ການພົວພັນລະຫວ່າງລັດ, ຕະຫຼາດ ແລະ ສັງຄົມ
ໃນການຄຸ້ມຄອງການພັດທະນາສັງຄົມ - ບັນຫາທີ່ວາງອອກ
ສຳລັບການພັດທະນາສັງຄົມດິຈິຕອນ ຕາມຈິດໃຈຂອງ
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ໃນການຄຸ້ມຄອງການພັດທະນາສັງຄົມ - ບັນຫາທີ່ວາງອອກ
ສຳລັບການພັດທະນາສັງຄົມດິຈິຕອນ ຕາມຈິດໃຈຂອງ
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
1. ລັດ, ຕະຫຼາດ ແລະ ສັງຄົມແມ່ນສາມອົງປະກອບທີ່ກ່ຽວຂ້ອງກັນໃນການຄຸ້ມຄອງການພັດທະນາສັງຄົມ. ການຄຸ້ມຄອງການພັດທະນາສັງຄົມ ກ່ອນອື່ນໝົດຕ້ອງອີງໃສ່ສະຖາບັນຂອງລັດ ເຊິ່ງຈັດຂຶ້ນຕາມລັດຖະທຳມະນູນແລະກົດໝາຍ, ສ້າງ “ກົດລະບຽບຂອງເກມ” ສໍາລັບຜູ້ຮ່ວມການຕະຫຼາດ ແລະ ວາງຂອບກົດໝາຍ ເພື່ອຮັບປະກັນໃຫ້ບັນດາອົງການ ແລະ ພົນລະເມືອງ ສາມາດເຮັດສິ່ງທີ່ກົດໝາຍບໍ່ໄດ້ຫ້າມ; ສະຖາບັນທາງວິສາຫະກິດ ດ້ວຍບັນດາກົດບັດ, ກົດລະບຽບ ແລະ ວັດທະນະທໍາວິສາຫະກິດ ມີບົດບາດໃນການດັດປັບການເຄື່ອນໄຫວຂອງວິສາຫະກິດຕາມກົນໄກຕະຫຼາດ ແລະ ປະຕິບັດຕາມລະບຽບທາງກົດໝາຍ; ສະຖາບັນທາງສັງຄົມທີ່ມີກົດລະບຽບທີ່ເປັນລາຍລັກອັກສອນແລະບໍ່ໄດ້ຂຽນໄວ້, ກົດລະບຽບຂອງອົງການຈັດຕັ້ງສັງຄົມ ທີ່ດັບປັບການພົວພັນທາງສັງຄົມ ແລະ ສະມາຊິກແຕ່ລະລາຍຂອງອົງການຈັດຕັ້ງສັງຄົມ.
ການຄຸ້ມຄອງການພັດທະນາສັງຄົມຍັງອີງໃສ່ບັນດາສະຖາບັນເຊັ່ນ: ການຈັດຕັ້ງກົງຈັກຂອງລັດ, ໜ່ວຍບໍລິການສາທາລະນະ, ໜ່ວຍບໍລິການເອກະຊົນ, ອົງການຈັດຕັ້ງເສດຖະກິດ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງຊຸມຊົນ ແລະອື່ນໆ.
ຕິດພັນກັບສະຖາບັນແລະລະບຽບລະບອບທັງສາມປະເພດທີ່ກ່າວມາຂ້າງເທິງໃນການຄຸ້ມຄອງການພັດທະນາສັງຄົມ ແມ່ນກົນໄກປະສົມປະສານກັບການຄຸ້ມຄອງບໍລິຫານ (ເຊັ່ນ ການຈັດສັນງົບປະມານ), ຫຼັກການຕະຫຼາດ (ເຊັ່ນ ການນຳໃຊ້ຫຼັກການການແຂ່ງຂັນໃນການເຂົ້າເຖິງແຫຼ່ງເງິນລົງທຶນຂອງລັດ ໂດຍບໍ່ຈຳແນກພາກລັດ ຫຼືນອກພາກລັດ) ແລະກົນໄກຊຸມຊົນ (ເຊັ່ນ ການຄຸ້ມຄອງຕົນເອງໃນຊຸມຊົນໝູ່ບ້ານ, ການຄຸ້ມຄອງຕົນເອງຂອງອົງການຈັດຕັ້ງສັງຄົມ). ການພັດທະນາສັງຄົມຕ້ອງການຊັບພະຍາກອນທີ່ຫຼາກຫຼາຍຢູ່ສະເໝີ, ຕັ້ງແຕ່ຊັບພະຍາກອນຂອງລັດ (ການເງິນງົບປະມານ, ການລົງທຶນສາທາລະນະ, ທີ່ດິນ, ຄວາມຮູ້, ກຳລັງຄົນ, ວິທະຍາສາດ-ເຕັກໂນໂລຊີ, ຊັບພະຍາກອນດິຈິຕອນ ແລະອື່ນໆ), ຊັບພະຍາກອນຂອງວິສາຫະກິດ (ທຶນ, ຄວາມຮູ້ດ້ານການຄຸ້ມຄອງ, ວິທະຍາສາດ-ເຕັກໂນໂລຊີ, ກຳລັງຄົນ ແລະອື່ນໆ), ຈົນເຖິງແຫຼ່ງຊັບພະຍາກອນສັງຄົມ (ທີ່ດິນ, ເງິນທຶນ, ຊັບພະຍາກອນວັດທະນະທຳ, ກຳລັງຄົນ ແລະອື່ນໆ).
ການພົວພັນລະຫວ່າງລັດ, ຕະຫຼາດ ແລະ ສັງຄົມໃນການຄຸ້ມຄອງການພັດທະນາສັງຄົມ ສະແດງອອກໃນຫຼາຍດ້ານຄື: ລະຫວ່າງອັດຕະພາບຄຸ້ມຄອງ ແລະ ເປົ້າໝາຍການຄຸ້ມຄອງ; ລະຫວ່າງບັນດາອັດຕະພາບຕະຫຼາດ; ລະຫວ່າງຊົນຊັ້ນສັງຄົມ, ຊຸມຊົນສັງຄົມ, ອົງການຈັດຕັ້ງສັງຄົມ, ສະຖາບັນທາງສັງຄົມ ກັບລັດ ແລະ ຕະຫຼາດ; ລະຫວ່າງຜົນປະໂຫຍດສາທາລະນະ ກັບຜົນປະໂຫຍດຂອງວິສາຫະກິດ, ຜົນປະໂຫຍດຂອງແຕ່ລະຊັ້ນຄົນແລະຊຸມຊົນສັງຄົມ; ລະຫວ່າງຊັບພະຍາກອນຂອງລັດ ກັບຊັບພະຍາກອນຂອງວິສາຫະກິດ ແລະ ຊັບພະຍາກອນສັງຄົມ. ທາດແທ້ທີ່ເລິກເຊິ່ງຂອງການພົວພັນລະຫວ່າງລັດ, ຕະຫຼາດ ແລະ ສັງຄົມ ແມ່ນການປະສົມປະສານ, ການເພີ່ມຂໍ້ດີ ຫຼຸດຜ່ອນຂໍ້ບົກພ່ອງຂອງກັນແລະກັນ ເພື່ອເພີ່ມປະສິດທິພາບເປົ້າໝາຍການຄຸ້ມຄອງສັງຄົມຢູ່ຫວຽດນາມ. “ຊຸດອົງປະກອບທັງສາມ” ລັດ, ຕະຫຼາດ ແລະ ສັງຄົມນີ້ ຈະສົມທົບກັນຢ່າງໃກ້ຊິດກົມກຽວ, ຊົດເຊີຍຂໍ້ບົກພ່ອງ ແລະ ເພີ່ມຂໍ້ໄດ້ປຽບຂອງກັນແລະກັນໄດ້ ເມື່ອອົງປະກອບເຫຼົ່ານັ້ນຖືກຈັດວາງຢູ່ໃນການປັບປຸງໂດຍລວມ ຂອງພື້ນຖານເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະ ປະຊາທິປະໄຕສັງຄົມນິຍົມ. ຖ້າເນັ້ນໜັກພຽງອົງປະກອບໃດໜຶ່ງໃນ “ຊຸດອົງປະກອບທັງສາມ” ລັດ, ຕະຫຼາດ ແລະສັງຄົມນີ້ ຈະກໍ່ໃຫ້ເກີດຄວາມຂັດແຍ່ງ, ເຮັດໃຫ້ “ຂໍ້ບົດພ່ອງ” ຂອງແຕ່ລະອົງປະກອບຮຸນແຮງຂຶ້ນ ແລະ ເຖິງຂັ້ນຕໍ່ຕ້ານກັນ, ສົ່ງຜົນກະທົບທາງລົບຕໍ່ການຄຸ້ມຄອງການພັດທະນາສັງຄົມ.
