ວກ. - ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ປະຊຸມ​ແຕ່​ວັນ​ທີ 25 ມັງກອນ 2021 ​ເຖິງ​ວັນ​ທີ 1 ກຸ​ມພາ 2021, ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ໄດ້ລົງຄະແນນສຽງຮັບຮອງເອົາມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່. ວາລະສານກອມມູນິດຂໍ​ເປັນ​ກຽດແນະນຳເນື້ອໃນຄົບຖ້ວນຂອງ​ມະ​ຕິກ​ອງປະຊຸມ​ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ:

ສະຫາຍຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ສສ ຫວຽດນາມ ອ່ານຄຳປາໄສອັດກອງປະຊຸມໃຫຍ່ _ພາບ: TTXVN

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ປະຊຸມ​ແຕ່​ວັນ​ທີ 25 ມັງກອນ 2021 ​ເຖິງ​ວັນ​ທີ 1 ກຸ​ມພາ 2021, ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ, ພາຍຫຼັງປຶກສາຫາລືບັນດາເອກະສານທີ່​ຄະນະ​ບໍລິຫານ​ງານ​ສູນ​ກາງພັກສະ​ໄໝທີ XII ສະເໜີ,

ລົງມະຕິ

I- ຮັບຮອງ​ເອົາເນື້ອໃນພື້ນຖານ ຂອງການປະເມີນຜົນ​ການຈັດ​ຕັ້ງປະຕິບັດ​ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ແລະ ການປະເມີນທົ່ວໄປ 10 ປີ​ແຫ່ງການຈັດຕັ້ງປະຕິບັດ​ໂຄງການ​ການ​ເມືອງກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ​ປີ 1991 (ສະບັບ​ເພີ່ມ​ເຕີມ​, ພັດທະນາ​ປີ 2011), 10 ​ປີ​ແຫ່ງ​ການ​ປະຕິບັດ​​ແຜນຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ - ສັງຄົມ 2011 - 2020, 30 ປີ​ແຫ່ງ​ການ​ປະຕິ​ປັດ​ໂຄງການ​ການ​ເມືອ​ງປີ 1991, 35 ປີ​ແຫ່ງ​ການ​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່; ກຳນົດ​ທິດ​ທາງການ​ພັດທະນາ​ ແລະ ​ທິດ​ທາງ, ໜ້າ​ທີ່​ການ​ພັດທະນາ​ປະ​ເທດໃນເວລາທີ່ຈະມາເຖິງ ​ເຊິ່ງລະບຸ​ໄວ້​ໃນ​ເອກະສານ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄໝທີ XII ທີ່ຍື່ນສະເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່. ລາຍ​ລະອຽດ​ຄື:

1. ຜົນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII

ໃນໄລຍະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ກຳ​ເອົາ​ຂໍ້​ໄດ້​ປຽບ​ແລະ​ໂອກາດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ແລະສິ່ງ​ທ້າ​ທາຍ, ​ໂດຍ​ສະ​ເພາະ​ຜົນ​ກະທົບ​ທີ່ໜັກໜ່ວງ​ຈາກ​ວິ​ກິດເສດຖະກິດ​ໂລກ​ແລະພາວະ​ຖົດຖອຍ​ທີ່​ເກີດ​ຈາກ​ການລະບາດ​ໃຫຍ່​ຂອງ​ໂຄ​ວິດ-19; ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ໄດ້​ສາມັກຄີ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ພະຍາຍາມສູ້​ຊົນ ປະຕິບັດ​ເປົ້າ​ໝາຍ​ແລະ​ໜ້າ​ທີ່​ໃຫ້​ສຳ​ເລັດ, ບັນລຸ​ຄວາມ​ສຳ​ເລັດ​ທີ່​ສຳຄັນ​ແລະ​ຮອບດ້ານ​ພໍ​ຄວນ, ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ໂດດ​ເດັ່ນ​ຫຼາຍ​ຢ່າງ. ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ, ​ເງິນ​ເຟີ້​ຖືກ​ຄວບ​ຄຸມ, ການ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ສູງ​ພໍ​ສົມຄວນ; ທ່າແຮງ, ຂະໜາດ ແລະ ຄວາມສາມາດແຂ່ງຂັນຂອງ​ເສດຖະກິດ​ໄດ້ຮັບການຍົກ​ສູງຂຶ້ນ. ບັນດາ​ຂົງ​ເຂດ​ສັງຄົມ, ສະພາບ​ແວດ​ລ້ອມ​ມີ​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ. ຊີວິດຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງເຫັນໄດ້ຊັດ. ວຽກງານ​ກໍ່ສ້າງ, ປັບປຸງ​ພັກ ​ແລະ ການ​ກໍ່ສ້າງ​ລະບົບ​ການ​ເມືອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ແລະ ​ໄດ້​ຜັນ​ຂະຫຍາຍ​ຢ່າງຮອບດ້ານ, ຄົບ​ຊຸດ ​ແລະມີ​ປະສິດທິ​ຜົນ. ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ປະຕິບັດ​ວິ​ໄນ, ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ຄວາມ​ຫຍໍ້​ທໍ້ ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ, ມີ​ການ​ບຸກທະລຸ ​ແລະ​ ​ຕິດ​ແໜ້ນ​ລະຫວ່າງ "ການ​ສ້າງ" ​ແລະ "ການ​ຕ້ານ", ມີ​ປະສິດທິ​ຜົນ ​ແລະ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ. ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງ​ຕໍ່​ເນື່ອງ. ວຽກ​ງານ​ການ​ນຳພາ​ຂອງ​ພັກ​ຕໍ່​ລັດ, ​ແນວ​ໂຮງ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ​ໄດ້​ຮັບ​ການ​ເພີ່ມ​ທະວີ, ຄວາມ​ສຳພັນ​ປະສານ​ງານ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ຄົບ​ຊຸດ. ການ​ເມືອງ - ສັງຄົມ​ມີ​ສະຖຽນລະ​ພາບ; ການປ້ອງກັນປະ​ເທດແລະຄວາມໝັ້ນຄົງ​ແຫ່ງ​ຊາດ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ມີ​ຄວາມ​ເດັດດ່ຽວ​ໜຽວ​ແໜ້ນ​ໃນ​ການ​ຮັກສາ​ເອກະລາດ​ແຫ່ງ​ຊາດ, ອຳນາດ​ອະທິປະ​ໄຕ, ​ເອກະ​ພາບ​ ແລະ​ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ແລະ​ໃນ​ການ​ຮັກສາຜົນ​ປະ​ໂຫຍ​ດຂອງ​ຊາດ ປະ​ເທດ​ຊາດ; ການ​ພົວພັນ​ຕ່າງປະ​ເທດ​ແລະ​ການ​ເຊື່ອມ​ໂຍງ​ສາກົນນັບ​ມື້​ນັບກວ້າງ​ຂວາງ​ເລິກ​ເຊິ່ງ ​ແລະ​ມີ​ປະສິດທິ​ຜົນ; ບົດ​ບາດ​ຖານະ​ແລະ​ກຽດ​ສັກ​ສີ​ຂອງ​ປະ​ເທດຫວຽດນາມ​ໃນ​ເວທີ​ສາກົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ພິ​ເສດ, ​ໃນ​ປີ 2020, ການລະບາດ​ໃຫຍ່​ຂອງ​ໂຄ​ວິດ-19 ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ທາງ​ເສດຖະກິດ​ແລະ​ສັງຄົມ​ຢ່າງ​ຫຼວງ​ຫຼາຍ, ແຕ່ຍ້ອນການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງຄວາມ​ສາມັກຄີປວງ​ຊົນ​ທັງ​ຊາດ, ຄວາມດີ​ເດັ່ນ​ຂອງ​ລະບອບ​ສັງຄົມນິຍົມ, ການ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ເອກະພາບແລະເຂັ້ມແຂງ ຂອງລະບົບການ​ເມືອງ​ທັງ​ໝົດ ພາຍ​ໃຕ້​ການ​ນຳພາ​ທີ່​ຖືກຕ້ອງຂອງພັກ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແລະ​ສະໜັບສະໜູນ​ຂອງ​ປະຊາຊົນ, ປະ​ເທດຂອງ​ພວກເຮົາ​ຈຶ່ງ​ຄ່ອຍໆ​ຄວບ​ຄຸມ​ການລະບາດ​ຂອງ​ໂຄ​ວິດ​-19 ​ໄດ້ຢ່າງ​ມີ​ປະສິດ​ທີ​ຜົນ; ຟື້ນ​ຟູ​ການ​ຜະລິດ ທຸລະ​ກິດ ​ແລະ​ການ​ເຄື່ອນ​ໄຫວ​ເສດຖະກິດ - ສັງຄົມ​ເທື່ອ​ລະ​ກ້າວ; ເຮັດໃຫ້ຊີວິດຂອງປະຊາຊົນ​ມີຄວາໝັ້ນຄົງ; ປະກອບສ່ວນ​ປັບປຸງ, ​ເພີ່ມ​ທະວີ​ຄວາ​ມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ, ລັດ ​ແລະ​ລະບອບ​ສັງຄົມ​ນິຍົມ; ຢືນຢັນ​ຄວາມ​ກ້າຫານ, ​ເຈດ​ຈຳນົງ ​ແລະ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ປະຊາຊົນ​ເຮົາ, ຂອງ​ຊາດ​ເຮົາ.

