ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ແຫ່ງ​ໄຊ​ຊະ​ນະ​ ໃນ​ວັນ​ທີ 30 ​ເດືອນເມ​ສາປີ 1975 ​ເຂົ້າໃນ​ພາ​ລະ​ກິດ​ການ​ສ້າງສາ ແລະປົກ​ປັກ​ຮັກ​ສາ ​ປະ​ເທດ​ຊາດ​ ໃນ​ໄລ​ຍະ​ໃໝ່

ໂດຍ ພົນເອກ ໂງຊວັນລິກ
ກຳມະການກົມການເມືອງ, ຮອງເລຂາທິການຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ
04:22, 23-11-2020

ວກ. - ກ່ອນ​ໜ້າ​ນີ້ 45 ປີ, ໃນ​ເວ​ລາ 11 ໂມງ 30 ນາ​ທີ ວັນ​ທີ 30 ​ເດືອນເມ​ສາປີ 1975, ​ທຸງ​ຂອງ​ກອງ​ທັບ​ປົດ​ປ່ອຍ ​ໄດ້​ປິວ​ສະ​ບັດ​ຢູ່​​ເທິງ​ຫຼັງ​ຄາ​ຂອງ​​ ທຳ​ນຽບ​ເອ​ກະ​ລາດ, ເປັນ​ຂີດ​ໝາຍ​ອັນ​ຮູ່ງ​ເຮືອງ​ເຫຼືອງ​ເຫຼື້ອມ ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຈາກ​ຕ່າງ​ປະ​ເທດ​ ຂອງ​ຊາດຫວຽດ​ນາມ ​ແລະ ​ປະສົບ​ຄວາມ​ສຳ​ເລັດ​ມີ​ໄຊ ​ໃນ​ການ​ຕໍ່​ຕ້ານ​ອາ​ເມ​ລິ​ກາ​ ເພື່ອກູ້​ຊາດ​ຂອງ​ປະ​ຊາ​ຊົນຫວຽດ​ນາມ. ໄຊ​ຊະ​ນະ​ໃນ​ວັນ​ທີ 30 ​ເດືອນເມ​ສາປີ 1975 ແມ່ນມະຫາ​ກາບກອນ​ອະມະຕະ ​ຂອງ​ສົງ​ຄາມ​ປະ​ຊາ​ຊົນຫວຽດ​ນາມ ໃນ​ສະ​ໄໝໂຮ່​ຈີມິນ; ​ແມ່ນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ ຂອງ​ພາ​ລະ​ກິດການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ໃນ​ສະ​ຕະ​ວັດ XX ​ໂດຍ​ພັກແລະລຸງ​ໂຮ່ ເປັນ​ຜູ້​ນຳ​ພາ, ສືບ​ຕໍ່​ຂຽນ​ໜ້າ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ອົງ​ອາດ​ ໃນ​ການ​ຕໍ່​ສູ້​ສ້າງ​ສາ ແລະ ປົກປັກ​ຮັກ​ສາ​ປ​ະ​ເທດ​ຊາດ​ຫ​ວຽດ​ນາມ ໂດຍ​ຜ່ານ​ປະ​ຫວັດ​ສາດ​ຫຼາຍ​ພັນ​ປີ.

ລົດຕັງຂອງກອງທັບປົດປ່ອຍເຂົ້າສູ່ທຳນຽບເອກະລາດ, ໃນຕອນທ່ຽງວັນທີ 30 ເດືອນເມສາປີ 1975, ສຳເລັດສິ້ນສຸດການຕໍ່ສູ້ຕ້ານອາເມລິກາ ເພື່ອກູ້ຊາດ, ປົດປ່ອຍພາກໃຕ້ ໂຮມປະເທດເປັນເອກະພາບຢ່າງສົມບູນ _ ພາບ: TTXVN.

ພາຍຫຼັງ​ໄຊ​ຊະ​ນະ​ຂອງບັ້ນ​ຮົບ​ດ້ຽນ​ບຽນຝູ, ສັນ​ຍາ​ເຊີ​ແນວ​ໄດ້​ຮັບ​ການລົງ​ນາມ, ປະ​ເທດຫວຽດນາມ​ຖືກ​ຕັດ​ແບ່ງ​​ຊົ່ວ​ຄາວເປັນ​ສອງ​ພາກ: ພາກ​ເໜືອທີ່​ທັງ​ພະ​ຍາ​ຍາມກໍ່​ສ້າງ​ສັງ​ຄົມ​ນິ​ຍົມ, ທັງ​ສຸມ​ກຳ​ລັງ​ແຮງ ​ເພື່ອ​ເຮັດຫຼ້ອນ​ໜ້າ​ທີ່​ຂອງ​ແນວຫຼັງ​ໃຫຍ່​ຕໍ່​ແນວ​ໜ້າ​ໃຫຍ່; ພາກ​ໃຕ້, ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ມາ​ແທນ​ພວກ​ລ່​າເມືອງ​ຂຶ້ນຝ​ຣັ່ງ, ປະ​ຕິ​ບັດກົນອຸບາຍ​ອັນ​ເລິ​ກແລບ​ແນບ​ນຽນ​ໃນ​ການຮຸກ​ຮານ, ສ້າງ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງທີ່​ເປັນ​ລູກ​ແຫຼ້ງ​ຕີນ​ມື, ອອກ​ແຮງ​ປາບ​ປາມ ເຂັ່ນ​ຂ້າ​ປະ​ຊາ​ຊົນແລະກຳ​ລັງ​ຕໍ່​ຕ້ານ, ບັງຄັບ​ໃຊ້​ລະ​ບອບ​ປົກ​ຄອງ​ຂອງລັດ​ທິ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່. ດ້ວຍ​ຈິດ​ໃຈ "ບໍ່ມີສິ່ງໃດທີ່ລ້ຳ​ຄ່າກວ່າເອກະລາດແລະເສລີພາບ", “ພາກ​ໃຕ້ - ພາກ​ເໜືອ​ເປັນ​ເຮືອນ​ຫຼັງ​ດຽວ”, ພາກ​ໃຕ້​ເປັນ​ເລືອດ​ຂອງ​ເລືອດຫວຽດ​ນາມ ເປັນ​ເນື້ອ​ຂອງ​ເນື້ອ​ຫວຽດ​ນາມ, ປະຊາຊົນ​ຫວຽດນາມທັງ​ຊາດໄດ້ມີ​ຄວາມ​ເດັດ​ດ່ຽວ​ໜຽວ​ແໜ້ນ, ອົດ​ທົນ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ຄວາມ​ເສຍ​ສະຫຼະ, ຕໍ່​ສູ້​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານຢ່າງ​ຍຶດ​ເຍື້ອ​ຍາວ​ນານ​​ເປັນ​ເວ​ລາ 21 ປີ. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ແລະ ລຸງ​ໂຮ່ຜູ້ເຄົາ​ລົບ​ຮັກ, ແນວຫຼັງ​ໃຫຍ່​ພາກ​ເໜືອ ແລະ ແນວ​ໜ້າ​ໃຫຍ່​ພາກ​ໃຕ້​ ໄດ້​ກໍ່​ສ້າງ​ກອງ​ທັບ​ການ​ເມືອງ​ຂອງ​ມະ​ຫາ​ຊົນ ແລະ ກອງກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ ທີ່ນັບ​ມື້​ນັບ​ເຂັ້ມ​ແຂງ​. ບົນ​ພື້ນ​ຖານນັ້ນ, ພວກ​ເຮົາ​ໄດ້​​ປະ​ສົມ​ປະສານ ການ​ຕໍ່​ສູ້​ທາງ ການ​ທະ​ຫານ ​ກັບ​ການ​ຕໍ່​ສູ້​ທາງການ​ເມືອງ ແລະການ​ທູດ; ປະ​ສົມປະສານ​ລະ​ວ່າງ​ການ​ລຸກ​ຮື​ຂຶ້ນ​ຂອງ​ມວນ​ຊົນ ແລະ ສົງ​ຄາມ​ປະ​ຕິ​ວັດ, ລະ​ຫວ່າງ​ການ​ລຸກ​ຮື​ຂຶ້ນ ແລະ ການບຸກ​​ໂຈມ​ຕີ; ຕີ​ສັດ​ຕູ​ໃນ​ທັງ​ສາມ​ເຂດ​ຍຸດ​ທະ​ສາດແມ່ນ​ ເຂດ​ພູ​ຜາ​ປ່າ​ດົງ, ຊົນ​ນະ​ບົດ, ທົ່ງ​ພຽງ ແລະ ຕົວ​ເມືອງ, ​ບຸກ​ຕີສັດຕູ​ທັງ​ສາມ​ດ້ານ ​ການ​ທະ​ຫານ, ການ​ເມືອງ ແລະ ການ​ຂົນ​ຂວາຍ​ທະ​ຫານ​ສັດ​ຕູ. ​ດ້ວຍ​ເຫດນັ້ນ, ຫວຽດ​ນາມ​ໄດ້ຕີ​ເອົາ​ຊະນະ​ບັນ​ດາ​ຍຸດ​ທະ​ສາດ​ສົງ​ຄາມ​ຂອງ​ຈັກ​ກະ​ພັດອາ​ເມລິ​ກາ ເທື່ອ​ລະ​ກ້າວ​ຄື: “ສົງ​ຄາມ​ຝ່າຍ​ດຽວ” (ແຕ່​ປີ 1954 ຫາ 1960), “ສົງ​ຄາມ​​ພິ​ເສດ” (ແຕ່​ປີ 1961 ຫາ 1965), “ສົງ​ຄາມ​ພາກ​ສ່ວນ” ຢູ່​ພາກ​ໃຕ້ ແລະ ສົງ​ຄາມ​ທຳ​ລາຍ​ດ້ວຍ​ທະ​ຫານ​ອາ​ກາດ, ທະ​ຫານ​​ເຮືອຄັ້ງ​ທີ​ໜຶ່ງຢູ່​ພາກ​ເໜືອ (ແຕ່​ປີ 1965 ຫາ 1968). ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ສາ​ມັກ​ຄີ​ສູ້​ຮົບ​ຕ້ານ​ສັດ​ຕູ​ຮ່ວມ​ກັນ​ຂອງ​ສາມ​ປະ​ເທດ​ໃນອີ​ນ​ດູ​ຈີນ (ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ), ກອງ​ທັບ ແລະ ປະ​ຊາ​ຊົນຫວຽດ​ນາມ ໄດ້​ສູ້​ຮົບ​ຢ່າງ​ອົງ​ອາດ​ກ້າ​ຫານ, ​ທັບ​ມ້າງ​ຍຸດ​ທະ​ສາດ “ຫັນ​​ສົງ​ຄາມ​ເປັນ​ຂອງ​ຫວຽດ​ນາມ” ແລະ ​ສົງ​ຄາມ​ທຳ​ລາຍ​ດ້ວຍ​ທະ​ຫານ​ອາ​ກາດ, ທະ​ຫານ​ເຮືອ​ຄັ້ງ​ທີ​ສອງ​ໃນ​ພາກ​ເໜືອ​ຂອງ​ຈັກ​ກະ​ພັດອາ​ເມ​ລິ​ກາ (ແຕ່​ປີ 1969 ຫາ 1973), ສ້າງ​ເປັນ​ທ່າ​ແຮງ​ໃນກອງ​ປະ​ຊຸມ ປາ​ຣີ ກ່ຽວ​ກັບຫວຽດ​ນາມ ​ແລະ​ຊຸກ​ຍູ້​ການ​ລົງ​ນາມ​ໃນ “ສັນ​ຍາ ປາ​ຣີ ວ່າ​ດ້ວຍ​ຢຸດ​ຕິ​ສົງ​ຄາມ, ສ້າງ​​ສັນ​ຕິ​ພາບ​ຄືນ​ໃໝ່​ຢູ່ ຫວຽດ​ນາມ” (ໃນ​ວັນ​ທີ 27 ​ເດືອນມັງ​ກອນປີ 1973). ພິ​ເສດ, ແຕ່​ທ້າຍ​ປີ 1973 ​ເຖິງວັນ​ທີ 30 ​ເດືອນເມ​ສາປີ 1975, ກອງ​ທັບແລະປະ​ຊາ​ຊົນຫວຽດ​ນາມ ​ໄດ້ຍາດ​ເອົາ​ກາ​ລະ​ໂອ​ກາດ​ຍຸດ​ທະ​ສາດ, ສ້າງ​ທ່າ ແລະ ກຳ​ລັງ​ແຮງ​ດີກວ່າ​ຝ່າຍ​ກົງ​ກັນ​ຂ້າມ, ດຳ​ເນີນ​ການ​ບຸກ​​ໂຈມ​ຕີ​ ແລະ ລຸກ​ຮື​ຂຶ້ນຄັ້ງ​ໃຫຍ່ໃນລະ​ດູ​ບານ​ໃໝ່ປີ 1975, ເຮັດ​ໃຫ້​ກອງ​ທັບແລະອຳ​ນາດ​ການ​ປົກ​ຄອງ​ໄຊ່​ງ່ອນ​ແຕກ​ສະຫຼາຍ​ໂດຍ​ສິ້ນ​ເຊິ​ງ, ​ໄດ້​ຮັບ​ໄຊຊະນະ​ຢ່າງ​ສົມ​ບູນ​​ໃນ​ສົງຄາມ​ຕໍ່​ຕ້ານອາ​ເມ​ລິ​ກາ ​ເພື່ອກູ້​ຊາດ, ປົດ​ປ່ອຍ​ພາກ​ໃຕ້​​ແລະໂຮມ​ປະ​ເທດ​ເປັນ​ເອກະ​ພາບໂດຍ​ສົມ​ບູນ​.

ໄຊ​ຊະ​ນະ​​ໃນວັນ​ທີ 30 ​ເດືອນເມ​ສາປີ 1975 ໄດ້​​​ເຂົ້າສູ່​ປະ​ຫວັດ​ສາດ​ຂອງ​ຊາດ​ຕະຫຼອດ​ກາ​ລະ​ນານ, ຢືນ​ຢັນ​ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່, ​ສະ​ແດງເຈດ​ຈຳ​ນົງ​ເອ​ກະ​ລາດ ເປັນ​ເຈົ້າ​ຕົນ​ເອງ, ອີງ​ໃສ່​ຕົນ​ເອງສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ຄວາມປາດ​ຖະໜາ​ຂອງ​ທົ່ວ​ທັງ​ຊາດ​ເພື່ອ​ສັນ​ຕິ​ພາບ, ​ຂີດ​ໝາຍ​ບາດ​ລ້ຽວທີ່ຕັດ​ສິນ​ການນຳຫວຽດ​ນາມ​ເຂົ້າ​ສູ່​ຍຸກ​ແຫ່ງ​ເອ​ກະ​ລາດ, ເອ​ກະ​ພາບ ​ແລະ ທົ່ວ​ປະ​ເທດກ້າວ​​ເຂົ້າ​ສູ່​ການກໍ່​ສ້າງ​ສັງ​ຄົມ​ນິ​ຍົມ. ສຳ​ລັບ​ໂລກ, ນັ້ນ​ແມ່ນ​ໄຊ​ຊະ​ນະ​ທີ່​ສຳຄັນ​ຂອງ​ກຳ​ລັງ​ປະ​ຕິ​ວັດ, ປະ​ກອບສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ຢ່າງ​ແຂງ​ແຮງ​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ​ໂລກ ​ເພື່ອ​​ເອ​ກະ​ລາດ​ແຫ່ງ​ຊາດ, ສັນ​ຕິ​ພາບ, ປະ​ຊາ​ທິ​ປະ​ໄຕ ແລະ ຄວາມ​ກ້າວ​ໜ້າທາງສັງ​ຄົມ; ປຸກລະ​ດົມ​ແລະ​ໃຫ້​ກຳ​ລັງ​ໃຈ ປະຊາຊົນ​ບັນດາ​ປະ​ເທດ​​ທີ່​ກຳ​ລັງ​ຕໍ່​ສູ້ ​ເພື່ອ​ປົດ​​ແອກ​ຈາກ​ການ​ເປັນ​ທາດ​ຂອງ​ລັດ​ທິ​ຈັກ​ກະ​ພັດນິຍົມ, ​ເລີ່​ມຕົ້ນ​ລົ້ມການສະຫຼາຍ​ຂອງ​ລັດ​ທິ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່​ໃນ​ທົ່ວ​ໂລກ.  ໄຊ​ຊ​ະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ຕໍ່ສູ້​ກູ້​ຊາດ ​ຕ້ານອາ​ເມ​ລິ​ການ ​ໄດ້ນຳ​ເອົາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຫຼາຍຢ່າງ​ມາ​ໃຫ້ຊາດຫວຽດນາມ ​ເຊິ່ງ​ແມ່ນ​ບົດຮຽນ​ທີ່​ມີ​ຄວາມ​ໝາຍ​​ສຳ​ຄັນ​ທີ່​ສຸດ ສຳ​ລັບ​ວັນ​ນີ້​ແລະຄົນ​ລຸ້ນຫຼັງ. ໄຊ​ຊະ​ນະ​ນັ້ນ​ແມ່ນ​ຜົນ​ມາ​ຈາກຫຼາຍ​ປັດ​​ໄຈ, ໃນ​ນັ້ນ ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ປວງ​ຊົນທັງ​ຊາດ​ແມ່ນ​ປັດ​​ໄຈ​​ພື້ນ​ຖານ ສຳ​ຄັນ​ທີ່​ສຸດ. ແຫຼ່ງ​ກຳ​ເນີດ​ຂອງ​ປັດ​​ໄຈ​ເຫຼົ່າ​ນີ້​ແມ່ນ ​ການ​ນຳ​ພາ​ທີ່​ເກັ່ງ​ກ້າ​ສາມາດ ສະຫຼາດ​ສ່ອງ​ໃສຂອງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ດ້ວຍ​ແນວ​ທາງ​ການ​ເມືອງ ການ​ທະ​ຫານທີ່​ເປັນ​ເອ​ກະ​ລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຖືກ​ຕ້ອງ ​ແລະ ​ປະ​ດິດ​ສ້າງ. ອີງ​ໃສ່​​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ປວງ​ຊົນ​ທັງ​ຊາດ, ພັກ​ໄດ້​ຕັດສິນ​ຕົກ​ລົງຢ່າງ​ສະຫຼາດ​ສ່ອງ​ໃສແລະຖືກຕ້ອງ, ບົນ​ພື້ນ​ຖານການ​ວິ​ເຄາະ​ແລະ​ປະ​ເມີນ​ຢ່າງ​ຖືກຕ້ອງ ສະ​ພາບ​ການ​ໂລກ, ພາຍ​ໃນ​ປະ​ເທດ ​ແລະ ການ​ຊັ່ງຊາ​ກຳ​ລັງ​ ລະ​ຫວ່າງ​ເຮົາ​ກັບ​ສັດ​ຕູ ​ເພື່ອ​ກຳ​ນົດ​​ໂອ​ກາດ​ທາງ​ປະ​ຫວັດ​ສາດຢ່າງ​ຖືກຕ້ອງ, ​ຕັດ​ສິນ​ໃຈ​ຍຸດ​ທະ​ສາດ​ໃນ​ການ​ເປີດບັ້ນ​ບຸກ​​ໂຈມ​ຕີແລະລຸກ​ຮື​ຂຶ້ນ​ຄັ້ງ​ໃຫຍ່​ ໃນ​ລະ​ດູ​ບານ​ໃໝ່​ປີ 1975, ​ໄດ້ຕີ​​ເອົາ​ຊະນະ​ກອງ​ທັບ​ຂອງ​ອຳ​ນາດ​ການ​ປົກ​ຄອງ​​ໄຊ່​ງ່ອນ​ຢ່າງ​ສົມ​ບູນ ​ແລະ ຍາດ​ເອົາ​ໄຊ​ຊະ​ນະ​ສົມ​ບູນ​ໃນ​ເວ​ລາ​ສັ້ນ​ທີ່​ສຸດ. ການ​ຕັດສິນ​ຕົກ​ລົງ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ນັ້ນ ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງຄວາມ​ສາມາດທາງ​ຍຸດ​ທະ​ສາດ, ຄວາມສະຫຼາດ​ສ່ອງ​ໃສ ​ແລະຫົວ​ຄິດ​ປະ​ດິດ​ສ້າງ​ອັນ​ລ້ຳ​ເລີດ ​ຂອງ​ກົມ​ການ​ເມືອງ, ສູນ​ກາງ​ພັກ, ຄະ​ນະ​ພັກ​ການ​ທະຫານ​ສູນ​ກາງ ແລະ ກອງ​ບັນ​ຊາ​ການ​ສູງ​ສຸດ. ແນວ​ທາງ, ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ​ສະທ້ອນ​ໃຫ້​ເຫັນ​ເຖິງ​ເຈດ​ຈຳ​ນົງ​ ແລະ ຄວາມ​ປາດ​ຖະ​ໜາ​ໃນຄວາມ​ເປັນ​ອິດ​ສະລະ​ພາບ, ເສ​ລີ​ພາບ​ຂອງ​ປະຊາຊົນ​ທັງປະ​ເທດ, ແມ່ນ​ຄັນ​ທຸ​ງ​ເພື່ອ​ການ​ເຕົ້າ​ໂຮມ​ແລະສາ​ມັກ​ຄີ​ປະ​ຊາ​ຊົນ​ທຸກ​ຊັ້ນວັນນະ, ສ້າງ​ບາດ​ລ້ຽວ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມຍາດ​ເອົາ​ໄຊ​ຊະ​ນະ​ສຸດ​ທ້າຍ, ປົດ​ປ່ອຍ​ປະ​ເທດ​​ແລະໂຮມ​ປະ​ເທດ​ເປັນ​​ເອກະ​ພາບ​.