ລັດແຫ່ງອຳນາດກົດໝາຍສັງຄົມນິຍົມເຊີດຊູຈິດໃຈເຄົາລົບນັບຖືກົດໝາຍ ແລະ ຈັນຍາບັນການງານສາທາລະນະ; ລະບົບເສດຖະກິດຕະຫຼາດທີ່ທັນສະໄໝ, ຄົບຖ້ວນ, ໃຫ້ຄວາມສຳຄັນກັບການປະຕິບັດກົດໝາຍ ແລະ ຄວາມຊື່ສັດທາງທຸລະກິດ; ສັງຄົມອາລະຍະທຳ, ປະຊາທິປະໄຕທີ່ດຳເນີນການບົນພື້ນຖານຂອງຫຼັກນິຕິທຳ ບວກກັບການດັດປັບຂອງຈັນຍະບັນທາງສັງຄົມ. ສັງຄົມທີ່ພັດທະນາຍາມໃດກໍຕ້ອງມີກົດໝາຍທີ່ຍຸດຕິທຳ ແລະ ເປັນກາງ, ລັດດຳເນີນງານຕາມຫຼັກນິຕິທຳ, ປົກປ້ອງສິດທິມະນຸດ ແລະ ສິດທິພົນລະເມືອງ. ຄວາມເປັນຫຼັກສູງສຸດຂອງກົດໝາຍ ໄດ້ຮັບການປະຕິບັດຕາມໂດຍທຸກອົງການຈັດຕັ້ງ ແລະ ພົນລະເມືອງທຸກຄົນ, ແລະ ເມື່ອເວລາຜ່ານໄປ ມັນກໍຈະກາຍເປັນນິໄສຂອງການມີລະບຽບວິໄນໃນຕົນເອງ. ຫຼັກນິຕິທຳບໍ່ພຽງແຕ່ນຳໃຊ້ກັບວິສາຫະກິດ, ສັງຄົມ ແລະ ປະຊາຊົນເທົ່ານັ້ນ, ແຕ່ກ່ອນອື່ນໝົດແມ່ນນຳໃຊ້ໃນອົງການຂອງລັດ ແລະ ລັດຖະກອນ. ສັງຄົມຍິ່ງພັດທະນາ ຍິ່ງຊຸກຍູ້ໃຫ້ວິສາຫະກິດເອກະຊົນຫຼາຍແຫ່ງ ເຄື່ອນໄຫວປະຕິບັດໜ້າທີ່ຮັບຜິດຊອບຕໍ່ສັງຄົມ ແລະ ຂະຫຍາຍຜົນປະໂຫຍດໃຫ້ຜູ້ອອກແຮງງານ, ຮັບປະກັນສິດຂອງຜູ້ອອກແຮງງານ ແລະ ເຂົ້າຮ່ວມການບໍລິການສັງຄົມຕາມຫຼັກການບໍ່ຫວັງຜົນກຳໄລ. ບັນດາອົງການຈັດຕັ້ງສັງຄົມກໍໝູນໃຊ້ວິທີການຄຸ້ມຄອງບໍລິການວິສາຫະກິດ ເພື່ອສາມາດເພີ່ມຂະໜາດຂອງກອງທຶນ ແລະ ຊຸກຍູ້ການເຕີບໂຕທາງດ້ານການເງິນ, ຈາກນັ້ນຈະບັນລຸເປົ້າໝາຍ, ພາລະກິດ ແລະ ຄຸນຄ່າດ້ານຈັນຍາບັນຂອງອົງການໄດ້ດີກວ່າເກົ່າ. ສາມາດເວົ້າໄດ້ວ່າ, ຫຼັກນິຕິທຳ, ຈັນຍາບັນການງານສາທາລະນະ, ຄວາມຊື່ສັດທາງທຸລະກິດ ແລະ ຈັນຍາບັນທາງສັງຄົມ ແມ່ນ “ສ່ວນຮ່ວມ” ທີ່ຮັບປະກັນໃຫ້ລັດ, ຕະຫຼາດ ແລະ ສັງຄົມສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ເພີ່ມເຕີມໃຫ້ແກ່ກັນແລະກັນ ແລະ ພ້ອມກັນຊຸກຍູ້ການພັດທະນາແບບຍືນຍົງໂດຍລວມຂອງສັງຄົມ. ແລະ, ການນຳພາທີ່ຖືກຕ້ອງ, ສະຫຼາດສ່ອງໃສຂອງພັກມີບົດບາດຕັດສິນຊີ້ຂາດ ຕໍ່ການປະສານງານຢ່າງແໜ້ນແຟ້ນແລະມີປະສິດທິຜົນລະຫວ່າງລັດ, ຕະຫຼາດ ແລະ ສັງຄົມ ໃນການຄຸ້ມຄອງການພັດທະນາສັງຄົມຢູ່ຫວຽດນາມໃນປະຈຸບັນ.
2. ດ້ານບວກຂອງເສດຖະກິດຕະຫຼາດແມ່ນການຈັດສັນຊັບພະຍາກອນຢ່າງມີປະສິດທິຜົນ; ສົ່ງເສີມເສລີພາບໃນການແຂ່ງຂັນ, ປ່ຽນແປງໃໝ່ເຕັກໂນໂລຊີ, ຍົກສູງປະສິດທິພາບແຮງງານ ແລະ ລົບລ້າງວິສາຫະກິດທີ່ອ່ອນແອ; ຊຸກຍູ້ຂະບວນການປະດິດສ້າງຂອງຄົນງານ, ພັດທະນາກຳລັງການຜະລິດ, ເພີ່ມທະວີຄວາມຮັ່ງມີດ້ານວັດຖຸ. ເສີມຂະຫຍາຍຄວາມປະດິດສ້າງ ແລະ ຄວາມຂະຫຍັນຂັນເຄື່ອນຂອງຜູ້ອອກແຮງງານ, ພັດທະນາກຳລັງການຜະລິດ ແລະ ສ້າງຄວາມຮັ່ງມີທາງວັດຖຸທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຢ່າງໃດກໍຕາມ, ເສດຖະກິດຕະຫຼາດກໍມີ “ຂໍ້ບົກພ່ອງ” ບາງຢ່າງເຊັ່ນ ມັນມັກຈະເອົາໃຈໃສ່ກັບຄວາມຕ້ອງການທີ່ສາມາດຈ່າຍໄດ້ ແລະ ຊັບພະຍາກອນການລົງທຶນທີ່ມຸ້ງໄປຫາສະຖານທີ່ທີ່ມີກໍາໄລຫຼາຍ, ດັ່ງນັ້ນ ມັນຈຶ່ງສົນໃຈກັບການຜະລິດສິນຄ້າແລະບໍລິການສາທາລະນະ, ເຖິງຂັ້ນ ເພື່ອເພີ່ມຜົນກໍາໄລສູງສຸດ ວິສາຫະກິດເຕັມໃຈທີ່ຈະເສຍສະລະຜົນປະໂຫຍດສາທາລະນະ (ເຊັ່ນ: ກໍ່ໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ, ການເຮັດສິນຄ້າປອມ). ໃນລະບົບເສດຖະກິດຕະຫຼາດ, ການແຈກຢາຍທີ່ບໍ່ຍຸຕິທຳນຳໄປສູ່ການແບ່ງຂົ້ວຄວາມຮັ່ງມີ, ການຜັນແຍກຄົນຮັ່ງມີແລະຄົນທຸກ, ການແບ່ງຊັ້ນມາດຕະຖານການເປັນຢູ່ ແລະ ຄວາມແຕກຕ່າງໃນລະດັບການພັດທະນາລະຫວ່າງພາກພື້ນ; ການແຂ່ງຂັນທີ່ບໍ່ສົມບູນແບບເຮັດໃຫ້ປະສິດທິພາບຂອງກົນໄກຕະຫຼາດຫຼຸດລົງ ແລະ ການຜູກຂາດປະກົດຂຶ້ນ; ລັກສະນະເກີດເອງຂອງຕະຫຼາດມັກຈະເຮັດໃຫ້ເກີດວິກິດການເສດຖະກິດຮອບວຽນ ທີ່ສົ່ງຜົນກະທົບໄລຍະຍາວ.
ດັ່ງນັ້ນ, ການນຳໃຊ້ບົດບາດຂອງລັດຢ່າງເໝາະສົມແລະສະຫຼາດຄ່ອງແຄ້ວ, ສົມທົບກັບການເສີມຂະຫຍາຍກຳລັງແຮງຂອງສັງຄົມຢ່າງຄົບຖ້ວນ ແມ່ນວິທີທີ່ສຳຄັນທີ່ສຸດໃນການສົ່ງເສີມດ້ານບວກ ແລະ ແກ້ໄຂ “ຂໍ້ບົກພ່ອງ” ຂອງຕະຫຼາດ, ໂດຍສະເພາະ:
ທີໜຶ່ງ, ປັບປຸງບູລະນະລະບຽບລະບອບການປົກປ້ອງສິດໃນຊັບສິນຂອງທຸກອົງການຈັດຕັ້ງ ແລະ ບຸກຄົນ; ສ້າງ “ສະໜາມຫຼິ້ນ” ທີ່ຍຸຕິທຳສຳລັບບັນດາຫົວໜ່ວຍຕະຫຼາດທີ່ມີທຸລະກິດເສລີ, ມີການແຂ່ງຂັນຢ່າງຍຸດຕິທຳ, ຕໍ່ສູ້ຕ້ານການຜູກຂາດ ແລະ ກຳຈັດ “ກຸ່ມສະແຫວງຫາຜົນກຳໄລ”. ບັນດາເຄື່ອງມື, ນະໂຍບາຍ ແລະ ແຫຼ່ງກຳລັງຂອງລັດໄດ້ຮັບການນຳໃຊ້ ເພື່ອຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ; ຮັບປະກັນບັນດາຄວາມສົມດຸນທີ່ສຳຄັນຂອງລະບົບເສດຖະກິດ; ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເປີດເຜີຍ ແລະ ໂປ່ງໃສ ເພື່ອໃຫ້ວິສາຫະກິດດຳເນີນທຸລະກິດ; ດັດປັບ, ກຳນົດທິດທາງ ແລະ ຊຸກຍູ້ການພັດທະນາເສດຖະກິດ ຕິດກັບການພັດທະນາວັດທະນະທຳ ສັງຄົມ ແລະ ປົກປ້ອງສິ່ງແວດລ້ອມ, ຮັບປະກັນການປ້ອງກັນປະເທດ ແລະ ປ້ອງກັນຄວາມໝັ້ນຄົງ.