ຜົນສໍາເລັດທີ່ບັນລຸໄດ້ໃນ 5 ປີຜ່ານມາແມ່ນການຫຼອມ​ລວມກຳລັງ​ແຮງ​ສ້າງສັນ ຂອງ​ຂະ​ບວນການ​ສູ້​ຊົນຢ່າງຕໍ່ເນື່ອງ ແລະທົນ​ທານ​ໜຽວ​ແໜ້ນຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ແລະ​ທົ່ວ​ກອງທັບຂອງ​ພວກ​ເຮົາ ຜ່ານກອງປະຊຸມໃຫຍ່ຫຼາຍຄັ້ງ, ປະກອບສ່ວນເຂົ້າໃນຜົນສໍາເລັດອັນຍິ່ງໃຫຍ່, ມີ​ຄວາມ​ໝາຍ​ປະຫວັດສາດ ​ຂອງ​ປະ​ເທດ​ເຮົາ ​ໃນຕະຫຼອດໄລຍະ 35 ປີແຫ່ງການປ່ຽນແປງ​ໃໝ່. ຄວາມສຳ​ເລັດ​ເຫຼົ່າ​ນີ້​​ເກີດ​ຈາກ​ສາ​ເຫດຫຼາຍ​ປະການ, ແຕ່ສາເຫດລວມແລະສໍາຄັນທີ່ສຸດແມ່ນ ຄວາມສາມັກຄີ ​ເປັນ​ເອກະ​ພາບ, ການ​ນຳພາ, ຊີ້​ນຳ​ຢ່າງ​ຖືກຕ້ອງ ທັນ​ການ ມີ​ປະສິດທິ​ຜົນ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການສູນ​ກາງ ​ແລະ ຄະນະ​ພັກ​ທຸກ​ລະດັບ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງທີ XII ຢ່າງຮອບດ້ານ, ຄົບ​ຊຸດ, ​ແກ້​ໄຂ​ຫຼາຍ​ບັນຫາ​ໃໝ່​ທີ່​ເກີດ​ຂຶ້ນໃນພາກປະຕິບັດຢ່າງ​ທັນ​ການ​ແລະ​ມີ​ປະສິດທິ​ຜົນ; ການ​ຄຸ້ມ​ຄອງ​ແລະ​ບໍລິຫານຢ່າງຂຸ້ນຂ້ຽວ​ຂອງ​ລັດຖະບານ​​ແລະ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ; ຄວາມ​ພະຍາຍາມ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ແລະ​ແບບ​ວິທີ​ການ​ເຄື່ອນ​ໄຫວຂອງ​ສະພາ​ແຫ່ງ​ຊາດ ​ແລະ​ສະພາ​ປະຊາຊົນ​ຂັ້ນ​ຕ່າງ​ໆ; ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ແລະ​ມີ​ປະສິດທິ​ຜົນ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ; ການ​ສົມທົບ​ຢ່າ​ງຄົບ​ຊຸດຂອງ​ລະບົບ​ການ​ເມືອງ​ທັງ​ໝົດ; ຄວາມ​ພະຍາຍາມຂອງ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ; ຈິດ​ໃຈ​ອອກ​ແຮງ​ງານ​ຢ່ງຕັ້ງໜ້າ ດຸ​ໝັ່ນ ປະດິດ​ສ້າງ ​ແລະ​ມີ​ຄວາມ​ຮັບຜິດຊອບ​ ຂອງຊຸມ​ຊົນ​ທຸລະກິດ​ແລະປະຊາຊົນ​ທຸກ​ຊົນ​ຊັ້ນ; ການ​ສະໜັບສະໜູນ​ຂອງ​ເພື່ອ​ນມິດສາ​ກົນ.

ຄຽງ​ຄູ່​ກັບ​ບັນດາ​ຜົນສຳ​ເລັດທີ່​ບັນລຸ​ໄດ້​ນັ້ນ, ການປັບປຸງບູລະນະລະບຽບ​ກົດໝາຍ, ການປ່ຽນແປງໃໝ່່ຮູບແບບການເຕີບໂຕ, ການປັບ​ໂຄງ​ສ້າງ​ເສດຖະກິດ​ຄືນ​ໃໝ່, ການ​ຫັນເປັນອຸດສາຫະກຳແລະທັນສະໄໝຍັງຊັກຊ້າ, ຍັງບໍ່ທັນມີການປ່ຽນ​ແປງ​ໂດຍ​ພື້ນຖານ; ສະມັດ​ຕະພາບ ຄຸນ​ນະພາ​ບ ປະສິດທິ​ຜົນ ​ແລະ ​ແຮງ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ​ຍັງ​ບໍ່​ທັນ​ສູງ. ການ​ສຶກສາ​​ແລະຝຶກ​ອົບຮົມ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຍັງ​ບໍ່​ທັນ​ກາຍ​ເປັນ​ກຳລັງ​ຂັບ​ເຄື່ອນຫຼັກ​ ທີ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ. ຂົງ​ເຂດ​ວັດທະນະທຳແລະສັງຄົມ ຍັງບໍ່ທັນມີການບຸກທະລຸຫຼາຍ ​ແລະ ປະສິດທິ​ຜົນ​ກໍຍັງບໍ່ສູງ; ຊີວິດ​ຂອງ​ປະຊາຊົນ​ພາກສ່ວນ​ໜຶ່ງ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ. ການ​ຄຸ້ມ​ຄອງ​ຊັບພະຍາກອນ, ການປົກປັກຮັກສາສິ່ງແວດລ້ອມ ​ແລະ​ຄວາມ​ສາມາດໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແມ່ນຍັງບໍ່ພຽງພໍ. ບັນດາ​ຂົງ​ເຂດ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ແລະ​ການ​ຕ່າງປະ​ເທດ ​ຍັງ​ມີ​ຂໍ້​ຈຳກັດ​ຈຳນວນ​ໜຶ່ງ. ກຳລັງ​ແຮງ​ແຫ່ງ​ມະຫາສາມັກ​ຄີປວງ​ຊົນ​ທັງ​ຊາດ ​ແລະ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ໃນ​ບາງສະຖານ​ທີ່, ບາງຄັ້ງ​ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ພັດທະນາ​ຢ່າງເຕັມສ່ວນ. ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ​ໃນ​ບາງ​ດ້ານ ຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ​​ເສດຖະກິດ-ສັງຄົມ ​ແລະ ການ​ຄຸ້ມ​ຄອງ​ປະ​ເທດ​ໃນ​ສະພາບ​ການ​ໃໝ່. ວຽກ​ງານ​ກໍ່ສ້າງ​ແລະ​ປັບປຸງ​ພັກຍັງ​ມີ​ຂໍ້​ຈຳກັດ​ຈຳນວນ​ໜຶ່ງ. 

ສິບ​ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ການ​ເມືອງ (ສະບັບ​ເພີ່ມ​ເຕີມ, ພັດທະນາ​ປີ 2011) ​ແລະ​ການ​ປະຕິບັດ​ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ - ສັງຄົມ 10 ປີ 2011-2020 ໄດ້ສ້າງຄວາມກ້າວໜ້າທີ່ສຳຄັນທັງໃນດ້ານການຮັບຮູ້ດ້ານທິດສະດີ ​ແລະ​ການຈັດ​ຕັ້ງ​ປະຕິບັດ, ຢືນຢັນ​ບັນດາ​ຄຸນຄ່າ​ອັນ​ໃຫຍ່​ຫຼວງ​ຂອງ​ໂຄງການ​ການ​ເມືອງ, ສືບຕໍ່ຢືນຢັນວ່າ​ ແນວທາງ​ການ​ປ່ຽນ​ແປງ​ໃໝ່​ຂອງພັກເຮົາ​ແມ່ນ​ຖືກຕ້ອງ​ແລະ​ປະດິດ​ສ້າງ. ​ເສດຖະກິດ ວັດທະນະທຳ ສັງຄົມ​ສືບ​ຕໍ່​ພັດທະນາ, ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ໝັ້ນຄົງ​ ແລະ​ການ​ຕ່າງປະ​ເທດ ​ໄດ້​ຮັບ​ການ​ເພີ່ມ​ທະວີ, ຊີວິດທາງດ້ານວັດຖຸ​ແລະຈິດໃຈຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນຢ່າງຈະ​ແຈ້ງ. ​ແນວໃດກໍ່ຕາມ, ການພັດທະນາເສດຖະກິດ - ສັງຄົມຍັງບໍ່ທັນສົມກັບທ່າແຮງ​ແລະ​ຄວາ​ມ​ໄດ້​ປຽບຂອງ​ປະ​ເທດ ແລະ ຍັງມີຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງ. ບາງຕົວຊີ້ວັດການ​ພັດທະນາ​ເສດຖະກິດ - ສັງຄົມໃນຍຸດທະສາດການພັດທະນາ ເສດຖະກິດ - ສັງຄົມ 10 ປີ  2011-2020 ​ແລະ ​ການ​ສ້າ​ງພື້ນຖານ​ເພື່ອ​ນຳ​ປະ​ເທດ​ເຮົາ​ໂດຍ​ພື້ນຖານ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝນັ້ນ ບໍ່​ບັນ​ລຸ​ເປົ້າ​ໝາຍ​ທີ່​ວາງ​ໄວ້. ກິດຈະກຳ​ປ່ຽນ​ແປງ​ໃໝ່ ​ແລະ ສະພາບ​ການ​ສາກົນ​ ສືບ​ຕໍ່ມີ​ຫຼາຍ​ບັນຫາ​ກ່ຽວ​ກັບ​ທິດ​ສະ​ດີ​ແລະພຶດຕິ​ກຳທີ່​ຕ້ອງ​ສຸມ​ໃສ່​ແກ້​ໄຂ ​ເພື່ອນຳປະ​ເທດພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ຍືນ​ຍົງ​ກວ່າ​ອີກ ຕາມ​ທິດ​ທາງ​ສັງຄົມ​ນິຍົມ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຮັບ​ຮູ້​ແລະ​ແກ້​ໄຂ​ບັນດາ​ສາຍ​ພົວພັນ​ໃຫຍ່​ຢ່າງ​ຖືກຕ້ອງ, ມີ​ປະສິດທິ​ຜົນ.

 ຫັນ​ເບິ່ງ​ຄືນ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, 30 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ການ​ເມືອ​ງກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ (ໂຄງການ​ການ​ເມືອງ​ປີ 1991), ທິດ​ສະ​ດີ​ກ່ຽວ​ກັບ​ແນວທາງ​ການ​ປ່ຽນ​ແປງ​ໃໝ່, ກ່ຽວ​ກັບ​ລັດທິສັງຄົມ​ນິຍົມ​ ແລະ​ ເສັ້ນທາງ​ຂຶ້ນ​ສູ່​ສັງຄົມ​ນິຍົມ​​ໃນ​ປະ​ເທດ​ເຮົາ ນັບ​ມື້​ນັບ​ສົມບູນ​ແບບ ​ແລະ ​ໄດ້ຮັບການ​ປະຕິບັດ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ປະເທດໄດ້ບັນລຸຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍປະຫວັດສາດ, ມີການພັດທະນາທີ່ເຂັ້ມແຂງ​ແລະ​ຮອບດ້ານຖ້າທຽບໃສ່ຊຸມ​ປີ​ກ່ອນ​ການ​ປ່ຽນ​ແປງ​ໃໝ່. ຂະໜາດ​ແລະ​ລະດັບ​ຂອງ​ພື້ນຖານ​ເສດຖະກິດ​ໄດ້​ຮັບ​ການ​ຍົກ​ສູງຂຶ້ນ. ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ​ທັງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ. ປະເທດຂອງພວກເຮົາບໍ່ເຄີຍມີພາລະກິດ​ອັນ​ໃຫຍ່​​ໂຕ, ທ່າແຮງ, ຖານະບົດບາດແລະກຽດສັກສີສາກົນຄືທຸກມື້ນີ້. ບັນດາ​ຜົນສຳ​ເລັດ​ຂອງ 35 ປີ​ແຫ່ງ​ການ​ປະຕິບັດ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, 30 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ການ​ເມືອງ​ປີ 1991, ​ໂດຍ​ສະ​ເພາະ, ​ໃນ 10 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ການ​ເມືອງ (ສະບັບ​ເພີ່ມ​ເຕີມ, ພັດທະນາ​ປີ 2011) ​ໄດ້​ສືບ​ຕໍ່​ຢືນຢັນ​ວ່າ ​ເສັ້ນທາງ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ​ຂອງ​ປະ​ເທດ​ເຮົາ​ແມ່ນ​ສອດຄ່ອງ​ກັບ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ຫວຽດນາມ ​ແລະ ທ່າ​ອຽງກາ​ນພັດ​ທະນາ​ຂອງຍຸກ​ສະ​ໄໝ; ການ​ນຳພາ​ທີ່​ຖືກຕ້ອງ​ຂອງ​ພັກ​ແມ່ນ​ປັດໄຈອັນ​ດັບ​ໜຶ່ງ​ທີ່ຕັດສິນໄຊຊະນະຂອງການປະຕິວັດຫວຽດນາມ. ໃນສະພາບການໂລກທີ່ມີການປ່ຽນແປງໄວແລະສັບສົນຫຼາຍຢ່າງ, ​ໂຄງການ​ການ​ເມືອງ​ຂອງ​ພັກ​ສືບ​ຕໍ່​ເປັນທຸງແຫ່ງຄວາມຄິດ, ທຸງຂອງການຕໍ່ສູ້, ທຸງ​ທີ່ເຕົ້າ​ໂຮມກຳລັງ​ແຮງ​ຂອງຄວາມສາມັກຄີປວງຊົນທັງຊາດ ເພື່ອສູ້ຊົນ​ໃຫ້ປະເທດຫວຽດນາມທີ່ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸດຕິ​ທຳ ​ແລະ​ ສີວິ​ໄລ”.  

