ທັດສະນະ ເປົ້າໝາຍ ແລະ ບັນດາທິດທາງບຸລິມະສິດ
ຂອງແຜນແມ່ບົດແຫ່ງຊາດຂອງຫວຽດນາມ
ໃນໄລຍະ 2021-2030
, ວິໄສທັດຮອດປີ 2050

ໂດຍ ຫງວຽນ ຈີ໊ ຢຸ້ງ
ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຜນການແລະການລົງທຶນ
02:01, 08-09-2023
ວກ. - ແຜນ​ແມ່​ບົດ​ແຫ່ງ​ຊາດມີເປົ້າໝາຍເພື່ອ​ກຳນົດ​ຮູບ​ແບບ​ການ​ພັດທະນາ​ໂດຍ​ອີງ​ໃສ່ພື້ນທີ່ອານາເຂດ​ທີ່​ເຊື່ອມໂຍງ​ກັນ​ ​ຄົບຊຸດ ແລະ ເປັນ​ເອກະ​ພາບຢ່າງສູງ, ສ້າງພື້ນທີ່​ການ​ພັດທະນາ ​ແລະ ​ແຮງຂັບເຄື່ອນ​ການ​ເຕີບ​ໂຕ​ໃໝ່, ຮັບປະກັນ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ແລະ ຍືນ​ຍົງ​ຂອງ​ຫວຽດນາມ. ນີ້ແມ່ນບັນຫາໃຫຍ່ແລະຫຍຸ້ງຍາກ, ເພື່ອຜັນຂະຫຍາຍປະຕິບັດຢ່າງຖືກຕ້ອງແລະມີປະສິດທິຜົນ, ຮຽກຮ້ອງໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບທັດສະນະ ເປົ້າໝາຍ ແລະ ທິດທາງບຸລິມະສິດ ໃນແຕ່ລະຂັ້ນຕອນ ເຊິ່ງກໍານົດໄວ້ໃນວິໄສທັດໄລຍະຍາວ.

ທ່ານ ຟ້າມ ມິງ ຈິ້ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ (ແຖວໜ້າທີ 3 ຈາກຊ້າຍ) ຢ້ຽມຊົມງານວາງສະແດງພາບຖ່າຍທົ່ງພຽງແມ່ນ້ຳແດງໃນຫົວຂໍ້ “ການເຊື່ອມໂຍງການພັດທະນາ - ການປ່ຽນແປງໃໝ່ປະດິດສ້າງ - ສີຂຽວ ແລະ ຍືນຍົງ” ໃນກອງປະຊຸມກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳແດງ _ພາບ: TTXVN

ທັດສະນະການພັດທະນາ ແລະ ການຈັດຕັ້ງພື້ນທີ່ການພັດທະນາ
ໃນໄລຍະ
2021-2030, ວິໄສທັດຮອດປີ 2050

ລະບົບ​ທັດສະນະ​ຂອງ​ແຜນ​ແມ່​ບົດ​ແຫ່ງ​ຊາດປະກອບດ້ວຍ 2 ກຸ່ມ: ກຸ່ມ​ທັດສະນະ​ກ່ຽວ​ກັບ​ການ​ພັດທະນາ​ປະ​ເທດ​ຊາດ ​ແລະ ກຸ່ມ​ທັດສະນະ​ກ່ຽວ​ກັບ​ການຈັດພື້ນທີ່ພັດທະນາປະເທດ. ກ່ຽວກັບທັດສະນະການພັດທະນາປະເທດຊາດ, ໃນແຜນແມ່ບົດໄດ້ຊາບຊຶມ ແລະ ກຳນົດທັດສະນະການພັດທະນາ 5 ປະການຂອງຍຸດທະສາດການພັດທະນາເສດຖະກິດແລະສັງຄົມ 10 ປີ 2021-2030 ຢ່າງເປັນຮູບປະທຳຫຼາຍຂຶ້ນ. ຄຽງຄູ່ກັນນັ້ນ, ແຜນແມ່ບົດຍັງໄດ້ລະບຸບັນດາທັດສະນະກ່ຽວກັບການຈັດພື້ນທີ່ພັດທະນາປະເທດ ເພື່ອເປັນພື້ນຖານໃນການກຳນົດທິດທາງການຈັດວາງພື້ນທີ່ຂອງການເຄື່ອນໄຫວທາງເສດຖະກິດ ສັງຄົມ, ການຄຸ້ມຄອງສິ່ງແວດລ້ອມ, ການຮັບປະກັນການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ດັ່ງຕໍ່ໄປນີ້:   

ທີໜຶ່ງ, ພື້ນທີ່ການພັດທະນາຂອງປະເທດຈະຕ້ອງ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເປັນ​ເອກະ​ພາບ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ຮັບປະກັນ​ການ​ເຊື່ອມ​ໂຍງພາຍໃນ​​ພາກ​ພື້ນ ​ແລະ ລະຫວ່າງ​ພາກ​ພື້ນ ​ແລະ ຂຸດ​ຄົ້ນຂໍ້​ໄດ້​ປຽບແບບປຽບ​ທຽບ​ຂອງ​ແຕ່ລະ​ພາກ​ພື້ນ, ປັບປຸງ​ຍົກສູງຄວາມ​ສາມາດ​ໃນການແຂ່ງຂັນຂອງປະເທດ.

ທີສອງ, ການພັດທະນາມີຈຸດໜັກ ໃຈກາງ ໂດຍສຸມ​ໃສ່ບັນດາ​ພື້ນທີ່​ທີ່​ມີ​ເງື່ອນ​ໄຂ​ທາງ​ພູມ​ສາດທີ່ດີ, ມີ​ໂຄງສ້າງພື້ນຖານທາງ​ເສດຖະກິດ-ສັງຄົມ, ມີຊັບພະຍາກອນ​ມະນຸດຄຸນ​ນະພາ​ບສູງ ​ແລະ ທ່າ​ແຮງ, ຂໍ້​ໄດ້​ປຽບ​ອື່ນໆ ສຳລັບການ​ພັດທະນາ​ ເພື່ອສ້າງເຂດແຮງຂັບເຄື່ອນ, ​ແລວທາງ​ເສດຖະກິດ ແລະ ​ຂົ້ວການ​ເຕີບ​ໂຕ, ສ້າງ​ຜົນກະທົບແຜ່ກະຈາຍ ຊຸກຍູ້​ເສດຖະກິດ​ຂອງ​ປະ​ເທດ​ໃຫ້​ພັດທະນາ​ຢ່າງ​ວ່ອງ​ໄວ ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ; ພ້ອມ​ກັນ​ນັ້ນ, ມີ​ກົນ​ໄກ ນະ​ໂຍບາຍ ​ແລະ ຊັບພະຍາກອນ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ເສດຖະກິດ ​ເພື່ອ​ຮັບປະກັນ​ຄວາມປອດໄພທາງ​ສັງຄົມ​ໃນ​ບັນດາ​ເຂດທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.    