​ໄຊ​ຊະ​ນະ​​ໃນວັນ​ທີ 30 ​ເດືອນເມ​ສາປີ 1975 ​ແມ່ນມາ​ຈາກນ້ຳ​ໃຈ​ແຫ່ງ​ຄວາມປາດ​ຖະ​ໜາ​​​ໃນເອ​ກະ​ລາດ, ເສ​ລີ​ພາບ, ສັນ​ຕິ​ພາບ, ເອ​ກະ​ພາບຂອງ​ປວງ​ຊົນ​ທັງ​ຊາດ ທີ່​ມີທັງ​ຄວາມ​ໝາຍ​ປະ​ຫວັດ​ສາດ ມີທັງຄວາມ​ໝາຍ​ຍຸກ​ສະ​ໄໝ; ເຊິ່ງ​ສະ​ແດງ​ຢ່າງ​ຈະ​ແຈ້ງ​​ເຖິງຄວາມ​ກ້​າ​ຫານ, ສະ​ຕິ​ປັນ​ຍາ ​ແລະ ເຈດ​ຈຳ​ນົງຂອງ “ເຊື້ອ​ສາຍລາກ​ໂຮ່ງ”, ບໍ່​​ຍອມ​ຈຳ​ນົນ​ຕໍ່​ສັດ​ຕູ​ຜູ້​ຮຸກ​ຮານ. ພ້ອມ​ກັນ​ນັ້ນ, ​ໄດ້​ຢືນ​ຢັນ​ສັດ​ຈະ​ທຳ​ໜຶ່ງວ່າ: ໃນ​ຍຸກ​ສະ​ໄໝ​ປະ​ຈຸ​ບັນ, ​ເມື່ອ​ບັນ​ດາ​ກຳ​ລັງ​ປະ​ຕິ​ວັດ​ໂລກ​ກຳ​ລັງ​ຢູ່​​ໃນທ່າ​ບຸກ​​ໂຈມ​ຕີ, ​ປະ​ເທດ​ໜຶ່ງທີ່​ດິນ​ແດນບໍ່​ກ້​ວາງ ຄົນ​ບໍ່ຫຼາຍ, ແຕ່​ມີ​ຄວາມ​ສາມັກ​ຄີ​ຢ່າງ​ແໜ້ນ​ແຟ້ນ ແລະຕໍ່​​ສູ້​ຢ່າງ​ເດັດດ່ຽວ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ມາກ​ຊິດ​ທີ່​ແທ້​ຈິງ, ມີ​ແນວທາງ​ແລະວິ​ທີ​ການ​ປະ​ຕິ​ວັດ​ທີ່​ຖືກ​ຕ້ອງ, ຍົກ​ສູງ​ຄັນ​ທຸງ​ເອ​ກະ​ລາດ​ແຫ່ງ​ຊາດ ແລະ ສັງ​ຄົມ​ນິ​ຍົມ, ໄດ້​ຮັບ​ຄວາມ​ເຫັນດີ​ເຫັນ​ພ້ອມ, ສະ​ໜັບ​ສະ​ໜູນແລະຊ່ວຍ​ເຫຼືອ​ ຂອງ​ບັນ​ດາ​ປະ​ເທດ​ສັງ​ຄົມ​ນິ​ຍົມ, ບັນ​ດາ​ກຳ​ລັງ​ປະ​ຕິ​ວັດ ແລະ ປະ​ຊາ​ຊົນ​ຜູ້​ກ້າວ​ໜ້າ​ຢູ່​ໃນ​ໂລ​ກ ຈະ​ມີ​ຄວາມ​ສາ​ມາດ​ເອົາ​ຊະນະກອງກຳ​ລັງ​ຈັກ​ກະ​ພັດ​ຜູ້​ຮຸກ​ຮານ​ຢ່າງ​ແນ່ນອນ, ເຖິງວ່າ​ນັ້ນ​ຈຳແມ່ນຈັກ​ກະ​ພັດທີ່​ເຂັ້ມ​ແຂງ​ທີ່​ສຸດ.

*

*      *

ເພີ່ມທະວີການນຳພາຂອງພັກຕໍ່ກອງທັບ, ສຸມໃສ່ການກໍ່ສ້າງກອງທັບປະຊາຊົນຫວຽດນາມ ເປັນກອງທັບປະຕິວັດ, ກອງກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ (ຢູ່ໃນພາບ: ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່ ມາຢ້ຽມຢາມພະນັກງານ ນັກຮົບ ໃນເຮືອຮົບເລກທີ 012 ຫຼີຖາຍໂຕ໋, ກອງພົນນ້ອຍທະຫານເຮືອ 162, ປີ 2016) _ແຫຼ່ງ: baohaiquanvietnam.vn

ໃນ​ປະ​ຈຸ​ບັນ, ພາ​ລະ​ກິດ​​ການ​ປ່ຽນ​ແປງ​ໃໝ່, ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ປະ​ຊາ​ຊົນຫວຽດ​ນາມ ພາຍ​ໃຕ້​ການ​ນຳ​ພາ​ຂ​ອງ​ພັກ ທີ່​ກຳ​ລັງ​ຢືນ​ຕໍ່​ໜ້າ​ກາ​ລະ​ໂອ​ກາດ, ຄວາມ​ສະ​ດ​ວກຫຼາຍ​ຢ່າງ ແຕ່ກໍ່​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ ​ແລະ​ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ. ສະ​ພາບ​ການ​ໂລກແລະພາກ​ພື້ນ​ທີ່​ມີ​ຄວາມ​ຜັນ​ປ່ຽນຫຼາຍ​ຢ່າງ​ຄື: ທະ​ເລ​ຕາ​ເວັນ​ອອກ​ຍາມ​ໃດ​ກໍ່​ມີ​ຄວາມ​ສາມາດຜັນ​​ແປ​ທີ່​ສັບ​ສົນ, ​ມີ​ຄວາມ​ສ່ຽງ​ທີ່​ອັນ​ຕະ​ລາຍ ບໍ່​ມີ​ຄວາມ​ສະ​ຫງົບ; ບັນ​ດາ​ປະ​ເທດ​ໃຫຍ່​ສືບ​ຕໍ່​ເພີ່ມທະວີ​ການ​ແຊກ​ແຊງ, ແຂ່ງ​ຂັນກັນ​ສ້າງ​ອິດ​ທິ​ພົນ​ຂອງ​ຕົນ ​ດ້ວຍ​ລະ​ດັບ ຂະ​ໜາດ​ທີ່​ແຕກ​ຕ່າງ​ກັນ​ຢູ່​​ໃນພາກ​ພື້ນ; ສົງ​ຄາມ​ພາກ​ສ່ວນ, ການປະ​ທະ​ກັນ​ດ້ວຍ​ອາ​ວຸດ, ການປະ​ທະ​ກັນ​ດ້ານ​ຊົນ​ເຜົ່າ ສາ​ສະ​ໜາ, ການ​ກໍ່​ການ​ຮ້າຍ​ຍັງ​ເກີດ​ຂຶ້ນ​ຢູ່, ກໍ່​ຄວາມວຸ້ນວາຍ ບໍ່​ສະ​ຫງົບ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ. ບັນ​ດາສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ສະ​ຫງົບ​ທີ່ບໍ່​ແມ່ນ​ແບບ​ດັ້ງ​ເດີມ​ເຊັ່ນ ຄວາມປອດ​ໄພດ້ານ​ເຄືອ​ຂ່າຍ, ຄວາມ​​ປອດ​ໄພດ້ານ​ແຫຼ່ງ​ນ້ຳ, ຄວາມປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ, ​ມົນ​ລະ​ພິດຕໍ່​ສິ່ງ​ແວດ​ລ້ອມ ແລະ ຄວາມ​ເສື່ອ​ມ​ໂຊມ ການປ່ຽນ​ແປງສະພາບ​ອາ​ກາດ, ໄພທຳ​ມະ​ຊາດ, ໂລກ​ລະ​ບາດ, ການຄ້າ​ຂາຍຢາ​ເສບ​ຕິດ, ການຍ້າຍ​ທີ່​ຢູ່​ອາ​ໄສ​ຜິດ​ກົດ​ໝາຍ, ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ,...ແມ່ນສິ່ງທ້າທາຍ ຂອງບັນດາປະເທດຢູ່​ໃນ​ໂລກ. ບັນ​ດາ​ອິດ​ທິ​ກຳ​ລັງ​ສັດ​ຕູ​ສືບ​ຕໍ່​ເພີ່ມ​ທະ​ວິ​ການ​ທຳ​ລາຍ​ພັກ​ແລະລັດ, ປະ​ຕິ​ບັດ​ກ​ານ “ຫັນ​ປ່ຽນ​ໂດຍ​ສັນ​ຕິ”, ຊຸກ​ຍູ້ “ການຜັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງຢູ່ພາຍໃນ, ຮຽກຮ້ອງ​ໃຫ້​ມີ “​ການຍົກ​ເລີກ​ການ​ເມືອງ​ໃນກອງ​ທັບ, ດ້ວຍ​ບັນ​ດາ​ວິ​ທີ​ການ ເລ່​ກົນ​ທີ່​ນັບ​ມື້​ນັບ​ມີ​ຄວາມ​ແນບ​ນຽນ, ເລິກ​ແລບ...

ສະ​ພາບ​ການ​ທີ່​​ກ່າວ​ມາ​ຂ້າງເທິງ ຮຽກຮ້ອງ​ໃຫ້​ມີ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ທົ່​ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ ​ໃນ​ພາ​ລະ​ກິດ​​ການ​ສ້າງສາ ແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ໝູນ​ໃຊ້​ຢ່າງມີ​ປະ​ສິດ​ທິ​ຜົນ​ ບົດ​ຮຽນ​ຂອງ​ໄຊ​ຊະ​ນະ​ໃນ​ວັນ​ທີ 30 ​ເດືອນເມ​ສາປີ 1975; ສວຍ​ໃຊ້​​ແລະຍາດ​ແຍ່ງ​ໂອ​ກາດ​ເພື່ອກໍ່​ສ້າງ, ພັດ​ທະ​ນາ​ປະ​ເທດ​ຕາມ​ທິດ​ທັນ​ສະ​ໄໝ. ສືບ​ຕໍ່​ເຊື່ອມ​ຊືມແລະປະ​ຕິ​ບັດ​​ແນວ​ທາງ​ການປ່ຽນ​ແປງ​ໃໝ່​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ​ແລະມີ​ປະ​ສິດ​ທິ​ຜົນ: ພັດ​ທະ​ນາ​ເສດ​ຖະ​ກິດແມ່ນ​ໜ້າ​ທີ່​ຈຸດ​ສຸມໃຈ​ກາງ, ກໍ່​ສ້າງ​ພັກ​ແມ່ນ​​ຂໍ​ກະ​ແຈ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ແມ່ນ​ພື້ນ​ຖານ​ຈິດ​ໃຈ​ຂອງ​ສັງ​ຄົມ; ເພີ່ມ​ທະ​ວີ​ການປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ເປັນປະຈຳ; ປະ​ສານ​ປະ​ສົມ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັນ​ທະ​ນະ​ທຳ, ສັງ​ຄົມ ກັບ​ການເພີ່ມ​ທະ​ວີ​ການປ້ອງ​ກັນປະ​ເທດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ພົວ​ພັນ​ຕ່າງ​ປະ​ເທດ. ໃນ​ນັ້ນ, ສຸມ​ໃສ່​ປະຕິບັດບ​າງ​ໜ້າ​ທີ່, ມາດ​ຕະ​ການ​ລຸ່ມນີ້​ໃຫ້​ໄດ້​ເປັນ​ຢ່າງ​ດີ:

ທີ​ໜຶ່ງ​, ຍຶດ​ໝັ້ນ​ເປົ້າ​ໝາຍ​ເອ​ກະ​ລາດ​​​ແຫ່ງ​ຊາດ ແລະ ສັງ​ຄົມ​ນິ​ຍົມ, ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ ຢ່າງເຂັ້ມ​ງວດ ​ແລະ ມີ​ປະ​ສິ​ທິ​ຜົນ​.

ນີ້​ແມ່ນ​ເງື່ອນ​ໄຂ​ທີ່​ຕ້ອງ​ມີ​ກ່ອນ ​ແລະ ເປັນ​ກຳ​ລັງ​ໜູນ​ ເພື່ອ​ປະ​ຕິ​ບັດ​​ພາ​ລະ​ກິດການກໍ່​ສ້າງ ແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່ ໃຫ້​ສຳ​ເລັດ​ມີ​ໄຊ. ເພື່ອ​ປະ​ຕິ​ບັດເປົ້າ​ໝາຍ​ດັ່ງ​ກ່າວ, ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ເຊື່ອມ​ຊຶມ ​ແລະປະ​ຕິ​ບັດ​ຢ່າງເຂັ້ມ​ງວດ​ ມະ​ຕິ​ເລກ​ທີ 35-NQ/TW, ສະ​ບັບ​ລົງ​ວັນ​ທີ 22 ​ເດືອນຕຸ​ລາປີ 2018, ຂອງ​ກົມ​ການ​ເມືອງ, ວ່າ​ດ້ວຍ “ເພີ່ມ​ທະ​ວີ​ການ​ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ, ຕໍ່​ສູ້​ປະ​ຕິ​ເສດ​ບັນ​ດາ​ທັດ​ສະ​ນະ​ທີ່​ຜິດ​ພາດ ​ເປັນສັດ​ຕູ​ ໃນ​ສະ​ພາບ​ການ​ໃໝ່"; ຄຳ​ສັ່ງ​ເລກ​ທີ 35/CT-TW, ສະ​ບັບ​ລົງ​ວັນ​ທີ 30 ​ເດືອນພຶດ​ສະ​ພາປີ 2019, ຂອງ​ກົມ​ການ​ເມືອງ, “ກ່ຽວ​ກັບ​ການຈັດ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ຂັ້ນ​ຕ່າງໆ ​ກ້າວ​​ເຖິງການ​ຈັດ​ກ​ອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ່ XIII ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ”..., ຖື​ເອົາ​ນີ້​ແມ່ນ​ພື້ນ​ຖານ​ທີ່​ສຳ​ຄັນ ​ເພື່ອ​ໃຫ້​ພັກ​ວາງ​ກຳ​ນົດ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ການ​ນຳ​ພາ ໂດຍ​ຜ່ານ​ບັນ​ດາ​ໄລ​ຍະ​ການ​ປະ​ຕິ​ວັດ​ ແນ​ໃສ່​ພາ​ໃຫ້​ປະ​ເທດ​ກ້າວ​ເດີນ​ໃນ​ເສັ້ນ​ທາງ​ທີ່​ໄດ້​ຄັດ​ເລືອກ​ຢ່າງ​ໜັກ​ແໜ້ນ. ຕ້ອງ​​ມີ​ຄວາມ​ຮັບ​ຮູ້​ຢ່າງຄົບ​ຖ້ວນ ​ແລະ ການປົກ​ປັກ​ຮັກ​ສາ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ ​ແມ່ນ​ປົກ​ປັກ​ຮັກ​ສາ​ພັກ, ປົກ​ປັກ​ຮັກ​ສາ​ໂຄງ​ການ​ການ​ເມືອງ​ ​ແລະແນວ​ທາງ​ການ​ນຳ​ພາ​ຂອງ​ພັກ; ປ້ອງ​ກັນ​ປະ​ຊາ​ຊົນ, ລັດ​ແຫ່ງ​ອຳ​ນາດ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ; ປົກ​ປັກ​ຮັກ​ສາ​ພາ​ລະ​ກິດ​​ການ​ປ່ຽນ​ແປງ​ໃໝ່, ການຫັນປະ​ເທດເປັນ​ອຸດ​ສາ​ຫະ​ກຳ ທັນ​ສະ​ໄໝ​ ແລະ ເຊື່ອມ​ໂຍງ​ສາ​ກົນ; ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ຊາດ ຂອງປະ​ເທດ; ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ ສະ​ຖຽມ​ລະ​ພາບ ​ເພື່ອ​ສ້າງສາແລະພັດ​ທະ​ນາ​ປະ​ເທດ. ພ້ອມ​ດຽວ​ກັນ​ນັ້ນ, ຕ້ອງ​ເພີ່ມ​ທະ​ວິ​ຄວາມ​ສາ​ມັກ​ຄີ ເປັນ​ເອ​ກະ​ພາບ​ພາຍ​ໃນ​ພັກ, ພາຍ​ໃນ​ປະ​ຊາ​ຊົນ​ບົນ​ພື້ນ​ຖານ​ເປົ້າ​ໝາຍ ​ແລະໜ້າ​ທີ່​ຂອງ​ການ​ປະ​ຕິ​ວັດ; ສຸມ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດ ​​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ແລະ ບັນ​ດາ​ມະ​ຕິ ຄຳ​ສັ່ງ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ສຳ​ເລັດ​ມີ​ໄຊ. ຍູ້​ແຮງວຽກ​ງານກໍ່​ສ້າງ ປັບ​ປຸງ​ພັກ ​ຕາມ​ຈິດ​ໃຈ​ມະ​ຕິ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ XII ຕິດ​ພັນ​ກັບ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 05-CT/TW, ສະ​ບັບ​ລົງ​ວັນ​ທີ 15 ​ເດືອນພຶດ​ສະ​ພາປີ 2016, ຂອງ​ກົມ​ການ​ເມືອງ, “ວ່າດ້ວຍ ການ​ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດຂອງ​ປະທານໂຮ່​ຈິ​ມິນ”

ສະ​ເພາະ​ໜ້າ, ຕ້ອງ​ສຸມ​ໃສ່​ຊີ້​ນຳ​ ນຳ​ພາການຈັດ​ຕັ້ງ​​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ຂັ້​ນ​ຕ່າງໆ, ກ້າວ​​ເຖິງກອງ​ປ​ະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​​ຄັ້ງ​ທີ XIII ຂອງ​ພັກໃຫ້​ສຳ​ເລັດ​ຜົນ, ສ້າງ​ບັ້ນ​ດຳ​ເນີນ​ຊີ​ວິດ​ການ​ເມືອງ, ຂະ​ບວນ​ການ​​ເຄື່ອນ​ໄຫວ​ປະ​ຕິ​ວັດ ​ທີ່​ກວ້າງ​ຂວາງ​ເລິກ​ເຊິ່ງ​ໃນ​ທົ່ວ​ລະ​ບົບ​ການ​ເມືອງ​ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ. ໃນຂະ​ບວນ​ການ​ປະ​ຕິ​ບັດ, ຕ້ອງ​ຍຶດ​ໝັ້ນ​ເປົ້າ​ໝາຍ ​ແລະຫຼັກ​ການ​ຍຸດ​ທະ​ສາດ; ມີ​ຄວາມໄຫວ​ພິບ ​ແລະອ​ອ່ນ​ໂນນທາງ​ດ້ານ​ຍຸດ​ໂທ​ບາຍ; ທັງ​ຮ່ວມ​ມື, ທັງ​ຕໍ່​ສູ້; ​ຕໍ່​ສູ້​ຢ່າງເດັດ​ດ່ຽວແລະ​ໝັ້ນໜຽວ, ຖື​ເອົາການ​ປົກ​ປັກ​ຮັກ​ສາ​​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ, ເອ​ກະ​ພາບ ແລະ ຜຶນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດຂອງຂອງ​ຊາດຂອງປະ​ເທດ ​ເປັນເປົ້າ​ໝາຍ​ສຸງ​ສຸດ; ຮັກ​ສາ​​ສັນ​ຕິ​ພາບ ​ສະ​ຖຽມ​ລະ​ພາບ​ເພື່ອກໍ່​ສ້າງ​ແລະພັດ​ທະ​ນາ​ປະ​ເທດ​ໃຫ້​ມີ​ຄວາມຮັ່ງມີເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ​ແລະສີວິໄລ. ພ້ອມ​ກັນ​ນັ້ນ, ເປັນ​ເຈົ້າ​ການ​ໃນ​ການ​ຕໍ່​ສູ້​ ເພື່ອ​​ເອົາ​ຊະນະ​ທຸກໆ​ກົນ​ອຸ​ບາຍ ລາຍ​ລ່ຽມ​ມ້າງ​ເພ​ທຳ​ລາຍ​ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​ສັດ​ຕູ; ເດັ​ດ​ດ່ຽວ​ຕໍ່​ສູ້​ກັບ​ບັນ​ດາ​ປະ​ກົດການ​ອາດຍາ​ສິດ, ສໍ້​ລາດ​ບັງຫຼວງ, ຊຸດ​ໂຊມ​ເສື່ອມ​ເສຍ, ຄວາມ​ຫຍໍ້​ທໍ້, ໄພ​ສັງ​ຄົມ..., ຮັບ​ປະ​ກັນ​ສະ​ຖຽມ​ລະ​ພາບ ແລະການພັດ​ທະ​ນາ​ຂອງປະ​ເທດ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ສາ​ກົນ​ ທີ່ນັບ​ມື້​ນັບ​ເລິກ​ເຊິ່ງກວ້າງ​ຂວາງ. ຍູ້​ແຮງວຽກ​ງານກໍ່​ສ້າງ ​ແລະປັບ​ປຸງ​ພັກ; ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ ​ແລະກຳ​ລັງ​ແຮງ​ສູ້​ຮົບ​ ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ​ພັກ; ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ຂັ້ນ​ຍຸດ​ທະ​ສາດ​ທີ່​ຕອບ​ສະ​ໜອງ​ໄດ້ກັບ​ຄ​ວາມ​ຮຽກ​ຮ້ອງ​ຕ້ອງ​ການ​ແລະໜ້າ​ທີ່​ ໃນ​ສະ​ພາບ​ການ​ໃໝ່. ຜ່ານນັ້ນ, ເຕົ້າ​ໂຮມ​ກຳ​ລັງ, ສ້າງ​ກຳ​ລັງ​ໜູນ​ທາງການ​ເມືອງ ແລະຈິດ​ໃຈ, ເສີມ​ຂະ​ຫຍາຍ​ສະ​ຕິ​ປັນ​ຍາ, ກຳ​ລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ ເພື່ອ​ປະ​ຕິ​ບັດ​​ພາ​ລະ​ກິດ​ການກໍ່​ສ້າງ ແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຢ່າງ​ສຳ​ເລັດ​ມີ​ໄຊ.

