ປະຊາຊົນ​ຫວຽດນາມ​ທັງ​ໝົດ​ຮ່ວມ​ແຮງ ຮ່ວມ​ໃຈ​ກັນ​ ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ, ​ເອົາ​ຊະນະ​ໂລກລະບາດ COVID-19

ໂດຍ ຫງວຽນຝູຈ້ອງ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ
14:59, 01-11-2020

ວກ - ຄຳ​​ແນະນຳ​ຂອງ​ກອງ​ບັນນາ​ທິການ: ວັນ​ທີ 30 ມີນາ 2020, ສະຫາຍ ຫງວຽນ​ຝູຈ້ອງ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູນ​ກາງ ພັກ​ກອມ​ມູນິດ​ຫວຽດນາມ, ປະທານ​ປະ​ເທດ ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ, ຮຽກຮ້ອງ​ພີ່ນ້ອງ​ຮ່ວມ​ຊາດ, ສະຫາຍ, ນັກຮົບ​ທົ່ວ​ປະ​ເທດ ​ແລະ ພີ່ນ້ອງ​ຮ່ວມ​ຊາດຫວຽດນາມ​ຢູ່​ຕ່າງປະ​ເທດ ຈົ່ງ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ​ເປັນ​ເອກະ​ພາບກັນ​ທາງ​ດ້ານ​ເຈດ​ຈຳນົງ​ ແລະ​ການ​ກະທຳ, ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ຂໍ້​ກຳນົດ​ຂອງ​ພັກ​ແລະ​ລັດ, ການ​ຊີ້​ນຳ​ແລະການ​ບໍລິຫານ​ຂອງ​ລັດຖະບານ, ນາຍົກລັດຖະມົນ​ຕີ ຢ່າງ​ເດັດດ່ຽວແລະ​ມີ​ປະສິດທິ​ຜົນ ​ເພື່ອຮັບປະກັນ​ໄຊຊະນະ​ຕໍ່ໂລກລະບາດ  COVID-19. ວາລະສານ​ກອມ​ມູນິດ ​ຂໍ​ເປັນ​ກຽດ​ແນະນຳ ​ຄຳ​ຮຽກຮ້ອງ​ດັ່ງກ່າວ​ຂອງ ​ເລຂາ​ທິການ​ໃຫຍ່, ປະທານ​ປະ​ເທດ.

ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ _ພາບ: TTXVN

ຮຽນ​ພີ່ນ້ອງ​ຮ່ວມ​ຊາດ, ສະຫາຍ, ນັກຮົບ​ທົ່ວປະ​ເທດ ​ແລະ ພີ່ນ້ອງ​ຮ່ວມ​ຊາດ​ຫວຽດນາມ​ຢູ່​ຕ່າງປະ​ເທດ

​ໂລກລະບາດ COVID-19 ສືບ​ຕໍ່​ແຜ່​ລາມ​​ໄປໃນ​ທົ່ວ​ໂລກ, ສົ່ງ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ​ແລະ​ກວ້າງຂວາງໃນທຸກໆ ດ້ານຂອງຊີວິດເສດຖະກິດ - ສັງຄົມ ຂອງ​ບັນດາ​ປະ​ເທດ​ໃນ​ໂລກ. ມາ​ເຖິງ​ດຽວ​ນີ້, ມີ​ຜູ້​ຕິດ​ເຊື້ອ​ກວ່າ 72 ໝື່ນ​ຄົນ, ຄົນ​ເສຍ​ຊີວິດ​ເກືອບ 3,5 ໝື່ນ​ຄົນ ​ໃນ​ເກືອບ 200 ປະ​ເທດ​ແລະ​ເຂດ​ແດນ​ໃນ​ທົ່ວ​ໂລກ. ສະພາບ​ການ​ແຜ່​ລະບາດ​ຍັງ​ມີ​ຄວາມ​ສັບສົນ, ບໍ່​ສາມາດ​ຄາດ​ເດົາ​ໄດ້ ​ແລະ ​ອາດ​ຈະ​ມີ​ຜົນ​ສະທ້ອນ​ທີ່​ຮ້າຍ​ແຮງ​ກວ່າເກົ່າ.