ທີສາມ, ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນແລະປະຢັດ, ໂດຍສະເພາະຊັບພະຍາກອນທີ່ດິນ ນ້ຳ ປ່າໄມ້ ແລະ ແຮ່ທາດ; ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານອາຫານ, ຄວາມໝັ້ນຄົງດ້ານແຫຼ່ງນ້ຳ; ພັດທະນາເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ; ການປົກປ້ອງສິ່ງແວດລ້ອມ; ການເປັນເຈົ້າການໃນການ​ປ້ອງ​ກັນ ​ແລະ ຕໍ່ສູ້ກັບໄພພິບັດທາງ​ທຳ​ມະ​ຊາດ ​ແລະ ປັບ​ຕົວ​ໃຫ້ເຂົ້າ​ກັບ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາກາດ.

ທີສີ່, ​ການຈັດຕັ້ງພື້ນທີ່ພັດທະນາປະເທດ, ບັນດາເຂດ, ແລວທາງເສດຖະກິດ ແລະ ລະບົບຕົວເມືອງ ຕ້ອງຕິດພັນກັບການພັດທະນາລະບົບໂຄງສ້າງພື້ນຖານທີ່ຄົບຊຸດ ທັນສະໄໝ ແລະ ມີການພັດທະນະຢ່າງກົມກຽວຂອງເຂດຕົວເມືອງ ແລະ ຊົນນະບົດ.

ທີຫ້າ, ການຈັດຕັ້ງພື້ນທີ່ພັດທະນາປະເທດ ຈະຕ້ອງ​ເຊື່ອມໂຍງພື້ນທີ່​ດິນຕໍ່ແຜ່ນ ກັບພື້ນທີ່ທາງ​ທະ​ເລ; ຂຸດ​ຄົ້ນ​ແລະ​ນຳ​ໃຊ້ພື້ນທີ່​ໃຕ້​ດິນ ທະ​ເລ ​ແລະ ​ອາ​ກາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ໃຫ້ຄວາມສຳຄັນກັບການເຊື່ອມຕໍ່ແລວທາງເສດຖະກິດພາຍໃນປະເທດ ກັບແລວທາງເສດຖະກິດພາກພື້ນ ແລະ ສາກົນ. ສົມທົບ​​ການ​ພັດທະນາ​ເສດຖະກິດ ວັດທະນະທຳ ແລະ ສັງຄົມ ເຂົ້າ​ກັບ​ການ​ປ້ອງ​ກັນ​ປະ​ເທດ ແລະ ການຮັບປະກັນ​ຄວາມ​ໝັ້ນຄົງຢ່າງແໜ້ນແຟ້ນ.

ວິໄສທັດຮອດປີ 2050, ຫວຽດນາມຈະກາຍເປັນປະເທດທີ່ພັດທະນາແລ້ວ ເຊິ່ງມີລາຍໄດ້ສູງ, ສັງຄົມປະຊາທິປະໄຕ ຍຸຕິທຳ ແລະ ມີອາລະຍະທຳ, ພ້ອມລະບົບໂຄງສ້າງພື້ນຖານທີ່ຄົບຊຸດ ແລະ ທັນສະໄໝ; ບັນດາເຂດ ພາກໃນປະເທດຂະຫຍາຍຕົວຢ່າງກົມກຽວ ແລະ ຍືນຍົງ, ບັນດາທ່າແຮງແລະຂໍ້ໄດ້ປຽບ ໄດ້ຮັບການຂຸດຄົ້ນຢ່າງມີປະສິດທິຜົນ; ລະບົບຕົວເມືອງທີ່ອັດຊະລິຍະ ທັນສະໄໝ ອຸດົມສົມບູນ ແລະ ສີຂຽວ; ເອກະລັກ​ວັດທະນະທຳ​ຂອງ​ຊາດ ​ແລະ ຄຸນ​ຄ່າ​ອັນ​ດີງາມ​ຂອງປະເທດ ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເຊີດ​ຊູ; ​ສິ່ງ​ແວດ​ລ້ອມ​​ມີ​ຄຸນ​ນະພາ​ບດີ, ສັງຄົມ​ສອດ​ຄ່ອງ​ກັບ​ທຳ​ມະ​ຊາດ, ການພັດທະນາທີ່​ມີ​ປະສິດທິ​ຜົນ​​ສູ່​ເສດຖະກິດ​ໝູນວຽນ ​ເສດຖະກິດ​ຂຽວ ກາກ​ບອນ​ຕ່ຳ. ໃນໄລຍະປີ 2031-2050, ຫວຽດ​ນາມສູ້​ຊົນໃຫ້ອັດ​ຕາ​ການ​ເຕີບ​ໂຕລວມ​ຍອດ​ຜະ​ລິດ​ຕະ​ພັນພາຍ​ໃນປະເທດ (ຈີດີພີ) ປະ​ມານ 6,5 - 7,5% ຕໍ່ປີ; ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ຕໍ່​ຫົວ​ຄົນ​ໃນ​ລາ​ຄາ​ປະ​ຈຸ​ບັນ​ໃນ​ປີ 2050 ຈະ​ບັນ​ລຸ​ປະ​ມານ 27.000 - 32.000 ໂດລາສະຫະລັດ; ອັດຕາ​ການຂະຫຍາຍຕົວຂອງ​ຕົວ​ເມືອງພາຍໃນ​ປີ 2050 ຈະ​ບັນລຸ 70 - 75%; ດັດ​ຊະ​ນີ​ການ​ພັດ​ທະ​ນາ​ມະ​ນຸດ​ສູງ​ຫຼາຍ, ຊີ​ວິດ​ຂອງ​ປະ​ຊາ​ຊົນ​ມີ​ຄວາມ​ສຸກ; ການ​ປ້ອງ​ກັນ​ປະ​ເທດ ​ແລະ ຄວາມ​ໝັ້ນຄົງ​ຂອງປະເທດ​ ໄດ້​ຮັບ​ການ​ຮັບປະກັນ​ຢ່າງ​ໜັກ​ແໜ້ນ.

ບັນດາໜ້າທີ່ຈຸດໜັກ ແລະ ທິດທາງສຳຄັນໃນແຜນແມ່ບົດ

ບັນດາໜ້າທີ່ຈຸດໜັກ

ທີໜຶ່ງ, ການສ້າງກອບໂຄງສ້າງພື້ນຖານແຫ່ງຊາດສຳເລັດໂດຍພື້ນຖານ ເຊິ່ງສຸມໃສ່ໂຄງສ້າງພື້ນຖານດ້ານຄົມມະນາຄົມ, ໂຄງສ້າງພື້ນຖານໃນຕົວເມືອງ, ໂຄງສ້າງພື້ນຖານໃນຊົນນະບົດ, ໂຄງສ້າງພື້ນຖານພະລັງງານ, ໂຄງສ້າງພື້ນຖານດິຈິຕອນ, ໂຄງສ້າງພື້ນຖານທາງວັດທະນະທຳແລະສັງຄົມ, ໂຄງສ້າງພື້ນຖານຊົນລະປະທານ, ການປົກປ້ອງສິ່ງແວດລ້ອມ, ການປ້ອງກັນແລະຄວບຄຸມໄພພິບັດທາງທຳມະຊາດ ແລະ ການປັບຕົວໃຫ້ເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ.