ທີ​ສອງ, ປະ​ສານ​ປະ​ສົມ​ຢ່າງ​ແໜ້ນ​ແຟ້ນ​ ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ກັບ​ປັບ​ປຸງ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ສ້າງທ່າ​ແຮງ​ແລະພື້ນ​ຖານ​ວັດ​ຖຸ​ ເພື່ອກໍ່​ສ້າງ ແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ສືບ​ທອດ​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ, ຂອງ​ໄຊ​ຊະ​ນ​ະ​​ໃນວັນ​ທີ 30 ​ເດືອນເມ​ສາປີ 1975, ມື້ນີ້, ໜ້າ​ທີ່​ຈຸດໜັກ​ໃຈ​ກາງ​ແລະ​ສອດ​ຮ້ອຍ​ຕະຫຼອດ​ຂອ​ງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ເຮົາ​ແມ່ນ​ ຕັ້ງ​ໜ້າ​​ເອົາ​ໃຈ​ໃສ່​ເບິ່ງ​ແຍງການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຊາຍ​ແດນ, ເຂດ​ຫ່າງ​ໄກສອກຫຼີກ. ນັ້ນ​ແມ່ນ​ຄວາມ​ມຸ້ງ​ມາດປາດ​ຖະ​ໜາ​ອັນ​ຖືກຕ້ອງ​ຂອງ​ທົ່ວປວງ​ຊົນ​ທັງ​ຊາດ ​ເຊິ່ງ​ມີ​ຄວາມ​ສັກ​ສິດແລະແຮງ​ກ້າ ​ຄື​ດັ່ງເຈດ​ຈຳ​ນົງ​​ເພື່ອ​​ເອ​ກະ​ລາດ​ແລະ​ເອ​ກະ​ພາບ​ ຂອງປະ​ເທດ​ຊາດ​ໃນ​ຊຸມ​ປີ​ຂອງສົງ​ຄາມ. ປີ 2019, ເຖິງວ່າ​ຕ້ອງປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍຢ່າງ, ແຕ່​ພັກ, ລັດ ແລະ ປະ​ຊາ​ຊົນຫວຽດ​ນາມ ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ, ຍາດ​ເອົາບັນ​ດາຜົນ​ງານ​ອັນ​ພົ້ນ​ເດັ່ນ, ເປັນ​ຂີດ​ໝາຍ​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ​ຂອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ. ແຕ່​ວ່າ, ປີ 2020, ຫວຽດ​ນາມກໍ່​ໄດ້​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ແລະ​ສິ່ງ​ທ້າ​ທາຍຫຼາຍ​ປະ​ການ​​ເຊັ່ນ ໄພ​ແຫ້ງ​ແລ້ງ, ການ​ລຸກ​ລ້ຳ​ຂອງ​ນ້ຳ​ເຄັມ, ໂລກ​ອະ​ຫິ​ວາໝູ​ອາ​ຟ​ຣີ​ກາ ຍັງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຂາດ​ຂັ້ນ; ​ໂດຍ​ສະ​ເພາະ, ການ​ຕິດ​ເຊື້ອ​ລະບົບ​ຫາຍ​ໃຈ​ຍ້ອນ​ໄວ​ຣັສ ໂຄ​ໂຣ​ນາສາຍ​ພັນ​ໃໝ່ (COVID-19) ທີ່​ຜັນ​ແປ​ຢ່າງ​ສັບ​ສົນແລະແຜ່​ລະ​ບາດ​ເປັນ​ວົງ​ກວ້າງ​ຢູ່​ໃນ​ໂລກ.

ບົນ​ພື້ນ​ຖານ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ປີ 2019, ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ ​ສືບ​ຕໍ່​ສວຍໃຊ້​​ໂອ​ກາດດີ​ທັງ​ໝົດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍ, ເປັນ​ເຈົ້າ​ການ ຕັ້ງ​ໜ້າ ຂະ​ຫຍັນ​ຂັນ​ເຄື່ອນ ​ແລະ​ມີຫົວ​ຄິດ​ປະ​ດິດ​ສ້າງ ​ເພື່ອ​ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​ສັງ​ລວມ​ສູງກວ່າ​ເກົ່າ. ສືບ​ຕໍ່​ຮັກ​ສາ​ສະຖຽນ​ລະ​ພາບ​ຂອງ​ເສດ​ຖະ​ກິດ​ມະ​ຫາ​ພາກ, ​ຄວບ​ຄຸມ​ໄພ​ເງິນເຟີ້, ຍົກ​ສູງ​ປະ​ສິດ​ທິ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ລັກ​ສະ​ນະ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຄວາມ​ສາມາດ​ໃນ​ການ​ແຂ່ງ​ຂັນ​ ຂອ​ງ​ພື້ນ​ຖານ​ເສດ​ຖະ​ກິດ. ຜັນ​ຂະ​ຫຍາຍຢ່າງ​ຄົບ​ຊຸດ​ແລະເປັນ​ເອ​ກະ​ພາບ ​ການກໍ່​ສ້າງພັດ​ທະ​ນາເສດ​ຖະ​ກິດ​ທີ່​ເປັນເອ​ກະ​ລາດ ເປັນ​ເຈົ້າ​ຕົນ​ເອງ, ​​ໂດຍຕິດ​ກັບ​ການກໍ່​ສ້າງ​ພື້ນ​ຖານການ​ປ້​ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ, ທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ ​ແລະ ທ່າສະໜາມຮົບປ້ອງກັນຄວາມສະຫງົບປະຊາຊົນ, ໃນ​ນັ້ນ​ເອົາ​ໃຈ​ໃສ່​​ເຖິງການວາງ​ແຜນ​, ອອກ​ແບບ ກໍ່​ສ້າງ​ບັນ​ດາ​ໂຄງ​ການ​ທີ່​ມີ​ “​ຄຸນ​ປະ​ໂຫຍດຫຼາຍ​ຢ່າງ”, ບັນ​ດາ​ໂຄງ​ການ “ໃຕ້​ດິນ” ທາງ​ດ້ານ​ຄົມ​ມະ​ນາ​ຄົມ, ຊົນ​ລະ​ປະ​ທານ ແລະ ໂຄງ​ການ​ໃນ​ຕົວ​ເມືອງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ພື້ນ​ທີ່​ທີ່​ສຳຄັນ; ຈັດ​ຕັ້ງປະ​ຕິ​ບັດ​ບັນດາ​ໂຄງ​ການ, ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ ແລະ ເຂດຊາຍ​ຝັ່ງ​ທະ​ເລ ເຊິ່ງ​ຕິດ​ພັນ​ກັບ​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ; ມີ​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອ ​ແລະ​ປົກ​ປ້ອງ​ຊາວ​ປະ​ມົງ​ທີ່​ຫາ​ປາ​ຢູ່ໄກ​ຟັ່ງ​ທະ​ເລ​ ​ໂດຍຕິດ​ກັບ​ການ​ປົກ​ປັກ​ຮັກ​ສາ​ອຳ​ນາດ​ອະ​ທິ​ປະ​ໄຕ​ໃນ​​ເຂດ​ແດນ, ທະ​ເລໝູ່​ເກາະ ຂອງ​ປະ​ເທດ. ສືບ​ຕໍ່​ປະ​ຕິ​ບັດ​​ເປັນ​ຢ່າງ​ດີ​ ແຜນ​ການກໍ່​ສ້າງ​ແລະພັດ​ທະ​ນາ ບັນ​ດາ​ເຂດ​ເສດ​ຖະ​ກິດ-ປ້ອງ​ກັນ​ຊາດ​ເຖິງ​ປີ 2025, ກຳ​ນົດ​ທິດ​ເຖິງ​ປີ 2030, ຮັບ​ປະ​ກັນຄວາມ​ສອດຄ່ອງ​ກັບ​ຍຸດ​ທະ​ສາດ ​ແລະໂຄງ​ການ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ​ແຜນ​ການນຳ​ໃຊ້​ທີ່ດິນ​ເພື່ອ​ການ​ປ້ອງ​ກັນ​ຊາດ; ພ້ອມ​ກັນ​ນັ້ນ, ສືບ​ຕໍ່​​ເພີ່ມ​ເຕີມ​ແລະປັບ​ປຸງ​ບູ​ລະ​ນະ​ກົນ​ໄກ, ນະ​ໂຍ​ບາຍບຸລິມະສິດ ​ສຳ​ລັບ​ບັນ​ດາ​ກົມ​ກອງ, ວິ​ສາ​ຫະ​ກິດການທະຫານ ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​​ສົມ​ທົບການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ​ກັບເສດ​ຖະ​ກິດ ​ໃນ​​ເຂດ​ຍຸດ​ທະ​ສາດ, ​ເຂດທີ່​ປະສົບ​ຄວາມ​ຫຍຸ້ງຍາກ, ​ເຂດຊາຍແດນ ແລະເກາະ​ທະ​ເລ, ປະກອບສ່ວນສ້າງຖານທີ່ໝັ້ນອັນ​ໜັກ​ແໜ້ນ ​ເພື່ອ​ປົກ​ປັກ​ຮັກສາປະເທດຊາດ ຕັ້ງແຕ່ຕົ້ນ, ແຕ່​ໄກ.