2. ວິໄສທັດແລະທິດທາງການພັດທະນາ

ໃນຊຸມປີຂ້າງໜ້າ, ສະຖານະການໃນໂລກແລະພາຍໃນປະເທດມີ​ທັງ​ຄວາມ​ສະດວກ, ໂອກາດ ແລະຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ​ແຊກ​ຊ້ອນ​ກັນ; ພາ​ໃຫ້​ເກີດ​ບັນຫາ​ໃໝ່​ແລະ​ຄວາມ​ຮຽກຮ້ອງຕ້ອງການ​ໃໝ່​ຫຼາຍ​ຢ່າງ​ທີ່​ໜັກໜ່ວງ, ສັບສົນ​ກວ່າ​ສຳລັບ​ພາລະກິດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ; ມັນ​ຮຽກຮ້ອງ​ໃຫ້​ທົ່ວພັກ, ທົ່ວ​ປວງ​ຊົນ​ແລະ​ທົ່ວ​ກອງທັບ​ເຮົາຕ້ອງ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈດຽວ; ສືບ​ຕໍ່​ປ່ຽນ​ແປງ​ຈິນຕະນາການ​ຢ່າງ​ແຂງ​ແຮງ; ມີ​ຄວາມ​ຕັດສິນ​ໃຈ​ທາງ​ການ​ເມືອງ​ສູງ; ການ​ຄາດ​ຄະ​ເນ​ສະຖານະການຢ່າງຖືກຕ້ອງແລະທັນເວລາ; ​ເປັນ​ເຈົ້າ​ການ​ຕອບ​ສະໜອງ​ທຸກ​ສະ​ຖານະ​ການ​ຢ່າງ​ທັນ​ທ່ວງທີ; ພະຍາຍາມຫຼາຍຂຶ້ນເພື່ອສືບຕໍ່ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ​ແລະ​ຄົບ​ຊຸດ; ​ເພີ່ມ​ກຳລັງ​ແຮງ​ໃນ​ທຸກ​ດ້ານ​ຂອງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດແລະຜົນສຳເລັດດ້ານການພັດທະນາທີ່ບັນລຸໄດ້ຢ່າງ​ໝັ້ນຄົງ; ນຳພາ​ປະ​ເທດ​ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ໝັ້ນ​ຄົງ, ພັດທະນາ​ຢ່າງ​ໄວວາ​ແລະ​ຍືນ​ຍົງ; ຕັດສິນໃຈຈັດຕັ້ງປະຕິບັດທັດສະນະ, ເປົ້າໝາຍ, ທິດທາງແລະໜ້າທີ່​ຈຸດ​ສຸມ​ດັ່ງຕໍ່​ໄປນີ້​ໃຫ້​ສຳ​ເລັດ:

ທັດສະນະ​ຊີ້​ນຳ: 

- ຍຶດໝັ້ນ​ແລະ​ໝູນ​ໃຊ້, ພັດທະນາ​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ​ຢ່າງ​ປະດິດ​ສ້າງ; ຍຶດໝັ້ນ​ໃນ​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດ​ແລະ​ລັດທິ​ສັງຄົມ​ນິຍົມ; ຍຶດໝັ້ນ​ແນວທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ; ຍຶດໝັ້ນ​ບັນດາ​ຫຼັກການ​ກໍ່ສ້າງ​ພັກ​ເພື່ອ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຢ່າງ​ໝັ້ນ​ແກ່ນ. 

- ຮັບປະກັນ​ດີ​ສຸດ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ​ຊາດ ​ບົນ​ພື້ນຖານ​ບັນດາ​ຫຼັກການ​ພື້ນຖານ​ຂອງກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ​ກົດໝາຍ​ສາກົນຄື, ສະ​ເໝີ​ພາບ, ການ​ຮ່ວມ​ມື ​ແລະ ມີ​ປະ​ໂຫຍ​ດຮ່ວມ​ກັນ. ສືບ​ຕໍ່​ພັດທະນາ​ປະ​ເທດ​ຢ່າງ​ໄວ​ແລະ​ຍືນ​ຍົງ; ​ເຊື່ອມ​ໂຍງ​ຢ່າງ​​ແໜ້ນ​ແຟ້ນ​ແລະຜັນ​ຂະຫຍາຍ​ໜ້າ​ທີ່​ຕ່າງໆຢ່າງ​ຄົບ​ຊຸດ, ​ໃນ​ນັ້ນ​ພັດທະນາ​ເສດຖະກິດ - ສັງຄົມ​ແມ່ນສູນ​ກາງ, ກໍ່ສ້າງ​ພັກ​ແມ່ນ​ກຸນ​​ແຈ, ພັດທະນາ​ວັດທະນະທຳ​ເປັນ​ພື້ນຖານ​ຈິດ​ໃຈ, ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ​ແມ່ນ​ສໍາຄັນແລະເປັນປະຈຳ.

- ປຸກຕື່ນ​ຢ່າງ​ແຂງ​ແຮງ​ນ້ຳໃຈຮັກຊາດ ແລະ ສ້າງຄວາມເຂັ້ມແຂງດ້ວຍ​ຕົນ​ເອງ​ຂອງ​ຊາດ, ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊັນ​ທັງ​ຊາດ ​ແລະ​ຄວາມ​ປາດ​ຖະໜາ​ພັດທະນາ​ປະ​ເທດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ມີ​ຄວາມ​ສຸກ; ພັດທະນາ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ກຳລັງ​ແຮງ​ສັງ​ລວມຂອງ​ລະ​ບົບການ​ເມືອງ​ທັງ​ໝົດ ​ແລະ​ ຂອງ​ພື້ນຖານ​ວັດທະນະທຳ​ແລະຜູ້​ຄົນ​ຫວຽດນາມ, ເສີມສ້າງຄວາມເຂັ້ມແຂງຂອງປະຊາຊົນ, ຍົກ​ສູງ​ຄຸນ​ນະພາບຂອງຊັບພະຍາກອນມະນຸດ, ມີ​ກົນ​ໄກ​ບຸກທະລຸ​ເພື່ອ​ດຶງ​ດູດ​ແລະ​ນຳ​ໃຊ້​ຜູ້​ເກັ່ງ​ກ້າ​ສາມາດ, ຊຸກຍູ້​ການ​ປ່ຽນ​ແປງ​ໃມ່ປະດິດ​ສ້າງ, ປະ​ຢຸກ​ໃຊ້​ວິທະຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຢ່າງ​ແຂງ​ແຮງ, ​ໂດຍ​ສະ​ເພາະ​ແມ່ນ​ ບັນ​ດາຜົນສຳ​ເລັດ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ສ້າງ​ກຳ​ລັງ​ຂັບ​ເຄື່ອນ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ໄວວາ​ແລະ​ຍືນ​ຍົງ.

- ສົມທົບ​ກຳລັງ​ແຮງ​ຂອງ​ຊາດ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ; ຍົກ​ສູງ​ເຈດ​ຈຳ​ນົງ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ສາກົນ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ສາ​ກົນ; ​ເສີມ​ຂະຫຍາຍກໍາລັງພາຍໃນ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ​ແລະໃຊ້ປະໂຫຍດຈາກກໍາລັງພາຍນອກ, ​ໃນ​ນັ້ນ​ແຫຼ່ງກຳລັງ​ພາຍ​ໃນ ​ໂດຍ​ສະ​ເພາະ​ຊັບພະຍາກອນ​ມະນຸດ​ ມີຄວາມ​ສຳຄັນ​ທີ່​ສຸດ. 

- ​ເພີ່ມ​ທະວີ​ການ​ກໍ່ສ້າງ​ແລະ​ປັບປຸງ​ພັກ, ​ເສີມ​ຂະຫຍາຍ​ທາດ​ແທ້​ຊົນ​ຊັ້ນ​ກຳມະກອນ​ຂອງ​ພັກ, ຍົກ​ສູງ​ຄວາມ​ສາມາດ​ນຳພາ, ຄວາມ​ສາມາດ​ກຳ​ອຳນາດ ​ແລະ ກຳລັງ​ແຮງ​ສູ້​ຮົບ​ຂອງ​ພັກ; ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ​ໃຫ້​ສະອາດ​ປອດ​ໃສ​ແລະ​ໝັ້ນຄົງ​ເຂັ້ມ​ແຂງ​ຮອບດ້ານ, ກໍ່ສ້າງ​ລັດ​ໃຫ້​ກະທັດ​ລັດ​ຮັດກຸມ​ແລະ​ເຄື່ອນ​ໄຫວ​ມີ​ປະສິດທິ​ພາບ​ແລະ​ປະສິດທິ​ຜົນ; ຕິດ​ກັບ​ການຫຼຸດ​ຈຳນວນ​ບັນຈຸ​ບຸກຄະລາກອນ, ຍົກ​ສູງ​ຄຸນ​ນະພາ​ບ​ແລະຈັດ​ສັນ​ປັບ​ໂຄງ​ສ້າງ​ຂອງ​ຖັນ​ແຖວ​ພະນັກງານ, ລັດຖະກອນ, ພາລະ​ກອນ; ກໍ່ສ້າງ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ, ໂດຍ​ສະ​ເພາະ​ຖັນ​ແຖວ​ພະນັກງານ​ລະດັບ​ຍຸດ​ທະ​ສາດ, ຜູ້ນຳ ທີ່ມີຄຸນສົມບັດຄົບຖ້ວນ ມີຄວາມສາມາດແລະມີຊື່ສຽງ, ທຽບ​ເທົ່າ​ກັບ​ລະດັບ​ໜ້າ​ທີ່ ​ແລະ ມີ​ຄວາມ​ພົວພັນ​ໃກ້ຊິດກັບ​ປະຊາຊົນ ນັ້ນ​ແມ່ນ​ບັນດາ​ປັດ​ໄຈ​ສຳຄັນທີ່ຕັດສິນ​ຄວາ​ມສຳເລັດ​ຂອງພາລະກິດການ​ສ້າງສາ​ພັດທະນາ​ປະ​ເທດ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.  