ທີສອງ, ຊຸກຍູ້ການປັບໂຄງສ້າງເສດຖະກິດຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ. ​ໃຫ້​ບຸລິມະສິດ​ແກ່​ການ​ພັດທະນາ​ຂະ​ແໜງການແລະ​ຂົງເຂດຈຳນວນ​ໜຶ່ງ​ທີ່​ມີ​ທ່າ​ແຮງ, ຂໍ້​ໄດ້​ປຽບ ​ແລະ ພື້ນທີ່​ອັນກວ້າງ​ໃຫຍ່, ຕິດ​ພັນ​ກັບ​ພື້ນທີ່ການພັດທະນາ​ໃໝ່.

ທີສາມ, ພັດທະນາບັນດາເຂດແຮງຂັບເຄື່ອນ ແລະ ​ຂົ້ວການ​ເຕີບ​ໂຕແຫ່ງຊາດທີ່ສຳຄັນ ເພື່ອສ້າງ​ເປັນ​ຫົວ​ຈັກ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ປະ​ເທດຊາດ.

ທີສີ່, ການຈັດຕັ້ງແລະພັດທະນາ​ແລວທາງ​ເສດຖະກິດ​ຕາມ​ແກນ​ເໜືອ-​ໃຕ້, ​ແລວທາງ​ເສດຖະກິດ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ, ​ແລວທາງ​ເສດຖະກິດ​ແຄມ​ຝັ່ງ​ທະ​ເລ, ​ແລວທາງອຸດສາຫະກຳ - ຕົວ​ເມືອງ - ​ບໍລິການ ​ໃນ​ບັນດາ​ເຂດແຮງຂັບເຄື່ອນ ແລະ ​ເຂດ​ຕົວ​ເມືອງ​ຂະໜາດ​ໃຫຍ່.  

ທິດທາງບຸລິມະສິດການພັດທະນາ ແລະ ການຈັດແບ່ງພື້ນທີ່ ຂອງບັນດາຂະແໜງເສດຖະກິດ

ກ່ຽວກັບອຸດສາຫະກຳ: ສຸມໃສ່ພັດທະນາອຸດສາຫະກໍາພື້ນຖານຈໍານວນໜຶ່ງ ເພື່ອຕອບສະໜອງຄວາມຕ້ອງການວັດສະດຸການຜະລິດຂັ້ນພື້ນຖານ ຂອງລະບົບເສດຖະກິດ. ໃຫ້ບຸລິມະສິດການພັດທະນາຂະແໜງອຸດສາຫະກຳຈຳນວນໜຶ່ງ ທີ່ມີເຕັກໂນໂລຊີສູງ, ເຕັກໂນໂລຊີດິຈິຕອນ, ເຕັກໂນໂລຊີໃໝ່. ພັດທະນາຂະແໜງອຸດສາຫະກຳສີຂຽວ ຕິດພັນກັບຮູບແບບເສດຖະກິດໝູນວຽນ ທີ່ໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ ແລະ ມີປະສິດທິຜົນ. ຈັດວາງພື້ນທີ່ອຸດສາຫະກຳຕາມທິດຕິດພັນກັບລະບົບຕົວເມືອງ ແລະ ສູນບໍລິການ ເພື່ອສ້າງເປັນບັນດາແລວທາງເສດຖະກິດ, ບັນດາເຂດແຮງຂັບເຄື່ອນ. ຂະຫຍາຍພື້ນທີ່ການພັດທະນາອຸດສາຫະກໍາໄປທາງທິດຕາເວັນຕົກຂອງເສັ້ນທາງດ່ວນເໜືອ-ໃຕ້ທາງຕາເວັນອອກ, ແລະ ພື້ນທີ່ເນີນສຸງທາງເໜືອ ເພື່ອຫຼຸດຜ່ອນແຮງກົດດັນຕໍ່ການນໍາໃຊ້ທີ່ດິນໃນເຂດທົ່ງພຽງ ແລະ ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງສະພາບດິນຟ້າອາກາດ.

ກ່ຽວກັບການບໍລິການ, ກໍ່ສ້າງບັນດາສູນການຄ້າ, ການເງິນ... ລະດັບພາກພື້ນ ແລະ ລະດັບໂລກ ໃນຕົວເມືອງໃຫຍ່, ຕິດພັນກັບການພັດທະນາເຂດແຮງຂັບເຄື່ອນ ແລະ ແລວທາງເສດຖະກິດ. ກໍ່ຕັ້ງສູນໂລຈິສະຕິກຂະໜາດໃຫຍ່ແລະທັນສະໄໝ ຕິດ​ພັນ​ກັບ​ທ່າ​ເຮືອທະເລ, ສະໜາມ​ບິນ ​ແລະ ດ່ານ​ຊາຍ​ແດນ​ສາກົນທີ່ສຳຄັນ. ພັດທະນາ​ສູນກາງການທ່ອງ​ທ່ຽວ​ທີ່​ມີ​ຄວາມ​ສາມາດ​ແຂ່ງຂັນ​ໃນ​ພາກ​ພື້ນ ​ແລະ ສາກົນ.

ກ່ຽວກັບກະສິກຳ: ກໍ່ສ້າງ​ເຂດ​ຜະລິດ​ກະສິກຳ​ແບບເຂັ້ມຂົ້ນ ​ໂດຍຕິດພັນກັບ​ການ​ພັດທະນາ​ສູນ​ອຸດສາຫະກຳ​ປຸງ​ແຕ່ງ. ​ເພີ່ມ​ອັດຕາ​ສ່ວນ​ສິນ​ໃນ​ນ້ຳ, ໝາກ​ໄມ້ ​ແລະ ຫຼຸດຜ່ອນ​ອັດຕາ​ສ່ວນ​ເຂົ້າ​ຢ່າງ​ສົມ​ເຫດ​ສົມ​ຜົນ ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ພັດທະນາ​ກະສິກຳ​ຕາມທິດ​ກະສິກຳອິນຊີທີ່ມີປະສິດທິຜົນ​ສູງ, ກະສິກຳຮັບ​ໃຊ້​ຕົວ​ເມືອງ​ ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ. ​ເພີ່ມ​​ເນື້ອ​ທີ່​ປູກ​ໄມ້​ກິນ​ໝາກ, ພັດທະນາ​ເສດຖະກິດ​ປ່າ​ໄມ້, ພັດທະນາ​ສະໝູນໄພ​ໂດຍເຊື່ອມໂຍງ​ກັບ​ອຸດສາຫະກຳ​ປຸງ​ແຕ່ງ​ ຢູ່​ເຂດ​ເນີນສູງໄຕງວຽນ, ເຂດເນີນສູງທາງເໜືອ ​ແລະ ເຂດພູ​ດອຍ​ພາກ​ເໜືອ. ສຳລັບເຂດແຄມທະເລ ໃຫ້ພັດທະນາການລ້ຽງສັດນ້ຳແຄມທະເລ ຮ່ວມກັບການປູກ ແລະ ປົກປັກຮັກສາປ່າຊາຍເລນ; ພັດທະນາ​ການປະມົງນອກ​ຝັ່ງ​ທີ່​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ.

