​ການ​ລົງທຶນ​ພັດທະນາ ​ແລະ ຄວາມ​ສາມາດ​ຮັບປະກັນຄວາມ​ປອດ​ໄພ​ທາງ​ສັງຄົມ - ສະຫວັດດີ​ການ​ຂອງ​ຄົນ​ລຸ້ນຫຼັງ. ບັນຫາ​ທີ່​ຕັ້ງ​ອອກ​ມາ​ແມ່ນ ການ​​ເຜີຍ​ແຜ່​ຄວາມ​ສາມາດ​ສູງ​ສຸດ​ທີ່​ປະ​ເທດ​ສາມາດ​​ເຮັດ​ໄດ້ ​ເພື່ອສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງຄົມ​ໃນ​ບັນຫາ​ຮັບປະກັນ​ຄວາມ​ປອດ​ໄພ​ທາງສັງຄົມ -ສະຫວັດດີ​ການສັງຄົມ. ການທຳລາຍ​ຄວາມ​ສຳພັນ​ແບບ​ອິນ​ຊີຂອງສາມຫຼ່ຽມການ​ພັດທະນາ​ເປັນ​ການສະແດງໃຫ້ເຫັນເຖິງການພັດທະນາທີ່ບໍ່ຍືນຍົງ.

ການ​ປັບໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່

ທັດສະນະ​ເຂົ້າ​ເຖິງ​ໃນ​ການ​ປັບ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຄວນ​ມີ: ການ​ປັບ​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່ບົນ​ພື້ນຖານ​ຂອງ​ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີ​ສີ່, ນຳ​ໃຊ້​ແຮງ​ງານທັງ​ໝົດ​ຂອງ​ຊາດ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ ແລະ ​ສະຫວັດດີ​ການ​ສັງຄົມ. ​ໃນ​ນັ້ນ, ການນຳ​ໃຊ້​ແຮງ​ງານທັງ​ໝົດ​ຂອງ​ຊາດ​ແມ່ນ​ເປົ້າ​ໝາຍ​​ໃຈ​ກາງ ເພື່ອ​ສະ​ເໜີ​ແຜນການປັບ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແນ​ໃສ່ຮັບປະກັນ​ຄວາມ​ໝັ້ນຄົງ​ທາງສັງຄົມ, ປະຊາຊົນ​ຮັ່ງມີ, ປະ​ເທດຂາດ​ເຂັ້ມ​ແຂງ. ຮູບ​ແບບ​ເສດຖະກິດ​ໃໝ່​ຈະ​ປະກອບສ່ວນ​ໃນ​ການຈັດ​ສັນ​ຊັບພະຍາກອນ​ຂອງ​ປະ​ເທດທີ່​ຍັງ​ຖືກ​ຈຳກັດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຕອບບັນດາ​ຄຳຖານ​ຕໍ່​ໄປ​ນີ້:

- ຂະ​ແໜງ​ການ​ໃດ​ທີ່​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ລົງທຶນ​ເພື່ອ​ການ​ພັດທະນາ? ຂະ​ແໜງ​ການເຫຼົ່ານັ້ນສ້າງວຽກເຮັດງານທໍາໄດ້ຫຼາຍປານໃດ? ບັນຫາການຈັດ​ໂຄງ​ສ້າງແຮງງານ​ເຂົ້າສູ່ຂະ​ແໜງ​ການທີ່ສ້າງມູນຄ່າສູງແມ່ນຄື​ແນວ​ໃດ?

- ນະໂຍບາຍທີ່ກະທົບຕໍ່ຂະແຫນງການບໍລິການສ້າງການເຕີບໂຕ?

- ທິດ​ທາງ​ແລະ​ພື້ນ​ທີ່ການ​ພັດທະນາ​ຂອງ​ອຸດສາຫະກຳ?

- ນະ​ໂຍບາຍ​ພັດທະນາ​ອຸດສາຫະກຳ?