​ໃນ​ເວລາ​ທີ່​ຜ່ານ​ມາ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ​ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ, ການ​ຊີ້​ນຳ​ບໍລິຫານ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີ, ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ COVID-19, ບັນດາ​ຂະ​ແໜງການ, ບັນດາ​ຂັ້ນ, ບັນດາ​ທ້ອງ​ຖິ່ນ ​ແລະ ​ລະບົບ​ການ​ເມືອງທັງໝົດ ​ໄດ້​ສາມັກຄີ ​ເປັນ​ເອກະ​ພາບ​ກັນ​ ໃນ​ການ​ຜັນ​ຂະຫຍາຍຢ່າງ​ເດັດດ່ຽວ ຫຼາຍ​ມາດ​ຕະການ​ທີ່​ຄົບ​ຊຸດ, ທັງ​ປ້ອງ​ກັນ​ແລະ​ຈຳກັດ​ການ​ແຜ່​ລະບາດ​ຂອງ​ໂລກ, ທັງ​ຮັບປະກັນ​ປະຕິບັດ​ໜ້າ​ທີ່​ການ​ພັດທະນາ​ເສດຖະກິດ-ສັງຄົມ; ​ໃນ​ເບື້ອງ​ຕົ້ນ​ໄດ້​ຮັບ​ຜົນ​ດີ​ຫຼາຍຢ່າງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກ​ຄີ​ປວງ​ຊົນ​ທັງ​ຊາດ, ຄວາມ​ຕັດສິນ​ໃຈ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ​ທົ່ວ​ກອງທັບ​ເຮົາ ​ໃນ​ການ​ຕໍ່ສູ້​ຕ້ານ​ໂລກລະບາດ, ​ໄດ້​ຮັບ​ການ​ຍອມຮັບແລະ​ຕີ​ລາຄາ​ສູງ​ຈາກທົ່ວ​ໂລກ.

ຕາງໜ້າ​ພັກ​ແລະ​ລັດ, ຂ້າພະ​ເຈົ້າ​ຊົມ​ເຊີຍ​​ແລະຍ້ອງຍໍຢ່າງ​ສຸດ​ໃຈ ຕໍ່ການ​ມີ​ສ່ວນ​ຮ່ວມ ຂອງ​ບັນດາ​ຄະນະ​ພັກ, ການຈັດ​ຕັ້ງ​ພັກ, ອຳນາດ​ການ​ປົດ​ຄອງ ຕັ້ງ​ແຕ່​ຂັ້ນ​ສູນ​ກາງ​ຮອດ​ຂັ້ນ​ຮາກ​ຖານ; ຍ້ອງຍໍ​ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມຢ່າງ​ບໍ່​ຮູ້ອິດ​ເມື່ອຍ ຂອງ​ຂະ​ແໜງ​ການ​ສາທາລະນະ​ສຸກ, ກຳລັງ​ທະຫານ, ຕຳຫຼວດ ​ແລະ ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ​ສູນ​ກາງ; ການ​ເຂົ້າ​ຮ່ວມ​ຢ່າງ​ທັນ​ການ, ຕັ້ງໜ້າ​ຂອງ​ແນວ​ໂຮມ​ແຫ່ງ​ຊາດ, ບັນດາ​ອົງຄະ​ນະມະ​ຫາ​ຊົນ, ຊຸມ​ຊົນ​ທຸລະ​ກິດ, ບັນດາສຳນັກ​ຂ່າວ​ແລະໜັງສືພິມ. ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈພີ່ນ້ອງ​ຮ່ວມ​ຊາດ, ສະຫາຍ, ນັກຮົບ​ທົ່ວ​ປະ​ເທດ ​ແລະ​ພີ່ນ້ອງ​ຮ່ວມ​ຊາດ​ຢູ່​ຕ່າງປະ​ເທດ ທີ່​ໄດ້​ເຊື່ອ​ໝັ້ນ, ສະໜັບ ສະໜູນ ​ແລະຕອບ​ສະໜອງຕໍ່​ວຽກ​ງານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໂລກລະບາດ ຢ່າງ​ກະຕືລື​ລົ້ນ.