ທິດທາງບຸລິມະສິດການພັດທະນາ ແລະ ການຈັດແບ່ງພື້ນທີ່ ຂອງ​ຂະ​ແໜງ​ການໂຄງສ້າງ​ພື້ນ​ຖານ

ສຳລັບບັນດາຂະແໜງການໂຄງສ້າງພື້ນຖານທາງເຕັກນິກ: ເຕົ້າໂຮມ​ບັນດາ​ແຫຼ່ງກຳລັງ​ພັດທະນາ​ເຄືອຂ່າຍໂຄງສ້າງ​ພື້ນຖານ ​ເພື່ອ​ໜູນ​ຊ່ວຍ​ການກໍ່ຕົວຂອງບັນດາ​ແລວທາງ​ເສດຖະກິດ ​ແລະ ໃນໄວໆນີ້ຈະສ້າງຕັ້ງລະບົບໂຄງສ້າງພື້ນຖານທີ່ຄົບຊຸດ ແລະ ທັນສະໄໝ ໃນບັນດາເຂດແຮງຂັບເຄື່ອນ. ກໍ່ສ້າງ​ທາງ​ດ່ວນ​ເຊື່ອມ​ຕໍ່​ບັນດາ​ສູນກາງ​ເສດຖະກິດທີ່ສຳຄັນ, ຕິດ​ພັນ​ກັບ​ບັນດາ​ເຂດ​ແຮງຂັບເຄື່ອນ ​ແລະ ແລວ​ທາງເສດຖະກິດ. ​ຍົກ​ລະ​ດັບ​ ແລະ​ ​ກໍ່​ສ້າງ​ທ່າ​ເຮືອ​ທະ​ເລ​, ສະໜາມ​ບິນ​ສາກົນ. ເລັ່ງ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເໜືອ-​ໃຕ້, ບັນດາເສັ້ນທາງ​ລົດ​ໄຟ​ເຊື່ອມ​ຕໍ່​ກັບ​ທ່າເຮືອທະເລ ​ແລະ ​ສະໜາມ​ບິນ​ຫຼັກ. ພັດທະນາໂຄງສ້າງພື້ນຖານພະລັງງານ, ຮັບປະກັນການສະໜອງພະລັງງານຢ່າງພຽງພໍ ໝັ້ນຄົງ, ປະກອບສ່ວນ​ເຂົ້າ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ການ​ປ່ອຍ​ກ໊າດເຮືອນແກ້ວ​ສຸດ​ທິເປັນສູນພາຍ​ໃນ​ປີ 2050. ຊຸກຍູ້​ການ​ພັດທະນາໂຄງສ້າງ​ພື້ນຖານ​ດິຈິຕອນ ​ແລະ ໂຄງສ້າງພື້ນຖານ​ຂໍ້​ມູນ​ແຫ່ງ​ຊາດ. ພັດທະນາ​ໂຄງ​ສ້າງພື້ນຖານ​ດ້ານ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ໂຄງສ້າງພື້ນຖານ​ດ້ານການ​ຊົນລະປະທານ, ການປ້ອງ​ກັນແລະຕໍ່ສູ້ກັບ​ໄພ​ພິບັດທາງທຳ​ມະ​ຊາດ ແລະ ການຮັບມືກັບ​ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ.

ສຳລັບບັນດາຂະແໜງການໂຄງສ້າງພື້ນຖານທາງສັງຄົມ: ​ໃຫ້​ບຸລິມະສິດ​ການ​ລົງທຶນ​ເຂົ້າ​ໃນ​ບັນດາ​ສະ​ຖາ​ບັນ​ການ​ສຶກສາມະຫາວິທະຍາໄລ ​ແລະ ອາຊີວະສຶກສາ​ຄຸນ​ນະພາ​ບສູງ ທີ່​ເຂົ້າໃກ້​ລະດັບ​ຂອງປະ​ເທດ​ກ້າວໜ້າ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ ຢູ່​ໃນຕົວ​ເມືອງ​ໃຫຍ່ ​ແລະ ເຂດແຮງຂັບເຄື່ອນ. ພັດທະນາເຄືອຂ່າຍສະຖານສຶກສາອະນຸບານ ແລະ ການສຶກສາທົ່ວໄປ ຢ່າງສົມເຫດສົມຜົນ ຕິດພັນກັບການປັບປຸງຄຸນນະພາບ ແລະ ຕອບສະໜອງຄວາມຕ້ອງການທາງສັງຄົມ. ກໍ່ສ້າງແລະຍົກສູງປະສິດທິຜົນຂອງລະບົບການປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ, ລະບົບນິເວດການເລີ່ມຕົ້ນປ່ຽນແປງໃໝ່ປະດິດສ້າງ. ກໍ່ສ້າງໂຮງໝໍຈຳນວນນໜຶ່ງ ຕາມມາດຕະຖານລະດັບພາກພື້ນແລະສາກົນ; ຈັດຕັ້ງແລະພັດທະນາສູນ​ການ​ແພດສະເພາະທາງທີ່ທັນສະໄໝ. ກໍ່ສ້າງ ​ແລະ ປັບປຸງ​ສູນ​ວັດທະນະທຳ, ສູນ​ກິລາ​ແຫ່ງ​ຊາດ ຈຳນວນໜຶ່ງ ໃຫ້ທັນສະໄໝ ແລະ ບັນລຸ​ມາດຕະຖານ​ສາກົນ. ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ​ໂຄງສ້າງພື້ນຖານ​ທາງ​ສັງຄົມ ​ໃນ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຮັບປະກັນ​ຄວາມ​ກົມກຽວ​ ແລະ ຄວາມສົມດຸນ​ ລະຫວ່າງ​ການ​ພັດທະນາ​ເສດຖະກິດ ​ກັບ​ວັດທະນະທຳແລະສັງຄົມ.  