​ເປົ້າ​ໝາຍ​ລວມ: 

ຍົກ​ສູງ​ຄວາມ​ສາມາດ​ນຳພາ, ຄວາມ​ສາມາດ​ກຳ​ອຳນາດ ​ແລະ ກຳລັງ​ແຮງ​ສູ້​ຮັບ​ຂອງ​ພັກ; ກໍ່ສ້າງ​ພັກ​ແລະ​ລະບົບ​ການ​ເມືອງ​ໃຫ້​ສະອາດ​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງຮອບດ້ານ; ປັບປຸງ ​ເພີ່ມ​ທະວີຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ໃນ​ພັກ, ລັດ ​ແລະ​ລະບອບ​ສັງຄົມ​ນິຍົມ; ປຸກລຸກ​ຄວາມ​ປາດ​ຖະໜາ​​ພັດທະນາ​ປະ​ເທດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ມີ​ຄວາມສຸກ, ​ເສີມ​ຂະຫຍາຍ​ເຈດ​ຈຳນົງ​ແລະ​ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ; ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່, ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ຢ່າງ​ແຂງ​ແຮງ ຮອບດ້ານ​ແລະ​ຄົບ​ຊຸດ; ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ຮັກສາ​ສະພາບ​ແວດ​ລ້ອມ​ທີ່​ສະຫງົບ​ແລະ​ໝັ້ນຄົງ; ສູ້​ຊົນ​​ເພື່ອ​ຮອດ​ກາງ​ສະຕະວັດ​ທີ 21, ປະ​ເທດ​ເຮົາກາຍ​ເປັນ​ປະ​ເທດ​ພັດທະນາ​ແລ້ວ, ຕາມ​ທິດ​ທາງ​ສັງຄົມ​ນິຍົມ.

​ເປົ້າ​ໝາຍ​ລາຍ​ລະອຽດ: 

- ຮອດ​ປີ 2025, ຄົບຮອບ 50 ປີ​​ແຫ່ງການ​ປົກ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ​ແລະ​ການ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ: ​ເປັນ​ປະ​ເທດ​ກຳລັງ​ພັດທະນາ, ມີ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ, ມີ​ລາຍ​ໄດ້ເກີນກວ່າລະດັບລາຍ​ໄດ້ປານກາງ-ຕໍ່າ.

- ຮອດ​ປີ 2030, ຄົບຮອບ 100 ປີ​ແຫ່ງການສ້າງຕັ້ງພັກ: ​ເປັນ​ປະ​ເທດ​ກຳລັງ​ພັດທະນາ, ​ມີອຸດສາຫະກຳ​​ທັນ​ສະ​ໄໝ, ມີ​ລາຍ​ໄດ້​ປານ​ກາງ​ສູງ.

- ຮອດ​ປີ 2045, ຄົບຮອບ 100 ປີ​​ແຫ່ງ​ການ​ສ້າງ​ຕັ້ງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ, ປະຈຸບັນ​ແມ່ນ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ: ກາຍ​ເປັນ​ປະ​ເທດ​ພັດທະນາແລ້ວ, ມີ​ລາຍ​ໄດ້​ສູງ.

ທິດທາງຂອງບັນດາຕົວຊີ້ວັດທີ່ສໍາຄັນກ່ຽວກັບການພັດທະນາເສດຖະກິດ - ສັງຄົມໃນ 5 ປີ ຈາກປີ 2021 ຫາ 2025 ​ແມ່ນ​ດັ່ງ​ລຸ່ມ​ນີ້:

ດ້ານເສດຖະກິດ: ອັດຕາການ​ເຕີບ​ໂຕເສດຖະກິດ (GDP - ຈີ​ດີ​ພີ) ສະເລ່ຍໃນ 5 ປີແມ່ນປະມານ 6,5 - 7%/ປີ. ຮອດ​ປີ 2025, ຈີ​ດີ​ພີ ຕໍ່​ຫົວ​ຄົນ​ແມ່ນ​ປະມານ 4.700 - 5.000 ​ໂດ​ລາ​ສະຫະລັດ; ການປະກອບສ່ວນຂອງຜະລິດຕະພາບ​ຂອງປັດ​ໄຈ​ລວມ (TFP) ເຂົ້າໃນການເຕີບໂຕແມ່ນປະມານ 45%; ອັດຕາ​ການ​ຂະຫຍາຍຕົວສະເລ່ຍຂອງຜະລິດຕະພາບແຮງງານສັງຄົມສູງກວ່າ 6.5%/ປີ; ອັດ​ຕາ​ການ​ຫັນ​ເປັນ​ຕົວ​ເມືອງ​ປະມານ 45%; ອັດຕາສ່ວນຂອງອຸດສາຫະກໍາປຸງແຕ່ງ ແລະການຜະລິດໃນ ຈີ​ດີ​ພີ ບັນລຸຫຼາຍກວ່າ 25%; ເສດຖະກິດດິຈິຕອນກວມ​ເອົາປະມານ 20% ຂອງ​ຈີ​ດີ​ພີ.

ທາງ​ດ້ານ​ສັງຄົມ: ຮອດ​ປີ 2025, ອັດຕາສ່ວນຂອງແຮງງານກະສິກໍາ​ໃນ​ແຮງ​ງານສັງຄົມທັງໝົດແມ່ນປະມານ 25%; ອັດຕາ​ສ່ວນ​ຂອງ​ແຮງ​ງານ​ທີ່​ຜ່ານ​ການ​ຝຶກ​ອົບຮົມ​ແມ່ນ 70%; ອັດຕາການຫວ່າງງານຢູ່ໃນເຂດຕົວເມືອງໃນປີ 2025 ຕ່ຳ​ກວ່າ 4%; ອັດຕາຄວາມທຸກຍາກແບບຫຼາຍດ້ານໄດ້ຮັກສາການຫຼຸດລົງ 1-1.5% ຕໍ່ປີ; ມີ​ທ່ານໝໍ 10 ຄົນແລະຕຽງໂຮງໝໍ 30 ​ຕຽງຕໍ່ປະຊາກອນ​ໜຶ່ງໝື່ນຄົນ; ອັດຕາ​ການ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ​ເຖິງ 95% ຂອງ​ປະຊາກອນ; ອາຍຸຍືນສະເລ່ຍປະມານ 74,5 ປີ; ອັດຕາຕາແສງບັນລຸມາດຕະຖານຊົນນະບົດໃໝ່ຢ່າງໜ້ອຍແມ່ນ 80%, ​ໃນ​ນັ້ນ​ຢ່າງໜ້ອຍສຸດ 10% ບັນລຸມາດຕະຖານຊົນນະບົດໃໝ່ແບບຢ່າງ.

ທາງ​ດ້ານ​ສະພາບ​ແວດ​ລ້ອມ: ຮອດ​ປີ 2025, ອັດຕາການນຳໃຊ້ນ້ຳ​ສະອາດແລະນ້ຳ​ຖືກ​ອະນາ​ໄມຂອງປະຊາກອນໃນຕົວເມືອງແມ່ນ 95 - 100%, ປະຊາກອນໃນເຂດຊົນນະບົດແມ່ນ 93 - 95%; ອັດຕາການເກັບແລະບຳບັດ​ຂີ້​ເຫຍື້ອ​ໃນ​ຊີວິດປະຈຳວັນໃນຕົວເມືອງຮັບປະກັນມາດຕະຖານແລະລະບຽບການ​ເຖິງ 90%; ອັດຕາສ່ວນອຸດສາຫະກຳແລະເຂດປຸງແຕ່ງສົ່ງອອກ ທີ່ມີລະບົບບຳບັບນ້ຳເສຍ​ແບບ​ລວມສູນທີ່​ໄດ້ມາດຕະຖານດ້ານສິ່ງແວດລ້ອມ​ແມ່ນ 92%; ອັດຕາ​ສະຖານ​ປະກອບ​ການທີ່ມີມົນລະພິດສິ່ງແວດລ້ອມຮ້າຍແຮງ ທີ່ໄດ້ຮັບການຈັດການ​ແກ້​ໄຂ​ເຖິງ 100%; ຮັກສາອັດຕາປົກຫຸ້ມຂອງປ່າໄມ້ໃຫ້ຢູ່ໃນລະດັບ 42%.

ທິດທາງ​ການພັດທະນາ​ປະ​ເທດ​ໃນ​ໄລຍະ​ປີ 2021 - 2030: 

(1) ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ຢ່າງ​ແຂງ​ແຮງ, ສ້າງ​ແລະ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ທີ່​ສົມ​ບູນຄົບ​ຊຸດ​ ເພື່ອພັດທະນາ​ເສດຖະກິດ ການ​ເມືອງ ວັດທະນະທຳ ສັງຄົມ ສະພາບ​ແວດ​ລ້ອມ​ແລະ​ອື່ນໆ ​ຢ່າງ​ຍືນ​ຍົງ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ສິ່ງ​ຄົງຄ້າງ​ຢ່າງ​ທັນ​ການ; ປຸກ​ຕື່ນທ່າແຮງແລະຊັບພະຍາກອນທັງໝົດ, ສ້າງກຳລັງ​ຂັບ​ເຄື່ອນໃໝ່່ໃຫ້ແກ່ການພັດທະນາປະເທດຢ່າງໄວແລະຍືນຍົງ.