​ໃນ​ປະຈຸ​ບັນ, ພວກເຮົາກຳລັງຢູ່ໃນຊ່ວງເວລາທີ່ຄວາມສ່ຽງຂອງການ​ຕິດ​ເຊື້ອ​ໃນ​ຊຸມ​ຊົນ ກຳລັງເພີ່ມຂຶ້ນ, ລະບົບ​ການ​ເມືອງ​ທັງ​ໝົດ​ ຕ້ອງ​ລວມສູມ​ສຸດ​ຂີດ ​ເພື່ອ​ສືບ​ຕໍ່​ເປັນ​ເຈົ້າ​ການ​ໃນ​ການ​ກິດ​ກັ້ນ ​ແລະ ຄວບ​ຄຸມ​ໂລກ​ລະ​ບາດ​ຢ່າງ​ມີ​ປະສິດທິ​ຜົນ; ບໍ່​ຫວາດ​ຫວັ່ນ​ເກີນ​ໄປ ​ແຕ່​ກໍ່ບໍ່​ເປັນ​ອັດຕະວິ​ໄສ ລະ​ເຫຼີງ​ຢ່າງ​ແນ່ນອນ; ຕ້ອງ​ກຳ​ແໜ້ນ​ສະພາບ​ການ, ຄາດ​ຄະ​ເນຄວາມ​ເປັນ​ໄປ​ໄດ້​ທີ່​ຮ້າຍ​ແຮງ​ທີ່​ສຸດ, ກຳນົດ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ຢ່າງ​ທັນ​ການ ​ເພື່ອຄວບ​ຄຸມ ແລະກີດ​ກັ້ນ ການ​ແຜ່​ກະຈາຍ ​ຂອງ​ການ​ຕິດ​ເຊື້ອ​ ໂຄ​ໂຣນາ​ໄວຣັດ​ ໃຫ້​ຈົນ​ໄດ້. ​​ແຕ່​ລະ​ສຳນັກງານ​ອົງການ ການຈັດ​ຕັ້ງ, ​ແຕ່ລະທ້ອງ​ຖິ່ນ ຕ້ອງ​ກຳ​ແໜ້ນ​ການ​ຊີ້​ນຳ​ຂອງ​ຂັ້ນ​ເທິງ, ​ເປັນ​ເຈົ້າ​ການ ​ແລະ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ ​ເພື່ອ​ປະຕິບັດ​ວຽກ​ງານ​ຕ່າງໆ​ ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ; ບຸລິມະສິດ​ແຫຼ່ງພະລັງ, ​ເວລາ ​ແລະ​ຄວາມ​ພະຍາຍາມ​ສຳລັບ​ວຽກ​ງານ​ທີ່​ສຳຄັນ​ນີ້.

ຮຽນ​ພີ່ນ້ອງ​ຮ່ວມ​ຊາດ, ສະຫາຍ, ນັກຮົບ​ທົ່ປະ​ເທດ ​ແລະ ພີ່ນ້ອງ​ຮ່ວມ​ຊາດ​ຫວຽດນາມ​ຢູ່​ຕ່າງປະ​ເທດ

ປະຊາຊົນ​ຫວຽດນາມມີ​ມູນ​ເຊື້ອ​ຮັກ​ຊາດ​ແລະ​ມະນຸດສະທຳ. ​ແຕ່​ລະ​ຄັ້ງ​ທີ່​ປະ​ເທດ​ຊາດ​ປະສົບ​ຄວາມ​ຫຍຸ້ງ​ຍາກ, ມູນ​ເຊື້ອ​ດັ່ງກ່າວ​ໄດ້​ຮັບ​ການ​ທະວີ​ຄູນຫຼາຍ​ຍິ່ງ​ຂຶ້ນ. ​ໃນ​ເວລາ​ທີ່​ຜ່ານ​ມາ, ປະຊາຊົນ​ເຮົາ​ທັງ​ໝົດ​ໄດ້​ຮ່ວມ​ແຮງຮ່ວມ​ໃຈກັນ ​ພ້ອມ​ກັນ​ກັບ​ພັກ​​ແລະ​ລັດ ​ໃນ​ການ​​ກີດ​ກັ້ນ​ແລະ​ຄວບ​ຄຸມ​​ໂລກລະບາດ ຢ່າງ​ມີ​ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ. ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ພວກ​ເຮົາ​ອາດ​ຈະ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຂຶ້ນ​ຫຼາ​ຍ​ເທົ່າ, ຮຽກຮ້ອງ​ໃຫ້​ມີ​ຄວາມ​ພະຍາຍາມ​ ແລະ​ຄວາມຕັດສິນ​ໃຈ​ຫຼາຍຍິ່ງ​ຂຶ້ນ.