ທີສອງ, ແຈກຢາຍລາຍໄດ້ຄືນໃໝ່ ຜ່ານລະບົບສະຫວັດດີການສັງຄົມ ເພື່ອແກ້ໄຂຜ່ານຜ່າຄວາມບໍ່ຍຸຕິທໍາທາງສັງຄົມທີ່ເກີດຂຶ້ນຫຼັງຈາກການແຈກຢາຍຄັ້ງທໍາອິດ. ສະຫວັດດີການສັງຄົມໃນລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໄດ້ຮັບປະກັນໂດຍການເຂົ້າຮ່ວມຂອງຫຼາຍອັດຕະພາບ, ໃນນັ້ນ ລັດມີບົດບາດເປັນເຈົ້ານຳພາ, ຮາກຖານແມ່ນບໍລິການສາທາລະນະຂັ້ນພື້ນຖານແລະຈຳເປັນ (ບໍ່ເສຍຄ່າ ຫຼືຄ່າທໍານຽມຜູ້ໃຊ້ຕ່ຳ), ເພີ່ມຕື່ມສິນຄ້າແລະບໍລິການທີ່ພາກເອກະຊົນບໍ່ໄດ້ຜະລິດ, ຕອບສະໜອງຄວາມຕ້ອງການດ້ານວັດຖຸແລະຈິດໃຈຂອງປະຊາຊົນ. ໃນລະບົບເສດຖະກິດຕະຫຼາດ, ລັດສາມາດອະນຸຍາດໃຫ້ພາກສ່ວນທີ່ບໍ່ແມ່ນລັດສະໜອງບໍລິການສາທາລະນະຈໍານວນຫນຶ່ງ, ສົ່ງເສີມການແຂ່ງຂັນ ແລະ ໃຊ້ຄວາມພໍໃຈຂອງປະຊາຊົນເປັນຕົວຊີ້ວັດຄຸນນະພາບການບໍລິການ.
ທີສາມ, ຮັບປະກັນຄວາມປອດໄພທາງສັງຄົມໂດຍອີງໃສ່ກົນໄກປະກອບສ່ວນ - ຮັບຜົນປະໂຫຍດ ແລະ ການແບ່ງປັນ, ຊ່ວຍໃຫ້ຜູ້ຄົນຮັກສາລາຍໄດ້ຂັ້ນຕ່ຳຢູ່ສະເໝີ, ປ້ອງກັນຄວາມສ່ຽງແລະການສູນເສຍແຮງງານ ໃນຂະນະທີ່ຍັງໄດ້ຮັບການປົກປ້ອງແລະການດູແລ, ບໍ່ຕົກຢູ່ໃນຄວາມທຸກຍາກສຸດຂີດ. ລະບົບຄວາມປອດໄພທາງສັງຄົມໂດຍອີງໃສ່ກົນໄກປະກອບສ່ວນ - ຮັບຜົນປະໂຫຍດ ແລະ ການແບ່ງປັນ, ໄດ້ຮັບການສະໜັບສະໜູນຈາກລັດ, ໃນນັ້ນມີການໜູນຊ່ວຍດ້ານງົບປະມານ ເພື່ອປະຕິບັດສະຫວັດດີການສັງຄົມຈຳນວນໜຶ່ງທີ່ມີພາລະບົດບາດຮັກສາຄວາມປອດໄພທາງສັງຄົມ ເຊັ່ນ: ໜູນຊ່ວຍຄົນທຸກຍາກແລະຄົນຊົນເຜົ່າສ່ວນໜ້ອຍຊື້ປະກັນສຸຂະພາບ, ການຊ່ວຍເຫຼືອດ້ານເງິນສົດໃຫ້ແກ່ຜູ້ທີ່ສູນເສຍວຽກເຮັດງານທຳຍ້ອນໄພທຳມະຊາດ ຫຼື ພະຍາດລະບາດ, ເຊັ່ນ ໃນໄລຍະການແຜ່ລະບາດຂອງໂຄວິດທີ-19.
ທີສີ່, ລັດລົງທຶນໃສ່ຂົງເຂດທີ່ພາກເອກະຊົນບໍ່ເຮັດ ຫຼື ຍັງບໍ່ທັນເຮັດ. ນັ້ນແມ່ນການລົງທຶນພັດທະນາໂຄງສ້າງພື້ນຖານ, ການພັດທະນາບໍລິການສາທາລະນະຂັ້ນພື້ນຖານແລະຈຳເປັນ, ການສ້າງສະພາບແວດລ້ອມທີ່ນຳພາ ແລະ ດຶງດູດແຫຼ່ງຊັບພະຍາກອນເອກະຊົນຕາມຄຳຂວັນ “ໃຊ້ການລົງທຶນພາກລັດນຳພາການລົງທຶນພາກເອກະຊົນ”. ນັ້ນແມ່ນການລົງທຶນເພື່ອສ້າງຕະຫຼາດທີ່ມີທ່າແຮງ (ເຊັ່ນ: ຕະຫຼາດວິທະຍາສາດແລະເຕັກໂນໂລຢີ) ທີ່ພາກເອກະຊົນຍັງບໍ່ທັນລົງທຶນ, ເມື່ອຕະຫຼາດໄດ້ຮັບການສ້າງຂຶ້ນ ແລະ ມີຄວາມໜ້າສົນໃຈພໍທີ່ຈະດຶງດູດພາກເອກະຊົນເຂົ້າຮ່ວມໄດ້ ລັດກໍອາດຈະໂອນເງິນລົງທຶນໄປໃຫ້ພາກເອກະຊົນ, ສ້າງຂະແໜງການແລະອາຊີບໃໝ່.
ທີຫ້າ, ສົ່ງເສີມຄວາມຊື່ສັດທາງທຸລະກິດ, ປະຕິບັດການເປີດເຜີຍ ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ ໃນການອະທິບາຍລາຍງານຂອງວິສາຫະກິດ ໂດຍຕິດກັບການເພີ່ມທະວີການກວດກາ, ຕິດຕາມກວດກາການປະຕິບັດກົດໝາຍຂອງວິສາຫະກິດ. ການສົ່ງເສີມຄວາມຊື່ສັດທາງທຸລະກິດຊ່ວຍໃຫ້ວິສາຫະກິດເຊື່ອມໂຍງການຄົ້ນຫາຜົນກໍາໄລ ດ້ວຍການປະຕິບັດຕາມຄວາມຮັບຜິດຊອບຂອງພວກເຂົາ ໃນການປົກປ້ອງສິ່ງແວດລ້ອມ, ເຄົາລົບສິດຂອງພະນັກງານໃນທຸລະກິດ ແລະ ສິດຂອງຜູ້ບໍລິໂພກ. ເຊີດຊູຄວາມຊື່ສັດທາງທຸລະກິດ ຊ່ວຍໃຫ້ວິສາຫະກິດເຊື່ອມໂຍງການຄົ້ນຫາຜົນກຳໄລ ກັບຄວາມຮັບຜິດຊອບໃນການປົກປ້ອງສິ່ງແວດລ້ອມ, ເຄົາລົບສິດຂອງຜູ້ອອກແຮງງານໃນວິສາຫະກິດ ແລະ ສິດຜົນປະໂຫຍດຂອງຜູ້ບໍລິໂພກ. ການເປີດເຜີຍ ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃນການອະທິບາຍລາຍງານ ແມ່ນພື້ນຖານເພື່ອໃຫ້ບັນດາອົງການລັດ, ສື່ມວນຊົນ - ໜັງສືພິມ ແລະ ສັງຄົມ ຕິດຕາມກວດກາການຜະລິດ ທຸລະກິດຂອງວິສາຫະກິດ, ກວດຈັບ ສະກັດກັ້ນ ແລະ ຂະຈັດການດຳເນີນທຸລະກິດທີ່ຜິດກົດໝາຍ ແລະ ການລະເມີດມາດຕະຖານຈັນຍາບັນທາງສັງຄົມ.
ທີຫົກ, ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສັງຄົມ-ວິຊາຊີບ ໃນການຊຸກຍູ້ການເຊື່ອມໂຍງ, ການຮ່ວມມື ແລະ ການດັດປັບການພົວພັນທາງຕະຫຼາດ, ປະກອບສ່ວນຫຼຸດຜ່ອນລັກສະນະເກີດເອງຂອງຕະຫຼາດ, ສ້າງຄວາມສົມດຸນລະຫວ່າງການສະໜອງແລະຄວາມຕ້ອງການ ແລະ ປ້ອງກັນຄວາມສ່ຽງຂອງວິກິດການຮອບວຽນ. ຮັບປະກັນຄວາມສົມດຸນລະຫວ່າງອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງສັງຄົມ-ວິຊາຊີບ ເມື່ອມີອິດທິພົນຕໍ່ນະໂຍບາຍ, ການຈຳກັດບໍ່ໃຫ້ “ກຸ່ມສະແຫວງຫາຜົນກຳໄລ” ຫາວິທີຍາດເອົາຄວາມໄດ້ປຽບ ດ້ວຍການທຳລາຍຜົນປະໂຫຍດອັນຊອບທຳຂອງກຸ່ມສັງຄົມອື່ນໆ ໂດຍສະເພາະກຸ່ມຜູ້ດ້ອຍໂອກາດ.