ທິດທາງການຈັດຕັ້ງພື້ນທີ່ຕາມພາກພື້ນ ແລະ ອານາເຂດ

ພື້ນທີ່ເນີນສູງທາງເໜືອ ​ແລະ ເຂດພູ​ດອຍ​ພາກ​ເໜືອ: ການພັດທະນາພາກພື້ນຕາມທິດທາງສີຂຽວ ຍືນຍົງ ແລະ ຮອບດ້ານ. ສຸມໃສ່ການປົກປ້ອງແລະຟື້ນຟູປ່າໄມ້; ການພັດທະນາເສດຖະກິດປ່າໄມ້ແບບຍືນຍົງ; ການຂຸດຄົ້ນແລະນຳໃຊ້ຊັບພະຍາກອນແຮ່ທາດຢ່າງມີປະສິດທິຜົນ; ຮັບປະກັນຄວາມໝັ້ນຄົງຂອງແຫຼ່ງນ້ຳ. ພັດທະນາອຸດສາຫະກຳປຸງແຕ່ງ, ການຜະລິດ ແລະ ພະລັງງານ; ກະສິກຳເຕັກໂນໂລຊີສູງ, ກະສິກຳອິນຊີ ຜະລິດຕະພັນພິເສດ; ເສດຖະກິດດ່ານຊາຍແດນ, ການທ່ອງທ່ຽວ. ຄົ້ນ​ຄ້ວາກໍ່ສ້າງ​ແລວທາງເສດຖະກິດບັກ​ຢາງ - ຖາຍ​ງວຽນ - ຝູ​ເຖາະ ​ໃຫ້​ກາຍ​ເປັນ​ແລວທາງແຮງຂັບເຄື່ອນ ເພື່ອຊຸກຍູ້​ການ​ເຕີບ​ໂຕ​ຂອງ​ທົ່ວທັງ​ພາກ​ພື້ນ.

ເຂດທົ່ງພຽງແມ່ນ້ຳແດງ: ສຸມ​ໃສ່​ພັດ​ທະ​ນາບັນດາຂະແໜງການຜະລິດອຸດສາຫະກຳ ແລະ ​ບໍ​ລິ​ການ​ທີ່​ທັນ​ສະ​ໄໝ. ກໍ່ສ້າງບັນດາສູນປ່ຽນແປງໃໝ່ປະດິດສ້າງ, ນໍາໜ້າໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ. ພັດທະນາກະສິກຳເຕັກໂນໂລຊີສູງ, ກະສິກຳສະອາດ, ກະສິກຳອິນຊີ ຮັບໃຊ້ຕົວເມືອງ. ສືບຕໍ່ກໍ່ສ້າງເຂດຫາຍຟ່ອງ-ກວ໋າງນິງ ໃຫ້ກາຍເປັນສູນກາງເສດຖະກິດທະເລ. ພັດທະນາແລວທາງເສດຖະກິດເຂດອ່າວພາກເໜືອ (ນິງບິ່ງ - ກວ໋າງນິງ).  

ຕອນເໜືອຂອງພາກກາງ ແລະ ເຂດຊາຍຝັ່ງຂອງພາກກາງ: ພັດທະນາເສດຖະກິດທະເລຢ່າງແຂງແຮງ ສົມທົບກັບການຮັບປະກັນການປ້ອງກັນປະເທດແລະການຮັກສາຄວາມໝັ້ນຄົງ. ຍົກສູງປະສິດທິຜົນຂອງລະບົບທ່າເຮືອທະເລ, ເຂດເສດຖະກິດຊາຍຝັ່ງທະເລ, ເຂດອຸດສາຫະກຳ. ພັດທະນາການທ່ອງທ່ຽວທະເລ, ການທ່ອງທ່ຽວວັດທະນະທຳ - ປະຫວັດສາດ. ສົ່ງເສີມການລ້ຽງສັດນ້ຳ, ການຂຸດຄົ້ນ ແລະ ປຸງແຕ່ງອາຫານທະເລ. ຍົກສູງຄວາມສາມາດໃນການປ້ອງກັນ ແລະ ຕໍ່ສູ້ກັບ​ໄພ​ທຳ​ມະ​ຊາດ. ກໍ່ສ້າງເຂດຊາຍຝັ່ງທະເລສາມແຂວງ ແທັງຮວ໋າ - ເງ້ອານ - ຮ່າຕິ້ງ ໃຫ້ກາຍເປັນ​ສູນກາງການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂອງ​ພາກກາງ ແລະ ທົ່ວ​ປະ​ເທດ.

ເຂດເນີນສູງໄຕງວຽນ: ປົກ​ປັກ​ຮັກ​ສາ​ປ່າທີ່​ນໍາ​ໃຊ້​ພິ​ເສດ ແລະ ​ປ່າຄຸ້ມຄອງລຸ່ມນ້ຳ ຕິດກັບ​ການ​ຮັບ​ປະ​ກັນ​ຄວາມໝັ້ນຄົງຂອງ​ແຫຼ່ງນ້ຳ​. ຍົກສູງປະສິດທິຜົນຂອງການພັດທະນາຕົ້ນໄມ້ອຸດສາຫະກຳ, ຂະຫຍາຍເນື້ອທີ່ປູກຕົ້ນໄມ້ກິນໝາກ, ສະໝູນໄພ, ພືດຜັກ ແລະ ດອກໄມ້. ຊຸກຍູ້ການພັດທະນາອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ ແລະ ປ່າໄມ້ ແລະ ພະລັງງານທົດແທນ; ພັດທະນາອຸດສາຫະກໍາການຂຸດຄົ້ນບໍ່ແຮ່ ບອກໄຊຕ໌, ການປຸງແຕ່ງອະລູມິນາ ແລະ ການຜະລິດອະລູມິນຽມ ຢ່າງຍືນຍົງ. ການພັດທະນາການທ່ອງທ່ຽວແບບນິເວດ, ຣີສອດ, ການທ່ອງທ່ຽວວັດທະນະທຳ ທີ່ຕິດພັນກັບການອະນຸລັກ ແລະ ສົ່ງເສີມຄຸນຄ່າວັດທະນະທຳ ແລະ ອັດຕະລັກຂອງຊົນເຜົ່າ.

ເຂດຕາເວັນອອກຂອງພາກໃຕ້: ກາຍ​ເປັນ​ເຂດທີ່ມີການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ​ເປັນຕົວຂັບເຄື່ອນການ​ເຕີບ​ໂຕທີ່​ໃຫຍ່​ທີ່​ສຸດຂອງ​ປະ​ເທດ; ສູນກາງວິທະຍາສາດ-ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ, ອຸດສາຫະກຳເຕັກໂນໂລຊີສູງ, ໂລຈິສະຕິກ ແລະ ສູນການເງິນສາກົນ ທີ່ມາຄວາມສາມາດແຂ່ງຂັນສູງ ໃນພາກພື້ນ; ນຳໜ້າໃນການປ່ຽນແປງໃໝ່ຮູບແບບການເຕີບໂຕ ແລະ ການຫັນປ່ຽນດິຈິຕອນ. ແກ້​ໄຂບັນຫາ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ການ​ຈະລາຈອນຕິດຂັດ ​ແລະ ​​ນໍ້າ​ຖ້ວມໄດ້ໂດຍພື້ນຖານ.