​ໃນ​ການ​ຕໍ່ສູ້ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ​ໃນ​ຊ່ວງ​ເວລາ​ທີ່​ສຳຄັນທີ່​ສຸດ​ນີ້, ມາດ​ຕະການ​ປ້ອງ​ກັນ​ແລະ​ຕ້າ​ນໂລກ ລະບາດ ​​ຈະ​ສົ່ງ​ຜົນກະທົບ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຈັດ​ຕັ້ງ​ແລະ​ບຸກຄົນ​ຈຳນວນ​ໜຶ່ງ ກໍ່​ຄື​ກະທົບ​ຕໍ່​ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ​ເຮົາ​ຢ່າງແນ່ນອນ​. ດ້ວຍ​ຈິດ​ໃຈ​ຖື​ສຸຂະພາບ​ແລະ​ຊີວິດ​ຂອງ​ມະນຸດ​ເປັນອັນ​ດັບ​ໜຶ່ງ, ຂ້າພະ​ເຈົ້າ​ຮຽກຮ້ອງ​ພີ່ນ້ອງ​ຮ່ວມ​ຊາດ, ສະຫາຍ ​ແລະ ​ນັກ​ຮົບ​ໃນ​ທົ່ວ​ປະ​ເທດ, ພີ່ນ້ອງ​ຮ່ວມ​ຊາດ​ເຮົາ​ຢູ່​ຕ່າງປະ​ເທດທັງໝົດ ຈົ່ງ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ​ເປັນ​ເອກະ​ພາບ​ທາງ​ດ້ານ​ເຈດ​ຈຳນົງ​ແລະ​ການ​ກະທຳ, ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ຂໍ້​ກຳນົດ​ຂອງ​ພັກ​ແລະ​ລັດ, ການ​ຊີ້​ນຳ​ແລະການ​ບໍລິຫານ​ຂອງ​ລັດຖະບານ, ນາຍົກລັດຖະມົນ​ຕີ ຢ່າງ​ເດັດດ່ຽວ​ແລະ​ມີ​ປະສິດທິ​ຜົນ. ປະຊາຊົນ​ແຕ່ລະຄົນ​ເປັນ​ນັກຮົບ​​ໃນ​ສະໜາມຮົບ​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ.

​ໂດຍ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ​ແລະ​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ, ຫວຽດນາມ​ສະ​ແດງ​ຄວາມ​​ເປັນ​ຫ່ວງ​ເປັນ​ໄຍ, ​ແບ່ງປັນ, ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ເລິກ​ເຊິ່ງ ​ແລະ​ກຳລັງ​ພະຍາຍາມ​ຢ່າງ​ເຕັມທີ່​ທີ່​ຈະ​ຮ່ວມ​ມື ​ແລະປະສານ​ງານ​ໃນ​ທັນ​ທີ​ ກັບ​ບັນດາ​ປະ​​ເທດ, ​ໂດຍ​ສະ​ເພາະ​​ ບັນດາ​ປະ​ເທດ​ທີ່​ຖືກຜົນ​ກະທົບ​ຢ່າງ​ໜັກ​ ຈາກ​ການ​ແຜ່​ລະບາດ​ຂອງ COVID-19. ຂ້າພະ​ເຈົ້າ​ເຫັນ​ວ່າ, ​ໃນ​ສະພາບ​ການ​ປະຈຸ​ບັນ, ຄວາມ​ສາມັກຄີ​ແລະການ​ປະສານ​ການ​ດຳ​ເນີນງານທົ່ວ​ໂລກ ​ແມ່ນ​ພື້ນຖານ​ເພື່ອ​ຮັບປະກັນຢ່າງ​ແນ່ນອນ​ຂອງ​ໄຊຊະນະ​ສຸດ​ທ້າຍ​ຂອງ​ໂລກ​ຕໍ່​ໂລກລະບາດ​ນີ້.

ປະຊາຊົນ​ຫວຽດນາມ​ເຮົາ​ທັງ​ໝົດ​ ຈົ່ງຮ່ວມ​ແຮງຮ່ວມ​ໃຈ​ກັນ​ ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ ​ເພື່ອ​ເອົາ​ຊະນະ​ໂລກລະບາດ COVID-19!

----------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 939 (​ເດືອນ​ເມສາ 2020)