ທີເຈັດ, ສຶກສາອົບຮົມ, ໂຄສະນາ ແລະ ສົ່ງເສີມຄວາມຫ້າວຫັນ ຄວາມຕັ້ງໜ້າຂອງຊຸມຊົນ, ຄອບຄົວ ແລະ ຜູ້ບໍລິໂພກແຕ່ລະຄົນ ເມື່ອເຂົ້າຮ່ວມໃນການພົວພັນຕະຫຼາດ. ນັ້ນແມ່ນການຕື່ນຕົວຕໍ່ “ອາການຝູງຊົນ” ທີ່ສາມາດລົບກວນຕະຫຼາດ ພ້ອມທັງສ້າງພຶດຕິກຳຂອງຜູ້ບໍລິໂພກທີ່ສະຫຼາດ ອັນພາໃຫ້ນັກທຸລະກິດເອົາໃຈໃສ່ເຖິງຈັນຍາບັນທາງທຸລະກິດ, ເຄົາລົບຜົນປະໂຫຍດຂອງຜູ້ບໍລິໂພກ ແລະ ຫຼຸດຜ່ອນຜົນກະທົບທາງລົບຈາກພາຍນອກ. ສົ່ງເສີມນ້ຳໃຈຊ່ວຍເຫຼືອເຊິ່ງກັນແລະກັນໃນສັງຄົມ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອຜູ້ອ່ອນແອ ແລະ ໂຊກຮ້າຍ.
3. ລັດເປັນອົງການພິເສດພຽງອົງການດຽວທີ່ມີສິດໃນການອອກກົດໝາຍ, ເກັບພາສີ ແລະ ເປັນເຈົ້າຂອງຊັບສິນສາທາລະນະ; ຈັດຕັ້ງກອງທັບ, ຕຳຫຼວດ, ສານ ແລະອື່ນໆ ເພື່ອຮັກສາອຳນາດສາທາລະນະ, ຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການພັດທະນາ. ແນວໃດກໍດີ, ລັດຍັງມັກພົບກັບ “ຄວາມບົກຜ່ອງທາງອຳນາດໂດຍກຳເນີດ” ເຊັ່ນ ການສໍ້ລາດບັງຫຼວງ, ອາດຍາສິດ, ການໃຊ້ອຳນາດໃນທາງທີ່ຜິດ ແລະ ການແຊກແຊງຢ່າງເລິກເຊິ່ງເຂົ້າໃນທຸກດ້ານຂອງຊີວິດເສດຖະກິດ-ສັງຄົມ, ເຮັດໃຫ້ “ຂໍ້ບົກພ່ອງ” ຂອງຕະຫຼາດແລະສັງຄົມຮ້າຍແຮງຂຶ້ນ. ນະໂຍບາຍ ແລະ ຊັບພະຍາກອນຂອງລັດ ມັກຖືກແກ່ດຶງໂດຍຜົນປະໂຫຍດພາກສ່ວນຂອງກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ການບໍລິການສາທາລະນະເປັນພື້ນທີ່ທີ່ຕົກຢູ່ໃນພາວະຢຸດຊະງັກ ແລະ ຂາດຄວາມຂັນແຂງໄດ້ງ່າຍ ເຊິ່ງທັງຈຳກັດຄຸນນະພາບການບໍລິການ ແລະ ເຮັດໃຫ້ຜູ້ຮັບຜົນປະໂຫຍດມີຄວາມຄິດເອື່ອຍອີງ ແລະ ຂາດຄວາມຮັບຜິດຊອບ, ໂດຍສະເພາະບໍລິການສາທາລະນະທີ່ບໍ່ເສຍຄ່າ. ຊັບພະຍາກອນຂອງລັດແມ່ນມີຈໍາກັດຢູ່ສະເໝີ, ເຮັດໃຫ້ມັນຍາກທີ່ຈະຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງສັງຄົມຢ່າງເຕັມສ່ວນ.
ດັ່ງນັ້ນ, ລັດພຽງແຕ່ສາມາດເສີມຂະຫຍາຍບົດບາດ ແລະ ຄວາມເຂັ້ມແຂງຂອງຕົນເປັນຢ່າງດີ ພ້ອມທັງຈຳກັດຂໍ້ບົກຜ່ອງແລະຄວບຄຸມອຳນາດໄດ້ຢ່າງມີປະສິດທິຜົນ ເມື່ອນຳໃຊ້ຫຼັກການຕະຫຼາດເຂົ້າໃນການບໍລິຫານສາທາລະນະຢ່າງເໝາະສົມ ແລະ ສົ່ງເສີມສິດປະຊາທິປະໄຕປະຊາຊົນຢ່າງເຕັມທີ່, ໂດຍສະເພາະ:
ທີໜຶ່ງ, ດຳເນີນການເປີດເຜີຍ ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃນການອະທິບາຍລາຍງານຂອງລັດ ເພື່ອໃຫ້ປະຊາຊົນແລະວິສາຫະກິດສາມາດເຂົ້າເຖິງຊັບພະຍາກອນຂອງລັດ ແລະ ບໍລິການສາທາລະນະຢ່າງຍຸຕິທຳ, ລົບລ້າງກົນໄກ “ຂໍ - ໃຫ້”. ສ້າງກົນໄກການລວບລວມ ເກັບກໍາ ແລະ ປະມວນຜົນ ຂໍ້ມູນການຕະຫຼາດແລະຜົນຕອບຮັບທາງສັງຄົມຢ່າງມີປະສິດທິຜົນ ເພື່ອວາງແຜນແລະບັງຄັບໃຊ້ກົດໝາຍແລະນະໂຍບາຍໃຫ້ສອດຄ່ອງກັບຄວາມເປັນຈິງ, ຈຳກັບທີ່ສຸດການແຊກແຊງແບບອັດຕະວິໄສຕາມລຳພັງໃຈ ໂດຍບໍ່ຄຳນຶງເຖິງກົດເກນພາວະວິໄສ. ປັບປຸງກົນໄກຄວບຄຸມອຳນາດລັດ ເພື່ອປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ພະຍາດອາດຍາສິດ ແລະ ປະກົດການຫຍໍ້ທໍ້.
ທີສອງ, ນຳໃຊ້ຫຼັກການຕະຫຼາດຈຳນວນໜຶ່ງເຂົ້າໃນການບໍລິຫານລັດຖະກິດ. ປະຍຸກໃຊ້ຮູບແບບ “ກຳມະສິດສາທາລະນະ, ຄຸ້ມຄອງເອກະຊົນ” ເພື່ອຍົກສູງປະສິດທິຜົນການຄຸ້ມຄອງອົງການບໍລິຫານ, ໜ່ວຍບໍລິການພາກລັດ ແລະ ລັດວິສາຫະກິດ, ໂດຍສະເພາະ ການຄຸ້ມຄອງບຸກຄະລາກອນ ແລະ ການຄຸ້ມຄອງຄຸນນະພາບຜະລິດຕະພັນ. ນຳໃຊ້ຫຼັກການແຂ່ງຂັນໃນການສະໜອງບໍລິການສາທາລະນະ ແລະເຂົ້າເຖິງຊັບພະຍາກອນຂອງລັດ ເຊັ່ນ: ການປະມູນຊຸດການລົງທຶນພາກລັດ ແລະ ການຈັດຊື້ຈັດຈ້າງພາກລັດ ເພື່ອໃຫ້ຊັບພະຍາກອນຂອງລັດຖືກຂຳໃຊ້ຢ່າງມີປະສິດທິຜົນ, ຈຳກັດການສໍ້ລາດບັງຫຼວງ ແລະການໃຊ້ຈ່າຍຟຸມເຟືອຍ, ຍົກສູງຄວາມຮັບຜິດຊອບຂອງພະນັກງານແລະລັດຖະກອນໃນການຮັບໃຊ້ປະຊາຊົນແລະວິສາຫະກິດ.
ທີສາມ, ສົ່ງເສີມຄວາມມຸ່ງມາດປາຖະໜາຂອງຊາດ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຄວາມຊື່ສັດທາງທຸລະກິດຂອງວິສາຫະກິດ. ຄວາມມຸ່ງມາດປາຖະໜາ ແລະເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ ແມ່ນແຮງຜັກດັນໃຫ້ວິສາຫະກິດສູ້ຊົນບືນຕົວຂຶ້ນ, ຮັກສາຕະຫຼາດພາຍໃນປະເທດ ແລະ ເຂົ້າເຖິງຕະຫຼາດໂລກ, ສາມາດແຂ່ງຂັນກັບວິສາຫະກິດຕ່າງປະເທດ, ປະກອບສ່ວນເສີມຂະຫຍາຍທ່າແຮງດ້ານເສດຖະກິດຂອງລັດ ແລະ ກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ. ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຄວາມຊື່ສັດທາງທຸລະກິດເຮັດໃຫ້ວິສາຫະກິດບໍ່ພຽງແຕ່ສະແຫວງຫາຜົນກຳໄລເທົ່ານັ້ນ, ແຕ່ຍັງແບ່ງປັນແລະຮ່ວມມືກັບລັດແລະສັງຄົມ ໃນການແກ້ໄຂບັນຫາສັງຄົມ, ເບິ່ງແຍງດູແລ ແລະ ປັບປຸງສະຫວັດດີການຜູ້ອອກແຮງງານໃນວິສາຫະກິດຢ່າງຕັ້ງໜ້າ.
ທີສີ່, ຍົກສູງປະສິດທິພາບການຕິດຕາກວດກາແລະການວິຈານສັງຄົມຂອງແນວໂຮມປະເທດບາດ, ຂອງບັນດາອົງການຈັດຕັ້ງການເມືອງ-ສົງຄົມ, ອົງການຈັດຕັ້ງສັງຄົມ, ປະຊາຊົນ ແລະ ສື່ມວນຊົນ-ໜັງສືພິມ. ການຮ່າງກົດໝາຍ ແລະ ນະໂຍບາຍລ້ວນແຕ່ຮຽກຮ້ອງໃຫ້ມີການວິພາກວິຈານຈາກປະຊາຊົນ ດ້ວຍຫຼາຍຮູບຫຼາຍແບບ ແລະ ໄດ້ຮັບການຍອມຮັບຢ່າງຈິງຈັງ. ໃນເມື່ອຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ ກໍໄດ້ເພີ່ມທະວີການຕິດຕາມກວດກາຂອງສັງຄົມ ເພື່ອກວດພົບຄວາມບໍ່ພຽງພໍ, ສະພາບການທີ່ເກີດຂຶ້ນໃໝ່ ແລະ ບັນຫາຂອງປະຊາຊົນແລະວິສາຫະກິດ ທີ່ຕ້ອງສຸມໃສ່ແກ້ໄຂ.