(2) ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ທີ່​ຮອບດ້ານ​ແລະ​ຄົບ​ຊຸດ​ເພື່ອພັດທະນາ​ພື້ນຖານ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ດີ​ເພື່ອ​ລະດົມ ຈັດ​ແບ່ງ​ແລະ​ນຳ​ໃຊ້​ ແຫຼ່ງຊັບພະຍາກອນ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ, ຊຸກຍູ້​ການ​ລົງທຶນ ຜະລິດ ທະລຸ​ກິດ. ຮັບປະກັນສະຖຽນລະພາບຂອງ​ເສດຖະກິດ​ມະຫາ​ພາກ, ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ປັບ​ໂຄງ​ສ້າງ​ເສດຖະກິດ​ຄືນ​ໃໝ່, ຍູ້​ແຮງ​ການ​ຫັນປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ; ສຸມ​ໃສ່​ການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ ແລະ ​ພັດທະນາ​ເສດຖະກິດ​ຕົວ​ເມື​ອງ; ພັດທະນາ​ເສດຖະກິດ​ຊົນນະບົດ ຕິດ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່; ​ໃຫ້​ບຸລິມະສິດ​ແຫຼ່ງພະລັງ​ເພື່ອ​ພັດທະນາພື້ນຖານໂຄງລ່າງຊົນນະບົດໃນເຂດພູດອຍ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ; ຍູ້​ແຮງ​ການ​ປ່ຽນ​ດິຈິ​ຕອນ​ແຫ່ງ​ຊາດ, ພັດທະນາ​ເສດ​ຖະກິດ​ດິຈິ​ຕອນບົນ​ພື້ນຖານ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ; ຍົກສູງປະສິດທິພາບ ຄຸນ​ນະພາ​ບ ປະສິດທິ​ຜົນ ​ແລະ ຄວາມ​ສາມາດ​ແຂ່ງ​ຂັນ ຂອງ​ພື້ນຖານ​ເສດຖະກິດ, ​ເຊື່ອມ​ໂຍງ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ກັບ​ຕະຫຼາດ​ໂລກ​ຢ່າງ​ກົມກຽວ​ແລະ​ມີ​ປະສິດທິ​ຜົນ.

(3) ສ້າງ​ການ​ບຸກທະລຸ​ໃນ​ການ​ປ່ຽນ​ແປງ​ໃໝ່​ການ​ສຶກສາ​ແລະ​ຝຶກ​ອົບຮົມ​ໂດຍ​ພື້ນຖານ​ແລະ​ຮອບດ້ານ, ພັດທະນາ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ, ດຶງດູດ​ແລະ​ນຳ​ໃຊ້​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ເປັນ​ຢ່າງ​ດີ. ຊຸກຍູ້​ການ​ຄົ້ນຄວ້າ ມອບ​ໂອນ ນຳ​ໃຊ້​ຜົນສຳເລັດຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ຢ່າງແຂງ​ແຮງ ​ເຂົ້າ​ໃນ​ທຸກ​ຂົງ​ເຂດ​ຂອງຊີວິດສັງຄົມ, ​ເອົາ​ໃຈ​ໃສ່​ບາງ​ຂະ​ແໜງ​ການ, ຂົງ​ເຂດ​ຈຸດ​ໜັກທີ່​ມີ​ທ່າ​ແຮງ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ເພື່ອ​ເປັນ​ແຮງຂັບ​ເຄື່ອນ​ໃຫ້​ການ​ເຕີບ​ໂຕ​ຕາມ​ຈິດ​ໃຈ​ແຫ່ງ​ການ​ໄລ່​ຕາມ, ກ້າວໜ້າ ແລະ ລື່ນກາຍໃນບາງຂົງເຂດເມື່ອທຽບກັບພາກພື້ນແລະໂລກ.

(4) ການພັດທະນາມະນຸດຢ່າງຮອບດ້ານ ​ແລະ ການກໍ່ສ້າງພື້ນຖານ​ວັດທະນະທຳ​ຫວຽດນາມທີ່​ກ້າວໜ້າ​ແລະ​ເຕັມໄປດ້ວຍເອກະລັກຂອງຊາດ ​ເພື່ອ​ໃຫ້​ວັດທະນະທຳ​ກາຍ​ເປັນກຳລັງ​ແຮງ​ພາບ​ໃນອັນແທ້ຈິງ, ເປັນແຮງຂັບເຄື່ອນ​ໃຫ້​ແກ່​ການ​ພັດທະນາແລະປົກປັກຮັກສາປະເທດຊາດ. ​ເພີ່ມ​ການ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ພາລະກິດ​ວັດທະນະທຳ. ກໍ່ສ້າງ, ພັດທະນາ, ສ້າງ​ສະພາບ​ແວດ​ລ້ອມ ​ແລະ​ເງື່ອນ​ໄຂສັງຄົມ​ທີ່ເອື້ອ​ອຳນວຍທີ່​ສຸດ ​ເພື່ອ​ປຸກລຸກ​ມູນ​ເຊື້ອ​ຮັກ​ຊາດ, ຄວາມ​ພາກພູມ​ໃຈ​ແຫ່ງ​ຊາດ, ຄວາມ​ເຊື່ອ ຄວາມ​ປາດ​ຖະໜາ​ທີ່​ຈະ​ພັດທະນາ​ປະ​ເທດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ມີ​ຄວາມສຸກ; ຄວາມ​ເກັ່ງ​ກ້າ​ສາມາດ ສະຕິ​ປັນຍາ ​ແລະ​ຄຸນ​ສົມບັດຂອງ​ຄົນ​ຫວຽດນາມ​ແມ່ນສູນກາງ, ເປົ້າໝາຍ ແລະ ກຳລັງຂັບ​ເຄື່ອນ​ການ​ພັດທະນາ​ທີ່ສຳຄັນ​ທີ່​ສຸດຂອງປະເທດ.   

(5) ຄຸ້ມ​ຄອງ​ການພັດທະນາ​ສັງຄົມ​ຢ່າງ​ເຂັ້ມ​ງວດ​ແລະ​ມີ​ປະສິດທິພາບ, ຮັບປະກັນຄວາມປອດໄພສັງຄົມ, ຄວາມໝັ້ນຄົງຂອງມະນຸດ; ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ; ສ້າງ​ສະພາບ​ແວດ​ລ້ອມ​ທາງ​ວັດທະນະທຳ​ແລະ​ຈັນ​ຍາ​ບັນ​ທາງ​ສັງຄົມ​ທີ່​ສົດ​ໃສ​, ມີອາລະຍະ​ທຳ; ​ເອົາ​ໃຈ​ໃສ່​ຍົກສູງຄຸນນະພາ​ບຂອງ​ການ​ບໍລິການ​ສາທາລະນະ​ສຸກ, ຄຸນ​ນະພາ​ບຂອງ​ປະຊາກອນ, ​ເຊື່ອ​ມຕໍ່​ປະຊາກອນ​ກັບ​ການ​ພັດທະນາ; ​ເອົາ​ໃຈ​ໃສ່​ເຖິງ​ປະຊາຊົນ​ທຸກ​ຄົນ, ຮັບປະກັນ​ນະໂຍບາຍ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ລາຍ​ໄດ້, ປະຕິບັດ​ສະ​ວັດ​ດີກາ​ນສັງຄົມ, ຄວາມ​ປອດ​ໄພ​ສັງຄົມ​ໃຫ້​ໄດ້​ເປັນ​ຢ່າງ​ດີ. ສືບຕໍ່ປັບປຸງຊີວິດທາງດ້ານວັດຖຸແລະຈິດໃຈຂອງປະຊາຊົນ​ຢ່າງຮອບດ້ານ. 

(6) ​ເປັນ​ເຈົ້າ​ການປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ​ຢ່າງ​ຈິງ​ຈັງ​ແລະ​ມີ​ປະສິດທິພາບ, ປ້ອງ​ກັນ ຕ້ານ ​ແລະ ຫຼຸດຜ່ອນ​ຜົນ​ກະທົບ​ຂອງ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ, ຄຸ້ມ​ຄອງ ຂຸດ​ຄົ້ນ ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງສົມ​ເຫດ​ສົມ​ຜົນ ປະຫຍັດ ມີ​ປະສິດທິ​ຜົນ ​ແລະ​ຍືນ​ຍົງ; ຖື​ເອົາ​ການ​ປົກ​ປ້ອງສະພາບ​ແວດ​ລ້ອມ​ການ​ດຳລົງ​ຊີວິດ​ແລະ​ສຸຂະພາບ​ຂອງ​ປະຊາຊົນ ​ເປັນ​ເປົ້າ​ໝາ​ສູງ​ສຸດ; ກຳຈັດ​ໂຄງການ​ທີ່​ກໍ່​ໃຫ້​ເກີດມົນລະພິດສິ່ງແວດລ້ອມຢ່າງ​ເດັດຂາດ, ຮັບປະກັນ​ຄຸນ​ນະພາ​ບຂອງ​ສະພາບ​ແວດ​ລ້ອມ​ການ​ດຳລົງ​ຊີວິດ, ປົກ​ປັກ​ຮັກສາ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ ​ແລະ​ລະບົບ​ນິ​ເວດ; ກໍ່ສ້າງ​ພື້ນຖານ​ເສດຖະກິດ​ສີຂຽວ, ​ເສດຖະກິດ​ໝູນວຽນທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

(7) ​ເດັດດ່ຽວ​ໜຽວ​ແໜ້ນ​ໃນການ​ປົກ​ປັກ​ຮັກສາ​ເອກະລາດ, ອຳນາດ​ອະທິປະ​ໄຕ, ​ເອກະ​ພາບ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ຂອງ​ປະ​ເທດ​ໄວ້​ຢ່າງ​ໝັ້ນຄົງ; ປົກ​ປັກ​ຮັກສາ​ພັກ ລັດ ປະຊາຊົນ ​ແລະ ລະບອບ​ສັງຄົມ​ນິຍົມ. ຮັກສາ​ຄວາມ​ໝັ້ນ​ຄົມ​ທາງ​ການ​ເມືອງ, ຮັບປະກັນຄວາມ​ເປັນ​ລະບຽບຮຽບຮ້ອຍ​ແລະຄວາມ​ປອດ​ໄພ​ຂອງ​ສັງຄົມ, ຄວາມ​ໝັ້ນຄົງ​ຂອງ​ມະນຸດ, ຄວາມ​ໝັ້ນຄົງ​ທາງ​ເສດຖະກິດ, ຄວາມໝັ້ນຄົງ​ຂອງ​ເຄືອ​ຂ່າຍ, ສ້າງ​ສັງຄົມ​ທີ່​ເປັນ​ລະບຽບ​ຮຽບຮ້ອຍ​ແລະ​ມີ​ລະບຽບ​ວິ​ໄນ. ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ​ຄວາມ​ສ່ຽງຂອງ​ສົງຄາມ​ແລະການ​ປະ​ທະ​ກັນ ​ຕັ້ງ​ແຕ່​ຫົວທີ, ຈາກ​ໄລຍະ​ໄກ; ການກວດຫາປັດໃຈທີ່ບໍ່ດີກ່ອນ​ທີ່​ມັນ​ຈະ​ເກີດ​ຂຶ້ນ ​ແລະ​ຈັດການ​ແກ້​ໄຂມັນ​ຢ່າງ​ທັນ​ການ, ​ໂດຍ​ສະ​ເພາະ​ປັດ​ໄຈ​ສ່ຽງຂອງ​ການ​ກາຍພັນ; ຍູ້​ແຮງ​ການ​ຕໍ່ສູ້​ເພື່ອທັບ​ມ້າງທຸກ​ກົນອຸບາຍ​ແລະ​ການ​ເຄື່ອນ​ໄຫວມ້າງ​ເພ​ທຳລາຍ​ ຂອງ​ບັນດາ​ອິດ​ທິທຳລັງ​ສັດຕູ.