​ເພື່ອ​ສ້າງການ​ບຸກທະລຸ​ໃນ​ການ​ປັບ​ໂຄງ​ປະກອບ​ເສດ​ຖະກິດ​ຄື​ນ​ໃໝ່​ໃນ​ໄລຍະ​ປີ 2021-2030, ຕ້ອງ​ຈັດການ​ແກ້​ໄຂສາມ​ບັນຫາ​ພື້ນຖານ​​ຕໍ່​ໄປ​ນີ້​ໃຫ້​ໄດ້​ເປັນ​ຢ່າງ​ດີ:

ບັນຫາ​ທີ​ໜຶ່ງ: ຕ້ອງ​ສ້າງ​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຫວຽດນາມ​ໃນ​ໄລຍະ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ບົນ​ພື້ນຖານ​ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີ​ສີ່ ​ແລະ ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ​ໂດຍ​ມີ​ການ​ຄຳນຶງ​ເຖິງ​ຜົນ​ກະທົບ​ຂອງ​ໂລກລະບາດ​ໂຄ​ວິດ-19.

ກ່ອນ​ອື່ນ​ໝົດ, ຕ້ອງ​ເປັນ​ເອກະ​ພາບ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ທີ່ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ການ​ປັບ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ນີ້​ແມ່ນ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ພື້ນຖານ​ເສດຖະກິດ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ຊີ້​ແຈ້ງ 3 ໜ້າ​ທີ່​ໃຈ​ກາງ, 3 ດ້ານ​ບຸກທະລຸ​ເພື່ອ​ພັດທະນາ​ເສດຖະກິດ. ນັກວິທະຍາສາດ​ຫຼາຍ​ຄົນ​ໄດ້​​ໃຫ້​ຄຳ​ອະທິບາຍ​ກ່ຽວ​ກັບຄວາມ​ສຳນຶກ ການ​ປັບ​ໂຄ​ງປະກອບ​ເສດຖະກິດ​ຄືນ​ໃໝ່ ​ແມ່ນ​ການ​ປັບ​ໂຄງ​ສ້າງ​ຊັບພະຍາກອນ​ໃນ​ທິດ​ທາງ​ການ​ໄຫຼ​ເຂົ້າ​ສູ່​ບ່ອນ​ທີ່​ໃຊ້​ທຶນ​ໄດ້​ດີກ​ວ່າ. ຫຼັງ​ຈາກໄລຍະເວລາ​ແຫ່ງການ​ປ່ຽນ​ແປງ​ໃໝ່​​ໃນ​ວົງ​ກວ້າງ​ບັນລຸ​ຜົນ​ສຳ​ເລັດ​ທີ່​ສຳຄັນ, ​ແຕ່​ລະ​ເຂດ, ​ພາກ​ພື້ນ ​ມີ​ການ​ປ່ຽນ​ແປງ, ສ້າງ​ທ່າ​ໄດ້​ປຽບ​ຂອງ​ຕົນ​ເອງ​ຂອງພາກ​ພື້ນ, ຂອງຂະ​ແໜງການ. ດັ່ງ​ນັ້ນ, ການ​ປັບ​ໂຄງ​ປະກອບ​ເສດຖະກິດ​ຄື​ນໃໝ່​ແມ່ນ​ເສີມ​ຂະຫຍາຍ​ສຸດ​ຂີດ​ທ່າ​ດີ​ປຽບທຽບຂອງ​ແຕ່ລະ​ຂະ​ແໜງ​ການ, ທ້ອງ​ຖິ່ນ ​ເພື່ອສ້າງ​ຜະ​ລິດ​ຕະ​ພັນ​ທີ່​ມີ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງ​ຂັນ, ສ້າງ​ຍີ່​ຫໍ້​ຫວຽດ​ນາມ​ໃນ​ຕ່ອງ​ໂສ້​ມູນ​ຄ່າ​ທົ່ວ​ໂລກ. ຢູ່​ນີ້, ທ່າ​ດີ​ປຽບທຽບ​ຂອງ​ຊາດໄດ້ທະວີຄູນດ້ວຍການໃຊ້ປະ​ໂຫຍ​ດຈາກ​ຂໍ້ໄດ້ປຽບພາຍໃນແຕ່ລະຂະ​ແໜງ​ການ ຫຼື​ຂົງ​ເຂດຂອງປະເທດ. ການຊີ້ແຈງສິ່ງ​ນີ້ຈະຊ່ວຍໃຫ້ພວກເຮົາຜັນ​ຂະຫຍາຍປະຕິບັດ​ແຜນ​ພັດ​ທະນາເສດຖະກິດ-ສັງຄົມຈາກທັດສະນະທີ່ຕ່າງອອກ​ໄປ. ສູນ​ກາງ​ຈະ​ບໍ່​ກຳນົດ​ເປົ້າ​ໝາຍ​ໃຫ້​ແຕ່ລະ​ທ້ອງ​ຖິ່ນ​ເພື່ອມີ​ອັດຕາການ​ເຕີບ​ໂຕ​ສູງ​ອີກຕໍ່​ໄປ, ແຕ່​ຈະ​ກຳນົດ​ຄວາມ​ຕ້ອງການ​ພັດທະນາ​ໃຫ້​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ. ຕົວຢ່າງ​ເຊັ່ນ​ແຂວງ​ຮ່າ​ຢາງ, ຍ້ອນ​ເງື່ອນ​ໄຂ, ຈຸກ​ພິ​ເສດ​ທຳມະ​ຊາດ ການ​ເມືອງ ​ເສດຖະກິດ ສັງຄົມ ດັ່ງ​ນັ້ນ​ໜ້າ​ທີ່​ຕົ້ນ​ຕໍ່​ແມ່ນ​ປົກ​ປັກ​ຮັກສາ​ຊາຍ​ແດນ​ຂອງ​ຂອງ​ປະ​ເທດ, ອະນຸລັກ​ແລະພັດທະນາ​ວັດທະນະທຳຂອງ​ພີ່ນ້ອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ພິ​ເສດ​ແມ່ນ​ວັດທະນະທຳຂອງ​ຊາວ​ເຜົ່າ​ມົ້ງ. ຈາກ​ນັ້ນ, ທິດ​ທາງ​ການ​ພັດທະນາ​ເສດຖະກິດ-ສັງຄົມໃນອະນາຄົດອັນໃກ້ນີ້ ຈະ​ເປັນ​ການ​ບໍລິການ​ທ່ອງ​ທ່ຽວຕິດພັນກັບພູພຽງຫີນ, ດ້ວຍສຽງແຄນທີ່ຈັບອົກຈັບໃຈ,... ການ​ຜະລິດ​ຢູ່​ທີ່​ນີ້​ສຸມ​ໃສ່​ກະສິກຳ - ປ່າ​ໄມ້​ເປັນ​ຫຼັກ ​ຕາມ​ຮູບ​ແບບ​ເຊື່ອມ​ໂຍງລະຫວ່າງ​ການ​ປຸງ​ແຕ່ງ​ກະສິກຳ - ປ່າ​ໄມ້ ຕິດ​ພັນກັບການ​ປົກປັກ​ຮັກສາ​ຊາຍ​ແດນ​ ທີ່​ສອດຄ່ອງ​ກັບ​ຂະໜາ​ດຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ ຂອງ​ທ້ອງ​ຖິ່ນ​ແລະ​ທົ່ວ​ປະ​ເທດ. ເງິນທຶນສຳລັບ​​ຄວາມ​ຕ້ອງການ​ປະກັນຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະ ການ​ລົງທຶນໂຄງສ້າງ​ພື້ນຖານ ​ຈະ​ໄດ້​ຮັບ​ການ​ຮັບປະກັນ​​ໂດຍ​ລັດຖະບານ​ສູນ​ກາງ. ດັ່ງ​ນັ້ນ, ແຂວງບໍ່​ຕ້ອງ​ກັງ​ວົນ​ເລື່ອງ​ການ​ຮຽກ​ຮ້ອງ​ໃຫ້​ມີ​ການ​ລົງ​ທຶນ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ​ເພື່ອ​ບັນ​ລຸ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ເທົ່າ​ທຽມ​ກັນ ຫຼື​ສູງ​ກວ່າ​ອັດຕາ​ການ​ເຕີບ​ໂຕຂອງ​ທົ່ວ​ປະ​ເທດ. ຖ້າ​ເປັນ​ແນວ​ນັ້ນ, ​ເລື່ອງ ຈີ​ດີ​ພີ ຂອງ​ແຂວງ​ທີ່​ມີ​ອັດຕາ​ການ​ເຕີບ​ໂຕ 9% - 10% ຕໍ່ປີສູງ​ກວ່າ ຈີ​ດີ​ພີ ຂອງ​ປະ​ເທດ ​ຈະ​ບໍ່​​ເກີດ​ຂຶ້ນ​ອີກ​ຕໍ່​ໄປ.