ທີຫ້າ, ລະດົມແຫຼ່ງຊັບພະຍາກອນສັງຄົມ ເພື່ອເພີ່ມເຕີມ, ຊົດເຊີຍຄວາມຈໍາກັດຂອງຊັບພະຍາກອນຂອງລັດ. ຊັບພະຍາກອນທີ່ດິນ, ການເງິນ, ກຳລັງຄົນ, ຄຸນຄ່າວັດທະນະທຳ ແລະອື່ນໆ ຂອງບັນດາອົງການເສດຖະກິດ, ອົງການຈັດຕັ້ງສັງຄົມ, ອົງການສາສະໜາ, ຄອບຄົວ ແລະ ບຸກຄົນ ໄດ້ຮັບການລະດົມດ້ວຍກົນໄກທີ່ເໝາະສົມເພື່ອປະກອບສ່ວນສ້າງກິດຈະກຳສະຫວັດດີການສາທາລະນະ (ເຊັ່ນ: ການຄົມມະນາຄົມໃນຊົນນະບົດ, ໂຮງຮຽນອະນຸບານ, ຫໍວັດທະນະທຳ, ສວນດອກໄມ້, ສວນສາທາລະນະ ແລະອື່ນໆ), ການລົງທຶນໃນຮູບແບບຮ່ວມມືລະຫວ່າງພາກລັດແລະເອກະຊົນ (PPP) ທີ່ຕິດກັບລະບອບສັນຍາໄລຍະຍາວ, ການແບ່ງປັນຄວາມຮັບຜິດຊອບລະຫວ່າງລັດແລະເອກະຊົນມີຄວາມໝາຍໃນການສ້າງຄວາມກ້າວໜ້າ ໃນການພັດທະນາລະບົບໂຄງສ້າງພື້ນຖານແລະບໍລິການສັງຄົມ ເຊິ່ງກ່ອນໜ້ານີ້ພຽງແຕ່ອີງໃສ່ການລົງທຶນງົບປະມານເທົ່ານັ້ນ.
ທີຫົກ, ສົມທົບສະຖາບັນກົດໝາຍກັບສະຖາບັນທາງສັງຄົມ, ການຄຸ້ມຄອງຂອງລັດກັບການຄຸ້ມຄອງຕົນເອງຂອງຊຸມຊົນ ເພື່ອຍົກສູງປະສິດທິຜົນຂອງການຄຸ້ມຄອງການພັດທະນາສັງຄົມ, ໂດຍສະເພາະໃນຊຸມຊົນທີ່ຢູ່ອາໄສ. ສະຖາບັນທາງສັງຄົມມີຄຸນຄ່າທາງສັງຄົມ ແລະ ຄວາມຮູ້ປະສົບການທີ່ເກີດຂຶ້ນໃນໄລຍະເວລາດົນນານ ຈົນກາຍເປັນຫຼັກສິນທຳ ແລະ ຮີດຄອງປະເພນີ ທີ່ຄວບຄຸມພຶດຕິກໍາຂອງມະນຸດ, ເມື່ອນຳໃຊ້ຢ່າງເໝາະສົມ, ສົມທົບກັບສະຖາບັນທາງການ ກໍຈະຊ່ວຍຖ່າຍທອດຈິດສຳນຶກກົດໝາຍເຂົ້າໃນຊີວິດ. ເສີມຂະຫຍາຍບົດບາດການຄຸ້ມຄອງຕົນເອງຂອງຊຸມຊົນທີ່ຢູ່ອາໄສ ເພື່ອຊົດເຊີຍຂໍ້ຈຳກັດຂອງຊັບພະຍາກອນຂອງລັດ ແລະ ຫຼຸດຄວາມສ່ຽງຂອງລະບົບລັດຖະການເມື່ອຂະຫຍາຍກົງຈັກການຈັດຕັ້ງແລະບຸກຄະລາກອນຫຼາຍລະດັບ ເມື່ອເຂົ້າເຖິງການຄຸ້ມຄອງຊຸມຊົນ, ປະຕິບັດປະຊາທິປະໄຕໂດຍກົງໃນຮາກຖານ ສໍາລັບບັນຫາທີ່ປະຊາຊົນສາມາດເຮັດໄດ້ດີກວ່າລັດ.
ທີເຈັດ, ສົ່ງເສີມຄວາມຕັ້ງໜ້າຂອງປະຊາຊົນໃນການປະຕິບັດສິດແລະພັນທະ ແລະ ເຂົ້າຮ່ວມການຄຸ້ມຄອງລັດ. ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຈະປະກົດເປັນຈິງໄດ້ກໍຕໍ່ເມື່ອປະຊາຊົນຮູ້ຈັກສິດແລະພັນທະຂອງຕົນຢ່າງຄົບຖ້ວນ ແລະ ຄວບຄຸມຕົນເອງໃນທຸກການກະທຳທີ່ບໍ່ເກີນກົດໝາຍ ແລະ ມາດຕະຖານຈັນຍາບັນທາງສັງຄົມ. ສິດຕ້ອງຕິດພັນກັບພັນທະ, ເຊັ່ນ ການເສຍພາສີຢ່າງຄົບຖ້ວນ ເພື່ອຮັບປະກັນລາຍຮັບງົບປະມານ ເພື່ອຮັບໃຊ້ຜົນປະໂຫຍດສາທາລະນະ, ການນໍາໃຊ້ບໍລິການສາທາລະນະຢ່າງມີຄວາມຮັບຜິດຊອບ ຕິດກັບຄວາມຮັບຜິດຊອບໃນການຈ່າຍຄ່າທໍານຽມ ແລະ ແບ່ງປັນຊັບພະຍາກອນກັບຊຸມຊົນ ເພື່ອເຂົ້າຮ່ວມການພັດທະນາສັງຄົມ.
4. “ສັງຄົມ” ດຳເນີນງານບົນພື້ນຖານການປະສານສົມທົບລະຫວ່າງສະຖາບັນທາງກົດໝາຍ ແລະ ສະຖາບັນທາງສັງຄົມ ເຊິ່ງສະຖາບັນທາງສັງຄົມມີບົດບາດເພີ່ມເຕີມແລະສະໜັບສະໜູນສະຖາບັນທາງກົດໝາຍ. ອົງການສັງຄົມເຕົ້າໂຮມຜູ້ຄົນທີ່ມີເປົ້າໝາຍຮ່ວມກັນ ບົນຫຼັກການຂອງຄວາມສະໝັກໃຈ ແລະ ບໍ່ສະແຫວງຫາຜົນກຳໄລ, ດຳເນີນງານຕາມກົດໝາຍ ແລະ ກົດບັດຂອງອົງການຈັດຕັ້ງ, ເພື່ອຕອບສະໜອງຜົນປະໂຫຍດອັນຊອບທຳຖືກກົດໝາຍຂອງສະມາຊິກ ແລະ ເຂົ້າຮ່ວມການຄຸ້ມຄອງລັດ. ຢ່າງໃດກໍຕາມ, ແຕ່ລະຊຸມຊົນ ຫຼືອົງການຈັດຕັ້ງສັງຄົມ ມັກຈະສະແຫວງຫາຜົນປະໂຫຍດຂອງຕົນເອງ ເຊິ່ງບາງຄັ້ງກໍຂັດແຍ້ງກັນເອງ ແລະ ອາດຈະກໍ່ໃຫ້ເກີດຄວາມເສຍຫາຍຕໍ່ປະໂຫຍດສ່ວນລວມ. ຜູ້ເຂົ້າຮ່ວມບັນດາອົງການສັງຄົມບໍ່ເປັນເນື້ອດຽວກັນ, ມີການເຊື່ອມຕໍ່ທີ່ຫຼວມແຫຼວ, ຄວາມຕ້ອງການທີ່ຫຼາກຫຼາຍ ແລະ ແນວຄິດທີ່ຫຼາກຫຼາຍ, ດັ່ງນັ້ນ ເມື່ອພວກເຂົາຖືກອິດທິກຳລັງສັດຕູເອົາປຽບ, ຍຸຍົງ, ກະຕູ້ນ, ບາງຄົນຈຶ່ງມີຄວາມຄິດຫົວຮຸນແຮງ. ບັນດາອົງການສັງຄົມມີຂໍ້ໄດ້ປຽບໃນການແກ້ໄຂບາງບັນຫາໃນຊຸມຊົນຍ່ອຍ ຫຼືຂະແໜງການ ວິຊາຊີບທີ່ສະເພາະ, ແຕ່ບໍ່ສາມາດແກ້ໄຂບັນຫາລະຫວ່າງຂະແໜງທີ່ສັບສົນ ຫຼືການດຳເນີນງານໃນວົງກວ້າງໄດ້.