ເຂດທົ່ງພຽງແມ່ນ້ຳຂອງ: ພັັດທະນາເຂດນີ້ໃຫ້ກາຍເປັນສູງກາງເສດຖະກິດກະສິກຳທີ່ຍືນຍົງ, ຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນສູງຂອງປະເທດ, ພາກພື້ນ ແລະ ໂລກ. ສຸມໃສ່ຜະລິດກະສິກຳສິນຄ້າ ແລະ ທັນສະໄໝ ໂດຍຕິດພັນກັບການປຸງແຕ່ງ ແລະ ການສ້າງຍີ່ຫໍ້ສິນຄ້າ; ການ​ນໍາ​ໃຊ້​ທີ່​ດິນ​ກະ​ສິ​ກໍາໄດ້ຢ່າງຍືດຫຍຸ່ນຫຼາຍຂຶ້ນ. ການພັດທະນາອຸດສາຫະກຳສີຂຽວ ແລະ ພະລັງງານໝູນວຽນ. ເປັນເຈົ້າການໃນການ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາກາດ ​ແລະ ການເພີ່ມຂຶ້ນຂອງລະດັບ​ນ້ຳ​ທະ​ເລ.

ທິດ​ທາງ​ພັດ​ທະ​ນາ​ເຂດ​ແຮງຂັບເຄື່ອນ​ແຫ່ງ​ຊາດ ແລະ ແລວ​ທາງ​ເສດ​ຖະ​ກິດ

ບົນພື້ນຖານບັນດາເຂດເສດຖະກິດຈຸດໜັກໃນປະຈຸບັນ, ​ໃຫ້ເລືອກ​ເອົາ​ບາງພື້ນທີ່ທີ່​ມີ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ ​ເພື່ອ​ສ້າງ​ເປັນ​ເຂດແຮງຂັບ​ເຄື່ອນ​ແຫ່ງ​ຊາດ, ລວມມີ: ເຂດແຮງຂັບ​ເຄື່ອນທາງທິດເໜືອ (ຮ່າໂນ້ຍ - ຫາຍຟ່ອງ - ກວ໋າງນິງ); ເຂດແຮງຂັບ​ເຄື່ອນທາງທິດໃຕ້ (ນະຄອນໂຮ່ຈີມິນ - ບິ່ງເຢືອງ - ດົ່ງນາຍ ແລະ ບ່າເຣ້ຍ-ຫວຸງເຕົ່າ); ເຂດແຮງຂັບ​ເຄື່ອນພາກກາງ (ເຂດຊາຍຝັ່ງທະເລ ເທື່ອທຽນເວ້ - ດານັ້ງ - ກວ໋າງນາມ - ກວ໋າງງ້າຍ) ແລະ ເຂດແຮງຂັບ​ເຄື່ອນທົ່ງພຽງແມ່ນ້ຳຂອງ ໂດຍມີຂົ້ວການເຕີບໂຕທີ່ສອດຄ່ອງກັນຂອງແຕ່ລະເຂດແມ່ນ ຮ່າໂນ້ຍ, ນະຄອງໂຮ່ຈີມິນ, ດານັ້ງ, ເກີ່ນເທີ. ຄ່ອຍໆສ້າງ ແລະ ກໍ່ຕັ້ງເຂດແຮງຂັບ​ເຄື່ອນຢູ່ພື້ນທີ່ເນີນສູງທາງເໜືອ ​ແລະ ເຂດພູ​ດອຍ​ພາກ​ເໜືອ, ຕອນເໜືອຂອງພາກກາງ ແລະ ເຂດເນີນສູງໄຕງວຽນ.

ການພັດທະນາແລວທາງເສດຖະກິດບຸລິມະສິດໃນໄລຍະເຖິງປີ 2030: ແລວທາງເສດຖະກິດ ເໜືອ - ໃຕ້ ແລະ ສອງແລວທາງເສດຖະກິດ ຕາເວັນອອກ - ຕາເວັນຕົກຄື: ແລວທາງລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ - ກວ໋າງນິງ ແລະ ແລວທາງໂໝກບ່າຍ - ນະຄອນໂຮຈີມິນ - ຫວຸງເຕົ່າ.

ຄ່ອຍໆກໍ່ຕັ້ງແລະພັດທະນາບັນດາແລວທາງເສດຖະກິດໄລຍະຍາວ: ແລວທາງເສດຖະກິດຕາມເສັ້ນທາງໂຮ່ຈີມິນ ແລະ ເສັ້ນທາງດ່ວນເໜືອ - ໃຕ້ທາງທິດຕາເວັນຕົກຜ່ານເຂດເນີນສູງໄຕງວຽນ, ເຂດຕາເວັນອອກຂອງພາກໃຕ້ ແລະ 6 ແລວທາງເສດຖະກິດຕາເວັນອອກ - ຕາເວັນຕົກ, ລວມມີ: 1. ດ້ຽນບຽນ - ເຊີນລາ - ຮວ່າບິ່ງ - ຮ່າໂນ້ຍ; 2. ເກົ່າແຈວ - ຫວຸງອ໋າງ; 3. ລາວບ໋າວ - ດົງຮ່າ - ດານັ້ງ; 4. ເບີ່ອີ - ປະເລິຍກູ - ກຸຍເຍີນ; 5. ເຈົາດົກ - ເກິ່ນເທີ - ຊ້ອກຈັງ; 6. ຮ່າຕຽນ - ແຣັກຢ້າ - ກ່າເມົາ.

ທິດ​ທາງ​ພັດ​ທະ​ນາພື້ນທີ່ທະເລ: ການພັດທະນາບັນດາເຂດທະເລໂດຍອາໄສຄວາມໄດ້ປຽບແບບປຽບທຽບໃຫ້ເກີດປະໂຫຍດສູງສຸດໃນດ້ານສະພາບທຳມະຊາດ, ທີ່​ຕັ້ງ​ພູມ​ສາດ, ເອກະລັກ​ວັດທະນະທຳ ແລະ ຄວາມ​ຫຼາກ​ຫຼາຍ​ຂອງ​ລະບົບ​ນິ​ເວດ; ຮັບປະກັນຄວາມສອດຄ່ອງ, ການເຊື່ອມໂຍງ ແລະ ການສະໜັບສະໜູນເຊິ່ງກັນແລະກັນ ລະຫວ່າງຂະແໜງການ, ຂົງເຂດໃນທະເລ ແລະ ທາງບົກ​.