ບັນຫາ​ທີ​ສອງ: ການຈັດ​ແບ່ງຊັບພະຍາກອນແຫ່ງຊາດ ຫຼືການຜັນ​ຂະຫຍາຍ​ປະຕິ​ບັດ​ກົດໝາຍວ່າດ້ວຍການລົງທຶນພາກລັດ ແລະ ກົດໝາຍວ່າດ້ວຍການລົງທຶນ (ສະບັບ​ປັບປຸງ). ​ໂຄງການ​ການ​ເມືອງ (ສະບັບ​ເພີ່ມ​ເຕີມ, ພັດທະນາ​ປີ 2011) ​ແລະ ລັດຖະທຳມະນູນ​ປີ 2013 ລ້ວນ​ແຕ່​ໄດ້​ຢືນຢັນວ່າ, ໃນພື້ນຖານ​ເສດຖະກິດ​ຫຼາຍພາກສ່ວນ​ຂອງ​ປະ​ເທດ​ເຮົາ, ​ເສດຖະກິດ​ຂອງ​ລັດ​ມີ​ບົດບາດ​ເປັນ​ເຈົ້າພາ​ທາງ. ດັ່ງ​ນັ້ນ, ການ​ໃຊ້​ການ​ລົງທຶພາກ​ລັດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອດຶງ​ດູດ​ການ​ລົງທຶນ​ຂອງ​ບັນດາ​ພາດ​ສ່ວນ​ເສດຖະກິດ​ອື່ນ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ​ຂອງ​ລັດ. ການ​ຍົກ​ສູງ​ປະສິດທິ​ຜົນ​ຂອງການ​ນຳ​ໃຊ້​ທຶນ​ໃນ​ລັດ​ວິ​ສາ​ຫະກິດ ເພື່ອໃຫ້ມີຊັບພະຍາກອນຫຼາຍ​ຂຶ້ນ​ ເພື່ອ​ລົງທຶນໃນຂະ​ແໜງ​ການ​ແລະຂົງເຂດທີ່ສໍາຄັນທີ່ມີຄວາມສ່ຽງເບື້ອງຕົ້ນຫຼາຍປະການ ​ແມ່ນ​ຄວາມຕ້ອງການທີ່ສໍາຄັນໃນການສ້າງຊັບພະຍາກອນເພີ່ມເຕີມ ໃນສະພາບການທີ່​ຊັບພະຍາກອນຂອງປະເທດຍັງມີຈໍາກັດ. ຈາກ​ບົດຮຽນ​ປະສົບ​ການ​ຂອງ Samsung ​ໃນ​ການ​ເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າໂທລະສັບສະຫຼາດ (ສະມາຣ໌ດ​ໂຟນ) ທົ່ວ​ໂລກ​ ຂອງ​ວິ​ສາ​ຫະກິດ​ຫວຽດນາມ ພາ​ໃຫ້​ເກີດຄວາມຮຽກຮ້ອງຕ້ອງການໃໝ່ສໍາລັບລັດ. ຈຳ​ເປັນຕ້ອງ​ສ້າງ​ວິ​ສາ​ຫະ​ກິດ​ໃໝ່​ບາງ​ແຫ່ງ​ທີ່​ມີ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ ​ເພື່ອ​ຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການ​ສູງ​ຂອງ Samsung ຈາກ​​ແຫຼ່ງທຶນ​ທີ່​ລັດ​ໄດ້​ຮັບ​ຈາກ​ການຫັນ​ເປັນ​ຫຸ້ນ​ສ່ວນ​ແລະ​ການຖອນ​ທຶນ​ຂອງ​ລັດອອກ​ຈາກ​ລັດ​ວິ​ສາ​ຫະ​ກິດ. ດັ່ງ​ນັ້ນ, ທຶນ​ຂອງ​ລັດ​ທັງ​ໝົດ​ໃນ​ວິ​ສາ​ຫະກິດຈະ​ບໍ່​ຫຼຸດ​ລົງ ​ແຕ່​ໄດ້​ຮັບ​ການ​ອະນຸລັກ​ແລະ​ພັດທະນາ, ເພື່ອຫຼີກລ່ຽງສະຖານະການໃນປັດຈຸບັນຄື ຍິ່ງ​ປ່ຽນ​ແປງ​ໃໝ່​ການຄຸ້ມຄອງລັດວິສາຫະກິດຫຼາຍ​ເທົ່າ​ໃດ ທຶນ​ຂອງ​ລັດ​ໃນ​ວິ​ສາ​ຫະກິດ​ກໍ​ຈະ​ຍິ່ງ​ຫຼຸດ​ໜ້ອຍ​ຖອຍ​ລົງ​ເທົ່າ​ນັ້ນ. ພາຍຫຼັງທີ່ວິ​ສາ​ຫະກິດດຳເນີນທຸລະກິດຢ່າງໝັ້ນຄົງ ແລະ ມີປະສິດທິຜົນ​ແລ້ວ, ຈະ​ດຳ​ເນີນ​ການ​ຖອນ​ທຶນ​ຂອງ​ລັດ ເພື່ອໃຫ້ນັກລົງທຶນອື່ນໆ​ໄດ້​ມີ​ສ່ວນ​ຮ່ວມໃນການເຄື່ອນໄຫວ ແລະ ເປັນເຈົ້າຂອງວິ​ສາ​ຫະກິດ. ລັດມີ​ແຫຼ່ງ​ເງິນ​ທຶນ​ໃໝ່​ເພື່ອ​ສະໜັບສະໜູນ​ບັນດາ​ຂະ​ແໜງ​ການ​ແລະ​ຂົງ​ເຂດ​ທີ່​ຈັດ​ຕັ້ງ​ຂຶ້ນໃໝ່​ ເຊິ່ງມີ​ຄວາມ​ສ່ຽງ​ຫຼາຍ​ຢ່າງ. ດັ່ງ​ນັ້ນ, ການ​ເຄື່ອນ​ໄຫວ​ຂອງ​ລັດ​ໃນ​ຂົງ​ເຂດ​ນີ້ ຄ້າຍຄື​ກັນ​ກັບ​ກອງ​ທຶນ​ເພື່ອການ​ລົງທຶນ​ທີ່​ມີ​ຄວາມ​ສ່ຽງຢູ່ບັນດາປະເທດພັດທະນາ​ແລ້ວ ແລະ ລັດວິສາຫະກິດຈຶງມີ​ບົດບາດ​ເປັນ​ຜູ້​ບຸກ​ເບີກໃນການປູທາງ. ຫຼື​ຮູບ​ແບບ​ການ​ລົງທຶນ​ກໍ່ສ້າງ​ຖະໜົນ​ແລ້ວ​ໂອນ​ສິດ​ດຳ​ເນີນ​ການ​ຂຸດ​ຄົ້ນ ດັ່ງ​ທີ່​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ໄດ້​ທົດ​ລອງ​​ໃນເສັ້ນທາງ​ດ່ວນ ຮ່າ​ໂນ້ຍ - ຫາຍ​ຟ່ອງ ຫຼື ​ເສັ້ນທາງດ່ວນນະຄອນ​ໂຮ່ຈີ​ມິນ - ຈຸງ​ເລືອງ ກໍ່​​ເປັນ​ຕົວຢ່າງ​ໜຶ່ງຂອງ​ຂໍ້​ສະ​ເໜີ​ດັ່ງກ່າວ. ຈາກ​ນັ້ນ, ຈຳ​ເປັນຕ້ອງມີ​ການຫັນປ່ຽນພື້ນຖານ ຈາ​ກ​ແນວ​ຄວາມ​ຄິດຕ້ອງ​ມີ​ລັດ​ວິ​ສາຫະກິດທີ່​ຄວບ​ຄຸມ​ຕະຫຼາດຕາມ​ເຈດ​ຈຳນົງ ​ໄປ​ສູ່​ແນວ​ຄວາມ​ຄິດ​ລັດ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ຕະຫຼາດ​ທີ່​ດຳ​ເນີນ​ການ​ຕາມ​ກົດ​ເກນ​ທົ່ວ​ໄປ ​ແລະ ລັດ - ​ເຊິ່ງຕົວ​ແທນ​ຢູ່​ນີ້​ແມ່ນ​ລັດ​ວິ​ສາ​ຫະກິດທີ່​ມີ​ສ່ວນ​ຮ່ວມ​ໃນ​ບັນດາ​ຂະ​ແໜງ​ການ ຂົງ​ເຂດ​ທີ່​ລັດ​ຮັບຜິດຊອບ ຫຼື​ຕາມ​ເປົ້າ​ໝາຍ​ໄລຍະ​ຍາວ​ທີ່​ລັດ​ກຳນົດ​ໄວ້.