ດັ່ງນັ້ນ, ບົດບາດແລະຄວາມຕັ້ງໜ້າຂອງສັງຄົມ ແລະ ຂອງບຸກຄົນແຕ່ລະຄົນ ຈະໄດ້ຮັບການສົ່ງເສີມໄດ້ຢ່າງເຕັມທີ່ແລະເໝາະສົມ ກໍຕໍ່ເມື່ອມີການຄຸ້ມຄອງເປັນເອກະພາບຂອງລັດ ບົນພື້ນຖານຂອງຫຼັກນິຕິທຳ, ການນຳໃຊ້ຫຼັກການຕະຫຼາດຢ່າງສົມເຫດສົມຜົນ ແລະ ການແບ່ງປັນ, ການຮ່ວມມື ແລະ ຮ່ວມເດີນທາງຂອງວິສາຫະກິດ, ໂດຍສະເພາະ:
ທີໜຶ່ງ, ກົດໝາຍແມ່ນເຄື່ອງມືທີ່ສຳຄັນອັນດັບໜຶ່ງໃນການຄຸ້ມຄອງຢ່າງເປັນເອກະພາບຂອງລັດ ບົນພື້ນຖານຂອງຫຼັກນິຕິທຳ, ສ້າງກອບສະຖາບັນໃຫ້ບັນດາອັດຕະພາບຕະຫຼາດເສລີແຂ່ງຂັນກັນ, ໃຫ້ອົງການຈັດຕັ້ງສັງຄົມ ແລະ ຊຸມຊົນດຳເນີນການຄຸ້ມຄອງຕົນເອງ, ພົນລະເມືອງໄດ້ຮັບອະນຸຍາດໃຫ້ເຮັດສິ່ງທີ່ກົດໝາຍບໍ່ໄດ້ຫ້າມ, ເສລີພາບຂອງບຸກຄົນໜຶ່ງບໍ່ໄດ້ຂັດຂວາງເສລີພາບຂອງບຸກຄົນອື່ນ. ໃນກໍລະນີນີ້, ການຄຸ້ມຄອງທີ່ເປັນເອກະພາບຂອງລັດບໍ່ໄດ້ກົງກັນຂ້າມກັບການຄຸ້ມຄອງຕົນເອງ, ມັນພຽງແຕ່ກົງກັນຂ້າມກັບພະຍາດພາກສ່ວນນິຍົມ, ການເຫັນແກ່ພາກສ່ວນຕົນເອງ, ອະນາທິປະໄຕເທົ່ານັ້ນ; ການຄຸ້ມຄອງຕົນເອງຂອງຊຸມຊົນບໍ່ໄດ້ກົງກັນຂ້າມກັບການຄຸ້ມຄອງທີ່ເປັນເອກກະພາບຂອງລັດ, ແຕ່ກົງກັນຂ້າມກັບພະຍາດອາດຍາສິດ, ຜະເດັດການ, ການຜູກຂາດ.
ທີສອງ, ປັບປຸງບູລະນະກົນໄກການເງິນເພື່ອໃຫ້ບັນດາອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງຊຸມຊົນໄດ້ຮັບການສະໜັບສະໜູນຈາກລັດ, ເງິນທຶນຈາກວິສາຫະກິດ ແລະ ຈາກຕ່າງປະເທດ ໂດຍບໍ່ຖືກຈັດການບໍລິຫານໃຫ້ຫຼຸດຄວາມເປັນເອກະລາດແລະຄວາມສາມາດໃນການວິພາກວິຈານສັງຄົມ ຫຼືຖືກຂັບເຄື່ອນໂດຍຄວາມຕັ້ງໃຈຂອງຜູ້ອຸປະຖຳ. ສິ່ງດັ່ງກ່າວຮັບປະກັນໃຫ້ແຫຼ່ງຊັບພະຍາກອນຂອງລັດ, ວິສາຫະກິດ ແລະ ສັງຄົມເຊື່ອມໂຍງກັນ ແລະ ຮັບໃຊ້ບັນດາຈຸດໝາຍທີ່ດີ; ເພື່ອສິດແລະຜົນປະໂຫຍດທີ່ຖືກກົດໝາຍ ຊອບທຳຂອງສະມາຊິກ; ລົບລ້າງຄວາມສ່ຽງທີ່ຈະຖືກເອົາປຽບ ແລະ ຖືກຂັບເຄື່ອນໂດຍອິດທິກຳລັງສັດຕູດ້ວຍເຈຕະນາທີ່ບໍ່ດີ ເຊິ່ງຂັດກັບຜົນປະໂຫຍດຂອງຊາດ-ປະເທດຊາດ.
ທີສາມ, ໝູນໃຊ້ຫຼັກການຕະຫຼາດໃນການຄຸ້ມຄອງອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລ. ຊັບພະຍາກອນຂອງອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລເກີດຂຶ້ນຈາກການສະໜັບສະໜູນຂອງລັດ, ການສະໜັບສະໜູນຂອງວິສາຫະກິດ ແລະ ການເຄື່ອນໄຫວເສດຖະກິດແລະການເງິນຂອງອົງການຈັດຕັ້ງ. ມີຄວາມຈຳເປັນຕ້ອງປ່ຽນວິທີການໜູນຊ່ວຍດ້ານການເງິນຕາມງົບປະມານ ຈາກການອີງໃສ່ “ສົ້ນເຂົ້າ” ໄປເປັນການອີງໃສ່ຜົນຂອງ “ສົ້ນອອກ”, ໂດຍສະເພາະ ການປະມູນຊຸດບໍລິການໂດຍໃຊ້ການເງິນງົບປະມານທີ່ກ່ຽວຂ້ອງກັບການກຳນົດເປົ້າໝາຍ, ມາດຖານຜະລິດຕະພັນສະເພາະ. ການດໍາເນີນງານຕາມຫຼັກການທີ່ບໍ່ຫວັງຜົນກໍາໄລບໍ່ໄດ້ໝາຍເຖິງການປະຕິເສດຜົນກໍາໄລ, ແຕ່ຍັງຫາວິທີສ້າງຜົນກໍາໄລຢ່າງມືອາຊີບ ແລະ ຜົນກຳໄລເຫຼົ່ານັ້ນບໍ່ໄດ້ແຈກຢາຍໃຫ້ສະມາຊິກຄະນະກຳມະການ ແຕ່ຈະຖືກນຳໄປລົງທຶນໃໝ່ເພື່ອຮັບໃຊ້ເປົ້າໝາຍການພັດທະນາສັງຄົມ. ດັ່ງນັ້ນ, ບັນດາອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ ຈຳເປັນຕ້ອງສ້າງກິດຈະກຳທາງເສດຖະກິດຢ່າງມືອາຊີບ ເພື່ອຮັບປະກັນຊັບພະຍາກອນທາງການເງິນທີ່ຍືນຍົງ ສຳລັບການດໍາເນີນງານ ແລະ ຄວາມຮັບຜິດຊອບທາງສັງຄົມ.
ທີສີ່, ເສີມຂະຫຍາຍປະຊາທິປະໄຕຢ່າງກວ້າງຂວາງ ແທ້ຈິງ ແລະ ໄປຄຽງຄູ່ກັນກັບການຮັດແໜ້ນລະບຽບວິໄນ, ປ້ອງກັນແລະສະກັດກັ້ນການສວຍໃຊ້ເສລີພາບ ແລະ ປະຊາທິປະໄຕ ເພື່ອທຳລາຍຜົນປະໂຫຍດຂອງຜູ້ອື່ນ, ລະເມີດກົດໝາຍ, ຂົ່ມຂູ່ຕໍ່ຄວາມໝັ້ນຄົງທາງສັງຄົມ. ບັນດາອິດທິກຳລັງສັດຕູ, ປະຕິການ ແລະ ພວກສວຍໂອກາດທາງການເມືອງ ມັກຈະສວຍໃຊ້ສິດເສລີພາບ ແລະ ປະຊາທິປະໄຕ ເພື່ອເຕົ້າໂຮມກຳລັງ, ໃຊ້ອິດທິພົນ ແລະ ລໍຖ້າໂອກາດເພື່ອຈະຄັດຄ້ານລັດຢ່າງເປີດເຜີຍ, ຄັດຄ້ານຜົນປະໂຫຍດຂອງປະຊາຊົນ. ດຳເນີນການໂຄສະນາ, ຂົນຂວາຍ, ອົບຮົມສຶກສາ ແລະ ຊັກຊວນຊວນເຊື່ອ ຕິດພັນກັບການເພີ່ມທະວີລະບຽບກົດໝາຍ ວິໄນ, ຮັບປະກັນໃຫ້ບັນດາອົງການຈັດຕັ້ງສັງຄົມດຳເນີນງານຕາມກົດໝາຍ ແລະ ກົດລະບຽບ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ສະມາຊິກ ແລະ ປະເທດ.
ທີຫ້າ, ການເຊື່ອມຕໍ່ຊັບພະຍາກອນ ແລະ ການແບ່ງປັນຄວາມຮັບຜິດຊອບລະຫວ່າງລັດ, ວິສາຫະກິດ ແລະ ອົງການຈັດຕັ້ງກຳມະບານ ເພື່ອປັບປຸງສະຫວັດດີການຂອງຜູ້ອອກແຮງງານໃນວິສາຫະກິດ. ສະຖາບັນທາງກົດໝາຍທີ່ກ້າວໜ້າທາງດ້ານແຮງງານ ແລະ ການພົວພັນດ້ານແຮງງານ ມີບົດບາດໃນການສົ່ງເສີມຄວາມຮັບຜິດຊອບຕໍ່ສັງຄົມຂອງວິສາຫະກິດ, ກ່ອນອື່ນໝົດແມ່ນ ຮັບປະກັນສິດແລະຜົນປະໂຫຍດທີ່ຖືກກົດໝາຍ ຊອບທຳ ຂອງຜູ້ອອກແຮງງານໃນວິສາຫະກິດ (ສິດກຳມະບານ, ການປະກັນໄພ, ສະພາບແວດລ້ອມການເຮັດວຽກທີ່ປອດໄພ, ລະບອບພັກຜ່ອນ, ການຝຶກອົບຮົມທັກສະ ແລະອື່ນໆ). ພ້ອມກັນນັ້ນ, ກຳນົດຄວາມຮັບຜິດຊອບຂອງອຳນາດການປົກຄອງທຸກຂັ້ນ ໃນການຮັບປະກັນສະຫວັດດີການຂອງຄົນງານ (ເຊັ່ນ: ການວາງແຜນກອງທຶນທີ່ດິນ, ການລົງທຶນກໍ່ສ້າງໂຄງສ້າງພື້ນຖານ, ການພັດທະນາທີ່ຢູ່ອາໄສທາງສັງຄົມ, ສະຖານທີ່ວັດທະນະທຳ, ໂຮງຮຽນ, ສຸກສາລາ,... ຢູ່ສວນອຸດສາຫະກຳ), ໃຫ້ບຸລິມະສິດການດຶງດູດນັກລົງທຶນທີ່ໝັ້ນໝາຍຈະປະຕິບັດຢ່າງດີຕາມຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຮ່ວມມືກັບບັນດາອົງການຈັດຕັ້ງກຳມະບານ ເພື່ອກໍ່ສ້າງການພົວພັນດ້ານແຮງງານທີ່ກົມກຽວ, ຍືນຄົງ ແລະ ກ້າວໜ້າ.