(8) ສືບ​ຕໍ່​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ການ​ພົວພັນ​ທີ່​ຫຼາກ​ຫຼາຍ ຫຼາຍ​ທິດ​ຫຼາຍ​ຝ່າຍ; ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ​ຢ່າງຮອບດ້ານ, ກວ້າງຂວາງ​ເລິກ​ເຊິ່ງ​ ແລະ​ມີ​ປະສິດທິ​ຜົນ; ຮັກສາ​ສະພາບ​ແວດ​ລ້ອມທີ່​ສະຫງົບ​ແລະ​ໝັ້ນຄົງ, ປັບປຸງ​ບົດບາດ​ທີ່​ຕັ້ງ​ແລະ​ກຽດ​ສັກ​ສີ​ສາກົນ​ຂອງ​ຫວຽດນາມ​ຢ່າງ​ຕໍ່​ເນື່ອງ.

(9) ປະຕິບັດ​ແລະ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ສິດ​ເປັນ​ເຈົ້າ​ຂອງ​ແລະ​ບົດບາດ​ປົກຄອງ​ຕົນ​ເອງ​ຂອງ​ປະຊາຊົນ​ຢ່າງ​ກວ້າງຂວາງ; ​ເສີມຂະຫຍາຍ ກຳລັງ​ແຮງ​ແຫ່ງ​ມະ​ຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ; ປັບປຸງ ຍົກ​ສູງຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ, ​ເພີ່ມ​ທະວີຄວາມເຫັນດີເຫັນພ້ອມຂອງສັງຄົມ; ສືບ​ຕໍ່​ປ່ຽນ​ແປງ​ໃໝ່ການຈັດ​ຕັ້ງ ​ເນື້ອ​ໃນ ​ແລະ ​ແບບ​ວິທີ​ການ​ເຄື່ອນ​ໄຫວຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ການຈັດ​ຕັ້ງ​ການ​ເມືອງ - ສັງຄົມ.

(10) ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ​ທີ່​ສະອາດ​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ກະທັດ​ລັດ​ເບົາບາງ, ​ເຄື່ອນ​ໄຫວ​ມີ​ປະສິດທິພາບ​ແລະປະສິ​ດທິ​ຜົນ, ເພື່ອຮັບ​ໃຊ້ປະຊາຊົນ ແລະ ເພື່ອການ​ພັດທະນາ​ຂອງປະເທດ. ​ເພີ່ມ​ທະວີຄວາມ​ເປີດ​ເຜີຍ ​ໂປ່​ງ​ໃສ ຄວາມ​ຮັບຜິດຊອບ​ບັນຍາຍ​ລາຍ​ງານ; ການ​ຄວບ​ຄຸມ​ອຳນາດຕິດ​ກັບ​ການ​ຮັດ​ແໜ້ນ​ລະບຽບ​ວິ​ໄນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດ ​ແລະ​ຂອງ​ພະນັກງານ ລັດຖະກອນ ພາລະ​ກອນ. ສືບ​ຕໍ່​ຍູ້​ແຮງ​ການ​ຕໍ່ສູ້​ເພື່ອ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ພະຍາດ​ອາດຍາ​ສິດ, ອາດຊະຍາກຳ ແລະ ຄວາມຊົ່ວຮ້າຍທາງສັງຄົມ.

(11) ສືບ​ຕໍ່​ກໍ່ສ້າງ​ແລະ​ປັບປຸງ​ພັກ​ຢ່າງຮອບດ້ານ; ​ເພີ່ມ​ທະວີ​ທາດ​ແທ້ຊົນ​ຊັ້ນ​ກຳມະກອນ​ຂອງ​ພັກ; ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການນຳພາ​, ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການນຳ​ພາ​ແລະ​ກຳອຳນາດ​ຂອງ​ພັກ; ກໍ່ສ້າງ​ລະບົບ​ການ​ເມືອງ​ທີ່​ສະອາດ​ປອດ​​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ກະທັດ​ລັດ​ເບົາບາງ, ​ເຄື່ອນ​ໄຫວ​ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ; ກໍ່ສ້າງ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ ລັດຖະກອນ​ ແລະ​ພາລະ​ກອນ, ​ໂດຍ​ສະ​ເພາະ​ພະ​ລັກ​ງານ​ລະດັບ​ຍຸດ​ທະ​ສາດ, ຜູ້​ເປັນ​ຫົວໜ້າ​ທີ່​ມີ​ຄຸນສົມບັດ ຄວາມ​ສາມາດ​ແລະ​ກຽດ​ສັກ​ສີ​ພຽງພໍ, ທຽບ​ເທົ່າ​ລະດັບ​ໜ້າ​ທີ່; ​ເຮັດ​ວຽກ​ງານ​ແນວ​ຄິດ​ທິດ​ສະ​ດີ​ເປັນ​ຢ່າງ​ດີ; ​ເອົາ​ໃຈ​ໃສ່​ວຽກ​ງານ​ປົກ​ປັກ​ຮັກສາ​ພັກ, ປົກ​ປ້ອງ​ການ​ເມືອງ​ພາຍ​ໃນ; ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ລະບຽບ​ວິ​ໄນ, ວຽກ​ງານ​ຕໍ່ສູ້​ເພື່ອ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ແລະ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ.

(12) ສືບ​ຕໍ່​ກຳ​ແໜ້ນ ​ແລະ ຈັດການ​ແກ້​ໄຂ​ບັນດາ​ສາຍ​ພົວພັນ​ໃຫຍ່​ເປັນ​ຢ່າງ​ດີ: ຄວາມສໍາພັນລະຫວ່າງສະຖຽນລະພາບ ການ​ປ່ຽນ​ແປງ​ໃໝ່​ ແລະ ການ​ພັດທະນາ; ລະຫວ່າງ​ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ​ ແລະ ​ການ​ປ່ຽນ​ແປງ​ໃໝ່​ການ​ເມືອງ; ລະຫວ່າງ​ການ​ປະຕິບັດ​ຕາມ​ກົດ​ເກນ​ຂອງ​ຕະຫຼາດ​ ແລະ ການຮັບປະກັນ​ທິດ​ທາງ​ສັງຄົມ​ນິຍົມ; ລະຫວ່າງ​ການ​ພັດທະນາ​ກຳລັງ​ການ​ຜະລິດ ​ແລະ ການ​ກໍ່ສ້າງ​, ປັບປຸງ​ບູລະນະ​ການພົວພັນ​ການ​ຜະລິດ​ສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ; ລະຫວ່າງ​ລັດ ຕະຫຼາດ​ ​ແລະ ສັງຄົມ; ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ, ປົກ​ປ້ອງ​ສະພາບ​ແວດ​ລ້ອມ; ລະຫວ່າງ​ການ​ກໍ່ສ້າງ​ປະ​ເທດ​ຊາດ ​ແລະ ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມສັງຄົມ​ນິຍົມ; ລະຫວ່າງ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ການ​ເຊື່ອມ​ໂຍງ​ສາກົນ; ລະຫວ່າງ​ພັກນຳພາ, ລັດ​ຄຸ້ມ​ຄອງ ​ແລະ ປະຊາຊົນ​ເປັນ​ເຈົ້າ​ຂອງ; ລະຫວ່າງ​ການ​ປະຕິບັດ​ປະຊາທິປະ​ໄຕ ​ແລະ ການ​ເພີ່ມ​ທະວີລະບຽບ​ກົດໝາຍ, ຮັບປະກັນ​ລະບຽບ​ວິ​ໄນ​ສັງຄົມ. ​ໃນ​ການ​ຮັບ​ຮູ້​ແລະ​ແກ້​ໄຂ​ບັນດາ​ສາຍ​ພົວພັນ​ໃຫຍ່, ຕ້ອງ​ເອົາ​ໃຈ​ໃສ່ຫຼາຍ​ກວ່າ​ອີກ​​ເພື່ອ​ຮັບປະກັນ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ; ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ການ​ພົວພັນ​ການ​ຜະລິດ​ທີ່​ກ້າວໜ້າ​ແລະ​ເໝາະ​ສົມ; ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຍຸດຕິ​ທຳ​ທາງ​ສັງຄົມ, ປົກ​ປ້ອງ​ສະພາບ​ແວດ​ລ້ອມ; ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົທນິຍົມ; ຮັກສາ​ຄວາມ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ.

ບັນດາຜູ້ແທນລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ _ພາບ: TTXVN

ໜ້າ​ທີ່ສຳຄັນໃນວາລະກອງປະຊຸມໃຫຍ່ຄັ້ງທີ XIII: 

(1) ສືບ​ຕໍ່​ຍູ້​ແຮງ​ການ​ກໍ່ສ້າງ​ແລະ​ປັບປຸງ​ພັກ, ກໍ່ສ້າງ​ລັດ​ແຫ່ງອຳນາດ​ກົດໝາຍສັງຄົມ​ນິຍົມ ​ແລະ ລະບົບ​ການ​ເມືອງ​ ໃຫ້​ມີ​ຄວາມ​ຮອບດ້ານ, ສາ​ອາດ​ປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງ. ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການນຳພາ​ແລະ​ກຳອຳນາດ​ຂອງ​ພັກ. ການກໍ່ສ້າງໂຄງປະກອບການຈັດຕັ້ງຂອງລະບົບການເມືອງທີ່​ກະທັດ​ລັດ, ​ເຄື່ອນ​ໄຫວມີ​ປະສິດທິພາບ ​ແລະ​ປະສິດທິ​ຜົນ. ສືບ​ຕໍ່​ຍູ້​ແຮງ​ການ​ຕໍ່ສູ້​ເພື່ອ​ປ້ອງ​ກັນ​ແລະ​ຕ້ານພະຍາດ​ອາດຍາ​ສິດ, ການ​ສໍ້ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ຄວາມ​ຫຍໍ້​ທໍ້, “ຜົນ​ປະ​ໂຫຍ​ດໝູ່​ພວກ”, ບັນດາ​ປະກົດ​ການ “ການ​ຫັນປ່ຽນ​ເອງ”, “ການ​ປ່ຽນ​ແປງ​ເອງ” ຢູ່​ພາຍ​ໃນ. ກໍ່ສ້າງ​ຖັນ​ແຖວ​ສະມາ​ຊິກ​ພັກ​ ແລະ​ພະນັກງານ​ທຸກ​ລະດັບ, ​ໂດຍ​ສະ​ເພາະ​ພະນັກງານ​ລະດັບ​ຍຸດ​ທະ​ສາດ, ຜູ້​ເປັນ​ຫົວໜ້າ​ ໃຫ້​ມີ​ຄຸນສົມບັດ ຄວາມ​ສາມາດ ກຽດ​ສັກ​ສີ​ພຽງພໍ​ ແລະ​ ທຽບ​ເທົ່າ​ລະດັບ​ໜ້າ​ທີ່. ປັບປຸງ​ວາມໄວ້ເນື້ອເຊື່ອໃຈ ​ແລະ​ຄວາມຜູກ​ພັນ​ຂອງ​ປະຊາຊົນຕໍ່ກັບພັກ, ລັດ ແລະ ລະບອບສັງຄົມນິຍົມ.