ບັນຫາ​ທີ​ສາມ: ຕ້ອງ​ເລືອກ​ເອົາ​ຈຸດ​ບຸກທະລຸ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ປີ 2021-2025 ​ໂດຍອີງຕາມ​ການກະທົບ​ແຜ່ກະຈາຍ​ຂອງ​ພື້ນ​ທີ່​ຜັກ​ດັນ​ໃນລະບົບ​ເສດຖະກິດ.

​ໃນ​ໄລຍະ​ທີ່​ຜ່ານ​ມາ, ການ​ປັບ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ ​ໂດຍ​ສະ​ເພາະ​ແມ່ນ 3 ຈຸດ​ສຸມ​ທີ່​​ບໍ່​ທັນ​ມີ​ການ​ເຊື່ອມ​ໂຍງ​ລະຫວ່າງ​ບັນດາ​ຂະ​ແໜງ​ການ​ນຳກັນ ​ແລະ ກັບ​ເສດຖະກິດ​ພາກ​ເຂດ. ພວກເຮົາຍັງບໍ່ເຫັນຄວາມສໍາພັນທີ່ໃກ້ຊິດລະຫວ່າງ​ການ​ຈັດການ​ແກ້​ໄຂ​ໜີ້​ເສຍຂອງສະ​ຖາ​ບັນ​ສິນ​ເຊື່ອ ຕິດ​ພັນ​ກັບ​ສຸຂະພາບ​ຂອງ​ບໍ່​ພຽງ​ແຕ່​ລັດ​ວິ​ສາ​ຫະກິດ​ໂດຍ​ສະ​ເພາະ​ແຕ່​ຍັງ​ລວມ​ເຖິງ​ລະບົບ​ວິ​ສາ​ຫະກິດ​ຂອງ​ຫວຽດນາມ​ໂດຍ​ທົ່ວ​ໄປ. ການ​ລົງທຶນ​ພາກ​ລັດຍັງ​ກະຈັດກະຈາຍ, ມີ​ປະສິດທິ​ຜົນ​ຕ່ຳ ກໍ​ແມ່ນ​ສາ​ເຫດ​ທີ່​ສຳຄັນ​ໜຶ່ງ​ໃນ​ຫຼາຍ​ສາ​ເຫດ​ທີ່​ເຮັດ​ໃຫ້ ສະຖານະການທາງດ້ານການເງິນຂອງວິ​ສາຫະກິດຮ້າຍແຮງ ແລະ ຮ້າຍ​ແຮງ​ກວ່າ​ເກົ່າ ​ເຊັ່ນ: ໜີ້ຈາກການກໍ່ສ້າງພື້ນຖານ ໄດ້ຍູ້ວິສາຫະກິດການກໍ່ສ້າງ​ການຈະລາຈອນ ກາຍ​ເປັນ​ລູກ​ໜີ້​ໃຫຍ່​ຂອງທະນາຄານການຄ້າ. ດ້ວຍ​ສະພາບ​ຕົວ​ຈິງ​ຂອງຫວຽດນາມ​ໃນ​ປະຈຸ​ບັນ, ​​ເປັນ​ເລື່ອງ​ຍາກ​ທີ່​ພວກ​ເຮົາ​ຈະ​ສ້າງ​ບັນດາ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຢີຂັ້ນ​ສູງ​ເມື່ອ​ທຽບ​ໃສ່​ກັບ​ໂລກ, ບໍ່​ສາມາດ​ໃຊ້ປະ​ໂຫຍ​ດຈາກຍຸກ​ທອງຄຳຂອງ​ປະຊາກອນ​. ດັ່ງ​ນັ້ນ, ບໍ່​ອາດ​ຈະ​ເບິ່ງ​ເບົາ​ອຸດສາຫະກຳ​ຕ່ຳແຜ່ນຕັດຫຍິບ ​ແຕ່​ຕ້ອງຖື​ວ່າ​ນີ້​ແມ່ນ​ຂະ​ແໜງ​ການ​ທີ່​ສຳຄັນ​ໃນ​ສອງ​ສາມທົດ​ສະ​ວັດຂ້າງໜ້າ ​ເນື່ອງ​ຈາກ​ສາມາດ​ໃຊ້​ແຮງ​ງານ​ທີ່​ມີ​ທັກ​ສະ​ຈຳນວນ​ຫຼາຍ​ທີ່ຜ່ານ​ການ​ຝຶກ​ອົບຮົມ​ໄລຍະ​ສັ້ນ (ຕ່ຳກວ່າ 3 ​ເດືອນ) ​ແຕ່​ມີ​ລາຍ​ໄດ້​ສູງ​ກວ່າ​ຄົນ​ງານ​ກະ​ເສດ 2 - 3 ​ເທົ່າ. ບັນຫາ​ແມ່ນຕ້ອງ​ສຸມ​ໃສ່​ລົງທຶນ​ກໍ່ສ້າງ​ອຸດສາຫະກຳ​ຕ່ຳ​ແຜ່ນ​ຕັດຫຍິບ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ສູງ​ຂອງບັນດາ​ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່, ຕ້ອງ​ໄປ​ຈາກ​ການ​ຜະລິດ​ເສັ້ນ​ດ້າຍ​ ເພື່ອ​ເຂົ້າຮ່ວມ​ເທື່ອ​ລະ​ກ້າວ​ໃນທັງ​ໝົດ 4 ຂັ້ນ​ຕອນ​ຄື ການ​ອອດ​ແບບ - ການ​ຜະລິດວັດຖຸ​ດິບ - ການ​ແປ​ຮູບ - ການຈຳໜ່າຍ ຂອງ​ອຸດສາຫະກຳຕ່ຳ​ແຜ່ນ​ຕັດຫຍິບ​ໃນ​ອີກ 20 - 30 ປີ​ຂ້າງ​ໜ້າ, ຊ່ວຍ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ກະ​ເສດຕະກອນ​ທີ່​ປ່ຽນ​ງານຈຳນວນ​ຫຼາຍ​, ​ເຊື່ອມ​ຕໍ່​ການ​ພັດທະນາ​ອຸດສາຫະກຳຕ່ຳ​ແຜ່ນ​ຕັດຫຍິບ ກັບ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ​ໃນ​ກະສິກຳ​ແລະ​ຊົນນະບົດ, ຕິດ​ພັນ​ກັບ​ຂະ​ບວນການຫັນ​ເປັນ​ຕົວ​ເມືອງ​ໃນ​ຊົນ​ນະ​ບົດ​ຂອງຫວຽດ​ນາມ. 