ທີ​ສາມ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງຂອງຊາດ, ປະ​ສົມ​ກັບ​ກຳ​ລັງ​ແຮງ​ຂອງຍຸກ​ສະ​ໄໝ​ ໃນ​ພາ​ລະ​ກິດການ​ສ້າງສາ ແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ປັດ​​ໄຈ​ສຳ​ຄັນ​​ໃນ​ໄຊ​ຊະ​ນະ​ວັນ​ທີ 30 ​ເດືອນເມ​ສາປີ 1975 ແມ່ນ​ກຳ​ລັງ​ແຮງ​ສັງ​ລວ​ມ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ປວງ​ຊົນທັງ​ຊາດ, ກຳ​ລັງ​ແຮງຂອງ​ທົ່ວ​ປວງ​ຊົນ. ໃນ​ຕະຫຼອດ​ຂະ​ບວນ​ວິ​ວັດ​​ການ​ນຳ​ພາ​ການ​ປະ​ຕິ​ວັດ, ພັກ​ກອມ​ມູ​ນິດຫວຽດ​ນາມ ແລະປະ​ທານ ໂຮ່​ຈິ​ມິນ ຍາມ​ໃດ​ກໍ່​ໃຫ້​ຄວາມ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ຊາດ ແລະຖື​ວ່າ​ນີ້​ແມ່ນ​ແຜນ​ນະ​ໂຍ​ບາຍ​ທີ່​ສອດ​ຮ້ອຍ​ຕະຫຼອດ ​ແລະສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສ້າງ​ເປັນ​ກຳ​ລັງ​ແຮງ​ພາຍ​ໃນ​ເພື່ອ​ເອົາ​ໄຊ​ຊະ​ນະ. ດັ່ງ​ນັ້ນ, ພວກ​ເຮົາ​ຕ້ອງ​​ຍູ້​ແຮງ​ການ​ສຶກ​ສາ​ອົບ​ຮົມ​ດ້ານ​ການ​ເມືອງ, ແນວ​ຄິດ, ຮັກ​ສາ​ຈິດ​ໃຈ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົ້ນ​ເອງ, ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ​ແລະ​ກຽດ​ສັກ​ສີ​ຂອງ​ຊາດ​, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ, ນຳ​ໃຊ້​ສຸດ​ຂີດ​ບັນ​ດາ​ແຫຼ່ງ​ພະ​ລັງ​ພາຍ​ໃນແລະຕ່າງ​ປະ​ເທດ; ຈັດການແກ້​ໄຂ​ບັນ​ດາ​ໜ້າ​ທີ່​​ພາຍ​ໃນ ແລະການຕ່າງ​ປະ​ເທດຢ່າງ​ກົມກຽວ. ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ປວງ​ຊົນທັງ​ຊາດ​ ໃນ​ສະ​ໄໝ​ປະ​ຈຸ​ບັນ ແມ່ນ​ສືບ​ທອດ​ໝູນ​ເຊື້ອ​ອັນ​ລ້ຳ​ຄ່າ​ຂອງ​ຊາດ ຄື​ທີ່ລຸງ​ໂຮ່​ເຄີຍ​ຢືນ​ຢັນ​ວ່າ: “ສາ​ມັກ​ຄີ, ສາ​ມັກ​ຄີ, ມະ​ຫາ​ສາ​ມັກ​ຄີ. ສຳ​ເລັດ​ຜົນ, ສຳ​ເລັດ​ຜົນ, ສຳ​ເລັດ​ຜົນ​ຢ່າງ​ໃຫຍ່ຫຼວງ”. ບົນ​ຈິດ​ໃຈ​ດັ່ງ​ກ່າວ, ພວກ​ເຮົາ​ຕ້ອງ​ມີ​ການ​ເປີດກວ້າງ​ປະ​ຊາ​ທິ​ປະ​ໄຕ, ຮັບ​ຟັງ​ຄວາມ​ຄິດ​ເຫັນ, ຄວາມ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ຢ່າງ​ຈິງ​ໃຈ, ສ້າງ​ຄວາມ​ສາ​ມັກ​ຄີ ເປັນ​ເອ​ກະ​ພາບ​ສູງ​ ລ​ະ​ຫວ່າງ​ພັກ, ລັດ ແລະ ປະ​ຊາ​ຊົນ, ເຮັດ​ໃຫ້​ປະ​ຊາ​ຊົນ​ຍາມ​ໃດ​ກໍ່​ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ກັບ​ພັກ, ກັບ​ອຳ​ນາດ​ການ​ປົກ​ຄອງ, ກັບ​ກອງ​ທັບ​ປະ​ຊາ​ຊົນ​. ການ​ປັບ​ປຸງ​ແລະເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ມະ​ຫາ​ສະ​ມັກ​ຄີ​ໃນ​ປະ​ຈຸ​ບັນ​ ຕ້ອງ​ຕິດ​ກັບ​ການ​ຮັບ​ປະ​ກັນ​​ຜົນ​ປະ​ໂຫຍດ ​ແລະຄວາມ​ເອົາ​ໃຈ​ໃສ່​ເຖິງ​ ຄວາມ​ປາ​ດຖະ​ໜາ​ທີ່ຊອບ​ທຳ​ຂອງ​ປະ​ຊາ​ຊົນ; ເສີມ​ຂະ​ຫຍາຍ​ສິດ​ຂອງ​ປະ​ຊາ​ຊົນ​ໃນ​ການ​ເປັນ​ເຈົ້າ​ຂອງ​ປະ​ເທດ, ຮັບ​ປະ​ກັນ​ວ່າ ​ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງຢ່າງ​ແທ້​ຈິງ, ເປັນ​ເຈົ້າ​ຂອງ​ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ລັດ​ຖະ​ທຳ​ມະ​ນູນ.

ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ສາ​ກົນທີ່​ນັບ​ມື້​ນັບ​ກວ້າງ​ຂວາງ​ເລິກ​ເຊິ່ງ, ກຳ​ລັງ​ແຮງຂອງ​ປະ​ເທດ​ຊາດ​ຕ້ອງ​​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ ກັບ​ກຳ​ລັງ​ແຮງ​ຂອງຍຸ​ກສະ​ໄໝ. ດັ່ງ​ນັ້ນ, ຕ້ອງ​ສຸມ​ໃສ່​ວຽກ​ງານ​ເຊື່ອມ​ຊຶມ​ແລະປະ​ຕິ​ບັດ​ແນວ​ທາງ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ​ ຢ່າງ​ສະ​ເໝີ​ຕົ້​ນ​ສະ​ເໝີ​ປາຍ​ ດ້ວຍ​ທິດ​ນຳ ການພົວພັນຕ່າງປະເທດແບບຫຼາຍກ້ຳຫຼາຍຝ່າຍ ຫຼາຍຮູບຫຼາຍແບບ, ເປັນ​ເຈົ້າ​ການ​ແລະຕັ້ງ​ໜ້າ​ເຊື່ອມ​ໂຍງ​ສາ​ກົນ​ຢ່າງກວ້າງ​ຂວາງ​ເລິກ​ເຊິ່ງ, ມຸ່ງ​​ໄປສູ່​​ການ​ຍູ້​ແຮງ ຍົກ​ລະ​ດັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ແບບຫຼາຍ​ຝ່າຍແລະສອງ​ຝ່າຍ; ​ເປັນ​ເພື່ອນ​ແລະ​ເປັນ​ຄູ່​ຮ່ວມ​ທີ່​ໄວ້​ວາງ​ໃຈ​ໄດ້, ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ​ຂອງວົງ​ຄະ​ນາ​ຍາດ​ສາ​ກົນ. ​ຜ່ານນັ້​ນ, ໝູນ​ໃຊ້​ບັນດາ​ແຫຼ່ງ​ກຳ​ລັງ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ​, ຍາດ​ແຍ່ງ​ຄວາມ​​ເຫັນ​ດີ​ເຫັນ​ພ້ອມ​ ແລະ​ສະ​ໜັບ​ສະ​ໜູນຂອງວົງ​ຄະ​ນາ​ຍາດ​ສາ​ກົນ, ສ້າງ​ສະ​ພາບ​ແວດ​ລ້ອມ​​ສັນ​ຕິ​ພາບ​ແລະ​ເງື່ອນ​ໄຂ​ທີ່​ສະ​ດວກດີ​ເພື່ອ​ສ້າງສາແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ປະ​ຕິ​ບັດ​ແນວ​ທາງ​ການຕ່າງ​ປະ​ເທດທີ່​ເປັນເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫຼາຍກ້ຳຫຼາຍຝ່າຍ ຫຼາຍຮູບຫຼາຍແບບ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ສະ​ຖຽມ​ລະ​ພາບ​ເພື່ອການ​ພັດ​ທະ​ນາ; ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ, ເອ​ກະ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້​ວນ​ໄວ້​ຢ່າງໝັ້​ນ​ຄົງ, ຍົກ​ສູງ​ຖາ​ນະຂອງ​ປະ​ເທດ, ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າເຂົ້າ​ໃນ​ການ​ຕໍ່​ສູ້​ ເພື່ອ​​ສັນ​ຕິ​ພາບ, ເອ​ກະ​ລາດ​​ແຫ່ງຊາດ, ປະ​ຊາ​ທິ​ປະ​ໄຕ ແລະ ຄວາມ​ກ້າວ​ໜ້າ​ທາງສັງ​ຄົມ​ ຢູ່ໃນ​ໂລກ. ໃນ​ນັ້ນ, ການ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານການ​ປ້ອງ​ກັນ​ຊາດ ຖືກ​ລະບຸ​ວ່າ​ເປັນ​ຊ່ອງ​ທາງສຳ​ຄັນ​ ໃນ​ວຽກ​ງານການຕ່າງ​ປະ​ເທດ​ຂອງ​ພັກ​ແລະລັດ, ​ໂດຍ​ສະ​ເພາະ​ແມ່ນ ​ໃນ​ເງື່ອນ​ໄຂທີ່ຫວຽດ​ນາມເປັນ​ສະມາຊິກ​ບໍ່​ຖາ​ວອນ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ​​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ໄລ​ຍະປີ 2020-2021 ແລະ ເປັນ​ປະ​ທານ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາຊຽນ) ປີ 2020.

ທີ​ສີ່, ສຸມ​ໃສ່​ກໍ່​ສ້າງ​ພື້ນ​ຖານ​ການປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ, ທ່າ​ສະໜາມຮົບ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ ຕິດ​ແໜ້ນ​ກັບ​ທ່າ​ສະໜາມຮົບ​ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນທີ່ເຂັ້ມ​ແຂງ, ສ້າງ​ພື້ນ​ຖານ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ “ຕັ້ງແຕ່​​ຕົ້ນ, ແຕ່​ທາງ​ໄກ” ຢ່າງ​ໝັ້ນ​ຄົງ.