(2) ສຸມ​ໃສ່​ການ​ຄວບ​ຄຸມ​ການລະບາດ​ຂອງ​ໂຄ​ວິດ-19, ດຳ​ເນີນການ​ສັກ​ຢາ​ກັນ​ພະຍາດ​ໃຫ້​ຊຸມ​ຊົນ​ຈຳນວນ​ຫຼາຍດ້ວຍວັກຊີນ​ໂຄ​ວິດ-19; ຟື້ນ​ຟູ​, ​ພັດທະນາ​ເສດຖະກິດ - ສັງຄົມ, ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ, ປັບ​ໂຄງ​ສ້າງ​ເສດຖະກິດ, ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ການ​ພັດທະນາ​ທີ່​ສອດຄ່ອງ​ກັບພື້ນຖານ​ເສດຖະກິດ​ຕະຫຼາດຢ່າງ​ຄົບ​ຖ້ວນ ທັນ​ສະ​ໄໝ ​ແລະ​ເຊື່ອມ​ໂຍງ; ພັດທະນາ​ຢ່າງ​ຄົບ​ຊຸດ​ ແລະ ສ້າງ​ການ​ເຊື່ອມ​ໂຍງ​ລະຫວ່າງ​ບັນດາ​ເຂດ, ພາກ​ພື້ນ, ບັນດາ​ພາກສ່ວນ​ເສດຖະກິດ, ບັນດາ​ຮູບ​ແບບ​ການ​ຜະລິດ ທຸລະ​ກິດ; ມີ​ນະ​ໂຍບາຍ​ສະໜັບສະໜູນ​ວິ​ສາ​ຫະກິດ​ໃນ​ກະສິກຳ​ຢ່າງ​ມີ​ປະສິດທິ​ຜົນ; ຍູ້​ແຮງ​ການ​ຄົ້ນຄວ້າ ມອບ​ໂອນ ນຳ​ໃຊ້ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ​ແລະ​ຂອງການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຜົນສຳເລັດຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ປະຕິບັດ​ການ​ປ່ຽນ​ດິຈິ​ຕອງ​ແຫ່ງ​ຊາດ, ພັດທະນາ​ເສດຖະກິດ​ດິຈິ​ຕອງ, ຍົກ​ສູງ​ປະສິດທິພາບ ຄຸນ​ນະພາ​ບ ປະສິດທິ​ຜົນ ​ແລະ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ; ລະດົມ ຈັດ​ແບ່ງ ​ແລະ​ນຳໃຊ້​ແຫຼ່ງພະລັງ​ຕ່າງໆຢ່າງ​ມີ​ປະສິດທິ​ຜົນ, ສ້າງກຳລັງ​ຂັບ​ເຄື່ອນ​ເພື່ອ​ພັດທະນາ​ເສດຖະກິດ​ຢ່າງ​ໄວ​ແລະ​ຍືນ​ຍົງ; ປັບປຸງລະບົບ​ກົດໝາຍ​ໃຫ້​ສົມບູນ, ​ໂດ​ຍສະ​ເພາະ​ແມ່ນ​ກົດໝາຍວ່າດ້ວຍການປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ ແລະການແກ້ໄຂຂໍ້ຂັດແຍ່ງທາງແພ່ງ, ການເອົາຊະນະອຸປະສັກ​ຂັດຂວາງ​ການ​ພັດທະນາປະເທດ.

(3) ຮັກສາຄວາມເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ໝັ້ນຄົງ, ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດທິ​ຜົນ​ ຂອງ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບສາກົນ; ​ເພີ່ມ​ທະວີທ່າແຮງດ້ານການປ້ອງກັນປະເທດແລະຄວາມັ້ນຄົງ, ກໍ່ສ້າງ​ກອງທັບ​ປະຊາຊົນ, ຕຳຫຼວດ​ປະຊາຊົນ​ ໃຫ້​ເປັນ​ກຳລັງປະຕິວັດ ​ກຳລັງ​ຫຼວງ ຊຳນາ​ນຮົບ ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ພາກສ່ວນ​ໜຶ່ງ​ກ້າວ​ໂດຍ​ກົງ​ຂຶ້ນ​ເປັນ​ທັນ​ສະ​ໄໝ, ສ້າງ​ປະຖົມ​ປັດ​ໄຈອັນໜັກແໜ້ນ ເພື່ອສູ້ຊົນຮອດປີ 2030 ສ້າງ​ກອງທັບ​ປະຊາຊົນ, ຕຳຫຼວດປະຊາຊົນ​ ທີ່​ປະຕິວັດ, ກຳລັງ​ຫຼວງ ຊຳນາ​ນຮົບ ​ແລະ ​ທັນ​ສະ​ໄໝ; ​ເດັດດ່ຽວ, ໝັ້ນ​ໜຽວ​ໃນ​ການປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະລາດ, ອຳນາດ​ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ເຂດ​ທະ​ເລ​ໝູ່​ເກາະ, ​ເຂດ​ຟ້າ​ຂອງ​ປະ​ເທດ​ໄວ້​ຢ່າງ​ໝັ້ນ​ຄົມ; ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ. 

(4) ປຸກ​ຕື່ນ​ຄວາມ​ປາດ​ຖະໜາພັດທະນາ​ປະ​ເທດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ມີ​ຄວາມສຸກ; ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ແລະ​ກຳລັງ​ແຮງຂອງ​ຄົນ​ຫວຽດນາມ​ໃນພາລະກິດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ມີ​ນະ​ໂຍບາຍ​ສະ​ເພາະ​ເພື່ອ​ພັດທະນາ​ວັດທະນະທຳຂອງຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ; ປະຕິບັດ​ເປັນ​ຢ່າງ​ດີ​ນະ​ໂຍບາຍ​ສັງຄົມ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ຄວາມ​ໝັ້ນຄົງຂອງ​ມະນຸດ, ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ໃນ​ການ​ຄຸ້ມ​ຄອງ​ການ​ພັດທະນາ​ສັງຄົມ, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຄວາມ​ຍຸດຕິ​ທຳທາງ​ສັງຄົມ, ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ ແລະ ​ດັດຊະນີ​ຄວາມສຸກ​ຂອງ​ຄົນ​ຫວຽດນາມ.

(5) ປັບປຸງ​ລະບົບ​ກົດໝາຍ ກົນ​ໄກ ນະ​ໂຍບາຍ​ໃຫ້​ສົມບູນ​ຄົບ​ຊຸດ ​ເພື່ອ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ ແລະ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ​ຢ່າງ​ແຂງ​ແຮງ; ພ້ອມ​ກັນ​ນັ້ນ ກໍ່​ສ້າງ​ລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມທີ່​ສະອາດ​ປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງ; ດຳເນີນ​ການປະຕິ​ຮູບ​ຕຸລາການ, ​ເພີ່ມ​ທະວີ​ລະບຽບ​ກົດໝາຍ, ຮັບປະກັນ​ລະບຽບ​ວິ​ໄນສັງຄົມ, ກອ່ນອື່ນ​ໝົດ​ແມ່ນ ການ​ເປັນ​ແບບຢ່າງ​​ປະຕິບັດຕາມ​ກົດໝາຍ, ການ​ປະຕິບັດ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ ຂອງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ອົງການ​ຈັດ​ຕັ້ງ​ການ​ເມືອ​ງສັງຄົມ​ທຸກຂັ້ນ, ຂອງ​ພະນັກງານ ສະມາຊິກ​ພັກ.

(6) ຄຸ້ມ​ຄອງ​ຢ່າງ​ແໜ້ນ​​ແຟ້ນ, ນຳ​ໃຊ້ທີ່​ດິນ ຊັບພະຍາກອນ​ຢ່າງ​ສົມ​ເຫດ​ສົມ​ຜົນ​ແລະ​ມີ​ປະສິດທິ​ຜົນ; ປົກປັກຮັກສາແລະປັບປຸງສິ່ງແວດລ້ອມ; ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ໃນ​ການ​ຜັນ​ຂະຫຍາຍວິທີ​ແກ້​ໄຂ​ປັບຕົວກັບ​ການ​ປ່ຽນ​ແປງ​ສະພາບພູມ​ອາກາດ ​ແລະ​ໄພ​ທຳ​ມະ​ຊາດ​ທີ່​ຮຸນ​ແຮງ.

ບັນດາ​ການ​ບຸກທະລຸ​ຍຸດ​ທະ​ສາດ:

(1) ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ການ​ພັດທະນາ, ກ່ອນ​ອື່ນ​ແມ່ນ​ລະບຽບ​ກົດໝາຍ​ການພັດທະນາ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ປ່ຽນ​ແປງ​ໃໝ່​ການບໍລິຫານ​ປົກຄອງ​ແຫ່ງ​ຊາດ​ຕາມ​ທິດ​ທັນ​ສະ​ໄໝ, ​ແຂ່ງຂັນ​ ມີ​ປະສິດທິ​ຜົນ. ສຸມ​ໃສ່​ປັບປຸງບູລະນະ ​ແລະ ຈັດ​ຕັ້ງ​ປະຕິບັດເປັນ​ຢ່າງ​ດີ ລະບົບ​ກົດໝາຍ ກົນ​ໄກ ນະ​ໂຍບາຍ, ສ້າງ​ສະພາບ​ແວດ​ລ້ອມ​ການ​ລົງທຶນທຸລະ​ກິດທີ່ເອື້ອອຳນວຍ, ສົດ​ໃສ ແລະ ຍຸດຕິທຳ ໃຫ້ກັບທຸກພາກສ່ວນເສດຖະກິດ, ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ; ລະດົມ ຄຸ້ມ​ຄອງ ​ແລະ​ ນຳ​ໃຊ້ຊັບພະຍາກອນທັງໝົດ​ ເພື່ອ​ການ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ທີ່​ດິນ, ການ​ເງິນ, ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ; ຍູ້​ແຮງ​ການ​ແບ່ງ​ຂັ້ນ, ການກະຈາຍ​ອຳນາດທີ່​ສົມ​ເຫດ​ສົມ​ຜົນ​ແລະ​ມີ​ປະສິດທິ​ຜົນ, ພ້ອມ​ກັນ​ນັ້ນ ​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມ​ກວດກາ, ຄວບ​ຄຸມອຳນາດດ້ວຍ​ລະບົບ​ກົດໝາຍ.