​ໃນ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ຂອງ​ຫວຽດນາມ, ກຸ່ມ​ບໍລິສັດ ວິນ​ກຣຸບ ສຸມ​ໃສ່ການຜະລິດລົດໄຟຟ້າ ແລະ ປະສົມປະສານເຕັກໂນໂລຢີປັນຍາປະດິດ. ນີ້​ແມ່ນ​ທິດ​ທາງ​ບຸກທະລຸ​ທີ່​ສອດ​ຄ່ອງ​ກັບ​ທັດສະນະ​ຂອງ​ພັກກ່ຽວ​ກັບ “ການລັດໄປຂ້າງ​ໜ້າ” ​ໃນ​ຂະບວນການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ຫາກ​ໄປ​ໃນ​ທິດ​ທາງ​ການ​ຜະລິດ​ລົດ​ໂອ​ໂຕ​ທີ່​ໃຊ້​ນໍ້າມັນເຊື້ອໄຟ, ວິກຣຸບ ຕາມ​ຫຼັງ​ໂລກ​ເປັນ​ຮ້ອຍ​ປີ, ​ແຕ່​ເມື່ອ​ເລືອກລົດ​ໄຟຟ້າ, ຈຸດ​ເລີ່​ມຕົ້ນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ​​ນີ້ຫຼ້າ​ຫຼັງ​ພຽງ 10 ປີ​​ເທົ່າ​ນັ້ນ. ດັ່ງ​ນັ້ນ, ບົດບາດ​ຂອງ​ລັດ​ແມ່ນ​ມີ​ນະ​ໂຍບາຍສະໜັບສະໜູນ​ວິ​ສາ​ຫະກິດ​ທີ່​ຜະລິດ​ໝໍ້​ໄຟ​ໃຫ້​ລົດ​​ໂອ​ໂຕ ແລະ ຈະກາຍ​ເປັນ​ແຫຼ່ງກັກ​ເກັບ​​ພະ​ລັງ​ງານ​ໝູນວຽນ​ ທີ່​ມີ​ທ່າ​ອ່ຽງ​ພັດທະນາ​ຢ່າງ​ແຂງແຮງ​ໃນ​ຫວຽດ​ນາມ. ດ້ວຍ​ກົນ​ໄກ​ແລະ​ນະ​ໂຍບາຍ, ລັດ​ສ້າງ​ເງື່ອນ​ໄຂ​ໃນ​ການ​ສ້າງ​ຕະຫຼາດ​ທີ່​ໃຫຍ່​ພຽງພໍ​​ເພື່ອ​ໃຫ້​ວິ​ສາ​ຫະກິດລົງທຶນ ​ແລະ ​ໄດ້​ຮັບ​ປະສິດທິ​ຜົນ​ທາງ​ເສດຖະກິດ. ຈາກ​ນັ້ນ, ນະ​ໂຍບາຍ​ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນຈະ​ໄດ້​ຮັບ​ການ​ຍົກ​​ຂຶ້ນສູ່​ລະດັບ​ໃໝ່, ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ຂອງ​ລັດ​ໃນ​ການ​ກຳນົດທິດ​ທາງ​ການ​ພັດທະນາ ​ຕາມ​ເປົ້າ​ໝາຍ​ທີ່​ກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ໄດ້​ຮັບ​ຮອງ.