ທີຫົກ, ຊຸກຍູ້ການເຊື່ອມໂຍງ, ການຮ່ວມມື ແບ່ງປັນແລະພ້ອມກັນເດີນທາງລະຫວ່າງລັດ ວິສາຫະກິດ ກັບບັນດາກຳລັງສັງຄົມ, ຮັບປະກັນການຍົກສູງປະສິດທິຜົນການຄຸ້ມຄອງແລະພັດທະນາເສດຖະກິດ-ສັງຄົມ. ນັ້ນແມ່ນກົນໄກຮັບປະກັນໃຫ້ລັດໃກ້ຊິດກັບປະຊາຊົນ, ຮັບຟັງຄວາມຄິດເຫັນຂອງປະຊາຊົນ, ແກ້ໄຂຄວາມຕ້ອງການອັນຮີບດ່ວນຂອງປະຊາຊົນຢ່າງທັນການ. ນັ້ນແມ່ນກົນໄກເຊື່ອມໂຍງ “ສີ່ພາກສ່ວນ” (ຊາວກະສິກອນ, ລັດ, ນັກວິທະຍາສາດ, ນັກທຸລະກິດ) ເພື່ອຊຸກຍູ້ການພັດທະນາກະສິກຳແບບຍືນຍົງ, ແກ້ໄຂຜ່ານຜ່າຂໍ້ຈຳກັດຂອງການຜະລິດກະສິກຳນ້ອຍ ກະແຈກກະຈ່າຍ, ແກ້ໄຂຜ່ານຜ່າຄວາມເກີດເອງຂອງຕະຫຼາດທີ່ສົ່ງຜົນກະທົບທາງລົບຕໍ່ຊີວິດຊົນນະບົດ. ນັ້ນແມ່ນການຊຸກຍູ້ການກໍ່ຕົວຂອງລະບົບນິເວດການປ່ຽນແປງໃໝ່ປະດິດສ້າງ, ການເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງວິສາຫະກິດ, ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລ ໂດຍຖືເອົາວິສາຫະກິດເປັນສູນກາງ, ນັກວິທະຍາສາດເປັນແຮງຜັກດັນ, ຮັບປະກັນການນໍາໃຊ້ແລະການຄ້າສິ່ງປະດິດ, ພັດທະນາຕະຫຼາດວິທະຍາສາດແລະເຕັກໂນໂລຊີ, ນຳເອົາຄວາມຮູ້ເຂົ້າສູ່ຊີວິດຕົວຈິງ.
5. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ເນັ້ນໜັກເປັນພິເສດເຖິງ ການຄຸ້ມຄອງການພັດທະນາສັງຄົມໃນເງື່ອນໄຂການປ່ຽນແປງດິຈິຕອນ ແລະ ສັງຄົມດິຈິເຕີນ. ກອງປະຊຸມໃຫຍ່ໄດ້ກຳນົດໜ້າທີ່: “ພັດທະນາໂຄງສ້າງພື້ນຖານດິຈິຕອນແລະ ຮັບປະກັນຄວາມປອດໄພເຄືອຂ່າຍ, ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ວິສາຫະກິດສາມາດເຂົ້າເຖິງຊັບພະຍາກອນດິຈິຕອນໄດ້ຢ່າງສະດວກ ແລະ ປອດໄພ ແລະ ສ້າງຖານຂໍ້ມູນຂະໜາດໃຫຍ່”(6). ທັດສະນະການພັດທະນາຂອງ “ຍຸດທະສາດການພັດທະນາເສດຖະກິດແລະສັງຄົມ 10 ປີ 2021-2030” ກຳນົດ: “ຕ້ອງປ່ຽນແປງໃໝ່ຈິນຕະນາການ ແລະ ການກະທຳ, ເປັນເຈົ້າການໃນການເກັບກຳສະພາບການຢ່າງທັນການ, ໃຊ້ປະໂຫຍດຈາກໂອກາດຂອງການປະຕິວັດອຸສາຫະກຳຄັ້ງທີ 4 ຢ່າງມີປະສິດທິຜົນ ຕິດພັນກັບຂະບວນການເຊື່ອມໂຍງເຂົ້າກັບສາກົນ ເພື່ອປັບໂຄງສ້າງເສດຖະກິດ, ພັດທະນາເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ”(7).
ທິດທາງທີ່ກວມລວມຄືການປະຕິບັດການປ່ຽນດິຈິຕອນແຫ່ງຊາດຢ່າງຮອບດ້ານ ເພື່ອພັດທະນາເສດຖະກິດດິຈິຕອນ ແລະສ້າງສັງຄົມດິຈິຕອນ. ສູ້ຊົນເຖິງປີ 2030, ສຳເລັດການສ້າງລັດຖະບານດິຈິຕອນ; ຖືກຈັດຢູ່ໃນກຸ່ມ 50 ປະເທດຊັ້ນນຳຂອງໂລກ ແລະ ອັນດັບທີ 3 ໃນພາກພື້ນອາຊຽນ ໃນດ້ານລັດຖະບານເອເລັກໂຕຣນິກ ແລະ ເສດຖະກິດດິຈິຕອນ. ປະຕິບັດການປ່ຽນດິຈິຕອນໃນການຄຸ້ມຄອງລະດັບຊາດ, ການຄຸ້ມຄອງລັດ, ການຜະລິດ ທຸລະກິດ, ການຈັດຕັ້ງສັງຄົມ ແລະ ການຄຸ້ມຄອງຊັບພະຍາກອນຂອງປະເທດ. ຍູ້ແຮງການປ່ຽນດິຈິຕອນສຳລັບຂະແໜງການ ແລະ ຂົງເຂດຈຳນວນໜຶ່ງທີ່ມີເງື່ອນໄຂ, ໂດຍສະເພາະ ພາກວິສາຫະກິດຂະໜາດນ້ອຍແລະຂະໜາດກາງ. ປະຍຸກໃຊ້ແລະພັດທະນາເຕັກໂນໂລຊີໃໝ່, ບຸລິມະສິດເຕັກໂນໂລຊີດິຈິຕອນ, ການເຊື່ອມຕໍ່ 5G ແລະຫຼັງ 5G, ປັນຍາປະດິດ, ບລ໊ອກເຊນ (blockchain), ການພິມ 3 ມິຕິ, ອິນເຕີເນັດຂອງສັບພະສິ່ງ, ຄວາມປອດໄພທາງໄຊເບີຮ໌, ພະລັງງານສະອາດ, ເຕັກໂນໂລຊີດ້ານສິ່ງແວດລ້ອມ ເພື່ອປ່ຽນແປງແລະຍົກສູງປະສິດທິພາບການຜະລິດ ແລະ ປະສິດທິຜົນເສດຖະກິດ.
ສ້າງລະບົບກົດໝາຍທີ່ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ການປ່ຽນແປງດິຈິຕອນ ແລະ ພັດທະນາຜະລິດຕະພັນສິນຄ້າ, ບໍລິການ ແລະ ຮູບແບບເສດຖະກິດໃໝ່. “ຕ້ອງໃຫ້ຄວາມສຳຄັນກວ່າອີກເຖິງການຄຸ້ມຄອງການພັດທະນາສັງຄົມ; ການເປີດກວ້າງປະຊາທິປະໄຕຕ້ອງຕິດພັນກັບການຮັກສາລະບຽບວິໄນທີ່ເຂັ້ມງວດ”(8). ຍູ້ແຮງການກໍ່ສ້າງລັດຖະບານເອເລັກໂຕຮນິກ, ກ້າວເຖິງລັດຖະບານດິຈິຕອນ, ໃນນັ້ນສຸມໃສ່ພັດທະນາໂຄງສ້າງພື້ນຖານດິຈິຕອນ ທີ່ຮັບໃຊ້ບັນດາອົງການຂອງລັດ ຢ່າງລວມສູນ ແລະ ລຸລ່ວງ; ອອກແບບຢ່າງສົມບູນ, ສ້າງແລະດຳເນີນງານລະບົບຖານຂໍ້ມູນຂະໜາດໃຫຍ່ຢ່າງປະສົມປະສານ ເຊື່ອມໂຍງ ແລະ ຊ່ອງລ່ອງ, ໂດຍສະເພາະ ຂໍ້ມູນກ່ຽວກັບປະຊາກອນ, ສາທາລະນະສຸກ, ການສຶກສາ, ການປະກັນໄພ, ວິສາຫະກິດ, ທີ່ດິນ, ທີ່ຢູ່ອາໄສ, ຮັບໃຊ້ການພັດທະນາເສດຖະກິດ ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຢ່າງທັນການແລະມີປະສິດທິຜົນ.