ໃນ​ພາ​ລະ​ກິດ​​ການ​ຕໍ່​ສູ້​ປົດ​ປ່ອຍ​ປະ​ເທດ​ຊາດ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກນັ້ນ, ພື້ນ​ຖານ​ການ​ເມືອງ - ຈິດ​ໃຈ, ເຈດ​ຈຳ​ນົງຕັດ​ສີນ​ໃຈ​ສູ້​ຮົບ ​ເດັດຂາດ​ມີ​ໄຊ, ກຳ​ລັງ​ແຮງ​ຂອງ​ພື້ນ​ຖານ​ການປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ, ທ່າ​ສະ​ໜາມ​ຮົບ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ ​ໄດ້​ຮັບ​ການເສີມ​ຂະ​ຫຍາຍ​ຂຶ້ນ​​ເຖິງ​ລະ​ດັບ​ສູງ​ໃໝ່. ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ, ເອ​ກະ​ພາບ ​ແລະ ຜຶນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດໃຫ້​ໝັ້ນ​ຄົງ​ໃນ​ສະ​ພາບ​ການ​ໃໝ່, ມັນ​ຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​ ຕ້ອງ​ການ​ສືບ​ຕໍ່​ເຊື່ອມ​ຊຶມ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ການ​ປ້ອງ​ກັນ​ຊາດ, ການ​ທະ​ຫານ​ຂອງ​ພັກ, ເປັນ​ຕົ້​ນ​ແມ່ນ​ ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 8 ສະ​ໄໝ​ທີ XI ກ່ຽວ​ກັບ “ຍຸດ​ທະ​ສາດ​ການປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່”, ບັນ​ດາ​ມະ​ຕິ, ຂໍ້​ຕົກ​ລົງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກຊຸດ​ທີ XII ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສ​ະຫງົບ; ປັບ​ປຸງ​ແລະເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກຳ​ລັງ​ແຮງ​ການ​ປ້ອງ​ກັນ​ຊາດ​​ຢ່າງບໍ່​ຢຸດຢັ້ງ ຕາມ​ທິດ​ເຂັ້ມ​ແຂງ​ຮອບ​ດ້ານ, ມີ​ຄວາມ​ໝັ້ນ​ຄົງ​ຍາວ​ນານ, ນັບ​ມື້​ນັບ​ທັນ​ສະ​ໄໝ​. ໃນ​ນັ້ນ, ຖື​ເປັນ​ສຳ​ຄັນ​ພິ​ເສ​ດ​ ການກໍ່​ສ້າງ​ພື້ນ​ຖານ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ​ໃຫ້​ເຂັ້ມ​ແຂງ, ກໍ່​ສ້າງ​ທ່າ​ສະ​ໜາມ​ຮົບ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ ທີ່​ຕິດ​ແໜ້ນ​ກັບ​ການກໍ່​ສ້າງ​ພື້ນ​ຖານການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ປວງ​ຊົນ, ທ່າ​ສະ​ໜາມ​ຮົບ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ປວງ​ຊົນ, “ທ່າ​ສະ​ໜາມ​ຮົບໃນ​ຈິດ​ໃຈ​ປະ​ຊາ​ຊົນ” ​ໃຫ້​ໝັ້ນ​ຄົງ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່ບັນ​ດາ​​ເຂດ​ຍຸດ​ທະ​ສາດ, ເຂດ​ຊາຍ​ແດນ, ທ​ະ​ເລ, ໝູ່​ເກາະ. ນີ້​ແມ່ນ​ໜ້າ​ທີ່​ສຳ​ຄັນ​ ເປັນ​​ປົກ​ກະ​ຕິ, ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລະ​ບົບ​ການ​ເມືອງ​ທັງ​ໝົດ, ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ.

ບັນ​ດາ​ຂັ້ນ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ ສືບ​ຕໍ່​​ເຊື່ອມ​ຊຶມ​ແລະປະ​ຕິ​ບັດ​ ​ແຜນ​ນະ​ໂຍ​ບາຍຍຸດ​ທະ​ສາດ​ຂອງ​ພັກ​ ກ່ຽວ​ກັບ​ການກໍ່​ສ້າງ​ເຂດ​ປ້ອງ​ກັນ​ຮັກ​ສາ​ໃຫ້​ໄດ້​ເປັນ​ຢ່າງ​ດີ ​ເຊິ່ງ​ແກນ​ຫຼັກ​ແມ່ນ​ ການກໍ່​ສ້າງ “ທ່າ​ສະ​ໜາມ​ຮົບ​ໃນ​ຈິດ​ໃຈ​ປະ​ຊາ​ຊົນ” ໃຫ້​ໝັ້ນ​ໝັ້ນ​ຄົງຈາກ​ຮາກ​ຖານ, ​ສ້າງ​ພື້ນ​ຖານ​ເພື່ອກໍ່​ສ້າງ​ການ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ ແລະ ພື້ນ​ຖານ​ການປ້ອງ​ກັນ​ຄວາມ​ສ​ະ​ຫງົບ​ທົ່ວ​ປວງ​ຊົນ​ຢ່າງ​ເຂັ້ມ​ແຂງ; ປ້ອງ​ກັນ​ແລະ​ຈັດການ​ສະຖານະ​ການ​ດ້ານ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມໝັ້ນຄົງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​; ຜາບ​ແພ້​ທຸກ​ກົນ​ອຸ​ບາຍ ການເຄື່ອນ​ໄຫວ​ຕ້ານ​ທຳ​ລາຍ​ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງສັດ​ຕູ, ພວກບໍ​ລະ​ປັກ; ບໍ່​ໃຫ້​ຕົກ​ໃນ​ທ່າ​ຮັບ ບໍ່​ຖືກ​ບັງ​ເອີນ​ໃນ​ທຸກ​ກໍລະນີ. ຍູ້​ແຮງ​ການ​ປະ​ສານ​ປະ​ສົມ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ​ກັບ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ພົວ​ພັນ​ຕ່າງ​ປະ​ເທດ; ​ເຊື່ອມຕິດຢ່າງ​ແໜ້ນ​ແຟ້ນ​ ການ​ປະ​ຕິ​ບັດ​ບັນ​ດາ​ຍຸດ​ທະ​ສາດ, ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ກັບ​ການ​ປັບ​ປຸງ​ການປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ພົວ​ພັນ​ຕ່າງ​ປະ​ເທດ. ເປີດກວ້າງ​ແລະເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ຍາດ​ແຍ່ງ​​ໂອ​ກາດ​​ການ​ເຊື່ອມ​ໂຍງ​ ເພື່ອ​ແກ້​ໄຂ​​ບັນ​ຫາ​​ສຳ​ຄັນ​ຕ່າງໆ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​​ເຊັ່ນ ຄວາມ​ໝັ້ນຄົງ​ຊາຍ​ແດນ, ທະ​ເລ​ແລະເກາະ, ຄວາມ​ໝັ້ນຄົງ​ແລະ​ຄວາມ​ປອດ​ໄພ​ໃນ​ໂລກ​ໄຊ​ເບີຣ໌..., ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຕັ້ງແຕ່​​ຕົ້ນ, ແຕ່​ທາງ​ໄກ​ໃຫ້​ໝັ້​ນ​ຄົງ.

ທີ​ຫ້າ, ກໍ່​ສ້າງກອງ​ທັບ​ປະ​ຊາ​ຊົນ​ໃຫ້​ເປັນ​ກອງທັບ​ປະຕິວັດ, ລະບຽບຫຼວງ, ຍອດຍ້ຽມ ​ແລະ ທັນສະໄໝເທື່ອລະກ້າວ, ສົມ​ກັບ​ກຳ​ລັງ​ການ​ເມືອງ​ທີ່​ຈົງ​ຮັກ​ພັກ​ດີ​ຢ່າງ​ເດັດ​ຂາດ, ເຄື່ອງ​ມືຄວາມ​ຮຸນ​ແຮງ​ທີ່​ແຫຼມຄົມ ​ແລະ ເຊື່ອ​ຖື​​ໄດ້ຂອງ​ພັກ.