ຄຽງຄູ່ກັບການຈັດການແກ້ໄຂບັນດາບັນຫາຂ້າງເທິງນີ້, ຕ້ອງ​ເຮັດ​ການ​ປ່ຽນ​ແປງຢ່າງພື້ນຖານ ໃນຈິນຕະນາການ​ລົງທຶນ​​ພັດທະນາ​ແບບ​ລຽງ​​ແຖວ​ແນວ​ນອນ ​ເພື່ອສຸມ​ໃສ່​ສ້າງ​ຫົວ​ລົດຈັກເສດຖະກິດ​ທີ່​ສາມາດ​ນຳກຳ​ປັ່ນ​ເສດຖະກິດ​ຫວຽດນາມ​ໄປ​ສູ່​ຈຸດໝາຍ​ປາຍທາງຂອງ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ອາລະຍະທຳ. ໃນ​ອີກ​ສອງ​ສາມ​ທົດ​ສະ​ວັດ​ຂ້າງ​ຫນ້າ​ຈະ​ມີ​ພາກ​ພື້ນ​ທີ່​ມີ​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ຢ່າງ​ວ່ອງ​ໄວ​, ພາ​ໃຫ້​ເກີດ​ບັນຫາ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ຂະຫຍາຍຕົວ​ຂອງ​ຕົວ​ເມືອງ ຈຶງຕ້ອງ​ມີ​ລະບົບ​ນະ​ໂຍບາຍ​ເພື່ອ​ຈຳກັດ​ການ​ກໍ່​ຕົວ​ຂອງ​ມະຫາ​ນະຄອນ - ​ເຊິ່ງອາດ​ຈະ​ພາ​ໃຫ້​ເກີດຄວາມສ່ຽງໃນການ​ຮັບປະກັນຄວາມ​ປອດ​ໄພ​ທາງສັງຄົມ./.

-----------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 975 (​ເດືອນ​ຕຸລາ 2021)