“ເພີ່ມທະວີການຄຸ້ມຄອງ ແລະ ພັດທະນາການສື່ສານ ແລະ ຂໍ້ມູນຂ່າວສານທາງອິນເຕີເນັດທຸກປະເພດ. ຕໍ່ສູ້ຢ່າງເດັດດ່ຽວເພື່ອລົບລ້າງຜະລິດຕະພັນແລະຂໍ້ມູນທີ່ເປັນອັນຕະລາຍ, ທີ່ບິດເບືອນ ປະຕິການ ເຊິ່ງສົ່ງຜົນເສຍຕໍ່ຄວາມໝັ້ນຄົງທາງການເມືອງ-ສັງຄົມ ແລະ ຮີດຄອງປະເພນີອັນດີງາມ”(9).
ແຜນນະໂຍບາຍແລະທິດທາງຂ້າງເທິງນີ້ຊີ້ໃຫ້ເຫັນວ່າການຄຸ້ມຄອງການພັດທະນາສັງຄົມ ໃນເງື່ອນໄຂການປ່ຽນແປງດິຈິຕອນ ໄດ້ດຳເນີນການທັງໃນການຄຸ້ມຄອງບໍລິຫານປະເທດ ແລະ ການຄຸ້ມຄອງແຕ່ລະລະບົບຍ່ອຍ-ຂົງເຂດຂອງຊີວິດ, ຕັ້ງແຕ່ການຄຸ້ມຄອງບໍລິຫານ ເຖິງການຈັດຕັ້ງຜະລິດ ທຸລະກິດ ແລະ ການບໍລິການ. ດັ່ງນັ້ນ, ການຄຸ້ມຄອງການພັດທະນາສັງຄົມໃນເງື່ອນໄຂການປ່ຽນແປງດິຈິຕອນ ລວມເຖິງການສົ່ງເສີມການພັດທະນາ, ການໃຊ້ປະໂຫຍດຈາກໂອກາດທີ່ສັງຄົມຂໍ້ມູນຂ່າວສານນຳມາໃຫ້ ແລະ ຕໍ່ສູ້ປ້ອງກັນແລະກີດກັ້ນຜົນກະທົບທາງລົບທຸກຢ່າງ. ໂລກໄຊເບີຣ໌ກາຍເປັນສະໜາມຮົບຕົ້ນຕໍຂອງສົງຄາມຂໍ້ມູນ, ຕໍ່ສູ້ກັບບັນດາອິດທິກຳລັງສັດຕູ, ປົກປ້ອງຮາກຖານແນວຄິດແລະແນວທາງຂອງພັກ, ປົກປ້ອງສັດຈະທຳ, ຄວາມຊອບທຳ ແລະ ຄຸນຄ່າຂອງລັດທິສັງຄົມນິຍົມ.
ການປະຕິບັດແຜນນະໂຍບາຍແລະທິດທາງການຄຸ້ມຄອງທີ່ກ່າວມາເທິງນີ້ ຈຳເປັນຕ້ອງເສີມຂະຫຍາຍບົດບາດຂອງລັດ, ຕະຫຼາດ ແລະ ສັງຄົມຢ່າງເຕັມທີ່. ບົດບາດຂອງລັດບໍ່ພຽງແຕ່ສ້າງສະຖາບັນແລະກົດໝາຍ ເພື່ອສ້າງຮູບແບບທຸລະກິດໃໝ່, ຊຸກຍູ້ການປ່ຽນແປງດິຈິຕອນ ແລະ ພັດທະນາສັງຄົມດິຈິຕອນເທົ່ານັ້ນ ແຕ່ຍັງລົງທຶນໃນການພັດທະນາວິທະຍາສາດແລະເຕັກໂນໂລຊີ, ພັດທະນາໂຄງສ້າງພື້ນຖານດິຈິຕອນ, ການຝຶກອົບຮົມຊັບພະຍາກອນມະນຸດ, ການສ້າງລັດຖະບານດິຈິຕອນ, ການລົງທຶນສ້າງຖານຂໍ້ມູນດິຈິຕອນ ເພື່ອຮັບໃຊ້ການຄຸ້ມຄອງຂອງລັດ, ຮັບປະກັນສິດທິໃນການເຂົ້າເຖິງຂອງປະຊາຊົນແລະວິສາຫະກິດ. ລັດຫວຽດນາມເປັນຜູ້ນຳໜ້າບໍ່ພຽງແຕ່ສ້າງ “ການສະໜອງ” ແຕ່ຍັງສ້າງ “ຄວາມຕ້ອງການ” ສຳລັບການພັດທະນາເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ, ໂດຍສະເພາະການສົ່ງເສີມໂຄງການຄຸ້ມຄອງສັງຄົມດິຈິຕອນ ເຊິ່ງໂດຍທົ່ວໄປແມ່ນຂໍ້ມູນປະຊາກອນລະດັບຊາດ ແລະ ບັນດາໂຄງການປ່ຽນແປງດິຈິຕອນ. ອະທິປະໄຕທາງໄຊເບີຣ໌ສະເປດ ກາຍເປັນສ່ວນໜຶ່ງຂອງອະທິປະໄຕຂອງຊາດ ທີ່ເຊື່ອມໂຍງຢ່າງໃກ້ຊິດກັບບົດບາດຂອງລັດ ໃນການຮັບຮອງຄວາມປອດໄພທາງໄຊເບີຣ໌. ການຕໍ່ສູ້ໃນສະພາບແວດລ້ອມໄຊເບີຣ໌ສະເປດ ຍັງໃຊ້ກຳລັງຂອງອົງການຂອງລັດເປັນຫຼັກ. ບົດບາດຂອງວິສາຫະກິດ ແມ່ນຊຸກຍູ້ການລົງທຶນໃນບັນດາຂະແໜງການ, ວິຊາຊີບໃໝ່, ອີຄອມເມີຣ໌ຊ, ການນຳໃຊ້ວິທະຍາສາດແລະເຕັກໂນໂລຢີ, ພ້ອມກັນນັ້ນ, ຈະສາມາດເຂົ້າຮ່ວມໃນການຮ່ວມມືພັດທະນາໂຄງສ້າງພື້ນຖານດິຈິຕອນ, ລັດຖະບານດິຈິຕອນ,.. ຜ່ານບັນດາໂຄງການສະເພາະ; ມີສິດເຂົ້າເຖິງຂໍ້ມູນຂ່າວສານໄດ້ຢ່າງຍຸຕິທຳແລະໂປ່ງໃສ. ຄວາມຊື່ສັດທາງທຸລະກິດຂອງວິສາຫະກິດໃນສະພາບແວດລ້ອມໄຊເບີຣ໌ ປະກອບສ່ວນຊຸກຍູ້ຄວາມຮັບຜິດຊອບຕໍ່ສັງຄົມ, ໂດຍສະເພາະ ການກຳຈັດຂໍ້ມູນທີ່ບໍ່ດີແລະເປັນພິດ, ຂ່າວປອມ ຫຼືການຫຼົບຫຼີກພາສີ, ຮັບປະກັນສິດຂອງຜູ້ອອກແຮງງານໃນຂະແໜງການຈ້າງງານເສດຖະກິດ. ບົດບາດຂອງສັງຄົມທີ່ປະກອບສ່ວນໃນການຄຸ້ມຄອງສັງຄົມດິຈິຕອນມີຄວາມສຳຄັນຫຼາຍຂຶ້ນ ເມື່ອເຄື່ອນໄຫວໃນຖານະພົນລະເມືອງດິຈິຕອນ. ການສ້າງລັດຖະບານດິຈິຕອນທີ່ປະສົບຄວາມສຳເລັດ ຈະສົ່ງເສີມຄວາມເປີດເຜີຍແລະຄວາມໂປ່ງໃສ, ກຳນົດໃຫ້ກິດຈະກຳຂອງອົງການຂອງລັດແລະລັດຖະກອນ ໄດ້ຮັບການຕິດຕາມກວດກາສັງຄົມ ກໍຄືເພີ່ມທະວີຄວາມສາມາດໃນການຕອບສະໜອງທາງສັງຄົມ ຕໍ່ຜົນກະທົບຂອງການຕັດສິນຕົກລົງຂອງຝ່າຍບໍລິຫານແຕ່ລະຄັ້ງ. ຖ້າຫາກຊຸມຊົນອອນໄລນ໌ປະພຶດຕົວຢ່າງມີຄວາມຮັບຜິດຊອບໃນໂລກໄຊເບີຣ໌ ຊຸມຊົນນັ້ນກໍຈະເປັນຮາກຖານສັງຄົມທີ່ຊ່ວຍຮັບປະກັນຄວາມປອດໄພທາງເຄືອຂ່າຍ. ພົນລະເມືອງດິຈິຕອນແຕ່ລະຄົນທີ່ເຂົ້າຮ່ວມໃນກິດຈະກຳການສື່ສານ, ອີຄອມເມິຣ໌ຊ ແລະອື່ນໆ ມີຄວາມຮັບຜິດຊອບໃນການປະກອບສ່ວນເຂົ້າໃນການສ້າງສັງຄົມດິຈິຕອນທີ່ມີລະບຽບວິໄນ, ເປັນລະບຽບຮຽບຮ້ອຍ ແລະ ຕ້ານທານຢ່າງມີປະສິດທິຜົນ ຕໍ່ການເຄື່ອນໄຫວທຳລາຍມ້າງເພທັງໝົດ ຂອງບັນດາອິດທິກຳລັງສັດຕູ ໃນສະພາບແວດລ້ອມໄຊເບີຣ໌ສະເປດ./.
------------------------------
(1), (2), (3), (4), (5) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, ເຫຼັ້ມ 1, ໜ້າ 130-131, 131, 133, 133, 131-132
(6), (7), (8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 142, 214, 215
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1011 (ເດືອນເມສາ 2023)