(2) ພັດທະນາ​ຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ແມ່ນ ຊັບພະຍາກອນ​ມະນຸດ​ທີ່​ມີຄຸນນະພາບສູງ; ​​ບຸລິມະສິດ​ການ​ພັດທະນາ​ຊັບພະຍາກອນມະນຸດ​ໃຫ້​ແກ່​ວຽກ​ງານ​ນຳພາ ຄຸ້ມ​ຄອງ ​ແລະ ບັນດາ​ຂົງ​ເຂດ​ຫຼັກ, ບົນ​ພື້ນຖານ​ຍົກ​ສູງ, ສ້າງການ​ຫັນປ່ຽນ​ທີ່​ແຂງ​ແຮງ ຮອບດ້ານ ພື້​ນຖານ ກ່ຽວ​ກັບ​ຄຸນ​ນະພາ​ບຂອງການ​ສຶກສາ​ແລະ​ການ​ຝຶກ​ອົບຮົມ ​ໂດຍ​ຕິດ​ກັບ​ກົນ​ໄກ​ໃນ​ການ​ຮັບ​ສະໝັກ, ນຳ​ໃຊ້, ​ໃຫ້​ຄ່າ​ຕອບ​ແທນ​ທີ່​ດີ​ຕໍ່​ຜູ້​ທີ່​ເກັ່ງ​ກ້າ​ສາມາດ, ຍູ້​ແຮງ​ການ​ຄົ້ນຄວ້າ, ມອບ​ໂອນ, ປະ​ຢຸກ​ໃຊ້​ ແລະ​ ພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ​ນະ​ວັດຕະ​ກຳ​ສ້າງສັນ; ສົ່ງ​ເສີມ​ຄວາມ​ປາດ​ຖະໜາ​ພັດທະນາ​ປະ​ເທດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ມີ​ຄວາມສຸກ, ​ເສີມ​ຂະຫຍາຍຄຸນຄ່າ​ວັດທະນະທຳ, ກຳລັງ​ແຮງ​ຂອງ​ຄົນ​ຫວຽດນາມ, ນ້ຳ​ໃຈ​ສາມັກຄີ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ ​ໃນ​ພາ​ລະ​ກິດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

(3) ກໍ່ສ້າງ​ລະບົບ​ໂຄງ​ສ້າງ​ພື້ນຖານ​ທີ່​ຄົບ​ຊຸດ​ແລະ​ທັນ​ສະ​ໄໝທັງ​ດ້ານ​ເສດຖະກິດ​ແລະ​ສັງຄົມ; ບຸລິມະສິດ​ການ​ພັດທະນາ​​ໂຄງ​ການ​ຈຸດ​ສຸມ​ແຫ່ງ​ຊາດຈຳນວນ​ໜຶ່ງ​ທາງ​ດ້ານຄົມມະນາຄົມ ທີ່​ຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ; ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ພັດທະນາໂຄງສ້າງພື້ນຖານຂໍ້ມູນຂ່າວສານແລະໂທລະຄົມມະນະ​ຄົມ, ສ້າງ​ພື້ນຖານ​ໃຫ້​ແກ່​ການ​ປ່ຽນ​ດິຈິ​ຕອນ​ແຫ່ງ​ຊາດ, ການ​ພັດທະນາ​ເສດຖະກິດ​ດິຈິ​ຕອນ, ສັງຄົມ​ດິຈິ​ຕອນ​ເທື່ອ​ລະ​ກ້າວ.

II- ຮັບຮອງເອົາບົດລາຍງານການເມືອງ, ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ - ສັງຄົມ 10 ປີແຕ່ປີ 2021-2030, ທິດ​ທາງ, ໜ້າ​ທີ່​ການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2021-2025. ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນກາງ​ພັກສະ​ໄໝ​ທີ XIII, ອີງຕາມບົດລາຍງານອະທິບາຍ ຂອງ​ຄະນະ​ປະທານ​ກອງ​ປະຊຸມ​ໃຫຍ່, ຜົນການລົງຄະແນນສຽງ ​ເພື່ອ​ປັບປຸງໃຫ້ສຳເລັດ ແລະ ປະກາດ​ໃຊ້​ຢ່າງ​ເປັນ​ທາງ​ການ.

III- ຮັບຮອງເອົາບົດລາຍງານສະຫຼຸບວຽກງານກໍ່ສ້າງພັກ ​ແລະ​ການ​ປະຕິບັດ​ກົດ​ລະບຽບ​​ພັກ ຂອງຄະນະບໍລິຫານງານສູນກາງພັກສະ​ໄໝ​ທີ XII; ​ຕົກລົງ​ທີ່​ຈະ​ບໍ່​ແກ້​ໄຂ​ເພີ່ມ​ເຕີມ​ກົດ​ລະບຽບ​​ພັກ​ສະບັບ​ປະຈຸ​ບັນ. ມອບ​ໃຫ້​ຄະນະ​ບໍລິຫານ​ງານ​ສູນກາງ​ພັກ​ສະ​ໄໝ​ທີ XIII, ຊີ້​ນຳ​ການ​ຄົ້ນຄວ້າ, ຮັບ​ເອົາ​ ເພື່ອ​ດັດ​ປັບຜ່ານຂໍ້​ກຳນົດ, ຄໍາ​ແນະນໍາສູນກາງ; ​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມ​ກວດກາ, ຮັບປະກັນ​ການ​ປະຕິບັດ​ກົດ​ລະບຽບ​ພັກ​ຢ່າງ​ເຂັ້ມ​ງວດ, ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ.  

IV- ຮັບຮອງເອົາບົດລາຍງານກ່ຽວກັບການສຳ​ຫຼວດການນຳພາ, ຊີ້​ນຳ​ຂອງຄະນະບໍລິຫານງານສູນກາງພັກສະ​ໄໝທີ XII ທີ່ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII. ມອບໃຫ້ຄະນະບໍລິຫານງານສູນກາງພັກສະ​ໄໝທີ XIII ຮັບເອົາຄວາມຄິດເຫັນ ຂອງ​ກອງ​ປະຊຸມ​ໃຫຍ່, ເສີມຂະຫຍາຍ​ຈຸດ​ດີ, ແກ້ໄຂຂໍ້ບົກຜ່ອງ, ຍົກ​ສູງຄຸນ​ນະພາ​ບ ​ແລະ​ປະສິດທິ​ຜົນຂອງການນຳພາ ຊີ້​ນຳໃນໄລຍະຕໍ່ໄປ.

V- ກອງ​ປະຊຸມ​ໃຫຍ່​ເຫັນ​ດີ​ໃຫ້​ສະຫາຍ​ຫງວຽນ​ຝູຈ້ອງ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XII ໄດ້​ເລືອກ​ຕັ້ງຄະນະ​ບໍລິຫານ​ສູນ​ກາງ​ພັກ​ແລະ​ກົມ​ການ​ເມືອງສະ​ໄໝທີ XIII ອີກ​ຄັ້ງ, ​ເພື່ອ​ຮັບ​ການເລືອກຕັ້ງ​ເປັນ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ສະ​ໄໝທີ XIII.

VI- ຮັບຮອງ​ເອົາ​ຜົນ​ການ​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XIII ປະກອບ​ດ້ວຍ 200 ສະຫາຍ, ​ໃນ​ນັ້ນກຳມະການສົມບູນ 180 ສະຫາຍ ແລະ ກຳມະການສໍາຮອງ 20 ສະຫາຍ.

VII- ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XIII ​ແລະ ​ບັນດາຄະນະ​ບໍລິຫານ​ງານ​ພັກ​ແລະການຈັດ​ຕັ້ງ​ພັກທຸກ​ຂັ້ນ ນຳພາແລະຊີ້ນຳການ​ຜັນ​ຂະຫຍາຍ​ ແລະ ຈັດ​ຕັ້ງ​ປະຕິບັດ​ແນວທາງ​ແລະ​ບັນດາ​ແຜນ​ນະ​ໂຍບາຍທີ່ກຳນົດ​ໄວ້​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງທີ XIII ​ໃຫ້ສຳ​ເລັດ​ມີ​ໄຊ.

ກອງ​ປະຊຸມ​ໃຫຍ່​ຮຽກຮ້ອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ, ພີ່ນ້ອງ​ຮ່ວມ​ຊາດ​ໃນ​​ປະ​ເທດ​ແລະຢູ່​ຕ່າງປະ​ເທດ ຈົ່ງ​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ ນ້ຳໃຈ​ຮັກ​ຊາດ, ຈິດ​ໃຈ​ຊາດ, ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ຄຸນຄ່າ​ວັດ​ທະທຳ, ຄວາມ​ປາດ​ຖະໜາ​ພັດທະນາ​ປະ​ເທດ, ກຳລັງ​ແຮງ​ຂອງ​ຄົນ​ຫວຽດນາມ, ບົດບາດ​ຂອງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ຂອງການ​ປ່ຽນ​ແປ​ງ​ໃໝ່​ປະດິດ​ສ້າງ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​​ໃຫ້ສຳ​ເລັດ​ມີ​ໄຊ ​ເພື່ອ​ໃຫ້​ປະ​ເທດ​ເຮົາ​ພັດທະນາ​ຢ່າງ​ໄວວາ​ແລະຍືນຍົງ​ກວ່າ​ອີກ, ສ້າງຜົນງານ​ການ​ພັດທະນາ​ມະຫັດສະຈັນ​ໃໝ່ ​ເພື່ອ​​ໃຫ້ປະ​ເທດ​ຫວຽດນາມຈະເລີນຮຸ່ງເຮືອງແລະມີຄວາມສຸກ, ພ້ອມ​ກັນ​ກ້າວ​ໄປ​ຂ້າງ​ໜ້າ, ຄຽງ​ບ່າ​ຄຽງໄຫຼ່ກັບບັນດາ​ປະ​ເທດ​ມະຫາ​ສຳນາດ​ໃນຫ້າທະວີບ, ປະສົບຜົນສຳ​ເລັດ​ໃນ​ການ​ປະຕິບັດຄວາມປາດຖະໜາຂອງປະທານໂຮ່ຈີມິນຜູ້ຍິ່ງໃຫຍ່ ແລະ ຄວາມ​ປາດ​ຖະໜາ​ຂອງປະຊາຊາດ​ເຮົາທັງໝົດ./.

-----------------------------

  • ​ແຫຼ່ງ ວາລະສານ​ກອມ​ມູນິດ ສະບັບ​ທີ 959 (​ເດືອນ​ກຸ​ມພາ 2021)