ສືບ​ທອດ​ມູນ​ເຊື້ອ, ບົດ​ຮຽນ​ຂອງ​ໄຊ​ຊະ​ຊະ​ໃນ​ວັນ​ທີ 30 ​ເດືອນເມ​ສາປີ 1975, ໃນ​ພາ​ລະ​ກິດ​ການ​ສ້າງສາແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ, ຕ້ອງ​ຮັກ​ສາແລະເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກຕໍ່​ກອງ​ທັບ, ສຸມ​ໃສ່​ກໍ່​ສ້າງກອງ​ທັບ​ປະ​ຊາ​ຊົນທີ່​ປະ​ຕິ​ວັດ, ລະບຽບຫຼວງ, ຍອດຍ້ຽມ ​ແລະທັນສະໄໝເທື່ອລະກ້າວ, ບຸລິ​ມະ​ສິດການ​ຫັນ​ບາງເຫຼົ່າ​ທັບ, ເຫຼົ່າ​ຮົບ, ກຳ​ລັງ ເປັນ​ທັນ​ສະ​ໄໝ​; ສືບ​ຕໍ່​ເສີມ​ຂະ​ຫຍາຍ​ທາດ​ແທ້​ປະ​ຕິ​ວັດ, ມູນ​ເຊື້ອ​ “ທະ​ຫານ​ຂອງລຸງ​ໂຮ່”, ຕັ້ງໜ້າພະ​ຍາ​ຍາມ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ປະ​ຕິ​ບັດ​ໃຫ້​​ດີ​ພາ​ລະ​ໜ້າ​ທີ່ “ກອງ​ທະ​ຫານສູ້​ຮົບ, ກອງ​ທະ​ຫານ​ເຮັດ​ວຽກ, ກອງ​ທະ​ຫານ​ອອກ​ແຮງ​ງານ​ຜະ​ລິດ”; ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ເຖິງ​ພາ​ລະ​ບົດ​ບາດ​ຫຼັກ​ແຫຼ່ງ​ໃນ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ປ້ອງ​ກັນພັກ, ລັດ, ປະ​ຊາ​ຊົນ ແລະລະ​ບອບ​ສັງ​ຄົມ​ນິ​ຍົມ. ທົ່ວ​ກອງ​ທັບ​ສຸມ​ໃສ່​ການກໍ່​ສ້າງ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຮອບ​ດ້ານ, ນຳ​ເອົາ​ການກໍ່​ສ້າງ​ທາງ​ດ້ານ​ການ​ເມືອງ​ເປັນ​ພື້ນ​ຖານ, ປະ​ຕິ​ບັດ​ຄຳ​ສັ່ງແລະລະ​ບອບ​ກຽມ​ພ້ອມ​ສູ້​ຮົບ ຢ່າງ​ເຂັ້ມ​ງວດ; ເຮັດ​​ວຽກ​ງານ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ​ຍຸດ​ທະ​ສາດ, ເສ​ນາ​ທິ​ການໃຫ້​​​ໄດ້​ເປັນ​ຢ່າງດີ​​ເພື່ອ​ຊ່ວຍໃຫ້​ພັກ​ແລະລັດ ວາງ​ແຜນ​ກຳ​ນົດ​ກ່ຽວ​ກັບແນວ​ທາງ, ກົດ​ໝາຍ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ; ເປັນ​ເຈົ້າ​ການ​ໃນ​ການກໍ່​ສ້າງ, ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ງານ, ແຜນ​ການ​ກຽມ​ພ້ອມ​ສູ້​ຮົບ ແລະ ຕໍ່​ສູ້, ປ້ອງ​ກັນ, ຈັດການແກ້​ໄຂ​ຢ່າງ​ຖືກຕ້ອງ, ວ່ອງ​ໄວ, ມີ​ປະ​ສິດ​ທິ​ຜົນ ​ໃນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກສາອຳນາດ​ອຳ​ທິປະ​ໄຕ ​ແລະ ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ແລະ​ຂອງ​ຊາດຢ່າງ​ແໜ້ນ​ແຟ້ນ, ບໍ່​ໃຫ້​ຕົກ​ໃສ່​​ໃນທ່າຮັບ ບໍ່​ຖືກ​ບັງ​ເອີນ. ເອົາ​ໃຈ​ໃສ່​​ເຖິງການປັບປຸງ​ບູລະນະ ​ການ​ບັນຈຸ​ແລະ​ການຈັດ​ຕັ້ງ​ກຳລັງ ຕາມ​ທິດ​ທາງ ​ “ຄ່ອງ​ຕົວດີ, ກະ​ທັດ​ຮັດ, ​ແຂງ​ແຮງ"; ຍູ້​ແຮງ​ການກໍ່​ສ້າງ​ເປັນ​ລະ​ບຽບຫຼວງ, ຝຶກ​ຝົນ​ລະ​ບຽບ​ວິ​ໄນ, ສະ​ພາບ​ແວດ​ລ້ອມ​ທາງວັດ​ທະ​ນະ​ທຳ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຂອງ​ລັດ​ຢ່າງ​ເຂັ້ມ​ງວດ; ເປັນ​ແບບ​ຢ່າງ, ເປັນ​ຜູ້​ນຳ​ໜ້າ ​ໃນ​ການ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ ແນວ​ທາງ​ຂອງ​ພັກ ​ແລະ ນະ​ໂຍ​ບາຍ ກົດ​ໝາຍ​ຂອງ​ລັດ; ຕໍ່​ສູ້​ກັບ​​ທັດ​ສະ​ນະ​ທີ່​ຜິດ​ພາດ ​ເປັນ​ປໍ​ລະ​ປັກ, ປົກ​ປັກ​ຮັກ​ສາ​ພື້ນຖານແນວ​ຄິດ​ຂອງ​ພັກ ​ແລະລະ​ບອບ​ສັງ​ຄົມ​ນິ​ຍົມ. ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົ​ມ​ຢ່າງ​ຕັ້ງ​ໜ້າ ແລະມີ​ປະ​ສິດ​ທິ​ຜົນ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ລົບ​ລ້າງ​ຄວາມ​ອຶດ​ຫິວ ຫຼຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ, ຕອບ​ແທນ​ບຸນ​ຄຸນ, ກໍ່​ສ້າງ​ພື້ນ​ຖານ​ການ​ເມືອງ, ຊີ​ວິດ​ວັດ​ທະ​ນະ​ທຳ​ໃໝ່, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ເຂດ​ຍຸດ​ທະ​ສາດ, ເຂດ​ຫ່າງ​ໄກ​ສອກຫຼີກ, ເຂດ​ຊາຍ​ແດນ, ທະ​ເລ​ແລະເກາະ; ເປັນ​ກຳ​ລັງ​ປະ​ຈັນ​ບານ, ຫຼັກ​ແຫຼ່ງ​ ໃນ​ການ​ປ້ອງ​ກັນ, ຕ້ານ ​ແລະແກ້​ໄຂ​ຜົນ​ສະທ້ອນ​ຈາກໄພທຳ​ມະ​ຊາດ, ກູ້​ໄພ ກູ້​ຊີບ, ປ້ອງ​ກັນ​ແລະ​ຕໍ່ສູ້​ກັບ​ໂລກ​ລະ​ບາດ... ນາຍ​ແລະ​ພົນທະຫານ​ຍາມ​ໃດ​ກໍ່​ມີ​ໜ້າ​ຢູ່​ສະຖານ​ທີ່ສຳ​ຄັນ, ຫຍຸ້ງ​ຍາກ​ແລະ​ເປັນອັນ​ຕະ​ລາຍ, ເພື່ອ​ປົກ​ປັກ​ຮັກ​ສາ​ຊີ​ວິດ​ແລະຊັບ​ສິນ​ຂອງ​ປະ​ຊາ​ຊົນ ແລະ ປະ​ຕິ​ບັດ​ໜ້າ​ທີ່​ຂົນ​ຂວາຍ​ມະ​ຫາ​ຊົນ..., ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ ຄວາມ​ສາ​ມັກ​ຄີ, ​ໃກ້ຊິດຕິດແທດ ລະຫວ່າງ​ກອງ​ທັບ​ແລະປະ​ຊາ​ຊົນ, ກໍ່​ສ້າງ “ທ່າ​ສະ​ໜາມ​ຮົບ​ໃນ​ຈິດ​ໃຈ​ປະ​ຊາ​ຊົນ” ໃຫ້​ໝັ້ນ​ຄົງ, ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ​ຕໍ່​ພັກ, ລັດ ​ແລະ ລະ​ບອບ​ສັງ​ຄົມ​ນິ​ຍົມ. ພ້ອມ​ກັນ​ນັ້ນ, ຕ້ອງ​​ຍູ້​ແຮງ​ການ​ພັດ​ທະ​ນາ​ອຸດ​ສາ​ຫ​ະ​ກຳ​ການ​ປ້ອງ​ກັນ​ປະ​ເທດ, ​ອາ​ວຸດຍຸດ​ໂທ​ປະກອນ ​ແລະ ພາ​ຫະ​ນະການ​ທະ​ຫານ​ທີ່​ທັນ​ສະ​ໄໝ ​ເພື່ອ​ສ້າງຄວາມ​ເຂັ້ມ​ແຂງ​ພ້ອມ​ທີ່​ຈະ​ຈັດການກັບ​ສົງ​ຄາມການ​ຮຸກ​ຮາຍທຸກ​ຮູບ​ແບບ. ປະ​ຕິ​ບັດ​ເປັນ​ຢ່າງ​ດີ​ ວຽກ​ງານ​ເຊື່ອມ​ໂຍງ​ສາ​ກົນ ແລະ ການຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ປະ​ເທດ, ເຂົ້າ​ຮ່ວມການ​ເຄືຶ່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ​ປະ​ເທດ ຫວຍດ​ນາມ ​ໃນ​ການ​ຮັກ​ຄວາມ​ສັນ​ຕິ​ພາບ ແລະ ກອງ​ທັບ​ປະ​ຊາ​ຊົນຫວຽດ​ນາມຜູ້​ອົງ​ອາດ​ກ້າຫານ ​ໃນ​ເວ​ທີ​ສາ​ກົນ.

ການສະ​ເຫຼີ​ມສະຫຼອງ​ວັນ​ປົດປ່ອຍ​ພາກ​ໃຕ້ຢ່າງ​ສົມ​ບູນ​ແລະ​ໂຮມ​ປະ​ເທດ​ຫວຽດນາມ​​ເປັນ​ເອກະ​ພາບ ຄົບຮອບ 45 ປີ ເປັນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາທົບ​ທວນ ແລະ​ມີ​ຄວາມ​ພາກ​ພູມ​ໃຈ​ຕໍ່ປະ​ຫວັດ​ສາດ​ອັນສະ​ຫງ່າລາສີ, ມູນ​ເຊື້ອ​ອັນ​ພິລະ​ອາດ​ຫານ ​ຂອງກອງ​ທັບ​ປະ​ຊາ​ຊົນ​ຜູ້​ອົງ​ອາດ​ກ້າ​ຫານ, ຂອງ​ປະ​ເທດ​ຊາດຫວຽດ​ນາມວິ​ລະ​ຊົນ; ພ້ອມ​ທັງ, ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກວ່າ​ອີກ​ ກ່ຽວ​ກັບ​ຄວາມ​ໝາຍ​ແລະຄຸນ​ຄ່າ​ທາງ​ດ້ານ​ປະ​ຫວັດ​ສາດ​ ຂອງ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່ນີ້, ກ່ຽວ​ກັບ​ບຸນ​ຄຸນ​ຂອງ​ພັກຜູ້​ສະ​ຫງ່າ​ອົງ​ອາດ, ລຸງ​ໂຮ່ງ​ຜູ້​ຍິ່ງ​ໃຫຍ່, ປະ​ຊາ​ຊົນ​ວິ​ລະ​ຊົນ ແລະ ຄວາມ​ເສຍ​ສະຫຼະ​ອັນ​ໃຫຍ່ຫຼວງ​ ຂອງ​ບັນ​ດາວິ​ລະ​ຊົນ​ນັກ​ຮົບ​ຜູ້​ເສຍ​ຊີ​ວິດ​ເພື່ອ​ຊາດ. ເສີມ​ຂະ​ຫຍາຍ​ຈິດ​ໃຈແລະບັນຍາກາດ​ອັນ​ສະ​ຫງ່າ​ຜ່າ​ເຜີຍ​ ຂອງ​ໄຊ​ຊະ​ນະ​​ໃນວັນ​ທີ 30 ​ເດືອນເມ​ສາປີ 1975, ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບຫວຽດ​ນາມ ສືບ​ຕໍ່​ສາ​ມັກ​ຄີກັນ, ພະ​ຍາ​ຍາມ​ສູ້​ຊົນ, ປະ​ຕິ​ບັດ​​ພາ​ລະ​ກິດ​ການ​ປ່ຽນ​ແປງ​ໃໝ່ໃຫ້​ສຳ​ເລັດ​ມີ​ໄຊ, ກໍ່​ສ້າງ​ປະ​ເທດຫວຽດ​ນາມນັນ​ມື້​ນັບ​ຮັ່ງ​ມີ​ເຂັ້ມ​ແຂງ​, “ໃຫຍ່ໂຕໂອ້ຖົງກວ່າ, ສວຍງາມກວ່າອີກ”, ດັ່ງ​ທີ່ ປະ​ທານໂຮ່​ຈີມິນ ຜູ້​ເຄົາ​ລົບ​ຮັກ​ ​ເຄີຍ​ປາດ​ຖະໜາ./.

---------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 940 (​ເດືອນ​ເມ​ສາ 2020)