ທິດ​ທາງຂຸດຄົ້ນແລະນຳໃຊ້ເຂດນ່ານຟ້າ: ຄຸ້ມຄອງ ແລະ ຮັກສາອະທິປະໄຕເຂດນ່ານຟ້າແຫ່ງຊາດ; ການຂຸດ​ຄົ້ນ​ແລະນຳ​ໃຊ້​ເຂດ​ນ່ານຟ້າ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພຢ່າງແທ້ຈິງ ​ແລະ ມີປະສິດທິ​ຜົນ, ສອດຄ່ອງ​ລະຫວ່າງ​ການ​ພັດທະນາ​ເສດຖະກິດ ​ແລະ ການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ຄວາມ​ໝັ້ນຄົງ. ການຂຸດຄົ້ນຢ່າງມີປະສິດທິຜົນ ແລະ ເພີ່ມປະສິດທິພາບການຈັດເຂດນ່ານຟ້າ ແລະ ວິທີການບິນຂອງສະໜາມບິນທີ່ໃຫ້ບໍລິການຢູ່ໃນປະຈຸບັນ ແລະ ສະໜາມບິນທີ່ຄາດວ່າຈະປັບປຸງ ຂະຫຍາຍ ຫຼືສ້າງໃໝ່.  

ທິດທາງການນຳໃຊ້ທີ່ດິນຂອງປະເທດ: ຈັດສັນຊັບພະຍາກອນທີ່ດິນຢ່າງສົມເຫດສົມຜົນ ປະຢັດ ແລະ ມີປະສິດທິຜົນ. ຈັດ​ກອງ​ທຶນ​ທີ່​ດິນ​ເພື່ອ​ພັດ​ທະ​ນາ​ລະ​ບົບໂຄງສ້າງພື້ນ​ຖານຢ່າງຄົບຊຸດ, ຮັບ​ປະ​ກັນ​ການ​ເຊື່ອມ​ຕໍ່​ແບບພື້ນທີ່ ລະ​ຫວ່າງ​ຂະ​ແໜງ​ການ​ ແລະ ​ລະ​ຫວ່າງ​ພາກ​ພື້ນ. ຄຸ້ມຄອງເນື້ອທີ່ປູກເຂົ້າ 3,5 ລ້ານເຮັກຕາ; ຫັນ​ເນື້ອທີ່ດິນ​ປູກ​ເຂົ້າ​ທີ່​ບໍ່​ມີ​ປະ​ສິດ​ທິ​ຜົນ ​ເປັນ​ການ​ປູກ​ພືດ​ແລະ​ການ​ລ້ຽງ​ສັດ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ. ຂະຫຍາຍ​ເນື້ອ​ທີ່​ດິນ​ສວນ​ອຸດ​ສາ​ຫະ​ກຳ, ສຸມ​ໃສ່​ເຂດແຮງຂັບເຄື່ອນ, ຕິດ​ພັນ​ກັບ​ແລວທາງ​ເສດ​ຖະ​ກິດ.

ທິດທາງບຸລິມະສິດການພັດທະນາລະບົບຕົວເມືອງ ແລະ ຊົນນະບົດແຫ່ງຊາດ

ການກໍ່ສ້າງລະບົບຕົວເມືອງແຫ່ງຊາດຕາມຮູບແບບເຄືອຂ່າຍ ສີຂຽວ ສະຫຼາດ ຍືນຍົງ ແລະ ທົນທານຕໍ່ສະພາບອາກາດ. ກໍ່ສ້າງແລະພັດທະນານະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ບັນດານະຄອນທີ່ສັງກັດສູນກາງ ໃຫ້ເປັນບັນດາຕົວເມືອງທີ່ຂະຫຍັນຂັນເຄື່ອນ ປະດິດສ້າງ ນຳພາ ແລະ ສ້າງຜົນກະທົບແຜ່ກະຈາຍ, ເຊື່ອມຕໍ່ເຂດນະຄອນຫຼວງ; ມີຄວາມ​ສາ​ມາດ​ແຂ່ງ​ຂັນ ເຊື່ອມ​ໂຍງ​ພາກ​ພື້ນ ແລະ ສາ​ກົນຢ່າງ​ພຽງ​ພໍ​. ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ຕົວ​ເມືອງ​ຂະໜາດ​ກາງ ​ແລະ ນ້ອຍ.

ການພັດທະນາຊົນນະບົດຢ່າງຮອບດ້ານ ທັນສະໄໝ ສີຂຽວ ສະອາດ ແລະງາມ ໂດຍຕິດພັນກັບຂະບວນການຫັນເປັນຕົວເມືອງ, ມີໂຄງສ້າງພື້ນຖານແລະບໍລິການສັງຄົມຢ່າງຄົບຊຸດ ແລະ ເຂົ້າໃກ້ກັບເຂດຕົວເມືອງ; ອະນຸລັກແລະເສີມຂະຫຍາຍເອກະລັກວັດທະນະທຳປະຈຳຊາດ; ສ້າງວິຖີຊີວິດທີ່ຍືນຍົງໃຫ້ແກ່ປະຊາຊົນ; ສັງຄົມຊົນນະບົດໝັ້ນຄົງ; ລະດັບສະຕິປັນຍາຂອງປະຊາຊົນດີຂຶ້ນ; ຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບລຽບລ້ອຍ. ພັດທະນາ​ຕົວ​ແບບ​ການ​ຈັດແບ່ງ​ປະຊາກອນ​ທີ່​ເໝາະ​ສົມ​ກັບ​ແຕ່ລະ​ເຂດ​ນິ​ເວດ​ທຳ​ມະ​ຊາດ ​ແລະ ລັກສະນະວັດທະນະທຳ, ​ຊົນ​ເຜົ່າ ​ແລະ ສະພາບ​ເສດຖະກິດ-ສັງຄົມ.

ທິດທາງນຳໃຊ້ຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນແລະຕ້ານໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງສະພາບອາກາດ

ກ່ຽວກັບການນຳໃຊ້ຊັບພະຍາກອນປະເພດຕ່າງໆ: ການຈັດສັນຊັບພະຍາກອນນ້ຳຢ່າງກົມກຽວ ແລະ ສົມເຫດສົມຜົນ ລະຫວ່າງຂະແໜງການ ແລະ ທ້ອງຖິ່ນ; ຮັບປະກັນ​ປະສິດທິ​ຜົນສັງລວມທາງ​ດ້ານ​ເສດຖະກິດ ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ​ໃນ​ເຂດ​ລຸ່ມ​ແມ່​ນ້ຳສາຍຕ່າງໆ. ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຄືນ​ໃໝ່, ຫຼຸດ​ຜ່ອນ​ລະດັບ​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ລົງ​ເທື່ອ​ລະ​ກ້າວ ​ຕາມປະລິມານສຳລອງ, ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ຊັບພະຍາກອນ​ນ້ຳ. ປົກປັກຮັກສາ ພັດທະນາ ແລະ ນຳໃຊ້ຊັບພະຍາກອນປ່າໄມ້ ແບບຍືນຍົງ; ສົມທົບຢ່າງກົມກຽວ ລະຫວ່າງການພັດທະນາເສດຖະກິດ ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງສະພາບອາກາດ. ຮັບປະກັນຄວາມສົມດຸນລະຫວ່າງການຂຸດຄົ້ນ ນຳໃຊ້ສະເພາະໜ້າ ກັບຄວາມຮຽກຮ້ອງຕ້ອງການສຳຮອງຊັບພະຍາກອນແຮ່ທາດ ໃນໄລຍະຍາວ. ການສ້າງ​ກຸ່ມ​ບໍ່​ແຮ່​ທີ່ມີຂະໜາດ​ໃຫຍ່​ພໍ​ທີ່​ຈະ​ດຶງ​ດູດ​ການ​ລົງ​ທຶນພ້ອມກັນ ໂດຍໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ ຕັ້ງແຕ່​ການສຳຫຼວດ ການ​ຂຸດ​ຄົ້ນ ​ຈົນ​ເຖິງ​ການ​ປຸງ​ແຕ່ງ​ເລິກ.

ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​: ສະກັດ​ກັ້ນ​ທ່າ​ອ່ຽງ​ການ​ເພີ່ມ​ມົນ​ລະ​ພິດ​ແລະຄວາມເສື່ອມໂຊມຂອງ​ສິ່ງ​ແວດ​ລ້ອມ; ແກ້ໄຂບັນດາບັນຫາສິ່ງແວດລ້ອມທີ່ຮີບດ່ວນ; ຄ່ອຍໆປັບປຸງ ແລະ ຟື້ນຟູຄຸນນະພາບສິ່ງແວດລ້ອມ. ອະນຸລັກ ປົກປັກຮັກສາ ແລະ ຂະຫຍາຍ ລະບົບເຂດອະນຸລັກທຳມະຊາດ, ພື້ນທີ່ຊຸ່ມນ້ຳ, ພື້ນ​ທີ່​ພູມ​ສັນ​ຖານ​ນິ​ເວດ​ທີ່​ສໍາ​ຄັນ​ ແລະ ແລວທາງຊີວະນາໆພັນ.

ກ່ຽວກັບການປ້ອງກັນແລະຄວບ​ຄຸມ​ໄພ​ທຳ​ມະ​ຊາດ ແລະ ການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ: ເປັນເຈົ້າການໃນການປັບຕົວເຂົ້າກັບການປ່ຽນແປງສະພາບອາກາດ, ຄຸ້ມຄອງຄວາມສ່ຽງຈາກໄພພິບັດທຳມະຊາດເທື່ອລະກ້າວ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາແບບຍືນຍົງ. ປັບປຸງ ຍົກລະດັບ ບູລະນະລະບົບກິດຈະການປ້ອງກັນ ແລະ ຄວບຄຸມໄພພິບັດທຳມະຊາດ. ດຳເນີນ​ການ​ຫຼຸດຜ່ອນ​ການ​ປ່ອຍ​ກ໊າດ​ເຮືອນ​ແກ້ວ​ທົ່ວທັງພາກສ່ວນ, ສູ້ຊົນໃຫ້ບັນລຸເປົ້າໝາຍການປ່ອຍກ໊າດເຮືອນແກ້ວສຸດທິເປັນສູນຂອງປະເທດພາຍໃນປີ 2050.  

ກ່ຽວກັບການປ້ອງກັນປະເທດ ແລະ ການຮັກສາຄວາມໝັ້ນຄົງ

ປັບປຸງແລະເພີ່ມທະວີທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ ຕິດພັນກັບທ່າສະໜາມຮົບຮັກສາຄວາມໝັ້ນຄົງປະຊາຊົນທີ່ໜັກແໜ້ນ. ສົມທົບຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ ວັດທະນະທຳ ສັງຄົມ ກັບການປັບປຸງແລະເພີ່ມທະວີການປ້ອງກັນປະເທດ ການຮັກສາຄວາມໝັ້ນຄົງ ໃນແຕ່ລະເຂດດິນແດນ, ໃນບັນດາພື້ນທີ່ຍຸດທະສາດ ​ຊາຍ​ແດນ ທະ​ເລ ໝູ່​ເກາະ ​ເຂດ​ເສດຖະກິດ ​ເຂດ​ອຸດສາຫະກຳທີ່ສຳຄັນ. ພັດທະນາເສດຖະກິດທະເລ ແລະ ເຂດຊາຍຝັ່ງທະເລ; ກໍ່ສ້າງເຂດເສດຖະກິດ - ການປ້ອງກັນປະເທດທີ່ສອດຄ່ອງ, ສ້າງກຳລັງແຮງສັງລວມ ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ສັງຄົມ, ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດ; ປົກປ້ອງຜົນປະໂຫຍດຂອງຊາດ-ປະເທດຊາດ; ປະກອບສ່ວນປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ ເພື່ອ​ການ​ພັດທະນາ​ປະ​ເທດ​ຊາດ.

​ເພື່ອ​ຮັບປະກັນ​ການ​ປະຕິບັດ​ບັນດາ​ຈຸດໝາຍ ​ແລະ ທິດ​ທາງ​ທີ່​ໄດ້​ວາງ​ອອກ, ​ແຜນ​ແມ່​ບົດ​ແຫ່ງ​ຊາດ​ໄດ້ກຳນົດ​ລະບົບ​ວິທີການ​ແກ້ໄຂ​ຢ່າງຮອບດ້ານ, ​ໃນ​ນັ້ນ​ມີ​ວິທີ​ແກ້​ໄຂ​ການ​ລະດົມ​ແຫຼ່ງຊັບພະຍາກອນ ກົນ​ໄກ ນະ​ໂຍບາຍ ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ຊັບພະຍາກອນ​ມະນຸດ ​ແລະ ການ​ຮ່ວມ​ມື​ສາກົນ. ໃນນັ້ນ, ແຜນແມ່ບົດໄດ້ເນັ້ນໜັກໃສ່ການລົງທຶນພັດທະນາເຄືອຂ່າຍໂຄງສ້າງພື້ນຖານ ແລະ ສົ່ງເສີມ​ການ​ດຶງ​ດູດ​ການ​ລົງ​ທຶນ​ເພື່ອ​ສ້າງ ​ແລະ ພັດທະນາຢ່າງໄວ ເຂດແຮງຂັບເຄື່ອນ, ຂົ້ວ​ການ​ເຕີບ​ໂຕ ແລະ ແລວ​ທາງ​ເສດ​ຖະ​ກິດ​ບຸ​ລິ​ມະ​ສິດ ​ໃຫ້​ກາຍ​ເປັນ​ຫົວ​ຈັກ​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ, ພ້ອມກັນນັ້ນ ສ້າງຜົນກະທົບແຜ່ກະຈາຍການດຶງດູດພາກສ່ວນອື່ນໆ ໃຫ້ພັດທະນາຮ່ວມກັນ./.

----------------------------

ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1009 (ເດືອນມີນາ 2023)